ວັນພຸດ, 26/7/2017
ສົມທົບລະຫວ່າງ ກໍ່ສ້າງ ປັບປຸງການປ້ອງກັນຊາດ ກັບພັດທະນາເສດຖິກິດ - ສັງຄົມ ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ
1/12/2016 16:32' ສົ່ງ ພິມ
ກຳລັງປະກອບອາວຸດເຂດທະຫານທີ 4 ສວນສະໜາມເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ວັນມູນເຊື້ອ ຂອງກອງທັບ (ພາບ: TTXVN)

ເພີ່ມ​ທະວີ, ປັບປຸງການ​ປ້ອງ​ກັນຊາ​ດ ບໍ່​ພຽງ​ແຕ່​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຫາກ​ຍັງ​ສ້າງ​ເງື່ອນ​ໄຂ​ເພື່ອ​ຮັບປະກັນ ຊຸກຍູ້ການພັດທະນາ​ເສດ​ຖິກິດ-ສັງຄົມ​ແບບ​ຍືນ​ຍົງ. ທັດສະນະ​ຂອງ​ພັກ​ສະ​ແດງ​ໃຫ້​ເຫັນ​ແຈ້ງວ່າ  ຄວາມ​ພົວພັນ​ລະຫວ່າງ​ການ​ປ້ອງ​ກັນຊາ​ດ ​ແລະ ການພັດທະນາ​ເສດ​ຖິກິດ-ສັງຄົມ ​ແມ່ນ​ຄວາມ​ພົວພັນ​ທີ່​ເປັນ​ເອກະ​ພາບ​ແບບ​ອິຊີ, ຕິດ​ພັນ​ແໜ້ນ​ແຟ້ນນຳ​ກັນ, ສ້າງ​ປະ​ຖົມ​ປັດ​ໄຈ ​ເງື່ອ​ນໄຂ​ໃຫ້​​ແກ່ກັນ ພ້ອມ​ກັນ​ພັດທະນາ. ​ແມ່ນ​ຄວາມ​ພົວພັນ​ສັດຈະ​ວິພາກ​ ລະຫວ່າງ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ ກໍ່ສ້າງ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດນີ້​ເອງ ​ໄດ້​ກຳນົດ​ຄວາມ​ພົວພັນ​ລະຫວ່າງ​ການ​ປ້ອງ​ກັນຊາ​ດ ​ແລະ ການພັດທະນາ​ເສດ​ຖິກິດ-ສັງຄົມ. ທາງ​ດ້ານ​ເນື້ອ​ແທ້,  ນັ້ນ​ແມ່ນ​ການ​ແຊກ​ຄຸມ​ຂອງ​ໜ້າ​ທີ່​ລວມ ຕໍ່​ກັບ​ບັນດາ​ພາກສ່ວນປະກອບ​ເປັນພາລະກິດ​ກໍ່ສ້າງ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກຊີ້​ໃຫ້​ເຫັນ​ແຈ້ງວ່າ, ຕ້ອງ​ປະຕິບັດ​ການ​ສົມທົບ​ລະຫວ່າງ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ກັບ​ການພັດທະນາ​ເສດ​ຖິກິດ-ສັງຄົມ ຢູ່​ບັນດາ​ເຂດ​ຍຸດ​ທະ​ສາດ​ໃນ​ສະພາບ​ການ​ໃໝ່. ບັນຫາ​ນີ້​ໄດ້​ສະ​ແດງ​ອອກ​ໃນ​ບັນດາ​ເນື້ອ​ໃນ​ລະອຽດ​ດັ່ງ​ລຸ່ມນີ້:

ສົມທົບ​ລະຫວ່າງ​ກໍ່ສ້າງ ປັບປຸງການ​ປ້ອງ​ກັນຊາ​ດ ກັບການພັດທະນາ​ເສດ​ຖິກິດ-ສັງຄົມ ຢູ່​ເຂດ​ຫ່າງ​ໄກສອກຫຼີກ, ​ເຂດ​ຊາຍ​ແດນ

ເຂດ​ຫ່າງ​ໄກສອກຫຼີກ, ​ເຂດ​ຊາຍ​ແດນມີ​ຄວາມ​ສຳຄັນ​ພິ​ເສດ​ໃນ​ຍຸດ​ທະ​ສາດ​ປ້ອງ​ກັນ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເປັນ​ເຂດ​ຍຸດ​ທະ​ສາດ​ສຳຄັນ​ພິ​ເສດ. ນີ້​ແມ່ນ​ເຂດ​ທີ່​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ, ມີ​ຄວາມ​ຕ່ຳ​ຕ້ອຍ​ອ່ອນ​ນ້ອຍ​ທາງ​ເສດຖະກິດ ວັດທະນະທຳ ສັງຄົມ,... ​ໃນ​ນັ້ນ ສະພາບ​ການ​ຢູ່​ຫຼາຍ​ແຫ່ງສັບສົນ​ທີ່​ສຸດ, ມັກ​ຖືກ​ສັດ​ຕູ​ສວຍ​ໃຊ້​​ແກ່ດຶງ ປຸກ​ກະ​ຕູ້ນປະຊາຊົນ. ​ເພາະສະ​ນັ້ນ, ການ​ສົມທົບ​ລະຫວ່າງພັດທະນາ​ເສດ​ຖິກິດ-ສັງຄົມ ກັບ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດຢູ່​ເຂດ​ນີ້ ​ຈຶ່ງ​ມີ​ຄວາມ​ໝາຍ​ສຳຄັນ​ທີ່ສຸດ.

ສົມທົບ​ລະຫວ່າງ​ໜ້າ​ທີ່ປ້ອງ​ກັນ​ຊາດ ກັບ​ໜ້າ​ທີ່ພັດທະນາ​ເສດ​ຖິກິດ-ສັງຄົມ ຢູ່ເຂດ​ຫ່າງ​ໄກສອກຫຼີກ, ​ເຂດ​ຊາຍ​ແດນ ​ແມ່ນ​ການ​ເຊື່ອມ​ຕິດ​ຢ່າງ​ແໜ້ນ​ແຟ້ນລະ​ຫວ່າງ ​ກໍ່ສ້າງ​ເຂດ​ຍຸດ​ທະ​ສາດ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ກັບການ​ພັດທະນາ​ເຂດ​ເສດຖະກິດ​ຍຸດ​ທະ​ສາດ, ​ເພື່ອ​ແນ​ໃສ່​ສ້າງ​ຕັ້ງ​ແລະ​ເພີ່ມ​ທະວີທ່າ​ຈັດ​ວາງ​ຍຸດ​ທະ​ສາດ​ໃໝ່ ທັງ​ດ້ານ​ເສດ​ຖິກິດ-ສັງຄົມ ​ແລະ ການ​ປ້ອງ​ກັນຊາ​ດ ຢູ່​ບັນດາເຂດ​ນີ້, ຕາມ​ເຈຕະນາ​ປ້ອງ​ກັນ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ແລະ​ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ, ສ້າງ​ຄວາມ​ໝັ້ນຄົງເຂັ້ມ​ແຂງທົ່ວ​ປະ​ເທດ ​ແລະ ຄວາມ​ແຂງ​ແຮງ​ຢູ່​ແຕ່ລະ​ເຂດ​ຈຸດ​ໜັກ.

​ແຕ່ລະ​ເຂດ​ລ້ວນ​ແຕ່​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ທາງ​ດ້ານ​ພັດທະນາ​​ເສດຖະກິດ ​ແລະ ​ປ້ອງ​ກັນ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ແຕ່​ວ່າ, ການ “ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ຜືນ​ແຜ່ນດິນ​ອັນ​ຄົນ​ຖ້ວນ ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ປະການ. ການພັດທະນາ​ເສດ​ຖິກິດ-ສັງຄົມ ​ແລະ ການ​ຮັບປະກັນ​ການ​ປ້ອງ​ກັນຊາດ ປ້ອງ​ກັນ​ຄວາມ​ສະຫງົບຢູ່​ບາງ​ແຫ່ງ ຍັງ​ບໍ່​ມີ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນນຳ​ກັນ... ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ​ຄວາມ​ປອດ​ໄພ​ທາງ​ສັງຄົມ​ຢູ່​ບາ​ງບໍລິ​ເວ​ນຍັງ​ສັບສົນ”(2). ​ແຕ່ລະ​ເຂດ​ຍຸດ​ທະ​ສາດ​ມີ​ຈຸດ​ພິ​ເສດສະ​ເພາະ, ມີ​ຄວາມ​ຮຽກຮ້ອງຕ້ອງການ​ທີ່​ຕ່າງ​ກັນ​ທາງ​ດ້ານໜ້າ​ທີ່ພັດທະນາ​ເສດ​ຖິກິດ-ສັງຄົມ, ປ້ອງກັນຊາ​ດ, ຊຶ່ງ​ຮຽກຮ້ອງ​ໃຫ້ການ​ສົມທົບລະຫວ່າງ ການພັດທະນາ​ເສດ​ຖິກິດ-ສັງຄົມ ກັບ​ການ​ປ້ອງ​ກັນຊາ​ດ ຢູ່ບັນດາ​ເຂດ, ກໍ່​ຄື​ຢູ່​​ແຕ່​ລະ​ແຂວງ ​ຕ້ອງ​ຮັບປະກັນ​ບັນດາ​ເນື້ອ​ໃນ​ລຸ່ມ​ນີ້:

1- ສົມທົບລະຫວ່າງການ​ກໍ່ສ້າງ​​ແຜນຍຸດ​ທະ​ສາດ, ​ແຜນ​ກຳນົດ​ສັງ​ລວມການພັດທະນາ​ເສດ​ຖິກິດ-ສັງຄົມ ກັບ​ການ​ປ້ອງ​ກັນຊາ​ດຂອງ​ເຂດ.

2- ສົມທົບລະຫວ່າງ ວິວັດ​ການ​ຫັນປ່ຽນ​ໂຄງສ້າງ​ເສດຖະກິດ​ເຂດ, ​ໂຄງ​ສ້າງ​ເສດຖະກິດ​ທ້ອງ​ຖິ່ນ ກັບ​ການ​ກໍ່ສ້າງ​ບັນດາ​ເຂດ​ປ້ອງ​ກັນ​ຫຼັກ​ແຫຼ່ງ, ບັນດາ​ກຸ່ມ​ສູ້​ຮົບ, ບັນດາ​ຕາ​ແສງ​ສູ້​ຮົບ​ຢູ່​ໃນ​ແຂວງ, ​ເມືອງ.

3- ສົມທົບລະຫວ່າງ ວິວັດ​ການ​ແບ່ງງານ​ ​ແບ່ງ​ພົນລະ​ເມືອງ​ຄືນ​ໃໝ່​ ​ກັບການຈັດ​ຕັ້ງ, ກໍ່ສ້າງ ​ແລະ​ດັດສົມ, ຈັດ​ວາງ​ກຳລັງ​ປ້ອງ​ກັນຊາ​ດຄືນ​ໃໝ່ ​ໃນ​ແຕ່​ລະ​ບໍລິ​ເວນ ​ໃຫ້​ສອດຄ່ອງ​ກັບ​​ແຜນຍຸດ​ທະ​ສາດ​ການ​ພັດທະນາ​ເສດ​ຖິກິດ-ສັງຄົມ ກໍ່​ຄື​ແຜນການ​ປ້ອງ​ກັນ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຢູ່​ບ່ອນ​ໃດ​ທີ່​ມີ​ດິນ ມີ​ຄົນ, ​ຢູ່​ບ່ອນ​ນັ້ນ​ຕ້ອງ​ມີ​ກຳລັງ​ປ້ອງ​ກັນຊາ​ດ ​ເພື່ອ​ປົກ​ປັກຣັກສາຊີວິດ​ການ​ເປັນ​ຢູ່ສະຫງົບ​ສຸກ​ຂອງ​ປະຊາຊົນ ​ແລະ ສ້າງສາ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

4- ສົມທົບລະຫວ່າງ ລົງ​ທຶນ ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານເສດຖະກິດ ກັບກໍ່ສ້າງ​ບັນດາ​ກິດຈະກຳ​ປ້ອງ​ກັນຊາ​ດ, ປ້ອງ​ປັກ​ຮັກສາ​ພົນລະ​ເມືອງ, ອຸປະກອນ​ການຮົບ..., ​ເພື່ອ​ຮັບປະກັນ​ຮັບ​ໃຊ້​ການ​ປ້ອງ​ກັນຊາ​ດ, ການ​ທະຫານ, ທັງ​ຮັບ​ໃຊ້​ການພັດທະນາ​ເສດ​ຖິກິດ-ສັງຄົມ.

5- ສົມທົບລະຫວ່າງ ກໍ່ສ້າງ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ໝັ້ນຄົງ​ເຂັ້ມ​ແຂງ ທົ່ວ​ເຖິງ ກັບກໍ່ສ້າງ​ບັນດາຖານ​ທີ່​ໝັ້ນ​ສູ້​ຮົບ, ຖານ​ທີ່​ໝັ້ນ​ພະລາ​ທິການ ​ເຕັກນິກ ​ແລະ ​ແນວ​ຫຼັງ​ທີ່​ໝັ້ນຄົງ​ ໃຫ້​ແກ່​ແຕ່ລະ​ເຂດ ​ເພື່ອ​ກຽມ​ຄວາມ​ພ້ອມ​ຮັບ​ມື​ກັບ​ສະພາບ​ການ​ ເມື່ອ​ເກີດ​ການ​ປະ​ທະ​ກັນ, ​ເກີດ​ສົງຄາມ​ຮຸກ​ຮານຂອງ​ສັດຕູ​ຕ່າງປະ​ເທດ.

​ເລີ່​ມຈາກ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການພັດທະນາ​ເສດ​ຖິກິດ-ສັງຄົມ ກໍ່​ຄື​ທີ່​ຕັ້ງ​ພູມ​ສາດ-ການ​ເມືອງ, ການ​ປ້ອງ​ກັນຊາ​ດ ຂອງ​ບັນດາເຂດ​ຊາຍ​ແດນ ເຂດ​ຫ່າງ​ໄກສອກຫຼີກ, ​ທາງ​ດ້ານ​ຍາວ​ນານ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ຊີ້​ນຳສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ ພັດທະນາ​ເສດ​ຖິກິດ-ສັງຄົມ ກັບການ​ກໍ່ສ້າງ​ກຳລັງ, ທ່າ​ສະໜາມ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ, ທ່າ​ສະໜາມ​ຮັກສາ​ຄວາມ​ສະຫງົບ​ປະຊາຊົນ ​ໃນ​ແຕ່ລະ​ເຂດ ​ແລະ ລະຫວ່າງ​ເຂດ​ດ້ວຍ​ກັນ ​ໃນ​ທ່າ​ສະໜາມຮົບ​ປ້ອງ​ກັນ​ຮັກສາ​ລວມຂອງ​ປະ​ເທດ. ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ອີກ​ເຖິງ​ການ​ພັດທະນາ​ເສດຖະກິດ, ປັບປຸງ​ການ​ປ້ອງ​ກັນຊາ​ດຢູ່​ບັນດາ​ເຂດ​ຊາຍ​ແດນ​ຕິດ​ກັບປະ​ເທດ​ເພື່ອນ​ບ້ານ.

ກຳຈັດແກ້​ໄຂ​ສະພາບ​ການ​ອົບ​ພະ​ຍົບ ຍົກຍ້າຍ​ທີ່ຢູ່​ແບບ​ເສລີ, ຈັດ​ຕັ້ງ​ເປັນ​ຢ່າງ​ດີກາ​ນປູກຝັງ​ຄົງທີ່ ການ​ຕັ້ງ​ພູມລຳ​ເນົາປະຈຳ​ທີ່ ​ແລະ ມີ​ນະ​ໂຍບາຍ​ທີ່​ສອດຄ່ອງ​ ເພື່ອລະດົມ​ສົ່ງ​ເສີມ, ຍົກຍ້າຍ​ພົນລະ​ເມືອງຢູ່​ເຂດ​ຕ່າງໆ ມາ​ເຂດ​ພູຜາ ​ຫ່າງ​ໄກສອກຫຼີກ, ​ເຂດ​ຊາຍ​ແດນ.

ປັບປຸງ ກໍ່ສ້າງ​ບັນດາ​ຕາ​ແສງ​ຈຸດ​ໜັກ​ທາງ​ດ້ານ​ເສດ​ຖະກິດ-ສັງຄົມ ​ແລະ ປ້ອງ​ກັນຊາ​ດ. ກ່ອນ​ອື່ນ​ໝົດ, ຕ້ອງ​ລວມສູນ​ກໍ່ສ້າງ ພັດທະນລະບົບ​ໂຄງ​ສ້າງ​ພື້ນຖານ, ສ້າງ​ໃໝ່ ​ແລະ ຍົກ​ລະດັບ​ຂອງ​ບັນດາ​ສາຍ​ທາງ​ຄົມມະນະ​ຄົມ, ບັນດາ​ສາຍ​ທາງ​ແລວ​ເສດຖະກິດ. ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ບັນດາ​ໂຄງການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວທຸກ​ຍາກ, ​ໂຄງການ 135; ສຳ​ລັບ​ບ່ອນ​ທີ່​ມີ​ພູມສາດສຳຄັນ, ​ເຂດ​ຫ່າງ​ໄກ​ສອກຫຼີກ ​ທີ່​ຍັງມີ​ຄວາມ​ຫຍູ້​ງຍາກນັ້ນ, ຕ້ອງ​ສົມທົບ​ທຸກ​ແຫຼ່ງພະລັງ ທຸກ​ກຳລັງ​ຂອງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ເພື່ອ​ພ້ອມ​ກັນ​ປະຕິບັດ​ໜ້າ​ທີ່. ປັບປຸງ​ບັນດາ​ເຂດ​ເສດຖະກິດ - ປ້ອງ​ກັນຊາ​ດ ຢູ່​ຕາມ​ຊາຍ​ແດນ ​ແນ​ໃສ່​ສ້າງ​ທ່າ ​ແລະ ກຳລັງ​ໃໝ່​ໃຫ້​ແກ່​ການພັດທະນາ​ເສດ​ຖິກິດ-ສັງຄົມ ​ແລະ ​ເພີ່ມ​ທະວີ​ກຳລັງ​ແຮງ​ແຫ່ງ​ການ​ປ້ອງ​ກັນຊາ​ດ.  

ສົມທົບ​ລະຫວ່າງ​ກໍ່ສ້າງ ປັບປຸງການ​ປ້ອງ​ກັນຊາ​ດ ກັບ​ການພັດທະນາ​ເສດ​ຖິກິດ-ສັງຄົມ ຢູ່​ບັນດາ​ເຂດ​ເສດຖະກິດ​ຈຸດ​ໜັກ, ​ເຂດ​ຕົວ​ເມືອງ​ໃຫຍ່

ປະຈຸ​ບັນ, ພວກ​ເຮົາ​ໄດ້​ກໍ່ສ້າງ​ບັນດາເຂດ​ເສດຖະກິດ​​ໃຫຍ່ - ຈຸດ​ໜັກ ຕິດ​ກັບ​ບັນດາ​ເຂດ​ໃນ​ແຕ່​ລະສະ​ໜາມ​ຮົບ, ​ແຕ່ລະ​ທິດ​ຍຸດ​ທະ​ສາດ​ຂອງ​ປະ​ເທ​ດ. ບັນດາເຂດ​ເສດຖະກິດ​ຈຸດ​ໜັກ​ເປັນ​ແກ່ນສານ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ​ແຕ່​ລະ​ພູມ​ພາກ​ ແລະທົ່ວ​ປະ​ເທດ, ​ເປັນ​ບ່ອນ​ທີ່​ມີ​ພົນລະ​ເມືອງ​ຫຼາຍ ​ແລະ ມີລັກສະນະ​ຕົວ​ເມືອງ​ສູງ, ຕິດ​ກັບ​ບັນດາ​ເຂດ​ອຸດ​ສະຫະ​ກຳ​ໃຫຍ່, ບັນດາ​ວິ​ສາ​ຫະກິດ​ຮ່ວມ​ມື​ກັບ​ຕ່າງປະ​ເທດ... ນີ້​ກໍ່​​ເປັນ​ບ່ອນ​ລວມສູນ​ບັນດາຂອດ​ຄົມມະນາຄົມ​ທີ່​ສຳຄັນ ຄື​ເດີນ​ບິນ, ທ່າ​ກ່ຳ​ປັນ, ​ໂຂສາງ, ການ​ບໍລິການ...

ທາງ​ດ້ານ​ການ​ປ້ອງ​ກັນຊາ​ດ, ​ແຕ່ລະເຂດ​ເສດຖະກິດ​ຈຸດ​ໜັກ ຊ້ຳພັດ​ນອນ​ຢູ່​ໃນ​ບັນດາ​ເຂດ​ປ້ອງ​ກັນ​ຮັກສາ​ຫຼັກ​ແຫຼ່ງ, ບ່ອນ​ທີ່​ມີ​ຫຼາຍ​ເປົ້າ​ໝາຍ, ຈຸດໝາຍ​ສຳຄັນ ທີ່​ຕ້ອງ​ປົກ​ປັກ​ຮັກສາ; ພ້ອມ​ກັນ​ນັ້ນ ກໍ່​ເປັນ​ບ່ອນ​ທີ່​ນອນ​ຢູ່​ໃນ​ທິດ ​ທີ່​ອາດ​ຈະ​ເປັນ​ທິດ​ບຸກ​ໂຈມ​ຕີ​ຍຸດ​ທະ​ສາດ​ຕົ້ນຕໍ​ ໃນ​ສົງຄາມ​ຮຸກ​ຮານ​ຂອງ​ສັດຕູ, ຫຼື​ເປັນ​ບໍລິ​ເວນຈຸດ​ໜັກ​ໃນ​ການ​ປະ​ເຊີນ​ໜ້າ​ກັບ​ກົນອຸບາຍ “ຫັນປ່ຽນ​ໂດຍ​ສັນຕິ”, ການຈະລາຈົນ ​ໂຄ່ນ​ລົ້ມ​ຂ​ອງບັນດາ​ອິດ​ທິກຳລັງ​ສັດຕູ. ​ເພາະສະ​ນັ້ນ, ຕ້ອງ​ປະຕິບັດ​ເປັນ​ຢ່າງ​ດີ​ ໜ້າ​ທີ່ພັດທະນາ​ເສດ​ຖິກິດ-ສັງຄົມ, ຕິດ​ກັບ​ການ​ປັບປຸງ ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ​ໃນ​ເຂດ​ນີ້.

ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານເສດ​ຖິກິດ-ສັງຄົມ ກັບ​ການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ຂອງ​ພື້ນຖານ​ການ​ປ້ອງ​ກັນຊາ​ດທົ່ວ​ປວງ​ຊົນ; ຕິດ​ແໜ້ນ​ການ​ກໍ່ສ້າງໂຄງ​ສ້າງ​ພື້ນຖານເສດ​ຖິກິດ ກັບການ​ກໍ່ສ້າງບັນດາ​ກິດຈະກຳ​ປ້ອງ​ກັນ​ຮັກສາ​ພົນລະ​ເມືອງ, ອຸປະກອນ​ການ​ຮົບ. ບັນດາ​ນະຄອນ, ຕົວ​ເມືອງ, ບັນດາ​ເຂດ​ເສດຖະກິດ​ລວມສູນ ຕ້ອງມີ​ແຜນການ​​ເພື່ອກໍ່ສ້າງ​ເປັນ​ແຕ່​ລະ​ກ້າວ ລະບົບ​ກິດຈະກຳ​ໃຕ້​ດິນ​ທີ່​ໃຊ້​ເພື່ອ​ສອງ​ຈຸດປະສົງ. ​ເມື່ອ​ສັບ​ຊ້ອນຈັດ​ວາງ​ບັນດາ​ພື້ນຖານ​ການ​ຜະລິດ, ບັນດາ​ກິດຈະກຳ​ເສດຖະກິດ, ​ເມື່ອ​ພິຈາລະນາ​ອະນຸມັດ​ໂຄງການ​ລົງທຶນ​ຈາກ​ຕ່າງປະ​ເທດ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ປົກ​ປັກ​ຮັກສາ, ອະນຸ​ຮັກ​ພູມ​ສັນຖານ, ຮູບ​ພູມີ​ປະ​ເທດ, ບັນດາ​ເຂດ​ທີ່​ມີ​ຄຸນຄ່າ​ປ້ອງ​ກັນ​ຮັກສາ. ​ແກ້​ໄຂ​ສະພາບ​ການ​ທີ່​ພຽງ​ແຕ່ເອົາ​ໃຈ​ໃສ່​ເຖິງ​ປະສິດທິ​ຜົນ​​ເສດຖະກິດ​ສະ​ເພາະ​ໜ້າ​ເທົ່າ​ນັ້ນ, ​ເບິ່ງ​ເບົາ, ຊ້ຳພັດບໍ່​ເຊື່ອມ​ຕິດ​ກັບ​ໜ້າ​ທີ່​ການ​ປ້ອງ​ກັນຊາ​ດ.

ການ​ກໍ່ສ້າງ​ບັນດາ​ເຂດ​ອຸດສາຫະກຳ​ຕ້ອງ​ຕິດ​ກັບ​ແຜນ​ກຳນົດ​ການ​ກໍ່ສ້າງ​ກຳລັງ​ປ້ອງ​ກັນຊາ​ດ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ, ອົງຄະ​ນະມະ​ຫາ​ຊົນ​ ຢູ່​ໃນ​ບັນ​ດາ​ເຂດ​ອຸດສາຫະກຳ​ນັ້ນ, ນັບ​ກະ​ທັງ​ເມື່ອ​ພວກ​ເຮົາ​ໄດ້​ເປັນ​ສະມາຊິກ​ຂອງ​ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຂ້າມ​ປາຊີ​ຟິກ​ແລ້ວ. ຄັດ​ເລືອກ​ຄູ່​ຮ່ວມ​ມື​ລົງທຶນ, ຈັດ​ວາງ​ສັບ​ແຊກ​ກັນ, ສ້າງ​ທ່າ​ສັບ​​ໄຂວ່ຜົນ​ປະ​ໂຫຍ​ດ ລະຫວ່າງ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ໃນ​ບັນດາເຂດອຸດ​ສະຫະ​ກຳ, ​ເຂດ​ອຸດສາຫະກຳ​ສົ່ງ​ອອກ. ກໍ່ສ້າງ​ແລະ​ພັດທະນາ​ເສດຖະກິດ​ຢູ່​ບັນດາເຂດ​ເສດຖະກິດ​ຈຸດ​ໜັກ ຕ້ອງ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຊີວິດ​ປະຊາຊົນ​ໃນ​ສະ​ໄໝ​ສັນຕິ ​ແລະ ຄວາມ​ຕ້ອງການ​ລຳລຽງ​ໃຫ້​ສະໜາມຮົບ​ໃນ​ເມື່ອ​ເກີດ​ສົງຄາມ. ສົມທົບ​ລັຫວ່າງພັດທະນາ​ເສດຖະກິດ​ກັບ​ບ່ອນ ກັບ​ກໍ່ສ້າງຖານ​ທີ່​ໝັ້ນ​ແນວ​ຫຼັງ​ຂອງ​ແຕ່ລະ​ເຂດເສດຖະກິດ​ຈຸດ​ໜັກ ​ເພື່ອ​ກຽມ​ຄວາມ​ພ້ອມ, ​ເປັນ​ເຈົ້າ​ການ​​ເຄື່ອນ​ທີ່, ຍົກຍ້າຍ​ໄປ​ເຂດ​ປອດ​ໄພ​ເມື່ອມີ​ການ​ຮຸກ​ຮານ​ຂອງ​ສັດຕູ. ຄຸ້ມ​ຄອງຢ່າງ​ແໜ້ນ​ແຟ້ນຕໍ່​ເຂດທີ່​ປະຊາຊົນ​ຜູ້​ອອກ​ແຮງ​ງານ​ເຕົ້າ​ໂຮມ​ໜາ​ແໜ້ນ, ​ເປັນ​ຕົ້ນ​ແມ່ນ​ເຂດ​ທີ່​ມີ​ຜູ້​ອອກ​ແຮງ​ງານ​ຕ່າງປະ​ເທດ ​ເຂດ​ອຸດ​ສະຫະ​ກຳ ​ເຂດ​ທ່ອງ​ທ່ຽວ, ​ແກ້​ໄຂ​ການລະ​ເມີດ​ກົດໝາຍ​ຫວຽດນາມ​ຢ່າງ​ເຂັ້ມ​ງວດ.

ສົມທົບ​ລະຫວ່າງ ​ກໍ່ສ້າງ ປັບປຸງ​ການ​ປ້ອງ​ກັນ​ຊາດ ກັບການພັດທະນາ​ເສດ​ຖິກິດ - ສັງຄົມ ຢູ່​ເຂດ​ທະ​ເລ ໝູ່​ເກາະ

ເຂດ​ທະ​ເລ ໝູ່​ເກາະຫວຽດນາມ​ມີ​ຊັບພະຍາກອນ ​ແຮ່​ທາດ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ,  ​ເປັນ​ປະຕູ​ອອກ​ໄປ​ສູ່​ການ​ພົວພັນ​ກັບ​ຕ່າງ​ປະ​ເທດ, ດຶງ​ດູດ​ເອົາ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ມີຄວາມສາມາດຂະຫຍາຍ​ບາງ​ຂະ​ແໜງ​ການ​ເສດຖະກິດ​ປາຍ​ແຫຼ​ງ ຂອງ​ປະ​ເທດ​ໃນ​ອະນາຄົດ. ​ແຕ່, ການ​ຂຸດ​ຄົ້ນ​ທ່າ​ໄດ້​ປຽບ​​ເຫຼົ່ານັ້ນຍັງ​ຖືກ​ຈຳກັດ; ຄຽງ​ຂ້າງ​ນັ້ນ, ສະພາບ​ການ​ຂັດ​ແຍ່ງ​ອະທິປະ​ໄຕກໍ່ສະ​ແດງ​ອອກ​ຢ່າງ​ສັບສົນ​ທີ່​ສຸດ, ອາດ​ຈະ​ພາ​ໄປ​ເຖິງ​ການ​ປະ​ທະ​ກັນ​ໂດຍ​ງ່າຍ... ສົມທົບ​ໜ້າ​ທີ່​ປ້ອງ​ກັນຊາ​ດ ກັບ​ໜ້າ​ທີ່ພັດທະນາ​ເສດ​ຖິກິດ-ສັງຄົມ ຢູ່​ເຂດ​ທະ​ເລ ໝູ່​ເກາະ ​ແມ່ນ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ ການ​ກໍ່ສ້າງ​ເຂດ​ຍຸດ​ທະ​ສາດ​ການ​ປ້ອງ​ກັນຊາ​ດ ກັບການ​ພັດທະນາ​ເຂດ​ເສດຖະກິດ​ຍຸດ​ທະ​ສາດ, ​ແນ​ໃສ່​ສ້າງ ​ແລະ ​ເພີ່ມ​ທະວີ​ທ່າ​ຈັດ​ວາງ​ຍຸດ​ທະ​ສາດ​ໃໝ່ ທັງ​ດ້ານ​ເສດຖະກິດ ​ແລະ ການ​ປ້ອງ​ກັນຊາ​ດ ​ຢູ່​ເຂດ​ທະ​ເລ ໝູ່​ເກາະ, ຕາມ​ເຈຕະນາ​ປ້ອງ​ກັນ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ເພາະສະ​ນັ້ນ, ການ​ສົມທົບລະຫວ່າງ ພັດທະນາ​ເສດ​ຖິກິດ-ສັງຄົມ ກັບການ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ ຢູ່​ເຂດ​ທະ​ເລ ໝູ່​ເກາະ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຮີບ​ດ່ວນ ​ແລະ​ສຳຄັນ​ທີ່​ສຸດ, ​ແນ​ໃສ່​ສ້າງ​​ໃຫ້​ມີທ່າ​ແລະ​ກຳລັງ​ພຽງພໍ​ໂດຍ​ໄວ ​ເພື່ອ​ປົກ​ປັກຮັກສາ ​ແລະ ​ເປັນ​ເຈົ້າເຂດ​ທະ​ເລ ໝູ່​ເກາະ.

ລວມສູນ​ການ​ກໍ່ສ້າງ, ບູລະນະ​ແນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ ​ແລະ ກໍ່ສ້າງ​ທ່າ​ສະໜາມຮົບ​ປ້ອງ​ກັນຊາ​ດປົກ​ປັກ​ຮັກສາເຂດ​ທະ​ເລ ໝູ່​ເກາະ ​ໃນ​ສະພາບ​ການ​ໃໝ່, ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ປະຕິບັດ​ການປະສານ​ສົມທົບ​ເສດ​ຖິກິດ-ສັງຄົມ ກັບ​ການ​ປ້ອງ​ກັນຊາ​ດ ຢ່າ​ງພື້ນຖານ ຮອບດ້ານ ຍາວ​ນານ. ​ເພື່ອປົກ​ປັກ​ຮັກສາ​ອະທິປະ​ໄຕ​ໃນເຂດ​ທະ​ເລ ໝູ່​ເກາະຂອງ​ປະ​ເທດ​ຊາດ​ໄວ້ຢ່າງ​ໝັ້ນຄົງ ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ສົມທົບ​ຢ່າງ​ແໜ້ນ​ແຟ້ນບັນດາການ​ເຄື່ອນ​ໄຫວ​ຕໍ່ສູ້​ໃນ​ທຸກ​ຂົງ​ເຂດ. ​ເພ​າະສະ​ນະ​ນັ້ນ, ຕ້ອງ​ເພີ່ມ​ທະວີ, ບູລະນະກົດ​ລະບຽບ​ໃນ​ການ​ປະສານ​ງານ, ​ໃຫ້​ຄຳ​ປຶກສາທັນການ​ ໃຫ້​ພັກ-ລັດວາງ​ແນວທາງ, ຍຸດ​ທະ​ສາດ ​ແລະ ວິທີ​ແກ້​ໄຂ​ທີ່​ຖືກຕ້ອງ​ເໝາະ​ສົມ​ສຳລັບ​ທຸກ​ສະຖານະ​ການ. ​ເພີ່ມ​ທະວີ, ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການປ້ອງ​ກັນຊາ​ດກັບ​ຕ່າງປະ​ເທດ, ​ເປັນ​ຕົ້ນ​ແມ່ນກັບ​ບັນດາ​ປະ​ເທດ​ຢູ່​ໃນພາກພື້ນ ​ແລະ ກັບປະ​ເທດ​ໃຫຍ່​ຈຳນວນ​ໜຶ່ງ, ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ ​ແລະ​ໄວ້​ວາງ​ໃຈ​ຊຶ່ງ​ກັນ​ແລະ​ກັນ. ກຳລັງ​ກອງທັບ​ເຮືອ, ຕຳຫຼວດ​ຍາມ​ຝັ່ງ​ທະ​ເລ ຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ​ສາກົນ, ສົມທົບ​ການ​ລາດຕະ​ເວນ, ການ​ຝຶກ​ຊ້ອມ, ກູ້​ຊີບ - ກູ້​ໄພ​ໃນ​ທະ​ເລ, ​ແນ​ໃສ່​ຮັກສາ​ສະພາບ​ແວດ​ລ້ອມ​ທີ່​ເປັນ​ປົກກະຕິ ​ແລະ ກຳຈັດ​ໄພ​ອັນຕະລາຍ​ແຫ່ງ​ການ​ປະ​ທະ​ກັນ​ໃນ​ທະ​ເລ. ຍູ້​ແຮງ​ການ​ກໍ່ສ້າງ​ກຳລັງ​ຕົວ​ຈິງ​ທາງ​ດ້ານ​ເສດຖະກິດ​ທະ​ເລ, ດຶງ​ດູດ​ບັນດາ​ແຫຼ່ງພະລັງ​ການ​ລົງທຶນ​ພາຍ​ໃນ​ປະ​ເທດ ​ແລະ​ຕ່າງປະ​ເທດ​ ເພື່ອພັດທະນາ​ບັນດາ​ຂະ​ແໜງ​ເສດຖະກິດ​ທະ​ເລ, ​ໃນ​ສະ​ເພາະ​ໜ້າ​ແມ່ນ​ຂົງ​ເຂດ​ສຳ​ຫຼວດ, ຂຸດ​ຄົ້ນ ​ແລະ ປຸງ​ແຕ່ງ​ນ້ຳມັນ​ອາຍ​ແກສ; ພັດທະນາ​ລະບົບ​ທ່າ​ກຳ​ປັ່ນ​ທະ​ເລ, ການ​ຂົນ​ສົ່ງ​ທາງ​ທະ​ເລ, ​ເສດຖະກິດ​ທາງ​ທະ​ເລ ​ແລະ ອຸດສາຫະກຳ​ຕໍ່​ເຮືອ; ຂຸດ​ຄົ້ນ, ຈັບ​ປາທະ​ເລ; ພັດທະນາ​ການທ່ອງທ່ຽວ ​ແລະ ​ເສດຖະກິດ​ຢູ່​ເກາະ; ສືບ​ຕໍ່​ຜັນ​ຂະຫຍາຍ​ປະຕິບັດ​ແຜນ​ນະ​ໂຍບາຍ​ການ​ປະມົງຢູ່​ທະ​ເລ​ໄກຈາກຝັ່ງ, ສົມທົບ​ກັບການ​ປົກ​ປັກ​ຮັກສາອະທິປະ​ໄຕ​ໃນ​ເຂດ​ທະ​ເລ ດ້ວຍ​ບັນດາ​ມາດ​ຕະການ​ຄົບ​ຊຸດ ຄື ຕໍ່​ເຮືອ​ໃຫຍ່​ທີ່​ມີ​ຄວາມ​ສາມາດ​ເຄື່ອນ​ໄຫວ​ຫຼາ​ຍວັນຢູ່​ທະ​ເລ, ຮັບ​ເໝົາຊື້​ປາຂອງຊາວ​ປະມົງ, ປົກ​ປັກ​ຮັກສາ​ ກູ້​ຊີບ-ກູ້​ໄພ, ຊ່ວຍ​ເຫຼືອ​ເຮືອ​​ແລະ​ຊາວ​ປະມົງ​ເມື່ອ​ຖືກ​ໄພ​ທຳ​ມະ​ຊາດ, ​ໂຈນສະ​ລັດ... ວາງ​ແຜນ​ກຳນົດ, ຄັດ​ເລືອກ​ນະຄອນ, ຕົວ​ເມືອ​ງຊາຍ​ຝັ່ງ​ທະ​ເລ​ທີ່​ມີສະຖານ​ທີ່ີ່ຕັ້ງ​ເໝາະ​ສົມ​ ​ເພື່ອ​ກໍ່ສ້າງ​ສູນ​ເສດຖະກິດ, ທ່າ​ກຳ​ປັ່ນ​ໃຫຍ່ ​ເປັນ “​ແປ້ນ​ຢັນ” ອອກ​ສູ່​ທະ​ເລ, ທັງ​ເປັນ “ຫົວ​ຈັກ” ແກ່ດຶງ​ບັນດາ​ເຂດ​ເສດຖະກິດ​ອື່ນ ​ໃຫ້​ມີ​ການ​ພັດທະນາ. ນອກ​ນັ້ນ, ຕ້ອງ​ຍູ້​ແຮງ​ການ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ, ດຶງ​ດູດ​ປະຊາຊົນ​ມາຢູ່​ແລະ​ທຳ​ມາ​ຫາ​ກິນຢ່າງ​ຍາວ​ນານ​ຢູ່​ເທິງ​ເກາະ, ໝູ່​ເກາະ, ​ເປັນ​ຕົ້ນ​​ແມ່ນຢູ່​ບັນ​ດາ​ເກາະ​ທີ່​ໄກຈາ​ຝັ່ງ.

​ເພີ່ມ​ທະວີ​ການ​ກໍ່ສ້າງ​ກຳລັງ​ຄຸ້ມ​ຄອງ​ບໍລິຫານ, ປົກ​ປັກ​ຮັກສາ​ເຂດ​ທະ​ເລ​ທີ່​ເຂັ້ມ​ແຂງ ​ໂດຍ​ສະ​ເພາະ​ຢ່າງຍິ່ງ​ແມ່ນກອງທັບ​ເຮືອ, ກອງທັບ​ອາກາດ, ກອງ​ກຳລັງ​ຕຳຫຼວດ​ຍາມ​ຝັ່ງ, ທະຫານ​ຊາຍ​ແດ​ນ ​ແລະ ກອງ​ກວດກາ​ການ​ປະມົງ, ທີ່​ມີ​ກຳລັງ​ພຽງພໍ​ເພື່ອ​ສຳ​ເລັດ​ພາລະ​ບົດບາດ, ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ. ຍູ້​ແຮງ​ການ​ກໍ່ສ້າງ​ທ່າ​ສະໜາມຮົບ​ປ້ອງ​ກັບ​ຊາດ​ທົ່ງ​ປວງ​ຊົນ ຕິດ​ກັບ​ທ່າ​ສະໜາມຮົບ​ປ້ອງ​ກັນ​ຄວາມ​ສະຫງົບປະຊາຊົນທີ່​ໝັ້ນຄົງ​ຢູ່​ທະ​ເລ; ຖື​ເອົາ​ການ​ເຊື່ອມຕິດ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງການພັດທະນາ​ເສດ​ຖິກິດ-ສັງຄົມ ກັບ​ການ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ ​ເປັນ​ທິດ​ນຳ​ຍຸດ​ທະ​ສາດ, ​ໄດ້​ຫັນ​ເປັນ​ລະອຽດ​ໃນ​ການ​ເຄື່ອນ​ໄຫວ​ຜະລິດ​ຢູ່​ທະ​ເລ (ນັບ​ແຕ່​ການ​ສືບ​ສວຍ ຢັ້ງ​ເບິ່ງ ຂຸດ​ຄົ້ນ​ຊັບພະຍາ​ກອນ​ແຮ່​ທາດ, ນ້ຳມັນ​ອາຍ​ແກັສ, ການ​ປະມົງ ການ​ລ້ຽງສັດ​ນ້ຳ ຈົນ​ເຖິງການ​ຂົນ​ສົ່ງ​ທາງ​ທະ​ເລ, ການທ່ອງທ່ຽວ​ທະ​ເລ). ​ເອົາ​ໃຈ​ໃສ່​ຈັດ​ວາງ​ກຳລັງ​ໃຫ້​ດີ ຮັບປະກັນ​ຄວາມ​ສົມສ່ວນ, ສົມ​ເຫດ​ສົມ​ຜົນ ​ແລະ ຄວາມ​ສາ​ມາດປະສານ​ງານ ຮ່ວມ​ກັນ​ປະຕິບັດ​ໜ້ທີ່. ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ກໍ່ສ້າງ​ເຂດ​ປ້ອງ​ກັນ​ຮັກສາ​ໃນ​ບັນດາ​ແຂວງ ນະຄອນ​ຊາຍ​ຝັ່ງ​ທະ​ເລ, ພິ​ເສດ​ແມ່ນ​ກໍ່ສ້າງບັນດາ​ເກາະ ​ແລະ ໝູ່​ເກາະ ​ໃຫ້​ກາຍ​ເປັນບັນດາ “​ເຮືອ​ປືນ” ໝັ້ນຄົງ​ທີ່ບໍ່​ອາດ​ຈະ​ທຳລາຍ​ໄດ້; ຕັ້ງໜ້າ​ເພີ່ມ​ເຕີມ, ບູລະນະ​ແຜນການ​ປ້ອງ​ກັນ​ປົກ​ປັກ​ຮັກສາ​ທະ​ເລ ​ແລະ​ເກາະ ​ເພື່ອ​ຮັບປະກັນ​ຮັກສາ​ອະທິປະ​ໄຕ​ຢ່າງ​ໝັ້ນຄົງ, ກີດ​ກັ້ນ​ການ​ປະ​ທະກັນ​ດ້ວຍ​ກຳລັງ​ປະກອບ​ອາວຸດ​ຢູ່​ທະ​ເລ.

ຂະຫຍາຍ​ບັນດາ​ຮູບ​​ແບບ​ບໍລິການ​ຢູ່​ທະ​ເລ ໝູ່​ເກາະ, ອຳນວຍ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ຕິດ​ແໜ້ນ​ກັບ​ທະ​ເລ, ດຳລົງ​ຊີວິດ ​ແລະ​ທຳ​ມາ​ຫາ​ກິນ​ຢູ່​ທະ​ເລ; ກໍ່ສ້າງ​ກົນໄກ ນະ​ໂຍບາຍ​ ເພື່ອ​ສ້າງ​ເງື່ອນ​ໄຂ​ເປີດ​ກວ້າງການ​ຮ່ວມ​ມື​ດຳ​ເນີນ​ການ​ຜະລິດ​ເສດຖະກິດ​ຢູ່ເຂດ​ທະ​ເລ ໝູ່​ເກາະ, ​ແນ​ໃສ່​ສ້າງ​ໃຫ້​ມີ​ບັນດາ​ຄູ່​ຮ່ວມ​ມື​ສົມທົບ​ຜົນ​ປະ​ໂຫຍ​ດ, ສ້າງ​ທ່າ ​ແລະ ກຳລັງ ​ເພື່ອ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ່​ງຢູ່ເຂດ​ທະ​ເລ ໝູ່​ເກາະດ້ວຍ​ສັນຕິ​ວິທີ. ​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ​ພັດທະນາ​ໂຄ​ງການທະ​ເລ ການ​ປະມົງຢູ່​ເຂດ​ທະ​ເລ​ໄກ​ຈາກ​ຝັ່ງ, ປັບປຸງກຳລັງທະຫານ​ລາດ​ທະ​ເລ, ບັນດາ​ກອງ​ທະ​ເລ​ປ້ອງ​ກັນ​ຕົນ​ເອງ, ບັນດາ​ກຳລັງ​ປະຕິບັດ​ກົດໝາຍ (ກຳລັງ​ຕຳຫຼວດ​ຍາມ​ຝັ່ງທະ​ເລ, ກວດກາ​ການ​ປະມົງ, ທະຫານ​ຊາຍ​ແດນ...) ​ເພື່ອ​ກວດກາ, ກວດ​ສອບ, ກີດ​ກັ້ນ​ການ​ເຄື່ອນ​ໄຫວ​ລະ​ເມີດອະທິປະ​ໄຕ​ໃນ​ເຂດ​ທະ​ເລ ໝູ່​ເກາະ​ຢ່າງ​ທັນ​ການ, ​ເປັນ​ຫຼັກ​ແຫຼ່ງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ທະ​ເລ ​ແລະ ສ້າງ​ທ່າ​​ປົກ​ປັກ​ຮັກສາ​ບັນດາ​ຈຸດ, ​ເກາະຕັ້ງ​ຄ້າຍ​ທະຫານ, ​ເຮືອນຮ້ານ​ທະ​ເລ DK1... ບູລະນະ​ແຜນການ​ຮັບ​ມື​ກັບ​ເຫດການ​ຮ້າຍ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຢູ່​ເຂດ​ທະ​ເລ ໝູ່​ເກາະ, ສາມາດ​ເຝົ້າ​ຍາມ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຢູ່ເຂດ​ທະ​ເລ ໝູ່​ເກາະ​ໄດ້​ຢ່າງ​ໝັ້ນຄົງ.

ວິທີ​ແກ້​ໄຂ​ຈຳນວນ​ໜຶ່ງ ​ແນ​ໃສ່​ຜັນ​ຂະຫຍາຍການ​ສົມທົບ​ລະຫວ່າງ ກໍ່ສ້າງ ປັບປຸງການ​ປ້ອງ​ກັນຊາ​ດ ກັບພັດທະນາ​ເສດ​ຖິກິດ-ສັງຄົມ ​ໃນ​ສະພາບ​ການ​ໃໝ່

ທີ​ໜຶ່ງ, ກໍ່ສ້າງ​ແຜນ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ​ລວມທີ່​ເປັນ​ເອກະ​ພາບ ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ການ​ປ້ອງ​ກັນຊາ​ດກັບເສດ​ຖິກິດ-ສັງຄົມ.

ການກໍ່ສ້າງ​ແຜນ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ​ລວມທີ່​ເປັນ​ເອກະ​ພາບ ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ການ​ປ້ອງ​ກັນຊາ​ດກັບ​​ເສດ​ຖິກິດ-ສັງຄົມນັ້ນ ຈະ​ເປັນ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ການ​ຫັນ​ເປັນ​ລະອຽດ ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ ​ແນວທາງ ນະ​ໂຍບາຍ​ຂອງ​ພັກ ​ແລະ​ລັດ​ ກ່ຽວ​ກັບ​ບັນຫາ​ນີ້. ກວດຄືນ​ບັນດາ​ໂຄງການ ​ແຜນ​ງານ​ກ່ຽວ​ກັບ​ການ​ສົມທົບ​ລະຫວ່າງ​ການ​ປ້ອງ​ກັນຊາ​ດ​ແລະເສດ​ຖິກິດ-ສັງຄົມ ​ໃນ​ເວລາ​ທີ່​ຜ່ານ​ມາ; ສຳ​ຫຼວດຢ່າງ​ພື້ນຖານ, ຮອບດ້ານ ກ່ຽວ​ກັບສະພາບ​ການ​ສົມທົບລະຫວ່າງເສດ​ຖິກິດ-ສັງຄົມ ກັບ​ການ​ປ້ອງ​ກັນຊາ​ດ​ໃນ​ເງື່ອນ​ໄຂ​ໃໝ່​. ພ້ອມ​ກັນ​ນັ້ນ, ຕີ​ລາຄາ​ຄວາມ​ຮັບ​ຮູ້, ທັດສະນະ ​ແລະ ການ​ເຄື່ອນ​ໄຫວ​ປະສານ​ສົມທົບ​ລະຫວ່າງ​ການ​ປ້ອງ​ກັນຊາ​ດ ກັບ​ເສດ​ຖິກິດ-ສັງຄົມຂອງ​ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ, ບັນດາຖທ້ອງຖິ່ນ; ຊອກ​ຫາ​ສາ​ເຫດ​ຂອງ​ບັນດາ​ຜົນສຳ​ເລັດ ​ກໍ່​ຄື​ຂອງ​ຈຸດ​ອ່ອນ ຂໍ້​ຈຳກັດ, ຈາກ​ນັ້ນ​ຖອດ​ຖອນ​ບົດຮຽນ​ປະສົບ​ການ​ແຫ່ງ​ວິວັດ​ການຊີ້​ນຳ ​ແລະ ຈັດ​ຕັ້ງປະຕິບັດ. ຕໍ່​ຈາກ​ນັ້ນ, ດຳ​ເນີນ​ການ​ດັດສົມ, ​ເພີ່ມ​ເຕີມ​ບັນດາ​ເນື້ອ​ໃນ​ໃໝ່ເຂົ້າ​​ໃນ​ແຜນ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ, ກໍ່ສ້າງ​ບັນດາ​ໂຄງການ, ​ແຜນ​ງານ​ໃຫ້​ສອດຄ່ອງ​ກັບ​ພຶດຕິ​ກຳ​ແຫ່ງ​ການ​ປ້ອງ​ກັນຊາ​ດ​ ແລະ ​ເສດ​ຖິກິດ-ສັງຄົມ​ໃນ​ສະພາບ​ການ​ໃໝ່. ບົນ​ພື້ນຖານ​ນັ້ນ, ​ໃຫ້​ຄຳ​ຄາດ​ຄະ​ເນ, ຄວາມ​ຮຽກຮ້ອງ​ຕ້ອງການ​ປະສານ​ສົມທົບ​ລະຫວ່າງ​ກໍ່ສ້າງ, ປັບປຸງ​ການ​ປ້ອງ​ກັນຊາ​ດ ກັບ​ການພັດທະນາ​ເສດ​ຖິກິດ-ສັງຄົມ ​ໃນ​ໄລຍະ​ສັ້ນ, ​ໄລຍະ​ກາງ ​ແລະ ​ໄລຍະ​ຍາວ​ຮອດ​ປີ 2030 ​ແລະ​ໄກ​ກວ່າ​ນັ້ນ​ອີກ; ​ເປັນ​ເຈົ້າ​ການ​ດັດສົມບັນດາ​​ແຜນຍຸດ​ທະ​ສາດອື່ນ​ໃຫ້​ສອດຄ່ອງ​ກັບ​ແຜນ​ຍຸດ​ທະ​ສາດ​ສັງ​ລວມກ່ຽວ​ກັບ​ການພັດທະນາ​ເສດ​ຖິກິດ-ສັງຄົມ.

ກໍ່ສ້າງແຜນ​ຍຸດ​ທະ​ສາດ​ສັງ​ລວມ​ໃຫ້​ເປັນ​ພື້ນຖານ​ເພື່ອ​ຈັດ​ຕັ້ງ​ການ​ລະດົມ, ປະສານ​ສົມທົບ​ວຽກ​ງານ​ຄົ້ນຄວ້າ​ຂອງ​ບັນດາ​ສະ​ຖາ​ບັນຄົ້ນຄວ້າ​ວິທະຍາສາດ, ຄົ້ນຄວ້າ​ຍຸດ​ທະ​ສາດ​ຂອງບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ມີ​ພາລະ​ບົດບາດ​ຄຸ້ມ​ຄອງ​ລັດທາງ​ດ້ານ​ເສດຖະກິດ, ການ​ປ້ອງ​ກັນຊາ​ດ... ​ໃຫ້​ອົງການ​ເຫຼົ່າ​ນັ້ນ​ປະກອບສ່ວນ​ເຂົ້າ​ໃນ​ໜ້າ​ທີ່​ດັດສົມ​ແຜນ​ກຳນົດ, ​ແຜນການ, ​ໂຄງ​ສ້າງ​ຂະ​ແໜງ​ການ, ​ເຂດ, ຂົງ​ເຂດ, ຜະລິດ​ຕະພັນ, ການ​ບໍລິການ​ດ້ານ​ອຸດສາຫະກຳ​ການ​ປ້ອງ​ກັນຊາ​ດ ​ໃຫ້​ສອດ​ຄ່ອງ​ກັບ​ວິວັດ​ການຈັດ​ວາງ​ໂຄງ​ສ້າງ​ເສດຖະກິດ​ຫວຽດນາມ​ຄືນ​ໃໝ່, ພ້ອມ​ກັນ​ນັ້ນ​ກໍ່​​ໃຫ້ສອດຄ່ອງ​ກັບການ​ຂະຫຍາຍຕົວ​ໃໝ່​ທາງ​ດ້ານ​ສິລະ​ປະຍຸດ, ການ​ປ້ອງ​ກັນຊາ​ດ​ໃນ​ເງື່ອນ​ໄຂ​ໃໝ່.

ທີ​ສອງ, ບັນດາ​ອົງການ​ພາລະ​ບົດບາດ​ດ້ານ​ປ້ອງ​ກັນຊາ​ດ, ເສດ​ຖິກິດ-ສັງຄົມ ຄວນ​ກໍ່ສ້າງ, ບູລະນະ​ກົນ​ໄກ​ ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ປະສານ​ສົມທົບ​ລະຫວ່າງ​ບັນດາ​ຂົງ​ເຂດ​ດັ່ງກ່າວ.

ຄວາມ​ຈິງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ໃຫ້​ເຫັນ​ວ່າ, ​ໃນ​ເມື່ອ​ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ແຜນການພັດທະນາ​ເສດ​ຖິກິດ-ສັງຄົມ, ພວກ​ເຮົາຕ້ອງ​ດັດສົມ​ໃຫ້​ມີ​ຄວາມ​ສົມ​ດຸນ ລະຫວ່າງ​ຄວາມ​ຕ້ອງ​ການລົງທຶນ​ໃຫ້​ແກ່​ການພັດທະນາ​ເສດ​ຖິກິດ-ສັງຄົມ ​ແລະ ຄວາມ​ຕ້ອງການ​ລົງທຶນ​ໃຫ້​ແກ່​ການ​ປ້ອງ​ກັນຊາ​ດ, ​ໃນ​ຂະນະ​ທີ່​ງົບປະມານ​ແຫ່ງ​ລັດ​ຖືກ​ຈຳກັດ​ທີ່​ສຸດ. ​ໃນ​ບັນດາ​ແຜນການ, ​ເຖິງ​ວ່າ​ຈະ​ເປັນ​ແຜນການ​ໄລຍະ​ສັ້ນ ​ໄລຍະ​ກາງ ຫຼື​ໄລຍະ​ຍາວ​ກໍ່​ຕາມ ກໍ່​ລ້ວນ​ແຕ່​ຕ້ອງ​ຄິດ​ໄລ່​​ໃຫ້​ມີງົບປະມານຮັບ​ປະກັນ​ການ​ປ້ອງ​ກັນຊາ​ດ, ຍ້ອນ​ບັນດາ​ໂຄງການ ​ແຜນ​ງານ​ລົງທຶນພັດທະນາ​ເສດ​ຖິກິດ-ສັງຄົມ ລ້ວນ​ແຕ່​ມີ​ຄວາມ​ພົວພັນ​ໂດຍ​ກົງ ຫຼື​ໂດຍ​ທາງ​ອ້ອມ​ເຖິງການປ້ອງ​ກັນຊາ​ດ. ດັ່ງ​ນັ້ນ, ຕ້ອງ​ກໍ່ສ້າງ, ບູລະນະ​ກົນ​ໄກ​ປະສານ​ສົມທົບ ​ເພື່ອ​ໝູນ​ໃຊ້​​ເປັນ​ຢ່າງ​ດີ ທັດສະນະ​ຂອງ​ພັກ​ ກ່ຽວ​ກັບການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ທຸກ​ກຳລັງ​ໃນ​ການ​ກໍ່ສ້າງ, ພັດທະນາ​ເສດ​ຖິກິດ-ສັງຄົມ ​ແລະ ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ. ​ເພື່ອ​ເຮັດ​ວຽກ​ນີ້​ໄດ້, ບັນດາ​ອົງການ​ພາລະ​ບົດບາດ​ກ່ຽວ​ກັບ​ການ​ປ້ອງ​ກັນຊາ​ດ ​ແລະ ​ເສດ​ຖິກິດ-ສັງຄົມ ຕ້ອງ​ອີງ​ໃສ່​ໜ້າ​ທີ່, ພາລະ​ບົດບາດ​ຂອງ​ຕົນ ​ເພື່ອ​ເລືອກ​ເອົາ​ເນື້ອ​ໃນ ​ແລະ ​ແບບ​ວິທີ​ປະສານ​ສົມທົບ​ທີ່​ເໝາະ​ສົມ. ວິວັດ​ການ​ຜັນ​ຂະຫຍາຍ​ປະຕິບັດ​ໜ້າ​ທີ່​ການ​ປ້ອງ​ກັນຊາ​ດຢູ່​ພື້ນ​ທີ່​ ຕ້ອງ​ຕອບ​ສະໜອງ​ໄດ້​ກັບ​ຄວາມຮຽກຮ້ອງຕ້ອງການຕ່າງໆ ທາງ​ດ້ານ​ການ​ພັດທະນາ​ເສດຖະກິດ, ກໍ່​ຄື​ມີ​ການ​ເຂົ້າ​ຮ່ວມ​ຂອງ​ລະ​ບົບການ​ເມືອງ. ພ້ອມ​ກັນ​ນັ້ນ, ບັນດາ​ການ​ເຄື່ອນ​ໄຫວ​ປ້ອງ​ກັນຊາ​ດຈະ​ສ້າງ​ສະພາບ​ແວດລ້ອມສັນຕິພາບ ສະຖຽນ​ລະ​ພາບ ​ແລະ ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ໃຫ້​​ແກ່ບັນດາ​ການ​ເຄື່ອນ​ໄຫວ​ດ້າຍ​ເສດຖະກິດ ການ​ເມືອງ ວັດທະນະທຳ ສັງຄົມ. ສ້າງ​ບັນດາ​ກົນ​ໄກ​ປະ​ສານ​ສົມທົບ​ທີ່​ມີ​ລັກສະນະ​ຄົບ​ຊຸດ ເອກະ​ພາບ, ​ເປັນ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ການ​ເພີ່ມ​ເຕີມ, ບູລະນະ​ກົນ​ໄກ​​ປະສານ​ສົມທົບ​ໃນ​ແຕ່ລະ​ໄລ​ຍະການ​ພັດທະນາຂອງ​ແຕ່ລະ​ຂົງ​ເຂດ ​ໃນ​ວິວັດທະນາ​ການ​ລວມຂອງ​ພາລະກິດ​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ທີ​ສາມ, ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ, ຂອງ​ທົ່ວ​ທັງ​ລະບົບ​ການ​ເມືອງ ​ແຕ່​ສູນ​ກາງ​ລົງ​ຮອດ​ຮາກ​ຖານ ​ແນ​ໃສ່​ດຳ​ເນີນ​ຢ່າງ​ຄົບ​ຊຸດ​ ບັນດາ​ການ​ເຄື່ອນ​ໄຫວ​ປະສານ​ສົມທົບ​ການ​ປ້ອງ​ກັນຊາ​ດ ກັບເສດ​ຖິກິດ-ສັງຄົມ.

ການ​ເຄື່ອນ​ໄຫວ​ປະສານ​ສົມທົບ​ລະຫວ່າງ​ ການ​ກໍ່ສ້າງ ປັບປຸງການ​ປ້ອງ​ກັນຊາ​ດ ກັບການ​ພັດທະນາເສດ​ຖິກິດ-ສັງຄົມ ມີ​ຄວາມ​ຫຼາກ​ຫຼາຍ ອຸດົມສົມບູນ​ທີ່​ສຸດ ​ແລະ ຍາມ​ໃດ​ກໍ່​ມີ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່, ດັ່ງ​ນັ້ນ, ການ​ປະສານ​ສົມທົບ​ລະຫວ່າງ​ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ ​ໃນ​ການປະຕິບັດ​ໜ້າ​ທີ່​ນີ້ຍິ່ງມີ​ຄວາມ​ແໜ້ນ​ແຟ້ນ, ​ແມ່ນ​ປະສິດທິ​ຜົນ​ຂ​ອງການ​ປະສານ​ສົມທົບ​ກໍ່​ຍິ່ງ​ສູງ. ສະພາບ​ຄວາມ​ເປັນ​ຈິງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ໃຫ້​ເຫັນ​ວ່າ, ຄຽງຂ້າງບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ນັ້ນ, ການ​ປະສານ​ສົມທົບ​ນີ້​ກໍ່​ມີ​ຈຸດ​ອ່ອນ ຂໍ້​ຈຳກັດ​ຫຼາຍ​ຢ່າງ, ກໍ່​ຄວາມ​ຟຸມ​ເຟືອຍ​ແລະ​ເສຍ​ຫາຍ​​ໃຫ້​ແກ່​ງົບປະມານ ​ແລະ ​ເປັນ​ຜົນ​ກະທົບ​ບໍ່​ດີ​ເຖິງ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ. ດັ່ງ​ນັ້ນ, ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ປະຕິບັດ​ວິທີ​ແກ້​ນີ້, ອົງກາ​ນພາລະ​ບົດບາດ​ຂອງ​ລັດຖະບານ​ຕ້ອງ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ ​ແລະ ກັບ​ລະບົບ​ການ​ເມືອງ​ທັງ​ໝົດ​ ແຕ່​ສູນ​ກາງ​ລົງ​ຮອດ​ຮາກ​ຖານ ​ເພື່ອ​ຜັນ​ຂະຫຍາຍປະຕິບັດ​ເປັນ​ຢ່າງ​ດີ​ ບັນດາ​ໂຄງການ ​ແຜນ​ງານການ​ປະສານ​ສົມທົບ​ລະຫວ່າງ​ການ​ປ້ອງ​ກັນຊາ​ດ ກັບ​ເສດ​ຖິກິດ-ສັງຄົມ; ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ກວດກາ, ກວດກາ​ນ, ຕິດຕາມ​ກວດກາ​ ວິວັດການປະຕິບັດ​ໂຄງການ ​ແຜນ​ງານ​ສົມທົບ​ການ​ປ້ອງ​ກັນຊາ​ດ ກັບ​ເສດ​ຖິກິດ-ສັງຄົມ; ພ້ອມ​ກັນ​ນັ້ນ, ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ດັດສົມ ​ເພີ່ມ​ເຕີມ​ກຳລັງ​ຄົນ ກຳລັງ​ຊັບ ​ແລະ ບັນດາ​ປັດ​ໄຈ​ອື່ນອີກ ​ເພື່ອ​ແນ​ໃສ່​ປະຕິບັດ​ບັນດາ​ໂຄງການ ​ແຜງ​ງານ​ນັ້ນ​ຢ່າງ​ມີ​ປະສິດທິ​ຜົນ. ຢູ່​ນີ້, ການ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ຂັ້ນ ບັນດາ​ຂະ​ແໜງ​ການ ​ແລະ​ ລະ​ບົນ​ການ​ເມືອງ ຍັງ​ຕ້ອງ​ໄດ້​ສະ​ແດງ​ອອກ​ຢູ່​ທີ່​ຄວາມສາມາດ​ຄຸ້ມ​ຄອງ​ບໍລິຫານ, ບັນຊາ​ການ​ປະສານ​ສົມທົບ ​ແລະ ປະຕິບັດປະຊາທິປະ​ໄຕ ​ເປີດ​ເຜີຍ ​ໂປ່​ງ​ໃສ​ ​ໃນ​ວິວັດ​ການ​ປະຕິບັດ​ບັນດາ​ໂຄງການ ​ແຜນງານນັ້ນ​ຕໍ່ໜ້າ​ປະຊາຊົນ. ຜົນສຳ​ເລັດຂອງ​ການ​ປະສານ​ສົມທົບ​ການ​ປ້ອງ​ກັນຊາ​ດ ກັບເສດ​ຖິກິດ-ສັງຄົມນັ້ນ ​ແມ່ນ​ປະສິດທິ​ຜົນ​ທາງ​ດ້ານ​ເສດ​ຖິກິດ-ສັງຄົມ ​ແລະ ການ​ປ້ອງ​ກັນຊາ​ດ ຮັກສາຄວາມ​ສະຫງົບ, ຈຳ​ກັດ​​ຄວາມ​ເສຍ​ຫາຍ ຄວາມ​ຟຸມ​ເຟືອຍໜ້ອຍ​ສຸດ​ໃນ​ວິວັດ​ການຈັດ​ຕັ້ງ​ປະຕິບັດ,...

ສົມທົບ​ລະຫວ່າງ ກໍ່ສ້າງ ປັບປຸງການ​ປ້ອງ​ກັນຊາ​ດ ກັບພັດທະນາ​ເສດ​ຖິກິດ-ສັງຄົມ ຕາມ​ຈິດ​ໃຈມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ສາກົນຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ຢູ່​ບັນດາ​ບໍລິ​ເວນ​ຍຸດ​ທະ​ສາດທີ່​ສຳຄັນ ​ແມ່ນ​ມີ​ຄວາມຫຍຸ້ງ​ຍາກ ສັບສົນ​ທີ່​ສຸດ. ​ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ ອະທິປະ​ໄຕ ​ເອກະ​ພາບ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ໄວ້​ຢ່າງ​ມັ້ນຄົງ, ​ແລະປົກ​ປັກ​ຮັກສາ​ພັກ ປະຊາຊົນ ລະບອບສັງຄົມ​ນິຍົມ, ຮຽກຮ້ອງ​ໃຫ້​ບັນດາ​ຂັ້ນ ບັນດາຂະ​ແໜງ​ການ, ທົ່ວພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ​ຕ້ອງ​ຮັບ​ຮູ້ ຊາບ​ຊຶມໜ້າ​ທີ່​ປະສານ​ສົມທົບ​ນີ້​ຢ່າງ​ຄົບ​ຖ້ວນ ​ເລິກ​ເຊິ່ງ ​ແລະ ​ເປັນ​ເຈົ້າ​ການ ຕັ້ງໜ້າຜັນ​ຂະ​ຫຍາຍໜ້າ​ທີ່​ປະສານ​ສົມທົບ​ນີ້​ຢ່າງ​ຄົບ​ຊຸດ, ​ແນ​ໃສ່​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ຕົວ​ຈິງ ​ແລະ ປະກອບສ່ວນ​ປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກຢ່າງ​ສຳ​ເລັດ​ມີ​ໄຊ./.

ພົນ​​ຕີ, ປອ, ຟານ​ວັນ​ຢາງ

ກຳມະການ​ສູນ​ກາງ​ພັກ, ກຳມະການ​ຄະນະ​ປະຈຳການ​ ຄະ​ນະ​ພັກ​ການທະຫານ​ສູນ​ກາງ,
​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ, ຮອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ

-------------------------

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະ​ບັບ​ເລກທີ 888 (​ເດືອນ​ຕຸລາ 2016)

(1) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 149.

(2) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 261.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ