ວັນພຸດ, 29/3/2017
ສືບຕໍ່ກໍ່ສ້າງ ແລະ ປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ
6/3/2017 9:4' ສົ່ງ ພິມ
ປະທານປະເທດ ສສ ຫວຽດນາມ ເຈິ່ນດ້າຍກວາງ

ນະ­ໂຍ­ບາຍ​ກ່ຽວ​ກັບ​ການ​ກໍ່­ສ້າງ​ລັດ​ແຫ່ງ​ອຳ­ນາດ​ກົດ­ໝາຍ​ຂອງ​ປະ­ຊາ­ຊົນ, ໂດຍ​ປະ­ຊາ­ຊົນ ແລະ ເພື່ອ​ປະ­ຊາ­ຊົນ ​ໄດ້​ຮັບ​ການ​ກຳ­ນົດ​ ໃນ​ລັດ​ຖະ​ທຳ​ມະ​ນູນ​ປີ 1946, ຕໍ່​ຈາກ​ນັ້ນ​ແມ່ນ​ລັດ​ຖະ​ທຳ​ມະ​ນູນ​ປີ 1959, 1980, 1992 ແລະ ​ລັດ​ຖະ​ທຳ​ມະ​ນູນ​ປີ 2013. ​ລັດ​ຖະ​ທຳ​ມະ​ນູນ​ແຕ່​ລະ​ສະ­ບັບ​ນັ້ນ ແມ່ນ​ຂີດ​ໝາຍ​ສຳຄັນ​ອັນ​ໜຶ່ງ ​ໃນ​ຂະ​ບວນ​ວິ­ວັດ​ແຫ່ງ​ການ​ກໍ່­ສ້າງ, ປັບ­ປຸງ ແລະ ບູ­ລະ­ນະ​ລັດ​ຫວຽດ­ນາມ. ​ຜ່ານ​ບັນດາ​ໄລຍະແຫ່ງ​ການ​ປະ­ຕິ­ວັດ, ພາຍ​ໃຕ້​ການ​ນຳ­ພາ​ຂອງ​ພັກ​ກອມ​ມູ​ນິດຫວຽດ­ນາມ ແລະ ປະ­ທານ​ໂຮ່​ຈີ​ມິນ​ຜູ້​ຍິ່ງ​ໃຫຍ່, ຄວາມ​ສະ­ໜັບ­ສະ­ໜູນ, ຄວາມ​ຊ່ວຍ­ເຫຼືອ​ຂອງ​ປະ­ຊາ­ຊົນ, ປະ­ເທດ​ສາ­ທາ­ລະ­ນະ​ລັດ ສັງ­ຄົມ​ນິ­ຍົມ ຫວຽດ­ນາມ​ ໄດ້​ຮັບ​ການ​ເຕີບ​ໃຫຍ່​ເຂັ້ມ­ແຂງ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຫຼາຍ​ດ້ານ, ໄດ້​ເຮັດ​ຫຼ້ອນ​ພາລະ​ກຳ​ອັນ​ສະ­ຫງ່າ​ລາ­ສີ​ຂອງ​ຕົນ ​ໃນ​ພາ­ລະ­ກິດ​ຕໍ່­ສູ້​ປົດ​ປ່ອຍ­ປະ​ເທດ​ຊາດ, ໂຮມ​ປະ­ເທດ​ເປັນ​ເອ­ກະ​ພາບ, ກໍ່ສ້າງ ແລະ ປົກ​ປັກ​ຮັກ­ສາ​ປະ­ເທດ​ຊາດ.

ນັບ​ແຕ່​ເວ­ລາ​ທີ່​ດຳ­ເນີນ​ພາ­ລະ­ກິດ​ປ່ຽນ­ແປງ​ໃໝ່​ປະ­ເທດ​ຢ່າງ­ຮອບ­ດ້ານ, ເປັນ­ຕົ້ນ​ແມ່ນ​ພາຍ­ຫຼັງ​ການ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 3 ສະ­ໄໝ ທີ VIII ກ່ຽວ​ກັບ “ເສີມ​ຂະ­ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ­ຊາ­ຊົນ, ສືບ​ຕໍ່​ກໍ່­ສ້າງ​ປະ­ເທດສາ­ທາ­ລະ­ນະ​ລັດ ສັງ­ຄົມ​ນິ­ຍົມ ​ໃຫ້​ປອດ​ໃສ​ຂາວ​ສະ­ອາດ, ໝັ້ນ­ຄົງ​ເຂັ້ມແຂງ”, ພາ­ລະ­ກິດ​​ການ​ກໍ່­ສ້າງ ແລະ ປັບ­ປຸງ​ບູ­ລະ­ນະ​ລັດ ​ໄດ້ມີ​ຄວາມ​ກ້າວ­ໜ້າ​ອັນ​ໃຫຍ່​ຫຼວງ. ເນື້່ອ​ໃນ, ວິ­ທີ​ການ​ການ​ນຳ­ພາ​ຂອງ​ພັກ​ຕໍ່​ລັດ ແລະ ສັງ­ຄົມ ​ກໍ່​ໄດ້​ມີ​ບາດ­ກ້າວ​ປ່ຽນ­ແປງ​ໃໝ່, ລວມ​ທັງ​ຮັບປະກັນ​ການ​ເພີ່ມ​ທະ­ວີ​ພາ­ລະ​ບົດ­ບາດ​ການ​ນຳ­ພາ​ຂອງ​ພັກ, ທັງ​ເສີມ​ຂະ­ຫຍາຍ​ຄວາມ​ຮັບ­ຜິດ­ຊອບ, ລັກ­ສະ­ນະ​ເປັນ​ເຈົ້າ​ການ ​ຂອງ​ອົງ​ການ­ຈັດ­ຕັ້ງ​ແຫ່ງ​ລັດ. ທາດ​ແທ້​ຊົນ​ຊັ້ນ​ກຳ­ມະ­ກອນ, ລັກ­ສະ­ນະ​ຊົນ​ຊາດ, ລັກ­ສະ­ນະ​ປະ­ຊາ­ຊົນ​ຂອງ​ລັດ​ ໄດ້​ຮັບ​ການ​ຮັກ­ສາ​ແລະປັບ­ປຸງຢ່າງ​ໝັ້ນ­ຄົງ. ລະ­ບົບ​ທັດ­ສະ­ນະ, ຫຼັກ​ການຈັດຕັ້ງ​ອຳ­ນາດ​ແຫ່ງ​ລັດ, ກໍ່­ສ້າງ, ປັບ­ປຸງ​ບູ­ລະ­ນະ​ລັດ​ແຫ່ງ​ອຳ­ນາດ​ກົດ­ໝາຍ​ສັງ­ຄົມ​ນິ­ຍົມ ​ຂອງ​ປະ­ຊາ­ຊົນ, ໂດຍ​ປະ­ຊາ­ຊົນ ແລະ​ ເພື່ອ​ປະ­ຊາ­ຊົນ ​ໄດ້​ຮັບ​ການປັບປຸງ​ບູລະນະ​ເທື່ອ​ລະ​ກ້າວໆ. ລັດ​ຖະ​ທຳ​ມະ­ນູນ​ປີ 1992, ລັດ​ຖະ​ທຳ​ມະ​ນູນ​ປີ 2013 ພ້ອມ​ກັບ​ປະ­ມວນ​ກົດ­ໝາຍ, ກົດ­ໝາຍ, ລັດ​ຖະ​ດຳ­ລັດ​ຫຼາຍ​ສະ­ບັບ​ ທີ່ໄດ້ຮັບ​ການປະ­ກາດ​ໃຊ້, ເຊິ່ງ​​ໄດ້ສ້າງ​ເປັນຂອບ​ນິ­ຕິ​ທຳ​ ເພື່ອ​ໃຫ້­ລັດ​ດຳ​ເນີນການ​ຄຸ້ມ​ຄອງບໍລິຫານ​ຊີ­ວິດ​ເສດ­ຖະ­ກິດ-ສັງ­ຄົມ​ໃນ​ທຸກ​ດ້ານ​. ອົງ​ການ­ຈັດ­ຕັ້ງ, ກົງຈັກ, ພາ­ລະ​ບົດ­ບາດ, ໜ້າ­ທີ່​ຂອງ​ລັດ, ​ກ່ອນ​ອື່ນ​ໝົດ​ແມ່ນ​ບັນ­ດາ​ອົງ​ການ​ບໍ­ລິ­ຫານ​ແຫ່ງ​ລັດ​, ໄດ້​ຮັບ​ການ​ປ່ຽນ­ແປງ​ໃໝ່ ແລະ ເຄື່ອນ​ໄຫວ​ນັບ​ມື້​ນັບ​ມີ​ຜົນ​ສັກ­ສິດ ແລະ ມີ​ປະ​ສິດ­ທິ​ຜົນ. ກົນ​ໄກ​ກ່ຽວ​ກັບ​ການ​ແບ່ງ​ງານ, ປະ­ສານ​ສົມ­ທົບ ແລະ ຄວບ​ຄຸມ​ສິດ​ອຳ­ນາດ ​ໃນ​ການ­ຈັດ­ຕັ້ງ ແລະ ເຄື່ອມ​ໄຫວ​ຂອງ​ລັດ​ໄດ້​ມີ​ການ​ກຳ­ນົດ​ຈັດ​ແບ່ງ​ຢ່າງ​ຈະ­ແຈ້ງ​ກ່ວ​າ​ເກົ່າ ແລະ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ ກໍ່​​ມີ​ບາດ­ກ້າວ​ກ້າວ­ໜ້າ​ຢ່າງ​ຕັ້ງ­ໜ້າ. ປະ­ຊາ­ທິ­ປະ­ໄຕ​ສັງ­ຄົມ​ນິ­ຍົມ​ສືບ​ຕໍ່​ໄດ້​ຮັບ​ການ​ເສີມ​ຂະ­ຫຍາຍ​ໃນ​ຫຼາຍ​ຂົງເຂດ, ເຊິ່ງ​ໄດ້​ມີ​ຜົນ​ສະ­ທ້ອນ​ເຖິງ​ການ​ປົດ​ປ່ອຍ​ກຳ­ລັງ​ແຮງ​ການ​ຜະ­ລິດ​ຢ່າງ​ແຂງ­ແຮງ, ເປັນ​ກຳ­ລັງ​ໜູນ​ເພື່ອ​ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດຖະກິດ, ວັດ­ທະ­ນະ­ທຳ, ສັງ­ຄົມ, ຍົກ​ສູງ​ລະ­ດັບ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ປະ­ຊາ­ທິ­ປະ­ໄຕ​ທາງ​ດ້ານ​ການ­ເມືອງ​ກໍ່​ມີ​ບາດ­ກ້າວ​ກ້າວ­ໜ້າ​ອັນ​ສຳ­ຄັນ, ສະ­ພາ​ແຫ່ງ​ຊາດ, ສະ­ພາ​ປະ­ຊາ­ຊົນ​ຂັ້ນ​ຕ່າງໆ​ ກໍ່​ມີ​ການ​ປ່ຽນ­ແປງ​ໃໝ່​ໃນ​ຫຼາຍ​ດ້ານ, ໄດ້​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ­ທິ​ຜົນ​ການເຄື່ອນໄຫວ. ລັດ­ຖະ­ບານ ແລະ ກະຊວງ​ຕ່າງໆ​ ໄດ້​ລວມສູນເຂົ້າ​ໃນ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ, ບັນ­ຊາ​ມະ­ຫາ​ພາກ ແລະ ແກ້​ໄຂ​ບັນ­ດາ​ບັນ­ຫາ​ຍຸດ​ທະ​ສາດ​ທີ່​ກ່ຽວ­ຂ້ອງ​ເຖິງ​ ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ປະ­ເທດ ແລະ ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ ຫຼາຍ​ກວ່າ​ເກົ່າ. ການ​ປະ­ຕິ​ຮູບ​ດ້ານ​ບໍ­ລິ­ຫານ​ສືບ​ຕໍ່​ໄດ້​ຮັບ​ການ​ເອົາໃຈໃສ່, ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ, ຂໍ້ຄົງຄ້າງຂອງປະ­ຊາ­ຊົນແລະວິ​ສາ​ຫະ​ກິດ ​ໄດ້​​ຫຼາຍ​ຢ່າງ. ຫຼາຍ​​ແຜນ​ນະ­ໂຍ­ບາຍ, ແນວ­ທາງ​ຂອງ​ພັກ ​ກ່ຽວ​ກັບ​ການ​ປະ­ຕິ​ຮູບ​ດ້ານ​ຍຸ­ຕິ​ທຳ​ ​ໄດ້ຮັບ​ການ​ຫັນ​ເປັນ​ນິ­ຕິ​ກຳ​ ໃນ​ລັດ​ຖະ​ທຳ​ມະ​ນູນ, ກົດ­ໝາຍ ແລະ ໄດ້​ຜັນ​ຂະຫຍາຍ​ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ ​ແລະ ​ບັນ­ລຸ​­ຜົນ​ງານ​​ເບື້ອງ​ຕົ້ນທີ່​ສຳ­ຄັນ​. ການ­ຈັດ­ຕັ້ງ​ກົງຈັກ​ຂອງ​ສານ​ປະຊາ­ຊົນ, ໄອ​ຍະ​ການ​ປະ­ຊາ­ຊົນ, ອົງ­ການ​ທະ­ນາຍ­ຄວາມ, ບັນ­ດາ​ອົງ­ການ​ຊ່ວຍ­ເຫຼືອ​ດ້ານ​ຍຸ­ຕິ​ທຳ​ ສືບ​ຕໍ່​ໄດ້​ຮັບ​ການ​ປັບ­ປຸງ​ບູ­ລະ­ນະ, ຄຸນ​ນະ​ພາບ​ການ­ເຄື່ອນ­ໄຫວ​ໄດ້​ຍົກ​ສູງ, ຮັກ­ສາ​​ເປັນ​ຢ່າງດີ​ຜົນ​ປະ­ໂຫຍດ​ຂອງ​ລັດ, ສິດແລະຜົນ​ປະ­ໂຫຍດ​ອັນ​ຊອບ​ທຳ​ຂອງ​ສຳນັກງານ, ອົງ​ການ­ຈັດ­ຕັ້ງ, ບຸກ­ຄົນ, ຫຼຸດ­ຜ່ອນ​ສະ­ພາບ​ການ​ຖືກ​ຟ້ອງ​ສານ ພິພາກສາ​ຢ່າງ​ບໍ່​ຍຸ­ຕິ​ທຳ, ກໍ​ຄື​ການປະ​ໃຫ້​ອາດ­ຊະ­ຍາ​ກຳພົ້ນ​ໂທດ​ໂດຍ​ບໍ່​ຖືກ​ພິຈາລະນາ.

​ປະ­ຈຸ​ບັນ, ຫວຽດ­ນາມ​ກຳ­ລັງ​ເຂົ້າ​ສູ່​ສະ­ໄໝ​ແຫ່ງ​ການຍູ້​ແຮງ​ການ​ຫັນ​ເປັນ​ອຸດ­ສາ­ຫະ­ກຳ ທັນ​ສະ­ໄໝ ແລະ ເຊື່ອມ​​ໂຍງ​ສາ­ກົນ ​ດ້ວຍ​ກາ­ລະ​ໂອ­ກາດ, ຄວາມ​ສະ­ດວກ ແລະ ຄວາມ​ຫຍຸ້ງ­ຍາກ, ຄວາມ​ທົດ​ສອບ​ຫຼາຍ​ປະ­ການ​ທີ່​ແຊກ​ຊ້ອນ​ກັນ. ໃນ​ສະ­ພາບ​ການ​ດັ່ງ­ກ່າວ, ຄວາມ​ຮຽກ­ຮ້ອງ, ໜ້າ­ທີ່​ສືບ​ຕໍ່​​ກໍ່­ສ້າງ ແລະ ປັບ­ປຸງ​ບູ­ລະ­ນະ​ລັດ​ແຫ່ງ​ອຳ­ນາດ​ກົດ­ໝາຍ​ສັງ­ຄົມ​ນິ­ຍົມ ​ຂອງ​ປະ­ຊາ­ຊົນ, ໂດຍ​ປະ­ຊາ­ຊົນ ແລະ ເພື່ອ​ປະ­ຊາ­ຊົນ​ ​ໄດ້​ວາງ​ອອກ​ຢ່າງ​ຮີບ​ຮ້ອນ​ທີ່​ສຸດ. ໃນ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ​ກໍ່​ໄດ້​ເນັ້ນ​​ວ່າ: “ສືບ​ຕໍ່​ກໍ່­ສ້າງ, ປັບ­ປຸງ​ບູ­ລະ­ນະ​ລັດ​ແຫ່ງ​ອຳ­ນາດ​ກົດ­ໝາຍ​ສັງ­ຄົມ​ນິ­ຍົມ ​ໂດຍ​​ພັກ​ເປັນ​ຜູ້​ນຳ­ພາ​ ​ເປັນ​ໜ້າ­ທີ່​ຈຸດ​ໜັກໃຈ​ກາງ­ຂອງ​ການ​ປ່ຽນ­ແປງ​ໃໝ່​ລະ­ບົບ​ການ­ເມືອງ... ກໍ່­ສ້າງ​ລັດ​ແຫ່ງ​ອຳ­ນາດ​ກົດ­ໝາຍ​ສັງ­ຄົມ​ນິ­ຍົມ​ ຕ້ອງ​ດຳ­ເນີນຢ່າງ​ຄົບ​ຊຸດ​ ທັງ​ດ້ານ​ນິ­ຕິ​ບັນຍັດ, ບໍ­ລິ­ຫານ, ຕຸລາການ ແລະ ໄດ້​ຮັບ​ການ​ດຳ­ເນີນ​ຢ່າງ​ຄົບ​ຊຸດ ​ກັບ​ການ​ປ່ຽນແປງ​ໃໝ່​ລະ­ບົບ​ການ­ເມືອງ​ ຕາມ​ທິດ​ກະ­ທັດ​ລັດ, ມີ​ຜົນ​ສັກ­ສິດ ແລະ ປະ​ສິດ­ທິ​ຜົນ; ຕິດ​ກັບ​ການ​ປ່ຽນແປງ​ໃໝ່​ດ້ານ​ເສດ­ຖະ­ກິດ, ວັດ­ທະ­ນະ­ທຳ, ສັງ­ຄົມ”.

ເພື່ອ​​ໃຫ້ປະ­ເທດ​ສາ­ທາ­ລະ­ນະ​ລັດ ສັງ­ຄົມ​ນິ­ຍົມ ຫວຽດ­ນາມ ເປັນ​ປະ­ເທດ​ທີ່ ປອດ​ໃສ​ຂາວ​ສະ­ອາດ ໝັ້ນ­ຄົງ​ເຂັ້ນ​ແຂງຢ່າງ​ແທ້​ຈິງ, ​​ແລະ ຄຸ້ມ​ຄອງ ບໍລິຫານ​ປະ­ເທດ ຢ່າງ​ມີ​ຜົນ​ສັກ­ສິດ ມີປະ​ສິດ­ທິ​ຜົນ, ກ່ອນ​ອື່ນ​ໝົດ​ ຕ້ອງ­​ເຊື່ອມ​ຊືມ​ຢ່າງ​ເລິກ­ເຊິ່ງ ​ແນວ​ຄິດໂຮ່​ຈີ​ມິນ ກ່ຽວ​ກັບ​ການ​ນຳ­ພາ​ຂອງ​ພັກ​ຕໍ່​ລັດ: “ລັກ­ສະ­ນະຂອງ ລັດ​ ເປັນ​ບັນ­ຫາ​ພື້ນ­ຖານ​ຂອງ​ລັດ​ຖະ​ທຳ​ມະ​ນຸນ. ນັ້ນ​ແມ່ນ​ບັນ­ຫາ​ເນື້ອ​ໃນ​ຊົນ​ຊັ້ນ​ຂອງ​ອຳ­ນາດ​ການ​ປົກຄອງ. ອຳ­ນາດ​ການ​ປົກ­ຄອງ​ຢູ່​ໃນກຳມື​ຂອງໃຜ ແລະ ຮັບ​ໃຊ້​​ຜູ້​ໃດ? ສິ່ງ​ດັ່ງກ່າວ​ຕັດ​ສິດ​ເນື້ອ​ໃນ​ທັງ​ໝົດ ​ຂອງ​ລັດ​ຖະ​ທຳ​ມະ​ນຸນ... ລັດ​ສາ­ທາ­ລະ­ນະ​ລັດ ສັງ­ຄົມ​ນິ­ຍົມ ຫວຽດ­ນາມ ເປັນ​ລັດ​ຂອງ​ປະ­ຊາ­ຊົນ, ອີງ­​ບົນ​ພື້ນ­ຖານ​ພັນ­ທະ​ພາບ​ກຳ­ມະ­ກອນ-ຊາວ­ນາ, ໂດຍ​ຊົນ​ຊັ້ນ​ກຳ­ມະ­ກອນ​ເປັນ​ຜູ້­ນຳ​ພາ”(1). ​ເຊື່ອມຕິດ​ຢ່າງ​ແໜ້ນ​ແຟ້ນ​ລະຫວ່າງ​ທາດ​ແທ້​ຊົນ​ຊັ້ນ​ຂອງ​ລັດ ກັບ​ລັກ­ສະ­ນະ​ຊາດ ລັກ­ສະ­ນະ​ປະ­ຊາ­ຊົນ, ສະ­ແດງ​ອອກ​ຢ່າງ​ຈະ​ແຈ້ງ​ເຖິງ​ເຈດ​ຈຳ­ນົງ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ­ຊາ­ຊົນ, ຍ້ອນ​ວ່າ​ຜົນ​ປະ­ໂຫຍດ​ອັນ​ພື້ນ­ຖານ​ຂອງ​ຊົນ​ຊັ້ນ​ກຳມະກອນ, ຂອງ​​ຊາດ ແລະ ຂອງ​ປະ­ຊາ­ຊົນ ​ແມ່ນ​ເປັນ​ເອ­ກະ​ພາບ. ຮັກ­ສາ​ໃຫ້​ໝັ້ນ­ຄົງ ແລະ ເພີ່ມ​ທະ­ວີ​ການ​ນຳ­ພາ​ຂອງ​ພັກ ​ຕໍ່​ລັດ ແລະ ສັງ­ຄົມ; ຢຶດ​ໝັ້ນ​ລັດ­ທິ​ມາກ-ເລ​ນິນ, ແນວ​ຄິດໂຮ່​ຈີ​ມີນ, ຢຶດ​ໝັ້ນ​ເປົ້າ​ໝາຍ​ແລະ ເສັ້ນ­ທາງ​ສັງ­ຄົມ​ນິ­ຍົມ; ສະ​ກັດ​ກັັ້ນ, ຍູ້​ຖອຍຄວາມ​ເຊື່ອມ​​ໂຊມ ​​ທາງ​ດ້ານ​ແນວ​ຄິດ​ການເມືອງ, ຄຸນສົມບັດ, ແບບ­ແຜນ​ດຳ­ລົງ​ຊີ­ວິດ, ບັນ­ດາ​ປະ­ກົດ​ການ “ຜັນ​ປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ­ແປງ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ, ຄື​ມະ­ຕິ​ກອງ​ປະ­ຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ­ໄໝ​ທີ XII ກ່ຽວ​ກັບ​ເພີ່ມ​ທະ­ວີ​ການ​ກໍ່ສ້າງ, ປັບ­ປຸງ​ພັກ ​ໄດ້​ວາງ​ອອກ​ມາ. ກໍ່­ສ້າງ​ລັດ​ສາ­ທາ­ລະ­ນະ​ລັດ ສັງ­ຄົມ​ນິ­ຍົມຫວຽດ­ນາມ ທີ່​ປອດ​ໃສ​ຂາວ​ສະ­ອາດ, ໝັ້ນຄົງ​ເຂັ້ມ­ແຂງ, ໃກ້​ຊິກ, ຕິດ​ຜັນ​ກັບ​ປະ­ຊາ­ຊົນ, ຮັບ­ປະ­ກັນ​ທຸກໆ​ສິດ​ອຳ­ນາດ​​ລ້ວນ​ແຕ່​ຂຶ້ນ​ກັບ​ປະ­ຊາ­ຊົນ. ຈັດ​ຕັ້ງ​ຮູບ​ການ​ຕ່າງໆ​ທີ່​ເໝາະ​ສົມ​ ເພື່ອ​ໃຫ້​ປະ­ຊາ­ຊົນ​ເຂົ້າ​ຮ່ວມ​ການ​ວາງ​ແຜນ​ນະ­ໂຍ­ບາຍ, ກົດ­ໝາຍ ແລະ ກວດ­ກາ​ຕິດ­ຕາມ ​ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ, ກົດ­ໝາຍ​ ຂອງ​ບັດ​ດາ​ອົງ­ການ​ແຫ່ງ​ລັດ. ອຳນາດ​ການ​ປົກ­ຄອງ​ທີ່​ປອດ​ໃສ​ຂາວ​ສະ­ອາດ, ໄດ້​ຮັບ​ຄວາມ​ເຊື່ອ​ໝັ້ນ, ສະ­ໜັບ­ສະ­ໜູນ​ຂອງ​ປະຊາ­ຊົນ ​ຈຶ່ງ​ໝັ້ນ­ຄົງ​ເຂັ້ມ­ແຂງ, ຮັບປະກັນ​ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ­ຫງົບ ​ໄດ້​ຢ່າງ​ໝັ້ນ­ຄົງ, ປົກ​ປັກ​ຮັກ­ສາ​ເອ­ກະ­ລາດ ​ອຳ­ນາດ​ອະ­ທິ­ປະ​ໄຕ ​ເອ­ກະ​ພາບ​ ແລະ ​ຜືນ​ແຜ່ນ­ດິນ​ອັນ​ຄົບ​ຖ້ວນ​ ຂອງ​ປະ­ເທດ​ຊາດ, ສ້າງ​ກຳລັງ​ໜູນ​ທີ່​ໃຫຍ່​ຫຼວງ​ ໃຫ້​ແກ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ, ວັດ­ທະ­ນະ­ທຳ, ສັງ­ຄົມ, ຍົກ​ສູງ​ບົດ­ບາດ​ຖານະ, ອິດ​ທິ​ພົນ ​ຂອງ​ຫວຽດ­ນາມ​ ໃນ​ເວ­ທີ​ສາ­ກົນ.

ສືບ​ຕໍ່​ກໍ່­ສ້າງ​ລັດ​ແຫ່ງ​ອຳ­ນາດ​ກົດ­ໝາຍ​ສັງ­ຄົມ​ນິ­ຍົມ ​ຂອງ​ປະ­ຊາ­ຊົນ, ໂດຍ​ປະ­ຊາ­ຊົນ ແລະ ເພື່ອ​ປະຊາ­ຊົນ ​ເປັນ​ທິດ​ທາງ​ອັນ​ພື້ນ­ຖານ​ເພື່ອ​ເສີມ​ຂະ­ຫຍາຍ ​ປະ­ຊາ­ທິ­ປະ­ໄຕ​ສັງ­ຄົມ​ນິ­ຍົມ, ຮັບ­ປະ­ກັນ​ສິດອຳນາດ​ລັດ​ທັງ​ໝົດ ​ລ້ວນ​ແຕ່​ຂຶ້ນ​ກັບ​ປະ­ຊາ­ຊົນ; ສິດ​ອຳ­ນາດ​​ລັດ​ແມ່ນ​ເປັນ​ເອ­ກະ​ພາບ, ມີ​ການ​ແບ່ງ​ງານ, ປະ­ສານ​ສົມ­ທົບ, ກວດ­ກາ​ ລະ­ຫວ່າງ​ບັນ­ດາ​ອົງ­ການ​ແຫ່ງ​ລັດ ​ໃນ​ການ​ປະ­ຕິ­ບັດ​ບັນ­ດາ​​ອຳ­ນາດ​ນິ­ຕິ​ບັນຍັດ, ບໍ­ລິ­ຫານ, ຕຸລາການ. ການ​ເປີດ​ກວ້າງ​ປະ­ຊາ­ທິ­ປະ­ໄຕ ​ໄປ​ຄຽງ​ຄູ່​ກັບ​ການ​ເພີ່ມ​ທະ­ວີ​ລະ­ບຽບ​ວິ­ໄນ, ກົດ​ລະ­ບຽບ​ຢ່າງ​ເຄັ່ງ​ຄັດ; ສິດ​ອຳ­ນາດ​ໄປ​ຄຽງ​ຄູ່​ກັບ​ຄວາມ​ຮັບ­ຜິດ­ຊອບ, ພັນ­ທະ​ໜ້າ­ທີ່; ປະ­ຊາ­ທິ­ປະ­ໄຕ​ໄດ້​ຫັນ​ເປັນ​ຂໍ້​ກຳ­ນົດ​ກົດ​ລະ­ບຽບ ເປັນກົດ­ໝາຍ, ປະ­ຊາ­ທິ­ປະ­ໄຕ​ໃນ​ຂອບ​ເຂດ​ຈຳ­ກັດ​ຂອງ​ກົດ­ໝາຍ. ເພີ່ມ​ທະ­ວີ​ການ­ຈັດ­ຕັ້ງ ແລະ ເຄື່ອນ​ໄຫວ​​ກວດ­ກາ​ຕິດ­ຕາມ, ກວດ­ກາ, ຖື​ເອົາ​ນັ້ນ​ເປັນ​ເຄື່ອງ­ມື​ອັນ​ສຳ­ຄັນ ແລະ ມີ​ປະ​ສິດ­ທິ​ຜົນ ​ເພື່ອ​ຮັບປະກັນ​ຜົນ​ສັກ­ສິດ​ໃນ​ການ​ບໍລິຫານ​ລັດ, ສ້າງ­ຕັ້ງ​ກົດ​ລະ­ບຽບ​ວິ­ໄນ​ສັງ­ຄົມ. ຍູ້​ແຮງ​ການ​ເຄື່ອນ​ໄຫວຕິດ­ຕາມ​ກວດ­ກາ, ກວດ­ກາ​ ຢູ່​ພາຍ​ໃນ​ບັນ­ດາ​ສຳນັກງານ, ອົງ​ການ­ຈັດ­ຕັ້ງ​ແຫ່ງ​ລັດ; ຍົກ​ສູງ​ຄວາມ​ຮັບ­ຜິດ­ຊອບ​ກວດກາ​ຂອງ​ຂັ້ນ​ເທິງຕໍ່​ຂັ້ນ​ລຸ່ມ, ​ຂອງ​ອຳ­ນາດ​ການ​ປົກ­ຄອງ​ຂັ້ນ​ຕ່າງໆ ຕໍ່​ສຳນັກງານ, ອົງ​ການ­ຈັດ­ຕັ້ງຢູ່​ໃນພື້ນ​ທີ່​ ທ້ອງ​ຖິ່ນ, ​ໃນ​ເຂດ​ແດນ​ປະ​ເທດ. ລະ­ດົມ​ກຳ­ລັງ​ແຮງ​ຂອງ​ທົ່ວ​ລະ­ບົບ​ການ­ເມືອງ, ທົ່ວ​ປວງ​ຊົນ​ ເຂົ້າ​ໃນ​ການ​ຕໍ່­ສູ້​ປ້ອງ​ກັນ ຕ້ານ​ອາດ­ຊະ­ຍາ​ກຳ, ປົກ​ປັກ​ຮັກ­ສາ​ຄວາມ​ສະ­ຫງົບ, ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ, ແກ້​ໄຂ​ສະ­ພາບ​ການ​ໄຮ້​ລະບຽບ​ວິ­ໄນ, ປະ­ຊາ­ທິ­ປະ­ໄຕ​ແບບ​ຈັດ​ໂພດ, ການ​ສວຍ­​ໃຊ້​ປະ­ຊາ­ທິ­ປະ­ໄຕ​ເພື່ອ​ກໍ່­ຄວາມວຸ່ນວາຍ ທຳລາຍ​ຄວາມ​ສະ­ຫງົບ​ປອດ​ໄພ, ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ; ຜາບ​ແພ້​ທຸກ​ກົນ­ອຸ­ບາຍ, ການ­ເຄື່ອນ­ໄຫວ​ຂອງ​ບັນ­ດາ​ອິດ​ທິ​ກຳ­ລັງ​ສັດ­ຕູ​ ທີ່​ສວຍ­​ໃຊ້ “ປະ­ຊາ­ທິ­ປະ­ໄຕ”, “ສິດ​ທິມະ­ນຸດ”, “ສາ­ສະ­ໜາ” ເພື່ອ​ຕໍ່­ຕ້ານ​ທຳ­ລາຍປະ­ເທດ​ຫວຽດ­ນາມ.

ປັບ­ປຸງ​ບູ­ລະ­ນະ​ລະ­ບຽບ​ກົດ­ໝາຍ, ພາ­ລະ​ບົດ­ບາດ, ໜ້າ­ທີ່, ວິ­ທີ​ການ ແລະ ກົນ​ໄກ​ການ­ເຄື່ອນ­ໄຫວ, ຍົກ​ສູງຄວາມ​ສັກ­ສິດ, ປະ​ສິດ­ທິ​ຜົນ ຂອງ​ການ​ຄຸ້ມ​ຄອງບໍລິຫານລັດ. ສືບ​ຕໍ່​ປ່ຽນ­ແປງ​ໃໝ່​ການ­ຈັດ­ຕັ້ງ ແລະ ການເຄື່ອນ​ໄຫວ​ຂອງ​ບັນ­ດາສະ​ຖາ​ບັນ​ໃນ​ກົງ​ຈັກ​ແຫ່ງ​ລັດ​ ເພື່ອ​ຕອບ​ສະ­ໜອງ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ລັດ​ແຫ່ງ​ອຳນາດ​ກົດ­ໝາຍ​ສັງ­ຄົມ​ນິ­ຍົມ​ ໃນ​ເງື່ອນ­ໄຂ​ພັດ­ທະ­ນາ​ເສດ­ຖະ­ກິດ​ຕະ­ຫຼາດ​ຕາມ​ທິດ​ສັງ­ຄົມ​ນິ­ຍົມ ແລະ ເຊື່ອມ​ໂ​ຍງ​ສາ­ກົນ​ທີ່​ເລິກ­ເຊິ່ງ​ກວ້າງ­ຂວາງ. ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ­ທິ​ຜົນ​ການ­ເຄື່ອນ­ໄຫວ​ຂອງ​ບັນດາ​ອົງ­ການ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ປະ­ຊາ­ຊົນ (ສະ­ພາ​ແຫ່ງ​ຊາດ, ສະ­ພາ​ປະ­ຊາ­ຊົນ​ຂັ້ນ​ຕ່າງໆ) ເພື່ອ​​ໃຫ້ບັນ­ດາ​ອົງ​ການຈັດ­ຕັ້ງ​​ເຫຼົ່າ​ນີ້ ​ກາຍ­ເປັນ​ອົງ­ການ​ທີ່​ຕາງ­ໜ້າ​ໃຫ້​ແກ່​ປະ­ຊາ­ຊົນ​ຢ່າງ​ແທ້​ຈິງ ແລະ ເປັນ​ອົງການ​ທີ່​ມີ​ສິດ​ອຳນາດ​ແຫ່ງ​ລັດ ​ໃນ​ການ​ພິ­ຈາ­ລະ­ນາ ແລະ ຕັດ­ສິນ​ບັນ­ດາ​ບັນ­ຫາ​ທີ່​ສຳ­ຄັນ​ ຂອງ​ປະ­ເທດ, ຂອງ​ທ້ອງ​ຖິ່ນ. ປັບ­ປຸງ​ບູ­ລະ­ນະ ແລະ ກຳ­ນົດ​ແຈ້ງ ຕົວ​ແບບ­ຈັດ­ຕັ້ງ​ອຳ­ນາດ​ການ​ປົກ­ຄອງ​ທ້ອງ​ຖິ່ນ ​ທີ່​ເໝາະ​ສົມ​ກັບ​ຈຸດ​ພິ­ເສດຂອງຊົນ­ນະ­ບົດ, ຕົວ​ເມືອງ, ເກາະ​ທະ­ເລ, ຫົວໜ່ວຍ​ບໍ­ລິ­ຫານ-ເສດ­ຖະ­ກິດ​​ພິ­ເສດ ​ຕາມ​ກຳນົດ​ຂອງ​ກົດ­ໝາຍ. ເພີ່ມ​ທະ­ວີ​ການ​​ເຊື່ອມຕິດ​ ລະ­ຫວ່າງ​ການ​ກວດ­ກາ​ຕິດ­ຕາມ​ຂອງ​ສະ­ພາ​ແຫ່ງ​ຊາດ​ ກັບການ​ກວດ­ກາ ກວດ­ກາ​ຕິດ­ຕາມ​ຂອງ​ພັກ, ແນວ​​ໂຮມ​ປະ­ເທດ​ຊາດ​ຫວຽດ­ນາມ, ບັນ­ດາ​ອົງ​ການ­ຈັດ­ຕັ້ງ​ການເມືອງສັງ­ຄົມ ແລະ ການ​ກວດ­ກາ​ຕິດ­ຕາມ ​ຂອງ​ປະ­ຊາ­ຊົນ. ບັນ­ດາ​ອົງ­ການ​ບໍ­ລິ­ຫານ​ແຫ່ງ​ລັດ ດ້ວຍ​ຄວາມ​ຮັບຜິດຊອບ​ແລະສິດ​ອຳ­ນາດ​ໃນ​ຂອບ​ເຂດ​ກຳນົດ​ຂອງ​ກົດ­ໝາຍ ​ຕ້ອງ​ປະຕິ­ບັດບັນ­ດາມະຕິ​ຕົກ­ລົງ​ຂອງ​ອົງ​ການ​ໂດຍ​ປະ­ຊາ­ຊົນ​ເລືອກ​ຕັ້ງ ຢ່າງ​ເຂັ້ມ​ງວດ ແລະ ຕ້ອງຍອມ​ຮັບການ​ກວດ­ກາ, ຕິດ­ຕາມກວດ­ກາ​​ ຂອງ​ອົງ​ການ​ໂດຍປະ­ຊາ­ຊົນ​ເລືອກ​ຕັ້ງ​, ຂອງແນວ​ຮົມ​ປະເທດ​ຊາດ​ຫວຽດ­ນາມ ແລະ ຂອງປະ­ຊາ­ຊົນ. ກວດ­ຄືນ, ປ່ຽນ­ແປງ, ປັບ­ປຸງ​ນະ­ໂຍ­ບາຍ​ສຳ­ລັບ​ພະ­ນັກ­ງານ, ລັດ­ຖະ­ກອນ ​ຕາມ​ທິດ​ສົ່ງ­ເສີມ​ພະ­ນັກ­ງານ, ລັດ­ຖະ­ກອນ​ຍົກ​ລະ­ດັບ​ຄວາມ​ຮູ້​ດ້ານ​ວິ­ຊາ​​ສະ­ເພາະ, ຄຸນ­ສົມ­ບັດຈັນ​ຍາ​ບັນ, ປະ­ຕິ­ບັດ​ໜ້າ­ທີ່​ໃຫ້​ມີຜົນສຳ­ເລັດ​ເປັນ​ຢ່າງ​ດີ; ເອົາ­ໃຈ­ໃສ່​ມາດ­ຕະ­ຖານ​ກ່ຽວ​ກັບ​ຫຼັກ​ໝັ້ນ​ການ­ເມືອງ, ຄຸນ­ສົມ­ບັດສິນ​ທຳ, ແບບ­ແຜນ​ດຳ­ລົງ​ຊີ­ວິດ, ຄວາມ​ສາມາດ, ປະ​ສິດ­ທິ​ຜົນ ​ໃນ​ການ​ປະ­ຕິ­ບັດ​ໜ້າ­ທີ່​ ເພື່ອ​ຕີ​ລາ­ຄາ, ວາງ​ແຜນ​ກຳ­ນົດ, ເລື່ອນຊັ້ນ, ແຕ່ງ­ຕັ້ງ​ພະນັກ­ງານ. ກໍ່­ສ້າງ​ກົນ​ໄກ, ນະ­ໂຍ­ບາຍ​ເກື້ອ​ກຸນ, ດຶງ​ດູດ ແລະ ນຳ​ໃຊ້​ຜູ້​ທີ່​ມີ​ຄວາມ​ເກັ່ງ​ກ້າ​ສາ­ມາດ.

ຍູ້​ແຮງ​ການ​ປະ­ຕິ​ຮູບ​ການ​ບໍ­ລິ­ຫານ, ເປັນ­ຕົ້ນ​ແມ່ນ​ລະ­ບຽບ​ການ​ບໍ­ລິ­ຫານ ​ໃນ​ບັນ­ດາ​ຂົງ­ເຂດ​ທີ່​ກ່ຽວຂ້ອງ​ເຖິງ​ການ­ເຄື່ອນ­ໄຫວ​ຂອງ​ວິ​ສາ​ຫະ​ກິດ ແລະ ຊີ­ວິດ​ການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ; ກໍ່­ສ້າງ​ພື້ນ­ຖານ​ການ​ບໍ­ລິ­ຫານ​ທີ່​ມີປະ­ຊາ­ທິ­ປະ­ໄຕ, ທັນ​ສະ­ໄໝ, ຊຳ​ນິຊຳ­ນານ, ຄຸ້ມ​ຄອງ​ແຫ່ງ​ລັດ​ທີ່​ມີ​ປະ​ສິດ­ທິ​ຜົນ, ຫຼຸດ­ຜ່ອນ ຍົກ​ເລີກ ລະ­ບຽບ​ການ​ບໍ­ລິ­ຫານ​ທີ່​ກໍ່​ຄວາມ​ຫຍຸ້ງ​ເຫຍີງ, ຕອບ​ສະ­ໜອງ​ຄວາມ​ຮຽກ­ຮ້ອງ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ, ວິ​ສາ​ຫະ​ກິດ. ກຳ­ນົດຈັດ​ແບ່ງ​­ແຈ້ງພາ­ລະ​ບົດ­ບາດ ແລະ ປັບ­ປຸງ​ບູລະນະ​ກົນ​ໄກ​ແກ້​ໄຂ​ ສາຍ​ພົວພັນ​ລະຫວ່າງ​ລັດແລະຕະ­ຫຼາດ ​ໃຫ້​ດີກ​ວ່າ​ອີກ​. ກຳ­ນົດ​­ແຈ້ງ​ຄວາມ​ຮັບ­ຜິດ­ຊອບ ແລະ ກົນ​ໄກ​ອະ­ທິ­ບາຍ​ ຂອງ​ບັນ­ດາ​ອົງ­ການ​ແຫ່ງ​ລັດ, ຍົກ​ສູງ​ຄຸນ­ສົມບັດ​ຈັນ​ຍາ​ບັນ­ການ​ງານ, ​ເພີ່ມ​ທະວີ​ກົດ​ລະ­ບຽບ ລະ­ບຽບ​ວິ​​ໄນ ​ໃນການ​ຊີ້​ນຳ ແລະ ການປະ­ຕິ­ບັດໜ້າ​ທີ່​ການງານ ​ຂອງ​ພະ­ນັກ­ງານ, ລັດ­ຖະ­ກອນ ​ໃຫ້​ເຄັ່ງ​ຄັດ. ໂດຍ​ຜ່ານ​ບັນ­ດາ​ເຄື່ອງ­ມື​​ຄຸ້ມ​ຄອງ​ມະ­ຫາ​ພາກ ແລະ ພາ­ລະ​ບົດ­ບາດ​ ຂອງ​ເສດ­ຖະ­ກິດ​ແຫ່ງ​ລັດ​ ເພື່ອ​ຄຸ້ມ​ຄອງ​ຕະ­ຫຼາດ, ດັດ­ສົມ​ລາຍ​ໄດ້, ປະ­ສານ​ປະ­ສົມ​ຢ່າງ​ກົມ­ກຽວ​ ລະ­ຫວ່າງ​ການ​ເຕີບ​ໂຕ​ເສດ­ຖະ­ກິດ​ ກັບ​ປະຕິບັດ​ຄວາມ​ຍຸ­ຕິ​ທຳ, ຄວາມ​ກ້າວ­ໜ້າ​ທາງ​ສັງ­ຄົມ, ຊຸກ­ຍູ້​ການ​ພັດ­ທະ­ນາ​ຢ່າງ​ສຳ​ໝ່ຳສະ​ເໝີ​ລະ­ຫວ່າງ​ບັນ­ດາ​​ເຂດ, ພາກ ແລະ ບັນດາ​ຊົນ​ຊັ້ນ​ພົນ­ລະ­ເມືອງ. ກວດ­ກາ​​ການ​ຈັດ​ແບ່ງ, ຄຸ້ມ​ຄອງ ແລະ ນຳ​ໃຊ້​ທຶນ, ຊັບ​ສົມ­ບັດ​ສາ­ທາ­ລະນະ, ແກ້​ໄຂ​ສະ­ພາບ​ການ​ທີ່ບໍ່​ມີ​​ໃຜ​ເປັນເຈົ້າ​ຂອງ, ຍູ້​ຖອຍ​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຫຍໍ້­ທໍ້, ການ​ຟຸມ​ເຟືອຍ.

ກຳ­ນົດ­ແຈ້ງ​ຄວາມ​ຮັບ­ຜິດ­ຊອບ​ ຂອງ​ອຳ­ນາດ​ການ​ປົກ­ຄອງ​ຂັ້ນ​ຕ່າງໆ, ຂອງຫົວ­ໜ້າ​ສຳນັກງານອົງການ​​ລັດ ​ໃນ​ການ​ແກ້​ໄຂ​ການ​ຮ້ອງ​ຟ້ອງ, ຮ້ອງທຸກຂອງ​ປະ­ຊາ­ຊົນ. ​ແກ້​​ໄຂ​ຢ່າງ​ເຂັ້ມ​ງວດ​ຕໍ່ການ​ກະ­ທຳ​ໜ່ວງ​ໜ່ຽວ, ເຮັດ​ບໍ່​ຖືກ­ຕ້ອງ, ແຊກ​ແຊງ​ຢ່າງ​ຜິດ​ກົດ­ໝາຍ ຫຼື ຫຼົບ­ຫຼີບຄວາມ​ຮັບ­ຜິດ­ຊອບ​ ​ໃນການ​ແກ້​ໄຂ​ຄວາມ​ຮ້ອງ​ຟ້ອງ, ຮ້ອງທຸກຂອງ​ປະຊາຊົນ. ກໍ່­ສ້າງ, ປັບ­ປຸງ​ບູ­ລະ­ນະຂໍ້​ກຳ­ນົດ​ຕ່າງໆ ເພື່ອ​ໃຫ້​ປະຊາ­ຊົນ​ສະ­ແດງ​ຄວາມ​ມຸ່ງ​ມາດ​ປະ​ຖະ​ໜາ, ປະ­ຕິ­ບັດ​ສິດ​ກ່ຽວ​ກັບ​ການ​ຮ້ອງ​ຟ້ອງ ຮ້ອງ​ທຸກ, ສ້າງ​ຄວ​າມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງ­ຄົມ; ພ້ອມກັນ​ນັ້ນ​ກໍ່ກີດ​ກັ້ນ, ແກ້​​ໄຂຢ່າງ​ເຂັ້ມ​ງວດ ​ບັນ­ດາ​ການ​ກະ­ທຳ​ທີ່​ສວຍ­​ໃຊ້​ສິດ​ຮ້ອງ​ຟ້ອງ ຮ້ອງທຸກ ​ເພື່ອ​ເສກ​ສັນ​ປັ້ນ​ແຕ່ງ ໃສ່​ຮ້າຍ​ປ້າຍ​ສີ ກໍ່­ກວນ​ຄວາມ​ສະ­ຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ.

ເພີ່ມ​ທະ­ວີ​ລະ­ບົບກົດໝາຍ​ສັງ­ຄົມ​ນິ­ຍົມ​ໃນ​ທັງ​ສາມ​ຂົງ­ເຂດ: ກໍ່­ສ້າງ​ກົດ­ໝາຍ, ປະ­ຕິ­ບັດ​ກົດ­ໝາຍ ແລະ ປົກ​ປັກ​ຮັກ­ສາ​ກົດ­ໝາຍ. ສຸມ​ໃສ່​ໃນ​ການ​ກໍ່­ສ້າງ, ປັບ­ປຸງ​ບູ­ລະ­ນະ​ລະ­ບົບ​ກົດ­ໝາຍ​​ໃຫ້​ຄົບ​ຊຸດ, ທັນ​ສະໄໝ ​ດ້ວຍ​ລັກ­ສະ­ນະ​ເປີດ­ເຜີຍ ມີ​ຄວາມ​ໂປ່ງ​ໃສ​ສູງ, ເໝາະ​ສົມ​ກັບ​ເງື່ອນ­ໄຂ​ແຫ່ງ​ການ​ພັດ­ທະ­ນາ​ເສດຖະກິດ - ສັງຄົມ​ ຂອງ​ປະ­ເທດ ແລະ ຄວາມ​ຮຽກ­ຮ້ອງຕ້ອງ​ການ​ເຊື່ອມ​​ໂຍງ​ສາ­ກົນ​ໃຫ້​ເລິກ­ເຊິ່ງ​ກວ້າງຂວາງ. ດຳ​ເນີນ​ການ​ຊີ້​ນຳຢ່າງ​ແໜ້ນ​ແຟ້ນ​ ຕໍ່​ຂະ​ບວນ​ວິ­ວັດ​​ການ​ກະ­ກຽມ ແລະ ຮັບ­ຮອງຜ່ານ​ໂຄງການ​ກົດ­ໝາຍ, ຮັບ­ປະ­ກັນ​ການຊາບ​ຊືມ​ແນວ­ທາງ ທັດ­ສະ­ນະ​ຂອງ​ພັກ, ສະ­ຫຼຸບສັງ​ລວມ​ພຶດຕິ​ກຳ, ຮັບ­​ເອົາ​ໂດຍມີ​ການ​ເລືອກ​​ເຟັ້ນ​ ບົດ­ຮຽນ​ດ້ານ​ນິ­ຕິບັນຍັດ​ທີ່​ກ້າວ­ໜ້າ ​ຈາກ​ຕ່າງ­ປະ­ເທດ; ​ເຕົ້າ​ໂຮ​ວ​ສະ­ຕິ​ບັນ​ຍາ​ຂອງ​ບັນ­ດາ​ນັກ­ວິ­ທະ­ຍາ­ສາດ, ​ຜູ້​ຊ່ຽວ­ຊານ, ຄວາມ​ຄິດ​ເຫັນ​ຂອງ​ປະ­ຊາ­ຊົນ, ເປັນ­ຕົ້ນ​ແມ່ນ​ບັນ­ດາ​ເປົ້າ​ໝາຍ​ທີ່​ກ່ຽວ­ຂ້ອງ​ເຖິງ​ການ​ປະ­ຕິ­ບັດ​ກົດໝາຍ. ບັນ­ດາ​ປະ­ມວນ​ກົດ­ໝາຍ, ກົດ­ໝາຍ​ທີ່​ໄດ້​ປະ­ກາດ​ໃຊ້​ ຕ້ອງ​ຮັບ­ປະ­ກັນ​ລັກ­ສະ­ນະ​ສາ­ມາດ​ປະ­ຕິ­ບັດ​ໄດ້, ເຂົ້າ­ໃຈ​ງ່າຍ, ກຳ­ນົດ​ຢ່າງ​ລະ­ອຽດ ​ເພື່ອ​ຫຼຸດ­ຜ່ອນ​ສະ­ພາບ​ການທີ່​ຕ້ອງ​ລໍ­ຖ້າ​ເອກະສານ​ແນະ­ນຳ​ ຈຶ່ງ​ປະ­ຕິ­ບັດ​ໄດ້. ເພີ່ມ​ທະ­ວີ​ການ​ສື່​ຂ່າວ, ໂຄ­ສະ­ນາ, ອະ­ທິ­ບາຍ, ອົບຮົມ​ສຶກ​ສາ​ດ້ານ​ກົດໝາຍ​ ເພື່ອ​ປະ­ຊາ­ຊົນ​ເຂົ້າ­ໃຈ ແລະ ປະ­ຕິ­ບັດ​ດ້ວຍ​ຄວາມ​ຕື່ນ​ຕົວ. ຈັດ​ຕັ້ງ​ປະ­ຕິ­ບັດ ແລະ ປະຕິບັດກົດໝາຍ​ຢ່າງ​ເຂັ້ມ​ງວດ​, ຕໍ່­ສູ້ຕ້ານ​ບັນ­ດາ​ປະ­ກົດ​ການລະ​ເມີດ​ກົດ­ໝາຍ, ລະ­ບຽບ​ວິ­ໄນ.

ພ້ອມ​ກັນກັບການ​ເພີ່ມ​ທະ­ວີ​ການ​ຄຸ້ມ​ຄອງ​ສັງ­ຄົມ​ດ້ວຍ​ກົດ­ໝາຍ, ຍົກ​ສູງ​ຈິດ­ໃຈ “ເຄົາ­ລົບ​ກົດ­ໝາຍ”, ຕ້ອງ​​ໃຫ້​ຄວາມ​ສຳ­ຄັນ​​ແກ່ວຽກ​ງານ​ສຶກ​ສາ​ດ້ານ​ການ­ເມືອງ, ແນວ​ຄິດ, ຄຸນ­ສົມ­ບັດ, ວັດ­ທະ­ນະ­ທຳ, ສົມທົບກຳ­ລັງ​ແຮງ​ຂອງ​ກົດ­ໝາຍ ​ກັບ​ກຳ­ລັງ​ແຮງ​ດ້ານ​ຄຸນ­ສົມ­ບັດ, ວັດ­ທະ­ນະ­ທຳ ແລະ ຫາງ​ສຽງ​ສັງ­ຄົມ. ຍົກ​ສູງ​ພາ­ລະ​ບົດ­ບາດ, ຄວາມ​ຮັບ­ຜິດ­ຊອບ ​ຂອງ​ແນວ​​ໂຮມ​ປະ­ເທດ​ຊາດ​ຫວຽດ­ນາມ ແລະ ບັນ­ດາ​ພາກສ່ວນ ​ໃນ​ການ​ກໍ່­ສ້າງ, ປົກ​ປັກ​ຮັກ­ສາ​ອຳ­ນາດ​ການ​ປົກ­ຄອງ, ຮັບ­ປະ­ກັນ​ສິດ​ເປັນ​ເຈົ້າ​ຂອງ​ປະ­ຊາ­ຊົນ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ກວ້າງ­ຂວາງ ​ຂອງ​ປະ­ຊາ­ຊົນ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ, ຕໍ່­ສູ້​ສະ­ກັດ​ກັ້ນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟຸມ​ເຟືອຍ, ອາດ­ຍາ​ສິດ, ບັນ­ດາ​ປະ­ກົດ​ການ​ຫຍໍ້­ທໍ້​ອື່ນໆ​ ໃນ​ກົງ​ຈັກ​ແຫ່ງ​ລັດ ​ກໍ່​ຄື​ໃນ​ຊີ­ວິດ​ສັງຄົມ.

ເອົາ­ໃຈ­ໃສ່​​ຈັດ​ແບ່ງ​ຢ່າງ​ຈະ­ແຈ້ງ​ລະຫວ່າງ ສິດ​ອຳ­ນາດ​ໃນ​ການ​ຄຸ້ມ​ຄອງ​​ບໍ­ລິ­ຫານ ​ກັບ​ຄວາມ​ຮັບຜິດຊອບ, ​ອຳ­ນາດ​ຕຸລາການ ໃນ​ການ­ຈັດ­ຕັ້ງ ­ເຄື່ອນ­ໄຫວ ​ຂອງ​ບັນ­ດາ​ອົງ­ການ​ຍຸ­ຕິ​ທຳ. ຫັນ​ເປັນ​ລະ­ອຽດ​ບັນ­ດາ​ຫຼັກ­ການ​ພື້ນ­ຖານ​ລັດ​ຖະ​ທຳ​ມະ­ນູນ ​ກ່ຽວ​ກັບ​ພາ­ລະ​ໜ້າ­ທີ່, ໜ້າ­ທີ່​ຂອງ​ສານ​ປະ­ຊາ­ຊົນ ແລະ ໄອ​ຍະ​ການ​ປະ­ຊາ­ຊົນ. ສືບ​ຕໍ່​ປັບ­ປຸງ​ບູ­ລະ­ນະ​ອົງ​ການ­ຈັດ­ຕັ້ງ​ການ​ສືບ​ສວນ, ກຳ­ນົດ​ຢ່າງ​ຈະ­ແຈ້ງ​ ພາ­ລະ​ໜ້າ­ທີ່, ໜ້າທີ່, ສິດ​ອຳ­ນາດ ແລະ ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ­ທິ​ຜົນ ​ຂອງ​ບັນ­ດາ​ອົງ­ການ​ສືບ​ສວນ. ເອົາ­ໃຈ­ໃສ່​​ເຖິງ​ການ​ກໍ່­ສ້າງ, ປັບ­ປຸງ, ຍົກ​ສູງ​ຄວາມ​ຮູ້, ທັກ​ສະ​ອາ­ຊີບ​ສຳ­ລັບ​ແຕ່​ລະ​ຂົງ­ເຂດ​ເຄື່ອນ​ໄຫວ​ດ້ານ​ຍຸ­ຕິ​ທຳ; ປັບ­ປຸງ​ຂໍ້​ມູນ​ຂ່າວ­ສານ​ກ່ຽວ​ກັບ​ການ​ຮ່ວ​ມື​ສາ­ກົນ​ທາງ​ດ້ານ​ຍຸ­ຕິ​ທຳ ແລະ ບັນ­ດາ​ຂົງ­ເຂດ​ທີ່​ກ່ຽວ­ຂ້ອງ​. ຕັ້ງ­ໜ້າ​ກະ­ກຽມ​ຖັນ​ແຖວ​ທະ­ນາຍ­ຄວາມ, ພະ­ນັກ​ງານ​ບັນ­ດາ​ອົງ­ການ​ຍຸ­ຕິ​ທຳ, ຊ່ວຍ­ເຫຼືອ​ດ້ານ​ຍຸ­ຕິ​ທຳ​ ເພື່ອ​ມີ​ຄວາມ​ສາ­ມາດ​ເຂົ້າ​ຮ່ວມ​ການ​ດຳ­ເນີນ​ຄະ­ດີ ​​ທີ່​ມີ​ປັດ­ໃຈ​ຄົນ​ຕ່າງ­ປະ­ເທດ ແລະ ແກ້​ໄຂ​ບັນ­ດາ​ຂໍ້​ຂັດ​ແຍ້ງ​ພິດ​ພາດ​ສາ­ກົນ, ປົກ​ປັກ​ຮັກ­ສາ​​ຜົນ​ປະ­ໂຫຍດ​ແຫ່ງ​ຊາດ, ສິດ ຜົນ​ປະ­ໂຫຍດ​ທີ່​ຊອບ​ທຳ, ຖືກ​ກົດ­ໝາຍ​ ຂອງ​ບັນ­ດາ​ສຳນັກງານ, ອົງ​ການ­ຈັດ­ຕັ້ງ, ບຸກ­ຄົນ.

ເພີ່ມ​ທະ­ວີ​ການ​ສະ­ຫຼຸບ​ສັງ​ລວມພຶດຕິ​ກຳ, ປັບ­ປຸງ ແລະ ບູ­ລະ­ນະ​ທິດ​ສະ​ດີ, ທອດ​ຖອນ​ບົດ­ຮຽນ​​ກ່ຽວ​ກັບ​ກົນ​ໄກ​ ພັກ​ນຳ​ພາ, ລັດ​​ຄຸ້ມ​ຄອງ, ປະ­ຊາ­ຊົນ​ເປັນ​ເຈົ້າ​ຂອງ. ບົນ​ພື້ນ­ຖານ​ດັ່ງ­ກ່າວ, ສະ­ໜອງ​ບັນ­ດາ​ຫຼັກ​ຖານ​ວິ­ທະ­ຍາ­ສາດ​ ເພື່ອສືບ​ຕໍ່​ປ່ຽນ­ແປງ​ໃໝ່​ດ້ານ​ເນື້ອ​ໃນ, ວິ­ທີ​ການ​ນຳ­ພາ​ຂອງ​ພັກ​ ຕໍ່​ກັບ​ລັດ ແລະ ສັງ­ຄົມ; ລັດ​ເຄື່ອນ​ໄຫວ​ນັບ​ມື້​ນັບ​ມີຄວາມ​ສັກ­ສິດ ​ແລະ ມີ​ປະ​ສິດ­ທິ​ຜົນ; ປະ­ຊາ­ຊົນ​ເຂົ້າ​ຮ່ວມ​ວຽກ​ງານ​ຂອງ​ລັດ​ນັບ​ມື້​ນັບ​ຫຼາຍ.

ສືບ​ຕໍ່​ຍູ້​ແຮງ​ພາ­ລະ­ກິດ​​ການ​ປ່ຽນ­ແປງ​ໃໝ່​ປະ­ເທດ ຢ່າງ­ຮອບ­ດ້ານ ຄົບ​ຊຸດ, ສວຍ​ໃຊ້​ທຸກ​​ໂອ­ກາດ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ­ຍາກ ຄວາມ​ທົດ​ສອບ, ​ແນ່ນອນ​ວ່າ ພາ­ລະ­ກິດ​ການ​ກໍ່­ສ້າງແລະປັບ­ປຸງ​ບູ­ລະ­ນະ​ລັດ​ແຫ່ງ​ອຳ­ນາດ​ກົດ­ໝາຍ​ສັງ­ຄົມ​ນິ­ຍົມ​ ຂອງ​ປະ­ຊາ­ຊົນ, ໂດຍ​ປະ­ຊາ­ຊົນ, ເພື່ອ​ປະ­ຊາ­ຊົນ​ ຈະ​ຍາດ​​ໄດ້​ບັນດາ​ຜົນ­ງານ​ອັນ​ໃຫຍ່​ຫຼວງ​ກ່ວ​າ​​ເກົ່າ, ພາ­ໃຫ້​ປະ­ເທດ​ເຮົາ​ພັດ­ທະ­ນາຢ່າງ​ໄວແລະຍືນ​ຍົງ, ເພື່ອ​ຈຸດ­ໝາຍ “ປະຊາຊົນ​ຮັ່ງ­ມີ, ປະ­ເທດ​ຊາດ​ເຂັ້ມ­ແຂງ ມີ​ປະ­ຊາ­ທິ­ປະ­ໄຕ ຍຸ­ຕິ​ທຳ ສີ­ວິ­ໄລ”, ກ້າວ​ຢ່າງ​ໜັກ​ແໜ້ນ​ຂຶ້ນ​ສູ່​ສັງຄົມ​ນິຍົມ​./.

ໂດຍ ເຈີ່ນດ້າຍກວາງ
ກຳມະການກົມການເມືອງ,

ປະ­ທານ​ປະ­ເທດ ສາ­ທາ­ລະ­ນະ​ລັດ ສັງ­ຄົມ​ນິ­ຍົມ ຫວຽດ­ນາມ

--------------------------

(1) ໂຮ່​ຈີ​ມິນ: ນິ­ພົນ​ຄົບ​ຊຸດສຳ­ນັກ​ພິມ​ຈຳ­ໜ່າຍ​ການ­ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ. 2010, ເຫຼັ້ມ​ທີ 12, ໜ້າ​ທີ 370

* ບົດ​ທີ່​ໄດ້​ລົງ​ພິມ​ໃນ​ວາ­ລະ­ສານ​ກອມ​ມູ​ນິດ - ສະ­ບັບ​ທີ 891 (ເດືອນ​ມັງ­ກອນ 2017)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ