ວັນອາທິດ, 24/9/2017
ຍົກສູງຄຸນນະພາບ, ປະສິດທິຜົນ ຂອງວຽກງານແນວຄິດທິດສະດີ, ເປັນເຈົ້າການໃນການປ້ອງກັນ ແລະ ຕໍ່ສູ້ກັບບັນດາປະກົດການ “ຫັນປ່ຽນດ້ວຍຕົນເອງ”, “ປ່ຽນແປງດ້ວຍຕົນເອງ”
18/6/2017 16:34' ສົ່ງ ພິມ
ສະຫາຍ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງ

1- ສືບ​ຕໍ່​​ເຊື່​ມຊືມຢ່າງ​ເລິກ​ເຊິ່ງ, ຕັ້ງ​ໝັ້ນ, ​ເດັດດ່ຽວ, ໝັ້ນ​ໜຽວ​ໃນ​ການ​ກໍ່ສ້າງ​ ປັບປຸງ​ພັກ, ກຳນົດ​ຢ່າງ​ຊັດ​ເຈນ​ວ່າ ນີ້​ແມ່ນ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ທີ່​ຮີ​ຍດ່ວນ, ມີ​ລັກສະນະ​ຈຳ​ເປັນ​ແນ່ນອນ, ມີ​ຄວາມ​ໝາຍຕັດສິນ​ຕໍ່​ການ​ຄົງ​ຕົວ​ຂອງ​ພັກ, ລັດ ​ແລະ ລະບອບ​ການ​ເມືອງ.

ນັບ​ແຕ່​ເມື່ອ​ກຳ​ເນີ​ດ​ເກີດ​ຂຶ້ນມາ​ຮອດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ຍ້ອນ​ຫຼາຍ​ສາ​ເຫດ​ພາວະ​ວິ​ໄສ​ແລະອັດຕະວິ​ໄສ, ລະດັບ​ເສື່ອມ​ໂຊມທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ​ໃນ​ພະນັກງານ ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ ​ໄດ້​ສະ​ແດງ​ອອກນັບ​ມື້​ນັບ​ເຄັ່ງຮ້ອນ, ຈາກ “ພາກສ່ວນ​ໜຶ່ງ” ​ເຖິງ “ພາກສ່ວນ​ໜຶ່ງ​ທີ່​ບໍ່​ໜ້ອຍ”; ຈາກ​ການເສື່ອມ​ໂຊມທາງ​ດ້ານຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ ​ເຖິງ​ການ​ເສື່ອ​ມ​ໂຊມ, ປ່ຽນ​ທາດ​ປ່ຽນ​ສີທາງ​ດ້ານແນວ​ຄິດ​ການ​ເມືອງ. ຕໍ່ໜ້າ​ສະພາບ​ການ​ນັ້ນ, ພັກ​ໄດ້​ເປັນ​ເຈົ້າ​ການ, ​ເດັດດ່ຽວ​ຍົກ​ສູງລະດັບ​ການ​ປ້ອງ​ກັນ ​ແລະ ຕັດສິນ​ໃຈ​ຕໍ່​ສູ້, ​ຈາກ​ການ​ຕິ​ຊົມ​ຕົນ​ເອງ, ຕິ​ຊົມ, ຕຳ​ໜິວິຈານ, ກ່າວ​ປະນາມ, ຕໍ່ສູ້, ​ແກ້​ໄຂ​ປະຕິບັດ​ວິ​ໄນ ​ເຖິງ “​ເດັດດ່ຽວ, ໜຽວ​ແໜ້ນ” ຕໍ່ສູ້​ປ້ອງ​ກັນ​ແລະຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, “ຜົນປະໂຫຍ​ດໝູ່​ພວກ”, ກີດ​ກັ້ນ “ການ​ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ການ​ປ່ຽນ​ແປງ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ; ຈາກ​ບ່ອນ​ຖື​ວ່າ ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ ​ເປັນ​ເໝືອນຄວາມ​ເສຍ​ຕົວ​ຂອງ​ພະນັກງານ​ສະມາຊິກ​ພັກ ຈົນ​ເຖິງຂັ້ນ​ຖື​ວ່າ ຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, ການ​ສໍ້​ລາດ​ບັງ​ຫຼວງ, “ຜົນ​ປະ​ໂຫຍ​ດໝູ່​ພາວ​ກ” ​ເປັນ​ສິ່ງ “ຊົ່ວ​ຮ້າຍ”, “ອະທຳ” ຕໍ່​ພັກ​ແລະ​ປະຊາຊົນ. ກ່າວ​ປາ​ໄສ​ທີ່​ກອງ​ປະຊຸມ​ພະນັກງານ​ຫຼັກ​ແຫຼ່ງທົ່ວ​ປະ​ເທດ ​ເພື່ອ​ເຜີຍ​ແຜ່, ​ເຊື່ອມ​ຊືມ, ຜັນ​ຂະຫຍາຍ​ປະຕິບັດ​ມະຕິກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XII, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ເນັ້ນ​ໜັກ​ວ່າ: “ຕ້ອງ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງວ່າ ການ​ຕໍ່ສູ້, ກີດ​ກັ້ນ, ຍູ້​ຖອຍຄວາມ​ເສື່ອ​ມ​ໂຊມ​ທາງ​ດ້ານແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, ບັນດາ​ປະກົດ​ການ “ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ” ຢູ່​ພາຍ​ໃນ​ນັ້ນ ​ເປັນ​ການສູ້​ຮົບທີ່​ຫຍຸ້ງຍາກ​ຂັບ​ຂັນ​ທີ່​ສຸດ, ​ແຕ່​ບໍ່​ອາດ​ບໍ່​ເຮັດ, ຍ້ອມ​ມັນ​ພົວພັນ​ເຖິງ​ຊາຕາກຳ​ຂອງ​ພັກ​ແລະລະບອບ​ການ​ເມືອງ​ຂອງ​ພວກ​ເຮົາ”. ຂະ​ແໜງ​ໂຄສະນາ​ອົບຮົມ​ທັງ​ໝົດ ​ຕ້ອງ​ສືບ​ຕໍ່​ເຊື່ອມ​ຊືມ ​ເຜີຍ​ແຜ່ຄວາມ​ເຫັນ​ຊີ້​ນຳ​ຂອງ​ສະຫາຍ​ເລຂາທິການ​ໃຫຍ່ ​ໃຫ້​ພະນັກງານ​ສະມາຊິກ​ພັດ​ແລະ​ປະຊາຊົນ​ທຸກ​ຄົນ, ສ້າງ​ກຳລັງ​ໜູນ​ເພື່ອ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ​ແຜນການ​ເລກທີ 04 - KH/TW, ວັນ​ທີ 16 ພະຈິກ 2016 ຂອງ​ກົມ​ການ​ເມືອງ “ປະຕິບັດມະຕິ​ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານ​ສູນ​ກາງ​​ພັກ ສະ​ໄໝ​ທີ XII ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ ປັບປຸງພັກ; ກີດກັ້ນ ຍູ້ຖອຍຄວາມເສື່ອມໂຊມ ທາງດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນດຳລົງຊີວິດ, ບັນດາປະກົດການ "ຫັນປ່ຽນດ້ວຍຕົນເອງ", "ປ່ຽນແປງດ້ວຍຕົນເອງ" ຢູ່ພາຍໃນ" ດ້ວຍ 14 ກຸ່ມ​ໜ້າ​ທີ່​ຕົ້ນຕໍ, 66 ໜ້າ​ທີ່​ລະ​ອຽດ ທີ່​ປະຕິບັດ​ຕາມ​ຂັ້ນ​ຕອນ​ໃຫ້​ບັນດາ​ກະຊວງ, ຂະ​ແໜງການ​ສູນ​ກາງ, ທ້ອງ​ຖິ່ນ. ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ຄວນ​ສຸມ​ໃສ່​ປະຕິບັດ​ໃຫ້​ໄດ້​ເປັນ​ຢ່າງ​ດີ 4 ກຸ່ມ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ແນວ​ຄິດ ທິດ​ສະ​ດີ ຂອງ​ພັກ, ຕໍ່ສູ້​ປ້ອງ​ກັນ​ແລະຕ້ານ “ການ​ຜັນ​ປ່ຽນ​ໂດຍ​ສັນຕິ”.

ກ່ອນ​ອື່ນ​ໝົດ ຂະ​ແໜງການໂຄສະນາ​ອົບຮົມຕ້ອງ​ເຮັດ​ໃຫ້​ແຜນ​ນະ​ໂຍບາຍ, ​ແນວທາງ​ຂ​ອງພັກ​ເຂົ້າ​ໃນ​ຊີວິດ​ຕົວ​ຈິງ​ຂອງ​ປະ​ເທດ, ສ້າງ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ​ໃນ​ພັກ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ. ວຽກ​ງານ​ແນວ​ຄິດ​ທິດ​ສິດີ​ຕ້ອງ​ບືນ​ຕົວ​ຂຶ້ນ​ດ້ວຍ​ຕົນ​ເອງ, ປ່ຽນ​ແປງ​ໃໝ່​ຢ່າງ​ແຂງ​ແຮງ, ​ແກ້​ໄຂ​ຜ່ານ​ຜ່າຈຸດ​ອ່ອນ ຂໍ້​ຂາດ​ຕົກ​ບົກພ່ອງ​ໃຫ້​ຈົນ​ໄດ້; ຈັດ​ຕັ້ງ​ການ​ເຊື່ອມ​ຊືມ ຜັນ​ຂະຫຍາຍ​ມະຕິ, ຄຳ​ສັ່ງ​ຂອງ​ພັກ​ຢ່າງ​ມີ​ປະສິດທິ​ຜົນ, ບໍ່​ປະ​ໃຫ້​ສະມາຊິກ​ພັກ​ລະ​ແວງ​ສົງ​ໄສ, ມະຫາຊົນ​ບໍ່​ເຂົ້າ​ໃຈ​ແຈ້ງ ເມີນ​ເສີຍ.

ຄວາມ​ເປັນ​ຈິງ​ໃຫ້​ເຫັນ​ວ່າ, ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ມະຕິ, ຄຳ​ສັ່ງ​ຂອງ​ພັກ​ໃນ​ເວລາ​ທີ່​ຜ່າ​ມາ​ຍັງ​ມີຄວາມ​ຈຳກັດ, ຂໍ້​ຂາດ​ຕົກ​ບົກພ່ອງບາງ​ຢ່າງ​ດັ່ງ​ນີ້:

- ວຽກ​ງານ​ໂຄສະນາ​ບໍ່​ໄດ້​ດຳ​ເນີນ​ເປັນ​ປະຈຳ, ພຽງ​ແຕ່​ສຸມ​ໃສ່​ເວລາ​ທີ່ຫາ​ກໍ່​ອອກ​ມະຕິ, ຕົ້ນຕໍ່​ແມ່ນ​ສົ່ງ​ຂ່າວ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ​ເຜີຍ​ແຜ່ຮ່ຳຮຽນ​ມະຕິ, ຍັງ​ບໍ່​ທັນ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ສື່​ຂ່າວ​ທຳ​ຄວາມ​ກະຈ່າງ​ແຈ້ງ​ກ່ຽວ​ກັບ​ບັນດາ​ຈຸດ​ໃໝ່​ຂອງ​ມະຕິ, ບັນດາ​ວິທີ​ເຮັດ​ທີ່​ດີ, ບັນດາ​ແບບຢ່າງ​ທີ່​ເດັ່ນ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ມະຕິ.

- ອົງຄະ​ນະ​ພັກ, ​ເປັນ​ຕົ້ນ​ແມ່ນ​ຜູ້ນຳ​ໜ້າ​ອົງຄະ​ນະ​ພັກ ​ຍັງ​ບໍ່​ທັນ​ເປັນ​ແບບຢ່າງ​ໃນ​ການ​ເຊື່ອມ​ຊືມ, ​ເຜີຍ​ແຜ່​ມະຕິ​ໂດຍ​ກົງ, ຢູ່​ບາງ​ບ່ອນ​ພັດ​ອີງ​ໃສ່​ຜູ້​ຊ່ຽວຊານ​ເປັນຕົ້ນຕໍ, ​ໃຊ້​ການ​ອັດ​ເທບ-​ເປີດ​ເທບ​ໃຫ້​ຜູ້​ຟັງ; ພຽງ​ແຕ່​ເອົາ​ໃຈ​ໃສ່​ສະ​ເໜີ​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ມະຕິ, ຍັງ​ບໍ່​ທັນ​ສົມ​ທຽບ, ຕີ​ລາຄາ​ຢ່າງ​ລະອຽດ​ຄົບ​ຖ້ວຍ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ພວມ​ພົ້ນ​ເດັ່ນ​ຂຶ້ນ, ບັນດາ​ບັນຫາ​ຮ້ອນ​ເຄືອງ, “ຈຸດ​ປຶກ​ຕັນ” ຢູ່​ສຳນັກງານ​ອົງການ, ກົມ​ກອງ, ທ້ອງ​ຖິ່ນ; ຍັງ​ບໍ່​ທັນວາ​ງ​​ແຜນ​ງານ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ເພື່ອ​ແກ້​ໄຂ.

- ການ​ກວດກາ, ຊຸກຍູ້, ສະຫຼຸບ​ເບື້ອງ​ຕົ້ນ, ສະຫຼຸບ​ສັງ​ລວມ ການ​ປະຕິບັດ​ມະຕິ​ຂອງ​ພັກ ບໍ່​ໄດ້​ດຳ​ເນີນ​ຢ່າງ​ທັນ​ການ, ບາງ​ບ່ອນ ບາງ​ຄັ້ງ​ມີ​ພຽງ​ລັກສະນະ​ຮູບ​ການ, ອຽງ​ໄປ​ທາງ​ຜົນງານ, ​ເບົາ​ໄປ​ທາງ​ຕີ​ລາຈຸດ​ອ່ອນ, ຄວ​າມ​ຈຳກັດ, ຂໍ້​ຂາດ​ຕົກ​ບົກ​ພ່ອງ.

- ​ໃນ​ການ​​ຮ່ຳຮຽນ ເຜີຍ​ແຜ່, ຜັນ​ຂະຫຍາຍ​ມະຕິ, ອົງຄະ​ນະ​ພັກ​ຫຼາຍ​ແຫ່ງ​ເຄີຍ​ເອົາ​ໃຈ​ໃສ່​ແຕ່ວຽກງານນຳພາ​ຊີ້​ນຳ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ບໍ່​ໄດ້​ສຸມໃສ່ນຳພາ​ຊີ້​ນຳບັນດາ​ໜ້າ​ທີ່​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​​ຢ່າງ​ໃກ້ຊິດ, ຢູ່​ບາງ​ບ່ອນ​ໄດ້ “​ເໝົາ​ໝົດ” ​ໃຫ້​ບັນດາ​ຄະນະ, ພະ​ແນ​ກພາລະ​ບົດບາດ (ຕົ້ນຕໍ​ແມ່ນ​ການຈັດ​ຕັ້ງ, ​ໂຄສະ​ນະ​ອົບຮົມ, ຂົນຂວາຍ​ປະຊາຊົນ)... ບັນດາ​ຂໍ້​ຈຳ​ກັນ​ນີ້ ​ໄດ້​ສ້າງ​ໃຫ້​ມີ​ປະຖົມ​ປັດ​ໄຈ​ທີ່​ບໍ່​ດີ, ຈຳກັດ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ແນວ​ຄິດ ທິດ​ສະ​ດີ​ຂອງ​ພັກ. ມະຕິ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ 4 ສະ​ໄໝ​ທີ XII ຫາ​ກໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ, ​ແຕ່​ຫາງ​ສຽງ​ສັງຄົມ (ນັບ​ທັງ​ຢູ່​ພາຍ​ໃນ​ພັກ) ​ເລີ່​ມມີ​ຄວາມ​ລະ​ແວງ​ສົງ​ໄສ​ກ່ຽວ​ກັບລັກສະນະ​ປະສິດທິ​ຜົນຂອງ​ມັນ. ​ເພື່ອ​ຜ່ານຜ່າ​ສະພາບ​ການ​ນີ້, ບັນດາ​ຄະນະ​ພັກ, ​ເປັນ​ຕົ້ນ​ແມ່ນ​ຜູ້ນຳ​ໜ້າ​ ຕ້ອງ​ຖອດ​ຖອນ​ບົດຮຽນ​ຢ່າງ​ເຂັ້ມ​ງວດ, ​ເດັດດ່ຽວ​ປັບປຸງ​ວຽກ​ງານ​ແນວ​ຄິດ​ ໃນ​ຂະ​ແໜງ​ການ​ຂອງ​ຕົນ, ຢູ່​ທ້ອງ​ຖິ່ນ​ຂອງ​ຕົນ. ກຳລັງ​ໂຄສະ​ນະ​ອົບຮົມ​ຕ້ອງໃຫ້​ຄຳ​ປຶກສາ​ໃຫ້​ຄະນະ​ພັກ​ຢ່າງ​ເປັນ​ປະຈຳ ​ແລະ ຕັ້ງໜ້າ​ກວ່າ​ອີກ.

2- ຕໍ່ສູ້​ຢ່າງ​ບໍ່​ຜ່ອນຜັນ​ໃນ​ສະໜາມ​ຮົບ​ແນວ​ຄິດ ທິດ​ສະ​ດີ, ​ເຮັດໃຫ້ທຸກ​ກົນອຸບາຍ​ຕ້ານທານ​ທຳລາຍ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ ປະຕິ​ການ ຕ້ອງ​ປະລາ​ໄຊ​ລົງ, ປົກ​ປັກ​ຮັກສາ​ຮາກ​ຖານ​ແນວ​ຄິດ​ຂອງ​ພັກ​ໄວ້​ຢ່າງ​ໝັ້ນຄົງ, ປັບປຸງ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ. 

​ເປັນ​ກຳລັງ​ປະຈັນບານ​ໃນ​ສະໜາມຮົບ​ແນວ​ຄິດຂອງ​ພັກ, ​ໃນ​ສະພາບ​ການ​ປະຈຸ​ບັນ ຂະ​ແໜງ​ການ​ໂຄສະນາ​ອົບຮົມ​ຕ້ອງ​ສືບ​ຕໍ່​ຍູ້​ແຮງການ​ໂຄສະ​ນະ, ອົບຮົມ​ສຶກສາ, ຕໍ່ສູ້​ກັບ​ບັນດາ​ປະກົດ​ການ “ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ” ​ໃນ​ຂົງ​ເຂດ​ແນວ​ຄິດ, ທິດ​ສະ​ດີກາ​ນ​ເມືອງ:

ທີ​ໜຶ່ງ, ຕໍ່ສູ້​ກັບ​ບັນດາ​ປະກົດ​ການຫ່າງ​ເຫີ​ນຈາກວັດຖຸປະ​ສົງ, ອຸດົມ​ການ​ຂອງ​ພັກ. ພັກ​ກອມ​ມູນິດ​ຫວຽດນາມ​ເປັນ​ກອງ​ນຳ​ໜ້າ​ຂອງ​ຊົນ​ຊັ້ນ​ກຳມະກອນ, ພ້ອມ​ກັນ​ນັ້ນ​ ກໍ່​ເປັນ​ກອງ​ນຳ​ໜ້າ​ຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ, ຂອງ​ຊາດ​ຫວຽດນາມ; ​ເປັນ​ຕົວ​ແທນ​ທີ່​ຈົງ​ຮັກ​ພັກດີ​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນ​ກຳມະກອນ, ປະຊາຊົນ​ຜູ້​ອອກ​ແຮງ​ງານ ​ແລະ ຂອງ​ຊາດ. ນອກຈາກຜົນ​ປະ​ໂຫຍ​ດຂອງ​ຊົນຊັ້ນ​ກຳມະກອນ, ປະຊາຊົນ​ຜູ້​ອອກ​ແຮງ​ງານ, ຂອງ​ຊາດ, ຂອງ​ປະ​ເທດ​ແລ້ວ, ພັກ​ບໍ່​ມີ​ຜົນ​ປະ​ໂຫຍ​ດອື່ນ​ໃດ​ເລີຍ. ອຸດົມ​ການ​ຂອງ​ພັກ​ແມ່ນ ນຳພາ​ປະຊາຊົນ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​ແຫ່ງ​ຊາດ, ກໍ່ສ້າງ​ປະ​ເທດ​ຫວຽດນາມ​ສັງຄົມ​ນິຍົມທີ່​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ. ​ເອກະລາດ​ແຫ່ງ​ຊາດ - ສັງຄົມ​ນິຍົມ ​ເປັນ​ແນວທາງ​ການ​ເມືອງ​ທີ່​ສອດ​ຮ້ອຍ​ຕະຫຼອດ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ສ່ອງ​​ແສງ​ເຖິງ​ກົດ​ເກນ​ພາວະ​ວິ​ໄສ​ຂອງ​ການ​ປະຕິວັດ​ຫວຽດນາມ ​ແລະ ຜົນ​ປະ​ໂຫຍ​ດອັນ​ພື້ນຖານ ​ຂອງ​ປະຊາຊົນ​ຫວຽດນາມ.

​ເມື່ອ​ພັກ​ຍາດ​ອຳນາດ​ການ​ປົກຄອງ​ຍັງ​ບໍ່​ໄດ້, ຫຼື​ເມື່ອ​ພັກ​ຕ້ອງ​ປະກາດ​ຍຸບ​ເລີກ​ໂຕ​ເອງ ຖອຍ​ເຂົ້າ​ສູ່​ການ​ເຄື່ອນ​ໄຫວ​ປິດ​ລັບ, ຫຼື​ເມື່ອ​ປະ​ເທດ​ຕົກ​ໃນ​ສະພາບ​ການ​ສົງຄາມ​ຮ້າຍ​ແຮງ​ດຸ​ເດືອດ, ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຮ້ອຍ​ແປດ​ພັນ​ປະການ, ​ເງື່ອນ​ໄຂ​ເພື່ອ​ດຳ​ເນີນ​ການ​ໂຄສະນາ ອົບຮົມ​ສຶກສາ ຂົນຂວາຍ​ມະຫາຊົນ​ປະຕິວັດ​ ຍັງ​ຂາ​ດ​ເຂີນ ປະຖົມ​ປະ​ຖານ​ທີ່​ສຸດ, ​ແຕ່ ບໍ່​ວ່າ​ສະຖານະພາບຈະ​ເປັນ​ຄື​ແນວ​ໃດ, ພັກ​ກອມ​ມູນິດ​ຫວຽດນາມກໍ່​ຍັງ​ຄົງ​ເຄື່ອນ​ໄຫວ​ຢ່າງ​ເປັນ​ເຈົ້າ​ການ ​ແລະ ປະດິດ​ສ້າງ​ໃນ​ສະໜາມຮົບ​ແນວ​ຄິດ ທິດ​ສະ​ດີ, ​ເຮັດ​ໃຫ້​ພະນັກງານ ສະມາຊິກ​ພັກ ​ແລະ ມະຫາຊົນ ຮັບ​ຮູ້ລຸ​ໂລ່ງທິດ​ສະ​ດີ, ​ແນວທາງ​ຍຸດ​ທະ​ສາດ​ຂອງ​ພັກ, ພະນັກງານ ສະມາຊິກ​ພັກ​ໄດ້​ອົດທົນ​ຕໍ່​ຄວາມທຸກ​ຍາກ​ລຳບາກ​ແລະ​ເສຍ​ສະລະ, ຍາມ​ໃດ​ກໍ່​ມີ​ສະຕິ​ຮູ້ສຶກວ່າ ຕົນ​ເປັນ “ຜູ້​ຮັບ​ໃຊ້​ຂອງ​ປະຊາຊົນ”, ກຽມ​ຄວາມ​ພ້ອມ​ນຳ​ໜ້າ​ຕະລຸມບອນ “​ເປີດ​ທາງ”, ຍ້ອນ​ແນວ​ນັ້ນ​ຈຶ່ງ​ກໍ່ສ້າງ, ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ສະໜິດ​ຕິດ​ແທດ​ແບບ​ກາຍ​ອິນ​ຊີ​ ລະຫວ່າງ​ພັກ ​ແລະ ປະຊາຊົນ, ສ້າງ​ຄວາມ​ໄວ້​ວາງ​ໃຈ​ອັນ​ໜັກ​ແໜ້ນ​ແຮງ​ກ້າ​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ. ຍ້ອນ​ອາ​ໃສ​ຄວາມ​ໄວ້​ວາງ​​ໃຈ​ອັນ​ໜັກ​ແໜ້ນ​ແຮງ​ກ້ານັ້ນ, ການ​ປະຕິວັດ​ຈຶ່ງ​ມີ​ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ສ້າງ​ເປັນ​ກະ​ແສ​ຟອງ​ປະຕິວັດ​ອັນ​ແຮງ​ກ້າ​ໃຫຍ່​ໂຕ ເໝືອນ​ດັ່ງ​ນ້ຳຕົກຕາດ​ກວາດ​ລ້າງພວກ​ສັດຕູ​ປຸ້ນ​ຊາ​ດແລະ​ຂາຍ​ຊາດ​ ອອກ​ຈາກຜືນ​ແຜ່ນດິນ​ຂອງ​ປະ​ເທດຫວຽດນາມ. ພາຍ​ຫຼາງ​ທີ່​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ທົ່ວ​ປະ​ເທດ​ກ້າວ​ຂຶ້ນສູ່ສັງຄົມ​ນິຍົມ​ ໃນ​ສະຖານະ​ພາບ​ທີ່​ມີ​ຄວາມຫຍຸ້ງຍາກ​ສັບສົນ​ແລະສິ່ງທ້າ​ທາຍຫຼາຍ​ທີ່​ສຸດ, ​ເປັນ​ຕົ້ນ​ແມ່ນ​ເມື່ອ​ສະຫະພາບ​ໂຊ​ວຽດ ​ແລະ ບັນດາ​ປະ​ເທດສັງຄົມ​ນິຍົມຢູ່​ເອີຣົບຕາ​ເວັນ​ອອກ ​ລົ້​ມລະລາຍ​ລົງ, ຍ້ອນ​ພັກ​ກອມ​ມູນິດ​ຫວຽດນາມມີ​ຄວາມ​ຕັ້ງ​ໝັ້ນ​ໃນ​ວັດ​ຖຸປະສົງ, ອຸດົມ​ການ ​ແລະ ຕັດສິນ​ໃຈ​ປ່ຽນ​ແປງ​ໃໝ່, ຍ້ອນ​ໄດ້​ເຮັດ​ເປັນ​ຢ່າງ​ດີ​ວຽກ​ງານ​ອົບຮົມ​ສຶກສາ​ແນວຄິດ​ການ​ເມືອງ​ໃນ​ພັກ, ດັ່ງ​ນັ້ນ ຈຶ່ງ​ໄດ້​ສ້າງ​ກຳລັງ​ໜູນ​ທາງ​ດ້ານ​ຈິດ​ໃຈ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ຍາດ​ໄດ້ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ.

ທີ​ສອງ, ຕໍ່ສູ້​ຕ້ານ​ກັບ​ບັນດາ​ປະກົດ​ການ ລະ​ແວງ​ສົງ​ໄສ, ປະຕິ​ເສດ, ຂາດ​ຄວາມ​ຕັ້ງ​ໝັ້ນ​ໃນ​ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ; ບໍ່​ເຂັ້ມ​ງວດ​ໃນ​ການ​ຮ່ຳຮຽນ, ​ເຊື່ອມ​ຊືມມະຕິ​ຂອງ​ພັກ, ​ເວົ້າ​ແລະ​​ເຮັດບໍ່​ຖືກ​ກັບ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ.

​ໄຊຊະນະ​ອັນສະຫງ່າ​ລາສີ​ຂ​ອງການ​ປະຕິວັດ​ຫວຽດນາມ​ໃນ​ຕະຫຼອດ 87 ປີ​ທີ່​ຜ່ານ​ມາ ​ລ້ວນ​ແຕ່​ເລີ່ມຈາກການ​ໝູນ​ໃຊ້ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​​ໂຮ່ຈີ​ມິນ ​ເຂົ້າ​ໃນ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ຫວຽດນາມ ​ໃນ​ແຕ່ລະ​ໄລຍະ​ປະຕິວັດ; ​ໃນ​ນັ້ນ​ມີ​ບົດຮຽນ​ທີ່​ລ້ຳ​ຄ່າ​ທີ່​ສຸດ​ຄື ນຳ​ໃຊ້​ກຳລັງ​ແຮງ​ສັງ​ລວມຂອງ​ປວງ​ຊົນ​ທັງ​ຊາດ ​ເພື່ອ​ທັບ​ມ້າງ​ຄວາມ​ຮຸນ​ແຮງ​ຝືນ​ປະຕິວັດ. ​ໃນ​ຂະ​ບວນວິວັດ​ການ​ໝູນ​ໃຊ້ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​​ໂຮ່ຈີ​ມິນ, ພັກ​ກອມ​ມູນິດ​ຫວຽດນາມຍາມ​ໃດ​ກໍ່​ເຊີດ​ຊູທິດ​ນຳ “ສັດຈະທຳ​ແມ່ນ​ລະອຽດ​ຕົວ​ຈິງ, ປະຕິວັດ​ແມ່ນ​ປະດິດ​ສ້າງ”, ຍາມ​ໃດ​ກໍ່​ຕໍ່ສູ້​​ເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ພະຍາດຄຳ​ພີຕາ​ຍຕົວ ຫຼື​ອັດຕະວິ​ໄສ​ ເຈດ​ຈຳນົງນິຍົມ, ມີ​ສະຕິ​ລະວັງ​ຕົວ​ເພື່ອ​ກີດ​ກັ້ນ​ໄພ​ແຫ່ງ​ຄວາມ​ຫຼົງ​ທິດ​ທາງ​ດ້ານ​ແນວທາງການ​ເມືອງ. ປະຈຸ​ບັນ, ມີ​ສະມາຊິກ​ພັກ​ບາງ​ຄົນ​ສະ​ແດງ​ທ່າ​ທີ່​ລະ​ແວງ​ສົງ​ໄສ​ຕໍ່ລັກສະນະ​ຖືກຕ້ອງ, ລັກສະນະສັດຈະທຳ​ຂອງລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​​ໂຮ່ຈີ​ມິນ; ຊ້ຳບໍ່​ໜຳຍັງມີ​ສະມາຊິກ​ພັກ​ໃຫ້​ທັດສະນະ​ວ່າ: “ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​​ໂຮ່ຈີ​ມິນ ດຽວ​ນີ້​ຖືກ​ຫຼ້າ​ສະ​ໄໝ​ໄປ​ແລ້ວ”. ນີ້​ເປັນຄວາມ​ເສື່ອ​ມ​ໂຊມ​ທີ່​ຮ້າຍ​ແຮງ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ​ເປັນ​ການ​ສູນ​ເສຍ​ທິດ​ທາງ​ທິດ​ສະ​ດີ​ປະຕິວັດ. ​ເມື່ອ​ໄດ້​ຮັບ​ເຂົ້າ​ເປັນ​ສະມາຊິກ​ພັກ, ສະມາຊິກ​ພັກ​ແຕ່ລະຄົນ​ລ້ວນ​ແຕ່​ໄດ້ປະຕິຍານ “ຕະຫຼອດ​ຊີວິດ​ຈົງ​ຮັກ​ພັກດີ ​ສູ້​ຊົນ​​ເພື່ອ​ອຸດົມ​ການ​ປະຕິວັດ​ຂອງ​ພັກ, ຢຶດໝັ້ນ​ໃນລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​​ໂຮ່ຈີ​ມິນ, ອອກ​ແຮງ​ຮ່ຳຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ປະຕິວັດ...”, ​ແຕ່​ຫາກ ພາຍຫຼັງ​ທີ່​ໄດ້​ເຂົ້າ​ເປັນ​ສະມາຊິກ​ພັກ​ແລ້ວ, ​ໄດ້​ຮັບ​ມອບ​ໝາຍ​ໜ້າ​ທີ່​ສິດ​ອຳນາດ ມີ​ຖານະ​ຕຳ​ແໜ່​ງ​ແລ້ວ ພັດ​ບໍ່​ຍອມ​ຮ່ຳຮຽນຍົກ​ສູງ​ລະດັບ​ຄວາມ​ຮູ້​ທິດ​ສະ​ດີ, ​ເກີ​ດ​ແນວ​ຄິດ​ອັດຕະ​ໃສ, ພໍ​ໃຈ​ນຳ​ບົດຮຽນ​ທີ່​ມີ​ຢູ່, ບາງ​ຄົມ​ພັດ​ມີ​ຄວາມ​ສົງ​ໄສ​ຕໍ່​ລະບົບ​ແນວ​ຄິດ​ຂອງ​ພັກ, ຕິຕຽນ​ພັກ​ຂອງ​ຕົນ - ນັ້ນ​ເປັນ​ການລະ​ເມີດຫຼັກ​ການ​ພັກ, ຂາດ​ຄຸນ​ລັກສະນະ ຄຸນສົມບັດ​ການ​ເມືອງ​ຂອງ​ພະນັກງານ ສະມາຊິກ​ພັກ, ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ອິດ​ທິພົນ​ຂອງ​ພັກ. ບາງ​ຄົນ​ມີ​ປະກົດ​ການ​ເສື່ອ​ມ​ໂຊ​ມທາງ​ດ້ານແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, ສະ​ແດງ​ອອກ​ເຖິງ​ຄວາມຫວາດ​ຫວັ່ນສັ່ນ​ຄອນ, ລະ​ແວງສົງ​ໄສ, ຫ່າງ​​ເຫີນວັດຖຸ​ປະສົງ ອຸດົມ​ການ​ອັນ​ສູງ​ສົ່ງ​ຂອງ​ພັກ, ​ເປັນ​ຜົນ​ກະທົບ​ບໍ່​ດີ​ເຖິງ​ຄວາມ​ຮັບ​ຮູ້, ຄວາມ​​ໄວ້​ວາງ​ໃຈຂອງ​ພະນັກງານ ສະມາຊິກ ປະຊາຊົນ ຕໍ່ສັງຄົມ​ນິຍົມ ​ແລະ ​ເສັ້ນທາງ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ ຂອງ​ປະ​ເທດ​ຊາດ. ​ໃນ​ພາກ​ຕົວ​ຈິງ, ຜູ້​ຄົນ​ເຫຼົ່ານີ້ ຕິດ “​ໂຕ​ອັກສອນ​ກອມ​ມູນິດ​ເທິງ​ໜ້າຜາກ” ​ແຕ່​ການ​ກະ​ທຳພັດຝືນ​ຕໍ່​ວັດຖຸ​ປະສົງ ອຸດົມ​ການ​ຂອງ​ພັກ, ​ເປັນ​ຜົນ​ສະທ້ອນ​ເຖິງ​ຄວາມ​ເຊື່ອ​ຖື​ຂອງ​ປະຊາຊົນ, ສ້າງ​ຊ່ອງ​ວ່າງ​ໃຫ້​ບັນດາ​ອິດ​ທິກຳລັງ​ສັດຕູ ປະຕິ​ການ​ຕ້ານ​ກັບພັກ ທຳລາຍ​ພັກ. ວຽກ​ງານ​ແນວ​ຄິດ​ ທິດ​ສະ​ດີຕ້ອງ​ເດັດດ່ຽວ​ຕໍ່ສູ້, ຕຳໜິວິພາ​ກ, ​ແກ້​ໄຂ​ຜ່ານ​ຜ່າປະກົດ​ການ​ທີ່​ເປັນ​ອັນຕະລາຍ​ນີ້. ລະ​ແວງ​ສົງ​ໄສ, ບໍ່ຫັນ​ໜ້າມາ​ຫາ​ທິດ​ສະ​ດີກາ​ນ​ເມືອງ, ຂາດ​ຄວາມ​ຕັ້ງ​ໝັ້ນ​ໃນ​ຫຼັກການແນວ​ຄິດ​ການ​ເມືອງ, “ໝິ່ນ​ປະ​ມາດ​ທິດ​ສະ​ດີ”, ຄື​ດັ່ງ​ທີ່​ລຸງ​ໂຮ່​ໄດ້​ກ່າວ​ເຕືອນ, ​ເປັນ​ພະຍາດ​ທີ່​ອັນຕະລາຍ​ທີ່​ສຸດ ຊຶ່ງ​ຈະ​ພາ​ໃຫ້​ເກີດ​ຜົນ​ຮ້າຍທີ່​ບໍ່​ອາດ​ຄາດກະ​ໄດ້.

ຜ່ານ​ການ​ກວດກາ​ການ​ຮ່ຳຮຽນ​ຄົ້ນຄວ້າ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ຄຳ​ສັ່ງ​ເລກທີ 05-CT/TW ຂອງ​ກົມ​ການ​ເມືອງ​ສູນ​ກາງພັກ​ ສະ​ໄໝ​ທີ XII ກ່ຽວ​ກັບ “ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ”, ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 4 ສະ​ໄໝ​ທີ XII ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ, ປັບປຸງ​ພັກ ​ໄດ້​ໃຫ້​ເຫັນ​ວ່າ, ຍັງມີພະນັກງານ​ ສະມາຊິກ​ພັກ​ຈຳນວນ​ບໍ່​ໜ້ອຍ ທີ່​ຮ່ຳຮຽນ​ມະຕິ, ວາງ​ໂຄງການ ​ແຜນ​ງານ​ການ​​ເຄື່ອນ​ໄຫວ ​ບໍ່​ຖືກຕ້ອງ​ຕາມ​ການ​ຊີ້​ນຳ, ມີ​ລັກສະນະ​ຮູບ​ການ, ມາ​ຮຽນ​ຈົດ​ຊື່​ໃຫ້​ຄົບ​ໜ້າ, ບໍ່​ອ່ານ​ເອກະສານ, ບໍ່ຮ່ວມ​ການ​ປຶກສາ​ສົນທະນາ, ຊ້ຳ​ບໍ່​ໜຳ​ມີ​ຄົນ​ໄດ້​ເວົ້າ​ແບບ​ອັດຕະວິ​ໄສ​ວ່າ ​ມະຕິ​ບໍ່​ມີອັນ​ໃໝ່, ຮູ້​ໝົດ​ແລ້ວ. ບັນດາ​ຜູ້​ທີ່​ຮຽນ​ມະຕິ​ແບບ​ພໍ​ເປັນ​ຮີດ​ຄື​ແນວ​ນັ້ນ ບໍ່​ສາມາດ​ມີ​ຄວາມ​ຮູ້​ທິດ​ສະ​ດີ​ແລະ​ຫຼັກ​ໝັ້ນ​ການ​ເມືອງ​ຢ່າງ​ພຽງພໍ​ ເພື່ອ​ໂຄສະ​ນະ​ເຜີຍ​ແຜ່, ຂົນຂວາຍ​ປະຊາຊົນ, ​ເປັນ​ໂຄມ​ໄຟ​ສ່ອງ​ແສງສະຫວ່າງ, ​ແຜ່​ລາມ​ມະຕິ​ຂອງ​ພັກ​ເຂົ້າ​ໃນ​ທ້ອງ​ຖິ່ນ, ສຳນັກງານ​ອົງການ, ກົມ​ກອງ; ຊ້ຳ​ບໍ່​ໜຳ​ມີ​ຄົນ​ບໍ່​ເຂົ້າ​ໃຈ​ແນວທາງ​ຂອງ​ພັກ, ​ເວົ້າ​ແລະ​ເຮັດ​ຝືນ​ກັບ​ມະຕິ, ຝືນ​ກັບ​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ. ວຽກ​ງານ​​ແນວ​ຄິດ​ທິດ​ສະ​ດີ​ຕ້ອງ​ສຸມ​ໃສ່​ການ​ຕໍ່ສູ້​ຢ່າງ​ມີ​ແຮງ​ຈູ​ງ​ໃຈ, ມີ​ວິທະຍາສາດ​ ເພື່ອ​ປົກ​ປັກ​ຮັກສາ​ຮາກ​ຖານ​ແນວ​ຄິດ​ຂອງ​ພັກ​ໃຫ້​ໄດ້​ຢ່າງ​ໝັ້ນຄົງ.

ທີ​ສາມ, ປ່ຽນ​ແປງ​ໃໝ່, ຍົກ​ສູງ​ຄຸນ​ນະພາ​ບ ປະສິດທິ​ຜົນ​ຂອງ​ວຽກ​ງານ​ອົບຮົມ​ສຶກສາທິດ​ສະ​ດີກາ​ນ​ເມືອງຢູ່​ໃນ​ພັກ, ​ໃນ​ລະບົບ​ການ​ສຶກສາ​ແຫ່ງ​ຊາດ.

​ປະຈຸ​ບັນ ໃນ​ທົ່ວ​ປະ​ເທດມີ​ ສູນ​ອົບຮົມ​ສຶກສາ​ການ​ເມືອງ​ຂັ້ນ​ເມືອງປະມານ 700 ​ແຫ່ງ, ​ໄຮ​ງຮຽນ​ການ​ເມືອ​ແຂວງ 63 ​ແຫ່ງ, ສະ​ຖາ​ບັນ​ການ​ເມືອງ​ພາກ 4 ​ແຫ່ງ, ສະ​ຖາ​ບັນວາລະສານ​ສາດ​ແລະ​ໂຄສະນາ​ການ 1 ​ແຫ່ງ, ສາ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ 1 ​ແຫ່ງ, ສະ​ຖາ​ບັນ​ການ​ປົກຄອງ​ແຫ່ງ​ຊາດ 1 ​ແຫ່ງ. ບັນດາ​ອົງການ​ເຫຼົ່າ​ນີ້​ຮັບຜິດ​ຊອບ​ສະ​ເພາະ ​ການຝຶກ​ອົບຮົມ​ທາງ​ການ​ເມືອງແລະການ​ຄຸ້ມ​ຄອງ​ລັດ ​ໃຫ້​ຖັນ​ແຖວ​ພະນັກ​ງານ ສະມາ​ຊິກຊັ້ນ​ຕ່າງໆ, ນັບ​ທັງອົບຮົມ​ຜູ້​ທີ່​ກຽມ​ເຂົ້າ​ພັກ ​ແລະ​ອົບຮົມຜູ້​ທີ່​ເຂົ້າ​ຮ່ວມ​ແຫຼ່ງສຳຮອງພະນັກງານ​ການ​ນຳ​​ໃນລະບົບ​ການ​ເມືອງ. ຕາມ​ລາຍ​ງານ​ປະຈຳ​ປີ, ພາຍຫຼັງ​ແຕ່​ລະສະ​ໄໝ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ, ບັນດາ​ພື້ນຖານ​​ເທິງນີ້​ໄດ້​ຝຶກ​ອົບຮົມ, ບຳລຸງ​ສ້າງພະນັກງານປະ​ເພດ​ຕ່າງໆ ຊັ້ນ​ຕ່າງໆ​ ເປັນ​ຈຳນວນ​ຫຼາຍທີ່​ສຸດ (​ເປັນ​ລ້ານ​ເທື່ອ​ຄົນ​ຕໍ່​ປີ), ​ແຕ່​ຄຸນ​ນະພາ​ບພັດ​ບໍ່​ໄດ້​ຕາມ​ຄວາມ​ປະສົງ ຍ້ອນ​ບັນດາ​ພື້ນຖານ​ກໍ່ສ້າງ​ພະນັກງານມັກ​ແລ່ນຕາມ​ປະລິມານ, ​ແລ່ນ​ຕາມ​ຮູບ​ນອກ (ມອບ​ປະກາດ​ສະ​ນິຍະ​ບັດ​ແລະ​ໃບຢັ້ງຢືນ​ໃຫ້​ໄດ້​ເປັນ​ຈຳນວນ​ຫຼາຍ, ນັບ​ທັນ​ປະລິນຍາ​ໂທ ປະລິນຍາ​ເອກ); ສ່ວນ​ຜູ້​ຮຽນ​ກໍ່​ພະຍາຍາມ “​ແລ່ນ” ​ໃຫ້​ຈົບ​ຫຼັກສູດ ສຳເລັດ​ຊຸດ​ຮຽນ ດ້ວຍ​ຄະ​ແນນ​ສູງ, ​ເພື່ອ​ມີ​ຄົບ​ເງື່ອນ​ໄຂທີ່ “ສຳຄັນ​ແລະ​ຕັດສິນ” ສຳລັບ​ການ​​ແຕ່ງ​ຕັ້ງ, ເລື່ອນ​ຊັ້ນ​ຕຳ​ແໜ່​ງຂຶ້ນ​ສູງ, ບໍ່​ເອົາ​ໃຈ​ໃສ່​ເຖິງ​ຈຸດປະສົງຍົກ​ສູງ​ລະດັບ​ຄວາມ​ຮູ້ ຫຼັກ​ໝັ້ນ​ການ​ເມືອງ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງໜ້າ​ທີ່ວຽກ​ງານທີ່​ອົງການ​ພັກ​ມອບ​ໝາຍ​ໃຫ້. ລະບົບ​ການ​ສຶກສາ​ແຫ່ງ​ຊາດ​ມີ​ໂຮງຮຽນ​ຫຼາຍ​ພັນ​ແຫ່ງ ນັບ​ແຕ່​ຊັ້ນ​ປະຖົມ​ ເຖິງ​ມັດທະຍົມ, ອຸດົມ, ວິທະຍາ​ໄລ, ມະຫາວິທະຍາ​ໄລ (ສະ​ເພາະ​ມະຫາວິທະຍາ​ໄລ, ວິທະຍາ​ໄລ, ສະ​ຖາ​ບັນບັນດິດ​ເກືອບ 800 ​ແຫ່ງ), ​ໂດຍ​ແລ້ວ​ແຕ່​ລະດັບ​ຄວາມ​ຕ້ອງການ ຈະ​ມີ​ບັນດາ​ຫຼັກສູດການ​ສຶກສາແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ (ຍັງ​ບໍ່​ທັນ​ເວົ້າ​ເຖິງບັນດາ​ຫົວ​ຂໍ້ ​ແລະ ບັນດາ​ຮູບ​ການ​ທີ່​ຕິດ​ກັບ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03, ຄຳ​ສັ່ງ​ເລກທີ 05), ​ແຕ່​ຫຼັກສູດ ​ແລະ ​ເອກະສານ​ພັດ​ຫຼ້າ​ຫຼັງ, ວິທີ​ສິດສອນ​ແບບ​ຍັດ​ຄວາມຮູ້​​ໃສ່ໃຫ້​ຫຼາຍ, ​ເນື້ອ​ໃນ​ແຂງ​ກະດ້າງ, ບໍ່​ດຶງ​ດູດ​ຈັບໃຈ​ຜູ້​ຮຽນ. ​ດັ່ງນັ້ນຜົນ​ໄດ້​ຮັບ​ຈຶ່ງ​ຕ່ຳ, ຜູ້​ຮຽນ​ບໍ່​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ​ຕາມ​ຄຸນຄ່າ, ຈິດ​ໃຈ​ເນື້ອ​ໃນ, ຄຸນ​ປະ​ໂຫຍ​ດຂອງ​ທິດ​ສະ​ດີກາ​ນ​ເມືອງ, ກົງ​ຂ້າມ ມີ​ຈິດຕະສາດຄິດ​ງໍ້, ​ເບື່ອ​ການ​ຮ່ຳຮຽນ​ທິດ​ສະ​ກີດ​ການ​ເມືອງ. ຄຽງ​ຂ້າງ​ນັ້ນ ຍັງ​ມີ​ຂໍ້​ຈຳກັດ, ຈຸດ​ອ່ອນຫຼາຍ​ຢ່າງ​ໃນ​ວຽກ​ງານ​ສະຫຼຸບ​ສັງ​ລວມພຶດຕິ​ກຳ, ຄົ້ນຄວ້າ​ວິທະຍາສາດ ກ່ຽວ​ກັບ​ບັນດາ​ພື້ນຖານ, ບັນດາ​ບັນຫາ​ໃໝ່ທີ່​ມີ​ລັກສະນ​ະເພີ່ມ​ເຕີມ, ພັດທະນາ​ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ ​ໃນ​ສະພາບ​ການ​ໃໝ່​ຂອງ​ໂລກ​ແລະ​ຫວຽດນາມ. ສະພາບ​ຄວາມ​ຈິງ​ດັ່ງກ່າວ​ເທິງ​ນີ້ ພວມ​ເປັນຄວາມ​ເປັນ​ຫ່ວງ ຄວາມ​ເອົາ​ໃຈ​ໃສ່​ຂອງ​ການ​ນຳ​ພັກ​ແລະ​ລັດ, ຮຽກຮ້ອງ​ໃຫ້​ຂະ​ແໜງ​ການ​ໂຄສະ​ນະ​ອົບຮົມ​ ຕ້ອງ​ທຸ່ມ​ເຫື່ອ​ເທ​ແຮງ​ເຂົ້າ​ໃນ​ວຽກ​ງານ​ເປັນ​ທີ່​ປຶກສາ​ຊ່ວຍໃຫ້​ກົມ​ການ​ເມືອງ, ຄະນະ​ເລຂາ​ທິການ ຊີ້​ນຳ​ນຳພາ​ຢ່າງ​ເດັດດ່ຽວ, ​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ “ທິດ​ສະ​ດີ​ແລ່ນ​ຕາມ​ພາກ​ປະຕິບັດ​ຕົວ​ຈິງ, ອະທິບາຍ​ບັນຍາຍ​ພຶດຕິ​ກຳ” ຫຼື​ຫ່າງ​ເຫີ​ນພາກ​ຕົວ​ຈິງ.

ທີ​ສີ່, ຕໍ່ສູ້​ຕ້ານ​ບັນດາ​ປະກົດ​ການຂອງລັດທິ​ປະຕິບັດ​ນິຍົມ, ມັກ​ລ່ຳລວຍ; ບໍ່​ສືບ​ຕໍ່, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ສະຫງ່າ​ງາມ, ຄຸນຄ່າ​ຄຸນສົມບັດ​ປະຕິ​ວັດ ​ແລະ ​ແບບ​ແຜນ​ດຳລົງ​ຊີວິດ​ອັນ​ສູງ​ສົ່ງ​ຂອງ​ບັນພະບຸລຸດ,  ບໍ່​ເປັນ​ແບບຢ່າງ​ທີ່​ໃສ​ແຈ້ງ​ໃຫ້​ມະຫາຊົນ​ເຮັດ​ຕາມ​ແບບ, ຊຶ່ງ​ເປັນ​ການ​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພັກ​ກອມ​ມູນິດ​ຫວຽດນາມທີ່​ສະຫງ່າ​ງາມ ​ແລະ ຊາດ​ຫວຽດນາມ​ທີ່​ພິລະ​ອາດ​ຫານ.

​ໃນ​ຂະ​ບວນວິວັດ​ການ​ນຳພາ​ປະຕິວັດ​ຫວຽດນາມ, ສະມາຊິກ​ພັກ​ໄດ້​ຍອມ​ທົນ​ທຸກ​ຍາກ​ລຳບາກ ຍອມ​ເສຍສະຫຼະ, ສູ້​ຊົນ​ປະຕິບັດ​ພາລະກິດ​ລວມ, ​ເປັນ​​ແບບຢ່າງນຳ​ໜ້າ​ສູ້​ຮົບ​ເພື່ອ​ອະນາຄົດ​ຂ​ອງຊາດ, ບໍ່​ຄິດ​ເຖິງ​ຜົນ​ປະ​ໂຫຍ​ດຊື່​ສຽງ​ສ່ວນ​ຕົວ. ມີ​ແຕ່​ຄື​ແນວ​ນັ້ນ, ພັກ​ຈຶ່ງ​ມີ​ອິດ​ທິພົນ​ນຳພາ​ພາລະກິດ​ການ​ປະຕິວັດ, ນຳ​ເອົາອິດ​ສະລະ​ເສລີ, ຄວາມ​ຜາ​ສຸກ​ມາ​ໃຫ້​ປະຊາຊົນ, ພາ​ປະ​ເທດ​ໄປ​ສູ່​ອະນາຄົດ​ອັນ​ສະຫວ່າງ​ສະ​ໄຫວ. ​ແຕ່​ປະຈຸ​ບັນ, ມີ​ພະນັກງານ ສະມາຊິກ​ພັກ​ຫັນ​ມາ​ປະຕິ​ເສດ​ພາລະກິດ​ການ​ຕໍ່ສູ້​ທີ່​ຫຍຸ້ງຍາກ​ລຳບາກ, ສະຫງ່າ​ງາມ​ຂອງ​ພັກ, ຂອງ​ຊາດ, ​ເຂົາ​ຖື​ວ່າ ນັ້ນ​ເປັນ “ຄວາມ​ເສຍ​ຫາຍ​ທີ່​ບໍ່​ມີ​ຄວາມ​ໝາຍ; ຕາມ​ຄວນ​ບໍ່​ຈຳ​ເປັນ​ຕ້ອງ​ຕໍ່ຕ້ານ​ກໍ່ຍັງ​ສາມາດ​ຮັກສາ​ເອກະລາດ​​ແຫ່ງຊາດ​ໄວ້​ໄດ້”. ນີ້​ບໍ່​ພຽງ​ແຕ່​ເປັນ​ການ​ຫຼົງ​ປົນ​ເປ​ອະສະຕິ​ເທົ່າ​ນັ້ນ​ ​ແຕ່​ຍັງ​ເປັນຄວາມ​ຕັ້ງ​ໃຈ​ບິດ​ເບືອນ​ປະຫວັດສາດ​ຂອງ​ຊາດ ທີ່​ພັກ, ລຸງ​ໂຮ່ ​ແລະ​ປະຊາຊົນ​ຫວຽດນາມ​ ໄດ້​ຂຽນ​ດ້ວຍ​ເລືອ​ດເນື້ອ​ຂອງ​ຕົນ. ​ໄຊຊະນະ​ຂອງ​ຊາດ​ຫວຽດນາມ ​ແມ່ນ​ໝາກຜົນ​ຂອງ​ກຳລັງ​ແຮງ​ສັດຈະທຳ​ແຫ່ງ​ຍຸກ​ສະ​ໄໝ​ ​ຈາກ​ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ. ພິຈາລະນາ​ທາງ​ດ້ານ​ຄຸນສົມບັດ, ນັ້ນ​ແມ່ນ​ກຳລັງ​ແຮງ​ຂອງ​ຄວາມ​ເປັນ​ທຳ​ທີ່​ຊະນະ​ຄວາມ​ອະທຳ​, ຂອງ​ຄວາມ​ດີ​ມີ​ກຸສົນ​ຊະນະ​ຄວາມ​ຊົ່ວ​ອະກຸສົນ; ​ແມ່ນ​ກຳລັງ​ແຮງ​ຂອງ​ນ້ຳ​ໃຈ​ຮັກ​ຊາດ, ຮັກ​ເຊື້ອ​ແນວ. ​ແຕ່​ໜ້າ​ເສຍດາຍ, ບັນດາ​ຄຸນຄ່າ​ທີ່​ສູງ​ສົ່ງ​ຄື​ແນວ​ນັ້ນ​ພັດ​ຖື​ກປິດ​ບັງ​ເຄືອບ​ຄຸມ​ຍ້ອນ​ແນວ​ຄິດ​ສວຍ​ໂອກາດ​ການ​ເມືອງຈັດ​ໂພດ ທີ່​ເຕັມ​ໄປ​ດ້ວຍ​ສີສັນ​ຂອງ​ອັນ​ທີ່​ເອີ້ນ​ວ່າ “ວິຈານ​ປະຊາທິປະ​ໄຕ”, “​ແກ້​ໃໝ່​ປະຫວັດສາດ”. ​ໃນ​ພາກ​ຕົວ​ຈິງ ນັບ​ມື້​ນັບ​​ເກີດມີ​ຫຼາຍກໍລະນີ, ​ເຫດ​ການ​ທີ່​ເຈັບ​ໃຈ, ສັບສົນ, ​ເຄັ່ງຮ້ອນ​ທີ່​ພົວພັນ​ເຖິງ​ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ເສື່ອ​ມ​ໂຊມ​ທາງ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ. ສາ​ເຫດ​ທີ່​ໄດ້​ສັງ​ເຂ​ບ​ເຂົ້າ​ກໍ່​ຄື ຍ້ອນ​ການ​ປ່ຽນ​ສັນຖານ, ຂໍ້​ຜິດພາດ, ຈຸດ​ອ່ອນ​ຂອງ​ວຽກ​ງານຈັດ​ຕັ້ງ, ພະນັກງານ​ຂອງ​ພັກ; ວຽກ​ງານ​ກວດກາ, ຕິດຕາມ​ກວດກາ ​ບໍ່​ໄດ້​ດຳ​ເນີນ​ເປັນ​ປະຈຳ, ​ເຂັ້ມ​ງວດ, ຫຼາຍ​ກໍລະນີ ຄະດີ​ຖືກ​ຄົ້ນ​ເຜີຍ ກ່າວ​ຟ້ອງ​ກ່ອນ​ອື່ນ​ແມ່ນໂດຍ​ຫາງ​ສຽງ​ສັງຄົມ, ສື່​ມວນ​ຊົນ; ການ​ແກ້​ໄຂ​ລົງ​ໂທດ​ພະນັກງານ ​ສະມາ​ຊິກ​ພັກ ຖື​ວ່າ​ໄດ້​ເຮັດ​ຢ່າງ​ເຂັ້ມ​ງວດ, ຖືກ​ກົດໝາຍ, ຖືກ​ຫຼັກການ ວິ​ໄນຂອງ​ພັກ, ​ແຕ່​ຫາງ​ສຽງ​ສັງຄົມ​ຍັງ​ຖື​ວ່າຍັງ “ຜ່ອນ​ເບົາ”, ລະດັບ​ວິ​ໄນ​ບໍ່ພໍ​​ໃຫ້​ເຂັດ​ຫຼາບ, ຍັງ​ບໍ່​ທັນ​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ດຸ​ເດືອດ​ຂອງ​ພັກ​​ໃນ​ການ​ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ພະນັກງານ ສະມາຊິກ​ພັກ​ຖືກ​ປະຕິບັດ​ວິ​ໄນ ​ແຕ່​ຜູ້​ເປັນ​ຫົວໜ້າ ​ແລະ ອົງການ​ຈັດ​ຕັ້ງ​ພັກ​ຮາກ​ຖານ​ຢູ່​ນັ້ນ ​ພັດ​ບໍ່​ເປັນ​ຫຍັງ​ໝົດ; ຜູ້​ມີ​ຊື່​ກົງມີຈິດ​ໃຈ​ຕໍ່ສູ້​ ບາງ​ເທື່ອ​ຖືກບາດ​ຄ້ອນ​ການ​ເມືອງ “ຕິຕຽນ​ພໍ​ແຮງ”, ຜູ້​ປະຈົບປະ​ແຈງພັດ​ໄດ້​ຮັບ “ການ​ຍ້ອງຍໍ​ຊົມ​ເຊີຍ”.

ຈົງ​ຮັກ​ພັກດີ​ຕໍ່​ພັກ ກ່ອນ​ອື່ນ​ໝົດ​ແມ່ນ​ຈົງ​ຮັກ​ພັກດີ​ຕໍ່​ອຸດົມ​ການ​ປະຕິວັດ​ຂອງ​ພັກ, ຕໍ່​ພາລະກິດ​ການ “ຮັບ​ໃຊ້ປະ​ເທດ​ຊາດ, ຮັບ​ໃຊ້​ປະຊາຊົນ” ຂອງ​ພັກ, ຊຶ່ງ​ສະ​ແດງ​ອອກ​ໃນ​ຄຳ​ເວົ້າ​ແລະ​ການ​ກະທຳ​ຕົວ​ຈິງ. ​ໄດ້​ຮັບ​ຄວາມ​ໄວ້​ວາງ​​ໃຈ​ຂອງ​ປະຊາຊົນ, ​ໄປ​ຕາມ​ພັກ, ຖື​ແວ່ນ​ແຍງ​ຂອງ​ພະນັກງານ ສະມາຊິກ​ພັກ​ ເປັ​ນຕົວ​ແທນ​ຂອງ​ພັກ​ທີ່​ແທ້​ຈິງ, ຂອງ​ພັກ​ທີ່​ມີ​ຄວາມ​ສີວິ​ໄລ, ມີ​ຄຸນສົມບັດ - ນັ້ນ​ເປັນ​ເຄື່ອງ​ວັດ​ແທກ​ທີ່​ສຳຄັນ​ສຳລັບກຽດ​ສັກ​ສີ​ແລະ​ຖານະ​ຕຳ​ແໜ່​ງຂອງ​ພັກ.  

3- ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ການ​ຕໍ່ສູ້, ຕິ​ຊົມ​ຕົນ​ເອງ ​ແລະ​ຕິ​ຊົມ​ ຢູ່​ໃນ​ບັນດາ​ອົງການ​ຈັດ​ຕັ້ງ​ຮາກ​ຖານ​ຂອງ​ພັກ, ​ເຊີດ​ຊູ​ລັກສະນະ​ເປັນ​ແບບຢ່າງ​ຂອງ​ພະນັກງານ ສະມາຊິກ​ພັກ, ​ເປັນ​ຕົ້ນ​ແມ່ນ​ຂອງ​ຜູ້​ເປັນ​ຫົວໜ້າ; ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ກໍ່ສ້າງ​ຜູ້​ຄົນ ​ແລະ ວັດທະນະທຳ​ຄຸນສົມ​ບັດ​ຫວຽດນາມ​ໃນ​ໄລຍະ​ໃໝ່. 

ທີ​ໜຶ່ງ, ປ່ຽນ​ແປງ​ໃໝ່​ວຽກ​ງານ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ​ຢູ່​ໃນ​ພັກ​ຢ່າງ​ເລິກ​ເຊິ່ງ, ກໍ່ສ້າງ​ແບບ​ແຜນ​ຮູ້​ຮັບ​ຟັງ ​ແລະ ທ່າທີ່ສະຫງຽມ​ຄ່ຽມຄົມ​ຂອງ​ພະນັກງານ ສະມາຊິກ​ພັກ.

ວຽກ​ງານ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ​ຢູ່​ໃນ​ພັກ ຕ້ອງ​ໄດ້​ປ່ຽນ​ແປງ​ໃໝ່​ຢ່າງ​ເລິກ​ເຊິ່ງ, ດ້ວຍ​ບັນດາ​ວິທີ, ມາດ​ຕະການ, ຂໍ້​ກຳນົດ, ກົດ​ລະບຽບ​ທີ່​ແໜ້ນ​ແຟ້ນ. ກ່ອນ​ອື່ນ​ໝົດ​ຕ້ອງ​ເດັດດ່ຽວ​ແກ້​ໄຂ​ຜ່ານ​ຜ່າ: ​ການ “ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ” ​ແບບ​ລວມໆ, “ຖື​ຄວາມຖືກຕ້ອງ​ສອດຄ່ອງ​ກັນ​ເປັນ​ເລີດ”, ຈົ່ງ​ຈຽມ​ກັນ​​ໃນການ​ສັງ​ເກດປະ​ເມີນ​ຜົນ, ຕີ​ລວາດ​ກວາດ​ພຽງ​​ໃນ​ເມື່ອ​ຈັດ​ປະ​ເພດ, ຕີ​ລາຄາ​ພະນັກງານ ​ແລະ ອົງການ​ຈັດ​ຕັ້ງ​ພັກ; ​ໃນ​ເວລາ​ປະຊຸມ​ບໍ່ກ້າ​ອ້າ​ປາກ​ສະ​ແດງ​ຄວາມ​ເຫັນ, ​ແຕ່​ເມື່ອ​ຢູ່​ນອກ​ກອງ​ປະຊຸມ ພັດ​ເວົ້າ​ແຕ່​ຄວາມ​ເຫັນ​ຂ້ອງ​ໃຈ; ຕໍ່ໜ້າ​ການ​ນຳ​ເວົ້າ​ແຕ່​ຄຳຍ້ອງຍໍ​ “ປະຈົບປະ​ແຄງ”, ​ແຕ່​ຢູ່​ຂ້າງ​ຫຼັງ​ເພິ່ນ​ພັດ​ຕິຕຽນທຸກ​ຢ່າງ; ​ເມື່ອ​ຮັບ​ໜ້າ​ທີ່​ໄດ້​ເວົ້າ​ຄຳ​ຕັດສິນ​ໃຈ, ກຽມ​ຄວາມ​ພ້ອມ, ​ແຕ່​ເມື່ອ​ເຂົ້າປະຕິບັດ​ຕົວ​ຈິງ​ພັດ​ລະ​ເຫຼີງ, ເຮັດ​ແບບ​ຜີວ​ເຜີນ, ຍູ້​ວຽກ​ໂຍນ​ຄວາມຮັບຜິດຊອບ​ໃຫ້​ຜູ້​ອື່ນ; ​ເບິ່ງ​ບ່ອນ​ໃດ​ກໍ່​ເຫັນ​ແຕ່​ຈຸດ​ອ່ອນ ຂໍ້​ຂາດ​ຕົກ​ບົກພ່ອງ, ​ແຕ່​ສ່ວນ​ຕົວຕົນ​ເອງ, ກົມ​ກອງ​ຂອງ​ຕົນ​​ແມ່ນບໍ່​ມີ​ຫຍັງ​ທີ່​ຕ້ອງ​ປັບປຸງ​ເລີຍ. ຜູ້​ເປັນ​ຫົວໜ້າ​ສຳນັກງານ ອົງການ​ຕ້ອງຊີ້​ນຳ​ນຳພາ​ຢ່າງ​ເຂັ້ມ​ງວດ ​ແລະ ​ເປັນ​ແບບຢ່າງ​ໃນ​ວຽກ​ງານ​ຕິ​ຊົມ​ຕົນ​ເອງ ​ແລະ ຕິ​ຊົມ​ໃນ​ແຕ່​ລະ​ການ​ຈັດ​ຕັ້ງ​ພື້ນຖານ​ຂອງ​ພັກ, ​ໃນ​ແຕ່​ລະ​ສຳນັກງານ​ອົງການ ກົມ​ກອງ; ​ເນື້ອ​ໃນ, ວິທີຕິ​ຊົມ​ຕົນ​ເອງ ​ແລະ ຕິ​ຊົມ ຕ້ອງສົມ​ທຽບ​ກັບປະກົດ​ການ 27 ຢ່າງ​ຂອງ “ຄວາມ​ເສື່ອ​ໃຊມ”, “ການ​ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ການ​ປ່ຽນ​ແປງ​ດ້ວຍ​ຕົນ​ເອງ”; ​ເອົາ​ການ​ປະຕິບັດ​ໜ້າ​ທີ່​ການ​ງານ​ຂອງ​ສຳນັກງານ​ອົງການ, ກົມ​ກອງ​​ ເພື່ອສົມ​ທຽບ​ກັບ​ຄວາມ​ຕ້ອງການ ຈາກ​ນັ້ນ​ປະ​ເມີນ​ລະດັບ​ບັນລຸຜົນຂອງ​ວຽກ​ງານ. ການ​ປະກອບ​ຄວາມ​ຄິດ​ເຫັນ, ຕິ​ຊົມ ຕ້ອງ​ເລີ່​ມຈາກ​ນ້ຳ​ໃຈ​ສະຫາຍ​ທີ່​ຈິງ​ໃຈ, ຢາກ​ໃຫ້​ສະຫາຍ​ຂອງ​ຕົນດີກ​ວ່າ, ​ສຳ​ເລັດ​ໜ້າ​ທີ່​ໃນ​ລະດັບ​ສູງ​ກວ່າ; ພາຍຫຼັງ​ການ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ​ຕ້ອງ​ຕິດຕາມ, ຕີ​ລາຄາ​ການ​​ແກ້​ໄຂດັດ​ແປງ, ຕ້ອງ​ອີງ​ໃສ່​ຄວາມ​ກ້າວໜ້າ, ປະສິດທິ​ຜົນ​ຂອງ​ວຽກ​ງານ, ຄຸນຄ່າ​ຂອງ​ການ​ປະກອບ​ສ່ວນ, ການ​ອຸທິດ ​ເພື່ອ​ຕີ​ລາຄາ​ພະນັກງານ ສະມາຊິກ​ພັກ.

ທີ​ສອງ, ວຽກ​ງານ​ສຶກສາ​ອົບຮົມ​ທິດ​ສະ​ດີກາ​ນ​ເມືອງ ຕ້ອງ​ໄດ້​ປ່ຽນ​ແປງ​ໃໝ່​ຢ່າງ​ພື້ນຖານ ຮອບດ້ານ,  ປະກອບສ່ວນ​ສ້າງ​ໃຫ້​ຜູ້​ຮຽນ​ມີຊີວະ​ທັດ, ​ໂລກ​ກະທັດ​ກອມ​ມູນິດ​ນິຍົມ ​ແລະ ຄຸນສົມບັດ​ປະຕິວັດ ຕາມ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ.

ກ່ອນ​ອື່ນ​ໝົດ​ແມ່ນ​ປ່ຽນ​ແປງ​ໃໝ່​ຫຼັກສູດ​ອົບຮົມ​ສຶກສາ​ໃນ​ໂຮງຮຽນ​ການ​ເມືອງ​ແຂວງ, ​ໃນ​ສູນ​ການ​ເມືອງ​ຂອງ​ເມືອງ ຕາມ​ທິດກະທັດ​ລັດ​ຮັດກຸມ, ອັບ​ເດດບັນດາ​ຈຸດ​ໃໝ່​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ແລະ ບັນດາ​ມະຕິ​ດ ຄຳ​ສັ່ງຂອງ​ພັກ ທີ່​ຫາ​ກໍ່​ໄດ້​ປະກາດ​ໃຊ້. ຕ້ອງ​ເອົາ​ໃຈ​ໃສ່​ບຳລຸງ​ອົບຮົມ​ຄຸນສົມບັດ, ອຸດົມ​ການ​ປະຕິວັດ​ໃຫ້​ຜູ້​ຮຽນ. ການ​ບຳລຸງອົບຮົມທິດ​ສະ​ດີກາ​ນ​ເມືອງ, ຄື​ດັ່ງ​ທີ່​ປະທານ​ໂຮ່ຈີ​ມິນ​ເຄີຍ​ຕັກ​ເຕືອນ, ບໍ່​ພຽງ​ແຕ່​ສ້າງ​ໂລກ​ກະທັດວິທະຍາ​ສາດ​ເທົ່ານັ້ນ ຫາກ​ຍັງ​ຕ້ອງ​ກໍ່ສ້າງ​ຊີວະ​ທັດ​ເພື່ອ “ດຳລົງ​ຊີວິດຢູ່​ນຳ​ກັນຢ່າງ​ມີ​ຄວາມ​ເມດ​ຕາ​, ມີທຳ​ມະຄະ​ຕິ”. ບັນດາ​ຄະນະ​ພັກ​ຕ້ອງ​ຊີ້​ນຳ​ນຳພາ​ຢ່າງ​​ໃກ້ຊິດ ຕໍ່​ວຽກ​ງານການຈັດ​ຕັ້ງ​ປະຕິບັດຫຼັກສູດ​ໃໝ່, ກວດກາ ຕິດຕາມ​ກວດກາ​ຢ່າງ​ເປັນ​ປະຈຳ ​ແໜ້ນ​ແຟ້ນ, ຮັບປະກັນ​ລະບຽບ​ວິ​ໄນ​ໃນ​ການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງບັນດາ​ໂຮງຮຽນ, ບັນດາ​ສູນ​ສຶກສາ​ອົບຮົມ​ການ​ເມືອງ; ​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ​ຂາດ​ເຂີນ​ພື້ນຖານ​ວັດຖຸ ​ແລະ​ເຄື່ອງ​ປະກອບ, ຂາດ​ຄວາມ​ເປັນ​ເອກະ​ພາບ​ຂອງ​ຫົວ​ຂອດ​ຊີ້​ນຳ​ວິ​ຊາ​ສະ​ເພາະ ​ແລະ ຫົວ​ຂອດ​ຄຸ້ມ​ຄອງ​ບໍລິຫານ. ​ແກ້​ໄຂ​ໃຫ້​ຈົນ​ໄດ້ ​ສະພາບ​ການຈັດ​ຕັ້ງ​ການ​ຮຽນ​ການ​ເມືອງ​ຕາມ​ແບບ​ຂະ​ບວນການ “ຫັນ​ເປັນ​ມາດຕະຖານ​ລະດັບ​ທິດ​ສະ​ດີກາ​ນ​ເມືອງ” ທີ່​ໜັກ​ໄປ​ທາງ​ດ້ານ​ປະ​ລິ​ມານ ປະ​ເພດ​ຮູບ​ແບບ, ​ແຕ່​ບໍ່​ເອົາ​ໃຈ​ໃສ່​ເຖິງຄຸນ​ນະພາ​ບ. ບັນດາ​ໂຮງຮຽນ, ສູນ​ການ​ເມືອງ​ຕ້ອງ​ກຳນົດ​ແຈ້ງ​ລັກສະນະ, ຈຸດປະສົງ, ລະດັບ​ຄາດໝາຍ​ການບຳລຸງ​ອົບຮົມ​ທິ​ດສະ​ດີກາ​ນ​ເມືອງ​ໃຫ້​ສົມ​ລະດັບ​ກັບ​ເປົ້າ​ໝາຍ​ຜູ້​ຮຽນ ທີ່​ເປັນ​ພະນັກງານ​ຫຼັກ​ແຫຼ່ງຂັ້ນ​ເມືອງ, ​ແຂວງ; ຫຼັກສູດ, ​ເອກະສານ, ວິທີ​ອົບຮົມ​ສຶກສາ​ ຕ້ອງ​ໄດ້​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ ​ເປັນ​ຜູ້​ຄວບ​ຄຸມ, ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ໃນ​ການ​ຄົ້ນຄວ້າ, ປ່ຽນ​ແປງ​ໃໝ່, ​ເຮັດ​ຄື​ແນວ​ໃດ​ໃຫ້​ພະນັກງານ​ທີ່​ໄປ​ຮຽນ ຈະ​ໄດ້​ຮ່ຳຮຽນ​ຮັບ​ເອົາ​ບັນດາ​ຄວາມ​ຮູ້ທິດ​ສະ​ດີອັນ​ພື້ນຖານ, ຕິດ​ແທດ​ກັບ​ສະຖານະ​ການ​ໃໝ່ (​ໂດຍ​ສະ​ເພາະ​ຢ່າງ​ຍິ່ງຢູ່​ແຂວງ, ກຳ​ແພງ​ນະຄອນ​ຂອງ​ຕົນ), ຈາກ​ນັ້ນ​ກຳ​ໄດ້​ບັນດາບັນຫາ​ທີ່​ພວມ​ໄດ້​ວາງ​ອອກ​ມາ​ໃນ​ພື້ນ​ທີ່ທ້ອງ​ຖິ່ນ, ​ໃນ​ຂົງ​ເຂດ​ວຽກ​ງານ​ຂອງ​ຕົນ; ບັນດາ​ເນື້ອ​ໃນ​ອັນ​ເລິກ​ເຊິ່ງຂອງ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນ​ໂຮ່ຈີ​ມິນ; ຫຼີກລ່ຽງຄວາມ​ຄິດ​ໄປ​ຮຽນ​ເອົາ​ສະ​ນິຍະ​ບັດ, ​ໃບຮັບ​ຮອງ​ເພື່ອ “​ໄດ້​​ເລື່ອນ​ຊັ້ນ​ຕຳ​ແໜ່​ງ” ​ໃນ​ຂະນະ​ທີ່​ຄວາມ​ຮູ້​ທິດ​ສະ​ດີກາ​ນ​ເມືອງ, ບົດຮຽນ​ພຶດຕິ​ກຳ, ຄວາມ​ຮູ້​ກ່ຽວ​ກັບ​ວັດທະນະທຳ, ຄຸນສົມບັດ, ກ່ຽວ​ກັບ​ວິທີ​, ​ແບບ​ແຜນ​​ເຮັດ​ວຽກ​ພັດ​ຖືກ​ຈຳກັດ. ສະພາ​ທິດ​ສະ​ດີ​ສູນ​ກາງ, ສະພາ​ວິທະຍາສາດ​ບັນດາ​ອົງການພັກ​ຢູ່​ສູນ​ກາງ​, ສະພາ​ທິດ​ສະ​ດີ​ວິພາກ​ວັດທະນະທຳ, ສິລະ​ປະ​ສູນ​ກາງ ຕ້ອງຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ໂຄສະນາ, ອົບຮົມ​ສຶກສາທິດ​ສະ​ດີກາ​ນ​ເມືອງ, ສອດຄ່ອງ​ກັບ​ພາລະ​ບົດບາດ, ໜ້າ​ທີ່​ຂອງ​ຕົນ; ກຳນົດ​ທິດ​ທາງ​ຄົ້ນຄວ້າ, ກັ່ນ​ຕອງ ​ເຜີຍ​ແຜ່ໝາກຜົນ​ແຫ່ງ​ການ​ຄົ້ນຄວ້າ ​ເພື່ອ​ສ້າງ​​ລາຍ​ງານ​ຄຳ​ປຶກສາ​ສະ​ເໜີ​ຕໍ່​ກົມ​ການ​ເມືອງ, ຄະນະ​ເລຂາທິການ​ສູນ​ກາງ ​ແລະ ປະກອບສ່ວ​ເຂົ້າ​ໃນ​ວຽກ​ງານການ​​ສຶກສາ ຝຶກອົບຮົມພະນັກງານ.

ຫຼັກສູດ​ການ​ສຶກສາ ຝຶກ​ອົບຮົມ​ທິດ​ສະ​ດີກາ​ນ​ເມືອງ​ຄວນ​ໄດ້​ຈັດ​ວາງ​ໂຄງ​ປະກອບ​ຄືນ​ໃໝ່, ຫຼີກລ່ຽງການ​ຊ້ຳ​ຊ້ອນຄວາມ​ຮູ້​ພື້ນຖານ, ຮັບປະກັນ​ລັກສະນະ​ຕໍ່​ເນື່ອງ​ກັບ​ບັນດາ​ຊັ້ນ​ຂັ້ນ​ການ​ສຶກສາ ຝຶກ​ອົບຮົ​ມ. ພ້ອມ​ກັນ​ນັ້ນ, ຕ້ອງ​ຍູ້​ແຮງ​ວຽກ​ງານ​​ຄົ້ນຄວ້າ ບັນດາ​ບັນຫາ​ໃໝ່​ ທີ່​ພວມ​ໄດ້​ວາງ​ອອກ​ມາ​ຕໍ່​ການ​ປະຕິວັດໃນ​ປະ​ເທດ ​ແລະ​ໃນ​ໂລກ, ​ໂດຍ​ສະ​ເພາະ ​​ບັນຫາໝູນ​ໃຊ້​ລັດ​ທິມາກ-​ເລນິນ, ​ແນວ​ຄິດ​ໂຮ່ຈີ​ມິນ ​ເຂົ້າ​​ໃນການ​ໃຫ້​ຄຳ​ຕອບ, ​ແກ້​ຂໍ້​ຄ້າງ​ຄາ​ທາງ​​ທິດ​ສະ​ດີ, ​ແນວ​ຄິດ​ການ​ເມືອງ​ໃນ​ແຕ່ລະ​ຂົງ​ເຂດ (ລວມ​ໃນ​ທົ່ງ​ປະ​ເທດ, ສະ​ເພາະ​ຕ່າງຫາກ​ໃນ​ແຕ່ລະ​ຂົງ​ເຂດ​ທີ່​ລະອຽດ); ​ເຂົ້າ​ໃນ​ການ​ກໍ່ສ້າງຮາກ​ຖານ​ວັດທະນະທຳ, ຄຸນສົມບັດ​ຂອງ​ພັກ​ໃນ​ໄລຍະ​ໃໝ່.

ທີ​ສາມ, ຊີ້​ນຳ, ກຳນົດ​ທິດ​ເນື້ອ​ໃນ​ສື່​ຂ່າວ​ໃນ​ໜ້າໜັງສືພິມ ​ໃນ​ການ​ເຜີຍ​ແຜ່​ບັນດາ​ບົດ​ປະພັນ​ວັດທະນະທຳ ສິລະ​ປະກຳ, ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່​ຮ່າງ​ສ້າງ​ຮູບບັນດາ​ຄຸນຄ່າ​ທີ່​ດີ​ງານ​ຂອງ​ຜູ້​ຄົນ ​ແລະ ຊາດ​ຫວຽດນາມ​ໃນ​ສະ​ໄໝ​ໄໝ່.

​ແຕ່ລະ​ຂ່າວ​ໃນ​ໜ້າ​ໜັງສືພິມ ​ແລະ ​ໃນ​ພາຫະນະ​ສື່​ມວນ​ຊົນ, ​ແຕ່​ລະ​ນະ​ວັດຕະ​ກຳບົດ​ປະພັນ​ໃນຂົງ​ເຂດ​ວັດທະນະທຳ, ສິລະ​ປະກຳ ລ້ວນ​ແຕ່​ຕ້ອງ​ເປັນ​ເຮືອ​ລຳ​ໜຶ່ງ​ທີ່ “ບັນທຸກ​​ສິນທຳ” ​ໄປ​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ “ປູກ​ຄົນ”, ​ເຂົ້າ​ໃນ​ການ​ອົບຮົມ​ສຶກສາ​ຮຸ່ນ​ຄົນ​ປະຕິວັດ​ທີ່​ສືບ​ທອດ; ພ້ອມ​ກັນ​ນັ້ນ ກໍ່​ເປັນ​ອາວຸດ​ທີ່​ແຫຼມ​ຄົມ ​ເພື່ອກ່າວ​ປະນາມ, ຕໍ່ສູ້​ຕ້ານ​ການ​ເສື່ອ​ມ​ໂຊມ​ທາງ​ດ້ານແນວ​ຄິດ​ການ​ເມືອງ ຄຸນສົມບັດ ​ແບບ​ແຜນ​ດຳລົງ​ຊີວິດ, ທັບ​ມ້າງ​ກົນອຸບາຍ ​ເລ່ຫຼ່ຽມ “ຜັນປ່ຽນ​ໂດຍ​ສັນຕິ” ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ, ກີດ​ກັ້ນ​ໄພ​ອັນຕະລາຍ​ຈາກ​ການ “ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ” ຢູ່ພາຍ​ໃນ. ຢາກ​ສຳ​ເລັດ​ພາລະ​ກຳ​ອັນ​ສູງ​ສົ່ງ​ຂອງ​ຕົນ, ບັນດາ​ຜູ້​ເຮັດ​ວຽກ​ງານ​ການ​ຂ່າວໜັງສືພິມ, ພິມ​ຈຳໜ່າຍ, ວັດທະນະທຳ, ສິລະ​ປະວັນນະຄະດີ ຕ້ອງ​ບືນ​ຕົວ​ຂຶ້ນ, ຕື່ນ​ຕົວ​ສະໝັກ​ໃຈ​ສຳ​ຫຼວດກວດກາຕົນ​ເອງ, ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ຂາດ​ຕົກ​ບົກ​ພ່ອງ ຄວາມ​ຈຳກັດ​ໃນ​ການ​ປະຕິບັດ​ງານ, ​ເຊັ່ນ ບໍ່​ປະຕິບັດ​ຢ່າງ​ຖືກຕ້ອງ​ຕາມ​ພາລະ​ບົດບາດ​ການ​ເມືອງ, ພາລະ​ບົດບາດ​ສັງຄົມ ​ແລະ ພາລະ​ບົດບາດ​ສິລະ​ປະ; ສົ່ງ​ຂ່າວ, ປະພັນ​ ຂຽນແຕ່ງ, ​ເຜີຍ​ແຜ່ບົດ​ໜັງສືພິມ, ​ປຶ້ມ​ພິມ​ຈຳ​ໜ່າຍ, ຜະລິດ​ຕະພັນ​ສິລະ​ປະ ວັດທະນະທຳ ​ແບບ​ງ່າຍ​ດາຍ, ບໍ່​ມີ​ຄວາມ​ເຄົາລົບ​ນັບຖື​ຕໍ່​ຜູ້​ອ່ານ​ຜູ້​ຊົມ. ສາ​ເຫດ​ຕົ້ນຕໍ​ຂອງ​ສະພາບ​ການ​ນີ້​ແມ່ນ​ບໍ່​ຊາບຊືມຢ່າງ​ເລິກ​ເຊິ່ງທັດສະນະ​ຊີ້​ນຳ​ຂອງ​ພັກ ຕໍ່​ໜັງສືພິມ, ການ​ພິມ​ຈຳ​ໜ່າຍ, ວັດທະນະທຳ, ສິລະ​ປະ​ວັນນະຄະດີ, ບໍ່​ຈົງ​ຮັກ​ພັກດີ​ຕໍ່​ຫຼັກການ, ວັດຖຸ​ປະສົງ​ຂອງ​ໜັງສືພິມ​ປະຕິວັດ, ຂອງ​ວັດທະນະທຳ ສິລະ​ປະ​ວັນນະຄະດີ​ປະຕິວັດ; ຂາດ​ຄວາມ​ຮັບຜິດຊອບ​ຕໍ່​ປະຊາຊົນ, ຕໍ່​ສາທາລະນະ​ຊົນ; ​ເພີ້​ຝັນ ຫຼືຖືກ​ຕົບ​ຕາ​ເຄືອບ​ຄຸມ​ຍ້ອນ​ອັນ​ທີ່​ເອີ້ນ​ວ່າ “ປະຊາທິປະ​ໄຕ” ​ໃນ​ການ​ຕິ​ຊົມສັງຄົມ, ​ໃນ “​ເສລີພາບ​ໃນ​ການ​ປາກ​ເວົ້າ”, ​ໃນ​ການ​ເຄື່ອນ​ໄຫວ​ພິມ​ຈຳໜ່າຍ, ວັດທະນະທຳ, ສິລະ​ປະ​ວັນນະຄະດີ.

​ເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ບັນດາ​ຈຸດ​ອ່ອນ, ຂໍ້​ຂາດ​ຕົກ​ບົກພ່ອງ​ດັ່ງກ່າວ​ເທິງ​ນີ້​​ໃຫ້​ໄດ້​ໂດຍ​ໄວ, ກ່ອນ​ອື່ນ​ໝົດ​ຕ້ອງ​ກໍ່ສ້າງ​ກົນ​ໄກ​ທີ່​ແຂງ​ແຮງ, ​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ, ກຳ​ນົດທິດ ຕໍ່​ການ​ເຄື່ອນ​ໄຫວ​ສື່​ຂ່າວ, ພິມ​ຈຳໜ່າຍ, ວັດທະນະທຳ, ສິລະ​ປະ​ວັນນະຄະດີ; ພ້ອມ​ກັນ​ນັ້ນ​ກໍ່ສ້າງ​ກົນ​ໄກ, ສ້າງ​ເວທີ​ສົນທະນາ​ປະຊາທິປະ​ໄຕ ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ເກັ່ງ​ກ້າ​ສາມາດ, ຄວາມ​ປະດິດ​ສ້າງ, ຄວາມ​ຕັ້ງໜ້າ​ການ​ເມືອງ​ສັງຄົມ ​ແລະ ບົດບາດ​ຕິດຕາມ​ກວດກາ, ວິຈານຕິ​ຊົມ​ຂອງວົງ​ການ​ໜັງສືພິມ, ສິລະ​ປິນ. ປ່ຽນ​ແປງ​ໃໝ່​ການຈັດ​ຕັ້ງ​ກຳລັງ ​ແລະ ​ແບບ​ວິທີ​ການ​ຕໍ່ສູ້​ກັບບັນດາ​ທັດສະນະ​ທີ່​ຜິດພາດ ທີ່ບໍ່​ເປັນມິດ, ​ເຜີຍ​ແບ​ກົນອຸບາຍ​ສວຍ​ໃຊ້​ໜັງສືພິມ, ສິລະ​ປະ​, ວັນນະຄະດີ ​ເພື່ອ​​ເຮັດ “ການລັດຖະປະຫານ​ທາງແນວ​ຄິດ​ການ​ເມືອງ” ​ແລະ ດັບ​ມອດ​ວັດທະນະທຳ​ຂອງ​ຊາດ; ​ເອົາ​ໃຈ​ໃສ່​ບຳລຸງ​ກໍ່ສ້າງ, ນຳ​ໃຊ້, ຄັດ​ເລືອກ​ເພື່ອ​ໃຫ້​ມີ​ຖັນ​ແຖວ​ນັກ​ຂ່າວ, ສິລະ​ປິນທີ່ “​ໃຈ​ໃສ​ແຈ້ງ, ປາກກາ​ແຫຼມ​ຄົມ”, ມີ​ຄະຕິ​ທຳ​ແລະ​ຄວາມ​ສາມາ​ດຢ່າງ​ພຽງພໍ​ ເພື່ອ​ສ່ອງ​ແສງ​ພາລະກິດປະຕິວັດ​ຂອງ​ພັກ ຂອງ​ຊາດ, ມີ​ແຮງ​ປຸກລະດົມ​ສົ່ງ​ເສີມ​ທົ່ວ​ທັງ​ຊາດ​ໃຫ້ຮ່ວມ​ໃຈ​ຫັນ​ໜ້າ​ໄປ​ທາງ​ຄັນ​ທຸງ​ນຳພາ​ຂອງ​ພັກ, ສູ້​ຊົນ​ເພື່ອ​ໃຫ້​ປະ​ເທດ​ຊາດ​ຫວຽດນາມ​ສັງຄົມ​ນິຍົມທີ່​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ​ມີ​ປະຊາທິປະ​ໄຕ ຍຸດຕິ​ທຳ ສີວິ​ໄລ./.

ໂດຍ ຫວໍ​ວັນ​ເຖືອ​ງ,
ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ,
ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ

-----------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 895 (​ເດືອນ​ພຶດສະພາ 2017)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ