ວັນຈັນ, 23/10/2017
ຮັບປະກັນສິດຂອງບັນດາຊົນເຜົ່າສ່ວນນ້ອຍ ແລະ ຕໍ່ສູ້ຕ້ານການສວຍໃຊ້ບັນຫາຊົນເຜົ່າ ຢູ່ປະເທດຫວຽດນາມ
9/8/2017 9:42' ສົ່ງ ພິມ
ພາບປະກອບ: ຮັບປະກັນສິດຂອງບັນດາຊົນເຜົ່າສ່ວນນ້ອຍ ແລະ ຕໍ່ສູ້ຕ້ານການສວຍໃຊ້ບັນຫາຊົນເຜົ່າ ແມ່ນບັນຫາທີ່ມີຄວາມສຳຄັນພິເສດ ໃນພາລະກິດສ້າງສາ ແລະປົກປັກຮັກສາ ປະເທດຊາດ. (ແຫຼ່ງ: ວາລະສານທິດສະດິການເມືອງ)

ການ​ກະທົບ​ຊຶ່ງ​ກັນ​ແລະ​ກັນ​ລະຫວ່າງ ການຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ການຕໍ່ສູ້​ຕ້ານ​ການ​ສວຍ​ໃຊ້​ບັນຫາ​ຊົນ​ເຜົ່າ

ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ເບິ່ງ​ລວມອາດ​ຈະ​ແບ່ງ​ອອກ​ເປັນ​ສອງ​ພາກສ່ວນ: ພາກສ່ວນ​ບັນດາ​ສິດທິ​ສ່ວນ​ຕົວ​ທຳ​ມະ​ດາ ທີ່​ນຳ​ໃຊ້​ຕໍ່ສະມາຊິກ​ແຕ່ລະຄົນ​​ໃນ​ຊົນ​ເຜົ່າ ​ແລະ ພາກສ່ວນ​ສິດທິ​ລວມໝູ່ ທີ່​ນຳ​ໃຊ້​ຕໍ່​ປະຊາ​ຄົມບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ຮັບປະກັນ​ສິດທິ​ມະນຸດຢູ່​ເຂດຊົນ​ເຜົ່າ​ສ່ວນ​ນ້ອຍມີ​ປະສິດທິ​ຜົນ ​ແມ່ນ​ຫຼັກ​ຖານ​ຕົວ​ຈິງ-​ກົດໝາຍທີ່​ມີ​ຊີວິດ​ຊີວາ ​ເພື່ອປະຕິ​ເສດ​ທຸກ​ຄຳ​ກ່າວ​ຫາ ​​ໃສ່​ຮ້າຍ​ປ້າຍ​ສີ ທຳລາຍ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ; ​ແມ່ນ​ວິທີ​ດີ​ທີ່​ສຸດ​ເພື່ອ​ປົກ​ປັກ​ຮັກສາ​ສັດຈະທຳ, ຄວາມ​ເປັນ​ທຳ​ຂອງ​ພັກ, ລັດ ​ແລະ​ປະຊາຊົນ​ຫວຽດນາມເຮົາ ​ໃນ​ພາລະກິດ​ປົກ​ປັກ​ຮັກສາ​ແລະ​ເບິ່ງ​ແຍງ​ດູ​ແລ​ສິດທິ​ມະນຸດ​ທີ່​ແທ້​ຈິງ; ​ເປັນ​ການ​ປ້ອງ​ກັນ​ແລະ​ຮັບ​ມື​ຢ່າງ​ຕັ້ງໜ້າ ຕໍ່​​ອັນຕະລາຍ​ທຸກ​ຢ່າງ​ທີ່​​ເກີດ​ຈາກ​ບັນຫາ​ຊົນ​ເຜົ່າ, ບໍ່​ໃຫ້​ພວກ​ສັດຕູ​ສວຍ​ໃຊ້​ເພື່ອ​ຕ້ານ​ຢັນ​ທຳລາຍ; ​ເປັນ​ສະພາບແວດ​ລ້ອມ​ທີ່ຊ່ວຍ​ໃຫ້ບັນດາ​ຊົນ​ເຜົ່າ ​(ສ່ວນ​ຫຼາຍ​ແລະສ່ວນ​ນ້ອຍ) ຂະຫຍາຍຕົວ​ຢ່າງ​ສົດ​ໃສ, ​ສ້າງ​ສະຕິຊາດ​ທີ່​ແທ້​ຈິງ, ສ້າງສາ​ຍພົວພັນ​ຊົນ​ເຜົ່າ​ທີ່​ສາມັກຄີ ສະ​ເໝີ​ພາບ ນັບຖື​ຊຶ່ງ​ກັນ​ແລະ​ກັນ, ​ແກ້​ໄຂ​ຢ່າງ​ກົມກຽວ​ສາຍ​ພົວພັນ​ລະຫວ່າງ​ຊົນ​ເຜົ່າ, ຊ່ວຍ​ເຫຼືອກັນພ້ອມ​ກັນ​ພັດທະນາ; ​ເປັນ​ຮູບ​ແບບ​ປ້ອງ​ກັນ​ຕົວ​ຂອງບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ຕໍ່ໜ້າ​ທຸກ​ຖ້ອຍ​ທຳນອງ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູທີ່​ຫວັງ​ໃສ່​ຮ້າຍ​ປ້າຍ​ສີ, ບິດ​ເບືອນ​ທຳລາຍ, ​ແບ່ງ​ແຍກກຸ່ມ​ກ້ອນ​ສາມັກຄີ​ປະຊາຊົນ​ບັນດາ​ເຜົ່າ. ການຕໍ່ສູ້​ຕ້ານ​ບັນດາ​ອິດ​ທິກຳລັງ​ສັດຕູ​ທີ່​ສວຍ​ໃຊ້​ບັນຫາ​ຊົນ​ເຜົ່າ ​ໄດ້​ຮັບ​ປະສິດທິ​ຜົນ ຈະ​ສ້າງ​ສະພາບ​ແວດ​ລ້ອມທີ່​ມີ​ສະຖຽນ​ລະ​ພາບ​ ໃຫ້​ບັນດາ​ຊົນ​ເຜົ່າ​ກໍ່ສ້າງຄວາມ​ສາມັກຄີ ສະ​ເໝີ​ພາບ ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ ພ້ອມ​ກັນ​ພັດທະນາ. ການ​ຕໍ່ສູ້​ໃນ​ຂົງ​ເຂດ​ແນວ​ຄິດມີ​ບົດບາດທັບ​ມ້າງ​​ຮາກ​ເຫງົ້າ​ແນວ​ຄິດ-ທິດ​ສະ​ດີ ຂອງ​ລັດທິຊາດ​ນິຍົມ​ຈັດ​ໂພດ, ລັດທິ​ແຍກ​ຕົວ​ອອກ​ເປັນ​ຕ່າງຫາກ, ຊ່ວຍ​ໃຫ້​ບັນດາ​ຊົນ​ເຜົ່າ​ສ້າງ​ສະຕິຊາດ​ທີ່​ແທ້​ຈິງ, ​ເປັນ​ເອກະ​ພາບ​ລະຫວ່າງ​ສິດທິ​ມະນຸດ​ແລະ​ສິດທິ​ພົນລະ​ເມືອງ, ສິດທິ​ແລະ​ພັນທະ, ສິດ​ທິສ່ວນບຸກຄົນ​ຂອງ​ສະມາຊິກ​ຊົນ​ເຜົ່າ​ແລະສິດທິ​ລວມໝູ່ຂອງ​ຊົນ​ເຜົ່າ, ລະຫວ່າງສິທິລວມໝູ່​ຂອງ​ຊົນ​ເຜົ່າ ກັບສິດທິຂອງ​ປະ​ເທດ-ປະຊາ​ຊາດ. ຕໍ່ສູ້​ຢ່າງ​ມີ​ປະສິດທິ​ຜົນ​ຊ່ວຍ​ໃຫ້​ພັກ, ລັດ​ຢືນຢັນ​ລັກສະນະ​ເປັນ​ທຳ, ຖືກ​ສິນທຳ​ໃນ​ບັນດາ​ເວທີ​ປາ​ໄສ​ສອງ​ຝ່າຍ​ແລະຫຼາຍ​ຝ່າຍ, ປັບປຸງ​ຖານະ​ບົດບາດ ອິດ​ທິພົນ​ຂອງ​ຕົນ, ອາ​ໃສ​ສິ່ງ​ດັ່ງກ່າວ​ຈຶ່ງ​ຍາດ​ແຍ່ງ​ໄດ້ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ແລະ​ການ​ຊ່ວຍ​ເຫຼືອ​ຂອງ​ສາກົນ, ທັງ​ເຕົ້າ​ໂຮມ​ຊັບພະຍາກອນ​ໃນ​ປະ​ເທດ​ເພື່ອ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ​ບັນດາ​ຊົນ​ເຜົ່າ. ສ່ວນ​ການ​ແບ່ງ​ແຍກ, ປະ​ທະ​ກັນ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ບັນດາ​ຊົນ​ເຜົ່າ​ເສຍ​ສະພາບ​ແວດ​ລ້ອມ​ຄວາມ​ສະຫງົບ​ແລະບໍ່​ສາມາ​ເຕົ້າ​ໂຮມ​ຊັບພະຍາກອນ​ເພື່ອ​ລົງທຶນ​ພັດທະນາ​ເທົ່າ​ນັ້ນ, ຫາກ​ຍັງ​ພາ​ໄປ​ເຖິງ​ການ​ບັ່ນ​ທອນ​ກຳລັງຄົນ ກຳລັງ​ຊັບ, ກໍ່​ຄວາມ​ສັບສົນ​ຄົນ​ເລ​ໃຫ້​ແກ່​ບັນດາ​​ແຜນກຳນົດ ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ, ປະລະ​ໂອກາດການ​ພັດທະນາ. ການ​ຕໍ່ສູ້​ຍັງ​ກວມ​ທັງ​ຕໍ່ສູ້​ພາຍ​ໃນ​ປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​ ຕໍ່ສູ້​ກັບ​ຄວາມ​ຮັບ​ຮູ້​ທີ່​ຍັງ​ບໍ່​ທັນ​ຖືກຕ້ອງ, ກັບ​ການ​ປະພຶດ​ທີ່​ຜິດ​ເຂ​ວ, ຜິດພາດ​ຂອງພະນັກງານ​ແລະ​ປະຊາຊົນ​ພາກສ່ວນ​ໜຶ່ງ ​ໃນ​ການ​ຮັບປະກັນ​ສິດ​ຂອງບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ຍ້ອນ​ແນວ​ນັ້ນ​ຈຶ່ງ​ຮັບປະກັນ​ໃຫ້ການ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງຄົບ​ຊຸກ ຄົບ​ຖ້ວນ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ດ້ວຍ​ຈິດ​ສຳນຶກ​ແລະ​ຄວາມ​ຮັບຜິດຊອບ​ຕື່ນ​ຕົວສູງ​ ຂອງລະບົບ​ການ​ເມືອງ​ທັງ​ໝົດ, ຂອງ​ປະຊາຊົນບັນດາ​ຊົນ​ເຜົ່າ​ສ່ວນ​ຫຼາຍ​ແລະສ່ວນ​ນ້ອຍ, ຂອງ​ວິ​ສາ​ຫະກິດ​ສັງກັດ​ທຸກ​ພາກສ່ວນ​ເສດຖະກິດ.

ການຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ການຕໍ່ສູ້​ຕ້ານ​ກົນອຸບາຍ​ສວຍ​ໃຊ້​ບັນຫາ​ຊົນ​ເຜົ່າ ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​​ເປົ້າ​ໝາຍ​ລວມ, ກ່ຽວ​ກັບ​ເຈົ້າພາບ​ນຳພາ-ຄຸ້ມ​ຄອງ​ລວມ, ກ່ຽວ​ກັບ​ການ​ຮັບ​ໃຊ້​ຜົນ​ປະ​ໂຫຍດຂອງ​ປະ​ເທດ-ປະຊາ​ຊາດ​ທີ່​ເປັນ​ເອກະ​ພາບ, ກ່ຽວ​ກັບ​ການ​ນຳ​ໃຊ້​ຫຼາຍ​ກຳລັງ​ລວມກັນ. ​ເປົ້າ​ໝາຍ​ລວມຂອງການຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ຕໍ່ສູ້​ຕ້ານ​ການ​ສວຍ​ໃຊ້​ບັນຫາ​ຊົນ​ເຜົ່າ ລ້ວມ​ແຕ່​ແນ​ໃສ່​ກໍ່ສ້າງ​ສັງຄົມ​ໜຶ່ງ​ທີ່​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ມີ​ປະຊາທິປະ​ໄຕ ຍຸຕິ​ທຳ ສີວິ​ໄລ; ປົກ​ປັກ​ຮັກສາ​ເອກະລາດ ອະທິປະ​ໄຕ ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ໄວ້​ຢ່າງ​ໝັ້ນຄົງ; ປົກ​ປັກ​ຮັກສາ​ພັກ ລັດ ປະຊາຊົນ ​ແລະ ລະບອບສັງຄົມ​ນິຍົມ; ປົກ​ປັກ​ຮັກສາ​ກິດຈະການ​ປ່ຽນ​ແປງ​ໃໝ່, ພາລະກິດ​ຫັນ​ເປັນ​ອຸດສາຫະກຳ​ ທັນ​ສະ​ໄໝ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ-ປະຊາ​ຊາດ; ປົກ​ປັກ​ຮັກສາສະພາບ​ແວດ​ລ້ອມ​ສັນ​ຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ລະບຽບ​ຄວາມ​ສະຫງົບ​ສັງຄົມ ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ; ປົກ​ປັກ​ຮັກສາ​ເອກະລັກວັດທະນະທຳ​ຂອງ​ຊາດ​ຫວຽດນາມ. ການຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ຕໍ່ສູ້​ຕ້ານ​ການ​ສວຍ​ໃຊ້​ບັນຫາ​ຊົນ​ເຜົ່າຢູ່​ຫວຽດນາມລ້ວນ​ແຕ່​ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ການ​ຄຸ້ມຄອງ​ບໍລິຫານ​ຂອງ​ລັດ, ພ້ອມ​ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ທົ່ວ​ທັງ​ລະບົບ​ການ​ເມືອງ, ນັບ​ແຕ່​ການວາງ​ແນວທາງ ຈົນ​ເຖິງ​ການຈັດ​ຕັ້ງ​ປະຕິບັດ; ​ເປັນ​ເອກະ​ພາບ​ໃນ​ການ​ຖື​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ-ປະຊາ​ຊາດ​ເປັນ​ຜົນ​ປະ​ໂຫຍ​ດສູງ​ສຸດ, ຜົນ​ປະ​ໂຫຍ​ດພາກສ່ວນ​ບໍ່​ອາດ​ແຍກ​ອອກ​ຈາກ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ-ປະຊາ​ຊາດ.

​ແຕ່​ວ່າ, ​ແຕ່​ລະ​ບັນຫາການ​ຕໍ່​ສູ້​ແລະການ​ຮັບປະກັນ ມີ​ເນື້ອ​ໃນ​ສະ​ເພາະ​ຕ່າງຫາກ ຍ້ອມ​ມັນມີ​ຄວາມ​​ແຕກຕ່າງ​ກັນດ້ານ​ວັດຖຸ​ປະສົງ​ອັນ​ລະອຽດ, ​ເປົ້າ​ໝາຍທີ່​ຈະ​ກະທົບ, ກຳລັງຮັບ​ຜິດ​ຊອບ​ສະ​ເພາະ ​ແລະ ວິທີ​ດຳ​ເນີນ​ງານ​ພິ​ເສດສະ​ພາະ. ກ່ຽວ​ກັບວັດຖຸ​ປະສົງ​ອັນ​ລະອຽດ, ຖ້າ​ຫາກ​ຈຸດໝາຍ​ຂອງ​ການຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ ​ແມ່ນ​ເຄົາລົບນັບຖື​ແລະ​ປົກ​ປັກ​ຮັກສາ​ສິດທິທີ່​ແທ້​ຈິງ​ຂອງບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ສ່ວນ​ການ​ຕໍ່ສູ້​ແມ່ນ​ມີ​ຈຸດໝາຍທັບ​ມ້າງທຸກ​​ເລ່ລ່ຽ​ມ ກົນອຸບາຍ ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູທີ່​ສວຍ​ໃຊ້​ບັນຫາ​ຊົນ​ເຜົ່າ, ສາສະໜາ, ສິດທິ​ມະນຸດ ​ເພື່ອ​ທຳລາຍກຸ່ມ​ກ້ອນ​ສາມັກຄີ​ຊົນຊາດ, ຍຸຍົງ​ສົ່ງ​ເສີມ​ລັດ​ທີ​ຊາດ​ນິຍົມ​ຈັດ​ໂພດ, ລັດທິ​ແຍກ​ຕົວ​ອອກ​ເປັນ​ຕ່າງຫາກ, ​ເຮັດ​ໃຫ້​ພວມ​ມັນ​ຕ້ອງ​ປະລາ​ໄຊລົງ​ຢ່າງ​ສິ້ນ​ເຊີ​ງ. ກ່ຽວ​ກັບ​ເປົ້າ​ໝາຍ, ຖ້າ​ຫາກ​ເປົ້າ​ໝາຍຂອງ​ການຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ ​ແມ່ນປະຊາຊົນ​ບັນ​ດາຊົນ​ເຜົ່າ​ສ່ວນ​ນ້ອຍ, ກວມ​ທັງກຸ່ມ​ຊົນ​ເຜົ່າ ​ແລະ ສະມາຊິກ​ຂອງ​ແຕ່​ລະ​ຊົນ​ເຜົ່າ, ສ່ວນ​ເປົ້າ​ໝາຍ​ຂອງ​ການ​ຕໍ່​ສູ້​ນັ້ນ​ ແມ່ນບັນດາ​ອິດ​ທິກຳລັງ​ສັດຕູ​ພາຍ​ນອກ​ທີ່​ຫວັງ​ສວຍ​ໃຊ້ບັນຫາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ເພື່ອທຳລາຍ​ປະ​ເທດ​ເຮົາ, ​ແມ່ນ​ບັນດາ​ພາກສ່ວນ​ປະຕິ​ການ​ໃນ​ປະ​ເທດທີ່​ຄົບ​ຄິດ​ຮ່ວມ​ມື​ກັບ​ບັນດາອິດ​ທິກຳລັງ​ສັດຕູ​ພາຍ​ນອກ ປະຕິບັດ​ການ​ເຄື່ອນ​ໄຫວ​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ, ​ແບ່ງ​ແຍກ​ຄວາມ​ສາມັກ​ຄິ​ແຫ່ງ​ຊາດ. ກ່ຽວ​ກັບກຳລັງຮັບ​ຜິດ​ຊອບ​ສະ​ເພາະ, ການຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ໂດຍ​ແມ່ນ​ບັນດາ​ອົງການ​ແລະ​ບຸກຄົນ​ທີ່​ມີໜ້າທີ່​ຈັດ​ຕັ້ງ ​ແລະ ປະຕິບັດບັນດາ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ ວັດທະນະທຳ ສັງຄົມ, ປ້ອງກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ, ນະ​ໂຍບາຍ​ການ​ຕ່າງປະ​ເທດ, ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ແລະ​ລະ​ບົບນິ​ເວດ...; ​ແຕ່​ລະກຳ​ລັງ​ເທິງ​ນີ້​ມີ​ບົດບາດ, ​ທີ່​ຕັ້ງສະ​ພາະ​ ໃນ​ເມື່ອ​ປະຕິບັດ​ບັນດາ​ນະ​ໂຍບາຍຫຼາຍ​ຂະ​ແໜງ/ສະຫະ​ຂະ​ແໜງ, ​ໃນ​ນັ້ນ​ອົງການ​ຮັບຜິດຊອບ​ສະ​ເພາະ​ວຽກງານ​ຊົນ​ເຜົ່າ ມີ​ບົດບາດ​ສຳຄັນ​ທີ່​ສຸດ. ຕໍ່ສູ້​ຕ້ານ​ການ​ສວຍ​ໃຊ້​ບັນຫາ​ຊົນ​ເຜົ່າ​ກໍ່​ຕ້ອງການ​ກຳລັງ​ຂອງ​ຫຼາຍ​ຂະ​ແໜງ​ການ/ສະຫະ​ຂະ​ແໜງ​ການ ​ທີ່​ໃຫຍ່​ຫຼວງ, ​ແຕ່​ກຳລັງ​ຫຼັກ​ແຫຼ່ງທີ່​ຮັບຜິດຊອບ​ສະ​ເພາະ​ແມ່ນ​ຕຳຫຼວດ​ປະຊາຊົນ, ກອງທັບ​ປະຊາຊົນ, ບັນດາ​ນັກ​ແນວ​ຄິດ​ທິດ​ສະ​ດີ, ນັກ​ໜັງສືພິມ​ທີ່​ຕໍ່ສູ້​ໃນ​ຂົງ​ເຂດ​ແນວ​ຄິດ-ທິດ​ສະ​ດີ. ກ່ຽວ​ກັບວິທີ​ດຳ​ເນີນ​ງານ​ພິ​ເສດສະ​ພາະ, ຖ້າ​ຫາກ​ການຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ໄດ້​ປະຕິບັດ​ດ້ວຍ​ບັນດາມາດ​ຕະການ​ເສດຖະກິດ, ການ​ບໍລິຫານ, ການ​ພົນລະ​ເຮືອນ, ​ໂດຍ​ຜ່ານ​ບັນດາ​ນະ​ໂຍບາຍ ​ແລະ ກົດໝາຍ​ທີ່​ນັບຖື, ປົກ​ປັກ​ຮັກສາ, ​ເບິ່ງ​ແຍງ​ດູ​ແລ​ສິດທິ​ມະນຸດ, ຜ່ານ​ບັນດາ​ໂຄງການ, ​ແຜນ​ງານ​ການ​ລົງທຶນ​ພັດທະນາເສດຖະກິດ-ສັງຄົມ, ປັບປຸງ​ລະບົບ​ການ​ເມືອງ, ປົກ​ປັກ​ຮັກສາ​ແລະ​ເສີມ​ຂະຫຍາຍ​ເອກະລັກ​ວັດທະນາ​ທຳ, ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ​ລະບົບ​ນິ​ເວດ,... ສ່ວນ​ການ​ຕໍ່​ສູ້​ຕ້ານ​ການ​ສວຍ​ໃຊ້​ບັນຫາ​ຊົນ​ເຜົ່າ​ແມ່ນ​ຮຽກຮ້ອງ​ໃຫ້​ຕ້ອງ​ສົມທົບ​ລະຫວ່າງ​ມາດ​ຕະການ​ໃຊ້​ອາວຸດ​ແລະ​ບໍ່​ໃຊ້​ອາວຸດ, ນັບ​ທັງ​ໃຊ້​ວິຊາ​ສະ​ເພາະ​ພິ​ເສດ​ຂອງ​ກຳລັງ​ປະກອບ​ອາວຸດ ​ເພື່ອ​ທັບ​ມ້າງ​ບັນດາ​ການ​ເຄື່ອນ​ໄຫວ​ຕິດ​ຕໍ່​, ສ້າງ​ຮາກ​ຖານ, ​ເຕົ້າ​ໂຮມ​ກຳລັງ ທີ່​ຫວັງ​ແບ່ງ​ແຍກ​ຄວາມ​ສາມັກຄີ​ແຫ່ງ​ຊາດ, ຍຸຍົງ​ສົ່ງ​ເສີມ​ການ​ຈະລາຈົນ​ໂຄ່​ມລົ້ມອຳນາດ​ການ​ປົກຄອງ, ປະຕິບັດ​ລັດທິ​ແຍກ​ຕົວ​ອອກ​ເປັນ​ຕ່າງຫາກ.

ຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ຕໍ່ສູ້​ຕ້ານ​ການ​ສວຍ​ໃຊ້​ບັນຫາ​ຊົນ​ເຜົ່າ: ບັນຫາ​ທີ່​ມີ​ຄວາມ​ສຳຄັນ​ພິ​ເສດ​ໃນ​ພາລະກິດ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ

​ເພື່ອຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ແກ້​ໄຂ​ບັນຫາ​ນີ້ ຕ້ອງ​ເອົາ​ໃຈ​ໃສ່​ບາງ​ບັນຫາ​ລຸ່ມ​ນີ້:

ທີ​ໜຶ່ງ, ຕ້ອງ​ຮັບ​ຮູ້ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງ​ທີ່​ສຳຄັນ​ພິ​ເສດ​ ຂອງ​ການຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ໃນ​ການ​ແກ້​ໄຂ​ບັນຫາ​ຊົນ​ເຜົ່າຢູ່​ຫວຽດນາມ.

ຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍມີ​ຄວາມ​ສຳຄັນ​ພິ​ເສດ​ຕໍ່​ຄວາມ​ໝັ້ນຄົງ​ແລະ​ການ​ພັດທະນາ​ຂອງ​ປະ​ເທດ. ມັນ​ຖືກ​ກຳນົດ​ໂດຍ​ເງື່ອນ​ໄຂ​ພູມິ​ລັດຖະສາດ, ​ເສດຖະກິດ, ມະນຸດ​ອະລິຍະ​ທຳ, ສະພາບ​ແວດ​ລ້ອມ​ຂອງ​ເຂດຊົນ​ເຜົ່າ​ສ່ວນ​ນ້ອຍ; ຍ້ອນຄວາມ​ຫຍຸ້ງຍາກ​ສັບສົນ​ຂອງ​ບັນຫາ​ຊົນ​ເຜົ່າ​ທີ່​ມີ​ມາ​ໃນ​ປະຫວັດສາດ, ຄວາມ​ຈຳກັດ​ຂອງ​ແຫຼ່ງ​ເງິນ​ລົງທຶນ, ອຸປະສັກ​ຂອງ​ຮີດຄອງ​ປະ​ເພນີ, ຄວາມ​ຊີ​ນ​ເຄີຍ​ແລະ​ລະດັບ​ການ​ພັດທະນາ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ມ້າງ​ເພ​ທຳລາຍ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ. ​ເພາະສະ​ນັ້ນ, ການຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ບໍ່​ອາດ​ຈະ​ປະຕິບັດ​ຢ່າງ​ໄວວາ​ດ້ວຍ​ບາງ​ໂຄງການ, ​ແຜນ​ງານ ຫຼື​ດ້ວຍ​ພຽງ​ແຕ່​ມາດ​ຕະການ​ເຄື່ອນ​ໄຫວ​ບໍລິຫານ​ເທົ່າ​ນັ້ນ, ​ແຕ່​ຕ້ອງຜ່ານ​ວິທີ​ແກ້​ໄຂ​ສັງ​ລວມ, ປະຕິບັດ​ຕາມ​ຂັ້ນ​ຕ​ອນການ​ພັດທະນາ​ໄລຍະ​ສັ້ນ, ​ໄລຍະ​ກາງ ​ແລະ ​ໄລຍະ​ຍາວ, ​ໄລຍະ​ກ່ອນ​ສ້າງ​ປະຖົມ​ປັດ​ໄຈ​ການ​ພັດທະນາ​ໃຫ້​ແກ່​ໄລ​ຍະ​ຫຼັງ. ນີ້​ແມ່ນ​ພາລະກິດ​ທີ່​ຍາວ​ນານ, ຫຍຸ້ງຍາກ​ລຳບາກ; ຕ້ອງການ​ແຫຼ່ງພະລັງຫຼາຍ​ເພື່ອ​ລົງທຶນ​ຂະໜາດ​ໃຫຍ່, ກວມ​ທັງ​ກຳລັງ​ຄົນ ​​ແຫຼ່ງເງິນ​ທຶນ ​ແລະ ​ແຫຼ່ງວັດ​ຖຸ​ອຸປະກອນ; ຕ້ອງມີ​ການ​ເຂົ້າ​ຮ່ວມ​ຂອງ​ທົ່ວທັງ​ລະບົບ​ການ​ເມືອງ, ຂອງ​ບັນດາ​ວິ​ສາ​ຫະກິດທີ່​ຂຶ້ນ​ກັບ​ທຸກ​ພາກສ່ວນ​ເສດຖະກິດ; ຕ້ອງມີ​ການ​ສະໜັບສະໜູນ ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ ພ້ອມ​ກັນ​ພັດທະນາລະຫວ່າງ​ບັນດາ​ຊົນ​ເຜົ່າ; ສູງ​ທີ່​ສຸດ​ແມ່ນປຸກ​ຕື່ນ​ສະຕິ​ອີງ​ໃສ່​ຕົນ​ເອງ​ສ້າງ​ຕົນ​ໃຫ້​ເຂັ້ມ​ແຂງ​ ຂອງ​ກະ​ໂຕ​ປະຊາຊົນ​ບັນດາ​ເຜົ່າ.

ທີ​ສອງ, ຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ ​ແມ່ນ​ບັນຫາ​ພະຫຸ​ຂະ​ແໜງ/ສະຫະ​ຂະ​ແໜງ, ນັບ​ແຕ່ເສດຖະກິດ ການ​ເມືອງ ວັດທະນະທຳ-ສັງຄົມ, ສະພາບ​ແວດ​ລ້ອມ -ລະບົບ​ນິ​ເວດ, ການ​ພົວພັນ​ສາກົນ, ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ.

ສິດທິ​ທາງ​ເສດຖະກິດ​ຕ້ອງ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ກ່ອນ​ອື່ນ​ໝົດ, ຍ້ອນ​ມັນ​ມີ​ຄວາມ​ພົວພັນ​ເຖິງ​ສິດທິ​ສະ​ວັດ​ດີກາ​ນ ​ແລະ ການ​ພັດທະນາ, ສິດ​ເຂົ້າ​ເຖິງ​ບັນດາ​ແຫຼ່ງຊັບ​ພະຍາກອນ​ຢ່າງ​ສະ​ເໝີ​ພາບ. ສິດທິ​ທາງ​ການ​ເມືອງ​ສະ​ແດງ​ອອກ​ຢູ່​ທີ່​ສິດສະ​ເໝີ​ພາບ​ຂອງ​ພົນ​ລະ​ເມືອງ​ໃນ​ການ​ເລືອກ​ຕັ້ງ, ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ, ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ບໍລິຫານ​ລັດ, ​ເຂົ້າ​ຮ່ວມ​ຂະ​ບວນວິວັດ​ການ​ຄົ້ນ​ຄວ້າກຳນົດ​ນະ​ໂຍບາຍ, ຊຶ່ງ​ໃນນັ້ນ ການ​ສ້າງ​ແຫຼ່ງບຸກຄະລາ​ກອນ, ສຶກສາ​ກໍ່ສ້າງ, ຝຶກ​ອົບຮົມ, ສັບ​ຊ້ອນ, ນຳ​ໃຊ້ ​ແລະ ຈັດ​ວາງ​​ເປັນຢ່າງ​ດີ​ພະນັກງານ​ຊົນ​ເຜົ່າ​ສ່ວນ​ນ້ອຍຢູ່​ໃນ​ບັນດາ​ອົງການ​ຂອງ​ລະບົບ​ການ​ເມືອງ ມີ​ຄວາມ​ສຳຄັນ​ພິ​ເສດ. ສິດທິ​ທາງ​ວັດທະນະທຳ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ໃນ​ການອະນຸ​ຮັກ ​ແລະ ​ເສີມ​ຂະຫຍາຍ​ເອກະລັກ​ວັດທະນະທຳຂອງ​ຊາດ, ​ແຕ່​ຍັງ​ມີ​ຄວາມ​ພົວພັນ​ເຖິງ​ບັນຫາພື້ນຖານທີ່​ສຸດ​ຄື ການຮັກສາ​ແລະພັດທະນາຊົນ​ເຜົ່າໜຶ່ງ. ບັນດາ​ບັນຫາ​ສະພາບ​ແວດ​ລ້ອມ, ລະບົບ​ນິ​ເວດ ​ມີ​ຄວາມ​ພົວພັນ​ແໜ້ນແຟ້ນທີ່​ສຸດ​ ເຖິງ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ໃນ​ການ​ປົກ​ປັກ​ຮັກສາ​ເທສະ​ແຫ່ງການ​ດຳລົງ​ຄົງ​ຕົວ​ແລະ​ຂະຫຍາຍຕົວ​ຂອງ​​ຊົນ​ເຜົ່າ. ບັນຫາ​ສິດ​ຂອງບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ໃນ​ໂລກ​ປະຈຸ​ບັນ ບໍ່​ຖືກ​ອັດແຈບ​ຢູ່​ພາຍ​ໃນ​ຊາຍ​ແດນ​ປະ​ເທດ​ໜຶ່ງ​ ​ແຕ່​ມັນມີ​ລັກສະນະ​ຂ້າມ​ຊາດ, ນັບ​ທັງການ​ກຳນົດ​ໃນ​ບັນດາ​ເອກະສານ​ການ​ເມືອງ-ກົດໝາຍ​ສາກົນອີກ. ຕົວຢ່າງ​ຄື, ຖະ​ແຫຼງການ​ຂອງ​ສະຫະ​ປະຊາ​ຊາດວ່າ​ດ້ວຍ​ສິດ​ທິຂອງຜູ້​ທີ່​ຂຶ້ນກັບຊຸມ​ຊົນ​ສ່ວນ​ນ້ອຍ​ທາງ​ດ້ານ​ພາສາ, ສາສະໜາ, ​ເຊື້ອ​ຊາດ (ປີ 1992)(1), ອະນຸ​ສັນຍາ​ຂອງ​ຄະນະ​ມົນຕີ​ສະຫະພາບ​ເອີຣົບກ່ຽວ​ກັບການ​ປົກປ້ອງ​ຊົນ​ເຜົ່າ​ສ່ວນ​ນ້ອຍ (ປີ 1995)(2), ກົດ​ບັດ​ກ່ຽວ​ກັບ​ພາສາ​ເຂດ​ຫຼື​ຊຸມ​ຊົນ​ສ່ວນ​ນ້ອຍຂອງ​ເອີຣົບ (ປີ 1994)(3), ຄຳ​ສະ​ເໜີ​ແນະ​ຂອງ ລຸນ​ດ໌ ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ເຂົ້າ​ໃນ​ຊີວິດ​ປະຊາ​ຄົມຢ່າງ​ມີ​ປະສິດທິ​ຜົນ (ປີ 1999)(4)... ອະນຸ​ສັນຍາ​ລະຫວ່າງ​ປະ​ເທດ​ວ່າ​ດ້ວຍ​ບັນດາສິດທິ​ພົນລະ​ເມືອງ​ ແລະ ​ສິດທິ​ທາງ​ການ​ເມືອງ (ປີ 1966) ​ໄດ້​ລະບຸ​ການ​ປົກ​ປັກຮັກສາສິດທິ​ມະນຸດ ​ແລະ ສິດທິ​ຂອງ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ໃນ​ບັນດາ​ມາດຕາ 2, 4, 27. ຢູ່​ບັນດາ​ປະ​ເທດ​ທີ່​ມີ​ຫຼາຍ​ຊຸມ​ຊົນ​ສ່ວນ​ນ້ອຍ​ທາງ​ຊົນ​ເຜົ່າ, ​ສາສະໜາແລະພາສາ ຊຶ່ງບັນດາ​ບຸກຄົນ​ທີ່​ຢູ່​ໃນ​ຊົນ​ເຜົ່າ, ສາສະ​ໜາ, ພາສາ​ສ່ວນ​ນ້ອຍ​ນັ້ນ, ພ້ອມ​ກັບ​ບັນດາ​ສະມາຊິກ​ອື່ນ​ໃນ​ຊຸ​ມຊົມ​ຂອງ​ຕົນ, ບໍ່​ອາດ​ຈະ​ຖືກປົດ​ສິດ​ໃນ​ການ​ດຳ​ເນີນ​ຊີວິດ​ວັດທະນະທຳ​ສະ​ເພາະ, ສິດ​ໃນ​ການນັບຖື​ແລະ​ປະຕິບັດ​ທຳ​ຕາມ​ສາສະໜາ​ສະ​ເພາະ, ຫຼື​ສິດ​ໃນ​ການ​ນຳ​ໃຊ້​ພາສາ​ສະ​ເພາະ​ຂອງ​ຕົນ (​ມາດຕາ 27)...

ການຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍຢູ່​ຫວຽດນາມ​ແມ່ນ​ວຽກ​ງານ​ຂອງ​ຫຼາຍ​ເຈົ້າພາບ, ນັບ​ແຕ່​ພັກ ລັດ ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ, ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ, ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບທຸກ​ພາກສ່ວນ​ເສດຖະກິດ ​ແລະ ທຸ​ກຊຸມ​ຊົນ​ທົ່ວສັງຄົມ. ນັ້ນ​ຍັງ​ແມ່ນ​ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ ການ​ນັບຖື​ບັນດາ​ຄຸນຄ່າ​ແຜ່​ຫຼາຍ​ທົ່ວ​ໄປທີ່​ໄດ້​ລະບຸ​ໃນ​ບັນດາ​ອະນຸ​ສັນຍາ​ລະຫວ່າງ​ປະ​ເທດ​ທີ່​ຫວຽດນາມ​ໄດ້​​ໃຫ້​ຄຳ​ໝັ້ນ​ສັນຍາ ກັບ​ການ​ຄິດ​ໄລ່​ຢ່າງຮອບ​ຄອບ​ເຖິງ​ບັນດາຈຸດ​ພິ​ເສດສະ​ເພາະ​ໃນ​ການຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍຢູ່​ຫວຽດນາມ. ອະນຸ​ສັນຍາ​ລະຫວ່າງ​ປະ​ເທດ​ວ່າດ້ວຍ​ບັນດາສິດທິ​ພົນລະ​ເມືອງ ​ແລະ ​ສິດທິ​ທາງ​ການ​ເມືອງ (ປີ 1966) ​ໄດ້​ຂຽນ​ວ່າ: “ຢູ່​ບັນດາ​ປະ​ເທດ​ທີ່​ມີ​ຫຼາຍ​ຊຸມ​ຊົນ​ສ່ວນ​ນ້ອຍທາງ​ຊົນ​​ເຜົ່າ, ສາສະໜາ​ແລະ​ພາສາ ທີ່ຢູ່​ຮ່ວມ​ກັນ, ຊຶ່ງບັນດາ​ບຸກຄົນ​ທີ່​ຢູ່​ໃນ​ບັນດາຊົນ​ເຜົ່າ, ສາສະ​ໜາ, ພາສາ​ ​ແລະ ບັນດາ​ຊຸມ​ຊົນສ່ວນ​ນ້ອຍ​ນັ້ນ, ພ້ອມ​ກັບ​ບັນດາ​ສະມາຊິກ​ອື່ນ​ໃນ​ຊຸ​ມຊົມ​ຂອງ​ຕົນ, ບໍ່​ອາດ​ຈະ​ຖືກປົດ​ສິດ​ໃນ​ການຊົມ​ໃຊ້​ພື້ນຖານ​ວັດທະນະທຳ​ສະ​ເພາະ, ສິດ​ໃນ​ການສະ​ແດງ​ອອກ​ແລະ​ປະຕິບັດ​ທຳ​ຕາມ​ສາສະໜາ​ສະ​ເພາະ ຫຼື​ສິດ​ໃນ​ການ​ນຳ​ໃຊ້​ພາສາ​ສະ​ເພາະ​ຂອງ​ເຂົາ” (ມາດຕາ 3).

​ໂດຍ​ສອດຄ່ອງ​ກັບ​ບັນດາ​ອະນຸ​ສັນຍາ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ, ກົດໝາຍ​ຂອງ​ຫວຽດນາມ​ໄດ້​ຮັບ​ຮູ້​ແລະ​ຮັບປະກັນ​ຢ່າງ​ຄົບ​ຖ້ວນ​ສິດທິ​ຂອງ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ລັດຖະທຳ​ມະນູນ​ຫວຽດນາມ​ປີ 2013 ​ໄດ້​ລະບຸ​ໄວ້​ວ່າ: “ປະ​ເທດສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ ​ເປັນ​ປະ​ເທດ​ເອກະ​ພາບ​ຂອງ​ບັນດາ​ເຜົ່າ​ທີ່ດຳລົງ​ຊີວິດ​ຮ່ວມ​ກັນ​ໃນ​ປະ​ເທດ​ຫວຽດນາມ. ບັນດາ​ຊົນ​ເຜົ່າສະ​ເໝີ​ພາບ, ສາມັກຄີ, ​ເຄົາລົບ​ນັບຖື ​ແລະ ຊ່ວຍ​ເຫຼືອ​ກັນ ພ້ອມ​ກັນ​ພັດທະນາ; ຫ້າມທຸກ​ການ​ກະທຳ​ຈຳ​ແນ​ກປະພຶດ, ​ແບ່ງ​ແຍກຊົນ​ເຜົ່າ. ພາສາ​ປະຈຳ​ຊາດ​​ແມ່ນ​ພາສາ​ຫວຽດ. ບັນດາ​ຊົນ​ເຜົ່າ​ມີ​ສິດ​ໃຊ້​ພາສາ​ເວົ້າ​ແລະ​ຂຽນ, ຮັກສາ​ເອກະລັກ​ແຫ່ງ​ຊົນ​ເຜົ່, ​ເສີມ​ຂະຫຍາຍຮີດຄອງປະ​ເພນີ, ມູນ​ເຊື້ອ ​ແລະ ວັດທະນະທຳ​ທີ່​ດີງາມ​ຂອງ​ຕົນ. ລັດ​ປະຕິບັດ​ນະ​ໂຍບາຍ​ພັດທະນາ​ຢ່າງຮອບດ້ານ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ, ພ້ອມ​ກັນ​ພັດທະນາ​ພ້ອມ​ກັບປະ​ເທດ​ຊາດ” (ມາດຕາ 5); ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ສິດສະ​ເໝີ​ພາບ​ລະຫວ່າງ​ບັນດາ​ຊົນ​ເຜົ່າ​​ໃນ​ລັດຖະທຳ​ມະນູນນັ້ນ ​ໄດ້​ຫັນ​ເປັນ​ນິຕິ​ກຳ​​ໃນ​ຂໍ້​ກຳນົດ​ກ່ຽວ​ກັບ​ສະພາ​ຊົນ​ເຜົ່າ (ມາດຕາ 75). ນອກຈາກ​ນັ້ນ, ສິດສະ​ເໝີ​ພາບ​ລະຫວ່າງ​ບັນ​ດາ​ຊົນ​ເຜົ່າ ຍັງ​ໄດ້​ລະບຸ​ແລະ​ຫັນ​ເປັນ​ລະອຽດ​ໃນ​ຫຼາຍ​ເອກະສານ​ກົດໝາຍອື່ນ​ຂ​ອງຫວຽດນາມ, ​ເຊັ່ນກົດ​ໝາຍສັນຊາດ ປີ 2008 (ມາດຕາ 1) ຢືນຢັນ​ຄວາມ​ສະ​ເໝີ​ພາບ​ກ່ຽວ​ກັບ​ສິດ​ມີ​ສັນຊາດ​ຂອງບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ; ປະມວນ​ກົດໝາຍ​ວິທີ​ພິຈາລະນາຄວາມ​ອາຍາ ປີ 2015 (ມາດຕາ 29), ປະມວນ​ກົດໝາຍ​ວິທີ​ພິຈາລະນາຄວາມ​​ແພ່ງ ປີ 2015 (ມາດຕາ 20), ​ກົດໝາຍ​ວິທີ​ພິຈາລະນາຄວາມບໍລິຫານ ປີ 2015 (ມາດຕາ 17, ມາດຕາ 21) ກຳນົດ​ກ່ຽວ​ກັບ​ສິດສະ​ເໝີ​ພາບ​ຂອງ​ພົນ​ລະ​ເມືອງ​ທຸກ​ຄົນ ​ໃນ​ຂະ​ບວນວິວັດ​ການ​ດຳ​ເນີນ​ຄະດີ ​ແລະ ສິດ​ໄດ້​ນຳ​ໃຊ້​ພາສາ​ເວົ້າ​ແລະ​ຂຽນ​ຂອງບັນ​ດາ​ຊົນ​ເຜົ່າ​ ໃນ​ຂະ​ບວນວິວັດ​ການດຳ​ເນີນ​ຄະດີ. ນີ້​ແມ່ນ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິດທິ​ຂອງ​ຄົນຊົນ​ເຜົ່າ​ສ່ວນ​ນ້ອຍ ​ໃນ​ການ​ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ຂອງ​ພົນລະ​ເມືອງ​ຕໍ່ໜ້າ​ກົດໝາຍ ​ແລະ ສານ. ປະມວນ​ກົດໝາຍ​ອາຍາ​ປີ 1999 (ມາດຕາ 1) ກຳນົດ​ຫຼັກການ​ໜຶ່ງ​ໃນ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ອາຍາ​ແມ່ນ ຮັບປະກັນ​ສິດສະ​ເໝີ​ພາບ​ລະຫວ່າງ​ປະຊາຊົນບັນ​ດາ​ຊົນ​ເຜົ່າ. ກົດໝາຍ​ວ່າ​ດ້ວຍການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ ​ສະພາ​ປະຊາຊົນ ປີ 2015 (ມາດຕາ 8, ມາດຕາ 9) ກຳນົດ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຢ່າງ​ສະ​ເໝີ​ພາບ​ຂອງບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ໃນ​ການ​ເລືອກ​ຕັ້ງ, ສະໝັກ​ຮັບ​ເງືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ... ກ່ຽວ​ກັບ​ການ​ຮັກສາ​ເອກະລັກ​ວັດທະນະທຳ, ລັດຖະທຳ​ມະນູນ​ປີ 2013 (ມາດຕາ 5) ລະບຸ: “ບັນ​ດາ​ຊົນ​ເຜົ່າມີ​ສິດ​ໃຊ້​ພາສາ​ເວົ້າ​ແລະ​ຂຽນ, ຮັກສາ​ເອກະລັກ​ຂອງ​ຊາດ, ​ເສີມ​ຂະຫຍາຍ​ຮີດຄອງ​ປະ​ເພນີ, ມູນ​ເຊື້ອ​ແລະ​ວັດທະນະທຳ​ທີ່​ດີງາມ​ຂອງ​ຕົນ; ມາດຕາ 42 ກໍ່​ລະບຸ: “ພົນລະ​ເມືອງ​ມີ​ສິດ​ກຳນົດ​ເຊື້ອ​ຊາດ​ຂອງ​ຕົນ, ​ໃຊ້​ພາສາ​ແມ່, ​ເລືອ​ກ​​ໃຊ້​ພາສາ​ຕິດ​ຕໍ່ສື່ສານ”. ​ໃນ​ຫຼາຍ​ເອກະສານ​ກົດໝາຍ​ອື່ນ, ​ໃນ​ນັ້ນ​ກວມ​ທັງ​ປະມວນ​ກົດໝ​າຍ​ແພ່ງ​ປີ 2015 (ບັນດາ​ມາດຕາ 5, 7, 26, 29) ກຳນົດ​ກ່ຽວ​ກັບ​ນຳ​ໃຊ້ປະ​ເພນີ ນະ​ໂຍບາຍ ກ່ຽວ​ກັບ​ການ​ພົວພັນ​ທາງ​​ແພ່ງ, ສິດທິ​ມີ​ຊື່ ນາມສະ​ກູນ, ສິດທິ​ໃນ​ການ​ກຳນົດ​ເຊື້ອ​ຊາດ, ກຳນົດ​ເຊື້ອ​ຊາດ​ຄືນ​ໃໝ່. ກົດໝາຍ​ຫວຽດນາມ​ກໍ່​ຮັບ​ຮູ້​ສິດທິ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຂອງ​ລັດ ​ເພື່ອ​ພັດທະນາ​ຢ່າງຮອບດ້ານ. ລັດຖະທຳ​ມະນູນ​ປີ 2013 ກຳນົດ: “ລັດ, ສັງຄົມ​ລົງທຶນ​ພັດທະນາ​ພາລະກິດ​ປົກ​ປັກ​ຮັກສາ, ​ເບິ່ງ​ແຍງ​ດູ​ແລສຸຂະພາບ​ຂອງ​ປະຊາຊົນ, ປະຕິບັດ​ການ​ປະກັນ​ໄພສຸຂະ​ພາບ​ທົ່ວ​ປວງ​ຊົນ, ມີ​ນະ​ໂຍບາຍ​ບຸລິມະສິດ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບຂອງປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ປະຊາຊົນ​ຢູ່​ເຂດ​ພູຜາ, ​ເຂດ​ເກາະ​ທະ​ເລ ​ແລະ ​ເຂດທີ່​ມີ​ເງື່ອນ​ໄຂ​ເ​ສດຖະກິດ-ສັງຄົມຫຍຸ້ງຍາກ​ເປັນ​ພິ​ເສດ” (ມາດຕາ 58); “ລັດ​ໃຫ້​ບຸລິມະສິດ​ພັດທະນາ​ການ​ສຶກສາ​ຢູ່​ເຂດ​ພູດ​ອຍ, ​ເຂດ​ເກາະ​ທະ​ເລ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ​ເຂດ​ທີ່​ມີ​ເງື່ອນ​ໄຂເສດຖະກິດ-ສັງຄົມທີ່​ຫຍຸ້ງຍາກ​ເປັນ​ພິ​ເສດ...” (ມາດຕາ 61). ກົດໝາຍ​ການ​ສຶກສາ​ປີ 2005 (ມາດຕາ 61, ມາດຕາ 82) ກຳນົດ​ກ່ຽວ​ກັບ​ການ​ທີ່​ລັດ​ສ້າງ​ຕັ້ງ​ບັນດາ​ໂຮງຮຽນ​ສາມັນກິນນອນ​ຊົນ​ເຜົ່າ, ​ໂຮງຮຽນ​ຊົນເຜົ່າ​ເຄິ່ງກິນນອນ, ​ກຽມ​ມະຫາວິທະຍາ​ໄລ ​ໃຫ້​ລູກຫຼານ​ຂອງ​ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ນະ​ໂຍບາຍຜັດ​ປ່ຽນ​ພະນັກງານ​ຄຸ້ມ​ຄອງການ​ສຶກສາ​ທີ່​ເຮັດ​ວຽກ​ຢູ່​ບັນດາ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ໄດ້​ຮຽນ​ພາສາ​ຂອງ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ສິດສອນ​ແລະ​ຮ່ຳຮຽນ; ກົດໝາຍ​ວ່າ​ດ້ວຍ​ການກວດ​ແລະ​ປົວ​ພະຍາດ​ ປີ 2009 (ມາດຕາ 4) ກຳນົດ​ນະ​ໂຍບາຍ​ຂອງ​ລັດກ່ຽວ​ກັບ​ການກວດ​ແລະ​ປົວ​ພະຍາດ​ໃຫ້​ປະຊາຊົນຊົນ​ເຜົ່າ​ສ່ວນ​ນ້ອຍ, ​ເຊິ່ງ​ໄດ້​ບຸລິມະສິດ​ຈັດ​​ແບ່ງ​ງົບປະມານຕອບ​ສະໜອງ​ຄວາມ​ຕ້ອງການ​ກວດ​ແລະ​ປົວ​ພະຍາດ​ພື້ນຖານ​ຂອງ​ປະຊາຊົນ... ກົດໝາຍ​ວ່າ​ດ້ວຍ​ສຳມະ​ໂນ​ຄົວ​ປີ 2014 ກຳນົດ​ກ່ຽວ​ກັບ​ສິດ​ຂອບ​ເຂດ​ລົງທະບຽນການ​ປ່ຽນ​ແປງ, ​ແກ້ຂ່າວ, ​ເພີ່ມ​ເຕີມສຳມະ​ໂນ​ຄົວ, ກຳນົດ​ເຊື້ອ​ຊາດ​ຄືນ​ໃໝ່; ຂັ້ນ​ຕອນ​ລົງທະບຽນການ​ປ່ຽນ​ແປງ, ​ແກ້​ຂ່າວ, ​ເພີ່ມ​ເຕີມ​ສຳມະ​ໂນ​ຄົວ, ກຳນົດ​ເຊື້ອ​ຊາດ​ຄືນ​ໃໝ່ (ມາດຕາ 46, ມາດ​ຕາ 47). ປະມວນ​ກົດໝາຍ​ແຮງ​ງານ​ປີ 2012 ຫ້າມ​ການຈຳ​ແນ​ກການ​ປະພຶດ​ກ່ຽວ​ກັບ​ຊົນ​ເຜົ່າ (ມາດຕາ 8)... ນັ້ນ​ແມ່ນ​ບັນດາ​ຫຼັກ​ຖານ​ຕົວ​ຈິງ-ກົດໝາຍທີ່​ມີ​ຊີວິດ​ຊີວາ​ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ສິດທິ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື, ຮັບ​ຮູ້, ປະຕິບັດ​​ແລະ​ປົກ​ປັກ​ຮັກສາ.

ທີ​ສາມ, ສາຍ​ພົວພັນ​ລະຫວ່າງ​ສິດທິ​ຂອງ​ສະມາຊິກ​ແຕ່ລະຄົນ​ໃນ​ຊົນ​ເຜົ່າ ​ແລະ ສິດທິ​ລວມໝູ່​ຂອງ​ຊົນ​ເຜົ່າ. ນີ້​ແມ່ນ​ສາຍ​ພົວພັນ​ທີ່​ພື້ນຖານ​ທີ່​ສຸດ​ໃນ​ຂະ​ບວນວິວັດ​ການ​ຮັບປະກັນ​ສິດ​ແຫ່ງ​ຊາດ ​ແລະ ຕໍ່ສູ້​ຕ້ານ​ການ​ສວຍ​ໃຊ້ບັນຫາ​ຊົນ​ເຜົ່າ​ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ. ສິດ​ສ່ວນ​ບຸກຄົນ​ມະນຸດ​ໃນ​ບັນດາ​ຊົນ​ເຜົ່າລ້ວນ​​ແຕ່​ສະ​ເໝີ​ພາບ​ຕໍ່ໜ້າ​ກົດໝາຍ, ​ເປັນ​ເອກະ​ພາບ​ລະຫວ່າງ​ສິດ​ສ່ວນ​ບຸກຄົນແລະສິດ​ລວມໝູ່​ຂອງ​ຊຸມ​ຊົນ​ຊົນ​ເຜົ່າ ​ໄດ້​ຕັ້ງຢູ່​ໃນ​ສິດ​ຂອງ​ປະ​ເທດ-ປະຊາ​ຊາດ. ຄວາມ​ສະ​ເໝີ​ພາບ​ທາງ​ດ້ານ​ສິດທິ​ມະນຸດ​ໄດ້​ຮັບ​ການ​ຮັບຮອງ​ຢ່າງ​ຄົບ​ຖ້ວນ​ຈາກ​ລັດຖະທຳ​ມະນູນ​ປີ 2013 ​ແລະ ບັນດາ​ກົດໝາຍ. ​ແຕ່​ວ່າ, ຍ້ອນ​ຈຸດ​ເລີ່​ມຕົ້ນ​ຕ່ຳ, ​ເງື່ອນ​ໄຂ​ພູມິສາດ​ຫ່າງ​ໄກ​ກັນ ​ແລະ ບັນດາ​ອຸປະສັກ​ທາງ​ດ້ານ​ພາສາ, ດັ່ງ​ນັ້ນ ຄວາມ​ສາມາດ​ປະຕິບັດ​ສິດທິ​ຂອງປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ ຈຶ່ງ​ຖືກ​ຈຳກັດ. ​ເພາະສະ​ນັ້ນ, ການ​ຮັບປະກັນ​ສິດທິ​ນີ້​ຈຶ່ງ​ຕ້ອງ​ໄດ້​ບຸລິມະສິດ​ໃນ​ບັນດາ​ນະ​ໂຍບາຍ​ການ​ພັດທະນາ. ບັນດາ​ສິດ​ທິລ້ວນ​ແຕ່​ສາມາດ​ປະຕິບັດ​ໂດຍ​ຜ່ານສອງ​ຮູບ​ການ: ​ໂດຍ​ກົງ​ແລະ​ໂດຍ​ທາງ​ອ້ອມ, ນັບ​ແຕ່​ສິດທິທາງ​ດ້ານ​ການ​ເມືອງ, ສິດທິ​ວັດທະນະທຳ, ສິດທິ​ເຂົ້າ​ເຖິງ​ບັນດາ​ແຫຼ່ງຊັບພະຍາ​ການ​ການພັດທະນາ, ສິດທິ​ໄດ້​ຮັບ​ຄວາມ​ປອດ​ໄພ​ແລະ​ການ​ພັດທະນາ,... ສິດທິ​ທາງ​ດ້ານ​ການ​ເມືອງ​ໄດ້​ຮັບ​ການ​ປະຕິບັດ​ດ້ວຍ​ຮູບ​ແບບ​ປະຊາ​ທິປະ​ໄຕ​ໂດຍ​ກົງ ຫຼື​ຮູບ​ແບບ​ປະຊາທິປະ​ໄຕຕົວ​ແທນ. ​ໃນ​ເງື່ອນ​ໄຂ​ຫຼາຍ​ຊົນເຜົ່າທີ່ອາ​ໄສ​ຢູ່​ກະ​ແຈກ​ກະ​ຈ່າຍ​ແລະ​ສະຫຼັບ​ກັນ, ບັນດາ​ຊົນ​ເຜົ່າ​ມີ​ລະດັບ​ການ​ພັດທະນາ​ແລະ​ຈຳນວນ​ພົນລະ​ເມືອງ​ແຕກ​ຕ່າງ​ກັນ,... ດັ່ງ​ນັ້ນ​ ປະຊາທິປະ​ໄຕ​ແບບຕົວ​ແທນຈຶ່ງ​ມີ​ບົດບາດ​ສຳຄັນ​ທີ່​ສຸດ ​ແນ​ໃສ່​ຮັບປະກັນສິດທິ​ທາງ​ດ້ານ​ການ​ເມືອງ​ຂອງບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ​ໂດຍ​ຜ່ານ​ການ​ຄັດ​ເລືອກ​ໂຄງ​ປະກອບ​ບັນດາ​ຜູ້​ທີ່​ເປັນ​ຕົວ​ແທນ​ຂອງ​ບັນດາຊົນ​ເຜົ່າ​ເຂົ້າ​ໃນລະບົບ​ການ​ເມືອງ​ຂັ້ນ​ຕ່າງໆ. ຮູບ​ແບບ​ປະຊາທິປະ​ໄຕ​ຕົວ​ແທນມີ​ທ່າ​ດີ​ໃນ​ການ​ຄັດເລືອກບັນດາ​ຜູ້​ຕາງໜ້າ​ທີ່​ດີ​ເດັ່ນ​ໃຫ້​ເຂົ້າ​ຮ່ວມ​ບັນດາ​ໂຄງ​ປະກອບ​ການ​ເມືອງ ​ເຊິ່ງຮູບ​ແບບ​ປະຊາທິປະ​ໄຕ​ໂດຍ​ກົງ​ບໍ່​ສາມາດ​ປ່ຽນ​ແທນ​ໄດ້ ​ແລະ ອາ​ໄສ​ສິ່ງ​ດັ່ງກ່າວ​ນັ້ນ​ຈຶ່ງ​​ແກ້​ໄຂຄວາມ​ຈຳກັດ​ທາງ​ດ້ານ​ລະດັບ​ການ​ພັດທະນາ​ແລະ​ຈຳນວນ​ພົນລະ​ເມືອງ​​ແຕກ​ໂຕນ​ກັນ​ຫຼາຍ​ລະຫວ່າງ​ບັນດາ​ຊົນ​ເຜົ່າ, ນັບ​ທັງ​ບັນດາ​ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ໜ້ອຍ, ບໍ່​ເຖິງ 10.000 ຄົນ. ​ໂດຍ​ຜ່ານ​ການ​ເສີມ​ຂະຫຍາຍ​ຮູບ​ແບບ​ປະຊາທິປະ​ໄຕ​ຕົວ​ແທນນີ້ ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ພິ​ເສດ​ແມ່ນ​ບັນດາ​ເຜົ່າ​ທີ່​ມີ​ປະຊາກອນ​ໜ້​ອຍ, ​ໄດ້​ປະຕິບັດ​ສິດເຂົ້າຮ່ວມວຽກ​ງານ​ການ​ເມືອງ, ຜ່ານ​ການ​ເຄື່ອນ​ໄຫວ​ນັ້ນ​ເພື່ອສ່ອງ​ແສງ​ເຈດ​ຈຳນົງ​ຂອງປະຊາຊົນ​ບັນດາ​ເຜົ່າ, ນຳ​ເອົາຜົນ​ປະ​ໂຫຍ​ດ, ຄວາມ​ປາຖະໜາ​ຂອງ​ພີ່ນ້ອງ​ຊົນ​ເຜົ່າ​ເຂົ້າ​ໃນວາລະ​ການ​ປະຊຸມ, ການ​ເຄື່ອນ​ໄຫວ​ວາງ​ນະ​ໂຍບາຍ ກໍ່​ຄື​ຈັດ​ຕັ້ງ​ປະຕິບັດນະ​ໂຍບາຍ​ຢ່າງ​ມີ​ປະສິດທິ​ຜົນ.

ຜົນສຳ​ເລັດ​ຂອງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ທີ່​ຜ່ານ​ມາ​ມໍ່​ນີ້​​ໄດ້ໃຫ້​ເຫັນ​ເຖິງ​ການ​ຮັບປະກັນ​ສິດທິ​ໃນ​ການ​ເຂົ້າ​ຮ່ວ​ມວຽກ​ງານ​ການ​ເມືອງ​ຂອງຜູ້ຕາງໜ້າ​ປະຊາຊົນບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ວັນ​ທີ 9 ມິຖຸນາ 2016, ສະພາ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໄດ້​ປະກາດມະຕິ​ກ່ຽວ​ກັບ​ຜົນສຳ​ເລັດຂອງການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ XIV. ຕາມ​ນັ້ນ, ​ໃນ​ຈຳນວນ​ສະມາຊິກ​ທີ່​ໄດ້​ຮັບເລືອກ​ຕັ້ງ​ທັງ​ໝົດ  496 ຄົນມີ 86 ຄົນ​ເປັນ​ຄົນຊົນ​ເຜົ່າ​ສ່ວນ​ນ້ອຍ, ທຽບ​ເທົ່າ​ປະມານ 17,30% ຂອງຈຳນວນ​ສະມາຊິກ​ທັງ​ໝົດ​. ​ໃນ​ສະພາ​ແຫ່ງ​ຊາດ 4 ຊຸດ​ທີ່​ຜ່ານ​ມານັ້ນ, ອັດຕາ​ສ່ວນ ສສ ທີ່​ເປັນ​ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍກວມເອົາ​ແຕ່ 15,6% ​ເຖິງ 17,27% (ທຽບ​ກັບ​ອັດຕາ​ສ່ວນ​ປະຊາກອນ​ຊົນ​ເຜົ່າ​ສ່ວນ​ນ້ອຍກວມ 14,3% ຂອງ​ປະຊາກອນ​ທົ່ວ​ປະ​ເທດ). ​ໃນ​ຈຳນວນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ XIII 500 ຄົນນັ້ນ​ ມີ 78 ສສ ​ເປັນ​ຄົນຊົນ​ເຜົ່າ​ສ່ວນ​ນ້ອຍ ​ເຊິ່ງຂຶ້ນ​ກັບ​ 29 ​ເຜົ່າ​ຕ່າງ​ກັນ, ຢູ່ 26 ​ແຂວງ-ກຳ​ແພງ​ນະຄອນ (ກວມ​ອັດຕາ​ສ່ວນ 15,6%). ຜູ້​ແທນຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍທີ່​ເຂົ້າຮ່ວມສະພາ​ປະຊາຊົນ​ຂັ້ນ​ແຂວງສະ​ໄໝ 2011 - 2016 ​ແມ່ນ 688 ຄົນ, ກວມ​ເອົາ 18%; ຂັ້ນ​ເມືອງ​ແມ່ນ 4.237 ຄົນ, ກວມ​ເອົາ 20,1%; ຂັ້ນ​ຕາ​ແສງ​ແມ່ນ 62.383 ຄົນ, ກວມ​ເອົາ 22,46%. ຈຳນວນສະມາ​ຊິກສະພາ​ແຫ່ງ​ຊາດຊຸດ​ທີ XII ທີ່​ເປັນ​ຄົນຊົນ​ເຜົ່າ​ສ່ວນ​ນ້ອຍ​ແມ່ນ 87 ຄົນ, ກວມ​ເອົາ 17,6%. ຈຳນວນສະມາ​ຊິກສະພາ​ແຫ່ງ​ຊາດຊຸດ​ທີ XI ທີ່​ເປັນ​ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ແມ່ນ 86 ຄົນ, ກວມ​​ເອົາ 17,2%. ຄື​ແນວ​ນັ້ນ​ແມ່ນ, ສະມາຊິກ​ທີ່​ເປັນ​ຄົນຊົນ​ເຜົ່າ​ສ່ວນ​ນ້ອຍຍາມ​ໃດ​ກໍ່​ກວມ​ອັດຕາ​ສ່ວນ​ຫຼາຍ​ໃນ​ຈຳນວນ ສສ ທັງ​ໝົດ​ເວົ້າ​ລວມ​ເມື່ອ​ພິຈາລະນາ​ຕາມ​ຈຳນວນ​ປະຊາກອນ. ຕາມ​ການ​ສຳ​ຫຼວດປະຊາກອນ​ແຫ່ງ​ຊາດ ​ໃນ​ວັນ​ທີ 1 ​ເມສາ 2009, ປະຊາກອນ​ຫວຽດນາມ​ມີ​ທັງ​ໝົດ 85.846.997 ຄົນ, ​ໃນ​ນັ້ນ​ມີ 54 ຊົນ​ເຜົ່າ ​ແລະ ຊາວ​ຕ່າງປະ​ເທດ​ທີ່​ຢູ່​ດ້ວຍ​ກັນ​, ຊົນ​ເຜົ່າ ກິ​ງ ມີ 73.594.427 ຄົນ, ກວມ​ເອົາ 85,7%, ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍກວມ​ເອົາ 14,3 % ຂອງ​ຈຳນວນ​ປະຊາກອນ​ທັງ​ໝົດ.

ທີ​ສີ່, ກ່ຽວ​ກັບ​ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ສິດທິ​ມະນຸດ ​ແລະ ສິດທິ​ພົນລະ​ເມືອງ, ສິດທິກົດ​ເຫຼົ່າ-​ເຜົ່າ​ຊົນ ​ແລະ ສິດທິ​ຂອງ​ປະ​ເທດ-ປະຊາ​ຊາດ ຂອງ​ປະຊາ​ຊົນບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ນີ້​​ແມ່ນ​ສາຍ​ພົວພັນ​​ພື້ນຖານ, ສຳຄັນ​ທີ່​ສຸດ ທີ່​ຕ້ອງ​ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ເຖິງ​ຖອງ ​ແລະ ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ໃນ​ຂະ​ບວນວິວັດ​ຮັບປະກັນ​ສິດທິ​ຂອງ​ບັນດາ​ເຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ຕໍ່ສູ້​ຕ້ານ​ການ​ສວຍ​ໃຊ້​ບັນຫາ​ຊົນ​ເຜົ່າ. ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍຈຳນວນ​ໜຶ່ງ​ທີ່​ບໍ່​ໜ້ອຍ, ​ເປັນ​ຕົ້ນ​ແມ່ນ​ກຸ່ມ​ຄົນ​ທີ່​ເຄີຍ​ອົບ​ພະຍົບຂ້າມ​ຊາຍ​ແດນ, ພຽງ​​ຖື​ເປັນ​ສຳຄັນ​ຕໍ່​ສະຕິ​ກົກເຫຼົ່າ-​ເຜົ່າ​ຊົນ, ສິດທິກົກເຫຼົ່າ-​ເຜົ່າ​ຊົນ ​ແຕ່​ເບິ່ງ​ເບົາ​ສະຕິ​ພົນລະ​ເມືອງ ​ແລະ​ສິດທິຂອງ​ປະ​ເທດ-ປະຊາ​ຊາດ. ​ເລື່ອງ​ນີ້​ເຄີຍ​ຖືກ​ບັນດາ​ອິດ​ທິກຳລັງສັດຕູ​ສວຍ​ໃຊ້, ​ເຊີດ​ຊູ​ສະຕິ​ກົກ​ເຫຼົ່າ-​ເຜົ່າ​ຊົນເກີນ​ຄວນ, ​ເບິ່ງ​ເບົາ​ຫຼື​ປະຕິ​ເສດ​ສະຕິ​ພົນລະ​ເມືອງ, ຍຸຍົງປຸກ​ກະ​ຕູ້ນ​ແນວ​ຄິດ​ຊາດ​ນິຍົມຈັດ​ໂພດ, ລັດທິ​ແຍກ​ຕົວ​ອອກ​ເປັນ​ຕ່າງຫາກ. ​ໃນ​ປະຫວັດສາດ​ປະ​ເທດ​ຫວຽດນາມ, ​ໃນ​ປະຊາຊົນ​ບັນດາ​ເຜົ່າລ້ວນ​ແຕ່​​ມີການ​ເປັນ​ຮູບ​ເປັນຮ່າງ​ແລະການ​ຂະຫຍາຍຕົວ​ຂອງ​ສະຕິປະ​ເທດ-ປະຊາ​ຊາດ, “ລ້ວນ​ແຕ່​ແມ່ນລູກ​ຫຼານ​ຫວຽດນາມ, ລ້ວນ​ແຕ່​ແມ່ນ​ອ້າຍ​ນ້ອງ​ຄີງ”, ລ້ວນ​ແຕ່​ກຳນົດ​ວ່າ “ປະ​ເທດ​ຫວຽດນາມ​ແມ່ນ​ປະ​ເທດຮ່ວມ​ກັນຂອງ​ບັນດາ​ເຜົ່າ”(5) ຄື​ດັ່ງ​ທີ່​ປະທານ ​ໂຮ່ຈີ​ມິນ ​ໄດ້​ຢືນຢັນ​ໃນ​ຈົດໝາຍຝາກ​ເຖິງກອງ​ປະຊຸມ​ໃຫຍ່ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍຢູ່​ພາກ​ໃຕ້​ທີ່​ເມືອງ ​​​ໄປຼກູ (​ເດືອນ​ເມສາ 1946). ນັ້ນ​ແມ່ນ​ຢາງ​ກາວ​ທີ່​ຕິດ​​ແໜ້ນແລະ​ສາມັກຄີ​ບັນດາ​ຊົນ​ເຜົ່າ​ໃນພາລະກິດສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ກໍ່ສ້າງ​ປະ​ເທດຫວຽດນາມ​ໃຫ້​ມີດິນ​ແດນ​ສັນຖານ ​ແລະ ​ໂຄງ​ປະກອບ​ຫຼາຍ​ຊົນ​ເຜົ່າຄື​ປະຈຸ​ບັນນີ້. ​ເພາະສະ​ນັ້ນ, ການ​ອົບຮົມ​ສຶກສາ​ສະຕິ​ພົນລະ​ເມືອງ, ຈິດ​ໃຈ​ປະ​ເທດ-ປະຊາ​ຊາດ​ ໃຫ້ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແມ່ນ​ໜ້າ​ທີ່​ທີ່​ສຳຄັນ​ພິ​ເສດ​ໃນ​ຂະ​ບວນວິວັດການ​ຮັບປະກັນ​ສິດທິ​ຂອງ​ບັນດາ​ເຜົ່າ. ຍ້ອນ​ວ່າ, ​ໃນ​ຍຸກ​ສະ​ໄໝ​ປະຈຸ​ບັນ ປະຊາຊົນ​ໃນ​ອົງ​ປະກອບ​ຂອງ​ບໍ່​ວ່າ​ຊົນ​ເຜົ່າ​ໃດກໍ່​ລ້ວນ​ແຕ່​ຕ້ອງ​ຕັ້ງ​ຖິ່ນ​ຖານ, ດຳລົງ​ຊີວິດ, ​ເຄື່ອນ​ໄຫວ​ເສດຖະກິດ ​ໃນ​ດິນ​ແດນ​ຂອງ​ປະ​ເທດ​ໜຶ່ງ, ປະຕິບັດ​ສິດ​ແລະ​ພັນທະ​ຕໍ່​ລັດ-ປະຊາ​ຊາດ​ໜຶ່ງ. ​ໃນ​ດິນ​ແດນ​ປະ​ເທດ-ປະຊາ​ຊາດ ​ແລະ ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ລັດ​ແຫ່ງ​ປະ​ເທດ-ປະຊາ​ຊາດນັ້ນ ສະມາຊິກ​ຂອງ​ຊົນ​ເຜົ່າກາຍ​ເປັນ​ພົນລະ​ເມືອງ, ມີ​ເງື່ອນ​ໄຂ​ປະຕິບັດ​ບັນດາ​ສິດທິ​ແລະ​ພັນທະທີ່​ຖືກຕ້ອງ​ຂອງ​ຕົນ. ດັ່ງ​ນັ້ນ, ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ສະຕິ​ກົກ​ເຫຼົ່າ-​ເຜົ່າ​ຊົນ ​ແລະ​ ສະຕິ​ພົນລະ​ເມືອງ, ລະຫວ່າງ​ສິດທິ​ມະນຸດ ​ແລະ​ສິດທິ​ພົນ​ລະ​ເມືອງ, ລະຫວ່າງ​ສິດທິ​​ແລະ​ພັນທະ ​ແມ່ນ​ບັນດາ​ບັນຫາ​ພື້ນ​ຖານ​ທີ່​ສຸດ ​ໃນ​ຂະ​ບວນວິວັດ​ການຮັບປະກັນ​ສິດຂອງບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ.

ທີ​ຫ້າ, ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງລັກສະນະ​ແຜ່​ຫຼາຍ​ທົ່ວ​ໄປ​ ແລະ ລັກສະນະພິ​ເສດ​ສະ​ເພາະ​ ໃນ​ການຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ຢູ່​ຫວຽດນາມ. ລັກສະນະ​ແຜ່​ຫຼາຍ​ທົ່ວໄປ​ເລີ່ມຈາກ​ບັນດາຄຸນຄ່າ​ແຜ່​ຫຼາຍ​ຂອງ​ສິດທິ​ມະນຸດ, ບໍ່​ວ່າ​ຈະ​ເປັນ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຫຼື​ຊົນ​ເຜົ່າ​ສ່ວນ​ຫຼາຍ​, ​ເປັນ​ຊົນ​ເຜົ່າ​ສ່ວນ​ນ້ອຍທີ່ມີ​ປະຊາກອນ​ຫຼາຍ ​ຫຼື​ຊົນ​ເຜົ່າ​ສ່ວນ​ນ້ອຍທີ່ມີ​ປະຊາກອນ​ໜ້ອຍ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ສິດທິ​ໄດ້​ຮັບ​ສະ​ວັດ​ດີກາ​ນ​ແລະ​ການ​ພັດທະນາ. ລັກສະນະພິ​ເສດ​ສະ​ເພາະ​ເລີ່​ມຈາກ​ຈຸດ​ພິ​ເສດ​ຂອງ​ບັນຫາ​ຊົນ​ເຜົ່າ​ ແລະ ຄວາມ​ພົວພັນ​ກົກ​ເຫຼົ່າ-​ເຜົ່າ​ຊົນ, ​ເລີ່​ມຈາກ​ລະດັບ​ການ​ພັດທະນາ​ຂອງ​ແຕ່​ລະ​ຊົນ​ເຜົ່າ ​ແລະ ຂອງ​ປະ​ເທດ-ປະຊາ​ຊາດ, ຈາກ​ເອກະລັກ​ວັດທະນະທຳ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຢູ່​ປະ​ເທດ​ເຮົາ. ລັກສະນະ​ພິ​ເສດສະ​ເພາະ​ອາດ​ຈະ​ໄດ້​ພິຈາລະນາ​ໃນ​ລະດັບ​ປະ​ເທດ-ປະຊາ​ຊາດ, ລະດັບ​ພາກ ​ແລະ ລະດັບ​ທ້ອງ​ຖິ່ນ. ​ໃນ​ລະດັບ​ປະ​ເທດ-ປະຊາ​ຊາດ, ລັດ​ໄດ້​ຮັບຮອງ​ຢ່າງ​ເຕັມ​ສ່ວນ​ກ່ຽວກັບສິດທິ​ຂອງ​ຊົນ​ເຜົ່າ​ໃນ​ລັດຖະທຳ​ມະນູນ, ກົດໝາຍ​ຂອງ​ປະ​ເທດ​ຊາດ​ບ້ານ​ເມືອງ; ຈັດ​ວາງ​​ໂຄງ​ປະກອບ​ທີ່​ສົມ​ເຫດ​ສົມ​ຜົນກ່ຽວ​ກັບຜູ້ຕາງໜ້າ​ບັນດາ​ຊົນ​ເຜົ່າ​ໃນ​ສະພາ​ແຫ່ງ​ຊາດ, ລັດຖະບານ, ບັນດາ​ກະຊວງ/ຂະ​ແໜງ​ການ; ຮັບປະກັນ​ສິດ​ຂອງບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ​​ໄດ້ເຂົ້າຮ່ວມ​ໃນ​ການວາງ​ກຳນົດ​ແລະ​ປະຕິບັດ​ນະ​ໂຍບາຍ. ​ແຕ່, ຕ້ອງ​ຢູ່​ໃນ​ລະດັບ​ພາກ​ແລະ​ທ້ອງ​ຖິ່ນ ຈຶ່ງ​ມີ​ເງື່ອນ​ໄຂ​ສະ​ແດງ​ອອກ​ເຖິງ​ລັກສະນະ​ຫຼາຍ​ຮູບ​ຫຼາຍ​ແບບ​ຂອງ​ກົກ​ເຫຼົ່າ-​ເຜົ່າ​ຊົນ, ຂອງ​ຊຸມ​ຊົນ​ທ້ອງ​ຖິ່ນ​ ໃນຂະ​ບວນວິວັດ​ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ນະ​ໂຍບາຍຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ​ໃນ​ເງື່ອນ​ໄຂຮູບ​ແບບ​ຂອງ​ລັດ​ໜຶ່ງ​ດຽວ, ຈຳ​ເປັນ​ຕ້ອງ​ມີ​ການ​ແບ່ງຂັ້ນຢ່າງ​ສົມ​ເຫດ​ສົມ​ຜົນ​ໃຫ້​ບັນດາ​ທ້ອງ​ຖິ່ນ​ໃນ​ການວາງ​ກຳນົດບັນດາ​ແຜນ​ນະ​ໂຍບາຍ​ທີ່​ມີ​ລັກສະນະ​ທ້ອງ​ຖິ່ນ, ​ເພື່ອ​ສາມາດ​ສະ​ແດງ​ອອກ​ຢ່າງ​ຄົບ​ຖ້ວນ​ເຖິງ​ລັກສະນະ​ທ້ອງ​ຖິ່ນ ​ແລະ ລັກສະນະ​ກົກ​ເຫຼົ່າ-​ເຜົ່າ​ຊົນ ​ໃນ​ແຕ່​ລະນະ​ໂຍບາຍ​ການ​ຄຸ້ມ​ຄອງ​ແລະ​ພັດທະນາ, ​ໃນ​ໂຄງ​ປະກອບ​ລະບົບ​ການ​ເມືອງທ້ອງ​ຖິ່ນ, ​​ເລິກ​ເຊິ່ງ​ແມ່ນ​ຮັບປະກັນ​ເປັນ​ຢ່າງ​ດີ​ສິດທິ​ຂອງບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ຢູ່​ທ້ອງຖິ່ນ, ​ໂດຍ​ແລ້ວ​ແຕ່​ຈຳນວນ​ປະຊາກອນ​ຊົນ​ເຜົ່າ, ລະດັບ​ສະຫຼັບ​ສັບ​ແຊກ​ກັບ​ລະຫວ່າງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ແລະ​ຊົນ​ເຜົ່າ​ສ່ວນ​ຫຼາຍ, ລະຫວ່າງ​ຊົນ​ເຜົ່າ​ສ່ວນ​ນ້ອຍທີ່ຢູ່​ກັບ​ບ່ອນ ​ແລະ ຊົນ​ເຜົ່າ​ທີ່​ຫາ​ກໍ່ຍົກຍ້​າຍມາ, ລະຫວ່າງ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ທີ່​ມີ​ຄົນ​ຫຼາຍ ​ແລະ​ ຊົນ​ເຜົ່າ​ສ່ວນ​ນ້ອຍ​ທີ່​ມີ​ຄົນ​ໜ້ອຍ... ​ເພື່ອ​ຈະ​ມີ​ການ​ຄັດ​ເລືອກ​ເອົາ​ຮູບ​ແບບ​ການ​ຄຸ້ມ​ຄອງ ​ແລະ ພັດທະນາ​ທີ່​ສອດຄ່ອງ​ເໝາະ​ສົມ. ​ໃນ​ປະຈຸ​ບັນ, ຢູ່​ທຸກ​ຕາ​ແສງ​ແລະ​ບ້ານ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ລະບຽບ​ກົດໝາຍ​ແຫ່ງ​ລັດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ພ້ອມ​ດ້ວຍ​ກົງ​ຈັດທີ່​ສົມບູນ​ແບບ​ພໍ​ຄວນ. ​ແຕ່​ບໍ່​ອາດ​ຈະ​ຍ້ອນ​​ແນວ​ນັ້ນ​ແລ້ວເບິ່ງ​ເບົາບົດບາດ​ຂອງຮີດຄອງ, ການຈັດ​ຕັ້ງ​ສັງຄົມ​ມູນ​ເຊື້ອ ​ໃນ​ການ​ຄຸ້ມ​ຄອງ​ສັງຄົມ, ​​ໃນເອກະລັກ​ວັດທະນະທຳ​ທ້ອງ​ຖິ່ນ. ບັນດາ​ການຈັດ​ຕັ້ງ​ສັງຄົມ​ມູນ​ເຊື້ອຍາມ​ໃດ​ກໍ່​ຄົງ​ຕົວ​ຢູ່ຄູ່​ຄຽງ​ກັນ​ກັບສະ​ຖາ​ບັນ​ຂອງ​ລັດ, ຊ້ຳ​ບໍ່​ໜຳ ຢູ່​ຫຼາຍ​​ແຫ່ງ ບັນດາ​ການຈັດ​ຕັ້ງ​ສັງຄົມ​ມູນ​ເຊື້ອ ມີ​ຜົນ​ສະທ້ອນ​ເລິກ​ເຊິ່ງທີ່​ສຸດ​ໃນ​ຊີວິດ​ຂອງ​ປະຊາຊົນ​ບັນດາ​ຊົນ​ເຜົ່າ. ​ໃນ​ກົງຈັກ​ຄຸ້ມ​ຄອງ​ລັດ​ປະຈຸ​ບັນ ບ້າ​ນຖືກຖືວ່າ​ເປັນ​ຫົວໜ່ວຍ​ພົນລະ​ເມືອງ, ຫົວໜ່ວຍ​ສັງຄົມ​ພື້ນຖານ ​ແຕ່​ບໍ່​ແມ່ນ​ຂັ້ນບໍລິຫານ​ແຫ່ງ​ລັດຂັ້ນ​ໜຶ່ງ. ​ແຕ່​ລະ​ບ້ານ​ມີ​ຜູ້ນຳ​ໜ້າບ້ານຄົນ​ໜຶ່ງ​ທີ່​ມີ​ຕຳ​ແໜ່​ງ “ນາຍບ້ານ”, ທັງ​ປະຕິບັດ​ຕາມ​ກົດໝາຍຂອງ​ລັດ ທັງປະຕິບັດ​ຕາມ​ຮີດຄອງ​ໃນ​ການຄຸ້ຄອງ​​ຫົວໜ່ວຍ​ພົນລະ​ເມືອງ, ຢູ່ບາງ​ແຫ່ງ ປະຊາຊົນ​ສະໝັກ​ໃຈ​ປະຕິບັດ​ຮີດຄອງ​ເຂັ້ມ​ງວດ​ກວ່າຂໍ້​ກຳນົດ​ຂອງ​ກົດໝາຍ. ​ເພາະສະ​ນັ້ນ, ​ເອົາ​ໃຈ​ໃສ່​ຢ່າງເຖິງຖອງ​ເຖິງ​ລັກສະນະ​ທ້ອງ​ຖິ່ນ ​ແລະ ລັກສະນະ​ກົກ​ເຫຼົ່າ​ໃນ​ແຕ່​ລະນະ​ໂຍບາຍ​ຄຸ້ມ​ຄອງ​ແລະພັດ​ທະນາ ຄຽງ​ຂ້າງ​ກັບ​​ເພີ່ມ​ທະວີລັກສະນະ​ເປັນ​ເອກະ​ພາບ​ໃນ​ການ​ຄຸ້ມ​ຄອງ​ຂອງ​ອຳນາດ​ການ​ປົກຄອງ​ສູນ​ກາງ ​ແມ່ນ​ບັນດາ​ບັນຫາ​ສຳຄັນທີ່ຕ້ອງ​ເອົາ​ໃຈ​ໃສ່​ໃນ​ນະ​ໂຍບາຍ​ຊົນ​ເຜົ່າ.

ຮັບປະກັນ​ສິດ​ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ແລະ ຕໍ່ສູ້​ຕ້ານ​ການ​ສວຍ​ໃຊ້​ບັນຫາ​ຊົນ​ເຜົ່າ ​ແມ່ນ​ບັນດາ​ບັນຫາ​ສຳຄັນ ທີ່​ຕ້ອງ​ໄດ້​ຮັບ​ຮູ້, ​ແກ້​ໄຂ​ຢ່າງຮອບ​ຄອບ, ​ເຖິງ​ຖອງ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​ຢູ່​ປະ​ເທດ​ເຮົາ​ໃນ​ປະຈຸ​ບັນ./.

ຮສ. ປອ. ດວ່າ​ນມິ​ງຫວນ

ກຳມະການ​ສຳຮອງ​ສູນ​ກາງ​ພັກ,

ບັນນາທິການ​ໃຫຍ່​ວາລະສານ​ກອມ​ມູນິດ

-------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 897 (ກໍ​ບະ​ກົດ 2017).

(1) UN Declaration on the Rights of Persons Belonging to National or Ethnic, Religious and Linguistic Minorities, 1992.

(2) The Council of Europe’s Framework Convention for the protection of national minorities, 1995.

(3) The European Charter for Regional or Minority Languages, 1992.

(4) The Lund Recommendations on the Effective Participation of National Minorities in Public Life, 1999.

(5) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ - ຊື້​ເທິ​ດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ​ທີ 4, ໜ້າ 249.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ