ວັນຈັນ, 23/10/2017
ພັກກອມມູນິດຫວຽດນາມ ນຳພາປະເທດ ໃຫ້ມີການພັດທະນາຢ່າງໄວແລະຍືນຍົງ
8/10/2017 16:30' ສົ່ງ ພິມ
ສະຫາຍ ຫວໍວັນເຖືອງ, ກຳມະການກົມການເມືອງ, ເລຂະທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງ. (ພາບ: TTXVN)

ຄວາມ​ຮັບ​ຮູ້​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ

ຍ້ອນ​ເລີ່​ມຈາກ​ພື້ນຖານ​​ເສກຖະກິດ​ການ​ຜະລິດ​ນ້ອຍ ຫຼ້າ​ຫຼັງ, ຖືກ​​ທຳລາຍ​ຢ່າງ​ໜັກໜ່ວງພາຍຫຼັງ 30 ປີ​ແຫ່ງສົງຄາມ, ຖືກ​ຖອຍ​ຫຼັງບາດ​ໃຫຍ່​ທຽບ​ກັບບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນພົບ​ຄວາມ​ຫຍຸ້ງຍາກລຳບາກ​ທີ່​ສຸດ, ດັ່ງ​ນັ້ນ, ການພັດທະນາ​ຢ່າງ​ໄວ​ເພື່ອ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຍົກ​ສູງ​ກຳລັງ​ແຮງ​ຂອງ​ປະ​ເທດ ​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ສຳລັບ​ຫວຽດນາມ. ພ້ອມ​ກັນ​ນັ້ນ, ​ໃນ​ສະ​ໄໝປະຈຸ​ບັນ, ການ​ພັດທະນາ​ແບບຍືນ​ຍົງ ​ເປັນ​ບັນຫາ​ສຳຄັນ​ທີ່​ສຸດ​ສຳລັບມະນຸດຊາດທັງ​ໝົດ. ​ໃນ​ສະພາບ​ການ​ດັ່ງກ່າວ​ນັ້ນ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຕົກລົງເລືອກ​ເອົາຍຸດ​ທະ​ສາດການ​ພັດທະນາປະ​ເທດ​ຢ່າງ​ໄວ​ແລະ​ຍືນ​ຍົງ.

ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນຍົງ ​ເປັນ​ທັດສະນະ​ທີ່​ສອດ​ຮ້ອຍ​ຕະຫຼອດ, ​ໄດ້​ຮັບ​ການ​ຢືນຢັນ​ແລະບູລະນະ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ຜ່ານ​ບັນດາ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ ໃນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI (ປີ 1986) ​ເປັນກອງ​ປະຊຸມທີ່​ໄດ້​ລິ​ເລີ່​ມ​ຂະ​ບວນການ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດນາມ ​ເຊິ່ງ​ໄດ້​ນຳ​ສະ​ເໜີ​ທັດສະນະ“ການ​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ແລະ​ການ​ພັດທະນາຕິດ​ແໜ້ນ​ນຳ​ກັນ ​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ເຄື່ອນ​ໄຫວ​ກ້າວ​ຂຶ້ນ, ຮັກສາ​ຄວາມ​ໝັ້ນ​ທ່ຽງ​ເພື່ອ​ພັດ​ທະນະ ​ແລະ ມີ​ການ​ພັດທະນາ​ຈຶ່ງ​​ມີ​ຄວາມໝັ້ນ​ທ່ຽງ”(1). ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII (ປີ 1991) ​ໄດ້​ຮັບຮອງ​ຜ່ານ​ແຜນ​ຍຸດ​ທະ​ສາດ​ການ​ປັບປຸງ​ແລະ​ພັດທະນາ​ເສດຖະກິດ-ສັງຄົມ​ຮອດ​ປີ 2000, ​ໃນ​ນັ້ນ​ໄດ້​ກຳນົດ: “​ການເຕີບ​ໂຕ​ເສດຖະກິດ​ຢ່າງໄວ, ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ; “ການ​ເຕີບ​ໂຕ​ເສດຖະກິດ​ຕ້ອງ​ຕິດ​ແໜ້ນ​ກັບ​ຄວາມ​ກ້າວໜ້າ​ແລະ​ສະ​ເໝີ​ພາບ​ທາງ​ສັງຄົມ, ກັບ​ການ​ພັດທະນາ​ວັດທະນະທຳ ​ແລະ ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ”. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII (ປີ 1996), ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX (ປີ 2001), ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X (ປີ 2006) ສືບ​ຕໍ່​ຢືນຢັນ​ທັດສະນະ: “ການ​ພັດທະນາ​ຢ່າງ​ໄວ, ມີ​ປະສິດທິ​ຜົນ​ແລະ​ຍືນ​ຍົງ, ການ​ເຕີບ​ໂຕ​ເສດຖະກິດ​ໄປ​ຄຽງ​ຄູ່​ກັບ​ການ​ປະຕິບັດ​ຄວາມ​ກ້າວໜ້າ, ສະ​ເໝີ​ພາ​ທາງ​ສັງຄົມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ”(2). ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​ໄດ້​ຖອດ​ຖອນ​ບົດຮຽນ 5 ປະການ​ ຈາກ​ພຶດຕິ​ກຳ​ແຫ່ງ​ການ​ພັດທະນາ​ປະ​ເທດ ​ໃນ​ເວລາ 20 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ​ໃນ​ນັ້ນ ບົດຮຽນ​ທຳ​ອິດ​ແມ່ນ​ບົດຮຽນ​ກ່ຽວ​ກັບການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນຍົງ.

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI (ປີ 2011) ຊີ້​ແຈ້ງວ່າ: ການ​ພັດທະນາ​ຢ່າງ​ໄວ​ຕິດ​ກັບ​ການ​ພັດທະນາ​ແບບຍືນ​ຍົງ, ການ​ພັດທະນາ​ແບບຍືນ​ຍົງ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ສອດ​ຮ້ອຍ​ຕະຫຼອດ​ໃນ​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ເສດຖະກິດ-ສັງຄົມຮອດ​ປີ 2020 ​ແລະ ຖອດ​ຖອນ​ບົດຮຽນ​ອອກ​ມາ​ຄື: “ຕ້ອງຖື​ເປັນ​ສຳຄັນ​ຢ່າງ​ແທ້​ຈິງ​ເຖິງ​ ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ການ​ເຕີບ​ໂຕ​ ແລະ ການ​ພັດທະນາ​ແບບຍືນ​ຍົງ. ການ​ເພີ່ມ​ທະວີ​ການ​ລະດົມບັນດາ​ແຫຼ່ງພະລັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ ຕ້ອງ​ຕິດ​ກັບ​ການ​ນຳ​ໃຊ້​ມັນ​ຢ່າງ​ມີ​ປະສິດທິ​ຜົນ... ຕ້ອງ​ຖື​ເປັນ​ສຳຄັນ​ເຖິງ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ລະຫວ່າງການ​ເຕີບ​ໂຕ​ເສດຖະກິດ ກັບ​ການ​ປະຕິບັດ​ຄວາມ​ກ້າວໜ້າແລະ​ຄວາມສະ​ເໝີ​ພາບ​ທາງ​ສັງຄົມ...”(3).

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII (ປີ 2016) ສືບ​ຕໍ່​ຢືນຢັນ: “ຮັບປະກັນການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນຍົງ ບົນ​ພື້ນຖານ​ຄວາມ​ໝັ້ນ​ທ່ຽງ​ຂອງ​ເສດຖະກິດ​ມະຫາ​ພາກ ​ແລະ ຍົກ​ສູງ​ສະມັດ​ຕະພາບ ຄຸນ​ນະພາ​ບ ປະສິດທິ​ຜົນ ​ແລະ ​ກຳລັງແຮງ​ແຂ່ງຂັນ ຢ່າງ​ບໍ່​ຢຸດ​ຢັ້ງ. ພັດທະນາ​ຢ່າງ​ກົມກຽວ​ລະຫວ່າງລວງ​ກວ້າງ​ແລະ​ລວງ​ເລິກ, ​ເອົາ​ໃຈ​ໃສ່​ໃຫ້​ຄວາມ​ສຳຄັນ​ແກ່​ການ​ພັດທະນາ​ຕາມ​ລວງ​ເລິດ; ພັດທະນາ​ເສດຖະກິດ​ພູມ​ປັນຍາ, ​ເສດ​ຖະກິດ​ສີຂຽວ. ພັດທະນາ​ເສດຖະກິດ​ຕ້ອງ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ ກັບ​ການ​ພັດທະນາ​ວັດທະນະທຳ ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ສະພາບ​ອາກາດ. ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ​ ແລະ ​ຮັກສາ​ສັນ​ຕະພາບ ສະຖຽນ​ລະ​ພາບ ​ເພື່ອ​ກໍ່ສ້າງ​ປະ​ເທດ​ຊາດ”(4); “ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນຍົງ (ມຸ່ງ​ໄປ​ສູ່​ບັນດາ​ເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຂອງ​ສະຫະ​ປະຊາຊາດ); ​ແກ້​ໄຂ​ຢ່າງ​ກົມກຽວ... ລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ ກັບ​ການ​ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ ​ແລະ ສະ​ເໝີ​ພາບ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອ​ມ”(5). ​ໂດຍ​ຫັນ​ທັດສະນະ​ຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ເປັນ​ລະອຽດ, ມະຕິ​ກອງ​ປະຊຸມສູນກາງພັກ ຄັ້ງ​ທີ 4 ສະ​ໄໝ​ທີ XII (ປີ 2016) ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ການ​ເຕີບ​ໂຕ​ເສດຖະກິດ​ ໄດ້​ກຳນົດ: “ປ່ຽນ​ແປງ​ໃໝ່​ຕົວ​ແບບ​ການ​ເຕີບ​ໂຕ​ແມ່ນ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ເຕີບ​ໂຕ, ສະມັດ​ຕະພາຍ​ຂອງ​ງານ ​ແລະ​ກຳລັງ​ແຮງ​ແຂ່ງຂັນ​ ຂອງ​ພື້ນຖານ​ເສດຖະກິດ, ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ​ຮອບດ້ານ ທັງ​ດ້ານ​ເສດຖະກິດ ສັງຄົມ​ແລະ​ສິ່ງ​ແວດ​ລ້ອມ. ບໍ່​ຊຸກຍູ້​ການ​ເຕີບ​ໂຕ​ດ້ວຍ​ທຸກ​ລາຄາ ທີ່​ສົ່ງ​ຜົນ​ກະທົບບໍ່​ດີ​ເຖິງຄວາມ​ໝັ້ນຄົງ​ຂອງ​ເສດຖະກິດ​ມະຫາ​ພາກ, ​ເຖິງ​ການ​ຮັບປະກັນ​ການ​ປ້ອງ​ກັນ​ປະ​ເທດ, ຄວາມ​ສະຫງົບ, ຄວາມ​ກ້າວໜ້າ, ຄວາມ​ສະ​ເໝີ​ພາບ​ທາງ​ການ​ເມືອງ, ການ​ຮັກສາ​ສິ່ງ​ແວດ​ລ້ອມ ລະບົບ​ນິ​ເວດ”(6).

​ເປັນ​ອັນວ່າ, ຄວາມ​ຮັບ​ຮູ້, ທັດສະນະກ່ຽວ​ກັບການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນຍົງຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ມີ​ການ​ສືບ​ທອດ​ຄວາມ​ຮັບ​ຮູ້​ລວມຂອງ​ໂລກ ກ່ຽວ​ກັບ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ, ພ້ອມ​ກັນ​ນັ້ນ​ກໍ່​ມີ​ການ​ໝູນ​ໃຊ້, ​ເພີ່ມ​ເຕີມ, ພັດທະນາ​ໃຫ້​ສອດຄ່ອງ​ກັບ​ສະພາບຕົວ​ຈິງຫວຽດນາມ. ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ​ແມ່ນ​ຂະ​ບວນວິວັດ​ການ​ພັດທະນາ​ທີ່ມີ​ຄວາມ​ໄວ​ໃນການ​ເຕີບ​ໂຕ​ເສດຖະກິດ​ສູງ, ໝັ້ນ​ທ່ຽງ​ໃນ​ໄລຍະ​ເວລາ​ຍາວ​ນາມ, ມີ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ, ສົມ​ເຫດ​ສົມ​ຜົນ, ກົມກຽວ ​ລະຫວ່າງ​ການ​ພັດທະນາ​ເສດຖະກິດ ກັບ​ການ​ປະຕິບັດ​ຄວາມ​ກ້າວໜ້າ, ຄວາມ​ສະ​ເໝີ​ພາບ​ທາງ​ສັງຄົມ ​ແລະ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ພັດທະນາ​​ແບບຍືນຍົງ ທັງ​ດ້ານ​ເສດຖະກິດ ທັງ​ດ້ານ​ສັງຄົມ​ແລະ​ສິ່ງ​ແວດ​ລ້ອມ; ການ​ພັດທະນາ​ແບບ​ຍືນ​ຍົງ​ແມ່ນ​ການ​ພັດທະນາທີ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ວັດ​ຖຸ​ແລະ​ຈິດ​ໃຈຂອງ​ເຊັ່ນ​ຄົນ​ປະຈຸ​ບັນ ​ແຕ່​ບໍ່ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ບັນດາ​ເຊັ່ນ​ຄົນ​ໃນ​ອະນາ​ຄົດ. ພ້ອມ​ກັນ​ນັ້ນ, ພັກ​ກອມ​ມູນິດ​ຫວຽດນາມກໍ່​ກຳນົດ​ແຈ້ງ ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງຕ້ອງ​ຖື​​ເອົາມະນຸດ​ເປັນ​​ໃຈ​ກາງ ​ເປັນ​ເປົ້າ​ໝາຍ; ​ເສີມ​ຂະຫຍາຍ​ຢ່າງ​ສຸດ​ຂີດ​ປັດ​ໄຈ​ມະນຸດ, ຖື​ເອົາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ເປັນ​ຮາກ​ຖານ​ແລະ​ກຳລັງ​ໜູນ​ຂອງ​ການ​ພັດທະນາ; ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ​ແມ່ນ​ພາລະກິດ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ; ທຸກ​ຄົນ, ທຸກ​ຊຸມ​ຊົນ​ໃນ​ສັງຄົມມີ​ໂອກາດ​ເທົ່າ​ທຽມ​ກັນ​ເພື່ອ​ພັດທະນາ, ​ເຂົ້າ​ຮ່ວມ​ການ​ປະກອບສ່ວນ​ແລະ​ຊົມ​ໃຊ້​ຜົນ​ແຫ່ງ​ການ​ພັດທະນາ; ກໍ່ສ້າງ​ປະ​ເທດ​ຫວຽດນາມ​ໃຫ້​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ ມີ​ປະຊາທິປະ​ໄຕ ຍຸຕິ​ທຳ​ແລະ​ສີວິ​ໄລ, ປັບປຸງ​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ, ຮັກສາ​ເອກະລາດ ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ.

ຜົນສຳ​ເລັດ​ແລະ​ຄວາມ​ຈຳກັດ​ໃນ​ການ​ນຳພາ ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນຍົງ ຢູ່​ຫວຽດນາມ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ

ທັດສະນະການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນຍົງ ​ໄດ້​ຮັບ​ການ​ຊາບ​ຊືມ​ໃນ​ການ​ດັດ​ແປງ ປັບປຸງ​ເພີ່ມ​ເຕີມ ​ແລະປະກາດ​ໃຊ້​ ລັດຖະທຳ​ມະນູນ​ປີ 2013, ລະບົບ​ກົດໝາຍ ກົນ​ໄກ ​ແລະ​ນະ​ໂຍບາຍ​ ນັບ​ມື້​ນັບ​ສົມບູນ​ແບບ, ​ເປັນ​ຕົ້ນ​ແມ່ນ​ການ​ບູລະນະ​ລະບຽບ​ກົດໝາຍ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ, ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ພັດທະນາ​ເສດຖະກິດ ກັບການ​ປະຕິບັດ​ຄວາມ​ກ້າວໜ້າ ຄວາມ​ຍຸດຕິ​ທຳ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ພ້ອມ​ກັນ​ນັ້ນ, ທັດສະນະ​ກ່ຽວ​ກັບ​ການພັດທະນາຢ່າງ​ໄວ​ແລະ​ຍືນ​ຍົງ​ໄດ້​ຮັບ​ການຊາບ​ຊືມ​ເຂົ້າ​ໃນ​ແຜນ​ຍຸດ​ທະ​ສາດ, ​ແຜນ​ແມ່​ບົດ, ​ແຜນການ​ພັດທະນາ​ຂອງ​ບັນດາ​ຂະ​ແໜງ​ການ ຂົງ​ເຂດ, ບັນດາ​ເຂດ (​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຫວຽດນາມ​ໄລຍະ 2001 - 2010, ​ໄລຍະ 2011 - 2020; ບັນດາ​ໂຄງການວາລະ 21(7), ​ໂຄງການ​ວາລະ 2030 ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ຫຼາຍ​ໂຄງການ, ​ແຜນການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ສາກົນ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ທີ່​ຫວຽດນາມ​ໄດ້​ລົງ​ນາມ); ​ເຂົ້າ​ໃນ​ການ​ພັດທະນາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ການ​ສຶກສາ ​ແລະ ກໍ່ສ້າງ, ພັດທະນາ​ຊັບພະຍາກອນ​ມະນຸດ. ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ອົບຮົມ​ຍົກ​ສູງ​ຄວາມ​ຮັບ​ຮູ້​ ເພື່ອ​ສ້າງ​ການ​ເຂົ້າ​ຮ່ວມຢ່າງ​ຕັ້ງໜ້າ ຕື່ນ​ຕົວຂອງ​ຂັ້ນ​ຕ່າງໆ, ຂະ​ແໜງ​ການ​ຕ່າງໆ, ຂອງ​ປະຊາ​ຄົມ​ສັງຄົມ​ທັງ​ໝົດ ​ເຂົ້າ​ໃນ​ການ​ປະຕິບັດ​ແຜນ​ຍຸດ​ທະ​ສາດການ​ພັດທະນາ​ປະ​ເທດຢ່າງ​ໄວ​ແລະ​ຍືນຍົງນັ້ນ ກໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ. ຄະນະ​ພັກ, ອົງການ​ຈັດ​ຕັ້ງ​ພັກຢູ່​ບັນດາ​ຂັ້ນ, ບັນດາ​ຂະ​ແໜງ​ການ, ບັນດາ​ທ້ອງ​ຖິ່ນ​ໄດ້ຈັດ​ຕັ້ງການ​ຊຸກຍູ້ ກວດກາ ສະຫຼຸບ​ຢ່າງ​ເປັນ​ປະຈຳ​ ເພື່ອຊຸກຍູ້​ການ​ຜັນ​ຂະຫຍາຍປະຕິບັດ​ທັດສະນະ​ຂອງ​ພັກ​ກ່ຽວ​ກັບ​ການ​ພັດທະນາ​ຢ່າງ​ໄວ​ແລະ​ບືນ​ຍົງ​ ໃນ​ພາກ​ຕົວ​ຈິງ. ການ​ເຄື່ອນ​ໄຫວ​ຢ່າງ​ທົນ​ທານ ໜຽວ​ແໜ້ນ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ​ນັ້ນ ​ໄດ້​ນຳ​ມາຊຶ່ງ​ຜົນສຳ​ເລັດທີ່​ສຳຄັນ​ຕ່າງໆ.

​ໃນ​ຂົງ​ເຂດ​ເສດຖະກິດ, ​ໃນ​ໄລຍະ 2001 - 2010, ຫວຽດນາມ​ມີ​ອັດຕາ​ການ​ເຕີບ​ໂຕ​ຢ່າງ​ໄວວາ, ສູງ​ກວ່າ 7% ຕໍ່​ປີ. ​ໃນ​ເວ​ລາ 10 ປີ​ ແຕ່​ປີ 2006 ​ເຖິງ​ປີ 2016, ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ໄດ້​ຫລຸດ​ລົງ​ໜ້ອຍ​ໜຶ່ງ, ​ແຕ່​ກໍ່​ບັນລຸ​ລະດັບ​ສະ​ເລ່ຍ 6,12% ຕໍ່​ປີ, ນີ້​ແມ່ນ​ລະດັບ​ທີ່​ສູງ​ພໍ​ຄວນ​ໃນ​ສະພາບ​ການ​ພາຍໃນປະ​ເທດ​ແລະ​ຕ່າງປະ​ເທດ​ມີ​ຄວາມ​ຫຍຸ້ງ​ຍາດ​ຫຼາຍ. ຂະໜາດ ຈີ​ດີ​ພີ ​ແລະ ຈີ​ດີ​ພີ​ຕໍ່​ຫົວ​ຄົນ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ. ປີ 2015, ຈີ​ດີ​ພີ​ຂອງ​ຫວຽດນາມ​ບັນລຸ​ປະມານ 200 ຕື້​ໂດ​ລາ​ສະຫະລັດ, ຫຼາຍ​ກວ່າ​ທົບ 3,95 ​ເທົ່າ​ທຽບ​ກັບປີ 2006 (ຄິດ​ໄລ່​ຕາມ​ລາຄາ​ປະຈຸ​ບັນ); ຈີ​ດີ​ພີ​ສະ​ເລ່ຍຫົວ​ຄົນ​ບັນລຸ 2.109 ​ໂດ​ລາ​ສະຫະລັດຕໍ່​ປີ, ຫຼາຍ​ກວ່າ​ທົບ 3 ​ເທົ່າ​ທຽບກັບປີ 2006. ຫວຽດນາມ​ກາຍ​ເປັນ​ປະ​ເທດ​ກຳລັງ​ພັດທະນາ​ທີ່​ມີ​ລາຍ​ໄດ້​ປານ​ກາງ. ​ໂຄງປະກອບ​ເສດຖະກິດມີ​ບາດກ້າວ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ ຕາມ​ທິດ​ຫັນ​ເປັນ​ອຸດສາ​ຫະກຳ ທັນ​ສະ​ໄໝ, ອັດຕາ​ສ່ວນ​ອຸດສາຫະກຳ​ແລະ​ບໍລິການ​ໃນ​ໂຄງ​ປະກອບ ຈີ​ດີ​ພີ ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ອັດຕາ​ສ່ວນ​ກະສິກຳ​ໃນ​ໂຄງ​ປະກອບ ຈີ​ດີ​ພີ​ ນັບ​ມື້​ນັບ​ຫລຸດ​ລົງ. ຕົວ​ແບບ​ການ​ເຕີບ​ໂຕ​ເສດຖະກິດ​ເລີ່​ມມີ​ການ​ຫັນປ່ຽນ ຈາກ​ການ​ພັດທະນາ​ຕາມ​ລວງ​ກວ້າງ​ໄປ​ສູ່​ການ​ພັດທະນາ​ຕາມ​ລວງ​ເລິກ. ຄຸນ​ນະພາ​ບຂອງ​ການ​ພັດທະນາ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ.

​ໃນ 10 ປີ, ​ແຕ່​ປີ 2006 ​ເຖິງ​ປີ 2015, ສະມັດ​ຕະພາບ​ຂອງ​ງານ​ເພີ່ມ​ຂຶ້ນ​ສະ​ເລ່ຍ 3,9% ຕໍ່​ປີ (​ໃນ​ນັ້ນ ສະ​ເພາະ​ໄລຍະ 2011 - 2015 ​ເພີ່ມ​ຂຶ້ນສະ​ເລ່ຍ 4,3% ຕໍ່​ປີ); ​ເງິນ​ທຶນ​ຖືກ​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ​ຍິ່ງ​ຂຶ້ນ; ສ່ວນ​ປະກອບ​ຂອງ​ປັດ​ໄຈ​ສະມັດ​ຕະພາບ​ລວມ (TFP) ​ເຂົ້າ​ໃນ​ການ​ເຕີບ​ໂຕຂອງ ຈີ​ດີ​ພີ ​ໄດ້​ເພີ່ມ​ຂຶ້ນ​ເປັນ 28,94% (​ໄລຍະ 2011 - 2015). ຄວາມ​ສາມາດ​ແຂ່ງຂັນ​ລະດັບ​ຊາດ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ປົວ​ແປງ. ຕາມ​ການຈັດ​ອັນ​ດັບ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ກ່ຽວ​ກັບດັດຊະນີ​ຄວາມ​ສາມາດ​ແຂ່ງ​ຂັນ​ລວມ, ທີ່​ຕັ້ງ​ຂອງ​ຫວຽດນາມ​ໄດ້​ຮັບ​ການ​ປົວ​ແປງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ​ເຊັ່ນ​ປີ 2016 ຫວຽດນາມ​ຢູ່​ໃນ​ອັນ​ດັບ​ທີ 60 ​ໃນ​ຈຳນວນ 138 ປະ​ເທດ.

​ໃນ​ດ້ານ​ສັງຄົມ, ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ, ສ້າງ​ວຽກ​ເຮັດ​ງານ​ທຳ, ເບິ່ງ​ແຍງ​ດູ​ແລ​ ຮັກສາ​ສຸຂະພາບ, ພັດທະນາ​ວັດທະນະທຳ ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ ສຶກສາ-ກໍ່ສ້າງ, ຮັບ​ປະ​ກັນຄວາມ​ປອດ​ໄພ​ສະ​ວັດ​ດີກາ​ນສັງຄົມ ລ້ວນ​ແຕ່​ບັນລຸ​ຜົນ​ທີ່​ດີ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສືບ​ຕໍ່​ໄດ້​ຮັບ​ການ​ປົວ​ແປງ. ຫວຽດນາມ​ໄດ້​ສຳ​ເລັດ​ກ່ອນ​ກຳນົດ​ເວລາ​ຫຼາຍ​ເປົ້າ​ໝາຍ​ການ​ພັດທະນາສະຫັດ​ສະ​ວັດ. ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ ​ໄດ້ຫລຸ​ດລົງ​ສະ​ເລ່ຍປະມານ 2% ຕໍ່​ປີ, ຈາກ 15,5% ປີ 2006 ລົງ​ເປັນ​ເກືອບ 4,5% ປີ 2015. ອັດຕາ​ສ່ວນ​ຄົນ​ວ່າງ​ງານຂອງ​ແຮງ​ງານ​ໃນ​ໄວ​ອາຍຸ​ ປີ 2015 ​ແມ່ນ 2,3%. ຫວຽນາມ​ໄດ້​ສຳ​ເລັດການ​ສຶກສາ​ທົ່ວ​ໄປຊັ້ນ​ມັດທະຍົມ​ຕອນ​ຕົ້ນ, ການ​ເຄື່ອນ​ໄຫວ​ອາຊີວະ​ສຶກສາ​ໄດ້​ຮັບ​ການ​ເພີ່ມ​ທະວີ. ກຳລັງ​ແຮງ​ງານທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມ​ປີ 2015 ​ແມ່ນ 27,88 ລ້ານ​ຄົນ, ​ເພີ່ມ​ຂຶ້ນ​ເກືອບ 2 ​ເທົ່າ​ທຽບ​ກັບ​ປີ 2006 (14,36 ລ້ານ​ຄົນ) ​ແລະ​ກວມ​ເອົາ 51,64% ຂອກຳລັງ​ແຮງ​ງານ. ​ທີ່ຢູ່ອາ​ໄສ​ທາງ​ສັງຄົມ​ໄດ້​ຮັບ​ການ​ລົງທຶນກໍ່ສ້າງ, ຊ່ວຍ​ເຫຼືອ. ​ເນື້ອ​ທີ່​ທີ່ຢູ່​ອາ​ໄສ​ສະ​ເລ່ຍຫົວ​ຄົນ​ໄດ້​ເພີ່ມ​ຂຶ້ນ ຈາກ 17,5m2 ປີ 2010 ຂຶ້ນ​ເປັນ 22m2 ປີ 2015. ລະບົບ​ພື້ນຖານ​ສາທາລະນະ​ສຸກ, ການກວດ​ແລະ​ປົວ​ພະຍາດ​ ມີ​ຢູ່​ທຸກ​ຕາ​ແສງ ທຸກບ້ານ ​ໃນ​ທົ່ວ​ປະ​ເທດ; ພະຍາດ ​ໂລກລະ​ບາບທີ່​ເປັນ​ອັນຕະລາຍ​ຫຼາຍ​ປະ​ເພດ ​ຖືກລົບ​ລ້າງ; ຮ່າງ​ກາຍ ຄວາມ​ແຂງ​ແຮງ​ຂອງ​ຊາວ​ຫວຽດນາມ​ໄດ້​ຮັບ​ການ​ປົວ​ແປງ. ອາຍຸ​ໄຂ​ສະ​ເລ່ຍ​ເພີ່ມ​ຂຶ້ນ, ບັນລຸ 73,3 ປີ​ອາຍຸ​ໃນ​ປີ 2015.

​​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ອາກາດ ​ໄດ້​ຮັບ​ການ​ເພີ່ມ​ທະວີ. ຄວາມ​ຮັບ​ຮູ້ ​ແລະ ຈິດ​ສຳນຶກ​ຮັບຜິດຊອບ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​​ໃນ​ສັງຄົມ ​ໄດ້​ຮັບ​ການ​ຍົກ​ຂຶ້ນ. ບັນດາ​ມາດ​ຕະການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປ້ອງ​ກັນ​ແລະ​ແກ້​ໄຂບັນດາ​ພື້ນຖານທີ່​ກໍ່​ໃຫ້​ເກີດ​ມົນ​ພິດ​ຮ້າຍ​ແຮງນັ້ນ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຈິງ​ຈັງ. ອັດຕາ​ການ​ເກັບ​ກຳ​ແລະ​​ແກ້​ໄຂ​ສິ່ງ​ເສດ​ເຫຼືອ​ອັນຕະລາຍ​ໄດ້​ປະມານ 75%, ສິ່ງ​ເສດ​ເຫຼືອ​ແຂງ​ຈາກ​ໂຮງໝໍ​​ໄດ້ 80%; ອັນ​ຕາສ່ວນ​ສະຖານປະກອບ​ການ​ທີ່​ມີ​ມົນ​ພິດສິ່ງ​ແວດ​ລ້ອມ​ທີ່​ຮ້າຍ​ແຮງ ຖືກ​ຈັດການແກ້​ໄຂ ​ໄດ້​ບັນລຸ 90% ​ໃນ​ປີ 2015. ການ​ອະນຸ​ລັກ​ທຳ​ມະ​ຊາດ, ຄວາມ​ຫຼາກ​ຫຼາຍຂອງລະບົບ​ນິ​ເວດ, ການປົກ​ປັກ​ຮັກສາ​ແລະ​ພັດທະນາ​ປ່າ​ໄມ້​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ​ເຂດ​ອະນຸລັກ​ສິ່ງ​ແວດ​ລ້ອມ​ລະບົບ​ນິ​ເວດ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ; ການ​ລ່າ​ສັດ​ແລະ​ການ​ຄ້າ​ສັດປ່າ​ແມ່ນ​ຖືກ​ຫ້າມ. ອັດຕາ​ປົກ​ຫຸ້ມ​ຂອງ​ປ່າ​ເພີ່ມ​ຂຶ້ນ, ບັນລຸ​ປະມານ 40,7% ​ໃນ​ປີ 2015. ອັດຕາ​ສ່ວນ​ຂອງ​ປະຊາກອນ​ໃນ​ເມືອງ​ທີ່​ນຳ​ໃຊ້​ນ້ຳ​ສະອາດ​ແມ່ນ 82%, ອັດຕາ​ສ່ວນ​ຂອງ​ປະຊາກອນ​ໃນ​ຊົນນະບົດ​ທີ່​ນຳ​ໃຊ້​ນ້ຳ​ສະອາດ​ແມ່ນ 86%. ຫຼາຍ​ກິດຈະການ, ​ໂຄງການ​ພັດທະນາ​ສີຂຽວ, ການ​ບໍລິ​ໂພ​ກສີຂຽວ, ການນຳ​ໃຊ້​ວັດຖຸດິບ ​ອຸປະກອນ ​ແລະ​ພະລັງງານ​ຢ່າງ​ປະຢັດ, ການ​ພັດທະນາ​ບັນດາ​ແຫຼ່ງ​ພະລັງງານ​ໃໝ່, ວັດ​ສະດຸ​ໃໝ່​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ ​ໄດ້​ຮັບ​ການ​ສົ່ງ​ເສີມ​ໃຫ້​ພັດທະນາ. ການ​ກໍ່ສ້າງ​ຄັນ​ຄູ ​ເຂື່ອນ​ກັ້ນ​ນ້ຳ, ປູກ​ປ່າ​ຊາຍ​ເລນ ​ເພື່ອປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ເຊາະ​ຕະຫຼິ່ງ​ຕາມ​ຝັ່ງ​ແມ່ນ​ນ້ຳ ຝັ່ງ​ທະ​ເລ, ກໍ່ສ້າງປະຕູ​ກັນ​ນັ້ນ​ເຄັມ, ຫັນປ່ຽນ​ລະດູ​ການ ​ແນວ​ພັນ​ພືດ​ ເພື່ອ​ຄ່ອງ​ຕົວ​ແລະ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງສະພາບ​ອາກາດນັ້ນ ​ໄດ້​ຮັບ​ການ​ເພີ່ມ​ທະວີ.

​ແຕ່​ວ່າ, ຄຽງ​ຂ້າງ​ກັບ​ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້​ນັ້ນ ຂະ​ບວນວິວັດ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ​ຢູ່​ຫວຽດນາມ​ຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ:

ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ບໍ່​ໝັ້ນ​ທ່ຽງ, ມີ​ທ່າ​ອຽງ​ຊ້າ​ລົງ (​ໄລຍະ 2001 - 2005: ກວ່າ 7%, 2006 - 2010: 6,32%, 2011 - 2015: 5,91%). ຂະໜາດ ຈີ​ດີ​ພີ ​ແລະ ຈີ​ດີ​ພີ​ສະ​ເລ່ຍຫົວ​ຄົນຂອງ​ຫວຽດນາມຕ່ຳກວ່າ​ທຽບ​ກັບຫຼາຍ​ປະ​ເທດກຳລັງ​ພັດ​ທະນາ. ການ​ເຕີບ​ໂຕ​ເສດຖະກິດຕາມ​ລວງ​ກວ້າງ​ເປັນ​ຕົ້ນຕໍ, ​ໄລ​ບະ 2011 - 2015, ທຶນ​ປະກອບສ່ວນ 66,73% ​ເຂົ້າ​​ໃນ ຈີ​ດີ​ພີ; ການ​ນຳ​ໃຊ້​ຊັບພະຍາກອນ​ຍັງ​ຟຸມ​ເຟືອຍ, ປະສິດທິ​ຜົນ​ຕ່ຳ. ຄຸນ​ນະພາ​ບການ​ເຕີບ​ໂຕ​​ຕ່ຳ, ​ໄດ້​ຮັບ​ການ​ປົວ​ແປງ​ຊ້າ; ສະມັດ​ຕະພາບ​ຂອງ​ງານ​ຕ່ຳ​ກວ່າ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ. ປະສິດທິ​ຜົນ​ການ​ລົງທຶນ, ສຳ​ປະສິດ​ການ​ໃຊ້​ເງິນ​ທຶນ (ICOR) ສູງ​ກວ່າ​ຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ (​ໃນ​ນັ້ນ​ການ​ລົງທຶນ​ຂອງ​ເສດຖະກິດ​ພາກ​ລັດ​ແມ່ນ​ຕ່ຳ​ກວ່າ​ໝູ່). ຄວາມ​ສາມາ​ແຂ່ງຂັນ​ຂອງ​ຊາດ​​ບໍ່​ໄດ້​ປົວ​ແປງຫຼາຍ​ພໍ​ປານ​ໃດ. ​ເສດຖະກິດ​ມະຫາ​ພາກ​ບໍ່​ໝັ້ນ​ທ່ຽງ, ຍັງ​ມີ​ຄວາມ​ສ່ຽງ​ຫຼາຍ​ປະການ​ຍ້ອນ​ໜີ້​ເສຍ, ໜີ້​ສາທາລະນະ, ​ງົບປະມານ​ແຫ່ງ​ລັດຂາດ​ດຸນ; ມີ​ຄວາມ​ສ່ຽງ​ຈາກ​ການ​ຜັນ​ຜວນ​ຂອງ​ອັດຕາ​ແລກປ່ຽນ; ຖືກ​ຜົນ​ກະທົບ​ຈາກ​ຄວາມ​ໝັ້ນຄົງ​ດ້ານ​ແຫຼ່ງນ້ຳ, ຈາກ​ການ​ປ່ຽນ​ແປງຂອງສະພາບ​ອາກາດ,...

ບັນດາ​ຂົງ​ເຂດ​ວັດທະນະທຳ ສັງຄົມ​ຍັງ​ມີ​ຈຸດ​ອ່ອນ​ຫຼາຍ​ຢ່າງ ທີ່​ຍັງ​ບໍ່​ໄດ້​ແກ້​ໄຂ. ການ​ຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານ​ຍັງ​ຊ້າ; ອັດຕາ​ສ່ວນ​ແຮງ​ງານ​ໃນ​ຂົງ​ເຂດ​ກະສິກຳ​ຍັງກວມ​ສ່ວນ​ຫຼາຍ. ຈຳນວນ​ຜູ້ທີ່​ບໍ່​ມີ​ວຽກ​ເຮັດ​ງານ​ທຳ ​ແລະຜູ້​ມີ​ວຽກ​ເຮັດ​ງານ​ທຳ​ບໍ່​ເປັນ​ປົກກະຕິ ຍັງມີ​ຫຼາຍ​ຢູ່. ຊີວິດ​ຂອງ​ປະຊາຊົນ​ພາກສ່ວນ​ໜຶ່ງ​ຍັງ​ພົບ​ຄວາມ​ຫຍຸ້ງຍາກຫຼາຍ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຍັງ​ບໍ່​ທັນ​ໝັ້ນ​ທ່ຽງ, ​ໄພ​ແຫ່ງ​ການ​ຕົດທຸກ​ໄດ້​ຍາກ​ຄືນ​ໃໝ່ກໍ່​ຍັງ​ໜັກໜ່ວງ​ຢູ່; ຄວາມ​ແຕກ​ໂຕນ​ຮັ່ງມີ-ທຸກ​ຍາກ​ລະຫວ່າງ​ບັນດາ​ເຂດ, ບັນດາ​ຊຸມ​ຊົນ​ຍັງ​ແຕກ​ໂຕນ​ກັນ​ຫຼາຍ ​ແລະ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ. ນະ​ໂຍບາຍ​ສະ​ວັດ​ດີກາ​ນສັງຄົມ​ຍັງ​ບໍ່​ທັນ​ສົມບູນ​ແບບ, ຍັງ​ບໍ່​ທັນ​ປົກ​ຫຸ້ມ​ໝົດ​ທຸກ​ເປົ້າໝາຍ. ຄຸນ​ນະພາ​ບການ​ສຶກສາ-ກໍ່​ສ້າງຍັງຕ່ຳ, ​ເປັນ​ຕົ້ນ​ແມ່ນ​ການ​ສຶກສາ​ມະຫາວິທະຍາ​ໄລ​ ແລະອາຊີວະ​ສຶກສາ, ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້ກັບ​ຄວາມ​ຕ້ອງການ​ພັດທະນາ. ຄຸນ​ນະພາ​ບການກວດ​ແລະ​ປົວ​ພະຍາດ​ຍັງ​ຕ່ຳ ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການຂອງ​ປະຊາຊົນ, ​ເປັນ​ຕົ້ນ​ແມ່ນ​ໃນ​ລະບົບ​ສາທາລະນະ​ສຸກ​ຮາກ​ຖານ. ສິ່ງ​ແວດ​ລ້ອມ​ວັດທະນະທຳ, ຄຸນສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ ບາງ​ດ້ານ​ຖືກ​ຕົກ​ຕ່ຳ​ເປັນ​ໜ້າ​ກັງວົນ. ຊີວິດ​ວັດທະນະທຳ​ຈິດ​ໃຈຢູ່​ໃນ​ຫຼາຍ​ແຫ່ງຖືກຂາດ​ເຂີນ​ຫຼາຍ, ລະດັບ​ຊົມ​ໃຊ້​ວັດທະນະທຳ​ຍັງ​ມີ​ຄວາມ​ແຕກ​ໂຕນ​ກັນ​ຫຼາຍ​ລະຫວ່າງ​ບັນດາ​ເຂດ, ບັນດາ​ເປົ້າໝາຍ. ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງຄົມ ​ແລະຫຼາຍ​ບັນຫາ​​ກໍ່​ຄວາມ​ຮ້ອນ​ເຄື່ອງ​ທາງ​ສັງຄົມ​ໄດ້​ເກີດ​ຂຶ້ນ ​ແຕ່​ການ​ແກ້​ໄຂ​ພັດ​ຊັກ​ຊ້າ.

ຊັບພະຍາກອນ​ບໍ່​ໄດ້ຄຸ້ມ​ຄອງ ຂຸດ​ຄົ້ນ ນຳ​ໃຊ້ຢ່າງ​ປະຢັດ, ມີ​ປະສິດທິ​ຜົນ. ການ​ແກ້​ໄຂ​ມົນ​ພິດ​ສິ່ງ​ແວດ​ລ້ອມ​ດຳ​ເນີນ​ໄປ​ຢ່າງ​ຊັກ​ຊ້າ; ມົນ​ພິດ​ສິ່ງ​ແວດ​ລ້ອມ​ຢູ່​ຫຼາຍ​ແຫ່ງ​ຍັງ​ຮ້າຍ​ແຮງ​ຫຼາຍ, ​ເປັນ​ຕົ້ນ​ແມ່ນ​ຢູ່​ບາງ​ບ້ານ​ອາຊີບ, ພື້ນຖາ​ນການ​ຜະລິດ, ​ເຂດ​ອຸດ​ສາ​ຫະກຳ, ນິຄົມ​ອຸດສາຫະກຳ, ລຸ່ມ​ນ້ຳ. ສະພາບ​ເຕັກ​ໂນ​ໂລ​ຊີ​ຫຼ້າ​ຫຼັງ, ນຳ​ໃຊ້​ພະລັງງານ ວັດຖຸ​ດິບ​ຫຼາຍ, ການ​ກໍ່ສ້າງ​ໄຟຟ້າ​ນ້ຳຕົກ​ຂະໜາດ​ກາງ​ແລະ​ນ້ອຍ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ, ການ​ນຳ​ໃຊ້​ຝຸ່ນ​ເຄມີ ຢາ​ປາບ​ສັດຕູ​ພືດ​ຫຼາຍ​ເກີນ​ຄວນ,... ທີ່​ເປັນ​ຜົນ​ກະທົບ​ທາງ​ລົບ​ເຖິງ​ສິ່ງ​ແວດ​ລ້ອມ​ນັ້ນ ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຊັກ​ຊ້າ. ວຽກ​ງານ​ປົກ​ປັກ​ຮັກສາ​ແລະ​ພັດທະນາ​ປ່າ​ໄມ້​ ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ. ຄວາມ​ຫຼາກ​ຫຼາຍ​ຂອງ​ລະບົບ​ນິ​ເວດ​ຖືກ​ຫລຸດຜ່ອນ​ລົງ. ຫຼາຍ​ສາຍ​ພັນ​ສິ່ງ​ມີ​ຊີວິດ ​ແລະ​ແຫຼ່ງ ​ແຢນ ທີ່​ມີຄ່າ ​ໃກ້​ຈະ​ສູນ​ເສຍ​ໄປ; ຄວາມ​ບໍ່​ສົມ​ດຸນ​ທາງ​ນິ​ເວດ​ວິທະຍາ​​ໄດ້ເກີດ​ຂຶ້ນ​ໃນ​ລະດັບ​ກວ້າງໃຫຍ່. ການ​ແກ້​ໄຂ​ຜົນ​ຮ້າຍ​ຂອງ​ມົນ​ພິດ​ສິ່ງ​ແວດລ້ອມ​ຍ້ອນ​ສົງຄາມ​ປະ​ໄວ້ນັ້ນ ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ. ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ອາກາດ​ຍັງ​ຖືກ​ຕົກ​ໃນ​ທ່າ​ຮັບ, ຊັດ​ຊ້າ.

​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ດີ​ຈຳນວນ​ໜຶ່ງ. ​ແຕ່, ຜົນສຳ​ເລັດ​ດັ່ງກ່າວ​ບໍ່​ສົມ​ຄູ່​ກັບຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ປະ​ເທດ, ການ​ພັດທະນາ​ຂອງ​ປະ​ເທດ​ຍັງ​ບໍ່​ໄວ​ແລະ​ຍືນ​ຍົງ​ແທ້​ເທື່ອ ນັບ​ທັງ​ທາງ​ດ້ານ​ເສດຖະກິດ ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ, ຍັງ​ມີ​ຫຼາງ​ບັນຫາ​ທີ່​ຕ້ອງ​ແກ້​ໄຂຕໍ່.

ຂໍ້​ຈຳກັດ​ຕ່າງໆ​ໃນ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງທີ່​ກ່າວ​ມາ​ເທິງ​ນີ້ ມີ​ຫຼາຍ​ສາ​ເຫດ, ​ໃນ​ນັ້ນ​ສາ​ເຫດ​ຕົ້ນ​ຕໍ່​ແມ່ນ​ດັ່ງ​ນີ້:

ທີ​ໜຶ່ງ, ທັດສະນະ​ກ່ຽວ​ກັບ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ ຍັງ​ບໍ່​ໄດ້​ຊາບ​ຊືມຢ່າງ​ເລິກ​ເຊິ່ງ. ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ສຳຄັນ, ກໍ່​ຄື​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ເນື້ອ​ໃນ​ຂອງການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ ຢູ່​ບາງ​ຂະ​ແໜງ​ການ ທ້ອງ​ຖິ່ນ ​ແລະ ​ໃນ​ປະ​ຊາ​ຊົນ​ພາກສ່ວນ​ໜຶ່ງ​ ແມ່ນ​ຍັງ​ບໍ່​ຄົບ​ຖ້ວນ; ບາງ​ຄະນະ​ພັກ​ບໍ່​ມີ​ຄວາມ​ເດັດດ່ຽວ​ໃນ​ການ​ຊີ້​ນຳ​ປະຕິບັດ​ຕົວ​ຈິງ.

ທີ​ສອງ, ການ​ບູລະນະ​ລະບຽບກົດໝາຍ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ຍັງ​ຊ້າ. ຄວາມ​ສັກສິດ, ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ລັດ​ຍັງ​ຕ່ຳ ​ແລະ​ຍັງ​ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ. ລະບົບ​ກົດໝາຍ, ກົນ​ໄກ​ນະ​ໂຍບາຍ​ສຳລັບ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ ​ເຖິງ​ວ່າ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ກໍ່ສ້າງ ​ແຕ່​ຍັງ​ບໍ່​ທັນ​ຄົບ​ຊຸດ, ຍັງ​ສັບ​ແຊກ​ກັນ, ຂາດ​ຄວາມ​ໝັ້ນ​ທ່ຽງ, ບໍ່​ມີ​ການ​ບຸກທະລຸ​ໃນ​ການ​ລະດົມ ຈັດ​ແບ່ງ ​ແລະ​ນຳ​ໃຊ້​ແຫຼ່ງພະລັງ​ຕ່າງໆ​ຢ່າງ​ມີ​ປະສິດທິ​ຜົນ. ສິ່ງ​ແວດ​ລ້ອມ​ແຫ່ງການລົງທຶນ​ທຸລະ​ກິດ​ຍັງ​ບໍ່​ທັນລຸ​ລ່ວງ ​ໂປ່​ງ​ໃສ ໝັ້ນ​ທ່ຽງ ສະ​ເໝີ​ພາບ ​ໃຫ້​ແກ່​ການ​ເຄື່ອນ​ໄຫວຂອງ​ບັນດາ​ວິ​ສາ​ຫະກິດ​ສັງກັດ​ທຸກ​ພາກສ່ວນ​ເສດຖະກິດ. ການ​ປະຕິບັດ​ກົດໝາຍ​ຍັງ​ມີ​ຈຸດ​ອ່ອນ​ຫຼາຍ​ຢ່າງ.

ທີ​ສາມ, ຄຸນ​ນະພາ​ບຂອງ​ຫຼາຍ​ແຜນ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ ຂອງ​ບັນດາ​ຂະ​ແໜງ​ການ, ຂົງ​ເຂດ ຍັງ​ຕ່ຳ. ການ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ການ​ເຕີບ​ໂຕ ​ແລະການຈັດ​ວາງ​ຄືນ​ໃໝ່​ໂຄງ​ປະກອບພື້ນຖານ​ເສດຖະກິດ​ ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຊັກ​ຊ້າ. ການ​ພັດທະນາ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ​ຍັງ​ມີ​ຄວາມ​ຈຳກັດ​ຫຼາຍ​ຢ່າງ. ຕະຫຼາດ​ຂະຫຍາຍຕົວ​ຊ້າ, ການ​ຂັບ​ເຄື່ອນ​ຕະຫຼາດ​ກໍ່​ຍັງ​ບໍ່ທັນ​ຄ່ອງ​ຕົວ. ລະດັບ​ການ​ພັດທະນາ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ, ຄຸນ​ນະພາ​ບການ​ສຶກສາ-ກໍ່ສ້າງ ​ແລະ​ແຫຼ່ງຊັບພະຍາກອນ​ມະນຸດ​ ຍັງ​ຕ່ຳ ​ແລະ​ມີ​ການ​ຫັນປ່ຽນ​ຢ່າງ​ຊັກ​ຊ້າ.

ທີ​ສີ່, ການ​ສົມທົບ​ລະຫວ່າງ​ການພັດທະນາ​ເສດຖະກິດ ​ແລະ ການພັດທະນາ​ວັດທະນະທຳ ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ສະພາບ​ການ​ອາກາດ ​ໃນ​ບາງ​ຄັ້ງ ບາງ​ແຫ່ງ, ຢູ່​ຫຼາຍ​ຂະ​ແໜງ​ການ ທ້ອງ​ຖິ່ນ ຍັງ​ບໍ່​ແນ້​ນ​ແຟ້ນ; ຍັງ​ມີ​ປະກົດ​ການ​ຕ່າງໆ​ເຊັ່ນ ​ແລ່ນນຳ​ຄວາມ​ໄວ​ໃນການ​ເຕີບ​ໂຕ​ເສດຖະກິດ, ​ບໍ່​ເອົາ​ໃຈ​ໃສ່​ຢ່າງເໝາະ​ສົມ​ເຖິງ​ບັນຫາ​ສັງຄົມ ​ແລະ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

ບາງ​ບົດຮຽນ​ກ່ຽວ​ກັບ​ການ​ນຳພາ ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ ຢູ່​ຫວຽດນາມ

​ໃນ​ເວລາ​ທີ່​ຈະ​ເຖິງ, ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ, ການ​ປະຕິວັດ​ອຸດສາຫະກຳ 4.0, ສະພາບ​ການ​ຜັນ​ປ່ຽນ​ສັບສົນ​ໃນ​ໂລກ ​ແລະ ການ​ປ່ຽນ​ແປງ​ສະພາບ​ອາກາດທົ່ວ​ໂລກ ຈະສົ່ງ​ຜົນກະ​ທົບຢ່າງ​ແຮງ​ເຖິງ ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ ຂອງ​ປະ​ເທດ​ເຮົາ. ​ໃນ​ສະພາບ​ດັ່ງກ່າວ​ນັ້ນ, ຈາກ​ບັນດາ​ຜົນສຳ​ເລັດ, ຂໍ້ຈຳກັດ ​ໃນຂະ​ບວນວິວັດການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ ​ໃນ​ເວລາ​ທີ່​ຜ່ານ​ມາ, ຫວຽດນາມ​ໄດ້​ຖອດ​ຖອນ​ບົດຮຽນ​ຈຳນວນ​ໜຶ່ງ ​ເພື່ອ​ຍົກ​ສູງປະສິດທິ​ຜົນ​ ຂອງການ​ນຳພາ​ ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ.

ທີ​ໜຶ່ງ, ຢືນຢັນ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ ​ແມ່ນ​ຍຸດ​ທະ​ສາດ​ການ​ພັດທະນາ​ທີ່​ຖືກຕ້ອງ ຊຶ່ງ​ຕ້ອງ​ປະຕິບັດ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ. ຕໍ່ໜ້າ​ການ​ປ່ຽນ​ແປງ​ຢ່າງ​ໄວ​ແລະ​ການ​ຜັນ​ປ່ຽນ​ຢ່າງສັບສົນ​ ຂອງ​ສະພາບ​ການ, ຈະຕ້ອງຍູ້​ແຮງ​ການ​ຄົ້ນຄວ້າ​ທິດ​ສະ​ດິ, ​ເອົາ​ໃຈ​ໃສ່​ເຖິງ​ການ​ສະຫຼຸບ​ສັງ​ລວມພຶດຕິ​ກຳ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ຕົວ​ແບບ​ໃໝ່, ບັນດາ​ບົດຮຽນ​ທີ່​ມີ​ປະ​ໂຫຍ​ດ; ຕ້ອງ​ເກັບ​ກຳ​ສະພາບ​ການຢ່າງ​ເປັນ​ປະຈຳ, ຄາດ​ຄະ​ເນ​ການ​ຜັນ​ປ່ຽນ​ໃໝ່ ​ເພື່ອ​ກຳນົດ ດັດສົມ​ຢ່າງ​ທັນ​ການ ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ໜ້າ​ທີ່, ວິທີ​ແກ້​ໄຂ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ; ​ແກ້​ໄຂ​ຢ່າງ​ກົມກຽວ​ຄວາມ​ພົວພັນ ​ລະຫວ່າງ​ການ​ພັດທະນາ​ຢ່າງ​ໄວ​ ​ແລະ​ການ​ພັດທະນາ​ແບບຍືນ​ຍົງ, ລະຫວ່າງ​ສະ​ເພາະ​ໜ້າ ​ແລະຍາວ​ນານ, ລະຫວ່າງ​ການ​ພັດທະນາ​ເສດຖະກິດ ​ກັບ​ການ​ພັດທະນາ​ສັງຄົມ ແລະປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ສອດຄ່ອງ​ກັບສະພາບ​ຄວາມ​ເປັນ​ຈິງ​ຂອງປະ​ເທດ​ຫວຽດນາມ. ຍູ້​ແຮງ​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ເຄື່ອນ​ໄຫວ​ໂຄສະນາ​ອົບຮົມ ສຶກສາ ​ເພື່ອ​ແນ​ໃສ່​ຍົກ​ສູງຄວາມ​ຮັບ​ຮູ້​ຂອງ​ທົ່ວ​ສັງຄົມ ​ກ່ຽວ​ກັບ​​ແຜນຍຸດ​ທະ​ສາດ​ແລະ​ເປົ້າ​ໝາຍ ​ຂອງ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ ຂອງ​ປະ​ເທດ.

ທີ​ສອງ, ນຳພາ​ການ​ກໍ່ສ້າງ, ປັບປຸງ​ບູລະນະ​ລະບຽບ​ກົດໝາຍ ລະບົບ​ກົດໝາຍ ກົນ​ໄກ ນະ​ໂຍບາຍ ສຳລັບການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ, ​ເປັນ​ຕົ້ນ​ແມ່ນ​ບູລະນະ​ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ​ເຊື່ອມ​ໂຍງ​ສາກົນ ​ເພື່ອ​ການ​ພັດທະນາ​ເສດຖະກິດ​ຢ່າງ​ໄວ​ແລະ​ຍືນ​ຍົງ, ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ ກັບ​ການ​ປະຕິບັດ​ຄວາມ​ກ້າວໜ້າ ສະ​ເໝີ​ພາບ​ທາງ​ສັງຄົມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ປັບປຸງ​ການ​ປ້ອງ​ກັນ​ປະ​ເທດ ຮັກສາ​ຄວາມ​ສະຫງົບ. ຍົກ​ສູງ​ຄຸນ​ນະພາ​ບການ​ກໍ່ສ້າງ​, ປັບປຸງ​ບູລະນະ​ລະບຽບ​ກົດໝາຍ ພ້ອມ​ກັນ​ກັບ​ການ​ຍົກ​ສູງ​ລະບຽບ​ວິ​ໄນ, ຄວາມ​ສັກສິດ​ແລະ​ປະສິດທິ​ຜົນ​ການ​ປະຕິບັດ​ລະບຽບ​ກົດໝາຍ ກົດ​ລະບຽບ ນະ​ໂຍບາຍ​ ໃນ​ພາກ​ຕົວ​ຈິງ.

ທີ​ສາມ, ທັດສະນະ​ແລະ​ເປົ້າ​ໝາຍ​ຂອງ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ ຕ້ອງ​ໄດ້​ຮັບ​ການ​ຊາບ​ຊືມ, ​ແຊກ​ຊ້ອນ​ເຂົ້າ​ໃນ ​ແລະ ກາຍ​ເປັນ​ເນື້ອ​ໃນ​ຂອງ​ແຜນ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ປະ​ເທດ, ຂອງ​ບັນດາ​ກະຊວງ ຂະ​ແໜງ​ການ ທ້ອງ​ຖິ່ນ, ຂອງ​ບັນດາ​ສຳນັກງານ​ອົງການ. ກໍ່ສ້າງ ​ແລະ ປະກາດ​ໃຊ້​ບັນດາ​ເກນ​ກຳນົດ​ທີ່​ລະອຽດ ກ່ຽວ​ກັບ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ ສຳລັບ​ບັນດາ​ຂົງ​ເຂດ​ເສດຖະກິດ ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ. ​ເພີ່ມ​ທະວີ​ວຽກ​ງານ​ຕິດຕາມ ກວດກາ ກວດ​ສອບ​ ການ​ປະຕິບັດ​ບັນດາ​ໜ້າ​ທີ່, ​ເປົ້າ​ໝາຍ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ ຂອງບັນດາ​ຂັ້ນ, ຂະ​ແໜງ​ການ, ​ທ້ອງ​ຖິ່ງ.

ທີ​ສີ່, ລວມສູນ​ການ​ນຳພາ ຊີ້​ນຳ​ເພື່ອ​ປ່ຽນ​ແປງ​ໃໝ່​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ, ຍູ້​ແຮງ​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງການ​ພັດທະນາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ສຶກສາ-ກໍ່ສ້າງ, ​ແຫຼ່ງບຸກຄະລາ​ກອນ​ທີ່​ມີຄຸນ​ນະພາ​ບສູງ ​ເປັນ​ແຫຼ່ງພະລັງ​ທີ່​ສຳຄັນ​ທີ່​ສຸດ, ​ເປັນ​ກຳລັງ​ໜູນ​ທີ່​ແຂງ​ແຮງ ​ໃຫ້​ແກ່​ການ​ພັດທະນາ​ປະ​ເທດຢ່າງ​ໄວ​ແລະ​ຍືນ​ຍົງ.

ທີ​ຫ້າ, ​ເສີມ​ຂະຫຍາຍ​ທຸກ​ແຫຼ່ງພະລັງ​ພາຍ​ໃນປະ​ເທດ​ແລະ​ຕ່າງປະ​ເທດ ​ເພື່ອ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ. ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ເສີມ​ຂະຫຍາຍກຳລັງ​ແຮງ​ພາຍ​ໃນ, ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ​ເສີມ​ຂະຫຍາຍ​ຊັບພະຍາກອນ​ມະນຸດ, ຂຸດ​ຄົ້ນ​ຢ່າງ​ມີ​ປະສິດທິ​ຜົນ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ນຳ​ໃຊ້​ບັນດາ​ແຫຼ່ງພະລັງຂອງ​ລັດ​ຢ່າງ​ດີ​ທີ່​ສຸດ. ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ເພື່ອ​ພັດທະນາ​ເສດຖະກິດ​ເອກະ​ຊົນ​ໃຫ້​ໄດ້​ຢ່າງ​ສົດ​ໃສ ຖືກຕ້ອງ​ຕາມ​ທິດ​ທີ່​ໄດ້​ກຳນົດ, ​ໃຫ້້ກາຍ​ເປັນກຳ​ລັງໜູນ​ທີ່​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ. ດຶງ​ດູດ​ແລະ​ນຳ​ໃຊ້​ບັນດາ​ແຫຼ່ງພະລັງ​ພາຍ​ນອກ​ຢ່າງ​ມີ​ປະສິດທິ​ຜົນ, ​ເຊັ່ນ​ເງິນ​ທຶນ, ຄວາມ​ຮູ້, ​ເຕັກ​ໂນ​ໂລ​ຊີ, ທັກ​ສະການ​ຄຸ້ມ​ຄອງ​ແລະ​ຕະຫຼາດ... ​ເພື່ອ​ເພີ່ມ​ເຕີມ​ໃຫ້​ແກ່​ພະລັງ​ພາຍ​ໃນ ​ໃນ​ຂະ​ບວນວິວັດ​ການ​ພັດທະນາ​ຢ່າງ​ໄວ​ແລະ​ຍືນ​ຍົງ.

ທີ​ຫົກ, ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ, ຍົກ​ສູງ​ຄວາມ​ສາມາດ​ນຳພາ ​ແລະ ກຳລັງ​ແຮງ​ສູ້​ຮົບ​ຂອງ​ພັກ; ​ເພີ່ມ​ທະວີ​ຄວາມ​ສັກສິດ​ແລະ​ປະສິດທິ​ຜົນ​ໃນ​ການ​ຄຸ້ມ​ຄອງ​ຂອງ​ລັດ. ຍູ້​ແຮງ​ການ​ປະຕິຮູບ​ການ​ບໍລິຫານ; ຈັດ​ຕັ້ງ​ກົງຈັກ​ໃຫ້​ກະທັດ​ລັດ, ຍົກ​ສູງ​ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ ລັດຖະກອນ. ຍູ້​ແຮງ, ຍົກ​ສູງ​ປະສິດທິ​ຜົນ​ການ​ຕໍ່ສູ້​ປ້ອງ​ກັນ​ແລະຕ້ານພະຍາດ​ອາດຍາ​ສິດ, ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຟຸມ​ເຟືອຍ, ຕ້ານ​ການ​ເສື່ອມໂຊມທາງ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມບັດ, ​ແບບ​ແຜນ​ດຳລົງ​ຊີວິດ, “ການ​ສວຍ​ໃຊ້​ຜົນ​ປະ​ໂຫຍດໝູ່ພວກ” ​ໃນ​ພະນັກງານ ສະມາຊິກ​ພັກ ລັດຖະກອນ. ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ທີ່​ມີ​ຄຸນສົມບັດ​ແລະ​ຄວາມ​ສາມາດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ຂອງ​ປະ​ເທດ​ຊາດ./.

​ໂດຍ ຫວໍ​ວັນ​ເຖືອ​ງ,
ກຳມະການ​ກົມ​ການ​ເມືອງ, ​ເລຂະ​ທິການ​ສູນ​ກາງ​ພັກ,
ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ.

-------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 899 (​ເດືອນ​ກັນຍາ 2017)

(1) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ​ໃນ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ (ສະ​ໄໝ​ທີ VI, VII, VIII, IX, X), ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2010, ພາກ 1, ໜ້າ 40.

(2) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ IX, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2001, ໜ້າ 25.

(3) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XI, ສພຈ. ການ​ເມືອງ​ແຫ່ງ​ຊາດ-ຊື້​ເທິ້ດ, ຮ່າ​ໂນ້ຍ, 2011, ໜ້າ 21 - 22.

(4), (5) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 270, 87.

(6) ​ເອກະສານ​ກອງ​ປະຊຸມ​ຄັ້ງ​ທີ​ສີ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 55.

(7) ກອງ​ປະຊຸມ​ສຸດ​ຍອດ​ໂລກ ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ແລະ​ການ​ພັດທະນາ ​ໂດຍ​ສະຫະ​ປະຊາ​ຊາດ​ເປັນ​ຜູ້​ຈັດ​ຕັ້ງ ຢູ່​ນະຄອນ ຣີ​ໂອ ​ເດິະ ຈາ​ນີ​ໂຣ (ປະ​ເທດ ບຣາຊີ​ນ), ປີ 1992, ​ໄດ້​ປຸກ​ລະດົມ​ໂຄງການ​ປະຕິບັດ​ງານ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ, ທີ່​ມີ​ຊື່ວ່າ ​ໂຄງການ​ວາລະ 21 (Agenda 21). ​ເພື່ອປະຕິ​ບັດ​ໂຄງການ​ຂອງ​ສະຫະ​ປະຊາ​ຊາດ, ​ເດືອນ​ສິງຫາ 2000, ລັດຖະບານ​ຫວຽດນາມ​ໄດ້​ປະກາດ​ໃຊ້ “ທິດ​ທາງ​ຍຸດ​ທະ​ສາດ​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ຫວຽດນາມ” (​ໄດ້​ເອີ້ນ​ວ່າ ​ໂຄງການ​ວາລະ 21 ຂອງ​ຫວຽດນາມ).

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ