ວັນເສົາ, 18/11/2017
ບັນດາບັນຫາພື້ນຖານກ່ຽວກັບ ດັດຊະນີການເຂົ້າຮ່ວມທາງການເມືອງຂອງແມ່ຍິງ ໃນປະຈຸບັນ
9/11/2017 15:26' ສົ່ງ ພິມ
ທ່ານນາງ ຫງວຽນທິກີມງິນ ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມຄົບຄະນະ ສະມັດຊາໃຫຍ່ແຫ່ງ ສະຫະພັນລັດຖະສະພາໂລກ ຄັ້ງທີ 137. (ພາບ:TTXVN)

ໂດຍ​ສັງ​ເຂ​ບກ່ຽວ​ກັບ ດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ

ດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ ​ແມ່ນ​ເນື້ອ​ໃນ​ໜຶ່ງ​ທີ່​ໄດ້​ຮັບ​ການ​ປຶກສາ​ສົນທະນາ​ແຕ່​ດົນ​ນາມ​ແລ້ວ ​ໃນ​ວາລະ​ການ​ປະຊຸມຢູ່​ຫຼາຍ​ປະ​ເທດ. ​ໃນ​ເບື້ອງ​ຕົ້ນ, ບັນຫາ​ນີ້​ໄດ້​ຖືກ​ນຳ​ສະ​ເໜີ​ຢູ່​ເວທີ​ສະພາ​ແຫ່ງ​ຊາດ ຍ້ອນ​ຄວາມ​ເປັນ​ຫ່ວງ​ວ່າ​ຈະ​ມີ​ຄວາມ​ອະຄະຕິ​ທາງ​ເພດ, ຖ້າ​ຫາກ​ສະພາ​ແຫ່ງ​ຊາດ ​ມີສະມາ​ຊິກແມ່ຍິງ​ໜ້ອຍ​​ໂພດ ຈະ​ເຮັດ​ໃຫ້ການ​ສະ​ເໜີ​ແນະ​ແລະການ​ຮັບຮອງ​ຜ່ານ ນະ​ໂຍບາຍ ກົດໝາຍຕ່າງໆ ​ຖືກ​ລຳອຽງ​ທາງ​ເພດ, ຈາກ​ນັ້ນ​ຈະ​ເປັນ​ຜົນ​ສະທ້ອນ​ເຖິງ​ແມ່ຍິງ. ຫຼັງຈາກ​ນັ້ນ, ບັນ​ຫາການ​ເຂົ້າ​ຮ່ວມ​ທາງການ​ເມືອງຂອງ​ແມ່ຍິງ ​ກໍ່ໄດ້​ຮັບ​ການ​ເປີດ​ກວ້າງ​ອອກ​ສູ່​ບັນດາ​ສາຂາ​ອຳນາດ​ອື່ນ​ ຂອງ​ກົງຈັກ​ລັດ.

ເພື່ອ​ຈຸດປະສົງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ, ​ແຕ່​ຊຸມ​ປີ 1990, ສະພາ​ເສດຖະກິດ​ແລະ​ສັງຄົມ​ແຫ່ງ​ສະຫະ​ປະຊາ​ຊາດ ​ໄດ້ກຳນົດ: ຮອດ​ປີ 1995 ບັນດາ​ປະ​ເທດ​ຄວນ​ມີ​ປະມານ 30% ຈຳນວນ​ຜູ້​ແທນ​ເປັນ​ແມ່ຍິງ ຢູ່​ໃນ​ບັນດາ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ ​ແລະ ຢູ່​ໃນ​ພາກສ່ວນ​ນຳພາ​ຂອງບັນດາ​ອົງການ​ໃນ​ກົງຈັກ​ແຫ່ງ​ລັດ. ປີ 1995, ກອງ​ປະຊຸມ​ສຸດ​ຍອດ​ກ່ຽວ​ກັບ​ແມ່ຍິງ​ ທີ່ຈັດ​ຕັ້ງ​ຂຶ້ນຢູ່​ນະຄອນ ປັກ​ກິ່ງ (ປະ​ເທດ​ຈີນ) ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ ຮັບປະກັນການ​ເປັນ​ຕົວ​ແທນ​ທີ່​ສະ​ເໝີ​ພາບ​ທາງ​ເພດ ຢູ່​ທຸກ​ລະດັບ​ຂອງການ​ສ້າງ​ນະ​ໂຍບາຍ ​ໃນ​ສະ​ຖາ​ບັນ​ຂອງ​ປະ​ເທດ​ແລະ​ສາກົນ. ຈາກ​ນັ້ນ, ດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງແມ່ຍິງ ຖືກ​ຖື​ວ່າ​ເປັນການ​ເລືອກ​ນະ​ໂຍບາຍ​ທີ່​​ແຜ່​ຫຼາຍ​ແລະ​​ເປັນ​ໄປ​ໄດ້. ປະຈຸ​ບັນ​ນີ້, ​ເກືອບ​ເຄິ່ງໜຶ່ງ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ ​ໄດ້​ນຳ​ໃຊ້ບັນດາດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ ພາຍ​ໃຕ້​ຫຼາຍ​ຮູບ​​ແບບ, ລະດັບ ​ແລະ ຂອບ​ເຂດ​ທີ່​ຕ່າງ​ກັນ.

ອາດ​ຈະ​ແບ່ງດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ ​ເປັນ 3 ຮູບ​ແບບ​ຕົ້ນ​ຕໍ່​ຄື: ດັດຊະນີຄວາມສະໝັກ​ໃຈ, ດັດຊະນີກ່ຽວ​ກັບ​ຜູ້ສະໝັກ ​ແລະ ດັດຊະນີ​ຄົງ​ທີ່; ​ໃນ​ນັ້ນ, ປະ​ເທດ​ທີ່​ນຳ​ໃຊ້ດັດຊະນີ​ຄວາມ​ສະໝັກ​ໃຈ ​ແມ່ນ​ກວມ​ອັດຕາ​ສ່ວນ​ສູງ​ສຸດ (ກວມ​ເອົາ 61%), ຕໍ່​ລົງມາ​ແມ່ນ ດັດຊະນີຄົງ​ທີ່ (ກວມ​ເອົາ 20%).

ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ບັນດານ​ລະບົບດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ ສ່ອງ​ແສງ​ເຖິງ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ບັນດາ​ລະບົບ​ການ​ເມືອງ ​ແລະ ມູນ​ເຊື້ອ​ວັດທະນະທຳ, ປະຫວັດສາດ​ຂອງ​ບັນດາ​ພາກ​ພື້ນ​ໃນ​ໂລກ. ພາກ​ພື້ນ​ເອີຣົບ​ເໜືອ ຖືກ​ຖື​ວ່າ​ເປັນບ່ອນ​ລິ​ເລີ່​ມຂໍ້​ກຳນົດດັດຊະນີກ່ຽວ​ກັບ​ເພດ​ໃນ​ການ​ເຄື່ອນ​ໄຫວ​ການ​ເມືອງ. ນອກ​ແວ ນຳ​ໜ້າກ່ຽວ​ກັບ​ບັນຫາ​ນີ້​ໃນ​ປີ 1975, ​ເມື່ອ​ວາງ​ເປົ້າ​ໝາຍ ​ແມ່ຍິງ​ຕ້ອງກວມຢ່າງ​ໜ້ອຍ 40% ​ໃນ​ບັນຊີ​ລາຍ​ຊື່​ຜູ້​ສະໝັກຮັບ​ເລືອກ​ຕັ້ງ. ຫຼັງ​ຈາກ​ນັ້ນ ດານ​ມາກ ​ແລະ ຊູ​​ແອດ ກໍ່​ປະຕິບັດ​ນະ​ໂຍບາຍ​​ຄ້າຍຄື​ແນວ​ນັ້ນ. ຜົນ​ແຫ່ງ​ການ​ສຳ​ຫຼວດ​ໃຫ້​ເຫັນ​ວ່າ, ບັນດາ​ປະ​ເທດ​ເອີຣົບຕາ​ເວັນ​ຕົກທີ່​ນຳ​ໃຊ້​ລະດັບດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ ທີ່​ສູງ​ກວ່າ​ຕັ້ງ​ຫຼາຍ​ທຽບ​ກັບ​ບັນດາ​ປະ​ເທດ​ເອີຣົບຕາ​ເວັນ​ອອກ. ​ແຕ່​ວ່າ, ສະຫະລັດ​ອາ​ເມຣິກາ - ​ເປັນກໍລະນີ​ພິ​ເສດ - ບໍ່​​ໄດ້ນຳ​ໃຊ້ຮູບ​​ແບບ​ກຳນົດ​ດັດຊະນີກ່ຽວ​ກັບ​ເພດ​ໃນ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງ​ ຮູບ​​ແບບໃດໆ​ເລີຍ. ຢູ່​ພາກ​ພື້ນອາ​ເມ​ລິ​ກາ​ລາຕີ​ນ, ດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ ​ເລີ່​ມ​ໄດ້​ຮັບ​ການ​ເວົ້າ​ເຖິງ​ແຕ່​ຕົ້ນ​ຊຸມ​ປີ 1990. ບັນດາ​ປະ​ເທດ​ຢູ່​ທະວີບອາ​ຟຣິກກາ ມີ​ຄວາມ​ຫຼາກ​ຫຼາຍ​ທາງ​ດ້ານ​ຮູບ​ແບບດັດຊະນີ​ກ່ຽວ​ກັບ​ເພດ​ ໃນ​ການ​ເຄື່ອນ​ໄຫວ​ການ​ເມືອງ. ​ໃນ​ຂະນະ​ນັ້ນ, ບັນດາ​ປະ​ເທດ​ຢູ່​ອາຊີ​ໃຕ້ ​ໄດ້​ມີ​ການ​ເພີ່ມ​ຂຶ້ນ​ຢ່າງ​ໄວ​​ ໃນ​ການ​ນຳ​ໃຊ້ບັນດາ​ດັດຊະນີ​ກ່ຽວ​ກັບ​ເພດ ​​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ການ​ເມືອງ ຊຶ່ງ​ພົ້ນ​ເດັ່ນ​ແມ່ນ​ດັດຊະນີ​ຄົງ​ທີ່. ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ຍ້ອນ​ຜົນ​ສະທ້ອນ​ຂອງ​ແນວ​ຄິດອິດສະ​ລາມ, ດັ່ງ​ນັ້ນ​ຈຶ່ງ​ມີພຽງບາງປະ​ເທດ​ເຊັ່ນ ອີ​ຢິບ, ຊອກ​ດາ​ນີ ​ແລະ ອິດສະຣາ​ແອນ ​ໄດ້ຮັບ​ຮູ້ດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ.

ບັນດາ​ເຫດການ​ແລະ​ຕົວ​ເລກ​ເທິງ​ນີ້​ໃຫ້​ເຫັນ​ວ່າ, ການ​ໝູນ​ໃຊ້ດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ ຢູ່​ພາກ​ພື້ນ​ຕ່າງໆ​​ໃນ​ໂລກ​ປະຈຸ​ບັນ ​ແມ່ນ​ແຜ່​ຫຼາຍ​ພໍ​ສົມຄວນ ​ແລະ ​ມີຫຼາຍຮູບ​ຫຼາຍ​ແບບ​ທີ່​ສຸດ. ​ແຕ່​ວ່າ, ມີ​ພຽງ​ປະມານ​ເຄິ່ງໜຶ່ງ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ ​ໄດ້​ໝູນ​ໃຊ້ດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງ. ​ເຖິງ​ວ່າ​ມີ​ຫຼາຍ​ທັດສະນະ​ທີ່​ສະໜັບສະໜູນ, ​ແຕ່​ກໍ່​ມີ​ທັດສະນະ​ທີ່​ຄັດຄ້ານ​ ການວາງອອກດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ.

ພິຈາລະນາ​​ໃນ​ແງ່​ຂອງຄວາມ​ສະ​ເໝີ​ພາບ, ບັນດາຜູ້​ທີ່​ສະໜັບສະໜູນ ​ໃຫ້ທັດສະນະ​ວ່າ, ການວາງ​ດັດຊະນີ​ຄື​ແນວ​ນັ້ນ ຈະ​ປະກອບສ່ວນ​ໂດຍ​ກົງ​ ເຂົ້າ​ໃນ​ການ​ເພີ່ມທະວີ​ການ​ເປັນ​ຕົວ​ແທນ​ຂອງ​ແມ່ຍິງ ​ໃນ​ຕຳແໜ່ງຜູ້ນຳ, ຈາກ​ນັ້ນ​ກໍ່​ຈະຈຳກັດ​ການຈຳ​ແນ​ກ​ເພດ. ​ໃນ​ພາກ​ຕົວ​ຈິ​ງ, ມີ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ອັດຕາ​ສ່ວນ​ສ​ະ​ເຫຼ່ຍ ຂອງ​ແມ່ຍິງ​ເຂົ້າ​ຮ່ວມ​ໃນ​ອົງການ​ນິຕິບັນຍັດ ລະຫວ່າງ​ບັນດາ​ປະ​ເທດ​ທີ່​ໃຊ້​ ​ແລະ​ບັນດາ​ປະ​ເທດ​ທີ່​ບໍ່​ໃຊ້​ ດັດຊະນີ​ນີ້. ການ​ບໍ່​ມີໜ້າ​ຂອງ​ຕົວ​ແທນ​ແມ່ຍິງ​ໃນ​​ເວທີ​ການ​ເມືອງ ພາ​ໃຫ້​ນະ​ໂຍບາຍ​ທີ່​ວາງ​ອອກ​ມາ​ນັ້ນ​ ບໍ່​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດຂອງ​​ເພດ​ຍິງ. ບັນດາ​ຜູ້​ແທນ​ແມ່ຍິງ​ເຄີຍ​ເອົາ​ໃຈ​ໃສ່​ໃຫ້​ຄວາມ​ສຳຄັນ​ແກ່ບັນດາ​ບັນຫາ​ຄື ສະ​ທາ​ລະນະ​ສຸກ, ສຸຂະພາບ, ​ເດັກນ້ອຍ..., ​ແຕ່​ ບັນດາ​ຜູ້​ແທນ​ຊາຍ ບໍ່​ຄ່ອຍ​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ເຫຼົ່າ​ນີ້. ອິນ​ເດຍ ​ເປັນ​ເຄື່ອງພິສູດໜຶ່ງ. ຢູ່​ປະ​ເທດ​ນີ້, ​ໃນ​ບັນດາ​ສະພາ​ທີ່​ແມ່ຍິງ​ເປັນ​ຜູ້ນຳ, ບັນດາ​ໂຄງການ​ກ່ຽວ​ກັບ​ນ້ຳ​ສະອາດ​ໄດ້​ຮັບ​ການ​ປະຕິບັດ​ຫຼາຍ​ກວ່າ ທຽບ​ກັບ​ບັນດາ​ສະພາ​ທີ່​ຜູ້​ຊາຍ​ເປັນ​ຜູ້ນຳ(1). 

ພິຈາລະນາ​​ໃນ​ແງ່​ຂອງປະສິດທິ​ພາບ, ການວາງດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ ອອກ​ມາ ​ໄດ້​ປະກອບສ່ວນຫຼຸດຊ່ອງ​ວ່າງ​ລະຫວ່າງ​ເພດ​ໃນ​ຂົງ​ເຂດ​ການ​ເມືອງ​ລົງຢ່າງ​ໄວ ​ແລະ ກ້າວ​ໄປ​ສູ່​ບັນດາ​ເປົ້າ​ໝາຍ​ທີ່​ຍາວ​ນາມ​ກວ່າ​ ໃນ​ການປ່ຽນ​ແປງຄວາມ​ອະຄະຕິ​ທາງ​ເພດ​ ໃນ​ຂົງ​ເຂດ​ນີ້. ຄວາມ​ໝາຍ​ທີ​ສອງ​ຂອງ​ບັນຫາ​ແມ່ນ ຊ່ວຍຍົກ​ສູງ​ຄວາມ​ສາມາດ​ຂອງ​ບັນດາ​ແມ່ຍິງ​ທີ່ພວມເຂົ້າຮ່ວມ​ໃນ​ກົງ​ຈັກລັດ, ສ້າງ​ກຳລັງ​ໜູນ, ສົ່ງ​ເສີມ ຊຸກຍູ້​ບັນດາ​ແມ່ຍິງ​ອື່ນ​ ໃຫ້​ເຄື່ອນ​ໄຫວ​ຢ່າງຂະຫຍັນ​ຂັນ​ແຂງ​ກວ່າອີກ, ຜ່ານ​ຜ່າ​ຄວາມ​ອະຄະຕິກ່ຽວ​ກັບ​ບົດບາດ​ຂອງ​ແມ່ຍິງ​ໃນ​ການ​ເມືອງ.

​ແຕ່​ວ່າ, ການ​ນຳ​ໃຊ້ດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ ອາດ​ຈະ​​ເປັນ​ຜົນ​ກະທົບ​ທາງ​ລົບ ​ເຖິງ​ປະສິດທິ​ຜົນການ​ເຄື່ອນ​ໄຫວ​ຂອງ​ລະບົບ​ການ​ເມືອງ, ຍ້ອນ​ຄວາມ​ຈຳ​ເປັນ​ຕ້ອງ​ຈັດ​ວາງ​ຄືນ​ໃໝ່​​ໂຄງ​ປະກອບ, ຕ້ອງ​ເລືອກ​ເອົາ​ຜູ້​ທີ່​ຍັງ​ບໍ່​ທັນ​ມີ​ຄວາມ​ສາມາດ​ດ້ານ​ການ​ເມືອງຢ່າງ​ພຽງພໍ ​ໃຫ້​ເຂົ້າ​ໃນ​ຕຳ​ແໜ່​ງຜູ້ນຳ. ຍິ່ງ​ກວ່າ​ນັ້ນ​ອີກ, ດັດ​ຊະນະ​ນີ້​ເອງ​ກໍ່​ຍັງ​ເປັນ​ຜົນ​ສະທ້ອນທາງ​ລົບ​ເຖິງບັນດາ​ຜູ້ນຳ​ແມ່ຍິງ​ທີ່​ມີ​ທ່າ​ແຮງ. ຖ້າ​ຫາກ​ເຫັນ​ວ່າ, ສາມາດ​ບັນລຸ​ຕຳ​ແໜ່​ງຜູ້ນຳ​ໄດ້ ​ໂດຍ​ຜ່ານ​ກົນ​ໄກ​ບັງຄັບ​ໃຊ້​ດັດຊະນີ, ບັນດາ​ຜູ້ນຳ​ແມ່ຍິງ​ທີ່​ມີ​ທ່າ​ແຮງ ກໍ່​ຈະ​ບໍ່ພະຍາຍາມ​ສູ້​ຊົນ​ເພື່ອ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ຕົນ. ຕື່ນອີກ, ບັນດາ​ຜູ້​ລົງ​ຄະ​ແນນ​ຈະ​ຖືກ​ຈຳກັດ​​ໃນການ​ຄັດ​ເລືອກ ຍ້ອນ​ວ່າ ​ບັນດາຜູ້ສະໝັກ​ຖືກ​ບົ່ງ​ຕົວ​ກ່ອນ​ແລ້ວ, ​ແທນ​ທີ່​ທີ່​ຜູ້​ລົງ​ຄະ​ແນນ​ອາດ​ຈະ​ຄັດ​ເລືອກ​ຜູ້​ສະໝັກ​ທີ່​ມີ​ຄວາມ​ສາມາດ​ກວ່າ​ ໂດຍ​ບໍ່​ຕ້ອງ​ຕອບ​ສະໜອງ​ດັດຊະນີ​ກ່ຽວ​ກັບ​ເພດ.

ສະພາບ​ການ​ນຳ​ໃຊ້ ດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ ຢູ່​ຫວຽດນາມ

​ໂດຍ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບົດບາດ​ຂອງ​ແມ່ຍິງ ​ແລະ ຄວາມ​ສຳຄັນ​ຂອງ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ໃນ​ການ​ເຄື່ອນ​ໄຫວ​ການ​ເມືອງ, ລັດຖະທຳ​ມະນູນ​ທຳ​ອິດ​ຂອງ​ຫວຽດນາມ​ ປີ 1946 ​ໄດ້​ກຳນົດ: “ສິດສະ​ເໝີ​ພາບ​ທັງ​ໝົດ​ໃນ​ປະ​ເທດ​ແມ່ນ​ຂອງປະຊາຊົນ​ຫວຽດນາມ​ທັງໝົດ ​ໂດຍບໍ່​ຈຳ​ແນ​ກ​ເຊື້ອ​ຊາດ, ຍິງ​ຊາຍ, ຮັ່ງມີ​ທຸກ​ຍາກ, ຊົນ​ຊັ້ນ, ສາສະໜາ”. ພ້ອມ​ກັນ​ນັ້ນ ລັດຖະທຳ​ມະນູນ​ປີ 1946 ກໍ່​ຮັບ​ຮູ້ບັນດາ​ສິດສະ​ເໝີ​ພາບ​ຂອງ​ແມ່ຍິງ​ໃນ​ການ​ເລືອກ​ຕັ້ງ, ສະໝັກ​ຮັບ​ເລືອກ​ຕັ້ງ, ​ເຂົ້າ​ຮ່ວມ​ອຳນາດ​ການ​ປົກຄອງ... ລັດຖະທຳ​ມະນູນ​ປີ 2013 ສືບ​ຕໍ່​ຢືນຢັນ: “ພົນລະ​ເມືອ​ງຊາຍ ຍິງມີຄວາມ​ສະ​ເໝີ​ພາບ​ກັນ​ໃນ​ທຸກ​ດ້ານ. ລັດ​ມີ​ນະ​ໂຍບາຍ​ຮັບປະກັນ​ສິດທິ ​ແລະ ​​ໂອກາດ​ສະ​ເໝີ​ພາບ​ທາງ​ເພດ”. ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ປີ 2006 ​ໄດ້​ກຳນົດ​ຢ່າງ​ລະອຽດ​​ ກ່ຽວ​ກັບ​ສິດສະ​ເໝີ​ພາດ​ທາງ​ເພດ ​ໃນ​ຂົງ​ເຂດ​ການ​ເມືອງ, ການ​ສະໝັກ​ຮັບ​ເລືອກ​ ​ແລະ ​ໄດ້​ຮັບ​ການສະ​ເໜີ​ຕົວ​ໃຫ້​ສະໝັກຮັບ​ເລືອກ ​ເຂົ້າ​ອົງການ​ລັດ, ອົງການ​ຈັດ​ຕັ້ງ​ການ​ເມືອງ, ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ; ຮັບປະກັນ​ອັດຕາ​ສ່ວນ​ທີ່​ເໝາະ​ສົມຂອງ​ແມ່ຍິງ ​ໃນ​ບັນດາ​ຕຳ​ແໜ່​ງຄຸ້ມ​ຄອງ​ບໍລິຫານ, ນຳພາ ​ໃນ​ອົງການ​ລັດ. ນີ້​ແມ່ນ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ການ​ຜັນ​ຂະຫຍາຍ​ປະຕິບັດສິດເຂົ້າ​ຮ່ວມ​​ການ​ເມືອງຂອງ​ແມ່ຍິງຢູ່​ຫວຽດນາມ.

​ໃນ​ຂະ​ບວນວິວັດ​ການ​ພັດທະນາ​ສັງຄົມ, ພ້ອມ​ກັບ​ແຜນ​ນະ​ໂຍບາຍ​ປົດ​ປ່ອຍ​ແມ່ຍິງ, ການ​ປະຕິບັດ​ຫຼັກການ​ຍິງ ຊາຍມີ​ສິດສະ​ເໝີ​ພາບ ​ແມ່ນ​ແຜນ​ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ ຊຶ່ງ​ໄດ້​ສະ​ແດງ​ອອກ​ໃນ​ຫຼາຍ​ມະຕິ, ຄຳ​ສັ່ງ, ກົດໝາຍຄື ຄຳ​ສັ່ງ​ສະບັບ​ທີ 37-CT/TW, ວັມທີ 16 ພຶດສະພາ 1994, ຂອງ​ຄະນະ​ເລຂາທິການ, ວ່າ​ດ້ວຍ “ບາງ​ບັນຫາ​ວຽກ​ງານ​ພະນັກງານ​ຍິງ ​ໃນ​ສະພາບ​ການ​ໃໝ່”, ມະຕິ​ສະບັບ​ທີ 11-NQ/TW, ວັນ​ທີ 27 ​ເມສາ 2007, ຂອງ​ກົມ​ການ​ເມືອງ​ສູນ​ກາງ ກ່ຽວ​ກັບ “ວຽກ​ງານ​ພະນັກງານ​ແມ່ຍິງ​ໃນ​ສະ​ໄໝ​ແຫ່ງ​ການ​ຍູ້​ແຮງ​ການ​ຫັນ​ປະ​ເທດເປັນ​ອຸດສາຫະກຳ ທັນ​ສະ​ໄໝ”, ​ແລະ​ພົ້ນ​ເດັ່ນ​ແມ່ນ ກົດໝາຍ​ວ່າ​ດ້ວຍ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ປີ 2006. ປີ 2010, “​ແຜນ​ຍຸດ​ທະ​ສາດ​ແຫ່ງຊາດກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບທາງ​ເພດ ​ໄລຍະ 2011 - 2020” ​ໄດ້​ວາງ​ເປົ້າ​ໝາຍ 3 ປະການ​ຄື: ສູ້​ຊົນ​ເພື່ອ​ບັນລຸ​ອັດຕາ​ສ່ວນ​ແມ່ຍິງ​ເຂົ້າ​ຮ່ວມ​ອົງຄະ​ນະ​ພັກ​ຂັ້ນ​ຕ່າງໆ​ໃນ​ສະ​ໄໝ 2016 - 2020 ​ໄດ້​ແຕ່ 25% ຂຶ້ນ​ໄປ; ອັດຕາ​ສ່ວນ​ແມ່ຍິງ​ເປັນສະມາຊິກ​ສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ​ ໃນ​ສະ​ໄໝ 2016 - 2020 ​ໄດ້​ຫຼາຍ​ກວ່າ 35%; ຮອດ​ປີ 2015 ບັນລຸ 80% ​ແລະ​ຮອດ​ປີ 2020 ບັນລຸ 95% ຈຳນວນ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ, ອົງການ​ສັງກັດ​ລັດຖະບານ, ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ຕ່າງໆ ມີ​ພະນັກງານ​ຫຼັກ​ແຫຼ່ງ​ເປັນ​ແມ່ຍິງ; ຮອດ​ປີ 2015 ບັນລຸ 70% ​ແລະ​ຮອດ​ປີ 2020 ບັນລຸ 100% ຈຳນວນ​ອົງການ​ຂອງ​ພັກ, ລັດ, ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ​ ມີພະນັກງານ​ຫຼັກ​ແຫຼ່ງ​ເປັນ​ແມ່ຍິງ, ຖ້າ​ຫາກ​​ຢູ່​ອົງການ ການຈັດ​ຕັ້ງ​ນັ້ນ ​ອັດຕາ​ສ່ວນ​ແມ່ຍິງ​ກວມ​ເອົາ​ແຕ່ 30% ຂຶ້ນ​ໄປ​ໃນ​ຈຳນວນ​ພະນັກງານ ລັດຖະກອນ ຜູ້​ອອກ​ແຮງ​ງານ​ທັງ​ໝົດ.

ກ່ຽວ​ກັບ​ການ​ຕ່າງປະ​ເທດ, ຫວຽດນາມ​ກໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ຄຳ​ໝັ້ນ​ສັນຍາ​ລະຫວ່າງ​ປະ​ເທດ​ຕ່າງໆ​ເຊັ່ນ “ອະນຸ​ສັນຍສາກົນ​ ວ່າ​ດ້ວຍ​ການ​ລົບ​ລ້າງ​ທຸກ​ຮູບ​ການຈຳ​ແນ​ກການ​ປະພຶດ​ຕໍ່​ແມ່ຍິງ” (CEDAW), ​ເປົ້າ​ໝາຍ​ສະຫັດ​ສະ​ວັດຂອງ​ສະຫະ​ປະຊາ​ຊາດ (MDGs), “​ໂຄງການ​ປະຕິບັດ​ງານ​ປັກ​ກິ່ງ”. ​ໃນ​ເອກະສານ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ກຳນົດ ​ແລະ ວິທີ​ແກ້ ​ແນ​ໃສ່​ລົບ​ລ້າງ​ທຸກ​ຮຸບ​ການຈຳ​ແນ​ກການ​ປະພຶດ​ລະຫວ່າງຍິງ​ແລະ​ຊາຍ​ໃນ​ທຸກ​ຂົງ​ເຂດ.

ຕາມ​ລາຍ​ງານ​ຂອງ​ໂຄງການ​ພັດທະນາ​ແຫ່ງ​ສະຫະ​ປະຊາ​ຊາດ (UNDP), ​ໃນ​​ເກືອບ​ທຸກ​ການຈັດ​ອັນ​ດັບ​ສາກົນ​ກ່ຽວ​ກັບ​ດັດຊະນີ​ທາງ​ເພດ, ຫວຽດນາມ​ໄດ້​ຈັດ​ໃນ​ອັນ​ດັບ​ສູງ​ພໍ​ຄວນ, ພິ​ເສດ​ແມ່ນ​ທຽບ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກ (2). ​ແຕ່​ວ່າ, ຫວຽດນາມ​ຍັງ​ບໍ່​ທັນ​ບັນລຸ​ເປົ້າ​ໝາຍ​ກ່ຽວ​ກັບ​ອັດຕາ​ສ່ວນ​ແມ່ຍິງ​ໃນ​ບັນດາ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ ​ແລະ ​ໃນ​ລະບົບ​ການ​ເມືອງ. ​ໃນ​​ເວລາ​ເກືອບ​ຊາວ​ປີ​ທີ່​ຜ່ານ​ມາ, ຈຳນວນ​ສະມາຊິກ​ຍິງ​ໃນ​ສະພາ​ແຫ່ງ​ຊາດມີ​ທ່າ​ອຽງ​ຫລຸດ​ລົງ. ປີ 1997, ຫວຽດນາມ​ຢູ່​ໃນ​ກຸ່ມ 10 ປະ​ເທດ​ນຳ​ໜ້າ​ໂລກ​ກ່ຽວກັບ​ອັດຕາ​ສ່ວນ ສສ ຍິງ. ຮອດ​ປີ 2012, ດ້ວຍ​ອັດຕາ​ສ່ວນ ສສ ຍິງ ​ແມ່ນ 24,4%, ການຈັດ​ອັນ​ດັບ​ຂອງ​ຫວຽດນາມ​ຖືກ​ຫລຸດ​ລົງ​ເປັນທີ 44 ​ໃນ​ໂລກ. ຮອດ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ່ XIV ປີ 2016, ອັດຕາ​ສ່ວນ ສສ ຍິງ ​ໄດ້​ເພີ່ມ​ຂຶ້ນ​ເປັນ 26,8%, ​ແຕ່​ກໍ່​ຕ່ຳ​ກວ່າ​ຫຼາຍ​ທຽວ​ກັບ​ເປົ້າ​ໝາຍ​ທີ່​ວາງ​ໄວ້.

ສະພາບ​ການ​ດັ່ງກ່າວ​ນັ້ນ​ມີ​ຫຼາຍ​ສາ​ເຫດ, ກ່ອນ​ອື່ນ​ແມ່ນ​ຍ້ອນ​ຄວາມ​ຮັບ​ຮູ້​ລວມກ່ຽວ​ກັບ​ບົດບາດ​ຂອງ​ເພດ​ຍິງ​ໃນ​ສັງຄົມ ​ແລະ ​ໃນ​ຂົງ​ເຂດ​ການ​ເມືອງ ຍັງ​ຖືກ​ຈຳກັດ. ນີ້​ແມ່ນ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ຢູ່​ເກືອບ​ທຸກ​ປະ​ເທດ​ໃນ​ໂລກ. ຄຽງ​ຂ້າງ​ສາ​ເຫດ​ນີ້, ຢູ່​ຫວຽດນາມ​ຍັງ​ມີ​ສາ​ເຫດ​ຈຳນວນ​ໜຶ່ງ​ດັ່ງ​ລຸ່ມ​ນີ້: 

ທີ​ໜຶ່ງ, ລະບອບ​ກົດໝາຍ​ທີ່​ກ່ຽວຂ້ອງກັບ​ດັດຊະນີ​ກ່ຽວ​ກັບເພດ​ໃນ​ການ​ເຄື່ອນ​ໄຫວ​ການ​ເມືອງ​ຢູ່​ຫວຽດນາມຍັງ​ບໍ່​ທັນ​ຄົບ​ຊຸດ ​ແລະ ມີ​ລັກສະນະສະ​ເໜີ​ແນະ. ບັນຫາ​ນີ້​ໄດ້​ຮັບ​ການ​ພິຈາລະນາ​ໃນ​ການ​ປຽບທຽບລະຫວ່າງ​ບັນດາ​ແຜນ​ນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ ​ແລະ ​ເອກະສານ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ. ກົດໝາຍ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະ​ຊາຊົນ​ປີ 2015 ກຳນົດ​ກ່ຽວ​ກັບ​ດັດຊະນີ​ຜູ້​ແທນ​ຍິງ​ຄື​ດັ່ງ​ນີ້: ຈຳນວນ​ແມ່ຍິງ​​ທີ່​ຖືກ​ແນະນຳ ​ໃຫ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ ສສ ຕ້ອງ​ກວມ​ເອົາ​ຢ່າງ​ໜ້ອຍ 35% ​ໃນ​ຈຳນວນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ທັງ​ໝົດ. ອາດ​ຈະ​ເຫັນ​ວ່າ, ຂໍ້​ກຳນົດ​ນີ້ບໍ່​ຮັບປະກັນ​ດັດ​ຊະນີທາງເພດ, ​ເມື່ອປຽບທຽບ​ກັບ​ເປົ້າ​ໝາຍທີ່​ວ່າ ອັດຕາ​ສ່ວນ​ແມ່ຍິງຕ້ອງ​ກວມ​ຫຼາຍກວ່າ 35% ​ໃນ​ຈຳນວນສະມາຊິກ​ສະພາ​ແຫ່ງ​ຊາດ, ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ ​ໃນ​ສະ​ໄໝ 2016 - 2020, ຊຶ່ງ​ໄດ້​ວາງອອກມາ​ໃນ “​ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ໄລຍະ 2011 - 2020”.

ພົວພັນກັບ​ຂໍ້​ກຳນົດ​ດັ່ງກ່າວ​ເທິງ​ນີ້, ຕາມ​ມະຕິ​ສະບັບ​ທີ 1135/2016/UBTVQH13, ວັນ​ທີ 22 ມັງກອນ 2016, ຂອງ​ຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ ວ່າດ້ວຍການຄາດຄະເນກ່ຽວກັບຈຳນວນ, ໂຄງປະກອບ, ພາກສ່ວນ ສະມາຊິກສະພາແຫ່ງຊາດຊຸດທີ XIV, ຈຳນວນ ສສ.ຍິງ ​ຢູ່ທ້ອງ​ຖິ່ນ ບໍ່​ໄດ້​ກຳນົດ​ລະອຽດ ຫາກ​ພຽງ​ແຕ່​ຮຽກຮ້ອງ​ໃຫ້ “ຕ້ອງ​ຮັບປະກັນ​ອັດຕາ​ສ່ວນ ສສ.ຍິງ ທີ່​ເໝາະ​ສົມ” (ຂໍ້ 2, ມາດຕາ 2). ກຳນົດ​ຄື​ແນວ​ນັ້ນ​ແມ່ນ​ບໍ່​ສະ​ແດງ​​ຢ່າງ​ຄົບ​ຖ້ວນ​ເຖິງ​ຈິດ​ໃຈທີ່​ໄດ້​ລະບຸ​ໄວ້​ໃນ “​ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ໄລຍະ 2011 - 2020”.

ນອກຈາກ​ນັ້ນ, ກົດໝາຍ​ການ​ເລືອກ​ຕັ້ງປະຈຸ​ບັນ​ຂອງ​ຫວຽດນາມ ກໍ່​ຍັງ​ບໍ່​ທັນ​ກຳນົດ​ກ່ຽວ​ກັບ​ອັດຕາ​ສ່ວນການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ ​ເຂົ້າ​ໃນບັນດາ​ສະ​ຖາ​ບັນ​ການ​ເລືອກ​ຕັ້ງ​, ເຊັ່ນ ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ບັນດາ​ຄະນະ​ກະມະ​ການ​ເລືອກ​ຕັ້ງ, ຄະນະ​ເລືອ​ກຕັ້ງ, ໜ່ວຍ​ເລື​ອກຕັ້ງ... ນອກຈາກ​ນັ້ນ, ຂໍ້​ກຳນົດ​ກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ຂອງບັນດາ​ອົງການ​ລັດ, ​ເຊັ່ນ​​ປະມວນ​ກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ, ຈັດ​ຕັ້ງ​ລັດຖະບານ, ຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ກໍ່​ຍັງ​ບໍ​ທັນ​ມີ​ຂໍ້​ກຳ​ນົດກ່ຽວ​ກັບ​ອັດຕາ​ສ່ວນ​ແມ່ຍິງ. ດັ່ງ​ນັ້ນ, ຍ້ອນ​ຍັງ​ບໍ່​ທັນ​ມີ​ຂໍ້​ກຳນົດ​ກົດໝາຍ​ທີ່​ຄົບ​ຊຸດ​ ກ່ຽວ​ກັບດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ ຈຶ່ງ​ເປັນ​ອຸປະສັກ​ໃຫ້​ແກ່​ການ​ບັນລຸ​ເຖິງ​ເປົ້າ​ໝາຍ​ ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ ໃນ​ບັນດາ​ອົງການ​ຂອງ​ພັກ, ລັດ ​ແລະ ບັນດາ​ອົງຄະ​ນະມະ​ຫະຊົນ​ ຢູ່​ຫວຽດນາມ.

ທີ​ສອງ, ຄວາມ​ສັບສົນ​ໃນການ​ກຳນົດ​ລະບົບດັດຊະນີ​ກໍ່ສ້າງພະນັກງານ​ການ​ເມືອງ​ແມ່ນມີ​ຢ່າງຫຼວງ​ຫຼາຍ, ຍ້ອນບໍ່​ພຽງ​ແຕ່​ອີງ​ໃສ່​ປັດ​ໄຈ​ເພດ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ອີງ​ໃສ່​ປັດ​ໄຈ​ອື່ນ​ອີກ, ​ເຊັ່ນ ຊົນ​ເຜົ່າ​ສ່ວນ​ນ້ອຍ, ​ໄວ​ອາຍຸ, ສະໝັກ​ຮັບ​ເລືອກ​ດ້ວຍ​ຕົນເອງ... ​ໂດ​ຍພື້ນຖານ​ແລ້ວ, ການ​ຮັບ​ຮູ້ຄວາມ​ຫຼາກ​ຫຼາຍ​ຂອງ​ບັນດາ​ດັດຊະນີ​ການ​ເຂົ້າ​ຮ່ວມທາງ​ການ​ເມືອງ​ຄື​ແນວ​ນັ້ນ ​ແມ່ນ​ມີ​ຄວາມ​ຈຳ​ເປັນ, ​ແຕ່​ການ​ຮັບ​ຮູ້​ບັນດາ​ລະບົບ​ດັດຊະນີ​ ແມ່ນ​ຍັງ​ບໍ່​ທັນ​ພຽງພໍ​ເທື່ອ. ບັນຫາ​ສັບສົນ​ຢູ່​ນີ້​ແມ່ນ, ຄວນ​ເອົາ​ໃຈ​ໃສ່​​ແກ້​ໄຂຂໍ້​ຂັດ​ແຍ່ງ “ຄວາມ​ທັບ​ຊ້ອນ​ກັນ​ລະຫວ່າງດັດຊະນີ”. ​ເວົ້າ​ຢ່າງ​ອື່ນ, ຖ້າ​ຫາກ​ບັນລຸ​ທຸກ​ດັດຊະນີບຸ​ລິ​ມະ​ສິດ, ຜູ້ສະໝັກຈະ​ໄດ້​ຮັບເລືອກງ່າຍ​ກວ່າ​ທຽບ​ກັບ​ຜູ້​ສະໝັກ​ອື່ນ. ທາງ​ດ້ານ​ຫຼັກການ, ການ​ນຳ​ໃຊ້​ດັ່ງກ່າວ​ບໍ່​ລະ​ເມີດ​ຂໍ້​ກຳນົດ​ປະຈຸ​ບັນ, ​ແຕ່​ລັກສະນະ​ຫຼາກ​ຫຼາຍທາງ​ດ້ານ​ຕົວ​ແທນຖືກ​ຫຼຸດ​ລົງ ຍ້ອນ​ການ​ບຸລິມະສິດ​ໃຫ້​ຕົວ​ແທນ​ທີ່​ບັນລຸ​ຫຼາຍ​ດັດຊະນີ​ພ້ອມກັນ. ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ດັດຊະນີ​ຄື​ແນວ​ນັ້ນ​ຈະ​ບໍ່​ເກີດ​ຂຶ້ນ ຖ້າ​ຫາກມີ​ຂໍ້​ກຳນົດ​ວ່າ, ຜູ້​ສະໝັກຄົນ​ໜຶ່ງ​ໄດ້​ອີງ​ໃສ່​ດັດຊະນີ​ໜຶ່ງ​ເທົ່າ​ນັ້ນ, ​ເຊັ່ນ ກ່ຽວ​ກັບ​ເພດ, ກ່ຽວ​ກັບ​ໄວ​ອາຍຸ ຫຼື​ກກ່ຽວກັບຊົນ​ເຜົ່າ​ສ່ວນ​ນ້ອຍ. ຄື​ແນວ​ນັ້ນ, ​ແທນ​ທີ​ທີ່​ຄັດເລືອກ​ໄດ້​ສະມາຊິກຍິງ​ຄົນ​ໜຶ່ງ ​ທີ່​ຕອບ​ສະໜອງ​ໄດ້​ຫຼາຍ​ດັດຊະນີ​ບຸລິມະສິດ, ພວກ​ເຮົາ​ຈະ​ຄັດ​ເລືອກ​ໄດ້​ສະມາຊິກຍິງ 2 ຄົນ ຫຼື 3 ຄົນ ຊຶ່ງ​ສະມາຊິກ​ແຕ່ລະຄົນ​ບັນລຸ​ໄດ້​ດັດຊະນີ​ບຸລິມະສິດ​ໜຶ່ງ​ທີ່​ຕ່າງ​ກັນ.

ທີ​ສາມ, ມີ​ຄວາມ​ສັບສົນ​ບໍ່ຮັບປະກັນ​ມາດຕະຖານ​​ໃນ​ການ​ເຄື່ອນ​ໄຫວ​ກະກຽມບຸກຄະລາ​ກອນ. ຄຽງ​ຂ້າງ​ການ​ຕອບ​ສະໜອງ​ດັດຊະນີ​ເພດ​ຍິງ​ແລ້ວ, ຜູ້​ສະໝັກ​ຢາກ​​ໄດ້​ຮັບ​ການ​ຄັດ​ເລືອກ ຍັງ​ຕ້ອງ​ມີ​ຄວາມ​ສາມາດ​ດ້ານ​ວິຊາ​ສະ​ເພາະ​ທີ່​ແນ່ນອນ ​ແລະ ມີ​ລັກສະນະ​ສືບ​ທອດ. ​ແຕ່​ວ່າ, ກ່ຽວ​ກັບ​ບັນຫາ​ນີ້, ຕາມ​ການ​ຄົ້ນຄວ້າ​ຂອງ ​ໂຄງການ​ພັດທະນາ​ແຫ່ງ​ສະຫະ​ປະຊາ​ຊາດ (UNDP): “​ໃນ​ຕຳ​ແໜ່​ງການ​ຕັດສິນ​ຕົກ​ລົງລະດັບ​ສູງ ບໍ່​ມີ​ແມ່ຍິງ​ໃນ​ຕຳ​ແໜ່​ງຜູ້​ອາວຸ​ໂສຢ່າງ​ພຽງ​ພໍ​​ເພື່ອ​ສະໜັບສະໜູນ ​ແລະ ສົ່ງ​ເສີມ​ວຽກ​ງານຂອງ​ແມ່ຍິງ; ຜູ້​ຊາຍຫຼາຍ​ຄົນ​ໃນ​ຕຳ​ແໜ່​ງຜູ້​ອາວຸ​ໄສ ​​ບໍ່​ໄດ້​ສົ່ງ​ເສີມ​ຊຸກຍູ້​ການ​ເຮັດວຽກຂອງ​ແມ່ຍິງ”(3). ປະຈຸ​ບັນ​ນີ້, ການ​ກໍ່ສ້າງ​ແຜນ​ກຳນົດ​ບຸກຄະລາ​ກອນ​ແລະຝຶກ​ອົບຮົມບຸ​ກຄະລາ​ກອນ ຕົ້ນ​ຕໍ່​ແມ່ນ​ຂຶ້ນ​ກັບ​ເຈດ​ຈຳນົງ​ອັດຕະວິ​ໄສ ​ຂອງບັນດາ​ຜູ້​ທີ່​ມີສິດ​ຕັດສິນ ​ໂດຍ​ບໍ່​ມີ​ຫຼັກ​ຖານ​ຈະ​ແຈ້ງ​ໃດ​ກ່ຽວ​ກັບ​ດັດຊະນີ​ເພດ​ຍິງ​ໃນ​ການ​ອົບຮົມສຶກສາ. ຕາມ​ລາຍ​ງານ​ຂອງ​ສູນ​ຄົ້ນຄວ້າ​ແມ່​ຍີ​ງປີ 2012, “​ເກືອບ​ຄື​ວ່າ​ ບໍ່​ມີ​ການ​​ແນະນຳ ​ແລະ ຂໍ້​ກຳນົດ​ທີ່​ລະອຽດກ່ຽວ​ກັບ​ອັດຕາ​ສ່ວນ​ຮ້ອຍ​ແມ່ຍິງ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ, ວາງ​ແຜນ​ກຳນົດ, ຝຶກອົບຮົມ, ຝຶກ​ອົບຮົມ​ຄືນ​ໃໝ່, ສັບ​ຊ້ອນຜັດປ່ຽນ ​ແລະ ​ເລື່ອນ​ຊັ້ນ​ຕຳ​ແໜ່​ງ. ຂັ້ນ​ຕອນ​ທັງ​ໝົດ​ເທິງ​ນີ້ ບໍ່​​ໄດ້ກຳນົດພັນທະ​ປະຕິບັດ ຫຼື​ກຳນົດ​ອັດຕາ​ສ່ວນ​ຮ້ອຍ​ແມ່ຍິງ​ແຕ່​ຢ່າງ​ໃດ”(4). ​ໃນ​ຂະນະ​ນັ້ນ, ຖ້າ​ຫາກ​ວາງ​ດັດຊະນີ “​ແຂງ” ​ໃນ​ການ​ເຄື່ອນ​ໄຫວ​ຝຶກ​ອົບຮົມ ​ແມ່ນ​ຕ້ອງ​ມີ​​ແມ່ຍິງຢ່າງ​ໜ້ອຍຈັກ​ເປີ​ເຊັນ ຈຶ່ງ​ຍົກ​ສູງ​ລັກສະນະ​ແຂ່ງ​ຂັນ​ຂອງ​ຜູ້​ສະໝັກ​ຂຶ້ນ​ໄດ້, ຊຸກຍູ້​ເຂົາ​ສູ້​ຊົນ​ຍົກ​ສູງ​ລະດັບ​ວິຊາ​ສະ​ເພາະ ຊຶ່ງ​ດີກ​ວ່າຄວາມ​ອຸ່ນ​ອຽນ​ໃຈ​ຍ້ອນ​ໄດ້​ຈັດ​ເຂົ້າ​ໃນ​ແຜນ​ກຳນົດ​ການ​ຝຶກ​ອົບຮົມ​ແລ້ວ, ພ້ອມ​ກັນ​ນັ້ນ​ກໍ່​ຊຸກຍູ້​ເຈດ​ຈຳນົງ​ຝຶກ​ຝົນ​ຫຼໍ່​ຫຼອມກ່ຽວ​ກັບ​ວິຊາ​ສະ​ເພາະ​ຂອງ​ເຂົາ.

ທີ​ສີ່, ບໍ່​ມີ​ບຸກຄົນ​ຫຼື​ອົງການ​ຈັດ​ຕັ້ງ​ໃດ​ທີ່​ຮັບຜິດຊອບກ່ຽວ​ກັບ​ຜົນສຳ​ເລັດ​ຂອງ​ການ​ປະຕິບັດ​ບັນດາ​ດັດຊະນີ ​ແລະ ຂາດ​ມາດ​ຕະການ​ລົງ​ໂທດ ຕໍ່​ບຸກຄົນ​ແລະ​ອົງການ​ຈັດ​ຕັ້ງ ​ທີ່​ບໍ່​ບັນລຸ​ດັດຊະນີ​ກ່ຽວ​ກັບ​ເພດ​ທີ່​ວາງ​ໄວ້. ການ​ຂາດ​ມາດ​ຕະການ​ລົງ​ໂທດ ​ເຮັດ​ໃຫ້ການ​ປະຕິບັດ​ບັນດາ​ດັດຊະນີ​ກ່ຽວ​ກັບ​ເພດ ມີ​ລັກສະນະ​ຮູບນອກ. ​ໃນ​ບັນດາ​ລາຍ​ງານສະຫຼຸບ​ວຽກ​ງານ​ຂອງບັນດາ​ອົງການ​ລັດ ພຽງ​ແຕ່​ຊີ້​ແຈງ​ສາ​ເຫດທີ່​ພາ​ໃຫ້​ອັດຕາ​ສ່ວນ​ແມ່ຍິງ​ໃນ​ລະບົບ​ການ​ເມືອງ ບໍ່​ບັນລຸ​ຕາມຄາດໝາຍ​ແຜນການ​ທີ່​ວາງ​ໄວ້, ​ແຕ່​ສ່ວນ​ຫຼາຍລ້ວນ​ແຕ່​ບໍ່​ເວົ້າ​ເຖິງ​ເຈົ້າພາບ​ທີ່​ຕ້ອງ​ຮັບຜິດຊອບ. ຂະ​ບວນວິວັດ​ເພື່ອ​ໃຫ້​ແມ່ຍິງ​ກາຍ​ເປັນ​ສະມາຊິກ​ສະພາ​ຜູ້​ແທນ​ປະຊາຊົນ ​ໄດ້​ແບ່ງ​ອອກ​ເປັນ​ຫຼາຍ​ຂັ້ນ​ຕອນ ນັບ​ແຕ່​ການ​ແນະນຳ​ຕົວ, ຊັ່ງຊາ ​ເຖິງ​ຄັດ​ເລືອກ, ​ແຕ່ລະ​ຂັ້ນ​ຕອນ​ລ້ວນ​ແຕ່​ຕິດ​ແໜ້ນ​ກັບ​ເຈົ້າພາບ​ທີ່​ມີ​ສິດ​ອຳນາດ ມີພາລະ​ໜ້າ​ທີ່​ໃນ​ການ​ພິຈາລະນາ, ຕີ​ລາຄາ​ຜູ້​ສະໝັກ​ຮັບ​ເລືອກ. ດັ່ງ​ນັ້ນ, ຖ້າ​ຫາກ​ດຳ​ເນີນ​ການສຳ​ຫຼວດຄວາມ​ຮັບຜິດຊອບ​ໃນ​ບັນດາ​ຂັ້ນ​ຕອນ​ຄື​ແນວ​ນັ້ນ ​ແມ່ນ​ເປັນ​ໄປ​ໄດ້​ແລະ​ມີ​ລັກສະນະ​ເໝາະ​ສົມ. ​ແຕ່​ວ່າ, ມາ​ເຖິງ​ດຽວ​ນີ້ ມາດ​ຕະການ​ນີ້​ຍັງ​ບໍ່​ໄດ້​ຮັບ​ການ​ປະຕິບັດ. 

ທີ​ຫ້າ, ບໍ່​ມີ​ບັນດາ​ມາດ​ຕະການທີ່​ເໝາະ​ສົມ ​ເພື່ອ​ຍ້ອງຍໍ​ຊົມ​ເຊີຍການ​ບັນລຸ​ຄາດ​ໝາຍ​ທາງ​ເພດ. ຄຽງ​ຂ້າງ​ບັນດາ​ມາດ​ຕະການ​ລົງ​ໂທດ​ຕໍ່​ເຈົ້າພາບ​ທີ່​ບໍ່​ສຳ​ເລັດ​ໜ້າ​ທີ່, ຄວນ​ກຳນົດ​ມາດ​ຕະການ​ຍ້ອງຍໍຊົມ​ເຊີຍຕ່າງໆ ​ເຊັ່ນ ຍ້ອງຍໍ​ໃຫ້​ລາງວັນ, ຫຼື​ໃຫ້​ອັດຕາ​ສ່ວນ​ບຸລິມະສິດ​ກ່ຽວ​ກັບ​ນະ​ໂຍບາຍ ງົບປະມານ, ​ໃຫ້​ທ້ອງ​ຖິ່ນທີ່​ບັນລຸ​ຄາດໝາຍ ຫຼືປະຕິບັດ​ລື່ນ​ລະດັບ​ຄາດໝາຍ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມທາງ​ການ​ເມືອງ​ຂອງ​ແມ່ຍິງ. ຍ້ອນ​ຂາດ​ມາດ​ຕະການ​ລົງ​ໂທດ ​ແລະ ຂາດ​ມາດ​ຕະການ​ຊ່ວຍ​ໜູນ ຍ້ອງຍໍສົ່ງ​ເສີມ ດັ່ງ​ນັ້ນ ບັນດາ​ເຈົ້າພາບ​ທີ່ກ່ຽວຂ້ອງ ຈຶ່ງບໍ່ເອົາ​ໃຈ​ໃສ່ຢ່າງ​ຈົດ​ຈໍ່​ ຕໍ່​ການ​ຮັບປະກັນ​ດັດຊະນີ​ການ​ເຂົ້າ​ຮ່ວມ​ທາງການ​ເມືອງ​ຂອງ​ແມ່ຍິງ.

ທິດ​ທາງ ໜ້າ​ທີ່ ​ແລະ ວິທີ​ແກ້​ໄຂ​ ເພື່ອ​ຮັບປະກັນດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ

ຜ່ານ​ການ​ວິ​ເຄາະ​ໄຈ້​ແຍກ​ເທິງ​ນີ້​ອາດ​ຈະ​ເຫັນ​ວ່າ, ນະ​ໂຍບາຍ​ກຳນົດ​ດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງ​ຂອງ​ແມ່ຍິງ​ຢູ່​ຫວຽດນາມ ​ແມ່ນ​ສອດຄ່ອງ​ກັບ​ທັດສະນະ​ລວມກ່ຽວ​ກັບ​ສິດສະ​ເໝີ​ພາບ​ທາງ​ເພດ​ຂອງ​ແມ່ຍິງ ຢູ່​ໃນກົດໝາຍສາກົນ​ວ່າ​ດ້ວຍ​ສິດທິ​ມະນຸດ. ກົດໝາຍຂອງ​ຫວຽດນາມ​ໄດ້​ມີ​ຂໍ້​ກຳນົດ​ລະອຽດ​ຫຼາຍ​ຂໍ້ ​ແນ​ໃສ່​ປະຕິບັດດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງ​ຂອງ​ແມ່ຍິງ. ​ແຕ່​ວ່າ, ຂອບ​ນະ​ໂຍບາຍ ກົດໝາຍ​ກ່ຽວ​ກັບ​ບັນຫາ​ນີ້​ຍັງ​ມີຂໍ້​ຈຳກັດ, ບໍ່​ຕອບ​ສະໜອງ​ຄວາມ​ຕ້ອງການໄດ້ ດັ່ງ​ນັ້ນ​ ການ​ໝູນ​ໃຊ້ດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງ​ຂອງ​ແມ່ຍິງ ຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ​ເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ຈຳກັດ​ເຫຼົ່ານັ້ນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ໄດ້​ວາງ​ແຜນ​ນະ​ໂຍບາຍ​ລວມ: “ປະຕິບັດ​ບັນດາ​ວິທີ​ແກ້​ໄຂ ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ທາງ​ເພດຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ”(5). ​ເພາະສະ​ນັ້ນ, ​ເພື່ອ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ກ່ຽວ​ກັບດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງ​ຂອງ​ແມ່ຍິງ, ຕ້ອງ​ມີ​ທິດ​ທາງ ໜ້າທີ່ ແລະ ວິທີ​ແກ້​ໄຂ​ທີ່​ລະອຽດ.

1- ທິດ​ທາງ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ໃນ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງ

ທີ​ໜຶ່ງ, ​ໂຄສະ​ນາ, ອົບຮົມ​ສຶກສາ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ສັງຄົມ ກ່ຽວ​ກັບ​ສິດສະ​ເໝີ​ພາບ​ທາງ​ເພດ; ປ່ຽນ​ແປງ​ເທື່ອ​ລະ​ກ້າວ ​ແລະ ກ້າວ​ເຖິງ​ລົບ​ລ້າງຄວາມ​ອະຄະຕິ​ກ່ຽວ​ກັບ​ເພດ​ໃນ​ທຸກ​ຂົງ​ເຂດ; ​ໂຄສະນາ ​ເຜີຍ​ແຜ່​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ ກ່ຽວ​ກັບ​ການ​ຊຸກຍູ້​ວິວັດ​ການ​ສະ​ເໝີ​ພາບ​ທາງ​ເພດ.

ທີ​ສອງ, ນັບຖື, ປະຕິບັດ​ບັນດາ​ເປົ້າ​ໝາຍ​ ຖະ​ແຫຼ​ງການລວມ ​ໂຄງການ​ປະຕິບັດ​ງານທົ່ວ​ໂລກ ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ; ຊຸກຍູ້​ການ​ປະຕິບັດ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ​ຢ່າງຮອບດ້ານ ກວ້າງຂວາງ​ເລິກ​ເຊິ່ງ ​ໂດຍ​ຜ່ານ​ການຈັດ​ວາງ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ​ ເຂົ້າ​ໃນບັນດາ​ໂຄງການພັດທະນາ, ​ໃນ​ເປົ້າໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ເສດຖະກິດ ວັດທະນະທຳ-ສັງຄົມ; ກໍ່ສ້າງ, ປະກາດ​ໃຊ້​ບັນດາ​ໂຄງການ, ​ແຜນ​ຍຸດ​ທະ​ສາດ​ພິ​ເສດ ​ແນ​ໃສ່​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ທາງ​ເພດ​ໃນ​ຂົງ​ເຂດການ​ບໍລິຫານຄຸ້ມ​ຄອງ ນຳພາ.

ທີ​ສາມ, ນັບຖື, ປະຕິບັດຂໍ້ກຳນົດ​ຂອງ​ກົດໝາຍ​ສາກົນກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ; ສືບ​ຕໍ່​ກໍ່ສ້າງ ບູລະນະ​ລະບົບກົດໝາຍ ​ແນ​ໃສ່​ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ, ບົນ​ພື້ນຖານ​ຫຼັກການ ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013; ນຳ​ໃຊ້​ບັນດາ​ມາດ​ຕະການ​ບໍລິຫານ ​ແລະ ຕຸລາການ ​ແນ​ໃສ່​ຮັບປະກັນ​ການ​ປະຕິບັດ​ສິດສະ​ເໝີ​ພາບ​ທາງ​ເພດ​ໃນ​ສັງຄົມ ​ແລະ ​ໃນ​ລະບົບ​ການ​ເມືອງ​ທັງ​ໝົດ...

2- ບັນດາ​ໜ້າ​ທີ ​ແລະ ວິທີ​ແກ້​ໄຂ​ທີ່​ຕ້ອງ​ປະຕິບັດ

ທີ​ໜຶ່ງ, ກວດຄືນ​ແລະ​ບູລະນະ​ໃຫ້​ຄົບ​ຊຸດ ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງ​ຂອງ​ແມ່ຍິງ, ພິ​ເສດ​ແມ່ນ​ໃນ​ຂໍ້​ກຳນົດ​ກົດໝາຍ​ຕ່າງໆ​ ກ່ຽວ​ກັບ​ການ​ເລືອກ​ຕັ້ງ ​ແລະ ​ໂຄງ​ປະກອບ​ການຈັດ​ຕັ້ງ ຂອງ​ບັນດາ​ອົງການ​ລັດ, ​ໃນ​ນັ້ນ ຕ້ອງ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ເຖິງ​ ຄວາມ​ສອດຄ່ອງ​ລະຫວ່າງດັດຊະນີ​ທີ່​ຕ້ອງການ​ ແລະ ​ດັດຊະນີ​ຂັ້ນຕ່ຳ​. ລາຍ​ຊື່​ຜູ້​ສະໝັກ​ຍິງ ຕ້ອງ​ສູງ​ກວ່າ​ທຽບ​ກັນ​ດັດຊະນີກ່ຽວ​ກັບ​ຈຳນວນ​ສະມາຊິກຍິງທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ.

ທີ​ສອງ, ກຳນົດ​ແຈ້ງ ຂີດ​ຈຳກັດ​ການ​ນຳ​ໃຊ້​ດັດຊະນີ​ບຸລິມະສິດ, ​ໃນ​ນັ້ນ ບຸລິມະສິດ​ກ່ຽວ​ກັບ​ເພດ ​ແມ່ນ​ດັດຊະນີ​ທີ່​ສຳຄັນ. ຜູ້​ສະໝັກ​ຮັບ​ເລືອກ​ແຕ່ລະຄົນ ຄວນ​ໄດ້​ຮັບ​ການ​ຊັ່ງຊາ ຄັດ​ເລືອກ​ອີງ​ບົນ​ດັດຊະນີ​ບຸລິມະສິດ​ປະ​ເພດ​ໜຶ່ງ, ​ແທນ​ທີ່​ບຸກຄົນ​ໜຶ່ງອາດ​ຈະ​ຖືກ​ຄັດ​ເລືອກ​ ຍ້ອນ​ເຫດຜົນ​ຕອບ​ສະໜອງ​ໄດ້​ຫຼາຍ​ດັດຊະນີ​ບຸລິມະສິດ​ກວ່າ​ທຽບ​ກັບ​ຜູ້​ສະໝັກ​ອື່ນໆ.

ທີ​ສາມ, ສ້າງ​ຕັ້ງ​ລະ​ບົບດັດ​ຊະນີທາງ​ເພດ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບການ​ສ້າງ​ແຫຼ່ງບຸກຄະລາ​ກອນ​ສືບ​ທອດ, ​ເຊັ່ນ ການວາງ​ແຜນ​ກຳນົດ, ການ​ຝຶກ​ອົບຮົມ, ການ​ບຳລຸງ​ຄວາມ​ຮູ້... ​ເປີດ​ກວ້າງ​ຂອບ​ເຂດ​ໝູນ​ໃຊ້​ບັນດາ​ດັດຊະນີ ​ແນ​ໃສ່​ຍົກ​ສູງລັກສະນະ​ແຂ່ງຂັນ​ກ່ຽວ​ກັບ​ຄວາມ​ສາມາດ​ລະຫວ່າງ​ບັນດາ​ຜູ້​ສະໝັກ​ຮັບ​ເລື​ອກ.

ທີ​ສີ່, ​ເພີ່ມ​ເຕີມ​ບັນດາ​ຮູບ​ການ​ຍ້ອງຍໍ​ໃຫ້​ລາງວັນ, ບັນດາ​ມາດ​ຕະການ​ລົງ​ໂທດ ຕໍ່​ບັນດາ​ເຈົ້າພາບ​ທີ່​ສຳ​ເລັດ ຫຼື​ບໍ່​ສຳ​ເລັດ​ລະດັບ​ຄາດໝາຍ​ກ່ຽວ​ກັບ​ເພດ; ການ​ໝູນ​ໃຊ້​ບັນດາຮູບ​ການ​ຍ້ອງຍໍ​ໃຫ້​ລາງວັນ ​ແລະ ບັນດາ​ມາດ​ຕະການ​ລົງ​ໂທດ ​ເປັນ​ບັນດາ​ມາດ​ຕະການ​ຊ່ວຍໜູນ​ແນ​ໃສ່​ຮັບ​ປະກັນ​ການ​ປະຕິບັດ​ບັນດາ​ດັດຊະນີ​ທາງ​ເພດ.

​ເພື່ອບັນລຸ​ບັນດາ​ເປົ້າ​ໝາຍ​ເທິງ​ນີ້, ຄວນ​ຖື​ວ່າ ການ​ສ້າງ​ຕັ້ງດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງ ຂອງ​ແມ່ຍິງ ​ເປັນ​ເຄື່ອງມື​ທີ່​ສຳຄັນ, ປະກອບສ່ວນ​ຊຸກຍູ້ສົ່ງ​ເສີມ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ. ເປົ້າໝາຍ​ນີ້ສາມາດ​ບັນລຸ​​ໄດ້ ​ເມື່ອ​ຂອບ​ກົດໝາຍ​ກ່ຽວ​ກັບບັນຫາການ​ເຂົ້າ​ຮ່ວມທາງການ​ເມືອງຂອງ​ແມ່ຍິງ ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ຖືກຕ້ອງ​ ສົມ​ເຫດ​ສົມ​ຜົນ.

ບັນດາ​ຜົນສຳ​ເລັດ​​ຂອງ​ການ​ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ທາງ​ເພດ​ໃນ​ຂົງ​ເຂດ​ການ​ເມືອງ-ສັງຄົມ​ຢູ່​ຫວຽດນາມ ຈະ​ໄດ້ຮັບ​ການ​ສົ່ງ​ເສີມ​ຢ່າງຕໍ່​ເນື່ອງ ຖ້າ​ຫາກ​ບັນດາ​ມາດ​ຕະການ​ເທິງ​ນີ້​ໄດ້​ນຳ​ໃຊ້ຢ່າງ​ເຖິງ​ຖອງ, ​ໃນ​ນັ້ນ ການ​ປັບປຸງ​ບູລະນະ​ຂອບ​ນະ​ໂຍບາຍ ກົດໝາຍ​ກ່ຽວ​ກັບດັດຊະນີ​ການ​ເຂົ້າ​ຮ່ວມ​ທາງ​ການ​ເມືອງຂອງ​ແມ່ຍິງ ມີ​ຄວາມສຳຄັນ​ພິ​ເສດ./.

​ໂດຍ ຮສ. ປອ. ຫວຸກົງ​ຢາ​ວ ​ແລະ ປທ. ຫງວຽນ​​ແອ​ງດຶກ,
ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ

---------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 900 (​ເດືອນ​ຕຸລາ 2017).

(1) ​ເບິ່ງ: ລາຍ​ງານ​ສັງ​ລວມທົ່ວ​ໂລກ​ຂອງ UNIFEM ກ່ຽວ​ກັບ​ບັນຫາ​ເພດ ​ແລະ ຄວາມ​ຮັບຜິດຊອບ​ໃນ​ການ​ບັນຍາຍ​ລາຍ​ງານ ປີ 2008. ຄູ່​ມື​ການ​ສື່ສານ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ໃນ​ຂົງ​ເຂດ​ການ​ເມືອງ, ກະຊວງ​ແຮງ​ງານ - ນັກ​ຮົບຜູ້​ເສຍ​ອົງຄະ ​ແລະ ສັງຄົມ, ຮ່າ​ໄນ້ຍ, 2014, ໜ້າ 26.

(2), (3) UNDP: ສະມາຊິກ​ຍິງ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ - ມຸ່ງ​ຫວັງ​ໃນອະນາ​ຄົບ, ຮ່າ​ໂນ້ຍ, 2012, ໜ້າ 1, 8.

(4) UNDP: ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ ໃນ​ບົດບາດນຳ​ພາ ​ແລະ ຄຸ້ມ​ຄອງ​ບໍລິຫານ ຢູ່​ຫວຽດນາມ, ຮ່າ​ໂນ້ຍ, 2012, ໜ້າ 16. 

(5) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 304.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ