ວັນເສົາ, 23/6/2018
ປັບປຸງບູລະນະລະບົບກົດໝາຍກ່ຽວກັບການຈັດຕັ້ງກົງຈັກແຫ່ງລັດ ຕາມຈິດໃຈຂອງມະຕິກອງປະຊຸມສູນກາງພັກຄັ້ງທີ 6 ສະໄໝທີ XII
19/5/2018 16:55' ສົ່ງ ພິມ
/Uploads/thanhlong/CTQH Nguyến Thị Kim Ngân.JPG

ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພ້ອມ​ກັບ​ການ​ເພີ່ມ​ເຕີມ, ບູລະນະ​ທັດສະນະ​ ​ແລະ​ລະບຽບ​ກົດໝາຍ ກ່ຽວ​ກັບລັດ​ແຫ່ງ​ອຳນາດ​ກົດ​ໝາຍຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ ທີ່​ພັກ​ກອມ​ມູນິດ​ຫວຽດນາມ​ເປັນ​ຜູ້ນຳ​ພາ​ນັ້ນ, ລະບົບ​ກົດໝາຍ​ຂອງ​ປະ​ເທດ​ຫວຽດນາມ​ກໍ່​ໄດ້​ຮັບ​ການ​ເພີ່ມ​ເຕີມ ບູລະນະຢ່າງ​ບໍ່​ຢຸດ​ຢັ້ງ ​ເຊິ່ງ​ໄດ້ກວມ​ລວມບັນດາ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ​ຢ່າງ​ຄົບ​ຖ້ວນ​ພໍ​ຄວນ, ຮັບປະກັນ​ຄວາມ​ສົມ​ດຸນ, ຄົບ​ຊຸດ​ລະຫວ່າງ​ບັນດາ​ລະບຽບ​ກົດ​ໝາຍ​ທາງ​ເສດຖະກິດ, ການ​ເມືອງ, ສັງຄົມ, ການ​ປ້ອງ​ກັນ​ປະ​ເທດ, ການ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຮັກສາ​ສະພາບ​ແວດ​ລ້ອມ, ສິດທິ​ມະນຸດ, ສິດທິ​ພົນລະ​ເມືອງ ທີ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດ​ແບບ​ຍືນ​ຍົງ​ ແລະ​ການ​ເຊື່ອມ​ໂຍງ​ສາກົນ.

ລັດຖະທຳ​ມະນູນ​ຂອງ​ປະ​ເທດ ສສ.ຫວຽດນາມ ທີ່​ສະພາ​ແຫ່ງ​ຊາດຊຸດ​ທີ່ ​XIII ໄດ້​ຮັບຮອງ​ຜ່ານປີ 2013 ​ໄດ້​ສ້າງ​ພື້ນຖານນິຕິ​ທຳທີ່​ສຳຄັນ ທີ່​ກຳນົດ​ທິດ​ໃຫ້​ແກ່​ການ​ສືບ​ຕໍ່​ກໍ່ສ້າງ ​ແລະປັບປຸງ​ບູລະນະ​ລະບົບ​ກົດໝາຍຫວຽດນາມ, ພິ​ເສດ​ແມ່ນ​ລະບົບ​ກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ. ລັດຖະທຳ​ມະນູນ ​ແລະ​ບັນດາ​ກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ​ ໄດ້​ຢືນຢັນ​ບັນດາ​ອຳນາດ​ນິຕິບັນຍັດ, ອຳນາດບໍລິຫານ ​ແລະ​ອຳນາດຕຸລາການ; ກຳນົດ​ບັນດາ​ຫຼັກການ​ພື້ນຖານ ​ເພື່ອ​ປ່ຽນ​ແປງ​​ໃໝ່, ບູລະນະ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ; ຮັບປະກັນ​ການ​ແບ່ງ​ງານ, ການປະສານ​ງານ, ການຄວບ​ຄຸມ​ອຳນາດ ລະຫວ່າງ​ບັນດາ​ອົງການຂອງ​ລັດ; ມອບ​ໃຫ້​ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ, ລັດຖະບານ, ສານ​ປະຊາຊົນ, ອົງກາ​ນ​ໄອ​ຍະ​ການ​ປະຊາຊົນ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຂັ້ນ​ຕ່າງໆ ມີ​ອຳນາດ​ແລະ​ຄວາມ​ຮັບຜິດຊອບ​ຢ່າງ​ເຕັມທີ​ ໃນ​ການຄຸ້ມ​ຄອງ​ບໍລິຫານ​ປະ​ເທດ. ກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດນັບ​ມື້ໄດ້ຮັບ​ການ​ປ່ຽນ​ແປງໃໝ່, ປັບປຸງ​ບູລະນະ, ສອດຄ່ອງ​ກັບ​ຄວາມ​ຕ້ອງການ, ໜ້າ​ທີ່​ໃນ​ສະພາບ​ການ​ໃໝ່. ສະພາ​ແຫ່ງ​ຊາດ​ໄດ້​ປະກາດ​ໃຊ້ກົດໝາຍຫຼາຍ​ກວ່າ 120 ສະບັບ​ ເພື່ອ​ຫັນ​ລັດຖະທຳ​ມະນູນ​ປີ 2013 ​ເປັນ​ລະອຽດ, ​ໃນ​ນັ້ນມີ​ກົດໝາຍ​ປະມານ 20 ສະບັບ ​ໄດ້​ກຳນົດ​ຢ່າງ​ລະອຽດກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ(1). ຄະນະ​ກຳ​ທະ​ການ​ປະຈຳ​ສະພາ​ແຫ່ງ​ຊາດ, ລັດຖະບານ, ນາຍົກລັດຖະມົນຕີ, ບັນດາ​ລັດຖະມົນຕີ, ຫົວໜ້າ​ຂະ​ແໜງ​ການ​ ໄດ້​ປະກາດ​ໃຊ້​ເອກະສານ​ທາງ​ກົດໝາຍ​ຫຼາຍ​ກວ່າ 200 ສະບັບ ທີ່​ກຳນົດ​ກ່ຽວ​ກັບ​ພາລະ​ບົດບາດ, ໜ້າ​ທີ່ ​ແລະ​ໂຄງ​ສ້າງ​ການຈັດ​ຕັ້ງພາຍ​ໃນຂອງ​ບັນດາ​ອົງການ, ໜ່ວຍ​ງານ. ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ຕ່າງໆ ກໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ເຖິງ​ວຽກ​ງານ​ການປະກາດ​​ໃຊ້ ​ແລະການຈັດ​ຕັ້ງ​ປະຕິບັດ​ເອກະສານ​ທາງ​ກົດໝາຍ ຕາມ​ສິດ​ຂອບ​ເຂດຂອງ​ຕົນ ​ເພື່ອປະຕິບັດ​ແຜນ​ນະ​ໂຍບາຍ​ປະຕິ​ຮູບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ​ຢູ່​ທ້ອງ​ຖິ່ນ.

ລະບົບ​ບັນດາ​ເອກະສານ​ທີ່​ກ່າວ​ມາ​ເທິງ​ນີ້ ​ໄດ້​ປະກອບສ່ວນປັບປຸງ​ບູລະນະ​ການຈັດ​ຕັ້ງ​ກົງຈັກ, ທຳ​ຄວາມ​ກະຈ່າງ​ແຈ້ງ​ກວ່າ​ອີກ​ ກ່ຽວ​ກັບພາລະ​ບົດບາດ, ໜ້າ​ທີ່, ສິດ​ຂອບ​ເຂດ, ຄວາມ​ຮັບຜິດຊອບ, ສາຍ​ພົວພັນ​ວຽກ​ງານ​ຂອງ​ບັນດາ​ອົງການ​ແຫ່ງ​ລັດ, ຕອບ​ສະໜອງ​ເທື່ອ​ລະ​ກ້າວ​ຄວາມ​ຕ້ອງການ​ຂອງ​ພາລະກິດ​ການ​ສ້າງສາ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ສະພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ບູລະນະ​ໃຫ້​ສົມ​ບຸນ​ແບບ​ທາງ​ດ້ານ​ການຈັດ​ຕັ້ງ ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ກໍ່​​ເຂົ້າ​ສູ່​ງ​ເນື້ອ​ແທ້​ກວ່າ​ເກົ່າ; ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ກໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ລັດຖະບານສືບ​ຕໍ່​ໄດ້​ຮັບ​ການຈັດ​ວາງ​ສັບ​ຊ້ອນ​ໃຫ້​ກະທັດ​ລັດ, ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ ຕາມ​ຮູບ​ແບບກະຊວງ​ຄວບ​ຄຸມ​ຫຼາຍ​ຂະ​ແໜງ​ການ, ຫຼາຍ​ຂົງ​ເຂດ. ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ ໃນ​ຂັ້ນ​ຕົ້ນ​ໄດ້​ມີ​ການຈຳ​ແນ​ກກ່ຽວ​ກັບ​ການ​ຈັດ​ຕັ້ງ​ກົງຈັກ, ​ແລະ​ໄດ້​ກຳນົດ​ໜ້າ​ທີ່ ສິດ​ຂອບ​ເຂດ​ຢ່າງ​ສົມ​ເຫດ​ສົມ​ຜົນ, ສອດຄ່ອງ​ກັບ​ຈຸດ​ພິ​ເສດ​ຂອງ​ຊົນນະບົດ, ຕົວ​ເມືອງ, ​​ເຂດເກາະ​ທະ​ເລ.

​ເຖິງ​ວ່າກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ ​ແລະ​ສົມບູນ​ແບບ​ກວ່າ​ເກົ່າ​ກໍ່​ຕາມ ​ແຕ່​ກໍ່​ຍັງ​ມີ​ສິ່ງ​ຄົງ​ຄ້າງ ຂໍ້​ຈຳກັດ​ບໍ່​ໜ້ອຍ. ບົນ​ຈິດ​ໃຈ​ເບິ່ງ​ໂດຍ​ກົງ​ທີ່​ຄວາມ​ເປັນ​ຈິງ, ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII ​ໄດ້​ຊີ້​ອອກ​ມາ​ວ່າ, ກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດຍັງ​ບໍ່​ທັນ​ຄົບ​ຊຸດ​ແລະ​ສົມ​ບຸນ​ແທ້​ເທື່ອ, ຂໍ້​ກຳນົດ​ຫຼາຍ​ຂໍ້​ຍັງ​ທັບ​ຊ້ອນ​ກັນ, ຂັດ​ແຍ່ງ​ກັນ, ບໍ່​ເປັນ​ເອກະ​ພາບ. ​ເອກະສານ​ທາງ​ກົດໝາຍ​ບາງ​ສະບັບບໍ່​ຂຶ້ນ​ກັບ​ຂະ​ແໜງ​ການຈັດ​ຕັ້ງ​ກົງຈັກ ​ແຕ່​ກໍ່​ໄດ້​ປະກາດ​ໃຊ້​ພາ​ໃຫ້​ເກີດ​ມີອົງ​ການຈັດ​ຕັ້ງ​​ໃໝ່ ​ເຮັດ​ໃຫ້​ຈຳນວນ​ພະນັກງານ​ລັດຖະກອນ​ເພີ່ມ​ຂຶ້ນ(2). ​ເລື່ອງ​ນີ້​ເຮັດ​ໃຫ້ການ​ຈັດ​ຕັ້ງ​ກົງຈັກ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ​ເວົ້າ​ລວມ ​ແລະ​ຂອງການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດເວົ້າ​ສະ​ເພາະ ຍັງ​ຄົງ​ພະ​ລຸງ​ພະລັງ, ຫຼາຍ​ຂັ້ນ​ຫຼາຍຊັ້ນ, ຫຼາຍ​ຂອດ(3); ຍອດ​ຈຳນວນ​ການ​ບັນຈຸ ​ແລະຈຳນວນ​ຜູ້​ກິນ​ເງິນ​ເດືອນ, ຮັບເງິນ​ອຸນໜູນຈາກ​ງົບປະມານ​ແຫ່ງ​ລັດ ​ຍັງ​ເພີ່ມ​ຂຶ້ນ​ເລື້ອຍ(4), ​ໂດຍ​ສະ​ເພາະ​ແມ່ນ​ພາກສ່ວນ​ພາລະກິດ​ບໍລິການ(5) ​ແລ​ະຈຳນວນ​ຜູ້​ທີ່​ເ​ຄື່ອນ​ໄຫວບໍ່​ສະ​ເພາະ​ກິດ​ຢູ່​ຂັ້ນ​ຕາ​ແສງ, ບ້ານ, ໜ່ວຍ​ຊຸມ​ຊົນ​ໃນຕົວ​ເມືອງ(6); ຈຳນວນ​ຜູ້​ທີ່​ກຳ​ຕຳ​ແໜ່​ງນຳພາ, ຄຸ້ມ​ຄອງ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ(7),... 

ບາງ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍຂອງ​ພັກ ​ແລະ ຂໍ້​ກຳນົດ​ຂອງ​ສະພາ​ແຫ່ງ​ຊາດ​ປີ 2013 ກ່ຽວ​ກັບການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ ຍັງ​ບໍ່​ໄດ້​ຫັນ​ເປັນ​ນິຕິ​ກຳ​ຢ່າງ​ຄົບ​ຖ້ວນ, ລະອຽດ ​ແລະ​ທັນ​ການ. ພາລະ​ບົດບາດ, ໜ້າ​ທີ່, ສິດ​ຂອບ​ເຂດ, ການຈັດ​ຕັ້ງ​ກົງຈັກ, ສາຍ​ພົວພັນ​ຂອງ​ບາງສຳນັກງານ​ອົງການ ຍັງ​ບໍ່​ທັນ​ຈະ​ແຈ້ງ, ຍັງ​ຫຼົ​ມ​ແຫຼວ, ຊ້ຳ​ຊ້ອນ​ກັນ. ກົນ​ໄກ​ແບ່ງ​ງານ, ປະສານ​ງານ ​ແລະ ກວດກາ​ອຳນາດ​ລັດ ລະຫວ່າງ​ບັນດາ​ອົງການຂອງ​ລັດ​ ໃນ​ການ​ປະຕິບັດ​ບັນ​ດາ​ອຳນາດນິຕິບັນຍັດ, ບໍລິຫານ ​ແລະ​ຕຸລາການ ຍັງ​ຂາດ​ຄວາມ​ເປັນ​ເອກະ​ພາບ, ປະສິດທິ​ຜົນ​ບໍ່​ສູງ; ການ​ປະຕິບັດ​ການ​ເປີດ​ເຜີຍ, ​ໂປ່​ງ​​ໃສ ​ແລະ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ອະທິບາຍ​ລາຍ​ງານ ຍັງ​ຈຳ​ກັດ. ລັດຖະທຳ​ມະນູນ ​ແລະ​ກົດໝາຍການ​ຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໄດ້​ກຳນົດ​ຫຼັກການ​ກ່ຽວ​ກັບ​ການ​ແບ່ງ​ອຳນາດ, ​ແບ່ງ​ຂັ້ນ​ແລະມອບອຳນາດ​ແລ້ວ, ​ແຕ່​ປະຈຸ​ບັນ​ນີ້ ຫຼາຍ​ກົດໝາຍ​ສະ​ເພາະ​ຂະ​ແໜງ ຍັງ​ບໍ່​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ເຖິງ​ແຜນ​ນະ​ໂຍບາຍ​ຍູ້​ແຮງ​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ ດັ່ງ​ນັ້ນ​ການ​ປະຕິບັດ​ຈຶ່ງ​ບໍ່​ແຂງ​ແຮງ, ຄົບ​ຊຸດ; ຍັງ​ມີ​ສະພາບ​ການ​ອຸ້ມ​ວຽກ, ​ເຮັດ​ຕາງ ຫຼື​ປະ​ຂ້າມ​ໜ້າ​ທີ່, ຊ້ຳ​ພັດບາງ​ຂົງ​ເຂດ​ຍັງ​ມີ​ທ່າ​ອຽງລວມສູນ​ອຳນາດ​ຫຼາຍ​ກວ່າ​ອີກໃຫ້ອົງການ​ຢູ່​ສູນ​ກາງ(8). ກົດໝາຍ​ຍັງ​ບໍ່​ທັນ​ກຳນົດ​ຢ່າງ​ຈະ​ແຈ້ງ​ລັກສະນະ​ພິ​ເສດສະ​ເພາະ​ຂອງ​ອຳນາດ​ການ​ປົກຄ​ອງຕົວ​ເມືອງ, ຊົນນະບົດ, ​ເຂດ​ເກາະ​ທະ​ເລ; ບັນດາ​ໜ່ວຍ​ບໍລິຫານ​ທ້ອງ​ຖິ່ນ​ເບິ່ງ​ລວມມີ​ຂະໜາດ​ນ້ອຍ, ຫຼາຍ​ໜ່ວຍ​ງານ​ບໍ່​ຮັບປະກັນ​ມາດຕະຖານ​ຕາມ​ການ​ກຳນົດ, ​ເປັນ​ຕົ້ນ​ແມ່ນ​ຢູ່​ຂັ້ນ​ເມືອງ, ຕາ​ແສງ. ກົນ​ໄກ​ປົກ​ປ້ອງ​ລັດຖະທຳ​ມະນູນ, ກົດໝາຍ ​ແລະ​ເພີ່ມ​ທະວີ​ລະບອບ​ກົດໝາຍ​ສັງຄົມ​ນິຍົມ ຍັງ​ຖືກ​ຈຳກັດ, ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ...

ຄຽງ​ຂ້າງ​ນັ້ນ, ສະພາບ​ການ​ພາກສ່ວນ​ນິຍົມ, ​ເພື່ອ​ຜົນ​ປະ​ໂຫຍ​ຂະ​ແໜງ​ການ ​ໃນ​ຂະ​ບວນວິວັດການ​ກໍ່ສ້າງ​ເອກະສານ​ທາງ​ກົດໝາຍ​ກ່ຽວ​ກັບການຈັດ​ຕັ້ງ​ກົງຈັກຂອງ​ສຳນັກງານ​ອົງການ ຍັງ​ຄົງ​ຕົວ​ຢູ່; ຜູ້ນຳ​ໜ້າ ​ແລະ ພະນັກງານເຮັດ​ວຽກ​ງານ​ທີ່​ປຶກສາ​ກ່ຽວ​ກັບ​ການ​ກໍ່ສ້າງ​ກົດໝາຍຢູ່​ບາງ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ຈຳນວນ​ໜຶ່ງ​ທີ່​ບໍ່​ໜ້ອຍ ​ຍັງ​ບໍ່​ທັນ​ຊາບ​ຊຶມ​ຈິດ​ໃຈປະຕິ​ຮູບ, ຂາດ​ຄວາມ​ເດັດດ່ຽວ, ກ້າ​ກັ່ນ​ໃນ​ການ​ໃຫ້​ຄຳ​ປຶກສາ ດັ່ງ​ນັ້ນ​ຈຶ່ງ​ມີ​ເອກະສານ​ບໍ່​ສອດຄ່ອງ​ກັບ​ພາກ​ຕົວ​ຈິງ, ​ໄດ້​ຮັບ​ການ​ແກ້​ໄຂ​ດັດ​ແປງ​ປັບປຸງ​ຊ້າ; ຄວາມ​ຮັບຜິດຊອບ​ໃນ​ການ​ປະກາດ​ໃຊ້​ເອກະສານ​ທາງ​ກົດໝາຍກ່ຽກັບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ ຖືກ​ມອບ​ໃຫ້​ຫຼາຍ​ອົງການ, ​ແຕ່​ວຽກ​ງານ​ປະສານ​ສົມທົບ, ກວດຄືນ, ກວດສອບ ​ແລະ​ບົດບາດ​ເປັນ​ທີ່​ປຶກສາ​ຂອງ​ອົງການ​ຫົວ​ຂອດ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ ພັດບໍ່​ໄດ້​ເສີມ​ຂະຫຍາຍ. ນີ້​ກໍ່​ເປັນສາ​ເຫດທີ່​ພາ​ໃຫ້​ມີ​ຈຸດ​ບົກພ່ອງ ຂໍ້​ຈຳກັດ​ໃນ​ການ​ປັບປຸງ​ບູລະນະ​ກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ.

​ແນ​ໃສ່​ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ສັບ​ຊ້ອນ​ການຈັດ​ຕັ້ງ​ກົງຈັກ​ຂອງ​ລະບົບ​ການ​ເມືອງ​ໃຫ້​ກະທັດ​ລັດ​ເບົາບາງ, ​ເຄື່ອນ​ໄຫວ​ຢ່າງ​ມີ​ຄວາມ​ສັກສິດ​ແລະມີ​ປະສິດທິ​ຜົນ ​ຕາມຈິດ​ໃຈມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັດ, ມະຕິ​ກອງ​ປະຊຸມສູນ​ກາງພັກ​ຄັ້ງ​ທີ່ 6 ສະ​ໄໝ​ທີ XII ​ໄດ້​ວາງ​ບັນດາ​ທັດສະນະ​ຊີ້​ນຳ, ​ຈຸດໝາຍ​ສັງ​ລວມ, ຈຸດ​ໝາຍ​ລະອຽດ ​ແລະ ກຸ່ມ​ໜ້າ​ທີ່, ວິທີ​ແກ້​ ເພື່ອ​ສູ້​ຊົນປະຕິບັດ​ຮອດ​ປີ 2030. ຕາມ​ນັ້ນ, ​ເພື່ອ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ສັບ​ຊ້ອນ, ປັບປຸງ​ບູລະນະການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ ​ໃຫ້​ກະທັດ​ລັດ​ເບົາບາງ, ​ເຄື່ອນ​ໄຫວ​ມີ​ຄວາມ​ສັກສິດ, ມີ​ປະສິດທິ​ຜົນ ​ແລະ​ສອດຄ່ອງ​ກັບ​ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດສັງຄົມ​ນິຍົມ ຕາມ​ຈິດ​ໃຈ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII, ໜ້າ​ທີ່​ທີ່​ສຳຄັນ, ມີ​ລັກສະນະ​ຕັດສິນ​ແມ່ນ ສືບ​ຕໍ່​ບູລະນະ​ລະບົບ​ກົດໝາຍ​ກ່ຽວ​ກັບພາລະ​ບົດບາດ, ​ໜ້າ​ທີ່ ​ແລະໂຄງ​ສ້າງການຈັດ​ຕັ້ງ​ຂອງກົງຈັກ​ແຫ່ງ​ລັດ ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ, ພັດທະນາ​ພື້ນຖານ​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ ​ແລະ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ສາກົນ. ​ໃນ​ນັ້ນ, ຕ້ອງ​ລວມສູນ​ໃສ່​ບັນດາ​ໜ້າ​ທີ່​, ວິທີ​ແກ້​ໄຂຈຳວນ​ໜຶ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ບັນດາ​ອົງການ, ການຈັດ​ຕັ້ງ​ໃນ​ລະບົບ​ການ​ເມືອງ​ທັງ​ໝົດ​ແຕ່​ສູນ​ກາງຮອດ​ຮາ​ກຖານ, ບົນ​ຈິດ​ໃຈ​ຮ່ຳຮຽນ, ຊາບ​ຊຶມມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII ຢ່າງ​ເລິກ​ເຊິ່ງ, ຕ້ອງ​ຮີບ​ສຳ​ເລັດ​ການ​ປະກາດ​ໃຊ້​ໂຄງການ, ​ແຜນການປະຕິບັດ​ງານ ​ເພື່ອ​ປະຕິບັດ​ມະຕິ, ​ໃນ​ນັ້ນ ກຳນົດ​ແຈ້ງ​ຈຸດໝາຍ ​ແລະ​ບັນດາ​ໜ້າ​ທີ່, ວິທີ​ແກ້​ໄຂ​ທີ່​ລະອຽດ. ດ້ວຍ​ຈິດ​ໃຈ​ຮີບ​ດ່ວນ​​ໃນ​ການ​ນຳ​ເອົາ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ​ເຂົ້າສູ່​ຊີວິດ​ສັງຄົມ, ​​ທັນທີທັນ​ໃດ​ພາຍຫຼັງ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII ​ໄດ້​ຮັບ​ການ​ປະກາດ​ໃຊ້, ຄະນະ​ພັກ​ສະພາ​ແຫ່ງ​ຊາດ​ໄດ້​ຊີ້​ນຳ​​ໃຫ້ສະພາ​ແຫ່ງ​ຊາດ ປຶກສາ​ສົນທະນາ​ກ່ຽວ​ກັບ​ຜົນ​ຂອງ​ການ​ຕິດຕາມ​ກວດກາການ​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກ່ຽວ​ກັບ​ການ​ປະຕິ​ຮູ​ບການຈັດ​ຕັ້ງ​ກົງຈັກ​ບໍລິຫານ​ລັດ​ໃນ​ໄລຍະ 2011 - 2016, ຮັບຮອງ​ຜ່ານ​ມະຕິ​ສະບັບເລກ​ທີ 56/2017/QH14, ລົງວັນ​ທີ 24 ພະຈິກ 2017, “ກ່ຽວ​ກັບ​ການ​ສືບ​ຕໍ່​ປະຕິ​ຮູບ​ການຈັດ​ຕັ້ງ​ກົງຈັກ​ບໍລິຫານລັດ​ໃຫ້​ກະທັດ​ລັດ​ເບົາບາງ, ​ເຄື່ອນ​ໄຫວ​ຢ່າງ​ມີ​ຄວາມ​ສັກສິດ, ມີ​ປະສິດທິ​ຜົນ” ​ແລະ ປະກາດ​ໃຊ້​ແຜນການ​ສະບັບເລກ​ທີ 735-KH/ĐĐQH14, ລົງວັນ​ທີ 18 ມັງກອນ 2018, ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ໜ້າ​ທີ່​ຂອງ​ຄະນະ​ພັກ​ສະພາ​ແຫ່ງ​ຊາດ ທີ່​ໄດ້​ລະບຸ​ໃນ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII.

ທີ​ສອງ, ບົນຈິດ​ໃຈ​ຊາບ​ຊຶມ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII, ​ໃນ​ປີ 2018 ​ແລະ 2019 ບັນດາ​ອົງການ, ການຈັດ​ຕັ້ງ​ຕ້ອງ​ສຳ​ເລັດ​ການກວດຄືນບັນດາ​ເອກະສານ​ທາງ​ກົດໝາຍ​ທັງ​ໝົດ ທີ່​ກ່ຽວຂ້ອງ​ກັບ​ພາລະ​ບົດບາດ, ໜ້າ​ທີ່, ສິດ​ຂອບ​ເຂດ, ​ໂຄງ​ສ້າງ​ການຈັດ​ຕັ້ງ ​ແລະ ​ແບບ​ວິທີ​ການ​ເຮັດ​ວຽກຂອງ​ບັນດາ​ອົງການ​ໃນ​ກົງຈັກ​ແຫ່ງ​ລັດ ​ເພື່ອ​ດັດ​ແປງ, ປັບປຸງ​ເພີ່ມ​ເຕີມ, ປະກາດ​ໃຊ້​ໃໝ່​ຢ່າງ​ທັນ​ການ ອີງ​ຕາມ​ອຳນາດ ຫຼືສົ່ງ​ໃຫ້​ອົງກາ​ນທີ່​ມີ​ອຳນາດ​ປະກາດ​ໃຊ້. ​ໃນ​ສະ​ເພາະ​ໜ້າ, ຄວນ​ສຸມ​ໃສ່​ການກວດຄືນ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ, ກົດໝາຍວ່າ​ດ້ວຍ​ການ​ຈັດ​ຕັ້ງ​ລັດຖະບານ, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ກົດໝາຍພະນັກງານລັດຖະກອນ,  ກົດໝາຍ​ວ່າ​ດ້ວຍ​ການກວດ​ສອບ​ຂອງ​ລັດ, ກົດໝາຍ​ວ່າ​ດ້ວຍຕຳຫຼວດ​ປະຊາຊົນ, ກົດໝາຍ​ວ່າ​ດ້ວຍກຳມະບານ(9)... ​ເພື່ອ​ລາຍ​ງານ​ຜົນ​ຂອງ​ການ​ກວດຄືນ ​ແລະສະ​ເໜີ​ແຜນການ​ປ່ຽນ​ແປງ, ປັບປຸງ​ເພີ່ມ​ເຕີມ​ໃຫ້​ສະພາ​​ແຫ່ງຊາດ. 

ການ​ກວດຄືນ​ເອກະສານ​ຕ້ອງ​ໄດ້​ດຳ​ເນີນ​ຢ່າງ​ຮີບ​ດ່ວຍ, ​ແຕ່​ກໍ່​ຕ້ອງ​ລະມັດລະວັງ, ຮອບ​ຄອບ​ຖີ່​ຖ້ວນ​ເພື່ອຄົ້ນ​ເຜີຍຢ່າງ​ຊັດ​ເຈນຖືກຕ້ອງ ​ກ່ຽວ​ກັບສິ່ງ​ຄົງ​ຄ້າງ, ຂໍ້​ບົກພ່ອງ ທີ່​ຕ້ອງ​ດັດ​ແປງ ​ແກ້​ໄຂ ​ເພີ່ມ​ເຕີມ. ສຳລັບ​ບັນດາ​ກົດໝາຍ, ກົດ​ດຳລັດ, ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ ​ທີ່ໄດ້​ມີ​ຄວາມ​ຈະ​ແຈ້ງ​ກ່ຽວ​ກັບ​ຂອບ​ເຂດ, ​ເນື້ອ​ໃນ​ດັດ​ແປງ, ປັບປຸງ​ເພີ່ມ​ເຕີມ, ຮັບປະກັນ​ຄວາມ​ຕ້ອງການ​ທາງ​ດ້ານ​ສຳ​ເນົາ​ເອກະສານ​ແລະ​ລະບຽບ​ການ​ແລ້ວນັ້ນ  ກໍ່​ລາຍ​ງານ​ຕໍ່ຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ​ ເພື່ອ​ສົ່ງ​ໃຫ້​ສະພາ​ແຫ່ງ​ຊາດ​ເອົາ​ເຂົ້າ​ໃນ​ໂຄງການ​ກໍ່ສ້າງ​ກົດໝາຍ, ກົດ​ດຳລັດ. ສຳລັບ​ບັນດາ​ເນື້ອ​ໃນທີ່​ຈະ​ຕ້ອງ​ສືບ​ຕໍ່​ສະຫຼຸບ​ສັງ​ລວມ, ຄົ້ນຄວ້ານັ້ນ ​ແມ່ນ​ຕ້ອງ​ກຳນົດ​ແຈ້ງ​ເສັ້ນທາງ, ຂັ້ນ​ຕອນ​ການ​ດັດ​ແປງ, ປັບປຸງ​ເພີ່ມ​ເຕີມ, ປະກາດ​ໃຊ້​ໃໝ່​ເອກະສານ​ທາງ​ກົດໝາຍ​ທີ່​ສົມ​ຄູ່ ຫຼື​ສະ​ເໜີ​ແຜນການ​ປະຕິບັດ​ການ​ທົດ​ລອງ​ເພື່ອ​ມີ​ພື້ນຖານດັດ​ແປງ, ປັບປຸງ​ບູລະນະ​ກົດໝາຍ.

ທີ​ສາມ, ບົນ​ພື້ນຖານ​ຜົນ​ຂອງ​ການ​ກວດຄືນ, ຕ້ອງການ​ສືບ​ຕໍ່​ຄົ້ນຄວ້າ, ດັດ​ແປງ, ປັບປຸງ​ເພີ່ມ​ເຕີມ​ແນ​ໃສ່ບູລະນະ​ລະບົບ​ກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ ບົນ​ຈິດ​ໃຈລັດຖະທຳ​ມະນູນ​ປີ 2013 ​ແລະ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII. ຂະ​ບວນວິວັດ​ການ​ດັດ​ແປງ ປັບປຸງ​ເພີ່ມ​ເຕີມ ຈະບໍ່​ສັບ​ຊ້ອນ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ, ການ​ບັນຈຸ ​ເຂົ້າ​ໃນ​ບັນດາ​ກົດໝາຍ, ກົດ​ດຳລັດ, ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ ທີ່​ບໍ່​ຂຶ້ນ​ກັບ​ຂົງ​ເຂດ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ; ​ໃນ​ກໍລະນີ​ຈຳ​ເປັນ​ແມ່ນ​ຕ້ອງ​ມີການກວດ​ສອບ, ກວດ​ພິສູດ, ປະ​ເມີນ​ຜົນ​ກະທົບ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ, ຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ​ ມີ​ຫຼັກ​ຖານພິຈາລະນາ, ຕັດສິນ​ຕົກລົງ.

ຄົ້ນຄວ້າ, ດັດ​ແປງ, ປັບປຸງ​ເພີ່ມ​ເຕີມ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ ຕິດ​ກັບ​ການ​ປະຕິບັດ​ຄວາມ​ຕ້ອງການ​ຂອງ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII, ​ໃນ​ນັ້ນ ສຸມ​ໃສ່​ບັນດາ​ເນື້ອ​ໃນ​ທີ່​ສຳຄັນ​ເຊັ່ນ, ຍົກ​ສູງ​ຄຸນ​ນະພາ​ບ​ແລະປະສິດທິ​ຜົນ​ຂອງ​ທັງ​ສອງ​ເສົາ​ຄ້ຳ​ຂອງ​ສະພາ​ແຫ່ງ​ຊາດ​ຄື ສະພາບັນດາ​ເຜົ່າ, ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ. ຕາມ​ນັ້ນ, ຕ້ອງ​ຫຼຸດຜ່ອນ​ຢ່າງ​ສົມ​​ເຫດ​ສົມ​ຜົນ ຈຳນວນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຄວບ​ໜ້າ​ທີ່ ທີ່​ເຮັດ​ວຽກ​ຢູ່​ອົງການ​ບໍລິຫານ; ກຳນົດ​ຈຳນວນ​ດ້ວຍ​ອັດຕາ​ສ່ວນ​ທີ່​ເໝາະ​ສົມ ລະຫວ່າງ​ຜູ້ນຳ, ກຳມະການ​ປະຈຳການ, ກຳມະການ​​ເຮັດ​ວຽກເຕັມ​ເວລາ ຂອງ​ສະພາ​ບັນດາ​ເຜົ່າ, ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ; ສັບ​ຊ້ອນ​ຄືນ​ໃໝ່​ໂຄງ​ສ້າງ​ການຈັດ​ຕັ້ງບັນດາ​ອົງການ​ທີ່​ປຶກສາ, ອົງການ​ຊ່ວຍ​ວຽກ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ ຕາມ​ທິດ​ກະທັດ​ລັກ​ເບົາບາງ, ​ເຄື່ອນ​ໄຫວ​ມີ​ປະສິດທິ​ຜົນ; ປະຕິບັດກ​ານ​ໂຮມ​ຫ້ອງການ​ຄະນະ​ສະມາຊິກສະພາ​ແຫ່ງ​ຊາດ ​ເຂົ້າ​ກັບ​ຫ້ອງການ​ສະພາ​ປະຊາຊົນ ​ແລະ​ຫ້ອງ​ການ​ຄະນະ​ກຳມະການ​ປະຊາຊົນຂັ້ນ​ແຂວງ ​ເພື່ອ​ໃຫ້​ເປັນ​ຫ້ອງການ​ທີ່​ປຶກສາ ຊ່ວຍ​ວຽກ​ລວມ.

ຄົ້ນຄວ້າ, ດັດ​ແປງ, ປັບປຸງ​ເພີ່ມ​ເຕີມກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ ​ແນ​ໃສ່​ປ່ຽນ​ແປງ​ໃໝ່, ປັບປຸງ​ບຸລະນະ, ສັບ​ຊ້ອນ​ການຈັດ​ຕັ້ງ​ກົງຈັກ​ຂອງລັດຖະບານ​ໃຫ້​ກະທັດ​ລັດ, ​ເຄື່ອນ​ໄຫວ​ມີ​ຄວາມ​ສັກສິດ, ມີ​ປະສິດທິ​ຜົນ, ຕອບ​ສະໜອງ​ຄວາມ​ຕ້ອງການ​ກໍ່ສ້າງ​ພື້ນຖານ​ການ​ບໍລິຫານ​ທີ່​ປະຊາທິປະ​ໄຕ, ທັນ​ສະ​ໄໝ, ຊຳນິ​ຊຳນານງານ, ຂະຫຍັນ​ຂັນ​ເຄື່ອນ. ລັດຖະບານ, ບັນດາ​ກະຊວງ, ຂະ​ແໜງ​ການ ​ສຸມ​ໃສ່​ການ​ຄຸ້ມ​ຄອງ​ມະຫາ​ພາກ, ກໍ່ສ້າງ​ຍຸດ​ທະ​ສາດ, ​ແຜນ​ແມ່​ບົດ, ​ແຜນການ, ກົດໝາຍ, ກົນ​ໄກ, ນະ​ໂຍບາຍ. ສືບ​ຕໍ່​ຄົ້ນຄວ້າ, ທຳ​ຄວາມ​ກະຈ່າງ​ແຈ້ງ​ພື້ນຖານ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ ກ່ຽວ​ກັບ​ຂອບ​ເຂດ​ການ​ຄຸ້ມ​ຄອງ​ຫຼາຍ​ຂະ​ແໜງ​ການ, ຫຼາຍ​ຂົງ​ເຂດຂອງ​ບາງ​ກະຊວງ ຂະ​ແໜງ​ການ, ​ເປັນ​ຕົ້ນ​ແມ່ນ​ກະຊວງ ຂະ​ແໜງ​ການ​ທີ່​ມີ​ພາລະ​ບົດບາດ, ໜ້າ​ທີ່​ທີ່​ຄ້າຍຄື​ກັນ, ຊ້ຳ​ຊ້ອນ​ກັນ ​ເພື່ອ​ຈະ​ມີ​ວິທີ​ແກ້​ທີ່​ເໝາະ​ສົມ ​ແລະ​ປະຕິບັດ​ການ​ປັບ​ປຸງບູລະນະ, ສັບ​ຊ້ອນ​ການຈັດ​ຕັ້ງ, ຫຼຸດຜ່ອນ​ຫົວ​​ເງື່ອນ; ກວດຄືນ, ​ໂອນ​ໜ້າ​ທີ່​ຈຳນວນ​ໜຶ່ງ​ ທີ່ກະຊວງ, ຂະ​ແໜງ​ການ, ອົງການ​ລັດ​ບໍ່​ຈຳ​ເປັນ​ຕ້ອງປະຕິບັດ ​ໄປ​ໃຫ້​ອົງການ​ຈັດ​ຕັ້ງ, ບຸກຄົນ, ວິ​ສາ​ຫະກິດ​ຮັບຜິດຊອບ. ສົມທົບ​ການ​ຄົ້ນຄວ້າ, ປັບປຸງ​ກົດໝາຍ​ກັບ​ການ​ກະກຽມ​ໂຄງການ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ຂອງລັດຖະບານສະ​ໄໝ 2021 - 2026.

ຍູ້​ແຮງການ​ແບ່ງ​ອຳນາດ, ​ແບ່ງ​ງຂັ້ນ​ໃນ​ການ​ຄຸ້ມ​ຄອງ​ລັດ​ລະຫວ່າງລັດຖະບານ, ນາຍົກລັດຖະມົນຕີ ກັບ​ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແລະ ລະຫວ່າງອຳນາດ​ການ​ປົກຄອງຂັ້ນ​ເທິງ ກັບອຳນາດ​ການ​ປົກຄອງ​ຂັ້ນ​ລຸ່ມ; ມອບ​ສິດ​ເປັນ​ເຈົ້າ​ການ​ໃຫ້​ຂັ້ນ​ລຸ່ມ, ຕິດ​ແໜ້ນ​ສິດ​ອຳນາດ​ກັບ​ຄວາມ​ຮັບຜິດຊອບ, ພ້ອມ​ກັນ​ນັ້ນ​ກໍ່​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ, ກວດ​ສອບ, ຄວບ​ຄຸມ​ອຳນາດ​ຢ່າງ​ມີ​ປະສິດທິ​ຜົນ.

​ໃນ​ປີ 2018, ຕ້ອງ​ສຳ​ເລັດ​ການ​ປະກາດ​​ໃຊ້ບັນດາ​ເອກະສານ​ກ່ຽວ​ກັບ​ພາລະ​ບົດບາດ, ໜ້າ​ທີ່, ສິດ​ຂອບ​ເຂດ ​ແລະ​ໂຄງ​ສ້າງ​ການຈັດ​ຕັ້ງ​ຂອງ​ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ, ອົງການຂຶ້ນ​ກັບລັດຖະບານ ​ແລະ ມາດຕະຖານ​ການ​ສ້າງ​ຕັ້ງ​ຫ້ອງ, ກົມ, ທະບວງ, ​ກົມ​ໃຫຍ່​ແລະ​ທຽບ​ເທົ່າ ທີ່​ຂຶ້ນ​ກັບ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ; ບັນດາ​ເອກະສານ​ກ່ຽວ​ກັບ​ມາດຕະຖານ​ການ​ແບ່ງ​ປະ​ເພດ, ​ເງື່ອນ​ໄຂ​ສ້າງ​ຕັ້ງ​​ໜ່ວຍ​​ພາລະກິດ​ບໍລິການ​ຂອງ​ລັດ​ຕາມ​ຂະ​ແໜງ​ການ, ຂົງ​ເຂດ.

ຮີບ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ຫົວໜ່ວຍ​ບໍລິ​ຫານ-​ເສດຖະກິດ​ພິ​ເສດ; ກວດຄືນ ປັບປຸງ​ເພີ່ມ​ເຕີມ ບູລະນະກົດໝາຍ​ວ່າ​ດ້ວຍການຈັດ​ຕັ້ງອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ແນ​ໃສ່​ກຳນົດ​ແຈ້ງ​ໜ້າ​ທີ່, ສິດ​ຂອບ​ເຂດ, ຄວາມ​ຮັບຜິດຊອບຂອງອຳນາດ​ການ​ປົກຄອງ​ຂັ້ນ​ແຂ​ວງ, ຂັ້ນ​ເມືອງ, ຂັ້ນ​ຕາ​ແສງ; ກຳນົດ​ແຈ້ງ​ກົນ​ໄກ​ແບ່ງ​ຂັ້ນ, ມອບ​ອຳນາດ ​ແລະ ປະຕິບັດ​ໜ້າ​ທີ່, ສິດ​ອຳນາດ​ເມື່ອ​ໄດ້​​ແບ່ງ​ຂັ້ນ, ມອບ​ອຳນາດ ລະຫວ່າງ​ບັນດານ​ຂັ້ນອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ; ກຳນົດ​ຂອບ​ຈຳນວນ​ອົງການທີ່​ຂຶ້ນ​ກັບ​ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນຂັ້ນ​ແຂວງ, ຂັ້ນ​ເມືອງ ​ແລະ ຂອບ​ຈຳນວນ​ຜູ້​ຮອງ​ຂອງ​ອົງການ​ເຫຼົ່າ​ນີ້ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ທ້ອງ​ຖິ່ນ​ດຳ​ເນີນ​ການ​ກວດຄືນ, ສັບ​ຊ້ອນ, ຈັດ​ຕັ້ງ​ປະຕິບັດ​ຕາມ​ທິດ​ຫຼຸດຜ່ອນ​ຫົວ​ເງື່ອ​ນໃຫ້​ກະທັດ​ລັດຮັດກຸມ; ກວດຄືນ​ບັນທັດຖານ ​ແລະ​ສັບ​ຊ້ອນ​ບ້ານ, ໜ່ວຍ​ຊຸມ​ຊົນ​ຕົວ​ເມືອງ​ຄືນ​ໃໝ່ ​ເພື່ອ​ຫຼຸດຜ່ອນ​ຫົວ​ເງື່ອນ, ຫຼຸດຜ່ອນຈຳ​ນວນ​ຄົນ​ທີ່​ເຄື່ອນ​ໄຫວບໍ່​ສະ​ເພາະ​ກິດ, ​ເພີ່ມ​ທະວີ​ປະສິດທິ​ຜົນຂອງການ​ເຄື່ອນ​ໄຫວ. ສືບ​ຕໍ່​ດັດ​ແປງ, ປັບປຸງ​ເພີ່ມ​ເຕີມ, ບູລະນະ​ລະບຽບ​ກົດໝາຍກ່ຽວ​ກັບອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຕາມ​ທິດ​ກຳນົດ​ຢ່າງ​ຈະ​ແຈ້ງ​ກວ່າ​ອີກ​ກ່ຽວ​ກັບ​ການຈັດ​ຕັ້ງກົງຈັດ​ອຳນາດ​ການ​ປົກຄອງ​ຢູ່​ຕົວ​ເມືອງ, ຊົນນະບົດ, ​​ເຂດເກາະທະ​ເລ, ຫົວໜ່ວຍ​ບໍລິຫານ-​ເສດຖະກິດ​ພິ​ເສດ.

ສືບ​ຕໍ່ຄົ້ນຄວ້າ, ສັບ​ຊ້ອນ​ການຈັດ​ຕັ້ງ​ກົງ​ຈັກຂອງ​ສານ​ປະຊາຊົນ​ຂັ້ນ​ຕ່າງໆ ຕາມສິດ​ອຳນາດ​ພິພາກສາ ​ແລະ​ສອດຄ່ອງ​ກັບ​ສະພາບ​ການ​ຕົວ​ຈິງ, ຍ້ອນ​ວ່າການ​ຈັດ​ຕັ້ງ​ສານ​ປະຊາຊົນທີ່ພິພາກສາຂັ້ນ​ປະຖົມຕາມ​ຫົວໜ່ວຍ​ການ​ບໍລິຫານ​ຂັ້ນ​ເມືອງ​ເປັນ​ຕົ້ນຕໍ​ຄື​ປະຈຸ​ບັນ ​ໄດ້ພາ​ໃຫ້ການ​ຈັດ​ວາງ​ພື້ນຖານ​ວັດຖຸ​ແບບ​ກະ​ແຈກ​ກະ​ຈ່າຍ, ກົງຈັກ​ບໍ່​ກະທັດ​ລັດ, ການ​ບັນຈຸ​ພະນັກງານ​ເພີ່ມ​ຂຶ້ນ. ດຳ​ເນີນການສັບ​ຊ້ອນ​ການຈັດ​ຕັ້ງ​ກົງຈັກ​ຂອງ​ອົງການໄອ​ຍະ​ການປະຊາຊົນ​ຂັ້ນ​ຕ່າງໆ ​ໃຫ້ສອດຄ່ອງ​ກັບ​ລະບົບ​ການຈັດ​ຕັ້ງ​ຂອງ​ສານ ​ແລະ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ປະຕິບັດອຳນາດ​ໄອ​ຍະ​ການ ​ໃນ​ການ​ເຄື່ອນ​ໄຫວ​ສືບ​ສວນ. ສືບ​ຕໍ່​ຄົ້ນຄວ້າ, ສັບ​ຊ້ອນ​ເທື່ອ​ລະ​ກ້າວ, ຫຼຸດຜ່ອນ​ຮັບ​ແຄບ​ຫົວ​ຂອດ​ອົງການ​ສືບສວນ, ຕອບ​ສະໜອງ​ຄວາມ​ຕ້ອງການຂອງ​ວຽກ​ງານ​ສືບສວນຄະດີ​ອາຍາ, ປ້ອງ​ກັນ​ແລະ​ຕ້ານ​ອາ​ຊະ​ຍາ​ກຳ ​ແລະ ສອດຄ່ອງ​ກັບ​ການຈັດ​ຕັ້ງ​, ການ​ເຄື່ອນ​ໄຫວ​ຂອງ​ອົງການ​ໄອ​ຍະ​ການ​ປະຊາຊົນ, ສານ​ປະຊາຊົນ ຕາມ​ຈິດ​ໃຈ​ປະຕິ​ຮູບຂະ​ບວນການ​ຍຸຕິ​ທຳ.

ສືບ​ຕໍ່​ກວດຄືນ, ປັບປຸງ​ບູລະນະ​ພາລະ​ບົດບາດ, ໜ້າ​ທີ່, ສິດ​ຂອບ​ເຂດ, ຄວາມ​ຮັບຜິດຊອບ, ສາຍ​ພົວພັນ​ການ​ງານ​ຂອງອົງການ​ກວ​ດສ​ອບ​ແຫ່ງ​ລັດ; ກຳນົດ​ແຈ້ງ​ໜ້າ​ທີ່​ຂອງ​ອົງການ​ກວດ​ສອບ​ແຫ່ງ​ລັດ, ຫຼີກ​ລ່ຽງການ​ຊ້ຳ​ຊ້ອນ​ທາງ​ດ້ານ​ໜ້າ​ທີ່, ສິດ​ຂອບ​ເຂດກັບ​ອົງການ, ການຈັດ​ຕັ້ງ​ຈຳນວນ​ໜຶ່ງ​ຄື, ອົງການ​ກວດກາ​​ລັດຖະການ, ຄະນະ​ກຳມະການ​ກວດກາ​ຂອງ​ຄະນະ​ພັກ, ອົງການ​ກວດກາ​ສະ​ເພາະ​ຂະ​ແໜງ​ຂອງ​ກະຊວງ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ກວດກາ, ກວດ​ສອບ​ການ​ເງິນ, ຊັບ​ສິນ​ຂອງ​ລັດ,... ດັ່ງ​ນັ້ນ, ຕ້ອງການ​ຄົ້ນຄວ້າ, ດັດ​ແປງ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການກວດ​ສອບຂອງ​ລັດ ​ເພື່ອ​ກຳນົດ​ແຈ້ງ​ຂອບ​ເຂດ, ​ເປົ້າ​ໝາຍ, ຂົງ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ກວດ​ສອບລັດ, ຮັບປະກັນ​ບໍ່​ຊ້ຳ​ຊ້ອນ​ກັບ​ໜ້າ​ທີ່​ຂອງ​ອົງການ​ອື່ນ​ໃນ​ເມື່ອ​ປະຕິບັດ​ໜ້າ​ທີ່.

ຄົ້ນຄວ້າ, ດັດ​ແປງ, ປັບປຸງ​ເພີ່ມ​ເຕີມກົດໝາຍວ່າ​ດ້ວຍ​ພະນັກງານ ລັດຖະກອນ, ກົດໝາຍ​ວ່າ​ດ້ວຍ​ພາລະ​ກອນ ​ແລະ ບັນດາ​ເອກະສານ​ແນະນຳການ​ປະຕິບັດ ​ເພື່ອ​ສ້າງ​ບັນດາ​ຕົວ​ຊີ້​ວັດ​ກຳນົດ​ການ​ບັນຈຸ​ລັດຖະກອນ, ຈຳນວນ​ຄົນ​ເຮັດ​ວຽກ​ໃນ​ຫົວໜ່ວຍ​ພາລະກິດ​ບໍລິການ​ຂອງ​ລັດ, ​ໂຄງ​ສ້າງ​ພະນັກງານ ລັດຖະກອນ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ຕິດ​ກັບ​ພາລະ​ບົດບາດ, ໜ້າ​ທີ່, ສິດ​ອຳນດ, ຂອບ​ເຂດ, ລັກສະນະ​ວຽກ​ງານ, ມາດຕະຖານ​ຕຳ​ແໜ່​ງພະນັກງານ ລັດຖະກອນ ​ແລະ ບົນ​ພື້ນຖານ​ການ​ກຳນົດຕຳ​ແໜ່​ງງານ​ຢ່າງ​ວິທະຍາສາດ, ​ແທກ​ກັບ​ພາກ​ຕົວ​ຈິງ; ຫຼີກ​ລ່ຽງການ​ບັງຄັບ​​ໃຊ້​ແບບ​ສະ​ເລ່ຍລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ. ປັບປຸງ​ບູລະນະ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ນຳ​ຂັ້ນ​ຮອງຫຼາຍ​ສຸດ​ໃນ​ບັນດາ​ອົງການບໍລິຫານ​ລັດ; ​ເອກະສານ​ກ່ຽວ​ກັບ​ບັນທັດຖານ​ເພື່ອ​ກຳນົດການ​ບັນຈຸ​ລັດຖະກອນ, ຈຳນວນ​ຄົນ​ເຮັດ​ວຽກ, ​ໂຄ​ງສ້າງພະນັກງານ ​ລັດຖະກອນຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ; ບັນທັດຖານ​ປະ​ເມີນ​ຜົນ​ການ​ປະຕິບັດ​ການ​ງານ ​ຂອງ​ພະນັກງານ ລັດຖະກອນ ພາລະ​ກອນ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ກຳນົດ​ເປົ້າ​ໝາຍ​ຂອງ​ການ​ຫຼຸດຜ່ອນ​ການ​ບັນຈຸ. 

ທີ​ສີ່, ບັນດາ​ຄະນະ​ພັກ, ບັນດາ​ສຳນັກງານ ອົງການ​ໃນ​ກົງຈັກ​ແຫ່ງ​ລັດ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​ຜູ້ນຳ​ໜ້າ, ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການຈັດ​ວາງ​ສັບ​ຊ້ອນ, ປັບປຸງ​ບູລະນະ​ການຈັດ​ຕັ້ງ​ກົງຈັກ, ຫຼຸດຜ່ອນ​ການ​ບັນຈຸ​ໃນ​ສຳນັກງານ, ອົງການ, ກົມ​ກອງ​ຂອງ​ຕົນ ຕາມ​ຈິດ​ໃຈມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII. ເນື້ອ​ແທ້​ຂອງ​ຂະ​ບວນວິວັດ​ນີ້​ແມ່ນ ​ບັນດາ​ສຳນັກງານອົງການ “ປັບປຸງ​ໃໝ່” ການຈັດ​ຕັ້ງ​ກົງຈັກ, ການ​ຈັດ​ວາງສັບ​ຊ້ອນດ້ວຍ​ຕົນ​ເອງ, ​ເຮັດ​ໃຫ້​ຕົນ​ເອງກະທັດ​ລັດ​ເບົາບາງ​ຢ່າງ​ເປັນ​ເຈົ້າ​ການ, ປະດິດ​ສ້າງ ​ແລະ ມີ​ຄວາມ​ຮັບຜິດຊອບ, ອີງ​ໃສ່​ບັນດາ​ມາດຕະຖານ, ຂໍ້​ກຳນົດ​ຂອງ​ອົງການ​ທີ່​ມີ​ສິດ​ອຳນາດ, ຮັບປະກັນ​ຮູບ​ແບບ ​ແລະຂະໜາດຂອງ​ການຈັດ​ຕັ້ງ​ກົງຈັກຕ້ອງສອດຄ່ອງ​ກັບ​ລັກສະນະ, ຈຸດ​ພິ​ເສດ, ພາລະ​ບົດບາດ, ໜ້າ​ທີ່​ຂອງ​ແຕ່ລະ​ປະ​ເພດສຳນັກງານ ອົງການ, ກົມ​ກອງ, ທ້ອງ​ຖິ່ນ​ໃນ​ລະບົບ​ການ​ເມືອງ​ທັງ​ໝົດ.

ບັນດາ​ກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ ຕ້ອງ​ມີ​ແຜນການ, ​ເປັນ​ເຈົ້າ​ການ​ໃນ​ການ​ສັບ​ຊ້ອນ​ຄືນ​ໃໝ່​ໂຄງ​ສ້າງ​ການຈັດ​ຕັ້ງ​ພາຍ​ໃນ ​ເພື່ອ​ຫຼຸດຜ່ອນ​ຂັ້ນ​ລະຫວ່າງກາງ, ຮັດ​ແຄ​ບຫົວ​ຂອດ, ຫຼຸດຜ່ອນ​ຈຳນວນ​ບັນຈຸ, ຫຼຸດຜ່ອນ​ຈຳນວນ​ການ​ນຳ​ຂັ້ນ​ຮອງ​ແລະ​ຜູ້​ຮັກສາ “ຕຳ​ແໜ່​ງ” ການ​ນຳພາຄຸ້ມ​ຄອງ; ສັບ​ຊ້ອນ​ຄືນ​ໃໝ່​ການຈັດ​ຕັ້ງ​ກົງຈັກ​ຢູ່​ບາງ​ຂົງ​ເຂດທີ່​ຈັກ​ຕັ້ງ​ຕາມ​ສາຍ​ຕັ້ງ ຫຼື​ໄດ້​ແບ່ງ​ຂັ້ນ​ໃຫ້​ທ້ອງ​ຖິ່ນ​ຄຸ້ມ​ຄອງ. ບໍ່​ຫັນປ່ຽນ​ທະບວງ​ເປັນ​ກົມ, ກົມ​ໃຫຍ່; ບໍ່​ສ້າງ​ຕັ້ງ​ຫ້ອງ​ໃໝ່​ໃນ​ທະບວງ​ຢູ່​ໃນ​ກະຊວງ, ອົງກາ​ນທຽບ​ເທົ່າ​ກະຊວງ, ກໍລະນີ​ພິ​ເສດ​ຕ້ອງ​ຕອບ​ສະໜອງ​ມາດຕະຖານ​ລະອຽດ​ທີ່​ລັດຖະບານກຳນົດ​ໄວ້. ບໍ່​ຈຳ​ເປັນ​ຕ້ອງ​ໃຫ້​ຂັ້ນ​ເທິງ​ມີ​ອົງການ, ການຈັດ​ຕັ້ງ​ໃດ ຂັ້ນ​ລຸ່ມ​ກໍ່​ມີ​ອົງການ, ການຈັດ​ຕັ້ງ​ນັ້ນ ​ແລະ ກົງ​ຂ້າມ; ບັນດາ​ອົງການ, ໜ່ວຍ​ງານ​ຂັ້ນ​ດຽວ​ກັນ​ຢູ່​ບັນດາ​ທ້ອງ​ຖິ່ນ​ທີ່​ຕ່າງ​ກັນ ບໍ່​ຈຳ​ເປັນ​ຕ້ອງ​ມີ​ຮູບ​ແບບ​ການຈັດ​ຕັ້ງ​ກົງຈັກ​ຄື​ກັນ. ບັນດາມະຕິ​ຕົກລົງ​ກ່ຽກັບ​ການ​ສ້າງ​ຕັ້ງ​ອົງການ​ຈັດ​ຕັ້ງ, ການ​ຮັບ​ຄົນ​ເຂົ້າ​ເຮັດ​ວຽກ​ໃນ​ອົງການ, ການ​ແຕ່ງ​ຕັ້ງ​ພະນັກງານ ລັດຖະກອນ​ທີ່​ບໍ່​ຖືກຕ້ອງ​ຕາມ​ມາດຕະຖານ, ບັນທັດຖານ ຕ້ອງ​ຖືກຖອນ​ຄືນ, ຍົກ​ເລີກ.

​ໃນ​ຂະ​ບວນວິວັດ​ການ​ຈັດ​ວາງ​ສັບ​ຊ້ອນ, ປັບປຸງ​ບູລະນະ​ການຈັດ​ຕັ້ງ​ກົງຈັກ, ສຳລັບ​ວຽກ​ໃໝ່ທີ່ບໍ່​ມີ​ຂໍ້​ບັງຄັບ ຫຼື​ຂໍ້​ບັງຄັບ​ບໍ່​​ເໝາະ​ສົມ​ອີກ​ຕໍ່​ໄປ ​ແມ່ນ​ຕ້ອງ​ລາຍ​ງານ​ຕໍ່​ອົງການທີ່​ມີ​ອຳນາດ ​ເພື່ອ​ຂໍອະນຸຍາດ​​ເຮັດ​ທົດ​ລອງ, ທັງ​​ເຮັດ​ທັງ​ຖອດ​ຖອນ​ບົດຮຽນ; ສຳລັບ​ວຽກທີ່​ຍັງ​ບໍ່​ແຈ້ງ, ຫຍຸ້ງຍາກສັບສົນ, ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ ​ແມ່ນ​ຕ້ອງ​ສືບ​ຕໍ່​ຄົ້ນຄວ້າ, ສະຫຼຸບ​ສັງ​ລວມ ​ເພື່ອ​ສະ​ເໜີ​ຂໍ​ແຜນ​ນະ​ໂຍບາຍ, ວິທີ​ແກ້​ທີ່​ເໝາະ​ສົມ. ​ໃນ​ຂະ​ບວນວິວັດ​ການ​ປະຕິບັດ​ແມ່ນ​ຕ້ອງ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ເປັນ​ຫົວໜ້າ, ຖື​ເອົາ​ການ​ສັບ​ຊ້ອນ, ປັບປຸງ​ການຈັດ​ຕັ້ງ​ກົງຈັກ​ແລະ​ການ​ບັນຈຸ​​ໃຫ້ກະທັດ​ລັດ​ເບົາບາງ​ ແມ່ນ​ມາດຕະຖານ​ທີ່​ສຳຄັນ​​ໃນ​ການ​ປະ​ເມີນ​ຄວາມ​ສຳ​ເລັດ​ໜ້າ​ທີ່​ຂອງ​ຜູ້​ເປັນ​ຫົວໜ້າ​ສຳນັກງານອົງການ.

ທີ​ຫ້າ, ພ້ອມ​ກັບ​ການ​ກວດຄືນ, ປັບປຸງບູລະນະ​ລະບົບ​ກົດໝາຍ ​ແລະການ​ສັບ​ຊ້ອນ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ກົງຈັກ​ຂອງ​ລັດ​ກະທັດ​ລັດ​ເບົາບາງ​ນັ້ນ, ຕ້ອງ​ສືບ​ຕໍ່​ປະຕິບັດ​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ເຂົ້າ​ໃນ​ປົກຄອງ​ບໍລິຫານ​ລັດ, ປະຕິບັດລັດຖະບານ​ເອ​ເລັກ​ໂຕຣນິກ, ອຳນາດ​ການ​ປົກຄອງ​ເອ​ເລັກ​ໂຕຣນິກ, ປ່ຽນ​​ແປງ​ໃໝ່​ແບບ​ວິທີ​ເຮັດ​ວຽກ, ຫຼຸດຜ່ອນ​ການ​ປະຊຸມ, ຫຼຸດຜ່ອນ​ເອກະສານ​ການ​ບໍລິຫານ, ຕອບ​ສະໜອງ​ເງື່ອນ​ໄຂ​ທີ່​ຕ້ອງ​ການ​ອື່ນ​ໃຫ້​ແກ່​ການປະຕິ​ຮູບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ. ພ້ອມ​ກັນ​ນັ້ນ, ຕ້ອງ​ປະຕິບັດ​ຢ່າງ​ເປັນ​ປະຈຳ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ, ກວດ​ສອບ, ​ແກ້​ໄຂ​ການລະ​ເມີດ​ກົດໝາຍ​ໃນ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ; ​ຖືເອົາ​ຜົນ​ຂອງ​ການ​ປະຕິບັດ​ການ​ສັບ​ຊ້ອນ​ກົງຈັກ, ຫຼຸດຜ່ອນ​ການ​ບັນຈຸ ​ເປັນ​ໜຶ່ງ​ໃນ​ບັນດາ​ມາດຕະຖານ​ທີ່​ສຳຄັນ​ ເພື່ອຕີ​ລາຄາ​ຄວາມ​ເຊື່ອ​ຖື​ຕໍ່​ຜູ້​ເປັນ​ຫົວໜ້າສຳນັກງານ​ອົງການ, ຜູ້​ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ແຕ່ງ​ຕັ້ງ ຫຼືອະນຸມັດ​ຮັບຮອງ.

ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII ​ປຶກສາ​ຫາລື​ບັນຫາ​ທີ່​ສຳຄັນ​ແລະ​ແທດ​ຈິງ​ທີ່​ສຸກ ​ແຕ່ພ້ອມ​ກັນ​ນັ້ນ​ກໍ​ແມ່ນ​ບັນຫາ​ທີ່​ສັບສົນຫຍຸ້ງຍາກ ​ແລະ​ກະທົບ​ສຳ​ພັດ​ໄວທີ່​ສຸດ ນັ້ນ​ແມ່​ນການ​ປ່ຽນ​ແປງ​ໃໝ່, ສັບ​ຊ້ອນ​ການ​ຈັດ​ຕັ້ງກົງຈັກ​ຂອງ​ລະບົບ​ການ​ເມືອງ. ດັ່ງ​ນັ້ນ, ​ໃນ​ຂະ​ບວນວິວັດ​ນັບ​ແຕ່​ການ​ກະກຽມ​ຈົນ​ເຖິງ​ເມື່ອ​ມະຕິ​ຖືກ​ປະກາດ​ໃຊ້ ​ເວລາ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນຂອງ​ປະຊາຊົນ​ຫຼວງ​ຫຼາຍ ​ແລະ​ຂອງ​ຫາງ​ສຽງ​ສັງຄົມ. ຮັບ​ຮູ້​ເຖິງ​ຄວາມ​ຮັບຜິດຊອບ​ທີ່​ຍິ່ງ​ໃຫຍ່, ມາ​ເຖິງ​ດຽວ​ນີ້ ບັນດາ​ອົງການ, ການຈັດ​ຕັ້ງ​ເກືອບທັງ​ໝົດ​ໃນ​ລະບົບ​ການ​ເມືອງ ລ້ວນ​ແຕ່​ໄດ້​ເລີ່​ມລົງມື, ສະ​ແດງ​ໃຫ້​ເຫັນ​ແຈ້ງ​ເຖິງ​ຄວາມ​ຕັດສິນ​ໃຈປະຕິບັດ​ມະຕິ​ຂອງ​ສູນ​ກາງ​ພັກ. ຫຼາຍ​ອົງການ, ການຈັດ​ຕັ້ງຢູ່​ສູນ​ກາງ ​ແລະ​ທ້ອງ​ຖິ່ນ ນັບ​ແຕ່​ຂະ​ບວນວິວັດ​ການ​ກໍ່ສ້າງ, ປຶກສາ​ສົນທະນາ​ກ່ຽວ​ກັບ​ໂຄງການຂອງກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII ກໍ່​ໄດ້​ມີ​ການ​ຜັນ​ປ່ຽນ​ເບື້ອງ​ຕົ້ນ​ທີ່​ຕັ້ງໜ້າ ​ແລະ​ໜ້າ​ຊົມ​ເຊີຍ ຜ່ານ​ການ​ເປັນ​ເຈົ້າ​ການ​ໃນ​ການ​ກວດຄືນ​ພາລະ​ບົດບາດ, ໜ້າ​ທີ່, ສິດ​ຂອບ​ເຂດ, ສັບ​ຊ້ອນ, ປັບປຸງ​ບູລະນະ​ໂຄງ​ສ້າງ​ການຈັດ​ຕັ້ງ ​ເພື່ອ​ໃຫ້​ສອດຄ່ອງ​ກັບ​​ແຜນ​ນະ​ໂຍບາຍ​ປະຕິ​ຮູບ. ຈາກ​ພາກ​ຕົວ​ຈິງ​ດັ່ງກ່າວ ​ແລະ ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ ​ແຕ່​ສູນ​ການ​ຈົນ​ເຖິງ​ທ້ອງ​ຖິ່ນ, ພວກ​ເຮົາ​ມີ​ພື້ນຖານທີ່ຈະ​ເຊື່ອ​ໝັ້ນ​ໃນ​ໄຊ​ຊະນະຂອງ​ການ​ປະຕິບັດມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ສັບ​ຊ້ອນ​ການຈັດ​ຕັ້ງ​ກົງຈັກ​ຂອງ​ລະບົບ​ການ​ເມືອງ​ໃຫ້​ກະທັດ​ລັດ, ​ເຄື່ອນ​ໄຫວ​ມີ​ຄວາມ​ສັກສິດ, ມີ​ປະສິດທິ​ຜົນ ​ແລະ​ການປ່ຽນ​ແປງ​ໃໝ່​ລະບົບ​ການຈັດ​ຕັ້ງ, ຄຸ້ມ​ຄອງ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄືອ​ນ​ໄຫວ​ຂອງບັນດາ​ຫົວໜ່ວຍ​ພາລະກິດ​ບໍລິການ​ຂອງ​ລັດ ​ແລະ ບັນດາ​ຜົນສຳ​ເລັດ​ທີ່​ຂະ​ບວນວິວັດ​ການ​ປະຕິບັດ​ນີ້​ຈະ​ນຳ​ມາ​ໃຫ້./.

 ​ໂດຍ ຫງວຽນ​ທິກີ​ມ​ເງິນ
ກຳມະການ​ກົມ​ການ​ເມືອງ,
ປະທານ​ສະພາ​ແຫ່ງ​ຊາດ​ ​ແຫ່ງ ສສ.ຫວຽດນາມ

--------------------------------------------

(1) ນັ້ນ​ແມ່ນ ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງລັດຖະບານ, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງສານ​ປະຊາຊົນ, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງອົງການ​ໄອ​ຍະ​ການ​ປະຊາຊົນ, ກົດໝາຍ​ວ່າ​ດ້ວຍການກວດ​ສອບ​ແຫ່ງ​ລັດ, ກົດໝາຍ​ວ່າ​ດ້ວຍການ​ເລືອ​ກຕັ້ງ​ສະມາ​ຊິດ​ສະພາ​ແຫ່ງຊາດ ​ແລະສະມາຊິກ​ສະພາ​ປະຊາຊົນ, ກົດໝາຍ​ວ່າ​ດ້ວຍການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ​ສະພາ​ປະຊາຊົນ, ກົດໝາຍ​ວ່າ​ດ້ວຍການ​ປະກາດ​ໃຊ້​ເອກະສານ​ທາງ​ກົດໝາຍ, ກົດໝາຍ​ວ່າ​ດ້ວຍຕຳຫຼວດ​ປະຊາຊົນ, ກົດໝາຍ​ວ່າ​ດ້ວຍນາຍ​ທະຫານຂອງ​ກອງທັບ​ປະຊາຊົນ​ຫວຽດນາມ, ກົດໝາຍ​ວ່າ​ດ້ວຍການຈັດ​ຕັ້ງ​ອົງການ​ສືບສວນ​ຄະດີອາຍາ, ປະມວນກົດໝາຍ​ວິທີ​ພິຈາລະນາ​ຄວາມ​ອາຍາ, ປະ​ມວນກົດໝາຍ​ວິທີ​ພິຈາລະນາ​ຄວາມ​ແພ່ງ, ກົດໝາຍ​ຟ້ອງ​ຮ້ອງ​ການ​ປົກຄອງ, ກົດໝາຍ​ການ​ລົງ​ປະຊາ​ມະຕິ,...

(2) ຕົງ​ຢ່າງ, ການ​ສ້າງ​ຕັ້ງ​ບັນດາ​ອົງການ​ນິຕິ​ທຳ, ສະຖິຕິ, ​ແຂ່ງຂັນ - ຍ້ອງຍໍ​ໃຫ້​ລາງວັນ, ຊ່ວຍ​ເຫຼືອ​ການ​ພັດທະນາ​ຊົນນະບົດ​ໃໝ່, ການສ້າງ​ຕັ້ງບັນດາ​ໜ່ວຍ​ສາຂາ​ໃນ​ພະ​ແນ​ກຕ່າງໆ,...

(3) ຮອດ​ເດືອນມິຖຸນາ 2017, ​ໃນ​ທົ່ວ​ປະ​ເທດ​ມີ 42 ກົມ​ໃຫຍ່, ​ເພີ່ມ​ຂຶ້ນ 100% ທຽບ​ກັບວາລະ​ການ​ດຳລົງ​ຕຳ​ແໜ່​ງຂອງ​ລັດຖະບານ​ຊຸດ​ທີ XI; 826 ກົມ, ທະບວງ​ຂຶ້ນ​ກັບ​ກົມ​ໃຫຍ່, ​ເພີ່ມ​ຂຶ້ນ 4,7% ທຽບ​ກັບ​ປີ 2011; ຈຳນວນ​ຫ້ອງ​ຢູ່​ໃນ​ກົມ​ໃຫຍ່​ມີ​ທັງ​ໝົດ 7.280 ຫ້ອງ, ​ເພີ່ມ​ຂຶ້ນ 4,7% ທຽບ​ກັບ​ປີ 2011; ຈຳນວນທະບວງ, ກົມ ​ແລະ​ທຽບ​ເທົ່າ​ ທີ່​ຂຶ້ນ​ກັບກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ ​ແມ່ນ 750, ​ເພີ່ມ​ຂຶ້ນ 13,6% ທຽບ​ກັບ​ປີ 2011; ຈຳນວນຫ້ອງທີ່​ຂຶ້ນ​ກັບ​ທະບວງ, ກົມ ​ແລະ​ທຽບ​ເທົ່າ​ແມ່ນ 3.970, ​ເພີ່ມ​ຂຶ້ນ 13% ທຽບ​ກັບ​ປີ 2011; ຈຳນວນ​ຫ້ອງ​ແລະ​ທຽບ​ເທົ່າ​ທີ່​ຂຶ້ນ​ກັບ​ພະ​ແນ​ກ, ຂະ​ແໜງ​ການ​ແຂວງ​ແມ່ນ 10.226, ​ເພີ​ມຂຶ້ນ 1,1% ທຽບ​ກັບ​ປີ 2011.

(4) ​ເຖິງ​ວັນ​ທີ 1 ມີນາ 2017, ຈຳນວນ​ຄົນ​ທີ່​ໄດ້ຮັບ​ເງິນ​ເດືອນ​ແລະ​ເງິນ​ອຸດ​ໜູນ​ຈາກ​ງົບປະມານ​ຂອງ​ລັດ ​ແມ່ນ 3.958.251 ຄົນ.

(5) ຈໍານວນຄົນທີ່ໄດ້ຮັບເງິນເດືອນແລະເງິນອຸດໜູນຈາກງົບປະມານຂອງລັດ ໃນໜ່ວຍພາລະກິດບໍລິການຂອງລັດແມ່ນ 2.294.251 ຄົນ.

(6) ຈຳນວນ​ຄົນ​ທີ່​ໄດ້​ຮັບ​ເງິນ​ເດືອນ​ແລະ​ເງິນ​ອຸດ​ໜູນຢູ່​ຂັ້ນ​ຕາ​ແສງ, ບ້ານ, ໜ່ວຍ​ຊຸມ​ຊົນ​ຕົວ​ເມືອງ​ແມ່ນ 1.266.503 ຄົນ, ກວມ​ເອົາ 32,7%.

(7) ຕາມ​ສະຖິຕິ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ຈຳ​ນວມພະນັກ​ງານ ລັດຖະກອນ​ລະດັບ​ເມືອງ​ຂຶ້ນ​ໄປ​ໃນ​ທົ່ວ​ປະ​ເທດ​ມີ 375.422 ຄົນ, ​ໃນ​ນັ້ນ​ພະນັກງານການ​ນຳ​ຂັ້ນ​ຮອງ ຕັ້ງ​ແຕ່​ຮອງ​ລັດຖະມົນຕີ​ຈົນ​ເຖິງ​ຮອງ​ຫົວໜ້າ​ຫ້ອງ​ຂອງ​ເມືອງ​​ແມ່ນ 81.492 ຄົນ (ກວມ​ເອົາ 21,7%).

(8) ຕົວ​ຢ່າງ, ກົດໝາຍ​ວ່າ​ດ້ວຍ​ການກໍ່ສ້າງ​ສະບັບ​ເລກ​ທີ່ 50/2014/QH13 ລະບຸໜ່ວຍງານ​ທີ່​ມີ​ອຳນາດ​ໃຫ້​ໃບ​ອະນຸຍາດ​ກໍ່ສ້າງ​ລວມທັງ​ກະຊວງ​ການ​ກໍ່ສ້າງ, ​ໃນຂະນະ​ທີ່​ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ​ສະບັບ​ເລກທີ 16/2003/QH11 ພຽງ​ແຕ່​ມອບ​ສິດ​ນີ້​ໃຫ້​ແກ່​ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ຕ່າງໆ; ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ພາກ​ລັດ​ສະບັບ​ເລກທີ 49/2014/QH13 ບໍ່​​ໄດ້​ກຳນົດສິດທິ​ໃນ​ການ​ປະ​ເມີນ​ມູນ​ຄ່າ​ເງິນ​ລົງທຶນ​ຂອງ​ໂຄງການ​ກຸ່ມ A ​ໃຫ້​ທ້ອງ​ຖິ່ນ ​ແຕ່​ໄດ້​ມອບ​ສິດທິ​ນີ້​ໃຫ້​ກະຊວງ​ແຜນການ​ແລະ​ການ​ລົງທຶນ.

(9) ຕາມ​ແຜນການ​ເລກທີ 735-KH/ĐĐQH14, ລົງ​ວັນ​ທີ 18 ມັງ​ກອນ 2018, ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ໜ້າ​ທີ່​ຂອງຄະນະ​ພັກ​ສະພາ​ແຫ່ງ​ຊາດ ​ໄດ້​ກຳນົດ​ໃນມະຕິ​ຂອງກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ