ວັນເສົາ, 14/12/2019
ປະເມີນນະໂຍບາຍການແບ່ງຂັ້ນ, ແບ່ງອຳນາດການບໍລິຫານລັດ ຢູ່ຫວຽດນາມປະຈຸບັນ
30/1/2019 9:45' ສົ່ງ ພິມ
ພາບປະກອບ (ພາບ: TTXVN)

ພາບ​ລວມກ່ຽວ​ກັບ​ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດ ຢູ່​ປະ​ເທດຫວຽດນາມ

ລະບົບ​ອົງການ​ບໍລິຫານ​ລັດ​ມີ​ຫຼາຍ​ຂັ້ນ ຫຼາຍລະດັບ ​ເຊິ່ງຮຽກຮ້ອງ​ໃຫ້​ມີ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ, ສິດ​ຂອບ​ເຂດ​ຂອງ​ແຕ່ລະ​ຂັ້ນ. ​ການ​ແບ່ງ​ອຳນາດ​ລັດ​ໃຫ້​ແກ່​ບັນດາອົງການລັດ​ທີ່​ແຕກ​ຕ່າງ​ກັນ​ແມ່ນ​ວິທີ​ການເພື່ອ​ນຳໃຊ້ອຳນາດ​ລັດ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ, ຫຼີກ​ລ້ຽງການສວຍ​ໃຊ້​ອຳນາດ​ລັດ​ເພື່ອຜົນ​ປະ​ໂຫຍ​ດສ່ວນຕົວ, “ກຸ່ມຜົນ​ປະ​ໂຫຍດ​”. ທ່າ​ອຽງ​ລວມ​ໃນ​ບັນດາ​ລັດ​ປະຊາທິປະ​ໄຕສະ​ໄໝ​ໃໝ່​ແມ່ນ ​ເມື່ອສັງຄົມ​ມີ​ການ​ພັດທະນາ​ສູງ ຈະ​ມີ​ການ​ແບ່ງ​ຂັ້ນ ​ແບ່ງ​ອຳນາດ​ຫຼາຍ​ກວ່າ, ອຳນາດ​ການ​ປົກຄອງ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ຈະ​ໄດ້​ຮັບໜ້າ​ທີ່, ອຳນາດ​ຫຼາຍ​ກວ່າ.

ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດ​ໄດ້​ສະ​ແດງ​ອອກ​ໂດຍ​ຜ່ານຂໍ້​ກຳນົດ​ກົດໝາຍກ່ຽວ​ກັບ​ການ​ກຳນົດ​ໜ້າ​ທີ່​ແລະສິດອຳນາດລະ​ຫວ່າງ​ບັນດາ​ອົງການ​ບໍລິຫານ​ລັດ​ຂັ້ນ​ຕ່າງໆ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ຄວາມ​ເປັນ​ເຈົ້າ​ຕົນ​ເອງ, ປະດິດ​ສ້າງ​ຂອງ​ທຸກ​ຂັ້ນ​ໃນ​ການ​ບັງຄັບ​ໃຊ້​ອຳນາດ​ລັດ, ຮັບປະກັນ​ໃຫ້​ອົງການ​ບໍລິຫານ​ລັດ​ທຸກ​ຂັ້ນປະຕິບັດໜ້າ​ທີ່​ການ​ຄຸ້ມ​ຄອງ​ລັດ ​ແລະ ​ໃຫ້​ບໍລິການ​ສາທາລະນະ​ຢ່າງ​ມີ​ປະສິດທິພາບ​ແລະ​ປະສິດທິ​ຜົນ.

ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດຢູ່​ຫວຽດນາມ ສະ​ເໜີ​ໂດຍ​ລັດ​ຕັ້ງ​ແຕ່​ປະ​ເທດ​ໄດ້​ຮັບ​ເອກະລາດ ​ແລະ ​ມີ​ຄວາມ​ສົມ​ບູນ​ແບບ​ຜ່ານ​ຂັ້ນ​ຕອນ​ການ​ພັດທະນາ​ຂອງ​ປະ​ເທດ. ​ໂດຍ​ຜ່ານ​ລະບົບ​ເອກະສານ​ກົດໝາຍ​ກ່ຽວ​ກັບໜ້າ​ທີ່, ຄວາມ​ຮັບຜິດຊອບ ​ແລະ​ອຳນາດ ຂອງ​ອຳນາດ​ການ​ປົກຄອງ​ແຕ່ລະ​ຂັ້ນ​ຕັ້ງ​ແຕ່​ຂັ້ນສູນ​ກາງ​ຈົນ​ເຖິງຂັ້ນ​ທ້ອງ​ຖິ່ນ, ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດຢູ່​ຫວຽດນາມ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ ​ແລະ ປັບປຸງ​ໃຫ້​ສົມບູນ​ເທື່ອ​ລະ​ກ້າວ.

ຕັ້ງ​ແຕ່​ວັນ​ທຳ​ອິດ​ຂອງ​ການ​ສ້າງ​ຕັ້ງ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ, ບັນຫາ​ການ​ແບ່ງ​ຂັ້ນ, ​ແບ່ງອຳນາດ ​ໄດ້​ຖືກ​ກຳນົດ​ໂດຍ​ລັດຖະບານ​ຊົ່ວຄາວ. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ອອກ​ໃນ​ບັນດາ​ເອກະສານ​ທຳ​ອິດ (ລະອຽດ​ຄື ລັດຖະດຳລັດ​ເລກທີ 63, ວັນ​ທີ 22-11-1945 ​ແລະ ລັດຖະດຳລັດ​ເລກທີ 76, ວັນ​ທີ 21-12-1945, ກຳນົດ​ກ່ຽວ​ກັບ​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນ ​ແລະ ຄະນະ​ກຳມະການ​ປົກຄອງຢູ່​ບັນດາ​ທ້ອງ​ຖິ່ນ)...ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ໄດ້​ຮັບ​ການ​ປັບປຸງ ​ເພີ່ມ​ເຕີມ​ຕາມ​ແຕ່ລະ​ໄລຍະ, ຂຶ້ນ​ຢູ່​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ຄວາມ​ສາມາດ​ຂອງ​ບັນດາ​ຂັ້ນ​ອຳນາດ​ການ​ປົກຄອງ​ໃນ​ກົງຈັກຂອງ​ລັດ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຍົກ​ສູງປະສິດທິພາບ ປະສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງ​ລະບົບ​ອົງການ​ບໍລິຫານ​ລັດ, ​ເຊິ່ງສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​​ລັດຖະທຳ​ມະນູນສະບັບ​ປີ 1946, 1959, 1980, 1992 ​ແລະ ​ໃນ​ບັນດາ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ກົງ​ຈັກ​ຂອງ​ລັດສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ ​ແລະ ຂອງ​ລັດສາທາລະນະ​ລັດສັງຄົມ​ນິຍົມ​ຫວຽດນາມ.

​ໃນ​ໄລຍະ​ເວລາ​ແຕ່​ປີ 2000 ​ເຖິງ​ປະຈຸ​ບັນ ​ໄດ້​ມີ​ການ​ປ່ຽນ​ແປງທີ່​ສຳຄັນ​ໃນການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ, ດ້ວຍ​ການ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ​ປີ 2001 ​ແລະ ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງສະພາ​ປະຊາຊົນ​ແລະ​ຄະນະ​ກຳມະການ​ປະຊາຊົນປີ 2003. ພິ​ເສດ, ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 9 ສະ​ໄໝ​ທີ IX ​ໄດ້​ກຳນົດ​ໃຫ້ “ຮີບ​ສຳ​ເລັດ​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ລະຫວ່າງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ​ໃນ​ແຕ່ລະ​ຂະ​ແໜງ​ການ, ​ແຕ່ລະ​ຂົງ​ເຂດຢ່າງ​ຄົບ​ຊຸດ, ຮັບປະກັນ​ປະສິດທິພາບ​ຂອງ​ການ​ຄຸ້ງຄອງ​​ແບບ​ລວມສູນ ຕະຫຼອດ​ຂອງ​ສູນ​ກາງ​ຕໍ່​ກັບ​ທ້ອງ​ຖິ່ນ ​ແລະ ສົ່ງ​ເສີມ​ຄວາມ​ປະດິດ​ສ້າງ, ຄວາມ​ຮັບຜິດ​ຊອບ​ດ້ວຍ​ຕົນ​ເອງ​ຂອງ​ບັນດາ​ທ້ອງ​ຖິ່ນ”(1). ວັນ​ທີ 20-6-2004, ລັດຖະບານ​ອອກ​ມະຕິ​ເລກທີ 08/2004/NQ-CP “ວ່າ​ດ້ວຍ​ການ​ສືບ​ຕໍ່​ຍູ້​ແຮ​ງການ​ແບ່ງ​ຂັ້ນ​ການ​ຄຸ້ມ​ຄອງ​ລັດລະຫວ່າງ​ລັດຖະບານ ​ແລະ ອຳນາດ​ການ​ປົກຄອງ​ແຂວງ, ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ”, ສຸມ​ໃສ່​ການ​ແບ່ງອຳນາດ, ຄວາມ​ຮັບຜິດຊອບລະຫວ່າງ​ລັດຖະບານ​ແລະ​ອຳນາດ​ການ​ປົກຄອງ​ຂັ້ນ​ແຂວງ ​ໃນ​ບັນດາ​ຂົງ​ເຂດ​ຕົ້ນຕໍ: ຄຸ້ມ​ຄອງ​ແຜນ​ແມ່​ບົດ, ​ແຜນການ, ການ​ລົງທຶນ​ພັດທະນາ; ງົບປະມານ​ຂອງ​ລັດ, ທີ່​ດິນ, ຊັບພະຍາກອນ, ລັດວິ​ສາ​ຫະກິດ, ການ​ເຄື່ອນ​ໄຫວ​ພາລະກິດ​ແລະບໍລິການ​ສາທາລະນະ; ການຈັດ​ຕັ້ງ​ກົງຈັກ, ພະນັກງານ, ລັດຖະກອນ.

ລັດຖະທຳ​ມະນູນ​ປີ 2013 ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ສະພາ​ແຫ່ງ​ຊາດ​ແຫ່ງສາທາລະນະ​ລັດສັງຄົມນິຍົມ​ຫວຽດນາມ​ໃນ​ວັນ​ທີ 28-11-2013 ​ມີ​ບົດ​ບັນຍັດ​ໃໝ່​ທີ່​ສຳຄັນ​ໃນ​ໝວດ​ທີ IX - “ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ”. ຕໍ່​ຈາກ​ນັ້ນ, ປີ 2015, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ ​ແລະ ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ຮັບ​ການ​ປະກາດ​ໃຊ້, ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ປ່ຽນ​ແປງ​ໃໝ່​ທີ່​ສຳຄັນ​ໃນການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດ. ວັນ​ທີ 21-3-2016, ລັດຖະບານ​ສືບ​ຕໍ່​ອອກ​ມະຕິ​ເລກທີ 21/2016/NQ-CP ກ່ຽວກັບ​ການ​ແບ່ງ​ຂັ້ນ​ການຄຸ້ມ​ຄອງ​ລັດລະຫວ່າງ​ລັດຖະບານ​​ແລະ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ, ສຸມ​ໃສ່ 5 ຂົງ​ເຂດ: ຄຸ້ມ​ຄອງ​ງົບປະມານ​ຂອງ​ລັດ; ຄຸ້ມ​ຄອງ​ລັດ​ວິ​ສາ​ຫະກິດ; ຄຸ້ມ​ຄອງ​ການ​ລົງທຶນ​ສາທາລະນະ; ຄຸ້ມ​ຄອງ​ການ​ງານ, ພະນັກງານ, ລັດຖະກອນ, ພາລະ​ກອນ; ຄຸ້ມ​ຄອງ​ທີ່​ດິນ. ຄຽງ​ຄູ່ກັນ​ກັບບັນດາ​ເອກະສານ​ທີ່​ກຳນົດ​ບັນຫາ​ອັນ​ພື້ນຖານ​ກ່ຽວ​ກັບທັດສະນະ, ​ເປົ້າ​ໝາຍ ​ແລະ ທິດ​ທາງ​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດນັ້ນ, ບັນດາ​ເອກະສານ​ກຳນົດ​ກົດໝາຍ​ໃນ​ຂົງ​ເຂດ​ຕ່າງໆກໍ່​ໄດ້​ສ່ອງ​ແສງ​ເຖິງນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດ​ໃນ​ແຕ່ລະ​ຂົງ​ເຂດ​ສະ​ເພາະ.

ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດ​ໃນ​ບັນດາ​ເອກະສານ​ກົດໝາຍ​ທີ່​ກ່າວ​ມາ​ເທິງ​ນີ້​ໄດ້​ສະ​ແດງ​ອອກ​ເຖິງ​ທັດສະນະ, ​ເປົ້າ​ໝາຍ, ​ເນື້ອ​ໃນ ​ແລະ ບັນດາ​ວິທີ​ແກ້​ໄຂ​ກ່ຽວ​ກັບ​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດການ​ບໍລິຫານ​ລັດ. ບັນດາ​ເອກະສານ​ກົດໝາຍ​ເຫຼົ່າ​ນີ້​ສ້າງ​ເປັນ​ນະ​ໂຍບາຍ​ຂອບກ່ຽວ​ກັບການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດ. ຈິດ​ໃຈ​ຂອງ​ຂໍ້​ກຳນົດ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໃນ​ເອກະສານ​ຂ້າງ​ເທິງ​ແມ່ນການ​ປ່ຽນ​ແປງ​ໃໝ່​ຢ່າງ​ແຂງ​ແຮງ​ກ່ຽວ​ກັບ​ການຈັດ​ຕັ້ງ​ແລະການ​ເຄື່ອນ​ໄຫວ​ຂອງອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ກວ່າ​ອີກ​ໃຫ້​ແກ່​ການ​ແບ່ງ​ຂັ້ນ (​ໄປ​ຄຽງ​ຄູ່​ກັບ​ການ​ແບ່ງ​ອຳນາດ) ການ​ຄຸ້ມ​ຄອງ​ຂອງ​ກົງຈັກ​ການ​ບໍລິຫານ​ລັດຈາກ​ສູນ​ກາງ​ເຖິງ​ທ້ອງ​ຖິ່ນ.

ການ​ປ່ຽນ​ແປງ​ຕາມ​ທິດ​ທາງປັບປຸງ​ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດ​ໃຫ້​ສົມບູນ​ແບບ​ນັບ​ແຕ່​ປີ 2001 ​ເຖິງ​ປະຈຸ​ບັນ

ພາບ​ລວມຂອງ​ການ​ປ່ຽນ​ແປງ​ໃນນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດນັບ​ແຕ່​ປີ 2001 ​ເຖິງ​ປະຈຸ​ບັນ ​ເຊິ່ງສາມາດ​ເວົ້າ​ເຖິງ​ສ​ອງຫຼັກ​ໝາຍ​ທີ່​ສຳຄັນ​ລຸ່ມ​ນີ້:

1- ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດຕາມ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ​ປີ 2001 ​ແລະ ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ປະຊາຊົນ​ແລະ​ຄະນະ​ກຳມະການ​ປະຊາຊົນ​ປີ 2003.

ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ​ປີ 2001 ມອບ​ໃຫ້​ລັດຖະບານ​ມີ​ສິດ​ຕັດ​ສິນ ​ແລະ ຈັດ​ຕັ້ງ​ປະຕິບັດ​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ຄຸ້ມ​ຄອງ​ຂະ​ແໜງ​ການ​ແລະ​ຂົງ​ເຂດ​ໃນ​ລະບົບ​ການ​ບໍລິຫານ​ລັດ (ມາດຕາ 16). ນີ້​ແມ່ນ​ອຳນາດ​ທີ່​ຍິ່ງ​ໃຫຍ່​ຂອງ​ລັດຖະບານ. ​ເພື່ອ​ໃຊ້​ສິດ​ອຳນາດ​ນີ້, ລັດຖະບານ​ປະຕິບັດ​ພາລະ​ບົດບາດ​ສ້າງກົດ​ລະບຽບ ​ເພື່ອສ້າງ​ກອບນິຕິ​ທຳ​ໃຫ້​ແກ່​ການ​​ເຄື່ອນ​ໄຫວແບ່ງງານ, ​ແບ່ງ​ຂັ້ນ.

ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ປະຊາຊົນ​ແລະ​ຄະນະ​ກຳມະການ​ປະຊາຊົນ​ປີ 2003 ມີ​ບັນດາ​ຂໍ້​ກຳນົດ​ທີ່​ລະອຽດ​ພໍ​ຄວນ​ກ່ຽວ​ກັບສິດ​ອຳນາດ​ຂອງອົງການ​ບໍລິຫານ​ແຕ່ລະ​ຂັ້ນ, ລວມທັງ​ຂັ້ນ​ແຂວງ, ຂັ້ນ​ເມືອ​ງ ​ແລະ​ຂັ້ນ​ຕາ​ແສງ. ບັນດາ​ຂໍ້​ກຳນົດ​ທີ່​ລະອຽດ​ນີ້ສ້າງ​ເປັນ​ພື້ນຖານ​ນິຕິ​ທຳ​ທີ່​ສຳຄັນສຳລັບ​ການ​ເຄື່ອນ​ໄຫວ​ຂອງບັນດາ​ຂັ້ນ​ການ​ບໍລິຫານ​ຢູ່​ທ້ອງ​ຖິ່ນ, ຫຼີກ​ລ້ຽງ​ການທັບ​ຊ້ອນ, ການ​ຢຽບ​ໃສ່​ກັນ​ໃນ​ການ​ຄຸ້ມ​ຄອງ.

ມະຕິ​ເລກທີ 08/2004/NQ-CP ຂອງ​ລັດຖະບານ, “ວ່າ​ດ້ວຍ​ການ​ສືບ​ຕໍ່​ຍູ້​ແຮ​ງການ​ແບ່ງ​ຂັ້ນ​ການ​ຄຸ້ມ​ຄອງ​ລັດລະຫວ່າງ​ລັດຖະບານ ​ແລະ ອຳນາດ​ການ​ປົກຄອງ​ແຂວງ, ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ”, ດ້ວຍ​ເປົ້າ​ໝາຍ “ສືບ​ຕໍ່​ຍູ້​ແຮງ​ການ​ແບ່ງ​ຂັ້ນການ​ຄຸ້ມ​ຄອງ​ລັດ ລະຫວ່າງ​ລັດຖະບານ​ແລະ​ອຳນາດ​ການ​ປົກຄອງ​ຂັ້ນ​ແຂວງ, ລະຫວ່າງ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ” ​ໄດ້​ກຳນົດ​ບັນດາ​ທິດ​ທາງ​ການ​ແບ່ງ​ຂັ້ນ​ທີ່​ລະອຽດ​ໃນ​ບັນດາ​ຂົງ​ເຂດ: ການ​ຄຸ້ມ​ຄອງ​ແຜນ​ແມ່​ບົດ, ​ແຜນການ ​ແລະ ການ​ລົງທຶນ​ພັດທະນາ; ການ​ຄຸ້ມ​ຄອງ​ງົບປະມານ​ຂອງ​ລັດ; ການ​ຄຸ້ມ​ຄອງ​ທີ່​ດິນ, ຊັບພະຍາກອນ, ຊັບ​ສິນ​ຂອງ​ລັດ; ການ​ຄຸ້ມ​ຄອງ​ລັດ​ວິ​ສາ​ຫະກິດ; ການ​ຄຸ້ມ​ຄອງ​ບັນດາ​ການ​ເຄື່ອນ​ໄຫວ​ພາລະກິດ, ບໍລິການ​ສາທາ​ລະ​ນະ; ການຈັດ​ຕັ້ງ​ກົງຈັກ​ແລະ​ພະນັກງານ, ລັດຖະກອນ.

ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດ​ໃນ​ໄລຍະ​ນີ້​ໄດ້​ສ້າງ​ໃຫ້​ມີການ​ປ່ຽນ​ແປງ​ທີ່​ຕັ້ງໜ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ກໍ່​ຄື​ຂອງ​ກະຊວງ, ຂະ​ແໜງ​ການ​ຢູ່​ສູນ​ກາງ. ການປະຕິບັດການ​ແບ່ງ​ຂັ້ນຕິດ​ກັບ​ວຽກ​ງານປະຕິ​ຮູບ​ຂັ້ນ​ຕອນ​ການ​ບໍລິຫານ​ ໄດ້​ຫຼຸດຜ່ອນ​ຄວາມ​ຫຍຸ້ງ​ເຫຍືອງລຳ​ຄານ​ໃຈ, ​ແກ້​ໄຂ​ຂັ້ນ​ຕອນ​ການ​ບໍລິຫານ​ຢ່າງ​ໄວວາ​ໃຫ້​ພົນລະ​ເມືອງ​ແລະ​ວິ​ສາ​ຫະກິດ ​ໃນ​ຫຼາຍ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ກ່ຽວ​ກັບ​ທີ່​ດິນ, ການ​ລົງທຶນ​ແລະ​​ກໍ່ສ້າງ, ການ​ສ້າງ​ຕັ້ງ​ວິ​ສາ​ຫະກິດ. ການ​ແບ່ງປັນ​ອຳນາດ, ຄວາມ​ຮັບຜິດຊອບ​ລະຫວ່າງ​ລັດຖະບານ ​ແລະ ​ກະຊວງ, ຂະ​ແໜງ​ການ​ຢູ່​ສູນ​ກາງ ​ໃຫ້​ບັນດາ​ແຂວງ, ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ ​ໄດ້​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການຈັດ​ຕັ້ງກະຊວງ​ທີ່​ຄຸ້ມ​ຄອງ​ຫຼາຍ​ຂະ​ແໜງ​ການ, ຫຼາຍ​ຂົງ​ເຂດ, ​ເຮັດ​ໃຫ້​ໂຄງ​ສ້າງ​ລັດຖະບານ​ກະທັດ​ລັດ​ເບົາບາງ​ກວ່າ​ເກົ່າ.

​ແຕ່​ວ່າ, ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ໃນ​ໄລຍະ​ນີ້ຍັງ​ມີ​ຂໍ້​ບົກພ່ອງ​ທີ່​ສຳຄັນ: ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ​ປີ 2001 ກຳນົດ​ສິດ​ອຳນາດ​ຂອງ​ລັດຖະບານ​ໃນ​ການ​ແບ່ງ​ງານ, ​ແບ່ງ​ຂັ້ນ​ໃນ​ລະບົບ​ການ​ຄຸ້ມ​ຄອງ​ບໍລິຫານ, ​ແຕ່​ວຽກ​ງານດ້ານ​ກົດ​ລະບຽບ​ຂອງ​ລັດຖະບານ​ກ່ຽວ​ກັບການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດ​ໃນ​ໄລຍະ​ນີ້​ຍັງ​ບໍ່​​ຄົບ​ຊຸດ​ແລະບໍ່​ຄົບ​ຖ້ວນ, ​ເພາະສະ​ນັ້ນ ການ​ແບ່ງ​ຂັ້ນ​ລະຫວ່າງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ ກໍ່​ຍັງ​ມີ​ຫຼາຍ​ບັນຫາ​ທີ່​ສັບສົນ. ບັນດາ​ວິທີ​ແກ້​ໄຂການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ລະຫວ່າງ​ລັດຖະບານແລະ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຍັງ​ບໍ່​ຄົບ​ຊຸດ, ບໍ່​ກຳນົດ​ຢ່າງ​ຊັດ​ເຈນ​ໜ້າ​ທີ່, ສິດ​ຂອບ​ເຂດ, ຄວາມ​ຮັບຜິດຊອບ​ຂອງ​ອຳນາດ​ການ​ປົກຄອງ​ແຕ່ລະ​ຂັ້ນ. ຫຼາຍ​ທ້ອງ​ຖິ່ນ​ໃຫ້​ທັດສະນະ​ວ່າ ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ໃຫ້​ທ້ອງ​ຖິ່ນບໍ່​ແຂງ​ແຮງ​ພໍ, ບັນດາ​ກະຊວງ, ຂະ​ແໜງ​ການ​ຢູ່​ສູນ​ກາງ​ຍັງ​ອຸ້ມ​ວຽກຢູ່. ອຳນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນຍັງ​ບໍ່ມີ​ສິດ​ອຳນາດ​ແລະ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ຢ່າງ​ພຽງພໍ ​​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການປະຕິບັດ​ໜ້າ​ທີ່, ສິດ​ຂອບ​ເຂດທີ່​ທ້ອງ​ຖິ່ນສາມາດ​ເຮັດ​ໄດ້.

2- ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານລັດຕາມ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ​ປີ  2015 ​ແລະ​ ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ປີ 2015.

ລັດຖະທຳ​ມະນູນ​ປີ 2013 ​ໄດ້​ວາງ​ຮາກ​ຖານ​ໃຫ້​ແກ່​ກົນ​ໄກການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ລະຫວ່າງ​ສູນ​ກາງ​​ແລະ​ທ້ອງ​ຖິ່ນ ​ໂດຍ​ຜ່ານ​ຂໍ້​ກຳນົດ: “ອຳ​ນາ​ດການປົກຄອງ​ທ້ອງ​ຖິ່ນ​ຈັດ​ຕັ້ງ​ແລະ​ຮັບປະກັນ​ການ​ປະຕິບັດລັດຖະທຳ​ມະນູນ​ແລະ​ກົດໝາຍ​ຢູ່​ທ້ອງ​ຖິ່ນ; ຕັດສິນ​ບັນດາ​ບັນຫາ​ຂອງ​ທ້ອງ​ຖິ່ນຕາມ​ກົດໝາຍ; ຍອມຮັບ​ການ​ກວດກາ, ຕິດຕາມ​ກວດກາ​ຂອງ​ອົງການ​ລັດ​ຂັ້ນ​ເທິງ” (ມາດຕາ 112).

ບົນ​ຈິດ​ໃຈ​ດັ່ງກ່າວ, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ​ປີ 2015 ​ແລະ ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ປີ 2015 ​ໄດ້ມີ​ບາດກ້າວ​ຄືບ​ໜ້າ​ທີ່​ສຳຄັນ​ໃນການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດ, ສະ​ແດງ​ອອກ​ໃນ​ຈຸດ​ຕ່າງໆ​ລຸ່ມ​ນີ້:

ທີ​ໜຶ່ງ, ​ເປັນ​ຄັ້ງ​ທຳ​ອິດ​ໃນ​ເອກະສານ​ກົດໝາຍ, ລັດ​ຫວຽດນາມ​ຢືນຢັນອຳນາດ​ຂອງ​ລັດຖະບານ​ໃນ​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ (ບັນດາ​ຂໍ້​ກຳນົດ​ຂອງກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ​ປີ 2001 ພຽງ​ແຕ່​ຢຸດ​ຢູ່​ທີ່​ອຳນາດ​ການ​ແບ່ງ​ງານ, ​ແບ່ງ​ຂັ້ນ​ເທົ່າ​ນັ້ນ ​ແຕ່​​ບໍ່​ໄດ້ເວົ້າ​ເຖິງ​ບັນຫາ​ການແບ່ງ​ປັນ​ອຳນາດ). ການ​ເພີ່ມ​ເຕີມ​ສິດ​ອຳນາດ​ຂອງ​ລັດຖະບານ​ໃນ​ການ​ແບ່ງ​ອຳນາດ​ໃຫ້ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ແມ່ນ​ບາດກ້າວ​ຄືນ​ໜ້າ​ໃໝ່​ໃນນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດຢູ່​ຫວຽດນາມ.

ທີ​ສອງ, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ​ປີ 2015 ກຳນົດ​ແຈ້ງສິດ​ອຳນາດ​ໃນ​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດຂອງ​ລັດຖະບານ ​ຕ້ອງ​ອິງ​ບົນ​ພື້ນຖານຂໍ້​ກຳນົດ​ຕ່າງໆ​ຂອງ​ກົດໝາຍ, ມະຕິ​ຕົກລົງ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະດຳລັດ​ແລະ​ມະຕິ​ຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ (ມາດຕາ 25). ມາດຕາ 12 ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ປີ 2015 ​ໃນ​ກຳນົດ​ກ່ຽວ​ກັບ​ການ​ແບ່ງ​ສິດ​ອຳນາດ​ໃຫ້ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນກໍ່​ຢືນຢັນ: “ການ​ແບ່ງ​ສິດ​ອຳນາດ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ແຕ່ລະ​ຂັ້ນ​ນັ້ນ​ ຕ້ອງ​ໄດ້ລະບຸ​ໄວ້ໃນ​ກົດໝາຍ”. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນຕ້ອງ​ອິງ​ຕາມ​ຂອບ​ກົດໝາຍ​ພື້ນຖານ, ຮັບປະກັນ​ຫຼັກການ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ.

ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດຕ້ອງ​ຮັບປະກັນ​ຫຼັກການ​ຕ່າງໆ ​ແລະ ຕ້ອງ​ໄດ້​ລະບຸ​​ໄວ້​ໃນ​ເອກະສານ​ທາງ​ກົດໝາຍ​ຂອງ​ອົງການ​ລັດທີ່​​ແບ່ງ​ຂັ້ນ, ​ໃນ​ນັ້ນ ກຳນົດ​ແຈ້ງ​ໜ້າ​ທີ່, ສິດ​ຂອບ​ເຂດແບ່ງ​ຂັ້ນ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຫຼື ອົງການ​ລັດ​ຂັ້ນ​ລຸ່ມ, ຄວາມ​ຮັບຜິດຊອບ​ຂອງ​ອົງການ​ລັດ​ທີ່​ແບ່ງ​ຂັ້ນ ​ແລະ ອົງການ​ລັດ​ທີ່​ໄດ້​ຮັບ​ການ​ແບ່ງ​ຂັ້ນ.

ທີ​ສາມ, ບັນດາ​ກົດໝາຍ​ເທິງ​ນີ້​ໄດ້​ກຳນົດ​ຢ່າງ​ລະອຽດ​ຈະ​ແຈ້ງ​ກ່ຽວ​ກັບ​ຄວາມຮຽກຮ້ອງ​ຕ້ອງການ​ແລະ​ເງື່ອນ​ໄຂ​ປະຕິບັດການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດລະຫວ່າງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ ກໍ່​ຄື​ລະຫວ່າງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຂັ້ນ​ຕ່າງໆ. ມາດຕາ 13 ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ປີ 2015 ​ເມື່ອ​ກຳນົດ​ກ່ຽວ​ກັບ​ການ​ແບ່ງ​ຂັ້ນ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ຢືນຢັນ: “ອີງ​ໃສ່​ຄວາມ​ຕ້ອງການ​ຂອງ​ວຽກ​ງານ, ຄວາມ​ສາມາດ​ປະຕິບັດ​ ​ແລະ​ ເງື່ອນ​ໄຂ, ສະພາບ​ການລະອຽດ​ຂອງ​ທ້ອງ​ຖິ່ນ, ອົງການ​ລັດ​ຢູ່​ສູນ​ກາງ​ແລະ​ທ້ອງ​ຖິ່ນມີ​ສິດ​ແບ່ງ​ຂັ້ນ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນຫຼື​ອົງການ​ລັດ​ຂັ້ນ​ລຸ່ມ ປະຕິບັດ​ຢ່າງ​ຕໍ່​ເນື່ອງ​ເປັນ​ປົກກະຕິ ໜຶ່ງ​ຫຼື​ຫຼາຍ​ໜ້າ​ທີ່​ແລະ​ອຳນາດພາຍ​ໄຕ້​ເຂດ​ອຳນາດ​ຂອງ​ຕົນ, ຍົກ​ເວັ້ນກໍລະນີ​ມີ​ຂໍ້​ກຳນົດກົດໝາຍ​ອື່ນ”. ພ້ອມ​ກັນ​ນັ້ນ, ອົງການ​ລັດ​ຂັ້ນ​ເທິງ​ໃນ​ເມື່ອ​ແບ່ງ​ຂັ້ນ​ໜ້າ​ທີ່​ແລະ​ສິດ​ອຳນາດ​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຫຼື​ໃຫ້​ອົງການ​ລັດ​ຂັ້ນ​ລຸ່ມ ​ແມ່ນ​ຕ້ອງ​ຮັບປະກັນ​ແຫຼ່ງພະລັງ​ແລະ​ເງື່ອນ​ໄຂ​ທີ່​ຈຳ​ເປັນອື່ນໆ ​ເພື່ອ​ປະຕິບັດ​ໜ້າ​ທີ່​ແລະ​ສິດ​ອຳນາດ​ທີ່​ຕົນ​ແບ່ງປັນ; ​ແນະນຳ, ກວດກາ​ການ​ປະຕິບັດ​ໜ້າ​ທີ່​ແລະ​ສິດ​ອຳນາດທີ່​ໄດ້​​ແບ່ງປັນ ​ແລະ ຮັບຜິດຊອບ​ກ່ຽວກັບ​ຜົນ​ຂອງ​ການ​ປະຕິບັດ​ໜ້າ​ທີ່​ແລະ​ສິດ​ອຳນາດທີ່​ຕົນ​ໄດ້​ແບ່ງປັນ.

ທີ​ສີ່, ບັນດາ​ກົດໝາຍ​ເທິງ​ນີ້ກຳນົດ​ແຈ້ງວ່າ ອົງການ​ລັດ​ທີ່​ໄດ້​ຮັບ​ການ​ແບ່ງ​ຂັ້ນຕ້ອງ​ຮັບຜິດຊອບ​ຕໍ່ອົງການ​ລັດ​ທີ່​ແບ່ງ​ຂັ້ນ ກ່ຽວ​ກັບ​ການ​ປະຕິບັດ​ໜ້າ​ທີ່​ແລະ​ສິດອຳນາດ​ທີ່​ໄດ້​ຮັບມອບ. ອີງ​ໃສ່​ສະພາບ​ການ​ລະອຽດ​ຕົວ​ຈິງ​ຢູ່​ທ້ອງ​ຖິ່ນ, ອົງການ​ລັດ​ຢູ່​ທ້ອງ​ຖິ່ນ​ອາດ​ຈະ​ແບ່ງ​ຂັ້ນ​ຕໍ່​ໃຫ້​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຫຼື​ໃຫ້​ອົງການ​ລັດ​ຂັ້ນ​ລຸ່ມ​ເພື່ອ​ປະຕິບັດ​ໜ້າ​ທີ່​ແລະ​ສິດ​ອຳນາດທີ່​ອົງການ​ລັດ​ຂັ້ນ​ເທິງ​ແບ່ງປັນ​ໃຫ້ ​ແຕ່​ຕ້ອງ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ອົງການ​ລັດ​ທີ່​ແບ່ງ​ຂັ້ນ​ນັ້ນ.

ອົງການ​ລັດ​ຂັ້ນ​ເທິງ​ພາຍໃນ​ຂອບ​ເຂດໜ້າ​ທີ່​ແລະ​ອຳນາດ​ຂອງ​ຕົນ ຮັບຜິດຊອບ​ໃນ​ການ​ກວດກາ, ກວດ​ສອບຄວາມ​ຖືກຕ້ອງ​ຕາມ​ລັດຖະທຳ​ມະນູນ, ຄວາມ​ຖືກຕ້ອງ​ຕາມ​ກົດໝາຍ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ແລະອຳນາດທີ່​ໄດ້​ມອບ​ໝາຍ​ໃຫ້ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ.

​ເພື່ອຜັນ​ຂະຫຍາຍປະຕິບັດ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ໃນກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງລັດຖະບານ​​ປີ 2015 ​ແລະ ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ປີ 2015, ລັດຖະບານ​ໄດ້​ປະກາດ​ໃຊ້​ມະຕິ​ເລກທີ 21/NQ-CP, ວັນ​ທີ 21-3-2016, “ວ່າ​ດ້ວຍ​ການ​ແບ່ງ​ຂັ້ນ​ຄຸ້ມຄອງລັດລະຫວ່າງ​ລັດຖະວານ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ”. ມະຕິ​ກຳນົດ​ແຈ້ງ​ເປົ້າ​ໝາຍ “ຍົກ​ສູງ​ປະສິດທິພາບ, ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງຂອງ​ລັດ​ຕໍ່​ກັບ​ຂະ​ແໜງ​ການ, ຂົງ​ເຂດ ບົນ​ພື້ນຖານ​ການ​ແບ່ງ​ຂັ້ນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຈະ​ແຈ້ງ​ກ່ຽວ​ກັບ​ໜ້າ​ທີ່, ສິດ​ອຳນາດ​ແລະ​ຄວາມ​ຮັບຜິດຊອບ​ລະຫວ່າງ​ລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ, ອົງການ​ທຽບ​ເທົ່າ​ກະຊວງ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ (ຕໍ່​ໄປ​ນີ້​​ເອີ້ນ​ວ່າຂັ້ນ​ແຂວງ), ຮັບປະກັນ​ການ​ຄຸ້ມ​ຄອງ​ເປັນ​ເອກະ​ພາບ​ຂອງ​ລັດຖະບານ, ​ເສີມ​ຂະຫຍາຍ​ຄວາມ​ເປັນ​ເຈົ້າ​ການ, ຄວາມ​ຮັບຜິດຊອບ, ຈິດ​ໃຈ​ປະດິ​ດສ້າງຂອງ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ”. ມະຕິ​ຍັງກຳນົດ​ບາງ​ທິດ​ທາງ​ສະ​ເພາະ​ກ່ຽວ​ກັບ​ການ​ແບ່ງ​ຂັ້ນ​ໃນ 5 ຂົງ​ເຂດ: ການ​ຄຸ້ມ​ຄອງ​ງົບປະມານ​ຂອງ​ລັດ; ການ​ຄຸ້ມ​ຄອງ​ລັດ​ວິ​ສາ​ຫະກິດ; ການ​ຄຸ້ມຄອງການ​ລົງທຶນ​ພາກ​ລັດ; ການ​ຄຸ້ມ​ຄອງ​ການ​ງານ, ພະນັກງານ, ລັດຖະກອນ, ພາລະ​ກອນ; ການ​ຄຸ້ມ​ຄອງ​ທີ່​ດິນ.

​ເປັນ​ອັນວ່າ, ​ເຖິງກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງລັດຖະບານ​ປີ 2015 ​ແລະ ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ປີ 2015, ນະ​ໂຍບາຍ​ກ່ຽວ​ກັບ​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ໃນ​ການ​ບໍລິຫານລັດ​ ໄດ້​ມີບາດກ້າວ​ຄືບ​ໜ້າ​ທີ່​ສຳຄັນ​ໃນ​ການ​ຫັນ​ເປັນ​ນິຕິ​ກຳ​ຕໍ່​ແຜນ​ນະ​ໂຍບາຍ​ຂອງ​ພັກ​ກ່ຽວ​ກັບການ​ຍູ້​ແຮງ​ການ​ປະຕິ​ຮູບການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຂອງ​ກົງຈັກ​ລັດ​ເວົ້າ​ລວມ ​ແລະອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ເວົ້າ​ສະ​ເພາະ.

ປະ​ເມີນ​ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດ

ອາດ​ຈະ​ເວົ້າ​ວ່າ, ການ​ກໍ່ສ້າງ​ແລະ​ປະຕິບັດ​ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດມີ​ການ​ປ່ຽນ​ແປງ​ພື້ນຖານ​ນັບ​ແຕ່​ປີ 2001 ຈົນ​ເຖິງ​ປະຈຸ​ບັນ. ຜົນສຳ​ເລັດ​ເຫຼົ່າ​ນັ້ນສະ​ແດງ​ອອກ​ໃຫ້​ເຫັນ​ໃນ​ແງ່​ມູມພື້ນຖານ​ຕໍ່​ໄປ​ນີ້:

ທີໜຶ່ງ, ລະບົບ​ເອກະສານ​ກົດໝາຍ​ໄດ້​ຮັບ​ການ​ບູລະນະ​ເທື່ອ​ລະ​ກ້າວ ດ້ວຍ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ແບ່ງ​ງານ, ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ລະຫວ່າງ​ອຳນາດ​ການ​ປົກຄອງ​ສູງ​ກາງ​ແລະ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ກໍ່​ຄື​ລະຫວ່າງ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ. ບັນຫາ​ການ​ແບ່ງ​ງານ, ​ແບ່ງ​ຂັ້ນ​ໃນ​ເບື້ອງ​ຕົ້ນ​ພຽງ​ແຕ່​ຢຸດ​ຢູ່​ທີ່ບັນດາ​ຂໍ້​ກຳນົດ​ທາງ​ດ້ານ​ຫຼັກການ​ໃນກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ​ປີ 2001, ຫຼັງ​ຈາກ​ນັ້ນ ​ໄດ້​ກຳນົດ​ຢ່າງ​ຄົບ​ຖ້ວນ​ກວ່າ ​ແລະ ​ໃນ​ລະດັບ​ສູງ​ກວ່າ​ກ່ຽວ​ກັບການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​​ໃນກົດໝາຍ​ວ່າ​ດ້ວຍ​ການຈັດຕັ້ງ​ລັດຖະບານ​ປີ 2015 ​ແລະ ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ປີ 2015.

ທີ​ສອງ, ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ລະຫວ່າງ​ອົງການ​ບໍລິຫານ​ຂັ້ນ​ຕ່າງໆ ​ໄດ້​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ກ່ຽວ​ກັບ​ຫຼັກການ, ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ບັນດາ​ຂໍ້​ກຳນົດ​ຂອງ​ບັນດາ​ກົດໝາຍຂ້າງ​ເທິງ, ກໍ່​ຄື​ໄດ້​ຫັນ​ເປັນ​ລະອຽດ​ໃນ​ບາງ​ຂົງ​ເຂດ​ທີ່​ສຳຄັນ​ຂອງການ​ຄຸ້ມ​ຄອງ​ລັດ.

ທີ​ສາມ, ​ໂດຍ​ພື້ນຖານ, ​ໄດ້​ມີ​ການ​ກຳນົດ​ຢ່າງ​ລະອຽດ​ກ່ຽວ​ກັບ​ພາລະ​ບົດບາດ, ໜ້າ​ທີ່​ຂອງອຳນາດ​ການ​ປົກຄອງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ, ​ໃນ​ນັ້ນ​ມີ​ການ​ເສີມ​ຂະຫຍາຍ​ຄວາມ​ເປັນ​ເຈົ້າ​ການ, ປະດິດ​ສ້າງ​ຂອງ​ອຳນາດ​ການ​ປົກຄອງ​ຂັ້ນ​ລຸ່ມບົນ​ພື້ນຖານ​ເງື່ອນ​ໄຂ, ຄວາມ​ສາມາດ​ຂອງ​ອົງການ​ບໍລິຫານ​ແຕ່ລະ​ຂັ້ນ.

ທີສີ່, ບົດບາດ​ຂອງ​ອົງການ​ບໍລິຫານ​ຂັ້ນ​ຕ່າງໆ​ຢູ່​ທ້ອງ​ຖິ່ນນັບ​ມື້​ນັບ​ໄດ້​ຮັບ​ການ​ຢືນຢັນ​ໃນນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​. ​ເພາະສະ​ນັ້ນ, ການ​ພັດທະນາ​ກ້າວໜ້າ​ຂອງ​ແຕ່ລະ​ທ້ອງ​ຖິ່ນຂຶ້ນ​ກັບ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ຄວາມ​ປະດິດ​ສ້າງ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນບໍ່​ແມ່ນ​ໜ້ອຍ.

ສາມາດເຫັນ​ໄດ້​ວ່າ, ​ໃນ​ໄລຍະ​ນີ້, ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ລະຫວ່າງ​ສູນ​ກາງ​ແລະ​ທ້ອງ​ຖິ່ນມີ​ຄວາມ​ຈະ​ແຈ້ງ​ແລະ​ຮອບດ້ານ​ພໍ​ຄວມ. ​ໂດຍ​ພື້ນຖານ, ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດ​ໃນ​ໄລຍະ​ນີ້ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໄດ້​ຮັບ​ການ​ປະຕິບັດ​ເປັນ​ເອກະ​ພາບ​ພໍ​ຄວນ, ຍົກ​ສູງ​ຄວາມ​ເປັນ​ເຈົ້າ​ການ​ຂອງ​ທ້ອງ​ຖິ່ນ​ໃນ​ກາ​ນຄຸ້ມ​ຄອງ, ນຳ​ໃຊ້ຊັບພະຍາກອນ​ຢູ່​ທ້ອງ​ຖິ່ນ, ​ເຮັດ​ໃຫ້ການ​ບໍລິຫານ​ໃກ້ຊິດ​ກັບ​ລັກສະນະ​ເສດຖະກິດ-ສັງຄົມທີ່​ລະອຽດ​ຂອງ​ທ້ອງ​ຖິ່ນ, ປະກອບສ່ວນທີ່​ດີກ​ວ່າ​ເພື່ອ​ຮັບ​ໃຊ້ຄວາມ​ຕ້ອງການ​ຂອງ​ອົງການ​ຈັດ​ຕັ້ງ​ແລະ​ປະຊາຊົນ​ທ້ອງ​ຖິ່ນ.

​ແຕ່​ວ່າ, ຄຽງ​ຂ້າງບັນດາ​ຜົນສຳ​ເລັດ​ທີ່​ສຳຄັນ​ເທິງ​ນີ້, ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ລະຫວ່າງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ​ໃນ​ປະຈຸ​ບັນ​ກໍ່​ຍັງ​ມີ​ບັນຫາ​ຈຳນວນ​ໜຶ່ງດັ່ງ​ນີ້:

ທີ​ໜຶ່ງ, ລະບົບ​ນະ​ໂຍບາຍ​ກ່ຽວ​ກັບການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ໃນ​ການ​ບໍລິຫານ​ລັດ​ຍັງ​ບໍ່​ທັນ​ຄົບ​ຊຸດ, ຊ້ຳ​ບໍ່​ໜຳ ພຽງ​ແຕ່​ຢຸດ​ຢູ່​ທີ່​ບັນດາ​ຫຼັກການ​ແລະ​ຄວາມ​ຮຽກຮ້ອງ​ຕ້ອງການ​ພື້ນຖານ ​​ໂດຍ​ບໍ່​ມີກົນ​ໄກ​ສະ​ເພາະ. ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງລັດຖະບານ​ປີ 2015 ຢືນຢັນການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ຕ້ອງປະຕິບັດ​ຕາມ​ກົດໝາຍ​ແລະ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ; ຫຼືກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ປີ 2015 ກຳນົດ​ກ່ຽວ​ກັບ​ບັນດາ​ຫຼັກການ​ຂອງ​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ. ​ແຕ່, ​ເນື້ອ​ໃນ​ທັງ​ໝົດ​ນີ້​ພຽງ​ແຕ່​ຢຸດ​ຢູ່​ທີ່​ຫຼັກການ, ກະ​ແຈກ​ກະຈາຍ​ໃນ​ສອງ​ກົດໝາຍ​ນີ້.

ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ໃນ​ການ​ບໍລິຫານ​ລັດຈະບໍ່​ສາມາດ​ເສີນ​ຂະຫຍາຍ​ປະສິດທິ​ຜົນ​ຖ້າ​ຫາກ​ບໍ່​ມີຂອບ​ກົດໝາຍ​ທີ່​ຄົບ​ຊຸດ, ສົມບູນ​ແລະ​ເປັນ​ເອກະ​ພາບ. ຖ້າ​ຫາກການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດພຽງ​ແຕ່​ຢຸດ​ຢູ່​ທີ່​ຫຼັກການ ​ໂດຍ​ບໍ່​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ກົນ​ໄກ, ​ແບບ​ວິທີ​ການ​ປະຕິບັດ​ແລະ​ການ​ລົງ​ໂທດ... ມັນ​ເປັນ​ການ​ຍາດ​ທີ່​ຈະນຳ​ເອົາ​ນະ​ໂຍບາຍ​ນີ້​ໄປ​ປະຕິບັດ. ການຄົ້ນຄວ້າ​ກ່ຽວ​ກັບນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳ​ນາດ​ການ​ບໍລິຫານ​ລັດຢູ່​ຫວຽດນາມ​ໃນ​ປະຈຸ​ບັນ ຊີ້​ໃຫ້​ເຫັນ​ວ່າ​ນີ້​ແມ່ນ “ຂຸມ” ທີ່​​ໃຫຍ່​ທີ່​ສຸດ​ທີ່​ຕ້ອງ​ເຕີມ​ໃຫ້​ເຕັມ.

ທີ​ສອງ, ການ​ກຳນົດ​ຄວາມ​ຮັບຜິດ​ຊອບ​ແລະ​ອຳນາດ​ຂອງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ, ກໍ່​ຄື​ລະຫວ່າງ​ບັນດາ​ຂັ້ນ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໃນ​ບາງ​ຂົງ​ເຂດ​ແມ່ນ​ຍັງ​ບໍ່​ທັນ​ສົມ​ເຫດ​ສົມ​ຜົນ ຫຼືບໍ່​ທັນ​ຈະ​ແຈ້ງ, ພາ​ໃຫ້​​ເກີດ​ຄວາມ​ບົກພ່ອງ​ຕາມ​ທິດ​ທາງ​ທີ່​ຕ່າງ​ກັນ. ຕົວຢ່າງ​ເຊັ່ນ, ​ໃນ​ຂົງ​ເຂດ​ການຈັດ​ຕັ້ງ​ກົງຈັກ​ບໍລິຫານ​ລັດ, ອຳນາດ​ຕັດສິນ​ກ່ຽວ​ກັບ​ຈຳນວນ, ໜ້າ​ທີ່, ສິດ​ຂອບ​ເຂດ ​ແລະ ​ໂຄງ​ສ້າງ​ຂອງ​ບັນດາໜ່ວຍ​ງານ​ວິຊາ​ສະ​ເພາະ​ຂອງ​ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ຕ່າງໆ​ ແມ່ນ​ຂຶ້ນ​ກັບ​ລັດຖະບານ. ​ໃນ​ຂົງ​ເຂດ​ການ​ຄຸ້ມ​ຄອງພະນັກງານຂອງ​ລັດ, ການ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ແທ້​ຈິງ​ຂອງອົງການ​ນຳ​ໃຊ້ພະນັກງານ​ລັດຖະກອນ ກໍ່​ຍັງ​ບໍ່​ໄດ້​ຮັບປະກັນ. ຄະນະ​ກຳມະການ​ປະຊາຊົນ​ຂັ້ນ​ແຂວງບໍ່​ມີ​ສິດ​ໃນ​ການ​​ເລືອກ​ເອົາຄົນ​ໃໝ່ ອີງ​ຕາມ​ຄວາມ​ຕ້ອງການ​ຂອງ​ຫວຽກ​ງານ ຖ້າ​ບໍ່​ໄດ້​ຈັດ​ສັນ​ພະນັກງານ​ຕື່ມ​ອີກ; ບໍ່​ມີ​ສິດ​ໃນ​ການ​ກຳນົດ​ມາດຕະຖານການ​ຈ້າງ​ງານ; ບໍ່​ມີ​ສິດ​ໃນ​ການ​ເລືອກ​​ຮູບ​ແບບ​ການສອບ​ເສັງ... ​ໃນ​ການ​ແບ່ງ​ຂັ້ນ​ການ​ຄຸ້ມ​ຄອງ​ງົບປະມານ​ຂອງ​ລັດ, ​ເນື່ອງ​ຈາກ​ສິດທິ​ໃນ​ການຈັດ​ສັນລາຍ​ໄດ້, ໜ້າ​ທີ່ການ​ໃຊ້​ຈ່າຍ​ໄດ້​ລວມສູນ​ຢູ່​ນຳ​ຂັ້ນ​ແຂວງ​ ໂດຍ​ບໍ່​​ກຳນົດຢ່າງ​ລະອຽດ​ໃນ​ກົດໝາຍ​ກ່ຽວ​ກັບ​ການ​ແບ່ງ​ຂັ້ນ​ໃຫ້​ຂັ້ນ​ເມືອງ ​ແລະ​ຂັ້ນ​ຕາ​ແສງ, ດັ່ງ​ນັ້ນ​ຈຶ່ງ​ມີ​ສະພາບ​ການ​ແຫຼ່ງພະລັງລວມສູນ​ຢູ່​ນຳ​ຂັ້ນ​ແຂ​ວາງ, ບໍ່​ສ້າງ​ໃຫ້​ມີ​ຄວາມ​ເປັນ​ເຈົ້າ​ການທາງ​ດ້ານ​ງົບປະມານ​ຂອງ​ອຳນາດ​ການ​ປົກຄອງ​ຂັ້ນ​ລຸ່ມ ​ເພື່ອ​ປະຕິບັດ​ບັນດາ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ.

ດ້ານ​ອື່ນ, ມີ​ຂົງ​ເຂດ​​ໄດ້​ແບ່ງ​ຂັ້ນ​ກວ້າງ​ເກີນ​ໄປ​ໃຫ້​ຫຼາຍຂັ້ນ, ​ໃນ​ຂະນະ​ທີ່​ອຳນາດ​ການ​ປົກຄອງ​ຂັ້ນ​ລຸ່ມບໍ່​ມີ​ຄວາມ​ສາມາດ​ພຽງພໍ, ນຳ​ໄປ​ສູ່​ການ​ຄວບ​ຄຸມ​ບໍ່​ໄດ້ ​ແລະພາ​ໃຫ້​ເກີດ​ຂໍ້​ບົດ​ພ່ອງ​ຄວາມ​ຫຍໍ້​ທໍ້​ບໍ່​ໜ້ອຍ, ພິ​ເສດ​ແມ່ນ​ໃນ​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ຄຸ້ມ​ຄອງ​ທີ່​ດິນ. ການ​ອະນຸຍາດ​ໃຫ້​ເມືອງ​ປະກາດ​ໃຊ້​ແຜນ​ແມ່​ບົດ​ການ​ນຳໃຊ້​ທີ່​ດິນ, ກໍ່​ຄືການ​ໃຫ້​ໃບ​ຢັ້ງຢືນ​ການ​ຈົດ​ທະບຽນ​ທີ່​ດິນ ​ໄດ້​ເຮັດ​ໃຫ້​ຈຳນວນ​ແຜນ​ແມ່​ບົດ​ທີ່​ດິນ​ຫຼາຍ​ເກີນ​ໄປ ​ແລະ​ພາ​ໃຫ້​ມີ​ແຜນ​ແມ່​ບົດ “​ໃນ​ເຈ້ຍ” ​ເປັນ​ຈຳນວນຫຼາຍ; ການ​ອອກ​ໃບຮັບ​ຮອງ​ທີ່​ດິນ​ຜິດ, ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ພາ​ໃຫ້​ການ​ສໍ້​ລາດ​ບັງ​ຫຼວງ​ທີ່​ດິນ​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ.

ທີ​ສາມ, ​ໃນກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ປີ 2015, ຮູບ​ແບບ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຢູ່​ບັນດາ​ຂັ້ນ, ບັນດາ​ທ້ອງ​ຖິ່ນ ​ເກືອບ​ຄື​ກັນ, ​ໃນ​ຂະນະ​ນັ້ນໄດ້​ໝູນ​ໃຊ້​ໃຫ້​ບັນດາໜ່ວຍງານ​ການ​ບໍລິຫານ-ອານາ​ເຂດ​ທີ່​ແຕກ​ຕ່າງ​ກັນຫຼາຍ (​ເຂດ​ພູຜາ, ​ເຂດ​ທະ​ເລ​ໝູ່​ເກາະ...) ດັ່ງ​ນັ້ນ​ຈຶ່ງ​ເຄື່ອນ​ໄຫວ​ຍາກ​ທີ່​ສຸດ, ​ເສີມຂະຫຍາຍ​ທ່າ​ແຮງ​ຂອງ​ແຕ່ລະ​ທ້ອງ​ຖິ່ນ​ບໍ່​ໄດ້, ​ແລະ​ຈຳກັດ​ລັກສະນະ​ຫຼາກ​ຫຼາຍ​ໃນ​ການ​ພັດທະນາ​ຂອງ​ບັນດາ​ທ້ອງ​ຖິ່ນ. ທາງ​ດ້ານ​ຫຼັກການ, ບໍ່​ສາມາດ​ມີ​ຮູບ​ແບບໜຶ່ງ​ຮູບ​ແບບ​ດຽວ​ສຳລັບ​ທຸກ​ທ້ອງ​ຖິ່ນ. ຄ້າຍຄື​ແນວ​ນັ້ນ, ບໍ່​ແມ່ນ​ທ້ອງ​ຖິ່ນ​ໃດ, ​ແຂວງ​ໃດ​ກໍ່​ໄດ້​ຮັບ​​ແບ່ງ​ຂັ້ນ, ​ແບ່ງ​ອຳນາດຄື​ກັນ, ​ເພາະ​ເລື່ອງ​ນີ້​ຂຶ້ນ​ຢູ່​ກັບ​ເງື່ອນ​ໄຂ, ຄວາມ​ສາມາດ​ປະຕິບັດ​ໃນ​ແຕ່ລະ​ທ້ອງ​ຖິ່ນ. ຕ່າງ​ກັນ​ກັບ​ຊົນນະບົດ, ຕົວ​ເມືອງ​ແມ່ນ​ເຂດ​ຊຸມ​ຊົນທີ່​ປະຊາກອນ​ຢູ່​ຢ່າງ​ໜາ​ແໜ້ນ, ​​ແມ່ນ​ອົງ​ປະກອບ​ເສດຖະກິດ-ສັງຄົມ​ທີ່​ເປັນ​ເອກະ​ພາບ, ມີ​ຄວາມ​ຜູກ​ພັນ​ໃກ້ຊິດ​ແລະ​ຂຶ້ນ​ຕໍ່​ກັນ​ໂດຍ​ກົງ, ດັ່ງ​ນັ້ນ ກົງຈັກ​ອຳນາດ​ການ​ປົກຄອງ​ຕົວ​ເມືອງ​ຕ້ອງ​ມີ​ຄວາມ​ລວມສູນ, ​ເປັນ​ເອກະ​ພາບ, ດຳ​ເນີນ​ໄດ້​ຢ່າງ​ຄ່ອງຕົວ, ​ໄຫວ​ພິບ, ບໍ່​ສາມາດແບ່ງອອກ​ໄດ້ຄື​​ໃນຊົນນະບົດ. ດັ່ງ​ນັ້ນ, ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ໃຫ້​ອຳນາດ​ການ​ປົກຄອງ​ຕົວ​ເມືອງ​ຕ້ອງ​ສອດຄ່ອງ​ກັບ​ຈຸດ​ພິ​ເສດ​ດັ່ງກ່າວ​ນັ້ນ, ຮັບປະກັນ​ໃຫ້​ມັນ​ມີ​ສິດ​ຂອບ​ເຂດ, ຄວາມ​ຮັບຜິດຊອບທີ່​ເໝາະ​ສົມ ​ເພື່ອ​ຄຸ້ມ​ຄອງ​ຕົວ​ເມືອງຢ່າງ​ແທດ​ເໝາະ​ແລະ​ມີ​ປະ​ສີດ​ທີ​ຜົນ.

ທີ​ສີ່, ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນມີ​ສິດ​ອຳນາດ​ບໍ່​ພຽງພໍ ​ແລະ ຂາດ​ເງື່ອນ​ໄຂ​ທີ່​ຈຳ​ເປັນ ​ເພື່ອ​ເປັນ​ເຈົ້າ​ການ​ໃນ​ການປະຕິບັດ​ບັນດາ​ໜ້າ​ທີ່​ທີ່​ທ້ອງ​ຖິ່ນ​​ສາມາດ​ແກ້​ໄຂ​ໄດ້. ຍ້ອນ​ບໍ່​ກ້າ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ໃຫ້​ທ້ອງ​ຖິ່ນ ດັ່ງ​ນັ້ນ​ຈຶ່ງ​ມີ​ຫຼາຍ​ວຽກ​ງານ​ທີ່ອົງການ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ມີ​ຄວາມ​ສາມາດ​ແກ້​ໄຂ ​ແຕ່​ບໍ່​ມີດ​ສິດທີ່​ຈະ​ແກ້ໄຂ, ບັນດາ​ອົງ​ການ​ຂັ້ນ​ເທິງ​ບໍ່​ມີ​ຄວາມ​ສາມາດ​ແກ້​ໄຂ​ໄດ້ ​ແຕ່​ມີ​ສິດ​ແກ້​ໄຂ, ພາ​ໃຫ້​ເກີດ​ການ​ຕິດ​ຂັດ, ຊັກ​ຊ້າ ​ແລະ​ບໍ່​ມີ​ປະສິດທິ​ຜົນ. ບັນດາ​ອົງການ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ​ໂດຍ​ສະ​ເພາະ​ສະພາ​ປະຊາຊົນຢູ່​ບາງ​ທ້ອງ​ຖິ່ນ ​ໄດ້​ເຄື່ອນ​ໄຫວ​ໜັກ​ໄປ​ທາງ​ຮູບ​ການ, ປະສິດທິ​ຜົນ​ຕ່ຳ. ອົງການ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຢູ່​ຫຼາຍ​ແຫ່ງບໍ່​ຂະຫຍັນຂັນ​ເຄື່ອນ, ຂາດ​ຄວາມ​ເປັນ​ເຈົ້າ​ການ, ປະດິດ​ສ້າງ​ໃນ​ການ​ງານ. ບັນດາ​ເງື່ອນ​ໄຂ​ກ່ຽວ​ກັບ​ການຈັດ​ຕັ້ງ​ພະນັກງານ, ການ​ເງິນ, ງົບປະມານ, ພື້ນຖານ​ວັດຖຸ​ເພື່ອ​ປະຕິບັດ​ໜ້າ​ທີ່, ສິດ​ຂອບ​ເຂດ​ທີ່​ໄດ້​ຮັບ​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນກໍ່​ຍັງ​ບໍ່​ທັນ​ຮັບປະກັນ ​ເພື່ອ​ປະຕິບັດ​ໜ້າ​ທີ່​ທີ່​ໄດ້ຮັບ​ມອບ​ໝາຍ. ຂໍ້​ຂັດ​ແຍ່ງ​ນີ້ ​ແນ່ນອນ​ຈະ​ເປັນ​ຜົນ​ສະທ້ອນ​ເຖິງປະສິດທິພາບ​ແລະ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ.

ທີ​ຫ້າ, ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​​ໃນການ​ບໍລິຫານ​ລັດຕິດ​ແໜ້ານທີ່​ສຸດ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ກວດກາ, ຕິດຕາມ​ກວດກາ. ​ແຕ່, ຍັງ​ບໍ່​ມີ​ແລວ​ທາງ​ດ້ານ​ນິຕິ​ທຳ​ສະ​ເພາະ​ກ່ຽວ​ກັບ​ບັນຫາ​ນີ້, ​ໂດຍ​ສະ​ເພາະ​ແມ່ນ​ບົດ​ລົງ​ໂທດ​ຕໍ່​ການ​ລະ​ເມີດຂໍ້​ກຳນົດ​ກ່ຽວ​ກັບ​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ. ຕົວຢ່າງ​ເຊັ່ນ, ການ​ປ່ອຍປະ​ລະ​ເຫຼີງ​ຄວາມ​ຮັບຜິດຊອບ​ໃນ​ການ​ແນະນຳ, ກວດ​ສອບ, ກວດກາ, ຕິດຕາມ​ກວດກາຂອງ​ອົງການ​ລັດ​ຢູ່​ສູນ​ກາງ ​ແລະ ຂັ້ນ​ເທິງ​ຕໍ່​ຂັ້ນ​ລຸ່ມ​ໃນ​ເວລາ​ທີ່​ຜ່ານ​ມາ ​ໄດ້​ພາ​ໃຫ້​ກົງຈັກ​ການຈັດ​ຕັ້ງ​ແລະ​ການ​ບັນຈຸ​ພະນັກງານ​ຢູ່​ຂັ້ນ​ລຸ່ມ “ໂພງ​ຂຶ້ນ” ຜິດ​ປົກກະຕິ. ການກວດ​ສອບ, ກວດກາ, ຕິດຕາມ​ກວດກາ​ຂອງ​ອຳນາດ​ການ​ປົກຄອງ​ສູນ​ກາງ​ຕໍ່ການ​ເຄື່ອນ​ໄຫວ​ຂອງ​ອົງການ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໃນ​ຂະ​ບວນວິວັດ​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ນັ້ນບໍ່​​ດີ ດັ່ງ​ນັ້ນ​ຈຶ່ງ​ປ່ອຍ​ໃຫ້ຫຼາຍ​ທ້ອງ​ຖິ່ນສວຍ​ໃຊ້​ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ເພື່ອຕັດສິນ​ຕົກລົງ​ວຽງານ​ທີ່​ເປັນ​ຜົນ​ປະ​ໂຫຍດ ພາກສ່ວນ, ຫຼື​ປະ​ຕິ​ບັດ​ນະ​ໂຍບາຍ​ຕາມ​ທິດ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​​ແກ່ທ້ອງ​ຖິ່ນ, ຊ້ຳບໍ່​ໜຳ ຍັງ​​ເຕັມ​ໃຈ​ທີ່​ຈະລະ​ເມີດ​ກົດລະບຽບ​ທີ່​ອົງການ​ສູນ​ກາງ​ໄດ້​ວາງ​ໄວ້.

ອາດ​ຈະ​ເຫັນ​ໄດ້​ວ່າ, ນະ​ໂຍບາຍການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ການ​ບໍລິຫານ​ລັດ​ໃນ​ເວລາ​ທີ່​ຜ່ານ​ມາ ​ໄດ້​ມີ​ບາດກ້າວ​ຄືບ​ໜ້າ​ທີ່​ສຳ​ຄັນ, ສ້າງ​ຂອບ​ນິຕິ​ທຳ​ພື້ນຖານ​ກ່ຽວ​ກັບການ​ກຳນົດ​ສິດ​ຂອບ​ເຂດ, ຄວາມ​ຮັບຜິດຊອບ​ລະຫວ່າງ​ອຳນາດ​ການ​ປົກຄອງ​ສູນ​ກາງ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຂັ້ນ​ຕ່າງໆ ຕາມ​ທິດ​ທາງຊຸກ​ຍູ້ຄວາມ​ເປັນ​ເຈົ້າ​ການ​ຂອງອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໃນ​ການ​ບໍລິຫານ​ປົກຄອງ​ທ້ອງ​ຖິ່ນ. ​ແຕ່, ຍັງ​ມີ​ບັນຫາ​ສຳຄັນ​ຈຳນວນ​ໜຶ່ງ​ທີ່​ວາງ​ອອກ​ມາ​ໃນຂະ​ບວນການ​ປະຕິບັດ​ນະ​ໂຍບາຍ​ນີ້ ​ເຊິ່ງຮຽກຮ້ອງ​ໃຫ້​ລັດ​ເອົາ​ໃຈ​ໃສ່​ປັບປຸງ​ບູລະນະ ​ເພື່ອຮັບປະກັນ​ໃຫ້ການ​ແບ່ງ​ຂັ້ນ, ​ແບ່ງ​ອຳນາດ​ສອດຄ່ອງ​ຢ່າງ​ແທ້​ຈິງ​ກັບ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ປະ​ເທດ​ເຮົາ, ມຸ່ງ​ໄປ​ສູ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຂອງອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ, ຍົກ​ສູງ​ປະສິດທິພາ​ບ​ແລະ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວບໍລິຫານ​ລັດ​ຢູ່​ປະ​ເທດ​ເຮົາ​ຢ່າງ​ບໍ່​ຢຸດ​ຢັ້ງ. /.

​ໂດຍ ສຈ. ປອ. ຫງວຽນດັງ​ແທ່ງ,

ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ

---------------------------------------

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບທີ 914 (​ເດືອນ​ທັນວາ 2018).

(1) ​ເອກະສານ​ກອງ​ປະຊຸມ​ຄັ້ງ​ທີ 9 ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ຊຸດ​ທີ IX, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2004, ໜ້າ 99.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ