ວັນອັງຄານ, 22/10/2019
ການປ່ຽນແປງໃໝ່ທາງດ້ານການເມືອງຢູ່ຫວຽດນາມ ໃນປະຈຸບັນ - ເຂົ້າເຖິງບັນຫາຈາກສາຍພົວພັນລະຫວ່າງ ເສດຖະກິດແລະການເມືອງ
10/8/2019 15:45' ສົ່ງ ພິມ
ເສດຖະກິດມີບົດບາດຕັດສິນຊີ້ຂາດຕໍ່ການເຄື່ອນໄຫວແລະພັດທະນາຂອງການເມືອງ, ດັ່ງນັ້ນ, ຢາກດັດປ່ຽນການເມືອງແມ່ນຕ້ອງກະທົບໃສ່ປັດໄຈເສດຖະກິດ. (ພາບ: dangcongsan.vn)

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ່ XII ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ວາງ​ໜ້າ​ທີ່​ໂດຍ​ລວມ 12 ໜ້າ​ທີ່​ອອກ​ມາ, ​ໃນ​ນັ້ນ​ຮຽກຮ້ອງ​ໃຫ້​ຊາບ​ຊຶມ​ແລະ​ແກ້​ໄຂ​ເປັນ​ຢ່າງ​ດີ 9 ສາຍ​ພົວພັນ​ໃຫຍ່ຄື: ສາຍ​ພົວພັນ​ລະຫວ່າງ​ການ​ປ່ຽນ​​ແປງ​ໃໝ່ ກັບຄວາມ​ໝັ້ນ​ທ່ຽງ ​ແລະ​ການ​ພັດທະນາ; ສາຍ​ພົວພັນລະຫວ່າງ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ເສດຖະກິດ​ແລະ​ການ​ປ່ຽນ​ແປງ​​ໃໝ່​ທາງ​ດ້ານ​ການ​ເມືອງ; ລະຫວ່າງ​ການ​ປະຕິບັດ​ຕາມ​​ກົດ​ເກນ​ຕະຫຼາດ ​ແລະ​ການ​ຮັບ​ປະກັນການ​ກຳ​ນົດ​ທິດ​ສັງຄົມ​ນິຍົມ; ລະຫວ່າງ​ການພັດທະນາ​ກຳລັງ​ການ​ຜະລິດ ​ແລະ​ການກໍ່ສ້າງ, ບູລະນະ​ການ​ພົວພັນ​ການ​ຜະລິດສັງຄົມ​ນິຍົມ​ເທື່ອ​ລະ​ກ້າວ; ລະຫວ່າງ​ລັດ​ແລະ​ຕະຫຼາດ; ລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ​ການ​ພັດທະນາ​ວັດທະນະທຳ, ປະຕິບັດ​ຄວາມ​ກ້າວໜ້າ​ແລະ​ຍຸຕິ​ທຳ​ທາງ​ສັງຄົມ; ລະຫວ່າງ​ການກໍ່ສ້າງ​ສັງຄົມ​ນິຍົມ ​ແລະ​ການປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ສັງຄົມ​ນິຍົມ; ລະຫວ່າງ​ຄວາມ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະການ​ເຊື່ອມ​ໂຍງ​ສາກົນ; ລະຫວ່າງ​ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ​ຂອງ.

ອາດ​ຈະ​ເຫັນ​​ໄດ້ວ່າ, ສາຍ​ພົວພັນ​ທັງ 9 ນັ້ນ​ລ້ວນ​ແຕ່​ມີ​ຄວາມ​ກ່ຽວຂ້ອງ​ກັບ​ບັນຫາ​ເສດຖະກິດ ​ແລະບັນຫາ​ການ​ເມືອງ, ​ໃນ​ນັ້ນ 3 ສາຍ​ພົວພັນ​ມີ​ຄວາມ​ກ່ຽວຂ້​ອງ​ໂດຍ​ກົງກັບ​ສາຍ​ພົວພັນ​ລະຫວ່າງ​ເສດຖະກິດ​ແລະ​ການ​ເມືອງຄື: ສາຍ​ພົວພັນລະຫວ່າງ​ການ​ປະຕິບັດ​ຕາມກົດ​ເກນ​ຕະຫຼາດ ​ແລະ​ການ​ຮັບ​ປະກັນ​ການກຳ​ນົດ​ທິດ​ສັງຄົມ​ນິຍົມ; ສາຍ​ພົວພັນລະຫວ່າງ​ລັດ​ແລະ​ຕະຫຼາດ; ສາຍ​ພົວພັນລະຫວ່າງ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ເສດຖະກິດ​ ແລະ​ການ​ປ່ຽນ​ແປງ​​ໃໝ່​ທາງ​ດ້ານ​ການ​ເມືອງ.

ອາດ​ຈະ​ເຫັນ​​ໄດ້ວ່າ, ພັກ​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ​ເສດຖະກິດ​ແລະ​ການ​ເມືອງ ​ໃນ​ຕະຫຼອດ​ຂະ​ບວນວິວັດ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ, ພິ​ເສດ​​ແມ່ນ​ບັນຫາ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານການ​ເມື​ອງ. ​ເລື່ອງນີ້​ແມ່ນ​ຖືກຕ້ອງ​ທີ່​ສຸດ, ​ເພາະວ່າ​ເສດຖະກິດ​ແລະ​ການ​ເມືອງ​ແມ່ນ​ສອງ​ຂົງ​ເຂດທີ່ມີ​ຄວາມ​ສຳຄັນອັນ​ດັບ​ໜຶ່ງ​ໃນ​ທຸກໆ​ສັງຄົມ, ມັນມີ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ເຖິງ​ບັນດາ​ຂົງ​ເຂດ​ອື່ນ. ຍິ່ງ​ກ່ວາ​ນັ້ນ, ລະຫວ່າງ​ເສດຖະກິດ​ແລະ​ການ​ເມືອງ​ມີ​ຄວາມ​ພົວພັນ​ສັດຈະ​ວິພາກທີ່​ສະໜິດ​ແໜ້ນ​ນຳ​ກັນ, ບໍ່ສາມາດ​ແຍກ​ອອກ​ຈາກ​ກັນ​ໄດ້. ​ເພື່ອ​ແກ້​ໄຂ​ສາຍ​ພົວພັນ​ນີ້​ໃຫ້​ໄດ້​ເປັນ​ຢ່າງ​ດີ, ​ໃນ​ນັ້ນ​ມີ​ບັນຫາ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ເມືອງຢ່າງ​ຄົບ​ຊຸດ, ສອດຄ່ອງ​ກັບ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ເສດຖະກິດ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ອີງ​ໃສ່​ພື້ນຖານ​ທິດ​ສະ​ດີ​ວິທະຍາສາດ​ທີ່​ຖືກຕ້ອງ. ທັດສະນະ​ຂອງ​ລັດທິ​ມາກ-​ເລ​ນິນກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ເສດຖະກິດ​ແລະ​ການ​ເມືອງ ​ແມ່ນ​ໜຶ່ງ​ໃນ​ບັນດາ​ທິດ​ສະ​ດີ​ທີ່​ສຳຄັນ​ ເພື່ອ​ປະຕິບັດ​ໜ້າ​ທີ່​ດັ່ງ​ກ່າວ​ເທິງນີ້.

ຕາມທັດສະນະ​ຂອງ ກ.ມາກ​ແລະຟ.ອັງ​ແກນ, ການ​ເຄື່ອນ​ໄຫວ​ແລະການ​ພັດທະນາ​ຂອງ​ສັງຄົມ​ມະນຸດ​ແມ່ນ​ຂຶ້ນ​ກັບ​ຫຼາຍ​ປັດ​ໄຈ​ເຊັ່ນ ​ເສດຖະກິດ, ການ​ເມືອງ, ວັດທະນະທຳ, ສາສະໜາ..., ​ແຕ່​ໃນ​ນັ້ນ​ ປັດ​ໄຈ​ເສດຖະກິດ​ໄດ້​ມີ​ບົດບາດ​ຕັດສິນ​ຢູ່​ສະ​ເໝີ. ກ.ມາກ​ແລະຟ.ອັງ​ແກນຂຽນ​ວ່າ: “​ໃນ​ທຸກຍຸກສະ​ໄໝ​ປະຫວັດສາດ, ການ​ຜະລິດ​ເສດຖະກິດ​ແລະ​ໂຄງ​ສ້າງ​ສັງຄົມ - ​ໂຄງ​ສ້າງ​ນີ້ຈຳ​ເປັນ​ແມ່ນ​ເກີດ​ມາ​ຈາກ​ການ​ຜະລິດ​ເສດຖະກິດ, - ທັງ​ສອງ​ປະກອບ​ເປັນ​ຮາກ​ຖານ​ຂອງ​ປະຫວັດສາດ​ການ​ເມືອງ ​ແລະປະຫວັດສາດ​ແນວ​ຄິດ​ຂອງ​ຍຸກ​ສະ​ໄໝ​ນັ້ນ”(1). ​ເສດຖະກີດ​ມີ​ບົດບາດ​ຕັດສິນ​ຊີ້​ຂາດ​ໃນ​ການ​ເຄື່ອນ​ໄຫວ​ແລະ​ການພັດທະນາ​ຂອງ​ການ​ເມືອງ, ດັ່ງ​ນັ້ນ, ຢາກ​ດັດປ່ຽນການ​ເມືອງ​ແມ່ນ​ຕ້ອງ​ກະທົບ​ໃສ່​ປັດ​ໄຈ​ເສດຖະກິດ. ເສດຖະກິດມີ​ການ​ພັດທະນາ​ຈະ​ຊຸກ​ຍູ້​​ໃຫ້ການ​ເມືອງ​ແລະ​ບັນດາ​ຂົງ​ເຂດ​ອື່ນຂະຫຍາຍຕົວ​ນຳ​ກັນ. ກ.​ມາກ ແລະຟ.ອັງແກນ ​ໃຫ້​ທັດສະນະ​ວ່າ: “ການ​ພັດທະນາ​ການ​ເມືອງ, ກົດໝາຍ, ປັດ​ຊະ​ຍາ, ສາສະໜາ, ວັນນະຄະດີ, ສິນລະ​ປະ​ແລະ​ອື່ນໆ ​ແມ່ນ​ອີງ​ໃສ່​ການ​ພັດທະນາ​ເສດຖະກິດ”(2). ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ສືບ​ທອດ​ແລະ​ໝູນ​ໃຊ້​ແນວ​ຄິດ​ດັ່ງກ່າວ​ຢ່າງ​ປະດິດ​ສ້າງ ​ໃນ​ເມື່ອ​ກຳນົດ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ເສດຖະກິດ​ແມ່ນ​ຂອດ​ບຸກທະລຸ, ​ແມ່ນ​ໜ້າ​ທີ່​ຫຼັກ​ຂອງ​ຂະ​ບວນການ​ປ່ຽນ​ແປງ​ໃໝ່, ອາ​ໃສ​ສິ່ງ​ດັ່ງກ່າວ​ຈຶ່ງ​ແກ້​ໄຂ​ໄດ້​ວິ​ກິດ​ການ​ທາງ​ເສດຖະກິດ ​ແລະມີ​ຄວາມ​ກ້າວໜ້າ​ທີ່​ຍິ່ງ​ໃຫຍ່. ບົນ​ພື້ນຖານ​ຄວາມ​ສຳ​ເລັດ​ຂອງ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ເສດຖະກິດ, ພວກ​ເຮົາ​ໄດ້​ປ່ຽນ​ແປງ​ໃໝ່​ການ​ເມືອງ​ເທື່ອ​ລະ​ກ້າວ ​ໃນ 30 ກວ່າ​ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ທີ່​ຜ່ານ​ມາ ຊຶ່ງຮັບປະກັນ​ທັງ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຕັ້ງ​ໝັ້ນ​ໃນ​ຈຸດໝາຍ​ສັງຄົມ​ນິຍົມ, ທັງ​ຊອກ​ຫາ​ໄດ້ກຳລັງ​ໜູນ​ໃນ​ການ​ພັດທະນາ, ຈາກ​ການ​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ທິດ​ສະ​ດີ, ລະບຽບ​ກົດໝາຍ, ການຈັດ​ຕັ້ງ​ກົງຈັກ, ຖັນ​ແຖວ​ພະນັກງານ, ​ແບບ​ແຜນການ​ນຳພາ ຄຸ້ມ​ຄອງ, ​ແບບ​ເຮັດ​ວຽກ... - ສິ່ງ​ທີ່​ສະຫະພາບ​ໂຊວຽດ​ແລະບັນດາ​ປະ​ເທດ​ເອີຣົບຕາ​ເວັນ​ອອກ​ລົ້ມ​ເຫຼວ​ໃນ​ການ​ປະຕິ​ຮູບ, ​​ການ​ແປ​ແຣສະ​ໂຕຣຍກາ ​ໃນ​ຕົ້ນ​ຊຸມ​ປີ 90 ຂອງ​ສະຕະວັດທີ່​ຜ່ານ​ມາ.

ດ້ວຍ​ຫຼັກ​ໝັ້ນ​ວັດຖຸ​ນິຍົມ​ສັດຈະ​ວິພາ​ກ, ​ເມື່ອ​ໃຫ້​ທັດສະນະ​ວ່າ​ເສດຖະກິດ​ມີ​ບົດບາດ​ຕັດສິນ​ຊີ້​ຂາດ​ໃນ​ສາຍ​ພົວພັນ​ລະຫວ່າງ​​ເສດຖະກິດ​ແລະ​ການ​ເມືອງ, ກ.ມາກ​​ແລະ​ຟ.ອັງ​ແກນ​ ​​ໃຫ້​ເອົາ​ໃຈ​ໃສ່ວ່າ, ສິ່ງ​ດັ່ງກ່າວບໍ່​ໝາຍ​ຄວາມ​ວ່າການ​ເມືອງພຽງ​ແຕ່ຢູ່​ໃນ​ທ່າ​ຮັບ​ເທົ່າ​ນັ້ນ, ​ແຕ່​ມັນ​ກໍ່​ມີຄວາມ​ເປັນ​ເອກະລາດ​ທຽບ​ຖານ ​ແລະ​ມີ​ບົດບາດຂະຫຍັນຂັນ​ເຄື່ອນ. ລະອຽດ​ຄື, ການ​ເມືອງມີຜົນ​ກະທົບ​ຢ່າງ​ແຂງ​ແຮງ​ຕໍ່​ເສດຖະກິດ. “ການ​ເຄື່ອນ​ໄຫວ​ເສດຖະກິດ​ໂດຍ​ລວມ​ແລະ​ທົ່ວ​​ໄປຈະ​ເປີດ​ທາງ​ໃຫ້​ກັບ​ຕົວ​ເອງ, ​ແຕ່​ມັນ​ຈະ​ຖືກ​ການກະ​ທົບທວນຄືນ​ຈາກການ​ເຄື່ອນ​ໄຫວ​ທາງ​ການ​ເມືອງ ທີ່​ມັນ​ສ້າງ​ຂຶ້ນ​ມາ ​ແລະ​ມີ​ຄວາມ​ເປັນ​ເອກະລາດ​ທຽບ​ຖານ”(3). ຕາມ​ກ.ມາກ​ແລະ​ຟ.ອັງ​ແກນ, ​ໃນ​ສາຍ​ພົວພັນ​ລະຫວ່າງ​ເສດຖະກິດ​ແລະ​ການ​ເມືອງ, ພິຈາລະນາ​ຈົນ​ສຸດ​ແລ້ວ, ​ເສດຖະກິດ​ມີ​ບົດບາດ​ຕັດສິນ​ຊີ້​ຂາດ, ​ແຕ່​ໃນ​ໄລຍະ ສະຖານະ​ການສະ​ເພາະ, ການ​ເມືອງ​ມີ​ບົດບາດສຳຄັນຕໍ່​ການເຄື່ອນ​ໄຫວ​ແລ​ະການພັດທະນາ​ຂອງ​ເສດຖະກິດ, ພິ​ເສດ​ແມ່ນ​ພາກສ່ວນ​ທີ່​ມີ​ກຳລັງ​ແຮງ​ວັດຖຸ​ໃຫຍ່​ຫຼວງ​ທີ່​ສຸດ​ໃນ​ການ​ເມືອງ ນັ້ນ​ຄື​ລັດ.

ສືບ​ທອດ​ທັດສະນະ​ຂອງ ກ.ມາກ​​ແລະ​ຟ.ອັງ​ແກນ ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າ​ເສດຖະກິດ​ແລະ​ການ​ເມືອງ, ວ.ອີ.​ເລ​ນິນ ​ໄດ້​ໃຫ້​ທັດສະນະ​ວ່າ, ​ໃນ​ສາຍ​ພົວພັນ​ນີ້, ພິຈາລະນາ​ຈົນ​ສຸດ​ແລ້ວ, ​ເສດຖະກິດ​ມີ​ບົດບາດ​ຕັດສິນ​ຊີ້​ຂາດ, ​ແຕ່​ໃນ​ແຕ່ລະ​ໄລຍະ​ທີ່​ແນ່ນອນ (​ເຊັ່ນ​ໄລຍະ​ການ​ຕໍ່ສູ້​ປະຕິວັດ​ຍາດ​ອຳນາດ​ການ​ປົກຄອງ, ​ໄລຍະ​​ເວລາຫັນປ່ຽນ​ຮູບ​ແບບ​ເສດຖະກິດ) ການ​ເມືອງ​ມີ​ບົດ​ບາດ​ໃຫຍ່​ຫຼວງ​ທີ່​ສຸດ ​ຊຶ່ງ​ບໍ່​ຕ່ຳ​ຕ້ອຍ​ກວ່າ​ບົດບາດ​ຂອງ​ເສດຖະກິດ. ​ເພິ່ນ​ເວົ້າ​ວ່າ: “ການ​ເມືອງ​ບໍ່​ອາດ​ຈະ​ບໍ່​ຮັກສາ​ຕຳ​ແໜ່​ງສູງ​ສຸດ​ທຽບ​ກັບ​ເສດຖະກິດ”(4). ນີ້​ແມ່ນ​ການ​ພັດທະນາ​ທິດ​ສະ​ດີ​ຂອງ​ ວ.ອີ.ເລ​ນິນ ກ່ຽວ​ກັບຄວາມ​ພົວພັນ​ລະຫວ່າງ​ເສດຖະກິດ​ແລະ​ການ​ເມືອງ​ໂດຍ​ທົ່ວ​ໄປ, ກ່ຽວ​ກັບ​ບົດບາດ​ຂອງ​ການ​ເມືອງ​ຕໍ່​ເສດຖະກິດ​ໂດຍ​ສະ​ເພາະ. ຄຳ​ພິນິດ​ທິດ​ສະ​ດີ​ນີ້​ເກີດ​ຂຶ້ນ​ຈາກການ​ສະຫຼຸບ​ສັງ​ລວມພຶດຕິ​ກຳ​ແຫ່ງ​ການ​ຕໍ່ສູ້​ປະຕິວັດ​ຍາດ​ອຳນາດ​ການ​ປົກຄອງ ​ແລະຕໍ່​ຈາກ​ນັ້ນ​ແມ່ນ​ການ​ຫັນປ່ຽນ​ຮູບ​ແບບ​ເສດຖະກິດ​ຢູ່​ປະ​ເທດ​ລັດ​ເຊຍ ພາຍຫຼັງ​ການ​ປະຕິວັດ​ເດືອນ​ຕຸລາ ​ແລະ ການ​ປະຕິບັດ​ນະ​ໂຍບາຍ​ເສດຖະກິດ​ແຜນ​ໃໝ່ (NEP).

​ໃນ​ໄລຍະ​ເວລາ​ທີ່​ແນ່ນອນ, ພິ​ເສດ​ແມ່ນ​ໃນ​ໄລຍະ​ຫັນປ່ຽນ​ຮູບ​ແບບ​ເສດຖະກິດ, ການ​ເມືອງ​ອາດ​ສາມາດ​ຊຸກຍູ້ ຫຼື​ກີດກັ້ນ​ການ​ພັດທະນາ​ເສດຖະກິດ, ຊ້ຳ​ບໍ່​ໜຳ​ຍັງ​ອາດ​ຈະ​ກຳຈັດ​ສາຍ​ພົວພັນ​ເສດຖະກິດ​ໜຶ່ງ​ຫຼື​ຫຼາຍ. ​ໃນ​ໄລຍະ​ກ່ອນ​ການ​ປ່ຽນ​ແປງ​ໃໝ່​ຢູ່​ຫວຽດນາມ, ການ​ພົວພັນ​ເສດຖະກິດ​ບໍ່​ໄດ້​ຮັບ​ການ​ພັດທະນາ​ເປັນ​ປົກກະຕິ, ​ແຕ່​ມັນ​ຖືກ​ກຳນົດ​ໂດຍ​ປັດ​ໄຈທາງ​ການ​ເມືອງ. ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ຢູ່​ທີ່, ພວກ​ເຮົາ​ໃຊ້​ມາດ​ຕະການ​ທາງ​ການ​ເມືອ​ງ​ເພື່ອ​ແຊກ​ແຊງຢ່າງ​ອັດຕະວິ​ໃສ​ແລະ​ຕັ້ງ​ໃຈ​ຕໍ່​ເສດຖະກິດ ​ແນ​ໃສ່​ເຮັດ​ໃຫ້​ປະ​ເພດການ​ກຳມະສິດ​ແລະ​ພາກສ່ວນ​ເສດຖະກິດ​ ກາຍ​ເປັນ​ງ່າຍດາຍ​ແລະ​ເປັນ​ໜຶ່ງ​ດຽວ ​ເມື່ອ​ຢູ່​ໃນ​ຄວາມ​ເປັນ​ຈິງ​ເວລາ​ນັ້ນ, ຮູບ​ແບບ​​ກຳມະສິດ​ແລະພາກສ່ວນ​ເສດຖະກິດ​ພັດມີ​ຄວາມ​ຫຼາກ​ຫຼາຍ ອຸດົມສົມບູນ​ທີ່​ສຸດ ​ແລະ ຄວາມ​ຫຼາກ​ຫຼາຍ ອຸດົມສົມບູນ​ນັ້ນພວມ​ມີ​ພື້ນຖານ​​ເພື່ອ​ຄົງ​ຕົວ​ແລະຂະຫຍາຍຕົວ; ​ໃຊ້​ອຳນາດ​ທາງ​ການ​ເມືອງ​ເພື່ອ​ກຳນົດ​ການ​ພົວພັນ​ການ​ຜະລິດ, ວາງ​ກຳນົດ​ແລະ​ສ້າງ​ການ​ພົວພັນ​ການ​ຜະລິດ​ທີ່​ສູງ​ເກີນ​ໄປ, ບໍ່ສອດຄ່ອງກັບ​ລະດັບ​ການ​ພັດທະນາ​ຂອງ​ກຳລັງ​ການ​ຜະລິດທີ່​ຍັງ​ອ່ອນ​ນ້ອຍ, ​ເພາະສະ​ນັ້ນ, ຈຶ່ງ​ກີດ​ກັ້ນ​ການ​ພັດທະນາ​ຂອງ​ກຳລັງ​ການ​ຜະລິດ, ຂອງ​ບັນດາ​ການ​ພົວພັນ​ເສດຖະກິດ, ພາ​ໃຫ້​ເກີດ​ວິ​ກິດ​ການ​ທາງ​​ເສດຖະກິດ-ສັງຄົມ. ​ໂດຍ​ເຫັນ​ແຈ້ງ​ຄວາມ​ຜິດພາດ​ນັ້ນ, ​ເມື່ອ​ກ້າວ​ເຂົ້າ​ສູ່​​ໄລຍະ​ແຫ່ງການ​ປ່ຽນ​ແປງ​ໃໝ່, ພັກ​ແລະ​ລັດ​ແຫ່ງສາທາລະນະ​ລັດ​ສັງຄົມ​ນິຍົມຫວຽດນາມ​ໄດ້ມີ​ແຜນ​ນະ​ໂຍບາຍຫັນ​ການ​ກຳມະສິດ​ເປັນ​ຫຼາຍ​ຮູບ​ແບບ ​ແລະພັດທະນາ​​ເສດຖະກິດຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ​ແຜນ​ນະ​ໂຍບາຍ​ດັ່ງກ່າວ​ສອດຄ່ອງ​ກັບ​ຄວາມ​ຕ້ອງການຂອງ​ສັງຄົມ ດັ່ງ​ນັ້ນ​ມັນ​ຈຶ່ງ​ເຂົ້າກັບ​ຊີ​ວິ​ດສັງຄົມ​ຢ່າງ​ໄວວາ ​ແລະ​ລະດົມ​ໄດ້​ແຫຼ່ງພະລັງ​ສັງຄົມ​ຕ່າງໆ​ໃນ​ການ​ຜະລິດ ທຸລະ​ກິດ. ອາ​ໄສ​ສິ່ງ​ດັ່ງກ່າວ ພື້ນຖານ​ເສດຖະກິດ​ຫວຽດນາມ​ຈຶ່ງ​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ​ໃນ​ຫຼາຍສິບ​ປີ​ທີ່​ຜ່ານ​ມາ. ນັ້ນ​ແມ່ນ​ຫຼັກ​ຖານ​ພາວະ​ວິ​ໄສ​ກ່ຽວ​ກັບ​ບົດບາດອັນ​ໃຫຍ່ຫຼວງຂອງ​ການ​ເມືອງ​ຕໍ່​ເສດຖະກິດ, ຊຶ່ງ​ຢູ່​ນີ້​ແມ່ນ ​ບົດບາດ​ຂອງ​ພັກ​ແລະ​ລັດ - ບັນດາ​ພາກສ່ວນ​ທີ່​ສຳຄັນ​ຂອງ​ລະບົບ​ການ​ເມືອງ, ​ແມ່ນກຳລັງທີ່​ນຳພາ​ກິດຈະການ​ປ່ຽນ​ແປງ​ໃໝ່​ເວົ້າ​ລວມ ​ແລະ ການ​ປ່ຽນ​ແປງ​ໃໝ່​ເສດຖະກິດ​ເວົ້າ​ສະ​ເພາະ.

​ເຖິງ​ວ່າ​ປັດ​ໄຈ​ການ​ເມືອງ​ຈະ​ມີ​ຜົນ​ກະທົບ​ທີ່​ສຳຄັນ​ຕໍ່​ການ​ພັດທະນາ​ເສດຖະກິດ​ກໍ​ຕາມ, ​ແຕ່ສະພາບ​ການ: “​ເສດ​ຖະກິດ​ພັດທະນາ​ຍັງ​ບໍ່​ທັນ​ໝັ້ນຄົງ, ບໍ່​ທັນ​ສົມ​ຄູ່​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ຄວາມ​ຮຽກຮ້ອງ​ຕ້ອງການ ​ແລະ ການ​ລະດົມ​ຊັບພະຍາກອນ​ຕົວ​ຈິງ”(5) ນັ້ນ ​ແມ່ນ​ມີ​ສາ​ເຫດພື້ນຖານ​ທີ່​ສຸດທີ່​ນອນ​ຢູ່​ໃນ​ຈິນຕະນາການ​ທິດ​ສະ​ດີ​ກ່ຽວ​ກັບ​ເສດຖະກິດ​ຂອງ​ພັກ, ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຂອງ​ລັດ, ກ່ຽວ​ກັບ​ແບບ​ແຜນ ລະບຽບ​ການ​ເຮັດ​ວຽກ​ຂອງ​ພະນັກງານ ລັດຖະກອນ... ​ໃນ​ການ​ນຳພາ, ຄຸ້ມ​ຄອງ, ຈັດການ​ແກ້​ໄຂ​ບັນດາ​ບັນຫາ​ເສດຖະກິດ. ອາດ​ຈະ​ຢືນຢັນ​ໄດ້​ວ່າ, ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ, ບົດບາດ​ອັນ​ໃຫຍ່​ຫຼວງ​ຂອງ​ປັດ​ໄຈ​ການ​ເມືອງ​ໃນ​ການ​ພັດທະນາ​ເສດຖະກິດບໍ່​ໄດ້​ຮັບ​ການ​ສົ່ງ​ເສີມ​ຢ່າງ​ເຕັມ​ສ່ວນ, ດັ່ງ​ນັ້ນ ການ​ປະຕິບັດ​ຈຸດປະສົງ​ແລະ​ໜ້າ​ທີ່​ຈຶ່ງ​ຍັງ​ບໍ່​ທັນ​ສຳ​ເລັດ. ບັນຫາ​ນີ້, ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຊີ້​ແຈ້ງວ່າ: “ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ເມືອງ​ຍັງ​ບໍ່​ທັນ​ຄົບ​ຊຸດ​ກັບ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ເສດຖະກິດ; ຄວາມ​ສາມາດ​ແລະ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ການ​ເມືອງຍັງ​ບໍ່​ທັນ​ທຽບ​ເທົ່າ​ກັບ​ລະດັບ​ຂອງ​ໜ້າ​ທີ່. ການ​ສ້າງ​ຮາກ​ຖານ​​ໃຫ້​ກາຍ​ເປັນປະ​ເທດ​ອຸດສາຫະກຳ​ທີ່​ທັນ​ສະ​ໄໝ​ໂດຍ​ພື້ນຖານ ບໍ່​ບັນລຸ​ຈຸດປະສົງ​ທີ່​ວາງ​ໄວ້”(6). ດັ່ງ​ນັ້ນ, ການ​ຫັນປ່ຽນ​ຮູບ​ແບບ​ເສດຖະກິດ​ຈາກກະສິກຳ​ທີ່​ຫຼ້າ​ຫຼັງ​ມາ​ເປັນ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝຍັງ​ບໍ່ທັນ​ສຳ​ເລັດ. ຂໍ້​ຈຳກັດ​ຂອງ​ປັດ​ໄຈ​ການ​ເມືອງ​ໃນ​ການ​ພັດທະນາ​ເສດຖະກິດຍັງ​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ຢູ່​ທີ່, “ການ​ຄຸ້ມ​ຄອງ​ຂອງ​ລັດ​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງ​ການພັດທະນາຂອງ​​ເສດຖະກິດຕະຫຼາດ ​ແລະ​ການ​ເຊື່ອມ​ໂຍງ​ສາກົນ. ການ​ປະຕິ​ຮູບ​ການ​ບໍລິຫານ​ແລະ​ຄວາມ​ສາມາດ​ສ້າງ​ລະບຽບ​ກົດໝາຍ​ເພື່ອຮັບປະກັນ​ໃຫ້​ວິ​ສາ​ຫະກິດ​ແລະຜູ້​ຄົມ​ມີຄວາມ​ເສລີ​ໃນ​ການ​ເຮັດ​ທຸລະ​ກິດ​ແລະ​ການ​ແຂ່ງຂັນ​ທີ່​ຍຸດຕິ​ທຳ​ໃນລະບົບ​ເສດຖະກິດ​ຕະຫຼາດ ຍັງ​ຖືກ​ຈຳກັດ.”(7).

ຄວາມ​ບໍ່​ຄົບ​ຊຸດ​ແລະ​ບໍ່​ສອດຄ່ອງ​ຂອງ​ການ​ເມືອງ​ກັບ​ເສດຖະກິດນັ້ນ ​ແມ່ນ​ຍ້ອນ​ຍັງ​ບໍ່​ທັນ​ເສີມ​ຂະຫຍາຍ​ສຸດ​ຂີດບົດບາດ​ອັນ​ໃຫຍ່​ຫຼວງ​ຂອງ​ການ​ເມືອງ​ໃນ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ເສດຖະກິດ​ຢູ່​ຫວຽດນາມ​ປະຈຸ​ບັນ, ​ແລະ​ຂໍ້​ຈຳກັດ​ນີ້ມີ​ຄວາມ​ສ່ຽງ​ສູງ​ໃນ​ເງື່ອ​ນໄຂການ​ພັດທະນາ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ​ແລະ​ການເຊື່ອມ​ໂຍງ​ສາກົນທີ່​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ ຄື​ໃນ​ປະຈຸ​ບັນ. ​ເພາະວ່າ, ພ້ອມ​ກັບ​ການ​ພັດທະນາ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ​ແລະການ​ເຊື່ອມ​ໂຍງ​​ເສດຖະກິດ​ສາກົນ​ນັ້ນ, ບັນດາການ​ພົວພັນ​ເສດຖະກິດ​ກໍ​ໄດ້​ເຄື່ອນ​ໄຫວຢ່າງ​ສັບສົນ​ແລະ​ຫຼາກ​ຫຼາຍ​ທີ່​ສຸດ. ດັ່ງ​ນັ້ນ, ດ້ານ​ໜຶ່ງ, ຖ້າ​ຫາກ​ບໍ່​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ເມືອງ​ ​ແລະ​ເສີມ​ຂະຫຍາຍຄວາມ​ຕັ້ງໜ້າ​ທີ່​ມີ​ຢູ່​ຂອງ​ມັນຢ່າງ​ທັນ​ການ ກໍຈະ​ເກີດ​ມີອາການ​ຊັກ​ຊ້າ, ອາການ​ບ້ຽວ ລະຫວ່າງ​ການ​ເມືອງ​ກັບເສດຖະກິດ​, ຊ້ຳ​ບໍ່​ໜຳ​ຍັງ​ອາດ​ຈະ​ເປັນ​ອຸປະສັກຕໍ່​ການ​ພັດທະນາ​ເສດຖະກິດ; ດ້ານ​ອື່ນ, ການ​ພັດທະນາ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ​ໃນ​ເງື່ອນ​​ໄຂ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ຄຽງ​ຂ້າງ​ບັນດາ​ຜົນ​ກະທົບ​ທາງ​ບວກ ກໍ່​ມີ​ຜົນ​ກະທົບ​ທາງ​ລົບ. ​ກຳຈັດຜົນ​ກະທົບ​ທາງ​ລົບ​ຂອງ​​ເສດຖະກິດ​ຕະຫຼາດ​ໄດ້ ຈຶ່ງ​ຮັບປະກັນ​ການ​ພັດທະນາ​ທີ່​ຍືນ​ຍົງ ​ແລະຮັກສາ​ທິດ​ທາງ​ສັງຄົມ​ນິຍົມ​ໄດ້. ​ເພາະວ່າ, ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ເມືອງ​ເພື່ອ​ໃຫ້​ມັນ​ມີ​ຄວາມ​ສາມາດ​ເສີມ​ຂະຫຍາຍ​ຜົນ​ກະທົບ​ທີ່​ຕັ້ງໜ້າ, ຈຳກັດ​ຜົນ​ກະທົບ​ທາງ​ລົບ​ຂອງ​​ເສດຖະກິດ​ຕະຫຼາດ​ແລະ​ຂອງການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ​ໄດ້​ກາຍ​ເປັນຄວາມ​ຮຽກຮ້ອງ​ງຕ້ອງການ​ທີ່​ຮີບ​ດ່ວນ​ໃນ​ປະຈຸ​ບັນ. ​ເຮັດ​ໄດ້​ຄື​ແນວ​ນັ້ນ​ແມ່ນ​ໄດ້​ເສີມ​ຂະຫຍາຍ​ພາລະ​ໜ້າ​ທີ່, ບົດບາດທີ່​ຍິ່ງ​ໃຫຍ່​ໂດຍ​ທຳ​ມະ​ຊາດ​ຂອງ​ການ​ເມືອງ - ບົດບາດນຳ​ພາ, ສ້າງສັນ ​ແລະ​ແນະນຳ​ໃຫ້​ເສດຖະກິດ.

ອາດ​ຈະ​ຢືນຢັນ​​ວ່າ, ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ເມືອງບໍ່​​ໄດ້​ໝາຍ​ເຖິງ​ການ​ປ່ຽນ​ແປງ​ລະບອບ​ການ​ເມືອງ, ປ່ຽນ​ທາດ​ແທ້​ຂອງ​ລະບອບ​ການ​ເມືອງ-ສັງຄົມ, ບໍ່​ແມ່ນ​ການ​ປະຕິບັດ​ພະຫຸ​ນິຍົມ​ທາງ​ການ​ເມືອງ ທີ່​ມີຫຼາຍ​ພັກ​ຝ່າຍ​ຄ້ານ​​ແຕ່​ຢ່າງ​ໃດ​ເລີຍ, ຊຶ່ງ​ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ເມືອງ​ນັ້ນ​ແມ່ນ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ, ລັກສະນະ​ຕັ້ງໜ້າ​ຂອງ​ການ​ເມືອງ​ໃນ​ການ​ພັດທະນ​າ​ເສດຖະກິດ-​ສັງຄົມ, ດັ່ງ​ທີ່ ວ.ອີ.​ເລ​ນິນ​ ​ຊີ້​ໃຫ້​ເຫັນ. ດັ່ງ​ນັ້ນ, ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ເມືອງ​ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ​ຕ້ອງ​ອີງ​ໃສ່​ຫຼັກກການ​ຢຶດໝັ້ນ​​ໃນລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ, ຕັ້ງ​ໝັ້ນ​ໃນ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ​ແລະ​ສັງຄົມ​ນິຍົມ. ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ເມືອງ​​ແມ່ນເພື່ອ​ໃຫ້ການ​ເມືອງ​ສອດຄ່ອງ​​ເໝາະ​ສົມກັບ​ເສດຖະກິດ, ​ແມ່ນ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ທີ່​ຕັ້ງໜ້າ, ຄວາມຂະຫຍັ​ນຂັນ​ເຄື່ອນ​ຂອງມັນ​ໃນ​ການພັດທະນາ​ເສດຖະກິດ​ໂດຍ​ສະ​ເພາະ ​ແລະ ​ໃນ​ການ​ພັດທະນາ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ​ເວົ້າ​ລວມ.

ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ເມືອງ​ຢູ່​ຫວຽດນາມ​ປະຈຸ​ບັນ, ກ່ອນ​ອື່ນ​ໝົດ​ແມ່ນ​ສຸມ​ໃສ່​ການ​ປ່ຽນ​ແປງ​ໃໝ່​ລະບົບ​ການ​ເມືອງ, ​ເພື່ອ​ໃຫ້​ມີ​ລະບົບ​ການ​ເມື່ອ​ງທີ່​ຕອບ​ສະໜອງ​ຢ່າງ​ໄວ​ຕໍ່​ຕະຫຼາດ, ຕໍ່​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ພ້ອມ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້ການ​ພົວພັນ​ເສດຖະກິດພັດທະນາ​ຢ່າງ​ປອດ​ໄພ ​ແລະກີດ​ກັ້ນ​ຢ່າງ​ທັນ​ການ​ຕໍ່​ຜົນ​ກະທົບ​ທາງ​ລົບ​ຂອງ​​ເສດຖະກິດຕະຫຼາດ​ແລະ​ຂອງ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ​ແກ້​ໄຂ​ຂໍ້​ບົກພ່ອງ​ຂອງ​​ເສດຖະກິດ​ຕະຫຼາດ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ, ຮັບປະກັນ​ການ​ເຕີບ​ໂຕ​ເສດຖະກິດ​ໄປ​ຄຽງ​ຄູ່​ກັບການ​ປະຕິບັດຄວາມ​ຍຸດຕິ​ທຳທາງ​ສັງຄົມ, ຮັກສາ​ກຳນົດ​ທິດ​ສັງຄົມ​ນິຍົມ. ​ເວົ້າ​ຢ່າງ​ອື່ນ, ການ​ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ການ​ເມືອງ, ກ່ອນ​ອື່ນ​ໝົດ​​ແມ່ນ​ຕ້ອງ​ກໍ່ສ້າງ​ໃຫ້​ໄດ້​ລະບົບ​ການ​ເມືອງ​ໜຶ່ງ​ທີ່​ມີ​ລັກສະນະ​ວິທະຍາສາດ, ປະຕິ​ວັດ ​ແລະ​ທັນ​ສະ​ໄໝ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ຂອງ​ພື້ນຖານ​ການ​ຜະລິດ ຕາມ​ທິດ​ອຸດສາຫະກຳ ທັນ​ສະ​ໄໝ, ປະຕິບັດ​ຈຸດໝາຍ “​ເຮັດ​​ໃຫ້​ຫວຽດນາມ​ໂດຍ​ພື້ນຖານ​ແລ້ວ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ” ​ໃຫ້​ສຳ​ເລັດ​ໂດຍ​ໄວ ດັ່ງ​ທີ່​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ກຳນົດ​ໄວ້.

ລະບົບ​ການ​ເມືອງ​ແມ່ນອົງການ​ຈັດ​ຕັ້ງ​ສົມບູນ​ແບບ​ໜຶ່ງ​ທີ່​ມີ​ສ່ວນ​ປະກອບ​ຫຼາຍ​ຢ່າງ​ທີ່​ກ່ຽວຂ້ອງ​ຢ່າງ​ໃກ້ຊິດ. ​ເພາະ​ມັນ​ແມ່ນ​ລະບົບ, ​ແມ່ນ​ອົງການ​ຈັດ​ຕັ້ງ​ສົມບູນ​ແບບ ດັ່ງນັ້ນ​ລະບົບ​ການ​ເມືອງ​ຢູ່ຫວຽດນາມ​ອາດ​ຈະ​ຖືກ​ປ່ຽນ​ແປງ​ໃໝ່​ດ້ວຍ​ສາມ​ວິທີ: ວິທີ​ທີ​ໜຶ່ງ: ປ່ຽນ​ແປງ​ໃໝ່​ບັນດາ​ພາກສ່ວນ​ປະກອບຂອງ​ລະບົບ​ການ​ເມືອງ; ວິທີ​ທີສອງ: ປ່ຽນ​ແປງ​ໃໝ່​ກົນ​ໄກ​ການ​ກະທົບ​ລະຫວ່າງ​ບັນດາ​ພາກສ່ວນ​ປະກອບ​ຂອງ​ລະບົບ​ການ​ເມືອງ, ໝາຍ​ເຖິງ​ການ​ປ່ຽນ​ແປງ​ໃໝ່​ກົນ​ໄກ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ການ​ເມືອງ; ວິທີ​ທີສາມ: ສົມທົບ​ສອງ​ວິທີ​ຂ້າງ​ເທິງ​ນີ້​ພ້ອມໆ​ກັນ, ໝາຍ​ຄວາມ​ວ່າ​ທັງປ່ຽນ​ແປງ​ໃໝ່​ບັນດາ​ພາກສ່ວນ​ປະກອບຂອງ​ລະບົບ​ການ​ເມືອງ ທັງປ່ຽນ​ແປງ​ໃໝ່​ກົນ​ໄກ​ການ​​ເຄື່ອນ​ໄຫວຂອງ​ລະບົບ​ການ​ເມືອງ. ການ​ປ່ຽນ​ແປງ​ໃໝ່​ລະບົບ​ການ​ເມືອງ​ຢູ່​ຫວຽດນາມ​ໃນ​ປະຈຸ​ບັນ, ບັນດາ​ພາກສ່ວນ​ປະກອບ​ແລະ​ກົນ​ໄກ​ການ​ເຄື່ອນ​ໄຫວ​ຂອງ​ມັນມີ​ຂໍ້​ຈຳກັດ​ທີ່​ແນ່ນອນ, ຕາມ​ທີ່​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຍອມ​ຮັບຢ່າງ​ເປີດ​ເຜີຍ​ແລ້ວ​ວ່າ: “ການຈັດ​ຕັ້ງ​ກົງຈັກ​ຂອງ​ພັກ ​ແລະ​ລະບົບ​ການ​ເມືອງ​ທັງ​ໝົດ​ຍັງ​ຫຍຸ້ງຍາກ​ສັບສົນ​ແລະ​ມີ​ຫຼາຍ​ຊັ້ນຫຼາຍລະດັບ; ພາລະ​ບົດບາດ, ໜ້າ​ທີ່​ໃນ​ບາງ​ອົງກອນມີ​ການ​ທັບ​ຊ້ອນ​ກັນ; ສະມັດ​ຕະພາບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ຫຼາຍ​ອົງກອນ​ໃນ​ລະບົບ​ການ​ເມືອງບໍ່​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຮຽກຮ້ອງຕ້ອງການ​ແລະ​ໜ້າ​ທີ່”(8). ດັ່ງ​ນັ້ນ, ​ເພື່ອ​ໃຫ້ການ​ປ່ຽນ​ແປງ​ໃໝ່​ລະບົບ​ການ​ເມືອງ​ຢູ່​ຫວຽດນາມ​​ປະສົບ​ຜົນສຳ​ເລັດ ​ແມ່ນ​ຕ້ອງ​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຄົບ​ຊຸດ​ທັງ​ກົນ​ໄກ​ການ​ເຄື່ອນ​ໄຫວຂອງ​ລະບົບ​ການ​ເມືອງ ​ແລະ​ບັນດາ​ພາກສ່ວນ​ປະກອບ​ຂອງ​ມັນ.

ກ່ຽວ​ກັບການ​ປ່ຽນ​ແປງ​ໃໝ່​ກົນ​ໄກ​ການ​ເຄື່ອນ​ໄຫວຂອງ​ລະບົບ​ການ​ເມືອງ: ກົນ​ໄກ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ການ​ເມືອງ​ຢູ່​ຫວຽດນາມ​ໄດ້​ປະຕິບັດ​ຕາມ​ຫຼັກການ “ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ​ຂອງ”. ​ໃນ​ນັ້ນ, ພັກ​ທັງ​ເປັນ​ພາກສ່ວນ​ປະກອບ​ຂອງ​ລະບົບ​ການ​ເມືອງ, ທັງ​ເປັນ​ແກນ​ນຳ​ຂອງ​ລະບົບ​ການ​ເມືອງ, ​ແລະ​ພັກ​ກໍ່​ຕ້ອງ​ເຄື່ອນ​ໄຫວ​ໃນ​ຂອບ​ລັດຖະທຳ​ມະນູນ​ແລະ​ກົດໝາຍ. ກ່ອນ​ອື່ນ​ໝົດ, ການ​ປ່ຽນ​ແປງ​ໃໝ່​ກົນ​ໄກ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ກາ​ນະ​ເ​ມື​ອງ ​ແມ່ນ​ເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ສອງ​ທ່າອຽງ: ພັກ​ຮວມສິດ​ເຮັດ​ຕາງ​ແທນ​ໃຫ້ລັດ ​ແລະ ພັກ​ປ່ອຍປະ​ລະ​ເຫຼີງ​ການ​ນຳພາ​ຕໍ່​ລັດ​ແລະ​ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ. ຢາກ​ໄດ້​ຄື​ແນວ​ນັ້ນ, ຕ້ອງ​ກຳນົດ​ແຈ້ງ​ເນື້ອ​ໃນ​ແລະ​ແບບ​ວິທີ​ການ​ກຳອຳນາດ​ຂອງ​ພັກ, ກໍ່​ຄື​ເນື້ອ​ໃນ​ແລະ​ແບບ​ວິທີ​ການ​ນຳພາ​ຂອງ​ພັກ​ຕໍ່ລັດ​​ແລະບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ; ພ້ອມ​ກັນ​ນັ້ນ​ກໍ່​ເສີມ​ຂະຫຍາຍ​ຢ່າງ​ເຕັມ​ສ່ວນ​ບົດບາດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ພັກ​ແລະ​ສະມາ​ຊິດ​ພັກ​ທີ່​ເຄື່ອນ​ໄຫວຢູ່​ໃນ​ສຳນັກງານ​ອົງການ​ລັດ ​ແລະ​ໃນ​ອົງຄະ​ນະ​ການ​ເມືອງ-ສັງຄົມ. ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ຕໍ່​ລັດ ​ແຕ່​ກໍ່​ຍັງຮັບປະກັນການ​ເສີມຂະຫຍາຍ​ບົດບາດຂອງ​ລັດ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ-ສັງຄົມ. ​ໃນ​ເງື່ອນ​ໄຂ​ປະຈຸ​ບັນ, ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ ແລະ​ການ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ​ແບບ​ວິທີ​ການ​ນຳພາ, ​ແບບ​ວິທີ​ການ​ກຳ​ອຳນາດຂອງ​ພັກ​ຕໍ່​ລັດ ກໍ່​ແມ່ນ​ເພື່ອ​ຮັກສາ​ກຳນົດ​ທິດ​ສັງຄົມ​ນິຍົມຂອງ​ພື້ນຖານ​​ເສດຖະກິດ​ຕະຫຼາດ.

ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ​ແລະ​ເພື່ອ​ປະຊາຊົນ​ໂດຍ​​ພັກ​ເປັນ​ຜູ້ນຳ​ພາ ມີ​ພາລະ​ບົດບາດຫັນ​ທັດສະນະ, ​ແຜນ​ນະ​ໂຍບາຍ ​ແລະ​ແນວ​ທາງ​ຂອງ​ພັກ​ເປັນ​ນິຕິ​ກຳ ​ໃຫ້​ມັນກາຍ​ເປັນ​ເອກະສານ​ກົດໝາຍ​ທີ່​ເປັນ​ເອກະ​ພາບຄົບ​ຖ້ວນ. ​ໃນ​ການ​ປ່ຽນ​ແປງ​ໃໝ່​ກົນ​ໄກ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ການ​ເມືອງນັ້ນ, ຕ້ອງ​ກຳນົດ​ຈັດ​ແບ່ງ​ຢ່າງ​ຈະແຈ້ງ​ບົດບາດນຳ​ພາ​ຂອງ​ພັກ ​ແລະບົດບາດ​ບໍລິຫານ​ຄຸ້ມ​ຄອງ​ຂອງ​ລັດ. ພ້ອມ​ກັນ​ນັ້ນ, ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ລັດ​ໃນ​ການ​ຫັນ​ເປັນ​ນິຕິ​ກຳ​ຕໍ່​ທັດສະນະ, ​ແນວທາງ​ຂອງ​ພັກ ​ໃຫ້​ມັນ​ກາຍ​ເປັນ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ. ​ແຜນ​ນະ​ໂຍບາຍ, ​ແນວທາງ​ທັງ​ໝົດ​ຂອງ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ແຜນ​ນະ​ໂຍບາຍ​ແລະ​ແນວທາງ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ, ຕ້ອງ​ໄດ້​ຫັນ​ເປັນ​ນິຕິ​ກຳ​ໂດຍ​ລັດ​ຢ່າງ​ທັນ​ການ, ຮັບປະກັນ​ຄຸນ​ນະພາ​ບ​ແລະ​ມີ​ຄວາມ​ສາມາດ​ປະຕິບັດ​ໄດ້.

ປະຊາຊົນ​ເປັນ​ເຈົ້າ​ຂອງ​ໂດຍ​ຜ່ານບັນດາ​ອົງການ​ຕາງໜ້າ ​ແລະ ​ເປັນ​ເຈົ້າ​ໂດຍ​ກົງ​ໂດຍ​ກົນ​ໄກ “ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື, ປະຊາຊົນ​ເຮັດ, ປະຊາຊົນ​ກວດກາ, ຕິດຕາມ​ກວດກາ”. ​ເພື່ອ​ໃຫ້​ປະຊາຊົນ​ຖື​ບົດບາດ​ເປັນ​ເຈົ້າ​ຂອງ​ທີ່​ແທ້​ຈິງ​ຂອງ​ອຳນາດ​ລັດ ​ແມ່ນ​ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​ເປັນ​ເຈົ້າ​ຂອງ (ລະດັບ​ຄວາມ​ຮູ້, ຄວາມ​ສາມາດ ​ແລະ​ ຄວາມ​ກ້າຫານ) ຂອງ​ປະຊາຊົນ; ພ້ອມ​ກັນ​ນັ້ນ ລັດສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ​ທຸກ​ຢ່າງ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ປະຊາທິປະ​ໄຕ. ຕາມ​ນັ້ນ, ຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ຕາມ​ທິດ​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ​ເຮັດ​ແບບ​ບໍລິຫານ, ອວດອົ່ງ, ຮູບ​ນອກ. ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມຕ້ອງ​ປະຕິບັດ​ເປັນ​ຢ່າງ​ດີ ພາລະ​ບົດບາດ​ຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມ, ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ກໍ່ສ້າງ​ພັກ​ແລະ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ. ຢາກ​ປະຕິ​ບັດໜ້າ​ທີ່​ດັ່ງກ່າວ​ນັ້ນ, ແນວ​ໂຮມ​ປະ​ເທດຊາດ​ຫວຽດນາມຕ້ອງ​ໃກ້ຊິດ​ປະຊາຊົນ, ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ. ​ເຮັດ​ໄດ້​ຄື​ແນວ​ນັ້ນ, ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມຈຶ່ງ​ເປັນຂົວຕໍ່ທີ່​ແທ້​ຈິງ​ລະຫວ່າງ​ປະຊາຊົນ​ກັບ​ພັກ​ແລະ​ລັດ, ຈາກ​ນັ້ນ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ, ​ໂດຍ​ສະ​ເພາະ​ຄວາມ​ປາຖະໜາ​ກ່ຽວ​ກັບ​ການ​ຜະລິດ​ທຸລະ​ກິດ, ຄວາມ​ປາຖະໜາ​ກ່ຽວ​ກັບ​ເສດຖະກິດ​ ຈຶ່ງ​ປະກົດ​ເປັນ​ຈິງ​ໂດຍ​ຜ່ານ​ການ​ກໍ່ສ້າງ, ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ.

ກ່ຽວ​ກັບ​ການ​ປ່ຽນ​ແປງ​​ໃໝ່​ບັນດາ​ພາກສ່ວນ​ປະກອບ​ຂອງ​ລະບົບ​ການ​ເມືອງ: ລະບົບ​ການ​ເມືອງຂອງ​ຫຽດນາມ​ປະກອບ​ດ້ວຍ​ສາມ​ພາກສ່ວນ: ພັກ​ກອມ​ມູນິດ, ລັດ, ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ​ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ.

ສຳລັບ​ພັກ​ກອມ​ມູນິດ, ຕ້ອງ “ຍົກ​ສູງ​ຄວາມ​ສາມາດ​ກຳ​ອຳນາດ​ຂອງ​ພັກ ​ແລະ​ຮັບປະກັນ​ການ​ນຳພາ​ຂອງ​ພັກ​ໃຫ້​ມີ​ປະສິດທິພາບ, ປະສິດທິ​ຜົນ;... ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ສ້າງ​​ແນວທາງ, ນະ​ໂຍບາຍ​ທີ່​ສອດຄ່ອງ​ກັບ​ກົດ​ເກນ​ພາວະ​ວິ​ໄສ ​ແລະ ຈຸດ​ພິ​ເສດ​ຂອງ​ຫວຽດນາມ, ສ້າງ​ການ​ບຸກທະລຸ​ເພື່ອ​ການພັດທະນາ”(9). ​ເພື່ອ​ບັນລຸ​ສິ່ງ​ດັ່ງກ່າວ, ຕ້ອງການ​ກໍ່ສ້າງ​ພັກ​ໃຫ້​ມີ​ສະຕິ​ປັນຍາ, ນຳ​ໜ້າ, ສະອາດປອດ​ໃສ, ​ເຂັ້ມ​ແຂງ; ​ເດັດດ່ຽວ​ປັດ​​ເຂ່ຍ​ພາກສ່ວນ​ເສື່ອ​ມ​ໂຊມ​ປ່ຽນ​ທາດ​, ພວກ​ກິນ​ສິນ​ບົນສໍ້​ລາດ​ບັງ​ຫຼວງ ອອກ​ຈາກ​ພັກ. ພ້ອມ​ກັນ​ນັ້ນ, ຕ້ອງ​ສັບ​ຊ້ອນ​ລະບົບ​ການຈັດ​ຕັ້ງ ອົງ​ກອນ​ຂອງ​ພັກ​ຄືນ​ໃໝ່ ​ເພື່ອ​ຮັບປະກັນ​ຄວາມ​ກະທັດ​ລັດ, ວິທະຍາສາດ, ​ເຄື່ອນ​ໄຫວ​ມີ​ປະສິດທິ​ຜົນ; ປັບປຸງ​ການຈັດ​ຕັ້ງ, ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ຮາກ​ຖານ​ຂອງ​ພັກ; ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ​ຕໍ່​ສະມາຊິກ​ພັກ​ແລະ​ບັນດາ​ອົງການ​ຈັດ​ຕັ້ງ​ຮາກ​ຖານ​ຂອງ​ພັກ...

ສຳລັບ​ລັດ, ຕ້ອງ​ປັບປຸງ​ບູລະນະ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ​ໂດຍ​ໄວ ດ້ວຍ​ການດຳ​ເນີນ​ການ​ປັບປຸງທັງ​ສາມ​ດ້ານ ນິຕິບັນຍັດ, ການ​ບໍລິຫານ ​ແລະ​ຕຸລາການ. ກ່ອນ​ອື່ນ​ໝົດ, ຕ້ອງ​ສຸມ​ໃສ່​ກໍ່ສ້າງ ບູລະນະ​ລະບົບ​ກົດໝາຍທີ່​ມີ​ວິທະຍາສາດ, ມີ​ລັກສະນະ​ພຶດຕິ​ກຳ, ສ່ອງ​ແສງ​ເຖິງ​ເຈດ​ຈຳ​ນົງ​ແລະ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ, ສ້າງ​ແລວ​ທາງ​ກົດໝາຍ​​ເພື່ອໃຫ້​ບັນດາ​ເຈົ້າພາບ​ເສດຖະກິດ, ບັນດາ​ການ​ພົວພັນ​ເສດຖະກິດຂະຫຍາຍຕົວ​ຢ່າງ​ປອດ​ໄພ ​ແລະຊຸກຍູ້​ການ​ພັດທະນາ​ເສດຖະກິດ. ລົບ​ລ້າງ​ສະພາບ​ການ “ລັດ​ຍັງ​ແຊກ​ແຊງ​ໂດຍ​ກົງ, ​ແຊກ​ແຊງ​ຫຼາຍ​ໂພດ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ” ກໍ່​ຄື “ສະພາບ​ການ​ເກື້ອກູນ, ຂໍ-​ໃຫ້ ​ໃນ​ການ​ກໍ່ສ້າງ​ແລະ​ປະຕິບັດບາງ​ກົນ​ໄກ, ນະ​ໂຍບາຍ”(10). ພ້ອມ​ກັນ​ນັ້ນ, ຕ້ອງກໍ່ສ້າງ​ລັດ​ຕາມ​ທິດ​ກະທັດ​ລັດ​ເບົາບາງ​ທາງ​ດ້ານການຈັດ​ຕັ້ງ​ກົງຈັກ, ​ຍ້ອນເຮັດ​ຄື​ແນວ​ນັ້ນ ລັດ​ຈຶ່ງ​ມີ​ການ​ຕອບ​ສະໜອງ​ຢ່າງ​ໄຫວ​ພິບ​ກັບ​ຄວາມ​ຕ້ອງການ​ແລະ​ການ​ປ່ຽນ​ແປງ​ຂອງ​ເສດຖະກິດ​ຕະຫຼາດ ​ແລະ​ຂອງ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ. ຄຽງ​ຂ້າງ​ນັ້ນ, ຕ້ອງ​ກໍ່ສ້າງ​ລັດ​ຕາມ​ທິດ ລັດ​ຮັບ​​ໃຊ້​ໄດ້​ດີກ​ວ່າ, ສ້າງສັນ​ດີກ​ວ່າ ​​ເພື່ອ​ໃຫ້​ບັນດາ​ພາກສ່ວນ​ເສດຖະກິດ​ຂະຫຍາຍຕົວ. ລະຫວ່າງ​ການ​ຮັບ​ໃຊ້, ການ​ສ້າງສັນ​ພັດທະນາ ​ແລະ ການ​ຄຸ້ມ​ຄອງ​ນັ້ນ ມັນມີ​ຄວາມສຳພັນ​ໃກ້ຊິດ​ສະໜິດ​ແໜ້ນ​ນຳ​ກັນ. ຖ້າ​ລັດ​ຄຸ້ມ​ຄອງ​ດີ​ກໍ່​ຈະ​ຮັບ​ໃຊ້, ສ້າງສັນ​ພັດທະນາ​ດີ; ຍ້ອນ​ວ່າ​ເມື່ອ​ຄຸ້ມ​ຄອງ​ດີ​ແມ່ນ​ໄດ້​ກຳ​ແໜ້ນ​ຄວາມ​ຕ້ອງການ, ສະພາບ​ການ​ຜະລິດທຸລະ​ກິດ​ຂອງ​ບັນດາ​ເຈົ້າພາບ​ເສດຖະກິດ ​ແລະ​ບົນ​ພື້ນຖານ​ນັ້ນ, ຈະ​ຮັບ​ໃຊ້​ແລະ​ສ້າງສັນ​ພັດທະນາ​ໄດ້​ດີກ​ວ່າ. ກົງ​ຂ້າມ, ​ເມື່ອ​ລັດ​ຮັບ​ໃຊ້, ສ້າງສັນ​ພັດທະນາ​ດີ ກໍ່​ຈະ​ຄຸ້ມ​ຄອງ​ດີ, ຍ້ອນ​ວ່າ​ເວລາ​ນັ້ນ ບັນດາ​ເຈົ້າພາບ​ເສດຖະກິດ​ຈະ​ສົມທົບ​ແລະ​ສ້າງ​ເງື່ອນ​ໄຂ​ໃຫ້​ລັດ​ຄຸ້ມ​ຄອງ​ດີກ​ວ່າ​ອີກ. ດັ່ງ​ນັ້ນ, ກໍ່ສ້າງ​ລັດ​ຕາມ​ທິດ​ຮັບ​ໃຊ້, ສ້າງສັນ​ພັດທະນາ ຈະ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ເສດຖະກິດຂອງ​ລັດ​ຂຶ້ນ​ໄດ້ ​ແລະ​ແກ້​ໄຂ​ໄດ້​ໂດຍ​ໄວ​ຂໍ້​ຈຳກັດ​ຕ່າງໆ​ຂອງ​ລັດ​ໃນ​ຂົງ​ເຂດ​ການ​ຄຸ້ມ​ຄອງ​ນີ້.

ປ່ຽນ​ແປງ​ໃໝ່ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະ​ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ​ຕາມ​ທິດການ​ເຄື່ອນ​ໄຫວ​ຢ່າງ​ມີ​ເນື້ອ​ແທ້, ຍົກ​ສູງ​ປະສິດທິພາບ​ແລະ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ, ​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ​ເຄື່ອນ​ໄຫວ​ກະ​ຈັດ​ກະຈາຍ, ບໍ່​ມີ​ການ​ສົມທົບ​ກັນ​ລະຫວ່າງ​ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ. ​ເພື່ອ​ໃຫ້ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມສະໜິດ​ຕິດ​ພັນ​ນຳ​ກັນ, ສົມທົບການ​ເຄື່ອນ​ໄຫວຢ່າງ​ເຂົ້າ​ແກັບ​ເຂົ້າ​ເກ​ຍກັນ, ​ໃນ​ສະ​ເພາະ​ໜ້າ​ຕ້ອງ​ສະຫຼຸບ​ສັງ​ລວມ ຮູບ​ແບບໜ່ວຍ​ງານ​ສະ​ເພາະການ​ໃຫ້​ຄຳ​ປຶກສາ​ແລະ​ຊ່ວຍ​ເຫຼືອ​ລວມຂອງກຸ່ມແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມຂັ້ນ​ເມືອງ; ​ເປີດ​ກວ້າງ​ການ​ເຮັດ​ທົດ​ລອງ​ຢູ່​ຂັ້ນ​ແຂວງ ​ແລະ ປະຕິບັດ​ຢູ່​ຂັ້ນ​ເມືອງ​ໃນ​ເມືອງ​ທີ່​ມີ​ເງື່ອນ​ໄຂ​ຄົບ​ທຸກ​ປະການ, ດັ່ງ​ທີ່​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII ​ໄດ້​ວາງ​ໄວ້. ພິ​ເສດ​ແມ່ນ, ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​ວິຈານ​ສັງຄົມ ​ແລະການ​ຕິດຕາ​ມກວດກາ​ຂອງແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ ​ແລະບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ ຕໍ່​ການ​ກໍ່ສ້າງ​ແລະ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​, ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ​ ຢູ່​ທ້ອງ​ຖິ່ນ​ແລະຮາກ​ຖານ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຄົ້ນ​ເຜີຍ, ຕິດຕາມ​ກວດກາຕໍ່​ການຈັດ​ຕັ້ງ​ປະຕິບັດ​ໂຄງການ, ​ແຜນ​ງານ​ການ​ພັດທະນາ​ເສດຖະກິດ, ການ​ລົງທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ, ການ​ລົບ​ລ້າງ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ... ຢູ່​ທ້ອງ​ຖິ່ນ, ຮາກ​ຖານ./.

​ໂດຍ ປອ. ດິງວັນ​ທຸ້ຍ

ຫົວໜ້າ​ພາກ​ວິຊາ​ປັດ​ຊະ​ຍາ, ສະ​ຖາ​ບັນ​ການ​ເມືອງ​ເຂດ IV

--------------------------

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 921 (​ເດືອນ​ກໍລະກົດ 2019)

(1) ກ.ມາກ​​ແລະ​ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1999,  ​ເຫຼັ້​ມ 21, ໜ້າ 11.

(2) ກ.ມາກ​​ແລະ​ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້​ມ 39, ໜ້າ 271.

(3) ກ.ມາກ​​ແລະ​ຟ.ອັງ​ແກນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້​ມ 37, ໜ້າ 678.

(4) ວ.ອີ.​ເລ​ນິນ: ນິພົນ​ຄົບ​ຊຸດ, ສພຈ. ປຣາວະ​ດາ, ມົດ​ສະ​ກູ, 1977, ​ເຫຼັ້​ມ 42, ໜ້າ 349.

(5), (6), (7) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງ​ວ່າການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 67, 68, 248.

(8) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 193.

(9), (10) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ປຶ້ມ​ທີ່​ໄດ້​ແນະນຳ, ​ໜ້າ 199-200, 100.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ