ວັນອັງຄານ, 22/10/2019
ການນຳເຂົ້າທິດສະດີວ່າດ້ວຍ “ການແຍກໃຊ້ສາມອຳນາດ” ຫຼືຄັນຕາລະບັດສົ່ງເສີມຄວາມບໍ່ໝັ້ນຄົງທາງການເມືອງ ແລະຄວາມຂັດແຍ່ງອຳນາດ
17/8/2019 9:30' ສົ່ງ ພິມ
ພາບປະກອບ (ພາບ: qdnd.vn)

ຄວາມ​ເປັນ​ຈິງ​​ໄດ້ຊີ້​​ໃຫ້​ເຫັນ, ການ​ກຳນົດ​ແຈ້ງສາມອຳນາດ​ ນິຕິບັນຍັດ, ​ບໍລິຫານ ​ແລະຕຸລາການ ​ແມ່ນ​ວິທີ​ທີ່​ສຳຄັນ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງລັດ, ພ້ອມ​ນັ້ນ​ກໍ່​ເປັນ​ພື້ນຖານ​ເພື່ອ​ກວດກາ​ການ​ປະຕິບັດ​ອຳນາດ​ລັດ. ພວກ​ເຮົາ​ໄດ້​ຮັບ​ເອົາ​ດ້ານ​ຕັ້ງໜ້າ​​ໃນ​ເຕັກນິກ​ການຈັດ​ຕັ້ງ​ສະ​ຖາ​ບັນ​ລັດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໂລກ, ​ໃນ​ນັ້ນ​ມີ​ການ “​ແບ່ງ​ງານ” ​ແລະ “ປະສານ​ງານ” ລະຫວ່າງ 3 ສາຂາ​ອຳນາດ​ລັດ (ນິຕິບັນຍັດ, ບໍລິຫານ​ ແລະ​ຕຸລາການ) ​ເພື່ອ​ຈັດ​ຕັ້ງ​ກົງ​ຈັກ​ແຫ່ງ​ລັດ, ກວດກາ​ອຳນາດ​ລັດ, ຕໍ່ສູ້​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ເຊິ່ງສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ລັດຖະທຳ​ມະນູນ​ຫວຽດນາມ​ສະບັບ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ລັດຖະທຳ​ມະນູນ​ປີ 1946, ລັດຖະທຳ​ມະນູນ​ປີ 1992 (ສະບັບປັບປຸງ​ເພີ່ມ​ເຕີມ​ປີ 2001) ​ແລະ ລັດຖະທຳ​ມະນູນ​ປີ 2013.

​ແຕ່​ວ່າ, ​ໃນ​ເວລາ​ມໍ່​ໆ​ມາ​ນີ້ ​​ມີ​ບາງ​ຄົນ​ໄດ້​ສວຍ​ໃຊ້ສະພາບ​ການຄວາມຊັກ​ຊ້າ​ໃນ​ການຫັນ​ເປັນ​ລະອຽດ​ຕໍ່​ຂໍ້​ກຳນົດ​ຂອງລັດຖະທຳ​ມະນູນກ່ຽວ​ກັບ​ກົນ​ໄກ​ການ​ແບ່ງ​ງານ, ປະສານ​ງານ​ ແລະກ​ວດກາອຳນາດ​ລັດ​ໃນ​ຂັ້ນ​ຕ່າງໆ, ສະພາບ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ພະນັກງານ ສະມາ​ຊິດ​ພັກ​ຈຳນວນ​ໜຶ່ງ ​ແລະ ການ​ເຄື່ອນ​ໄຫວ​ບໍ່​ມີ​ປະສິດທິ​ຜົນ​ຂອງບາງ​ສະ​ຖາ​ບັນ​ໃນ​ກົງ​ຈັກ​ແຫ່ງ​ລັດ... ​ເພື່ອ​ປະຕິ​ເສດ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ​ໃນ​ການຈັດ​ຕັ້ງ ກໍ່​ຄື​ການ​ເຄື່ອນ​ໄຫວ​ຂອງ​ກົງ​ຈັກ​ແຫ່ງ​ລັດ ​ແລະ ຊົມ​ເຊີຍຍ້ອງຍໍ​ “ການ​ແຍກ​ໃຊ້ສາມອຳນາດ” ເກີນຈິງ, ຖື​ທິດ​ສະ​ດີ “ການ​ແຍກ​ໃຊ້ສາມ​ອຳນາດ” ​ເປັນ​ອຸດົມ​ຄະຕິ, ຖື​ວ່າ​ມັນ​ແມ່ນ “ຕຳລາ​ຢາ​ອະ​ເນ​ກປະສົງ” ສຳລັບການ​ກວດກາ​ອຳນາດ​ລັດ​ ແລະກີດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ. ສາມາດ​ຢືນຢັນ​ໃນ​ທັນທີ​ວ່າ ນັ້ນ​ແມ່ນ​ຖ້ອຍ​ທຳນອງ​ທີ່​ຜິດພາດ, ສຸດ​ຂົ້ວ ​ແລະ​ສວຍ​ໂອກາດ​ທາງ​ການ​ເມືອງ. ທິດ​ສະ​ດີ “ການ​ແຍກ​ໃຊ້ສາມ​ອຳນາດ” ​ໄດ້​ໝຸູນ​ໃຊ້​ໃນ​ການຈັດ​ຕັ້ງ​ກົງ​ຈັກແຫ່ງລັດຢູ່ສະຫະລັດອາ​ເມ​ລິ​ກາ, ອັງກິດ, ຝຣັ່ງ, ​ເຢຍລະ​ມັນ ​ແລະ​ຢູ່​ບາງ​ປະ​ເທດ​ຕາ​ເວັນ​ຕົກ ​ເຖິງວ່າ​ມັນ​ມີ​ຂໍ້​ດີ​ບາງ​ປະການ​ທີ່​ຕ້ອງສຶກສາ​ຄົ້ນຄວ້າ​ແລະ​ພິຈາລະນາ, ​ແຕ່​ບໍ່​ຄວນຊົມ​ເຊີຍຍ້ອງຍໍ​ເກີນ​ຈິງ, ບໍ່​ຄວາ​ຖື​ມັນ​ເປັນ​ອຸດົມ​ຄະຕິ ​ແລະ​ເປັນ​ກຸນ​ແຈ​ອະ​ເນກປະສົງຂອງ “ປະຊາທິປະ​ໄຕ - ອຳນາດ​ກົດໝາຍ”, ດ້ວຍ​ເຫດຜົນ​ດັງ​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ທາງ​ດ້ານ​ທິດ​ສະ​ດີ, “ການ​ແຍກ​ໃຊ້ສາມ​ອຳນາດ” ​ແມ່ນ​ທິດ​ສະ​ດີ​ທີ່​ສັບສົນ, ຫຼາຍ​ມິ​ຕິ, ຍັງ​ມີ​ຄວາມ​ຄິດ​ເຫັນ​ແຕກ​ຕ່າງ​ກັນ​ຫຼາຍ. ກ.ມາກ ​ແລະ ຟ.ອັງ​ແກນ ​ໃນ​ເມື່ອ​ຍົກ​ໃຫ້​ເຫັນ​ດ້ານ​ຕັ້ງໜ້າ​ຂອງ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ແຍກ​ໃຊ້​ສາມ​ອຳນາດ ​ໄດ້​ເນັ້ນ​ໜັກ​ວ່າ, ການ​ແຍກ​​ອຳນາດ​ເນື້ອ​ແທ້​ບໍ່​ແມ່ນ​ສິ່ງ​ໃດ​ອື່ນ ນອກ​ເໜືອ​ຈາກ​ການ​ແບ່ງ​ໂຄງ​ສ້າງ​ແຮງ​ງານ​ທີ່​ແທ້​ຈິງ​ຂອງ​ລັດ ​ເພື່ອ​ໃຫ້​ມັນ​ງ່າຍດາຍ​ແລະ​ຄຸ້ມຄອງ​ງ່າຍ. ຟ.ອັງ​ແກນ ຂຽນ: “ການ​ແຍກ​ອຳນາດ... ​ໃນ​ຄວາມ​ເປັນ​ຈິງ​ມັນ​ເປັນ​ພຽງ​ການ​ແບ່ງ​ງານທຳ​ມະ​ດາ​ໃນ​ອຸດສາຫະກຳ, ​ໄດ້​ໝູນ​ໃຊ້​ເຂົ້າ​ໃນ​ກົງ​ຈັກ​ແຫ່ງ​ລັດ ​ເພື່ອ​ຈຸດປະສົງ​ໃຫ້​ມັນ​ງ່າຍດາຍ​ແລະການ​ຄຸ້ມ​ຄອງ”(1). ອີງ​ໃສ່​ທັດສະນະ​ຂອງ ກ.ມາກ ​ແລະ ຟ.ອັງ​ແກນ ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຂອງ​ການ​ແບ່ງ​ອຳນາດລະຫວ່າງ​ບັນດາ​ອົງການ​ຂອງ​ລັດ​ໃນ​ລັດຖະທຳ​ມະນູນ, ນັກ​ປັດ​ຊະ​ຍາ​ແລະ​ນັກ​ແນວ​ຄິດ​ຫຼາຍຄົນ​ໄດ້ມີ​ທັດສະນະ​ດຽວ​ກັນ​ຄື: ການ​ແບ່ງ​ອຳນາດ​ແມ່ນລະບົບ​ຂໍ້​ກຳນົດກົດໝາຍ-ລັດ ທີ່​ມຸ່ງ​ໃສ່​ຮັບປະກັນບັນດາມ​າດຕະການ​ທາງ​ກົດໝາຍທີ່​ມີ​ຄວາມ​ເປັນ​ເອກະລາດ​ທຽບ​ຖານຊຶ່ງ​ກັນ​ແລະ​ກັນ​ ຂອງ​ບັນດາ​ອົງການ​ລັດ(2). ສ່ວນ ກ.ວ.ຟ.ເຮ​ເກິ​ນ ຢືນຢັນ​ວ່າ, ການ​ແບ່ງ​ອຳ​ນາ​ຄວນ​ຢຸດ​ທີ່​ຄວາມ​ຄິດ​ເທົ່າ​ນັ້ນ; ຖ້າ​ຫາກ​ການ​ແບ່ງ​ອຳນາດ​ເກີນ​ຂີດ​ຈຳກັດ​ທາງ​ແນວ​ຄິດ ​ແລະກາຍ​ເປັນຄວາມ​ຈິງ​ແລ້ວ ອຳນາດ​ຈະ​ບໍ່​ເປັນ​ເອກະ​ພາບ​ອີກ​ຕໍ່​ໄປ. ບັນດາ​ສາຂາ​ອຳນາດ​ແຍກ​ອອກ​ຈາກ​ກັນ​ເຖິງລະດັບ​ເປັນ​ຕ່າງຫາກ, ຄຸມ​ກັ້ນ - ຖ່ວງ​ດຸນ, ຄັດຄ້ານ​ແລະ​ຕ້ານ​ກັນ. ​ເວລາ​ນັ້ນ, ຢາກ​ມີ​ອຳນາດ​ລັດ​ທີ່​ເປັນ​ເອກະ​ພາບ​ແມ່ນ​ຕ້ອງ​​ໄດ້ໃຊ້​ປືນ​ໃຫຍ່. ຄວາມ​ເປັນ​ຈິງ​ແຫ່ງ​ການ​ປະ​ທະ​ກັນ​ທາງ​ການ​ເມືອງ​ໃນ​ສະຫະພັນ​ທະ​ລັດ​ລັດ​ເຊຍ ພາຍຫຼັງ​ທີ່​ສະຫະພາບ​ໂຊ​ວຽດພັງ​ທະລາ​ຍລົງ ​ໄດ້ພິສູດ​ຄຳ​ກ່າວ​ເຕື່ອນຂອງ ກ.ວ.ຟ.ເຮ​ເກິ​ນ ນັ້ນ​ແມ່ນ​ມີ​ພື້ນຖານ​ວິທະຍາສາດ​ຢ່າງ​ສົມບູນ. ​ເວລາ​ນັ້ນ, ການ​ນຳ​ໃຊ້ທິດ​ສະ​ດີ “ການ​ແຍກ​ໃຊ້​ສາມ​ອຳນາດ” ຂອງ​ຝ່າຍ​ຕາ​ເວັນ​ຕົກຢ່າງ​ກົນ​ຈັກ​ຕາຍ​ຕົວ ​ໄດ້​ຍູ້​ສະ​ຫະພັນທະ​ລັດ​ລັດ​ເຊຍ​​ໃຫ້ຕົກ​ໃສ່​ສະພາບ​ການປະ​ເຊີນ​ໜ້າ, ປະ​ທະ​ກັນ, ບໍ່​ສາມາດ​ປະນີປະນອມ​ໄດ້​ລະຫວ່າງ​ສອງ​ສາຂາ​ອຳນາດນິຕິບັນຍັດ​ ແລະ​ບໍລິຫານ. ​ໃນ​ທີ່​ສຸດ, ​ໃນ​ເດືອນ​ຕຸລາ 1993, ປະທານາທິບໍດີ​ສະຫະພັນ​ທະ​ລັດ​ລັດ​ເຊຍ ບ.​ແອນ​ຊີ​ນ ​ໄດ້​ສັ່ງ​ໃຫ້້ລົດ​ຖັງ​ຍິງ​ໃສ່​ທຳນຽບສະພາ​ແຫ່ງ​ຊາດ, ​ໃຊ້​ຄວາມ​ຮຸນ​ແຮງ​ເພື່ອຍົກ​ເລີກ​ສະພາ​ແຫ່ງ​ຊາດ​ລັດ​ເຊຍ​ທີ່​ປະຊາຊົນ​ເລືອກ​ຕັ້ງ​ຂຶ້ນ​ມາ, ຢຸດຕິ​ການ​ປະ​ເຊີນ​ໜ້າ, ປະ​ທະ​ກັນລະຫວ່າງ​ສອງ​ຝ່າຍ​ອຳນາດ​ນິຕິບັນຍັດ​ແລະ​ອຳນາດ​ບໍລິຫານ. ​ເວົ້າຢ່າງ​ອື່ນ, ​ເມື່ອ​ອຳນາດ​ໄດ້​ແບ່ງ​ອອກ​ແລ້ວ, ການ​ຖ່ວງ​ດຸນ​ບໍ່​ສາມາດ​ລວມ​ເປັນ​ເອກະ​ພາບ​ໄດ້ດ້ວຍ​ການ​ແກ້​ໄຂ​ບັນຫາ​ທາງ​ການ​ເມືອງ ບ.​ແອນ​ຊີ​ນ ກໍ່​ໄດ້​ໃຊ້​ປືນ​ໃຫຍ່​ເພື່ອທ້ອນ​ໂຮມ​ອຳນາດ. ​ແລະ​ຈາກ​ບົດຮຽນ​ພຶດຕິ​ກຳ​ກ່ຽວ​ກັບ​ການສູນ​ເສຍ​ການ​ຄວບ​ຄຸມ​ຂອງ​ລັດຖະບານ​ສູນ​ກາງ​ຕໍ່​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຍ້ອນ​ການນຳ​ໃຊ້ “ການ​ແຍກ​ໃຊ້​ອຳນາດ” ຢ່າງ​ສຸດ​ຂົ້ວ ພາຍ​ໃຕ້​ປະທານາທິບໍດີ​ລັດ​ເຊຍ ບ.​ແອນ​ຊີ​ນ, ວັນ​ທີ 1 ກັນຍາ 2000, ພ້ອມ​ກັບ​ການ​ລົງ​ນາມ​ໃນດຳລັດ​ສ້າງ​ຕັ້ງ​ລັດ​ແຫ່ງ​ສະຫະພັນ​ທະ​ລັດ​ລັດ​ເຊຍປະກອບດ້ວຍ 89 ພາກສ່ວນ - ​ແບ່ງ​ອອກເປັນ 7 ​ເຂດ​ຂອງ​ສະຫະພັນ​ທະ​ລັດ, ປະທານາທິບໍ​ດີ​ລັດ​ເຊຍ ວ.ປູ​ຕີນ ​ໄດ້​ອະນຸມັດ​ກົດລະບຽບ​ສະພາ​ແຫ່ງ​ລັດ, ລວມມີ: ປະທານາທິບໍ​ດີ​ແລະ​ທຸກ​ຄົນ​ທີ່​ເປັນ​ຫົວໜ້າພາກສ່ວນ​ສະຫະພັນ​ທະ​ລັດ. ປະທານ​ສະພາ​ແຫ່ງ​ລັດ​ແມ່ນ​ປະທານາທິບໍດີ; ​ເລຂານຸການ​ສະພາ​ແຫ່ງ​ລັດ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໂດຍ​ປະທານາທິບໍດີ. ພ້ອມ​ກັບ​ການ​ປະກາດ​ໃຊ້​ລັດຖະທຳ​ມະນູນ​ໃໝ່ - ປ່ຽນ​​ແທນ​ກົນ​ໄກ​ການ​ແບ່ງ​ໃຊ້​ອຳນາດ​ ​ໂດຍ​ການ​ແບ່ງ​ງານ​ແລະປະສານ​ສົມທົບ​ອຳນາດ, ກົດ​ລະບຽບ​ສະພາ​​ແຫ່ງລັດ​ແມ່ນ​ສະ​ຖາ​ບັນ​ປ້ອງ​ກັນ​ກີດ​ກັ້ນ​ທີ່​ມີ​ປະສິດທິ​ຜົນ ​ຕໍ່​ການກະຈາຍ​ອຳນາດ​ຢ່າງບໍ່​ມີ​ຂອດ​ເຂດ, ບໍ່​ມີ​ການຈັດ​ຕັ້ງ​ໃນ​ເວລາ​ນັ້ນ​ຢູ່​ລັດ​ເຊຍ.

ການ​ແຍກ​ໃຊ້​ອຳນາດ​ແມ່ນ​ແນວ​ຄິດ​ໜຶ່ງ​ທີ່​ສັບສົນ, ຫຼາຍ​ມິ​ຕິ ດັ່ງ​ນັ້ນ​ຈຶ່ງມີ​ຄວາມ​ເຂົ້າ​ໃຈ​ທີ່​ແຕກ​ຕ່າງກັນ​ຫຼາຍ. ອາ​ເມ​ລະກາ, ອັງກິດ ​ແລະ​ບັນດາ​ປະ​ເທດ​​ໃນ​ເອີຣົບ ​ແບ່ງ​ອຳນາດ​ລັດ​ອອກ​ເປັນ​ສາມ​ປະ​ເພດ: ອຳນາດ​ນິຕິບັນຍັດ, ອຳນາດ​ບໍລິຫານ ​ແລະ​ອຳນາດ​ຕຸລາການ (ການ​ພິພາກສາ); ພ້ອມ​ກັນ​ນັ້ນ​ແມ່ນ​ສາມ​ອົງການ​ທີ່​ປະຕິບັດ​ແຕ່ລະ​ປະ​ເພດ​ອຳນາດ​ນີ້​ຢ່າງ​ເປັນ​ເອກະ​ລາດ ຕາມ​ກົນ​ໄກຄຸມກັ້ນ​ແລະ​ຖ່ວງ​ດຸນ (ກວດກາ​ແລະຈຳກັດ​ຊຶ່ງ​ກັນ​ແລະ​ກັນ). ນັກ​ສ້າງ​ກົດໝາຍ​ລາ​ຕີນອາ​ເມ​ລິ​ກາ​ບາງ​ຄົນ​ແບ່ງ​ອຳນາດ​ລັດ​ອອກ​ເປັນ​ສີ່​ປະ​ເພດ: ອຳນາດ​ນິຕິບັນຍັດ, ອຳນາດ​ບໍລິການ, ອຳນາດ​ຕຸລາການ (ການ​ພິພາກສາ) ​ແລະ​ອຳນາດ​ເລືອກ​ຕັ້ງ (ຂຶ້ນ​ກັບ​ອົງການ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ - ສະພາ​ເລືອກ​ຕັ້ງ). ລັດຖະທຳ​ມະນູນ​ຂອງ​ປະ​ເທດ​ນີກາຣາກວາ ປີ 1986 ​ໂດຍ​ພັກ​ສັງຄົມ-ຄຣິດ​ສະ​ຕຽນ​ຝ່າຍ​ຄ້ານສະ​ເໜີ ມີ​ຫ້າ​ປະ​ເພດ​ອຳນາດ: ອຳນາດ​ນິຕິບັນຍັດ, ອຳນາດ​ບໍລິຫານ, ອຳນາດ​ຕຸລາກ​ານ (ການ​ພິພາກສາ), ອຳນາດ​ເລືອ​ຕັ້ງ ​ແລະ ອຳນາດ​ກວດກາ. ລັດຖະທຳ​ມະນູນ​ປີ 1976 ຂອງ​ປະ​ເທ​ດອານ​ເຊຣີ ກຳນົດອຳນາດ 6 ປະ​ເພດ, ປະກອບ​ດ້ວຍ: ອຳນາດ​ນິຕິບັນຍັດ, ອຳນາດ​ບໍລິຫານ, ອຳນາດ​ຕຸລາກ​ານ, ອຳນາດ​ການ​ເມືອງ, ອຳນາດ​ກວດກາ, ອຳນາດ​ຈັດ​ຕັ້ງ....

ກ່ຽວ​ກັບ​ການ​ແຍກ​ໃຊ້​ອຳນາດ​ນັ້ນ ນອກຈາກ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ຕາມ​ແນວ​ນອນ​ແລ້ວ (ລະຫວ່າງ​ອົງການ​ລັດ​ຢູ່​ສູນ​ກາງ: ນິຕິບັນຍັດ, ບໍລິຫານ, ຕຸລາການ), ຍັງ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ຕາມ​ແນວ​ຕັ້ງ​ອີກ (ລະຫວ່າງ​ບັນດາ​ກຳລັງ​ການ​ເມືອງ​ທີ່​ຕ່າງ​ກັນ, ລະຫວ່າງ​ອົງການ​ລັດ​ຢູ່​ສູນ​ກາງ ກັບ​ບັນດາ​ອົງການ​ລັດ​ຢູ່​ທ້ອງ​ຖິ່ນ, ລະຫວ່າງ​ສະຫະ​ລັດ​ ກັບ​ລັດ​ສະມາ​ຊິກ ​ແລະ ລະຫວ່າງ​ບັນດາ​ອົງການ​ລັດ​ຢູ່​ທ້ອງ​ຖິ່ນ).

ທີ​ສອງ, ​ໃນ​ແງ່​ຂອງ​ຄວາມ​ເປັນ​ຈິງ, ​ເນື່ອງ​ຈາກ​ຂໍ້​ຈຳກັດ​ຂອງ​ທິດ​ທະ​ດີ “ການ​ແຍກ​ໃຊ້ສາມ​ອຳນາດ” ​ເຮັດ​ໃຫ້​ລະດັບ, ລັກສະນະ ​ແລະ​ຈຸດ​ພິ​ເສດ​ຂອງ​ການສະ​ແດງ​ອອກ​ແລະ​ການ​ນຳ​ໃຊ້​ມັນ​ໃນພາກ​ຕົວ​ຈິງຈຶ່ງ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໃນ​ແຕ່ລະ​ປະເພດ​ຂອງ​ລັດ, ຂຶ້ນ​ຢູ່​ກັບ​ຫຼາຍ​ປັດ​ໄຈ​ເຊັ່ນ ລະດັບ​ປະຊາທິປະ​ໄຕ, ມູນ​ເຊື້ອ​ແຫ່ງ​ຊາດ, ກໍ່​ຄື​ສະພາບ​ການ​ການ​ເມືອງ, ​ເສດຖະກິດ, ສັງຄົມ​ຂອງ​ແຕ່ລະ​ປະ​ເທດ. ການ​ນຳ​ໃຊ້​ທິດ​ສະ​ດີ​ນີ້​ໃນ​ລັດຕາມ​ຮູບ​ການ​ປົກຄອງ​ສາທາລະນະ​ລັດ​ປະທານາທິບໍດີ ​ແຕກ​ຕ່າງ​ຈາກຮູບ​ການ​ປົກຄອງ​ສາທາລະນະ​ລັດ​ລັດຖະສະພາ ຫຼື​ຮູບ​ການ​ປົກຄອງ​ສາທາລະນະ​ລັດ​ປະສົມ...; ​ໃນ​ຮູບ​ແບບ​ຂອງ​ໂຄງ​ສ້າງ​ລັດ​ແຫ່ງ​ສະຫະພັນ​ທະ​ລັດ ​ແຕກ​ຕ່າງຈາກຮູບ​ແບບ​ຂອງ​ໂຄງ​ສ້າງ​ລັດດຽວ.

​ໃນຮູບ​ການ​ປົກຄອງ​ສາທາລະນະ​ລັດ​ປະທານາທິບໍດີ ​ເຊິ່ງລັດ​ອາ​ເມ​ລິ​ກາ​ເປັນ​ແບບຢ່າງ, ການຈັດ​ຕັ້ງ​ອຳນາດ​ລັດ​ຕາມ​ຫຼັກການ​ແບ່ງ​ອຳນາດ​ຢ່າງ​ສິ້ນ​ເຊີງ “​ແຂງ​ກ້າ”, ​​ແບ່ງອອກ​ຢ່າງ​​ຂາດຂັ້ນ​ລະຫວ່າງ​ອຳນາດ​ນິຕິບັນຍັດ, ອຳນາດ​ບໍລິຫານ ​ແລະ​ອຳນາດ​ຕຸລາການ. ​ແທນ​ທີ່ໃຫ້​ກົນ​ໄກ​ຮັບຜິດຊອບ​ຊຶ່ງ​ກັນ​ແລະ​ກັນ​ລະຫວ່າງ​ຝ່າ​ຍນິຕິບັນຍັດ ຝ່າຍ​ບໍລິຫານ ​ແລະ​ຝ່າຍ​ຕຸລາການ​ ແມ່ນກົນ​ໄກ “ຄຸມ​ກັ້ນ​ແລະ​ຖ່ວງ​ດຸນ”. ຕາມ​ນັ້ນ, ​ອົງການ​ນິຕິບັນຍັດ, ອົງການ​ບໍລິຫານ ​ແລະ​ອົງການ​ຕຸລາການ​ ມີ​ຄວາມ​ເປັນເອກະລາດ​ຢ່າງສົມ​ບຸນ​ໃນ​ການ​ປະຕິບັດ​ອຳນາດ​ລັດ; ມີ​ການ​ແບ່ງ​ອຳນາດ​ລະຫວ່າງ​ລັດ​ແຫ່ງ​ສະຫະພັນ​ທະ​ລັດ ​ແລະ ​ແຕ່​ລະ​ລັດ​ນ້ອຍ. ​ໃນ​ຄວາມ​ເປັນ​ຈິງ, ການ​ໝູນ​ໃຊ້​ຫຼັກການ​ແຍກ​ໃຊ້​ອຳນາດ​ເຂົ້າ​ໃນ​ການຈັດ​ຕັ້ງ​ອຳນາດ​ລັດ​ຢູ່​ປະ​ເທດ​ອາ​ເມ​ລິ​ກາມີ​ຂໍ້​ຈຳກັດ​ແລະ​ຈຸດ​ອ່ອນ​ດັ່ງ​ຕໍ່​ໄປນີ້:

1- ລະບອບ​ສາທາລະນະ​ລັດ​ປະທານາທິບໍດີດ້ວຍ​ການ​ໝູນ​ໃຊ້​ແນວ​ຄິດ​ແຍກ​ໃຊ້​ອຳນາດ​ຢ່າງ​ເດັດຂາດນັ້ນ ​ໃນ​ພາກ​ຕົວ​ຈິງມີ​ຄວາມ​ຄ້າຍຄື​ກັນ​ຫຼາຍ​ຢ່າງກັບ​ລະບອບ​ລາຊາທິປະ​ໄຕ​ຈຳກັດ, ຫຼື​ເວົ້າ​ຢ່າງ​ອື່ນ, ສອງ​ລະບອບ​ນັ້ນຖືກ​ນຳ​ເຂົ້າ​​ໄປໃນສາທາລະນະ​ລັດ. ຄວາມ​ແຕກ​ຕ່າງ​​ຢູ່​ນີ້​ແມ່ນພຽງ​ແຕ່​ວ່າ​ກະສັດຖືກ​ແທນ​ໂດຍ​ປະທານາທິບໍດີ.

2- ຕາມ​ລັດຖະທຳ​ມະນູນ, ລັດຖະສະພາ​ແຫ່ງ​ສະຫະລັດ​ອາ​ເມ​ລິ​ກາ​ມີ​ລັກສະນະ​ປະຊາທິປະ​ໄຕ​ຕົວ​ແທນ, ​ແຕ່​ໃນ​ຄວາມ​ເປັນ​ຈິງ, ລັກສະນະ​ຕົວ​ແທນ​ນັ້ນ​​ສະ​ແດງ​ອອກຢູ່​ສະ​ເໝີ​ໃນ​ຮູບ​ແບບ​ຂອງ​ສິດທິ​ພິ​ເສດ. ​ໂດຍ​ເນື້ອ​ແທ້​ແລ້ວ, ລັດຖະສະພາ​ແມ່ນສະ​ຖາ​ບັນ​ຂອງ​ຜູ້​ມີ​ສິດ​ພິ​ເສດ: ສະມາຊິກ​ສະພາທີ່​​ໄດ້​ຮັບ​ການ​ເລືອກ​ຕັ້ງ​ແມ່ນ​ຜູ້​ທີ່ຢູ່​ໃນ​ຊົນຊັ້ນ​ເໜືອກ​ວ່າ, ມີ​ລະດັບການ​ສຶກສາ​ສູງແລະ​ມີຄວາມ​ສາມາດດ້ານ​ການ​ເງິນຫຼາຍ ​ເຊິ່ງບໍ່​ຖືກ​ກັບ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບຂອງ​ພົນລະ​ເມືອງ​ທຸກ​ຄົນ​ໃນ​ການ​ເລືອກ​ຕັ້ງ​ແລະ​ສະໝັກ​ຮັບ​ເລືອກ​ຕັ້ງ.

3- ການ​ຂະຫຍາຍຕົວ​ຢ່າງ​ແຮງ​ຂອງ​ກົງ​ຈັກ​ບໍລິຫານ​ທັງ​ຂະໜາດ​ແລະ​ຄຸນ​ນະພາ​ບ. ອຳນາດ​ພວມ​ເຄື່ອນ​ຍ້າ​ຍ​ຈາກ​ຂົງ​ເຂດ​ເສດຖະກິດ​ແລະ​ການ​ເມືອງ​ໄປ​ຍັງ​ບັນດາ​ອົງການ​ບໍລິຫານ. ກົງ​ຈັກ​ບໍລິຫານ​ແຊກ​ຊຶມ​ເຂົ້າ​ໄປ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ການ​ເມືອງ-ສັງຄົມ... ງົບປະມານ​ແຫ່ງ​ລັດ​ຕ້ອງ​​ໃຊ້​ຈ່າຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເພື່ອຮັກສາ​ແລະ​ລ້ຽງ​ເກືອ​ກົງຈັກ​ບໍລິຫານ​ທີ່​ໃຫຍ່​ໂຕ; ຕ້ອງ​​ເສຍ​ຄ່າ​ໃຊ້​ຈ່າຍທີ່​ແພງສຳລັບ​ຊີວິດ​ສັງຄົມ, ພ້ອມ​ນັ້ນ​ແມ່ນ​ຄວາມ​ຫຍຸ້ງຍາກ​ກ່ຽວ​ກັບ​ທີ່ຢູ່​ອາ​ໄສ, ສາທາລະນະ​ສຸກ ທີ່​ບໍ່​ສາມາດຕອບ​ສະໜອງ​ຄວາມ​ຕ້ອງການ​ສັງຄົມ.

4- ຜົນ​ການ​ປະຕິບັດ​ງານ (​ເປັນ​ເອກະລາດ​ແລະ​ພຽງ​ແຕ່​ປະຕິບັດ​ຕາມ​ກົດໝາຍ) ຂອງ​ລະບົບ​ຕຸລາການ​ອາ​ເມ​ລິ​ກາຍັງ​ຄົງ​ຂຶ້ນ​ຢູ່​ກັບ​ປັດ​ໄຈ​ມະນຸດ - ທະນາຍຄວາມ, ​ໄອ​ຍະ​ການ, ຜູ້​ພິພາກສາ ​ແລະ ຄະນະ​ລູກ​ຂຸນ. ​ແລະ​ດ້ວຍ​ຄຳ​ຖະ​ແຫຼ​ງ “ສານ​​ມີ​ຄວາມເປັນ​ເອກະລາດ, ຖ່ວງ​ດຸນ​ກັບ​ສາຂາ​ອຳນາດ​ອື່ນ ທີ່​ເປັນ​ທີ່​ໜັ້ນສຸດ​ທ້າຍ​ໃນ​ປ້ອມ​ປາການ​ຂອງ​ລັດ ​ເພື່ອ​ຕໍ່ຕ້ານ​ໄພ​ຂົ່ມຂູ່​ທັງໝົດ​ຕໍ່ບັນດາ​ຫຼັກການ, ບັນດາ​ຄຸນຄ່າ​ພື້ນຖານ​ຂອງ​ສັງຄົມ​ອາ​ເມ​ລິ​ກາ”, ອາດ​ຈະ​ເຫັນ​ແຈ້ງວ່າ, ຂະ​ບວນການ​ຕູ​ລາ​ການ​ຂອງ​ອາ​ເມ​ລິ​ກາ​ຍັງ​ຄົງ​ແມ່ນ​ການສະ​ແດງ​ອອກ​​ເຖິງ​ຂະ​ບວນການ​ການ​ເມືອງຢູ່.

​ໃນຮູບ​ການ​ປົກຄອງ​ສາທາລະນະ​ລັດ​ລັດຖະສະພາ ​ເຊັ່ນ​ຢູ່​ອັງກິດ, ​ເຢຍລະ​ມັນ, ຫຼື​ໃນ​ຮູບ​ການ​ປົກຄອງ​ສາທາລະນະ​ລັດ​ປະສົມ​ຄື​ຢູ່​ຝຣັ່ງ, ການ​ແຍກ​ໃຊ້​ອຳນາດ​ບໍ່​ແຂງ​ກະດ້າງ ​ໂດດດ່ຽວ, ​ແຕ່​ດ້ວຍ​ບັນດາ​ອຳນາດ​ນິຕິບັນຍັດ, ອຳນາດບໍລິຫານ ​ແລະອຳນາດຕຸລາການ, ​ແຕ່​ລະ​ອົງການ​ຮັບຜິດຊອບ​ອຳນາດ​ໜຶ່ງ ​ແລະ ການ​ຮັບຜິດຊອບ​ນັ້ນ​ແຊກ​ຊ້ອນ​ກັນ, ຂຶ້ນ​ຕໍ່​ແລະ​ຂຶ້ນ​ກັບ​ການ​ຕິດຕາມ​ກວດກາ​ຊຶ່ງ​ກັນ​ແລະ​ກັນ, ພ້ອມ​ນັ້ນ​ກໍ່​ມີ​ການ​ປະສານ​ສົມທົບ​ນຳ​ກັນ. ​ແຕ່​ວ່າ, ສິ່ງ​ດັ່ງກ່າວ​ຂຶ້ນ​ກັບ​ຫຼາຍ​ປັດ​ໄຈ​ເມື່ອ​ໄດ້​ໝູນ​ໃຊ່​ຢູ່​ບັນດາ​ປະ​ເທດ​ທີ່​ຕ່າງກັນ. ຕາມ​ນັ້ນ, ວິທີ​ຈັດ​ຕັ້ງ​ປະຕິບັດ​ອຳນາດ​ນີ້ມັກ​ຈະ​ຖືກ​ປ່ຽນຮູບ​ໄປ, ​ເຮັດ​ໃຫ້ການ​ແບ່ງງານ​ແລະ​ການປະສານ​ງານ​ໃນ​ການ​ປະຕິບັດ​ອຳນາດມີ​ລັກສະນະຮູບ​ການ​ແລະ​ສັນຍາ​ລັກ. ​ໃນ​ພາກ​ຕົວ​ຈິງ, ອຳນາດ​ທັງ​ໝົດ​ໄດ້​ລວມສູນ​​ຢູ່​ໃນ​ສະຖານ​ທີ່​ດຽວ: ​ໃນ​ອົງການ​ບໍລິຫານ (​ຢູ່​ຝຣັ່ງ), ຫຼື​ໃນ​ອົງການ​ນິຕິບັນຍັດ (ຢູ່​ອັງກິດ).

ທີ​ສາມ, ກ່ຽວ​ກັບ​ທາດ​ແທ້​ແລະ​ຕົ້ນ​ກຳ​ເນີ​ດຂອງ​ອຳນາດ​ລັດ, ອຳນາດ​ລັດ​ແມ່ນ​ເປັນ​ເອກະ​ພາບ; ທຸກໆ​ອຳນາດ​ລັດ​ແມ່ນ​ຂອງ​ປະຊາຊົນ, ປະຊາຊົນ​ແມ່ນ​ເຈົ້າພາບ​ສູງ​ສຸດ​ແລະ​ໜຶ່ງດຽວ​ຂອງ​ອຳນາດ​ລັດ. ​ເມື່ອອຳນາດ​ແມ່ນ​ເປັນ​ເອກະ​ພາບ​ແລະ​ຂຶ້ນ​ກັບ​ຜະ​ຊາ​ຊົນ ​ເຊິ່ງຕາມ​ຫຼັກການ, ອຳນາດ​ລັດ​ບໍ່​ສາມາດ​ແບ່ງ​ແຍກ​ໄດ້ (​ແບ່ງ​ປັນໃຫ້​ບຸກ​ຄົນ​ ຫຼື​ອົງການ​ຈັດ​ຕັ້ງ​ອື່ນໃດ); ບັນດາ​ອົງການ​ລັດ​ໃນ​ເມື່ອ​ປະຕິບັດ​ບັນດາ​ອຳນາດ​ນິຕິບັນຍັດ, ອຳນາດບໍລິຫານ​ແລະ​ອຳ​ນາ​ຕຸລາການ ​ແມ່ນ​ປະຕິບັດ​ອຳນາດ​ຕ່າງໆ​ທີ່​ປະຊາຊົນ​ມອບ​ໝາຍ, ມອບ​ສິດ​ໃຫ້.

​ແນວ​ຄິດ​ແຍກ​ໃຊ້​ອຳນາດ, ​ທາງ​ດ້ານ​ທາດ​ແທ້, ກົງ​​ກັນຂ້າມ​ກັບ​ແນວ​ຄິດອຳນາດ​ເປັນ​ເອກະ​ພາບ.

ຈ.ຈ.ຣຸດ​ໂຊ ປະຕິ​ເສດ​ການ​ແຍກ​​ໃຊ້ອຳນາດ​ທາງ​ການ​ເມືອງ-ສັງຄົມ ​ແລະ ​ໃຫ້​ທັດສະນະ​ວ່າ, ອຳນາດ​ຕ້ອງ​ມີ​ຕົ້ນ​ກຳ​ເນີ​ດມາ​ຈາກ​ປະຊາຊົນ. ​ເວົ້າ​ຢ່າງ​ຖືກຕ້ອງ​ກວ່າ, ນັ້ນ​ບໍ່​ແມ່ນ​ການ​ແຍກ​ໃຊ້ອຳນາດ, ​ແຕ່​ແມ່ນ​ການ​ແບ່ງ​ພາລະໜ້າ​ທີ່​ລະຫວ່າ​ງບັນດາ​ອົງການ​ອຳນາດ​ລັດ​ທີ່​ເປັນ​ເອກະ​ພາບ(3).

​ໂດຍຮັບ​ຮູ້​ຂໍ້​ຈຳກັດ​ທາງ​ປະຫວັດສາດ​ຂອງທິດ​ສະ​ດີ “ການ​ແຍກ​ໃຊ້​ສາມ​ອຳນາດ” ​ແລະ ຈຸດ​ອ່ອນ​ຂອງ “ກົນ​ໄກ​ການ​ແຍກ​ໃຊ້​ອຳນາດ”, ການຈັດ​ຕັ້ງ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ກົງ​ຈັກ​ແຫ່ງ​ລັດ​ຢູ່​ປະ​ເທດ​ລັດ​ເຊຍ​ໄດ້​ກຳນົດ​ໂດຍ​ລັດຖະທຳ​ມະນູນ​ຕາມ “ຫຼັກການມອດ​ໝາ​ຍອຳນາດ”. ຕາມ​ລັດຖະທຳ​ມະນູນ, ຢູ່​ລັດ​ເຊຍ, ບັນດາ​ອົງການ​ອຳນາດ​ລັດ​ແມ່ນ​ບັນດາ​ສະ​ຖາ​ບັນ​ທີ່​ເປັນ​ເອກະລາດ​ຕໍ່​ກັນ​ໃນ​ການ​ປະຕິບັດ​ບັນດາ​ອຳນາດ​ນິຕິບັນຍັດ, ບໍລິຫານ​ແລະ​ຕຸລາການ. ​ອຳນາດ​ລັດ​ແມ່ນ​​ເປັນ​ເອກະ​ພາບ, ບໍ່​ແບ່ງ​ແຍກ​ແບບ​ແຂງ​ກະດ້າງ​ແລະ​​ໂດ​ດດ່ຽວ, ​ແຕ່​ມີ​ການ​ມອບ​ອຳນາດ​ຢ່າງ​ສົມ​ເຫດ​ສົມ​ຜົນ​ລະຫວ່າງບັນດາ​ອົງການ​ນິຕິບັນຍັດ, ບໍລິຫານ ​ແລະ​ຕຸລາການ. ຫຼັກການ​ມອບໝາຍ​ອຳນາດ​ໄດ້​ຮັບ​ການ​ກໍ່ສ້າງ​ບົນ​ພື້ນຖານທິດ​ສະ​ດີ​ແລະ​ພຶດຕິ​ກຳ​ທີ່​ວ່າ ອຳນາດ​ລັດ​​ແມ່ນ​ເປັນ​ເອກະ​ພາບ, ​ອຳນາດທັງ​ໝົດ​ເປັນ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ລັດ​ເຊຍ (ຂໍ້ 1, ມາດຕາ 3 ລັດຖະທຳ​ມະນູນ​ສະຫະພັນ​ທະ​ລັດ​ລັດ​ເຊຍ​ປີ 1993). ການ​ມອບ​ໝາຍແບ່ງອຳນາດ ພ້ອມ​ນັ້ນ​ກໍ່ຕ້ອງ​ມີ​ການສົມທົບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສາຂາ​ອຳນາດ ​ໃນ​ການ​ປະຕິບັດ​ອຳນາດ​ທີ່​ເປັນ​ເອກະ​ພາບ​ນັ້ນ. ປະຊາຊົນ​ໃຊ້​ອຳນາດ​ໂດຍ​ຜ່ານ​ອົງການ​ອຳນາດ​ລັດ ​ແລະ ອົງການ​ປົກຄອງ​ຕົນ​ເອງ​ຢູ່​ທ້ອງ​ຖິ່ນ (ຂໍ້ 1 ​ແລະ 2, ມາດຕາ 3). ການ​ແບ່ງ​ງານ​​ແລະ​ປະສານ​ສົມທົບ​ອຳນາດ (ຂໍ້ 3, ມາດຕາ 5, ມາດຕາ 10 ​ແລະ​ມາດຕາ 80)... ​ເພື່ອ​ຫຼີກ​ລ່າງ​ສະພາບ​ການ ບັນດາ​ອົງການ​ອຳນາດ​ລັດ​ທີ່​ເປັນ​ເອກະລາດ ບໍ່​ຂຶ້ນ​ກັບ, ມີ​ຄວາມ​ສ່ຽງ​ທີ່​ຈະ​ຢູ່​ໂດດດ່ຽວ, ​ແຍກ​​ຈາກ​ກັນ​ແລະກົງກັນຂ້າມ; ລັດ​​ຈຳ​ເປັນຕ້ອງສ້າງກົນ​ໄກ​ປະສານ​ງານ (ກວດກາແລະຈຳກັດ​ຊຶ່ງ​ກັນ​ແລະ​ກັນ) ການ​ເຄື່ອນ​ໄຫວຂອງສາມ​ສາຂາ​ອຳນາດ. ​ເນື່ອງ​ຈາກ​ຄວາມ​ສຳຄັນ​ຂອງ​ກົນ​ໄກ​ນີ້ມັນ​ຈຶ່ງ​ຖືກ​ຄວບ​ຄຸມ​ໂດຍ​ລັດຖະທຳ​ມະນູນ​ຂອງ​ລັດ​ເຊຍ​ຢ່າງ​ເຄັ່ງ​ຄັດ ​ແລະ​ໄດ້​ຮັບ​ການ​ອະນຸມັດ​ໂດຍ​ລັດຖະບັນຍັດ​ເລກທີ 549, ວັນ​ທີ 13 ​ເມສາ 1996, ຂອງ​ປະທານາທິບໍດີ​ລັດ​ເຊຍ, “ກ່ຽວ​ກັບລຳດັບ​ດຳ​ເນີນ​ການ​ປະສານ​ງານຂອງ​ປະທານາທິບໍດີ​ສະຫະພັນ​ທະ​ລັດ​ລັດ​ເຊຍ ກັບ​ສະ​ຖາ​ບັນ​ຕ່າງໆຂອງ​ລັດຖະສະພາ​ແຫ່ງ​ສະຫະພັນ​ທະ​ລັດ​ລັດ​ເຊຍ ​ໃນ​ຂະ​ບວນການ​ນິຕິບັນຍັດ”.

ກົນ​ໄກ​ປະສານ​ງານ​ຂອງ​ບັນດາ​ສາຂາ​ອຳນາດ​ລັດ​ຢູ່​ລັດ​ເຊຍ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ໂດຍ​ຜ່ານ​ຂໍ້​ກຳ​ນົດ​ຕ່າງໆ​ຂອງ​ລັດຖະທຳ​ມະນູນກ່ຽວ​ກັບຕຳ​ແໜ່​ງ, ບົດບາດ, ໜ້າ​ທີ່, ສິດ​ຂອບ​ເຂດ ​ແລະ​ພາລະ​ໜ້າ​ທີ່​ຂອງ​ປະທານາທິບໍດີລັດ​ເຊຍ. ລັດຖະທຳ​ມະນູນ​ແຫ່ງ​ສະຫະພັນ​ທະ​ລັດ​ລັດ​ເຊຍ​ປີ 1993 ລະບຸ: ປະທານາທິບໍດີ​ສະຫະພັນ​ທະ​ລັດ​ລັດ​ເຊຍ ມີ​ສິດ​ນຳໃຊ້ທຸກ​ມາດ​ຕະການ​ເພື່ອປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ສະຫະພັນ​ທະ​ລັດ​ລັດ​ເຊຍ, ຄວາມ​ເປັນ​ເອກະລາດ, ​ເອກະ​ພາບ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບຖ້ວນຂອງ​ຊາດ, ຮັບປະກັນ​ການ​ປະສານ​ສົມທົບ​ການ​ເຄື່ອນ​ໄຫວ​ ແລະພົວພັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ອຳນາດ​ລັດ (ຂໍ້ 2, ມາດຕາ 80). ປະທານາທິບໍດີ​ລັດ​ເຊຍ, ພິຈາລະນາ​ໃນ​ຫຼາຍ​ດ້ານ, ມີ​ຖານະ​ຕຳ​ແໜ່​ງພິ​ເສດ​ແລະ​ຮັກສາ​ບົດບາດ​ສຳຄັນ​ໃນການ​ຮັບປະກັນການ​ປະສານ​ງານ​ເປັນ​ເອກະ​ພາບລະຫວ່າງ​ບັນດາ​ສາຂາ​ອຳນາດ​ລັດ. ພວກ​ເຮົາ​ສາມາດ​ຈິນຕະນາການ​ເຖິງ​ຕຳ​ແໜ່​ງຂອງ​ປະທານາທິບໍດີ​ລັດ​ເຊຍ​ໃນ​ຖານະ​ທີ່​ເປັນ​ການ​ເຊື່ອມ​ໂຍງ​ລະຫວ່າງຝ່າຍ​ນິຕິບັນຍັດ ຝ່າຍ​ບໍລິຫານ ​ແລະ​ຝ່າຍ​ຕຸລາການ, ​ແມ່ນ​ຜູ້​ຕັດສິນ​ສູງ​ສຸດ​ຂອງ​ລັດ. ການ​ເຄື່ອນ​ໄຫວ​ປະສານ​ສົມທົບ​ອຳນາດ​ຂອງ​ປະທານາທິບໍດີ​ລັດ​ເຊຍ ສະ​ແດງ​ອອກ​ໃນ​ດ້ານ​ຕ່າງໆ: ​ໃນ​ດ້ານ​ບຸກຄະລາ​ກອນ​ລະດັບ​ສູງຂອງ​ກົງ​ຈັກ​ແຫ່ງ​ລັດ​ສະຫະພັນ​ທະ​ລັດ (ມາດຕາ 83); ​ໃນຂົງ​ເຂດ​ນິຕິບັນຍັດ (ມາດຕາ 104 ​ແລະ​ມາດຕາ 105); ​ໃນ​ຂົງ​ເຂດ​ຕຸລາການ (ຂໍ້ 3, ມາດຕາ 93; ຂໍ້ 1, ມາດຕາ 111; ຂໍ້ 4, ມາດຕາ 117).

ການ​ປະສານ​ສົມທົບ​ການ​ເຄື່ອນ​ໄຫວ​ຂອງ​ປະທານາທິບໍດີ​ລັດ​ເຊຍ ຍັງ​ສະ​ແດງ​ອອກ​ໃນບາງ​ດ້ານການ​ເຄື່ອນ​ໄຫວອື່ນ​ຂອງ​ປະທານາທິບໍດີ ​ໃນ​ຖານະປະມຸກ​ແຫ່ງ​ລັດ. ປະທານາທິບໍດີ​ມີ​ຄວາມ​ຮັບຜິດຊອບ​ສູງທັງ​​ດ້ານນິຕິບັນຍັດ, ບໍລິຫານ​​ແລະ​ຕຸລາການ. ຄວາມ​ຮັບຜິດຊອບ​ຂອງ​ປະທານາທິບໍດີ​ແມ່ນຕ້ອງ​ເສີມ​ຂະຫຍາຍ​ສຸດ​ຂີດ​ບົດບາດ​ຂອງ​ບັນດາ​ສາຂາ​ອຳນາດລັດ​ໃນ​ການ​ຄຸ້ມ​ຄອງ​ແລະ​ບໍລິຫານ​ສັງຄົມ; ກຳນົດ​ທິດ​ທາງ​ພື້ນຖານ​ໃນ​ນະ​ໂຍບາຍພາຍ​ໃນ​ແລະ​ນະ​ໂຍບາຍ​ຕ່າງປະ​ເທດຂອງ​ລັດ. ​ເພື່ອ​ແກ້​ໄຂຂໍ້​ຂັດ​ແຍ່ງ​ລະຫວ່າງ​ບັນດາ​ອົງການ​ອຳນາດ​ລັດ​ແຫ່ງ​ສະຫະພັນ​ທະ​ລັດ ​ແລະ ລະຫວ່າງ​ບັນດາ​ອົງການ​ອຳນາດ​ລັດຂອງ​ບັນດາ​ພາກສ່ວນ​ໃນ​ສະຫະພັນ​ທະ​ລັດ​ລັດ​ເຊຍ​ນຳ​ກັນ, ລັດຖະທຳ​ມະນູນ​ໃຫ້​ສິດ​ແກ່​ປະທານາທິບໍດີ​ໃນ​ການ​ໃຊ້​ວິທີ​ການ​ປະນີປະນອ​ມ ​ແລະ​ໃນ​ກໍລະນີທີ່​ບໍ່​ມີ​ການ​ປະນີປະນອມ, ປະທານາທິບໍດີສາ​ມາດນຳ​ບັນຫາ​ທີ່​ຕ້ອງ​ແກ້​ໄຂ​ນີ້​ໄປ​ໃຫ້​ສານ​ທີ່​ສົມ​ຄູ່ (ຂໍ້ 1, ມາດຕາ 85). ລັດຖະທຳ​ມະ​ນູນກໍ່​ໄດ້​ໃຫ້​ສິດ​ແກ່​ປະທານາທິບໍດີ​ໃນການ​ຍຸດຕິ​ການ​ນຳ​ໃຊ້​ເອກະສານ​ຂອງອົງການ​ບໍລິຫານສັງກັດ​ບັນດາ​ພາກສ່ວນ​ໃນ​ສະຫະພັນ​ທະ​ລັດ​ລັດ​ເຊຍ, ຖ້າເອກະສານດັ່ງກ່າວ​ຂັດ​ກັບ​ລັດຖະທຳ​ມະນູນ ​ແລະກົດໝາຍ​ຂອງລັ​ດ​ເຊຍ, ຂັດ​ກັບ​ມາດຕະຖານ​ສາກົນ​ທີ່​ລັດ​ເຊຍ​ຮັບຮ​ອງ, ຫຼື​ລະ​ເມີດ​ສິດທິ​ແລະ​ເສລີພາບ​ຂອງ​ມະນຸດ, ຂອງ​ພົນລະ​ເມືອງ ກ່ອນ​ທີ່​ບັນຫາ​ນັ້ນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍສານ​ທີ່​ສົມ​ຄູ່. ນອກຈາກ​ນັ້ນ, ລັດຖະທຳ​ມະນູນ​ຍັງ​ກຳນົດ: ​ເຖິງ​ວ່າ​ປະທານາທິບໍດີ​ລັດ​ເຊຍ​​ແມ່ນ​ຜູ້​​ບັນຊາ​ການ​ສູງ​ສຸດ​ຂອງກອງ​ກຳລັງ​ປະກອບ​ອາ​ວຸດ​ລັດ​ເຊຍ ​ແຕ່ດຳ​ລັດ​ຂອງ​ປະທານາທິບໍດີ​ກ່ຽວກັບສະພາບ​ການ​ສົງຄາມ, ກ່ຽວ​ກັບ​ສະຖານະ​ການ​ພິ​ເສດພຽງ​ແຕ່​ມີ​ຜົນ​ບັງຄັບ​ໃຊ້​ທາງ​ກົດໝາຍ​ເມື່ອ​ໄດ້​ຮັບ​ການ​ອະນຸມັດ​ຈາກສະພາ​ສະຫະພັນ​ທະ​ລັດ. ພ້ອມ​ກັນ​ນັ້ນ, ສະພາ​ສະຫະພັນ​ທະ​ລັດ​ກໍ່​ຕົກ​ລົງ​ບັນຫາ​ກ່ຽວ​ກັບ​ຄວາມ​ສາມາດ​ໃນ​ການ​ນຳ​ໃຊ້​ກຳລັງ​ປະກອບ​ອາວຸດ​ຢູ່​ນອກ​ອານາ​ເຂດ​ຂອງລັ​ດ​ເຊຍ (ຂໍ້ 1, ມາດຕາ 87 ​ແລະ​ບັນດາ​ຈຸດ ຂ, ຄ, ງ, ຂໍ້ 1, ມາດຕາ 102).

ຈາກ​ທິດ​ສະ​ດີ​ແລະ​ພາກ​ຕົວ​ຈິງ​ດັ່ງ​ຫ່າວ​ເທິງ​ນີ້, ອາດ​ຈະ​ເຫັນ​ວ່າ ການສຶກສາ​ ຄົ້ນຄວ້າທາ​ບທາມ​ແນວ​ຄິດກ່ຽວ​ກັບ “ການ​ແຍກ​ໃຊ້ສາມ​ອຳນາດ” ​ໃນ​ການ​ກໍ່ສ້າງ, ຈັດ​ຕັ້ງ​ກົງ​ຈັກ​ແຫ່ງ​ລັດ​ຢູ່​ຫວຽດນາມ​ຕ້ອງ​ອີງ​ບົນ​ຈິດ​ໃຈ: ບໍ່​ຮັບ​ເອົາ​ແນວ​ຄິດ “ການ​ແຍກ​ໃຊ້ສາມ​ອຳນາດ” ທັງ​ໝົດ​ແບບ​ເບົ້າ​ຫຼໍ່ ​ແຂງ​ກະດ້າງ, ​ແຕ່​ຕ້ອງ​ຮູ້​ກັ່ນ​ຕອງ​ບັນດາ​ປັດ​ໄຈ​ເຕັກນິກທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ມັນ ​ໃຫ້​ສອດຄ່ອງ​ກັບ​ເງື່ອນ​ໄຂ​ຂອງ​ຫວຽດນາມ. ​ເພາະວ່າ, ທິດ​ສະ​ດີ​ໜຶ່ງ ຫຼື​ຮູບ​ແບບ​ໜຶ່ງ... ​ເຖິງ​ວ່າ​ຈະ​ໄດ້​ພິສູດ​ໃນ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ​ໜຶ່ງ​ແລ້ວ ກໍ່​ບໍ່​ອາດ​ຈະ​ຖື​ເປັນ​ສັດຈະທຳ​ເພື່ອ​ສາມາດ​ໝູນ​ໃຊ້​ໃນ​ທຸກ​ປະ​ເທດ​ໄດ້.

ຕ່າງ​ກັບປະ​ເທດ​ທຶນ​ນິຍົມ, ຫວຽດນາມ​ຈັດ​ຕັ້ງ​ອຳນາດ​ລັດ​ຕາມ​ຫຼັກການ​ອຳນາດ​ເປັນເອກະພາບ, ບໍ່​ແຍກ​ໃຊ້, ​ແຕ່​ມີ​ການ​ແບ່ງ​ງານ, ປະສານ​ງານ ​ແລະ ກວດກາ​ລະຫວ່າງ​ບັນດາ​ອົງການ​ລັດ​ໃນ​ການ​ປະຕິບັດ​ບັນດາ​ອຳນາດ​ນິຕິບັນຍັດ, ບໍລິຫານ​ແລະ​ຕຸລາການ. ​ເນື້ອ​ແທ້​ຂອງ​ການ​ແບ່ງ​ງານ, ປະສານ​ງານ ​ແລະ​ກວດກາ​ລະຫວ່ງບັນດາ​ອົງການ​ລັດ​ໃນ​ການ​ປະຕິບ​ບັດບັນດາ​ອຳນາດ​ນິຕິບັນຍັດ, ບໍລິຫານ​ ແລະ​ຕຸລາການ​ນັ້ນ​ແມ່ນ: ກຳນົດ​ແຈ້ງ​ພາລະ​ບົດ​ບາດ, ໜ້າ​ທີ່​ຂອງ​ແຕ່ລະ​ຮູບ​ການ​ອົງການ​ລັດ, ອາ​ໃສ​ສິ່ງ​ດັ່ງກ່າວ​ປະສິດທິພາບ​ແລະປະສິດທິ​ຜົນ​ການ​​ເຄື່ອນ​ໄຫວ​ຂອງ​ອົງການ​ລັດ​ໄດ້​ຮັບ​ການ​ຍົກ​ສູງ; ຫຼີກ​ລ່ຽງ​ການ​ທັບ​ຊ້ອນ​ຢຽບ​ໃສ່​ກັນ, ຂັດ​ແຍ່ງ​ກັນ​ລະຫວ່າງບັນດາ​ອົງການ​ປະຕິບັດ​ສາມ​ສິດ​ອຳນາດ ກັບ​ບັນດາ​ພາລະ​ບົດ​ບາດ, ໜ້າ​ທີ່ສະ​ເພາະ​ຂອງ​ແຕ່​ລະ​ອົງການ, ຮັບປະກັນ​ການ​ເຄື່ອນ​ໄຫວ​ຢ່າງເຂົ້າ​ແກັບ​ເຂົ້າ​ເກຍ​ແລະ​ຄົບ​ຊຸດ​ຂອງທັງ​ສາມ​ອົງການ​ລັດ ​ໃນ​ຂະ​ບວນການປະຕິບັດອຳນາດ​ລັດ​ທີ່​ເປັນ​ເອກະ​ພາບ. ​ເນື້ອ​ໃນ​ຂອງ​ຫຼັກການ​ອຳນາດ​ລັດ​ແມ່ນ​ເປັນ​ເອກະ​ພາບ, ມີ​ການ​ແບ່ງ​ງານ, ປະສານ​ງານ ​ແລະ​ກວດກາ​ລະຫວ່າງ​ບັນດາ​ອົງການ​ລັດ​ໃນ​ການ​ປະຕິບັດບັນດາ​ອຳນາດ​ນິຕິບັນຍັດ, ບໍລິຫານ​ແລະ​ຕຸລາການນັ້ນ ສະ​ແດງ​ອອກ​ກ່ອນ​ອື່ນ​ໝົດ​ຢູ່​ທີ່, ອຳ​ນັດ​ລັດຍາມ​ໃດ​ກໍ່​ແມ່ນ​ຂອງ​ປະຊາຊົນ; ປະຊາຊົນ​ແມ່ນ​ເຈົ້າພາບ​ສູງ​ສຸດ​ແລະ​ໜຶ່ງ​ດຽວ​ຂອງ​ອຳນາດ​ລັດ.

ພວກ​ເຮົາ​ຮັບ​ເອົາ​ບັນດາ​ປັດ​ໄຈ​ທີ່​ສົມ​ເຫດ​ສົມ​ຜົນ​ໃນ​ວິທີ​ການຈັດ​ຕັ້ງ​ລັດຕາມ​ທິດ​ສະ​ດີ​ວ່າ​ດ້ວຍ “ການ​ແຍກ​ໃຊ້​ສາມອຳນາດ”, ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ຢູ່​ໃນ​ລັດຖະທຳ​ມະນູນ​ຫວຽດນາມ, ພິ​ເສດ​ແມ່ນ​ລັດຖະທຳ​ມະນູນ​ປີ 1946, ລັດຖະທຳ​ມະນູນປີ 1992 (ສະບັບ​ປັບປຸງ​ເພີ່ມ​ເຕີມ​ປີ 2001) ​ແລະ ລັດຖະທຳ​ມະນູນປີ 2013. ລະອຽດ​ຄື:

ຕາມ​ກຳນົດ​ຂອງລັດຖະທຳ​ມະນູນປີ 1946, ສະພາ​ປະຊາຊົນ​ແມ່ນ​ອົງການ​ທີ່​ມີ​ອຳນາດ​ສູງ​ສຸດ​ຂອງ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ, ​ໂດຍ​ປະຊາຊົນ​ຫວຽດນາມ​ເລືອກ​ຕັ້ງ​ຂຶ້ນ, ມີ “ອຳນາດ​ວາງ​ກົດໝາຍ​ຕ່າງໆ​ອອກ​ມາ”; ລັດຖະບານ​ແມ່ນ​ອົງການ​ບໍລິຫານ​ສູງ​ສຸດ​ຂອງ​ທົ່ວ​ປ​ະ​ເທດ, ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ​ວ່າ​ເປັນ​ອົງການ​ບໍລິຫານ​ສູງ​ສຸດ, ປະກອບ​ດ້ວຍ​ປະທານ, ຮອງ​ປະທານ ​ແລະຄະນະ​ລັດຖະມົນຕີ; ອົງການ​ຕຸລາການ​ຂອງ​ປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ​ປະກອບ​ດ້ວຍ ສານ​ສູງ​ສຸດ, ບັນດາ​ສານ​ອຸທອນ, ບັນດາ​ສານ​ຂັ້ນ​ສອງ​ແລະ​ສານ​ປະຖົມ, ​ແມ່ນ​ອົງການ​ທີ່​ເປັນ​ເອກະລາດ​ກັບ​ສະພາ​ປະຊາຊົນ ​ແລະ​ລັດຖະບານ, ຜູ້​ພິພາກສາ​ພຽງ​ແຕ່​ປະຕິບັດ​ຕາມ​ກົດໝາຍ​ໃນ​ລະຫວ່າງ​ການ​ພິຈາລະນາຄະດີ, ອົງການ​ອື່ນໆ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ແຊກ​ແຊງ. ທຽບ​ກັບລັດຖະທຳ​ມະນູນປີ 1946, ລະດັບ​ການສະ​ແດງ​ອອກ​ເຖິງ​ການກຳນົດ​ມອບ​ໝາຍ​ອຳນາດ​ຢູ່​ໃນລັດຖະທຳ​ມະນູນປີ 1959 ​ແລະ ລັດຖະທຳ​ມະນູນປີ 1980 ​ໄດ້​ມີ​ການ​ປ່ຽນ​ແປງ, ​ແຕ່​ໂດຍ​ພື້ນຖານ, ລັດຖະສະພາ​ຍັງ​ຄົງ​ເປັນ​ອົງການ​ນິຕິບັນຍັດ, ສະພາ​ລັດຖະບານ (ຕາມລັດຖະທຳ​ມະນູນປີ 1959) ຫຼື ຄະນະ​ລັດຖະມົນຕີ (ຕາມລັດຖະທຳ​ມະນູນປີ 1980) ຍັງ​ຄົງ​ເປັນ​ອົງການ​ບໍລິຫານ, ສານ​ແລະໄອຍະ​ການ ​ແມ່ນ​ອົງການ​ປະຕິບັດ​ພາລະ​ໜ້າ​ທີ່​ຂອງ​ອົງການ​ຕຸລາການ

​ເພື່ອ​ຫັນແນວທາງ​ການ​ປ່ຽນ​ແປງ​ໃໝ່​ເປັນອັນ​ລະອຽດ​, ລັດຖະທຳ​ມະນູນປີ 2013 ​ໄດ້​ຫັນ​ຫຼັກການ​ຈັດ​ຕັ້ງ​ອຳນາດ​ລັດເປັນ​ນິຕິ​ກຳ ບົນ​ພື້ນຖານ​ຮັກສາ​ທາດ​ແທ້​ລັດສັງຄົມ​ນິຍົມຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ, ໝູນ​ໃຊ້​ບັນດາ​ປັດ​ໄຈ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ບັນດາ​ທິດ​ສະດີກ່ຽວ​ກັບ​ການຈັດ​ຕັ້ງ​ອຳນາດ​ລັດ​ທີ່​ກ້າວໜ້າ ​ແລະ ວາງ​ຫຼັກການ​ອັນ​ພື້ນຖານ​ກ່ຽວ​ກັບ​ການຈັດ​ຕັ້ງ​ແລະ​ການເຄື່ອນ​ໄຫວຂອງ​ລັດ​ແຫ່ງສາທາ​ລະ​ນາ​ລັດ​ສັງຄົມ​ນິຍົມຫວຽດນາມ​ໃນ​ໄລຍະ​ໃໝ່: ອຳນາດ​ລັດ​ແມ່ນ​ເປັນ​ເອກະ​ພາບ, ມີ​ການ​ແບ່ງ​ງານ, ປະສານ​ງານ ​ແລະ​ກວດກາ​ລະຫວ່າງ​ບັນດາ​ອົງການ​ລັດ​ໃນ​ການປະຕິບັດ​ບັນດາ​ອຳນາດ​ນິຕິບັນຍັດ, ບໍລິການ​ ​ແລະ​ຕຸລາການ (ມາດຕາ 2 ລັດຖະທຳ​ມະນູນປີ 2013). ​ແຕກຕ່າງ​​ກັບຫຼັກການ “ການ​ແຍກ​ໃຊ້​ສາມ​ອຳນາດ”, ​ໃນ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມຫວຽດນາມ, ອຳນາດ​ລັດ​ແມ່ນ​ເປັນ​ເອກະ​ພາບ, ບໍ່​ແບ່ງ​ແຍກ ​ແລະ ຂຶ້ນ​ກັບ​ປະຊາຊົນ.

ອຳນາດ​ລັດ​ຢູ່​ຫວຽດນາມ​ມີ​ຕົ້ນ​ກຳ​ເນີ​ດຈາກ​ປະຊາຊົນ, ​ແຕ່​ເປັນ​ເອກະ​ພາບ​ແລະ​ລວມສູນ​ເຂົ້າ​ໃນ​ສະພາ​ແຫ່ງ​ຊາດ. ອຳນາດ​ລັດ​ເປັນ​ເອກະ​ພາບ​ແລະລວມສູນ​ເຂົ້າ​ໃນ​ສະພາ​ແຫ່ງ​ຊາດ ​ແຕ່​ໄດ້​ຮັບ​ການ​ແບ່ງ​ງານ​ຢ່າງ​ລະ​ອຽດ, ຈະ​ແຈ້ງ, ​ໃນ​ນັ້ນ ສະພາ​ແຫ່ງ​ຊາດ​ແມ່ນ​ອົງການ​ອຳນາດ​ລັດ​ສູງ​ສຸດ, ​ໄດ້ຮັບ​ການ​ແບ່ງ​ງານ​ໃຫ້​ປະຕິບັດ​ອຳນາດ​ນິຕິບັນຍັດ; ລັດຖະບານ​ປະຕິບັດ​ອຳນາດ​ບໍລິຫານ; ສານ​ປະຊາຊົນ​ພ້ອມ​ກັບ​ອົງການ​ໄອ​ຍະ​ການ​ປະຊາຊົນ​ໄດ້ຮັບ​ການ​ແບ່ງ​ງານ​ໃຫ້​ປະຕິບັດ​ອຳນາດ​ຕຸລາການ. ກ່ຽວ​ກັບ​ບັນດາ​ອົງການ​ລັດ​ຢູ່​ທ້ອງ​ຖິ່ນ, ສະພາ​ປະຊາຊົນ​ແລະ​ຄະນະ​ກຳມະການ​ປະຊາຊົນຂັ້ນ​ຕ່າງໆ​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງອົງການ​ອຳນາດ​ການປົກຄອງ​ຂັ້ນ​ເທິງ, ຕ້ອງ​ປະຕິບັດ​ຕາມ​ມະຕິ​ຕົກລົງ​ຂອງ​ອຳນາດ​ການ​ປົກຄອງ​ສູນ​ກາງ. ​ໃນ​ຂອບ​ເຂດ​ສິດ​ອຳນາດ​ຕາມ​ກົດໝາຍ, ບັນດາ​ອົງການ​ລັດ​ຢູ່​ທ້ອງ​ຖິ່ນ​ມີ​ສິດ​​ເສີມ​ຂະຫຍາຍ​ຄວາມ​ຄິດ​ປະດິດ​ສ້າງ, ວາງ​ມາດ​ຕະການ​ຕ່າງໆ​ເພື່ອ​ປະຕິບັດ​ກົດໝາຍ, ຂໍ້​ຕົກລົງ, ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ ​ແຕ່​ເດັດຂາດ​ບໍ່​ໄດ້​ວາງ​ຂໍ້ກຳນົດທີ່​ຝືນ​ກັບ​ເອກະສານ​ກົດໝາຍ ​ແລະ​ເອກະສານ​ອື່ນ​ຂອງ​ອຳນາດ​ການ​ປົກຄອງ​ຂັ້ນ​ເທິງ. ການ​ແບ່ງ​ງານ​ຢ່າງ​ຈະ​ແຈ້ງ, ​ແໜ້ນ​ແຟ້ນນັ້ນ ພຽງ​ແຕ່​ບັນລຸ​ໄດ້​ໃນ​ພາກ​ຕົວ​ຈິງ ​ຖ້າ​ຫາກ​ມີ​ການ​ຕິດຕາມ​ກວດກາ​ຊຶ່ງ​ກັນ​ແລະ​ກັນ. ການຕິດຕາມ​ກວດກາ​ແມ່ນ​ຈຳ​ເປັນ​ທີ່​ສຸດ, ​ແຕ່​ການຕິດຕາມ​ກວດກາບໍ່​ແມ່ນ​ການ​ຖ່ວງ​ດຸນ, ຂັດ​ແຍ່ງກົງຂ້າມກັນ. ການ​ຕິດຕາມ​ກວດກາ​ສະ​ແດງ​ອອກ​ຢູ່​ທີ່, ລັດຖະບານ​ຮັບຜິດຊອບ​ແລະລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຕົນ; ສະພາ​ແຫ່ງ​ຊາດຕັ້ງ​ຄຳ​ຖາມ​ແລະ​ອອກ​ມະຕິ​ກ່ຽວ​ກັບ​ວຽກ​ງານ​ຂອງ​ລັດຖະບານ; ສະພາ​ແຫ່ງ​ຊາດອາດ​ຈະ​ໄວ້​ວາງ​ໃຈ​ຫຼື​ບໍ່​ໄວ້​ວາງ​ໃຈ​ ຕໍ່​ລັດຖະບານຫຼື​ລັດຖະມົນຕີ​ບຸກຄົນ./.

​ໂດຍ ປອ. ​ເຈິ່ນ​ເຮົ້າ​ແທ່ງ

ຄະນະ​ຈັດ​ຕັ້ງ​ສູນ​ກາງ

-------------------

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 921 (​ເດືອນ​ກໍລະກົດ 2019)

(1) ກ.ມາກ ​ແລະ ຟ.​ອັງ​ແກນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1993, ​ເຫຼັ້ນ 5, ໜ້າ 242.

(2), (3) ​ເພິ່ງ: ​ເຈິ່ນ​ເຮົ້າ​ແທ່ງ: ພື້ນຖານ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ​ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ. ສພຈ. ທິດ​ສະ​ດີກາ​ນ​ເມືອງ, ຮ່າ​ໂນ້ຍ, 2005, ໜ້າ 126, 126.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ