ວັນຈັນ, 18/11/2019
ການປະຕິບັດໜ້າທີ່ຮັບຜິດຊອບຕໍ່ພັກແລະປະຊາຊົນ ຂອງສະມາຊິກພັກທີ່ເປັນຜູ້ແທນຂອງອົງການໂດຍປະຊາຊົນເລືອກຕັ້ງ: ສາຍພົວພັນຄູ່ທີ່ຕ້ອງແກ້ໄຂ ໃນການປ່ຽນແປງໃໝ່ແບບວິທີການນຳພາ ຂອງພັກກອມມູນິດຫວຽດນາມ
20/10/2019 11:21' ສົ່ງ ພິມ
ສະຫາຍ ຕ່ອງທິຝອງ, ກຳມະການກົມການເມືອງ, ຮອງປະທານປະຈຳການສະພາແຫ່ງຊາດ ພົບປະປະຊາຊົນຕາແສງກິມບິ່ງ, ເມືອງຈຽມຮ້ວາ, ແຂວງຕວຽນກວາງ (ພາບ: TTXVN)

ສາຍ​ພົວພັນ​ອິນ​ຊີ​ລະຫວ່າງ​ບົດບາດ, ໜ້າ​ທີ່, ຕຳ​ແໜ່​ງຂອງ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ ​ແລະ ຜູ້​ແທນ​ຂອງ​ອົງການ​ທີ່​ປະຊາຊົນ​ເລືອກ​ຕັ້ງ ກັບ​ການ​ນຳພາ ​ແລະ ​ການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ

ບົດບາດ, ໜ້າ​ທີ່, ຕຳ​ແໜ່​ງຂອງ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ ​ແລະ​ຜູ້​ແທນ​ຂອງ​ອົງການ​ທີ່​ປະຊາຊົນ​ເລືອກ​ຕັ້ງ ຍາມ​ໃດ​ກໍ່​ຕິດ​ແໜ້ນ​ແບບ​ອິນ​ຊີ​ກັບ​ການ​ນຳພາ ​ແລະການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງພັກ​ກອມ​ມູນິດ​ຫວຽດນາມ. ນັ້ນ​​ແມ່ນ​ຄວາມ​ຈິງ​ທີ່​ໄດ້​ຮັບ​ການ​ພິສູດ, ຢັ້​ງຢືນ​ໃນ​ພາລະກິດ​ການ​ປະຕິວັດ​ຫວຽດນາມ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ. ມັນ​ແຕກ​ຕ່າງ​ຢ່າງ​ສິ້ນ​ເຊີງ​ທາງ​ດ້ານ​ທາດ​ແທ້ ກັບ​ການຈັດ​ຕັ້ງ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະສະພາ​ໃນລະບອບ​ປະຊາທິປະ​ໄຕ​ແບບ​ຕາ​ເວັນ​ຕົກ, ​​ໂດ​ຍສະ​ເພາະ​ແບບ​ເອີຣົບຕາ​ເວັນ​ຕົກ, ​ເຊິ່ງຕົວ​ແທນ​ທີ່​ເກົ່າ​ແກ່​ທີ່​ສຸດ​ແມ່ນ​ລັດຖະສະພາ​ອັງກິດ​ແລະ​ຝຣັ່ງ ທີ່​ໄດ້​ປະກົດ​ຕົວ​ຂຶ້ນ​​ໃນ​ຕົ້ນ​ສະຕະວັດ​ທີ່​ສິບ​ສີ່. ນັ້ນ​ແມ່ນ​ການ​ຕໍ່ສູ້​ລະຫວ່າງ​ຊົນ​ຊັ້ນ​ນາຍທຶນ​ກັບລະບອບ​ສັກດິນາ​ໂດຍ​ມີ​ເຈົ້າ​ຊີວິດ​ເປັນ​ປະມຸກ, ກ່ຽວ​ກັບ​ສະ​ຖາ​ບັນ​ການ​ເງິນ​ສາທາລະນະທີ່​ກ່ຽວຂ້ອງ​ກັບ​ສິດທິ​ໃນ​ການຈັດ​ເກັບ​ພາສີ, ສິດທິ​ໃນ​ການ​ໃຊ້​ຈ່າຍ​ແລະ​ການຈັດ​ສ້າງງົບປະມານຂອງ​ປະ​ເທດ. ອຳນາດ​ຂອງ​ລັດຖະສະພາ​ໃນ​ອັງກິດ​ໄດ້​ຮັບ​ການ​ກໍ່​ຕັ້ງ​ຂຶ້ນ​ຢ່າງ​ເຕັມ​ສ່ວນ​​ໃນປີ 1689 ​ແລະ​ໃນ​ປະ​ເທດ​ຝຣັ່ງ, ຫຼັງ​ຈາກ​ຄວາມ​ຫຼົ້ມ​ເຫຼວຫຼາຍ​ຄັ້ງ, ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ການ​ປະຕິວັດ​ຂອງ​ຊົນ​ຊັ້ນ​ນາຍທຶນ​ຝຣັ່ງ​ໃນ​ປີ 1789, ​ແຕ່​ຕ້ອງ​ຮອດ​ປີ 1870 ​ໃນ​ສະ​ໄໝສາທາລະນະ​ລັດ​ທີ​ສາມ, ບົດບາດ​ຂອງ​ລັດຖະສະພາ​ຈຶ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເຕັມ​ສ່ວນ. ​ແຕ່, ທາດ​ແທ້​ຂອງ​ລັດຖະສະພາ​ນາຍທຶນ ທີ່​ມີ​ສະມາຊິກ​ສະພາ​ສ່ວນຫຼາຍຍັງ​ເປັນ​ຕົວ​ແທນ​ໃຫ້​ແກ່​ຊົນ​ຊັ້ນ​ນາຍທຶນ​ເທົ່າ​ນັ້ນ ບໍ່​​ເປັນ​ຕົວ​ແທນ​ຂອງ​ຊຸມ​ຊົນ​ແຮງ​ງານ​ທີ່​ກວ້າງຂວາງ, ສ່ວນ​ສິດ​ປະຊາທິປະ​ໄຕ​ນັ້ນ ​​ເນື້​ອ​ແທ້​ແມ່ນ​ປະຊາທິປະ​ໄຕ​ນາຍທຶນ. ​ໃນ​ລະບອບ​ສັກ​ດິນາ​ຫວຽດນາມ​ບໍ່​ມີ​ລັດຖະສະພາ, ສ່ວນ​ສະພາ​ຢູ່​​ໃນ​ລະດັບທ້ອງ​ຖິ່ນ​ໃນ​ລະບອບ​ຫົວເມືອງ​ຂຶ້ນ ​ເຄິ່ງສັກດິນາ​ນັ້ນ ​ແມ່ນ​ຖືກ​ສ້າງ​ຂຶ້ນ​ໂດຍ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ. ພຽງ​ແຕ່​ເມື່ອພັກ​ກອມ​ມູນິດ​ຫວຽດນາມກຳ​ເນີ​ດ​ເກີດ​ຂຶ້ນ, ​ເພື່ອ​ສະ​ແດງ​ເຈດ​ຈຳນົງ​ຂອງ​ປະຊາຊົນ​ທັງ​ໝົດ, ກ່ອນ​ທີ່​ຈະ​ຕັດສິນ​ການ​ລຸກ​ຮື​ຂຶ້ນທົ່ວ​ປະ​ເທດ​​ໃນ​ເດືອນ​ສິງ​ຫາ​ປີ 1945, ປະທານ​ໂຮ່ຈີ​ມິນ ​ແລະ ສູງ​ການ​ພັກ​ ໄດ້ຕົກລົງ​ຮຽກປະຊຸມ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຢູ່ ​ເຕິ​ນຈ່າວ (ເມືອງ​ເຊີນ​ເຢືອງ, ​ແຂວງ​ຕວຽນ​ກວາງ), ອົງການຈັດຕັ້ງຕົ້ນກຳເນີດ​ຂອງ​ສະພາ​ແຫ່ງ​ຊາດ​ຂອງ​ຫວຽດນາມ. ບໍ່ພໍ​ເທົ່າ​ໃດ​ເດືອນຫຼັງ​ຈາກ​ຍາດ​ໄດ້​ອຳນາດ​ການ​ປົກຄອງ ​ແລະ ປະກາດ​ຄວາມ​ເປັນເອກະລາດ​ໃນ​ວັນ​ທີ 2 ກັນຍາ 1945, ພັກ​ກອມ​ມູນິດ​ຫວຽດນາມ, ນຳ​​ໂດຍ​ປະທານ​ໂຮ່ຈີ​ມິນ, ​ໄດ້​ຕົກລົງ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ ​ໃນ​ຮູບ​ແບບ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ໃນ​ວັນ​ທີ 6 ມັງກອນ 1946. ຄື​ແນວ​ນັ້ນ​ແມ່ນ, ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ​ຫວຽດນາມ, ສະພາ​ແຫ່ງ​ຊາດ​ຂອງ​ລັດ​ປະຊາທິປະ​ໄຕ​ປະຊາຊົນ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຂຶ້ນ​ໂດຍ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ.

ການ​ຕໍ່ຕ້ານ​ຕ້ານພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ​ແລະ​ຈັກກະພັດ​ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ ​ໄດ້​ແກ່ຍາວ​ໄລຍະ​ເວລາ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທຳ​ອິດ​ເປັນ​ເວລາ​ເກືອບ 14 ປີ  (1946-1960). ປະ​ເທດ​ຖືກ​ແບ່ງ​ອອກ​ເປັນ​ສອງ​ພາກ ​ແລະ ຕ້ອງ​ປະຕິບັດ​ສອງ​ຍຸດ​ທະ​ສາດ​ທີ່​ຕ່າງ​ກັນ: ການ​ປະຕິວັດ​ສັງຄົມ​ນິຍົມຢູ່​ພາກ​ເໜືອ ​ແລະ ການ​ປະຕິວັດຊາດ​ປະຊາທິປະ​ໄຕ​ປະຊາຊົນ​ຢູ່​ພາກ​ໃຕ້. ສະພາ​ແຫ່ງ​ຊາດ​ຊຸດ​ທີ II, III, IV ​ແລະ V ທີ່​ໄດ້​ຮັບ​ການ​​ເລືອກ​ຕັ້ງ​ຂຶ້ນ​ຢູ່​ພາກ​ເໜືອ ພ້ອມ​ກັນ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຂຶ້ນຢູ່ບັນດາ​ທ້ອງ​ຖິ່ນ ​ໂຮ​ມເຂົ້າ​ເປັນລະບົບ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງຈາກ​ສູນ​ກາງລົງ​ຮອດ​ຂັ້ນ​ທ້ອງ​ຖິ່ນ, ອົງການ​ອຳນາດ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ເຈດ​ຈຳນົງ​ແລະ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ. ຢູ່​ພາກ​ໃຕ້, ​ແນວ​ໂຮມ​ແຫ່ງ​ຊາດ​ປົດປ່ອຍ​ພາກ​ໃຕ້​ຫວຽດນາມ ​ແມ່ນ​ກຳລັງ​ທີ່ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​, ​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ສາມັກຄີ​ທົ່ວປວງ​ຊົນ, ​ໄດ້​ຕໍ່ສູ້​ຢ່າງ​ເດັດດ່ຽວ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ​ແລະພວກ​ລູກ​ແຫຼ້ງ​ຕີນ​ມື​ຂອງ​ພວກມັນ. ຫຼັງ​ຈາກ​ວັນ​ທີ 30 ​ເມສາ 1975, ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ​ໂດຍ​ຮັບ​ຮູ້​ແຈ້ງກ່ຽວ​ກັບ​ຄວາມ​ສຳຄັນຂອງ​ການ​ຮັບປະກັນຄວາມ​ຖືກຕ້ອງ​ດ້ານ​ກົດໝາຍ​ ຂອງ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່ທາງ​ດ້ານ​ລັດທີ່​ຫາ​ກໍ່​ຍາດ​ມາ​ໄດ້, ​ແຕ່​ວັນ​ທີ 15 ​ເຖິງ​ວັນ​ທີ 21 ພະຈິກ 1975, ກອງ​ປະຊຸມ​ປຶກສາ​ຫາລື​ການ​ເມືອງ​ການ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ​ໄດ້ຈັດ​ຂຶ້ນ​ທີ່​ໄຊ​ງ່າ​ນ (ປະຈຸ​ບັນ​ແມ່ນ​ນະຄອນ​ໂຮ່ຈີ​ມິນ). ກອງ​ປະຊຸມ​ໄດ້​ເປັນ​ເອກະສັນ​ກ່ຽວ​ກັບ​ການ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ​ທາງ​ດ້ານ​ລັດ ​ແລະ ຕົກລົງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ໃນເຄິ່ງຕົ້ນປີ 1976. ວັນ​ທີ 25 ​ເມສາ 1976, ການ​ເລືອກ​ຕັ້ງ​ສະມາຊິກສະພາ​ແຫ່ງ​ຊາດ​ໄດ້​ຈັດ​​ຂຶ້ນ​ໃນ​ທົ່ວ​ປະ​ເທດ. ວັນ​ທີ 24 ມິຖຸນາ 1976, ກອງປະຊຸມສາມັນ​ຄັ້ງ​ທີ​ໜຶ່ງ​ ຂອງສະພາ​ແຫ່ງ​ຊາດ​ຊຸດ​ທີ​ສີ່ ​ໄດ້​ຈັດ​ຂຶ້ນທີ່​ຮ່າ​ໂນ້ຍ ຂີດ​ໝາຍ​ໜ້າ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ສະພາ​​ແຫ່ງຊາດ​ຫວຽດນາມ ພາຍ​ໃຕ້​ການ​ນຳພາອັນ​ສະຫຼາດ​ສ່ອງ​ໃສ ມີ​ລັກສະນະ​ຖືກ​ກົດໝາຍ​ສູງ​ ຂອງພັກ​ກອມ​ມູນິດ​ຫວຽດນາມ. ຜ່ານ​ສະພາ​ແຫ່ງ​ຊາດຊຸດ​ຕ່າງໆ 14 ຊຸດ​ຕໍ່​ເນື່ອງ​ກັນ, ບົດບາດທີ່​ຕັ້ງ, ຕຳ​ແໜ່​ງ ​ແລະ ການ​ປ່ຽນ​ແປງ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງຂອງສະພາ​ແຫ່ງ​ຊາດ, ສະພາປະຊາຊົນຂັ້ນ​ຕ່າງ​ໆ ລ້ວນ​ແຕ່​ຕິດ​ແໜ້ນ​ແບບ​ອິນ​ຊີ​ກັບ​ການ​ນຳພາ ​ແລະ ການ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ, ສອດຄ່ອງ​ກັບ​ແຕ່ລະ​ໄລຍະ, ​ແຕ່​ລະສະ​ໄໝ​ປະຕິວັດ. ສະພາບ​ຄວາມ​ເປັນ​ຈິງ​ໃຫ້​ເຫັນ​ວ່າ, ສະພາ​ແຫ່ງ​ຊາດຫວຽດນາມ​ແລະສະພາປະຊາຊົນຂັ້ນ​ຕ່າງໆ ​ມີ​ທາດ​ແທ້​ແມ່ນ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ​ເພື່ອ​ປະຊາຊົນ ພາຍ​ໃຕ້​ການ​ນຳພາ​ຂອງພັກ​ກອມ​ມູນິດ​ຫວຽດນາມ. ສິ່ງ​ດັ່ງກ່າວໝາຍ​ຄວາມ​ວ່າ ມັນ​ແມ່ນ​ອົງການ​ອຳນາດທີ່​ເປັນ​ຕົວ​ແທນ​ໃຫ້​ເຈດ​ຈຳນົງ​ແລະ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ ຂອງ​ພັກໜຶ່ງ​ທີ່​ກຳ​ອຳນາດ ​ແລະ ຕ້ອງ​ມີ​ລັກສະນະ​ພັກ​ສູງທີ່​ສຸດ. ​ໃນ​ໝູ່​ຄະນະ​ຄື​ແນວ​ນັ້ນ, ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ ກໍ່​ຄື​ສະມາ​ຊິກສະພາປະຊາຊົນ ​ໄດ້ຊາບ​ຊຶມ​ທາດ​ແທ້​ແລະ​ຫຼັກການ​ນັ້ນ. ປະຈຸ​ບັນ, ບັນດາ​ຫຼັກການ​ທີ່​ມີ​ລັກສະນະ​ປະຫວັດສາດ​ນີ້​ຍັງ​ມີ​ຄຸນຄ່າ​ດັ່ງ​ເດີມ.

​ເພີ່ມ​ທະວີ​ແລະ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ ຕໍ່​​ອົງການໂດຍ​ປະຊາຊົນ​ເລືອກ​ຕັ້ງ ​ແລະ ບັນດາ​ຜູ້​ແທນ​ທີ່​ປະຊາຊົນ​ເລືອກ​ຕັ້ງ

ປະຈຸ​ບັນ​ນີ້, ມີ​ສີ່​ລັກສະນະ​ທີ່​ປ່ຽນ​ແປງ​ໂລກ​ຢ່າງ​ເລິກ​ເຊິ່ງ, ນັ້ນ​ຄື: 1- ການລະ​ເບີດ​ຂອງ​ການ​ປະຕິວັດ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ນຳ​ໜ້າ​ໂດຍ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ​ເຮັດ​ໃຫ້​ກຳລັງ​ການ​ຜະລິດ​ແລະ​ແບບ​ວິທີ​ການ​ຜະລິດ​ໃນ​ໂລກມີ​ການ​ປ່ຽນ​ແປງ​ຢ່າງ​ໄວວາ; 2- ການ​ເຊື່ອມ​ໂຍງ​ສາກົນ​ແມ່ນ​ທ່າ​ອຽງ​ທີ່​ບໍ່​ສາມາດ​ປ່ຽນ​ປິ້ນ​ໄດ້; 3- ການ​​ເກີດ​ຂຶ້ນ​ຂອງ​ແນວ​ຄິດ​ສຸດ​ຂົ້ວ​ກ່ຽວ​ກັບ​ຊົນ​ຊາດ, ສາສະໜາ, ຄວາມ​ບໍ່ພໍ​ໃຈ​ທາງ​ການ​ເມືອງ, “ການ​ບໍ່​ເຊື່ອ​ຟັງ​ທາງ​ແພ່ງ”; 4- ການ​ຕໍ່ສູ້​ຍາດ​ເອົາ​ຄວາມ​ເປັນ​ເອກະລາດ​ທາງ​ດ້ານ​ເສດຖະກິດ ​ແລະການ​ເມືອງ​ມີ​ຄວາມ​ສັບສົນ​ກວ່າ​ແຕ່​ກ່ອນ. ນອກຈາກ​ສີ່​ລັກສະນະ​ເທິງ​ນີ້, ຢູ່​ຫວຽດນາມ​ຍັງ​ມີ​ລັກສະນະ​ໜຶ່ງ​ອີກ​ຄື ການ​ພັດທະນາ​ທາງ​ດ້ານ​ຄຸນ​ນະພາ​ບຂອງກຳລັງ​ການ​ຜະລິດ, ການ​ພົວພັນ​ການ​ຜະລິດ ​ແລະ ​ໂຄງ​ບົນ (ລັດ, ກົດໝາຍ, ວັດທະນະທຳ) ພ້ອມ​ທັງ​ທີ່​ຕັ້ງ​ພູມ​ສາດ-​ເສດຖະກິດ, ພູມ​ສາດ-ການ​ເມືອງ​ຂອງ​ຫວຽດນາມ ​ແລະ ​ບັນດາ​ຂໍ້​ຂັດ​ແຍ່ງ​ພາຍ​ໃນ ​​ເຊິ່ງຮຽກຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ເພີ່ມ​ທະວີ​ການ​ນຳພາ ​ແລະ ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ ​ໃນ​ສາມ​ບັນຫາ​ຫຼັກ, ນັ້ນ​ຄື: 1- ປ່ຽນ​ແປງ​ໃໝ່​ທາງ​ດ້ານ​ຄວາມ​ຮັບ​ຮູ້, ຈິນຕະນາການ​ທິດ​ສະ​ດີ​ໃນ​ລະດັບ​ສູງ​ໃໝ່; 2- ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ​ຕໍ່​ລັດ​ແລະ​ສັງຄົມ; 3- ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ມະຫາຊົນ, ວຽກ​ງານ​ໂຄສະນາ, ຂົນຂວາຍ​ປະຊາຊົນ.

​ໃນ​ສະພາບ​ການ​ນັ້ນ, ​ແບບ​ວິທີ​ການ​ນຳພາ​ຂອງ​ພັກ​ຕໍ່​ລັດ​ຕ້ອງ​ສືບ​ຕໍ່​ໄດ້​ປ່ຽນ​ແປງ​ໃໝ່ຕາມ​ຈິດ​ໃຈ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງພັກ​ກອມ​ມູນິດ​ຫວຽດນາມ: “ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ປະຕິບັດ​ແລະ​ປ່ຽນ​ແປງ​ໃໝ່​ຢ່າງ​ແຂງ​ແຮງ​ແບບ​ວິທີ​ການ​ນຳພາຂອງ​ພັກ ​ຕໍ່​ລະບົບ​ການ​ເມືອງ, ພິ​ເສດ​ແມ່ນ​ນຳພາ​ລັດ”(1). ​​ໂດຍເປັນ​ໜຶ່ງ​ໃນ​ສາມ​ສາຂາ​ຂອງ​ອຳນາດ​ລັດ, ບົດບາດ​ຂອງສະພາ​ແຫ່ງ​ຊາດແລະບັນດາ​ອົງການ​ທີ່​ປະຊາຊົນ​ເລືອກ​ຕັ້ງ​ຢູ່​ທ້ອງ​ຖິ່ນ ຕ້ອງ​ໄດ້​ຈັດ​ຢູ່​ໃນ​ຕຳ​ແໜ້ງທີ່​ເໝາະ​ສົມ, ພ້ອມ​ກັນ​ນັ້ນ ການ​ນຳພາ​ຂອງ​ພັກ​ຕໍ່​ກັບສະພາ​ແຫ່ງ​ຊາດ​ແລະ​ບັນດາ​ອົງການ​ທີ່​ປະຊາຊົນ​ເລືອກ​ຕັ້ງ​ຢູ່​ທ້ອງ​ຖິ່ນ ກໍ່​ຕ້ອງ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ພິ​ເສດ, ດ້ວຍ​ເຫດຜົນ​ດັ່ງ​ຕໍ່​ໄປ​ນີ້:

​ເຖິງ​ວ່າ​ອຳນາດ​ລັດ​ແມ່ນ​ເປັນ​ເອກະ​ພາບ, ມີ​ການ​ແບ່ງ​ງານ, ປະສານ​ສົມທົບ, ກວດກາ​ລະຫວ່າງ​ບັນດາ​ອງການ​ລັດ ​ໃນ​ການປະຕິບັດ​ບັນດາ​ອຳນາດ​ນິຕິບັນ​ຍັດ ​ອຳນາດ​ບໍລິຫານແລະ​ອຳນາດ​ຕຸລາການ ​ແລະ ​ໄດ້​ຕັ້ງ​ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ​ແຕ່​ລັດ​ແຫ່ງ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ​ແມ່ນ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ​ ແລະ​ເພື່ອ​ປະຊາຊົນ. ​ໃນ​ນັ້ນ, ສະພາ​ແຫ່ງ​ຊາດ​ແມ່ນ​ອົງການ​ທີ່​ເປັນຕົວ​ແທນ​ສູງ​ສຸດ​ຂອງ​ປະຊາຊົນ, ອົງການ​ອຳນາດ​ລັດ​ສູງ​ສຸດ​ຂອງ​ປະ​ເທດ​ສະ​ທາ​ລະນະ​ລັດສັງຄົມ​ນິຍົມຫວຽດນາມ; ສະພາປະຊາຊົນຂັ້ນ​ຕ່າງໆ​ແມ່ນ​ອົງ​ການ​ອຳນາດ​ລັດ​ຢູ່​ທ້ອງ​ຖິ່ນ.

ສະພາ​ແຫ່ງ​ຊາດ​ແມ່ນ​ອົງການທີ່​ປະຕິບັດອຳນາດນິຕິບັນຍັດ ສ້າງ​ລັດຖະທຳ​ມະນູນ, ສ້າງ​ກົດໝາຍ, ຕັດສິນ​ຕົກລົງ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ ​ແລະ ປະຕິບັດ​ການ​ຕິດຕາມ​ກວດກາ​ສູງ​ສຸດ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ລັດ, ສະພາປະຊາຊົນຕັດສິນ​ຕົກລົງ​ບັນດາ​ບັນຫາ​ຂອງ​ທ້ອງ​ຖິ່ນ, ຕິດຕາມ​ກວດກາ​ການ​ຜັນ​ຂະຫຍາຍ​ປະຕິບັດລັດຖະທຳ​ມະນູນ​ແລະ​ກົດໝາຍ​ຢູ່​ທ້ອງ​ຖິ່ນ. ອາດ​ຈະ​ເວົ້າ​ໄດ້​ວ່າ, ບັນດາ​ມະຕິ​ຂອງ​ພັກ​ກ່ຽວ​ກັບ​ເສດຖະກິດ, ສັງ​ຄົມ, ການ​ປ້​ອງ​ກັນ​ປະ​ເທດ, ການ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ ຕ້ອງໄດ້ຫັນ​ເປັນ​ນິຕິ​ກຳ​ໃນ​ກົດໝາຍ, ມະຕິ​ຂອງສະພາ​ແຫ່ງ​ຊາດ ​ແລະ ​ຂອງສະພາປະຊາຊົນ ຈຶ່ງ​​ເຂົ້າ​ໃນ​ຊີວິດ​ໄດ້, ດັ່ງ​ນັ້ນ ສະພາ​ແຫ່ງ​ຊາດ, ສະພາປະຊາຊົນ​ແມ່ນ​ບ່ອນ​ທຳ​ອິດ, ຂອດ​ສຳຄັນ​ທີ່​ສຸດ ​ເພື່ອ​ຜັນ​ຂະຫຍາຍ​ມະຕິ​ຂອງ​ພັກ, ສ້າງ​ລັກສະນະ​ນິຕິ​ທຳ​ໃຫ້​ມະຕິ​ຂອງ​ພັກ​ໃນ​ຂະ​ບວນການຈັດ​ຕັ້ງ​ປະຕິບັດ.

​ໃນ​ສະພາບ​ການ​ໃໝ່, ​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ “ຫັນປ່ຽນ​ໂດຍ​ສັນຕິ”, ບັນດາ​ອິດ​ທິກຳລັງ​ສັດຕູ​ມີ​ກົນອຸບາຍ​ຜ່ານສະພາ​ແຫ່ງ​ຊາດ, ສະພາປະຊາຊົນ ​ເພື່ອ​ປ່ຽນ​​ເປົ້າ​ໝາຍ, ປ່ຽນບັນດາ​ປັດ​ໄຈ​ດ້ານກົດໝາຍ ​ແລະ ​ທຳລາຍ​ບົດບາດນຳ​ພາ​ຂອງ​ພັກ, ​ຊ້ຳ​ຍັງພະຍາຍາມລົບ​ລ້າງ​ການ​ນຳພາ​ຂອງ​ພັກ​ຕໍ່​ລະບົບ​ອົງການ​ທີ່​ປະຊາຊົນ​ເລືອກ​ຕັ້ງ​ຂຶ້ນ.

ດັ່ງ​ນັ້ນ, ການ​ນຳພາ​ຂອງ​ພັກ​ຕໍ່ສະພາ​ແຫ່ງ​ຊາດ, ສະພາປະຊາຊົນມີ​ຄວາມ​ສຳຄັນ​ທີ່​ສຸດ, “ປັດ​ໄຈ​ຕັດສິນ​ເພື່ອ​ໃຫ້ສະພາ​ແຫ່ງ​ຊາດປະຕິບັດສຳ​ເລັດໜ້າ​ທີ່​ທີ່​ປະຊາຊົນ​ມອບ​ໝາຍ​ໃຫ້”(2). ບົດບາດ​ແລະ​ທີ່​ຕັ້ງ​ຂອງ​ສະພາ​ແຫ່ງ​ຊາດທັງ​ໃນ​ລະດັບສາກົນ​ແລະ​ໃນ​ປະ​ເທດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ກວມ​ເອົາ​ຕຳ​ແໜ່​ງທີ່​ສຳຄັນ​ໃນ​ກິດ​ຈະ​ກຳ​ການ​ເມືອງ​ຂອງ​ປະ​ເທດ, ຍິ່ງ​ຮຽກຮ້ອງ​ໃຫ້ການ​ນຳພາ​ຂອງ​ພັກຕໍ່ສະພາ​ແຫ່ງ​ຊາດ, ສະພາປະຊາຊົນ ຕ້ອງ​​ໄດ້​ນຳພາ​ຢ່າງຮອບດ້ານ ​ໂດຍ​ກົງ​ແລະ​ຕໍ່​ເນື່ອງ ​ເຊິ່ງລວມສູນ​ໃສ່​ສີ່​ຂອດ​ທີ່​ສຳຄັນລຸ່ມ​ນີ້:

ທີ​ໜຶ່ງ, ຕ້ອງ​ກໍ່ສ້າງ​ລະບົບ​ອົງການ​ທີ່​ປະຊາຊົນ​ເລືອກ​ຕັ້ງ ນັບ​ແຕ່ສະພາ​ແຫ່ງ​ຊາດ​ເຖິງສະພາ​ປະຊາຊົນ​ຂັ້ນ​ຕ່າງໆ ຕາມ​ທິດ​ກ້າວໜ້າ. ຄວາມ​ກ້າວໜ້າ​ປະກອບ​ດ້ວຍ​ຄວາມໝັ້ນຄົງ, ຄວາມ​ຍືນ​ຍົງ, ການ​ປ່ຽນ​ແປງ​ໃໝ່, ຄວາມ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ ​ຂອງ​ອົງການ​ທີ່​ປະຊາຊົນ​ເລືອກ​ຕັ້ງ.

ທີ​ສອງ, ຕ້ອງ​ນຳພາ​ແລະ​ກຳ​ໄດ້​ແນວ​ຄິດ​ການ​ເມືອງ​ຂອງ​ລະບົບ​ອົງການທີ່​ປະຊາຊົນ​ເລືອກ​ຕັ້ງ ​ແລະ ບັນດາຜູ້​ແທນ​ທີ່​ມາ​ຈາກ​ການ​ເລືອກ​ຕັ້ງ, ຮັບປະກັນ​ບໍ່​ຫຼົງ​ທິດ, ຕ້ານ​ຄວາມ​ເຊື່ອມ​ໂຊມ​ທາງ​ດ້ານ​ແນວ​ຄິດ​ການ​ເມືອງ, “ຫັນປ່ຽນ​ດ້ວຍ​ຕົນ​ເອງ”, “ປ່ຽນ​ແປງ​ດ້ວຍ​ຕົນ​ເອງ” ​ໃນ​ພະນັກງານ, ສະມາຊິກ​ພັກ​ຢູ່​ໃນ​ອົງການ​ທີ່​ປະຊາຊົນ​ເລືອກ​ຕັ້ງ.

ທີ​ສາມ, ການ​ນຳພາ​ຂອງ​ພັກ​ຕໍ່ສະພາ​ແຫ່ງ​ຊາດ​​ຜ່ານ​ແນວທາງ, ມະຕິ, ຄຳ​ສັ່ງ ຕ້ອງ​ແທດເໝາະ, ຖືກຕ້ອງ​ເພື່ອ​ໃຫ້ສະພາ​ແຫ່ງ​ຊາດ, ສະພາປະຊາຊົນ ຈັດ​ຕັ້ງ​ການ​ປະຕິບັດ. ການ​ນຳພາ​ນີ້​ຕ້ອງ​ອີງ​ໃສ່​ພາລະ​ບົດບາດ, ໜ້າ​ທີ່​ຂອງສະພາ​ແຫ່ງ​ຊາດ​ແລະສະພາປະຊາຊົນ, ​ແຕ່​ຕ້ອງ​ຮອບດ້ານ, ​ແໜ້ນ​ແຟ້ນ, ຫຼີກລ່ຽງການ​ລະອຽດ​ສະ​ເພາະ​, ການ​ຂາດ​ຄວາມ​ຍືດຫຍຸ່ນ, ການຮັດ​ແຄບ​ໃນຂອບ​ເຂດ​ປຶກສາ​ສົນທະນາ​ແລະ​ຕັດສິນຕົກລົງຂອງສະພາ​ແຫ່ງ​ຊາດ​ແລະສະພາປະຊາຊົນ. ບັນດາ​ມະຕິ​ຂອງ​ພັກ​ຕໍ່ສະພາ​ແຫ່ງ​ຊາດ​ແລະສະພາປະຊາຊົນ ຄວນ​ກຳນົດ​ທິດ​ທາງ​ໃຫຍ່ມີ​ລັກສະນະ​ຫຼັກການ. ພ້ອມ​ກັນ​ນັ້ນ, ພັກ​ກໍ່​ຕ້ອງ​ກຳ​ແໜ້ນ​ແລະ ປະຕິບັດ​ຕາມ​ຫຼັກການ: ບັນດາ​ອົງການ​ຈັດ​ຕັ້ງ​ພັກ​ແລະ​ສະມາຊິກ​ພັກ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ລັດຖະທຳ​ມະນູນ​ແລະ​ກົດໝາຍ.

ທີ​ສີ່, ພັກຕ້ອງ​ເພີ່ມ​ທະວີແລະ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ພະນັກງານ ຕໍ່​ຜູ້​ທີ່​ໄດ້​ຮັບ​​ແບ່ງ​ງານ​ເປັນ​ຜູ້​ແທນທີ່​ຖືກ​ເລືອກຕັ້ງ​ທຸກ​ລະດັບ, ຮັບ​ປະກັນ​ທາງ​ດ້ານ​ປະລິມານ​ແລະ​ຄຸນ​ນະພາ​ບ, ພິ​ເສດ​ແມ່ນ ສຳລັບ​ພະນັກງານ​ທີ່​ເປັນ​ສະມາຊິກສະພາ​ແຫ່ງ​ຊາດ, ສະພາປະຊາຊົນ ​ເຮັດ​ເຕັມ​ເວລາ ​ເພື່ອ​ໃຫ້​ສະມາຊິກ​ພັກ-ຜູ້​ແທນປະຊາຊົນ ສາມາດ​ປະຕິບັດ​ເປັນ​ຢ່າງ​ດີ​ໜ້າ​ທີ່​ຂອງ​ຕົນ ທີ່​ໄດ້​ລະບຸ​ໄວ້​ໃນ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງສະພາ​ແຫ່ງ​ຊາດ ​ແລະ ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ. ຢາກ​ຮັບ​ປະກັນ​ການ​ນຳພາ​ຂອງ​ພັກ​ຕໍ່​ກັບ​ວຽກ​ງານ​ພະນັກງານ ​ເຊິ່ງ​ເປັນ​ຜູ້​ແທນທີ່​ຖືກ​ເລືອກຕັ້ງ​ນັ້ນ ຕ້ອງ​ຮັກສາ​ສີ່​ຫຼັກການ​ລຸ່ມ​ນີ້​ໃຫ້​ໄດ້:

ຫຼັກການ​ທຳ​ອິດ, ຫຼັກການຕັດສິນ​ເບື້ອງ​ຕົ້ນ​ແມ່ນ​ຈຳນວນ​ສະມາຊິກ​ຂອງ​ພັກ​ໃນສະພາ​ແຫ່ງ​ຊາດ, ສະພາປະຊາຊົນຕ້ອງ​ກວມ​ເອົາ​ອັດຕາ​ສ່ວນ​ຫຼາຍ ຄື​​ກັບ​ທຸກ​ພັກ​​ກຳ​ອຳນາດ​ໃນ​ລັດຖະສະພາ​ແລະ​ສະພາ​ທ້ອງ​ຖິ່ນ​ໃນ​ປະ​ເທດ​ຕ່າງໆ.

ຫຼັກການທີ​ສອງ, ສະມາຊິກ​ພັກ​ຕ້ອງ​ກຳ​ໄດ້​ບັນດາ​ຕຳ​ແໜ່​ງຫຼັກ​ໃນສະພາ​ແຫ່ງ​ຊາດ​ແລະ​ສະພາ​ປະຊາຊົນ, ​ໂດຍ​ສະ​ເພາະ​ແມ່ນຕຳ​ແໜ່​ງສຳຄັນ, ຢູ່​ໃນ​ຂອດ​ທີ່​ສຳຄັນ​ທີ່​ສຸດ.

ຫຼັກການທີ​ສາມ, ພັກ​ຕ້ອງ​ສັບ​ຊ້ອນ​ພະນັກງານ​ເກັ່ງ​ມີ​ຄວາມ​ສາມາດ, ຊື່ສັດ​ບໍລິສຸດ​ໃນສະພາ​ແຫ່ງ​ຊາດ, ສະພາປະຊາຊົນ ​ແລະ ມີ​ຕົວ​ແທນ​ຂອງ​ບັນດາ​ຊັ້ນ​ວັນນະ​ໃນ​ສັງຄົມ, ​ແຕ່​ຕ້ອງ​ຫັນ​ຈາກ​ການ​ສັບ​ຊ້ອນ​ຕາມ​ໂຄງ​ສ້າງ​ເປັນ​ສຳຄັນ ມາ​ເປັນ​ການ​ສັບ​ຊ້ອນ​ຕາມຄວາມ​ສາມາດ ​ມື​ອາຊີບ​ເປັນ​ຕົ້ນຕໍ.

ຫຼັກການທີ​ສີ່, ຕ້ອງມີ​ກົນ​ໄກ​ຄຸ້ມ​ຄອງ​ແລະກວດກາ​ ເພື່ອ​ຮັບປະກັນບັນດາ​ຫຼັກການ​ດຳ​ເນີນ​ຊີວິດ​ພັກ: ຫຼັກການ​ລວມສູນ​ປະຊາທິປະ​ໄຕ, ໝູ່​ຄະນະນຳພາ, ບຸກຄົນ​ຮັບຜິດຊອບ, ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ​ກັນ ​ໃນ​ບັນດາການ​ຈັດ​ຕັ້ງ​ພັກຂອງ​ລະບົບ​ອົງການ​ທີ່​ປະຊາຊົນ​ເລືອກ​ຕັ້ງ.

​ໂດຍ​ພື້ນຖານ​ແລ້ວ, ​ໃນ​ປະຈຸ​ບັນ, ພວກ​ເຮົາ​ໄດ້​ປະຕິບັດ​ຕາມ​ຫຼັກການ​ທັງ​ສີ່​ນີ້, ​ແຕ່​ໃນ​ຄວາມ​ເປັນ​ຈິງ​ມີ​ຫຼາຍ​ກໍລະນີທີ່​ບໍ່​ຮັບປະກັນຫຼັກການ​ເຫຼົ່າ​ນີ້, ຕົວຢ່າງ ສັບ​ຊ້ອນ​ພະນັກງານ​ບໍ່​ເໝາະ​ສົມ, ບໍ່​ຮັບປະກັນ​ຫຼັກການ ພະນັກງານ​ທີ່​ຖືກ​ສົ່ງ​ເຂົ້າ​ຮ່ວມສະພາ​ແຫ່ງ​ຊາດ, ສະພາປະຊາຊົນ ຕ້ອງ “​ເກັ່ງ​ທາງ​ດ້ານ​ວິຊາ​ອາຊີບ, ຊຳນານ​ທາງ​ການ​ເມືອງ”, ອັດຕາ​ໂຄງ​ສ້າງ​ຍັງ​ບໍ່​ທັນ​ສົມສ່ວນ​ແທ້​ລະຫວ່າງ​ບັນດາ​ອົງການ​ລັດ. ​ໃນ​ບາງ​ກໍລະ​ນີ ພະນັກງານ​ຖືກ​ສົ່ງ​ໄປ​ຍັງ​ອົງການ​ທີ່​ປະຊາຊົນ​ເລືອກ​ຕັ້ງ ​ແມ່ນ​ຜູ້​ທີ່​ຈັດ​ວາງ​ສັບຊ້ອນ​ຍາກ, ຊ້ຳ​ຍັງ​ຖືກ​ໄລ່​ອອກ​ຫຼັງ​ຈາກ​ຍົກຍ້າຍ​ມາສະພາ​ແຫ່ງ​ຊາດ, ສະພາປະຊາຊົນ. ພະນັກງານ​ຈຳນວນ​ໜຶ່ງຍັງ​ລັງ​ເລ​ທີ່​ຈະ​ຍ້າຍ​ໄປ​ຮັບ​ໜ້າ​ທີ່​ໃນ​ອົງການ​ທີ່​ປະຊາຊົນ​ເລືອກ​ຕັ້ງ. ການ​ພັດທະນາ​ພະນັກງານ​​ຈາກ​ອົງການທີ່​ປະຊາຊົນ​ເລືອກ​ຕັ້ງ ຍັງ​ມີ​ຂໍ້​ຈຳກັດ.

ຄວາມ​ຮັບຜິດຊອບ​ຂອງ​ສະມາຊິກສະພາ​ແຫ່ງ​ຊາດ ​ໃນ​ບົດບາດ​ຂອງ​ສະມາຊິກ​ພັກຕ້ອງ​ມີ​ແລະ​ຕິດ​ກັບ​ທາດ​ແທ້​ຂອງສະພາ​ແຫ່ງ​ຊາດຫວຽດ​ນາມ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ຮັບປະກັນ​ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​​ເຈດ​ຈຳນົງ​ຂອງ​ພັກ​ແລະຄວາມ​ປະສົງ​ຂອງ​ປະຊາຊົນ.

ຮູບ​ແບບ​ທົ່ວ​ໄປ​ຂອງ​ລັດຖະສະພາ​ໃນ​ໂລກ, ​ເຊັ່ນ​ດຽວ​ກັບ​ຢູ່​ຫວຽດນາມ, ມີ​ບາງ​ຈຸດ​ທີ່​ສຳຄັນ​ດັ່ງ​ນີ້: ທີ​ໜຶ່ງ, ລັດຖະສະພາ, ສະພາ​ທ້ອງ​ຖິ່ນ ຕ້ອງ​ເຄື່ອນ​ໄຫວ​ຕາມ​ການ​ກຳນົດ​ຂອງ​ລັດຖະທຳ​ມະນູນ​ແລະ​ກົດໝາຍ; ທີ​ສອງ, ສະມາຊິກ​ລັດຖະສະພາ, ຜູ້​ແທນ​ສະພາ​ທ້ອງ​ຖິ່ນ​ຕ້ອງຮັກສາ​ສາຍ​ພົວພັນສະໜິດ​ແໜ້ນ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ​ເປັນ​ຕົວ​ແທນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ບ່ອນ​ທີ່​ເຂົາ​ສະໝັກ​ຮັບ​ເລືອກ​ຕັ້ງ; ທີ​ສາມ, ການ​ເຄື່ອນ​ໄຫວ​ຂອງຜູ້​ແທນ​ຕ້ອງປະຕິບັດ​ຕາມ​ຫຼັກການ​ລວມໝູ່, ຕັດສິນ​ຕົກລົງ​ຕາມ​ສຽງ​ສ່ວນ​ຫຼາຍ; ທີ​ສີ່, ປະຕິບັດ​ຕາມ​ຂັ້ນ​ຕອນ​ການ​ສ້າງ​ກົດໝາຍ ​ແລະ ການ​ຕົກລົງ​ຕັດສິນບັນດາ​ບັນຫາ​ທີ່​ສຳຄັນ​ຂອງ​ປະ​ເທດ, ຂອງ​ທ້ອງ​ຖິ່ນ. ບັນດາ​ນະ​ໂຍບາຍ​ໄດ້​ຮັບ​ການ​ຮັບຮອງ​ຜ່ານ​ໂດຍ​ລັດຖະສະພາ​ແລະ​ສະພາ​ທ້ອງ​ຖິ່ນ ລ້ວນ​ແຕ່​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກ​ຈາກ​ແນວທາງ​, ນະ​ໂຍບາຍ​ຂອງ​ພັກ​ກຳ​ອຳນາດ ຫຼື​ຂອງພັນທະ​ມິດ​ພັກ​ທີ່​ກຳ​ສຽງ​ສ່ວນ​ໃຫຍ່​ໃນ​ລັດຖະສະພາ, ສະພາ​ທ້ອງ​ຖິ່ນ.

​ເລີ່​ມຈາກ​ບັນດາ​ຫຼັກການ​ດັ່ງກ່າວ, ສະມາຊິກສະພາ​ແຫ່ງ​ຊາດ, ສະພາປະຊາຊົນຂອງ​ຫວຽດນາມກໍ່​ຕ້ອງ​ຮັບປະກັນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ໜອກ​ເໜືອຈາກ​ຫຼັກການ​ເຫຼົ່າ​ນີ້ ​ແລະ ມີ​ຄວາມ​ຮັບຜິດຊອບຫຼັກ​ສາມ​ປະການ​ດັ່ງ​ຕໍ່​ໄປນີ້:

ໜຶ່ງ, ຄວາມ​ຮັບຜິດຊອບ​ຕໍ່​ພັກ​ເຊິ່ງຕົນ​ເປັນ​ຕົວ​ແທນ​ທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ເຂົ້າ​ຮ່ວມສະພາ​ແຫ່ງ​ຊາດ, ສະພາປະຊາຊົນ ​ແລະ ຕ້ອງ​ປະຕິບັດ​ຕາມ​ມາດຕາ 2 ຂອງ​ກົດ​ລະບຽບ​ຂອງພັກ​ກອມ​ມູນິດ​ຫວຽດນາມ ​ເຊິ່ງໄດ້​ລະບຸ​​ວ່າ ສະມາຊິກ​ພັກ​ມີໜ້າ​ທີ່: “ມີ​ຄວາມ​ຈົງ​ຮັກ​ພັກດີ​ຢ່າງ​ແທ້​ຈິງ​ຕໍ່​ວັດຖຸ​ປະສົງ​ອຸດົມ​ຄະຕິ​ການ​ປະຕິວັດ​ຂອງ​ພັກ, ປະຕິບັດ​ໂຄງການ​ການ​ເມືອງ, ກົດ​ລະບຽບ​ຂອງພັກ, ມະຕິ ຄຳ​ສັ່ງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ຢ່າງ​ເຂັ້ມ​ງວດ; ປະຕິບັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ສຳ​ເລັດ​ເປັນ​ຢ່າງ​ດີ; ປະຕິບັດ​ຕາມ​ຢ່າງ​ເຂັ້ມ​ງວດ​ຕໍ່​ການ​ແບ່ງ​ງານ​ມອບ​ໝາຍແລະ​ຍົກຍ້າຍ​ຂອງ​ພັກ”. ດັ່ງ​ນັ້ນ, ສະມາ​ຊິກ​ພັກ​ຕ້ອງ​ປະຕິ​ບັດ​ການລົງ​ຄະ​ແນນ​ສຽງ, ການ​ປາກ​ເວົ້າ​ທີ່​ຮັບປະກັນ​ໂຄງການ​ການ​ເມືອງ, ​ແນວທາງ, ກົດ​ລະບຽບ​ຂອງ​ພັກ. ຖ້າ​ຫາກ​ລະ​ເມີດ​ຈະ​ຖືກ​ລົງ​ໂທດ​ທາງ​ວິ​ໄນ​ຕາມ​ຄວາມ​ຮ້າຍ​ແຮງ​ຂອງ​ການລະ​ເມີດ ​ແລະ ອາດ​ຈະ​ຖືກ​ໄລ່​ອອກ​ຈາກ​ພັກ.

ສອງ, ຄວາມ​ຮັບຜິດຊອບ​ຕໍ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ໄດ້​ເລືອກ​ຕັ້ງ​ຕົນ​ເອງ​ຂຶ້ນ​ມາ ຄື​ທີ່​ໄດ້​ກຳນົດ​ໃນ​ຂໍ້ 1, ມາດຕາ 79 ຂອງ​ລັດຖະທຳ​ມະນູນ​ປີ 2013: “ສະມາຊິກສະພາ​ແຫ່ງ​ຊາດ​ເປັນ​ຕົວ​ແທນ​ໃຫ້​ແກ່​ເຈດ​ຈຳນົງ, ຄວາ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ​ໃນ​ເຂດ​ເລືອກ​ຕັ້ງ​ຂອງ​ພວກ​ເຂົາ ​ແລະ ຂອງ​ປະຊາຊົນ​ທົ່ວ​ປະ​ເທດ”; ຂໍ້ 2, ມາດຕາ 79: “ສະ​ມາ​ຊິກສະພາ​ແຫ່ງ​ຊາດພົວພັນ​ແໜ້ນ​ແຟ້ນກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຂຶ້ນ​ກັບ​ການ​ຕິດຕາມ​ກວດກາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ; ​ເກັບ​ກຳ ​ແລະ ສ່ອງ​ແສງ​ຢ່າງ​ຖືກຕ້ອງ​ຄວາມ​ຄິດ​​ເຫັນ, ຄວາມ​ປາຖະໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ໃຫ້ສະພາ​ແຫ່ງ​ຊາດ, ​ໃຫ້ບັນດາ​ສຳນັກງານ​ອົງການ​ທີ່ກ່ຽວຂ້ອງ...”. ຄ້າຍຄື​ແນວ​ນັ້ນ, ຄວາມ​ຮັບຜິດ​ຊອງ​ຂອງ​ສະມາຊິກ​ສະພາ​ປະຊາຊົນ​ໄດ້​ກຳນົດ​ໃນ​ມາດຕາ 115 ຂອງ​ລັດຖະທຳ​ມະນູນ​ປີ 2013. ນີ້ແມ່ນ​ຄວາມ​ຮັບຜິດຊອບທີ່​ສຳຄັນ​ທີ່​ສຸດ​ ຂອງ​​ສະມາຊິກ​ລັດຖະສະພາ, ສະມາຊິກ​ສະພາ​ປະຊາຊົນ​ທຸກ​ທ່ານ​ໃນ​ໂລກ.

ສາມ, ຄວາມ​ຮັບຜິດຊອບ​ໃນ​ການປະຕິບັດ​ໃຫ້ສຳເລັດ​ເປັນ​ຢ່າງ​ດີ​ ບັນດາ​ໜ້າ​ທີ່​ຂອງຜູ້​ແທນປະຊາຊົນ​ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ຂໍ້ 1, ມາດຕາ 82 ຂອງ​ລັດຖະທຳ​ມະນູນ​ປີ 2013, ​ເຊັ່ນ ການຈັດ​ເວລາ​ໃຫ້​ພຽງພໍ​ສຳລັບ​ການ​ເຄື່ອນ​ໄຫວ​ຂອງສະພາ​ແຫ່ງ​ຊາດ, ​ເຂົ້າ​ຮ່ວມ​ການ​ສົນທະນາ, ລົງ​ຄະ​ແນນ​ສຽງ, ຕິດ​ຕາ​ກວດກາຢ່າງ​ເຂັ້ມ​ງວດຕາ​ມຂໍ້​ກຳນົດ​ຂອງກົດໝາຍ, ຮັບປະກັນ​ຄວາມ​ສະຫຼາດ​ແລະ​ມີ​ປະສິດທິ​ຜົນ, ພ້ອມ​ກັນ​ນັ້ນ​ກໍ່ຢູ່ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະຂອງປະ​ຊາ​ຊົນ. ຄ້າຍຄື​ແນວ​ນັ້ນ, ຄວາມ​ຮັບຜິດຊອບ​ຂອງສະມາຊິກສະພາປະຊາຊົນຢູ່​ທ້ອງ​ຖິ່ນ​ກໍ່​ມີ​ຄື​ແນວ​ນັ້ນ.

​ໃນ​ທີ່​ປະຊຸມ, ການ​ປຶກສາ​ສົນທະນາ, ການ​ຖົກ​ຖຽງ​ແລະ​ການ​ວິຈານ​ ເປັນ​ສິ່ງ​ທີ່​ຈຳ​ເປັນ, ​ໂດຍ​ສະ​ເພາະ​​ສຳລັບ​ຂະ​ບວນການ​ສ້າງ​ກົດໝາຍ, ຕົກລົງ​ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ ​ແລະ ການ​ຕິດຕາມ​ກວດກາ. ​ເພື່ອ​ຫຼີກ​ລ່ຽງວິທີ​ລວມຂອງ​ບັນດາ​ລັດຖະສະພາ​ທີ່​​ພັກ​ກຳ​ອຳນາດມີ​ບ່ອນ​ນັ່ງ​ສ່ວນ​ຫຼາຍ​ໃນສະພາ​ແຫ່ງ​ຊາດ ​ແມ່ນ “​ແນ່ນອນ​ຕ້ອງ​ອະນຸມັດ​ຜ່ານ” ​ແລະ ຮັບປະກັນ​ສອດຄ່ອງ​ກັບ​ລັດຖະທຳ​ມະນູນແລະຄວາມ​ເປັນ​ຈິງ​ຂອງ​ຫວຽດນາມ - ອຳນາດ​ລັດ​ແມ່ນ​ເປັນ​ເອກະ​ພາບ, ມີ​ການ​ແບ່ງ​ງານ, ສົມທົບ, ກວດກາ​ຊຶ່ງ​ກັນ​ແລະ​ກັນ​ ໃນ​ການ​ປະຕິບັດບັນດາ​ອຳນາດ​ນິຕິ​ບັດ​ຍັດ, ອຳນາດ​ບໍລິຫານ ​ແລະ ອຳນາດ​ຕຸລາການ; ພ້ອມ​ກັນ​ນັ້ນ, ​ເພື່ອ​ເສີມ​ຂະຫຍາຍ​ເປັນ​ຢ່າງ​ດີ ​ບົດບາດ​ຂອງຜູ້​ແທນທີ່​ມີໜ້າ​ທີ່​ເຊື່ອມ​ຕໍ່​ລະຫວ່າງ​ອຳນາດ​ການ​ປົກຄອງລັດ​ກັບ​ເຈດ​ຈຳນົງ, ຄວາມ​ປາຖະໜາ​ຂອງ​ປະຊາຊົນ ​ແລະ ​ເພື່ອ​ໃຫ້​ສຽງ​ຂອງ​ປະຊາຊົນ, ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ ໄປ​ເຖິງ​ສະພາ​ແຫ່ງ​ຊາດ, ກາຍ​ເປັນ​ນະ​ໂຍບາຍ, ກົດໝາຍ​ຕອບ​ສະໜອງ​ໄດ້​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນນັ້ນ, ​ໃນ​ກອງປະຊຸມສະພາ​ແຫ່ງ​ຊາດ, ບັນດາ​ບັນຫາ​ທີ່​ວາງ​ອອກ​ມາ​ກ່ຽວ​ກັບ​ການ​ກໍ່ສ້າງ​ກົດໝາຍ, ບັນດາ​ບັນຫາ​ທີ່​ສຳຄັນ​ຂອງ​ປະ​ເທດ, ​ເຊັ່ນ​ງົບປະມານ, ການ​ລົງທຶນ​ພາກ​ລັດ, ບັນດາ​ກິດຈະກຳ​ຈຸດ​ສຸມ​ແຫ່ງ​ຊາດ,... ລ້ວນ​ແຕ່​ໄດ້​ປຶກສາ​ຫາລື​ຢ່າງ​ລະ​ອຽດຮອບ​ຄອບ, ຊ້ຳ​ຍັງ​ໄດ້​ຖົກ​ຖຽງ​ເພື່ອ​ໄປ​ເຖິງ​ຄວາມ​ເປັນ​ເອກະສັນ​ກັນ​ແລະຕັດສິນ​ຕົກລົງ​ຕາມ​ສຽງ​ສ່ວນ​ຫຼາຍ.

ຜ່ນການ​ສົນທະນາ, ​ແນວທາງ​ແລະມະຕິ​ຂອງ​ພັກຖືກ​ລັດຖະບານ​ຮຽບຮຽງຫັນ​ເປັນ​ລະອຽດ​ ຍື່ນສະ​ເໜີ​ຕໍ່ສະພາ​ແຫ່ງ​ຊາດ ​ໃນ​ຮູບ​ແບບ​ຮ່າງ​ກົດໝາຍ, ຮ່າງ​ມະຕິຕົກລົງ, ບັນດາ​ກົນ​ໄກ, ນະ​ໂຍບາຍ ​ເຊິ່ງຈະ​ຖືກ​ກວດ​ພິສູດ, ຖືກ​ວິຈານທົບ​ທວນ​ ໂດຍຄວາມ​ຄິດ​ເຫັນ​ຂອງ​ສະມາຊິກສະພາ​ແຫ່ງຊາດ​ແລະ​ສະພາ​ປະຊາຊົນ. ​ແຕ່, ​ໃນ​ຖານະ​ຂອງ​ສະມາ​ຊິດ​ສິພາ-ສະມາຊິກ​ພັກ, ຄວາມ​ຄິດ​ເຫັນ​ເຫຼົ່າ​ນັ້ນ​ແມ່ນ​ການ​ສ່ອງ​ແສງ​ເຖິງ​ຄວາມ​ຄິດ​ຈິດ​ໃຈ, ຄວາມ​ປາຖະໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແລະ​ປະຊາຊົນ​ ທີ່​ສະ​ເໜີຕໍ່​ກັບ​ພັກຢ່າງ​ມີ​ການຈັດ​ຕັ້ງ​ທີ່​ສຸດ. ​ເພື່ອ​ເຄົາລົບ​ບັນດາ​ຄວາມ​ຄິດ​ເຫັນ​ທີ່​ຕ່າງ​ກັນສວນ​ກັນ, ອົງການ​ນຳ​ຂອງ​ພັກ​ຄວນ​ຮັບ​ຟັງ, ຊ້ຳ​ບໍ່​ໜຳຍັງ​ອາດ​ຈະ​ປ່ຽນ​ແຜນ​ນະ​ໂຍບາຍ​ນັ້ນ​ໃຫ້​ສອດຄ່ອງ​ກັບ​ຄວາມ​ເຫັນ​ຂອງ​ສະມາ​ຊິກ​ສະພາ​ແຫ່ງ​ຊາດສ່ວນ​ຫຼາຍ. ​ແຕ່, ພັກ​ກໍ່​ຕ້ອງ​ຕໍ່ສູ້​ຢ່າງ​ເດັດດ່ຽວ, ຊ້ຳ​ບໍ່​ໜຳ ຍັງ​ລົງ​ໂທ​ດທາງ​ວິ​ໄນ​ຖ້າ​ຫາກ​ສະມາຊິກ​ພັກ​ຕັ້ງ​ໃຈ​ລະ​ເມີ​ດມະຕິ​ຂອງ​ພັກ.

ຜ່ານຄວາມ​ເປັນ​ຈິງ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງສະພາ​ແຫ່ງ​ຊາດ, ສາມາດ​ກຳນົດ​ຫ້າ​ບາດກ້າວ​ສຳລັບ​ພັກ​ເພື່ອ​ຮັບປະກັນ​ການ​ນຳພາ​ຂອງ​ພັກ, ພ້ອມ​ກັນ​ນັ້ນ​ກໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ສະມາຊິກ​ສະພາ-ສະມາຊິກ​ພັກ: 1- ຈຽມ​ໃຈ​ຮັບ​ຟັງ; 2- ຍອມຮັບ​ຢ່າງ​ຈິງ​ຈັງ; 3- ພະຍາຍາມ​ອະທິບາຍ​ຊັກ​ຊວນໃຫ້​ຊາບ​ຊຶມ; 4- ຕໍ່ສູ້​ຢ່າງ​ເດັດດ່ຽວ; 5- ລະບຽບ​ວິ​ໄນ​​ເຂັ້ມ​ງວດ.

ບັນດາ​ອົງການຈັດ​ຕັ້ງທີ່​ມີ​ຄວາມ​ຮັບຜິດຊອບ​ ຕ້ອງ​ຈຽມ​ໃຈຮັບ​ຟັງບັນດາ​ຄວາມ​ຄິດ​ເຫັນ​ທີ່​ສວນ​ກັນ ກັງ​ກັນ​ຂ້າມ. ຖ້າ​ຫາກ​ຄວາມ​ຄິດ​ເຫັນ​ນັ້ນ​ຖືກຕ້ອງ​ແມ່ນ​ຕ້ອງ​ໄດ້​ຮັບ​ການ​ຍອມຮັບ; ​ແຕ່, ​ເມື່ອ​ຍັງ​ມີ​ຄວາມ​ຄິ​ດ​ເຫັນ​ທີ່​ແຕກ​ຕ່າງ​ກັນ ​ແມ່ນ​ຕ້ອງສົນທະນາ​ຢ່າງ​ມີ​ປະຊາທິປະ​ໄຕ ພະຍາຍາມ​ອະທິບາຍ​ເຊິ່ງກັນ​ແລະ​ກັນ​ເພື່ອ​ສ້າງ​ຄວາມ​​ເປັນ​ໃຈເຫັນ​ດີ​ເຫັນ​ພ້ອມ. ຖ້າ​ຫາກ​ສະມາຊິກ​ສະພາ​ບາງ​ຄົນ​ຍັງ​ມີທັດສະນະ​ທີ່​ແຕກຕ່າງຫ່າງ​ເຫີນຈາກແນວທາງ​ຂອງ​ພັກ ​ແມ່ນ​ອົງການ​ຈັດ​ຕັ້ງ​ພັກ​ຕ້ອງ​ຕໍ່ສູ້​ຢ່າງ​ເດັດດ່ຽວ​ເພື່ອ​ໃຫ້​ສະມາຊິກ​ສະພາ​ຜູ້​ນັ້ນ​ເຫັນ​ແຈ້ງຄວາມ​ຜິດພາດ​ຂອງ​ຕົນ; ກໍ​ລະ​ນີຮ້າຍ​ແຮງ​ທີ່​ສຸດ​ແມ່ນ​ຕ້ອງ​ລົງ​ໂທດ​ທາງ​ວິ​ໄນ​ຢ່າງ​ເຂັ້ມ​ງວດ.

ບັນດາ​ອົງການ​ຈັດ​ຕັ້ງ​ພັກ​ໃນສະພາ​ແຫ່ງ​ຊາດ​ແມ່ນ​ບ່ອນ​ທີ່​ສະມາຊິກ​ພັກ​ດຳ​ເນີນ​ຊີວິດ ມີໜ້າ​ທີ່​ຄຸ້ມ​ຄອງ​ສະມາຊິກ​ພັກ, ​ເຊັ່ນ: ຄະນະ​ພັກສະພາ​ແຫ່ງ​ຊາດ, ບັນດາ​ໜ່ວຍ​ພັກ​ຂອງຄະນະ​ປະຈຳ​ສະພາ​ຊົນ​ເຜົ່າ ​​ຂອງ​ບັນດາ​​ກຳມາ​ທິການ ​ແລະ​ຂອງ​ຄະນະ​ຜູ້​ແທນ​ສະມາຊິກສະພາ, ຄະນະ​ພັກ​ຫ້ອງ​ວ່າການສະພາ​ແຫ່ງ​ຊາດ, ຄະນະ​ພັກ​ຢູ່​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ ​ເຊິ່ງຕ້ອງ​ມີ​ຄວາມ​ຮັບຜິດຊອບ​ນຳພາ, ຊີ້​ນຳ​ສະມາຊິກ​ພັກພາຍ​ໃນ​ການ​ຄຸ້ມ​ຄອງ​ຂອງ​ຕົນ ປະຕິບັດ​ຕາມ​ໂຄງການ​ການ​ເມືອງ, ​ແນວທາງ, ກົດ​ລະບຽບ​ຂອງ​ພັກ ​ແລະ ລັດຖະທຳ​ມະນູນ, ກົດໝາຍ​ຂອງ​ລັດ. ນັ້ນ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ບໍ່​ມີ​ການ​ປ່ຽນ​ແປງ​ໃນຄວາມ​ເປັນ​ຈິງ​ຂອງ​ລັດຖະສະພາ, ສະພາ​ທ້ອງ​ຖິ່ນຂອງ​ບັນດາ​ປະ​ເທດ ສຳລັບ​ສະມາຊິກ​ພັກ​ທຸກ​ຄົນ​ຂອງ​ທຸກ​ພັກ​ຝ່າຍ, ທຸກ​ປະ​ເທດ, ທຸກ​ລະບອບ​ການ​ເມືອງ​ໃດໆ. ​​ຜູ້​ໃດລະ​ເມີດ​ກົດໝາຍຈະ​ຖືກ​ຈັດການ​ຕາມ​ກົດໝາຍ, ຜູ້​ໃດ​ລະ​ເມີດ​ໂຄງການ​ການ​ເມືອງ, ​ແນວທາງ, ກົດ​ລະບຽບ​ຂອງ​ພັກ ຈະ​ຖືກ​ປະຕິບັດ​ວິ​ໄນ​ຕາມ​ກົດ​ລະບຽບ​ຂອງ​ພັກ​ນັ້ນ.

ຢາກ​ກໍ່ສ້າງ​ສະພາ​ແຫ່ງ​ຊາດໜຶ່ງ​ທີ່​ກ້າວໜ້າ, ຕ້ອງ​ເລືອກ​ຜູ້​ແທນ​ທີ່​ດີ​ເດັ່ນ​ທີ່​ສຸດ, ມີ​ປັນຍາ​ຄວາມ​ຮູ້, ມີ​ຄວາມ​ສາມາດ ​ແລະ ຄຸນສົມບັດ​ດີ. ທ່ານ ກ.ສ. ມິນ, ນັກ​ປັດ​ຊະ​ຍາ​ໃນ​ສະຕະວັດ​ທີ​ສິບ​ເກົ້າ​ເຄີຍ​ເວົ້າ​ວ່າ: “ສະພາ​ແຫ່ງ​ຊາດໜຶ່ງຈະ​ສາມາດ​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ​ທີ່​ຈົບງາມ​ໄດ້, ຖ້າ​ຫາກ​ສະມາຊິກຂອງ​ມັນຖືກ​ຊື້​ຈ້າງ, ຫຼື ນິດ​ໄສ​ຖືກ​ຍຸຍົງ​ງ່າ​ຍຂອງ​ເຂົາ​ບໍ່​ຖືກ​ຄວບ​ຄຸມ​ໂດຍ​ລະບຽບ​ວິ​ໄນ​ສາທາລະນະ ຫຼື​ນິດ​ໄສ​ອົດ​ກັ້ນ​ພາ​ໃຫ້​ເຂົາ​ບໍ່​ມີ​ຄວາມ​ສາມາດລະມັດ​ລະ​ວັງ​ແລະທຸ່ນ​ທ່ຽງ ​ແລະ ຕ້ອງ​ໃຊ້ຄວາມ​ຮຸນ​ແຮງ​ໃນ​ພື້ນ​ເຮືອນ​ຂອງສະພາ​ແຫ່ງ​ຊາດ”.

ດັ່ງ​ນັ້ນ, ບົດບາດ​ຄູ່​ຂອງ​ສະມາຊິກ​ພັກ​ທີ່​ເປັນຜູ້​ແທນປະຊາຊົນ​ໃນ​ຂັ້ນ​ຕ່າງໆນັ້ນ ​ໄດ້​ສະ​ແດງ​ອອກ​ຢູ່​ທີ່​ ບົດບາດ​ຂອງ​ຜູ້​ແທນປະຊາຊົນ​ ແລະ ບົດບາດ​ຂອງສະມາຊິກ​ພັກ ຕ້ອງ​ປະສົມ​ເຂົ້າກັນ, ​ເຊື່ອມ​ຈອດ​ແບບ​ອິນ​ຊີ ​ແລະ ​ໄດ້​ຕັ້ງ​ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ການ​ເມືອງ​ທີ່​ກຳ​ອຳນາດ. ຄວາມ​ເປັນ​ຈິງ​ດັ່ງກ່າວ​ແມ່ນ​ຖືກຕ້ອງສະ​ເໝີ​ ທັງທາງ​ດ້ານ​ທິດ​ສະ​ດີ​ແລະດ້ານ​ພຶດຕິ​ກຳ, ທັງ​ໃນ​ປະຫວັດສາດ​ບັນດາ​ລັດຖະສະພາ​ກໍ່​ຄື​ໃນ​ສະຖານະ​ການ​ໃໝ່. ດັ່ງ​ນັ້ນ, ຮຽກຮ້ອງ​ໃຫ້​ຫວຽດນາມ​ສືບ​ຕໍ່​ຖອດ​ຖອນ​ບົດຮຽນ, ສ້າງຫຼັກການ​ປະພຶດ, ກຳນົດ​ຈັນ​ຍາ​ບັນ, ກົນ​ໄກ​ການ​ເຄື່ອນ​ໄຫວ, ວັດທະນະທຳລັດຖະສະພາ ​ເພື່ອ​ປະຕິບັດ​ເປັນ​ຢ່າງ​ດີ​ບົດບາດ​ຂອງ​ສະມາຊິກ​ພັກທີ່​ເປັນ​ຜູ້​ແທນ​ປະຊາຊົນ, ຍ້ອນ​ວ່າ “ການ​ພັດທະນາ​ຂອງສະພາ​ແຫ່ງ​ຊາດ​ແມ່ນ​ຂະ​ບວນການສືບ​ທອດຢ່າງ​ຕໍ່​ເນື່ອງ, ປ່ຽນ​ແປງ​ໃໝ່​ແລະ​ປັບປຸງ​ບູລະນະ​ຢ່າງ​ບໍ່​ຢຸດ​ຢັ້ງທັງ​ດ້ານ​ການຈັດ​ຕັ້ງ​ແລະ​ການ​ເຄື່ອນ​ໄຫວ​, ຕອບ​ສະໜອງ​ຄວາມ​ຕ້ອງການ​ໜ້າ​ທີ່ຂອງ​ແຕລະ​ໄລຍະ​ການ​ປະຕິວັດ”(3).

ບາງ​ຂໍ້​ສະ​ເໜີ​ແລະ​ຂໍ້​ສະ​ເໜີ​ແນະ

ທີ​ໜຶ່ງ, ດັດ​ແປງ, ​ເພີ່ມ​ເຕີມ​ກົດ​ລະບຽບ​ຂອງພັກຕາມ​ທິດ ມີ​ຂໍ້​ກຳນົດກ່ຽວ​ກັບການ​ຈັດ​ຕັ້ງ​ພັກ​ຢູ່ໃນອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ, ປະກອບ​ດ້ວຍສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງສະພາ​ແຫ່ງ​ຊາດ, ບັນດາ​ຄະນະ​ສະມາຊິ​ກສະພາ​ແຫ່ງ​ຊາດ ​ແລະ ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ ກໍ່​ຄືສະພາ​ປະຊາຊົນ​ແລະບັນດາ​ສະມາຊິກສະພາປະຊາຊົນຢູ່​ທ້ອງ​ຖິ່ນ​ຕ່າງໆ. ບົນ​ພື້ນຖານ​ນັ້ນ, ມີ​ກົນ​ໄກ​ທີ່​ແໜ້ນ​ແຟ້ນກ່ຽວ​ກັບການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ ​ແລະ ​ຂອງ​ຜູ້ແທນປະຊາຊົນ.

ທີ​ສອງ, ​ເອົາ​ໃຈ​ໃສ່​ເຖິງ​ຂອດ​ຄັດ​ເລືອກ​ແລະ​ສັບ​ຊ້ອນ​ພະນັກງານ​ໃຫ້​ໄດ້​ຢ່າງ​ສົມ​ເຫດ​ສົມ​ຜົນ, ທຽບ​ເທົ່າ​ກັບ​ລະດັບ​ ເຂົ້າ​ເປັນ​ສະມາຊິກສະພາ​ແຫ່ງ​ຊາດ​ແລະສະພາປະຊາຊົນ. ພັກ​ຕ້ອງ​ສັບ​ຊ້ອນ​ພະນັກງານຂັ້ນ​ສູງ​ເຂົ້າ​ຮ່ວມ​ບັນດາ​ອົງການ​ຂອງສະພາ​ແຫ່ງ​ຊາດ​ແລະສະພາປະຊາຊົນດ້ວຍ​ຈຳນວນ​ທີ່​ສົມ​ເຫດ​ສົມ​ຜົນ; ​ເພີ່ມ​ທະວີ​ການ​ນຳພາ​​ຂອງ​ພັກ​ຕໍ່ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ ໂດຍ​ຜ່ານ​ບັນດາ​ມະຕິ, ຄຳ​ສັ່ງຂອງ​ພັກທີ່​ມີ​ລັກ​ສະ​ນະ​ແຜນ​ນະ​ໂຍບາຍ, ກຳນົດ​ທິດ​ທາງ​​, ​ເງື່ອນ​ໄຂ​ຍົກ​ສູງ​ຖານະ​ຕຳ​ແໜ່​ງຂອງອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ​ແລະ​ຜູ້​ແທນປະຊາຊົນ, ບໍ່​ຫຼຸດຜ່ອນ​ບົດບາດ​ການ​ສົນທະນາ, ການ​ວິຈານ​ແລະ​ການ​ຕັດສິນຕົກລົງ​ຂອງບັນດາ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ ​ແລະ​ຂອງ​ຜູ້​ແທນປະຊາຊົນ.

ທີ​ສາມ, ຄັດ​ເລືອກ​ບຸກຄະລາ​ກອນທີ່​ຈະ​ເລືອກ​ຕັ້ງ​ເປັນ​ຜູ້​ແທນ​ປະຊາຊົນ​ຢ່າງຮອບ​ຄອບ​ຖີ່​ຖ້ວນ​ກວ່າ​ອີກ, ຫຼຸດຜ່ອນ​ຈຳນວນຜູ້​ແທນ​ທີ່​ມີ​ລັກສະນະ​ໂຄງ​ສ້າງ, ​ເພີ່ມ​ຈຳນວນ​ຜູ້​ແທນ​​ມືອາຊີບ, ຍົກ​ອັດຕາ​ສ່ວນ​ຜູ້​ແທນ​ທີ່​ເຮັດ​ວຽກ​ເຕັມ​ເວລາ​ຂຶ້ນເປັນ 50% ຂອງ​ຈຳນວນ​ຜູ້​ແທນ​ທີ່​ໄດ້​ຮັກ​ການ​ເລືອກ​ຕັ້ງ​ທັງ​ໝົດ./.

------------------------------------------

(1) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງ​ວ່າການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 214.

(2) ຫງວຽນ​ຝູຈ້ອງ: ກ້າວ​ຂຶ້ນ​ຢ່າງ​ໜັກ​ແໜ້ນບົນ​ເສັ້ນທາງ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ສພຈ. ການ​ເມືອງ​ແຫ່ງ​ຊາດ-ຊື້​ເທິ​ດ, ຮ່າ​ໂນ້ຍ, 2017, ​ເຫຼັ້ມ 2 (2015 - 2017), ໜ້າ 289.

(3) ຫງວຽນ​ຝູຈ້ອງ: ກ້າວ​ຂຶ້ນ​ຢ່າງ​ໜັກ​ແໜ້ນບົນ​ເສັ້ນທາງ​​ແຫ່ງ​ການປ່ຽນ​ແປງ​ໃໝ່, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 289.

​ໂດຍ ຝຸ່ງກວັກ​ຫຽນ

ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານສະພາ​ແຫ່ງ​ຊາດ

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ