ວັນເສົາ, 22/2/2020
ການແກ້ໄຂສາຍພົວພັນລະຫວ່າງບັນດາຊົນເຜົ່າຢ່າງກົມກຽວ ແລະ ເພີ່ມທະວີຄວາມສາມັກຄີຊົນເຜົ່າ ໃນເງື່ອນໄຂຍູ້ແຮງການຫັນເປັນອຸດສາຫະກຳທັນສະໄໝ ໃນປະຈຸບັນ
21/12/2019 16:22' ສົ່ງ ພິມ
ພາບປະກອບ. (ພາບ: tapchimattran.vn)

ບັນດາ​ທ່າ​ອຽງ​​ໃນ​ການ​ປ່ຽນ​ແປງການ​ພົວພັນ​ຊົນ​ເຜົ່າ​ຢູ່​ຫວຽດນາມ ​ແລະ ຄວາມ​ຮຽກຮ້ອງ​ໃຫ້​ແກ້​ໄຂການ​ພົວພັນລະຫວ່າງ​ຊົນ​ເຜົ່າ​ຢ່າງ​ກົມກຽວ

ພາຍ​ໃຕ້​ຜົນ​ກະທົບ​ຂອງ​ແນວທາງ​ການ​ປ່ຽນ​ແປງ​ໃໝ່ ​ແລະ​ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ພັກ​ແລະ​ລັດ, ບັນດາ​ຊົນ​ເຜົ່າ​ຢູ່​ຫວຽດນາມ​ໄດ້​ພັດທະນາ​ໃນ​ທຸກ​ດ້ານ, ທ່າອຽງຂອງ​ການ​ຕິດ​ແໜ້ນ​ກັນ​ຂອງ​ຊຸມ​ຊົນ​ຊົນ​ເຜົ່າ ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ, ຄວາມ​ເປັນ​ເອກະ​ພາບ​ອິນ​ຊີ​ລະຫວ່າງ​ບັນດາຊົນ​ເຜົ່າ​ໃນ​ປະ​ເທດ​ຊາດ​ ໄດ້​ຮັບ​ການ​ປັບປຸງ​ແລະ​ເສີມ​ຂະຫຍາຍ. ທ່າ​ອຽງ​ໂລກາ​ພິວັດ​ແລະ​ເຊື່ອມ​ໂຍງ​ສາກົນ, ຂະ​ບວນການ​ຫັນ​ປະ​ເທດເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ຊົນເຜົ່າ​ເຂົ້າ​ເຖິງ​ຜົນສຳ​ເລັດ​ຂອງ​ມະນຸດຊາດ ​ແລະ ບືນ​ຕົວ​ຂຶ້ນ​ ໃນ​ຂະ​ບວນວິວັດ​ການ​ພັດທະນາ. ຜົນ​ກະທົບ​ຂອງ​ບັນດາທ່າ​ອຽງ​ການ​ປ່ຽນ​ແປງ​​ການພົວພັນ​ຊົນ​ເຜົ່າ, ກຸ່ມ​ຊົນ​ເຜົ່າ ຢູ່​ບັນດາ​ປະ​ເທດ​ທີ່​ມີ​ຫຼາຍ​ຊົນ​ເຜົ່າ, ​ໃນ​ນັ້ນ​ມີທ່າ​ອຽງ​ທີ່​ຈະ​ຕໍ່ສູ້​ເພື່ອ​ເອກະ​ພາບ​ແຫ່ງ​ຊາດ, ຍັງ​ມີ​ບົດບາດນຳ​ພາ. ບັນດາ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ບຸລິ​ມະ​ສິດ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຢູ່​ເຂດ​ຊົນ​ເຜົ່າ​ແລະ​ເຂດ​ພູດອຍຂອງ​ພັກ​ ຖືກ​ລັດຫັນ​ເປັນ​ລະອຽດ​ໃນ​ບັນດາ​ໂຄງການ​ເປົ້າ​ໝາຍ​ແຫ່ງ​ຊາດ. ນ້ຳ​ໃຈ​ສາມັກຄີ​ແລະ​ຄວາມ​ເປັນ​ເອກະ​ພາບ​ຂອງ​ຊາດ​ ໄດ້​ຮັບ​ການຝຶກ​ຝົນ​ຫຼໍ່​ຫຼອມຕະຫຼອດ​ປະຫວັດສາດການ​ສ້າງ​ຊາດ​ແລະ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ເປັນ​ພັນໆ​ປີ ​ແລະ​ ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ​ໃຫ້​ຂຶ້ນ​ສູ່​ລະດັບ​ໃໝ່ ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ແລະ​ການ​ສ້າງສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ.

ທີ​ໜຶ່ງ, ການ​ຕິດ​ແໜ້ນ​ແລະ​ຄວາມ​ເປັນ​ເອກະ​ພາບ​ຊອງ​ຊາດ​ແມ່ນກົດ​ເກນ​ການ​ພັດທະນາ​ຂອງຊຸມ​ຊົນ​ບັນດາ​ເຜົ່າ​ຫວຽດນາມ, ​ແມ່ນຄ່າ​ຄົງ​ທີ່​ທາງ​ວັດທະນະທຳຂອງ​ການ​ພັດທະນາ​ປະ​ເທດ. ຄວາມ​ເປັນ​ເອກະ​ພາບ​ຂອງ​ຊາດ​ແມ່ນ​ມາດຖານ​ພື້ນຖານ​ ເພື່ອ​ຕີ​ລາຄາ​ການ​ພັດທະນາ​ແບບ​ຍືນ​ຍົງ. ດັ່ງ​ນັ້ນ, ການ​ກໍ່ສ້າງ​ກຸ່ມ​ກ້ອນ​ສາມັກຄີ​ບັນດາ​ເຜົ່າ ຍາມ​ໃດ​ກໍ່​ເປັນ​ໜ້າ​ທີ່​ສຳຄັນຍິ່​ງ ເພື່ອຮັບປະກັນ​ຄວາມ​ໝັ້ນຄົງ​ແລະ​ການ​ພັດທະນາ​ຂອງ​ປະ​ເທດ. ການສ້າງສາຍ​ພົວພັນ​ຊົນ​ເຜົ່າ​ທີ່​ສະ​ເໝີ​ພາບ, ສາມັກຄີ, ​ເຄົາລົບ​ນັບຖືກັນ, ຊ່ວຍ​ເຫຼືອຊຶ່ງ​ກັນ​ແລະ​ກັນ ພ້ອມ​ກັນ​ພັດທະນາ ບໍ່​ພຽງ​ແຕ່​ໄດ້​ຢືນຢັນ​ຄວາມ​ເປັນ​ເອກະ​ພາບ​ຂອງ​ຊາດຫວຽດນາມ, ​ແຕ່​ຍັງ​ໄດ້​ສ້າງ​ກຳລັງ​ໜູນ​ເພື່ອ​ພັດທະນາ​ປະ​ເທດຊາດ.

ທີ​ສອງ, ຮັບປະກັນ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຊົນ​ເຜົ່າ, ກ່ອນ​ອື່ນ​ແມ່ນ​ຄວາມ​ສະ​ເໝີ​ພາບ​ທາງດ້ານ​ເສດຖະກິດ ​ແລະ ​ໂອ​ກາດ​ການ​ພັດທະນາ. ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຊົນ​ເຜົ່າຕິດ​ກັບ​ພາລະກິດ​ປົດ​ປ່ອຍປະຊາຊົນ ​ເພື່ອ​ໃຫ້​ປະຊາຊົນ​ທຸກ​ຄົນມີ​ຊີວິດ​ໃນ​ຄວາມ​ອີ່ມໜຳ​ອົບ​ອຸ່ນ, ​ເສລີພາບ​ແລະ​ຄວາມ​ຜາ​ສຸກ. ຄວາມ​ສະ​ເໝີ​ພາບ​ແລະ​ສາມັກຄີ​ຊົນ​ເຜົ່າ​ຕິດ​ກັບ​ຄວາມ​ເຄົາ​ລົບນັບຖື​ແລະ​ເຊື່ອ​ຖື​ຊຶ່ງ​ກັນ​ແລະ​ກັນ, ສະໜັບສະໜູນ​ຊ່ວຍ​ເຫຼືອ​ກັນ ພ້ອມ​ກັນ​ພັດທະນາ​ໃນ​ທຸກ​ດ້ານ. ການ​ພັດທະນາ​ເສດຖະກິດ-ສັງຄົມ, ​ແກ້​ໄຂ​ບັນຫາ​ຊົນ​ເຜົ່າ, ກໍ່ສ້າງ​ສາຍ​ພົວພັນ​ສາມັກຄີ​ບັນດາ​ເຜົ່າບົນ​ພື້ນຖານ​ສະ​ເໝີ​ພາບ ​ແມ່ນ​ໜ້າ​ທີ່ຍຸດ​ທະ​ສາດ​ຍາວ​ນານ, ພ້ອມ​ນັ້ນ​ກໍ່​ເປັນ​ບັນຫາ​ຮີບ​ດ່ວນ​ສະ​ເພາະ​ໜ້າ. ດັ່ງ​ນັ້ນ, ຕ້ອງ​ມີ​ແຜນ​ງານ​ຜ່ານ​ຫຼາຍ​ໄລຍະ ດ້ວຍ​ບັນດາ​ບາດກ້າວ​ທີ່​ເໝາະ​ສົມ ​ເພື່ອຄ່ອຍໆ​ຫຼຸດຜ່ອນ​ຊ່ອງ​ຫວ່າງ​ໃນ​ແຕ່​ລະ​ບັນຫາ​ສະ​ເພາະ​ຂອງ​ບັນ​ດາ​ຊົນ​ເຜົ່າ.

ທີ​ສາມ, ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ບັນດາ​ຊົນ​ເຜົ່າ​ຢ່າງ​ກົມກຽວ, ຮັບປະກັນ​ການຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ ​ແລະການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ. ການ​ພັດທະນາ​​ເສດຖະກິດ-ສັງຄົມ​ໃນ​ເຂດ​ຊົນ​ເຜົ່າ ​ແລະ​ເຂດ​ພູດ​ອຍ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເທື່ອ​ລະ​ກ້າວ, ກໍ່ສ້າງ​ສາຍ​ພົວພັນ​ສາມັກຄີ​ຊົນ​ເຜົ່າ ​ແມ່ນ​ບັນດາ​ປັດ​ໄຈທີ່​ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດຊາດ.

ທີ​ສີ່, ການ​ກໍ່ສ້າງ​ສາຍ​ພົວພັນ​ຊົນ​ເຜົ່າ​ຢູ່​ຫວຽດນາມຕ້ອງ​ຕັ້ງ​ຢູ່​ໃນ​ສະພາບ​ການ​ສາກົນ, ພິ​ເສດ​ແມ່ນ​ທ່າ​ອຽງການ​ປ່ຽນ​ແປງ​ສາຍ​ພົວພັນ​ທາງ​ຊົນ​ເຜົ່າ​ຂອງ​ປະ​ເທດ​ຕ່າງໆ; ຂະ​ບວນການ​ພັດທະນາ​ປະ​ເທດ​ໃນ​ສະ​ໄໝ​ແຫ່ງ​ການ​ຫັນ​ເປັນ​ອຸດສາຫະກຳ​ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນ. ນະ​ໂຍບາຍ​ພັດທະນາ​ຊຸມ​ຊົນ​ບັນດາ​ຊົນ​ເຜົ່າ​ຫວຽດນາມຕ້ອງ​ຄຳນຶງ​ເຖິງ​ທ່າ​ອຽງ​ການ​ພັດທະນາ​ຂອງ​ໂລກ, ຂອງ​ປະ​ເທດ, ພ້ອມ​ກັນ​ນັ້ນ​ກໍ່​ສອດຄ່ອງ​ກັບ​ຈຸດ​ພິ​ເສດປະຫວັດ​ສາ​ວັດທະນະທຳ​ຂອງ​ແຕ່​ລະຊາດ, ຮັບ​ເອົາ​ບັນດາ​ຜົນສຳ​ເລັດ​ຂອງອາລະຍະ​ທຳ​ມະນຸດ ​ເພື່ອ​ບືນ​ຕົວ​ຂຶ້ນ​ປະຕິບັດ​ສິດສະ​ເໝີ​ພາບລະຫວ່າງ​ບັນດາ​ຊົນ​ເຜົ່າ ​ແນ​ໃສ່​ປັບປຸງ​ແລະ​ເພີ່ມ​ທະວີ​ການ​ພົວພັນສາມັກຄີ​ບັນດາ​ຊົນ​ເຜົ່າ ບົນ​ຫຼັກການ​ສະ​ເໝີ​ພາບ, ສາມັກຄີ, ສະໜັບສະໜູນ​ ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ ​ແລະ ພ້ອມ​ກັນ​ພັດທະນາ.

ທີ​ຫ້າ, ຕໍ່ສູ້​ຕ້ານ​ແນວ​ຄິດ​ຊາດ​ນິຍົມຄັບ​ແຄບ, ຈຳ​ແນ​ກປະພຶດ​ແລະ​ແບ່ງ​ແຍກ​​ເຊື້ອ​ຊາດ. ​ເຄົາລົບ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ​ໃນ​ຂອບ​ກົດໝາຍ. ຕໍ່ສູ້​ຢ່າງ​ເດັດດ່ຽວ​ຕ້ານກັບ​ກົນອຸບາຍ​ແລະ​ການ​ແບ່ງ​ແຍກ​ຊົນ​ເຜົ່າ​ຂອງອິດ​ທິກຳລັງ​ປະຕິ​ການ.

ທີ​ຫົກ, ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​ແລະ​ແກ້​ໄຂ​ບັນຫາ​ການ​ພົວພັນ​ລະຫວ່າງ​ຊົນ​ເຜົ່າ​ແມ່ນ​ໜ້າ​ທີ່​ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ, ຂອງທຸກ​ລະດັບ ທຸກຂະ​ແໜງ​ການ​ໃນລະບົບ​ການ​ເມືອງ​ທັງ​ໝົດ, ​ໃນ​ນັ້ນ​ອົ​ງການ​ເຮັດ​ວຽກ​ງານ​ຊົນ​ເຜົ່າຂັ້ນ​ຕ່າງໆ ​ແມ່ນອົງການ​ທີ່​ປຶກສາ​ແລະຈັດ​ຕັ້ງ​ການ​ປະສານ​ງານ​ກັບ​ພະ​ແນ​ກ, ຂະ​ແໜງ​ການ ແລະ​ອົງການ​ຕ່າງໆ ​ໃນ​ຂະ​ບວນການປະຕິບັດງານ; ອົງການ​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​​ເປັນທີ່​ປຶກສາ​​ແລະ​ຈັດ​ຕັ້ງການ​ປຸກ​ລະດັມຂົນຂວາຍ​ປະຊາຊົນ.

ນອກຈາກ​ດ້ານ​ບວກ​ດັ່ງກ່າວ, ​ເນື່ອງ​ຈາກ​ຜົນ​ກະທົບ​ຂອງ​ບັນດາ​ປັດ​ໄຈ​ພາວະ​ວິ​ໄສ​ແລະ​ອັດຕະວິ​ໄສ, ການ​ພົວພັນ​ຊົນ​ເຜົ່າ​ຢູ່​ຫວຽດນາມພວມ​ປະສົບ​ກັບ​​ບັນດາບັນຫາ​ສັງຄົມທີ່​ຮ້າຍ​ແຮງ.

ກ່ອນ​ອື່ນ, ພາຍ​ໃຕ້​ຜົນ​ກະທົບ​ຂອງ​ຂະ​ບວນການ​ພັດທະນາ​ເສດຖະກິດ​ຕະຫຼາດ, ການ​ຜັນ​ແຍກ​ຮັ່ງມີ-ທຸກ​ຍາກ ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ແລະ​ເຂດ​ພູດ​ອຍ ຈຶ່ງ​ນັບ​ມື້​ເລິກ​ເຊິ່ງ, ຄວາມ​ແຕກ​ໂຕນ​ກັນ​ທາງ​ດ້ານ​ລະດັບ​ການ​ພັດທະນາ​ລະຫວ່າງ​ຕົວ​ເມືອງ​ແລະ​ຊົນນະບົດ, ​ເຂດ​ທົ່ງພຽງ​ແລະ​ເຂດ​ພູດ​ອຍ, ​ເຂດ​ຊົນ​ເຜົ່າ​ກິ​ງ​ກັບ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ແລະ​ເຂດ​ພູຜາ ທີ່​ນັບ​ມື້​ເພີ່ມ​ຂຶ້ນ; ທ່າ​ອຽງ​ຫຼ້າ​ຫຼັງ​ຂອງ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ທີ່​ນັບ​ມື້​ຫ່າງ​ໄກ​ການ​ພັດທະນາ​ລວມຂອງ​ປະ​ເທດ. ພິ​ເສດ, ລະດັບ​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ບັນດາ​ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ບໍ່​ເຖິງ 10.000 ຄົນ​ແມ່ນ​ຍັງ​ຊ້າ, ມີ​ຫຼາຍ​ບັນຫາ​ທີ່​ເຄັ່ງຮ້ອນ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ.

ທີ​ສອງ, ​ໃນ​ຂະ​ບວນການ​ພັດທະນາ​ສັງຄົມ​ນິຍົມ, ບັນດາ​ທ່າ​ອຽງຫັນເປັນ​ປະ​ເພດ​ດຽວ (ກວມ​ດ້ວຍ​ການ​ຫັນ​ເປັນ​ປະ​ເພດ​ດຽວ​ຕາມ​ທຳ​ມະ​ຊາດ ​ແລະ​ການຫັນ​ເປັນ​ປະ​ເພດ​ດຽວ​​​ໂດ​ຍບັງຄັບ) ​ໄດ້​ແລະ​ພວມ​ເກີດ​ຂຶ້ນ​ຢ່າງ​ແຂງ​ແຮງ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ແລະ​ເຂດ​ພູດ​ອຍປະ​ເທດ​ເຮົາ. ທ່າ​ອຽງ​ຫັນເປັນ​ປະ​ເພດ​ດຽວ​ຕາມ​ທຳ​ມະ​ຊາດ​ເກີດ​ຂຶ້ນ​​ໂດຍ​ຍ້ອນ​ຜົນ​ກະທົບຈາກ​ຂະ​ບວນການ​ແລກປ່ຽນ​ວັດທະນະທຳ​ແລະ​ດຳ​ເນີນ​ວັດທະນະທຳ​ລະຫວ່າງ​ບັນດາ​ຊົນ​ເຜົ່າ, ​ໂດຍ​ສະ​ເພາະ​ແມ່ນ ​ໃນ​ສະພາບ​ການ​ທີ່​ບັນດາ​ຊົນ​ເຜົ່າ​ຢູ່​ອາ​ໄສ​ສະຫຼັບ​ກັນ​ຫຼາຍ​ຂຶ້ນ ແລະ ເສດຖະກິດ​ຕະຫຼາດ ພວມເຮັດ​ໃຫ້ວິທິການ​ຜະລິດ​ແລະ​ວິທີ​ການ​ບໍລິ​ໂພ​ກຂອງ​ບັນດາ​ຊົນ​ເຜົ່າ​ເປັນ​ເອກະ​ພາບ​ກັນ​ເທື່ອ​ລະ​ກ້າວ. ນັ້ນ​ແມ່ນ ຫຼາຍ​ຊົນ​ເຜົ່າ​ມີ​ຄວາມ​ສ່ຽງ​ທີ່​ຈະ​ສູນ​ເສຍ​ພາສາ​ຂອງ​ຕົນ​ເອງ; ຫຼາຍ​ຄຸນຄ່າ​ວັດທະນະທຳ​ຂອງ​ຊົນ​ເຜົ່າ, ​ເຊັ່ນ ບາງຮີດຄອງ​ປະ​ເພນີ, ງານ​ບຸນ, ສະຖາ​ປັດ​ຕະຍະ​ກຳ, ​ເຄື່ອງ​ແຕ່ງ​ກາຍ, ບາງ​ສະ​ຖາ​ບັນ​ວັດທະນະທຳ​ພື້ນ​ເທືອງ ​ໄດ້​ຫາຍ​ໄປ; ທ່າ​ອຽງບໍລິ​ໂພ​ກ​ແລະ​ຄວາມ​ຄິດ​ປົມ​ດ້ອຍ​ແຫ່ງ​ຊາດ ພວມ​ເພີ່ມ​ຂຶ້ນ. ທ່າ​ອຽງການຫັນ​ເປັນ​ປະ​ເພດ​ດຽວ​​​ໂດ​ຍບັງຄັບ​ໃນ​ການ​ພົວພັນ​ລະຫວ່າງ​ຊົນ​ເຜົ່າ ​ໄດ້​ເກີດ​ຂຶ້ນ​ໃນ​ບາງ​ກໍລະນີ ​ໃນຂະ​ບວນການ​ປະຕິບັດ​ໂຄງການ, ​ແຜນ​ງານ​ທີ່ບໍ່​ເໝາະ​ສົມ ດັ່ງ​ນັ້ນ​ຈຶ່ງ​ມີ​ປະສິດທິ​ຜົນ​ຕ່ຳ, ​ເຊັ່ນ ນະ​ໂຍບາຍການ​ຕັ້ງ​ຖິ່ນ​ຖານ​ແລະ​ການ​ປູກ​ຝັງ​ຄົງ​ທີ່ ຫຼື​ບັນດາ​ໂຄງການ​ແລະ​ແຜນ​ງານຊ່ວຍ​ເຫຼືອການ​ພັດທະນາ​ເສດຖະກິດ-ສັງຄົມຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ.

ທີ​ສາມ, ​ໃນ​ຂະ​ບວນການ​ພັດທະນາ, ການ​ພົວພັນ​ລະຫວ່າງ​ຊົນ​ເຜົ່າ​ເກີດ​ຄວາມ​ຂັດ​ແຍ້ງ​ແລະ​ຂໍ້​ພິພາດ​ໃນ​ການ​ຂຸດ​ຄົ້ນຊັບພະຍາກອນ​ທຳ​ມະ​ຊາດ ສິ່ງ​ແວດ​ລ້ອມ, ຕົ້ນຕໍ​ແມ່ນຄວາມ​ຂັດ​ແຍ້​ງກ່ຽວ​ກັບ​ທີ່​ດິນ, ​ເຊິ່ງອາດ​ຈະລະ​ເບີດ​ເປັນ “ຈຸດ​ຮ້ອນ”, ​ການຈະລາຈົນ.

ທີ​ສີ່, ຜົນ​ກະທົບ​ຈາກ​ກົນອຸບາຍ “​​ເຮັດ​ໃຫ້​ຫັນ​ປ່ຽນ​ໂດຍ​ສັນຕິ” ຂອງ​ບັນດາ​ອິດ​ທິກຳລັງ​ສັດ​ຕູ ທີ່​ສວຍ​ໃຊ້ບັນຫາຊົນ​ເຜົ່າ​ແລະ​ສາສະໜາ ​ເພື່ອ​ຕ້ານຢັນ​ທຳລາຍກ້ອນ​ກຳລັງ​ມະຫາ​ສາມັກຄີ​ແຫ່ງ​ຊາດ, ຍຸຍົງ, ​ແກ່​ດຶງ, ​ແບ່ງ​ແຍກຊົນ​ເຜົ່າ; ​​ເຜີຍແຜ່​ສາສະໜາ​ຢ່າງ​ຜິດ​ກົດໝາຍ, ​ໂຄສະນາ​ການ​ສ້າງ​ຕັ້ງ “ອານາຈັກ​ມົ້ງ” ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ, “ລັດ​ເດກາ​ເອກະ​ລາດ” ​ໃນ​ເຂດ​ໄຕ​ງວຽນ, “ລັດ​ຂະ​ແມ​ກຣົມ” ​ໃນ​ພາກ​ຕາ​ເວັນ​ຕົກນາມ​ໂບ້; ຄວາມ​ສ່ຽງ​ທີ່​ຈະລະ​ເບີດ​ເປັນ “ຈຸດ​ຮ້ອນ”, ທຳລາຍ​ກ້ອນ​ກຳລັງ​ມະຫາ​ສາມັກຄີ​ແຫ່ງ​ຊາດ ​ແລະ ຄວາມ​ໝັ້ນຄົງ​ຂອງ​ຊາດ.

ທີ​ຫ້າ, ສະພາບ​ການ​ປະ​ທະ​ກັນ​ແລະ​ກຸ່ມ​ແບ່ງ​ແຍກດິນ​ແດນ ​ໃນ​ປະ​ເທດ​ຕ່າງໆ​ທົ່ວໂລກ ​ໄດ້​ເປັນ​ຜົນ​ກະທົບ​ເຖິງ​ແນວ​ຄິດ​ຈິດ​ໃຈ ​ແລະ ຈິດ​ສຳນຶກ​ແຫ່ງ​ຊາດ ຢູ່​ຫວຽດນາມ​.

ບັນດາ​ມາດ​ຕະການ​ທິດ​ທາງ​ປັບປຸງ​ບູລະນະ​ນະ​ໂຍບາຍ​ຊົນ​ເຜົ່າ ​ເພື່ອ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ບັນດາ​ຊົນ​ເຜົ່າ​ຢ່າງ​ກົມກຽວ ​ແລະ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ຊົນ​ເຜົ່າ

ນະ​ໂຍບາຍ​ຊົນ​ເຜົ່າຈະ​ຕ້ອງ​ສ້າງ​​ໂອກາດ​ໃຫ້ບັນດາ​ຊົນ​ເຜົ່າຂະຫຍາຍຕົວ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ຊົນ​ເຜົ່າ​ໃນ​ຊຸມ​ຊົນ​ຊົນ​ຊາດຫວຽດນາມ, ສ້າງ​ກຳລັງ​ໜູນ​ແລະ​ຮັບປະກັນການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ. ພັດທະນາ​ເສດຖະກິດ, ວັດທະນະທຳ, ສັງຄົມ, ການ​ເມືອງ, ຄວາມ​ໝັ້ນຄົງ ​ແລະ​ການ​ປ້ອງ​ກັນຊາດຢ່າງຮອບດ້ານ ​ໃນ​ເຂດ​ຊົນ​ເຜົ່າ​ແລະ​ເຂດ​ພູດ​ອຍ ​ເພື່ອ​ໃຫ້​ບັນດາ​ຊົນ​ເຜົ່າ​ພ້ອມ​ກັນ​ພັດທະນາ​ຕາມ​ທິດ​ກ້າວໜ້າ. ​ເພື່ອ​ຮັບປະກັນ​ໃຫ້​ບັນດາ​ຊົນ​ເຜົ່າ​ມີ​ຄວາມ​ສະ​ເໝີ​ພາບ, ສາມັກຄີ, ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ຊົນ​ເຜົ່າ​ຢ່າງ​ກົມກຽວ, ​ເຄົາລົບ​ນັບຖື, ຊ່ວຍ​​ເຫຼືອຊຶ່ງ​ກັນ​ແລະ​ກັນ ​ແລະ ພ້ອມ​ກັນ​ພັດທະນາ, ປັບປຸງ​ບູລະນະ​ນະ​ໂຍບາຍ​ຊົນ​ເຜົ່າ ​ໃນ​ເງື່ອນ​ໄຂ​ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ​ທັນ​ສະ​ໄໝ ​ແລະ ພັດທະນາ​ເສດຖະກິດ​ຕະຫຼາດ​ກຳ​ນັດ​ທິດ​ສັງຄົມ​ນິຍົມ, ຕ້ອງ​ເອົາ​ໃຈ​ໃສ່​​ເຖິງວິທີ​ແກ້​ໄຂ​ທີ່​ສຳຄັນຈຳນວນ​ໜຶ່ງ​ດັ່ງ​ນີ້:

ທີ​ໜຶ່ງ, ສົ່ງ​ເສີມ​ນະ​ໂຍບາຍ​ການ​ພັດທະນາ​ເສດຖະກິດ.

ສົ່ງ​ເສິມ​ການ​ພັດທະນາ​ເສດຖະກິດ​ສິນຄ້າ​ຫຼາຍພາກສ່ວນສອດຄ່ອງ​ກັບ​ຈຸດ​ພິ​ເສດ​ແລະ​ເງື່ອນ​ໄຂ​ຂອງ​ແຕ່ລະ​ເຂດ, ​ແຕ່​ລະ​ຊົນ​ເຜົ່າ. ຂຸດ​ຄົ້ນ​ທ່າ​ແຮງ​ຂອງ​ແຕ່ລະ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ແລະ​ເຂດ​ພູດ​ອຍ, ສ້າງ​ເຂດ​ກະສິຫຳສະ​ເພາະ​ຂະໜາດ​ໃຫຍ່, ​ເຊັ່ນ ​ເຂດ​ປູກ​ໝາກ​​ໄມ້, ສະໝຸ​ນ​ໄພ ​ຢູ່​ເຂດ​ເນີນ​ສູງ​ແລະ​​ພູດ​ອຍພາກ​ເໜືອ, ​ເຂດ​ປູກ​ຕົ້ນ​ໄມ້​ອຸດສາຫະກຳ, ຕົ້ນ​ໄມ້​ໃຫ້​ໝາກ ຢູ່​ເຂດ​ໄຕ​ງວຽນ, ບັນດາ​ແຂວງ​ຊາຍ​ຝັ່ງ​ທະ​ເລ​ພາກ​ກາງ​ແລະ​ຕາ​ເວັນ​ອອກ​ນາມ​ໂບ້; ​ເຂດ​ປູກພືດ​ອາຫານ​ແລະ​ຕົ້ນ​ໄມ້​ໃຫ້​ໝາກ ​ຢູ່​ພາກ​ຕາ​ເວັນ​ຕົກນາມ​ໂບ້; ພັດທະນາ​ການທ່ອງທ່ຽວ​ທາງ​ນິ​ເວດ​ແລະ​ການທ່ອງທ່ຽວ​ວັດທະນະທຳ; ຫັນປ່ຽນ​ການ​ທຳ​ມາ​ຫາ​ກິນ​ຂອງປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ເທື່ອ​ລະ​ກ້າວ ​ໃຫ້​ສອດຄ່ອງ​ກັບ​ເງື່ອ​ນ​ໄຂ​ໃໝ່ ​ເພື່ອ​ໃຫ້​ເຂົາສ້າງ​ຮັ່ງ​ຄູນ​ມີ​ໃຫ້​ຄອບຄົວ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່, ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ. ການພັດທະນາ​ເສດຖະກິດ​ສິນຄ້າ​ຫຼາຍ​ພາກສ່ວນ ​ແມ່ນ​ການສ້າງ​ໂອກາດ​ໃຫ້​ບັນດາ​ຊົນ​ເຜົ່າພັດທະນາ​ຕາມ​ທິດ​ທາງ​ກ້າວໜ້າ, ​ແມ່ນ​ການສະ​ແດງ​ອອກ​ໃນພາກ​ຕົວ​ຈິງ​ເຖິງຫຼັກການ​ສະ​ເໝີ​ພາບ, ສາມັກຄີ, ​ເຄົາລົບ​ນັບຖື​, ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ ​ເພື່ອ​ພ້ອມ​ກັນ​ພັດທະນາ.

​ເພື່ອສ້າງ​ສະພາບ​ແວດ​ລ້ອມ​ໃຫ້​ເສດຖະກິດ​ສິນຄ້າ​ພັດທະນາ, ຮຽກຮ້ອງ​ໃຫ້​ສຸມ​ໃສ່​ແກ້​ໄຂ​ສອງ​ບັນຫາ: ທີ​ໜຶ່ງ, ​ແກ້​ໄຂ​ບັນຫາ​ທີ່​ດິນ (ທີ່​ດິນ​​ຜະລິດ, ທີ່​ດິນ​ຢູ່​ອາ​ໄສ ​ແລະ ​ທີ່​ດິນ​ປ່າ​ໄມ້) ​ໃຫ້​ປະຊາຊົນ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ ຕາມ​ທິດ, ຮັບປະກັນ​ສິດທິ​ຕ່າງໆ​ໃນ​ທີ່​ດິນ. ມອບ​ສິດ​ຄຸ້ມ​ຄອງ​ທີ່​ດິນ​ໃຫ້​​ແກ່ຊຸມ​ຊົນ​ທ້ອງ​ຖິ່ນ ​ແມ່ນ​ພື້ນຖານ​ສັງຄົມ​ທີ່​ເລິກ​ເຊິ່ງ ສຳລັບ​ການ​ກໍ່ສ້າງ​ກຸ່ມ​ກ້ອມ​ສາມັກຄີ​ບັນດາ​ຊົນ​ເຜົ່າທີ່​ເຂັ້ມ​ແຂງ, ຍາວ​ນານ. ທີ​ສອງ, ລົງທຶນ​ກໍ່ສ້າງ, ພັດທະນາ​ໂຄງ​ສ້າງ​ພື້ນຖານ, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ຂອງ​ເຂດ​ຊຸມ​ຊົນທັງ​ໝົດ, ​ເຊັ່ນ ລະບົບ​ຊົນລະປະທານ, ຄົມມະນາຄົມ, ພະລັງງານ; ກໍ່ສ້າງ​ເຄືອ​ຂ່າຍ​ຕະຫຼາດ, ຮ້ານ​ຄ້າ, ຕົວ​ແທນ​ຈຳໜ່າຍ, ​ໂຮງຮຽນ, ​ໂຮງໝໍ​ໃນ​ເຂດ​ຊົນນະບົດ, ​ເຂດ​ຢູ່​ອາ​ໄສ​ໃໝ່ ​ແນ​ໃສ່​ຊຸກຍູ້​ໃຫ້ການ​ຜະລິດ​ແລະ​ເສດຖະກິດ​ສິນຄ້າ​ຂະຫຍາຍຕົວ, ສ້າງ​ສະພາບ​ແວດ​ລ້ອມ​ການ​ດຳລົງ​ຊີວິດທີ່​ເອື້ອ​ອຳນວຍ​ຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ແລະ​ເຂດ​ພູດອຍ.

ຂຸດ​ຄົ້ນ, ຄຸ້ມ​ຄອງ​ແລະ​ປົກ​ປັກ​ຮັກສາ​ແຫຼ່ງຊັບພະຍາກອນ​ປ່າ​ໄມ້​ໃຫ້​ໄດ້​ເປັນ​ຢ່າງ​ດີ, ​ໂດຍ​ສະ​ເພາະ​ສຳລັບ​ປ່າ​ທຳ​ມະ​ຊາດ, ປ່າປ້ອງ​ກັນ; ມີ​ກົນ​ໄກ​ຄຸ້ມ​ຄອງ, ຕິດຕາມ​ກວດກາ​ຢ່າງ​ແໜ້ນ​ແຟ້ນຕໍ່ ​ໂຄງການກ່ຽວ​ກັບ​ການ​ປ່ຽນ​​ແປງຈຸດປະສົງ​ການ​ນຳ​ໃຊ້​ປ່າ​ໄມ້, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ໂຄງການ​ພັດທະນາ​ໄຟຟ້າ​ນ້ຳຕົກ, ການ​ຂຸດ​ຄົ້ນ​ບໍ່​ແຮ່, ການ​ກໍ່ສ້າງ​ເຂດ​ອຸດສາຫະກຳ, ບໍລິການ​ທ່ອງ​ທ່ຽວ... ການຈັດ​ຕັ້ງ​ການ​ສ້າງ​ອາຊີບ​ປ່າ​ໄມ້, ຄຸ້ມ​ຄອງ​ອາຊີບ​ປ່າ​ໄມ້ ​ແລະ ປະຕິບັດ​ແຜນ​ນະ​ໂຍບາຍ​ຫັນ​ອາຊີບ​ປ່າ​ໄມ້​ເປັນ​ສັງຄົມ. ຊຸກຍູ້​ການ​ພັດທະນາ​ກະ​ສິກຳ​ແລະປ່າ​ໄມ້​​ແບບນິ​ເວດ, ສົ່ງ​ເສີມ​ການ​ປູກປ່າ​ສະໝຸ​ນ​ໄພ ຢູ່​ເຂດ​ທີ່​ມີ​ທ່າ​​ແຮງ​ປຽບທຽບ; ຈັດ​ຕັ້ງປະຕິບັດຢ່າງ​ເຖິງ​ຖອງ​ການ​ມອບ​ປ່າ​ໄມ້​ແລະ​ດິນ​ປ່າ​ໄມ້​ ໃຫ້​ຊຸມ​ຊົນ​ບ້ານ​ເປັນ​ຜູ້​ຄຸ້ມ​ຄອງ ຂຸດ​ຄົ້ນ. ​ເພີ່ມ​ທະວີ​ແລະ​ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ຂອງລັດ ກ່ຽວ​ກັບ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ; ຈັດ​ຕັ້ງ​ການ​ຂຸດ​ຄົ້ນ, ນຳ​ໃຊ້​ຊັບພະຍາກອນ​ປ່າ​ໄມ້, ຊັບພະຍາກອນ​ນ້ຳ​ ຢ່າງ​ມີ​ປະສິດທິ​ຜົນ, ປະຕິບັດ​ນະ​ໂຍບາຍທີ່​ດິນ​ໃຫ້​ໄດ້​ເປັນ​ຢ່າງ​ດີ, ຮັບປະກັນ​ການ​ນຳ​ໃຊ້​ທີ່​ດິນ​ຕາມ​ທິດທາງພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ໜ້າ​ທີ່​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ພ້ອມ​ກັນ​ນັ້ນ​ກໍ່​ຮັບປະກັນພື້ນ​ທີ່​ການ​ດຳລົງ​ຊີວິດ​ຂອງຊົນ​ເຜົ່າ​ສ່ວນ​ນ້ອຍ​ໃນ​ເຂດ​ນັ້ນ.

ທີ​ສອງ, ສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ​​ໂດຍ​ຜ່ານ​ນະ​ໂຍບາຍປະກັນ​ສັງຄົມ.

ປັບປຸງ​ແລະ​ຍົກ​ສູງ​​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍຂຶ້ນເທື່ອ​ລະ​ກ້າວ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ຊົນ​ເຜົ່າຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ, ​ຊົນ​ເຜົ່າມີ​ປະຊາກອນ​ໜ້ອຍ. ນີ້​ແມ່ນ​ວິທີ​ແກ້​ໄຂ​ເພື່ອ​ເສີມ​ຂະຫຍາຍ​ລັກສະນະ​ຕັ້ງໜ້າ, ສ້າງ​ກຳລັງ​ໜູນ​ໃຫ້​ແກ່​ພາລະກິດ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ສະ​ແດງ​ໃຫ້​ເຫັນ​ເຖິງ​ທາດ​ແທ້​ມະນຸດ​ອະລິຍະ​ທຳ​ໃນ​ນະ​ໂຍບາຍຊົນ​ເຜົ່າ​ຂອງ​ພັກ​ແລະ​ລັດ​ຫວຽດນາມ. ຄົ້ນຄວ້າ​ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​ປະກັນສັງຄົມ​ພິ​ເສດ​ສຳລັບ​ປະຊາຊົນ​ຢູ່​​ເຂດຊາຍ​ແດນ ​ເພື່ອ​ໃຫ້​ພວກ​ເຂົາຕິດ​ແໜ້ນ​ກັບ​ບ້ານ​ຂອງ​ຕົນ, ສ້າງ​ເປັນ “​ແລວ​ທາງ” ຮັບປະກັນ​ຄວາມ​ໝັ້ນຄົງຂອງ​ຊາຍ​ແດນ, ​ແລະ “ຫຼັກ​ໝາຍ​ມີ​ຊີວິດ” ທີ່​ຢັ້ງຢືນອຳນາດອະທິປະ​ໄຕ​ຂອງ​ຊາດ. ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະສ້າງ​ກຳລັງ​ໜູນ​ທາງ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ ​ເພື່ອ​ໃຫ້​ພວກ​ເຂົາ​ສູ້​ຊົນ​ບືນ​ຕົວ​ຂຶ້ນ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ. ສ້າງ​ນະ​ໂຍບາຍສະ​ເພາະ​ສຳລັບ​ແຕ່ລະທ້ອງ​ຖິ່ນ; ​ເອົາ​ໃຈ​ໃສ່ກວ່າ​ອີກ​ເຖິງ​ບັນຫາປະສານ​ສົມທົບ​ຕັ້ງ​ແຕ່​ຂັ້ນ​ຕອນ​ການ​ອອກ​ແບບ​ນະ​ໂຍບາຍ ​ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ການປະສານ​ງານ​ແລະການ​ສັບ​ຊ້ອນ​ໃນ​ການ​ຈັດ​ຕັ້ງ​ປະຕິບັດ. ​ເພີ່ມ​ຈຳນວນ​ຄົນ​ແລະ​ພາກສ່ວນ​ເຂົ້າ​ຮ່ວມ, ກ່ຽວ​ກັບ​ກົນ​ໄກ ນະ​ໂຍບາຍ ​ຄວນ​ຍົກສູງ​ລະດັບອຸດ​ໜູນການ​ຈ່າຍ​ເງິນ ສຳລັບຜູ້​ເຂົ້າ​ຮ່ວມ​ການ​ປະກັນ​ໄພ​ສັງ​ຄົບ​ໂດຍ​ສະໝັກ​ໃຈ, ຂະຫຍາຍກຸ່ມ​​ເປົ້າ​ໝາຍ​ທີ່​ບໍ່​ຂຶ້ນ​ກັບ​ຄອບຄົວ​ທຸກ​ຍາກ​ແລະ​ໃກ້ທຸກ​ຍາກ; ​ຢືດຫຍຸ່ນ​ກວ່າ​ອີກ​ກ່ຽວ​ກັບ​ລະດັບ​ອຸດ​ໜູນ, ຄວນ​ກຳນົດ​ລະດັບ​ອຸດ​ໜູນ​ຂັ້ນຕ່ຳ ​ເພື່ອ​ໃຫ້​ທ້ອງ​ຖິ່ນ​ທີ່​ມີ​ເງື່ອນ​ໄຂ​ເສດຖະກິດ​ພັດທະນາ ສ້າງ​ກົນ​ໄກ​ອຸດ​ໜູນ​ສ່ວນ​ໜຶ່ງ​ການ​ຈ່າຍ​​ເງິນ​ປະກັນ​ໄພ​ສັງຄົມ​ສະໝັກ​ໃຈ. ກຳນົດ​ນະ​ໂຍບາຍ​ສະ​ເພາະທີ່​ມີ​ລັກສະນະ​ບຸກທະລຸ ​ເພື່ອ​ສ້າງ​ເງື່ອນ​ໄຂ​ແລະ​ໂອກາດການ​ພັດທະນາ​ ໃຫ້​ແກ່​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ທີ່​ມີ​ປະຊາກອນ​ໜ້ອຍ. ລົງທຶນ​ໃສ່​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ-ສັງຄົມທີ່​ຈຳ​ເປັນ, ລົງທຶນ​ເພື່ອ​ສະໜັບສະໜູນ​ການພັດທະນາ​ການ​ຜະລິດ, ພັດທະນາ​ການ​ສຶກສາ, ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ພັດທະນາ​ສາທາລະນະ​ສຸກ, ວັດທະນະທຳ, ຝຶກ​ອົບຮົມຊັບພະຍາກອນ​ມະນຸດ​ທີ່​ເໝາະ​ສົມ​ກັບ​ແຕ່​ລະ​ຊົນ​ເຜົ່າ.

ສ້າງ​ແລະ​ປະຕິບັດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ຍົກ​ສູງສຸຂະພາບ​ແລະ​ຄວາມ​ສູງ​ຂອງ​​ເຍົາວະຊົນ, ຊາວ​ໜຸ່ມ; ປະຕິບັດນະໂຍບາຍປະຊາກອນແລະແຜນຄອບຄົວຢ່າງ​ດີ ໃນບັນດາຊົນເຜົ່າສ່ວນ​ນ້ອຍ. ຍົກ​ສູງ​ຄວາມ​ສາມາດ​ແລະ​ຄຸນ​ນະພາ​ບ ຂອງ​ການກວດ​ແລະ​ປົວ​ພະຍາດ, ​ແລະ​ປະຕິບັດການ​ບໍລິການ​ທາງ​ການ​ແຜດ. ພັດທະນາ​ຮູບ​ແບບການ​ຮັກສາ​ສຸຂະພາບທີ່​ສອດຄ່ອງ​ກັບ​ເງື່ອ​ນໄຂຂອງ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ແລະ​ເຂດ​ພູດ​ອຍ. ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃນ​ການກວດ​ແລະ​ປົວ​ພະຍາດ ​ສຳ​ລັບຊົນເຜົ່າ​ສ່ວນ​ນ້ອຍ​ແລະ​ຄອບຄົວ​ທຸກ​ຍາກ ​ໃນ​ເຂດ​ທີ່​ມີ​ເງື່ອນ​ໄຂ​ເສດຖະກິດ-ສັງຄົມ​ຫຍຸ້ງຍາກ (​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດທີ່​ມີ​ຄວາມ​ຫຍຸ້ງຍາກລຳບາກເປັນ​ພິ​ເສດ), ​​ໂດຍ​ສະ​ເພາະ​ແມ່ນ ​ໄດ້​ເຂົ້າ​ເຖິງ​ກັບ​ເຕັກນິກ​ການກວດ​ແລະ​ປົວ​ພະຍາດ​ທັນ​ສະ​ໄໝ. ສູ້​ຊົນ​ເພື່ອ​ກີດກັ້ນ​ແລະ​ຍູ້​ຖອຍ​ໂດຍ​ພື້ນຖານ ​ສະພາບ​ການ​ແຕ່ງງານ​ເດັກນ້ອຍ​ແລະ​ການ​ແຕ່ງງານຂອງ​ບ່າວ​ສາວ​ໃກ້​ເຊື້ອສາຍ​, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຂ​ອງປະຊາກອນ ​ແລະ ຊັບ​ພະ​ຍາກ​ອນມະນຸດ​ຂອງ​ຊົນ​ເຜົ່າ​ສ່ວນ​ນ້ອຍ.

ທີ​ສາມ, ​ເອົາ​ໃຈ​ໃສ່​ພັດທະນາ​​ເສດຖະກິດ, ວັດທະນະທຳ​ ແລະ ​ການ​ສຶກສາ ຢ່າງ​ຄົບ​ຊຸດ. 

ປະສານ​ສົມທົບ​ຢ່າງ​ດີ​ລະຫວ່າງ​ນະ​ໂຍບາຍ​ພັດທະນາ​ເສດຖະກິດ ​ແລະ​ນະ​ໂຍບາຍ​ພັດທະນາ​ວັດທະນະທຳ, ທັງ​ປົວ​ແປງ​​ແລະ​ຍົກ​ສູງ​ຊີວິດ​ດ້ານ​ວັດຖຸ, ຊີວິດ​ດ້ານຈິດ​ໃຈ ວັດທະນະ​ທຳ​ ໃຫ້​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ມີ​ມາດ​ຕະການ​ທີ່​ມີ​ປະສິດທິພາບ​ໃນ​ການ​ອະນຸ​ຮັກ​ແລະ​ເສີມ​ຂະຫຍາຍຄຸນຄ່າ​ມໍລະດົກ​ວັດທະນະທຳ ຂອງ​ບັນດາ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ສ້າງ​ແລະ​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ບັນດາ​ສະ​ຖາ​ບັນ​ວັດທະນະທຳ​ຫຼັກ ບົນ​ພື້ນຖານ​ການ​ເຊື່ອມ​ໂຍງ​ກິດຈະກຳ​ທາງ​ການ​ເມືອງ, ​ສັງຄົມ… ​ເສີມ​ຂະຫຍາຍສຸດ​ຂີດ ​ພາລະ​ໜ້າ​ທີ່​ຊຸມ​ຊົນ ​ໃນ​ບັນດາ​ສະ​ຖາ​ບັນ​ວັດທະນະທຳ​ແລະ​ຄວາມ​ເຊື່ອ​ທີ່​ອ່ອນ​ໄຫວ, ​ເຊັ່ນ ​​ເຮືອນ​ວັດທະນະທຳ​ຊຸມ​ຊົນ, ​ເຮືອນ​ຊັ້ນ, ​ເຮືອນ​ຊຸມ​ຊົນ, ​ເຮືອນ​ຍາວ. ມີ​ນະ​ໂຍບາຍ​ແລະ​ແບບ​ວິທີ​ທີ່​ເໝາະ​ສົມ​ ເພື່ອ​ພັດທະນາການ​ສຶກສາ​ແລະ​ຝຶກ​ອົບຮົມ​ຢ່າງ​ແຂງ​ແຮງ, ຍົກ​ລະດັບ​ຄວາມ​ຮູ້​ຂອງ​ປະຊາຊົນ​ຂຶ້ນ​ເທື່ອ​ລະ​ກ້າວ, ກໍ່ສ້າງ​ຖັນ​ແຖວ​ປັນຍາ​ຊົນ​ທີ່​ເປັນ​ຕົວ​ແທນ​ໃຫ້​ສິດຜົນປະ​ໂຫຍ​ດຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ. ພັດທະນາ​ການ​ສຶກສາ​ແລະ​ຝຶກ​ອົບຮົມ ປະກອບສ່ວນ​ກຳນົດ​ທິດ​ທາງ​ການ​ພັດທະນາຄຸນຄ່າ​ຂອງ​ແຕ່​ລະບຸ​ກຄົນ​ແລະ​ຂອງ​ຊຸມ​ຊົນມັງ​ໝົດ, ພ້ອມ​ທັງ​ເປັນ​ກຸນ​ແຈ​ເພື່ອ​ອະນຸ​ຮັກ​ແລະ​ເສີມ​ຂະຫຍາຍ ບັນດາ​ຄຸນຄ່າ​ວັດທະນະທຳ​ດັ້ງ​ເດີມ ​ຂອງ​ບັນດາ​ຊົນ​ເຜົ່າ ​ໃນ​ພາລະກິດ​ການ​ກໍ່ສ້າງຊີ​ວິວັດ​ທະນະ​ທຳ​ໃໝ່. ​ເປີດ​ກວ້າງ​ແລະ​ປັບປຸງ​ບັນດາ ​ໂຮງຮຽນ​ກິນນອນ​ສຳລັບ​ຊົນ​ເຜົ່າ, ​ໂຮງຮຽນ​ທັງ​ຮຽນ​ທັງ​ເຮັດ, ສູນ​ຝຶກ​ອົບຮົມ​ວິຊາ​ຊີບ, ຫ້ອງ​ຮຽນ​ກຽມ ສຳລັບ​ເດັກ​ຊົນ​ເຜົ່າ​ທີ່​ມີ​ປະ​ຊາ​ກອນ​ໜ້ອຍ​ແລະ​ມີ​ຄວາມ​ສ່ຽງ​ທີ່​ຈະ​ຫຼຸດ​ລົງ. ມີ​ນະ​ໂຍບາຍ​ບຸລິມະສິດ​ໃຫ້​ແກ່​ເດັກນ້ອຍ​ຂອງ​ຊົນ​ເຜົ່າ, ​ໃຫ້​ຖັນ​ແຖວ​ພະນັກງານ​ຄູ​ອາຈານ​ໃນ​ເຂດ​ຊົນ​ເຜົ່າ​ແລະ​ເຂດ​ພູດ​ອຍ.

ທີ​ສີ່, ກໍ່ສ້າງ​ລະບົບ​ການ​ເມືອງ​ແລະ​ການ​ຝຶກ​ອົບຮົມ​ຖັນ​ແຖວ​ພະນັກງານ​ຊົນ​ເຜົ່າ.

ກໍ່ສ້າງ​ຮູບ​ແບບ, ສະ​ຖາ​ບັນ​ຂອງ​ລະບົບ​ການ​ເມືອງທີ່ສອດຄ່ອງ​ເໝາະ​ສົມ​ກັບ​ເງື່ອນ​ໄ​ຂພູດ​ອຍທີ່​ມີ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ບົນ​ພື້ນຖານ​ການ​ຄິດ​ໄລ່​ຢ່າງ​ຄົບ​ຖ້ວນເຖິງ​ບັນດາ​ປັດ​ໄຈທາງ​ພູມ​ສາດ​ການ​ເມືອງ ​ແລະ ບັນດາ​ເງື່ອນ​ໄຂ​ສະ​ເພາະໃນ​ການ​ຄຸ້ມ​ຄອງ​ສັງຄົມຂອງ​ຊົນ​ເຜົ່າ​ສ່ວນ​ນ້ອຍ ​ທີ່​ມີ​ຢູ່​ຂອງ​ສະ​ຖາ​ບັນ​ການ​ເມືອງ​ແລະ​ສັງຄົມ​ດັ້ງ​ເດີມ. ​ໃຫ້​ຄວາມ​ສຳຄັນ​ແກ່ບົດບາດ​ຂອງ​ບ້ານ, ໝູ່​ບ້ານ ​ໃນ​ລະບົບ​ອຳນາດ​ການ​ປົກຄອງ​ຂັ້ນຮາກ​ຖານ. ສຸມ​ໃສ່​ການ​ກໍ່ສ້າງ​ບ້ານ, ໝູ່​ບ້ານ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ, ​ເພາະວ່າ ​ນີ້​ແມ່ນ​ຂັ້ນ​ສຸດ​ທ້າຍ, ຂັ້ນ​ພົວພັນ​ໂດຍ​ກົງ​ກັບ​ປະຊາຊົນ. ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ຄະນະ​ພັກ, ການ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ອຳນາດ​ການ​ປົກຄອງ; ຍູ້​ແຮງ​ການຈັດ​ຕັ້ງ​ປະຕິບັດບັນດາ​ຂະ​ບວນການ ກິດຈະກຳ​ຂອງ​ແນວ​ໂຮມ​ປະ​ເທດ​ຊາ​ດ ​ແລະ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ; ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ໜ່ວຍ​ພັກ​ແລະນາຍບ້ານ, ຍາດ​ແຍ່ງ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ທີ່​ມີ​ຊື່​ສຽງ​ໃນ​ບ້ານ ​ແລະ ສ້າງ​ຖັນ​ແຖວ​ຫຼັກ​ແຫຼ່ງ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ສ້າງ​ການ​ຫັນປ່ຽນ​ຕັ້ງ​ແຕ່​ຮາກ​ຖານ, ຕໍ່ສູ້​ຕ້ານ​ການທຳ​ລາຍ​ຂອງ​ອິດ​ທິກຳລັງ​ສັດຕູ​ຈາກບ້ານ, ໝູ່​ບ້ານ.

ຍົກ​ສູງ​ປະສິດທິພາບ​ການ​ນຳພາ ​ແລະ ປະສິດທິ​ຜົນ​ການຈັດ​ຕັ້ງປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ ​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ແລະ​ເຂດ​ພູດ​ອຍ. ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຫຼັກ​ແຫຼ່ງຂອງ​ບ້ານ, ໝູ່​ບ້ານ ທີ່​ມີ​ຫຼັກ​ໝັ້ນ​ການ​ເມືອງໜັກ​ແໜ້ນ, ມີ​ຄວາມ​ສາມ​າດ​ແລະ​ລະດັບ​ຄວາມ​ຮູ້, ສຸດ​ອົກ​ສຸດ​ໃຈ​ຕໍ່​ວຽກ​ງານ, ​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ, ປາກ​ເວົ້າ​ມື​ເຮັດ, ທົນທານ​ໝັ້ນ​ໜຽວຕໍ່​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ. ກໍ່ສ້າງ​ກົດ​ລະບຽປະຊາທິປະ​ໄຕຢູ່​ຂັ້ນ​ຮາກ​ຖານ ທີ່​ສອດຄ່ອງ​ກັບ​ຈຸດ​ພິ​ເສດ​ການ​ຄຸ້ມ​ຄອງ​ສັງຄົມຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ຮັບ​ເອົາ​ໂດຍ​ມີ​ການ​ເລືອກ​ເຟັ້ນ ບັນດາ​ປັດ​ໄຈ​ທີ່​ຕັ້ງໜ້າ​ໃນ​ບັນດາ​ສະ​ຖາ​ບັນ​ສັງຄົມ​ດັ້ງ​ເດີມ ​ເພື່ອ​ໝູນ​ໃຊ້​ເຂົ້າ​ໃນ​ການ​ຄຸ້ມ​ຄອງ​ສັງຄົມ​ປະຈຸ​ບັນ​ຢູ່​ຮາກ​ຖາ​ນ.

ທີ​ຫ້າ, ປ່ຽນ​ແປງ​ໃໝ່​ແລະຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ສາສະໜາ ຢູ່​ໃນ​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ.

ຍົກ​ສູງ​ຊີວິ​ດດ້ານ​ວັດຖຸ​ແລະ​ຈິດ​ໃຈ​ຂອງ​ປະຊາຊົນ​ຊົນ​​ເຜົ່າ​ສ່ວນນ້ອຍ, ປະຕິບັດ​ນະ​ໂຍບາຍ​ສາສະໜາ, ນະ​ໂຍບາຍ​ຊົນ​ເຜົ່າ​ເປັນ​ຢ່າງ​ດີ. ສຸມ​ໃສ່​ແກ້​ໄຂ​ຂໍ້ຄົງຄ້າງ​ຕ່າງໆ​ໃນ​ບັນ​ຫາ​ສາສະໜາ (ຄຳ​ຮ້ອງ​ຟ້ອງ​ແລະ​ຄຳ​ຮ້ອງທຸກ​ກ່ຽວ​ກັບ​ທີ່​ດິນ, ສະຖານ​ທີ​ບູຊາ...) ​ໃຫ້​ແລ້ວ​ຍິ່ງ​ໄວ​ຍິ່ງ​ດີ ບົນ​ພື້ນຖານ​ຮັບປະກັນ​ຄວາມ​ຖືກຕ້ອງ​ຕາມ​ນະ​ໂຍບາຍ ກົດໝາຍ. ​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່ສ້າງ​ກຳລັງ​ຫຼັກ​ແຫຼ່ງ ​ໃນປະຊາຊົນ​ຖື​ສາສະໜາທີ່​ຢູ່​ເຂດ​ຊົນເຜົ່າ​ສ່ວນ​ນ້ອຍ​ແລະ​ເຂດ​ພູດ​ອຍ; ​ເສີມ​ຂະຫຍາຍ​ບົດບາດ​ຂອງຜູ້ນຳ​ທາງ​ສາສະໜາ​ແລະ​ຜູ້​ສັດທາ; ຈາກ​ນັ້ນ​ກຳນົດ​ທິດ, ຫັນປ່ຽນ, ພາ​ໃຫ້​ສາສະໜາ​ໃກ້​ຊິດ​ຕິດ​ແທດ​ກັບ​ຊາ​ດ ​ແລະ ​ກັບ​ພາລະກິດທີ່​​ຊາດທັງ​ໝົດ​ກຳລັງ​ສູ້​ຊົນປະຕິບັດ; ປະຕິບັດ​ຢ່າງຖືກຕ້ອງ​ຕາມ​ທິດ​ນຳ “ຊີວິດ​ທີ່​ດີ, ສາສະໜາທີ່​ສວຍ​ງາມ”. ກ່ຽວ​ກັບ​ສາສະໜາໂປ​ແຕສະ​ຕັງ, ຕ້ອງ​ມີ​ການ​ຮັບ​ຮູ້​ຢ່າງ​ຖືກຕ້ອງ ​ແລະ ຈຳ​ແນ​ກຢ່າງ​ຈະ​ແຈ້ງລະຫວ່າງ ​ໂປ​ແຕສະ​ຕັງ​ຖືກ​ກົດໝາຍ ​ແລະ ​ໂປ​ແຕສະ​ຕັງ​ເດກາ, ​ໂປ​ແຕສະ​ຕັງ​ຫວ່າງ​ຈຶ, ຖິ່ນ​ຮຸ່ງ; ລະຫວ່າງ​ກິດຈະກຳ​ເຜີຍ​ແຜ່​ສາສະໜາ ​ແລະ ການ​ເຜີຍ​ແຜ່​ສາສະໜາ​ຜິດ​ກົດໝາຍ; ລະຫວ່າງ​ສາສະ​ນິກະ​ຊົນ​​ໂປ​ແຕສະ​ຕັງ​ທີ່​ແທ້​ຈິ​ງ ​ແລະ ຜູ້​ຊ່ອນ​ຕົວ​ຢູ່​​ໃນ​ເງົາຂອງ​​ໂປ​ແຕສະ​ຕັງ​ເພື່ອເຄື່ອນ​ໄຫວ​ທາງການ​ເມືອງ, ບົນ​ພື້ນຖານ​ນັ້ນ ​ເພື່ອ​ຈະ​ມີ​ທ່າ​ທີ່​ແລະວິທີ​ຈັດ​ການ​ແກ້​ໄຂ​ທີ່​ຖືກຕ້ອງ, ມີ​ຮູບ​ການ​ຕໍ່ສູ້​ທີ່​ເໝາະ​ສົມ​ກັບ​ແຕ່​ລະ​ກໍລະນີ.

ທີ​ຫົກ, ​ໃຫ້​ຄວາມ​ສຳຄັນ​ແກ່​ວຽກ​ງານ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ຕໍ່ສູ້​ຕ້າ​ນກົນ​ອຸບາຍ “ເຮັດ​ໃຫ້ຫັນປ່ຽນ​ໂດຍ​ສັນຕິ”, ຕ້ານການ​ແບ່ງ​ແຍກ​ຊົນ​ເຜົ່າ.

ປັບປຸງ​ແລະ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ກໍ່ສ້າງ​ທ່າ​ສະໜາມຮົບ​ທົ່ວ​ປວງ​ຊົນ, ຮັກສາ​ຄວາມ​ປອດ​ໄພ​ຊາຍ​ແດນ. ສືບ​ຕໍ່​ກໍ່ສ້າງ​ບັນດາ​ແຂວງ, ກຳ​ແພງ​ນະຄອນ​ເປັນ​ເຂດ​ປ້ອງ​ກັນ​ທີ່​ໝັ້ນຄົງ; ກໍ່ສ້າງ​ແນວ​ປ້ອງ​ກັນຊາ​ຍ​ແດນ​ທາງ​ທິດ​ເໜືອ, ທາງຕາ​ເວັນ​ຕົກ​ສຽງ​ເໜືອ, ທາງ​ໄຕ​ງວຽນ ​ແລະ ຕາ​ເວັນ​ຕົກ​ນາມ​ໂບ້; ຍົງ​ສູງປະສິດທິ​ຜົນ​ຂອງ​ບັນດາ​ເຂດ​ເສດຖະກິດ-ການ​ປ້ອງ​ກັນຊາ​ດ​ໂດຍ​ກອງທັບ​ຮັບຜິດຊອບ​ຢູ່​ເຂດ ​ໄຕງວຽນ, ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ. ສົມທົບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ ກັບ​ການກໍ່ສ້າງ​ເຂດ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບຢູ່​ເຂດ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ແລະ​ເຂດ​ພູດ​ອຍ, ປະຕິບັດ​​ໂຄງການຕັ້ງ​ຖິ່ນ​ຖານ​ແລະ​ການປູກຝັງ​ຄົງທີ່, ຊ່ວຍ​ເຫຼືອ​ປະຊາຊົນ​ພັດທະນາ​ເສດຖະກິດ​ໃນ​ພື້ນທີ່​ສຳຄັນ, ຕາມ​ຊາຍ​ແດນ, ສົ່ງ​ເສີມ​ປະຊາຊົນ​ຜະລິດ​ສອດຄ່ອງ​ກັບ​ທິດ​ທາງ​ພັດທະນາ​ການ​ຜະລິດ ​ແລະ ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ປະກອບສ່ວນ​ປົກ​ປັກ​ຮັກສາ​ຊາຍ​ແດນ​ຢ່າງ​ໝັ້ນຄົງ. ​ເພີ່ມ​ທະວີ​ວຽກ​ງານການຄຸ້ມ​ຄອງ​ຊາຍ​ແດນ, ການ​ຕ່າງປະ​ເທດ, ມີ​ມາດ​ຕະການ​ແກ້​ໄຂຢ່າງ​ທັນ​ການ​ ສະພາບ​ການຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດໝາຍ, ທັບ​ມ້າງ​ກົນອຸບາຍ​ຍຸຍົງ, ​​ດຶງດູດ ​ຊັກ​ຊວນ​ຄົນ​ຈຳນວນ​ຫຼາຍ​ຂ້າມ​ຊາຍ​ແດນ​.

ຕໍ່ສູ້​ທັບ​ມ້າງ​ກົນອຸບາຍ “​ເຮັດ​ໃຫ້ຫັນປ່ຽນ​ໂດຍ​ສັນຕິ” ຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ, ສະກັດ​ກັ້ນການ​ເຄື່ອນ​ໄຫວ​ບຸກລຸກຂອງ​ພວກ​ປະຕິ​ການ, ຜາບ​ແພ້​ກົນອຸບາຍ​ສ້າງ​ຕັ້ງ “ລັດ​ເດກາ​ເອກະລາດ" ຢູ່​ເຂດ​ໄຕ​ງວຽນ, “ອານາ​ຈັດ​ມົ້ງ” ​ໃນ​ພາກ​ຕາ​ເວັນ​ຕົດ​ສຽງ​ເໜືອ, “ລັດ​ຂະ​ແມ​ກຣົມ” ​ໃນ​ພາກ​ຕາ​ເວັນ​ຕົກ​ນາມ​ໂບ້... ./.

​ໂດຍ ຮສ.ປອ. ​ເຈືອງ​ມິ​ງຢູກ

ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​​ເຂດ III

-------------------------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 924 (​ເດືອນ​ສິງຫາ 2019)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ