ວັນອາທິດ, 31/5/2020
ກ່ຽວກັບສາຍພົວພັນລະຫວ່າງພັກນຳພາ, ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າຂອງ
31/1/2020 11:10' ສົ່ງ ພິມ
ສະຫາຍຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ສະຫາຍເຈິ່ນແທງເໝິນ ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃຫ້ກຽດເຂົ້າຮ່ວມງານບຸນມະຫາສາມັກຄີປວງຊົນທັງຊາດ ກັບປະຊາຊົນຕາແສງ ວິງກວາງ (ເມືອງຫວິງບ໋າວ, ນະຄອນຫາຍຟອງ), ເດືອນພະຈິກ 2017 (ພາບ: TTXVN)

ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້

ພາຍ​ໃຕ້​ແສງ​ສະຫວ່າງ​ຂອງ​ໂຄງການ​ການ​ເມື​ອງ​ກໍ່ສ້າງ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ແຫ່ງ​ການ​ຂ້າມ​ຜ່ານ​ຂຶ້ນ​ສູ້​ລັດທິ​ສັງຄົມ​ນິຍົມ (ສະບັບ​ປັບປຸງ​ແລະ​ພັດທະນາ​ປີ 2011), ລັດຖະທຳ​ມະນູນ​ປີ 2013 ​ໄດ້​ຫັນ​ແນວທາງ “ພັກ​ນຳພາ​ລັດ​ແລະ​ສັງຄົມ” ​ເປັນ​ນິຕິ​ກຳ​ດ້ວຍບັນດາ​ເນື້ອ​ໃນ​ທີ່​ມີ​ລັກສະນະ​ການ​ເມືອງ-ນິຕິ​ທຳ​ໃໝ່, ສະ​ແດງ​ຢ່າງ​ເລິກ​ເຊິ່ງ​ເຖິງທີ່​ຕັ້ງ​ຕຳ​ແໜ່​ງ​, ​ບົດບາດ ​ແລະ​ຄວາມ​ຮັບຜິດຊອບ​ດ້ານ​ການ​ເມືອງ-ນິຕິ​ທຳ​ຂອງ​ພັກ, ລັດ​ແລະ​ປະຊາຊົນ. ດ້ວຍ​ຄວາມ​ຮັບ​ຮູ້​ກ່ຽວ​ກັບທີ່​ຕັ້ງ​ຕຳ​ແໜ່​ງ​, ​ບົດບາດ ​ແລະ​ຄວາມ​ຮັບຜິດຊອບນັ້ນ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຮັກສາ ​ແລະ ນັບ​ມື້​ນັບ​ເສີມ​ຂະຫຍາຍປັດ​ໄຈ​ທີ່​ກຳນົດ​ທິດ​ການດຳລົງ​ຄົງ​ຕົວ​ແລະ​ການ​ພັດທະນາຄວາມ​ສຳພັນ​ລະຫວ່າງ 3 ອົງ​ປະກອບ: ພັກ, ລັດ ​ແລະ ​ປະຊາຊົນ. ຖ້າ​ບໍ່​ມີ​ການ​ນຳພາ​ຂອງ​ພັກດ້ວຍ​ທິດ​ທາງ​ໃໝ່​ຕ່າງໆ​ເຊັ່ນ ລິ​ເລີ່​ມການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ ​ໃນ​ມະຕິ​ຕ່າງໆ​ຂອງ​ພັກນັ້ນ ​ແມ່ນລະບົບ​ຈັກ​ແຫ່ງ​ລັດ​ຈະ​ບໍ່​ສາມາດ​ໄດ້​ຮັບ​ການປະຕິ​ຮູບ, ປ່ຽນ​ແປງ​ໃໝ່ ​ແລະ ປັບປຸງ​ໃຫ້​ສົມບູນ; ປະຊາຊົນ​ຜ່ານອົງການຈັດ​ຕັ້ງການ​ເມືອງ-ສັງຄົມ​ຂອງ​ຕົນ ​ເຂົ້າຮ່ວມນັບ​ມື້​ນັບ​ເລິກ​ເຊິ່ງ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລັດ ​ແລະ ປົກ​ປັກ​ຮັກສາ​ສິດທິ​ແລະ​ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍ​ຂອງ​ຕົນ. ບັນດາ​ແບບ​ວິທີ​ການ​ນຳພາ​ຂອງ​ພັກ​ຕໍ່​ລັດ​ແລະ​ສັງຄົມທີ່​ລະບຸ​​ໄວ້ໃນ​ໂຄງການ​ການ​ເມືອງ ​ໄດ້​ຮັບ​ການ​ໝູນ​ໃຊ້​ແລະ​ປະຕິບັດ​ໃນ​ເງື່ອນ​ໄຂ​ການ​ກໍ່ສ້າງ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ​ເຊື່ອມ​ໂຍງ​ສາກົນ; ການ​ກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ​ແລະ​ເພື່ອ​ປະຊາຊົນ. ຈຸດ​ພົ້ນ​ເດັ່ນ​ແມ່ນ ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ປະຊາທິປະ​ໄຕ, ອຳນາດ​ກົດໝາຍ, ການ​ເປີດ​ເຜີຍ, ຄວາມ​ໂປ່​ງ​ໃສ, ​ເຄົາລົບ​ນັບຖື​ກົດໝາຍ ​ໃນ​ເນື້ອ​ໃນ​ແລະ​ແບບ​ວິທີ​ການ​ນຳພາ​ຂອງ​ພັກຕໍ່​ລັດ​ແລະ​ສັງຄົມນັ້ນ ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ.

ດ້ວຍ​ການຫັນ​ໂຄງການ​ການ​ເມືອງ ​ເປັນ​ນິຕິ​ກຳ, ລັດຖະທຳ​ມະນູນ​ປີ 2013 ​ໄດ້​ຢືນຢັນ, ລັດ​ຂອງ​ເຮົາ​ແມ່ນ ”ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ​​ເພື່ອ​ປະຊາຊົນ”, “ອຳນາດ​ລັດ​ທັງ​ໝົດ​ແມ່ນ​ຂອງ​ປະຊາຊົນ”, ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຕາມ​ຫຼັກການ​ໃໝ່​ທາງ​ດ້ານ​ຄຸນ​ນະພາ​ບທຽບ​ກັບກ່ອນ​ໜ້າ​ນີ້ “ອຳນາດ​ລັດ​ແມ່ນ​ເປັນ​ເອກະ​ພາບ, ມີ​ການ​ແບ່ງ​ງານ, ປະສານ​ສົມທົບ, ກວດກາ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ບັນດາ​ອົງການຂອງ​ລັດ​ໃນ​ການ​ປະຕິບັດ​ບັນດາ​ອຳນາດ​ນິຕິບັນຍັດ, ອຳນາດບໍລິຫານ, ອຳນາດຕຸລາການ” (ມາດຕາ 2, ລັດຖະທຳ​ມະນູນ​ປີ 2013). ດ້ວຍ​ຈິນຕະນາການ​ການ​ເມືອງ-ນິຕິ​ທຳ​ໃໝ່ນັ້ນ, ​ເປັນ​ຄັ້ງ​ທຳ​ອິດ​ໃນປະ​ເທດຂອງເຮົາທີ່​ມີ​ການ​ແບ່ງ​ອຳນາດ​ລັດ​ຢ່າງ​ຈະ​ແຈ້ງ​ລະຫວ່າງ​ອຳນາດ​ນິຕິບັນຍັດ, ອຳນາດບໍລິຫານ​, ອຳນາດຕຸລາການ ແລະ ການ​ຄວບ​ຄຸມ​ອຳນາດ ທີ່​ໄດ້​ກາຍ​ເປັນ​ຫຼັກການ​ຕາມ​ລັດຖະທຳ​ມະນູນ. ມາ​ເຖິງທຸກ​ວັນ​ນີ້, ລະບົບ​ຈັກ​ແຫ່ງ​ລັດ​ໄດ້​ຮັບ​ການ​ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ຕື່ມອີກ​ກ້າວ​ໜຶ່ງ; ໜ້າ​ທີ່​ແລະ​ສິດ​ຂອບ​ເຂດ​ຂອງ​ບັນດາ​ສະ​ຖາ​ບັນ​ໃນ​ລະບົບ​ຈັກ​ແຫ່ງ​ລັດ ​ໄດ້​ຖືກ​ກຳນົດ​ຢ່າງ​ຈະ​ແຈ້ງ​ໂປ່​ງ​ໃສ, ຈຳກັດ​ການ​ເພິ່ງ​ພາອາ​ໄສ, ​ເອື່ອຍ​ອີງ​ໃສ່​ສິ່ງ​ອື່ນ; ປະຊາຊົນ​ມີ​ເງື່ອນ​ໄຂ​ເພື່ອ​ປະ​ເມີນ​ປະສິດທິພາບ​ແລະ​ປະສິທິຜົນ​ໃນ​ການ​ປະຕິບັດ​ໜ້າ​ທີ່, ສິດ​ເຂ​ບ​ເຂດ​ຂອງ​ແຕ່​ລະ​ອົງການອຳ​ນາດ; ລະຫວ່າງ​ບັນດາ​ອົງການ​ອຳນາດມີ​ເງື່ອນ​ໄຂ​ເພື່ອຄວບຄຸມ​ກວດກາການ​ປະຕິບັດ​ອຳນາດ​ລັດທິ່​ໄດ້​ຮັບ​ມອບ​ໝາຍ. ວຽກ​ງານ​ຕິດຕາມ​ກວດກາ​ສູງ​ສຸດ​ຂອງ​ສະພາ​ແຫ່ງ​ຊາດ, ການ​ຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດຂັ້ນ​ຕ່າງໆ ​ແລະ ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ລັດນັ້ນ ​ໄດ້​ຮັບ​ການ​ເພີ່ມ​ທະວີ.

​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ແມ່ນ​ພື້ນຖານ​ການ​ເມືອງ​ຂອງ​ອຳນາດ​ການ​ປົກຄອງ​ປະຊາຊົນ, ປົກ​ປັກ​ຮັກສາ​ສິດ​ແລະ​ຜົນ​ປະ​ໂຫຍ​ດອັນຊອບ​ທຳ ຖືກ​ກົດໝາຍຂອງ​ປະຊາຊົນ; ​ເຕົ້າ​ໂຮມ​ແລະ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ; ປະຕິບັດ​ປະຊາ​ທິປະ​ໄຕ, ​ເພີ່ມ​ທະວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທາງ​ສັງຄົມ ​ເຊິ່ງລັດຖະທຳ​ມະນູນ​ປີ 2013, ກົດໝາຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ປີ 2015 ມອບ​ໝາຍ​ໃຫ້​ມີ​ໜ້າ​ທີ່​ແລະ​ສິດ​ຂອບ​ເຂດ​ໃໝ່​ຄື ການ​ຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມ. ດ້ວຍ​ໜ້າ​ທີ່​ແລະ​ສິດ​ຂອບ​ເຂດ​ໃໝ່​ນີ້, ທຸກ​ປີ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຂັ້ນ​ຕ່າງໆ​ໄດ້ດຳ​ເນີນ​ການ​ຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມ​ເປັນ​ພັນ​ຄັ້ງ. ຈາກ​ຜົນງານ​ດັ່ງກ່າວ, ສາມາດ​ເວົ້າ​ໄດ້​ວ່າ​ ເຖິງ​ວ່າການ​ຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມ​ເປັນ​ວຽກ​ງານ​ໃໝ່ ​ແຕ່​ກໍ່​ໄດ້ກາຍ​ເປັນ​ການ​ເຄື່ອນ​ໄຫວ​ເປັນ​ປົກກະຕິ​ຂອງ​ແນວ​ໂຮມ​ປະ​ເທດ​ຊາ​ດຫວຽດນາ ​ແລະ ຂອງ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ. ການ​ເຄື່ອນ​ໄຫວ​ນີ້​ໄດ້​ສ້າງ​ເງື່ອນ​ໄຂ ​ເພື່ອ​ໃຫ້​ປະຊາຊົນ​ເສີມ​ຂະຫຍາຍສິດ​ເປັນ​ເຈົ້າ​ຂອງ ​ໃນ​ເມື່ອ​ເຂົ້າ​ຮ່ວມ​ຂະ​ບວນການ​ສ້າງ​ນະ​ໂຍບາຍ, ກົດໝາຍ, ຍຸດ​ທະ​ສາດ, ​ໂຄງການ, ​ແຜນການ​ພັດທະນາເສດຖະກິດ-ສັງຄົມ ຂອງ​ປະ​ເທດ​ແລະ​ຂອງ​ທ້ອງ​ຖິ່ນ​ຕ່າງໆ.

ມີ​ຈຸດ​ດີ​ເດັ່ນ​ທີ່​ກ່າວ​ມາ​ຂ້າງ​ເທິງນີ້ ກ່ອນ​ອື່ນ​ໝົດ​ແລະ​ສ່ວນ​ໃຫຍ່​ແມ່ນ​ໄດ້​ມາ​ຈາກ​ແນວ​ຄວາມ​ຄິດ​ແລະ​ທັດສະນະ​ໃໝ່ຂອງ​ພັກ ​ທີ່​ໄດ້​ກຳນົດ​ໄວ້​ໃນ​ໂຄງການ​ການ​ເມືອງ (ສະບັບ​ປັບປຸງ​ແລະ​ພັດທະນາ​ປີ 2011) ​ເຊັ່ນ: ​ເພີ່ມ​ປັດ​ໄຈ​ຄວບ​ຄຸມ​ອຳນາດ​ລັດ ​ເຂົ້າ​ໃນ​ຫຼັກການ​ຈັດ​ຕັ້ງ​ອຳນາດ​ລັດ; ​ເຊີດ​ຊູ​ປະຊາທິປະ​ໄຕ​ໂດຍ​ກົງ, ປະຊາຊົນປະຕິບັດ​ອຳນາດ​ລັດ​ບໍ່​ພຽງ​ແຕ່​ຜ່ານ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ ​ແລະ ອົງການຈັດ​ຕັ້ງ​ອື່ນໆ​ເທົ່າ​ນັ້ນ, ​ແຕ່​ຍັງ​ປະຕິບັດ​ດ້ວຍ​ຮູບ​ແບບ​ປະຊາທິປະ​ໄຕ​ໂດຍກົງ​ອີ​ກດ້ວຍ; ປະຊາທິປະ​ໄຕສັງຄົມ​ນິຍົມ​ແມ່ນ​ທາດ​ແທ້​ຂອງລະບອບ​ການ​ເມືອງ​ຂອງ​ພວກ​ເຮົາ, ​ເປັນ​ທັງ​ເປົ້າ​ໝາຍ​ແລະ​ເປັນ​ທັງ​ກຳລັງໜູນ​ຂອງ​ການ​ພັດທະນາ​ປະ​ເທດຊາດ...

ຂໍ້​ຈຳກັດ​ແລະຄວາມ​ບໍ່​ພຽງພໍ

ການ​ເນັ້ນ​ໜັກ​ດ້ານ​ດຽວ​ເຖິງ​ບົດບາດນຳ​ພາ​ຂອງ​ພັກ, ​ເຊີດຊູລັກສະນະ​ຈຳ​ເປັນ​ ຖື​ວ່າ​ປະຊາຊົນ​ເປັນ​ເຈົ້າ​ຂອງນັ້ນ​ ເປັນ​ຜົນ​ຕາມ​ມາ, ​​ເປັນ​ໝາກຜົນ​ທຳ​ມະ​ຊາດ​ຈາກການ​ນຳພາ​ຂອງ​ພັກ​ແລະ​ການ​ຄຸ້ມ​ຄອງ​ຂອງລັດ. ພັກ​ນຳພາ​ລະບົບ​ການ​ເມືອງ, ​ແຕ່ວ່າບົດບາດ “ພ້ອມ​ກັນ​ນັ້ນ​ກໍ່​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ລະບົບ​ການ​ເມືອງນັ້ນ” (ໂຄງການ​ການ​ເມືອງ) ​ແມ່ນ​ບໍ່​ຈະ​ແຈ້ງ, ພາ​ໃຫ້​ພະນັກງານ ສະມາຊິກ​ພາກສ່ວນ​ໜຶ່ງ​ຂອງ​ພັກ​ແລະ​ລັດບໍ່​ກາຍ​ເປັນ “ຜູ້​ຮັບ​ໃຊ້” ທີ່​ແທ້​ຈິງ​ຂອງ​ປະຊາຊົນ, ​ແຕ່​ຢູ່​ບາງ​ບ່ອນ​ໃນ​ບາງ​ຄັ້ງ ພວກ​ເຂົາ​ກາຍ​ເປັນ “​ເຈົ້າ​ນາຍ” ຂອງ​ປະຊາຊົນ; ການ​ຕິ​ຊົມຕົນ​ເອງ​ແລະ​ຕິ​ຊົມຢູ່​ພາຍ​ໃນ​ພັກ​ພຽງ​ແຕ່​ເຮັດ​ແບບ​ຮູບ​ນອກ, ຜິວ​​ເຜີນ. ​ໃນ​ການ​ຮັບ​ຮູ້​ແລະ​ການ​ເຄື່ອນ​ໄຫວ​ຕົວ​ຈິງ, ຄະນະ​ພັກ​ຢູ່​ຫຼາຍ​ແຫ່ງ​ແລະ​ພະນັກງານ​ສະມາຊິກ​ພັກ​ຫຼາຍ​ຄົນ ຍັງ​ຖື​ວ່າ​ຕົນ​ສູງ​ກວ່າ​ລັດ​ແລະ​ປະຊາຊົນ, ຢືນ​ຢູ່​ເທິງ​ລັດ​ແລະ​ປະຊາຊົນ; ບໍ່​ໄດ້​ເລິ່ມຈາກ​ສິດທິ​ແລະ​ຜົນປະໂຫຍດອັນ​ຊອບ​ທຳ​ຂອງ​ປະຊາຊົນ. ອຳນາດ​ການ​ເມືອງ​ຂອງ​ພັກ​ແມ່ນ​ໃຫຍ່​ຫຼວງ​ຫຼາຍ ​ແຕ່ວ່າ​ໃນ​ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດບໍ່​​ໄດ້​ລະບຸ​ສິດ​ທິແລະ​ຄວາມ​ຮັບຜິດຊອບຂອງ​ອົງການ​ຈັດ​ຕັ້ງ​ພັກ ​ແລະ ຫົວໜ້າ​ອົງການ​ຈັດ​ຕັ້ງ​ພັກ ດັ່ງ​ນັ້ນ​ເບິ່ງ​ຄື​ວ່າໃນ​ບາງ​ກໍລະນີ ຈຶ່ງ​ບໍ່​ສາມາດ​ຄວບ​ຄຸມ​ອຳນາດຂອງ​ຫົວໜ້າ​ຄະນະ​ບໍລິຫານ​ງານພັກຂັ້ນ​ຕ່າງໆ​ໃນ​ຄວາມ​ເປັນ​ຈິງ​ໄດ້. ​ເພາະສະ​ນັ້ນ, ບຸກຄົນ​ຫຼາຍ​ຄົນ​ມີໜ້າ​ທີ່​ຮັບຜິດຊອບ​ທີ່​ສຳຄັນ​ຂອງ​ພັກ​​ແລະ​ລັດ​ທຸກ​ຂັ້ນ ມີ​ເງື່ອນ​ໄຂລ່ວງ​ອຳນາດ, ບົງ​ການ​ຊີ້​ຂາດ, ​ໃຊ້​ອຳນາດ​ຜູກຂາດ, ຫຼືປ່ອຍປະ​ລະ​ເຫຼີງ​ບົດບາດນຳ​ພາ.

ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຂອງລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ຢ່າງ​ແທ້​ຈິງ​ເຖິງ​ຫຼັກການ​ຄວບ​ຄຸມ​ອຳນາດ​ລັດ. ລັດຖະທຳ​ມະນູນ​ປີ 2013 ​ໄດ້​ສ້າງ​ພື້ນຖານ​ລັດຖະທຳ​ມະນູນ​ສຳລັບ​ການ​ກຳ​ເນີ​ດຂອງ 3 ກົນ​ໄກ​ການ​ຄວບ​ຄຸມ​ອຳນາດ​ລັດ. ນັ້ນ​ແມ່ນ​ກົນ​ໄກ​ປະຊາຊົນ​ກວດກາອຳນາດ​ລັດ: ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມ (ມາດຕາ 9); ພົນລະ​ເມືອງ​ປະຕິບັດ​ອຳນາດ​ລັດ​ດ້ວຍ​ບັນດາຮູບການ​ປະຊາທິປະ​ໄຕ​ໂດຍ​ກົງ (ມາດ​ຕາ 6) ​ແລະ ບັນດາ​ສິດ​ປະຊາທິປະ​ໄຕ​ໂດຍ​ກົງ​ພື້ນຖານ​ຂອງ​ພົນລະ​ເມືອງ (ມາດຕາ​ຕ່າງໆ​ໃນໝວດ II); ກົນ​ໄກ​ຄວບ​ຄຸມ​ອຳນາດ​ລັດ​ລະຫວ່າງ​ບັນດາ​ອົງການ​ໃນ​ການ​ປະຕິບັດບັນດາ​ອຳນາດ​ນິຕິບັນຍັດ, ອຳນາດ​ບໍລິຫານ, ອຳນາດ​ຕຸລາການ (ກວມ​ທັງ​ກົນ​ໄກ​ຄວບ​ຄຸມ​ອຳນາດ​ພາຍ​ໃນ​ແຕ່​ລະ​ອຳນາດ (ຄວບ​ຄຸມ​ຕົນ​ເອງ) ​ແລະ​ກົນ​ໄກ​ກວດກາ​ເຊິ່ງກັນ​ແລະ​ກັນລະຫວ່າງ​ບັນດາ​ອຳນາດ) ​ແລະ​ກົນ​ໄກ​ປົກ​ປ້ອງ​ລັດຖະທຳ​ມະນູນ​ຕາມ​ກົດໝາຍ (ຂໍ້ 2, ມາດຕາ 119).

​ແຕ່​ວ່າ, ມາ​ເຖິງ​ດຽວ​ນີ້ ບັນດາ​ກົນ​ໄກ​ຄວບ​ຄຸມ​ອຳນາດ​ລັດຍັງ​ບໍ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ຢ່າງ​ຄົບ​ຖ້ວນ​ແລະຍັງ​ບໍ່​ທັນສົມ​ບູນ. ກົນ​ໄກ​ປະຊາຊົນ​ກວດກາ​ອຳນາດ​ລັດ​ຫາ​ກໍ່​ໄດ້ຮັບ​ການ​ສ້າງ​ຂຶ້ນ​ມາ ດ້ວຍ​ການລະບຸ​ໄວ້​ໃນ​ກົດໝາຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ກ່ຽວ​ກັບ​ການ​ຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມ, ​ແຕ່​ຍັງ​ບໍ່​ທັນ​ກຳນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບລຳດັບ, ຂັ້ນ​ຕອນ, ການ​ບັງຄັບ​ໃຊ້ ກໍ່​ຄື​ຄວາມ​ຮັບຜິດຊອບ​ຂອງ​ເປົ້າ​ໝາຍ​ທີ່​ຖືກ​ຕິດຕາມ​ກວດກາ​ແລະ​ຖືກ​ວິຈານ​ສັງຄົມ. ກົນ​ໄກ​ຄວບ​ຄຸມ​ອຳນາດ​ລັດ​ລະຫວ່າງ​ອຳນາດ​ຕ່າງໆ ພຽງ​ແຕ່​ໃຫ້​ຄວາມ​ສຳຄັນ​ກັບການ​ຕິດຕາມ​ກວດກາ​ສູງ​ສຸດ​ ຂອງ​ສະພາ​ແຫ່ງ​ຊາດ​ໃນ​ການ​ໃຊ້​ອຳນາດ​ບໍລິຫານ​ແລະ​ອຳນາດ​ຕຸລາການ​ເທົ່າ​ນັ້ນ; ສ່ວນ​ອຳນາດ​ບໍລິຫານ​ແລະ​ອຳນາດ​ຕຸລາການ​ຈະ​ຄວບ​ຄຸມ​ອຳນາດ​ນິຕິບັນຍັດ​ຄື​ແນວ​ໃດ​ນັ້ນ ​ແມ່ນ​ຍັງ​ຖືກ​ປະ​ໄວ້. ພາຍ​ໃນ​ແຕ່​ລະ​ອຳນາດກໍ່​ຍັງ​ບໍ່​ມີກົນ​ໄກຄວບ​ຄຸມ​ອຳນາດ​ຂອງ​ຕົນ​ດ້ວຍ​ຕົນ​ເອງ. ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ; ກົດໝາຍວ່າ​ດ້ວຍ​ການ​ຈັດ​ຕັ້ງ​ລັດຖະບານ, ກົດໝາຍວ່າ​ດ້ວຍ​ການ​ຈັດ​ຕັ້ງ​ສານ​ປະຊາຊົນ ​ແລະ ກົດໝາຍວ່າ​ດ້ວຍ​ການຈັດ​ຕັ້ງ​ອົງການ​ໄອ​ຍະການ​ປະຊາຊົນ ​ຖືກ​ປະກາດ​ໃຊ້​ຫຼັງ​ຈາກ​ລັດຖະທຳ​ມະນູນ​ປີ 2013 ບໍ່​ມີ​ຂໍ້​ກຳນົດ​ກ່ຽວ​ກັບ​ກົນ​ໄກ​ການ​ຄວບ​ຄຸມ​ຕົນ​ເອງ​ພາຍ​ໃນ​ອຳນາດ​ຂອງ​ມັນ. ການ​ຄວບ​ຄຸມ​ອຳນາດ​ລັດ​​ໂດຍ​ກົນ​ໄກປົກ​ປ້ອງລັດຖະທຳ​ມະນູນ​ໃນ​ປະ​ເທດ​ເຮົາ ​ແມ່ນຍັງ​ບໍ່​ທັນ​ມີ​ເທື່ອ. ດັ່ງ​ນັ້ນ, ​ແຜນ​ນະ​ໂຍບາຍ “ສ້າງ​ກົນ​ໄກ​ການ​ຕັດສິນ​ກ່ຽວ​ກັບ​ການລະ​ເມີດ​ລັດຖະມຳ​ມະນູນ​ໃນ​ການ​ເຄື່ອນ​ໄຫວ​ນິຕິບັນຍັດ, ບໍລິຫານ ​ແລະ​ຕຸລາການ” ທີ່​ບັນທຶກ​ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ມາ​ຮອດ​ປະຈຸ​ບັນ​ຍັງ​ບໍ່​ທັນ​ໄດ້​ຈັດ​ຕັ້ງ​ປະຕິບັດ. ຍ້ອນ​ວ່າ​ກົນ​ໄກ​ການ​ຄວບ​ຄຸມ​ອຳນາດ​ລັດ​ພາຍ​ໃຕ້​ລັດຖະທຳ​ມະນູນ​ປີ 2013 ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສ້າງຂຶ້ນ​ຢ່າງ​ຄົບ​ຖ້ວຍ​ແລະ​ບໍ່​ສົມບູນ, ດັ່ງ​ນັ້ນການ​ປ້ອງ​ກັນ​ແລະ​ລົງ​ໂທດພະຍາດ​ອາດຍາ​ສິດ, ການ​ສໍ້​ລາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍຟຸມ​ເຟືອ, ການ​ຂາດ​ຄວາມ​ຮັບຜິດຊອບ, ການ​ລ່ວງສິດ​ອຳນາດ, ການລະ​ເມີດ​ສິ​ດເປັນ​ເຈົ້າ​ຂອງ​ຂອງ​ພົນລະ​ເມືອງ, ​ເຖິງ​ຈະ​ໄດ້​ຮັບ​ການ​ຍູ້​ແຮງ​ໃນ​ຊຸມ​ປີຜ່ານມາ​ມໍ່​ນີ້​ກໍ່ຕາມ, ​ແຕ່ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ຄວາມ​ຄາດ​ຫວັງ​ຂອງ​ປະຊາຊົນ​ແລະ​ຫາງ​ສຽງ​ສັງຄົມ.

​ໃນ​ຊຸມ​ປີ​ກ່ອນ​ມີ​ການ​ປະກາດ​ໃຊ້​ລັດຖະທຳ​ມະນູນ​ປີ 2013, ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຂອງ​ລະບົບ​ຈັກ​ແຫ່ງ​ລັດບໍ່​ໄດ້​ປະຕິບັດ​ຕາມ​ຫຼັກການ​ລວມສູນ​ປະຊາທິປະ​ໄຕ, ບໍ່​ມີ​ການ​ແບ່ງ​ງານ, ​ແບ່ງ​ຂັ້ນ ​ແລະ ບໍ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ຄວບ​ຄຸມ​ອຳນາດ​ລັດ, ​ແຕ່​ໄດ້​ປະຕິບັດ​ຕາມ​ຫຼັກການ​ສຸ​ມ​ໃສ່​ບຸກຄົນ​ຜູ້​ເປັນ​ຫົວໜ້າຄະນະ​ພັກ​ແລະ​ອຳນາດ​ການ​ປົກຄອງຂັ້ນ​ຕ່າງໆ, ໝູ່​ຄະນະ​ກາຍ​ເປັນ​ຜູ້​ປະຕິບັດ​ຄວາມ​ປະສົງ​ຂອງ​ຫົວໜ້າ​ຄະນະ​ພັກ ດັ່ງ​ນັ້ນສະຖານະ​ການລ່ວງສິດ​ອຳນາດ, ການ​ສໍ້​ບາດ​ບັງ​ຫຼວງ, ການ​ໃຊ້​ຈ່າຍ​ຟຸມ​ເຟື​ອຍ ​ໄດ້​ເກີດ​ຂຶ້ນຢູ່​ຫຼາຍ​ແຫ່ງ, ​ເຊິ່ງໃນ​ຊຸມ​ປີທີ່​ຜ່ານ​ມາມໍ່​ນີ້ ພວກ​ເຮົາ​ຕ້ອງ​​ແກ້​ໄຂ​ຜົນຮ້າຍ​ຂອງ​ມັນ​​. ລັດ, ​ໂດຍ​ສະ​ເພາະ​ແມ່ນ​ອຳນາດ​ການ​ປົກຄອງ​​ຂັ້ນ​ຮາກ​ຖານ ບໍ່​ໃກ້ຊິດ​ກັບ​ປະຊາຊົນ​ແທ້ໆ, ບໍ່​ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ປະຕິບັດ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ, ​ເຄົາລົບ​ແລະ​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ປະຊາຊົນ.

ປະຊາທິປະ​ໄຕສັງຄົມ​ນິຍົມຍັງ​ບໍ່​ທັນ​ກາຍ​ເປັນ​ກຳລັງ​ໜູນ​ທີ່​ແທ້​ຈິງ​ຂອງ​ການ​ພັດທະນາ. ​ສິດ​ເປັນ​ເຈົ້າ​ໂດຍ​ກົງ​ຂອງ​ພົນລະ​ເມືອງ​ໄດ້​ຖືກ​ຮັບ​ຮູ້​ໂດຍ​ລັດຖະທຳ​ມະນູນ​ ແຕ່​ວ່າມາ​ເຖິງດຽວ​ນີ້ຍັງ​ບໍ່​ທັນ​ໄດ້​ຫັນ​ເປັນ​ນິຕິ​ກຳ ​ເຊັ່ນ “ພົນລະ​ເມືອງ​ມີ​ສິດ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ລັດ​ແລະ​ສັງຄົມ, ​ເຂົ້າ​ຮ່ວມ​ການ​ປຶກສາ​ສົນທະນາ​ແລະ​ສະ​ເໜີ​ກັບ​ອົງການ​ລັດ​ກ່ຽວ​ກັບ​ບັນດາ​ບັນຫາຂອງ​ຮາກ​ຖານ, ຂອງ​ທ້ອງ​ຖິ່ນ​ແລະ​ຂອງ​ທົ່ວ​ປະ​ເທດ” (ຂໍ້ 1, ມາດຕາ 28); ສິດທິ​ໃນ​ການ​ປະຊຸມ ​ແລະ ສະມາ​ຄົນ (ມາດຕາ 25)...ສິດທິ​ໃນ​ການ​ລົງ​ຄະ​ແນນສຽງ​ແມ່ນ​ສິດ​ປະຊາທິປະ​ໄຕ​ທາງການ​ເມືອງທີ່ສຳຄັນທີ່ສຸດໃນລັດປະຊາທິປະໄຕແລະອຳນາດກົດໝາຍ ​ແຕ່​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຊັກ​ຊ້າ. ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແລະ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ ຍັງ​ມີ​ລັກສະນະ​ຮູບ​ການ. ການ​ຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຂັ້ນ​ຕ່າງໆ​ໄດ້​ຮັບ​ການຈັດ​ຕັ້ງ​ຫຼາຍ​ຄັ້ງ, ​ແຕ່​ຄຸນ​ນະພາ​ບຍັງ​ຖື​ກຈຳກັດ. ​ໄດ້​ດຳ​ເນີນ​ການ​ກວດກາ, ກວດ​ສອບ​ຫຼາຍ ​ແຕ່​ສິດທິ​ມະນຸດ, ສິດທິ​ພົນລະ​ເມືອງຢູ່ບາງ​ແຫ່ງ ບາງຄັ້ງ​ ຍັງ​ມີ​ການລະ​ເມີດຢູ່. ອາດ​ຈະ​ເວົ້າ​ໄດ້​ວ່າ, ສິດ​ເປັນ​ເຈົ້າຂອງ​ຂອງ​ປະຊາຊົນບໍ່​ໄດ້​ຮັບ​ການ​ຮັບປະກັນ​ແລະ​ເສີມ​ຂະຫຍາຍ​ຢ່າງ​ເຕັມ​ສ່ວນ.

ຂໍ້​ຈຳກັດ​ແລະຄວາມ​ບໍ່​ພຽງພໍດັ່ງກ່າວ​ແມ່ນ​ຍ້ອນ​ສາ​ເຫດ​ຕົ້ນຕໍ​ລຸ່ມ​ນີ້:

ທີ​ໜຶ່ງ, ບັນດາ​ແບບ​ວິທີ​ການ​ນຳພາ​ຂອງ​ພັກ​ທີ່​ວາງ​ໄວ້​​ໃນ​ໂຄງການ​ການ​ເມືອງ ​ແມ່ນ​ແບບ​ວິທີ​ການ​ນຳພາ​ຕໍ່​ລັດ​ແລະ​ສັງຄົມ​ເວົ້າ​ລວມ. ການ​ໝູນ​ໃຊ້​ແບບ​ວິທີ​ການ​ເຫຼົ່າ​ນີ້ ບໍ່​ໄດ້​ເຮັດ​ແບບກົນ​ຈັກ​ຕາຍ​ຕົວ, ​ແຂງ​ກະດ້າງ​ ແລະ​ແບບ​ດຽວ​ກັນ ສຳລັບທຸກ​ອົງການ​ແລະ​ການຈັດ​ຕັ້ງ​ຂອງ​ລັດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ. ​ແຕ່​ວ່າ, ​ໃນ​ຄວາມ​ເປັນ​ຈິງ​ແຫ່ງ​ການ​ໝູນ​ໃຊ້​ແບບ​ວິທີ​ການ​ນຳພາ​ຂອງ​ລັດນັ້ນ ຍັງ​ເຮັດ​ຕາມ​ແບບ​ເບົ້າ, ກົນ​ຈັກ​ຕາຍ​ຕົວ, ຂາດ​ຄວາມ​ຍືດຫຍຸ່ນ. ຕົວຢ່າງ, ສຳລັບ​ສະພາ​ແຫ່ງ​ຊາດ, ຍ້ອນ​ການ​ຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດມີ​ລັກສະນະ​ໜູ່ຄະນະ ​ແລະ ​ເຊີດ​ຊູ​ປະຊາທິປະ​ໄຕ​ໃນ​ການ​ປຶກສາ​ຫາລື ດັ່ງ​ນັ້ນ​ແບບ​ວິທີ​ການ​ນຳພາ​ຂອງ​ພັກ​ຕໍ່​ສະພາ​ແຫ່ງ​ຊາດຕ້ອງ​ແຕກ​ຕ່າງ​ກັນກັບ​ແບບ​ວິທີ​ການ​ນຳພາ​ຂອງ​ພັກຕໍ່​ລັດຖະບານ - ​ເຊິ່ງ​ເປັນ​ສະ​ຖາ​ບັນ​ທີ່​ເນັ້ນຄວາມ​ຮັບຜິດ​ຊອບ​ຂອງ​ບຸກຄົນ​ຜູ້​ເປັນ​ຫົວໜ້າ​ລັດຖະບານ ​ແລະ ລັດຖະມົນຕີ; ​ແລະມັນ​ຍິ່ງ​ຕ້ອງ​ແຕກ​ຕ່າງ​ກັນ​ກັບ​ແບບ​ວິທີ​ການ​ນຳພາ​ຂອງ​ພັກ​ຕໍ່​ສານ - ​ເຊິ່ງ​ເປັນ​ສະ​ຖາ​ບັນ​ທີ່​ເຊີດ​ຊູ​ຄວາມ​ເປັນ​ເອກະ​ພາບ​ແລະ​ພຽງ​ແຕ່​ປະຕິບັດ​ຕາມ​ກົດໝາຍ​ເທົ່າ​ນັ້ນ. ຊອກ​ຫາ​ແລະ​ໝູນ​ໃຊ້​ແບບ​ວິທີ​ການ​ນຳພາ​ຂອງ​ພັກ​ໃຫ້​ສອດຄ່ອງ​ກັບຈຸດ​ພິ​ເສດສະ​ເພາະຂອງ​ບັນດາ​ສະ​ຖາ​ບັນ​ແລະອົງການ​ຈັດ​ຕັ້ງ ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ລັດ​ແລະບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມຂອງ​ປະຊາຊົນ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ໜຶ່ງ​ຂອງ​ພຶດຕິ​ກຳ. ອາດ​ຈະ​ຖື​ວ່າ ນີ້​ແມ່ນ​ສາ​ເຫດ​ໜຶ່ງ​ທີ່​ເຮັກ​ໃຫ້ບັນດາ​ສະ​ຖາ​ບັນ​ຂອງ​ລະບົບ​ຈັກ​ແຫ່ງ​ລັກ​ມັກ​ຈະ​ເພິ່ງ​ພາ​ອາ​ໄສ, ​ເອື່ອຍ​ອີງ​ໃສ່​ພັກ, ຂາດ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ ປະດິດ​ສ້າງ, ບໍ່​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຢ່າງ​ເຕັມ​ສ່ວນ.

ທີ​ສອງ, ລັດ​ກໍ່​ຄື​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-​ສັງຄົມຍັງ​ຄົງ​ເພິ່ງພາ​ອາ​ໄສ​ແລະ​ເອື່ອຍ​ອີງ​ໃສ່​ພັກ​ຢູ່. ອາດ​ຈະ​ເວົ້າ​ໄດ້​ວ່າ, ສາຍ​ພົວພັນ​ລະຫວ່າງ​ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ​ຂອງ​ມີ​ລັກສະນະ​ໝັ້ນ​ທ່ຽງ, ດ້ານ​ດຽວ​ເປັນ​ຕົ້ນຕໍ, ພັກ​ສະ​ເໜີ​ລິ​ເລີ່​ມແລະ​ວາງ​ແຜນ​ນະ​ໂຍບາຍ​ອອກ​ມາ ລັດ​ແລະ​ປະຊາຊົນ​ຈຶ່ງ​ໄດ້​ປະຕິບັດ. ກົງ​ຂ້າມ, ການ​ກະທົບ​ຂອງ​ລັດ​ແລະ​ປະຊາຊົນ​ຕໍ່​ການ​ນຳພາ​ຂອງ​ພັກ ​ເພື່ອ​ຊຸກຍູ້, ​ເສີມ​ຂະຫຍາຍ ​ແລະ​ຍົກ​ສູງ​ຕຳ​ແໜ່​ງ​ແລະ​ບົດບາດ​ການ​ນຳພາ​ຂອງ​ພັກນັ້ນ ​ຍັງ​ຖືກ​ຈຳກັດ. ອາດ​ຈະ​ເວົ້າ​ໄດ້​ວ່າ ສາຍ​ພົວພັນ​ລະຫວ່າງ “ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະ​ຂາ​ຂົນ​ເປັນ​ເຈົ້າ​ຂອງ​” ຍັງແມ່ນການ​ພົວພັນ “ນິ້ງ” ດ້ານ​ດຽວ ດັ່ງ​ນັ້ນ​ອາດ​ຈະ​ຖື​ວ່າ​ ນັ້ນ​ແມ່ນ​ສາ​ເຫດ​ທີ່​ເຮັດ​ໃຫ້​ສາຍ​ພົວພັນ​ຂາດ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ.

ທີ​ສາມ, ​ໂຄງການ​ການ​ເມືອງ ​ໄດ້​ຮັບ​ຮູ້​ວ່າແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ ມີ​ບົດບາດ​ສຳຄັນ​ທີ່​ສຸດ​ ໃນ​ການປະຕິບັດ​ປະຊາທິປະ​ໄຕ, ​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ​ພັກ​ແລະ​ລັດ, ​ເປັນຜູ້ຕາງໜ້າ​ເພື່ອ​ປົກ​ປ້ອງ​ສິດທິ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ, ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ປະຊາຊົນ. ​ແຕ່​ຖັນ​ແຖວ​ພະນັກງານ​ທີ່ຄະນະ​ພັກ​ສັບ​ຊ້ອນ​ນັ້ນ ຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ບົດບາດ​ຂອງ​ມັນ. ດັ່ງ​ນັ້ນ, ການ​ປະກອບ​ຄວາມ​ເຫັນ​ຂອງ​ປະຊາຊົນ​ຜ່ານ​ຕົວ​ແທນ​ຂອງ​ຕົນ​ຄືແນວ​ໂຮມ​ປະ​ເທດ​ຊາດຂັ້ນ​ຕ່າງໆ​ນັ້ນ ບໍ່​ມີ “ນ້ຳໜັກ” ສຳລັບ​ພັກ​ທີ່​ເປັນ​ຜູ້ນຳ​ພາ ​ແລະ ລັດ​ທີ່​ເປັນ​ຜູ້ຄຸ້ມ​ຄອງ​ບໍລິຫານ. ​ໃນ​ລະບອບ​ປະຊາທິປະ​ໄຕ​​​ຝ່າຍ​ດຽວ​ຄື​ກັບປະ​ເທດ​ຫວຽດນາມ, ຕາມ​ພວກ​ຂ້າພະ​ເຈົ້າ, ແນວ​ໂຮມ​ປະ​ເທດ​ຊາດ​ຕ້ອງ​ແມ່ນ​ສະ​ຖາ​ບັນ​ທີ່​ມຸ່ງ​ໄປ​ສູ່​ການ​ແກ້​ໄຂ​ຜ່ານ​ຜ່າຂໍ້​ບົກພ່ອງ​ຂອງ​ລະບອບ​ປະຊາທິປະ​ໄຕ​ນັ້ນ. ​ເພາະສະ​ນັ້ນ, ພະນັກງານ ​ໂດຍ​ສະ​ເພາະ​ແມ່ນ​ຜູ້ນຳ​ໜ້າແນວ​ໂຮມ​ປະ​ເທດ​ຊາດຂັ້ນ​ຕ່າງໆ ​ຕ້ອງ​ແມ່ນ​ຜູ້​ທີ່​ມີ​ຊື່​ສຽງ​ອິດ​ທິພົນ​ ແລະມີ​ຄວາມ​ສາມາດທີ່​ສົມ​ຄູ່​ດັບ​ຖານະ​ຕຳ​ແໜ່ງການ​ນຳ​ຂອງ​ອົງການ​ຈັດ​ຕັ້ງພັກ​ແລະ​ອົງການ​ລັດ.

ບາງ​ບັນຫາ​ທີ່​ວາງ​ອອກ​ມາ​ ໃນ​ການ​ຮັບ​ຮູ້​ແລະ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ ພັກ​ນຳພາ, ລັດ​ຄຸ້ມຄອງ, ປະຊາຊົນ​ເປັນ​ເຈົ້າ​ຂອງ

ປະຈຸ​ບັນ​ນີ້, ສະພາບ​ການ​ສົ່ງ​ຜົນ​ກະທົບ​ຕໍ່​ສາຍ​ພົວພັນ​ພັກນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ​ຂອງ​ໄດ້​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ. ນັ້ນ​ແມ່ນ​ພື້ນຖານ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢູ່​ປະ​ເທດ​ຫວຽດນາມ ​ໄດ້​ມີ​ການ​ພັດທະນາ​ທີ່​ແນ່ນອນ, ສະ​ແດງ​ອອກ​ຢ່າງ​ຄົບ​ຖ້ວນ​ເຖິງ​ບັນດາ​ກົດ​ເກນ​ການ​ເຄື່ອນ​ໄຫວ​ຂອງ​ມັນ. ລັດ​ແຫ່ງ​ອຳນາດ​ກົດໝາຍ​ໄດ້​ຮັບ​ການ​ກໍ່ສ້າງ​ຕາມ​ຫຼັກການ​ໃໝ່, ອຳນາດ​ອະທິປະ​ໄຕ​ຂອງ​ປະຊາຊົນ, ການ​ແບ່ງ​ງານ​ແລະ​ການ​ຄວບ​ຄຸມ​ອຳນາດ​ລັດ​ ໄດ້​ຮັບ​ການ​ເຊີດ​ຊູ. ຄວາມ​ຮູ້​ແລະປະຊາທິປະ​ໄຕ​ຂອງ​ປະຊາຊົນ​ໄດ້​ຍົກ​ສູງ​ຂຶ້ນ​ສູ່​ລະດັບ​ໃໝ່. ການ​ເຊື່ອມ​ໂຍງສາ​ກົດຢ່າງ​ກວ້າງຂວາງ​ບໍ່​ພຽງ​ແຕ່​ທາງ​ດ້ານ​ເສດຖະກິດ ​ແຕ່​ຍັງ​ລວມ​ເຖິງ​ທຸກ​ດ້ານ​ຂອງ​ວັດທະນະທຳ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ,... ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4 ​ໄດ້​ປ່ຽນ​ແປງ​ຄວາມ​ຄິດ​ແລະ​ວິຖີ​ຊີ​ວິດຂອງ​ຄົນ​ເຮົາ. ​ໃນ​ສະພາບ​ການ​ນັ້ນ ຈຳ​ເປັນ​ຕ້ອງມີ​ການ​ປ່ຽນ​ແປງ​ໃໝ່ຄວາມ​ຮັບ​ຮູ້​ແລະ​ວິທີ​ການ​ ເພື່ອ​ແກ້​ໄຂສາຍ​ພົບ​ພັນ​ລະຫວ່າງ​ພັກ​ນຳພາ, ລັດ​ຄຸ້ມ​ຄອງ​ ແລະ​ປະຊາຊົນ​ເປັນ​ເຈົ້າ​ຂອງ.

- ສຳລັບ​ພັກນັ້ນ, ມັນ​ຈຳ​ເປັນ​ບໍ່​ພຽງ​ແຕ່ໝູນ​ໃຊ້ຢ່າງ​ປະດິດ​ສ້າງ​ບັນດາ​ແບບ​ວິທີ​ການ​ນຳພາ​ທີ່​ມີ​ຢູ່​ແລ້ວ ​ໃຫ້​ສອດຄ່ອງ​ກັບ​ເງື່ອ​ນໄຂ​ທີ່​ປ່ຽນ​ແປງ ​ແລະ ຊອກ​ຫາ​ແບບ​ວິທີ​ການ​ນຳພາຕໍ່​ລັດ​ແລະ​ສັງຄົມ​ເທົ່າ​ນັ້ນ, ​ແຕ່​ຍັງ​ຕ້ອງ​ປ່ຽນ​ແປງ​ໃໝ່​ຢ່າງ​ແຂງ​ແຮງການຈັດ​ຕັ້ງ​ແລະ​ເນື້ອ​ໃນ​ການ​ນຳພາ​ຂອງ​ພັກ​ຕໍ່​ລັດ​ແລະ​ສັງຄົມ​ອີກ​ນຳ. ກ່ອນ​ອື່ນ​ໝົດ, ພັກຕ້ອງ​ຄວບ​ຄຸມ​ອຳນາດ​ລັດ​ໃຫ້​ໄດ້ ​ແລະ ຫຼັງ​ຈາກ​ນັ້ນ​ແມ່ນ​ຄວບ​ຄຸມ​ອຳນາດ​ການ​ນຳພາ​ຂອງ​ພັກ​ເອງ. ປະຊາທິປະ​ໄຕ​ແລະ​ອຳນາດກົດໝາຍ​ຕ້ອງ​ກາຍ​ເປັນ​ກຳລັງ​ໜູນ​ແຫ່ງ​ການ​ພັດທະນາ​ຂອງ​ພັກ ​ແລະ ​ເປັນ​ປັດ​ໄຈຕັດສິນ​ປະຊາທິປະ​ໄຕ​ແລະ​ອຳນາດ​ກົດໝາຍ​ໃນ​ການ​ຄຸ້ມ​ຄອງ​ຂອງ​ລັດ ​ແລະ ​ໃນ​ການ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ.

- ສຳລັບ​ລັດນັ້ນ, ມັນ​ຈຳ​ເປັນ​ບໍ່​ພຽງ​ແຕ່ສືບ​ຕໍ່​ກໍ່ສ້າງ​ແລະ​ປັບປຸງ​ບູລະນະລົບົບຈັກ​ແຫ່ງ​ລັດ​ຕາມບັນດາ​ຫຼັກການ​ໃໝ່​ເຊັ່ນ: ອຳນາດ​ລັດ​ທັງ​ໝົດ​ແມ່ນ​ຂອງ​ປະຊາຊົນ; ອຳນາດ​ລັດ​ເປັນ​ເອກະ​ພາບ ​ມີ​ການ​ແບ່ງ​ງານ, ການປະ​ສາ​ສົມທົບ ​ແລະ ການ​ກວດກາ​ຄວບ​ຄຸມ ​ລະຫວ່າງບັນດາ​ອົງການ​ຂອງ​ລັດ​ ໃນ​ການ​ປະຕິບັດບັນດາ​ອຳນາດ​ນິຕິບັນຍັດ, ອຳນາດ​ບໍລິຫານ ​ແລະ ອຳນາດ​ຕຸລາການ ​ເພື່ອຍົກ​ສູງ​ປະສິດທິ​ພາບ​ແລະ​ປະສິດທິ​ຜົນ​ໃນ​ການຄຸ້ມ​ຄອງ, ປ້ອງ​ກັນ​ແລະ​ຕ້ານ​ການ​ເສື່ອ​ມ​ໂຊມ​ຂອງ​ອຳນາດ​ລັດ, ​ແຕ່​ຍັງ​ມີ​ພາລະ​ໜ້າ​ທີ່​ສ້າງສັນ​ແລະ​ແນະນຳ​ການ​ພົວພັນ​ສັງຄົມໃໝ່, ຕອບ​ສະໜອງ​ຕໍ່ການ​ປ່ຽນ​ແປງ​ຢ່າງ​ໄວວາ​ໃນຈິນຕະນາການ​ແລະ​ວິຖີ​ຊີວິດ​ຂອງ​ຜູ້​ຄົນທີ່​ເກີດ​ຈາກ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4, ​ດ້ວຍ​ວຽກ​ງານ​ສ້າງ​ກົດໝາຍ​ແລະ​ນິຕິ​ກຳ​ຂອງ​ສະພາ​ແຫ່ງ​ຊາດ​ແລະ​ລັດຖະບານ. ສິດທິ​ມະນຸດ, ສິດທິ​ພົນລະ​ເມືອງ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ສິດ​ເປັນ​ເຈົ້າ​ຂອງ​ໂດຍ​ກົງ​ຂອງ​ພົນລະ​ເມືອງ ຕ້ອງ​ໄດ້​ຮັບ​ການ​ຫັນ​ເປັນ​ນິຕິ​ກຳ​ຕໍ່​ໄປ. ຄວາມ​ຍຸດຕິ​ທຳ​ແລະ​ສະ​ເໝີ​ພາບ​ສືບ​ຕໍ່​ໄດ້​ຮັບ​ການ​ເຊີດ​ຊູ ​ແລະ​ສອດ​ຮ້ອຍ​ຕະຫຼອດ​ການ​ເຄື່ອນ​ໄຫວຕຸລາການ.

- ລະບົບ​ການ​ເມືອງ ຂອງ​ປະ​ເທດ​ເຮົາ​ແມ່ນ​ລະບົບການ​ເມືອງ​ຂົ້ວ​ດຽວ. ລະບົບ​ການ​ເມືອງ​ນັ້ນມີ​ທັງ​ຂໍ້​ດີ​ແລະ​ຂໍ້​ບົກພ່ອງ. ຄວາມ​​​ເປັນຈິງ​ແຫ່ງ​ການດຳ​ເນີນ​ງານ​ຂອງ​ລະບົບ​ການ​ເມືອງ​ຢູ່​ປະ​ເທດ​ເຮົາຊີ້​ໃຫ້​ເຫັນ​ວ່າ, ​ເຖິງ​ວ່າ​ໂຄງການ​ການ​ເມືອງ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ກຳນົດ​ໄວ້​ວ່າ ປະຊາທິປະ​ໄຕ​ທັງ​ເປັນ​ເປົ້າ​ໝາຍ, ທັງ​ເປັນ​ກຳລັງ​ໜູນ​ຂອງ​ການ​ພັດທະນາ, ​ແຕ່​ໃນ​ຄວາມ​ເປັນ​ຈິງ ​ການ​ປະຕິບັດ​ປະຊາທິປະ​ໄຕຍັງ​ເປັນ​ພຽງຮູບການ, ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ​ບໍ່​ໄດ້​ເສີມ​ຂະຫຍາຍ​ຢ່າງ​ພຽງພໍ. ​​​ໂດຍເຫັນ​ແຈ້ງ​​ຂໍ້​ບົກພ່ອງ​ນັ້ນ, ຕາມ​ພວກ​ຂ້າພະ​ເຈົ້າ, ດ້ານ​ໜຶ່ງ, ພັກ​ແລະ​ລັດ​ໄດ້​ພະຍາຍາມ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ຕົນມີ​ປະຊາທິປະ​ໄຕ​ແລະ​ໂປ່​ງ​ໃສ​ຢ່າງ​ແທ້​ຈິ​ງ; ພ້ອມ​ກັນ​ນັ້ນ ​ຕ້ອງ​ຮັບຜິດ​ຊອບ​ບົດບາດ​ຂອງ​ປັດ​ໄຈ​ນຳ​ໜ້າ​ໃນ​ການ​ສ້າງສະພາບ​ແວດ​ລ້ອມ​ແລະ​ເງື່ອນ​ໄຂ​ ເພື່ອ​ໃຫ້​ປະຊາຊົນ​ເປັນ​ເຈົ້າ​ຂອງ​ຢ່າງ​ແທ້​ຈິງ; ອີກ​ດ້ານ​ໜຶ່ງ, ປະຊາຊົນ​ຜ່ານ​ອົງການ​ຈັດ​ຕັ້ງ​ສະມາຄົມ​ຂອງ​ຕົນ ​ແລະ ພົນລະ​ເມືອງ​ແຕ່ລະຄົນ ຕ້ອງ​ຍົກ​ສູງ​ຄວາມ​ສາມາດ​​ໃນ​ການເປັນ​ເຈົ້າ​ຂອງ. ຕາມ​ນັ້ນ, ກ່ຽວ​ກັບ​ການຈັດ​ຕັ້ງ​ລະບົບ​ຈັກ​ແຫ່ງ​ລັດ, ຄວນ​ເພີ່ມ​ທະວີ​ບັນດາ​ສະ​ຖາ​ບັນ​ວິຈານ​ຂອງ​ລັດ​ຕໍ່​ແນວທາງ, ນະ​ໂຍບາຍ​ແລະ​ກົດໝາຍຂອງ​ພັກ​ແລະ​ລັດ​ເອງ. ທາງ​ດ້ານ​ປະຊາຊົນ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມຕ້ອງ​ຮັບຜິດຊອບ​ບົດບາດ​ຂອງສະ​ຖາ​ບັນ​ແກ້​ໄຂ​ຂໍ້​ບົກພ່ອງຂອງ​ລະບອບ​ປະ​ຂາ​ທິປະ​ໄຕ​ຂົ້ວ​ດຽວ ​ໂດຍ​ການ​ເພີ່ມ​ທະວີ​ພາລະ​ໜ້າ​ທີ່​ຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມຢ່າງ​ແທ້​ຈິງ. ມີ​ການ​ຍອມຮັບ​ຂໍ້​ບົກພ່ອງ​ໃນ​ການ​ດຳ​ເນີນ​ການ​ຕາມ​ລະບອບ​ປະຊາທິປະ​ໄຕ​ຂົ້ວ​ດຽວ ຈຶ່ງ​ຍົກ​ສູງ​ຄວາມ​ຮັບ​ຮູ້​ແລະຊອກ​ຫາ​ມາດ​ຕະການ ​ເພື່ອ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ​ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ​ຂອງ​ຢ່າງ​ມີ​ປະສິດທິພາບ.

​ເພີ່ມ​ເຕີມ​ຄວາມ​ຮັບ​ຮູ້​ແລະ​ທິດ​ທາງ ​ເພື່ອ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ​ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ​ຂອງ

1- ​ເພີ່ມ​ເຕີມຄວາມ​ຮັບ​ຮູ້:

- ​ເພື່ອ​ໃຫ້ປະຊາທິປະ​ໄຕສັງຄົມ​ນິຍົມກາຍ​ເປັນ​ເປົ້າ​ໝາຍ​ແລະ​ກຳລັງ​ໜູນ​ຂອງ​ການ​ພັດທະນາ ມັນ​ຮຽກຮ້ອງ​ໃຫ້​ພັກ​ແລະ​ລັດຕ້ອງ​ມີ​ປະຊາທິປະ​ໄຕ​ຢ່າງ​ແທ້​ຈິງ ​ໃນ​ການຈັດ​ຕັ້ງ​ແລະ​​ເຄື່ອນ​ໄຫວ​ຂອງ​ຕົນ ​ແລະ ພິ​ເສດ​ແມ່ນ​ ສ້າງ​ສະພາບ​ແວດ​ລ້ອມ​ແລະ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ເປັນ​ເຈົ້າ​ຂອງ​ຢ່າງ​ແທ້​ຈິງ.

- ພັກ​ນຳພາ​ລະບົບ​ການ​ເມືອງ, ພ້ອມ​ກັນ​ນັ້ນພັກ​ກໍ່​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ລະບົບ​ດັ່ງກ່າວ. ສິ່ງ​ດັ່ງ​ກ່າວ​ບໍ່​ອະນຸຍາດ​ໃຫ້​ພັກຢືນ​ຢູ່​ເໜືອ​ລັດ ​ແລະ ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ. ​ເຖິງ​ວ່າ​ທີ່​ຕັ້ງ​ຕຳ​ແໜ່​ງ​ແລະ​ບົດບາດ​ຂອງ​ບັນດາ​ອົງ​ປະກອບ​ຂອງ​ຄວາມ​ສຳພັນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກໍ່ຕາມ, ​ແຕ່​ທາດ​ແທ້​ຂອງ​ມັນ​ແມ່ນ​ສະ​ເໝີ​ພາບກັນ, ປະຊາທິປະ​ໄຕສັງຄົມ​ນິຍົມ ​ແລະສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ​ ເປັນ​ສິ່ງ​ສອດ​ຮ້ອຍ​ຕະຫຼອດ​ສາຍ​ພົວພັນນີ້.

- ຄວບ​ຄຸມສິດການ​ນຳພາ​ຂອງ​ພັກແລະອຳນາດ​ລັດ​ ແມ່ນຫຼັກການ​ສຳຄັນ​ທີ່​ສຸດ​ໃນ​ການຈັດ​ຕັ້ງ​ອຳນາດຂອງ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ. ຕາມ​ນັ້ນ, ສິດ​ການ​ນຳພາ​ຂອງ​ພັກກໍ່​ຄື​ອຳນາດ​ລັດ​ແມ່ນ​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ປະຊາຊົນ, ປະຊາຊົນ​ມອບ​ໝາຍ​ອຳນາດ​​ແມ່ນ​ມອບໝາຍ​ໃນ​ຂອບ​ເຂດ​ທີ່​ຈຳກັດ, ໂດຍບໍ່ແມ່ນການມອບໝາຍທີ່ບໍ່ມີຂອບເຂດ. ຂໍ້​ຈຳກັດ​ນັ້ນ​ແມ່ນ​ລັດຖະທຳ​ມະນູນ. ດັ່ງ​ນັ້ນ, ພັກ​ແລະ​ລັດ​ຕ້ອງ​ອີງ​ໃສ່​ລັດຖະທຳ​ມະນູນ ​ເພື່​ອກຳນົດສິດທິ​ແລະ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຢ່າງ​ໂປ່​ງ​ໃສ​ແລະ​ລະອຽດ​ສະ​ເພາະ ​ແນ​ໃສ່​ຄວບ​ຄຸມ​ອຳນາດ​ໄດ້. ​ໃນ​ການ​ຄວບ​ຄຸມ​ອຳນາດ​ນັ້ນ ການ​ຄວບ​ຄຸມການ​ສວຍ​ໃຊ້ອຳນາດ​ໂດຍ​ຫົວໜ້າ​ຄະນະ​ພັກ ​ແລະ​ຫົວໜ້າອົງການ​ຂອງ​ລັດ​ທຸກ​ຂັ້ນ ມີ​ບົດບາດ​ຕັດສິນ​ຊີ້​ຂາດ. ການ​ປ້ອງ​ກັນ​ແລະ​ຕ້ານການ​ເສື່ອ​ມ​ໂຊມ​ອຳນາດ ​ເຊິ່ງຕົ້ນຕໍ​ແລະ​ພື້ນຖານ​ສຸມ​ໃສ່​ການຄວບ​ຄຸມການສວບ​ໃຊ້​ອຳນາດ, ກາ​ລ່ວງອຳນາດ, ການລະ​ເມີດ​ອຳນາດ​ຂອງຜູ້​ທີ່​ມີ​ຄວາມ​ຮັບຜິດຊອບ​ທີ່​ສຳຄັນ ​ໃນ​ອົງການ​ຈັດ​ຕັ້ງພັກ​ແລະອົງການ​ຂອງ​ລັດ​ຂັ້ນ​ຕ່າງໆ ບົນ​ພື້ນຖານ​ໜ້າ​ທີ່​ແລະ​ສິດ​ອຳນາດ​ຕາມ​ກົດໝາຍ.

- ສາຍ​ພົວພັນ​ລະຫວ່າງ​ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ​ຂອງ ​ແມ່ນ​ສາຍ​ພົວພັນທີ່​ໃຫຍ່​ແລະ​​ເປັນ​ພື້ນຖານ​ທີ່​ສຸດ ຂອງ​ຊີວິດ​ການ​ເມືອງ-ກົດໝາຍ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ. ​ໃນ​ເງື່ອນ​ໄຂ​ໃໝ່​ແລະ​ພິ​ເສດສະ​ເພາະຂອງ​ລະບົບ​ການ​ເມືອງ​ຂອງປະ​ເທດ​ເຮົາ, ຕ້ອງ​ມີ​ຈິນຕະນາການ​ໃໝ່​ແລະ​ການ​ກະທຳ​ໃໝ່ ທີ່​ແຂງ​ແຮງ​ກວ່າ​ເກົ່າ ​ເພື່ອ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່ຄຸນ​ນະພາ​ບຂອງສາຍ​ພົວພັນ​ນີ້.

2- ທິດ​ທາງ​ໃນ​ການ​ແກ້​ໄຂ​ສາຍ​ພົວພັນ

ທີ​ໜຶ່ງ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ການ​ນຳພາ​ຂອງ​ພັກ​ຕໍ່​ລັດ​ແລະ​ສັງຄົມ.

ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ​ແລະ​ແບບ​ວິທີ​ການ​ນຳພາ​ຂອງ​ພັກ​ໃຫ້​ສອດຄ່ອງ​ກັບ​ເງື່ອນ​ໄຂ​ໃໝ່ ຕາມ​ທິດ​ທາງ​ສ້າງ​ເງື່ອນ​ໄຂ​ແລະສະພາບ​ແວດ​ລ້ອມທີ່​ເອື້ອ​ອຳນວຍ​ຫຼາຍ​ກວ່າ​ອີກ ​ເພື່ອ​ໃຫ້​ບັນດາ​ສະ​ຖາ​ບັນ​ຂອງ​ລະບົບ​ຈັກ​ແຫ່ງ​ລັດມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ປະດິດ​ສ້າງ, ​ປະຕິບັດ​ໜ້າ​ທີ່​ແລະ​ສິດຂອບ​ເຂດ​ຂອງ​ຕົນ​ຢ່າງ​ຖືກຕ້ອງ​ແລະ​ຄົບ​ຖ້ວນ, ບໍ່​ເພິ່ງພາ​ອາ​ໄສ ບໍ່​ເອື່ອຍອີ​ງ​ໃສ່ສິ່ງ​ອື່ນ. ພ້ອມ​ກັນ​ນັ້ນ, ​ເພີ່ມ​ທະວີ​ວຽກ​ງານ​ກວ​ດກາ​ຄວບ​ຄຸມ​ອຳນາດ​ລັດ ​ເພື່ອ​ປ້ອງ​ກັນ​ແລະ​ຕ້ານ​ຢ່າງ​ທັນ​ການ​ ຕໍ່ການ​ລ່ວງ​ອຳນາດ ຂອງ​ຫົວໜ້າ​ອົງການ​ລັດ, ຫົວໜ້າ​ອົງການ​ຈັດ​ຕັ້ງ​ລັດ. ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ​ແລະ​ແບບ​ວິທີ​ການ​ນຳພາ​ຂອງ​ພັກຕໍ່ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ປະຊາຊົນ ຕາມ​ທິດ​ທາງ​ພັດທະນາ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ​ຢ່າງ​ແຂງ​ແຮງ​ກວ່າ​ອີກ; ປະຊາທິປະ​ໄຕ​ຕ້ອງ​ໄດ້​ກາຍ​ເປັນ​ກຳລັງ​ໜູນ​ທີ່​ແທ້​ຈິງ​ ຂອງ​ການ​ພັດທະນາ​ໃນ​ເງື່ອນ​ໄຂ​ໃໝ່.

ທີ​ສອງ, ສືບ​ຕໍ່​ກໍ່ສ້າງ​ແລະ​ປັບປຸງ​ບູລະນະ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ​ເພື່ອ​ປະຊາຊົນ ​​ເຊິ່ງ​ເປັນ​ລັດ​ປະຊາທິປະ​ໄຕ, ອຳນາດ​ກົດໝາຍ, ອຳນາດ​ລັດ​ທັງ​ໝົດ​ແມ່ນ​ຂອງ​ປະຊາຊົນ.

ສືບ​ຕໍ່ຍົກສູງຄວາມ​ຮັບ​ຮູ້, ປະຕິບັດ​ຢ່າ​ງຖືກຕ້ອງ​ຕາມ​ຫຼັກການ​ການ​ແບ່ງ​ງານ, ປະສານ​ສົມທົບ ​ແລະ ກວດກາ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ບັນດາ​ອົງການລັດ ​ໃນ​ການ​ປະຕິບັດ​ບັນດາ​ອຳນາດນິຕິບັນຍັດ, ອຳນາດ​ບໍລິຫານ, ອຳນາດ​ຕຸລາການ ​ເພື່ອປັບປຸງ ​ແກ້​ໄຂ​ເພີ່ມ​ເຕີມບັນດາ​ກົດໝາຍ​ກ່ຽວ​ກັບ​ການຈັດ​ຕັ້ງ​ລະບົບ​ຈັກ​ແຫ່ງ​ລັດ ຕາມ​ຈິດ​ໃຈ​ຂອງ​ລັດຖະທຳ​ມະນູນ​ປີ 2013 ​ແລະ ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII ​ເພື່ອ​ສ້າງ​ລະບົບ​ຈັກ​ແຫ່ງ​ລັດ​ທີ່​ກະທັດ​ລັດ​ຮັດກຸມ, ມີ​ປະສິດທິພາບ​ແລະ​ມີ​ປະສິດທິ​ຜົນ, ກ່ອນ​ອື່ນ​ໝົດ​ແມ່ນ​ຄວບ​ຄຸມ​ສັງຄົມ​​ແລະ​ຫຼັງ​ຈາກ​ນັ້ນ​ແມ່ນຄວບ​ຄຸມ​ຕົວ​ເອງ. ຍູ້​ແຮງ​ການ​ແບ່ງ​ຂັ້ນຄຸ້ມ​ຄອງ, ​ການແບ່ງ​ອຳນາດ ​ແລະມອບ​ໝາຍ​ອຳນາດ ລະຫວ່າງ​ອຳນາດ​ການ​ປົກຄອງ​ສູນ​ກາງ​ແລະ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຕາມ​ລັດຖະທຳ​ມະນູນ​ປີ 2013 ​ແລະຕາມມະຕິ​ຂອງ​ພັກ. ສ້າງ​ສະພາ​ແຫ່ງ​ຊາດ​ທີ່​ເຂັ້ມ​ແຂງ​ແລະມີ​ອຳນາດ​​ເຕັມ​ສ່ວນ​ ໃນ​ການ​ສ້າງ​ກົດໝາຍ, ການ​ຕິດຕາມ​ກວດກາ​ສູງ​ສຸດ ​ແລະ ການ​ຕັດສິນ​ຕົກລົງ​ບັນດາ​ບັນຫາ​ທີ່​ສຳຄັນ​ຂອງ​ປປະ​ເທດ​ຊາດ; ສ້າງ​ລັດຖະບານ​ທີ່​ຂະຫຍັນ​ຂັນ​ເຄື່ອນ, ປະດິດ​ສ້າງ, ຄຸ້ຄອງ​ບໍລິຫານ​ລັດ​ຢ່າງ​ມີ​ປະສິດທິພາບ​ແລະ​ປະສິດທິ​ຜົນ; ສ້າງ​ລະບົບ​ຕຸລາການ​ເພື່ອ​ຄວາມ​ຍຸດຕິ​ທຳ, ​ເພື່ອ​ສິດທິ​ມະນຸດ ສິດທິ​ພົນລະ​ເມືອງ.

ທີ​ສາມ, ສືບ​ຕໍ່​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ ​ເພື່ອ​ໃຫ້​ປະຊາທິປະ​ໄຕ​ກາຍ​ເປັນ​ກຳລັງ​ໜູນ​ທີ່​ແທ້​ຈິງ​ຂອງ​ການ​ພັດທະນາ​ໃນອະນາຄົດ.

ພັກ​ແລະ​ລັດຕ້ອງ​ສ້າງ​ເງື່ອນ​ໄຂ​ແລະ​ສະພາບ​ແວດ​ລ້ອມ​ ເພື່ອ​ໃຫ້​ປະຊາຊົນ​ປະຕິບັດສິດ​ເປັນ​ເຈົ້າ​ຂອງ​ຂອງຕົນ ດ້ວຍ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ກົດໝາ​ຍທີ່​ເປີດ​ເຜີຍ, ​ເປັນ​ມິດ, ງ່າຍດາຍ ​ໃນ​ການ​ປະຕິບັດບັນດາ​ສິດ​ປະຊາທິປະ​ໄຕ​ພື້ນຖານ​ຂອງ​ພົນລະ​ເມືອງ. ​ໃນ​ນັ້ນ ຕ້ອງ​ເອົາ​ໃຈ​ໃສ່​ສ້າງ​ແລະ​ປັບປຸງ​ບູລະນະບັນດາ​ກົດໝາຍ​ກ່ຽວ​ກັບ​ສິດ​ເປັນ​ເຈົ້າ​ໂດຍ​ກົງ​ຂອງ​ພົນລະ​ເມືອງ​ເຊັ່ນ: ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ, ກົດໝາຍ​ວ່າ​ດ້ວຍ​ສະມາຄົມ, ກົດໝາຍ​ວ່າງ​ດ້ວຍ​ສິດ​ທິ​ພົນລະ​ເມືອງ​ໃນ​ການ​ເຂົ້າ​ຮ່ວມ​ການຄຸ້ມ​ຄອງ​ລັດ, ກົດໝາຍ​ວ່າ​ດ້ວຍ​ການ​ຕິດຕາມ​ກວດກາ​​ແລະ​ວິຈານ​ສັງຄົມ... ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ ຍົກ​ສູງ​ຄວາມ​ຮັບ​ຮູ້, ປະຕິບັດ​ພາລະ​ໜ້າ​ທີ່​ຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມ​ຢ່າງ​ແຂງ​ແຮງ​ແລະ​ມີ​ປະສິດທິ​ຜົນ, ຖື​ວ່າ​ນັ້ນ​ແມ່ນ​ວິທີ​ການ​ຂອງອົງການ​ຕາງໜ້າ​ປະຊາຊົນ​ໃນ​ການ​ຄວບ​ຄຸມກວດກາ​ແນວທາງ ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ​ ຄວບ​ຄຸມ​ກວດກາ​ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ. ພັກ​ແລະ​ລັດ​ຖື​ວ່າ​ນັ້ນ​ແມ່ນ​ວິທີ​ການ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ບົກພ່ອງ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​ການ​ເມືອງ​ຂົ້ວ​ດຽວ.

​ໂດຍ ສຈ.ປອ. ​ເຈິ່ນງອກ​ເດື່ອງ

ອະດີດ​ຮອງ​ຫົວໜ້າ​ຫ້ອງການ​ສະພາ​ແຫ່ງ​ຊາດ

-------------------------------

ບົດ​ນີ້​ໄດ້​ລົງ​ພິ​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 926 (​ເດືອນ​ກັນຍາ 2019)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ