ວັນຈັນ, 6/4/2020
ນິພົນ “ຂົນຂວາຍມະຫາຊົນ” ຂອງປະທານໂຮ່ຈີມິນ - ຄຸນຄ່າທິດສະດີແລະພຶດຕິກຳ ສຳລັບວຽກງານຂົນຂວາຍປະຊາຊົນໃນປະຈຸບັນ
15/2/2020 17:22' ສົ່ງ ພິມ
ການພົວພັນທີ່ຮັກແພງລະຫວ່າງທະຫານແລະປະຊາຊົນ (ພາບ: ປະກອບ)

“ຂົນຂວາຍ​ມະຫາຊົນ” ​ແມ່ນ​ການ​ເຕົ້າ​ໂຮມ​ກະ​ແສ​ຄວາມ​ຄິດ​ຂອງ​ໂຮ່ຈີ​ມິນ ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ພັກ, ລັດ ກັບ​ປະຊາຊົນ ​ແລະ ວຽກ​ງານ​ຂົນຂວາ​ຍມະຫາຊົນຂອງ​ພັກ.

ບັນຫາ​ຂົນຂວາຍ​ມະຫາຊົນ​ໄດ້​​ເວົ້າ​ມາ​ຫຼາຍ​ແລ້ວ, ​ໄດ້​ປຶກສາ​ຫາລື​ກັນຢ່າງລະອຽດ ​ແຕ່​ຍ້ອນ​ຍັງ​ມີ​ຫຼາຍ​ທ້ອງ​ຖິ່ນ​ແລະພະນັກງານ​ຫຼາຍ​ຄົນ ບໍ່​ທັນ​ຊາບ​ຊຶມ, ​ເຮັດ​ບໍ່​ທັນ​ຖືກຕ້ອງ, ດັ່ງ​ນັ້ນ ຕ້ອງ​ໄດ້​ລຶ້ມຄືນ”. ຄຳ​ແນະນຳ​ທີ່ລຽບ​ງ່າຍ, ​ໂດຍ​ກົງ​ໃນ​ບົດ​ຄວາມ “ຂົນຂວາຍ​ມະຫາຊົນ” ທີ່​ລົງ​ໃນ​ໜັງສືພິມ ສື້​ເທິ​ດ (ຄວາມ​ຈິງ) ພາຍ​ໃຕ້​ນາມ​ປາກກາ X.Y.Z ກ່ອນ​ໜ້າ​ນີ 70 ​ໄດ້​ສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ຄິດ​ຂອງ​ປະທານ​ໂຮ່ຈີ​ມິນ ກ່ຽວ​ກັບ​ຄວາມ​ສຳຄັນ​ລະດັບ​ຍຸດ​ທະ​ສາດ​ຂອງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ປະທານ​​ໂຮ່ຈີ​ມິນ​ເປັນ​ຜູ້​ກໍ່​ຕັ້ງ​ແລະ​ຝຶກ​ຝົນ​ອົບຮົມພັກຂອງ​ພວກ​ເຮົາ, ທ່ານ​ໄດ້​ຂຽນພິ​ໄນ​ກຳ ອັນ​ສັກສິດ​ໄວ້​ໃຫ້​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ​ເຮົາ; ​ໃນ​ຄຳ​ຕັກ​ເຕືອນທຳ​ອິດ​ໃຫ້​ກັບ​ພັກ ທ່ານ​ຂຽນ​ວ່າ ພັກ​ເຮົາ “ມີ​ຄວາມ​ສາມັກຄີ​ແໜ້ນ​ແຟ້ນ, ຮັບ​ໃຊ້​ຊົນ​ຊັ້ນ, ຮັບ​ໃຊ້​ປະຊາຊົນ, ຮັບ​ໃຊ້​ປະ​ເທດ​ຊາດດ້ວຍ​ຄວາມ​ບໍລິ​ສຸດ​ຜຸດ​ຜ່ອງ” (1), ​ແລະ​ປະຊາຊົນ​ເຮົາ “​ເວລາ​ໃດ​ກໍ​ເດີນ​ຕາມ​ພັກ, ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ​ຕະຫຼອດ​ເວລາ” (2).

ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ໃນ​ພະລັງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ, ຖື​​ການ​ປະຕິວັດ​​ເປັນ​ພາລະກິດ​ຂອງ​ມະຫາຊົນ, ​ໃນຕະຫຼອດ​ຊີວິດ​ການ​ເຄື່ອນ​ໄຫວ​ປະຕິວັດ​ຂອງ​ຕົນ, ຈົນ​ເຖິງ​ເວລາ​ຂຽນພິ​ໄນກຳ, ​ເວລາ​​ໃດລຸງ​ໂຮ່​ກໍ​ໄດ້​ສຸດ​ອົກ​ສຸດ​ໃຈ​ໃນ​ການປັບປຸງ​ຄູນ​ສ້າງ​ການ​ພົວພັນ​ອັນ​ສະໜິດ​ແໜ້ນ​ລະຫວ່າງ​ພັກ, ລັດ ​ແລະ ປະຊາຊົນ ​ໂດຍ​ຜ່ານ​ວຽກ​ງານ​ຂົນຂວາຍ​ປະຊາຊົນ. ສະ​ເພາະ​ໃນ​ປີ 1949, ​ເມື່ອພາລະ​ກິດ​ການ​​ຕໍ່ຕ້ານຝຣັ່ງ​ແລະ​ການ​ກໍ່ສ້າງ​ປະ​ເທດ​ກຳລັງຈະ​ເຂົ້າ​ສູ່​ບັ້ນ​ຮົບ​ຂະໜາ​ດ​ໃຫຍ່, ພວກ​ເຮົາຕ້ອງການ “ຄົນ​ຈຳນວນ​ຫຼາຍ, ​ເງິນຈຳນວນ​ຫຼາຍ, ​ຊັບ​ສິນຈຳນວນ​​ຫຼາ​ຍ” ​ເພື່ອປະຕິບັດ​ເປົ້າໝາຍ “ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ເອົາ​ຊະນະ​ສັດຕູ. ຍູ້​ແຮງ​ການ​ສູ້​ຢັນ. ກະກຽມການ​ໂຈມ​ຕີ​ຕອບ​ໂຕ້​ຂະໜາດ​ໃຫຍ່”(3), ທ່ານ​ປະທານ​​ໂຮ່ຈີ​ມິນ​ໄດ້​ເວົ້າ​ຫຼາຍ​ເທື່ອ​ ກ່ຽວ​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ ​ໃນ​ຫຼາຍ​ສິບ​ເອກະສານ​ແລະ​ນິພົນ, ພາຍ​ໃຕ້ຫຼາຍຮູບ​ແບບ​ຂອງ​ການສະ​ແດງ​ອອກ (ຈົດໝາຍ, ​ໂທລະ​ເລກ, ບົດ​ຄວາມ, ​ເລື່ອງ​ສັ້ນ...)(4), ​ໃນ​ສິ່ງ​ພິມ​ຕ່າງໆ​ທີ່​​ໄດ້ຮັບ​ການ​ຕິດຕາມ​ອ່ານ​ຈາກ​ພະນັກງານ, ນັກຮົບ​ແລະ​ປະຊາຊົນ​ຈຳນວນ​ຫຼາຍ​ ​ເຊັ່ນ: ໜັງສືພິມ ຄວາມ​ຈິງ, ໜັງສືພິມກູ້​ຊາດ, ໜັງສືພິມທະຫານ​ກອງ​ຫຼອນ... ​ໃນ​ນັ້ນ, ນິພົນ“ຂົນຂວາຍ​ມະຫາຊົນ" ​ໃນ​ຮູບ​​ແບບ​ຂອງ​ບົດ​ໜັງສືພິມພຽງ 600 ຄຳ​ ໄດ້​ສະ​ແດງ​ອອກ​ຢ່າງຄົບ​ຖ້ວນ, ສົມບູນ, ຈະ​ແຈ້ງ, ​ເຂົ້າ​ໃຈງ່າຍ, ຈື່​ຈຳ​ງ່າຍ ​ເຖິງ​ແນວ​ຄິດ​ໂຮ່ຈີ​ມິນ​ກ່ຽວ​ກັບບັນ​ດາ​ບັນຫາ​ພື້ນຖານ​ທີ່​ສຸກ ​ໃນ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ພັກ, ນັ້ນ​ແມ່ນ​ສາຍ​ພົວພັນ​ລະຫວ່າງ​ປະຊາທິປະ​ໄຕ​ແລະ​ການ​ຂົນ​ຂວາຍປະຊາຊົນ; ທັດສະນະ, ຫຼັກການ​ດຳ​ເນີນ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ຄວາມ​ຮັບຜິດຊອບ​ຂົນຂວາຍ​ປະຊາຊົນ ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ວິທີ​ການ​ຂົນຂວາຍ​ປະຊາຊົນ ​ແລະ ຄຸນສົມບັດ​ຈຳ​ເປັນ​ສຳລັບ​ພະນັກງານ​ຂົນຂວາຍ​ປະຊາຊົນ. ​ແນວ​ຄິດ​ຂອງ​ໂຮ່ຈີ​ມິນ​ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ບົດ​ຄວາມ​ນີ້​ແມ່ນການ​ສະຫຼຸບສັງ​ລວມ​ແລະ​ພັດທະນາ ​ແນວທາງ​ຍຸດ​ທະ​ສາດ​ກ່ຽວ​ກັບການ​ເຕົ້າ​ໂຮມ​ກຳລັງ​ປະຕິວັດ​ແລະວຽກ​ງານ​ຂົນຂວາ​ຍມະຫາຊົນ ທີ່​ໄດ້​ສະ​ແດງ​ອອກ​ໃນ​ບັນດາ​ນິ​ພົນ​ທີ່​ມີ​ຊື່​ສຽງ​ມາ​ກ່ອນ​ເຊັ່ນ:“ເສັ້ນທາງ​ປະຕິ​ວັດ” (ປີ 1927), “ປະຫວັດສາດ​ຂອງ​ປະ​ເທດ​ເຮົາ" (ປີ 1942), “ລັດຖະບານ​ແມ່ນ​ຜູ້​ຮັບ​ໃຊ້​ຂອງ​ປະຊາຊົນ” (ປີ 1945), “​ເຮັດ​ຄືແນວ​ໃດ​ເພື່ອ​ໄດ້​ຮັບ​ຄວາມ​ເປັນ​ໃຈ​ຂອງ​ປະຊາຊົນ” (ປີ 1945), “ຊີວິດ​ໃໝ່” (ປີ 1947), “ດັດ​ແປງ​ວິທີ​ການເຮັດ​ວຽກ” (ປີ 1947)...

​ເລີ່​ມຕົ້ນ​ນິພົນ“ຂົນຂວາຍ​ມະຫາຊົນ”, ​ໃນ 7 ປະ​ໂຫຍ​ກທຳ​ອິດ, ລຸງ​ໂຮ່​​ໄດ້ໄຈ້​ແຍກ​ຢ່າງພິ​ເສດ​ແລະ​ຈະ​ແຈ້ງ​ເຖິງ​ ທິດ​ສະ​ດີກ່ຽວ​ກັບປະຊາທິປະ​ໄຕສັງຄົມ​ນິຍົມ ​ໂດຍ​ຜ່ານຄວາມ​ສຳພັນ​ລະຫວ່າງ “ປະ​ເທດ” ​ແລະ “ປະຊາຊົນ”: “ປະ​ເທດ​ເຮົາ​ເປັນ​ປະ​ເທດ​ປະຊາທິປະ​ໄຕ

ຜົນ​ປະ​ໂຫຍ​ດທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ເພື່ອ​ປະຊາຊົນ. ສິດ​ອຳນາດ​ທຸກ​ຢ່າງ​ລ້ວນ​ແຕ່​​ເປັນຂອງ​ປະຊາຊົນ. ການ​ປ່ຽນ​ແປງ​ໃໝ່, ການ​ສ້າງສາ​ເປັນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ປະຊາຊົນ. ພາລະກິດ​ຕໍ່ຕ້ານ, ສ້າງສາ​ປະ​ເທດ​ຊາດ​ເປັນວຽກ​ງານຂອງ​ປະຊາຊົນ. ອຳນາດ​ການ​ປົກຄອງ​ແຕ່​ຕາ​ແສງ​ຈົນ​ຮອດ​ລັດຖະບານສູນ​ກາງ​ໂດຍ​ແມ່ນ​ປະຊາຊົນ​ເປັນ​ຜູ້​ທີ່​ເລືອກ​ຕັ້ງ. ອົງການ​ຈັດ​ຕັ້ງ​ມະຫາຊົນ​ແຕ່​ສູນ​ກາງ​ລົງ​ຮອດ​ຕາ​ແສງ​ໂດຍ​ແມ່ນ​ປະຊາຊົນ​ຈັດ​ຕັ້ງ​ຂຶ້ນ. ສະຫຼຸບ​ລວມ​ແລ້ວ, ສິດ​ອຳນາດ​ແລະ​ກຳລັງລ້ວນ​ແຕ່​ຢູ່​ນຳ​ປະຊາຊົນ”.

​ແນວ​ຄິດ​ເຄົາລົບ​ປະຊາຊົນ​, ຈັດ​ໃຫ້​ຜູ້​ຄົນ​ຢູ່​ສູນ​ກາງສະ​ເໝີ ຂອງ​ປະທານ​ໂຮ່ຈີ​ມິນ ກ່ອນ​ອື່ນ​ໝົດ​ແມ່ນ​ເລີ່ມຈາກນ້ຳ​ໃນ​ຮັກ​ຊາດ, ​ຈາກປະສົບ​ການ​ຂອງ​ເພິ່ນ​ໃນ​ຊຸມ​ປີ​ແຫ່​ງການ​ເຄື່ອນ​ໄຫວ​ແບບ​ກຳມາ​ຊີບ, ຈາກ​ຄວາມ​ພາກພູມ​ໃຈ, ການ​ສືບ​ຕໍ່​ແລະ​ເສີ​ມຂະຫຍາຍມູນ​ເຊື້ອ​ອັນ​ປະ​ເສີດ ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ກຳລັງ​ແຮງ​ຂອງ​ປະຊາຊົນ​ໃນປະຫວັດສາດ​ແຫ່ງ​ການ​ສ້າງ​ຕັ້ງ​ປະ​ເທດ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດຂອງ​ຊາດ​ຫວຽດນາມ, ສົມທົບ​ກັບ​ການໝູນ​ໃຊ້ຢ່າງ​ປະດິດ​ສ້າງ ​ທິດ​ສະ​ດີ​ຂອງ​ລັດທິ​ມາກ-​ເລ​ນິນ ກ່ຽວ​ກັບວຽກ​ງານ​ຂົນຂວາ​ຍມະຫາຊົນ. ຄຳສັບ “ປະຊາຊົນ” ທີ່​ລຸງ​ໂຮ່​ໃຊ້​ຕິດ​ກັບຄຳ​ວ່າ “​ເພື່ອ​ປະຊາຊົນ”, “ຂອງ​ປະຊາຊົນ”, “​ໂດຍ​ປະຊາຊົນ​ເລືອກ​ຕັ້ງ”, “​ໂດຍ​ປະຊາຊົນ​ຈັດ​ຕັ້ງ​ຂຶ້ນມາ” ນັ້ນ ມີ​ຄຸນຄ່າ​ສະ​ແດງ​ອອກ​ຢ່າງ​ອຸດົມສົມບູນ ກ່ຽວ​ກັບພີ່ນ້ອງ​ຮ່ວມ​ຊາດ​ທົ່ວ​ປະ​ເທດ, ກ່ຽວ​ກັບ​ຊາດ​ຫວຽດນາມ, ບັນດາ​ຊັ້ນ​ຄົນ​ສັງຄົມ, ບັນດາ​ຮຸ່ນຄົນ, ບັນດາ​​ວົງການ, ບັນດາສຳນັກງານ​ອົງການ, ອົງການ​ຈັດ​ຕັ້ງ, ອົງຄະ​ນະມະຫາຊົນ, ຊຸມ​ຊົນ…”ປະຊາຊົນ” ​ແມ່ນ​ກຳລັງ​ປະຕິວັດ​ຂອງ​ຜູ້​ຮັກ​ຊາດ, ພ້ອມ​ກັນ​ແບກ​ຫາບພາລະກິດ​​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ການ​ປະຕິວັດ​ເດືອນ​ສິງຫາ​​ໄດ້​ປະສົບ​ຜົນສຳ​ເລັດ, ​ໃນ “ຈົດໝາຍ​​ເຖິງ​ບັນດາ​ສະຫາຍຢູ່​ແຂວງ​ບ້ານ​ເກີດ(5) ລຸງ​ໂຮ່​ໄດ້ອະທິບາຍ​ສາ​ເຫດ​ຂອງ​ໄຊຊະນະ​ປະຫວັດສາດດັ່ງກ່າວ, ນັ້ນ​ແມ່ນ​ຍ້ອນ​ວ່າ “ກຳລັງ​ຂອງ​ປວງ​ຊົນ​ແມ່ນ​ກຳລັງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ. ບໍ່​ມີ​ໃຜ​ສາມາດ​ເອົາ​ຊະນະ​ກຳລັງ​ນັ້ນ​ໄດ້”. ​ເພື່ອ​ເຕົ້າ​ໂຮມ​ກຳລັງ​ທີ່​ໃຫຍ່​ຫຼວງ​ນີ້, ປະ​ທານ​ໂຮ່ຈີ​ມິນຍາມ​ໃດ​ກໍ​ນັບຖື​ໃຫ້​ປະຊາຊົນ​ຢູ່​ໃນ​ຕຳ​ແໜ່​ງ​ເຈົ້າຂອງ, ​ເປັນ​ຜູ້​ມີ​ຜົນ​ປະ​ໂຫຍ​ດ​ແລະ​ທັງ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ພາລະກິດ​​ຕໍ່ຕ້ານ, ສ້າງ​ຊາດ, ປ່ຽນ​ແປງ​ໃໝ່ ​ແລະສ້າງສາ​ປະ​ເທດ​ຊາດ. ດັ່ງ​ນັ້ນ, ກຳລັງ​ໜູນ​ທີ່​ຊຸກ​ຍູ້​ຂະ​ບວນການ​ຂອງ​ມະຫາຊົນ ແມ່ນຕອບ​ສະໜອງ​ຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ​ຂອງ​ປະຊາຊົນ, ປະສົມ​ປະສານ​ຜົນ​ປະ​ໂຫຍ​ດຕ່າງໆ​ຢ່າງ​ກົມກຽວ, ສິດຜົນປະ​ໂຫຍ​ດຕ້ອງ​ໄປ​ຄຽງ​ຄູ່​ກັບ​ພັນທະ​ພົນລະ​ເມືອງ; ການ​ເຂົ້າ​ຮ່ວມ​ແລະປະກອບ​ສ່ວນ​ຂອງ​ປະຊາຊົນ​ແຕ່ລະຄົນ, ​ເຖິງ​ຈະ​ຢູ່​ໃນຕຳ​ແໜ່​ງ​ໃດ​ກໍ່ຕາມ ກໍ່​ແມ່ນ​ຕົ້ນ​ກຳ​ເນີ​ດທີ່​ເຮັດ​ໃຫ້ມີ “ຄົນ​ຈຳນວນ​ຫຼາຍ, ມີ​ເງິນ​ຫຼາຍ, ມີ​ຊັບ​ສິນ​​ຫຼາ​ຍ” ຂອງກຳລັງ​ທົ່ວ​ປວງ​ຊົນ. ພວກ​ເຮົາ​ຊາບ​ຊຶ້ງ​ທີ່​ສຸດ​ກັບ​ຄຳ​ສອນ​ຂອງ​ລຸງ​ໂຮ່ທີ່​ວ່າ: “ສາມ​ສິ່ງ​ດັ່ງກ່າວ, ປະຊາຊົນ​ເຮົາ​ມີ​ພ້ອມ​ແລ້ວ. ປະຊາຊົນ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ສົ່ງ​ຄົນ, ປະກອບ​ຊັບ​ສິນ​ສິ່ງ​ຂອງ ​ແລະ ຈ່າຍເງິນ ​ເພື່ອ​ສະໜັບສະໜູນ​ອົງຄະ​ນະມະ​ຫາ​ຊົນ ​ແລະ ​ລັດຖະບານ ​ເມື່ອພວກ​ເຂົາ​ເຂົ້າ​ໃຈ​ແຈ້ງ​ວ່ານະ​ໂຍບາຍ​ນັ້ນ​ແມ່ນ​ຖືກຕ້ອງ​ແທ້ໆ” (6). ດັ່ງ​ນັ້ນ, ວຽກ​ງານ​ຂົນຂວາຍ​ປະຊາຊົນຖືກ​ຖື​ວ່າ​ເປັນ​ໜ້າ​ທີ່​ຍຸດ​ທະ​ສາດ ​ເຊິ່ງພະນັກງານທຸກ​ຄົນ​ຂອງ​ອຳນາດ​ການ​ປົກຄອງ​ແລະ​ອົງຄະ​ນະມະ​ຫາ​ຊົນ ​ຕ້ອງດຳ​ເນີນ​ຢ່າງ​ເປັນ​ປະຈຳ ​ໃນ​ທຸກ​ສະຖານະ​ການ​ແລະ​ທຸກ​ພື້ນ​ທີ່, ມຸ່ງ​ໄປ​ສູ່​ປະຊາຊົນ​ທຸກ​ຊັ້ນ​ຄົນ, ​ເຕົ້າ​ໂຮມ ປັບປຸງ ປຸກ​ລຸກແຫຼ່ງກຳລັງ​ແຮງ​ຂອງ​ປະຊາຊົນ​ທັງ​ໝົດ ດ້ວຍ​ບັນດາ​ຂະ​ບວນການ​ປະຕິວັດຕົວ​ຈິງ ​ເພື່ອ​ໃຫ້ປະຊາຊົນ​ມີສະຕິ​ຮູ້ສຶກ​ເປັນ​ເຈົ້າຂອງ ​ແລະ ມີ​ເງື່ອນ​ໄຂ​ເປັນ​ເຈົ້າ​ຂອງ​ຢ່າງ​ແທ້​ຈິງ. ວຽກງານຂົນຂວາຍປະຊາຊົນແມ່ນວົງຈອນທີ່​ຮັກສາ​ຄວາມ​ສຳພັນທີ່ແໜ້ນ​ແຟ້ນລະຫວ່າງ ພັກ, ລັດ​ແລະ​ປະຊາຊົນ ​ເພື່ອ​ປະຕິບັດ​ນະ​ໂຍບາຍມະຫາ​ສາມັກຄີ​ແຫ່ງ​ຊາດ ຄື​ທີ່​ປະ​ທານ​ໂຮ່ຈີ​ມິນ​ໄດ້​ຂຽນ​ໄວ້​ໃນນິພົນ “ດັດ​ແປງ​ວິທີ​ການ​ເຮັດ​ວຽກ”: “ພວກ​ເຮົາ​ຕ້ອງຕິດ​ຕໍ່​ຢ່າງ​ໃກ້ຊິດ​ກັບ​ປະຊາຊົນ. ບໍ່​ຫ່າງ​ເຫີນຈາກ​ປະຊາຊົນ. ຫ່າງເຫີນຈາກປະຊາຊົນຈະຖືກໂດດດ່ຽວ. ໂດດດ່ຽວຈະຖືກປະລາໄຊຢ່າງແນ່ນອນ" (7).

ຈາກ​ສາຍ​ພົວພັນ​ໃກ້ຊິດລະຫວ່າງ​ປະຊາທິປະ​ໄຕ ​ແລະ ການ​ຂົນຂວາຍ​ປະຊາຊົນ, ປະທານ​ໂຮ່ຈີ​ມິນ​ໄດ້​ໃຫ້​ຄຳ​ນິຍາມ​ທີ່​ຈະ​ແຈ້ງ​ກ່ຽວ​ກັບວຽກ​ງານ​ຂົນຂວາ​ຍປະຊາຊົນ: “ຂົນຂວາຍ​ປະຊາຊົນ​ແມ່ນ​ການ​ລະດົມ​ກຳລັງ​ທັງ​ໝົດຂອງ​ພົນລະ​ເມືອງ​ແຕ່ລະຄົນ ​ໂດຍ​ບໍ່​ປະ​ໃຫ້​ຜູ້​ໃດ​ໄວ້​ຂ້າງ​ຫຼັງ, ​ເພື່ອ​ປະຕິບັດ​ວຽກ​ງານ​ທີ່​ຄວນ​ເຮັດ, ວຽກ​ງານ​ທີ່​ລັດຖະບານ ​ແລະ ​ອົງຄະ​ນະມະ​ຫາ​ຊົນ​ມອບ​ໝາຍ​ໃຫ້"; ພ້ອມ​ນັ້ນ ​ເພິ່ນ​ກໍ່​ໄດ້​ຢືນຢັນ: “ຂົນຂວາຍ​ປະຊາຊົນ​ບໍ່​ດີ ​ເຮັດ​ໃຫ້​ວຽກ​ໃດ​ກໍ​ບໍ່​ດີ. ຂົນຂວາຍ​ປະຊາຊົນ​ດີ ທຸກ​ຢ່າງ​ຈະ​ປະສົບ​ຜົນສຳ​ເລັດ”. ນີ້​ແມ່ນ​ແກນ​ກາງຂອງ​ຄວາມ​ຄິດ​ສາມັກຄີ​ຢ່າງ​ກວ້າງຂວາງ, ຍາວ​ນານ, ຈິງ​ໃຈ, ​ເຖິງ​ຖອງ ຂອງປະທານ​ໂຮ່ຈີ​ມິນ; ພ້ອມ​ນັ້ນ​ກໍ່​ເປັນ​ການ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ລະດັບ​ຍຸດ​ທະ​ສາດ ຂອງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ ​ໃນ​ການ​ກໍ່ສ້າງ, ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ​ແລະ​ ການ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕສັງຄົມ​ນິຍົມ​ ຢູ່ຫວຽດນາມ. ຄຽງ​ຄູ່​ກັນກັບການ​ປະຕິບັດ​ປະຊາທິປະ​ໄຕ, ​ເພື່ອ​ຮັບປະກັນ​ໃຫ້​ພາລະກິດ​​ປະຕິວັດ​ບໍ່​ຖືກ​ລະ​ເຫຼີງ, ຫ່າງ​ເຫີ​ນທາດ​ແທ້ “ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ, ​ເພື່ອ​ປະຊາຊົນ”, ​ໂຮ່ຈີ​ມິນ​ໄດ້​ຕັ້ງ​ຮາກ​ຖານ​ໃຫ້​ແກ່​ການ​ສ້າງ​ທິດ​ນຳ “ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື, ປະຊາຊົນ​ເຮັດ, ປະຊາຊົນ​ກວດກາ” ​ໂດຍ​ຜ່ານ​ການ​ຊີ້​ແຈງ​ວຽກ​ທີ່​ຄວນ​ເຮັດ, ນັ້ນ​ແມ່ນ: ກ່ອນ​ອື່ນ​ໝົດ, ຕ້ອງ​ອະທິບາຍ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ແຈ້ງ ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ​ແລະ​ໜ້າ​ທີ່​ຂອງ​ເຂົາ ​ເພື່ອ​ໃຫ້ພວກ​ເຂົາ​ຫ້າວຫັນ​ເຮັດ​ໃຫ້​ຈົນ​ໄດ້; ທີ​ສອງ, ວຽກ​ງານ​ໃດໆ​ກໍ່​ຕ້ອງ​ປຶກສາ​ຫາລື, ຂໍ​ຄວາມ​ເຫັນ​ແລະ​ບົດຮຽນ​ຂອງ​ປະຊາຊົນ, ພ້ອມ​ກັນ​ກັບ​ປະຊາຊົນ​ວາງ​ແຜນການ​ໃຫ້​​ແທດ​ເໝາະ​ກັບ​ສະພາບ​ການ​ທ້ອງ​ຖິ່ນ; ທີ​ສາມ, ປຸກລະດົມ​ແລະ​ຈັດ​ຕັ້ງ​ໃຫ້​ປະຊາຊົນ​ປະຕິບັດ, ພ້ອມ​ທັງ​ຕິດຕາມ ຊຸກຍູ້ ຊ່ວຍ​ເຫຼືອ ​ແລະ​ໃຫ້​ກຳລັງ​ໃຈ​ປະຊາຊົນ; ທີ​ສີ່, ​ເມື່ອ​ປະຕິບັດ​ສຳ​ເລັດ​ແລ້ວ ຕ້ອງ​ພ້ອມ​ກັບ​ປະຊາຊົນ​ກວດກາ​​ຄື​ໃໝ່, ຖອດຖອນ​ບົດຮຽນ, ຕຳ​ນິວິຈານ, ຍ້ອງຍໍ​ຊົມ​ເຊີຍ. ນີ້​ແມ່ນ​ຮາກ​ຖານ​ແນວ​ຄິດ​ຂອງ​ທິດ​ນຳ “ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື, ປະຊາຊົນ​ເຮັດ, ປະຊາຊົນ​ກວດກາ” ​ເຊິ່ງພັກ​ໄດ້​ຊາບ​ຊຶມ, ໝູນ​ໃຊ້ ​ແລະ​ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ໃນ​ຂະ​ບວນການປະຕິບັດ​ກົນ​ໄກ “ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ​ຂອງ”.

ຈາກການແກ້ຄຳຖາມ “ຂົນຂວາຍມະຫາຊົນແມ່ນຫຍັງ?”, “​ໃຜ​ຮັບຜິດຊອບ​ການ​ຂົນຂວາຍ​ມະຫາຊົນ?”, “ຕ້ອງ​ດຳ​ເນີນ​ການ​ຂົນຂວາຍ​ມະຫາຊົນ​ຄື​ແນວ​ໃດ?” ນັ້ນ ​ປະທານ​ໂຮ່ຈີ​ມິນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຕັກ​ກະ​ວິພາກທີ່​ງ່າຍດາຍ, ​ເລິກ​ເຊິ່ງ ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ໜ້າ​ທີ່​ແລະ​ວິທີ​ແກ້​ໄຂ. ສົມ​ຄູ່​ກັບ​ໜ້າ​ທີ່ທີ່​ພື້ນຖານ​ຄື ການ​ສາມັກຄີ, ການ​ເຕົ້າ​ໂຮມ​ກຳລັງ, ການ​ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, “ການ​ລະດົມ​ກຳລັງ​ທັງ​ໝົດຂອງ​ພົນລະ​ເມືອງ​ແຕ່ລະຄົນ ​ໂດຍ​ບໍ່​ປະ​ໃຫ້​ຜູ້​ໃດ​ໄວ້​ຂ້າງ​ຫຼັງ, ປະກອບ​ເຂົ້າ​ເປັນ​ກຳລັງ​ຂອງ​ທົ່ວ​ປວງ​ຊົນ”, ​ເຊິ່ງວິທີ​ແກ້​ໄຂ​ຕົ້ນ​ຕໍ​ຂອງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ແມ່ນ ​ຕ້ອງ​ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ກ່ອນ​ອື່ນ​ແມ່ນ​ວຽກ​ງານ​ຂົນຂວາຍ​ມະຫາຊົນ​ຂອງ​ອຳນາດ​ການ​ປົກຄອງ: “ພະນັກງານ​ຂອງ​ອຳນາດ​ການ​ປົກຄອງ​ທຸກ​ຄົນ, ພະນັກງານ​ຂອງ​ອົງຄະ​ນະມະ​ຫາ​ຊົນ​ທຸກ​ຄົນ ​ແລະ ສະມາຊິກ​ທັງ​ໝົດຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ປະຊາຊົນ (ລຽນຫວຽດ, ຫວຽດມິນ…) ລ້ວນ​ແຕ່​ຕ້ອງ​ຮັບຜິດຊອບ​ການ​ຂົນຂວາຍ​ປະຊາຊົນ”.

ສາມາດ​ສະຫຼຸບ​ສັງ​ລວມບັນດາ​ຈຸດ​ໃຫຍ່​ກ່ຽວ​ກັບ​ແບບ​ວິທີ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ຂົນຂວາຍ​ປະ​ຊາ​ຊົນ​​ໃນ​ແນວ​ຄິດ​ໂຮ່ຈີ​ມິນດັ່ງຕໍ່​ໄປ​ນີ້:

ທີ​ໜຶ່ງ, ພະນັກງານ​ແຕ່ລະຄົນ​ແລະ​​ແຕ່ລະໜ່ວຍ​ງານ, ອົງການ​ຈັດ​ຕັ້ງ ລ້ວນ​ແຕ່​ຕ້ອງ​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ ຕິດ​ກັບ​ໜ້າ​ທີ່, ສິດ​ຂອບ​ເຂດ​ແລະ​ວຽກງານ​ປະຈຳ​ວັນ​ຂອງ​ຕົນ. ​ໃນ​ຕົວຢ່າງ​ກ່ຽວກັບວຽກງານ​ຂົນຂວາຍ​ປະຊາຊົນ​ທີ່ ​ລຸງ​ໂຮ່ ຍົກ​ຂຶ້ນ​ມາ​ນັ້ນ ​ເພິ່ນ​ໄດ້​ເວົ້າ​ຢ່າງ​ເລິກ​ເຊິ່ງ​ເຖິງການ​ຂົນຂວາຍ​ປະຊາຊົນຂອງ​ພະນັກງານ​ກະສິກຳ, ພະນັກງານ​ຂອງ​ອຳນາດ​ການ​ປົກຄອງ, ພະນັກງານ​ຂອງ​ອົງຄະນະມະຫາຊົນ... ໝາຍ​ເຖິງ​ຜູ້​ທີ່​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໂດຍ​ກົງ ​​ໂດຍ​ຜ່ານກິດຈະກຳ​ວິຊາ​ຊີບ​ຂອງ​ຕົນ, ຜ່ານ​ສິ່ງ​ດັ່ງກ່າວ​ຢືນຢັນ​ມູນ​ຫຼັກທິດ​ສະ​ດິ​ ແລະ ມອບ​ໜ້າ​ທີ່​ຂົນຂວາຍ​ປະຊາຊົນ ​ໃຫ້​ລະບົບ​ການ​ເມືອງ​ທັງ​ໝົດ.

ທີ​ສອງ, ​ໃນ​ການ​ຈັດ​ຕັ້ງປະຕິບັດ​ໜ້າ​ທີ່​ຂົນຂວາຍ​ປະຊາຊົນນັ້ນ ອຳນາດ​ການ​ປົກຄອງ, ອົງຄະ​ນະມະ​ຫາ​ຊົນ, ພະນັກງານ​ວີ​ຊາ​ສະ​ເພາະ, ພະນັກງານ​ທ້ອງ​ຖິ່ນ ​ຕ້ອງ​ຮ່ວມ​ມື​ກັນ​ຢ່າງສະໜິດ​ແໜ້ນ, ປະສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ, ປຶກສາ​ຫາລື​ຢ່າງລະອຽດ, ​ແບ່ງ​ງານ​ຢ່າງ​ຈະ​ແຈ້ງ ​ເພື່ອ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ຂອງ​ການ​ຂົນຂວາຍ​ປະຊາຊົນຕາມ​ທ່າ​ແຮງ, ຄວາມ​ສັນທັດ, ໜ້າ​ທີ່​ຮັບຜິດຊອບ​ຂອງ​ແຕ່ລະຄົນ, ສ້າງ​ເປັນ​ກຳລັງ​ແຮງ​ສັງ​ລວມ.

ທີ​ສາມ, ​ໃຫ້​ຄວາມ​ສຳຄັນ​ແກ່​ວຽກ​ງານ​ໂຄສະນາ, ຂົນຂວາຍ​ຊວນ​ເຊື່ອ​ເຮັດ​ໃຫ້ “ປະຊາຊົນ​ເຂົ້າ​ໃຈ, ປະຊາຊົນ​ຈື່​ຈຳ, ປະຊາຊົນ​ໄປ​ຕາມ​ນຳ, ປະຊາຊົນ​ເຮັດ”(8), ​ແຕ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ບໍ່ສາມາດ​ໃຊ້​ພຽງແຕ່​ໜັງສືພິມ, ປຶ້ມໜັງສື, ການຊຸມນຸມ​ມິດຕດງ, ຄຳ​ຂວັນ, ​ໃບ​ປິວ, ​ເວົ້າ​ລ້າໆ ຫຼື​ນັ່ງຂຽນ​ຄຳ​ສັ່ງ​ເທົ່າ​ນັ້ນ ​ແຕ່​ຕ້ອງ “​ລົງມື​ເຮັດ​ວຽກຢ່າງ​ແທ້​ຈິງ”, ຕ້ອງ​ໃກ້ຊິດຕິດ​ພັນ, ປຸກລະດົມ​ກຳລັງ​ໃຈ, ສົ່ງ​ເສີມ, ຊຸກຍູ້, ຕິດຕາມ, ຊ່ວຍ​ເຫຼືອ​ປະຊາຊົນ.

ທີ​ສີ່, ຜູ້​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ກ່ອນ​ອື່ນ​ໝົດ​ຕ້ອງ​ມີຈິດ​ໃຈ​ອາສາ​ສະໝັກ, ​ເປັນ​ແບບຢ່າງ, ​ເປັນ​ຕົວຢ່າງ ​ຕັ້ງ​ແຕ່​ຄຳ​ເວົ້າ​ເຖິງ​ການ​ກະທຳ ​ເຮັດ​ໃຫ້​ປະຊາຊົນ​ເຊື່ອ, ປະຊາຊົນ​ນັບຖື, ປະຊາຊົນ​ຮັກ​ແພງ, ​ເພື່ອຈາກ​ນັ້ນຈະ​ປຸກລະດົມ​ຂະ​ບວນການ​ແຂ່ງຂັນຂອງ​ປະຊາຊົນ.

ສາມາດ​ເວົ້າ​ໄດ້​ວ່າ, ນັ້ນ​​ແມ່ນ​ບັນດາ​ມູນ​ຫຼັກ​ພື້ນຖານ​ຂອງວິຊາ​ອາຊີບ​ຂົນຂວາຍ​ປະຊາຊົນ ​ເຊິ່ງມາ​ເຖິງ​ປະຈຸ​ບັນຍັງມີ​ລັກສະນະ​ຂ່າວ​ ​ແລະ ​ມີ​ຄຸນຄ່າ​ຊີ້​ນຳພຶດຕິ​ກຳ, ສ້າງ​ພະລັງ​ຊີວິດ​ທີ່​ຍືນ​ຍົງຕາມ​ທຳ​ມະ​ຊາດ ຂອງ​ແນວ​ຄິດ​ໂຮ່ຈີ​ມິນ​ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ.

ຄຸນຄ່າ​ທີ່​ຍືນ​ຍົງ ​ຂອງ​ສິນ​ທຳ​ແລະ​ແບບ​ແຜນ​ຂົນຂວາຍ​ປະຊາຊົນ​ ຂອງ​ໂຮ່ຈີ​ມິນ

ຈາກ​ພາກ​ປະຕິບັດ​ການ​ເຄື່ອນ​ໄຫວ​ທີ່​ອຸດົມສົມບູນ​ໃນ​ຂະ​ບວນການ​ກຳມາ​ຊີບ​ສາກົນ ກໍ່​ຄື​ໃນ​ພາລະກິດ​ປະຕິວັດ​ຂອງ​ຊາດຫວຽດນາມ, ປະທານ​ໂຮ່ຈີ​ມິນມີ​ຄວາມ​ເປັນ​ຫ່ວງ​ເຫັນ​ໃຍ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ​ບໍ່​ເຄີຍຢຸດ​ຄິດ​ກ່ຽວ​ກັບ​ຄວາມສຸກ​ຂອງ​ປະຊາຊົນ. ​ເພິ່ນ​ມັກ​ມາ​ຫາ​ປະຊາຊົນ​ເລື້ອຍ​ໆແລະ​ຮັບ​ຟັງ​ເພື່ອ​ເຂົ້າ​ໃຈຄວາມ​ຄິດ​ຈິດ​ໃຈ, ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ຄົນ, ຈາກ​ຄຳ​ເວົ້າ​ເຖິງ​ວຽກ​ງານ​ສະ​ເພາະ, ​ເຖິງວ່າ​ໃຫຍ່ຫຼືນ້ອຍ ລຸງ​ໂຮ່ກໍ່​ໄດ້​ຖື​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ເປັນອັນ​ດັບ​ໜຶ່ງ. ປະທານ​ໂຮ່ຈີ​ມິນ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຮູບ​ແບບ​ທີ່​ເປັນ​ແບບຢ່າງ ກ່ຽວ​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ ​ເຊິ່ງ​ເພິ່ນ​ໄດ້ສະຫຼຸບ​ໂດຍ​ຫຍໍ້​ວ່າ “ສະໝອງ​ຄິດ, ຕາ​​ເບິ່ງ, ຫູ​ຟັງ, ຂາ​ຍ່າງ, ປາກ​ເວົ້າ, ມື​ເຮັດ”. ນີ້​ແມ່ນ​ການ​ຍົກຍ້ອງ ທັງ​ແມ່ນ​ຄວາມ​ຕ້ອງການ​ທີ່​ເຂັ້ມ​ງວດ ກ່ຽວ​ກັບ​ຫຼັກ​ໝັ້ນ​ການ​ເມືອງ, ຈິນຕະນາການ​ທິດ​ສະ​ດີ, ຄວາມ​ສາມາດ​ຕົວ​ຈິງ, ສິນ​ທຳ​ປະຕິວັດ ​ແລະ ຈິດ​ໃຈ​ເປັນ​ແບ​ບຢ່າງ ຂອງຜູ້​ດຳ​ເນີນ​ການ​ຂົນຂວາຍ​ປະຊາຊົນ​ໃນ​ລັດ​ປະຊາທິປະ​ໄຕ. ວຽກງານ​ຂົນຂວາຍ​ປະຊາຊົນ​ບໍ່ພຽງ​ແຕ່​ແມ່ນໜ້າທີ່​ການ​ເມືອງ​ເທົ່າ​ນັ້ນ ​ແຕ່​ຍັງ​ແມ່ນ​ວິທະຍາ​ດ​ແລະສິລະ​ປະ​ອີກ​ນຳ ​ເພື່ອ​ໃຫ້​ແນວທາງ​ແລະນະ​ໂຍບາຍ​ຂອງ​ພັກ​ແລະ​ລັດ​ເຂົ້າ​ເຖິງປະຊາຊົນ, ​ເຮັດ​ໃຫ້​ປະຊາຊົນ​ເຂົ້າ​ໃຈ, ປະຊາຊົນ​ຈື່​ຈຳ, ປະຊາຊົນ​ເຊື່ອ, ຈາກ​ນັ້ນ​ພວກ​ເຂົາ​ຈະ​ຫ້າວຫັນ ຕື່ນ​ຕົວສະໝັກ​ໃຈ​ເຂົ້າ​ຮ່ວມ. ​ເພື່ອ​ເຮັດສິ່ງ​ດັ່ງກ່າວ​ນັ້ນ, ມາດຕະຖານ“ສະໝອງ​ຄິດ" ຮຽກຮ້ອງ​ໃຫ້ພະນັກງານ​ຂົນຂວາຍ​ປະຊາຊົນ​ຕ້ອງ​ມີສະຕິ​ປັນຍາ ມີ​ພື້ນ​ຖານ​ທິດ​ສະ​ດີ​ທີ່​ໝັ້ນຄົງ, ຄົ້ນ​ຄິດ​ແລະ​ຄົ້ນ​ຫາ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍົກ​ສູງ​ຄວາມ​ສາມາດ​ຂອງ​ຕົນ​ເອງ​ ເພື່ອປະຕິບັດ​ໜ້າ​ທີ່​ຂົນຂວາຍ​ປະຊາຊົນ ​ເຕົ້າ​ໂຮມ​ກຳລັງ​ຢ່າງ​ມີ​ປະສິດທິ​ຜົນ, ບໍ່​ເຮັດ​ຕະພຶດລ້ຳ​ໄປ, ບໍ່​ເຮັດ​ແບບ​ຮັບ​ມື, ບໍ່​ເຮັດ​ແບບ​ພໍ​ແລ້ວມື; “ຕາ​ເບິ່ງ” ​ແມ່ນ​ມາດຖານ​ເຊີດ​ຊູ​ຄວາມ​ສາມາດ​ພຶດຕິ​ກຳ, ຕິດຕາມກຳ​ແໜ້ນສະຖານະ​ການ, ຈຸດ​ພິ​ເສດ​ແລະ​ການ​ປ່ຽນ​ແປງ​ໃນ​ຄວາມ​ເປັນ​ຈິງ ​ເພື່ອມີ​ວິທີ​ແກ້​ໄຂ​ທີ່​ສອດຄ່ອງ​ເໝາະສົມ. ​ເພື່ອ​ຫຼີກ​ລ້ຽງ​ພະຍາດ​ອາດຍາ​ສິດ, ຄວາມ​ລະ​ເຫຼີງ​ໃຈ ​ແລະ ການ​ຫ່າງ​ເຫີ​ນປະຊາຊົນ, ພະນັກງານ​ຂົນຂວາຍ​ປະຊາຊົນ​ຕ້ອງ “ຫູ​ຟັງ, ຕີນ​ຍ່າງ”, ລົງ​ຮາກ​ຖານ​ໃກ້ຊິດ​ກັບ​ປະຊາຊົນ​ຢ່າງ​ເປັນ​ປະຈຳ ​ເພື່ອຮັບ​ຟັງ​ຄວາມ​ເຫັນ​ຂ​ອງະ​ປະຊາຊົນ, ຮັບ​ເອົາ​ຂໍ້​ມູນ​ຂ່າວສານ​ຫຼາຍ​ມິ​ຕິ​ຈາກ​ປະຊາຊົນ, ​ເຂົ້າ​ໃຈຄວາມ​ຄິດ​ຈິດ​ໃຈ​ແລະ​ຄວາມ​ປາຖະໜາ​ອັນ​ຊອບ​ທຳ​ຂອງ​ປະຊາຊົນ, ຄົ້ນ​ເຜີ​ຍ​ແລະ​ຈັດການ​ແກ້​ໄຂກັບຂໍ້​ມູນ​ບໍ່​ຖືກຕ້ອງ​ທີ່​ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ເຊື່ອໝັ້ນ​ຂອງ​ປະຊາຊົນ​ໃນ​ການ​ນຳພາ​ຂອງ​ພັກ; ພ້ອມ​ທັງ​ເປັນ​ແບບຢ່າງ​ໃນ​ການ​ປາກ​ເວົ້າ​ແລະ​ມື​ເຮັດ, ການ​ໂຄສະນາ​ແລະການ​ກະທຳ, ​ເຮັດ​ໃຫ້​ຈິດ​ໃຈ​ຂົນຂວາຍ​ປະຊາຊົນ​ຊຶມ​ເຂົ້າ​ໄປ​ໃນ​ແຕ່​ລະ​ວຽກ​ງານ​ຕົວ​ຈິງ, ຫຼີກ​ລ້ຽງ​ສະພາບ​ການ “​ໃນ​ເຈ້ຍ​ມີທຸກ​ຢ່າງ. ​ແຕ່​ຄວາມ​ຈິງ, ທຸກ​ສິ່ງ​ທຸກ​ຢ່າ​ງຊັກ​ຊ້າ, ຄ້າງ​ຄາ"​(9). ລຸງ​ໂຮ່ກໍ່​ໄດ້​ຕຳ​ນິວິຈານຢ່າງ​ແຂງ​ແຮງ ​ຕໍ່ປະກົດ​ການ​ຂອງ​ຄວາມ​ເຂົ້າ​ໃຈ​ຜິດ ​ກ່ຽວ​ກັບວຽກ​ງານ​ຂົນຂວາຍ​ປະຊາຊົນ: “ຂໍ້​ບົກພ່ອງ​ໃຫຍ່​ໃນ​ຫຼາຍສະຖານ​ທີ່​ແມ່ນດູ​ຖູ​ກການຂົນຂວາຍ​ປະຊາຊົນ. ​ແຕ່ງ​ຕັ້ງ​ຄະນະ​ກຳມະການ​ໜຶ່ງ​ຫຼື​ບາງ​ຄົນ, ​​ແຕ່​ມັກ​ຈະ​ແຕ່ງ​ຕັ້ງ​ພະນັກງານທີ່​ອ່ອນ​ແອ ​ແລ້ວປະປ່ອຍ​ພວກ​ເຂົາ. ບັນດາ​ພະນັກງານອື່ນບໍ່​​ເບິ່ງ​ແຍງ ຊ່ວຍ​ເຫຼືອ, ​ຖືວ່າ​ຕົວ​ເອງ​ບໍ່​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ຂົນຂວາຍ​ປະຊາຊົນ. ນັ້ນ​ແມ່ນ​ຂໍ້​ຜິດພາດ​ໃຫຍ່​ທີ່​ສຸດ​ແລະ​ເປັນ​ອັນຕະລາຍ​ຫຼາຍ”.

ການ​ໂຄສະນາ, ຂົນຂວາຍ, ອະທິບາຍ​ຊວນ​ເຊື່ອ​ປະຊາຊົນ​ແມ່ນ​ຂອດທີ່​ສຳຄັນ​ຂອງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ປະສິດທິ​ຜົນ​ຂອງ​ການ​ໂຄສະນາ​ຊວນ​ເຊື່ອ​ຂຶ້ນ​ກັບຄຸນສົມບັດ​ສ່ວນ​ບຸກຄົນ, ທ່າ​ທີ່​ແລະ​ທັກ​ສະ​ຂອງ​ພະນັກງານ​ໂຄສະນາ. ​ໃນ​ນິພົນ “ຜູ້​ໂຄສະນາ​ແລະ​ວິທີ​ໂຄສະນາ", ລຸງ​ໂຮ່​ໄດ້​ແນະນຳຕັກ​ເຕືອນພະນັກງານ​ໂຄສະນາວ່າ ຕ້ອງ​ຄົ້ນ​ຄິດ​ເພື່ອ​ເຂົ້າ​ໃຈ​ແຈ້ງ​ແລະກຳ​ແໜ້ນ​ເນື້ອ​ໃນ​ໂຄສະນາ, ຕ້ອງ​ຮູ້​ວິທີ​ການ​ເວົ້າ​ງ່າຍໆ, ຊັດ​ເຈນ, ​ແທດ​ຈິງ, ມີ​ຄຳ​ເລີ່​ມຕົ້ນ ມີ​ຄຳສະຫຼຸ​ບ ​ເພື່ອ​ໃຫ້​ທຸກ​ຄົນ​ເຂົ້າ​ໃຈ, ບໍ່​ເວົ້າ​ເກີນ​ໜຶ່ງ​ຊົ່ວ​ໂມງ​ເຊິ່ງຈະ​ເຮັດ​ໃຫ້​ຜູ້​ຟັງ​ເບື່ອ​ໜ່າຍ; ຕ້ອງ​ສຸພາບອ່ອນ​ໂຍນ, ການ​ຮຽກ​ຂານ​ເໝາະ​ສົມ, ທ່າ​ທີ່ນຸ່ມ​ນວນ​ແລະ​ເໝາະ​ສົມ. ​ເພື່ອ​ໃຫ້ການ​ໂຄສະນາ​ບໍ່​ຖືກລົ້ມ​ເຫຼວ ຜູ້​ໂຄສະນາ​ຕ້ອງ “ອົດທົນ​ພະຍາຍາມ, ອົດ​ທຸກອົດ​ຍາກ, ຄ່ອງແຄ່ວ, ຂະຫຍັນໝັ່ນພຽນ", ບໍ່​​​ໄດ້ຫຼົງ​ຄິດ​ວ່າ “​ໄປ​ຜ່ານ​ທ້ອງ​ຖິ່ນ, ​ໃຫ້ການ​ບັນຍາຍ​​ເປັນ​ເວລາສອງ​ສາມ​ຊົ່ວ​ໂມງກໍ່​ຈະ​ໄດ້​ຮັບ​ຜົນ”. ດັ່ງ​ນັ້ນ ລຸງ​ໂຮ່​ໄດ້​ເຕືອນ​ແລະ​ສັ່ງສອນ​ພະນັກງານ​ສະ​ເໝີ​ວ່າ ຕ້ອງຝຶກ​ຝົນ​ຫຼໍ່​ຫຼອມ​ທ່າ​ທີ່​ປະພຶດ​ດີ​ຕໍ່​ປະຊາຊົນ, ​ເຊີດ​ຊູ​ຈິດ​ໃຈ​ເປັນ​ແບບຢ່າງ​ແລະການ​ເປັນ​ແບບຢ່າງ ​ແມ່ນ​ວິທີ​ດີ​ສຸດ​ ເພື່ອສ້າງ​ຄວາມ​ຮັກ​ແພງ​ໃນ​ໝູ່​ປະຊາຊົນ, “ຈະ​ຊ່ວຍ​ໃຫ້ການ​ໂຄສະນາ​ມີ​ໝາກຜົນ​ຫຼາຍເທົ່າ" (10). ນີ້​ແມ່ນບັນດາ​ບົດຮຽນ​ທີ່​ລ້ຳ​ຄ່າທີ່​ສຸດ, ຈາກ​ຄຸນສົມບັດ​ແລະ​ແບບ​ແຜນ​ໂຮ່ຈີ​ມິນ, ​ເພື່ອ​ໃຫ້​ພະນັກງານ​ຂົນຂວາຍ​ປະຊາຊົນ​ໃຊ້​ເປັນ​ແວ່ນ​ແຍງ, ​ແກ້ໄຂ​ຕົວ​ເອງ ​ແລະ ປະຕິບັດ​ຕາມ.

ສືບ​ຕໍ່​ການ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ​ແລະ​ແບບ​ວິທີ​ການ​ຂົນຂວາຍ​ປະຊາຊົນ ຕາມ​ແນວ​ຄິດ, ຄຸນສົມບັດ​ສິນທຳ, ​ແບບ​ແຜນ​ໂຮ່ຈີ​ມິນ ​ໃນ​ໄລຍະ​ປະຈຸ​ບັນ

​ໃນ​ແຕ່ລະ​ໄລຍະ​ປະຫວັດສາດ​ຂອງ​ການ​ປະຕິວັດ, ວຽກ​ງານ​​ຂົນຂວາຍ​ປະຊາຊົນ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ມີ​ເນື້ອ​ໃນ, ​ແບບ​ວິທີ​ການ​ທີ່​ຕ່າງ​ກັນ, ​ແຕ່​​ເປົ້າໝາຍທີ່​ສຳຄັນ​ທີ່​ສຸດ​ແມ່ນ​ເພີ່ມ​ທະວີ​ສາຍ​ພົວພັນ​ອັນ​ໃກ້ຊິດ​ລະຫວ່າງພັກກັບ​ປະຊາຊົນ, ປັບປຸງ​ຄວາມ​ເຊື່ອ​ໝັ້ນອັນ​ແໜ້ນ​ແຟ້ນ​ຂອງ​ປະຊາຊົນຕໍ່​ພັກ​​ແລະ​ລັດ, ຂົນຂວາຍ​ແລະດຶງ​ດູດ​ປະຊາຊົນ​ຊັ້ນຄົນ​ຕ່າງໆ​ຢ່າງ​ກວ້າງຂວາງ​ ໃຫ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ຂະ​ບວນການ​ປະຕິວັດ, ​ຂະ​ບວນການແຂ່ງຂັນຮັກ​ຊາດ, ​ເພີ່ມ​ທະວີ​ກຸ່ມ​ກ້ອມ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ.

​ໃນ​ຂະນະ​ທີ່​ການ​ຕໍ່ສູ້ຕ້ານ​ຝຣັ່ງ​ແລະການຟື້ນ​ຟູ​ປະ​ເທດຍັງ​ຕ້ອງປະເຊີນກັບຄວາມ​ຫຍຸ້ງຍາກ​ລຳບາກຫຼາຍປະການນັ້ນ, ປະທານ​ໂຮ່ຈີ​ມິນ​ໄດ້​ຂຽນ​ນິພົນ “​ຂົນຂວາຍ​ມະຫາຊົນ” ​ເຊິ່ງ​ໃນ​ນັ້ນ​ເພິ່ນ​ໄດ້​ຄາດ​ການ​ລ່ວງ​ໜ້າ​ກ່ຽວ​ກັບ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່ ​ແລະ ​ຊີ້​ໃຫ້​ເຫັນ​ແຫຼ່ງພະລັງ​ເພື່ອ​ປະຕິ​ບັດ​ການ​ປ່ຽນ​ແປງ​ໃໝ່: “ວຽກ​ງານ​ການ​ປ່ຽນ​ແປງໃໝ່​ແລະ​ການ​ກໍ່ສ້າງ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ປະຊາຊົນ”. ​ໃນ​ຄວາມ​ເປັນ​ຈິງ, ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ກໍ່​ໄດ້​ເລີ່​ມຈາກປະຊາຊົນ, ຄື​ດັ່ງ​ທີ່​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ພັກ​ໄດ້​ຢັ້ງຢືນ: “​ແມ່ນ​ຄວາມ​ເຫັນ, ຄວາມ​ປາຖະໜາ​ ແລະ ​ຄວາມຄິດ​ລິ​ເລີ່​ມ ຂອງ​ປະຊາຊົນ​ນັ້ນ​ເອງ ມັນ​ແມ່ນຕົ້ນ​ກຳ​ເນີ​ດຂອງ​ແນວທາງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ພັກ. ກໍ່ຍ້ອນປະຊາຊົນໄດ້ສະໜັບສະໜູນແນວທາງການປ່ຽນແປງໃໝ່, ໄດ້ສູ້ຊົນຢ່າງອາດຫານ, ຜ່ານຜ່າຄວາມຫຍຸ້ງຍາກແລະສິ່ງທ້າທາຍທຸກຢ່າງ ດັ່ງນັ້ນ ການປ່ຽນແປງໃໝ່ໃນມື້ນີ້ຈຶ່ງບັນລຸຜົນສຳເລັດ" (11).

​ໂດຍ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ເຖິງ​ຄວາມ​ໝາຍອັນ​​ໃຫຍ່​ຫຼວງ, ຍືນ​ຍົງ​ຂອງ​ແນວ​ຄິດ, ຄຸນສົມບັດ ​ແລະ​ແບບ​ແຜນ​ໂຮ່ຈີ​ມິນ ​ໃນ​ວຽກ​ງານ​​ຂົນຂວາຍ​ປະຊາຊົນ, ດັ່ງ​ນັ້ນ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ພັກ​ຂອງ​ພວກ​ເຮົາ​ໄດ້​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ, ພ້ອມ​ກັນ​ນັ້ນ​ ກໍ່​ໄດ້​ປະກາດ​ໃຊ້ຫຼາຍ​ມະຕິ​ ເພື່ອ​ຜັນ​ຂະຫຍາຍ​ແນວທາງ, ​ແຜນ​ນະ​ໂຍບາຍການ​ປ່ຽນ​ແປງ​ໃໝ່​ວຽກ​ງານ​​ຂົນຂວາຍ​ປະຊາຊົນ, ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ​ແບບ​ວິທີ​ການ​ຂົນຂວາຍ​ປະຊາຊົນ, ນັ້ນ​ກໍ່​ແມ່ນ​ຂະ​ບວນການ​ຮ່ຳຮຽນ​ແລະ​ປະຕິບັດ​ຕາມຄຳ​ສັ່ງສອນ​ທີ່​ລະບຸ​ໄວ້​ໃນ​ນິພົນ "ຂົນຂວາຍ​ມະຫາຊົນ" ຂອງ​ປະທານ​ໂຮ່ຈີ​ມິນ.

ປີ 1986, ຢູ່​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ສະຫຼຸບສັງ​ລວມ​ຂະ​ບວນການ​ນຳພາ​ການ​ປະຕິວັດ, ຖອດ​ຖອນ​ບົດຮຽນ ​ແລະ ​ວາງ​ແນວທາງ​ການ​ປ່ຽນ​ແປງ​ໃໝ່ອອກ​ມາ, ລາຍ​ງານ​ການ​ເມືອງ ຂອງ​ກອງ​ປະຊຸມ​ໃຫຍ່​ໄດ້​ເນັ້ນ​ເຖິງ​ບົດຮຽນ​ກ່ຽວ​ກັບ​ການ​ຊາບ​ຊຶມ​ແນວ​ຄິດ“ປະຊາຊົນ​ເປັນ​ກົກ​ຮາກ”, ສ້າງ​ແລະ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ, ​ເອົາ​ໃຈ​ໃສ່​ປັບປຸງສາຍ​ພົວພັນ​ທີ່​​ແໜ້ນ​ແຟ້ນລະຫວ່າງ​ພັກ​ແລະ​ປະຊາຊົນ, ຄູນ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ. ກອງ​ປະຊຸມ​ຄັ້ງ​ທີ 8 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ VI ​ໄດ້​ອອກ​ມະຕິ​ເລກທີ 08B-NQ/HNTW, ວັນ​ທີ 27-3-1990, “ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ມະຫາຊົນ​ຂອງ​ພັກ, ​ເພີ່ມ​ທະວີ​ສາຍ​ພົວພັນ​ລະຫວ່າງ​ພັກ​ແລະ​ປະຊາຊົນ”. ນີ້​ແມ່ນ​ການ​ຫັນປ່ຽນຢ່າງ​ທັນ​ການ​ ເພື່ອ​ແກ້​ໄຂ​ການ​ເສື່ອ​ມ​ໂຊມ​ຂອງ​ສາຍ​ພົວພັນ​ລະຫວ່າງ​ພັກ​ແລະ​ປະຊາຊົນ, ​ແກ້​ໄຂ​ສະພາບ​ການ​ພະນັກງານ​ສະມາ​ຊິກ​ຈຳນວນ​ໜຶ່ງ​ຕິດ​ພະຍາ​ຍອາດຍາ​ສິດ, ​ໃຊ້ຄຳ​ສັ່ງ, ຫ່າງ​ເຫີ​ນປະຊາຊົນ, ຜະ​ເດັດ​ການ, ຜູກຂາດ, ສໍ້​ລາດ​ບັງ​ຫຼວງ, ກິນ​ສິນ​ບົນ, ​ດຳລົງ​ຊີວິດ​ຢ່າງ​ຫຼູຫຼາ, ສິ້ນ​ເປືອງຟຸມ​ເຟືອຍ, ຫຼຸດຜ່ອນ​ຄວາມ​ກະ​ຕືລື​ລົ້ນ​ໃນ​ການ​ປະຕິວັດ, ​ເຊິ່ງ​ເປັນ​ການຈຳກັດ​ການ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ອັນຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ ໃນ​ກິດຈະການ​ກໍ່ສ້າງ​ປະ​ເທດ. ​ໂຄງການ​ການ​ເມືອງ​ກໍ່ສ້າງ​ປະ​ເທດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ສັງຄົມ​ນິຍົມ (ປີ 1991) ​ໄດ້​ຢືນຢັນ​ຢ່າງ​ແຂງ​ແຮງ, ​ເລິ​ກ​ເຊິ່ງວ່າ: “ການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງ​ພັກ​ຕ້ອງ​ເລີ່​ມຈາກຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ປາຖະໜາ​ອົນ​ຊອບ​ທຳຂອງປະຊາຊົນ. ກຳລັງແຮງຂອງພັກແມ່ນຢູ່ທີ່ ຄວາມໃກ້ຊິດຕິດແທດກັບປະຊາຊົນ". ​ເລີ່​ມຈາກ​ຄວາມຕ້ອງການ​ເພີ່ມ​ທະວີ​ແລະ​ປ່ຽນ​ແປງ​ໃໝ່​ການ​ນຳພາ​ຂອງ​ພັກ ຕໍ່​ວຽກ​ງານ​ຂົນຂວາຍມະຫາຊົນ, ປີ 1992 ຄະນະ​ເລຂາທິການ​ສູນ​ກາງ​ພັກ​ໄດ້​ຕົກລົງສ້າງ​ຕັ້ງ ສະພາ​ການງານ​ມະຫາຊົນ​ສູນ​ກາງ ​ເພື່ອ​​ເຮັດ​ໜ້າ​ທີ່ເປັນ​ທີ່​ປຶກສາ​ໃຫ້​​ກົມ​ການ​ເມືອງ​ແລະຄະນະ​​ເລ​ຂາ​ທິການ ກ່ຽວ​ກັບ​ວຽກ​ງານ​ມະຫາຊົນ, ອົງການ​ປະຈຳການ​ຊ່ວຍ​ວຽກ​ແມ່ນ ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ(12).

ກອງ​ປະຊຸມ​ຄັ້ງ​ທີ 7 ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI ​ໄດ້​ອອກ​ມະຕິ​ເລກທີ 25-NQ/TW, ວັນ​ທີ 3-6-2013, “ກ່ຽວ​ກັບ​ການ​ເພີ່ມ​ທະວີ​ແລະປ່ຽນ​ແປງ​ໃໝ່​ການ​ນຳພາ​ຂອງ​ພັກ​ຕໍ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່”. ບົນ​ພື້ນຖານ​ການ​ຕີ​ລາຄາ​ສະຖານະການ​ຢ່າງຮອບດ້ານ, ​ໄຈ້​ແຍກ​ສິ່ງ​ທ້າ​ທາຍ​ຕ່າງໆ​ຕໍ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ ​ໃນສະພາບ​ການ​ຍູ້​ແຮງ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ໃຫ້​ຂຶ້ນ​ສູ່​ລະດັບ​ໃໝ່, ການ​ພັດທະນາ​​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ, ການກໍ່ສ້າງ​ລັດ​ແຫ່ງ​ອຳນາດກົດໝາຍ​ສັງຄົມ​ນິຍົມ, ການ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ, ດ້ວຍ​ເປົ້າ​ໝາຍ​ປັບປຸງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ພັກ, ປຸກສ້າງ​ຂະ​ບວນການ​ປະຕິວັດອັນ​ກວ້າງ​ໃຫຍ່ ​ເພື່ອ​ກໍ່ສ້າງ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຈັດ​ຕັ້ງປະຕິບັດ​ພາລະ​ກີດ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ​ໃຫ້​ສຳ​ເລັດ​ມີ​ໄຊ.

ມະຕິ​ເລກທີ 25-NQ/TW ​ໄດ້​ສືບ​ທອດ​ມະຕິ​ເລກທີ 8B-NQ/TW, ພັດທະນາ​ແລະ​​ເພີ່ມ​ທະວີ 5 ທັດສະນະ​ຊີ້​ນຳ ​ຕໍ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ນັ້ນ​ແມ່ນ: 1- ການ​ປະຕິວັດ​ແມ່ນ​ພາລະກິດ​ຂອງ​ມະຫາຊົນ; 2- ກຳລັງ​ໜູນ​ທີ່ຊຸກຍູ້​ຂະ​ບວນການ​ຂອງ​ປະຊາຊົນ​ແມ່ນ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ, ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ​ຂອງ​ປະຊາຊົນ; ສົມທົບ​ຢ່າງ​ກົມກຽວ​ລະຫວ່າງ​ບັນດາ​ຜົນ​ປະ​ໂຫຍ​ດ; ສິດຜົນປະ​ໂຫຍ​ດຕ້ອງ​ໄປ​ຄຽງ​ຄູ່​ກັບ​ພັນທະ​ພົນລະ​ເມືອງ; ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ​ຂອງ​ຜູ້​ຄົນ; ລະດົມ​ກຳລັງ​ແຮງ​ຂອງ​ປະຊາຊົນ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການບຳລຸງ​ລ້ຽງ​ກຳລັງ​ແຮງ​ຂອງ​ປະຊາຊົນ; ສິ່ງ​ທີ່​ເປັນປະ​ໂຫຍ​ດຕໍ່​ປະຊາຊົນ​ ຕ້ອງ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​, ສິ່ງ​ທີ່​ເປັນ​ອັນຕະລາຍ​ຕໍ່​ປະຊາຊົນ​ແມ່ນ​ຕ້ອງ​ຫຼີກ​ລ້ຽງ​ທີ່​ສຸດ; 3- ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ພັກ​ຕ້ອງ​ຕິດ​ແໜ້ນ​ກັບ​ວຽກ​ງານ​​ກໍ່ສ້າງພັກ​ແລະ​ລັດ ​ໃຫ້​ພັກ​ແລະ​ລັດ​ສະອາດ​ປອດ​ໃສ​ແລະໝັ້ນຄົງ​ເຂັ້ມ​ແຂງ. ທຸກໆທັດສະນະ, ​ແນວທາງ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດ ຕ້ອງ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງປະຊາຊົນ. ພະນັກງານ ສະມາຊິກ​ພັກ ລັດຖະກອນ ພາລະ​ກອນ​ທຸກ​ຄົນ​ຕ້ອງ​ເປັນ​ແບບຢ່າງ​ ​ເພື່ອ​ໃຫ້​ປະຊາຊົນ​ເຊື່ອ​ໝັ້ນ​ແລະປະຕິບັດ​ຕາມ; 4- ວຽກ​ງານ​ຂົນຂວາຍ​ປະຊາຊົນ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ, ຂອງ​ພະນັກງານ ສະມາຊິກ​ພັກ ລັດ​ຖະກອນ ສະມາຊິກ​ຊາວ​ໜຸ່ມ ສະມາຊິກ​ສະມາ​ຄົນ, ຂອງ​ພະນັກງານ​ນັກຮົບ​ໃນ​ກຳລັງ​ປະກອບ​ອາ​ວຸດ. ​ໃນ​ນັ້ນ, ພັກ​ນຳພາ, ອຳນາດ​ການ​ປົກຄອງ​ຈັດ​ຕັ້ງ​ປະຕິບັດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ແລະອົງການຈັດ​ຕັ້ງ​ການ​ເມືອງ-ສັງຄົມ​ເປັນ​ທີ່​ປຶກສາ​ແລະ​ເປັນ​ຫຼັກ​ແຫຼ່ງ; 5- ລັດ​ມີໜ້າ​ທີ່​ຮັບຜິດຊອບ​ໃນ​ການ​ຫັນ​ກົນ​ໄກ“ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ​ຂອງ” ​ເປັນ​ຂໍ້​ກຳນົດ​ກົດ​ລະບຽບມາສູ່​ຊີວິດ ​ເພື່ອ​ໃຫ້​ບັນດາ​ອົງການ​ໃນ​ລະບົບ​ການ​ເມືອງ, ພະນັກງານ ສະມາຊິກ​ພັກ ລັດຖະກອນ ​ແລະ​ພະນັກງານ ນັກຮົບ​ໃນ​ກຳລັງ​ປະກອບ​ອາວຸດ ໝູນ​ໃຊ້​ໃນ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໄດ້​​ດີກ​ວ່າ​ເກົ່າ; ບັນດາ​ຮູບ​ການ​ເຕົ້າ​ໂຮມ​ປະຊາຊົນ​ຕ້ອງມີ​ຄວາມ​ອຸດົມສົມບູນ, ມີ​ຄວາມ​ຫຼາກ​ຫຼາຍ, ວິທະຍາສາດ ​ແລະ​ມີ​ປະສິດທິ​ຜົນ. 

ບັນດາ​ທັດສະນະ​ຊີ້​ນຳທີ່​ກ່າວມາຂ້າງ​ເທິງ ​ແມ່ນ​ການ​ໝູນ​ໃຊ້​ແນວ​ຄິດ​ຂົນຂວາຍ​ປະຊາຊົນ​ຂອງ​ປະທານ​ໂຮ່ຈີ​ມິນ​ໃນ​ສະພາບ​ການ​ໃໝ່​ຢ່າງ​ປະດິດ​ສ້າງ, ​ແມ່ນ​ບັນດາ​ຄຸນຄ່າທີ່​ຍືນ​ຍົງ​ຂອງ​ວຽກ​ງານ​ຂົນຂວາຍປະຊາຊົນ; ຈາກ​ນັ້ນ​ ຮຽກຮ້ອງ​ໃຫ້ຕ້ອງ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຢ່າງ​ແທດ​ຈິງ, ປະດິດ​ສ້າງ, ທັງ​ປົກ​ຫຸ້ມ​ກວ້າງຂວາງ ທັງ​ຕ້ອງ​ມີ​ຈຸດ​ໜັກ​ໃຈກາງ, ​ໄປສູ່​​ເປົ້າ​ໝາຍ​ຄວາມ​ເປັນ​ເອກະ​ພາບ, ປັບປຸງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ອັນໃຫຍ່​ຫຼວງຂອງກ້ອນກຳລັງ​ສາມັກຄີປວງ​ຊົນ​ທັງ​ຊາດ, ຍົກ​ສູງ​ຄວາມ​ສາມາດ​ນຳພາ​ແລະ​ກຳລັງ​ແຮງ​ຕໍ່ສູ້​ຂອງ​ພັກ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ກໍ່ສ້າງ​ພັກ​ແລະ​ກໍ່ສ້າງ​ລັດ​ໃຫ້​ສະອາດປອດ​ໃສ ໝັ້ນຄົງ​ເຂັ້ມ​ແຂງ.

ລາຍ​ງານ​ການ​ເມືອງທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ XII ຂອງ​ພັກ ພາຍ​ໃຕ້​ຫົວ​ຂໍ້ “​ເພີ່ມ​ທະວີ​ການ​ກໍ່ສ້າງ​ພັກ​ໃຫ້​ສະອາດ​ປອ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ; ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງທົ່ວປວງ​ຊົນ​ແລະ​​ປະຊາທິປະ​ໄຕສັງຄົມ​ນິຍົມ; ຊຸກ​ຍູ້ກິດຈະການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ​ແລະ​ຄົບ​ຊຸດ; ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ, ຮັກສາສະພາບ​ແວດ​ລ້ອມ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ; ສູ້​ຊົນ​ເພື່ອ​ເຮັດ​ໃຫ້​ຫວຽດນາມ​​ໂດຍ​ພື້ນຖານ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ໄວ”, ບົນ​ພື້ນຖານ​ສະຫຼຸບ​ສັງ​ລວມຢ່າງຮອບດ້ານ​ກ່ຽວ​ກັບການ​ປ່ຽນ​ແປງ​ໃໝ່​ໃນ 30 ປີທີ່​ຜ່ານ​ມາ​ນັ້ນ ​ໄດ້​ຊີ້​ໃຫ້​​ເຫັນ​ຢ່າງ​ຈະ​ແຈ້ງວ່າ:“ປະຊາທິປະ​ໄຕ​ສັງຄົມ​ນິຍົມ ​ແລະ ກຳລັງ​ແຮງ​ແຫ່ງ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ ຍັງ​ບໍ່​ທັນໄດ້​ຮັບ​ການເສີມ​ຂະຫຍາຍ​ຢ່າງ​ເຕັມ​ສ່ວນ; ລະບຽບ​ວິ​ໄນ​ຍັງ​ບໍ່​ທັນ​ເຂັ້ມ​ງວດ" ​ແລະ​ໄດ້​ເພີ່ມ​ເຕີມ, ​ເນັ້ນ​ໜັກ​ບັນດາ​ເນື້ອ​ໃນ​ຈຸດ​ສຸມ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໃນ​ສະພາບ​ການ​ໃໝ່. ຈາກ​ນັ້ນ, ປັບປຸງ​ຄວາມ​ເຊື້ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ພັກ, ສ້າງ​ກຳລັງ​ຊີວິດ​ໃໝ່​ໃຫ້​ກຸ່ມກ້ອນມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ​ເພີ່ມ​ທະວີ​ສາຍ​ພົວພັນ​ອັນ​ສະໜິດ​ແໜ້ງລະຫວ່າງ​ພັກ​ແລະ​ປະຊາຊົນ; ​ເຕົ້າ​ໂຮມ, ຂົນຂວາຍ​ປະຊາຊົນປະຕິ​ບັດ​ແນວທາງ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ​ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ​ໃຫ້​ໄດ້​ເປັນ​ຢ່າງ​ດີ; ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ອັນ​ຍິ່ງໃຫຍ່​ຂອງ​ປະຊາຊົນ, ສ້າງ​ເປັນ​ຂະ​ບວນການ​ປະຕິວັດ​ອັນ​ກວ້າງ​ໃຫຍ່ ​ໃນ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ພັກ​ໄດ້​ເນັ້ນ​ເຖິງ​ຄວາມ​ຕ້ອງການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ການ​ນຳພາ​ຂອງ​ພັກ ກ່ຽວກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ ໃນ​ເງື່ອນ​ໄຂ​ພັດທະນາ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ​ຄວາມ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ສາກົນ. ຖັນ​ແຖວ​ພະນັກງານ ​ສະມາຊິກ​ພັກຕ້ອງ​ເຊື່ອ​ປະຊາຊົນ, ​ເຄົາລົບ​ປະຊາຊົນ, ​ໃກ້ຊິດ​ກັບ​ປະຊາຊົນ, ​ເຂົ້າ​ໃຈ​ປະຊາຊົນ, ຮຽນ​ຮູ້​ຈາກ​ປະຊາຊົນ, ອີງ​ໃສ່​ປະຊາຊົນ, ມີ​ຄວາມ​ຮັບຜິດຊອບ​ຕໍ່​ປະຊາຊົນ; ​ແກ້​ໄຂຂໍ້ຂັດຂ້ອງ, ຂໍ້​ສະ​ເໜີ​ແນະທີ່​ຖືກຕ້ອງ​ຂອງ​ປະຊາຊົນ ​ແລະ ການ​ຮ້ອງທຸກ ການ​ກ່າວ​ຫາ​ຂອງ​ພົນລະ​ເມືອງ ​ຢ່າງ​ທັນ​ການ​ແລະ​ມີປະສິດທິ​ຜົນ; ພ້ອມ​ກັນ​ນັ້ນ, ສືບ​ຕໍ່ຫັນ​ສາຍ​ພົວພັນ“ພັກ​ນຳພາ, ລັດ​ຄຸ້ມ​ຄອງ, ປະຊາຊົນ​ເປັນ​ເຈົ້າ​ຂອງ” ​ເປັນ​ນິຕິ​ກຳ, ​ເປັນອັນ​ລະອຽດ, ​ໂດຍ​ສະ​ເພາະ​ແມ່ນ ​ເນື້ອ​ໃນ​ປະຊາຊົນ​ເປັນ​ເຈົ້າ​ຂອງ ​ແລະ ທິດ​ນຳ “ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫາລື, ປະຊາຊົນ​ເຮັດ​, ປະຊາຊົນ​ກວດກາ”; ຮັບປະກັນ​ໃຫ້​ປະຊາຊົນ​ເຂົ້າ​ຮ່ວມ​ໃນທຸກ​ຂອດ​ຂອງ​ຂະ​ບວນການ​ວາງ​ຂໍ້​ຕົກລົງ​ທີ່​ກ່ຽວຂ້ອງ​ກັບ​ຜົນ​ປະ​ໂຫຍ​ດ​ແລະ​ຊີວິດ​ຂອງ​ປະຊາຊົນ, ນັບ​ແຕ່​ການສະ​ເໜີ​ຂໍ້​ຄິດ​ລິ​ເລີ່​ມ, ​ເຂົ້າ​ຮ່ວມ​ໃນ​ການ​ສົນທະນາ, ການ​ໂຕ້​ວາທີ ຈົນ​ເຖິງ​ການ​ຕິດຕາມກວດກາການ​ຈັດ​ຕັ້ງປະຕິບັດ. ​ເພີ່ມ​ທະວີ​ແລະ​ປ່ຽນ​ແປງ​ໃໝ່, ຍົກສູງຄຸນນະພາ​ບແລະປະສິດທິຜົນວຽກງານຂົນຂວາຍປະຊາຊົນຂອງ​ບັນດາ​ອົງການ​ຂອງ​ລັດ; ປະຕິບັດ​ກົດ​ລະບຽບ​ການ​ຂົນຂວາຍ​ປະຊາຊົນ​ຂ​ອງລະບົບ​ການ​ເມືອງ​ຢ່າງ​ເຂັ້ມ​ງວດ; ​ເອົາ​ໃຈ​ໃສ່​ເຖິງ​ການ​ຝຶກ​ອົບຮົມ, ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານທີ່​ເຮັດ​ສະ​ເພາະ​ວຽກ​ງານ​ຂົນຂວາຍ​ປະຊາຊົນ.

​ໄລຍະ​ເວລາ​ການ​ພັດທະນາ​ໃໝ່​ຂອງ​ປະ​ເທດ ດ້ວຍ​ບັນດາ​ໜ້າ​ທີ່​ອັນ​ສຳຄັນ ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່ຮູບ​ແບບ​ການ​ເຕີບ​ໂຕ, ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ການ​ເຊື່ອມ​ໂຍງ​ສາກົນຢ່າງ​ກວ້າງ​ຂວງ​ເລິກ​ເຊິ່ງນັ້ນ ​ໄດ້​ວາງ​​ໂອ​ກາດ​ແລະ​ສິ່ງ​ທ້າ​ທາຍ​ຫຼາຍຢ່າງ​ໃນ​ການ​ເສີມ​ຂະຫຍາຍທຸກ​ແຫຼ່ງພະລັງ​ແລະ​ທຸກ​ທ່າ​ແຮງ​ສ້າງສັນ​​ໃນ​ປະຊາຊົນ, ​ເພື່ອ​ສ້າງ​ການ​ເຄື່ອນ​ໄຫວອັນໃຫຍ່ຫຼວງ​ໃນ​ການ​ສ້າງສາ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ພ້ອມ​ກັບ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ທີ່​ພວມ​ເກີດ​ຂຶ້ນ​ຢ່າງ​ແຂງ​ແຮງ, ລະດັບ​ປັນຍາ​ຄວານ​ຮູ້​ຂອງ​ປະຊາຊົນ​ສູງ​ຂຶ້ນ, ສະຕິ​ຮູ້ສຶກ​ແລະ​ບົດບາດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ​ນັບ​ມື້​​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ບັນດາ​ພາຫະນະ​ສື່ມວນ​ຊົນ ​ເຄືອ​ຂ່າຍ​ສັງຄົມ​ມີ​ຄວາມ​ຫຼາກ​ຫຼາບ ​ແລະກະທົບ​ໂດຍ​ກົງ​ຕາມ​ຫຼາຍ​ມິ​ຕິ; ບັນດາ​ອິດ​ທິກຳລັງ​ສັດຕູ​ແລະ​ພວກ​ຄົນ​ທີ່​ບໍ່​ດີ ພວມ​ເຄື່ອນ​ໄຫວ​ມ້າງ​ເພ​ທຳລາຍ​ຢ່າງ​ດຸ​ເດືອດ, ​ແນບ​ນຽນ... ມັນຮຽກຮ້ອງໃຫ້ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຂອງ​ພັກ​ຕ້ອງ​ໄດ້​ຮັບ​ການ​ປ່ຽນ​ແປງ​​ໃໝ່ຢ່າງ​ບໍ່​ຢຸດ​ຢັ້ງ, ສຸມ​ໃສ່​ບາງ​ໜ້າ​ທີ່, ວິທີ​ແກ້​ໄຂ​ຕົ້ນ​ຕໍ່​ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ສືບ​ຕໍ່​ສ້າງ​ໃຫ້​ມີ​ການ​ປ່ຽນ​ແປງຢ່າງ​ແຂງ​ແຮງ​ໃນ​ຄວາມ​ຮັບ​ຮູ້​ແລະ​ການ​ກະທຳ​ ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ ຂອງ​ຄະນະ​ພັກ​ແລະ​ລະບົບ​ການ​ເມືອງ​ທຸກ​ຂັ້ນ, ກາຍ​ເປັນ​ການ​ກະທຳ​ຕົວ​ຈິງ ຕິດກັບ​ພາລະ​ບົດບາດ, ໜ້າ​ທີ່​ຂອງ​ແຕ່​ລະ​ສຳນັກງານ ​ອົງການຈັດ​ຕັ້ງ, ບຸກຄົນ​ໃນ​ລະບົບ​ການ​ເມືອງ; ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ປະຊາຊົນ​ ໃນ​ການ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ພັກ​ແລະ​ລັດ​ໃຫ້​ສະອາດ​ແອດ​ໃສ, ໝັ້ນຄົງ​ເຂັ້ມ​ແຂງ. ຍູ້​ແຮງ​ວຽກ​ງານ​ໂຄສະນາ, ນຳ​ໃຊ້​ພາຫະນະ​ສື່​ມວນຊົນ​ແລະ​​ເຄື​ອຂ່າຍ​ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ… ປ່ຽນ​ແປງ​ໃໝ່​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ຕາມ​ທິດ​ແທດ​ຈິງ, ປະດິດ​ສ້າງ, ​ມຸ່ງໄປ​ສູ່​ເປົ້າ​ໝາຍ​ຄວາມ​ເປັນ​ເອກະ​ພາບ, ປັບປຸງ​ຄວາມ​ເຊື່ອ​ໝັ້ນ​ຂອງ​ປະຊາຊົນ​ຕໍ່​ພັກ​ແລະ​ລັດ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ຂອງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ປວງ​ຊົນ​ທັງ​ຊາດ.

ທີ​ສອງ, ສຸມ​ໃສ່​ປະຕິວັດ​ເປັນ​ຢ່າງ​ດີ ວຽກ​ງານຂົນຂວາຍ​ປະຊາຊົນ​ຂອງບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ລັດ ຕາມ​ບົດ​ສະຫຼຸບ​ເລກທີ 114-KL/TW, ວັນ​ທີ 14-7-2015, ຂອງ​ຄະນະ​ເລຂາທິການ ​ແລະ ຄຳ​ສັ່ງ​ເລກທີ 16/CT-TTg, ວັນ​ທີ 16-5-2016, ຂອງ​ນາຍົກລັດຖະມົນຕີ, ​ເຊິ່ງຈຸດ​ໜັກ​ແມ່ນ: ຍົກ​ສູງ​ຄຸນ​ນະພາ​ບ, ​ເສີມ​ຂະຫຍາຍ​ບົດບາດ, ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ໃນ​ການສ້າງ, ປະກາດ​ໃຊ້, ຈັດ​ຕັ້ງ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ແລະ​ກົດໝາຍ​ຂອງ​ລັດ ບົນ​ພື້ນຖານຮັບປະກັນ​ຄວາມ​ກົມກຽວທາງ​ດ້ານ​ຜົນ​ປະ​ໂຫຍ​ດ​ລະຫວ່າງລັດ, ວິ​ສາ​ຫະກິດ ​ແລະ ​ປະຊາຊົນ, ລະຫວ່າງ​ບັນດາ​ເຂດ ພາກພື້ນ, ​ເອົາ​ໃຈ​ໃສ່​ເຖິງຜູ້​ດ້ອຍ​ໂອກາດ​ໃນ​ສັງຄົມ; ​ແກ້​ໄຂການ​ເຮັດ​ແບບ​ຜິວ​ເຜີນ​ຮູບ​ນອກ​ໃນ​ການ​ເຄື່ອນ​ໄຫວພົບ​ປະ​ຕິດ​ຕໍ່​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ, ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ, ພົບ​ປະຕິ​ດຕໍ່​ກັບ​ປະຊາຊົນ, ສົນທະນາ, ​ແກ້​ໄຂການ​ຮ້ອງທຸກ, ການ​ກ່າວ​ຫາ ການຮ້ອງຟ້ອງ​ຂອງ​ປະຊາຊົນ. ປະຕິບັດຕາມ​​ລະບຽບການ​ກ່ຽວ​ກັບຈັນ​ຍາ​ບັນ​ການ​ບໍລິການ​ສາທາລະນະ ສົມທົບ​ກັບ​ການ​ເພີ່ມ​ທະວີ​ວຽກ​ງານ​ກວດກາ ກວດ​ສອບ; ຊຸກຍູ້​​ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ແລະ​ຕຸລາການ ຕິດ​ກັບ​ການ​ຍົກ​ສູງສະຕິ​ຮັບ​ໃຊ້​ປະຊາຊົນ; ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ແບບຢ່າງ​ຂອງ​​ພະນັກງານ ສະມາຊິກ​ພັກ, ​ໂດຍ​ສະ​ເພາະ​ແມ່ນ​ພະນັກງານລະດັບ​ຍຸດ​ທະ​ສາດ, ຜູ້​ເປັນ​ຫົວໜ້າ, ພະນັກງານ ລັດຖະກອນ ພາລະ​ກອນ, ກຳລັງ​ປະກອບ​ອາວຸດ​ທີ່​ຕິດ​ຕໍ່​ພົວພັນ​ໂດຍ​ກົງ​ກັບ​ປະຊາຊົນ.

ທີ​ສາມ, ຈັດ​ຕັ້ງປະຕິບັດ​ເປັນ​ຢ່າງ​ດີ​ ກົດ​ລະບຽບກ່ຽວ​ກັບ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ ຕາມ​ຄຳ​ສັ່ງ​ເລກທີ 30-CT/TW ​ແລະ ບົດ​ສະຫຼຸບ​ເລກທີ 120-KL/TW ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ(13); ຄົ້ນຄວ້າ​ຄວາມ​ສາມາດ​​ໃນ​ການສ້າງ​ແລະ​ປະກາດ​ໃຊ້​ ກົດໝາຍ​ກ່ຽວ​ກັບການ​ປະຕິບັດ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ. ​ເພີ່ມ​ທະວີ​ການ​ສົນທະນາ​ແລະ​ພົວພັນ​ຕິດ​ຕໍ່​ກັບ​ປະຊາຊົນ, ລົ​ງ​ໃກ້ຊິດ​ກັບ​ຮາກ​ຖານ, ຮັບ​ຟັງ​ຄວາມ​ຄິດ​ຈິດ​ໃຈ ຄວາມ​ປາ​ຖະໜາ​​ຂອງ​ປະຊາຊົນ, ​ແກ້​ໄຂ​ຄວາມ​ຕ້ອງການ​ອັນ​ຊອບ​ທຳ ຖືກ​ກົດໝາຍ​ຂອງ​ປະຊາຊົນ​ຢ່າງ​ທັນ​ການ; ​ແກ້​ໄຂ​ຜ່ານ​ຜ່າໂດຍ​ໄວສະຖານະ​ການທີ່​ຊັກ​ຊ້າ​ ຫຼື​ບໍ່ກຳ​ໄດ້ສະພາບ​ການ, ວິວັດທະນາ​ການ​ທາງ​ຈິດຕະສາດ​ແລະ​ແນວຄິດຂອງ​ປະຊາຊົນ. ສຸມ​ໃສ່​ຈັດການ​ແກ້​ໄຂ​ຢ່າງ​ຮີບ​ດ່ວນ, ​ເດັດຂາດ, ທັນ​ການ ຕໍ່​ບັນດາ​ບັນຫາຮ້ອນ​ເຄືອງ​ທີ່​ພົວພັນ​​ໂດຍ​ກົງກັບ​ຊີວິດຂອງ​ປະຊາຊົນ, ບັນດາ​ຄະດີ​ຮ້ອງ​ຟ້ອງທີ່​ພົວພັນ​ເຖິງຫຼາຍ​ຄົນ​ແລະ​ແກ່ຍາວ, ຫຼີກ​ລ້ຽງ​ບໍ່​ໃຫ້​ "ຈຸດ​ຮ້ອນ" ທາງ​ດ້ານ​ຄວາມປອດ​ໄພ​ແລະຄວາມ​ເປັນ​ລະບຽບ​ທາງສັງຄົມ ​ເກີດ​ຂຶ້ນ​ແລະ​ແຜ່​ກວ້າງ​ອອກ.

ທີ​ສີ່, ຕ້ອງ​ເສີມ​ຂະຫຍາຍ​ບົດບາດທີ່​ຕັ້ງໜ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ເນື້ອ​ໃນ, ​ແບບ​ວິທີ​ການ​ເຄື່ອນ​ໄຫວ​ແລະ​ການຈັດ​ຕັ້ງຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ ​ແລະ ບັນດາ​ສະມາຄົມ​ຂອງ​ມະຫາຊົນ ຕາມ​ທິດ​ມີ​ຈຸດ​ໜັກ​ໃຈ​ກາງ, ​ແທ້​ຈິງ ​ແລະ​ມີ​ປະສິດທິ​ຜົນ​ຫຼາຍ​ກວ່າ​ເກົ່າ; ປັບປຸງບູ​ລະນະກົນ​ໄກ​ເພື່ອຍົກ​ສູງ​ປະສິດທິ​ຜົນ​​ການ​ຕິດ​ຕາມ​ກວດກາ ​ແລະ ວິຈານ​ສັງຄົມ​ຂອງ​ປະຊາຊົນ ຜ່ານ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ. ​ເອົາ​ໃຈ​ໃສ່​ເຖິງ​ການ​ຄັດ​ເລືອກ, ຝຶກ​ອົບຮົມ, ບຳລຸງ​ສ້າງ ​ແລະ​ມີ​ກົນ​ໄກ, ນະ​ໂຍບາຍປຸກລະດົມ​ຖັນ​ແຖວ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ແນວ​ໂຮມ, ສະມາຄົມ​ມະຫາຊົນ​ ແລະ​ວຽກ​ງານ​ຂົນຂວາຍ​ປະ​ຊາ​ຊົນ; ​ເດັດຂາດຈະ​ບໍ່​ແຕ່ງ​ຕັ້ງ​ພະນັກງານ​ທີ່​ບໍ່​ເປັນ​ແບບຢ່າງ, ມີສິນ​ທຳ​​ບໍ່​ດີ, ລະ​ເມີດ​ວິ​ໄນ ​ໄປ​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ.

ທີ​ຫ້າ, ປະຕິບັດຕາມ​ຫຼັກການ​ສະໝັກ​ໃຈ, ຄຸ້ມ​ຄອງຕົນ​ເອງ, ຮັບປະກັນ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ດຳ​ເນີນ​ງານດ້ວຍ​ຕົນ​ເອງ ​ແລະ ​ປະຕິບັດ​ຕາມ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ​ແລະສອດຄ່ອງ; ລັດ​ພຽງ​ແຕ່​​ໃຫ້​ທຶນ​ເພື່ອ​ປະຕິບັດ​ໜ້າ​ທີ່​ທີ່​ພັກ​ແລະ​ລັດ​ມອບ​ໝາຍ​ໃຫ້ ​ເພື່ອ​ການຈັດ​ຕັ້ງ​ແລະການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສະມາຄົມ​ຂອງ​ມະຫາຊົນ. ຍູ້​ແຮງ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ຈັດ​ຕັ້ງປະຕິບັດ​ເປັນ​ຢ່າງ​ດີ ຂະ​ບວນການ​ແຂ່ງ​ຂົນ​ກັນ”ຂົນຂວາຍ​ປະຊາຊົນ​ເກັ່ງ”, ຕັ້ງໜ້າ​ໂຄສະນາ, ຍ້ອງຍໍ​ຊົມ​ເຊີຍ, ​ແຜ່​ຂະຫຍາຍຕົວ​ແບບ​ແລະ​ແບບຢ່າງ​ກ່ຽວ​ກັບ​ການ​ຂົນຂວາຍ​ປະຊາຊົນ. ຍູ້​ແຮງ​ວຽກ​ງານ​ກໍ່ສ້າງ​ແລະປັບປຸງ​ພັກ, ວຽກ​ງານ​ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຕາມ​ຈິດ​ໃຈ​ຂອງ​ມະຕິ​ຕ່າງໆ​ຂອງກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 4, 6, 7 ສະ​ໄໝ​ທີ XII ​ແລະ​ຕາມ​ເອກະສານ​ຕ່າງໆ​ຂອງ​ພັກທີ່​ມີ​ຄວາມ​ກ່ຽວ​ຂອງ; ຍົກ​ສູງ​ຄວາມ​ຮັບຜິດຊອບ​ແລະ​ຄວາມ​ເປັນ​ແບບຢ່າງ​ຂອງ​ຫົວໜ້າ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ສຳນັກງານອົງການຈັດ​ຕັ້ງ; ຕໍ່ສູ້​ຢ່າງ​ເດັດດ່ຽວ​ກັບ​ທັດສະນະ, ຖ້ອຍ​ທຳນອງ​ທີ່​ຜິດພາດ. ​ເພີ່ມ​ທະວີ​ການ​ປະສານ​ງານ, ຈັດ​ຕັ້ງປະຕິ​ບັດ​ລະບຽບການ​ຂົນຂວາຍ​ປະຊາຊົນ​ຂອງລະບົບ​ການ​ເມືອງ; ສ້າງ​ກົນ​ໄກ​ປະສານ​ງານ​ລະຫວ່າງ​ອຳນາດ​ການ​ປົກຄອງ, ສຳນັກງານ​ອົງການ ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ​ທຸກ​ຂັ້ນ; ຕັ້ງໜ້າ​ໃນ​ການ​ຊຸກຍູ້, ກວດກາ, ຕິດຕາມ​ກວດກາການ​ປະຕິບັດ​ບັນດາ​ມະຕິ, ຄຳ​ສັ່ງ, ຂໍ້​ສະຫຼຸບຂອງພັກ ກ່ຽວ​ກັບ​ວຽກ​ງານ​ຂົນຂວາຍ​ປະຊາຊົນ. ສາມາດ​ເວົ້າ​ໄດ້​ວ່າ, ນັບ​ແຕ່​ເມື່ອ​ຫາ​ກໍ່​ໄດ້ສ້າງ​ຂຶ້ນ, ວຽກ​ງານ​ຂົນຂວາຍ​ປະຊາຊົນ​ໄດ້​ຮັບ​ການຊີ້​ນຳ​ຈາກ​ແນວ​ຄິດ, ທິດ​ສະ​ດີ​ທີ່​ຖືກຕ້ອງ​ຂອງ​ປະທານ​ໂຮ່ຈີ​ມິນ; ພະນັກງານສະມາຊິກ​ພັກ​ທຸກ​ຄົນ​ ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ເປັນ​ປະຈຳ​ຈາກ​ລຸງ​ໂຮ່ ​ເຊິ່ງບໍ່​ພຽງ​ແຕ່​ໄດ້ຝຶກ​ອົບຮົມດ້ວຍຄູ່​ມືອາຊີບ “ຂົນຂວາຍ​ປະຊາຊົນ” ​ເທົ່າ​ນັ້ນ ​ແຕ່​ຍັງ​ໄດ້​ຮ່ຳຮຽນ​ນຳຄຸນສົມບັດ​ສິນ​ທຳ​ອັນ​ຜ່ອງ​ໃສ ​ແລະ​ຄວາມ​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ​ຂອງລຸງ​ໂຮ່. ຄິດ​ເຖິງ​ໂຮ່ຈີ​ມິນ, ​ເພື່ອ​ຈັດ​ຕັ້ງ​ປະຕິບັດຄວາມ​ປາຖະໜາ​ສຸດ​ທ້າ​ຍຂອງ​ເພິ່ນ "ທົ່ວ​ພັກ, ທົ່ວ​ປວງ​ຊົນ​ສາມັກຄີ​ສູ້​ຊົນ​ກໍ່ສ້າງ​ປະ​ເທດ​ຫວຽດນາມ​ໃຫ້​ເປັນ​ປະ​ເທດ​ສັນຕິພາບ, ​ເອກະ​ພາບ, ​ເອກະລາດ, ປະຊາທິປະ​ໄຕ ​ແລະ ຮັ່ງມີ​ເຂັ້ມ​ແຂງ, ແລະ ປະກອບສ່ວນທີ່ສົມກຽດ ເຂົ້າໃນພາລະກິດປະຕິວັດໂລກ" ​ໃຫ້​ປະກົດ​ເປັນ​ຈິງ​ນັ້ນ ​ແມ່ນ​ມີ​ພຽງ​ເສັ້ນທາງ​ດຽວ​ຄື ຕ້ອງ​ຮັກສາ​ສັດທາ​ແລະ​ອີງ​ໃສ່​ປະຊາຊົນ./.

​ໂດຍ ​ເຈືອງ​ທິມາຍ

ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ,

ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ

----------------------------------------

(1), (2) ​ໂຮ່ຈີ​ມິນ:ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ ສື້​ເຖິດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 15, ໜ້າ 621, 622.

(3) ໂຮ່ຈີ​ມິນ:ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 278.

(4) ຕົວຢ່າງ: ບົດ​ຄວາມ “ທົບ​ທວນ​ວຽກ​ງານ​ຂອງພັກ​ກອມ​ມູນິດ​ຫວຽດນາມ” (​ເດືອ​ມັງກອນ​ປີ 1949, ນາມ​ປາກກາ X.Y.Z), “ຈົດໝາຍ​ເຖິງ​ພະນັກງານ, ທະຫານ​ລາດ​ກອງ​ຫຼອນ ​ໂຮງຮຽນ ​ເລ​ບິ່ງ ຊຸດ​ທີ 2” (ໜັງສືພິມ ທະຫານ​ກອງ​ຫຼອນ, ​ປີ​ໃໝ່ ປີ​ສະຫຼູ 1949), “ຈົດໝາຍ​ເຖິງ​ອ້າຍ​ເອື້ອຍ​ນ້ອງຜູ້​ອອກ​ແຮງ​ງານ​ທົ່ວ​ປະ​ເທດ” (ໜັງສືພິມ ສື້​ເທິ​ດ, ວັນ​ທີ 1-5-1949), ​ເລື່ອງສັ້ນ “ການ​ນອນ​ຫຼັບ​ສິບ​ປີ” ພາຍ​ໃຕ້​ນາມ​ປາກກາ ​ເຈິ່ນລຶກ (ພິມ​ຈຳ​ໜ່າຍ​ໂດຍ ສູນ​ກາງ​ແນວ​ໂຮມ​ຫວຽດມິນ), ບົດ​ຄວາມ “ດຸ​ໝັ່ນ ປະຢັດ ຊື່ສັດ ທ່ຽງ​ທຳ” ນາມ​ປາກກາ ​ເລ ກວ້ຽດຖັງ (ໜັງສືພິມ ກູ້​ຊາດ), “ຄຳ​ຮຽກຮ້ອງ​​ໃຫ້​ທຸກ​ຄົນແຂ່ງຂັນ​ ເພື່ອ​ກະ​ກຽມ​ຕ່າວ​ໂຈມ​ຕີ​ຂະໜາດ​ໃຫຍ່” (ໜັງສືພິມສື້​ເທິ​ດ, ວັນ​ທີ 1-8-1949), ບົດ​ຄວາມ “ຖອດ​ຖອນ​ບົດຮຽນ, ​ແລກປ່ຽນ​ບົດຮຽນ” ພາຍ​ໃຕ້​ນາມ​ປາກກາ A.G (ໜັງສືພິມສື້​ເທິ​ດ, ວັນ​ທີ 31-10-1949), “ຈົດໝາຍ​ເຖິງ​ກອງ​ປະຊຸມພະນັກງານ​ສະມາຄົມຊາວນາ​ກູ້​ຊາດ​ທົ່ວ​ປະ​ເທດ” (​ເດືອນ​ພິຈິກ​ປີ 1949), “ຈົດໝາຍ​ເຖິງ​ພະນັກງານ​ຂົນຂວາຍ​ປະຊາຊົນ”...

(5) ໂຮ່ຈີ​ມິນ:ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 2, ໜ້າ 19.

(6) ໂຮ່ຈີ​ມິນ:ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 6, ໜ້າ 278.

(7) ໂຮ່ຈີ​ມິນ:ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 278.

(8), (9) ໂຮ່ຈີ​ມິນ:ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 191 - 192, 166.

(10) ໂຮ່ຈີ​ມິນ:ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 191 - 192.

(11) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ VIII, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1996, ໜ້າ 73.

(12) ຂໍ້​ຕົກລົງ​ເລກທີ 05-QĐ/TW, ວັນ​ທີ 27-8-1991, ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ.

(13) ຄຳ​ສັ່ງ​ເລກທີ 30-CT/TW, ວັນ​ທີ 18-2-1998, ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກສະ​ໄໝ​ທີ VIII, “ກ່ຽວ​ກັບ​ການ​ສ້າງ​ແລະ​ຈັດ​ຕັ້ງ​ປະຕິບັດ​ກົດລະບຽບກ່ຽວ​ກັບ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ”; ບົດ​ສະຫຼຸບ​ເລກທີ 120-KL/TW, ວັນ​ທີ 7-1-2016, ຂອງກົມ​ການ​ເມືອງ​ສູນ​ກາງ​ພັກ​ສະ​ໄໝ​ທີ່ XI, “ກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ແລະ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ການ​ສ້າງ​ແລະ​ຈັດ​ຕັ້ງ​ປະຕິບັດ ກົດ​ລະບຽບ​ກ່ຽວ​ກັບ​ປະຊາທິປະ​ໄຕ​ຢູ່​ຮາກ​ຖານ”.

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານກອມ​ມູນິດ ສະບັບ​ທີ 927 (​ເດືອນ​ກັນຍາ​ປີ 2019).

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ