ວັນເສົາ, 14/12/2019
40 ປີແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ
24/11/2015 10:14' ສົ່ງ ພິມ
ສະເຫຼີມສະຫຼອງວັນຊາດລາວ ຄົບຮອບ 40 ປີ (ພາບ: pasaxon.org.la.)

ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສປປ ລາວ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ ປະຊາຊົນລາວບັນດາເຜົ່າ ໄດ້ອອກເຫື່ອເທແຮງ ພ້ອມພຽງກັນສຸມໃສ່ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດອັນແສນຮັກຂອງຕົນ ຢ່າງມີຜົນສຳເລັດໃນຫຼາຍດ້ານ ອັນໄດ້ເຮັດໃຫ້ລະດັບຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.

ພັກເຮົານຳພາປົກປັກຮັກສາ ແລະ ສ້າງສາປະເທດຊາດ ດ້ວຍການວາງແນວທາງ ແຜນນະ ໂຍບາຍໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ຂອງປະເທດຊາດ ໃນແຕ່ລະໄລຍະ. ເປົ້າໝາຍຍຸດທະສາດ ແລະ ແນວທາງ ນະໂຍບາຍຂອງພັກເຮົາ ໃນການສ້າງສາພັດທະນາປະເທດຊາດ ໄດ້ປະກົດເດັ່ນຂຶ້ນໃນກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 3, ສະໄໝທີ II ໃນປີ 1975 ເປັນຕົ້ນມາ ເຊິ່ງໄດ້ວາງໜ້າທີ່ສະເພາະໜ້າ ຂອງການປະຕິວັດຄື: ເພີ່ມທະວີຄວາມສາມັກຄີ​ປະຊາຊົນບັນດາເຜົ່າ ບົນພື້ນຖານພັນທະພາບກຳມະກອນ-ຊາວນາ ພາຍໃຕ້ການນຳພາຂອງພັກ, ເພີ່ມທະວີກຳລັງ ການປະຕິວັດໃຫ້ເຂັ້ມແຂງ, ປົກປັກຮັກສາປະເທດຊາດ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບ ຂອງບ້ານເມືອງ, ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ເປັນປົກກະຕິ ແລະ ດີຂຶ້ນຢ່າງບໍ່ຢຸດຢັ້ງ, ດັດສ້າງ ແລະ ກໍ່ສ້າງພື້ນຖານທຸກດ້ານ ເພື່ອກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ, ສ້າງປະເທດລາວເຮົາ ໃຫ້ມີສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ສັງຄົມນິຍົມ. ກອງປະຊຸມ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, ສະໄໝທີ II ໃນປີ 1979 ໄດ້ສືບຕໍ່ເນັ້ນຈຸດພິເສດ ຂອງການປະຕິວັດໃນສະໄໝໃໝ່ຄື: ປະເທດ ລາວຂ້າມຜ່ານ ເພື່ອກ້າວຂຶ້ນສັງຄົມນິຍົມ ໃນເງື່ອນໄຂ ເສດຖະກິດການຜະລິດຂະໜາດນ້ອຍ ​ແລະ ລັກສະນະ ທຳມະຊາດກວມເອົາສ່ວນໃຫຍ່. ໄລຍະຂ້າມຜ່ານນີ້ ປະເທດເຮົາມີ 5 ພາກສ່ວນເສດຖະກິດຄື: ເສດຖະກິດ ຂອງລັດ, ເສດຖະກິດລວມໝູ່, ເສດຖະກິດທຶນນິຍົມແຫ່ງລັດ, ເສດຖະກິດເອກະເທດ​ ແລະ ເສດຖະກິດ ເອກະຊົນ, ໃນນັ້ນ ເສດຖະກິດຂອງລັດ ແລະ ລວມໝູ່ເປັນເຈົ້າພາທາງ. ກອງປະຊຸມສູນກາງຄັ້ງນີ້ ໄດ້ໝູນໃຊ້ ນະໂຍບາຍເສດຖະກິດແຜນໃໝ່ (NEP) ຂອງເລນິນ ເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ ໂດຍຖືສຳຄັນກົດເກນມູນຄ່າ, ດັດປັບການຄຸ້ມຄອງເສດຖະກິດ ດ້ວຍຮູບການຕ່າງໆ, ເປີດກວ້າງສິດ ເປັນເຈົ້າໃນການດຳເນີນທຸລະກິດ ແລະ ການຜະລິດເປັນສິນຄ້າ.

ກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ (27-29/4/1982) ໄດ້ກຳນົດຍຸດທະສາດ ໃນການພັດທະນາ ເສດຖະກິດ - ສັງຄົມ ຄື: ຕ້ອງດຳເນີນການປະຕິວັດ 3 ປະການໄປພ້ອມໆກັນ, ໃນນັ້ນ ການປະຕິວັດ ການພົວພັນການຜະລິດ ມີລັກສະນະໄຂຊ່ອງທາງ ໃຫ້ກຳລັງການຜະລິດຂະຫຍາຍຕົວ, ການປະຕິວັດ ເຕັກນິກວິທະຍາສາດ ເປັນຂໍກຸນແຈຕົ້ນຕໍ ແລະ ການປະຕິວັດວັດທະນາທຳ - ແນວຄິດ ໄປກ່ອນກ້າວໜຶ່ງ; ຂຸດຄົ້ນ ແລະ ເສີມຂະຫຍາຍທຸກຄວາມອາດສາມາດບົ່ມຊ້ອນ ຂອງປະເທດຊາດ ໂດຍຖືເອົາກະສິກຳ-ປ່າໄມ້ ເປັນພື້ນຖານໃຫ້ແກ່ ການຂະຫຍາຍອຸດສາຫະກຳ, ດັດສ້າງເສດຖະກິດທຳມະຊາດ, ນຳເອົາການຜະລິດນ້ອຍ ກ້າວສູ່ການຜະລິດໃຫຍ່ ສັງຄົມນິຍົມເທື່ອລະກ້າວ, ຖືເອົາການຫັນເປັນອຸດສາຫະກຳສັງຄົມນິຍົມ ເປັນໜ້າທີ່.​ໃຈກາງ ຂອງສະໄໝຂ້າມຜ່ານ.

ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ (13-15/11/1986) ໄດ້ເນັ້ນໜັກເຖິງບັນຫາການປ່ຽນແປງ​​​​ໃໝ່ດ້ານຈິນຕະນາການ, ດັດແປງກົນໄກຄຸ້ມຄອງເສດຖະກິດ ໂດຍລົບລ້າງກົນໄກຄຸ້ມຄອງແບບລວມສູນ ອາຍາສິດ, ບໍລິຫານເກື້ອກູນຢ່າງຂາດຕົວ ແລະ ເດັດດ່ຽວປະຕິບັດກົນໄກໄລ່ລຽງທຸລະກິດ, ປ່ຽນແປງໃໝ່ນະໂຍບາຍເສດຖະກິດ, ຫັນຈາກເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດ ໄປສູ່ເສດຖະກິດສິນຄ້າ, ຂະຫຍາຍເສດຖະກິດຫຼາຍພາກສ່ວນ ດ້ວຍຫຼາຍຮູບການກຳມະສິດ, ຫຼາຍຮູບການຈັດຕັ້ງການຜະລິດ - ທຸລະກິດ ເຊິ່ງໃນນັ້ນ ທຸກພາກສ່ວນເສດຖະກິດ ລ້ວນແຕ່ມີຄວາມສະເໝີພາບ ຕໍ່ໜ້າກົດໝາຍ, ເປີດກວ້າງການພົວພັນຮ່ວມມື ກັບຕ່າງປະເທດ ເພື່ອຊຸກຍູ້ຂະບວນວິວັດ ແຫ່ງການຂະຫຍາຍເສດຖະກິດແຫ່ງຊາດ ໃຫ້ໄວຂຶ້ນ ແລະ ສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ.

ກອງປະຊຸມໃຫຍ່ຄັ້ງທີ V ຂອງພັກ (27-29/3/1991) ໄດ້ຢືນຢັນສືບຕໍ່ພາລະກິດປ່ຽນແປງໃໝ່​ຢ່າງຮອບດ້ານ, ເພີ່ມທະວີຄວາມສາມັກຄີເປັນອັນໜຶ່ງອັນດຽວ ຂອງປວງຊົນລາວທັງຊາດ ບົນພື້ນຖານ ພັນທະພາບກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນ ພາຍໃຕ້ການນຳພາຂອງພັກ... ແລະ ໄດ້ໃຫ້ຄວາມສຳຄັນເປັນພິເສດ ຕໍ່ການປ່ຽນແປງໃໝ່ ໃນລະບົບການເມືອງ ໂດຍສະເພາະແມ່ນ ການປ່ຽນແປງໃໝ່ວຽກງານກໍ່ສ້າງພັກ ແນໃສ່ເພີ່ມທະວີຄວາມສາມາດ ແລະ ຄຸນນະພາບ ໃນການນຳພາຂອງພັກ. ອັນພົ້ນເດັ່ນໃນກອງປະຊຸມຄົບຄະນະ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ V ຂອງພັກ ໄດ້ພິຈາລະນາຮ່າງລັດຖະທຳມະນູນ ສະບັບທຳອິດຂອງ ສປປ ລາວ; ກອງປະຊຸມຄັ້ງທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ຮັບຮອງເອົາ ລັດຖະທຳມະນູນດັ່ງກ່າວ ແລະ ໄດ້ປະກາດໃຊ້ໃນ ວັນທີ 15 ສິງຫາ 1991, ຮັບຮອງເອົາກົດໝາຍວ່າດ້ວຍການເລືອກຕັ້ງ ສະບັບປັບປຸງໃໝ່. ນັ້ນແມ່ນການຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ ກ່ຽວກັບການສ້າງລັດແບບໃໝ່: ລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ເຊິ່ງເປັນການເປີດສາກການຄຸ້ມຄອງລັດ ດ້ວຍລະບຽບກົດໝາຍເທື່ອລະກ້າວ. ຈາກນັ້ນ ກອງປະຊຸມຄົບຄະນະ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, 8, 9 ສະໄໝທີ V ໄດ້ສືບຕໍ່ພິຈາລະນາຮັບຮອງເອົາ ມະຕິກ່ຽວກັບການພັດທະນາຊັບພະຍາກອນມະນຸດ, ມະຕິກ່ຽວກັບການພັດທະນາຊົນນະບົດ ແລະ ທັດສະນະຂອງພັກ ຕໍ່ວຽກງານວັດທະນະທຳໃນໄລຍະໃໝ່.

ກອງປະຊຸມໃຫຍ່ຄັ້ງທີ VI ຂອງພັກ (18-21/3/1996) ໄດ້ກຳນົດຈຸດໝາຍພັດທະນາປະເທດຊາດ ໃນໄລຍະຍາວ ຮອດປີ 2020, ສູ້ຊົນເຮັດໃຫ້ປະເທດເຮົາຫລຸດພົ້ນຈາກສະພາວະດ້ອຍພັດທະນາ, ເສດຖະກິດ - ສັງຄົມມີການພັດທະນາ ແລະ ມີການປ່ຽນແປງໃໝ່ ດ້ວຍລະດັບຕ່າງກັນກັບສະພາບປັດຈຸບັນຄື: ການຜະລິດກະສິກຳ ແລະ ອຸດສາຫະກຳມີການຂະຫຍາຍຕົວ ແລະ ມີບາງດ້ານທັນສະໄໝ, ຊີວິດການເປັນຢູ່ ທາງດ້ານວັດຖຸ ແລະ ວັດທະນະທຳ ຂອງປະຊາຊົນເປັນປົກກະຕິ ແລະ ມີຄຸນນະພາບສູງຂຶ້ນ, ພົນລະເມືອງໄດ້ຮັບການສຶກສາ ແລະ ບໍລິການດ້ານສາທາລະນະສຸກ ຢ່າງທົ່ວເຖິງ, ວັດທະນະທຳອັນດີງາມຂອງຊາດ ໄດ້ຮັບການເສີມຂະຫຍາຍຢ່າງອຸດົມຮັ່ງມີ, ດ້ານສະຫວັດດີການສັງຄົມອັນພື້ນຖານ ມີການຮັບປະກັນ, ມີບຸກຄະລາກອນ ແລະ ກຳລັງແຮງງານ ທີ່ມີຄວາມສາມາດຕອບສະໜອງ ຄວາມຕ້ອງການພື້ນຖານ ຂອງການພັດທະນາປະເທດຊາດ, ສັງຄົມມີຄວາມສະຫງົບສຸກ, ລະບົບການເມືອງປະຊາທິປະໄຕປະຊາຊົນ ທີ່ມີພັກເປັນແກນນຳ ມີຄວາມໜັກແໜ້ນ-ເຂັ້ມແຂງ, ປະເທດເຮົາມີການພົວພັນຮ່ວມມືອັນກວ້າງຂວາງກັບສາກົນ ແລະ ສາມາດຂະຫຍາຍຕົວ ເຈືອຈານເຂົ້າກັບທ່າອ່ຽງລວມ ຂອງຍຸກສະໄໝ. ໄລຍະ 1996-2000 ແມ່ນສູ້ຊົນຮັບປະກັນ ໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ໃນລະດັບ 8-8,5% ຕໍ່ປີ, ຮອດປີ 2000 ລາຍໄດ້ສະເລ່ຍໃສ່ຫົວຄົນ ໃຫ້ໄດ້ 500 ໂດລາສະຫະລັດ, ສ້າງກິດຈະການພື້ນຖານຈຳນວນໜຶ່ງ ໃຫ້ເປັນໜໍ່ແໜງສຳລັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໃນຂັ້ນຕໍ່ໄປ, ແກ້ໄຂຄວາມອຶດຢາກຂາດເຂີນ ແລະ ຄວາມທຸກຍາກຂອງປະຊາຊົນ ໃນບໍລິເວນຈຸດສຸມຈຳນວນໜຶ່ງ ດ້ວຍການພັດທະນາຊົນນະບົດຮອບດ້ານ. ກອງປະຊຸມຄົບຄະນະ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 4, 6, 8 ສະໄໝທີ VI ໄດ້ຄົ້ນຄວ້າປຶກສາຫາລື ກ່ຽວກັບການປັບປຸງກົນໄກເສດຖະກິດຕະຫຼາດ ທີ່ມີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕາມທິດກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໄຈ ກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ; ໄດ້ສະຫລຸບຕີລາຄາ ແລະ ກຳນົດທິດທາງ ກ່ຽວກັບການປັບປຸງລະບົບອຳນາດລັດ ແລະ ວຽກງານພະນັກງານ ໃນຕໍ່ໜ້າ, ຄົ້ນຄວ້າປຶກສາຫາລື ກ່ຽວກັບການຜ່ານຜ່າຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຂອງປະເທດ; ຄົ້ນຄວ້າ ແລະ ໃຫ້ທິດທາງເບື້ອງຕົ້ນ ກ່ຽວກັບການສ້າງແຜນຍຸດທະສາດ ໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາຮອດປີ 2020.

ກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກ (6-10/3/2001) ໄດ້ວາງແນວທາງ ສືບຕໍ່ພາລະກິດປ່ຽນແປງໃໝ່, ຕີລາຄາການສ້າງລະບອບໃໝ່ໃນ 25 ປີ ແລະ ດຳເນີນພາລະກິດປ່ຽນແປງໃໝ່ ໃນ 15 ປີຜ່ານມາ, ພ້ອມທັງໄດ້ກຳນົດທິດທາງ ແລະ ຄາດໝາຍສູ້ຊົນ ແຫ່ງການບູລະນະ ລະບອບປະຊາທິປະໄຕປະຊາຊົນ ສຳລັບໄລຍະຮອດປີ 2020, 2010 ແລະ 2005 ຢ່າງເປັນລະບົບ. ສຳລັບໄລຍະປີ 2001-2005 ໄດ້ວາງແນວທາງໃນການພັດທະນາ ໂດຍຖືເອົາການສ້າງສາພັດທະນາເສດຖະກິດ ເປັນໜ້າທີ່ໃຈກາງ, ຕິດພັນກັບການແກ້ໄຂບັນຫາສັງຄົມ ແລະ ການພັດທະນາຄົນລາວໃຫ້ມີຄວາມກ້າວໜ້າ ໄປພ້ອມແຕ່ຫົວທີ, ເພີ່ມທະວີບົດບາດນຳພາຂອງພັກ ໃນທຸກຂົງເຂດວຽກງານ ໄປຄຽງຄູ່ກັບການປັບປຸງກົງຈັກລັດ ໃຫ້ມີຄວາມສັກສິດ ແລະ ມີປະສິດທິພາບ, ຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ໃນລະດັບສະເລ່ຍບໍ່ຫລຸດ 7% ຕໍ່ປີ ທັງມີຄວາມໝັ້ນທ່ຽງ ແລະ ຖືກທິດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ໄດ້ເຄິ່ງໜຶ່ງ ຂອງຈຳນວນຄອບຄົວທຸກຍາກໃນປີ 2001, ຢຸດຕິການຖາງປ່າເຮັດໄຮ່ປູກເຂົ້າ ໃຫ້ໄດ້ໂດຍພື້ນຖານ ແລະ ຢຸດຕິການປູກຝິ່ນໃຫ້ໄດ້ຢ່າງສິ້ນເຊີງ, ສ້າງກິດຈະການອັນເປັນພື້ນຖານ ໃຫ້ໄດ້ຈຳນວນໜຶ່ງ ເພື່ອກ້າວເຂົ້າສູ່ການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໜ ໃນຂັ້ນຕໍ່ໄປ. ອັນພົ້ນເດັ່ນໃນກອງປະຊຸມຄົບຄະນະ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 4, 6, ສະໄໝທີ VII ໄດ້ກຳນົດທັດສະນະ ກ່ຽວກັບການຫັນເປັນອຸດສາຫະກຳ ແລະ ທັນສະໄໝຢູ່ປະເທດລາວ, ໄດ້ຄົ້ນຄວ້າ ແລະ ກຳນົດທິດທາງ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ຢ່າງຄົບຖ້ວນ.

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ (18-21/3/2006) ໄດ້ສືບຕໍ່ຢືນຢັນຄາດໝາຍສູ້ຊົນກ່ຽວ ກັບການພັດທະນາເສດຖະກິດ ໄລຍະຮອດປີ 2020 ທີ່ກອງປະຊຸມໃຫຍ່ຄັ້ງທີ VI ແລະ VII ວາງອອກ. ພ້ອມນັ້ນກໍໄດ້ວາງຄາດໝາຍສູ້ຊົນ ສຳລັບ 5 ປີ (2006-2010) ໂດຍສຸມໃສ່ຮັບປະກັນໃຫ້ປະເທດເຮົາ ມີສະຖຽນລະພາບອັນໜັກແໜ້ນ, ສ້າງເງື່ອນໄຂອຳນວຍໃຫ້ເສດຖະກິດຂະຫຍາຍຕົວ ໃນລະດັບຕໍ່ເນື່ອງ ແລະ ບັນລຸຄາດໝາຍ 7,5% ຂຶ້ນໄປ ດ້ວຍການພັດທະນາຂະແໜງກະສິກຳ ຕິດແໜ້ນກັບອຸດສາຫະກຳ ແລະ ການບໍລິການ ຢ່າງແຂງແຮງ ແລະ ມີຈຸດສຸມ, ສ້າງໂຄງປະກອບທີ່ມີຄວາມສົມສ່ວນຫຼາຍຂຶ້ນ ແລະ ມີດ້ານທັນສະໄໝ, ເສີມຂະຫຍາຍກຳລັງແຮງ ຂອງທຸກພາກສ່ວນເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ຢ່າງແຂງແຮງ, ຢຸດຕິການຖາງປ່າເຮັດໄຮ່ ຢ່າງສິ້ນເຊີງ ໂດຍມີອາຊີບໃໝ່ປ່ຽນແທນ ທີ່ໝັ້ນຄົງ, ຄອບຄົວທີ່ທຸກຍາກ ໄດ້ຮັບການແກ້ໄຂໂດຍພື້ນຖານ; ປະເທດເຮົາມີພື້ນຖານໂຄງລ່າງ ເສດຖະກິດ-ເຕັກນິກ, ວັດທະນະທຳ, ວິທະຍາສາດ, ບຸກຄະລາກອນທີ່ມີຄຸນນະພາບຈຳນວນໜຶ່ງ ເພື່ອຮອງຮັບການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ; ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ວັດທະນະທຳຂອງປະຊາຊົນ ໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນຕື່ມ; ລາຍໄດ້ສະເລ່ຍຢູ່ໃນລະດັບ 800 ໂດລາສະຫະລັດຕໍ່ຄົນຕໍ່ປີ. ພົ້ນເດັ່ນແມ່ນ ກອງປະຊຸມຄົບຄະນະ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 3, 5, 7 ສະໄໝທີ VIII ໄດ້ຕີລາຄາສະພາບຮອບດ້ານ ຂອງວຽກງານກໍ່ສ້າງຮາກຖານ ໃນໄລຍະຜ່ານມາ ແລະ ສະຫລຸບຖອດຖອນເປັນທິດສຳລັບພັດທະນາ ໃນຊຸມປີຕໍ່ໜ້າ; ສະຫລຸບຕີລາຄາການຈັດຕັ້ງປະຕິບັດ ມະຕິກ່ຽວກັບວຽກງານຊົນເຜົ່າ - ສາສະໜາ ທີ່ພັກວາງອອກໃນປີ 1992 ແລະ ໄດ້ວາງທິດທາງສຳລັບວຽກງານດັ່ງກ່າວ ໃນຊຸມປີຕໍ່ໜ້າ. ພ້ອມກັນນັ້ນ ກໍໄດ້ຄົ້ນຄວ້າ ແລະ ຮັບຮອງເອົາ ມະຕິກ່ຽວກັບວຽກງານສຶກສາ, ສາທາລະນະສຸກ, ຖະແຫຼງຂ່າວ - ວັດທະນະທຳ ແລະ ແຮງງານ ສະຫວັດດີການສັງຄົມ ຂອງປະເທດເຮົາຢ່າງຮອບດ້ານ.

ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ (17-21/3/2011) ໄດ້ຢືນຢັນສືບຕໍ່ພາປະເທດຊາດ ກ້າວຂຶ້ນສູ່ຄວາມມັ່ງຄັ່ງເຂັ້ມແຂງ, ພາປະຊາຊົນໄປສູ່ຄວາມຮັ່ງມີຜາສຸກ ແລະ ສ້າງສັງຄົມເຮົາ ເປັນສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລເປັນກ້າວໆ ພາຍໃຕ້ຄຳຂວັນທີ່ວ່າ: “ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຂອງທົ່ວປວງຊົນລາວ ແລະ ຄວາມເປັນເອກະພາບພາຍໃນພັກ, ເຊີດຊູບົດບາດ ແລະ ຄວາມສາມາດນຳພາຂອງພັກ, ສ້າງບາດກ້າວບຸກທະລຸ ໃນການຈັດຕັ້ງປະຕິບັດ ແນວທາງປ່ຽນແປງ​​ໃໝ່ ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການນຳເອົາປະເທດຊາດ ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ສືບຕໍ່ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ”. ພ້ອມກັນນັ້ນກໍໄດ້ຮັບຮອງເອົາ ຄາດໝາຍໃຫຍ່ທີ່ສຳຄັນຈຳນວນໜຶ່ງ ສຳລັບປີ 2010- 2015 ຄື: ຮັບປະກັນໃຫ້ເສດຖະກິດແຫ່ງຊາດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນ 8% ຂຶ້ນໄປໃນແຕ່ລະປີ ແລະ ເມື່ອຮອດປີ 2015 GDP ສະເລ່ຍຕໍ່ຫົວຄົນ ບັນລຸ 1.700 ໂດລາສະຫະລັດ; ຫັນການພັດທະນາໄປຕາມທິດທີ່ຍືນຍົງ ດ້ວຍການສົມທົບຢ່າງກົມກຽວ ການພັດທະນາທາງດ້ານສັງຄົມ, ວັດທະນະທຳ ໄປສົມຄູ່ກັບການພັດທະນາທາງດ້ານເສດຖະກິດ ແລະ ການຮັກສາສິ່ງແວດລ້ອມ; ດຳເນີນຍຸດທະສາດຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ; ເມື່ອຮອດປີ 2015 ອັດຕາສ່ວນຄອບຄົວທຸກຍາກຍັງເຫຼືອບໍ່ເກີນ 10% ຂອງຈຳນວນຄອບຄົວທັງໝົດ ໃນທົ່ວປະເທດ; ບັນລຸເປົ້າໝາຍສະຫັດສະວັດ ດ້ານການພັດທະນາ (MDGs)... ເພື່ອສ້າງບາດກ້າວບຸກທະລຸ ໃນການພັດທະນາໃຫ້ເປັນຈິງ ຮັບປະກັນໃຫ້ການເຕີບໂຕ ມີຈັງຫວະອັນເໝາະສົມ, ໝັ້ນທ່ຽງ ແລະ ລັກສະນະຍືນຍົງ ພັກເຮົາໄດ້ວາງ 4 ບຸກທະລຸຄື: ໜຶ່ງ: ບຸກທະລຸໃຫ້ໄດ້ທາງດ້ານຈິນຕະນາການ; ສອງ: ບຸກທະລຸຢ່າງແຂງແຮງ ດ້ານການພັດທະນາ ຊັບພະຍາກອນມະນຸດ; ສາມ: ບຸກທະລຸໃນດ້ານການແກ້ໄຂ ລະບອບລະບຽບການບໍລິຫານ, ຄຸ້ມຄອງ ແລະ ສີ່: ບຸກທະລຸດ້ານການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ. ອັນພົ້ນເດັ່ນແມ່ນ ຜັນຂະຫຍາຍທິດນຳຍຸດທະສາດ ກ່ຽວກັບການສ້າງລັດປະຊາທິປະໄຕປະຊາຊົນ ໃຫ້ມີຄວາມໝັ້ນຄົງ ດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ (3 ສ້າງ) ຕິດພັນກັບການສ້າງບາດກ້າວບຸກທະລຸທັງ 4 ດ້ານເຂົ້າສູ່ຕົວຈິງ ເຊິ່ງກໍ່ໃຫ້ເກີດການຫັນປ່ຽນອັນຕັ້ງໜ້າໃນຫຼາຍດ້ານ ຢູ່ທ້ອງຖິ່ນຮາກຖານ.

ເພື່ອຈັດຕັ້ງປະຕິບັດເປົ້າໝາຍ, ຍຸດທະສາດ ແລະ ແນວທາງນະໂຍບາຍດັ່ງກ່າວ ໃຫ້ບັນລຸຜົນເປັນຈິງ, ພັກໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ໃນການຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນງານ, ແຜນການ ແລະ ເປັນໂຄງການຢ່າງລະອຽດ ເຊິ່ງຜ່ານການຈັດຕັ້ງປະຕິບັດ ສາມາດບັນລຸຜົນສຳເລັດອັນໃຫຍ່ຫຼວງ, ເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ຮັບການພັດທະນາຂຶ້ນເປັນກ້າວໆຄື: ໃນໄລຍະປີ 1981-1985 GDP ເພີ່ມຂຶ້ນສະເລ່ຍ 5,5% ຕໍ່ປີ; ປີ 1986-1990 GDP ເພີ່ມຂຶ້ນສະເລ່ຍ 4,5% ຕໍ່ປີ, ປີ 1991-1995 GDP ເພີ່ມຂຶ້ນສະເລ່ຍ 6,4% ຕໍ່ປີ; ປີ 1996-2000 GDP ເພີ່ມຂຶ້ນ ສະເລ່ຍ 6,2% ຕໍ່ປີ, ປີ 2001-2005 GDP ເພີ່ມຂຶ້ນສະເລ່ຍ 6,2% ຕໍ່ປີ; ປີ 2006-2010 GDP ເພີ່ມຂຶ້ນສະເລ່ຍ 7,9% ຕໍ່ປີ, ປີ 2011-2013 GDP ເພີ່ມຂຶ້ນສະເລ່ຍ 8,2% ຕໍ່ປີ ແລະ ຄາດວ່າ ສົກປີ 2014-2015 GDP ຈະຂະຫຍາຍຕົວສະເລ່ຍ 7,6%; ຊີວິດການເປັນຢູ່ ແລະ ລາຍໄດ້ ຂອງປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດ ໄດ້ເພີ່ມຂຶ້ນເທື່ອລະກ້າວ ຄື: ໃນປີ 1975 GDP ສະເລ່ຍມີພຽງ 70-80 ໂດລາສະຫະລັດຕໍ່ຄົນຕໍ່ປີ, ແຕ່ມາຮອດປີ 1985 ເພີ່ມຂຶ້ນເປັນ 114 ໂດລາສະຫະລັດ ຕໍ່ຫົວຄົນ, ໃນປີ 1995 ເພີ່ມຂຶ້ນເປັນ 380 ໂດລາສະຫະລັດຕໍ່ຫົວຄົນ, ປີ 2005 ເພີ່ມຂຶ້ນເປັນ 490 ໂດລາສະຫະລັດຕໍ່ຫົວຄົນ, ປີ 2010 ເພີ່ມຂຶ້ນມາເປັນ 1.069 ໂດລາສະຫະລັດຕໍ່ຫົວຄົນ ແລະ ເມື່ອຮອດປີ 2015 ຄາດວ່າຈະບັນລຸໄດ້ 1.700 ໂດລາສະຫະລັດ ຕາມຄາດໝາຍແຜນການທີ່ວາງໄວ້.

ການຜະລິດກະສິກຳ-ປ່າໄມ້ ມີການຂະຫຍາຍຕົວດີຂຶ້ນ ໂດຍສະເພາະແມ່ນການຜະລິດເຂົ້າ ສາມາດ ສະໜອງໃຫ້ແກ່ສັງຄົມໄດ້ໂດຍພື້ນຖານ ແລະ ມີສ່ວນແຮໄວ້ ເພື່ອເປັນສິນຄ້າ, ໃນປີ 2013 ຜະລິດເຂົ້າໄດ້ປະມານ 3,5 ລ້ານໂຕນ, ທຽບໃສ່ປີ 1980 ການຜະລິດເຂົ້າໄດ້ພຽງແຕ່ 1 ລ້ານໂຕນ. ພື້ນຖານອຸດສາຫະກຳຈຳນວນໜຶ່ງ ໄດ້ຮັບການປັບປຸງ, ກໍ່ສ້າງ ແລະ ພັດທະນາຂຶ້ນເປັນກ້າວໆ, ໃນນັ້ນ ໄດ້ກຳນົດເຂດອຸດສາຫະກຳ ໃນຂອບເຂດທົ່ວປະເທດໄດ້ທັງໝົດ 60 ເຂດ, ມີເນື້ອທີ່ 19.838 ເຮັກຕາ ເພື່ອຈັດສັນລະບົບສາທາລະນຸປະໂພກ ກໍຄືສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ແກ່ໂຮງງານອຸດສາຫະກຳ ໃຫ້ໄດ້ຢ່າງທົ່ວເຖິງ, ທັງມີຄວາມສະດວກໃນການຕິດຕາມ, ກວດກາ, ຄຸ້ມຄອງ, ຊຸກຍູ້ ແລະ ດຶງດູດການລົງທຶນຢ່າງມີຈຸດປະສົງເປົ້າໝາຍ ແລະ ເປັນລະບົບ. ໃນປີ 2004 ທົ່ວປະເທດມີໂຮງງານອຸດສາຫະກຳ - ຫັດຖະກຳທັງໝົດ 25.600 ຫົວໜ່ວຍ, ມາຮອດປີ 2013 ເພີ່ມຂຶ້ນເປັນ 38.117 ຫົວໜ່ວຍ. ການເພີ່ມຂຶ້ນ ຂອງໂຮງງານອຸດສາຫະກຳປຸງແຕ່ງ ໃນໄລຍະຜ່ານມາ ໄດ້ປະກອບສ່ວນສ້າງລາຍຮັບ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ໄດ້ຈຳນວນຫຼາຍແສນຄົນ, ຜູ່ອອກແຮງງານທີ່ປະກອບອາຊີບ ໃນຂະແໜງການນີ້ ກໍເພີ່ມຂຶ້ນ ປະມານ 13% ຕໍ່ປີ.

ດ້ານພື້ນຖານໂຄງລ່າງຄົມມະນາຄົມ ກໍໄດ້ຮັບການພັດທະນາຢ່າງກວ້າງຂວາງ, ຖ້າທຽບໃສ່ໄລຍະປົດປ່ອຍໃໝ່ ທົ່ວປະເທດມີເສັ້ນທາງຄົມມະນາຄົມທາງບົກພຽງແຕ່ 11.642 ກິໂລແມັດ, ໃນນັ້ນ ມີທາງປູຢາງ 1.427 ກິໂລແມັດ ແລະ ສ່ວນໃຫຍ່ໃຊ້ໄດ້ພຽງແຕ່ລະດູແລ້ງເທົ່ານັ້ນ; ມາຮອດປີ 2015 ເສັ້ນທາງຄົມມະນາຄົມທາງບົກ ໄດ້ເພີ່ມຂຶ້ນເປັນ 51.944 ກິໂລແມັດ ວຽກງານກໍ່ສ້າງຜັງເມືອງ, ການຂະຫຍາຍການຜະລິດນ້ຳປະປາ, ລະບົບໄປສະນີ - ໂທລະຄົມມະນາຄົມ... ກໍລ້ວນແຕ່ໄດ້ຮັບການປັບປຸງ ແລະ ພັດທະນາໃຫ້ມີຄວາມທັນສະໄໝຫຼາຍຂຶ້ນກວ່າເກົ່າ.

ດ້ານວັດທະນະທຳ-ສັງຄົມ ກໍໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ເຮັດໃຫ້ປະຊາຊົນ ໄດ້ເຂົ້າເຖິງການບໍລິການ ດ້ານຕ່າງໆ ເຊັ່ນ: ການສຶກສາ, ສາທາລະນະສຸກ, ການສະໜອງຂໍ້ມູນ-ຂ່າວສານ ແລະ ໂຄສະນາແນວທາງນະໂຍບາຍ ຂອງພັກ-ລັດຖະບານ ໄດ້ຢ່າງກວ້າງຂວາງ ແລະ ຖ່ວງທັນກັບສະພາບການຫຼາຍຂຶ້ນ; ພື້ນຖານໂຄງລ່າງດ້ານການສຶກສາ ນັບທັງລະບົບວິຊາຊີບ ແລະ ມະຫາວິທະຍາໄລ, ລະບົບສາມັນ ແລະ ບຳລຸງ ໄດ້ຮັບການຂະຫຍາຍໄປສູ່ຊົນນະບົດ ເຂດຫ່າງໄກສອກຫຼີກ, ທັງມີການຍົກສູງຄຸນນະພາບ ການສອນ-ການຮຽນ ໃຫ້ມີບາດກ້າວຫັນປ່ຽນດີຂຶ້ນກວ່າເກົ່າ. ວຽກງານສາທາລະນະສຸກ ກໍໄດ້ຮັບການຂະຫຍາຍຕົວຢ່າງກວ້າງຂວາງໄປສູ່ຊົນນະບົດ ເຊິ່ງປັດຈຸບັນ ທົ່ວປະເທດມີໂຮງໝໍສູນກາງ 5 ແຫ່ງ, ໂຮງໝໍແຂວງ 16 ແຫ່ງ, ໂຮງໝໍເມືອງ 130 ແຫ່ງ, ມີສຸກສາລາ 894 ແຫ່ງ ແລະ ຖົງຢາປະຈຳບ້ານ 5.356 ແຫ່ງ; ປະຊາຊົນ 98% ຂອງຈຳນວນບ້ານທັງໝົດ ໃນທົ່ວປະເທດສາມາດເຂົ້າເຖິງ ການບໍລິການ. ສຳລັບວຽກງານທ່ອງທ່ຽວ ກໍໄດ້ຮັບການຂະຫຍາຍຕົວ ຢ່າງຕັ້ງໜ້າ; ປີ 2012 ມີແຫຼ່ງທ່ອງທ່ຽວທີ່ຂຶ້ນທະບຽນທັງໝົດ 1.493 ແຫ່ງ, ມີແຫຼ່ງທ່ອງທ່ຽວຖືກຮັບຮອງເປັນມໍລະດົກໂລກ 2 ແຫ່ງ ຄື: ເມືອງຫຼວງພະບາງ ແລະ ວັດພູ ແຂວງຈຳປາສັກ, ມີນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ອງທ່ຽວຫຼາຍກວ່າ 3,3 ລ້ານເທື່ອຄົນ, ສ້າງລາຍຮັບ 513 ລ້ານກວ່າໂດລາສະຫະລັດ. ພ້ອມນັ້ນ ໃນປີ 2013 ສປປ ລາວ ກໍໄດ້ຮັບລາງວັນປະເທດທີ່ໜ້າທ່ຽວຊົມທີ່ສຸດໃນໂລກຈາກສະພາການທ່ອງທ່ຽວ ແລະ ການຄ້າສະຫະພາບເອີຣົບ.

ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນບັນຫາໜຶ່ງທີ່ສຳຄັນ ທີ່ພັກເຮົາໄດ້ເອົາໃຈໃສ່ ໂດຍຊຸກຍູ້ໃຫ້ບັນດາຂະແໜງການ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ຫັນສູ່ຮາກຖານ, ສຸມໃສ່ການສ້າງບ້ານ ແລະ ຈຸດສຸມພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ; ໄດ້ປະຕິບັດການເຮັດທົດລອງວຽກງານ 3 ສ້າງ ຢູ່ 51 ເມືອງ 109 ບ້ານເປົ້າໝາຍ ໂດຍຖືເອົາການພັດທະນາເສດຖະກິດ ເປັນໃຈກາງ. ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຮັດໃຫ້ອັດຕາສ່ວນຄວາມທຸກຍາກຫລຸດລົງ ຢ່າງຕໍ່ເນື່ອງ, ຖ້າສົມທຽບໃນປີ 1993 ລະດັບຄວາມທຸກຍາກກວມເອົາ 45% ຂອງພົນລະເມືອງທົ່ວປະເທດ, ປີ 2003 ຍັງເຫຼືອ 33,5%, ປີ 2014 ຍັງເຫຼືອ 20,5%; ສຳລັບອັດຕາຄອບຄົວທຸກຍາກ ໄດ້ຫລຸດລົງຈາກ 22,2% ໃນປີ 2008 ມາເປັນ 8,11% ໃນປີ 2014.

ຕະຫຼອດໄລຍະ 40 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ ໄດ້ຢັ້ງຢືນຢ່າງເດັ່ນຊັດທີ່ສຸດວ່າ ພວກເຮົາສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບອັນລະອິດລະອ້ຽວ, ສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ສຳຄັນໃນຫຼາຍດ້ານ, ເສດຖະກິດ - ສັງຄົມມີການພັດທະນາ ດ້ວຍບ້າດກ້າວ ແລະ ຖ່ວງທ່າໃໝ່, ປະຊາຊົນລາວບັນດາເຜົ່າ ມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ທັງມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ; ສິດເສລີພາບ ແລະ ປະຊາທິປະໄຕ ຂອງພົນລະເມືອງ ໄດ້ຮັບການເສີມຂະຫຍາຍ, ລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ກໍໄດ້ຮັບການປັບປຸງລະດັບດີຂຶ້ນເປັນກ້າວໆ; ພັກເຮົາໄດ້ເຕີບໃຫຍ່ເຂັ້ມແຂງຂຶ້ນ ໃນຂະບວນການນຳພາວຽກງານຮອບດ້ານ, ລັດປະຊາທິປະໄຕປະຊາຊົນ ໄດ້ຮັບການບູລະນະໄປຕາມທິດ ສ້າງລັດແຫ່ງກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ຖັນແຖວພະນັກງານ-ສະມາຊິກພັກ ໄດ້ຮັບການບຳລຸງສ້າງເປັນຈຳນວນຫຼວງຫຼາຍ ໃນຂະບວນການວຽກງານຕົວຈິງ; ຖານະບົດບາດ ແລະ ອິທິພົນຂອງປະເທດເຮົາ ໄດ້ຮັບການເຊີດຊູສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ປະເທດຊາດອັນແສນຮັກຂອງພວກເຮົາ ສືບຕໍ່ກ້າວຂຶ້ນຢ່າງໜັກແໜ້ນສູ່ຈຸດໝາຍທີ່ວາງໄວ້./.

ຄະນະບັນນາທິການວາລະສານ ອະລຸຸນໃໝ່

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ