ວັນອາທິດ, 22/9/2019
40 ປີແຫ່ງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ - ສັງຄົມ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
12/9/2016 16:10' ສົ່ງ ພິມ
ສະເຫຼີມສະຫຼອງ 40 ປີ ແຫ່ງການສະຖາປະນາ ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ພາບ: kpl.gov.la)

ຕະຫຼອດໄລຍະ 40 ປີ (1975-2015) ແຫ່ງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ ສາມາດແບ່ງອອກເປັນ 2 ໄລຍະຄື: ໄລຍະການຄຸ້ມຄອງເສດຖະກິດ ຕາມກົນໄກແຜນການ ແບບລວມສູນ (1975-1985) ແລະ ໄລຍະການຄຸ້ມຄອງ ຕາມກົນໄກເສດຖະກິດຕະຫຼາດ ທີ່ມີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ (1986-2015).

1. ໄລຍະການຄຸ້ມຄອງຕາມກົນໄກ​ແຜນການ​ແບບລວມສູນ (1975-1985).

ໄລຍະ 10 ປີທຳອິດຂອງການສ້າງສາພັດທະນາປະເທດ, ພັກ-ລັດເຮົາ​ໄດ້​ສຸມ​ໃສ່​ການ​ຟື້ນ​ຟູ​ເສດຖະກິດ​ຫຼັງ​ສົງຄາມ ເພື່ອສ້າງເງື່ອນໄຂໃຫ້ປະຊາຊົນມີທີ່ຢູ່ອາໃສ, ມີບ່ອນທຳມາຫາກິນປົກກະຕິ, ຟື້ນ​ຟູ​​ເນື້ອ​ທີ່​ທຳ​ການ​ຜະລິດ​ກະສິກຳ​ໃຫ້​ຂະຫຍາຍຕົວ ເພື່ອແກ້ໄຂສະບຽງອາຫານແກ່ປະຊາຊົນ; ປັບປຸງ​ພື້ນຖານ​ໂຮງ​ຈັກ​ໂຮງງານ​ທີ່​ມີ​ຢູ່, ຂະຫຍາຍ ​ແລະ ສ້າງ​ຕື່ມ​ຈຳນວນ​ໜຶ່ງ; ​ເອົາໃຈ​ໃສ່​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທາງ​ດ້ານ​ຄົມມະນາຄົມ ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ. ບັນດາທິດທາງ ແລະ ໜ້າທີ່ຈຸດສຸມດັ່ງກ່າວ ໄດ້ຖືກຈັດຕັ້ງປະຕິບັດ​ໂດ​ຍຜ່ານ​ແຜນ​ພັດທະນາ​ເສດຖະກິດ - ສັງຄົມ​ປະຈຳ​ປີ 1976-1977, ແຜນການຟື້ນຟູເສດຖະກິດຫຼັງສົງຄາມ ໄລຍະ 3 ປີ (1978-1980) ແລະ ແຜນພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ ຄັ້ງທີ I (1981-1985). ເຖິງວ່າອິທິກຳລັງ​ປໍ​ລະ​ປັກ ​ແລະ ພວກ​ຄົນ​ບໍ່​ດີໄດ້ອອກແຮງມ້າງເພທຳລາຍພວກເຮົາຢ່າງຮອບດ້ານ ແລະ ຂ້ຽວຂາດທີ່ສຸດກໍຕາມ ​ແຕ່​ພວກ​ເຮົາ​ກໍ​ສາມາດ​ຍາດ​ໄດ້​ໄຊຊະນະ​ອັນ​ໃຫຍ່​ຫຼວງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາ​ພັດທະນາ​ປະ​ເທດ​ຕາມ​ທິດ​ກ້າວ​ຂຶ້ນສັງຄົມ​ນິຍົມ, ສາມາດຕອບຕ້ານທຸກກົນອຸບາຍມ້າງເພທຳລາຍຂອງສັດຕູ ແລະ ປົກປັກຮັກສາລະບອບໃໝ່ໄວ້ໄດ້ ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕປະຊາຊົນໄດ້ຮັບການກໍ່ສ້າງ ແລະ ປັບປຸງບູລະນະເປັນກ້າວໆ. ພ້ອມກັນນັ້ນກໍສາມາດຮຳບາດແຜສົງຄາມ, ຟື້ນຟູການຜະລິດກະສິກຳ-ປ່າໄມ້, ອຸດສາຫະກຳ ແລະ ປັບປຸງປົວແປງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມສະຫງົບ ປົກກະຕິ. ໃນໄລຍະປີ 1981-1985, ລັດຖະບານໄດ້ສຸມງົບປະມານ ແລະ ທຶນຮອນ 60% ເຂົ້າໃສ່ການ ພັດທະນາເສດຖະກິດ ອັນໄດ້ປະກອບສ່ວນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນຕໍ່ເນື່ອງ ໃນອັດຕາສະເລ່ຍ 7% ຕໍ່ປີ. ໃນປີ 1980, ສາມາດຜະລິດເຂົ້າໄດ້ 1 ລ້ານໂຕນ ເຊິ່ງເປັນເທື່ອທຳອິດ ຂອງປະຫວັດສາດປະເທດເຮົາ. ການຜະລິດເຂົ້າໃນປີ 1985 ຖ້າທຽບໃສ່ເວລາປົດປ່ອຍໃໝ່ໄດ້ເພີ່ມຂຶ້ນ 2,1 ເທື່ອ ແລະ ການຜະລິດພືດສະບຽງເວົ້າລວມເພີ່ມຂຶ້ນ 3,7 ເທື່ອ, ການຜະລິດໄຟຟ້າເພີ່ມຂຶ້ນ 3,7 ເທື່ອ, ນ້ຳປະປາເພີ່ມຂຶ້ນ 60%. ນອກຈາກນີ້ ພວກເຮົາຍັງໄດ້ ພັດທະນາພື້ນຖານໂຄງລ່າງທີ່ສຳຄັນຈຳນວນໜຶ່ງ ເຊັ່ນ: ສ້າງທາງເລກ 9, ປັບປຸງປົວແປງທາງເລກ 13, ສ້າງຂົວ, ສາງ ແລະ ທ່າເຮືອ ເພື່ອເຮັດໃຫ້ ການຄົມມະນາຄົມຂົນສົ່ງ ຕໍ່ລ່ຽນກັນແຕ່ເໜືອຕະຫຼອດໃຕ້້.

2. ໄລຍະການຄຸ້ມຄອງຕາມກົນໄກຕະຫຼາດ ທີ່ມີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ (1986-2015).

ກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ (1986) ໄດ້ເປັນຂີດໝາຍປະຫວັດສາດແຫ່ງການປ່ຽນແປງໃໝ່ ທາງດ້ານເສດຖະກິດ ຂອງປະເທດເຮົາ ຄືຫັນຈາກກົນໄກເສດຖະກິດແບບລວມສູນ ກົດຄຳສັ່ງ ໄປສູ່ກົນໄກເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ. ແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກ ໄດ້ກາຍເປັນເຂັມທິດເຍືອງທາງ ໃຫ້ແກ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ​ແຕ່ລະຄັ້ງຄື :

- ແຜນການ 5 ປີ ຄັ້ງທີ II (1986-1990) ແມ່ນແຜນການຂ້າມຜ່ານ ຈາກການຄຸ້ມຄອງແບບລວມສູນ ໄປສູ່ການຄຸ້ມຄອງ ຕາມກົນໄກຕະຫຼາດ. ເປົ້າໝາຍຕົ້ນຕໍຂອງແຜນການຄັ້ງນີ້ແມ່ນ ຜັນຂະຫຍາຍຈິນຕະນາການໃໝ່ ທາງດ້ານເສດຖະກິດຂອງພັກຄື: ສ້າງໂຄງປະກອບ ເສດຖະກິດກະສິກຳ-ປ່າໄມ້, ອຸດສາຫະກຳ ແລະ ການບໍລິການ; ຫັນໄປສູ່ກົນໄກຕະຫຼາດ; ນຳໃຊ້ທຸກພາກສ່ວນເສດຖະກິດ; ນຳໃຊ້ການພົວພັນສິນຄ້າເງິນຕາ ແລະ ເປີດກວ້າງການພົວພັນຮ່ວມມື ກັບຕ່າງປະເທດ; ພັດທະນາທາງດ້ານ ວັດທະນະທຳ-ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ. ໃນໄລຍະນີ້ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍປະການ, ແຕ່ອັດຕາການເຕີບໂຕ ຂອງເສດຖະກິດກໍມີທ່າກ້າວໜ້າ, ລວມຍອດມູນຄ່າຜະລິດຕະພັນພາຍໃນ ເພີ່ມຂຶ້ນສະເລ່ຍ 4,4% ຕໍ່ປີ, ໃນນັ້ນ ຂະແໜງກະສິກຳ ຂະຫຍາຍຕົວເພີ່ມຂຶ້ນ 3,4%, ຮອດປີ 1990 ຜົນຜະລິດເຂົ້ານາປີບັນລຸໄດ້ປະມານ 1 ລ້ານໂຕນ ແລະ ນາແຊງບັນລຸໄດ້ 39.101 ໂຕນ; ຜົນຜະລິດສາລີ, ຜັກ ແລະ ພືດຕະກຸນຖົ່ວເພີ່ມຂຶ້ນທົບ 2 ເທົ່າ ທຽບໃສ່ໄລຍະປີ 1981-1985; ສັດລ້ຽງປະເພດງົວ, ຄວາຍ, ໝູ ແລະ ສັດປີກ ກໍມີທ່າອ່ຽງເພີ່ມຂຶ້ນ; ຂະແໜງອຸດສາຫະກຳເພີ່ມຂຶ້ນ 8% ຕໍ່ປີ, ໃນນັ້ນ ຂະແໜງອຸດສາຫະກຳປຸງແຕ່ງໄມ້ ເພີ່ມຂຶ້ນ 9% ຕໍ່ປີ, ອຸດສາຫະກຳປຸງແຕ່ງອາຫານ ເພີ່ມຂຶ້ນ 8% ຕໍ່ປີ, ແລະ ອຸດສາຫະກຳຕັດຫຍິບ ເພີ່ມຂຶ້ນ 10%. ການນຳເຂົ້າສິນຄ້າຈາກຕ່າງປະເທດ ໄດ້ເພີ່ມຂຶ້ນຈາກ 127 ລ້ານໂດລາ ໃນປີ 1989 ເປັນ 200 ລ້ານໂດລາ ໃນປີ 1990. ພື້ນຖານໂຄງລ່າງ ທາງດ້ານວັດທະນະທຳ-ສັງຄົມ ໄດ້ຮັບການກໍ່ສ້າງຂຶ້ນຕື່ມອີກກ້າວໜຶ່ງ, ໃນປີ 1990 ຈຳນວນນັກຮຽນສາມັນ ເພີ່ມຂຶ້ນກວ່າ 2,4 ເທື່ອ ທຽບໃສ່ປີ 1976, ໃນນັ້ນນັກຮຽນປະຖົມ ເພີ່ມຂຶ້ນ 1,9 ເທື່ອ ແລະ ມັດທະຍົມ ເພີ່ມຂຶ້ນ 26 ເທື່ອ.

- ໄລຍະປະຕິບັດແຜນການ 5 ປີ ຄັ້ງທີ III (1991-1995) ແມ່ນໄລຍະສືບຕໍ່ປະຕິບັດ ແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງມີຫຼັກການຂອງພັກ, ຕົ້ນຕໍ​ແມ່ນສືບຕໍ່ຫັນເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດ ໄປສູ່ເສດຖະກິດຜະລິດສິນຄ້າ ຕາມກົນໄກຕະຫຼາດ. ໄລຍະນີ້ ການເຕີບໂຕຂອງເສດຖະກິດ ຢູ່ໃນຈັງຫວະສູງກວ່າເກົ່າ GDP ເພີ່ມຂຶ້ນສະເລ່ຍ 6,85% ຕໍ່ປີ; ໂຄງປະກອບກະສິກຳ-ປ່າໄມ້, ອຸດສາຫະກຳ ແລະ ການບໍລິການມີການພັດທະນາ ໄປຕາມທິດທີ່ກຳນົດໄວ້ຄື: ຂະແໜງກະສິກຳ-ປ່າໄມ້ ໄດ້ຫລຸດລົງຈາກ 60,7% ໃນປີ 1990 ເຫຼືອພຽງ 55,2% ໃນປີ 1995, ຂະແໜງອຸດສາຫະກຳ-ຫັດຖະກຳ ໄດ້ເພີ່ມຂຶ້ນຈາກ 14,4% ມາເປັນ 18%, ຂະແໜງການບໍລິການ ເພີ່ມຂຶ້ນຈາກ 24,9% ມາເປັນ 26,8%; ອັດຕາເງິນເຟີ້ສະເລ່ຍ 11,12% ພາຍໃນ 5 ປີ; ລາຍໄດ້ສະເລ່ຍໃສ່ຫົວຄົນ ໄດ້ເພີ່ມຂຶ້ນຈາກ 123 ໂດລາໃນປີ 1990 ມາເປັນ 334 ໂດລາໃນປີ 1995; ລາຍຮັບງົບປະມານເພີ່ມຂຶ້ນ 15% ຕໍ່ປີ, ການລົງທຶນຂອງລັດ ເພີ່ມຂຶ້ນ 35% ຕໍ່ປີ; ພື້ນຖານໂຄງລ່າງຮັບໃຊ້ການຜະລິດ ແລະ ວັດທະນະທຳ-ສັງຄົມ ໄດ້ຮັບການສືບຕໍ່ກໍ່ສ້າງ ແລະ ພັດທະນາໄປຕາມ 8 ແຜນງານບຸລິມະສິດ ຂອງລັດຖະບານ.

- ໄລຍະແຜນການ 5 ປີ ຄັ້ງທີ IV (1996-2000), ຈຸດໝາຍໃຫຍ່ຂອງແຜນການ 5 ປີ ຄັ້ງນີ້ແມ່ນ ແນໃສ່ພັດທະນາ ໂຄງປະກອບເສດຖະກິດຂະແໜງການ ແລະ ໂຄງປະກອບເຂດແຄວ້ນ ໃຫ້ມີຄວາມເຂັ້ມແຂງ ໂດຍຕິດພັນກັບ ການປົກປັກຮັກສາ ສິ່ງແວດລ້ອມທຳມະຊາດ, ການພັດທະນາເຂດພູດອຍຊົນເຜົ່າ ແລະ ແກ້ໄຂລະດັບການຫຼຸດໂຕນກັນ ລະຫວ່າງຕົວເມືອງ ກັບຊົນນະບົດ ແລະ ເຂດພູດອຍ ໃຫ້ຫຍັບໃກ້ເຂົ້າກັນ ເທື່ອລະກ້າວ. ໄລຍະນີ້ ເຖິງແມ່ນວ່າ ຈະໄດ້ຮັບຜົນກະທົບ ຈາກວິກິດການທາງດ້ານການເງິນ ຂອງອາຊີ ເຊິ່ງເຮັດໃຫ້ປະເທດເຮົາ ປະສົບກັບໄພເງິນເຟີ້ທີ່ໜັກໜ່ວງ ໃນລະຫວ່າງປີ 1997-1999, ເຮັດໃຫ້ຄ່າເງິນກີບ ບໍ່ມີສະເຖຍລະພາບ, ອັດຕາເງິນເຟີ້ສະເລ່ຍ 5 ປີ ແມ່ນ 55%. ແຕ່ດ້ວຍຄວາມພະຍາຍາມຂອງພັກ ແລະ ລັດຖະບານ ໂດຍການສຸມທຶນຮອນເຂົ້າໃສ່ ການຜະລິດ ແລະ ປະຕິບັດຕາມແຜນການເລັ່ງລັດ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນ ແລະ ນຳພາປະເທດຊາດ ໃຫ້ຜ່ານພົ້ນອອກຈາກວິກິດການ ທາງດ້ານການເງິນ-ເງິນຕາ ຈຶ່ງເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ດີສົມຄວນ, ສະເລ່ຍ 5 ປີ GDP ເພີ່ມຂຶ້ນ 6,2% ຕໍ່ປີ, ໃນນັ້ນ ຂະ​ແໜງອຸດສາຫະກຳ - ຫັດຖະກຳ ຂະຫຍາຍຕົວສະເລ່ຍ 10,2% ຕໍ່ປີ, ຂະແໜງກະສິກຳ ຂະຫຍາຍຕົວສະເລ່ຍ 5,2% ຕໍ່ປີ, ຮອດປີ 2000 ສາມາດຜະລິດເຂົ້າໄດ້ 2,2 ລ້ານໂຕນ, ສະເລ່ຍໃສ່ພົນລະເມືອງແມ່ນກຸ້ມກິນ ແລະ ມີສ່ວນແຮໄວ້; ອັນພົ້ນເດັ່ນແມ່ນ ໄດ້ຂະຫຍາຍເນື້ອທີ່ການຜະລິດ ລະດູແລ້ງຮອດປີ 2000 ໄດ້ເຖິງ 91.800 ເຮັກຕາ, ທຽບໃສ່ປີ 1990 ເພີ່ມຂຶ້ນ 8,3 ເທື່ອ, ທຽບໃສ່ໄລຍະປົດປ່ອຍໃໝ່ເພີ່ມຂຶ້ນ 34 ເທື່ອ. ຂະແໜງການ ບໍລິການເພີ່ມຂຶ້ນສະເລ່ຍ 7% ຕໍ່ປີ; ຍອດມູນຄ່າການສົ່ງອອກ ບັນລຸໄດ້ປະມານ 1,73 ຕື້ ໂດລາ, ສະເລ່ຍເພີ່ມຂຶ້ນ 6,6% ຕໍ່ປີ; ຍອດມູນຄ່າການນຳເຂົ້າບັນລຸ 2,86 ຕື້ໂດລາ, ສະເລ່ຍເພີ່ມຂຶ້ນ 0,9% ຕໍ່ປີ. ພື້ນຖານໂຄງລ່າງ ໄດ້ຮັບການຍົກລະດັບ ແລະ ພັດທະນາຢ່າງກວ້າງຂວາງ, ເສັ້ນທາງຄົມມະນາຄົມ ໄດ້ຮັບການສ້ອມແປງ ແລະ ກໍ່ສ້າງໃໝ່ ມີລວງຍາວທັງໝົດ 24.000 ກິໂລແມັດ, ໃນນັ້ນ ທາງປູຢາງເພີ່ມຂຶ້ນ 3.800 ກິໂລແມັດ, ສຳເລັດການກໍ່ສ້າງຂົວຂ້າມນ້ຳຂອງ 2 ແຫ່ງ, ສະໜາມບິນວັດໄຕ ແລະ ສະໜາມບິນຫຼວງພະບາງ ໄດ້ຮັບການຍົກລະດັບ ໃຫ້ເປັນສະໜາມບິນສາກົນ.

- ໄລຍະປະຕິບັດແຜນການ 5 ປີ ຄັ້ງທີ V (2001-2005), ເສດຖະກິດຂອງປະເທດເຮົາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, GDPເພີ່ມຂຶ້ນສະເລ່ຍ 6,3% ຕໍ່ປີ, ລາຍໄດ້ສະເລ່ຍໃສ່ຫົວຄົນບັນລຸໄດ້ 491 ໂດລາ, ຈັງຫວະການເຕີບໂຕດັ່ງກ່າວ ຈັດຢູ່ໃນກຸ່ມປະເທດທີ່ມີການເຕີບໂຕສູງ ຖ້າທຽບໃສ່ບັນດາປະເທດ ໃນພາກພື້ນ. ອັດຕາເງິນເຟີ້ຫຼຸດລົງຈາກລະດັບ 15,5% ໃນປີ 2003 ເປັນ 7,8% ໃນປີ 2005; ໂຄງປະກອບເສດຖະກິດ ໄດ້ຫັນປ່ຽນໄປຕາມທິດ ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເທື່ອລະກ້າວ; ອັດຕາສ່ວນ ຂອງຂະແໜງກະສິກຳ ໃນໂຄງປະກອບເສດຖະກິດ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ ຈາກ 51% ໃນປີ 2000 ມາເປັນ 45,4% ໃນປີ 2005, ຂະແໜງອຸດສາຫະກຳໄດ້ເພີ່ມຂຶ້ນຈາກ 23,3% ເປັນ 28,2% ແລະ ການບໍລິການໄດ້ເພີ່ມຂຶ້ນຈາກ 25,7% ເປັນ 26,4%. ພາກເອກະຊົນ ແລະ ການລົງທຶນຂອງຕ່າງປະເທດ ນັບມື້ມີບົດບາດ ແລະ ປະກອບສ່ວນເຂົ້າໃນ ການພັດທະນາພື້ນຖານເສດຖະກິດແຫ່ງຊາດ ຫຼາຍຂຶ້ນ, ບັນດາລັດວິສາຫະກິດ ໄດ້ຮັບການປັບປຸງ ໃຫ້ເຄື່ອນໄຫວມີປະສິດທິຜົນ ກວ່າເກົ່າ, ເສດຖະກິດລວມໝູ່ ຂອງປະຊາຊົນເລີ່ມເປັນຮູບຮ່າງ; ໂຄງປະກອບແຮງງານ ໄດ້ມີການຫັນປ່ຽນໄປ ຕາມທິດທີ່ຕັ້ງໜ້າ, ອັດຕາສ່ວນແຮງງານ ໃນຂະແໜງກະສິກຳ-ປ່າໄມ້ ຫຼຸບລົງຈາກ 78,6% ໃນປີ 2000 ເຫຼືອ 76,6% ໃນປີ 2005, ອັດຕາສ່ວນແຮງງານ ໃນຂະແໜງອຸດສາຫະກຳ ແລະ ກໍ່ສ້າງ ໄດ້ເພີ່ມຂຶ້ນຈາກ 6,9% ເປັນ 7,7% ແລະ ແຮງງານໃນຂະແໜງບໍລິການ ໄດ້ເພີ່ມຂຶ້ນຈາກ 14,5% ເປັນ 15,6%.

- ໄລຍະປະຕິບັດແຜນການ 5 ປີ ຄັ້ງທີ VI (ປີ 2006-2010), ເສດຖະກິດຂອງປະເທດເຮົາ ມີການເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, GDP ເພີ່ມຂຶ້ນສະເລ່ຍ 7,9% ຕໍ່ປີ; ໃນນັ້ນ ຂະແໜງກະສິກຳ ເພີ່ມຂຶ້ນປະມານ 4%, ກວມເອົາ 29% ຂອງ GDP ໃນປີ 2010; ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 12,6%, ກວມເອົາ 26% ແລະ ຂະແໜງບໍລິການ ເພີ່ມຂຶ້ນ 8,4%, ກວມເອົາ 39%; GDP ສະເລ່ຍໃສ່ຫົວຄົນ ບັນລຸ 1.069 ໂດລາ; ອັດຕາເງິນເຟີ້ສະເລ່ຍ 5 ປີ 5,09%; ລາຍຮັບ ແລະ ລະດັບຊີວິດການເປັນຢູ່ ຂອງພົນລະເມືອງ ໄດ້ຮັບການປົວແປງ ແລະ ຍົກສູງຂຶ້ນຢ່າງຈະແຈ້ງ; ດັດ​ສະ​ນີພັດທະນາ​ຊັບພະຍາກອນ​ມະນຸດ​ຂອງ ສປປ ລາວ (HDI) ໄດ້ເພີ່ມຂຶ້ນສູງ ຈາກລຳດັບ 137 ໃນປີ 2007 ເປັນ 130 ໃນສົກປີ 2008.

- ໄລຍະປະຕິບັດແຜນການ 5 ປີ ຄັ້ງທີ VII (ປີ 2011-2015) ແມ່ນໄລຍະຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກບົນພື້ນຖານຈິດໃຈບຸກທະລຸທັງ 4 ດ້ານ: ດ້ານຈິນຕະນາການ, ດ້ານການພັດທະນາຊັບພະຍາກອນມະນຸດ, ດ້ານລະບອບລະບຽບການບໍລິຫານຄຸ້ມຄອງ ແລະ ດ້ານການແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃຫ້ເປັນຈິງ. ເປົ້າໝາຍຕົ້ນຕໍຂອງແຜນການ 5 ປີ ຄັ້ງນີ້ແມ່ນ ພັດທະນາເສດຖະກິດເປັນໃຈກາງ ຕາມທິດສ້າງການເຕີບໂຕທີ່ເຂັ້ມແຂງ, ຫັນການພັດທະນາ ໄປຕາມທິດຍືນຍົງ ດ້ວຍການສົມທົບຢ່າງກົມກຽວ ແລະ ສົມສ່ວນ ລະຫວ່າງການພັດທະນາທາງດ້ານສັງຄົມ, ວັດທະນະທຳ ໄປຄຽງຄູ່ກັບ ການພັດທະນາທາງດ້ານເສດຖະກິດ ແລະ ການປົກປັກຮັກສາສິ່ງແວດລ້ອມ, ດຳເນີນຍຸດທະສາດຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ, ສາມາດເຂົ້າຮ່ວມໃນຂະບວນວິວັດ ແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນໄດ້ ຢ່າງເປັນເຈົ້າການ, ສູ້ຊົນບັນລຸເປົ້າໝາຍສະຫັດສະຫວັດ ດ້ານການພັດທະນາ, ເດັດດ່ຽວແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ໄດ້ໂດຍພື້ນຖານ ໃນປີ 2015, ສ້າງພື້ນຖານອັນໜັກແໜ້ນ ເພື່ອນຳເອົາປະເທດຊາດ ຫຼຸດພົ້ນຈາກຄວາມດ້ອຍພັດທະນາ ໃຫ້ໄດ້ໃນປີ 2020 ແລະ ສືບຕໍ່ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.

ຜ່ານການຈັດຕັ້ງປະຕິບັດແຜນການດັ່ງກ່າວມາຮອດໄລຍະ 6 ເດືອນຕົ້ນປີ 2015 ນີ້ເຫັນວ່າ ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ ທັງມີຄວາມໝັ້ນທ່ຽງ, GDP ຂະຫຍາຍຕົວເພີ່ມຂຶ້ນ 7,5% ຕໍ່ປີ ແລະ ສາມາດສ້າງມູນຄ່າເພີ່ມໃນລາຄາປີ ໄດ້ປະມານ 102.320 ຕື້ກີບ; ໃນນັ້ນ ຂະແໜງກະສິກຳ-ປ່າໄມ້ ເພີ່ມຂຶ້ນປະມານ 3%, ກວມ 23,7%; ອຸດສາຫະກຳເພີ່ມຂຶ້ນ 8,9%, ກວມ 29,1%, ການບໍລິການເພີ່ມຂຶ້ນ 9,1%, ກວມ 39,8% ແລະ ພາສີຂາເຂົ້າເພີ່ມຂຶ້ນ 8,2%, ກວມ 7,4% ຂອງ GDP. GDP ສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 14,91 ລ້ານກີບ ຫຼື ເທົ່າກັບ 1.857 ໂດລາ (ແຜນການ 5 ປີວາງໄວ້ແມ່ນ 1700 ໂດລາ). ພື້ນຖານໂຄງລ່າງຄົມມະນາຄົມທາງບົກ ແລະ ທາງອາກາດ ໄດ້ຮັບການປັບປຸງ ແລະ ກໍ່ສ້າງໃໝ່; ສະຖາບັນການເງິນ, ທະນາຄານ, ຕະຫຼາດ, ຕາໜ່າງການຄ້າ, ການສຶກສາ, ສາທາະລະນະສຸກ, ການທ່ອງທ່ຽວ, ການສະໜອງຂໍ້ມູນຂ່າວສານ ແລະ ອື່ນໆ ໄດ້ຂະຫຍາຍຕົວກວ້າງອອກໄປ ທຸກໆຕົວເມືອງ ແລະ ຊຸມຊົນ, ປະກົດການໃໝ່ແມ່ນ ໄດ້ສ້າງຕັ້ງຕະຫຼາດຫຼັກຊັບແຫ່ງປະເທດລາວຂຶ້ນ ເຊິ່ງໄດ້ຮັບຜົນສຳເລັດເບື້ອງຕົ້ນ ໃນການລະດົມທຶນເຂົ້າໃນການພັດທະນາ. ໃນປີ 2014 ສາມາດປະກາດລົບລ້າງຄວາມບໍ່ຮູ້ໜັງສື ແລະ ປະກາດລົບລ້າງຈົບຊັ້ນປະຖົມບຳລຸງ ທົ່ວປະເທດ ໃນປີ 2015; ປະຊາຊົນສາມາດເຂົ້າເຖິງ ການບໍລິການສາທາລະນະສຸກ ກວມ 98%, ການປະກັນສັງຄົມແຫ່ງຊາດ ໄດ້ຂະຫຍາຍໄປທົ່ວປະເທດ. ພ້ອມກັນນັ້ນ ກໍໄດ້ປັບປຸງຄ່າແຮງງານຂັ້ນຕ່ຳສຸດ ຂອງຜູ່ອອກແຮງງານ ມາເປັນ 900.000 ກີບ ຕໍ່​​ເດືອນ ໃນປີ 2015.

ບັນດາຂະແໜງການນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ໄດ້ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານ ​ແລ​ະ ພັດທະນາ​ຊົນ​ນະ​ບົດ​ຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ໃນມໍ່ໆມານີ້ ໄດ້ປະຕິບັດໄປຄຽງຄູ່ ກັບການເຮັດທົດລອງວຽກງານ 3 ສ້າງ ຢູ່ 51 ເມືອງ 109 ບ້ານເປົ້າໝາຍ. ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຮັດໃຫ້​ອັດຕາ​ຄອບ​ຄົວ​ທຸກ​ຍາກ​ຫຼຸດ​ລົງ ​ຍັງ​ເຫຼືອ 6,59% ​ໃນ​ປີ 2015, ຈຳນວນບ້ານທຸກຍາກ ຍັງ​ເຫຼືອ 1.736 ບ້ານ ກວມ 20,5%; ບ້ານພັດທະນາ ​ເພີ່ມ​ຂຶ້ນ​ເປັນ 3.557 ບ້ານກວມ​ເອົາ 42,23%, ບ້ານທີ່ມີເສັ້ນທາງຄົມມະນາຄົມທຽວໄດ້ຕະຫຼອດປີ ມີກວມ​ເອົາ 84,40%, ບ້ານທີ່ມີຕາຂ່າຍໄຟຟ້າໃນລະບົບ ກວມ​ເອົາ 87%, ບ້ານທີ່ມີນ້ຳ​ສະອາດ​ໃຊ້ ​ກວມ​ເອົາ 91,65%, ສຳລັບການຈັດຕັ້ງປະຕິບັດ ບັດ​ດາເປົ້າໝາຍສະຫັດສະວັດ ດ້ານການພັດທະນາ, ມາຮອດປີ 2015 ເຫັນວ່າມີ​ຜົນສຳ​ເລັດ​ເປັນ​ສ່ວນ​ໃຫຍ່.

ປະເທດເຮົາໄດ້ປະສົບຜົນສຳເລັດອັນໃຫຍ່ຫຼວງໃນວຽກງານພົວພັນຮ່ວມມືກັບຕ່າງປະເທດ ໃນຂອບ 2 ຝ່າຍ ແລະ ຫຼາຍຝ່າຍ; ໄດ້ເຂົ້າຮ່ວມຫຼາຍອົງການຈັດຕັ້ງສາກົນ ແລະ ພາກພື້ນ, ປະສົບຜົນສຳເລັດ ໃນການເປັນເຈົ້າພາບ ຈັດກອງປະຊຸມ, ງານມະຫາກຳຕ່າງໆ ໃນລະດັບພາກພື້ນ ແລະ ສາກົນ, ທັງໝົດນັ້ນ ໄດ້ເປັນການເຊີດຊູບົດບາດອິທິພົນ ຂອງປະເທດເຮົາຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ຕະຫຼອດໄລຍະ 40 ປີນັ້ນ ແມ່ນໃຫຍ່ຫຼວງທີ່ສຸດ ເຊິ່ງໄດ້ເຮັດໃຫ້ ໂສມໜ້າຂອງປະເທດເຮົາມີການປ່ຽນແປງຢ່າງໃຫຍ່ຫຼວງ, ບົດບາດຂອງປະເທດຊາດ ໄດ້ຮັບການເສີມຂະຫຍາຍ ແລະ ເພີ່ມທະວີຂຶ້ນ ເຊິ່ງເປັນພື້ນຖານ ແລະ ເງື່ອນໄຂອຳນວຍໃຫ້ແກ່ ການປົກ​ປັກ​ຮັກສາ ​ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີບາດກ້າວຂະຫຍາຍຕົວ ຢ່າງຮອບດ້ານ ແລະ ໜັກແໜ້ນ./.

ຄະນະບັນນາທິການວາລະສານ ອະລຸຸນ​ໃໝ່

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ