ວັນອາທິດ, 19/2/2017
ຄຳພິພາກສາຂອງຄວາມຍຸຕິທຳ ແລະ ແງ່ຫວັງແຫ່ງການແກ້ໄຂ ຂໍ້ພິພາດໃນທະເລຕາເວັນອອກ ໂດຍສັນຕິວິທີ
22/10/2016 17:12' ສົ່ງ ພິມ
ສານອະນຸຍາໂຕຕຸລາການກຳລັງພິຈາລະນາຄະດີ ຢູ່ເມືອງເດິເຮກ ປະເທດໂຮນລັງ. (ພາບ: PCA)

ບັນດາ​ບັນຫາໃນ​ຄຳ​ຮ້ອງຂອງຟີ​ລິບ​ປິນ

ຂໍ້​ພິພາດ​ໃນ​ທະ​ເລ​ຕາ​ເວັນ​ອອກ ​ເປັນ​ໜຶ່ງ​ໃນ​ບັນດາຂໍ້​ພິພາດທີ່​ສັບສົນ​ທີ່​ສຸດ ກ່ຽວ​ກັບອະທິປະ​ໄຕ ​ແລະ ​ເຂດ​ທະ​ເລ​ໃນ​ໂລກ​ປະຈຸ​ບັນ.

ໃນ​​ແງ່​ຂອງອະທິປະ​ໄຕ, ຫວຽດນາມ​ໄດ້​ຖະ​ແຫຼ​ງວ່າ ມີ​ຫຼັກ​ຖານ​ປະຫວັດສາດ ​ແລະ ກົດໝາຍ​ຢ່າງ​ຄົບ​ຖ້ວນ ​ເພື່ອຢືນຢັນ​ອະທິປະ​ໄຕ​ໃນ​ສອງ​ໝູ່ເກາະ ຮ່ວາງ​ຊາ (Paracel Islands) ​ແລະ ​ເຈື່ອງ​ຊາ (Spratly Islands). ​ແຕ່​ວ່າ, ປະ​ເທດຈີນ (ລວມ​ທັງ ​​ໄຕ້​ຫວັນ) ກໍ່​ໄດ້​ອ້າງກຳມະ​ສິດ​ຕໍ່​ໝູ່​ເກາະ​ຮ່ວາງຊາ ​ແລະ ຕົວ​ຈິ​ງ ພວມຄອບ​ຄອງໝູ່​ເກາະ​ນີ້ ​ຢ່າງ​ຜິດ​ກົດໝາຍ. ປະ​ເທດຈີນ (ລວມ​ທັງ ​​ໄຕ້​ຫວັນ), ຟີ​ລິບ​ປິນ, ມາ​ເລ​ເຊຍ, ບຣູ​ໄນ ລ້ວນ​ແຕ່​ໄດ້​ອ້າງ​ກຳມະສິດ​ ໃນ​ໝູ່​ເກາະ​​ເຈື່​ອງຊາ​ທັງ​ໝົດ ຫຼື​ພາກສ່ວນ​ໜຶ່ງ ຂອງ​ໝູ່​ເກາະ​ເຈື່ອງ​ຊາ. ນອກຈາກ​ນັ້ນ, ຟີ​ລິບ​ປິນ ​ແລະ ຈີນ ຍັງ​ມີ​ຂໍ້​ພິພາດ​ໃນ​ພື້ນ​ທີ່ ​ແນວ​ປະ​ກາ​ລັງສະກາ​ໂບ​ໂຣ (Scarborough Shoal). ​ເພື່ອ​ແກ້​ໄຂ​ຂໍ້​ພິພາດ​ທາງ​ດ້ານ​ອຳນາ​ດອະທິປະ​ໄຕ​ນີ້, ສານ​ອະນຸຍາ​ໂຕ​ຕຸລາການ ອາດ​ຈະ​ຖືກ​ນຳ​ໃຊ້​ ຖ້າ​ຫາກ​ບັນດາ​ຝ່າຍ​ທີ່​ກ່ຽວ​ເຫັນ​ດີ​ພ້ອມ​ກັນ​ສະ​ເໜີ​ຂໍ້​ພິພາດ​ ຕໍ່​ອົງການອະນຸຍາ​ໂຕ​ຕຸລາການນີ້ (1). ຍ້ອນ​ວ່າ ຈີນ​ບໍ່​ຍອມຮັບ​ຮູ້​ອຳນາດ​ໃນ​ການ​ແກ້​ໄຂ​ຂໍ້​ພິພາດທາງ​ດ້ານອຳນາດອະທິປະໄຕ ຂອງບໍ່ວ່າອົງການສານ ແລະ ອະນຸຍາ​ໂຕ​ຕຸລາການໃດໆ, ດັ່ງ​ນັ້ນ ບັນດາ​ສານ ​ແລະ ອະນຸຍາ​ໂຕ​ຕຸລາການ ຈຶ່ງ​ບໍ່​ສາມາດ​ພິພາກສາ​ຄະດີ​ພິພາດ​ທາງ​ດ້ານ​ອຳນາດ​ອະທິປະ​ໄຕ​ໃນ​ທະ​ເລ​ຕາ​ເວັນ​ອອກ​ໄດ້. ​ຍ້ອນ​ແນວ​ນັ້ນ ຟີ​ລິບ​ປິນຈຶ່ງ​ບໍ່​ຍື່ນ​ຄຳ​ຮ້ອງ​ກ່ຽວ​ກັບ​ຂໍ້​ພິພາດ​ທາງ​ດ້ານ​ອຳນາດ​ອະທິປະ​ໄຕ ​ໃຫ້ອະນຸຍາ​ໂຕ​ຕຸລາການ ຕາມ​ພາກຜະ​ໜວກ​ທີ VII.

ໃນ​​ແງ່​ຂອງ​ເຂດ​ທະ​ເລ, ບັນດາ​ປະ​ເທດ​ຢູ່​ແຄມ​ຝັ່ງ​ທະ​ເລ​ຕາ​ເວັນ​ອອກ ລ້ວນ​ແຕ່​ກຳນົດ​ເຂດ​ທະ​ເລ​ຂອງ​ຕົນ​ຕາມ​ຂໍ້​ກຳນົດ​ຂອງອະນຸ​ສັນຍາ​ສະຫະ​ປະຊາ​ຊາດ ​ວ່າ​ດ້ວຍ​ກົດໝາຍ​ທາງ​ທະ​ເລ ປີ 1982 (UNCLOS - ຢູ​ເອັນຊີ​ແອລໂອເອສ). ຕາມ​ນັ້ນ, ບັນດາ​ປະ​ເທດ​ຢູ້​ແຄມ​ຝັ່ງ​ທະ​ເລ​ ມີອະທິປະ​ໄຕ​ໃນ​ສອງ​ເຂດ​ທະ​ເລ​ຄື ​ເຂດ​ນ້ຳ​ພາຍ​ໃນ (Internal Waters) ​ແລະ ​ເຂດນ້ຳອານາ​ເຂດ (Territorial Waters), ມີ​ອຳນາດອະທິປະ​ໄຕ ​ແລະ ອຳນາດ​ຕັດສິນ​ໃນ​ສາມ​ເຂດ​ທະ​ເລ​ອີກຄື ​ເຂດ​ຕໍ່​ກັບເຂດນ້ຳອານາ​ເຂດ (Contiguous Zone), ​ເຂດ​ເສດຖະກິດ​ພິ​ເສດ (Exclusive Economic Zone), ​ເຂດ​ໄຫລ່​ທະວີບ (Continental Sheft) (2). ຟີ​ລິບ​ປິນ​ໃຫ້​ທັດ​ສາ​ນະ​ວ່າ, ຢູ​ເອັນຊີ​ແອລໂອເອສ ​ເປັນ​ພື້ນຖານ​ກົດໝາຍ​ໜຶ່ງ​ດຽວ ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ແຄມ​ຝັ່ງ​ທະ​ເລ ​ອ້າງ​ສິດທິ​ຂອງ​ຕົນ​ຕໍ່​ເຂດ​ທະ​ເລ​ທີ່​ຂຶ້ນ​ກັບ​ອະທິປະ​ໄຕ, ອຳນາດ​ອະທິປະ​ໄຕ ​ແລະ ອຳນາດ​ຕັດສິນ​ ຂອງປະ​ເທດ​ຕົນ​ເອງ. ​ແຕ່​ວ່າ, ນອກຈາກ​ການ​ອີງ​ໃສ່​ຂໍ້​ກຳນົດ​ຕ່າງໆ​ຂອງ ຢູ​ເອັນຊີ​ແອລໂອເອສ ​ແລ້ວ, ຈີນຍັງ​ຢາກ​ອ້າງ “ສິດທິ​ປະຫ​ວັດ​ສາດ” ​ໂດຍ​ອີງ​ໃສ່ອັນ​ທີ່​ເອີ້ນ​ວ່າ ​ກົດໝາຍ​ສາກົນ​ເວົ້າ​ລວມ ​ແລະ ປະ​ເພນີ​ລະຫວ່າງ​ປະ​ເທດ, ຢູ່​ນອກ​ບົດ​ບັນຍັດ​ຂອງ ຢູ​ເອັນຊີ​ແອລໂອເອສ. ຈາດ​ນັ້ນ, ຈີນໄດ້​ອ້າງ “ສິດທິ​ປະຫ​ວັດ​ສາດ” ​ໃນ​ເຂດ​ທະ​ເລທີ່ຢູ່​ພາຍ​ໃນ​ອັນ​ທີ່​ເອີ້ນ​ວ່າ “ເສັ້ນປະ 9​ ເສັ້ນ”, ຊຶ່ງ​ໄດ້​ສະ​ແດງ​ອອກ​ໃນ​ແຜນ​ທີ່​ພາຍ​ໃນ ​ຂອງອຳນາດ​ການ​ປົກຄອງ​ໄຕ້​ຫວັນ​ປີ 1947 (3). ຈາກ​ຄວາມ​ແຕກ​ຕ່າງ​ກັນ​ນີ້, ຟີ​ລິບ​ປິນ​ໄດ້​ຍື່ນ​ຄຳ​ຮ້ອງຕໍ່​ສານ​ກ່ຽວ​ກັບ​ບັນຫາ​ທີ່​ໜຶ່ງຄື ລັກສະນະຜິດ​ກົດໝາຍ​ຂອງ​ການ​ອ້າງ​ສິດທິ “ເສັ້ນປະ 9​ ເສັ້ນ” ຂອງ​ຈີນ. ຕາມ​ນັ້ນ, ຟີ​ລິບ​ປິນສະ​ເໜີ​ໃຫ້ສານ​ອະນຸຍາ​ໂຕ​ຕຸລາການ ອອກ​ຄຳ​ສະຫລຸບ​ວ່າ ຈີນ​ກໍ​ຄືຟີ​ລິບ​ປິນ ພຽງ​ແຕ່​ສາມາດອ້າງ​ກຳມະສິດ​ກ່ຽວ​ກັບ​ທະ​ເລ​ໂດຍ​ອີງ​ບົນ ຢູ​ເອັນຊີ​ແອລໂອເອສ ​ເທົ່າ​ນັ້ນ, ວ່າ ການ​ອ້າງສິດທິ​ຂອງ​ຈີນ ກ່ຽວ​ກັບ​ອຳນາດ​ອະທິປະ​ໄຕ, ອຳນາດ​ຕັດສິນ ​ແລະ “ສິດທິ​ປະຫ​ວັດ​ສາດ” ​ໃນບັນດາ​ພື້ນ​ທີ່​ທະ​ເລ ຂອງ​ທະ​ເລ​ຕາ​ເວັນ​ອອກທີ່​ຢູ່​ໃນ “​ເສັ້ນປະ 9 ​ເສັ້ນ” ນັ້ນ ​ແມ່ນ​ຝືນ​ກັບຢູ​ເອັນຊີ​ແອລໂອເອສ (4).

ຄຽງຂ້າງ​ນັ້ນ, ຍ້ອນ​ການ​ອ້າງ​ກຳມະສິດ​ໃນ​ສອງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ຈີນ​ຢືນຢັນ​ວ່າ​ ປະ​ເທດ​ຕົນ​ມີກຳມະສິດ​ຕໍ່​ພື້ນ​ທີ່​ຕິດ​ລຽນ​ກັບ​ເກາະ ​ແລະ ມີອຳນາດ​ອະທິປະ​ໄຕ, ອຳນາດ​ຕັດສິນ​ ໃນ​ເຂດ​ນ້ຳ​ທີ່​ກ່ຽວຂ້ອງ​ກັບ​ສອງ​ໝູ່​ເກາະ​ນີ້ (5). ​ໃນ​ຂະນະ​ທີ່ຟີ​ລິບ​ປິນ ​ໃຫ້​ທັດສະນະ​ວ່າ ບັນດາ​ໂຄງ​ສ້າງ​ພູມິສາດ​ ຢູ່​ໝູ່​ເກາະ​ເຈື່ອງ​ຊາ ຕ້ອງ​ໄດ້​ຈັດແບ່ງ​ປະ​ເພດ ຕາມ​ຂໍ້​ກຳນົດ​ຂອງຢູ​ເອັນຊີ​ແອລໂອເອສ ​ແລະ ຕາມ​ການຈັດ​ແບ່ງ​ປະ​ເພດ​ນີ້, ບັນດາ​ໂຄງສ້າງພູມິສາດ​ແບບ​ໂງ່ນ​ຫີນ ​ເກາະ​ປະ​ກາ​ລັງ ຫາດ​ຊາຍ (reef, atoll, shoal) ​ແມ່ນ​ບໍ່​ມີ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫລ່​ທະວີບ. ຈາກ​ຄວາມ​ແຕກ​ຕ່າງ​ກັນ​ທາງ​ດ້ານ​ອະທິບາຍ ​ແລະ ໝູນ​ໃຊ້​ຂໍ້​ກຳນົດ​ຂອງຢູ​ເອັນຊີ​ແອລໂອເອສ ກ່ຽວ​ກັບ​ເຂດ​ທະ​ເລ ​ແລະ ສະຖານະ​ທາງ​ກົດໝາຍ​ ຂອງ​ໂຄງສ້າງພູມິສາດ, ຟີ​ລິບ​ປິນຈຶ່ງ​ໄດ້​ຍື່ນ​ຄຳ​ຮ້ອງ​ຕໍ່​ສານ ​ກ່ຽວ​ກັບ​ບັນຫາ​ທີ​ສອງຄື ລະບຽບ​ການ​ທາງ​ດ້ານ​ກົດໝາຍ​ ຂອງ​ບັນດາ​ໂຄງ​ສ້າງ​ພູມິສາດ ຢູ່​ໝູ່​ເກາະ​ເຈື່ອງ​ຊາ. ຈາກ​ນັ້ນ, ຟີ​ລິບ​ປິນ​ໄດ້​ຄັດ​ເລືອກ​ເອົາໂຄງສ້າງພູມິສາດ 9 ​ແຫ່ງ ​ແລະ ຂໍ​ຮ້ອງ​ໃຫ້ສານ​ອະນຸຍາ​ໂຕ​ຕຸລາການ ພິຈາລະນາ​ສະຫລຸບຄວາມ​ວ່າ ​ຫາດ​ຊາຍ​​ສະກາ​ໂບ​ໂຣ (Scarborough Shoal), ຈຶ໊ເທິ້ບ (Fiery Cross Reef), ເຈົາວຽນ (Cuarteron Reef) ​ເປັນ​ໂງ່ນ​ຫີນ​ ເກາະ​ປະ​ກາ​ລັງ ສັນ​ດອນ, ມີ​​​ເຂດນ້ຳ​ພຽງ 12 ​ໄມ​ທະ​ເລ​ເທົ່າ​ນັ້ນ; ​​ກາກ​ມາ (Jhonson Reef), ​ແວ່ງ​ຄັນ (Mischief Reef), ກ໋ອ​​ເມີຍ (Second Thomas Shoal), ຊູ​ບີ (Subi Reef), ​ແກນ​ນານ (McKennan Reef) ​ແລະ ກາ​ແວນ (Gaven Reef) ​ເປັນ​ຫາ​ດຊາຍ​ສັນ​ດອນ​ທີ່​ເຄິ່ງຟູ​ເຄິ່ງຈົມ​ໃຕ້​ນ້ຳ, ບໍ່​ແມ່ນ​ເປົ້າ​ໝາຍ​ເພື່ອ​ໃຫ້​ຈີນ​ອ້າງ​ກຳມະສິດ ​ແລະ ຄອບ​ຄອງ. ​ໃນ​ນັ້ນ, ແວ່ງ​ຄັນ ​ແລະ ກ໋ອ​​ເມີຍ ຂຶ້ນ​ກັບ​ເຂດ​ເສດຖະກິດ​ພິ​ເສດ​ແລະ​​ເຂດໄຫລ່​ທະວີບ​ຂອງຟີ​ລິບ​ປິນ (6).

​ເພື່ອ​ເຮັດ​ໃຫ້ການ​ອ້າງ​ສິດທິ​ກ່ຽວ​ກັບ​ອະທິປະ​ໄຕ​ ແລະ​ເຂດ​ທະ​ເລ​ທີ່​ໄຮ້​ເຫດຜົນຂອງ​ຕົນ​ກາຍ​ເປັນຄວາມ​ຈິງ, ຈີນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ຂຸ້ນຂ້ຽວ. ຕົວຢ່າງ​ຄື ການອອກ​ຄຳ​ສັ່ງ​ຫ້າມ​ຝ່າຍ​ດຽວ​ບໍ່​ໃຫ້ຫາ​ປາ, ກໍ່​​ໃຫ້​ເກີດ​ການ​ປະ​ທະ​ກັນ ​ຢູ່​ຫາດ​ຊາຍ​ສະກາ​ໂບ​ໂຣ, ຈາກ​ນັ້ນ​ ໄດ້​ຍຶດ​ເອົາ​ສິດ​ຄວບ​ຄຸມ ​ແລະ ກີດ​ກັ້ນ​ການ​ເຄື່ອນ​ໄຫວຫາ​ປາ​ແບບ​ດັ້ງ​ເດີມ​ ຂອງ​ຊາວ​ປະມົງຟີ​ລິບ​ປິນ ຢູ່​ເຂດ​ນ້ຳ​ແຫ່ງ​ນີ້; ປະກາດ​ເປີດ 9 ບລ໊ອກນ້ຳມັນອາຍ​ແກັສ ຢູ່​ໄຫລ່​ທະວີບ​ຂອງ​ຫວຽດນາມ; ຕັດ​ສາຍ​ເຄ​ເບິນ, ລົບກວນ, ກີດ​ກັ້ນ​ການ​ເຄື່ອນ​ໄຫວສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແກັສ ຢູ່​ຫາດຊາຍ​ກໍ໋ຣອງຂອງຟີ​ລິບ​ປິນ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ກຳ​ປັ່ນບິ່ງ​ມິ​ງ 02, ກຳ​ປັ່ນ​ວີ​ກິ​ງ ​ໃນ​ເຂດ​ເສດຖະກິດ​ພິ​ເສດ​ຂອງ​ຫວຽດນາມ, ດຳ​ເນີນ​ການ​ກໍ່ສ້າງ​ຂະ​ໜາດ​ໃຫຍ່ ຢູ່​ໂຄງ​ສ້າງພູມິສາດ​ບາງ​ແຫ່ງ​ໃນ​ໝູ່​ເກາະ​ເຈື່ອງ​ຊາ; ນຳ​ເອົາ​ຮ້ານ​ຂຸດ​ເຈາະ​ນ້ຳມັນ ​ໄຣຢາງ 981 ​ເຂົ້າ​ມາ​ຕິດ​ຕັ້ງ​ໃນ​ເຂດ​ເສດຖະກິດ​ພິ​ເສດ​ແລະ​ໄຫລ່​ທະວີບ​ຂອງ​ຫວຽດນາມ, ຈັບກຸມ​ຊາວ​ປະມົງ; ຕັ້ງ​ໃຈ​ເອົາ​ກຳ​ປັ່ນ​ຕຳ​ໃສ່​ເຮືອ​ຫວຽດນາມ, ກີດ​ກັ້ນ​ການ​ເຄື່ອນ​ໄຫວ​ຂອງ​ເຮືອ ກຳ​ປັ່ນ​ຫວຽດນາມ... ການ​ເຄື່ອນ​ໄຫວ​ທັງ​ໝົດ​ເຫຼົ່າ​ນີ້ ​ແນ​ໃສ່​ເຮັດ​ໃຫ້​ສະພາບທີ່​ເປັນ​ຢູ່​ປ່ຽນ​ແປງ​ໄປ ຕາມ​ທິດທີ່​ມີ​ປະ​​ໂຫຍດ​ໃຫ້​ແກ່​ຈີນ ​ແລະ ປັບປຸງ​ການ​ອ້າງສິດທິ​ທີ່​ຜິດ​ກົ​ດໝາຍ​ຂອງ​ຈີນ. ດັ່ງ​ນັ້ນ, ຟີ​ລິບ​ປິນຈຶ່ງ​ດຳ​ເນີນ​ການ​ຮ້ອງຟ້ອງ​ຕໍ່​ສານ ກ່ຽວ​ກັບ​ບັນຫາ​ທີ່​ສາມ ທີ່​ພົວພັນ​ເຖິງ​ການ​ເຄື່ອນ​ໄຫວ​ຜິດ​ກົດໝາຍ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ. ພື້ນຖານ​ຂອງ​ການ​ຮ້ອງ​ຟ້ອງ​ຂອງຟີ​ລິບ​ປິນນັ້ນ​ແມ່ນ ການ​ເຄື່ອນ​ໄຫວ​ຂອງ​ຈີນ​ໄດ້​ລະ​ເມີດ​ອຳນາດ​ອະທິປະ​ໄຕ, ອຳນາດ​ຕັດ​ສິນ​ຂອງຟີ​ລິບ​ປິນ​ໃນ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫລ່​ທະວີບ​ຂອງ​ຟີ​ລິບ​ປິນ, ບໍ່​ປະຕິບັດ​ພັນທະ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ, ລະ​ເມີດ​ຂໍ້​ກຳນົດ​ຕ່າງໆ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ບໍ່​ປະຕິບັດ​ພັນທະ​ຄວາມ​ອົດທົນ​ອົ​ດກັ້ນ, ​ເຮັດ​ໃຫ້​ຂໍ້​ພິພາດ​ຮ້າຍ​ແຮງ​ຂຶ້ນ​ຕື່ມ.

ສາມ​ບັນຫາ​ຮ້ອງ​ຟ້ອງຕົ້ນຕໍ​ເທິງ​ນີ້ ຟີ​ລິບ​ປິນ​ໄດ້​ສະ​ເໜີ​ຢ່າງ​ລະອຽດ​ໃນ​ຄຳ​ຮ້ອງ 15 ປະການ​ໃນ​ວັນ​ທີ 22 ມັງກອນ 2013 ​ແລະ ​ຫຼັງ​ຈາກ​ນັ້ນ​ກໍ​ໄດ້ຂຽນ​ຢ່າງ​ຈະ​ແຈ້ງ​ໃນ​ເອກະສານ​ເກືອບ 4.000 ໜ້າ​ ​ທີ່ຍື່ນ​ສະ​ເໜີ​ຢ່າງ​ເປັນ​ທາງ​ການ​ ແລະ ​ເອກະສານ​ເພີ່ມ​ເຕີມ 3.000 ໜ້າ ສົ່ງ​ໃຫ້ສານ​ອະນຸຍາ​ໂຕ​ຕຸລາການ (7).

ເນື້ອ​ໃນ​ພື້ນຖານ​ຂອງ​ຄຳ​ພິພາກສາ​ ຂອງສານ​ອະນຸຍາ​ໂຕ​ຕຸລາການ

ຕໍ່​ບັນດາ​ບັນຫາ​ທີ່​ໄດ້​ຍົກ​ຂຶ້ນ​ໃນ​ຄຳ​ຮ້ອງ​ຂອງຟີ​ລິບ​ປິນ, ຈີນ​ໄດ້​ປະກາດ​ວ່າ​ບໍ່​ເຂົ້າ​ຮ່ວມ​ການ​​ຮ້ອງຟ້ອງ ແລະ ປະຕິ​ເສດ​ສິດທິ​ຂອງສານ​ອະນຸຍາ​ໂຕ​ຕຸລາການ. ຕໍ່ໜ້າ​ຄວາມ​ຄັດຄ້ານ​ຂອງ​ຈີນ​ກ່ຽວ​ກັບສິດ​ອຳນາດ​ຂອງສານ​ອະນຸຍາ​ໂຕ​ຕຸລາການ, ສານ​ອະນຸຍາ​ໂຕ​ຕຸລາການຈຶ່ງຕົກລົງ​ແຍກ​ການ​ພິຈາລະນາ ​ແລະ ສະຫລຸບສະ​ເພາະກ່ຽວ​ກັບ​ສິດ​ອຳນາດ​ຂອງສານ​ອະນຸຍາ​ໂຕ​ຕຸລາການ ​ໃນ​ຄຳ​ພິພາກສາຄັ້ງ​ທຳ​ອິດ (8).

ສານ​ອະນຸຍາ​ໂຕ​ຕຸລາການ ອ່ານ​ຄຳພິພາກສາ​ຄັ້ງ​ທຳ​ອິດ ກ່ຽວ​ກັບ​ສິດ​ອຳນາດ ​ແລະ ບັນດາ​ບັນຫາ​ທີ່​ສານ​ອາດຈະຈັດການ ​ໃນ​ວັນ​ທີ 29 ຕຸລາ 2015. ​ໃນ​ຄຳ​ພິພາກສາ​ນີ້, ສານ​ອະນຸຍາ​ໂຕ​ຕຸລາການຢືນຢັນ: 1- ລະຫວ່າງຟີ​ລິບ​ປິນ ​ແລະ ຈີນ ມີ​ຂໍ້​ພິພາດ​ອະທິປະ​ໄຕ, ​ແຕ່​ບັນດາ​ບັນຫາ​ທີ່ຟີ​ລິບ​ປິນຍື່ນ​ຄຳ​ຮ້ອງ​ຕໍ່​ສານ​ນັ້ນ ບໍ່​ກ່ຽວຂ້ອງ​ກັບ​ອຳນາດ​ອະທິປະ​ໄຕ. ການ​ທີ່ສານ​ອະນຸຍາ​ໂຕ​ຕຸລາການພິຈາລະນາ​ຄຳ​​ຮ້ອງຟ້ອງ​ຂອງຟີ​ລິບ​ປິນນັ້ນ ບໍ່​ກ່ຽວຂ້ອງ​ກັບ​ອຳນາດ​ອະທິປະ​ໄຕ ​ແລະ ການ​ສະຫລຸບ​ບັນຫາ​ຕ່າງໆ​ ຕາມ​ຄຳ​ຮຽກຮ້ອງຂອງຟີ​ລິບ​ປິນ ກໍ​ບໍ່ສະໜັບສະໜູນ​ການ​ອ້າງ​ກຳມະສິດ​ ຂອງ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ໃນຂໍ້​ພິພາດ​ອະທິປະ​ໄຕ ​ໃນ​ທ​ະ​ເລ​ຕາ​ເວັນ​ອອກ (9); 2- ຖະ​ແຫຼງການກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງ​ໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ເປັນ​ຂໍ້​ຕົກລົງ​ການ​ເມືອງ ​ແລະ ບໍ່​ມີ​ການ​ຜູກ​ມັດ​ທາງ​ດ້ານ​ກົດເໝາຍ, ບໍ່​ມີ​ການ​ກຳນົດ​ກ່ຽວ​ກັບ​ກົນ​ໄກ​ແກ້​ໄຂ​ຂໍ້​ພິພາດ​ແບບ​ຜູກ​ມັດ, ບໍ່​ຍົກ​ເວັ້ນມາດ​ຕະການ​ແກ້​ໄຂ​ຂໍ້​ພິພາດ​ແບບ​ອື່ນ, ​ແລະ ດັ່ງ​ນັ້ນ ມັນ​ບໍ່​ອາດ​ປະຕິ​ເສດ​ສິດ​ອຳນາດ​ຂອງສານ​ອະນຸຍາ​ໂຕ​ຕຸລາການ​ໄດ້. ສານ​ອະນຸຍາ​ໂຕ​ຕຸລາການກໍ່​ພິຈາລະນາ​ບັນດາ​ຂໍ້​ຕົກລົງ​ສອງ​ຝ່າຍ ​​ແລະ ບັນດາ​ຂໍ້​ຕົກລົງ​ຫຼາຍ​ຝ່າຍ ຊຶ່ງ​ຈີນ ​ແລະ ຟີ​ລິບ​ປິນ ​ເປັ​ນສະ​ມາ​ຊິກ, ​ເຊັ່ນ​ສົນທິສັນຍາມິດ​ຕະພາບ ​ແລະ​ຄວາມ​ຮ່ວມ​ມື​ຢູ່​ອາຊີ​ຕະ​ເວັນ​ອອກສຽງ​ໃຕ້ (ທີ​ເອຊີ), ອະນຸ​ສັນຍາ​ວ່າ​ດ້ວຍ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ ​ແລະ ຖະ​ແຫຼ​ງການ​ຮ່ວມ​ຫຼາຍ​ສະບັບຂອງ ຟີ​ລິບ​ປິນ ​ແລະ ຈີນ​ ກ່ຽວກັບ​ການ​ແກ້​ໄຂ​ຂໍ້ຂັດ​ແຍ່ງ​ພິພາດ​ໂດຍ​ຜ່ານ​ການ​ເຈລະຈາ, ​ແລະ ສະຫລຸບ​ວ່າ ບັນດາ​ເອກະສານ​ເຫຼົ່ານນີ້ ລ້ວນ​ແຕ່​ບໍ່​ປະກອບ​ເປັນ​ຂໍ້​ຕົກລົງ​ທີ່​ມີ​ຄຸນ​ປະ​ໂຫຍ​ດ​ໃນ​ການກີດ​ກັ້ນບໍ່​ໃຫ້ຟີ​ລິບ​ປິນຍື່ນ​ຄຳ​ຮ້ອງ​ຕໍ່​ສານ (10); 3- ທາດ​ແທ້​ຂອງ​ການ​ຍື່ນ​ຄຳ​ຮ້ອງ​ຂອງຟີ​ລິບ​ປິນ ​ແມ່ນ​ການ​ກຳນົດ​ຄວາມ​ສາມາດ​ໄດ້ຊົມ​ໃຊ້​ບັນດາ​ເຂດ​ທະ​ເລ​ຂອງ​ປະ​ເທດ​ໜຶ່ງ. ນີ້​ແມ່ນ​ບັນຫາ​ໜຶ່ງ​ທີ່​ມີ​ຄວາມ​ກ່ຽວຂ້ອງ ​ແຕ່ມັນ​ແຕກ​ຕ່າງ​ຢ່າງ​ສິ້ນ​ເຊີງ​ກັບ​ການ​ກຳນົດ​ເຂດ​ທະ​ເລ (11). ​ເພາະສະ​ນັ້ນ, ສານ​ອະນຸຍາ​ໂຕ​ຕຸລາການສະຫລຸບ​ວ່າ ບໍ່​ສາມາດຮັບ​ຮູ້​ໂດຍ​ປະລິຍາຍຄຳຮຽກຮ້ອງ​ຟ້ອງ​ສານ​ຂອງຟີ​ລິບ​ປິນ ​ແມ່ນ​ການ​ກຳນົດ​ເຂດ​ທະ​ເລ ​ແລະ ​ດັ່ງ​ນັ້ນ ບໍ່​ສາມາດ​ຖືກ​ຍົກ​ເວັ້ນຕາມ​ຖະ​ແຫຼ​ງການ​ປີ 2006 ຂອງ​ຈີນ (12).

ບົນ​ພື້ນຖານ​ບັນດາ​ເຫດຜົນ​ອ້າງ​ອີງ, ຄຳ​ຕັດສິນ​ກ່ຽວ​ກັບ​ອຳນາດ​ພິຈາລະນາ ​ແລະ ຄວາມ​ສາມາດ​ໃນ​ການ​ຮັບ​ກໍລະນີ​ຮ້ອງ​ຟ້ອງ ​ໄດ້ສະຫລຸບວ່າ ສານ​ອະນຸຍາ​ໂຕ​ຕຸລາການມີ​ອຳນາດ​ພິຈາລະ​ນາ​ຕໍ່​ກັບຄຳ​ຍື່ນ​ສະ​ເໜີ 7 ປະການ​ຂອງ ຟີ​ລິບ​ປິນ ກ່ຽວ​ກັບ​ການຈັດປະ​ເພດ​ໂຄງ​ສ້າງ​ພູມິສາດ 9 ​ແຫ່ງ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ, ການ​ທີ່​ຈີນ​ລະ​ເມີດ​ພັນທະ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ, ກໍ່​ຄື​ລະ​ເມີດ​ຂໍ້​ກຳ​ນົກ​ຕ່າງໆ ​ກ່ຽວ​ກັບ​ຄວາ​ມປອດ​ໄພ​ທາງ​ທະ​ເລ ​ແລະ ສິດທິ​ໃນ​ການ​ຫາ​ປາ​ແບບ​ດັ້ງ​ເດີມ​ຂອງ​ຊາວ​ປະມົງຟີ​ລິບ​ປິນ ຢູ່​ຫາດ​ຊາຍ​ໃຕ້​ນ້ຳ​ສະກາ​ໂບ​ໂຣ. ຄຳ​ຍື່ນ​ສະ​ເໜີ 7 ປະການທີ່​ຍັງ​ເຫຼືອ​ກ່ຽວ​ກັບການ​ອ້າງ​ກຳມະສິດ “​ເສັ້ນປະ 9​ ເສັ້ນ”, ບັນດາ​ການລະ​ເມີດ​ລ່ວງ​ລ້ຳ​ຂອງ​ຈີນ​ຢູ່​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫຼ່​ທະວີບ​ຂອງຟີ​ລິບ​ປິນ ຈະ​ໄດ້​ສືບ​ຕໍ່ພິຈາລະນາ​ ​ແລະ ສະຫລຸ​ບພ້ອມ​ກັບ​ຄຳ​ຕັດສິນ​ທີ່​ສອງ ​ກ່ຽວ​ກັບ​ເນື້ອ​ໃນ. ສານ​ອະນຸຍາ​ໂຕ​ຕຸລາການຮຽກຮ້ອງ​ໃຫ້ຟີ​ລິບ​ປິນ ສືບ​ຕໍ່​ຊີ້​ແຈງ​ເນື້ອ​ຫາ​ຂອງ​ຄຳ​ສະ​ເໜີ​ສຸດ​ທ້າຍ ກ່ຽວ​ກັບ​ການ​ຮຽກຮ້ອງ​ໃຫ້​ຈີນຍຸດຕິ​ການລະ​ເມີດ ​ແລະ ຈະ​ບໍ່​ໄດ້​ຊ້ຳ​ໃນ​ອະນາຄົດ (13).

ພາຍຫຼັງ​ຄຳ​ຕັດສິນກ່ຽວ​ກັບ​ອຳນາດ​ພິຈາລະນາ ​ແລະ ຄວາມ​ສາມາດ​ໃນ​ການ​ຮັບ​ກໍລະນີ​ຮ້ອງ​ຟ້ອງ, ວັນ​ທີ 12 ກໍລະກົດ 2016, ສານ​ອະນຸຍາ​ໂຕ​ຕຸລາການປະກາດ​ຄຳ​ຕັດສິນ​ສຸດ​ທ້າຍ ກ່ຽວ​ກັບ​ເນື້ອ​ໃນຄະດີ. ​ໃນ​ຄຳ​ຕັດສິນ​ນີ້, ສຳລັບ​ບັນຫາ​ທີ່​ໜຶ່ງ​ກ່ຽວ​ກັບ “​ເສັ້ນປະ 9​ ເສັ້ນ”, ສານ​ອະນຸຍາ​ໂຕ​ຕຸລາການຢືນຢັນວ່າ ການ​ທີ່​ຈີນ​ດຳ​ເນີນ​ການ​ໄປມາ ​ແລະ ຫາ​ປາ​ໃນ​ປະຫວັດສາດ ​ຢູ່​ເຂດ​ທະ​ເລ​ຂອງທະ​ເລ​ຕາ​ເວັນ​ອອກ​ນັ້ນ ​ໄດ້​ສະ​ແດງ​ເຖິງ​ສິດທິ​ເສລີພາບ​ໃນທະ​ເລ, ​ໂດຍ​ບໍ່​ແມ່ນ​ການ​ປະຕິບັດ “ສິດທິ​ປະຫ​ວັດ​ສາດ” ​ແຕ່​ຢ່າງ​ໃດ, ​ແລະ​ວ່າ  ບໍ່​ມີ​ຫຼັກ​ຖານ​ໃດທີ່​ຊີ້​ໃຫ້​ເຫັນ​ວ່າ​ ໃນ​ປະຫວັດສາດ ຈີນ​ໄດ້​ປະຕິບັດ​ການ​ຄວບ​ຄຸມ​ພິ​ເສດ​ຕໍ່​ເຂດ​ນ້ຳ​ຕ່າງໆ ​ໃນ​ທະ​ເລ​ຕາ​ເວັນ​ອອກ ຫຼື​ກີດ​ກັ້ນ​ບໍ່​ໃຫ້​ປະ​ເທດ​ອື່ນ​ຂຸດ​ຄົ້ນ​ຊັບພະຍາກອນ​ຂອງ​ຕົນ. ການ​ອ້າ​ງ “ສິດທິ​ປະຫ​ວັດ​ສາດ” ຂອງ​ຈີນຕໍ່​ແຫຼ່ງຊັບພະຍາກອນນັ້ນ ​ແມ່ນ​ບໍ່​ສອດຄ່ອງ​ກັບ​ຂໍ້​ກຳນົດ ​ຂອງ​ອະນຸ​ສັນຍາ​ຂອງສະຫະ​ປະຊາ​ຊາດ. ຖ້າ​ຫາກ​ຈີນ​ເຄີຍ​ມີ “ສິດທິ​ປະຫ​ວັດ​ສາດ” ຕໍ່ຊັບພະຍາກອນທະ​ເລ ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສິດທິ​ເຫຼົ່າ​ນີ້​ໄດ້ຖືກຍຸບ​ເລິກ ​ເມື່​ອອະນຸ​ສັນຍາຂອງ​ສະຫະ​ທະ​ຊາ​ຊາດ​ມີ​ຜົນ​ບັງຄັບ​ໃຊ້ ຍ້ອນສິດທິ​ເຫຼົ່າ​ນີ້ບໍ່​ສອດຄ່ອງ​ກັບ​ລະບົບ​ເຂດ​ທະ​ເລ​ຂອງ​ອະນຸ​ສັນຍາ. ​ເພາະສະ​ນັ້ນ, ສານ​ອະນຸຍາ​ໂຕ​ຕຸລາການສະຫລຸບ: ບໍ່​ມີ​ພື້ນ​ຖານທາງ​ກົດໝາຍ​ໃດ ​ເພື່ອ​ໃຫ້​ຈີນ​ອ້າງ “ສິດທິ​ປະຫ​ວັດ​ສາດ” ຕໍ່ຊັບພະຍາກອນຢູ່​ເຂດ​ນ້ຳ​ໃນ “​ເສັ້ນປະ 9 ​ເສັ້ນ”, ຈີນ​ມີ​ພຽງ​ສິດທິ​ຕາມ​ຂໍ້​ກຳນົດ​ຂອງ ຢູ​ເອັນຊີ​ແອລໂອເອສ ​ເທົ່າ​ນັ້ນ (14).

ສຳລັບ​ບັນຫາ​ທີ່​ສອງ ກ່ຽວ​ກັບສະຖານະ​ທາງ​ກົດໝາຍ ​ຂອງບັນດາ​ໂຄງ​ສ້າງ​ພູມິສາດ ຢູ່​ໝູ່​ເກາະ​ເຈື່ອງຊາ ​ແລະ ຫາດ​ຊາຍ​ສະກາ​ໂບ​ໂຣ, ສານ​ອະນຸຍາ​ໂຕ​ຕຸລາການ ​ໄດ້​ດຳ​ເນີນ​ການ​ຕີ​ລາຄາ​ພິຈາລະນາ​ທາງ​ດ້ານ​ເຕັກນິກ ​ແລະ ​ເງື່ອນ​ໄຂ​ທຳ​ມະ​ຊາດ​ເບື້ອງ​ຕົ້ນ (ກ່ອມ​ເມື່​ອມີ​ການ​ດັດ​ແປງ​ກໍ່ສ້າງຂະ​ໜາດ​ໃຫຍ່​ຢູ່​ນີ້) ​ເພື່ອ​ເປັນ​ພື້ນຖານ​ໃຫ້​ແກ່​ການຈັດປະ​ເພດ​ຂອງ​ໂຄງ​ສ້າງ. ຕາມ​ນັ້ນ, ສານ​ອະນຸຍາ​ໂຕ​ຕຸລາການ ກຳນົດວ່າ ສະກາ​ໂບ​ໂຣ, ກາກ​ມາ, ​ເຈົາວຽນ ​ແລະ ຈຶ໊ເທິ້ບ ​ແມ່ນ​ບັນດາ​ໂຄງ​ສ້າງ​ຟູ​ໜ້າ​ນ້ຳ; ຊຸ​ບີ, ຮຸຍ​ເກີ, ​ແວ່ງ​ຄັນ ​ແລະ ກໍ໋​ເມິ​ຍ ​ແມ່ນ​ບັນດາ​ໂຄງ​ສ້າງ​ຈົມ​ໃຕ້​ນ້ຳ​ໃນ​ເງື່ອນ​ໄຂ​ທຳ​ມະ​ຊາດ. ສານ​ອະນຸຍາ​ໂຕ​ຕຸລາການ ກໍ່​ດຳ​ເນີນ​ການ​ອະທິບາຍ​ມາດຕາ 121 (3) ​ໂດຍ​ອີງ​ບົນ​ການວິ​ເຄາະ​ເນື້ອ​ໃນ​ຄຳ​ສັບ​ຂອງ​ມາ​ຕາ, ສັງ​ລວມພາກ​ພຶດຕິ​ກຳ​ແຫ່ງ​ຊາດ, ມີ​ການ​ສົມ​ທຽບ​ກັບ​ສະພາບ​ການ​ເຈລະຈາ, ຂຽນ​ສະບັບ​ຮ່າງ ​ແລະ ​ເປົ້າ​ໝາຍ​ຂອງ ຢູ​ເອັນຊີ​ແອລໂອເອສ ​ເພື່ອ​ຊອກ​ຫາຂໍ້​ອ້າງ​ເຫດຜົນ​ທີ່​ຊັດ​ເຈນ​ທີ່​ສຸດ ກ່ຽວ​ກັບ​ວິທີ​ກຳນົດ​ເຂດ​ທະ​ເລ​ຂອງ​ໂຄງ​ສ້າງ​ຟູໜ້າ​ນ້ຳຢູ່​ໝູ່​ເກາະ​ເຈື່ອງ​ຊາ. ການ​ປະກົດ​ຕົວ​ຂອງ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ຢູ່​ເທິງ​ໂຄງ​ສ້າງ​ຫຼາຍ​​ແຫ່ງນັ້ນ ບໍ່​ແມ່ນ​ຫຼັກ​ຖານທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ ໂຄງ​ສ້າງ​ເຫຼົ່າ​ນັ້ນ​ມີ​ຄວາມ​ສາມາດຮັກສາ​ຊຸມ​ຊົນ​ຢູ່​ເປັນ​ປົກກະຕິ​ໃນ​ເງື່ອນ​ໄຂ​ທຳ​ມະ​ຊາດ. ຜ່ານ​ການ​ຕີ​ລາຄາ​ປະຫວັດສາດ​ເບື້ອງ​ຕົ້ນ, ສານ​ອະນຸຍາ​ໂຕ​ຕຸລາການ​ເຫັນ​ວ່າ ບັນ​ດາ​ເກາະ​ເຈື່ອງ​ຊາ​ໃນ​ປະຫວັດສາດ​ເຄີຍ​ມີ​ຊາວ​ປະມົງ​ກຸ່ມ​ນ້ອຍໆ ຈາກ​ຈີນ​ແລະ​ປະ​ເທດ​ອື່ນ ມາ​ເຄື່ອນ​ໄຫວ​ນຳ​ໃຊ້, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ຂອງ​ບາງ​ບໍລິສັດ​ຂອງ​ຍີ່​ປຸ່ນ ທີ່ມາຂຸດ​ຄົ້ນ​ແຮ່​ນົກ​ນາງ​ນວນ ​ແລະ ຫາ​ປາ​ໃນ​ຊຸມ​ປີ 1920 - 1930; ການ​ທີ່​ຊາວ​ປະມົງ​ນຳ​ໃຊ້​ໂຄງ​ສ້າງພູມິ​ສາດ​​ແບບ​ຊົ່ວຄາວ​ນັ້ນ ບໍ່​ພາ​ໄປ​ເຖິງ​ການ​ຢູ່ອາ​ໄສ​ເປັນ​ປົກກະຕິ​ຂອງ​ຊຸມ​ຊົນ​ໄດ້. ດັ່ງ​ນັ້ນ, ສານ​ສະຫລຸບ: ບັນດາ​ໂຄງ​ສ້າງ​ຟູ​ໜ້ານ້ຳ​ທັງ​ໝົດ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ (ນັບ​ທັ​ງເກາະ ບາ​ບິ່ງ ທີ່​ໄຕ້​ຫວັນ​ກຳລັງຄວບ​ຄຸມ) ລ້ວນ​ແຕ່​ເປັນ “​ເກາະ​ຫີນ” ທາງ​ດ້ານ​ກົດໝາຍ ​ແລະ ບໍ່​ປະກອບ​ເປັນ​ເຂດ​ເສດຖະກິດ​ພິ​ເສດ ຫຼື​ໄຫຼ່​ທະວີບ​ແຕ່​ຢ່າງ​ໃດ (15). ພ້ອມ​ນັ້ນ, ສານ​ກໍ່​ປະຕິ​ເສດ​ຄຳ​ອ້າງ​ອີງ​ຂອງ​ຈີນ ​ແລະ ຢືນຢັນ​ເຈື່ອງ​ຊາ​ບໍ່​ອາດ​ຈະ​ຖືກ​ກຳນົດ​ວ່າ​ເປັນ​ໝູ່​ເກາະ​ທີ່​ເປັນ​ເອກະ​ພາບ​ໄດ້, ໝາຍ​ຄວາມ​ວ່າ ບໍ່​ອາດຈະ​ແຕ້ມ​ເສັ້ນ​ຖານ​ຊາຍ​ຝັ່ງ (Basline) ຂອງ​ໝູ່​ເກາະ ​ແລະ ການອ້າ​ງກຳມະສິດ​ເຂດ​ທະ​ເລ​ນັບ​ແຕ່​ເສັ້ນ​ຖານ​ຊາຍ​ຝັ່ງ​ຂອງ​ໝູ່​ເກາະອອກ​ໄປສຳລັບ​ເຈື່ອງ​​ຊາແມ່ນ​ບໍ່​ໄດ້ (16).

ສຳລັບ​ບັນຫາ​ທີ່ສາມ ກ່ຽວກັບ​ການ​ກະທຳ​ລະ​ເມີດ​ຂອງ​ຈີນ, ສານ​ອະນຸຍາ​ໂຕ​ຕຸລາການ​ໄດ້​ວິ​ເຄາະການ​ກະທຳ​ລະ​ເມີດ​ຂອງ​ຈີນ ຕາມ​ພື້ນຖານ​ຕ່າງໆ​ຄື: 1- ການລະ​ເມີດສິດ​ອະທິປະ​ໄຕ ​ແລະ ສິດທິ​ໃນ​ການຕັດສິນ​ຂອງຟີ​ລິບ​ປິນ, 2- ການລະ​ເມີດສິດທິ​ຫາ​ປາ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ສະກາ​ໂບ​ໂຣ, 3- ການລະ​ເມີດ​ສິດທິ​ທົ່ວ​ໄປ ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, 4- ການລະ​ເມີດ​ພັນທະ​ທົ່ວ​ໄປ ກ່ຽວ​ກັບ​ການ​ຮັກສາ​ຄວາມ​ປອດ​ໄພ​ທາງ​ທະ​ເລ, 5- ​ເຮັດ​ໃຫ້​ຂໍ້​ພິພາດ​ຮ້າຍແຮງ​ຂຶ້ນ​ຕື່ມ. ສຳລັບ​ໝວດການລະ​ເມີດສິດທິ​ອະທິປະ​ໄຕ ​ແລະ ສິດທິ​ໃນ​ການຕັດສິນ​ຂອງຟີ​ລິບ​ປິນ, ສາມ​ໄດ້​ສົມທົບ​ກັບບັນດາ​ຂໍ້​ສະຫລຸບ​ໃນ​ບັນຫາ​ທີ​ໜຶ່ງກ່ຽວ​ກັບ “​ເສັ້ນປະ 9 ​ເສັ້ນ” ​ແລະ ບັນຫາ​ທີ​ສອງ ກ່ຽວ​ກັບສະຖານະ​ທາງ​ກົດໝາຍ ​ຂອງບັນດາ​ໂຄງ​ສ້າງ​​ພູມິສາດຢູ່​ໝູ່​ເກາະ​ເຈື່ອງຊາ ​ເພື່ອ​ຢືນຢັນ ​ແວ່ງ​ຄັນ, ກໍ໋​ເມິ​ຍ ​ແລະ ກໍ໋ຣອງ ​ແມ່ນ​ໂຄງ​ສ້າງ​ຈົມ​ໃຕ້​ນ້ຳ, ປະກອບ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫຼ່​ທະວີບ​ຂອງຟີ​ລິບ​ປິນ, ບໍ່​ທັບ​ຊ້ອນ​ກັບ​ເຂດ​ທະ​ເລ​ໃດ​ຂອງ​ຈີນ​ທີ່​ອາດ​ຈະ​ໄດ້​ຮັບ​ຮູ້​ຕາມ​ການ​ກຳນົດ​ຂອງ ຢູ​ເອັນຊີ​ແອລໂອເອສ. ​ເພາະສະ​ນັ້ນ, ສານ​ອະນຸຍາ​ໂຕ​ຕຸລາການ ສະຫລຸບ​ວ່າ ຈີນ​ໄດ້ລະ​ເມີດສິດທິ​ອະທິປະ​ໄຕ ​ແລະ ສິດທິ​ໃນ​ການຕັດສິນ ​ຂອງຟີ​ລິບ​ປິນ ​ໃນ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫຼ່​ທະວີບ​ຂອງຟີ​ລິບ​ປິນ ​ເມື່ອ​ຈີນດຳ​ເນີນ​ການ​ເຄື່ອນ​ໄຫວ​ແຊກ​ແຊງ​ເຂົ້າ​ໃນ​ການ​ສືບສວນ​ນ້ຳມັນ​ອາຍ​ແກັສຂອງຟີ​ລິບ​ປິນ ຢູ່​ທີ່​ຫາດ​ຊາຍ​ກໍ໋ຣອງ, ກີດ​ກັ້ນ​ບໍ່​ໃຫ້​ກຳ​ປັ່ນຟີ​ລິບ​ປິນ ຫາ​ປາ​ໃນ​ເຂດ​ເສດຖະກິດ​ພິ​ເສດ​ຂອງຟີ​ລິບ​ປິນ, ບໍ່​ຫ້າມ​ຊາວ​ປະມົງ​ຈີນ​ໄປ​ຫາ​ປາ​ໃນ​ເຂດ​ເສດຖະກິດ​ພິ​ເສດ​ຂອງຟີ​ລິບ​ປິນ ຢູ່​ຫາກ​ຊາຍ​ແວ່ງ​ຄັນ​ແລະ​ກໍ໋​ເມິ​ຍ, ດຳ​ເນີນ​ການ​ກໍ່ສ້າງ​ກິດຈະການ ​ແລະ ​ເກາະ​ທຽມ​ຢູ່​ແວ່ງ​ຄັນ ​ໂດຍ​ບໍ່​ໄດ້​ຮັບ​ຄວາມ​ຍິນ​ຍອມ​ເຫັນ​ດີ​ຂອງຟີ​ລິບ​ປິນ (17).

ກ່ຽວ​ກັບ​ສິດທິ​ໃນ​ການ​ຫານ​ປາ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ຫາດ​ຊາຍ​ສະກາ​ໂບ​ໂຣ, ສານ​ອະນຸຍາ​ໂຕ​ຕຸລາການ​ໄດ້​ພິຈາລະນາສິດທິ​ໃນ​ການ​ຫາ​ປາ​ທີ່​ເປັນ​ມູນ​ເຊື້ອ ​ຢູ່​ຫາດຊາຍສະກາ​ໂບ​ໂຣ ​ແລະ ສະຫລຸບວ່າ ຊາວ​ປະມົງຟີ​ລິບ​ປິນ, ກໍ່​ຄື​ຊາວ​ປະມົງ​ຈີນ ​ແລະ ບັນດາ​ປະ​ເທດ​ອື່ນ, ​ໄດ້​ດຳ​ເນີນ​ການ​ຫາ​ປາຢູ່​ຫາດ​ຊາຍ​ສະກາ​ໂບ​ໂຣ ມາ​ແຕ່​ດົນ​ນານ​ແລ້ວ ​ແລະ ມີ​ສິດ​​ທິໃນ​ການ​ຫາ​ປາ​ທີ່​ເປັນ​ມູນ​ເຊື້ອ​ຢູ່​ບໍລິ​ເວນ​ນີ້. ຍ້ອນ​ຫາດ​ຊາຍ​ສະກາ​ໂບ​ໂຣ​ ​ເປັນ​ໂຄງ​ສ້າງ​ຟູ​ໜ້ານ້ຳ, ມີ​ສິດ​ມີ​ເຂດ​ນ້ຳ​ອານາ​ເຂດ (Territorial Waters) ດັ່ງ​ນັ້ນ ສິດທິ​ໃນ​ການ​ຫາ​ປາ​ທີ່​ເປັນ​ມູນ​ເຊື້ອ​ໃນ​ຂອບ​ເຂດ​ເຂດ​ນ້ຳ​ອານາ​ເຂ​ດນີ້ ສອດຄ່ອງ​ກັບ​ຂໍ້​ກຳນົດ​ຂອງ​ອະ​ນຸ​ສັນຍາ. ​​ເພາະສະ​ນັ້ນ, ສານ​ອະນຸຍາ​ໂຕ​ຕຸລາການສະຫລຸບ ຈີນ​ໄດ້​ລະ​ເມີດ​ຕໍ່​ພັນທະ​ເຄົາລົບ​ສິດທິ​ໃນ​ການ​ຫາ​ປາ​ທີ່​ເປັນ​ມູນ​ເຊື້ອ ​ຂອງ​ຊາວ​ປະມົງຟີ​ລິບ​ປິນ ​ເມື່ອ​ກີດ​ກັ້ນ​ບໍ່​ໃຫ້​ຊາວ​ປະມົງຟີ​ລິບ​ປິນ ​ເຂົ້າ​ເຖິງ​ຫາດ​ຊາຍ​ສະກາ​ໂບ​ໂຣ ຫຼັງ​ຈາກ​ເດືອນ​ພຶດສະພາ 2012. ​ແຕ່​, ສານ​ກໍ່​ຈະ​ມີ​ຄຳ​ສະຫລຸບ​ຄ້າຍຄື​ແນວ​ນັ້ນ ຕໍ່ສິດທິ​ໃນ​ການ​ຫາ​ປາ​ທີ່​ເປັນ​ມູນ​ເຊື້ອ ຂອງ​ຊາວ​ປະມົງ​ຈີນ ຖ້າ​ຫາກຟີ​ລິບ​ປິນມີ​ການ​ກະທຳ​ກີດ​ກັ້ນ​ການ​ຫາ​ປາ​ຂອງ​ຊາວ​ປະມົງ​ຈີນ​ຢູ່​ຫາດ​ຊາຍ​ສະກາ​ໂບ​ໂຣ (18).

ກ່ຽວ​ກັບພັນທະປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ, ສານ​ອະນຸຍາ​ໂຕ​ຕຸລາການສະຫລຸບ ການ​ທີ່​ຈີນ​ດຳ​ເນີນ​ການ​ດັດ​ແປງ​ທີ່​ດິນ​ຂະໜາດ​ໃຫຍ່ ​ແລະ ກໍ່ສ້າງ​ເກາະ​ທຽມ​ໃນ​ໂຄງ​ສ້າງ​ພູມິສາດ 7 ​ແຫ່ງຢູ່​ໝູ່​ເກາະ​ເຈື່ອງ​ຊາ ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ ​ຕໍ່​ສິ່ງ​ແວດ​ລ້ອມ​ແນວ​ປະ​ກາ​ລັງ; ດັ່ງ​ນັ້ນ, ຈີນ​ໄດ້​ລະ​ເມີດພັນທະປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ຕາມ​ການ​ກຳນົດ​ໃນ​ມາດຕາ 192 ​ແລະ 194 ຂອງຢູ​ເອັນຊີ​ແອລໂອເອສ. ພ້ອມ​ກັນ​ນັ້ນ, ສານ​ອະນຸຍາ​ໂຕ​ຕຸລາການກໍ່​ສະຫລຸບ​ວ່າ ຈີນຮັບ​ຮູ້​ໄດ້ ​ແຕ່​ບໍ່​ປະຕິບັດ​ພັນທະ​ທີ່​ຈຳ​ເປັນຕາມ​ການ​ກຳ​ນົດຂອງ ຢູ​ເອັນຊີ​ແອລໂອເອສ ​ເພື່ອ​ກີດ​ກັ້ນ​ຊາວ​ປະມົງ​ຂອງ​ຕົນ ​ໃນ​ການ​ຈັບ​ສັດ​ນ້ຳ​ທີ່​ໃກ້​ສູນພັນ​ເຊັ່ນ ​ເຕົ່າທະ​ເລ, ປະ​ກາ​ລັງ ​ແລະ ຫອຍ​ຍັກ ​ເປັນ​ຈຳນວນ​ຫຼວງ​ຫຼາຍ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ໄດ້​ນຳ​ໃຊ້​ມາດ​ຕະການ​ທີ່​ກໍ່​ໃຫ້​ເກີດ​ການ​ທຳລາຍ​ຢ່າງ​ຮ້າຍ​ແຮງ ​ຕໍ່​ສິ່ງ​ແວດ​ລ້ອມ​ແນວ​ປະ​ກາ​ລັງ (19).

ກ່ຽວ​ກັບພັນທະຮັກສາ​ຄວາມ​ປອດ​ໄພ​ທາງ​ທະ​ເລ, ສານ​ອະນຸຍາ​ໂຕ​ຕຸລາການສະຫລຸບ ຈີນ​ລະ​ເມີດ​ພັນທະ​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ທະ​ເລ ຕາມ​ອະນຸ​ສັນຍາ​ສາກົນ​​ເພື່ອ​ການ​ປ້ອງ​ກັນ​ການຊົນຕຳ​ກັນ​ໃນ​ທະ​ເລ ປີ 1972 ​ແລະ ມາດຕາ 94 ຂອງຢູ​ເອັນຊີ​ແອລໂອເອສ ​ເມື່​ອອະນຸຍາດ​ໃຫ້​ກຳ​ປັ່ນບັງຄັບ​ໃຊ້​ກົດໝາຍ​ຂອງ​ຈີນ ​ແລ່ນ​ເຂົ້າ​ເຖິງ​ກຳ​ປັ່ນ​ຂອງຟີ​ລິບ​ປິນ ດ້ວຍ​ຄວາມ​ໄວ​ສູງ ​ແລະ ​ແລ່ນລັດ​ໜ້າກຳ​ປັ່ນ​ເຫຼົ່າ​ນີ້​ໃນ​ລະຍະ​ໃກ້, ສ້າງ​ຄວາມ​ສ່ຽງ​ຍ້ອນອາດ​ຈະ​ຕຳ​ຊົນ​ກັນ ​ແລະ ​ເປັນອັນຕະລາຍ​ໃຫ້​ແກ່​ກຳ​ປັ່ນ ກໍ​ຄື​ຊາວ​ປະມົງຟີ​ລິບ​ປິນ (20).

ສຸດ​ທ້າຍ, ສານ​ອະນຸຍາ​ໂຕ​ຕຸລາການຢືນຢັນ ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ​ໃນ​ກົນ​ໄກ​ແກ້​ໄຂ​ຂໍ້​ພິພາດ ມີ​ພັນທະ​ອົດທົນ​ອົດ​ກັ້ນ ບໍ່​ມີ​ການ​ກະທຳ​ເຮັດ​​ໃຫ້ສະພາບ​ການ​ເຄັ່ງ​ຕຶງ​ ຫຼື​ເປີດ​ກວ້າງ​ຂໍ້​ພິພາດ​ໜຶ່ງ​ ຫຼື​ບັນດາ​ຂໍ້​ພິພາດ​ກ່ຽວ​ກັບ​ບັນດາ​ບັນຫາທີ່​ກຳລັງ​ໄດ້​ຮັບ​ການ​ພິຈາລະນາ. ສານ​ສະຫລຸບ​ວ່າ ຈີນ​ໄດ້​ລະ​ເມີດ​ພັນທະ​ກ່ຽວ​ກັບ​ຄວາມ​ອົດທົນ​ອົດ​ກັ້ນ​ ເຮັດ​ໃຫ້​ສະພາບ​ການ​ເຄັ່ງ​ຕຶງ ​ແລະ ​ແກ່ຍາວ​ການ​ແກ່ງ​ແຍ້​ງພິພາດ​ ລະຫວ່າງ​ບັນດາ​ຝ່າຍ​ກ່ຽວ​ຂ້ອງ ​ໃນຂະນະ​ທີ່​ລໍຖ້າ​ຂະ​ບວນການ​ພິຈາລະນາ​ຄະດີ ​ໂດຍ​ຍ້ອນ​ຈີ​ນ​ໄດ້​ກໍ່ສ້າງ​ເກາະ​ທຽມ​ຂະໜາດ​ໃຫຍ່ ຢູ່​ທີ່​ຫາດ​ຊາຍແວ່ງ​ຄັນ ຊຶ່ງ​ເປັນ​ໂຄງ​ສ້າງ​ພູມິສາດທີ່​ມີ​ເວລາ​ຈົມ​ມີ​ເວລາ​ຟູ​ເທິງ​ໜ້າ​ນ້ຳ ທີ່ຢູ່​ໃນ​ເຂດ​ເສດຖະກິດ​ພິ​ເສດ​ຂອງຟີ​ລິບ​ປິນ, ກໍ່​ຄວາມ​ເສຍ​ຫາຍ​ຍາວ​ນານ, ທີ່​ບໍ່​ສາມາດ​ຟື້ນ​ຟູ​ໄດ້ ​ສຳລັບລະບົບ​ນິ​ເວດ​ແນວ​ປະ​ກາ​ລັງ ​ແລະ ​ເປັນ​ການ​ທຳລາຍຖາວອນ​ຕໍ່​ບັນ​ດາ​ຫຼັກ​ຖາ​ທາງ​ດ້ານ​ເງື່ອນ​ໄຂ​ທຳ​ມະ​ຊາດຂອງ​ໂຄງ​ສ້າງ​ນີ້ (21).

ຜົນ​ກະທົບ​ຂອງ​ການ​ດຳ​ເນີນ​ຄະດີ ທີ່​ມີ​ຕໍ່​ການ​ແກ້​ໄຂຂໍ້​ພິພາດ ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຕໍ່​ຫວຽດນາມ

ຄຳ​ຕັດສິນຂອງສານ​ອະນຸຍາ​ໂຕ​ຕຸລາການ ຖືກ​ປະ​ເມີນ​ຄ່າ​ວ່າ​ເປັນ​ບາດ​ລ້ຽວທີ່​ສົ່ງ​ຜົນ​ປະ​ທົບ​ເຖິງ​ວິວັດ​ການ​ແກ້​ໄຂ​ຂໍ້​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ອະດີດ​ຜູ້​ພິພາກສາຂອງ​ຟີ​ລິບ​ປິນ ທ່ານ ອານ​ໂທ​ນີ​ໂອ ກາ​ປີໂອ (Antonio Carpio) ຕີ​ລາຄາ​ວ່າ, ຄຳ​ຕັດສິນ​ໄດ້​ຢືນຢັນ​ຄວາມ​ເຊື່ອ​ຖື​ຂອງ​ມະນຸດຊາດ ​ຕໍ່​ຫຼັກການ​ແກ້​ໄຂ​ຂໍ້​ພິພາດ​ລະຫວ່າງ​ຊາດ​ດ້ວຍ​ສັນຕິ​ວິທີ, ປະຕິ​ເສດ​ການ​ນຳ​ໃຊ້ ຫຼືຂົ່ມຂູ່​ຈະ​ນຳ​ໃຊ້​ກຳລັງ​ອາວຸດ ​ໃນ​ການ​ແກ້​ໄຂ​ຂໍ້​ພິພາດ ​ແລະ ​ເປັນ​ບາດກ້າວ​ຂະຫຍາຍຕົວ​ສຳຄັນ ​ທີ່​ໄດ້​ຊ່ວຍທຳ​ຄວາມ​ກະຈ່າງ​ແຈ້ງ ​ກ່ຽວ​ກັບ​ຄຳ​ອ້າງ​ກຳມະສິດ ຂອງ​ບັນດາ​ຝ່າຍ​ຢູ່ທະ​ເລ​ຕາ​ເວັນ​ອອກ (22). ​ແມ່ນ​ແນວ​ນັ້ນ​ແທ້, ​ເບິ່ງ​ໂດຍ​ກວມ​ລວມ, ຄຳ​ຕັດສິນຂອງສານ​ອະນຸຍາ​ໂຕ​ຕຸລາການ ​ໃນ​ຄະດີ​ນີ້ ອາດ​ຈະ​ມີ​ຜົນ​ກະທົບ​ໃຫຍ່​ໂຕ​ທາງ​ດ້ານ​ການ​ເມືອງ ​ແລະ ກົດໝາຍ ​ເພື່ອຊ່ວຍທຳ​ຄວາມ​ກະຈ່າງ​ແຈ້ງ ​ກ່ຽວ​ກັບ​ຄຳ​ອ້າງ​ກຳມະສິດ ຂອງ​ບັນດາ​ຝ່າຍ​ຢູ່ທະ​ເລ​ຕາ​ເວັນ​ອອກ, ຜ່ານ​ນັ້ນ ສ້າ​ງ​ເງື່ອນ​ໄຂ​ໃຫ້​ບັນດາ​ຝ່າຍ​ ຊອກ​ຫາ​​ວິທີ​ແກ້ອັນ​ຍາວ​ນາມ ​ໃຫ້​ແກ່​ການ​ແກ້​ໄຂ​ຂໍ້​ພິພາດ​ຢູ່ທະ​ເລ​ຕາ​ເວັນ​ອອກ.

ທີ​ໜຶ່ງ, ​ໃນ​ແງ່​ມຸມ​ທາງ​ກົດໝາຍ, ຄຳ​ຕັດສິນ​ໄດ້​ຊ່ວຍ​ຮັດ​ແຄບ​ຂອບ​ເຂດ​ພິພາດ​ກ່ຽວ​ກັບ​ເຂດ​ທະ​ເລ​ລະຫວ່າງ​ຝ່າຍ​ຕ່າງໆ ​ຢູ່ທະ​ເລ​ຕາ​ເວັນ​ອອກ. ກ່ອນ​ອື່ນ, ສຳລັບ​ຄຳ​ອ້າງ​ກຳມະສິດ “​ເສັ້ນປະ 9​ ເສັ້ນ” ​ແລະ ວິທີ​ອະທິບາຍ​ວ່າ ​ເຈື່ອງ​ຊາ​​ແມ່​ນໝູ່​ເກາະ​ທີ່​ເປັນ​ເອກະ​ພາບ ມີ​ເຂດ​ເສດຖະກິດ​ພິ​ເສດ​ແລະ​ໄຫຼ່​ທະວີບ ​ຕາມ​ລະບຽບການ​ປະ​ເທດ​ໝູ່​ເກາະ, ​ແມ່ນ​ອາດ​ຈະ​ຖື​ວ່າ ​ໃນພື້ນ​ທີ່​ຫຼາຍ​ກວ່າ 85% ຂອງທະ​ເລ​ຕາ​ເວັນ​ອອກ ມີ​ຄວາມຂັດ​ແຍ້​ງ​ພິພາດກ່ຽວ​ກັບ​ເຂດ​ທະ​ເລ. ຈາກ​ນັ້ນ, ຈະ​ພາ​ໄປ​ເຖິງ​ການ​ກະທຳ​ເປັນ​ລວາດ ​ທີ່ກໍ່​ຄວາມ​ເຄັ່ງ​ຕຶງ, ​ເຮັດ​ໃຫ້ “​ເສັ້ນປະ 9 ​ເສັ້ນ” ທີ່​ໄຮ້​ເຫດຜົນ​ຂອງ​ຈີນ ​ກາຍ​ເປັນຄວາມ​ຈິງ ທີ່​ທັບ​ຊ້ອນ​ເລິກ​ເຂົ້າ​ໄປ​ໃນ​ເຂດ​ເສດຖະກິດ​ພິ​ເສດ​ ແລະ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ຟີ​ລິບ​ປິນ ​ແລະ ມາ​ເລ​ເຊຍ. ປະຈຸ​ບັນ, ດ້ວຍ​ຂໍ້​ສະຫລຸບ​ທີ່​ຈະ​ແຈ້ງ​ຂອງສານ​ອະນຸຍາ​ໂຕ​ຕຸລາການວ່າ ຈີນ​ບໍ່​ມີ​ພື້ນຖານ​ກົດໝາຍ ​ເພື່ອອ້າງ​ “ສິດທິ​ປະຫວັດສາດ” ຕໍ່​ເຂດ​ນ້ຳ​ທີ່​ນອນ​ຢູ່​ໃນ “​ເສັ້ນປະ 9 ​ເສັ້ນ” ​ແລະ ບັນດາ​ໂຄງ​ສ້າງພູມິສາດຢູ່​ໝູ່​ເກາະ​ເຈື່ອງ​ຊາ​ທີ່​ມີ​ພຽງ 12 ​ໄມ​ທະ​ເລ, ​ເຂດ​ທະ​ເລ​ທີ່​ອາດ​ຈະ​ຖື​ເປັນ​ເຂດ​ທະ​ເລ​ທີ່​ມີ​ຂໍ້​ພິພາດ​ນັ້ນ​ເຫຼືອ​ພຽງ 12 ​ໄມ​ທະ​ເລ ອ້ອມ​ຮອບ​ເກາະ​ແຕ່ລະ​ໜ່ວຍ​ຂອງ​ໝູ່ເກາະ​ເຈື່ອງ​ຊາ​ເທົ່າ​ນັ້ນ.

ທີ​ສອງ, ​ໂດຍ​ອາ​ໄສ​ການ​ຮັດ​ແຄບ​ຂອບ​ເຂດ​ທະ​ເລ​ທີ່​ອາດ​ຈະ​ຖື​ວ່າ​ມີ​ຂໍ້​ພິພາດ, ສານ​ອະນຸຍາ​ໂຕ​ຕຸລາການ​ໄດ້​ສະຫລຸບ​ວ່າ ການ​ກະທຳ​ຫຼາຍ​ຢ່າງ​ທີ່​ຈີນ​ປະຕິບັດ​ມາ​ນັ້ນ ​ແມ່ນ​ການ​ກະທຳ​ຜິດ​ກົດໝາຍ, ລະ​ເມີດອະທິປະ​ໄຕ ​ແລະ ສິດທິ​ຕັດສິນ​ຂອງຟີ​ລິບ​ປິນ, ລະ​ເມີດ​ພັນທະ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ​ຄວາມ​ປອດ​ໄພທາງ​ທະ​ເລ. ນີ້​ແມ່ນ​ພື້ນຖານ​ກົດໝາຍ​ທີ່​ສຳຄັນ ​ເພື່ອ​ກຳນົດ​ທິດ​ແຫ່ງ​ການກະທຳ​ຂອງ​ຝ່າຍ​ຕ່າງໆ​ ໃນ​ຄວາມ​ພິພາດ​ຢູ່​ທ​ເລ​ຕາ​ເວັນອອກໃນ​ອະນາຄົດ ຕາມ​ທິດ​ອົດທົນ​ອົດ​ກັ້ນ, ບໍ່​ເຮັດ​ໃຫ້​ຂໍ້​ພິພາດ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ, ​ແກ້​ໄຂ​ຂໍ້​ພິພາດ​ດ້ວຍ​ສັນ​ຕິ​ວິທີ. ນີ້​ກໍ່​ແມ່ນ​ຄວາມ​ມານະ​ພະຍາຍາມ​ທີ່​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຈີນ​ໄດ້​ພ້ອມ​ກັນປະຕິບັດ​ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່ທະ​ເລ​ຕາ​ເວັນ​ອອກ (DOC) ​ໃນ​ເວລາ​ທີ່​ຜ່ານ​ມາ ​ແຕ່​ຍັງ​ບໍ່​ທັນ​ບັນລຸ​ປະສິດທິ​ຜົນ​ຕົວ​ຈິງ (23). ຄື​ແນວ​ນັ້ນ​ແມ່ນ, ອາດ​ຈະ​ເວົ້າ​ໄດ້​ວ່າ, ຄຳ​ຕັດສິນ​ຂອງສານ​ອະນຸຍາ​ໂຕ​ຕຸລາການ ​ໄດ້​ສະໜອງ​ພື້ນຖານ​ທາງ​ດ້ານ​ກົດໝາຍ​ເພີ່ມ​ເຕີມ ​ເພື່ອ​ໃຫ້​ຈີນ ​ແລະ ອາ​ຊຽນສືບ​ຕໍ່​ປະຕິບັດຄຳ​ໝັ້ນ​ສັນຍາ​ ກ່ຽວ​ກັບ​ການ​ປະພຶດຂອງ​ບັນດາ​ຝ່າຍ​ຢູ່ທະ​ເລ​ຕາ​ເວັນ​ອອກ, ຈາກ​ນັ້ນ, ສືບ​ຕໍ່​ກ້າວ​ໄປ​ເຖິງ​ວິວັດ​ການ​ເຈລະຈາ ​ແລະ ​​ເຊັນ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່ທະ​ເລ​ຕາ​ເວັນ​ອອກ (COC).

ທີ​ສາມ, ຄຳ​ຕັດສິນຂອງສານ​ອະນຸຍາ​ໂຕ​ຕຸລາການ ຊ່ວຍ​ຊຸກຍູ້ຫາງ​ສຽງ​ທີ່​ກ້າວໜ້າ​ໃນ​ໂລກ ​ໃຫ້​ຄວາມ​ສະໜັບສະໜູນລະບຽບ​ສາກົນ​ທີ່​ອີງ​ບົນ​ກົດໝາຍລະຫວ່າງ​ປະ​ເທດ. ກ່ອນ​ໜ້າ​ນີ້, ​ເມື່ອ​ມີ​ກໍລະນີ ​ເຫດການ​ເກີດ​ຂຶ້ນ​ຢູ່ທະ​ເລ​ຕາ​ເວັນ​ອອກ, ​ແຕ່ລະ​ຝ່າຍ​ທີ່​ກ່ຽວ​ລ້ວນ​ແຕ່​ໄດ້​ອ້າງ​ເຫດຜົນ​ນິຕິ​ກຳ ​ເພື່ອ​ປົກ​ປ້ອງການ​ກະທຳ​ຂອງ​ຕົນ. ປະຊາ​ຄົ​ມສາກົນ​ຈະ​ຢືນຢັນ​ຝ່າຍ​ໃດ​ຖືກຝ່າຍ​ໃດ​ຜິດ​ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ. ​ແຕ່​ວ່າ, ​ເມື່ອ​ມີ​ຂໍ້​ສະຫລຸບ​ທີ່​ຈະ​​ແຈ້ງ​ຂອງສານ​ອະນຸຍາ​ໂຕ​ຕຸລາການສາກົນ​ແລ້ວ, ຄວາມ​ຖືກ - ຄວາມຜິດ​ກໍ່ໄດ້​ຖືກ​ກຳນົດ​ຢ່າງ​ຈະ​ແຈ້ງ. ຈາກ​ນັ້ນ, ຫາງ​ສຽງ​ທີ່​ກ້າວໜ້າ​ມີ​ພື້ນຖານ​ກົດໝາຍ ​ເພື່ອ​ຢືນຢັນ​ຫຼັກ​ໝັ້ນ​ຂອງ​ຕົນ, ຢືນ​ທາງ​ດ້ານ​ກົດໝາຍ​ສາ​ກົນ ​ແລະ ຮຽກຮ້ອງ​ບັນດາ​ຝ່າຍ​ທີ່​ກ່ຽວ ​ໃຫ້​ແກ້​ໄຂ​ຂໍ້​ພິພາດ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ສາກົນ (24). ນີ້​ແມ່ນ​ປະຖົມ​ປັດ​ໄຈ​ທີ່​ສຳຄັນ ຊ່ວຍ​ຊຸກຍູ້ຂະ​ບວນການ​ແກ້​ໄຂ​ຂໍ້​ພິພາກ​ດ້ວຍ​ສັນຕິ​ວິທີ, ຈຳກັດ​ການ​ໃຊ້​ກຳລັງ​ອາວຸດ ​ແລະ ​ການໃຊ້​ອາວຸດ ກຳລັງ​ແຮງ​ເພື່ອຂົ່ມ​ຂູ່ ບັງຄັບ​ບັນດາ​ປະ​ເທດ​ອ່ອນນ້ອຍ ​ໃນ​ຂໍ້​ພິພາດ​ຢູ່ທະ​ເລ​ຕາ​ເວັນ​ອອກ.

ບໍ່​ພຽງ​ແຕ່​ມີ​ຜົນ​ກະທົບ​ຕໍ່​ຄວາມ​ພິພາດ​ຢູ່ທະ​ເລ​ຕາ​ເວັນ​ອອກ​ເວົ້າ​ລວມ, ຄຳ​ຕັດສິນ​ຂອງ​ສານ​ອະນຸ​ຍາ​ໂຕ​ຕຸລາການ​ກໍ່ມີ​ການ​ກະທົບ ​ແລະ ​ເປັນ​ບົດຮຽນ​ໃຫ້​ຫວຽດນາມ​ອີກ​ນຳ.

ກ່ອນ​ອື່ນ, ຍ້ອນ​ຂໍ້​ອ້າງ​ກຳມະສິດ “​ເສັ້ນປະ 9 ​ເສັ້ນ” ​ແລ່ນ​ອ້ອມ​ຮອບທະ​ເລ​ຕາ​ເວັນ​ອອກ, ປົກ​ຫຸ້ມ​ປະມານ 60% ​ເນື້ອ​ທີ່​ເຂດ​ເສດຖະກິດ​ພິ​ເສດ ​ແລະ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ການ​ທີ່ສານອະນຸຍາ​ໂຕ​ຕຸລາການປະຕິ​ເສດ​ພື້ນຖານ​ກົດໝາຍ​ກ່ຽວ​ກັບ​ຄວາມ​ສາມາດ​ທີ່​ຈີນ​ໃຊ້ “​ເສັ້ນປະ 9 ​ເສັ້ນ” ​ເພື່ອ​ອ້າງ​ກຳມະສິດ​ໃນ​ເຂດ​ທະ​ເລ ດັ່ງ​ນັ້ນຈຶ່ງຈະ​ຊ່ວຍ​ໃຫ້​ຫວຽດນາມ​ມີ​ພື້ືຖາ​ນກົດໝາຍ​ອັນ​ໜັກ​ແໜ້ນ ​ເພື່ອ​ຕໍ່ສູ້​ປົກ​ປັກ​ຮັກສາ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ​ໄຫຼ່​ທະວີບທີ່​ເກີດ​ມາ​ຈາກຊາຍ​ຝັ່ງ​ແຜ່ນດິນ​ຂອງ​ຫວຽດນາມ.

ຍິ່ງ​ກວ່າ​ນັ້ນ, ປະຈຸ​ບັນ​ຕາມ​ກຳນົດ​ຂອງ​ກົດໝາຍ​ທະ​ເລດ​ປີ 2012 ຂອງ​ຫວຽດນາມ, ຫວຽດນາມ​ກຳລັງ​ຄັດ​ເລືອກ​ເອົາ​ວິທີ​ແກ້​ທີ່​ປອດ​ໄພ ​ເພື່ອ​ກຳນົດ​ເຂດ​ທະ​ເລຂອງ​ເກາະ​ຕ່າງໆ ຕາມ​ການ​ກຳນົດ​ລວມຂອງ​ມາດຕາ 121 ຂອງ ຢູ​ເອັນຊີ​ແອລໂອເອສ. ດ້ວຍ​ການ​ທີ່ສານ​ອະນຸຍາ​ໂຕ​ຕຸລາການ ທຳ​ຄວາມ​ກະຈ່າງ​ແຈ້ງ ກ່ຽວ​ກັບ​ສະຖານະ​ທາງ​ກົດໝາຍ​ ຂອງ​ບັນດາ​ໂຄງ​ສ້າງພູມິສາດ ​ຢູ່​ໝູ່​ເກາະ​ເຈື່ອງ​ຊາ, ຫວຽດນາມ​ອາດ​ຈະ​ເລືອກ​ເອົາ​ການ​ປະຕິບັດ​ຕາມ​ຂໍ້​ສະຫລຸບ​ຂອງສານອະນຸຍາ​ໂຕ​ຕຸລາການ ​ເພື່ອ​ກຳນົດ​​ເຂດ​ທະ​ເລຢ່າງ​ລະອຽດ ​ໃຫ້​ແກ່​ເກາະ​ຕ່າງໆ ທີ່​ຫວຽດນາມ​ຢືນຢັນ​ອະທິປະ​ໄຕ​ຂອງ​ຕົນ ​​ໃນ​ໝູ່​ເກາະ​ເຈື່ອງ​ຊາ. ​ນີ້​ຈະ​ເປັນການ​ເຄື່ອນ​ໄຫວ​ ທີ່​ຊ່ວຍ​ໃຫ້​ຫວຽດນາມຊີ້​ແຈງວ່າ ​ຄຳ​ອ້າງກຳມະສິດ​ທະ​ເລ​ຂອງ​ຕົນສອດຄ່ອງ​ກັບ​ກົດໝາຍ​ສາກົນ ​ແລະ ​ເຊີດ​ຊູ​ພາບ​ພົດ ອິດ​ທິ​ພົນ​ຂອງ​ປະ​ເທດ​ຫວຽດນາມ​ທີ່​ເຄົາລົບ​ກົດໝາຍ​ສາກົນ.

ນອກ​ນັ້ນ, ການ​ລະ​ເມີດ​ຫຼາຍ​ຢ່າງ​ ທີ່​ປະ​ເທດ​ຈີນ​​ໄດ້​ກະທຳ​ຕໍ່ຟີ​ລິບ​ປິນນັ້ນ ມີ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ​ກັບ​ການລະ​ເມີດ​ທີ່​ຈີນ​ມີ​ຕໍ່​ຫວຽດນາມ, ​ເຊັ່ນ ການ​ກີດ​ກັ້ນ ກຸກ​ກວນ ທຳ​ລາຍກາ​ນ​ເຄື່ອນ​ໄຫວສືບສວນ ຂຸດ​ຄົ້ນຊັບພະຍາກອນ​ທຳ​ມະ​ຊາດ​ນ້ຳມັນ​ອາຍ​ແກັສ ຢູ່​ເຂດ​ໄຫຼ່​ທະວີບ​ຂອງຫວຽດນາມ; ກີດ​ກັ້ນ ຂັດຂວາງ​ບໍ່​ໃຫ້​ຊາວ​ປະມົງ​ຫວຽດນາມ ຂຸດ​ຄົ້ນຊັບພະຍາກອນທາງ​ປະມົງ​ ຢູ່​ໃນ​ເຂດ​ເສດຖະກິດ​ພິ​ເສດ ​ແລະ ບັນດາ​ເຂດ​ການ​ປະມົງທີ່​ເປັນ​ມູນ​ເຊື້ອ​ ຂອງຫວຽດນາມ; ກໍ່ສ້າງ​ບັນດາ​ກິດຈະການ​ກໍ່ສ້າງ​ທີ່​ຜິດ​ກົດໝາຍ​ໃນ​ເຂດ​ໄຫຼ່​ທະວີບ​ຂອງຫວຽດນາມ; ດຳ​ເນີນ​ການ​ຕຳ ຊົນໃສ່​ເຮືອຂອງ​ຊາວ​ປະມົງ ​ແລະ ​ເຮືອຕຳຫຼວດ​ຍາມ​ຝັ່ງ​ຂອງ​ຫວຽດນາມ... ການ​ກະທຳ​ເຫຼົ່າ​ນີ້​ຖືກສານ​ອະນຸຍາ​ໂຕ​ຕຸລາການສະຫລຸບ​ວ່າ ຜິດ​ກົດໝາຍ. ​ເພາະສະ​ນັ້ນ, ອີງ​ໃສ່​ຄຳ​ຕັດສິນ​ນັ້ນ, ຫວຽດນາມມີ​ພື້ນຖານ​ກົດໝາຍ​ທີ່​ໜັກ​ແໜ້ນ​ຕື່ມ​ອີກ ​ເພື່ອ​ຕໍ່ສູ້​ກີດ​ກັ້ນ​ການ​ກະທຳ​ລະ​ເມີດ​ຂອງ​ຈີນ​ໃນ​ອະນາຄົດ.

ອາດ​ຈະ​ເວົ້າ​ໄດ້​ວ່າ, ຄຳ​ຕັດສິນຂອງສານ​ອະນຸຍາ​ໂຕ​ຕຸລາການທີ່​ສ້າງ​ຕັ້ງ​ຂຶ້ນ​ຕາມ​ພາກ​ຜະໜວກ​ທີ VII ຂອງຢູ​ເອັນຊີ​ແອລໂອເອສ ປະ​ສົບ​ຜົນສຳ​ເລັດ, ສະ​ແດງ​ໃຫ້​ເຫັນ​ເຖິງ​ໄຊຊະນະ​ຂອງ​ກົດໝາຍ​ສາກົນ, ຂອງ​ບັນດາ​ຄ່າ​ນິຍົມທົ່ວ​ໄປ ຊຶ່ງ​ບັນດາ​ປປະ​ເທດ​ໃນ​ໂລກ​ໄດ້​ພ້ອມ​ກັນ​ກໍ່ສ້າງ ​ແລະ ​ເຄົາລົບ​ ໃນ​ການ​ພົວພັນ​ສາກົນ​ຫຼາຍ​ທົດ​ສະ​ວັດທີ່​ຜ່ານ​ມາ, ​ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ ​ບັນດາ​ປະ​ເທດ​ອາດ​ຈະ​ນຳ​ໃຊ້​ກົດໝາຍ​ສາກົນ ​ເປັນ​ເຄື່ອງມື​​ແຫ່ງ​ຄວາມ​ຍຸຕິ​ທຳ ​ໃນ​ການ​ມານະ​ພະຍາຍາມ​ແກ້​ໄຂ​ຂໍ້​ພິພາດ​ສາກົນ​ດ້ວຍ​ສັນຕິ​ວິທີ. ຄຳ​ສະຫລຸບ​ຂອງ​ການ​ພິພາກສາມີ​ຫຼາຍ​ຈຸດ​ຕັ້ງໜ້າທີ່​ເປັນ​ປະ​​ໂຫ​ຍດ​ໃຫ້​ແກ່ຟີ​ລິບ​ປິນ ​ແລະ ​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ບັນດາປະ​ເທດທີ່​ກຳລັງ​ມີ​ຂໍ້​ພິພາດ​ຢູ່ທະ​ເລ​ຕາ​ເວັນ​ອອກ, ​ເປັນ​ການ​ໄຂ​ໂອກາດ​ໃໝ່​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວ ພ້ອມ​ກັນ​ຊອກ​ຫາ​ວິທີ​ແກ້​ທີ່​ຍາວ​ນາມ​ແລະ​ຍືນ​ຍົງ, ອີງ​ໃສ່​ກົດໝາຍ​ສາກົນ ​ເພື່ອ​ຄຸ້ມ​ຄອງ ​ແລະ ຮ່ວມ​ມື​ຢູ່ທະ​ເລ​ຕາ​ເວັນ​ອອກ./.

* ຮສ, ປອ ຫງວຽນ​ທິລານ​ແອ​ງ

ສະ​ຖາ​ບັນທະ​ເລ​ຕາ​ເວັນ​ອອກ, ສະ​ຖາ​ບັນ​ການ​ຕ່າງປະ​ເທດ

--------------------------

 * ທັດສະນະ​ທີ່​ສະ​ແດງ​ອອກ​ໃນ​ບົດ​ນີ້ ​ແມ່ນ​ທັດສະນະ​ສ່ວນ​ຕົວ​ຂອງ​ຜູ້​ແຕ່ງ, ບໍ່​ແມ່ນ​ທັດສະນະ​ເປັນ​ທາງ​ການ​ຂອງ​ສະ​ຖາ​ບັນ​ການຕ່າງປະ​ເທດ.

(1) ມາດຕາ 36 ​ໃນ​ກົດ​ລະບຽບ​ຂອງ​ສານ​ຍຸຕິ​ມຳສາກົນ ​ໄດ້​ຢືນ​ຢັນວ່າ ສານ​ມີອຳນາດ​ພິພາກສາຂໍ້​ພິພາດ ຊຶ່ງ​ບັນດາ​ຝ່າຍ​ທີ່​ກ່ຽວ​ເຫັນ​ດີພ້ອມ​ກັນສະ​ເໜີ​ຄຳ​ຮ້ອງ ຫຼັກ​ຖານ​ຕ່າງໆ ​ຕໍ່​ສານ, ​ເຊັ່ນ ພ້ອມ​ກັນສະ​ເໜີ​ຂໍ້​ຕົກລົງ, ຖະ​ແຫຼງການ​ຮັບຮ​ອງ​ຝ່າຍ​ດຽວ, ຫຼື​ຂໍ້​ກຳນົດ​ໃນ​ສົນທິສັນຍາ​ສາກົນ ຊຶ່ງ​ບັນດາ​ປະ​ເທດ​ທີ່​ພິພາດ​ເປັນ​ສະມາຊິກ.

(2) ຕາມ​ຂໍ້​ກຳນົດ​​ໃນ​ບັນດາ​ມາດຕາ 2, 33, 56, 76 ຂອງ ຢູ​ເອັນຊີ​ແອລໂອເອສ.

(3) ຖະ​ແຫຼ​ງການ​ຂອງ​ຫົວໜ້າ​ກົມ​ກົດໝາຍ ​ແລະ ສົນທິສັນຍາ​ສາກົນ, ກະຊວງ​ການ​ຕ່າງປະ​ເທດ​ຈີນ, ວັນ​ທີ 12-5-2016.

(4) ຂໍ້​ສະ​ເໜີ​ສະບັບ​ທີ 1 ​ແລະ 2 ​ໃນ​ຄຳຮ້ອງ​ຟ້ອງ​ຂອງ​ຟີ​ລິບ​ປິນ.

(5) ສານ​ທາງ​ການ​ຂອງ​ຈີນ ສົ່ງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບການສະ​ເໜີ​ເຂດ​ໄຫຼ່​ທະວີບ​ເປີດ​ກວ້າງ​ ຂອງ​ຫວຽດນາມ ​ແລະ ມາ​ເລ​ເຊຍ, No. CML/12/2009 (ວັນ​ທີ 13 ​ເມສາ 2009) ​ແລະ CML/8/2011 (ວັນ​ທີ 14 ​ເມສາ 2011).

(6) ຂໍ້​ສະ​ເໜີ​ສະບັບ​ທີ 3 - 7 ໃນ​ຄຳຮ້ອງ​ຟ້ອງ​ຂອງ​ຟີ​ລິບ​ປິນ.

(7) ບັນດາ​ເອກະສານ​ເຫຼົ່າ​ນີ້ ​ໄດ້​ລົງ​ພິມ​ຂໍ້ຄວາມ​ເຕັນ​ໃນ​ເວ​ບ​ໄຊ:https://www.pcacases.com/web/view/7

(8) ຄຳ​ປະກາດ​ສະບັບ​ທີ 4 ຂອງສານ​ອະນຸຍາ​ໂຕ​ຕຸລາການ, ລົງ​ໃນ​ເວ​ບ​ໄຊ: https://www.pcacases.com/web/sendAttach/1298

(9) ບົດ​ສະຫລຸບ​ ​ໃນ​ຕອນ​ທີ 153, ຄຳ​ຕັດສິນ​ກ່ຽວ​ກັບ​ອຳນາດ ​ແລະ ຄວາມ​ສາມາດ​ດຳ​ເນີນ​ຄະດີ​ ຂອງສານ​ອະນຸຍາ​ໂຕ​ຕຸລາການ ວັນ​ທີ 29-10-2015, ຂໍ້ຄວາມ​ເຕັມ​ໃນ​ເວ​ບ​ໄຊ: https://www.pcacases.com/web/sendAttach/1506 (ຫຼັງ​ຈາດ​ນີ້ ​ເອີ້​ນຫຍໍ້​ວ່າ ຄຳ​ຕັດສິນ​ກ່ຽວ​ກັບ​ສິດ​ອຳນາດ)

(10) ບົດ​ສະຫລຸບ​ ​ໃນ​ຕອນ​ທີ 302, 310, 321, ຄຳ​ຕັດສິນ​ກ່ຽວ​ກັບ​ສິດ​ອຳນາດ.

(11) ການ​ກຳນົດ​ເຂດ​ທະ​ເລ​ພຽງ​ແຕ່​ເກີດ​ຂຶ້ນ​ພາຍຫຼັງກຳນົດ​ຄວາມ​ສາມາດ​ນຳ​ໃຊ້​ເຂດ​ທະ​ເລ​ທີ່​ປະກອບ​ເປັນ​ເຂດ​ທະ​ເລດ​ທັບ​ຊ້ອນ​ລະຫວ່າງ​ບັນດາ​ປະ​ເທດ.

(12) ບົດ​ສະຫລຸບ​ ​ໃນ​ຕອນ​ທີ 153, ຄຳ​ຕັດສິນ​ກ່ຽວ​ກັບ​ສິດ​ອຳນາດ.

(13) ຕອນ​ທີ 412, ຄຳ​ຕັດສິນ​ກ່ຽວ​ກັບ​ສິດ​ອຳນາດ.

(14) ຕອນ​ທີ 278, ຄຳ​ຕັດສິນ​ກ່ຽວ​ກັບ​​ເນື້ອ​ໃນ​ຂອງ​ຄຳ​ຮ້ອງ​ຟ້ອງ​ຂອງຟີ​ລິບ​ປິນ - ຈີນ, http://www.pcacases.com/pcadocs/PH-CN%20-%2020160712%20-%20Award.pdf (ຫຼັງ​ຈາດ​ນີ້ ​ເອີ້ນຫຍໍ້​ວ່າ ຄຳ​ຕັດສິນ​ກ່ຽວ​ກັບ​​ເນື້ອ​ໃນ).

(15) ບົດ​ສະຫລຸບ​ຂອງສານ​ອະນຸຍາ​ໂຕ​ຕຸລາການ ​ໃນ​ຕອນ​ທີ 646, ຄຳ​ຕັດສິນ​ກ່ຽວ​ກັບ​​ເນື້ອ​ໃນ.

(16) ບົດ​ສະຫລຸບ​ຂອງສານ​ອະນຸຍາ​ໂຕ​ຕຸລາການ ໃນ​ຕອນ​ທີ 575 ​ແລະ 576, ຄຳ​ຕັດສິນ​ກ່ຽວ​ກັບ​​ເນື້ອ​ໃນ.

(17) ບົດ​ສະຫລຸບ​ຂອງສານ​ອະນຸຍາ​ໂຕ​ຕຸລາການ ໃນ​ຕອນ​ທີ 716, 757, 1043, ຄຳ​ຕັດສິນ​ກ່ຽວ​ກັບ​​ເນື້ອ​ໃນ.

(18) ບົດ​ສະຫລຸບ​ຂອງສານ​ອະນຸຍາ​ໂຕ​ຕຸລາການ ໃນ​ຕອນ​ທີ 814, ຄຳ​ຕັດສິນ​ກ່ຽວ​ກັບ​​ເນື້ອ​ໃນ.

(19) ບົດ​ສະຫລຸບ​ຂອງສານ​ອະນຸຍາ​ໂຕ​ຕຸລາການ ໃນ​ຕອນ​ທີ 992 ​ແລະ 993, ຄຳ​ຕັດສິນ​ກ່ຽວ​ກັບ​​ເນື້ອ​ໃນ.

(20) ບົດ​ສະຫລຸບ​ຂອງສານ​ອະນຸຍາ​ໂຕ​ຕຸລາການ ໃນ​ຕອນ​ທີ 1109, ຄຳ​ຕັດສິນ​ກ່ຽວ​ກັບ​​ເນື້ອ​ໃນ.

(21) ບົດ​ສະຫລຸບ​ຂອງສານ​ອະນຸຍາ​ໂຕ​ຕຸລາການ ໃນ​ຕອນ​ທີ 1181, ຄຳ​ຕັດສິນ​ກ່ຽວ​ກັບ​​ເນື້ອ​ໃນ.

(22) ຄຳ​ຕອບ​ຂອງ​ທ່ານ ອານ​ໂທ​ນີ​ໂອ ກາ​ພີ​ໂອ ອະດີດ​ຜູ້​ພິພາກສາຟີ​ລິບ​ປິນ ທີ່​ໃຫ້​ສຳພາດ​ນັກ​ຂ່າວ​ຂອງ​ເວ​ບ​ໄຊ abscbn, ຂໍ້ຄວາມ​ເຕັນ​ໃນ​ເວ​ບ​ໄຊ:  http://news.abs-cbn.com/focus/07/14/16/transcript-justice-antonio-carpio-on-south-china-sea-conflict

(23) ຂໍ້​ກຳນົດ​ໃນ​ມາດ​ຕາ 4 ​ແລະ​ມາດ​ຕາ 5 ຂອງ DOC. ອາ​ຊຽນ ​ແລະ​ຈີນ​ ຍັງ​ບໍ່​ທັນ​ບັນລຸ​ເຖິງ​ຄວາມເຫັນ​ດີ​ນຳ​ກັນ​ໃນ​ການ​ອະທິບາຍ, ກຳນົດ​ຢ່າງ​ລະອຽດ ກ່ຽວ​ກັບ​ມາ​ຕາ 4 ​ແລະ​ມາດຕາ 5 ຂອງ DOC ​​ໂດ​ຍຜ່ານ​ການ​ກໍ່ສ້າງບັນຊີ​ລາຍ​​ການ​ເຄື່ອນ​ໄຫວທີ່​ຄວນເຮັດ ​ແລະ ບໍ່​ຄວນ​ເຮັດ ​ເພື່ອ​ຊຸກຍູ້​ການ​ຄຸ້ມ​ຄອງ​ ແລະ​ແກ້​ໄຂ​ຂໍ້​ພິພາດ​ຢູ່​ທະ​ເລ​ຕາ​ເວນ​ອອກ.

(24) ມາ​ຮອດ​ປະຈຸ​ບັນ, ອາ​ເມຣິກາ, ຍີ່ປຸ່ນ, ອົດ​ສະຕຣາລີ, ກາ​ນາ​ດາ ​ໄດ້​ອອກຖະ​ແຫຼ​ງການຢືນຢັນ ຄຳ​ຕັດສິນ​ມີ​ຄຸນຄ່າຜູກ​ມັດ​ທາງ​ກົດໝາຍ ຕໍ່​ບັນດາ​ຝ່າຍທີ່​ກ່ຽວ​ໃນ​ຄະດີ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວ​ປະຕິບັດ​ຕາມ​ຂໍ້​ຕັດສິນ. ສະຫະພາບ​ເອີຣົບ, ສິງກະ​ໂປ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ມຽນມາ ​ແລະ ປະ​ເທດ​ອື່ນ​ອີກ​ຫຼາຍ​ປະ​ເທດ ​ໄດ້​ອອກ​ຖະ​ແຫຼ​ງການ ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ພ້ອມ​ກັນ​ແກ້​ໄຂ​ຂໍ້​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຢ່າງ​ຖືກຕ້ອງ​ກັບ​ກົດໝາຍ​ສາກົນ.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ