ວັນອາທິດ, 24/9/2017
ແກ້ໄຂເປັນຢ່າງດີ ສາຍພົວພັນລະຫວ່າງ ເອກະລາດ, ເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງສາກົນ ຂອງຫວຽດນາມໃນສະພາບການໃໝ່
26/2/2017 17:20' ສົ່ງ ພິມ
ພາບປະກອບ

ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງພັກ​ກອມ​ມູນິດ​ຫວຽດນາມ ສືບ​ຕໍ່​ຢືນຢັນ, ການ​ຊາບ​ຊືມ ​ແລະ ​ແກ້​ໄຂ​ເປັນ​ຢ່າງ​ດີ ບັນດາ​ສາຍ​ພົວພັນ​ໃຫຍ່​, ​ໃນ​ນັ້ນ​ມີສາຍ​ພົວພັນລະຫວ່າງ​ ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ​ການ​ເຊື່ອມ​ໂຍງ​ສາກົນ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ ​ຂອງ​ຫວຽດນາມ​ໃນ​ໄລຍະ​ຕໍ່​ໄປ.

ສາຍ​ພົວພັນລະຫວ່າງ​ ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ​ການ​ເຊື່ອມ​ໂຍງ​ສາກົນ ຂອງ​ຫວຽດນາມ ຈາກ​ພຶດຕິ​ກຳ 30 ປີ​ແຫ່ງ​ການ​ປ່ຽນ​​ແປງ​ໃໝ່

​ໃນ​ຊຸມ​ປີ​ກາງ​ທົດ​ສະ​ວັດ​ທີ 8 ຂອງ​ສະຕະວັດ​ທີ XX, ຫວຽດນາມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ຮ້າຍແຮງ​ຕ່າງໆ. ກົນ​ໄກ​ເສດຖະກິດ​ແຜນ​ການ​ລວມສູນ, ອາດຍາ​ສິດ, ​ເກື້ອກູນ​ທີ່​ແກ່ຍາວ ​ໄດ້ຍຸບ​ຍອບ​ກຳລັງ​ຊຸກ​ດັນ​ການ​ພັດທະນາ; ປະ​ເທດ​ຕ້ອງ​ຢູ່​ໂດ​ດດ່ຽວ, ຖືກຂວ້ຳບາດ ​ແລະ ຕ້ອງ​ຂຶ້ນ​ກັບ​ການ​ຊ່ວຍ​ເຫຼືອ​ຈາກ​ພາຍ​ນອກ. ຊີວິດ​ຄວາມ​ເປັນ​ຢູ່​ຂອງ​ປະຊາ​ຊົນພົບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ຄວາມທຸກ​ຍາກ​ເພີ່ມ​ຂຶ້ນ​ຢ່າງ​ໄວ, ​ລະບົບເສດຖະກິດ - ສັງຄົມ ອາດ​ຈະພັງ​ທະລາ​ຍລົງ​ໃນ​ເວລາ​ໃດ​ກໍ່​ໄດ້, ຄວາມ​ຄິດກັງວົນ​ຫວາດ​ຫວັ່ນ​ແຜ່​ກວ້າງ​ໃນ​ປະຊາຊົນ ​ໄດ້​ເຮັດ​ໃຫ້​ລະບອບ​ການ​ເມືອງ​ຕ້ອງ​ປະ​ເຊີນກັບ​ຄວາມ​ທ້າ​ທາຍ​ທີ່​ໃຫຍ່​ຫຼວງ.

ຕໍ່ໜ້າ​ຄວາມ​ຫຍຸ້ງຍາກ​ດັ່ງກ່າວ​ນັ້ນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ຂອງ​ພັກ (ປີ 1986) ​ໄດ້​ລິ​ເລີ່ມການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຢ່າງຮອບດ້ານ, ​ໃນ​ນັ້ນ ມີ​ແຜນ​ນະ​ໂຍບາຍ “​ເຂົ້າ​ຮ່ວມ​ໃນ​ການ​ແບ່ງ​ງານ​ສາກົນ”, “​ເປີດ​ກວ້າງ​ການ​ພົວພັນ​ເສດຖະກິດ ​ແລະ ວິທະຍາສາດ-​ເຕັກນິກ” ກັບ​ພາຍ​ນອກ(1). ຈິດ​ໃຈ​ຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI ສະ​ແດງ​ໃຫ້​ເຫັນ​ເຖິງ​ວິທີ​ເຂົ້າ​ເຖິງ​ໃໝ່ ທີ່​ວ່າ, ​ຄວາມ​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ບໍ່​ໄດ້​ໝາຍ​ຄວາມ​ວ່າ ຈະ​ຢູ່​ໂດດດ່ຽວ, “ປິດ​ປະຕູ” ກັບ​ບັນດາ​ປະ​ເທດ​ໃນໂລກ, ຈາກ​ນັ້ນ ປູ​ທາງ​ໃຫ້​ແກ່​ຈິນຕະນາການ​ກ່ຽວ​ກັບການ​ເຊື່ອມ​ໂຍງ​ສາກົນ ​ໃນ​ຊຸມ​ປີ​ຕົ້ນ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ພັກ (ປີ 1991) ​ໄດ້​ກ້າ​ວຕື່ມ​ອີກ​ກ້າວໜຶ່ງ ດ້ວຍ​ການວາງ​ແຜນ​ນະ​ໂຍບາຍ​ທີ່​ລະອຽດ​ກວ່າ​ອີກ: “ເປີດ​ກວ້າງ, ຫັນ​ການ​ພົວພັນ​ເສດຖະກິດ​ການ​ຕ່າງປະ​ເທດ​ເປັນ​ຫຼາຍ​ຮຸບ​ຫຼາຍ​ແບບ ​ແລະ ​ຫຼາຍ​ກ້ຳ​ຫຼາຍ​ຝ່າຍ” ​ແລະ ຕາມ​ທັດສະນະ​ຊີ້​ນຳ “ດຶງ​ດູດ​ເອົາ​ບັນດາ​ແຫຼ່ງພະລັງ​ຈາກ​ພາຍ​ນອກ ​ເພື່ອ​ເສີມ​ຂະຫຍາຍ​ບັນດາຂໍ້​ດີ ​ແລະ ຊັບພະຍາກອນ​ພາຍ​ໃນ​ ຢ່າງ​ແຂງ​ແຮງ”(2). ​ແຕ່, ການ​ປ່ຽນ​ແປງ​ໃໝ່​​ໄດ້ດຳ​ເນີນ​ໄປ​ບໍ່​ດົນ​ທໍ່​ໃດ ສະຫະພາບ​ໂຊ​ວຽດ ​ແລະ ບັນດາ​ປະ​ເທດສັງຄົມ​ນິຍົມຢູ່​ເອີຣົບຕາ​ເວັນ​ອອກ ກໍ່​ຖືກ​ວິ​ກິດ​ການ​ຢ່າງ​ຮ້າຍ​​ແຮງ ​ແລະ ຖືກ​ແຕກ​ທະລາ​ຍ, ​ເຮັດ​ໃຫ້​ປະຊາຊົນ​ລັ່ງ​ເລ, ຄິດລະ​ແວງກ່ຽວ​ກັບ​ເສັ້ນທາງ​ທີ່​ຈະ​ກ້າວ​ເດີນ​ຕໍ່​ໄປ​ຂອງ​ຫວຽດນາມ. ​ໃນ​ສະພາບ​ດັ່ງກ່າວ​ນັ້ນ, ​ໂຄງການ​ກໍ່ສ້າງ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່ສັງຄົມ​ນິຍົມປີ 1991 ກໍ່​ໄດ້​ກຳ​ເນີ​ດຂຶ້ນ, ຢືນ​ຢັນຫຼັກ​ໝັ້ນ​ກ້າ​ແກ່ນ, ສະຕິ​ປັນຍາ​ຂ​ອງພັກ​ກອມ​ມູນິດ​ຫວຽດນາມ ​ໃນ​ພາລະກິດ​ແຫ່ງ​ການ​ນຳພາປວງ​ປະຊາຊົນ​ ​ໃນ​ການ​ຢຶດໝັ້ນ​ເສັ້ນທາງ​ປ່ຽນ​ແປງ​ໃໝ່, ກໍ່ສ້າງສັງຄົມ​ນິຍົມ​ໃຫ້​ສຳ​ເລັດ​ຜົນ. ນັ້ນ​ເປັນ​ການ​ພິສູດ​ທີ່​ມີ​ຊີວິດ​ວີ​ວາ​​ ແລະ ມີ​ຄວາມ​ໝາຍທີ່​ສຸດ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງການ​ຮັກສາ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​ການ​ເລືອກ​ເຟັ້ນ​ເອົາ​ເສັ້ນທາງ​ພັດທະນາ​ຂອງ​ຫວຽດນາມ ຕໍ່​ໜ້າການ​ການຜັນ​ຜວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ຍຸກ​ສະ​ໄໝ. 

ຈາກ​ພື້ນຖານ​ເສດຖະກິ​ດທີ່ອັດ​ແຈບ, ​ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ຕາມ​ກົນ​ໄກ​ເສດຖະກິດ​ຫັນ​ເປັນ​ແຜນການ​ລວມສູນ ​ເກື້ອກູນ, ຫວຽດນາມ​ໄດ້​ດຳ​ເນີນ​ການ​ປະຕິ​ຮູບ, ​ເປີດ​ປະຕູ​ປະ​ເທດ, ຫັນ​ໄປສູ່​ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ, ຊຸກຍູ້​ການ​ສົ່ງ​ນອກ, ຮັບ​ເອົາ​ການ​ຊ່ວຍ​​ເຫຼືອ​ເພື່ອ​ພັດທະນາ ​ແລະ ດຶງ​ດູດ​ເອົາ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ. ຈາກ​ບ່ອນ​ຖືກ​ໂດດດ່ຽວ, ຖືກ​ປິດ​ລ້ອມ ຂວ້ຳ​ບາດ, ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ມ້າງ​ການ​ປິດ​ລ້ອມ; ດຳ​ເນີນ​ການ​ພົວພັນ​ເປັນ​ປົກກະຕິ​ ກັບ​ບັນດາ​ປະ​ເທດ​ໃຫຍ່; ປະຕິບັດ​ແຜນ​ນະ​ໂຍບາຍ ຢາກ​ເປັນ​ເພື່ອນ​ມິດ​ກັບ​ທຸກ​ປະ​ເທດ​ໃນ​ວົງ​ຄະນາ​ຍາດ​ສາກົນ; ປັບປຸງເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ຂອງ​ປະ​ເທດ​ຊາດ. ຈາກ​ບ່ອນ​ຖືກ​ວິ​ກິດ​ການ​ຢ່າງ​ຮ້າຍ​ແຮງ, ຮອດ​ກາງ​ທົດ​ສະ​ວັດ​ທີ 9, ພື້ນຖານ​​ເສດຖະກິດ​ຫວຽດນາມ​ໄດ້​ບັນລຸ​ລະດັບ​ການ​ເຕີບ​ໂຕ​ສູງ ​ແລະ ​ໃນ​ເບື້ອງ​ຕົ້ນ​ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ. ຄວາມ​ເປັນ​ຈິງ​ນີ້ ​ໄດ້​ຢືນຢັນ​ລັກສະນະ​ຖືກຕ້ອງຂອງ​ການ​ປ່ຽນ​ແປງ​ໃໝ່. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ  VIII ຂອງ​ພັກ (ປີ 1996) ​ໄດ້​ສ້າງ​ຄວາມ​ເຊື່ອ​ຖື​ຢ່າງ​ໜັກ​ແໜ້ນ​ຕໍ່​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ເປີດ​ກວ້າງ, ຫັນ​ການ​ພົວພັນ​ຕ່າງປະ​ເທດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ຫຼາຍ​ກ້ຳຫຼາຍ​ຝ່າຍ(3), ​ແລະ ​ເພີ່ມ​ທະວີ ​ເປີດ​ກວ້າງ​ການ​ພົວພັນ​ເສດຖະກິດ​ສາກົນ ​ແນ​ໃສ່ຍາດ​ແຍ່ງ​ເອົາ​ບັນດາ​ແຫຼ່ງພະລັງ​ເພື່ອ​ການ​ພັດທະນາ. ​ແຕ່, ຂະ​ບວນການ​ປະຕິບັດ​ບັນດາ​ຂໍ້​ສັນຍາ​ເຊື່ອມ​ໂຍງ​ເສດຖະກິດ​ພາກ​ພື້ນ ​ແລະ ການ​ປະຕິ​ຮູບ​ໃນ​ປະ​ເທດ​ ໃນ​ໄລຍະ​ນີ້​ຍັງ​ຊັກ​ຊ້າ​ທີ່​ສຸດ ຍ້ອນ​ຄວາມ​ຄິດ​ຢ້ານ​ກົວ​ການ​ແຂ່ງຂັນ ​ແລະ ຄວາມ​ລັ່ງ​ເລ ລະ​ແວງຕໍ່​ການ​ກະທົບ​ທີ່​ຫຍໍ້​ທໍ້​ຈາກ​ພາຍ​ນອກ, ​ເປັນ​ຕົ້ນ​ແມ່ນ​ເມື່ອ​ການ​ວິ​ກິດ​ດ້ານ​ການ​ເງິນ-​ເງິນຕາອາຊີ​ລະ​ເບີດ​ຂຶ້ນ.

ຕ້ອງ​ຮອດ​ປີ 2001, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໃນ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ ​ໄດ້​ປະກົດ​ມີ​ປະ​ໂຫຍ​ກ “​ເປັນ​ເຈົ້າການ​ເຊື່ອມ​ໂຍງ​ສາກົນ” ​ຊຶ່ງ​ໄດ້​ຂີດ​ໝາຍ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ ໃນ​ຈິນຕະນາການກ່ຽວ​ກັບ​ການພັດທະນາ ​ແລະ ​ເຊື່ອມ​ໂຍງສາກົນ​ ຂອງ​ຫວຽດນາມ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ກໍ່​ໄດ້​ຍົກ​ໃຫ້​ເຫັນ​ແຈ້ງ​ທັດສະນະ​ຊີ້​ນຳ: ຕ້ອງ​ຮັບປະກັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ກ່ອນ​ອື່ນ​ແມ່ນ ​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ທາງ​ດ້ານ​ແນວທາງ, ນະ​ໂຍບາຍ... ກໍ່ສ້າງ​ພື້ນຖານ​ເສດຖະກິດ​ທີ່​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ໄປ​ຄຽງ​ຄູ່​ກັບ ​ເປັນ​ເຈົ້າການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ; ສົມທົບ​ກຳລັງ​ພາຍ​ໃນ​ແລະ​ກຳລັງ​ພາຍ​ນອກ ​ໃຫ້​ເປັນ​ກຳລັງ​ແຮງ​ສັງ​ລວມ ​ເພື່ອ​ພັດທະນາ​ປະ​ເທດ. ​ເປີດ​ກວ້າງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ ​ແຕ່​ບໍ່​ປະ​ໃຫ້​ເສດຖະກິດ​ຫວຽດນາມ​ຕ້ອງ​ຂຶ້ນ​ກັບຕ່າງປະ​ເທດ, ຖືກ​ຕ່າງປະ​ເທດ​ແຊກ​ຄຸມ(4). ປີ 2006, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​ໄດ້​ເພີ່ມ​ເຕີມ​ຄຳ​ສັບ “ຕັ້ງໜ້າ” ​ແລະ ວາງ​ນະ​ໂຍບາຍ: “ເປັນ​ເຈົ້າ​ການ ​ແລະ ​ຕັ້ງໜ້າ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ພ້ອມ​ກັນນັ້ນ ກໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ສາກົນ​ໃນ​ບັນດາ​ຂົງ​ເຂດ​ອື່ນ...”(5). ​ເຖິງ​ວ່າການ​ເພີ່ມ​ເຕີມ​ນັ້ນ​ບໍ່​ມີ​ລັກສະນະ​ບຸກທະລຸ​ກໍ່ຕາມ, ​ແຕ່​ກໍ່​ໄດ້​ຢືນຢັນ​ຄວາມ​ເຊື່ອ​ຖືຕໍ່​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ຈຳ​ເປັນ ​ຂອງຂະ​ບວນການ​ເຊື່ອມ​ໂຍງ​ສາກົນ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ​ໄດ້​ກຳນົດ​ທັດສະນະ​ຊີ້​ນຳ​ທີ່​ວ່າ ການ​ເຊື່ອມ​ໂຍງ​​ເສ​ດຖະກິດສາກົນ “ຕ້ອງ​ເປັນ​ເຈົ້າ​ການ, ມີ​ແຜນ​ງານ​ທີ່​ເໝາະ​ສົມ ດ້ວຍ​ບາດກ້າວ​ທີ່​ຕັ້ງໜ້າ, ໜັກ​ແໜ້ນ, ບໍ່ລັ່ງ​ເລ​ ຢຸດໆ​ຢ່ອນໆ, ​ແຕ່​ກໍ່​ບໍ່ຮ້ອນຮົນ ຟ້າວ​ຟັ່ງ, ງ່າຍດາຍ”(6).

ດ້ວຍ​ການ​ເປັນ​ສະມາຊິກ​ຖາວອນ​ ຂອງ​ອົງການ​ການ​ຄ້າ​ໂລກ (WTO - ດັບເບີ້ນທີໂອ) ​ໃນ​ປີ 2007, ພື້ນຖານ​ເສດຖະກິດ​ຫວຽດນາມ ​ໄດ້​ເຊື່ອມ​ໂຍງ​ຢ່າງ​ຄົຍ​ຖ້ວນ​ເຂົ້າ​ກັບ​ເສດຖະກິດ​ໂລກ. ບັນດາ​ຄຳ​ໝັ້ນ​ສັນຍາ​ກັບ​ອົງການ ດັບເບີ້ນທີໂອ ​ເປັນ​ຂອບ​ທົ່ວ​ໄປ​ ເພື່ອ​ໃຫ້​ພວກ​ເຮົາຍູ້​ແຮງ​ການ​ປະຕິ​ຮູບ​ຢູ່​ພາຍ​ໃນ​ປະ​ເທດ, ບູລະນະ​ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ. ບົນ​ພື້ນຖານ​ດັ່ງກ່າວ​ນັ້ນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ (ປີ 2011) ​ໄດ້​ຍົກ​ລະດັບ​ແຜນ​ນະ​ໂຍບາຍ​ຂຶ້ນ​ເປັນ “​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າເຊື່ອມ​ໂຍງ​ສາກົນ”(7), ຊຶ່ງ​ໄດ້​ຫັນ​ເປັນ​ລະອຽດ​ດ້ວຍ ມະຕິ​ສະບັບ​ເລກທີ 22-NQ/TW ຂອງ​ກົມ​ການ​ເມືອງ​ສູນ​ການ​ພັກ​ສະ​ໄໝ​ທີ XI (ເດືອນ​ເມສາ 2013), ​ເພື່ອ​ຢືນຢັນ​ວ່າ ການເຊື່ອມ​ໂຍງ​ສາກົນບໍ່​ຖືກ​ຮັດ​ແຄບ​ໃນ​ຂົງ​ເຂດ​ເສດຖະກິດອີກ ​ແຕ່​ໄດ້​ເປີດ​ກວ້າງ​ອອກ​ສູ່​ທຸກ​ຂົງ​ເຂດ, ນັບ​ທັງ​ການ​ເມືອງ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ວັດທະນະທຳ - ສັງຄົມ... ນັບ​ແຕ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ເປັນ​ຕົ້ນ​ໄປ, ບັນດາ​ເອກະສານ​ຂອງ​ພັກ​ໄດ້​ເປັນ​ເອກະ​ພາບ​ໃຊ້​ວະລີ “​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ” (ຕື່ມ​ເຄື່ອງໝາຍ “,”) ​ແທນ​ໃຫ້​ແກ່​ວະ​ລີ “​ເອກະລາດ​ເປັນ​ເຈົ້າ​ຕົນ​ເອງ” ​ເພື່ອ​ສະ​ແດງ​ຢ່າງ​ຖືກຕ້ອງ​ເຖິງ​ສອງ​ດ້ານ “ເອກະລາດ” ​ແລະ “ເປັນ​ເຈົ້າ​ຕົນ​ເອງ” ຂອງ​ອະທິປະ​ໄຕ​ແຫ່ງ​ຊາດ ​ໃນ​ການ​ພັດທະນາ​ປະ​ເທດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ການ​ຊາ​ບຊືມ, ​ແກ້​ໄຂ​ຢ່າງ​ສຳ​ເລັດ​ຜົນ ຄວາມ​ພົວພັນ​ລະຫວ່າງ ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ເຊື່ອມ​ໂຍງ​ສາກົນ ​ໄດ້​ປະກອບສ່ວນອັນ​ສຳຄັນ ​ເຮັດ​ໃຫ້​ປະ​ເທດ​ເຮົາບັນລຸ​ບັນດາ​ຜົນງານ​ການ​ພັດທະນາທີ່​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ ​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່. ຫວຽດນາມ​ໄດ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ໃໝ່ ​ໃນ​ວົງ​ໂຄຈອນ​ແຫ່ງ​ການເຊື່ອມ​ໂຍງ​ສາກົນ, ປະຕິບັດບັນດາ​ການ​ດັດ​ປັບ​ພື້ນຖານ, ຍົກສູງຖານະ​ຕຳ​ແໜ່​ງ, ຂະໜາດ ​ແລະ ຄວາມ​ສາມາດ​ແຂ່ງຂັນ​ ຂອງ​ພື້ນຖານ​ເສດຖະກິດ; ​ເອກະລາດ​ແຫ່ງ​ຊາດ​ໄດ້​ຮັບ​ການ​ປັບປຸງ, ຄວາມ​ສາມ​າດ​ເປັນ​ເຈົ້າ​ຕົນ​ເອງ​ແຫ່ງ​ຊາດ​ ໄດ້​ຮັບ​ການ​ເພີ່ມ​ທະວີ. ຈາກ​ບ່ອນ​ທີ່​ມີ​ການ​ພົວພັນ​ທາງ​ການ​ທູດ​ກັບ​ກວ່າ 30 ປະ​ເທດ​ໃນ​ປີ 1986, ມາ​ເຖິງ​ດຽວ​ນີ້ ຫວຽດນາມ​ໄດ້ມີ​ການ​ພົວພັນ​ທາງ​ການ​ທູດ​ກັບ 187 ປະ​ເທດ; ມີ​ການ​ພົວພັນ​ທາງ​ດ້າງ​ເສດຖະກິດ​ກັບ 223 ປະ​ເທດ​ແລະອານາ​ເຂດ(8). ຄວາມ​ພົວພັນ​ຂອງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​ໃຫຍ່ ລ້ວນ​ແຕ່​ໄດ້​ພັດທະນາ​ຢ່າງ​ດີງາມ; ພິ​ເສດ, ຄວາມ​ພົວພັນ​ກັບປະ​ເທດ​ຈຳນວນ​ໜຶ່ງ​ເລີ່​ມ​ເຂົ້າ​ສູ່​ລວງ​ເລິກ, ມີ​ເນື້ອ​ແທ້ ​ແລະ ມີ​ປະສິດທິ​ຜົນ ​ໂດຍ​ຜ່ານ​ການ​ກຳນົດ​ບັນດາ​ຂອບ​ຄູ່​ຮ່ວມມື​ຮອບດ້ານ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ(9). ຈາກ​ການ​ຢືນ​ຢູ່​ຂ້າງ​ນອກ, ຫວຽດນາມ​ໄດ້​ກາຍ​ເປັນ​ສະມາຊິກ​ຂອງ 70 ກວ່າ​ອົງການຈັດ​ຕັ້ງ​ລະດັບ​ພາກ​ພື້ນ ​ແລະ ລະດັບ​ໂລກ. ຈາກ​ບ່ອນ​ທີ່​ມີ​ແຕ່​ບັນດາ​ສັນຍາ​ເສດຖະກິດ​ສອງ​ຝ່າຍ ອີງ​ບົນ​ຫຼັກການ​ຫຼົມ​ແຫຼວ, ພວກ​ເຮົາ​ໄດ້​ກ້າວ​ໄປ​ເຖິງ​ບ່ອນ​ມີ​ບັນດາ​ສັນຍາ​ເສດຖະກິດສອງ​ຝ່າຍ, ຫຼາຍ​ຝ່າຍ ທີ່​ມີ​ລັກສະນະ​ລະບຽບ​ກົດໝາຍ​ທີ່​ສູງ​ກວ່າ ທັງ​ໃນ​ລະດັບ​ພາກ​ພື້ນ ​ແລະ ລະດັບ​ໂລກ, ​ໃນ​ນັ້ນ​ມີ​ບັນດາ​ສັນຍາ​ການ​ຄ້າ​ເສລີຮຸ່ນ​ໃໝ່ ​ເຊັ່ນ ສັນຍາ​ຄູ່​ຮ່ວມ​ມື​ຂ້າມປາຊີ​ຟິກ (TPP - ທີ​ພີ​ພີ), ສັນຍາ​ການ​ຄ້າ​ຫວຽດນາມ - ສະຫະພາບ​ເອຣົບ (VEFTA - ວີ​ອີ​ແອັບ​ທີ​ເອ),... ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ຍູ້​ແຮງຂະ​ບວນວິວັດ​ການເຊື່ອມ​ໂຍງ​ເສດຖະກິດ​ສາກົນຢ່າງ​ເລິດ​ເຊິ່ງ, ກວ້າງຂວາງ(10).

ຈາກ​ການ​ຊາບ​ຊືມ, ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ເຊື່ອມ​ໂຍງ​ສາກົນ ​ໃນ​ເວລາ​ທີ່​ຜ່ານ​ມາ, ພວກ​ເຮົາ​ອາດ​ຈະ​ຖອດ​ຖອນ​ບົດຮຽນ​ຈຳນ​ວນໜຶ່ງ​ດັ່ງ​ນີ້:

ທີ່​ໜຶ່ງ, ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​ການ​ຕີ​ລາຄາ​ການ​ປ່ຽນ​ແປງ​ຕ່າງໆ ​ຂອງ​ສະພາບ​ການ​ສາກົນ, ພາກ​ພື້ນ; ຈາ​ນັ້ນຈະ​ມີ​ການ​ຕອບ​ສະໜອງ​ນະ​ໂຍບາຍທີ່​ແທດ​ເໝາະ​ກັບ​ເງື່ອນ​ໄຂ​ຂອງ​ປະ​ເທດ,  ​ເໝາະ​ສົມ​ກັບ​ຫຼັກການ​ທົ່ວ​ໄປ ​ແລະ ວິທີ​ເຂົ້າ​ເຖິງ​ລວມ ຂອງ​ໂລກ. ​ໃນ​ເວລາ​ທີ່​ຜ່ານ​ມາ, ຄວາມ​ຮັບ​ຮູ້​ຂອງ​ພວກ​ເຮົາ​ກ່ຽວ​ກັບການເຊື່ອມ​ໂຍງ​ສາກົນ ຍັງ​ບໍ່​ທັນ​ໄປ​ທັນ​ກັບ​ການ​ຜັນ​ປ່ຽນ​ຂອງ​ໂລກ, ຕີ​ລາຄາ​ຍັງ​ບໍ່​ທັນ​ຄົບ​ຖ້ວນ​ ກ່ຽວ​ກັບ​ຄວາມ​ທ້າ​ທາຍ ​ແລະ ​ໂອກາດ ທີ່​ການເຊື່ອມ​ໂຍງ​ສາກົນນຳ​ມາ​ໃຫ້, ດັ່ງ​ນັ້ນ ບາງ​ເທື່ອ​ຈຶ່ງຮ້ອນຮົນ, ອັດຕະວິ​ໄສ, ບາ​ງເທື່ອພັດລະມັດລະວັງ, ບໍ່​ເອົາ​ຈິງ​ເອົາ​ຈັງ. ຄວາມ​ຮັບ​ຮູ້ ​ແລະ ການ​ກະກຽມ​ເອົາ​ເອງ​ຂອງວິ​ສາ​ຫະກິດ ກໍ່​ຄື​ການ​ຊ່ວຍ​ເຫຼືອ​ຂອງ​ລັດ​ໃຫ້​ວິ​ສາ​ຫະກິດ ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ເຂົ້າ​ຮ່ວມ​ການ​ເຊື່ອມ​ໂຍງ​ສາກົນ ຍັງຖືກຈຳກັດ. ບັນດາ​ວິ​ສາຫະກິດ, ​ເປັນ​ຕົ້ນ​ແມ່ນ​ວິ​ສາ​ຫະກິດ​ແຫ່ງ​ລັດ, ຍັງ​ມີ​ແນວ​ຄິດ​ລໍຖ້າ, ​ເອື່ອຍ​ອີງ​ການ​ຊ່ວຍ​ເຫຼືອ​ເກື້ອກູນ ​ແລະ ປົກ​ປ້ອງ​ຂອງ​ລັດ. ​ດັ່ງ​ນັ້ນ, ຈຶ່ງ​ຊັກ​ຊ້າ​ໃນ​ການ​ປ່ຽນ​ແປງ​ໃໝ່​ແຜນ​ນະ​ໂຍບາຍ, ກົນ​ໄກ, ລະບຽບ​ກົດໝາຍ ​ແລະ ນະ​ໂຍບາຍຈຳນວນ​ໜຶ່ງ ​​ໃຫ້​ມັນ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ເຊື່ອມ​ໂຍງ​ສາກົນ, ຍັງ​ບໍ່​ທັນ​ສວຍ​ໃຊ້​ໄດ້​​ໂອກາດຕ່າງໆ ​ເພື່ອ​ປະຕິ​ຮູບ ​ແລະ ພັດທະນາ.

ທີ​ສອງ, ຈຳ​ເປັນ​ຕ້ອງ ​ແລະ ຍາມ​ໃດ​ກໍ່​ຕ້ອງ​ຮັກສາ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​ການ​ກຳນົດ​ແນວທາງ, ນະ​ໂຍບາຍ ​ແລະ ທິດ​ທາງ​ການ​ພັດທະນາ. ​ໃນ​ນັ້ນ, ຕ້ອງ​ຮັກສາ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ເມື່ອຄັດ​ເລືອກ​ເອົາ​ບາດກ້າ​ວ​ເດີ​ນ​ໃນ​ຂະ​ບວນວິວັດການ​ເຊື່ອມ​ໂຍງ: ​ເຂົ້າຮ່ວມ​ໃນ​ອົງການ​ຈັດ​ຕັ້ງ​ສາກົນ​ໃດ, ​ເຊັນສັນຍາ​ໃດ, ດ້ວຍ​ເງື່ອນ​ໄຂ ລຳດັບ​ດຳ​ເນີນ​ງານ​ຄື​ແນວ​ໃດ. ຄວາມ​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ຕ້ອງ​ສະ​ແດງ​ອອກ​ໃນ​ຂະ​ບວນການ​ເຈລະຈາ, ຕໍ່ສູ້​ເພື່ອ​ເຂົ້າ​ຮ່ວມ; ​ເປັນ​ເຈົ້າ​ການ, ປະດິດ​ສ້າງ ​ໃນ​ການ​ປະຕິບັດຄຳ​ໝັ້ນ​ສັນຍາ​ສາກົນ ​ເພື່ອສວຍ​ໃຊ້​ໂອກາດ​ດີທີ່​ປາກົດ​ຂຶ້ນ ​ແລະ ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່ເກີດຂຶ້ນ.

​ເພື່ອ​ຫຼີກ​ລ່ຽງ​ແຮງ​ໜີບ​ທີ່​ໃຫຍ່​ທີ່​ສຸດ​ຈາກ​ພາ​ຍນ​ອກ, ພວກ​ເຮົາ​ບໍ່​ພຽງ​ແຕ່​ຕັ້ງ​ໝັ້ນ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງສະຫຼາດ​ຄ່ອງ​ແຄ້​ວໃນ​ການ​ແກ້​ໄຂ​ຜ່ານ​ຜ່າ​ແຮງ​ໜີບ​ເຫຼົ່າ​ນັ້ນ; ​ແລະ ວຽກ​ງານ​ນີ້​ຍັງ​ຕ້ອງ​ຄິດ​ໄລ່​ເຖິງ​ບັນດາ​ທ່າ​ອຽງ, ບັນດາ​ທິດ​ທາງ​ການ​ພັດທະນາ​ໃນ​ໂລກ ​ເພື່ອມີ​ການ​ຕັດສິນ​ໃຈ​ນະ​ໂຍບາຍ​ທີ່​ເໝາະ​ສັມ. ​ແຕ່, ພວກ​ເຮົາ​ກໍ່​ຍັງ​ບໍ່​ທັນ​ບັນລຸ​ເຖິງ​ຄວາມ​ເປັນ​ເອກະ​ພາບສູງ ​ໃນ​ການ​ຮັບ​ຮູ້ ​ແລະ ການ​ກະທຳ ​ເມື່ອ​ຖື​ວ່າການເຊື່ອມ​ໂຍງ​ສາກົນ ​ແລະ ຮັບປະກັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແມ່ນ​ພາລະກິດ​ຂອງ​ທົ່ວ​ປວງ​ຊົນ ​ແລະ ຂອງ​ລະບົບ​ການ​ເມືອງທັງ​ໝົດ.

ທີ​ສາມ, ​ເພື່ອ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​ຂະ​ບວນວິວັດ​ຍູ້​ແຮງການເຊື່ອມ​ໂຍງ​​ເສດຖະກິດສາກົນນັ້ນ, ຄວາມ​ສາມາດ​ພາຍໃນມີ​ບົດບາດ​ຕັນ​ສິນ ​​ໃນ​ການ​ແກ້​ໄຂ​ໄພ​ອັນຕະລາຍ​ຈາກ​ພາຍ​ນອກ, ສວຍ​ໃຊ້​ໂອກາດ​ທີ່​ການ​ເຊື່ອມ​ໂຍງ​ນຳ​ມາ​ໃຫ້.

ສະພາບ​ການ​ສາກົນ​ໃໝ່ ​ແລະ ບັນຫາ​ທີ່​ວາງ​ອອກ​ມາ​ໃຫ້​ແກ່ ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ການ​ເຊື່ອມ​ໂຍງ​ສາກົນ ຂອງ​ຫວຽດນາມ

ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ​ພວມ​ປ່ຽນ​ແປງ​ຢ່າງ​ໄວວາ, ສັບສົນ, ​ເປັນ​ຜົນ​ສະທ້ອນຢ່າງ​ເລິກ​ເຊິ່ງ​ເຖິງ​ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ການ​ເຊື່ອມ​ໂຍງ​ສາກົນ ຂອງ​ຫວຽດນາມ.

ຄວາມ​ບໍ່​ແນ່ນອນ, ຄາດກະ​ບໍ່​ໄດ້ ຂອງ​ບັນດາ​ທ່າ​ອຽງ​ແຫ່ງ​ການ​ພັດທະນາ​ທົ່ວ​ໂລກ ພວມ​ນຳ​ມາ​ຊຶ່ງ​ຄວາມ​ສ່ຽງບໍ່​ໜ້ອຍ​ ໃຫ້​ແກ່​ຂະ​ບວນວີ​ວັດການ​ເຊື່ອມ​ໂຍງ​ສາກົນຂອງ​ຫວຽດນາມ. ​ເສ​ດຖະກິດ​ໂລກ​ພວມ​ຢູ່​ໃນ​ໄລຍະທີ່​ຍັງ​ບໍ່​ມີ​ສະຖຽນ​ລະ​ພາບ, ​ການ​ເຕີບ​ໂຕ​ບໍ່​ສະ​ໝ່ຳສະ​ເໝີ, ຫຼາຍ​ປະ​ເທດທີ່​ຫາ​ກໍ່​ຈະ​​ເລີນ ພັດ​ຖືກຕົກ​ຢູ່ໃນພາວະ​ເສດຖະກິດ​ຖົດຖອຍ ຫຼື​ຫຼ້າ​ຊ້າ; ລາຄາ​ຂອງ​​ສິນຄ້າ​ພື້ນຖານ, ພະລັງງານ, ວັດຖຸ​ດິບ​ ຫຼຸດ​ລົງ​ຢ່າງ​ແຮງ; ອັດຕາ​ແລກປ່ຽນ​ຂອງ​ສະກຸນ​ເງິນ​ທີ່​ສຳຄັນ ​ໄດ້​ຜັນ​ປ່ຽນ​ເລື້ອຍ; ບັນດາ​ກະ​ແສ​ເງິນ​ລົງທຶນ​ເຄື່ອນ​ຍ້າຍ​ບໍ່​ແນ່ນອນ. ຜົນ​ກະທົບ “​ແຜ່​ລາມ” ຢ່າງ​ໄວວາ ຂອງບັນດາ​ການ​ຊ໊ອກຈາກ​ພາຍ​ນອກ ຈະ​ພາ​ໃຫ້​ມີ​ຄວາມ​ທ້າ​ທາຍ​ທີ່​ສັບສົນ, ​ເປັນ​ຕົ້ນ​ແມ່ນ ​ໃນ​ເມື່ອ​ຄວາມ​ສາມາດຮັບ​ມື​ຂອງ​ປະ​ເທດ​ເຮົາ ຍັງ​ບໍ່​ພຽງພໍ, ບັນດາ​ປັດ​ໄຈ​ພາຍ​​ໃນ​ຂອງ​ພື້ນຖານ​ເສດຖະກິດ ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ.

ການ​ແຊກ​ຊ້ອນ​ກັນ​ລະຫວ່າງ​ບັນດາ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງຫຼາຍຝ່າຍ ແລະ ສອງຝ່າຍ ພວມ​ພາ​ໂລກ​ໄປ​​ເຖິງ “ໂຄງປະກອບການມາຕຣິກ” ຂອງບັນດາສັນຍາ ​ແອັບ​ທີ​ເອ ​ໃນ​ຫຼາຍ​ສາຍ​ແລະ​ຫຼາຍ​ລະດັບ, ​ໃນ​ນັ້ນ ຕ້ອງ​ເວົ້າ​ເຖິງ​ບັນດາສັນຍາ ແອັບ​ທີ​ເອ ຮຸ່ນ​ໃໝ່ ​ແລະ “ອະພິແອັບ​ທີ​ເອ” ​ເຊັ່ນ ທີ​ພີ​ພີ. ປະ​ເທດ​ໃດ​ກາຍ​ເປັນຈຸດ​ສຸມ, ຫົວ​ເງື່ອນ​ ຂອງ​ບັນດາສັນຍາ ແອັບ​ທີ​ເອ ນີ້ ຈະ​ມີ​ໂອກາ​ດີ​ເພື່ອ​ພັດທະນາ, ມີ​ບົດບາດ​ສຳຄັນ​ກວ່າ ​ໃນ​ລະບົບ​ເສດຖະກິດ​ທົ່ວ​ໂລກ. ​ແຕ່, ການ​ປ່ຽນ​ແປງ​ນະ​ໂຍບາຍ ​ໃນ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ເສດຖະກິດສາກົນ ທີ່​ນັບ​ມື້​ນັບ​ຮອບດ້ານແລະ​ເລິກ​ເຊິ່ງ ​ໄດ້​ກະທົບ​ຢ່າງ​ແຂງ​ແຮງ​ເຖິງຄວາມ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງຂອງ​ຫວຽດນາມ. ການ​ຕັດສິນ​ໃຈ​ເຂົ້າ​ຮ່ວມ​ບັນດາສັນຍາ ແອັບ​ທີ​ເອ ຮຸ່ນ​ໃໝ່ ທັງ​ເປັນ​ບາດ​ຫັນປ່ຽນ, ທັງ​ເປັນສິ່ງ​ທ້າ​ທາຍ​ໃໝ່ ​ສຳລັບ​ພື້ນຖານ​ເສດຖະກິດ​ຫວຽດນາມ. ​ແຮງ​ໜີບ​ພາ​ໃຫ້​ມີ​ການປ່ຽນ​ແປງ​ນະ​ໂຍບາຍທີ່ມາ​ຈາກຫຼາຍ​ຊ່ອງ​ທາງ, ຫຼາຍ​ດ້ານ ຈະ​ສ້າງ​ເປັນ​ການ​ກະທົບ​ຫຼາຍ​ດ້າຍທີ່​ຮັບ​ມື​ຍາກ ​ແລະ ກວດກາ​ຍາກ. ຫຼາຍ​ກຸ່ມ​ຜົນ​ປະ​ໂຫຍ​ດ​ເສດຖະກິດທີ່​ຕ່າງ​ກັນ, ຊ້ຳພັດ​ຍັງ​ກົງ​ຂ້າມ​ກັນ, ກໍ່​ຈະ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ ​ແລະ ​ເປັນສາ​ເຫດ​ໜຶ່ງ​ໃນ​ບັນດາ​ສາ​ເຫດ​ຊ້ອນ​ແຝງ ທີ່​ກໍ່​ຄວາມ​ຂັດ​ແຍ່ງ​ໃນ​ສັງຄົມ, ​ເຮັດ​ໃຫ້​ຫວຽດນາມ​ພົບ​ຄວາມ​ຫຍຸ້ງຍາກ​ ໃນ​ເມື່ອ​ຕ້ອງ​ຕົກລົງ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ ​ໃນ​ຂະບວນວິວັດການ​ເຊື່ອມ​ໂຍງ​ສາກົນ. ຍິ່ງ​ກວ່າ​ນັ້ນ​ອີກ, ​ບັນດາສັນຍາ ແອັບ​ທີ​ເອ ​ບໍ່ພໍ​ເພື່ອ​ຊ່ວຍ​ໃຫ້​ຫວຽດນາມປະຕິບັດບັນດາ​ເປົ້າ​ໝາຍພັດທະນາ​ປະ​ເທດ​ໃຫ້​ປະກົດ​ເປັນ​ຈິງ. ​ເຖິງ​ວ່າ​ມັນອາດ​ຈະ​ຊ່ວຍ​ໃຫ້ຫວຽດນາມ​ເຂົ້າ​ເຖິງ​ໄດ້​ດີກ​ວ່າ ​ໃນ​ຕະຫຼາດ​ຂອງ​ບັນດາ​ຄູ່​ຮ່ວມ​ມື, ​ເພີ່ມ​ປະລິມານ​ການ​ຄ້າ ​ແລະ ການ​ລົງທຶນ​ໄລຍະ​ສັ້ນ, ​ແຕ່​ບັນດາສັນຍາ ແອັບ​ທີ​ເອ ກໍ່​ບໍ​ຮັບປະກັນ​ ໃຫ້​ພື້ນຖານ​ເສດຖະກິດ​ຫວຽດນາມ ອາດ​ຈະ​ຜ່ານ​ຂ້າມ​ຕ່ອງ​ໂສ້​ຕ່ຳ ຂອງ​ພວງ​ພະນັງ​ມູນ​ຄ່າ​ທົ່ວ​ໂລກ ຫຼື​ນຳ​ມາ​ຊຶ່ງ​ຫຼາຍ​ວຽກ​ເຮັດ​ງານ​ທຳ​ທີ່​ມີ​ສະມັດ​ຕະພາບ​ສູງ​ກວ່າ, ຍ້ອນ​ວ່າ ສິ່ງ​ເຫຼົ່າ​ນີ້​ຂຶ້ນ​ກັບ​ລະດັບ​ການ​ປະຕິ​ຮູບ​ພາຍ​ໃນ​ປະ​ເທດ​ເປັນ​ຕົ້ນຕໍ່. ​ໃນ​ທ່າ​ອຽງ​ແຂ່ງຂັນ​ທີ່ນັບ​ມື້​ນັບ​ເຄັ່ງຮ້ອນ, ຄວາມ​ທ້າ​ທາຍ​ຕໍ່​ກັບ​ພື້ນຖານ​ເສດຖະກິດ​ຫວຽດນາມ​ ໄດ້​ເປັນ​ສິ່ງ​ທີ່​ພວມ​ດຳລົງ​ຄົງ​ຕົວ​ຢູ່ ໃນ​ເມື່ອ​ໂອກາດທີ່​ການ​ເຊື່ອມ​ໂຍງນຳ​ມາ​ໃຫ້​ ເປັນ​ພຽງ​ຮູບ​ການ​ບົ່ມ​ຊ້ອນ​ເທົ່າ​ນັ້ນ.

ການ​ປະຕິວັດ​ເຕັກ​ໂນ​ໂລ​ຊີ​ຄັ້ງ​ທີ​ສີ່ ​ເກີດ​ຂຶ້ນ​ຢ່າງ​ໄວວາ, ພິ​ເສດ​ແມ່ນ​ມີ​ການ​ບຸກທະລຸ​ເຕັກ​ໂນ​ໂລ​ຊີ​ໃນ​ບັນດາ​ຂົງ​ເຂດ​, ເຊັ່ນ ສະຕິ​ປັນຍາສະ​ເໝືອນ, ​ໂຣບົດ, ອິນ​ເຕີ​ເນັດ​ເຊື່ອມ​ຕໍ່​ທຸກ​ສິ່ງ, ​ເຕັກ​ໂນ​ໂລ​ຊີ​ພິມ​ສາມ​ມິ​ຕິ, ເຕັກ​ໂນ​ໂລ​ຊີນາ​ໂນ, ເຕັກ​ໂນ​ໂລ​ຊີຊີວະ​ພາບ, ​ການເກັບ​ຮັກສາ​ພະລັງງານ... ພາ​ໃຫ້​ມີ​ການ​ປ່ຽນ​ແປງ​​ແບບກ້າວ​ກະ​ໂດດ ​ໃນ​ຄຸນ​ນະພາ​ບຂອງ​ຊີວິດ, ວຽກ​ເຮັດ​ງານ​ທຳ, ການ​ຜະລິດ ​ແລະ ບັນດາ​ການ​ພົວພັນ​ການ​ເມືອງ - ສັງຄົມ. ທ່າ​ອຽງ​ປ່ຽນ​ແປງ​ໃໝ່ເຕັກ​ໂນ​ໂລ​ຊີທີ່​ເກີດ​ຂຶ້ນ​ດ້ວຍ​ລະດັບ​ຄວາມ​ໄວ​ທີ່​ສຸດ ​ໄດ້​ຕັ້ງ​ຫຼາຍ​ບັນຫາ​ອອກ​ມາ ກ່ຽວ​ກັບ​ຕົວ​ແບບ​ພັດທະນາ ​ແລະ ​ເສັ້ນທາງ “​ໄປ​ທາງ​ລັດ, ຮັບ​ຂ້າງ​ໜ້າ” ຂອງ​ຫຼາຍ​ປະ​ເທດ. ບາດກ້າວ​ຫັນປ່ຽນ​ໄວ​ໄປ​ສູ່​ເສດຖະກິດ​ພູມ​ປັນຍາ ​ແລະ ຄວາມ​ສຳຄັນ​ຂອງ​ວິທະຍາສາດ ​ແລະ ເຕັກ​ໂນ​ໂລ​ຊີ ​ໃນ​ສະພາບ​ການ​ໂລກາ​ພິວັດ ​ໄດ້ນຳ​ມາ​ຊຶ່ງ​ສາມ​ວິທີ​ເຂົ້າ​ເຖິງ​ການ​ພັດທະນາ​ໃໝ່ຄື: 1- ທ່າດີ​ປຽບທຽບ ​ແລະ ທ່າ​ດີ​ແຂ່ງຂັນ ​ເປັນ​ຂອງ​ບັນດາ​ຂະ​ແໜງ​ການ​ທີ່​ອີງ​ໃສ່​ສະຕິ​ປັນຍາ ​ແລະ ​ເຕັກ​ໂນ​ໂລ​ຊີ​ສູງ; 2- ​ແຫຼ່ງພະລັງ​ແຫ່ງການ​ພັດທະນາ​ທີ່​ສຳຄັນ​ທີ່​ສຸດ ​ແມ່ນ​ຄວາມ​ຮູ້ ​ແລະ ສະຕິ​ປັນຍາ​ຂອງ​ມະນຸດ; 3- ການ​ເຂົ້າ​ຮ່ວມ​ໃນ​ເຄືອ​ຂ່າຍ​ການ​ຜະລິດ ​ແລະ ພວງ​ພະນັງ​ມູນ​ຄ່າ​ທົ່ວ​ໂລກ ຊ່ວຍ​ໃຫ້​ບັນດາ​ປະ​ເທດ ​ແລະ ຜູ້​ຜະລິດ ມີ​ໂອກາດ​ເພື່ອ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ. ນີ້ແມ່ນ​ຄວາມ​ທ້າ​ທາຍທີ່​ໃຫຍ່​ທີ່​ສຸດ ຕໍ່​ພື້ນຖານ​ເສດຖະກິດ​ຂອງ​ຫວຽດນາມ ຊຶ່ງ​ໃນ​ເວລາ​ທີ່​ຂະ​ບວນວິວັດ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ຂອງ​ປະ​ເທດ​ເຮົາຍັງ​ໄປ​ຕາມ​ລວງ​ກວ້າງ, ອີງ​ໃສ່​ແຮງ​ງານ​ທັກ​ສະລະດັບ​​ຕ່ຳ ​ແລະ ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ​ຊາດ. ​ໃນ​ເວລາ​ທີ່​ຜ່ານ​ມາ, ຕົວ​ແບບ​ນີ້​​ສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້​ເປັນ​ຈຳນວນ​ຫຼາຍ ​ແລະ ສ້າງ​ລາຍ​ໄດ້​ໃຫ້​ປະຊາຊົນ​ພາກສ່ວນ​ໃຫຍ່, ​ແຕ່​ຖ້າ​ຫາກ​ສືບ​ຕໍ່​ເຮັດ​ແບບ​ນີ້ ການ​ເຊື່ອມ​ໂຍງຍິ່ງ​ເລິກ​ເຊິ່ງ, ພວກ​ເຮົາ​ຍິ່ງ​ຕົກ​ໃສ່ “​ແຮ້ວ” ​ແຫ່ງ​ການຜະລິດ​ແບບ​ມອບ​ເໝົາ, ​ປະກອບເຂົ້າ​ເຄື່ອງ ​ແລະ ຕິດ​ໃນຕ່ອງ​ໂສ້​ຕ່ຳຂອງ​ພວງ​ພະນັງ​ມູນ​ຄ່າ​ທົ່ວ​ໂລກ. ຍິ່ງ​ກວ່າ​ນັ້ນ, ຄວາມ​ຫວັງ​ວ່າ​ຈະ​ໃຊ້​ປະ​ໂຫຍ​ດຈາກ​ອັດຕາ​ພາສີ​ເທົ່າ​ກັບ 0 ທີ່​ບັນດາ​ສັນຍາ ແອັບ​ທີ​ເອ ນຳ​ມາ​ໃຫ້​ຫວຽດນາມ ​ເພື່ອ​ຍູ້​ແຮງ​ການ​ສົ່ງອອກ​ນັ້ນ ອາດ​ຈະ​ຖືກ​ປີ້ນ​​ຕ່າວໂດຍ​ງ່າຍ. ດ້ວຍ​ການ​ປະ​ຢຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່​ຄື ​ໂຣບົດ, ຂະ​ບວນການ​ຜະລິດ​ທີ່​ນຳ​ໃຊ້​ແຮງ​ງານ​ຈະ​ຖືກ​ຍົກຍ້າຍ​ກັບ​ຄືນ​ປະ​ເທດ​ຈະ​ເລີ​ນພັດທະນາ; ​ໂດຍ​ອາ​ໃສ​ຄ່າ​ໃຊ້​ຈ່າຍ​ຫຼຸດ​ລົງຢ່າງ​ໄວ, ປະ​ເທດ​ເຫຼົ່າ​ນີ້​ຈະ​ມີ​ທ່າ​ດີ​ໃນ​ການສົ່ງ​ນອກ​ສິນຄ້າມາຍັງ​ປະ​ເທດຫວຽດນາມ. ບັນດາ​ສັນຍາ ແອັບ​ທີ​ເອ ຮຸ່ນ​ໃໝ່​ເຊັ່ນ ທີ​ພີພີ ຫຼື ວີ​ອີ​ແອັບ​ທີ​ເອ ອາດ​ຈະ​ກາຍ​ເປັນ “ມ້າ​ໂທຣຈັນ - Trojan Horse” ​ແລະ​ເປັນ “ກະທິ​ບ​ແຫ່ງ​ການ​ເຊື່ອມ​ໂຍງ” ​ໃຫ້​ແກ່​ຂະ​ບວນວິວັດ​ການ​ພັດທະນາ​ຂອງ​ປະ​ເທດ​ເຮົາ ​ໃນ​ໄລຍະ​ເວລາ​ຕໍ່​ໄປ.

ພ້ອມ​ກັບ​ຄວາມ​ເລື່ອນລອຍ​ຂອງ​ສິ່ງ​ແວດ​ລ້ອມ​ເສດຖະກິດ​ທົ່ວ​ໂລກ, ສິ່ງ​ແວດ​ລ້ອມ​ການ​ເມືອງ ​ແລະ ຄວາມ​ສະຫງົບ​ຂອງ​ໂລກ ​ກໍ່​ຜັນ​ປ່ຽນຫຼາຍ, ​ເຊື່ອງ​ຊ້ອນ​ຄວາມ​ສ່ຽງ​ຫຼາຍ​ຢ່າງ​ໃຫ້​ແກ່​ຂະ​ບວນວິວັດ​ການ​ພັດ​ທະນາ. ບັນດາ​ປະ​ເທດ​ໃຫຍ່​ແກ່ງ​ແຍ້​ງ​ແຂ່ງຂັນກັນ​ຢ່າງຮຸນ​ແຮງ ເພື່ອຂະຫຍາຍອິດ​ທິພົນ. ການ​ຊັ່ງຊາ​ກຳລັງ​ແຮງ ​ແລະ ການ​ເຕົ້າ​ໂຮມ​ກຳລັງ ​ຂອງບັນດາ​ປະ​ເທດ​ມະຫາ​ອຳນາດ ​ໄດ້​ປ່ຽນ​ແປງ​ຢ່າງ​ໄວວາ, ​ເຮັດ​ໃຫ້​ບັນດາ​ປະ​ເທດ​ນ້ອຍ​ຕ້ອງ​ພົບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ເລືອກ​ເອົານະ​ໂຍບາຍ. ຄວາມ​ສັບສົນ​ໃນ​ຄວາມ​ພົວພັນ​ລະຫວ່ງບັນດາ​ປະ​ເທດ​ໃຫຍ່ ຮຽກຮ້ອງ​ໃຫ້​ຫວຽດນາມ​ຕ້ອງ​ມີນະ​ໂຍບາຍ​ທີ່​ລະມັດລະວັງ, ຍືດຫຍຸ່ນອ່ອນ​ໂຍນ ​ແລະ ສະຫຼາດ​ຄ່ອງ​ແຄ້​ວ ​ເພື່ອ​ຮັກສາ​ຄວາມ​ພົວພັນທີ່​ດຸ່ນດ່ຽງ, ສ້າງ​ຄວາມ​ແຊກ​ຊ້ອນ​ທາງ​ດ້ານຜົນປະໂຫຍດ, ຮັກສາ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫຼີກ​ລ່ຽງ​ບໍ່​ໃຫ້​ຕົກ​ໃສ່ການ​ປະ​ເຊີນ​ໜ້າ​ກັນ ຫຼືຖືກ​ຂຶ້ນ​ຕໍ່ປະ​ເທດ​ອື່ນ, ບໍ່​ໃຫ້​ປະ​ເທດ​ອື່ນບັງ​ຄົບ ຫຼື​ແກ່​ດຶງ, ສ້າງ​ສິ່ງ​ແວດ​ລ້ອມ​ພາຍ​ນອກ​ທີ່​ສະດວກ​ດີ​ ໃຫ້​ແກ່​ການ​ພັດທະນາ. ​ເມື່ອ​ຢູ່​ໃນ​ທີ່​ຕັ້ງ​ພູມິສາດ - ຍຸດ​ທະ​ສາດ​ທີ່​ສຳຄັນ, ການ​ຄັດ​ເລືອກ​ຍຸດ​ທະ​ສາດ​ຄູ່​ຮ່ວມ​ມື​ຈະ​ຫຍຸ້ງຍາກ​ທີ່​ສຸດ, ຮັກສາ​ທັດສະນະ “​ເປັນກາງ” ກໍ່​ຫຍຸ້ງຍາກ, ຕ້ອງ​ມີ​ທ່າ​ທີ​ຈະ​ແຈ້ງ. ການ​ກຳນົດ “ຄວາມ​ເຊື່ອ​ຖື​ຍຸດ​ທະ​ສາດ” ​ແລະ ​ເຄົາລົບ​ນັບຖືຄວາມ​ເປັນ​ເອກະລາດ, ອະທິປະ​ໄ​ຕ ຂອງ​ກັນ​ແລະ​ກັນ ຍາມ​ໃດ​ກໍ່​ເປັນ​ສິ່ງ​ທ້າ​ທາຍສຳລັບ​ປະ​ເທດ​ນ້ອຍ ​ໃນ​ການ​ພົວພັນ​ກັບ​ປະ​ເທດ​ໃຫຍ່.

ຄຽງ​ຂ້າງ​ນັ້ນ, ບັນດາ​ບັນຫາ​​ເຊັ່ນ ການ​ກໍ່​ການ​ຮ້າຍ, ການອົບ​ພະຍົບ, ການ​ປ່ຽນ​ແປງ​ສະພາບ​ອາກາດ​ທົ່ວ​ໂລກ, ນ້ຳ​ທະ​ເລ​ຍຶ່ງຂຶ້ນ, ບັນດາ​ປະກົດ​ການອາກາດ​ທີ່​ຮຸນ​ແຮ​ງ, ​ໄພພິບັດ​ທາງ​ທຳ​ມະ​ຊາດ ​ແລະ ພະຍາດ​ຕິດຕໍ່, ມົນ​ພິດ​ສິ່ງ​ແວດ​ລ້ອມ... ພວມ​ກາຍ​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ຊຶ່ງ​ຮຽກຮ້ອງ​ໃຫ້​ປະ​ເທດ​ເຮົາ​ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມາດ, ກະກຽມ​ແຫຼ່ງພະລັງ ​ເພື່ອ​ກຽມ​ຄວາມ​ພ້ອມ​ທີ່​ຈະ​ຮັບ​ມື​ກັບສະຖານະ​ການ​ສຸກ​ເສີນ. ການ​ເພີ່ມ​ຂຶ້ນ​ຂອງ​ຄວາມ​ຂາດ​ດຸນ​ທົ່ວ​ໂລກ ພ້ອມ​ກັບ​ແຮງ​ໜີບ​ຂອງ​ຄວາມ​ຂາ​ດ​ແຄນ​ທາງ​ດ້ານຊັບພະຍາກອນ​ທຳ​ມະ​ຊາດ, ພະລັງງານ, ທີ່​ດິນ​, ​ແຫຼ່ງນ້ຳ... ອາດ​ຈະ​ເຮັດ​ໃຫ້​ພື້ນຖານ​ເສດຖະກິດ​ຂອງ​ຫວຽດນາມ​ຕ້ອງ​ປະ​ເຊີນໜ້າກັບຄວາມ​ຫຍຸ້ງຍາກກວ່າ​ແຕ່​ກ່ອນ ​ໃນ​ການ​ແຂ່ງຂັນ, ​ແກ່ງ​ແຍ້​ງ​ໃນ​ຕະຫຼາດ​ໂລກ. ການ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຊອກ​ຫາ​ວິທີ​ແກ້​ໄຂ​ທີ່​ເໝາະສົມ ​ເພື່ອຄວບຄຸມ ​ແລະ ​ແກ້​ໄຂ​ຂໍ້​ພິພາດ​ກັບປະ​ເທດ​ເພື່ອນ​ບ້ານ, ພ້ອມ​ກັນ​ກໍ່ສ້າງ​ປະຊາ​ຄົມ​ພາກ​ພື້ນ​ທີ່​ສັນຕິພາບ ​ແລະ ວັດທະນາ​ຖາວອນ ​ເປັນ​ບັນຫາ​ທີ່​ຫວຽດນາມ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ໃນ​ໄລຍະ​ເວລາ​ຕໍ່​ໄປ. 

ສະຖານະ​ການ​​ໃນພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ອາຊີ​ຕາ​ເວັນ​ອອກ ກໍ່​ພວມ​ຜັນ​ປ່ຽນ​ຢ່າງ​ໄວວາ ດ້ວຍ​ການ​ກໍ່​ຕັ້ງ​ປະຊາ​ຄົນ​ອາ​ຊຽນ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ມານະ​ພະຍາຍາມ​ຢ່າງ​ແຂງ​ແຮງ​ຂອງ​ກຸ່ມ​ນີ້ ​ເພື່ອຈະ​ກາຍ​ເປັນຈຸດ​ໃຈກາງ​ຂອງຂະ​ບວນການ​ເຊື່ອມ​ໂຍງ​ໃນ​ອາຊີ. ດ້ວຍ​ຖານະ​ຂອງ​ປະ​ເທດ​ໃຫຍ່ ​ແລະ ​ເປັນ​ພື້ນຖານ​ເສດຖະກິດ​ໃຫຍ່​ທີ​ສອງ​ໃນ​ໂລກ, ປະ​ເທດ​ຈີນ​ພວມ​ຍູ້​ແຮງ​ການ​ແຂ່ງຂັນ​ເພື່ອ​ຄອບ​ຄອງ​ເທສະ​ແຫ່ງ​ການ​ພັດທະນາ(11). ຍຸດ​ທະ​ສາດ​ທະ​ເລ - ມະຫາ​ສະໝຸດຂອງ​ຈີນ ​ໄດ້​ຕັ້ງ​ເປົ້າ​ໝາຍ​ຫັນປ່ຽນ​ເສດຖະກິດ​ຂອງ​ປະ​ເທດ​ນີ້​ຂ້າມ​ຜ່ານ​ຢ່າງ​ໄວ ຈາກ​ການ​ບຸລິມະສິດ​ໃຫ້ “​ແຜ່ນດິນ​ໃຫຍ່” ​ໄປ​ສູ່​ການ​ບຸກທະລຸ “ທະ​ເລ”, ຫັນປ່ຽນ​ບັນດາ​ເຂດ​ຊາຍ​ຝັ່ງ​ທະ​ເລດ​ເປັນ “ຂົວ​ຕໍ່” ​ແລະ​ເປັນ “ປະຕູ” ອອກ​ສູ່​ພາຍ​ນ​ອກ, ພ້ອມ​ກັນ​ນັ້ນ​ກໍ່​ເພີ່ມ​ທະວີ​ການ​ຄອບ​ຄອງ, ກວດກາ​ບັນດາ​ເຂດ​ທະ​ເລທີ່​ພ​ວມມີ​ຂໍ້​ພິພາດ, ກໍ່​ຄວາມ​ເຄັ່ງ​ຕຶງ​ໃນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ. ດ້ວຍ​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ລິ​ເລີ່​ມ​ເຊື່ອມ​ຕໍ່​ເສດຖະກິດ, ຈີນ​ສະ​ແດງ​ໃຫ້​ເຫັນ​ແຈ້ງ​ເຖິງຫຼັກນຳ ​ແຊກ​ຄຸມ​ຂະ​ບວນວິວັດ​ການ​ພັດທະນາຢູ່​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ​ແລະ ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ຖື​ວ່າ​ອັນນັ້ນ​ເປັນ​ແປ້ນ​ຢັນ​ເພື່ອ​ບືນ​ຕົວ​ອອກ​ສູ່​ໂລກ. ການ​ເປັນ​ຮູບ​ເປັນ​ຮ່າງ​ຂອງ​ບັນດາ​ກົນ​ໄກ​ໃໝ່ ​​ໂດຍ​ແມ່ນ​ຈີນ​ເປັນ​ຜູ້​ສະ​ເໜີ, ​ນັບແຕ່​ບັນດາ​ເຂດ​ເສດຖະກິດດ່ານ​ຊາຍ​ແດນ, ​ແລວ​ເສດຖະກິດ​ເໜືອ-​ໃຕ້​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ສາຍ​ທາງ​ລົດ​ໄຟ​ອາຊີ,... ຈົນ​ເຖິງ​ບັນດາສະ​ຖາ​ບັນ​ທີ່​ມີ​ຜົນ​ສະທ້ອນ​ທົ່ວ​ໂລກ, ​ເຊັ່ນ “ວົງ​ຂອບ​ໜຶ່ງ, ​ເສັ້ນ​ທາງ​ໜຶ່ງ”(12), ທະນາຄານ​ລົງທຶນ​ໂຄງ​ສ້າງ​ພື້ນຖານ​ອາຊີ (AIIB), ຫັນ​ເງິນ​ຢ໋ວມ​ເປັນ​ສະກຸນ​ເງິນ​ສາກົນ... ທັງ​ເປັນ​ໂອກາດ, ທັງ​ເປັນ​ສິ່ງ​ທ້າ​ທາຍ​ບໍ່​ນ້ອຍ, ສ້າງ​ແຮງ​ໜີບ​ໃຫຍ່​ທີ່​ສຸດ​ໃຫ້​ແກ່​ບັນດາ​ປະ​ເທດ​ໃກ້​ຄຽງ ​ໃນ​ການ​ເລືອກ​ເອົາ​ນະ​ໂຍບາຍ​ເພື່ອ​ເຂົ້າ​ຮ່ວມ.

ດ້ວຍ​ບັນດາ​ນະ​ໂຍບາຍ​ປີ້ນ​ກັບ, ຫັນປ່ຽນ​ຈາກ​ການ​ພຽງ​ແຕ່​ຮັບ​ເອົາ​ການ​ລົງທຶນ​ຈາກ​ພາຍ​ນອກ ມາສູ່​ການ​ລົງທຶນ​​ຢ່າງ​ຕັ້ງໜ້າໄປ​ຍັງ​ບັນດາ​ປະ​ເທດ​ໃນ​ໂລກ, ປະ​ເທດຈີນ​ພວມ “ຍົກຍ້າຍ” ຢ່າງ​ໄວ ບັນດາ​ຂະ​ແໜງ​ການທີ່​ໃຊ້​ພະລັງງານ, ວັດ​ຖຸດິບ, ​ແຮງ​ງານ ຫຼາຍ ​ແລະ ກໍ່​ໃຫ້​ເກີດ​ມົນ​ພິຕໍ່​ສິ່ງ​ແວດ​ລ້ອມ ​ໄປ​ຍັງ​ປະ​ເທດ​ທີ່​ດ້ອຍ​ພັດທະນາ​ກວ່າ​ຕົນ. ນອກ​ນັ້ນ, ປະ​ເທດ​ຈີນ​ຍັງ​ມີ​ຄວາມ​ຕ້ອງການ​ຫຼາຍ​ທີ່​ສຸດ​ກ່ຽວ​ກັບ ວັດຖຸ​ດິບ, ພະລັງງານ, ຕະຫຼາດຈຳໜ່າຍ​ສິນຄ້າ​ເຫຼືອ​ເຟືອ. ດ້ວຍ​ຫຼັກ​ນຳ: ອະນຸ​ຮັກ​ຊັບພະຍາກອນ​ແຫ່ງ​ຊາດ, ​ເພີ່ມ​ທະວີ​ການ​ຂຸດ​ຄົ້ນ ​ແລະ ນຳ​ໃຊ້ ​ບັນດາ​ແຫຼ່ງພະລັງ​ພາຍ​ນອກ, ​ເອົາ​ແຫຼ່ງພະລັງ​ຢູ່​ໃກກ່ອນ, ຢູ່​ໃກ້​ຕາມ​ຫຼັງ... ການ​ຂະຫຍາຍຕົວບໍ່​ສົມ​ດຸນ ​ແລະ ຂາດ​ແຄນ​ຫຼາຍຢ່າງຂອງ​ປະ​ເທດ​ຈີນ ຈະ​ສ້າງ​ແຮງກົດ​ດັນ​ທີ່​ໃຫຍ່​ທີ່​ສຸດ ​ໃຫ້​ແກ່​ບັນດາ​ປະ​ເທດ​ໃກ້​ຄຽງ​ໃນ​ພາກ​ພື້ນ(13).

ຊາບ​ຊືມຢ່າງ​ເລິກ​ເຊິ່ງ ບັນດາ​ທັດສະນະ, ​ແນວທາງ​ຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ກ່ຽວ​ກັບ​ຄວາມ​ພົວພັນ​ລະຫວ່າງ ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ການ​ເຊື່ອມ​ໂຍງ​ສາກົນ

ຮັກສາຄວາມ​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ໄວ້​ຢ່າງ​ໝັ້ນຄົງ ​ແລະ ປະຕິບັດການ​ເຊື່ອມ​ໂຍງ​ສາກົນຢ່າງ​ມີ​ປະສິດທິ​ຜົນ ​ແມ່ນບັນຫາ​ສອດ​ຮ້ອຍຕະຫຼອດ​ບັນດາ​ເນື້ອ​ໃນ​ຂອງ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII, ພ້ອມ​ນັ້ນ​ກໍ່​ໄດ້​ຮັບ​ການ​ສະຫຼຸບ​ຢູ່ໃນ​ໜ້າ​ທີ່​ທີ່​ສີ່ ​ໃນ​ຫົກ​ໜ້າ​ທີ່​ຈຸດ​ໜັກ​ໃຈກາງ​ຂອງ​ສະ​ໄໝ​ນີ້. ຈິດ​ໃຈ​ຂອງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ໄດ້​ເນັ້ນ​ທັດສະນະ, ​ແນວທາງ​ຈຳນວນ​ໜຶ່ງ​ດັ່ງ​ຕໍ່​ໄປ​ນີ້ ຊຶ່ງ​ໃນ​ການ​ຊາບ​ຊືມ ​ແລະ ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ການ​ເຊື່ອມ​ໂຍງ​ສາກົນ ​ໃນ​ໄລຍະ​ຕໍ່​ໄປ:

ທີ​ໜຶ່ງ, ກຳນົດ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ເປັນ​ເປົ້າ​ໝາຍ​ສູງ​ສຸດ​ ໃນ​ການ​ຊາບ​ຊືມ, ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ການ​ເຊື່ອມ​ໂຍງ​ສາກົນ. 

​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແມ່ນ​ຄວາມ​ປາຖະໜາ​ອັນ​ສູງ​ສົ່ງ, ​ແຕ່​ບໍ່​​ແມ່ນ​ຈຸດປະສົງ​ສຸດ​ທ້າຍ​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ປະທານ​ໂຮ່ຈີ​ມິນ ​ເຄີຍ​ເວົ້າ​ວ່າ: “ຖ້າ​ຫາກ​ປະ​ເທດ​ເປັນເອກະລາດ ​ແຕ່​ປະຊາຊົນ​ບໍ່​ມີ​ຄວາມສຸກ ບໍ່ມີ​ເສລີ​ພາບ, ເອກະລາດນັ້ນ​ກໍ່​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ອີກ”(14). ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ຂອງ​ແຕ່ລະ​ປະ​ເທດ​ຕິດ​ກັບ​ຜົນ​ປະ​ໂຫຍ​ດອັນພື້ນຖານ​ຂອງ​ຊາດ, ຂອງ​ປະ​ເທດ; ​ເປັນ​ພາຫະນະ​ເພື່ອ​ບັນລຸ​ເຖິງ​ບັນດາ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ຂອງ​ປະ​ເທດ.

​ໃນ​ແຕ່ລະ​ໄລຍະ ​ແລະ ສະຖານ​ະການ​ທີ່​ແຕກ​ຕ່າງ​ກັນ, ບັນດາ​ຜົນ​ປະ​ໂຫຍ​ດ ​ແລະ ​ເປົ້າ​ໝາຍ​ບຸລິມະສິດ, ລະອຽດ​ຕົວ​ຈິງ ​ຂອງ​ປະ​ເທດ ​ກໍ່​ມີ​ການ​ປ່ຽນ​ແປງ ດັ່ງ​ນັ້ນ ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ກໍ່​ຕ້ອງ​ປ່ຽນ​ແປງ. ​ເພື່ອ​ໃຫ້ການ​ເຊື່ອມ​ໂຍງ​ສາກົນ ມີ​ປະສິດທິ​ຜົນ, ບໍ່​ອາດ​ຈະ​ຖືເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ເປັນອັນ​ເດັດ​ຖານ ​ແລະ ບໍ່​ອາດ​ຈະ​ສຳນຶກວ່າ ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ໄດ້​ຮັບ​ການ​ກໍ່​ຕັ້ງ​ຂຶ້ນ​ແລ້ວ​ແມ່ນ​ບໍ່​ມີ​ການ​ປ່ຽນ​ແປງ. ພ້ອມ​ກັນ​ນັ້ນ, ກໍ່​ບໍ່​ອາດ​ບູຊາ​ການ​ເຊື່ອມ​ໂຍງ​ສາກົນ​ເກີນ​ຄວນ, ຖື​ການ​ເຊື່ອມ​ໂຍງ​ສາກົນ​ເປັນ “ຢາ​ອະ​ເນກປະສົງ” ສຳລັບ​ການ​ພັດທະນາ ​ແລະ ​ໃນ​ຍຸກ​ໂລກາ​ພິວັດ, ​ບໍ່​ຕ້ອງການ​ແລະ​ບໍ່​ອາດ​ຈະ​ຮັກສາ ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ອະທິປະ​ໄຕ​ແຫ່ງ​ຊາດ. ໝູນ​ໃຊ້​ຫຼັກ​ນຳຮັກສາເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ຢ່າງ​ມີ​ປະສິດທິ​ຜົນ, ສອດຄ່ອງ​ກັບ​ໂລກ​ຕາມ​ກາລະ​ເທສະ ຈະ​ສ້າງ​ໃຫ້​ມີ​ໂອກາດ​ອັນ​ດີ​ທີ່ຊ່ວ​ຍໃຫ້ປະ​ເທດ​ພັດທະນາ​ຢ່າງ​ໄວ, ສະ​ສົມ​ກຳລັງ​ຄວາມ​ສາມາດ​ໄດ້​ຫຼາຍ; ​ແຕ່ ຖ້າ​ຫາກ​ໝູນ​ໃຊ້​ຜິດ​ກໍ່​ອາດ​ຈະ​ເສຍ​ໂອກາດ, ກົດ​ໜ່ວງ​ການ​ພັດທະນາ, ທຳລາຍ​ກຳລັງ​ແຮງ​ຂອງ​ປະ​ເທດ​ເທື່ອ​ລະ​ເລັກ​ລະ​ນ້ອຍ. ​ແຜນຍຸດ​ທະ​ສາດ​ເຊື່ອມ​ໂຍງ​ສາກົນ​ໂດຍ​ລວມຂອງ​ຫວຽດນາມຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030 ທີ່​ໄດ້​ຮັບ​ການ​ປະກາດ​ໃຊ້​ໃນ​ເດືອນ​ມັງກອນ 2016 ​ໄດ້​ຢືນຢັນ: “​ເປົ້າ​ໝາຍ​ໂດຍ​ລວມຂອງການ​ເຊື່ອມ​ໂຍງ​ສາກົນຮອດ​ປີ 2030 ​ແມ່ນ​ແນ​ໃສ່​ປະກອບສ່ວນ​ເພີ່ມ​ທະວີກຳລັງ​ແຮງ​ສັງ​ລວມຂອງ​ຊາດ”(15). ທັດສະນະ​ຄະຕິ​ກ່ຽວ​ກັບເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​ສະພາບການ​ເຊື່ອມ​ໂຍງ​ສາກົນຢ່າງ​ກວ້າງຂວາງ​ເລິກ​ເຊິ່ງຂອງ​ຫວຽດນາມ ຕ້ອງ​ໄດ້​ໝູນ​ໃຊ້​ຢ່າງ​ລະມັດລະວັງ, ​ແຕ່​ບໍ່​ຊັກ​ຊ້າ; ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງ​ໄຫວ​ພິບ, ສະຫຼາດ​ຄ່ອງ​​ແຄ້​ວ, ອະນຸຍາດ​ໃຫ້​ມີ​ການ​ດັດ​ປັບ​ທີ່​ເໝາະ​ສົມ, ​ແນ​ໃສ່​ຮັບປະກັນ​ເປົ້າ​ໝາຍ​ຄວາມ​ໝັ້ນ​ຄັງ, ການ​ພັດທະນາ ​ແລະ ຍົກ​ສູງ​ຖານະ​ບົດບາດ​ຂອງ​ປະ​ເທດ​ຫວຽດນາມ.

ທີ​ສອງ, ຕັ້ງ​ໝັ້ນ​ໃນ​ຫຼັກການເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ; ຮັກສາ​ຫຼັກ​ນຳ ​ເປີດ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ກ້ຳຫຼາຍ​ຝ່າຍ ​ໃນ​ການ​ເຊື່ອມ​ໂຍງ​ສາກົນ; ​​ເດັດດ່ຽວ ໜຽວ​ແໜ້ນ ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດ, ອະທິປະ​ໄຕ​ຂອງ​ຊາດ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ. 

ຍູ້​ແຮງການ​ເຊື່ອມ​ໂຍງ, ຫັນ​ການ​ພົວພັນ​ຕ່າງປະ​ເທດ​ເປັນຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ກ້ຳຫຼາຍ​ຝ່າຍ ຈະ​ຊ່ວຍ​ເພີ່ມ​ທະວີເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງຂອງ​ປະ​ເທດ ​ໂດຍ​ຜ່ານ​ການ​ເພີ່ມ​ທະວີ​ຄວາມ​ຂຶ້ນ​ຕໍ່​ຊຶ່ງ​ກັນ​ແລະ​ກັນ ລະຫວ່າງ​ປະ​ເທດ​ເຮົາ​ກັບ​ບັນດາ​ຄູ່​ຮ່ວມ​ມື. ດັ່ງ​ນັ້ນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ສືບ​ຕໍ່​ໃຫ້​ຄວາມ​ສຳຄັນ​ແກ່​ຫຼັກ​ນຳ​ການ​ຕ່າງປະ​ເທດ: ຫວຽດນາມ “​ເປັນ​ເພື່ອນ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດ​ຊ​ອບ ຂອງ​ປະຊາ​ຄົມ​ໂລກ”; “​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ປະກອບສ່ວນ​​ເຂົ້າ​ໃນ​ການກໍ່ສ້າງ, ສ້າງ​ຕັ້ງ​ບັນດາ​ສະ​ຖາ​ບັນ​ພະຫຸ​ພາຄີ”; “ຍູ້​ແຮງ ​ແລະ ​ເຮັດ​ໃຫ້ຄວາມ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ເລິກ​ເຊິ່ງຕື່ມ​ອີກ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ບັນດາ​ປະ​ເທດ​ໃຫຍ່ ທີ່​ມີ​ບົດບາດ​ສຳຄັນ​ຕໍ່​ການ​ພັດທະນາ ​ແລະ ຄວາມ​ໝັ້ນຄົງ​ຂອງ​ປະ​ເທດ”(16).

​ໃນ​ດ້ານ​ເສດຖະກິດ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ເນັ້ນ​ເຖິງ​ຄາມ​ຈຳ​ເປັນ​ຕ້ອງ “ຫັນ​ການ​ພົວພັນ​​ເສດຖະກິດ​ກັບຕ່າງປະ​ເທດ​ ເປັນຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ກ້ຳຫຼາຍ​ຝ່າຍ, ຫຼີກ​ລ່ຽງບໍ່​ໃຫ້​ຖືກ​ຂຶ້ນ​ກັບ​ຕະຫຼາດ​ໃດ​ໜຶ່ງ, ຄູ່​ຮ່ວມມື​ທີ່​ລະອຽດ​ໃດ​ໜຶ່ງ”(17), ຫຼີກ​ລ່າງ “ການ​ຂຶ້ນ​ຕໍ່​ຊຶ່ງ​ກັນ​ແລະ​ກັນ​ທີ່​ບໍ່​ສົມ​ມາດ”. ນີ້​ແມ່ນ​ຈຸດ​ເນັ້ນ ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ ​ໃນ​ສະພາບ​ການ​ປະຈຸ​ບັນ​ຂອງ​ຫວຽດນາມ. ການ​ເລືອກ​ເອົາ​ຄູ່​ຮ່ວມ​ມື​ທີ່ຈຳກັດ ​ເປັນ​ໜຶ່ງ​ໃນ​ບັນດາ​ສາ​ເຫດ​ທີ່​ພາ​ໃຫ້​ເສຍເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ຍ້ອນ​ວ່າ​ມັນ​ເຮັດ​ໃຫ້​ປະ​ເທດ​ຕ້ອງ​ຂຶ້ນ​ກັບ​ການ​ເລືອກ​ເຟັ້ນນັ້ນ. ​ເພີ່ມ​ທະວີການຫັນ​ການ​ພົວພັນ​​ຕ່າງປະ​ເທດ​ ເປັນຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ກ້ຳຫຼາຍ​ຝ່າຍ ກັບ​ຫຼາຍ​ຄູ່​ຮ່ວມ​ມື, ປະຕິບັດ​ຫຼາຍ​ວິທີການ​ເຊື່ອມ​ໂຍງ ຫຼາຍ​ແຜນ​ດຳ​ເນີນ​ງານທີ່​ໄຫວ​ພິບ ຕາ​ມຫຼາຍທິດ, ຫຼາຍ​ສາຍ​, ຫຼາຍ​ຊັ້ນ ຂັ້ນ ​ແມ່ນ​ວິທີ​ເພື່ອ​ສ້າງ​ໃຫ້​ມີ​ແຖບ​ເລືອກ​ເຟັ້ນໜຶ່ງ​ທີ່​ກວ້າງຂວາງ, ພາ​ໃຫ້​ປະ​ເທດ​ເຮົາ​ບໍ່​ຖືກ​ຂຶ້ນ​ກັບ​ພາຍ​ນອກ. ການ​ເຂົ້າຮ່ວມ​ໃນ​ຫຼາຍ​ສັນຍາ ແອັບ​ທີ​ເອ ຊ່ວຍ​ໃຫ້​ຫວຽດນາມ​ເປີດ​ຫຼາຍ​ຮູບ​ຫຼາຍ​ແບບ​ແຜນ​ງານ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ, ​ເພີ່ມ​ທະວີຄວາມ​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງຂອງ​ພື້ນຖານ​ເສດຖະກິດ. ​ແຕ່, ຕ້ອງ​ຫັນ​ໄປ​ສູ່​ບັນດາ​ສັນຍາ ແອັບ​ທີ​ເອ ຮຸ່ນ​ໃໝ່, ຕາມ​ບັນດາ​ຂັ້ນ​ຊັ້ນ, ມາດຕະຖານ​ສູງ ​ແລະ ມີ​ການ​ເຂົ້າ​ຮ່ວມຂອງ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ຈະ​ເລີ​ນພັດທະນາ ​ເພື່ອຈາກ​ນັ້ນ​ ຈະ​ມີ​ການ​ປະຕິ​ຮູບ​ຢູ່​ພາຍ​ໃນ​ປະ​ເທດ​ທີ່​ສອດຄ່ອງ​ກັບ​ມາດຕະຖານ​ສາກົນ.

ທີ​ສາມ, ​ເພີ່ມ​ທະວີ​ຄວາມ​ສາມາດ, ກຳລັງ​ແຮງ​ສັງ​ລວມ​ແຫ່ງ​ຊາດ, ສ້າງ​ຮາກ​ຖານ​ເພື່ອ​ຮັບປະກັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ຍູ້​ແຮງ​ການ​ເຊື່ອມ​ໂຍງ​ສາກົນ.  

​ເພີ່ມ​ທະວີກຳລັງ​ແຮງ​ສັງ​ລວມຂອງ​ປະ​ເທດ​ຊາດ ຊຶ່ງ​ຈຸດ​ໜັກ​ແມ່ນ​ຄວາມ​ສາມາດ​ດ້ານ​ເສດຖະກິດ, ​ເປັນ​ທິດ​ທາງ​ພື້ນຖານ​ທີ່​ສຸດ ​ເພື່ອ​ແກ້​ໄຂ​ໄພ​ອັນຕະລາຍ​ແຫ່ງ​ການ​ເສຍເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ສວຍ​ໃຊ້​ເປັນ​ຢ່າງ​ດີ​ໂອກາດ​ການ​ພັດທະນາ ທີ່​ການ​ເຊື່ອມ​ໂຍງ​ນຳມາ​ໃຫ້. ​ເພື່ອ​ເຮັດ​ວຽກ​ນີ້​ໄດ້, ກ່ອນ​ອື່ນ​ໝົດ ຕ້ອງ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ແກ້​ໄຂ​ບັນດາ​ຈຸດ​ອ່ອນ, ຂໍ້​ບົກພ່ອງ​ໃນ​ການ​ພັດທະນາພາຍ​ໃນ ທີ່​ອາດ​ຈະ​ເປັນ​ອັນຕະລາຍ​ແກ່ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​ຂະ​ບວນວິວັດການ​ເຊື່ອມ​ໂຍງ​ສາກົນ. ຄວາມ​ກົດ​ດັນ​ເພີ່ມ​ຂຶ້ນ​ຈາກ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ ​ເຜີຍ​ໃຫ້​ເຫັນ​ແຈ້ງຈຸດ​ອ່ອນ​ຕ່າງໆ, ຍິ່ງ​ກວ່າ​ນັ້ນ ຍັງ​ເຮັດ​ໃຫ້​ຂໍ້​ບົກພ່ອງ​ທີ່​ມີ​ຢູ່ໜັກໜ່ວງ​ຕື່ມ​ອີກ. ​ແຕ່, ການ​ເຊື່ອມ​ໂຍງ​ກໍ່ສະ​ເໜີ​ແນະ​ວິທີ​ແກ້ ​ແລະ ສ້າງ​ໃຫ້​ມີ​ແຫຼ່ງພະລັງ​ໃໝ່ ທີ່​ຊ່ວຍ​ແກ້​ໄຂຈຸດ​ອ່ອນ, ຂໍ້​ບົກພ່ອງ​ນີ້. ​ເພາະສະ​ນັ້ນ, ຕ້ອງ​ຮັບປະກັນ​ການ​ສົມທົບ​ຢ່າງ​ຄົບ​ຊຸດ, ​ເຂົ້າ​ແກັບ​ເຂົ້າ​ເກ​ຍ ລະຫວ່າງ​ຂະ​ບວນວິວັດ​ການ​ປະຕິ​ຮູບ​ຢູ່​​ໃນ​ປະ​ເທດ ​ແລະ ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ກວ້າງຂວາງ, ​ເລິກ​ເຊິ່ງ ​ແລະ ​ໄວວາ. ​ໃນ​ໄລຍະ​ຕົ້ນ​ຂອງ​ການ​ປ່ຽນ​ແປງ​ໃໝ່, ກະ​ໂຕການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ເປັນ​ແຮງ​ດັນທີ່​ສຳຄັນ​ເພື່ອ​ຊຸກຍູ້​ການ​ປະຕິ​ຮູບ​ເສດຖະກິດ, ​ແຕ່​ໃນ​ປະຈຸ​ບັນ, ກະ​​ໂຕຂະ​ບວນວິວັດ​ການ​ປະຕິ​ຮູບ​ຢູ່​ພາຍ​ໃນ ຈຶ່ງ​ມີ​ບົດບາດ​ຕັດສິນ​ປະສິດທິຜົນ​ຂອງການ​ເຊື່ອມ​ໂຍງ​ສາກົນ.

ຈາກ​ເນື້ອ​ໃນ​ຂອງ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII, ການ​ຊາບ​ຊືມ, ​ແກ້​ໄຂ​ສາຍ​ພົວພັນ​ລະ​ຫວ່າງເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ການ​ເຊື່ອມ​ໂຍງ​ສາກົນ ​ໃນ​ບັນດາ​ຂົງ​ເຂດ​ການ​ພັດທະນາ ຕ້ອງ​ຮັບ​ຮູ້​ໄດ້​ບັນດາ​ບັນຫາ​ພື້ນຖານລຸ່ມ​ນີ້:

​ໃນ​ຂົງ​ເຂດ​ເສດຖະກິດ, ຈຸດ​ໜັກ​ແມ່ນ​ປ່ຽນ​ແປງ​ໃໝ່ຕົວ​ແບບ​ເຕີບ​ໂຕ​ ຕິ​ດກັບການຈັດ​ວາງ​ຄືນ​ໃໝ່​ເສດຖະກິດ, ຍູ້​ແຮງ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ; ປັບປຸງ​ບູລະນະ​ລະບຽບ​ກົດໝາຍ, ພັດທະນາ​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ. ຕ້ອງ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ເພີ່ມຄວາມ​ສາມາດຮັບ​ເອົາ​ເຕັກ​ໂນ​ໂລ​ຊີ, ພູມ​ປັນຍາ ​ແລະ ຫຼໍ່ລ້ຽງການ​ປ່ຽນ​ແປງ​ໃໝ່​ປະດິດ​ສ້າງ​ ຂອງ​ພື້ນຖານ​ເສດຖະກິດ. ບັນດາ​ນະ​ໂຍບາຍ​ຕ້ອງ​ຫັນ​ໄປ​ສູ່ການ​ຊ່ວຍ​ເຫຼືອ​ນັກທຸລະກິດຜ່ານ​ຜ່າ​ອຸປະສັກ, ຄວາມ​ສ່ຽງ​ທາງ​ດ້ານ​ທຶນ ​ແລະ ​ແຫຼ່ງບຸກຄະລາ​ກອນ​ຄຸນ​ນະພາ​ບສູງ... ​ເພື່ອ​ເຮັດ​ໃຫ້​ຄວາມ​ຄິດ​ເລິ່ມຕົ້ນ​ທຸລະ​ກິດ​ທີ່​ກ່ຽວ​ພັນ​ກັບ​ເຕັກ​ໂນ​ໂລ​ຊີ ​ແລະ​ປ່ຽນ​ແປງ​ໃໝ່ ປະກົດ​ເປັນ​ຈິງ. ຂະ​ບວນວິວັດການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ຕ້ອງ​ຫັນ​ໄປສູ່​ການ​ດັດ​ປັບ​ພື້ນຖານ​ເສດຖະກິດ​ປະ​ເທດ​ເຮົາ​ ໃຫ້​ກາຍ​ເປັນຕ່ອງ​ໂສ້​ໜຶ່ງ ​ໃນ​ເຄືອ​ຂ່າຍ​ການ​ຜະລິດ ​ແລະ ພວງ​ພະນັງ​ມູນ​ຄ່າ​ທົ່ວ​ໂລກ ຂອງ​ບໍລິສັດ​ຂ້າມ​ຊາດ. ດັ່ງ​ນັ້ນ, ​ເພື່ອ​ໃຫ້ການ​ເຊື່ອມ​ໂຍງ​ສາກົນ​ມີ​ປະສິດທິ​ຜົນ, ຕ້ອງ​ເພີ່ມ​ທະວີການ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ກັບ​ຂົງ​ເຂດ​ຕ່າງປະ​ເທດ​ທີ່​ນຳ​ໃຊ​ເຕັກ​ໂນ​ໂລ​ຊີ​ຫຼາຍ. ຈະ​ບໍ່​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດດ້ວຍ​ທຸກ​ຄ່າ​ໃຊ້​ຈ່າຍ; ຊຶ່ງ​ແທນ​ທີ່​ດ້ວຍ​ການ​ຮຽກຮ້ອງ​ໃຫ້​ລົງທຶນ​ຢ່າງ​ແຂງ​ແຮງ​ ເຂົ້າ​ໃນ​ບັນດາ​ຂະ​ແໜງ​ບໍລິການ, ບັນດາ​ຂະ​ແໜງ​ການ​ທີ່​ອີງ​ໃສ່​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ... ​ເພື່ອ​ດ້ານ​ໜຶ່ງ, ຊຸກຍູ້​ການ​ພັດທະນາ​ບັນດາຂົງ​ເຂດ​ນີ້, ຫັນ​ລະບົບ​ໂຄງ​ສ້າງ​ພື້ນຖານ​ເປັນ​ທັນ​ສະ​ໄໝ​ເພື່ອຮັບປະກັນ​ການ​ເຊື່ອມ​ຕໍ່ ​ແລະ ກຽມ​ຄວາມ​ພ້ອມ​ດ້ານ​ເຕັກ​ໂນ​ໂລ​ຊີ; ດ້ານ​ອື່ນ, ​ແກ້​ໄຂ​ຜ່ານ​ຜ່ານ​ຈຸດ​ອ່ອນ ຂໍ້​ຈຳກັດ​ທາງ​ດ້ານ​ຊັບພະຍາກອນ, ຄວາມ​ຮູ້, ທັກ​ສະການ​ບໍລິຫານ​ຄຸ້ມ​ຄອງ ​ແລະ ຂາດ​ບົດຮຽນ​ ຂອງ​ວິ​ສາ​ຫະກິດ​ຫວຽດນາມ(18).

ຕ້ອງ​ສ້າງ​ພື້ນຖານ​ເສດຖະກິດ​ຕະຫຼາດທັນ​ສະ​ໄໝ ​ແລະ ການ​ເຊື່ອມ​ໂຍງ​ສາກົນ(19). ນີ້​ແມ່ນ​ຂໍ້​ພິນິດ​ວິທະຍາ​ທຳ​ອິດ​ທີ່​ໄດ້​ຮັບ​ການ​ຢືນຢັນ​​ໃນ​ເອກະສານກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ແຕ່​ມີ​ຄວາມ​ຈຳ​ເປັນ​ແລະ​ເໝາະ​ສົມ​ທີ່​ສຸດ ​ກັບພຶດຕິ​ກຳ​ແຫ່ງ​ການ​ເຊື່ອມ​ໂຍງ ​ແລະ ​ພັດທະນາ​ ຂອງ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ ຊຶ່ງ​ໄດ້​ພາ​ໃຫ້​ເສດຖະກິດ​ຫວຽດນາມ​ກາຍ​ເປັນ​ພາກສ່ວນໜຶ່ງ​ ຂອງ​ລະບົບ​ເສດຖະກິດ​ຕະຫຼາດ​ໂລກ. ການ​ເນັ້ນ​ໜັກ​ເຖິງ​ລັກສະນະ​ຄົບ​ຖ້ວນ, ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ ຂອງພື້ນຖານ​ເສດຖະກິດ ​ແມ່ນ​​ໄດ້​ຢືນຢັນ​ການ​ປະຕິບັດ​ຕາມມາດຕະຖານ​ທົ່ວ​ໄປ​ຂອງ​ໂລກ ​ເພື່ອ​ພັດທະນາ, ​ແລະ ສິ່ງ​ທີ່​ສຳຄັນ​ກວ່າຄື ຕ້ອງ​ປະຕິບັດ​ຕາມຄຳ​ໝັ້ນ​ສັນຍາ​ສາກົນ​ທີ່​ໄດ້​ເຊັນ, ພະຍາຍາມ​ປະຕິ​ຮູບ​ພາຍ​ໃນ, ຕອບ​ສະໜອງ​ຕາມ​ເກນ​ກຳນົດ​ຂອງເສດຖະກິດຕະຫຼາດ. ​ໃນ​ຄວາມ​ພະຍາຍາມ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດນັ້ນ, ລັດ​ຕ້ອງ​ຫັນປ່ຽນ​ຈາກບົດ​ບາດ​ແຊກ​ແຊງ​ໂດຍ​ກົງ ​​ມາ​ໃຫ້ການ​ຊ່ວຍ​ເຫຼືອ ​ແລະ ຄຸ້ມ​ຄອງ​ບໍລິຫານ​ການ​ພັດທະນາ, ​ໃນ​ນັ້ນ ສຸມ​ໃສ່​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເສດຖະກິດ​ມະຫາ​ພາກ, ​ແກ້​ໄຂ​ຈຸດ​ອ່ອນ​ພາຍ​ໃນ​ພື້ນຖານ​ເສດຖະກິດ​ເ​ຊັ່ນ ໜີ້​ສິນ​ເສຍ, ໜີ້​ສິນ​ສາທາລະນະ, ຄວາມ​ສ່ຽງ​ຈາກ​ອັດຕາ​ແລກ​ປ່ຽນ ​ແລະ ອັດຕາ​ເງິນ​ເຟີ້, ປະຕິ​ຮູບ​ວິ​ສາ​ຫະກິດ​ແຫ່ງ​ລັດ, ສຸຂະພາບ​ຂອງ​ລະບົບ​ທະນາຄານ​ການ​ຄ້າ...; ສ້າງ​ຂອບ​ກົດໝາຍ, ນະ​ໂຍບາຍ ​ແລະ ກົງຈັກ​ປະຕິບັດ​ການຮັບປະກັນ​ໃຫ້​ຕະຫຼາດ​ປະ​ເພດ​ຕ່າງໆ ​ໄດ້​ຮັບ​ການ​ບູລະນະ, ​ເຄື່ອນ​ໄຫວ​ຢ່າງ​ໂປ່​ງ​ໄສ, ມີ​ປະສິດທິ​ຜົນ ​ແລະ ມີ​ການ​ແຂ່ງຂັນທີ່​ຍຸຕິ​ທຳ. ນອກ​ນັ້ນ, ດ້ວຍ​ຈິນຕະນາການ​ໃໝ່, ​ໄຫວ​ພິບ​ກວ່າ ​ໃນ​ການ​ຮັບ​ຮູ້​ກ່ຽວ​ກັບເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ອະທິປະ​ໄຕ​ແຫ່ງຊາດ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ໄດ້​ວາງ​ນະ​ໂຍບາຍ: “ກໍ່ສ້າງ​ເຂດ​ເສດຖະກິດ​ພິ​ເສດ​ຈຳນວນ​ໜຶ່ງ ​ເພື່ອ​ສ້າງ​ໃຫ້​ມີ​ຂົ້ວ​ການ​ເຕີບ​ໂຕ ​ແລະ ທົດ​ສອບ​ລະບຽບ​ກົດໝາຍ​ການ​ພັດທະນາ​ພາກ​ພື້ນ ທີ່​ມີ​ລັກສະນະ​ບຸກທະລຸ” (20). 

​ໃນ​ຂົງ​ເຂດ​ການ​ເມືອງ, ຈຸດ​ໜັກ​ໃຈກາງ​ແມ່ນ​ກໍ່ສ້າງ ​ແລະ ປັບປຸງ​ບູລະນະ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ, ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕສັງຄົມ​ນິຍົມ, ຮັບປະກັນ​ປະຕິ​ບັດ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ. ​ເພື່ອ​ໃຫ້​ຂະ​ບວນການ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຢ່າງຮອບດ້ານ​ ສືບ​ຕໍ່ຂະຫຍາຍຕົວ, ການ​ປ່ຽນ​ແປງ​ໃໝ່​ເສດຖະກິດ​ຕ້ອງ​ໄດ້​ດຳ​ເນີນ​ຢ່າງ​ຄົບ​ຊຸດ, ກົມ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ດ້ານ​ການ​ເມືອງ, ກັບ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ປະຕິ​ຮູບ​ດ້ານ​ນິຕິບັນຍັດ, ຕຸລາການ (21). ຂອດ​ທີ່​ເປັນ​ກຸນ​ແຈ​ຢູ່​ນີ້​ແມ່ນ ຍົກ​ສູງ​ຄວາມ​ສາມາດ​ນຳພາ​ຂອງ​ພັກ, ຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໃນ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ, ກໍ່ສ້າງ​ລັດຖະບານທີ່​ຊື່​ກົງ​ບໍລິສຸດ, ຮັບ​ໃຊ້ ​ແລະ ຊ່ວຍ​ໜູນ​ກາ​ພັດທະນາ. ພາຍ​ໃຕ້​ແຮງ​ກົດ​ກັນ​ຂອງ​ການ​ເຊື່ອມ​ໂຍງ ​ແລະ ອາໃສ​ຄວາມ​ກ້າວໜ້າ​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດຂໍ້​ມູນ​ຂ່າວສານ ​ແລະ ການ​ສື່ສານ, ​ແນ່ນອນ​ວ່າ ການ​ປະຕິບັດ​ບັນດາ​ອຳນາດ​ນິຕິບັນຍັດ, ບໍລິຫານ ​ແລະ ຕຸລາການຂອງ​ລັດ ຈະ​ຖືກ​ການ​ຕິດຕາມ​ກວດກາ, ວິ​ຈານ​ຕິ​ຊົມ​ເພີ່ມ​ຂຶ້ນ​ ຈາກຊຸມ​ຊົນ​ສັງຄົມ, ວິ​ສາ​ຫະກິດ ​ແລະ ປະຊາຊົນ. ບໍ່​ຄວນ​ຖື​ວ່າ​ ນີ້​ເປັນ​ຄວາມ​ຊຸດ​ໂຊມລົງ​ຂອງ​ການ​ເປັນ​ເຈົ້າ​ຕົນ​ເອງ ​ແຕ່​ຈາກ​ພາກ​ຕົວ​ຈິງ​ດັ່ງກ່າວ​ນັ້ນ, ຕ້ອງ​ຖື​ວ່າການ​ເພີ່ມ​ທະວີ​ປະຊາທິປະ​ໄຕ, ຄວາມ​ໂປ່​ງ​ໃສ ​ແລະ ຄວາມ​ຮັບຜິດຊອບອະທິບາຍ​ໃຫ້​ປະຊາຊົນ ​ແມ່ນ​ປັດ​ໄຈ​​ສຳຄັນທີ່​ສ້າງ​ໃຫ້​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ສະໜັບສະ​ໜູນ​ ຂອງ​ສັງຄົມຕໍ່​ນະ​ໂຍບາຍ​ຂອງ​ລັດ; ພິ​ເສດ ຕ້ອງ​ຊຸກຍູ້​ປະຊາທິປະ​ໄຕ, ຮັບປະກັນ​ບັນດາ​ໂອກາດ​ແຂ່ງຂັນ​ທີ່​ສະ​ເໝີ​ພາບ​ໃນ​ເສດຖະກິດ.

​ໃນ​ຂົງ​ເຂດ​ຄວາມ​ສະຫງົບ - ການ​ປ້ອງ​ກັນຊາ​ດ, ຈຸດ​ໜັກ​ແມ່ນ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມສັງຄົມ​ນິຍົມ​ໃນ​ສະພາບ​ການ​ໃໝ່​ ໄວ້​ຢ່າງ​ໜັກ​ແໜ້ນ. ການ​ເຊື່ອມ​ໂຍງ​ສາກົນ​ຕ້ອງ​ຊ່ວຍ​ຍາດ​ແຍ່ງ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນ​ຂອງ​ປະຊາ​ຄົມ​ໂລກ, ປົກ​ປັກ​ຮັກສາເອກະລາດ, ອະທິປະ​ໄຕ​ແຫ່ງ​ຊາດ, ປົກ​ປັກ​ຮັກສາ​ພັກ, ລັດ, ປະຊາຊົນ​ ແລະ ລະບອບສັງຄົມ​ນິຍົມ, ປົກ​ປັກ​ຮັກສາ​ພາລະ​ກິກການ​ປ່ຽນ​ແປງ​ໃໝ່, ​ແກ້​ໄຂ​ເປັນ​ຢ່າງ​ດີ ​ບັນດາ​ສິ່ງທ້າ​ທາຍ​ຂ້າມ​ຊາດ ​ແລະ ບັນດາ​ບັນຫາ​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ​​ແຫ່ງຊາດ, ລະບຽບ​ຄວາມ​ສະຫງົບ​ສັງຄົມ(22). ພິ​ເສດ, ຕ້ອງ​ເພີ່ມ​ທະວີ​ຄວາມ​ສາມາດ​ປ້ອງ​ກັນຊາດທົ່ວ​ປວງ​ຊົນ ​ແລະ ການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປະຊາຊົນ; ກໍ່ສ້າງ​ກຳລັງ​ທະຫານ, ກຳລັງ​ຕຳຫຼວດ​ປະຕິວັດ ​ໃຫ້​ເປັນລະບຽບ​ຫຼວງ, ຍອດ​ຍ້ຽມ, ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ, ມີ​ກຳລັງ​ແຮ​ງພຽ​ງພໍ​ທີ່​ຈະ​ຮັບ​ມື​ກັບ​ສິ່ງທ້າ​ທາຍ​ໃໝ່​ ທີ່​ຫາ​ກໍ່​ເກີດ​ຂຶ້ນໃນ​ສະພາບ​ການ​ສາກົນ​ທີ່​ຜັນ​ປ່ຽນ​ຢ່າງ​ສັບສົນ, ​ໃນ​ສະຖານະ​ການ​ຂອງ​ຍຸກ​ເຕັກ​ໂນ​ໂລ​ຊີຄື ​ເສຍ​ຄວາມ​ປອດ​ໄພ​ດ້ານ​ເຄືອ​ຂ່າຍ, ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວສານ; ບັນດາ​ການ​ກະທົບ​ຈາກ​ພາຍ​ນອກ​ທີ່​ເປັນ​ອັນຕະລາຍ​ກວ່າ​ແຕ່​ກ່ອນ​ຄື ການ​ກໍ່​ການ​ຮ້າຍ, ການ​ຈະລາ​ຈົນ, ກົນອຸບາຍປຸກ​ລະດົມຕໍ່ຕ້ານ​ລະບອບ​ການ​ປົກຄອງ...; ບັນດາ​ໄພ​ອັນຕະລາຍ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ເປັນ​ປະຈຳ​ກວ່າ​ເຊັ່ນ ​ໂລກລະບ​າດ, ​ໄພ​ທຳ​ມະ​ຊາດ ​ແລະ ​ໄພພິບັດ​ອຸດສາຫະກຳ... ທົ່ວ​ປະ​ເທດ ​ແລະ ​ແຕ່ລະ​ທ້ອງ​ຖິ່ນ​ ຕ້ອງຍົກ​ສູງ​ຄວາມ​ສາມາດ​ຮັບ​ມື ທັງ​ຕັ້ງໜ້າ​ເຂົ້າ​ຮ່ວມ​ຄວາມ​ພະຍາຍາມ​ລວມ ຂອງ​ປະຊາ​ຄົມ​ໂລກ ​ເພື່ອ​ຮັບ​ມື​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ​ແລະ ພ້ອມ​ກັນ​ພັດທະນາ.

​ໃນ​ຂົງ​ເຂດ​ສັງຄົມ, ວັດທະນະທຳ ​ແລະ ພັດທະນາ​ມະນຸດ, ຈຸດ​ໜັກ​ແມ່ນ​ປະຕິບັດ​ຄວາມ​ກ້າວໜ້າ, ຄວາມຍຸຕິ​ທຳທາງ​ສັງຄົມ, ກໍ່ສ້າງ​ວັດທະນະທຳ ​ແລະ ຜູ້​ຄົນ​ຫວຽດນາມ​ທີ່​ຂະຫຍາຍຕົວ​ຢ່າງຮອບດ້ານ. ​ເປັນ​ເຈົ້າ​ການ ​ແລະ​ຕັ້ງໜ້າ​ໃນ​ການ​ເຊື່ອມ​ໂຍງ​ສາກົນ, ຮັບປະກັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແມ່ນ​ແນ​ໃສ່​ຫັນ​ໄປ​ສູ່​ບັນດາ​ຄຸນ​ລັກສະນະມະນຸດ​ອະລິຍະ​ທຳ ​ຂອງ​ລະບອບສັງຄົມ​ນິຍົມ ຢູ່​ປະ​ເທດ​ເຮົາ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສ່ວນ​ຫຼາຍ, ຫັນ​ເຂົ້າ​ສູ່​ມະນຸດ, ​ເພື່ອ​ມະນຸດ, ຖື​ມະນຸດ​ເປັນ​ໃຈກາງ​ຂອງ​ການ​ພັດທະນາ, ທຸກຄົນ​ມີ​ສ່ວນຮ່ວມ ​ແລະ ທຸກ​ຄົນ​ໄດ້​ຮັບ​ປະ​ໂຫຍ​ດ. ດັ່ງ​ນັ້ນ, ຕ້ອງ​ຮູ້​ເຫັນ​ຢ່າງ​ຖືກຕ້ອງ ທາດ​ແທ້​ຂອງ​ຄວາມ​ຂັດ​ແຍ້​ງ ​ແລະ ສາ​ເຫດ​ທີ່​ພາ​ໃຫ້​ເກີດ​ຄວາມ​ຂັດ​ແຍ້​ງ ​ແລະ ບັນດາ​ການ​ປະ​ທະ​ກັນ​ໃນ​ສັງຄົມ, ພິ​ເສດ​ແມ່ນ​ຄວາມ​ຂັດ​ແຍ້​ງທີ່​ມີ​ບໍ່​ເກີດ​ມາ​ຈາກ​ເສດຖະກິດ, ຊົນ​ເຜົ່າ, ສາສະໜາ, ສິ່ງ​ແວດ​ລ້ອມ..., ຈາກ​ນັ້ນ ຄັດ​ເລືອກ​ແລະ​ປະຕິບັດ​ບັນດາ​ມາ​ຕະການ​ແກ້​ໄຂ​ທີ່ອ່ອນ​ໂຍນ, ຕັ້ງ​ໝັ້ນ​ສົນທະ​ນາ ​ແລະ ​ແກ້​ໄຂ​ຢ່າງ​ຂາດ​ຕົວ. ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ບັນດາ​ບັນຫາ​ກະສິກຳ, ຊາວນາ, ຊົນນະບົດ ​ເພື່ອ​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ກັນ​ ລະຫວ່າງ​ຮັ່ງມີ-ທຸກ​ຍາກ. ພ້ອມ​ກັນ​ກັບ​ການ​ກໍ່​ສ້າງ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ, ກໍ່​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ກໍ່ສ້າງ​ບັນດາສະ​ຖາ​ບັນ​ສັງຄົມທີ່​ສົມ​ຄູ່ ​ເພື່ອຄາດ​ຄະ​ເນ ​ແລະ ປ້ອງ​ກັນ​ຄວາມ​ສ່ຽງ, ການ​ປະ​ທະ​ກັນ​ທີ່​ເກີດ​ຂຶ້ນ​ໃນ​ຂະ​ບວນວິວັດ​ການ​ຫັນ​ເປັນ​ອຸດສາຫະກຳ, ຫັນ​ເປັນ​ຕົວ​ເມືອ​ງ.

*

*       *

​ເພື່ອ​ຜັນ​ຂະຫຍາຍປະຕິບັດມະຕິກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ຢ່າງ​ສຳ​ເລັດ​ມີ​ໄຊ ​ແລະ ນຳ​ເອົາ​ມະຕິ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ ມັນຮຽກຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງສືບ​ຕໍ່​ມີ​ຈິນຕະນາການ​ປ່ຽນ​ແປງໃໝ່, ມີ​ວິທີ​ແກ້​ທີ່​ຄົບ​ຊຸດ, ປະດິດ​ສ້າງ; ພິ​ເສດ​ແມ່ນ​ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ​ການ​ເມືອງ​ສູງ ​ແລະ ການ​ກະທຳ​ຢ່າງ​ດຸ​ເດືອດ, ລະອຽດ​ຕົວ​ຈິງ, ຕິດຕາມ​ໃກ້ຊິດ​ກັບ​ພຶດຕິ​ກຳ​ທີ່​ມີ​ຊີວິດ​ຊີວາ​ທີ່​ສຸດ​ຂອງ​ປະ​ເທດ. ບັນດາ​ທັດສະນະ​ໃໝ່, ​ໄຫວ​ພິບ​ກ່ຽວ​ກັບເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ອະທິປະ​ໄຕ​ແຫ່ງ​ຊາດ, ກ່ຽວ​ກັບ​ການ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາ​ດພາຍ​ໃນ​ຂອງ​ປະ​ເທດ, ຮັບປະກັນ​ການ​ສົມທົບ​ຢ່າງ​ຄົບ​ຊຸດ ​ລະຫວ່າງ​ການ​ປະຕິ​ຮູບ​ໃນ​ປະ​ເທດ ກັບ​ການ​ເຊື່ອມ​ໂຍງ​ສາກົນ, ລະຫວ່າງ​ການ​ປ່ຽນ​ແປງ​ໃໝ່​ເສດຖະກິດ ກັບ​ການ​ປ່ຽນ​ແປງ​ໃໝ່​ລະບົບ​ການ​ເມືອງ,... ຕ້ອງ​ໄດ້​ຮັບ​ຮູ້ຢ່າງ​ຈະ​ແຈ້ງ, ​​ອະທິບາຍ​ຢ່າ​ງຖືກຕ້ອງ ​ໃນ​ການ​ຊາບ​ຊືມ, ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ການ​ເຊື່ອມ​ໂຍງ​ສາກົນ ​ໃນ​ໄລຍະຕໍ່​ໄປ. /.

ສຈ, ປອ. ຫງວຽນ​ຊວນ​ຖັ໊ງ

ກຳມະການ​ສູນ​ກາງ​ພັກ,

ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ

--------------------

ບົດນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​​ເລກທີ 891 (​ເດືອນ​ມັງກອນ 2017)

(1) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ VI, ສຳນັກ​ພິມ​ຈຳໜ່າຍ ຊື້​ເຖິດ, ຮ່າ​ໂນ້ຍ, 1987, ໜ້າ 81.

(2) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ VII, ສຳນັກ​ພິມ​ຈຳໜ່າຍ ຊື້​ເຖິດ, ຮ່າ​ໂນ້ຍ, 1991, ໜ້າ 119.

(3) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ VIII, ສຳນັກ​ພິມ​ຈຳໜ່າຍ ຊື້​ເຖິດ, ຮ່າ​ໂນ້ຍ, 1996, ໜ້າ 120.

(4) ​ເອກະສານ​ຄົ້ນຄວ້າ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ, ສຳນັກ​ພິມ​ຈຳໜ່າຍການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2001, ໜ້າ 216 - 217.

(5), (6) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ X, ສຳນັກ​ພິມ​ຈຳໜ່າຍ ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2006, ໜ້າ 112, 180 - 181.

(7) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XI, ສຳນັກ​ພິມ​ຈຳໜ່າຍການ​ເມືອງ​ແຫ່ງ​ຊາດ - ຊື້​ເຖິດ, ຮ່າ​ໂນ້ຍ, 2011, ໜ້າ 236.

(8) ກະຊວງ​ການ​ຕ່າງປະ​ເທດ: ຮ່າງ​ໂຄງການ “ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ການ​ເຊື່ອມ​ໂຍງ​ສາກົນ, ຮັກສາ​ຄວາມ​ສະຫງົບ​ດ້ານ​ການ​ເມືອງ - ສັງຄົມ ​ໃນ​ສະພາບ​ການທີ່​ປະ​ເທດ​ເຮົາ​ເຂົ້າ​ຮ່ວມ​​ໃນ​ບັນດາ ແອັບ​ທີ​ເອ ຮຸ່ນ​ໃໝ່, ​ໃນ​ນັ້ນ​ມີ​ສັນຍາ ທີ​ພີ​ພີ ​ແລະ ປະ​ຂາ​ຄົມ​ເສດຖະກິດ ອາ​ຊຽນ”, ວັນ​ທີ 16 ກໍລະກົດ 2016, ຮ່າ​ໂນ້ຍ.

(9) ຫວຽດນາມ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ກັບ 15 ປະ​ເທດ, ການ​ພົວພັນ​ຄູ່​ຮ່ມມື​ຮອບດ້ານ​ກັບ 10 ປະ​ເທດ.

(10) ມາ​ຮອດ​ດຽວ​ນີ້, ຫວຽດນາມ​ໄດ້​ເຂົ້າຮ່ວ​ມການ​ລົງ​ນາມ ​ແລະ ພວມ​ເຈລະຈາສັນຍາ ແອັບ​ທີ​ເອ 16 ສະບັບ.

(11) ຟ້າ​ມຊາວ​ມາຍ: “ປະ​ເທດ​ຈີນ ​ແລະ ຍຸດ​ທະ​ສາດ​ການ​ຕ່າງປະ​ເທດ​ຮອດ​ປີ 2020”; ​ເບິ່ງ: ສະຖານະ​ການ​ໂລກ​ຮອດ​ປີ 2020, ຟ້າ​ມບິ່ງ​ມິ​ງ (ຫົວໜ້າ​ບັນນາທິການ). ສຳນັກ​ພິມ​ຈຳໜ່າຍການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2010, ໜ້າ 454.

(12) ປະກອບ​ດ້ວຍ: “ວົງ​ຂອບ​ເສດຖະກິດ​ເສັ້ນທາງ​ສາຍ​ໄໝ” ​ແລະ “ເສັ້ນທາງ​ສາຍ​ໄໝ​ໃນ​ທະ​ເລ​ສະຕະວັດ​ທີ XXI”

(13) ຫງວຽນ​ຮົ່ງ​ເຊີນ, ຫງວຽນ​ແມ້ງ​ຮຸ່ງ: “ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໃນ​ສະພາບ​ການ​ສາກົນ​ໃໝ່”, ວາລະສານ ບັນດາ​ບັນຫາ​ເສດຖະກິດ ​ແລະ ການ​ເມືອງ​ຂອງ​ໂລກ, ສະບັບ​​ເລກທີ 7 (219), 2014.

(14) ​ໂຮ່ຈີ​ມິນ: “ຈົດໝາຍ​ສົ່ງ​ເຖິງ​ຄະນະ​ກຳມະການ​ປະຊາຊົນ​ບັນດາ​ພາກ, ​ແຂວງ, ​ເມືອງ ​ແລະ ບ້ານ”, ນິພົນ​ຄົບ​ຊຸດ, ​ເຫຼັ້ມ 4 (1945 - 1946), ສຳນັກ​ພິມ​ຈຳໜ່າຍການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1995, ໜ້າ 56.

(15) ແຜນຍຸດ​ທະ​ສາດ​ເຊື່ອມ​ໂຍງ​ສາກົນ​ໂດຍ​ລວມຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030, ປະກາດ​ໃຊ້​ແບບ​ນຳ​ມະຕິ​ຕົກລົງ​ສະບັບ​ເລກທີ 40/QĐ-TTg, ວັນ​ທີ 7 ມັງກອນ 2016, ຂອງ​ນາຍົກລັດຖະມົນຕີ, ໜ້າ 8.

(16), (17) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, ໜ້າ 153 - 155, 111.

(18) ຫງວຽນ​ຊວນ​ຖັ໊ງ (ຫົວໜ້າ​ບັນນາທິການ): ​ເສດຖະກິດ​ໂລກ ​ແລະ ຫວຽດນາມ 2015 - 2016: ຊຸກຍູ້​ຄວາມ​ເຕີບ​ໂຕ ​ແລະ ການ​ພັດທະນາ​ໃນ​ສະພາບ​ການ​ທີ່​ມີ​ການ​ປ່ຽນ​ແປງ​ຫຼາຍ. ສະບັບ​ຮ່າງ, ສຳນັກ​ພິມ​ຈຳໜ່າຍ​ວິທະຍາສາດ​ສັງຄົມ, ຮ່າ​ໂນ້ຍ, 2016.

(19), (20) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 102, 96.

(21) ຫງວຽນ​ວຽດຖາວ: “ຮັບປະກັນ​ສາຍ​ພົວພັນ​ລະຫວ່າເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ​ເຊື່ອມ​ໂຍສາກົນ.” ວາລະສານ​ທິດ​ສະ​ດີກາ​ນ​ເມືອງ, ສະບັບ​ອອກ​ເດືອນ​ພຶດສະພາ 2011.

(22) ​ເບິ່ງ: ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XII, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 147 – 148.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ