ວັນອາທິດ, 24/9/2017
ຄາດຄະເນການພົວພັນລະຫວ່າງບັນດາປະເທດໃຫຍ່ ແລະ ຜົນກະທົບຕໍ່ປະເທດຫວຽດນາມ
7/5/2017 8:42' ສົ່ງ ພິມ
ພາບປະກອບ. (ພາບ: VOV.VN)

ການ​ພົວ­ພັນ​ລະ­ຫວ່າງ​ບັນ­ດາ​ປະ­ເທດ​ໃຫຍ່​ໃນ​ເວ­ລາ​ຕໍ່​ໄປ​ 

ການ​ພົວ­ພັນ​ລະ­ຫວ່າງ​ບັນ­ດາ​ປະ­ເທດ​ໃຫຍ່​ໃນ​ເວ­ລາ​ຕໍ່​ໄປ ຕົ້ນຕໍ​ຈະຖືກ​ຜົນ​ກະ­ທົບ​ໂດຍ​ກົງ​ຈາກ​ບັນ­ດາ​ທ່າ​ອຽງ​ແຫ່ງ​ການ​ພັດ­ທະ­ນາ​ພາຍ​ໃນ ຂອງ​ບັນ­ດາ​ປະ­ເທດ​ນີ້​ ກໍ່​ຄື​ການ​ຜັນ​ແປ​ຂອງ​ສະ­ພາບ​ການ​ການ​ພົວ­ພັນ​ສາ­ກົນ. ຜົນ­ສຳ­ເລັດ​ໃນ​ການ​ເລືອກຕັ້ງ​ປະ­ທາ­ນາ­ທິ­ບໍ­ດີ​ແຫ່ງ​ສະຫະລັດ ອາ​ເມ​ຣິກາ (ເດືອນພະ​ຈິດ 2016) ແລະ ຂະ​ບວນ​ວິ­ວັດ​​ການ​ຄັດ​ເລືອກ​ບຸກ​ຄະ­ລາ​ກອນ​ຂັ້ນ​ສູງ​ ຂອງ​ປະ­ທາ­ນາ­ທິ­ບໍ­ດີ​ຜູ້​ໃໝ່​ ເປັນ​ພື້ນ­ຖານ​ອັນ​ສຳຄັນ​ ​ເພື່ອ​ຄາດ​ຄະ­ເນ​ກ່ຽວ​ກັບ​ນະ­ໂຍ­ບາຍ​ຂອງ​ປະ­ເທດອາ­ເມຣິ­ກາ ໃນ​ເວ­ລາ​ຕໍ່​ໄປ​. ບັນ­ດາ​ການເຄື່ອນໄຫວ​ໃນ​ເບື້ອງ​ຕົ້ນ ​ໄດ້​ໃຫ້​ເຫັນ​ວ່າ, ດ້ວຍ​ການ​ປ່ຽນ­ແປງ​ຄະ­ນະ​ລັດ­ຖະ­ມົນ­ຕີ​ໃໝ່ ​ພາຍ​ໃຕ້​ການ​ກຳ​ອຳນາດ ຂອງປະທາ­ນາ­ທິ­ບໍ­ດີ ໂດ​ນັນ​ ທຣັມ, ​ນະ­ໂຍ­ບາຍ​​ການ​ພົວ­ພັນ​​ຕ່າງປະເທດ​ຂອງອາ­ເມຣິ­ກາ ອາດສາມາດຈະ​ຖືກ​ປ່ຽນ​ແປງ​ຢ່າງ​ຜິດ​ປົກ­ກະ­ຕິ, ທັງ​ດ້ານ​ຄວາມ​ສະ­ຫງົບ (ຫຼຸດ­ຜ່ອນ​ຄຳ​ໝັ້ນ​ສັນ­ຍາ​ສາ­ກົນ, ດັດ­ແປງ​ການ​ພົວພັນ​ພັນທະ​ມິດ ອາ​ເມ​ຣີ​ກາ - ຍີ່­ປຸ່ນ, ອາ­ເມ­ຣິ­ກາ - ສາ­ທາ­ລະ­ນະ​ລັດເກົາ­ຫຼີ, ອາ­ເມ­ຣິ­ກາ - ອົງການສົມ​ທິ​ສັນຍາແອດ​ແລນ​ຕິກ​ເໜືອ (NATO)...) ແລະທາງດ້ານເສດ­ຖະ­ກິດ (ຖອນຕົວອອກ​ຈາກ​ອົງ­ການ​ການ​ຄ້າ​ໂລກ (WTO), ຍົກ­ເລີກສັນ­ຍາ​ວ່າ​ດ້ວຍ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP), ເກັບ​ພາ­ສີ​ສິນ­ຄ້າ​ນຳ​ເຂົ້າ...) ກໍ່​ຄື​ມີ​ແນວ​ໂນ້ມ​​ຊອກ​ຫາ​ຄວາມ​ປະ​ນິ​ປະ­ນອມ​ລະ­ຫວ່າງ​ບັນ­ດາ​ປະ­ເທດ​ໃຫຍ່​ ຍ້ອນທ່ານ ໂດ​ນັນ​ ທຣັມ ເປັນ​ຜູ້ຕາງໜ້າ​ໃຫ້​ແກ່​ທ່າ​ອຽງ​ການ­ເມືອງ​​ອາ​ນຸ​ລັກ​ນິ­ຍົມ ແລະ ການຫັນ​​ເຂົ້າ​ຂ້າງ​ໃນທາງ​ດ້ານ​ການ​ພົວ­ພັນ​ຕ່າງປະເທດ(1). ສິ່ງ​ເຫຼົ່າ​ນີ້​ ຈະ​ສົ່ງ​ຜົນ​ສະທ້ອນຕາມ​ຫຼາຍ​ທິດ ​ເຖິງ​ການ​ພົວ­ພັນ​ສາ­ກົນ​ໃນ​ເວ­ລາ​ຕໍ່​ໄປ​.

ເລີ່ມ​ຈາກ​ຜົນ​ປະ­ໂຫຍດ​ຂອງສະຫະລັດອາ­ເມຣິ­ກາ, ເປັນ­ຕົ້ນ​ແມ່ນ​ການ​ຮັກ­ສາ​ຖາ­ນະ​ບົດ­ບາດ​ເປັນ “ຈອມ​ໂລກ”, ອຳ­ນາດ​ການ​ປົກ­ຄອງ​ໃໝ່​ຂອງອາ­ເມຣິ­ກາ ອາດສາມາດຈະ​ສືບ­ຕໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ຂອງ​ໂລກ​ເວົ້າ​ລວມ ແລະ ​ເຂົ້າ​ວຽກ​ງານ​ຂອງອາ­ຊີ-ປາ​ຊີ​ຟິກ ​ເວົ້າ​ສະ­ເພາະ(2), ແຕ່​ ­ການ​ດັດ­ແປງ​ນະ­ໂຍ­ບາຍ​ຂອງອາ­ເມ­ຣິ­ກາ (ທັງ​ເນື້ອ​ໃນແລະວິ­ທີ​ການ) ຈະ​ມີ​ການ​ເພີ່ມ​ຂຶ້ນ. ລັກ­ສະ­ນະ​​ບໍ່​ຄົງ​ທີ່ ແລະ ຄວາມ​ປັ່ນ​ປວນ​ໃນ​ການ​ພົວ­ພັນ​ສາ­ກົນ​ ຈະ​​ເພີ່ມ​ຂຶ້ນ​ ຍ້ອນ​ສະ­ພາບ​ການ​ປົກ­ຄອງ​ພາຍ​ໃນ​ຢູ່​ບັນ­ດາ​ປະ­ເທດ ​ຈະ​ມີ​ຄວາມ​ສັບສົນ​ກວ່າ​​ເກົ່າ, ການ​ພົວພັນ​ປະຕິ​ສຳພັນລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່ ຈະ​ຜັນ​ປ່ຽນ​ໄປ​ໃນ​ຫຼາຍ​ດ້ານກວ່າ​ອີກ, ໃນ​ເວລາ​ທີ່ບັນ­ດາ “ຈຸດ​ຮ້ອນ” ຂອງ​ພາກ​ພື້ນ​ ​ກໍ່​ຍັງ​ບໍ່​ທັນ­ຜ່ອນຄາຍ​ລົງ.

ຢູ່​ປະ­ເທດຈີນ, ບັ້ນ​ຮົບ​ຕໍ່­ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ ສືບ­ຕໍ່​ໄດ້​ນຳ​ໃຊ້​​ເປັນ “ເຄື່ອງ­ມື” ເພື່ອ​ຊຸກ­ຍູ້​ການ​ປະ­ຕິ​ຮູບ. ທາງ​ດ້ານ​ເສດ­ຖະ­ກິດ, ຈີນຈະຕ້ອງ​ສືບ­ຕໍ່​​ປະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນ​ຂອງ​ການ​ປະ­ຕິ​ຮູບ​ເສດຖະກິດ​ ເພື່ອ​ຮັບ​ມື​ກັບ​ສະ­ພາບ​ການ​ຫຼຸດ­ຜ່ອນ​ຄວາມ​ເຕີບ​ໂຕ ແລະ ໄພ​​ເງິນ​ເຟີ້​. ດັ່ງນັ້ນ, ​ຜ່ານ​ບັນ­ດາ​ຄວາມ​ຄິດ​ລິ​ເລີ່ມ “ເຂດ​ດຽວ, ເສັ້ນ­ທາງ​ດຽວ” ແລະ ທະ­ນາ­ຄານ​ລົງ​ທຶນ​ພັັດ​ທະ​ນາ​ພື້ນ­ຖານ​ໂຄງ​ລ່າງ (AIIB), ຈີນຈະ​ຍູ້​ແຮງ​ການ​ລົງ­ທຶນ​ບັນ­ດາ​ໂຄງ­ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ ຢູ່​ໃນປະ​ເທດ ແລະ ຕ່າງປະເທດ​ ແນ­ໃສ່​ສ້າງ​ກຳ­ລັງ​ໜູນ​ໃໝ່ ແລະ ການ​ທ້ອນ​​ໂຮມ​ກຳ­ລັງ​ສາ­ກົນ/ພາກ​ພື້ນ​ໃໝ່ ເພື່ອ​ເປົ້າ​ໝາຍ​ຈະ​ກາຍ­ເປັນ​ປະ­ເທດ​ມະ­ຫາ​ອຳ­ນາດ​ຂອງ​ໂລກ ​ໃນ​ປີ 2049. ຕາມ​ນັ້ນ, ການ​ພົວ­ພັນ​ກັບ​ບັນ­ດາ​ປະ­ເທດ​ໃຫຍ່ ແລະ ປະ­ເທດ​ທີ່​ໃກ້​ຄຽງ ຈະ​ສືບ­ຕໍ່​ເປັນ​ຈຸດ​ສຸມ​ໃຈ­ກາງ​​​ໃນຍຸດ​ທະ​ສາດການ​ຕ່າງປະ​ເທດ​ຂອງຈີນ.

ເຖິງ​ວ່າ​ຈະ​ຖືກ​ແຮງ​ກົດ​ດັນ​ຈາກ​ບັນ­ດາ​ປະ­ເທດ​ຕາ­ເວັນ­ຕົກ ແລະ ຕ້ອງປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ຕ່າງໆດ້ານ​ເສດ­ຖະ­ກິດ​ກໍ່​ຕາມ, ແຕ່​ປະ​ທດ ລັດ­ເຊຍ ກໍ່​​ບໍ່ຖືກ​ຕົກ​ໃສ່​ການ​ວິ​ກິດ​ດ້ານ​ການ­ເມືອງ ເພາະ­ວ່າ​​ປະ­ຊາ­ຊົນລັດ​ເຊຍໄດ້​ໃຫ້ການ​ສະ­ໜັບ­ສະ­ໜູນ​ສູງ ​ຕໍ່ທ່ານ​ປະ­ທາ­ນາ­ທິ­ບໍ­ດີ ວະ​ລາ​ດີ​ເມຍ ປູ​ຕີນ ແລະ ບັນ­ດາ​ກົນ​ໄກຮັກສາ​ສະ​ຖຽມ​ລະ​ພາບທາງ​ການ­ເມືອງ ​ໄດ້​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ­ທິ​ຜົນ​ພໍ​ສົມຄວນ. ທ່ານ​ປະ­ທາ­ນາ­ທິ­ບໍ­ດີ ວະ​ລາ​ດີ​ເມຍ ປູ​ຕີນ ຈະ​​ສິ້ນ​ສຸດ​ສະ­ໄໝ​ດຳ­ລົງ​ຕ່ຳ​ແໜ່ງ​ໃນ​ປີ 2018 ແລະ ເຖິງ​ວ່າຈະ​ບໍ່​ອອກ​ສະ­ໝັກ​ຮັບເລືອກ​ຕັ້ງ​ຄືນ­ໃໝ່ກໍ່ຕາມ ແຕ່​ທ່ານ ວະ​ລາ​ດີ​ເມຍ ປູ​ຕີນ ກໍ່​​ມີ​ອິດ​ທິ​ພົນ​ສູງ ​ເພື່ອຄັດ​ເລືອກຜູ້​ສືບ​ທອດ​ພາ­ລະ​ໜ້າ­ທີ່, ສືບ­ຕໍ່​ຜັນ​ຂະ­ຫຍາຍ​ບັນ­ດາ​ນະ­ໂຍ­ບາຍ​ຂອງ​ຕົນ​ ຊຶ່ງໃນ​ນັ້ນມີ​ຈຸດ​ສຸມ​ໃຈ­ກາງ​ຄື​ ການ​ເພີ່ມ​ທະ­ວີແລະເປີດ​ກວ້າງ​ການ​ພົວ­ພັນ​ກັບ ​ປະຊາ​ຄົມ​ບັນດາ​ປະ​ເທດ​ທີ່​ເປັນ​ເອກະລາດ (SNG), ແລະມີ​ຄວາມມາ­ນະ​ພະ­ຍາ­ຍາມ​ໃນ​ການ​ປົວ­ແປງ​ການ​ພົວ­ພັນ​ກັບ ສະ­ຫະ­ພາບ ເອີ​ຣົບ (EU). ອີກ​ດ້ານ​ໜຶ່ງ, ລັດເຊຍ ຈະ​ສືບ­ຕໍ່​ຍູ້​ແຮງ​ການ​ຜັນ​ຂະ­ຫຍາຍ “ນະ­ໂຍ­ບາຍຫັນ​ໄປ​ທາງ​ທິດ­ຕາ­ເວັນ­ອອກ” ແນ່ໃສ່​ຟື້ນ​ຟູ​ຖາ­ນະ​ບົດ­ບາດ​ເປັນ​ປະ­ເທດ​ມະ­ຫາ​ອຳນາດ ແລະ ເປີດ​ກວ້າງ​​ອິດ​ທິ​ພົນ​ຂອງລັດ­ເຊຍ ຢູ່​ພາກ​ພື້ນ​ອາ­ຊີ-ປາ​ຊີ​ຟິກ, ພ້ອມ​ທັງ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ຕ່າງໆ ຍ້ອນ​ຄຳ​ສັ່ງ​ຂວ້ຳ​ບາດ​ຂອງຝ່າຍ​ຕາ­ເວັນ­ຕົກ. ໃນ​​ເວລານັ້ນ, ພາຍ​​ໃຕ້​ການ​ປົກ­ຄອງ​ຂອງປະ­ທາ­ນາ­ທິ­ບໍດີ ໂດ​ນັນ​ ທຣັມ, ນະ­ໂຍ­ບາຍ​ຂອງອາ­ເມຣິ­ກາ ຕໍ່ລັດ­ເຊຍ ອາດ​ຈະ​ມີ​ການ​ດັດ­ແປງ​ຕາມ​ທິດ​ຫຼຸດ​ຜ່ອມ​ຄວາມ​ເຄັ່ງ​ຕຶງ, ການ​ຮ່ວມ​ມື​ຈະ​​ເພີ່ມ​ຂຶ້ນ​​ເທື່ອ​ລະ​ກ້າວ. ນີ້​ຈະ​​ເປັນປັດ​ໄຈ​ທີ່​ຈະ​ສົ່ງ​ຜົນ​ສະ­ທ້ອນ​ເຖິງ​ການ​ພົວ­ພັນລະຫວ່າງລັດ­ເຊຍ - ຈີນ, ລັດ­ເຊຍ - ອາ­ເມ­ຣິ­ກາ ແລະ ການ​ພົວ­ພັນຂອງ​ບັນ­ດາ​ປະ­ເທດ​​ເຫຼົ່າ​ນີ້ ກັບ​ຝ່າຍ​ທີ​ສາມ​ ໃນ​ເວລາ​ຕໍ່​ໄປ​.

ອາ­ເມ­ຣິ­ກາຈະ​ສືບ­ຕໍ່​ປັບ­ປຸງ​ການ​ພົວ­ພັນ​ກັບພັນ­ທະ​ມິດ ອີ​ຢູ ​ແລະ ອົງການສົມ​ທິ​ສັນຍາແອດ​ແລນ​ຕິກ​ເໜືອ ເພື່ອ​ຮັບ​ມື​ກັບລັດ­ເຊຍ; ປັບປຸງ​ການ​ພົວ­ພັນ​ກັບຍີ່­ປຸ່ນ, ອົດ​ສະ​ຕຣາ​ລີ, ອິນ​ເດຍ... ເພື່ອ​ຮັບ​ມື​ກັບ ຈີນ. ໃນ​ຂະ­ນະ​ນັ້ນ, ລັດ­ເຊຍ​ ແລະ ຈີນ ສືບ­ຕໍ່​ມີ​ທ່າ​ອຽງ​ຫຍັບ​ເຂົ້າ​ໃກ້​ກັນ ເພື່ອ​ຮັບ​ມື​ກັບອາ­ເມຣິ­ກາ. ແຕ່​ວ່າ, ທັງອາ­ເມຣິ­ກາ ແລະ ພັນ​ລະ​ມິດ/ຄູ່​ຮ່ວມ​ມືຂອງ ອາ­ເມຣິ­ກາ ຈະ​ບໍ່​ປະ­ລະ​ນະ­ໂຍ­ບາຍ​ຮ່ວມ​ມື​ດ້ານ​ເສດ­ຖະ­ກິດ​ກັບຈີນ ແລະ ລັດ­ເຊຍ, ເປີດ​ກວ້າງ​​ການ​ຮ່ວມ​ມືເທື່ອ​ລະ​ກ້າວ ແລະ ກ້າວ​ເຖິງການ​ຮ່ວມ​ມື​ໃນ​ບັນ­ດາ​ຂົງເຂດ​ອື່ນ, ເປັນ­ຕົ້ນ​ແມ່ນ​ການ​ແກ້​ໄຂ​ບັນ­ດາ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ສະ­ຫງົບ​ທີ່​ບໍ່​ເປັນ​ແບບ​ດັ້ງ­ເດີມ. ສຳ­ລັບ​ຕົນ​ເອງ, ຈີນ ແລະ ລັດ­ເຊຍ ຈະ​ສືບ­ຕໍ່​ຊອກ​ຫາ​ວິ­ທີ​ປົວ­ແປງ​ການ​ພົວ­ພັນ​ກັບອາ­ເມຣິ­ກາ ແລະ ອີ​ຢູ. ບັນດາອານາ​ເຂດ​ອ້ອມ​ຂ້າງລັດ­ເຊຍ, ຈີນ ແລະ ບັນ­ດາ​ຄວາມ​ຄິດ​ລິ​ເລີ່ມ/ເວ­ທີ​ປາ​ໄສ​ການ​ຮ່ວມ​ມື​ພະຫຸ​ພາຄີ ແລະ ພາກ​ພື້ນ, ເປັນ­ຕົ້ນ​ແມ່ນ​ໃນ​ພາກ​ພື້ນອາ­ຊີ-ປາ​ຊີ​ຟິກ ຈະ​ສືບ­ຕໍ່​ກາຍ­ເປັນ​ບ່ອນ​ທີ່​ມີ​ການ​ຍາດ​ແຍ່ງ​​ອິດ​ທິ​ພົນຢ່າງ​ເຄັ່ງ­ຮ້ອນ​ລະ­ຫວ່າງ​ບັບ​ດາ​ປະ­ເທດ​ໃຫຍ່​.

ແຕ່​ວ່າ, ຮູບ​ຖານ​ການ​ແຂ່ງ­ຂັນ​ໄປ​ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ ກໍ່​ຈະ​ໄດ້​ຮັກ­ສາ​ໄວ້​ຢູ່. ບັນ­ດາ​ປະ­ເທດ​ໃຫຍ່​ຈະ​ສືບ­ຕໍ່​ປະ­ສານ​ສົມ­ທົບ​ກັນ ​ເພື່ອ​ຮັບ​ມື​ກັບ​ບັນ­ດາ​ສິ່ງ​ທ້າ​ທາຍ​ລວມ ​ເຊັ່ນ​ການ​ກໍ່​ການ​ຮ້າຍ, ການເຜີຍ­ແຜ່​ອາວຸດ, ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ, ຄວາມ​ສະ­ຫງົບ​ປອດ​ໄພ​ດ້ານ​ເຄືອ​ຂ່າຍອິນ​ເຕີ​ເນັດ... ຢູ່​ບັນ­ດາ “ຈຸດ​ຮ້ອນ” ແລະ ​ໃນບໍ​ລິ​ເວັນ​ແຂ່ງ­ຂັນ​ຈຸດ​ໜັກ​ໃຈ­ກາງ ​ກໍ່​​ມີສະພາບຄວາມ​​ໂຍະ​ຍານ​ຊົ່ວ­ຄາວ ​​ໃນວັນເວ­ລາທີ່​ຕ່າງ​ກັນ.

ບັນ­ດາ​ຜົນ​ກະ­ທົບ​ຕໍ່ ຫວຽດ­ນາມ

ໃນ​ການ­ເຄື່ອນ­ໄຫວ​ຢ່າງ​ສັບ­ສົນ​ຂອງ​ການ​ພົວ­ພັນ​ລະ­ຫວ່າງ​ບັນດາປະ­ເທດ​ໃຫຍ່​, ຫວຽດ­ນາມ ສືບ­ຕໍ່​ຖືກ​​ຜົນ​ສະ­ທ້ອນ​ໃນ​ຫຼາຍດ້ານ ແລະ ຫຼາຍ​ທິດ. ອາດ​ຈະ​ຄາດ​ຄະ­ເນ​ກ່ຽວ​ກັບ​ນະ­ໂຍ­ບາຍ​ຂອງ​ບັນ­ດາ​ປະ­ເທດ​ຕໍ່ຫວຽດ­ນາມ ຄື​ດັ່ງ​ລຸ່ມ​ນີ້:

ຈີນຈະ​ຍູ້​ແຮງ​ການ​ພົວ­ພັນ​ກັບຫວຽດ­ນາມ ຕາມ​ສອງ​ທິດ: ດ້ານ​ໜຶ່ງ, ມີ​ການ​ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ຮອບ​ດ້ານ; ອີກ​ດ້ານ​ໜຶ່ງ, ຍູ້​ແຮງ​ການສະ​ແຫວ​ງຫາ​ຜົນ​ປະ­ໂຫຍດ​ຂອງ​ຕົນຢູ່​ທະ­ເລ​ຕາ­ເວັນ​ອອກ​. ​ລະອຽດຄື ຈີນອາດ​​ຈະ: 1- ຍາດ​ແຍ່ງ​​ເພີ່ມ​ທະ­ວີ​ຄວາມ​​ໂຍະຍານ ແລະ ຫຼີກ​ລ່ຽງບໍ່​ເຮັດ​ໃຫ້­ການ​ພົວ­ພັນ​ສອງ​ຝ່າຍ​ມີ​ຄວາມ​ເຄັ່ງ​ຕຶງ​​ຕື່ມ​ອີກ ດ້ວຍ​ການ​ຂຸດ​ຄົ້ນ​​ບັນ­ດາ​ທ່າ­ແຮງຢ່າງ​ສຸດ​ຂີດ, ເນັ້ນ​ໜັກ​ເຖິງ “ສະ­ຖາ­ນະ​ການ​ລວມ”; 2- ຢຶດ​ໝັ້ນຍຸດ​ທະ​ສາດ ແຕ່​ກໍ່​​ໄຫວພິບ​ທາງ​ດ້ານ​ຍຸດ​​ໂທບາຍ, “ບຸກ” ແລະ “ຖອຍ” ຢ່າງ​​ເປັນ​ຈັງ​ຫວະ​ໃນ​ບັນ­ຫາ​ທະ­ເລ​ຕາ­ເວັນ​ອອກ; 3- ເພີ່ມ​ທະ­ວີ​ການ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ, ເປັນ­ຕົ້ນ​ແໝ່ນ​ການ​ຮ່ວມ​ມື​ເສດຖະກິດ, ສ້າງ­ຕັ້ງ​ການ​ພົວ­ພັນ​ກັບຫວຽດນາມ (ກໍ່​ຄື​ພົວ­ພັນ​ກັບ ອາ​ຊຽນ) ໃນ​ການ​ພົວ­ພັນ​ສັງ​ລວມ​ກັບ ອາ­ເມ­ຣິ­ກາ ແລະ ຜ່ານ​ແທ່ງ​ແກ້ວສາມ​ດ້ານ​ແຫ່ງ​ການ​ພົວ­ພັນ​ລະ­ຫວ່າງອາ​ເມ​ຣີ​ກາ - ຈີນ.

ລັດ­ເຊຍ ສືບ­ຕໍ່​ຢືນ­ຢັນ​ພາ­ລະ​ບົດ­ບາດ​ອັນ​ສຳ­ຄັນ​ຂອງຫວຽດ­ນາມ ໃນ​ການ​ພົວ­ພັນ​ສອງ​ຝ່າຍ​ລະຫວ່າງລັດ­ເຊຍ - ຫວຽດ­ນາມ ກໍ່​ຄື​ການ​ພົວ­ພັນ​ລະ­ຫວ່າງລັດ­ເຊຍ - ອາ​ຊຽນ. ບັນ­ດາ​ຂົງ­ເຂດ​ຮ່ວມ​ມື​ຈຸດ​ສຸມ​ໃຈ­ກາງ​ລະ­ຫວ່າງ​ສອງ​ປະ­ເທດ, ຄື​ພະ­ລັງ­ງານ, ການ​ປ້ອງ​ກັນ​ຊາດ... ຈະ​ໄດ້​ຮັບ​ການ​ເນັ້ນ​ໜັກ​​ເປັນ “ເສົາຄ້ຳ” ໃນ​ການ​ພົວ­ພັນ​ສອງ​ຝ່າຍ. ກ່ຽວ​ພັນ​ເຖິງ​ບັນ­ຫາທະ­ເລ​ຕາ­ເວັນ​ອອກ, ລັດ­ເຊຍ​ຈະ​ຮັກ­ສາຫຼັກ​ໝັ້ນ​ເປັນ­ກາງ. ປັດ­​ໄຈ​ຫວຽດ­ນາມ ມີ​​ບົດ­ບາດ​ໜ້ອຍ​ກວ່າ​ ໃນ​ການ​ພົວ­ພັນ​ລະ­ຫວ່າງລັດເຊຍ - ອາ­ເມ­ຣິ­ກາ ແລະ ລັດ­ເຊຍ - ຈີນ.

ອາເມຣິກາຈະ​ສືບ­ຕໍ່​ໃຫ້​ຄວາມ​ສຳ­ຄັນ​ແກ່​ພາ­ລະ​ບົດ­ບາດ​ຂອງຫວຽດ­ນາມ ໃນ​ຍຸດ​ທະ​ສາດ​ສັງ​ລວມ​ຂອງອາ­ເມ­ຣິ­ກາ ຢູ່​ພາກ​ພື້ນອາ­ຊີ-ປາ​ຊີ​ຟິກ; ສືບ­ຕໍ່​ສະ­ໜັບ­ສະ­ໜູນຫວຽດ­ນາມ ເສີມ​ຂະ­ຫຍາຍ​ບົດບາດໃນ​ການ​ແກ້​ໄຂ​ບັນ­ດາ​ບັນ­ຫາ​ກ່ຽວ​ກັບ​ຄວາມ​ສະ­ຫງົບ​ປອດ​ໄພ​​ໃນ​ພາກ​ພື້ນ ແລະ ໃນ​ໂລກ ກໍ່​ຄື​ຕໍ່​ສິ່ງ​ທ້າ​ທາຍລະດັບ​ໂລກ, ຄື​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ, ການຮັບ​ມື​ກັບ​ການ​ກໍ່​ການ​ຮ້າຍ, ຕໍ່­ຕ້ານ​ການ​ເຜີຍ­ແຜ່​ອາ­ວຸດ​ທຳ­ລາຍ​ລ້າງສູງ (WMD)...

ບັນ­ດາ​ປະ­ເທດ​ມະ­ຫາ​ອຳ­ນາດ​ຢູ່​ພາກ​ພື້ນ​ອື່ນ, ຄື ຍີ່­ປຸ່ນ, ອິນ​ເດຍ, ອົດ​ສະຕຣາ​ລີ ລ້ວນ​ແຕ່​ມີ​ຄວາມ​ປະສົງ​ເປີດ​ກວ້າງ​ການ​ພົວ­ພັນ​ກັບຫວຽດ­ນາມ ທັງ​ຢູ່​ແງ່​ມຸນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ ເພື່ອ​ຖ່ວງ​ດຸນ​ກັບ​ການ​ເພີ່ມ​ທະວີ​ກຳ­ລັງ​ແຮງ​ຂອງຈີນ, ​ຜ່ານ​ສິ່ງ​ເຫຼົ່າ­ນີ້​ເພື່ອ​ຊຸກ­ຍູ້​ການ​ພົວ­ພັນ​ກັບອາ​ຊຽນ.

ສິ່ງທັງ​ໝົດ​​ເຫຼົ່າ​ນີ້ ​ຈະ​ສົ່ງ​ຜົນ​ກະ­ທົບ​ຈຳ­ນວນ​ໜຶ່ງ​ເຖິງ​ຫວຽດ­ນາມ ຄື​ດັ່ງ​ລຸ່ມ​ນີ້:

ກ່ຽວ​ກັບ​ຄວາມ​ສະ­ດວກ:

ກ່ອນ​ອື່ນ​ໝົດ, ໃນ​ສະ­ພາບ​ການທີ່​ບັນ­ດາ​ປະ­ເທດ​ໃຫຍ່​ເພີ່ມ​ທະ­ວີ​ການ​ແຂ່ງ­ຂັນ, ຄວບ​ຄຸມ​ຊຶ່ງ​ກັນ​ແລະກັນ ແລະ ເພີ່ມ​​ການ​ແຊກ​ແຊງ​ເຂົ້າ​ໃນ​ພາກ​ພື້ນອາ­ຊີ-ປາ​ຊີ​ຟິກ, ຫວຽດ­ນາມຈະ​ຖືກ​ບັນ­ດາ​ປະ­ເທດ​ມະຫາ​ອຳ­ນາດ​​ເຫຼົ່າ​ນີ້ຍາດ​ແຍ່ງ​ແກ່​ດຶງ. ​ເລື່ອງ​ນີ້​ຈະ​ສ້າງ​ກາ­ລະ​ໂອ­ກາດ​ເພື່ອ​ເພີ່ມ​ຄຸນ​ຄ່າ​ຍຸດ​ທະ​ສາດ​ຂອງ ຫວຽດ­ນາມ ໃນ​ນະ­ໂຍ­ບາຍ​ຂອງ​ແຕ່​ລະ​ປະ­ເທດ ​ກໍ່​ຄື​ຍົກ​ສູງ​ຖານະບົດ­ບາດຂອງຫວຽດ­ນາມ ຢູ່​ພາກ​ພື້ນ ແລະ ໃນ​ເວ­ທີ​ປາ​ໄສ​ສາ­ກົນ. ຄຽງ​ຂ້າງ​ນັ້ນ, ລະ­ບົບ​ເສດ­ຖະ­ກິດ​ທີ່​ຂະ­ຫຍັນ​ຂັນ​ເຄື່ອນ, ການ­ເມືອງ-ສັງ­ຄົມ​ທີ່​ມີ​ຄວາມ​ສະ​ຖຽມ​ລະ​ພາບ ​ພ້ອມ​ດ້ວຍທ່າແລະກຳ­ລັງ​ແຮງ​ທີ່​ໄດ້​ຮັບ​ການ​ຍົກ​ສູງ​ພາຍ­ຫຼັງ 30 ປີ​ແຫ່ງ​ການ​ປ່ຽນແປງ​ໃໝ່, ກໍ່​ຄື​ບັນ­ດາ​ຂອບ​ການ​ພົວ­ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ/ຮອບ​ດ້ານ ​ທີ່ຫວຽດ­ນາມ​ສ້າງ­ຕັ້ງ​ຂຶ້ນກັບ​ບັນ­ດາ​ປະ­ເທດ ແລະ ​ບົດ­ບາດຂອງ​ສະ­ມາ­ຊິກຜູ້​ຕັ້ງ­ໜ້າໃນອາ​ຊຽນ ຊຶ່ງໄດ້​ສ້າງ​ເປັນ​ບັນ­ດາ​ພື້ນ­ຖານ​ທີ່​ສຳ­ຄັນ​ ເພື່ອ​ພາ​ໃຫ້­ການ​ພົວ­ພັນ​ລະ­ຫວ່າງຫວຽດ­ນາມ ກັບ​ບັນ­ດາ​ປະ­ເທດ​ມະ­ຫາ​ອຳ­ນາດ​​ເຫຼົ່າ​ນີ້​ ​ເຂົ້າ​ສູ່​ລວງ​ເລິກ ແລະ ມີ​ປະ​ສິດ­ທິ​ຜົນ. ຫວຽດ­ນາມຈະ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຫຼາຍ​ກວ່າ​ອີກ​ ຂອງບັນ­ດາ​ປະ­ເທດ​ໃຫຍ່​, ເປັນ­ຕົ້ນ​ແມ່ນທາງ​ດ້ານ​ພູມ​ສາດ-​ຍຸດ​ທະ​ສາດ. ຕົວ­ຢ່າງ​, ໃນ​ການ​ພົວ­ພັນລະ­ຫວ່າງຫວຽດ­ນາມ-ອາ­ເມ­ຣິ­ກາ, ອາເມຣິກາຢາກ​ປົວ­ແປງ ແລະ ເພີ່ມ​ທະ­ວີ​ການ​ພົວ­ພັນ​ກັບຫວຽດ­ນາມ ເພື່ອສືບ​ຕໍ່ແຊກ​ແຊງ​ເຂົ້າ​ໃນ​ບັນ­ຫາ​ຂອງອາ­ຊີ​ຕາ­ເວັນ​ອອກ​ສຽງ​ໃຕ້, ຄວບ​ຄຸມ​ອິດ​ທິ​ພົນ​ທີ່​ນັບ​ມື້​ນັບ​ເພີ່ມຂຶ້ນຂອງຈີນ ຢູ່​​ໃນ​ພາກ​ພື້ນ​ນີ້. ການ​ພົວພັນຫວຽດ­ນາມ-ອາ­ເມ­ຣິກາ, ຈາກ​ດ້ານ​ພູມ​ສາດ-​ຍຸດ​ທະ​ສາດ, ຖ້າ​ຫາກ​ການ​ພົວພັນ​ນີ້ຂະ­ຫຍາຍ­ຕົວ ມັນ​ຈະ​​ຫຼຸດ­ຜ່ອນ​ຄວາມ­ດັນ​ຕໍ່​ບັນ­ຫາ​ປະ­ຊາ­ທິ­ປະ­ໄຕ, ສິດ​ທິມະ­ນຸດ... ພ້ອມ​ທັງ​ສ້າງ​ໂອ­ກາດ​ ເພື່ອ​ສອງ​ປະເທດ​ເປີດ​ກວ້າງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ­ຖະ­ກິດ ແລະ ການ​ປ້ອງ​ກັນ​ຊາດ.

ທີ​ສອງ, ການ​ພົວ­ພັນ​ແບບ​ປະຕິ​ສຳພັນ​ລະ­ຫວ່າງ​ບັນ­ດາ​ປະ­ເທດ​ໃຫຍ່ ​​ສ້າງ​ຄວາມ​ສະ­ດວກ​ໃຫ້​ຫວຽດນາມສືບ­ຕໍ່​ຜັນ​ຂະ­ຫຍາຍ​ຍຸດ​ທະ​ສາດ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ແບບ​ຫຼາຍ​ກ້ຳ​ຫຼາຍ​ຝ່າຍ ຫຼາຍ​ຮູບ​ຫຼາຍ​ແບບ, ເປີດ​ກວ້າງ​​ຄວາມ​ສາມາດ​ຄັດເລືອກ​ນະ­ໂຍ­ບາຍ​​ໃຫ້​ແກ່ຫວຽດ­ນາມ. ສິ່ງ​ເຫຼົ່າ​ນີ້​ຈະ​ສ້າງ​ພູ­ມສາດ​ທີ່​ກວ້າງຂວາງໃຫ້​ຫວຽດ­ນາມຂະ­ຫຍາຍ​ການ​ພົວ­ພັນ​​ຕ່າງ­ປະ­ເທດ​ໃນ​ເວ­ລາ​ຕໍ່​ໄປ​. ອີກ​ດ້ານ​ໜຶ່ງ, ການ​ແຂ່ງ­ຂັນ​ລະ­ຫວ່າງ​ບັນ­ດາ​ປະ­ເທດ​ໃຫຍ່, ເປັນ​ຕົ້່ນ​ແມ່ນ ອາ­ເມ­ຣິ­ກາແລະຈີນ ໃນ​ຂະ​ບວນ​ວິ­ວັດ​ແຫ່ງ​ການ​ກຳ­ນົດ​ຮູບ​ແບບ​ຄວາມ​ເປັນ​ລະ­ບຽບ​ດ້ານ​ຄວາມ​ສະ­ຫງົບ​ປອດ​ໄພ, ເສດຖະກິດ, ການ​ເງິນ​ສາ­ກົນ, ປະ­ກອບ­ສ່ວນ​ຫັນ​​ການ​ຄັດເລືອກ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ແລະ ສ້າງ​ເງື່ອນ­ໄຂ​ເພື່ອ​ຊຸກ­ຍູ້​ຂະ​ບວນ​ວິ­ວັດ​ການ​ເຊື່ອມ​ໂຍງ​ສາກົນ​ຂອງຫວຽດ­ນາມ.

ທີ​ສາມ, ການ​ແຊກ​ແຊງ​ເລິກ​ກວ່າ​ອີກ​ຂອງ​ບັນ­ດາ​ປະ­ເທດ​ໃຫຍ່ ​ຈະ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ສ້າງ​ທ່າຖ່ວງ​ດຸນ, ໜ່ວງ​ໜ່ຽວ​ດຸນລະ​ຍາ​ໃນ​ການຊັ່ງຊາ​ກຳ­ລັງ​​ຢູ່​​ໃນ​ພາກ​ພື້ນ, ຫຼີກ​ລ່ຽງ​ການ​ຄອບ​ງຳ ຫຼື​ຊີ້​ຂາດຂອງ​ປະ­ເທດໜຶ່ງ. 

ກ່ຽວ​ກັບ​ສິ່ງ​ທ້າ​ທາຍ:

ທີ​ໜຶ່ງ, ທ່າ​ອຽງ​ທັງ​​ຮ່ວມ​ມື​ ທັງ​ຕໍ່­ສູ້, ​ພິ­ເສດ​ແມ່ນ​ການ​ແຂ່ງ­ຂັນ​ຍຸດ​ທະ​ສາດ​ລະ­ຫວ່າງ​ບັນດາ​ປະ­ເທດ​ໃຫຍ່​ ​ໄດ້ພັດ­ທະ­ນາ​ຢ່າງ​ແຂງ­ແຮງ, ​ເຮັດ​ໃຫ້ຫວຽດ­ນາມພົບ​ຄວາມ​ຫຍຸ້ງ­ຍາກ​ໃນ​ການ​ຮັກ­ສາ​ການ​ພົວ­ພັນ​ຢ່າງ​ກົມ­ກຽວ ​ກັບ​ບັນ­ດາ​ປະ­ເທດ​ເຫຼົ່າ​ນີ້. ການ​ພົວ­ພັນ​ລະ­ຫວ່າງຫວຽດ­ນາມ-ອາ­ເມ­ຣິ­ກາ​ຂະ­ຫຍາຍ­ຕົວ ຈະ​ເພີ່ມ​ໂອກາດ​ໃນ​ການ​ເພີ່ມ​ແຮງ​ກົດ​ດັນ​ຂອງອາ­ເມຣິ­ກາ ຕໍ່​​ບັນ­ຫາ​ປະ­ຊາ­ທິ­ປະ­ໄຕ, ສິດ​ທິມະ­ນຸດ ແລະ ເສລີພາບ​ທາງສາ­ສະໜາ​ຢູ່​ຫວຽດນາມ. ອີກ​ດ້ານ​ໜຶ່ງ, ໃນ​ນະ­ໂຍ­ບາຍ​ສັງ​ລວມ​ສຳ­ລັບ​ພາກ​ພື້ນ, ບັນ­ດາ​ປະເທດ​ໃຫຍ່​ອາດ​ຈະ​ສົ່ງ​ຜົນ​ກະ­ທົບ​ເຖິງ​ບັນ­ດາ​ປະ­ເທດ​ຢູ່​ໃນພາກ​ພື້ນ.

ທີ​ສອງ, ການ​ເພີ່ມ​ລະ­ດັບ​ການ​ແຂ່ງ­ຂັນ​ຍຸດ​ທະ​ສາດ​ລະ­ຫວ່າງອາ​ເມ​ຣິ​ກາ ແລະ ຈີນ ອາດ​ຈະ​ພາ​ໄປ​ເຖິງ​ຄວາມ​ສ່ຽງຄື ​ບັນດາ​ປະ​ເທດ​ໃຫຍ່​ແລກ​ປ່ຽນກັນ ຫຼື ຈັບ​ມື​ນຳ​ກັນ ຊຶ່ງຈະ​ສົ່ງ​ຜົນ​ກະ­ທົບ​ທາງ​ລົບ​ເຖິງ​ຜົນ​ປະ­ໂຫຍດ​ຂອງ​ບັນ­ດາ​ປະ­ເທດ​ນ້ອຍ. ໃນ​ນັ້ນ, ບັນຫາ​ທີ່​ຄວນ​ເອົາ​ໃຈ​ໃສ່​ຄື: 1- ຈີນຈະ​ສືບ­ຕໍ່​ນຳ​ໃຊ້​ກຳ­ລັງ​ແຮງ​ດ້ານ​ເສດ­ຖະ­ກິດເພື່ອ​​ເຕົ້າ​ໂຮມ​ກຳ­ລັງ, ​ຜ່ານ​ສິ່ງ​ດັ່ງກ່າວ​ນັ້​ນ ​ເພື່ອ​ຈຳ­ກັດ​ຄວາມ​ສາມາດ​ຂອງ​ບັນ­ດາ​ປະເທດ​ທີ່​ສະ­ໜັບ­ສະ­ໜູນຫວຽດ­ນາມ ໃນ​ບັນ­ດາ​ບັນ­ຫາ​ຍຸດ​ທະ​ສາດ, ໃນ​ນັ້ນ​ມີ​ບັນ­ຫາ​ທະ­ເລ, ໝູ່​ເກາະ; 2- ​ໃນ​ໄລຍະ​ຍາວ, ຈີນ ເຖິງ​ວ່າ​ຍັງ​ສືບ­ຕໍ່​ຢືນ­ຢັນ​ “ຜົນ​ປະ­ໂຫຍດ​ຍຸດ​ທະ​ສາດ” ກໍ່ຕາມ ແຕ່​ໃນ​ພາກ​ຕົວ​ຈິງ​ ຈີນຈະ​ຍອມ​ຮັບລະ​ບຽບ​ການ ແລະ ບັນ­ທັດ­ຖານ​ຂອງອາ­ເມ­ຣິກາ ​ຢ່າງ​ມີ​ການ​ຄັດ​ເລືອກ​ ເພື່ອ​ຮັກ­ສາ​ຄວາມ​ໝັ້ນ­ຄົງ​ໃນ​ການ​ພົວ­ພັນ, ກ້າວ​ເຖິງ​ເປົ້າ​ໝາຍກາຍ​ເປັນໜຶ່ງ​ໃນ​ສອງ​ປະ​ເທດ​ມະຫາ​ອຳນາດໃນ​ໂລກ (G2).

ທີ​ສາມ, ການ​ປະ­ສານ​ປະ­ສົມ​ລະ­ຫວ່າງ​ເປົ້າ​ໝາຍ​ພາ​ໃຫ້­ການ​ພົວ­ພັນ​ກັບ​ບັນ­ດາ​ປະ­ເທດ​ໃຫຍ່​​ເຂົ້າ​ສູ່​ລວງ​ເລິກ ແລະ ເປົ້າ​ໝາຍ​ປົກ​ປັກ​ຮັກ­ສາ​ອຳ­ນາດ​ອະ­ທິ­ປະ​ໄຕ​ໃນ​ຜືນ​ແຜ່ນ​ດິນ ແລະ ກຳ­ນົດ​ທິດ​ສັງຄົມນິຍົມນັ້ນ ​ຈະ​ມີ​ຄວາມ​ຫຍຸ້ງ­ຍາກ​ກວ່າ​ອີກ. ໃນ​ການ​ພົວ­ພັນ​ລະ­ຫວ່າງຫວຽດ­ນາມ - ອາ­ເມ­ຣິ­ກາ, ເຖິງ​ວ່າ​ອາ­ເມ­ຣິ­ກາໄດ້​ຮັບ­ຮອງ​­ລະ​ບອບ​ການ­ເມືອງ​ຂອງຫວຽດ­ນາມຢ່າງ​ເປັນ​ທາງ​ການ ແຕ່ອາ­ເມ­ຣິ­ກາກໍ່​ຍັງ​​ສືບ­ຕໍ່​ເນັ້ນ​ໜັກ “ຄຸນ​ຄ່າອາ​ເມ​ຣີ​ກາ” ແລະ ​ທາງ​ການ­ເມືອງອາ­ເມ­ຣິ­ກາພາກ­ສ່ວນ​ໜຶ່ງ​ ກໍ່​ຍັງ​ປະກາດຢ່າງ​ເປີດເຜີຍວ່າ ຈະ​ນຳ​ໃຊ້​ບັນ­ດາ “ມາດ­ຕະ­ຖານອາ­ເມ­ຣິກາ” ​ເປັນ​ເງື່ອນ​ໄຂ​ເພື່ອ​ຊຸກຍູ້​ການ​ພົວພັນ​ກັບ​ຫວຽດນາມ, ບໍ່​ປົກ​ປິດ​ຈຸດ­ປະ­ສົງ​ຈະ​ສືບ­ຕໍ່​ຜັນ​ຂະ­ຫຍາຍການ “ຫັນ­ປ່ຽນ​ໂດຍ​ສັນ­ຕິ” ດ້ວຍ​ຈຸດປະສົງ​ສຸດ​ທ້າຍຄື ປ່ຽນ­ແປງ​ລະ­ບອບ​ການ­ເມືອງ​ຂອງຫວຽດ­ນາມ. ໃນ​ສະ­ພາບ​ການ​ນັ້ນ, ການ​ທີ່​ຈີນເນັ້ນ​ໜັກ​​ເຖິງ​ຄວາມຄ້າຍ­ຄື​ກັນ​ທາງ​ດ້ານ​ລະ­ບົບ​ແນວ​ຄິດ, ກ່ຽວ​ກັບ​ການ​ຮັກ­ສາ “ສະ­ຖາ­ນະ​ການ​ລວມ” ຂອງການ​ພົວ­ພັນ ແຕ່​ຈີນຍັງ​ມຸ່ງ​ໝັ້ນ​ປະ­ຕິ­ບັດ​ນະ­ໂຍ­ບາຍຊ່ວງ​ຊີງ​ອຳນາດ​ອະ­ທິ­ປະ​ໄຕ​ໃນ​ເຂດ​ທະ­ເລ ​ໝູ່​ເກາະ... ຊຶ່ງຈະ​ສ້າງຄວາມ​ຫຍຸ້ງ­ຍາກ​​ໃຫ້ພວກ​ເຮົາ​ ໃນ​ການວາງແລະຜັນ​ຂະ­ຫຍາຍ​ນະໂຍບາຍ​ຕໍ່​ທັງ​ສອງ​ປະ­ເທດ ອາເມຣິກາ ແລະ ຈີນ.

ຜ່ານ​ການ​ວິ­ໄຈ​ໄຈ້​ແຍກບັນ­ດາ​ຜົນ​ກະ­ທົບ​ທາງບວກແລະລົບ​ ຂອງ​ສະ­ຖາ­ນະ​ການ​ໂລກ ແລະ ການ​ພົວພັນ​ລະ­ຫວ່າງ​ບັນ­ດາ​ປະ­ເທດ​ໃຫຍ່, ອາດ​ຈະ​ເຫັນ​ວ່າ, ໂດຍ​ລວມ​ແລ້ວ ​ມີ​ຄວາມ​ສະ­ດວກ​ຫຼາຍ​ກວ່າ​ສິ່ງ​ທ້າ​ທາຍ. ເພື່ອ​ສ້າງ­ຕັ້ງ ແລະ ປັບ­ປຸງ​ສະ­ພາບ​ແວດ​ລ້ອມ​ແຫ່ງ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ນີ້, ພວກ​ເຮົາ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ພົວ­ພັນ​ກັບ​ແຕ່​ລະ​ປະ­ເທດ, ມີ​ບາດ­ກ້າວ ແລະ ຍຸດ​ໂທ​ບາຍ​ທີ່​ເໝາະ​ສົມ ​ຕາມ​ແຕ່​ລະ​ໄລຍະ, ສ້າງ​ໃຫ້​ປະ­ເທດ​ເຮົາ​ມີ​ຖາ­ນະ​ບົດ­ບາດ​ທີ່​ສະ­ດວກ​ກວ່າ​ໝູ່, ທັງ​ມີ​ການ​ຮ່ວມ​ມື​ກັບ​ປະ­ເທດ​ນີ້, ທັງ​ຊຸກ​ຍູ້​ການ​ພົວ­ພັນ​ກັບ​ປະ­ເທດ​ອື່ນ, ສ້າງ​ສະ­ພາບ​ແວດ​ລ້ອມ​ສາ­ກົນ​ທີ່ມີ​​ສັນ­ຕິ­ພາບ, ສະ​ຖຽມ​ລະ​ພາບ​ຍາວ​ນານ ແລະ ໝັ້ນ­ຄົງ​ ເພື່ອ​ພັດ­ທະ­ນາ ​ແລະ ຍົກ​ສູງ​ຖາ­ນະ​ບົດ­ບາດ​ສາ­ກົນຂ​ອງຫວຽດນາມ.

ທີໜຶ່ງ​, ຕີ​ລາ­ຄາ​ໃຫ້​ຖືກ­ຕ້ອງ​ຍຸດ​ທະ​ສາດ, ຍຸດ​ໂທ​ບາຍ​ຂອງ​ບັນ­ດາ​ປະ­ເທດ​ໃຫຍ່; ການ​ພົວ­ພັນ​ລະຫວ່າງ​ເຂົາ­ເຈົ້າ ແລະ ຜົນ​ສະ­ທ້ອນ​ອາດ​ຈະ​ມີ​ຕໍ່ຫວຽດ­ນາມ; ຕີ​ລາ­ຄາ​ໃຫ້​ຖືກ​ຜົນ​ປະ­ໂຫຍດ, ດ້ານ​ຄູ່​ຮ່ວມ​ມື ກໍ່​ຄືດ້ານ​ເປົ້າ​ໝາຍ​ ຂອງ​ແຕ່​ລະ​ປະ­ເທດ​ໃຫຍ່​ ໃນ​ການ​ພົວ­ພັນ​ກັບ​ພວກ​ເຮົາ. ຈາກ​ນັ້ນ, ປະສານ​ສົມ­ທົບ​ລະຫວ່າງ​ການ​ຮ່ວມ​ມື​ກັບການ​ຕໍ່­ສູ້​ຢ່າງ​ນິ້ນ​ນວນ ​ເພື່ອ​ເພີ່ມ​ດ້ານ​ຄູ່​ຮ່ວມ​ມື, ຈຳ­ກັດຫຼຸດ­ຜ່ອນ​ດ້ານ​ເປົ້າ​ໝາຍ, ສ້າງ​ເງື່ອນ­ໄຂ​ເພື່ອ​ໝູນ​ໃຊ້, ຂຸດ​ຄົ້ນ​ການ​ພົວ­ພັນ​ຮ່ວມ​ມື ແລະ ຕໍ່­ສູ້​ລະ­ຫວ່າງ​ບັນ­ດາ​ປະ­ເທດ​ໃຫຍ່​ ໃນ​ການ​ຮັບ​ໃຊ້​ໃຫ້​​ແກ່​ຜົນ​ປະ­ໂຫຍດ​ຂອງ​ເຮົາ (ຍົກ​ສູງ​ຖາ­ນະ​ບົດ­ບາດ, ຊຸກ­ຍູ້​ການ​ຮ່ວມ​ມື...) ແລະ​ຫຼີກ​ລ່ຽງ​ໄພອັນຕະລາຍ​ແຫ່ງ​ການ​ຖືກ​ດຶງ​ດູດ​ເຂົ້າ​ໃນ​ການ​​ປະ​ທະ​ກັນ, ການ​ພິ​ພາດ​ຊ່ວງ​ຊີງ​ດ້ານ​ສິດ​ປະ­ໂຫຍດ​ ລະຫວ່າງ​ບັນ­ດາ​ປະ­ເທດ​ໃຫຍ່. ບົນ​ພື້ນ­ຖານ​ການ​ຕີ​ລາ­ຄາຢ່າງ​ຖືກ­ຕ້ອງ ​ກ່ຽວ​ກັບ​ດ້ານ​ຄູ່​ຮ່ວມ​ມື/ເປົ້າ​ໝາຍ ກໍ່​ຄື​ບັນ­ດາ​ທາດ​ແທ້/ລັກ­ສະ­ນະຂອງ​ການ​ພົວ­ພັນ​ລະ­ຫວ່າງ​ບັນ­ດາ​ປະ­ເທດ​ໃຫຍ່, ​ຮຽກ­ຮ້ອງ​​ໃຫ້ພວກ​ເຮົາ​ຕ້ອງ: 1- ​ເປີດ​ຄວາມ​ໂປ່ງ​ໃສ​ນະ­ໂຍ­ບາຍ ​ເພື່ອ​ຫຼີກ​ລ່ຽງບໍ່​ໃຫ້​ບັນ­ດາ​ປະ­ເທດ​ໃຫຍ່​ເຂົ້າ​ໃຈ​ຜິດກ່ຽວ​ກັບສິ່ງ​ຊຸກຍູ້ ​ແລະ ​ເຈຕະນາ​ຂອງພວກ​ເຮົາ; 2- ກໍ່ສ້າງ​ຍຸດ​ທະ​ສາດ​ຢ່າງ​ລະ­ອຽດ ​ແນ­ໃສ່​ຊຸກ­ຍູ້​ການ​ພົວ­ພັນ​ກັບ​ແຕ່​ລະ​ປະ­ເທດ; 3- ຢຶດ​ໝັ້ນ​ໃນ​ບັນດາ​ແຜນນະໂຍບາຍ, ນະ­ໂຍ­ບາຍ​ໃຫຍ່​ ກ່ຽວ​ກັບ​ການ​ພົວ­ພັນ​ຕ່າງ­ປະ­ເທດ.

ທີ​ສອງ​, ກໍ່­ສ້າງ​ກຳ­ລັງຕົວ​ຈິງ​ໃຫ້​ເຂັ້ມ​ແຂງ. ​ອາດ​ຈະ​ເຂົ້າ­ໃຈ​ໄດ້​ວ່າ ກຳ­ລັງ​ຕົວ​ຈິງແມ່ນຄວາ​ມ​ເປັນ​ເອກະ­ລາດ ​ເປັນ​ເຈົ້າ​ຕົນ​ເອງ, ​​ສະ​ຖຽມ​ລະ​ພາບ ແລະ ຄວາມ​ສາ​ມັກ​ຄີ​, ຄວາມ​ເປັນ​ເອ­ກະ​ພາບ​ພາຍໃນ ​ໃນ​ການ​ຜັນ​ຂະ­ຫຍາຍ​ນະ­ໂຍ­ບາຍພົວພັນ​ກັບ​ບັນ­ດາ​ປະ­ເທດ​ໃຫຍ່. ​ໃນ​ແງ່​ມູມ​ການ​ພົວ­ພັນ​ຕ່າງປະເທດ, ປັບປຸງ​ກຳ­ລັງ​ຕົວ​ຈິງ​ແມ່ນ​ການ​ຊຸກ­ຍູ້​ການ​ເຊື່ອມ​ໂຍງ​ສາ­ກົນ​ຢ່າງ​ເລິກ­ເຊິ່ງ​ກວ້າງ­ຂວາງ ແລະ ຮອບ­ດ້ານ​ກວ່າ​ອີກ, ກໍ່ສ້າງ ແລະ ເສີມ​ຂະ­ຫຍາຍ​ຖາ­ນະ​ ບົດ­ບາດຂອງຫວຽດ­ນາມ ໃນ​ກົນ​ໄກ​ພາກ​ພື້ນ ແລະ ສາ­ກົນ ​ທີ່​ພວກ​ເຮົາ​ເປັນ​ສະ­ມາ­ຊິກ, ຕໍ່​ຈາກ​ນັ້ນ​ ຍົກ​ສູງຄຸນ​ຄ່າ​ຍຸດ​ທະ​ສາດ ແລະ ຖາ­ນະ​ບົດ­ບາດ​ຂອງ​ເຮົາ​ ໃນ​ການ​ພົວ­ພັນ​ກັບ​ບັນ­ດາ​ປະ­ເທດ​ໃຫຍ່. ເຊື່ອມ​ໂຍງ​ສາ­ກົນ​ແມ່ນ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ປະ­ຕິ​ຮູບ​ລະ­ບຽບ​ກົດໝາຍ​ ເພື່ອ​ສວຍ​ໃຊ້​ຢ່າງ​ສຸດ​ຂີດ​ດ້ານ​ຕັ້ງ­ໜ້າ, ຈຳ­ກັດ​ສິ່ງ​ທ້າ​ທາຍ. ການເຊື່ອມ​ໂຍງ​ສາ­ກົນ​ຢ່າງ​ເລິກ­ເຊິ່ງ​ກວ້າງຂວາງ ແລະ ແຊກ​ຊ້ອນ​ຜົນ​ປະ­ໂຫຍດ, ເປັນ­ຕົ້ນ​ແມ່ນ​ຜົນ​ປະ­ໂຫຍດ​ຍຸດ​ທະ​ສາດ​ ໃນ​ການ​ພົວ­ພັນ​ກັບ​ບັນ­ດາ​ປະ­ເທດ​ໃຫຍ່ ​ອາດ​ຈະ​ຊ່ວຍ​ໃຫ້​ເຮົາ​ຈຳ­ກັດ​ຄວາມ​ສາມາດຫຍໍ້­ທໍ້​ສອງ​ປະການ​ຄື ​ການຕໍ່­ສູ້ ແລະ ການປະນິປະນອມລະ­ຫວ່າງ​ບັນດາ​ປະ​ໃຫຍ່​ທີ່​ສົ່ງ​ຜົນ​ກະ­ທົບ​ຕໍ່​ຜົນ​ປະ­ໂຫຍດ​ຂອງຫວຽດ­ນາມ. ປະ­ສົບ​ການ ແລະ ບົດຮຽນ​ກ່ຽວ​ກັບ​ການ​ພັດ­ທະ­ນາ​ຂອງ​ບັນດາປະ­ເທດ​ຂະ­ໜາດ​ກາງແລະນ້ອຍ ​ໄດ້​ໃຫ້​ເຫັນ​ວ່າ: ດ້ານ​ໜຶ່ງ, ຕ້ອງ​ຊຸກຍູ້​ການ​ຮ່ວມ​ມື, ເຊື່ອມ​ໂຍງ​​ສາກົນບົນ​ທັດ­ສະ­ນະ “ໄຊ­ຊະ­ນະ​ຮ່ວມ​ກັນ”, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ­ໂຫຍດ, ຊ່ວຍເຫຼືອ​ເຊິ່ງ​ກັນ​ແລະກັນ​ໃນ​ເວ­ລາ​ທີ່​ພົບ​ຄວາມ​ຫຍຸ້ງ­ຍາກ. ອີກ​ດ້ານ​ໜຶ່ງ, ບັດ​ດາ​ປະ­ເທດ​ນ້ອຍ​ຕ້ອງ​ກໍ່­ສ້າງ​ຍຸດ​ທະ​ສາດ​ສະເພາະ​ໃຫ້​ຕົນ​ເອງ ​ອີງ­ໃສ່​ທ່າ​ໄດ້​ປຽບ​​ໃນການ​ແຂ່ງ­ຂັນທາງ​ດ້ານ​ເສດ­ຖະ­ກິດ ຫຼື ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ, ສວຍ​ໃຊ້​ຂໍ້​ຂັດ​ແຍ່ງ​ລະ­ຫວ່າງບັນດາ​ປະ­ເທດ​ໃຫຍ່.

ທີສາມ, ດຸນລະ​ຍາພາບ​ລະ­ຫວ່າງ​ບັນ­ດາ​ປະ­ເທດ​ໃຫຍ່. ຄືດັ່ງ​ທີ່​ໄດ້​ວິ​ໃຈ​ໄຈ້​ແຍກເທິງ​ນີ້, ການ​ພົວພັນ​ທີ່​ມີ​ລັກ­ສະ­ນະ​ຄອບ​ງຳ​ຕໍ່​ພາກ​ພື້ນ​ໃນ​ເວ­ລາ​ຕໍ່​ໄປ ​ຍັງ​ເປັນ​ການ​ພົວ­ພັນ​ລະ­ຫວ່າງອາ​ເຣິ​ກາ - ຈີນ. ແຕ່​, ຍຸດ​ທະ​ສາດດຸນລະຍາ​ພາບນີ້ ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍດຸນ​ລະຍາພາບ​ລະ­ຫວ່າງອາ­ເມ­ຣິ­ກາແລະຈີນເທົ່າ​ນັ້ນ​ ຫາກ​ຍັງມີ​ຄວາມ​ໝາຍ​ດຸນລະຍາພາບ​ລະ­ຫວ່າງ​ບັນ­ດາ​ປະ­ເທດ​ໃຫຍ່​ອື່ນອີກ. ເວົ້າ​ແບບ​ອື່ນ, ການ​ຫຼຸດ­ຜ່ອນ​ການ​ພົວ­ພັນ​ກັບ​ປະ­ເທດ​ໜຶ່ງ ​ອາດ​ຈະ​ໄດ້​ທົດ​ແທນ​ດ້ວຍ​ການ​ເພີ່ມ​ທະ­ວີ​ການ​ພົວ­ພັນ​ກັບ​ອີກ​ປະ­ເທດ​ໜຶ່ງ​ ຫຼື​ກຸ່ມ​ປະເທດ​ອື່ນ. ຢູ່​​ພາກ​ພື້ນອາ­ຊີ-ປາ​ຊີ​ຟິກ, ບັນດາ​ປະ​ເທດຍີ່­ປຸ່ນ, ອິນ​ເດຍ ແລະ ອົດ​ສະ​ຕຣາ​ລີ ເປັນ​ບັນ­ດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ ​ຕົ້ນ​ຕໍ່​ໃນ​ຍຸດ​ທະ​ສາດດຸນລະຍາພາບລະ­ຫວ່າງ​ບັນ­ດາ​ປະ­ເທດ​ໃຫຍ່​ນັ້ນ​. ໃນ​ບັນ­ດາ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ, ເປັນ­ຕົ້ນ​ແມ່ນ ອາ​ຊຽນ, ຫວຽດ­ນາມຕ້ອງ​ຕັ້ງ­ໜ້າ​ສະ­ເໜີ ແລະ ຊຸກ­ຍູ້​ບັນ­ດາ​ຄວາມ​ຄິດ​ລິ​ເລີ່ມ ​ແນ­ໃສ່​ເສີມ​ຂະຫຍາຍ​ຖານະ​ບົດ­ບາດ​ເປັນ­ໃຈ​ກາງ­ຂອງ​ອົງ​ການ­ຈັດ­ຕັ້ງ​​ນີ້ ໃນ​ການ​ພົວ­ພັນ​ກັບ​ບັນ­ດາ​ປະເທດ​ໃຫຍ່, ເພື່ອ​ຊຸກ­ຍູ້​ດ້ານ​ຕັ້ງ­ໜ້າ, ຈຳ­ກັດ​ດ້ານ​ຫຍໍ້­ທໍ້, ຮັບ­ປະ­ກັນ​ຜົນ​ປະ­ໂຫຍດ​ແຫ່ງ​ຊາດ​ຂອງ​ພວກ​ເຮົາ. ເວົ້າ​ລວມ​ແລ້ວ, ນະ­ໂຍ­ບາຍ​ດຸນລະຍາພາບ​ບໍ່​ພຽງ​ແຕ່​ສະ­ແດງ​ອອກໃນ​ແງ່​ມຸນ​ສອງ​ຝ່າຍ, ຫຼາຍ​ຝ່າຍ​ເທົ່າ​ນັ້ນ ຫາກ​ຍັງ​​ໄດ້​ສະ​ແດງ​ອອກໃນ​ການ​ພົວ­ພັນ​ສັງ​ລວມ​ກັບບັນດາ​ປະ­ເທດ​ໃນ​ໂລກ. ຜັນ​ຂະ­ຫຍາຍ​​ນະ­ໂຍ­ບາຍ​ດຸນລະຍາ​ພາບເປັນ​ຢ່າງ​ດີ ​ຈະ​ເພີ່ມທະວີ​ທ່າແລະກຳລັງ​ແຮງ, ຄວາມ​ສາ­ມາດ “​ຕ້ານ­ທານ” ຂອງຫວຽດ­ນາມ ຕໍ່​ທ່າ​ອຽງ​ຮ່ວມ​ມືແລະແຂ່ງ­ຂັນ​ຍຸດ​ທະ​ສາດ​ທີ່​ແຊກ​ຊ້ອນ​ລະ­ຫວ່າງ​ບັນ­ດາ​ປະ­ເທດ​ໃຫຍ່ ທີ່ກຳ­ລັງ​ເພີ່ມ​ຂຶ້ນ./.

​ໂດຍ ຮສ.ປອ. ຫງວຽນ ​ຫວູ ຕຸ່ງ

ສະ​ຖາ​ບັນ​ການ​ທູດ

---------------------------------

(1) ເບິ່ງ Uri Friedman: “How Donald Trump Could Change the World”, The Atlantic Monthly, ເດືອນ​ພະ­ຈິກ 2016

(2) ເບິ່ງ ASEAN focus, ສະບັບເລກ​ທີ 5 (ເດືອນ​ພະ­ຈິກ 2016)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ