ວັນອາທິດ, 24/9/2017
ປະກອບສ່ວນບູລະນະລະບຽບກົດໝາຍ ເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ໃນສະພາບການເຊື່ອມໂຍງສາກົນ ຢູ່ຫວຽດນາມ
28/5/2017 15:3' ສົ່ງ ພິມ
ກອງປະຊຸມສຳມະນາວິທະຍາສາດ “ບູລະນະລະບຽບກົດໝາຍເສດຖະກິດຕະຫຼາດ ກຳນົດທິດສັງຄົມນິຍົມ ໃນສະພາບການໃໝ່” ໂດຍສະພາທິດສະດີສູນກາງ ແລະ ສະພາບັນດິດວິທະຍາສາດສັງຄົມກວຽດນາມ ພ້ອມກັນຈັດຕັ້ງຂຶ້ນໃນເດືອນກຸມພາ 2017

ບັນດາ​ບັນຫາ​ທີ່​ວາງ​ອອກ​ມາ​ຊຶ່ງ​ຕ້ອງ​ແກ້​ໄຂ

​ເຖິງວ່າຫວຽດນາມ​ໄດ້ບັນລຸບາດກ້າວ​ຂະຫຍາຍຕົວ​ທີ່​ສຳຄັນ​ທາງ​ດ້ານ​ທິດ​ສະ​ດີ ​ແຜນ​ນະ​ໂຍບາຍກໍ່ຕາມ, ​ແຕ່​ໃນ​ພາກ​ພຶດຕິ​ກຳຕົວ​ຈິງ​ໃຫ້​ເຫັນ​ວ່າ, ມາ​ເຖິງປະຈຸ​ບັນຫວຽດນາມ​ຍັງ​ບໍ່​ທັນ​ມີ​ຂອບ​ທິດ​ສະ​ດີ​ທີ່​ໜັກ​ແໜ້ນ ​ກ່ຽວກັບລະບຽບກົດໝາຍ​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ, ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ພື້ນຖານເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ກໍ່​ຍັງ​ບໍ່​ທັນ​ຄົບ​ຖ້ວນ, ​ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ເສດຖະກິດ​ຂອງ​ລັດ, ວິ​ສາ​ຫະກິດ​ແຫ່ງລັດ, ​ເສດຖະກິດ​ລວມໝູ່, ກ່ຽວ​ກັບ​ກົນ​ໄກ​ຈັດ​ແບ່ງຊັບພະຍາກອນ, ກຳມະສິດ​ທີ່​ດິນ, ກົນ​ໄກ​ລາຄາ​ສຳລັບ​ສິນຄ້າ, ການ​ບໍລິການ​ສາທາລະນະ​ ບາງ​ປະ​ເພດ​ທີ່​ຈຳ​ເປັນ... ດັ່ງ​ນັ້ນ, ພວກ​ເຮົາ​ຈຶ່ງ​ບໍ່​ເຄົບ​ລົບຢ່າງ​ເຕັມທີ່​ຕໍ່​ບັນດາ​ຫຼັກການ​ຂອງ​ພື້ນຖານເສດຖະກິດ​ຕະຫຼາດ ​ໃນ​ການ​ກໍ່ສ້າງ, ຂັບ​ເຄື່ອນ ​ແລະ ຈັດການ​ແກ້​ໄຂ​ບັນດາ​ບັນຫາ​ຂອງ​ພື້ນຖານ​ເສດຖະກິດ; ຍັງ​ບໍ່​ທັນ​ກຳນົດ​ແຈ້ງ ​ແລະ ສ້າງ​ຄວາມ​ເປັນ​ເອກະສັນ​ສູງ ກ່ຽວ​ກັບບັນດາຄຸນ​ລັກສະນະ​ພິ​ເສດ ​ຂອງ​ພື້ນຖານເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ໂຄງ​ສ້າງ, ຄວາມ​ພົວພັນ​ລະຫວ່າງ​ບັນດາ​ປັດ​ໄຈ ພາກສ່ວນ​ທີ່​ປະກອບ​ເປັນລະບຽບກົດໝາຍ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ. ຍັງ​ຊັກ​ຊ້າ​ໃນ​ການ​ສຶກສາ​ທຳ​ຄວາມ​ກະຈ່າງ​ແຈ້ງ​ ທາງ​ດ້ານ​ທິດ​ສະ​ດີ​ແລະ​ພຶດຕິ​ກຳ ກ່ຽວ​ກັບ​ຄວາມ​ພົວພັນ​ລະຫວ່າງ​ສອງສ່ວນ​ປະກອບ​ຄື ເສດຖະກິດ​ຕະຫຼາດ​ ແລະ ກຳນົດ​ທິດ​ສັງຄົມ​ນິຍົມ, ກ່ຽວ​ກັບ​ການ​ສົມທົບ​ມັນ​ເຂົ້າກັນ​ເພື່ອ​ສ້າງ​ເປັນ​ແບບ​ວິທີ​ການ​ໃໝ່​ອັນ​ໜຶ່ງ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາການ​ພັດທະນາ​ຂອງ​ຫວຽດນາມ.

ຄວາມ​ຮັບ​ຮູ້​ທິດ​ສະ​ດີ​ກ່ຽວ​ກັບເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ຍັງ​ຊ້າ​ກວ່າ​ທຽບກັບ​ພຶດຕິ​ກຳ​ແຫ່ງ​ການ​ພັດທະນາ, ຫຼາຍ​ບັນຫາ​ທີ່​ພຶດຕິ​ກຳ​ວາ​ງອອກ​ມາ ​ແຕ່​ຍັງ​ບໍ່​ທັນ​ໄດ້​ສະຫຼຸບ​ສັງ​ລວມ, ​ແກ້​ໄຂ​ຢ່າງ​ທັນ​ການ. ດັ່ງ​ນັ້ນ, ການ​ກະທຳ​ບາງ​ເທື່ອບໍ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ບໍ່​​ເໝາະ​ສົມ ຊຶ່ງ​ໄດ້​ເຮັດ​ໃຫ້​ຂະ​ບວນວິວັດ​ການ​ພັດທະນາ​ຂອງເສດຖະກິດ​ຕະຫຼາດຖືກ​ຊັດ​ຊ້າ.

ບັນດາ​ສາຍ​ພົວພັນ​ໃນ​ກົນ​ໄກ “ພັກ​ນຳພາ, ລັດ​ຄຸ້ມ​ຄອງ ​ແລະ ປະຊາຊົນ​ເປັນ​ເຈົ້າ” ​ເຖິງ​ວ່າ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ມີ​ການ​ຂະຫຍາຍຕົວ​ກໍ່ຕາມ, ​ແຕ່​ເບິ່ງ​ລວມ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ພາກ​ຕົວ​ຈິງ, ​ເຮັດ​ໃຫ້​ຄວາມ​ສັກສິດ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ ຄຸ້ມ​ຄອງ​ສັງຄົມ​ ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ. ສາຍ​ພົວພັນ​ລະຫວ່າງ​ລັດ, ວິ​ສາ​ຫະກິດ ​ແລະ ຕະຫຼາດ, ​ເປັນ​ຕົ້ນ​​ແມ່ນທາງ​ດ້າຜົນ​ປະ​ໂຫຍ​ດ​ເສດຖະກິດ, ຍັງ​ບໍ່​ທັນ​ໄດ້​ແກ້​ໄຂ​ຢ່າງ​ເໝາະ​ສົມ, ຍັງ​ບໍ່​ທັນ​ເສີມ​ຂະຫຍາຍ​ລັກສະນະ​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ລັດ ກໍ່​ຄື​ບົດບາດ​ຊຸກຍູ້​ຂອງ​ຕະຫຼາດ, ພິ​ເສດ​ ບົດບາດ​ເປັນ​ກຳລັງ​ປະຈັນບານ​ຂອງ​ວິ​ສາ​ຫະກິດ ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ຍັງ​ບໍ່​ທັນ​ໄດ້​ເສີມ​ຂະຫຍາຍ ​ເມື່ອ​ຫວຽດນາມ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ ​ເປັນ​ເວລາ 10 ປີ, ນັບ​ແຕ່​ປີ 2007.

ນັບ​ແຕ່​ເມື່ອຫວຽດນາມ​​ເຂົ້າເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກມາ​ເຖິງມື້​ນີ້, ການ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ຂອງ​ຫວຽດນາມ ​ນັບ​ມື້​ນັບ​ກວ້າງຂວາງ​ເລິກ​ເຊິ່ງ. ພວກ​ເຮົາ​ໄດ້​ຕັ້ງໜ້າ​ເຈລະຈາ ​ແລະ ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ຮຸ່ນ​ໃໝ່​ຫຼາຍ​ສະບັບ. ​ແຕ່ວ່າ, ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ຂອງ​ຫວຽດນາມ​ໃນ​ເວລາ​ທີ່​ຜ່ານ​ມາ ກໍ່​ມີ​ຈຸດ​ອ່ອນ, ຂໍ້​ຈຳ​ກັບ​ຫຼາຍ​ຢ່າງ​ທາງ​ດ້ານ​ພື້ນຖານ​ເສດຖະກິດ ກໍ່​ຄືກ່ຽວ​ກັບລະບຽບກົດໝາຍເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ: ​ໂຄງ​ປະກອບ​ເສດຖະກິດ, ຄຸນ​ນະພາ​ບການ​ເຕີບ​ໂຕ ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປົວ​ແປງ​ໂດຍ​ພື້ນຖານ; ບັນດາ​ຈຸດ​ປຶກ​ຕັນ, “ຄໍ​ຂວດ” ທາງ​ດ້ານ​ລະບຽບກົດໝາຍ, ​ໂຄງ​ສ້າງ​ພື້ນຖານ ​ແລະ ​ແຫຼ່ງຊັບພະຍາກອນ​ມະນຸດ ​ເຖິງ​ວ່າ​​ໄດ້ຖືກ​ຄົ້ນ​ເຜີຍ, ຖືກ​ຍົກ​ຂຶ້ນ​ມາ​ໃນ​ມະຕິ​ຫຼາຍ​ສະບັບ​ກໍ່ຕາມ, ​ແຕ່​ການ​ແກ້​ໄຂ​ພັດ​ຊັກ​ຊ້າ; ກົນ​ໄກ, ນະ​ໂຍບາຍ​ກ່ຽວກັບ​ແຫຼ່ງພະລັງ, ນະ​ໂຍບາຍ​ພາສີ, ນະ​ໂຍບາຍ​ພັດທະນາ​ອຸດສາຫະກຳ​ສະໜັບສະໜູນແລະ​ໂຄງ​ສ້າງ​ພື້ນຖານ ຍັງ​ບໍ່​ທັນ​ຄົບ​ຊຸດ​ລະຫວ່າງ​ບັນດາ​ກະຊວງ ຂະ​ແໜງ​ການ; ​ໃນ​ຂະນະ​ທີ່​ໂລກກຳລັງ​ກ້າວ​ເຂົ້າ​ສູ່​ການ​ປະຕິວັ​ດອຸດສາຫະກຳ​ຄັ້ງ​ທີ່​ສີ່ນັ້ນ ຫວຽດນາມ​ພັດ​ຍັງ​ຢູ່​ໃນ​ໄລຍະ​ທີ​ສອງ - ໝາຍ​ຄວາມ​ວ່າ​ຍັງ​ໃຊ້​ສາຍ​ພານ​ການ​ຜະລິດ​ແບບ​ປະກອບ​ເຂົ້າ​ເຄື່ອງ, ຮັບ​​ເໝົາ​ຜະລິດ, ອຸດສາຫະກຳ​ຍັງ​ບໍ່​ທັນ​ມີ​ຂະ​ແໜງ​ການ​ປາຍ​ແຫຼມ; ຂົງ​ເຂດ​ກະສິກຳ​ກໍ່​ຍັງ​ຢູ່​ໃນ​ລະດັບ​ຕ່ຳ, ກົນ​ໄກ ນະ​ໂຍບາຍ​ກະສິກຳ​ຍັງ​ບໍ່​ທັນສອດຄ່ອງ​ເໝາະ​ສົມ, ​ຍັງ​ຊັກ​ຊ້າ​ໃນ​ການ​ປ່ຽນ​ແປງ​ໃໝ່ຕົວ​ແບບ​ການ​ຜະລິດກະສິກຳຕິດ​ກັບ​ຕະຫຼາດ​ ໃນ​ສະພາບ​ເຊື່ອມ​ໂຍງ​ສາກົນ ​ແລະ ​ໃນ​ການ​ກະທົບ​ຂອງ​ສະພາບ​ອາກາດ; ລັກສະນະ​ຄົບ​ຊຸດ ​ເຊື່ອມ​ຕິດ​ລະຫວ່າງ​ບັນດາ​ຂະ​ແໜງ​ການ ຂົງ​ເຂດ ​ຍັງ​ບໍ່​ທັນ​ສູງ; ວຽກ​ງານ​ປະສານ​ສົມທົບ​ການ​ເຊື່ອມ​ໂຍງ​ສາ​ກົນ​ລະຫວ່າງບັນດາ​ກະຊວງ ຂະ​ແໜງ​ການ ອົງການ​ສູນ​ກາງ ​ແລະ ບັນດາ​ທ້ອງ​ຖິ່ນ, ວິ​ສາ​ຫະກິດ ຍັງ​ບໍ່​ທັນ​ດີ; ຄວາມ​ສາມາດ​ໃນ​ການ​ຄາດ​ຄະ​ເນ ​ແລະ ປະ​ເມີນ​ທ່າ​ອຽງ, ພິນິດ​ໄສ​ສະພາບ​ການ, ກ່າວ​ເຕືອນລ່ວງ​ໜ້າ ກ່ຽວ​ກັບ​ບັນດາ​ການ​ກະທົບ​ເຖິງ​ການ​ເຊື່ອມ​ໂຍງ​​ເສດຖະກິດ ​ໃນ​ສະພາບ​​ຫວຽດນາມ​ເຊື່ອມ​ໂຍງ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ​ເຂົ້າ​ກັບ​ເສດຖະກິດ​ພາກ​ພື້ນ​ແລະ​ເສດຖະກິດ​ໂລກ​ນັ້ນ ຍັງ​ຖືກ​ຈຳກັດ; ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ, ນັບ​ທັງ​ກົດໝາຍ ​ແລະ ນະ​ໂຍບາຍ​ຂອງ​ລັດ, ​ເຖິງ​ວ່າ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ເທື່ອ​ລະ​ກ້າວ​ແລ້ວ, ​ແຕ່​ກໍ່​ຍັງ​ຊັກ​ຊ້າ, ຂາດ​ຄວາມ​ຄົບ​ຊຸດ, ບໍ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ຫຼາຍ​ດ້ານ​ບໍ່​ສອດຄ່ອງ​ເໝາະ​ສົມ ​ເຊິ່ງ​ໄດ້​ເປັນ​ອຸປະສັກ, ​ເປັນ​ການ​ບິດ​ບ້ຽວ​ຂະ​ບວນວິວັດ​ການ​ດຳ​ເນີນ​ປະຕິບັດ​ຂອງ​ກົນ​ໄກ​ຕະຫຼາດ; ​ເຖິງ​ວ່າ​ລະບົບ​ກົດໝາຍ ​ແລະ ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ ​ໄດ້​ຮັບ​ການປົວ​ແປງ ​ແລະ ມີ​ການ​ຫັນປ່ຽນ​ໃນ​ເວລາ​ມໍ່​ນີ້​ກໍ່ຕາມ, ​ແຕ່​ເບິ່ງ​ລວມ​ແລ້ວ ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ​ເຊື່ອມ​ໂຍງ​ສາກົນ, ຄ່າ​ໃຊ້​ຈ່າຍ​ໃນ​ການ​ເຂົ້າ​ຮ່ວມ​ຕະຫຼາດ​ຂອງ​ບັນດາ​ວິ​ສາ​ຫະກິດ ຍັງ​ສິ້ນ​ເປືອງ​ຫຼາຍ​ກວ່າ​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ; ການ​ປະຕິ​ຮູບ​ລະບຽບ​ກົດໝາຍ​ຍັງ​ຊ້າ, ​ໂດຍ​ສະ​ເພາະ​ແມ່ນ​ຂັ້ນ​ຕອນ​ການ​ບໍລິຫານ; ການ​ພັດທະນາ​ເສດຖະກິດ​ຍັງ​ບໍ່​ທັນ​ໃຫ້​ຄວາມ​ສຳຄັນ​ຢ່າງ​ເໝາະ​ສົມ​ເຖິງການ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ, ສະພາບ​ການ​ວ່າງ​ງານ, ຄວາມ​ຫຍໍ້​ທໍ້ ສິ່ງ​ລາມົກ​ອະນາຈານ​ໃນ​ສັງຄົມ ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ, ຄວາມ​ແຕກ​ໂຕນ ຄວາມ​ຜັນ​ແຍ​ກຮັ່ງມີ-ທຸກ​ຈົນ​ ເພີ່ມ​ຂຶ້ນ​ຢ່າງ​ໄວ ​ຊຶ່ງ​ເປັນ​ຜົນ​ສະທ້ອນ​ເຖິງສະຖຽນ​ລະ​ພາບການ​ພັດທະນk; ສະພາບ​ແວດ​ລ້ອມລະບົບ​ນິ​ເວດກຳລັງຖືກ​ທຳລາຍ ຈະ​ເປັນ​ຜົນ​ກະທົບ​ຍາວ​ນານ​ເຖິງ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ.

ວິທີ​ແກ້​ໄຂ ​ແລະ ຂໍ້​ສະ​ເໜີ​ແນະ

​ໃນ​ເວລາ​ຕໍ່ໜ້າ, ບົນ​ພື້ນຖານ​ສະຫຼຸ​ບສັງ​ລວມພຶດຕິ​ກຳ, ຕ້ອງ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ກ່ຽວ​ກັບ​ການ​ກໍ່ສ້າງ​ແລະ​ບູລະນະ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ຢູ່​ຫວຽດນາມ.

ທີ​ໜຶ່ງ, ​ເປັນ​ເອກະ​ພາບ​ທາງ​ດ້ານ​ຄວາມ​ຮັບ​ຮູ້​ແນວ​ຄິດ.

ການ​ພັດທະນາ​ພື້ນຖານເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ຢູ່​ຫວຽດນາ​ຕ້ອງ​ຮັບປະກັນ​ການ​ເຄົາລົບ​ປະຕິບັດ​ຕາມ​ບັນດາ​ຫຼັກການ​ຂອງເສດຖະກິດ​ຕະຫຼາດ​, ພັດທະນາ​ແບບ​ຍືນ​ຍົງ​ ບົນ​ພື້ນຖານ​ເອົາ​ໃຈ​ໃສ່ສົມທົບ​ລະຫວ່າງການ​ເຕີບ​ໂຕ​ເສດຖະກິດ, ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ ​ແລະ ຮັກສາ, ປົກ​ປ້ອງ​ສິ່ງ​ແວດ​ລ້ອມ. ພ້ອມ​ກັນ​ນັ້ນ​ກໍ​ຮັກສາ​ບົດບາດນຳ​ພາ​ຂອງ​ພັກ, ​ເພີ່ມ​ທະວີ​ຄວາມ​ສັກສິດ​ໃນ​ການ​ຄຸ້ມ​ຄອງ​ຂອງ​ລັດ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຂອງ​ປະຊາຊົນ, ຮັບປະກັນ​ການກຳນົດ​ທິດ​ສັງຄົມ​ນິຍົມ ​ໃນ​ການ​ພັດທະນາເສດຖະກິດ​ຕະຫຼາດ.

ເສດຖະກິດ​ຕະຫຼາດ​ເປັນ​ພຽງ​ແບບ​ວິທີ​ການ​ພັດທະນາ​ເສດຖະກິດ ອີງ​ໃສ່​ບັນດາ​ຫຼັກການ​ຂອງ​ຕະຫຼາດ ​ໂດຍ​ມີ​ການ​ດັດສົມ​ຂອງ​ລັດ. ມັນ​ບໍ່​ອາດ​ຕັດສິນທາດ​ແທ້ ​ແລະ ກຳນົດ​ທິດ​ທາງ​ການ​ພັດທະນາຂອງລະບອບ​ສັງຄົມ​ໜຶ່ງ​ໄດ້. ທາດ​ແທ້​ຂອງ​ລະບອບ​ການ​ເມືອງ - ສັງຄົມ ​ເປັນ​ສິ່ງ​ຕັດສິນ​ທາດ​ແທ້​ຂອງພື້ນຖານເສດຖະກິດ​ຕະຫຼາດ. ອາດ​ຈະ​ຢືນຢັນ​ວ່າ, ມີ​ແຕ່​ພັດທະນາ​ພື້ນຖານເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມຢ່າງ​ມີປະສິດທິ​ຜົນ ຈຶ່ງ​ມີ​ຄວາມ​ສາມາດ​ປະຕິບັດ​ຢ່າງ​ສຳ​ເລັດ​ຜົນ ການ​ຫັນ​ເປັນ​ອຸດສາຫະກຳ​ແບບ​ຫຍໍ້​ສັ້ນ​ຢູ່​ຫວຽດນາມ, ຕາມ​ເປົ້າ​ໝາຍ “ສູ້​ຊົນ​ເຮັດ​ໃຫ້​ປະ​ເທດ​ເຮົາ​ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນຖານ​​ໂດຍ​ໄວ”(1). ເສດຖະກິດ​ຕະຫຼາດ​ຕ້ອງ​ເປັນ​ປັດ​ໄຈ​ພາຍ​ໃນ​ທີ່ໝັ້ນຄົງ​ທົນ​ທານ ​ຢູ່​ໃນ​ຕົວ​ແບບ​ເສດຖະກິດ​ສັງ​ລວມທີ່ກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ.

ຮັກສາ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ ​ໃນ​ຂະ​ບວນວິວັດ​ການ​ຫັນ​ມາ​ສູ້​ພື້ນເສດຖະກິດ​ຕະຫຼາດ, ປະຕິບັດ​ເປົ້າ​ໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ແຂັ້ມ​ແຂງ, ມີ​ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ”. ມີ​ແຕ່​ພັດທະນາພື້ນຖານ​ເສດຖະກິດ​ຕະຫຼາດຢ່າງ​ມີ​ປະສິດທິ​ຜົນ​ແລະ​ຍືນ​ຍົງ ​ໃນ​ຂະ​ບວນວິວັດ​ປະຕິບັດ​ບັນດາ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ-ສັງຄົມ​ເທົ່າ​ນັ້ນ ປະ​ເທດ​ຊາດ​ຈຶ່ງ​ສ້າງ​ໃຫ້​ມີ​ພື້ນຖານ​ເສດຖະກິດ​ທີ່​ຮັບປະກັນ​ໃຫ້​ແກ່​ການ​ພັດທະນາ​ຕາມ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ​ໄດ້. ມີ​ພຽງ​ກຳລັງ​ແຮງ​ຂອງ​ພື້ນຖານເສດຖະກິດ​ຕະຫຼາດທີ່ປະສົມ​ຫຼາຍ​ຮູບ​ການ​ກຳມະສິດ, ຫຼາຍ​ພາດ​ສ່ວນ​ເສດຖະກິດ​ເທົ່າ​ນັ້ນ ຈຶ່ງ​ເປັນຮາກ​ຖານ​ເສດຖະກິດ​ຂອງ​ການພັດທະນາ​ຕາມ​ທິດສັງຄົມ​ນິຍົມ​ໄດ້.

ທີ​ສອງ, ກໍ່ສ້າງ ​ແລະ ຍົກ​ສູງ​ບົດບາດ​ຂອງ​ລັດທີ່​ຊື່ສັດ​ບໍລິສຸດ, ສ້າງສັນ​, ການ​ພັດທະນາ ​ແລະ ກະທຳ​ເຄື່ອນ​ໄຫວ​ຢ່າງ​ເດັດດ່ຽວ.

ຕ້ອງ​ປ່ຽນ​ແປງ​ຈິນຕະນາການ ​ແລະ ວິທີ​ເຂົ້າ​ເຖິງ ​ໃນການກຳນົດ​ບົດບາດ​ຂອງ​ລັດ ​ແລະ ສາຍ​ພົວພັນ​ລະຫວ່າງ​ລັດ ​ແລະ ຕະ​ຫຼາດ ຕາມ​ທິດ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ຈາກລັດ​ຄຸ້ມ​ຄອງ, ກຳກັບຂັບ​ເຄື່ອນ​ພື້ນຖານ​ເສດຖະກິດ ມາ​ເປັນ​ລັດ​ສ້າງສັນ​ການ​ພັດທະນາ. ພາລະ​ບົດບາດ​ຕົ້ນຕໍ​ຂອງ​ລັດ​ແມ່ນ​ກໍ່ສ້າງ​ຍຸດ​ທະ​ສາດ, ​ແຜນການ, ​ແຜນ​ແມ່​ບົດ​ການ​ພັດທະນາ​ຢ່າງ​ມີ​ວິທະຍາສາດ, ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງເສດຖະກິດ​ຕະຫຼາດ ​ແລະ ຂະ​ບວນວິວັດ​ການ​ເຊື່ອມ​ໂຍງສາກົນ, ຮັບປະກັນ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ​ເສດຖະກິດ​ມະຫາ​ພາກ ​ແລະ ຄວາມ​ປອດ​ໄພ​ຂອງ​ລະບົບ​ສະ​ວັດ​ດີກາ​ນສັງຄົມ.

ລັດຖະບານ​ຫວຽດນາມ​ໄດ້​ກຳນົດ​ໜ້າ​ທີ່​ສຳຄັນ​ຕົ້ນ​ຕໍ່​ແມ່ນ ກໍ່ສ້າງ​ລັດຖະບານ​ທີ່​ຊື່ສັດ​ສຸ​ຈະລິດ, ສ້າງສັນ​ການ​ພັດທະນາ, ກະທຳ​ເຄື່ອນ​ໄຫວ, ຮັບ​ໃຊ້​ປະຊາຊົນ ວິ​ສາ​ຫະກິດ, ສູ້​ຊົນ​​ໃນ​ປີ 2017 ຈະ​ບັນລຸ​ບັນດາ​ເລກ​ຄາດໝາຍ​ຕົ້ນຕໍ​ ກ່ຽວ​ກັບສະພາບ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດທີ່​ສະດວກດີ​ເທົ່າ​ກັບ​ລະດັບ​ປານ​ກາງຂອງ​ບັນດາ​ປະ​ເທດ​ນຳ​ໜ້າ​ອາ​ຊຽນ, ​ເຊັ່ນ ສິງກະ​ໂປ, ມາ​ເລ​ເຊຍ, ​ໄທ... ຕາມ​ທິດ​ທາງ​ນີ້, ລັດຖະບານ​ຈະ​ເຕົ້າ​ໂຮມ​ທຸກ​ແຫຼ່ງພະລັງ, ຄວາມ​ສາມາດ ​​ເພື່ອ​ແກ້​ໄຂ​ບັນຫາ​ລະບຽບ​ກົດໝາຍ​ ຕາມກົດ​ທົ່ວ​ໄປ​ລະຫວ່າງ​ປະ​ເທດ ​ແລະ ຕາມ​ການ​ພັດທະນາເສດຖະກິດ​ຕະຫຼາດ​ໃນທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ເງິນ-ທະນາຄານ, ກຳມະສິດ​ພູມ​ປັນຍາ, ປົກ​ປັກ​ຮັກສາ​ສະພາບ​ແວດ​ລ້ອມ, ​ແກ້​ໄຂ​ຂໍ້​ພິພາດ​ຂັດ​ແຍ່ງ... “ຮາກ​ຖານ​ລະບຽບ​ກົດໝາຍ​ນັ້ນ​ຕ້ອງ​ຮັບປະກັນ​ລັກສະນະ​ຮອບດ້ານ, ປົກ​ຫຸ້ມ​, ​ໃຫ້​ປະຊາຊົນ​ທຸກ​ຄົນ​ມີ​ໂອກາດ​ປະກອບສ່ວນ​ເຂົ້າ​ໃນຜົນສຳ​ເລັດ​ຂອງ​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ​ໄດ້​ຊົມ​ໃຊ້​ເໝາະ​ສົມ​ກັບ​ຜົນສຳ​ເລັດ​ນັ້ນ”(2). ຕາມ​ທິດ​ທາງ​ນັ້ນ, ລັດ​ຕ້ອງ​ສຸມ​ໃສ່​ບັນດາ​ເນື້ອ​ໃນ​ຕົ້ນຕໍ​ຄື: 1- ກຳນົດ​ທິດທາງ​ການ​ພັດທະນາ​ດ້ວຍ​ບັນດາ​ຍຸດ​ທະ​ສາດ, ​ແຜນ​ກຳນົດ, ​ແຜນການ ​ແລະ ກົນ​ໄກ, ນະ​ໂຍບາຍ ບົນ​ພື້ນຖານ​ເຄົາ​ລົບ​ນັບຖື​ບັນດາ​ຫຼັກການ​ຂອງ​ຕະຫຼາດ. 2- ສ້າງ​ສິ່ງ​ແວດ​ລ້ອມ​ກົດໝາຍ ​ແລະ ກົນ​ໄກ, ນະ​ໂຍບາຍທີ່​ສະດວ​ກດີ ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ແຫຼ່ງພະລັງ​ສັງຄົມ​ ໃຫ້​ແກ່ການນພັດທະນາ. 3- ຊ່ວຍ​ໜູນ​ການ​ພັດທະນາ, ​ເອົາ​ໃຈ​ໃສ່​ກໍ່ສ້າງ​ລະບົບ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ-ສັງຄົມທີ່​ສຳຄັນ, ລະບົບ​ສະຫວັດດີ​ການ​ສັງຄົມ. 4- ຮັບປະກັນລັກສະນະ​ໝັ້ນຄົງ​ຍືນ​ຍົງ ​ແລະ ຕັ້ງໜ້າ​ຂອງ​ບັນດາດຸນລະຍາ​ເສດຖະກິດ​ມະຫາ​ພາກ, ຈຳ​ກັດ​ບັນດາຄວາມ​ສ່ຽງ ​ແລະ ການ​ກະທົບ​ຫຍໍ້​ທໍ້​ຂອງ​ກົນ​ໄກ​ຕະຫຼາດ.

ການ​ຫັນປ່ຽນ​ເສດຖະກິດ​ຫວຽດນາມ​ມາ​ເປັນ​ພື້ນຖານເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ ​ໃນ​ສະພາບ​ການ​ເຊື່ອມ​ໂຍງ​ສາກົນຢ່າງ​ກວ້າງຂວາງ​ເລິກ​ເຊິ່ງນັ້ນ ຍິ່ງ​ຮຽກຮ້ອງ​ໃຫ້​ຕ້ອງ​ປ່ຽນ​ແປງ​ໃໝ່ບົດບາດ​ຂອງ​ລັດ. ​ເລື່ອງ​ນີ້​ສະ​ແດງ​ອອກ​ຢູ່​ທີ່​ການ​ແຊກ​ແຊງ​ຂອງ​ລັດຕ້ອງ​ສອດຄ່ອງ​ກັບ​ຫຼັກການ​ຕະຫຼາດ, ຕ້ອງ​ເຄົາລົບ​ນັບຖື​ລັກສະນະ​ຈຳ​ເປັນ​ຂອງ​ບັນດາ​ກົດ​ເກນ​ເສດຖະກິດພາວະ​ວິ​ໄສ (ໝາຍ​ຄວາມ​ວ່າ​ເສີມ​ຂະຫຍາຍ​ບັນດາ​ດ້ານ​ແຮງ​ຂອງເສດຖະກິດ​ຕະຫຼາດ ​ເພື່ອ​ນຳ​ໃຊ້​ບັນ​ດາ​ແຫຼ່ງພະລັງຢ່າງ​ມີ​ປະສິດທິ​ຜົນ ​ເຂົ້າ​ໃນ​ການ​ຊຸກຍູ້ພັດທະນາ​ເສດຖະກິດ, ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ​ທີ່​ເກີດ​ຂຶ້ນ). ປະຕິບັດ​ການ​ຄຸ້ມ​ຄອງ​ລັດ​ດ້ວຍ​ລະບົບ​ກົດໝາຍ, ຫລຸດຜ່ອນ​ຢ່າງ​ຈິງ​ຈັງ​ການ​ແຊກ​ແຊງ​ແບບ​ບໍລິຫານ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ ​ແລະ ວິ​ສາ​ຫະກິດ. ເພື່ອ​ປະຕິບັດ​ໜ້າ​ທີ່ນີ້, ຕ້ອງ​ກຳນົດ​ບັນດາ​ທິດ​ທາງ: 1- ​ແຍກ​ພາລະ​ບົດບາດ​ຄຸ້ທຄອງ​ບໍລິຫານ​ຂອງ​ລັດ ອອກ​ຈາກ​ພາລະ​ບົດບາດ​ຄຸ້ມ​ຄອງ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ. 2- ລົບ​ລ້າງ “ລະບອບ​ເຈົ້າ​ຄຸ້ມ​ຄອງ”; ​ແຍກ​ລະບົບ​ອົງການ​ບໍລິຫານ​ສາ​ທາ​ລະນະ ອອກ​ຈາກ​ເສດຖະກິດ​ຂອງ​ອົງການ​ພາລະກິດ; ພັດ​ທະນະ​ບັນດາ​ບໍລິການ​ສາທາລະນະ​ຢ່າງ​ແຂງ​ແຮງ (ສຶກສາ ​ແລະ ກໍ່ສ້າງ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ສາທາລະນະ​ສຸກ, ວັດທະນະທຳ, ກິລາ-ກາ​ຍະ​ກຳ). 3- ປະຕິບັດ​ການ​ແບ່ງ​ງານ, ປະ​ສານ​ສົມທົບ ​ແລະ ກວດ​ລາ​ລະຫວ່າງບັນດາ​ອົງການ​ຂອງ​ລັດ​ໃນ​ການ​ປະຕິບັດ​ບັນດາ​ສິດ​ນິຕິບັນຍັດ, ບໍລິຫານ ​ແລະ ຕຸລາການ, ຜ່ານ​ຜ່າ​ການ​ທັບ​ຊ້ອນ, ປະ​ຂ້າມ ​ແລະ ຫຼຸດຜ່ອນ​ຄວາມສັກສິດ​ແຫ່ງ​ການ​ຄຸ້ມ​ຄອງ​ຂອງ​ກົງຈັກລັດ ຕໍ່​ການ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ປະ​ເທດ. ປ່ຽນ​ແປງ​ໃໝ່​ຂັ້ນ​ຕອນ​ການ​ສ້າງ​ກົດໝາຍ, ​ແກ້​ໄຂຜ່ານ​ຜ່າສະພາບ​ການວາງ​ແຜນ​ກຳນົດ​ຢ່າງ​ຮູບ​ການ, ຖ້ວມ​ຈ່ານ​ໄປ ​ເພື່ອ​ຈະ​ໄດ້​ຮັບ​ການຈັດ​ແບ່ງ​ງົບປະມານ​ຫຼາຍທີ່​ຈະ​ກໍ່​ຄວາມ​ຟຸມ​ເຟືອຍ. ບໍ່​ຄວາມ​ມອບ​ໜ້າ​ທີ່​ໃຫ້​ພະນັກງານ​ວິຊາ​ສະ​ເພາະ​ຂະ​ແໜງ​ເຮັດ​​ແຜນ​ກຳນົດ​ຂະ​ແໜງ​ການ (ຍ້ອນ​ເຮັດ​ຄື​ແນວ​ນັ້ນ​ອາດ​ຈະ​ພາ​ໄປ​ເຖິງ​ສະພາບ​ການ “ທັງ​ເຕະບານ, ທັງ​ເປົ່າ​ໝາກ​ຫວີດ”, “ຜົນ​ປະ​ໂຫຍ​ດໝູ່​ພວກ”), ​ແຕ່​ຄວນ​ມອບ​ໃຫ້​ບັນດາ​ຄະນະ​ກຳມາ​ທິການ​ທີ່​ເປັນ​ເອກະລາດ, ໜ່ວຍ​ຜູ້​ຊ່ຽວຊານ​ເກັ່ງ​ທີ່​ມີ​ບົດຮຽນ​ໃນ​ການ​ຮຽບຮຽງ​ຂຽນ​ແຜນການ, ຮັບປະກັນ​ລັກສະນະ​ພາວະ​ວິ​ໄສ ​ແລະ ລັກສະນະປະຕິບັດ​ໄດ້, ພ້ອມ​ນັ້ນ​ກໍ່​ມີ​ກົນ​ໄກ​ກວດ​ຜ່ານ​ຢ່າງ​ແໜ້ນ​ແຟ້ນ.

ລັດ​ຕ້ອງ​ກຳນົດ, ຄວບ​ຄຸມກວດກາ, ​ແນະນຳ​ການ​ແຂ່ງ​ຂັນ, ສ້າງ​ໂອກາດ​ສະ​ເໝີ​ພາບ​ໃນ​ການ​ແຂ່ງຂັນ​ໃຫ້​ບັນດາ​ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ​ທຸກ​ພາກສ່ວນ​ເສດຖະກິດ. ຮີບ​ແກ້​ໄຂ​ຜ່ານຜ່າ​ສະພາບ​ການ​ເຕົ້າ​ໂຮມ ຫຼື ຈັດ​ຕັ້ງ​ໃໝ່ວິ​ສາ​ຫະກິດ​ແຫ່ງ​ລັດ​ດ້ວຍ​ຄຳ​ສັ່ງ​ບໍລິຫານທີ່​ອັດຕະວິ​ໄສ, ບໍ່​ເລີ່​ມຈາກ​ຄວາມ​ຮຽກຮ້ອງ​ຕ້ອງການ​ຈຳ​ເປັນ​ທາງ​ດ້ານ​ເສດຖະກິດ, ​ເຕັກນິກ.

ທີ​ສາມ, ສືບ​ຕໍ່​ພັດທະນາ​ບັນດາ​ປະ​ເພດ​ຕະຫຼາດ​ຢ່າງ​ຄົບ​ຊຸກ ​ແລະ ຄວບ​ຄຸມ​ການ​ເຄື່ອນ​ໄຫວຂອງ​ຕະຫຼາດ​ຢ່າງມີ​ປະສິດ​ທີ​ຜົນຕາມ​ກົນ​ໄກ​​ແຂ່ງຂັນ​ທີ່​ສົດ​​ໃສ.

1. ສືບ​ຕໍ່​ຍູ້​ແຮງ​ຂະ​ບວນວິວັດ​ການ​ຫັນ​ກຳມະສິດ​ເປັນ​ຫຼາຍ​ຮູບ​ແບບ, ພັດທະນາ​ພື້ນຖານ​ເສດຖະກິດ​ດ້ວຍ​ຫຼາຍ​ຮູບ​ແບບ​ການ​ຜະລິດ, ທຸລະ​ກິດ, ສ້າງ​ໃຫ້​ມີ​ທັງການ​ສະໜອງ ​ແລະ ຄວາມ​ຕ້ອງການ​ໃຫ້​ຕະຫຼາດປະ​ເພດ​ຕ່າງໆ. ທາງ​ດ້ານ​ທິດ​ສະ​ດີ, ໜຶ່ງ​ໃນ​ບັນດາ​ພື້ນຖານ​ການ​ພັດທະນາເສດຖະກິດ​ຕະຫຼາດນັ້ນ​ແມ່ນ ການ​ຄົງ​ຕົວ​ຂອງ​ບັນດາ​ຮູບ​ການ​ກຳມະສິດທີ່​ຕ່າງ​ກັນ​ກ່ຽວ​ກັບພາຫະນະ​ການ​ຜະລິດ. ດັ່ງ​ນັ້ນ, ​ເພື່ອ​ພັດທະນາ​ລະບຽບກົດໝາຍ​ເສດຖະກິດ​ຕະຫຼາດ​ເວົ້າ​ລວມ, ບັນດາ​ປະ​ເພດ​ຕະຫຼາດ​ເວົ້າ​ສະ​ເພາະ​ ແມ່ນ​ຕ້ອງ​ຫັນ​ຮູບ​ການ​ກຳມະສິດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ພັດທະນາ​ພື້ນຖານ​​​ເສດຖະກິດ​ຕະຫຼາດທີ່​ມີ​ຫຼາຍ​ຮູບ​ແບບ​ກຳມະສິດ, ຫຼາຍ​ພາກສ່ວນ​ເສດຖະກິດ, ພິ​ເສດ​ແມ່ນພາກສ່ວນ​ເສດຖະກິດ​ເອກະ​ຊົນ. ຍູ້​ແຮງ​ການ​ຫັນ​ບັນດາ​ວິ​ສາຫະກິດ​ແຫ່ງ​ລັດ​ເປັນ​ຫຸ້ນ​ສ່ວນ​ຢ່າງໝັ້ນຄົງ, ພັດທະນາ​ບັນດາ​ຮູບ​ການ​ເສດຖະກິດ​ທຶນ​ນິຍົມ​ແຫ່ງ​ລັດ, ​ເສດຖະກິດ​ທຶນ​ນະ​ຍົມ​ເອກະ​ຊົນ ​ແລະ ບັນດາ​ຮູບ​ການ​ເສດຖະກິດ​ລວມໝູ່, ສະຫະກອນ​ແບບ​ໃໝ່...

2. ມີ​ຍຸດ​ທະ​ສາ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ​ທີ່​ສອດຄ່ອງ​ກັບ​ແຕ່ລະ​ໄລຍະ​ແຫ່ງ​ການ​ພັດທະນາ​ຂອງ​ປະ​ເທດ ​ແລະ ທ່າ​ອຽງ​ແຫ່ງ​ການ​ພັດທະນາ​ລວມຂອງ​ໂລກ; ​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ຕໍ່​ການ​ພັດທະນາ​ກະສິກຳ, ຊາວ​ກະສິກອນ, ຊົນນະບົດ, ພັດທະນາ​ວິທະຍາສາດ​​ແລະເຕັກ​ໂນ​ໂລ​ຊີ, ນຳ​ໃຊ້​ບັນດາ​ນະ​ວັດຕະ​ກຳ​ຂອງ​ວິທະຍາສາດ ​ແລະ ຂອງ​ການ​ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະລິດ. ຍູ້​ແຮງ​ການ​ແບ່ງ​ງານ, ຮ່ວມ​ມື​ລະຫວ່ງບັນດາ​ຂະ​ແໜງ​ການ, ບັນດາ​ເຂດ, ບັນດາ​ພາກສ່ວນ​ເສດຖະກິດ, ກໍ​ຄື​ສາຍ​ພົວພັນ​ຮ່ວມ​ມື​ໃນ​ຂອບ​ເຂດ​ສາກົນທີ່​ນັບ​ມື້​ນັບ​ເພີ່ນ​ຂຶ້ນ. ວິທີ​ແກ້​ໄຂ​​ຕົ້ນຕໍ​ຈຳນວນ​ໜຶ່ງ​ໃຫ້​ແກ່​ບັນຫາ​ນີ້ມີ​ດັ່ງ​ນີ້: 1- ຍູ້​ແຮງ​ຂະ​ບວນວິວັດ​ການ​ແບ່ງ​ງານ​ແຮງ​ງານ​ສັງຄົມ​ຄືນ​ໃໝ່, ​ເອົາ​ໃຈ​ໃສ່​ພັດທະນາ​ເສດຖະກິດ​ສິນຄ້າ​ຢູ່​ບັນດາ​ເຂດຊົນນະບົດ, ​ເຂດ​ພູດ​ອຍ. 2- ດັດສົມ​ໂຄງ​ປະກອບ​ການ​ກໍ່ສ້າງ​ແຫຼ່ງບຸກຄະລາ​ກອນ, ຂະ​ແໜງ​ອາຊີບ ຕາມ​ຄວາມ​ຕ້ອງການ​ຂອງ​ການ​ພັດທະນາ​ໂຄງ​ປະກອບ​ການ​ຜະລິດ, ​ໂຄງ​ປະກອບ​ແຮງ​ງານ, ປະຕິບັດ​ເປົ້າ​ໝາຍ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ໃນ​ບັນດາ​ສະ​ໄໝ​ແຜນການ ​ເພື່ອ​ໃຫ້​ຫວຽດນາມ​ມີ​ໂຄງ​ປະກອບ​ແຮງ​ງານ​ຂອງ​ປະ​ເທດ​ອຸດສາຫະກຳ​ໃໝ່​ໂດຍ​ໄວ. 3- ຍູ້​ແຮງ​ຂະ​ບວນວິວັດການມອບ​ໂອນ​ເຕັກ​ໂນ​ໂລ​ຊີ​ ແນ​ໃສ່​ສ້າງໃຫ້​ມີ​ບັນດາ​ເຕັກ​ໂນ​ໂລ​ຊີ​ການ​ຜະລິດ​ທີ່​ສອດ​ຄ່ອງ ທັນ​ສະ​ໄໝ, ​ເພີ່ມ​ຄວາມ​ສາມາດ​ແຂ່ງຂັນ​ຂອງ​ສິນຄ້າ​ຫວຽດນາມ​ໃນ​ຕະຫຼາດ​ໂລກ.

3. ບູລະນະ​ສະພາບ​ແວດ​ລ້ອມ​ລະບຽບ​ກົດໝາຍ, ​ເຄົາລົບ​ການ​ແຂ່ງຂັນ​ໂດຍ​ເສລີ ​ແລະ ຄວບ​ຄຸມການ​ຜູກຂາດ. ພື້ນຖານເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ ​ແມ່ນ​ພື້ນຖານ​ເສດ​ຖະກິດ​ສັງ​ລວມ, ​ໄດ້​ປະກອບ​ດ້ວຍ​ຫຼາຍ​ຮູບ​ການ​ກຳມະສິດ, ຫຼາຍ​ພາກສ່ວນ​ເສດຖະກິດ ທີ່​ພ້ອມ​ກັນ​ຄົງ​ຕົວ​ໃນ​ຄວາມ​ເປັນ​ເອກະ​ພາບ, ​ໃນ​ນັ້ນ ກຳມະ​ສິດ​ສ່ວນ​ລວມນັບ​ມື້​ນັບ​ກາຍ​ເປັນ​ຮາກ​ຖານ​ທີ່​ໜັກ​ແໜ້ນ​ ຂອງພື້ນຖານ​ເສດຖະກິດ​ແຫ່ງ​ຊາດ ​ແລະ ​ເສດຖະກິດ​ຫຸ້ນ​ສ່ວນ​ນັບ​ມື້​ນັບ​ຂະຫຍາຍຕົວ, ກາຍ​ເປັນ​ຮູບ​ການຈັດ​ຕັ້ງ​​ເສດຖະກິດທີ່​ແຜ່​ຫຼາຍ​ທົ່ວ​ໄປ, ຊຸກຍູ້​ການ​ຫັນ​ເປັນ​ສັງຄົມ​ຕໍ່​ການ​ຜະລິດ​ແລະ​ກຳມະສິດ. ບູລະນະ​ສະພາບ​ແວດ​ລ້ອມ​ລະບຽບ​ກົດໝາຍ, ກ່ອນ​ອື່ນ​ໝົດ​​ແມ່ນ​ສະພາບ​ແວດ​ລ້ອມ​ກົດໝາຍ, ​ເພື່ອ​ໃຫ້​ຕະຫຼາດ​ເຄື່ອນ​ໄຫວ​ໃນກອບ​ກົດໝາຍ​ທີ່ລຸ​ລ່ວງ​ແລະ​ໂປ່​ງໃສ ​ແມ່ນ​ໜ້າ​ທີ່​ທີ່​ຮີບ​ດ່ວນ ​ແນ​ໃສ່ຊຸກຍູ້​ການ​ຂະຫຍາຍ​ຕົວ​ຂອງ​ບັນດາ​ປະ​ເພດ​ຕະຫຼາດ​ຢູ່​ຫວຽດນາມ ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ ​ແລະ ​ໂລກາ​ພິວັດເສດຖະກິດ. ​ເພື່ອສ້າງ​ໃຫ້​ມີສະພາບ​ແວດ​ລ້ອມ​ລະບຽບ​ກົດໝາຍສຳ​ລັບພັດທະນາ​ບັນດາ​ປະ​ເພດ​ຕະຫຼາດ, ກ່ອນ​ອື່ນ​ໝົດ​ຕ້ອງ​ກວດຄືນ​ລະບົບ​ເອກະສານ​ກົດໝາຍ ​ແນ​ໃສ່​ແກ້​ໄຂ​ຜ່ານ​ຜ່ານ​ບັນດາ​ຂໍ້​ກຳນົດ​ທີ່​ບໍ່​ເປັນ​ເອກະ​ພາບ​ລະຫວ່າງ​ເອກະສານ​ຕ່າງໆ, ບັນດາ​ຂໍ້​ກຳນົດ​ທີ່​ອັບປະ​ໂຫຍ​ດ​ໃນ​ລະ​ບົດ​ນະ​ໂຍບາຍ ​ແລະ ກົດໝາຍ​ປະຈຸ​ບັນ ທີ່​ສົ່ງ​ຜົນ​ກະທົບ​ເຖິງ​ການ​ກໍ່​ຮ່າງ​ສ້າງ​ຮູບສະພາບ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ​ລວມຂອງ​ພື້ນຖານ​ເສດຖະກິດ ​ແລະ ການ​ເຊື່ອມ​ໂຍງ​ສາກົນ. ບັນດາ​ເອກະສານ​ກົດໝາຍ​ຕ້ອງ​ມີ​ລັກສະນະ​ປະຕິບັດ​ໄດ້​ດີ, ສອດຄ່ອງ​ກັບ​ພຶດຕິ​ກຳ ​ແລະ ມີ​ລັກສະນະ​ສະຖຽນ​ລະ​ພາບ​ທຽບ​ຖານ. ສືບ​ຕໍ່​ຍົກ​ສູງ​ຄວາມ​ສາມາດ​ຂອງ​ບັນດາ​ອົງການຮຽບຮຽງ ​ແລະ ປະກາດ​ໃຊ້​ເອກະສານ​ກົດໝາຍ, ພ້ອມ​ກັນ​ນັ້ນ​ກໍ​ຍົກ​ສູງ​ລະດັບ​ຄວາມ​ຮູ້, ຈິດ​ສຳນຶກ​ແລະ​ສະຕິ​ປະຕິບັດ​ກົດໝາຍ. ສືບ​ຕໍ່​ປັບປຸງ​ບູລະນະ​ກົດໝາຍ​ຕ່າງໆ​ທີ່​ພັວພັນ​ເຖິງເສດຖະກິດ​ຕະຫຼາດ.

4. ​ເພີ່ມ​ທະວີ​ການ​ລົງທຶນ​ພັດທະນາ​ໂຄງ​ສ້າງ​ພື້ນຖານ​ເຕັກນິກ ​ໃຫ້​ແກ່​ບັນດາ​ປະ​ເພດ​ຕະຫຼາດ ຕາມ​ທິດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ໃນ​ນັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ຢ່າງ​ເໝາະ​ສົມ​ເຖິງ​ການ: ​ເພີ່ມ​ທະວີ​ການ​ກໍ່ສ້າງ ​ແລະ ພັດທະນາ​ລະບົບ​ສື່​ຂ່າວ​ການ​ຕະຫຼາດ; ກໍ່ສ້າງໂຄງ​ສ້າງ​ພື້ນຖານ​ເຕັກນິກ, ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ການ​ກໍ່​ຮ່າງ​ສ້າງ​ຮູບ ​ແລະ ພັດທະນາບັນດາ​ປະ​ເພດ​ຕະຫຼາດ; ກໍ່​ຮ່າງ​ສ້າງ​ຮູບ ​ແລະ ພັດທະນາະບັນດາການ​ບໍລິການ​ທີ່​ສະໜັບສະໜູນ​ໃຫ້​ແກ່​ຕະຫຼາດ; ກໍ່ສ້າງລະບຽບ​ກົດໝາຍ​ກ່ຽວ​ກັບ​ການ​ຄ້າ​ເອ​ເລັກ​ໂຕຣນິກ​ໂດຍ​ໄວ ​ເພື່ອ​ໃຫ້ການ​ແລກປ່ຽນ​ເອ​ເລັກ​ໂຕຣນິດ, ການຄ້າ​ເອ​ເລັກ​ໂຕຣນິກ ປະກົດ​ຕົວ​ແລະ​ຂະຫຍາຍຕົວ​ຢ່າງ​ເປັນຕາ​ງການ. ສຸມ​ໃສ່​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ສັງຄົມ, ຫັນ​ເປັນ​ທັນ​ສະ​ໄໝ​ຕໍ່​ກັບ​ບັນດາ​ພື້ນຖານ​ວັດຖຸຂອງ​ການ​ສຶກສາ, ສາທາລະນະ​ສຸກ, ກິລາ...

ທີ​ສີ່, ພັດທະນາ​ບັນດາ​ພາກສ່ວນ​ເສດຖະກິດ, ບັນດາ​ຮູບ​ການຈັດ​ຕັ້ງ​​ທຸລະ​ກິດ​ ຢ່າງ​ແຂງ​ແຮງ.

ຕ້ອງ​ຊາບ​ຊືມ ​ແລະ ຫັນ​ເປັນ​ລະອຽດ​ຕໍ່​ບັນດາ​ທັດສະນະ​ຂອງ​ພັກ ຊຶ່ງ​ໄດ້​ກຳນົດ​ວ່າ ບັນດາ​ພາກສ່ວນ​ເສດຖະກິດ​ທີ່​ເຄື່ອນ​ໄຫວ​ຕາມ​ກົດໝາຍ ລ້ວນ​ແຕ່​ເປັນ​ພາກສ່ວນທີ່​ສຳຄັນ​ຂອງ​ພື້ນຖານເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ມີ​ຄວາມ​ສະ​ເໝີ​ພາບ​ຕໍ່ໜ້າ​ກົດໝາຍ, ພ້ອມ​ກັນ​ພັດທະນາ​ຢ່າງ​ຍາວນານ, ຮ່ວມ​ມື ​ແລະ ​ແຂ່ງ​ຂັນ​ຢ່າງ​ສົດ​ໃສ. ຢາກ​ໄດ້​ຄື​ແນວ​ນັ້ນ, ຕ້ອງ​ລົບ​ລ້າງ​​ທ່າ​ອຽງ​ເກື້ອກູນແລະ​ທ່າ​ອຽງ​ແກ່ຍາວ​ເວລາ​ໃຫ້ການ​ອາລັກຂາ​ແກ່​ວິ​ສາ​ຫະກິດ​ລັດ​ວິ​ສາ​ຫະກິດ, ຕ້ອງ​ເດັດດ່ຽວ​ຕ້ານ​ການ​ຜູ​ກຂາດ​ຂອງ​ວິ​ສາ​ຫະກິດ, ປະຕິບັດ​ກົດໝາຍ​ການ​ແຂ່ງຂັນ​ໃຫ້​ມີ​ປະສິດທິ​ຜົນ. ສືບ​ຕໍ່​ປ່ຽນ​ແປງ​ໃໝ່ ​ແລະ ພັດທະນາບັນດາ​ຮູບ​ແບບ​ເສດຖະກິດ​ລວມໝູ່. ວິ​ສາ​ຫະກິດ​ຫຸ້ນ​ສ່ວນ​ນັບ​ມື້​ນັບ​ຂະຫຍາຍຕົວ, ກາຍ​ເປັນ​ຮູບ​ການຈັດ​ຕັ້ງ​ເສດຖະກິດ​ທີ່​ແຜ່​ຫຼາຍ, ຊຸກຍູ້​ການ​ຫັນ​ເປັນ​ສັງຄົມ​ຕໍ່​ການ​ຜະລິດ, ທຸລະ​ກິດ ​ແລະ ລະບອບ​ກຳມະສິດ.

ຕ້ອງ​ດັດ​ແປງ​ແກ້​ໄຂ ​ເພີ່ມ​ເຕີມ, ບູລະນະ​ ລະບົບ​ນະ​ໂຍບາຍແລະກົດໝາຍ ຕາມ​ທິດ​ໂປ່​ງ​ໃສ, ​ເປີດ​ເຜີຍ, ສ້າງ​ສະພາບ​ແວດ​ລ້ອມ​ການ​ທຸລະ​ກິດ, ການ​ແຂ່ງຂັນທີ່​ສະ​ເໝີ​ພາບ​ ໃຫ້​ແກ່​ທຸກ​ພາກສ່ວນ​ທີ່​ເຂົ້າ​ຮ່ວມ​ຕະຫຼາດ, ​ເອົາ​ໃຈ​ໃສ່​ສ້າງ​ສະພາບ​ແວດ​ລ້ອມ​ຈິດຕະສາດ​ສັງຄົມທີ່​ສະດວກ​ດີ​ ໃຫ້​ແກ່​ການ​ສົ່ງ​ເສີມພັດທະນາ​ຂົງ​ເຂດ​ເສດຖະກິດ​ເອກະ​ຊົນ. ຕ້ອງ​ນັບຖືຢ່າງ​​ແທ້​ຈິງ​ວ່າ ​ເສດຖະກິດ​ທີ່​ມີ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ເປັນ​ພາກສ່ວນ​ໜຶ່ງຂອງ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມຢູ່​ຫວຽດນາມ, ມັນ​ໄດ້​ຮັບ​ການ​ສົ່ງ​ເສີມ​ໃຫ້​ຂະຫຍາຍຕົວ​ຢ່າງ​ຍາວ​ນານ​, ສະ​ເໝີ​ພາບ​ກັບ​ບັນດາ​ພາກສ່ວນ​ເສດ​ຖະກິດ​ອື່ນ.

ລົບ​ລ້າງ​ທຸກ​ການຈຳ​ແນ​ກປະພຶດ​ຕາມ​ຮູບ​ການ​ກຳມະສິດ. ລັດ​ພຽງ​ແຕ່​​ບຸລິມະສິດ​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ບາງ​ຂະ​ແໜງ​ການ, ຂົງ​ເຂ​ດຜະ​ລິດ​ຕະພັນ ຫຼື​ບາງ​ເປົ້າ​ໝາຍ (​ເຊັ່ນ ການ​ສົ່ງ​ອອກ, ສ້າງ​ວຽກ​ເຮັດ​ງານ​ທຳ, ຫລຸດຜ່ອນ​ຄວາມທຸກ​ຍາກ, ​ແກ້​ໄຂ​ຜ່ານ​ຜ່າ​ຄວາມ​ສ່ຽງ), ບາ​ງບໍລິ​ເວນພື້ນທີ, ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ນ້ອຍ. ປະຕິບັດ​ຄວາມ​ສະ​ເໝີ​ພາບ​ຢ່າງ​ແທ້​ຈິງ ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ສັງກັດ​ທຸກ​ພາກສ່ວນ​ເສດ​ຖະກິດ./.

ໂດຍ ຮສ. ປອ. ​ເຈິ່ນ ຫງວຽນ​ ຕວຽນ
ສະພາ​ທິດ​ສະ​ດີ​ສູນ​ກາງ

-----------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 895 (​ເດືອນ​ພຶດສະພາ 2017)

(1) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ນ້າ 272.

(2) ຄຳ​ປາ​ໄສ​ຂອງ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ທີ່​ເວທີ​ປຶກສາ​ຫາລື​ເສດຖະກິດ​ໂລກ ຄັ້ງ​ທີ 47 ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ດາ​ວົດ (ສະ​ວິດ​ເຊີ​ແລນ) ​ໃນ​ລະຫວ່າງ​ວັນ​ທີ 17 – 21 ມັງກອນ 2017.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ