ວັນຈັນ, 23/10/2017
ອາຊຽນ: 50 ປີແຫ່ງການກໍ່ຮ່າງສ້າງຕົວ, ຂະຫຍາຍຕົວ ແລະ ເສັ້ນທາງຕໍ່ໜ້າ
18/9/2017 11:7' ສົ່ງ ພິມ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວປາໄສທີ່ສູນຄົ້ນຄວ້າຍຸດທະສາດແລະສາກົນ ອິນໂດເນເຊຍ (CSIS)

ຮຽນ​ທ່ານ ​ຟີລິບ ຈ.​ເວີ​ມົນ​ແຕ, ຜູ້ອຳນວຍການ​ສູນ​ຄົ້ນຄວ້າ, 

ຮຽນ​ບັນດາທ່ານ​ຜູ້​ມີ​ກຽດ ​ແລະ ​ເພື່ອນ​ທັງຫຼາຍ, 

​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ​ປະ​ເທດ​ສາທາລະນະ​ລັດ ອິນ​ໂດ​ເນ​ເຊຍ ຢ່າງ​ເປັນ​ທາງ​ການ, ມື້​ນີ້, ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ທີ່​ສຸດ​ທີ່​ໄດ້​ພົບ​ປະ ​ແລະ ​ແລກປ່ຽນ​ຄວາມ​ເຫັນ ​ກັບບັນດາ​ທ່ານ​ຢູ່​ທີ່​ສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ແລະ​ສາກົນ ອິນ​ໂດ​ເນ​ເຊຍ - ຊຶ່ງ​ເປັນ​ອົງການ​ຄົ້ນຄວ້າ​ແຖວ​ໜ້າ​ຂອງ​ອິນ​ໂດ​ເນ​ເຊຍ ​ແລະ ພາກ​ພື້ນ, ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ​ເຄືອ​ຂ່າຍ​ສະ​ຖາ​ບັນ​ຄົ້ນຄວ້າ​ສາກົນ​ຂອງ​ອາ​ຊຽນ, ມີ​ບົດຮຽນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ໃນ 40 ປີ​ທີ່​ຜ່ານ​ມາ ​ແລະ ມີ​ອິດ​ທິພົນ​ໃນ​ພາກ​ພື້ນ​ແລະ​ສາກົນ. ກ່ອນ​ອື່ນ​ໝົດ, ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ທ່ານ​ຜູ້ອຳນວຍການ, ຄະນະ​ນຳພາ​ສູນ​ຄົ້ນຄວ້າ ​ແລະ ບັນດາ​ເພື່ອນ​ທີ່​ໄດ້​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການຈັດ​ຕັ້ງການ​ພົບ​ປະ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ນີ້. 

ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ, ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ຂຶ້ນ​ມາ​ແຕ່​ຕົ້ນ​ຊຸມ​ປີ 1970 ມາ​ເຖິງ​ປະຈຸ​ບັນ, ສູນ​ຄົ້ນຄວ້າ​ໄດ້​ມີ​ສ່ວນ​ປະກອບທີ່​ສຳຄັນ ​ເຂົ້າ​ໃນ​ການ​ຄົ້ນຄວ້າ​ບັນດາ​ບັນຫາ​ຍຸດ​ທະ​ສາດ​ທີ່​ສຳຄັນ​ຂອງ​ປະ​ເທດ, ຂອງ​ພາກ​ພື້ນ ​ແລະ ຂອງ​ໂລກ; ນຳສະ​ເໜີ​ຂໍ້​ສະ​ເໜີ​ແນະ​ຕ່າງໆ​ກ່ຽວ​ກັບ​ການ​ກຳນົດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ການ​ພັດທະນາ​ ຂອງ​ອິນ​ໂດ​ເນ​ເຊຍ ກໍ່​ຄື​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີຄວາມ​ເຂົ້າ​ໃຈ​ລະຫວ່າງ​ວົງ​ການ​ປັນຍາ​ຊົນ ​ແລະ ປະຊາຊົນ​ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ໃນ​ນັ້ນ​ມີ​ຫວຽດນາມ. 

ຂ້າພະ​ເຈົ້າ​ຢາກ​ແຈ້ງ​ໃຫ້​ທ່ານ​ທັງຫຼາຍ​ຊາບ​ວ່າ: ​ໃນ​ການ​ຢ້ຽມຢາມ ອິນ​ໂດ​ເນ​ເຊຍ ຄັ້ງ​ນີ້, ຂາ​ພະ​ເຈົ້າ​ພ້ອມ​ກັບ​ທ່ານ ​ໂຈ​ໂກ ວີ​ໂດ​ໂດ ​ແລະ ບັນດາ​ຜູ້ນຳ ອິນ​ໂດ​ເນ​ເຊຍ ​ໄດ້​ແລກປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ກວ້າງຂວາງເລິກ​ເຊິ່ງ ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ. ພວກ​ຂ້າພະ​ເຈົ້າ​ດີ​ໃຈ​ທີ່​ເຫັນ​ວ່າ ​ສາຍ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ ​ແລະ ສອງ​ຊາດ​ມາ​ແຕ່​ດົນ​ນານ​ແລ້ວ. ສະຕະວັດ​ທີ 19, ລາຊະວົງ​ຫງວຽນ​ຂອງ​ຫວຽດນາມ ​ໄດ້​ແຕ່ງ​ຕັ້ງທ່າ​ນ ກາວ​ບ໋າ​ກວາດ, ປັນຍາ​ຊົນ ນັກ​ກະວີ​ທີ່​ລື​ຊື່, ​ໄປ​ເປັນ​ທູດ​ທີ່ ປັດ​ຕາ​ເວ​ຍ (ປະຈຸ​ບັນ​ແມ່ນ​ນະຄອນ​ຫຼວງ ຈາ​ກາ​ຕາ) ​ເພື່ອ​ຊຸກຍູ້​ການພົວພັນທາງ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ. 

​ແລະ​ໃນ​ສະຕະວັດ​ທີ 20, ສາຍ​ພົວພັນ​ດັ່ງກ່າວ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງດ້ວຍມິດ​ຈິດ​ມິດ​ໃຈ​ທີ່​ເລິດ​ເຊິ່ງ, ຫາ​ຍາກ ​ລະຫວ່າງ​ປະທານ​ ໂຮ່ຈີ​ມິນ ​ແລະ ປະທານາທິບໍດີ ຊູ​ກາກໂນ ຈົນ​ເຖິງ​ປະຈຸ​ບັນ, ​ເມື່ອ​ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເປັນ​ທາງ​ການຂອງ​ກັນ​ແລະ​ກັນ. ປະຊາຊົນ​ຫວຽດນາມ​ຍັງ​ຄົງຈື່​ຈຳ​ກ່ຽວ​ກັບ​ຄວາມ​ພົວພັນ​ສະໜິດ​ແໜ້ນລະຫວ່າງ​ປະທານ ​ໂຮ່ຈີ​ມິນ ​ແລະ ປະທານາທິບໍດີ ຊູ​ກາກ​ໂນ. ​ເມື່ອ​ທ່ານ​ປະທານ ​ໂຮ່ຈີ​ມິນ ​ໄປ​ຢ້ຽມຢາມ ອິນ​ໂດ​ເນ​ເຊຍ ​ແລະ ທ່ານ​ປະທານາທິບໍດີ ຊູ​ກາກ​ໂນ ​ໄປ​ຢ້ຽມຢາມ​ຫວຽດນາມ ​ໃນ​ປີດຽວ​ກັນ​ ຄື​ປີ 1959, ປະຊາຊົນ ອິນ​ໂດ​ເນ​ເຊຍ ​ໄດ້​ເອີ້ນ​ປະທານ ​ໂຮ່ຈີ​ມິນ​ວ່າ ປາມານ ​ໂຮ່. ປະທານ ​ໂຮ່ຈີ​ມິນ ກໍ່​ໄດ້​ເອີ້ນ​ປະທານາທິບໍດີ ຊູ​ກາກ​ໂນ ດ້ວຍ​ຄຳ​ຮັກ​​ແພງວ່າ ບຸງ ກາຣ໌​ໂນ. 

ພິ​ເສດ, ​ເມື່ອ​ໄປ​ຢ້ຽມຢາມ​ຫວຽດນາມ, ປະທານາທິບໍດີ ຊູ​ກາ​ໂນ ​ໄດ້​ຢືນຢັນ: “ສອງ​ຊາດ​ພວກ​ເຮົາ​ລ້ວນ​ແຕ່​ໄດ້​ສູ້​ຮົບ, ສູ້​ຮົບ​ຫຼາຍ​ທີ່​ສຸດ, ​ແລະ​ໃນ​ເດືອນ​ສິງ​ກາ 1945 ສອງ​ປະ​ເທດ​ພວກ​ເຮົາ​ລ້ວນ​ແຕ່​ໄດ້​ປະກາດ​ເປັນ​ເອກະລາດ. ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ຄວາມ​ເຊື່ອ​ຖື​ຢ່າງ​ໜັກ​ແໜ້ນ ​ແລະ ຍ້ອນ​ແນວ​ນັ້ນ ພວກ​ເຮົາ​ຈຶ່ງຄົງ​ຕົວຢູ່ຢ່າງ​ໝັ້ນຄົງ. ພວກ​ເຮົາ​ເປັນ​ເພື່ອນ​ມິດຂອງ​ກັນ, ​ເປັນ​ເພື່ອນ​ສູ້​ຮົບ”. ສ່ວນ​​​ເມື່ອອຳ​ລາ​ປະທາ​ນາ​ທິບໍດີ ຊູກາກ​ໂນ, ທ່ານ​ປະທານ ​ໂຮ່ຈີ​ມິນ ​ໄດ້​ແຕ່ງ​ບົດ​ກະວີ: “ປະ​ເທດ​ຫ່າງ​ໄກ​ແຕ່​ໃຈ​ໃກ້ຊິດ/ຮັກ​ແ​ພງ​ກັນ​ເໝືອນ​ມິດ​ສະຫາຍ”! 

ຮຽນ​ບັນດາທ່ານ​ຜູ້​ມີ​ກຽດ, 

ອິນ​ໂດ​ເນ​ເຊຍ ມີ​ທີ່​ຕັ້ງ​ພູມ​ສາດ​ຍຸດ​ທະ​ສາດທີ່​ສຳຄັນ, ມີ​ບົດບາດ​ທີ່​ຕັ້ງ​ແລະ​ອິດ​ທິພົນ​ສູງ​ ຢູ່ໃນພາກ​ພື້ນ​ແລະ​ໃນໂລກ, ຕະຫຼອດ​ແຕ່​ຊຸມ​ປີ 1950: ​ເປັນ​ປະ​ເທດ​ທີ່​ໄດ້​ສະ​ເໜີ​ຄວາມ​ຄິດ​ທຳ​ອິດ ​ແລະ ​ເປັນ​ໜຶ່ງ​ໃນ 5 ປະ​ເທດກໍ່​ຕັ້ງ​ຂະ​ບວນການ​ບໍ່​​ເຂົ້າຮ່ວມ​ກຸ່ມ ດ້ວຍ​ການ​ເປັນ​ເຈົ້າພາບ​ຂອງ​ກອງ​ປະຊຸມ ບັນ​ດຸ​ງ ທີ່​ເປັນ​ປະຫວັດສາດ​ປີ 1955; ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດທີ່​ກໍ່​ຕັ້ງ ສະມາຄົມ​ປະຊາ​ຊາດ​ແຫ່ງ​ອາຊີ​ຕາເວັນ​ອອກສຽງ​ໃຕ້ (ASEAN) ປີ 1967 ​ແລະ ອົງການ​ຈັດ​ຕັ້ງ​ກອງ​ປະຊຸມ​ສາສະໜາອິດສະ​ລາມ (OIC) ປີ 1969; ມີ​ບົດບາດນຳ​ໜ້າ​ໃນ​ຄວາມ​ພະຍາຍາມ​ຮ່ວມ​ມື​ຂອງ ອາ​ຊຽນ ດ້ວຍ​ຄວາມ​ຄິດລິ​ເລີ່​ມຈັດ​ຕັ້ງ​ການ​ພົບ​ປະ​ບໍ່​ເປັນ​ທາງ​ການ ຈາ​ກາ​ຕ້າ (JIM) ​ໃນ​ຊຸມ​ປີ 80 ​ເພື່ອ​ປະກອບສ່ວນ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນຫາ​ກຳປູ​ເຈຍ; ​ເປັນ​ເຈົ້າພາບ​ກອງ​ປະຊຸມ​ຂັ້ນ​ສູງຄັ້ງ​ທີ​ໜຶ່ງ​ຂອງ​ອາ​ຊຽນ ​ທີ່ໃຫ້​ກຳ​ເນີ​ດສົນທິສັນຍາ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (TAC) ທີ່​ມີ​ລັກສະນະ​ເປັນ​ພື້ນຖານ, ກຳນົດ​ທິດ​ຍາວ​ນານ​ ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ພາກ​ພື້ນ.

ດຽວ​ນີ້, ຫວຽດນາມ​ແລະ​ອິນ​ໂດ​ເນ​ເຊຍ ລ້ວນ​ແຕ່​ເປັນ​ສະມາຊິກ​ທີ່​ສຳຄັນ​ຂອງ​ປະຊາ​ຄົນ​ອາ​ຊຽນ, ສອງ​ປະ​ເທດ​ໄດ້​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແຕ່​ປີ 2013. ສອງ​ປະ​ເທດ​ແບ່ງປັນ​ຫຼາຍ​ຜົນ​ປະ​ໂຫຍ​ດ​ແລະ​ຄຸນຄ່າ​ທີ່​ຄ້າຍຄື​ກັນ, ຄວາມ​ຮັບ​ຮູ້​ແລະ​ທັດສະນະ​ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ​ແລະ​ສາກົນ. ​ໃນ​ເວລາ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ແລະ​ພວມ​ມີ​ບາດ​ກ້າວ​ການ​ພັດທະນາ​ທີ່​ຕັ້ງໜ້າ​ ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ປະຕິບັດ “​ໂຄງການ​ປະຕິບັດ​ງານ​ໄລຍະ 2014 - 2018 ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ”.

ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເມືອງ, ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ສົມທົບ​ໃນ​ບັນດາ​ເວທີ​ປາ​ໄສພາກ​ພື້ນ, ສາ​ກົນ ​ແມ່ນ​ບັນດາ​ຈຸດ​ສະຫວ່າງ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ແຂງ​ແຮງ, ຂໍ້​ຄົງຄ້າງຕ່າງໆ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ ​ແນ​ໃສ່​ຂຸດ​ຄົ້ນ​ເປັນ​ຢ່າງ​ດີ​ ຄວາມ​ສາມາດ​ບົ່ມ​ຊ້ອນອັນ​​ໃຫຍ່​ຫຼວງ​ຂອງ​ແຕ່ລະ​ປະ​ເທດ. ການ​ເພີ່ມ​ທະວີຄວາມ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ-ອິນ​ໂດ​ເນ​ເຊຍ ຢ່າງ​ບໍ່​ຢຸດ​ຢັ້ງ ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ແຫ່ງ​ປະ​ເທດ-​ແຫ່ງ​ຊາດ ຂອງ​ທັງ ອິນ​ໂດ​ເນ​ເຊຍ​ແລະ​ຫວຽດນາມ, ຊ່ວຍ​ເພີ່ມ​ທະວີ​ກຳລັງ​ແຮງ​ພາຍ​ໃນຂອງ​ແຕ່ລະ​ປະ​ເທດ, ສ້າງ​ສິ່ງ​ແວດ​ລ້ອມ​ຄວາມ​ສະຫງົບ​ທີ່​ສະດວກ​ດີ, ຮັບ​ໃຊ້​ໃຫ້​ແກ່​ເປົ້າ​ໝາຍການພັດທະນາ​ເສດຖະກິດ ​ແລະ ຍົກ​ສູງ​ບົດບາດ​ທີ່​ຕັ້ງ​ ຂອງ​ສອງ​ປະ​ເທດ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ​ໃນ​ໂລກ.

​ໃນ​ວັນ​ເວລາ​ນີ້, ພວກ​ເຮົາ​ພວມ​ສະ​ເຫຼີ​ມສະຫຼອງ​ເຫດການ​ພິ​ເສດ​ທີ່ ອາ​ຊຽນ ​ໄດ້​ຮັບ​ການ​ກໍ່​ຕັ້ງ​ຂຶ້ນ​ກ່ອນ​ໜ້າ​ນີ້ 50 ປີ. ຫວຽດນາມ​ກໍ່​ພວມ​ສະ​ເຫຼີ​ມສະຫຼອງ 22 ປີ​ ວັນ​ເຂົ້າ​​ເປັນ​ສະມາຊິກ ອາ​ຊຽນ. ນີ້​ກໍ່​ເປັນ​ໂອກາດ​ທີ່​ເໝາະ​ສົມ​ ເພື່ອ​ໃຫ້​ພວກ​ເຮົາພ້ອມ​ກັນ​ນຶກ​ຄິດ​ ກ່ຽວ​ກັບ​ເສັ້ນທາງ 50 ປີ​ແຫ່ງ​ການ​ກໍ່​ຮ່າງ​ສ້າງ​ຕົວ ​ແລະ ຂະຫຍາຍຕົວ​ຂອງ​ອາ​ຊຽນ, ຖອດ​ຖອນ​ບົດຮຽນທີ່​ເປັນ​ປະ​ໂຫຍ​ດ ​ແລະ ພ້ອມ​ກັນ​ກຳນົດ​ວິ​ໄສ​ທັດ​ຍຸດ​ທະ​ສາດໃໝ່ ​ແລະ ບັນດາ​ນະ​ໂຍບາຍ, ມາດ​ຕະການ​ທີ່​ສອດຄ່ອງ ​ແນ​ໃສ່​ຮັບປະກັນ​ອະນາຄົດ​ແຫ່ງ​ການ​ພັດທະນາ​ທີ່​ຍືນ​ຍົງ​ໃຫ້​ແກ່​ພາກ​ພື້ນ​ຂອງ​ພວກ​ເຮົາ.

ຈາກ​ທັດສະນະ​ຂອງ​ຫວຽດນາມ, ຂ້າພະ​ເຈົ້າ​ຂໍ​ແບ່ງປັນ​ຄວາມ​ຄິດ​ເຫັນ​ບາງ​ຢ່າງກັບ​ບັນດາ​ທ່ານ​ແລະ​ເພື່ອນ​ທັງຫຼາຍ​ ກ່ຽວ​ກັບ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ກ່ຽວ​ກັບອາ​ຊຽນ ​ແລະ ຫວຽດນາມ: 

ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ແມ່ນ​ພາກ​ພື້ນ​ທີ່​ມີຄຸນ​ລັກສະນະ​ສະ​ເພາະ ​ແລະ ມີ​ບົດບາດ​ທີ່​ຕັ້ງສຳ​ຄັນ​ໃນ​ປະຫວັດສາດ​ໂລກ. ພາກ​ພື້ນ​ນີ້​​ເຄີ​ຍຖື​ກຖືວ່າ​ເປັນ​ແລວ​ທາງ, ຂົວ​ຕໍ່​ ລະຫວ່າງ​ທິດຕາ​ເວັນ​ອອກ​ແລະທິດຕາ​ເວັນ​ຕົກ. ພາກ​ພື້ນ​ແຫ່ງນີ້​ມີ​ຊັບພະຍາກອນທີ່ອຸດົມສົມບູນ, ມີ​ທີ່​ຕັ້ງ​ພູມ​ສາດ​ຍຸດ​ທະ​ສາດ​ທີ່ສຳຄັນ​ທີ່​ສຸດ; ກັ້ນ​ບັງ​ເສັ້ນທາງ​ຂອງ​ໂລກ​ຈາດ​ຕາ​ເວັນ​ຕົກ ມາສູ່​ຕາ​ເວັນ​ອອກ ​ແລະ ​ເປັນ​ໜຶ່ງ​ໃນ​ບັນດາ​ພາກ​ພື້ນ​ສຳຄັນ​ທີ່​ສຸດ​ສຳລັບ​ອະນາຄົດຂອງ​ສາຍ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ມະຫາ​ອຳນາດ. 

ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ພົ້ນ​ເດັ່ນ​ດ້ວຍ​ຈຸດ​ພິ​ເສດ: ຫຼາຍ​ຊົນ​ຊາດ, ຫຼາຍ​ສາສະໜາ ​ແລະ ວັດທະນະທຳ​ທີ່​ຫຼາກ​ຫຼາຍ. ​ໄດ້​ມີ​ຄຳ​ສັງ​ເກດ​ທີ່​ຖື​ວ່າ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ເປັນ “ຫໍພິພິດທະພັນ​ແຫ່ງ​ຊົນ​ຊາດ​ຊົນ​ເຜົ່າ” ຂອງ​ໂລກ; ລະດັບ​ການ​ພັດທະນາ​ບໍ່​ສະ​ໝ່ຳສະ​ເໝີ​ກັນ; ມີ​ຄວາມຫຼາກ​ຫຼາຍທາງ​ດ້ານ​ລະບອບ​ການ​ເມືອງ-ສັງຄົມ.

ຂະ​ບວນວິວັດ​ແຫ່ງ​ການ​ກໍ່​ຕັ້ງ​ບັນດາ​ປະ​ເທດ-ປະຊາ​ຊາດ​ຢູ່​ໃນ​ພາກ​ພື້ນ​ກໍ່​ຕ່າງ​ກັນ, ຕາມ​ນັ້ນ, ລະບອບ​ການ​ເມືອງ, ທ່າ​ອຽງ​ການ​ພັດທະນາ​ຂອງ​ບັນດາ​ປະ​ເທດ​ກໍ່​ຕ່າງ​ກັນ. ບັນດາ​ຈຸດ​ພິ​ເສດ​ນັ້ນ​ໄດ້​ເຮັດ​ໃຫ້​ພາກ​ພື້ນ​ນີ້ ​ໃນ​ຕະຫຼອດ​ສະ​ໄໝ​ສົງຄາມ​ເຢັນ ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ພາກ​ພື້ນ​ທີ່​ມີ​ການ​ປໍ​ລະ​ປັກ​ກັນ, ຊ່ວງ​ຊີງ​ແກ່ງ​ແຍ້​ງອິດ​ທິພົນ​ລະຫວ່າງ​ຕະ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ. 

ປະຈຸ​ບັນ​ນີ້, ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ຈາກ​ພາກ​ພື້ນ​ທີ່​ຕ້ອງ​ຜ່ານ​ສົງຄາມ, ​ເກີດ​ການ​ປະ​ທະຂັດ​ແຍ້ງ​ກັນຫຼາຍ​ແລະບໍ່ສະຫງົບ, ​ໄດ້​ກາຍ​ເປັນ​ພາກ​ພື້ນ​ທີ່​ມີ​ສັນຕິພາບ ສະຖຽນ​ລະ​ພາບ​ທຽບ​ຖານ, ​ໃນ​ຂະນະ​ນັ້ນ ຢູ່ຫຼາຍ​ພາກ​ພື້ນ​ໃນ​ໂລກຍັງ​ມີ​ຄວາມ​ວຸ່ນວາຍ ປັ່ນ​ປວນຫຼາຍ. ຈາກ​ພາກ​ພື້ນ​ທີ່​ມີ​ການປະ​ເຊີນ​ໜ້າ ​ແບ່ງ​ແຍກ​ກັນ, ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ກໍ່ສ້າງ​ເປັນ​ປະຊາ​ຄົມ​ອາ​ຊຽນ “ທີ່​ເປັນ​ເອກະ​ພາບ​ໃນ​ຄວາມ​ຫຼາກ​ຫຼາຍ”, ກໍ່ສ້າງ​​ແລະ​ແລະ​ເສີມ​ຂະຫຍາຍ​ໄດ້​ ບົດບາດ​ເປັນ​ໃຈກາງ​ໃນ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ. 

ອາ​ຊຽນຖືກ​ຖື​ວ່າ​ເປັນ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ​ທີ່​ໄດ້​ຮັບ​ຜົນສຳ​ເລັດ​ດີ​ທີ​ສອງ​ໃນ​ໂລກ, ຖັດຈາກ​ສະຫະພາບ​ເອີຣົບ. ຈາກ​ພາກ​ພື້ນ​ທີ່​ທຸກ​ຍາກ ຫຼ້າ​ຫຼັງ, ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ກາຍ​ເປັນໜຶ່ງ​ໃນບັນດາພາກ​ພື້ນທີ່​ຂະຫຍັນ​ຂັນ​ເຄື່ອນ ຊຶ່ງ​ມີ​ກຳລັງ​ແຮງ​ຂອງ​ພື້ນຖານ​ເສດຖະກິດຂະໜາດ​ໃຫຍ່​ທີ​ເຈັດ​ໃນ​ໂລກ, ພວມ​ບົນ​ເສັ້ນທາງ​ແຫ່ງ​ການ​ສູ້​ຊົນ​ ເພື່ອ​ກາຍ​ເປັນພື້ນຖານ​ເສດຖະກິດ​ຂະໜາດ​ໃຫຍ່​ທີ່​ສີ່​ໃນ​ໂລກ ​ໃນ​ປີ 2050. ພື້ນຖານ​ທີ່​ໜັກ​ແໜ້ນ​ທີ່​ສຸດ​ ​ແລະ ກໍ່​ເປັນ​ຜົນສຳ​ເລັດ​ສຳຄັນ​ທີ່​ສຸດ​ ທີ່​ອາ​ຊຽນບັນລຸ​ໄດ້ ນັ້ນ​ແມ່ນ​ສິ່ງ​ແວດ​ລ້ອມສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ​ໝັ້ນຄົງ; ອຳນວຍ​ເງື່ອນ​ໄຂ​ອັນ​ສະດວກ​ດີ​ໃຫ້​ແກ່​ການສ້າງ​ຕັ້ງ, ຮັກສາ ​ແລະ ຊຸກຍູ້​ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື ​ເພື່ອ​ເປົ້າໝ​າຍການ​ເຕີບ​ໂຕ, ​ເຊື່ອມ​ໂຍງ​ສາກົນ, ​ເຊື່ອມ​ຕໍ່, ຫຸ້ມ​ຫໍ່​ແລະ​ແບ່ງປັນ​ຊ່ວຍ​ເຫຼືອ​ກັນ. 

ຜ່ານ​ເວລາ 50 ປີ, ​ເຫດການ​ຕ່າງໆ​ທີ່​ເກີດ​ຂຶ້ນ​ຢູ່ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແມ່ນ​ຜົນສຳ​ເລັດ​ທີ່​ມະຫັດສະຈັນ​ທີ່​ສຸດ​. ​ສາ​ເຫດ​ໃດ​ທີ່​ພາ​ໃຫ້​ມີ​ການ​ພັດທະນາທີ່​ສາມາດ​ເວົ້າ​ໄດ້​ວ່າ ​ແມ່ນ​ໜ້າ​ປະ​ທັບ​ໃຈ​ທີ່​ສຸດ​ໃນ​ພາກ​ພື້ນ?

ກ່ອນ​ອື່ນ​ໝົດ, ການ​ກຳ​ເນີ​ດຂອງ​ອາ​ຊຽນ ​ໃນ​ຊ່ວງ​ເວລາ​ທ້າຍ​ທົດ​ສະ​ວັດ​ທີ 6 ຂອງ​ສະຕະວັດ​ກ່ອນ ມີຄວາມພົວພັນ​ສະໜິດ​ແໜ້ນ​ກັບ​ການ​ຕໍ່ສູ້​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຂອງ​ຫວຽດນາມ. ​ແຕ່, ສະພາບ​ການ​ໃນ​ຊຸມ​ປີ​ຫຼັງ​ຈາກ​ນັ້ນ ​ໄດ້​ມີ​ການ​ປ່ຽນ​ແປງ. ການ​ທີ່​ປະ​ເທດ ບຣູ​ໄນ, ຫວຽດນາມ, ລາວ, ກຳປູ​ເຈຍ ​ແລະ ມຽນມາ ຕາມ​ລຳດັບ​ກັນ​ ກາຍ​ເປັນ​ສະມາຊິກ​ເປັນ​ທາງ​ການ​ຂອງ​ອາ​ຊຽນ, ຍົກ​ຈຳນວນສະມາຊິກ​ອາ​ຊຽນຂຶ້ນ​ເປັນ 10 ປະ​ເທດ, ​ເປັນ​ບາດ​ລ້ຽວທີ່​ສຳຄັນ ​ໃນ​ການ​ສິ້ນ​ສຸດການ​ປະ​ເຊີນ​ໜ້າລະຫວ່າງ​ສອງ​ກຸ່ມ​ປະ​ເທດ ຢູ່ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. 

ດ້ວຍ​ກົດ​ບັດ​ປີ 2007, ອາ​ຊຽນ​ໄດ້​ກາຍ​ເປັນນິຕິບຸກຄົນ​ໜຶ່ງ. ດ້ວນ​ການ​ກໍ່​ຕັ້ງ​ປະຊາ​ຄົມ​ໃນ​ປີ 2015, ອາ​ຊຽນພວມ​ກາຍເປັນ​ອົງການໜຶ່ງ​ທີ່​ເປັນ​ເອກະ​ພາບ, ສະໜິດ​ຕິດ​ພັນ​ກັນ. ຍ້ອນ​ມີ​ອາ​ຊຽນ, ບັນດາອະ​ດີດ​ສັດຕູ​ໄດ້​ກາຍ​ເປັນ​ເພື່ອນ​ມິດ, ​ເປັນ​ຄູ່​ຮ່ວມ​ມື​ຂອງ​ກັນ​​ແລະ​ກັນໃນ​ຫຼາຍ​ຂົງ​ເຂດ. 

ທີ່​ສອງ, ດ້ວຍ​ການ​ເຂົ້າ​ຮ່ວມ​ອາ​ຊຽນ, ​ແຕ່​ລະສະ​ມາ​ຊິກ​ຂອງ​ອາ​ຊຽງ ​ໃນ​ລະດັບ​ທີ່​ຕ່າງ​ກັນ ລ້ວນ​ແຕ່​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ. ອາ​​ໄສ​ບັນດາ​ຂອບ​ເຂດ​ການ​ຮ່ວມ​ມື​ເຊັ່ນ ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ (AFTA), ​ເຂດ​ການ​ລົງທຶນ​ອາ​ຊຽນ (AIA) ​ແລະ ມາ​ເຖິງ​ປະຈຸ​ບັນ​ແມ່ນ ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ, ການ​ຄ້າ​ພາຍ​ໃນ​ກຸ່ມ​ອາ​ຊຽນ ປີ 2016 ​ໄດ້​ເພີ່ມ​ຂຶ້ນ​ທົບ 4 ​ເທົ່າ​ທຽບ​ກັບ​ປີ 1993, ການ​ລົງທຶນ​ພາຍ​ໃນ​ກຸ່ມ​ອາ​ຊຽນ ​ໃນ​ໄລຍະ​ແຕ່​ປີ 2000 ຮອດ​ປີ 2016 ກໍ່​ເພີ່ມ​ຂຶ້ນ​ທົບ 4 ​ເທົ່າ, ອາ​ຊຽນ​ໄດ້​ກໍ່ສ້າງ​ຕະຫຼາດ​ຈຳ​ໜ່າຍ​ບໍລິ​ໂພ​ກສິນຄ້າ​ທີ່​ມີ​ມູນ​ຄ່າ 1.170 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2013 (ທຽບ​ກັບ 300 ຕື້​ໂດ​ລາ​ສະຫະລັດ​​ໃນ​ປີ 2000). ຍ້ອນ​ມີ​ອາ​ຊຽນ ຖານະ​ບົດບາດ​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ​ ໃນ​ເມື່ອ​ເຂົ້າ​ຮ່ວມ​ການ​ເຊື່ອມ​ໂຍງ​ພາກ​ພື້ນ​ແລະ​ສາກົນ​ ຈຶ່ງ​ໄດ້​ຍົກ​ສູງ​ຂຶ້ນ​ເລື້ອຍໆ. 

ທີ​ສາມ, ສຳລັບ​ບັນດາ​ປະ​ເທດ​ຢູ່​ນອກ​ພາກ​ພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ອາ​ຊຽນກໍ່​ນຳ​ມາ​ຊຶ່ງ​ຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ ​ແລະ ຍາດ​ແຍ່ງ​ໄດ້​ການ​ຮ່ວມ​ມື​ຂອງ​ເຂົາ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ປະ​ເທດ​ໃຫຍ່. ບັນດາ​ກົນ​ໄກ​ທີ່​ອາ​ຊຽນສ້າງ​ຕັ້ງ​ຂຶ້ນ​ມາ ເຊັ່ນ​ເວທີ​ປາ​ໄສ​ພາກ​ພື້ນ​ອາ​ຊຽນ (ARF), ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ (EAS), ກອງ​ປະຊຸມ​ລັດຖະມົນຕີ​ການ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ເປີດ​ກວ້າງ (ADMM+), ບັນດາ​ກົນ​ໄກ​ຮ່ວມ​ມື ອາ​ຊຽນ+1, ອາ​ຊຽນ+3... ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍ​ປະ​ເທດ​ໃຫຍ່. ບັນດາ​ກົນ​ໄກ​ນີ້​ ກໍ່​ເປັນ​ບັນດາ​ກ້ອນ​ດິນ​ຈີ່​ ທີ່​ປະກອບ​ເຂົ້າ​ໃນ​ຂະ​ບວນວິວັດ​ການກໍ່ສ້າງ​ໂຄງ​ປະກອບ​ໃໝ່​ ຢູ່​ພາກ​ພື້ນ. ​ໃນ​ລະດັບ​ທີ່​ຕ່າງ​ກັນ, ບັນດາ​ປະ​ເທດ​ຢູ່​ນອກ​ພາກ​ພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ລ້ວນ​ແຕ່​ໄດ້​ສວຍ​ໃຊ້​ໂຄງ​ປະກອບ​ນີ້ ​ແລະ ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ຄວາມ​ສະຫງົບ ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ ຂອງ​ພາກ​ພື້ນ​ນີ້. 

ຮຽນ​ບັນດາທ່ານ​ຜູ້​ມີ​ກຽດ, 

​ເວົ້າ​ຄື​ແນວ​ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ການ​ກໍ່​ຮ່າງ​ສ້າງ​ຕົວ​ແລະ​ຂະຫຍາຍຕົວ​ຂອງ​ປະຊາ​ຄົມ​ອາ​ຊຽນ ຍາມ​ໃດ​ກໍ່​ເດີນ​ແມ່ນ​ແລ່ນ​ສະດວກ. ຄື​ກັນ​ກັບ​ທຸກ​ອົງການຈັດ​ຕັ້ງ​ສາກົນ​ແລະ​ພາກ​ພື້ນ​ອື່ນ, ​ໃນ​ວັນ​ເວລາ​ເລີ່​ມຕົ້ນ, ອາ​ຊຽນກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ, ທັງ​ການ​ເມືອງ​ແລະ​ຄວາມ​ສະຫງົບ, ທັງ​ຢູ່​ພາຍ​ໃນ​ແລະ​ພາຍ​ນອກ. ສິ່ງ​ດັ່ງກ່າວ​ນັ້ນ ​ແມ່ນ​ຖືກ​ກັບ​ສະພາບ​ການ​ໃນ​ອະດີດ 50 ປີ​ທີ່​ຜ່ານ​ມາດ ​ແລະ​ກໍ່​ຖືກ​ກັບ​ເສັ້ນທາງ​ສະ​ເພາະໜ້າຂອງ​ອາ​ຊຽນ. 

​ໃນ​ບັນດາ​ສິ່ງ​ທ້າ​ທາຍ​ທີ່​ອາ​ຊຽນພວມຕ້ອງ​ປະ​ເຊີນ​ໜ້າ, ມີ​ບາງ​ບັນຫາ​ສຳຄັນ​ພົ້ນ​ເດັ່ນ​ຄື: ທາງ​ດ້ານ​ອັດຕະວິ​ໄສ, ລະດັບ​ການ​ພັດທະນາ​ເສດຖະກິດ​ລະຫວ່າງ​ບັນດາ​ປະ​ເທດ​ ຍັງ​ມີ​ຄວາມ​ຫຼາກ​ຫຼາຍ​ແລະ​ແຕກ​ຕ່າງ​ກັນ; ການຈັດ​ຕັ້ງ​ກົງຈັກ​ແລະ​ກົນ​ໄກ​ເຄື່ອນ​ໄຫວ ​ມີ​ປະສິດທິ​ຜົນ​ຕ່ຳ, ມີ​ຂໍ້​ຕົກລົງ​ຫຼາຍ​ແຕ່​ການ​ປະຕິບັດ​ຍັງ​ຖືກ​ຈຳກັດ; ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດ​ໃນ​ການ​ເຂົ້າ​ຮ່ວມ​ອາ​ຊຽນ ຍັງ​ຖືກ​ຈຳກັດ. 

ທາງ​ດ້ານ​ພາວະ​ວິ​ໄສ, ບັນດາ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມສະຫງົບ​ໝັ້ນຄົງ​ແບບ​ດັ້ງ​ເດີມ ​ແລະ ​ບໍ່​ເປັນ​ແບບ​ດັ້ງ​ເດີມ​ເຊັ່ນ ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ, ການ​ຊ່ວງ​ຊີງ​ພິພາດ​ດ້ານ​ດິນ​ແດນ ທະ​ເລ ໝູ່​ເກາະ ຊັບພະຍາກອນ, ລັດທິ​ກໍ່​ການ​ຮ້າຍ, ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ຄວາມ​ໝັ້ນຄົງທາງ​ນິ​ເວດ​ວິທະຍາ ​ແຫຼ່ງນ້ຳ, ການ​ປ່ຽນ​ແປງ​ສະພາບ​ອາກາດ... ພວມ​ມີ​ທ່າ​ອຽງ​ຜັນ​ປ່ຽນ​ນັບ​ມື້​ນັບ​ສັບສົນ. ດ້ານ​ລົບ​ຂອງ​ການ​ໂລກາ​ພິວັດ ​ແລະ ທ່າ​ອຽງປົກ​ປ້ອງ​ການ​ຜະລິດ​ພາຍ​ໃນ​ຢູ່​ຫຼາຍ​ແຫ່ງ​ໃນ​ໂລກ ກໍ່​ເປັນ​ສິ່ງ​ກີດຂວາງ​ບໍ່​ນ້ອຍ​ ຕໍ່​ການພັດທະນາ​ຂອງ​ປະຊາ​ຄົມ. 

​ແຕ່​ວ່າ, ປັດ​ໄຈ​ສຳຄັນ​ທີ່​ຕ້ອງ​ເວົ້າ​ເຖິງ​ຄື ການ​ກະທົບ​ທີ່​ບໍ່​ດີ​ຍ້ອນ​ການ​ແກ່ງ​ແຍ້​ງຜົນ​ປະ​ໂຫຍ​ດລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່. ​ໂດຍ​ເປັນ​ພາກ​ພື້ນ​ທີ່​ມີ​ທີ່​ຕັ້ງ​ພູມ​ສາດ-ຍຸດ​ທະ​ສາດທີ່​ສຳຄັນ​ຢູ່​ອາຊີ-ປາຊີ​ຟິກ, ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ຍາມ​ໃດ​ກໍ່​ເປັນຈຸດ​ສຸມ ​ໃນ​ສາຍ​ພົວພັນ​ທີ່​ທັງ​ຮ່ວມ​ມືທັງ​ແກ່ງ​ແຍ້​ງທີ່​ສັບສົນ​ທີ່​ສຸດ ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່. ການ​ຜັນ​ປ່ຽນ​ທີ່​ພວມ​ເກີດ​ຂຶ້ນ​ຢ່າງຮຸນ​ແຮງ​ແລະ​ແຂງ​ແຮງ​ໃນ​ປະຈຸ​ບັນ ພວມ​ກະ​ທົບຢ່າງ​ເລິກ​ເຊິ່ງທີ່​ສຸດ ​ເຖິງ​ສະຖານະ​ການ​ໂລກ, ​ເຖິງ​ບັນດາ​ສາຍ​ພົວພັນ​ສາກົນ, ​ເຖິງ​ອາ​ຊຽນແລະ​ແຕ່ລະ​ປະ​ເທດ​ພວກ​ເຮົາ ​ໃນ​ຫຼາຍດ້ານ ດ້ວຍ​ບັນດາ​ຜົນ​ກະທົບ​ທີ່​ຄາ​ດ​ເດົາ​ບໍ່​ໄດ້. 

ຮຽນ​ບັນດາທ່ານ​ຜູ້​ມີ​ກຽດ, 

ຈັ່ງ​ຊັ້ນ ບົດຮຽນ​ໃດ​ຂອງ 50 ປີ​ຈະ​ຊ່ຽວ​ໃຫ້​ອາ​ຊຽນສືບ​ຕໍ່​ແກ້​ໄຂ ​ບັນດາສິ່ງ​ທ້າ​ທາຍ​ທີ່​ນັບ​ມື້​ນັບ​ຮ້າຍ​ແຮງດັ່ງກ່າວ​ເທິງ​ນີ້ ​ເພື່ອ​ຂັບ​ເດີນ​ຂະ​ບວນລົດ​ແຫ່ງ​ການ​ເຊື່ອມ​ໂຍງ​ ຂອງອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ໄປ​ສູ່​ຄວາມ​ສຳ​ເລັດ​ໃນ​ອະນາຄົດ? 

ຕາມ​ຂ້າພະ​ເຈົ້າ, ບົດຮຽນ​​ໃຫຍ່​ທີ່​ສຸດ​ເພື່ອ​ໃຫ້​ອາ​ຊຽນຮັກສາ​ບົດບາດ​ສຳຄັນ​ຂອງ​ຕົນ​ຄື ຮັກສາ “ເອກະລາດ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ” ​ແລະ ຮັກສາ​ຄວາມ “ສາມັກຄີ, ​ເປັນ​ເອກະ​ພາບ” ​ໄວ້​ຢ່າງ​ໝັ້ນຄົງ. ​ໃນ 50 ທີ່​ຜ່ານ​ມາ, ​ແຕ່ລະ​ປະ​ເທດ​ອາຊຽນ​ໄດ້​ປັບປຸງ​ເອກະລາດ​ ແລະ ​ເພີ່ມ​ທະວີ​ລະດັບ​ຄວາມ​ເຂັ້ມ​ແຂງ​ດ້ວຍຕົນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ຜ່ານ​ບັນດາ​ແຜນ​ຍຸດທະ​ສາດ​ພັດທະນາ​ເສດຖະກິດ-ສັງຄົມ, ​ແຜນ​ຍຸດ​ທະ​ສາ​ດການພັວພັນ​ຕ່າງປະ​ເທດ​ຂອງ​ຕົນ ​ແລະ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວຮ່ວມ​ມື​ໃນ​ອາ​ຊຽນ. ການ​ເຄົາລົບ​ຄວາມ​ເປັນ​ເອກະລາດ, ອະທິປະ​ໄຕ ​ແມ່ນ​ຄຸນຄ່າຫຼັກ ຊຶ່ງ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ໃນ​ປະຫວັດສາດ ​ແລະ ​ເປັນ​ອະນາຄົດ​ຂອງ​ອາ​ຊຽນ.

ບົດຮຽນ​ທີ່​ເລິກ​ເຊິ່ງ​ແມ່ນ ສາມັກຄີ​ແລະ​ເປັນ​ເອກະ​ພາບ. ຄົນ​ຫວຽດນາມ​ມີ​ຄຳ​ວ່າ “ສາມັກຄີ​ເປັນ​ກຳລັງ​ແຮງ”, ຄົນ​ອິນ​ໂດ​ເນ​ເຊຍ​ມີ​ຄຳ​ “Bhinneka Tunggal Ika” ໝາຍ​ຄວາມ​ວ່າ ​ເຖິງ​ວ່າ​ຕ່າງ​ກັນ​ແຕ່​ຍັງ​ຄົງ​ເປັນ​ໜຶ່ງ; ບັນດາ​ປະ​ເທດ​ອາ​ຊຽນອື່ນ ກໍ່​ມີຄະຕິ​ພົດ​ຄ້າຍຄື​ແນວ​ນັ້ນ. ປະຫວັດສາດ​ແຫ່ງ​ການ​ກໍ່​ຕັ້ງ​ແລະ​ພັດທະນາ​ຂອງ​ອາ​ຊຽນ​ໄດ້​ຢືນຢັນ​ວ່າ, ​ເມື່ອ​ຄວາມສາມັກຄີ​ບົນ​ພື້ນຖານ​ປະສົມກົມກຽວ​ບັນດາ​ຜົນ​ປະ​ໂຫຍ​ດລວມ ​ໄດ້​ຮັບ​ການ​ປັບປຸງ ​ແມ່ນບົດບາດ​ແລະ​ສຸລະສຽງ​ຂອງ​ອາ​ຊຽນ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື, ​ເສີມ​ຂະຫຍາຍ. 

ກົງກັນຂ້າມ, ​ເມື່ອ​ໃດ​ຄວາມ​ສາມັກຄີ​ອາ​ຊຽນພົບ​ຄວາມ​ຫຍຸ້ງຍາກ ​ແມ່ນ​ອິດ​ທິພົນ​ຂອງ​ອາ​ຊຽນ, ຖານະ​ບົດບາດ​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ ​ໃນ​ການ​ພົວພັນ​ກັບປະ​ເທດ​ອື່ນ ກໍ່​ຈະ​ຖືກ​ທ້າ​ທາຍ. ດັ່ງ​ນັ້ນ, ຮັກສາ​ຄວາມ​ສາມັກຄີ​ໃນ​ອາ​ຊຽນ ​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ, ພ້ອມ​ນັ້ນ​ກໍ່​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ຮີບ​ດ່ວນ​ໃນ​ປະ​ຈຸ​ບັນ. 

ບົດຮຽນ​ສຳຄັນ​ໜຶ່ງອີກທີ່​ຊ່ວຍ​ໃຫ້​ອາ​ຊຽນ​ແລະ​ແຕ່ລະ​ປະ​ເທດ​ສະມາຊິກ ບັນລຸ​ຄວາມ​ສຳ​ເລັດນັ້ນ​ ແມ່ນ​ຍ້ອນອາ​ຊຽນ​ ຮັກສາໄດ້ “ບົດບາດ​ເປັນ​ໃຈກາງ” ​ໃນ​ບັນ​ດາ​ກົນ​ໄກ​ການ​ຮ່ວມ​ມື​ພາກ​ພື້ນ. ຂ້າພະ​ເຈົ້າ​ຂໍ​ແບ່ງປັນກັບ​ຄວາມ​ຄິດ​ເຫັນ​ຂອງ​ທ່ານ​ປະທານາທິບໍດີ ​ໂຈ​ໂກ ວີ​ໂດ​ໂດ ​ໃນ​ຄຳ​ປາ​ໄສ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ອາ​ຊຽນ ຊຶ່ງ​ທ່ານໄດ້​ເນັ້ນ​ວ່າ, ອາ​ຊຽນຕ້ອງ​ຮັກສາ​ຄວາມ​ສາມັກຄີ​ແລະ​ບົດບາດ​ເປັນ​ໃຈກາງ​ໄວ້​ຢ່າງ​ໝັ້ນຄົງ, ຈາກ​ນັ້ນ ຕັດສິນ​ອະນາຄົດ​ຂອງ​ຕົນ​ດ້ວຍ​ຕົນ​ເອງ. ຍ້ອນ​ຄວາມ​ສາມັກຄີ​ແລະ​ບົດບາດ​ເປັນ​ໃຈກາງ​ນັ້ນ ອາ​ຊຽນ​ໄດ້​ສ້າງ​ໃຫ້​ມີ​ສິ່ງ​ແວດ​ລ້ອມ​ແຫ່ງ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ ​ແລະ ຄວາມ​ເຄົາລົບ​ນັບຖື​ຂອງ​ບັນດາ​ປະ​ເທດ​ຢູ່​ນອກ​ພາກ​ພື້ນ.

ຂະ​ບວນວິວັດ​ແຫ່ງ​ການ​ພັດທະນາ​ຂອງ​ອາ​ຊຽນກໍ່​ໃຫ້​ເຫັນ​ວ່າ ສະມາ​ຄົນ​ໄດ້​ຜ່ານ​ຜ່າກາລະ​ເວລາ​ທີ່​ຫຍຸ້ງຍາກດ້ວຍ “​ແບບ​ວິທີ​ອາ​ຊຽນ”. ຄວາມ​ທົນ​ທານ​ໜຽວ​ແໜ້ນ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ “​ແບບ​ວິທີ​ອາ​ຊຽນ” ນັ້ນ​ແມ່ນມາ​ຈາກ​ວິທີ​ການ​ທາງ​ວັດທະນະທຳ​ປຶກສາ​ຫາລື (“mufakat”) ​ແລະ​ສັນທາ​ມະຕິ (“musyawarah”) ຂອງ​ອິນ​ໂດ​ເນ​ເຊຍ. ອາ​ຊຽນ, ​ເຖິງ​ວ່າ​ຍັງ​ບໍ່​ທັນ​ເປັນ​ອົງການ​ຈັດ​ຕັ້ງ​ທີ່​ສົມບູນ​ແບບ​ກໍ່​ຕາມ, ​ແຕ່​ກໍ່​ເປັນ​ຮູບ​ແບ​ບການ​ຮ່ວມ​ມືທີ່​ໜ້າ​ສົນ​ໃຈ​ແລະ​ມີ​ປະສິດທິ​ຜົນ. ວິທີ​ເຂົ້າ​ເຖິງ​ຂອງ​ອາ​ຊຽນກໍ່​ອາດ​ຈະ​ກາຍ​ເປັນ​ເສັ້ນທາງ​ຂອງ​ອະນາຄົດ, ອະນຸຍາດ​ໃຫ້​ບັນດາ​ພາກ​ພື້ນ​ທີ່​ຖືກ​ແບ່ງ​ແຍກ​ແລະ​ເຕັມ​​ໄປ​ດ້ວຍ​ຮອຍ​ແຕກ​ແຫງ​ອື່ນ ຄົ້ນຄວ້າພິຈາລະນາ ເພື່ອກໍ່ສ້າງ​ສາຍ​ພົວພັນ​ຮ່ວມ​ມືທີ່​ແໜ້ນ​ແຟ້ນ​ແລະ​ຈິງ​ໃຈ. 

ສຳລັບບັນດາ​ປະ​ເທດ​ຢູ່​ນອກ​ພາກ​ພື້ນອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ເປັນ​ຕົ້ນ​ແມ່ນບັນດາ​ປະ​ເທດ​ໃຫຍ່, ພວກ​ເຮົາ​ຫວັງ​ວ່າ ​ບັນດາ​ປະ​ເທດ​ຈະ​ແບ່ງປັນ​ຄວາມ​ຮັບ​ຮູ້​ວ່າ: ບົດບາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດລວມ. ອາ​ຊຽນສາມັກຄີ, ​ເປັນ​ເອກະ​ພາບ; ອາ​ຊຽນ​ເຂັ້ມ​ແຂງ; ອາ​ຊຽນ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ພາຍ​ໃນ​ກຸ່ມ ​ແລະ ​ເປີດ​ກວ້າງ​ການພົວພັນ​ກັບ​ພາຍ​ນອກ ແມ່ນຜົນ​ປະ​ໂຫຍ​ດ​ໃຫຍ່​ທີ່​ສຸດ ​ຂອງທຸກ​ປະ​ເທດ​ໃນ​ພາກ​ພື້ນ​ແລະ​ໃນໂລກ. ອາ​ຊຽນຄື​ແນວ​ນັ້ນ ຈະ​ບໍ່​ຕ້ອງ​ເລືອກ​ຢືນ​ຢູ່​ຂ້າງ​ໃດ​ຂ້າງ​ໜຶ່ງ, ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ການ​ລວບ​ລວມກຳລັງ​ປະ​ເຊີນ​ໜ້າ​ກັນ ຫຼື​ຂັດ​ແຍ່ງ​ກັນ​ກັບປະ​ເທດ​ໃຫຍ່, ພ້ອມ​ນັ້ນ​ຍັງ​ອາດ​ຈະ​ຖື​ບົດບາດ “​ເປັນ​ມື​ກາງ​ທີ່​ຕັ້ງໜ້າ”, ຊ່ວຍ​ແກ້​ໄຂ​ໄກ່​ເກ່ຍຄວາມ​ຂັດ​ແຍ່ງທາງ​ຜົນ​ປະ​ໂຫຍ​ດ, ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ. 

ຂ້າພະ​ເຈົ້າ​ກໍ່​ມີ​ຄວາມ​ຄິດ​ເຫັນຮ່ວມ​ກັນ​ກັບ​ຄວາມ​ເຫັນ ​ຂອງ​ທ່ານ​ປະທານາທິບໍດີ​ອິນ​ໂດ​ເນ​​ເຊຍ ​ກ່ຽວ​ກັບ​ອາ​ຊຽນ: “ອາ​ຊຽນ​ໄດ້​ກາຍ​ເປັນ​ບ່ອນ​ທີ່​ບັນດາ​ປະ​ເທດ​ໃຫຍ່​ເວົ້າ​ລົມ​ສົນທະນາ​ກັນ. ​ແຕ່ຢ່າ​ປ່ອຍ​ໃຫ້​ອາ​ຊຽນກາຍ​ເປັນ​ໃບ​ໄພ້​ ໃນ​ການ​ຊ່ວງ​ຊີງ​ກັນ ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່. ອາ​ຊຽນຕ້ອງ​ຮັກສາ​ບົດບາດ​ເປັນ​ຈຸດ​ໃຈ​ກາງ​ແຫ່ງ​ການ​ທູດ​ໃນ​ພາກ​ພື້ນ”.

ປະຈຸ​ບັນ​ນີ້, ອາ​ຊຽນພວມ​ຢູ່​ໃນ​ໄລຍະ​ແຫ່ງ​ການ​ພັດທະນາ​ໃໝ່. ​ເພື່ອ​ປະຕິບັດ​ “ວິ​ໄສ​ທັດອາ​ຊຽນ 2025” ​ໃຫ້​ປະກົດ​ເປັນ​ຈິງ, ຂ້າພະ​ເຈົ້າ​ຄິດ​ວ່າ ອາ​ຊຽນຄວນ​ມານະ​ພະຍາຍາມ​ປະຕິບັດ​ບາງ​ຈຸດ​ດັ່ງ​ນີ້: 

ທີ​ໜຶ່ງ, ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນທີ່​ເຊື່ອມ​ຕໍ່​ຢ່າງ​ແທ້​ຈິງ, ໝັ້ນຄົງ​ເຂັ້ມ​ແຂງ ​ແລະ ພັດທະນາ​ຈະ​ເລີນຖາວອນ. ນີ້​ແມ່ນ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຍາວ​ນານ ​ຂອງບັນດາ​ປະ​ເທດ​ສະມາຊິກ​ທັງ​ໝົດ​ຂອງ​ອາ​ຊຽນ ຊຶ່ງຮຽກຮ້ອງຕ້ອງການ​ທັດສະນະ​ຄະຕິ “ລວມສູນ” ​ແລະ ຄວາມ​ຮັບຜິດຊອບ​ປະກອບສ່ວນ​ ຂອງບັນດາ​ປະ​ເທດ​ສະມາຊິກ​ທັງ​ໝົດ ​ໃນ​ການ​ເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ ຄວາມ​ສາມັກຄີ ​ເປັນ​ເອກະ​ພາບ ​ແລະ ​ເຊື່ອມ​ຕໍ່​ພາຍ​ໃນ​ກຸ່ມ, ​ແກ້​ໄຂ​ຢ່າງ​ກົມກຽວ​ສາຍ​ພົວພັນ​ລະຫວ່າງ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາ​ຄົມ ​ແລະ ຜົນ​ປະ​ໂຫຍ​ດສະ​ເພາະ​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ. 

ປ່ຽນ​ແປງ​ໃໝ່, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່ ​ແລະ ​ເພີ່ມ​ເຕີມ​ບັນດາ​ກົນ​ໄກ​ທີ່​ມີ​ຄວາມ​ສັກສິດ ​ເພື່ອ​ຕອບ​ສະໜອງ​ເປັນ​ຢ່າງ​ດີ​ໃຫ້​ແກ່​ຄວາມ​ຕ້ອງການ​ເຊື່ອມ​ໂຍງ​ແລະ​ການຮ່ວມ​ມື​ ໃນ​ສາມ​ເສົາ​ຄ້ຳ​ຂອງ​ປະຊາ​ຄົມ​ອາ​ຊຽນ ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ວາງ​ໃຈ​ທາງ​ການ​ເມືອງ, ຍົກ​ສູງ​ປະສິດທິ​ຜົນ ​ແລະລະດັບ​ການ​ເຊື່ອມ​ຕໍ່ທາງ​ເສດຖະກິດ ​ແລະ ​ເປັນ​ຕົ້ນ​ແມ່ນ​ຍູ້​ແຮງ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ ກໍ່​ຄືການ​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ​ໃນ​ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ. 

ຍູ້​ແຮງ​ການ​ແລກປ່ຽນ, ຮ່ວມ​ມື​ຢ່າງຮອບດ້ານ​ໃນ​ທຸກ​ຊ່ອງ​ສາຍ​ການ​ຮ່ວມ​ມື, ​ໃນ​ນັ້ນ ຄຽງ​ຂ້າງ​ຊ່ອງທາງ​ການ​ພົວພັນລະຫວ່າງ​ລັດ, ຄວນ​ເອົາ​ໃຈ​ໃສ່​ເສີມ​ຂະຫຍາຍ​ບັນດາ​ຊ່ອງ​ທາງ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ, ພັກການ​ເມືອງ, ວິ​ສາຫະກິດ, ອົງການ​ສື່​ຂ່າວ, ນັກຮຽນ​ຮູ້, ນັກ​ສິລະ​ປະ​ວັນນະຄະດີ ​ແລະ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ ​ການພົວພັນສັງ​ສັນ​ລະຫວ່າ​ປະຊາຊົນ ​ເພື່ອ​ເພີ່​ມທະວີ​ຄວາມ​ເຂົ້າ​ໃຈ ​ເຊື່ອ​ຖື​ຊຶ່ງ​ກັນ​ແລະ​ກັນ, ມິດຕະພາບ ຄວາມ​ໃກ້ຊິດຕິດ​ແທດ ​ລະຫວ່າງ​ປະຊາຊົນ​ບັນດາ​ປະ​ເທດ​ອາ​ຊຽນ. 

ທີ​ສອງ, ຮັກສາ​ແລ​ະປັບປຸງສັນຕິພາບ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ສິ່ງ​ໃດ​ທີ່​ເປັນ​ຜົນ​ສະທ້ອນ​ເຖິງ​ສັນຕິພາບ ສະຖຽນ​ລະ​ພາບ​ຢູ່​ໃນ​ພາກ​ພື້ນ ລ້ວນ​ແຕ່​​​ແມ່ນ​ຄວາມ​ສົນ​ໃຈ ເປັນຄວາມ​ກັງວົນ​ທີ່​ສຸດໃນວາລະ​ການ​ປະຊຸມ​ອາ​ຊຽນ. ການ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງພິພາດ​ກ່ຽວ​ກັບ​ອະທິປະ​ໄຕ ອານາ​ເຂດ ທະ​ເລ ໝູ່​ເກາະ ​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຂອງບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ​ໂດຍ​ກົງ ​ແຕ່​ວິທີການ​ປະພຶດ ​ແລະ ການກະທຳ​ຂອງ​ບັນດາ​ປະ​ເທດ​ໃນ​ຂະ​ບວນວິວັດ​ການ​ແກ້​ໄຂ​ຂໍ້​ພິພາດ ກໍ່ຈະ​ມີ​ການ​ກະທົບ​ໂດຍ​ກົງ​ເຖິງ​ຜົນ​ປະ​ໂຫຍ​ດລວມ ຂອງ​ປະຊາ​ຄົມ​ພາກ​ພື້ນ ​ແລະ ສາກົນ. ອາ​ຊຽນຄວນ​​ເປັນ​ເຈົ້າ​ການ​ຍູ້​ແຮງ​ການ​ຮ່ວມ​ມື, ສ້າງ​ບັນດາ​ບັນທັດຖານ, ກົນ​ໄກ ​ແລະ ​ເຄື່ອງມືທີ່​ມີ​ປະສິດທິພາບ ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ, ກີດ​ກັ້ນປ້ອງ​ກັນ​ຄວາມ​ຂັດ​ແຍ້ງ ​ແລະ ​ແກ້​ໄຂ​ຂໍ້​ຂັດ​ແຍ້ງພິພາດຢ່າງ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ ​ແນ​ໃສ່​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ລວມ. 

ທີ​ສາມ, ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ພາຍ​ນອກ, ພ້ອມ​ກັນ​ນັ້ນ​ກໍ່​ປັບປຸງ ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ໃຈ​ກາງຂອງ​ອາ​ຊຽນ ​ໃນ​ບັນດາ​ໂຄງ​ສ້າງທີ່​ພວມ​ກໍ່​ຮ່າງ​ສ້າງ​ຮູບ​ຂຶ້ນ​ຢູ່​ໃນ​ພາກ​ພື້ນ. ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກັບບັນດາ​ຄູ່​ຮ່ວມ​ມື ຕາມ​ທິດ​ນຳ​ຮັບປະກັນຄວາມ​ກົມກຽວ​ດ້ານ​ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ, ນັບ​ທັງ​ປະ​ເທດ​ໃຫຍ່, ບໍ່​ຖືກ​ຂຶ້ນ​ກັບ, ຮັກສາ​ລັກສະນະ​ເປັນ​ເອກະລາດ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ຂອງ​ອາ​ຊຽນ. ຍົກ​ສູງ​ປະສິດທິ​ຜົນ​ຂອງ​ບັນດາ​ກົນ​ໄກ​ພາກ​ພື້ນທີ່​ອາ​ຊຽນ​ເປັນຫຼັກ​ແຫຼ່ງ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ສະພາບ​ການ​ໃໝ່, ​ເປັນ​ຕົ້ນ​ແມ່ນ ​ໃນ​ການ​ຮັບປະກັນ​ຄວາມ​ໝັ້ນຄົງ, ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ ປະຕິບັດ​ຕາມ​ກົດໝາຍ​ສາກົນ ​ເພື່ອ​ຜົນ​ປະ​ໂຫຍ​ດລວມ ຂອງ​ທຸກ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ.

ຮຽນ​ບັນດາທ່ານ​ຜູ້​ມີ​ກຽດ, 

​ໃນ 22 ປະ​ທີ່​ຜ່ານ​ມາ, ​ເຖິງ​ວ່າ​ຈະ​ເປັນ​ສະມາ​ຊິດ​ທີ່​ມາ​ຫຼັງ​ໝູ່ ດ້ວຍ​ລະດັບ​ການ​ພັດທະນາ​ຍັງ​ຖືກ​ຈຳກັດ, ​ແຕ່​ຫວຽດນາມ​ກໍ່​ໄດ້​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ ​ເພື່ອ​ເຂົ້າ​ຮ່ວມອາ​ຊຽນ ​ດ້ວຍ​ຈິດ​ໃຈ​ເປັນ​ເຈົ້າ​ການ ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ, ປະກອບສ່ວນ​ຮັກສາ ​ແລະ ​ຊຸກຍູ້ຄວາມ​ເປັນ​ລະບຽບ​ຢູ່ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ອີງຕາມ​ກົດ​ລະບຽບ​ຂອງ​ພາກ​ພື້ນ ​ແລະ ສອດຄ່ອງ​ກັບ​ກົດໝາຍ​ສາກົນ. ຫວຽດນາມ​ຍາມ​ໃດ​ກໍ່​ຖື​ອາ​ຊຽນ​ເປັນຫຼັງຄາ​ບ້ານ​ຮ່ວມ​ກັນ, ​ໃຫ້​ຄວາມ​ສຳຄັນ​ສູງ​ແກ່​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ສະມາຊິກ, ຕິດ​ພັນ​ຢ່າງ​ກົມກຽວຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຫວຽດນາມ​ ກັບ​ຜົນ​ປະ​ໂຫຍ​ດຂອງ​ພາກ​ພື້ນ. 

ຫວຽດນາມ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ບັນດາ​ປະ​ເທດ​ກໍ່​ຕັ້ງ ​ແລະ ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ຂໍຂອບ​ໃຈບັນດາຜູ້ນຳ​ອາ​ວຸ​ໂສຂອງ​ອາ​ຊຽນ ທີ່​ໄດ້​ມີ​ວິ​ໄສ​ທັດ​ຍຸດ​ທະ​ສາດ ​ແລະ ຄວາມ​ມານະ​ພະຍາຍາມ​ປະກອບສ່ວນ​ກໍ່ສ້າງ​ອາ​ຊຽນ. ຫວຽດນາມ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ ​ເພື່ອ​ປັບປຸງ​ຄູນ​ສ້າງ​ໃຫ້​ຫຼັງຄາ​ບ້ານ​ຮ່ວມ​ຂອງ​ພວກ​ເຮົາ ​ໝັ້ນຄົງ​ຖາວອນ. ການ​ຮ່ວມ​ມື ​ເຊື່ອມ​ຕໍ່​ກັບ​ອາ​ຊຽນ ​ເປັນ​ບຸລິມະສິດ​ອັນ​ດັບ​ໜຶ່ງ ​ແລະ ​ເປັນທາງເລືອກ​ຍຸດ​ທະ​ສາດ ​ຂອງ​ຫວຽດນາມ ​ແລະ ຫວຽດນາມ​ຈະ​ພ້ອມ​ກັນ​ກັບ​ບັນດາ​ປະ​ເທດ​ສະມາຊິກ ​ເຮັດ​ໃຫ້ບັນດາ​ເປົ້າ​ໝາຍ​ອັນ​ສູງ​ສົ່ງ​ຂອງປະຊາ​ຄົມ​ອາ​ຊຽນປະກົດ​ເປັນ​ຈິງ - ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ​ເປັນ​ເອກະ​ພາບ​ໃນ​ຄວາມ​ຫຼາກ​ຫຼາຍ ຄື​ຄວາມ​ຄາດ​ຫວັງ​ຂອງບັນດາ​ຜູ້ນຳ​ອາວຸ​ໂສ ​ແລະ ​ຂອງ​ບັນດາ​ປະຊາ​ດຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້. 

ສິ່ງ​ທີ່ຂ້າພະ​ເຈົ້າ​ມຸ່ງ​ຫວັງ ​ແລະ​ ຢາກ​ຝາກ​ຝັງ​ນຳທ່ານ​ທັງຫຼາຍ, ນັ້ນ​ຄື ສອງ​ປະ​ເທດ​ຂອງ​ພວກ​ເຮົາ - ຫວຽດນາມ​ແລະ​ອິນ​ໂດ​ເນ​ເຊຍ - ມີ​ທີ່​ຕັ້ງ​ທີ່​ສຳຄັນ​ຢູ່​ໃນ​ພາກ​ພື້ນ, ພ້ອມ​ກັນ​ແບ່ງປັນ​ທັດສະນະ ​ແລະ ​ຄຸນຄ່າ​ລວມຫຼາຍ​ຢ່າງ, ມີ​ມູນ​ເຊື້ອ​ສະໜິດ​ຕິດ​ພັນ​ກັນ​ແລະ​ຮ່ວມ​ມື​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ​ ໃນ​ອະດີດ​ແລະ​ໃນ​ປະຈຸ​ບັນ​ນີ້. 

ສອງ​ປະ​ເທດ​ພວກ​ເຮົາ​ຈົ່ງ​ພ້ອມ​ກັນ​ຮ່ວມ​ມື​ຮ່ວມ​ສາມັກຄີ​ກັບ​ບັນດາ​ປະ​ເທດ​ອາ​ຊຽນອື່ນ ສືບ​ຕໍ່​ຄວາມ​ມານະ​ພະຍາຍ​າມທີ່​ບໍ່​ອິດ​ເໝື່ອຍ, ສູ້​ຊົນ​ຍິ່ງ​ກວ່າ​ອີກ ​ເພື່ອ​ຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ ຂອງ​ປະຊາຊົນ​ສອງ​ປະ​ເທດ ​ແລະ ​​ເພື່ອອາ​ຊຽນທີ່ “ຖື​ປະຊາຊົນ​ເປັນ​ໃຈກາງ”. ພ້ອມ​ກັນ​ກັບ​ອາ​ຊຽນ, ຫວຽດນາມ​ແລະ​ອິນ​ໂດ​ເນ​ເຊຍ​ຈະ​ສືບ​ຕໍ່​ພັດທະນາ; ພ້ອມ​ກັນ​ກັບ​ອິນ​ໂດ​ເນ​ເຊຍ​ແລະ​ຫວຽດນາມ, ອາ​ຊຽນຈະ​ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມ​ແຂງ, ປະກອບສ່ວນ​ທີ່​ສົມ​ກຽດ​ເຂົ້າ​ໃນ​ສັນຕິພາບ ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ ຢູ່​ພາກ​ພື້ນ​ແລະ​ໃນ​ໂລກ.

ຂໍ​ອວຍພອນ​ໃຫ້ສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ແລະ​ສາກົນ​ອິນ​ໂດ​ເນ​ເຊຍ ສືບ​ຕໍ່​ຮັບ​ເອົາ​ຜົນສຳ​ເລັດ​ໃໝ່​ຫຼາຍ​ຢ່າງ. 

ອວຍພອນ​ບັນດາທ່ານ​ຜູ້​ມີ​ກຽດ ​ແລະ ​ເພື່ອນ​ທັງຫຼາຍ ຈົ່ງ​ມີ​ສຸຂະ​ພາບ​ເຂັ້ມ​ແຂງ​ແລະ​ມີ​ຄວາມສຸກ. 

ຂໍ​ຂອບ​ໃຈ./.

ຕາມ​ສຳນັກ​ຂ່າວ​ສານຫວຽດນາມ

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ