ວັນຈັນ, 15/10/2018
ບັນດາກົນໄກຮ່ວມມືຢູ່ພາກພື້ນແມ່ນ້ຳຂອງ ແລະການເຂົ້າຮ່ວມຂອງຫວຽດນາມ
13/7/2018 16:57' ສົ່ງ ພິມ
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຝຸກ ເຂົ້າຮ່ວມວາລະເປີດການປະຊຸມຄົບຄະນະຂອງ ກອງປະຊຸມສຸດຍອດ ຄະນະກຳມາທິການແມ່ນ້ຳຂອງ ຄັ້ງທີ 3. (ພາບ: TTXVN)

ລັກສະນະ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະການ​ແຊກ​ຊ້ອນ​ກັນ​ຂອງ​ບັນດາ​ກົນ​ໄກ​ຮ່ວມ​ມື 

​ໃນ​ປະຈຸ​ບັນ, ຢູ່​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ​ມີ​ປະມານ 15 ກົນ​ໄກ​ຮ່ວມ​ມື ​ແລະ​ໄດ້​ແບ່ງ​ອອກ​ເປັນ​ສອງ​ກຸ່ມ: ກຸ່ມ​ບັນດາ​ກົນ​ໄກ​ພາຍ​ໃນພາກ​ພື້ນ (ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ) ​ແລະ​ກຸ່ມ​ບັນດາ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ບັນດາ​ປປະ​ເທດ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ ​ກັບ​ບັນດາ​ຄູ່​ຮ່ວມ​ຢູ່​ນອກ​ພາກ​ພື້ນ.

ກຸ່ມ​ບັນດາ​ກົນ​ໄກ​ພາຍ​ໃນພາກ​ພື້ນ:

ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ (Mekong River Commission - MRC): ວັນ​ທີ 5 ​ເມສາ 1995, ບັນດາ​ປະ​ເທດກຳ​ປູ​ເຈຍ, ລາວ, ​ໄທ ​ແລະ​ຫວຽດນາມ ​ໄດ້​ລົງ​ນາມ​ໃນ “ສັນຍາ​ຮ່ວມ​ມື​ພັດທະນາ​ເຂດ​ລຸ່ມ​ນ້ຳຂອງ​ແບບ​ຍືນ​ຍົງ” (​ເອີ້ນ​​ໂດຍ​ຫຍໍ້​ວ່າ ສັນຍາ​ແມ່​ນ້ຳຂອງ 1995). ຕາມ​ນັ້ນ, MRC ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ຊຶ່ງ​ເປັນ​ການ​ເປີດ​ໄລຍະ​ໃໝ່​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ພັດທະນາພາກ​ພື້ນ​ແມ່​ນ້ຳຂອງ​ແບບ​ຍືນ​ຍົງ. ​ໃນ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ຢູ່ພາກ​ພື້ນ​ແມ່​ນ້ຳຂອງ, ອາດ​ຈະ​ເວົ້າ​ໄດ້​ວ່າ MRC ​ແມ່ນ​ການຈັດ​ຕັ້ງທີ່​ມີ​ບົດບາດ​ພິ​ເສດສະ​ເພາະ ​ແລະ​ຍາກ​ທີ່​ຈະ​ປ່ຽນ​ແທນ​ໄດ້. ດ້ວຍ​ສັນຍາ​ແມ່​ນ້ຳຂອງ 1995, MRC ​ແມ່ນ​ອົງການ​ໜຶ່ງ​ດຽວ​ໃນ​ພາກ​ພື້ນ​ທີ່​ມີພາລະ​ບົດບາດ​ກໍ່ສ້າງ​ບັນດາ​ຂອບນິຕິ​ທຳ. ສັນຍາ​ຍັງ​ກ້າວ​ໄປ​ໄກ​ກວ່າ​ທຽບ​ກັບ​ບັນດາ​ເອກະສານ​ຂອງ​ອົງການ​ຈັດ​ຕັ້ງ​ລຸ່ມ​ແມ່​ນ້ຳ​ສາກົນ​ອື່ນ​ໆ ຊຶ່ງ​ມີ​ຂໍ້​ກຳນົດ​ທີ່​ລະອຽດ ​ແລະ​ແໜ້ນ​ແຟ້ນ​ເພື່ອ​ໃຊ້​ໃນ​ປະ​ເທດ. ກອງ​ປະຊຸມ​ສຸດ​ຍອດ MRC ຄັ້ງ​ທີ່ 3 ​ໄດ້​ຈັດ​ຂຶ້ນ​ທີ່​ເມືອງ ຊຽມຣຽບ (ກຳປູ​ເຈຍ) ​ໃນ​ເດືອນ​ເມສາ 2018, ພາຍ​​ໃຕ້​ຫົວ​ຂໍ້ “​ແມ່ນ​ນ້ຳຂອງ​ໜຶ່ງ​ດຽວ, ດ້ວຍຈິດ​ໃຈ​ຮ່ວມ​ກັນ” ​ໄດ້​ອອກ​ຖະ​ແຫຼງການ ພະນົມ​ເປັນ ຊຶ່ງ​ໃນ​ນັ້ນ​ໄດ້​ເນັ້ນ​ຢ້ຳຄຳ​ໝັ້ນ​ສັນຍາ​ທາງການ​ເມືອງ​ໃນ​ລະດັບ​ສູງສຸດ ​ຂອງ​ບັນດາ​ປະ​ເທດ​ສະມາຊິກສັນຍາ​ແມ່​ນ້ຳຂອງ 1995 ​ແລະ​ຢືນຢັນ​ບົດບາດ​ພິ​ເສດສະ​ເພາະຂອງ MRC ​ໃນ​ການ​ຮ່ວມ​ມື​ພັດທະນາ​ແຫຼ່ງນ້ຳ​ ແລະ​ບັນດາ​ແຫຼ່ງຊັບພະຍາກອນ​ທີ່​ກ່ຽວຂ້ອງ​ໃນ​ລຸ່ມ​ແມ່​ນ້ຳຂອງ ຢ່າງ​ຍືນ​ຍົງ.

ການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ (GMS): ​ໂຄ​ງການ​ຮ່ວມ​ມື GMS ​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1992 ຕາມ​ຄວາມ​ຄິດ​ລິ​ເລີ່​ມຂອງ​ທະນາຄານ​ພັດທະນາ​ອາຊີ (ADB), ລວມມີ​ຫົກ​ສະມາ​ຊິກ​ຄື ຫວຽດນາມ, ລາວ, ກຳ​ປຸ​ເຈຍ, ​ໄທ ​ແລະ​ສອງ​ແຂວງ​ປົກຄອງ​ຕົນ​ເອງ​ຂອງ​ຈີນ (ກວາງຊີ, ຢູນໜານ). ບັນດາ​ສະມາຊິກ​ຂອງ GMS ​ໄດ້​ຮັບຮອງ​ຜ່ານ​ບັນດາ​ໂຄງການ​ໃຫຍ່​ສຳລັບ​ແຕ່ລະ​ເຂດ, ສາຍ​ທາງ ​ແລວເສດຖະກິດ, ​ເຊັ່ນ​ແລວ​ເສດຖະກິດ​ເໜືອ-​ໃຕ້ (NSEC), ​ແລວ​ເສດຖະກິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ (EWEC), ​ແລວ​ເສດຖະກິດ​ທາງ​ທິດ​ໃຕ້ (SEC)... ​ແລະ​ນຳ​ສະ​ເໜີ​ 10 ​ຂົງ​ເຂດ​ບຸລິມະສິດ​ການ​ຮ່ວມ​ມື ຄື: ຄົມມະນາຄົມ​ຂົນ​ສົ່ງ, ພະລັງງານ, ສິ່ງ​ແວດ​ລ້ອມ, ການທ່ອງທ່ຽວ, ​ໄປ​ຊະນີ​ໂທລະ​ຄົມມະນາຄົມ, ການ​ຄ້າ, ການ​ລົງທຶນ, ພັດທະນາ​ແຫຼ່ງບຸກຄະລາ​ກອນ, ກະສິກຳ​ແລະ​ພັດທະນາ​ຊົນນະບົດ ​ແລະພັດທະນາ​ຕົວ​ເມືອງ​ຕາມ​ແລວ​ເສດຖະກິດ​ຕ່າງໆ. ການ​ເຊື່ອນ​ຕໍ່​ໂຄງ​ສ້າງ​ພື້ນຖານ​ແມ່ນ​ຂົງ​ເຂດ​ບຸລິມະສິດ​ອັນ​ດັບ​ໜຶ່ງ ​ແລະ​ໃນ​ພາກ​ຕົວ​ຈິງ​ແມ່ນ​ຂົງ​ເຂດ​ທີ່​ໂດດ​ເດັ່ນ ​ແລະ​ໄດ້​ຮັບ​ຜົນສຳ​ເລັດ​ທີ່​ສຳຄັນ​ທີ່​ສຸດ​ໃນ​ຂອບ GMS ​ໃນ​ສອງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ(1). ກອງ​ປະຊຸມ​ສຸດ​ຍອດ GMS ຄັ້ງ​ທີ 6 (​ເດືອນ​ມີນາ 3-2018, ຢູ່​ທີ່​ຮ່າ​ໂນ້ຍ) ​ໄດ້​ຮັບຮອງ​ຜ່ານ​ຂອບ​ການ​ລົງທຶນ​ອະນຸ​ພາກ​ພື້ນ​ຮອດ​ປີ 2022 ດ້ວຍ​ລາຍ​ຊື່​ໂຄງການ​ສະ​ເພາະ 222 ​ໂຄງການ ຊຶ່ງ​ມີ​ມູນ​ຄ່າ​ປະມານ 65 ຕື້​ໂດ​ລາ​ສະຫະລັດ, ພ້ອມ​ກັນ​ນັ້ນ​ກໍ່​ໄດ້​ຮັບຮອງ​ຜ່ານ​ຖະ​ແຫຼ​ງການ​ຮ່ວມ​ຂອງ​ກອງ​ປະຊຸມ, ​ແຜນການ​ປະຕິບັດ​ງານ​ຮ່າ​ໂນ້ຍ 2018 - 2022 ​ແລະ​ບາງ​ເອກະສານ​ກຳນົດ​ທິດ​ຂົງ​ເຂດຈຸດ​ໜັກ ​ແລະ​ມາດ​ຕະການ​ຮ່ວມ​ມື​ໃນ 5 ປີ​ທີ່​ຈະ​ມາ​ເຖິງ, ປະກອບ​ດ້ວຍ​ການ​ຊຸກຍູ້​ເປີດ​ກວ້າງ​ເຄືອ​ຂ່າຍ​ແລວ​ເສດຖະກິດ​ປະຈຸ​ບັນ.  

ການ​ຮ່ວມ​ມື​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງ (MLC): ຄວາມ​ຄິດ​ກ່ຽວ​ກັບ​ການ​ຮ່ວມ​ມື​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຫົກ​ປະ​ເທດ​ຕາມ​ລຳ​ນ້ຳ (ຫວຽດນາມ, ກຳປູ​ເຈຍ, ລາວ, ມຽນມາ, ​ໄທ ​ແລະ​ຈີນ) ​ໄດ້​ຮັບ​ການ​ນຳ​ສະ​ເໜີ​ຄັ້ງ​ທຳ​ອິດ​ຂອງ​ໄທ​ໃນ​ປີ 2012. ດ້ວຍ​ການ​ຊຸກຍູ້​ຢ່າງ​ແຂງ​ແຮງ​ຂອງ​ຈີນ ​ໃນ​ເວລາ​ມໍ່ໆ​ມາ​ນີ້, ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງ (MLC) ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເປັນ​ທາງ​ການ​ຢູ່​ທີ່​ກອງ​ປະຊຸມ​ຜູ້ນຳ​ອາວຸ​ໂສ MLC ຄັ້ງ​ທີ​ໜຶ່ງ​ຢູ່​ເມືອງ​ຊານ​ຢ້າ (ປະ​ເທດ​ຈີນ) ​ໃນ​ວັນ​ທີ 23 ມີນາ 2016. ກອງ​ປະຊຸມ​ໄດ້​ຮັບຮອງ​ຜ່ານ​ຖະ​ແຫຼ​ງການ​ຊານ​ຢ້າກ່ຽວ​ກັບ​ການ​ຮ່ວມ​ມື​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງ. ດ້ວຍ​ຖະ​ແຫຼງການ​ນີ້, ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ​ໄດ້​ກຳນົດ​ຂອບ​ເຂດ​ການ​ຮ່ວມ​ມື “3 + 5”, ໝາຍ​ຄວາມ​ວ່າການ​ຮ່ວມ​ມື​ບົນ​ພື້ນຖານ 3 ​ເສົາ​ຄ້ຳທາງ​ດ້ານ​ການ​ເມືອງ​ແລະ​ການ​ຮັກສາ​ຄວາມ​ສະຫງົບ, ​ເສດຖະກິດ​ແລະ​ສັງຄົມ, ພັດທະນາ​ແບບ​ຍືນ​ຍົງ​ແລະ​ມະນຸດ​ອະລິຍະ​ທຳ, ດ້ວຍ 5 ທິດ​ທາງ​ບຸລິມະ​ສີດ​ຄື ​ເຊື່ອມ​ຕໍ່, ຍົກ​ສູງ​ຄວາມ​ສາມາດ​ຜະລິດ, ຊຸກຍູ້​ການ​ຮ່ວມ​ມື​​ເສດຖະກິດຂ້າມ​ຊາຍ​ແດນ, ຮ່ວມ​ມື​ໃນ​ການ​ຄຸ້ມຄອງ​ຊັບພະຍາກອນ​ນ້ຳ, ພັດທະນາ​ກະສິກຳ ​ແລະ​ຄວາມ​ພະຍາຍາມລົບ​ລ້າງ​ຄວາມ​ອຶດ​ຫີ​ວ ​ຫຼຸດຜ່ອນ​ຄວາມທຸກ​ຍາກ(2).

​ເຖິງ​ວ່າ​ເຄື່ອນ​ໄຫວ​ໃນ​ເວລາ​ພຽງ​ສອງ​ປີ ​ແຕ່​ການ​ຮ່ວມ​ມື​ໃນ​ຂອບ​ເຂດ MLC ກໍ່​ໄດ້​ບັນລຸ​ຜົນງານ​ບາງ​ຢ່າງ​ທີ່​ມີ​ເນື້ອ​​ແທ້, ​ເຊັ່ນ​ສຳ​ເລັດ​ທັງ​ໝົດ 45 ​ໂຄງການ​ເກັບ​ກ່ຽວ​ໄວ ​ໃນ​ຫ້າ​ທິດ​ທາງ​ບຸລິມະສິດ​ທີ່​ກ່າວ​ມາ​ຂ້າງ​ເທິງ. ທາງ​ດ້ານ​ການ​ເງິນ, ຈີນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຈ່າຍ​ເງິນ 11,54 ຕື້​ໂດ​ລາ​ສະຫະລັດ ​ໃຫ້​ແກ່​ການ​ກູ້​ຢືມ​ພິ​ເສດ ​ແລະ​ສິນ​ເຊື່ອ, ​ໃນ​ນັ້ນ 1,54 ຕື້​ໂດ​ລາ​ສະຫະລັດ ​ເປັນ​ເງິນ​ຢວນ. ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ຄື ການ​ຮ່ວມ​ມື​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງ​ໄດ້​ຮັບ​ການ​ຫັນ​ເປັນ​ນິຕິ​ກຳ​ສູງ​ທີ່​ສຸດ ດ້ວຍ​ການ​ຈັດ​ຕັ້ງ​ກອງ​ປະຊຸມຜູ້ນຳ​ອາວຸ​ໂສ​ທຸກໆ​ສອງ​ປີ, ກອງ​ປະຊຸມລັດຖະມົນຕີ​ຕ່າງປະ​ເທດ ​ແລະຂັ້ນ SOM ​​ເປັນປະຈຳ​ທຸກ​ປີ. ບັນດາ​ປະ​ເທດ​ສະມາຊິກ​ກໍສ້າງ​ຕັ້ງຄະນະ​ເລຂານຸການ​ແຫ່ງ​ຊາດ ກ່ຽວ​ກັບການ​ຮ່ວມ​ມື​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງ​ໃນ​ປີ 2017(3).

ກອງ​ປະຊຸມ​ສຸດ​ຍອດ​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງຄັ້ງ​ທີ່​ສອງ ​ຢູ່ພະນົມ​ເປັນ​ (ວັນ​ທີ 10 ມັງກອນ 2018) ​ໄດ້​ຮັບຮອງ​ຜ່ານ​ສອງ​ເອກະສານ​ທີ່​ສຳຄັນຄື ຖະ​ແຫຼ​ງການ​ຮ່ວມ​ພະນົມ​ເປັນ ​ແລະ​ແຜນການ​ປະຕິບັດ​ງານ MLC ​ໄລຍະ 2018-2022. ບັນດາ​ເອກະສານ​ດັ່ງກ່າວ​ໄດ້​ຢືນຢັນ ​ໄລຍະ 2018-2019 ​ແມ່ນ​ໄລຍະ “ສ້າງ​ຮາກ​ຖານ” ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຕາມ​ບັນດາ​ຂົງ​ເຂດ ​ແລະສຸມ​ໃສ່​ບັນດາ​ໂຄງການ​ຂະໜາດ​ກາງ ​ແລະ​ຂະໜາດ​ນ້ອຍ. ​ໄລຍະ 2020-2022 ​ແມ່ນ​ໄລຍະ​ປັບປຸງ​ແລະ​ເປີດ​ກວ້າງ, ຕາມ​ນັ້ນ, ບັນດາ​ປະ​ເທດ​ສະມາຊິກ​ຈະ​ຊຸກຍູ້​ແຮງ​ກວ່າ​ອີກ​ ການ​ຮ່ວມ​ມື​ໃນ​ຫ້າ​ຂົງ​ເຂດ​ບຸລິມະສິດ​ຂອງ MLC, ພ້ອມ​ກັນ​ນັ້ນ ອາດ​ຈະ​ຊອກ​ຫາ​ຄວາມ​ສາມາດ​ເປີດ​ກວ້າງ​ການ​ຮ່ວມ​ມື. ກອງ​ປະຊຸມ​ກໍ່​ໄດ້​ບັນທຶກ​ຮັບ​ຮູ້ລາຍ​ຊື່ 214 ຂໍ້​ສະ​ເໜີ​ໂຄງການ ​ແລະ​ລາຍ​ງານຂອງ​ຫົກ​ໜ່ວຍ​ງານ​ວິຊາ​ການສະ​ເພາະ​ຂະ​ແໜງ.

​ເຂດສານ​ຫຼ່ຽນມພັດທະນາ​ກຳ​ປະ​ເຈຍ-ລາວ-ຫວຽດນາມ (CLV): ຄວາມ​ຄິດ​ລິ​ເລີ່​ມກ່ຽວ​ກັບ​ເຂດ​ສາມຫຼ່ຽມ​ພັດທະນາ ໃນ​ເຂດ​ຊາຍ​ແດນ​ສາມ​ປະ​ເທດ ກຳ​ປະ​ເຈຍ-ລາວ-ຫວຽດນາມ ​ໂດຍ​ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ ຮຸນ​ເຊ​ນ ນຳ​ສະ​ເໜີ​ຢູ່​ທີ່​ກອງ​ປະຊຸມຂັ້ນ​ສູງ​ລະຫວ່າງ​ສາມ​ນາຍົກລັດຖະມົນຕີ ກຳ​ປະ​ເຈຍ-ລາວ-ຫວຽດນາມ ຄັ້ງ​ທີ່​ໜຶ່ງ​ ຢູ່​ນະຄອນຫຼວງ​ວຽງ​ຈັນ​ປີ 1999. ​ເປົ້າ​ໝາຍ​ຂອງ​ເຂດ​ສາມຫຼ່ຽມພັດທະນາ CLV ​ແມ່ນ​ພັດທະນາ​ເສດຖະກິດ-ສັງຄົມ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ປະກອບສ່ວນ​ຮັກສາ​ຄວາມ​ສະຫງົບ ຄວາມປອດ​ໄພ​ຂອງ​ທັງ​ສາມ​ປະ​ເທດ. ການ​ຮ່ວມ​ມື​ສຸມ​ໃສ່​ບັນດາ​ຂົງ​ເຂດຄົມມະນາຄົມ, ພະລັງງານ, ການ​ຄ້າ ການ​ລົງທຶນ ​ແລະ​ການ​ອົບຮົມ​ສຶກສາ.

ກອງ​ປະຊຸມ​ສຸດ​ຍອດ CLV ຄັ້ງທີ 10 ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ​ ໄດ້​ຮັບຮ​ອງຜ່ານ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື CLV, ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ປັນ​ຕ້ອງ​ເພີ່ມ​ທະວີ​ການ​ເຊື່ອນ​ຕໍ່ລະຫວ່າງ​ເສດຖະກິດ​ຂອງ​ສາມ​ປະ​ເທດ ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ແຂ່ງຂັນ​ເສດຖະກິດ, ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ພວງ​ພະນັງຄຸນຄ່າ​ພາກ​ພື້ນ ​ແລະ​ທົ່ວ​ໂລກ, ຮັບມື​ກັບ​ສິ່ງ​ທ້າ​ທາຍ​ລວມ. ບົນ​ພື້ນຖານ​ຂໍ້​ສະ​ເໜີ​ແນະ​ຂອງ​ຫວຽດນາມ, ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ເຂດ​ສາມຫຼ່ຽມ​ພັດທະນາ CLV ເທື່ອ​ລະ​ກ້າວ ມຸ່ງ​ໄປ​ສູ່ປົກ​ຄຸມ​ທົ່ງ​ທັງ​ສາມ​ປະ​ເທດ. ​ເພື່ອ​ເປີດ​ຂະ​ບວນການ​ນີ້, ບັນດາ​ຜູ້ນຳ​ໄດ້​ຜ່ານ​ແຜນການ​ກວມ​ລວມ​ເພື່ອ​ເຊື່ອມ​ຕໍ່​ເສດຖະກິດ​ຂອງ​ສາມ​ປະ​ເທດ CLV ຮອດ​ປີ 2030, ປະກອບ​ດ້ວຍ​ບັນດາ​ທິດ​ທາງ​ທີ່​ສຳຄັນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ເຊື່ອມ​ຕໍ່​ທາງ​ດ້ານ​ໂຄງ​ສ້າງ​ພື້ນຖານ, ລະບຽບ​ກົດໝາຍ, ​ເສດຖະກິດ ​ແລະ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ປະຊາຊົນ.

ການ​ຮ່ວມ​ມື​ລະຫວ່າງ​ສີ່​ປະ​ເທດ​ກຳປູ​ເຈຍ-ລາວ-ມຽນມາ-ຫວຽດນາມ (CLMV): ກອງ​ປະຊຸມ​ສຸດ​ຍອດ CLMV ຄັ້ງ​ທີໜຶ່ງ​ໄດ້​ຈັດ​ຂຶ້ນ​​ເນື່ອງ​ໃນ​ໂອກາດກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 10 (​ເດືອນ​ພະຈິກ 2004) ຢູ່​ນະຄອນຫຼວງ​ວຽງ​ຈັນ. ກອງ​ປະຊຸມ​ໄດ້​ຮັບຮອງ​ຜ່ານ​ຖະ​​ແຫຼງການ​ວຽງ​ຈັນກ່ຽວ​ກັບ “​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ​ເຊື່ອມ​ໂຍງ​ເສດຖະກິດ​ລະຫວ່າງ​ບັນດາ​ປະ​ເທດ CLMV”, ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ປະ​ເທດ CLMV ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ເສດຖະກິດນຳ​ກັນ ​ແລະ​ເຊື່ອມ​ໂຍງ​ໃນ​​ຂອບການ​ຮ່ວມ​ມື​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ, ອາ​ຊຽນ ​ແລະ​ພາກ​ພື້ນ. ຂົງ​ເຂດ​ການ​ຮ່ວມ​ມື​ໃນ​ຂອບ CLMV ລວມມີ: ການ​ຄ້າ, ການ​ລົງທຶນ, ກະສິກຳ. ອຸດສາຫະກຳ, ຄົມມະນາຄົມ, ການທ່ອງທ່ຽວ ​ແລະ​ພັດທະນາ​ແຫຼ່ງບຸກຄະລາ​ກອນ.

ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດຖະກິດ​ໃນ​ເຂດ​ສາມ​ແມ່​ນ້ຳ ອີຣາວາ​ດີ-​ແມ່​ນ້ຳ​ເຈົ້າ​ພະຍາ-​ແມ່​ນ້ຳຂອງ (ACMECS): ACMECS ​ແມ່ນ​ຂອບ​ການ​ຮ່ວມ​ມື​ທາງ​ເສດຖະກິດ​ລະຫວ່າງ​ຫ້າ​ປະ​ເທດກຳປູ​ເຈຍ, ລາວ, ມຽນມາ, ​ໄທ ​ແລະ​ຫວຽດນາມ, ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​​ເດືອນ​ພະຈິກ 2003 ຢູ່​ທີ່​ກອງ​ປະຊຸມສຸດ​ຍອດ ບາ​ການ (ປະ​ເທດ​ມຽນມາ) ​​ໂດ​ຍຝ່າຍ​ໄທ​ເປັນ​ຜູ້​ສະ​ເໜີ. ACMECS ມີ 7 ຂົງ​ເຂດການ​ຮ່ວມ​ມື: ການ​ຄ້າ-ການ​ລົງທຶນ; ກະສິກຳ; ອຸດສາຫະກຳ-ພະລັງງານ; ການ​ຄົມມະນາຄົມ; ການທ່ອງທ່ຽວ; ພັດທະນາ​ແຫຼ່ງບຸກຄະລາ​ກອນ; ສາທາລະນະ​ສຸກ. ACMECS ​ໄດ້​ສ້າງ​ຕັ້ງ 7 ໜ່ວຍ​ງານ​ ສົມ​ຄູ່​ກັບບັນດາຂົງ​ເຂດ​ທີ່​ກ່າວ​ມາ​ເທິງ​ນີ້. ​ແຕ່ລະ​ປະ​ເທດ ACMECS ຮັບຜິດຊອບ​ການປະສານ​ງານ​ຢ່າງ​ໜ້ອຍໜຶ່ງ​ຂົງ​ເຂດການ​ຮ່ວມ​ມື, ​ໃນ​ນັ້ນ​ໄທຮັບຜິດຊອບການ​ປະສານ​ງານສອງ​ຂົງ​ເຂດ​ຄື ການ​ຄ້າ-ການ​ລົງທຶນ ​ແລະ​ສາທາລະນະ​ສຸກ; ຫວຽດນາມຮັບຜິດຊອບ​ການປະສານ​ງານສອງ​ຂົງ​ເຂດ​ຄື ພັດທະນາ​ແຫຼ່ງກຳລັງ​ຄົນ ​ແລະ​ອຸດສາຫະກຳ-ພະລັງງານ; ກຳປູ​ເຈຍ​ປະສານ​ງານການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ; ລາວ​ປະສານ​ງານການ​ຮ່ວມ​ມື​ດ້ານ​ການ​ຄົມມະນາຄົມ; ມຽນມາ​ປະສານ​ງານການ​ຮ່ວມ​ມື​ທາງດ້ານ​ກະສິກຳ.

ຄວາມ​ຄິດ​ລິ​ເລີ່​ມ​ການເຊື່ອມ​ໂຍງ​ອາ​ຊຽນ: ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ອາ​ຊຽນກັບ​ການ​ຮ່ວມ​ມື GMS, ກອງປະຊຸມ​ສຸດ​ຍອດ​ອາ​ຊຽນປີ 1995 ​ໄດ້​ສ້າງ​ໂຄງການ​ຮ່ວມ​ມື​ພັດທະນາ​ແມ່​ນ້ຳຂອງ-ອາ​ຊຽນ (AMBDC), ດ້ວຍ​ເສົາ​ຄ້ຳ​ຕົ້ນຕໍ​ຄື​ ການກໍ່ສ້າງ​ທາງ​ລົດ​ໄຟສາຍ​ໜຶ່ງ​ຈາກ​ສິງກະ​ໂປ​ເຖິງ​ຄຸນ​ໝິງ, ຢູນໜານ ຜ່ານ​ມາ​ເລ​ເຊຍ, ​ໄທ ​ແລະ​ລາວ, ​ມີ​ການແບ່ງ​ເປັນ​ສາຂາ​ເຖິງ​ກຳປູ​ເຈຍ ​ແລະ​ມຽນມາ. ​ໂຄງການ​ຖືກ​ຖື​ວ່າ​ເປັນ​ກົນ​ໄກທີ່​ສຳຄັນ​ໃນ​ການ​ຊຸກຍູ້ ​ແລະ​ຮັກສາ​ການ​ພັດທະນາ​ຂອງ​ແມ່​ນ້ຳຂອງ ​ແລະ ​ເປັນ​ເວທີ​ປາ​ໄສ​ການ​ສົນ​ທະນາ​ນະ​ໂຍບາຍ​ກັບ​ອາ​ຊຽນ ​ແລະ​ຈີນ ​ເພື່ອ​ແນ​ໃສ່​ປັບປຸງ ພັດທະນາ​ເສດຖະກິດ​ໃນ​ອະນຸ​ພາກ​ພື້ນ ​ແລະ​ການຮ່ວມ​ມື​ເພື່ອ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຄວາມທຸກ​ຍາກ(4).

ກູ່​ມກົນ​ໄກ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ຢູ່​ນອກ​ພາກ​ພື້ນ:

ການ​ຮ່ວມ​ມື​ແມ່​ນ້ຳຂອງ-ຍີ່ປຸ່ນ: ຂອບ​ການ​ຮ່ວມ​ມື​ແມ່​ນ້ຳຂອງ-ຍີ່ປຸ່ນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 2007, ຊຶ່ງ​ໄດ້​ຜັນ​ຂະຫຍາຍ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ ພັດທະນາ​ເສດຖະກິດ-ສັງຄົມ, ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ, ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ສະຫັດ​ສະ​ວັດ (MDGs), ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ​ຄວາມ​ປອດ​ໄພທາງດ້ານ​ແຫຼ່ງນ້ຳຂອງ​ແມ່​ນ້ຳຂອງ... ຄວາມ​ຄິດ​ລິ​ເລີ່​ມການ​ຮ່ວມ​ມື​ທີ່​ສຳຄັນ​​ຄື: “​ແຜນການ​ປະຕິບັດ​ງານ 63 ​ໂຄງການ​ການ​ຮ່ວມ​ມື​ຍີ່ປຸ່ນ-​ແມ່​ນ້ຳຂອງ” ປະກອບ​ດ້ວຍ​ສອງ​ຈຸດ​ໜັກ​ໃຈກາງ​ຄື ຄວາມ​ຄິດ​ລິ​ເລີ່​ມ​ແມ່​ນ້ຳຂອງຂຽວ ​ແລະ ຄວາມ​ຄິດ​ລິ​ເລີ່​ມການ​ຮ່ວມ​ມື​ເສດຖະກິດແລະອຸດສາຫະກຳ​ແມ່​ນ້ຳຂອງ-ຍີ່ປຸ່ນ. ຫຼາຍ​ໂຄງການ​ທີ່​ສຳຄັນ​ໄດ້​ແລະ​ພວມ​ຜັນ​ຂະຫຍາຍ​ໃນ​ບັນດາ​ຂົງ​ເຂດພັດທະນາ​ໂຄງ​ສ້າງ​ພື້ນຖານ, ສິ່ງ​ແວດ​ລ້ອມ, ​ແລກ​ປ່ຽນວັດທະນະທຳ ​ແລະ​ການ​ຮ່ວມ​ມື​ພາກ​ລັດ​ແລະ​ເອກະ​ຊົນ. ພິ​ເສດ, ຄວາມ​ຄິດ​ລິ​ເລີ່​ມ​ແມ່​ນ້ຳຂອງ​ສີຂຽວ​ມຸ່ງ​ໄປ​ສູ່​ຍູ້​ແຮງ​ການ​ຮ່ວມ​ມື​ເພື່ອ​ຄວາມ​ຫຼາກ​ຫຼາຍ​ທາງ​ຊີວະ​ພາບ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແຫຼ່ງນ້ຳ, ​ແກ້​ໄຂ​ບັນຫາ​ສິ່ງ​ແວດ​ລ້ອມ​ທີ່​ຮີບ​ດ່ວນ​ທີ່​ພົວພັນ​ເຖິງ​ການ​ພັດທະນາຂອງ​ພາກ​ພື້ນ. ​ໃນ​ໄລຍະ 2016 - 2018, ຍີ່ປຸ່ນ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເພີ່ມ​ການ​ຊ່ວຍ​ເຫຼືອ ODA ຂຶ້ນ​ເຖິງ 750 ຕື້​ເຢນຍີ່ປຸ່ນ (​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ກ່ອນ 150 ຕື້​ເຢນ) ​ໃຫ້​ແກ່​ພາກ​ພື້ນ​ລຸ່ມ​ແມ່​ນ້ຳຂອງ ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ພາກ​ພື້ນ​ນີ້​ຢ່າງ​ຍືນ​ຍົງ ​ໃນ​ສີ່​ເສົາ​ຄ້ຳ: ພັດທະນາ​ໂຄງ​ສ້າງ​ພື້ນຖານ​ອຸດສາຫະກຳ, ​ແຫຼ່ງພະລັງ​ອຸດສາຫະກຳ, ພັດທະນາ​ແບບ​ຍືນ​ຍົງ ​ແລະການ​ປະສານ​ງານ​ນະ​ໂຍບາຍ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ(5).

ການ​ຮ່ວມ​ມື​ແມ່​ນ້ຳຂອງ-ສະຫະລັດ​ອາ​ເມ​ລິ​ກາ: ປີ 2009 ຂີດ​ໝາຍ​ການ​ກັບ​ຄືນ​ມາ​ພາກ​ພື້ນ​ແມ່​ນ້ຳຂອງ​ຂອງ​ອາ​ເມ​ບິ​ກາ(6) ດ້ວຍ​ຄວາ​ຄິດ​ລິ​ເລີ່​ມກ່ຽວ​ກັບ​ລຸ່ມ​ແມ່​ນ້ຳຂອງ (LMI) ລະຫວ່າງ​ສະຫະລັດ​ອາ​ເມ​ລິ​ກາ​ແລະ​ຫວຽດນາມ, ກຳປູ​ເຈຍ, ລາວ ​ແລະ​ມຽນມາ (ມຽນມາ​ເຂົ້າ​ຮ່ວມ​ຢ່າງ​ເປັນ​ທາງ​ການ​ໃນ​ປີ 2012). ບັນດາ​ປະ​ເທດ​ເປັນ​ເອກະ​ພາບ​ຈະ​ເພີ່ມ​ທະວີກາ​ນຮ່ວມ​ມື​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ, ສາທາລະນະ​ສຸກ, ການ​ສຶກສາ ​ແລະ​ພັດທະນາ​ໂຄງ​ສ້າງ​ພື້ນຖານ. ມາ​ເຖິງ​ປະຈຸ​ບັນ, LMI ​ໄດ້​ແລະ​ພວມ​ຜັນ​ຂະຫຍາຍ​ບາງ​ຄວາມ​ຄິດ​ລິ​ເລີ່​ມ ​ແລະ​ການ​ເຄື່ອນ​ໄຫວ​ຮ່ວມ​ມືທີ່​ໂດດ​ເດັ່ນ​ຄື: ການ​ແຮກສ່ຽວ​ລະຫວ່າງ​ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ ​ແລະ​ຄະນະ​ກຳມາ​ທິການ​ແມ່​ນ້ຳ​ມິ​ຊິ​ຊີ​ປີ ​ແນ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງສອງ​ຝ່າຍ; ໂຄງການ “ພະຍາກອນ​ແມ່​ນ້ຳຂອງ” ​ແລະ​ການ​ຮ່ວມ​ມື​ດ້ານ​ສິ່ງ​ແວດ​ລ້ອມ ​ແນ​ໃສ່​ສ້າງບັນດາ​ສະຖານີຕິດຕາມ​ອັດຕະ​ໂນ​ມັດ ​ເພື່ອ​ຕິດຕາມ​ການ​ປ່ຽນ​ແປງ​ສະພາບ​ອາກາດ​ໃນ​ອະນຸ​ພາກ​ພື້ນ; ຊ່ວຍ​ເຫຼືອ​ການ​ແລກປ່ຽນ​ດ້ານ​ວິຊາ​ການ ​ແລະຜູ້​ຊ່ຽວຊາມ​ມາ​ໃນ​ພາກ​ພື້ນ​ເປັນ​ປະຈຳທຸກ​ປີ. ຄຽງ​ຄູ່​ກັບ LMI, ບັນດາ​ປະ​ເທດ​ກໍ່​ໄດ້​ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມືລະຫວ່າງ​ບັນດາ​ປະ​ເທດ LMI ​ແລະ ບັນດາ​ເພື່ອນ​ມິດ (FLM), ​ຊຶ່ງ​ກອງ​ປະຊຸມ​ລັດຖະມົນ​ຕີ FLM ຄັ້ງ​ທີ​ໜຶ່ງ​ໃດ້ຈັດ​ຕັ້ງ​ຂຶ້ນ​ໃນ​ເດືອນ​ກໍລະກົດ 2011, ປະກອບ​ມີ​ບັນດາ​ປະ​ເທດ LMI ​ແລະ ອົດ​ສະຕຣາລີ, ຍີ່ປຸ່ນ, ສ.ເກົາຫຼີ, ສະຫະພາບ​ເອຣົບ (EU), ນິວຊີ​ແລນ, ທະນາຄານ​ພັດທະນາ​ອາຊີ (ADB) ​ແລະ​ທະນາຄານ​ໂລກ (WB).

ການ​ຮ່ວມ​ມື​ແມ່​ນ້ຳຂອງ-ອິນ​ເດຍ: ​ໂດຍ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ຫັນ​ໄປ​ສູ່​ທາງ​ທິດຕາ​ເວັນ​ອອກ​ແຕ່​ປີ 1989, ອິນ​ເດຍ​ໄດ້​ຕັ້ງໜ້າ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ພາກ​ພື້ນ​ແມ່​ນ້ຳຂອງ ​ແລະ​ອາ​ຊຽນ. ຮອດ​ປີ 2000, ການ​ຮ່ວມ​ມື​ແມ່​ນ້ຳຂອງ-​ແມ່​ນ້ຳ​ຄົງ​ຄາ (GMC) ​ໄດ້​ຮັບ​ການ​ຮັບຮອງ​ຜ່ານ​ໃນ​ການ​ພົບ​ປະລະ​ຫວ່າງ​ລັດຖະມົນຕີ​ການ​ຕ່າງປະ​ເທດຂອງ​ຫົກ​ປະ​ເທດ​ກຳປູ​ເຈ, ອິນ​ເດຍ, ລາວ, ມຽນມາ, ​ໄທ ​ແລະ​ຫວຽດນາມ. ​ເປົ້າ​ໝາຍ​ຂອງ MGC ​ແມ່ນ​ປັບປຸງການ​ພົວພັນ​ມິ​ຕະພາບ, ສາມັກຄີ​ລະຫວ່າງ​ບັນດາ​ປະ​ເທດ​ຢູ່​ລຸ່ມ​ແມ່​ນ້ຳຂອງ​ ​ແລະ​ແມ່​ນ້ຳ​ຄົງ​ຄາ ​ໂດຍ​ຜ່ານ​ສີ່​ຂົງ​ເຂດ​ຮ່ວມ​ມື​ຕົ້ນຕໍ​ຄື ການທ່ອງທ່ຽວ, ວັດທະນະທຳ, ການ​ສຶກສາ ​ແລະ​ການ​ເຊື່ອມ​ຕໍ່​ຄົມມະນາຄົມ.

ຄຽງ​ຄູ່​ກັບ​ບັນດາ​ກົນ​ໄກ​ຮ່ວມ​ມື​ເທິງ​ນີ້, ພາກ​ພື້ນ​ແມ່​ນ້ຳຂອງ​ຍັງ​ມີ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳຂອງ-ສ.​ເກົາຫຼີ, ​ແມ່​ນ້ຳຂອງ-ສະ​ວິດ... ​ແຕ່​ລະດັບ​ການ​ພົວພັນ​​ເຫຼົ່າ​ນີ້ຍັງ​ຕ່ຳ.

ອາດ​ຈະ​ເວົ້າ​ໄດ້​ວ່າ, ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ແມ່​ນ້ຳຂອງ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງທາງ​ດ້ານ​ຄຸນ​ນະພາ​ບ​ແລະ​ປະ​ລິ​ມານ, ​ໄດ້​ກາຍ​ເປັນ​ພາກສ່ວນ​ປະກອບ​ທີ່​ສຳຄັນ​ໃນ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ແລະ​ເຊື່ອມ​ຕໍ່​ພາກ​ພື້ນ. ຜ່ານ​ບັນດາ​ກົນ​ໄກ​ເຫຼົ່າ​ນີ້, ບັນດາ​ປະ​ເທດ​ຢູ່​ຕາມ​ຝັ່ງ​ແມ່​ນ້ຳ​ນັບ​ມື້​ນັບ​ມີ​ເງື່ອນ​ໄຂ​ປົວ​ແປງ, ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ, ​ເຊື່ອມ​ຕໍ່​ສາຍ​ທາງ​ຄົມມະນາຄົມ, ຄຸ້ມຄອງ​ແຫຼ່ງນ້ຳ​ແບບ​ຍືນ​ຍົງ ​ແລະຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ລຸ່ມ​ແມ່​ນ້ຳ. ບັນດາ​ໂຄງການ, ​ແຜນ​ງານ​ໄດ້ຊ່ວຍ​ປົກ​ປັກ​ຮັກສາ​ ແລະພັດທະນາ​ຊັບພະຍາກອນ​ນ້ຳໃນ​ແມ່​ນ້ຳຂອງ ຕາມ​ທິດ​ຍືນ​ຍົງ, ຮັບ​ໃຊ້​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນກວ່າ 60 ລ້ານ​ຄົນ​ໃນລົ່ງ​ແມ່​ນ້ຳ, ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ເຂດ​ໜຶ່ງ​ທີ່​ທຸກ​ຍາກ​ທີ່​ສຸດ​ຂອງ​ໂລກ. ບັນດາ​ໂຄງການ​ເຊື່ອມ​ໂຍງ​ບໍ່​ພຽງ​ແຕ່​ຊ່ວຍ​ເຫຼືອ​ໃຫ້​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ນີ້​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ໃຫ້​ອະນຸ​ພາກ​ພື້ນ​ນີ້​ເຊື່ອມ​ຕໍ່​ກັບບັນດາ​ສູນ​ກາງ​ເສດຖະກິດ​ທີ່​ພັດທະນາ​ຢ່າງ​​ແຂງ​ແຮງ​ໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກທີ່​ກວ້າງ​ໃຫຍ່​ກວ່າ​ອີກ.

ຄຽງ​ຄູ່​ກັບ​ຄວາມ​ສະດວກ, ການ​ຮ່ວມ​ມື​ອະນຸ​ພາກ​ພື້ນກໍ່​ປະສົບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ. ບັນດາ​ປະ​ເທດ​ໃນ​ພາກ​ພື້ນ (ຍົກ​ເວັ້ນປະ​ເທດ​ຈີນ) ລ້ວນ​ແຕ່​ເປັນ​ປະ​ເທດ​ທີ່​ຖືກ​ຈຳກັດ​ທາງ​ດ້ານ​ເສດຖະກິດ, ຕ້ອງ​ອີງອາ​ໄສ​​ໃສ່ແຫຼ່ງທຶນ​ຊ່ວຍ​ເຫຼືອ​ຈາກພາຍ​ນອກ. ຄຽງ​ຂ້າງ​ນັ້ນ, ຄວາມ​ສາມາ​ປະຕິບັດ ​ແລະ​ຜັນ​ຂະຫຍາຍ​ໂຄງການ​ຕ່າງໆ​ກໍ່​ຍັງ​ຊັກ​ຊ້າ ​ແລະ​ປະສິດທິ​ຜົນ​ຕ່ຳ. ປະສິດທິ​ຜົນ​ຂອງ​ບັນດາ​ກົນ​ໄກ​ຮ່ວມ​ມື​ກັບ​ຄູ່​ຮ່ວມ​ຢູ່​ນອກ​ພາກ​ພື້ນຍັງ​ບໍ່​ສະ​ໝ່ຳສະ​ເໝີ. ​ແຕ່, ສິ່ງ​ທ້າ​ທາຍ​ໃຫຍ່​ທີ່​ສຸດ​ສຳລັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແມ່ນ ປະຈຸ​ບັນ​ມີ​ກົນ​ໄກ​ຮ່ວມ​ມືຫຼາຍ​​ໂພດ, ມີ​ຫຼາຍ​ເນື້ອ​ໃນ​ຮ່ວມ​ມື​ທີ່​ທັບ​ຊ້ອນ​ກັນ, ມີ​ບາງ​ກົນ​ໄກ​ຍັງ​ຄົງ​ຕົວ​ຢູ່​ແຕ່​ບໍ່​ມີ​ການ​ເຄື່ອນ​ໄຫວ​ໃນ​ພາກ​ຕົວ​ຈິງ.

ການ​ເຂົ້າ​ຮ່ວມ ​ແລະ​ສ່ວນ​ຮ່ວມ​ຂອງ​ຫວຽດນາມ 

ພ້ອມ​ກັນ​ກັບ​ທ່ວງທ່າ​ຂະຫຍາຍຕົວ​ຂອງ​ບັນດາ​ກົນ​ໄກ​ການຮ່ວມ​ມື​ແມ່​ນ້ຳຂອງ, ຫວຽດນາມ​ກໍ່​ໄດ້​ແລະ​ພວມ​ເຂົ້າ​ຮ່ວມ​ຢ່າງຕັ້ງໜ້າ​ໃນ​ບັນດາ​ຂອບ​ການ​ຮ່ວມ​ມື ​ແລະ​ໄດ້​ມີ​ການ​ປະກອບສ່ວນຫຼາຍ​ຢ່າງ​ໃຫ້​ແກ່​ການ​ຮ່ວມ​ມື​ພັດທະນາ​ພາກ​ພື້ນ ພາຍ​ໃຕ້​ຫຼາຍ​ຮູບ​ການ, ​ເຊັ່ນ​ຈັດ​ຕັ້ງ​​ກອງ​ປະຊຸມ ການ​ສຳ​ມະ​ນາ, ສ້າ​ງ​ເອກະສານ​ທີ່​ສຳຄັນ, ສ້າງ​ແລະ​ຊຸກຍູ້​ຄວາມ​ຄິດ​ລິ​ເລີ່​ມ, ຊ່ວຍ​ເຫຼືອ​ການ​ເງິນ​ໃຫ້​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ.

ການ​ປະກອບສ່ວນ​ທີ່​ສຳຄັນ​ທີ່​ສຸດ​​ແມ່ນ​ຫວຽດນາມ​ໄດ້​ເສີມ​ຂະຫຍາຍ​ບົດບາດຕັ້ງໜ້າ​ໃນ​ຂະ​ບວນວິວັດການຫັນ​ເປັນ​ນິຕິ​ກຳ ​ແລະນຳ​ເອົາ​ບັນດາ​ເນື້ອ​ໃນ​ສຳຄັນ​ເຂົ້າ​ໃນ​ຂອບ​ກົນ​ໄກ​ທີ່​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຊາດ ​ແລະ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ. ພິ​ເສດ, ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ກ່ອນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ຂະ​ບວນວິວັດ​ການ​ກໍ່ສ້າງ​ກົນ​ໄກ, ຂັ້ນ​ຕອນ ​ແລະ​ໂຄງການ​ຮ່ວມ​ມືຂອງ​ຄະນະ​ກຳມາທິການ​ແມ່​ນ້ຳຂອງ (​MRC), ​ໃນ​ນັ້ນ ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ທີ່​ສຸດ​ແມ່ນ ການ​ກໍ່ສ້າງ​ແລະ​ເຈລະຈາ​ສັນຍາ​ແມ່​ນ້ຳຂອງ 1995. ສຳລັບ​ຫວຽດນາມ, ສັນຍາ​ນີ້​ແມ່ນ​ພື້ນຖານ​ນິຕິ​ກຳ​ທີ່​ສຳຄັນ (​ແລະ​ມາ​ເຖິງ​ປະ​ຈຸ​ບັນ​ແມ່ນ​ໜຶ່ງ​ດຽວ​ກ່ຽວ​ກັບ​ຊັບພະຍາກອນ​ນ້ຳ ​ແລະ​ບັນດາ​ຊັບພະຍາກອນ​ທີ່​ກ່ຽວຂ້ອງ​ ໃນ​ພາກ​ພື້ນ​ລຸ່ມ​​ແມ່​ນ້ຳຂອງ) ​ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຫວຽດນາມຕໍ່​ເຂດ​ທົ່ງ​ພຽງ​ແມ່ນ້ຳຂອງ. ຫວຽດນາມ​ໄດ້​ຈັດ​ຕັ້ງ​ຢ່າງ​ສຳ​ເລັດ​ຜົນ ​ກອງ​ປະຊຸມສຸດ​ຍອດ​ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ​ຄັ້ງ​ທີ 2 (​ເດືອນ​ເມສາ 2014) ດ້ວຍ​ຖະ​ແຫຼ​ງການ​ນະ​ຄອນ​ໂຮ່ຈີ​ມິນ. ໃນ​ກອງ​ປະຊຸມ​ສຸດ​ຍອດຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ​ຄັ້ງ​ທີ 3 ຢູ່ກຳ​ປູ​ເຈຍ (​ເດືອນ​ເມສາ 2018), ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຝຸກ ​ໄດ້​ສະ​ເໜີ​ໃຫ້ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ​ ລວມສູນ​ໃສ່​ເນື້ອ​ໃນ​ນຳ​ໃຊ້ຊັບພະຍາກອນ​ນ້ຳ​ໃນ​ແມ່​ນ້ຳຂອງ ​ແລະ​ບັນດາ​ຊັບພະຍາກອນ​ທີ່​ກ່ຽວຂ້ອງ ຢ່າງ​ສະ​ເໝີ​ພາບ, ສົມ​ເຫດ​ສົມ​ຜົນ ​ແລະຍືນ​ຍົງ; ​ເພີ່ມ​ທະວີ​ການ​ປະຕິບັດສັນຍາ​ແມ່​ນ້ຳຂອງ 1995 ກໍ່​ຄືບັນດາ​ຂັ້ນ​ຕອນ, ຂໍ້​ກຳນົດ​ຂອງຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ ຢ່າງ​ຄົບ​ຖ້ວນ, ມີ​ເນື້ອ​ແທ້ ​ແລະ​ມີ​ປະສິດທິ​ຜົນ; ຍົກ​ສູງ​ປະສິດທິ​ຜົນ​ບົດບາດ​ຕິດຕາມ​ກວດກາ ​ແລະ​ປະສານ​ງານຂອງຄະນະ​ກຳມາ​ທິການ ​ໃນ​ການ​ປະຕິບັດຄຳ​ໝັ້ນ​ສັນຍາ​ຂອງ​ປະ​ເທດ​ສະມາຊິກ; ກໍ່ສ້າງ​ຂອບ​ແຜນ​ແມ່​ບົດ​ການ​ພັດທະນາ​ລຸ່ມ​ແມ່​ນ້ຳ ທີ່​ສອດຄ່ອງ​ກົມກຽວ​ກັບ​ແຜນ​ແມ່​ບົດ​ຊັບພະຍາກອນ​ນ້ຳຂອງ​ປະ​ເທດ​ສະມາຊິກ; ນຳ​ສະ​ເໜີ​ຄວາມ​ຄິດ​ລິ​ເລີ່​ມບາງ​ຢ່າງ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

​ໃນ​ຂອບ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງ (MLC), ຫວຽດນາມ​ກໍ່​ຊຸກຍູ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ ​ແລະ​ນຳ​ໃຊ້​ແຫຼ່ງນ້ຳ​ໃນ​ແມ່​ນ້ຳຂອງຢ່າງ​ຍືນ​ຍົງ​ ​ແນ​ໃສ່​ບັນລຸ​ເຖິງ​ຄວາມສົມ​ດຸນ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດ ​ແລະ​ຄວາມ​ຮັບຜິດຊອບລະຫວ່າງ​ບັນດາ​ປະ​ເທດ​ຢູ່​ຕາມ​ຝັ່ງ​ແມ່​ນ້ຳ. ອາດ​ຈະ​ເວົ້າ​ໄດ້​ວ່າ, ພ້ອມ​ກັນ​ກັບຈີນ, ​ຫວຽດນາມ​ເປັນ​ປະ​ເທດ​ທີ່​ມີ​ຄວາມ​ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ທີ່​ສຸດ ​ໃນ​ຂະ​ບວນວິວັດ​ກະກຽມ, ກໍ່ສ້າງ​ເອກະສານ​ຕ່າງໆ ກໍ່​ຄື​ໃນ​ການ​ປຶກສາ​ສົນທະນາ​ຢູ່​ກອງ​ປະຊຸມ​ຕ່າງໆ​ໃນ​ຂອບ​ເຂດ MLC, ຊຸກຍູ້​ຈຸດ​ທີ່​ຄ້າຍຄື​ກັນ, ພິ​ເສດ​ແມ່ນ​ການຮ່ວມ​ມືຄຸ້ມ​ຄອງ​ແຫຼ່ງນ້ຳ​ແບບ​ຍືນ​ຍົງ, ຮັບປະກັນ​ຫຼັກການ​ເຫັນ​ດີ​ເຫັນ​ພ້ອມ, ສະ​ເໝີ​ພາບ, ສະໝັກ​ໃຈ, ປັບປຸງ​ຄວາມ​ໄວ້​ວາງ​ໃຈ​ກັນ, ​ແບ່ງປັນ​ຜົນ​ປະ​ໂຫຍ​ດ ​ແລະ​ເຄົາລົບ​ກົດໝາຍ​ສາກົນ.

​ໃນ​ຂົງ​ເຂດ​ການ​ຄ້າ ​ແລະ​ການ​ລົງທຶນ, ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ພໍ​ຄວນ ​ໃນ​ບັນດາ​ການ​ເຄື່ອນ​ໄຫວສ້າງ​ຄວາມ​ສະດວກ​ດ້ານ​ການ​ຄ້າ ​ແລະ​ການ​ລົງທຶນ​ໃນ​ຂອບ​ເຂດ​ຂອງ GMS, ​ໃນ​ນັ້ນ​ມີ​ການ​ສ້າງ​ຄວາມ​ງ່າຍດາຍ​ດ້ານ​ລະບຽບ​ຂັ້ນ​ຕອນ​ສຸລະກາກອນ, ສ້າງ​ຄວາມ​ສະດວກ​ໃຫ້​ສິນຄ້າ​ແລະ​ບຸກຄົນ​ຜ່ານ​ຊາຍ​ແດນຂອງ​ກັນ​ແລະ​ກັນ, ມອບ​​​ໃບ​ອະນຸຍາດໃຫ້​ພາຫະນະ​ຂົນ​ສົ່ງມີສິດ​ໄປມາ​ໃນ​ດິນ​ແດນ​ຂອງ​ບັນດາ​ປະ​ເທດ GMS. ຫວຽດນາມ​ກໍ່​ເປັນ​ປະທານ​ໜ່ວຍ​ງານການ​ຄ້າ-ການ​ລົງທຶນ​ໃນ​ກົນ​ໄກ ACMECS ​ແລະ CLMV. ​ໃນ​ກົນ​ໄກ​ຮ່ວມ​ມື CLV, ຫວຽດນາມ​ມີ​ບົດບາດ​ບັນຊາ​ພາ​ທາງ, ​ເປັນ​ເຈົ້າ​ການ​ກວດຄືນ ​ແລະ​ກໍ່ສ້າງ​ວາງ​ແຜນ​ໃໝ່​ເຂດ​ສາມຫຼ່ຽມ​ພັດທະນາຮອດ​ປີ 2020, ກໍ່ສ້າງ​ເວັບ​ໄຊ​ສະ​ເພາະຂອງ ​ເຂດ​ສາມຫຼ່ຽມ​ພັດທະນາ​ໃນ​ສີ່​ພາສາ (ຫວຽດນາມ, ອັງກິດ, ລາວ ​ແລະ ກຳປູ​ເຈຍ), ຊ່ວຍ​ເຫຼືອ​ໃຫ້​ລາວ ​ແລະ​ກຳປູ​ເຈ​ຍ ​ໃນ​ການ​ກໍ່ສ້າງ​ບາ​ງສາຍ​ທາງ​ຕົ້ນຕໍທີ່​ເຊື່ອມ​ຕໍ່​ບັນດາ​ແຂວງ​ຊາຍ​ແດນ, ສ້າງ​ຕະຫຼາດ​ຊາຍ​ແດນ, ສະຖານີ​ກວດກາ​ປະສົມ.

ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ, ຫວຽດນາມ​ຖື​ບົດບາ​ດຂອງ​ປະທານ​ການ​ຮ່ວມ​ມື​ທາງ​ດ້ານ​ສິ່ງ​ແວດ​ລ້ອມ ​ໃນ​ການ​ຮ່ວມ​ມືລຸ່ມ​ແມ່​ນ້ຳຂອງ-ສະຫະລັດ​ອາ​ເມ​ລິ​ກາ; ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ຄວາມ​ຄິດ​ລິ​ເລີ່​ມ “ໜຶ່ງ​ທົດ​ສະ​ວັດ​ແຫ່ງ​ແມ່​ນ້ຳຂອງ​ຂຽວ” ​ໃນ​ການ​ຮ່ວມ​ມື​ແມ່​ນ້ຳຂອງ-ຍີ່ປຸ່ນ. ຫວຽດນາມ​ກໍ່​ມີ​ຄວາມ​ສຳ​ເລັດ​ໃນ​ການ​ນຳ​ເອົາ​ເນື້ອ​ໃນການ​ຮ່ວມ​ມື​ແຫຼ່ງນ້ຳ​ເຂົ້າ​ໃນ​ກົນ​ໄກ​ແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງ. ​ໃນ GMS, ຫວຽດນາມ​ໄດ້​ຕັ້ງໜ້າ​​ເຂົ້າ​ຮ່ວມໃນ​ການສ້າງ​ຂອບ​ຍຸດ​ທະ​ສາດປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ GMS; ກໍ່ສ້າງ​ລະບົບ​ສື່​ຂ່າວ​ແລະ​ຕິດຕາມ​ສິ່ງ​ແວດ​ລ້ອມ; ຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະຄູ້​ມຄອງ​ສິ່ງ​ແວດ​ລ້ອມ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ປ່າ​​ໃນ​ເຂດຕົ້ນ​ນ້ຳ; ຄູ້​ມຄອງ​ແລະ​ປົກ​ປັກ​ຮັກສາດິນ​ປ່າ​ຊາຍ​ເລນ​ເຂດ​ປາກ​ນ້ຳ​ແມ່​ນ້ຳຂອງ...

​ໃນ​ຂົງ​ເຂດ​ການ​ສຶກສາ ​ແລະ​ຝຶກ​ອົບຮົມ, ຫວຽດນາມ​ໄດ້​ຮັບ​ພະນັກງານ, ນັກ​ສຶກສາລາ​ວ ​ແລະ​ກຳປູ​ເຈຍ ມາຮຽນ​ຢູ່​ມະຫາວິທະຍາ​ໄລ ​ໄຕ​ງວຽນ ​ແລະ​ຊ່ວຍ​ເຫຼືອ​ກໍ່ສ້າງ​ໂຮງຮຽນ​ສາມັນ​ສຶກສາ​ກິນນອນ​ຢູ່​ແຂວງ​ເຊ​ກອງ (ລາວ) ​ແລະຣັດຕະນະ​ກີຣີ (ກຳປູ​ເຈຍ). ​ໃນ​ກົນ​ໄກ CLMV, ຫວຽດນາມ​ໄດ້​ສ້າງກອງ​ທຶນ​ທຶນ​ການ​ສຶກສາ CLMV ​ແນ​ໃສ່​ສະໜອງ​ທຶນ​ການ​ສຶກສາຢ່າງສະ​ໝ່ຳສະ​ເໝີ​ເປັນ​ປະຈຳ​ທຸກ​ປີ​ ໃຫ້ສາມ​ປະ​ເທດ​ລາວ, ກຳປູ​ເຈຍ, ໝຽນມາ. ນີ້​ແມ່ນ​ໜຶ່ງ​ໃນ 58 ​ໂຄງການ​ທຳ​ອິດ​ທີ່​ໄດ້​ຮັບ​ການ​ປະຕິບັດ ​ແລະ​ກໍ່​ເປັນ​ຜົນສຳ​ເລັດ​ທີ່​ພົ້ນ​ເດັ່ນ​ຂອງ​ກົນ​ໄກ​ການ​ຮ່ວມ​ມື CLMV.

ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່ຄື, ​ໃນ​ຂະ​ບວນວິວັດ​ການ​ເຂົ້າ​ຮ່ວມ​ໃນ​ບັນດາ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ​ແມ່​ນ້ຳຂອງ, ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ສັບສົນ, ​ໃນ​ນັ້ນ​ມີ​ບັນຫາ​ນຳ​ໃຊ້​ແຫຼ່ງນ້ຳ​ແບບ​ຍືນ​ຍົງ. ຍ້ອນ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ, ບາງ​ປະ​ເທດ​ໃນ​ພາກ​ພື້ນ​ໄດ້​ຍູ້​ແຮງ​ການ​ກໍ່ສ້າງ​ໂຄງການ​ໄຟຟ້າ​ນ້ຳຕົກ​ໃນ​ແມ່​ນ້ຳຂອງ ​ໂດຍ​ບໍ່​ປະຕິບັດ​​ຢ່າງ​ເຂັ້ມ​ງວດຕາມ​ຂໍ້​ກຳນົດ​ຕ່າງໆ​ໃນ​ສັນຍາແມ່​ນ້ຳຂອງປີ 1995 ກໍ່​ຄື​ຄວາມ​ກັງວົນ​ຂອງ​ບັນດາ​ປະ​ເທດ​ທີ່​ກ່ຽວຂ້ອງ. ຫວຽດນາມ​ໄດ້​ກຳນົດກ່ອນວ່າ ບັນຫາ​ພັດທະນາ​ໄຟຟ້າ​ນ້ຳຕົກ​ໃນ​ລຳ​ນ້ຳແມ່​ນ້ຳຂອງບໍ່​ພຽງ​ແຕ່​ເປັນ​ບັນຫາ​ເຕັກນິກ​, ວິຊາ​ສະ​ເພາະເທົ່າ​ນັ້ນ ຫາກ​ຍັງ​ເປັນ​ບັນຫາ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ​ຄວາມ​ປອດ​ໄພ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ, ມີ​ຜົນ​ກະທົບ​ຢ່າງ​ເລິກ​ເຊິ່ງ, ຍາວ​ນານ​ເຖິງ​ເຂດ​ທົ່ງພຽງແມ່​ນ້ຳຂອງອີກ​ນຳ. ດັ່ງ​ນັ້ນ, ​ໃນ​ຂະ​ບວນວິວັດ​ການ​ແກ້​ໄຂ, ດ້ວຍ​ຈິດ​ໃຈ​ສ້າງສາ, ຮ່ວມ​ມື, ຫວຽດນາມ​ໄດ້​ໝູນ​​ໃຊ້​ຫຼາຍ​ຮູບ​ການ​ແລກປ່ຽນກັບ​ບັນດາ​ສະມາຊິກ​ຂອງຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ ​ໂດຍ​ຜ່ານ​ຫຼາຍ​ຊ່ອງ​ທາງ​ທີ່​ຕ່າງ​ກັນ, ທັງ​ຂັ້ນ​ເຮັດ​ວຽກ, ວິຊາ​ການ ​ແລະ​ຂັ້ນສູງ. ຫວຽດນາມ​ໄດ້​ສົມທົບ​ກັບ​ບັນດາ​ປະ​ເທດ ຮຽກຮ້ອງ​ໃຫ້ປະຕິບັດ​ຖືກຕ້ອງ​ຕາມ​ສັນຍາແມ່​ນ້ຳຂອງ 1995 ​ແລະ​ບັນດາ​ຂັ້ນ​ຕອນ​ທີ່​ກ່ຽວຂ້ອງ, ​ໂຈະ​ການ​ຜັນ​ຂະຫຍາຍ​ໂຄງການ​ເຫຼົ່າ​ນີ້​ໄວ້​ຈົນ​ກວ່າ​ຈະ​ມີການ​ສຶກສາ​ກ່ຽວ​ກັບ​ຜົນ​ກະທົບຕໍ່​ສິ່ງ​ແວດ​ລ້ອມ. ຄຽງ​ຄູ່​ກັບ​ຂະ​ບວນການ​ໃຫ້​ຄຳ​ປຶກສາ​ແກ້​ໄຂຢູ່​ທີ່ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ, ຫວຽດນາມ​ໄດ້​ແລກປ່ຽນ​ກັບ​ບັນດາ​ຝ່າຍ​ທີ່ກ່ຽວຂ້ອງ ​ໂດຍ​ຜ່ານຊ່ອງ​ທາງ​ສອງ​ຝ່າຍ, ຜ່ານ​ນັ້ນ​ຫຼຸດຜ່ອນ​ຈຳນວນ​ໂຄງການ​ໄຟຟ້າ​ນ້ຳຕົກ​ຢູ່​ລຳ​ນ້ຳ​ຫຼັກ​ໃນແມ່​ນ້ຳຂອງ ​ແລະ​ຄັດ​ເລືອກ​ເອົາ​ໂຄງການ​ທີ່​ມີ​ການ​ກະທົບ​ໜ້ອຍ​ຕໍ່​ສິ່ງ​ແວດ​ລ້ອມ​ແລະລະບົບ​ນິ​ເວດ​ ໃນ​ພາກ​ພື້ນ. ຫວຽດນາມ​ໄດ້​ເປັນ​ເຈົ້າ​ການ​ສົມທົບການ​ຄົ້ນຄວ້າ​ກ່ຽວ​ກັບ​ຜົນ​ກະທົບ​ຂອງ​ໄຟຟ້າ​ນ້ຳຕົກ​ໃນ​ລຳ​ນ້ຳ​ແມ່​ນ້ຳຂອງ, ​ເຊັ່ນ​ການ​ຄົ້ນຄວ້າ​ຂອງ​ຄະນະ​ກຳມະການແມ່​ນ້ຳຂອງຫວຽດນາມ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຊ່ຽວຊານ​ລາວ ​ແລະກຳປູ​ເຈຍກ່ຽວ​ກັບ​ຫົວ​ຂໍ້ “ຄົ້ນຄວ້າ​ປະ​ເມີນ​ຜົນ​ກະທົບ​ຂອງ​ບັນດາ​ໂຄງການ​ໄຟຟ້າ​ນ້ຳຕົກ​ໃນ​ລຳ​ນ້ຳແມ່​ນ້ຳຂອງ ຕໍ່​ເຂດ​ທົ່ງພຽງແມ່ນ້ຳຂອງ” (​​ສຳ​ເລັດ​ທ້າຍ​ປີ 2015); ການ​ຄົ້ນຄວ້າ​ຂອງ MRC ພາຍ​ໃຕ້​ຫົບຂໍ້ “ການ​ຄົ້ນ​ຄວ້າລວມກ່ຽວ​ກັບ​ການ​ພັດທະນາ ​ແລະ​ຄຸ້ມ​ຄອງລຸ່ມແມ່​ນ້ຳຂອງ​ແບບ​ຍືນ​ຍົງ, ກວມ​ທັງ​ການ​ກະທົບ​ຂອງ​ໄຟຟ້າ​ນ້ຳຕົກ​ໃນ​ລຳ​ນ້ຳ​ແມ່​ນ້ຳຂອງ” (ສຳ​ເລັດທ້າຍ​ປີ 2017). 

ການ​ເຄື່ອນ​ໄຫວ​ທີ່​ຕັ້ງໜ້າ​ຂອງຫວຽດນາມ​ໃນ​ບັນດາ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ​ແມ່​ນ້ຳຂອງ ​ໄດ້​ປະກອບສ່ວນ​ບໍ່​ໜ້ອຍ​ ເຂົ້າ​ໃນ​ການ​ພັດທະນາ​ຂອງ​ກົນ​ໄກ​ເຫຼົ່າ​ນັ້ນ ກໍ່​ຄື​ການ​ພັດທະນາ​ຂອງ​ທົ່ວ​ພາກ​ພື້ນແມ່​ນ້ຳຂອງ ​ແລະ​ການ​ພົວພັນ​ຮ່ວມ​ມື​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ຍ້ອນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ ຕົນ​ເປັນ​ສະມາຊິກທີ່​ຫ້າວຫັນ, ປະຕິບັດ​ຕາມ​ຢ່າງ​ເຂັ້ມ​ງວດ​ແລະມີ​ຈິດ​ໃຈ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ, ດັ່ງ​ນັ້ນ​ຫວຽດນາມ​ຈຶ່ງ​ຖືກ​ຖື​ວ່າ​ເປັນ​ປັດ​ໄຈ​ນຳ​ໜ້າ, ​ເຊື່ອມ​ຕໍ່ ​ແລະ​ເປັນ​ປະ​ເທດ​ທີ່​ມາ​ຄວາມ​ສາມາດ​ ແລະ​ມີ​ບົດບາດ​ເພື່ອປະກອບສ່ວນ​ທີ່​ສຳຄັນ ​ເຂົ້າ​ໃນ​ການ​ແກ້​ໄຂສິ່ງ​ທ້າ​ທາຍ​ຕ່າງໆ​ ໃນ​ພາກ​ພື້ນແມ່​ນ້ຳຂອງປະຈຸ​ບັນ. ພ້ອມ​ກັນ​ນັ້ນ, ຫວຽດນາມ​ເລີ່​ມ​ເປັນ​ເຈົ້າ​ການນຳ​ເອົາ​ບັນຫາ​ແຫຼ່ງນ້ຳ, ການປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ພັດທະນາ​ແບບ​ຍືນ​ຍົງ​ ເຂົ້າ​ໃນ​ໂຄງການ, ​ເອກະສານ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ, ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ​ສາກົນ​ທີ່​ໃຫຍ່​ກວ່າ, ​ເຊັ່ນ ອາ​ຊຽນ, ​ເອ​ເປ​ກ, ​ເອຊິ​ມ (ASEAN, APEC, ASEM). ການ​ເຄື່ອນ​ໄຫວ​ຂອງຫວຽດນາມ​ໃນ​ເວລາ​ທີ່​ຜ່ານ​ມາ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ແນ່ນອນ, ປະກອບສ່ວນ​ຊຸກຍູ້​ພັດທະນາ​ເສດຖະກິດ-ສັງຄົມ​ຂອງປະ​ເທດ ກໍ່​ຄື​ເພີ່ມ​ທະວີ​ການ​ເຊື່ອມ​ຕິດ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ​ນອກ​ພາກ​ພື້ນ.

​ແຕ່​ວ່າ, ​ໃນ​ອະນາຄົດ, ການ​ເຂົ້າ​ຮ່ວມ​ບັນດາ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳຂອງຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່, ຍົກ​ສູງ​ປະສິດທິ​ຜົນ​ຍິ່ງ​ກວ່າ​ອີກ. ພາກ​ຕົວ​ຈິງ​ໃຫ້​ເຫັນ​ວ່າ, ດ້ວຍ​ຫຼາຍ​ກົນ​ໄກ​ຮ່ວມ​ມື​ໃນ​ປະຈຸ​ບັນ, ບາງ​ກົນ​ໄກ​ໃດ້ນຳ​ໃຊ້​ໂຄງການ​ຂອງ​ກັນ​ແລະ​ກັນ, ພາ​ໃຫ້​ເກີດ​ມີຕົວ​ເລກ​ສະ​ເໝືອນ (ຟາງ), ບໍ່​ສ່ອງ​ແສ​ງຖືກຕ້ອງ​ຊັດ​ເຈນ​ເຖິງ​ຄວາມ​ເປັນ​ຈິງ​ແຫ່ງ​ການ​ຮ່ວມ​ມື​ໃນ​ພາຫພື້ນ. ສຳລັບ​ຫວຽດນາມ, ການ​ໄປ​ຕາມ​ຫຼາຍ​ກົນ​ໄກ​ທີ່​ຕ່າງ​ກັນ ​ໄດ້​ພາ​ໃຫ້ການ​ຮ່ວມ​ມື​ໃນ​ບາງ​ຄັ້ງ, ບາງ​ບ່ອນ​ບໍ່​ມີ​ປະສິດທິ​ຜົນ. ດັ່ງ​ນັ້ນ, ຫວຽດນາມ​ຕ້ອງ​ມີ​ຍຸດ​ທະ​ສາດ​ໂດຍ​ລວມ​ໃຫ້​ແກ່​ການ​ເຂົ້າ​ຮ່ວມ​ໃນ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນແມ່​ນ້ຳຂອງ, ​ໃນ​ນັ້ນ​ ກຳນົດ​ແຈ້ງ​ຈຸດ​ໜັກ​ໃຈກາງ, ​ເຕົ້າ​ໂຮມ​ແລະ​ຈັດ​ແບ່ງ​ແຫຼ່ງພະລັງ​ເພື່ອ​ເຂົ້າ​ຮ່ວມ ​ແນ​ໃສ່​ບັນລຸ​ປະສິດທິ​ຜົນ​ສູງ​ສຸດ. ​ແຕ່​ລະ​ກົນ​ໄກ​ຮ່ວມ​ມື​ໃນ​ປະຈຸ​ບັນ​ມີ​ຈຸດ​ພິ​ເສດ​ຕ່າງ​ກັນ, ພ້ອມ​ກັນ​ນັ້ນ​ກໍ່​ມີ​ຫຼາຍ​ຈຸດ​ທີ່​ທັບ​ຊ້ອນ​ກັນ. ຫວຽດນາມຕ້ອງ​ພ້ອມ​ກັນ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ສືບ​ຕໍ່​ກຳນົດ​ລັກສະນະ​ພິ​ເສດສະ​ເພາະ​ຂອງ​ແຕ່​ລະ​ກົນ​ໄກ, ການ​ເພີ່ມ​ເຕີມ, ຊ່ວນໜູນ​ກັນ​ຂອງ​ບັນດາ​ກົນ​ໄກ, ລົບ​ລ້ານ​ການ​ຊ້ອນ​ທັບ​ທີ່​ບໍ່​ຈຳ​ເປັນ, ພ້ອມ​ກັນ​ຊຸກຍູ້​ບັນດາ​ເນື້ອ​ໃນ​ການຮ່ວມ​ມື​ທີ່​ເປັນ​ປະ​ໂຫຍ​ດ ບົນ​ພື້ນຖານຂອງ​ການ​ພິຈາລະນາ​ໂດຍ​ລວມ ຜົນ​ປະ​ໂຫຍ​ດສະ​ເພາະ​ໜ້າ​ແລະ​ຍາວ​ນານ, ຜົນ​ປະ​ໂຫຍ​ດຂອງ​ຊາດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ທົ່ວ​ທັງ​ພາກພື້ນ. ສຳລັບ​ບັນດາ​ບັນຫາ​ສຳ​ພັດ​ໄວ​ທີ່​ພົວພັນ​ເຖິງ​ການ​ຄຸ້ມ​ຄອງ​ແລະ​ແບ່ງປັນ​ແຫຼ່ງນ້ຳ, ບົນ​ພື້ນຖານ​ຈິດ​ໃຈ​ສ້າງສັນ, ຮ່ວມ​ມື, ​ເອົາ​ໃຈໃສ່​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ, ຫວຽດນາມຕ້ອງ​ຕັ້ງ​ໝັ້ນ​ຂົນຂວາຍ, ຕໍ່ສູ້, ພ້ອມ​ກັນ​ນັ້ນ​ກໍ່​ມີ​ວິທີ​ແກ້​ໄຂ​ຢ່າງຄ່ອງ​ແຄ້ວ ​ໄຫວ​ພິບ​ໃນ​ແຕ່ລະ​ຂອບ​ການ​ຮ່ວມ​ມື. ນີ້​ແມ່ນ​ບັນດາ​ບັນຫາ​ທີ່​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຢ່າງຮອບ​ຄອບ ຍ້ອນ​ວ່າ​ພິຈາລະນາ​ທາງ​ດ້ານ​ຍຸດ​ທະ​ສາດ, ພາກ​ພື້ນແມ່​ນ້ຳຂອງມີ​ບົດບາດ​ສຳຄັນ​ທີ່​ສຸດ​ຕໍ່​ຄວາມ​ປອດ​ໄພ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດຊາດ ພ້ອມ​ນັ້ນ​ກໍ່ຍັງ​ເປັນ​ພື້ນທີ່​ຫຼັກ​ ເພື່ອ​ຈາກ​ນັ້ນ​ເສີມ​ຂະຫຍາຍ​ບົດບາດ​ທີ່​ຕັ້ງ​ຂອງ​ຫວຽດນາມ​ອອກ​ສູ່​ພາກ​ພື້ນ​ທີ່​ກວ້າງຂວາງ​ກວ່າ​ໃນ​ອາຊາ-ປາຊີ​ຟິກ./.

​ໂດຍ ປອ. ​ເລ​ຫາຍ​ບິ່ງ,
ຮອງ​ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ທູດ

-----------------------------

(1) ຫງວຽນ​ເທື້ອງຮວ່ຽນ: “ບັນດາ​ຜົນສຳ​ເລັດ​ຕົ້ນຕໍ​ໃນ​ການ​ເຊື່ອມ​ຈອດ​ໂຄງ​ສ້າງ​ພື້ນ​ຖານ​ຂອງ​ການ​ຮ່ວມ​ມື​ອະນຸ​ພາກ​ພື້ນແມ່​ນ້ຳຂອງ​ເປີດ​ກວ້າ​ງໃນ​ຊາວ​ກວ່າ​ປີ​ທີ່​ຜ່ານ​ມາ”, ວາລະສານ ຄົ້ນຄວ້າ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ສະບັບ​ເລກທີ 6 (183), ໜ້າ 37.

(2) “ຖະ​ແຫຼ​ງການ ຊານ​ຢ້າ”, http://www.fmprc.gov.cn/mfa_eng/wjdt_665385/2649_665393/t1350039.shtml, (ຢ້ຽມ​ຊົມ​ເວັບ​ໄຊ​ເມື່ອ​ວັນ​ທີ 11-12-2017).

(3) ຫວາງ ຄິງຢູນ: “ຈີນ​ພ້ອມ​ກັນ​ກັບ 5 ປະ​ເທດ​ເປີດ​ນຳ​ໃຊ້​ບັນດາ​ອົງການ​ຂອງ​ກົນ​ໄກ​ຮ່ວມ​ມືແມ່​ນ້ຳຂອງ-​ແມ່​ນ້ຳ​ລ້ານ​ຊ້າງ”, Chinadaily, http://wap.chinadaily.com.cn/2017-03/10/content_28510599.htm, (ຢ້ຽມ​ຊົມ​ເວັບ​ໄຊ​ເມື່ອ​ວັນ​ທີ 11-12-2017)

(4) ASEAN, Overview of the ASEAN Mekong Basin Development Cooperation, http://www.asean.org/communities/asean-economic-community/category/overview-16

(5) New Tokyo Strategy 2015 for Mekong - Japan Cooperation (MJC2015).

(6) Chheang Vannarith (2010): “An Introduction to Greater Mekong Subregional Cooperation”, CICP Working paper No.34, Cambodia Institute for Cooperation and Peace.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 908 (​ເດືອນ​ມິຖຸນາ 2018).

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ