ພາບປະກອບ. (ພາບ: TTXVN)
ວກ. – 30 ກວ່າປີທີ່ຜ່ານມາ, ພັກກອມມູນິດຫວຽດນາມໄດ້ລິເລີ່ມແລະນຳພາການຈັດຕັ້ງປະຕິບັດກິດຈະການປ່ຽນແປງໃໝ່ປະເທດຊາດ ຊຶ່ງເປັນໜຶ່ງໃນບັນດາໄລຍະທາງແຫ່ງການປະດິດສ້າງ, ສວຍໃຊ້ໂອກາດ, ເອົາຊະນະຄວາມທ້າທາຍ, ບັນລຸຜົນສຳເລັດທີ່ຍິ່ງໃຫຍ່ ມີຄວາມສຳຄັນທາງປະຫວັດສາດ. ຕະຫຼອດໄລຍະການເຄື່ອນໄຫວນັ້ນ, ພັກກອມມູນິດຫວຽດນາມໄດ້ເອົາໃຈໃສ່ຢ່າງເປັນປະຈຳເຖິງການສັງເກດຮັບຮູ້ສະພາບການສາກົນ ທາງດ້ານການເຄື່ອນໄຫວກໍ່ຄືທ່າອຽງການພັດທະນາຂອງມັນ, ຊ່ວຍໃຫ້ບັນດາທິດທາງແລະແນວທາງການຕ່າງປະເທດຂອງພັກເປັນໄປຕາມບາດກ້າວຂອງມະນຸດຊາດ, ໃຊ້ປະໂຫຍດຈາກກຳລັງແຮງຂອງຊາດແລະກຳລັງແຮງຂອງຍຸກສະໄໝໄດ້, ປະກອບສ່ວນສຳຄັນເຂົ້າໃນການນຳເອົາປະເທດກ້າວຂຶ້ນຢ່າງໜັກແໜ້ນຕາມທິດທາງສັງຄົມນິຍົມ.
ກ່ຽວກັບຄວາມເປັນຈິງແລະບົດຮຽນໃນວຽກງານການຕ່າງປະເທດ ແລະການເຊື່ອມໂຍງສາກົນຂອງພັກກອມມູນິດຫວຽດນາມໃນ 30 ກວ່າປີທີ່ຜ່ານທາ, ສາມາດກ່າວເຖິງໃນເນື້ອຫາຕົ້ນຕໍດັ່ງຕໍ່ໄປນີ້.
ເຂົ້າໃຈກຳໄດ້ທ່າອຽງລວມຂອງຍຸກສະໄໝ, ກໍ່ສ້າງແລະປະຕິບັດນະໂຍບາຍການຕ່າງປະເທດເພື່ອສັນຕິພາບ ການຮ່ວມມື ແລະການພັດທະນາ
ເພື່ອມີນະໂຍບາຍການຕ່າງປະເທດທີ່ຖືກຕ້ອງ, ບັນຫາຄວາມຮັບຮູ້ກ່ຽວກັບຍຸກສະໄໝແລະສະພາບການໂລກ ມີຄວາມໝາຍສຳຄັນພິເສດ. ທົບທວນຂະບວນການຮັບຮູ້ຂອງພັກກອມມູນິດຫວຽດນາມກ່ຽວກັບຍຸກສະໄໝ ແລະສະພາບການໂລກ, ພາກພື້ນ, ອາດຈະເຫັນແຈ້ງຄວາມກ້າວໜ້າທີ່ມີລັກສະນະວິທະຍາສາດ, ສະແດງອອກໃນບາງແງ່ມູມດັ່ງນີ້:
ທີໜຶ່ງ, ຄວາມຮັບຮູ້ກ່ຽວກັບຍຸກສະໄໝແລະໂລກປະຈຸບັນຍາມໃດກໍ່ມີລັກສະນະວິທະຍາສາດ, ບໍ່ປ່ຽນແປງ ແລະສອດຮ້ອຍຕະຫຼອດ.
ເຖິງວ່າໂລກຈະມີການປ່ຽນແປງແຕ່ພັກກອມມູນິດຫວຽດນາມຍັງຄົງຢືນຢັນວ່າ: ຍຸກປະຈຸບັນແມ່ນຍຸກສະໄໝແຫ່ງການຂ້າມຜ່ານຂຶ້ນສູ່ສັງຄົມນິຍົມໃນຂອບເຂດທົ່ວໂລກ; ເລີ່ມຕົ້ນດ້ວຍການປະຕິວັດເດືອນຕຸລາຂອງລັດເຊຍ (ປີ 1917). ນີ້ແມ່ນຍຸກປະຫວັດສາດທີ່ຍາວນານ, ຜ່ານຫຼາຍສະໄໝ, ຫຼາຍໄລຍະ ດ້ວຍລັກສະນະແລະເນື້ອໃນຂອງຄວາມຂັດແຍ່ງຕ່າງໆ ກໍ່ຄືບັນດາບັນຫາການເມືອງ ເສດຖະກິດ ສັງຄົມທີ່ບໍ່ຄືກັນ. ໂລກອາດຈະມີການປ່ຽນແປງ ແຕ່ຍຸກສະໄໝຕາມຄວາມໝາຍກວ້າງບໍ່ມີການປ່ຽນແປງ. ບົນພື້ນຖານຄວາມຮັບຮູ້ຄືແນວນັ້ນ, ພັກໄດ້ວາງແນວທາງຍຸດທະສາດທີ່ຖືກຕ້ອງ, ພາການປະຕິວັດຫວຽດນາມກ້າວຂຶ້ນຢ່າງໜັກແໜ້ນ ຍາດເອົາໄຊຊະນະຢ່າງຕໍ່ເນື່ອງ.
ຄວາມຮັບຮູ້ຂອງພັກກ່ຽວກັບຍຸກສະໄໝຄືແນວນັ້ນແມ່ນບໍ່ແຂງກະດ້າງ, ບໍ່ແມ່ນວາງອອກມາແລ້ວບໍ່ປ່ຽນ, ແຕ່ມີການປັບປ່ຽນໃຫ້ເຂົ້າກັບການປ່ຽນແປງຂອງສະຖານະການໂລກໃນແຕ່ລະໄລຍະ. ບົນພື້ນຖານຮັບເອົາຄວາມຮູ້ແລະວິທີເຂົ້າເຖິງໃໝ່ກ່ຽວກັບຍຸກສະໄໝຢ່າງມີການຄັດເລືອກ ພາວະວິໄສ, ພັກກອມມູນິດຫວຽດນາມໄດ້ພັດທະນາທິດສະດີ ແລະຫັນບັນດາບັນຫາຂອງຍຸກສະໄໝເປັນອັນລະອຽດ ດ້ວນວິທີນຳສະເໜີເນື້ອໃນ “ໄລຍະປະຈຸບັນຂອງຍຸກສະໄໝ”. ໃນແຕ່ລະໄລຍະ 5 ປີຫຼື 10 ປີ, ພັກເນັ້ນໜັກບັນດາຈຸດພິເສດທີ່ໂດດເດັ່ນຂອງໂລກ ທາງດ້ານການເມືອງ ເສດຖະກິດ ສັງຄົມ ແລະບັນດາທ່າອຽງແຫ່ງການເຄື່ອນເໜັງຂອງໂລກ. ເອກະສານກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຊີ້ແຈ້ງ: “ໃນໂລກ, ໃນຊຸມປີຕໍ່ໜ້າສະພາບການຈະມີການຜັນປ່ຽນສັບສົນທີ່ສຸດ, ແຕ່ສັນຕິພາບແຫ່ງຊາດ ປະຊາທິປະໄຕ ການຮ່ວມມື ແລະການພັດທະນາຍັງຄົງເປັນທ່າອຽງໃຫຍ່. ຂະບວນການໂລກາພິວັດ ແລະເຊື່ອມໂຍງສາກົນສືບຕໍ່ໄດ້ຮັບການຍູ້ແຮງ. ການຮ່ວມມື, ການແຂ່ງຂັນ, ການຕໍ່ສູ້ ແລະ ການຂຶ້ນຕໍ່ຊຶ່ງກັນແລະກັນລະຫວ່າງບັນດາປະເທດ, ໂດຍສະເພາະລະຫວ່າງບັນດາປະເທດໃຫຍ່ ນັບມືນັບເພີ່ມຂຶ້ນ. ການປະຕິວັດວິທະຍາສາດ-ເຕັກໂນໂລຊີ, ພິເສດແມ່ນເຕັກໂນໂລຊີຂໍ້ມູນຂ່າວສານ ສືບຕໍ່ພັດທະນາຢ່າງແຂງແຮງ, ຊຸກຍູ້ໃຫ້ຫຼາຍຂົງເຂດມີການພັດທະນາແບບກະໂດດຂັ້ນ, ສ້າງໃຫ້ມີທັງໂອກາດ ແລະສິ່ງທ້າທາຍຕໍ່ທຸກປະເທດ(1). ຄວາມເປັນຈິງໃຫ້ເຫັນວ່າ ຄວາມຮັບຮູ້ແລະທັດສະນະຂອງພັກກ່ຽວກັບສະຖານະການໂລກ ມັນສອດຄ່ອງເໝາະສົມທີ່ສຸດກັບການຜັນປ່ຽນປະຈຸບັນ.
ທີສອງ, ກຳນົດທິດທາງ, ໜ້າທີ່ຂອງວຽກງານການຕ່າງປະເທດຢ່າງຈະແຈ້ງ, ຖືກຕ້ອງ.
ພັກກອມມູນິດຫວຽດນາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບການກຳນົດເປົ້າໝາຍສູງສຸດຂອງນະໂຍບາຍການຕ່າງປະເທດ ນັ້ນແມ່ນຜົນປະໂຫຍດຂອງຊາດ-ປະເທດຊາດ; ກຳນົດແຈ້ງບົດບາດຂອງວຽກງານການຕ່າງປະເທດໃນພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດ; ເຫັນແຈ້ງຄວາມພົວພັນລະຫວ່າງການຮັກສາຄວາມເປັນເອກະລາດ ອຳນາດອະທິປະໄຕ ແລະກຳນົດທິດສັງຄົມນິຍົມ ກັບການເປີດກວ້າງ ຍົກສູງປະສິດທິຜົນຂອງການເຄື່ອນໄຫວພົວພັນຕ່າງປະເທດ, ຄວາມຈຳເປັນຕ້ອງເພີ່ມທະວີກຳລັງແຮງພາຍໃນເພື່ອໃຫ້ວຽກງານການຕ່າງປະເທດເສີມຂະຫຍາຍປະສິດທິຜົນຍິ່ງກວ່າອີກ.
ພັກກຳນົດຫຼັກນຳແລະທິດທາງໃຫຍ່ຂອງວຽກງານການຕ່າງປະເທດ ນັ້ນຄືສັນຕິພາບ ການຮ່ວມມື ແລະການພັດທະນາ. ໃນເມື່ອກຳນົດການຮ່ວມມື ແລະການພັດທະນາເປັນທ່າອຽງລວມ, ແຕ່ພັກກໍ່ເຫັນແຈ້ງວ່າການຮ່ວມມືໄປຄຽງຄູ່ກັບຕໍ່ສູ້, ແຂ່ງຂັນເພື່ອປົກປັກຮັກສາຜົນປະໂຫຍດທີ່ຖືກຕ້ອງຂອງປະເທດຊາດ, ພ້ອມກັນນັ້ນກໍ່ຕໍ່ສູ້ ແຂ່ງຂັນຕາມກົດໝາຍສາກົນ ເພື່ອໃຫ້ມີການຮ່ວມມືທີ່ດີກວ່າອີກ ແລະບໍ່ພາໄປສູ່ການປະເຊີນໜ້າປະທະກັນ. ເພື່ອປະຕິບັດສິ່ງດັ່ງກ່າວ, ໃນບັນດາສາຍພົວພັນທີ່ທັບຊ້ອນ ສັບສົນປະຈຸບັນໃນໂລກ, ມັນຮຽກຮ້ອງຕ້ອງການມີນະໂຍບາຍການຕ່າງປະເທດທີ່ອ່ອນໂຍນ ພ້ອມດ້ວຍວິທີທາງການທູດທີ່ສະຫຼາດຄ່ອງແຄ້ວ ເພື່ອປົກປັກຮັກສາຜົນປະໂຫຍດແຫ່ງຊາດໃຫ້ຈົນໄດ້ ທັງຮັກສາສັນຕິພາບ. ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ຊີ້ແຈ້ງທິດທາງ ໜ້າທີ່ຂອງວຽກງານການຕ່າງປະເທດຄື: “ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດຊາດ, ບົນພື້ນຖານບັນດາຫຼັກການອັນພື້ນຖານຂອງກົດໝາຍສາກົນ, ສະເໜີພາບ ແລະມີຜົນປະໂຫຍດຮ່ວມກັນ, ປະຕິບັດເຂັ້ມງວດແນວທາງການຕ່າງປະເທດທີ່ເປັນເອກະລາດ ເປັນເຈົ້າຕົນເອງ ສັນຕິພາບ ການຮ່ວມມື ແລະການພັດທະນາ; ຫັນການພົວພັນຕ່າງປະເທດເປັນຫຼາຍູບຫຼາຍແບບ ຫຼາຍກ້ຳຫຼາຍຝ່າຍ... ເປັນເພື່ອນ ເປັນຄູ່ຮ່ວມມືທີ່ໄວ້ວາງໃຈໄດ້ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບ ຂອງປະຊາຄົມສາກົນ”(2).
ປະຕິບັດແນວທາງການຕ່າງປະເທດເພື່ອສັນຕິພາບ ການຮ່ວມມື ແລະການພັດທະນາ, ໃນຊຸມປີທີ່ຜ່ານມາຫວຽດນາມໄດ້້ເປີດກວ້າງການພົວພັນຕ່າງປະເທດ, ຮັກສາເອກະລາດ ອະທິປະໄຕຂອງຊາດໄວ້ຢ່າງໝັ້ນຄົງ, ສ້າງຕັ້ງການພົວພັນທີ່ເປັນປົກກະຕິ ຍາວນານກັບບັນດາປະເທດ, ສ້າງສະພາບແວດລ້ອມສັນຕິພາບ, ຍາດແຍ່ງເອົາປັດໄຈທີ່ສະດວກດີຂອງສິ່ງແວດລ້ອມສາກົນ ເພື່ອພັດທະນາປະເທດ. ການພົວພັນຕ່າງປະເທດໄດ້ຮັບການເປີດກວ້າງ ແລະນັບມື້ນັບເຂົ້າສູ່ລວງເລິກ. ເປີດກວ້າງການພົວພັນມິດຕະພາບ ແລະການຮ່ວມມືກັບບັນດາປະເທດ, ເປັນຕົ້ນແມ່ນບັນດາປະເທດເພື່ອນບ້ານໃກ້ຄຽງ, ບັນດາປະເທດທີ່ມີການພົວພັນທີ່ເປັນມູນເຊື້ອ ແລະບັນດາເຂດແດນໃນໂລກ ບົນພື້ນຖານເຄົາລົບເອກະລາດ ອະທິປະໄຕ ເອກະພາບ ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບການເມືອງຂອງກັນແລະກັນ, ສືບຕໍ່ນຳເອົາການພົວພັນກັບບັນດາຄູ່ຮ່ວມມືທີ່ສຳຄັນເຂົ້າສູ່ລວງເລິກ ແລະເປັນປົກກະຕິກວ່າອີກ. ຫວຽດນາມໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບ 16 ປະເທດ, ການພົວພັນຄູ່ຮ່ວມມືຮອບດ້ານກັບ 10 ປະເທດ; ເຊີດຊູພາບພົດ ແລະບົດບາດທີ່ຕັ້ງຂອງຫວຽດນາມໃນເວທີສາກົນ, ປະກອບສ່ວນທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບເຂົ້າໃນຊີວິດການເມືອງຂອງພາກພື້ນແລະຂອງໂລກ, ເສີມຂະຫຍາຍບົດບາດທີ່ຕັ້ງໜ້າຂອງປະຊາຄົມອາຊຽນ. ພ້ອມກັບການເພີ່ມທະວີການທູດຂອງລັດ, ການພົວພັນຕ່າງປະເທດຂອງພັກແລະການພົວພັນຕ່າງປະເທດປະຊາຊົນກໍ່ໄດ້ຮັບການເປີດກວ້າງ ຊຶ່ງໄດ້ຍົກສູງບົດບາດທີ່ຕັ້ງ ແລະອິດທິພົນຂອງຫວຽດນາມໃນບັນດາເວທີປາໄສພະຫຸພາຄີ.
ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ຕີລາຄາສັງລວມບັນດາຜົນສຳເລັດທີ່ສຳຄັນຂອງວຽກງານການຕ່າງປະເທດ: “ສະພາບແວດລ້ອມສັນຕິພາບອຳນວຍຄວາມສະດວກໃຫ້ແກ່ການພັດທະນາ, ຄວາມເປັນເອກະລາດ ອະທິປະໄຕ ເອກະພາບ ແລະຜືນແຜ່ນດິນອັນຄົບຖ້ວນ ສືບຕໍ່ໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ. ການພົວພັນຕ່າງປະເທດໄດ້ຮັບການເປີດກວ້າງ ແລະນັບມື້ນັບເຂົ້າສູ່ລວງເລິກ. ການພົວພັນກັບບັນດາປະເທດເພື່ອນບ້ານໃກ້ຄຽງ ແລະບັນດາປະເທດອາຊຽນໄດ້ຮັບການປັບປຸງ. ໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ການພົວພັນຄູ່ຮ່ວມມືຮອບດ້ານກັບຫຼາຍປະເທດທີ່ສຳຄັນ... ໄດ້ເປັນເຈົ້າການແລະຕັ້ງໜ້າໃນການເຂົ້າຮ່ວມວຽກງານລວມຂອງປະຊາຄົມໂລກ, ໃນບັນດາເວທີປາໄສ, ບັນດາອົງການຈັດຕັ້ງພາກພື້ນ ແລະສາກົນ, ຍົກສູງຖານະບົດບາດຂອງປະເທດ...”(3).
ອາດຈະຢືນຢັນວ່າ, ຜົນສຳເລັດໃນການປະຕິບັດແນວທາງການຕ່າງປະເທດຂອງພັກໃນ 30 ກວ່າປີແຫ່ງການປ່ຽນແປງໃໝ່ ແມ່ນສ່ວນປະກອບທີ່ສຳຄັນເຂົ້າໃນການປົກປັກຮັກສາເອກະລາດ ອະທິປະໄຕຂອງຊາດ, ຮັກສາສະຖຽນລະພາບທາງການເມືອງ, ຍົກສູງຖານະບົດບາດຂອງຫວຽດນາມໃນເວທີສາກົນ; ປະກອບສ່ວນສ້າງສະພາບແວດລ້ອມສາກົນທີ່ມີສັນຕິພາບ ເອກະລາດ ການຮ່ວມມື ການພັດທະນາ ແລະ ຄວາມໄວ້ວາງໃຈຊຶ່ງກັນແລະກັນ; ສ້າງແຫຼ່ງພະລັງທີ່ສຳຄັນຈາກພາຍນອກເພື່ອຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ ທັນສະໄໝ; ໄດ້ເຂົ້າຮ່ວມປະກອບສ່ວນຄວາມຮັບຜິດຊອບໃນການແກ້ໄຂບັນດາບັນຫາສາກົນເພື່ອສັນຕິພາບ ການຮ່ວມມື ແລະການພັດທະນາ.
ຍູ້ແຮງການຜັນຂະຫຍາຍທິດທາງຍຸດທະສາດເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງສາກົນ
ປະຈຸບັນນີ້, ໂລກາພິວັດບໍ່ແມ່ນທ່າອຽງໜຶ່ງອີກຫາກເປັນຂະບວນວິວັດການເຄື່ອນໄຫວທີ່ແຂງແຮງຂອງໂລກ, ດັ່ງນັ້ນ ການເຊື່ອມໂຍງສາກົນຈຶ່ງເປັນແຮງດຶງດູດສຳລັບທຸກປະເທດໃນໂລກ. ພາຍໃຕ້ການກະທົບຂອງໂລກາພິວັດ, ຄວາມຕ້ອງການເຊື່ອມໂຍງສາກົນກໍ່ປະກົດຕົວຂຶ້ນ. ໂລກາພິວັດເປັນສິ່ງທີ່ຈຳເປັນ ດັ່ງນັ້ນການເຊື່ອມໂຍງສາກົນກໍ່ເປັນຄວາມຮຽກຮ້ອງຕ້ອງການພາວະວິໄສ. ໂດຍເຫັນແຈ້ງການຫັນປ່ຽນພາວະວິໄສ ແລະແຂງແຮງທີ່ສຸດນັ້ນ, ໃນຕະຫຼອດ 30 ກວ່າປີແຫ່ງການປ່ຽນແປງໃໝ່ປະເທດຊາດ, ຜ່ານບັນດາກອງປະຊຸມໃຫຍ່ ແລະກອງປະຊຸມຄະນະບໍລິຫານງານສູນກາງ, ພັກກອມມູນິດຫວຽດນາມໄດ້ວາງແນວທາງ ແລະນຳພາການຈັດຕັ້ງປະຕິບັດທິດທາງຍຸດທະສາດເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງສາກົນ, ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ກໍ່ສ້າງແລະປົກປັກຮັກສາປະເທດຊາດຫວຽດນາມສັງຄົມນິຍົມ.
ພັກກອມມູນິດຫວຽດນາມກຳນົດແຈ້ງ, ການເຊື່ອມໂຍງສາກົນແມ່ນພາລະກິດຂອງປວງຊົນ ແລະຂອງທົ່ວທັງລະບົບການເມືອງພາຍໃຕ້ການນຳພາຂອງພັກ. ທຸກກົນໄກ, ນະໂຍບາຍຕ້ອງເສີມຂະຫຍາຍຄວາມເປັນເຈົ້າການ, ຄວາມຕັ້ງໜ້າ ແລະປະດິດສ້າງຂອງທຸກອົງການແລະບຸກຄົນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນຕ່າງໆໃນສັງຄົມແລະໃນປະຊາຊົນ ຢ່າງມີປະສິດທິຜົນ. ເຊື່ອມໂຍງສາກົນບົນພື້ນຖານເສີມຂະຫຍາຍຊັບພະຍາກອນພາຍໃນ; ເຊື່ອມຕໍ່ຢ່າງແໜ້ນແຟ້ນແລະຊຸກຍູ້ຂະບວນວິວັດການປັບປຸງລະບຽບກົດໝາຍ, ຍົກສູງຄຸນນະພາບຂອງຊັບພະຍາກອນມະນຸດ, ສ້າງໂຄງສ້າງພຶ້ນຖານໃຫ້ທັນສະໄໝ, ຍົກສູງກຳລັງແຮງສັງລວມແລະຄວາມສາມາດແຂ່ງຂັນຂອງຊາດ; ເຊື່ອມຕໍ່ຢ່າງແໜ້ນແຟ້ນກັບການເພີ່ມທະວີການເຊື່ອມໂຍງລະຫວ່າງພາກ, ເຂດໃນປະເທດ. ການເຊື່ອມໂຍງເສດຖະກິດສາກົນແມ່ນຈຸດໜັກໃຈກາງ, ການເຊື່ອມໂຍງສາກົນໃນບັນດາຂົງເຂດອື່ນຕ້ອງອຳນວຍຄວາມສະດວກໃຫ້ແກ່ການເຊື່ອມໂຍງເສດຖະກິດ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ, ປັບປຸງການປ້ອງກັນປະເທດ, ຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຮັກສາແລະເສີມຂະຫຍາຍເອກະລັກວັດທະນະທຳຂອງຊາດ, ຊຸກຍູ້ການພັດທະນາວັດທະນະທຳສັງຄົມ; ການເຊື່ອມໂຍງສາກົນໃນບັນດາຂົງເຂດຕ້ອງໄດ້ຮັບການປະຕິບັດຢ່າງຄົບຊຸດຢູ່ໃນແຜນຍຸດທະສາດການເຊື່ອມໂຍງສາກົນລວມ ດ້ວຍແຜນການດຳເນີນງານຂັ້ນຕອນທີ່ສອດຄ່ອງເໝາະສົມກັບເງື່ອນໄຂ ແລະກຳລັງຄວາມສາມາດຂອງປະເທດ.
ຍ້ອນໄດ້ຜັນຂະຫຍາຍທິດທາງຍຸດທະສາດທີ່ສຳຄັນນີ້ຢ່າງແຂງແຮງ, ດັ່ງນັ້ນໃນຊຸມປີທີ່ຜ່ານມາ, ຫວຽດນາມໄດ້ຍູ້ແຮງການພົວພັນກັບບັນດາຄູ່ຮ່ວມມື ແລະເຮັດໃຫ້ການພົວພັນນັ້ນເລິດເຊິ່ງຕື່ມອີກ, ໂດຍສະເພາະບັນດາຄູ່ຮ່ວມມືທີ່ສຳຄັນທີ່ສຸດສຳລັບການພັດທະນາ ແລະການຮັກສາຄວາມປອດໄພຂອງປະເທດ, ນຳເອົາຂອບການພົວພັນທີ່ໄດ້ສ້າງຂຶ້ນນັ້ນເຂົ້າສູ່ພາກປະຕິບັດຕົວຈິງ. ອາດຈະປະເມີນສະຖານະຂອງການເຊື່ອມໂຍງສາກົນຂອງຫວຽດນາມໃນບາງຂົງເຂດຕົ້ນຕໍລຸ່ມນີ້.
ທີໜຶ່ງ, ການເຊື່ອມໂຍງເສດຖະກິດສາກົນ
ມາເຖິງປະຈຸບັນ, ຫວຽດນາມໄດ້ເຊັນບັນດາສັນຍາການຄ້າເສລີ (FTA) ກັບສະມາຄົມບັນດາປະເທດອາຊີຕາເວັນອອກສຽງໃຕ້ (ອາຊຽນ), ຍີ່ປຸ່ນ, ຊີເລ, ສະຫະພາບເອີຣົບ (EU), ສ.ເກົາຫຼີ; ຫວຽດນາມພ້ອມກັບອາຊຽນ ເຊັນສັນຍາການຄ້າເສລີກັບ ອິນເດຍ, ອົດສະຕຣາລີ, ນິວ ຊີແລນ, ສ.ເກົາຫຼີ, ຍີ່ປຸ່ນ, ຈີນ. ພາຍຫຼັງທີ່ຫວຽດນາມເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (WTO) ໃນປີ 2007, ບັນດານັກລົງທຶນທີ່ສຳຄັນຂອງໂລກໄດ້ຫັນມາລົງທຶນໃນຫວຽດນາມ, ຊຶ່ງເປັນປະເທດທີ່ມີຄວາມໝັ້ນຄົງທາງການເມືອງແລະເສດຖະກິດມະຫາພາກ, ມີກຳລັງແຮງງານຫຼວງຫຼາຍແລະຄ່າໄຊ້ຈ່າຍຕ່ຳ. ໃນຊຸມປີທີ່ຜ່ານມາ, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ມີມູນຄ່າສະເລ່ຍເກືອບ 11 ຕື້ໂດລາສະຫະລັດຕໍ່ປີ, ມູນຄ່າການຄ້າສົ່ງອອກປີ 2017 ບັນລຸ 214 ຕື້ໂດລາສະຫະລັດ, ຫຼາຍກວ່າ 40 ເທົ່າທຽບກັບມູນຄ່າການຄ້າສົ່ງອອກປີ 1995 (ປີທຳອິດທີ່ຫວຽດນາມເຊື່ອມໂຍງເສດຖະກິດສາກົນ, ມູນຄ່າການຄ້າສົ່ງອອກບັນລຸພຽງ 5 ຕື້ໂດລາສະຫະລັດ). ການລົງນາມ ແລະກະກຽມຜັນຂະຫຍາຍສັນຍາການຄ້າເສດລີຮຸ່ນໃໝ່ ສ້າງໂອກາດເພື່ອເປີດກວ້າງຕະຫຼາດທີ່ມີຫຼາຍຮູບການບູລິມະສິດສູງ, ເຂົ້າຮ່ວມເລິກໃນພວງພະນັງການສະໜອງ, ໃນເຄືອຂ່າຍການຜະລິດລະດັບໂລກ ແລະຂະບວນການເຄື່ອນໄຫວຂອງບັນດາສະຖາບັນ, ກົນໄກ, ໂຄງສ້າງເສດຖະກິດຂອງພາກພື້ນ ແລະສາກົນ. ຜູ້ບໍລິໂພກມີໂອກາດເລືອກເອົາສິນຄ້າ, ບໍລິການທີ່ມີຄຸນນະພາບສູງ, ລາຄາຕ່ຳ, ຮັບປະກັນມາດຕະຖານອະນາໄມ, ສິ່ງແວດລ້ອມ.
ທີສອງ, ການເຊື່ອມໂຍງສາກົນທາງດ້ານວັດທະນະທຳ-ສັງຄົມ, ສິ່ງແວດລ້ອມ
ໃນລະດັບພາກພື້ນ, ພິເສດໃນຂອບອາຊຽນ, ຫວຽດນາມຖືບົດບາດສຳຄັນໃນການກໍ່ສ້າງປະຊາຄົມວັດທະນະທຳ-ສັງຄົມອາຊຽນ, ມຸ່ງໄປສູ່ “ເປັນເອກະພາບໃນຄວາມຫຼາກຫຼາຍ”. ໃນລະດັບໂລກ, ຫວຽດນາມເຂົ້າຮ່ວມນັບມື້ນັບເລິກເຊິ່ງໃນບັນດາອົງການ, ເວທີປາໄສພະຫຸພາຄີກ່ຽວກັບວັດທະນະທຳ, ເຊັ່ນອົງການວັດທະນະທຳ, ວິທະຍາສາດ ແລະການສຶກສາຂອງສະຫະປະຊາຊາດ (UNESCO), ຟຣານໂກຟົນ, ຄະນະກຳມະການມໍລະດົກໂລກ. ຫວຽດນາມບໍ່ພຽງແຕ່ເຂົ້າຮ່ວມແລະປະຕິບັດຂໍໍ້ສັນຍາຕ່າງໆໃນຖານະສະມາຊິກຂອງອົງການຈັດຕັ້ງສາກົນເທົ່ານັ້ນ ແຕ່ຍັງໄດ້ປະກອບສ່ວນເຂົ້າໃນການປັບປຸງບູລະນະ, ກໍ່ສ້າງມາດຕະຖານແລະຂໍ້ຄິດປະດິດໃໝ່ຂອງອົງການຈັດຕັ້ງເຫຼົ່ານັ້ນ.
ຂະບວນວິວັດແຫ່ງການເຊື່ອມໂຍງສາກົນທາງດ້ານວັດທະນະທຳ-ສັງຄົມໄດ້ຊ່ວຍໃຫ້ຫວຽດນາມເພີ່ມຄວາມສາມາດເຂົ້າເຖິງບັນດາວັດທະນະທຳທີ່ຕ່າງກັນ; ຮັບເອົາຄຸນຄ່າທີ່ກ້າວໜ້າຂອງມະນຸດຊາດ; ຮ່ຳຮຽນບັນດາບົດຮຽນທີ່ດີ ເພື່ອຮັກສາແລະພັດທະນາວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ສົມທົບວັດທະນະທຳທີ່ເປັນມູນເຊື້ອກັບວັດທະນະທຳສະໄໝໃໝ່ເປັນຢ່າງດີ; ສວຍໃຊ້ໂອກາດຕ່າງໆເພື່ອໂຄສະນາເຜີຍແຜ່ວັດທະນະທຳ ແລະບັນດາຄຸນຄ່າວັດທະນະທຳຫວຽດນາມໃນທົ່ວໂລກ.
ການເຊື່ອມໂຍງສາກົນທາງດ້ານສິ່ງແວດລ້ອມ, ຮັບມືກັບການປ່ຽນແປງສະພາບອາກາດ ຊ່ວຍໃຫ້ປະເທດແລະພັກມີບົດຮຽນທີ່ລ້ຳຄ່າ, ເພີ່ມແຫຼ່ງພະລັງເພື່ອມີນະໂຍບາຍແລະມາດຕະການທີ່ມີປະສິດທິຜົນ ໃນການປ້ອງກັນຕ້ານແລະຫຼຸດຜ່ອນຜົນກະທົບຂອງໄພທຳມະຊາດ, ຮັບປະກັນຄວາມໝັ້ນຄົງຂອງຊາດ ແລະຄວາມປອດໄພຂອງປະຊາຊົນ.
ທີສາມ, ການເຊື່ອມໂຍງສາກົນທາງດ້ານການເມືອງ, ການປ້ອງກັນປະເທດ-ປ້ອງກັນຄວາມສະຫງົບ
ໃນລະດັບການພົວພັນສອງຝ່າຍ, ການເຊື່ອມໂຍງສາກົນທາງດ້ານການເມືອງຂອງຫວຽດນາມໃນຊຸມປີທີ່ຜ່ານມາ ໄດ້ມີບາດກ້າວຫັນປ່ຽນໂດຍພື້ນຖານ ຈາກການເອົາໃຈໃສ່ເປີດກວ້າງການພົວພັນກັບບັນດາປະເທດ ໄປສູ່ການພັດທະນາການພົວພັນລະຫວ່າງຫວຽດນາມກັບບັນດາປະເທດໃຫ້ເຂົ້າສູ່ລວງເລິກແລະເປັນປົກກະຕິ. ຫວຽດນາມສືບຕໍ່ຍູ້ແຮງແລະເຮັດໃຫ້ການພົວພັນສອງຝ່າຍກັບບັນດາປະເທດໃຫ້ເລິກເຊິ່ງກວ່າອີກ, ເປັນຕົ້ນແມ່ນບັນດາປະເທດເພື່ອນບ້ານໃກ້ຄຽງ, ບັນດາປະເທດໃນພາກພື້ນ, ບັນດາປະເທດໃຫຍ່, ປະເທດເພື່ອນມິດທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືທີ່ມີທ່າແຮງ.
ທາງດ້ານການປ້ອງກັນປະເທດ-ປ້ອງກັນຄວາມສະຫງົບ, ຫວຽດນາມເຊື່ອມໂຍງແຕ່ລະກ້າວໃນສະຖານະການແລະເວລາທີ່ລະອຽດ. ນັ້ນແມ່ນເຂົ້າຮ່ວມໃນເກືອບທຸກເວທີປາໄສການປ້ອງກັນຄວາມສະຫງົບພາກພື້ນ, ເຊັ່ນບັນດາກອງປະຊຸມໃນຂອບເຂດອາຊຽນ. ໃນລະດັບໂລກ, ຫວຽດນາມເຂົ້າຮ່ວມອົງການຕຳຫຼວດອາຊະຍາກຳສາກົນ (Interpol) ແຕ່ປີ 1990 ແລະເຂົ້າຮ່ວມເວທີປາໄສຜູ້ບັນຊາການຕຳຫຼວດບັນດາປະເທດອາຊຽນ. ເດືອນພຶດສະພາ 2014, ຫວຽດນາມໄດ້ແຕ່ງຕັ້ງນາຍທະຫານເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ.
ການປ້ອງກັນປະເທດ-ປ້ອງກັນຄວາມສະຫງົບສອງຝ່າຍເປີດກວ້າງ. ມາເຖິງປະຈຸບັນ, ຫວຽດນາມໄດ້ມີການພົວພັນທາງດ້ານການປ້ອງກັນປະເທດກັບ 80 ກວ່າປະເທດ, ປະກອບດ້ວຍບັນດາປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ; ໄດ້ເຊັນສັນຍາ, ບົດບັນທຶກຄວາມຈຳ 50 ສະບັບກ່ຽວກັບການຮ່ວມມືຊ່ວຍເຫຼືອຊຶ່ງກັນແລະກັນທາງອາຍາ ຕ້ານອາຊະຍາກຳ, ປ້ອງກັນແລະຕ້ານຢາເສບຕິດກັບຕ່າງປະເທດ. ການພົວພັນທາງດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບພະຫຸພາຄີໄດ້ມີການພັດທະນາທາງດ້ານປະລິມານ ຄຸນນະພາບ ແລະປະສິດທິຜົນ.
ຜ່ານໄລຍະເວລາ 30 ກວ່າປີແຫ່ງການປະຕິບັດແນວທາງການຕ່າງປະເທດເພື່ອສັນຕິພາບ ການຮ່ວມມື ການພັດທະນາ, ເປັນເຈົ້າການ ຕັ້ງໜ້າເຊື່ອມໂຍງສາກົນຂອງພັກ, ອາດຈະຖອດຖອນບົດຮຽນເບື້ອງຕົ້ນຈຳນວນໜຶ່ງດັ່ງນີ້:
ທີໜຶ່ງ, ຮັບປະກັນແລະເພີ່ມທະວີການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ເສີມຂະຫຍາຍກຳລັງແຮງຂອງລະບົບການເມືອງແລະທົ່ວປວງຊົນໃນວຽກງານການຕ່າງປະເທດ ແລະເຊື່ອມໂຍງສາກົນ. ການພົວພັນຕ່າງປະເທດເພື່ອສັນຕິພາບ ການຮ່ວມມື ການພັດທະນະ; ເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ ສະຖຽນລະພາບ, ປົກປັກຮັກສາເອກະລາດ ອະທິປະໄຕແຫ່ງຊາດ, ຜົນປະໂຫຍດສູງສຸດຂອງຊາດ, ຮັກສາກຳນົດທິດສັງຄົມນິຍົມ, ຍົກສູງຖານະບົດບາດຂອງຫວຽດນາມໃນເວທີສາກົນ. ຫວຽດນາມເປັນເຈົ້າການ, ຕັ້ງໃຈເຂົ້າຮ່ວມການປົກປັກຮັກສາສັນຕິພາບ ການຮ່ວມມື ແລະການພັດທະນາ, ຍູ້ແຮງການປະຕິບັດແນວທາງການຕ່າງປະເທດທີ່ເປັນເອກະລາດ ເປັນເຈົ້າຕົນເອງ, ສ້າງຂອບເຂດການພົວພັນຮ່ວມມືແບບສະເໝີພາບ ເປັນປົກກະຕິ ຍາວນານ, ເຂົ້າສູ່ລວງເລິກ, ມີຜົນປະໂຫຍດຮ່ວມກັນ, ສ້າງຄວາມແຊກຊ້ອນທາງຜົນປະໂຫຍດພູມສາດການເມືອງຍຸດທະສາດ; ຍູ້ຖອຍແລະຜາບແພ້ທຸກການເຄື່ອນໄຫວທຳລາຍຂອງບັນດາອິດທິກຳລັງສັດຕູ, ປະຕິບັດໜ້າທີ່ກໍ່ສ້າງແລະປົກປັກຮັກສາປະເທດຊາດຢ່າງສຳເລັດມີໄຊ.
ທີສອງ, ຮັບຮູ້ສະຖານະການໂລກແລະສະພາບການຂອງປະເທດຢ່າງຖືກຕ້ອງ, ເປັນເຈົ້າການເກັບກຳສະພາບການ, ຍົກສູງຄວາມສາມາດຄາດຄະເນ, ໄຈ້ແຍກສະພາບການຜັນປ່ຽນສະເພາະໜ້າແລະຍາວນານ ເພື່ອຍົກສູງຄວາມສາມາດວາງແນວທາງ ແຜນນະໂຍບາຍຂອງພັກ, ຊີ້ນຳແລະບໍລິຫານຈັດການການເຄື່ອນໄຫວພົວພັນຕ່າງປະເທດແລະເຊື່ອມໂຍງສາກົນຢ່າງທັນການ. ການປະຕິບັດຂໍ້ສັນຍາສາກົນໃນການຕ່າງປະເທດແລະເຊື່ອມໂຍງສາກົນທັງຮຽກຮ້ອງ ທັງອຳນວຍເງື່ອນໄຂເພື່ອໃຫ້ພັກປ່ຽນແປງໃໝ່ຈິນຕະນາການທິດສະດີກ່ຽວກັບຍຸກສະໄໝ ແລະໂລກປະຈຸບັນ; ເປີດກວ້າງການພົວພັນກັບບັນດາພັກການເມືອງ, ເພີ່ມທະວີການພົວພັນທາງດ້ານພັກ, ຍົກສູງຖານະບົດບາດສາກົນຂອງພັກແລະຂອງປະເທດ; ປະກອບສ່ວນປ່ຽນແປງໃໝ່ແບບວິທີນຳພາ, ຍົກສູງຄວາມສາມາດນຳພາແລະກຳລັງແຮງສູ້ຮົບຂອງພັກ. ຈາກນັ້ນ, ພັກນຳພາການປັບປຸງບູລະນະລະບອບລະບຽບ, ນະໂຍບາຍ, ກົດໝາຍຕາມມາດຕະຖານສາກົນ, ຮັບປະກັນໃຫ້ປະເທດມີເງື່ອນໄຂປັບຕົວເຂົ້າກັບການປ່ຽນແປງຢ່າງໄວວາຂອງສະຖານະການສາກົນ ແລະພາກພື້ນ.
ທີສາມ, ຮັບປະກັນລັກສະນະຈຸດປະສົງແລະແທດຈິງຂອງວຽກງານການຕ່າງປະເທດແລະເຊື່ອມໂຍງສາກົນ, ມຸ່ງໄປສູ່ເປົ້າໝາຍສູງສຸດຄືຜົນປະໂຫຍດຂອງຊາດ, ພັດທະນາປະເທດ, ປົກປັກຮັກສາລະບອບການເມືອງ, ປະກອບສ່ວນຍົກສູງຊີວິດດ້ານວັດຖຸແລະຈິດໃຈຂອງປະຊາຊົນ, ໂຄສະນາເຜີຍແຜ່ພາບພົດຂອງປະເທດແລະຜູ້ຄົນຫວຽດນາມກັບເພື່ອນມິດໃນໂລກ. ຜ່ານການຊຸກຍູ້ການປັບໂຄງສ້າງທາງເສດຖະກິດ, ເປີດກວ້າງການຄ້າ, ຮ່ວມມືທາງດ້ານແຮງງານ ການລົງທຶນ ການທ່ອງທ່ຽວ, ເປີດກວ້າງການພົວພັນຕ່າງປະເທດ ແລະເຊື່ອມໂຍງສາກົນ ໄດ້ສ້າງວຽກເຮັດງານທຳ, ເພີ່ມລາຍໄດ້ແລະຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ການຮ່ວມມືທາງດ້ານວັດທະນະທຳ, ການສຶກສາ ຝຶກອົບຮົມ, ວິທະຍາສາດ-ເຕັກໂນໂລຊີ... ສ້າງເງື່ອນໄຂໃຫ້ປະຊາຊົນທຸກຊັ້ນວັນນະມີໂອກາດເຂົ້າເຖິງຄວາມຮູ້ ແລະຄຸນຄ່າອັນດີງານຂອງມະນຸດຊາດ, ຈາກນັ້ນຍົກສູງລະດັບການສຶກສາ, ລະດັບຄວາມຮູ້ ແລະຊີວິດທາງຈິດໃຈຂອງປະຊາຊົນ.
ທີສີ່, ເຫັນແຈ້ງຜົນກະທົບຕ່າງໆທີ່ບໍ່ດີແລະສິ່ງທ້າທາຍໃນການປະຕິບັດນະໂຍບາຍການຕ່າງປະເທດ ແລະເຊື່ອມໂຍງສາກົນ.
ໃນສະພາບແວດລ້ອມແຫ່ງການເຊື່ອມໂຍງສາກົນ, ບັນດາການຜັນປ່ຽນທີ່ບໍ່ດີຂອງຊີວິດການເມືອງ, ເສດຖະກິດໂລກແລະພາກພື້ນຈະກະທົບຢ່າງໄວແລະແຂງແຮງເຖິງເສດຖະກິດຫວຽດນາມ ໂດຍຜ່ານຊ່ອງທາງການຄ້າ ການລົງທຶນ ການເງິນເງິນຕາ... ຂະບວນວິວັດດັ່ງກ່າວອາດຈະເພີ່ມຄວາມສ່ຽງຕໍ່ຄວາມໝັ້ນຄົງທາງການເມືອງ, ລະບຽບຄວາມສະຫງົບ ແລະຄວາມປອດໄພທາງສັງຄົມ. ເປີດປະຕູປະເທດ, ເປີດເສລີ ແລະເຊື່ອມໂຍງສາກົນເຮັດໃຫ້ການກະທົບທີ່ບໍ່ດີ ແລະຄວາມຫຍໍ້ທໍ້ທາງສະພາບແວດລ້ອມຄວາມປອດໄພຢູ່ພາກພື້ນແລະໃນໂລກ, ເຊັ່ນການກໍ່ການຮ້າຍ, ອາຊະຍາກຳລະຫວ່າງປະເທດ, ການລະເມີດຄວາມປອດໄພເຄືອຂ່າຍ… ມີໂອການທີ່ຈະແຊກຊືມເຂົ້າຫວຽດນາມ. ສະພາບການດັ່ງກ່າວກະທົບໃສ່ຂົງເຂດການເມືອງ, ແນວຄິດ, ສິນທຳ, ແບບແຜນດຳເນີນຊີວິດໃນສັງຄົມ. ບໍ່ພຽງແຕ່ເທົ່ານັ້ນ, ບັນດາອິດທິກຳລັງສັດຕູ, ປະຕິການອາດຈະສວຍໃຊ້ສະພາບການເຊື່ອມໂຍງສາກົນເພື່ອຍູ້ແຮງການເຄື່ອນໄຫວທຳລາຍເສດຖະກິດ, ຜ່ານການຮ່ວມມື ແລະການລົງທຶນເພື່ອກະທົບໃສ່ພາຍໃນ, ຊຸກຍູ້ການ “ຫັນປ່ຽນດ້ວຍຕົນເອງ”, “ປ່ຽນແປງດ້ວຍຕົນເອງ ແລະປະຕິບັດກົນອຸບາຍ “ຫັນປ່ຽນໂດຍສັນຕິ”.
ເພື່ອສວຍໃຊ້ໂອກາດ, ເອົາຊະນະອັນຕະລາຍໃນຂະບວນວິວັດການເປີດກວ້າງການພົວພັນຕ່າງປະເທດ ແລະເຊື່ອມໂຍງສາກົນ, ພັກກອມມູນິດຫວຽດນາມຕົກລົງແກ້ໄຂສາຍພົວພັນຕ່າງໆຢ່າງສົມເຫດສົມຜົນ: ການພົວພັນລະຫວ່າງການຮັບປະກັນຄວາມເປັນເອກະລາດ, ເປັນເຈົ້າຕົນເອງຂອງປະເທດ ກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງສາກົນ; ລະຫວ່າງສິດຜົນປະໂຫຍດແລະພັນທະຂອງປະເທດ ກັບບັນດາບັນຫາທີ່ບໍ່ປະສົງໃນບັນດາອົງການສາກົນ; ລະຫວ່າງຈຸດປະສົງດ້ານເສດຖະກດ-ສັງຄົມໃນປະເທດ ກັບຄວາມຮຽກຮ້ອງແລະຄວາມຕ້ອງການຂອງພາຍນອກ; ລະຫວ່າງບັນດາບັນຫາເສດຖະກິດ-ການຄ້າ ກັບບັນດາຂົງເຂດອື່ນ. ໃນການຊີ້ນຳ, ບໍລິຫານຈັດການນັ້ນ ບັນຫາສຳຄັນແມ່ນການປັບຕົວທັນເວລາ, ການກະທົບຕອບໄຫວພິບ, ນຳໃຊ້ເປັນຢ່າງດີທ່າແຮງປຽບທຽບ, ຮ່ຳຮຽນແລະຮັບເອົາສິ່ງທີ່ດີງາມຂອງເພື່ອນມິດສາກົນ, ດັດແປງແກ້ໄຂຈຸດອ່ອນ ຂໍ້ຈຳກັດຂອງຕົນຢ່າງທັນການ./.
ໂດຍ ສຈ. ປອ. ຫວູວັນຮ່ຽນ
ຮອງປະທານສະພາທິດສະດີສູນກາງ
-----------------------------------------------
(1), (2) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ຫ້ອງວ່າການສູນກາງພັກ, ຮ່າໂນ້ຍ, 2016, ໜ້າ 70 -71, 153.
(3) ເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII, ປຶ້ມທີ່ໄດ້ແນະນຳ, ໜ້າ 151-152.
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 910 (ເດືອນສິງຫາ 2018).