ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ກ່າວປາໃສປິດກອງປະຊຸມທາງການທູດຄັ້ງທີ 30. (ພາບ: TTXVN)
ວກ. ອອນໄລ - ໃນຊຸມວັນນີ້, ທັງຊາດກຳລັງຄຶກຄັ້ນມຸ່ງສູ່ການສະເຫຼີມສະຫຼອງ ການປະຕິວັດເດືອນສິງຫາແລະວັນຊາດທີ 2 ກັນຍາ ຄົບຮອບ 73 ປີ ແລະ ວັນບຸນມະໂຫລານຕ່າງໆຂອງຊາດ. ໃນ 73 ປີທີ່ຜ່ານມາ, ການທູດຂອງຫວຽດນາມ ໄດ້ໄປຄຽງຄູ່ກັນກັບປະເທດຊາດ, ຮັບໃຊ້ຢ່າງໄດ້ການໄດ້ງານໃຫ້ແກ່ພາລະກິດອັນສູງສົ່ງ, ປະກອບສ່ວນອັນສົມກຽດເຂົ້າໃນການຫັນຕົວຢ່າງແຂງແຮງຂອງປະເທດຊາດ ທີ່ເຄີຍຖືກສົງຄາມທຳລາຍ ກາຍເປັນສັນຍະລັກຂອງສັນຕິພາບແລະສະຖຽມລະພາບ, ເອກະພາບແລະຖືກຕ້ອງປອງດອງຊາດ, ປ່ຽນແປງໃໝ່ແລະພັດທະນາ.
ໃນກະແສປະຫວັດສາດນັ້ນ, ກອງປະຊຸມທາງການທູດ 30 ຄັ້ງ (ແຕ່ປີ 1975 ມາຮອດປະຈຸບັນ) ໄດ້ກາຍເປັນມູນເຊື້ອດີງາມອັນໜຶ່ງ. ບັນດາວັນບຸນແຫ່ງການເສີມຂະຫຍາຍສຸດຂີດຈີນຕະນາການຂອງທົ່ວຂະແໜງການນັ້ນ ລ້ວນແຕ່ແນໃສ່ເປົ້າໝາຍອັນໜຶ່ງອັນດຽວຄື: ຊຸກຍູ້ ແລະ ຮັບປະກັນຜົນປະໂຫຍດຂອງຊາດ ຂອງປະເທດ. ກອງປະຊຸມທາງການທູດແມ່ນການເຄື່ອນໄຫວດຳເນີນຊີວິດການເມືອງ ທີ່ສຳຄັນທີ່ສຸດຂອງຂະແໜງການທູດ, ເຊື່ອມຊືມ ແລະ ຕັດສິນໃຈປະຕິບັດ ແນໃສ່ຜັນຂະຫຍາຍແຜນນະໂຍບາຍ, ແນວທາງການຕ່າງປະເທດຂອງພັກ ຢ່າງສຳເລັດມີໄຊ.
ກອງປະຊຸມທາງການທູດຄັ້ງທີ 30 ໄດ້ໄຂອອກແຕ່ວັນທີ 13 ຫາ 17 ສິງຫາ 2018 ໃນເວລາທີ່ມີລັກສະນະຫົວລ້ຽວຫົວຕໍ່, ແມ່ນໂອກາດທີ່ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບດຳເນີນການສຳຫຼວດກາງສະໄໝກ່ຽວກັບການປະຕິບັດໜ້າທີ່ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກກອມມູນິດຫວຽດນາມ. ປະເທດເຮົາກຳລັງກ້າວເຂົ້າສູ່ໄລຍະທີ່ສຳຄັນ, ຍູ້ແຮງພາລະກິດການປ່ຽນແປງໃໝ່ຢ່າງຮອບດ້ານແລະຄົບຊຸດ, ເສີມຂະຫຍາຍທຸກແຫຼ່ງພະລັງເພື່ອພັດທະນາປະເທດຢ່າງວ່ອງໄວແລະໝັ້ນຄົງ. ດັ່ງນັ້ນ, ຂະແໜງການທູດຕ້ອງສຸມໃສ່ ແລະ ເສີມຂະຫຍາຍສຸດຂີດຄວາມສາມາດທຸກຢ່າງເພື່ອຮັບໃຊ້ດີທີ່ສຸດໃຫ້ແກ່ຜົນປະໂຫຍດຂອງຊາດ ຂອງປະເທດ. ຈຸດໜັກໃຈກາງແມ່ນ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ຍຸດທະສາດພັດທະນາເສດຖະກິດ ສັງຄົມ 2011-2020 ຢ່າງມີປະສິດທິຜົນແລະສຳເລັດມີໄຊ; ປັບປຸງ, ສ້າງສັນສະພາບແວດລ້ອມທີ່ສະດວກດີໃຫ້ແກ່ການພັດທະນາປະເທດ.
ໂລກແຫ່ງການປ່ຽນແປງ
ໃນເວລາສອງກວ່າປີທີ່ຜ່ານມາ, ຄຽງຄູ່ກັບຄວາມສະດວກ, ສະພາບການສາກົນແລະພາກພື້ນກຳລັງຫັນປ່ຽນຢ່າງໄວວາ ສັບສົນ ແລະ ຄາດເດົາຍາກ, ໄດ້ສ້າງສິ່ງທ້າທາຍຫຼາຍຢ່າງຕໍ່ສະພາບແວດລ້ອມຍຸດທະສາດຂອງປະເທດຊາດ, ສົ່ງຜົນກະທົບໂດຍກົງເຖິງບັນດາຜົນປະໂຫຍດດ້ານຄວາມສະຫງົບແລະການພັດທະນາ.
ສິບປີພາຍຫຼັງການວິກິດທາງເສດພະກິດ-ການເງິນທົ່ວໂລກ ປີ 2008-2009, ເສດຖະກິດໂລກກຳລັງໄດ້ຮັບການຟື້ນຟູ ແລະ ກ້າວເຂົ້າສູ່ວົງຈອນການພັດທະນາໃໝ່. ຄວາມເຕີບໂຕເສດຖະກິດທົ່ວໂລກປີ 2017 ບັນລຸໄດ້ 3,6% ແລະ ອາດສາມາດສືບຕໍ່ມີການເພີ່ມຂຶ້ນໃນປີ 2018; ການຄ້າທົ່ວໂລກໄດ້ເພີ່ມຂຶ້ນ 4,6%, ເປັນລະດັບສູງສຸດແຕ່ປີ 2011 ມາຮອດປະຈຸບັນນີ້. ແຕ່ວ່າ, ບັນດາຄວາມສ່ຽງດ້ານການເງິນ, ທ່າອຽງປົກປ້ອງ ແລະ “ເງົາຜີ” ແຫ່ງສົງຄາມດ້ານການຄ້າ ຈະສົ່ງຜົນກະທົບທີ່ບໍ່ສະດວກເຖິງທ່ວງທ່າການພັດທະນາຂອງເສດຖະກິດໂລກ ແລະ ຫວຽດນາມ.
ການປະຕິວັດອຸດສາຫະກຳ 4.0 ແລະ ວິທະຍາສາດ-ເຕັກໂນໂລຊີ ໄດ້ກາຍເປັນກຳລັງການຜະລິດໂດຍກົງ ເຊິ່ງຮັກສາພາລະບົດບາດເປັນກຳລັງໜູນອັນສຳຄັນ ໃນພື້ນຖານເສດຖະກິດພູມປັນຍາ ດ້ວຍຫຼາຍຮູບການໃໝ່, ຄື ເສດຖະກິດແບບແບ່ງປັນ, ເສດຖະກິດຈິດິຕອນ, ເສດຖະກິດແບບໜູນວຽນ... ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມບຸກທະລຸ, ຫຍໍ້ສັ້ນໄລຍະຫ່າງແຫ່ງການພັດທະນາ. ອີກດ້ານຫນຶ່ງ ບັນດາທ່າອຽງພັດທະນາເຕັກໂນໂລຊີ, ຮູບການເສດຖະກິດໃໝ່ ໄດ້ວາງສິ່ງທ້າທາຍຕ່າງໆຫຼາຍຢ່າງທີ່ບໍ່ເຄີຍມີກ່ອນ ແລະ ຖ້າຈັບທ່າອຽງເຫຼົ່ານັ້ນບໍ່ໄດ້ ຈະຖືກປະໄວ້ຂ້າງຫຼັງຢ່າງແນ່ນອນ.
ສະພາບການການເມືອງ-ຄວາມສະຫງົບຂອງໂລກກຳລັງມີຄວາມຜັນປ່ຽນຫຼາຍຢ່າງ. ການດັດແປງນະໂຍບາຍຂອງປະເທດຕ່າງໆ, ລັດທິປະຊາລາດນິຍົມ, ລັດທິຜົນປະໂຫຍດນິຍົມ ໄດ້ເພີ່ມສູງຂຶ້ນ ເຮັດໃຫ້ຄວາມໝັ້ນຄົງໃນພາກພື້ນນັບມື້ນັບຖືກສັ່ນຄອນ. ຄວາມແຕກຕ່າງດ້ານຜົນປະໂຫຍດລະຫວ່າງບັນດາສະມາຊິກໃນກຸ່ມ ຈີ 7, ຈີ 20, ສະຫະພາບເອີຣົບ (ອີຢູ) ແລະ ພາລະບົດບາດຂອງບັນດາກົນໄກຫຼາຍຝ່າຍກຳລັງຖືກຮັບຜົນສະທ້ອນ. ທະວີບອາຊີ-ປາຊີຟິກ, ແຫຼມເກົາຫຼີ ພາຍຫຼັັັັັັັັັງຄວາມເຄັ່ງຕຶງຫຼາຍຢ່າງ, ປະຈຸບັນສະພາບການໂຍະຍາມຊົ່ວຄາວ ແຕ່ຍັງອາດຈະມີເຫດບັງເອີນຊ້ອນແຝງຢູ້ຫຼາຍ. ການຜັນປ່ຽນທີ່ສັບສົນຕ່າງໆໃນທະເລຕາເວັນອອກ, ພິເສດແມ່ນການກໍ່ສ້າງຂະໜາດໃຫຍ່ແລະການຫັນເປັນການທະຫານໃນບັນດາເກາະດອນຢູ່ທະເລຕາເວັນອອກ ພວມຂົ່ມຂູ່ສັນຕິພາບ, ຄວາມສະຫງົບປອດໄພແລະຄວາມໝັ້ນຄົງ ຢູ່ພາກພື້ນ ກໍ່ຄືສິດແລະຜົນປະໂຫຍດອັນຊອບທຳຂອງຫຼາຍປະເທດ, ໃນນັ້ນມີ ຫວຽດນາມ.
ປັບປຸງແລະສ້າງສະພາບແວດລ້ອມສັນຕິພາບ, ຮັບໃຊ້ໃຫ້ແກ່ການພັດທະນາ
ຕິດແທດກັບແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ຂະແໜງການທູດໄດ້ຢຶດໝັ້ນໃນຫຼັກການ; ຕັ້ງໝັ້ນໃນເປົ້າໝາຍ; ເປັນເຈົ້າການ, ມີຄວາມພິບໄຫວໃນການຜັນຂະຫຍາຍໜ້າທີ່ ແລະ ບັນລຸໄດ້ຜົນງານອັນສຳຄັນຫຼາຍຢ່າງ, ປະກອບສ່ວນເຂົ້າໃນການປົກປັກຮັກສາສິດອະທິປະໄຕແຫ່ງຊາດ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽມລະພາບ ເພື່ອຮັບໃຊ້ການພັດທະນາ, ເຊື່ອມໂຍງສາກົນ ແລະ ຍົກສູງຖານະບົດບາດຂອງປະເທດ.
ໃນສະພາບການສາກົນທີ່ມີຄວາມຜັນປ່ຽນຫຼາຍຢ່າງ, ການໃຫ້ຄຳປຶກສານະໂຍບາຍ, ຫັນແນວທາງຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກເປັນອັນລະອຽດ ແລະການກໍ່ສ້າງລະບຽບກົດໝາຍ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ສອງກວ່າປີທີ່ຜ່ານມາ, ຂະແໜງການທູດໄດ້ນຳສະເໜີໂຄງການໃຫຍ່ກ່ຽວກັບການພົວພັນຕ່າງປະເທດຫຼາຍໂຄງການ ໃຫ້ສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ແລະລັດຖະບານ, ໃນນັ້ນມີແຜນນະໂຍບາຍກ່ຽວກັບການປະຕິບັດຢ່າງມີປະສິດທິຜົນ ການເຊື່ອມໂຍງເສດຖະກິດສາກົນ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍ. ນີ້ແມ່ນບັນດາແຜນນະໂຍບາຍທີ່ສຳຄັນ ເພື່ອຮັບປະກັນການຜັນຂະຫຍາຍມະຕິກອງປະຊຸມໃໝ່ຄັ້ງທີ XII ຂອງພັກ ຢ່າງຄົບຊຸດ.
ຫວຽດນາມໄດ້ເປັນເຈົ້າການຍູ້ແຮງແລະເພີ່ມທະວີການພົວພັນກັບບັນດາປະເທດເພື່ອນບ້ານໃກ້ຄຽງ, ສະມາຄົມບັນດາປະເທດອາຊີຕາເວັນອອກສຽງໃຕ້ (ອາຊຽນ), ບັນດາປະເທດໃຫຍ່, ປະເທດຄູ່ຮ່ວມມືຍຸດທະສາດ, ຮອບດ້ານ ແລະ ເພື່ອນມິດທີ່ເປັນມູນເຊື້ອ. ໃນນັ້ນ, ການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງມີບົດບາດຫຼັກແຫຼ່ງ ດ້ວຍຈຸດໜັກໃຈກາງແມ່ການກໍ່ສ້າງແລະປັບປຸງຄວາມໄວ້ວາງໃຈ, ເພີ່ມທະວີ ແລະ ສ້າງການບຸກທະລຸໃນການພົວພັນກັບປະເທດຕ່າງໆ. ມາຮອດປະຈຸບັນ, ຫວຽດນາມໄດ້ສ້າງຕັ້ງການພົວພັນທາງການທູດກັບ 188 ປະເທດ, ດ້ວຍເຄືອຂ່າຍ 27 ປະເທດຄູ່ຮ່ວມມືຍຸດທະສາດ ແລະຄູ່ຮ່ວມມືຮອບດ້ານ, ໃນນັ້ນມີທັງໝົດ 5 ປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ. ສະພາວະການພົວພັນເປີດກວ້າງນີ້ ບໍ່ພຽງແຕ່ປະກອບສ່ວນຍົກສູງຖານະບົດບາດຂອງຫວຽດນາມເທົ່ານັ້ນ ຫາກຍັງເປັນພື້ນຖານສຳຄັນ, ປະກອບສ່ວນໂດຍກົງເຂົ້າໃນການປົກປັກຮັກສາ ແລະພັດທະນາປະເທດ.
ບົນພື້ນຖານສ້າງຕັ້ງຄວາມໄວ້ວາງໃຈດ້ານການເມືອງ, ຂະແໜງການທູດໄດ້ເຮັດເປັນຢ່າງດີ ບົດບາດເຊື່ອມຕໍ່, ຊຸກຍູ້ການເຊື່ອມໂຍງເສດຖະກິດສາກົນ, ເປີດກວ້າງຕະຫຼາດ, ເພີ່ມຄວາມແຊກຊ້ອນຜົນປະໂຫຍດ, ຮັບໃຊ້ການພັດທະນາ. ປະຈຸບັນ ຫວຽດນາມກຳລັງກໍ່ສ້າງຂອບການຄ້າເສລີກັບເກືອບ 60 ປະເທດ (ກວມເອົາ 59% ຂອງຈຳນວນພົນລະເມືອງ, 61% ຈິດິພີ ແລະ 68% ການຄ້າໂລກ) ໂດຍຜ່ານສັນຍາການຄ້າເສລີ 16 ສະບັບ, ລວມມີບັນດາສັນຍາການຄ້າເສລີຮຸ່ນໃໝ່, ຄື ສັນຍາຄູ່ຮ່ວມມືຮອບດ້ານແລະກ້າວໜ້າ ຂ້າມປາຊິີຟິກ, ສັນຍາການຄ້າເສລີຫວຽດນາມ - ອີຢູ. ໃນຂັ້ນທ້ອງຖິ່ນ, ແຕ່ປີ 2016 ມາຮອດປະຈຸບັນ, ດ້ວຍການແນະນຳຂອງກະຊວງການຕ່າງປະເທດ, ບັນດາທ້ອງຖິ່ນໄດ້ມີການເປັນເຈົ້າການຜັນຂະຫຍາຍການເຊື່ອມໂຍງສາກົນ, ລົງນາມໃນຂໍ້ຕົກລົງສາກົນກ່ຽວກັບຂົງເຂດຕ່າງໆ ທັງໝົດ420 ສະບັບ, ເສີມຂະຫຍາຍທ່າແຮງຂອງແຕ່ລະເຂດພາກ, ແຕ່ລະຂະແໜງການຜະລິດຕະພັນ. ນີ້ແມ່ນບັນດາປະຖົມປັດໃຈທີ່ສຳຄັນ ສ້າງແຮງກະຕຸ້ນໃໝ່ເພື່ອໃຫ້ປະເທດກ້າວເຂົ້າສູ່ໄລຍະເຕີບໂຕໃໝ່ທີ່ມີຄວາມໝັ້ນຄົງແລະແທດຈິງກວ່າອີກ.
ຫວຽດນາມໄດ້ເສີມຂະຫຍາຍເປັນຢ່າງດີ ບັນດາກົນໄກຫຼາຍຝ່າຍເພື່ອຮັກສາສິດແລະຜົນປະໂຫຍດ ຂອງຫວຽດນາມ ກໍ່ຄືເຂົ້າຮ່ວມໃນການແກ້ໄຂບັນດາສິ່ງທ້າທາຍລວມ ຂອງປະຊາຄົມສາກົນ. ການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍ ໄດ້ຫັນປ່ຽນຢ່າງແຮງຈາກ “ການເຂົ້າຮ່ວມຢ່າງຕັ້ງໜ້າ” ຂຶ້ນເປັນ “ເປັນເຈົ້າການປະກອບສ່ວນ, ສ້າງຕັ້ງສະຖາບັນພະຫຸພາຄີ”. ດ້ວຍບົດບາດເປັນປະເທດເຈົ້າພາບຂອງເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (ເອເປັກ) ປີ 2017, ໂດຍເລີ່ມຈາກຜົນປະໂຫຍດຂອງກະໂຕປະຊາຊົນແລະວິສາຫະກິດ, ຫວຽດນາມໄດ້ຄັດເລືອກເອົາຫົວຂໍ້ ແລະບັນດາຂໍ້ບູລິມະສິດ ທີ່ສອດຄ່ອງກັບຄວາມສົນໃຈຮ່ວມກັນ, ໄກ່ເກ່ຍຄວາມແຕກຕ່າງ, ສ້າງຄວາມເຫັນດີເຫັນພ້ອມ, ຈາກນັ້ນປະກອບສ່ວນອັນຕັ້ງໜ້າ ເຂົ້າໃນການກຳນົດທິດໃຫ້ແກ່ໄລຍະການພັດທະນາໃໝ່ຢູ່ພາກພື້ນດ້ວຍ “ວິໄສທິດ ເອເປັກ ພາຍຫຼັງປີ 2020”. ໃນສະພາບການທີ່ທ່າອຽງປະຊາລາດນິຍົມແລະການປົກປ້ອງ ເກີດຂຶ້ນຢ່າງແຂງແຮງ, ເອເປັກ 2017 ບໍ່ພຽງແຕ່ຮັກສາທ່ວງທ່າໄດ້ ຫາກຍັງຊຸກຍູ້ການເຊື່ອມຕໍ່ແລະການຄ້າເສລີໃນພາກພື້ນ. ໃນສັບປະດາຂັ້ນສຸດຍອດນັ້ນ, ບັນດາກະຊວງ ທ້ອງຖີ່ນ ແລະວິສາຫະກິດຂອງພວກເຮົາ ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມືກັບບັນດາຄູ່ຮ່ວມມື ເປັນ 121 ສະບັບ ທີ່ມີມູນຄ່າທັງໝົດ 20 ກວ່າຕື້ໂດລາສະຫະລັດ. ຜົນສຳເລັດຂອງປີ ເອເປັກ 2017 ໄດ້ໃຫ້ຮູ້ວ່າ, ເຖິງວ່າບໍ່ແມ່ນປະເທດໃຫຍ່, ແຕ່ຫວຽດນາມມີຖານະບົດບາດແລະອິດທິພົນ ເພື່ອຄິດໃຫຍ່ແລະກະທຳໃຫຍ່, ໂດຍສະເພາະແມ່ນເມື່ອຕ້ອງການຮັກສາຜົນປະໂຫຍດຂອງຊາດ, ຂອງປະເທດ.
ຄຽງຄູ່ກັນນັ້ນ, ເຮົາໄດ້ສະແດງພາລະບົດບາດເປັນ “ສະມາຊິກທີ່ມີຄວາມຮັບຜິດຊອບ” ຂອງອາຊຽນ, ສະຫະປະຊາຊາດ, ເວທີປາໄສ ອາຊີ - ເອຣົບ (ASEM), ສະພາສິດທິມະນຸດ, ສະພາເສດຖະກິດ ແລະສັງຄົມ (ECOSOC), ອົງການສຶກສາ, ວິທະຍາສາດແລະວັດທະນະທຳ ສະຫະປະຊາຊາດ (UNESCO), ບັນດາກົນໄກອະນຸພາກພື້ນແມ່ນ້ຳຂອງ...
ການຕໍ່ສູ້ປົກປັກຮັກສາສິດອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນ ຍາມໃດກໍ່ເປັນໜ້າທີ່ອັບດັບໜຶ່ງ ແລະສອດຮ້ອຍຕະຫຼອດຂອງຂະແໜງການທູດ. ໃນຊຸມປີທີ່ຜ່ານມາ, ຂະແໜງການທູດໄດ້ມີການປະສານສົມທົບຢ່າງແໜ້ນແຟ້ນເປັນປົກກະຕິ ກັບບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນຂອງຫວຽດນາມ ແລະ ພ້ອມກັບບັນດາປະເທດທີ່ກ່ຽວຂ້ອງ ພະຍາຍາມກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເປັນປົກກະຕິ ເພື່ອການພັດທະນາ.
ໃນບັນຫາທະເລຕາເວັນອອກ, ເຖິງວ່າຍັງສືບຕໍ່ມີການຜັນແປປ່ຽນໃໝ່ທີ່ສັບສົນໃໝ່ ແລະຊ້ອນແຝງໄພອັນຕະລາຍຫຼາຍຢ່າງທີ່ຄາດເດົາຍາກ, ແຕ່ຍ້ອນໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກຫາງສຽງສາກົນ, ຫວຽດນາມໄດ້ເດັດດ່ຽວ, ຢຶດໝັ້ນ ແລະຜັນຂະຫຍາຍຫຼາຍມາດຕະການຕໍ່ສູ້ຢ່າງມີປະສິດທິຜົນ ກັບບັນດາການລະເມີດ, ແລະ ໄດ້ຮັກສາສິດອະທິປະໄຕແລະສິດຕັດສິນຂອງຕົນ ຕໍ່ບັນດາເຂດທະເລ ໄຫຼ່ທະວີບ ແລະບັນດາເກາະທະເລ ຕາມກົດໝາຍສາກົນ, ໃນນັ້ນມີອະນຸສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລປີ 1982 (UNCLOS 1982). ຫວຽດນາມພ້ອມກັບອາຊຽນ ແລະ ຈີນ ກຳລັງຊຸກຍູ້ການເຈລະຈາກ່ຽວກັບປະມວນຂໍ້ກຳນົດກ່ຽວກັບວິທີປະພຶດຢູ່ທະເລຕາເວັນອອກ (COC) ທີ່ມີປະສິດທິຜົນ, ມີຜົນຜູກພັນຕາມກົດໝາຍ ແລະມີເນື້ອແທ້ສຳຄັນ. ພ້ອມກັນນັ້ນ, ຫວຽດນາມກໍ່ໄດ້ຕັ້ງໜ້າເປີດກວ້າງການຮ່ວມມືທາງດ້ານທະເລກັບບັນດາປະເທດພາຍໃນ ແລະພາຍນອກພາກພື້ນ; ແລກປ່ຽນ, ເຈລະຈາແນໃສ່ຫຍໍ້ສັ້ນຄວາມແຕກຕ່າງກັນ, ເພີ່ມທະວີການສ້າງຄວາມໄວ້ວາງໃຈກັນ.
ປົກປັກຮັກສາຜົນປະໂຫຍດຂອງພົນລະເມືອງ, ຊາວຫວຽດນາມຢູ່ຕ່າງປະເທດ ຍາມໃດກໍ່ເປັນໜ້າທີ່ສຳຄັນເປັນພິເສດ ໃນວຽກງານການພົວພັນຕ່າງປະເທດທັງໝົດ. ແຕ່ປີ 2016 ມາຮອດປະຈຸບັນ, ຂະແໜງການທູດ ໄດ້ດຳເນີນການຄ້ຳປະກັນໃຫ້ຊາວຫວຽດນາມຢູ່ຕ່າງປະເທດ ເປັນຈຳນວນ 16.000 ຄົນ ແລະຊາວປະມົງ 5.000 ຄົນ. ບັນດາແຜນນະໂຍບາຍ, ນະໂຍບາຍກ່ຽວກັບການຊ່ວຍເຫຼືອຊາວຫວຽດນາມ ຢູ່ຕ່າງປະເທດ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ປະກອບສ່ວນເຂົ້າໃນການປັບປຸງກຸ່ມສາມັກຄີປວງຊົນທັງຊາດ, ປຸກຕື່ນແຫຼ່ງພະລັງງານໃຫ້ແກ່ປະເທດ ຈາກຊາວຫວຽດນາມຢູ່ຕ່າງປະເທດ 4,5 ລ້ານຄົນ.
ການຮັກສາແລະເສີມຂະຫຍາຍເອກະລັກວັດທະນະທຳແຫ່ງຊາດ ຍາມໃດກໍ່ມີຄວາມສຳຄັນໃນຂະບວນວິວັດແຫ່ງການເຊື່ອມໂຍງສາກົນຮອບດ້ານ, ຍົກສູງຖານະບົດບາດ ແລະເພີ່ມທະວີ “ກຳລັງແຮງນຸ່ມນວນ” ຂອງປະເທດ. ການພົວພັນຕ່າງປະເທດດ້ານວັດທະນະທຳໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ ດ້ວຍຈຸດສຸມໃຈກາງແມ່ນ “ໂຄງການເຊີດຊູສັນລະເສີນປະທານໂຮ່ຈີມິນ, ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ເລີດລ້ຳຢູ່ຕ່າງປະເທດ”. ແຕ່ປີ 2016 ມາຮອດປະຈຸບັນ, ມີ 8 ມໍລະດົກວັດທະນະທຳໄດ້ຮັບການຮັບຮອງຈາກອົງການ UNESCO, ຍົກຈຳນວນມໍລະດົກວັດທະນະທຳໂລກຂອງຫວຽດນາມຂຶ້ນເປັນ 38 ແຫ່ງ. ບັນດາມໍລະດົກໂລກນີ້ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ແກ່ການໂຄສະນາຮູບພາບຂອງປະເທດ, ດຶງດູດນັກທ່ອງທ່ຽວ, ປັບປຸງພື້ນຖານໃຫ້ແກ່ການພັດທະນາແບບຍືນຍົງຂອງທ້ອງຖິ່ນ. ຂໍ້ມູນຂ່າວສານກ່ຽວກັບການພົວພັນຕ່າງປະເທດໄດ້ສ້າງຜົນກະທົບທາງບວກໃນການໂຄສະນາເຜີຍແຜ່ແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ແລະ ຜົນງານໃນການພັດທະນາຂອງຫວຽດນາມ.
ມຸ່ງໄປສູ່ການທູດທີ່ທັນສະໄໝ, ເປັນເຈົ້າການ, ປະດິດສ້າງ ແລະມີປະສິດທິຜົນ
ບັນດາຜົນງານເທິງນີ້ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການກໍ່ສ້າງແລະ ປົກປັກຮັກສາປະເທດຊາດ ແລະ ກໍ່ແມ່ນສຳພາລະເດີນທາງທີ່ສຳຄັນ ເພື່ອກ້າວເຂົ້າສູ່ໄລຍະການພັດທະນາໃໝ່, ມີລັກສະນະກຸນແຈ. ແຕ່ວ່າ, ກໍ່ຕ້ອງເຫັນໄດ້ວ່າ, ຍັງມີກາລະໂອກາດຕ່າງໆ ທີ່ພວກເຮົາບໍ່ສວຍໃຊ້ໄດ້ ເພື່ອປະກອບສ່ວນຢ່າງມີປະສິດທິຜົນ ໃຫ້ແກ່ພາລະກິດການສ້າງສາແລະປົກປັກຮັກສາປະເທດຊາດ. ການເຊື່ອມໂຍງສາກົນ ແລະການພັດທະນາຂອງວິທະຍາສາດ-ເຕັກໂນໂລຊີ ໄດ້ນຳເອົາໂອກາດມາໃຫ້ພວກເຮົາ ເພື່ອບຸກທະລຸ, ແຕ່ພ້ອມກັບນັ້ນ ມັນກໍ່ມີສິ່ງທ້າທາຍຫຼາຍຢ່າງ ທີ່ຕ້ອງໄດ້ແກ້ໄຂ.
ສະພາບການດັ່ງກ່າວຮຽກຮ້ອງໃຫ້ຂະແໜງການທູດເວົ້າສະເພາະ ຕ້ອງສືບຕໍ່ພະຍາຍາມ, ເປັນເຈົ້າການ, ປະດິດສ້າງໃນຈິນຕະນາການ, ທັນສະໄໝໃນວິທີການປະຕິບັດ, ເອົາໃຈໃສ່ເຖິງລັກສະນະປະສິດທິຜົນ ເພື່ອຜັນຂະຫຍາຍປະຕິບັດແຜນນະໂຍບາຍ ມະຕິຂອງພັກ ໃຫ້ສຳເລັດຜົນມີໄຊ. ດັ່ງນັ້ນ, ກອງປະຊຸມຄັ້ງທີ 30 ດ້ວຍຫົວຂໍ້ “ການທູດຫວຽດນາມ: ເປັນເຈົ້າການ, ປະດິດສ້າງ, ປະສິດທິຜົນ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ຢ່າງສຳເລັດມີໄຊ” ຈະສຸມໃສ່ບັນດາຈຸດໃຈກາງຕົ້ນຕໍ່ດັ່ງນີ້:
ທີໜຶ່ງ, ສືບຕໍ່ເຊື່ອມຊືມ ແລະ ຕີລາຄາການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກ່ຽວກັບວຽກງານພົວພັນຕ່າງປະເທດໃນເວລາທີ່ຜ່ານມາ ແລະວາງບັນດາມາດຕະການ, ປະສານສົມທົບໃຫ້ແໜ້ນແຟ້ນລະຫວ່າງຂັ້ນ, ຂະແໜງການ ແລະກຳລັງປະຕິບັດວຽກງານການພົວພັນຕ່າງປະເທດ ເພື່ອເສີມຂະຫຍາຍກຳລັງແຮງສັງລວມ ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃຫ້ສຳເລັດມີໄຊ.
ທີສອງ, ຄາດຄະເນ ແລະຕີລາຄາໃຫ້ແທດເໝາະກັບສະພາບການໂລກ ແລະພາກພື້ນໃນ 3 - 5 ປີຕໍ່ໜ້າ ດ້ວຍວິໄສທັດ 10–15 ປີ ເພື່ອຮັບຮູ້ໃຫ້ຖືກຕ້ອງ ແລະທັນເວລາບັນດາໂອກາດ, ສິ່ງທ້າທາຍຕໍ່ປະເທດ; ຄົ້ນຄວ້າເທື່ອລະກ້າວເນື້ອໃນຈຳນວນໜຶ່ງທີ່ມີລັກສະນະຍຸດທະສາດໃໝ່ກ່ຽວກັບການພົວພັນຕ່າງປະເທດ ມຸ່ງໄປສູ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໃຫ້ເໝາະສົມກັບລະດັບ, ທ່າ ແລະ ກຳລັງແຮງຂອງປະເທດ.
ທີສາມ, ສືບຕໍ່ແລກປ່ຽນບັນດາມດຕະການແລະວິທີການສັງລວມກ່ຽວກັບການຜັນຂະຫຍາຍ ແນໃສ່ຍົກສູງປະສິດທິຜົນຂອງການເຊື່ອມໂຍງສາກົນຂອງປະເທດ, ພິເສດແມ່ນຍົກລະດັບການເຄື່ອນໄຫວການທູດຫຼາຍຝ່າຍໃນເວລາຕໍ່ໄປ; ພ້ອມກັນກັບການສືບຕໍ່ເຮັດໃຫ້ການພົວພັນກັບຕ່າງປະເທດເຂົ້າສູ່ລວງເລິກ, ຕ້ອງປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽມລະພາບ ຮັບໃຊ້ຢ່າງແທດຈິງໃຫ້ການພັດທະນາປະເທດ.
ທີສີ່, ປັບປຸງບູລະນະກົງຈັກການຈັດຕັ້ງ ແລະ ກໍ່ສ້າງຖັນແຖວພະນັກງານຂະແໜງການທູດຕາມທິດທັນສະໄໝເທື່ອລະກ້າວ, ເຄື່ອນໄຫວມີປະສິດທິຜົນ, ປະສິດທິພາບ, ເທົ່າທຽມກັນລະດັບໜ້າທີ່ ຕາມຈິດໃຈກອງປະຊຸມສູນກາງພັກຄັ້ງທີ 6 ແລະ ກອງປະຊຸມສູນກາງພັກຄັ້ງທີ 7 ສະໄໝທີ XII.
ດ້ວຍຈິດໃຈສຸມອົກສຸດໃຈຕໍ່ໜ້າທີ່ ທີ່ພັກ, ລັດ ແລະປະຊາຊົນມອບໝາຍໃຫ້, ກອງປະຊຸມທາງການທູດຄັ້ງທີ 30 ຈະສະແດງໃຫ້ເຫັນແຈ້ງເຖິງລັກສະນະເປັນເຈົ້າການ, ປະດິດສ້າງແລະມີປະສິດທິຜົນ ເພື່ອມີສ່ວນຮ່ວມທີ່ດີໃນພາລະກິດການກໍ່ສ້າງ ແລະປົກປັກຮັກສາປະເທດຊາດ./.
ໂດຍ ຟ້າມບິ່ງມິນ
ກຳມະການກົມການເມືອງສູນກາງພັກ,
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ
--------------------------------
ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 911 (ເດືອນກັນຍາ 2018)