ພາບປະກອບ (ພາບ: TTXVN)
ວກ.ອອນໄລ - ໜຶ່ງປີໄດ້ຜ່ານໄປນັບຕັ້ງແຕ່ສັບປະດາຂັ້ນສູງ ເອເປກ 2017 ທີ່ນະຄອນດ່າໜັງ ສິ້ນສຸດລົງ, ພ້ອມນັ້ນກໍ່ປິດປີ ເອເປກ ທີ່ຝົດຝື້ນແລະໜ້າປະທັບໃຈສຳລັບປະເທດເຈົ້າພາບຫວຽດນາມ. ກ່ອນນັ້ນ 5 ປີ (ຄືປີ 2012) ໃນເວລາຮັບສະໝັກເປັນປະເທດເຈົ້າພາບ ເອເປກ 2017, ຫວຽດນາມບໍ່ຄາດຄະເນໄດ້ວ່າ ຈະຈັດຕັ້ງປີ ເອເປກ ໃນສະພາບທີ່ມີຄວາມທ້າທາຍຫຼາຍຢ່າງ. ແຕ່ວ່າ, ຜ່ານຜ່າສິ່ງທ້າທາຍທຸກຢ່າງ, ຫວຽດນາມໄດ້ປະສົບຄວາມສຳເລັດໃນການຈັດຕັ້ງກອງປະຊຸມ ດ້ວຍຜົນສຳເລັດທີ່ໜ້າປະທັບໃຈ.
ຂີດໝາຍ ເອເປກ 2017
ປີ 2017 ແມ່ນປີທີ່ມີຄວາມຜັນປ່ຽນແລະສັບສົນແທ້, ປີທີ່ຄວາມກັງວົນ, ຄວາມປັ່ນປວນແລະຄວາມບໍ່ສະຫງົບແຜ່ກະຈາຍໄປທົ່ວໂລກ. ໃນແຜ່ນພາບທີ່ເຕັມໄປດ້ວຍລາຍສີມືດມົວ ຂອງສະພາບການໂລກ ແລະພາກພື້ນອາຊີ-ປາຊີຟິກນັ້ນ, ການຮັບປະກັນຄວາມສຳເລັດໃຫ້ແກ່ກອງປະຊຸມຂອງຫຼາຍປະເທດເສດຖະກິດພັດທະນາ ແມ່ນຕ້ອງຜ່ານຜ່າສິ່ງທ້າທາຍຕ່າງໆຫຼາຍຢ່າງ, ໂດຍສະເພາະສຳລັບຄວາມຕ້ອງການໃຫ້ບັນດາປະເທດສະມາຊິກມາຮ່ວມຢ່າງຄົບຖ້ວນ ແລະ ເຕົ້າໂຮມໄດ້ຄວາມເຫັນດີເຫັນພ້ອມ ຄວາມເປັນຈິດໜຶ່ງໃຈດຽວກັນ. ໃນເດືອນເມສາ 2014, ກອງປະຊຸມສຸດຍອດ ຈີ 20 ໃນປະເທດເຢຍລະມັນບໍ່ບັນລຸຜົນສຳເລັດ, ຕໍ່ຈາກນັ້ນແມ່ນສັນຍານທາງລົບຕິດຕໍ່ກັນໃນທຸກເວທີປາໄສຫຼາຍຝ່າຍ ແລະ ມີອຸປະສັກຫຼາຍຢ່າງໃນການເຊື່ອມຕໍ່ພາກພື້ນ. ແຕ່ວ່າ, ໃນເວລາທີ່ມີຄວາມຫຍຸ້ງຍາກແລະສິ່ງທ້າທາຍບໍ່ພຽງແຕ່ສຳລັບ ເອເປກ ເທົ່ານັ້ນ ແຕ່ຍັງຕໍ່ທ່າອຽງຂອງການເຊື່ອມໂຍງພາກພື້ນ, ທ່າອຽງຂອງການເປີດເສລີການຄ້າໃນທົ່ວໂລກ, ຫວຽດນາມໄດ້ສະແດງ ຄວາມກ້າຫານ, ຄວາມອົດທົນແລະປະດິດສ້າງ, ຄວາມຕັດສິນໃຈ, ຄວາມຮັບຜິດຊອບ ເພື່ອຮັບຮອງຄວາມສຳເລັດຂອງ ເອເປກ 2017. ບັນດາຂີດໝາຍທີ່ຈະແຈ້ງຂອງ ເອເປກ 2017 ໄດ້ສົ່ງຜົນກະທົບອັນຕັ້ງໜ້າເຖິງສະພາບການ, ທ່າອຽງໃນໂລກ, ໃນພາກພື້ນ ແລະໃນເອເປກເອງ. ພິເສດ, ສຳລັບປະເທດຫວຽດນາມ, ຄວາມພະຍາຍາມຕະຫຼອດທັງປີ ເອເປກ ເຊິ່ງສູງສຸດແມ່ນສັບປະດາຂັ້ນສູງ ໄດ້ຍົກສູງພາລະບົດບາດແລະຖານະສາກົນ ຂອງປະເທດເຮົາ, ເພີ່ມທະວີແລະເຮັດໃຫ້ ການພົວພັນລະຫວ່າງປະເທດເຮົາກັບບັນດາພື້ນຖານເສດຖະກິດເອເປກ ເລິກເຊິ່ງກວ່າອີກ, ເຊື່ອມຕໍ່ວິສາຫະກິດຂອງຫວຽດນາມ ກັບວິສາຫະກິດຂອງເອເປກ, ພ້ອມກັນນັ້ນກໍ່ໂຄສະນາສົ່ງເສີມຮູບພາບຂອງປະເທດ ແລະ ຄວາມສາມາດບົ່ມຊ້ອນໃນການພັດທະນາຂອງຫວຽດນາມ.
ເຂົ້າສູ່ປີ 2018, ສະພາບການໂລກແລະພາກພື້ນໄດ້ຜັນປ່ຽນຕາມທິດທີ່ສັບສົນກວ່າອີກ, ຄວາມຫຍຸ້ງຍາກຫຼາຍກວ່າຄວາມສະດວກ. ທ່າອຽງບາງຢ່າງຈາກປີກ່ອນ, ເຊັ່ນລັດທິປົກປ້ອງການຄ້າ, ລັດທິປະຊາລາດນິຍົມ ແລະການຄັດຄ້ານໂລກາພິວັດ ຍັງສືບຕໍ່ພັດທະນາ, ຊ້ຳບໍ່ໜຳຍັງແຂງແຮງກວ່າແຕ່ກ່ອນ. ສິ່ງທີ່ໜ້າສົນໃຈຄື ການດັດແປງນະໂຍບາຍຂອງບັນດາປະເທດໃຫຍ່, ພິເສດແມ່ນຄວາມເຄັ່ງຕຶງລະຫວ່າງອາເມລິກາ ແລະ ຈີນໄດ້ເພີ່ມຂຶ້ນແລະແຜ່ກະຈາຍຈາກຂົງເຂດການຄ້າໄປສູ່ຂົງເຂດຮັກສາຄວາມສະຫງົບ. ອຳນາດການປົກຄອງຂອງປະທານາທິບໍດີ ໂດນັນ ທຣັມ ສືບຕໍ່ປະຕິບັດນະໂຍບາຍ “ອາເມລິກາກ່ອນອື່ນໝົດ”, ສ້າງແຮງກົດດັນໃຫ້ເຈລະຈາບັນດາສັນຍາການຄ້າເສລີຄືນໃໝ່ ແລະ ຊຸກຍູ້ການປະຕິຮູບອົງການຈັດຕັ້ງການຄ້າໂລກ (WTO). ໃນຂະນະນັ້ນ, ຈີນ ຫັນເຂົ້າສູ່ນະໂຍບາຍຊຸກຍູ້ຄວາມຮຽກຮ້ອງຕ້ອງການພາຍໃນ, ເອົາໃຈໃສ່ຄຸນນະພາບການເຕີບໂຕ ແລະ ເຕັກໂນໂລຊີສູງ (Made in China 2025). ຕໍ່ໜ້າການຫັນປ່ຽນເຫຼົ່ານນັ້ນ, ການເຕີບໂຕເສດຖະກິດໂລກກໍ່ມີທ່າອຽງຫຼຸດລົງໃນປີ 2018. ກອງທຶນການເງິນສາກົນ (IMF) ໃນບົດລາຍງານເດືອນຕຸລາ 2018 ໄດ້ຄາດກະການເຕີບໂຕເສດຖະກິດໂລກຢູ່ລະດັບ 3,7% ຕໍ່ປີໃນປີ 2018 - 2019, ຕ່ຳກວ່າ 0,2% ທຽບກັບລະດັບການຄາດຄະເນໃນເດືອນເມສາ 2018. ໃນຂະນະນັ້ນ, ການປະຕິວັດເຕັກໂນໂລຊີ (ການປະຕິວັດອຸດສາຫະກຳຄັ້ງທີສີ່ - 4.0) ທີ່ກຳລັງພັດທະນາຢ່າງແຂງແຮງ, ຊຸກຍູ້ການປ່ຽນແປງໃໝ່ປະດິດສ້າງ, ຍົກສູງປະສິດທິພາບການອອກແຮງງານ (ກະວ່າຈະເພີ່ມຂຶ້ນ 30% ໃນປີ 2025).
ພາຍຫຼັງໜຶ່ງປີ, ເຖິງວ່າສະພາບການສືບຕໍ່ມີການຜັນປ່ຽນຢ່າງສັບສົນ, ມີສິ່ງທ້າທາຍຫຼາຍຢ່າງ, ແຕ່ບັນດາຂີດໝາຍຂອງປີ ເອເປກ 2017 ກໍ່ຍັງສືບຕໍ່ແຜ່ກະຈາຍຜົນທາງບວກໃນຫຼາຍແງ່ມູມ, ທົ່ວປະເທດ ແລະ ໃນເວທີສາກົນ. ເອເປກ 2017 ກໍ່ເປັນພື້ນຖານເພື່ອໃຫ້ຫວຽດນາມສືບຕໍ່ເສີມຂະຫຍາຍຖານະຕຳແໜ່ງ, ບົດບາດທີ່ຕັ້ງຂອງຕົນພາຍຫຼັງປີ 2017 - ເສີມຂະຫຍາຍ “ກຳລັງແຮງນຸ້ມນວນ” ຂອງປະເທດໃນປີ 2018.
ສຳລັບເອເປກ, ຜົນງານທີ່ມີຄວາມໝາຍທີ່ສຸດພາຍຫຼັງປີ 2017 ແມ່ນ ເອເປກ ສືບຕໍ່ຮັກສາທ່າຮ່ວມມື, ການເຊື່ອມຕໍ່ເສດຖະກິດຢ່າງໝັ້ນຄົງ, ເສີມຂະຫຍາຍພາລະບົດບາດເປັນກົນໄກເຊື່ອມຕໍ່ເສດຖະກິດອັນດັບໜຶ່ງໃນພາກພື້ນ, ຮັກສາຄຸນຄ່າຫຼັກຂອງ ເອເປກ ຄືການເປີດເສລີການຄ້າແລະການລົງທຶນ, ສະໜັບສະໜຸນລະບົບການຄ້າຫຼາຍຝ່າຍ. ບັນດາຜົນສຳເລັດໄດ້ສະຫຼຸບໄວ້ໃນສັບປະດາຂັ້ນສູງທີ່ນະຄອນດ່າໜັງ ໄດ້ສ້າງພື້ນຖານທີ່ສຳຄັນໃຫ້ແກ່ການຮ່ວມມືຂອງເອເປກ ໃນໄລຍະໃໝ່. ສັບປະດາຂັ້ນສູງໄດ້ຮັບຮອງເອົາເອກະສານທີ່ສຳຄັນ 8 ສະບັບ, ເປັນຕົ້ນແມ່ນ ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດ ແລະ ຖະແຫຼງການຮ່ວມຂອງກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດ - ເສດຖະກິດ. ໃນນັ້ນ, ຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດໂດຍຫວຽດນາມເປັນປະທານໃນການຮ່າງ ໄດ້ຮັບການປະເມີນຈາກສະມາຊິກວ່າ ສັ້ນ, ຮັດກຸມ, ມີລະດັບຍຸດທະສາດ, ແລະມີຄຳສັບທີ່ເຂັ້ມແຂງກ່ຽວກັບການສະໜັບສະໜູນລະບົບການຄ້າຫຼາຍຝ່າຍ, ຄຳໝັ້ນສັນຍາກ່ຽວກັບການຕ້ານລັດທິປົກປ້ອງ, ເຊິ່ງກ່ອນນັ້ນ ກອງປະຊຸມ ຈີ 20 ກໍ່ບໍ່ສາມາດບັນລຸໄດ້. ຕາມຄວາມຄິດລິເລີ່ມ ແລະຂໍ້ສະເໜີຂອງຫວຽດນາມ, ເປັນເທື່ອທຳອິດທີ່ ເອເປກ ເຫັນດີຈະຊຸກຍູ້ການພັດທະນາແບບກປົກຄຸມທາງດ້ານເສດຖະກິດ, ການເງິນ, ສັງຄົມ ແລະ ເລີ່ມຕົ້ນທຸລະກິດສ້າງສັນ. ເນື້ອໃນເຫຼົ່ານີ້ລ້ວນແຕ່ແມ່ນບັນຫາທີ່ຖືກຕ້ອງ ແລະ ຖືກກັບຄວາມຄິດຂອງສະມາຊິກເອເປກທຸກປະເທດໃນສະພາບການປັດຈຸບັນ.
ຫັນໄປຂ້າງໜ້າເພື່ອອະນາຄົດ
ໃນປີ 2018, ບັນດາກອງປະຊຸມແລະບັນດາຂົງເຂດໃນຂອບເອເປກ ຍັງຮັກສາຈິດໃຈທີ່ບັນລຸໄດ້ຢູ່ຫວຽດນາມ, ໄດ້ສືບຕໍ່ຍູ້ແຮງຄວາມພະຍາຍາມເພື່ອສຳເລັດບັນດາເປົ້າໝາຍ ໂບກໍ ກ່ຽວກັບການສົ່ງເສີມການຄ້າ ການລົງທຶນເສລີ, ສະໜັບສະໜູນລະບົບການຄ້າຫຼາຍຝ່າຍ, ຄຳໝັ້ນສັນຍາຕ້ານລັດທິປົກປ້ອງ, ສົ່ງເສີມທ່າອຽງສັນຕິພາບ, ສະຖຽມລະພາບ, ການເຊື່ອມຕໍ່ເສດຖະກິດພາກພື້ນໃຫ້ເລິກເຊິ່ງກວ່າອີກ, ການພັດທະນາແບບຍືນຍົງ, ຍູ້ແຮງບັນດາສັນຍາການຄ້າເສດລີ (FTAs) ຮຸ່ນໃໝ່. ຫວຽດນາມໄດ້ເປັນເຈົ້າການປະສານສົມທົບກັບປະເທດເຈົ້າພາບ ເອເປກ 2018 ປາປົວນິວກິນີ ແລະ ບັນດາປະເທດສະມາຊິກ ປະກອບສ່ວນຢ່າງຕັ້ງໜ້າ ໃນຫຼາຍບັນຫາໃຫຍ່, ຄື ສຳເລັດເປົ້າໝາຍ ໂບກໍ, ຊຸກຍູ້ການຜັນຂະຫຍາຍແຜນງານການແຂ່ງຂັນທາງດ້ານການບໍລິການ ເອເປກ (ASCR), ສຳເລັດການກວດຄືນໄລຍະກາງວາລະເອເປກກ່ຽວກັບການປະຕິຮູບໂຄງສ້າງ (RAASR) ແລະພວມຢູ່ໃນວິວັດການສຳເລັດແຜນການປະຕິບັດງານແຫ່ງຊາດ (IAP) ກ່ຽວກັບ ການປະຕິຮູບໂຄງສ້າງ (RAASR) ປີ 2018... ພິເສດ, ຫວຽດນາມໄດ້ພ້ອມກັນກັບບັນດາປະເທດສະມາຊິກຊຸກຍູ້ການຜັນຂະຫຍາຍບັນດາຜົນສຳເລັດທີ່ສຳຄັນຂອງປີ ເອເປກ 2017, ຄື ການພັດດທະນາແບບປົກຄຸມ, ຍົກສູງຄວາມສາມາດຂອງບັນດາວິສາຫະກິດຂະໜາດນ້ອຍທີ່ສຸດ (MSMEs) ແລະວິສາຫະກິດເລີ່ມທຸລະກິດ, ການຄ້າອອນໄລຂ້າມຊາດ, ຄວາມສະຫງົບປອດໄພດ້ານສະບຽງອາຫານ ແລະ ການປ່ຽນແປງສະພາບດິນຟ້າອາກາດ, ການພັດທະນາຊົນນະບົດ - ຕົວເມືອງ, ການເຊື່ອມຕໍ່ເຂດຫ່າງໄກສອກຫຼີກ, ການເຊື່ອມຕໍ່ອານຸພາກພື້ນ ແລະ ມອບສິດໃນຂົງເຂດເສດຖະກິດໃຫ້ແມ່ຍິງ.
ສິ່ງທີ່ໜ້າສົນໃຈແລະກໍເປັນຂີດໝາຍທີ່ຈະແຈ້ງຢູ່ນະຄອນດ່າໜັງຄື ບັນດາປະເທດສະມາຊິກເອເປກ ເຫັນດີເປັນເອກະພາບຈະກໍ່ສ້າງວິໄສທັດຍຸດທະສາດທີ່ມີລັກສະນະການປະຕິບັດ ໃຫ້ແກ່ເວທີປາໄສ, ມຸ່ງໄປສູ່ເອເປກໜຶ່ງທີ່ເພື່ອປະຊາຊົນ, ເພື່ອວິສາຫະກິດ, ຄ່ອງຕົວກັບສິ່ງທ້າທາຍຕ່າງໆ; ປະກອບສ່ວນກໍ່ສ້າງປະຊາຄົມ ອາຊີ - ປາຊີຟິກ ທີ່ມີສັນຕິພາບ, ສະຖຽມລະພາບ, ຂະຫຍັນຂັນເຂື່ອນ, ຕິດພັນ ແລະ ຈະເລີນຮຸ່ງເຮືອງ; ຊຸກຍູ້ການພົວພັນຄູ່ຮ່ວມມື ອາຊີ - ປາຊີຟິກ ບົນພື້ນຖານຄວາມເຊື່ອໝັ້ນ ແລະ ເຄົາລົບເຊິ່ງກັນແລະກັນ, ປົກຄຸມ ແລະ ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ດ້ວຍວິໄສທັດຍຸດທະສາດ, ບັນດາຜູ້ນຳເອເປກ ກໍ່ໄດ້ວາງບັນດາທິດທາງໃຫຍ່ເພື່ອຊຸກຍູ້ການຮ່ວມມື ເອເປກ ບໍ່ພຽງແຕ່ເຖິງປີ 2020 ເທົ່ານັ້ນ ແຕ່ຍັງລວມເຖິງໄລຍະຕໍ່ໄປ. ພິເສດ, ບັນດາປະເທດສະມາຊິກໄດ້ເຫັນດີກັບຄວາມຄິດລິເລີ່ມຂອງຫວຽດນາມ ກ່ຽວກັບ ເອເປກ ມຸ່ງໄປສູ່ປີ 2020 ແລະອະນາຄົດ, ໃນນັ້ນມີຂໍ້ສະເໜີກ່ຽວກັບການສ້າງຕັ້ງກຸ່ມວິໄສທັດ ເອເປກ (AVG) ເພື່ອຊ່ວຍເຫຼືອໃຫ້ບັນດາການນຳຂັ້ນສູງໃນການກໍ່ສ້າງວິໄສທັດ. ຫຼັງຈາກນັ້ນ, ຫວຽດນາມກໍ່ໄດ້ຮັບການສະເໜີຊື່ຈາກສະມາຊິກເອເປກໃຫ້ດຳລົງຕຳແໜ່ງຮອງປະທານ AVG.
ໃນປີ 2018, ໃນຖານະຮອງປະທານກຸ່ມວິໄສທັດ ເອເປກ (AVG), ຫວຽດນາມໄດ້ເຂົ້າຮ່ວມ ແລະມີສ່ວນຮ່ວມທີ່ສຳຄັນໃນວິວັດການກໍ່ສ້າງລາຍການ, ເນື້ອໃນແລະເອກະສານ ກໍ່ຄືເປັນປະທານຮ່ວມກອງປະຊຸມ AVG2. ໃນການກໍ່ສ້າງ ວິໄສທັດເອເປກພາຍຫຼັງປີ 2020, ຫວຽດນາມໄດ້ມີຂໍ້ສະເໜີ ແລະ ນຳສະເໜີຫຼາຍເນື້ອໃນທີ່ເໝາະສົມກັບຄວາມເອົາໃຈໃສ່ຮ່ວມຂອງ ເອເປກ, ອາຊຽນ ແລະ ບັນດາສະມາຊິກໃນກຸ່ມບັນດາປະເທດກຳລັງພັດທະນາ, ຄື ການຮ່ວມມືພັດທະນາ ຍົກສູງຄວາມສາມາດແລະການເຊື່ອມຕໍ່; ຮ່ວມມືຮັກສາຄວາມປອດໄພດ້ານແຫຼ່ງນ້ຳ, ການຝຶກອົບຮົມຄືນໃໝ່ແລະຍົກສູງທັກສະທີ່ເໝາະສົມກັບເຕັກໂນໂລຊີ ຈິດິຕອນ, ຍົກສູງຄວາມສາມາດແຂ່ງຂັນຂອງວິສາຫະກິດຂະໜາດກາງແລະຂະໜາດນ້ອຍ ແລະ ວິສາຫະກິດເລີ່ມທຸລະກິດ, ບັນດາບັນຫາກ່ຽວກັບພົນລະເມືອງສູງອາຍຸ ແລະ ການພັດທະນາຊົນນະບົດ - ຕົວເມືອງ, ບົດບາດນຳໜ້າຂອງ ເອເປກ ຢູ່ພາກພື້ນແລະໃນທົ່ວໂລກ. ໃນຖານະຮອງປະທານ AVG, ຫວຽດນາມສືບຕໍ່ເສີມຂະຫຍາຍບົດບາດຂະຫຍັນຂັນເຂື່ອນ, ນຳພາ ແລະ ມີຄວາມຮັບຜິດຊອບ ຄືເຄີຍໄດ້ສະແດງອອກໃນປີ ເອເປກ 2017.
ສຳລັບໂລກແລະພາກພື້ນ, ຜົນສຳເລັດຂອງເອເປກ 2017 ໄດ້ສ້າງຜົນກະທົບອັນຕັ້ງໜ້າໃຫ້ແກ່ເສດຖະກິດໂລກ, ສ້າງພື້ນຖານເພື່ອໃຫ້ທ່າອຽງເຊື່ອມໂຍງເສດຖະກິດສາກົນສືບຕໍ່ພັດທະນາ. ບັນດາຜົນສຳເລັດຂອງເອເປກ 2017 ໄດ້ເຮັດໃຫ້ບັນຍາກາດທີ່ດີແຜ່ກະຈາຍໄປສູ່ການຄ້າໂລກ ແລະການເຕີບໂຕຂອງເສດຖະກິດໂລກ. ຜູ້ອຳນວຍການໃຫຍ່ກອງທຶນການເງິນສາກົນ (IMF) ທ່ານນາງ ຄຣິດສຕີນ ລາກາດ ໃຫ້ທັດສະນະວ່າ, ດ້ວຍຜົນສຳເລັດຂອງເອເປກ 2017 ເສດຖະກິດໂລກຟື້ນຕົວດີກວ່າຄາດໝາຍ (1). ຕາມທ່ວງທ່ານີ້, ເຖິງວ່າໃນປີ 2018 ເສດຖະກິດໂລກຖືກຜົນກະທົບທາງລົບຈາກສົງຄາມການຄ້າລະຫວ່າງອາເມລິກາ - ຈີນ, ແຕ່ດັດຊະນີຕ່າງໆຍັງຄົງເປັນບວກ. ສິ່ງສຳຄັນທີ່ສຸດແມ່ນ ຜົນສຳເລັດທີ່ໄດ້ຮັບຈາກ ເອເປກ 2017 ກ່ຽວກັບການຊຸກຍູ້ການຄ້າຫຼາຍຝ່າຍ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນຄວາມພະຍາຍາມຮັກສາທ່າອຽງເຊື່ອມໂຍງເສດຖະກິດໃນປີ 2018 ຕໍ່ໜ້າແຮງກົດດັນຢ່າງໃຫຍ່ຫຼວງຈາກມາດຕະການກີດກັນທາງການຄ້າຂອງບັນດາປະເທດເສດຖະກິດໃຫຍ່. ໃນສະພາບການການຄ້າພະຫຸພາຄີປະສົບຄວາມຫຍຸ້ງຍາກຫຼາຍຢ່າງ, ການທີ່ເອເປກ 2017 ຕັດສິນໃຈຊຸກຍູ້ການປະຕິບັດ ໂຄງການປະຕິບັດງານເຂດການຄ້າເສລີອາຊີ - ປາຊີຟິກ (FTAAP) ໄດ້ຊ່ວຍໃຫ້ບັນດາສະມາຊິກສືບຕໍ່ພະຍາຍາມສຳເລັດການຮ່າງຄັ້ງທຳອິດ ບົດລາຍງານຄວາມຄືບໜ້າກ່ຽວກັບການສ້າງ FTAAP ແລະ ເປັນເອກະພາບກັນໂດຍພື້ນຖານຈະສົ່ງບົດລາຍງານນີ້ໃຫ້ຜູ້ນຳ. ນອກນັ້ນຈາກຄວາມພະຍາຍາມຢ່າງຕໍ່ເນື່ອງຂອງຫວຽດນາມໃນເອເປກ 2017, ສັນຍາວ່າດ້ວຍຄູ່ຮ່ວມມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP) ກໍ່ໄດ້ມີບາດກ້າວຄືບໜ້າທີ່ດີໃນປີ 2018 ດ້ວຍການອະນຸມັດຈາກ 7 ປະເທດສະມາຊິກ ແລະ ມີຜົນບັງຄັບໃຊ້ໃນທ້າຍປີ 2018. ການທີ່ CPTPP ເຂົ້າສູ່ການຜັນຂະຫຍາຍໂດຍໄວ ຈະຊ່ວຍໃຫ້ການປັບປຸງການຮ່ວມມືແລະການເຊື່ອມໂຍງ, ຮັກສາຄຸນຄ່າຫຼັກຂອງການຮ່ວມມື ເອເປກ ແມ່ນຊຸກຍູ້ການຄ້າແລະການລົງທຶນແບບເສລີແລະເປີດກວ້າງ, ສະໜັບສະໜູນລະບົບການຄ້າຫຼາຍຝ່າຍ. ໃນບັນຍາກາດທີ່ດີນັ້ນ, ສັນຍາວ່າດ້ວຍຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) ກໍ່ມີຄວາມຄືບໜ້າທີ່ສຳຄັນ ແລະ ຄາດວ່າຈະສຳເລັດໃນທ້າຍປີ 2018.
ສຳລັບພາກພື້ນອາຊີຕາເວັນອອກສຽງໃຕ້ທີ່ກຳລັງປະເຊີນໜ້າກັບໂອກາດດີແລະສິ່ງທ້າທາຍຫຼາຍຢ່າງ, ໂດຍຜ່ານເອເປກ 2017, ຫວຽດນາມໄດ້ປະກອບສ່ວນຊ່ວຍໃຫ້ບົດບາດເປັນໃຈກາງຂອງ ອາຊຽນ ໄດ້ຮັບການຍົກສູງຂຶ້ນເປັນພິເສດໃນຕະຫຼອດປີ 2017 ແລະປີ 2018. ຕາມຄວາມຄິດລິເລີ່ມຂອງຫວຽດນາມທີ່ ເອເປກ 2017, ເປັນຄັ້ງທຳອິດທີ່ບັນດາຜູ້ນຳ ເອເປກ ດຳເນີນການປຶກສາຫາລືກັບຜູ້ນຳຂອງ 10 ປະເທດສະມາຊິກອາຊຽນ ແນໃສ່ເພີ່ມທະວີການປະສານສົມທົບໃນການຊຸກຍູ້ຄວາມເຕີບໂຕ ແລະ ການເຊື່ອມຕໍ່ເສດຖະກິດພາກພື້ນ. ບັນດາປະເທດອາຊຽນໃຫ້ທັດສະນະວ່າ, ຜົນສຳເລັດທີ່ນະຄອນດ່າໜັງໄດ້ປະກອບສ່ວນສ້າງບັນຍາກາດອັນສະດວກໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ທີ່ໄດ້ຈັດຂຶ້ນຫຼັງຈາກນັ້ນໃນນະຄອນຫຼວງມະນີລາ (ຟີລິບປີນ) - ກອງປະຊຸມສຸດຍອດທີ່ສຳຄັນສຳລັບອາຊຽນ ໃນເວລາທີ່ສະມາຄົມສະເຫຼີມສະຫຼອງວັນຄົບຮອບ 50 ປີແຫ່ງການກໍ່ຕັ້ງ, ກໍ່ຄືສ້າງຄວາມກ້າວໜ້າໃຫ້ປີ ອາຊຽນ 2018. ໃນຄວາມທ້າທາຍແລະຄວາມຫຍຸ້ງຍາກຫຼາຍຄັ້ງໃນປີ 2018, ພວກເຮົາຍັງຄົງສືບຕໍ່ຈິດໃຈທີ່ໄດ້ເສີມຂະຫຍາຍຢູ່ນະຄອນດ່າໜັງ, ເຕົ້າໂຮມສະມາຊິກອາຊຽນຢ່າງຄ່ອງແຄ່ວ ເພື່ອເສີມຂະຫຍາຍຄວາມສາມັກຄີແລະສະແດງໃຫ້ເຫັນບົດບາດຫຼັກ ໃນການສົ່ງເສີມຄຸນຄ່າແລະຄວາມເຫັນດີເປັນເອກະພາບຂອງເອເປກ. ຫຼັກຖານທີ່ຈະແຈ້ງທີ່ສຸດແມ່ນການຈັດຕັ້ງຢ່າງສຳເລັດຜົນກອງປະຊຸມເວທີປາໄສເສດຖະກິດໂລກອາຊຽນ (WEF - ASEAN) (ເດືອນກັນຍາ 2018) ທີ່ມີຈິດໃຈປະຊາຄົມອາຊຽນຢ່າງຈະແຈ້ງ.
ຍົກສູງຖານະບົດບາດຂອງຫວຽດນາມ
ທີ່ເອເປກ 2017, ຫວຽດນາມໄດ້ມີການປະສານສົມທົບຢ່າງນຸ້ມນວນລະຫວ່າງການພົວພັນຕ່າງປະເທດຫຼາຍຝ່າຍແລະການພົວພັນຕ່າງປະເທດສອງຝ່າຍ, ໃນນັ້ນການເຄື່ອນໄຫວຫຼາຍຝ່າຍໄດ້ສ້າງພື້ນຖານໃຫ້ການເຄື່ອນໄຫວສອງຝ່າຍທີ່ສຳຄັນຫຼາຍຄັ້ງ. ໃນໂອກາດຈັດຕັ້ງສັບປະດາຂັ້ນສູງ ເອເປກ 2017, ມີການຢ້ຽມຢາມຂັ້ນລັດຂອງ ເລຂາທິການໃຫຍ່ພັກກອມມູນິດ ປະທານປະເທດຈີນ, ປະນາທິບໍດີເອເມລິກາ, ປະທານາທິບໍດີຊີເລ ແລະ ການຢ້ຽມຢາມຂອງນາຍົກລັດຖະມົນຕີການາດາ. ການຢ້ຽມຢາມເຫຼົ່ານັ້ນລ້ວນແຕ່ແມ່ນການຢ້ຽມຢາມທີ່ມີລັກສະນະປະຫວັດສາດຢູ່ຫວຽດນາມ ແລະ ບັນລຸໄດ້ຂໍ້ຕົກລົງທີ່ມີລະດັບຍຸດທະສາດ, ໄຂກາລະໂອກາດໃໝ່ໃຫ້ແກ່ການຊຸກຍູ້ການພົວພັນຮ່ວມມືຂອງຫວຽດນາມ ກັບບັນດາຄູ່ຮ່ວມມື. ພິເສດ, ນີ້ແມ່ນເທື່ອທຳອິດທີ່ເລຂາທິການໃຫຍ່ພັກກອມມູນິດຈີນມາຢ້ຽມຢາມຫວຽດນາມ ຫຼັງຈາກກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງທີ່ 19 ສຳເລັດສິ້ນສຸດລົງ ແລະ ກໍ່ແມ່ນເທື່ອທຳອິດທີ່ປະທານາທິບໍດີອາເມລິກາມາຢ້ຽມຢາມຫວຽດນາມ ໃນປີທຳອິດທີ່ທ່ານຂຶ້ນກຳອຳນາດ. ຄຽງຄູ່ກັນນັ້ນ, ກໍ່ມີການພົບປະຂອງການນຳຂັ້ນສູງຫວຽດນາມ ກັບບັນດາຄູ່ຮ່ວມມືເປັນ 50 ຄັ້ງ. ຂະໜາດຂອງເອເປກ 2017 ແລະ ບັນດາການເຄື່ອນໄຫວສອງຝ່າຍທີ່ສຳຄັນດັ່ງກ່າວນັ້ນ ໄດ້ສ້າງທ່າແຮງໃຫ້ແກ່ການສືບຕໍ່ເຮັດໃຫ້ການພົວພັນກັບບັນດາປະເທດເຂົ້າສູ່ລວງເລິກ ແລະ ຍົກລະດັບການພົວພັນສອງຝ່າຍຂຶ້ນໃນປີ 2018. ສິ່ງທີ່ສຳຄັນແມ່ນ ບັນດາບາດກ້າວໃໝ່ໃນການພົວພັນກັບຈີນ ແລະ ອາເມລິກາ, ການຍົກລະດັບການພົວພັນກັບອົດສຕາລີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ (ເດືອນມີນາ 2018), ຜົນສຳເລັດຂອງການຢ້ຽມຢາມຂັ້ນສູງກັບຫຼາຍປະເທດ (ລາວ, ອີນໂດເນເຊຍ, ສິງກະໂປ, ມຽນມາ, ລັດເຊຍ, ອີນເດຍ, ຍີ່ປຸ່ນ, ຝະລັ່ງ, ແບນຊິກ, ນິວຊີແລນ,...). ຜົນສຳເລັດຂອງເອເປກ ແລະ ບັນດາການເຄື່ອນໄຫວສອງຝ່າຍກໍ່ໄດ້ສ້າງແຮງກະຕູ້ນຕື່ມອີກ ເພື່ອໃຫ້ຫວຽດນາມຂົນຂວາຍສະໝັກຮັບເລືອກເປັນສະມາຊິດບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໄລຍະ 2020 - 2021.
ດ້ວຍການພິຈາລະນາເລືອກເອົາສະຖານທີ່ແລະຈັດຕັ້ງການເຄື່ອນໄຫວຢ່າງຮອບຄອບກິດຈະກຳຕ່າງໆເປັນຈຳນວນຮ້ອຍໃນປີ 2017 ໄດ້ໂຄສະນາຄວາມສາມາດບົ່ມຊ້ອນແລະກາລະໂອກາດໃໝ່ກ່ຽວກັບການພັດທະນາ, ເສດຖະກິດ, ການຄ້າ, ການລົງທຶນ, ການບໍລິການ, ການເຊື່ອມຕໍ່, ການທ່ອງທ່ຽວຂອງປະເທດຫວຽດນາມ. ກອງປະຊຸມສຸດຍອດການທຸລະກິດເອເປກ ໄດ້ດຶງດູດນັກທຸລະກິດຈຳນວນຫຼາຍກວ່າ 2.000 ຄົນ, ໃນນັ້ນ ນັກທຸລະກິດຕ່າງປະເທດປະມານ 1.300 ຄົນ. ຄວາມຄິດລິເລີ່ມຂອງປະເທດເຈົ້າພາບກ່ຽວກັບການຈັດຕັ້ງກອງປະຊຸມສຸດຍອດການທຸລະກິດຫວຽດນາມ ກໍ່ໄດ້ດຶງດູດນັກທຸລະກິດເຂົ້າຮ່ວມເປັນຈຳນວນ 2.200 ຄົນ, ໃນນັ້ນນັກທຸລະກິດຫວຽດນາມ 850 ຄົນ. ປະຊາຊົນ, ນັກທຸລະກິດຈາກບັນດາປະເທດເສດຖະກິດໃນພາກພື້ນ ໄດ້ເຫັນກັບຕາຄວາມຂະຫຍັນຂັນເຂື່ອນ ແລະການປ່ຽນແປງໃໝ່ ຂອງເສດຖະກິດຫວຽດນາມ, ເປີດຄວາມຫວັງກ່ຽວກັບຄື້ນການລົງທຶນ, ການຄ້າ, ການທ່ອງທ່ຽວໃໝ່ໃນຫວຽດນາມ. ບັນດາໂຄງການວັດທະນະທຳເພື່ອໂຄສະນາຫວຽດນາມຕໍ່ເອເປກແລະໂລກ ໄດ້ສະແດງໃຫ້ເຫັນເຖິງຫວຽດນາມທີ່ອຸດົມໄປດ້ວຍປະເພນີແລະການປ່ຽນແປງໃໝ່ປະດິດສ້າງ. ຢູ່ທີ່ສັບປະດາຂັ້ນສູງ, ຫວຽດນາມໄດ້ລົງນາມໃນຂໍ້ຕົກລົງການຮ່ວມມື, ສັນຍາຮ່ວມມືກັບຄູ່ຮ່ວມມືເປັນຈຳນວນ 121 ສະບັບ ດ້ວຍມູນຄ່າທັງໝົດ 20 ຕື້ໂດລາສະຫະລັດ. ບັນດາຕົວເລກທີ່ລະອຽດພ້ອມກັບຜົນກະທົບການແຜ່ລາມ ໄດ້ປະກອບສ່ວນສ້າງແຮງກະຕູ້ນຊຸກຍູ້ບັນດາບາດກ້າວພັດທະນາໃໝ່ທີ່ເຕັມໄປດ້ວຍຄວາມລະດົມສົ່ງເສີມຂອງປີ 2018.
ຕໍ່ໜ້າການຜັນປ່ຽນສັບສົນຂອງສະພາບການພາຍໃນປະເທດແລະໃນໂລກ, ເສີມຂະຫຍາຍບັນດາຜົນກະທົບທີ່ບັນລຸໄດ້ໃນເອເປກ 2017, ລັດຖະບານຫວຽດນາມໄດ້ເປັນເຈົ້າການວາງວິທີການມາດຕະການຮັບມືທີ່ເໝາະສົມ, ນຳພາເສດຖະກິດບັນລຸໄດ້ຜົນງານອັນຕັ້ງໜ້າ. ສິ່ງທີ່ໂດດເດັ່ນແມ່ນຄວາມເຕີບໂຕ ຈີດີຟີ ໃນ 9 ເດືອນບັນລຸໄດ້ 6,98%, ຄາດຄະເນວ່າ ທັງປີຈະບັນລຸລື່ນຄາດໝາຍທີ່ສະພາແຫ່ງຊາດໄດ້ວາງໄວ້ (6,7%); ທຶນສຳຮອງເງິນຕາຕ່າງປະເທດຂອງລັດໄດ້ຫຼາຍກວ່າ 60 ຕື້ໂດລາສະຫະລັດ. ລວມຍອດມູນຄ່າສິນຄ້ານຳເຂົ້າ-ສົ່ງອອກໃນ 9 ເດືອນບັນລຸຫຼາຍກວ່າ 325 ຕື້ໂດລາສະຫະລັດ, ຄາດວ່າທັງປີຈະບັນລຸໄດ້ 475 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 11,7%; ໃນນັ້ນການສົ່ງອອກບັນລຸໄດ້ 238 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 11,2% (ເປົ້າໝາຍ 7% - 8%); ສືບຕໍ່ການຄ້າເກີນດຸນ, ໃນ 9 ເດືອນເກີນດຸນເກືອບ 5,4 ຕື້ໂດລາສະຫະລັດ. ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ທີ່ປະຕິບັດໃນປີ ຄາດວ່າຈະບັນລຸໄດ້ 18 ຕື້ໂດລາສະຫະລັດ, ສູງສຸດນັບແຕ່ກ່ອນມາຮອດປະຈະບັນ (2). ຈຳນວນນັກທ່ອງທ່ຽວຕ່າງປະເທດມາຫວຽດນາມໃນເດືອນຕຸລາ 2018 ຄາດວ່າຈະບັນລຸໄດ້ 1.205.157 ຄົນ. ເພີ່ມຂຶ້ນ 17,6% ທຽບກັບໄລຍະດຽວກັບຂອງປີ 2017. ນັບລວມໃນ 10 ເດືອນຂອງປີ 2018 ຄາດວ່າຈະບັນລຸໄດ້ 12.821.647 ຄົນ, ເພີ່ມຂຶ້ນ 22,4% ທຽບກັບໄລຍະດຽວກັນຂອງປີ 2017(3).
ໂດຍຜ່ານການຈັດຕັ້ງເອເປກ 2017, ຖັນແຖວພະນັກງານໃນທຸກລະດັບແລະສາຂາ ຕັ້ງແຕ່ສູນກາງຈົນເຖິງທ້ອງຖິ່ນຂອງຫວຽດນາມ ມີການເຕີບໃຫຍ່ທີ່ໂດດເດັ່ນທາງດ້ານຄວາມສາມາດຄຸ້ມຄອງບໍລິຫານ, ການຈັດຕັ້ງແລະພາສາຕ່າງປະເທດ. ໃນປີເອເປກ, ເພື່ອນມິດ, ເພື່ອນຮ່ວມງານ, ຄູ່ຮ່ວມມືທີ່ມາຈາກປະເທດສະມາຊິກໄດ້ສະແດງຄວາມນິຍົມນັບຖືແລະຕີລາຄາສູງຕໍ່ຖັນແຖວພະນັກງານຫວຽດນາມ, ເຊິ່ງເດັ່ນທີ່ສຸດແມ່ນບັນດາຂີດໝາຍຂອງສັບປະດາຂັ້ນສູງ. ອາດຈະເວົ້າໄດ້ວ່າ, ເອເປກ 2017 ໄດ້ສ້າງພື້ນຖານເພື່ອກໍ່ຕັ້ງ, ພັດທະນາວັດທະນະທຳເຊື່ອມໂຍງ ຮັບປະກັນການປ່ຽນແປງໃໝ່ຢ່າງຄົບຊຸດ, ຮອບດ້ານ ແລະ ເຊື່ອມໂຍງສາກົນຢ່າງເລິກເຊິ່ງຂອງປະເທດ ແລະ ສ້າງເພື່ອນມິດສາກົນຮຸ່ນໃໝ່ທີ່ມີຄວາມຮັກແພງຫວຽດນາມ. ຜົນສຳເລັດນີ້ສືບຕໍ່ໄດ້ຮັບການເສີມຂະຫຍາຍໃນປີ 2018, ບໍ່ພຽງແຕ່ດ້ວຍຜົນສຳເລັດຂອງບັນດາເຫດການຫຼາຍຝ່າຍຄື ກອງປະຊຸມເວທີປາໄສເສດຖະກິດໂລກ ອາຊຽນ (WEF - ASEAN), ແຕ່ຍັງແມ່ນການເຄື່ອນໄຫວພົວພັນຕ່າງປະເທດສອງຝ່າຍທີ່ເຕັມໄປດ້ວຍປະສິດທິຜົນຢູ່ທ້ອງຖິ່ນຕ່າງໆ, ເປັນຕົ້ນແມ່ນບັນດາການຢ້ຽມຢາມທ້ອງຖິ່ນຂອງການນຳຂັ້ນສູງປະເທດຕ່າງໆ ເນື່ອງໃນໂອກາດຢ້ຽມຢາມປະເທດຫວຽດນາມຢ່າງເປັນທາງການ. ອາດຈະຢືນຢັນໄດ້ວ່າ, ຖັນແຖວພະນັກງານໄດ້ຍົກສູງລະດັບຄວາມຮູ້, ມີຄວາມເຊື່ອໝັ້ນຕົນເອງ ແລະ ມີຄວາມຊຳນານງານໃນວິວັດການເຊື່ອມໂຍງສາກົນ.
ສະຫຼຸບຄືນໃໝ່ບັນດາຂີດໝາຍໃນພາກພື້ນ, ໃນໂລກ, ຢູ່ໃນປະເທດ, ເພື່ອເຫັນໄດ້ວ່າຂີດໝາຍອັນໃຫຍ່ທີ່ສຸດແມ່ນຂະໜາດຂອງຫວຽດນາມທີ່ມີການປ່ຽນແປງໃໝ່, ປະດິດສ້າງ ແລະ ມີຄວາມຮັບຜິດຊອບ. ໃນປີ 2018 ທີ່ເຕັມໄປດ້ວຍສິ່ງທ້າທາຍນັ້ນ, ຄວາມໝັ້ນໃຈແລະຄວາມກ້າວໜ້າທີ່ໄດ້ຮັບຈາກປີ ເອເປກ 2017 ໄດ້ຊ່ວຍໃຫ້ຫວຽດນາມສືບຕໍ່ຢືນຢັນຖານະບົດບາດໃນເວທີປາໄສສາກົນ, ຮັກສາກຳນົດທິດຢ່າງໝັ້ນຄົງ ໃນສະພາບການໂລກແລະພາກພື້ນທີ່ມີການຜັນປ່ຽນສັບສົນຢ່າງບໍ່ເຄີຍມີມາກ່ອນ. ໃນການພົວພັນສອງຝ່າຍ, ຫວຽດນາມສືບຕໍ່ຮັກສາທ່າພົວພັນກັບບັນດາປະເທດມະຫາອຳນາດ, ບັນດາສູນກາງທີ່ສຳຄັນຂອງໂລກ, ເຮັດໃຫ້ການພົວພັນເຂົ້າສູ່ລວງເລິກ ແລະມີຄວາມໝັ້ນຄົງກວ່າແຕ່ກ່ອນ. ໃນລະດັບພະຫຸພາຄີ, ຫວຽດນາມຍັງສືບຕໍ່ສະແດງບົດບາດເປັນສະມາຊິກທີ່ມີຄວາມຮັບຜິດຊອບ, ມີຄວາມສາມາດນຳພາໃນບາງບັນຫາທີ່ສຳຄັນຂອງການເຊື່ອມຕໍ່ໃນລະດັບຕ່າງໆ ນັບແຕ່ການເຊື່ອມຕໍ່ອະນຸພາກພື້ນ (ກອງປະຊຸມຂັ້ນສູງກ່ຽວກັບອະນຸພາກພື້ນແມ່ນ້ຳຂອງຫຼາຍຄັ້ງ) ເຖິງພາກພື້ນອາຊີຕາເວັນອອກສຽງໃຕ້ (ASEAN - ອາຊຽນ), ອາຊີ - ປາຊີຟິກ (APEC - ເອເປກ), ແລະ ລະຫວ່າງພາກພື້ນ (ASEM - ເອເຊມ). ດ້ວຍຄວາມສຳຄັນຂະໜາດນັ້ນ, ຫວຽດນາມສືບຕໍ່ໄດ້ຮັບການເຊື້ອເຊີນໃຫ້ເຂົ້າຮ່ວມກອງປະຊຸດສຸດຍອດ ຈີ 7 ເປີດກວ້າງໃນການາດາ.
ຜົນສຳເລັດຂອງເອເປກ 2017 ແລະ ບັນດາຂີດໝາຍຂອງກອງປະຊຸມ ສະແດງໃຫ້ເຫັນເຖິງບົດຮຽນຈຳນວນຫຼາຍທີ່ສົມຄວນພິຈາລະນາ. ໃນປີເອເປກ 2017, ຜົນສຳເລັດໃນການແກ້ໄຂຄວາມແຕກຕ່າງຢ່າງຫຼວງຫຼາຍລະຫວ່າງບັນດາສະມາຊິກ, ຄວາມໝັ້ນຄົງໃນເວລາວິກິດ ເຖິງວ່າເກືອບຈະແຕກ, ໄດ້ຢັ້ງຢືນກ່ຽວກັບຂະໜາດຂອງຫວຽດນາມ. ຖານະບົດບາດ ແລະ “ກຳລັງແຮງນຸ້ມນວນ” ຂອງຫວຽດນາມໄດ້ຊ່ວຍໃຫ້ພວກເຮົາບໍລິຫານຈັດການແລະນຳໄປສູ່ການຮ່ວມມືໃນເອເປກ ຢ່າງແທ້ຈິງ; ພ້ອມກັນນັ້ນ, ຜົນສຳເລັດຂອງເອເປກ 2017 ກໍ່ໄດ້ປະກອບສ່ວນເພີ່ມທະວີຖານະບົດບາດ, “ກຳລັງແຮງນຸ້ມນວນ” ຂອງປະເທດ. ອາດຈະເວົ້າໄດ້ວ່າ, ຜົນສຳເລັດຂອງເອເປກ 2017 ໄດ້ຢືນຢັນຄວາມຖືກຕ້ອງຂອງແນວທາງການພົວພັນຕ່າງປະເທດ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ ກ່ຽວກັບການຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບຫຼາຍກ້ຳຫຼາຍຝ່າຍ, ຄວາມເປັນເຈົ້າການແລະຕັ້ງໜ້າເຊື່ອມໂຍງສາກົນ, ຍົກສູງປະສິດທິຜົນການພົວພັນຕ່າງປະເທດຫຼາຍຝ່າຍ, ດ້ວຍເປົ້າໝາຍສູງສຸດແມ່ນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽມລະພາບ, ສ້າງຄວາມສະດວກເພື່ອຮັບໃຊ້ພາລະກິດການກໍ່ສ້າງ ແລະ ພັດທະນາປະເທດ. ບົນພື້ນຖານຄວາມເຕີບໃຫຍ່ເຂັ້ມແຂງຂອງການທູດພະຫຸພາຄີໃນຫວຽດນາມ ເຊິ່ງຈຸດສູງສຸດຄື ເອເປກ 2017, ພ້ອມກັບຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສຳຄັນຂອງການທູດພະຫຸພາຄີໃນສະພາບການໃໝ່, ຄະນະເລຂາທິການພັກກອມມູນິດຫວຽດນາມໄດ້ປະກາດໃຊ້ຄຳສັ່ງເລກທີ 25-CT/TW, ສະບັບລົງວັນທີ 08 ສິງຫາ 2018, ກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍເຖິງປີ 2030.
ຜົນສຳເລັດຂອງປີເອເປກ 2017 ແລະ ຜົນກະທົບຢ່າງເລິກເຊິ່ງຂອງເຫດການຈົນເຖິງມື້ນີ້ ແມ່ນແນ່ນອນວ່າ ໄດ້ເລີ່ມຕົ້ນຈາກການຕັດສິນໃຈຍຸດທະສາດແຕ່ປີ 2012 ຂອງພັກ, ລັດ, ລັດຖະບານ ກ່ຽວກັບການຮັບສະໝັກເປັນເຈົ້າພາບປີເອເປກ 2017. ຄວາມສຳເລັດດັ່ງກ່າວມີບ່ອນອີງທີ່ໝັ້ນຄົງ ນັ້ນຄືຖານະບົດບາດ, ອິດທິພົນຂອງປະເທດພາຍຫຼັງ 30 ປີແຫ່ງການປ່ຽນແປງໃໝ່ແລະເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ແມ່ນຄວາມເຊື່ອໝັ້ນແລະຄວາມຮັກແພງຂອງບັນດາສະມາຊິກເອເປກ ຕໍ່ຫວຽດນາມ. ຄວາມສຳເລັດນັ້ນກໍ່ເກີດຈາກຄວາມກ້າຫານແລະສະຕິປັນຍາຂອງການພົວພັນຕ່າງປະເທດຫວຽດນາມ, ພາຍໃຕ້ການຊີ້ນຳຢ່າງແທດເໝາະຂອງກົມການເມືອງແລະການນຳຂັ້ນສູງ, ເຊິ່ງໄດ້ຊ່ວຍໃຫ້ພວກເຮົາມີບາດກ້າວທີ່ເປັນແບບແຜນແລະກວມລວມ, ກຳນົດບັນຫາແລະຈຸດເວລາໄດ້ຢ່າງຖືກຕ້ອງ, ຈັດການແກ້ໄຂສະຖານະການໄດ້ຢ່າງຄ່ອງແຄ່ວ. ໃນເວລາທີ່ທ້າທາຍຫຼາຍທີ່ສຸດ, ພວກເຮົາຍັງຄົງທົນທານ, ກ້າຫານ, ປະສານງານກັບຄູ່ຮ່ວມມືເພື່ອຊອກຫາທິດທາງທີ່ຖືກຕ້ອງ. ພວກເຮົາຍັງປະສົບຜົນສຳເລັດຍ້ອນການເປັນມືອາຊີບ ຕັ້ງແຕ່ຂັ້ນຕອນການກະກຽມ ດ້ວຍການສ້າງຕັ້ງຢ່າງໄວກົງຈັກທີ່ລວມມີກະຊວງ, ຂະແໜງການ, ທ້ອງຖິ່ນ ໃນເດືອນທັນວາ 2014. ແລະສູງກວ່າທັງໝົດ, ຄວາມສຳເລັດຈະເກີດຂຶ້ນຢ່າງແນ່ນອນຍ້ອນແຜນນະໂຍບາຍທີ່ຖືກຕ້ອງຂອງພັກໄດ້ຮັບຄວາມສະໜັບສະໜູນຢ່າງສຸດອົກສຸດໃຈຈາກປະຊາຊົນທຸກຄົນ. ຈາກການບໍລິຈາກຂອງວິສາຫະກິດພາຍໃນປະເທດທີ່ສະໜັບສະໜູນລັດຖະບານໃນການຈັດຕັ້ງປີເອເປກ 2017, ດ້ວຍຈຳນວນເງິນບໍລິຈາກຫຼາຍກວ່າປີເອເປກ 2006 ເກືອບ 5 ເທື່ອ, ຈົນເຖິງລາຍມືຂັດຖູຂອງສິລະປິນແຕ່ຄົນທີ່ເຮັດຂອງຂວັນໃຫ້ແຂກສາກົນ, ແລະໂດຍສະເພາະແມ່ນຄວາມມານະພະຍາຍາມທາງດ້ານຈິດໃຈຂອງປະຊາຊົນນະຄອນດ່າໜັງ, ໂຮ້ຍອານ ທີ່ລົງຖະໜົນເພື່ອມ້ຽນມັດປັດກວາດ ເຮັດຄວາມສະອາດໃນເມືອງຫຼັງຈາກພາຍຸໝາຍເລກ 12... ສິ່ງທັງໝົດເຫຼົ່ານັ້ນສະແດງອອກໃນເມືອງດ່າໜັງທີ່ສວຍງາມ, ເມືອງໂຮ້ຍອານທີ່ຮັກແຂກບ້ານແຂກເມືອງ, ຮອຍຍິ້ມອັນສົດໃສຂອງພົນລະເມືອງທຸກຄົນຍິນດີຕ້ອນຮັບແຂກສາກົນ, ໃນຂະນະທີ່ຫາກໍ່ປະສົບຄວາມເສຍຫາຍຢ່າງໜັກໜ່ວງ. ນັ້ນແມ່ນຄວາມສະໜັບສະໜູນອັນລ້ຳຄ່າຂອງປະຊາຊົນ, ເປັນສັນຍາລັກທີ່ສວຍງາມຂອງຄວາມຖືກເໝາະລະຫວ່າງ “ຄວາມຄິດຂອງພັກ - ຄວາມປາຖະໜາຂອງປະຊາຊົນ”. ນີ້ແມ່ນບົດຮຽນອັນລ້ຳຄ່າຈາກ ເອເປກ 2017 ເພື່ອໃຫ້ປະເທດຫວຽດນາມສືບຕໍ່ກ້າວເດີນຢ່າງໜັກແໜ້ນໃນຊຸມປີຕໍ່ໜ້າ, ເອົາຊະນະຄວາມທ້າທາຍຕ່າງໆທຸກຢ່າງ, ມີຄວາມໝັ້ນໃຈໃນເຫດການການຕ່າງປະເທດອັນຍິ່ງໃຫຍ່ຄື ເປັນປະທານອາຊຽນປີ 2020 ແລະ ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດໄລຍະ 2020 - 2021./.
ໂດຍ ປອ. ເລຫາຍບິ່ງ
ຮອງອຳນວຍການສະຖາບັນການທູດ
---------------------------------------------------
- ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 913 (ເດືອນທັນວາ 2018).
(1) https://www.freemalaysiatoday.com/category/nation/2017/11/12/najib-apec-leaders-summit-ends-in-optimistic-note/
(2) ບົດລາງານຂອງລັດຖະບານ ທີ່ກອງປະຊຸມຄັ້ງທີຫົກ, ສະພາແຫ່ງຊາດຊຸດທີ XIV.
(3) http://vietnamtourism.gov.vn/index.php/cat/12