ທ່ານຮ່ວາງບິ່ງກວັນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດຫວຽດນາມ ແລະ ທ່ານ ກ.ບ. ຊູມມາເຊ ເລຂາທິການສູນກາງພັກ ນູໂອຕານ ປະເທດສາທາລະນະລັດ ກາຊັກສະຖານ ລົງນາມໃນເອກະສານການຮ່ວມມື ລະຫວ່າງສອງພັກ. (ພາບ: nhandan.com.vn)
ວກ. ອອນໄລ - ປີ 2018, ຕໍ່ໜ້າການຫັນປ່ຽນຢ່າງໄວວາແລະສັບສົນ ຂອງສະພາບການໂລກແລະພາກພື້ນ ທີ່ໄດ້ສົ່ງຜົນກະທົບຕາມຫຼາຍທິດ, ຫຼາຍລະດັບ ເຖິງສະພາບແວດລ້ອມຄວາມສະຫງົບປອດໄພ ແລະ ການພັດທະນາຂອງຫວຽດນາມ, ການພົວພັນຕ່າງປະເທດທາງພັກ ພ້ອມກັບການພົວພັນຕ່າງປະເທດຂອງລັດ ແລະ ການພົວພັນຕ່າງປະເທດທາງປະຊາຊົນ ໄດ້ມີການເຄື່ອນໄຫວ ປະສານສົມທົບຢ່າງຕັ້ງໜ້າ ມີປະສິດທິຜົນ ແລະ ບັນລຸຜົນສຳເລັດທີ່ສຳຄັນຫຼາຍຢ່າງ, ປະກອບສ່ວນອັນສົມກຽດເຂົ້າໃນຜົນສຳເລັດລວມຂອງປະເທດ. ດ້ວຍພາລະບົດບາດເປັນເສົາຄ້ຳທີ່ສຳຄັນ ຂອງແນວໜ້າການພົວພັນຕ່າງປະເທດ, ການພົວພັນຕ່າງປະເທດທາງພັກໄດ້ເສີມຂະຫຍາຍລັກສະນະຕັ້ງໜ້າ, ເປັນເຈົ້າການ, ປ່ຽນແປງໃໝ່, ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມເປັນເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ; ຮັກສາ ແລະ ປັບປຸງສະພາບແວດລ້ອມສັນຕິພາບ, ສະຖຽມລະພາບ ເພື່ອພັດທະນາປະເທດ, ຮັບປະກັນຜົນປະໂຫຍດຂອງຊາດ-ປະເທດ.
ໃນປີທີ່ຜ່ານມາ, ສະພາບຄວາມປອດໄພ-ການເມືອງໂລກ ມີການປ່ຽນແປງຢ່າງໄວວາ, ສັບສົນ, ຄາດເດົາຍາກ, ໄດ້ສົ່ງຜົນກະທົບຕາມຫຼາຍທິດ, ຫຼາຍລະດັບ ເຖິງຄວາມຄວາມປອດໄພແລະການພັດທະນາຂອງທຸກໆປະເທດ, ໃນນັ້ນມີປະເທດຫວຽດນາມ. ບັນດາປະເທດໃຫຍ່ໄດ້ມີການດັດແປງນະໂຍບາຍຢ່າງໄຫວພິບ, ຍູ້ແຮງການປະຕິບັດບັນດາເປົ້າໝາຍຍຸດທະສາດລະດັບພາກພື້ນແລະໂລກ, ສ້າງການແຂ່ງຂັນ, ຊ່ວງຊີງກັນຢ່າງເຄັ່ງຮ້ອນທາງດ້ານການເມືອງ, ການທະຫານ, ເສດຖະກິດ ກໍ່ຄືຄວາມສັບສົນໃນການເຕົ້າໂຮມກຳລັງ. ລັດທິຊາດນິຍົມ, ປະຊານິຍົມ, ປະໂຫຍດນິຍົມ ໄດ້ພື້ນຕົວຂຶ້ນຢ່າງແຂງແຮງ; ກົດໝາຍສາກົນ, ບັນດາກົນໄກຫຼາຍຝ່າຍ ຕ້ອງປະເຊີນກັບສິ່ງທ້າທຍຫຼາຍກວ່າເກົ່າ; ທ່າອຽງອຳນາດບາດໃຫຍ່, ການບັງຄັບ, ການປະພຶດຕາມລຳພັງຝ່າຍດຽວ ມີແນວໂນ້ມທີ່ຈະເພີ່ມຂຶ້ນ; ບັນດາກົນໄກການຄຸ້ມຄອງລະດັບພາກພື້ນແລະທົ່ວໂລກ ປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ແລະ ຫຼຸດຜ່ອນພະລະບົດບາດ ໃນການແກ້ໄຂບັນຫາສາກົນທີ່ເກີດຂຶ້ນໃນປະຈຸບັນ. ບັນດາ “ຈຸດຮ້ອນ” ຢູ່ຕາເວັນອອກກາງ, ອາຟຣິກກາ, ອາຊີ-ປາຊີຟິກ ລ້ວນແຕ່ຫັນປ່ຽນຢ່າງສັບສົນກວ່າເກົ່າ. ພາກພື້ນອາຊີ-ປາຊີຟິກນັບມື້ນັບຖືກຖືເປັນສຳຄັນສຳລັບບັນດາປະເທດພາຍໃນ ແລະນອກພາກພື້ນ, ແຕ່ວ່າ ນີ້ກໍ່ແມ່ນພາກພື້ນທີ່ເຕົ້າໂຮມບັນດາຄວາມຂັດແຍ່ງໃຫຍ່ຂອງໂລກ, ເປັນບ່ອນທີ່ມີການຕັດໄຂວ່ກັນ ລະຫວ່າງບັນດາຜົນປະໂຫຍດພື້ນຖານ ກໍ່ຄືມີຄວາມແຂ່ງຂັນຍຸດທະສາດຮອບດ້ານລະຫວ່າງບັນດາປະເທດໃຫຍ່. ຂໍ້ຂັດແຍ່ງທາງດ້ານອະທິປະໄຕໃນອານາເຂດ, ທະເລ, ເກາະທະເລ ມີຄວາມສັບສົນທີ່ສຸດ, ເປັນອັນຕະລາຍຕໍ່ສັນຕິພາບ, ສະຖຽມລະພາບໃນພາກພື້ນ, ເປັນສິ່ງທ້າທາຍຕໍ່ອຳນາດອະທິປະໄຕ ແລະ ອະທິປະໄຕຂອງບັນດາປະເທດ. ເສດຖະກິດໂລກຍັງສືບຕໍ່ຟື້ນຟູ, ແຕ່ຊ້າລົງ ແລະ ມີຄວາມສ່ຽງ, ໂດຍສະເພາະແມ່ນຍ້ອນການແຂ່ງຂັນດ້ານການຄ້າ, ຄວາມບໍ່ໝັ້ນຄົງທາງດ້ານພູສາດ-ການເມືອງຢູ່ໃນບັນດາພາກພື້ນ ແລະ ໜີ້ສາທາລະນະສູງ. ການເຊື່ອມຕໍ່ເສດຖະກິດສາກົນ ແລະ ການເປີດເສລີການຄ້າ ສືບຕໍ່ໄດ້ຮັບການຊຸກຍູ້ໂດຍປະເທດຕ່າງໆ, ແຕ່ກໍ່ພົບຄວາມຫຍຸ້ງຍາກກວ່າອີກ ຍ້ອນການເພີ່ມຂຶ້ນຂອງບັນດາມາດຕະການປົກປ້ອງ. ປັດໃຈເຫຼົ່ານັ້ນກຳລັງເຮັດໃຫ້ລັກສະນະບໍ່ໝັ້ນຄົງ, ບໍ່ແນ່ນອນ ແລະ ຜິດປົກກະຕິຂອງສະພາບການໂລກເພີ່ມຂຶ້ນ.
ໃນສະພາບການດັ່ງກ່າວນັ້ນ, ປີ 2018 ການພົວພັນຕ່າງປະເທດທາງພັກ ໄດ້ຕັ້ງໝັ້ນໃນແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ຍົກສູງລັກສະນະເປັນເຈົ້າການ, ຕັ້ງໜ້າ, ປະດິດສ້າງ, ຜັນຂະຫຍາຍການເຄື່ອນໄຫວຢ່າງມີຈຸດໜັກໃຈກາງ ແລະ ບັນລຸໄດ້ຜົນງານທີ່ສຳຄັນຫຼາຍຢ່າງ.
ບາງຜົນງານໃຫຍ່ຂອງການເຄື່ອນໄຫວພົວພັນຕ່າງປະເທດທາງພັກ ໃນປີ 2018
ທີໜຶ່ງ, ພັກກອມມູນິດຫວຽດນາມ ໄດ້ເປັນເຈົ້າການຊຸກຍູ້ການພົວພັນກັບບັນດາພັກທີ່ກຳອຳນາດຢູ່ບັນດາປະເທດສັງຄົມນິຍົມ ແລະ ປະເທດເພື່ອນບ້ານໃກ້ຄຽງທີ່ມີຊາຍແດນຮ່ວມກັນ, ຜ່ານນັ້ນ ການພົວພັນໄດ້ຮັບການປັບປຸງ ແລະ ມີບາດກ້າວພັດທະນາທີ່ສຳຄັນ; ການພົວພັນຕາມຊ່ອງທາງພັກ ໄດ້ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມໄວ້ວາງໃຈທາງການເມືອງ, ສ້າງພື້ນຖານການເມືອງ ແລະ ຮັກສາບົດບາດກຳນົດທິດຍຸດທະສາດໃນການພົວພັນລະຫວ່າງຫວຽດນາມ ແລະ ປະເທດເພື່ອນມິດຕ່າງໆ.
ພັກກອມມູນິດຫວຽດນາມພ້ອມກັບພັກປະຊາຊົນປະຕິວັດລາວ ໄດ້ພັດທະນາການພົວພັນລະຫວ່າງສອງພັກໃຫ້ເຂົ້າສູ່ລວງເລິກ, ປັບປຸງຄວາມໄວ້ວາງໃຈທາງການເມືອງ ແລະ ເສີມຂະຫຍາຍປະສິດທິຜົນການພົວພັນສາມັກຄີແບບພິເສດ, ຮອບດ້ານລະຫວ່າງສອງພັກ, ສອງລັດ. ບັນດາແຜນນະໂຍບາຍ, ມາດຕະການຮ່ວມມືຈຸດໜັກໃຈກາງ ມີລັກສະນະຍຸດທະສາດ ໄດ້ຮັບການຊີ້ນຳຂອງການນຳຂັ້ນສູງຂອງສອງພັກ ແຕ່ຕົ້ນປີ 2018 ເຊິ່ງໄດ້ປະຕິບັດດ້ວຍຄວາມມານະພະຍາຍາມສູງ; ຄວາມຮັບຮູ້ກ່ຽວກັບຄວາມສຳຄັນຍຸດທະສາດຂອງການພົວພັນລະຫວ່າງສອງພັກ ຕໍ່ກັບການພົວພັນລະຫວ່າງສອງປະເທດ ໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ. ໃນປີ 2018, ສອງພັກໄດ້ປະສານສົມທົບຜັນຂະຫຍາຍຢ່າງມີປະສິດທິຜົນ ຫຼາຍກົນໄກຮ່ວມມືທີ່ສຳຄັນຢູ່ໃນລະດັບສູງສຸດ ກໍ່ຄືຢູ່ໃນລະດັບອົງການທີ່ປຶກສາຂອງພັກ; ບັນດາຮູບການແລກປ່ຽນຂໍ້ມູນຂ່າວສານ, ທິດສະດີ, ບົດຮຽນພຶດຕິກຳ... ໄດ້ຜັນຂະຫຍາຍຢ່າງໄຫວພິບ, ຫຼາຍຮູບຫຼາຍແບບ, ເປັນຕົ້ນແມ່ນ ສອງພັກໄດ້ຈັດຕັ້ງການສຳມະນາທິດສະດີ ຄັ້ງທີ 6 (ເດືອນກໍລະກົດ 2018) ຢ່າງມີປະສິດທິຜົນ ດ້ວຍຫົວຂໍ້ “ວຽກງານແນວຄິດໃນເງື່ອນໄຂປະຈຸບັນ - ສະພາບຕົວຈິງ, ບັນຫາທີ່ວາງອອກມາ ແລະ ວິທີແກ້”, ໄດ້ປະກອບສ່ວນຢ່າງແທ້ຈິງເຂົ້າໃນວຽກງານຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ, ຮັບໃຊ້ໃຫ້ແກ່ການກຳອຳນາດຂອງສອງພັກ. ຫວຽດນາມໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ ການຈັດຕັ້ງບັນດາຊຸດຝຶກອົບຮົມບຳລຸງສ້າງພະນັກງານເພື່ອຊ່ວຍໃຫ້ຝ່າຍລາວ. ກົນໄກການຢ້ຽມຢາມຢ່າງເປັນທາງການ, ຢ້ຽມຢາມແບບພາຍໃນຂອງພະນັກງານການນຳຂັ້ນສູງຂອງສອງພັກ ໄດ້ຮັບການຍູ້ແຮງ, ໃນນັ້ນມີການຢ້ຽມຢາມຫວຽດນາມ ຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດລາວ ແລະ ການຢ້ຽມຢາມຂອງບັນດາທ່ານກຳມະການກົມການເມືອງ, ຄະນະເລຂາທິການຂອງສອງພັກ ເປັນຫຼາຍຄັ້ງ.
ການພົວພັນກັບພັກກອມມູນິດຈີນ, ການພົວພັນຕ່າງປະເທດທາງພັກ ໃນປີ 2018 ໄດ້ເປັນໄປຢ່າງຟົດຟື້ນ, ມີປະສິດທິຜົນ; ການພົວພັນລະຫວ່າງສອງພັກສືບຕໍ່ຖືບົດບາດສຳຄັນ, ກຳນົດທິດ ແລະ ນຳພາການພັດທະນາຢ່າງໝັ້ນຄົງຂອງການພົວພັນລະຫວ່າງສອງປະເທດ. ບັນດາກົນໄກຮ່ວມມືລະຫວ່າງສອງພັກໄດ້ເສີມຂະຫຍາຍ, ເຂົ້າສູ່ລວງເລິກ, ແທ້ຈິງ, ມີປະສິດທິຜົນກວ່າເກົ່າ. ອີກດ້ານໜຶ່ງ, ການພົວພັນລະຫວ່າງສອງພັກໄດ້ຮັບການເປີດກວ້າງຢູ່ໃນທຸກລະດັບ, ແຕ່ຂັ້ນການນຳສູງສຸດຂອງສອງພັກ, ບັນດາຄະນະຂອງສູນກາງ, ບັນດາອົງຄະນະພັກແຂວງ, ອົງຄະນະພັກນະຄອນ ຈົນເຖິງບັນດາອົງການຈັດຕັ້ງພັກຢູ່ທ້ອງຖີ່ນ. ການແລກປ່ຽນຄະນະຜູ້ແທນຂັ້ນສູງຂອງທັງສອງພັກ, ໂດຍສະເພາະແມ່ນກຳມະການກົມການເມືອງ, ເລຂາທິການສູນກາງພັກ, ໄດ້ບັນລຸແລະປັບປຸງຄວາມຮັບຮູ້ທົ່ວໄປທີ່ສຳຄັນໃນລະດັບສູງ, ຜ່ານນັ້ນເພີ່ມຄວາມໄວ້ວາງໃຈທາງການເມືອງລະຫວ່າງສອງປະເທດ, ຄວບຄຸມແລະແກ້ໄຂຄວາມຂັດແຍ່ງ, ໃນນັ້ນມີບັນຫາທະເລຕາເວັນອອກ. ໃນປີທີ່ຜ່ານມາ, ສອງພັກກໍ່ໄດ້ຈັດຕັ້ງການສຳມະນາທິດສະດີຄັ້ງທີ 14 (ເດືອນ ກໍລະກົດ 2018) ພາຍໃຕ້ຫົວຂໍ້ “ພຶດຕິກຳ ແລະ ບົດຮຽນການປ່ຽນແປງໃໝ່ຂອງຫວຽດນາມ ແລະ ການປະຕິຮູບ, ເປີດປະຕູຂອງຈີນ”; ຈັດຕັ້ງຊຸດຝຶກອົບຮົມສຳລັບພະນັກງານຫວຽດນາມ. ພ້ອມກັນນັ້ນ, ໃນປີທີ່ຜ່ານມາ, ຫວຽດນາມກໍ່ໄດ້ເປັນເຈົ້າການທີ່ສຸດໃນການເຄື່ອນໄຫວພົວພັນຕ່າງປະເທດຕາມຊ່ອງທາງພັກ ເພື່ອແລກປ່ຽນ, ຄົ້ນຄວ້າທາບທາມບົດຮຽນກ່ຽວກັບການກໍ່ສ້າງພັກ, ບັນດາຂົງເຂດວຽກງານຂອງພັກ, ວຽກງານປ້ອງກັນແລະຕ້ານການສໍ້ລາດບັງຫຼວງ...
ການພົວພັນກັບພັກປະຊາຊົນກຳປູເຈຍ, ການເຄື່ອນໄຫວພົວພັນຕ່າງປະເທດທາງພັກ ທັງເຂົ້າສູ່ລວງເລິກ, ທັງພັດທະນາເປີດກວ້າງເນື້ອໃນການຮ່ວມມືຢ່າງໄຫວພິບ. ການພົວພັນລະຫວ່າງສອງພັກສືບຕໍ່ຖືບົດບາດສຳຄັນໃນການເສີມສ້າງພື້ນຖານທາງການເມືອງ ສຳລັບການພົວພັນລະຫວ່າງສອງປະເທດ. ຜ່ານກົນໄກປະຈຳປີ, ໂດຍສະເພາະແມ່ນກອງປະຊຸມເຈລະຈາລະດັບສູງ ແລະ ການຢ້ຽມຢາມຂອງການນຳຂັ້ນສູງສຸດຂອງສອງພັກ, ໃນນັ້ນມີການຢ້ຽມຢາມຫວຽດນາມ ຂອງທ່ານຮູນແຊນ ປະທານພັກປະຊາຊົນກຳປູເຈຍ, ນາຍົກລັກຖະມົນຕີກຳປຸເຈຍ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບຫຼາຍບັນຫາທີ່ມີລັກສະນະຍຸດທະສາດ, ສ້າງຄວາມຮັບຮູ້ຮ່ວມກັນທີ່ສຳຄັນ ໃນການປັບປຸງການພົວພັນທີ່ດີງາມລະຫວ່າງສອງພັກ, ສອງລັດ ເພື່ອຄວາມປອດໄພແລະການພັດທະນາຂອງແຕ່ລະປະເທດໃນໄລຍະການພັດທະນາໃໝ່.
ການພົວພັນກັບພັກກອມມູນິດກູບາ, ມິດຕະພາບ, ຄວາມສາມັກຄີສະເໝີຕົ້ນສະເໝີປາຍ, ໄສແຈ້ງ, ຄວາມໄວ້ວາງໃຈກັນລະຫວ່າງສອງພັກ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບໄດ້ຮັດແໜ້ນກວ່າເກົ່າ. ພັກກອມມູນິດຫວຽດນາມສືບຕໍ່ສະແດງຈິດໃຈສາມັກຄີ, ສະໜັບສະໜູນກູບາ ທັງດ້ານຈິດໃຈແລະວັດຖຸ ໂດຍຜ່ານຫຼາຍຮູບການທີ່ເໝາະສົມ, ຄືຊ່ວຍເຫຼືອເຂົ້າສານ, ລົບໜີ້ທັງໝົດໃຫ້ກູບາ... ຫວຽດນາມໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ ບັນດາການເຄື່ອນໄຫວພົວພັນຕ່າງປະເທດທາງພັກ. ພິເສດ, ການຢ້ຽມຢາມລັດຖະກິດທີ່ປະເທດກູບາ ໂດຍເລຂາທິການໃຫຍ່ ຫງວຽນຝູຈ້ອງ (ເດືອນມີນາ 2018) ໄດ້ຮັດແໜ້ນແລະປັບປຸງຄວາມຮັກແພງອັນເລິກເຊິ່ງລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ. ສອງພັກໄດ້ເຊັນຂໍ້ຕົກລົງສະບັບໃໝ່ກ່ຽວກັນການແລກປ່ຽນແລະຮ່ວມນື ໄລຍະ 2018 - 2023, ເນັ້ນໜັກເຖິງບົດບາດເປັນຫຼັກແຫຼ່ງຂອງການພົວພັນທາງພັກ ໃນການກຳນົດທິດການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດ. ການຮ່ວມມືລະຫວ່າງສອງພັກສືບຕໍ່ໄດ້ຊຸກຍູ້ ໂດຍຜ່ານບັນດາການເຄື່ອນໄຫວແລກປ່ຽນບົດຮຽນພາກຕົວຈິງ ແລະທິດສະດີ. ສອງພັກໄດ້ຈັດຕັ້ງການສຳມະນາທິດສະດີຄັ້ງທີ 4 (ເດືອນພະຈິກ 2018) ກ່ຽວກັບຫົວຂໍ້ “ພັດທະນາເສດຖະກິດ, ສັງຄົມ ແລະ ວຽກງານການເມືອງ, ແນວຄິດ, ໜ້າທີ່ບຸລິມະສິດອັນດັບໜຶ່ງ ຂອງພັກກອມມູນິດກູບາ ແລະ ພັກກອມມູນິດຫວຽດນາມ” ຢ່າງສຳເລັດຜົນ. ຜົນສຳເລັດຂອງການພົວພັນຮ່ວມມືລະຫວ່າງສອງພັກໃນປີທີ່ຜ່ານມາ ສືບຕໍ່ປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດ, ພ້ອມທັງສ້າງຜົນສະທ້ອນອັນຕັ້ງໜ້າ ເຖິງການພົວພັນຂອງພັກກອມມູນິດຫວຽດນາມ ກັບບັນດາພັກການເມືອງຢູ່ພາກພື້ນອາເມລິກາລາຕິນ.
ທີສອງ, ການພົວພັນກັບບັນດາພັກກຳອຳນາດ, ພັກທີ່ເຂົ້າຮ່ວມການເມືອງ ກໍ່ມີການພັດທະນາຢ່າງແຂງແຮງ, ເຊິ່ງປະກອບສ່ວນສ້າງພື້ນຖານການເມືອງທີ່ສຳຄັນສຳລັບການປັບປຸງ ແລະ ເປີດກວ້າງການພົວພັນສອງຝ່າຍ, ພ້ອມກັນນັ້ນ ກໍໍສ້າງຄວາມໝັ້ນຄົງສຳລັບການພົວພັນລະຫວ່າງລັດ ໃນເວລາທີ່ມີການປ່ຽນແປງຕຳແໜ່ງກຳອຳນາດຂອງພັກໃນເວທີການເມືອງຂອງປະເທດ. ສິ່ງນີ້ຍັງຄົງສືບຕໍ່ເປັນການບຸກທະລຸໜຶ່ງໃນການພົວພັນຕ່າງປະເທດຂອງພັກກອມມູນິດຫວຽດນາມໃນປີ 2018. ດ້ວຍຖານະເປັນພັກກຳອຳນາດ, ພັກກອມມູນິດຫວຽດນາມໄດ້ເປັນເຈົ້າການຊຸກຍູ້ການພົວພັນກັບບັນດາພັກກຳອຳນາດ, ພັກທີ່ເຂົ້າຮ່ວມການເມືອງ, ພັກທີ່ມີຖານະບົດບາດສຳຄັນໃນການສ້າງແລະຜັນຂະຫຍາຍນະໂຍບາຍຂອງປະເທດຕໍ່ກັບຫວຽດນາມ, ເຊັ່ນບັນດາພັກ ໃນສະຫະລັດອາເມລິກາ, ອັງກິດ, ຝຣັ່ງ, ລັດເຊຍ, ແຟງລັງ, ຮົງກາລີ, ເກຣັກ, ການາດາ, ຍີ່ປຸ່ນ, ສິງຄະໂປ, ມຽນມາ, ຟິລິບປິນ, ໄທ, ມົງໂກລີ, ອິນເດຍ, ອົດສະຕຣາລີ, ນູແວນເຊລັງ, ອີຍິບ, ເນປານ, ສີລັງກາ, ໂມຊໍາບິກ, ອັງໂກລາ,... ພິເສດແມ່ນ, ບັນດາການຢ້ຽມຢາມທີ່ມີຄວາມສຳຄັນແລະປະສົບຜົນສຳເລັດທີ່ສຸດ ທີ່ປະເທດຝຣັ່ງ, ລັດເຊຍ, ຮົງກາລີ ຂອງທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ເຊິ່ງໄດ້ສ້າງບັນດາຂີດໝາຍໃໝ່, ກຳລັງໜູນໃໝ່, ກຳນົດບັນດາຂອບການຮ່ວມມື, ຂະຫຍາຍ “ສ່ວນເກີນທາງພູມສາດ” ສຳລັບການພົວພັນສອງຝ່າຍ, ປັບປຸງຄວາມໄວ້ວາງໃຈທາງການເມືອງ, ຜ່ານສິ່ງດັ່ງກ່າວນັ້ນ ສ້າງພື້ນຖານອັນໜັກແໜ້ນເພື່ອຊຸກຍູ້ແລະຍົກສູງປະສິດທິຜົນການຮ່ວມມືໃນທຸກໆຂົງເຂດ; ພ້ອມທັງສະແດງຄວາມເຄົາລົບນັບຖື, ຄວາມຫວັງເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບລະຫວ່າງພັກກອມມູນິດຫວຽດນາມ ແລະ ບັນດາພັກການເມືອງ ຕໍ່ບັນດາປະເທດຄູ່ຮ່ວມທີ່ສຳຄັນຢ່າງບໍ່ຢຸດຢັ້ງ. ນອກຈາກນັ້ນ, ພັກກອມມູນິດຫວຽດນາມໄດ້ຜັນຂະຫຍາຍການຢ້ຽມຢາມ ຂອງຜູ້ປະຈຳການຄະນະເລຂາທິການ, ກຳມະການກົມການເມືອງ, ກຳມະການຄະນະເລຂາທິການ, ກຳມະການສູນກາງພັກ ໄປຢ້ຽມຢາມຫຼາຍປະເທດ, ເພີ່ມທະວີການພົວພັນກັບພັກກຳອຳນາດຈຳນວນໜຶ່ງ, ເປີດກວ້າງການພົວພັນກັບບັນດາພັກທີ່ເຂົ້າຮ່ວມການເມືອງ, ເຊັນຂໍ້ຕົກລົງການຮ່ວມມືຫຼາຍສະບັບ,... ສ້າງພື້ນຖານການພົວພັນທີ່ນັບມື້ນັບກວ້າງຂວາງເລິກເຊິ່ງ ຂອງການພົວພັນຕ່າງປະເທດທາງພັກ. ການພົວພັນກັບບັນດາພັກກຳອຳນາດ, ພັກທີ່ເຂົ້າຮ່ວມການເມືອງ, ພັກຝ່າຍຄ້ານໃນປະເທດຕ່າງໆ ໄດ້ປະກອບສ່ວນເຮັດໃຫ້ວົງການການເມືອງໃນປະເທດຕ່າງໆ ມີທັດສະນະທີ່ສົມບູນກວ່າອີກກ່ຽວກັບບົດບາດນຳພາຂອງພັກກອມມູນິດຫວຽດນາມ, ນັບຖືສະຖາບັນການເມືອງຂອງຫວຽດນາມ, ສ້າງການຮັບຮູ້ທົ່ວໄປກ່ຽວກັບຄວາມຈຳເປັນຕ້ອງຊຸກຍູ້ຂອບການພົວພັນທີ່ໝັ້ນຄົງແລະຍາວນານກັບປະເທດຫວຽດນາມ, ຈາກນັ້ນ ຊຸກຍູ້ການເຂົ້າຮ່ວມແລະການສົ່ງຜົນກະທົບຕໍ່ຂະບວນການວາງແຜນ ກໍ່ຄືການຜັນຂະຫຍາຍນະໂຍບາຍຂອງປະເທດຕໍ່ກັບຫວຽດນາມ. ຄວນເນັ້ນວ່າ ພັກການເມືອງສ່ວນຫຼາຍໃນປະເທດຕ່າງໆ, ເຖິງວ່າຈະມີທ່າອຽງທາງການເມືອງທີ່ແຕກຕ່າງກັນ, ແຕ່ໂດຍທົ່ວໄປແລ້ວ, ລ້ວນແຕ່ມີຄວາມຫວັງຢາກໄດ້ເພີ່ມທະວີການຮ່ວມມືກັບພັກກອມມູນິດຫວຽດນາມ, ຊົມເຊີຍການປະກອບສ່ວນທີ່ສຳຄັນຂອງຫວຽດນາມ ຕໍ່ການຊຸກຍູ້ທ່າອຽງສັນຕິພາບ, ສະຖຽມລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນແລະໃນໂລກ. ຜ່ານການພົວພັນກັບພັກການເມືອງເຫຼົ່ານີ້, ຫວຽດນາມກໍຄົ້ນຄວ້າທາບທາມໄດ້ບົດຮຽນປະສົບການຫຼາຍຢ່າງ ກ່ຽວກັບການກຳອຳນາດ, ການນຳພາ ແລະ ບໍລິຫານປະເທດ.
ທີສາມ, ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະບັນດາພັກກອມມູນິດ, ພັກກຳມະກອນ, ພັກຝ່າຍຊ້າຍທີ່ມີຖານະບົດບາດໃນເວທີການເມືອງໃນປະເທດຕ່າງໆ ກໍໄດ້ຮັບການປັບປຸງຢ່າງແທ້ຈິງ, ມີຈຸດສຸມ ຈຸດໜັກໃຈກາງ. ປີ 2018, ການພົວພັນກັບບັນດາພັກກອມມູນິດ, ພັກກຳມະກອນ, ພັກຝ່າຍຊ້າຍ ສືບຕໍ່ເປັນທິດທາງການພົວພັນທີ່ສຳຄັນຂອງພັກກອມມູນິດຫວຽດນາມ ແລະ ໄດ້ຮັບການຜັນຂະຫຍາຍດ້ວຍຫຼາຍຮູບການທີ່ອຸດົມສົມບູນ. ຫວຽດນາມໄດ້ຊຸກຍູ້ການພົວພັນກັບພັກກອມມູນິດ, ພັກກຳມະກອນຢູ່ຫຼາຍປະເທດ, ຄືພັກກອມມູນິດສະຫະພາບລັດເຊຍ, ພັກກອມມູນິດແຊັກ-ໂມຣາວາ, ພັກກອມມູນິດ ຝຣັ່ງ, ພັກກອມມູນິດອາເມຣີກາ, ພັກກອມມູນິດອີຕາລີ, ພັກກອມມູນິດເກຣັກ, ພັກກອມມູນິດບຣາຊິນ, ພັກກອມມູນິດປະຊາຊົນກາຊັກສະຖານ, ພັກກອມມູນິດຍີ່ປຸ່ນ, ພັກສັງຄົມນິຍົມເວເນຊູເອລາ, ພັກກອມມູນິດຊີເລ, ພັກຝ່າຍຊ້າຍເຢຍລະມັນ, ພັກປະຕິວັດຕັງຊານີ, ພັກຂະບວນການຝ່າຍຊ້າຍເອກະພາບຂອງໂດມີນິກ ແລະ ພັກຢູ່ພາກພື້ນອື່ນເປັນຈຳນວນຫຼາຍ. ຄວາມໄວ້ວາງໃຈທາງການເມືອງ ແລະ ລວງເລິກຂອງການຮ່ວມມືໄດ້ຮັບການຍົກສູງຂຶ້ນ. ໃນສະພາບການທີ່ບັນດາພັກກອມມູນິດ, ພັກກຳມະກອນຢູ່ໃນໂລກ ກຳລັງມີຄວາມຫຍຸ້ງຍາກຫຼາຍດ້ານ, ພັກກອມມູນິດຫວຽດນາມໄດ້ເອົາໃຈໃສ່ເຖິງການແລກປ່ຽນຄະນະຜູ້ແທນເພື່ອເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ, ແລກປ່ຽນບັນດາບັນຫາທາງທິດສະດີແລະພຶດຕິກຳຂອງການກໍ່ສ້າງສັງຄົມນິຍົມ ແລະ ບັນດາບັນຫາໃຫຍ່ຂອງຍຸກສະໄໝ. ບັນດາພັກກອມມູນິດ, ພັກກຳມະກອນສ່ວນຫຼາຍລ້ວນແຕ່ຖືວ່າ ຜົນງານແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ ເປັນສ່ວນປະກອບສຳຄັນກ່ຽວກັບທິດສະດີແລະພຶດຕິກຳ ໃນການປົກປັກຮັກສາແລະພັດທະນາລັດທິມາກ-ເລນິນ, ພ້ອມທັງເປັນການໃຫ້ກຳລັງໃຈແກ່ບັນດາພັກເພື່ອນມິດໃນການຕໍ່ສູ້ເພື່ອສັງຄົມນິຍົມ. ນີ້ກໍ່ແມ່ນບັນດາສ່ວນປະກອບທີ່ລະອຽດຕົວຈິງຂອງພັກກອມມູນິດຫວຽດນາມ ຕໍ່ຂະບວນການກອມມູນິດແລະກຳມະກອນສາກົນ. ໃນທິດກົງກັນຂ້າມ, ບັນດາພັກກອມມູນິດແລະກຳມະກອນສາກົນ ສືບຕໍ່ເປັນກຳລັງໜູນການເມືອງທີ່ສຳຄັນທີ່ສຸດ ສຳລັບພາລະກິດການປະຕິວັດຂອງພັກແລະປະຊາຊົນຫວຽດນາມ; ມີຫຼາຍການເຄື່ອນໄຫວຕົວຈິງເພື່ອສະໜັບສະໜູນບັນດາທັດສະນະ, ແຜນນະໂຍບາຍຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາທີ່ພົວພັນເຖິງຜົນປະໂຫຍດຂອງຊາດ-ປະເທດ.
ທີສີ່, ພັກກອມູນິດຫວຽດນາມ ສືບຕໍ່ເຂົ້າຮ່ວມຢ່າງຕັ້ງໜ້າເປັນເຈົ້າການ ແລະ ເຂົ້າຮ່ວມຢ່າງມີປະສິດທິຜົນ ໃນບັນດາເວທີປາໄສພະຫຸພາຄີພັກການເມືອງ. ໃນລະດັບພະຫຸພາຄີນີ້, ຫວຽດນາມໄດ້ເຂົ້າຮ່ວມ ແລະ ມີການພົວພັນກັບເວທີປາໄສຂອງບັນດາກຳລັງກອມມູນິດ, ກຳມະກອນ ແລະ ເວທີປາໄສຂອງບັນດາພັກການເມືອງທີ່ບໍ່ມີການຈຳແນກທ່າອຽງແລະແນວຄິດທາງການເມືອງ. ໃນປີ 2018, ຫວຽດນາມໄດ້ຖືບົດບາດເປັນສະມາຊິກຄະນະກຳມະການປະຈຳ ຂອງກອງປະຊຸມສາກົນບັນດາພັກການເມືອງ ອາຊີ (ICAPP) ແລະ ເປັນສະມາຊິກປະຕິບັດງນ ຂອງການພົບປະສາກົນບັນດາພັກກອມມູນິດແລະກຳມະກອນ (IMCWP) ຊຶ່ງໄດ້ປະກອບສ່ວນທີ່ສຳຄັນ ເຂົ້າໃນການຊຸກຍູ້ຄວາມສາມັກຄີ, ຄວາມເປັນເອກະພາບ, ກຳນົດທິດທາງປະສານສົມທົບ ໃນການເຄື່ອນໄຫວຂອງເວທີປາໄສຕາມທິດໄຫວພິບ, ແທ້ຈິງກວ່າອີກ. ຄຽງຄູ່ກັນນັ້ນ, ພັກກອມມູນິດຫວຽດນາມ ສືບຕໍ່ສະໜັບສະໜູນບັນດາກຳລັງຝ່າຍຊ້າຍ ກ້າວໜ້າ ຢູ່ພາກພື້ນອາເມລິກາລາຕິນ ໂດຍຜ່ານການເຂົ້າຮ່ວມຢ່າງຕັ້ງໜ້າໃນເວທີປະໄສ ຊາວໂປໂລ ຄັ້ງທີ 24 ທີ່ຈັດຂຶ້ນຢູ່ປະເທດກູບາ, ເວທີປາໄສ “ບັນດາພັກການເມືອງ ແລະ ສັງຄົມໃໝ່” ຄັ້ງທີ 22 ທີ່ຈັດຂຶ້ນຢູ່ປະເທດເມັກຊິກ, ແລະ ການປະຊຸມສຳມະນາສາກົນຫຼາຍຄັ້ງຂອງບັນດາພັກກອມມູນິດແລະກຳມະກອນ ທີ່ໄດ້ຈັດຂຶ້ນເປັນໄລຍະໃນຫຼາຍປະເທດ. ກຽດສັກສີ, ຖານະບົດບາດ ແລະ ຄວາມໜ້າເຊື່ອຖືຂອງພັກກອມມູນິດຫວຽດນາມທີ່ມີຕໍ່ບັນດາພັກການເມືອງນັ້ນ ນັບມື້ນັບໄດ້ຍົກສູງຂຶ້ນ, ຈາກນັ້ນໄດ້ດຶງດູດເອົາການສະໜັບສະໜູນທີ່ນັບມື້ນັບກວ້າງຂວາງ ຈາກພັກການເມືອງຕ່າງໆ ຕໍ່ແຜນນະໂຍບາຍແລະທັດສະນະຂອງຫວຽດນາມກ່ຽວກັບຫຼາຍບັນຫາ. ການເຄື່ອນໄຫວຂອງພັກກອມມູນິດຫວຽດນາມໃນບັນດາເວທີປາໄສພະຫຸພາຄີພັກການເມືອງ ກໍ່ໄດ້ປະກອບສ່ວນເຮັດໃຫ້ເພື່ອນມິດສາກົນເຂົ້າໃຈຢ່າງຖືກຕ້ອງແລະເລິກເຊິ່ງກວ່າອີກ ກ່ຽວກັບພາລະກິດການປ່ຽນແປງໃໝ່, ກ່ຽວກັບພັກກອມມູນິດຫວຽກນາມແລະປະເທດຫວຽດນາມ, ຜ່ານນັ້ນ ຍາດແຍ່ງເອົາການສະໜັບສະໜູນນັບມື້ນັບກວ້າງຂວາງຂອງພັກຕ່າງໆ ຕໍ່ບັນດາບັນຫາກ່ຽວກັບຜົນປະໂຫຍດຂອງຊາດ-ປະເທດຫວຽດນາມ.
ທິດທາງ, ໜ້າທີ່ວຽກງານການພົວພັນຕ່າງປະເທດທາງພັກໃນເວລາຕໍ່ໜ້າ
ໃນຊຸມປີທີ່ຈະມາເຖິງນີ້, ສະພາບການໂລກຈະສືບຕໍ່ມີການຜັນແປຢ່າງໄວວາ, ຄາດເດົາຍາກ; ສະຖານະການການເມືອງ-ຄວາມໝັ້ນຄົງຂອງໂລກ, ພາກພື້ນ ອາດຈະມີບັນດາປັດໃຈທີ່ສັບສົນ. ການແຂ່ງຂັນຍຸດທະສາດລະຫວ່າງບັນດາປະເທດໃຫຍ່ ຈະນັບມື້ນັບຮຸນແຮງຂຶ້ນ; ທ່າອຽງຫຼາຍຂົ້ວ, ຫຼາຍສູນຈະສືບຕໍ່ໄດ້ຮັບການສົ່ງເສີມ. ສັນຕິພາບ, ການຮ່ວມມື ແລະ ການພັດທະນາຍັງຄົງເປັນຄວາມຕ້ອງການທີ່ຍິ່ງໃຫຍ່ຂອງບັນດາປະເທດ, ແຕ່ທ່າອຽງໃຊ້ອຳນາດບາດໃຫຍ່, ການບັງຄັບ, ການປົກປ້ອງການຄ້າ, ການຂົ່ມຂູ່ແລະພ້ອມທີ່ຈະໃຊ້ກຳລັງແຮງໃນການພົວພັນສາກົນ ຈະມີທ່າອຽງທີ່ຈະເພີ່ມຂຶ້ນ, ທ້າທາຍກົດໝາຍແລະລະບຽບສາກົນ. ຜົນປະໂຫຍດຂອງຊາດ-ປະເທດຊາດ ສືບຕໍ່ໄດ້ຮັບການຍົກສູງຂຶ້ນໃນການພົວພັນສາກົນ. ການເຄື່ອນໄຫວຂອງບັນດາພັກການເມືອງກໍ່ຜັນປ່ຽນຢ່າງສັບສົນ ດ້ວຍຫຼາຍປະກົດການໃໝ່; ການແຂ່ງຂັນລະຫວ່າງພັກການເມືອງຕ່າງໆຢູ່ແຕ່ລະປະເທດກໍ່ຜັນແປຢ່າງເຄັ່ງຮ້ອນ, ສ້າງໃຫ້ມີການປ່ຽນແປງຖານະຢ່າງໄວວາໃນເວທີການເມືອງຂອງປະເທດຕ່າງໆ.
ສະຖານະການຂ້າງເທິງນີ້ໄດ້ພາໃຫ້ເກີດບັນຫາໃໝ່ ຄວາມຕ້ອງການໃໝ່ຫຼາຍຢ່າງ, ເຊິ່ງຮຽກຮ້ອງໃຫ້ວຽກງານພົວພັນຕ່າງປະເທດທາງພັກ ຕ້ອງປັບປ່ຽນຢ່າງໄວ, ເປັນເຈົ້າການເດີນລັດໜ້າ ແລະ ຍາດແຍ່ງຢ່າງສຸດຂີດ ບັນດາກາລະໂອກາດທີ່ອຳນວຍໃຫ້, ຮັບປະກັນຜົນປະໂຫຍດສູງສຸດຂອງຊາດ-ປະເທດ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽມລະພາບ ສຳລັບການພັດທະນາຂອງປະເທດ; ປົກປ້ອງຢ່າງໜັກແໜ້ນຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ; ຍາດແຍ່ງເອົາບັນພະຍາການສາກົນຫຼາຍທີ່ສຸດເພື່ອຮັບໃຊ້ໃຫ້ແກ່ພາລະກິດການພັດທະນາປະເທດ; ຍົກສູງຖານະບົດບາດຂອງພັກ ແລະ ຂອງປະເທດຫວຽດນາມໃນເວທີສາກົນ.
ບົນຈິດໃຈດັ່ງກ່າວ, ວຽກງານພົວພັນຕ່າງປະເທດທາງພັກ ໃນເວລາຕໍ່ໄປນີ້ ຕ້ອງສຸມໃສ່ບັນດາທິດທາງ, ໜ້າທີ່ໃຫຍ່ ລຸ່ມນີ້:
ທີໜຶ່ງ, ຈັດຕັ້ງເປັນຢ່າງດີ ບັນດາການຢ້ຽມຢາມຂອງພັກ, ເປັນຕົ້ນແມ່ນການຢ້ຽມຢາມຂັ້ນສູງ; ເສີມຂະຫຍາຍຢ່າງແຂງແຮງແລະມີປະສິດທິຜົນ ບັນດາກົນໄກ ໂຄງການຮ່ວມມືຕາມຊ່ອງທາງພັກ, ຄືການສຳມະນາທິດສະດີ, ການສົນທະນານະໂຍບາຍ, ການອົບຮົມກໍ່ສ້າງພະນັກງານ,… ເຮັດໃຫ້ການພົວພັນຕ່າງປະເທດຂອງພັກໄປສູ່ລວງເລິກ, ມີປະສິດທິຜົນ, ແທ້ຈິງ, ເປັນຕົ້ນແມ່ນການພົວພັນກັບບັນດາພັກທີ່ກຳອຳນາດຢູ່ບັນດາປະເທດສັງຄົມນິຍົມ ແລະ ປະເທດເພື່ອນບ້ານທີ່ມີຊາຍແດນຮ່ວມກັນ, ປັບປຸງຄວາມເຊື່ອໝັ້ນທາງການເມືອງ, ສ້າງພື້ນຖານການເມືອງອັນໝັ້ນຄົງ, ຮັກສາບົດບາດກຳນົດທິດຍຸດທະສາດໃຫ້ແກ່ການພົວພັນສອງຝ່າຍ; ເສີມຂະຫຍາຍທ່າໄດ້ປຽບຂອງການພົວພັນຕ່າງປະເທດທາງພັກ ເພື່ອເຂົ້າຮ່ວມໃນການແກ້ໄຂບັນດາບັນຫາໃຫຍ່ໃນການພົວພັນສອງຝ່າຍ.
ທີສອງ, ໃຫ້ຄວາມສຳຄັນແກ່ການພົວພັນກັບບັນດາພັກທີ່ກຳອຳນາດ, ບັນດາພັກທີ່ເຂົ້າຮ່ວມການເມືອງ, ພັກທີ່ມີບົດບາດສຳຄັນ ໃນບັນດາປະເທດຄູ່ຮ່ວມມືທີ່ສຳຄັນຂອງຫວຽດນາມ, ໂດຍສະເພາະບັນດາປະເທດຄູ່ຮວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານຂອງຫວຽດນາມ, ປັບປຸງຄວາມເຊື່ອໝັ້ນ, ສ້າງພື້ນຖານການເມືອງໃຫ້ແກ່ການພົວພັນສອງຝ່າຍ ເພື່ອສົ່ງເສີມຂອບການພົວພັນທີ່ໝັ້ນຄົງໃນໄລຍະຍາວ.
ທີສາມ, ເພີ່ມທະວີການພົວພັນຢ່າງແທ້ຈິງກັບບັນດາພັກກອມມູນິດ, ພັກກຳມະກອນ, ບັນດາພັກຝ່າຍຊ້າຍທີ່ມີບົດບາດສຳຄັນພໍສົມຄວນຢູ່ປະເທດຕ່າງໆ ແລະ ໃນຂະບວນການກອມມູນິດແລະກຳມະກອນສາກົນ; ເປັນຈົ້າການແລະຕັ້ງໜ້າເສີມຂະຫຍາຍບົດບາດຢູ່ໃນເວທີປາໄສພະຫຸພາຄີພັກການເມືອງ; ສະເໜີແນະແລະສົ່ງເສີມຄວາມຄິດລິເລີ່ມທີ່ສອດຄ່ອງກັບຜົນປະໂຫຍດຂອງຫວຽດນາມ; ຂົນຂວາຍ, ສ້າງຄວາມສະໜັບສະໜູນຫຼັກໝັ້ນຂອງຫວຽດນາມກ່ຽວກັບບັນດາບັນຫາທີ່ສຳຄັນ, ສ້າງຄວາມສະໜັບສະໜູນສາກົນໄລຍະຍາວທີ່ມີປະສິດທິຜົນ ສຳລັບພັກ, ລັດ ແລະ ປະເທດຫວຽດນາມ.
ທີສີ່, ເພີ່ມທະວີການປະສານງານຢ່າງແໜ້ນແຟ້ນ, ເຂົ້າແກັບເຂົ້າເກຍ, ລຸລົ່ງ ລະຫວ່າງບັນດາການເຄື່ອນໄຫວພົວພັນຕ່າງປະເທດທາງພັກ, ການທູດຂອງລັດ ແລະ ການພົວພັນຕ່າງປະເທດຂອງປະຊາຊົນ; ເພີ່ມທະວີແລະຍົກສູງປະສິດທິຜົນການເຄື່ອນໄຫວພົວພັນຕ່າງປະເທດ ຂອງບັນດາຄະນະພັກ, ຂອງອົງຄະນະພັກແຂວງ, ອົງຄະນະພັກເມືອງ.
ທີຫ້າ, ຍູ້ແຮງການປະສານສົມທົບໃນວຽກງານຄົ້ນຄວ້າ, ພະຍາກອນ, ເປັນຕົ້ນແມ່ນຄົ້ນຄວ້າ, ພະນາກອນຍຸດທະສາດ, ການເປັນທີ່ປຶກສາ, ການສະເໜີແລະປະເມີນຜົນ, ສ້າງຄວາມເປັນເອກະພາບສູງກ່ຽວກັບທັດສະນະແລະວິທີແກ້ໄຂ, ສ້າງພື້ນຖານອັນໝັ້ນຄົງເພື່ອໃຫ້ຜູ້ນຳລະດັບສູງຮັບຮອງຜ່ານແຜນນະໂຍບາຍ, ໂຄງການ, ມາດຕະການ, ນະໂຍບາຍການພົວພັນຕ່າງປະເທດ.
ທີຫົກ, ເພີ່ມທະວີການປະສານສົມທົບໃນການຄຸ້ມຄອງກິດຈະກຳພົວພັນຕ່າງປະເທດ ເພື່ອຮັບປະກັນປະຕິບັດຢ່າງເຂັ້ມງວດແລະມີປະສິດທິຜົນ ກົດລະບຽບການຄຸ້ມຄອງການຕ່າງປະເທດ ຂອງກົມການເມືອງ, ປະກອນສ່ວນເຂົ້າໃນການຍົກສູງຄວາມແທດຈິງ ມີປະສິດທິຜົນ ຂອງການເຄື່ອນໄຫວພົວພັນຕ່າງປະເທດ.
ບັນດາຜົນງານຂອງການພົວພັນຕ່າງປະເທດທາງພັກ ໃນປີ 2018 ມີຄວາມໝາຍສຳຄັນທີ່ສຸດ, ຍ້ອນວ່າປີ 2018 ແມ່ນປີຂ້າມຜ່ານ ເມື່ອກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໄດ້ຜ່ານເຄິ່ງໜຶ່ງຂອງໄລຍະທີ່ວາງໄວ້, ແມ່ນເວລາທີ່ທົ່ວພັກ ທົ່ວປວງຊົນແລະທົ່ວກອງທັບ ກ້າວເຂົ້າສູ່ໄລຍະຂໍກະແຈແຫ່ງການປະຕິບັດບັນດາເປົ້າໝາຍຂອງກອງປະຊຸມໃຫຍ່ຄັ້ງທີ່ XII ຂອງພັກ. ບັນດາຜົນງານທີ່ສຳຄັນນັ້ນ ໄດ້ສ້າງພື້ນຖານໃຫ້ການພົວພັນຕ່າງປະເທດທາງພັກ ພ້ອມກັບການພົວພັນຕ່າງປະເທດຂອງລັດ ແລະ ການພົວພັນຕ່າງປະເທດຂອງປະຊາຊົນ ປະຕິບັດແນວທາງ, ນະໂຍບາຍການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ່ XII ຂອງພັກກອມມູນິດຫວຽດນາມຢ່າງສຳເລັດມີໄຊ./.
ໂດຍ ຮ່ວາງບິ່ງກວັນ
ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ