ວັນອັງຄານ, 22/10/2019
ບັນດາປັດໄຈທີ່ຕ້ອງຄຳນຶງເຖິງ ໃນການວາງກຳນົດແລະປະຕິບັດ ນະໂຍບາຍການຕ່າງປະເທດຂອງຫວຽດນາມ ໃນສະໄໝແຫ່ງການເຊື່ອມໂຍງສາກົນ
13/8/2019 11:44' ສົ່ງ ພິມ
ເລຂາທິການໃຫຍ່ ຫງວຽນຝູຈ້ອງ, ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ, ປະທານຜູ້ກໍ່ຕັ້ງ WEF ເຄຼົາ ຊະວາບ ແລະບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມ ຖ່າຍຮູບໃນພິທີເປີດກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ (WEF-ASEAN) ເດືອນກັນຍາ 9-2018, ຢູ່ນະຄອນຮ່າໂນ້ຍ. (ພາບ: chinhphu.vn)

ບາງ​ຈຸດ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ

ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແມ່ນ​ກວມ​ລວມບັນດາ​ຍຸດ​ທະ​ສາດ, ການ​ຕັດສິນ ​ແລະ​ການກະທຳ​ຂອງປະ​ເທດໜຶ່ງ ​ທີ່ແນ​ໃສ່​ອົງ​ກອນ​ຕ່າງໆ​ທີ່ຢູ່​ນອກ​ຂອບ​ເຂດ​ລະບົບ​ການ​ເມືອງ​ໃນ​ປະ​ເທດ, ​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ແຕກ​ຕ່າງ​ກັນ​, ສອດ​ຄ່ອງກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ນັ້ນ. ​ເປົ້າ​ໝາຍ​ການ​ກຳ​ນົດທິດ​ດັ້ງ​ເດີມ​ຂອງນະ​ໂຍບາຍ​ການ​ຕ່າງປະ​ເທດ​​ແມ່ນ​ຂະຫຍາຍ​ອິດ​ທິພົນ​ຂອງ​ຊາດ​ໃນ​ການ​ພົວພັນ​ສາກົນ, ນີ້​ແມ່ນ​ຄວາມ​ແຕກ​ຕ່າງ​ລະຫວ່າງນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ນະ​ໂຍບາຍ​​ພາຍ​ໃນ​ຂອງ​ປະ​ເທດ.

​ເຖິງ​ວ່າ​ວິທີ​ສັງ​ເກດ​ຂອງ​ນັກວິທະຍາສາດ​ກ່ຽວ​ກັບນະ​ໂຍບາຍ​ການ​ຕ່າງປະ​ເທດຈະ​ມີ​ຄວາມ​ຫຼາກ​ຫຼາຍ​ກໍ່ຕາມ, ​ແຕ່ພວກ​ເຂົ້າ​ທັງ​ໝົດ​ລ້ວນ​ແຕ່​ຖື​ວ່າ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແມ່ນ​ຍຸດ​ທະ​ສາດ, ​ເປົ້າ​ໝາຍ ​ແລະ​ການ​ກະທຳທີ່​ປະ​ເທດ​ໜຶ່ງ​ປະຕິບັດ​ໃນ​ການ​ພົວພັນ​ກັບປະ​ເທດ​ອື່ນໆ. ຕາມ​ນັ້ນ, ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ປະ​ເທດ​​ແມ່ນ​ກວມ​ລວມບັນດາ​ຍຸດ​ທະ​ສາດ​ແລະນະ​ໂຍບາຍ​ທີ່​ປະ​ເທດ​ໃຊ້​ໃນຂະ​ບວນການ​ປະຕິ​ສຳພັນ​ກັບປະ​ເທດ​ອື່ນ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ການ​ປ້ອງ​ກັນ​ປະ​ເທດ, ​ເສດຖະກິດ, ວັດທະນະທຳ ​ແລະ​ສັງຄົມ ​ເພື່ອ​ບັນລຸ​ເປົ້າ​ໝາຍ​ຕ່າງໆ​ທີ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ (1).

ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ພາກ​ພື້ນ​ຫຼື​ໃນ​ໂລກມັກ​ດຶງ​ດູດ​ຄວາມ​ສົນ​ໃຈ​ຢ່າງ​ເລິກ​ເຊິ່ງຂອງ​ປະຊາ​ຄົມ​ສາກົນ, ​ເພາະນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ປະ​ເທດ​ເຫຼົ່າ​ນີ້​ມີ​ອິດ​ທິພົນ​ແລະ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ເຖິງ​ສັນຕິພາບ​, ​ສະຖຽນ​ລະ​ພາບ​ແລະ​ຄວາມ​ປອດ​ໄພ​ໃນ​ພາກ​ພື້ນ, ກໍ່​ຄື​ໃນ​ໂລກ. ​ໃນ​ຍຸກ​ແຫ່ງ​ໂລກາ​ພິວັດ​ແລະ​ເຊື່ອມ​ໂຍງ​ສາກົນ​ໃນ​ປະຈຸ​ບັນ, ບັນດາ​ນະ​ໂຍບາຍ​ພາຍ​ໃນ, ຫຼື​ບັນດາ​ປັດ​ໄຈ​ການ​ເມືອງ​ພາຍ​ໃນ ກໍ່​ມີ​ຜົນ​ກະທົບ​ນັບ​ມື້ນັບ​ເພີ່ມ​ຂຶ້ນ​ໃນ​ການ​ພົວພັນ​ລະຫວ່າງປະ​ເທດ ​ແລະ​ກະທົບ​ເຖິງການວາງ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ. ນະ​ໂຍບາຍ​ການ​ຕ່າງປະ​ເທດມັກ​ຖືກ​ຖື​ວ່າ​ເປັນ “​ແຂນ​ຂະຫຍາຍ” ຂອງ​ນະ​ໂຍບາຍ​ພາຍ​ໃນ, ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປ້ອງ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ບັນລຸ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ທາງ​ເສດຖະກິດ, ຫຼືປົກ​ປ້ອງ​ແລະ​ເພີ່ມ​ຜົນ​ປະ​ໂຫຍ​ດຂອງ​ຊາດ​ໂດຍ​ທົ່ວ​ໄປ, ​ໂດຍ​ຜ່ານ​ເສັ້ນທາງ​ຕ່າງໆ​ເຊັ່ນ ການ​ຮ່ວມ​ມື, ການ​ແຂ່ງຂັນຊ່ວງ​ຊີງ, ການ​ປະ​ທະ​ກັນ, ຊ້ຳ​ບໍ່​ໜຳຍັງ​ອາດ​ຈະ​ໃຊ້​ສົງຄາມ.

ຮູບ​ແບບຂອງ​ບັນດາ​ປັດ​ໄຈ​ທີ່​ຕ້ອງ​ພິຈາລະນາ​ໃນ​ການວາງກຳນົດນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ຫວຽດນາມ

ການວາງກຳນົດນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ປະ​ເທດ​ໜຶ່ງ​ແມ່ນ​ຂະ​ບວນວິວັດ​ທີ່​ສັບສົນ, ຮຽກຮ້ອງໃຫ້​ບັນດາ​ອົງການວາງ​ແຜນ​ນະ​ໂຍບາຍ​ຕ້ອງພິຈາລະນາ​ແລະ​ຊັ່ງຊາຫຼາຍປັດ​ໄຈພ້ອມ​ກັນ​ຈາກ​ທັງ​ພາຍ​ໃນ​ແລະ​ພາຍ​ນອກ, ​ເໝາະ​ສົມ​ກັບ​ແຕ່​ລະກາ​ລະ​ເວລາ. ​ແຕ່ລະ​ປະ​ເທດ​ທີ່​ມີ​ສະ​ຖາ​ບັນ​ທາງ​ການ​ເມືອງ​ຕ່າງ​ກັນ​ຈະ​ມີ​ວິທີ​ການ​ສ້າງ​ເຄື່ອງ​ມື​ໃນ​ການວາງນະ​ໂຍບາຍ​ການ​ຕ່າງປະ​ເທດທີ່​ຕ່າງ​ກັນ. ​ເບິ່ງ​ລວມ, ບັນດາ​ປັດ​ໄຈ​ຫຼັກ​ທີ່​ຕັດສິນນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ປະ​ເທດ​ໜຶ່ງ​ນັ້ນ​ປະກອບ​ດ້ວຍ: ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ, ທ່າ​ແລະ​ພະລັງ​ຂອງ​ຊາດ​ໃນ​ເວທີ​ສາກົນ, ສະຖານະ​ການ​ໂລກ​ແລະ​ພາກ​ພື້ນ.

​ໃນ​​ໄລຍະ​ເວລາ​ທີ່​ການ​ເຊື່ອມ​ໂຍງທົ່ວ​ໂລກ​ພວມ​ເກີດ​ຂຶ້ນ​ຢ່າງ​ແຂງ​ແຮງ​ຄື​ປະຈຸ​ບັນ, ການ​ພິຈາລະນາ ວາງກຳ​ນົດນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ຫວຽດນາມ​ກໍ່​ບໍ່​ຢູ່​ນອກ​ເໜືອ​ປັດ​ໄຈ​ເຫຼົ່າ​ນັ້ນ.

ທີ​ໜຶ່ງ, ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ. ການ​ຮັບ​ໃຊ້ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດກາຍ​ເປັນ​ຫຼັກການ​ສູງ​ສຸດສຳ​ລັບ​ທຸກນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ​ການ​ເຄື່ອ​ນໄຫວພົວພັນ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ​ຫວຽດນາມ. ຜົນ​ປະ​ໂຫຍ​ດຂອງ​ຊາດ​ແມ່ນ​ເຂັມທິດ, ​ແມ່ນ​ຫຼັກການ​ຊີ້​ນຳ​ການວາງນະ​ໂຍບາຍ​ການ​ຕ່າງປະ​ເທດ, ​ເພາະສະ​ນັ້ນ, ທຸກນະ​ໂຍບາຍ​ແລະການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດຂອງ​ຫວຽດນາມ​ແມ່ນ​ຕ້ອງ​ຄຳນຶງ​​ເຖິງ​ແລະ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຊາດ-ປະ​ເທດ.

​ແນວທາງ​ການ​ຕ່າງປະ​ເທດ​ໃໝ່ທີ່​ພັກ​ກອມ​ມູນິດ​ຫວຽດນາມນຳ​ສະ​ເໜີ​ໃນ​ປີ 1986, ​ໄດ້​ຮັບ​ການ​ປັບປຸງ​ແລະ​ບູລະນະ​ຢ່າງ​ຕໍ່​ເນື່ອງ​ໃນ​ບັນດາ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ ຊຶ່ງ​ໃນ​ນັ້ນ​ໄດ້​ຢືນຢັນ​ບົດບາດ​ທີ່​ສຳຄັນ​ທີ່​ສຸດ​ຂອງຜົນ​ປະ​ໂຫຍ​ດຂອງ​ຊາດ​ໃນນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ຫວຽດນາມ. ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 3 ສະ​ໄໝ​ທີ VII (​ເດືອນ​ມິຖຸນາ 1992) ​ໄດ້​ຢືນຢັນ​ວ່າ ​ເປົ້າ​ໝາຍ “ສັນຕິພາບ​ແລະ​ການ​ພັດທະນາ” ກາຍ​ເປັນ​ມາດຕະຖານ​ໃນ​ການ​ເຄື່ອນ​ໄຫວພົວພັນຕ່າງປະ​ເທດ​ຂອງ​ຫວຽດນາມ, ຮັບ​ໃຊ້​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ຊາດ​ແມ່ນ “ອອກ​ຈາກ​ວິ​ກິດ​ການ​ຢ່າງ​ໄວວາ, ຮັກສາ​​ແລະເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ທາງ​ການ​ເມືອງ, ພັດທະນາ​ເສດຖະກິດ-ສັງຄົມ, ​ເຮັດ​ໃຫ້​ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປົກ​ປັກ​ຮັກສາ​ເອກະລາດ​ແລະ​ອິດ​ສະລະ​ພາບ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ”(2). ບົນ​ພື້ນຖານ​ຈິດ​ໃຈ​ນັ້ນ, “ວຽກ​ງານ​ການ​ຕ່າງປະ​ເທດ​ຕ້ອງ​ຮັບ​ໃຊ້ຜົນ​ປະ​ໂຫຍ​ດດັ່ງກ່າວ​ຂອງ​ຊາດ..., ​ແລະ​ຖື​ຜົນ​ປະ​ໂຫຍ​ດຂອງ​ຊາດສູງ​ສຸດ​ແລະ​ສັກສິດ​ທີ່​ສຸດ”(3). ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 8 ສະ​ໄໝ​ທີ IX (​ເດືອນ​ກໍລະກົດ 2003) ສືບ​ຕໍ່​ຢືນຢັນ: “ຢຶດໝັ້ນ​​ເປົ້າ​ໝາຍ​ເອກະລາດ​ແຫ່ງ​ຊາດຕິ​ດກັບ​ລັດທິ​ສັງຄົມ​ນິຍົມ, ຖື​ເອົາ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ​ເສດຖະກິດ-ສັງຄົມ, ປະຕິບັດ​ການ​ຫັນ​ເປັນ​ອຸດສາຫະກຳ​ທັນ​ສະ​ໄໝ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແມ່ນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ປະ​ເທດ​ຊາດ”(4). ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ (ປີ 2011) ຢືນຢັນ​ເປົ້າ​ໝາຍ​ຂອງວຽກ​ງານ​ການ​ຕ່າງປະ​ເທດ​ຫວຽດນາມ​ໃນ​ສະ​ໄໝ​ໃໝ່​ແມ່ນ “ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ຂອງ​ປະ​ເທດ” ​ແລະ “​ເພື່ອ​ປະ​ເທດ​ຫວຽດນາມ​ສັງຄົມ​ນິຍົມທີ່​ຮັ່ງມີ​ເຂັ້ມ​ແຂງ”(5). ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ໄດ້​ເວົ້າ​ແຈ້ງ​ກວ່າ​ອີກ​ແລະ​ໃນ​ລະດັບ​ສູງ​ສຸດ​ກ່ຽວ​ກັບ​ເປົ້າ​ໝາຍ​ຂອງ​ການ​ຕ່າງປະ​ເທດ, ນັ້ນ​ແມ່ນ “ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ຊາດ-ປະ​ເທດ, ບົນ​ພື້ນຖານ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ, ສະ​ເໝີ​ພາບ​ແລະ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ”(6). ດັ່ງ​ນັ້ນ, ຜົນ​ປະ​ໂຫຍ​ດຂອງ​ຊາດຍາມ​ໃ​ດກໍ່​ມີ​ບົດບາດ​ໃຈກາງ​ໃນ​ການກຳນົດ​ແນວທາງ​ການ​ຕ່າງປະ​ເທດ, ວາງ​ກຳນົດ​ແລະ​ຜັນ​ຂະ​ຫຍາ​ຍນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ພັກ​ແລະ​ລັດ​ຫວຽດນາມ.

ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ຫວຽດນາມ​ໃນ​ການ​ຕ່າງປະ​ເທດປະກອບ​ດ້ວຍ​ສອງ​ກຸ່ມ: ກຸ່ມ​ຜົນ​ປະ​ໂຫຍ​ດ​ແຫ່ງ​ການ​ຢູ່​ລອດ ​ແລະ ກຸ່ມຜົນ​ປະ​ໂຫຍ​ດການ​ພັດທະນາ. ກຸ່ມ​ຜົນ​ປະ​ໂຫຍ​ດ​ແຫ່ງ​ການ​ຢູ່ລອດ​ປະກອບ​ດ້ວຍການ​ຮັກສາ​ອະທິປະ​ໄຕ, ເອກະ​ພາບ​ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ຂອງ​ປະ​ເທດຊາດ; ຮັກສາ​ສັນຕິພາບ​ກັບ​ພາຍ​ນອກ, ຮັບປະກັນ​ຄວາມ​ໝັ້ນຄົງ​ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ພາຍ​ໃນ; ຮັບປະກັນ​ຊີວິດ​ທີ່​ມີ​ຄວາມ​ປອດ​ໄພຂອງ​ປະຊາຊົນ; ຮັບປະກັນຄວາມ​ໝັ້ນຄົງ​ດ້ານ​ເສດຖະກິດ​ແຫ່ງ​ຊາດ; ຮັກສາ​ເອກະລັກ​ປະຈຳ​ຊາດ. ກຸ່ມຜົນ​ປະ​ໂຫຍ​ດການ​ພັດທະນາປະກອບ​ດ້ວຍ ​​ການຍົກ​ສູງຢ່າງບໍ່​ຢຸດຢັ້ງ​ຄວາມ​ສາມາດ​ຮັກສາອະທິປະ​ໄຕ, ​ເອກະ​ພາບ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົຍ​ຖ້ວນ​ຂອງ​ປະ​ເທດ​ຊາດ; ການ​ຍົກ​ສູງ​ຢ່າງ​ບໍ່​ຢຸດ​ຢັ້ງ​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນ; ​ເປີດ​ກວ້າງ​ເທສະ​ການ​ພັດທະນາ; ​ເສີມ​ຂະຫຍາຍ​ເອກະລັກ​ປະຈຳ​ຊາດ; ​ເສີມ​ຂະຫຍາຍ​ຖານະ​ແລະ​ບົດບາດ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ(7). ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ​ຫວຽດນາມ​ໃນ​ໄລຍະ​ປະຈຸ​ບັນ​ແມ່ນ ຮັບປະກັນ​ສະພາບ​ແວດ​ລ້ອມ​ສາກົນ​ທີ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ, ຍາດ​ແຍ່ງ​​ເອົາ​ແຫຼ່ງພະລັງ​ຈາກ​ພາຍ​ນອກ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ, ຮັບ​ໃຊ້​ກິດຈະການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ. ນະ​ໂຍບາຍ​ການ​ຕ່າງປະ​ເທດ​ແລະ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ໃນ​ເວລາ​ສະ​ເພາະ​ໜ້າ​ຕ້ອງ​ຮັບ​ໃຊ້ຜົນ​ປະ​ໂຫຍດ​ຂອງ​ຊາດ​ໃນ​ການ​ພົວພັນ​ສາກົນຢ່າງ​ມີ​ປະສິດທິ​ຜົນກວ່າ​ອີກ.

ທີ​ສອງ, ທ່າ​ແລະ​ພະລັງ​ຂອງ​ຊາດ​ໃນ​ເວທີ​ສາກົນ. ​ໃນ​ຂະ​ບວນການວາງ​ກຳນົດນະ​ໂຍບາຍ​ການ​ຕ່າງປະ​ເທດ, ທຸກ​ປະ​ເທດ​ໃນ​ໂລກ​ລ້ວນ​ແຕ່​ໄດ້​ຊັ່ງຊາ​ແລະ​ພິຈາລະນາ​ເຖິງ​ປັດ​ໄຈທ່າ​ແລະ​ພະລັງ​ຂອງ​ຊາດ​ຕົນ. ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໄດ້​ກໍ່ສ້າງ​ຂຶ້ນ​ບົນ​ພື້ນຖານ​ສອດຄ່ອງກັບ​ຜົນ​ປະ​ໂຫຍ​ດຂອງ​ຊາດ ​ແລະ​ຕ້ອງ​ເໝາະ​ສົມ​ກັບ​ຖານະ​ບົດບາດ​ແລະ​ກຳລັງ​ແຮງ​ສັງ​ລວມຂອງ​ປະ​ເທດ.

ພິຈາລະນາ​ທ່າ​ແລະ​ພະລັງ​ຂອງ​ຊາດ​ແມ່ນ​ຄວາມ​ຈຳ​ເປັນ​ໃນ​ເມື່ອ​ວາງ​ກຳນົດນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ຫວຽດນາມ​ໃນ​ບັນດາ​ໄລຍະ​ປະຫວັດສາດ​ທີ່​ແນ່ນອນ. ​ໃນ​ໄລຍະ​ທີ່​ຕ່າງ​ກັນ, ຖານະ​ຕຳ​ແໜ່​ງ​ແລະ​ບົດບາດ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກຈະ​ຕ່າງ​ກັນ, ດັ່ງ​ນັ້ນ, ການວາງ​ກຳນົດ​ແລະ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ຫວຽດນາມ​ກໍ່​ຈະ​ຕ່າງ​ກັນ.

ອາດ​ຈະ​ເຫັນ​ໄດ້​ວ່າ, ພາຍຫຼັງ​ສາມ​ສິບ​ກວ່າ​ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ແນວທາງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມປະຈຸ​ບັນ​ມີ​ບົດບາດ​ທີ່​ຕັ້ງໜ້າ, ມີ​ຖານະ​ຕຳ​ແໜ່​ງ​ເພີ່ມ​ຂຶ້ນ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ. ຫວຽດນາມ​ແມ່ນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ, ມີ​ສ່ວນ​ປະກອບ​ທາງ​ບວກ​ຫຼາຍ​ຢ່າງ​ໃນ​ອົງການ​ຈັດ​ຕັ້ງ​ສາກົນ, ພາກ​ພື້ນ, ລະຫວ່າງ​ພາກ​ພື້ນ ​ແລະ​ທົ່ວ​ໂລກ. ຖານະ​ຕຳ​ແໜ່​ງຂອງ​ຊາດ​ໄດ້​ຮັບ​ການປັບປຸງ​ຈະອຳນວຍ​ຄວາມ​ສະດວກ​ໃຫ້​ຫວຽດນາມສືບ​ຕໍ່​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ປະຕິບັດນະ​ໂຍບາຍ​ການ​ຕ່າງປະ​ເທດທີ່​ເປີດ​ກວ້າງ ​ແລະການ​ພົວພັນ​ສາກົນ​ທີ່​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ກ້ຳ​ຫຼາຍ​ຝ່າຍ.

ຄຽງ​ຄູ່​ກັບ​ຖານະ​ຕຳ​ແໜ່​ງຂອງ​ຊາດ, ພະລັງທີ່​ແທ້​ຈິງ ​ຫຼື​ກຳລັງ​ແຮງ​ສັງ​ລວມຂອງ​ຊາດກໍ່​ແມ່ນ​ປັດໃຈ​ສຳຄັນ​ໜຶ່ງ​ທີ່​ຕ້ອງ​ຄຳນຶງ​ເຖິງ​ໃນ​ເມື່ອ​ວາງ​ກຳນົດນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ຫວຽດນາມ​ໃນ​ສະ​ໄໝ​ໃໝ່. ປະທານ​ໂຮ່ຈີ​ມິນ​ເຄີຍ​ເວົ້າ​ວ່າ: “ພະລັງ​ທີ່​ແທ້​ຈິງ​ແມ່ງຄ້ອງ, ການ​ທູດ​ແມ່ນ​ສຽງ; ຄ້ອງ​ໃຫຍ່​ສຽງ​ຂອງ​ມັນຈຶ່ງ​ດັງກ້ອງ”(8). ກຳລັງ​ແຮງ​ຂອງ​ຊາດ​ຫຼື​ກຳລັງ​ແຮງ​ຂອງ​ປະ​ເທດ ​ແມ່ນ​ລວມຍອດ​ບັນດາ​ກຳລັງ​ແຮງ​ແລະ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ດ້ານ​ວັດຖຸ​ແລະ​ຈິດ​ໃຈ​ເຊັ່ນ ກຳລັງ​ແຮງທາງ​ເສດຖະກິດ, ການ​ເມືອງ, ການ​ທະຫານ, ວັດທະນະທຳ, ປັນຍາ​ຄວາມ​ຮູ້, ລະບົບ​ແນວ​ຄິດ, ລະບອບ​ການ​ເມືອງ, ​ແນວທາງ, ນະ​ໂຍບາຍ,...(9). ດັ່ງ​ນັ້ນ, ກຳລັງ​ແຮງ​ແຫ່ງ​ຊາດ​ຂອງ​ຫວຽດນາມ​ໃນ​ໄລຍະ​ປະຈຸ​ບັນ​ແມ່ນ ກຳລັງ​ແຮງ​ລວມຍອດ​ຂອງ​ລັດ​ແລະ​ປະຊາຊົນ, ຂອງ​ການ​ນຳພາ​ທີ່​ສະຫຼາດ​ສ່ອງ​ໃສ​ແລະ​ຖືກຕ້ອງ​ຂອງ​ພັກ, ​ແມ່ນ​ກຳລັງ​ແຮງ​ສັງ​ລວມທັງ “ພະລັງ​​ແຂງ” ​ແລະ “ພະລັງ​ອ່ອນ” ຂອງ​ຊາດ, ​ແມ່ນ​ການ​ສົມທົບ​ຢ່າງ​ກົມ​ກ່ຽວ​ຂອງ​ບັນດາ​ປັດ​ໄຈ​ມູນ​ເຊື້ອ​ແລະ​ທັນ​ສະ​ໄໝ, ​ແລະ ຖານະ​ຕຳ​ແໜ່​ງນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ຫວຽດນາມ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ (10). ທ່າ​ແລະພະລັງ​ໃໝ່​ສືບ​ຕໍ່​ອຳນວຍ​ຄວາມ​ສະດວກ​ໃຫ້​ຫວຽດນາມຜັນ​ຂະຫຍາຍນະ​ໂຍບາຍ​ການ​ຕ່າງປະ​ເທດທີ່​ເປີດ​ກວ້າງ, ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ກ້ຳ​ຫຼາຍ​ຝ່າຍ ​ໃນ​ສະ​ໄໝ​ໃໝ່.

ທີ​ສາມ, ສະຖານະ​ການ​ໂລກ​ແລະ​ພາກ​ພື້ນ. ຄຽງ​ຂ້າງ​ບັນດາ​ປັດ​ໄຈ​ພາຍ​ໃນ​ດັ່ງກ່າວ​ເທິງ​ນີ້, ບັນດາ​ປັດ​ໄຈ​ພາຍ​ນອກ​ເຊັ່ນ ສະຖານະ​ການ​ໂລກ​ແລະ​ພາກ​ພື້ນ​ກໍ່​ມີ​ຜົນ​ສະທ້ອນ​ແລະ​ກະທົບ​ຢ່າງ​ແຮງ​ເຖິງຂະ​ບວນການວາງ​ກຳນົດ​ແລະ​ຜັນ​ຂະຫຍາຍນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ທຸກ​ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ​ຫວຽດນາມ. ບໍ່​ມີ​ປະ​ເທດ​ໃດ​ທີ່​ສາມາດ​ດຳລົງ​ຄົງ​ຕົວ​ແລະ​ເຕີບ​ໂຕ​ຢ່າງ​ໂດດດ່ຽວຈາກ​ໂລກ​ພາຍ​ນອກ, ກົງກັນ​ຂ້າມ, ທຸກ​ປະ​ເທດ​ລ້ວນ​ແຕ່​ຖືກ​ການ​ກະທົບ​ໂດຍ​ກົງ​ຫຼື​ໂດຍ​ທາງ​ອ້ອມຈາກ​ບັນດາ​ປັດ​ໄຈ​ພາຍ​ນອກ ​ແລະ​ສະພາບ​ແວດ​ລ້ອມ. ​ໃນ​ຍຸກ​ແຫ່ງ​ໂລກາ​ພິວັດ​ແລະ​ການ​ເຊື່ອມ​ໂຍງ​ສາກົນ​ເກີດ​ຂຶ້ນ​ຢ່າງ​ແຂງ​ແຮງ​ຄື​ປະຈຸ​ບັນ, ການ​ເຊື່ອມ​ຕໍ່​ລະຫວ່າງ​ປະ​ເທດ​ນັບ​ມື້​ນັບ​ແໜ້ນ​ແຟ້ນ, ການ​ຮ່ວມ​ມື​ເພີ່ມ​ຂຶ້ນ, ການ​ຂຶ້ນ​ຕໍ່​ຊຶ່ງ​ກັນ​ແລະ​ກັນ​ລະຫວ່າງ​ບັນດາ​ປະ​ເທດ​ນັບ​ມື້​ນັບ​ເລິກ​ເຊິ່ງ.

ສະຖານະ​ການ​ໂລກ​ແລະ​ພາກ​ພື້ນ​ໃນ​ໄລຍະ​​ປະຈຸ​ບັນມີ​ບາງ​ຈຸດ​ພິ​ເສດ​ທີ່​ພົ້ນ​ເດັ່ນ​ດັ່ງ​ນີ້:

1- ກ່ຽວ​ກັບ​ການຈັດ​ແບ່ງ​ອຳນາດ​ໃນ​ໂລກ: ບັນດາ​ປະ​ເທດ​ມະຫາ​ອຳນາດ​ແມ່ນ​ບັນດາ​ສູນ​ກາງ​ອຳນາດ​ຂອງ​ໂລກ, “ສະໜາມ​ຫຼິ້ນ” ການ​ເມືອງ​ສາກົນ​ຖືກ​ການ​ແຊກ​ຄຸມ​ຂອງ​ບັນດາ​ສູນ​ກາງ​ອຳນາດ​ນີ້. ການຈັດ​ແບ່ງ​ອຳນາດ​ໃນ​ໂລກ​ໄດ້​ມີ​ການ​ຫັນປ່ຽນ​ແລະ​ສືບ​ຕໍ່​ມີ​ການ​ຫັນປ່ຽນ​ທີ່​ສຳຄັນ. ປະ​ເທດ​ອາ​ເມ​ລິ​ກາ​ເຖິງ​ວ່າ​ຍັງ​ມີ​ກຳລັງ​ແຮງທີ່​ເໜືອກ​ວ່າ, ​ແຕ່​ກຳລັງ​ແຮງ​ທຽບ​ຖານ​ຂອງ​ອາ​ເມ​ລິ​ກາຢູ່​ໃນ​ໂລກພວມຕົກ​ຕ່ຳ. ການ​ຟື້ນ​ຟູ​ຢ່າງ​ໄວວາ​ຂອງ​ລັດ​ເຊຍ, ການ​ຟື້ນ​ຕົວລຸກ​ຂຶ້ນຢ່າງ​ແຂງ​ແຮງ​ຂອງ​ຈີນ, ບົດບາດ​ແລະ​ຖານະ​ຕຳ​ແໜ່​ງນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດຢູ່​ພາກ​ພື້ນ​ອື່ນ​ຄື ອິນ​ເດຍ, ບຣາຊິນ, ອາ​ຟຣິກກາ​ໃຕ້... ​ເຮັດ​ໃຫ້​ຊ່ອງຫວ່າງ​ທາງ​ອຳ​ນາດ​ລະຫວ່າງ​ປະ​ເທດ​ເຫຼົ່ນີ້​ກັບ​ອາ​ເມ​ລິ​ກາ​ແຄບ​ລົງ.

2- ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່: ​ໃນ​ໄລຍະ​ປະຈຸ​ບັນ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ​ທັງ​ຮ່ວມ​ມື​ກັນ ທັງ​​ແຂ່ງຂັນ​ຊ່ວງ​ຊີ​ງກັນ​ຢ່າງ​ຮຸນ​ແຮງ. ການ​ຕໍ່ສູ້​ເພື່ອອຳນາດ​ແລະ​ອິດ​ທິພົນ​ລະຫວ່າງບັນດາ​ປະ​ເທດ​ໃຫຍ່ນັ້ນ​ນັບ​ມື້​ນັບ​ດຸ​ເດືອດ, ຊ້ຳ​ບໍ່​ໜຳ​ຍັງ​ມີ​ການ​ປະ​ເຊີນ​ໜ້າທີ່​ເຄັ່ງ​ຕຶງ, ​ເຮັດ​ໃຫ້ການ​ພົວພັນ​ສາກົນ​ນັບ​ມື້​ນັບ​ສັບສົນ​ແລະ​ບໍ່​ສາມາດຄາດ​ເດົາ​ໄດ້. ການ​ພົວພັນ​ລະຫວ່າງ​ລັດ​ເຊຍ​ກັບ​ອາ​ເມ​ລິ​ກາ​ແລະ​ຝ່າຍ​ຕາ​ເວັນ​ຕົກ​ເຖິງ​ວ່າ​ຍັງ​ມີ​ການ​ຮ່ວມ​ມື​ກໍ່ຕາມ ​ແຕ່​ກໍ່​ຖືກ​ຈຳກັດ​ແລະ​ໃນ​ສະພາບ “ນ້ຳກ້ອນ​ຍັງ​ບໍ່​ທັນ​ລະລາຍ”, ຍັງ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັນ​ຢ່າງ​ເຄັ່ງ​ຕຶງ. ​ໃນ “ສາມຫຼ່ຽມ​ອຳນາດ” ອາ​ເມ​ລິ​ກາ - ຈີນ - ລັດ​ເຊຍນັ້ນ ພວມ​ເຫັນ​ມີ​ການ​ຫຍັບ​ເຂົ້າ​ຫາ​ກັນລະຫວ່າງ​ຄູ່​ການ​ພົວພັນລັດ​ເຊຍ - ຈີນ ​ແຕ່​ຍັງ​ບໍ່​ທັນ​ເຖິງ​ຈຸດ​ທີ່​ສ້າງ​ຄວາມ​ສຳພັນ​ພັນທະ​ມິດ ​ເພື່ອ​ພ້ອມ​ກັນ​ຕໍ່ສູ້​ກັບ​ແຮງ​ກົດ​ດັນ​ຈາກ​ອາ​ເມ​ລິ​ກາ​ແລະ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ. ການ​ພົວພັນ​ລະຫວ່າງ​ຈີ​ນກັບອາ​ເມ​ລິ​ກາ​ແລະ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ສືບ​ຕໍ່​ທ່າ​ອຽງ​ທັງຮ່ວມ​ມືທັງ​ແຂ່ງຂັນຊ່ວງ​ຊີງກັນ​ຢ່າງ​ຮຸນ​ແຮງ, ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ເສດຖະກິດ-ການ​ຄ້າ. ​ໃນ​ຂະນະ​ນັ້ນ, ບັນດາ​ປະ​ເທດ​ມະຫາ​ອຳນາດ​ອື່ນ​ຄື ຍີ່ປຸ່ນ​ແລະ​ອິນ​ເດຍ ​ເຊິ່ງບໍ່​ຕ້ອງການ​ຖືກ​ກວາດ​ເຂົ້າ​ໄປ​ໃນ​ການ​ປະ​ເຊີນ​ໜ້າລະຫວ່າງລັດ​ເຊຍ-ຕາ​ເວັນ​ຕົກ, ​ໄດ້ພະຍາຍາມ​ຊອກ​ຫາມາດ​ຕະການ​ເພື່ອ​ຊຸກຍູ້​ການ​ພົວພັນ​ກັບ​ທັງ​ສອງ​ຝ່າຍ.

3- ກ່ຽວ​ກັບ​ທ່າ​ອ່ຽງທີ່​ສຳຄັນ​ຂອງ​ໂລກ​ຍຸດ​ປະຈຸ​ບັນ: ວິວັດ​ການ​ໂລກາ​ພິວັດ​ຊຶ່ງ​ກ່ອນ​ອື່ນ​ແມ່ນ​ໂລກາ​ພິວັດ​ທາງ​ດ້ານ​ເສດ​ຖະກິດພວມ​ເກີດ​ຂຶ້ນ​ຢ່າງ​ແຂງ​ແຮງ, ​ແມ່ນ​ທ່າ​ອ່ຽງ​ໃຫຍ່​ທີ່​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ທຸກ​ພາກ​ພື້ນ​ແລະ​ທຸກ​ປະ​ເທດ​ໃນ​ໂລກ. ຄຽງ​ຂ້າງ​ວິວັດ​ການ​ໂລກາ​ພິວັດນັ້ນ, ການ​ປະຕິວັດ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ​ໃນ​ໂລກ​ໄດ້​ພັດທະນາ​ຢ່າງ​ໄວວາ, ປັນຍາ​ຄວາມ​ຮູ້​ມີ​ບົດບາດ​ນັບ​ມື້​ນັບ​ສຳຄັນ​ໃນ​ເສດຖະກິດ​ທົ່ວ​ໂລກ. ການ​ຂະຫຍາຍຕົວ​ຂອງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ​ໄດ້ປ່ຽນ​ແປງ​ທ່າ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ​ຂອງບັນດາ​ພື້ນຖານ​ເສດຖະກິດ​ໃນ​ໂລກ, ​ເຮັດ​ໃຫ້​ເສດຖະກິດ​ພູມ​ປັນຍາ​ປະກົດ​ຕົວ​ຂຶ້ນ. ຄວາມ​ກ້າວໜ້າ​ຢ່າງ​ໃຫຍ່​ຫຼວງ​ແລະ​ໄວວາ​ຂອງວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ກຳລັງ​ເປີດ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່, ນຳ​ການ​ພັດທະນາ​ຂອງ​ສັງຄົມ​ມະນຸດ​ຂຶ້ນ​ສູ່​ລະດັບ​ໃໝ່. ນອກຈາກ​ນັ້ນ, ບົດບາດ​ຂອງ​ກົດໝາຍ​ແລະບັນດາ​ມາດຕະຖານ​ສາກົນກໍ່​ມີ​ທ່າ​ງອ່ຽງນັບ​ມື້​ນັບ​ສຳຄັນ​ໃນ​ການ​ພົວພັນ​ສັງຄົມ ​ແລະ ການ​ທີ່ບັນດາ​ປະ​ເທດ​ເຊື່ອມ​ໂຍງ​ສາກົນ​ນັບ​ມື້​ນັບ​ກວ້າງ​ຂວາງ​ເລິກ​ເຊິ່ງນັ້ນ ກໍ່​ໄດ້​ໝາຍ​ເຖິງ​ການ​ປະຕິບັດ​ຕາມ​ມາດຕະຖານແລະ “ຫຼັກ​ເກນ” ທົ່ວ​ໄປ​ໃນພາກ​ພື້ນ​ແລະ​ໃນ​ໂລກ.

​ໃນ​ສະພາບ​ການ​ນັ້ນ, ຫວຽດນາມ​ໃຫ້​ບຸລິມະສິດ​ສູງ​ສຸດ​ແກ່​ການ​ເປີດ​ກວ້າງ​ການພົວພັນ​ເສດຖະກິດ​ກັບ​ຕ່າງປະ​ເທດ, ​ເປີດ​ກວ້າງ​ແລະ​ຂະຫຍາຍ​ຕະຫຼາດ​ຢ່າງ​ຫຼາກ​ຫຼາຍ, ຍາດ​ແຍ່ງ​ເອົາ​ທຶນ​, ບົດຮຽນ​ໃນ​ການ​ຄຸ້ມ​ຄອງ ແລະວິທະຍາສາດ-​ເຕັກ​ໂນ​ໂລ​ຊີຊັ້ນ​ສູງ,... ​ເພື່ອ​ຮັບ​ໃຊ້​ພາລະກິດ​ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ​ທັນ​ສະ​ໄໝ.

​ແນວທາງ, ນະ​ໂຍບາຍ​ການ​ຕ່າງປະ​ເທດຫວຽດນາມ​ໃນ​ປະຈຸ​ບັນ

​ໂດຍສືບ​ທອດ​ບັນດາ​ເນື້ອ​​ໃນ​ອັນ​ພື້ນຖານ​ໃນ​ແນວທາງ​ການ​ຕ່າງປະ​ເທດຂອງ​ບັນດາ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ກ່ອນຂອງ​ພັກ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຂະຫຍາຍ​ແລະ​ມີ​ການ​ເພີ່ມ​ເຕີມ​ທີ່​ສຳຄັນກ່ຽວ​ກັບ​ແນວທາງ​ການ​ຕ່າງປະ​ເທດ​ໃນ​ໄລຍະ​ໃໝ່. ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໜ້າ​ທີ່​ການ​ຕ່າງປະ​ເທດ​ໄດ້​ລະບຸ​ເປັນ​ສ່ວນ​ປະກອບ​ຂອງ​ຫົວ​ຂໍ້​ກອງ​ປະຊຸມ​ໃຫຍ່, ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ຕ່າງປະ​ເທດ​ໃນທັງ​ໝົດ​ແນວທາງ​ການ​ພັດທະນາ​ແລະ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ຊຸມ​ປີ​ຕໍ່​ໄປ. ຄຽງ​ຄູ່​ກັບ​ສີ່​ພາກສ່ວນ​ຄື ການ​ນຳພາ​ແລະ​ກຳລັງ​ແຮງ​ສູ້​ຮົບ​ຂອງ​ພັກ, ກຳລັງ​ແຮງຂອງ​ຊາດ, ການ​ປ່ຽນ​ແປງ​ໃໝ່ ​ແລະ ​ເປົ້າ​ໝາຍ​ກໍ່ສ້າງ​ປະ​ເທດ​ໃນ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XI, ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ໄດ້​ເພີ່ມ​ເຕີມ​ພາກສ່ວນ​ທີ​ຫ້າ​ຄື “ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ, ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ​ແລະສະຖຽນ​ລະ​ພາບ”. ການ​ພັດທະນາ​ໃໝ່​ນີ້​ໄດ້​ຢືນຢັນ​ສອງ​ໜ້າ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ການ​ຕ່າງປະ​ເທດ​ແມ່ນ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ​ ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ; ນະ​ໂຍບາຍ​ແລະ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຂອງ​ຫວຽດນາມ​ໃນ​ໄລຍະ​ໃໝ່​ຈະ​ແນ​ໃສ່​ຜັນ​ຂະຫຍາຍ​ສອງ​ໜ້າ​ທີ່​ດັ່ງກ່າວ.

ກ່ຽວ​ກັບ​ເປົ້າ​ໝາຍ​ຂອງ​ການ​ພົວພັນ​ຕ່າງປະ​ເທດ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຊີ້​ແຈ້ງ “ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ຊາດ-ປະ​ເທດ, ບົນ​ພື້ນຖານ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ, ສະ​ເໝີ​ພາບ ​ແລະ ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ”. ຜ່ານ​ສິ່ງດັ່ງກ່າວ, ພັກ​ຢືນຢັນ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຊາດ​ແມ່ນ​ຄື​ກັນ, ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ-ປະ​ເທດ​ຂອງ​ຫວຽດນາມ​ໄດ້​ກຳນົດ​ບົນ​ພື້ນຖານບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ, ສະ​ເໝີ​ພາບ​ແລະ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ. ພ້ອມ​ກັນ​ນັ້ນ, ການ​ຮັບປະກັນ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ-ປະ​ເທດ​ຕ້ອງ​ແມ່ນ​ຫຼັກການສູງ​ສຸດ​ຂອງ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ທັງ​ໝົດ, ທຸກນະ​ໂຍບາຍ​​ແລະ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດຂອງ​ຫວຽດນາມ​ ​ແມ່ນຕ້ອງ​ຮັບ​ໃຊ້​ເປົ້າ​ໝາຍຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ຊາດ-ປະ​ເທດ.

ກ່ຽວ​ກັບ​ຫຼັກ​ນຳທີ່​ຊີ້​ນຳ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ນັ້ນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ໄດ້​ຊີ້​ແຈ້ງ: “ບົນ​ພື້ນຖານ​ທັງ​ຮ່ວມ​ມື ທັງ​ຕໍ່ສູ້, ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ແນ​ໃສ່​ຮັບ​ໃຊ້​ເປົ້າ​ໝາຍ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ, ຍາດ​ແຍ່ງ​ເອົາ​ແຫຼ່ງພະລັງ​ພາຍ​ນອກ​ຫຼາຍສຸດ ​ເພື່ອ​ພັດທະນາ​ປະ​ເທດ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ”. ຄື​ແນວ​ນັ້ນ​ແມ່ນ, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຢືນຢັນ​ວ່າ ການ​ປະຕິບັດ​ໜ້າ​ທີ່​ພົວພັນ​ຕ່າງປະ​ເທດ​ຕ້ອງອີງບົນ​ພື້ນຖານ​ທັງ​ຮ່ວມ​ມື, ທັງ​ຕໍ່ສູ້, ລະບຸ​ລັກສະນະ​ສອງ​ດ້ານ​ໃນ​ການ​ພົວພັນ​ກັບ​ຄູ່​ຮ່ວມ​ງານ, ກໍ່​ຄື​ໃນ​ການ​ແກ້​ໄຂ​ຈັດການ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ ​ເພື່ອບໍ່​ໃຫ້​ພາດ​ໂອ​ກາດ​ທີ່​ຈະ​ຮ່ວມ​ມື, ພ້ອມ​ກັນ​ນັ້ນ​ກໍ່​ບໍ່ລະ​ເລີຍ, ​ເສຍສະຕິ​ລະວັງ​ຕົວ.

ກ່ຽວ​ກັບ​ທັດສະນະ​ຊີ້​ນຳ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ, ກອງ​ປະຊຸມ​​ໃຫຍ່ຄັ້ງ​ທີ XII ​ໄດ້​ຫັນ​ເປັນ​ລະອຽດ​ທິດ​ທາງ​ການເຊື່ອມ​ໂຍງ​ສາກົນ ດ້ວຍ​ບັນດາ​ທັດສະນະ​ຊີ້​ນຳທີ່ລະອຽດຄື: ທີ​ໜຶ່ງ, ການ​ເຊື່ອມ​ໂຍງ​ສາກົນ​ແມ່ນ​ພາລະກິດ​ຂອງ​ປວງ​ຊົນ​ແລະ​ຂອງ​ລະບົບ​ການ​ເມືອງ​ທັງ​ໝົດ; ທີ​ສອງ, ຍູ້​ແຮງ​ການ​ເຊື່ອມ​ໂຍງ​ສາກົນ​ບົນ​ພື້ນຖານ​ເສີມ​ຂະຫຍາຍ​ສຸດ​ຂີດພະລັງ​ພາຍ​ໃນ, ​ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ແລະ​ຊຸກຍູ້​ຂະບວນວິວັດການຍົກ​ສູງ​ກຳລັງ​ແຮງ​ສັງ​ລວມ ​ແລະຄວາມ​ສາມາດ​ແຂ່ງຂັນຂອງ​ປະ​ເທດ; ທີ​ສາມ, ການ​ເຊື່ອມ​ໂຍງ​ເສດຖະກິດ​ແມ່ນ​ຈຸດ​ໜັກ​ໃຈກາງ, ການ​ເຊື່ອມ​ໂຍງໃນ​ຂົງ​ເຂດ​ອື່ນ​ຕ້ອງ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ເສດຖະກິດ; ທີ​ສີ່, ການ​ເຊື່ອມ​ໂຍງ​ສາກົນ​ແມ່ນຂະ​ບວນວິວັດທີ່​ທັງ​ຮ່ວມ​ມື, ທັງ​ຕໍ່ສູ້, ​ເປັນ​ເຈົ້າ​ການ​ໃນ​ການ​ຄາດ​ຄະ​ເນ, ຈັດການ​ແກ້​ໄຂ​ຢ່າງ​ໄຫວ​ພິບ​ໃນ​ທຸກ​ກໍລະນີ, ບໍ່​ໃຫ້​ຖືກ​ຕົກ​ໃສ່​ໃນ​ທ່າ​ຮັບ, ​ໃນ​ການປະ​ເຊີນ​ໜ້າ ​ແລະ​ເສ​ຍປຽບ.

ກ່ຽວ​ກັບ​ຫຼັກການ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ, ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ທຸກ​ຢ່າງ​ຕ້ອງ​ຮັບປະກັນ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ຊາດ-ປະ​ເທດ; ພ້ອມ​ກັນ​ນັ້ນ ຕ້ອງ​ປະຕິ​ບັດ​ຕາມ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ, ນັບ​ແຕ່​ການ​ກຳນົດ​ທັດສະນະ, ຫຼັກ​ໝັ້ນ​ຂອງ​ພັກ​ແລະ​ລັດຕໍ່​ບັນດາ​ບັນຫາ​ສາກົນ, ກໍ່ສ້າງ​ແລະ​ຜັນ​ຂະຫຍາຍນະ​ໂຍບາຍ​ການ​ຕ່າງປະ​ເທດ ຈົນ​ເຖິງ​ການ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ພົວພັນ​ກັບ​ຄູ່​ຮ່ວມ​ງານ​ຕ່າງປະ​ເທດ.

ສະຫຼຸບ​ລວມ, ​ແນວທາງ, ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ຫວຽດນາມ​ໃນ​ໄລຍະ​ປະຈຸ​ບັນ​ແມ່ນ​ການ​ສືບ​ທອດບັນດາ​ເນື້ອ​ໃນ​ຕົ້ນຕໍ​ຂອງ​ແນວທາງ​ການ​ຕ່າງປະ​ເທດ​ໃນ​ກອງ​ປະຊຸມ​ໃຫຍ່​ກ່ອນ​ໜ້າ​ນີ້, ພ້ອມກັນ​ກັບຂໍ້ເພີ່ມ​ເຕີມ​ແລະພັດທະນາທີ່​ສອດຄ່ອງ​ກັບ​ເງື່ອນ​ໄຂ​ແລະ​ສະພາບ​ການ​ໃໝ່​ໃນ​ປະ​ເທດ, ພາກ​ພື້ນ​ແລະ​ໃນ​ໂລກ. ຂະ​ບວນວິວັດ​ການວາງ​ກຳນົດ​ແລະ​ຜັນ​ຂະຫຍາຍນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ຫວຽດນາມ​ໃນ​ໄລຍະ​ໃໝ່ຕ້ອງ​ຮັບ​ໃຊ້​ໃຫ້​ແກ່​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ຊາດ-ປະ​ເທດ, ປະ​ຕິ​ບັດ​ຕາມ​ບັນດາ​ຫຼັກການ​ອັນ​ພື້ນຖານ​ຂອງ​ກົດໝາຍ​ສາກົນ, ອີງ​ບົນ​ພະລັງ​ທີ່​ແທ້​ຈິງ​ແລະ​ຖານະ​ຕຳ​ແ​ໜ່ງຂອງ​ປະ​ເທດ​ຊາດ, ສອດຄ່ອງ​ກັບ​ສະພາບ​ການ​ແລະ​ທ່າ​ອ່ຽງການ​ພັດທະນາ​ຂອງ​ພາກ​ພື້ນ​ແລະ​ຂອງ​ໂລກ./.

​ໂດຍ ຟ້າ​ມທິທູ​ຢູງ

ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ

-----------------------

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 921 (​ເດືອນ​ກໍລະກົດ 2019).

(1) ດ່າວມິ​ງ​ໂຮ່ງ, ​ເລ​ໂຮ່ງຫຽບ (ບັນນາທິການ​ຫຼັກ): ປຶ້ມ​ຄູ່​ມີ​ຄຳ​ສັບ​ກ່ຽວ​ກັບ​ການ​ພົວພັນ​ສາກົນ, ສພຈ. ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ນະຄອນ​ໂຮ່ຈີ​ມິນ, ນະຄອນ​ໂຮ່ຈີ​ມິນ, 2013, ໜ້າ 53.

(2) ຫງວຽນ​ແມ້ງ​ເກິ່ມ: “ບົນ​ເສັ້ນທາງ​ຜັນ​ຂະຫຍາຍ​ນະ​ໂຍບາຍການ​ຕ່າງປະ​ເທດ​ຕາມ​ທິດ​ທາງ​ໃໝ່”, ​ໃນ​ປຶ້ມການ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ການ​ຕ່າງປະ​ເທດ​ແລະ​ເຊື່ອມ​ໂຍງ​ສາກົນ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2009, ໜ້າ 65.

(3) ​ໂຮ່ງຮ່າ: “ສະພາບ​ການ​ໂລກ​ແລະນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ພວກ​ເຮົາ”, ວາລະສານ​ກອມ​ມູນິດ, ສະບັບ​ອອກ​ເດືອນ​ທັນວາ 1992, ໜ້າ 12.

(4) ຄະນະ​ແນວ​ຄິດ-ວັດທະນະທຳ​ສູນ​ກາງ: ​ເອກະສານ​ເພື່ອ​ຮ່ຳຮຽນ​ມະຕິ​ສູງ​ກາງ​ພັກ​ຄັ້ງ​ທີ 8 ສະ​ໄໝ​ທີ IX, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2003, ໜ້າ 46-47.

(5) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI, ສພຈ. ການ​ເມືອງ​ແຫ່ງ​ຊາດ-ຊື້​ເທິ​ດ, ຮ່າ​ໂນ້ຍ, 2011, ໜ້າ 236.

(6) ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງ​ວ່າການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 153.

(7) ດັ້ງ​ດິ່ງ​ກວູ໋ຍ: “ອະພິປາຍ​ເພີ່ມ​ເຕີມ​ກ່ຽວ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຊາດ​ໃນ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ຫວຽດນາມ​ໃນ​ໄລຍະ​ໃໝ່”, ​ໃນ​ປຶ້ມ​ແນວທາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຫວຽດນາມ​ໃນ​ໄລຍະ​ໃໝ່, ບັນນາທິການ​ຫຼັກ​ໂດຍ ຟ້າ​ມບິ່ງ​ມິ​ງ, ສພຈ. ການ​ເມືອງ​ແຫ່ງ​ຊາດ-ຊື້​ເທິ​ດ, ຮ່າ​ໂນ້ຍ, 2011, ໜ້າ 208-209.

(8) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2009, ​ເຫຼັ້ມ 4, ໜ້າ 126.

(9) ຫງວຽນ​ດຶກ​ຮຸ່ງ: “ສົມທົບ​ກຳລັງ​ແຮງ​ຂອງ​ຊາດ​ແລະ​ກຳລັງ​ແຮງ​ຍຸກ​ສະ​ໄໝ​ໃນ​ສະພາບ​ການ​ໃໝ່”, ​ໃນ​ປຶ້ມ ​ແນວທາງນະ​ໂຍບາຍ​ການ​ຕ່າງປະ​ເທດ​ຫວຽດນາມ​ໃນ​ໄລຍະ​ໃໝ່, ບັນນາທິການ​ຫຼັກ​ໂດຍ ຟ້າ​ມບິ່ງ​ມິ​ງ, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 340.

(10) ຫງວຽນ​ດຶກ​ຮຸ່ງ: “ສົມທົບ​ກຳລັງ​ແຮງ​ຂອງ​ຊາດ​ແລະ​ກຳລັງ​ແຮງ​ຍຸກ​ສະ​ໄໝ​ໃນ​ສະພາບ​ການ​ໃໝ່”, ປຶ້ມ​ທີ່​ໄດ້​ແນະນຳ, ໜ້າ 355-356.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ