ວັນເສົາ, 14/12/2019
ການທູດສາທາລະນະຊົນ ໃນການຜັນຂະຫຍາຍການທູດຫວຽດນາມຢ່າງຮອບດ້ານ
22/10/2019 16:17' ສົ່ງ ພິມ
ບັນດາຜູ້ນຳຂອງພັກແລະລັດຫວຽດນາມ ແລະ ບັນດາຜູ້ແທນ ທີ່ມາຮ່ວມກອງປະຊຸມການທູດຄັ້ງທີ 30 ຖ່າຍຮູບນຳກັນ (ພາບ: TTXVN)

ເນື້ອ​ໃນ​ຂອງການ​ທູດ​ສາທາລະນະ​ຊົນ

ຄຳ​ສັບ “ການ​ທູດ​ສາທາລະນະ​ຊົນ” ປະກົດ​ຕົວ​ຄັ້ງ​ທຳ​ອິດ​ໃນ​ບົດ​ຂຽນ​ກ່ຽວ​ກັບ​ປະທານາທິບໍດີ​ຄົນທີ 14 ຂອງສະຫະລັດ​ອາ​ເມ​ລີ​ກາທ່ານ ​ແຟຣງຄຼິນ ພຽຣ໌ຊ (Franklin Pierce), ທີ່​ລົງ​ໃນ​ໜັງສືພິມ ລອນ​ດອນ ທາມ (ອັງກິດ) ​ເມື່ອ​ເດືອນ​ມັງກອນ​ປີ 1856, ​ໃນ​ນັ້ນ “public diplomacy - ການ​ທູດ​ສາທາລະນະ​ຊົນ” ຖືກ​ສະ​ເໜີ​ໃນ​ຄວາມ​ໝາຍ​ຄ້າຍຄື​ກັນ​ກັບ​ຄຳ​ສັບ “ສີວິ​ໄລ” ​ເມື່​ອຮຽກຮ້ອງ​ໃຫ້​ນັກ​ການ​ທູດ​ອາ​ເມ​ລິ​ກາຕ້ອງ​ມີ​ພຶດຕິ​ກຳ​ທີ່​ດີ​ແລະ​ເປັນ​ແບບຢ່າງ​ໃຫ້​ແກ່​ປະຊາຊົນ​ໃນ​ທົ່ວ​ປະ​ເທດ. ນີ້​ອາດ​ຈະ​ຖືກ​ຖື​ວ່າ​ເປັນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທຳ​ອິດ​ຂອງ​ຄຳ​ສັບ “ການ​ທູດ​ສາທາລະນະ​ຊົນ”.

ຫຼັງ​ຈາກ​ນັ້ນ 100 ກວ່າ​ປີ, ຄືປີ 1965, ​ແອັ​ດມູນ ກູນ​ລຽນ (Edmund Gullion)- ຜູ້ອຳນວຍການ​ວິທະຍາ​ໄລ​ກົດໝາຍ​ລະຫວ່າງ​ປະ​ເທດ​ແລະ​ການ​ທູດ Fletcher ທີ່​ລື​ຊື່​ ສັງກັດ​ມະຫາວິທະຍາ​ໄລ Tufts ຂອງ​ອາ​ເມ​ລິ​ກາ, ​ໄດ້​ນຳ​ສະ​ເໜີ​ແນວ​ຄວາມ​ຄິດ​ທີ່​ຄົບ​ຖ້ວນ​ພໍ​ຄວນ​ກ່ຽວ​ກັບການ​ທູດ​ສາທາລະນະ​ຊົນ, ​ໃນ​ເມື່ອ​ກໍ່​ຕັ້ງ​ສູນການ​ທູດ​ສາທາລະນະ​ຊົນທີ່​ໃສ່​ຊື່ Edward R. Morrow. ຄຳ​ສັບ “ການ​ທູດ​ສາທາລະນະ​ຊົນ” ຂອງ​ນັກ​ການ​ທູດ ແອັ​ດມູນ ກູນ​ລຽນ ​ເວລາ​ນັ້ນ​ກວມ​ລວມການ​ເຄື່ອນ​ໄຫວ​ສື່​ສານ​ທັງ​ໝົດ​ຂອງກົມສື່​ຂ່າວ​ອາ​ເມ​ລິ​ກາ (USIA) ​ແລະ ພາລະ​ບົດບາດ​ແລກປ່ຽນ​ວັດທະນະທຳ​ ​ໂດ​ຍກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລະກາ​ຮັບຜິດຊອບ. ຕາມ​ນັ້ນ, ການ​ທູດ​ສາທາລະນະ​ຊົນ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງກັບຜົນ​ກະທົບ​ຂອງມະຕິ​ຊົນ​ຕໍ່​ຂະ​ບວນການກຳນົດ​​ ແລະ ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ. ການ​ທູດ​ສາທາລະນະ​ຊົນ​ພິຈາລະ​ນາແກ້​ໄຂ​ແງ່​ມູມຕ່າງໆ​ທີ່​ນອກ​ເໜືອ​ຈາກ​ຂອບ​ຂອງ​ການ​ທູດ​ແບບ​ດັ້ງ​ເດີມ; ກຳນົດທິດ​ຫາງ​ສຽງ​ຂອງ​ລັດຖະບານ​ຢູ່​ປະ​ເທດ​ອື່ນ; ການ​ປະຕິ​ສຳພັນ​ລະຫວ່າງ​ກຸ່ມ​ຜົນ​ປະ​ໂຫຍ​ດນອກ​ພາກ​ລັດ​ຂອງ​ປະ​ເທດ​ນີ້ ກັບອີກປະ​ເທດໜຶ່ງ; ​ໂຄສະນາ​ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ​ຜົນ​ກະທົບ​ຂອງ​ມັນ​ຕໍ່​ນະ​ໂຍບາຍ; ສື່​ຂ່າວ, ຕິດ​ຕໍ່​ລະຫວ່າງ​ນັກ​ການ​ທູດ​ແລະສື່​ຕ່າງປະ​ເທດ; ບັນດາ​ຂະ​ບວນການ​ສື່​ຂ່າວ​ແລະພົວພັນ​ແລກປ່ຽນ​ລະຫວ່າງ​ບັນດາ​ພື້ນຖານ​ວັດທະນະທຳ. ຈຸດ​ໜັກ​ໃຈກາງ​ຂອງການ​ທູດ​ສາທາລະນະ​ຊົນ​ແມ່ນ​ກະ​ແສ​ຂໍ້​ມູນ​ແລະ​ແນວ​ຄິດ​ຂ້າມ​ປະ​ເທດ(1). ​ແຕ່​ວ່າ, ພາຍຫຼັງ​ມາ ຄຳ​ສັບ​ນີ້​ໄດ້​ພາ​ໃຫ້​ເກີດ​ການ​ຖົກ​ຖຽງ​ກັນ ​ຍ້ອນມັນ​ມີ​ລັກສະນະ​ໂຄສະນາ, ຍັງ​ບໍ່​ທັນ​ມີ​ລັກສະນະ​ສອງ​ດ້ານ ​ແລະ ຕົ້ນຕໍ​ແມ່ນ​ເພື່ອ​ຕ້ານທານ​ກັບ​ນະ​ໂຍບາຍ, ລະບົບ​ແນວ​ຄິດ​ຂອງ​ບັນດາ​ປະ​ເທດສັງຄົມ​ນິຍົມ​ໃນ​ເວລາ​ນັ້ນ.

ປີ 1987, ກະຊວງ​ຕ່າງປະ​ເທດອາ​ເມ​ລິ​ກາ​ໄດ້​ນິຍາມ​ໃໝ່: “ການ​ທູດ​ສາທາລະນະ​ຊົນ” ​ແມ່ນ “ບັນດາ​ໂຄງການ​ໂດຍ​ລັດຖະບານ​ອຸປະຖຳ, ​ແນ​ໃສ່​ສະໜອງ​ຂໍ້​ມູນ ຫຼື​ກະທົບ​ໃສ່​ຄວາມ​ເຫັນ​ມະຫາຊົນ​ຢູ່​ປະ​ເທດ​ຕ່າງໆ ​ໂດຍ​ຜ່ານ​ເຄື່ອງມື​ຕົ້ນຕໍ​ຄື ສິ່ງ​ພິມ, ຟີມຮູບ​ເງົາ, ການ​ເຄື່ອນ​ໄຫວ​ແລກປ່ຽນ​ວັດທະນະທຳ, ສະຖານີ​ວິທະຍຸ​ກະຈາຍສຽງ ​ແລະ ​ໂທລະ​ພາບ”.

ປະຈຸ​ບັນ​ນີ້, ນິຍາມ​ກ່ຽວ​ກັບການ​ທູດ​ສາທາລະນະ​ຊົນທີ່​ຖືກ​ຍອມຮັບ​ຢ່າງ​ກວ້າງຂວາງ​ທີ່​ສຸດຄື ນັ້ນ​ແມ່ນ​ຂະ​ບວນການ​ສື່ສານ​ຂອງ​ລັດຖະບານປະ​ເທດ​ໜຶ່ງ​ໄປ​ຍັງ​ສາທາລະນະ​ຊົນ​ໃນປະ​ເທດ​ອື່ນ ​ເພື່ອສ້າງໃຫ້​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ທັດສະນະ​ແລະ​ແນວ​ຄິດ​ຂອງ​ປະ​ເທດນັ້ນ, ກ່ຽວ​ກັບ​ສະ​ຖາ​ບັນ​ລະບຽບ​ກົດໝາຍ​ແລະ​ວັດທະນະທຳ ກໍ່​ຄື​ເປົ້າ​ໝາຍ​ແລະ​ນະ​ໂຍບາຍ​ຂອງ​ປະ​ເທດ​ນັ້ນ. ຄວາມ​ເຂົ້າ​ໃຈ​ນີ້​ໃຫ້​ເຫັນ​ວ່າ, ການ​ທູດ​ສາທາລະນະ​ຊົນມຸ່ງ​ໄປ​ສູ່​ເປົ້າ​ໝາຍ​ທາງ​ນອກ​ຂອງ​ປະ​ເທດ​ໜຶ່ງ, ​ແມ່ນ​ແບບ​ວິທີ​ການ​ທູດ​ທີ່​ມີ​ຫຼາຍ​ເຈົ້າພາບ​ຂອງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​​ແລະ​ນຳ​ໃຊ້​ບັນດາ​ພາຫະນະ​ສື່​ມວນ​ຊົນ​ທີ່​ຫຼາຍ​ຮູບ​ຫຼາຍ​ແບບ ​ເພື່ອ​ສົ່ງ​ຜົນ​ກະທົບ​ໃສ່​ອາລົມ​ຈິດ, ຄວາມ​​ຄິດ​ຈິດ​ໃຈຂອງ​ມະຫາຊົນ​ຕ່າງປະ​ເທດ, ສ້າງ​ຮູບ​ພາບ​ທີ່​ສວຍ​ງາມ​ກ່ຽວ​ກັບປະ​ເທດ​ຕົນ, ຜ່ານ​ສິ່ງ​ດັ່ງກ່າວ​ຈະ​ກະທົບ​ໃສ່ນະ​ໂຍບາຍ​ແລະການ​ພົວພັນ​ການ​ທູດ​ຂອງ​ລັດຖະບານ​ຕ່າງປະ​ເທດ.

​ເພາະສະ​ນັ້ນ, ການ​ທູດ​ສາທາລະນະ​ຊົນ​ແມ່ນ​ວິທີ​ທີ່​ປະ​ເທດ​ໜຶ່ງ, ອົງການ​ຈັດ​ຕັ້ງ​ຫຼື​ບຸກຄົນ​ໜຶ່ງ​ ຕິດ​ຕໍ່​ພົວພັນ, ປະຕິ​ສຳພັນ​ກັບ​ປະຊາຊົນ, ສາທາລະນະ​ຊົນ, ອົງການ​ຈັດ​ຕັ້ງ​ນອກ​ພາກ​ລັດ​ຂອງ​ປະ​ເທດ​ອື່ນ, ​ແນ​ໃສ່​ສ້າງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ຄຸນຄ່າ, ​ແນວ​ຄິດ​ແລະ​ວັດທະນະທຳ, ສະ​ຖາ​ບັນ​ລະບຽບ​ກົດໝາຍ, ​ເປົ້າ​ໝາຍ​ການ​ພັດທະນາ, ບັນດາ​ນະ​ໂຍບາຍ​ໃນ​ປະຈຸ​ບັນ​ຂອງ​ປະ​ເທດ​ນັ້ນ... ​ໃນ​ບັນດາ​ເປົ້າ​ໝາຍ​ເຫຼົ່າ​ນີ້, ຈາກ​ນັ້ນ​ຈະ​ມີ​ຜົນ​ສະທ້ອນ​ເຖິງ​ການ​ຕົກລົງ​ນະ​ໂຍບາຍ​ຂອງ​ບັນດາ​ເປົ້າ​ໝາຍ.

ກ່ຽວ​ກັບ​ວິທີ​ການ​ຜັນ​ຂະຫຍາຍ, ການ​ທູດ​ສາທາລະນະ​ຊົນ​ແມ່ນ​ຂະ​ບວນການ​ຖ່າຍ​ທອດ​ຂໍ້​ມູນ​ນະ​ໂຍບາຍ ​​ແນ​ໃສ່​ດຶງ​ດູດ, ອະທິບາຍຂົນຂວາຍ​ເປົ້າ​ໝາຍ ​ແລະ ສ້າງສາ​ຍພົວພັນ​ທີ່ໄວ້​ເນື້ອ​ເຊື່ອ​ໃຈ, ​ໂຄງ​ສ້າງ​ສັງຄົມ​ ເພື່ອ​ຊຸກຍູ້​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ປະກອບ​ດ້ວຍ​ສີ່​ວິທີ​ການ​ຕົ້ນຕໍ​ ທີ່​ມີ​ຄວາມ​ສຳພັນ​ໃກ້ຊິດ​ກັນ: 1- ຄຸ້ມ​ຄອງ​ການ​ສື່ສານ (​ສື່ສານ​ເປັນ​ປະຈຳ​ກ່ຽວ​ກັບ​ນະ​ໂຍບາຍ, ​ຈັດການ​ແກ້​ໄຂ​ວິ​ກິກການ​ສື່ສານ); 2- ການ​ສື່ສານ​ຍຸດ​ທະ​ສາດ (ບັນດາ​ບັ້ນ​ຂົນຂວາຍ, ການ​ເຄື່ອນ​ໄຫວ, ກິດຈະກຳ​ເຫດການ, ​ໂຄງການ​ໄລຍະ​ຍາວ​ເພື່ອ​ປັບປຸງ​ຂໍ້ຄວາມ​ນະ​ໂຍບາຍ); 3- ການ​ເຄື່ອນ​ໄຫວ​ຮ່ວມ​ມື, ​ແລກ​ປ່ຽນ, ພົວພັນ​ຕິດ​ຕໍ່​ໂດຍ​ກົງ (ທາງ​ດ້ານ​ວັດທະນະທຳ, ວິຊາ​ການ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ, ກິລາ...); 4- ສ້າງ​ຄວາມ​ໄວ້​ວາງ​ໃຈ, ​ເຊື່ອມ​ຕໍ່​ແລະ​ເປີດ​ກວ້າງ​ເຄືອ​ຂ່າຍ​ການ​ພົວພັນ​ກັບ​ບັນດາ​ບຸກຄົນ​ທີ່​ມີ​ອິດ​ທິພົນ.

ຍ້ອນ​ຄວາມ​ສຳຄັນ​ທາງ​ດ້ານ​ຍຸດ​ທະ​ສາດ ​ແລະ ລັກສະນະ​ສັງ​ລວມຮອບດ້ານຂອງ​ມັນ, ດັ່ງ​ນັ້ນ​ແນວ​ຄວາມ​ຄິດ “ການ​ທູດ​ສາທາລະນະ​ຊົນ” ຈຶ່ງ​ຖື​ກຖື​ວ່າ​ກວມ​ລວມທັງການ​ທູດ​ວັດທະນະ​ທຳ, ການ​ທູດ​ເສດຖະກິດ ​ແລະ ການ​ສື່ສານ, ​ໂຄສະນາ​ການ​ຕ່າງປະ​ເທດ... ການ​ທູດ​ສາທາລະນະ​ຊົນກໍ່​ແມ່ນ​ພາກສ່ວນ​ໜຶ່ງ​ໃນ “ກຳລັງ​ແຮ​ວນຸ່ມ​ນວນ” ຂອງ​ປະ​ເທດ. ​ເມື່ອ​ວິ​ເຄາະ​ໄຈ້​ແຍກ​ສາຍ​ພົວພັນ​ລະຫວ່າງ “ກຳລັງ​ແຮງ​ນຸ່ມ​ນວນ” ​ແລະ “ການ​ທູດ​ສາທາລະນະ​ຊົນ”, ​ໂຈ​ແຊັບ ນາຍ (Joseph Nye) - ສາດສະດາຈານ​ການ​ພົວພັນ​ລະຫວ່າງ​ປະ​ເທດ ຢູ່​ວິ​ທະຍາ​ໄລ​ການ​ບໍລິຫານ​ລັດ ຈອນ ຟ.​ ເຄນ​ເນ​ດີ ສັງກັດ​ມະຫາວິທະຍາ​ໄລ ຮາ​ເວີ​ດ (Harvard) ອາ​ເມ​ລິ​ກາ ​ໄດ້​ເນັ້ນ​ວ່າ, ການ​ທູດ​ສາທາລະນະ​ຊົນ​ໃນ​ຖານະ​ເປັນ​ເຄື່ອງມື​ຖ່າຍ​ທອດ ​ແລະ ລະດົມ​ແຫຼ່ງພະລັງ ພຽງ​ແຕ່​ສາມາດ​ສ້າງ “ກຳລັງ​ແຮງ​ນຸ່ມ​ນວນ” ຂຶ້ນ​ມາ​ດ້ວຍ​ເງື່ອນ​ໄຂບັນດາ​ແຫຼ່ງພະລັງ​ນັ້ນ​ຕ້ອງ​ມີ​ຄວາມ​ດຶງ​ດູດ ຈັບ​ໃຈ (ວັດທະນະທຳ, ຄຸນຄ່າ) ຫຼື​ແທ້​ຈິງ, ຖືກຕ້ອງ​ຕາມ​ກົດໝາຍ (ນະໂຍບາຍ) (2). ຈາກ​ນັ້ນ, ສາມາດ​ເຂົ້າ​ໃຈ​ໄດ້​ວ່າ “ກຳລັງ​ແຮງ​ນຸ່ມ​ນວມ” ​ແລະ “ການ​ທູດ​ສາທາລະນະ​ຊົນ” ​ແມ່ນ​ແນວ​ຄວາມ​ຄິດ​ສອງ​ຢ່າງ​ທີ່​ຊ່ວຍ​ໜູນ​ຊຶ່ງ​ກັນ​ແລະ​ກັນ. “ກຳລັງ​ແຮງ​ນຸ່ມ​ນວນ” ​ແມ່ນ​ແຫຼ່ງຊັບພະຍາກອນ​ໜຶ່ງ, ສ່ວນ “ການ​ທູດ​ສາທາລະນະ​ຊົນ” ມີ​ບົດບາດ​ເປັນ​ກົນ​ໄກ​ຊອກ​ຫາ ​ແລະ ນຳ​ໃຊ້​ ບັນດາ​ແຫຼ່ງຊັບພະຍາກອນ “ກຳລັງ​ແຮງ​ນຸ່ມ​ນວນ” ນັ້ນ.

ພ້ອມ​ກັບ​ການ​ພັດທະນາ​ຂອງ​​ໂລກາ​ພິວັດ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ​ໂດຍ​ສະ​ເພາະ​ແມ່ນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ​ແລະ ທ່າ​ອຽງ​ເຊີດ​ຊູ “ກຳລັງ​ແຮງ​ນຸ່ມ​ນວນ”, ລັກສະນະ​ຮອບດ້ານ​ໃນບັນດາ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ ​ແລະ ​​ບົດບາດ​ຂອງອົງການ​ນອກ​ພາກ​ລັດ ​ໃນ​ການ​ກຳນົດ​ແລະ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງ​ບັນດາ​ປະ​ເທດນັບ​ມື້​ເພີ່ມ​ຂຶ້ນນັ້ນ, ການ​ທູດ​ສາທາລະນະ​ຊົນພວມ​ກາຍ​ເປັນ​ທ່າ​ອຽງ​ແຜ່​ຫຼາຍ​ທົ່ວ​ໄປ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ​ຂອງ​​ແຕ່ລະ​ປະ​ເທດ ​ແນ​ໃສ່​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ການ​ທູດ​ແຫ່ງ​ລັດ. ອາ​ເມ​ລິ​ກາ, ຈີນ, ສາທາລະນະ​ລັດ​ເກົາຫຼີ, ລັດ​ເຊຍ... ລ້ວນ​ແຕ່​ໄດ້​ສ້າງ​ຕັ້ງ​ອົງການສະ​ເພາະ ຫຼື ມີ​ໂຄງການ​ສະ​ເພາະ ສຳລັບ​ການ​ຄົ້ນຄວ້າ, ພັດທະນາ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບການ​ທູດ​ສາທາລະນະ​ຊົນ ພາຍ​ໃຕ້​ຫຼາຍ​ຮູບ​​ແບບ​ແລະ​ວິທີ​ທີ່​ຕ່າງ​ກັນ, ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ໃຫ້​ແກ່​ວຽກ​ງານ​​ຂໍ້​ມູນ​ຂ່າວສານການ​ຕ່າງປະ​ເທດ, ກໍ່​ຄື​ປະກອບສ່ວນ​ຮັກສາ​ຜົນ​ສະທ້ອນ​ທີ່​ແນ່ນອນ​ຂອງ​ແຕ່ລະ​ປະ​ເທດ​ຕໍ່ພາກ​ພື້ນ​ແລະ​ໂລກ. ຄວາມ​ເປັນ​ຈິງ​ໃຫ້​ເຫັນ​ວ່າ, ບໍ່​ພຽງ​ແຕ່​ປະ​ເທດ​ມະຫາ​ອຳນາດ​ຈຶ່ງ​ຜັນ​ຂະຫຍາຍ​ການ​ທູດ​ສາທາລະນະ​ຊົນ​ຢ່າງ​ສຳ​ເລັດ​ຜົນ. ຕາມ​ການຈັດ​ອັນ​ດັບ “ກຳລັງ​ແຮງ​ນຸ່ມ​ນວນ” ທົ່ວໂລກ​ໃນ​ປີ 2017 ຂອງ​ສູນການ​ທູດ​ສາທາລະນະ​ຊົນ ສັງກັດ​ມະຫາວິທະຍາ​ໄລ ຊາວ​ເທິ​ນ ​ແຄ​ລະ​ຟໍ​ເນຍ (Southern California - ອາ​ເມ​ລິ​ກາ), ປະ​ເທດ​ສະ​ວິດ​ຢູ່​ໃນ​ອັນ​ດັບ​ທີ 7 ​ແລະ ປະ​ເທດ​ສິງກະ​ໂປ​ຢູ່​ໃນ​ອັນ​ດັບ​ທີ 20 ກ່ຽວ​ກັບ “ກຳລັງ​ແຮງ​ນຸ່ມ​ນວນ” ທົ່ວ​ໂລກ, ​ໃນ​ເວລາ​ນັ້ນ ຈີນ​ຢູ່​ໃນ​ອັນ​ດັບ​ທີ 25 ​ແລະ ລັດ​ເຊຍ​ຢູ່​ໃນ​ອັນ​ດັບ​ທີ 26, ​ເຖິງ​ວ່າ​ສອງ​ປະ​ເທດ​ນີ້ມີ​ຊັບພະຍາກອນ​ທີ່​ໃຫຍ່​ກວ່າ​ຕັ້ງ​ຫຼາຍກໍ່ຕາມ.

ດັ່ງ​ທີ່​ເຫັນ​ໄດ້, ບັນດາ​ປະ​ເທດ​ໄດ້​ເລີ່​ມຕົ້ນ​ຜັນ​ຂະຫຍາຍການ​ທູດ​ສາທາລະນະ​ຊົນ​ເມື່ອມີ​ເງື່ອນ​ໄຂ​ຢູ່ພາຍ​ໃນ​ແລະ​ນອກ​ປະ​ເທດ​ຈຳນວນ​ໜຶ່ງ, ລະອຽດ​ຄື: ຢູ່​ໃນ​ປະ​ເທດ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນທາງ “ກຳລັງ​ແຮງ​ນຸ່ມ​ນວນ”, ມີຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ດ້ານ​ເສດຖະກິດ, ມີ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ; ຢູ່​ນອກ​ປະ​ເທດ, ມິ​ອິດ​ທິພົນ​ສາກົນ​ເຖິງລະດັບ​ໃດ​ໜຶ່ງ. ​ໃນ​ກາງ​ທົດ​ສະ​ວັດ​ທີ​ໜຶ່ງຂອງ​ສະຕະວັດ​ທີ XXI,​ເມື່ອນຜ່ານ “​ໄລຍະ​ມືດ​ມົວ”, ​ເລີ່​ມກ້າວ​ເຂົ້າ​ສູ່​ໄລຍະ​ຟື້ນ​ຟູ​ແລະ​ພັດທະນາ, ປະ​ເທດ​ລັດ​ເຊຍ​ຮັບ​ຮູ້​ໄດ້​ເຖິງ​ຄວາມ​ສຳຄັນ​ຂອງການ​ທູດ​ສາທາລະນະ​ຊົນ. ການ​ປົວ​ແປງ​ຮູບ​ພາບ​ສາກົນ​ຂ​ອງປະ​ເທດ​ລັດ​​ເຊຍມີ​ຄວາມ​ຮີບ​ດ່ວນ​ຍິ່ງ​ກວ່າ​ໄລຍະ​ໃນ​ແລະ​ພາຍຫຼັງ​ສົງຄາມ​ຊອກ​ຊີ (ປີ 2008), ​ໃນ​ໄລຍະ 2011-2012 ມີ​ການ​ເດີນ​ຂະ​ບວນຄັດຄ້ານ​ລັດຖະບານ ທີ່ກ່ຽວຂ້ອງ​ກັບ​ວິ​ກິດ​ການ ກຣີ​ເມຍ. ລັດ​ເຊຍ​ໄດ້​ຜັນ​ຂະຫຍາຍ​ບັ້ນ​ສື່ສານ ​ເພື່ອ​ໂຄສະນາ​ນຳ​ເອົາ​ຮູບ​ພາບ​ຂອງ​ປະ​ເທດ​ລັດ​ເຊຍ​​ໄປຕ່າງປະ​ເທດ, ປັບ​ໂຄງ​ສ້າງ, ປັບ​ແຕ່ງ​ຮູບພາບ​ໃໝ່ ​ເພື່ອ​ຄ່ອງ​ຕົວ​ກັບ​ສະຖານະ​ການ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຕົນ. ຊ່ອງ​ໂທລະພາບລັດ​ເຊຍ​ມື້​ນີ້ (Russian Today), ​ພິ​ເສດ​ແມ່ນກອງ​ທຶນ​ໂລກ​ຂອງ​ລັດ​ເຊຍ (Ruski Mir) ​ໂດຍ​ປະທານາທິບໍດີ​ລັດ​ເຊຍ ວ.ປູ​ຕີນ ລົງ​ນາມ​ໃນ​ລັດຖະດຳລັດ​ວ່າ​ດ້ວຍ​ການ​ກໍ່​ຕັ້ງ​ນັ້ນ ​ແມ່ນ​ຜະລິດ​ຕະພັນ​ຂອງການ​ທູດ​ສາທາລະນະ​ຊົນຂອງ​ລັດ​ເຊຍ ​ເຊິ່ງມີ​ເປົ້າ​ໝາຍ​ຊຸກຍູ້ການ​ເຜີຍ​ແຜ່ພາສາ, ວັດທະນະທຳ ​ແລະ ທັດສະນະ​ຂອງ​ລັດ​ເຊຍ​ໄປ​ທົ່ວ​ໂລກ.

ດ້ານ​ອື່ນ, ​ໃນ​ສະພາບ​ການ​ສິ່ງ​ແວດ​ລ້ອມຂໍ້​ມູນ​ຂ່າວສານພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວວາພາຍ​ໃຕ້​ການ​ກະທົບ​ຂອງ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ​ສີ່ (ການ​ປະຕິວັດ​ອຸດສາຫະກຳ 4.0), ບັນດາ​ວິທີ​ການຜັນ​ຂະຫຍາຍ​ການ​ສື່ສານ​ຕ່າງປະ​ເທດ​ ​ແລະ ​ວັດທະນະທຳການ​ຕ່າງປະ​ເທດ - ສອງ​ພາກສ່ວນ​ຕົ້ນຕໍ​ຂອງ​ການ​ທູດ​ສາທາລະນະ​ຊົນ - ​ເຖິງຕອນ​ນີ້ ​ໄດ້​​ເຜີຍໃຫ້​ເຫັນ “​ເຂດ​ຈຳກັດ”. ບັນດາ​ຮູ​ບ​ແບບ​ເຊັ່ນ ພິມ​ຈຳໜ່າຍ​ໜັງ​ມື​ພິມ​ຕ່າງປະ​ເທດ, ອອກ​ສິ່ງ​ພິມ​ໂຄສະ​ນະ​ຊວນ​ເຊື່ອ, ຈັດ​ຕັ້ງ​ສັບປະດາ/ວັນ​ວັດທະນະທຳ... ລ້ວນ​ແຕ່​ໄດ້​ແລະ​ພວມ​ເສີມ​ຂະຫບາຍຄຸນ​ປະ​ໂຫຍ​ດ. ວິທີ​ເຮັດ​ແບບ “​ໄປ​ຕາມ​ກະ​ແສ” ​ມີ​ລັກສະນະ​ໂຄສະນາ​ບໍ່​ຕິດ​ກັບ​ຄວາມ​ຕ້ອງການ​ຂອງ​ສາທາລະນະ​ຊົນ, ຂາດ​ຄວາມ​ດຶງ​ດູດ​ຈັບ​ໃຈ, ຂາດ​ຄວາມ​ໜ້າ​ເຊື່ອ​ຖື, ​ໄດ້​ໃຫ້​ເຫັນ​ເຖິງ​ຄວາມ​ຈຳກັດ​ຂອງ​ມັນ. ດັ່ງ​ນັ້ນ, ການ​ຊອກ​ຫາ​ວິທີ​ການ, ມາດ​ຕະການ​ໃໝ່​ທີ່​ມີ​ປະສິດທິ​ຜົນກວ່າ​ເກົ່າ​ ແມ່ນ​ບັນຫາ​ທີ່​ຈຳ​ເປັນ. ການ​ພັດທະນາ​ຂອງ​ການ​ສື່ສານ​ໃໝ່, ​ໂດຍ​ສະ​ເພາະ​ເຄືອ​ຂ່າຍ​ສັງຄົມ ພວມ​ສ້າງ​ໂອກາດ​ໃໝ່​ໃຫ້ການ​ທູດ​ສາທາລະນະ​ຊົນ, ຊ່ວຍ​​ເຫຼືອ​ປະເທດຕ່າງໆ​​ໄປທາງ​ລັດ ກ້າວ​ກະ​ໂດດ; ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ປະຕິບັດຫຼາຍ​ຮູບ​​ແບບ​ໂຄສະນາ​ທີ່​ຕ່າງ​ກັນ, ດ້ວຍ​ປະລິມານ​ຂໍ້​ມູນ​ທີ່​ໃຫຍ່​ກວ່າ ​ແລະ ​ແບ່ງປັນ​ໄດ້​ງ່າຍ; ສ້າງ​ການ​ປະຕິ​ສຳພັນ​ສອງ​ດ້ານ​ທີ່​ສະດວກ​ດີ, ພ້ອມ​ກັນ​ນັ້ນ​ກໍ່​ຊ່ວຍ​ໜູນ​ຢ່າງ​ໄດ້​ການ​ໄດ້​ງານ​ໃຫ້​ແກ່​ວຽກ​ງານ​ການ​ຕ່າງປະ​ເທດ ລະຫວ່າງ​ສຳນັກງານການຕ່າງປະ​ເທດ​ຂອງ​ລັດ ກັບ​ບັນດາ​ອົງການ​ທີ່​ບໍ່​ຂຶ້ນກັບ​ລັດຖະບານ, ລະຫວ່າງ​ລັດ​ກັບ​ປະຊາຊົນ ​ໄດ້​​ເປັນ​ໄປ​ຢ່າງ​ງ່າຍດາຍ​ແລະ​ມີ​ປະສິດທິ​ຜົນ​ຫຼາຍ​ກວ່າ​ອີກ. ​ເຄືອ​ຂ່າຍ​ສັງຄົມ​ເປີດ​​ໂອກາດ​ໃຫ້​ໃຊ້​ເຂົ້າ​ໃນການ​ທູດ​ສາທາລະນະ​ຊົນຢ່າງ “ໄວວາ​ທາງ​ດ້ານ​ເວລາ, ກວ້າງຂວາງ​ທາງ​ດ້ານ​ການ​ເຂົ້າ​ເຖິງ ​ແລະ ລາຄາ​ຖືກ” ທີ່​ວິທີ​ການ​ແບບ​ດັ້ງ​ເດີມ​ບໍ່​ມີ (3). ຕາມ​ການ​ສະຖິຕິ​ໃນ​ປະຈຸ​ບັນ, ​ໃນ​ຈຳນວນ​ປະຊາກອນ 7.676 ລ້ານ​ຄົນ​ໃນ​ໂລກ ມີ 4.388 ລ້ານ​ຄົນນຳ​ໃຊ້​ອິນ​ເຕີ​ເນັດ, 3.484 ລ້ານ​ຄົນ​ນຳໃຊ້​ເຄືອ​ຂ່າຍ​ສັງຄົມ...(4). ດ້ວຍ​ຈຳນວນ​ປະຊາກອນປະມານ 95 ລ້ານ​ຄົນ (ຢູ່​ໃນ​ອັນ​ດັບ​ທີ 15 ​ໃນ​ໂລກ, ​ໃນ​ນັ້ນ, ຜູ້​ນຳໃຊ້​ອິນ​ເຕີ​ເນັດ​ກວມ​ເອົາ​ຫຼາຍ​ກວ່າ 60% ຂອງປະຊາກອນ), ຫວຽດນາມ​ແມ່ນ​ປະ​ເທດ​ຢູ່​ອັນ​ດັບ​ທີ 16 ​ໃນ​ໂລກ​ກ່ຽວ​ກັບ​ຈຳນວນ​ຄົນ​ໃຊ້​ອິນ​ເຕີ​ເນັດ. ຕາມ​ຕົວ​ເລກ​ກາງ​ປີ 2018, ຫວຽດນາມ​ມີ​ປະມານ 360 ​ເຄືອ​ຂ່າຍ​ສັງຄົມ​ຂອງ​ບັນດາ​ອົງການ​ສຳນັກງານ, ບໍລິສັດ​ໃນ​ປະ​ເທດ​ທີ່​ໄດ້​ຮັບ​ໃບອະນຸຍາດ ​ແລະ ​ພວມ​ເຄື່ອນ​ໄຫວ. ມີ​ປະມານ 55 ລ້ານ​ຄົນ​ທີ່​ກຳລັງ​ໃຊ້​ເຄືອ​ຂ່າຍ​ສັງຄົມ, ກວມ​ເອົາ​ປະມານ 57% ຂອງ​ປະຊາກອນ ​ແລະ ສ່ວນ​ໃຫຍ່​ແມ່ນສຸມ​ໃສ່​ການນຳ​ໃຊ້​ເຄືອ​ຂ່າຍ​ສັງຄົມ​ທີ່​ສຳຄັນ​ເຊັ່ນ Facebook, YouTube, Zalo (5)..., ຫວຽດນາມ​ຢູ່​ອັນ​ດັບ​ທີ 7 ​ໃນ​ໂລກ​ກ່ຽວ​ກັບ​ຈຳນວນ​ຄົນ​ໃຊ້​ເຄືອ​ຂ່າຍ​ສັງຄົມ (6).

ການ​ພັດທະນາ​ຂອງ​ບັນ​ດາ​ແບບ​ວິທີ​ການ​ສື່ສານ​ການ​ຕ່າງປະ​ເທດ ຍ່ອມ​ພາ​ໃຫ້​ເກີດ​ການ​ປ່ຽນ​ແປງ​ໃໝ່​ໃນ​ຈິນຕະນາການ, ​ໃນ​ວິທີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ຢ່າງ​ຫຼີກ​ລ່ຽງບໍ່​ໄດ້. ສິບ​ສອງ​ປີ​ພາຍຫຼັງ​ທີ່​ອິນ​ເຕີ​ເນັດຖືກ​ນຳ​ໄປສະ​ເໜີ​ຕໍ່​ໂລກ, ປີ 2004, ຈີນ​ໄດ້​ສ້າງ​ຕັ້ງພະ​ແນ​ກການ​ທູດ​ສາທາລະນະ​ຊົນ ​ສັງກັດ​ກົມ​ຂໍ້​ມູນ​ຂ່າວສານ, ກະຊວງ​ການ​ຕ່າງປະ​ເທດ​ຈີນ. ການ​ນຳ​ໃຊ້​ການ​ທູດ​ສາທາລະນະ​ຊົນ​ເຂົ້າ​ໃນ​ວຽກງານສື່ສານ​ການ​ຕ່າງປະ​ເທດ ​ໄດ້​ຊ່ວຍ​ໃຫ້​ຈີນສ້າງ​ອິດ​ທິພົນ​ບໍ່​ພຽງ​ແຕ່​ຕໍ່​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ເທົ່າ​ນັ້ນ, ​ແຕ່​ຍັງຍື່ນ​ມື​ອອກໄປຍັງ​ປະ​ເທດ​ຕາ​ເວັນ​ຕົກ​ອີກ​ດ້ວຍ​ເຊັ່ນ ອາ​ເມ​ລິ​ກາ, ກາ​ນາ​ດາ... ຖ້າ​ຫາກ​ບໍ່​ໄປ​ທັນ​ກັບ​ການ​ພັດທະນາ​ຂອງ​ເຕັກ​ໂນ​ໂລ​ຊີ, ມີ​ແຕ່ຮັກສາ​ຈິນຕະນາການ​ເກົ່າ ​ແລະ ວິທີ​ການ​ເກົ່າ​ໃນ​ການ​ສື່ສານ​ການ​ຕ່າງປະ​ເທດ​ແລ້ວ, ການ​ທູດ​ຈະ​ຄ່ອຍໆ​ຖືກ​ເສຍ​ຄວາມ​ໄວ້​ວາງ​ໃຈ ​ແລະ​ ຫ່າງ​ເຫີ​ນຈາກ​ຄວາມ​ຕ້ອງການ​ຂອງ​ສາທາລະນະ​ຊົນ.

ນອກຈາກ​ນັ້ນ, ສະພາບ​ການ​ໂລກ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້​ ໄດ້​​ເກີດ​ມີ​ການ​ຜັນຜວນ​ໃໝ່, ຄວາມ​ບໍ່​ແນ່ນອນ​ ແລະ​ ຄາດ​ເດົາ​ບໍ່​ໄດ້, ທີ່​​ເປັນ​ໄພ​ຂົ່ມ​ຂູ່ຕໍ່​ຄວາມ​ໝັ້ນຄົງ​ທົ່ວ​ໂລກ, ລັດທິ​ຫຼາຍ​ຝ່າຍ, ພາ​ໃຫ້​ເກີດ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ບັນດາ​ປະ​ເທດ​ທີ່ບໍ່​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ. ບັນດາ​ມາດ​ຕະການ​ການ​ທູດ​ແບບ​ດັ້ງ​ເດີມບໍ່​ສາມາດ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດດີ​ສຸດ ​ໃນ​ການ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ນີ້, ພິ​ເສດ​ແມ່ນ​ໃນ​ເມື່ອ​ເກີດ​ມີ​ຂໍ້​ຂັດ​ແຍ່ງ​ທີ່​ອາດ​ຈະ​ພາ​ໃຫ້​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ອາວຸດ.

ດັ່ງ​ນັ້ນ, ການ​ທູດ​ສາທາລະນະ​ຊົນກາຍ​ເປັນ​ມາດ​ຕະການ​ໃໝ່​ເພື່ອ​ຕອບ​ສະໜອງ​ຕໍ່​ສິ່ງ​ທ້າ​ທາຍ​ໃໝ່, ຕໍ່​ບັນຫາ​ທີ່​ຄອບ​ຄຸມ​ທົ່ວ​ໂລກ. ຕາມ​ນັກ​ຄົ້ນຄວ້າ ​ໂຈ​ແຊັບ ນາຍ, ການ​ທູດ​ສາທາລະນະ​ຊົນກໍ່​ແມ່ນ​ເຄື່ອງມື​ເພື່ອ​ແກ້​ໄຂ​ວິ​ກິດ​ການ. ​ໂດຍ​ແທນ​ໃຫ້ການ​ເຄື່ອນ​ໄຫວ​ພົວພັນ ​ແລກປ່ຽນ​ລະຫວ່າງ​​ລັດຖະບານ​ແລະ​ນັກ​ການ​ເມືອງ, ການ​ທູດ​ສາທາລະນະ​ຊົນສ່ວນ​ໃຫຍ່​ມຸ່ງ​ເນັ້ນ​ໄປ​ທີ່​ປະຊາຊົນ, ຜ່ານ​ສິ່ງ​ດັ່ງກ່າວ​ຈະ​ສ້າງສາຍພົວພັນ​ແບບ​ຍືນ​ຍົງ, ມີ​ປະສິດທິ​ຜົນ​ກວ່າ​ເກົ່າ ​ແລະ ຫຼີກ​ລ່ຽງຄວາມ​ຂັດ​ແຍ້​ງທີ່​ບໍ່​ຈຳ​ເປັນ.

​ເພື່ອ​ຍູ້​ແຮງການ​ທູດ​ສາທາລະນະ​ຊົນຢູ່​ຫວຽດນາມ

ການ​ທູດ​ຫວຽດນາ​ມໃນ​ປະຈຸ​ບັນຕິດ​ແໜ້ນ​ກັບ​ແນວ​ຄິດ​ໃໝ່​ກ່ຽວ​ກັບ​ການ​ທູດ​ໂຮ່ຈີ​ມິນ. ສາມາດ​ເວົ້າ​ໄດ້​ວ່າ, ປະທານ​ໂຮ່ຈີ​ມິນ​​ໄດ້​ວາງ​ຮາກ​ຖານ​ທຳ​ອິດ​ໃຫ້​ແກ່ການ​ທູດ​ສາທາລະນະ​ຊົນຢູ່​ຫວຽດນາມ - ນັ້ນ​ແມ່ນ “ການ​ທູດ​ສາທາລະນະ”, ຕັ້ງ​ແຕ່​ມື້​ທຳ​ອິດ​​ແຫ່ງການ​ກຳ​ເນີ​ດ​ເກີດຂຶ້ນຂອງປະ​ເທດ​ສາທາລະນະ​ລັດ​ປະຊາທິປະ​ໄຕ​ຫວຽດນາມ, ອາ​ໃສ​ສິ່ງ​ດັ່ງກ່າວ​ຈຶ່ງ​ຍາດ​ແຍ່ງ​ໄດ້​ການສະໜັບສະໜູນ​ອັນ​ລ້ຳ​ຄ່າ​ຂອງ​ປະຊາຊົນ​ທີ່​ກ້າວໜ້າ​ໃນ​ທົ່ວໂລກ ​ແລະ ບັນດາ​ອົງການຈັດ​ຕັ້ງ​ສາກົນ ທີ່​ມີ​ຕໍ່​ພາລະກິດ​ການ​ປະຕິວັດ​ຂອງ​ຫວຽດນາມ.

​ເຖິງ​ວ່າ​ຍັງ​ບໍ່​ທັນ​ເປັນ​ຮູບ​ເປັນ​ຮ່າງ​ຢ່າງ​ຈະ​ແຈ້ງ​ກໍ່ຕາມ, ​ແຕ່​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ສາກົນ, ການ​ທູດ​ສາທາລະນະ​ຊົນ​ໄດ້​ແລະ​ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ຫວຽດນາມ. ຍຸດ​ທະ​ສາດ​ການ​ທູດ​ວັດທະນະທຳ, ການ​ຍູ້​ແຮງການ​ແລກປ່ຽນ​ລະຫວ່າງ​ປະຊາຊົນ​ກັບ​ປະຊາຊົນ, ການ​ນຳ​ໃຊ້​ບັນດາ​ເຄື່ອງມື​ວັດທະນະທຳ​ແລະ​ສື່ສານ​ການ​ຕ່າງປະ​ເທດ​ ໃນ​ການ​ພົວພັນ​ສາກົນ... ​ແມ່​ບັນດາ​ປະກົດ​ການ​ທີ່​ມີ​ຊີວິດ​ຊີວາ​ຂອງການ​ທູດ​ສາທາລະນະ​ຊົນ, ​ເສີມ​ຂະຫຍາຍ “ກຳລັງ​ແຮງ​ນຸ່ມ​ນວນ”.

ພາຍຫຼັງ 30 ກວ່າປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຫວຽດນາມ​ພວມ​ກາຍ​ເປັນ​ປະ​ເທດລະດັບ​ກາງ, ທັງ​ໃນ​ດ້ານ​ກຳລັງ​​​ແລະຕຳ​ແໜ່​ງ. ​ເວົ້າ​ຢ່າງ​ອື່ນ, ຫວຽດນາມ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ມີ “ຊັບພະຍາກອນ”, “ຄວາມ​ສາມາດ” ​ແລະ “ຄວາມ​ຕ້ອງການ” ​ເພື່ອ​ພັດທະນາການ​ທູດ​ສາທາລະນະ​ຊົນ. ກອງ​ປະຊຸມ​ການ​ທູດ​ຄັ້ງ​ທີ 30 (ປີ 2018) ຂອງ​ຫວຽດນາມ​ພາຍ​ໃຕ້​ຫົວ​ຂໍ້ “ການ​ທູດ​ຫວຽດນາມ: ​ເປັນ​ເຈົ້າ​ການ, ປະດິດ​ສ້າງ, ມີ​ປະສິດທິ​ຜົນ, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ຢ່າງ​ສຳ​ເລັດ​ມີ​ໄຊ” ​ໄດ້​ວິ​ເຄາ​ະ​ໄຈ້​ແຍກ, ຊີ້​ບອກ​ປະກົດ​ການ​ຈຳນວນ​ໜຶ່ງ​ທີ່​ໃຫ້​ເຫັນຮູບ​ຮ່າງ​ຂອງ “ມະຫາ​ອຳນາດ​ຂະໜາດ​ກາງ”, ພິຈາລະນາ​ທັງ​ສີ່​ມາດຖານ​ຄື ປະລິມານ, ພາລະ​ໜ້າ​ທີ່, ພຶດຕິ​ກຳ ​ແລະ ​ເອກະລັກ. ​​ເປັນ​ປະ​ເທດ​ທີ່​ມີ​ເນື້ອ​ທີ່​ຢູ່ໃນ​ອັນ​ດັບ​ທີ 65, ປະຊາກອນ​ຢູ່​ໃນ​ອັນ​ດັບ​ທີ 15 ​ແລະ ຂະໜາດ​ຂອງ​ພື້ນຖານ​ເສດຖະກິດ​ຢູ່​ໃນ​ອັນ​ດັບ​ທີ 46 ຂອງ​ໂລກ (7); ​ເປັນ​ສະມາ​ຊິດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ, ​ເວທີ​ປາ​ໄສ​ພາກ​ພື້ນ​ແລະ​ສາກົນ​ທີ່​ສຳຄັນ​ເຊັ່ນ ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ເສດຖະກິດ​ອາຊີ-ປາຊີ​ຟິກ (APEC), ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັດ​ອອກສຽງ​ໃຕ້ (ASEAN), ​ເວທີ​ການ​ຮ່ວມ​ມື​ອາຊີ-​ເອີຣົບ (ASEM)...; ​ເປັນ​ຄັ້ງ​ທີ​ສອງ​ທີ່​ໄດ້​ຮັບ​ຕຳ​ແໜ່​ງສະມາຊິກ​ບໍ່​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ​ແລະ ​ແມ່ນ​ປະ​ເທດ​ອາ​ຊຽນໜຶ່ງ​ດຽວ​ທີ່ມີ​ຄວາມ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແລະ​ຄູ່​ຮ່ວມ​ມື​ຮອບດ້ານ ກັບທຸກ​ປະ​ເທດ​ໃນ​ກຸ່ມ​ບັນດາ​ພື້ນຖານ​ອຸດສາຫະກຳທີ່​ພັດທະນາຊັ້ນ​ນຳ​ຂອງ​ໂລກ (G-7); ກັບ 16 ປະ​ເທດ​ໃນ 20 ປະ​ເທດ​ ໃນກຸ່ມ​ບັນດາພື້ນຖານ​ເສດຖະກິດ​ທີ່​ພັດທະນາ​ແລະ​ຫາ​ກໍ່ພົ້ນ​ເດັ່ນ​ຂຶ້ນ (G-20), ຫວຽດນາມ​ໄດ້​ແລະ​ພວມ​ເປັນ​ເຈົ້າ​ການ​​ໃນການເຂົ້າ​ຮ່ວມ​ວຽກ​ງານ​ສາກົນ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃນ​ບັນດາ​ເວທີ​ປາ​ໄສ​ພະຫຸ​ພາຄີ, ກາຍ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ​ໃນ​ການ​ຮັກສາ​ສັນຕິພາບ, ການ​ລົງທຶນ ​ແລະ​ການ​ພັດທະນາ​ໃນ​ໂລກ.

ຫວຽດນາມ​ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ສາກົນ. ດັ່ງ​ນັ້ນ, ​ເພື່ອ​ຜັນ​ຂະຫຍາຍ​ພື້ນຖານ​ການ​ທູດ​ທີ່​ຮອບດ້ານ​ແລະ​ທັນ​ສະ​ໄໝ, ຫວຽດນາມຕ້ອງການ​ເພີ່ມ​ທະວີ “ກຳລັງ​ແຮງ​ນຸ່ມ​ນວນ”, ຍູ້​ແຮງການ​ທູດ​ສາທາລະນະ​ຊົນ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ.

​ເພື່ອ​ໃຫ້ວຽກ​ງານການ​ທູດ​ສາທາລະນະ​ຊົນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍຕົວ​ຈິງ ​ແລະ ມີ​ປະສິດທິ​ຜົນ, ​ໃນ​ເວລາ​ຕໍ່ໜ້າ ບໍ່​ສາມາດ​ເພິ່ງ​ພາ​ຜົນ​ກະທົບ​ຂອງ​ສື່​ພຽງ​ຢ່າງ​ດຽວ ​ແລະ ​ໃຊ້ວິທີ​ເຮັດຕາມປະສົບ​ການ​ຄື​ກັບເວລາ​ທີ່​ຜ່ານ​ມາ; ການ​ທູດ​ສາທາລະນະ​ຊົນຕ້ອງ​ໄດ້​ຮັບ​ການກໍ່ສ້າງ​ໃຫ້​ກາຍ​ເປັນຮູບ​​ແບບ​ການ​ທູດ​​ໃໝ່ທີ່​ໄປ​ຄຽງ​ຄູ່​ກັນ​ກັບບັນດາ​ຮູບ​​ແບບ​ການ​ທູດ​ແບບ​ດັ້ງ​ເດີມ​ອື່ນໆ. ລະອຽດ​ຄື:

ທີ​ໜຶ່ງ, ຄົ້ນຄວ້າ​ເພື່ອ​ວາງ​ຍຸດ​ທະ​ສາດ/ນະ​ໂຍບາຍການ​ທູດ​ສາທາລະນະ​ຊົນ, ​ໃນ​ນັ້ນ​ກຳນົດ​ເນື້ອ​ໃນ​ຂອງການ​ທູດ​ສາທາລະນະ​ຊົນຂອງ​ຫວຽດນາມ, ກໍ່​ຄື​ບັນດາ​ແບບ​ວິທີ​ການ​ປະຕິບັດການ​ທູດ​ສາທາລະນະ​ຊົນ ​ແລະ ຕ້ອງ​ໄດ້​ຫັນ​ເປັນ​ນິຕິ​ກຳ​ໃນ​ເອກະສານ. ບັນດາ​ປະ​ເທດ​ທີ່​ມີການ​ທູດ​ສາທາລະນະ​ຊົນ​ເຂັ້ມ​ແຂງ​ລ້ວນ​ແຕ່​ໄດ້​ນຳ​ເອົາ​ເນື້ອ​ໃນ​ການ​ທູດ​ສາທາລະນະ​ຊົນ​ເຂົ້າ​ໃນ​ເອກະສານ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ. ຕົວຢ່າງ​ເຊັ່ນ, ຍີ່ປຸ່ນ​ເວົ້າ​ເຖິງການ​ທູດ​ສາທາລະນະ​ຊົນ​ໃນ​​ປຶ້ມ​ສີຂຽວການ​ທູດ​ປີ 2004, ​ໃນ​ນັ້ນ ຈຸດ​ໜັກ​ແມ່ນ​ວັດທະນະທຳ​ສະ​ໄໝ​ໃໝ່; ອາ​ເມ​ລິ​ກາ​ກຳນົດ​ເນື້ອ​ໃນການ​ທູດ​ສາທາລະນະ​ຊົນ​ໃນເອກະສານ​ຫຼາຍ​ສະບັບຂອງ​ກະຊວງ​ການ​ຕ່າງປະ​ເທດ, ລັດຖະບານ​ແລະ​ລັດຖະສະພາ​ອາ​ເມ​ລິ​ກາ... ກ່ຽວ​ກັບ​ເນື້ອ​ໃນ, ການ​ທູດ​ສາທາລະນະ​ຊົນຂອງ​ຫວຽດນາມ​ອາດ​ຈະ​ປະກອບ​ດ້ວຍ​ສອງ​ພາກສ່ວນ​ຕົ້ນຕໍ​ຄື ການ​ສື່ສານ​ຕ່າງປະ​ເທດ​ແລະ​ວັດທະນະທຳ​ຕ່າງປະ​ເທດ, ສ້າງ​ວິທີ​ການ​ຕ່າງໆ​ເພື່ອ​ພົວພັນ​ຕິດ​ຕໍ່​ແລະ​ປະຕິ​ສຳພັນ​ກັບ​ມະຫາຊົນ ກໍ່​ຄື​ກັບ​​ອົງການ​ນອກ​ພາກ​ລັດ​ຂອງ​ປະ​ເທດ​ຕ່າງໆ, ຖ່າຍ​ທອດ​ຂໍ້ຄວາມ, ຄຸນຄ່າ ​ແລະ ກໍ່ສ້າງ​ຮູບ​ພາບ​ປະ​ເທດ​ຂອງ​ຫວຽດນາມຕາມ​ທິດ​ຕັ້ງໜ້າ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ເປົ້າ​ໝາຍ​ການ​ຕ່າງປະ​ເທດ ​ແລະ ​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ຊາດ ຂອງ​ປະ​ເທດ. ຕາມ​ນັ້ນ, ຕ້ອງ​ກຳນົດ​ໄດ້​ຂໍ້ຄວາມ​ແຫ່ງ​ຊາດ, ບັນດາ​ຄຸນຄ່າທີ່ຄວນ​ໄດ້​ຮັບ​ການ​ຍົດ​ຍ້ອງ, ພ້ອມ​ກັນ​ນັ້ນ​ກໍ່​ກຳນົດ​ໄດ້​ຮູບ​ພາບ​ແຫ່ງ​ຊາດ, ​ແລະ​ກຳນົດ​ບັນດາ​ເຄື່ອງມື, ​ແບບ​ວິທີ​ຖ່າຍ​ທອດ ​ແລະ ​ເຂົ້າ​ເຖິງ​ກັບ​ສາທາລະນະຊົນ​ຕ່າງປະ​ເທດ. ນັ້ນ​ອາດ​ຈະ​ແມ່ນ​ເຄື່ອງມື​ສື່ສານ​ ​ແລະ ​ເຄື່ອງມື​ໃນ​ຂົງ​ເຂດ​ອື່ນໆ ​ເຊັ່ນ​ວັດທະນະທຳ, ການ​ສຶກສາ, ການທ່ອງທ່ຽວ, ກິລາ...

ທີ​ສອງ, ການປະຕິບັດ​ການ​ຄົ້ນຄວ້າ​ກ່ຽວ​ກັບການ​ທູດ​ສາທາລະນະ​ຊົນ ບໍ່​ພຽງ​ແຕ່​ຈຳກັດ​​ຂອບ​ເຂດ​ໃນ​ບັນດາ​ສຳນັກງານ​ອົງການ​ລັດ​ເທົ່າ​ນັ້ນ ​ແຕ່ຍັງ​ຕ້ອງ​ມີ​ການ​ສົມທົບ​ກັບ​ບັນດາ​ອົງການ​ນອກ​ພາກ​ລັດ ​ແລະ ພາກສ່ວນ​ອື່ນໆ​ອີກ​ເຊັ່ນ ບໍລິສັດ ວິ​ສາ​ຫະກິດ, ອົງການ​ສື່​ມວນ​ຊົນ, ນັກວິຊາການ...; ຕ້ອງ​ມີ​ການ​ແລກປ່ຽນທາງ​ວິຊາ​ການ​ແລະການ​ປະຕິບັດ​ ກັບຄູ່​ຮ່ວມ​ງານ​ຕ່າງປະ​ເທດ. ການ​ທູດ​ສາທາລະນະ​ຊົນຈະ​ມີ​ປະສິດທິ​ຜົນ​ແທ້​ແລະ​ແຜ່​ຂະຫຍາຍ​ກວ້າງ​ ຖ້າ​ຫາກ​ມີ​ພາກສ່ວນ​ອື່ນ​ເຂົ້າ​ຮ່ວມນຳ, ຖື​ເອົາ​ຄົນ​ແລະ​ວິ​ສາ​ຫະກິດ​ເປັນ​ສູນ​ກາງ. ຖ້າທຽບ​ກັບປະ​ເທດ​ອື່ນໆ, ການ​ທູດ​ສາທາລະນະ​ຊົນ​ໃນ​ຫວຽດນາມ​ຍັງ​ຂ້ອນ​ຂ້າງ​ໃໝ່, ສິ່ງ​ທີ່​ຫວຽດນາມ​ໄດ້​ຜັນ​ຂະຫຍາຍ​ມາ​ນັ້ນ ​ຕົ້ນຕໍ​ແມ່ນ​ອີງ​ໃສ່​ບົດຮຽນ​ອັດຕະວິ​ໄສ. ຄວາມ​ສຳ​ເລັດ ​ແລະ ຄວາມ​ປະລາ​ໄຊ​ຂອງ​ປະ​ເທດຕ່າງໆ, ​ໂດຍ​ສະ​ເພາະບັນດາ​ປະ​ເທດທີ່​ມີ​ລະດັບ​ແລະ​ເງື່ອນ​ໄຂຄ້າຍຄື​ກັນກັບ​ຫວຽດນາມ, ​ແມ່ນ​ບົດຮຽນ​ທີ່​ລ້ຳ​ຄ່າ​ເພື່ອ​ໃຫ້​ຫວຽດນາມ​ຄົ້ນຄວ້າທາ​ບທາ​ມແລະ​ຮ່ຳຮຽນ.

ທີ​ສານ, ລົງທຶນ​ຢ່າງເໝາະ​ສົມ​ທາງ​ດ້ານ​ກຳລັງ​ຄົນ​ແລະ​ກຳລັງ​ຊັບ. ການ​ທູດ​ສາທາລະນະ​ຊົນຮຽກຮ້ອງ​ຕ້ອງການ​ກຳລັງ​ຄົນ​ແລະ​ພື້ນຖານ​ວັກ​ຖຸຈຳນວນ​ໜຶ່ງ​ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຍຸກ​ປະຈຸ​ບັນ. ການ​ເອົາ​ໃຈ​ໃສ່​ກໍ່ສ້າງ​ຝຶກ​ອົບຮົມ​ພະນັກງານຮຸ່ນ​ໃໝ່ ທີ່​ມີ​ຄວາມ​ເຂົ້າ​ໃຈ​ຖືກຕ້ອງ​ກ່ຽວ​ກັບການ​ທູດສາທາລະນະ​ຊົນ, ມີ​ທັກສະ​ເຮັດ​ວຽກ​ທັນ​ສະ​ໄໝ, ມື​ອາຊີບ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ທັກ​ສະ​ນຸ່ມນວນ, ພ້ອມກັບ​ການ​ປະ​ກອບ​ເຄື່ອງມື​ທັນ​ສະ​ໄໝ ​ເພື່ອ​ປະຕິ​ບັດ​ວຽກ​ງານການ​ທູດ​ສາທາລະນະ​ຊົນ ​ແມ່ນ​ສອງ​ໜ້າ​ທີ່​ສຳຄັນ, ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໂດຍ​ໄວ. ນອກຈາກ​ການ​ສ້າງ​ໂຄງການ​ຝຶກ​ອົບ​ຮົມມາດຕະຖານ​ກ່ຽວ​ກັບການ​ທູດ​ສາທາລະນະ​ຊົນ​ແລ້ວ ຍັງ​ຕ້ອງ​ເຊີນ​ຫຼື​ຈ້າງ​ຜູ້​ຊ່ຽວຊານຕ່າງປະ​ເທດ​ໃນ​ຂົງ​ເຂດ​ນີ້​ມາ​ຮ່ວມ​ໂດຍ​ກົງ​ ໃນ​ການ​ຝຶກ​ອົບຮົມ ​ແລະ ​ແລກປ່ຽນ​ທາງ​ວິຊາ​ການ, ປະສົບ​ການ, ​ໃຫ້​ຄຳ​ປຶກສາ​ແກ່​ຫວຽດນາມ.

ສະຫຼຸບລວມ, ດ້ວຍ​ເງື່ອນ​ໄຂ ​ແລະ ການ​ຜັນ​ປ່ຽນ​ຕ່າງໆ​ຂອງ​ສະພາບ​ການ​ໂລກ​ແລະ​ໃນ​ປະ​ເທດ​ໃນ​ປະຈຸ​ບັນ, ​ເພື່ອ​ບັນລຸ​ເປົ້າ​ໝາຍ​ການ​ຕ່າງປະ​ເທດ​ທີ່​ສຳຄັນ​, ​ແມ່ນ​ຕ້ອງ​ຍູ້​ແຮງການ​ທູດສາທາລະນະ​ຊົນຢ່າງ​ມີ​ແບບ​ແຜນ​ແລະ​ມີ​ປະສິດທິ​ຜົນ. ນອກຈາກ​ນັ້ນ, ການ​ຄົ້ນຄວ້າ​ແລະ​ຜັນ​ຂະຫຍາຍການ​ທູດ​ສາທາລະນະ​ຊົນ ​ແມ່ນ​ບາດກ້າ​ທີ່​ຈຳ​ເປັນ​ໃນ​ການ​ກໍ່ສ້າງ “ການ​ທູດ​ຮອບດ້ານ” ​ແລະ ​ເຂົ້າ​ເຖິງ​ກັບ​ວິທີ​ເຮັດ​ລວມ, ມາດຕະຖານ​ທົ່​ວໄປຂອງ​ການ​ທູດ​ໂລກ./.

-----------------

(1) Nicholas J. Cull: Public Diplomacy before Gullion: The evolution of Phrase

(2) Joseph Nye, Jr: “Public Diplomacy and Soft Power”, Annals of the American Academy of Political and social  Science, Vol. 616, March 2008, tr. 95

(3) ບັນດາ​ອົງການ​ລັດ​ຂອງ​ຫວຽດນາມ​ມີ​ຄວາມ​ຊັກ​ຊ້າ​ທີ່​ສຸດ​ທຽບ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ໃນ​ການ​ປະ​ຢຸກ​ໃຊ້​ການ​ສື່ສານ​ໃໝ່, ​ເຄືອ​ຂ່າຍ​ສັງຄົມ​ເຂົ້າ​ໃນ​ວຽກ​ງານ. ກະຊວງ​ການ​ຕ່າງປະ​ເທດ​ຂອງ 5 ປະ​ເທດ​ອາ​ຊຽນ: ສິງກະ​ໂປ, ​ໄທ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປີນ ມີໜ້າ Facebook, Twitter, Youtube; ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ​​ໄດ້ນຳ​ໃຊ້​ທັງ​ເຄືອ​ຂ່າຍ​ສັງຄົມ​ຂອງ​ຕາ​ເວັນ​ຕົກ​ເຊັ່ນ Facebook, Twitter ​ແລະ​ເຄືອ​ຂ່າຍ​ສັງຄົມ​ຂອງ​ລັດ​ເຊຍ​​ເອງເຊັ່ນ Vkontekte; ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ນຳ​ໃຊ້​ບັນດາ​ພື້ນຖານ​ເຄືອ​ຂ່າຍ​ຂອງ​ຈີນ​ເຊັ່ນ Weibo, Wechat

(4) ​ແຫຼ່ງ: ສະຖິຕິ​ຂອງ Smartinsight, ​ເດືອນ​ມັງກອນ 2019.

(5) ​ແຫຼ່ງ: ສະຖິຕິ​ຂອງ​ສະ​ຖາ​ບັນ​ຍຸດ​ທະ​ສາດການ​ສື່ສານ​ແລະ​ໂທລະ​ຄົມມະນາຄົມ, ກະຊວງ​ສື່ສານ​ແລະ​ຖະ​ແຫຼ​ງຂ່າວ, ​ເດືອນ​ພຶດສະພາ 2018.

(6) ​ແຫຼ່ງ: Wearesocial, ​ເດືອນ​ພຶດສະພາ 2018.

(7) ຕາມ​ລາຍ​ງານ​ຂອງ​ທະນາຄານ​ໂລກ​ປີ 2018.

ໂດຍ ​ເລ​ທິທູ​ຮັ່ງ

ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສສ ຫວຽດນາມ

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ