ວັນສຸກ, 24/1/2020
ທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມຢູ່ລາວ: ສັນຍາລັກຂອງສາຍພົວພັນອັນເປັມມູນເຊື້ອແບບພິເສດ
14/1/2020 11:15' ສົ່ງ ພິມ
ທະຫານອາສາສະໝັກຫວຽດນາມ ອຳລາເພື່ອນລາວ ກ່ອນຈະເດີນທາງກັບຄືນປະເທດ, ປີ 1961 (ແຫຼ່ງ: ປື້ມຮູບພາບການພົວພັນແບບພິເສດ ຫວຽດນາມ-ລາວ/ສຳນັກຂ່າວຫວຽດນາມ)

ເພື່ອ​ຮັບ​ຮູ້​​ການ​ອຸ​ທິດ, ເສຍ​ສະຫຼະ ແລະ ຊ່ວຍ​ເຫຼືອ​ອັນ​ໃຫຍ່ຫຼວງ​ຂອງ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມຢູ່​ປະ​ເທດລາວ, ໃນ​ບົດ​ປາ​ໄສ​ທີ່​ກ່າວ​ຄຳ​ນັບ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ່ IV ​ພັກແຮງ​ງານຫວຽດ​ນາມ (ປີ 1976), ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ປະ​ຊາ​ຊົນປະ​ຕິ​ວັດ​ລາວ ທ່ານ ໄກ​ສອນ ພົມ​ວິ​ຫານ ໄດ້​ຢັ້ງ​ຢືນ​ວ່າ: “ໃນ​ທຸກໆຜົນສຳ​ເລັດ​ຂອງ​ການ​ປະ​ຕິ​ວັດ​ລາວ, ມີ​ການ​ປະ​ກອບ​ສ່ວນໂດຍ​ກົງ​ຂອງ​ການ​ປະ​ຕິ​ວັດຫວຽດ​ນາມ. ທະ​ຫານ​ອາ​ສາ​ສະ​ໝັກແລະຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມ ​ມີ​ສິດທີ່​ຈະ​ເອກ​ອ້າງ​ທະ​ນົງ​ໃຈ​ໃນ​ການ​ປະ​ກອບ​ສ່ວນ​ເລືອດ​ເນື້ອ​ເຫື່ອ​ແຮງ ເຂົ້າ​ໃນ​ໄຊ​ຊະ​ນະ​ຂອງກອງ​ທັບແລະປະ​ຊາ​ຊົນ​ລາວອ້າຍ​ນ້ອງ​ ໃນ​ຕະຫຼອດ​ໄລ​ຍະ​ເວ​ລາ​ອັນ​ຍາວ​ນານ​ເປັນຫຼາຍ​ສິບ​ປີ ​ທີ່​ສູ້​ຮົບແລະເຮັດ​ວຽກ​ໃນ​ດິນ​ແດນ​ລ້ານ​ຊ້າງ​ທີ່​ອົງ​ອາດ​ກ້າ​ຫານ, ສຳ​ເລັດຢ່າງ​ດີ​ເດັ່ນ​ໜ້າ​ທີ່​ອັນສຳ​ຄັນ​ຍິ່ງ​ ເຊິ່ງ​ພັກ, ລຸງ​ໂຮ່ ແລະ ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້”(1).

ທະ​ຫານ​ອາ​ສາ​ສະ​ໝັກຫວຽດ​ນາມ ໄດ້​ຄຽງ​ບ່າ​ຄຽງ​ໄລ່​ພ້ອມ​ກັບ​ກອງ​ທັບແລະປະ​ຊາ​ຊົນລາວ ຕໍ່​ສູ້ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນຝຣັ່ງ

ປີ 1945, ຫຼັງຈາກ​ຂະ​ບວນ​ການ​ຕໍ່​ສູ້​ຢ່າງ​ຍືດ​ເຍື້ອຍ​າວ​ນານ​ແລະ​ຫຍຸ້ງ​ຍາກ​ລຳ​ບາກ, ຫວຽດນາມ​ແລະ​ລາວ ໄດ້ຮັບ​ເອ​ກະ​ລາດຄືນ​ໃໝ່. ແຕ່​ວ່າ, ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ​ໄດ້​ກັບ​ຄືນ​ມາ​ຮຸກ​ຮານຫວຽດ​ນາມ ແລະ ລາວ ຄັ້ງ​ທີສອງ​ຢ່າງ​ໄວ​ວາ. ຢູ່ຕໍ່​ໜ້າ​ສັດ​ຕູທີ່​ມີກອງກຳ​ລັງ​ທະ​ຫານ​ແຂງ​ແຮງ​ກວ່າຫຼາຍ​ເທື່ອ, ໃນ​ວັນ​ທີ 16 ຕຸ​ລາ 1945, ສອງ​ປະ​ເທດ​ໄດ້​ເຊັນ “ສັນ​ຍາ​ຊ່ວຍ​ເຫຼຶືອ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ລາວ-ຫວຽດ”. ນີ້​ແມ່ນ​ເອກະສານທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການທຳ​ອິດ​ ຂອງປະ​ເທດສາ​ທາ​ນະ​ລະ​ລັດປະ​ຊາ​ທິ​ປະ​ໄຕຫວຽດ​ນາມ ແລະ ກໍ່​ແມ່ນ​ເອ​ກະ​ສານ​ທາງການ​ທູດ​ຢ່າງ​ເປັນທາງ​ການ​ທຳ​ອິດ​ຂອງລາວ, ເປັນ​ພື້ນ​ຖານ​ນິ​ຕິ​ກຳ​ເພື່ອ​​ໃຫ້ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດລາວແລະຫວຽດ​ນ​າມ ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​​ແລະ​ກັນ ເພື່ອ​ຕໍ່​ຕ້ານ​ສັດ​ຕູ​ຮ່ວມ​ກັນ. ຫຼັງ​ຈາກ​ນັ້ນ, ໃນ​ວັນ​ທີ 30 ຕຸ​ລາ 1945, ລາວແລະຫວຽດ​ນາມໄດ້​ເຊັນ​ “ສັນຍາສ້າງ​ຕັ້ງກອງ​ທະ​ຫານປະສົມລາວ - ຫວຽດ​”, ກຳ​ນົດ​ການ​ຮ່ວມ​ມືຫຼາຍ​ດ້ານ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ທະ​ຫານ.

ບົນ​ພື້ນ​ຖານ​ດ້ານ​ກົດໝາຍ​ຂອງ​ສັນ​ຍາ​ທີ່​ໄດ້​ລົງ​ນາມ​ນັ້ນ, ໃນ​ຊຸມ​ປີ 1945 - 1947, ສູນ​ກາງພັກ​ແລະ​ລັດ​ຖະບານ ແຫ່ງສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕຫວຽດ​ນາມ​ ​ໄດ້ຕົກ​ລົງ​​ສ້າງຕັ້ງແລະພັດ​ທະ​ນາ​ບັນ​ດາກົມກອງ​ທະຫານປົດ​ປ່ອຍຂອງ​ຊາວ​ຫວຽດນາມ​ຢູ່​ລາວ(2). ຕັ້ງ​ແຕ່​ເລີ່ມຕົ້ນ, ບັນ​ດາກົມກອງທະຫານປົດປ່ອຍ​ຂອງ​ຊາວ​ຫວຽດນາມຢູ່​ລາວ ໄດ້​ພົວພັນ​ຢ່າງ​ແໜ້ນ​ແຟ້ນ​ ກັບບັນ​ດາ​ກົມ​ກອງ​ກຳລັງປະ​ກອບ​ອາ​ວຸດ​ຮັກ​ຊາດ​ຂອງລາວ ໃນ​ການກໍ່​ສ້າງແລະສູ້​ຮົບ, ຊ້ຳ​ຍັງ​ໄດ້​ດຳ​​ເນີນ​ຊີ​ວິດ​​​ໃນ​ກົມ​ກອງ​ດຽວກັນ ​ແລະກາຍເປັນກົມ​ກອງ​ທະ​ຫານ​ປະສົມລາວ - ຫວຽດ ​ເຊິ່ງ​ໄດ້ປະ​ສານ​ສົມ​ທົບ​ກັບ​ກົມ​ກອງທະ​ຫານ​ກອງຫຼວງ, ທະ​ຫານ​ທ້ອງ​ຖິ່ນ​ຈຳ​ນວນ​ໜຶ່ງ ຂອງ​ທະ​ຫານ​ເຂດ 4 (ຫວຽດ​ນາມ) ທີ່​ມາ​ສູ້​ຮົບ​ໃນ​ລາວ, ສະ​ກັດ​ກັ້ນ​​ການ​ບຸກລຸກ​ຂອງກອງທະຫານ​ຝ​ຣັ່ງ, ປົກ​ປັກ​ຮັກ​ສາ​ອຳ​ນາດ​ການ​ປົກ​ຄອງ​ປະ​ຕິ​ວັດທີ່​ໜຸ່ມ​ນ້ອຍ, ປົກ​ປ້ອງຊີ​ວິດຂອງ​ປະ​ຊາ​ຊົນລາວ​ແລະ​ຊີວິດ​ຂອງ​ຊາວຫວຽດ​ນາມຕ່າງ​ດ້າວ​ ຢູ່​ບັນ​ດາ​ຕົວ​ເມືອງ​ທີ່​ຫາກໍ່​ໄດ້​ຮັບ​ການ​ປົດ​ປ່ອຍ(3), ສ້າງ​ເງື່ອນ​ໄຂ​ໃຫ້​​ການ​ປະ​ຕິ​ວັດລາວຜ່ານ​ຜ່າ​ຄ​ວາມ​ຫຍຸ້ງ​ຍາກ, ກ້າວ​ຂຶ້ນກໍ່​ສ້າງ​ແລະພັດ​ທະ​ນາ​ກຳ​ລັງ, ຍູ້​ແຮງ​ການ​ຕໍ່​ຕ້ານ​ແລະສ້າງ​ສາ​ປະ​ເທດ.

ຈາກບັນດາ​ໜ່ວຍ​ທະຫານ​ທີ່ເຄື່ອນ​ໄຫວ​ແບບ​ກະ​​ແຈກ​ກະຈາຍ​ຂະ​ໜາດ​ໜ້ອຍ (ຈຸ, ໜ່ວຍ), ເຖິງ​ຊຸມ​ປີ 1948-1949, ທະ​ຫານຫວຽດ​ນາມຢູ່​ລາວຄ່ອຍໆ​ພັດ​ທະ​ນາຂຶ້ນ, ຈັດ​ຕັ້ງ​ເປັນ​​ກົມ​ກອງ​ທີ່​ເປັນ​ເອ​ກະ​ລາດ​ກັບ​ຂະ​ໜາດກອງ​ຮ້ອຍ, ກອງ​ພັນ ແລະ ກອງ​ພັນ​ໃຫຍ່(4). ຕໍ່​ໜ້າ​ການ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ​ຂອງກອງ​​ກຳ​ລັງ​ການ​ທະ​ຫານຫວຽດ​ນາມທີ່​ຊ່ວຍ​ລາວ, ໃນ​ວັນ​ທີ 30 ຕຸ​ລາ 1949(5), ຄະ​ນະ​ປະ​ຈຳ​ສູນ​ກາງ​ພັກໄດ້​ຈັດ​ກອງ​ປະ​ຊຸມແລະຕົກ​ລົງ: “ນັບ​ແຕ່​ເວ​ລານີ້, ກອງກຳ​ລັງ​ທະຫານຫວຽດ​ນາມທີ່ເຄື່ອນ​ໄຫວ​ຢູ່ລາວ ຈະ​ຈັດ​ຕັ້ງ​ຕາມ​ລະ​ບົບ​ສະ​ເພາະ​ຂອງກອງ​ທັບຫວຽດ​ນາມ ແລະ ​ໃສ່​ຊື່ວ່າທະ​ຫານ​ອາ​ສາ​ສະ​ໝັກ(6). ນີ້​ແມ່ນ​ຂໍ້​ຕົກ​ລົງ​ທີ່​ມີ​ຄວາມ​ໝາຍ​​ສຳ​ຄັນພິ​ເສດ, ຍ້ອນ​ນັບ​ແຕ່​ເວ​ລານີ້, ທະ​ຫານ​ອາ​ສາ​ສະ​ໝັກຫວຽດ​ນາມມີ​ການ​ນຳ​ພາ, ຊີ້​ນຳ​ເປັນ​ເອ​ກະ​ພາບແລະໂດຍ​ກົງ, ​ເຮັດ​ໃຫ້​ການ​ຊ່ວຍ​ເຫຼືອ​ການ​ປະ​ຕິ​ວັດ​ລາວ​ມີ​ປະ​ສິດ​ຕິ​ຜົນ​ກວ່າ​​ອີກ. ​​ໂດ​ຍ​ເນື້ອ​ແທ້​​ແລ້ວ, ​ເນື້ອ​ໃນຂອງການ​ຊ່ວຍ​ເຫຼືອ​ການ​ປະ​ຕິ​ວັດລາວດັ່ງ​ທີ່ປະ​ທານໂຮ່​ຈີມິນ​ຢືນ​ຢັນ​ວ່າ: “ຄວາມ​ຈິງ​ຍັງ​ບໍ່​​ຊອກ​ເຫັນຄຳ​ສັບ​ໃດ​ເພື່ອ​ແທນ​ໃຫ້​ຄຳ​ຊ່ວຍ​ເຫຼືອ, ​ຕົວ​ຈິງ​ແລ້ວບໍ່​ແມ່ນ​ຊ່ວຍ​ເຫຼືອ ​ແຕ່​ແມ່ນ​ການ​ເຮັດ​ໜ້າ​ທີ່​ສາກົນນັ້ນ​ເອງ”(7).

ໂດຍ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ຂອງ​ສູນ​ກາ​ງ​ພັກ ແລະຄຳ​ຕັກ​ເຕືອນ​ຂອງ​ປະ​ທານໂຮ່​ຈີມິນ, ​ໃນໄລ​ຍະນີ້ ບັນ​ດາໜ່ວຍ​ທະ​ຫານ​ອາ​ສາ​ສະ​ໝັກ​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ​ແລະ​ໄປ​ຊ່ວຍ​ເຫຼືອ​ການ​ປະ​ຕິ​ວັດລາວ, ຍູ້​ແຮງ​ການ​ຕໍ່​ຕ້ານ, ຈັດ​ຕັ້ງແລະກໍ່​ສ້າງ​ກຳ​ລັງ​ປະ​ກອບ​ອາ​ວຸດ. ຜົນ​ໄດ້​ຮັບ​ແມ່ນ ໃນ​ວັນ​ທີ 20 ມັງ​ກອນ 1949, ກອງ​ທະຫານ​ລາວ​ອິດສະະ​ຫຼະໄດ້​ກຳ​ເນີດຂຶ້ນ, ​ຂີດ​ໝາຍ​ບາດ​ກ້າວ​ເຕີມ​ໃຫຍ່​ໃໝ່​ຂອງ​ການ​ປະ​ຕິ​ວັດລາວ.

ປີ 1950, ພາຍຫຼັງ​ໄຊ​ຊະ​ນ​ະ​ຂອງ​ບັ້ນ​ຮົບຊາຍ​ແດນ, ການ​ປະ​ຕິ​ວັດຫວຽດ​ນາມ ແລະ ການ​ປະ​ຕິ​ວັດລາວ ​ໄດ້ຍູ້​ແຮງ​ການ​ປະ​ສານ​ສົມ​ທົບການ​ສູ້​ຮົບ, ຈັດ​ຕັ້ງການ​ສູ້​ຮົບ​ໂຈມ​ຕີ​ສັດຕູຫຼາຍຄັ້ງ, ​ສ້າງ​ບາດ​ລ້ຽວ​ສຳລັບ​ການ​ຕໍ່​ຕ້ານ, ສິ່ງ​ທີ່​ພົ້ນ​ເດັ່ນ​ແມ່ນ​ບັ້ນ​ຮົບຢູ່​ພາກ​ເໜືອ​ຂອງ​ລາວປີ 1953, ເລີ່ມ​ຕົ້ນ​ໃນ​ວັນ​ທີ 8 ເມ​ສາ 1953 ແລະ ສຳ​ເລັດ​ສິ້ງ​ສຸດ​ລົງໃນ​ວັນ​ທີ 3 ພຶດ​ສະ​ພາ 1953(8).

ເສີມ​ຂະ​ຫຍາຍ​ຜົນ​ສຳ​ເລັດ​ທີ່​ບັນ​ລຸ​ໄດ້ນັ້ນ, ໃນ​ບັ້ນ​ຮົບລະດູ​ໜາວ​ບານ​ໃໝ່​ປີ 1953-1954, ກຳ​ລັງ​ປະ​ກອບ​ອາ​ວຸດຫວຽດ​ນາມ-ລາວ ສືບ​ຕໍ່​ປະ​ສານ​ສົມ​ທົບ​ເປີດ​ບັ້ນ​ຮົບບຸກ​​ໂຈມ​ຕີ​ຍາດ​ເອົາ​ໄຊ​ຊະ​ນະ​ໃນ​ພາກ​ກາງຂອງລາວ (ເດືອນພະ​ຈິກ 1953), ​ໃນພາກ​ເໜືອຄັ້ງ​ທີ​ສອງ (ເດືອນກຸມ​ພາ 1954) ແລະພາກ​ໃຕ້ (ເດືອນເມ​ສາ 1954), ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະ​ດວກ​ໃຫ້ປະ​ຊາ​ຊົນຫວຽດ​ນາມກ້າວ​ຂຶ້ນ​ດັບ​ສູນ​​ກຸ່ມ​ທີ່​ໝັ້ນ ດ້ຽນ​ບຽນ​ຝູ. ກອງ​ທັບແລະປະ​ຊາ​ຊົນ​ລາວ​ສືບ​ຕໍ່​ການ​ປະ​ສານ​ສົມ​ທົບ, ຍູ້​ແຮງ​ການເຄື່ອນ​ໄຫ​ວ​ການ​ທະ​ຫານ​ຢູ່​ທຸກ​ແຫ່ງ​ຫົນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ໄຊ​ຊະ​ນະ​ຮ່ວມ​ກັນ​ຂອງ​ບັ້ນ​ຮົບ ແລະ ເຖິງວັ​ນ​ທີ 21 ກໍ​ລະ​ກົດ 1954, ສັນ​ຍາ​ເຊີ​ແນວ​ໄດ້ຮັບ​ການ​ລົງ​ນາມ, ການ​ຕໍ່​ສູ້​ຕ້ານ​ຝຣັ່ງ ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດລາວ​ແລະຫວຽດ​ນາມໄດ້​ສິ້ນ​ສຸດລົງ​ຢ່າງ​ສຳ​ເລັດ​ຜົນ.

ທະ​ຫານ​ອາ​ສາ​ສະ​ໝັກແລະຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມ ​ໄດ້​ຄຽງ​ບ່າ​ຄຽງ​ໄລ່​ກັນກັບປະ​ຊາ​ຊົນ​ລາວ ​ໃນ​ການຕໍ່​ສູ້ຕ້ານອາ​ເມ​ລິກາ

ພາຍຫຼັງ​ສັນ​ຍາ​ເຊີ​ແນວ, ບັນ​ດາ​ກົມ​ກອງ​ທະ​ຫານ​ອາ​ສ​າ​ສະ​ໝັກຫວຽດ​ນາມຢູ່​ປະ​ເທດ​ລາວ ຖອນ​ກັບ​ຄືນ​ປະ​ເທດ. ແຕ່ວ່າ, ຈັກ​ກະ​ພັດອາ​ເມລິ​ກາໄດ້​ເຂົ້າ​ມາ​ປ່ຽນ​ແທນ​ພວກ​ລ່າ​ເມືອງ​ຂຶ້ນຝຣັ່ງ, ຮຸກ​ຮານຫວຽດ​ນາມ ແລະ ລາວ ດ້ວຍ​ລັດ​ທິ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່. ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຄວາມ​ສາ​ມັກ​ຄີ​ສູ້​ຮົບ ລະ​ຫວ່າງ​ສອງກອງ​ທັບ​ໃນການຕໍ່​ຕ້ານຝຣັ່ງ, ຕາມ​ຂໍ້​ສະ​ເໜີ​ຂອງ​ລັດ​ຖະ​ບານ​ຕໍ່​ຕ້ານ ແລະ ກະ​ຊວງ​ປ້ອງ​ກັນ​ຊາດລາວ, ຄະ​ນະ​ທີ່​ປຶກ​ສາ​ດ້ານການ​ທະ​ຫານຫວຽດ​ນາມທີ່​ມີ​ລະ​ຫັດ​ຊື່ ຄະ​ນະ 100 ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນໃນ​ເດືອນກໍ​ລະ​ກົດ 1954. ໃນ​ຊຸມ​ປີ​ຕົ້​ນ​ຂອງການ​ຕໍ່​ສູ້ຕ້ານ​ອາ​ເມລິ​ກາ, ຄະ​ນະ​ທີ່​ປຶກ​ສາ 100 ໄດ້​ມີ​ການ​ໝູນ​ໃຊ້​ບັນ​ດາ​ບົດ​ຮຽນ​ຂອງຫວຽດ​ນາມ​ເຂົ້າ​ໃນ​ພາກ​ຕົວ​ຈິງ​ຂອງ​ການ​ປະ​ຕິ​ວັດ​ລາວ, ຊ່ວຍ​ເຫຼືອ​ການກໍ່​ສ້າງ​ແລະປັບ​ປຸງ​ກຳ​ລັງ; ເຝິກ​ແອບການ​ທະຫານ, ກໍ່​ສ້າງ​ເຂດ​ທີ່​ໝັ້​ນ ແລະ ວຽກ​ງານ​ພະ​ລາ​ທິ​ການ​ໃນ​ກອງ​ທັບ​ລາວ. ພິ​ເສດ, ວຽກ​ງານກໍ່​ສ້າງ​ພັກ​ໃນ​ກຳ​ລັງ​ປະກອບ​ອາວຸດລາວ ​​ໄດ້​ຮັບຄວາມ​ເອົາ​ໃຈ​ໃສ່ຕັ້ງ​ແຕ່​ເລີ່ມ​ຕົ້​ນຈາກຄະ​ນະ​ທີ່​ປຶກ​ສາ 100​, ​ຜ່ານນັ້ນ​ໄດ້​ສ້າງ​ຕັ້ງ​ລະ​ບົບ​ການ​ນຳ​ຂອງ​ພັກ​ໃນ​ກອງ​ທັບ​ລາວ, ຊ່ວຍ​ໃຫ້ລາວປົກ​ປັກ​ຮັກ​ສາ​ຜົນ​ງານ​ການ​ປະ​ຕິ​ວັດ​ໃນ​ຊຸມ​ປີທຳ​ອິດ​ຂອງ​ການ​ຕໍ່ສູ້​ຕ້ານອາ​ເມລິ​ກາ.

ແຕ່​ປີ 1959, ຈັກ​ກະ​ພັດອາ​ເມລິ​ກາໄດ້​ດຳ​ເນີນ​ຍຸດ​ທະ​ສາດ “ສົງ​ຄາມ​ພິ​ເສດ” ຢູ່​ປະ​ເທດ​ລາວ. ການ​ຕໍ່​ສູ້​ປົດ​ປ່ອຍ​ປະ​ເທດ​ຊາດ​ຂອງ​ປະ​ຊາ​ຊົນ​ລາວ ຢືນ​ຕໍ່​ໜ້າ​ຄວາມ​​ທົດ​ສອບຫຼາຍ​ຢ່າງ. ຕໍ່​ໜ້າ​ການ​ຜັນ​ແປ​ໃໝ່​ຂອງ​ສະ​ພາບ​ການ​ປະ​ຕິ​ວັດ​ລາວ, ໃນ​ວັນ​ທີ 2 ກໍ​ລະ​ກົດ 1959, ໃນ​ບົດ​ລາຍ​ງານ​ຂອງກົມ​ການ​ເມືອງ ກ່ຽວ​ກັບ​ສະ​ພາບ​ການ​ໃໝ່ ແລະ ໜ້າ​ທີ່​ສະ​ເພາະໜ້າ​ຂອງ​ການ​ປະ​ຕິ​ວັດລາວ, ໃນ​ນັ້​ນ​ໄດ້​ກຳ​ນົດ​ໜ້າ​ທີ່​ຂອງ​ພັກແລະປະ​ຊາຊົນ​ຫວຽດນາມ ຕໍ່​ການ​ປະ​ຕິ​ວັດລາວ​ໃນ​ເວ​ລານີ້​ແມ່ນ: “ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ວັດ​ລາວ ​ເປັນ​ໜ້າ​ທີ່​ສາ​ກົນ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ພັກ ແລະ ປະ​ຊາ​ຊົນຫວຽດ​ນາມ…, ເປັນ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ​​ສຳ​ຄັນ​ທີ່​ສຸດ​ສຳລັບ​ພາ​ລະ​ກິດ​ປັບ​ປຸງ​ພາກ​ເໜືອ ແລະ ຕໍ່​ສູ້​​​ເພື່ອ​ທ້ອນ​ໂຮມ​ປະ​ເທດ​ເປັນເອ​ກະ​ພາບ”(9). ດ້ວຍ​ຈິດ​ໃຈນັ້ນ, ໃນ​ວັນ​ທີ 6 ກໍ​ລະ​ກົດ 1959, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ແຮງ​ງານຫວຽດ​ນ​າມ ໄດ້​ຈັດ​ຕັ້ງ​ຄະ​ນະກຳມະການ​ເຮັດ​ວຽກ​ງານຢູ່ລາວ, ໂດຍ​ທ່ານພົນ​ເອກ ຫວໍງວຽນຢາບ ເປັນ​ຫົວ​ໜ້າ​ຄະ​ນະ. ​ຫຼັງຈາກ​ນັ້ນ, ໃນ​ວັນ​ທີ 12 ກັນ​ຍາ 1959, ຄະ​ນະ​ຊ່ຽວ​ຊານ​ການ​ທະ​ຫານ 959 ໄດ້​ຖືກສ້າງ​ຕັ້ງຂຶ້ນ ແລະ​ເຂົ້າມາ​ເຄື່ອນ​ໄຫວ​ໃນປະ​ເທດ​ລາວ. ນີ້​ແມ່ນ​ບັນ​ດ​າຂໍ້​ຕົກ​ລົງ​ທີ່​ສຳ​ຄັນ, ສະ​ແດງ​ເຖິງວິ​ໄສ​ທັດ​ຍຸດ​ທະ​ສາດແລະຄວາມ​ປະ​ດິດ​ສ້າງ ​ໃນ​ການ​ນຳ​ພາ​ກຳ​ລັງ​ກອງ​ທັບ​ປະ​ຊາ​ຊົນຫວຽດ​ນາມ ​ເຂົ້າມາ​ຊ່ວຍ​ລາວຕໍ່ສູ້​ກັບອາ​ເມລິ​ກາ​ເພື່ອກູ້​ຊາດ.

ເຖິງວ່າ​ບັນ​ດາ​ກອງ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມ ມີ​ພາ​ລະ​ບົດ​ບາດ, ໜ້າ​ທີ່​ທີ່​ແຕກ​ຕ່າງ​ກັນ, ເຄື່ອນ​ໄຫວ​ໃນ​ບັນ​ດາ​ບໍ​ລິ​ເວັນ​ທີ່​ຕ່າງ​ກັນ​ຢູ່​ລາວກໍ່ຕາມ, ແຕ່​ລ້ວນ​ແຕ່​ມີ​ຈຸດ​ປະ​ສົງ​ຮ່ວມ​ກັນ​ແມ່ນ​ຊ່ວຍ​ເຫຼືອ​ໃຫ້​ເພື່ອນລາວ​ເຕີບ​ໃຫຍ່, ​ຮັບ​ປະ​ກັນປະຕິບັດ​​ພາລະກິດ​​ການ​ປະ​ຕິ​ວັດ​ໄດ້​ເທື່ອ​ລະ​ກ້າວ. ໃນ​ຂະ​ບວນ​ການ​ຊ່ວຍ​ເຫຼືອລາວ, ບັນ​ດາ​ກອງ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຄະນະຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມ ລ້ວນ​ແຕ່​​ໄດ້ເລີ່ມ​ຕົ້ນ​ດ້ວຍ​ຄຳ​ແນະນຳ, ຂໍ້​ສະ​ເໜີ​ແນະ​ກ່ຽວ​ກັບ​ບັນ​ຫາ​ທີ່​ສຳ​ຄັນ, ຊ່ວຍ​ໃຫ້​ບັນດາ​ຜູ້ນຳ​ລາວ​ພິ​ຈາ​ລະ​ນາ, ວາງ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​​ນຳ​ພາການ​ຕໍ່​ຕ້ານ, ການກໍ່​ສ້າງແລະສູ້​ຮົບຂອງກອງ​ທັບລາວ; ປະຕິບັດ​ຕາມ​ມະ​ຕິ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວແລະກະ​ຊວງ​ປ້ອງ​ກັນປະ​ເທາດລາວຢ່າງ​ໃກ້ຊິດ​ ເພື່ອຈັດ​ຕັ້ງ​ຜັນ​ຂະຫຍາຍການກໍ່​ສ້າງ​ກຳ​ລັງ, ສະ​ເໜີ​ວິ​ທີ​ການ​ສູ້​ຮົບ, ປະ​ສານ​ສົມ​ທົບ​ສູ້​ຮົບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພິ​ເສດ​ແມ່ນ​ໃນ​ບັນ​ດາບັ້ນ​ຮົບ​ໃຫຍ່​ຄື: ນ້ຳ​ທ່າ (ປີ 1962), 128, 74A (ປີ 1964), ນ້ຳ​ບາກ (1968), ເມືອງ​ສວຍ (ປີ 1969), ເສັ້​ນ​ທາງ​ເລກ​ທີ 9 - ພາກໃຕ້ຂອງ​ລາວ (ປີ 1971), ທົ່ງ​ໄຫ​ຫິນ - ຊຽງ​ຂວາງ (ປີ 1972)…, ໄດ້​ສ້າງ​ບາດ​ກ້າວ​ທີ່​ຍິ່ງໃຫຍ່​ໃນ​ພາ​ລະ​ກິດການ​ຕໍ່​ຕ້ານ​ຂອງ​ການ​ປະ​ຕິ​ວັດ​ລາວ ແລະ ​ໄດ້​ສົ່ງ​ຜົນ​ກະ​ທົບ​ອັນ​ຕັ້ງ​ໜ້າ​ກັບ​ຄືນ​ຕໍ່​ການ​ຕໍ່​ຕ້ານ​ອາ​ເມ​ລິ​ກາ ​ເພື່ອກູ້​ຊາດ​ຂອງ​ປະ​ຊາ​ຊົນຫວຽດ​ນາມ. ຫຼັງຈາກ​ບັນ​ດາ​ການ​ປະ​ລາ​ໄຊ​ຢ່າງ​ຕໍ່​ເນື່ອງ, ​ວັນ​ທີ 29 ມັງ​ກອນ 1973, ຈັກ​ກະ​ພັດອາ​ເມ​ລິ​ກາຕ້ອງ​ຍອມເຊັນ​ສັນ​ຍາປາຣີ. ຫຼັງ​ຈາກນັ້ນ​ໜຶ່ງ​ເດືອນ, ໃນ​ວັນ​ທີ 21 ກຸມ​ພາ 1973, ຈັກ​ກະ​ພັດອາ​ເມ​ລິ​ກາຕ້ອງ​ເຊັນ​ສັນ​ຍາວຽງ​ຈັນກ່ຽວ​ກັບ​ລາວ. ມາ​ຮອດ​ເວລາ​ນັ້ນ, ການ​ຕໍ່​ສູ້​ຕ້ານອາ​ເມ​ລິ​ກາ​ເພື່ອກູ້​ຊາດ​ ຂອງ​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດຫວຽດ​ນາມແລະລາວ ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່.

ໃນ​ເດືອນທັນ​ວາ 1973, ​ໃນກອງ​ປະ​ຊຸມ​ລະ​ຫວ່າງ​​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ພັກ​ແຮງ​ງານຫວຽກ​ນາມ ແລະ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ສອງ​ຝ່າຍ​ໄດ້ຕົກລົງທີ່​ຈະ​ເຄື່ອນຍ້າຍ​ບັນ​ດາ​ກົມ​ກອງ​ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ​ເຂົ້າ​ມາ​ຢູ່​​​ເບື້ອງຫຼັງ​ ​ເພື່ອ​ຊ່ວຍ​ປົກ​ປັກຮັກ​ສາ​ເຂດ​ປົດ​ປ່ອຍ ​ແລະ ຊ່ວຍ​ເຫຼືອ​ກອງທັບ​ປົດ​ປ່ອຍ​ປະ​ເທດລາວສູ້​ຮົບ​ຢູ່​ແນວ​ໜ້າ. ຄຽງ​ຂ້າງ​ນັ້ນ​ແມ່ນ​ການ​ຖອນກຳ​ລັງຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມສ່ວນ​ຫຼາຍ​ກັບເມືອ​ປະ​ເທດ. ຕາມນັ້ນ, ໃນ​ຊຸມ​ປີ​ທ້າຍ​ການ​ຕໍ່​ຕ້ານ​ອາ​ເມ​ລິ​ກາ​ເພື່ອກູ້​ຊາດ (1973-1975), ເຖິງວ່າ​ຈຳ​ນວນ​ພົນ​ບໍ່ຫຼາຍ, ແຕ່​ຖັນ​ແຖວ​ຊ່ຽວ​ຊານ​ການ​ທະ​ຫານ​ໄດ້​ສຸມ​ໃສ່​ຊ່ວຍ​ເຫຼືອ​ການ​ປະ​ຕິ​ວັດລາວ ກ່ຽວ​ກັບບັນ​ດາບັນ​ຫາ​ອັນ​ພື້ນ​ຖານ​ແລະ​ສຳ​ຄົນທີ່​ສຸດ, ພິ​ເສດແມ່ນ​ຊ່ວຍ​ໃຫ້​ການ​ປະ​ຕິ​ວັດລາວ​ຕໍ່​ສູ້​ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ​ດ້ວຍ “ສາມ​ບາດ​ຄ້ອນ​ຍຸດ​ທະ​ສາດ” ແລະ “​ປາຍແຫຼມການ​ຕໍ່​ສູ້​ທາງ​ກົດໝາຍ”, ກ້າວ​ຂຶ້ນ​ສຳ​ເລັດ​ການ​ປະ​ຕິ​ວັດ​ຊາດ​ປະ​ຊາ​ທິ​ປະ​ໄຕ​ຢູ່ປະ​ເທດ​ລາວ, ນຳ​ໄປ​ສູ່​ການ​ກຳ​ເນີດ​ຂອງປະ​ເທດສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປະ​ໄຕປະ​ຊາ​ຊົນລາວ ໃນ​ວັນ​ທີ 2 ທັນ​ວາ 1975.

ອາດ​ຈະ​ເວົ້າ​ໄດ້​ວ່າ, ໃນ​ການ​ຕໍ່​ສູ້​ຕ້ານ​ພ​ວກ​ລ່າ​ເມືອງ​ຂຶ້ນຝ​ຣັ່ງ ແລະ ຈັກ​ກະ​ພັດອາ​ເມ​ລິ​ກາຜູ້​ຮູກ​ຮານ, ການ​ໝູນ​ໃຊ້​ຢ່າງ​​ປະ​ດິດ​ສ້າງ​ແນວ​ທາງ, ຫຼັກ​ການ​ສາ​ມັກ​ຄີ​ສາ​ກົນ​ຂອງ​ພັກ ກໍ່​ຄື​ທິດ​ນຳ​ຍຸດ​ທະ​ສາດ “ຊ່ວຍປະຊາຊົນ​ປະ​ເທດ​ເພື່ອນແມ່ນ​ຊ່ວຍ​ໃຫ້​ຕົນ​ເອງ” ຂອງ​ປະ​ທານໂຮ່​ຈິີມິນ, ພິ​ເສດ​ແມ່ນ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ການຊີ້​ນຳ​ນຳ​ພາຂອງ​ຄະ​ນະ​ພັກ​ການທະຫານ​ສູນ​ກາງ ແລະ ກອງ​ບັນ​ຊາ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ, ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຜູ້​ຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມ​ຢູ່​ປະ​ເທດລາວ ໄດ້​ຕັ້ງ​ໜ້າ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ​​ການ​ປະ​ຕິ​ວັດລາວ ​ໃນ​ການຍູ້​ແຮງ​ການ​ຕໍ່​ຕ້ານ, ສ້າງ​ສາ​ປະ​ເທດ​ຊາດ, ສ້າງ​ວິ​ລະ​ກຳ​ອັນ​ໂດ່ງ​ດັງ​ຈຳ​ນວນຫຼາຍ, ສຳ​ເລັດ​ການ​ປະ​ຕິ​ວັດ​ຊາດ​ປະ​ຊາ​ທິ​ປະ​ໄຕປະ​ຊາ​ຊົນຢູ່ປະ​ເທດລາວ. ດ້ວຍ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ທະ​ຫານ​ອາ​ສາ​ສະ​ໝັກແລະຊ່ຽວ​ຊານ​ການ​ທະ​ຫານຫ​ວຽດ​ນາມ ໄດ້​ສຳ​ເລັດຢ່າງ​ດີ​ເດັ່ນ​ໜ້າ​ທີ່​ເຊິ່ງພັກ, ລັດ ແລ​ະ ກອງ​ທັບ​ປະ​ຊາ​ຊົນຫວຽດ​ນາມມອບ​ໝາຍ​ໃຫ້, ກາຍ​ເປັນ​ສັນ​ຍະ​ລັກອັນ​ມີຊີ​ວິດ​ຊີ​ວາ​ແຫ່ງ​ສາຍ​ພົວ​ພັນ​ແບບ​ພິ​ເສດຫວຽດ​ນາມ - ລາວ ແລະ ເປັນ​​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ສອງ​ຊົນ​ຊາດຫວຽດ​ນາມ ແລະ ລາວ.

ໃນ​ຂະ​ບວນການ​ປະ​ຕິ​ບັດ​ໜ້າ​ທີ່​ສາ​ກົນ​ທີ່ປະ​ເທດລາວ, ທະ​ຫານ​ອາ​ສາ​ສະ​ໝັກແລະຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມ ໄດ້ສ້າງ​ຄວາມຮູ້ສຶກ​ທີ່​ດີ​ຫຼາຍ​ຢ່າງໄວ້​ກັບ​ປະ​ເທດ​ລາວ​. ​ເໝືອນ​ດັ່ງ​ສະ​ຫາຍ ຄຳ​ໄຕ່ ສີ​ພັນ​ດອນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​​ປະ​ເທດ​ລາວ ​ໄດ້ຢືນ​ຢັນ​ວ່າ: “ຕັ້ງແຕ່​ເລີ່​ມຕົ້ນ, ກອງ​ທັບ​ປະ​ຊາ​ຊົນຫວຽດ​ນາມໄດ້​ເຊື່ອມ​ຊືມ​ຈິດ​ໃຈ​ສາ​ກົນ​ກຳ​ມາ​ຊີບ​ອັນ​ສູງ​ສົ່ງ, ຫຼາຍ​ສິບ​ປີ​ທີ່​ໄດ້​ປະ​ຮອຍ​ຕີນ​ໃນ​ທຸກສະໜາມ​ຮົບ​​ໃນ​ປະ​ເທດ​ລາວ, ນຳ​ເອົາ​ເລືອດ​ເນື້ອ​ເຫື່ອ​​ແຮງ ແລະ ບົດ​ຮຽນປະສົບ​ການ​ຂອງ​ຕົນ ​ເພືຶ່ອ​ຊ່ວຍ​ໃຫ້ລາວກໍ່​ສ້າງ​ກຳ​ລັງ​​ແຮງສູ້​ຮົບ ແລະຍາດ​ເອົາ​ໄຊ​ຊະ​ນະ. ປະ​ຊາ​ຊົນ​ລາວ​ຈະ​ບໍ່​ມີ​ວັນ​ລືມ​ຮູບ​ພາບຂອງ​ທະຫານ​ສາ​ກົນຫວຽດ​ນາມ ທີ່​ໄດ້​ຜ່ານ​ຜ່າ​ການ​ປິດ​ລ້ອມ​ທີ່​ໜາ​ແໜ້ນ​ຂອງ​ສັດ​ຕູ​ ມາສູ່​ປະ​ເທດ​ລາວ​ເມື່ອ​ການ​ປະ​ຕິ​ວັດລາວທີ່ຍັງ​ຢູ່​ໃນ​ໄວ​ເດັກ, ​ອົດ​ທົນກັບ​ຄວາມຫິວ​ແລະ​ໂລຄາ​ພະຍາດ, ​ເຄື່ອນ​ໄຫວ​ຢ່າງ​ງຽບໆ ຄ່ອຍໆ​ລົງ​ເລິກ​ເຂົ້າ​ໄປໃນມະຫາຊົນ​ ເພື່ອ​ຊ່ວຍ​ໃຫ້​ລາວກໍ່​ສ້າງ​ຮາກ​ຖານ​ການ​ເມືອງ, ພັດ​ທະ​ນາ​ກຳ​ລັງ​ປະ​ກອບ​ອາ​ວຸດ… ໃນ​ຊຸມ​ປີ​​ແຫ່ງ​ການ​ຕໍ່​ຕ້ານ, ເຖິງວ່າປະ​ເທດຫວຽດນາມ​ກຳ​ລັງ​ຖືກ​ສັດ​ຕູ​ທຳ​ລາຍ, ແຕ່ກອງ​ທັບ​ປະ​ຊາ​ຊົນຫວຽດ​ນາມຍັງ​ແບ່ງ​ປັນ​ກຳ​ລັງ​ຄົນ ກຳລັງຊັບ​ທີ່​ຈຳ​ກັດ​ຂອງ​ຕົນ​, ພ້ອມ​ກັນກັບ​ປະ​ຊາ​ຊົນ​ແລະກອງ​ທັບລາວຕໍ່ສູ້​, ຕໍ່ສູ້​ທັງ​ກາງ​ວັນ​ແລະ​ກາງຄືນ​ກັບ​ສັດຕູ​ເພື່ອ​ຍາດ​ເອົາ​ແຕ່​ລະ​ຈອບ​ພູ ສາ​ຍນ້ຳ, ​ເອົາ​ຊະນະ​ຍຸດ​ທະ​ສາດ​ສົງຄາມ​ຂອງ​ສັດ​ຕູ, ປົກ​ປັກ​ຮັກ​ສາແລະເປີດກວ້າງ​ເຂດ​ປົດ​ປ່ອຍ​ຂອງ​ການ​ປະ​ຕິ​ວັດ​ລາວ…. ຈາດ​ພູ​ຜາ​ປ່າ​ດົງຫາ​ເຂດທົ່ງ​ພຽງ, ຈາກ​ເຂ​ດ​ປົດ​ປ່ອຍ​ເຖິງ​ເຂດທີ່​ສັດ​ຕູປົກຄອງ, ​ນັກ​ຮົບ​ສາ​ກົນຫວຽດ​ນາມຈຳນວນ​ຫຼາຍ ໄດ້​ນຳ​ເອົາ​ເລືອດ​ເນື້ອ​ເຫື່ອ​ແຮງຂອງ​ຕົນ​ປະ​ສົມ​ກັບ​ເລືອດ​ເນື້ອ​ເຫື່ອ​ແຮງ​ຂອງ​ນັກ​ຮົບ​ແລະປະ​ຊາ​ຊົນລາວ, ​ໄດ້​ກາຍ​ເປັນ​ລູກ​ເຕົ້າ​ທີ່​ອະ​ມະ​ຕະ​ຂອງ​ຊາດ​​ລາວ, ​ປະ​ກອບ​ສ່ວນເຮັດ​ໃຫ້​ປະ​ເທດລາວ​ທີ່​ຮັກ​ແພງ​ມີ​ຄວາມຈະ​ເລີ​ນ​ຮູ່ງ​ເຮືອງ​​ຂຶ້ນ​ຕື່​ມ”. ສະ​ຫາຍ​ ໄກ​ສອນ ພົມ​ວິ​ຫານ, ເລ​ຂາ​ທິ​ການ​ໃຫຍ່ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວໄດ້ເນັ້ນ​ໜັກ​ວ່າ: ພະ​ນັກ​ງານ, ນັກ​ຮົບ​ທະ​ຫານ​ອາ​ສາ​ສະ​ໝັກແລະຊ່ຽວ​ຊານ​ການ​ທະຫານ​ຫວຽດນາມແມ່ນ “ບັນ​ດາ​ນັກ​ຮົບ​ສາ​ກົນ​ພິ​ເສດ… ໄດ້​ຍົກ​ສູງ​ນ້ຳ​ໃຈ​ສາ​ກົນ​ກຳ​ມາ​ຊີບ​ອັນ​ໃສ​ແຈ້ງ, ຮັກ​ແພງ​ປະ​ຊາ​ຊົນ​ລາວຄື​ພໍ່​ແມ່, ອ້າຍ​ນ້ອງ​ໃນຄອບ​ຄົວ​ດຽວກັນ, ໄດ້​ຮ່ວມ​ທຸກຮ່ວມ​ສຸກ, “ເຂົ້າ​ເມັດ​ຫັກ, ພັກ​ເສັ້ນ​ໜຶ່ງກໍ່​ແບ່ງ​ກັນກິນ”, ຮັບ​ເອົາ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ຕົນ​ເອງ, ອຳນວຍ​ຄວາມ​ສ​ະ​ດວກ​ໃຫ້​​ແກ່​ພວກ​ເຮົາ, ຄຽງ​ບ່າ​ຄຽງ​ໄລ່​ກັນ​ສູ້​ຮົບ, ເປັນ​ຕາຍ​ຮ່ວມ​ກັນ​ກັບ​ກອງ​ທັບ​ປະ​ຊາ​ຊົນ​ພວກ​ເຮົາ​ໃນ​ແຕ່​ລະ​ຂຸມ​ຄອງ, ໃນ​ທຸກສະໜາມ​ຮົບທົ່ວ​ປະ​ເທດ​ດ້ວຍ​ຈິດ​ໃຈ​ອົງ​ອາດ​ກ້າ​ຫານ​ອັນ​ລ້ຳ​ເລີດ” (10).

ໃນ​ພາກ​ຕົວ​ຈິງ​ ການ​ເຄື່ອນ​ໄຫວ​ຂອງ​ທະ​ຫານ​ອາ​ສາ​ສະ​ໝັກ ແລະຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມຢູ່ປະ​ເທດ​ລາວ​ໃນ 30 ປີແຫ່ງ​ສົງ​ຄາມ​ປົດ​ປ່ອຍ​ ​ໄດ້ປະ​ໄວ້​ເຊິ່ງ​ບົດ​ຮຽນ​ອັນ​ລ້ຳ​ຄ່າ​ຫຼາຍຢ່າງ​ຄື:

ທີ​ໜຶ່ງ, ຍາມ​ໃດ​ກໍ່​ຕ້ອງ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ສາ​ມັກ​ຄີ​ສາ​ກົນ​ຂອງ​ພັກ ແລະ ທິດ​ນຳ​ຍຸດ​ທະ​ສາດ “ຊ່ວຍປະຊາຊົນ​ປະ​ເທດ​ເພື່ອນແມ່ນ​ຊ່ວຍ​ໃຫ້​ຕົນ​ເອງ“ ຂອງ​ປະ​ທານ ໂຮ່​ຈິມິນ ໃນ​ຂະ​ບວນ​ການ​ເຄື່ອນ​ໄຫວ​ຢູ່​ປະ​ເທດ​ລາວ.

ທີ​ສອງ, ໃກ້​ຊິດ​ຕິດ​ແທດ​ກັບ​ສະ​ພາບ​ການ​ຕົວ​ຈິງ​ເພື່ອກໍ່​ສ້າງ, ພັດ​ທະ​ນາ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ​ການ​ທະ​ຫານ​ໃຫ້​ເໝາະ​ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ການ​ປະ​ຕິ​ວັດລາວ.

ທີ​ສາມ, ປະ​ຕິ​ບັດ​ໃຫ້​ຖືກ​ຕ້ອງ​ຕາມ​ພາ​ລະ​ບົດ​ບາດ, ໜ້າ​ທີ່​ຂອງ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ​ການ​ທະ​ຫານ ​ໃນ​ຂະ​ບວນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ສາ​ກົນ​ ເພື່ອກໍ່​ສ້າງການ​ຮ່ວມ​ສຳພັນ​ສູ້​ຮົບຫວຽດ​ນາມ - ລາວ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແກ່ນ.

ທີ​ສີ່, ສຶກສາ​ສະຖານະ​ການ​ຂອງ​ປະ​ເທດ​ແລະ​ປະຊາຊົນລາວ, ກໍ່​ຄື​ແຜນ​ນະ​ໂຍ​ບາຍ​ແລະແນວ​ທາງ​ຂອງ​ພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວຢ່າງບໍ່​ຢຸດຢັ້ງ ເພື່ອຊ່ວຍ​ເຫຼືອ​ການ​ປະ​ຕິ​ວັດລາວຢ່າງ​ແທດຈິງ​ແລະມີ​ປະ​ສິດ​ທິ​ຜົນ.

ທີ​ຫ້າ, ເອົາ​ໃຈ​ໃສ່​ເຖິງ​ການ​ບຳ​ລຸ​ງ​ສ້າງ, ຍົກ​ສູງ​ລະ​ດັບ​ຄວາມ​ຮູ້​ໃນ​ທຸກ​ດ້ານ​ຂອງ​ທະ​ຫານ​ອາ​ສາ​ສະ​ໝັກ ແລະຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມ ເພື່ອ​ຕອບ​ສະ​ໜອງ​​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ແລະໜ້າ​ທີ່​ຊ່ວຍ​ເຫຼືອ​ການ​ປະ​ຕິ​ວັດລາວ.

ສະ​ຖານະ​ການ​ສາ​ກົນແລະພາກ​ພຶື້ນ​ເຄີຍ​ຜັນ​ແປ​ຢ່າງ​ສັບ​ສົນ​ແລະ​ບໍ່​ສາມາດຄາດ​ເດົາ​ໄດ້. ບັນ​ດາ​ອິດ​ທິ​ກຳ​ລັງ​ສັດ​ຕູ​ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຕ້ານຢັນທຳ​ລາຍຫວຽດ​ນາມໃນ​ທຸກ​ດ້ານ, ເປັນ​ຕົ້ນ​ແມ່ນ​ເສກ​ສັນ​ປັ້ນ​ແຕ່ງ, ບິດ​ເບືອນຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ສຳພັນ​ສູ້​ຮົບ​​ແບບພິ​ເສ​ດ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ, ກອງ​ທັບແລະປະ​ຊາ​ຊົນ​ສອງ​ປະ​ເທດຫວຽດ​ນາມແລະລາວ ໃນຊຸມ​ປີ​ແຫ່ງ​ການ​ຕໍ່​ຕ້ານທີ່​ຫຍຸ້ງຍາກ​ລຳ​ບາກ, ໃນ​ນັ້​ນ​ມີ​ການ​ເຄື່ອນ​ໄຫວ​ຂອງ​ທະ​ຫານ​ອາ​ສາ​ສະ​ໝັກແລະຊ່ຽວ​ຊານການ​ທະ​ຫານຫວຽດ​ນາມຢູ່​ປະ​ເທດ​ລາວ. ດັ່ງ​ນັ້​ນ, ກວ່າ​ເວ​ລາ​ໃດໝົດ, ຄຽງ​ຄູ່​ກັ​ນ​ກັບ​ການ​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ລ້ຳ​ຄ່າ ແລະ ກຳ​ລັງ​ແຮງ​ສັງ​ລວມ​ຂອງ​ທັງ​ສອງ​ປະ​ເທດ, ການ​ໝູນ​ໃຊ້​ຢ່າງ​ປະ​ດິດ​ສ້າງ​ບັນ​ດາ​ບົດ​ຮຽນ​​ປະ​ຫວັດ​ສາດ, ພິ​ເສດ​ແມ່ນ​ບົດ​ຮຽນປະສົບ​ການ​ຂອງ​ຂະ​ບວນ​ການ​ເຄື່ອນ​ໄຫວ​ຂອງ​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມຢູ່​ປະ​ເທດ​ລາວ ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ ໃນ​ການ​ສືບ​ຕໍ່​ກໍ່​ສ້າງ​ແລະປັບ​ປຸງ​ຄວາມ​ສາ​ມັກ​ຄີ​ສູ້​ຮົບ​ແບບ​ພິ​ເສດ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ນັ້​ນກໍ່​ແມ່ນ​ການ​ກະ​ທຳ​ທີ່​ແທດຈິງ​ເພື່ອສະຫຼອງຄົບຮອບ 70 ປີ​ແຫ່ງວັນມູນ​ເຊື້ອ​ຂອງ​ທະ​ຫານ​ອາ​ສາ​ສະ​ໝັກແລະຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມທີ່​ຊ່ວຍ​ເຫຼືອລາວ (30 ຕຸ​ລາ 1949 - 30 ຕຸ​ລາ 2019), ຜ່ານ​ການສ​ະເຫຼີ​ມໃສະຫຼອງນີ້​ ຈະ​ຍົກ​ສູງ​ຄວາມ​ເອກ​ອ້າງທະ​ນົງ​ໃຈ​ໃຫ້​ແກ່ຄົນຫວຽດນາມ​ແລະ​ຄົນ​ລາວ​ທຸກ​ຮຸ່ນ, ເປັນ​ຕົ້ນ​ແມ່ນຊາວ​ໜຸ່ມ, ເພື່ອ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ໃຫ້​ຂຶ້ນສູ່​ລະ​ດັບ​ໃໝ່, ສົມ​ກຽດ​ກັບ​ບັນ​ດາ​ຄວາມ​ອຸ​ທິດ​ແລະເສຍ​ສະຫຼະ​ຂອງ​ຮຸ່ນພໍ່​ຮຸ່ນ​ອ້າຍ​ ທີ່​ໄດ້​ເສຍ​ສະຫຼະ​ເພື່ອຄວາມ​ເປັນ​ເອ​ກະລາດ, ​ອິດ​ສະ​ລະພາບ ຂອງ​ທັງ​ສອງຊາດຫວຽດ​ນາມແລະລາວ./.

​ໂດຍ ປ​ທ. ເລ​ວັນ​ຟອງ

ສ​ະ​ຖາ​ບັນ​ປະ​ຫວັດ​ສາດ, ​ສະ​ພາ​ບັນ​ດິດວິ​ທະ​ຍາ​ສາດ​ສັງ​ຄົມຫວຽດ​ນາມ

-------------------------------------

(1) ກະ​ຊວງ​ປ້ອງ​ກັນ​ຊາດ: ສະ​ຖາ​ບັນ​ປະ​ຫວັດ​ສາດ​ການ​ທະ​ຫານຫວຽດ​ນາມ - ຄະ​ນະ​ຕິດ​ຕໍ່​ສື່​ສານ​ທະ​ຫານ​ອາ​ສາ​ສະ​ໝັກແລະຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມຊ່ວຍ​ເຫຼືອລາວ: ທະ​ຫານ​ອາ​ສາ​ສະ​ໝັກແລະຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມ - ສັນ​ຍະ​ລັກ​ແຫ່ງ​ຄວາມ​ສາ​ມັກ​ຄີ​​ແບບພິ​ເສດ, ການ​ຮ່ວມ​ສຳພັນສູ້​ຮົບຫວຽດ​ນາມ - ລາວ, ສ​ພ​ຈ. ກອງ​ທັບ​ປະ​ຊາ​ຊົນ, ຮ່າ​ໂນ້ຍ, 2010, ໜ້າ​. 29.

(2) ລວມ​ມີຊາວ​ຫວຽດ​ນາມຕ່າງ​ດ້າວ​ທີ່​ຮັກ​ຊາດຢູ່​ປະ​ເທດລາວ, ຊາວ​ຫວຽດ​ນາມຕ່າງ​ດ້າວ​ທີ່​ຮັກ​ຊາດຢູ່​ປະ​ເທດໄທກັບ​ມາລາ​ວ ແລະ ແຕ່ຫວຽດ​ນາມມາ.

(3) ພົ້ນ​ເດັ່ນ​ແມ່ນ​ການ​ສູ້​ຮົບ​ປົກ​ປັກ​ຮັກ​ສາ​ເທດ​ສະ​ບານ ທ່າ​ແຂກ, ແຂວງ​ຄຳ​ມ່ວນ (ລາວ) ປີ 1946.

(4) ໃນ​ຕົ້ນ​ປີ 1948, ເຂດ​ປົກ​ຄອງ​ປະ​ສົມ 3, 4, 5, 10 ຂອງ​ຫວຽດນາມ ໄດ້​ແຕ່ງ​ຕັ້ງ​ພະ​ນັກ​ງານ​ຫຼາຍ​ຄົນມາ​ຊ່ວຍ​ເຫຼືອລາວ ​ໃນ​ການກໍ່​ສ້າງ​ຮາກ​ຖານ, ຈັດ​ຕັ້ງ​ມະ​ຫາ​ຊົນ ແລະ ເຝິກ​ອົບ​ຮົມ​ການ​ສູ້​ຮົບ​. ເຖິງ​ທ້າຍ​ປີ 1948, ຫວຽດ​ນາມມີ​ຈຳ​ນວນ​ພົນ​ຢູ່​ລາວປະມານ 1000 ຄົນ. ຕາມ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ: ສະ​ຖາ​ບັນ​ປະ​ຫວັດ​ສາດ​ການ​ທະ​ຫານຫວຽດ​ນາມ, ປະ​ຫວັດ​ສາດ​ທະ​ຫານ​ອາ​ສາ​ສະ​ໝັກຫວຽດ​ນາມ ໃນ​ການ​ຕໍ່​ຕ້ານຝ​ຣັ່ງ ​ຢູ່ປະ​ເທດ​ລາວ (1945 - 1954), ສ​ພ​ຈ. ກອງ​ທັບ​ປະ​ຊາ​ຊົນ, ຮ່າ​ໂນ້ຍ, 2002, ໜ້າ. 196.

(5) ວັນ​ທີ 30 ຕຸ​ລາ ໄດ້​ຖື​ເປັນ​ວັນ​ມູນ​ເຊື້ອ​ຂອງ​ທະ​ຫານ​ອາ​ສາ​ສະ​ມັກແລະຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມຊ່ວຍ​ເຫຼືອ​ລາວ.

(6) ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ - ພັກກອມ​ມູ​ນິດຫຽດ​ນາມ: ປະ​ຫວັດ​ສາດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ (1930 - 2007), ຈົດ​ກ່າຍ​ເຫດ​ການ, ພາກ​ທີ 1 (1930 - 1975), ສ​ພ​ຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2011, ໜ້າ 208.

(7) ກະ​ຊວງ​ປ້ອງກັນຊາດ: ສະ​ຖາ​ບັນ​ການ​ທະ​ຫານຫວຽດ​ນາມ - ຄະ​ນະ​ຕິດ​ຕໍ່​ສື່​ສານ​ທະ​ຫານ​ອາ​ສາ​ສະ​ໝັກ ແລະຊ່ຽວ​ຊານ​ການ​ທະ​ຫານຫວຽດ​ນາມຊ່ວຍ​ເຫຼືອ​ລາວ: ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຊ່ຽວ​ຊານ​ການ​ທະ​ຫານ ຫວຽດ​ນາມຊ່ວຍ​ເຫຼືອ​ລາວ - ສັນ​ຍາ​ລັກ​ແຫ່ງ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມສຳພັນ​ສູ້​ຮົບ ຫວຽດ - ລາວ,  ໜ້າ 300.

(8) ບັ້ນ​ຮົບ​ໃນພາກ​ເໜືອ​ຂອງ​ລາວ ແມ່ນບັ້ນ​ຮົບ​ໃຫຍ່​ທີ່​​​ລະ​ເບີດ​ຂຶ້ນ​ໃນ​ດິນ​ລາວ ​ແລະ​ເປັນຄັ້ງ​ທຳ​ອິດທີ່​ກອງທະ​ຫານຫຼວງຂອງຫວຽດ​ນາມ​ເຂົ້າມາ​ສູ້​ຮົບ​ໃນ​ດິນ​ແດນ​ລາວ, ດັ່ງ​ນັ້ນ ພົນ​ເອກ ຫວໍງວຽນຢາບ ເປັນ​ຜູ້​ຊີ້​ນຳການ​ສູ້​ຮົບ​ໂດຍ​ກົງ. ເຂົ້າ​ຮ່ວ​ມ​ບັ້ນ​ຮົບ​ດັ່ງ​ກ່າວ​ຍັງ​ມີ​ສະ​ຫາຍ ຮ່​ວາງວັນຖາຍ ເປັນ​ຫົວ​ໜ້າ​ເສ​ນາ​ທິ​ການ; ສະ​ຫາຍ ຫງວຽນຈິແທງ, ຫົວ​ໜ້າ​ການ​ເມືອງ ແລະ ສະ​ຫາຍ ເຈິ່ນດັງນິງ, ຫົວ​ໜ້າຝ່າຍ​ລຳ​ລຽງສະໜອງ. ຍ້ອນ​ຄວາມ​ສຳ​ຄັນ​ຂອງບັ້ນ​ຮົບ​ຕໍ່​ການ​ຕໍ່​ສູ້​ຕ້ານຝ​ຣັ່ງ ຂອງ​ທັງ​ສອງ​ຊາດ, ສູນ​ກາງ​ພັກໄດ້​ແຕ່ງ​ຕັ້ງສະ​ຫາຍ ຫງວຽນ ຄາງ, ກຳ​ມະ​ການສູນ​ກາງ​ພັກ ຮັບຜິດ​ຊອບ​ສະ​ເພາະ​ວຽກ​ງານຢູ່ລາວ ໄປ​ພ້ອມ​ກັນ​ກັບ​ກອງ​ບັນ​ຊາ​ການບັ້ນ​ຮົບ. ທາງ​ຝ່າຍ​ລາວມີ​ສະ​ຫາຍ ໄກ​ສອນ ພົມ​ວິ​ຫານ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ; ສະ​ເດັດ​ເຈົ້າ ສຸ​ພາ​ນຸ​ວົງ, ​ນາ​ຍົກ​ລັດ​ຖະ​ມົນ​ຕີລັດ​ຖະ​ບານ​ຕໍ່​ຕ້ານ; ສະຫາຍ ສິງ​ກະ​ໂປ, ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ແລະ ສະ​ຫາຍ ທ້າວ​ມາ, ເລ​ຂາ​ພັກ​ແຂວງຫົວ​ພັນ.

(9) ສູນ​ສຳ​ເນົາ ກະ​ຊວງ​ປ້ອງ​ກັນ​ປະ​ເທດ: ກົມ​ການ​ເມືອງລາຍ​ງານ​ຕໍ່ສູນ​ກາງ​ພັກ​ ກ່ຽວ​ກັບ​ສະ​ພາບ​ການ​ໃໝ່ ແລະ ໜ້າ​ທີ່​ຕໍ່​ໜ້າ​ຂອງການ​ປະ​ຕິ​ວັດ​ລາວ, ວັນ​ທີ 2 ກໍ​ລະ​ກົດ 1959, ຫ້ອງ​ຄະ​ນະ​ພັກກອງ​ທັບ​ສູນ​ກາງ, ເອ​ກະ​ສານ 223.

(10) ໄກ​ສ​ອນ ພົມ​ວິ​ຫານ: ​ສ້າງ​ປະ​ເທດ​ລາວ​ໃຫ້​ມີສັນ​ຕິ​ພາບ, ເອ​ກະ​ລາດ ແລະ ສັງ​ຄົມ​ນິ​ຍົມ, ສພຈ. ເຊີ້​ເທິດ, ຮ່າ​ໂນ້ຍ, 1978, ໜ້າ 183 – 184.

* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບທີ 928 (ເດືອນ ຕຸ​ລາ 2019)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ