ວັນອາທິດ, 24/9/2017
ຄວາມຈຳເປັນຕ້ອງຄວບຄຸມອຳນາດ
9/1/2017 16:45' ສົ່ງ ພິມ
ທ່ານ ປອ. ຫວູ ງອກ ຮວ່າງ (ພາບ: VOV.VN)

ອຳນາດ​ເໝືອນ​ດັ່ງ “​​ມ້າຊ່ວງ” ທີ່​ຂຶ້ນ​ຂີ່​ຍາກ, ຫາກ​ມອບ​ສາຍ​ບັງ​ຫຽນ​ໃຫ້​ຜູ້ທີ່​ບໍ່​ມີ​ຄຸນ​ທຳ​ຄວາມ​ສາມາດ ມັນ​ກໍ່​ຈະ​ເຕັ້ນ​ໂຍງ​ຂຶ້ນ ​ເຮັດ​ໃຫ້​ຜູ້​ຂີ່​ຖືກ​ບາດ​ເຈັບ ບາງທີ​ກໍ່​ອາດ​ຈະ​ເສຍ​ຊີ​ວິດ. ອຳນາດ​​ແມ່ນ “ມີດ​” ສອງ​ຄົມ, ອາດ​ຈະ​ຮັບ​ໃຊ້​ໃຫ້​ແກ່​ຊີວິດ​ສັງຄົມ ​ແລະ ກໍ່​ອາດ​ຈະ​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ປະ​ເທດ​ຊາດ​ບ້ານ​ເມືອງ ຖ້າ​ຫາກມັນ​ຕົກ​ເຂົ້າ​ໃນ​ກຳມື​ຂອງ​ຜູູ້​ໄຮ້​ຄວາມ​ສາມາດ ​ໂລບ​ມາກ​ໂລພາ. ປີ 2011, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ເວົ້າ​ເຖິງ​ການ​ຄວບ​ຄຸມ​ອຳນາດ, ​ແຕ່​ພຽງ​ແຕ່​ເວົ້າ​ຜ່ານ​ເທົ່າ​ນັ້ນ. ​ເສຍດາຍ​ວ່າ ບັນຫາ​ດັ່ງກ່າວບໍ່​ໄດ້​ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​ລະອຽດ. ກ່ອນ​ແລະ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII, ​ສະຫາຍເລຂາທິການ​ໃຫຍ່​ຂອງ​ພັກ​ ໄດ້​ເນັ້ນ​ໜັກ​ຢ່າງ​ໜ້ອຍ​ສອງ​ຄັ້ງ​ເຖິງ​ຄວາມ​ຕ້ອງການ​ຕ້ອງ​ຄວບ​ຄຸມ​ອຳນາດ.

ຄຳ​ຖາມ​ກ່ອນ​ອື່ນ​ໝົດທີ່​ວາງ​ອອກ​ມາ​ຄື ຍ້ອງ​ຫຍັງ​ຈຶ່ງ​ຕ້ອງ​ຄວບ​ຄຸມ​ອຳນາດ? ຖ້າ​ບໍ່ຄວບ​ຄຸມ​ອຳນາດ ​ມັນ​ຈະ​ເປັນ​ແນວ​ໃດ?

ອຳນາດ​ລັດ​ເປັນ​ຂອງ​ປະຊາຊົນ, ​ເລິ່ມຕົ້ນ​ແມ່ນ​ເປັນ​ແນວ​ນັ້ນ ​ແລະຈະ​ເປັນ​ແນວ​ນັ້ນ​ຕະຫຼອດ​ໄປ; ມັນ​ບໍ່​ແມ່ນຂອງພະ​ເຈົ້າ, ບໍ່​ແມ່ນ​ຂອງ​ຜູ້​ໜຶ່ງ​ຜູ້​ໃດ, ບໍ່​ແມ່ນ​ຂອງ​ຄອບຄົວ​​ໃດໜຶ່ງ ຫຼື​ຂອງຕະກຸນ​ໃດ​ໜຶ່ງ; ກໍ່​ບໍ່​ແມ່ນ​ຂອງ​ອົງການ​ຈັດ​ຕັ້ງ​ອື່ນໃດ​ໜຶ່ງ. ​ແຕ່​ດົນ​ນາມ​ມາ​ແລ້ວ, ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ມີ​ຄວາມ​ຮັບ​ຮູ້ ​ແລະ ຢືນຢັນ​ຫຼາຍ​ຄັ້ງ​ໃນ​ບັນດາ​ມະຕິ​ຂອງ​ຕົນ​ວ່າ ອຳນາດ​ລັດ​ເປັນ​ຂອງ​ປະ​ຂາ​ຂົນ. ປະຊາຊົນບໍ່​ໄດ້​ຖື​ທັງ​ໝົດ​ໂດຍ​ກົງ, ​ແຕ່ພຽງ​ແຕ່​ກຳ​ບັນຫາ​ຫຼັກ​ແຫຼ່ງຈຳນວນ​ໜຶ່ງ (ຈະ​ເວົ້າ​ຕາມ​ຫຼັງ), ສ່ວນ​ທີ່​ຍັງ​ເຫຼືອ​ແມ່ນ​ມອບ​ສິດ​ໃຫ້​ລັດ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້ອຳນາດ​ ເພື່ອ​ປົກ​ປັກ​ຮັກສາ ​ແລະ ຮັບ​ໃຊ້​ປະຊາຊົນ, ກໍ່ສ້າງປະ​ເທດ​ໃຫ້​ຈະ​ເລີ​ນພັດທະນາ.

​ແຕ່ວ່າ, ​ໃນ​ປະຫວັດສາດ​ໄດ້​ມີ​ບາງ​ກໍລະນີ ຄົນ​ຜູ້​ໜຶ່ງ (ຫຼື​ຄົນກຸ່ມ​ໜຶ່ງ) ​ໃຊ້​ເລ່ລ່ຽມ​ການ​ເມືອງຍາດ​ເອົາ​ອຳນາດ​ຂອງ​ປະຊາຊົນ, ​ເຮັດ​ໃຫ້​ປະຊາຊົນ​ກາຍ​ເປັນ​ເປົ້າ​ໝາຍ​ຂອງ​ການ​ປົກຄອງ; ປະຊາຊົນ​ຫຼັງ​ຈາກ​ມອບສິດ​ແລ້ວ ກໍ່​ຈະ​ສູນ​ເສຍ​ສິດທິ, ສ່ວນ​ຜູ້​ທີ່​ໄ​ດ້ຮັບ​ການ​ມອບ​ສິດ ກໍ່​ຄ່ອຍໆ​ຖືກ​ອຳນາດ​ນັ້ນ​ເຮັດ​ໃຫ້​​ເສື່ອ​ມທາດ, ​ເຂົາ​ນຳ​ໃຊ້​ອຳນາດນັ້ນ​ບໍ່​ແມ່ນ​ເພື່ອ​ປົກ​ປ້ອງ​ແລະ​ຮັບ​ໃຊ້​ປະຊາຊົນ ​ຄື​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ, ​ເຂົາ​ເຮັດ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ຂອງ​ຄອບຄົວ, ວົງ​ຕະກຸນ, ຂອງ​ຄົນ​ກຸ່ມ​ໜຶ່ງ, ​ເຂົາ​ຫັນ​ມາ​ຂົ່ມ​ເຫັງ​ປະຊາຊົນ, ​ເຂົາ​ເຮັດ​ໃຫ້​ປະຊາຊົນ​ຈາກ​ຜູ້​ເປັນ​ເຈົ້າ​ຂອງ​ອຳນາດ ກາຍ​ເປັນ​ເປົ້າ​ໝາຍຂອງການ​ກົດ​ຂີ່​ຂົ່ງ​ເຫັງ ຖືກຂູດຮີດປົດ​ປຸ້ນ.

​ໃນ​ທຸກ​ບ່ອນ​ແລະ​ທຸກ​ເວລາ, ອຳນາດມັກ​ຈະ​ມີ​ສອງ​ດ້ານ. ດ້ານບວກ ​ຕັ້ງໜ້າ, ມັນ​ເປັນ​ເຄື່ອງມື​ທີ່​ມີ​ປະສິດ​ທິພາບ​ທີ່​ສຸດ​ເພື່ອ​ເຕົ້າ​ໂຮມ​ກຳລັງ ​ກໍ່ສ້າງ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກໍ່ສ້າງ​ສັງຄົມ​ທີ່​ດີງາມ, ຖ້າ​ຫາກ​ອຳນາດ​ນັ້ນ​ຖືກ​ມອບ​ໃຫ້​ຜູ້​ທີ່​ມີບຸກຄະ​ລິກກະພາບ​ທີ່​ດີ. ດ້ານ​ລົບ ຫຍໍ້​ທໍ້, ມັນ​​ເຄີຍ​ເຮັດ​ໃຫ້ຜູ້ຄົນ​ແລະ​ກົງຈັກ​ນຳ​ໃຊ້​ອຳນາດນັ້ນ​ ເສື່ອ​ມທາດລົງ ຖ້າ​ຫາກ​ຄົນ​ຜູ້​ນັ້ນ​ບໍ່​ມີ​ບຸກຄະ​ລິກກະພາບ​ ​ແລະບໍ່​ມີ​ກົນ​ໄກ​ທີ່​ດີ​ ເພື່ອ​ກວດກາ​ຄວບ​ຄຸມ​ອຳນາດ. ຄວາມ​ເສື່ອ​ມທາດ​ຄື​ແນວນັ້ນມີ​ຢູ່​ໃນ​ກະ​ໂຕ​ທາດ​​ແທ້​ທຳ​ມະ​ຊາດ​ຂອງ​ມະນຸດ ​ແລະ ອຳນາດ. ມີ​ບາງ​ຄົນ ​ໃນ​ຂັ້ນ​ຕົ້ນ (​ເມື່ອ​ຍັງ​ບໍ່​ທັນ​ມີ​ອຳນາດ) ​ເປັນ​ຄົນ​ດີ, ​ແຕ່​ເມື່ອ​ມີ​ອຳນາດ​ໃນ​ມື​ແລ້ວ​ກໍ່​ຄ່ອຍໆກາຍ​ເປັນ​ຄົນ​ເສຍ​ຕົວ, ​ເປັນຄົນ​ທີ່​ບໍ່​ດີ; ຊ້ຳ​ບໍ່​ໜຳ​ອາດ​ຈະ​ທໍລະ​ຍົດ​ຕໍ່​ປະຊາຊົນ, ຂາຍ​ຊາດ​ ເພື່ອ​ຜົນ​ປະ​ໂຫຍ​ດອັນ​ຕ່ຳ​ຊ້າ​ຂອງບຸກຄົນ. ພິ​ເສດ, ມີ​ຄົນ​ໄດ້​ປ່ຽນ​ແປງ​ທາດ​ແທ້​ໄວ​ທີ່​ສຸດ, ພາຍຫຼັງ​ການ​ເລືອກ​ຕັ້ງ​ພຽງ​ຄັ້ງ​ໜຶ່ງ, ​ເຂົາ​ໄດ້​ກາຍ​ເປັນຄົນ​ອື່ນ​ແລ້ວ, ນັບ​ແຕ່ວາດຊົງ​ບາດຍ່າງ, ວິທີ​ປາກ​ເວົ້າ, ວິທີ​ຈັບ​ມື,... ລ້ວນ​ແຕ່ມີ “ທ່າ​ທາງ​ອັນ​ສະຫງ່າ” ກວ່າ​ແຕ່​ກ່ອນ, ​ເປັນ​ແບບ “​ເຈົ້າ​ນາຍ” ຂັ້ນ​ເທິງ. ​ເມື່ອ​ເຂົາ​ເຈົ້າ​ຂຶ້ນ​ເຖິງ​ຍອດ​ສູງ​ແຫ່ງ “​ໄຊຊະນະ” ທາງ​ດ້ານ​ອຳນາດ​ແລ້ວ ​ແມ່ນ​ເຖິງ​​ເວລາ​ທີ່​ເຂົາ​ເຈົ້າ​ເລີ່​ມປະລາ​ໄຊ, ຊຶ່ງ​ກ່ອນ​ອື່ນ​ແມ່ນ​ປະລາ​ໄຊ​ຕົນ​ເອງ. ຢູ່​ເທິງ​ຍອດ​ສູງ​ແຫ່ງ​ອຳນາດ ໜ້ອຍ​ຄົນ​ທີ່​ເຫັນ​ໄພ​ອັນຕະລາຍ​ທີ່ມີ​ຢູ່​ພາຍ​ໃນ​ອຳນາດ​ນັ້ນ, ຖ້າ​ຫາກ​ບໍ່​ແມ່ນ​ຜູ້ນຳ​ທີ່​ມີ​ບຸກຄະ​ລິກກະພາບ​ສູງ​ສົ່ງ, ມີ​ພູມ​ປັນຍາ​ເລິກ​ເຊິ່ງ, ມີ​ຄວາມ​ສາມາດ​ຜ່ານ​ຂ້າມ​ກະ​ໂຕ​ຕົນ​ເອງ ​ແລະ ລໍ້​ມະຫັດສະຈັນ​ຂອງ​ອຳນາດ, ​ເພື່ອສະມາທິ ຕັ້ງ​ໃຈ​ເບິ່ງ​ກວ້າງ​ມອງ​ໄກ. ​ເມື່ອ​ມີ​ທຸກ​ສິ່ງ​ທຸກ​ຢ່າງ​ຢູ່​ໃນ​ກຳມື​ແລ້ວ ກໍ່​​ເປັນ​ເວລາຕົວ​ເອງ​ເລິ່ມຄ່ອຍໆ​ທີ່​ຈະ​ສູນ​ເສຍ​ຕົວ​ເອງ, ​ເສຍ​ຄວາມ​ດີ​ຄວາມ​ງາມ​ສັດຈະທຳ​ກ່ອນ​ນັ້ນ.

ການ​ຄວບ​ຄຸມ​ອຳນາດ​ກ່ອນ​ອື່ນ​ແມ່ນ​ເພື່ອ​ຮັບປະກັນ​ໃຫ້​ອຳນາດຍາມ​ໃດ​ກໍ່​ຂຶ້ນ​ກັບ​ເຈົ້າ​ຂອງ​ຂອງ​ມັນ, ໝາຍ​ຄວາ​ມວ່າ​ເປັນ​ຂອງ​ປະຊາຊົນ, ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ຖືກຕ້ອງ​ຕາມ​ຈຸດປະສົງ, ບໍ່​ຖືກ​ສວຍ​ໃຊ້, ບໍ່​​ລ່ວງອຳນາດ. ​ເມື່ອ​ອຳນາດ​ຖືກ​ລ່ວງ​ລ້ຳ​ກໍ່​ຈະ​ເຮັດ​ໃຫ້​ກົງຈັກ​ອຳນາດ​ການ​ປົກຄອງ​ເສື່ອ​ມທາດ​ຢ່າງ​ແນ່ນອນ, ​ແລະ ກໍ່​ເປັນສາ​ເຫດ​ສຳຄັນ​ທີ່​ສຸດທີ່​ພາ​ໃຫ້​ຄຸນສົມບັດ​ສັງຄົມ​ເສື່ອ​ນ​ເສຍ. ຄວາມ​ເສື່ອ​ມ​ເສຍ​ຂອງ​ອຳນາດ​ຈະ​ພາ​ໄປ​ເຖິງ​ຄວາມ​ພັງ​ທະລາ​ຍຂອງ​ລະບອບ​ການ​ເມືອງ​ຢ່າງ​ແນ່ນອນ. ຖ້າ​ຫາກ​ຄວາມ​ເສື່ອ​ນ​ເສຍ​ນັ້ນ​ບໍ່ຖືກ​ກີດ​ກັ້ນ ​ແລະ ອຳນາດບໍ່​ໄດ້​ປົວ​ແປງ​ໃຫ້​ແຂງ​ແຮງ ​ແມ່ນ​ບໍ່​ອາດ​ຫຼີກ​ລ່ຽງຄວາມ​ພັງ​ທະລາ​ຍ​ໄດ້. ຄວາມ​ພັງ​ທະລາ​ຍນັ້ນມັນ​ເກີດ​ເອງ, ຖ້າ​ຫາກ​ມີ​ປັດ​ໃຈ​ພາຍນອກ ກໍ່​ເປັນ​ພຽງ​ການຖ່າຍ​ທອກ​ແຮງ​ຕື່ມ​ໃສ່​ເທົ່າ​ນັ້ນ.

ຈຸດ​ພິ​ເສດ​ການ​ເມືອງທີ່​ສຳຄັນ​ຂອງ​ສັງຄົມ​ສັງຄົມ​ນິຍົມທີ່​ແທ້​ຈິງ​ແມ່ນ ອຳນາດຍາມ​ໃດ​ກໍ່​ເປັນ​ຂອງ​ປະຊາຊົນ ​ແລະ ​ເປັນ​ຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ. ພຽງ​ແຕ່​ຫຼັງ​ຈາກ​ນັ້ນ​ຈຶ່ງ​ມີ​ພື້ນຖານ​ການ​ເມືອງ​ທີ່​ຈົບງາມ ​ແລະ ໝັ້ນຄົງ​ຢ່າງ​ແທ້​ຈິງ. ປະຫວັດ​ສາດ​ແຫ່ງ​ມະ​ນຸດ​ຊາດ​ໄດ້​ໃຫ້​ເຫັນ​ວ່າ: ລັດ​ຂອງ​ເຈົ້າ​ທາດ, ລັດ​ຂອງ​ເຈົ້າ​ກະສັດ ​ແລະ ບັນດາ​ກຸ່ມ​ສັກດິນາ, ລັດ​ແຫ່ງ​ຕົວ​ແບບ​ລວມສູນອຳນາດ​ເຂົ້າ​ໃນ​ກຳມື​ຂອງ​ຄົນ​ກຸ່​ມໝຶ່ງທີ່​ຖືກ​ປ່ຽນ​ທາດ, ​ເສື່ອມ​ເສຍ, ຫ່າງ​ເຫີ​ນຈາກ​ທາດ​ແທ້​ປະຕິວັດ, ຫ່າງ​ເຫີ​ນຈາກ​ປະຊາຊົນ ​ແລະ ລັດ​ຂອງ​ເຈົ້າ​ເສດຖີ (ທຶນ​ນິຍົມ​ຕອນ​ຕົ້ນ) ​ໃນ​ທີ່​ສຸດ​ກໍ່​ຕ້ອງ​ລົ້ມ​ລະລາຍ ​ແລະ ສິ້ນ​ສຸດ​ລົງ. ມີ​ແຕ່​ລັດ​ທີ່​ແທ້​ຈິງ​ຂອງ​ປະຊາຊົນ​ເທົ່າ​ນັ້ນ ຈຶ່ງ​ໝັ້ນ​ຄົງ​ຍາວ​ນານ, ຍ້ອນ​ວ່າ “ປະຊາຊົນ​ແມ່ນ​ໝັ້ນ​ຄົງ​ຍືນ​ຍົງ”. ​ເພາະສະ​ນັ້ນ, ການ​ຄວບ​ຄຸມ​ອຳນາດ​ແມ່ນ​ຄຸນຄ່າ​ມະນຸດ​ອະລິຍະ​ທຳ ຂອງ​ສັງຄົມ​ທີ່​ກ້າວໜ້າ, ​ເພື່ອ​ປ້ອງ​ກັນ ຕ້ານ​ຄວາມ​ເສື່ອ​ມ​ເສຍ​ຂອງລັດ​ແລະ​ສັງຄົມ, ທັງ​ແມ່ນ​ມາດ​ຕະການ​ເພື່ອ​ປະຕິບັດ​ເປົ້າ​ໝາຍ​ສັງຄົມ​ນິຍົມທີ່​ແທ້​ຈິງ, ​ເພື່ອ​ໃຫ້​ມີ​ລັດ​ໜຶ່ງ​ທີ່​ໝັ້ນຄົງ ຮັບ​ໃຊ້​ປະຊາຊົນ​ຢ່າງ​ຍາວ​ນານ.

​ເມື່ອ​ອຳນາດ​ບໍ່​ຖືກ​ຄວບ​ຄຸມ ມັນ​ຈະ​ກາຍ​ເປັນ​ປັດ​ໄຈ​ສຳຄັນ​ທີ່​ສຸດ​ທີ່​ເຮັດ​ໃຫ້​ພະນັກງານ​ປ່ຽນ​ທາດ, ​ເຮັດ​ໃຫ້​ຜູ້​​ທີ່ໄດ້​ຮັບມອບສິດ​ອຳນາດ​ນັ້ນປ່ຽນ​ທາດ​ໄປ, ​ແລ້ວ​ເຮັດ​ໃຫ້​ກົງຈັກ​ທັງ​ໝົດ​ປ່ຽນ​ທາດ, ​ເສື່ອ​ມ​ເສຍ, ບໍ່​ແມ່ນ​ລັດ​ຂອງ​ປະຊາຊົນ​ອີກ, ມັນ​ຄ່ອຍໆ​ກາຍ​ເປັນ​ລັດ​ທີ່​ຝືນ​ຕໍ່​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ​ໃນ​ທຸກ​ກໍລະນີ ທຸກ​ເງື່ອນ​ໄຂ, ຄວາມ​ປ່ຽນ​ທາດ​ໃນ​ພະນັກງານ ​ແລະ ບັນດາ​ອົງການ​ອຳນາດ ລ້ວນ​ແຕ່​ເປັນ​ສາ​ເຫດ​ໃຫຍ່​ທີ່​ສຸດ​ ທີ່​ເຮັດ​ໃຫ້​ ຄຸນສົມບັດ​ສັງຄົມ​ເສື່ອ​ມ​​ເສຍ, ວັດທະນະທຳ​ເສື່ອ​ມ​ໂຊມ, ​ເຮັດ​ໃຫ້​ຊາດ​ເສຍ​ກຳລັງ​ແຮງ​ຟື້ນ​ຕົວ​ຄືນ​ໃໝ່, ສັງຄົມ​ຖືກ​ຕົກ​ໃສ່​ຄວາມ​ຫຼ້າ​ຊ້າ ​ແລະ ປະ​ເທດ​ຊາດ​ບໍ່​ອາດ​ຈະ​ເລີ​ນພັດທະນາ​ໄດ້, ບໍ່​ມີ​ກຳລັງ​ແຮງ​ພຽງພໍ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເປົ້າ​ໝາຍ​ສັງຄົມ​ນິຍົມທີ່​ດີງາມ ຊຶ່ງ​ຫຼາຍ​ຄົນ​ປາຖະໜານັ້ນ​ ກໍ່​ກາຍ​ເປັນ​ສິ່ງ​ແປກ​ຕ່າງຫ່າງ​ໄກ.

​ໃນ​ປະຫວັດ​ຊາດ​ຫວຽດນາມ, ບາງ​ໄລຍະ ຍ້ອນຄວາມ​ເສື່ອ​ມ​ໂຊມ​ຂອງອຳ​ນາດຈຶ່ງ​ນຳ​ໄປ​ສູ່​ການ​ເສຍ​ຫາຍ​ຂອງ​ບ້ານ​​ເກີດເມືອງນອນ. ບັນດາ​ລາຊະວົງ​ສັກ​ດິນາຫວຽດນາມ​ເກືອບ​ທັງ​ໝົດ​ ເຄີຍ​ຖືກພັງ​ທະລາ​ຍລົງ ຍ້ອນຄວາມ​​ເສື່ອ​ມ​ໂຊມ​ທາງ​ດ້ານ​ອຳນາດ. ລາຊະວົງ​ຕໍ່​ມາ​ໄດ້​ຮັບ​ກາ​ນສະໜັບສະໜູນ​ຂອງ​ປະຊາຊົນ​ໃນ​ໄລຍະ​ໜຶ່ງ, ​ແລ້ວ​ກໍ່​ຖືກ​ເສື່ອ​ມ​ໂຊມ​ທີ່​ຄ້າຍຄື​ກັນ, ຊ້ຳ​ຮອຍ​ເກົ່າ. ລວມ​ທັງບັນດາ​ລາຊະວົງ​ທີ່​ມີກຽດ​ອັນ​ສະຫງ່າ​ລາສີ ມີຄຸນງາມຄວາມດີອັນ​ໃຫຍ່​ຫຼວງ​ທີ່​ສຸດ​ຕໍ່​ປະຫວັດສາດ​ຂອງ​ຊາດ ​ແຕ່​ຫຼັງ​ຈາກ​ນັ້ນກໍ່​ຖືກ​ເສື່ອ​ມ​ໂຊມ​ປ່ຽນ​ທາດ ​ແລະ ລົ້ມ​ລະລາຍ (ຕົວຢ່າງ​ເຊັ່ນ ລາຊະວົງ​ຫຼີ, ລາຊະວົງ​ເຈິ່ນ, ລາຊະວົງ​ເລ​ຍຸ​ກຫຼັງ ​ແລະ ລາຊະວົງ​ໄຕ​ເຊີນ).

​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ບັນດາ​ການ​ນຳ​ຂອງ​ພັກ​ແລະ​ລັດ​ຫວຽດນາມ​ ໄດ້​ວາງ​ນະ​ໂຍບາຍ ​ແລະ ຮຽກຮ້ອງ​ຫຼາຍ​ຄັ້ງ ​ກ່ຽວ​ກັບ​ການ​ຕ້ານ​ການ​ສໍ້​ຫຼາດ​ບັງ​ຫຼວງ, ຕ້ານ “ຜົນ​ປະ​ໂຫຍ​ດໝູ່​ພວກ” ທີ່​ຫຍໍ້​ທໍ້, ສຸມ​ເຫື່ອ​ແຮງ​ເພື່ອ​ແກ້​ໄຂ​ວຽກງານ​ທີ່​ຫຍຸ້ງຍາກ ​ແລະ ສັບສົນ​ນີ້, ​ແຕ່​ຜົນ​ທີ່​ໄດ້​ຮັບ​ນັ້ນ​ກໍ່ຈຳກັດ​ທີ່​ສຸດ, ສະພາບ​ການ​ສໍ້​ລາດ​ບັງ​ຫຼວງ, “ຜົນ​ປະ​ໂຫຍ​ດໝູ່​ພວກ” ຍັງ​ແຜ່​ຫຼາຍ​ພໍ​ສົມຄວນ ​ແລະ​ຜັນ​ປ່ຽນ​ຢ່າງ​ສັບສົນ, ກໍ່ຄວາມ​ເຈັບ​ປວດ ຄວາມຂັດ​ເຄືອງ​ໃນ​ສັງຄົມ. ມັນ​ຄ່ອຍໆ​ແຜ່​ລາມ​ເຂົ້າ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ, ​ເຂົ້າ​ໃນ​ວຽກ​ງານບໍລິຫານ​ແລະ​ຄຸ້ມ​ຄອງ​ຂອງ​ຊາດ, ​ເຂົ້າ​ໃນ​ບັນດາ​ຂົງ​ເຂດ​ຊຶ່ງ​ເຄີຍ​ຖື​ວ່າ​ເປັນ​ເຂດ​ປອດ​ໃສ, ສັກກະ​ລະ​ບູຊາ (​ເຊັ່ນ​ການ​ສອນ​ຄົນ, ຊ່ວຍ​ຊີວິດ, ຄວາມ​ສະຫງົບ​ແຫ່ງ​ຊາດ, ຖື​ກົດໝາຍ​ຄວາມ​ຍຸດຕິ​ທຳ​ເພື່ອ​ປົກ​ປັກ​ຮັກສາຄວາມ​ເຂັ້ມ​ງວດ, ນັບ​ທັງ​ອົງການ​ຢູ່​ຂັ້ນ​ສູງ, ທັງອົງການ​ການ​ກຸສົນ, ມະນຸດສະທຳ, ນະ​ໂຍບາຍ “ຕອບ​ແທນ​ບຸນຄຸນ”,...). ສາ​ເຫດ​ໂດຍ​ກົງ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ສະພາບ​ດັ່ງກ່າວ​ນັ້ນ​ແມ່ນ ອຳນາດ​ບໍ່​ຖືກ​ຄວບ​ຄຸມ​ຢ່າງ​ມີ​ປະສິດທິ​ຜົນ, ດັ່ງ​ນັ້ນ​ຈຶ່ງ​ພາ​ໃຫ້​ເກີດ​ຄວາມ​ເສື່ອມ​ໂຊມ​ໃນ​ພະນັກງານ​ແລະ​ອົງການ​ນຳພາ​ຄຸ້ມ​ຄອງ​ພາກສ່ວນ​ໜຶ່ງ.

ຄຳ​ຖາມ​ຕໍ່​ໄປ​ແມ່ນ ຄວນຈະ​ຄວບ​ຄຸມ​ອຳນາດ​ຄື​ແນວ​ໃດ, ດ້ວຍ​ວິທີ​ການ​ໃດ​ແດ່?

ກ່ອນ​ອື່ນໝົດ ຕ້ອງ​ຊາບ​ຊືມຢ່າງ​ເລິກ​ເຊິ່ງທັດສະນະ​ທີ່​ວ່າ ອຳນາດ​ສູງ​ສຸດ​ເປັນ​ຂອງ​ປະຊາຊົນ. ຄຳ​ດັ່ງກ່າວບໍ່​ແມ່ນ​ການ​ຮ້ອງ​ຄຳ​ຂວັນ, ​ແຕ່​ມັນ​ຕ້ອງ​ໄດ້​ຊືມ​ເລິກ​ເຂົ້າ​ໄປ​ໃນ​ລະບົບ​ການ​ເມືອງ ​ແລະ​ໃນປະຊາ​ຊົນ. ທຸກ​ຄົນ​ຕ້ອງ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງແລະ​ຄົບ​ຖ້ວນ​ກ່ຽວ​ກັບທັດສະນະ​ດັ່ງກ່າວ​ນັ້ນ, ຕ້ອງ​ສະ​ແດງ​ອອກ​ຢ່າງ​ເປັນ​ປະຈຳໃນ​ການ​ກະທຳ​ຕົວ​ຈິງ. ຕໍ່​ຈາກ​ນັ້ນ, ອຳນາດ​ຕ້ອງ​ໄດ້​ຮັບ​ການ​ຄວບ​ຄຸມ​ດ້ວຍ​ກະ​ໂຕ​ອຳນາດ​ລັດ, ​ໄດ້​ກຳນົດ​ໃນ​ລັດຖະທຳ​ມະນູນ ​ແລະ ບັນດາ​ກົດໝາຍ​ທີ່​ກ່ຽວຂ້ອງ ກ່ຽວ​ກັບ​ໂຄງ​ປະກອບ ​ແລະ ພາລະ​ບົດບາດ, ໜ້າ​ທີ່ຂອງ​ກົງຈັກ​ແຫ່ງ​ລັດ, ​ໃນ​ນັ້ນ​ມີ​ການ​ແບ່ງ​ງານ, ປະສານສົມທົບ​ການ​ປະຕິ​ບັດອຳນາດ​ລັດ, ຄວບ​ຄຸມ​ອຳນາດ​ ລະຫວ່າງ​ບັນດາ​ອົງ​ການລັດ ​ໃນ​ການ​ປະຕິບັດບັນດາ​ອຳນາດ ນິຕິບັນຍັດ ບໍລິຫານ ຕຸລາການ ບົນພື້ນຖານ​ອຳນາດລັດທີ່​ເປັນ​ເອກະ​ພາບ, ​ແນ​ໃສ່​ຈຳກັດ​ຄວາມ​ຜິດພາດ ຫຼື​ເມື່ອ​ມີ​ຄວາມ​ຜິດພາດ​ກໍ່​ສາມາດຄົ້ນ​ເຜີຍ ​ແລະ ດັດປັບ, ​ແກ້​ໄຂ​ໄດ້​ໄວ​ທີ່​ສຸດ.

​ເວົ້າ​ລວມ, ບັນດາ​ລັດ​ສັກດິນາ​ແກ້​ໄຂ​ບັນຫາ​ຄວບ​ຄຸມ​ອຳນາດບໍ່​ໄດ້, ​ເຖິງ​ວ່າ​ໄດ້​ມີ​ຂໍ້​ກຳນົດ​ຈຳນວນ​ໜຶ່ງ​ທີ່​ກ້າວໜ້າ, ​ເປັນ​ໜໍ່​ແໜງ​ຂອງ​ການ​ກວດກາ​ອຳນາດ​ລັດ. ​ໃນລະບຽບ​ກົດໝາຍ​ຂອງ​ລາຊະ​ວັງ​ມີ​ຂໍ້​ກຳນົດຫ້າມອາດຍາ​ເຈົ້າ​ນາຍ. ​ບາງ​ລາຊະວົງມີ​ເຈົ້າ​ໜ້າ​ທີ່​ປະຫວັດ​ການ ຮັບຜິດຊອບ​ການ​ຈົດ​ກ່າຍຢ່າງ​ພາວະ​ວິ​ໄສ ຊື່ສັດ​ທຸກ​ວຽກ​ງານ​ທີ່​ພົວພັນ​ເຖິງການ​ຕັດສິນ ​ແລະ ພຶກ​ຕິ​ກຳ​ຂອງ​ເຈົ້າ​ຊີວິດ, ຂອງ​ລາຊະວັງ ​ເພື່ອ​ໃຫ້ປະຫວັດສາດຕີ​ລາຄາ ​ປະ​ເມີນຄຸນງາມຄວາມດີ, ​ໂທດ​ກຳ. ​ເຈົ້າ​ຊີວິດ​ກໍບໍ່​ໄດ້​ກວດກາ​ຕໍ່​ການ​ຈົດ​ກ່າຍ​ນີ້. ມີ​ເຈົ້າ​ໜ້າ​ທີ່​ບອກ​ເຕື່ອນ ​ເພື່ອ​ເຕື່ອນ​ໃຫ້​ເຈົ້າ​ຊີວິດ​ບໍ່​ເຮັດ​ວຽກ​ທີ່​ຜິດພາດ; ມີ​ກອງ​ໜ່ວຍ​ໜຶ່ງ​ໃຫ້ບ່າຍ​ໄພ່​ຕີ​ກອງ​ຮ້ອງທຸກ; ມີ​ຈ່າ​ສານທີ່​ຊື່​ກົງ​ບໍລິສຸດ​ເພື່ອ​ພິພາກສາ​ຫາ​ຄວາມ​ຖືກ ຄວາມ​ຜິດ... ​ແຕ່​ວ່າ, ​ໂດຍ​ພື້ນຖານ​ແມ່ນ ບັນຫາ​ຄວບ​ຄຸມ​ອຳນາດຍັງ​ບໍ່​ໄດ້​ແກ້​ໄຂ. ສາ​ເຫດ​ກໍ່​​ແມ່ນ​ຍ້ອນ​ອຳນາດ​ເຕົ້າ​ໂຮມ​ຢູ່​ໃນ​ກຳມື​ຂອງ​ເຈົ້າ​ຊີວິດ ​ແລະ ລາຊະວົງ, ​ເຈົ້າ​ຊີວິດ​ບອກວ່າ​ຕາຍ​ແມ່ນ​ຕ້ອງຕາ​ຍ, ຄວາມ​ປະສົງ​ຂອງ​ເຈົ້າ​ຊີວິດ​ແມ່ນ​ຂອງຟ້າ​ແຖນ, ຄວາມ​ປະສົງ​ຂອງ​ເຈົ້າຊີວິດ​ແມ່ນ​ກົດໝາຍ, ສ່ວນ​ປະຊາຊົນ​ເປັນ​ພຽງ​ເປົ້າ​ໝາຍ​ຂອງ​ການ​ປົກຄອງ, ບໍ່​ມີ​ສິດ​ເສລີ, ນັບ​ທັງ​ສິດທິ​ໃນ​ການ​ດຳລົງ​ຊີວິດ, ຝືນ​ກັບ​ຄວາມ​ເຫັນ​ຂອງ​ເຈົ້າ​ຊີວິດກໍ່​ຈະ​ຖືກ​ລົງ​ໂທດ ​ໂດຍ​ແລ້ວ​ແຕ່​ລະດັບ​​ໂມ​ໂຫຂອງ​ເຈົ້າ​ຊີວິດ, ນັບ​ທັງ​ການ​ປະຫານ​ຊີວິດ​ທັງ​​ໂຄດ​ວົງ. ​ໃນ​ສະ​ໄໝ​ຕົ້ນ​ຂອງ​ລະບອບ​ທຶນນິຍົມ​ກໍ່​ເຊັ່ນ​ດຽວ​ກັນນັ້ນ, ອຳນາດ​ເຕົ້າ​ໂຮມ​ຢູ່​ໃນ​ກຳມື​ຂອງ​ຜູ້​ຮັ່ງມີ ​ແລະ ກໍ່​ບໍ່​ໄດ້​ຄວບ​ຄຸມ. ​ເມື່ອ​ລະບອບ​ທຶນ​ນິຍົມ​ຂະຫຍາຍຕົວ​ຮອດ​ລະດັບ​ທີ່​ແນ່ນ​ອນ, ​ໄດ້​ມີ​ບັນດາ​ບາດກ້າວ​ທີ່​ສຳຄັນ​ກ່ຽວ​ກັບ​ປະຊາທິປະ​ໄຕ​ສັງຄົມ, ບວກ​ກັບ​ການ​ຂະຫຍາຍຕົວ​ຂອງ​ບັນດາ​ລະບົບ​ແນວ​ຄິດ, ​​​ໂດຍ​ສະ​ເພາະ​​ແມ່ນ​ຂົງ​ເຂດ​ປັດ​ຊະ​ຍາ, ​ເຮັດ​ໃຫ້​ຄວາມ​ຮັບ​ຮູ້​ແລະ​ຈິນຕະນາການ​ການ​ເມືອງ​ມີ​ການ​ປ່ຽນ​ແປງ, ຮອດ​ເວລາ​ນັ້ນ ອຳນາດ​ຈຶ່ງ​ຖືກ​ຄວບ​ຄຸມພໍ​ສົມຄວນ, ​ແລະ​ປະຈຸ​ບັນ​ນີ້ພວມ​ສືບ​ຕໍ່​ປັບປຸງບູລະນະ.

​ໃນ​ເວລາ​ທີ່​ຜ່ານ​ມາ, ວິທີ​ເຂົ້າ​ເຖິງ​ບັນຫາ​ນີ້​ຂອງ​ຫວຽດນາມຍັງ​ບໍ່​ທັນ​ດີ​ປານ​ໃດ, ​ເບິ່ງ​ລວມ ອຳນາດ​ຍັງ​ບໍ່​ທັນ​ຖືກ​ຄວບ​ຄຸມ​ຢ່າງ​ແໜ້ນ​ແຟ້ນ, ຊ້ຳ​ບໍ່​ໜຳ ບາງ​ກໍລະນີ​ພັດ​ບໍ່​ມີ​ການ​ຄວບ​ຄຸມ, ​ໃນ​ພາກ​ຕົວ​ຈິງ, ການລະ​ເມີດ​ອຳນາດ​ໄດ້​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ, ຫຼາຍ​ຂັ້ນ. ສະພາບ​ດັ່ງກ່າວ​​ໄດ້​ພາ​ໃຫ້​ເກີດ​ຄວາມ​ເສື່ອ​ມ​ໂຊມ​ທີ່​ສັບສົນ​ທີ່​ສຸດ. ພວກ​ເຮົາ​ຈະ​ບໍ່​ຮັບ​ເອົາ​ຕົວ​ແບບ "ສາມ​ພະ​​ແນ​ກຂອງ​ອຳນາດ: ການ​ບໍລິຫານ, ນິຕິບັນຍັດ ​ແລະ ຕຸລາການ” ຂອງ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ຢ່າງ​ລອກ​ແບບ ກົນ​ຈັກ​ຕາຍ​ຕົວ, ຍ້ອນວ່າ ​ແຕ່ລະ​ປະ​ເທດ​ມີຈຸດ​ພິ​ເສດ​ວັດທະນະທຳ ​ແລະ ຢູ່​ໃນ​ໄລຍະ​ແຫ່ງ​ການ​ຂະຫຍາຍຕົວ​ທີ່​ຕ່າງ​ກັນ, ​ແຕ່​ສະ​ເພາະ​ບັນຫາ​ຄວບ​ຄຸມ​ອຳນາດຢູ່​ໃນ​ຕົວ​ແບບ​ນັ້ນ ​ແມ່ນ​ຄວນ​ຄົ້ນຄວ້າຢ່າງ​ເລິກ​ເຊິ່ງ​ເພື່ອສືບ​ທອດ “ປັດ​ໄຈ​ທີ່​ສົມ​ເຫດ​ສົມ​ຜົນ” ຂອງ​ມັນ. ພ້ອມ​ກັນ​ກັບ​ການ​ແບ່ງ​ງານ, ປະສານ​ສົມທົບ, ກວດກາ​ຢ່າງ​ວິທະຍາສາດ ລະຫວ່າງ​ສາມ​ພະ​ແນ​ກດັ່ງກ່າວ​ເທິງ​ນີ້, ຍັງ​ມີ​ການ​ແບ່ງ​ງານ ​ແລະ ກວດກາ​ຊຶ່ງ​ກັນ​ແລະ​ກັນ​ລະຫວ່າງ​ບັນດາ​ພາກສ່ວນ​ຢູ່​ພາຍ​ໃນພະ​ແນ​ກການ, ​ໂດຍ​ສະ​ເພາະ​ແມ່ນ​ການ​ບໍລິຫານ ​ແລະ ຕຸລາການ.

ຕໍ່​ຈາກ​ນັ້ນ, ການ​ຄວບ​ຄຸມ​ອຳນາດ​​ໂດຍ​ຜ່ານ​ການ​ປະຕິບັດ​ສິດ​ປະຊາທິປະ​ໄຕ​ຢ່າງ​ກວ້າງຂວາງ; ນັບ​ທັງ​ຮູບ​ການ​ປະຊາທິປະ​ໄຕ​ໂດຍ​ກົງ, ປະຊາທິປະ​ໄຕ​ໂດຍ​ຜູ້ຕາງໜ້າ ​ແລະ ປະຊາທິປະ​ໄຕ​ແບບ​ເຂົ້າ​ຮ່ວມ; ຜ່ານ​ລະບອບ​ສະໝັກ​ຮັບ​ເລືອກຕັ້ງ, ​ເລື່ອນ​ຊັ້ນ​ຕຳ​ແໜ່​ງ ​ແລະ ຍຸບ​ເລີກ​ຕຳ​ແໜ່​ງຂອງ​ພະນັກງານ; ມີ​ຄວາມ​ໂປ່​ງ​ໃສ​ທາງ​ດ້ານ​ຂໍ້​ມູນ​ຂ່າວສານ ​ແລະ ໜ້າ​ທີ່​ອະທິບາຍ​ລາຍ​ງານ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ບຸກຄົນ​ທີ່​ໄດ້​ຮັບ​ການ​ມອບ​ສິດອຳນາດ; ການ​ຕິດຕາມ​ກວດກາ​ຂອງ​ຫາງ​ສຽງ​ສັງຄົມ, ຂອງ​ປະຊາຊົນ; ອິດ​ສະລະ​ພາບ​ແຫ່ງ​ຄວາມ​ຄິດ ​ແລະ ​ເສລີພາບ​ໃນ​ການ​ປາກ​ເວົ້າ ​ເພື່ອສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ຄົນ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ​ບ້ານ​ເມືອງ. ​ໃນ​ນັ້ນ, ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ, ອົງການ​ຈັດ​ຕັ້ງ​ສັງຄົມ - ອາຊີບ ​ແລະ ບັນດາ​ຂະ​ບວນການ​ທີ່ສົດ​ໃສ, ຖືກຕ້ອງ​ຕາມ​ກົດໝາຍ, ​ໂດຍ​ປະຊາຊົນ​ຕື່ນ​ຕົວສະໝັກ​ໃຈ​ສ້າງ​ຕັ້ງ​ຂຶ້ນ​ມາ ​ເພື່ອ​ແນ​ໃສ່​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດທີ່​ຖືກຕ້ອງ​ຕາມ​ກົດໝາຍຂອງ​ປະຊາຊົນ, ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ກໍ່ສ້າງ​ສັງຄົມ. ມັນ​ແມ່ນ​ແບບ​ວິທີ​ທີ່​ສຳຄັນ​ທີ່​ສຸດ​ເພື່ອ​ປະຕິບັດ​ສິດ​ເປັນ​ເຈົ້າຂອງ​ປະຊາຊົນ; ມັນ​ເຄີຍ​ຄົງ​ຕົວຢູ່​ໃນ​ສັງຄົມ​ຫວຽດນາມ​ກ່ອນ​ໜ້າ​ນີ້ ​ແລະ ພວມ​ຄົງ​ຕົວຢູ່​ໃນ​ສັງຄົມ​ຫວຽດນາມ​ປະຈຸ​ບັນ, ​ແນ່ນອນ​ວ່າ​ມັນ​ຍັງບໍ່ທັນ​ສົມບູນ, ບໍ່​ທັນ​ສະ​ໄໝ.

ປະຊາຊົນ​ມີ​ສິດທິທີ່​ຈະ​ຖາມ, ຮຽກຮ້ອງ​ໃຫ້​ອົງການ​ຈັດ​ຕັ້ງລັດ​ຕ້ອງ​ອະທິບາຍລາຍ​ງານ​ໃຫ້​ປະຊາຊົນ​ຊາບ; ປະຊາຊົນ​ມີ​ສິດທິ​ຂັດ​ຄ້ານ​ການ​ກະທຳ​ທີ່ຜິດພາດ; ມີ​ສິດທິ​ຮຽກຮ້ອງ​ໃຫ້​ພະນັກງານ​ທີ່​ເສຍ​ຄຸນ​ນະພາ​ບຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ ຫຼື​ຖືກ​ປົດ​ຕຳ​ແໜ່​ງ... ບັນດາ​ອົງການ​ຈັດ​ຕັ້ງ​ລັດ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ຮັບ​ຟັງ, ສືບສວນ, ຮັບ​ເອົາ​ຂ່າວ​ຄາວ, ​ໃຫ້​ຄຳ​ຕອບ, ອະທິບາຍ, ບໍ່​ໄດ້ກີດກັ້ນ ຂັດຂວາງ ຫ້າມ​ປາມ​ປະຊາຊົນ ​ເມື່ອ​ເຂົາ​ສະ​ແດງ​ຄວາມ​ຄິດ​ເຫັນທາງການ​ເມືອງ​ຢ່າງ​ສະຫງົບ. ສົ່ງ​ເສີມ​ໃຫ້ຫາງ​ສຽງ​ສັງຄົມ​ອອກສຽງ​ວິພາກ​ວິຈານ ຄັດຄ້ານການ​ກະທຳ​ທີ່​ຜິດພາດ ​ເພື່ອ​ເພີ່ມ​ທະວີ​ຄວາມ​ຕ້ານທານ​ຂອງ​ຮ່າງກາຍ​ສັງຄົມ. ຢູ່​ບ່ອນ​ໃດ​ແລະ​ໃນ​ເວລາ​ໃດ​ທີ່​ຫາງ​ສຽງ​ສັງຄົມ​ຖືກ​ຈຳກັດ, ຖືກ​ກີດຂວາງ ​ແມ່ນ​ເວລາ​ນັ້ນ​ແລະ​ຢູ່​ບ່ອນ​ນັ້ນ ຮ່າງກາຍ​ສັງຄົມຈະອ່ອນ​ເພຍ​ເສຍ​ແຮງ​ຕ້ານທານ.

​ໃນ​ສັງຄົມ​ທີ່​ກ້າວໜ້າ, ຄວາມ​ໂປ່​ງ​ໃສ​ຂອງ​ຂໍ້​ມູນ​ຂ່າວສານ​ມີ​ຄວາມ​ໝາຍສຳຄັນ​ທີ່​ສຸດ, ປະຊາຊົນ​ທຸກ​ຄົນ​ມີ​ສິດ​ເຂົ້າ​ເຖິງ​ຂໍ້​ມູນ​ຂ່າວ​ສາມ, ບໍ່​ມີ​ຜູ້​ໃດ​ສາມາດ​ປິດ​ບັງ​ຂໍ້​ມູນ​ຂ່າວສານ​ໄດ້, ມັນ​ຄ້າຍຄື​ກັນ​ກັບ “​ແສງສະຫວ່າງ​ກາງ​​ວັນ” ​ແທນ​ໃຫ້ “ຄວາມ​ມືດກາງຄືນ”, ​ເພື່ອ​ໃຫ້​ຄວາມ​ຊົ່ວ​ຊ້າ ອະທຳ​ບໍ່​ມີ​ບ່ອນ​ລີ້​ຊ້ອນ, ຕ້ອງ​ປະກົດ​ຕົວຢ່າງ​ຈະ​ແຈ້ງ. ​ໃນ​ເວລາ​ທີ່​ຜ່ານ​ມາ ຢູ່​ຫວຽດນາມຍັງ​ມີ​ຫຼາຍ​ວຽກ​ງານ​ທີ່​ສຸດ​ທີ່ບໍ່​​ໂປ່​ງ​ໃສ, ທັງ​ວຽກ​ໃຫຍ່​ແລະ​ວຽກ​ນ້ອຍ, ນັບ​ທັງ​ແຜນ​ນະ​ໂຍບາຍ, ​ມະຕິ​ຕົກລົງ ​ແລະ ບັນດາ​ກໍລະນີທີ່​ຫຍໍ້​ທໍ້, ຄວາມ​ຜິດພາດ, ສໍ້​ລາດ​ບັງ​ຫຼວງ. ຍ້ອນ​ຄວາມ​ບໍ່​ໂປ່​ງ​ໃສ​ນີ້​ເອງ​ທີ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ລະ​ແວງ​ສົງ​ໄສ, ຫລຸດຜ່ອນ​ຄວາມ​ເຊື່ອ​ຖື. ສົງ​ໄສ​ວ່າ​ມີການປິດ​ບັງ ​ປ່ອຍ​ມື​ໃຫ້ຄວາມ​ຜິດ ​ແລະ “ຜົນ​ປະ​ໂຫຍ​ດໝູ່​ພວກ”. ຫຼາຍ​ວຽກ​ງານ​ຖືກ​ຖື​ວ່າ “​ເປັນ​ຜົນ​ກະທົບ​ໄວ” ​ແລະອ້າງອີງ​ໃສ່​ເຫດຜົນ​ນີ້ ​ເພື່ອປິດ​ບັງ, ​ບໍ່​​ໃຫ້​ມີ​ຄວາມໂປ່​ງ​ໃສ​ທາງ​ດ້ານ​ຂໍ້​ມູນ​ຂ່າວສານ. ຍ້ອນ​ບໍ່​ມີ​ຄວາມ​ໂປ່​ງ​ໃສນີ້​ເອງ​ ໄດ້​ຈຳກັດ​ປະສິດທິ​ຜົນ​ຂອງ​ການ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງຫຼວງ ​ແລະ “ຜົນ​ປະ​ໂຫຍ​ດໝູ່​ພວກ”, ຊ້ຳ​ຍັງ​ເປັນ​ການ​ຂັດຂວາງ​ວຽກ​ງານ​ດັ່ງກ່າວ​ນັ້ນ. ລັດ​ເປັນຂອງ​ປະຊາຊົນ, ຍ້ອນ​ຫຍັງ​ຈຶ່ງ​ບໍ່​ລາຍ​ງານຢ່າງ​ຈະ​ແຈ້ງ​ໃຫ້​ປະຊາຊົນຊາບ? ຖ້າ​ຫາກ​ພະນັກງານ​ນຳພາ​ບໍ່​ມີ​ຜູ້​ໃດລະ​ເມີດ​ລະບຽບ​ວິ​ໄນ ​ເປັນ​ຫຍັງ​ຈຶ່ງ​ຕ້ອງ​ຢ້ານ​ກົວຄວາມ​ໂປ່ງ​ໄສ? ຢາກ​ມີ​ຄວາມ​ໂປ່​ງ​ໄສ​ທາງ​ດ້ານ​ຂໍ້​ມູນ​ຂ່າວ​ສານ ການ​ນຳ​ຂອງ​ພັກ​ແລະ​ລັດ​ຕ້ອງ​ເປີດ​ກ້ວາງ​ເສລີພາບ​ໃນ​ການ​ປາກ​ເວົ້າ ​ແລະ​ໜັງສື​ພິມ, ສ່ວນ​ກະ​ໂຕ​ຜູ້​ສື່​ຂ່າວ​ກໍ່​ຕ້ອງ​ກ້າຫານ, ​ເດັດດ່ຽວ​ສະຫຼຽວ​ສະຫຼາດ ​ແລະ ຍົກ​ສູງ​ຈັນ​ຍາ​ບັນ, ນັກ​ຂ່າວ​ຕ້ອງ​ບຸກບືນຄົ້ນ​ຫາ​ສັດຈະ ​ແລະ ບໍ່​ປະ​ໃຫ້​ຕົວ​ເອງ​ຖືກ​ຕິດ​ສິນ​ບົນ. ບາງ​ຄົນ​ຍັງ​ມີ​ຄວາມ​ກັງວົນ​ວ່າ, ​ເມື່ອ​ມີ​ຄວາມ​ໂປ່​ງ​ໃສ ເປີດ​ເຜີຍຂ່າວ​ສາມ​ກ່ຽວ​ກັບ​ກໍລະນີ, ​ເຫດການລະ​ເມີດ​ລະບຽບ​ວິ​ໄນ ປະຊາຊົນ​ຈະສູນ​ເສຍ​ຄວາມ​ເຊື່ອ​ຖື​ຫຼາຍກວ່າ​ອີກ. ບໍ່​ເປັນ​ແນວ​ນັ້ນ! ບໍ່​ມີ​ຄວາມ​ໂປ່​ງ​ໃສຈຶ່ງ​ເຮັດ​ໃຫ້​ຄວາມ​ເຊື່ອ​ຖື​ສູນຫາຍ​ໄປ. ທຸກ​ຄົນ​ມີ​ສິດ​ທີ່​ຈະ​ສົງ​ໄສ. ​ແລະ​ຜູ້​ນຳ​ທີ່​ດີ​ກໍ່ອາດ​ຈະ​ຖືກ​ເສຍ​ຊື່​ສຽງ. ບໍ່​ກ້າ​ເປີດ​ເຜີຍ ​ໂປ່​ງ​ໃສ​ຍ້ອນ​ຢ້ານ​ສູນ​ເສຍ​ຄວາມ​ເຊື່ອ​ຖື ຈັ່ງ​ຊັ້ນ​ແລ້ວ ຄວາມ​ເຊື່ອ​ຖື​ນັ້ນ​ເປັນຄວາມ​ເຊື່ອ​ຖື​ທີ່​ຖືກ​ຫຼອກ​ລວງ, ຄວາມ​ເຊື່ອ​ຖື​ທີ່​ຜິດພາດ.

 ສິລະ​ປະ​ວັນນະຄະດີ​ກໍ່​ຕ້ອງ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ການ “ກຳຈັດ​ອະທຳ” ​ເພື່ອ​ປະກອບສ່ວນ “​ເຜີຍ​ແຜ່​ສິນ​ທຳ” ຕາມ​ບັນດາ​ຄຸນ​ຄ່າ​ຂອງ​ມະນຸດ ​ແລະ ວິທີ​ການ​ສິລະ​ປະ​ທີ່​ສອດຄ່ອງ. ​ເພື່ອ​ປະຕິບັດ​ປະຊາທິປະ​ໄຕ, ວຽກ​ງານ​ທຳ​ອິດ​ແມ່ນ​ ຕ້ອງສ້າງ​ເງື່ອນ​ໄຂທີ່​ດີ​ໃຫ້​ປະຊາຊົນ​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ. ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງ​ຕ້ານ​ການ​ເສກ​ສັນ​ປັ້ນ​ແຕ່ງ ​ໃສ່​ຮ້າຍ​ປ້າຍ​ສີ ​ແລະ ​ແຕະຕ້ອງ​ເຖິງ​ກຽດ​ສັກ​ສີ​ຂອງ​ບຸກຄົນ ​ແລະ ອົງການ​ຈັດ​ຕັ້ງ, ລະ​ເມີດ​ສິດ​ເສລີ​ຂອງ​ຜູ້​ອື່ນ, ນັບ​ທັງ​ຂອງ​ປະຊາຊົນ ​ແລະ ຂອງ​ຜູ້ນຳ.

ວຽກ​ງານ​ພະນັກງານ​ໃນ​ເວລາ​ທີ່​ຜ່ານ​ມາ, ຄຽງຂ້າງ​ດ້ານ​ດີ​ທີ່​ເຮັດ​ໄດ້​ແລ້ວນັ້ນ ກໍຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ ຍ້ອນ​ການ​ຄັດເລືອກ ​ແລະ​ນຳ​ໃຊ້​ຜູ້​ເກ່ງ​ກ້າ​ສາມາດ​ໄດ້​ບໍ່​ຫຼາຍ​ປານ​ໃດ. ​ໃນ​ປະຫວັດສາດ​ຂອງ​ປະ​ເທດ​ເຮົາ​ມີ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ຊ້ຳ​ຊາກ​ຫຼາຍ​ຄັ້ງ. ​ໃນ​ການ​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຈາກ​ພາຍ​ນອກ, ດ້ວຍ​ພະລັງ​ທາງ​ຈິດ​ວິນ​ຍານ​ຂອງ​ຊາດ, ຜູ້​ເກັ່ງກ້າ​ສາມາດ​ມາ​ເຕົ້າ​ໂຮມ​ຢູ່​ພາຍ​ໃຕ້ຄັນ​ທຸງ​ຕໍ່ຕ້ານ ​ເພື່ອ​ຕໍ່ສູ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ເມື່ອ​ສັນຕິພາບ​ກັບ​ຕ່າວ​ຄືນ​ມາ, ຈຳນວນ​ຜູ້​ເກັ່ງ​ກ້າ​ສາມາດ ອາດຍາ​ເຈົ້າ​ນາຍ​ທີ່​ຊື່ສັດ​ກໍ່​ນັບ​ມື້​ນັບຫລຸດ​ໜ້ອຍ​ຖອຍ​ລົງ, ສ່ວນພວກ​ສໍ​ເລາະ ປະຈົບປະ​ແຈງ​ຢູ່​ໃນ​ລາຊະ​ວັງ​ກໍ່​ນັບ​ມື້​ນັບ​ຫຼາຍ, ພາ​ໃຫ້​ອຳນາດ​ຖື​ກເຊື່ອມ​ໂຊມ ​ແລະ ພັງ​ທະລາ​ຍລົງ. ວິທີ​ເຮັດ​ວຽກ​ງານ​ພະນັກງານ​​ແບບຈັດ​ວາງ​ຕາມ​ເຈດ​ຈຳນົງ​ເປັນ​ຕົ້ນຕໍ ​ແລະ ວິທີ​ຈິນຕະນາການ​ແບບ​ອັດຕະວິ​ໄສ​ຂອງ​ຜູ້ນຳ. ມີ​ຫຼາຍ​ກໍລະນີ​ຈັດ​ວາງ​ສັບຊ້ອນ​ພະນັກງານຕາມ​ການ​ພົວພັນ, ​ລູກ​ຫຼານ, “ຜົນ​ປະ​ໂຫຍ​ດໝູ່​ພວກ”, ຖືກ​ແຊກ​ຄຸມ​ດ້ວຍ​ເງິນ​ຄຳ; ​ແຕ່ງ​ຕັ້ງ​ລູກ​ຫຼານ ​ແລະ ຜູ້​ທີ່ “​ເຂົ້າຂາ​ກັບ​ຕົນ”. ຕັ້ງ​ແຕ່​ອະດີດ​ຈົນ​ເຖິງ​ປະຈຸ​ບັນ, ລະບອບ ​ແລະ ລາຊະວົງ​ໃດ​ກໍ່​ເຊັ່ນດຽວ​ກັນ, ການ “ຊື້​ຂາຍ​ຕຳ​ແໜ່​ງ, ຍົດ​ສັກ” ​ເປັນ​ປະກົດ​ການ​ໜຶ່ງ​ຂອງ​ການ​ເຊື່ອມ​ໂຊມ​ອຳນາດ​ທີ່​ເປັນ​ໄພຮ້າຍ​ແຮງ​ທີ່​ສຸດ. ຢູ່​ຫວຽດນາມ, ​ໃນຫຼາຍ​ປີ​ທີ່​ຜ່ານ​ມາ “ການ​ແລ່ນ​ຫາ​ຕຳ​ແໜ່​ງຍົດ​ສັກ”, “​ແລ່ນ​ຫາອຳນາດ​ບາດ​ໃຫຍ່” ​ໄດ້​ກາຍເປັນ​ເຫດການ​ແຜ່​ຫຼາຍ, ທີ່ໜ້າ​ກັງວົນ​ຫຼາຍ, ນັບ​ທັງ​ຢູ່​ໃນບັນດາ​ຂົງ​ເຂດທີ່​ສຳຄັນ. ວຽກ​ງານ​ພະນັກງານ​ຍັງ​ບໍ່​ມີ​ກົນ​ໄກ​ວິທະຍາສາດ​ເພື່ອ​ຄັດ​ເລືອກ ​ແລະ​ນຳ​ໃຊ້​ຜູ້​ທີ່​ມີ​ພອນ​ສະຫວັນ​ເກັ່ງ​ກ້າ​ສາມາດ, ຍ້ອນ​ຍັງ​ຖືກ​ຜົນ​ສະທ້ອນອັນ​ໜັກໜ່ວງ​ຂອງ​ເສດ​ເຫຼືອ​ແຫ່ງ​ແນວ​ຄິດ​ສັກດິນາ ​ແລະ ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ພັດ​ຖືກ​ຜົນ​ກະທົບຈາກ​ດ້ານ​ລົບ​ຂອງ​ກົນ​ໄກ​ຕະຫຼາດ ​ແລະ ຄວາມ​ເສື່ອ​ມ​ໂຊມ​ດ້ານ​ອຳນາດ.

ຕ້ອງ​ປ່ຽນ​ແປງ​ໃໝ່​ວຽກ​ງານ​ພະນັກງານ​ຢ່າງ​ແຂງ​ແຮງ ​ແລະ ພື້ນຖານ ຕາມ​ທິດ​ພະນັກງານ​ນຳພາຫຼັກ​ແຫຼ່ງຕ້ອງ​ຜ່ານ​ການອອກ​ສະໝັກ​ຮັບ​ເລືອກ ​ໃນ​ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ສະໝັກ​ຮັບເລືອກ​ໂດຍ​ເສລີ ​ແລະ ການສະ​ເໜີ​ຕົວ, ​ການ​ຮັບ​ເອົາພະນັກງານ​ວິຊາ​ສະ​ເພະ​ຕ້ອງ​ຜ່ານ​ການ​ສອບ​ເສງຄັດ​ເລືອກ, ມີ​ເນື້ອ​ແທ້ ​ແລະ ​ເຂັ້ມ​ງວດ, ພາວະ​ວິ​ໄສ, ທັງ​ເປີດ​ກວ້າງ​ປະຊາທິປະ​ໄຕ, ​ທັງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຂອງ​ຜູ້​ເປັນ​ຫົວໜ້າ ​ໃນ​ວຽກ​ງານ​ພະນັກງານ. ນັ້ນ​ກໍ​ແມ່ນ​ວິທີ​ເພື່ອ​ໃຫ້​ປະຊາຊົນ ​ແລະ ພະນັກງານ​ຫຼາຍ​ຄົນ​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາ​ອຳນາດ ​ໃນ​ການ​ມອບສິດ​ໃຫ້​ພະນັກງານ. ຍົກ​ສູງ​ຄຸນ​ນະພາ​ບຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ, ຄັດ​ເລືອກ​ຜູ້​ທີ່​ມີ​ຄວາມ​ສາມາດ ​ແລະ ມີ​ຫຼັກ​ໝັ້ນ​ການ​ເມືອງ​ໃຫ້​ເປັນສະມາຊິກ​ສະພາ ​ເປັນ​ຜູ້​ແທນ​ທີ່​ແທ້​ຈິ​ງ ​ແລະ ສົມ​ກຽດ​ຂອງ​ປະຊາຊົນ, ກ້າ​ເວົ້າ​ຄວາມ​ຊື່ສັດ ຕໍ່ສູ້​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ. ​ເມື່ອ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະສະພາ​ປະຊາຊົນຂັ້ນ​ຕ່າງໆທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກປະຊາຊົນ ກໍ່​ຈະ​ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ, ຮັບ​ຟັງ​ຄວມມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ, ​ເວົ້າ​ຄຳ​ເວົ້າ​ຂອງ​ປະຊາຊົນ, ລົງ​ມະຕິເພື່ອ​ປະຊາຊົນ. ກ້າວ​ໄປ​ເຖິງ​ເປີດ​ເຜີຍ​ໃຫ້​ປະຊາຊົນ​ຮູ້​ວ່າ ບັນດາ​ສະມາຊິກ​ສະພາ​ນັ້ນ​ໄດ້​ລົງມະຕິ​ຄື​ແນວ​ໃດກ່ຽວ​ກັບ​ບັນຫາ, ວຽກ​ງານ​ທີ່​ປະຊາຊົນສົນ​ໃຈ, ​ເພື່ອຕິດຕາມ​ກວດກາຄວາມ​ຈົງ​ຮັກ​ພັກດີ​ຕໍ່​ປະຊາຊົນ. ຖ້າ​ຫາກ​ບັນດາ​ສະມາຊິກ​ສະພາ​ນັ້ນ​ເປັນ​ສະມາຊິກ​ພັກ ​​ເຂົາ​ຍິ່ງ​ຕ້ອງ​ເປັນ​ແບບຢ່າງ​ໃນ​ການ​ປະຕິບັດ​ຄວາມປະສົງ​ຂອງ​ປະຊາຊົນ, ຖື​ເອົາ​ຄວາມ​ປະສົງ​ຂອງ​ປະຊາຊົນ​ເປັນ​ພື້ນຖານ​ທີ່​ສຳຄັນ​ທີ່​ສຸດ​ເພື່ອ​ເຄື່ອນ​ໄຫວປະຕິບັດ - ນັ້ນ​ແມ່ນ​ຫຼັກການ​ທີ່ສຳຄັນ​ທີ່​ສຸດ. ອົງການການຈັດ​ຕັ້ງ​ພັກ​ໄດ້​ມອບ​ໜ້າ​ທີ່​ໃຫ້​ສະມາຊິກ​ພັກ ​ໃຫ້​ເປັນຜູ້​ແທນ​ທີ່​ແທ້​ຈິງ​ຂອງ​ປະຊາຊົນ, ສະມາຊິກ​ຕ້ອງ​ປະຕິບັດ​ຕາມ​ໜ້າ​ທີ່​ດັ່ງກ່າວ; ອົງການ​ຈັດ​ຕັ້ງ​ພັກ​ຈະ​ບໍ່ “ຈັບ​ມື​ພາ​ໄປ, ຊີ້​ວຽກ​ລະອຽດ​ໃຫ້”. ຈົງຮັກ​ພັກດີ​ຕໍ່​ຄວາມ​ປາຖະໜາ​ຂອງ​ປະຊາຊົນ, ​ເວົ້າ​ຕາມ​ຄຳ​ເວົ້າ​ຂອງ​ປະຊາຊົນ - ນັ້ນ​ແມ່ນ​ບຸກຄະ​ລິກກະພາບ ​ແລະ ສະຕິ​ຮູ້ສຶກ​ຂອງ​ສະມາຊິກ​ພັກ​ທີ່​ແທ້​ຈິງ. ພັກ​ເຄື່ອນ​ໄຫວ​ເພື່ອຄວາມສຸກ​ປະຊາຊົນ ບໍ່​ແມ່ນ​ເພື່ອ​ຈຸດປະສົງ​ອື່ນ​ໃດ, ບໍ່​ປະ​ໃຫ້ “ກຸ່ມ​ຜົນ​ປະ​ໂຫຍ​ດ” ​ແຊກ​ຄຸມ ​ແລະ ຄອບ​ງຳ.

ກ່ອນ​ໜ້າ​ນີ້​, ​ໃນບາງ​ກໍລະນີ ຄະນະ​ພັກ​ໄດ້​ໃຊ້​ມາດ​ຕະການ​ບໍລິຫານ ​ແລະ ສິດ​ອຳນາດ, ຊ້ຳ​ຍັງ​ກາຍ​ເປັນ​ອົງ​ການ​ອຳນາດທີ່ສຸດ. ຖ້າ​ຫາກ​ແກ່ຍາວ​ວິທີ​ນີ້ ອົງການ​ຈັດ​ຕັ້ງ​ພັກ​ຈະ​ຖືກ​ອຳນາດ​ເຮັດ​ໃຫ້​ເສື່ອ​ມ​ໂຊມ ຊຶ່ງ​ເປັນ​ຜົນ​ສະທ້ອນ​ບໍ່​ດີ​ເຖິງການ​ນຳພາ​ປະ​ເທດ, ທັງ​ເຮັດ​ໃຫ້​ກະ​ໂຕ​ອົງການ​ຈັດ​ຕັ້ງ​ພັກ​ອ່ອນ​ເພຍ​ລົງ. ຕ້ອງ​ປ່ຽນ​ແປງ​​ໃໝ່​​ໂດຍ​ພື້ນຖານເນື້ອ​ໃນ ​ແລະ ​ແບບ​ວິທີ​ນຳພາ​ຂອງ​ພັກ ຕາມ​ທິດ​ພັກ​ບໍ່​ເຮັດ​ແທນ, ບໍ່​ຊ້ຳ​ຊ້ອນ​ກັບ​ວຽກ​ງານ​ຂອງ​ລັດ, ​ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ໃຊ້​ອຳນາດ​ລັດ, ​ແຕ່​ຕ້ອງ​ຫັນປ່ຽນ​ຢ່າງ​​ແຂງ​ແຮງ​ມາສູ່​ການ​ນຳພາ​ດ້ວຍບັນດາ​ຄຸນຄ່າ​ວັດທະນະທຳ​ເປັນ​ຕົ້ນຕໍ, ນັບ​ແຕ່​ແຜນ​ນະ​ໂຍບາຍ​ທີ່​ສອດຄ່ອງ​ກັບ​ຄວາມ​ປະສົງ​ຂອງ​ປະຊາຊົນ ຈົນ​ເຖິງ​ການ​ຮຽນ​ແບບ ​ແລະ​ອະທິບາຍ​ຂົນຂວາຍ, ບໍ່​ໄດ້​ບັງຄັບ​ດ້ານ​ດຽວ​ດ້ວຍ​ມາດ​ຕະການ​ຈັດ​ຕັ້ງ, ບໍລິຫານ ​ແລະ ການ​ໃຊ້​ອຳນາດ; ພັກ​ຕ້ອງ​ເປັນ​ຕົວ​ແທນທີ່​ແທ້​ຈິງ​ແລະ​ສົມ​ກຽດ​ທີ່​ສຸດ​ໃຫ້​ເກ່ຄັນ​ທຸງ​ປະຊາ​ທີ​ປະ​ໄຕ; ຄົ້ນ​ເຜີຍ​ແລະ​ຄັດ​ເລືອກ​ໄດ້​ຜູ້​ເກັ່ງ​ກ້າ​ສາມາດ ມີ​ຄຸນສົມບັດ​ດີ​ ເພື່ອ​ແນະນຳ​ໃຫ້​ປະຊາຊົນ. ນັ້ນ​ກໍ່​ແມ່ນ​ວິທີ​ດັ້ງ​ເດີມ ຊຶ່ງ​ກ່ອນ​ໜ້າ​ນີ້​ໄດ້​ເຮັດ​ໃນ​ເງື່ອນ​ໄຂ​ຍັງ​ບໍ່​ທັນ​ກຳ​ອຳນາດ ​ແລະ ​ໃນ​ສະ​ໄໝ​ຕໍ່ສູ້​ຕ້ານ​ຈັກກະ​ພັດ ​ລ່າ​ເມືອງ​ຂຶ້ນ, ພັກ​ເຄີຍ​ນຳ​ໃຊ້​ວິທີ​ນີ້​ເພື່ອ​ກາຍເປັນ​ພັກ​ນຳພາ​ຂອງ​ປະຊາຊົນ. ຢູ່​ໃນ​ພັກ​ກໍ່​ຕ້ອງ​ມີ​ອົງການ​ໂດຍ​ກອງ​ປະຊຸມ​ໃຫຍ່​ເລືອກ​ຕັ້ງ​ຂຶ້ນ​ມາ ​ເພື່ອຕິດຕາມ​ກວດກາ​ພະນັກງານ​ການ​ນຳ ກ່ຽວ​ກັບ​ຄຸນສົມບັດ ​ແລະ ການ​ນຳ​ໃຊ້​ສິດ​ອຳນາດ, ​ໃນ​ວິວັດ​ການ​ນຳພາ​ແລະ​ຄວບ​ຄຸມ​ອຳນາດ, ຕ້ອງ​ປະຕິບັດ​ປະຊາທິປະ​ໄຕ​ຢ່າງ​ກວ້າງຂວາງ ​ແລະ ​ເສີມ​ຂະ​ຫຍາ​ຍບົດບາດ​ຂອງ​ປະຊາຊົນ​ໃນ​ການ​ກໍ່ສ້າງ​ລັດ ​ເພື່ອ​ຮັບປະກັນ​ໃຫ້​ພັກ​ຂອງ​ພວກ​ເຮົາ​ເປັນ​ພັກ​ຂອງ​ປະຊາຊົນ​ຢ່າງ​ແທ້​ຈິງ - ນັ້ນ​ແມ່ນ​ເປົ້າ​ໝາຍ​ກໍ່ສ້າງ​ລັດ​ຊຶ່ງ​ພັກກອມ​ມູນິດ​ຫວຽດນາມ​ໄດ້​ກຳນົດ​ໄວ້./.

ປອ. ຫວູ ງອກ​ ຮວ່າງ

-------------------------

ບົດ​ນີ້ໄດ້​ລົງພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 890 (​ເດືອນ​ທັນວາ 2016)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ