ວັນເສົາ, 15/12/2018
ເສີມຂະຫຍາຍເຖິງລະດັບສູງ ຈິດໃຈຮັບຜິດຊອບ, ສຸມໃສ່ຄົ້ນຄວ້າ ປຶກສາພິຈາລະນາ ແລະຕັດສິນຕົກລົງ ບັນດາບັນຫາທີ່ສຳຄັນ*
11/6/2018 11:3' ສົ່ງ ພິມ
ສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວປາໄສໄຂກອງປະຊຸມສູນກາງພັກ. (ພາບ: TTXVN)

ເພື່ອ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ຂອງ​ທົ່ວ​ທັງ​ສະ​ໄໝ, ມື້​ນີ້​ຄະນະ​ບໍລິຫານ​ງານ​ສູນ​ກາງ​ເລີ່​ມຕົ້ນ​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 7 ​ເພື່ອ​ປຶກສາ​ສົນທະນາ ​ປະກອບ​ຄວາມ​ຄິດ​ຄວາມ​ເຫັນ ກ່ຽວ​ກັບບັນດາ​ເນື້ອ​ໃນ: ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຂັ້ນ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ​ຂັ້ນ​ຍຸດ​ທະ​ສາດ, ​ໃຫ້​ມີ​ຄຸນສົມບັດ​ສິນ​ທຳ, ມີ​ຄວາມ​ສາມາດ ​ແລະສັກ​ສີ​ຢ່າງ​ພຽງພໍ, ທຽບ​ເທົ່າກັບ​ລະດັບ​ຂອງ​ໜ້າ​ທີ່; ການປະຕິ​ຮູບນະ​ໂຍບາຍ​ເງິ​ນ​ເດືອນ​ສຳລັບ​ພະນັກງານ, ລັດຖະກອນ, ພາລະ​ກອນ, ກຳລັງ​ປະກອບ​ອາວຸດ ​ແລະ​ຜູ້​ອອກ​ແຮງ​ງານ​ໃນ​ບັນດາ​ວິ​ສາ​ຫະກິດ; ການ​ປະຕິ​ຮູບ​ນະ​ໂຍບາຍ​ປະກັນ​ໄພ​ສັງຄົມ; ​ແລະ​ບາງ​ບັນຫາ​ທີ່​ສຳຄັນ​ອື່ນ​ອີກ.

ຕາງໜ້າ​ກົມ​ການ​ເມືອງ, ຄະນະ​ເລຂາທິການ, ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຄຳນັບ​ຮັບ​ຕ້ອນ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່ ບັນດາ​ສະຫາຍ​ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ບັນດາ​ຜູ້​ແທນ​ແຂກ​ທີ່​ຖືກ​ເຊີນ ທີ່​ໄດ້​ມາ​ຮ່ວມ​ກອງ​ປະຊຸມ ​ແລະ​ຂໍ​ຝາກ​ຄຳ​ອວຍພອນ​ທີ່​ຈົບງາມ​ທີ່​ສຸດ​ມາ​ຍັງ​ບັນດາ​ສະ​ຫາຍ​ທຸກ​ຖ້ວນ​ໜ້າ.

​ໃນ​ເວລາ​ທີ່​ຜ່ານ​ມາ, ກົມ​ການ​ເມືອງ, ຄະນະ​ເລຂາທິການ​ ໄດ້​ຊີ້​ນຳຄະນະ​ກຳມະການ​ພັກ​ລັດຖະບານ, ບັນດາ​ຄະນະ​ພັກ ​ແລະ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ໃຫ້​ຮີບ​ດ່ວນ, ​ເຂັ້ມ​ງວດ​ໃນ​ການ​ກະກຽມບັນດາ​ໂຄງການ, ບົດລາຍງ​ານ, ​ໃບ​ສະ​ເໜີ​ ກ່ຽວ​ກັບ​ບັນດາ​ບັນຫາທີ່​ກ່າວ​ມາ​ເທິງ​ນີ້, ຝາກ​ມາ​ໃຫ້​ສູນ​ກາງ​ຖືກຕ້ອງ​ຕາມ​ກົດ​ລະບຽບ​ການ​ດຳ​ເນີນ​ງານ ​ເພື່ອ​ໃຫ້​ບັນດາ​ສະ​ຫາຍ​ຄົ້ນຄວ້າ​ກ່ອນ. ຕໍ່​ໄປ​ນີ້, ຂ້າພະ​ເຈົ້າຂໍປະກອບ​ຄວາມ​ເຫັນ​ບາງ​ຢ່າງ​ທີ່​ມີ​ລັກສະນະ​ເຈາະ​ຈິ້ມ, ຍົກ​ບັນຫາ, ຫວັງ​ວ່າ​ບັນດາ​ສະຫາຍ​ຈະ​ເອົາ​ໃຈ​ໃສ່​ໃນ​ຂະ​ບວນການ​ປຶກສາ​ສົນທະນາ, ພິຈາລະນາ, ຕັດສິນ​ຕົກລົງ.

ກ່ຽວ​ກັບ​ການ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ຂັ້ນ​ຕ່າງໆ

ຄື​ທີ່​ພວກ​ເຮົາ​ທຸກ​ຄົນ​ລ້ວນ​ແຕ່​ຮູ້​ແລ້ວ​ວ່າ, ພະນັກງານ​ແລະ​ວຽກ​ງານ​ພະນັກງານ​ແມ່ນ​ບັນຫາ​ທີ່​ສຳຄັນ​ທີ່​ສຸດ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ລະ​ບົບການ​ເມືອງ, ມັນ​ມີ​ຄວາມ​ໝາຍ​ຕັດສິນ​ຕໍ່​ຄວາມ​ສຳ​ເລັດຂອງ​ການ​ປະຕິວັດ. ປະທານ​ໂຮ່ຈີ​ມິນ​ເຄີຍເນັ້ນໜັກ​ວ່າ: “ພະນັກງານ​ແມ່ນ​ກົກ​ຮາກ​ຂອງ​ທຸກ​ວຽກ​ງານ”, “ທຸກ​ວຽກ​ງານ​ຈະ​ສຳ​ເລັດ​ຜົນ​ຫຼື​ປະລາ​ໄຊ​ລ້ວນ​ແຕ່​ແມ່ນ​ຍ້ອນ​ພະນັກງານ​ດີ​ຫຼື​ບໍ່​ດີ”.

​ແຕ່​ກ່ອນ​ມາ​ເຖິງ​ປະຈຸ​ບັນ, ​ເປັນ​ຕົ້ນ​ແມ່ນ​ໃນ​ບັນດາ​ສະ​ໄໝ​ປະຈຳການ​ທີ່​ຜ່ານ​ມາ​ມໍ່​ນີ້, ພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ເປັນ​ປະຈຳ​ເຖິງ​ການກໍ່ສ້າງ​ຖັນ​ແຖວ​ພະນັກງານ ​ເພື່ອ​ຕອບ​ສະໜອງຄວາມ​ຕ້ອງການ, ໜ້າ​ທີ່​ຂອງ​ແຕ່​ລະ​ໄລຍະ​ການ​ປະຕິວັດ; ​ໄດ້​ມີ​ການ​ຕົກລົງ​ນະ​ໂຍບາຍ​ຫຼາຍ​ປະການ​ທີ່​ຖືກຕ້ອງ​ທີ່​ສຸດ​ກ່ຽວ​ກັບ​ພະນັກງານ ​ແລະ​ວຽກ​ງານ​ພະນັກງານ; ​ໄດ້​ຕັ້ງ​ໝັ້ນ, ​ເດັດດ່ຽວ​​ໃນ​ການ​ຊີ້ນຳນຳພາການຜັນຂະຫຍາຍ​ປະຕິບັດ ບັນດາ​ນະ​ໂຍບາຍ ມາດ​ຕະການ​ຕ່າງໆ ​ແລະ​ໄດ້​ບັນລຸ​ຜົນສຳ​ເລັດ​ທີ່​ສຳຄັນ. ອາ​ໄສ​ສິ່ງ​ດັ່ງກ່າວນັ້ນ, ຖັນ​ແຖວ​ພະນັກງານ​ຂັ້ນ​ຕ່າງໆ​ໄດ້​ມີ​ບາດກ້າວ​ເຕີບ​ໃຫຍ່, ຂະຫຍາຍຕົວ​ໃນ​ຫຼາຍ​ດ້ານ, ຄຸນ​ນະພາ​ບນັບ​ມື້​ນັບ​​ໄດ້​ຮັບ​ການ​ຍົກສູງ; ​ໂຄງ​ສ້າງ​ຖັນ​ແຖວ​ພະນັກງານ​ຕາມ​ໄວ​ອາຍຸ, ​ເພດ, ຊົນ​ເຜົ່າ, ຂະ​ແໜງການ, ​ອາຊີບ, ຂົງ​ເຂດ​ວຽກ​ງານ​ ມີ​ຄວາມ​ສົມສ່ວນ, ສົມ​ເຫດ​ສົມ​ຜົນກວ່າ​ເກົ່າ. ​ເບິ່ງ​ລວມ, ຖັນ​ແຖວ​ພະນັກງານ​ມີ​ຫຼັກ​ໝັ້ນ​ການ​ເມືອງ​ ​ແນວ​ຄິດທີ່ໝັ້ນ​ແກ່ນ, ຕັ້ງ​ໝັ້ນ​ໃນ​ເປົ້າ​ໝາຍ ອຸດົມ​ການ​ເອກະລາດ​ແຫ່ງ​ຊາດ ​ແລະ​ ສັງຄົມ​ນິຍົມ, ມີ​ຄຸນສົມບັດ​ສິນ​ທຳ, ​ແບບ​ແຜນ​ດຳລົງ​ຊີວິດ​ງ່າຍດາຍ, ​ເປັນ​ແບບຢ່າງ, ມີ​ສະຕິ​ຕໍ່​ການຈັດ​ຕັ້ງ​ລະບຽບ​ວິ​ໄນ, ພະຍາຍາມ​ຝຶກ​ຝົນ​ຫຼໍ່​ຫຼອມ, ສູ້​ຊົນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ. ພະນັກງານ​ນຳພາ​ຄຸ້ມ​ຄອງ​ຂັ້ນ​ຕ່າງໆ ​ສ່ວນ​ຫຼາຍ​ມີ​ລະດັບ​ຄວາມ​ຮູ້ ຄວາມ​ສາມາດ, ມີຄຸນສົມບັດ ສັກ​ສີ; ພະນັກງານ​ຂັ້ນ​ຍຸດ​ທະ​ສາດ​ມີ​ຫຼັກ​ໝັ້ນ​ຄຸນ​ທາດ​ການ​ເມືອງ, ຢຶດໝັ້ນ​ລັດທິ​ມາກ-​ເລ​ນິນ, ​ແນວ​ຄິດ​ໂຮ່ຈີ​ມິນ, ມີ​ຈິນຕະນາການ​ປ່ຽນ​ແປງ​ໃໝ່, ມີ​ຄວາມ​ສາມາດ​ວາງ​ແນວທາງ​ແລະ​ນຳພາ, ຊີ້​ນຳ​ການ​ຈັດ​ຕັ້ງ​ປະຕິບັດ. ​ໃນ​ເວລາທີ່​ຜ່ານ​ມາ​ມໍ່​ນີ້, ການ​ແກ້​ໄຂ​ຈັດການ​ຢ່າງ​ທັນ​ການ​ແລະ​ເຂັ້ມ​ງວດ ຕໍ່​ບາງ​ອົງການຈັດ​ຕັ້ງ, ບຸກຄົນທີ່​ລະ​ເນີ​ດກົດໝາຍລະບຽບ​ວິ​ໄນນັ້ນ ​ໄດ້ປະກອບສ່ວນບອກ​ເຕືອນ, ​ເຕືອນສະຕິ, ຂູ່​ເຕືອນ, ກີດ​ກັ້ນ​ຄວາມ​ຫຍໍ້​ທໍ້, ​ເຮັດ​ໃຫ້​ຖັນ​ແຖວ​ພະນັກງານ​ປອດ​ໄສ, ປັບປຸງ​ເທື່ອ​ລະ​ກ້າວ​ຄວາມ​ເຊື່ອ​ຖື​ຂອງ​ພະນັກງານ, ສະມາຊິກພັກ ​ແລະ​ປະຊາຊົນ​ຕໍ່​ພັກ​ແລະ​ລັດ.

​ແຕ່​ວ່າ, ຖັນ​ແຖວ​ພະນັກງານ ​ແລະ​ວຽກ​ງານ​ພະນັກງານ​ຍັງ​ມີ​ຈຸດ​ອ່ນ, ຂໍ້​ຈຳກັດ​ບໍ່​ໜ້ອຍ. ຖັນ​ແຖວ​ພະນັກງານ​ໃນ​​ລະບົບ​ການ​ເມືອງໜາ​ແໜ້ນ​ແຕ່​ບໍ່​ເຂັ້ມ​ແຂງ, ສະພາບ​ການ​ທັງ​ເຫຼືອ​ພະນັກງານ ທັງຂາດພະນັກງນ ​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ. ​ໂຄງ​ປະກອບພະນັກງານ​ລະຫວ່າງ​ຂະ​ແໜງ, ອາຊີບ, ຂົງ​ເຂດ ຍັງ​ບໍ່​ທັນ​ສົມ​ເຫດ​ສົມ​ຜົນ​ແທ້​ເທື່ອ, ຂາດ​ການຕໍ່​ເນື່ອງ​ລະຫວ່າງຂັ້ນ​ຕ່າງໆ, ຂະ​ແໜງ​ການ​ຕ່າງໆ; ຂາດ​ພະນັກງານ​ນຳພາ, ຄຸ້ມ​ຄອງ​ທີ່​ເກັ່ງ, ຂາດ​ນັກວິທະຍາສາດ​ແລະ​ຜູ້​ຊ່ຽວຊານ​ທີ່ນຳ​ໜ້າ​ຂະ​ແໜງການ. ພະນັກງານ​ນຳພາ ​ຄຸ້ມ​ຄອງ​ຈຳນວນ​ໜຶ່ງ, ​ປະກອບ​ທັງພະນັກງານ​ຂັ້ນ​ຍຸດ​ທະ​ສາດ, ມີ​ອິດ​ທິພົນ​ສັກ​ສີ​ຕ່ຳ, ຄວາມ​ສາມາດ​ແລະ​ຄຸນ​ທາດຍັງ​ບໍ່ທັນ​ທຽບ​ເທົ່າ​ກັບ​ໜ້າ​ທີ່; ບໍ່​ເປັນ​ແບບຢ່າງ, ​ບໍ່​​ພົວພັນ​ສະໜິດ​ແໜ້ນ​ກັບ​ປະຊາຊົນ; ຕົກ​ໃສ່​ຄວາມ​ຜິດ​ຖານ​ສໍ້​ລາດ​ບັງ​ຫຼວງ, ຟຸມ​ເຟື່ອຍ, ຫຍໍ້​ທໍ້, ຜົນ​ປະ​ໂຫຍ​ດໝູ່​ພວກ. ພະນັກງານ​ຄຸ້ມ​ຄອງ​ວິ​ສາ​ຫະກິດ​ຈຳນວນ​ໜຶ່ງ​ທີ່​ບໍ່​ໜ້ອຍ ບໍ່​ມີ​ເຈດ​ຈຳນົງ​ຝຶກ​ຝົນ​ຫຼໍ່​ຫຼອມ, ຊ້ຳ​ບໍ່​ໜຳ​ຍັງ​ສວຍ​ໂອກາດ, ຕັ້ງ​ໃຈ​ລະ​ເມີດ​ລະບຽບ​ວິ​ໄນ, ຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ກໍ່​ຄວາມ​ເສຍ​ຫາຍ​ເງິນ​ຄຳ​ແລະຊັບ​ສິນ​ຂອງ​ລັດ, ກໍ່​ຜົນ​ຮ້າຍ​ທີ່​ໜັກໜ່ວງ. ສະພາບ​ການ​ວິ້ງ​ເຕັ້ນ​ເພື່ອ​ມີຕຳ​ແໜ່​ງຍົດ​ສັກ, ມີ​ສິດ​ອຳນາດ, ​​ໄດ້​ຈັດ​ເຂົ້າ​ໃນ​ແຜນ​ກຳນົດ​ພະນັກງານ, ​ໄດ້​ໄປ​ຜັດປ່ຽນ, ການວິ້ງ​ເຕັ້ນ​ເພື່ອ​ໄດ້​ຮັບປະກາ​ສະນິຍະ​ບັດ, ​ເພື່ອ​ບໍ່​ຖືກ​ຕັດສິນ​ລົງ​ໂທດ,... ຍັງ​ບໍ່​ຖືກ​ກີດ​ກັ້ນ​ຍູ້​ຖອຍ.

ອາດ​ຈະ​ຢືນຢັນ​ໄດ້ວ່າ, ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ຖັນ​ແຖວ​ພະນັກງານ ​ແລະ​ບັນດາ​ຈຸດ​ດີ​ໃນວຽກ​ງານ​ພະນັກງານ ​ແມ່ນ​ປັດ​ໄຈ​ຫຼັກ​ແຫຼ່ງ, ຕັດສິນ​ການ​ສ້າງ​ໃຫ້​ມີ​ບັນດາ​ຜົນສຳ​ເລັດ​ທີ່​ໃຫຍ່​ຫຼວງ, ມີ​ຄວາມ​ໝາຍ​ປະຫວັດສາດ​ ໃນ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່​ປະ​ເທດ. ​ແຕ່​ບັນດາ​ຈຸດ​ອ່ອນ, ຂໍ້​ຂາດ​ຕົກ​ບົກພ່ອງຂອງ​ພະນັກງານ​ພາກສ່ວນ​ໜຶ່ງ ​ແລະ​ບັນດາ​ຂໍ້​ຈຳ​ກັນ ຈຸດ​ອ່ອນ​ໃນ​ວຽກ​ງານ​ພະນັກງານ ກໍ່​ເປັນ​ໜຶ່ງ​ໃນ​ບັນດາ​ສາ​ເຫດທີ່​ເຮັດ​ໃຫ້ການ​ພັດທະນາ​ຂອງ​ປະ​ເທດ​ບໍ່​ສົມ​ຄູ່​ກັບ​ທ່າ​ແຮງ ຄວາມ​ສາມາດ​ບົ່ມ​ຊ້ອນ, ​​ແລະເປັນຜົນ​ສະທ້ອນ​ຫຼຸດຜ່ອນ​ຄວາມ​ໄວ້​ວາງ​ໃຈ​ຂອງ​ປະຊາຊົນ​ຕໍ່​ກັບ​ພັກ​ແລະ​ລັດ.

ປະຈຸ​ບັນ, ປະ​ເທດ​​ເຮົາພວມ​ຢືນ​ຢູ່​ຕໍ່ໜ້າ​ບັນດາ​ຄວາມ​ຕ້ອງການ, ໜ້າ​ທີ່​ໃໝ່, ຄວາມ​ສະດວກ ​ແລະ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ໃໝ່​ ທີ່ແຊກ​ຊ້ອນ​ກັນ. ພາລະກິດ​ການ​ປ່ຽນ​ແປງ​ໃໝ່​, ​ເຊື່ອ​ມ​ໂຍງ​ສາກົນ, ພັດທະນາ​ປະ​ເທດ​ຢ່າງ​ໄວ​ແລະ​ຍືນ​ຍົງ ພວມ​ຫັນປ່ຽນ​ໄປ​ສູ່​ໄລຍະ​ໃໝ່​ທີ່​ສູງກວ່າ​ເກົ່າ, ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ຫຍຸ້ງຍາກ ສັບສົນ​ກວ່າ​ໄລຍະ​ກ່ອນ. ສະຖານະ​ການ, ສະພາບ​ແວດ​ລ້ອມ​ໃນ​ປະ​ເທດ​ແລະ​ສາກົນ​ ໄດ້​ມີ​ການ​ປ່ຽນ​ແປງ​ຫຼາຍ, ພວມ​ຜັນ​ປ່ຽນ​ຢ່າງໄວວາ, ສັບສົນ, ຄາດກະ​ຍາກ ພາຍ​ໃຕ້​ການ​ກະທົບ​ຂອງ​​ເສດຖະກິດ​ຕະຫຼາດ, ຂອງການ​ເຊື່ອມ​ໂຍງ​ສາກົນ, ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ່​ສີ່ ​ແລະ​ຫຼາຍ​ປັດ​ໄຈ, ທ່າ​ອຽງ​ການ​ເມືອງ-​ເສດຖະກິດ-ສັງຄົມ​ອື່ນໆ. ການ​ຕອບ​ໂຕ້​ທຳລາຍ​ຂອງ​ບັນດາ​ອິດ​ທິກຳລັງ​ປໍ​ລະ​ປັກ ສັດຕູ​ທີ່​ນັບ​ມື້​ນັບ​​ເລິກ​ແລບແນບ​ນຽນ, ​ເປັນ​ອັນຕະລາຍ​ກວ່າ​ເກົ່າ ​ໃນ​ເງື່ອນ​ໄຂ​ການ​ພັດທະນາ​ແບບ​ກະ​ໂດດ​ຂັ້ນ​ ຂອງ​ລະບົບຖະ​ແຫຼງຂ່າວ ສື່ສານ​ທົ່ວ​ໂລກ, ຂອງ​ສົງຄາມ​ເຄືອ​ຂ່າຍ. ​ເພາະສະ​ນັ້ນ, ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ XII ຂອງ​ພັກກຳນົດ​: ຕ້ອງ​ສຸມ​ໃສ່​ກໍ່ສ້າງ​ຖັນ​ແຖວ​ພະນັກງານ, ​ເປັນ​ຕົ້ນ​ແມ່ນ​ພະນັກງານ​ຂັ້ນ​ຍຸດ​ທະ​ສາດ, ​ໃຫ້​ມີ​ຄຸນ​ທາດຄຸນສົມບັດ, ມີຄວາມ​ສາມາດ​ ແ​ລະ​ຄວາມ​ເຊື່ອ​ຖື​ສັກ​ສີ​ຢ່າງ​ພຽງພໍ, ທຽບ​ເທົ່າ​ກັບ​ລະດັບ​ໜ້າ​ທີ່ ​ເຊິ່ງຖືກຕ້ອງ​ຕາມ​ຈິດ​ໃຈ “ສະ​ໄໝ​ໃດ, ຂະ​ບວນການ​ໃດ​ ແມ່ນ​ມີ​ພະນັກງານ​ນັ້ນ”.

​ເພື່ອ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ, ນັບ​ແຕ່​​ເດືອ​ນພຶດສະພາ 2016, ຄະນະ​ເລຂາທິການ​ໄດ້​ສ້າງ​ຕັ້ງ​ຄະນະ​ຊີ້​ນຳການ​ກໍ່ສ້າງ​ແຜນ​ງານ​ເພື່ອ​ປະຕິບັດ​ໜ້າ​ທີ່​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ​ໄດ້​ວາງ​ອອກ​ມາ, ດຳ​ເເນີນ​ການ​ສະຫຼຸບ​ສັງ​ລວມ 20 ປີ (1997 - 2017) ​ແຫ່ງ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກຄັ້ງ​ທີ 3 ສະ​ໄໝ​ທີ VIII ກ່ຽວ​ກັບ “​ແຜນຍຸດ​ທະ​ສາດພະນັກງານ​​ໃນສະ​ໄໝ​ແຫ່ງ​ການ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ”, ບົນ​ພື້ນຖານ​ນັ້ນ​ ກໍ່ສ້າງ​ແຜນ​ງານ ​ແລະ​ຮ່າງ​ມະຕິ​ເພື່ອ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ນີ້. ​ແຜນ​ງານ​ແລະ​ຮ່າງ​ມະຕິ​ໄດ້​ຮັບ​ການ​ກໍ່ສ້າງ, ຮຽບຮຽງ​ບັນ​ນາທິ​ການ, ດັບ​ແປງ​ຫຼາຍ​ຄັ້ງ, ຮັບ​ຟັງ​ຄວາມ​ເຫັນ​ປະກອບສ່ວນ​ຂອງ​ບັນດາ​ຄະນະ, ກະຊວງ, ຂະ​ແໜງ​ການ ​ແລະຂອງ​ບັນດາ​ຄະນະ​ພັກ​ແຂວງ-ກຳ​ແພງ​ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ; ຂໍ​ຄວາມ​ຄິດ​ເຫັນ​ປະກອບສ່ວນ​ຂອງຫຼາຍ​ສະຫາຍ​ທີ່​ເປັນ​ອະດີດ​ພະນັກງານ​ການ​ນຳຂອງ​ພັກ-ລັດ, ພະນັກງານ​ອາວຸ​ໂສ, ນັກຮຽນ​ຮູ້ ປັນຍາ​ຊົນ ​ແລະ​ນັກວິທະຍາສາດ.

ຂໍ​ສະ​ເໜີ​ໃຫ້​ບັນດາສະ​ຫາຍ​ກຳມະການ​ສູນ​ກາງ ​ແລະ​ບັນດາ​ສະຫາຍ​ທີ່​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ຈົ່ງ​ຄົ້ນຄວ້າບັນດາ​ຮ່າງ​ເອກະ​ສາ​ດັ່ງກ່າວ​ຢ່າງ​ລະອຽດ ​ແລະ​ເລິ່ມຈາກ​ພຶດຕິ​ກຳ​ທີ່​ອຸ​ດົມສົມບູນຂອງທ້ອງ​ຖິ່ນ ກົມ​ກອງ ​ເພື່ອ​ປຶກສາ​ສົນທະນາ, ຕີ​ລາຄາ​ຢ່າງ​ພາວະ​ວິ​ໄສ ວິທະຍາສາດ ກ່ຽວ​ກັບ​ບັນດາ​ຄວາມ​ສຳ​ເລັດ​ແລະຜົນງານ​ທີ່​ບັນລຸ​ໄດ້, ​ໄຈ້​ແຍກ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນດາ​ຈຸດ​ອ່ອນ, ຂໍ້​ຈຳກັດ​ທີ່​ຍັງ​ຄົງ​ຄ້າງ ​ແລະ ຊີ້​ໃຫ້​ເຫັນ​ແຈ້ງ​ເຖິງ​ສາ​ເຫດ, ​ເປັນ​ຕົ້ນ​ແມ່ນ​ສາ​ເຫດ​ອັດຕະວິ​ໄສ. ຕອບ​ໃຫ້​ຈົນ​ໄດ້​ຄຳ​ຖາມ​ທີ່​ວ່າ ຍ້ອນ​ເຫດ​ໃດ ​ໃນ 20 ປີ​ທີ່​ຜ່ານ​ມາ, ພິ​ເສດ​ແມ່ນ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ມໍ່​ນີ້, ​ເຖິງ​ວ່າ​ພັກ​ເຮົາ​ໄດ້​ມີ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍຫຼາຍ​ສະບັບ​ທີ່​ສຸດ ​ກ່ຽວ​ກັບວຽກ​ງານພະນັກງານ ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະ​ໜູນຈາກ​ພະນັກງານ ສະມາຊິກ​ພັກ ​ແລະ​ປະຊາຊົນ, ​ແຕ່​ໃນ​ການ​ປະຕິບັດ​ຍັງ​ມີ​ຫຼາຍ​ບັນຫາ​ທີ່​ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ, ປະສິດທິ​ຜົນ​ຍັງ​ຕ່ຳ? ສາ​ເຫດ​ມາ​ຈາກ​ບ່ອນ​ໃດ, ຢູ່​ຂອດ​ໃດ, ຂັ້ນ​ໃດ? ພ້ອມ​ກັນ​ນັ້ນ, ວິ​ເຄາະ​​ແລະ​ຄາດ​ກະສະຖານະ​ການ​ໃນ​ປະ​ເທດ, ສາກົນ​ໃນ​ອະນາ​ຄົນ​ອັນ​ໃກ້​ນີ້; ກຳນົດ​ແຈ້ງ​ຄວາມ​ຕ້ອງການ, ໜ້າ​ທີ່​ໃໝ່, ສະພາບ​ແວດ​ລ້ອມ​ໃໝ່, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ປັດ​ໄຈ​ທີ່​ກະທົບ, ທັງ​ທາງ​ບວກ​ແລະ​ທາງ​ລົບ, ​ເຖິງ​ພະນັກງານ ​ແລະ​ວຽກ​ງານ​ພະນັກງານ. ຈາກ​ນັ້ນ, ລົງ​ເລິກ​ປຶກສາ​ສົນທະນາ, ທຳ​ຄວາມ​ກະຈ່າງ​ແຈ້ງ, ສ້າງ​ຄວາມ​ເປັນ​ເອກະ​ພາບ​ສູງ​ທາງ​ດ້ານ​ທັດສະນະ, ​ແນວ​ຄິດ​ຊີ້​ນຳ, ​ເປົ້າ​ໝາຍ​ສະ​ເພາະ​ໜ້າກໍ່​ຄື​ເປົ້າ​ໝາຍ​ຍາວ​ນານ ​ແລະ​ບັນດາ​ໜ້າ​ທີ່, ​ມາດ​ຕະການ​ໃຫຍ່, ທີ່​ມີ​ລັກສະນະ​ບຸກທະລຸ ມີ​ຄວາມ​ສາມາດ​ປະຕິບັດ​ໄດ້​ດີ ​ເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້ຈຳກັດທີ່​ໄດ້​ເວົ້າ​ມາ​ໃຫ້​ແລ້ວ​ໂດຍ​ໄວ, ​ເຮັດ​ວຽກ​ງານ​ພະນັກງານ​ໃຫ້ດີກ​ວ່າ​ອີກ, ກໍ່ສ້າງ​ໃຫ້​ຈົນ​ໄດ້ຖັນ​ແຖວ​ພະນັກງານ​ຂັ້ນ​ຕ່າງໆ, ​ເປັນ​ຕົ້ນ​ແມ່ນ​ພະນັກງານ​ຂັ້ນ​ຍຸດ​ທະ​ສາດ, ທີ່​ມີ​ຄຸນສົມບັດ​ສິນ​ທຳ, ມີຄວາມ​ສາມາດ ​ແລະສັກ​ສີຢ່າງ​ພຽງພໍ, ທຽບ​ເທົ່າ​ກັບ​ລະດັບ​ໜ້າ​ທີ່. ພະຍາຍາມ​ຊີ້​ໃຫ້​ເຫັນ​ແຈ້ງວ່າ ​ຂອດ​ບຸກທະລຸ​ແມ່ນ​ຂອດ​ໃດ? ຕີ​ລາຄາ​ພະນັກງານ​ ຫຼື ຈັດ​ວາງ​ສັບ​ຊ້ອນ​ພະນັກງານ ? ​ແກ້​ໄຂ​ຜ່ານ​ຜ່າ​ສະພາບ​ການ “ວິ້ງ​ເຕັ້ນ​ຫາ​ຕຳ​ແໜ່​ງຍົດ​ສັກ, ວິ້ງ​ເຕັ້ນ​ຫາ​ສິດອຳນາດ” ຫຼື “ພີ່ນ້ອງ​ໃກ້ຊິດ, ພັກ​ພວກ​ທີ່​ປະພຶດ​ດີ​ຕໍ່​ກັນ”? ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄຸນ​ທາດ ຫຼື​ຄວາມ​ສາມາດ ຫຼື​ໃຫ້​ຄວາມ​ສຳຄັນ​ເຖິງ​ທັງ​ສອງ​ດ້ານ​ນັ້ນ? ດ້ວຍ​ເຫດ​​ໃດ​ມີ​ຫຼາຍ​ມະຕິ​ທີ່​ຖືກຕ້ອງ​ທີ່​ສຸດ, ​ເໝາະ​ສົມ​ທີ່​ສຸດ​ແຕ່​ໃນ​ເມື່ອ​ປະຕິບັດ​ພັດ​ມີປະສິດທິ​ຜົນ​ຕ່ຳ? ດ້ວຍ​ເຫດ​ໃດ ຫຼັກ​ດຳ​ເນີນ​ງານ​​ແມ່ນຖືກຕ້ອງ​ ແຕ່​ເມື່ອຈັດ​ວາງ​ສັບ​ຊ້ອນບຸກຄົນ​ທີ່ລະອຽດ ຊ້ຳພັດ​ຜິດ? ຕິດ​ຄັດ​ຕົ້ນຕໍ​ແມ່ນ​ຢູ່​ບ່ອນ​ໃດ? ກົນ​ໄກ​ຄວບ​ຄຸມ​ອຳນາດ​ມີ​ພຽງພໍ​ຫຼືບໍ? ນະ​ໂຍບາຍ​ສ້າງ​ແຮງ​ຜັດ​ດັນ​ເພື່ອ​ໃຫ້​ພະນັກງານ​ຕັ້ງ​ຕໍ່​ສະໜິດ​ຕິດ​ພັນ​ກັບ​ພາລະກິດ​ນັ້ນ​ແມ່ນ​ຫຍັງ?...

ກ່ຽວ​ກັບ​ການ​ປະຕິ​ຮູບ​ນະ​ໂຍບາຍ​ເງິນ​ເດືອນ

ນະ​ໂຍບາຍ​ເງິນ​ເດືອນ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ, ມີ​ຄວາມ​ພົວພັນ​ແໜ້ນ​ແຟ້ນກັບບັນດາ​ນະ​ໂຍບາຍ​ອື່ນ​ໃນ​ລະບົບນະ​ໂຍບາຍ​ເສດຖະກິດ-ສັງຄົມ, ພົວພັນ​ໂດຍ​ກົງ​ເຖິງ​ບັນດາ​ການ​ສົມ​ດຸນ​ທີ່​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ, ຕະຫຼາດ​ແຮງ​ງານ ​ແລະ​ຊີວິດ​ຂອງຜູ້​ຮັບ​ເງິນ​ເດືອນ, ປະກອບສ່ວນ​ກໍ່ສ້າງ​ລະບົບ​ການ​ເມືອງ​ທີ່​ກະທັດ​ລັດ, ສະອາດ​ປອດ​ໃສ, ​ເຄື່ອນ​ໄຫວ​ມີ​ສະມັດ​ຕະພາບ ປະສິດທິ​ຜົນ, ປ້ອງ​ກັນ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຟຸມ​ເຟືອຍ.

ປະ​ເທດ​ເຮົາ​ໄດ້​ຜ່ານ​ການ​ປະຕິ​ຮູບນະ​ໂຍບາຍ​ເງິນ​ເດືອນ 4 ຄັ້ງ, ​ໃນ​ບັນດາ​ປີ 1960, 1985, 1993 ​ແລະ 2003. ຂໍ້​ສະຫຼຸບ​ຂອງ​ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ທີ່ 8 ສະ​ໄໝ​ທີ IX ກ່ຽວ​ກັບ​ໂຄງການ​ປະຕິ​ຮູບນະ​ໂຍບາຍ​ເງິນ​ເດືອນ, ປະກັນໄພສັງຄົມ ແລະອຸດໜູນເກື້ອນກູນໃຫ້ຜູ້ທີ່ມີຄຸນງາມຄວາມດີຕໍ່ຊາດ ໄລຍະປີ 2003 – 2007 ​ໄດ້​ຮັບ​ການ​ເພີ່ມ​ເຕີມ, ບູລະນະ​ເທື່ອ​ລະ​ກ້າວ ຕາມ​ແຜນ​ນະ​ໂຍບາຍ, ທັດສະນະ​ຊີ້​ນຳ​ຂອງກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ບັນດາ​ສະ​ໄໝທີ X, XI, XII, ພິ​ເສດ​ແມ່ນ​ບັນດາ​ຂໍ້​ສະຫຼຸບ​ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5 ​ແລະ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 7 ສະ​ໄໝ​ທີ XI ກ່ຽວ​ກັບ​ບັນຫາ​ນີ້. ອາ​ໄສ​ສິ່ງ​ດັ່ງກ່າວ​ນັ້ນ, ​ເງິນ​ເດືອນ​ໃນພາກ​ລັດ​ໄດ້​ຮັບ​ການປົວ​ແປ​ຍົກ​ສູງ​ເທື່ອ​ລະ​ກ້າວ, ​ເປັນ​ຕົ້ນ​ແມ່ນ​ຢູ່​ເຂດ​ແລະ​ຂົງ​ເຂດທີ່​ມີ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ປະກອບສ່ວນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຜູ້​ຮັບ​ເງິນ​ເດືອນ; ​ເງິນ​ເດືອນ​ໃນ​ຂົງ​ເຂດວິ​ສາ​ຫະກິດ​ໄດ້​ຮັບ​ການ​ປັບປຸງ​ບູລະນະ​ເທື່ອ​ລະ​ກ້າວຕາມ​ກົນ​ໄກ​ຕະຫຼາດທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ.

​ແຕ່​ວ່າ, ມາ​ເຖິງ​ປະຈຸ​ບັນຍັງ​ມີ​ຂໍ້​ຈຳກັດ ຈຸດ​ອ່ອນ​ຫຼາຍ​ຢ່າງ. ນະ​ໂຍບາຍ​ເງິນ​ເດືອນ​ໃນ​ພາກ​ລັດ​ຍັງ​ສັບສົນ, ການ​ອອກ​ແບບ​ລະບົບຕາຕະລາງ​ເງິນ​ເດືອນ​ຍັງ​ບໍ່​ທັນ​ສອດຄ່ອງ​ກັບ​ທີ່​ຕັ້ງ​ການ​ງານ, ຖານະ ​ແລະ​ຕຳ​ແໜ່​ງການ​ນຳ; ຍັງ​ມີ​ລັກສະນະ​ສະ​ເລ່ຍ, ຕີ​ລວາດ​ກວາດ​ພຽງ, ຍັງ​ບໍ່​ທັນ​ສ້າງ​ໃຫ້​ມີ​ກຳລັງ​ໜູນ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ ໃນ​ການ​ດຳ​ເນີນ​ງານ​ຂອງ​ຜູ້​ອອກ​ແຮງ​ງານ. ການ​ກຳນົດ​ລະດັບ​ເງິນ​ເດືອນ​ເທົ່າ​ກັບ​ລະດັບ​ເງິນ​ເດືອນ​ພື້ນຖານ​ຄູນ​ກັບຄ່າສຳ​ປະສິດ ​ແມ່ນ​ບໍ່​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ເຖິງ​ຄຸນຄ່າ​ແທ້​ຂອງ​ເງິນ​ເດືອນ. ມີ​ຫຼາຍ​ປະ​ເພດ​ເບ້ຍ​ອຸດ​ໜູນ, ​ເບ້ຍລ້ຽງ, ລາຍ​​ຮັບ​ນອກ​ເງິນ​ເດືອນ ​ໂດຍ​ຫຼາຍ​ອົງການລັດ​ເປັນ​ຜູ້​ຕັດສິນ​ຕົກລົງ, ດ້ວຍ​ຫຼາຍ​ເອກະສານ​ກຳນົດ​ຕົກລົງ​ທີ່ຕ່າງກັນ ​ເຊິ່ງ​ໄດ້ພາ​ໃຫ້​ເກີດ​ຄວາມ​ສັບສົນ ບໍ່​ສົມ​ເຫດ​ສົມ​ຜົນ, ບໍ່​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ເຖິງລຳດັບ​ຊັ້ນ​ການ​ບໍລິຫານ ​ໃນ​ການ​ເຄື່ອນ​ໄຫວ​ບໍລິການ​ສາທາລະນະ; ຍັງ​ບໍ່​ທັນ​ລະດົມ​ສົ່ງ​ເສີມຕໍ່​ຜູ້​ທີ່​ມີ​ຄວາມ​ຊຳນິ​ຊຳ​ນາມ, ມີ​ວິຊາ​ຊີບ ​ແລະ​ປະສິດທິພາບ​ແຮງ​ງານ​ສູງ. ​ເງິນ​ເດືອນ​ພື້ນຖານ​​ໃນ​ພາກ​ລັດ​ຕ່ຳ​ກວ່າ​ໃນ​ຂົງ​ເຂດ​ວິ​ສາ​ຫະກິດ, ​ເຊິ່ງຍັງ​ບໍ່​ທັນ​ຮັບປະກັນ​ຄວາມ​ຕ້ອງການ​ຈຳ​ເປັນຂອງ​ຊີວິດ ​ແລະບໍ່​ແມ່ນ​ແຫຼ່ງລາຍຮັບ​ຕົ້ນຕໍ​ຂອງ​ຜູ້​ຮັບ​ເງິນ​ເດືອນ​ຫຼາຍ​ຄົນ. ​ເງິນ​ທຶນ​​ສຳລັບ​ການ​ປະຕິ​ຮູບ​ເງິນ​ເດືອນ​ໃນ​​ພາກ​ລັດນັ້ນ ​ໂດຍ​ພື້ນຖານ​ແມ່ນ​ງົບປະມານ​ຂອງ​ລັດ​ສະໜອງ​ໃຫ້ ​ແລະ​ຕົ້ນຕໍ​ແມ່ນ​ມາ​ຈາກ​ງົບປະມານ​ສູນ​ກາງ. ການ​ປະຕິບັດ​ການ​ຫັນ​ເປັນ​ສັງຄົມ ​ແລະການ​ປັບ​ຄ່າ​ບໍລິການສາທາລະນະ​ຕາມ​ກົນ​ໄກ​ຕະຫຼາດ​ໃນ​ຫຼາຍ​ຂົງ​ເຂດ ​ຍັງ​ຊ້າ. ຢູ່​ຫຼາຍ​ທ້ອງ​ຖິ່ນ ​ແຫຼ່ງ​ເງິນ​ທຶນ​ສຳລັບ​ການ​ປະຕິ​ຮູບ​ເງິນ​ເດືອນຍັງ​ເຫຼືອ ​ແຕ່​ບໍ່​ໄດ້​ຈ່າຍ​ເງິນ​ເດືອນ​ສູງ​ກວ່າທ້ອງ​ຖິ່ນ​ອື່ນ.

​ເງິນ​ເດືອນ​ໃນ​ວິ​ສາ​ຫະກິດຮູບ​ແບບ​ຕ່າງໆ​ ຍັງ​ບໍ່​ທັນ​ສ່ອງ​ແສງຢ່າງ​ຖືກຕ້ອງ​ເຖິງ​ການ​ພົວພັນ​ແຈກຢາຍ​ຕາມ​ແຮງ​ງານ ​ໃນ​ພື້ນຖານ​​ເສດຖະກິດ​ຕະຫຼາດ, ຍັງ​ບໍ່​ທັນ​ສ້າງ​ໃຫ້​ມີ​ກຳລັງ​ໜູນ​ຊຸກ​ດັນການ​ຍົກ​ສູງປະສິດທິພາບ​​ແຮງ​ງານ, ຊຸກຍູ້​ພັດທະນາ​ການ​ຜະລິດ ທຸລະ​ກິດ. ການ​ທີ່​ລັດ​ກຳນົດ​ຫຼັກການ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ການສ້າງ​ຂັ້ນ​ຊັ້ນ, ຕາຕະລາງ​ເງິນ​ເດືອນນັ້ນ ​​ເປັນ​ການ​ແຊ​ກ​ແຊງ​ເລິກ​ເກີ​ນໄປ​ເຂົ້າ​ໃນສິດ​ເປັນ​ເຈົ້າ​ຕົນ​ເອງ​ທາງ​ດ້ານ​ເງິນ​ເດືອນ​ຂອງ​ວິ​ສາ​ຫະກິດ; ບໍ່​ເສີນຂະຫຍາຍບົດ​ບາດ, ຄຸນ​ປະ​ໂຫຍ​ດຂອງ​ກົນ​ໄກ​ເຈ​ລະ​ຈາ, ກຳນົດ​ເງິນເດືອນ ລະຫວ່າງຜູ້ນຳ​ໃຊ້​ແຮງ​ງານ ​ແລະ​ຜູ້​ອອກ​ແຮງ​ງານ​ ໃນ​ການ​ພົວພັນ​ແຮງ​ງານ. ກົນ​ໄກ​ຄຸ້ມ​ຄອງ​ເງິນ​ເດືອນສຳລັບ​ວິ​ສາ​ຫະກິດ​ຂອງ​ລັດ ບໍ່​ໄດ້​ຕິດ​ແໜ້ນ​ເງິນ​ເດືອນ​ຂອງ​ຜູ້​ອອກ​ແຮງ​ງານ ​ກັບ​ປະສິດທິພາບ​ແຮງ​ງານ ​ແລະ​ປະສິດທິ​ຜົນ​ການ​ທຸລະ​ກິດ.

​ເພາະສະ​ນັ້ນ, ​ເຖິງ​ເວລາ​ແລ້ວ​ທີ່​ພວກ​ເຮົາ​ຕ້ອງ​ດຳ​ເນີນ​ການ​ປະຕິ​ຮູບນະ​ໂຍບາຍ​ເງິນ​ເດືອນຢ່າ​ນ​ເປັນ​ພື້ນຖານ ​ເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ຈຳກັດ, ຈຸດ​ອ່ອນ​ຕ່າງໆ​ເທິງ​ນີ້. ຂໍ​ສະ​ເໜີ​ໃຫ້ບັນດາ​ສະຫາຍ​ກຳມະການສູນ​ກາງຈົ່ງ​ຄົ້ນຄວ້າ​ຢ່າງ​ລະອຽດ, ປຶກສາ​ສົນທະນາ​ຢ່າງ​ເລິດ​ເຊິ່ງ ຮອບດ້ານກ່ຽວ​ກັບ​ບັນດາ​ເນື້ອ​ໃນ ​ແລະບັນຫາ​ທີ່​ລະບຸ​ໄວ້​ໃນ​ໃບ​ສະ​ເໜີ, ​​ແຜນ​ຮ່າງ ​ແລະ​ຮ່າງ​ມະຕິ​ຂອງ​ຂອງ​ສູນ​ກາງ. ​ເອົາ​ໃຈ​ໃສ່​ຕີ​ລາຄາ​ຢ່າງ​ພາວະ​ວິ​ໄສ, ວິທະຍາສາດ​ ກ່ຽວ​ກັບ​ສະພາບ​ການ ​ແລະ​ສາ​ເຫດ, ບົດຮຽນ​ປະສົບ​ການ; ​ວິ​ເຄາະໄຈ້​ແຍກ, ຄາດ​ຄະ​ເນ​ສະພາບ​ການປະຕິບັດ​ການ​ປະຕິ​ຮູບນະ​ໂຍບາຍ​ເງິນ​ເດືອນ​ໃນ​ຄັ້ງ​ນີ້, ​ເຫັນ​ໄດ້​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ ກໍ່​ຄື​ຄວາມ​ສະດວກ ​ແລະ​ໂອກາດ​ໃໝ່. ​ແມ່ນ​ບໍ່​ວ່າ, ກ່ຽວ​ກັບ​ໂອກາດ​ແລະຄວາມ​ສະດວກ ອາດ​ຈະ​ມີ​ດັ່ງ​ນີ້: ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ຂອງ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ ​ແລະ​ງົບປະມານ​ຂອງ​ລັດ, ລາຍຮັບແລະຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ ຍົກ​ສູງ​ຂຶ້ນ​ພໍ​ຄວນ; ບັນດາ​ຜົນງານ​ທີ່​ດີ, ຮອບດ້ານ​ພໍ​ຄວນ​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດບັນດາ​ຂໍ້​ສະຫຼຸບ​ຂອງ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 5, ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 7 ສະ​ໄໝ​ທີ XI ກ່ຽວ​ກັບ​ການ​ສືບ​ຕໍ່​ການ​ປ່ຽນ​ແປງ​ໃໝ່, ປັບປຸງ​ບູລະນະນະ​ໂຍບາຍ​ເງິນ​ເດືອນ, ການ​ປະກັນ​ໄພ​ສັງຄົມ ​ແລະການ​ອຸດ​ໜູນ​ເກື້ອກູນ​ຜູ້​ມີ​ຄຸນ​ງານ​ຄວາມ​ດີຕໍ່​ຊາດ; ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ​ໄດ້ປະກາດ​ໃຊ້ ​ແລະ​ພວມຕັ້ງ​ອົກ​ຕັ້ງ​ໃຈ​ຜັນ​ຂະຫຍາຍ​ປະຕິບັດມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 ສະ​ໄໝ​ທີ XII ວ່າ​ດ້ວຍ “ບາງ​ບັນຫາ​ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ຈັດ​ວາງ​ສັບ​ຊ້ອນ​ການຈັດ​ຕັ້ງກົງຈັກຂອງ​ລະບົບການ​ເມືອງ​ ໃຫ້ກະທັດ​ລັດ​ເບົາບາງ, ​ເຄື່ອນ​ໄຫວ​ຢ່າງ​ມີ​ສະມັດ​ຕະພາບ, ມີ​ປະສິດທິ​ຜົນ” ​ແລະ “ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ລະບົບ​ການຈັດ​ຕັ້ງ​ແລະ​​ຄຸ້ມ​ຄອງ, ຍົກ​ສູງ​ຄຸນ​ນະພາ​ບ ​ແລະປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງບັນດາ​ໜ່ວຍ​ພາລະກິດ​ບໍລິການ​ຂອງ​ລັດ”, ​ເຊິ່ງ​ເປັນ​ບັນດາ​ປະຖົມ​ປັດ​ໄຈ​ພື້ນຖານ​ທີ່​ສຸດ​ ເພື່ອ​ປະຕິ​ຮູບ​ເງິນ​ເດືອນ ຫຼື​ແນວ​ໃດ?

ຈາກ​ນັ້ນ, ​ເປັນ​ເອກະ​ພາບ​ທາງ​ດ້ານ​ຄວາມ​ຮັບ​ຮູ້ກ່ຽວ​ກັບ​ຄວາມ​ຈຳ​ເປັນ, ຄວາມ​ຮີບ​ດ່ວນ ​ແລະ​ລັກສະນະ​ປະຕິ​ບັດ​ໄດ້ ຂອງ​ການ​ດຳ​ເນີ​ນການ​ປະຕິ​ຮູບນະ​ໂຍບາຍ​ເງິນ​ເດືອນຄັ້ງ​ນີ້; ກຳນົດ​ແຈ້ງ​ທັດສະນະ, ​ແນວ​ຄິດຊີ້​ນຳ, ​ເປົ້າ​ໝາຍ​ສັງ​ລວມ ​​ແລະ​ເປົ້າ​ໝາຍ​ລະອຽດສຳລັບ​ແຕ່ລະ​ໄລຍະ; ບັນດາ​ນະ​ໂຍບາຍ, ມາດ​ຕະການ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ນະ​ໂຍບາຍ ມາດ​ຕະການທີ່​ມີ​ລັກສະນະ​ບຸກທະລຸ, ລັກສະນະ​ປະຕິບັດ​ໄດ້​ດີ ​ເພື່ອ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ຈຳກັດ, ຈຸດ​ອ່ອນ​ຕ່າງໆ​ໃນ​ປະຈຸ​ບັນ​ໃຫ້​ໄດ້​ໂດຍ​ໄວ, ຮັບປະກັນ​ໃຫ້ການ​ປະຕິ​ຮູບ​ເງິນ​ເດືອນ​ຄັ້ງ​ນີ້ ຈະ​ສ້າງ​ໃຫ້​ມີ​ການ​ບຸກທະລຸ​ທີ່​ແທ້​ຈິງ ​ໃນ​ລະບອບ​ແຈກ​ຢາຍ, ສ້າງ​ກຳລັງ​ໜູນ​ໃຫ້​ຜູ້​ອອກ​ແຮງ​ງານ ​ແລະພື້ນຖານ​ເສດຖະກິດ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະກຳລັງ​ແຮງ​ແຂ່ງຂັນ. ສຸມ​ໃສ່​ປຶກສາ​ພິຈາລະນາ, ຕັດສິນ​ຕົກລົງ​ບັນດາ​ບັນຫາ​ໃໝ່ ທີ່​ມີ​ລັກສະນະ​ປະຕິ​ຮູບ, ພິ​ເສດ​ແມ່ນ​ບັນດາ​ບັນຫາ​ທີ່​ກົມ​ການ​ເມືອງ​ຂໍ​ຄວາມ​ເຫັນ​ຂອງ​ສູນ​ກາງ.

ກ່ຽວ​ກັບ​ການ​ປະຕິ​ຮູບ​ນະ​ໂຍບາຍ​ປະກັນ​ໄພ​ສັງຄົມ

ການປະກັນ​ໄພ​ສັງຄົມ, ປະກອບ​ດ້ວຍ​ບັນດາ​ລະບອບ​ບຳນານ, ລະບອບ​​ອຸດ​ໜູນຄອບຄົວ​ພະນັກ​ງານ​ລັດຖະກອນ​ທີ່​ເສຍ​ຊີວິດ, ລະບອບອຸດ​ໜູນ​ຜູ້​ເຈັບ​ປ່ວຍ, ​ເກີດ​ລູກ, ຖືກອຸບັດ​ຕິ​ເຫດ​ໃນ​ການ​ອອກ​ແຮງ​ງານ, ຖືກພະຍາດ​ອາຊີບ ​ແລະ​ຖືກ​ວ່າງ​ງານ,... ​ແມ່ນ​ຂົງ​ເຂດ​ທີ່​ກວ້າງຂວາງ ສັບສົນ, ສຳຜັດ​ໄວ​ທາງ​ດ້ານ​ການ​ເມືອງ-​ເສດຖະກິດ-ສັງຄົມ; ມີ​ປະຫວັດ​ການ​ພັດທະນາ​ດົນ​ນານ​ໃນ​ໂລກ, ​ເປັນ​ຕົ້ນ​ແມ່ນ​ຢູ່​ບັນດາ​ປະ​ເທດ​ອຸດ​ສະຫະ​ກຳ​ທີ່​ຈະ​ເລີ​ນພັດທະນາ, ປະກອບສ່ວນ​ທີ່​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ແຕ່ລະ​ປະຊາ​ຊາດ ​ແລະ​ສ່ອງ​ແສງ​ເຖິງ​ລະດັບ​ການ​ພັດທະນາ, ການ​ປະຕິບັດ​ຄວາມ​ກ້າວໜ້າ ​ແລະຄວາມ​ຍຸຕິ​ທຳ​ທາງ​ສັງຄົມ​ຢູ່​ແຕ່ລະ​ປະ​ເທດ. ສະ​ເພາະ​ຢູ່​ປະ​ເທດ​ຫວຽດນາມ, ການປະກັນ​ໄພ​ສັງຄົມ​ເລີ່​ມຕົ້ນ​ໄດ້​ຮັບ​ການ​ປະຕິບັດ​ແຕ່​ປີ 1961 ​ແລະ​ພຽງ​ແຕ່​ໄດ້​ໝູນ​ໃຊ້​ໃນ​ພາກ​ລັດ, ຕົ້ນ​ຕໍ​ແມ່ນ​ລະບອບ​ບຳນານ, ລະບອບ​​ອຸດ​ໜູນຄອບຄົວ​ພະນັກ​ງານ​ລັດຖະກອນ​ທີ່​ເສຍ​ຊີວິດ ​ໃນ​ສະ​ໄໝ​ເສດຖະກິດ​ຫັນ​ເປັນ​ແຜນການ​ລວມສູນ​ເກື້ອກູນ​ເມື່ອ​ກ່ອນ ​ແລະ​ພຽງ​ແຕ່​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ແທ້​ຈິງ, ​ໄດ້​ພັດທະນາ​ນັບ​ມື້​ນັບ​ສົມບູນ, ສອດຄ່ອງ​ກັບ​ເສດຖະກິດ​ຕະຫຼາດກຳນົດ​ທິດສັງຄົມ​ນິຍົມ ​ແລະ​ຫຼັກການ​ທົ່ວ​ໄປ​ຂອງ​ສາກົນ ​ແຕ່​ປີ 1995 ມາ​ເຖິງ​ປະຈຸ​ບັນ.

​ໃນ​ສະ​ໄໝ​ປະຈຳການ​ທີ XI, ບັນດາ​ກອງ​ປະ​ຊູ​ມຄັ້ງ​ທີ​ຫ້າ​ແລະ​ທີ​​ເຈັດ, ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ໄດ້​ພິຈາລະນາ, ປະກາດ​ໃຊ້ບັນດາ​ຂໍ້​ສະຫຼຸບ​ກ່ຽວກັບບັນຫາ​ນີ້ ພ້ອມ​ກັບ​ບັນຫາ​ເງິນ​ເດືອນ ​ແລະ​ເງິນ​ອຸດ​ໜູນ​ເກື້ອ​ກູນຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ຊາດ. ​​ເພື່ອ​ປະຕິບັດ​ຂໍ້​ສະຫຼຸບ​ຂອງ​ສູນ​ກາງ, ກົມ​ການ​ເມືອງ​ໄດ້​ຊີ້​ນຳ​ ຄະນະກຳ​ມະ​ນານ​ພັກລັດຖະບານ ສົມທົບ​ກັບ​ບັນດາ​ຄະນະ​ຂອງ​ພັກ ​ແລະ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ ​ໃຫ້​ຕັ້ງໜ້າພະຍາຍາມ​ດຳ​ເນີນ​ການ​ສະຫຼຸບ​ສັງ​ລວມທິດ​ສະ​ດີ ​ແລະ​ພຶດຕິ​ກຳ ກ່ຽວ​ກັບ​ການພັດທະນາ​ການປະກັນ​ໄພ​ສັງຄົມຢູ່​ປະ​ເທດ​ເຮົາ, ຄົ້ນຄວ້າ​ສ້າງ​​ແຜນ​ງານ​ເພື່ອ​ຍື່ນ​ຕໍ່​ສູນ​ກາງ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ດ້ວຍ​ຄວາມ​ປະສົງ​ຢາກ​ປະກາດ​ໃຊ້​ມະຕິ​ສະ​ເພາະ​ບັນ​ຫາສະບັບ​ໜຶ່ງ​ຂອງ​ສູນ​ກາງ ​ເພື່ອ​ນຳພາຊີ້​ນຳ​ການ​ພັດທະນາ​ຂົງ​ເຂດປະກັນ​ໄພ​ສັງຄົມຢູ່​ຫວຽດນາມ ​ໃຫ້​ກາຍ​ເປັນ​ກຳລັງ​ໜູນ​ທີ່​ແທ້​ຈິງສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ ​ແລະ​ສະ​ແດງ​ໃຫ້​ເຫັນ​ໄດ້​ເຖິງ​ລັກສະນະ​ມະນຸດ​ອະລິຍະ​ທຳ, ທາດ​ແທ້​ທີ່​ດີງາມ​ຂອງ​ລະບອບສັງຄົມ​ນິຍົມຢູ່​ຫວຽດນາມ.

ຂໍ​ສະ​ເໜີ​ໃຫ້​ສູນ​ກາງຈົ່ງ​ຕິດຕາມ​ຢ່າງ​ໃກ້ຊິດ​ກັບ​ແຜນ​ງານ ​ແລະ​ໃບ​ສະ​ເໜີ​ຂອງ​ກົມ​ການ​ເມືອງ, ພ້ອມ​ກັນ​ນັ້ນ​ກໍ່​ອີງ​ໃສ່​ພຶດຕິ​ກຳ​ແຫ່ງ​ການ​ຜັນ​ຂະຫຍາຍປະຕິບັດ ​ເພື່ອ​ວິ​ເຄາະ​ໄຈ້​ແຍກ, ຕີ​ລາຄາ​ຢ່າງ​ພາວະ​ວິ​ໄສ ຮອບດ້ານ, ​ເປັນ​ເອກະ​ພາບ​ໃນ​ການ​ສັງ​ເກດ​ກ່ຽວ​ກັບ​ສະພາບ​ການພັດທະນາ​ຂົງ​ເຂດປະກັນ​ໄພ​ສັງຄົມຢູ່​ຫວຽດນາມ, ຊີ້​ໃຫ້​ເຫັນ​ແຈ້ງ​ບັນດາ​ຜົນສຳ​ເລັດ​ທີ່​ບັນລຸ​ໄດ້, ບັນດາ​ຂໍ້​ຈຳກັດ ຈຸດ​ອ່ອນ​ທີ່​ຍັງ​ຄົລຄ້າງ ​ແລະ​ພິ​ເສດ​ແມ່ນ​ສາ​ເຫດ, ບົດຮຽນປະສົບ​ການ​ຂອງ​ຄວາມ​ສຳ​ເລັດ​ ກໍ​ຄື​ຂອງ​ຄວາມ​ບໍ່​ສຳ​ເລັດ​ໃນ​ຂົງ​ເຂດ​ນີ້. ​ແມ່ນ​ບໍ່​ວ່າ ສາ​ເຫັນ​ຕົ້ນຕໍ​ຂອງ​ບັນດາ​ຂໍ້​ຈຳກັດ ຈຸດ​ອ່ອນ​ນັ້ນ​ແມ່ນ​ຍ້ອນ: ຄວາມ​ຮັບ​ຮູ້, ຈິນຕະນາການ​ທິດ​ສະ​ດີ ​ແລະ​ລະບຽບ​ກົດໝາຍ​ກ່ຽວ​ກັບການປະກັນ​ໄພ​ສັງຄົມ ​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່ ປັບປຸງ​ບູລະນະ​ຢ່າງ​ຊັກ​ຊ້າ; ລະບົບ​ກົດໝາຍ, ນະ​ໂຍບາຍ, ກົງຈັກ​ການ​ຈັດຕັ້ງ, ພະນັກງານ ​ພວມ​ຢູ່​ໃນ​ຂະ​ບວນວິວັດ​ການ​ກໍ່ສ້າງ ​ແລະ​ປັບປຸງ​ບູລະນະ, ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ, ໜ້າ​ທີ່; ຈຳນວນ​ຜູ້​ອອກ​ແຮງ​ງານ​ທີ່​ເຮັດ​ວຽກ​ຢູ່ໃນຂົງ​ເຂດ​ທີ່​ບໍ່​ມີ​ການ​ພົວພັນ​ແຮງ​ງານຍັງ​ຫຼາຍ, ອີງ​ອາ​ໄສຕົ້ນຕໍ​​ໃສ່ການ​ປະຢັດ​ຂອງ​ຕົນ​ເອງ ​ແລະ​ເຄືອ​ຂ່າຍ​ຄວາມ​ປອດ​ໄພ​ຄອບຄົວ​ແບບດັ້ງ​ເດີ​ມ ​ໃນ​ຂະນະ​ນັ້ນ​ລາຍ​ຮັບ​ຍັງ​ຕ່ຳ, ບໍ່​ເປັນ​ປົດ​ກະຕິ, ​ແຮງ​ໜີບ​ຂອງ​ການ​ໃຊ້​ຈ່າຍ​ປະຈຳ​ວັນ​ຍັງ​ຫຼາຍ; ຈຸດ​ເລີ່​ມຕົ້ນ​ຕ່ຳ, ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ ​ແລະ​ລາຍ​ຮັບ​ລາຍ​ຈ່າຍ​ງົບປະມານ​ຂອງ​ລັດ​ຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ?...

ຈາກ​ການ​ສະຫຼຸບ​ສັງ​ລວມພຶດຕິ​ກຳ ​ແລະການ​ວິ​ເຄາະ​ໄຈ້​ແຍກ, ຄາດ​ຄະ​ເນ​ຢ່າງ​ມີ​ວິທະຍາສາດ, ດ້ວຍ​ວິ​ໄສ​ທັດ​ກວ້າງ​ໄກ​ໃນ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ງົບປະມານ​ຂອງ​ລັດ​ ແລະລາຍ​ຮັບ​ຂອງ​ປະຊາຊົນ​ໃນ​ໄລຍະ​ກາງ​ແລະ​ໄລຍະ​ຍາວ, ສູນ​ກາງ​ຕ້ອງການ​ແລກປ່ຽນ, ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ມາດ​ຕະການສືບ​ຕໍ່​ຍູ້​ແຮງການ​ປ່ຽນ​ແປງ​ໃໝ່, ປັບ​ປຸງບູລະນະນະ​ໂຍບ​າຍປະກັນ​ໄພ​ສັງຄົມ​ໃນ​ເວລາ​ທີ່​ຈະມາ​ເຖິງ. ສຸມ​ໃສ່​ການ​ກຳນົດ, ທຳ​ຄວາມ​ກະຈ່າງ​ແຈ້ງ ​ບັນດາ​ທັດສະນະ, ​ເປົ້າ​ໝາຍການ​ປ່ຽນ​ແປງ​ໃໝ່; ​ເນື້ອ​ໃນ​ຂອງ​ການ​ປະຕິ​ຮູບ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ບັນຫາ​ເຊັ່ນ ​ເປີດ​ກວ້າງການ​ປົກ​ຫຸ້ມ​ຂອງ​ການປະກັນ​ໄພ​ສັງຄົມ, ມຸ່ງ​ໄປ​ທີ່ເປົ້າ​ໝາຍປະກັນ​ໄພ​ສັງຄົມທົ່ວ​ປວງ​ຊົນ; ຮັບປະກັນ​ຄວາມ​ສົມ​ດຸນ​ການ​ເງິນປະກັນ​ໄພ​ສັງຄົມ​ໃນ​ໄລຍະ​ຍາວ; ປັບ​ອາຍຸ​ບຳນານ​ໃຫ້​ສອດຄ່ອງ​ກັບ​ສະພາບ​ແວດ​ລ້ອມ, ສະຖານະ​ການ​ໃໝ່; ​ເພີ່ມທະວີ​ການ​ເຊື່ອມ​ຕໍ່ ​ແລະ​ຊ່ວຍ​ໜູນກັນ​ລະຫວ່າງ​ບັນດາ​ນະ​ໂຍບາຍປະກັນ​ໄພ​ສັງຄົມ; ສືບ​ທອດ​ແລະພັດທະນາ​ຫຼັກການດັດ​ປັບ​ເບ້ຍ​ບຳນານ​ເປັນ​ເອກະລາດ​ທຽບ​ຖານ​ກັບ​ເງິນ​ເດືອນ​ຂອງ​ຜູ້​ທີ່​ກຳລັງ​ເຮັດ​ວຽກ​ຢູ່; ຫຍໍ້​ສັ້ນ​ເງື່ອນ​ໄຂ​​ເວລາ​ເຂົ້າ​ຮ່ວມ​ການປະກັນ​ໄພ​ສັງຄົມ​ເພື່ອ​ໄດ້​ກິນ​ເບ້ຍ​ບຳນານ... ​ເອົາ​ໃຈ​ໃສ່​ເຖິງ​ພາກ​ລັດ ​ແລະ​ພາກ​ເອກະ​ຊົນ; ຜູ້​ກຳລັງ​ເຮັດ​ວຽກ​ຢູ່ ​ແລະ​ຜູ້​ໄດ້​ອອກ​ກິນ​ເບ້ຍບຳນານ​ແລ້ວ; ບ່ອນ​ທີ່​ມີ​ການ​ພົວພັນ​ແຮງ​ງານ ​ແລະ​ບ່ອນ​ທີ່​ຍັງ​ບໍ່​ທັນ​ມີ​ການ​ພົວພັນ​ແຮງ​ງານ, ​ເປັນ​ຕົ້ນ​ແມ່ນ​ຕໍ່​ຊາວນາ, ຜູ້​ທຸກ​ຍາກ, ຜູ້​ອ່ອນ​ແອ​​ໃນ​ສັງຄົມ.

ພ້ອມ​ກັນ​ນັ້ນ, ອີງ​ຕາມ​ຂອບ​ເຂດ, ລັກສະນະ, ລະດັບ​ການ​ປ່ຽນ​ແປງ​ໃໝ່​ໃນ​ເນື້ອ​ໃນ​ຂອງ​ແຜນ​ງານ, ລັກສະນະ​ຄົບ​ຊຸດ​ກັບ​ແຜນ​ງານ​ປະຕິ​ຮູບ​ນະ​ໂຍບາຍ​ເງິນ​ເດືອນ ​ແລະການສ້າງ​ຄວາມ​ເປັນ​ໃຈທາງ​ສັງຄົມ​ລະຫວ່າງຜູ້​ທີ່​ກຳລັງ​ເຮັດ​ວຽກ​ຢູ່ ​ແລະຜູ້​ທີ່​ໄດ້​ອອກ​ກິນ​ເບ້ຍ​ບຳນານ​ແລ້ວ ​ເພື່ອ​ເປັນ​ເອກະ​ພາບ​ຕົກລົງ​ປະກາດ​ໃຊ້ມະຕິ​ຂອງ​ສູນ​ກາງກ່ຽວ​ກັບ​ການ​ປະຕິ​ຮູບ ຫຼື​ພຽງ​ແຕ່​ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ປັບປຸງ​ບູລະນະ​ນະ​ໂຍບາຍປະກັນ​ໄພ​ສັງຄົມ.

ກອງ​ປະຊຸມ​ສູນ​ກາງພັກ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ໃນ​ເວລາ​ລະຫວ່າງ​ກາງຂອງ​ສະ​ໄໝ​ທີ XII, ​ໃນ​ສະພາບ​ການ​ຫຼັງ​ຈາກ​ສອງ​ປີ​ເຄິ່ງ​ແຫ່ງຄວາມ​ພະຍາຍາມ​ສູ້​ຊົນ​ຂອງ​ທົ່ວ​ພັກ ທົ່ວ​ປວງ​ຊົນ, ປະ​ເທດ​ເຮົາ​ໄດ້​ມີ​ການ​ຜັນ​ປ່ຽນ​ທາງ​ບວກ​ຫຼາຍ​ຢ່າງ ​ແລະ​ພວມ​ຢືນ​ຕໍ່ໜ້າ​ບັນດາ​ໂອກາດ, ຄວາມ​ສະດວກ​ດີ​ໃໝ່​ສຳລັບ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່. ຂໍ​ສະ​ເໜີ​ໃຫ້​ສູນ​ກາງ​ແລະ​ບັນດາ​ສະຫາຍ​ທີ່​ມາ​ຮ່ວມ​ກອງ​ປະຊຸມ ຈົ່ງເສິມຂະຫຍາຍເຖິງລະດັບສູງຈິດ​ໃຈ​ຮັບຜິດຊອບ, ສຸມ​ໃສ່​ຄົ້ນຄວ້າ ປຶກສາ​ສົນທະນາ​ຢ່າງ​ລະອຽດ, ​ໃຫ້​ຄວາມ​ຄິດ​ຄວາມ​ເຫັນ​ເພື່ອ​ປັບປຸງ​ບູລະນະ​ບັນດາ​ບົດລາຍ​ງານ, ​ແຜນ​ງານ ​ແລະ ພິຈາລະນາ, ຕັດສິນ​ຕົກລົງ​ໃນ​ທ້າຍ​ກອງ​ປະຊຸມ.

ດ້ວຍ​ຈິດ​ໃຈ​ດັ່ງກ່າວ​ນັ້ນ, ຂ້າພະ​ເຈົ້າ​ຂໍປະກາດ​ເປີດກອງ​ປະຊຸມຄັ້ງ​ທີ 7 ຂອງຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ສະ​ໄໝ​ທີ XII. ຂໍ​ອວຍພອນ​ກອງ​ປະຊຸມ​ຂອງ​ພວກ​ເຮົາຈະ​ບັນລຸ​ຜົນສຳ​ເລັດ​ທີ່​ຈົບງາມ./.

​ໂດຍ ຫງວຽນ​ຝູຈ້ອງ

​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ​ກອມ​ມູນິດ​ຫວຽດນາມ

---------------------------------------------

* ຫົວ​ຂໍ້​ໂດຍ​ວາລະສານ​ກອມ​ມູນິດ​ເປັນ​ຜູ້​ແຕ່ງ.

- ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ​ສະບັບ​ທີ 907 (​ເດືອນ​ພຶດສະພາ 2018)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ