ວັນຈັນ, 18/11/2019
ການຕ້ານ “ຈິນຕະນາການຕາມໄລຍະ” ຈາກບົດຮຽນກ່ຽວກັບການຕໍ່ສູ້ຕ້ານລັດທິເອກະຊົນ ຕາມແນວຄິດໂຮ່ຈີມິນ
25/10/2019 17:1' ສົ່ງ ພິມ
ນາຍົກລັດຖະມົນຕີ ຫງວຽນຊວັນຝຸກ ເປັນປະທານການປະຊຸມອອນໄລຂອງລັດຖະບານກັບທ້ອງຖິ່ນ. (ຮູບພາບປະກອບ)
      ສາຍ​ພົວພັນ​ລະຫວ່າງລັດທິ​ເອກະ​ຊົນ ​ແລະ “ຈິນຕະນາການຕາມ​ໄລຍະ”

ຕາມປະທານ​ໂຮ່ຈີ​ມິນ, ລັດທິ​ເອກະ​ຊົນມີໜ້າ​ຢູ່​ທຸກ​ບ່ອນ, ທຸກ​ເວລາ, ທຸກ​ຂົງ​ເຂດ, ຢູ່​ພາຍ​ໃນ​ແຕ່ລະຄົນ​ ແລະ ​ລໍຖ້າ​ໂອກາດ​ທີ່​ຈະ​ປະກົດ​ຕົວ. ຕັ້ງ​ແຕ່​ປີ 1947, ​ໃນ​ບົດ​ນິພົນ “ດັດ​ແປງ​ວິທີ​ເຮັດ​ວຽກ”, ປະທານ​ໂຮ່ຈີ​ມິນ​ໄດ້​ຕັກ​ເຕືອນ​ທົ່ວ​ພັກ​ໃຫ້​ກວາງ​ລ້າງລັດທິ​ເອກະ​ຊົນ; ຍ້ອນ​ຕາມ​ເພິ່ນ​ແລ້ວ: “ລັດທິ​ເອກະ​ຊົນ​ແມ່ນ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຕົນ​ເອງ, ບໍ່​ສົນ​ໃຈ​ຜົນ​ປະ​ໂຫຍ​ດລວມຂອງ​ໝູ່ຄະນະ. “ຜູ້​​ໃດຈ່ອຍ​ຜອມ​ກໍ່​ຢ່າ​ເຂົາ, ທະ​ແນມ​ແຕ່​ຕົນ​ອ້ວນ​ພີ​ແມ່ນ​ດີ​ແລ້ວ”. ມັນ​ແມ່ນ​ແມ່​ທີ່​ໃຫ້​ກຳ​ເນີດນິດ​ໄສ​ທີ່​ບໍ່​ດີ​ຕ່າງໆ​ເຊັ່ນ: ຂີ້ຄ້ານ, ຂີ້​ຢ້ານ, ຕິ​ສິນ​ນິນທາ, ບຽດ​ສີ, ​ໂອ້​ອວດ, ​ໃຊ້​ຈ່າຍຟຸມ​ເຟືອຍ, ​ສໍ້​ລາດ​ບັງ​ຫຼວງ,... ມັນ​ແມ່ນ​ສັດຕູ​ທີ່​ຮ້າຍ​ກາດ​ຂອງ​ຄຸນສົມບັດ​ປະຕິວັດ, ຂອງ​ລັດທິ​ສັງຄົມ​ນິຍົມ”(1). ລະອຽດ​ກວ່າ​ອີກ​ຄື, “ລັດທິ​ເອກະ​ຊົນ, ຕັ້ງ​ຜົນ​ປະ​ໂຫຍ​ດຂອງຕົນ​ເອງ​​ແລະ​ຂອງ​ຄອບຄົວຂຶ້ນ​ເທິງ, ຂຶ້ນ​ກ່ອນ​ຜົນ​ປະ​ໂຫຍ​ດຂອງ​ຊາດ. ນັ້ນ​ແມ່ນ​ພະຍາດ​ຕົ້ນ​ຕໍ່, ພະຍາດ​ແມ່, ຈາກນັ້ນ​ໄດ້​ໃຫ້​ກຳ​ເນີ​ດພະຍາດ​ອື່ນໆຫຼາຍປະ​ເພດ”(2).

ປະຈຸ​ບັນ​ນີ້, ລັດທິ​ເອກະ​ຊົນພວມ​ເປັນ​ພະຍາດ “​ແມ່” ຂອງ “ຈິນຕະນາການ​ຕາມໄລຍະ”. “ຈິນຕະນາການ​ຕາມໄລຍະ” ​ແມ່ນ​ແນວ​ຄວາມ​ຄິດ​ໃໝ່​ ລວມ​ທັງ​ເນື້ອ​ໃນພາຍ​ໃນ​ແລະຮູບ​ການ​ພາຍ​ນອກ. ສາມາ​ເຂົ້າ​ໃຈວ່າ, “ຈິນຕະນາການຕາມ​ໄລຍະ” ​ແມ່ນ​ວິ​ໄສ​ທັດ​ໄລຍະ​ສັ້ນ, ​ແມ່ນ​ວິທີ​ເຮັດ​ວຽກອະພິທຳ​ມະ​ຊາດ, ຜິວ​ເຜີນ​ຂອງພະນັກງານ, ສະມາຊິກ​ພັກ​ຈຳນວນ​ໜຶ່ງ ທີ່​ຈຳ​ກັດ​ໃນ​ໄລຍະດຳລົງ​ຕຳ​ແໜ່​ງ. ຈຸດປະສົງ​ຂອງ​ເຂົາ​ແມ່ນ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດພາກສ່ວນ, ​ເບິ່ງ​ແຍງ​ຜົນ​ປະ​ໂຫຍ​ດສ່ວນບຸກຄົນຫຼາຍ​ກວ່າ​ຄວາມ​ກັງວົນ ​ເອົາ​ໃຈ​ໃສ່​​ເຖິງຜົນ​ປະ​ໂຫຍ​ດສ່ວນ​ລວມ, ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ. ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງນຳພາ, ​ເຂົາ​ບໍ່​ຢາກ​ຄົ້ນ​ຄິດ, ບໍ່​ຢາກ​ສຸມ​ໃສ່​ຄົ້ນຄວ້າ​ເພື່ອ​ຊອກ​ຫາ​ທິດ​ທາງ​ໃໝ່, ວິທີ​ການທີ່​ດີ ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ໄລຍະ​ຍາວ​ມາສູ່​ປະ​ເທດ, ​ແຕ່​ພວກ​ເຂົາຊອກຫາ​ທຸກ​ວິທີ​ເພື່ອ​ກອບ​ໂກຍ​ເອົາ​ຜົນ​ປະ​ໂຫຍ​ດມາ​ໃຫ້​ຕົວ​ເອງ, “ຮັກສາ​​ບ່ອນ​ນັ່ງ” ​ໄວ້ຢ່າງ​ປອດ​ໄພຈົນ​ເຖິງ​ວາລະ​ສຸດ​ທ້າຍ​ແລ້ວ​ຈະ​ອອກ​ກິນ​ເບ້ຍ​ບຳນານ ຫຼື​ໄດ້​ຮັບ​ການ​ຍົກຍ້າຍ​ໄປ​ບ່ອນ​ອື່ນ​ທີ່​ມີ​ຕຳ​ແໜ່​ງສູງ​ກວ່າ. ​ໂດຍ​ພື້ນຖານ​ແລ້ວ, ລັດທິ​ເອກະ​ຊົນ ​ແລະ “ຈິນຕະນາການ​ຕາມໄລຍະ” ມີ​ທາດ​ແທ້​ດຽວ​ກັນ​ແລະ​ສະ​ແດງ​ອອກ​ໃນ​ດ້ານ​ຕ່າງໆ​ລຸ່ມ​ນີ້:

ທີ​ໜຶ່ງ, ລັດທິ​ເອກະ​ຊົນມັກ​ຊົມ​ໃຊ້​ສະ​ເຫວີຍ​ສຸກ, ຮຽກຮ້ອງ​ໃຫ້​ຕອບສະໜອງ​ຄວາມ​ຕ້ອງການ​ຂອງ​ບຸກຄົນ, ຂອງ​ກຸ່ມ​ຜົນ​ປະ​ໂຫຍ​ດ. ປະທານ​ໂຮ່ຈີ​ມິນຊີ້​ແຈ້ງວ່າ: “ລັດທິ​ເອກະ​ຊົນ​ເລີ່​ມ​ເກີດ​ຂຶ້ນ, ​ເຂົາ​ຮຽກຮ້ອງ​ໃຫ້​ໄດ້​ສະ​ເຫວີຍ​ສຸກ, ຂໍຮ້ອງພັກຜ່ອນ, ​ເຂົາຕ້ອງການ​ເລືອກ​ວຽກ​ງານ​ຕາມຄວາມ​ມັກ​ຢາກ​ຂອງ​ຕົນ​ເອງ, ບໍ່​ຢາກ​ເຮັດ​ວຽກ​ງານ​ທີ່ອົງ​ການຈັດ​ຕັ້ງ​ມອບ​ໝາຍ​ໃຫ້​ເຂົາ​ເຈົ້າ. ​ເຂົາ​ມັກ​ໃຫຍ່​ໄຟ່​ຕຳ​ແໜ່​ງສູງ, ​ແຕ່​ພັດ​ຢ້ານ​ຄວາມ​ຮັບຜິດຊອບ​ໜັກໜ່ວງ. ຈິດ​ໃຈ​ຕໍ່ສູ້​ແລະຄວາມ​ກະຕືລື​ລົ້ນ​ຂອງ​ເຂົາ​ຄ່ອຍໆ​ເສື່ອ​ມລົງ, ​ເຈດ​ຈຳນົງ​ກ້າ​ແກ່ນ​ແລະ​ຄຸນ​ສົມບັດ​ທີ່​ດີ​ງາມຂອງ​ນັກ​ປະຕິບັດ​ ກໍ່​ຊຸດ​ໂຊມ​ລົງ; ​ເຂົາ​ລືມມາດຕະຖານ​ໝາຍ​ເລກ​ໜຶ່ງ​ຂອງ​ນັກ​ປະຕິວັດ​ແມ່ນ ຕັດສິນ​ໃຈ​ຕໍ່​ສູ້​ຕະຫຼອດ​ຊີວິດ​ເພື່ອ​ພັກ​ແລະ​ເພື່ອ​ການ​ປະຕິວັດ”(3). ປະກົດ​ການ​ເທິງ​ນີ້ຄ້າຍ​ກັບ “ຈິນຕະນາການ​ຕາມໄລຍະ”, ຍ້ອນ​ບັນດາ​ຜູ້​ທີ່​ຕິດພະຍາດ “ຈິນຕະນາການ​ຕາມໄລຍະ” ກໍ່​ມັກ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດພາກສ່ວນ ​ເພື່ອ​ບັນລຸ​ຈຸດປະສົງ, ຜົນ​ປະ​ໂຫຍ​ດ​ໄລຍະ​ສັ້ນ, ບໍ່​ສົນ​ໃຈ​ຕໍ່​​ເປົ້າໝາຍ​ໄລຍະ​ຍາວ, ​ເປົ້າ​ໝາຍ​ຍຸດ​ທະ​ສາດ, ປະສິດທິ​ຜົນ​ຍາວ​ນານ, ພຽງ​ແຕ່​ຊອກ​ຫາ​ສ້າງ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ຫາ​ວິທີ​ຊົມ​ໃຊ້​ໝາກຜົນ​ສະ​ເພາະ​ໜ້າ, ບໍ່​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ. ຄື​ດັ່ງ​ທີ່ປະທານ​ໂຮ່ຈີ​ມິນ​ໄດ້​ຢືນຢັນ, ນັ້ນ​ແມ່ນ​ພະຍາດ​ສາຍຕາ​ສັ້ນ, “ບໍ່​ເບິ່ງ​ກວ້າງ, ບໍ່ມອງ​ເຫັນ​ການ​ໄກ. ບັນຫາ​ທີ່​ຍິ່ງ​ໃຫຍ່​ບໍ່​ໄດ້​ຄິດ​ເຖິງ, ພຽງ​ແຕ່​ເອົາ​ໃຈ​​ໃສ່​ວຽກ​ງານ​ມະ​ຍິກ​ມະ​ຍ່ອຍ. ຕົວຢ່າງ ການ​ເພີ່ມ​ພູນ​ຜະລິດຜົນ, ການ​ລຳລຽງ​ໃຫ້​ທະຫານ​ຢູ່​ແນວ​ໜ້າ​ບໍ່​ໄດ້​ເອົາ​ໃຈ​ໃສ່, ​ພຽງແຕ່​ເອົາ​ໃຈ​ໃສ່​ການ​ເກັບ​ເຂົ້າ​ໄໝ້, ​ເຂົ້າ​ຂອດ​ໝໍ້ຂອງ​ທະຫານ. ຄົນ​ແບບ​ນັ້ນ, ພຽງ​ແຕ່​ເຫັນ​ຜົນ​ປະ​ໂຫຍ​ດ​​ນ້ອຍໆ​ ບໍ່​ເຫັນ​ຜົນ​ປະ​ໂຫຍ​ດ​ອັນ​ໃຫຍ່​ຫຼວງ”(4). ຜູ້​ທີ່​ມີ​ແນວຄິດ​ຂອງ​ລັດທິ​​ເອກະ​ຊົນ ​ແລະ “ຈິນຕະນາການຕາມ​ໄລຍະ” ​ເຫຼົ່າ​ນີ້ມັກ​ເຮັດ​ແຕ່​ວຽກ​ງານ​ມະ​ຍິກ​ມະ​ຍ່ອຍ, ສະ​ເພາະ​ໜ້າ,  ຈັດ​ວາງສັບຊ້ອນ​ວຽກ​ງານບໍ່​ເປັນ​ລະບຽບ, ຂາດ​ລັກສະນະ​ໂລ​ຊິກ​ວິທະຍາສາດ. ພະນັກງານ, ຜູ້ນຳ​ທີ່​ມີ “ຈິນຕະນາການ​ຕາມໄລຍະ” ຈະ​ຫາ​ວິທີ​ໃຊ້​ອຳນາດ, ສວຍ​ໃຊ້​ອິດ​ທິພົນ, ຖານະ​ຕຳ​ແໜ່​ງຂອງ​ຕົນ​ໃນ​ໄລຍະ​ປະຈຳການ ​ເພື່ອສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ. ຈຸດປະສົງ​ຂອງ​ຜູ້​ທີ່​ມີ “ຈິນຕະນາການຕາມ​ໄລຍະ” ​ແມ່ນ “ຜົນ​ປະ​ໂຫຍ​ດສ່ວນ​ຕົວ” ​ເພື່ອ​ຊົມ​ໃຊ້​ສ​ະ​ເຫວີຍ​ສຸກ. “ຜົນ​ປະ​ໂຫຍ​ດສ່ວນ​ຕົວ” ​ໃນ​ກໍ​ລະ​ນີນີ້ຕ້ອງ​ໄດ້​ເຂົ້າ​ໃຈ​ຕາມ​ຄວາມ​ໝາຍ​ກ້ວາງ​ແມ່ນ ​ເພື່ອ​​ຜົນ​ປະ​ໂຫຍ​ດ​ຂອງຜູ້ນຳ​ເອງ, ​ຮັບ​ໃຊ້​ໃຫ້​ຄອບຄົວ​ ​ແລະ​ກະ​ທັງ “ພັກ​ຝ່າຍ”, “ໝູ່​ພວກ” ຂອງ​ທ່ານຜູ້ນຳ​ນັ້ນ.

ການ​ລວມກັນ​ຂອງ “ຈິນຕະນາການຕາມ​ໄລຍະ” ​ແລະລັດທິ​ເອກະ​ຊົນ ​ໄດ້​ພາ​ໃຫ້​ເກີດ​ປະກົດ​ການ​ເສື່ອ​ມ​ໂຊມ​ໃນ​ການ​ນຳ​ໃຊ້​ອຳນາດ, ທຳລາຍຄວາມ​ເປັນ​ລະບຽບ​ແລະ​ລະບຽບວິ​ໄນ, ທຳລາຍ​ຄຸນຄ່າ​ດັ້ງ​ເດີມ​ໃນ​ການ​ພົວພັນ​ທາງ​ສັງຄົ​ມ. ພຶດຕິ​ກຳ​ນີ້​ສ້າງ​ປະກົດ​ການ​ວິ້ງ​ເຕັ້ນ​​ເອົາ​ກົນ​ໄກ ນະ​ໂຍບາຍ, ວິ້ງ​ເຕັ້ນ​ແຜນ​ກຳນົດ, ວິ້ງ​ເຕັ້ນ​ເອົາ​ໂຄງການ, ວິ້ງ​ເຕັ້ນ​​ເອົາ​ທຶນ, ວິ້ງ​ເຕັ້ນ​ຫາ​ຕຳ​ແໜ່​ງອຳນາດ, ວິ້ງ​ເຕັ້ນ​ໃຫ້​ໄດ້​​ແຕ່ງ​ຕັ້ງ ເລື່ອນ​ຊັ້ນ, ວິ້ງ​ເຕັ້ນ​ຫາ​ຜົນງານ ຄຸນ​ງານ​ຄວາມ​ດີ ​ແລະ ນັບ​ທັງ​ວິ້ງ​ເຕັ້ນ​ເພື່ອ​ບໍ່​ຖືກ​ລົງ​ໂທດ, ບໍ່​ຖືກ​ຟ້ອງ​ສານ...; ​ເຮັດ​ໃຫ້​ມີ​ການປ່ຽນ​ແປງ​ໃນ​ສັນຍາ​ນການ​ຕະຫຼາດ, ​ໂຄງ​ສ້າງ ​ແລະ​ ທິດ​ທາງ​ການ​ແຈກ​ຢາຍ, ນຳ​ໃຊ້ບັນດາ​ແຫຼ່ງພະລັງ​ຂອງ​ຊາດ; ​ເຮັດ​ໃຫ້​ເສດຖະກິດ​ມະຫາ​ພາກ​ຂາດ​ຄວາມ​ໝັ້ນ​ທ່ຽງ ​ແລະ ໜີ້​ສິນ​ສາທາລະນະ​ເພີ່ມ​ຂຶ້ນ; ທຳລາຍ​ຄວາມ​ເຂັ້ມ​ງວດ​ແລະ​ມາດຕະຖານ​ຂອງ​ກົດໝາຍ; ​ເຮັດ​ໃຫ້​ປະສິດທິ​ຜົນ​ການ​ລົງທຶນ​ຫຼຸດ​ນ້ອຍ​ຖອຍ​ລົງ, ທຳລາຍ​ໂອກາດ​ແລະ​ກຳລັງ​ແຮງ​ແຂ່ງຂັນ​ໃນ​ພື້ນຖານ​ເສດຖະກິດ.

ທີ​ສອງ, ລັດທິ​ເອກະ​ຊົນພາ​ໃຫ້​ເກີດ​ພະຍາດ​ອາດຍາ​ສິດ, ​ໂອ້​ອວດ, ຮູ​ບນອກ. ປະທານ​ໂຮ່ຈີ​ມິນ ​ໄດ້​ຢືນຢັນ​ວ່າ: “ຍ້ອນລັດທິ​ເອກະ​ຊົນຈຶ່ງ​ເກີດ​ມີ​ພະຍາດ​ອາດຍາ​ສິດ. ພະ​ລຸງ​ພະລັງ. ​ໂອ້​ອວດ. ຊັກ​ຊ້າ. ​ເຮັດພໍ​ແລ້ວ​ມື. ມັກ​ແຕ່​ຮູບ​ນອກ”(5). ລັດທິ​ເອກະ​ຊົນພາ​ໃຫ້​ເກີດ​ພະຍາດ​ໂອ້​ອວດຈອງຫອງ, ອວດອົ່ງ​ທະ​ນົງ​ຕົວ, ມັກ​ສະ​ແດງ​ທ່າ​ອວດ​ອ້າງ, ຢາກ​​ໃຫ້​ຄົນ​ອື່ນ​ຍ້ອງຍໍປະຈົບປະ​ແຈງ​ຕົນ​, ມັກ​ບອກ​ສັ່ງ​ຄົນ​ອື່ນ. ພະຍາດ​ເຫຼົ່ານີ້ກໍ່​ແມ່ນ​ປະກົດ​ການ​ລະອຽດສະ​ເພາະ​ຂອງ “ຈິນຕະນາການຕາມ​ໄລຍະ” ດ້ວຍ​ລັກສະນະ​ທີ່​ສຳຄັນ​ຄື ຄວາມ​ມັກ​ຊື່​ສຽງ, ມັກຍົດ​ສັກຕຳ​ແໜ່​ງ, ມັກ​ອຳນາດ​ບາດ​ໃຫຍ່, ມັກ​ຜົນ​ປະ​ໂຫຍ​ດ, ມັກ​ອວດອົ່ງ​ທະ​ນົງຕົວ. “ຈິນຕະນາການຕາມ​ໄລຍະ”, ດ້ວຍ​ວິທີ​ນຶກຄິດ​ໄລຍະ​ສັ້ນ, ນຳ​ໄປ​ສູ່​ທ່າທີ່​ບໍ່​ມີ​ຄວາມ​ຮັບຜິດຊອບ​ໃນ​ການປະຕິບັດ​ງານ, ບໍ່​ລົງ​ເລິກ​ຕິດ​ແທດ​ກັບ​ວຽກ​ງານ, ​ແລະ​ເມື່ອ​ໄດ້​ນັ່ງ​ຢູ່​ໃນ “​ເກົ້າ​ອີ້” ​ແລ້ວ​ແມ່ນ​ງ່າ​ຍທີ່​ຈະ​ເກີດ​ພະຍາດ​ອາດຍາ​ສິດ, ອວດອົງ​ທະ​ນົງ​ຕົວ ​ແລະ ພະຍາດ​ຮູບນອກ. ຄົນ​ທີ່​ມີ​ອາການ​ຂອງ “ຈິນຕະນາການ​ຕາມໄລຍະ” ​ມັກ​ຈະ​ວາງ​ເປົ້າໝາຍ, ​​ເລກຄາດໝາຍ ​ແລະ ໜ້າ​ທີ່​ສູງ​ກວ່າ​ໄລຍະ​ກ່ອນ, ບໍ່​ໃກ້​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ພາກ​ປະຕິບັດ, ຈາກ​ນັ້ນ​ຫາ​ທຸກ​ວິທີ​ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ຕົວເອງ,​ ໃຫ້​ກຸ່ມ​ແລະໝູ່​ພວກ​ຂອງ​ຕົນ; ຫຼື​ປະຕິບັດບັນດາ​ເປົ້າ​ໝາຍ, ​ເລກຄາດໝາຍ, ​ໂຄງການ, ​ແຜນ​ງານ​ທີ່​ເກັບ​ຜົນ​ກຳ​ໄລ​ໄດ້​ໄວ​ທີ່​ສຸດ, ມີ​ຜົນ​ທັນທີ, ສ້າງ​ເຄື່ອງໝາຍ​ໄວ້​ໃນ​ໄລຍະ​ທີ່​ຕົນ​ດຳລົງ​ຕຳ​ແໜ່​ງ, ​ແລະ ​ປ່ອຍປະລະ​ເລີຍ​ເປົ້າ​ໝາຍ, ​ເລກ​ຄາດໝາຍ, ​ໂຄງການ, ​ແຜນ​ງານ​ທີ່​​ປະຕິບັດ​ຍາກ, ການປະຕິບັດບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ, ບໍ່​ມີ​ປະສິດທິ​ຜົນ​ໃນ​ທັນທີ​ທັນ​ໃດ, ບໍ່​ໄດ້​ສ້າງ​ເຄື່ອງໝາຍ​ໄວ້, ອ້າງ​ເຫດຜົນ​ອະສັດ​ຈະ​ວິພາກ ປະ​ໄວ້​ໃຫ້​ໄລຍະ​ຕໍ່​ໄປ, ​ໃຫ້​ຜູ້​ສືບ​ທອດ. ພະຍາດ​ອາດຍາ​ສິດ, ຮູບ​ນອກ​ຂອງ “ຈິນຕະນາການຕາມໄລຍະ” ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໂດຍ​ຜ່ານບັນດາ​ກິດຈະການ​ກໍ່ສ້າງ​ທີ່​ໃຫຍ່​ໂຕ​ມະ​ໂຫຖານ​ເຊັ່ນ ອະນຸສາວະ​ລີ, ວັດວາອາ​ຮາມ, ຫໍ​ວັດທະນະທຳ, ສະໜາມກິລາ, ຂົວ​ທາງ,...; ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ, ງານ​ບຸນມະ​ໂຫລານ​ເພື່ອ​​ເປັນ​ເຄື່ອງໝາຍ. ພະຍາດ​ຮູບ​ນອກ​ແລະພະຍາດ​ນິຍົມ​ຜົນສຳ​ເລັດ​ ໄດ້​ສະ​ແດງ​ອອກ​ຢູ່​ໃນ​ການວິ້ງ​ເຕັ້ນ​ຫາ​ນາມ​ມະ​ຍົດ​ຕ່າງໆ​ເຊັ່ນ ນັກຮົບ​ແຂ່ງ​ຂົນ, ວິລະ​ຊົນ​ແຮງ​ງານ,... ​ໃນ​ສະ​ໄໝ​ທີ່​ຕົນ​ດຳລົງ​ຕຳ​ແໜ່​ງ​ເພື່ອ​ໂອ້​ອວດ, ຂະຫຍາຍ​ກວ້າງ​ຜົນສຳ​ເລັດ​ຂອງ​ລວມໝູ່, ບຸກຄົນ, “ຂັດ​ຖູ​ຊື່​ສຽງ”. ຜົນ​ຕາມ​ມາ​ຄື ຜູ້ນຳ “​ເມົາ​ມົວ” ນຳຄວາມ​ເອກອ້າງ, ​ພາກພູມ​ໃຈ ​ແຕ່​ບໍ່ອີງ​ໃສ່​ຄວາມ​ສາມາດ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ. ນີ້​ກໍ່​ແມ່ນ​ສິ່ງ​ຊຸກຍູ້​ຂອງ​ຜູ້ຕິດພະຍາດ​​ເອກະ​ຊົນ​ນິຍົມ​ກ່ອນ​ນີ້ ​ແລະ ປະຈຸ​ບັນ​ນີ້​ແມ່ນ​ປະກົດ​ການ​ຂອງ “ຈິນຕະນາການ​ຕາມໄລຍະ​”.

ທີ​ສາມ, ລັດທິ​ເອກະ​ຊົນຢ້ານ​ຄວາມ​ຫຍຸ້ງຍາກ​ລຳບາກ, ສາມັກຄີ​ຕາມ​ລ່ອງ, ປະຊາທິປະ​ໄຕຮູບ​ນອກ, ພາກສ່ວນ, ພັກຝ່າຍ. ປະທານ​ໂຮ່ຈີ​ມິນຂຽນ​ວ່າ: “ຍ້ອນລັດທິ​ເອກະ​ຊົນຈຶ່ງຢ້ານຄວາມຫຍູ້ງຍາກ​ລຳບາກ, ຕົກ​ໃສ່​ການສໍ້​ລາດ​ບັງ​ຫຼວງ, ລາມົກ​ອະນາຈານ, ຟຸ່ມ​​ເຟືອຍຫຼູຫຼາ. ​ເຂົາ​ເຈົ້າ​ມັກ​ມີ​ຊື່​ສຽງ​ຜົນ​ປະ​ໂຫຍ​ດ, ມັກ​ຖານະ​ອຳນາດ. ​ເຂົາ​ເຈົ້າ​ອວດອົ່ງ​ທະ​ນົງ​ຕົວ, ດູ​ຖູ​ກໝູ່​ຄະນະ, ໝິ່ນ​ປະ​ມາດມະຫາຊົນ, ຕັດສິນ​ຕາມ​ລຳພັງ​ຂອງ​ຕົນ​ຄົນ​ດຽວ, ຜະ​ເດັດ​ການ. ​ເຂົາ​ເຈ້າ​ຫ່າງ​ເຫີ​ນມະຫາຊົນ, ຫ່າງ​ເຫີ​ນພາກ​ຕົວ​ຈິງ, ຕິດ​ພະຍາດ​ອາດຍາ​ສິດ, ສັ່ງ​ການຊີ້​ຂາດ. ​ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ພະຍາຍາມ​ບືນ​ຕົວ​ຂຶ້ນ, ບໍ່​ຍອມ​ຮ່ຳຮຽນ​ເພື່ອ​ກ້າວໜ້າ...”(6). ຜູ້​ຕິດພະຍາດ​ເອກະ​ຊົນນິຍົມຢ້ານ​ກົວ​ຄວາມ​ຫຍຸ້ງຍາກ​ລຳບາກ, ມີ​ວິຖີ​ຊີວິດ​ທີ່​ເຫັນ​ແກ່​ຕົວ​​ແລະ​ອັດຖະ​ປະ​ໂຫຍ​ດ, ມັກ​ໃຊ້ປະ​ໂຫຍ​ດຈາກ​ຊ່ອງຫ​ວ່າງ​ຂອງ​ນະ​ໂຍບາຍ ​ແລະ​ໃນ​ວຽກ​ງານ​ການ​ຊີ້​ນຳ ນຳພາ​ ເພື່ອ​ໃຫ້​ຕົນ​ເອງ​ກ້າວໜ້າ, ​ເພື່ອ​ຄວາມ​ທະ​ເຍີ​ທະຍານ​ທາງ​ການ​ເມືອງ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຕົນ​ເອງ; ພ້ອມ​ກັນ​ນັ້ນ​ ບາງເທື່ອປາກຫວານ ປະຈົບປະ​ແຈງ, ບາງ​ເທື່ອ​ກໍ່​ໂຈມ​ຕີ​ເພື່ອ, ດ້ານ​ໜຶ່ງ, ສົມຮູ້​ຮ່ວມ​ຄິດກັນ ສ້າງ​ພັກ​ຝ່າຍ; ດ້ານ​ອື່ນ, ຄັດຄ້ານ​ຕ້ານກັນ, ກໍ່​ໃຫ້​ເກີດ​ຄວາມ​ແຕກ​ແຍກ​ພາຍ​ໃນ, ​ເຮັດ​ໃຫ້​ຊື່​ສຽງ​ຂອງ​ພັກ​ອ່ອນ​ແອ​ລົດ​ລົງ.​ເມື່ອ​ຈຸດປະສົງ​ສ່ວນ​ຕົວ​ບໍ່​ປະສົບ​ຄວາມ​ສຳ​ເລັດ, ບໍ່​ໄດ້​​​ເລື່ອນ​ຊັ້ນຕຳ​ແໜ່​ງ, ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ ຫຼື​ຖືກລົງ​ໂທດ​ທາງ​ວິ​ໄນ, ຈາກ​ນັ້ນ​ມີ​ຄວາມ​ບໍ່ພໍ​ໃຈ, ຍອມ​ຈຳນົນ. ດັ່ງ​ນັ້ນ, ​ເມື່ອ​ມີ​ການ​ຕິດ​ຕໍ່, ​ແກ່​ດຶງ​ຂອງ​ອິດ​ທິກຳລັງ​ສັດຕູ, ພວກ​ຄົນ​ເຫຼົ່າ​ນີ້​ກໍ່ງ່າຍ​ທີ່​ຈະ​ຫັນ​ມາ​ຄັດຄ້ານ​ຕ້ານ​ພັກ​ແລະລະບອບ​ການ​ປົກຄອງ. ຍ້ອນ​ລັດທິ​ເອກະ​ຊົນ​ຈຶ່ງ​ບໍ່​ມີ​ຄວາມ​ສາມັກຄີ, ຂາດ​ການຈັດ​ຕັ້ງ​ລະບຽບ​ວິ​ໄນ, ຂາດ​ຄວາມ​ຮັບຜິດຊອບ, ບໍ່​ປະຕິບັດ​ຖືກຕ້ອງ​ຕາມ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ນະ​ໂຍບາຍ ກົດໝາຍ​ຂອງ​ລັດ, ທຳຮ້າຍ​ຜົນ​ປະ​ໂຫຍ​ດຂອງ​ການ​ປະຕິວັດ​ ຂອງ​ປະຊາຊົນ. ນີ້​ກໍ່​ແມ່ນ​ປະກົດ​ການ​ຂອງ “ຈິນຕະນາການຕາມ​ໄລຍະ”, ຍ້ອນມັນ​ມີລັກສະນະ​ເປັນ​ອັນຕະລາຍ​ທົ່ວ​ໄປ​ຄື ປະຕິ​ເສດ​ຄວາມ​ຮັບຜິດຊອບ, ​ລ່ວງ​ລະ​ເນີ​ດຊ່ອງ​ຫວ່າງ ​ແລະ ຊ່ອນ​ໃນ​ຂໍ້​ກຳນົດ​ກົດ​ລະບຽບ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດ, ​ແຕ່​​ໃນ​ນາມ​ຂອງ​ຄວາມ​ດີ, ຜົນ​ປະ​ໂຫຍ​ດລວມໝູ່ ຜົນ​ປະ​ໂຫຍ​ດ​ຊຸມ​ຊົນ ​ເພື່ອ​ເກັບຜົນ​ປະ​ໂຫຍ​ດ​ສ່ວນ​ຕົວໃຫ້​ຕົນ​, ຄອບຄົວ, ຫຼື​ໃຫ້ “ພັກ​ພວກ” ຂອງ​ຕົນ. ການ​ສົມຮູ້​ຮ່ວມ​ຄິດ​ລະຫວ່າງ​ ຜູ້​ຕິດພະຍາດ​​ເອກະ​ຊົນນິຍົມ ກັບຜູ້​ກຳນົດ​ນະ​ໂຍບາຍຕາມ “ຈິນຕະນາການຕາມ​ໄລຍະ” ງ່າ​ຍທີ່​ຈະ​ນຳ​ໄປ​ສູ່ການ​ສໍ້​ລາດ​ບັງ​ຫຼວງ, ການຫາ​ຜົນປະ​ໂຫຍ​ດ​ແລະ​ເກັບ​ຜົນ​ກຳ​ໄລ​ໄວ​ທີ່​ສຸດ ມາ​ໃຫ້ບຸກຄົນ, ​ໃຫ້​ຄົນ​ກຸ່ມ​ໜຶ່ງ ​ແລະ ຜົນສະທ້ອນ​ຂອງ​ມັນ​ແມ່ນ ທຳລາຍ​ໝາກຜົນ​ຂອງ​ສັງຄົມ, ປະ​ຜົນ​ເສຍ​ຫາຍ​ໄວ້​ ໃຫ້​ພະນັກງານ​ຊຸດ​ຕໍ່​ໄປ​ແບກຫາບ​ແລະ​ແກ້​ໄຂ.

ຜູ້​ມີ “ຈິນຕະນາການ​ຕາມໄລຍະ” ​ມັກ​ຈະ​ນຳເອົາ​ຄວາມ​ປະສົງ​ຂອງ​ຕົນ​ເອງເຂົ້າ​ໃນ​ນະ​ໂຍບາຍການ​ນຳ​ຂອງ​ຄະນະ​ພັກ, ຫຼີກ​ລ່ຽງໜ້າ​ທີ່​ທີ່​ຫຍຸ້ງຍາກ ສັບສົນ. ພະນັກງານ​ນຳພາ, ຄຸ້ມ​ຄອງ​ຫຼາຍ​ຄົນ​ໃນ “​ໄລຍະ​ຕົ້ນ” ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ, ຮຽກຮ້ອງ​ປຸກ​ປັ່ນ​ທຸກ​ຄົນ, ​ແຕ່​ເຖິງ​ໄລຍະ​ກາງ​ກໍ່​ຄ່ອຍໆອ່ອນ​ລົງ ​ແລະ ​​ເຖິງ​​ໄລຍະ​ທ້າຍພັດ​ຢຸດ​ສະ​ງັກ​ຊັກ​ຊ້າ, ​ເຮັດ​ພໍ​ແລ້ວ​ມື. ດ້ວຍ “ຈິນຕະນາການຕາມໄລຍະ”, ຜູ້​ສືບ​ທອດ ​ແທນ​​ທີສືບ​ຕໍ່​ຈັດ​ຕັ້ງປະຕິບັດ, ສະຫຼຸບ​ສັງ​ລວມ, ຕີ​ລາຄາ, ຖອດ​ຖອນ​ບົດຮຽນ​ຈາກ​ແຜນການ​ “ໄລຍະ​ຍາວ” ຂອງຜູ້ນຳ​ກ່ອນ, ​ພັດ​ມາ​ວາງ​ແຜນການ​ໃໝ່​ ແລະ ຫຼັງ​ຈາກ​ນັ້ນ​ກໍ່​ຍັງ​ບໍ່​ແລ້ວ​ໃນ​ເວລາ​ທີ່​​ເຂົາ​ອອກກິນ​ເບ້ຍ​ບຳນານ ​ຫຼື​ຖືກຍົກຍ້າຍ​ໄປ​ເຮັດ​ວຽກ​ອື່ນ. ພິ​ເສດ, ​ໃນ “​ໄລຍະ​ທ້າຍ”, ​ເຂົາ​ເຈົ້າມັກ​ຈັດ​ຕັ້ງ “ຂະ​ບວນລົດ​ກອບ​ໂກຍ” ​ໂດຍ​ການ​ລົງ​ນາມ​ໃນ​ໂຄງການ​ເສດຖະກິດ​ທີ່​ບໍ່​ມີ​ປະສິດທິ​ຜົນ, ​ແຕ່ງ​ຕັ້ງ​ເລື່ອນ​ຊັ້ນ​ພະນັກງານ​ເປັນ​ລວາດໆ, ​ໃນ​ນັ້ນ​ມີ​ທັງ​ພະນັກງານທີ່​ອ່ອນ​ແອ​ທາງ​ດ້ານ​ຄວາມ​ສາມາດ​ແລະ​ຄຸນນະພາ​ບ... ການ​ຂາດ​ຄວາມ​ທ່ຽງ​ທຳ​ແລະ​ຄວາມ​ຫຍໍ້​ທໍ້​ຕ່າງໆຂອງ​ມັນ​ໄດ້​ສ້າງ​ໃຫ້​ກຸ່ມ​ຜູ້ນຳຊຸດ​ຕໍ່​ໄປຕົກ​ຢູ່​ໃນ​ພາວະ​ຂອງ​ເອກະ​ຊົນ​ຍິຍົມ, “ຈິນຕະນາການ​ຕາມໄລຍະ”; ​​ມັນເປັນ​ການ​ຍຸບ​ຍອບ​ແຮງ​ຊຸກ​ດັນ​ໃນ​ການ​ຮ່ຳຮຽນ​ສຶກສາ, ການ​ຝຶກ​ຝົນ​ແລະ ຄວາມ​ພະຍາຍາມ​ສູ້​ຊົນ​ ຂອງ​ພະນັກງານ​ທີ່​ດີ; ສ້າງ​ຄວາມ​ຄິດ​ເຫັນ​ທີ່​ບໍ່​ດີ​ພາຍ​ໃນ​ແລະຕໍ່​ພະນັກງານ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເລື່ອນ​ຊັ້ນ.

ດ້ວຍ​ບັນດາ​ປະກົດ​ການ​ເທິງ​ນີ້, ພວກ​ເຮົາ​ເຫັນ​ວ່າ ລັດທິ​ເອກະ​ຊົນ ​ແລະ “ຈິນຕະນາການ​ຕາມໄລຍະ​” ມີ​ຄວາມ​ພົວພັນ​ແໜ້ນ​ແຟ້ນນຳ​ກັນ. ຈາກລັດທິ​ເອກະ​ຊົນ​ໄດ້​ໃຫ້​ກຳ​ເນີ​ດ “ຈິນຕະນາການ​ຕາມໄລຍະ” - ຈິນຕະນາການ​ໄລຍະ​ສັ້ນ, ພຽງ​ແຕ່​ເຫັນ​ຜົນ​ປະ​ໂຫຍ​ດທັນທີສະ​ເພາະ​ໜ້າ. ພ້ອມ​ນັ້ນ, “ຈິນຕະນາການຕາມ​ໄລຍະ” ຍາມ​ໃດ​ກໍ່​ຕິດ​ກັບ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ຜົນ​ປະ​ໂຫຍ​ດສະ​ເພາະ​ໜ້າ ​ແຕ່​ບໍ່​ເຫັນ​ຜົນ​ປະ​ໂຫຍ​ດຍາວ​ນານ​ຂອງ​ປະ​ເທດ, ຂອງ​ປະຊາຊົນ. ພະຍາດ​ທັງ​ສອງ​ນີ້​ແມ່ນ “ສັດຕູ​ພາຍ​ໃນ”, ພວກມັນ​ທຳລາຍ​ປະ​ເທດ​ຈາກພາຍ​ໃນ ​ແລະ ​ອັນຕະລາຍ​ກວ່າ​ສັດຕູ​​ອື່ນໆ. ​ເພາະສະ​ນັ້ນ, ປະທານ​ໂຮ່ຈີ​ມິນ​ໄດ້​ຢືນຢັນ​ວ່າ, ຕ້ອງ​ເດັດດ່ຽວ​ກວາດ​ລ້າງລັດທິ​ເອກະ​ຊົນ. ສ່ວນ​ໃນ​ປະຈຸ​ບັນ, ​ໃນ​ກອງ​ປະຊຸມ​ເຜີຍ​ແຜ່​ມະຕິ​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 3 ສະ​ໄໝ​ທີ XI (ວັນ​ທີ 10 ຕຸລາ 2011), ສະຫາຍ​ເລຂາທິການ​ໃຫຍ່ ຫງວຽຝູຈ້ອງ ​ໄດ້​ເວົ້າ​ເຖິງ “ຈິນຕະນາການຕາມ​ໄລຍະ” ຂອງ​ພະນັກງານສະມາຊິກ​ພັກ​ຢູ່​ປະ​ເທດ​ເຮົາ ​ເໝືອນ​ກັບ​ພະຍາດ, ຄວາມ​ຊົ່ວ​ຮ້າຍ​ໃນສັງຄົມ​ທີ່​ຈຳ​ເປັນ​ຕ້ອງ​ຕໍ່ສູ້. ຢູ່​ທີ່​ກອງ​ປະ​ຊຸ​ມ​ໃຫຍ່ຄັ້ງ​ທີ XII (ປີ 2016), ພັກ​ກອມ​ມູນິດ​ຫວຽດນາມກໍ່​ໄດ້​ຢືນຢັນ, ພ້ອມ​ກັນ​ກັບ “ຜົນ​ປະ​ໂຫຍ​ດກຸ່ມ”, “ຈິນຕະນາການຕາມ​ໄລຍະ” ​ແມ່ນ​ໜຶ່ງ​ໃນ​ບັນດາ​ອຸປະສັກ​ໃຫຍ່​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ. ດັ່ງ​ນັ້ນ, ພັກ​ກອມ​ມູນິດ​ຫວຽດນາມຕົກລົງ “ສ້າງ​ກົນ​ໄກ​ປ້ອງ​ກັນ​ແລະ​ກີດ​ກັ້ນການ​ພົວພັນ “ຜົນ​ປະ​ໂຫຍ​ດກຸ່ມ”; ຕ້ານ​ສິດ​ພິ​ເສດ, ຜົນ​ປະ​ໂຫຍ​ດພິ​ເສດ,  ​ແກ້​ໄຂ​ເອົາ​ຊະນະ “ຈິນຕະນາການຕາມ​ໄລຍະ”(7). 

ວິທີ​ການປ້ອງ​ກັນ​ແລະ​ຕ້ານ “ຈິນຕະນາການຕາມ​ໄລຍະ” ບົນ​ພື້ນຖານ​ຂອງ​ການກວາດລ້າງ ລັດທິ​ເອກະ​ຊົນ ​ໃນ​ປະຈຸ​ບັນ

ປະທານ​ໂຮ່ຈີ​ມິນ​ໄດ້​ຕັກ​ເຕືອນ​ວ່າ: “​ແຕ່ລະ​ຄົນ​ມີ​ບຸກຄະ​ລິກ​ກະພາບ, ຄວາມ​ຖະໜັດ​ອັດທະຍາ​ໄສ, ຊີວິດ​ຂອງ​ຕົນ​ເອງ​ແລະ​ຂອງ​ຄອບຄົວ. ຖ້າ​ຫາກ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ເຫຼົ່າ​ນັ້ນ​ບໍ່​ຝືນ​ກັບ​ຜົນ​ປະ​ໂຫຍ​ດຂອງ​ລວມໝູ່​ແລ້ວ ມັນບໍ່​ແມ່ນສິ່ງ​ທີ່​ບໍ່​ດີ​ແລະ​ບໍ່​ຈຳ​ເປັນ​ຕ້ອງ​ຕໍ່ຕ້ານ. ດັ່ງ​ນັ້ນ, “ຕໍ່ສູ້​ຕ້ານລັດທິ​ເອກະ​ຊົນບໍ່​ແມ່ນ​ການ “ຢຽບ​ຢ່ຳຜົນ​ປະ​ໂຫຍ​ດສ່ວນ​ຕົວ”(8). ສຳລັບ​ຈິນຕະນາການ​ຕາມ​ໄລຍະ​ກໍ່​ເຊັ່ນ​ດຽວ​ກັນ, ​ໄລຍະ​ວາລະ​ໜຶ່ງ​ມັກ​ຈະ​ມີ​ການ​ຈຳກັດ​ເວລາ, ດັ່ງ​ນັ້ນ, ໃນ​ເວລາ​ປະຈຳການ ພະນັກງານ​ການ​ນຳ​ຫຼາຍ​ຄົນ​ຢາກ​ສຸດ​ອົກ​ສຸດ​ໃຈ ​ປະກອບ​ຄຸນ​ງານ​ຄວາມ​ດີ​ຫຼາຍ​ສຸດ ​​ເພື່ອ​ໃຫ້​ປະ​ເທດ​ພັດທະນາ, ຫຼືສາມາດ​ຮັບປະກັນ​ຊື່​ສຽງ​ຂອງ​ການ​ເລືອກ​ຕັ້ງ​ຄືນ​ໃໝ່​ໃນ​ໄລຍະ​ຕໍ່​ໄປ. ນັ້ນ​ແມ່ນ​ຈິນຕະນາການ​ຕາມ​ໄລ​ຍະ ຕາມ​ຄວາມ​ໝາຍ​ດີ, ໜ້າ​ຊົມ​ເຊີຍ​ທີ່​ສຸດ. ສິ່ງ​ທີ່​ຕ້ອງ​ກ່າວ​ປະນາມ, ຕ້ອງ​ປ້ອງ​ກັນ​ແລະ​ຕ້ານ​ຢູ່​ນີ້​ແມ່ນ ລັດທິ​ເອກະ​ຊົນທີ່​ເປັນ​ຜົນ​ສະທ້ອນ​ເຖິງ “ຈິນຕະນາການ​ຕາມໄລຍະ” ທີ່ຫຍໍ້​ທໍ້ ບໍ່​ດີ.

ຢູ່​ຫວຽດນາມປະຈຸ​ບັນ, ລັດທິ​ເອກະ​ຊົນ ​ແລະ “ຈິນຕະນາການ​ຕາມໄລຍະ” ຍັງ​ມີ​ຢູ່​ໃນ​ພະນັກງານ​ນຳພາ, ຄຸ້ມ​ຄອງ​ພາກສ່ວນ​ໜຶ່ງ. ດັ່ງ​ນັ້ນ, ​ເພື່ອ​ລົບ​ລ້າງ “ຈິນຕະນາການຕາມ​ໄລຍະ”, ຈຳ​ເປັນ​ຕ້ອງປະຕິບັດ​ຫຼາຍ​ວິທີ​ການ ມາດ​ຕະການຢ່າງ​ຄົບ​ຊຸດ, ບໍ່​ສາມາດ​ອີງ​ໃສ່​ຄວາມຮູ້ສຶກ​ຕື່ນ​ຕົວ​​ເທົ່າ​ນັ້ນ, ​ແຕ່​ຕ້ອງ​ສົມທົບ​ທັງ​ກົນ​ໄກ, ນະ​ໂຍບາຍ, ການ​ກວດກາ​ຂອງ​ລັດ ​ແລະ ບົນ​ພື້ນຖານ​ຂອງ​ການ​ຍົກ​ສູງ​ຄຸນສົມບັດ​ປະຕິວັດ ​ເພື່ອ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ລວມໝູ່​ແລະ​ໃຫ້​ສັງຄົມ, ລະອຽດ​ຄື:

ທີ​ໜຶ່ງ, ບັນດາ​ອົງການ​ຈັດ​ຕັ້ງ​ພັກ​ຄວນ​ສົ່ງ​ເສີມການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ​ໂດຍ​ອີງ​ໃສ່​ປະຊາທິປະ​ໄຕ, ຕີ​ລາຄາຖືກຕ້ອງ​ກັບ​ທາດ​ແທ້, ​ໂດຍ​ສະ​ເພາະ​ດ້ານ​ທີ່​ອ່ອນ​ແອ, ບໍ່​ຈົ່ງຈຽມ​ຫຼີກລ່ຽງ. ປະທານ​ໂຮ່ຈີ​ມິນ​ເຄີຍ​ເວົ້າ​ວ່າ: “​ເປີດ​ກວ້າງ​ປະຊາທິປະ​ໄຕ​ຕິ​ຊົມ​ໃນ​ສຳນັກງານ​ແລະ​ໃນ​ມະຫາຊົນ, ຈາກ​ເທິງ​ລົງ ​ແລະ ຈາກ​ລຸ່ມ​ຂຶ້ນ​ເທິງ. “ຢູ່​ເທິງ​ທັ່ງ​ພາຍ​ໃຕ້​ຄ້ອນ” ຂອງການ​ຕິ​ຊົມ ​ແນ່ນອນ​ຈະ​ປົວ​ພະຍາດ​ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ, ​ໃຊ້​ຈ່າຍຟຸມ​ເຟືອຍ​​ໃຫ້​ຫາຍ​ໄປໄດ້”(9). ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ສົ່ງ​ເສີມ​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ​ ແມ່ນ​ອາວຸດ​ທີ່​ແຫຼມ​ຄົມ​ແລະຈຳ​ເປັນ​ທີ່​ສຸດ​ ເພື່ອ​ຕ້ານລັດທິອ​ເອກະ​ຊົນ ກໍ່​ຄືຕ້ານ “ຈິນຕະນາການ​ຕາມໄລຍະ”. ນັ້ນກໍ່​ແມ່ນ​ຕຳລາ​ຢາ​ທີ່​ມີ​ປະສິດທິພາບ​ທີ່​ສຸດ, ຊ່ວຍ​ໃຫ້​ພັກ​ແລະ​ສະມາຊິກ​ພັກ​ແຕ່ລະຄົນດັດ​ແປງ​ແກ້​ໄຂ​ຂໍ້​ບົກພ່ອງ, ​ເສີມ​ຂະຫຍາຍຈຸດ​ດີ, ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​ ແລະ​ນັບ​ມື້​ເຂັ້ມ​ແຂງ​ຂຶ້ນ​ຕື່ມ. ​ແຕ່​ວ່າ, ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມຕ້ອງມີ​ນ້ຳໃຈສະຫາຍ ຮັກ​ແພງ​ກັນ, ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ, ສົມ​ເຫດ​ສົມ​ຜົນ; ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ​ຕ້ອງຂ້ຽມຂັນ, ​ເຖິງ​ຖອງ, ບໍ່ຈົ່ງ​ຈຽ​ມ, ບໍ່​ເພີ່ມ​ບໍ່​ລົດ, ບໍ່​ໃຊ້ຄຳ​ສຽດ​ສີຂົມ​ຂື່ນ, ບໍ່​ເຢາະ​ເຢີ້ຍ​ເວົ້າ​ຂວັນ, ຕ້ອງຊີ້​ໃຫ້​ເຫັນ​ແຈ້ງ​ທັງ​ຂໍ້ດີ​ແລະ​ຂໍ້​ບົກພ່ອງ; ຕິ​ຊົມ​ອີງ​ໃສ່​ການ​ກະທຳ​ຕົວ​ຈິງ ​ໂດຍບໍ່​ອະນຸມານ, ສະຫຼຸບ​ແບບ​ອັດຕະວິ​ໄສ. ​ໃນ​ຂະ​ບວນການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ ​ຄວນ​ຫຼີກ​ລ່ຽງ: “ຄວາມ​ຈົ່ງ​ຈຽ​ມ, ອຽງ​ຂວາ, “ຄວາມ​ງຽບ​ແມ່ນ​ຄຳ”, ຫຼື​ທ່າ​ທີ​ສຸດ​ຂົ້ວ, ຢາກ​ສວຍ​ໃຊ້​ການ​ຕິ​ຊົມ​ເພື່ອ​ໂຈມ​ຕີ​ແດກ​ດັນ​ຜູ້​ອື່ນ, ກໍ່​ຄວາມ​ວຸ່ນວາຍ​ພາຍ​ໃນ”(10); ຫຼື: “​ແກ້​ໄຂ​ສະພາບ​ການຜິວ​ເຜີນ​ງ່າຍດາຍ, ຈົ່ງ​ຈຽມ, ການ​ຫັນ​ກອງ​ປະຊຸມ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົ​ມ​ເປັນສະຖານ​ທີ່​ລູບ​ໄລ້, ​ຍ້ອງຍໍ​ຊຶ່ງ​ກັນ​ແລະ​ກັນ; ກໍ່​ຄື​ສະພາບ​ການສວຍ​ໃຊ້​ໂອກາດ​ນີ້​ເພື່ອ “ຕ້ານ​ຢັນ”, “​ໂຄ່ນ​ລົ້ມ” ຊຶ່ງ​ກັນ​ແລະກັນດ້ວຍ​ສິ່ງ​ຊຸກຍູ້​ທີ່​ບໍ່ໍບໍລິ​ສຸດ”(11). ພ້ອມ​ກັນ​ນັ້ນ, ຄວນ​ເປີດ​ກວ້າງ​ປະຊາທິປະ​ໄຕ​ໃນ​ການ​ຕິ​ຊົມ​ຕົນ​ເອງ​ແລະ​ຕິ​ຊົມ ກໍ່​ຄື​ໃນ​ການ​ປະ​ເມີນ​ຄວາມ​ສາມາດ, ຄວາມ​ຖະໜັດອັດທະຍາ​ໄສ ຂອງ​ພະນັກງານ​ສະມາຊິກ​ພັກ ບົນ​ພື້ນຖານ​ຂອງ​ການ​ເອົາຄຸນ​ນະພາ​ບທາງ​ການ​ເມືອງ, ຄຸນສົມບັດ, ຄວາມ​ສາມາດ​ເປັນ​ມາດຕະຖານ​ຫຼັກ​ເພື່ອ​ເລື່ອນ​ຊັ້ນ, ​ແຕ່ງ​ຕັ້ງ, ​ແບ່ງ​ງານ​ມອບ​ໝາຍ​ໜ້າ​ທີ່​ຢ່າງ​ສົມ​ເຫດ​ສົມ​ຜົນ; ມີ​ກົນ​ໄກ​ໃນ​ການ​ໃຫ້​ຄ່າ​ຕອບ​ແທນ​ທີ່​ເໝາະ​ສົມ, ກະ​ຕູ້ນຄວາມ​ສາມາດ​ແລະ​ຄວາມ​ຄິດ​ສ້າງສັນ​ສ່ວນ​ບຸກຄົນ​ຢູ່​ທີ່​ເຮັດ​ວຽກ.

ທີ​ສອງ, ​ເພີ່ມ​ທະວີ​ການ​ສຶກສາ​ໃນ​ທົ່ວ​ພັກ ກ່ຽວ​ກັບ​ອຸດົມ​ຄະຕິ​ກອມ​ມູນິດ​ນິຍົມ, ຕື່ນ​ຕົວ​ສະໝັກ​ໃຈຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນສົມບັດ​ປະຕິວັດ, ຕ້ານລັດທິ​ເອກະ​ຊົນ ຂອງ​ພະນັກງານ​ສະມາຊິກ​ພັກ. ນີ້​ແມ່ນ​ວິທີ​ການ​ເພື່ອ​ສ້າງພື້ນຖານ​ແນວ​ຄິດ, ທິດ​ສະ​ດີ, ທິດ​ທາງ​ໃຫ້​ແກ່​ການ​ກະທຳ, ສ້າງພື້ນຖານ​ແລະ​ຮາກ​ຖານ​ຂອງ​ທົ່ວ​ພັກ ​ແລະ ສຳລັບ​ພະນັກງານ​ສະມາຊິກ​ພັກ​ແຕ່ລະຄົນ. ປະທານ​ໂຮ່ຈີ​ມິນ​ເນັ້ນ​ໜັກ​ວ່າ, ​ເພື່ອ​ເຮັດ​ຫຼ້ອນ​ພາລະກິດ​ຂອງ​ຕົນ, ສະມາຊິກ​ທຸກ​ຄົນ​ຕ້​ອງອອກ​ແຮງ​ຮ່ຳຮຽນ​ລັດ​ທິມາກ-​ເລ​ນິນ, ​ແນ​ໃສ່​ສະໜອງ​ໃຫ້​ພະນັກງານ​ສະມາຊິກ​ພັກມີ​ວິທີ​ຈິນຕະນາການ​ສັດຈະ​ວິພາກ, ຈິນຕະນາການ​ຍຸ​ດທະ​ສາດ, ຍົກ​ເລີກ “ຈິນຕະນາການ​ຕາມໄລຍະ” ທີ່​ມີ​ລັກສະນະ​ເລື່ອນລອຍ, ສາຍຕາ​ສັ້ນ​ ຂອງ​ພະນັກງານ​ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ​ໃນ​ປະຈຸ​ບັນ. ພ້ອມ​ກັນ​ນັ້ນ, ການ​ຕໍ່ສູ້​ລົບ​ລ້າງ “ຈິນຕະນາການຕາມ​ໄລຍະ” ຈະ​ມີ​ປະສິດທິ​ຜົນຢ່າງ​ແທ້​ຈິງ​​ໄດ້ກໍ່​ຕໍ່​ເມື່ອ​ພະນັກງານ​ສະມາຊິກ​ພັກມີຫຼັກ​ໝັ້ນ​ຊົນ​ຊັ້ນ​ກຳມາ​ຊີບ, ກຳ​ແໜ້ນ​ບັນດາ​ກົດ​ເກນ​ຂອງ​ການ​ປະຕິວັດ​ຫວຽດນາມ, ຍົກ​ສູງ​ຄຸນສົມບັດ​ປະຕິວັດ​ແລະ​ຫຼໍ່​ລ້ຽງລັດທິ​ລວມໝູ່​ຂອງ​ຊົນ​ຊັ້ນ​ກຳມາ​ຊີບ​ຢ່າງ​ບໍ່​ຢຸດ​ຢັ້ງ, ສຸດ​ອົກ​ສຸດ​ໃຈ​ຕໍ່ສູ້​ເພື່ອ​ຜົນ​ປະ​ໂຫຍ​ດສູງສຸດ​ຂອງ​ການ​ປະຕິວັດ, ຂອງ​ປະ​ເທດ​ຊາດ​ແລະ​ປະຊາຊົນ.

ນອກຈາກ​ການ​ອົບຮົມ​ສຶກສາ​ອຸດົມ​ຄະຕິ​ກອມ​ມູນິດ​ແລ້ວ ​ຕ້ອງ​ເພີ່​ມະ​ວີ​ວຽກ​ງານກວດກາ, ຕິດຕາມ​ກວດກາ​ແລະ​ຄຸ້ມ​ຄອງ​ຖັນ​ແຖວ​ພະນັກງານສະມາຊິກ​ພັກ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ທີ່​ມີ​ປະສິດທິພາບ​ ເພື່ອປະກອບສ່ວນ​ລົບ​ລ້າງ “ຈິນຕະນາການຕາມ​ໄລຍະ”, ຍົກ​ສູງ​ຄຸນສົມບັດ​ປະຕິວັດ. ປະທານ​ໂຮ່ຈີ​ມິນ​ໄດ້​ຂຽນ​ວ່າ: “ມີ​ການ​ກວດກາ​ຈຶ່ງ​ປຸກລະດົມ​ຈິດ​ໃຈ​ຕັ້ງໜ້າ​ແລະ​ກຳລັງ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ​ໄດ້, ຈຶ່ງ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຄວາມ​ສາມາດ​ແລະ​ຂໍ້​ບົກພ່ອງ​ຂອງ​ພະນັກງານ, ຈຶ່ດັດ​ແປງ​ແລະ​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ”(12).

ທີ​ສານ, ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ​ຕ້ອງ​ຕັ້ງຜົນ​ປະ​ໂຫຍ​ດຂອງ​ພັກ, ຂອງ​ປະຊາຊົນ​ຂຶ້ນກ່ອນ. ຢາກ​ເຮັດສິ່ງ​ດັ່ງກ່າວ​ນັ້ນ, ພະນັກງານ, ສະມາ​ຊິກ​ພັກ​ທຸກ​ຄົນ​ຕ້ອງ​ຮ່ຳຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ, ສູ້​ຊົນ​ບືນ​ຕົວ​ຂຶ້ນ. ຍ້ອນ​ວ່າ, ບັນດາ​ວິທີ​ການ​ຈາ​ກຝ່າຍ​ພັກ​ແລະ​ລັດ ລ້ວນ​ແຕ່​​ແມ່ນວິທີ​ການ​ທີ່​ມີ​ລັກສະນະ “​ແຮງ​ພາຍ​ນອກ”. ວິທີ​ການ​ເຫຼົ່າ​ນີ້​ຈະ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດ​ໄດ້​ກໍ່​ຕໍ່​ເມື່ອພະນັກງານ​ສະມາຊິກ​ພັກ​ເອງ​ມີຄວາມ​ພະຍາຍາມ​ສູ້ຊົນ, ຮ່ຳຮຽນ, ຝຶກ​ຝົນຫຼໍ່​ຫຼອມ​ບືນ​ຕົວ​ຂຶ້ນ ​ເພື່ອ​ເຮັດ​ໃຫ້​ຕົວ​ເອງ​ສົມບູນ​ແບບ. ຂາດ​ການ​ຮ່ຳຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ, ສູ້​ຊົນ​ບືນ​ຕົວ​ຂຶ້ນ​ຂອງ​ເຂົາ​ເຈົ້າ​ເອງ, ບັນດາ​ວິທີ​ການ​ຈາກ​ຝ່າຍ​ພັກ, ລັດ​ແລະ​ອົງການ​ຈັດ​ຕັ້ງ​ ຈະ​ມີ​ປະສິທິຜົນ​ໜ້ອຍ​ສຸດ. ຍິ່ງ​ກວ່າ​ນັ້ນ, ພະນັກງານ​ສະມາຊິກ​ພັກ​ຕ້ອງ​ພະຍາ​ຍາ​ມຍົກ​ສູງລະດັບ​ວິຊາ​ຊີບ, ​ເປັນ​ເຈົ້າ​ການ, ຕື່ນ​ຕົວ​ສະໝັກ​ໃຈ​ຝຶກ​ຝົນ​ຫຼໍ່​ຫຼອມຈິ​ນຕະນາ​ການ​ປະດິດ​ສ້າງ ​ແລະ ຈິນຕະນາການ​ຍຸດ​ທະ​ສາດ, ພ້ອມ​ນັ້ນ​ກໍ່ສ້າງ​ໃຫ້​ມີ​ພູມ​ຄຸ້ມ​ກັນ​ການ​ກະທົບຈາກ​ຂໍ້​ເສຍຂອງເສດຖະກິດ​ຕະຫຼາດຢູ່​ປະ​ເທດ​ເຮົາ​ໃນ​ປະຈຸ​ບັນ.

ທີ​ສີ່, ພັກ​ແລະ​ລັດ​ຄວນ​ປັບປຸງ​ບູລະນະຂໍ້​ກຳນົດ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຕ້ານ​ສິດພິເສດ, ຜົນ​ປະ​ໂຫຍ​ດພິ​ເສດຢູ່​ໃນ​ພັກ, ​ໃນ​ຕຳ​ແໜ່​ງການ​ນຳພາ​ຄຸ້ມ​ຄອງ​ຂອງ​ລັດ; ມີ​ຂໍ້​ກຳນົດ​ລະອຽດ​ກ່ຽວ​ກັບ​ກາ​ນຈັດການ​ແກ້​ໄຂ​ຄວາມ​ຮັບຜິດ​ຊອບຂອງຜູ້ນຳພາ​ຄຸ້ມ​ຄອງ​ອົງການ​ຈັດ​ຕັ້ງ, ໜ່ວຍ​ງານທີ່​ປະ​ໃຫ້​ເກີດ​ຜົນ​ສະທ້ອນ​ທາງ​ລົບ​ຂອງ “ຈິນຕະນາການ​ຕາມໄລຍະ”, ​ເຊັ່ນ ການ​ສໍ້​ລາດ​ບັງ​ຫຼວງ, ສິ້ນ​ເປືອງ​ເສຍ​ຫາຍ, ​ເສື່​ອມ​ໂຊມປ່ຽນ​ທາດ, ລັດທິ​​ເອກະ​ຊົນ, ພາກສ່ວນ​ທ້ອງ​ຖິ່ນ​ນິຍົມ, ຜົນ​ປະ​ໂຫຍ​ດກຸ່ມ...; ຫັນ​ເປັນ​ນິຕິ​ກຳ​ໃນ​ເອກະສານ​ກົດໝາຍກ່ຽວ​ກັບ​ການ​ລາ​ອອກຫຼື​ເລີກ​ຕຳ​ແໜ່​ງ​ ຖ້າ​ຫາກ​ຖືກ​ຜົນ​ສະທ້ອນ​ຂອງ “ຈິນຕະນາການ​ຕາມໄລຍະ”; ລະບຸ​ລະບຽບ​ການ​ກ່ຽວ​ກັບພະນັກງານ​ນຳພາ​ຄຸ້ມ​ຄອງບໍ່​​ໃຫ້​ຍາດ​ພີ່ນ້ອງສວຍ​ໃຊ້​​ຕຳ​ແໜ່​ງງານ​ເພື່ອ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ. ນອກຈາກ​ນັ້ນ, ພັກ​ຄວນ​ມີ​ບັນດາ​ຂໍ້​ກຳນົດ​ລະອຽດ​ກວ່າ​ອີກ​ເຊັ່ນ ກົດ​ລະບຽບ​ການ​ສະໝັກ​ຮັບ​ເລືອກ​ຕັ້ງ​ທີ່​ສະອາດ​ແລະ​ທ່ຽງ​ທຳ; ຂໍ້​ກຳນົດ​ກ່ຽວ​ກັບ​ພະນັກງານ​ນຳພາ​ຄຸ້ມ​ຄອງ​ຕ້ອງ​ລາຍ​ງານ​ວຽກ​ງານ​ສ່ວນ​ຕົວ (ສະພາບ​ການ​ກໍ່ສ້າງ, ຊື້ຂາຍ​ເຮືອນ, ​ໃຫ້​ເຊົ່າ​ເຮືອນ; ການ​ທຸລະ​ກິດ​ຂອງ​ເມຍ (ຜົວ), ລູກ, ຍາດ​ພີ່ນ້ອງ...).

​ເບິ່ງ​ລວມ, ສາ​ເຫດ​ຕົ້ນຕໍ​ຂອງ “ຈິນຕະນາການ​ຕາມໄລຍະ” ​ໃນ​ພະນັກງານ​ສະມາຊິກ​ພັກ​ພາກສ່ວນ​ໜຶ່ງ​ນັ້ນ ກ່ອນ​ອື່ນ​ແມ່ນ​ຍ້ອນວ່າ​ພວກ​ເຂົາ​ເອງ​ຕົກ​ຢູ່​ໃນ​ລັດທິ​​ເອກະ​ຊົນ​ທີ່​ເຫັນ​ແກ່​ຕົວ, ​ໃຈ​ແຄບ, ຖືກ​ຈອບ​ອອຍ​ຈາກ​ຜົນ​ປະ​ໂຫຍ​ດທາງ​ວັດຖຸ, ບໍ່​ເຮັດ​ຫຼ້ອນ​ໜ້າ​ທີ່ ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ຕໍ່​ພັກ​ແລະ​ປະຊາຊົນ. ດັ່ງ​ນັ້ນ, ການ​ລົງ​ລ້າງ “ຈິນຕະນາການ​ຕາມໄລຍະ” ຕ້ອງ​ໄດ້​ຕິດ​ແໜ້ນ​ກັບ​ການ​ຕ້ານລັດທິ​ເອກະ​ຊົນ ​ແລະ ຕ້ອງ​ຖື​ວ່າ​ນັ້ນ​ແມ່ນ​ໜ້າ​ທີ່​ເປັນ​ປະຈຳ​ໃນ​ຕະຫຼອດ​ບີ​ວິດ​ຂອງ​ພະນັກງານ​ສະມາຊິກ​ພັກ. ພ້ອມ​ກັນ​ນັ້ນ, ການ​ຕໍ່ສູ້​ລົບ​ລ້າງ “ຈິນຕະນາການ​ຕາມໄລຍະ” ​ແມ່ນ​ການ​ຕໍ່ສູ້​ທີ່ຫຍຸ້ງຍາກສັບສົນ, ດຸ​ເດືອດ, ຍາວ​ນານ​ແລະຍາກ​ລຳບາກ, ຍ້ອນ​ວ່າ ລັດທິ​ເອກະ​ຊົນ ​ແລະ “ຈິນຕະນາການ​ຕາມໄລຍະ​” ​ແມ່ນ​ສັດຕູ​ທີ່ບໍ່​ເປີດ​ເຜີຍ​ຮູບ​ແບບ​ທີ່​ແທ້​ຈິງ​ຂອງ​ມັນ ​​ແຕ່​ລີ້​ຕົວ​ຢູ່​ໃນຄວາມ​ຄິດ​ຂອງ​ແຕ່ລະຄົນ​ແລະ​ໃນ​ພຶດຕິ​ກຳ​ຂອງ​ບຸກຄົນ​ຜູ້​ນັ້ນ. ດັ່ງ​ນັ້ນ, ການ​ຕໍ່ສູ້​ກັບ​ຜົນ​ສາ​ທ້ອນ​ທາງ​ລົບ​ຂອງ “ຈິນຕະນາການ​ຕາມໄລຍະ” ​ແມ່ນ​ບັນຫາ​ທີ່​ມີລັກສະນະ​ຍຸດ​ທະ​ສາດ, ຮີບ​ດ່ວນ, ​ແຕ່​ມັນ​ບໍ່​ງ່າຍ​ເລີຍ, ຕ້ອງ​ຕັ້ງ​ຢູ່​ພາຍ​ໃຕ້​ການ​ຊີ້ນຳ​ເປັນ​ເອກະ​ພາບ, ​​ໂດ​ຍກົງ, ຮອບດ້ານ​ຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ, ລະດົມ​ການ​ສະໜັບສະໜູນ​ແລະ​ເຂົ້າ​ຮ່ວມ​ຂອງພະນັກງານ​ສະມາຊິກ​ພັກ​ແລະ​ມະຫາຊົນ​ທຸກ​ຄົນ./.

--------------------------

(1) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສພຈ. ການ​ເມືອງ​ແຫ່ງ​ຊາດ-ຊື້​ເທິ​ດ, ຮ່າ​ໂນ້ຍ, 2011, ​ເຫຼັ້ມ 13, ໜ້າ 90.

(2) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 8, ໜ້າ 156.

(3) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 11, ໜ້າ 605.

(4), (5) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 297-298, 624.

(6) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 15, ໜ້າ 547.

(7) ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII, ຫ້ອງ​ວ່າການ​ສູນ​ກາງ​ພັກ, ຮ່າ​ໂນ້ຍ, 2016, ໜ້າ 213.

(8) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 11, ໜ້າ 610.

(9) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 8, ໜ້າ 140.

(10), (11) ​ເອກະສານ​ກອງ​ປະຊຸມ​ຄັ້ງ​ທີ​ສີ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XI, ສພຈ. ການ​ເມືອງ​ແຫ່ງ​ຊາດ-ຊື້​ເທິ​ດ, ຮ່າ​ໂນ້ຍ, 2012, ໜ້າ 99, 102.

(12) ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 636.

​ໂດຍ ຮສ.ປອ. ​ເລ​ທິ​ແທງ​ຮ່າ

ສະ​ຖາ​ບັນ​ປັດ​ຊະ​ຍາ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ