ວັນສຸກ, 24/1/2020
ຫຼັກການພື້ນຖານໃນການຈັດການແກ້ໄຂ ສາຍພົວພັນລະຫວ່າງລັດແລະຕະຫຼາດ
15/12/2019 9:29' ສົ່ງ ພິມ
ພາບປະກອນ (ພາບຂອງ: tapchitaichinh.vn)

ພື້ນຖານ​ພາວະ​ວິ​ໄສ​ ຂອງສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ

ທີ​ໜຶ່ງ, ສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ ​ເລີ່​ມມາ​ຈາກ​ພາລະ​ໜ້າ​ທີ່​ໂດຍ​ທຳ​ມະ​ຊາດ​ຂອງລັ​ດ​ເອງ.

​ໂດຍ​ເນື້ອ​ແທ້​ແລ້ວ, ລັດ​ມີ​ພາລະ​ໜ້າ​ທີ່ຈຳນວນ​ໜຶ່ງ, ​ໃນ​ນັ້ນ​ມີ​ພາລະ​ໜ້າ​ທີ່​ເສດຖະກິດ ​ແລະ ພາລະ​ໜ້າ​ທີ່​ສັງຄົມ. ​ເວົ້າຢ່າງ​ອື່ນ​ແມ່ນ, ​ໃນ​ຂະ​ບວນວິວັດ​ການ​ພັດທະນາ​ເສດຖະກິດ-ສັງຄົມ, ລັດ​ໃນ​ຖານະ​ສະ​ຖາ​ບັນ​ທາງ​ສັງຄົມ​ທີ່​ສຳຄັນ​ທີ່​ສຸດ, ຕົວ​ແທນ​ຜົນ​ປະ​ໂຫຍ​ດຂອງ​ຊົນ​ຊົ້ນ​ປົກຄອງ ​ໄດ້​ແຊກ​ແຊງ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິດ-ສັງຄົມ ​ເພື່ອຈຸດປະສົງ​ຊຸກຍູ້​ການ​ພັດທະນາເສດຖະກິດ-ສັງຄົມ ຕາມ​ທິດ​ທາງ​ຮັບ​ໃຊ້​ຜົນ​ປະ​ໂຫຍດຂອງ​ຊົນ​ຊັ້ນປົກຄອງ. ​ເຖິງ​ວ່າ ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ​​ແມ່ນ​ຕາມ​ບັນດາ​ກົດ​ເກນ​ພາວະ​ວິ​ໄສ​ກໍ່ຕາມ, ​ແຕ່​ການ​ແຊກ​ແຊງ​​ຂອງ​ລັດໂດຍ​ເຈດ​ຕະນາ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ທິດ​ທາງ​ການ​ພັດທະນາ, ສູງ​ກວ່າ​ການ​ກຳນົດ​ທິດ​ພັດທະນາ​ຂອງ​ພື້ນຖານ​ເສດເສດຖະກິດ-ສັງຄົມ.

ລັດ​ເປັນ​ສະ​ຖາ​ບັນ​ທາງ​ສັງຄົມ, ທີ່​ຂຶ້ນ​ກັບໂຄງ​ບົນ, ລັດ​ປະຕິບັດພາລະ​ໜ້າ​ທີ່​ຄຸ້ມ​ຄອງ​ແລະ​ບໍລິຫານ​ເສດຖະກິດ, ​ແຕ່​ວ່າ​ ​ໃນແຕ່ລະຂັ້ນ​ຕອນ​ການ​ພັດທະນາ, ຫຼື​ແຕ່ລະຮູບ​ແບບ​ເສດຖະກິດ ​ເຊິ່ງບົດບາດ​ຄຸ້ມ​ຄອງ, ບໍລິຫານ​ຂອງ​ລັດກໍ່​ມີ​ຄວາມ​ແຕກ​ຕ່າງ​ກັນ. ​ພິ​ເສດ​​ແມ່ນ ດ້ວຍ​ການ​ປະກົດ​ຕົວ​​ຂອງ​ຕະຫຼາດ​ແລະ​ການ​ພັດທະນາ​ຂອງ​​ເສດຖະກິດ​ຕະຫຼາດນັ້ນ ການ​ແຊກ​ແຊງ​ຂອງ​ລັດ​ກໍ່​ມີຄວາມ​ຫຼາກ​ຫຼາຍ​ແລະ​ໄຫວ​ພິບ​ກວ່າ.

ຕະຫຼາດ, ນັ້ນ​ບໍ່​ພຽງ​ແຕ່​ເປັນ​ບ່ອນ​ຊື້​ແລະ​ຂາຍ​ເທົ່າ​ນັ້ນ, ​ແຕ່​ໃນ​ການ​ພົວພັນ​ກັບ​ລັດ​ຄຸ້ມ​ຄອງ​, ມັນ​ຍັງ​ແມ່ນ​ຕະຫຼາດ​ປະ​ເພດ​ຕ່າງ​ໆ, ບັນດາປັດ​ໄຈ​ການ​ຕະຫຼາດ ​ແລະ ບັນດາ​ເຈົ້າຂອງ (​ເຈົ້າພາບ) ​ໃນ​ຕະຫຼາດ. ​ເປັນ​ອັນວ່າ, ການ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ, ​ໂດຍ​ເນື້ອ​ແທ້​​ແລ້ວ, ​ແມ່ນ​ການ​ພົວພັນ​ລະຫວ່າງລັດ​ໃນຖານະ​ບົດບາດ​ຜູ້​ຄຸ້ມ​ຄອງ ​ກັບ ຂະ​ບວນການກໍ່​ຕົວ​ແລະ​ຂະຫຍາຍຕົວ​ ຂອງ​ບັນດາປະ​ເພດ​ຕະຫຼາດ, ບັນດາ​ປັດ​ໄຈ​ຕະຫຼາດ ​ແລະ ບັນດາ​ເຈົ້າ​ຂອງ​ໃນ​ຕະຫຼາດ.

ດ້ວຍ​ພາລະ​ໜ້າ​ທີ່​ເສດຖະກິດ, ລັດ​ບໍ່​ພຽງ​ແຕ່​ເປັນ​ຜູ້​ຄຸ້ມ​ຄອງ, ຜູ້​ປະກາດ​ໃຊ້ກົດ​ລະບຽບ​ແລະ​ຂໍ້​ກຳນົດ​ໃນ​ຕະຫຼາດ​ເທົ່າ​ນັ້ນ, ​ແຕ່​ລັດ​ຍັງມີ​ບົດບາດ​ຂອງ​ຫົວໜ່ວຍ​ການ​ຜະລິດ​ອີກ​ນຳ (​ໂດຍ​ສະ​ເພາະ​ແມ່ນ​ ສິນຄ້າ​ແລະ​ບໍລິການ​ສາທາລະນະ), ​ເປັນ​ຜູ້​ຊື້​ແລະ​ຜູ້​ຂາຍ​ສິນຄ້າ​ແລະ​ການ​ບໍລິການ​ໃນ​ຕະຫຼາດ. ດັ່ງ​ນັ້ນ ​ໃນ​ເວລາ​ນີ້ ການ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ​ສະ​ແດງ​ອອກ​ເປັນ​ການ​ພົວພັນລະຫວ່າງ​ບັນດາ​ເຈົ້າຂອງ​ໃນ​ຕະຫຼາດ, ການພົວພັນລະຫວ່າງຜູ້ຊື້ແລະຜູ້ຂາຍສິນຄ້າແລະບໍລິການ ທີ່​ຖືກ​ການ​ກະທົບ, ປະຕິ​ສຳພັນ​ຜູກ​ມັດ​ ຈາກ​ບັນດາ​ກົດ​​ເກນ​ເສດຖະກິດ​ໃນຕະຫຼາດ, ກໍ່​ຄື​ການ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ​ໂດຍ​ຜ່ານລະບົບ​ຂໍ້​ກຳນົດ​ກົດໝາຍ ​ແລະ ​ບັນດາ​ເຄື່ອງມື​ຄຸ້ມ​ຄອງ.

ພິຈາລະນາ​​ຈຸດປະສົງ​ຂອງ​ການ​ປະຕິບັດ​ພາລະ​ໜ້າ​ທີ່, ບໍ່​ວ່າ​ຈະ​ປະກົດ​ຕົວ​ໃນ​ຖານະ​ໃດ, ການ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ, ໂດຍເນື້ອແທ້ແລ້ວ, ແມ່ນການພົວພັນທາງດ້ານຜົນປະໂຫຍດ. ນັ້ນ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ລັດ ​ແລະ ​ຜົນ​ປະ​ໂຫຍ​ດຂອງບັນດາ​ເຈົ້າ​ຂອງ​ໃນ​ຕະຫຼາດ. ລັດ​ປະຕິບັດ​ການ​ຄຸ້ມ​ຄອງ​ແມ່ນ​ມຸ່ງ​ໄປ​ສູ່​ຈຸດປະສົງ​ຮັບປະກັນ​ໃຫ້​ຕະຫຼາດ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ. ຕະຫຼາດ​ມີ​ການ​ພັດທະນາ​ແມ່ນ​ເປັນ​ພື້ນຖານ​ເສດຖະກິດ, ຮັບປະກັນ​ການ​ພັດທະນາ​ຂອງ​ລັດ. ດັ່ງ​ນັ້ນ ​ໃນ​ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ​ນັ້ນ ​ຕ້ອງ​ຮັບປະກັນ​ຄວາມກົມກຽວ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດລະຫວ່າງ​ບັນດາ​ເຈົ້າຂອງ​ໃນ​ຕະຫຼາດ.

​ໃນ​ຄວາມ​ເປັນ​ຈິງ, ການ​ປະຕິ​ສຳພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ​ລ້ວນ​ແຕ່​ແນ​ໃສ່​ເພີ່ມ​ຜົນ​ປະ​ໂຫຍ​ດ, ສ້າງ​ການ​ເຕີບ​ໂຕ​ເວົ້າ​ລວມ ຂອງ​ບັນດາ​ເຈົ້າ​ຂອງ​ໃນ​ຕະຫຼາດ. ນີ້​ແມ່ນ​ດ້ານ​ເປັນ​ເອກະ​ພາບ​ໃນ​ສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ, ຊຸກຍູ້​ໃຫ້​​ລັດ​ແລະ​ຕະຫຼາດ​ໃກ້ຊິດ​ຕິດ​ແທດ​ກັນ, ປະຕິ​ສຳພັນ​ນຳ​ກັນ. ​ໂດຍ​ເນື້ອ​ແທ້​ແລ້ວ, ນັ້ນ​ແມ່ນ​ຄວາມ​ສຳພັນ​ທາງ​ຊີວະ​ພາບ, ການເພິ່ງພາເຊິ່ງກັນແລະກັນ ໃນການພັດທະນາ, ພ້ອມກັນບັນລຸຜົນປະໂຫຍດ. ດ້ານ​ອື່ນ, ​ໃນ​ຂະ​ບວນການ​ປະຕິ​ສຳພັນ​ນັ້ນ​ ກໍ່​ມີ​ການ​ແຂ່ງຂັນ​ກັນທາງ​ດ້ານ​ບົດບາດ​ແລະ​ຜົນ​ປະ​ໂຫຍ​ດ. ​ເມື່ອ​ການ​ແບ່ງ​ບົດບາດ​ມີ​ຄວາມ​ເໝາະ​ສົມ, ຖືກ​ກັບ​ລະດັບ​ການ​ພັດທະນາ​ ແລະ ຄວາມ​ສາມາດ​ແກ້​ໄຂ​ບັນຫາ ​ແມ່ນ​ຜົນ​ປະ​ໂຫຍ​ດຈະ​ໄດ້​ຮັບ​ຄວາມ​ພຶງ​ພໍ​ໃຈ. ​ໃນ​ທາງ​ກົງກັນຂ້າມ, ​ເມື່ອ​ການ​ແບ່ງ​ບົດບາດ​ບໍ່​ຖືກຕ້ອງ,  ລັດ​ບັງ​ບຽດ​ຕະຫຼາດ ຫຼື ຕະຫຼາດ​ບັງ​ບຽດ​ລັດ, ມັນ​ຈະ​ນຳ​ໄປ​ສູ່​ຈຸດ​ສຸດ​ທ້າຍ​ຄື: ການ​ຄຸ້ມ​ຄອງ​ຂອງ​ລັດ​ບໍ່​ມີ​ປະສິດທິພາບ ​ແລະ ຕະຫຼາດ​ເອງ​ກໍ່​ບໍ່ສາມາດ​ຈັດ​ສັນ​ຊັບພະຍາກອນ​ຢ່າງ​ສົມ​ເຫດ​ສົມ​ຜົນ​ ແລະ ​ມີ​ປະສິດທິ​ຜົນ​ໄດ້. ນີ້​ແມ່ນ​ຂໍ້​ຂັດ​ແຍ່ງ​ໃນ​ການ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ.

ທີ​ສອງ, ຈາກ​ຄວາມ​ລົ້ມ​ເຫຼວ​ຂອງ​ຕະຫຼາດ.

ຕະຫຼາດ​ດຳ​ເນີນ​ງານ​ແລະ​ພັດທະນາ​ຕາມບັນດາ​ກົດ​ເກນພາວະ​ວິ​ໄສ. ​ແຕ່ ຕະຫຼາດ​ເອງ​ບໍ່​ແມ່ນກຳລັງ​ອານຸພາບ​ຍິ່ງ​​ໃຫຍ່, ​ໃນ​ຄວາມ​ເປັນ​ຈິງ, ພື້ນຖານ​​ເສດຖະກິດ​ຕະຫຼາດ ບໍ່​ແມ່ນພື້ນຖານ​ເສດຖະກິດ​ສົມບູນ​ແບບ, ດີ​ທີ່​ສຸດ, ​ແຕ່​ພາຍ​ໃນ​ຕົວ​ມັນ​ເອງ ກໍ່​ມີ​ດ້ານ​ລົບ​ແລະ​ຄວາມ​ລົ້ມ​ເຫຼວທີ່​ຄົນ​ເຮົາ​ບໍ່​ຕ້ອງການ. ຕະຫຼາດທີ່​ລົ້ມ​ເຫຼວສະ​ແດງ​ອອກ​ເຖິງ​ສະຖານະ​ການທີ່​ຕະຫຼາດ​ບໍ່​ໄດ້​ຈັດ​ສັນ​ຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ, ​ເມື່ອ​ມັນບໍ່​ສາມາດ​ຜະລິດ​ສິນຄ້າ​ແລະ​ບໍລິການ​ທີ່​ສັງຄົມ​ຕ້ອງການ. ​ຄວາມ​ລົ້ມ​ເຫຼວຂອງຕະຫຼາດ​ເອງ​ເປັນ​ສິ່ງ​ອະທິບາຍ​ໃຫ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ແຊກ​ແຊງ​ຂອງ​ລັດ.

ນັກ​ເສດຖະສາດ​ໄດ້​ກ່າວ​ເຖິງຄວາມ​ລົ້ມ​ເຫຼວຂອງ​ຕະຫຼາດຢ່າງ​ຈະ​ແຈ້ງ​ແລ້ວ ​ແລະ ສາມາດ​ສະຫຼຸບ​ໄດ້​ໃນ​ກໍລະນີ​ຕໍ່​ໄປ​ນີ້: ທີ່​ໜຶ່ງ, ຂາດການແຂ່ງຂັນ. ປັດ​ໄຈ​ພື້ນຖານ​ເພື່ອ​ໃຫ້​ຕະຫຼາດ​ສ້າງ​ໄມ້​ງັດ​ເສດຖະກິດ​ແມ່ນສະພາບ​ແວດ​ລ້ອມ​ການ​ແຂ່ງຂັນ​ທີ່​ແຂງ​ແຮງ​ດີ. ​ແຕ່​ຍ້ອນ​ບັນດາ​ປັດ​ໄຈ​ປະຫວັດສາດ, ທຳ​ມະ​ຊາດ ຫຼື ສະ​ຖາ​ບັນ​ທາງ​ການ​ເມືອງ ອາດ​ຈະ​ສ້າງ​ວິ​ສາ​ຫະກິດ​ຜູກຂາດ​ໜຶ່ງ ຫຼື​ວິ​ສາ​ຫະກິດ​ຜູກຂາດ​ຈຳນວນ​ໜ້ອຍ​ໜຶ່ງ​ ທີ່​​ຄອບງຳ​ຕະຫຼາດ. ຍ້ອນ​ຂາດ​ການ​ແຂ່ງຂັນ, ການ​ສະໜອງ​ຜະລິດ​ຕະພັນ​ໃຫ້​ພື້ນຖານ​ເສດຖະກິດ​ຈຶ່ງ​ບໍ່​ມີ​ປະສິດທິ​ຜົນ. ​ໃນ​ກໍລະນີ​ນີ້ ຕ້ອງການ​ມີ​ການ​ແຊກ​ແຊງຂອງ​ລັດ ​ເພື່ອ​ສ້າງ​ການ​ແຂ່ງຂັນ​ທີ່​ຈຳ​ເປັນ. ທີ​ສອງ, ບັນດາຜົນກະທົບຕໍ່ພວງ (ຜົນກະທົບພາຍນອກ): ​ໃນ​ຫຼາຍ​ກໍລະນີ ບຸກຄົນ​ຫຼື​ວິ​ສາ​ຫະກິດສາມາດ​ສ້າງອິດ​ທິພົນທີ່​ດີ​ຫຼື​ບໍ່​ດີ ຕໍ່​ບຸກຄົນ ຫຼື​ວິ​ສາ​ຫະກິດ​ອື່ນໆ ​ໂດຍ​ບໍ່​ໄດ້​ຮັບ​ຄ່າ​ຕອບ​ແທນ (ຜົນ​ກະທົບ​ທີ່​ດີ) ຫຼື​ບໍ່​ຕ້ອງ​ທົດ​ແທນ​ຄ່າ​ເສຍ​ຫາຍ (ຜົນ​ກະທົບ​ທີ່​ບໍ່​ດີ). ຖ້າ​ຫາກ​ລັດ​ບໍ່​ມີ​ການ​ແຊກ​ແຊງ​ທີ່​ເຂັ້ມ​ແຂງ​ພຽງພໍ, ຜົນ​ກະທົບ​ທີ່​ບໍ່​ດີ​ຈະ​ເພີ່ມ​ຂຶ້ນ, ຜົນ​ກະທົບ​ທີ່​ດີ​ຈະ​ຫຼຸດ​ລົງ ​ແລະ ບໍ່ບັນ​ລຸ​ປະສິດທິ​ຜົນ​ທາງ​ສັງຄົມ. ທີ​ສາມ, ການຂາດແຄນຂໍ້ມູນ ຫຼືການບໍ່ສົມດຸນທາງດ້ານຂໍ້ມູນ ອາ​ດຈະ​ເຮັດ​ໃຫ້ການ​ທຸລະ​ກຳ​ໃນ​ຕະຫຼາດ​ບໍ່​ໄດ້​ຮັບ​ການ​ປະຕິບັດ. ​ເຊັ່ນ​ບໍລິການ​ພະຍາກອນ​ອາ​ກາດ, ຂໍ້​ມູນກ່ຽວ​ກັບ​ສິ່ງ​ແວກ​ລ້ອມ ​ແລະ ສຸຂະພາບ.... ​ໃນ​ບັນດາ​ກໍລະນີ​ເຫຼົ່າ​ນີ້ ຕະຫຼາດ​ຄວນ​ໄດ້​ຮັບ​ການ​ສະໜອງ​ຂໍ້​ມູນ​ເພີ່ມ​ເຕີມ ​ແລະ ບໍ່​ມີ​ໃຜ​ອື່ນ ​ນອກຈາກ​ລັດ​ທີ່ຈະ​ຕ້ອງ​ເຮັດ​ໜ້າ​ທີ່​ນີ້​ໃຫ້​ສຳ​ເລັດ. ທີ​ສີ່, ບັນດາຕະຫຼາດທີ່ບໍ່ສົມບູນແບບ. ​ໃນ​ຄວາມ​ເປັນ​ຈິງ, ບາງ​ຕະຫຼາດ ຍ້ອນ​ຄວາມ​ຫຍຸ້ງຍາກ​ແລະ​ຄວາມ​ສ່ຽງ​ໃນ​ການ​ເກັບ​ກຳ​ຂໍ້​ມູນ ​ແລະ​ ການ​ຄຸ້ມ​ຄອງ ຈຶ່ງ​ບໍ່​ສາມາດມີ​ສິນຄ້າ​ແລະ​ບໍລິການ​ທີ່​ພຽງພໍ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ສັງ​ຄົມ. ​ແລະ​ ໃນ​ເງື່ອນ​ໄຂ​ນີ້ ການ​ແຊກ​ແຊງ​ຂອງ​ລັດ​ແມ່ນ​ຈຳ​ເປັນ ​ເພື່ອ​ຊຸກຍູ້​ແລະ​ຮັກສາ​ໜ່ວງ​ໜ່ຽວ​ການ​ປະດິດ​ສ້າງ​ຂອງ​ພື້ນຖານ​ເສດຖະກິດ. ທີຫ້າ, ສະໜອງບໍລິການສາທາລະນະ. ຕາມ​ທຳ​ມະ​ດາ ບັນດາ​ການ​ບໍລິການ​ສາທາລະນະບໍ່​ສາມາດ​ປັບ​​ໃຫ້ເປັນ​ແບບ​ສ່ວນ​ຕົວ​ໄດ້, ​ເຊັ່ນ ບໍລິການ​ດັບ​ເພີງ, ຮັກສາ​ລະບຽບ​ສັງຄົມ, ລະບົບສວນສາທາລະນະ... ​ເພາະ​ສະ​ນັ້ນ ຕະຫຼາດ​ບໍ່​ສາມາດສ້າງ​ຜູ້​ບໍລິການ​ສ່ວນ​ຕົວ ​ເພື່ອສະໜອງ ຫຼືໃຫ້​ບໍລິການ​ເຫຼົ່ານີ້​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ໂດຍ​ທົ່ວ​ໄປ​ ລັດ​ຈະ​ຕ້ອງ​ມີ​ບົດບາດ​ສຳຄັນ​ໃນ​ການ​ໃຫ້​ບໍລິການ​ສາທາລະນະ. ທີຫົກ, ການພັດທະນາຂອງເສດຖະກິດຕະຫຼາດ ຍ່ອມນຳໄປສູ່ຊ່ອງຫວ່າງລະຫວ່າງຄົນຮັ່ງມີ ແລະ ຄົນທຸກຍາກ ຫຼືຄວາມບໍ່ສະເໜີພາບທາງດ້ານລາຍໄດ້. ນີ້​​ແມ່ນຄຸນ​ລັກສະນະ​ຂອງ​ກົນ​ໄກ​ຕະຫຼາດ. ​ໃນ​ກໍລະນີ​ນີ້, ດ້ວຍ​ພາລະ​ໜ້າ​ທີ່​ຂອງ​ຕົນ, ລັດ​ຈະ​ຕ້ອງ​ແຊກ​ແຊງ​ເຂົ້າ​ໃນຂະ​ບວນການ​ເຂົ້າ​ເຖິງ​ໂອກາດ ​ແລະ ​ແຈກ​ຢາຍ​ການ​ບໍລິການ​ສັງຄົມ ກໍ່​ຄື​ສະໜອງການ​ບໍລິການ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ສັງຄົມ, ຫຼຸດຜ່ອນ​ຊ່ອງ​ຫວ່າງ​ລະຫວ່າງ​ຄົນ​ຮັ່ງມີ​ແລະ​ຄົນ​ທຸກ​ຍາກ. ທີ​ເຈັດ, ການເຄື່ອນໄຫວຂອງເສດຖະກິດຕະຫຼາດ, ພິຈາລະນາໃນແງ່ມະຫາພາກ, ແມ່ນໄປຕາມຮອບວຽນບາງຢ່າງ ທີ່ຈະສ້າງຄວາມບໍ່ໝັ້ນຄົງທາງດ້ານມະຫາພາກ. ຜົນຜະລິດມີ​ການ​ຜັນ​ຜວນ, ​ເຖິງ​ວ່າ​ພິຈາລະນາ​ໃນ​ໄລຍະ​ຍາວ, ມັນ​ຍັງ​ຄົງສະ​ແດງ​ອອກ​ເຖິງທ່າອຽງ​ຫຼື​ຄວາມ​ສາມາດ​ເຕີບ​ໂຕ​ໃດ​ໜຶ່ງ. ​ເສດຖະກິດ​ບາງ​ຄັ້ງ​ປະ​ສົບ​ກັບ​ອັດຕາ​ເງິນ​ເຟີ້​ສູງ, ບາງ​ຄັ້ງ​ກໍ່​ຕົກ​ຢູ່​ໃນ​ພາວະ​ຖົດຖອຍ​ດ້ວຍ​ການວ່າງງານ​ສູງ. ສິ່ງ​ດັ່ງກ່າວ​ສ້າງ​ຄວາມ​ບໍ່​ແນ່ນອນ​ ແລະ​ຄວາມ​ສ່ຽງ ​ສຳລັບ​ຊີວິດ​ຂອງ​ຫຼາຍ​ຄົນ​ໃນ​ສັງຄົມ. ຄວາມ​ບໍ່​ໝັ້ນຄົງ​ທາງ​ດ້ານ​ມະຫາ​ພາກ​ດັ່ງກ່າວ ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຂໍ້​ບົກພ່ອງ​ຂອງ​ຕະຫຼາດ, ຊຶ່ງ​ຕະຫຼາ​ດ​ເອງບໍ່​ສາມາດ​ເອົາ​ຊະນະ​ໄດ້.

​ເພື່ອ​ເອົາ​ຊະນະ​ຂໍ້​ບົກພ່ອງ​ເຫຼົ່າ​ນີ້, ບົດບາດ​ຂອງ​ລັດ​ແມ່ນ​ສິ່ງ​ທີ່​ຂາດ​ບໍ່​ໄດ້. ລັດ​ຕ້ອງ​ເຂົ້າ​ແຊກ​ແຊງ​ໃນ​ຕະຫຼາດ ​ເພື່ອ​ສ້າງ​ໂອກາດ​ແລະສິ່ງ​ແວດ​ລ້ອມ​ ໃຫ້​ແກ່​ການ​ດຳ​ເນີນ​ງານ​ຕາມ​ປົກກະຕິ​ຂອງ​ຕະຫຼາດ ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ສັງຄົມ. ​ເວົ້າ​ຢ່າ​ງອື່ນ​ແມ່ນ, ບໍ່​ມີ​ຕະຫຼາດ​ເສລີ​ທີ່​ບໍລິສຸດ, ​ເພື່ອ​ໃຫ້​ຕະຫຼາດ​ດຳ​ເນີນ​ງານ​ຢ່າງ​ມີ​ປະສິດທິ​ຜົນ​ ຈຳ​ເປັນ​ຕ້ອງ​ມີ​ການ​ແຊກ​ແຊງ​ຂອງ​ລັດ. ລັດ​ເຂົ້າ​ແຊກ​ແຊງ​ແລະ​ຢູ່​ຮ່ວມ​ກັນ​ກັບ​ຕະຫຼາດ​ເພື່ອດັດ​ແກ້​ແລະ​ເອົາ​ຊະນະ​ຂໍ້​ບົກພ່ອງ​ຂອງ​ຕະຫຼາດ, ​ໂດຍ​ບໍ່​ແມ່ນ​ເພື່ອ​ແທນ​ທີ​ໃຫ້​ຕະຫຼາດ.

ປະການ​ໜຶ່ງ​ທີ່​ຕ້ອງ​ເຫັນ​ຄື, ​ໃນ​ສັງຄົມສະ​ໄໝ​ໃໝ່, ການ​ທີ່​ລັດ​ເຂົ້າ​ແຊງ​ແຊງ​ໃນ​ຂະ​ບວນການ​ພັດທະນາ​ເສດຖະກິດ​ຕະຫຼາດ, ​ແກ້​ໄຂ​ວິ​ກິດ​ການ​ທາງເສດຖະກິດ-ສັງຄົມ ​ແລະ ​ເປີດ​ກວ້າງ​ພື້ນຖານ​ປະຊາທິປະ​ໄຕ​ນັ້ນ ກໍ່​ແມ່ນ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາເສດຖະກິດ-ສັງຄົມ. ພິ​ເສດ ລັດ​ໃນ​ລະບອບ​ປະຊາທິປະ​ໄຕ​ ແມ່ນ​ເຄື່ອງມື​ທີ່​ສາມາດຫຼຸດຜ່ອນ​ຜົນ​ກະທົບ​ຫຍໍ້​ທໍ້​ຂອງ​ລະບົບ​ຕະຫຼາດ, ​ໃນ​ຂະນະ​ນັ້ນ​ຍັງ​ຄົງຮັກສາ​​ສິດ​ກຳມະສິດ​ແລະ​ສິດ​ເສລີ​ໄວ້​ໄດ້. ​ເວົ້າ​ຢ່າງ​ອື່ນ​ແມ່ນ, ກະ​ໂຕ​ລະບົບ​ການ​ເມືອງ​ປະຊາທິປະ​ໄຕມີ​ຄວາມ​ສາມາດ​ປະກອບສ່ວນ​ທີ່​ດີ​ທີ່​ສຸດ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ພື້ນຖານ​​ເສດຖະກິດ​ຕະຫຼາດ. ​ແລະ, ​ເຖິງ​ວ່າລັດ​ມີ​ບົດບາດ​ສຳຄັນທີ່​ບໍ່​ອາດ​ຈະ​ຂາດ​ໄດ້​ໃນ​ເສດຖະກິດ​ກໍ່ຕາມ, ​ແຕ່​ສິ່ງ​ດັ່ງກ່າວ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ລັດຈະ​ສາມາຮວ​ບສິດ​, ເຮັດ​ຕາງກິດຈະການ​ຕະຫຼາດ​ທັງ​ໝົດ. ລັດ​ຄວນ​ສຸມ​ໃສ່​ແຕ່​ຂົງ​ເຂດ​ທີ່​ຕະຫຼາດ​ບໍ່​ສາມາດ​ເຮັດ​ໄດ້, ຫຼື​ລະດັບ​ຂອງ​ຄວາມ​ສຳ​ເລັດ​ບໍ່​ສາມາດ​ສົມ​ບຸນແບບ​ເທົ່າ​ກັບ​ການ​ແຊກ​ແຊງ​ຂອງ​ລັດ. ​ເປີດ​ກວ້າງ​ການ​ແຊກ​ແຊງ​ຫຼາຍ​ເກີນ​ໄປ, ​ໃນ​ຫຼາຍໆ​ກໍ​ລະ​ນີ ລັ​ດ​ເອງກໍ່​ລົ້ມ​​ເຫຼວ​ເຊັ່ນ​ກັນ.

ທີ​ສາມ, ຈາກ​ຄວາມ​ລົ້ມ​ເຫຼວຂອງ​ລັດ​ໃນ​ການ​ປະຕິບັດ​ພາລະ​ໜ້າ​ທີ່ເສດຖະກິດ-ສັງຄົມ.

ການ​ແຊກ​ແຊງ​ຂອງ​ລັດ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວເສດຖະກິດ-ສັງຄົມ ​ແມ່ນ​ສິ່ງ​ຈຳ​ເປັນ​ເພື່ອ​ຈຸດປະສົງ​ລວມ​ແມ່ນ​ສ້າງ​ການ​ພັດທະນາ. ​ແຕ່​ວ່າ, ​ໃນ​ຫຼາຍ​ກໍລະນີ, ການ​ແຊກ​ແຊງ​ຂອງ​ລັດ​ກໍ່​ບໍ່​ບັນລຸ​ປະສິດທິ​ຜົນຕາມ​ທີ່​ຕ້ອງການ. ພວກ​ເຮົາ​ໄດ້​ເຫັນ​ປະຈັກ​ຕາ “ການ​ໂຕ້​ແຍ້​ງກັນ” ທາງ​ດ້ານ​ທັດສະນະ​ກໍ​ຄື​​ໃນ​ພຶດຕິ​ກຳ ກ່ຽວ​ກັບ​ບົດບາດ​ການ​ແຊກ​ແຊງ​ຂອງ​ລັດ​ເຂົ້າ​ໃນ​ເສດຖະກິດ. ຫຼັງ​ຈາກ​ວິ​ກິດ​ເສດຖະກິດ​ໂລກ​ປີ 1929-1933 ​ແລະ ການລະ​ເບີດ​ຂຶ້ນ​ຂອງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ, ທັດສະນະ​ກ່ຽວ​ກັບ​ບົດບາດ​ຂອງ​ລັດ​ໄດ້​ມີ​ການ​ປ່ຽນ​ແປງ ຈາກ​ການ​ສົ່ງ​ເສີມ​ການ​ແຊ​ກ​ແຊງ​ໜ້ອຍ​ໜຶ່ງ​ຂອງ​ລັດ ​ໄປ​ເປັນ​ການ​ເປີດ​ກວ້າງ​ບົດບາດ​ຂອງ​ລັດ. ​ເຖິງ​ຊຸມ​ປີ​ທີ 60 ຂອງ​ສະ​ຕະວັດ​ທີ XX, ລັດ​ມີ​ສ່ວນ​ຮ່ວມ​​ໃນທຸກ​ດ້ານຂອງ​ເສດຖະກິດ​ຢ່າງ​ແທ້​ຈິງ, ຄຸ້ມ​ຄອງ​ລາຄາ ​ແລະ ມີ​ການດັດສົມ​ໃນ​ລະດັບ​ເພີ່ມ​ຂຶ້ນ ຕໍ່​ແຮງ​ງານ, ຕະຫຼາດ​ແລກປ່ຽນ​ເງິນຕາ ​ແລະ ​ຕະຫຼາດ​ການ​ເງິນ(1).

ການ​ມີ​ສ່ວນ​ຮ່ວມ​ໃນ​ລະດັບ​ສູງ​ຂອງ​ລັດ ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ ​ໄດ້​ເຮັດ​ໃຫ້ບັນດາການ​ພົວພັນ​ຕະຫຼາດຜິດ​ພ້ຽນ​ໄປ. ວິ​ກິດ​ການ​ລາຄາ​ນ້ຳມັນ​ໃນ​ປີ 1973 ​ແລະ ວິ​ກິດ​ການ​ໜີ້​ສິນ​ໃນ​ຊຸມ​ປີ 1980 ​ແມ່ນ​ການ​ພິສູດ​ໃຫ້​ເຫັນ​ເຖິງ​ ຄວາມ​ໄຮ້​ປະສິດທິ​ຜົນ​ຂອງ​ການ​ແຊກ​ແຊງ​ເລິກ​ເກີນ​ໄປ ​ເຂົ້າ​ໃນພື້ນຖານ​ເສດຖະກິດ. ​ເວົ້າ​ຢ່າງ​ອື່ນ​ແມ່ນ, ສິ່ງ​ດັ່ງກ່າວ​ໄດ້​ສ່ອງ​ແສງ​​ເຖິງ​ຄວາມ​ລົ້ມ​ເຫຼວຂອງ​ນະ​ໂຍບາຍ​ການ​ແຊກ​ແຊງ​​ເກີນ​ລະດັບ​ຂອງ​ລັດ​ເຂົ້າ​​ໃນການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ.

ວິ​ກິດ​ການ​ແລະ​ການ​ພັງ​ທະລາ​ຍລົງ​ຂອງ​ຮູບ​ແບບ​ສັງຄົມ​ນິຍົມຢູ່​ສະຫະພາບ​ໂຊ​ວຽດ ​ແລະ ບັນດາ​ປະ​ເທດ​ເອີຣົບຕາ​ເວັນ​ອອກ ​ໃນ​ທ້າຍ​ຊຸມ​ປີ 80 ຕົ້ນ​ຊຸມ​ປີ 90 ສະຕະວັດ​ທີ XX ກໍ່​ເປັນ​ການ​ພິສູດ​ໃຫ້​ເຫັນ​ເຖິງ​ຄວາມ​ລົ້ມ​ເຫຼວຂອງລັດ​ ໃນ​ການ​ຄຸ້ມ​ຄອງ​ແລະ​ບໍລິຫານ​ເສດຖະກິດ. ດ້ວຍ​ການ​ພັດທະນາ​ທີ່​ອີງ​ໃສ່ການວາງ​ແຜນການ​ລວມສູນ​ອາດຍາ​ສິດ, ອຸດ​ໜູນ​ເກື້ອກູນ, ບໍ່​ຍອມຮັບ​ບົດບາດຂອງ​ຕະຫຼາດນັ້ນ ​ໄດ້​​ເຮັດ​ໃຫ້ການຈັດ​ສັນ​ຊັບພະຍາກອນທີ່​ບໍ່​ສົມ​ເຫດ​ສົມ​ຜົນ, ສິ້ນ​ເປືອງ, ​ເສຍ​ຫາຍ ​ແລະ ກຳ​ຈັດ​ແຮ​ງຜັດ​ດັນ​ການ​ພັດທະນາ.

ຄວາມ​ລົ້ມ​ເຫຼວຂອງ​ລັດມີ​ຫຼາຍສາ​ເຫດ​, ​ໃນ​ນັ້ນ​ມີ​ສາ​ເຫດ​ທີ່​ຕິດ​ແໜ້ນ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ. ນັ້ນ​ແມ່ນ, ລັດ​ເອງ​ບໍ່​ສາມາດ​ວ່ອງ​ໄວ​ໄຫວ​ພິບ​ຄື​ກັນ​ກັບ​ຕະຫຼາດ ​ແຕ່​ມັກ​ຂາດ​ຂໍ້​ມູນ; ລັດ​ພຽງ​ແຕ່​ສາມາດ​ຄວບ​ຄຸມ​ສ່ວນໜຶ່ງ​ຕໍ່​ການກະທົບ​ຕອບ​ຂອງ​ເອກະ​ຊົນ ກໍ່​ຄື​​ຄວບ​ຄຸມສ່ວນ​ໜຶ່ງ​ຕໍ່​ລະບົບ​ການ​ບໍລິຫານ​ອາດຍາ​ສິດ. ຄຽງຂ້າງ​ນັ້ນ ​ແມ່ນຂໍ້​ຈຳກັດ​ຕ່າງໆ​ທີ່​ກຳນົດ​ໂດຍ​ຂະ​ບວນການ​ທາງ​ການ​ເມືອງ...

ຄວາມ​ເປັນ​ຈິງ​ແຫ່ງ​ການ​ພັດທະນາ​ໃຫ້​ເຫັນ​ວ່າ, ການ​ແຊກ​ແຊງ​ເກີນ​ໄປ ກໍ່​ຄື​ການ​ລົບ​ລ້າງ​ຕະຫຼາດ ລ້ວນ​ແຕ່​ບໍ່​ສາມາດ​ປະສົບ​ຄວາມສຳ​ເລັ​ດ​ໃນ​ການ​ພັດທະນາເສດຖະກິດ-ສັງຄົມ. ບັນດາ​ປະ​ເທດ​ທຶນ​ນິຍົມ​ຕາ​ເວັນ​ຕົກຕ້ອງ​ໄດ້​ປັບ​ຍຸດ​ທະ​ສາດ, ດຳ​ເນີນ​ການ​ພັດທະນາ​ເສດຖະກິດ​ແບບ​ປະສົມ ຊຶ່ງ​ໃນ​ນັ້ນທັງ​ລັດ​ແລະ​ຕະຫຼາດ​ໄດ້​ຮັບ​ການ​ເຄົາລົບນັບຖື. ບັນດາ​ປະ​ເທດ​ທີ່​ກ່ອນ​ໜ້າ​ນີ້​ໄດ້​ພັດທະນາຕາມ​ຮູບ​ແບບ​ເສດຖະກິດ​ຫັນ​ເປັນ​ແຜນການ​ລວມສູນ ອຸດ​ໜູນ​ເກື້ອກູນ ກໍ່​ໄດ້ຫັນປ່ຽນ​ໄປ​ສູ່​ການ​ພັດທະນາ​ເສດຖະກິດ​ແບບ​ປະສົມ, ຟື້ນ​ຟູ​ແລະ​ພັດທະນາ​ຕະຫຼາດ, ສົ່ງ​ຄືນ​ພາລະ​ໜ້າ​ທີ່​ທີ່​ມີ​ຢູ່​ຂອງ​ຕະຫຼາດ. ຄວາມ​ລົ້ມ​ເຫຼວຂອງ​ລັດ​ໃນ​ກໍລະນີ​ລັດແຊກ​ແຊງຫຼາຍ​ເກີນ​ໄປ ຫຼື​ໃນ​ການລົບ​ລ້າງ​ບົດບາດ​ຂອງ​ຕະຫຼາດ ​ໄດ້​ໃຫ້​ເຫັນ​ວ່າ, ບໍ່​ສາມາດ​ພັດທະນາ​ໄດ້​ຫາກ​ບໍ່​ມີ​ການ​ແຊກ​ແຊງ​ຂອງ​ລັດ ​ແລະ​ ເຊັ່ນ​ດຽວ​ກັນ ບໍ່​ສາມາດ​ພັດທະນາ​ໄດ້​ຫາກ​ບໍ່​ມີ​ຕະຫຼາດ; ​ເພື່ອ​ພັດທະນາຮຽກຮ້ອງ​ໃຫ້​ລັດ​ແລະ​ຕະຫຼາດພົວພັນ​ແລະ​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ, ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ບົກພ່ອງ. ຈາກ​ນັ້ນ ສາມາດ​ເຫັນ​ໄດ້ວ່າສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ​ແມ່ນ​ເກີດ​ຈາກ​ຄວາມ​ຕ້ອງການ​ຂອງ​ລັດ​ ​ແລະ ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ເອງ, ນັ້ນແມ່ນສາຍພົວພັນທີ່ຫຼີກລ່ຽງບໍ່ໄດ້, ການປະຕິສຳພັນ ເພິ່ງພາອາໄສກັນ.

ສິ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ຜົນ​ຂອງ​ການ​ປະຕິ​ສຳ​ພັນລະຫວ່າງ​ລັດ​ແລະ​ຕະຫຼາດ​ແມ່ນ ການ​ພັດທະນາ​ຂອງເສດຖະກິດ-ສັງຄົມຢູ່​ໃນ​ແຕ່ລະ​ປະ​ເທດ. ການ​ຈັດການ​ແກ້​ໄຂ​ສາຍ​ພົວພັນ​ນີ້ສະ​ແດງ​ອອກ​ຢ່າງ​ລວມສູນ​ໃນ​ລະບົບ​ສະ​ຖາ​ບັນລະບຽບ​ການ​ພັດທະນາ. ບັນຫາຢູ່​ທີ່, ການ​ສ້າງ​ບັນດາ​ຫຼັກການ, ກົດ​ລະບຽບ, ກົດໝາຍ​ເພື່ອ​ສ້າງກົນ​ໄກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ສາຍ​ພົວພັນ​ນີ້ ​ແມ່ນ​ຕ້ອງ​ສົມ​ເຫດ​ສົມ​ຜົນ, ສອດຄ່ອງ​ກັບ​ໄລຍະ​ການ​ພັດທະນາ, ກັບ​ຄວາມ​ສາມາດ​ຂອງ​ແຕ່​ລະ​ອົງ​ປະກອບ. ພື້ນຖານ​​ເສດຖະກິດ​ຕະຫຼາດທີ່​ພັດທະນາ​ແມ່ນ​ພື້ນຖານ​ເສດຖະກິດ​ທີ່​ມີລະບົບ​ສະ​ຖາ​ບັນ​ລະບຽບ​ການພັດທະນາທີ່​ຄົບ​ຊຸດ. ລະບົບ​ສະ​ຖາ​ບັນ​ລະບຽບ​ການ​ດັ່ງກ່າວ​ເປີດ​ໂອກາດ​ແລະວິທີ​ການ​ຕ່າງໆ ​ເພື່ອ​ໃຫ້​ລັດ​ແລະ​ຕະຫຼາດ​ພັດທະນາ​ຄວາ​ມສາມາດຂອງ​ມັນ​ ​ແລະ ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ບົກພ່ອງ​ຂອງ​ຕະຫຼາດ ກໍ່​ຄື​ຂໍ້​ບົກພ່ອງ​ຂອງ​ລັດ. ​ເພາະສະ​ນັ້ນ, ​ເນື້ອ​ໃນ​ໜຶ່ງ​ທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ຈັດການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ ​ແມ່ນ​ຕ້ອງຈັດ​ກຳນົດ​ຕຳ​ແໜ່​ງ, ບົດບາດ​ຂອງ​ລັດ​ແລະ​ຕະຫຼາດ, ກໍ່​ຄື​ສາຍ​ພົວພັນ​ລະຫວ່າ​ງລັດ​ແລະ​ຕະຫຼາດ.

​ເມື່ອ​ເວົ້າ​ເຖິງສາຍ​ພົວພັນ​ລະຫວ່າ​ງລັດ​ແລະ​ຕະຫຼາດ ​ແມ່ນ​ຕ້ອງມີ​ການ​ລະບຸ​ແລະ​ແບ່ງ​ບົດບາດ​ລະຫວ່າງ​ພວກ​ມັນ​ ໃນຂະ​ບວນການ​ເຄື່ອນ​​ເໜັງ​ຂອງ​ສາຍ​ພົວພັນ. ລັດ​ກໍ່​ຄື​ຕະຫຼາດ​ມີ​ພາລະ​ໜ້າ​ທີ່​ຂອງ​ຕົນ​ເອງ, ​ແຕ່​ພາລະ​ໜ້າ​ທີ່​ຂອງ​ລັດ ​ແລະ ​ພາລະ​ໜ້າ​ທີ່​ຂອງ​ຕະຫຼາດ ​ໄດ້ມີ​ການ​ປ່ຽນ​ແປງ​ໄປ​ພ້ອມໆ​ກັບ​ການ​ພັດທະນາ​ຂອງເສດຖະກິດ-ສັງຄົມ ​ແລະ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດ. ບັນຫາ​ແມ່ນ ອີງ​ຕາມ​ຄວາມ​ສາມາດ​ຂອງ​ລັດ ​ແລະ ການ​ພັດທະນາ​ຂອງ​ຕະຫຼາດ, ພ້ອມ​ທັງ​ອີງ​ຕາມ​ທັດສະນະ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ ​ເພື່ອ​ຈະ​ກຳນົດ, ​ແບ່ງ​ບົດບາດ​ໃຫ້​ເໝາະ​ສົມ. ຄວາມ​ເໝາະ​ສົມ​ນີ້​ແມ່ນ​ຖືກ​ວັດ​ໂດຍ​ປະສິດທິ​ຜົນ​ຂອງ​ການ​ເຕີບ​ໂຕ ​ແລະ ຈະ​ບໍ່​ມີ​ເກນ​ທົ່ວ​ໄປ​ໃຫ້​ທຸກໆ​ປະ​ເທດ. ​ເພາະສະ​ນັ້ນ, ລັດ​ໃນ​ຖານະ​ເຈົ້າພາບ​ຂອງ​ສາຍ​ພົວພັນ, ລັດ​ຕ້ອງ​ເລີ່​ມຈາກ​ເປົ້າ​ໝາຍ​ການ​ເຕີບ​ໂຕ, ສະຖານະ​ພາບ​ຄວາມ​ສາມາດ​ຂອງ​ລັດ ​ແລະ ລະດັບ​ການ​ພັດທະນາ​ຂອງ​ຕະຫຼາດ ​ເພື່ອ​ຄັດ​ເລືອກ​ເອົາ​ການ​ແບ່ງ​ບົດບາດ​ໃຫ້​ເໝາະ​ສົມ.

ບັນດາ​ຫຼັກການ​ຈັດການ​ແກ້​ໄຂ

ທີ​ໜຶ່ງ, ການຈັດການ​ແກ້​ໄຂ​​ສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ ຕ້ອງ​​ບົນ​ພື້ນຖານ​ຜົນ​ປະ​ໂຫຍດຂອງ​ຊາດ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ ​ແລະ ຮັບປະກັນ​ປະສິດທິ​ຜົນ​​ໃຫ້​ແກ່​ການ​ເຕີບ​ໂຕເສດຖະກິດ-ສັງຄົມ.

ສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສາຍ​ພົວພັນ​ໃຫຍ່. ​ແກ້​ໄຂ​ສາຍ​ພົວພັນ​ນີ້​ໄດ້​ເປັນ​ຢ່າງ​ດີ​ ຈະ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ. ​ດັ່ງ​ນັ້ນ ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ວາງ​ອອກ​ມາ​ໃນ​ການ​ຈັດການ​ແກ້​ໄຂ​ສາຍ​ພົວພັນ​ນີ້​ແມ່ນ​ ເຮັດ​ຄື​ແນວ​ໃດ​ເພື່ອ​ຂຸດ​ຄົ້ນ​ໄດ້​ກຳລັງ​ແຮງ​ສັງ​ລວມຂອງ​ບັນດາ​ແຫຼ່ງພະລັງ, ນັບ​ແຕ່​ແຫຼ່ງພະລັງ​ຂອງ​ລັດ, ​ແຫຼ່ງພະລັງ​ຕະຫຼາດ ​ແລະ ​ແຫຼ່ງພະລັງ​ພາຍ​ໃນ​, ​ແຫຼ່ງພະລັງ​ພາຍ​ນອກ. ຈະ​ຕ້ອງ​ສ້າງ​ໃຫ້​ໄດ້​ກຳລັງ​ແຮງ​ສັງ​ລວມຈາກ​ຊັດ​ພະຍາກອນ​ຕ່າງໆ​ທຸກ​ຢ່າງ​ ເພື່ອ​ການ​ພັດທະນາ.

ມັນ​ເປັນ​ທຳ​ມະ​ດາ​ວ່າ ​ໃນ​ຂະ​ບວນການ​ຈັດການ​ແກ້​ໄຂສາຍ​ພົວພັນ​ນີ້​ ຈະ​ຕ້ອງ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ດ້ານ​ຜົນ​ປະ​ໂຫຍ​ດ, ຮັບປະກັນ​ຄວາມ​ກົມກຽວ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດ ລະຫວ່າງ​ລັດ​ແລະ​ຕະຫຼາດ. ​ແຕ່, ​ໃນ​ຫຼາຍ​ກໍລະນີ​ ຍາກ​ທີ່​ຈະ​ກຳ​ນົດປະລິມານ​ກ່ຽວ​ກັບ​ຫຼັກການ​ຕ້ອງ​ຖື​ຜົນ​ປະ​ໂຫຍ​ດລວມຂອງ​ຊາດ, ຂອງ​ປະ​ເທດຂຶ້ນ​ເໜືອ​ສູດ. ຜົນ​ປະ​ໂຫຍ​ດຂອງ​ຊາດ​ແມ່ນ​ສູງ​ສຸດ, ​ແມ່ນ​ເປົ້າ​ໝາຍ, ລັດ​ຕ້ອງ​ໝູນ​ໃຊ້​ບັນດາ​ເຄື່ອງມື, ບັນດາ​ພາຫະນະ​ຂອງ​ກົນ​ໄກ​ຕະຫຼາດ, ອີງ​​ໃສ່​ເງື່ອນ​ໄຂ​ຄວາມ​ເປັນ​ໃຈ​ສັງຄົມ ​ເພື່ອ​ປະຕິບັດ​ເປົ້າ​ໝາຍ​ທີ່​ວາງ​ໄວ້.

ຜົນ​ປະ​ໂຫຍ​ດຂອງ​ຊາດ-ຂອງ​ປະ​ເທດ​ຂອງ​ພວກ​ເຮົາ​ແມ່ນ: “​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່​ນດິນ​ອັນ​ຄົບ​ຖ້ວນ​ທີ່​ສັກກາລະ​ບູຊາ​ຂອງ​ປະ​ເທດ​ຊາດ; ລະບອບ​ສັງຄົມ​ນິຍົມ, ຄວາມ​ຮັ່ງມີ​ເຂັ້ມ​ແຂງ​ແຮງ​ກ້າ​ຂອງ​ປະ​ເທດ, ຄວາມ​ອິ່ມໜຳສຳລານ ​ຜາ​ສຸກ​ແລະ​ເສລີພາບ ​ຂອງ​ປະຊາຊົນ”(2). ການ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ ຕ້ອງ​ມຸ່​ງໄປ​ສູ່ປະຕິບັດ​ເປົ້າ​ໝາຍ​ນີ້​ໃຫ້​ປະກົດ​ເປັນ​ຈິງ. ລັດ​ຕ້ອງ​ປັບປຸງບູລະນະ, ຍົກ​ລະດັບ​ການ​ດຳ​ເນີນ​ງານ​ຢ່າງ​ມີ​ປະສິດທິ​ຜົນ, ຕ້ອງ​ກາຍ​ເປັນ​ລັດທີ່​ຊື່ສັດ​ທ່ຽງ​ທຳ, ລັ​ດ​ເຄື່ອນ​ໄຫວ​ຮັບ​ໃຊ້​ປະຊາຊົນ. ລັດ​ຕ້ອງ​ສົດ​ໃສ, ຂຸດ​ຄົ້ນ​ແລະ​ແຈກ​ຢາຍ​ຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ​ ໃຫ້​ແກ່​ການ​ປະຕິບັດ​ເປົ້າ​ໝາຍ. ຫຼີກ​ລ່ຽງການ​ລຳອຽງ, ອະຄະຕິ ຫຼື​ຍ້ອນ​ຜົນ​ປະ​ໂຫດ​ພາກສ່ວນ​ ໃນ​ການ​ຈັດການ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ.

​ເບິ່ງ​ຍ້ອນ​ຫຼັງ​ປະຫວັດ​ການພັດທະນາ​ເສດຖະກິດ​ຕະຫຼາດ, ການ​ຄັດ​ເລືອກ​ລັດ​ຫຼື​ຕະຫຼາດ​ນັ້ນ​ ມັນ​ຕິດ​ກັບ​ປະສິດທິ​ຜົນ​ການ​ເຕີບ​ໂຕ. ​ໄດ້​ມີ​ຄວາມ​ຫຼົ້ມ​ເຫຼວຍ້ອນ​ລຳອຽງ​ໄປ​ທາງ​ລັດ ຫຼື​ລຳອຽງ​ໄປ​ທາງ​ຕະຫຼາດ. ​ໃນ​ຊຸມປີ​ທີ່​ຜ່ານ​ມາ​ມໍ່​ນີ້ ວົງ​ການ​ນັກ​ຄົ້ນຄວ້າ​ບໍ່​ຄ່ອຍ​ເວົ້າ​ກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​ພັກ​ຫຼາຍ​ຫຼື​ໜ້ອຍ, ກໍ່​ຄື​ຕະຫຼາດ​ຫຼາຍ​ຫຼື​ໜ້ອຍ. ​ແຕ່​ໄດ້​ສົນ​ໃຈ​ຕໍ່​ບັນຫາ: ຕະຫຼາດມີ​ປະສິດທິ​ຜົນ​ກວ່າ ​ຫຼື ​ລັດ​​ມີ​ປະສິດທິ​ຜົນ​ຫຼາຍ​ກວ່າ. ​ແລະ​ໃນ​ພາກ​ຕົວ​ຈິງ​ແຫ່ງ​ການ​ເຄື່ອນ​ໄຫ​ວຂອງ​ບັນດາ​ພື້ນຖານ​ເສດຖະກິດ ກໍ່​ຄື​ໃນ​ການ​ຈັດການ​ແກ້​ໄຂ​ສາຍ​ພົວພັນ​ນີ້, ປະສິດທິ​ຜົນ​ຂອງ​ການ​ເຕີບ​ໂຕ​ແມ່ນ​ສິ່ງ​ວັດ​ແທກ ປະ​ເມີນ​ຄ່າ ​ໃນ​ການ​ຄັດ​ເລືອກ​ລັດ​ຫຼື​ຕະຫຼາດ.

ທັດສະນະ​ກ່ຽວ​ກັບການພັດທະນາ​ໃນ​ປະຈຸ​ບັນ​ແມ່ນ ມຸ່ງ​ໄປ​ສູ່​ການ​ພັດທະນ​ແບບ​ຍືນ​ຍົງ, ໝາຍ​ຄວາມ​ວ່າ ບໍ່​ພຽງ​ແຕ່​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ສູງ​ເທົ່າ​ນັ້ນ, ​ແຕ່​ໄປ​ພ້ອມກັນ​ກັບ​ການ​​ເຕີບ​ໂຕ​​ເສດຖະກິດນັ້ນ ຕ້ອງ​ແກ້​ໄຂ​ບັນຫາ​ສັງຄົມ​ແລະ​ສິ່ງ​ແວດ​ລ້ອມ​ໃຫ້​ໄດ້​ເປັນ​ຢ່າງ​ດີ. ດັ່ງ​ນັ້ນ, ການ​ຈັດການ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ ກໍ່​ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ການ​ເຕີບ​ໂຕ​ເສດຖະກິດ​ເທົ່າ​ນັ້ນ, ​ແຕ່​ຕິດ​ກັບ​ການ​ເຕີບ​ໂຕ​ເສດຖະກິດ​ນັ້ນ​ ຕ້ອງ​ຮັບປະກັນ​ໃຫ້​ສັງຄົມ​ມີ​ຄວາມ​ໝັ້ນຄົງ​ແລະ​ພັດທະນາ, ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ, ປະຊາຊົນ​ດຳລົງ​ຊີວິດ​ຢູ່​ໃນ​ສະພາບ​ແວດ​ລ້ອມ​ທີ່​ສົດ​ໃສ, ບໍ່​ມີ​ມົນ​ລະ​ພິດ.

ທີ​ສອງ, ລັດ​ຈະບໍ່​ແຊກ​ແຊງ​ເມື່ອ​ຕະຫຼາດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິຜົນ ​ແລະ ລັດ​ພຽງ​ແຕ່​ເຮັດ​ໃນ​ສິ່ງ​ທີ່​ຕະຫຼາດ​ບໍ່​ສາມາດ​ເຮັດ​ໄດ້ ຫຼື​ຕະຫຼາດ​ເຮັດ​ວຽກ​ຢ່າງ​ບໍ່​ມີ​ປະສິດທິ​ຜົນ.

​ເສດຖະກິດ​ຕະຫຼາດດຳ​ເນີນ​ການ​ຕາມ​ບັນດາ​ກົດ​ເກນ​ພາວະ​ວິ​ໄສ, ກົນ​ໄກ​ຕະຫຼາດ​ແມ່ນ​ກົນ​ໄກ​ທີ່​ລະດົມ​ແລະ​ນຳ​ໃຊ້ບັນດາ​ແຫຼ່ງພະລັງ​ຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ, ດັ່ງ​ນັ້ນ ​ໃນ​ເມື່ອ​ຕະຫຼາດ​ກຳລັງ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ລັດ​ບໍ່​ຄວນ​ເຂົ້າ​ແຊກ​ແຊງ​ເພື່ອ​ບິດ​ເບືອນ​ຕະຫຼາດ. ການ​ປະຕິບັດ​ໄດ້​ພິສູດ​ແລ້ວວ່າ, ພື້ນຖານ​ເສດຖະກິດທີ່​ບໍ່​ແມ່ນ​ຕະຫຼາດ​ໂດຍ​ລັດ​ຂັບ​ນຳ​ໄດ້​ຖືກ​ລົ້ມ​ເຫຼວ, ເມື່ອລັດ​ແຊກ​ແຊງ​ຫຼາຍ​ເກີນ​ໄປ​ກໍ່​ໄດ້​ຫຼຸດຜ່ອນ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ຕະຫຼາດ ​ແລະ ຫຼຸດຜ່ອນ​ປະສິດທິ​ຜົນ​ຂອງ​ການ​ຜະລິດ, ທຸລະ​ກິດ.

ຫຼັກການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ​ແມ່ນ ຮັບປະກັນຜົນ​ກຳ​ໄລ​ເພີ່ມ​ຂຶ້ນ. ​ແຕ່, ​ໃນ​ພື້ນຖານ​ເສດຖະກິດ​ມີ​ບາງຂົງ​ເຂດ, ​ບາງ​ຄັ້ງ ຊຶ່ງ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ນັ້ນ​ບໍ່​​ໄດ້​ກຳ​ໄລ​ສະ​ເຫຼ່ຍ, ບໍ່​ກະ​ຕູ້ນການ​ມີ​ສ່ວນ​ຮ່ວມ​ຂອງ​ເອກະ​ຊົນ, ​ແຕ່​ນັ້ນ​ພັດ​ແມ່ນ​ຂົງ​ເຂດ​ທີ່​ຮັບປະກັນ​ເງື່ອນ​ໄຂ​ໃຫ້​ແກ່​ການຜະລິດ​ເວົ້າ​ລວມ ກໍ່​ຄື​ຮັບປະກັນຄວາມ​ປອດ​ໄພ​ທາງ​ສັງຄົມ, ບັງຄັບ​ໃຫ້​ລັດ​ເຂົ້າ​ຮ່ວມ ຫຼື​ຜ່ານ​ກົນ​ໄກ​ນະ​ໂຍບາຍ​ເພື່ອ​ດັດສົມ, ສ້າງ​ໂອກາດ​ໃຫ້​ຕະຫຼາດດຳ​ເນີນ​ງານ (​ເຊັ່ນ​ສິນຄ້າ​ສາທາລະນະ, ບັນດາ​ຂົງ​ເຂດ​ທຸລະ​ກິດ​ໃໝ່ທີ່​ມີ​ຄວາມ​ສ່ຽງ...).

​ແຕ່, ການ​ແຊກ​ແຊງ​ຂອງ​ລັດ​ຕ້ອງ​ອີງ​ໃສ່​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ ​ແລະ ທ່າ​ແຮງ​ດ້ານ​ເສດຖະກິດ​ຂອງ​ລັດ. ສຳລັບ​ລັດ​ທີ່​​ຄວາມ​ສາມາດ​ໃນ​ການ​ຄຸ້ມ​ຄອງ​ແລະ​ທ່າ​ແຮງ​ດ້ານ​ເສດຖະກິດຍັງ​ຕ່ຳ, ລັດ​ພຽງ​ແຕ່​ສຸມ​ໃສ່​ພາລະ​ໜ້າ​ທີ່​ພື້ນຖານ, ສະໜອງ​ສິນຄ້າ​ສາທາລະນະ​ທີ່​ບໍລິສຸດ, ​ເຊັ່ນ ປົກ​ປ້ອງສິດ​ກຳມະສິດ​ຊັບ​ສິນ, ສະຖຽນ​ລະ​ພາບ​ທາງ​ເສດຖະກິດ​ມະຫາ​ພາກ, ການ​ຄວບ​ຄຸມພະ​ຍາດ, ຖະໜົມ​ຫົນທາງ, ນ້ຳ​ສະອາດ ​ແລະ ຄວາມ​ປອດ​ໄພ​ສຳລັບ​ຄົນ​ທຸກ​ຍາກ. ​ເມື່ອຄວາມ​ສາມາດ​ຂອງ​ລັດ​ໄດ້​ຮັບ​ການ​ຍົກ​ສູງ, ການ​ແຊກ​ແຊງ​ຂອງລັດອາດ​ຈະ​ມຸ່ງ​ໄປ​ສູ່​ພາລະ​ໜ້າ​ທີ່​ຕົວ​ກາງ, ​ເຊັ່ນ ການ​ຄຸ້ມ​ຄອງ​ຜົນ​ກະທົບ​ຈາກ​ພາຍ​ນອກ, ດັດ​ປັບ​ການ​ຜູກຂາດ​​ແລະ​ປະກັນ​ສັງຄົມ... ສຳລັບ​ລັດ​ທີ່​ມີ​ຄວາມ​ສາມາດສູງ ​ຈະ​ປະຕິບັດພາລະ​ໜ້າ​ທີ່ກວ້າງ​ກວ່າ, ​ເປັນ​ເຈົ້າ​ການ​ແລະ​ຕັ້ງໜ້າ​ສົມທົບ​ກັບບັນດາ​ຕະຫຼາດ, ຫຼໍ່ລ້ຽງ​ຕະຫຼາດ​ໃຫ້​ມີ​ການ​ພັດທະນາ, ​ເປີດ​ໂອກາດ​ເພື່ອ​ໃຫ້​ຕະຫຼາດ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ ໃນ​ບັນດາ​ຂະ​ແໜງເສດຖະກິດ-ສັງຄົມ.

ທີ​ສາມ, ການຈັດການ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ ຕ້ອງ​ສອດຄ່ອງ​ກັບ​ແຕ່ລະ​ໄລຍະ​ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ.

ການ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ​ແມ່ນ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ ໃນ​ຂະ​ບວນການ​ພັດທະນາ​ເສ​ດຖະກິດ​ຕະຫຼາດ. ​ແຕ່​, ​ເພາະວ່າ​ບັນດາ​ສ່ວນ​ປະກອບ​ຂອງ​ຕົວ​ມັນ​ເອງ​ບໍ່​ມີ​ການ​ພັດທະນາ​ທີ່​ເໝາະ​ສົມ ດັ່ງ​ນັ້ນ ສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ​ຈຶ່ງ​ເປັນ​ການ​ປະຕິ​ສຳພັນ​ສະໜັບສະໜູນ​ທີ່​ບໍ່​ສົມສ່ວນ. ພາລະ​ບົດບາດ, ໜ້າ​ທີ່​ຂອງ​ພວກ​ມັນ​ເອງ​ ກໍ່​ມີ​ການ​ພັດທະນາ ​ແລະ ​ໄດ້​ຮັບ​ການ​ດັດສົມ​ ພ້ອມ​ກັນ​ກັບ​ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ​ເວົ້າ​ລວມ. ​ເພາະສະ​ນັ້ນ, ການ​ກຳນົດບົດບາດ​ແລະ​ຕຳ​ແໜ່​ງສະ​ເພາະ​ຂອງ​ບັນດາ​ສ່ວນ​ປະກອບຢູ່​ບັນດາ​ພື້ນຖານ​​ເສດຖະກິດ​ຕະຫຼາດທີ່​ຕ່າງ​ກັນ ​ແມ່ນ​ບໍ່​ຄື​ກັນ, ​ແລະ​ກໍ່​ບໍ່​ຄື​ກັນ​ໃນ​ບັນດາ​ໄລຍະ​ການ​ພັດທະນາ​ທີ່​ຕ່າງ​ກັນ​ ຂອງ​ແຕ່​ລະ​ພື້ນຖານ​ເສດຖະກິດ. ການ​ຈັດການ​ແກ້​ໄຂ​ສາຍ​ພົວພັນ​ນີ້ຕ້ອງ​ໄຫວ​ພິບ​ ແລະ ຂະຫຍັນ​ຂັນ​ເຄື່ອນ​ທີ່​ສຸດ: 1- ​ໃນ​ເມື່ອ​ທີ່​ຕະຫຼາດ​ຍັງ​ບໍ່​ທັນ​ພັດທະນາ, ລັດ​ຕ້ອງ​ເຂົ້າ​ແຊກ​ແຊງ, ສ້າງ​ການ​ພັດທະນາ​ຂອງ​ຕະຫຼາດ ​ໂດຍ​ຜ່ານ​ກົນ​ໄກ, ນະ​ໂຍບາຍ ​ແລະ ​ເປັນ​ເຈົ້າ​ການ​ສ້າງ “ພື້ນ​ທີ່” ​ໃຫ້​ຕະຫຼາດ​ເສີມ​ຂະຫຍາຍ​ຄຸນ​ປະ​ໂຫຍ​ດ. ຄື​ແນວ​ນັ້ນ​ແມ່ນ, ພ້ອມ​ກັນ​ກັບ​ຂະ​ບວນການ​ກໍ່ສ້າງ, ພັດທະນາ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ, ລັດ​ກໍ່​ຕ້ອງ​ປັບ​ລະດັບ​ການ​ແຊກ​ແຊງຢ່າງ​ເໝາະ​ສົມ ອີງ​ໃສ່​ມາດຕະຖານ​ທົ່ວ​ໄປ ຄື​ປະສິດທິ​ຜົນ​ຂອງ​ຂະ​ບວນການ​ພັດທະນາ. 2- ການ​ຈັດການ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດຕ້ອງ​ຮອບດ້ານ​ແລະ​ຄົບ​ຊຸດ, ຕິດ​ກັບຄວາມ​ເປັນ​ຈິງ​ຂອງ​ແຕ່​ລະບາດ​ກ້າວ​ການ​ພັດທະນາ​ຂອງ​ກຳລັງ​ການ​ຜະລິດສັງຄົມ ​ແລະ ​ເອົາ​ໃຈ​ໃສ່​ບໍ່​ພຽງ​ແຕ່​ດ້ານ​ກຳມະສິດ, ​ແນ​ໃສ່ປຸກ​ກະ​ຕູ້ນ​ແລະ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ​ເທົ່າ​ນັ້ນ, ​ແຕ່​ຍັງ​ເອົາ​ໃຈ​ໃສ່​ທັງ​ດ້ານ​ການ​ແຈກ​ຢາຍ, ການ​ແລກປ່ຽນ​ຄ້າຂາຍ ແລະ ການ​ບໍລິ​ໂພ​ກ. ​ໃນ​ການ​ແລກປ່ຽນ​ຄ້າຂາຍ, ລາຄາ​ຕ້ອງອີງ​ໃສ່​ຕະຫຼາດ. ​ໃນ​ການ​ແຈກ​ຢາຍ ຕ້ອງ​ຮັບປະກັນ​ຫຼັກການ​ຕະຫຼາດ​ໃນ​ການ​ແຈກ​ຢາຍ​ຄັ້ງ​ທຳ​ອິດ ​ແລະ ລັດ​ເຂົ້າ​ແຊກ​ແຊງ​ໃນ​ການ​​ແຈກ​ຢາຍ​ຄືນ​ໃໝ່ ​ເພື່ອ​ຮັບປະກັນ​ຄວາມ​ຍຸດຕິ​ທຳ, ສະ​ເໝີ​ພາບ, ຫຼຸດຜ່ອນ​ການ​ຜັນ​ແຍກ​ຮັ່ງມີ​ ທຸກ​ຍາກ. 3- ຍົກ​ສູງ​ປະສິດທິພາບ​ແລະ​ປະສິດທິ​ຜົນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ລັດ, ລວມທັງຂັ້ນ​ສູນ​ກາງ​ແລະ​ຂັ້ນ​ທ້ອງ​ຖິ່ນ. ຖ້າ​ຫາກ​ລັດຖະບານ​ບໍ່​ມີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນ, ບໍ່​ແມ່ນ​ລັດຖະບານ​ສ້າງສັນ ຈະ​ບໍ່​ສາມາດ​ຈັດການ​ແກ້​ໄຂ​ສາຍ​ພົວພັນ​ນີ້​ຢ່າງ​ດີ​ໄດ້. ກໍ່ສ້າງ​ລັດຖະບານ​ທີ່​ສ້າງສັນ, ຊື່ສັດ​ທ່ຽງ​ທຳ, ​ກະທຳ​ແລະ​ຮັບ​ໃຊ້ ​ແມ່ນ​ໄດ້​ສ້າງ​ສະ​ຖາ​ບັນ​ການ​ຄຸ້ມ​ຄອງ​ບໍລິຫານ​ທີ່​ມີ​ປະສິດທິ​ຜົນ, ລັດຖະບານ​ທີ່​ເຂັ້ມ​ແຂງ, ການ​ບໍລິການ​ພົນລະ​ເຮືອນ​ແບບ​ມື​ອາຊີບ, ກະທັດ​ລັດຮັດກຸມ, ​ໂປ່​ງ​ໃສ, ​ເພື່ອ​ປະຊາຊົນ. ນີ້​ແມ່ນ​ພື້ນຖານ​ເພື່ອ​ຄຸ້ມ​ຄອງ​ເສດຖະກິດ​​ເວົ້າ​ລວມ​ໄດ້ເປັນ​ຢ່າງ​ດີ ​​ແລະ ​ຈັດການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ​ເວົ້າສະ​ເພາະ​ໄດ້​ເປັນ​ຢ່າງ​ດີ.

ດັ່ງ​ນັ້ນ ການ​ຈັດການ​ແກ້​ໄຂ​ສາຍ​ພົວພັນ​ນີ້​ຕ້ອງ​ສອດ​ຄ່ອງ​ກັບ​ລະດັບ​ການ​ພັດທະນາ​ໃນ​ແຕ່ລະ​ໄລຍະ ກົງ​ກັບ​ຄວາມ​ສາມາດ​ຕົວ​ຈິງ​ ແລະ ລະ​ດັບ​ທີ່​ມີ​ຢູ່​ຂອງ​ຕະຫຼາດ. ບໍ່​ຄວນກຳນົດ​ບົດບາດ​ຂອງ​ລັດ​ໃຫຍ່​ເກີນ​ໄປ ຫຼື​ບົດບາດ​ພຽງພໍ​ຄົບ​ຖ້ວນ​ຂອງ​ຕະຫຼາດ, ​ແລະ ​ກົງ​ຂ້າມ, ​ໃນຄວາມ​ເປັນ​ຈິງ ​ການ​ພັດທະນາ​ຂອງ​ສອງອົງປະກອບ​ນີ້ຍັງ​ຖືກ​ຈຳກັດ ຫຼື​ຍັງ​ບໍ່​​ມີ​ການ​ພັດທະນາ​ທີ່​ເໝາະ​ສົມ.

ທີ​ສີ່, ຄວາມ​ກົມກຽວ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດລະຫວ່າງ​ລັດ, ວິ​ສາ​ຫະກິດ ​ແລະ​ ປະຊາຊົນ​ ໃນ​ຂະ​ບວນການ​ຈັດການ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ.

ຄວາມ​ເປັນ​ຈິງ​ຂອງ​ບັນດາ​ພື້ນຖານ​​ເສດຖະກິດ​ຕະຫຼາດທີ່​ຂະຫຍາຍຕົວ​ແລ້ວ​ ໄດ້​ໃຫ້​ເຫັນ​ວ່າ, ​ໃນ​ພື້ນຖານ​​ເສດຖະກິດ​ເຄີຍ​ມີ​ສາຍ​ພົວພັນ 3 ຝ່າຍ: ວິ​ສາ​ຫະກິດ, ປະ​ຊາຊົນ ​ແລະ ລັດ. ​ແຕ່​ລະ​ສ່ວນ​ປະກອບ​ໃນ​ສາຍ​ພົວພັນ​ນີ້​ ມີ​ພາລະ​ໜ້າ​ທີ່, ​ເປົ້າ​ໝາຍ​ການ​ເຄື່ອນ​ໄຫວ​ທີ່​ແຕກ​ຕ່າງ​ກັນ ​ແລະ ​ຜົນ​ປະ​ໂຫຍ​ດທີ່​ຕ່າງ​ກັນ.

ສຳລັບ​ວິ​ສາ​ຫະກິດ: ດ້ວຍ​ພາລະ​ໜ້າ​ທີ່ການ​ຜະລິດ, ສ້າງ​ສິນຄ້າ - ບໍລິການ​ອອກ​ມາ​ ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ຜະລິດ ​ແລະ ບໍລິ​ໂພ​ກຂອງ​ສັງຄົມ. ຂະ​ບວນການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະກິດ​ຕ້ອງ​ຮັບປະກັນ​ປະສິດທິ​ຜົນ​ເສດຖະກິດ, ​ເພື່ອ​ຜົນ​ກຳ​ໄລ, ດັ່ງ​ນັ້ນ​ຄວາມ​ປາຖະໜາ​ຂອງ​ວິ​ສາ​ຫະກິດ​ແມ່ນ​ຜົນ​ກຳ​ໄລ, ​ແມ່ນ​ຍົກ​ສູງຄຸນຄ່າ​ເພີ່ມ.

ລັດ​ແມ່ນ​ອົງການ​ອຳນາດ​ທີ່​ຄວນ​ໃຊ້​ອຳນາດ​ເພື່ອ​ກຳນົດ​ທິດ​ການ​ພັດທະນາເສດຖະກິດ-ສັງຄົມ. ດັ່ງ​ນັ້ນ, ຄວາມ​ປາຖະໜາ​ຂອງ​ທຸກໆ​ລັດ​ແມ່ນ ສັງຄົມ​ນັບ​ມື້ພັດທະນາ​ຄວາມ​ສີວິ​ໄລ, ທັນ​ສະ​ໄໝ ​ພາຍ​ໃຕ້​ການນຳພາ​ແລະ​ການ​ຄຸ້ມ​ຄອງ​ຂອງ​ລັດເອງ.

ປະຊາຊົນ​ແມ່ນ​ຜູ້​ອອກ​ແຮງ​ງານ, ສະໜອງ​ບັນດາ​ປັດ​ໄຈ​ສົ້ນ​ເຂົ້າທີ່​ສຳຄັນ​ໃຫ້​ຕະຫຼາດ, ທັງ​ເປັນ​ຜູ້​ບໍລິ​ໂພກ, ດັ່ງ​ນັ້ນ ​ເປົ້າ​ໝາຍ​ຂອງ​ເຂົາ​ແມ່ນ ​ໄດ້​ຮັບ​ລາຍ​ໄດ້​ຫຼາຍ​ເພື່ອ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່ທີ່​ດີ​ຂຶ້ນ​ເລື້ອຍໆ.

ສັງຄົມ​ທີ່​ຢາກ​ພັດທະນາ​ຕາມ​ທິດ​ຕະຫຼາດ ​ແມ່ນ​ຕ້ອງ​ຈັດການແກ້​ໄຂຜົນ​ປະ​ໂຫຍ​ດຂອງ​ບັນດາສ່ວນ​ປະກອບ​ຂ້າງ​ເທິ​ນນີ້​ຢ່າງ​ກົມກຽວ. ​ເພາະວ່າ, ຖ້າ​​ເນັ້ນ​ໜັກຕະຫຼາດ​ເກີນ​ໄປ ມັນ​ຈະ​ສ້າງ​ສັງຄົມ​ເພື່ອ​ຜົນ​ກຳ​ໄລ​ເທົ່າ​ນັ້ນ ​​ໂດຍ​ບໍ່​ສົນ​ໃຈ​ຄຸນຄ່າ​ມະນຸດ​ອະລິຍະ​ທຳ​ໃນ​ຊີ​ວິ​ດສັງຄົມ...; ຖ້າ​ເນັ້ນ​ໜັກ​ລັດ​ເກີນ​ໄປ ມັນ​ຈະ​ພາ​ໃຫ້​ລັດ​ກາຍ​ເປັນ​ຜູ້​ລວມສິດ​ອຸ້ມ​ວຽກ, ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເກີນ​ກວ່າ​ຄວາມ​ສາມາດ​ຂອງ​ຕົນ ​ແລະ ຈະ​ຖືກ “​ເສຍ​ຄ່າ”, ຖ້າ​ພຽງ​ແຕ່​ເນັ້ນ​ໜັກ​ເຖິງ​ຜົນ​ປະ​ໂຫຍ​ດຂອງປະຊາຊົນ​ເທົ່າ​ນັ້ນ ສັງຄົມ​ຈະ​ບໍ່​ມີຄວາມ​ຮັ່ງມີ​ພຽງພໍ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຊົມ​ໃຊ້​ທີ່​ເພີ່ມ​ຂຶ້ນ​ເລື້ອ​ຍໆ​ຂອງ​ປະຊາຊົນ, ​ເພາະວ່າ ການບໍລິ​ໂພ​ກບໍ່​ສາມາດ​ເກີນ​ຄວາມ​ສາມາດ​ຂອງ​ຄວາມ​ຮັ່ງມີ​ທີ່​ມີ​ຢູ່.

ດັ່ງ​ນັ້ນ, ສາຍ​ພົວພັນທາງ​ດ້ານ​ຜົນ​ປະ​ໂຫຍ​ດລະຫວ່າງ​ລັດ, ວິ​ສາ​ຫະກິດ ​ແລະ ປະຊາຊົນ ​ເປັນ​ສິ່ງ​ຊີ້​ຂາດການ​ຈັດການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ, ​ແລະ​ກົງກັນຂ້າມ, ​ໃນ​ການ​ຈັດການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ​ນັ້ນ ຕ້ອງ​ຊາບ​ຊຶມ​ຢູ່​ສະ​ເໝີ​ເຖິງ​ຫຼັກການຮັບປະ​ກັບ​ຜົນ​ປະ​ໂຫຍ​ດຂອງ​ທັງ​ສາມ​ສ່ວນ​ປະກອບ: ລັດ, ວິ​ສາ​ຫະກິດ ​ແລະ ປະຊາຊົນ.

ທີ​ຫ້າ, ການ​ຈັດການ​ແກ້​ໄຂສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ ຕ້ອງ​ຕັ້ງ​ຢູ່​ໃນ​ສາຍ​ພົວພັນຫຼາຍ​ດ້ານ ລັດ - ຕະຫຼາດ - ສັງຄົມ.

ອາດ​ຈະ​ເວົ້າ​ວ່າ ສາຍ​ພົວພັນລັດ - ຕະຫຼາດ - ສັງຄົມ ​ແມ່ນ​ສາຍ​ພົວພັນ​ທີ່​ປົກ​ຄຸມ​ໃນ​ພື້ນຖານ​​ເສດຖະກິດ​ຕະຫຼາດ. ​ໃນ​ທິດ​ສະ​ດີ​ເສດຖະສາດມີຫຼາຍ​ຝ່າຍ​ທິດ​ສະ​ດີ​ທີ່​ຕ່າງ​ກັນ, ຈາກ​ການ​ເນັ້ນ​ໜັກ​ບົດບາດ​ຂອງ​ຕະຫຼາດ, ​ເຖິງ​ເນັ້ນ​ໜັກ​ບົດບາດ​ຂອງ​ລັດ ຫຼື​ການ​ເນັ້ນ​ຄວາມ​ຈຳ​ເປັນ​ຂອງ​ທັງ​ລັດ​ແລະ​ຕະຫຼາດ ​ໃນພື້ນຖານ​ເສດຖະກິດ​ປະສົມ. ຄຽງ​ຂ້າງ​ນັ້ນ, ​ໃນ​ບັນດາ​ພື້ນຖານ​​ເສດຖະກິດ​ຕະຫຼາດທີ່​ຂະຫຍາຍຕົວ​ແລ້ວ, ບົດບາດ​ຂອງ​ສັງຄົມ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃ​ຈ​ໃສ່​ໃນ​ການ​ເພີ່ມ​ເຕີມ​ແລະຕິດຕາມ​ກວດກາ​ຕໍ່​ຕະຫຼາດ​ແລະ​ລັດ, ຊ້ຳ​ບໍ່​ໜຳ ພາຍຫຼັງ​ຄວາມ​ລົ້ມ​ເຫຼວຂອງ “ສັນ​ທາມະຕິ​ວໍ​ຊິງ​ຕັນ” ຫຼາຍປະ​ເທດ​ໄດ້​ຕັ້ງ​ແຜນ​ຫຼຸດຜ່ອນ​ຕະຫຼາດ, ສົ່ງ​ເສີມ​ສັງຄົມ.

ການ​ພົວພັນ​ລະຫວ່າງ​ລັດ​ແລະຕະຫຼາດ​ເກີດ​ຂຶ້ນ​ໃນ​ສະພາບ​ແວດ​ລ້ອມ​ສັງຄົມ​ທີ່​ແນ່ນອນ, ດັ່ງ​ນັ້ນ ​ມັນ​ຖືກ​ຜົນ​ກະທົບ​ຈາກ​ປັດ​ໄຈ​ສະພາບ​ແວດ​ລ້ອມ​ສັງຄົມ. ຄຽງ​ຂ້າງ​ລັດ​ແລະ​ຕະຫຼາດ, ບັນດາ​ປັດ​ໄຈ​ສັງຄົມ​ແລະ​ການຈັດ​ຕັ້ງ​ສັງຄົມ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ເປັນ​ປະຈຳ ​ເຖິງ​ລັດ​ແລະ​ຕະຫຼາດ ກໍ່​ຄື​ເຖິງ​ການ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ.

ຄວາມ​ເປັນ​ຈິງ​​ໃຫ້​ເຫັນ​ວ່າ, ດ້ວຍການ​ພັດທະນາຢ່າງ​ແຂງ​ແຮງ​ໃນ​ຂະໜາດ​ບັບມື້​ນັບ​ໃຫຍ່​ ຂອງ​ການ​ຜະລິດ​ສັງຄົມ, ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດ​ບໍ່​ສາມາດປົກ​ຄຸມ​ທຸກ​ດ້ານ​ຂອງ​ຊີວິດ​ເສດຖະກິດ - ສັງຄົມ, ກໍ່​ຄື​ເຖິງ​ທຸກ​ຄົນ​ທຸກ​ພາກສ່ວນ​ສັງຄົມ. ​ແລະ​ຄວາມ​ຕ້ອງການ​ທີ່​ວາງ​ອອກ​ມາ​ຢ່າງ​ຫຼີກລ່ຽງບໍ່​ໄດ້​ແມ່ນ ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ຕ້ອງ​ເຂົ້າ​ຮ່ວມ​ໃນ​ການ​ແກ້​ໄຂ ຫຼື​ສົ່ງ​ຜົນກະທົບ​ຕໍ່​ລັດ​ ເພື່ອ​ໃຫ້ມີວິທີ​ແກ້​ໄຂທີ່​ສົມ​ເຫດ​ສົມ​ຜົນ. ​ໃນ​ການ​ພົວພັນ​ກັບ​ລັດ, ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມຈະ​ເຂົ້າຮ່ວມຂະ​ບວນການ​ກຳນົດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ, ​​ເປັນ​ຜູ້​ປະຕິບັດ​ແລະ​ຕິດຕາມ​ກວດກາ​ຂະ​ບວນການ​ປະຕິບັດ​ນະ​ໂຍບາຍ. ດັ່ງ​ນັ້ນ ຕ້ອງການ​ພື້ນ​ທີ່​ແລະ​ເງື່ອນ​ໄຂ​ແທ້​ຈິງ ​ເພື່ອ​ໃຫ້ບັນດາອົງການ​ຈັດ​ຕັ້ງ​ສັງຄົມ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ ໃນ​ການ​ສະໜັບສະໜູນ​ແລະ​ຕິດຕາມ​ກວດກາ​ລັດ.

​ໃນ​ການ​ພົວພັນ​ກັບ​ຕະຫຼາດ, ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ແມ່ນ​ພາກສ່ວນ​ໜຶ່ງ​ໃນ​ລະບົບ​ການ​ເມືອງທີ່​ປະຕິບັດ​ການ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ປະຊາຊົນ ຈາກ​ຜົນ​ກະທົບ​ຂອງ​ຕະຫຼາດ. ​ຄວາມ​ເປັນ​ຈິງ, ການ​ພັດທະນາ​ຂອງ​ຕະຫຼາດ​ໄດ້​ຊຸກຍູ້​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມຂະຫຍາຍຕົວ, ສ້າງ​​ເງື່ອນ​ໄຂຍົກ​ສູງ​ບົດບາດ​ຂອງ​​ພາກສ່ວນ​ສັງຄົມ​ ໃນ​ການ​ກໍ່ສ້າງ​ແລະ​ພັດທະນາ​ເສດຖະກິດ. ເມື່ອ​ຜົນ​ປະ​ໂຫຍ​ດສັງຄົມ​ຖືກຄອບ​ງຳ​ໂດຍ​ການ​ພັດທະນາຢ່າງ​ເສລີ​ຂອງ​ຕະຫຼາດ ຈະ​ພາ​ໃຫ້​ເກີດບັນດາ​ບັນຫາຕ່າງໆ ​ໃນການ​ພົວພັນ​ລະຫວ່າງ​ຕະຫຼາດ​ແລະ​ສັງຄົມ​. ຕາມ​ທຳ​ມະ​ດາ, ຕາມ​ພາລະ​ໜ້າ​ທີ່, ລັດ​ຈະ​ເຂົ້າ​ແຊກ​ແຊງ, ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ, ​ແຕ່ບໍ່​ແມ່ນວ່າ​ເວລາ​ໃດ ລັດ​ກໍ່​ສາມາດ​ເອົາ​ໃຈ​ໃສ່​ແລະ​ແກ້​ໄຂ​ທຸກໆ​ບັນຫາ​ໄດ້ຢ່າງ​ທັນ​ການ. ​ແລະ​ຕາມປົກກະຕິ, ສັງຄົມ​ເປັນ​ຜູ້​ທຳ​ອິດ​ທີ່ຮູ້ສຶກເຖິງຜົນ​ກະທົບ​ຈາກ​ການ​ບ່ຽງເບ​ນມາດຕະຖານ​ຂອງ​ຕະຫຼາດ. ​ເຊັ່ນ​ບັນຫາ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ຄວາມ​ປອດ​ໄພ​ຂອງ​ອາຫານ...

ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ສັງຄົມ​ແລະ​ຕະຫຼາດ, ກ່ອນ​ອື່ນ, ​ແມ່ນ​ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ແລະ​ວິ​ສາ​ຫະກິດ ​ເພື່ອ​ແນ​ໃສ່​ສ້າງ​ສະພາບ​ແວດ​ລ້ອມ​ໃຫ້ການ​ພັດທະນາ, ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ສັງຄົມ. ກົນ​ໄກ​ແກ້​ໄຂ​ສາຍ​ພົວພັນ​ນີ້​ແມ່ນ ຜ່ານ​ບັນດາ​ຂະ​ບວນການ​ແລະການ​ປະກອບ​ຄວາມ​ເຫັດ​ຂອງ​ປະຊາຊົນ, ຈາກ​ນັ້ນ​ ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ບັງຄັບ​ໃຫ້​ວິ​ສາ​ຫະກິດຕ້ອງປັບປຸງພຶດຕິ​ກຳ​ໃນ​ການ​ຜະ​ລິດ, ​​ແຈກ​ຢາຍ, ແລກປ່ຽນ ​ແລະ​ ບໍລິ​ໂພ​ກ. ທີ​ສອງ, ສົ່ງ​ຜົນ​ກະທົບ​ທາງ​ອ້ອມ​ຕໍ່​ລັດ​ ເພື່ອສ້າງ​ຂໍ້​ກຳນົດ​ຕ່າງໆ ​ແນ​ໃສ່​ດັດ​ປັບ​ການ​ກະທຳ​ຂອງ​ວິ​ສາ​ຫະກິດ ກໍ່​ຄື​ປະຕິບັດ​ການ​ຕິດຕາມ​ກວດກາຂະ​ບວນການ​ເຄື່ອນ​ໄຫວ, ວິຈານ​ຍຸດ​ທະ​ສາດ​ແລະ​ໂຄງການ​ພັດທະນາ​ຂອງ​ວິ​ສາ​ຫະກິດ.ທີ​ສາມ, ​ເຊື່ອມ​ໂຍງ​ເຄືອ​ຂ່າຍ​ສັງ​ຄົມ, ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ສາມ, ຂຸດ​ຄົ້ນ​ຊັບພະຍາກອນ​ ເພື່ອ​ປະຕິບັດ​ການ​ຄຸ້ມ​ຄອງ​ຕົນ​ເອງ, ສະໜັບສະໜູນ​ສະຫະພັນ​ຕ່າງໆ, ປົກ​ປ້ອງ​ກຸ່ມ​ສ່ຽງດ້ອຍ​ຄວາມ​ສາມາດ... ທີ​ສີ່, ກໍ່ສ້າງ​ບັນດາ​ວິ​ສາ​ຫະກິດ​ສັງຄົມ, ສະໜອງ​ການ​ບໍລິການ​ທີ່​ບໍ່​ສະ​ແຫວງຫາ​ຜົນ​ກຳ​ໄລ, ຈາກ​ນັ້ນ​ ປະກອບສ່ວນ​ຊຸກຍູ້​ການ​ພັດທະນາເສດຖະກິດ-ສັງຄົມ. ທີ​ຫ້າ, ປະຕິບັດ​ບົດບາດ​ສະໜັບສະໜູນ​ລັດ​ ແລະ​ສະໜັບສະໜູນ​ຕະຫຼາດ ​ໃນ​ການ​ຈັດການ​ແກ້​ໄຂ​ສາຍ​ພົວພັນປະຕິ​ສຳພັນ ​ລະຫວ່າງ​ລັດ​ແລະ​ຕະຫຼາດ (​ເຊັ່ນການ​ເກັບ​ຂໍ້​ມູນ​ການ​ຕະຫຼາດ, ສ່ອງ​ແສງ​ໃຫ້​ລັດ​ຈັດການ​ແກ້​ໄຂ, ຫຼື​ສະໜັບສະໜູນ​ລັດ​ໃນ​ການດັດ​ປັບ​ຕະຫຼາດ). ດ້ວຍ​ບົດບາດ​ດັ່ງກ່າວ, ພາກສ່ວນ​ສັງຄົມ​ໄດ້​ສົ່ງ​ຜົນ​ກະທົບ​ເປັນ​ປະຈຳ​ໃນ​ຕະຫຼອດ​ຂະ​ບວນການ​ຈັດການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ.

ດັ່ງ​ນັ້ນ, ​ເພື່ອ​ໃຫ້​ເສດ​ຖະກິດ​ພັດທະນາ ຕ້ອງສຸມ​ໃສ່​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ​ລັດ​ແລະ​ຕະຫຼາດ​ ພ້ອມ​ກັນ​ນັ້ນ​ ກໍ່​ຕ້ອງ​ແກ້​ໄຂ​ສາຍ​ພົວພັນຫຼາຍ​ດ້ານ​ລະຫວ່າງ​ລັດ - ຕະຫຼາດ - ສັງຄົມ​ອີກ. ສັງຄົມ​ທັງ​ສະໜັບສະໜູນ​ ທັງ​ຕິດຕາມ​ກວດກາ​ຕະຫຼາດ​ແລະ​ລັດ​ ໃນ​ການປະຕິບັດ​ພາລະບົດ​ບາດ, ​ໜ້າ​ທີ່ຂອງ​ຕົນ​ເອງ./.

ຮສ. ປອ. ຫວຸວັນ​ຮ່າ

ຮອງຫົວໜ້າ​ບັນນາທິການ​ໃຫຍ່​ ວາລະສານ​ກອມ​ມູນິດ

----------------------------------

(1) ທະນາຄານ​ໂລກ: ລັດ​​ໃນ​ໂລກ​ກຳລັງ​ປ່ຽນ​ແປງ, ສພຈ. ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 1998, ໜ້າ. 39. ​

(2) ​ເຈືອງ​ເຕິ​ນຊາງ: ກຳ​ໂອກາດ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ປວງ​ຊົນ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ນຳ​​ປະ​ເທດ​ໄປ​ຂ້າງ​ໜ້າ. http://baodatviet.vn/chinh-tri-xa-hoi/chinh-tri-viet-nam/bao-ve-loi-ich-quoc-gia-la-muc-tieu-toi-thuong-3223166/

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານກອມ​ມູນິດ ສະບັບ​ທີ 924 (​ເດືອນ​ສິງຫາ 2019)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ