ວັນອາທິດ, 31/5/2020
ເສີມຂະຫຍາຍບົດບາດຂອງສັງຄົມ ປະກອບສ່ວນເພີ່ມເຕີມໃຫ້ລັດ ແລະຈຳກັດຂໍ້ບົກພ່ອງຂອງຕະຫຼາດ*
16/4/2020 10:24' ສົ່ງ ພິມ
ພັດທະນາໂຮງໝໍທີ່ດຳເນີນງານຕາມຫຼັກການບໍ່ສະແຫວງຫາກຳໄລ ທີ່ສະໜອງໂດຍໜ່ວຍງານນອກພາກລັດ ເພື່ອຍົກສູງຄຸນນະພາບການບໍລິການກວດແລະປົວພະຍາດ ຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂອງປະຊາຊົນ (ພາບປະກອບ)

ຕະຫຼາດ​ມີ​ຂໍ້​ບົກພ່ອງ​ແມ່ນ​ການ​ຫາຜົນ​ກຳ​ໄລ​ສູງ​ສຸດ, ດຳ​ເນີນ​ງານ​ຕາມ​ກົດ​ເກນ “​ເຂັ້ມ​ແຂງ​ຈະ​ມີໄຊ, ອ່ອນ​ແອ​ຈະ​ເສຍ​ໄຊ”, ຍົກ​ເລີກ​ໂອກາດ​ໃນ​ການ​ພັດທະນາ​ຂອງ​ກຸ່ມ​ດ້ອຍ​ໂອກາດ​ໃນ​ສັງຄົມເນື່ອງ​ຈາກ​ສິ່ງ​ກີດຂວາງ​ຂອງ​ສະພາບ​ທຳ​ມະ​ຊາດ, ປັດ​ໄຈ​ທາງ​ຊີວະ​ພາບແຕ່​ກຳ​ເນີ​ດ ຫຼື​ຄວາມ​ສ່ຽງ​ທາງ​ສັງຄົມ. ລັດ​ມີ​ຂໍ້​ຈຳກັດຢູ່​ທີ່ ​ມັນ​ຍາກ​ທີ່​ຈະ​ນຳ​ໃຊ້​ນະ​ໂຍບາຍ​ສັງຄົມ​ໃຫ້​ເປົ້າ​ໝາຍ​ປະຊາກອນທຸກ​ພາກສ່ວນ ​ເມື່ອ​ຊັບພະຍາກອນຂາດ​ແຄນ ຫຼືຖືກ​ຄອບ​ງຳ​ໂດຍ“ກຸ່ມ​ຜົນ​ປະ​ໂຫຍ​ດ” ກໍ່​ຄືສະພາບ​ການ​ອາດຍາ​ສິດ​ຂອງກົງ​ຈັກບໍລິ​ຫາຄຸ້ມຄອງ. ຖ້າ​ຫາກ​ຂາດ​ກົນ​ໄກ​ຄວບຄຸມອຳນາດ​ທີ່​ມີ​ປະ​ສິດທິ​ຜົນ, ວິ​ສາ​ຫະກິດ​ບາງ​ແຫ່ງ​ມັກ​ຈະ​ສົມຮູ້​ຮ່ວມ​ຄິດ​ກັບ​ເຈົ້າ​ໜ້າ​ທີ່​ຂອງ​ລັດ​ທີ່​ເສື່ອ​ມ​ໂຊມ​ປ່ຽນ​ທາດ ​ເພື່ອສ້າງ“ກຸ່ມ​ສະ​ແຫວ​ງຫາ​ປະ​ໂຫຍ​ດ”, ທັງ​ເຮັດ​ໃຫ້ບັນດາ​ກົດ​ເກນ​ຂອງ​​ເສດຖະກິດ​ຕະຫຼາດຖືກ​ບິດ​ບ້ຽວ​ໄປ, ທັງ​ບິດ​ເບືອນ​ນະ​ໂຍບາຍ​ສາທາລະນະ. ດັ່ນນັ້ນ, ຈຳ​ເປັນ​ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ສັງຄົມ​ ເພື່ອ​ເພີ່ມ​ເຕີນ​ໃຫ້​​ລັດ​ແລະ​ຈຳກັດ​ຂໍ້​ບົດ​ພ່ອງ​ຂອງ​ຕະຫຼາດ, ​ເຊັ່ນ​ເຂົ້າ​ຮ່ວມ​ໃນ​ການ​ສະໜອງການ​ບໍລິການ​ສາທາລະນະ​ບາງ​ຢ່າງທີ່​ລັດ​ມອບ​ໝາຍ​ໃຫ້; ສ້າງ​ກົນ​ໄກ​​ເຂົ້າ​ຮ່ວມ​ໃນ​ການ​ຕິດຕາມ​ກວດກາ, ວິຈານ​ສັງຄົມ​ໃນ​​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ, ຮັບປະກັນ​ວ່າ​ສຽງ​ຂອງ​ບັນດາຊົນ​ຊັ້ນ, ຊັ້ນ​ຄົນ​ແລະ​ກຸ່ມ​ສັງຄົມ ຖືກ​ສົ່ງ​ຕໍ່​ຢ່າງ​ສົມ​ດຸນ​ເຖິງ​ອົງການ​ສ້າງ​ນະ​ໂຍບາຍ, ຫຼີກ​ລ້ຽງ​ການ​ມີ“ກຸ່ມ​ຜົນ​ປະ​ໂຫຍ​ດ” ຄອບ​ລຳ​ຂໍ້​ມູນ​ຂ່າວສານ“ສົ້ນ​ເຂົ້າ”, ​ເຮັດ​ໃຫ້​ຂໍ້​ມູນ​ບໍ່​ສົມສ່ວນ; ​ເຂົ້າ​ຮ່ວມ​ໃນ​ການ​ຄວບ​ຄຸມ​ຄວາມ​ສຳພັນ​ລະຫວ່າງ​ການ​ສະໜອງ​ແລະ​ຄວາມ​ຕ້ອງການ​ໃນ​ຕະຫຼາດ​ໂດຍ​ຜ່ານສະມາຄົມ, ສະມາພັນ.

​ເວົ້າ​ເຖິງ“ສັງຄົມ”, ​ໃນ​ເງື່ອນ​ໄຂຕົວ​ຈິງ​ຂອງ​ຫວຽດນາມປະກອບ​ດ້ວຍ​ບັນດາ​ເຈົ້າພາບ​ດັ່ງ​ນີ້: ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​​ການ​ເມືອງ-ສັງຄົມ, ບັນດາ​ອົງການການ​ເມືອງ-ສັງຄົມ-ອາຊີບ, ບັນດາ​ສະມາຄົມຂະ​ແໜງ​ອາຊີບ, ບັນດາ​ອົງການທາງ​ສັງຄົມທີ່​ຫຼາກ​ຫຼາຍ, ບັນດາ​ອົງການ​ຊຸມ​ຊົນ, ວິ​ສາ​ຫະກິດ​ສັງຄົມ, ບັນດາ​ສະ​ຖາ​ບັນ​ຄົ້ນຄວ້າ, ກອງ​ທຶນ... ທີ່​ເຄື່ອນ​ໄຫວ​ເພື່ອ​ຈຸດປະສົງບໍ່​ສະ​ແຫວ​ງຫາ​​ກຳ​ໄລ. ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ສັງຄົມ​ໃນຄວາມ​ສຳພັນ​ກັບ​ລັດ​ແລະ​ຕະຫຼາດ, ຕ້ອງ​ສຸມ​ໃສ່​ບາງ​ບັນຫາ​​ຕໍ່​ໄປ​ນີ້:

ທີ​ໜຶ່ງ, ຍົກ​ສູງ​ບົດບາດ​ຂອງສະມາຄົມ​ຜູ້​ຜະລິດ​ແລະ​ຜູ້​ບໍລິ​ໂພ​ກ​ໃນ​ລະບົບ​ເສດຖະກິດສະ​ໄໝ​ໃໝ່.

ຮັບປະກັນ​ຄວາມ​ສົມບູນ​ຂອງ​ຂໍ້​ມູນ​ເມື່ອ​ສົ່ງ​ຜົນ​ກະທົບ​ຕໍ່​ຂະ​ບວນການ​ທາງ​ກົດໝາຍ​ແລະ​ນະ​ໂຍບາຍ ​ໂດ​ຍຜ່ານ​ການ​ປັບປຸງ​ກົນ​ໄກ​ເພື່ອ​ໃຫ້​ບັນດາ​ສະມາຄົມ​ຂະ​ແໜງ​ອາຊີບ ມີ​ໂອກາດ​ເທົ່າ​ທຽມ​ກັນ​ເມື່ອ​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມ, ປະກອບ​ຄວາມ​ຄິດ​ເຫັນ​ປັບປຸງ​ບູລະນະ​ຮ່າງ​ນະ​ໂຍບາຍ, ບໍ່ປ່ອຍ​ໃຫ້​ສະມາຄົມ​ນີ້ບັງບຽດສຽງ​ຂອງ​ສະມາຄົມ​ອື່ນ. ປັບປຸງ​ບູລະນະ​ລະບົບ​ກົດໝາຍທີ່​ຊຸກຍູ້​ຄວາມ​ເປີດ​ເຜີ​ຍ, ​ໂປ່​ງ​ໃສຂອງ​ການ​ເຄື່ອນ​ໄຫວ​ສົ່ງ​ຂໍ້​ມູນ​ຂ່າວສານ​ເຖິງຜູ້​ສ້າງ​ນະ​ໂຍບາຍ, ປ້ອງ​ກັນ​ແລະ​ກຳຈັດ​ການກະທຳ​ວິ້ງ​ເຕັ້ນ “​ໃຕ້​ດິນ", ຜິດ​ກົດໝາຍ, ຍາດ​ເອົາ​ຂໍ້​ໄດ້​ປຽບ​ໃຫ້“ກຸ່ມ​ຜົນ​ປະ​ໂຫຍ​ດ”ນີ້​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ຂົ່ມຂູ່​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳຂອງ​ສະມາຊິກ​ໃນ​ສັງຄົມ, ​ເຊິ່ງກໍ່​ໃຫ້​ເກີດ​ຄວາມ​ບໍ່​ຍຸດຕິ​ທຳ​ທາງ​ສັງຄົມທີ່​ເກີດ​ຂຶ້ນ​ຈາກ​ນະ​ໂຍບາຍທີ່​​ລຳອຽງ​ແລະ​ບິດ​ບ້ຽວ. ການສ້າງ​ຄວາມສົມ​ດຸນ​ລະຫວ່າງ​ສຽງ​ຂອງ​ສະມາຄົມ​ຂະ​ແໜງ​ອາຊີບ​ຕ່າງໆ ຍັງ​ປະກອບສ່ວນຊ່ວຍ​ໃຫ້ການ​ແຂ່ງຂັນ​ສົດ​ໃສ​ໃນ​ລະບົບ​ເສດຖະກິດ​ຕະຫຼາດ ທີ່​ໄດ້​ຮັບ​ປະກັນ​ຕັ້ງ​ແຕ່​ຂອດ​ກະ​ກຽມ “ກົດ​ລະບຽບ​ຂອງ​ເກ​ມ”, ປ້ອງ​ກັນ​ຄວາມ​ລຳອຽງ​ຂອງ​ນະ​ໂຍບາຍ​ເມື່​ອຖືກ​ຄອບ​ງຳ​ໂດຍ "ກຸ່ມ​ຜົນ​ປະ​ໂຫຍ​ດ” ທີ່​ມີ​ອຳນາດ.

ຊຸກຍູ້​ຄວາມ​ສົມ​ດຸນ​ທາງ​ດ້ານ​ສິດທິ​ໃນ​ການ​ສື່​ຂ່າວ, ສິດທິ​ໃນ​ການ​ຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມ ລະຫວ່າງ​ສະມາຄົມ​ຜູ້​ບໍລິ​ໂພ​ກ ກັບ​ສະມາຄົມ​ຜູ້​ຜະລິດ​ແລະ​ແຈກ​ຢາຍ​ ໃນລະບົບ​​ເສດຖະກິດ​ຕະຫຼາດສະ​ໄໝ​ໃໝ່. ນີ້​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ສຳຄັນ​ເພື່ອ​ກໍ່ສ້າງ​ຕະຫຼາດ​ສິນຄ້າ, ການ​ບໍລິການ​ທັນ​ສະ​ໄໝ, ຍ້ອນ​ວ່າ​ຜູ້​ຜະລິດ​ແລະ​ແຈກ​ຢາຍ​ເວລາ​ໃດ​ກໍ່​ຢາກ​ປະຕິບັດ​ການ​ຜູກຂາດ, ຂຶ້ນ​ລາຄາ, ​ໂຄສະນາຫຼາຍ​ເກີນ​ໄປ​ໃຫ້​ຜະລິດ​ຕະພັນ​ຂອງ​ຕົນ, ​​ແຕ່​ຜູ້​ບໍລິ​ໂພ​ກມີ​ຄວາມ​ຕ້ອງການຊອກ​ຫາ​ລາຄາ​ທີ່​ເໝາະ​ສົມ, ຄຸນ​ນະພາ​ບດີ, ​ໂດຍ​ສະ​ເພາະ​ສິນຄ້າ​ແລະ​ບໍລິການທີ່​ຍາກທີ່​ຈະ​ວັດ​ແທກ​ມູນ​ຄ່າ​ທີ່​ບໍລິສຸດ​ຜ່ານລາ​ຄາ​ຕະຫຼາດ ຫຼື​ຍາກ​ທີ່​ຈະຮັບ​ຮູ້​ໂດຍ​ວິທີ​ການ​ທຳ​ມະ​ດາ. ​ໃນ​ເງື່ອນ​ໄຂ​ສິດທິ​ຂອງ​ຜູ້​ບໍລິ​ໂພ​ກຖືກ​ເສຍປຽບ​ທຽບ​ກັບ​ສິດທິ​ຂອງ​ຜູ້​ຜະລິດ​ແລະ​ແຈກ​ຢາຍຄື​ໃນ​ປະຈຸ​ບັນ, ຕ້ອງ​ມີ​ກົນ​ໄກຊຸກຍູ້​ແລະປົກ​ປ້ອງ​ສິດທິ​ຂອງ​ຜູ້​ບໍລິ​ໂພກ​ໃນສະມາ​ຄົນ​ຂອງ​ຕົນ, ຮັບປະກັນ​ຄວບ​ຄຸມ​ກົນອຸບາຍ​ທີ່​ບໍ່​ຊອບ​ທຳ​ຂອງ​ຜູ້​ຜະລິດ​ແລະ​ແຈກ​ຢາຍທີ່​ຜິດ​ກັບ​ຄຸນຄ່າ​ຂອງ​ຄວາມ​ຊື່ສັດ​ທາງ​ທຸລະ​ກິດ. 

​ເວົ້າ​ເຖິງ​ສະມາຄົມ​ຂະ​ແໜງ​ອາຊີບ​ແມ່ນ​ເວົ້າ​ເຖິງ​ການ​ເຊື່ອນ​ຕໍ່, ​ແບ່ງປັນ​ຂໍ້​ມູນ​ຂ່າວສານກ່ຽວ​ກັບ​ບັນດາ​ປັດ​​ໄຈສົ້ນ​ເຂົ້າ, ຂະ​ບວນການ​ຜະລິດ ກໍ່​ຄືການ​ແຈກ​ຢາຍ​ຜະລິດ​ຕະພັນ​ເຖິງ​ມື​ຜູ້​ບໍລິ​ໂພ​ກ. ການ​ເຊື່ອມ​ຕໍ່, ຮ່ວມ​ມື, ​ແບ່ງປັນ​ຢ່າງ​ຕື່ນ​ຕົວ​ສະໝັກ​ໃຈລະຫວ່າງ​ບັນດາ​ສະມາຊິກ​ສະມາ​ຄົມ ​ເຮັດ​ໃຫ້​ບັນດາ​ຂອດ​ການ​ຜະລິດ, ການ​ແຈກ​ຢາຍ, ການ​ຈໍລະ​ຈອນ​ສິນ​ຄ້າ, ການ​ຊອກ​ຫາ​ຕະຫຼາດ​ມີ​ລັກສະນະ “ແຜນການ” ຕາມ​ຂະ​ແໜງ​ສິນຄ້າ, ຫຼຸດຜ່ອນ​ລັກສະນະ​ເກີດ​ເອງ​ຂອງ​ຕະຫຼາດ. ​ໃນ​ລະບົບ​ເສດຖະກິດ​ຕະຫຼາດ​ສະ​ໄໝ​ໃໝ່, ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່, ຮ່ວມ​ມື, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ລະຫວ່າງ​ບັນດາ​ສະມາຊິກຂອງ​ສະມາຄົມ​ຂະ​ແໜງ​ອາຊີບ ປະກອບສ່ວນ​ເຂົ້າ​ໃນ​ການດັດສົມ​ການ​ພົວພັນການ​ສະໜອງ​ຄວາມຕ້ອງການ​ໃນ​ຕະຫຼາດ, ຊົດ​ເຊີຍ​ຂໍ້​ຈຳກັດ​ຂອງ​ແຕ່​ລະວິ​ສາ​ຫະກິດ. ສະພາບ​ການ​ສະໜອງ​ລື່ນ​ກາຍ​ຄວາມ​ຕ້ອງການ​ໄດ້​ກໍ່​ໃຫ້​ເກີດ​ວິ​ກິດ​ການ​ຫຼາຍ​ຄັ້ງ​ໃນລະບົບ​ເສດຖະກິດ​ຕະຫຼາດດັ້ງ​ເດີ​ມ ​ເຊິ່ງ​ໄດ້​ຖືກ​ຈຳກັດ​ສ່ວນ​ໜຶ່ງ​ໃນລະບົບ​ເສດຖະກິດ​ຕະຫຼາດສະ​ໄໝ​ໃໝ່ ຍ້ອນ​ອາ​ໄສ​ການ​ເຊື່ອມ​ຕໍ່​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ການ​ແບ່ງ​ງານ​ລະຫວ່າງ​ບັນດາ​ສະມາ​ຊິກ​ຂອງ​ສະມາຄົມ​ຂະ​ແໜງ​ອາຊີບ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຄາດ​ຄະ​ເນ​ຄວາມ​ຕ້ອງການ​ຂອງ​ຕະຫຼາດສຳລັບ​ແຕ່ລະຂະ​ແໜງ​ສີນ​ຄ້າ ​ແລະ ກຳນົດ​ປະລິມານ​ການ​ຜະລິດ​ສຳລັບ​ແຕ່​ລະວິ​ສາ​ຫະກິດ​ສະມາຊິກ. ​ເມື່ອບັນດາ​ສະມາຄົມ​ອາຊີບ, ສະມາພັນ​ອາຊີບພັດທະນາ​ເຖິງ​ລະດັບ​ສູງຍັງ​ໄດ້​ສ້າງ​ສະພາບ​ແວດ​ລ້ອມ​ແລະ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ​ສະມາຊິກ​ເຂົ້າ​ຮ່ວມ​ໃນ​ເຄືອ​ຂ່າຍ​ການ​ຜະລິດ, ພວງ​ພະນັງ​ຄຸນຄ່າ, ຫັນ​ເປັນ​ຂະ​ບວນການ​ແລະ​ຫັນ​ເປັນ​ມາດ​ຕະຖານ​ຕໍ່​ທຸກ​ຂອດ​ ນັບ​ແຕ່​ການ​ຜະລິດ, ການ​ປຸງ​ແຕ່ງ, ການ​ຫຸ້ມ​ຫໍ່, ການ​​ເກັບຮັກສາ, ການ​ລົງທະບຽນ​ແຫຼ່ງກຳ​ເນີ​ດສິນຄ້າ, ການ​ແຈກ​ຢາຍ ຈົນ​ເຖິງ​ການ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ໃນ​ການ​ທຸລະ​ກິດ (ປົກ​ປ້ອງ​ສິດທິ​ໃນ​ຊັບ​ສິນ, ຕ້ານ​ການ​ແຂ່ງຂັນ​ທີ່​ບໍ່​ສົດ​ໃສ...), ​ໂດຍ​ສະ​ເພາະ​ແມ່ນ​ສຳລັບ​ວິ​ສາ​ຫະກິດຂະ​ໜາດ​ກາງ​ແລະ​ຂະໜາດ​ນ້ອຍ. ບັນດາ​ສະມາຄົມ, ສະມາພັນ​ໃນລະບົບ​ເສດຖະກິດ​ຕະຫຼາດສະ​ໄໝ​ໃໝ່ ຍັງ​ໄດ້​ສ້າງ​ຕັ້ງ​ໂຮງຮຽນ​ເພື່ອ​ຝຶກ​ອົບຮົມຊັບພະຍາກອນ​ມະນຸດສຳລັບ​ຂະ​ແໜງ​ອາຊີບ​ຂອງ​ຕົນ ຕາມ​ການ​ສະ​ເໜີ​ຂອງ​ແຕ່​ລະວິ​ສາ​ຫະກິດ. ​ເມື່ອ​ທຽບ​ກັບ​ຊັບພະຍາກອນ​ມະນຸດທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມຈາກ​ສະ​ຖາ​ບັນ​ຂອງ​ລັດ, ຊັບພະຍາກອນ​ມະນຸດທີ່​ໄດ້​ຮັບ​ການຝຶກ​ອົບຮົມ​ແລະ​ສະໜອງ​ຈາກ​ສະມາຄົມ​ຂະ​ແໜງ​ອາຊີບ ມັກ​ຈະ​ຕິດ​ກັບ​ຄວາມ​ຕ້ອງການ​ຂອງ​ວິ​ສາ​ຫະກິດ, ມີ​ຄວາມ​ຄ່ອງ​ຕົວ​ໄວ​ກັບ​ການ​ຜັນ​ປ່ຽນ​ຂອງ​ຕະຫຼາດ​ແຮງ​ງານ. ​ເພາະສະ​ນັ້ນ, ລັດຄວນ​ຄົ້ນຄວ້າ​ແລະມອບ​ໝາຍກິດຈະການ​ຝຶກ​ອົບຮົມ​ບາງ​ສ່ວນ​ໃຫ້​ສະມາຄົມ​ຂະ​​ແໜງອາຊີບ, ສະໜັບສະໜູນ​ສະມາຄົມ​ຕ່າງໆ​ໃນ​ການ​ເປີດ​ໂຮງຮຽນ​ຝຶກ​ອາຊີບ.

ທີ​ສອງ, ປັບປຸງບູລະນະ​ກົນ​ໄກ, ນະ​ໂຍບາຍ​ເພື່ອສົ່ງ​ເສີມ​ເອກະ​ຊົນ​ລົງທຶນ​ພັດ​ທະນາການ​ບໍລິການ​ສັງຄົມ ທີ່​ດຳ​ເນີນ​ງານ​ຕາມ​ຫຼັກການ​ບໍ່​ສະ​ແຫວ​ງຫາ​​ກຳ​ໄລ (non-profit) ​ເພື່ອ​ແບ່ງ​ປັນ​ສ່ວນ​ໜຶ່ງຄວາມ​ຮັບຜິດຊອບ​ໃນ​ການ​ໃຫ້​ບໍລິການ​ພາລະກິດ​ສາທາລະນະ​ກັບ​ລັດ

ຄວນຮັບ​ຮູ້​ວ່າ ​ໃນລະບົບ​ເສດຖະກິດ​ຕະຫຼາດກຳນົດ​ທິດ​ສັງຄົມ​ນິຍົມ, ລັດ​ເຮັດ​ໃນ​ສິ່ງ​ທີ່​ເອກະ​ຊົນ​ບໍ່​ເຮັດຫຼື​ຍັງ​ບໍ່​ທັນ​ເຮັດ. ລັດ​ມີໜ້າ​ທີ່​ຮັບຜິດຊອບ​ຕອບ​ສະໜອງ​ບໍລິການ​ສະ​ທາ​ລະນະອັນ​ພື້ນຖານ ຈຳ​ເປັນ, ​ແຕ່​ລັດອາດ​ຈະ​ມອບ​ສິດ​ໃຫ້​ເອກະ​ຊົນ​ເຂົ້າ​ຮ່ວມ​ໃນ​ບັນດາ​ຂັ້ນ​ຕອນ, ຮູບ​ການ​ບໍລິການ​ທີ່​ຕ່າງ​ກັນ, ​ໂດຍ​ສະ​ເພາະ​ບັນດາ​ຂົງ​ເຂດຫຼື​ຂັ້ນ​ຕອນ​ບໍລິການທີ່​ອາດ​ຈະ​ຫັນ​ເປັນ​ສັງຄົມ​ໄດ້ດີ. ສຳລັບ​ບັນດາ​ການ​ບໍລິການ​ສາທາລະນະ​ທີ່​ໄດ້​ມອບ​ສິດ​ໃຫ້​​ເອກະ​ຊົນນັ້ນ ລັດ​ປະຕິບັດ​ຄວາມ​ຮັບ​ຜິດຊອບຄຸ້ມ​ຄອງ​ຂອງ​ຕົນດ້ວຍ​ການ​ປັບປຸງ​ລະບົບ​ກົດໝາຍກ່ຽວ​ກັບ​ອົງການທີ່​ບໍ່​ສະ​ແຫວ​ງຫາກຳ​ໄລ, ຮັບປະກັນ​ໃຫ້​ບັນດາ​ອົງການ​ເຫຼົ່າ​ນີ້​ເຄື່ອນ​ໄຫວຖືກຕ້ອງ​ກັບ​ລັກສະນະ​ເພື່ອ​ຈຸດໝາຍ​ບໍ່​ສະ​ແຫວ​ງຫາ​​ກຳ​ໄລ, ກວດກາ​ຄຸນ​ນະພາບຂອງ​ການບໍລິການ​ໂດຍ​ຜ່ານ​ອົງການ​ສະ​ເພາະ​​ການ​ຄຸ້ມ​ຄອງ​ຂອງ​ລັດ. ບໍ່​ສະ​ແຫວງ​ຫາ​​ກຳ​ໄລບໍ່​ໝາຍ​ຄວາມ​ວ່າ​ຈະບໍ່​ມີ​ກຳ​ໄລ, ​ແຕ່​ບັນຫາ​ແມ່ນ​ທ່າ​ທີ່​ແລະ​ວິທີ​​ໃຊ້​ຜົນ​ກຳ​ໄລ​ເພື່ອ​ຮັບ​ໃຊ້​ພາລະ​ໜ້າ​ທີ່​ຂອງອົງການ​ຈັດ​ຕັ້ງ, ຖືກ​ຄວບ​ຄຸມ​ໂດຍ​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ​ແລະຮູບ​ແບບ​ການຈັດ​ຕັ້ງ​ຄຸ້ມ​ຄອງ​ທີ່​ເໝາະ​ສົມ. ວິ​ສາ​ຫະກິດ​ເວລາ​ໃດ​ກໍ່​ຕັ້ງ​ເປົ້າ​ໝາຍ​ໃຫ້​ຕົນ​ເພື່ອ​ໃຫ້​ຜູ້​ຖື​ຫຸ້ນ​ມີ​ກຳ​ໄລ​ຫຼາຍ​ສຸດ ​ແລະ​ ນຳ​ເອົາ​ຄຸນຄ່າ​ນຳ​ໃຊ້​ມາ​ໃຫ້​ລູກ​ຄ້າ. ອົງການ​ສະໜອງ​ບໍລິການ​ທີ່ບໍ່​ສະ​ແຫວງ​ຫາ​​ກຳ​ໄລ​ແມ່ນ​ມີ​ພາລະ​ໜ້າ​ທີ່​ສັງຄົມ, ຖືກ​ດັດສົມ​ໂດຍ​ຄຸນຄ່າທາງ​ສິນ​ທຳ, ມະນຸດສະທຳ. ການ​ສະໜອງ​ບໍລິການ​ສັງຄົມ​ທີ່ບໍ່​ສະ​ແຫວງ​ຫາ​​ກຳ​ໄລຂອງ​ໂຮງຮຽນ, ​ໂຮງໝໍ, ສູນ,... ມີ​ຄວາມ​ໝາຍ​ແບ່ງ​ປັນພາລະ​​ທາງ​ດ້ານ​ແຮງ​ງານ​ແລະ​ການ​ເງິນ​ງົບປະມານ, ​ເຊິ່ງທາດ​ແທ້​ແມ່ນປະຕິບັດການ​ມອບ​ສິດ​ຂອງ​ລັດ​ໃນ​ການ​ສະໜອງ​ບໍລິການ​ພາລະກິດ​ສາທາລະນະ. ​ໃນ​ເງື່ອນ​ໄຂ​ການ​ບັນຈຸ​ພະນັກງານ​ຂອງບັນດາ​ໜ່ວຍພາລະກິດ​ພາກ​ລັດກຳລັງ​ກາຍ​ເປັນ​ພາລະ​ໜັກໜ່ວງ​ຂອງ​ງົບປະມານນັ້ນ ການ​ພັດທະນາ​ບັນດາ​ໂຮງຮຽນ, ​ໂຮງໝໍ, ສູນ... ທີ່​ເຄື່ອນ​ໄຫວ​ຕາມ​ຫຼັກການບໍ່​ສະ​ແຫວງ​ຫາ​​ກຳ​ໄລ​ໂດຍ​ຂົງ​ເຂດ​ນອກ​ພາກ​ລັດ​ໃຫ້​ບໍລິການ ຖືກ​ຖື​ວ່າ​ວິທີ​ແກ້​ໄຂ​ທີ່​ສຳຄັນ​ໃນຂະ​ບວນການ​ປ່ຽນ​ແປງ​ໃໝ່, ປັບ​ໂຄງ​ສ້າງ​ຂອງ​ໜ່ວຍ​ພາລະກິດ​ພາກ​ລັດ​ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການຕອບ​ສະໜອງ​ຄວາມ​ຕ້ອງການ​ທີ່​ນັບ​ມື້​ນັບ​ສູງ​ຂອງ​ປະຊາຊົນ.

ປ່ຽນ​ແປງ​ໃໝ່ພາສີ​ມໍລະດົກຕາມ​ທິດ​ສົ່ງ​ເສີມ​ເອກະ​ຊົນຍ້າຍ​ຊັບ​ສິນ​ມໍລະດົກ​ໄປ​ລົງທຶນ​ໃນ​ການ​ພັດທະນາ​ບໍລິການ​ສັງຄົມ​ເຊັ່ນ ​ເປີດ​ໂຮງຮຽນ, ​ໂຮງໝໍ, ສູນ, ກອງ​ທຶນ​ວິທະຍາສາດ,...​ເຄື່​ອນ​ໄຫວ​ຕາມ​ຫຼັກການ​ບໍ່​ສະ​ແຫວ​ງຫາ​​ກຳ​ໄລ. ​ເກັບ​ພາສີ​ສູງ​ຕໍ່​ຊັບ​ສິນ​ມໍລະດົກ, ​ໄປ​ຄຽງ​ຄູ່​ກັບ​ການ​ຍົກ​ເວັ້ນພາສີສຳລັບ​ຜູ້​ຍ້າຍ​ຊັບ​ສິນ​ມໍລະດົກ​ໄປ​ລົງທຶນ​ໃນ​ການ​ພັດທະນາ​ບໍລິການ​ສັງຄົມ ທີ່ເຄື່​ອນ​ໄຫວ​ຕາມ​ຫຼັກການ​ບໍ່​ສະ​ແຫວງຫາ​​ກຳ​ໄລ​. ດ້ວຍ​ມາດ​ຕະການ​ນີ້, ລັດ​ຈະ​ດຶງ​ດູດ​ແຫຼ່ງພະລັງ​ຂອງ​ເອກະ​ຊົນ​ເພື່ອ​ລົງທຶນ​ພັດທະນາ​ບໍລິການ​ສັງຄົມ​ທີ່​ບໍ່​ສະ​ແຫວ​ງຫາ​​ກຳ​ໄລ, ​ເພີ່ມ​ເຕີມ​ໃຫ້​ແຫຼ່ງພະລັງ​ຂອງ​ລັດ.

ນະ​ໂຍບາຍ​ພາສີ​ຍັງ​ສົ່ງ​ເສີມ​ວິ​ສາ​ຫະກິດ​ເອກະ​ຊົນຍົກຍ້າຍ​ຜົນ​ກຳ​ໄລ​ກ່ອນ​ເສຍ​ພາສີ​ສ່ວນ​ໜຶ່ງ​ ໄປ​ລົງທຶນພັດທະນາ​ບໍລິການ​ສັງຄົມ​ທີ່​ເຄື່ອນ​ໄຫວ​ຕາມ​ຫຼັກການ​ບໍ່​ສະ​ແຫວ​ງຫາ​​ກຳ​ໄລ (ການ​ສຶກສາ, ສາທາລະນະ​ສຸກ, ການ​ຄົ້ນ​ຄວ້າວິທະຍາສາດ, ​ເຮັດ​ການ​ສົງ​ເຄາະ, ກິດຈະກຳ​ມະນຸດສະທຳ...). ບັນດາ​ວິ​ສາ​ຫະກິດ​ທີ່​ລົງທຶນພັດທະນາ​ບໍລິການ​ສັງຄົມ​​ບໍ່​ສະ​ແຫວ​ງຫາ​​ກຳ​ໄລຈະ​ໄດ້​ຍົກ​ເວັ້ນພາ​ສີ, ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານທີ່​ດິນ​ແລະ​ການ​ຊ່ວຍ​ເຫຼືອ​ອື່ນໆຈາກ​ລັດ. ​ໃນ​ເງື່ອນ​ໄຂຂະໜາດ​ຊັບ​ສິນ​ຂອງ​ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ເສດຖະກິດ​ເອກະ​ຊົນ​ຂອງ​ຫວຽດນາມ​ຍັງ​ນ້ອຍ, ​ໃນ​ສະ​ເພາະ​ໜ້າ​ ຈະ​ສົ່ງ​ເສີມ​ໃຫ້​ມັນ​ພັດທະນາ, ​ແຕ່​ພ້ອມ​ກັນ​ກັບ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວຢ່າງ​ໄວວາ​ຂອງ​ເສດຖະກິດ​ເອກະ​ຊົນ, ​ໃນ​ອະນາຄົດ ນະ​ໂຍບາຍ​ພາສີຈະ​ຕ້ອງ​ດັດສົມ​ແຮງ​ກວ່າ​ອີກ​ ເພື່ອຊຸກຍູ້​ເອກະ​ຊົນ​ເຂົ້າ​ຮ່ວມ​ການ​ພັດທະນາບໍລິການ​ສັງຄົມ ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ, ສິລະ​ປະກຳ, ສັງຄົມ​ສົງ​ເຄາະ, ປົກ​ປ້ອງ​ສະພາບ​ແວດ​ລ້ອມ, ກຸສົນ​ລະກຳ, ກໍ່​ຄືປະຕິບັດ​ໜ້າ​ທີ່​ຮັບຜິດຊອບ​ສັງຄົມ​ອື່ນໆ...ພ້ອມ​ກັນ​ນັ້ນ, ຕ້ອງ​ປັບປຸງ​ບູລະນະ​ກົນ​ໄກ, ນະ​ໂຍບາຍ ​ເພື່ອຈຳກັດ​ສະພາບ​ການ​ວິ​ສາ​ຫະກິດ “ຊ່ອນ​ຕົວ” ​ໃນ​ກິດຈະກຳ​ບໍ່​ສະ​ແຫວງຫາ​ກຳ​ໄລ​ເພື່ອ​ໂອນ​ລາຄາ​ແລະ​ຫຼີກ​ລ່ຽງພາສີ. ການ​ຄຸ້ມ​ຄອງ​ການ​ເງິນ​ຂອງ​ບັນດາ​ໂຮງຮຽນ, ​ໂຮງໝໍ, ສູນ...ຂຶ້ນ​ກັບ​ກຸ່ມ​ເສດຖະກິດ​ເອກະ​ຊົນ, ທີ່​ໄດ້​ປະກາດ​ການ​ເຄື່ອນ​ໄຫວຕາມ​ຫຼັກການບໍ່ສະ​ແຫວ​ງຫາ​ກຳ​ໄລນັ້ນ ຕ້ອງ​ໄດ້​ແຍກ​ອອກ​ຈາກ​ການ​ເຄື່ອນ​ໄຫວການ​ເງິນ​ບໍລິສັດ. ວິ​ສາ​ຫະກິດ​ພຽງ​ແຕ່​​ເຮັດ​ໜ້າ​ທີ່​ຜູ້​ອຸປະຖຳ​ເທົ່າ​ນັ້ນ, ບໍ່​ແຊກ​ແຊງ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ວິຊາ​ສະ​ເພາະແລະການ​ຄຸ້ມ​ຄອງ​ການ​ເງິນຕາມ​ຫຼັກການ​ບໍ່​ສະ​ແຫວງຫາ​ກຳ​ໄລ​ຂອງອົງການ​ເຫຼົ່າ​ນີ້, ​ເພື່ອ​ກີດ​ກັ້ນ​ການ​ເຄື່ອນ​ໄຫວ​ໂອນ​ລາຄາ​ຫຼື​ຫຼີກ​ລ່ຽງພາສີ.

ພັດທະນາ“ວິ​ສາ​ຫະກິດ​ສັງຄົມ" ​ແມ່ນ​ທາງ​ເດີນ​ໜຶ່ງ​ຂອງການ​ກໍ່ສ້າງ​ລະບົບ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິນົມ ​ເພື່ອ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແຮງ​ງານ​ພາກສ່ວນ​ໜຶ່ງ​ທີ່​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ເຂົ້າ​ຮ່ວມ​ສັງຄົມ, ຊຸກຍູ້​ຄວາມ​ຕັ້ງໜ້າ​ແລະ​ເຈດ​ຈຳນົງ​ບືນ​ຕົວ​ຂຶ້ນ​ດ້ວຍ​ຕົນ​ເອງ, ຫຼຸດຜ່ອນ​ຄວາມ​ເອື່ອຍອີງ ລໍ​ຖ້າຂອງ​ຄົນ​ທຸກ​ຍາກ, ຜູ້​ດ້ອຍ​ໂອກາດ. ປັບປຸງ​ບູລະນະສະພາບ​ແວ​ດລ້ອມ​ທາງ​ກົດໝາຍ​ເພື່ອ​ໃຫ້​ເອກະ​ຊົນ​ແລະ​ບັນດາ​ອົງການ​​ສັງຄົມມີ​ຄວາມ​ຕັ້ງໜ້າ​ໃນ​ການ​ລົງທຶນ​ພັດທະນາ​ວິ​ສາ​ຫະກິດ​ສັງຄົມ ​ເພື່ອ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແຮງ​ງານ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ຄົນ​ພິການ, ຜູ້​ດ້ອຍ​ໂອກາດ. ລັດ​ສ້າງພື້ນ​ທີ່​ທີ່​ດິນ, ຍົກ​ເວັ້ນພາສີ, ຄວບ​ຄຸມ​ແໜ້ນ​ອັດຕາ​ກຳ​ໄລ​ທີ່​ວິ​ສາ​ຫະກິດ​ໃຊ້​ເພື່ອ​ເປີດ​ກວ້າງ​ການພັດທະນາ​ວິ​ສາ​ຫະກິດ​ສັງຄົມ.

ທີ​ສາມ, ຍູ້​ແຮງ​ການ​ຫັນ​ເປັນ​ສັງຄົມຕໍ່ການ​ບໍລິການ​ພາລະກິດ​ສາທາລະນະ​ຈຳນວນ​ໜຶ່​ງ, ຍົກສູງຄວາມຮັບຜິດຊອບຕໍ່ລັດແລະປະຊາຊົນ ຂອງບັນດາອົງການສັງຄົມ, ອົງການຊຸມຊົນ ເມື່ອຮັບອະນຸຍາດສະໜອງບໍລິການສັງຄົມທີ່ເຄື່ອນໄຫວຕາມຫຼັກການບໍ່ສະແຫວງຫາກຳໄລ.

ການ​ຄຸ້ມ​ຄອງການ​ບໍລິການ​ພາລະກິດ​ສາທາລະນະປະກອບ​ດ້ວຍ 3 ອົງ​ປະກອບ: ​ການ​ເກັບ​ຄ່າ​ທຳ​ນຽມ (ຫຼື​ລາຄາ​ພາຍ​ໃຕ້​ຮູບ​ການ​ຄ່າ​ທຳນຽມ) ​ເພື່ອ​ຮັບປະກັນ​ຊັບພະຍາກອນ​ການ​ເງິນ“ສົ້ນ​ເຂົ້າ” ສຳລັບ​ການ​ດຳ​ເນີນ​ງານ​ບໍລິການ; ຈັດ​ຕັ້ງ​ການ​ສະໜອງ​ບໍລິການ​ຕິດ​ກັບ​ການສ້າງຕັ້ງ​ກົງຈັກ, ບຸກຄະລາ​ກອນ ​ແລະ​ແບບ​ວິທີ​ການຈັດ​ຕັ້ງ​ຄຸ້ມ​ຄອງ​ທີ່​ສົມ​ຄູ່; ຮັບປະກັນ​ຄຸນ​ນະພາ​ບຂອງ​ການ​ບໍລິການຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກ. ການ​ຫັນ​ເປັນ​ສັງຄົມ​ແມ່ນການ​ໂອນ​ວຽກ​ງານ​ການ​ສະໜອງ​ບໍລິການ​ຈາກ​ລັດ​ໄປ​ໃຫ້​ສັງຄົມ, ອາດ​ຈະ​ໂອນ​ທັງ 3 ອົງ​ປະກອບ​ດັ່ງກ່າວເທິງ​ນີ້ ຫຼື​ໂອນ​ 1 ຫຼື 2 ອົງ​ປະກອບ, ​ເພື່ອດຶງ​ດູດ​ຊັບພະຍາກອນ​ສັງຄົມ ​ແລະ​ຍົກ​ສູງ​ຄຸນ​ນະພາ​ບການ​ບໍລິການ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຜູ້​ຊົມ​ໃຊ້ ​ໃນ​ເງື່ອນໄຂ​ຊັບພະຍາກອນຂອງ​ລັດ​ຖືກ​ຈຳກັດ.

ກວດຄືນ, ​ແບ່ງ​ປະ​ເພດ​ບໍລິການ​ພາລະກິດ​ສາທາລະນະ​ຕາມ​ລະດັບ​ຕ່າງໆ​ດັ່ງ​ນີ້: 1-ບັນດາບໍລິການ​ພາລະກິດ​ສາທາລະນະທີ່ບໍ່​ມີ​ຄຸນຄ່າ​ເພີ່ມ, ​ໄດ້​ປະຕິບັດ​ພາຍ​ໃຕ້​ຮູບ​ການຍົກ​ເວັ້ນຄ່າ​ທຳນຽມ ຫຼື​​ເກັບຄ່າ​ທຳນຽມ​ຕ່ຳ, ລັດ​ຮັບຜິດ​ຊອບ​ເສຍ​ຄ່າ​ບໍລິການ​ໃຫ້​ຜູ້​ບໍລິ​ໂພ​ກ, ທັງ​ສ້າງ​ຕັ້ງ​ລະບົບ​ການ​ຈົດ​ຕັ້ງ​ກົງຈັກ, ບຸກຄະລາ​ກອນຂອງອົງການ​ບໍລິການ, ທັງ​ກວດກາ​ຄຸນ​ນະພາ​ບຂອງ​ການ​ບໍລິການ; 2- ບັນດາບໍລິການ​​ສາທາລະນະທີ່​ບໍ່​ມີ​ຄຸນຄ່າ​ເພີ່ມ​ ຫຼື​ມີ​ຄຸນຄ່າ​ເພີ່ມ​ໜ້ອຍ, ລັດ​ເສຍ​ຄ່າ​ບໍລິການ (​ເສຍ​ຄ່າງ​ບໍລິການ​ທັງ​ໝົດ​ຫຼື​ສ່ວນ​ໜຶ່ງ) ​ໃຫ້ຜູ້​ຊົມໃຊ້​ການ​ບໍລິການ ​ແລະ​ກວດກາ​ຄຸນ​ນະພາ​ບຂອງ​ການ​ບໍລິການ, ​ແຕ່​ມອບ​ສິດ​ໃຫ້​ອົງການ​ສັງຄົມ, ອົງການ​ຊຸມ​ຊົນ​ເປັນ​ຜູ້​ສະໜອງ​ແລະ​ຄຸ້ມ​ຄອງ​ບໍລິການ​ໂດຍ​ກົງ ​ໂດຍ​ຜ່ານ​ການ​ປະມູນ​ທີ່​ມີ​ການ​ແຂ່ງຂັນ; 3- ບັນດາບໍລິການ​​ສາທາລະນະທີ່ມີ​ຄຸນຄ່າ​ເພີ່ມ​ສູງ, ອາດ​ຈະ​ມອບ​ສິດ​ຕາມ​ສັນຍາ​ໃຫ້​ອົງການ​ນອກ​ພາກ​ລັດ​ເປັນ​ຜູ້​ຈັດ​ຕັ້ງ​ການ​ບໍລິການ​ໂດຍ​ກົງ ​ແລະ ເກັບ​ຄ່າ​ທຳນຽມ​ເພື່ອຊຳລະ​ຄ່າ​ໃຊ້​ຈ່າຍ​ການ​ເງິນດ້ວຍ​ຕົນ​ເອງ, ລັດ​ມີໜ້າ​ທີ່​ກວດກາ​ຄຸນ​ນະພາ​ບຂອງ​ການ​ບໍລິຫານ; 4- ບັນດາບໍລິການ​​ສາທາລະນະທີ່​ມີ​ຄຸນຄ່າ​ເພີ່ມ​ໜ້ອຍ, ລັດ​ຈະ​​ເສຍ​ຄ່າ​ໃຊ້​ຈ່າຍ​ສ່ວນ​ໜຶ່ງ​ໃຫ້​ຜູ້​ຊົມ​ໃຊ້​ບໍລິການ, ກວດກາ​ຄຸນ​ນະພາ​ບຂອງ​ການ​ບໍລິການ, ​ແຕ່​ລັດ​ອະນຸຍາດ​ໃຫ້​ອົງການ​ສັງຄົມ​ເກັນ​ຄ່າ​ບໍລິການ​ສ່ວນໜຶ່ງ ​ແລະ​ຈັດ​ຕັ້ງ​ການ​ສະໜອງ​ບໍລິການ​ໂດຍ​ກົງ; 5- ບັນດາບໍລິການ​​ສາທາລະນະ ​ໂດຍ​ຊຸມ​ຊົນ​ເປັນ​ຜູ້ລະດົມ​ແຫຼ່ງການ​ເງິນ​ແລະຈັດ​ຕັ້ງ​ການ​ສະໜອງ​ໂດຍ​ກົງ​ແລະ​ຄຸ້ມ​ຄອງ​ຮອບດ້ານ​ດ້ວຍ​ຕົນ​ເອງ ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ. ​ເຖິງ​ຈະ​ເປັນ​ຮູບ​ການ​ບໍລິການ​ສັງຄົມ​ໃດໆ​ເທິງ​ນີ້ກໍ່ຕາມ ​ແຕ່​ກົນ​ໄກ​ການ​ເງິນ​ກໍ່​ຕ້ອງ​ປະຕິບັດ​ຕາມ​ຫຼັກການບໍ່ສະ​ແຫວ​ງຫາ​ກຳ​ໄລ, ລັດ​ສ້າງ​ເງື່ອນ​ໄຂ​ຮັກສາ​ແຫຼ່ງລາຍ​ໄດ້​ໃຫ້​ອົງການ​ນັ້ນ ​ເພື່ອ​ບໍ່​ພຽງ​ແຕ່​ພຽງພໍ​ທີ່​ຈະ​ຊົດ​ເຊີຍ​ຄ່າ​ໃຊ້​ຈ່າຍ, ຮັບປະກັນ​ລະດັບ​ຊີວິດ​ແລະ​ຄຸນ​ນະພາ​ບຊີວິດ​ຂອງ​ຜູ້​ອອກ​ແຮງ​ງານ​ເທົ່າ​ນັ້ນ, ​ແຕ່​ຍັງ​ມີ​ການ​ລົງ​ທຶ້ນຄືນ​ໃໝ່​ເພື່ອ​ເປີດ​ກວ້າງ​ຂະໜາດ​ແລະ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ບໍລິການ. ການ​ຫັນ​ເປັນ​ສັງຄົມ​ບໍ່​ພຽງ​ແຕ່​ໃນ​ຂອດ​ຊັບພະຍາກອນ​ການ​ເງິນ​ເທົ່າ ​ແຕ່​ຍັງ​​ລະດົມ​ບັນດາ​ກຳລັງ​ສັງຄົມ​ທີ່​ກວ້າງຂວາງ​ໃຫ້​ເຂົ້າ​ຮ່ວມ​ໃນ​ການ​ຕິດຕາມກວດກາ, ປະ​ເມີນ​ຜົນ, ຄຸ້ມ​ຄອງ​ຄຸນ​ນະພາ​ບຂອງ​ການ​ບໍລິການ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ຊົມ​ໃຊ້​ບໍລິການ​ໂດຍ​ກົງ.

ບົນ​ພື້ນຖານ​ການ​ແບ່ງ​ປະ​ເພດ​ນັ້ນ, ຕ້ອງການ​ມອບ​ສິດ​ເຕັມ​ສ່ວນ​ຫຼື​ສ່ວນ​ໜຶ່ງ ​ໃຫ້​ອົງການ​ນອກ​ພາດ​ລັດ​ຈັດ​ຕັ້ງ​ການ​ສະໜອງ​ການ​ບໍລິການ​ສາທາລະນະ​ຈຳນວນ​ໜຶ່ງ. ສ້າງ​ຊຸດ​ເຄື່ອງມື​ວັດ​ແທກ “ລະດັບ​ການ​ຫັນ​ເປັນ​ສັງຄົມ” ​ແລະ “ຄຸນ​ນະພາ​ບຂອງການ​ບໍລິການ” ​ເຊິ່ງບໍ່​ພຽງ​ແຕ່ສະທ້ອນ​ໃຫ້​ເຫັນ​ເຖິງ​ແຫຼ່ງກຳລັງ​ການ​ເງິນ​ເທົ່າ​ນັ້ນ ​ແຕ່​ຍັງ​ເຫັນ​ເຖິງ​ບັນດາ​ປັດ​ໄຈ​ທີ່​ບໍ່​ແມ່ນ​ການ​ເງິນ (​ເຊັ່ນ​ເນື້ອ​ໃນ, ວິທີ, ກຳລັງ​ເຂົ້າ​ຮ່ວມ, ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ, ການ​ປະ​ເມີນ​ຄຸນ​ນະພາ​ບຂອງ​ການ​ບໍລິການ...). ຕ້ອງ​ເຫັນ​ວ່າ, ຄຸນ​ນະພາບການ​ບໍລິການ​ສັງຄົມ​ບໍ່​ໄດ້​ຖືກ​ວັດ​ແທກ​ທັງ​ໝົດ​ໂດຍ​ລາຄາ​ຕະຫຼາດຄື​ກັນ​ກັບ​ສີນ​ຄ້າ​ທຳ​ມະ​ດາ, ເຊິ່ງຄຸນ​ນະພາ​ບນັ້ນ ບາງ​ຄັ້ງ​ຖືກ​ປະ​ເມີນ​ໂດຍ​ຄວາມ​ພຶງ​ພໍ​ໃຈ​ຫຼືບໍ່ພໍ​ໃຈ​ຂອງ​ຜູ້​ຊົມ​ໃຊ້​ບໍລິການ. ດັ່ງ​ນັ້ນ, ການ​ຕິດຕາມ​ກວດກາ​ແລະ​ປະ​ເມີນ​ຄຸນ​ນະພາ​ບການ​ບໍລິການ​ຂອງ​ບັນດາ​ກຳລັງ​ສັງຄົມ​ມີ​ບົດບາດ​ສຳຄັນ​ທີ່​ສຸດ, ​ເຊິ່ງສິ່ງ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ ຕ້ອງ​ສ້າງ​ຊຸ​ດ​ເຄື່ອງມື​ປະ​ເມີນ​ລະດັບ​ຄວາມ​ພຶງ​ພໍ​ໃຈ​ຂອງ​ຜູ້​ຊົມ​ໃຊ້​ບໍລິການ.

​ເປີດ​ກວ້າງ​ໂອກາດ​ໃຫ້​ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ, ອົງການ​ການ​ເມືອງ-ສັງຄົມອາຊີບ, ອົງການ​ສັງຄົມ, ອົງການ​ຊຸມ​ຊົນ ​ເຂົ້າຮ່ວມ​ການ​ບໍລິການ​ສັງຄົມ​ແລະຄຸ້ມ​ຄອງ​ພັດທະນາ​ບໍລິການ​ສັງຄົມ. ຊັບພະຍາກອນ​ທີ່​ປະຊາຊົນ​ປະກອບສ່ວນອາດ​ຈະ​ຢູ່​ໃນ​ຮູບ​ແບບ​ການ​ເງິນ, ພື້ນ​ທີ່​ທີ່​ດິນ, ພື້ນຖານ​ວັດຖຸ​ຮັບ​ໃຊ້​ໃຫ້​ແກ່​ການ​ສ້າງ​ຕັ້ງ, ຮັກສາ ​ແລະ​ພັດທະນາ​ບໍລິການ​ສັງຄົມ; ອາດ​ຈະ​ແມ່ນ​ແຮງ​ງານ​ອາສາ​ສະໝັກ​ເມື່ອ​ກໍ່ສ້າງ​ກິດຈະກຳ​ຮັບ​ໃຊ້​ຜົນ​ປະ​ໂຫຍ​ດສາທາລະນະ; ອາດ​ຈະ​ເປັນ​ການ​ແຕ່ງ​ຕັ້ງ​ຜູ້ຕາງໜ້າ​ເຂົ້າ​ຮ່ວມ​ໃນ​ຄະນະບໍລິຫານ​ຂອງ​ໜ່ວຍ​ງານ​ບໍລິການ​ສັງຄົມ ​ເພື່ອ​ຕິດຕາມ​ກວດກາ​ຄຸນ​ນະພາ​ບ, ປະກອບ​ຄວາມ​ຄິດ​ເຫັນຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ... ສຳລັບ​ບັນດາ​ອົງການ​ສັງຄົມ​ທີ່​ມີ​ຄວາມ​ພ້ອມ​ສູງ​ໃນ​ການ​ປ່ຽນ​ແປງ​ໃໝ່ຈິນຕະນາການ, ຊັບພະຍາກອນ​ການ​ເງິນ, ພື້ນຖານ​ວັດຖຸ ​ແລະ​ບຸກຄະລາ​ກອນ, ​ແມ່ນ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃຫ້​ບຸລິມະສິດ​ໃນ​ຂະ​ບວນການ​ມອບ​ສິດ​ສະໜອງ​ບໍລິການ​ສາທາລະນະ​ຈຳນວນ​ໜຶ່ງ. ​ໃນ​ເມື່ອ​ມອບ​ສິດ​ໃຫ້​ອົງການ​ສັງຄົມສະໜອງ​ບໍລິການ​ສາທາລະນະ​ນັ້ນ, ລັດ​ກໍ່​ຕ້ອງ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ໃນ​ການ​ຝຶກ​ອົບຮົມ​ບຸກຄະລາ​ກອນ​ແລະກຳນົດ​ແບບ​ວິທີ​ການ​ຄຸ້ມ​ຄອງ​ທີ່​ເໝາະ​ສົມ, ຫຼີກ​ລ່ຽງປະກົດ​ການ​ຂອງ​ການ​ປະຕິ​ເສດ​ຄວາມ​ຮັບຜິດຊອບ​ດ້ານ​ການ​ຄຸ້ມ​ຄອງ​ຂອງ​ລັດ​ໃນ​ເມື່ອ​ຫັນ​ເປັນ​ສັງຄົມ ຫຼືຄຸ້ມ​ຄອງ​ບໍລິຫານ​ແບບ​ແຂງ​ກະດ້າງ ທີ່​ເປັນ​ການ​ລົບ​ລ້າງ​ສິດ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ບັນດາ​ອົງການ​ສັງຄົມ​ໃນ​ການປະຕິບັດ​ພາລະກິດ​ຂອງ​ອົງການ. ບັນດາ​ອົງການ​ສັງຄົມ​ຕ້ອງ​ຖື​ເອົາ​ການປົກ​ປ້ອງ​ແລະ​ຊຸກຍູ້​ສິດ​ແລະ​ຜົນ​ປະ​ໂຫຍດອັນ​ຊອບ​ທຳ​, ຖືກ​ກົດໝາຍຂອງສະມາຊິກຂອງຜູ້​ຮ່ວມ​ງານ ​ເປັນ​ແຮງ​ຊຸກ​ດັນ​ຕົ້ນຕໍ່ສຳລັບ​ການ​ປ່ຽນ​ແປງ​ໃໝ່​ການ​ເຄື່ອນ​ໄຫວ. ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ປັບປຸງ, ​ເພີ່ມ​ທະວີບົດບາດ​ຂອງ​ຂັ້ນ​ຮາກ​ຖານ​ເພື່ອ​ຕິດ​ແໜ້ນ​ກັບ​ຊຸມ​ຊົນ, ຕິດ​ກັບ​ປະຊາກອນ, ກັບ​ຄວາມ​ຕ້ອງການ​ຂອງ​ສະມາ​ຊິດ ຂອງ​ຜູ້​ຮ່ວມ​ງານ. ຫັນປ່ຽນ​ຈາກ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ການ​ເງິນ​ງົບປະມານ​ໂດຍ​ກົງ​ໃຫ້​ອັງກາ​ນສັງຄົມ, ​ໃຫ້​ເງິນ​ເດືອນ​ແກ່​ພະນັກງານ, ມາ​ເປັນ​ການ​ປະມູນຊຸດ​ບໍລິການ​ໂດຍ​ໃຊ້​ງົບປະມານ​ເພື່ອ​ການ​ພັດທະນາ​ສັງຄົມ.

ທີ​ສີ່, ຍົກ​ລະດັບ​ຄວາມ​ເປັນ​ມື​ອາຊີບ​ໃນ​ການ​ຕິດຕາມ​ກວດກາ​ແລະ​ວິ​ຈານ​ສັງຄົມ ຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ, ສະມາຄົມ, ສະມາ​ພັນ.

ພາລະ​ບົດບາດ​ຕິດຕາມ​ກວດກາ​ແລະ​ວິ​ຈານ​ສັງຄົມຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງຄະ​ນະ​ການ​ເມືອງ-ສັງຄົມ, ບັນດາ​ອົງການ​ສັງຄົມ​ ຕ້ອງ​ໄດ້ຮັບ​ການ​ປັບປຸງ​ບູລະນະ​ແລະ​ປະຕິບັດ​ຢ່າງ​ເປັນ​ມື​ອາຊີບ. ການ​ວິຈານ​ສັງຄົມ​ໄດ້​ດຳ​ເນີນ​ໃນ​ໄລຍະ​ຮ່າງ​ນະ​ໂຍບາຍ, ການ​ຕິດຕາມ​ກວດກາ​ມ​ແມ່ນ​ໄດ້​ປະຕິບັດ​ໃນ​ໄລຍະຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ. ຕ້ອງ​ມີ​ກົນ​ໄກ​ເພື່ອ​ຮັບປະກັນ​ຄວາມ​ສົນ​ດຸນທາງ​ຂໍ້​ມູນ​ລະຫວ່າງ​ບັນດາ​ກຸ່ມ​ສັງຄົມ​ໃນ​ຂະ​ບວນການ​ວິຈາ​ນ​ແລະ​ສົ່ງ​ຜົນ​ກະທົບ​ເຖິງ​ການ​ສ້າງ​ນະ​ໂຍບາຍ, ຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ, ຖືກ​ກົດໝາຍຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ກີດ​ກັ້ນ​ແລະ​ເດັດດ່ຽວ​ຕໍ່ສູ້​ຕ້ານ “ກຸ່ມ​ຫາ​ຜົນ​ປະ​ໂຫຍ​ດ” ອະທຳ.

​ເພີ່ມ​ທະວີ​ຄວາມເປັນ​ເຈົ້າ​ການ​ໃນ​ການ​ວິຈານ​ສັງຄົມຕໍ່​ບັນດາ​ບັນຫາ​ທີ່​ພັກ​ແລະ​ລັດ​ມີ​ຄວາມ​ຕ້ອງການ​ປັບປຸງ​ບູລະນະກົນ​ໄກ, ນະ​ໂຍບາຍ, ບັນດບັນຫາ​ທີ່​ປະຊາຊົນ​ມີ​ຄວາມ​ຕ້ອງການ​ຮີບ​ຮ້ອນ, ບົນ​ພື້ນຖານການ​ແກ້​ໄຂ​ຄວາມ​ອົດ​ຮັບ, ນັ່ງ​ລໍຖ້າອົງການ​ລັດ​ມາ“ຂໍ​ການ​ປະກອບ​ຄວາມ​ເຫັນ”. ເມື່ອມີ​ບັນຫາ​ໃໝ່, ຍາກ​ແລະ​ສັບສົນ, ​ແຕະຕ້ອງ​ເຖິງ​ສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ, ຖືກກົດໝາຍຂອງປະຊາຊົນ​ບັນດາ​ຊັ້ນ​ຄົນນັ້ນ ບັນດາ​ອົງການ​ພັກ​ແລະ​ລັດ​ຕ້ອງ​ເປັນ​ເຈົ້າ​ການ“ສັ່ງ​ສິນຄ້າ” ​ໃຫ້​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ການ​ເມືອງ-ສັງຄົມ, ບັນດາ​ອົງການ​ສັງຄົມ, ອົງການ​ວິທະຍາສາດ... ​ເພື່ອ​ກວດ​ພິ​ສູດ, ປະ​ເມີນ​ແລະວິຈານ​ຢ່າງ​ມີ​ຄຸນ​ນະພາ​ບ. ການຕິດຕາມ​ກວດກາ​ສັງຄົມຕ້ອງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເປັນ​ມືອາຊີບ, ມີ​ເນື້ອ​ໃນ​ສະ​ເພາະຈະ​ແຈ້ງ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ບັນຫາ​ທີ່​ມີ​ຄວາມ​ບ້ຽວລະຫວ່າງນະ​ໂຍບາຍ​ທີ່​ໄດ້​ປະກາດ​ໃຊ້​ແລ້ວ​ ກັບ​ຄວາມ​ເປັນ​ຈິງ, ບັນດາ​ບັນຫາ​ໃໝ່​ທີ່​ເກີດ​ຂຶ້ນ​ນອກ​ເໜືອ​ຈາກການ​ຄາດ​ຄະ​ເນ...ເພື່ອ​ຈະ​ມີຂໍ້​ສະ​ເໜີ​ໃຫ້​ດັດປັບການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ, ຊ້ຳພັດດັດ​ແປງ, ​ປັບປຸງ, ເພີ່ມ​ເຕີມ ຫຼື​ປ່ຽນ​ແປງ​ນະ​ໂຍບາຍ. ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ຕິດຕາມ​ກວດກາ​ສັງຄົມກັບ​ການ​ຕິດຕາມ​ກວດກາຂອງບັນດາ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ, ການ​ຕິດຕາມ​ກວດກາ​ຂອງ​ຫາງ​ສຽງ​ຜ່ານໜັງສືພິມ, ການ​ເຄື່ອນ​ໄຫວ​ກວດກາ, ກວດ​ສອບ, ກວດບັນຊີຂອງ​ບັນດາ​ອົງການ​ລັດ. ຂໍ້​ສະ​ເໜີ “ການຕິດຕາມ​ກວດກາພາຍຫຼັງ” ຂອງ​ແນວ​ໂຮມ​ປະ​ເທດ​ຊາດ, ຂອງບັນດາ​ອົງການ​ການ​ເມືອງ-ສັງຄົມ, ​ອົງການສັງຄົມ​ຕ້ອງ​ໄດ້​ຮັບ​ການ​ຍອມຮັບ​ແລະຈັດການ​ແກ້​ໄຂ​ຢ່າງ​ເຖິງ​ຖອງ​ຈາກ​ອົງການ​ຮັບຜິດຊອບ ​ໂດຍ​ມີ​ການສ່ອງ​ແສງ​​ຄືນກ່ຽວກັບຜົນ​ການ​ແກ້​ໄຂ​ແລະມີ​ການ​ອະທິບາຍ​ລາຍ​ງານ​ຂອງ​ອົງການ​ຮັບຜິດຊອບ.

ຍົກ​ສູງ​ຄວາມ​ເປັນ​ມື​ອາຊີບ​ໃນ​ການ​ຕິດຕາມ​ກວດກາ​ແລະ​ວິຈານ​ສັງຄົມ​ຂ​ອງ​ແນວ​ໂຮງ​ປະ​ເທດ​ຊາດ, ບັນດາ​ອົງການ​ການ​ເມືອງ-ສັງຄົມ, ບັນດາ​ສະມາຄົມ, ສະມາ​ພັນລະດັບ​ສູນ​ກາງ. ຍ້ອນ​ວ່າ​ລະ​ດັບ​ນີ້​ພົວພັນ​ໂດຍ​ກົງ​ກັບ​ການ​ເຂົ້າ​ຮ່ວມການ​ສ້າງ​ນະ​ໂຍບາຍ, ກົດໝາຍ, ຮັບປະກັນ​ຫຼັກການ​ຍຸດຕິ​ທຳ, ບໍ່​ລຳອຽງ​ຂອງ​ນະ​ໂຍບາຍ​ສາທາລະນະ​ລັດ, ປົກ​ປັກ​ຮັກສາ​ແຕ່ຕົ້ນ​ແລະປົກ​ປັກ​ຮັກສາ​​ແຕ່​ໄກສິດ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ, ຖືກ​ກົດໝາຍ​ຂອງ​ປະຊາຊົນ. ​ເອົາ​ໃຈ​ໃສ່​ປັບປຸງ​ບົດບາດ​ຂອງ​ບັນດາ​ອົງການ​ວິທະຍາສາດ-ເຕັກໂນໂລຊີ ໃນການວິຈານບັນດາບັນຫາສະເພາະຂະແໜງທີ່ຕ້ອງການວິຊາສະເພາະ​ທີ່​ເລິກ​ເຊິ່ງ. ປັບປຸງ​ບູລະນະ​ກົນ​ໄກ​ເພື່ອ​ຮັບປະກັນສິດທິ​ໃນ​ການ​ເຂົ້າ​ຮ່ວມ​ປະ​ກອບ​ຄວາມ​ເຫັນ​ໂດຍ​ກົງ​ ຂອງ​ປະຊາຊົນ​ໃນ​ການ​ກຳນົດ​ແນວທາງ, ນະ​ໂຍບາຍ, ກົດໝາຍ; ສິດທິ​ໃນ​ການ​ຕິດຕາມ​ກວດກາ​ໂດຍ​ກົງ​ຂອງ​ຊຸມ​ຊົນ​ຢູ່​ຮາກ​ຖານ ຕໍ່​ບັນດາ​ນັບ​ຫາ​ໃນ​ຂອບ​ເຂດ “ປະຊາຊົນ​ຮູ້, ປະຊາຊົນ​ປຶກສາ​ຫື, ປະຊາຊົນ​ເຮັດ, ປະຊາຊົນ​ກວດກາ”. ປະສານ​ສົມທົບ​ເປັນ​ຢ່າງ​ດີ​ກັບ​ໜັງສືພິມ, ສື່​ຂ່າວ​​ສ້າງ​ຫາງ​ສຽງ​ເພື່ອ​ບັງຄັບ​ໃຫ້ບັນດາ​ອົງການ​ຈັດ​ຕັ້ງ​ແລະ​ບຸກຄົນ​ທີ່​ມີ​ຄວາມ​ຮັບຜິດຊອບ​ຕ້ອງ​ຮັບ​ຮູ້​ແລະ​ອະທິບາຍ​ລາຍ​ງານຢ່າງ​ຄົບ​ຖ້ວນ​ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ແນວ​ໂຮມ​ປະ​ເທດຊາດ, ບັນດາ​ອົງການ​ການ​ເມືອງ-ສັງຄົມ, ອົງການ​ສັງຄົມ​ ໄດ້​ວິຈານແລະ​ໄດ້​ມີ​ຂໍ້​ສະຫຼຸບ​ການ​ຕິດຕາມ​ກວດກາ./.

​ໂດຍ ຮສ. ປອ. ດວ່າ​ນມິ​ງຫວນ

ກຳມະ​ການ​ສຳຮອງ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ບັນນາທິການ​ວາລະສານ​ກອມ​ມູນິດ

------------

* ບົດ​ນີ້​ແມ່ນ​ຜະລິດ​ຕະພັນ​ຂອງ​ຫົວ​ຂໍ້​ວິທະຍາສາດ​ລະດັບ​ຊາດ KX.01.50/16-20 ​ໃນ​ໂຄງການ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ​ຈຸດ​ໜັກ​ແຫ່ງ​ຊາດ KX.01/16-20.

- ບົດ​ນີ້​ໄດ້​ລົງ​ພິມ​ໃນວາລະສານ​ກອມ​ມູນິດ ສະບັບ​ທີ 929 (​ເດືອນພະຈິກ 2019)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ