ວັນພຸດ, 20/9/2017
ຄວາມເຫັນຈຳນວນໜຶ່ງກ່ຽວກັບການ ປ່ຽນແປງໃໝ່ ການສຶກສາຫວຽດນາມ ຢ່າງພື້ນຖານ ແລະ ຮອບດ້ານ
15/12/2012 11:47' ສົ່ງ ພິມ
ຮູບສະແດງເຖິງເນື້ອໃນຂອງບົດ

1- ຫັນປ່ຽນຈາກການສຶກສາໃຫ້ຄວາມຮູ້ ມາເປັນການສຶກສາພັດທະນາຄຸນສົມບັດ ແລະ ກຳລັງຄວາມສາມາດ

ການປ່ຽນແປງໃໝ່ການສຶກສາ, ກ່ອນອື່ນໝົດແມ່ນຕ້ອງກຳແໜ້ນພາລະໜ້າທີ່ທຳມະຊາດຂອງການສຶກສາ, ຈຸດໝາຍ ການບຳລຸງສ້າງພະນັກງານ, ເຮັດໃຫ້ການສຶກສາມີປະສິດທິຜົນກວ່າອີກໃນການກະກຽມໃຫ້ແກ່ການສ້າງ ແຫຼ່ງຊັບພະຍາກອນມະນຸດ, ເຮັດໃຫ້ການສຶກສາກາຍເປັນການສຶກສາອົບຮົມຫຼາຍກວ່າອີກ ຫາກບໍ່ແມ່ນປ່ຽນແປງໃໝ່ ໃຫ້ມັນກາຍເປັນຂະແໜງການອື່ນ.

ບັນຫາແກ່ນສານ, ໃຈກາງຂອງການສືບຕໍ່ປ່ຽນແປງໃໝ່ນີ້ ແມ່ນສຸມໃສ່ຫັນປ່ຽນຢ່າງແຂງແຮງ ຈາກການສຶກສາ ໃຫ້ຄວາມຮູ້ເປັນຕົ້ນຕໍ ມາເປັນການສຶກສາທີ່ກໍ່ຮ່າງສ້າງຮູບເປັນຄຸນສົມບັດ ແລະ ພັດທະນາຄວາມສາມາດຂອງຜູ້ຮຽນ. ອາດຈະເວົ້າຫຍໍ້ສັ້ນກວ່າອີກຄື, ພັດທະນາຄຸນສົມບັດຫຼືກຳລັງຄວາມສາມາດມະນຸດ. ດ້ວຍວິທີຮ່ຳຮຽນ ຖ່າຍທອດໃຫ້ຄວາມຮູ້, ເວົ້າລວມ, ນັກຮຽນຖືກຈຳກັດຍ້ອນຄູອາຈານ, ຮຸ້ນຄົນລຸນຫຼັງຖືກຈຳກັດຍ້ອນຮຸ້ນຄົນກ່ອນ, ໃນເວລານັ້ນ ຊີວິດການເປັນຢູ່ປັດຈຸບັນ ຊ້ຳພັດຮຽກຮ້ອງຕ້ອງການທີ່ສຸດເຖິງການກະກຽມໃຫ້ນັກຮຽນ ລື່ນກາຍຄູອາຈານ,ລື່ນກາຍປຶ້ມໜັງສື.

ການຫັນປ່ຽນຈາກການສຶກສາໃຫ້ຄວາມຮູ້ ມາເປັນການສຶກສາພັດທະນາກຳລັງຄວາມສາມາດນັ້ນ ມີການພົວພັນ ໂດຍກົງ, ແໜ້ນແຟ້ນ ແລະ ກ່ອນອື່ໝົດ ກັບການສ້າງບັນດາໂຄງການຫຼັກສູດ. ການຮຽບຮຽງຂຽນປຶ້ມຕຳລາຮຽນ ກໍ່ຕ້ອງມີການແກ່ງແຍ້ງ, ປຽບທຽບທາງດ້ານຄຸນນະພາບ, ເພື່ອໃຫ້ມີຕຳລາຮຽນທີ່ດີທີ່ສຸດ. ການສອບເສັງຕາມຫຼັກສູດ ຫາກບໍ່ແມ່ນ ເສັງຕາມປຶ້ມຕຳລາຮຽນ, ແມ່ນການກວດກາກຳລັງຄວາມສາມາດ ໂດຍບໍ່ແມ່ນກວດກາຄວາມຈື່ຈຳ. ຮຽນເພື່ອຍົກສູງ ກຳລັງຄວາມສາມາດມະນຸດ, ກຳລັງຄວາມສາມາດແທ້ຈິງ, ໂດຍບໍ່ແມ່ນພຽງແຕ່ເພື່ອເສັງ ຫາກກົງຂ້າມ ແມ່ນເສັງເພື່ອຮຽນ. ຈຳເປັນຕ້ອງເຮັດໃຫ້ການສອບເສັງກາຍເປັນວຽກງາມທີ່ເບົາບາງ ແລະ ມີທາດແທ້ກວ່າ, ບໍ່ໜັກໜາຄືກັບປັດຈຸນັນນີ້ອີກ. ຄວນເປີດກວ້າງກອບຄະແນນ ເພື່ອຕີລາຄາ ຈັດແບ່ງປະເພດໄດ້ງ່າຍ.

ຕ້ອງຫັນປ່ຽນຈາກການຮຽນແບບຈົດຈຳຄຳສອນຂອງຄູ, ປາກເວົ້າແລະຂຽນຕາມຄຳສອນຂອງຄູ ມາເປັນການສົ່ງເສີນ ການນຶກຄິດ ຈິນຕະນາການເປັນເອກະລາດ ແລະ ການປະດິດສ້າງຂອງຜູ້ຮຽນ, ຍ້ອນວ່າການປະດິດສ້າງ ເປັນການສະແດງອອກ ຂອງກຳລັງຄວາມສາມາດ. ເມື່ອໄດ້ປະດິດສ້າງແລ້ວ ແມ່ນຍາມໃດກໍ່ມີອັນສະເພາະ ຂອງຜູ້ຮຽນ, ບໍ່ຄືກັນກັບຂອງຄູ, ບໍ່ຖືກຕ້ອງກັບຄູ, ມັນຕ້ອງຕ່າງກັນກັບຄູ. ແຕ່ກ່ອນມາເຖິງປັດຈຸບັນ, ນັກຮຽນເວົ້າຕາມຄູ, ເວົ້າຄືທີ່ສຸດກັບຄູກໍ່ຈະໄດ້ຄະແນນສູງ, ຈັ່ງຊັ້ນຈຶ່ງຕ້ອງ “ຮຽນຢ່າງຕາປຽກ”, ຕ້ອງເອົາໃຈໃສ່ຈື່ຈຳ, ຕ້ອງຮຽນທ່ອງຂຶ້ນໃຈໄດ້ກັບປາກ. ດຽວນີ້ບໍ່ຄວນຮຽນແບບນັ້ນອີກ.

ເພື່ອມີກຳລັງຄວາມສາມາດ, ເພື່ອມີການປະດິດສ້າງ ຕ້ອງຮູ້ເສີມຂະຫຍາຍທ່າແຮງທີ່ມີຢູ່ຂອງແຕ່ລະຄົນ ທີ່ບໍ່ມີຜູ້ໃດ ຄືກັນກັບຜູ້ໃດເລີຍ. ແຕ່ດົນນານແລ້ວ, ລຸງໂຮ່ ໄດ້ເວົ້າວ່າ ການສຶກສາຕ້ອງຊ່ວຍໃຫ້ການພັດທະນາຢ່າງຄົບຖ້ວນ “ກຳລັງຄວາມສາມາດຕ່າງໆ ທີ່ມີພ້ອມແລ້ວ” ຂອງຜູ້ຮຽນ; ທ່ານ ກ.ມາກ ກໍ່ໃຫ້ທັດສະນະວ່າ ພາລະບົດບາບ ຂອງການສຶກສາແມ່ນ “ພັດທະນາກຳລັງຄວາມສາມາດ-ທາດແທ້ມະນຸດ” (ທ່ານໄດ້ເອົາ ຄຳສັບ    ກຳລັງຄວາມສາມາດ ແລະ ຄຳສັບ ທາດແທ້ ຕິດເຂົ້າກັນເປັນຄຳສັບໃໝ່ຄື ກຳລັງຄວາມສາມາດ-ທາດແທ້ມະນຸດ). ເພື່ອປົດປ່ອຍ ແລະ ພັດທະນາຢ່າງສຸດຂີດ ກຳລັງຄວາມສາມາດຂອງຜູ້ຮຽນ ແມ່ນຕ້ອງເຄົາລົບນັບຖື  ແລະ ເສີມຂະຫຍາຍ “ມະນຸດບຸກຄົນ”, ຄວາມເປັນອິດສະລະ ຄືດັ່ງທີ່ທ່ານ ກ.ມາກ ໄດ້ເວົ້າມາ, ເສີມຂະຫຍາຍສະຕິປັນຍາຂອງຕົນ, ກິຕິຄຸນຂອງຕົນເອງ, ກຳລັງຄວາມສາມາດສະເພາະຂອງຕົນ, ຫາກບໍ່ແມ່ນເອກະຊົນນິຍົມ.

ກຳລັງຄວາມສາມາດແມ່ນອັນ  “ໂດຍມັນເອງ”, “ຂອງກະໂຕມັນເອງ”, ແມ່ນຈິນຕະນາການທີ່ເປັນເອກະລາດ; ການພັດທະນາ ແມ່ນ “ພັດທະນາດ້ວຍຕົນເອງ”, ບໍ່ມີຜູ້ໃດເອົາມາມອບໃຫ້, ບໍ່ອາດຈະເອົາໄປໃຫ້ຜູ້ອື່ນໄດ້, ບໍ່ອາດຈະກູ້ຢືມໄດ້. ກຳລັງຄວາມສາມາດບໍ່ແມ່ນສິ່ງທີ່ໄດ້ສ້າງຂຶ້ນໂດຍອາໄສຜູ້ອື່ນຖ່າຍທອດໃຫ້ ຫາກມັນຈະຂະຫຍາຍຕົວໃນຂະບວນວິວັດ “ຈິນຕະນາການແບບເຊື່ອມຊຶມ”, ຮຽນເອົາເອງ. ບັນດາປັນຍາຊົນທີ່ຍິ່ງໃຫຍ່ມີຊື່ສຽງ ສ່ວນຫຼາຍແມ່ນໄດ້ເຕີບໃຫຍ່ຂະຫຍາຍຕົວ ໂດຍຜ່ານການຮ່ຳຮຽນດ້ວຍຕົນເອງ ເປັນຕົ້ນຕໍ. ເອົານັກຮຽນເປັນໃຈກາງ ຂອງວຽກງານການສຶກສາ, ບຳລຸງສ້າງພະນັກງານ ແມ່ນທິດນຳທີ່ຖືກຕ້ອງ, ແຕ່ຖ້າຫາກອີງໃສ່ນັ້ນ ແລ້ວເບິ່ງເບົາບົດບາດຂອງຄູອາຈານ ກໍ່ພັດເປັນຄວາມຜິດພາດ. ໃຜເປັນຜູ້ເອົານັກຮຽນເປັນໃຈກາງ? ກ່ອນອື່ນໝົດແມ່ນຄູອາຈານ, ຖັດຈາກນັ້ນແມ່ນນັກຄຸ້ມຄອງ. ບັນຫາຄູອາຈານຍັງຄົງແມ່ນ ແລະ ຍິ່ງຕ້ອງແມ່ນບັນຫາຫຼັກແຫຼ່ງ.

ມະຫາວິທະຍາໄລ, ຄຳວ່າມະຫາ ຕາມຄວາມໝາຍພື້ນເມືອງນັ້ນແມ່ນໃຫຍ່, ແມ່ນການຮຽນຕາມແບບຜູ້ໃຫຍ່, ແມ່ນຄົນທີ່ໄດ້ເປັນຜູ້ໃຫຍ່ແລ້ວ, ເປັນຜູ້ທີ່ມີຄວາມຄິດຈິນຕະນາການເປັນເອກະລາດ, ຈິນຕະນາການເອກະລາດນັ້ນ ຕ້ອງໄດ້ຮັບການ ເຄົາລົບນັບຖື, ເປັນທຳມະດາວ່າ ນັ້ນແມ່ນຄວາມເຄົາລົບນັບຖື ໃນສິ່ງແວດລ້ອມທີ່ມີການແລກປ່ຽນຂ່າວສານ, ມີການຕຳນິວິພາກ, ມີການວິພາກວິຈານ. ລະດັບມະຫາວິທະຍາໄລ ກ່ອນອື່ນໝົດແມ່ນລະດັບ ຮຽນດ້ວຍຕົນເອງ.

ຂະບວນວິວັດການພັດທະນາກຳລັງຄວາມສາມາດ ຍາມໃດກໍ່ຕິດແໜ້ນກັບວິວັດທະນາການເຄື່ອນໄຫວພຶດຕິກຳ, ກັບການຈັດຕັ້ງປະຕິບັດວຽກງານ. ເພາະສະນັ້ນ, ທິດນຳທີ່ວ່າ ຕິດແໜ້ນການຮຽນ ກັບການປະຕິບັດ, ໂຮງຮຽນກັບສັງຄົມ, ໂດຍຜ່ານວຽກງານເພື່ອຮ່ຳຮຽນຕະຫຼອດການ ຈຶ່ງມີຄຸນຄ່າໃຫຍ່ຫຼວງ ແລະ ຍາວນານ.

ການປ່ຽນແປງໃໝ່ບໍ່ມີຈຸດປະສົງຂອງໂຕມັນເອງ, ຫາກການປ່ຽນແປງໃໝ່ ແມ່ນຕ້ອງແນໃສ່ຍົກສູງຄຸນນະພາບ,ຫັນປ່ຽນຈາກການພັດທະນາຕາມລວງກວ້າງ ມາເປັນການພັດທະນາຕາມລວງເລິກ. ພັດທະນາຄຸນສົມບັດ, ກຳລັງຄວາມສາມາດ ແມ່ນຄວາມຮຽກຮ້ອງຕ້ອງການສູງສຸດຂອງຄຸນນະພາບ, ນັ້ນແມ່ນເນື້ອແທ້ຂອງຄຸນນະພາບ. ພະຍາດອວດອ້າງຜົນງານ ຍາມໃດກໍ່ຝືນຕໍ່ຄວາມຮຽກຮ້ອງຕ້ອງການຄຸນນະພາບ.

2- ກໍ່ສ້າງພື້ນຖານການສຶກສາເປີດ, ຮ່ຳຮຽນຕະຫຼອດຊີວິດ ຕິດກັບການກໍ່ສ້າງສັງຄົມ ຮ່ຳຮຽນ,  ພັດທະນາການສຶກສາດ້ວຍ “ເອເລັກໂຕຣນິກ”

ຄວນຈັດຕັ້ງການສຶກສາຄືແນວໃດ? ກ່ອນອື່ນໝົດ ຕ້ອງເລີ່ມຈາກຄວາມຮຽກຮ້ອງຕ້ອງການພັດທະນາຄຸນສົມບັດ, ກຳລັງຄວາມສາມາດຂອງຜູ້ຮຽນ, ຕໍ່ຈາກນັ້ນແມ່ນຕອບສະໜອງຄວາມຕ້ອງການກ່ຽວກັບແຫຼ່ງກຳລັງຄົນງານໃຫ້ສັງຄົມ, ຈາກນັ້ນຈຶ່ງຈັດຕັ້ງພື້ນຖານການສຶກສາ.

ປັດຈຸບັນນີ້, ໂລກກຳລັງປ່ຽນແປງຢ່າງໄວວາທີ່ສຸດ, ເງື່ອນໄຂແລະວຽກງານອຸດົມສົມບູນຫຼາຍຮູບຫຼາຍແບບທີ່ສຸດ. ເພື່ອມີຊີວິດຢູ່ ແລະ ເຮັດວຽກໃນສະພາບແວດລ້ອມຄືແນວນັ້ນ ການຮຽນບໍ່ແມ່ນຮຽນເທື່ອໜຶ່ງຄັ້ງດຽວ ແມ່ນສຳເລັດ, ແລ້ວຫຼັງຈາກນັ້ນກໍ່ເຮັດວຽກຕະຫຼອດໄປ, ແຕ່ວ່າມັນຮຽກຮ້ອງໃຫ້ຕ້ອງເພີ່ມເຕີມຄວາມຮູ້ຢ່າງບໍ່ຢຸດຢັ້ງ, ພັດທະນາ ກຳລັງຄວາມສາມາດຢ່າງເປັນປະຈຳ, ຕະຫຼອດຊີວິດ. ນັ້ນແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ ທີ່ຕ້ອງຈັດຕັ້ງ ພື້ນຖານການສຶກສາເປີດ, ຮຽນຢ່າງແທ້ຈິງ, ຈຳກັດປັດເປົ່າບັນດາປະກົດການຫລອກຮຽນ ພະຍາດຮູບການ, ຫັນປ່ຽນຈາກການຮຽນເທື່ອໜຶ່ງ ມາເປັນການຮຽນຕະຫຼອດຊີວິດ, ບໍ່ພຽງແຕ່ຮຽນຢູ່ໂຮງຮຽນເທົ່ານັ້ນ ຫາກຮຽນຢູ່ທຸກບ່ອນ ທຸກເວລາ, ຮຽນຈົບແລ້ວຍັງສືບຕໍ່ຮຽນ “ຮຽນອີກ, ຮຽນຕະຫຼອດການ” ຄືກັນກັບວິທີເວົ້າຂອງ ວ.ອີ.ເລນິນ. ໃນພື້ນຖານການສຶກສາເປີດນັ້ນ, ຮອບຊີວິດຂອງປຶ້ມຕຳລາຮຽນກໍ່ຈະຖືກຫຍໍ້ສັ້ນເຂົ້າ, ຍ້ອນວ່າຕ້ອງເພີ່ມເຕີມຄວາມຮູ້ໃໝ່ ໃຫ້ທັນສະໄໝ; ຈະຕ້ອງພັດທະນາ ບັນດາຮູບການສຶກສາ “ເອເລັກໂຕຣນິກ” ທີ່ສອດຄ່ອງ, ດ້ວຍການໃຊ້ ປຶ້ມຕຳລາຮຽນເອເລັກໂຕຣນິກ (E-Book) ຢ່າງແຜ່ຫຼາຍ ແລະ ຕົ້ນຕໍ່ (ສອດຄ່ອງກັບການເພີ່ມເຕີມຄວາມຮູ້ໃໝ່ ໃຫ້ທັນສະໄໝຢ່າງໄວວາ); ດ້ວຍການຮຽນ ແລະ ສອນແຕ່ໄກ, ຜ່ານລະບົບຕາໜ່າງ (network) ແລະ ບັນດາພາຫະນະສື່ສານ; ດ້ວຍລະບົບຫໍສະໝຸດເອເລັກໂຕຣນິກ ແລະ ບັນດາສູນສະໜອງຄວາມຮູ້ ໂດຍຜ່ານລະບົບຕາໜ່າງ ທີ່ມີທ່າດີຫຼາຍຢ່າງ ທາງດ້ານການເຜີຍແຜ່ຄວາມຮູ້; ດ້ວຍການຄຸ້ມຄອງແບບເປີດເຜີຍ, ຂໍ້ມູນຂ່າວ ສານຈະແຈ້ງ ໂປ່ງໃສ, ສ້າງເງື່ອນໄຂໃຫ້ທຸກຄົນ ໃຫ້ສັງຄົມ ເຂົ້າຮ່ວມການຕິດຕາມກວດກາ ແລະ ຄຸ້ມຄອງ; ເຕັກໂນໂລຊີສື່ສານ ຈະເຂົ້າຮ່ວມບໍ່ພຽງແຕ່ໃນການເຜີຍແຜ່ຖ່າຍທອດຄວາມຮູ້, ການອົບຮົມສຶກສາແຕ່ໄກ ເທົ່ານັ້ນ ຫາກຍັງເຂົ້າຮ່ວມໃນວຽກງານກວດກາ, ສອບເສັງ, ກວດຜ່ານ… ນຳອີກ.

ມີຄຳຖາມໜຶ່ງໄດ້ວາງອອກມາຄື  ເຕັກໂນໂລຊີສື່ສານ (IT) ຈະສາມາດປ່ຽນແທນໃຫ້ຄູອາຈານໄດ້ ຫຼືບໍ່? ຄຳຕອບກໍ່ຄື: ບໍ່ສາມາດ ແລະ ອາດສາມາດ! ພາກສ່ວນຕ່າງໆກ່ຽວກັບການສ້າງເນື້ອໃນສື່ສານ, ວິທີການເຂົ້າປະຊິດ, ຖ່າຍທອດຄວາມຮູ້ສຶກສຳນຶກ, ພິເສດແມ່ນ ການຍົກໃຫ້ເຫັນແວ່ນແຍງກ່ຽວກັບຄຸນສົມບັດນັ້ນ ເຕັກໂນໂລຊີສື່ສານ ບໍ່ສາມາດປ່ຽນແທນຄູອາຈານໄດ້. ສ່ວນການເຜີຍແຜ່ຄວາມຮູ້, ເຜີຍແຜ່ຂ່າວສານ ແມ່ນເຕັກໂນໂລຊີສື່ສານ ມີທ່າດີກວ່າຄູອາຈານ. ເຕັກໂນໂລຊີສື່ສານ ສ້າງເງື່ອນໄຂໃຫ້ນັກຮຽນຫຼາຍຄົນ ທີ່ຢູ່ຫຼາຍບ່ອນ ສາມາດພ້ອມກັນພົວພັນຕິດຕໍ່ ກັບຄູອາຈານທີ່ເກັ່ງ, ເພື່ອຈະໄດ້ຮັບຄຸນນະພາບທີ່ສູງກວ່າ ແລະ ສະໝ່ຳສະເໝີກວ່າ; ໝາຍຄວາມ ວ່າເຕັກໂນໂລຊີສື່ສານ ກໍ່ເປັນ “ຄູອາຈານ” ທີ່ຊ່ວຍໃຫ້ນັກຮຽນ ອາດຈະຮ່ຳຮຽນດ້ວຍຕົນເອງ ໃນທຸກເວລາ ຢູ່ທຸກບ່ອນໄດ້. ຕ້ອງເປັນເຈົ້າການ ນຳໃຊ້ທ່າດີ ຂອງເຕັກໂນໂລຊີສື່ສານ ແລະ ວິທີຈັດຕັ້ງການສື່ຂ່າວ ທີ່ໄປຕາມເຕັກໂນໂລຊີດັ່ງກ່າວນັ້ນ ເພື່ອປ່ຽນແປງໃໝ່ ແລະ ພັດທະນາການສຶກສາ.

ພື້ນຖານການສຶກສາເປີດ, ຮ່ຳຮຽນຕະຫຼອດຊີວິດ, ການຫຍໍ້ສັ້ນ (ຢ່າງສົມເຫດສົມຜົນ) ໄລຍະເວລານັ່ງຢູ່ໂຮງຮຽນ ເພື່ອອອກໄປເຮັດວຽກໂດຍໄວ, ຜ່ານພຶດຕິກຳຕົວຈິງເພື່ອຈະສືບຕໍ່ການຮ່ຳຮຽນ ກໍ່ແມ່ນຄວາມຈຳເປັນ ແລະ ມີພື້ນຖານວິທະຍາສາດ.

ເພື່ອສາມາດຈັດຕັ້ງການເຊື່ອມຕໍ່ໜໍ່ເນືອງກັນໄດ້ເປັນຢ່າງດີ ໃນການບຳລຸງສ້າງພະນັກງານແມ່ນຕ້ອງເປັນເອກະພາບ ທາງດ້ານການຄຸ້ມຄອງລັດ. ການສຶກສາແຫ່ງຊາດແມ່ນລະບົບໜຶ່ງທີ່ເປັນເອກະພາບ, ບໍ່ຖືກແບ່ງແຍກລະຫວ່າງບັນດາ ພາກສ່ວນ ແລະ ມັນມີຂໍ້ກຳນົດຕ່າງໆ ທີ່ເປັນມາດຕະຖານ. ໄນພື້ນຖານການສຶກສາເປີດນັ້ນ ຕ້ອງມີວິທີຄຸ້ມຄອງ ທີ່ສອດຄ່ອງ. ເອົາໃຈໃສ່ຄຸ້ມຄອງສົ້ນອອກ ເປັນສຳຄັນກວ່າ ທຽບກັບການຄຸ້ມຄອງສົ້ນເຂົ້າ. ຈຳເປັນຕ້ອງແຍກເປັນຕ່າງຫາກ ລະຫວ່າງການຄຸ້ມຄອງລັດ ກັບການຄຸ້ມຄອງພາລະກິດ, ວິຊາສະເພາະ. ການຄຸ້ມຄອງລັດ ຕ້ອງຫັນປ່ຽນຢ່າງແຂງແຮງ ຈາກການບໍລິຫານເກື້ອກຸນ, ບັນຊາຊີ້ນຳລວມສູນ ມາເປັນການຄຸ້ມຄອງຄຸນນະພາບ, ຄຸ້ມຄອງວຽກງານດ້ວຍກົນໄກເປີດ, ລົບລ້າງກົນໄກຂໍ-ໃຫ້; ເຕົ້າໂຮມລວມສູນໃສ່ ວຽກງານສ້າງ ແລະ ປະຕິບັດ ແຜນຍຸດທະສາດ, ສ້າງກອບກົດໝາຍ, ປະຕິບັດການຕິດຕາມ ກວດກາ ແລະ ກວດການ, ສ້າງ ແລະ ຮັບປະກັນໃຫ້ແກ່ ການເຄື່ອນໄຫວ ຂອງລະບົບກວດສອບ ກວດພິສູດ ທີ່ມີປະສິດທິຜົນ. ເລີ່ມຈາກຄວາມຮຽກຮ້ອງຕ້ອງການ ດ້ານຄຸນນະພາບ ເພື່ອພິຈາລະນາບັນຫາໂຮງຮຽນ. ໂຮງຮຽນແມ່ນບ່ອນທີ່ສ້າງເປັນຄຸນນະພາບໂດຍກົງ, ເຊິ່ງຄຸນນະພາບ ແມ່ນຜະລິດຕະພັນຢ່າງໜຶ່ງ ຂອງສິນລະປະກຳ, ມັນຮຽກຮ້ອງໃຫ້ການອອກແຮງງານ ຕ້ອງມີລັກສະນະປະດິດສ້າງສູງທີ່ສຸດ ຂອງຜູ້ທີ່ເຮັດການສຶກສາ, ເພາະສະນັ້ນ ຈຶ່ງມີຄວາມຮຽກຮ້ອງຕ້ອງການ ພາວະວິໄສ ກ່ຽວກັບຄວາມເປັນເຈົ້າຕົນເອງ ຂອງອົງການບຳລຸງສ້າງພະນັກງານ. ແລະ ມັນເປັນທຳມະດາວ່າ, ຄວາມເປັນເຈົ້ານັ້ນ ກໍ່ຕ້ອງຖືກຕິດຕາມກວດກາ, ເພື່ອຮັບປະກັນວ່າ ບໍ່ຜິດທິດທາງ. ດ້ານໜຶ່ງ, ຕ້ອງມີກອບກົດໝາຍ ທີ່ເຄັ່ງຄັດ. ດ້ານອື່ນ, ສິດເປັນເຈົ້າຕົນເອງນັ້ນ ບໍ່ມອບໃຫ້ບຸກຄົນຜູ້ໜຶ່ງ, ເຖິງວ່າຈະເປັນ ຜູ້ອຳນວຍການໂຮງຮຽນກໍ່ຕາມ, ຫາກມອບໃຫ້ໝູ່ຄະນະໜຶ່ງ, ນັ້ນແມ່ນສະພາໂຮງຮຽນ. ສະພາໂຮງຮຽນຕ້ອງແມ່ນອົງການ ທີ່ມີອຳນາດແທ້ຈິງ, ບໍ່ແມ່ນຮູບການ, ນັ້ນແມ່ນຜູ້ຕາງໜ້າສູງສຸດ ຂອງໂຮງຮຽນ, ພ້ອມກັນນັ້ນ ກໍເປັນຜູ້ຕາງໜ້າ ຂອງປະຊາຄົມ. ສິດເປັນເຈົ້າຕົນເອງ ຍາມໃດກໍຕິດກັບ ໜ້າທີ່ຮັບຜິດຊອບ ທາງສັງຄົມ. ອົງການບຳລຸງສ້າງພະນັກງານ ຕ້ອງມີໜ້າທີອະທິບາຍລາຍງານ, ເປີດເຜີຍ ການເຄື່ອນໄຫວບຳລຸງສ້າງພະນັກງານ ທຸກຢ່າງ ແລະ ສະພາບການເງິນ  ເພື່ອຄວາມໂປ່ງໃສ ຈະແຈ້ງທາງດ້ານຂໍ້ມູນຂ່າວສານ, ອຳນວຍເງື່ອນໄຂ ຄວາມສະດວກ ໃຫ້ແກ່ການຕີດຕາມກວດ ກາຂອງທຸກຄົນ, ຂອງສັງຄົມ. ການຄຸ້ມຄອງບໍລິຫານໂຮງຮຽນ, ບົນຈິດໃຈປະຊາທິປະໄຕ, ປະຕິບັດການຕີລາຄາ ແຕ່ລຸ່ມຂຶ້ນເທິງ, ຕ້ອງກ້າວເຖິງການທີ່ ນັກຮຽນນັກສຶກສາ ຄັດເລືອກຄູອາຈານ, ຄູອາຈານ ແລະ ພະນັກງານ ລັດຖະກອນ ຕີລາຄາການນຳໂຮງຮຽນ, ພະນັກງານຄຸ້ມຄອງໂຮງຮຽນຕ່າງໆ ຕີລາຄາພະນັກງານຄຸ້ມຄອງລັດ, ພະນັກງານຄຸ້ມຄອງລັດ ຂັ້ນລຸ່ມ ຕີລາຄາພະນັກງານຄຸ້ມຄອງລັດ ຂັ້ນເທິງ…

ກໍເພື່ອແນໃສ່ປະຕິບັດກົນໄກເປັນເຈົ້າຕົນເອງໄດ້ດີ ແລະ ຮັບປະກັນຄຸນນະພາບການສຶກສາ - ກໍ່ສ້າງ, ຈຳເປັນຕ້ອງ ມີລະບົບກວດສອບການສຶກສາ ແລະ ກົນໄກຕິດຕາມກວດການ, ກວດກາຂອງລັດ ແລະ ຂອງສັງຄົມ ທີ່ມີຄວາມເຂັ້ມແຂງພຽງພໍ ແລະ ມີປະສິດທິຜົນ, ມີບັນດາອົງການຈັດຕັ້ງກວດສອບ ທີ່ເປັນເອກະລາດ ແລະ  ບັນດາຂໍ້ກຳນົດມາດຕະຖານ ກ່ຽວກັນສົ້ນອອກຂອງນັກຮຽນທີ່ຮຽນຈົບ, ຂອງອົງການຈັດຕັ້ງການບຳລຸງສ້າງພະນັກງານ, ຂອງວິຊາອາຊີບແຕ່ລະປະເພດ. ຜົນຂອງການກວດສອບ ຕ້ອງໄດ້ເຜີຍແຜ່ເປີດເຜີຍ ຕໍ່ກັບຊົມຮົມ, ສັງຄົມ. ການກວດສອບເປັນເອກະລາດ ແລະ ການເປີດເຜີຍຜົນຂອງການກວດສອບ ແມ່ນໜຶ່ງໃນບັນດາຈຸດພິເສດຂອງລະບົດເປີດ.

ການຂະຫຍາຍບັນດາຂະແໜງບໍລິການສາທາລະນະກ່ຽວກັບການສຶກສາ-ບຳລຸງສ້າງ, ໂດຍສະເພາະຢ່າງຍິ່ງແມ່ນ ໃນຂົງເຂດການສຶກສາວິຊາອາຊີບ ແລະ ມະຫາວິທະຍາໄລ ແມ່ນຄວາມຈຳເປັນ, ມັນກໍ່ແມ່ນການສະແດງອອກ ຂອງພື້ນຖານການສຶກສາເປີດ, ພ້ອມກັນນັ້ນ ກໍ່ແມ່ນຄວາມເປັນເຈົ້າການ ໃນການນຳໃຊ້ບັນດາທ່າດີ ຂອງກົນໄກຕະຫຼາດ ເພື່ອພັດທະນາການສຶກສາ: ແກ່ງແຍ້ງກັນຍົກສູງຄຸນນະພາບ, ລະດົມຫຼາຍແຫຼ່ງກຳລັງແຮງສັງຄົມ ເພື່ອລົງທຶນ, ຮັບປະກັນທົດແທນຢ່າງເໝາະສົມ ໃຫ້ແກ່ຄວາມສິ້ນເປືອງກຳລັງແຮງງານ ຂອງຄູອາຈານ ແລະ ຂອງຜູ້ຄຸ້ມຄອງການສຶກສາ, ຮັບປະກັນການຄິດໄລ່ ຄ່າໃຊ້ຈ່າຍຢ່າງຖືກຕ້ອງ ເພື່ອດຳເນີນວຽກງານການສຶກສາ ຢ່າງເປັນປົກກະຕິ.

ພື້ນຖານການສຶກສາແຫ່ງຊາດຂອງປະເທດເຮົາ ຍັງຕ້ອງສືບຕໍ່ຂະຫຍາຍຕົວ ທາງດ້ານປະລິມານ ແລະ ພິເສດແມ່ນ ສຸມໃສ່ຍົກສູງຄຸນນະພາບ, ຖືຄຸນນະພາບເປັນສຳຄັນກວ່າປະລິມານ. ຢາກໄດ້ຄືແນວນັ້ນ ມັນຕ້ອງໄດ້ລົງທຶນ ການເງິນຫຼາຍກວ່າອີກ (ແລະແນ່ນອນວ່າ ຕ້ອງຄຸ້ມຄອງຢ່າງມີປະສິດທິຜົນກວ່າອີກ). ປ່ຽນແປງໃໝ່ໂດຍພື້ນຖານ ຕໍ່ການຈັດແບ່ງງົບປະມານ ໃຫ້ແກ່ວຽກງານການກໍ່ສ້າງວິຊາອາຊີບ ແລະ ມະຫາວິທະຍາໄລ ຕາມທິດຄ່າໃຊ້ຈ່າຍ ໃຫ້ແກ່ການເຄື່ອນໄຫວບຳລຸງສ້າງ (ຄ່າໃຊ້ຈ່າຍເປັນປະຈຳ) ບໍ່ຈັດແບ່ງຕາມໂຮງຮຽນອີກ ຫາກຈັດແບ່ງໃຫ້ຜູ້ຮຽນ ເຊິ່ງເປັນປະເພດນັກຮຽນທີ່ລັດໃຫ້ບຸລິມະສິດ (ເຊັ່ນ ລູກຂອງນັກຮົບຜູ້ເສຍອົງຄະ ເສຍຊີວິດ, ລູກຂອງຄອບຄົວທຸກຈົນ, ນັກຮຽນທີ່ຮຽນເກັ່ງ…) ພວກນັກຮຽນນັກສຶກສາເຫຼົ່ານັ້ນ ຮຽນຢູ່ໂຮງຮຽນໃດກໍ່ຈະໂອນເງິນງົບປະມານ ໄປໃຫ້ໂຮງຮຽນນັ້ນ, ໂດຍບໍ່ຈຳກັດວ່າ ຈະເປັນໂຮງຮຽນຂອງລັດຖະບານ ຫຼືໂຮງຮຽນຂອງພາກສ່ວນອື່ນ. ການຈັດແບ່ງງົບປະມານ ໃຫ້ແກ່ການກໍ່ສ້າງພື້ນຖານ ຈະໄດ້ປະຕິບັດບົນພື້ນຖານໝາກຜົນ ຂອງສົ້ນອອກ, ຕ້ອງຄິດໄລ່ ຫັກຄ່າຫລູ້ຍຫ້ຽນ ແລະ ມອບຄ່າຫລູ້ຍຫ້ຽນນັ້ນ ໃຫ້ຄັງພັດທະນາການສຶກສາແຫ່ງຊາດ ຢ່າງຄົບຖ້ວນ. ການປ່ຽນແປງໃໝ່ ໃນພາກຕົວຈິງທຸກຢ່າງ ລ້ວນແຕ່ເລີ່ນຕົ້ນແຕ່ຈິນຕະນາການໃໝ່. ປ່ຽນແປງຈິນຕະນາການ ແມ່ນປະຖົມປັດໃຈ ໃຫ້ແກ່ການປ່ຽນແປງໃໝ່ ການກະທຳ, ຊີ້ນຳການກະທຳເຄື່ອນໄຫວ. ເພາະສະນັ້ນ, ປ່ຽນແປງໃໝ່ຈິນຕະນາການ ແລະ ປ່ຽນແປງໃໝ່ກົນໄກຄຸ້ມຄອງ ແມ່ນສອງຂອດບຸກທະລຸ./.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ