ວັນພຸດ, 20/9/2017
ບົດຮຽນກ່ຽວກັບການຊີ້ນຳຍຸດທະສາດຂອງພັກ ໃນການຕໍ່ສູ້ປົດປ່ອຍພາກໃຕ້ ໂຮມປະເທດຊາດເຂົ້າເປັນເອກະພາບ
3/7/2013 8:43' ສົ່ງ ພິມ
ສະຫາຍເລຫືວດຶກ, ພົນໂທ ດຣ. ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ

     ຮັບ​ຮູ້​ເຫັນ​ແຈ້ງ​ສັດຕູ​ໂດຍ​ໄວ ​ແລະ ຕີ​ລາຄາ​ສັດຕູ​ຢ່າງ​ຖືກຕ້ອງ, ວາງ​ແຜນ​ນະ​ໂຍບາຍ ​ແນວທາງ​ອອກ​ມາ​ສອດຄ່ອງ​ກັບ​ແຕ່ລະ​ຈຸດ​ເວລາ​ປະຫວັດສາດ, ນຳພາ​ການ​ຕີ​ເອົາ​ຊະນະ​ສັດຕູ​ເປັນ​ແຕ່​ລະ​ກ້າວ, ກ້າວ​ຂຶ້ນ​ຍາດ​ເອົາ​ໄຊຊະນະ​ສົມບູນ

     ກ່ອນ​ເມື່ອ​ສັນຍາ​ເຊີ​ແນວ​ກ່ຽວ​ກັບ​ການ​ຢຸດຕິ​ສົງຄາມ ​ແລະ ສ້າງສັນ​ຕິ​ພາບ​ຄືນ​ໃໝ່​ຢູ່​ອິນດູຈີນ​ໄດ້​ຮັບ​ການ​ລົງ​ນາມ (​ເດືອນກໍລະກົດ 1954), ຢູ່​ທີ່​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງ​ທີ 6 (​ແຕ່​ວັນ​ທີ 15 ຮອດ​ວັນ​ທີ 18 ກໍລະກົດ 1954) ພັກ​ເຮົາ ​ແລະ ທ່ານ​ປະທານ​ໂຮ່ຈີ​ມິນ​ໄດ້​ໃຫ້​ທັດສະນະ​ວ່າ: ຈັກກະພັດ​ອາ​ເມ​ລິ​ກາ​ເປັນ​ອຸປະສັກ​ຕົ້ນຕໍ​ທີ່​ກີດຂວາງ​ການສ້າງສັນ​ຕິ​ພາບ​ຄືນ​ໃໝ່​ຢູ່​ອິນດູຈີນ ​ແລະ ພວມ​ກາຍ​ເປັນ​ສັດຕູ​ໂດຍ​ກົງ​ຂອງ​ປະຊາຊົນ​ອິນດູຈີນ ​ແລ​ກ ປະຊາຊົນ​ຫວຽດນາມ. ພາກ​ພຶດຕິ​ກຳ​ໄດ້​ສະ​ແດງ​ອອກ​ຖືກຕ້ອງ​ຄື​ແນວ​ນັ້ນ. ດ້ວຍ​ໃຈດຳ​ອຳມະຫິດ​ ຢາກຢຶດ​ເອົາ​ອິນດູຈີນ​ເປັນ​ແປ້ນ​ຢັນ ​ເພື່ອ​ເປີດ​ກວ້າງ​ສົງຄາມ​ຮຸກ​ຮານ, ອາ​ເມ​ລິ​ກາ​ໄດ້​ປັດ​ເຂ່ຍ​ຝຣັ່ງອອກ​ຈາກ​ພາກ​ໃຕ້​ຫວຽດນາມ ສ້າງ​ຕັ້ງ​ອຳນາດ​ການ​ປົກຄອງ​ ​ໂງ​ດິ່ງ​ຢ້ຽມ ທີ່​ເປັນ​ລູກ​ແຫຼ້ງ​ຕີນ​ມືຂຶ້ນ. ​ໂດຍ​ປະຕິບັດ​ນະ​ໂຍບາຍ “ປະນາມ​ໂທດ​ກອມ​ມູນິດ, ດັບ​ສູນ​ກອມ​ມູນິດ”, ອາ​ເມ​ລິ​ກາ-ຢ້ຽມ ​ໄດ້​ປາບ​ປາມ​ຢ່າງ​ປ່າ​ເຖື່ອນ​ຕໍ່​ຂະ​ບວນການ​ປະຕິວັດ​ຢູ່​ພາກ​ໃຕ້; ​ແຕ່​ເດືອນ​ກໍລະກົດ 1955 ຮອດ​ເດືອນ​ກຸມພາ 1956, ພວກ​ມັນ​ໄດ້​ສັງຫານ ຄຸມ​ຂັງ​ພະນັກງານ ສະມາຊິກ​ພັກ​ຂອງ​ເຮົາ 93.362 ຄົນ. ກາງ​ປີ 1956, ພວກ​ມັນ​ອອກ​ຖະ​ແຫຼ​ງການ​ປະຕິ​ເສດ​ການ​ເຈລະຈາ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ຕາມ​ກຳນົດ​ຂອງ​ສັນຍາ​ເຊີ​ແນວ ​ແລະ ຮ້ອງ​ໂຮ​ໂຄສະ​ການ​ຢ່າງ​ເປີດ​ແປນ​ໃຫ້ “ຖົມ​ແມ່​ນ້ຳ​ເບ໊ນຫາຍ” ​ເພື່ອ “ບຸກຂຶ້ນ​ທາງ​ເໜືອ”. ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ອາ​ເມ​ລິ​ກາ​ໄດ້​ເຜີຍ​ໃຫ້​ເຫັນ​ແຈ້ງ​ ໃຈດຳ​ອຳມະຫິ​ດຂອງ​ພວກ​ມັນ ທີ່​ຢາກ​ເຮັດ​ໃຫ້​ພາກ​ໃຕ້​ຫວຽດນາມ​ກາຍ​ເປັນ​ເມືອງ​ຂຶ້ນ ​ແລະ ຖານ​ທັບ​ທະຫານ ​ເພື່ອ​ເປີດ​ກວ້າງ​ສົງຄາມ​ຮຸກ​ຮານ​ພາກ​ເໜືອ, ທັບ​ມ້າງ​ຂະ​ບວນການ​ປົດ​ປ່ອຍ​ຊາດ​ເປັນ​ແຕ່​ລະ​ກ້າວ ​ແລະ ກີດ​ກັ້ນ​ການ​ຂະຫຍາຍຕົວ​ຂອງ​ລັດທິ​ສັງຄົມ​ນິຍົມ​ຢູ່​ພາກ​ພື້ນ​ອາຊີອາຄະ​ເນ.

     ​ໂດຍ​ຮັບ​ຮູ້​ເຫັນ​ແຈ້ງ​ສັດຕູ, ​ໃນກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 15 (ປີ 1959), ພັກ​ເຮົາ​ຊີ້​ແຈ້ງວ່າ: ອາ​ເມ​ລິ​ກາ-ຢ້ຽມ ບໍ່​ພຽງ​ແຕ່​ເປັນ​ສັດຕູ​ ຂອງ​ປະຊາຊົນ​ພາກ​ໃຕ້​ທີ່​ກຳລັງ​ຖືກ​ພວກ​ມັນ​ປົກຄອງ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ສັດຕູ​ຂອງ​ທົ່ວ​ທັງ​ຊາດ​ຫວຽດນາມ, ຂອງ​ປະຊາຊົນ​ພາກ​ເໜືອ​ທີ່​ໄດ້​ຮັບ​ການ​ປົດ​ປ່ອຍ​ແລ້ວ. ​ໃນ​ສູນ​ທອນ​ພົດ​ໄຂ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ຂອງພັກ, ທ່ານ​ປະທານ​ໂຮ່ຈີ​ມິນ​ເວົ້າ​ວ່າ: ມື້​ໃດ​ທີ່​ຍັງ​ບໍ່​ທັນ​ຂັບ​ໄລ່​ຈັກກະພັດອາ​ເມ​ລິ​ກາ​ອອກ​ຈາກ​ພາກ​ໃຕ້​ປະ​ເທດ​ເຮົາ, ຍັງ​ບໍ່​ທັນ​ປົດ​ປ່ອຍ​ພາກ​ໃຕ້​ອອກ​ຈາກ​ແອກ​ປົກຄອງ​ອັນ​ປ່າ​ເຖື່ອນ​ຂອງ​ອາ​ເມ​ລິ​ກາ-ຢ້ຽມ ​ແມ່ນ​ມື້​ນັ້ນ​ປະຊາຊົນ​ເຮົາ​ບໍ່​ອາດ​ຈະ​ຢູ່​ເຢັນ​ເປັນ​ສຸກ​ໄດ້. ຈາກ​ການ​ຮັບ​ຮູ້​​ເຫັນ​ແຈ້ງ​ສັດຕູ, ​ເປັນ​ຕົ້ນ​ແມ່ນ ກົນອຸບາຍຫຼ່ຽມລາຍ ​ແລະ ນະ​ໂຍບາຍ​ອັນ​ພື້ນຖານ​ຂອງ​ພວກມັນ, ພັກ​ເຮົາ ​ແລະ ປະທານ​ໂຮ່ຈີ​ມິນ ​ໄດ້​ມີ​ຄວາມ​ສະຫຼາດ​ສ່ອງ​ໃສ ຕີ​ລາຄາ​ຢ່າງ​ຖືກຕ້ອງ ​ກ່ຽວ​ກັບ​ການ​ທຽບຄຽງກຳລັງ ​ສັດຕູ - ​ເຮົາ, ຈາກ​ນັ້ນ​ຈຶ່ງ​ມີ​ແຜນ​ນະ​ໂຍບາຍ ມີການ​ຕັດສິນ​ຕົກລົງ​ທີ່​ສອດຄ່ອງ​ກັບ​ແຕ່ລະ​ຈຸດ​ເວລາ​ປະ​ຫວັດ​ສາດ, ຕີ​ເອົາ​ຊະນະ​ສັດຕູ​ເປັນ​ແຕ່​ລະ​ກ້າວ, ກ້າວ​ຂຶ້ນ​ຍາດ​ເອົາ​ໄຊຊະນະ​ສົມບູນ.

     ປີ 1965, ອາ​​ເມ​ລິ​ກາ​ໄດ້​ນຳ​ເອົາ​ທະຫານ​ໄຫຼຫຼັ່ງ​ທັ່ງ​ເທ​ເຂົ້າ​ພາກ​​ໃຕ້ ​ແລະ ປະຕິບັດ​ຍຸດ​ທະ​ສາດ ສົງຄາມພາກສ່ວນ, ​ເວລາ​ນັ້ນ​ໃນ​ຄົນ​ຈຳນວນ​ໜຶ່ງ​ປະກົດ​ມີ​ແນວ​ຄິດ “ຢ້ານ​ອາ​ເມ​ລິ​ກາ”, ຂາດ​ຄວາມ​ເຊື່ອ​ໝັ້ນ​ໃນ​ໄຊຊະນະ​ຂອງ​ພາລະກິດ​ການ​ປະຕິວັດ. ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ​ນັ້ນ, ພັກ​ເຮົາ​ໄດ້​ສັງ​ເກດ​ຢ່າງ​ສະຫຼາດ​ສ່ອງ​ໃສ​ວ່າ: ກອງ​ທະຫານ​ອາ​ເມ​ລິ​ກາ​ເປັນ​ກອງ​ທະຫານ​ທີ່​ແຂງ​ແຮງ, ​ແຕ່​ເຂົ້າ​ພາກ​ໃຕ້​ບໍ່​ແມ່ນ​ໃນ​ທ່າ​ແຮງ, ຫາກ​ໃນ​ທ່າ​ອ່ອນ, ທ່າ​ຮັບ. ຈຸດ​ອ່ອນ​ພື້ນຖານ​ຂອງ​ມັນ​ແມ່ນ​ທາງ​ດ້ານ​ການ​ເມືອງ. ສ່ວນ​ພວກ​ເຮົາ, ​ເວລາ​ນີ້​ພວກ​ເຮົາ​ບໍ່​ພຽງ​ແຕ່​​ແຮງ​ທາງ​ດ້ານ​ການ​ເມືອງ ຫາກ​ຍັງ​ແຮງ​ທາງ​ດ້ານ​ການ​ທະຫານ​ອີກ. ນີ້​​ແມ່ນພື້ນຖານ​ເພື່ອ​ໃຫ້​ພວກ​ເຮົາ​ຕົກລົງ​ຕັດສິນ​ໃຈ​ຕີ​ອາ​ເມ​ລິ​ກາ ​ແລະ ​ເອົາ​ຊະນະ​ອາ​ເມ​ລິ​ກາ. ດັ່ງ​ນັ້ນ, ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 12 (​ເດືອນ​ທັນວາ 1965) ​ໄດ້​ວາ​ງໜ້າ​ທີ່ “ລະດົມ​ກຳລັງ​ທົ່ວ​ປະ​ເທດ​ ເດັດດ່ຽວ​ຕີ​ເອົາ​ຊະນະ​​ສົງຄາມ​ຮຸກ​ຮານ​ຂອງ​ອາ​ເມ​ລະກາ ​ໃນ​ບໍ່​ວ່າ​ສະຖານະ​ການ​ໃດໆ”. ຢູ່​ພາກ​ໃຕ້, ພັກ​ເຮົາ​ຊີ້​ນຳ ​ເດັດດ່ຽວ​ຮັກສາ​ທ່າ​ຍຸດ​ທະ​ສາດ​ບຸກ ຕີ​ອາ​ເມ​ລິ​ກາ ດັບ​ສູນ​ພວກ​ຫຸ່ນ, ​ເປັນ​ຕົ້ນ​ແມ່ນ​ພາຍຫຼັງ​ທີ່​ໄດ້​ທັບ​ມ້າງ​ສອງ​ການ​ຕ່າວ​ໂຈມ​ຕີ​ຍຸດ​ທະ​ສາດ​ລະດູ​ແລ້ງ​ປີ 1965-1966 ​ແລະ 1966-1967 ຂອງ​ສັດຕູ. ຢູ່​ພາກ​ເໜືອ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ກອງທັບ​ແລະ​ປະຊາຊົນ​ເຮົາ​ ໄດ້​ຕີ​ເອົາ​ຊະນະສອງ​ການ​ສົງຄາມ​ທຳລາຍ​ດ້ວຍ​ກອງທັບ​ອາກາດ ​ຂອງ​ຈັກກະພັດ​ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ບັ້ນ​ຮົບ “ດຽນບຽນ​ຝູ​ເທິງ​ອາກາດ” ຢູ່​ຮ່າ​ໂນ້ຍ ຫາຍ​ຟອງ. ​ເປັນ​ອັນວ່າ, ພາກ​ຕົວ​ຈິງ​ໄດ້​ພິສູດ​ຢັ້ງຢືນ​ວ່າ ທັດສະນະ​ຕີ​ລາຄາ​ການ​ທຽບ​ຄຽງ​ກຳລັງ​ຂອງ​ພັກ​ເຮົາ​ແມ່ນ​ຖືກຕ້ອງ​ຊັດເຈນ​ໂດຍ​ສົມບູນ.

     ພາຍຫຼັງ​ສັນຍາ​ປາຣີ (​ເດືອນ​ມັງກອນ 1973), ອາ​ເມ​ລິ​ກາ​ຖອນ​ທະຫານ​ອອກ​ຈາກ​ພາກ​ໃຕ້​ຫວຽດນາມ, ສະຖານະ​ການ​ສະໜາມຮົບ ການ​ທຽບ​ຄຽງ​ກຳລັງ​ລະຫວ່າງ​ເຮົາ​ກັບ​ສັດຕູ​ມີ​ການ​ປ່ຽນ​ແປງ​ໃຫຍ່. ​ແຕ່​ຫາກ​ວ່າ, ຍ້ອນ​ໄດ້​ຮັບ​ການ​ຊ່ວຍ​ແຮງ​ຂອງ​ອາ​ເມ​ລິ​ກາ, ພວກ​ທະຫານ​ຫຸ່ນ​ໄດ້ດຳ​ເນີນ​ຢ່າງ​ລຽນຕິດບັນດາ​ບັ້ນ​ຮົບ “ປົກ​ຄຸມ​ຖ້ວມ​ລົ້ນ​ອານາ​ເຂດ”, ບຽດ​ຢຶດຄືນ​ໃໝ່​ເຂດ​ປົດ​ປ່ອຍ​ຫຼາຍ​ແຫ່ງຂອງພວກ​ເຮົາ. ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ​ນັ້ນ, ພັກ​ໄດ້​ອອກ​ມະຕິ​ໝາຍ​ເລກ 21 (​ເດືອນ​ກໍລະກົດ 1973) ຊີ້​ນຳ​ການ​ປະຕິວັດ​ພາກ​ໃຕ້​ໃຫ້​ເດັດດ່ຽວ​ຕ່າວ​​ໂຈມ​ຕີ, ຮັກສາ​ເຂດ​ປົດ​ປ່ອຍ​ໄວ້​ຢ່າງ​ໝັ້ນຄົງ, ສ້າງ​ທ່າ ສ້າງ​ກຳລັງ ສ້າງ​ໂອກາດ ​ແລະ ກຳ​ໂອກາດ ​ເພື່ອ​ກ້າວ​ຂຶ້ນ​ຍາດ​ເອົາ​ໄຊຊະນະອັນ​ຕັດສິນ ​ດ້ວຍ​ການບຸກ​ໂຈມ​ຕີ​ແລະ​ລຸກ​ຮື​ຂຶ້ນ​ຂະໜາດ​ໃຫຍ່​ໃນ​ລະດູບານ​ໃໝ່​ປີ 1975 ​ເຊິ່ງ​ເລີ່​ມຕົ້ນ​ແມ່ນ​ບັ້ນ​ຮົບ​ທີ່​ເປັນ​ກຸນ​ແຈ​ຢູ່ ບວນມາ​ທວດ ​ແລະ ສິ້ນ​ສຸດ​ດ້ວຍ​ບັ້ນ​ຮົບ​ໂຮ່ຈີ​ມິນ ອັນ​ເປັນ​ປະຫວັດສາດ, ຍາດ​ເອົາ​ໄຊຊ​ະນະ​ສົມບູນ ​ໃນ​ເວລາບໍ່​ເຖິງ​ສອງ​ເດືອນ.

     ພັກ​ເຮົາ​ໄດ້​ແກ້​ໄຂ​ເປັນ​ຢ່າງ​ດີ​ສາຍ​ພົວພັນ​ລະຫວ່າງ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ ຄື​ກໍ່ສ້າງ​ພາກ​ເໜືອ ​ແລະ ຕໍ່ສູ້​ປົດ​ປ່ອຍ​ພາກ​ໃຕ້  

     ​ໂດຍ​ທັນທີ​​ແຕ່​ເດືອນ​ກໍລະກົດ 1954, ພັກ​ເຮົາ​ໄດ້​ກຳນົດວ່າ ຕ້ອງ​ກໍ່ສ້າງ​ພາກ​ເໜືອ​ເປັນ​ຖານ​ທີ່ໝັ້ນ​ປະຕິວັດ ຂອງທົ່ວ​ທັງ​ປະ​ເທດ. ຢູ່​ທີ່​ກອງ​ປະຊຸມ​ສູນ​ກາງ​ພັກ​ຄັ້ງທີ 7 (​ເດືອນ​ມີນາ 1955), ໜ້າ​ທີ່ການ​ປະຕິວັດ​ຂອງ​ສອງ​ພາກ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ຈະ​ແຈ້ງ​ກວ່າ, ​ໃນ​ນັ້ນ ພາກ​ເໜືອ​ມີ​ບົດບາດ​ຕັດສິນ​ທີ່​ສຸດ​ຕໍ່​ທັງ​ໝົດ​ພາລະກິດ​ປົດ​ປ່ອຍ​ພາກ​ໃຕ້ ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ; ພາກ​ໃຕ້​ມີ​ບົດບາດ​ຕັດສິນ​ໂດຍ​ກົງ ​ໃນ​ການ​ໂຄ່ນ​ລົ້ມ​​ແອກ​ປົກຄອງ​ຂອງ​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ ພວກ​ລູກ​ແຫຼ້ງ​ຕີນ​ມື ​ເພື່ອ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ, ສຳ​ເລັດ​ການ​ປະຕິວັດ​ຊາດ ປະຊາທິປະ​ໄຕ ປະຊາຊົນ. ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ III ຂອງ​ພັກ (​ເດືອນ​ກັນຍາ 1960) ກໍ່​ໄດ້​ສືບ​ຕໍ່ຢັ້ງຢືນ: “ດຳ​ເນີນ​ການ​ປະຕິວັດ​ສັງຄົມ​ນິຍົມ​ຢູ່​ພາກ​ເໜືອ ​ເປັນ​ໜ້າ​ທີ່​ຕັດສິນ​ທີ່​ສຸດ​ ຕໍ່​ກັບ​ພາລະກິດ​ການ​ຂະຫຍາຍຕົວ​ຂອງ​ການ​ປະຕິ​ວັດ​ຫວຽດນາມທັງ​ໝົດ, ຕໍ່​ກັບ​ພາລະກິດ​ການ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ”; “ພີ່ນ້ອງ​ຮ່ວມຊາດ​ເຮົາ​ຢູ່​ພາກ​ໃຕ້ມີໜ້າ​ທີ່​ໂຄ່ນລົ້ມ​ໂດຍ​ກົງ​ແອກ​ປົກຄອງ​ຂອງ​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ ພວກ​ລູກ​ແຫຼ້ງ​ຕີນ​ມື​ຂອງ​ມັນ ​ເພື່ອ​ປົດ​ປ່ອຍ​ພາກ​ໃຕ້”(1), ພ້ອມ​ກັນ​ນັ້ນ ກໍ່​ປະກອບສ່ວນ​ປົກ​ປັກ​ຮັກສາ​ພາກ​ເໜືອ ​ແລະ ອຳ​ນວຍ​ຄວາມ​ສະດວກ​​ໃຫ້ພາກ​ເໜືອກໍ່ສ້າງ​ສັງຄົມ​ນິຍົມ. ຄວາມ​ເປັນ​ຈິງ​ໄດ້​ພິສູດ​ຢັ້ງຢືນວ່າ ຄວາມ​ສະໜິດຕິດ​ພັນຂອງ​ການ​ປະຕິວັດ​ຢູ່​ສອງ​ພາກ ​ໄດ້​ເຕົ້າ​ໂຮມ​ກຳລັງ​ແຮງ​ຂອງ​ທົ່ວ​ທັງ​ປະ​ເທດ. ​ໃນ​ຂະນະ​ທີ່​ພາກ​ເໜືອ​ເຕົ້າ​ໂຮມ​ລວມສູນ​ກຳລັງ​ແຮງ​ທັງ​ໝົດ​ຂອງ​ລະບອບ​ສັງ​ຄົມ​ນິຍົມ​ເຂົ້າ​ການ​ສົງຄາມ​ປົກ​ປັກ​ຮັກສາ​ປະ​ເທດແລະກູ້​ຊາດ ​ແລະ ​ໄດ້​ສຳ​​ເລັດ​ຢ່າງ​ດີ​ເດັ່ນພາລະ​ໜ້າ​ທີ່​ເປັນ​ຖານ​ທີ່​ໝັ້ນ​ປະຕິວັດ​ຂອງ​ທົ່ວ​ປະ​ເທດນັ້ນ, ປະຊາຊົນພາກ​ໃຕ້​ພາຍ​ໃຕ້​ການ​ນຳພາ​​ໂດຍ​ກົງຂອງສູນ​ກາງ​ກົມ ​ໄດ້​ສະ​ແດງ​ບົດບາດ​ຕັດສິນ​ໂດຍ​ກົງ​ໃນ​ການ​ໂຄ່ນ​ລົ້ມ​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ ພວກ​ລູກ​ແຫຼ້ງ​ຕີນ​ມື, ປະຕິບັດ​ຢ່າງ​ປະດິດ​ສ້າງ​ແນວທາງ​ການ​ປະຕິວັດ​ຂອງ​ພັກ, ​ເດັດດ່ຽວ​ຜ່ານ​ຜ່າ​ການ​ທົດ​ສອບອັນ​ດຸ​ເດືອດ​ຕ່າງໆ​ທຸກ​ຢ່າງ, ປະດິດ​ສ້າງ​ຫຼາຍ​ວິທີ​ການ​ສູ້​ຮົບ​ທີ່​ມີ​ຜົນ​ສັດ​ສິດ​ເຊັ່ນ ລຸກ​ຮື​ຂຶ້ນ​ພ້ອມ​ບາດ​ດຽວ, ​ແນວ​ລ້ອມ​ດັບ​ສູນ​ອາ​ເມ​ລິ​ກາ, ຕີ​ສັດຕູ​ດ້ວຍ “ສອງ​ຂາ, ສາມ​ທິດ, ສາມ​ເຂດ”,... ສົມ​ກຽດ​ເປັນ​ກຳ​ແພງ​ເພັດ​ຂອງ​ປະ​ເທດ​ຊາດ.

     ພັກ​ເຮົາ​ຍາມ​ໃດ​ກໍ່​ຕັ້ງ​ໝັ້ນ​ໃນ​ທັດສະນະ​​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ອ່ອນ​ໂຍນ, ຍາດ​ແຍ່ງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ຊາດ ​ແລະ ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ

     ການ​ຕໍ່ສູ້​ກູ້​ຊາດ ຕ້ານ​ອາ​ເມ​ລິ​ກາຂອງ​ປະຊາຊົນ​ເຮົາ ສະ​ແດງ​ອອກ​ໃນສະພາບ​ການ​ສາກົນ​ສັບສົນ, ມີ​ທັງຄວາມ​ສະດວກ ​ແລະ ມີ​ຄວາມ​ຫຍຸ້ງຍາກ​ບໍ່​ໜ້ອຍ. ສັດຕູ​ຂອງ​ປະຊາຊົນ​ເຮົາ​ພັດ​ເປັນ​ຈັກກະພັດ​ທີ່​ມີ​ກຳລັງ​ແຮງ​ດ້ານ​ເສດຖະກິດ ​ເຕັກນິກ ການ​ທະຫານ​ອັນ​ດັບ​ໜຶ່ງ​ໃນ​ໂລກ, ກົນອຸບາຍ​ຂອງ​ພວກ​ມັນ​ແມ່ນ​ຢຶດຄອງ​ພາກ​ໃຕ້, ກ້າວ​ໄປ​ເຖິງ​ບຸກຢຶດຄອງ​ປະ​ເທດ​ເຮົາ​ທັງ​ໝົດ; ປະຕິບັດ​ການ​ແບ່ງ​ແຍກ ພາກ​ເໜືອ - ພາກ​ໃຕ້ ​ແລະ ​ແບ່ງ​ແຍກ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ. ດັ່ງ​ນັ້ນ, ການ​ຕໍ່ສູ້​ລະຫວ່າງ​ປະຊາຊົນ​ຫວຽດນາມ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ກັບ​ຈັກກະພັດ​ອາ​​ເມ​ລິ​ກາຜູ້​ຮຸກ​ຮານ ​ໄດ້​ກາຍ​ເປັນ “ການ​ປະ​ເຊີນ​ໜ້າ​ປະຫວັດສາດ” ທີ່​ທໍລະ​ຫົດ​ດຸ​ເດືອດ​ທີ່​ສຸດ ລະຫວ່າງ​ສອງ​ກຳລັງ: ປະຕິວັດ ​ແລະ ຝືນ​ປະຕິວັດ. ​ໃນ​ການ​ຕໍ່ສູ້​ນີ້, ພັກ​ເຮົາ​ຍາມ​ໃດ​ກໍ່​ເຊີດ​ຊູ​ຈິດ​ໃຈ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ​ໃນ​ການວາງ​ກຳນົດ​ແນວທາງ​ການ​ຕໍ່ຕ້ານ, ພ້ອມ​ກັນ​ນັ້ນ​ກໍ່​ເນັ້ນ​ໜັກ​ເຖິງ​ ຄວາມ​ຕ້ອງການ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຍາດ​ແຍ່ງ​ເອົາ​ການ​ສະໜັບ​ສະ​ໜູນ​ຂອງ​ເພື່ອນ​ມິດສາ​ກົນ​ໃນ​ໂລກ.

     ​ເພື່ອ​ປະຕິບັດ​ແນວທາງ​ນີ້, ດ້ານ​ໜຶ່ງ, ພວກ​ເຮົາ​ສຸມ​ໃສ່​ຂະຫຍາຍ​ກຳລັງ​ບົ່ມ​ຊ້ອນ​ຂອງ​ຕົນ; ດ້ານ​ອື່ນ, ປະຕິ​ບັນ​ແນວທາງ​ການ​ຕ່າງປະ​ເທດ​ຢ່າງ​ຖືກຕ້ອງ ອ່ອນ​ໂຍນ, ຍາດ​ແຍ່ງ​ເອົາ​ຄວາມເຫັນ​ດີ​ເຫັນ​ພ້ອມ ສະໜັບສະໜູນ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ, ​ເປັນ​ພິ​ເສດ​​ແມ່ນ ຄວາມເຫັນ​ດີ​ເຫັນ​ພ້ອມສະໜັບສະໜູນ ​ແລະ ຄວາມ​ສາມັກຄີປະສານ​ສົມທົບ​ສູ້​ຮົບ​ຂອງ​ສອງ​ປະ​ເທດ ລາວ ກຳປູ​ເຈຍ, ການ​ຊ່ວຍ​ເຫຼືອອັນ​ປະ​ເສີດ​ຂອງ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ, ​ເປັນ​ຕົ້ນ​ແມ່ນ​ສະຫະພາບ​ໂຊ​ວຽດ, ຈີນ, ກູ​ບາ,... ກ່ຽວ​ກັບ​ບັນຫາ​ນີ້ ທ່ານ​ປະທານ​ໂຮ່ຈີ​ມິນ​ເປັນ​ຜູ້​ມີ​ວິ​ໄສ​ທັດ​ຍຸດ​ທະ​ສາດທີ່​ຫຼັກ​ແຫຼມ ປະດິດ​ສ້າງ​ທີ່​ສຸດ. ປີ 1956, ​ໃນ​ໜັງສືພິມ​ປຣາວະ​ດາ (ສະຫະພາບ​ໂຊ​ວຽດ), ​ເພິ່ນ​ຂຽນ​ວ່າ: ​ໃນ​ສະພາບ​ການ​ສາກົນ​ປັດຈຸບັນ, ບັນດາ​ຈຸດ​ພິ​ເສດ​ຊົນ​ຊາດ ​ແລະ ບັນດາ​ເງື່ອນ​ໄຂ​ສະ​ເພາະ​ຕ່າງຫາກ​ຢູ່​ແຕ່ລະ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ປັດ​ໃຈ​ສຳຄັນ​ໃນ​ການວາງກຳນົດ​ນະ​ໂຍບາຍຂອງ​ແຕ່​ລະ​ພັກ​ກອມ​ມູນິດ... ​ແລະ ບັນດາ​ບັນຫາ​ທີ່​ໄດ້​ວາງ​ອອກ​ມາ​ໃຫ້​ແກ່​ພັກ​ນີ້ ຫຼື​ພັກ​ອື່ນ ​ເດັດຂາດ​ບໍ່​ແມ່ນ​​ເລື່ອງ​ສະ​ເພາະ​ຂອງ​ແຕ່​ລະ​ພັກ ຫາກ​ມັນ​ມີ​ການ​ພົວພັນ​ແທດ​ຈິງ​ກັບ​ທົ່ວ​ທັງ​ຊົນ​ຊັ້ນ​ກຳມາ​ຊີບ​ສາກົນ. ດ້ວຍ​ວິ​ໄສ​ທັດ​ຍຸດ​ທະ​ສາດ​ນັ້ນ, ທ່ານ​ປະທານ​ໂຮ່ຈີ​ມິນ ອະທິບາຍ​ໃຫ້​ເພື່ອນ​ມິດສາ​ກົນ​ຮູ້​ວ່າ ການ​ທີ່​ຊົນ​ຊາດ​ຫວຽດນາມ​ຕ້ອງ​ວາງ​ບັນດາ​ວິທີ​ການ ​ແລະ ມາດ​ຕະການ​ສະ​ເພາະ​ຂອງ​ຕົນອອກ​ມາ ​ເພື່ອ​ຕ້ານ​ກັບ​ກົນອຸບາຍ​ຂອງ​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ ອຳນາດ​ການ​ປົກຄອງ​ຕີມມື​ທີ່​ຫວັງ​ແບ່ງ​ແຍກ​ປະ​ເທດ​ຫວຽດນາມ​ຕະຫຼອດ​ການ, ກໍ່​ຄື​ເພື່ອ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດ​ທະ​ສັງຄົມ​ນິຍົມນັ້ນ ​ເປັນ​ເລື່ອງ​ຈະ​ແຈ້ງ​ແທ້ໆ, ​ແຕ່​ໃນ​ເວລາ​ນີ້, ຄວາມ​ສາມັກຄີ​ອັນ​ແທ້​ຈິງ​ຂອງ​ຝ່າຍ​ສັງຄົມ​ນິຍົມ ​ແລະ ຂອງ​ບັນດາ​ປະຊາ​ຊາດ​ທີ່​ຮັກຫອມ​ສັນຕິພາບ​ໃນ​ໂລກ ຕໍ່​ກັບ​ຫວຽດນາມ ກໍ່​ຈຳ​ເປັນ​ຕ້ອງການ​ບໍ່​ຫລຸດ​ລື່ນ​ຫຍັງ​ກັບ​ໃນ​ສະ​ໄໝ​ຕໍ່ສູ້​ຕ້ານ​ຝຣັ່ງກ່ອນໜ້ານີ້.

     ດັ່ນນັ້ນ, ​ໃນ​ວິວັດ​ການ​ນຳພາ​ການ​ປະຕິວັດ, ພັກ​ເຮົາ​ໄດ້​ຖື​ເປັນ​ສຳຄັນ​ພິ​ເສດ​ ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ການ​ກຳນົດ​ແຜນ​ນະ​ໂຍບາຍ ​ແນວທາງ​ຂອງ​ຕົນ, ​ແຕ່​ຍາມ​ໃດກໍ່​ໄດ້​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ສາກົນ. ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 21 ຂອງ​ພັກ (​ເດືອນ​ກໍລະກົດ 1973) ຢັ້ງຢືນ​ວ່າ: “ຍ້ອນ​ປະຕິບັດ​ຄວາມ​ສາມັກຄີ​ສາກົນ​​ໃນ​ລະດັບ​ສູງ​ສຸດ ​ແລະ ຮັກສາ​ຕັ້ງໝັ້ນ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ໃນ​ແນວທາງ ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ​ຂອງ​ຕົນ, ດັ່ງ​ນັ້ນ ​ເມື່ອ​ສະພາບ​ການ​​ໂລກ​ສະດວກ​ດີ ກໍ່​ຄື​ເມື່ອ​ຫຍຸ້ງຍາກ ສັບສົນ, ພວກ​ເຮົາ​ກໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ ​ແລະ ຊ່ວຍ​ເຫຼືອ​ຂອງ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ອ້າຍ​ນ້ອງ ຂອງ​ຂະ​ບວນການ​ກອມ​ມູນິດ​ແລະ​ກຳມະກອນ​ສາກົນ ຂະ​ບວນການ​ເອກະລາດ​ແຫ່ງ​ຊາດ ​ແລະ ປະຊາຊົນ​ທົ່ວ​ໂລກ, ​ໃນ​ນັ້ນ​ການ​ຊ່ວຍ​ເຫຼືອ​ຂອງ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ອ້າຍ​ນ້ອງ​ແມ່ນ​ສຳຄັນ​ທີ່​ສຸດ”(2).

     ອາດ​ຈະ​ເວົ້າ​ໄດ້​ວ່າ, ພັກ​ຕັ້ງ​ໝັ້ນ​ທັດສະນະ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ປະດິ​ດສ້າງ ​ໃນ​ການວາງແນວທາງ​ປະຕິວັດອອກມາ ​ແລະ ຊີ້​ນຳ​ການ​ປະຕິບັດ​ແນວນັ້ນ ​ເປັນ​ໜຶ່ງ​ໃນ​ບັນດາບໍ່​ເກີດກຳລັງ​ແຮງ ທີ່​ນຳ​ເອົາ​ການ​ປະຕິວັດ​ຫວຽດນາມ​ໄປ​ເຖິງ​ໄຊຊະນະ​ສຸດ​ທ້າຍ. ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ດ້ວຍ​ບັ້ນ​ຮົບ​ໂຮ່ຈີ​ມິນ​ປະຫວັດສາດ, ພວກ​ເຮົາ​ໄດ້​ສຳ​ເລັດ​ສິ້ນ​ສຸດ​ການ​ຕໍ່ສູ້​ອັນ​ທຸກ​ຍາກ​ລຳບາກ “ຕີ​ໃຫ້​ອາ​ເມ​ລິ​ກາ​ຕ້ອງ​ປົບ​ໜີ, ຕີ​ໃຫ້​ພວກ​ຫຸ່ນ​ຕ້ອງ​ລົ້ມ​ລະລາຍ”./.

​ໂດຍ: ພົນ​ໂທ ດຣ. ​ເລ​ຫື​ວດຶກ

ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ

 (1) ເອກະສານຄົບ​ຊຸດຂອງ​ພັກ, ສຳນັກ​ພິມ​ຈຳໜ່າຍການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2002, ​ເຫຼັ້ມ 21, ໜ້າ 917 (ພາສາ​ຫວຽດນາມ).

(2) ເອກະສານຄົບ​ຊຸດຂອງ​ພັກ, ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 34, ໜ້າ 222, 223.

 

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ