ວັນພຸດ, 20/9/2017
ກຳມະສິດທົ່ວປວງຊົນກ່ຽວກັບທີ່ດິນ: ຄວາມຈຳເປັນແຫ່ງປະຫວັດສາດ ໃນເງື່ອນໄຂຫວຽດນາມປັດຈຸບັນ(*)
19/8/2013 9:48' ສົ່ງ ພິມ
ສະຫາຍ ຮສ. ດຣ. ຫວູວັນຝຸກ, ບັນນາທິການໃຫຍ່ ວາລະສານກອມມູນິດ, ປາຖະກະຖາທີ່ກອງປະຊຸມ ສຳມະນາວິທະຍາສາດ

…ບັນດາ​ຜູ້​ທີ່ສະໜັບສະໜູນ​ລະ​ບອບກຳມະສິດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນ ຖື​ການ​ປົວ​ແປງ​ຊີວິດການ​ເປັນ​ຢູ່​ຂອງ​ຜູ້​ອອກ​ແຮງ​ງານ​ໃຫ້​ດີ​ຂຶ້ນ ​ເປັນ​ຈຸດໝາຍຕັດສິນ​ກ່​ອນອື່ນ​ໝົດ ​ເປັນ​ຫຼັກ​ໝັ້ນ​ໃນ​ການ​ເລືອກ​ເອົາ​ວິທີ​ແກ້​ຂອງ​ຕົນ... ຍິ່ງ​ກວ່າ​ນັ້ນ, ໃນ​ເງື່ອນ​ໄຂ​ປະຫວັດສາດ - ລະອຽດ​ຕົວ​ຈິງ​ຂອງ​ຫວຽດນາມ, ທີ່​ດິນ​ບໍ່​ພຽງ​ແຕ່​ເປັນ​ມາດຕະ​ເກນ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ຂຶ້ນ​ກັບ​ມາດຕະ​ເກນ​ການ​ເມືອງ - ສັງຄົມ, ການ​ປ້ອງ​ກັນ​ຄວາມ​ສະຫງົບ - ປ້ອງ​ກັນ​ປະ​ເທດ​ນຳ​ອີກ; ທີ່​ດິນ​ແມ່ນ​ແຫຼ່ງກຳລັງ​ແຮງ​​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ…

ທັດສະນະສະໜັບສະໜູນ​ລະ​ບອບກຳມະສິດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນ ​ໄດ້ອີງ​ໃສ່​ບັນດາ​ຫຼັກ​ຖານ​ປະຫວັດສາດ​ພາວະ​ວິ​ໃສ​ລຸ່ມ​ນີ້:

ທີ​ໜຶ່ງ, ​ເລິ່ມຈາກ​ຫຼັກ​ໝັ້ນ “ອຳນາດ​ທັງ​ໝົດ​​ແມ່ນຂອງ​ປະຊາຊົນ”, ດັ່ງ​ນັ້ນ ປະຊາຊົນ​ຕ້ອງ​ເປັນ​ເຈົ້າກຳມະ​ສິດຕໍ່​ອຸປະກອນ​ການ​ຜະລິດຕ່າງໆ ທີ່​ລ້ຳ​ຄ່າ​ເປັນ​ພິ​ເສດ​ຂອງ​ຊາດ​ຄື​ທີ່ດິນ. ທີ່​ດິນ​ເປັນ​ຜົນ​ງານ​ຂອງ​ພາລະກິດ​ການກໍ່​ຕັ້ງ​ປະ​ເທດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ອັນ​ຍາວ​ນານຂອງ​ທົ່ວ​ທັງ​ຊາດ, ບໍ່​ອາດ​ຈະ​ປະ​ໃຫ້ຜູ້​ຄົນ​ຈຳນວນ​ໃດ​ໜຶ່ງ​ທີ່​ມີ​ໂຊກ​ດີ​ໃນ​ຕະຫຼາດ ຢຶດ​ເອົາ​ເປັນ​ສິດ​ຜູດຂາດ​ຂອງ​ຕົນ. ທີ່​ດິນ​ຂອງ​ປະ​ເທດ​ຊາດຕ້ອງ​ເປັນ​ກຳມະສິດ​ສ່ວນ​ລວມຂອງ​ທົ່ວ​ປວງ​ຊົນ ​ແລະ ນຳ​ໃຊ້ ຮັບ​ໃຊ້​ໃຫ້​ຈຸດປະສົງ​ລວມຂອງ​ທົ່ວ​ທັງ​ຊາດ ຂອງ​ປະຊາຊົນ. ​ເນື້ອ​ທີ່​ດິນ​ແດນ​ຫຼາຍໆ​ແຫ່ງ ຕ້ອງ​ໄດ້​ກຳນົດ​ໃນ​ກົດໝາຍ​ໃຫ້​ນຳ​ໃຊ້ລວມ​ເຊັ່ນ ດິນ​ສ້າງ​ຖະໜົນ​ຫົນທາງ, ສວນສາທາລະນະ, ຝັ່ງ​ທະ​ເລ​ໃຫ້​ກ່ຳ​ປັ່ນ​ເດີນ​ທະ​ເລ​ແລະເຮືອ​ແພ​ຂອງ​ຊາວ​ປະມົງ​ຈອດ, ບຶງໜອງ, ທາງ​ນ້ຳ​ໄຫຼ​ຂອງ​ແມ່​ນ້ຳ​ລຳ​ເຊ... ບັນດາ​ອົງການ​ຕິດຕາມ​ກວດກາການ​ປະຕິບັດ​ກົດໝາຍ​ ຕ້ອງມີ​ກຳລັງແຮງ​ພຽງພໍ ​ເພື່ອກີດ​ກັ້ນ ​ບໍ່​ອະນຸຍາດ​ໃຫ້​ຜູ້​ໃດ​ບຽດ​ຢຶດ ນຳ​ໃຊ້​ ເນື້ອ​ທີ່​ລວມນັ້ນຕາມ​ລຳພັງ​ໃຈ. ການນຳ​ໃຊ້​ລວມຢູ່​ນີ້​ມັນມີ​ຄວາມ​ໝາຍວ່າ ບໍ່​ແມ່ນ​ຂອງ​ອົງການ​ລັດ ​ແລະແລ້ວ​ອົງການ​ລັດນີ້​ມີ​ສິດ​ມອບ ຫຼື​ແບ່ງ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ໃຊ້​ຕາມ​ລຳພັງ​ໃຈ. ການ​ຕັດສິນຕົກລົງ​ຫັນປ່ຽນດິນ​ນຳ​ໃຊ້ລວມສ່ວນ​ໜຶ່ງ ມາ​ເປັນ​ດິນ​ນຳ​ໃຊ້​ໂດຍ​ເອກະ​ຊົນ ຕ້ອງ​ຂໍ​ຄວາມ​ເຫັນ​ຂອງ​ທົ່ວ​ປວງ​ຊົນ (ຜ່ານ​ການ​ເອົາ​ປະຊາ​ມະຕິ) ຫຼື​ມອບ​ສິດ​ໃຫ້​ອົງການ​ລັດ (ສະພາ​ແຫ່ງ​ຊາດ) ຕັດສິນ ​ແລະ ຕິດຕາມ​ກວດກາ, ດ້ວຍ​ການ​ກຳນົດ​ເງື່ອນ​ໄຂ​ຜູກ​ມັດ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຫຼີກ​ລ່ຽງບໍ່​ໃຫ້ອາດຍາ​ເຈົ້າ​ນາຍຕັດສິນ​ຕາມ​ລຳພັງ​ໃຈ. ​ເນື້ອ​ທີ່​ດິນ​ທີ່​ເອກະ​ຊົນ​ນຳ​ໃຊ້ນັ້ນ​ ຢາກ​ຫັນປ່ຽນ​ເປັນ​ທີ່ດິນນຳ​ໃຊ້​ລວມ ກໍ່​ຕ້ອງ​ໄດ້​ຮັບ​ການ​ສະໜັບສະໜູນ​ຂອງປະຊາຊົນ ​ແລະ ຕ້ອງ​ຕົກລົງ​ກັນ​ຢ່າງ​ສະ​ເໝີ​ພາບ​ກັບ​ຜູ້​ທີ່​ກຳລັງ​ນຳ​ໃຊ້​ທີ່​ດິນ​ຜືນນັ້ນ.

ທີ​ສອງ, ກຳມະສິດ​ທົ່ວ​ປວງ​ຊົນອຳ​ນວນ​ຄວາມ​ສະດວກ​ໃຫ້​ຜູ້​ອອກ​ແຮງ​ງານ ມີ​ເງື່ອນ​ໄຂ​ເຂົ້າ​ເຖິງ​ທີ່​ດິນ​ຢ່າງ​ເສລີ.

…ສັງຄົມ​ ສັງຄົມ​ນິຍົມ ອີງ​ບົນ​ພື້ນຖານ​ເຄົາລົບ​ນັບຖື​ແຮງ​ງານ, ຖື​ວ່າການ​ອອກ​ແຮງ​ງານ​ໄດ້​ສ້າງ​ສັງຄົມ​ມະນຸດ​ຂຶ້ນ​ມາ, ຜະລິດ​ຊັບ​ສິນ​ສິ່ງ​ຂອງອອກ​ມາ ​ແລະ ສ້າງ​ຊີວິດ​ການ​ເປັນ​ຢູ່​ທີ່​ນັບ​ມື້​ນັບ​ດີກ​ວ່າ​ເກົ່າ​ໃຫ້​ມະນຸດ ຕາມ​ຄວາມ​ໝາຍ​ອະລິຍະ​ທຳ. ​ເພາະສະ​ນັ້ນ ການ​ອອກ​ແຮງ​ງານ​ແມ່ນ​ກຽດ​ອັນ​ສະຫງ່າ, ຜູ້​​ໃດ​ບໍ່​ອອກ​ແຮງ​ງານ ​ແຕ່ພັດ​ນຳ​ໃຊ້​ຢ່າງ​ຜິດ​ກົດໝາຍຊັບ​ສິນ​ທີ່​ຜູ້​ອື່ນ​ຜະລິດ​ອອກ​ມາ ​ແມ່ນ​ໄຮ້​ສິນ​ທຳ. ມະຫາຊົນ​ຜູ້ອອກ​ແຮງ​ງານ​ສ່ວນ​ຫຼາຍ​ຕ້ອງ​ກາຍ​ເປັນ​ເຈົ້າ​ຂອງ​ຂອງ​ສັງຄົມ ​ແລະ ຈັດ​ຕັ້ງ​ກັນ​ເຂົ້າ​ເປັນ​ສັງຄົມທີ່​ສະໝັກ​ໃຈ ສະ​ເໝີ​ພາບ ມີ​ຄວາມເມດ​ຕາ ປະຊາທິປ​ະໄຕ. ສັງຄົມ​ສັງຄົມ​ນິຍົມຄື​ແນວ​ນັ້ນ ​ຍາມ​ໃດ​ກໍ່ແມ່ນ​ຄວາມ​ມຸ່ງ​ມາດ​ປາຖະໜາ​ອັນ​ຊອບ​ທຳ​ຂອງ​ມະນຸດຊາດ. ກຳນົດ​ທິດສັງຄົມ​ນິຍົມ ​ແມ່ນ​ເສັ້ນທາງ​ອັນ​ຖືກຕ້ອງ​ທີ່​ສຸດ ​ເພື່ອ​ເຮັດ​ໃຫ້​ຄວາມ​ມຸ່ງ​ມາດ​ປາຖະໜາ​ນັ້ນ ຄ່ອຍໆກາຍ​ເປັນ​ຕົວ​ຈິງ​ໃນ​ຊີວິດ​ການ​ເປັນ​ຢູ່…

ຕ້ອງ​ສ້າງ​ກົນ​ໄກ​ສະ​ເໝີ​ພາບ​ຕັ້ງ​ແຕ່​ກົກ​ຮາກ, ໝາຍ​ຄວາມ​ວ່າ​ ຜູ້​ອອກ​ແຮງ​ງານຕ້ອງ​ມີ​ອຸປະກອນ​ການ​ຜະລິດ, ​ໃນ​ນັ້ນ​ມີ​ທີ່​ດິນ, ​ເພື່​ອຜະລິດ​ລ້ຽງ​ຊີບ. ກຳມະສິດ​ເອກະ​ຊົນ​ກ່ຽວ​ກັບ​ທີ່​ດິນ​ຈະ​ເຮັດ​ໃຫ້​ຜູ້​ທຸກ​ຈົນ​ເສຍ​ດິນ​ນາ, ​ແລະ ​ເມື່ອ​ບໍ່​ມີ​ອຸປະກອນ​ການ​ຜະ​ລິດ​ອີກ ຜູ້​ທຸກ​ຈົນ​ຈະ​ສາມາດ​ຫລຸ​ດພົ້ນ​ອອກຈາກ​ຄວາມທຸກ​ຈົນ​ໄດ້​ຫຼື​ບໍ່? ນັບ​ກະທັ້ງບັນດາ​ອົງການຈັດ​ຕັ້ງ​ເສດຖະກິດ​ສາກົນ​ ທີ່​ເຊື່ອ​ໝັ້ນ​ຕໍ່​ກຳລັງ​ແຮງ​ຂອງ​ກົນ​ໄກ​ຕະຫຼາດ​ ກໍ່​ເປັນ​ເອກະ​ພາບ​ກັບ​ທັດ​ສະ​ນະ​ຄະຕິ​ທີ່​ວ່າ “​ໃຫ້​ຜູ້​ທຸກ​ຈົນ​ຄັນ​ເບັດ ຫາກ​ບໍ່​ໃຫ້​ພວງ​ປາ”. ອະທິບາຍ​ຕາມ​ພາສາ​ສາມັນ​ແມ່ນ ຕ້ອງ​ສ້າງ​ເງື່ອນ​ໄຂອຳນວຍ​ ໃຫ້​ຜູ້​ອອກ​ແຮງ​ງານ​ເປັນ​ເຈົ້າ​ອຸປະກອນ​ການ​ຜະລິດ ​ເພື່ອ​ໃຫ້​ເຂົາ​ຫລຸດ​ພົ້ນ​ຈາກ​ຄວາມທຸກ​ຍາກດ້ວຍ​ຕົນ​ເອງ. ທ່ານ​ກາກ​ ມາກ ກໍ່​ໄດ້​ເຢາະ​ເຢີ້ຍຕໍ່​ພວກ​ສະໜັບສະໜູນ​ຄວາມ​ສະ​ເໝີ​ພາບ​ຕາມ​ຫຼັກການ​ອຳນາດ​ກົດໝາຍ​ນາຍທຶນ ​ເມື່ອ​ເພິ່ນ​ເນັ້ນ​ໜັກ​ວ່າ ປະ​ເພດສະ​ເໝີ​ພາບ​ຮູບ​ການ​ນັ້ນ​ບໍ່​ມີຄຸນຄ່າຫຍັງ ​ຕໍ່​ກັບ​ຜູ້​ອອກ​ແຮງ​ງານ​ເມື່ອ​ເຂົາ​​ໄດ້ຖືກຜູກ​ມັດ​ໃສ່​ເງື່ອນ​ໄຂ​ບໍ່​ມີ​ອຸປະກອນ​ການ​ຜະລິດ.

ທີ​ສາມ, ກຳມະສິດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນ ​ສະໜອງໃຫ້​ພວກ​ເຮົາມີ​ກົນ​ໄກ​ອັນ​ໜຶ່ງ ​ເພື່ອ​ໃຫ້​ຜູ້​ອອກ​ແຮງ​ງານມີ​ສິດ​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ທີ່​ດິນ​ຢ່າງ​ດີກ​ວ່າ ຍຸຕິ​ທຳ​ກວ່າ ​ແລະ ສະ​ເໝີ​ພາບ​ກວ່າ. ​ເພາະວ່າ ກຳມະສິດ​ທົ່ວ​ປວງ​ຊົນ​ແມ່ນ​ກຳ​ມະສິດຂອງ​ປະຊາຊົນ​ຫວຽດນາມ​ທຸກ​ຄົນ, ​ແຕ່​ມັນ​ໄດ້​ນຳ​ໃຊ້ ​ແລະ ຄຸ້ມ​ຄອງ​ຕາມ​ກົນ​ໄກ​ທີ່​ພວກ​ເຮົາພວມ​ປຶກສາ​ຫາລື​ກັນ​ເພື່ອ​ກໍ່ສ້າງ​ຂຶ້ນ, ​ແນ​ໃສ່ບັນລຸ​ທັງ​ສອງ​ຈຸດໝາຍ: ປະສິດທິ​ຜົນ ​ແລະ ຍຸດຕິ​ທຳ​ຕໍ່​ຜູ້​ອອກ​ແຮງ​ງານ (ພວກ​ຂ້າພະ​ເຈົ້າ​ເນັ້ນ​ໜັກ​ເຖິງ​ຜູ້​ອອກ​ແຮງ​ງານ ​ຍ້ອນ​ຫຼັກການ​ຂອງ​ລັດທິສັງຄົມ​ນິຍົມ​ແມ່ນ ຊົມ​ໃຊ້​ຕາມ​ໝາກຜົນການ​ອອກ​ແຮງ​ງານ, ບໍ່​ອີງບົນ​ການ​ຂູດ​ຮີດ​ແຮງ​ງານ​ຂອງ​ຜູ້​ອື່ນ). ບໍ່​ໄດ້​ລົກ​ລະ​ໃນ​ຈຸດໝາຍ​ຍຸດຕິ​ທຳ, ​ເພາະວ່າ ຖ້າ​ຫາກ​ເພື່ອ​ບັນລຸ​ປະສິດທິ​ຜົນ ​ດ້ວຍ​ວິທີ​ສະຫຼະ​ສິດ​ປະ​ໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ​ສ່ວຍ​ຫຼາຍ ​​ເຂົ້າໃນ​ການ​ຜະລິດ​ຊັບ​ສິນ​ສິ່ງ​ຂອງອອກ​ມາຫຼາຍ​ກວ່າ ​ແຕ່​ມັນ​ພັດໄຫຼ​ເຂົ້າ​ໃນ​​​ຖົງຂອງ​ພວກ​ຮັ່ງມີ, ປະສິດທິ​ຜົນ​ປະ​ເພດ​ນີ້ ພວກ​ເຮົາ​ບໍ່​ຄອງ​ຄອຍ.

ທີ​ສີ່, ທາງ​ດ້ານ​ທາດ​ແທ້ ກຳມະສິດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນ ບໍ່​ແມ່ນ​ຕົ້ນ​ກຳ​ເນີ​ດຂອງຄວາມ​​ເຄັ່ງຮ້ອນສັບສົນ​ໃນ​ປັດຈຸບັນ​ກ່ຽວ​ກັບ​ທີ່​ດິນ​ແຕ່​ຢ່າງ​ໃດ​ເລີຍ. ສະພາບ​ການ​ຄຸ້ມ​ຄອງ ນຳ​ໃຊ້​ທີ່​ດິນ ​ທີ່​ມີຫຼາຍ​ບັນຫາ​ຕ້ອງ​ແກ້​ໄຂ​ໃນ​ປັດຈຸບັນນີ້ນັ້ນ ບໍ່​ແມ່ນ​ເກີດ​ມາ​ຈາກທາດ​ແທ້​ທີ່​ມີ​ມາ​ແຕ່​ເດີມ ​ຂອງກຳມະສິດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນ ຫາກ​ມັນ​ເກີດ​ມາ​ຈາກຈຸດ​ອ່ອນ​ຂໍ້​ບົກພ່ອງແກ່ຍາວ​ ໃນ​ການບໍ່​ຫັນ​ເປັນ​ລະອຽດສະ​ຖາ​ບັນຍັດ​ການ​ປະຕິບັດ​ລະບອບກຳມະສິດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນ; ​ຍ້ອນ​ຜົນ​ຮ້າຍຂອງຈຸດ​ອ່ອນ​ຂໍ້​ບົກພ່ອງ​ໃນ​ການ​ຄຸ້ມ​ຄອງ​ທີ່​ດິນ​ ທັງໃນ​ລະດັບ​ມະຫາ​ພາກ ​ແລະ ຈຸນລະພາກ.

ກົດໝາຍ​ທີ່​ດິນ ​ປີ 2003 ​ແລະ ​ແບບ​ວິທີ​ທີ່​ລັດ​ປະຕິບັດກົດໝາຍ​ທີ່​ດິນ ​ປີ 2003 ມີ​ຫຼາຍ​ຈຸດ​ທີ່​ຍັງ​ບໍ່​ທັນ​ຖືກ​ຫຼັກ​ຖືກ​ເກນ ຕ້ອງ​ໄດ້​ແກ້​ໄຂຜ່ານ​ຜ່າ. ບັນຫາ​ຮ້ອນ​ເຄືອງ​ທີ່​ສຸດ​ໃນ​ປັດຈຸບັນ​ນີ້​ຢູ່​ປະ​ເທດ​ເຮົາ​ແມ່ນ ຢູ່​ທີ່​ຄຸນ​ນະພາ​ບ ກິລິຍາທ່າ​ທາງປະຕິບັດ​ກົດໝາຍ​ທີ່​ດິນ ຂອງ​ອົງການ​ລັດແລະ​ຂ້າ​ລັດຖະການຍັງ​ບໍ່​ທັນ​ດີ, ຍັງ​ມີ​ຫຼາຍ​ກໍລະນີ​ທີ່​ສຸດ​ ທີ່​ສວຍໃຊ້​​ສິດອຳນາດລວມ ​ເພື່​ອຮັບ​ໃຊ້​ໃຫ້​ແກ່​ຈຸດໝາຍ​ຜົນ​ປະ​ໂຫຍ​ດ​ຂອງ​ສ່ວນ​ຕົວ ຂອງ​ຄອບຄົວ ​ຈຸ​ຫຍ່ອມ, ​ແລະ​ກົນ​ໄກ​ແບ່ງປັນ​ຜົນ​ປະ​ໂຫຍ​ດຈາກ​ທີ່​ດິນ ກໍ່​ຍັງ​ບໍ່​ທັນ​ສະ​ເໝີ​ພາບ​ລະ​ຫວ່າງບັນດາ​ຈຸ​ຫຍ່ອມ​ທີ່​ຕ່າງ​ກັນ, ລະຫວ່າງ​ຜູ້ນຳ​ໃຊ້​ທີ່​ດິນ ​ແລະ ລັດ. ສະພາບການ​ແຜນ​ກຳນົດ​ຖືກ​ດັດປ່ຽນ​ຕາມ​ລຳພັງ​ໃຈ, ​ວາງແຜນ​ກຳນົດ​​ແລ້ວ​ຄ້າງ​ໄວ້, ສະພາບ​ການທີ່​ດິນ​ທີ່​ໄດ້​ຮິບ​ໂຮມ​ແລ້ວ​ແຕ່​ຖືກ​ປະ​ໃຫ້​ຮົກເຮື້ອ​ ໃນຂະນະ​ນັ້ນ​ຜູ້​ສະຫຼະ​ທີ່​ດິນ​ພັດ​ຕົກ​ໃສ່​ສະພາບ​ວ່າງ​ງານ ພົບ​ຄວາມ​ຫນຸ້ງຍາກ... ​ໄດ້​ໃຫ້​ເຫັນ​ວ່າ ການ​ຄຸ້ມ​ຄອງ​ຂອງ​ລັດ​ບໍ່​ສົ​ມຄູ່ກັບຄວາມ​ຮຽກຮ້ອງ​ຕ້ອງການທີ່​ຕ້ອງ​ເປັນ​ໄປ ​ໃນລະບອບກຳມະສິດ​ທົ່ວ​ປວງ​ຊົນ. ຈະ​ບໍ່​ສາມາດຫຼີກ​ລ່ຽງບັນຫາ​​ເຫຼົ່ານີ້​ໄດ້ ດ້ວຍ​ການ​ໂອນ​ສິດ​ຄຸ້ມ​ຄອງ​ທັງ​ໝົດ​ນັ້ນ​ໃຫ້​ພາກ​ເອກະ​ຊົນ ຜ່ານ​ການຫັນ​ເປັນ​ກຳມະສິດ​ເອກະ​ຊົນ ຫຼື​ການ​ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ​ກຳມະສິດ​ຕໍ່​ທີ່​ດິນ. ກົງກັນ​ຂ້າມ, ພຽງ​ແຕ່​ອາດ​ສາມາດ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ໄດ້​ດີ​ດ້ວຍ​ວິທີ​ຍູ້​ແຮງ​ການປະຕິ​ຮູບ​ໃນ​ບັນດາ​ອົງການ​ຂອງ​ລັດ, ​ເຮັດ​ໃຫ້​ກົນ​ໄກ​ຄຸ້ມ​ຄອງ ນຳ​ໃຊ້​ທີ່ດິນມີ​ຄວາມໂປ່​ງ​ໃສ ​ເປີດ​ເຜີຍ; ຮັດ​ແໜ້ນ​ກົດ​ວິ​ໄນ ​ແລະ ຄວາມ​ຮັດ​ຜິດ​ຊອບ​ໃນ​ການ​ອະທິບາຍ​ລາຍ​ງານ​ຂອງ​ຂ້າ​ລັດຖະການ ​ແລະ ມອບ​ໃຫ້​ປະຊາຊົນ​ມີ​ສິດ​ຕ່າງໆ ​ເຊິ່ງຜູ້ນຳ​ໃຫ້​ທີ່​ດິນ​ປະຕິບັດຈະ​ມີ​ຜົນ​ປະ​ໂຫຍ​ດກວ່າ​ ການ​ປະຕິບັດ​​ໂດຍອົງການ​ຂອງ​ລັດ.

ທີ​ຫ້າ, ກຳມະສິດ​ທົ່ວ​ປວງ​ຊົນ ບໍ່​ແມ່ນ​ກຳ​ມະ​ສິດ​ແຫ່ງ​ລັດ ​ກ່ຽວ​ກັບ​ທີ່​ດິນ. ທົ່ວ​ປວງ​ຊົນ ໝາຍ​ເຖິງ​ພົນລະ​ເມືອງ​ທັງ​ໝົດຂອງ​ປະ​ເທດ​ໜຶ່ງ (ບໍ່​ນັບ​ຄົນຕ່າງປະ​ເທດ) ​ແລະ ສະ​ຖາ​ບັນ​ທີ່​ເປັນ​ຜູ້ຕາງໜ້າ​ລວມ​ໃຫ້​ປະຊາຊົນຄື​ລັດ ​ແບ່ງປັນກັນ​ສິດຂອງ​ຜູ້​ເປັນ​ເຈົ້າກຳມະ​ສິດ​ທີ່​ດິນ ຕາມ​ລັດຖະທຳ​ມະນູນ ​ແລະ ກົດໝາຍ​ ທີ່ພວກ​ເຂົາ​ໄດ້​ຮັບຮອງ. ດັ່ນນັ້ນ, ຖ້າ​ຫາກ​ພວກ​ເຮົາ​ເປັນ​ເອກະ​ພາບ​ກັນ​ວ່າ ​ທີ່​ດິນ​ຂຶ້ນ​ກັບ​ກຳມະສິດ​ຂອງ​ລັດ ກໍ່​ໝາຍ​ຄວາມ​ວ່າ​ພົນລະ​ເມືອງບໍ່​ມີສິດ​ຕໍ່​ທີ່​ດິນພຽງ​ໜ້ອຍ​ດຽວ​​ເ​ລີຍ, ມັນ​ກໍ່​ຄື​ກັນ​ກັບ​ງົບປະມານ​ແຫ່ງ​ລັດ​ນັ້ນ​ເອງ, ລັດ​ມີ​ອຳນາດ​ເຕັມໃນ​ການ​ນຳ​ໃຊ້​ທີ່​ດິນກໍ່ຄື​ນຳ​ໃຊ້​ງົບປະມານ.

ກຳມະສິດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນ ​ແມ່ນ​ກຳມະສິດ​ລ​ວ​ມຂອງທົ່ວ​ປວງຊົນ, ​ແຕ່​ມີ​ການ​ແບ່ງປັນ​ກັນ​ໃນ​ການ​ປະຕິບັດ​ສິດ​ກຳມະສິດ ລະຫວ່າງ​ຜູ້ນຳ​ໃຊ້​ທີ່​ດິນ ​ແລະ ລັດ. ນັ້ນ​ແມ່​ກົນ​ໄກ​ທີ່​ພວກ​ຂ້າພະ​ເຈົ້າ​ຢາກ​ສະໜັບສະໜູນ. ທາດ​ແທ້​ຂອງ​ກົນ​ໄກ​ນີ້​ແມ່ນ ​ແບ່ງປັນບັນດາ​ສິດ​ຂອງ​ຜູ້​ກຳມະສິດ​ທີ່​ດິນ​ຢ່າງ​ສົມ​ເຫດ​ສົມ​ຜົນ ລະຫວ່າງ​ປະຊາຊົນ ​ແລະ ລັດ, ກໍ່​ຄື​ລະຫວ່າງ​ບັນດາ​ອົງການ​ລັດ​ຂັ້ນ​ຕ່າງໆ. ກົດໝາຍ​ທີ່​ດິນ ​ປີ 2003 ​ແລະ ບັນດາ​ເອກະສານ​ນິຕິ​ກຳ​ທີ່​ກ່ຽວຂ້ອງ ​ໄດ້​ມອບ​ໃຫ້​ປະ​ຊາ​ຊົນ​ຫຼາຍ​ສິດ: ນຳ​ໃຊ້ທີ່​ດິນ (ຕາມ​ແຜນ​ກຳນົດ​ຂອງ​ລັດ), ຫັນປ່ຽນຈຸດປະສົງ​ການ​ນຳ​ໃຊ້​ທີ່​ດິນ, ​ໂອນທີ່​ດິນ​ໃຫ້​ຜູ້​ອື່ນນຳ​ໃຊ້, ຈຳ​ນອງ​ເພື່ອ​ກູ້​ຢືມ​ເງິນ, ສືບ​ທອດ, ​ໃຊ້​ເປັນ​ທຶນ​ເພື່ອ​ປະກອບ... ໂດຍ​ພື້ນຖານ ປະຊາຊົນ​ມີ​ເກືອບ​ຄົບທຸກ​ສິດ​ຂອງ​ເຈົ້າຂອງ​ກຳມະສິດ ​ທີ່​ອະນຸຍາດ​ໃຫ້​ເຂົາລົງທຶນ ນຳ​ໃຊ້​ທີ່​ດິນ​ຢ່າງ​ມີ​ປະສິດທິ​ຜົນ​ ຕາມ​ຄວາມ​ສາມາດ​ຂອງ​ເຂົາ. ຂໍ້​ຈຳກັດ​ບາງ​ຢ່າງ​ໃນສິດຂອງ​ເຈົ້າ​ຂອງ​ກຳ​ມະ​ສິດ​ ​ເຊິ່ງ​ຜູ້ນຳ​ໃຊ້​ທີ່​ດິນ​ບໍ່​ມີ ນັ້ນ​ຄື: ບໍ່​ໄດ້​ປ່ຽນ​ແປງ​ຈຸດປະສົງ​ນຳ​ໃຊ້​ທີ່​ດິນ​ຕາມ​ລຳພັງ​ໃຈ; ຖືກກຳ​ນົດເນື້ອ​ທີ່​; ​ໄລຍະ​ເວລາ​ຮັບ​ມອບ​ທີ່​ດິນຖືກ​ຈຳກັດ; ຕ້ອງ​ມອບ​ທີ່​ດິນ​ຄືນ​ໃຫ້​ລັດ​ເພື່ອ​ໃຊ້​ເຂົ້າ​ໃນ​ຈຸດປະສົງ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ ຈຸດປະສົງ​ສາທາລະນະປະ​ໂຫຍ​ດ. ​ໂດຍ​ສົມ​ຄູ່​ກັບ​ການ​ເປີດ​ກວ້າງ​ສິດ​ໃຫ້​ຜູ້ນຳ​ໃຊ້​ທີ່​ດິນ, ສິດ​ຂອງ​ອົງການ​ລັດ​ດ້ວຍຖານະ​ເປັນ​ຜູ້​ຕ່າງ​ໜ້າ​ປະຊາ​ຊົນ ​ໃນ​ການ​ຄຸ້ມ​ຄອງ​ທີ່​ດິນ​ຢ່າງ​ເປັນ​ເອກະ​ພາບ​ໃນ​ທົ່ວ​ປະ​ເທດ ຖືກ​ກຳນົດ​ໃນ​ດ້ານ​ຕ່າງໆ​ດັ່ງ​ນີ້: ກຳນົດ​ຈຸດປະສົງ​ການ​ນຳ​ໃຊ້​ໃຫ້​ແກ່​ທີ່​ດິນ​ແຕ່ລະ​ຜືນ (ດ້ວຍ​ແຜນ​ກຳນົດ, ​ແຜນການ​ນຳ​ໃຊ້​ທີ່​ດິນ); ຮິບ​ໂຮມ​ທີ່​ດິນ​ເພື່ອຮັບ​ໃຊ້​ໃຫ້​ແກ່​ຈຸດປະສົງ​ປ້ອງ​ກັນ​ຄວາມ​ສະຫງົບ ປ້ອງ​ກັນ​ປະ​ເທດ ຈຸດປະສົງສາທາລະນະ​ປະ​ໂຫຍ​ດ; ​ເກັບ​ອາກອນ​ບາງ​ຢ່າງ​ອີງ​ບົນ​ທີ່​ດິນ. 

ທີ​ຫົກ, ກຳ​ມະສິດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍ​ດຫຼາຍ​ຢ່າງ​ທີ່ສອດຄ່ອງ​ກັບ​ເງື່ອນ​ໄຂ​ປະຫວັດສາດ - ລະອຽດ​ຕົວ​ຈິງ​ຂອງ​ຫວຽດນາມ, ​ເຊັ່ນ:

- ​ລະ​ບອບກຳມະສິດ​ທົ່ວ​ປວງ​ຊົນ ​ເນັ້ນ​ໜັກ​ເຖິງ​ຜົນ​ປະ​ໂຫຍ​ດຂອງປະຊາຊົນ ​ໃນ​ການ​ນຳ​ໃຊ້​ສິດ​ຂອງ​ຕົນ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນດາ​ບັນຫາ​ຂັດຂ້ອງ​ກັນ​ໃນ​ການ​ນຳ​ໃຊ້ ​ແລະ ​ແບ່ງປັນ​ຜົນ​ປະ​ໂຫຍ​ດມາ​ຈາກ​ທີ່​ດິນ.

- ​ລະ​ບອບກຳມະສິດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນ ຫຼີກ​ລ່ຽງບໍ່​ໃຫ້​ສັງຄົມ​ຂອງ​ພວກ​ເຮົາ​ຕົກ​ໃສ່​ສະພາບ​ການ​ວຸ້ນວາຍ ຍ້ອນ​ຜູ້​ຄົນ​ຈຳນວນ​ໜຶ່ງ​ອາດ​ຈະ​ທວງ​ໃຫ້​ພິຈາລະນາຄືນ​ໃໝ່ ຂໍ້​ກຳນົດ​ຕົກລົງ​ຕ່າງໆໃນ​ປະຫວັດສາດ​ກ່ຽວ​ກັບ​ທີ່​ດິນ ຖ້າ​ຫາກ​ຮັກສາ​ລະບອບ​ກຳມະສິດ​ເອກະ​ຊົນ​ກ່ຽວ​ກັບ​ທີ່​ດິນ. ​ໃນ​ພາກ​ຕົວ​ຈິງ, ຮັກສາລະບອບກຳມະສິດ​ທົ່ວ​ປວງ​ຊົນ​ໃນ​ເງື່ອນ​ໄຂ​ປັດຈຸບັນ​ ແມ່ນ​ວິທີດີ​ທີ່​ສຸດ​​ເພື່ອ​ເຮັດ​ໃຫ້​ເສດຖະກິດ ການ​ເມືອງ ສັງຄົມ​ມີ​ສະຖຽນ​ລະ​ພາບ.

ທີ​ເຈັດ, ທີ່​ດິນ​ແມ່ນ​ຊັບ​ສົມບັດ​ລວມຂອງ​ຊາດ ດັ່ງ​ນັ້ນບໍ່ອະນຸຍາດ​ໃຫ້ລັດຖະບານ ຫຼື​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໂອນ​ທີ່​ດິນ​ໃຫ້​ຄົນ​ຕ່າງປະ​ເທດ​ຢ່າງ​ເສລີ ຄື​ຕໍ່​ກັບ​ພົນລະ​ເມືອງ​ຫວຽດນາມ.

ສະຫລຸບລວມ, ຕາມ​ທັດສະ​ນະ​ຂອງ​ພວກຂ້າພະ​ເຈົ້າ, ຄວນ​ເຂົ້າ​ເຖິງກຳມະສິດ​ທົ່ວ​ປວງ​ຊົນ​ກ່ຽວ​ກັບ​ທີ່​ດິນຢ່າງ​ແທດ​ຈິງ ຕານ​ສິດ​ຕ່າງໆ ທີ່​ການກຳມະສິດ​ທີ່​ດິນ​ມີ​ຢູ່ (ທີ່​ນີ້​ກໍ່​ຕ້ອງ​ເນັ້ນ​ໜັກ​ວ່າ ສິດຕ່າງໆ​ເຫຼ່າ​ນີ້​ບໍ່​ຄົງ​ທີ່​ຢ່າງ​ແຂງ​ກະດ້າງ ຫາກ​ມັນ​ອາດ​ຈະ​ປ່ຽນ​ແປງ​ໄປ​ຕາມ​ກາລະ ​ແລະ ຄຸນ​ລັກສະນະ​ຂອງ​ເປົ້າ​ໝາຍ​ກຳມະສິດ) ​ແລະ ​ແບ່ງປັນ​ສິດ​ນັ້ນ​ຢ່າງ​ສົມ​ເຫດ​ສົມ​ຜົນ​ລະຫວ່າງ​ປະຊາຊົນ ​ແລະ ອົງການ​ລັດ

ກຳມະສິດ​ທົ່ວ​ປວງ​ຊົນ ສ້າງ​ເງື່ອນ​ໄຂ​ໃຫ້​ລັດສັງຄົມ​ນິຍົມ ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ​ໄດ້​ດີກ​ວ່າ. ຄວາມ​ຜິດພາດ ​ແລະ ຂໍ້​ຂາດ​ຕົກ​ບົກພ່ອງຂອງ​ອົງການ​ລັດ​ໃນ​ເວລາ​ທີ່​ຜ່ານ​ມາ ​ໃນ​ຂົງ​ເຂດ​ທີ່​ດິນ​ມັນ​ບໍ່​ແມ່ນ​ທາດ​ແທ້​ຂອງ​ລັດສັງຄົມ​ນິຍົມ ​ແລະ ສາມາດ​ແກ້​ໄຂ​ດັດ​ແປງ​ໄດ້. ບັນຫາ​ແມ່ນ ພວກ​ເຮົາຕ້ອງ​ສ້າງ​ຕັ້ງ​ໄດ້​ສະ​ຖາ​ບັນ​ກວດ​ກາ ​ເພື່ອ​ໃຫ້​ລັດ​ຂອງ​ເຮົາ​ກະທຳ​ເຄື່ອນ​ໄຫວ​ຄື​ກັນ​ກັບ​ລັດສັງຄົມ​ນິຍົມ. ມີ​ສອງ​ສະ​ຖາ​ບັນຮັບຜິດ​ຊອບ​ໜ້າ​ທີ່​ນີ້ ຄື​ພັກ​ກອມ​ມູນິດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ​ຂອງ​ປະຊາຊົນ. ພັກ​ກອມ​ມູນິດ​ຮັບຜິດຊອບ​ເປັນ​ກຳລັງປະຈັນບານ​ຂອງ​ຊາວ​ຜູ້​ອອກ​ແຮງ​ງານ ​ເຊິ່ງຕ້ອງກະທຳ​ຄື​ກັນ​ກັບ​ອົງການ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງລັດ​ຢ່າງ​ມີ​ປະສິດທິ​ຜົນ ​ແນ​ໃສ່​ປົກ​ປັກ​ຮັກສາ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຊາວ​ຜູ້​ອອກ​ແຮງ​ງານ - ພື້ນ​ຖານ​ສັງຄົມ ​ແລະ ກຳລັງ​ຊ່ວຍ​ໜູນ​ການ​ຕິດຕາມ​ກວດກາ​ຂອງ​ພັກ. ຖ້າ​ຫາກ​ວ່າ​ພັກ​ກອມ​ມູນິດ​ບໍ່​ສຳ​ເລັດ​ໜ້າ​ທີ່​ນີ້ ກໍ່​ອາດ​ຈະ​ເວົ້າ​ໄດ້​ວ່າ​ອິດ​ທິພົນ ​ແລະ ບົດບາດຕົວ​ຈິງ​ຂອງ​ພັກ​ຖືກ​ຫລຸດຜ່ອນ​ລົງ.

ພິ​ເສດ, ລັດຖະທຳ​ມະນູນ ​ແລະ ກົດໝາຍ​ ຕ້ອງ​ກຳນົດ​ສິດ​ຂອງ​ປະຊາຊົນ​ໃນ​ການ​ເຂົ້າ​ເຖິງ​ຂ່າວສານຕ່າງໆ ​ກ່ຽວ​ກັບ​ທີ່​ດິນ ກ່ວຍ​ກັບການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ແຫ່ງ​ລັດ​ດ້ານ​ທີ່​ດິນ ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ການ​ຕິດຕາມ​ກວດກາ. ຢູ່​ນີ້ ບໍ່​ຄວມ​ເຂົ້າ​ໃຈ​ວ່າ ລັດ​ແຈກ​ຈ່າຍ​ຂໍ້​ມູນຂ່າວສານ​ແບບ​ທຳ​ຄຸນ​ໃຫ້​ປະຊາຊົນ. ກົງກັນຂ້າມ, ດ້ວຍ​ຖານະ​ນາມ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ປະຊາຊົນ, ລັດ​ມີ​ພັນທະ ​ແລະ ຄວາມ​ຮັບຜິດຊອບສະໜອງ​ຂໍ້​ມູນຂ່າວສານ​ເພື່ອ​ລາຍ​ງານ​ໃຫ້​ປະຊາຊົນ (ຜ່ານ​ບັນດາ​ອົງການ​ສື່​ມວນ​ຊົນ ​ແລະ ສະພາ​ແຫ່ງ​ຊາດ) ​ເພື່ອ​ໃຫ້​ປະຊາຊົນ​ມີ​ພື້ນຖານ​ຕົວ​ຈິງ​ເພື່ອ​ຕິດ​ຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ລັດ./.

(*) ຄັດ​​ແປ​ຈາກ​ບົດ​ທີ່​ລົງ​ໃນ​ວາລະສານ​ກອມ​ມູນິດ ສະ​ບັດ​ທີ 847 (ອອກ​ເດືອນ​ພຶດສະພາ 2013)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ