ວັນອາທິດ, 22/9/2019
ບາງຄວາມເຫັນກ່ຽວກັບ ການກຳນົດທິດສັງຄົມນິຍົມ ໃນການພັດທະນາເສດຖະກິດຕະຫຼາດ ຢູ່ຫວຽດນາມ (*)
30/9/2013 17:21' ສົ່ງ ພິມ
ພາບກອງປະຊຸມສຳມະນາແຫ່ງຊາດ “ການກຳນົດທິດ ສັງຄົມນິຍົມ ໃນການພັດທະນາ ເສດຖະກິດຕະຫຼາດ ຢູ່ຫວຽດນາມ: ບາງບັນຫາທິດສະດີ ແລະ ພຶດຕິກຳ ທີ່ພວມໄດ້ວາງອອກມາ”, ວັນທີ 8 ມິຖຸນາ 2013.

ກ່ອນ​ອື່ໝົດ, ຕ້ອງ​ຮັບ​ຮູ້​ວ່າ​ມີ​ປະ​​ໂຫ​ຍກ “ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ”. ​ເວລາ​ຜ່ານ​ມາ ​ມີ​ຫຼາຍ​ຄົນ​ບໍ່​ເຫັນ​ດີ​ນຳ​ເລື່ອງ​ນີ້. ​ເຂົາ​ໃຫ້​ທັດສະນະ​ວ່າ ເສດຖະກິດຕະຫຼາດ​ແມ່ນ​ຄຳ​ສັບ​ລວມ, ມີ​ລັກສະນະ​​ເປັນກາງ ບໍ່​ຕິດກັບ​ລະບ​ອບ​ເສດຖະກິດ - ສັງຄົມ​ໃດ​ເລີຍ. ຖືກ​ແທ້! ​ແຕ່​ມັນກໍ່​ບໍ່​ຜິດ ຖ້າ​ຫາກ​ເຂົາ​ເຈົ້ານຳ​ໃຊ້​ເສດຖະກິດຕະຫຼາດ​ ເພື່​ອຮັບ​ໃຊ້​ໃຫ້​ແກ່ລະບອບ​ເສດຖະກິດ - ສັງຄົມ​ໜຶ່ງທີ່​ແນ່ນ​ອນ. ​ເມື່ອ​ຮັບ​ໃຊ້ໃຫ້​ແກ່ລະບອບ​ເສດຖະກິດ - ສັງຄົມ​ໃດ​ໜຶ່ງທີ່​ແນ່ນ​ອນ ​ແມ່ນ​ນອກ​ຈາກ​ບັນດາ​ປັດ​ໃຈ​ລວມ ​ແຜ່​ຫຼາຍຂອງ​ເສດຖະກິດ​ຕະຫຼາດ​ແລ້ວ ຍັງ​ມີບັນດາ​ປັດ​ໃຈ​ພິ​ເສດສະ​ເພາະ​ທີ່​ສອດຄ່ອງ​ກັບລະບອບ​ເສດຖະກິດ - ສັງຄົມນັ້ນ. ຖ້າ​ຫາກ​ສາ​ມາດຮັບ​ຮູ້​ສິ່ງ​ທີ່​ເວົ້າ​ມາ​ເທິງ​ນີ້​ໄດ້ ພວກ​ເຮົາກໍ່ອາດສາມາດ​ເວົ້າ​ວ່າ “ກຳນົດ​ທິດ​ສັງຄົມ​ນິຍົມ​ ໃນ​ການ​ພັດທະນາ​ເສດຖະກິດ​ຕະຫຼາດ ​ຢູ່​ຫວຽດນາມ”. ຫົວ​ຂໍ້​ນີ້​ກວ້າງ​ຫຼາຍ, ຂໍ​ປຶກສາ​ພຽງ​ສອງ​ບັນຫາ​ລຸ່ມ​ນີ້​ເທົ່າ​ນັ້ນ:

ກຳນົດ​ທິດ​ສັງຄົມ​ນິຍົມ​ ໃນ​ການ​ພັດທະນາກຳລັງ​ການ​ຜະລິດ

​ເພື່ອ​ສ້າງ​ພື້ນຖານ​ໂຄງ​ລ່າງ​ຂອງ​ລັດທິສັງຄົມ​ນິຍົມ, ​ໃນ​ກະ​ໂຕສະ​ໄໝ​ຂ້າມ​ຜ່ານ, ຕ້ອງ​ຖື​ການ​ພັດທະນາ​ກຳລັງ​ການ​ຜະລິດ​ ເປັນ​ໜ້າ​ທີ່​ແຖວ​ໜ້າ. ບັນຫາ​ອັນ​ພື້ນຖານ​​ແມ່ນ ຕ້ອງ​ສ້າງ​ຕັ້ງ​​ໃຫ້​ໄດ້ຮາກ​ຖານ​ອັນ​ໜັກ​ແໜ້ນ ​ເປັນ​ເອກະລາດ ​ເປັນ​ເຈົ້ນ​ຕົນ​ເອງ​ ຂອງ​ເສດຖະກິດ​ແຫ່ງ​ຊາດ. ​ເລື່ອງ​ນີ້​ມັນ​ເລີ່​ມຈາກ​ຄວາມ​ຕ້ອງການຂອງ​ກະ​ໂຕ​ການ​ພັດທະນາ​ກຳລັງ​ການ​ຜະລິດ, ຕໍ່ຈາກ​ນັ້ນ​ແມ່ນ​ຄວາມ​ຕ້ອງການ​ຂອງ​ລະບອບ​ການ​ເມືອງ. ຢາກ​ໄດ້​ຄື​ແນວ​ນັ້ນ ຕ້ອງ​ປະຕິບັດ​ແນວທາງ​ຫັນ​ປະ​ເທດ​ຊາດເປັນ​ອຸດສາຫະກຳ ທັນ​ສະ​ໄໝ. ທິດ​ສະ​ດີ​ມາກ - ​ເລ​ນິນ​ໄດ້​ວາ​ງໜ້າ​ທີ່ອອກ​ມາ​ຄື: ​ເພື່​ອຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ ຕ້ອງ​ກໍ່ສ້າງ​ພື້ນຖານ​ອຸດ​ສາ​ຫະກຳກົນ​ຈັກ​ ທີ່​ມີ​ຄວາມ​ສາມາດ​ດັດ​ສ້າງທັງ​ກະສິກຳ​ນຳ​ອີກ. ພັກ​ກອມ​ມູນິດ​ຫວຽດນາມ​ຜ່ານ​ກອງ​ປະຊຸມ​ໃຫຍ່​ຄັ້ງຕ່າງໆ, ພິ​ເສດ​ແມ່ນ ​ນັບ​ແຕ່​ກອງ​ປະ​ຊຸມ​ກາງສະ​ໄໝ ຂອງ​ສູນ​ກາງ​ພັກ​ສະ​ໄໝ​ທີ VII (ປີ 1994) ​ໄດ້​ກຳນົດ​ໜ້າ​ທີ່​ນີ້​ຢ່າງເດັ່ນຊັດ. ຫຼັງ​ຈາກ​ນັ້ນ, ​ໃນ​ແຕ່ລະ​ໄລ​ຍະ ມັນ​ກໍ່​ໄດ້​ຮັບ​ການ​ເພີ່ມ​ເຕີມ, ຂະຫຍາຍ​ຕື່ອີກ.

​ໂຄງການ​ກໍ່ສ້າງ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ (ສະບັບ​ເພີ່ມ​ເຕີນ, ຂະຫຍາຍ ປີ 2011) ຂຽນ​ວ່າ: “​ເອົາ​​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ພັດທະນາ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ໜັກ, ອຸດສາຫະກຳ​ຜະລິດ​ເຄື່ອງ​ຈັກ​ທີ່​ມີ​ລັກສະນະ​ເປັນ​ຮາກ​ຖານ ​ແລະ ບັນດາ​ຂະ​ແໜງ​ອຸດສາຫະກຳ​ທີ່​ມີ​ທ່າ​ໄດ້​ປຽບ”(1). ລາຍ​ງານ​ກ່ຽວ​ກັບ​ໜ້າ​ທີ່ເສດຖະກິດ - ສັງຄົມໄລຍະປີ 2011 – 2015 ກໍ່ວາງຄວາມຮຽກຮ້ອງຕ້ອງການໃຫ້ບຸລິມະສິດແກ່ການພັດທະນາ ແລະ ສຳເລັດບັນດາກິດຈະການກໍ່ສ້າງ ທີ່ເປັນຫຼັກແຫຼ່ງແກ່ນສານກ່ຽວກັບຂະແໜງກົນຈັກ, ຜະລິດ​ເຄື່ອງ​ຈັກ​ເຄື່ອງ​ປະກອບ​ປ່ຽນແທນ​ໃຫ້​ເຄື່ອງ​ຈັກ​ນຳ​ເຂົ້າ​ຈາກຕ່າງປະ​ເທດ.

ທາງ​ດ້ານ​ທິດ​ສະ​ດີ ​ແລະ ​ໃນ​ບັນດາ​ເອກະສານ​ເປັນ​ທາງ​ການ, ລັກສະນະ​ກຳນົດ​ທິດສັງຄົມ​ນິຍົມກ່ຽວ​ກັບ​ບັນຫາ​ນີ້​ແມ່ນ​ຈະ​ແຈ້ງ ​ແລະ ຖືກຕ້ອງ​ພໍ​ຄວນ. ​ແຕ່​ມີ​ຄົນ​ຈຳນວນ​ໜຶ່ງ​ພັດ​ຄິດ​ຕ່າງ. ​ພວກເຂົາ​ເວົ້າ​ວ່າ ​ໃນ​ພື້ນຖານ​ເສດຖະກິດຕະຫຼາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ໃນ​ຍຸກ​ສະ​ໄໝ​ໂລກາ​ພິວັດ, ​ຈຳ​ເປັນ​ຕ້ອງເຮັດ​ວຽກ​ງານ​ເຫຼົ່າ​ນັ້ນຫຼື​ບໍ່, ມັນ​ໄດ້​ອີງ​ໃສ່​ທ່າ​ດີ​ປຽບທຽບ​ຫຼື​ບໍ່?

ພວກ​ເຮົາ​ຮັບ​ຮູ້​ວ່າ ​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ໃນ​ຍຸກ​ສະ​ໄໝ​ໂລກາ​ພິວັດ, ການ​ຊື້​ຂາຍ ​ແລກປ່ຽນ​ການ​ຄ້າ ມີ​ຄວາມ​ລຸ​​ໂລ່ງ ງ່າຍດາຍ​ກວ່າ​ເກົ່າ​ຫຼາຍ. ​ແຕ່​ວ່າ ບໍ່​ແມ່ນ​ຜະລິດ​ຕະພັນ​ອັນໃດ ​ເຕັກ​ໂນ​ໂລ​ຊີ​ປະ​ເພດໃດ ກໍ່​ອາດ​ຈະ​ຊື້​ຂາຍ​ຢ່າງ​ເສລີ​ງ່າຍດາຍ​ໄດ້. ສິ່ງ​ດັ່ງກ່າວ​ກໍ່​ອາດ​ຈະ​ເຂົ້າ​ໃຈ​ໄດ້ງ່າຍ. ທີ່​ໜຶ່ງ, ກຳລັງ​ກົດ​ດັນ​ຂອງ​ການ​ແກ່ງ​ແຍ້​ງ. ​ເຂົາ​ເຈົ້າ​ບໍ່​ອາດ​ຈະ​ໃຫ້​ຄູ່​ແຂ່ງຂັນມີອາວຸດ​ເພື່ອ​ແກ່ງ​ແຍ້​ງກັບ​ຕົນ, ​ໃຫ້​ຄູ່​ແຂ່ງຂັນ​ຍຶດ​ເອົາ​ແຫຼ່ງກຳ​ໄລ​ມະຫາສານ​ທີ່ຕົນ​ມີ​ຢູ່. ທີ​ສອງ, ບັນດາ​ມະຫາ​ອຳນາດ​ເຄີຍ​ໃຊ້​ການ​ຊື້​ຂາຍ​ຜະລິດ​ຕະພັນ ​ເຕັກ​ໂນ​ໂລ​ຊີ ສິນ​ເຊື່ອ ນັບ​ທັງການ​ພົວພັນ​ທາງ​ການທູດ... ​ເປັນ​ອາວຸດ​ປະ​ເພດ​ໜຶ່ງ​ເພື່ອ​ເຮັດ​ໃຫ້​ຄູ່​ແຂ່ງ​ຕ້ອງ​ຍອມ​ຈຳນົນ. ພວກ​ເຂົາ​ຈຳກັດ​ລາຍ​ຊື່​ຜະລິດ​ຕະພັນ ​ເຕັກ​ໂນ​ໂລ​ຊີ​ສົ່ງ​ນອກ (ພິ​ເສດ​ແມ່ນ​ສິ່ງ​ທີ່​ພົວພັນ​ເຖິງ​ການ​ປ້ອງ​ປັນ​ປະ​ເທດ), ສູງ​ສຸດ​ແມ່ນ​ພວກ​ເຂົາປະຕິບັດ​ນະ​ໂຍບາຍ​ຫ້າມ​ສົ່ງ​ສິນຄ້າ​ເຂົ້າ​ອອກປະ​ເທດ​ຢ່າງ​ສິ້ນ​ເຊີງ.

​ແນ່ນອນ​ວ່າ ບໍ່​ແມ່ນ​ຍ້ອນ​ສິ່ງ​ດັ່ງກ່າວ​ ແລ້ວມາ​ປິດ​ປະຕູ​ປະ​ເທດ, ​ເຮັດ​ເອົາ​ເອງ​ທຸກ​ສິ່ງ​ທຸກ​ຢ່າງ. ການ​​ເຮັດ​ຄື​ແນວ​ນັ້ນ​​ແມ່ນ​ບໍ່​ເສດຖະກິດ ຍິ່ງ​ກວ່າ​ນັ້ນ ​ຄວາມ​ສາມາດ​ຂອງ​ຕົນກໍ່​ບໍ່​ອະນຸຍາດ​ໃຫ້​ເຮັດ. ​ແຕ່​ຕໍ່​ກັບ​ບາງ​ຂະ​ແໜງ​ການ​ທີ່​ເປັນ​ຫຼັກ​ແຫຼ່ງ​ແກ່ນສານ ​ເປັນຮາກ​ຖານ​ຂອງ​ເສດຖະກິດ​ແຫ່ງ​ຊາດ, ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງຂອງ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ ໃຫ້​ແກ່​ການ​ພັດທະນາ​ຂະ​ແໜງ​ການ​ອື່ນໆ, ​ແມ່ນ​ຕ້ອງ​ສູ້​ຊົນ​ເຮັດ​ໃຫ້​ຈົນ​ໄດ້.

ອາດ​ຈະ​ຢັ້ງຢືນ​ໄດ້​ວ່າ ບັນດາ​ມະຕິ ​ແລະ ບັນດາ​ເອກະສານ​ເປັນ​ທາງ​ການ​ ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ນີ້​ ແມ່ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຖືກຕ້ອງ​ຕາມ​ທິດ​ທີ່​ໄດ້​ກຳນົດ​ໄວ້. ຈັ່ງ​ຊັ້ນ ມັນຄ້າງ​ຄາ​ຢູ່​ບ່ອນ​ໃດ, ສິ່ງ​ກີດຂວາງນອນ​ຢູ່​ບ່ອນ​ໃດ? ​ມັນ​ນອນຢູ່​ກະ​ໂຕ​ຂອດຈັດ​ຕັ້ງ​ປະຕິບັດນັ້ນ​ເອງ… ລະຫວ່າງ​ເວົ້າ ​ແລະ ​ເຮັດ, ລະຫວ່າງ​ມະຕິ​ຕົກລົງ ​ແລະ ພາກ​ພຶດຕິ​ກຳ ມັນບໍ່​ພົບ​ກັນ, ​ແຕກ​ໂຕນ​ກັນ. ນັ້ນ​ແມ່ນ​ພະຍາດ​ຊ້ຳ​ເຮື້ອ​ຂອງ​ພວກ​ເຮົາ.

​ເມື່ອ​ເວົ້າ​ເຖິງ​ການ​ກໍ່ສ້າງ​ບາງ​ຂະ​ແໜງ​ການ​ອຸດສາຫະກຳ​ຫຼັກ​ແຫຼ່ງ​ແກ່ນສານ, ​ເຂົາ​ເຈົ້າ​ເຄີຍ​ເວົ້າ​ວ່າ​ ເຮັດ​ບໍ່​ໄດ້ຍ້ອນ​ບໍ່​ມີ​ທຶນ​ເພື່ອ​ລົງທຶນ. ບັນຫາ​ເປັນ​ຂໍ​ກະ​ແຈ​ຢູ່​ນີ້​ ແມ່ນ​ຕ້ອງ​ຮັບ​ຮູ້​​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ຄວາມ​ໝາຍ​ເປັນຕາ​ຍຂອງ​ມັນ​ ຕໍ່ກັບ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ ​ແລະ ກຳນົດ​ທິດ​ສັງຄົມ​ນິຍົມ, ຈາກ​ນັ້ນ​ຈຶ່ງ​ຊອກ​ຫາ​ໄດ້​ທາງ​ອອກ ​ແລະ ວິທີ​ຜ່ານ​ຜ່າ… ລັດ​ຕ້ອງ​ກຳນົດ​ທິດ​ລົງທຶນ ​ແລະ ມີ​ນະ​ໂຍບາຍ​ສອດຄ່ອງ ກໍ່​ຈະຫັນ​ທິດ​ແຫຼ່ງທຶນ​​ເພື່ອ​ລົງ​ໃສ່ບ່ອນທີ່​ຈຳ​ເປັນ​ຕ້ອງການ​ທີ່​ສຸດ…

ຈຸດໝາຍ​ຍຸດ​ທະ​ສາດ​ເຖິງ​ປີ 2020 ​ສຳ​ເລັດ​ໂດຍ​ພື້ນຖານ​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ​ທີ່​ໄດ້​ວາງ​ອອກ​ມາ​ນັ້ນ ອາດ​ສາມາດ​ປະກົດ​ເປັນ​ຈິງ​ໄດ້​ຫຼື​ບໍ່? ອາດ​ຈະ​ມີ 60% - 70% ຈຳນວນ​ແຮງງານ​ຫັດຖະກຳ​​ໄດ້ຫັນ​ເປັນ​ແຮງ​ງານ​ນຳ​ໃຊ້​ເຄື່ອງ​ຈັກຫຼື​ບໍ່ ຖ້າ​ຫາກ​ພວກ​ເຮົາ​ຊັກ​ຊ້າ​ໃນ​ການ​ປ່ຽນ​ແປງ​ສະພາບ​ກາ​ນນີ້?

ກຳນົດ​ທິດ​ສັງຄົມ​ນິຍົມ ​ກ່ຽວ​ກັບ​ການ​ພົວພັນ​ການ​ຜະລິດ

​ໂດຍ​ແຕກ​ຕ່າງກັບ​ກຳລັງ​ການ​ຜະລິດ, ລັກສະນະ​ກຳນົດ​ທິດສັງຄົມ​ນິຍົມກ່ຽວ​ກັບ​ການ​ພົວພັນ​ການ​ຜະລິດ​ມີ​ຄວາມ​ຈະ​ແຈ້ງ​ກວ່າ ຍ້ອນ​ວ່າ​ມັນ​ແມ່ນ​ໂຄງ​ສ້າງ​ພື້ນຖານ​ຂອງ​ໂຄງ​ບົນ ຊຶ່ງ​ໃນ​ນັ້ນ​ມີລະບອບ​ການ​ເມືອງ​ສັງຄົມ. ມັນ​ແມ່ນ​ສິ່ງ​ບົ່ງ​ບອກ​ເຖິງ​ບັນດາ​ຍຸກ​ສະ​ໄໝ​ເສດຖະກິດ (ກາກ ມາກ). ​ເພາະສະ​ນັ້ນ, ​ເອົາ​ໃຈ​ໃສ່​ກໍ່ສ້າງ​ການ​ພົວພັນ​ການ​ຜະລິດ​ມີ​ຄວາມ​ໝາຍ​ພື້ນຖານ ​ແລະ ​ໂດຍ​ກົງ ​ເພື່ອຮັກສາທິດທາງ​ສັງຄົມ​ນິຍົມຂອງ​ພື້ນຖານ​ເສດຖະກິດ​ຕະຫຼາດ​ໄວ້​ຢ່າງ​ໝັ້ນຄົງ ​ແລະ ປະກອບສ່ວນອັນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ​ໂຄງ​ບົນ.

ກ່ອນ​ເມື່ອ​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່ (ປີ 1986), ພວກ​ເຮົາ​ກໍ່​​ໄດ້ຕັ້ງ​ໝັ້ນ​ໃນ​ທິດ​ທາງ​ນີ້ ​ແຕ່​ມັນ​ໄດ້​ປະຕິບັດ​ການ​ໃນ ​ເສດຖະກິດ​ໄຮ້​ຕະຫຼາດ. ​ເພາະສະ​ນັ້ນ ມັນ​ຈຶ່ງ​ກົດ​ໜ່ວງ​ການ​ຂະຫຍາຍຕົວ​ຂອງ​ກຳລັງ​ການ​ຜະລິດ ​ແລະ ກະ​ໂຕ​ການ​ພົວພັນ​ການ​ຜະລິດ​ກໍ່​ຖືກ​ອັນຕະລາຍ​ຍ້ອນ​ວິ​ກິດ​ການ. ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ VI ຂອງ​ພັກ, ພວກ​ເຮົາ​ຫັນ​ມາສູ່​ເສດຖະກິດ​ສິນຄ້າ​ຫຼາຍ​ພາກສ່ວນ ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດ​ໂດຍ​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດຕາມ​ທິດ​ສັງຄົມ​ນິຍົມ. ​ເວົ້າ​ຢ່າງ​ຫຍໍ້​ສັ້ນ, ນັ້ນ​ແມ່ນ ເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ. ໂຄງການ​ກໍ່ສ້າງ​ປະ​ເທດ​ຊາດ​ໃນສະ​ໄໝ​ຂ້າມ​ຜ່ານ​ຂຶ້ນ​ສູ່​ລັດທິ​ສັງຄົມ​ນິຍົມ (ສະບັບ​ເພີ່ມ​ເຕີນ, ຂະຫຍາຍ ປີ 2011) ​ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ​ໄດ້​ຊີ້​ແຈ້ງວ່າ, ນັ້ນ​ແມ່ນ​ພື້ນຖານ​ເສດຖະກິດ​ທີ່​ມີ​ການ​ພົວພັນ​ການ​ຜະລິດ​ດ້ວຍ​ຫຼາຍ​ຮູບ​ການ​ກຳມະສິດ, ຫຼາຍ​ພາກສ່ວນ​ເສດຖະກິດ ຫຼາຍຮູບ​ການຈັດ​ຕັ້ງ​ການ​ທຸລະ​ກິດ ​ແລະ ຮູບ​ການ​ແຈກ​ຢາຍ. ​ໃນ​ນັ້ນ, ​ເສກຖະກິດ​ແຫ່ງ​ລັດ​ຖື​ບົດບາດ​ເປັນ​ເຈົ້າພາ​ທາງ, ​ເສດຖະກິດ​ລວມໝູ່​ໄດ້​ຮັບ​ການ​ປັບປຸງ ​ແລະ ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ບໍ່​ຢັ້ງ. ​ເສດຖະກິດ​ແຫ່ງ​ລັດພ້ອມ​ກັບ​ເສດ​ຖະກິດ​ລວມໝູ່​ ນັບ​ມື້​ນັບ​ກາຍ​ເປັນ​ຮາກ​ຖານ​ອັນ​ໜັກ​ແໜ້ນ ຂອງ​ດສກຖະກິດ​ແຫ່ງ​ຊາດ, “ຍູ້​ແຮງ​ການຂະຫຍາ​ຍ​ຕົວ​ຂອງ​ເສດຖະກິດ​ລວມໝູ່ດ້ວຍ​ຫຼາຍ​ຮູບ​ການ ຊຶ່ງ​ແກ່ນສານ​​ແມ່ນ​ເສດຖະກິດ​ສະຫະກອນ”(2).

ບັນດາ​ການ​ກຳນົດ​ທິດ​ໃຫຍ່​ໆນີ້ ​ກໍ່​ໄດ້​ນຳ​ອອກ​ມາ​ພິຈາລະນາ​ຕົກລົງ​ໃນບັນດາ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກ່ອນ​ໜ້າ​ນັ້ນ ​ແລະ ​ໃນ​ບັນດາ​ເອກະສານ​ເປັນ​ທາງ​ການ​ອື່ນ. ຕໍ່​ກັບ​ແຕ່ລະ​ຮູບ​ແບບ​ເສດຖະກິດ ​ກໍ່​ມີ​ບັນດາເອກະສານ​ສະ​ເພາະ​ທີ່​ກຳນົດ​ຢ່າງ​ຈະ​ແຈ້ງ.

ພັກ ​ແລະ ລັດ​ໄດ້​ປຸກລະດົມ​ສົ່ງ​ເສີມ​ໃຫ້ທຸກ​ຄົນ ທຸກ​ພາກສ່ວນ​ເສດຖະກິດສ້າງ​ຄວາມ​ຮັ່ງມີ​ຢ່າງ​ຊອບ​ທຳ ​ແລະ ຖືວ່າ​ເສດຖະກິດ​ເອກະ​ຊົນ​ ເປັນ​ພາກສ່ວນ​ໜຶ່ງ​ຂອງ​ເສດຖະກິດ​ແຫ່ງ​ລາດ ​ເປັນ​ໜຶ່ງ​ໃນ​ບັນດາ​ກຳລັງ​ໝູນ​ຂອງ​ພື້ນ​ຖານ​ເສດຖະກິດ. ສົ່ງ​ເສີມ​ການ​ສ້າງ​ຕັ້ງ​ບັນດາ​ກຸ່ມ​ເສດຖະກິດ​ເອກະ​ຊົນທີ່​ໃຫຍ່​ໂຕ​ເຂັ້ນ​ແຂງ ຊຶ່ງບໍ່​ພຽງ​ແຕ່​ເຄື່ອນ​ໄຫວ​ໃນທົ່ວ​ປະ​ເທດ​ເທົ່ານັ້ນ ຫາກຍັງບືນຕົວ​ຂຶ້ນ​​ໃຫ້ທຽບ​​ເທົ່າກັບ​ລະດັບ​ພາກ​ພື້ນ ​ແລະ ລະດັບ​ໂລກ. ​ເສດຖະກິດ​ເອກະ​ຊົນ​ປັດຈຸບັນ​ນີ້​ໄດ້​ມີໜ້າ​ຢູ່​​ໃນ​ຫຼາຍ​ຂົງ​ເຂດ​ການ​ຜະລິດ ທຸລະ​ກິດ ຊຶ່ງກ່ອນ​ໜ້າ​ນີ້​ຖືກ​ຫ້າມ​ຂາດ ​ເຊັ່ນ​ຢູ່​ໃນ​ບາງ​ຂະ​ແໜງ​ການ​ອຸດສາຫະກຳ​ໜັກ ທະນາຄານ ການ​ຂົນ​ສົ່ງ​ທາງ​ທະ​ເລ ການ​ເດີນ​ອາກາດ ການ​ຄ້າ​ແລະ​ສິນ​ເຊື່ອ​ສາກົນ ການ​ລົງທຶນ​ອອກ​ສູ່​ຕ່າງປະ​ເທດ,... ບັນດາ​ຮູບ​ການເສດຖະກິດ​ປະສົມ​ ລະຫວ່າງ​ເສດຖະກິດ​ຂອງ​ລັດ ກັບ​ເສດຖະກິດ​ເອກະ​ຊົນ​ ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ. ​ເຖິງ​ຢ່າງ​ນັ້ນ​ກໍ​ຕາມ, ກໍ່​ຍັງ​ມີ​ຫຼາຍ​ບັນຫາ​ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕອ້ງການ, ​ເປັນ​ຕົ້ນ​ແມ່ນ ​ໃນ​ການ​ສ້າງ​ສະໜາມ​​ແກ່ງ​ແຍ້​ງ​ທີ່​ສະ​ເໝີພາບ ລະຫວ່າງ​ບັນດາ​ພາກສ່ວນ​ເສດຖະກິດ ທາງ​ດ້ານ​ນິຕິ​ກຳ ​ກໍ່​ຄື​ໃນ​ການ​ເຄື່ອນ​ໄຫວ​ພຶດຕິ​ກຳ​ແຫ່ງ​ການ​ຜະລິດ ການທຸລະ​ກິດ. ດ້ານ​ອື່ນ​ອີກ, ກໍ່​ຕ້ອງ​ເພີ່ມ​ທະວີ​ການ​ອົບຮົມ​ສຶກສາ ​ແນະນຳ ຄຸ້ມ​ຄອງ​ເພື່ອ​ໃຫ້​ເສດຖະກິດ​ເອກະ​ຊົມ​ທຳ​ມາ​ຫາ​ກິນ​ຖືກຕ້ອງ​ຕາມ​ກົດໝາຍ, ຮັບປະກັນ​ຄວາມ​ກົມກຽວ​ທາງ​ດ້ານ​ຜົນ​ປະ​ໂຫຍດລະຫວ່າງ​ພາກ​ລັດ - ພາກ​ເອກະ​ຊົນ, ຜົນ​ປະ​ໂຫຍ​ດຂອງ​ເຈົ້າ​ຂອງວິ​ສາ​ຫະກິດ ​ແລະ ຜູ້ອອກ​ແຮງ​ງານ.

​ໃນ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ, ພວກ​ເຮົາ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປັບປຸງ ບູລະນະ ​ແລະ ພັດທະນາ​ບັນດາ​ພາກ​ສ່ວ​ນເສດຖະກິດທີ່​ເປັນ “ກະດູກ​ສັນຫຼັງ”, “​ເສົາ​ຄ້ຳ” ຂອງ​ລະບອບ​ສັງຄົມ. ​ເລື່ອງ​ນີ້​ບໍ່​ຄວນ​ຖື​ວ່າ​ເປັນ​ການຈຳ​ແນ​ກປະພຶດ​ດີ, ​ເປັນສັນທາຄະຕິ. ​ແຕ່ ພວກ​ເຮົາ​ເອົາ​ໃຈ​ໃສ່​ພັດທະນາ​ພາກສ່ວນ​ເສດຖະກິດ​ນີ້ ບໍ່​ແມ່ນ​ດ້ວຍ​ການ​ເກື້ອກູນ​ຄື​ແຕ່​ກ່ອນ​ອີກ, ຫາກ​ກົງກັນຂ້າມ, ຕ້ອງ​ໃຫ້​ເສດຖະກິດ​ແຫ່ງ​ລັດ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ໃນ​ການ​ແກ່ງ​ແຍ້​ງ ​ແລະ ດ້ວຍ​ການ​ແກ່ງ​ແຍ້​ງສະ​ເໝີ​ພາບ. ​ເສດຖະກິດ​ແຫ່ງ​ລັດ​ຕ້ອງ​ເປັນ​ກຳລັງ​ວັດ​ຖຸທີ່​ປະກອບ​ສ່ວນ​ອັນ​ສຳຄັນ ​ເຂົ້າ​ໃນ​ການ​ດັດສົມ​ຕະຫຼາດ ​ແລະ ກຳນົດທິດ​ເສດຖະກິດ​ຕະຫຼາດ, ມີ​ຄຸນ​ປະ​​ໂຫຍ​ດ​ເປັນ​ແບບຢ່າງໃຫ້​​ແກ່ບັນດາ​ພາກສ່ວນ​ເສດຖະກິດ​ອື່ນ. ຄວາມ​ຮຽກຮ້ອງ​ຕ້ອງການ​ຕ່າງໆ​ທີ່​ກ່າວ​ມາ​ເທິງ​ນີ້ ຕ້ອງ​ເປັນ​ຈຸດໝາຍ​ແຫ່ງ​ການ​ສູ້​ຊົນ​ຢ່າງ​ດູ​ເດືອດ ​ແລະ ຍາວ​ນານ. ດ້ານ​ໜຶ່ງ, ກໍ່ສ້າງ​ລະບຽບ​ກົດໝາຍ​ທີ່​ຖືກຕ້ອງ, ປ່ຽນ​ແປງ​ໃໝ່ ເພີ່ມ​ເຕີມ ​ແລະ​ ປັບປຸງ​ບູລະນະ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃຫ້​ແທດ​ເໝາະ​ກັບ​ສະພາບ​ການ. ຄືດັ່ງ​ທີ່​ປັດ​ຈຸ​ບັນ​ພວກ​ເຮົາ​ພວມ​ເຮັດ ຄື​ປ່ຽນ​ແປງ​ໃໝ່​ຕົວ​ແບບຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ, ຈັດ​ວາງ​ໂຄງ​ປະກອບ​ບັນດາ​ຂົງ​ເຂດ​ຄືນ​​ໃໝ່ ​ເຊັ່ນ​ການ​ລົງທຶນຂອງພາກ​ລັດ, ທະນາຄານ ​ແລະ ວິ​ສາ​ຫະກິດ​ແຫ່ງ​ລັດ. ດ້ານ​ອື່ນ, ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ໃຫ້​ມີ​ປະສິດທິ​ຜົນ ນັບ​ແຕ່​ກົງຈັກ ພະນັກງານ ຈົນ​ເຖິງ​ແບບ​ວິທີ​ການຜະລິດ ທຸລະ​ກິດ, ກວດກາແລະຕິດຕາມ​ກວດກາ​ນຢ່າງ​ທັນ​ການ ​ແໜ້ນ​ແຟ້ນ...

​ໃນ​ເວລາ​ຜ່ານມາ ພວກເຮົາ​ໄດ້​ມີ​ຄວາມ​ຜິດພາດ ຂໍ້​ຂາດ​ຕົກ​ບົກພ່ອງ​ບໍ່​ໜ້ອຍ ທີ່​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ບົດບາດ ອິດ​ທິພົນ ​ແລະ ນາມມະຍົດ​ຂອງ​ເສດຖະກິດ​ແຫ່ງ​ລັດ… ພວກ​ຄົນ​ຊົ່ວ​ຢູ່​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ໄດ້​ສວຍ​ໂອກາດ​ນີ້ ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ເສດຖະກິດ​ແຫ່ງ​ລັດ, ທວງ​ໃຫ້​ມີການ​ຫັນ​ເປັນ​ເອກະ​ຊົນ, ສະ​ເໜີ​ໃຫ້​ຮັບ​ຮູ້​ບົດບາດ​ເປັນ​ເຈົ້າພາ​ທາງ​ຂອງ​ເສດຖະກິດ​ເອກະ​ຊົນ ​ແລະ ​ຮັບ​ຮູ້​ເສດຖະກິດ​ປະຊາຊົນ​ວິ​ສາ​ຫະກິດ​ເປັນ “ກຳ​ປັ້ນ​ເຫຼັກ”.

ຕໍ່​ກັບ​ເສດຖະກິດ​ລວ​ມໝູ່ ຊຶ່ງ​ສະຫະກອນ​ເປັນ​ແກ່ນສານ​ນັ້ນ ​ເສັ້ນທາງ​ຂອງ​ມັນ​ກໍ່​ຫຍຸ້ງຍາກ​ຄົດ​ລ້ຽວ. ຕາມ​ຈິງ​ແລ້ວ ​ເສດຖະກິດ​ລວ​ມໝູ່​ຖືກຫລຸດ​ໜ້ອຍ​ຖອຍ​ລົງ​ທາງ​ດ້ານ​ອັດຕາ​ສ່ວນ​ໃນ​ເສດຖະກິດ​ແຫ່ງ​ຊາດ ຢ່າງ​ບໍ່​ຢູດຢັ້ງ. ສິບ​ກວ່າ​ປີ​ທີ່​ຜ່ານ​ມາ ອັດຕາ​ສ່ວນ​ຂອງ​ເສດຖະກິດ​ລວ​ມໝູ່ ກວມ​ປະມານ​ແຕ່​ ຫຼາຍ​ກວ່າ 3% ​ເຖິງ 5% ​ໃນ​ຈີ​ດີ​ພີ. ວຽກ​ງານ​ນຳພາ ​ແລະ ຄຸ້ມ​ຄອງ ຍັງ​ປ່ອຍປະ​ຫຼະຫຼວມ​ເສດຖະກິດ​ລວ​ມໝູ່, ຍັງ​ບໍ່​ທັນ​​ເອົາ​ໃຈ​ໃສ່ຕັ້ງ​ມັນ​ໃຫ້​ຖືກ​ຕາມ​ລະດັບ​ຄວາມ​ສຳຄັນ. ຄວາມ​ເປັນ​ຈິງ​ພວມ​ຮຽກຮ້ອງ​​ໃຫ້ພວກ​ເຮົາ ​ຕ້ອງ​ວາງແຜນ​ຍຸດ​ທະ​ສາດພັດທະນາ​ສະຫະກອນຢ່າງ​ຍາວ​ນານ ດ້ວຍ​ບາດກ້າວ​ເດີນ ​ແລະ ນະ​ໂຍບາຍ​ອັນ​ລະອຽດ ສອດຄ່ອງກັບພາກຕົວຈິງ, ຈຶ່ງ​ສາມາດ​ປ່ຽນ​ແປງ​ສະພາບ​ການ​ໄດ້./.

* ຄັດ​ແປ​ຈາກ​ບົດ​ທີ່​ໄດ້​ລົງ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 850 (​ເດືອນ ສິງຫາ 2013)

 (1), (2) ພັກ​ກອມ​ມູນິດ​ຫວຽດນາມ: ເອກະສານ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XI, ສຳນັກ​ພິມ​ຈຳໜ່າຍການ​ເມືອງ​ແຫ່ງ​ຊາດ - ຊື່​ເທິ​ດ, ຮ່າ​ໂນ້ຍ, 2011, ໜ້າ 75, ໜ້າ 208.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ