ວັນເສົາ, 18/11/2017
ຍູ້ແຮງການຄົ້ນຄວ້າ, ປະຢຸກໃຊ້ວິທະຍາສາດ - ເຕັກໂນໂລຊີ ເພື່ອຍົກສູງປະສິດທິຜົນການຜະລິດເຂົ້າ ຢູ່ເຂດທົ່ງພຽງແມ່ນ້ຳຂອງ
10/1/2013 13:53' ສົ່ງ ພິມ
ຮູບພາບສະແດງເຖິງເນື່ອໃນຂອງບົດ - ຮູບຂອງ: tuyengiao.vn

     ຜົນງານ ແລະ ສິ່ງທ້າທາຍໃນການຜະລິດເຂົ້າ

     ທົ່ງພຽງແມ່ນ້ຳຂອງມີເນື້ອທີ່ດິນກະສິກຳປະມານ 3,21 ລ້ານຮັກຕ. ໃນນັ້ນເນື້ອທີ່ປູກເຂົ້າປະມານ 1,85 ລ້ານເຮັກຕາ. ອາດຈະເວົ້າໃດ້ວ່າ, ຕົ້ນເຂົ້າຢູ່ທົ່ງພຽງແມ່ນ້ຳຂອງເປັນຕົ້ນປູກຕົ້ນຕໍ ທັງເປັນຕົ້ນປູກທີ່ຮັບປະກັນຄວາມ ປອດໄພທາງດ້ານສະບຽງອາຫານແຫ່ງຊາດ ແລະ ສະໜອງເຂົ້າໃຫ້ຕະຫຼາດໂລກ.

     ຜົນງານອັນພື້ນຖານໃນການຜະລິດເຂົ້າຂອງຫວຽດນາມເວົ້າລວມ ແລະ ຂອງທົ່ງພຽງແມ່ນ້ຳຂອງເວົ້າໂດຍສະ ເພາະໃນຊຸມປີທີ່ຜ່ານມາແມ່ນອາໃສປັດໃຈຕ່າງໆລຸ່ມນີ້:  

        - ດັດແປງແນວປູກຕອບສະໜອງຄວາມຕ້ອງການຂອງສະໄໝແຫ່ງການປ່ຽນແປງໃໝ່, ປ່ຽນຈາກແນວເຂົ້າລະດູ ການທີ່ມີສະມັດຕະພາບຕ່ຳ (1,5 – 2 ໂຕນ/ເຮັກຕາ) ມາໃຊ້ບັນດາປະເພດແນວເຂົ້າສະມັດຕະພາບສູງ (6 – 8 ໂຕນ/ເຮັກຕາ), ເວລາປູກສັ້ນ (85 – 100 ວັນ) ດັ່ງນັ້ນຈຶ່ງເພີ່ມລະດູການໄດ້ງ່າຍ (2 – 3 ລະດູປູກເຂົ້າ/ປີ).

     - ເນື້ອໃນການດັດແປງແນວເຂົ້າໃນເວລາຜ່ານມາ ແມ່ນຂະບວນວິວັດແຫ່ງການສືບທອດຢ່າງລຽນຕິດລະຫວ່າງ ຫຼາຍຮຸ້ນບົນພື້ນຖານກຳມະພັນວິທະຍາແບບດັ້ງເດີມ ແລະ ທັນສະໄໝ, ດ້ວຍຖັນແຖວພະນັກງານວິທະຍາສາດທີ່ມີ ລະດັບສູງ ແລະ ມີຄວາມຕັ້ງຕໍ່ສຸດອົກສຸດໃຈຕໍ່ວຽກງານ.

     - ການດັດແປງແນວເຂົ້າຕິດແໜ້ນກັບວຽກງານດັດສ້າງຊົນລະປະທານ, ດັດແປງດິນຮົກເຮື້ອວ່າງເປົ່າ, ເປັນ ເຈົ້າການໃນການຫົດນ້ຳ ແລະ ລະບາຍນ້ຳ, ສ້າງປະຖົມປັດໃຈໃຫ້ແນວເຂົ້າທີ່ແທດເໝາະກັບດິນຟ້າອາກາດ ຂະຫຍາຍຕົວໄດ້ດີ… ອາໃສສິ່ງດັ່ງກ່າວນັ້ນ ເນື້ອທີ່ປູກເຂົ້າໄດ້ເປີດກວ້າງ ແລະ ປະລິມານການຜະລິດເຂົ້າເພີ່ມຂຶ້ນ ຫຼາຍພໍຄວນ.  

     ແຕ່ວ່າມາເຖິງປັດຈຸບັນນີ້, ການຜະລິດເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງ ກໍ່ຍັງມີບັນຫາທີ່ບໍ່ແທດເໝາະຕ່າງໆນາໆ, ຊາວນາຜູ້ປູກເຂົ້າຍັງເປັນຜູ້ທຸກຍາກຂາດເຂີນ ແລະ ມີຄວາມຫຍຸ້ງຍາກກວ່າເພິ່ນ, ເປັນຕົ້ນແມ່ນຄວາມຫຍຸ້ງຍາກກ່ຽວ ກັບການຜະລິດ, ການຈຳໜ່າຍຂາຍເຂົ້າ ຢູ່ເຂດທົ່ງພຽງແມ່ນ້ຳຂອງ, ເຊັ່ນ:

     - ຂາດແນວເຂົ້າທີ່ມີສະມັດຕະພາບ ແລະ ຄຸນນະພາບສູງ, ແທດເໝາະກັບແຕ່ລະລັກສະນະນິເວດວິທະຍາ ຂອງເຂດ, ຕ້ານທານສັດຕູພືດໄດ້ ແລະ ທົນຕໍ່ເງື່ອນໄຂຫຍຸ້ງຍາກຍ້ອນການຜັນປ່ຽນພູມອາກາດ (ມາເຖິງປັດຈຸບັນ ມີປະມານ 30 % ຂອງແນວເຂົ້າໄດ້ຮັບໃບຮັບຮູ້ໃຫ້ນຳໃຊ້ໃນການຜະລິດເຂົ້າ).

     - ຊາວນາຜູ້ຜະລິດເຂົ້າເຄີຍຖືກເຄາະຮ້າຍຫຼາຍຢ່າງຍ້ອນສັດຕູພືດ, ໄພທຳມະຊາດ (ນ້ຳຖ້ວມ, ແຫ້ງແລ້ງ, ດິນ ນາຖືກນ້ຳເຄັມຊຶມເຂົ້າໃສ່); ຄ່າໃຊ້ຈ່າຍຜະລິດ, ຄ່າຄອງຊີບຫຼາຍຢ່າງເພີ່ມຂຶ້ນ ແລະ ພິເສດແມ່ນຕະຫຼາດຈຳໜ່າຍ ກະເສດຕະພັນເລື່ອນລອຍ, ບໍ່ສະຖຽນໝັ້ນ.

     - ລະດັບການຜະລິດ, ວິຊາການ ແລະ ເຕັກນິກຍັງບໍ່ສູງ, ບໍ່ສະໝ່ຳສະເໝີກັນ, ພາໄປເຖິງຄວາມຜິດໂຕນກັນ ຫຼາຍທາງດ້ານສະມັດຕະພາບ ລະຫວ່າງບັນດາຄອບຄົວຜະລິດເຂົ້າຢູ່ໃນແຂວງດຽວກັນ, ຫຼືລະຫວ່າງບັນດາແຂວງ. ຊາວນາຜະລິດນ້ອຍ ກະແຈກກະຈ່າຍ ແລະ ຂາດການຈັດຕັ້ງ, ພາໄປເຖິງການຜະລິດເຂົ້າບໍ່ໄດ້ຕາມຄຸນນະພາບ, ບໍ່ພໍຕາມປະລິມານ, ບໍ່ຖຶກຕາມຈຸດເວລາ ແລະ ບໍ່ບັນລຸຄຸນຄ່າສູງ.

     - ລະບົບໂຂສາງໃຊ້ເພື່ອເກັບຮັກສາ, ປຸງແຕ່ງສະບຽງອາຫານຍັງບໍ່ຕອບສະໜອງໄດ້ກັບຕວາມຕ້ອງການ; ຄວາມຕົກເຮ່ຍເສຍຫາຍໃນເວລາເກັບກ່ຽວ ແລະ ພາຍຫຼັງເກັບກ່ຽວເຂົ້າຍັງສູງທີ່ສຸດ (12 – 14%). ລະບົບເຄື່ອງ ຈັກປຸງແຕ່ງ, ສີເຂົ້າຍັງບໍ່ທັນຄົບຊຸດ ແລະ ລະດັບເຕັກໂນໂລຊີການປຸງແຕ່ງສ່ວນຫຼາຍແມ່ນຍັງຕ່ຳ; ລະບົບເກັບຮັກສາ ຍັງອ່ອນນ້ອຍທີ່ສຸດ, ບໍ່ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໄດ້.

    - ລະບົບການທຸລະກິດສະບຽງອາຫານເຖິງວ່າໄດ້ຫັນເປັນສັງຄົມແລ້ວກໍ່ຕາມ ແຕ່ປະສິດທິຜົນການເຄື່ອນໄຫວກໍ່ ຍັງບໍ່ທັນສູງ, ເປັນຕົ້ມແມ່ນໃນການຂາອອກ.

     - ເປັນເຂດຈຸດໜັກໃຈກາງຂອງການຜະລິດເຂົ້າເພື່ອຮັບປະກັນຄວາມປອດໄພທາງດ້ານສະບຽງອາຫານ ແລະ ຂາອອກ, ແຕ່ເຂດທົ່ງພຽງແມ່ນ້ຳຂອງໄດ້ຮັບການລົງທຶນໜ້ອຍ ແລະ ປະສິດທິຜົນການລົງທຶນຕ່ຳ ຍ້ອນລົງທຶນບໍ່ຄົບຊຸດ, ຂາດການເຊື່ອມໂຍງປະສານສົມທົບໃນເຂດ ແລະ ບົດບາດການເຂົ້າຮ່ວມຂອງ “4 ພາຄີ” (ຊາວນາ, ພາກລັດ, ນັກວິທະຍາສາດ, ວິສາຫະກິດ) ຍັງຖືກຈຳກັດ.

     ວິທີແກ້ຈຳນວນໜຶ່ງທາງດ້ານວິທະຍາສາດ - ເຕັກໂນໂລຊີໃນການຜະລິດເຂົ້າ

     1. ປະຢຸກໃຊ້ບັນດາວິທີການວິທະຍາສາດ - ເຕັກໂນໂລຊີໃນການຜະລິດເຂົ້າ

     ຫຍ່ອມວິທີແກ້ນີ້ລວມມີ:

     - ຕີລາຄາ ແລະ ນຳໃຊ້ແຫຼ່ງຊັບພະຍາກອນຍີນ (gene - ສິ່ງສືບຕໍ່ພັນ). ນຳໃຊ້ເຕັກໂນໂລຊີຊີວະວິທະຍາ ເຊັ່ນເຕັກນິກ microarry ສົມທົບ​ກັບວິທີ​ການ​ດັ້ງ​ເດີມ​ເພື່ອ​ຄົ້ນ​ເຜີຍ​ໄວ ​ແລະ ຊັດ​ເຈນ​ບັນດາຍີນທີ່​ເປັນ​ເປົ້າ​ໝາຍໃນ ແຫຼ່ງຍີນທີ່​ເກັບ​ໂຮມ​ໄດ້. ນຳ​ໃຊ້​ແຫຼ່ງອຸປະກອນ​ສືບ​ຕໍ່ພັນ​ໃນ​ໂຄງການ​ປະສົມ​ພັນ​ເຂົ້າ​ເປືອກ​ທີ່​ແທດ​ເໝາະ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ.

     - ຄັດ​ເລືອກ​ສ້າງ​ແນວ​ປູກ​ໃໝ່. ປະ​ຢຸກ​ໃຊ້​ບັນດາ​ວິທີ​ແກ້​ທາງ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ເພື່ອຊ່ວຍ​ໜູນ​ໃຫ້​ວິທີ​ດັ້ງ​ເດີມ, ​ເຊັ່ນປະ​ຢຸກ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ, ​ເຕັກ​ໂນ​ໂລ​ຊີ​ຊີວະ​ວິທະຍາ, ປະສົມ​ພັນ ​ແລະ ​ເລືອກເຟັ້ນ​ແບບ​ດັ້ງ​ເດີມ​ແນ​ໃສ່​ເລືອກ​ສ້າງ​ແນວ​ເຂົ້າ​ທີ່​ມີ​ສະມັດ​ຕະພາບ​ສູງ, ​ເປັນ​ປົກກະຕິ; ມີ​ຄຸນ​ນະພາ​ບດີ; ​ແທດ​ເໝາະ​ກັບ​ເງື່ອນ​ໄຂ​ດິນ​ຟ້າ​ອາກາດທີ່​ບໍ່​ສະດວກ…

     - ຫັນ​​ເປັນ​ແບບ​ສັງຄົມ​ຕໍ່ວຽກ​ງານ​ການ​ທະວີຄູນແນວ​ເຂົ້າ. ກໍ່ສ້າງ​ແລະ​ກຳກັບ​ຂັບ​ນຳ​ຕາໜ່າງການ​ເລືອກ​ເຟັ້ນ, ຜະລິດ ​ແລະ ສະໜອງ​ແນວ​ເຂົ້າປູກ: ສ້າງ​ຕັ້ງ​ຕາໜ່າງບັນດາ​ສະ​ໂມ​ສອນ, ໜ່ວຍ​ຜະລິດ​ແນວ​ປູກ​ຢູ່ແຂວງຕ່າງໆ ທຸກ​ແຂວງ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ​ແນ​ໃສ່ເຕົ້າ​ໂຮມ​ຊາວນາ​ທີ່​ດີ​ເດັ່ນ​ເຂົ້າ​ໃນ​ການ​ຮັບ​ໃຊ້​ວຽກ​ງານ​ທົດ​ລອງ​ແນວ​ເຂົ້າ​ຕ່າງໆ ​ເຊິ່ງສະ​ຖາ​ບັນ, ​ໂຮງຮຽນ​ຕ່າງໆ​​ ​ຄົ້ນຄວ້າ​ປະສົມ​ພັນ​ໄດ້. ຈາກ​ນັ້ນ​ກໍ່​ສືບ​ຕໍ່​ເລືອກ​ເຝັ້ນ, ຜະລິດ​ທະວີຄູນ​ແນວ​ເຂົ້າ​ຂັ້ນ​ຮັບຮອງ ​ແລະ ສະໜອງ​ບັນດາ​ແນວ​ເຂົ້າ​ດີ​ຕອບ​ສະໜອງໄດ້ກັບ​ເງື່ອນ​ໄຂ​ຂອງ​ທ້ອງ​ຖິ່ນ.

     ຝຶກ​ອົບຮົມ​ການ​ເລືອກ​ເຟັ້ນ, ຜະລິດ ​ແລະ ສະໜອງ​ແນວ​ເຂົ້າປູກ: ສົມທົບ​ກັບພະນັກງານ​ເຕັກນິກ​ທ້ອງ​ຖິ່ນ​​ໃນ​ການ​ຝຶກ​ອົບຮົມ​ວິທີ​​ເລືອກ​ເຟັ້ນ ​ແລະ ຜະລິດ​ແນວ​ເຂົ້າ​ບັນລຸ​ຄຸນ​ນະພາ​ບດີ ​ໃຫ້​ບັນດາ​ສະ​ໂມ​ສອນ, ໜ່ວຍ​ຜະລິດ​ແນວ​ປູກແນ​ໃສ່​ຕອງ​ສະໜອງ​ຄວາມ​ຕ້ອງການ​ແນວ​ປູກ​ຂອງ​ທ້ອງ​ຖິ່ນໄດ້​ ດ້ວຍ​ຄຸນ​ນະພາ​ບດີ, ລາຄາ​ຖືກ ​ເພື່ອ​ໃຫ້​ຊາວນາ​ຫຼາຍ​ຄົນສາມາດ​ຊື້​ມານຳ​ໃຊ້ໄດ້, ປະກອບສ່ວນ​ເປີດ​ກວ້າງເນື້ອ​ທີ່ຜະລິດ​ເຂົ້າ​ດ້ວຍ​ແນວ​ດີ, ​ເມັດ​ພັນ​ແຂງ​ແຮງ.

     2. ​ເຕັກ​ນິກຜະລິດ​ເຂົ້າ​ແທດ​ເໝາະ​ກັບ​ການ​ເຊື່ອ​ມ​ໂຍງ​ເສດຖະກິດ ​ແລະ ການປ່ຽນ​ແປງ​ພູມ​ອາກາດ

     - ນຳ​ໃຊ້​ເຕັກນິກ​ປູກ​ເຂົ້າ​​ແບບຍືນ​ຍົງ. ລະອຽດ​ຄື: ເຕັກນິກ​​ເພາະປູກ​ແບບຍືນ​ຍົງບົນ​ທີ່​ດິນ​ປູກ​ເຂົ້າ​ ນັບ​ແຕ່​ຂອດ​ໄຖ​ຄາດ, ປັກ​ດຳ, ຫົດ​ນ້ຳ, ​ເບິ່ງ​ແຍງ​ບົວລະບັດ ຈົນ​ເຖິງ​ການ​ປະ​ຢຸກ​ໃຊ້​ວິທີ​ເຕັກນິກ​ກ້າວໜ້າ: “3 ຫລຸດ ​3 ​ເພີ່ມ”, “1 ຕ້ອງ 5 ຫລຸດ”, ການ​ຫວ່ານ​ເມດ​ພ້ອມ​ລວາດ​ດຽວ, ຫລີກ​ແມງ​ເພ້ຍ… ​ເຕັກນິກ​ປູກ​ເຂົ້າ​ແບບ​ນິ​ເວດ​ຍືນ​ຍົງ: ສ້າງ​ແຜນ​ດຳ​ເນີນ​ການ​ເພາະ​ປູກ​ຖືກ​ເຕັກນິກ ຕາມ​ແຕ່​ລະ​ຫຍ່ອມ​ແນວ​ພັນ - ອະນຸ​ເຂດ​ນິ​ເວດ​ວິທະຍາ. ​ແຜນ​ດຳ​ເນີນ​ການ GAP (Good Agricultural Practices) ​ເພື່ອບັນລຸ​ໄດ້​ເຂົ້າ​ເປືອກ​ເຂົ້າສານ​ທີ່​ສະອາດ, ມີ​ຄຸນ​ນະພາ​ບສູງ.

     - ນຳ​ໃຊ້​ເຄື່ອງຈັກ​ໃນ​ການ​ຜະລິດ​ເຂົ້າ. ນຳ​ໃຊ້​ເຄື່ອງຈັກ​ແທດ​ເໝາະ​ກັບ​ແຕ່ລະ​ເຂດ​ນິ​ເວດ​ວິທະຍາ ນັບ​ແຕ່​ຂອດ​ໄຖ​ຄາດ, ຫົດ​ນ້ຳ, ຕົກກ້າ​ປັກ​ດຳ, ​ເບິ່ງ​ແຍງ​ບົວ​ລະ​ບັດ, ຈົນ​ເຖິງ​ເກັບ​ກ່ຽວ, ຕາກ​ແຫ້ງ​, ຮັກສາ, ​ເກັບ​ທ້ອນ ​ແລະ ປຸງ​ແຕ່ງ​ເພື່ອ​ຫລຸດຜ່ອນ​ການ​ຕົກ​ເຮ່ຍ​ເສຍ​ຫາຍ​ພາຍຫຼັງການ​ເກັບ​ກ່ຽວ, ຫລຸດຜ່ອນ​ແຮງ​ງານ, ​ເພີ່ນ​ຄຸນຄ່າ​ຂອງ​ສິນຄ້າ.

     - ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ວິຊາ​ສະ​ເພາະ​ໃຫ້​​ແກ່ພະນັກງານ​ເຕັກນິກທ້ອງຖິ່ນ ​ແລະ ຊາວນາ. ກວມດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເຊັ່ນ​ກໍ່ສ້າງ​ພະນັກງານ​ເຕັກນິກ​ທ້ອງ​ຖິ່ນ (ມະຫາວິທະຍາ​ໄລ, ຊັ້ນ​ກາງ); ສອນ​ວິຊາອາຊີບ, ​ຝຶກ​ອົບຮົມ​ຍົກ​ສູງ​ຄວາມ​ສາມາດ​ປະ​ຢຸກ​ໃຊ້​ບັນດາ​ເຕັກນິກ​ທັນ​ສະ​ໄໝ ​ແລະ ປະຕິບັດ​ບັນດາ​​ແຜນດຳ​ເນີນ​ການ​ເພາະ​ປູກ​ຕາມ​ຫຍ່ອມ​ແນວ​ພັນ, ຕາມ​ອະນຸ​ເຂດ​ນິ​ເວດ​ວິທະຍາ; ​ແຜນ​ດຳ​ເນີນ​ການ GAP,…​ແນ​ໃສ່​ຊ່ວຍ​​ໃຫ້​ຊາວນາ​ຍົກ​ສູງ​ລະດັບ​ປູກ​ເຂົ້າ​ຂຶ້ນ​ເປັນ​ແຕ່​ລະ​ກ້າວ.

     3. ຈັດຕັ້ງ​ການ​ຜະລິດ ​ແລະ ​ເຊື່ອມ​ໂຍງ​ປະສານ​ສົມທົບ​ໃນ​ການ​ຜະລິດ​ເຂົ້າ

     - ກໍ່ສ້າງ​ເສດຖະກິດ​ຮ່ວມມື, ທົ່ງ​ນາ​ຜືນ​ໃຫຍ່​ໃນ​ການ​ຜະລິດ​ເຂົ້າ. ​ໂດຍ​ແລ້ວ​ແຕ່​ເງື່ອນ​ໄຂ​ຂອງແຕ່ລະ​ເຂດ​ເພື່ອຈະ​ກໍ່ສ້າງ​ເປັນ​ແຕ່​ລະ​ກ້າວບັນດາ​ຕົວ​ແບບ​ເສດຖະກິດ​ຮ່ວມື​ ທີ່​ສະດວກ​ດີ​ໃຫ້​ແກ່​ການ​ລົງທຶນ​, ຜະລິດ​ສິນຄ້າ ຂະໜາດໃຫຍ່​ພໍ​ຄວນ​ ​ເພື່ອ​ສະດວກ​ດີ​ໃນ​ການ​ເຂົ້າ​ປະຊິດ​ກັບ​ຕະຫຼາດ ​ແລະ ຮັບປະກັນ​ສົ້ນ​ອອກ​ໄດ້. ບັນດາ​ຕົວ​ແບບ​ຮ່ວມ​ມື​ກວມ​ດ້ວຍ: ໜ່ວຍ, ຫຍ່ອມ, ສະ​ໂມ​ສອນ; ສະຫະກອນ; ສະຫະພັນ​ບັນດາ​ສະຫະກອນ; ບໍລິ​ສັດການກະເ​ສດ; ນິຄົມ​ກະ​ເສດ, ທົ່ງ​ນາຜືນ​ໃຫຍ່, ​ເຂດ​ປູກຝັງ​ພືດ​ພັນ​ສະ​ເພາະ,…ຜະລິດ​ຕິດ​ຕໍ່​ນໍ່​ເນືອງ​ຕາມ​ພວງ​ພະນັງ​ຂະ​ແໜງ​ສິນຄ້າ, ບໍ່​ເຮັດ​ຕາມ​ແຕ່ລະ​ຂັ້ນ​ຕອນ​ຕ່າງຫາກ​ຄື​ແຕ່​ກ່ອນ​ມາ​ເຖິງ​ດຽວນີ້ອີກ.

     - ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຈັດ​ຕັ້ງ ​ແລະ ຄຸ້ມ​ຄອງ. ຂະຫຍາຍ​ເສ​ດຖະກິດ​ຄອບຄົວ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຈັດ​ຕັ້ງ ​ແລະ ຄຸ້ມ​ຄອງ​ໃຫ້​ແກ່​ຊາວນາ ​ແມ່ນ​ຈຳ​ເປັນ​ຕ້ອງການ​ທີ່​ສຸດ. ການຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຈັດ​ຕັ້ງ ​ແລະ ຄຸ້ມ​ຄອງກວມ​ດ້ວຍ: ບຳລຸງ​ສ້າງ, ຝຶກ​ອົບຮົມ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຄຸ້ມ​ຄອງ​ໜ່ວຍ, ຫຍ່ອມ ​ໃຫ້​ແກ່​ບັນດາ​ໜ່ວຍ, ສະ​ໂມ​ສອນ, ສະຫະກອນ; ​ຝຶກ​ອົບຮົມຍົກ​ສູງ​ກຳລັງ​ຄວາມ​ສາມາດຄຸ້ມ​ຄອງ​ເສດຖະກິດ​ໃຫ້​ແກ່​ຄອບຄົວ​ຊາວນາ ​ແລະ ບັນດາໜ່ວຍ​ດັ່ງກ່າວ,…

     - ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ປະ​ສາມ​ສົມທົບ​ລະຫວ່າງ “4 ພາຄີ”. ການ​ເຊື່ອມ​ໂຍງ​ປະ​ສາມ​ສົມທົບ​ລະຫວ່າງ “4 ພາຄີ” ​ແມ່ນ​ຂອດກະ​ແຈ​ທີ່​ສຳຄັນ​ຍິ່ງ ​ເພື່ອ​ແກ້​ໄຂ​ບັນຫາການ​ຜະລິດ ​ແລະ ຈຳໜ່າຍ​ຂາຍ​ຜະລິດ​ຕະພັນ​ຂອງ​ຊາວນາ. ການ​ເຊື່ອມ​ໂຍງ​ກັນ​ສ້າງ​ເງື່ອນ​ໄຂ​ແບ່ງປັນ​ຂ່າວສານ ​ແລະ ຄວາມ​ຮັບຜິດຊອບ (​ເຊັ່ນ ສ້າງ​ຕັ້ງ​ເວທີ​ປາຖະກະຖາ, ປຶກສາ​ສົນທະນາ​ກັນ, ​ເຊັນ​ສັນຍາ​ຮັບ​ຈຳໜ່າຍ​ຜະລິດ​ຕະພັນ…) ​ເພື່ອ​ແກ້​ໄຂ​ບັນຫາ​ຕະຫຼາດ, ສ້າງ​ກົນ​ໄກ ​ແລະ ນະ​ໂຍບາຍ​ທີ່​ສອດຄ່ອງຊຸກຍູ້​ໃຫ້ການ​ຜະ​ລິກຂະຫຍາຍຕົວ​ຢ່າງ​ຍືນ​ຍົງ. ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຂະຫຍາຍ​ສາຍ​ພົວພັນ​ອັນ​ແໜ້ນ​ແຟ້ນລະຫວ່າງ​ຊາວນາ ​ແລະ ນັກທຸລະກິດ, ລະຫວ່າງ​ນັກວິທະຍາສາດ ​ກັບຊາວນາ ​ແລະ ນັກທຸລະກິດ.

     4. ຂະຫຍາຍ​ຕະ​ຫຼາດ​ເຂົ້າ

     ຫຍ່ອມ​ວິທີ​ແກ້​ນີ້​ລວມ​ມີ:

     - ຄົ້ນ​ຄວ້າພວງພະນັງຄຸນຄ່າການຜະລິດເຂົ້າ. ຊອກຫາວິທີແກ້ເພື່ອຍົກສູງພວງພະນັງຄຸນຄ່ານັບແຕ່ຂອດ​ຜະລິດ, ​ແກ້​ໄຂ​ຫລຸດຜ່ອນ​ການ​ຕົກ​ເຮ່ຍ​ເສຍ​ຫາຍ​ພາຍຫຼັງ​ການ​ເກັບ​ກ່ຽວ ຈົນ​ເຖິງການ​ເພິ່ມທະວີການ​ລົງທຶນ​ກໍ່ສ້າງ​ໂຂ​ສາງ​ເກັບ​ຮັກສາ​ຜະລິດ​ຕະພັນ, ຮັບປະກັນ​ຄຸນ​ນະພາ​ບ, ພື້ນຖານ​ໂຄງ​ລ່າງ, ການ​ຈໍ​ລະ​ຈອນ​ແຈກ​ຢາຍ,… ສ້າງ​ກົນ​ໄກ​​ໃຫ້​ແກ່ການ​ດຸນ​ດ່ຽງ ​ແລະ ​ເສີມ​ຂະຫຍາຍ​ຜົນ​ກຳ​ໄລ​ຂອງ​ພວງ​ພະນັງ​ຄຸນຄ່າ.

     - ກໍ່ສ້າງ​ເຄື່ອງໝາຍ​ການ​ຄ້າ​ຂອງ​ເຂົ້າ. ຈາກ​ທົ່ງ​ນາ​ຜືນ​ໃຫຍ່​ກ້າວ​ໄປ​ເຖິງ​ເຂດ​ເພາະ​ປູກ​ສະ​ເພາະ, ດ້ວຍ​ປະລິ ມານ​ການ​ຜະລິດຫຼາຍ ສະ​ໝ່ຳສະ​ເໝີ, ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສະບຽງ​ອາຫານ​ຄົ້ນຄວ້າ​ກໍ່ສ້າງ​ເຄື່ອງໝາຍ​ການ​ຄ້າ​ຂອງ​ເຂົ້າ, ຊ່ວຍ​ໃຫ້​ຊາວນາ​ຜູ້​ຜະລິດ​ຫັນ​ໄປ​ສູ່​ຕະຫຼາດ, ຜະລິດ​ຕາມ​ມາດຕະຖານ VietGAP ຫຼື GlobalGAP, ຮັບປະກັນຄຸນ​ນະພາ​ບ, ​ເພີ່ມ​ຄຸນຄ່າ​ສິນຄ້າ ​ແລະ ​ເພີ່ມ​ລາຍ​ໄດ້.

     - ກໍ່ສ້າງລະບົບ​ການ​ສະໜອງ​ຂ່າວສານ​ກ່ຽວ​ກັບ​ຕະຫຼາດ ​ແລະ ຂ່າວສານ - ​ໂຄສະນາ. ການກໍ່ສ້າງລະບົບ​ການ​ສະໜອງ​ຂ່າວສານ​ກ່ຽວ​ກັບ​ຕະຫຼາດ ​ແລະ ຂ່າວສານ - ​ໂຄສະນາມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ເພື່ອ​ຊ່ວຍ​ໃຫ້​ຊາວນາ​ຕັດສິນ​ຕົກລົງ​ການ​ຜະລິດ ​ແລະ ວາງ​ແຜນ​ການ​ຜະລິດ, ຄາດກະ​ຕະຫຼາດ​ໄດ້, ຫລຸດຜ່ອນ​ຄວາມ​ເສຍ​ຫາຍ​ຍ້ອນ​ສິນຄ້າ​ອັ່ງ​ຕະຫຼາດ ​ແລະ ລາ​ຄາ​ຕົກ​ຕ່ຳ.

     ສະຫລຸບ ​ແລະ ຂໍ້​ສະ​ເໜີ

     ​ກຳນົດວ່າການ​ຜະລິດ​ເຂົ້າ​ມີ​ການ​ພົວພັນ​ກັບ​ຄວາມ​ປອດ​ໄພ​ທາງ​ດ້ານ​ສະບຽງ​ອາຫານ​ແຫ່ງ​ຊາດ, ພັກ ​ແລະ ລັດ​ຕ້ອງ​ມີ​ວິທີ​ການ​ມາດ​ຕະການ​ອັນ​ພື້ນຖານ, ລົງທຶນ​ຢ່າງ​ເໝາະ​ສົມ ​ແລະ ຄົບ​ຊຸດ​ໃຫ້​ແກ່​ເຂດ​ປູກ​ເຂົ້າ; ມີ​ນະ​ໂຍບາຍ​ແທດ​ເໝາະ​ກັບ​ຜູ້​ປູດ​ເຂົ້າ. ລະອຽດ​ຄື:

     ລົງທຶນ​ຢ່າງ​ເໝາະ​ສົມ​ໃຫ້​ແກ່​ກະສິກຳ, ຊາວນາ, ຊົນນະບົດ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ - ເຂດຈຸດ​ໜັກ​ໃຈກາງ ຜະລິດ​ກະສິກຳ​ຂອງ​ຊາດ. ນອກຈາກ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ປົວ​ແປງ​ສະຫວັດ​ດິການ​ສັງ​ຄົມ​ຊົນນະບົດ, ວາງ​​ແຜນ​ກຳນົດ​ທີ່​ດິນ​ຄືນ​ໃໝ່​ໃນ​ການ​ຜະລິດ​ກະສິກຳ, ປົວ​ແປງ​ນະ​ໂຍບາຍ​ຕໍ່​ກັບ​ຊາວນາ - ພິ​ເສດ​ແມ່ນ​ຕໍ່​ກັບ​ຜູ້​ປູກ​ເຂົ້າ, ກໍ່ສ້າງ​ກຳລັງ​ບຸກຄະ​ລາກ​ອນ​ໃຫ້​ແກ່​ຂະ​ແໜງ​ກະສິກຳ (ນັບ​ທັງ​​ໃນການ​ຄົ້ນຄວ້າ, ຄຸ້ມ​ຄອງ ​ແລະ ຜະລິດ) ​ແລ້ວ, ​ແມ່ນ​ຍັງ​ຕ້ອງ​ເອົາ​ໃຈ​ໃສ່​ລົງທຶນຢ່າງ​ສົ​ມຄູ່​ໃຫ້​ແກ່​ການ​ຄົ້ນຄວ້າ, ປະ​ຢຸກ​ໃຊ້​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ອີກ​ດ້ວຍ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ​ເຂົ້າ, ຍົກ​ສູງ​ຜົນ​ກຳ​ໄລ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ຜູ້​ຜະລິດ​ເຂົ້າ.

     ກໍ່ສ້າງ​ຍຸດ​ທະ​ສາດຍາວ​ນານ​ໃຫ້​ແກ່​ການ​ຜະລິດ ​ແລະ ການຈຳໜ່າຍ​ຂາຍ​ເຂົ້າ, ​ໃນ​ນັ້ນ​ຕ້ອງ​ມີ​ການ​ເຊື່ອມ​ໂຍງສົມ​ທົດ​ເຂດ ​ແລະ ​ເຊື່ອມ​ໂຍງ​ສົມທົບ “4 ພາຄີ”, ​ເຊື່ອມ​ໂຍງ​ວິທະຍາສາດ​ແລະ​ເຕັກ​ໂນ​ໂລ​ຊີ ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂະຫຍາຍ​ຕົ້ນ​ເຂົ້າ​ຢູ່​ເຂດ​ທົ່ງພຽງ​​ແມ່​ນ້ຳຂອງ. ຕາມ​ນັ້ນ, ​ແຕ່ລະ “ພາຄີ” ຕ້ອງ​ໄດ້​ຮັບມອບໝາຍ​ໜ້າ​ທີ່​ລະອຽດ. ຖ້າ​ຫາກ​ແຕ່ລະ “ພາຄີ” ລ້ວນ​ແຕ່​ສຳ​ເລັດໜ້າ​ທີ່​ຂອງ​ຕົນ​ເປັນ​ຢ່າງ​ດີ ​ແມ່ນ​ວຽກ​ງານ​ຜະລິດ​ເຂົ້າ​ຢູ່​ເຂດທົ່ງພຽງ​ແມ່​ນ້ຳຂອງ​ຈຶ່ງ​ມີ​ຄວາມ​ສະຖຽນ​ໝັ້ນ ​ແລະ ພັດທະນາ​ຢ່າງ​ຍືນ​ຍົງ./.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ