ວັນເສົາ, 18/11/2017
ສັນຍາປາຣີ ກ່ຽວກັບຫວຽດນາມ ແລະ ຄວາມເດັດດ່ຽວສະຫຼຽວສະຫຼາດຂອງການທູດ ໂຮ່ຈີມິນ
21/3/2013 10:39' ສົ່ງ ພິມ
ຮູບພາບກອງປະຊຸມປາຣີ ກ່ຽວກັບການຢຸດຕິສົງຄາມຢູ່ຫວຽດນາມ - ຮູບຂອງເວບໄຊ: qdnd.vn

     ໃນຍາມສົງຄາມ ກໍ່ຄືໃນການສ້າງສາສັນຕິພາບ, ເພື່ອສ້າງກຳລັງແຮງສັງລວມຂອງຊາດ, ການທູດ ເວລາໃດກໍ່ເປັນແນວຮົບໜຶ່ງ. ເວລາໃດຫວຽດນາມ ກໍ່ຮັກສາ ແລະ ເຊີດຊູຄັນທຸງການທູດໂຮ່ຈີມິນ, ຢຶດໝັ້ນໃນຫຼັກການ, ມີຍຸດທະສາດທີ່ໄຫວພິບ, ມີຍຸດໂທບາຍທີ່ນິ້ມນວນ.

     ສັນຍາປາຣີ ແລະ ຄວາມໝາຍແຫ່ງໄຊຊະນະ

     ສັນຍາປາຣີ ກ່ຽວກັບຫວຽດນາມ ເປັນການເຈລະຈາທີ່ແກ່ຍາວທີ່ສຸດ ເພື່ອຢຸດຕິສົງຄາມທີ່ແກ່ຍາວທີ່ສຸດ ໃນສະຕະວັດທີ 20, ເຊິ່ງເປັນສົງຄາມເກີດຂຶ້ນໃນຂອບເຂດຂອງປະເທດໜຶ່ງ ແຕ່ພັດເປັນຈຸດສຸມຂອງບັນດາຂໍ້ຂັດແຍ່ງ ແລະ ການປະທະກັນ ທີ່ມີລັກສະນະຍຸກສະໄໝ: ລະຫວ່າງເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມ ກັບລັດທິຈັກກະພັດນິຍົມ ແລະ ບັນດາອິດທິກຳລັງປະຕິການ, ລະຫວ່າງສັນຕິພາບ ກັບສົງຄາມ. ນັ້ນແມ່ນ ການເຈລະຈາ ລະຫວ່າງສອງອິດທິກຳລັງ ທີ່ປະເຊີນໜ້າກັນບົນສະໜາມຮົບ, ເບື້ອງໜຶ່ງແມ່ນ ກຳລັງຮຸກຮານທີ່ມີທ່າແຮງຂາດຂັ້ນດ້ານການທະຫານ ແລະ ເສດຖະກິດ ແຕ່ພັດມີຈຸດອ່ອນດ້ານການເມືອງ, ຈິດໃຈ; ເບື້ອງໜຶ່ງແມ່ນ ກຳລັງປົກປັກຮັກສາປະເທດຊາດ, ເຖິງວ່າມີຈຸດອ່ອນທາງດ້ານການທະຫານ ແລະ ເສດຖະກິດ ແຕ່ພັດມີທ່າແຮງດ້ານຈິດໃຈ, ຄວາມເປັນທຳ. ນັ້ນຍັງແມ່ນ ການເຈລະຈາລະຫວ່າງ ການທູດສອງຝ່າຍ, ເຊິ່ງຝ່າຍໜຶ່ງແມ່ນ ການທູດມືອາຊີບ ຂອງປະເທດມະຫາອຳນາດ; ຝ່າຍໜຶ່ງແມ່ນ ການທູດຂອງລັດປະຕິວັດ ທີ່ຍັງໜຸ່ມນ້ອຍ. ຢູ່ໃນກອງປະຊຸມປາຣີ ການຕໍ່ສູ້ລະຫວ່າງສອງເຈດຈຳນົງ, ສອງສະຕິປັນຍາ, ສອງປະເພດນິຕິກຳ ແລະ ສິນທຳ, ສອງປະເພດແຜນການ ແລະ ຍຸດໂທບາຍທີ່ແຕກຕ່າງກັນ ໄດ້ດຳເນີນຢ່າງດຸເດືອນທີ່ສຸດ.

     ຫວຽດນາມ ເຂົ້າຮ່ວມກອງປະຊຸມປາຣີ ດ້ວຍຫຼັກໝັ້ນທີ່ເດັດດ່ຽວ: ຮຽກຮ້ອງໃຫ້ອາເມລິກາ ຈຳຕ້ອງຢຸດຕິສົງຄາມຮຸກຮານ, ຖອນກອງທະຫານ ແລະ ອາວຸດອອກຈາກພາກໃຕ້ຫວຽດນາມ, ລົບລ້າງອຳນາດ ການປົກຄອງລູກແຫຼ້ງຕີນມື, ເຄົາລົບສິດຕັດສິນດ້ວຍຕົນເອງ ຂອງປະຊາຊົນພາກໃຕ້ຫວຽດນາມ.

     ອາເມລິກາ ເຂົ້າຮ່ວມກອງປະຊຸມດ້ວຍການຮຽກຮ້ອງທີ່ກົງກັນຂ້າມ: ທວງໃຫ້ທັງສອງຝ່າຍຕ້ອງຖອນທະຫານ, ຮັກສາອຳນາດການປົກຄອງໄຊງ່ອນ ໄວ້ ແລະ ຟື້ນຟູເຂດປອດທະຫານຄືນໃໝ່, ເນື້ອແທ້ແລ້ວ ແມ່ນສືບຕໍ່ກົນອຸບາຍ ຕັດແບ່ງປະ​ເທດຫວຽດນາມ ແບບຍາວນານ.

     ເຂົ້າຮ່ວມກອງປະຊຸມປາຣີ, ຫວຽດນາມ ຫວັງຜ່ານການເຈລະຈາເພື່ອກ້າວໄປສູ່ວິທີແກ້ໄຂທີ່ສັນຕິພາບ. ແຕ່ຫວຽດນາມ ກໍ່ເຂົ້າໃຈວ່າ, ໃນການເຈລະຈານັ້ນ ຫວຽດນາມ ບໍ່ອາດບັນລຸໄດ້ສິ່ງທີ່ບົນສະໜາມຮົບຫວຽດນາມ ບໍ່ສາມາດຍາດໄດ້. ຜົນຂອງການເຈລະຈາ ກ່ອນອື່ນໝົດແມ່ນຂຶ້ນກັບການຊັ່ງຊາກຳລັງຢູ່ເທິງສະໜາມຮົບ ລະຫວ່າງຫວຽດນາມ ແລະ ສັດຕູ. ຄວາມສະຫຼຽວສະຫຼາດທາງການທູດ ບໍ່ອາດແທນໃຫ້ກຳລັງຕົວຈິງໄດ້. ແນວຮົບການທູດ ບໍ່ແມ່ນບັ້ນຮົບຕັດສິນເໜືອອື່ນໝົດ ແຕ່ພັດມີຄວາມໝາຍສຳຄັນພິເສດ ຢູ່ບ່ອນວ່າ ມັນປະສານສົມທົບຢ່າງໜຽວແໜ້ນກັບສອງແນວຮົບ: ການທະຫານ ແລະ ການເມືອງ, ສ້າງເປັນກຳລັງແຮງສັງລວມ ເພື່ອຍາດເອົາໄຊຊະນະ.

   … ຍອມເຂົ້າຮ່ວມການເຈລະຈາປາຣີ, ອາເມລິກາ ຖືກກົດດັນທັງໃນສອງດ້ານ: ປະລາໄຊຢ່າງໜັກໜ່ວງໃນ “ສົງຄາມພາກສ່ວນ”, ສົງຄາມທີ່ຫັນເປັນອາເມລິກາ ໃນລະດັບສູງສຸດ; ການແບ່ງແຍກຢ່າງເລິກເຊິ່ງ ໃນວົງການການເມືອງອາເມລິກາ ແລະ ຂະບວນການຕໍ່ຕ້ານສົງຄາມ ຢູ່ໃນກະໂຕປະເທດອາເມລິກາເອງ. ອາເມລິກາ ຫວັງຜ່ານການເຈລະຈາ ເພື່ອບັນລຸເຖິງວິທີແກ້ໄຂທີ່ເປັນປະໂຫຍດ ໃຫ້ແກ່ພວກເຂົາ, ແຕ່ເມື່ອບໍ່ບັນລຸໄດ້ສິ່ງນັ້ນ ກະໂຕປະທານາທິບໍດີອາເມລິກາ ຣ.ນິກສັນ ໄດ້ວາງນະໂຍບາຍ “ຫັນສົງຄາມເປັນຂອງຫວຽດນາມ”… ກົດດັນຫວຽດນາມ ບໍ່ໄດ້, ພວກເຂົາໄດ້ໃຊ້ “ໃບໄຜ້” ສຸດທ້າຍ, ເປີດບັ້ນບຸກໂຈມຕີຍຸດທະສາດທາງອາກາດ ດ້ວຍເຮືອບິນຖິ້ມລະເບີດ B52 ລົງໃສ່ຮ່າໂນ້ຍ, ຫາຍຟ່ອງ ແລະ ຫຼາຍທ້ອງຖິ່ນ ໃນທົ່ວປະເທດຫວຽດນາມ.

     ບັ້ນບຸກໂຈຕີຍຸດທະຍາດຂອງອາເມລິກາ ຖືກໂມ່ງດ້ວຍບາດຄ້ອນອັນນອງຕາຍ. ໄຊຊະນະ “ດຽນບຽນຝູທິງອາ ກາດ” ຂອງຫວຽດນາມ ໄດ້ບັງຄັບໃຫ້ອາເມລິກາ ກັບຄືນສູ່ໂຕະເຈລະຈາ ແລະ ກ້າວໄປເຖິງການເຈລະຈາ ຕົກລົງເຊັນ “ສັນຍາຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ຫວຽດນາມ” ໃນວັນ ທີ 27-01-1973. ເນື້ອໃນສັນຍາທີ່ເປັນທາງການ ໂດຍພື້ນຖານແລ້ວ ບໍ່ແຕກຕ່າງຫຍັງກັບການຕົກລົງກັນ ໃນເດືອນຕຸລາ ປີ 1972. ທາງປາກ, ອາເມລິກາເວົ້າວ່າ ຍ້ອນໄຊຊະນະຂອງການບຸກໂຈຕີດ້ວຍ B52 ອາເມລິກາຈິ່ງບັງຄັບໃຫ້ຮ່າໂນ້ຍ ຍອມເຊັນສັນຍາໂດຍໄວ. ແຕ່ຕົວຈິງແລ້ວ ແມ່ນກົງກັນຂ້າມໂດຍສິ້ນເຊີງ.

   …ດ້ວຍສັນຍາປາຣີ, ອາເມລິກາ ໃຫ້ສັນຍາວ່າຈະພ້ອມກັບບັນດາປະເທດອື່ນໆ ເຄົາເລົບເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຫວຽດນາມ. ອາເມລິກາ ໄດ້ຖອນທະຫານ ແລະ ອາວຸດຍຸດໂທປະກອນທັງໝົດ ອອກຈາກພາກໃຕ້ຫວຽດນາມ, ໃນຂະນະທີ່ທະຫານພາກເໜືອຍັງຢູ່ຄືເກົ່າ. ສິດຕັດສິນດ້ວຍຕົນເອງ ຂອງປະຊາຊົນພາກໃຕ້ຫວຽດນາມ ໄດ້ຮັບການເຄົາລົບ. ຢູ່ພາກໃຕ້, ເວລານັ້ນ ມີສອງອຳນາດການປົກຄອງ, ສອງກຳລັງທະຫານ ແລະ ສອງເຂດຄວບຄຸມຄົງຕົວຢູ່.

     ສັນຍາປາຣີ ໄດ້ຕອບສະໜອງບັນດາຄວາມຮຽກຮ້ອງທີ່ມີລັກສະນະຫຼັກການ ເຊິ່ງຫວຽດນາມໄດ້ຍົກຂຶ້ນ ໃນການເຈລະຈາ.

     ການເຊັນສັນຍາປາຣີ ແມ່ນໄຊຊະນະສັງລວມຂອງສົງຄາມປະຊາຊົນບົນສາມແນວຮົບ: ການທະຫານ, ການເມືອງ, ການທູດ; ເປັນພື້ນຖານນິຕິກຳທີ່ບໍ່ອະນຸຍາດໃຫ້ອາເມລິກາ ສືບຕໍ່ຫຍຸ້ງກ່ຽວ ແລະ ແຊກແຊງຄືນໃໝ່.

     ຄວາມ​ເດັດດ່ຽວ​ສະຫຼຽວ​ສະຫຼາດ ແລະ ແບບແຜນການທູດໂຮ່ຈີມິນ

     ກອງປະຊຸມປາຣີ ແລະ ສັນຍາປາຣີ ເປັນການພິສູດທີ່ໜ້າຈັບໃຈ ກ່ຽວກັບທາດແທ້ ແລະ ແບບແຜນການທູດຫວຽດນາມ ແລະ ຂອງບັນດານັກເຈລະຈາແຖວໜ້າ ຂອງປະເທດຫວຽດນາມ ໃນຄາວນັ້ນ. ການທູດຫວຽດນາມ ແມ່ນການທູດໂຮ່ຈີມິນ, ເວລາໃດກໍ່ຢຶດໝັ້ນໃນບັນດາຫຼັກການ ແລະ ຍຸດທະສາດ, ແຕ່ສຸດທີ່ມີໄຫວພິບ, ນິ້ມນວນທາງດ້ານຍຸດໂທບາຍ. ປະທານ ໂຮ່ຈີມິນ ເຄີຍຕັກເຕືອນພະນັກງານຫວຽດນາມວ່າ: ຢູ່ໃນການທູດ, ກໍ່ຄືໃນການແກ້ໄຂສະພາບການທີ່ສັບສົນ, “ນະໂຍບາຍຕ້ອງມີແຂງ ມີອ່ອນ. ແຂງໂພດກໍ່ຫັກງ່າຍ. ອ່ອນໂພດກໍ່ຝ່ອຍດາຍ. ເວົ້າຈາຄວນອ່ອນນ້ອມ. ປະຕິບັດຄວນເຂັ້ມແຂງ”. ຢູ່ໃນໂຕະເຈລະຈາ, ການທູດຂອງຫວຽດນາມ ເວລາໃດກໍ່ຫັນສູ່ໄຊຊະນະໃຫຍ່ຫຼວງຮອບດ້ານ ແຕ່ກໍ່ຮູ້ຍາດແຍ່ງເອົາໄຊຊະນະນ້ອຍ ໃນແຕ່ລະບັ້ນຮົບ, ແຕ່ລະກອງປະຊຸມ. ຮູ້ຊັ່ງຊາຄິດໄລ່ຖີ່ຖ້ວນ ໃນແຕ່ລະບາດກ້າວເດີນ, ໜັກແໜ້ນ, ຮອບຄອບ ແຕ່ບໍ່ເຄີຍຕົກໃນທ່າຮັບ. ເດັດດ່ຽວຕຳນິວິຈານທຸກຄວາມຜິດພາດ, ຊອກຄົ້ນຈຸດອ່ອນຂອງຝ່າຍກົງກັນຂ້າມ ແຕ່ມີທ່າທີເຄົາລົບໃຫ້ກຽດ, ສຸພາບຕໍ່ຜູ້ເຈລະຈາ.

     ທ່ານ​ຜູ້ປຶກສາພິເສດ ເລດຶກເຖາະ ເຂົ້າຮ່ວມກອງປະຊຸມເຈລະຈາປາຣີ ໄດ້ຮັບການຕີລາຄາວ່າ ເປັນຜູ້ນຳພາການເມືອງ ທີ່ມີອຳນາດອິດທິພົນ, ມີແຜນນະໂຍບາຍທີ່ສຽບແຫຼມ, ເຄັ່ງຄັດ ແຕ່ມີຈິດໃຈເປີດກວ້າງ, ຮູ້ແຂງຮູ້ອ່ອນຖືກກັບກາລະ.

     ທ່ານລັດຖະມົນຕີ ຊວັນຖຸ້ຍ ຖືກຮັບຮູ້ວ່າທັງເປັນນັກການທູດທີ່ມີຄວາມປີຊາສາມາດ, ເວລາໃດກໍ່ຍິ້ມແຍ້ມ, ທັງເປັນນັກວັດທະນະທຳ, ນັກກະວີ, ໃນເວລາເຈລະຈາພັດສຸດທີ່ເຄັ່ງຕຶງ ແຕ່ສະແດງອອກຄືກັບວ່າພວມ “ຜິ່ງຜາຍຍ່າງເລາະຊົມສວນດອກໄມ້”.

     ທ່ານລັດຖະມົນຕີ ຫງວຽນທິບິ່ງ, ນັບແຕ່ມື້ທຳອິດໄປຮອດປາຣີ ໄດ້ຮັບກຽດວ່າເປັນ “ລາຊີນີ ແຫ່ງຫວຽດກົ້ງ”, ນັກຮົບຍິງທີ່ມີສະຫງຽມ, ຄ່ຽມຄົມ ແຕ່ຫາກເດັດດ່ຽວ, ເປັນຫົວໜ້າຄະນະທີ່ເຄີຍນຳສະເໜີ ວິທີແກ້ໄຂອັນສັ່ນສະເທືອນ ຫຼາຍຄັ້ງ ຢູ່ໃນໂຕະເຈລະຈາ, ກໍ່ເປັນຜູ້ທີ່ ໃນຖານະ ເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ຂອງລັດຖະບານປະຕິວັດຊົ່ວຄາວ ພາກໃຕ້ຫວຽດນາມ, ທີ່ລົງນາມໃນເອກະສານສັນຍາ ເທົ່າທຽມກັບ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຂອງສາຫະລັດອາເມລິກາ ວ.ປ.ໂຣເຈີ (W.P. Rogers).

     ນັກເຈລະຈາອາວຸໂສ ອາ. ຮາຣີມານ (A.Harriman), ຫົວໜ້າຄະນະຜູ້ແທນຂອງອາເມລິກາ ຢູ່ໃນກອງປະຊຸມສອງຝ່າຍ, ມີບາງຄັ້ງໄດ້ເວົ້າຢ່າງມີຄວາມໝາຍກວມລວມວ່າ: “ຂ້າພະເຈົ້າເຮັດວຽກການທູດໄດ້ 40 ປີແລ້ວ, ເຄີຍເປັນບຸກຄົນທີ 2 ຢູ່ໃນກອງປະຊຸມ ຢານຕາ ເຈລະຈາກັບ ສະຕາລິນ “ແຂງກະດ້າງ” ແຕ່ກໍ່ຍັງ “ມີໄປ, ມີມາ”. ບັນດາທ່ານຍັງແຂງກະດ້າງກວ່າ ສະຕາລິນ ອີກ ເພາະວ່າ ເວລາໃດພວກທ່ານກໍ່ຢຶດໝັ້ນໃນການທວງໃຫ້ ຢຸດຕິການຖິ້ມລະເບີດ ຢ່າງບໍ່ມີເງື່ອນໄຂ ແລ້ວຈິ່ງຈະປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງ. ເຖິງຢ່າງໃດກໍ່ຕາມ, ພວກທ່ານກໍ່ຍັງສາມາດໂອ້ລົມໄດ້, ຍ້ອນພວກທ່ານມີ ແບບແຜນການທູດ ໂຮ່ຈີມິນ…”.

     ທີ່ປຶກສາທຳນຽບຂາວ ຮ. ກິດຊິງເຈີ ໃນມື້ທຳອິດທີ່ພົບປະ ກໍ່ໄດ້ໃຫ້ການສັງເກດກ່ຽວກັບທ່ານ ເລດຶກເຖາະ ວ່າ: ເວລາໃດເພິ່ນກໍ່ສະແດງອອກເຖິງທ່າທີທຸ່ນທ່ຽງ, ບໍ່ມີບ່ອນຕຳນິ, ຍົກເວັ້ນບາງຄັ້ງຄາວ. ເພິ່ນຮູ້ດີວ່າເພິ່ນຕ້ອງການຫຍັງ ແລະ ຮັບໃຊ້ອຸດົມການຂອງເພິ່ນຢ່າງສຸດ​ອົກ​ສຸດ​ໃຈ ​ແລະ ຄ່ອງ​ແຄ້ວ. ທ່ານ ເລດຶກເຖາະ ຕ້ອນຮັບຂ້າພະເຈົ້າ ດ້ວຍກິລິຍາມາລະຍາດ ທີ່ມີໄລຍະຫ່າງຂອງມະນຸດ ເຊິ່ງທ່ານໄດ້ປຽບແນ່ນອນ ເຖິງລະດັບທີ່ບໍ່ອາດເປັນອື່ນໄດ້ ດ້ວຍກິລິຍາມາລະຍາດເກືອບຄືວ່າ ພະຍາຍາມຖ່ອມຕົວ…”.

     ແລະ ກໍ່ໃນວັນທີ 29 ມີນາ ປີ 1973 ນັ້ນເອງ, ພາຍຫຼັງທີ່ສັນຍາປາຣີ ຮັບການເຊັນໄດ້ 60 ວັນ, ບັນດາກົມກອງສຸດທ້າຍ ຂອງກອງທະຫານສົ່ງນອກອາເມລິກາ ພ້ອມກັບຜູ້ບັນຊາການສູງສຸດຂອງພວກເຂົາ ຈຳຕ້ອງພັບທຸງກັບປະເທດ. ນີ້ກໍ່ແມ່ນຄັ້ງທຳອິດໃນ 100 ກວ່າປີ, ການຢຶດຄອງຂອງກອງທະຫານຕ່າງປະເທດ ໄດ້ສິ້ນສຸດລົງບົນຜືນດິນປະເທດຫວຽດນາມ.

*

*    *

     ສັນຍາປາຣີ ເປັນການສິ້ນສຸດໄລຍະແຫ່ງການ “ຕີໃຫ້ອາເມລິກາ ຕ້ອງໜີໄປ” ແລະ ເປີດໄລຍະໃໝ່ແຫ່ງການ “ຕີໃຫ້ທະຫານຫຸ່ນຕ້ອງລົ້ມລະລາຍ” ຢ່າງແທ້ຈິງ;…

     ຍ້ອນການກະທຳມ້າງເພທຳລາຍສັນຍາປາຣີ ຂອງອຳນາດການປົກຄອງໄຊງ່ອນ ດ້ວຍການຊ່ວຍຊູຂອງອາເມລິກາ, ການຕໍ່ສູ້ຂອງປະຊາຊົນຫວຽດນາມ ຍັງຕ້ອງສືບຕໍ່ເປັນເວລາສອງກວ່າປີ ຕື່ມອີກ. ຮອດວັນທີ 30 ເມສາ ປີ 1975, ຫວຽດນາມ ໄດ້ຍາດເອົາມະຫາໄຊຊະນະລະດູບານໃໝ່ອັນ​ເປັນປະຫວັດສາດ, ທັບມ້າງກອງທະຫານ ແລະ ອຳນາດການປົກຄອງໄຊງ່ອນທັງໝົດ ພ້ອມກັບລະບອບລ່າເມືອງຂຶ້ນແບບໃໝ່ຢູ່ພາກໃຕ້, ພາການຕໍ່ສູ້ກູ້ຊາດ ຕ້ານອາເມລິກາ ຂອງປະຊາຊົນຫວຽດນາມ ໄປສູ່ໄຊຊະນະຢ່າງສົມບູນ!

     ສີ່ສິບປີໄດ້ຜ່ານໄປ, ນັບແຕ່ມື້ເຊັນສັນຍາປາຣີ ວ່າດ້ວຍການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ຫວຽດນາມ (ວັນທີ 27 ມັງກອນ ປີ 1973). ກາລະເວລາໄດ້ຜ່ານພົ້ນໄປ ແຕ່ໄຊຊະນະຂອງການເຈລະຈາປາຣີ ແລະ ການເຊັນສັນຍາ ໄດ້ຖືກຈາລຶກໄວ້ ຢູ່ໃນປະຫວັດສາດແຫ່ງການທູດຂອງປະເທດຫວຽດນາມ ໃນສະໄໝຕໍ່ສູ້ກູ້ຊາດ ຕ້ານອາເມລິກາ, ເໝືອນກັບໜ້າປະຫວັດສາດຄຳທີ່ຮຸ່ງເຮືອງເຫຼືອງເຫຼື້ອມ… ຫວຽດນາມ ຮັບຮູ້ໄດ້ຢ່າງເລິກເຊິ່ງວ່າ, ໃນສົງຄາມ ກໍ່ຄືໃນການສ້າງສາສັນຕິພາບ, ເພື່ອສ້າງກຳລັງແຮງສັງລວມຂອງຊາດ, ການທູດເວລາໃດກໍ່ເປັນບັ້ນຮົບໜຶ່ງ. ການທູດຂອງພັກ, ການທູດຂອງລັດ, ການທູດຂອງປະຊາຊົນຫວຽດນາມ, ທັງສາມດ້ານພ້ອມກັນກ້າວຂຶ້ນ.

     ດັ່ງທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກກອມມູນິດຫວຽດນາມ ໄດ້ຢືນຢັນ: ພວກເຮົາ “ປະຕິບັດ​ຢ່າງ​ສະ​ເໝີຕົ້ນ​ສະ​ເໝີປາຍ ແນວທາງການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ; ຫັນເປັນຫຼາຍຮູບຫຼາຍຝ່າຍໃນການພົວພັນ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງສາກົນ; ຍົກສູງຖານະຂອງປະເທດໃຫ້ສູງຂຶ້ນ; ເພື່ອຜົນປະໂຫຍດຂອງ​ປະ​ເທດ​ ຂອງຊາດ, ເພື່ອປະເທດຫວຽດນາມ ສັງຄົມນິຍົມ ຮັ່ງມີເຂັ້ມແຂງ; ​ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບ ໃນວົງຄະນາຍາດສາກົນ”. “ໜ້າທີ່ຂອງວຽກງານການພົວພັນຕ່າງປະເທດ ແມ່ນປົກປັກຮັກສາ ສະພາບແວດລ້ອມສັນຕິພາບ, ເອື້ອອຳນວຍຄວາມ​ສະດວກ ໃຫ້ແກ່ການຫັນເປັນອຸດສາຫະກຳ, ທັນສະໄໝ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ໃຫ້ໝັ້ນຄົງ; ຍົກສູງຖານະປະເທດໃຫ້ສູງຂຶ້ນ; ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າໃນໂລກ”.

     ຫວຽດນາມ ເວລາໃດກໍ່ຮັກສາ ແລະ ເຊີດຊູຄັນທຸງການທູດໂຮ່ຈີມິນ./.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ