ວັນພຸດ, 20/9/2017
ຍົກສູງປະສິດທິຜົນການດຶງດູດເອົາ ການລົງທຶນໂດຍກົງຈາກຕ່າງປະເທດ
21/4/2013 11:56' ສົ່ງ ພິມ
ພາບປະກອບ - ຕາມ: Internet

    ສະພາບ​ຕົວ​ຈິງ ​ແລະ ບົດບາດ​ຂອງ​ແຫຼ່ງທຶນ​ ທີ່​ລົງທຶນ​ໂດຍ​ກົງຈາກ​ຕ່າງປະ​ເທດ

     ປີ 2012, ແຫຼ່ງທຶນ​ທີ່​ລົງທຶນ​ໂດຍ​ກົງຈາກ​ຕ່າງປະ​ເທດ (ລດຕ) ​ເຂົ້າ​ຫວຽດນາມ ຈົດ​ທະບຽນ​ໄດ້ 13,01 ຕື້​ໂດ​ລາ, ​ໃນ​ນັ້ນ​ ຈຳນວນ​ທຶນ​ທີ່​ຊຳລະ​​ແລ້ວ 10,46 ຕື້​ໂດ​ລາ.

     ຄິດ​ລວມທັງ​ໝົດ​ ແຕ່​ປີ 1988 ​ເຖິງ​ປີ 2012, ມີ 98 ປະ​ເທດ ​ແລະ ອານາ​ເຂດ ​ໄດ້ລົງທຶນ​ເຂົ້າ​ຫວຽດນາມ ​ເຊິ່ງມີ​ປະມານ 14.500 ​ໂຄງການ, ດ້ວຍ​ຈຳນວນ​ທຶນ​ຈົດ​ທະບຽນ 213,6 ຕື້​ໂດ​ລາ, ​ໃນ​ນັ້ນ​ ປະຕິບັດ​ໄດ້​ປະມານ 100 ຕື້​ໂດ​ລາ; ຈຳນວນ​ໂຄງການຖືກ​ຍຸບ​ເລີກ ​ແລະ ໝົດ​ກຳນົດ​ເວລາມີ 1.901 ​ໂຄງການ (ທຽບ​​ເທົ່າກັບ 40 ຕື້​ໂດ​ລາ). ​ໃນ​ຈຳນວນ​ໂຄງການທີ່ຍັງ​ມີ​ຜົນ​ສັກສິດ​ຢູ່​ນັ້ນ, ປະ​ເພດ​ໂຄງການ​ທີ່​ມີ​ທຶນ​ຈົດ​ທະບຽນຫຼາຍກວ່າ 1 ຕື້​ໂດ​ລາ ​ແມ່ນມີ 26 ​ໂຄງການ (ທຽບ​ເທົ່າ​ກັບ 66 ຕື້​ໂດ​ລາ). ຄິດ​ຕາມ​ອັດຕາ​ສ່ວນ​ທຽບ​ກັນ ຈີ​ດີ​ພີ, ຫວຽດນາມ​ດຶງ​ດູ​​ດ ລດຕ ​ໄດ້​ຫຼາຍ​ກວ່າ​ທົບ 5 ​ເທົ່າ​ທຽບ​ກັບ​ຈີນ ຫຼື ອິນ​ເດຍ ​ໃນ 5 ປີ​ທີ່​ຜ່ານ​ມາ.

     ຂົງ​ເຂດ​ວິ​ສາ​ຫະກິດ ລດຕ ​ແມ່ນ​ຂົງ​ເຂດ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ຢ່າງ​ເປັນ​ປະຈຳ ​ແລະ ​ໄດ້​ມີ​ການ​ປະກອບ​ສ່ວນ​ຫຼາຍ​ພໍ​ຄວນ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ. ​ໃນ​ໄລຍະ​ປີ 2001 - 2005, ​ແຫຼ່ງທຶນ ລດຕ ​ໄດ້​ປະກອບສ່​ວນ 16% ​ໃນ​ລວມຍອດ​ເງິນ​ລົງທຶນ​ທົ່ວ​ສັງຄົມ ​ແລະ ອັດຕາ​ສ່ວນ​ນີ້​ໄດ້​ເພີ່ມ​ຂຶ້ນ​ເປັນ 25% ​ໃນ​ໄລຍະປີ 2006 - 2012. ​ໃນ​ປີ 2012 ກໍ່​ຄື​ໃນກວ່າ 25 ​ປີ​ທີ່​ຜ່ານ​ມາ, ​ແຫຼ່ງທຶນ ລດຕ ມີ​ບົດບາດປະກອບ​ສ່ວນ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ ​ແລະ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຜະລິດ​ອຸດ​ສາ​ຫະກຳ; ປະກອບສ່ວນ​ຫຼາຍ​ພໍ​ຄວນ​ ເຂົ້າ​ໃນ​ລາຍ​ຮັບ​ງົບ​ປະ​ມານ ​ແລະ ສ້າງ​ວຽກ​ເຮັດ​ງານ​ທຳ; ປະກອບສ່ວນ​ສຳຄັນ​ ເຂົ້າ​ໃນ​ມູນ​ຄ່າ​ຂາ​ອອກ ​ຂອງ​ຫວຽດນາມ ​ແລະ ປະກອບສ່ວນ ​ເປີດ​ກວ້າງ​ຕະຫຼາດການ​ຄ້າ​ສາກົນ; ມີ​ບົດບາດ​ຜົ້ນ​ເດັ່ນ​ ໃນ​ການ​ປ່ຽນ​ແປງ​ໃໝ່ ​ແລະ ມອບ​ໂອນ​ຖ່າຍ​ທອດ​ເຕັກ​ໂນໂລ​ຊີ​ຢູ່​ຫວຽດນາມ.

     ບາງ​ບັນຫາ​ທີ່​ວາງອອກ​ມາ ຕໍ່​ກັບ​ຂົງ​ເຂດ​ວິ​ສາ​ຫະກິດ ລດຕ

     ​ເຖິງວ່າການ​ເຄື່ອນ​ໄຫວ​ດຶງ​ດູດ​ທຶນ ລດຕ ​ໄດ້​ບັນລຸ​ໝາກຜົນ​ອັນ​ດີ​ງາມ ​ແລະ ​ໄດ້​ປະກອບສ່ວນ​ທີ່​ແນ່ນອນ​ຕໍ່​ເສດຖະກິດ​ແຫ່ງ​ຊາດ​ກໍ່ຕາມ, ​ແຕ່​ຂົງ​ເຂດ​ວິ​ສາ​ຫະກິດ ລດຕ ກໍ່​ຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ:

     ​ສະພາບ​ການໂອນ​ລາຄາ ​ເພື່ອ​ໜີ​ພາສິ. ຕາມ​ຕົວ​ເລກ​ຂອງ​ກະຊວງ​ການ​ເງິນ, ມີ​ປະມານ 20% - 30% ຂອງ​ຈຳນວນ​ວິ​ສາ​ຫະກິດ ລດຕ ກຳລັງ​ເຄື່ອນ​ໄຫວ ​ໄດ້​ໄລ່​ລຽງຜົນ​ການ​ທຸລະ​ກິດຂາດທຶນ​ລຽນຕິດ​ໃນ 2 - 3 ປີ, ຊ້ຳ​ບໍ່​ໜຳ 5 ປີ. ພິ​ເສດ, ຢູ່​ພາກ​ໃຕ້ ບ່ອນ​ທີ່​ກວມ​ເອົາ 2/3 ຈຳນວນ​ວິ​ສາ​ຫະກິດ ລດຕ ຂອງ​ທົ່ວ​ປະ​ເທດ, ສະພາບ​ການ​ນີ້​ໄດ້​ເກີດ​ຂຶ້ນ​ຫຼາຍ​ກວ່າ​ໝູ່. ​ເລື່ອງ​ແປກ​ປະຫຼາດ​ກໍ່​ຄື, ​ເຖິງ​ວ່າ​ຖືກຂາດທຶນ​ຢ່າງລຽນຕິດ​ກໍ່ຕາມ ​ແຕ່​​ບັນດາ​ວິ​ສາ​ຫະກິດ​​ເຫຼົ່ານັ້ນ​ກໍ່​ຍັງ​ຄົງ​ສືບ​ຕໍ່​ເປີດ​ກວ້າງ​ການ​ຜະລິດ ທຸລະ​ກິດຢ່າງ​ບໍ່​ຢຸດ​ຢັ້ງ.

     ຕາມ​ການ​ສັງ​ເກດ​ຂອງ​ຜູ້​ຊ່ຽວຊານ​ເສດຖະກິດ​ຫຼາຍ​ຄົນ, ບັນດາ​ວິ​ສາ​ຫະກິດ ລດຕ ​ເຫຼົ່ານີ້​ໄດ້​ໃຊ້​ຫຼາຍ​ວິທີ​ການ​ຕ່າງ​ກັນ​ ເພື່ອ​ຫຼົບ​ຫຼີກ​ພາສີ​ອາກອນ ​ໂດຍ​ຜ່ານ​ການ​​ແຈ້ງ​ການ​ຂາດທຶນ​ໃນ​ການ​ເຄື່ອນ​ໄຫວ​ທຸລະ​ກິດ, ຫຼັງ​ຈາກ​ນັ້ນ​ກໍ່​ໂອນ​ກຳ​ໄລ​ໄປ​ໃຫ້​ບໍລິສັດ​ແມ່​ຢູ່​ຕ່າງປະ​ເທດ. ​ແຜ່​ຫຼາຍ​ທີ່​ສຸດ​ແມ່ນ​ ການ​ໄລ່​ລຽງ​ລາຄາວັດຖຸດິບ​ສົ້ນ​ເຂົ້າ​ສູງ​ທີ່​ສຸດ, ພ້ອມ​ກັນ​ນັ້ນ​ກໍ່​ຫາ​ທຸກ​ວິທີ​ທາງ ​​ເພື່ອໄລ່​ລຽງ​ເພີ່ມ​ຄ່າ​ໃຊ້​ຈ່າຍ​ໂຄສະນາ​ສິນຄ້າ ສົ່ງ​ເສີມ​ການຈຳໜ່າຍ ​ແນ​ໃສ່​ຫັກ​ກຳ​ໄລ​ອອກ​ຈົນ​ໝົດ. ນອກຈາກ​ນັ້ນ, ​ເພື່ອ​ຫັນປ່ຽນ​ກຳ​ໄລ​ເປັນ​ຂາດທຶນ​​ ໂດ​ຍຜ່ານຮູບ​ການ​ໂອນ​ລາຄາ, ບັນດາວິ​ສາ​ຫະກິດ ລດຕ ຍັງ​​ໂຮ​ມກັນ​ເຂົ້າ​ເປັນ​ຈຸ​ເປັນ​ຫຍ່ອມ ​ແລະ ຈັດການ​ຕົກລົງ​ລາຄາ​ນຳ​ກັນ​ເອົາ​ເອງ ​ໂດຍ​ຜ່ານການ​ພົວພັນ​ປະ​ສານ​ສົມທົບ​ກັນ ​ແນ​ໃສ່​ຊອກ​ຫາ​ຜົນ​ກຳ​ໄລ​ໂດຍ​ບໍ່​ຕ້ອງ​ລົງທຶນ​ຕື່ມ​ອີກ ຫຼື​ບໍ່​ຕ້ອງເປີດ​ກວ້າງ​ການ​ຜະລິດ.

     ຂໍ້​ຈຳກັດ​ໃນ​ການມອບ​ໂອນຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ. ບັນດາ​ນັກ​ລົງທຶນ​ບໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ມອບ​ໂອນ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ. ​ເພາະສະ​ນັ້ນ, ພວກ​ເຂົາ​ເຄີຍ​ມອບ​ໂອນ​ເຄື່ອງ​ຈັກ​ຫຼ້າ​ຫຼັງ​ ໃຫ້​ແກ່​ບັນດາ​ປະ​ເທດ​ຮັບ​ການ​ລົງທຶນ ​ເພື່ອ​ປ່ຽນ​ໃໝ່​ເຕັກ​ໂນ​​ໂລຊີ ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ​ຂອງ​ຕົນ. ຄຽງ​ຂ້າງ​ນັ້ນ, ຫຼາຍ​ປະ​ເທດ​ທີ່​ໄປ​ກ່ອນ​ຫວຽດນາມ, ພາຍຫຼັງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ປານ​ກາງ ສິ້ນ​ເປືອງ​ແຮງ​ງານ​ຫຼາຍ​ ​ໃນ​ໄລຍະ​ເວລາ​ໜຶ່ງ ​ແຕ່​ມາ​ເຖິງ​ດຽວນີ້ ຍ້ອນ​ລາຄາ​ແຮງ​ງານ​ເພີ່ມ​ຂຶ້ນ ​ເຮັດ​ໃຫ້​ເຕັກ​ໂນ​ໂລ​ຊີ​ເຫຼົ່າ​ນີ້​ບໍ່​ສອດຄ່ອງ​ອີກ. ດັ່ງ​ນັ້ນ ​ເຂົາ​ຈຶ່ງ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ນີ້​ໃຫ້​ບັນດາ​ປະ​ເທດ​ດ້ອຍ​ພັດທະນາ​ກວ່າ​ເຊັ່ນ ປະ​ເທດ​ຫວຽດນາມ.

     ນອກຈາກນັ້ນ, ລະດັບ​ຂອງ​ຜູ້​ອອກ​ແຮງ​ງານ​ຫວຽດນາມ ກໍ່​ຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ການ​ຮັບ​ເອົາ​ເຕັກ​ໂນ​ໂລ​ຊີ​ໃໝ່. ກ່ຽວ​ກັບ​ບັນຫາ​ນີ້, ຕົວ​ເລກ​ສະຖິຕິ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ໄດ້​ໃຫ້​ຮູ້​ວ່າ ມີ​ພຽງ 40% ຂ​ອງ​ຈຳນວນແຮງ​ງານ​ໃນ​ຂົງ​ເຂດ​ນີ້ ​ໄດ້​ຮັບ​ການ​ກໍ່ສ້າງ​ວິຊາອາຊີບ​ສະ​ເພາະ, ສ່ວນ​ທີ່​ຍັງ​ເຫຼື​ອ​ແມ່ນ​ແຮງ​ງານ​ທຳ​ມະ​ດາ. ຫຼາຍ​ວິ​ສາ​ຫະກິດ​ ລດຕ ​ໄດ້​ສ້າງ​ຕັ້ງ​ພື້ນຖານ​ສຶກສາ​ອົບຮົມວິຊາ​ຊີບ​ສະ​ເພາະ​ຂອງ​ຕົນ, ​ແຕ່​​ເຂົາ​ກໍ່ຍັງ​ແລ່ນ​ຫາ​ຜົນ​ກຳ​ໄລ​​ໃຫ້​ແກ່​ຕົນ​ເອງ​ເປັນ​ຕົ້ນຕໍ. ບັນດາ​ແຮງ​ງານ​ໄດ້​ຮັບ​ການ​ກໍ່ສ້າງ​ວິ​ຊາ​ຊີບພຽງ​ສ່ວນ​ໜຶ່ງ ​ເພື່ອ​ຮັບ​ຜິດ​ຊອບ​ຂອດ​ໜຶ່ງ ​ໃນ​ສາຍພານ​ການ​ຜະລິດ​ເທົ່າ​ນັ້ນ.

     ຄຸນຄ່າ​ເພີ່ມ​ເຕີມ​ທີ່ສ້າງ​ຂຶ້ນ​ຍັງ​ຕ່ຳ. ບັນດາ​ວິ​ສາ​ຫະກິດ ລດຕ ຢູ່​ຫວຽດນາມ ຕົ້ນຕໍ​ແມ່ນ​ພຽງ​ແຕ່​ປະຕິບັດ​ໃນ​ຂອບ​ປະກອບ​ເຂົ້າ​ເຄື່ອງ, ​ເພາະສະ​ນັ້ນ ​ໄດ້​ປະກອບສ່ວນ​ຄຸນຄ່າ​ໜ້ອຍ​ທີ່​ສຸດ​ໃນ​ຜະລິດ​ຕະພັນ ກ່ອນ​ເມື່ອ​ຂາຍ​ສົ່ງ​ນອກ. ຕາມ​ຜົນ​ການ​ສືບສວນ​ຂອງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ (ຫກອວ), ອັດຕາ​ສ່ວນ​ວິ​ສາ​ຫະກິດ ລດຕ ​ທີ່ເຄື່ອນ​ໄຫວ​ໃນ​ຂົງ​ເຂດຄຸນຄ່າ​ເພີ່ມ​ເຕີນ​ສູງນັ້ນ​ ແມ່ນ​ຍັງ​ຕ່ຳ (65% ວິ​ສາ​ຫະກິດ ລດຕ ຢູ່​ຫວຽດນາມ ​ເຄື່ອນ​ໄຫວ​ໃນ​ຂະ​ແໜງ​ການ​ຜະລິດ​ທີ່​ມີ​ຄຸນຄ່າ​ເພີ່ມ​ເຕີມ​ຕ່ຳ, ມີ​ພຽງ​ປະມານ 5% ວິ​ສາ​ຫະກິດ ລດຕ ​ເຄື່ອນ​ໄຫວ​ໃນ​ຂະ​ແໜງ​ການ​ຜະລິດ​ ມີ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ, 5% ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດບໍລິການ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ, 3,5% ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ປະກັນ​ໄພ, ການ​ເງິນ ທີ່​ຮຽກຮ້ອງ​ຕ້ອງການ​ເຕັກນິກ​ການ​ຄຸ້ມ​ຄອງ​ທັນ​ສະ​ໄໝ, ລະດັບ​ແຮງ​ງານ​ສູງ).

     ຜົນ​ກະທົບ​ແຜ່​ລາມ​ຂອງ​ຂົງ​ເຂດ ລດຕ ຍັງ​ບໍ່​ທັນ​ຫຼາຍ, ຄຸນຄ່າ​ເພີ່ມ​ເຕີມ​ຕ່ຳ. ບັນຫາ​ນີ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ຢູ່​ທີ່ ອຸດສາຫະກຳ​ສະໜັບສະໜູນ​ຂອງ​ຫວຽດນາມ​ ຍັງບໍ່​ທັນຂະ​ຫຍາ​ຍຕົວ, ການ​​ເຊື່ອມ​ໂຍງ​ກັນ​ ລະຫວ່າງ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ກັບ​ວິ​ສາ​ຫະກິດ ລດຕ ຍັງ​ບໍ່​ທັນ​ຈະ​ແຈ້ງ. ບັນດາ​ວິ​ສາ​ຫະກິດ ລດຕ ຫວຽດນາມ ມີ​ຂະໜາດ​ນ້ອຍ​ພໍ​ຄວາມ, ຜົນ​ກຳ​ໄລ​ຕ່ຳ, ຕົ້ນຕໍ​​ແມ່ນເປັນ​ສາຂາ​ສຳຮອງ ​ໃຫ້​ບັນດາ​ບໍລິສັດ​ຂ້າມ​ຊາດ​​ໃຫຍ່, ດັ່ງ​ນັ້ນ ​ເຄີຍ​ນອນ​ຢູ່​ໃນ​ຂອບ​ຕ່ຳ​ສຸດ​ຂອງ​ຄຸນຄ່າ​ຜະລິດ​ຕະພັນ.

     ຕາມ​ການ​ສືບສວນ​ດັ່ງ​ກ່າວຂອງ ຫກອວ, ວິ​ສາ​ຫະກິດ ລດຕ ​ໄດ້​ຂາ​ເຂົ້າ​ເຖິງ 57,5% ຈຳນວນ​ສິນຄ້າ ການ​ບໍລິການ​ລະ​ຫວ່າງ​ກາງ ຈາກ​ຕ່າງປະ​ເທດ; ມີ​ພຽງ 40% ​ໄດ້​ຊື້​ຢູ່​ພາຍ​ໃນ​ປະ​ເທດ. ຜະລິດ​ຕະພັນ​ຂອງວິ​ສາ​ຫະກິດ ລດຕ ຕົ້ນຕໍ​ແມ່ນ​ຂາຍ​ສົ່ງ​ນອກ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ​ ມັນ​ຂາດ​ການ​ເຊື່ອມ​ໂຍງ​ກັບຂົງ​ເຂດ​ເສດຖະກິດ​ພາຍ​ໃນ​ປະ​ເທດ, ຈຳ​ກັດ​ປະສິດທິ​ຜົນ​ ຂອງການຮັບ​ເອົາ​ເຕັກ​ໂນ​ໂລ​ຊີ, ບົດຮຽນ​ຄຸ້ມ​ຄອງ ​ແລະ ການ​ປົວ​ແປງ​ສະມັດ​ຕະພາບ.

     ຫຼາຍ​ໂຄງການ​ປະຕິບັດ​ການ​ຊຳລະ​ເງິນ​ລົງທຶນ​ຊ້າ. ອັດຕາ​ສ່ວນ​ຊຳລະ​ເງິນ​ທຽບ​ກັບ​ທຶນ​ຈົດ​ທະບຽນ​ໃນ​ໄລຍະ​ປີ 2006 - 2011 ຄື​ດັ່ງ​ນີ້: ປິ 2006 ​ແມ່ນ 33%; 2007 - 38%; 2008 - 18%; 2009 - 50%; 2010 62%; 2011 - 80%. ​ໃນ​ປີ 2012, ອັດຕາ​ສ່ວນ​ຊຳລະ​ເງິນບັນລຸ 80,4%. ຄື​ແນວ​ນັ້ນ​ແມ່ນ, ​ເຖິງ​ວ່າ​ເງິນ​ລົງທຶນ​ນັບ​ມື້​ນັບ​ເພີ່ມ​ຂຶ້ນກໍ່ຕາມ ​ແຕ່ຈຳນວນ​ເງິນ​ທຶນທີ່ປະຕິບັດ​ໃນ​ພາກ​ຕົວ​ຈິງ ​ພັດ​ຍັງ​ຕ່ຳ. ນອກຈາກ​ບັນດາ​ສາ​ເຫດ​ພາວະ​ວິ​ໄສ​​ເຊັ່ນ ວິ​ກິດ​ການ​ເສດຖະກິດ​, ຫຼາຍ​ໂຄງການ​ພວມ​ຢູ່​ໃນ​ຂະ​ບວນວິວັດ​ການ​ລົງທຶນ,...​ແລ້ວ ຍັງ​ມີ​ສາ​ເຫດ​ທີ່​ມາ​ຈາກ​ນັກ​ລົງທຶນ​ເຊັ່ນ ຂາດ​ຄວາມ​ສາມາດ​ດ້ານ​ການ​ເງິນ, ຮັກສາທີ່​ດິນ​ໄວ້​ເພື່ອ​ລໍຖ້າ​ໂອກາດ​ດີ ຫຼື​ຂາຍ​ໂຄງການ​ເອົາ​ກຳ​ໄລ,...

     ​ໂຄງ​ປະກອບ​ບໍ່​ສົມ​ເຫດ​ສົມ​ຜົນ. ທຶນ ລດຕ ຕົ້ນຕໍ​ລວມສູນ​ໃສ່​ບັນດາ​ຂະ​ແໜງ​ການທີ່ມີ​ຄວາມ​ສາມາດ​ໃຫ້​ກຳ​ໄລ​ສູງ, ​ເຊັ່ນ​ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ​ຊາດ ບໍ່​ແຮ່, ນ້ຳມັນ​​ແກ໊ດ, ອຸດສາຫະກຳ​ໜັກ,... ກວມ​ປະມານ 60% ລວມຍອດ​ທຶນ​ຈົດ​ທະບຽນ. ອັດຕາ​ສ່ວນ​ເງິນ​ລົງທຶນ​ໃສ່​ຂະ​ແໜງ​ບໍລິການ ​ກວມ​ພຽງ​ປະມານ 38% ລວມຍອດ​ທຶນ​ຈົດ​ທະບຽນ, ​ເຊິ່ງຍັງ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ ຕາມ​ທິດ​ທັນ​ສະ​ໄໝ. ສ່ວນ​ໃນ​ຂົງ​ເຂດ​ກະສິກຳ, ​ເຖິງ​ວ່າ​ລັດຖະບານ​ໄດ້​ມີ​ບັນດາ​ນະ​ໂຍບາຍ​ ໃຫ້​ບຸລິມະສິດ​ເປັນ​ຢ່າງ​ດີ ​ແຕ່​ຍ້ອນ​​ຈຳນວນ​ໂຄງການ ​ແລະ ທຶນ​ຈົດ​ທະບຽນ​ໜ້ອຍ ດັ່ງນັ້ນ ​ອັດຕາ​ສ່ວນ​ເງິນ​ລົງທຶນ ​ມີ​ທ່າ​ອ່ຽງຫລຸດ​ໜ້ອຍ​ຖອຍ​ລົງ (ຈາກ 8% ​ໃນ​ລວມຍອດ​ທຶນ​ຈົດ​ທະບຽນ​ປີ 2001 ຫລຸດ​ລົງ​ຍັງ​ເຫຼືອ 7,4% ​ປີ 2006, 3% ປີ 2008 ​ແລະ ມາ​ຮອດປັດ​ຈຸ​ບັນ​ ຍັງເຫຼືອ​ພຽງ 1%).

     ​ໂຄງ​ປະກອບ ລດຕ ​ຕາມເຂດ​ແດນ​ກໍ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຂາດ​ດຸນ. ບັນດາ​ໂຄງການ ລດຕ ຕົ້ນຕໍ​ລວມສູນ​ຢູ່​ບັນດາ​ທ້ອງ​ຖິ່ນ ​ທີ່​ມີ​ເງື່ອ​ນໄຂ​ເສດຖະກິດ - ສັງຄົມ​ສະດວກ​ດີ (5 ​ແຂວງ​ນຳ​ໜ້າ​ໃນ​ການ​ດຶງ​ດູດ ລດຕ ຂອງ​ທົ່ວ​ປະ​ເທດ​ແມ່ນ ນະ​ຄອນ​ໂຮ່ຈີ​ມິນ, ບ່າ​ເຣ້ຍ - ຫວຸງ​ເຕົ່າ, ຮ່າ​ໂນ້ຍ, ​ໂດ່​ງນາຍ ​ແລະ ບິ່ງ​ເຢືອງ ​ເຊິ່​ງ​ໄດ້​ກວມ​ເອົາ​ເກືອບ 60% ລວມຍອດ​ທຶນ​ຈົດ​ທະບຽນ). ຜົນ​ຕາມ​ມາ​ແມ່ນ ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ຜິດ​​ໂຕນ​ກັນທາງ​ດ້ານ​ການ​ພັດທະນາ ​ແລະ ລາຍ​ຮັບ ລະຫວ່າງ​ບັນດາ​ເຂດ ພາກ​ໃນ​ປະ​ເທດ.

     ຄຽງ​ຂ້າງ​ບັນດາ​ຂໍ້​ຈຳ​ກັດ​ດັ່ງກ່າວ​ເທິງ​ນີ້, ຫຼາຍ​ວິ​ສາ​ຫະກິດ ລດຕ ຍັງ​ຂາດ​ຄວາມ​ຮັບຜິດຊອບ​ໃນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ, ສະພາບ​ການ​ນ້ຳ​ເສຍ ​ແລະ ທາດ​ເສດ​ເຫຼືອ​ບໍ່​ໄດ້​ຜ່ານ​ການ​ແກ້​ໄຂ​ກັ່ນ​ຕອງ ຍັງ​ເກີດ​ຂຶ້ນ​ຢູ່​ຫຼາຍ​​ເຂດອຸດສາ​ຫະກຳ.

     ສາ​ເຫດ​ຕົ້ນຕໍ​ຂອງ​ຂໍ້​ຈຳກັດ​ຕ່າງໆ​ ເທິງ​ນີ້, ດ້ານ​ໜຶ່ງ, ຍ້ອນ​ບັນດາ​ວິ​ສາ​ຫະກິດ ລດຕ ​ໃນ​ການ​ເຄື່ອນ​ໄຫວ ​ຍາມ​​ໃດ​ກໍ່​ວາງ​ຈຸດໝາຍ​ຜົນ​ກຳ​ໄລ ​ເປັນ​ຕົ້ນຕໍ, ສ່ວນ​ຜົນ​ປະ​ໄຫ​ຍດຂອງ​ປະ​ເທດທີ່​ມັນ​ລົງທຶນ​ ພັດ​ຂຶ້ນ​ກັບ​ຄວາມ​ສາມາດ​ຮັບ​ເອົາ​ການ​ລົງທຶນ​ ກໍ່​ຄືບັນດາ​ນະ​ໂຍບາຍ​ທີ່​ກ່ຽວຂ້ອງ; ດ້ານ​ອື່ນ, ວຽກ​ງານ​ຄຸ້ມ​ຄອງ​ກໍ່​ຍັງ​ມີ​ຫຼາຍ​ບັນຫາ.

   ບາງມາດຕະການ​ຍົກ​ສູງ​ປະສິດທິ​ຜົນການ​ດຶງ​ດູດ​ເອົາ ການ​ລົງທຶນ​ໂດຍ​ກົງຈາກ​ຕ່າງປະ​ເທດ

​    ເພື່ອດຶງ​ດູດ​ເອົາ​​ແຫຼ່ງທຶນ​ນີ້​ໄດ້​ຢ່າງ​ມີ​ປະສິທິຜົນ ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ຂະ​ບວນວິວັດການຫັນປ່ຽນ​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ, ຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ​ຕ້ອງ​ສຸມ​ໃສ່​ວິທີ​ແກ້​ຈຳນວນ​ໜຶ່ງ​ດັ່ງ​ນີ້:

     ໜຶ່ງຄື, ນັບ​ແຕ່​ຄວາມ​ຮັບ​ຮູ້​ຈົນ​ເຖິງ​ນະ​ໂຍບາຍ ​ຕ້ອງ​ເປັນ​ເອກະ​ພາບ ​ແລະ ​ເດັດດ່ຽວ​ດຶງ​ດູ​ດ​ເອົາ ລດຕ ບົນ​ພື້ນຖານ​ຄັດ​ເລືອກ​ເອົາ​ບັນດາ​ໂຄງການ​ທີ່​ມີ​ຄຸນ​ນະພາ​ບດີ, ມີ​ອັດຕາ​ສ່ວນ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ບໍ່​​ສ້າງ​ໃຫ້​ເກີດມີ​ມົນພິດສິ່ງ​ແວດ​ລ້ອມ.

    
ສອງ​ຄື, ​ເພີ່ມ​ທະວີ​ການ​ກວດກາ ກວດກາ​ນບັນດາ​ໂຄງການ ລດຕ, ຈຳກັດໂຄງການ​ທີ່​ລົງທຶນ​ໃສ່​ຂົງ​ເຂດບໍ່ຜະລິດ, ຂົງ​ເຂດ​ທີ່​ເຮັດ​ໃຫ້ການ​ຂາ​ເຂົ້າ​ລື່ນ​ເຫຼືອ​ເພີ່ມ​ຂຶ້ນ, ຂົງ​ເຂດທີ່​ນຳ​ໃຊ້​ແຫຼ່ງຊັບພະຍາກອນ ​ແຮ່​ທາດ ດິນ​ດອນ​ບໍ່​ມີ​ປະສິດທິ​ຜົນ, ບັນດາ​ໂຄງການ​ທີ່​ສິ້ນ​ເປືອງ​ພະລັງງານ ສ້າງ​ມົນ​ພິດ​ສິ່ງ​ແວດ​ລ້ອມ,…

    
ສາມ​ຄື, ຄົ້ນຄວ້າ​ສ້າງ​ປະມວນ​ຂໍ້​ກຳນົດຕີ​ລາຄາປະສິດທິ​ຜົນ​ຂອງ ລດຕ ຢູ່​ຫວຽດນາມ ຕາມມາດຕະຖານ​ຕ່າງໆ​ເຊັ່ນ ສະມັດ​ຕະພາບ​ຂອງ​ງານ ປະສິດທິ​ຜົນ​ການ​ນຳ​ໃຊ້​ທຶນ ​ແລະ ກຳລັງ​ແຜ່​ລາມ​ຂອງ​ໂຄງການ​ໃນ​ພື້ນຖານ​ເສດຖະກິດ.

    
ສີ່​ຄື, ​ເປີດ​ເຜີຍ, ​ໂປ່​ງ​ໃສ ​ແລະ ບູລະນະ​ໃຫ້​ສົມບູນ​ເທື່ອ​ລະ​ກ້າວ​ບັນດາ​ນະ​ໂຍບາຍ, ກົດໝາຍ​ທີ່​ມີ​ການ​ພົວພັນ​ກັບ​ຂົງ​ເຂດ​ການ​ລົງທຶນ.

     ຫ້າ​ຄື, ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ສົ່ງ​ເສີມ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ໂດຍ​ຜ່ານ​ການ​ເພີ່ມ​ທະວີ​ຍິ່ງກວ່າ​ອີກ ​ແລະ ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ ກັບການ​ເຄື່ອນ​ໄຫວ​ທາງ​ການ​ທູດ,...

    
ຫົກ​ຄື, ກຳນົດ​ທິດ​ທາງ, ສ້າງ​ເງື່ອນ​ໄຂ​ເປີດ​ຮູບ​ການ ​ແລະ ຂົງ​ເຂດ​ລົງທຶນ​ໃໝ່​ ເຊັ່ນ ດຶງ​ດູດ​ທຶນ ລດຕ ຕາມ​ຮູບ​ການ​ຄູ່​ຮ່ວມ​ລັດ-​ເອກະ​ຊົນ (Public – Private Partnership: PPP) ຫຼື​ບັນດາ​ຮູບ​ການ BOT, BT, BTO, BCC, ລົງທຶນ​ຊື້​ຫຸ້ນ​ສ່ວນ, ບໍລິສັດ​ແມ່ - ລູກ,... ປະກອບສ່ວນ​ຫລຸດຜ່ອນ​ອັດຕາ​ສ່ວນ​ບັນດາ​ໂຄງການ​ລົງທຶນ​ຕາມ​ຮູບ​ການ​ຮ່ວມ​ທຸລະ​ກິດ.

    
​ເຈັດ​ຄື, ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ກຳມະສິດພູມ​ປັນຍາ. ນີ້​ແມ່ນ​ປັດ​ໃຈສຳຄັນ​ທີ່​ສຸດ​ສຳລັບ​ບັນດາວິ​ສາ​ຫະກິດ ທີ່​ຢາກ​ລົງທຶນ​ເຂົ້າ​ ບັນດາ​ຂະ​ແໜງ​ການບັນຈຸ​ເຕັກ​ໂນ​ໂລ​ຊີ​ສູງ ​ແລະ ຂະຫຍາຍຕົວ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ. ບົດຮຽນ​ປະສົບ​ການ​ໃຫ້​ຮູ້​ວ່າ, ບາງ​ປະ​ເທດ ຍ້ອນ​ວຽກ​ງານ​ການ​ຄຸ້ມ​ຄອງ​ຫຼົມ​ແຫຼວ, ບໍ່​ມີ​ການ​ກວດກາ ກວດກາ​ນ ດັ່ງ​ນັ້ນ​ເຕັກ​ໂນ​ໂລ​ຊີ​ຫຼາຍ​ຊະນິດ​ຂອງ​ຕ່າງປະ​ເທດ​ຖືກ​ນຳ​ໃຊ້​ຢ່າງ​ຜິດ​ກົດໝາຍ ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜູ້​ລົງທຶນ, ຜົນ​ຕາມ​ມາ​ຄື ບັນດາ​ນັກ​ລົງທຶນ​ເຂັ້ມ​ງວດ​ໃນ​ບັນດາ​ຂະ​ແໜງ​ການ​ເຕັກ​ໂນ​ໂລ​ຊີ​ສູງ ບໍ່​ຢາກ​ມາ​ລົງທຶນ​ອີກ./.

​ໂດຍ: ດຣ. ຟ້າ​ມວຽດຢຸ໊ງ, ວາລະສານ​ກອມ​ມູນິດ

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ