ວັນອັງຄານ, 22/10/2019
ຍຶດໝັ້ນ ແລະ ຂະຫຍາຍຢ່າງປະດິດສ້າງ ທິດສະດີມາກ - ເລນິນ, ແນວຄິດ ໂຮ່ຈີມິນ ໃນວຽກງານທິດສະດີການເມືອງ ຂອງພັກກອມມູນິດຫວຽດນາມ (*)
25/1/2014 6:13' ສົ່ງ ພິມ
ທ່ານ ຮສ.ດຣ. ຫວູວັນຟຸກ ບັນນາທິການໃຫຍ່ວາລະສານກອມມູນິດ

ຈາກບົດຮຽນແຫ່ງຄວາມຫຼົ້ມເຫຼວຂອງຊາວກອມມູນິດ ຢູ່ບັນດາປະເທດຈຳນວນໜຶ່ງ ໃນລະຫວ່າງທ້າຍທົດສະວັດ 80 ຕົ້ນທົດສະວັດ 90 ຂອງສະຕະວັດທີ XX ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ສາຍພົວພັນລະຫວ່າງການຍຶດໝັ້ນ ແລະ ຂະຫຍາຍຢ່າງປະດິດສ້າງທິດສະດີມາກ - ເລນິນ ມີບົດບາດສຳຄັນເປັນຕາຍຄືແນວໃດ. ໃນອະດີດ, ຢູ່ຫຼາຍ​ແຫ່ງ, ຕໍ່ກັບຄົນຈຳນວນບໍ່ໜ້ອຍ, ການຍຶດໝັ້ນຖືກຜັນປ່ຽນເປັນການນິຍົມຮັກສາເດີມ, ຖອດແບບ, ຈົນເຖິງລະດັບເປັນຄຳພີຕາຍຕົວ; ແລະ ການປະດິດສ້າງພັດຖືກບິດເບືອນ ແລະ ກ້າວກະໂດດ​ໄປ​ຈົນ​ສຸດຂົ້ວ ​ເປັນ​ພວກ​ອັດຖະ​ປະ​ໂຫຍ​ດນິຍົມ ຫຼື ສວຍໂອກາດ, ຊ້ຳບໍ່ໜຳ​ເປັນລັດທິແກ້. ເມື່ອລັດທິມາກ -​ ເລນິນ ຖືກ​ລ່ວງ​ລ້ຳ​ຢ່າງໜັກໜ່ວງ, ຖືກເຮັດໃຫ້ປ່ຽນຮູບ, ຖືກເສກສັນປັ້ນແຕ່ງ… ນັ້ນແມ່ນສາຍເຫດພາໄປເຖິງການໂອນໄປເອນມາ, ແຕກສະລາຍບໍ່ສະເພາະແຕ່ບົນແງ່ມູນການເມືອງ - ແນວຄິດເທົ່ານັ້ນ ຫາກຍັງເຮັດໃຫ້ລົ້ມລະລາຍ ທາງດ້ານການຈັດຕັ້ງພຶດຕິ​ກຳປະຕິວັດຢ່າງໜັກໜ່ວງ, ເຖິງລະດັບວ່າ ບໍ່ອາດສາມາດກອບກູ້ໄວ້ໄດ້, ຄືຢູ່ສະຫະພາບໂຊວຽດ ແລະ ບັນດາປະເທດສັງຄົມນິຍົມຈຳນວນໜຶ່ງຢູ່ເອີຣົບ ໃນເມື່ອກ່ອນ, ດັ່ງທີ່ພວກເຮົາໄດ້ເຫັນຜ່ານມາ.

ທັງໝົດບັນຫາທີ່ກ່າວມາຂ້າງເທິງໄດ້ຍົກໃຫ້ເຫັນໂດຍທຳມະຊາດວ່າ, ການກຳນົດທິດສັງຄົມນິຍົມໃນ ວຽກງານຄົ້ນຄວ້າທິດສະດີການເມືອງ, ບົນພື້ນຖານລັດທິມາກ - ເລນິນ, ບໍ່ແມ່ນເປັນພຽງແຕ່ກົດເກນການ ເຄື່ອນເໜັງຂອງສາຍພົວພັນສັດຈະວິພາກ ລະຫວ່າງທິດສະດີ ແລະ ພຶດຕິກຳ ເທົ່ານັ້ນ ຫາກຍັງເປັນທັງ ຄວາມຕ້ອງການແຫ່ງການຂະຫຍາຍຕົວພາຍໃນ ຂອງທັງໝົດວຽກງານທິດສະດີການເມືອງ ແນໃສ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ.

ຕາມຄວາມໝາຍດັ່ງກ່າວນັ້ນ, ທິດທາງການເຄື່ອນໄຫວ ຂອງວຽກງານຄົ້ນຄວ້າ, ຂະຫຍາຍທິດສະດີມາກ - ເລນິນ ຕາມທິດສັງຄົມນິຍົມ ແມ່ນທັງມີຄວາມໝາຍຍຸດທະສາດ, ທັງຕອບສະໜອງໄດ້ ຕາມຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ຂອງພຶດຕິກຳຕົວຈິງ, ​ເຊິ່ງກວມ​ດ້ວຍບັນຫາພື້ນຖານຈຳນວນໜຶ່ງດັ່ງ​ຕໍ່​ໄປ​ນີ້:

ກ່ຽວກັບທິດທາງລວມ, ວຽກງານຄົ້ນຄວ້າທິດສະດີການເມືອງ ຈຳເປັນຕ້ອງປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງການຄົ້ນຄວ້າທິດສະດີພື້ນຖານ ກັບການຄົ້ນຄວ້າຜັນຂະຫຍາຍ ແລະ ຄົ້ນຄວ້າປະ​ຢຸກ​ ແນໃສ່ເພື່ອສະໜອງຫຼັກຖານວິທະຍາສາດ ແລະ ພຶດຕິກຳຕົວຈິງ ໃຫ້ແກ່ການກຳນົດແນວທາງຂອງພັກກອມມູນິດຫວຽດນາມ, ນະໂຍບາຍຂອງລັດ ແລະ ໃຫ້ແກ່ພາລະກິດກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ. ໝາຍຄວາມວ່າ ເລີ່ມຈາກພື້ນຖານລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ ປະສານສົມທົບຢ່າງແໜ້ນແຟ້ນ ກັບການສະຫຼຸບສັງລວມພຶດຕິກຳຕົວຈິງຂອງປະເທດ ແລະ ຮັບເອົາຄວາມຍອດຍິ່ງ ຂອງຜົນສຳເລັດດ້ານທິດສະດີ (ມາກຊິດ ແລະ ບໍ່ແມ່ນມາກຊິດ) ໃນໂລກ, ປະກອບສ່ວນໃຫ້ແກ່ການກຳເນີດທິດສະດີກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ ທີ່ປະຕິວັດແທ້ຈິງ, ວິທະຍາສາດ ແລະ ມີ ຄວາມສາມາດຈັດຕັ້ງປະຕິບັດໄດ້.

ເລີ່ມຈາກທິດທາງລວມດັ່ງກ່າວນັ້ນ, ໃນທິດທາງອັນລະອຽດ ກໍ່ລວມມີບັນດາບັນຫາຕົ້ນຕໍດັ່ງຕໍ່ໄປນີ້:

ໜຶ່ງ, ພິສູດຢັ້ງຢືນ​ຢ່າງ​ມີວິທະຍາສາດກ່ຽວກັບຍຸກສະໄໝປັດຈຸບັນ; ກ່ຽວກັບຄວາມຈຳເປັນ, ພຶດຕິກຳຕົວຈິງ ແລະ ຄວາມມຸ່ງຫວັງຂອງລັດທິສັງຄົມນິຍົມເວົ້າລວມ ແລະ ເວົ້າສະເພາະແມ່ນພາລະກິດແຫ່ງການ ກໍ່ສ້າງລະບອບສັງຄົມນິຍົມຢູ່ຫວຽດນາມ, ໃນສະພາບແວດລ້ອມໂລກປັດຈຸບັນ.

ສອງ, ຄົ້ນຄວ້າ ແລະ ເຮັດໃຫ້ກະຈາງແຈ້ງ ລັກສະນະແຜ່ຫຼາຍທົ່ວໄປ ແລະ ລັກສະນະສະເພາະ ຂອງເສັ້ນທາງກ້າວຂຶ້ນສັງຄົມນິຍົມ. ບົ້ນພື້ນຖານດັ່ງກ່າວນັ້ນ, ວາງກຳນົດຢ່າງຖືກຕ້ອງຮູບແບບ, ເສັ້ນທາງ, ຄົ້ນພົບກຳລັງຂັບ​ເຄື່ອນທີ່ຖືກຕ້ອງ, ຮ່າງບົດຢ່າງໂລຊິກ ເໝາະສົມ ແລະ ມີຄວາມສາມາດປະຕິບັດ​ໄດ້ ກ່ຽວ​ກັບບັນດາໄລຍະທາງ ບາດກ້າວເດີນຂຶ້ນສູ່ສັງຄົມນິຍົມ ໂດຍບໍ່ຜ່ານລະບອບທຶນນິຍົມ ຂອງພາລະກິດແຫ່ງການກໍ່ສ້າງສັງຄົມນິຍົມຢູ່ປະເທດເຮົາ.

ສາມ, ບົນແງ່ມູນວິທີວິທະຍາ, ກໍ່ສ້າງວິ​ໄສ​ທັດຢ່າງຮອບດ້ານ, ປະຫວັດສາດ; ພ້ອມກັນນັ້ນ ກໍ່ໄຈ້ແຍກຢ່າງເອກະລາດ, ປະດິດສ້າງຕໍ່ອັນລະອຽດ, ໃນບັນດາເຫດການຕົວຈິງຂອງປະຫວັດສາດ ກ່ຽວກັບທັງໝົດທິດສະດີ ພຶດຕິກຳ ແລະ ອະນາຄົດພາຍໜ້າ ຂອງສັງຄົມນິຍົມ ​ເຊິ່ງພິຈາລະນາໃນສາຍກ່ຽວພັນນ່ອງແນ່ງ ສັບສົນ ຂອງໂລກປັດຈຸບັນ. ພິເສດແມ່ນ, ເຮັດໃຫ້ກະຈ່າງແຈ້ງສາຍພົວພັນສອດຄ່ອງ​ຊຶ່ງ​ກັນ ແລະ ທຽບຖານ, ຄວາມເປັນເອກະພາບ ແລະ ການຕໍ່ສູ້, ເປົ້າໝາຍ ແລະ ຄູ່ຮ່ວມມື… ລະຫວ່າງລັດທິສັງຄົມນິຍົມ ແລະ ລັດທິທຶນນິຍົມ ໃນຍຸກສະໄໝປັດຈຸບັນ ແນໃສ່ເພື່ອບູລະນະວິທີຄົ້ນຄວ້າ ທິດສະດີການເມືອງມາກຊິດ.

ສີ່,  ສືບຕໍ່ໂດຍມີການຕຳນິວິພາກ ບັນດາຜົນສຳເລັດດ້ານທິດສະດີທີ່ພວກເຮົາຍາດມາໄດ້ ກໍ່ຄືບັນດາຜົນສຳເລັດ ດ້ານທິດສະດີການເມືອງໃນໂລກ.

ຫ້າ, ດຳເນີນການປະຕິບັດປະຊາທິປະໄຕ ແຕ່ເດັດດ່ຽວຕ້ານຄືນ ແລະ ກຳຈັດປັດເປົ່າແນວຄິດອັດຕະວິ​ໄສ​ເຈດ​ຈຳນົງ​ນິຍົມ, ຄຳພີຕາຍຕົວ, ສວຍໂອກາດ, ລັດທິແກ້ ແລະ ປະຕິການ ໃນການຄົ້ນຄວ້າທິດສະດີ ແລະ ຈັດຕັ້ງການເຄື່ອນໄຫວຕົວຈິງ; ປົກປ້ອງຄວາມຖືກຕ້ອງ, ສ່ອງໃສຂອງທິດສະດີການເມືອງ ແລະ ວຽກງານຄົ້ນຄວ້າທິດສະດີການເມືອງ.

ສາມາດເວົ້າໄດ້ວ່າ, ມີແຕ່ເຄື່ອນໄຫວຕາມທິດຄືແນວນັ້ນ, ພື້ນຖານທິດສະດີການເມືອງຈິ່ງມີຄວາມສາມາດເປັນໄປໄດ້, ມີໂອກາດ ແລະ ສະພາບແວດລ້ອມ ຂະຫຍາຍຕົວຕໍ່ເນື່ອງຢ່າງແທ້ຈິງ, ສົມຄູ່ກັບພາລະກິດປະຕິວັດໃນປັດຈຸບັນ. ຕາມເນື້ອໃນດັ່ງກ່າວນັ້ນ, ວຽກງານຄົ້ນຄວ້າທິດສະດີການເມືອງຈິ່ງສົມກຽດຢ່າງ​ແທ້​ຈິງກັບ ທີ່ຕັ້ງ ທີ່​ມັນຮັກສາ ​ແລະ ມີກຳລັງພຽງພໍ​ເພື່ອປະຕິບັດໜ້າທີ່ອັນໜັກໜ່ວງ ຕາມພາລະບົດບາດທີ່ມັນຮັບຜິດຊອບ.

ຍ້ອນແນວນັ້ນ, ໂດຍທຳ​ມະຊາດແລ້ວ, ພາລະອັນສຳຄັນຂອງວຽກງານທິດສະດີໃນຂະບວນວິວັດແຫ່ງການຍຶດໝັ້ນ, ປົກປ້ອງ, ຂະຫຍາຍຢ່າງປະດິດສ້າງ ແລະ ຫັນເປັນຈິງ ລັດທິມາກ - ເລນິນ, ຕ້ອງຖືເອົາການ​ເປີດ​ເຜີຍ​ກ່ຽວກັບ​ການຮັກສາ ຍຶດໝັ້ນຫຼັກການວ່າ​ດ້ວຍລັກສະນະພັກມາກຊິດ ເປັນບັນຫາທີ່ມີຄວາມໝາຍສຳຄັນ ຕັດສິນ​ໄຊຊະນະ ຄວາມເປັນຕາຍ, ພິເສດແມ່ນໃນການຕໍ່ສູ້ຕ້ານລັດທິອັດຖະ​ປະ​ໂຫຍ​ດ, ລັດທິຄຳພີ ແລະ ບັນດາທ່າອ່ຽງສວຍໂອກາດ, ລັດທິແກ້ໃນປັດຈຸບັນ. ຖ້າບໍ່ດັ່ງນັ້ນ, ພວກເຮົາກໍ່ຈະເປັນພຽງຄົນທີ່ “ໄຮ້ດຽງສາເຊິຊະ”, “ເປັນພຽງຄົນໂງ່ຈ້າ ທີ່ຖືກຄົນອື່ນຫຼອກລວງ ແລະ ຫຼອກລວງຕົນເອງ ກ່ຽວກັບການເມືອງ”, ຄືດັ່ງທີ່ ວ.ອີ.ເລນິນ ເຄີຍໄດ້ຕັກເຕືອນໄວ້. ເຮັ່ງຮ້າຍກວ່ານັ້ນອີກ, ຖ້າຫາກຫ່າງເຫີນຈາກຫຼັກການດັ່ງກ່າວນັ້ນ, ພວກເຮົາກໍ່ຈະຫຼົງທິດໃນທັນທີ, ຈາກນັ້ນກໍ່ຕົກໃນບວກຕົມຂອງບັນດາພະຍາດອ່ຽງ “ຊ້າຍ”,​ ອ່ຽງ “ຂວາ” ຫຼື ຕົກໃນບ້ວງແຮ້ວຂອງລັດທິຄຳພີ, ອັ​ດຖະປະ​ໂຫຍ​ດນິຍົມ, ສວຍໂອກາດ… ແບບບໍ່ເຈດຕະນາ, ແນ່ນອນວ່າ ມັນຈະພາໄປເຖິງຄວາມຜິດພາດທາງການເມືອງ, ວິທະຍາສາດ ແລະ ການຈັດຕັ້ງຕົວຈິງ. ທ້າຍທີ່ສຸດ, ແນ່ນອນວ່າ ຈະຖືກປະລາໄຊ.

ເລີ່ມຈາກຫຼັກການດັ່ງກ່າວນັ້ນ, ກວ່າເວລາໃດໝົດ, ວຽກງານທິດສະດີຕ້ອງຮັບ​ເອົາ​ພາລະ​ໜ້າ​ທີ່​ອັນ​ສຳຄັນ ແລະ ປະຕິບັດ​ໃຫ້ໄດ້ດີການປະສານສົມທົບຢ່າງແໜ້ນແຟ້ນ ແລະ ສະຫຼຽວສະຫຼາດ​ໃນ​ການຄົ້ນຄວ້າພື້ນຖານລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ ກັບການຄົ້ນຄວ້າຜັນຂະຫຍາຍຕົວຈິງພາຍໃນປະເທດ, ຮັບເອົາໂດຍມີການເລືອກເຟັ້ນດ້ວຍທ່າທີເຄົາລົບ ຕໍ່ບົດຮຽນປະສົບທີ່ດີ ຂອງບັນດາປະເທດອື່ນ ແນໃສ່ເພື່ອສືບຕໍ່ປະກອບສ່ວນອັນພື້ນຖານ ແລະ ສຳຄັນ​ເຂົ້າ​ໃນຂະບວນວິວັດການກຳນົດ ແລະ ວາງແນວທາງການເມືອງຂອງພັກ, ນະໂຍບາຍ ແລະ ກົດໝາຍຂອງລັດ.

ຈາກບົດຮຽນປະສົບການຜ່ານມາໄດ້ໃຫ້ເຫັນວ່າ, ຢາກຈັດຕັ້ງພຶດຕິກຳປະຕິວັດໄດ້ດີ ​ແມ່ນ​ຕ້ອງມີການຄົ້ນຄວ້າພື້ນຖານທີ່ດີ, ຖ້າບໍ່ດັ່ງນັ້ນກໍ່ຈະບໍ່ອາດຫຼີກລ່ຽງການແປະຕາບຕ່າງໆໄດ້. ແຕ່, ຖ້າຫາກຖືລັດທິມາກ - ເລນິນ ແມ່ນ “ສິ່ງບໍ່ປ່ຽນແປງ”, ກໍ່​ບໍ່​ຕ່າງ​ຫຍັງ​ກັບ​ການຫັນປ່ຽນທິດສະດີ ເປັນແຜ່ນພາບທີ່ແຂງກະດ້າງ, ນີ້ກໍ່ເປັນສິ່ງຜິດພາດ; ແລະ ຖ້າຄວາມຈິງເປັນຄືແນວນັ້ນ ແມ່ນໄດ້ເດີນສວນທາງກັບວິທີຂອງບັນດາຜູ້ກໍ່ຕັ້ງລັດທິມາກ - ເລນິນ. ແລະ, ​ໃນ​ທີ່ສຸດ ​ແມ່​ນ​ໄດ້ລົບລ້າງ ຄວາມສາມາດຂະຫຍາຍຕົວດ້ວຍຕົນເອງ ຂອງທິດສະດີປະຕິວັດດັ່ງກ່າວ, ໃນຖານະເປັນວິທະຍາສາດ; ພ້ອມກັນນັ້ນ, ກໍ່ດັນສູນລັກສະນະພຶດຕິກຳ ຂອງມັນຕໍ່ກັບປະຫວັດສາດ, ໃນເວລາມັນເປັນໂຄງການດຳເນີນງານປະຕິວັດ. ຍ້ອນວ່າ, ໂລກະທັດທັງໝົດຂອງທິດສະດີມາກ, ຄືດັ່ງ ຟ.ອັງແກນ ໄດ້ເວົ້າວ່າ, ບໍ່ແມ່ນເປັນພຽງແຕ່ທິດສະດີເທົ່ານັ້ນ ຫາກຍັງເປັນວິທີການ ນຳອີກ. ສິ່ງ​ທີ່ມັນໄດ້ສະເໜີນັ້ນ ບໍ່​ແມ່ນຄຳພີຕາຍຕົວທີ່ມີຢູ່ແລ້ວ ຫາກ​ແມ່ນ​ບັນດາຈຸດເລີ່ມຕົ້ນເພື່ອສືບຕໍ່ຄົ້ນຄວ້າການ ເຄື່ອນເໜັງຂອງປະຫວັດສາດຢ່າງຮອບດ້ານ.

ຍ້ອນແນວນັ້ນ, ຈຳເປັນຕ້ອງຂະຫຍາຍທິດສະດີຢ່າງປະດິດສ້າງ, ໂດຍຜ່ານການຄົ້ນຄວ້າ, ສະຫຼຸບສັງລວມ ການຈັດຕັ້ງພຶດຕິກຳ. ໃນອະດີດຕະການ, ຢູ່​ໃນລະດັບນີ້ ຫຼື ລະດັບອື່ນ, ການຂະຫຍາຍທິດສະດີ ແມ່ນມັກຈະຄິດເປັນການປະສານສົມທົບແບບກົນຈັກ ຂອງສອງດ້ານດັ່ງກ່າວນັ້ນ ​ເຊິ່ງໄດ້ເຮັດໃຫ້: ດ້ານໜຶ່ງ, ທິດສະດີມາກ - ເລນິນ ຖືກຕີແຕກດ້ານລັກສະນະສົມບູນພາບ ຍ້ອນສະພາບແປະຕາບ, ຄຳພີຕາຍຕົວ ອັນພາໄປເຖິງສະພາບທິດສະດີຫຼ້າຫຼັງ, ແນວທາງສູນເສຍຄຸນປະໂຫຍດ ໃນການນຳພາພຶດຕິກຳ; ດ້ານອື່ນ, ພຶດຕິກຳຊ້ຳພັດເຄື່ອນເໜັງແບບເກີດຂຶ້ນເອງ, ຍ້ອນຂາດທິດສະດີ ຫຼື ທິດສະດີຂາດກຳລັງຄວາມສາມາດ ເພື່ອຊີ້ນຳພາທາງ. ດັ່ງນັ້ນ, ຕ້ອງຮັບປະກັນຄວາມເປັນເອກະພາບ ລະຫວ່າງການຄົ້ນຄວ້າພື້ນຖານ ກັບການຄົ້ນຄວ້າຜັນຂະຫຍາຍ - ຄວາມເປັນເອກະພາບລະຫວ່າງທິດສະດີກັບພຶດຕິກຳ ແນໃສ່ເພື່ອຂະຫຍາຍທິດສະດີ, ເປັນເຈົ້າການຕອບສະໜອງບັນດາຄວາມຮຽກຮ້ອງ ແຫ່ງການຂະຫຍາຍຕົວຂອງພຶດຕິກຳ, ຊຸກຍູ້ພຶດຕິກຳໃຫ້ກ້າວຂຶ້ນ. ຖືເອົາພຶດຕິກຳເພື່ອສົມທຽບ, ທົດສອບ, ເພີ່ມເຕີມ ແລະ ຂະຫຍາຍທິດສະດີ, ຫາກບໍ່ແມ່ນ ຖືເອົາທິດສະດີເປັນສິ່ງພິສູດພຶດຕິກຳ. ພັກກອມມູນິດຫວຽດນາມ ຊີ້ແຈ້ງວ່າ: ເພີ່ມທະວີການສະຫຼຸບສັງລວມພຶດຕິກຳ ແລະ ຄົ້ນຄວ້າທິດສະດີ, ສົນທະນາຢ່າງປະຊາທິປະໄຕ, ສະຫຼຸບບັນດາບັນຫາໃໝ່ ແລະ ຮີບດ່ວນ ທີ່ຕັ້ງຂຶ້ນຈາກພຶດຕິກຳແຕ່ຫົວທີ, ຮັບປະກັນການຫັນເປັນອັນລະອຽດ, ເພີ່ມເຕີມ, ຂະຫຍາຍແນວທາງ, ນະໂຍບາຍຂອງພັກຢ່າງຖືກຕ້ອງ ແລະ ປະດິດສ້າງ. ຄືດັ່ງ ມາກ ໄດ້ເວົ້າວ່າ, ຢູ່ໃນແງ່ມູມນີ້, ແຕ່ລະບາດກ້າວເດີນຂອງການເຄື່ອນໄຫວຕົວຈິງ ຍັງມີຄວາມສຳຄັນຫຼາຍກວ່າໂຄງການການເມືອງ ຕັ້ງຫຼາຍສິບເທົ່າ. ໝູນໃຊ້ຢ່າງປະດິດສ້າງ ລັດທິວັດຖຸນິຍົມສັດຈະວິພາກ ແລະ ລັດທິວັດຖຸນິຍົມປະຫວັດສາດ ຂອງລັດທິມາກ - ເລນິນ, ຫຼີກລ່ຽງໄດ້ຄຳພີຕາຍຕົວ, ແຂງກະດ້າງໃນຈິນຕະນາການທິດສະດີ ແມ່ນຄວາມລັບແຫ່ງຜົນສຳເລັດ ແລະ ການຮັບປະກັນທີ່ແນ່ນອນວ່າ ເວລາໃດກໍ່ຈະສາມາດຊອກໄດ້ ບັນດາຄຳອະທິບາຍທີ່ຖືກຕ້ອງ ຕໍ່ທຸກບັນຫາຕົວຈິງທີ່ຕັ້ງຂຶ້ນ ໃນການພັດທະນາປະເທດຊາດ, ເຖິງວ່າ ມັນຈະມີຄວາມຫຍຸ້ງຍາກສັບສົນກໍ່ຕາມ.

ແຕ່, ກໍ່ຕ້ອງເຫັນໄດ້ວ່າ, ໃນການສະຫຼຸບສັງລວມພຶດຕິກຳແນໃສ່ເພື່ອຂະຫຍາຍທິດສະດີນັ້ນ, ກ່ອນອື່ນໝົດ ຕ້ອງໃກ້ຊິດຕິດພັນກັບພຶດຕິກຳ ຂອງປະເທດໃນທຸກດ້ານ: ເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ປ້ອງກັນປະ​ເທດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະ ຊີວິດການເປັນຢູ່ຂອງປະຊາຊົນຊາວຜູ້ອອກແຮງງານ. ຈາກນັ້ນ, ຈະຄົ້ນພົບ, ຄົ້ນຫາ ແລະ ສະຫຼຸບສັງລວມ ບັນດາບັນຫາທີ່ມີລັກສະນະກົດເກນ ແລະ ກົດເກນ, ເຮັດໃຫ້ລະບົບທິດສະດີບໍລິບູນຢ່າງບໍ່ຢຸດ​ຢັ້ງ ​ເພື່ອເປັນພື້ນຖານເພີ່ມເຕີມ ໃຫ້ແກ່ການກຳນົດແນວທາງກໍ່ສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຫວຽດນາມສັງຄົມນິຍົມ.

ຖືພຶດຕິກຳ​ເປັນ​ສິ່ງ​ສຳຄັນ ບໍ່ໝາຍຄວາມວ່າເປັນລັດທິອັດຖະ​ປະ​ໂຫຍ​ດ, ປະສົບການນິຍົມ. ​ເຊີດ​ຊູທິດສະດີກໍ່ບໍ່​ໄດ້ໝາຍຄວາມວ່າ ນຳສະເໜີປະເພດທິດສະດີດ້ວຍ​ຕົວ​ມັນເອງ, “ທິດສະດີ ນ້ຳເຕົ້າເປົ່າ”. ທັງສອງຂົ້ວດັ່ງກ່າວ ລ້ວນແຕ່ເປັນອັນຕະລາຍຄືກັນ ແລະ ມີຄວາມໝາຍດຽວກັບການປະລາໄຊ ທີ່ບໍ່ອາດຫຼີກລ່ຽງໄດ້ ໃນການຄົ້ນຄວ້າ ແລະ ຫັນທິດສະດີມາກ - ເລນິນ​ເປັນພາກ​ຕົວ​ຈິງ.

ດັ່ງນັ້ນ ຈຶ່ງຕ້ອງເອົາໃຈໃສ່ບາງຈຸດຄື: ໃນການສະຫຼຸບສັງລວມພຶດຕິກຳ, ຂະຫຍາຍທິດສະດີຈຳເປັນ ຕ້ອງສືບທອດບັນດາຜົນສຳເລັດດ້ານທິດສະດີທີ່ມີຢູ່ແລ້ວ, ແຕ່ຕ້ອງສືບທອດບົນພື້ນຖານປະຕິເສດຢ່າງສັດຈະວິພາກ ແນໃສ່ເພື່ອຮັບປະກັນຄວາມສະເໝີຕົ້ນສະເໝີປາຍ​ ແລະ ຂະຫຍາຍຕົວຕໍ່ເນື່ອງຂອງຂະບວນວິວັດແຫ່ງການເພີ່ມເຕີມ, ບູລະນະລະບົບທິດສະດີ ໂດຍຜ່ານການກວດພິສູດຂອງພຶດຕິກ, ຕິດພັນທິດສະດີກັບພຶດຕິກຳ ເພື່ອເພີ່ມເຕີມ ຂະຫຍາຍທິດສະດີມາກ - ເລນິນ ແລະ ແນວຄິດໂຮ່ຈີມິນ ຢ່າງບໍ່ຢຸດຢັ້ງ. ດ້ານອື່ນ, ໃນການຂະຫຍາຍທິດສະດີ ຕ້ອງມີການໄຈ້ແຍກ ແລະ ຮັບເອົາບົດຮຽນປະສົບການຂອງບັນດາປະເທດ ຢ່າງມີການເລືອກເຟັ້ນ ບົນຈິດໃຈຕຳນິວິພາກ ດ້ວຍທ່າທີສຸພາບຄ່ຽມຄົມ, ບໍ່ຫ່າງເຫີນ, ບໍ່ປະພຶດແບບບໍ່ສະເໝີພາບ, ດ້ວຍວິທີເອກະລາດ, ບໍ່ຖອດແບບ ແລະ ບໍ່​ເຫັນ​ແຕ່​ອັດຖະ​ປະ​ໂຫຍ​ດ. ກ.ມາກ ແລະ ຟ.ອັງແກນ ເຄີຍໄດ້ຢືນຢັນວ່າ, ທິດສະດີຂອງພວກເພິ່ນບໍ່​ແມ່ນ​ສິ່ງ​ທີ່ “​ເກີດ​ແລ້ວບໍ່ມີການປ່ຽນແປງ”. ວ.ອີ.ເລນິນ ກໍ່ເຄີຍເວົ້າວ່າ: ກ.ມາກ ແລະ ຟ.ອັງແກນ ບໍ່ຜູກມັດບັນດານັກປະຕິວັດໃນອະນາຄົດ ກັບການໝູນໃຊ້ແບບຄຳພີຕາຍຕົວ, ຫາກເວລາໃດກໍ່ເປີດກວ້າງຂອບຟ້າໃໝ່ ​ໃຫ້ແກ່ການປະດິດສ້າງທິດສະດີ ແລະ ແນວຄິດຂອງຕົນ ໃນການ​ເຄື່ອນ​​ເໜັງຢ່າງ​ບໍ່ຢຸດ​ຢັ້ງຂອງພຶດຕິກຳພາວະວິໄສ. ຍ້ອນວ່າ, ທິດສະດີຂອງ ກ.ມາກ ແລະ ຟ.ອັງແກນ ແມ່ນສັດຈະວິພາກ, ເຊິ່ງ “ສັດຈະວິພາກ ໝາຍເຖິງທິດສະດີວ່າດ້ວຍການຂະຫຍາຍຕົວ ພາຍໃຕ້ຮູບການສົມບູນແບບທີ່ສຸດ, ເລິກເຊິ່ງທີ່ສຸດ…”. ແລະ ຫາກເປັນທິດສະດີວ່າດ້ວຍການຂະຫຍາຍຕົວແລ້ວ, ໂດຍຕົວມັນເອງເວລາ ໃດກໍ່ມີລັກສະນະປະຕິວັດ, ວິທະຍາສາດ ແລະ ເຈາະຈິ້ມ​ໄຂ​ທາງ​​ໃຫ້​ແກ່ການປະດິດສ້າງ. ມັນກໍ່ຂະຫຍາຍຕົວພ້ອມກັນກັບການຂະຫຍາຍຕົວຂອງພຶດຕິກຳ ບົນພື້ນຖານບັນດາຫຼັກມູນພື້ນຖານຂອງທິດສະດີມາກ. ລັດທິຄຳພີ ແລະ ລັກສະນະແຂງກະດ້າງ ຂັດແຍ່ງກັບຫຼັກການເຄື່ອນເໜັງຕະຫຼອດການ ແລະ ຕໍ່ເນື່ອງຂອງວິທີສັດຈະວິພາກ ມາກຊິດ. ຍ້ອນແນວນັ້ນ, ຟ.ອັງແກນ ໄດ້ເຕື້ອງເຖິງແນວຄິດຂອງຕົນ ແລະ ຂອງ ກ.ມາກ ໃນເວລາຂຽນຄຳນຳໃຫ້ຖະແຫຼງການຂອງພັກກອມມູນິດ ເປັນພາສາອັງກິດ ປີ 1888, ວ່າ: “ໃນ “ຖະແຫຼງການ” ກໍ່ໄດ້ອະທິບາຍຢ່າງຈະແຈ້ງວ່າ ບໍ່ວ່າຢູ່ໃສ ແລະ ບໍ່ວ່າເວລາໃດ, ການນຳໃຊ້ບັນດາຫຼັກມູນດັ່ງກ່າວນັ້ນ ກໍ່ຕ້ອງຂຶ້ນກັບສະພາບແວດລ້ອມປະຫວັດສາດເວລານັ້ນ, ແລະ ຍ້ອນເຫດນັ້ນ, ບໍ່ຄວນເອົາຈິງເອົາຈັງເກີນໄປ ໃນບັນດາມາດຕະການປະຕິວັດທີ່ຍົກຂຶ້ນຢູ່ໃນພາກທີ II(1).

ນັ້ນແມ່ນເສັ້ນທາງປົກປ້ອງ ແລະ ຂະຫຍາຍ ລັດທິມາກຢ່າງວິທະຍາສາດ, ປະຕິວັດ ແລະ ເດັດຂາດ; ເປັນການສະແດງອອກຢ່າງມີຊີວິດຊີວານ້ຳໃຈຍຶດໝັ້ນ ແລະ ການເຄື່ອນໄຫວຂະຫຍາຍຢ່າງປະດິດສ້າງ ລັດທິມາກ ແນໃສ່ເພື່ອເຮັດໃຫ້ວຽກງານທິດສະດີປະກອບສ່ວນອັນສົມກຽດ ເຂົ້າໃນການກຳນົດແນວທາງການເມືອງ ຂອງພັກກອມມູນິດຫວຽດນາມ ຢ່າງຖືກຕ້ອງ ແລະ ເໝາະສົມ. ແລະ ມີແຕ່ຄືແນວນັ້ນ, ຈິ່ງເປັນເຈົ້າການຕໍ່ສູ້ຢ່າງ​ມີປະສິດທິພາບ ກັບບັນດາທັດສະນະຜິດພາດ, ບັນດາກຳລັງຕ້ານຄືນພາລະກິດກໍ່ສ້າງສັງຄົມນິຍົມຂອງພັກ ແລະ ຂອງປະຊາຊົນຫວຽດນາມ, ປົກປ້ອງຄວາມຜ່ອງໃສຂອງລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ.

ເພື່ອເຮັດໃຫ້ການຄົ້ນຄວ້າມໍລະດົກທິດສະດີຂອງມາກ - ເລນິນ, ແນວຄິດໂຮ່ຈີມິນ ຢ່າງມັດທະຍັດ ແລະ ເໝາະສົມ, ອັນເປັນພື້ນຖານນຳເອົາວຽກງານທິດສະດີການເມືອງ ກ້າວຂຶ້ນຢ່າງໜັກແໜ້ນ ແລະ ຖືກທິດ, ຈຳເປັນຕ້ອງປະຕິບັດຄຳຮຽກຮ້ອງຈຳນວນໜຶ່ງ ພ້ອມກັນນັ້ນກໍ່ເປັນໜ້າທີ່ຕົ້ນຕໍ ດັ່ງຕໍ່ໄປນີ້:

ໜຶ່ງ, ກຳແໜ້ນການນຳພາຂອງພັກກອມມູນິດຫວຽດນາມ ຢ່າງເຂັ້ມງວດ.

ນີ້ແມ່ນການຮຽກຮ້ອງທີ່ມີລັກສະນະຫຼັກການ ບໍ່ປ່ຽນແປງ. ນີ້ທັງເປັນໜຶ່ງໃນບັນດາພາລະໜ້າທີ່ສຳຄັນ ຂອງພັກກອມມູນິດຫວຽດນາມ, ໜຶ່ງໃນບັນດາຂົງເຂດຫຼັກແຫຼ່ງຂອງວຽກງານກໍ່ສ້າງພັກ, ທັງເປັນຄວາມຈຳເປັນ, ເປັນຄວາມຕ້ອງການໃນການຂະຫຍາຍຕົວ ຂອງກະໂຕວຽກງານທິດສະດີການເມືອງ ຂອງພວກເຮົາ. ພັກຕ້ອງສົມຄູ່ກັບໜ້າທີ່ນຳພາປະເທດຊາດ, ພາລະໜ້າທີ່ການ​ເມືອ​ງ - ປະຫວັດສາດອັນ​ສຳຄັນ ທີ່ພັກໄດ້ແບກຫາບ, ກ່ອນອື່ນໝົດແມ່ນທາດແທ້ການເມືອງ, ກຳລັງຄວາມສາມາດດ້ານຈິນຕະນາການ ແລະ ລະດັບການຈັດຕັ້ງພຶດຕິກຳການເມືອງ.

ສອງ, ປົກປ້ອງ ແລະ ຂະຫຍາຍຢ່າງຕໍ່ເນື່ອງລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ - ພື້ນຖານ ແນວຄິດການເມືອງຂອງພັກ.

ນີ້ແມ່ນຄວາມຮຽກຮ້ອງອັນດັບໜຶ່ງ ທີ່ຂຶ້ນກັບໂຕພັກເອງ. ຖ້າຫາກເຮັດສິ່ງນີ້ບໍ່ໄດ້, ພັກກໍ່ບໍ່ແມ່ນພັກມາກຊິດທີ່ແທ້ຈິງອີກຕໍ່ໄປ; ແລະ ດ້ວຍເຫດນັ້ນ, ວຽກງານທິດສະດີການເມືອງຈະບໍ່ແມ່ນວຽກງານທິດສະດີການເມືອງ​ສັງຄົມນິຍົມອີກຕໍ່ໄປ. ໝາຍຄວາມວ່າ, ການປົກປ້ອງ ແລະ ຂະຫຍາຍລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ ໃນວຽກງານທິດສະດີການເມືອງ ກໍ່ລວມເອົາທັງການເພີ່ມພູນຄູນສ້າງ ແລະ ເຮັດໃຫ້ຄັງ ສາງລັດທິມາກ - ເລນິນ, ແນວຄິດໂຮ່ຈີມິນ ອຸດົມສົມບູນຍິ່ງຂຶ້ນ ດ້ວຍຈິດໃຈຄ່ຽມຄົມ​ຕັ້ງໜ້າວິທະຍາສາດ ໃນຫານ​ຮັບ​ເອົາສິ່ງດີເລີດຈາກຜົນສຳເລັດທາງທິດສະດີການເມືອງ - ສັງຄົມໃນໂລກ, ເຊິ່ງ ກ.ມາກ, ຟ.ອັງແກນ, ວ.ອີ.ເລນິນ ແລະ ໂຮ່ຈີມິນ ໄດ້ເປັນແບບຢ່າງໃນດ້ານນີ້. ນັ້ນແມ່ນເສັ້ນທາງແຫ່ງ ການຂະຫຍາຍຕົວຂອງວຽກງານທິດສະດີການເມືອງ ແລະ ເປັນການບູລະນະດ້ວຍຕົນເອງ ຂອງກະໂຕພື້ນ ຖານທິດສະດີການເມືອງຂອງພວກເຮົາ.

ສາມ, ເພີ່ມທະວີການສະຫຼຸບສັງລວມພຶດຕິກຳ​ແຫ່ງການຂະຫຍາຍທິດສະດີ ແນໃສ່ເພື່ອຫັນທິດສະດີ ເປັນພຶດຕິກຳ ຕິດພັນສະໜິດແໜ້ນກັບການຫັນພຶດຕິກຳເປັນທິດສະດີ.

ຖ້າບໍ່ເຮັດແນວນີ້ແມ່ນບໍ່ອາດມີການຂະຫຍາຍຕົວໃດໆ ຂອງວຽກງານທິດສະດີການເມືອງ ກໍ່ຄືບໍ່ອາດ ເວົ້າເຖິງບໍ່ວ່າກຳລັງຊີວິດໃດໆ ຂອງກະໂຕທິດສະດີການເມືອງຂອງພວກເຮົາໄດ້. ເວົ້າແບບອື່ນ, ຖ້າຫາກເຮັດຕ່າງໄປ ກໍ່ເປັນການ​ເຮັດໃຫ້ທິດສະດີການເມືອງ “ແຂງກະດ້າງ”, “ແຫ້ງກະແດ້ງ” ກໍ່ຄືການ “ປິດປະຕູ” ດ້ວຍຕົນເອງ ຫຼື “ຕັດຂາດ” ເສັ້ນທາງຂະຫຍາຍຕົວໂດຍທຳມະຊາດ ຂອງກະໂຕວຽກງານທິດສະດີການເມືອງຂອງພວກເຮົາ.

ຢູ່ໃນຂະບວນວິວັດການສະຫຼຸບສັງລວມພຶດຕິ​ກຳ, ຂະຫຍາຍທິດສະດີ ແນໃສ່ເພື່ອຫັນພຶດຕິກຳ​ເປັນທິດສະດີ ຕິດພັນກັບການຫັນທິດສະດີ​ເປັນພຶດຕິກຳ ຈຳເປັນຕ້ອງປະສານສົມທົບຢ່າງແໜ້ນແຟ້ນເປັນພິເສດ ລະຫວ່າງການຄົ້ນຄວ້າທິດສະດີພື້ນຖານ ກັບການຄົ້ນຄວ້າທິດສະດີປະ​ຢຸກ ແລະ ຄົ້ນຄວ້າທິດສະດີຜັນຂະຫຍາຍ; ຖືເອົາປະສິດທິຜົນຕົວ​ຈິງ​ເພື່ອກວດພິສູດບັນດາການກຳນົດກົດລະບຽບ - “ລູກຄີງ” ໂດຍກົງຂອງວຽກງານຄົ້ນຄວ້າທິດສະດີຜັນຂະຫຍາຍ, ຮູບປະກົດຂອງວຽກງານຄົ້ນຄວ້າທິດສະດີປະ​ຢຸກ ແລະ ຈຸດໝາຍຂອງວຽກງານຄົ້ນຄວ້າທິດສະດີພື້ນຖານ. ຮອດທີມັນ, ບັນດາການຄົ້ນຄວ້າທິດສະດີນີ້ ກໍ່ຕ້ອງຖືເອົາລັກສະນະປະສິດທິຜົນຕົວ​ຈິງ ​ເປັນໄມ້ຫຼາວັດແທກຄຸນຄ່າທີ່ແນ່ແທ້, ເປັນເປົ້າໝາຍທີ່​ຈະກ້າວໄປເຖິງຂອງຕົນ ແລະ ຈາກນັ້ນ, ກໍ່ປັບປຸງ​ບູລະນະຕົນ​ເອງຢ່າງບໍ່ຢຸດ​ຢັ້ງ. ນັ້ນແມ່ນສັດຈະວິພາກ ແຫ່ງການຂະຫຍາຍຕົວ ຂອງວຽກງານທິດສະດີການເມືອງ, ​ແມ່ນກຳລັງຊີວິດ​ແຫ່ງທິດສະດີການເມືອງ ຂອງພວກເຮົາ.

ສີ່, ກໍ່ສ້າງຖັນແຖວນັກທິດສະດີການເມືອງ ທີ່ຍຶດໝັ້ນຫຼັກໝັ້ນການເມືອງ ຕິດພັນສະໜິດແໜ້ນກັບ ການສ້າງຕັ້ງຖັນແຖວນັກວິທະຍາສາດສະ​ເພາະຂະແໜງການ ແລະ ສະຫະຂະແໜງການ ແນໃສ່ເພື່ອກໍ່ສ້າງຖັນແຖວນັກທິດສະດີທີ່ດີເດັ່ນ, ໃນນັ້ນນັກທິດສະດີການເມືອງມີບົດບາດສຳຄັນຕົ້ນຕໍ.

ຍຸກສະໄໝໃໝ່ ແລະ ຄວາມຮຽກຮ້ອງຕ້ອງການແຫ່ງການຂະຫຍາຍຕົວໃໝ່ຂອງປະເທດຊາດ ພວມຕັ້ງບັນຫາ​ດັ່ງກ່າວຂຶ້ນມາ. ນັ້ນແມ່ນພາລະໜ້າທີ່ອັນສຳຄັນຂອງວຽກງານທິດສະດີ. ການກໍ່ສ້າງຖັນແຖວນັກທິດສະດີການເມືອງທີ່ດີເດັ່ນຂອງພັກກອມມູນິດຫວຽດນາມ ບົນພື້ນຖານກຳລັງແຮງສັງລວມ ອັນລວມມີບັນດານັກທິດສະດີທາງດ້ານວິທະຍາສາດທຳມະຊາດ, ວິທະຍາສາດ - ເຕັກໂນໂລຊີ, ວິທະຍາສາດສັງຄົມ ແລະ ມະນຸດສາດ,… ເປັນຄວາມຕ້ອງການແຫ່ງການຂະຫຍາຍຕົວທີ່ຈຳເປັນ, ເປັນສິ່ງຮັບປະກັນພື້ນຖານທີ່ມີລັກສະນະ ຕັດສິນການຂະຫຍາຍຕົວທີ່ແຂງ​ແຮງ, ໝັ້ນຄົງຂອງວຽກງານຄົ້ນຄວ້າທິດສະດີການເມືອງ ແລະ ລັກສະນະແທດຕົວຈິງ, ມີຄວາມສາມາດເປັນໄປໄດ້ ຂອງທິດສະດີການເມືອງ.

ບັນຫາທີ່​ຕັ້ງຂຶ້ນຢ່າງຮີບດ່ວນ ນັ້ນແມ່ນສືບຕໍ່ກໍ່ສ້າງກົນໄກແນໃສ່ເພື່ອດຶງດູດ, ເຕົ້າໂຮມຢ່າງຫຼວງຫຼາຍ ແລະ ຄົບຖ້ວນບັນດານັກວິທະຍາສາດແຖວໜ້າຂອງປະເທດ ທີ່ພວມປະຕິບັດວຽກງານ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ໃນ ແລະ ຕ່າງປະເທດ. ນັ້ນກໍ່ແມ່ນມາດຕະການເພື່ອຍົກສູງສະຕິປັນຍາຂອງພັກ ຂຶ້ນໃຫ້ເທົ່າທຽມກັບການພັດທະນາຂອງປະເທດຊາດ ໃນໄລຍະປັດຈຸບັນ; ຂອງພະນັກງານຄົ້ນຄວ້າວິທະຍາສາດທຸກຄົນ, ໃນນັ້ນລວມທັງບັນດານັກຄົ້ນຄວ້າວິທະຍາສາດການເມືອງ.

ຫ້າ, ສ້າງກົນໄກການຄົ້ນຄວ້າວິທະຍາສາດທິດສະດີການເມືອງ ຢ່າງເປັນພື້ນຖານ, ປະຊາທິປະໄຕ ແລະ ໂປ່ງໃສ.

ນີ້ແມ່ນວຽກງານໜຶ່ງທີ່ຮີບດ່ວນທີ່ສຸດ. ກົນໄກເຄື່ອນໄຫວວິທະຍາສາດທີ່ເໝາະສົມ ແລະ ມີປະສິດທິພາບ ແມ່ນໜຶ່ງໃນບັນດາອົງປະກອບສຳຄັນ ເພື່ອສ້າງພື້ນຖານທິດສະດີການເມືອງປະຈັນບານ. ກ່ອນອື່ນໝົດ, ການເປີດກວ້າງປະຊາທິປະໄຕຢ່າງບໍ່ຢຸດຢັ້ງ ແລະ ຫັນເປັນອັນຊັດເຈນໃນລະດັບສູງ ຕໍ່ການຄົ້ນຄວ້າ ແມ່ນຄວາມຮຽກຮ້ອງຕ້ອງການ ທັງເປັນກຳລັງຊຸກດັນການຂະຫຍາຍຕົວ ຂອງວຽກງານຄົ້ນຄວ້າວິທະຍາດສາດເວົ້າລວມ, ເວົ້າສະເພາະແມ່ນຄົ້ນຄວ້າທິດສະດີການເມືອງ. ສອງແມ່ນ, ເຄົາລົບຄວາມເຫັນສ່ວນບຸກຄົນ, ບໍ່ຜູກຂາດສັດຈະທຳ, ບໍ່ບັງຄັບ​ຍັດ​ຢຽດ, ບໍ່ຮ່າວລອຍ, ຮູ້ຮັບຟັງ, ເຄົາລົບຄວາມຄິດເຫັນຂອງຄົນອື່ນ ແລະ ຄວາມເຫັນຂອງຮາກຖານ, ຕ້ານພະຍາດສວຍໂອກາດ, ອັດຖະ​ປະ​ໂຫຍ​ດທາງການເມືອງ... ແມ່ນບັນດາຄວາມຮຽກຮ້ອງຕ່ຳສຸດ ຂອງແຕ່ລະບຸກຄົນ, ໂດຍສະເພາະແມ່ນບັນດາຜູ້ນຳພາວິທະຍາສາດ, ນັກການເມືອງ ໃນການຄົ້ນຄວ້າວິທະຍາສາດ. ນັ້ນກໍ່ແມ່ນທິດນຳແຫ່ງການເຄື່ອນໄຫວ ຂອງແຕ່ລະອົງການຈັດຕັ້ງຄົ້ນຄວ້າວິທະຍາສາດເວົ້າລວມ, ເວົ້າສະເພາະແມ່ນຄົ້ນຄວ້າທິດສະດີການເມືອງ.

ຍ້ອນແນວນັ້ນ, ຈຳເປັນຕ້ອງສ້າງກົນໄກເຄື່ອນໄຫວທີ່ຮັບປະກັນໃຫ້ບັນດານັກທິດສະດີການເມືອງ ທັງເປັນ ເອກະເທດເຄື່ອນໄຫວຢ່າງເອກະລາດ, ຄົ້ນຄິດປະດິດສ້າງຢ່າງບໍ່ຢຸດຢັ້ງ, ເຕັມ​ໄປດ້ວຍຄວາມ​ເດັດດ່ຽວສະຫຼຽວສະຫຼາດ ໃນສົມບູນພາບຖັນແຖວນັກວິທະຍາສາດ, ທັງແມ່ນ ບຸກຄະລິກທີ່ໄດ້ຮັບການເຄົາລົບຢູ່ເລື້ອຍໆ ແລະ ຮູ້ເຄົາລົບຕໍ່ເພື່ອນຮ່ວມງານ ໃນການຈັດຕັ້ງຄົ້ນຄວ້າວິທະຍາສາດທີ່ໝັ້ນຄົງ, ທັງເປັນ ນັກການເມືອງທີ່ມີສາຍຕາກວ້າງຂວາງ, ເບິ່ງກວ້າງມອງໄກ, ເດັດດ່ຽວ ແລະ ອ່ອນໂຍນ. ຕ້ອງຖືສຳຄັນການຍ້ອງຍໍ, ປະຕິບັດວິໄນຢ່າງເຂັ້ມງວດ, ຍຸຕິທຳ ແລະ ທັນການ. ນີ້ແມ່ນກຳລັງຂັບ​ເຄື່ອນ​ທີ່ສຳຄັນຕໍ່ກັບຜູ້ທີ່ເຮັດວຽກງານຄົ້ນຄວ້າທິດສະດີ. ຍ້ອນວ່າ ທາດແທ້ຂອງວິທະຍາສາດເວົ້າລວມ, ເວົ້າສະເພາະແມ່ນວິທະຍາສາດການເມືອງ ແມ່ນຄວາມ​ໂປ່​ງ​ໃສ ແລະ ພາວະວິໄສ. ມັນກົງກັນຂ້າມກັບທຸກຄວາມຈອມປອມ, ບິດເບືອນ ແລະ ກ້ຽວລອບຄອບງຳທັງໝົດ. ມັນບໍ່ໃຫ້ອະໄພພະຍາດຮ່າວລອຍ, ໃນຕົວ, ເຈດຈຳນົງນິຍົມ, ອັດຖະ​ປະ​ໂຫຍ​ດນິຍົມ ແລະ ສວຍໂອກາດ. ມັນຍິ່ງກົງກັນຂ້າມກັບພະຍາດອຳນາດບາດ​ໃຫຍ່ ແບບນ້ຳກັບໄຟ. ດ້ວຍເຫດນັ້ນ, ຖ້າຫາກບໍ່ສ້າງກົດລະບຽບກ່ຽວກັບ​ການຍ້ອງຍໍ, ປະຕິບັດວິໄນທີ່ເຂັ້ມງວດ, ຍຸຕິທຳ ແລະ ທັນການ ໃນວຽກງານຄົ້ນຄວ້າທິດສະດີການເມືອງ, ກໍ່ບໍ່ອາດນຳເອົາທິດສະດີການເມືອງກ້າວຂຶ້ນຖືກທິດໄດ້.

ຫົກ, ຖືສຳຄັນການສະຫຼຸບ, ສັງລວມວຽກງານຄົ້ນຄວ້າທິດສະດີການເມືອງ.

ບົດຮຽນປະສົບການຂອງມື້ວານ, ຖ້າຫາກໄດ້ຮັບການສະຫຼຸບ, ສັງລວມຖືກຕ້ອງ ກໍ່ຈະເປັນທິດ ແລະ ເສັ້ນທາງເຄື່ອນໄຫວທີ່ມີປະສິດທິພາບ ຂອງມື້ນີ້ບົນເສັ້ນທາງກ້າວໄປສູ່ອະນາຄົດ. ນັ້ນແມ່ນເສັ້ນທາງເພື່ອ ຮັບເອົາສັດຈະທຳໃນການຄົ້ນຄວ້າວິທະຍາສາດການເມືອງ, ເພື່ອຫຼີກລ່ຽງການຫຼ້າສະໄໝ ແລະ ວິກິດການ ຂອງທິດສະດີການເມືອງ. ນັ້ນກໍ່ແມ່ນໜຶ່ງໃນບັນດາມາດຕະການອັນສຳຄັນ ເພື່ອກໍ່ສ້າງພື້ນຖານທິດສະດີການເມືອງຂອງພວກເຮົາ. ດັ່ງນັ້ນ, ຢູ່ນີ້ບໍ່ອາດໃຫ້ອະໄພຕໍ່ພະຍາດສາຍຕາ​ສັ້ນ​ບໍ່​ເຫັນ​ກວ້າງ​ມອງ​ໄກ, ພາກສ່ວນ, ອັດຖະ​ປະ​ໂຫຍ​ດນິຍົມ ແລະ ສວຍໂອກາດ ທາງດ້ານວິທະຍາສາດ ແລະ ການເມືອງ. ເວົ້າແບບຮູບພາບແລ້ວ, ກະໂຕພະຍາດດັ່ງກ່າວມັນຈະທັບ​ຖົມຢ່າງ “ນິ້ມນວນ” ແລະ ຢ່າງບໍ່ອາໄລອາວອນ ຕໍ່ພື້ນຖານທິດສະດີການເມືອງມາກຊິດທີ່ແທ້ຈິງ.

ນັ້ນແມ່ນເສັ້ນທາງທີ່ ກ.ມາກ, ຟ.ອັງແກນ ແລະ ວ.ອີ.ເລນິນ ໄດ້ກ້າວເດີນ ແລະ ພວກເຮົາພວມສືບ ຕໍ່ກ້າວເດີນບົນເສັ້ນທາງຂອງພວກເພິ່ນ ດ້ວຍຄວາມຍຶດໝັ້ນ ແລະ ທຸ່ນທ່ຽງ, ເພື່ອການເຕີບໃຫຍ່ຂະຫຍາຍ ຕົວຂອງສັງຄົມນິຍົມ, ຄວາມກ້າວໜ້າ ແລະ ຄວາມສີວິໄລຂອງມວນມະນຸດໃນຂອບເຂດທົ່ວໂລກ.

ໂດຍ: ຮສ.ດຣ. ຫວູວັນຟຸກ
ບັນນາທິການໃຫຍ່ວາລະສານກອມມູນິດ

------------------------------

(*) ບົດທີ່​ໄດ້ລົງພິມໃນວາລະສານກອມມູນິດ, ສະບັບ 852, ເດືອນຕຸລາ ປີ 2013.

(1) ກ.ມາກ - ຟ.ອັງແກນ: ນິພົນຄົບຊຸດ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ, ຮ່າໂນ້ຍ, 1995, ເຫຼັ້ມ 21, ໜ້າ 524.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ