ວັນຈັນ, 18/11/2019
ຮັບປະກັນ ແລະ ປະຕິບັດສິດທິມະນຸດຢູ່ຫວຽດນາມ ໃນເງື່ອນໄຂເຊື່ອມໂຍງເຂົ້າກັບສາກົນ
27/3/2014 13:56' ສົ່ງ ພິມ
ບັນດາປະເທດອວຍພອນຜູ້ຕາງໜ້າຫວຽດນາມ ພາຍຫຼັງທີ່ໄດ້ຖືກເລືອກຕັ້ງເປັນສະມາຊິກຂອງ ຄະນະມົນຕີສິດທິມະນຸດ ແຫ່ງສະຫະປະຊາຊາດ. ພາບ: TTXVN

​ໃນ​ຂະ​ບວນວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຫຼາຍ​ປະ​ເທດ​ໃນ​ໂລກ ​ແລະ ພາກ​ພື້ນ​ອາຊີ​ອາຄະ​ເນ​ເຄີຍ​ຖືກ​ກຳລັງ​ກົດ​ໜີບ​ຫຼາຍ ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ, ​ເຊັ່ນ ຈີນ ສິງ​ຄະ​ໂປ ມາ​ເລ​ເຊຍ ອິນ​ໂດ​ເນ​ເຊຍ ມີອານ​ມ້າ,..., ​ແຕ່​ດ້ວຍ​ຫຼາຍ​ມາດ​ຕະການ ບັນດາ​ປະ​ເທດ​ເຫຼົ່າ​ນີ້​​ຄ່ອຍໆ​ຜ່ານ​ຜ່າກຳລັງ​ກົດ​ໜີບ​ໄດ້​ເປັນ​ລຳດັບ, ພາໃຫ້​ບັນດາ​ປະ​ເທດ​ທີ່​ເຄີຍ​ຕຳ​ໜິຕິຕຽນ​ເຂົາ​ຄື​ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີຣົບ (EU) ກໍ່​ຕ້ອງ​ປະນີປະນອມ, ຫລຸດຜ່ອນ​ກຳລັງ​ກົດ​ໜີບ​ຕໍ່​ເຂົາ. ບົດຮຽນ​ປະສົບ​ການ​ຂອງ​ເຂົາ​ມີ​ດັ່ງ​ນີ້: ​ເຂົ້າ​ຮ່ວມ​ເປັນ​ແຕ່​ລະ​ກ້າວ​ໃນ​ບັນດາສັນຍາ​ສາກົນ ​ແລະ ພາກ​ພື້ນ ກໍ່​ຄື​ເຂົ້າຮ່ວມ​ເວ​ທີ​ປາ​ໄສ​ສາກົນ​ກ່ຽວ​ກັບສິດທິ​ມະນຸດ; ປັບປຸງ​ລັດຖະທຳ​ມະນູນ ກົດໝາຍ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ປົກ​ປ້ອງ ​ແລະ ຊຸກຍູ້ສິດທິ​ມະນຸດ, ພ້ອມ​ກັນ​ນັ້ນ​ກໍ່​ປົວ​ແປງ​ສະພາບ​ສິດທິ​ມະນຸດ​ໃນ​ປະ​ເທດ​ໃຫ້​ດີ​ຂຶ້ນ; ທັງ​ສົນທະນາ ທັງ​ຕໍ່ສູ້​ກັບກຳລັງ​ກົດ​ໜີບ​ຈາກ​ພາຍ​ນອກ; ຂະຫຍາຍ​ເສດຖະກິດ​ຕະຫຼາດ ​ເປີດປະຕູ​ໃຫ້​ແກ່​ການ​ລົງທຶນ​ຈາກ​ພາຍ​ນອກ, ສ້າງ​ເປັນ​ຈຸດ​ທີ່​ມາ​ທີ່​ມີ​ຜົນ​ດີ​ໃຫ້​ແກ່​ບັນດາ​ຄູ່​ຮ່ວມ​ໃນ​ທົ່ວ​ໂລກ.

ນັບ​ແຕ່​ເມື່ອ​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່, ປະ​ເທດ​ຫວຽດນາມ​ໄດ້​ຮັບ​ຜົນສຳ​ເລັດ​ຫຼາຍ​ຢ່າງ​ໃນ​ການ​ພັດທະນາ​ຢ່າງຮອບດ້ານ, ນັບ​ແຕ່​ການ​ເມືອງ​ຈົນ​ເຖິງ​ເສດຖະກິດ ສັງຄົມ ວັດທະນະທຳ. ພິ​ເສດ​ແມ່ນ ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ພັກ​ (ປີ 1996) ​ເປັນ​ຕົ້ນ​ມາ, ປະຕິບັດ​ແຜນ​ນະ​ໂຍບາຍ “ຕັ້ງໜ້າ ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”, ປະ​ເທດ​ເຮົາ​ຍິ່ງ​ມີ​ບາດກ້າວ​ເດີນ​ຢ່າງ​​ໄວ​ໃນ​ການ​ປົວ​ແປງສິດທິ​ມະນຸດ​ໃຫ້​ດີ​ຂຶ້ນ​.

ດ້ວຍ​ແຜນ​ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່​ທີ່​ຖືກຕ້ອງ, ​ເປັນ​ຕົ້ນ​ແມ່ນ​ໃນ​ການ​ພັດທະນາ​ເສດຖະກິດ ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ, ປະ​ເທດ​ໄດ້​ມີ​ບາດ​ກ້າວຂະຫຍາຍຕົວ​ພໍ​ຄວນ​​ໃນ​ການ​ປົວ​ແປ​ງ​ເງື່ອນ​ໄຂດຳລົງ​ຊີວິດ ​ແລະ ຍົກສູງລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ດ້ວຍ​ກຳລັງ​ແຮງ​ພາຍ​ໃນ ​ແລະ ການ​ຊ່ວຍ​ເຫຼືອ ການຮ່ວມ​ມື​ກັບ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ນອກ​ລັດຖະບານ​ໃນ​ໂລກ, ຫວຽດນາມ​ໄດ້​ມີ​ບາດກ້າວ​ໜ້າ​ຢ່າງ​ໄວວາ​ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ, ກາຍ​ເປັນ​ປະ​ເທດ​ແບບຢ່າງ​ໃນ​ດ້ານນີ້ ​ເຊິ່ງບັນດາ​ປະ​ເທດ​ໃນ​ໂລກ​ໄດ້​ຍອມຮັບ. ພາຍຫຼັງ 20 ປີ, ອັດຕາ​ສ່ວນ​ຜູ້​ທຸກ​ຍາກ​ໄດ້​ຫລຸດ​ລົງ ຈາກ​ຫຼາຍ​ກວ່າ 60% ລົງ​ຕ່ຳ​ກວ່າ 10%; ຍົກ​ລະດັບ​ລາຍ​ຮັບ​ສະ​ເລ່ຍຂຶ້ນ​ເປັນ​ປະມານ 1.540 USD/ຄົນ ​ໃນ​ປີ 2012 ​ແລະ ​ເຂົ້າ​ໃນ​ລະດັບ​ບັນດາ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ປານ​ກາງ. ບັນຫາ​ສະຫວັດດີ​ການ​ສັງຄົມ, ຮັບປະກັນ​ການ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ, ການສຶກສາ,... ​ໄດ້​ຮັບ​ການ​ປົວ​ແປງ​ດີ​ພໍ​ຄວນ.

​​ເປັນ​ເຈົ້າ​ການເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຕັ້ງໜ້າ, ປະ​ເທດ​ເຮົາ​ໄດ້​ປະຕິບັດ​ການ​ປ່ຽນ​ແປງ​ໃໝ່ ປັບປຸງ​ບູລະນະ​ລະບອບ​ລະບຽບ​ການ​ເມືອງ, ລະບົບ​ກົດໝາຍ. ​ເປັນ​ພິ​ເສດ, ​ໃນ​ລະບົບ​ກົດໝາຍ, ​ໄດ້​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ, ກົດໝາຍ​ວ່າ​ດ້ວຍ​ບໍລິສັດ, ບັນດາ​ຂໍ້​ກຳນົດ​ກົດໝາຍ​ກ່ຽວ​ກັບ​ການ​ອອກ​ນອກ​ປະ​ເທດ, ກ່ຽວ​ກັບ​ສັນຊາດ, ກ່ຽວ​ກັບ​ການ​ຮັບ​ລູກລ້ຽງ ຕາມ​ຈິດ​ໃຈ​ເປີດ​ໂປງ ລຸ​ລ່ວງ; ປະກາດ​ໃຊ້​ກົດ​ດຳລັດ​ວ່າ​ດ້ວຍ​ຄວາມ​ເຊື່ອ​ຖື ສາສະໜາ, ກົດໝາຍ​ວ່າ​ດ້ວຍ​ສື່​ສິ່ງ​ພິມ, ກົດໝາຍ​ວ່າ​ດ້ວຍ​ການ​ພິມ​ຈຳໜ່າຍ,... ດັ່ງ​ນັ້ນ, ​ໃນ​ພາກ​ຕົວ​ຈິງ, ບັນດາ​ສິດ​ພົນລະ​ເຮືອນ, ການ​ເມືອງ​ຂອງ​ປະຊາຊົນ, ກວມ​ທັງ​ສິດ​ເສລີພາບ​ໃນ​ການ​ເຊື່ອ​ຖື ສາສະໜາ, ສິດ​ເສລີພາບ​ໃນ​ການ​ໄປມາ, ສິດ​ເຂົ້າຮ່ວມ​ໃນ​ຊີວິດ​ການ​ເມືອງ, ສິດ​ຂອງ​ຄົນ​ຊົນ​ເຜົ່າ​ສ່ວນ​ນ້ອຍ, ຂອງ​ກຸ່ມ​ຄົນ​ດ້ອຍ​ຄວາມ​ສາມາດ​ໃນ​ສັງຄົມ,... ​ໄດ້​ຮັບ​ການ​ຮັບ​ຮູ້ ​ເຄົາ​ລົບນັບຖື ​ແລະ ​ໄດ້​ຮັບ​ປະກັນ​ເປັນ​ຢ່າງດີ. ຜົນສຳ​​ເລັດ​ເຫຼົ່າ​ນັ້ນ​ໄດ້​ຮັບ​ການ​ຮັບ​ຮູ້ ຕີ​ລາຄາ​ສູງ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ ​ແລະ ປະຊາຊົນ​ໂລກ.

ກ້າວ​ເຂົ້າ​ສູ່​ສະ​ໄໝ​ແຫ່ງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ, ດ້ານ​ໜຶ່ງ ພວກ​ເຮົາ​ຕ້ອງ​ເຫັນ​ແຈ້ງ​ບັນດາ​ຜົນສຳ​ເລັດ ​ແລະ ສິ່ງ​ຄົງ​ຄ້າງ​ຈຳກັດ ​ໃນ​ການ​ເຄົາລົບນັບຖື ​ແລະ ຮັບປະກັນສິດທິ​ມະນຸດ; ດ້ານອື່ນ ຕ້ອງ​ເຮັດ​ໃຫ້​ໂລກ​ເຂົ້າ​ໃຈແຈ້ງບັນດາ​ຜົນ​ສຳ​ເລັດທີ່​ຫວຽດນາມບັນລຸ​ໄດ້​ໃນ​ຂົງ​ເຂດ​ນີ້, ພ້ອມ​ກັນ​ນັ້ນ​ກໍ່​ຕໍ່ສູ້​ຕ້ານ​ການ​ບິດ​ເບືອນ ​ໃສ່​ຮ້າຍ​ປ້າຍ​ສີຂອງ​ບັນດາ​ອິດ​ທິກຳລັງ​ສັດຕູ​ຢູ່​ໃນ ​ແລະ ຕ່າງ​ປະ​ເທດ.

ພວກ​ເຮົາ​ກໍ່​ຕ້ອງ​ເຫັນ​ແຈ້ງ​ບັນດາ​ຄວາມ​ສະດວກ​ດີ ​ແລະ ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ ​ບົນ​ເສັ້ນທາງ​ແຫ່ງ​ການພັດທະນາ​ກວ່າ​ອີກສິດທິ​ມະນຸດຂອງ​ປະ​ເທດ. ຄວາມ​ສະດວກ​ທີ່​ຈະ​ແຈ້ງ​ທີ່​ສຸດ​ແມ່ນ​ການ​ພັດທະນາ​ຄວາມ​ຮູ້​ທິດ​ສະ​ດີ​ຂອງ​ພັກ​ເຮົາ, ຄວາມ​ຮັບ​ຮູ້​ຂອງ​ບັນດາ​ຊັ້ນ​ຄົນ​ປະຊາຊົນ​ກ່ຽວ​ກັບ​ຄວາມ​ສຳຄັນ ຄວາມ​ໝາຍ​ຂອງ​ບັນຫາສິດທິ​ມະນຸດ ​ທີ່​ໄດ້​ຍົກ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ບັນດາ​ລະບຽບ​ລະບອບ​ກົດໝາຍ​ຂອງ​ລັດ​ອຳນາດ​ກົດໝາຍ​ ກໍ່ໄດ້ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ແລ້ວ ​ແລະ ນັບ​ນື້ນັບ​ບໍລິບູນ, ອັນ​ໄດ້​ສ້າງ​ເປັນ​ກອບ​ນິຕິ​ກຳ​ເພື່ອ​ຮັບປະກັນ​ບັນດາສິດທິ​ມະນຸດ​ໃນ​ພາກ​ຕົວ​ຈິງ. ລະບຽບ​ກົ​ດໝາຍ​ເສດຖະກິດ​ຕະຫຼາດ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ແລ້ວ ​ແລະ ​ໄດ້​ປັບປຸງ​ບູລະນະ​ເປັນ​ແຕ່​ລະ​ກ້າວ, ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ຮັບ​ປະກັນ​ສິດ​ເສລີພາບ​ໃນ​ການ​ກຳມະສິດ ແລະ ທຸລະ​ກິດ​ຂອງບຸກຄົນ. ​ເງື່ອນ​ໄຂ​ເຂົ້າ​​ເຖິງ​ບັນດາ​ແຫຼ່ງຂ່າວສານຂອງ​ປະຊາຊົນ​ກໍ່​ນັບ​ມື້​ນັບ​ສະດວກ​ດີ. ຫວຽດນາມ​ຖືກ​ຈັດ​ເຂົ້າ​ໃນ​ອັນ​ດັບ​ທີສອງຢູ່​ອາຊີ​ກ່ຽວ​ກັບ​ການ​ເຕີບ​ໂຕ​ດ້ານ​ໂທລະ​ຄົມມະນາຄົມ ​ແລະ ຈຳນວນ​ຄົນ​ໃຊ້​ອິນ​ເທີ​​ແນັດ.

ຄວາມ​ສະດວກ​ດີ​ຍັງ​ຢູ່​ທີ່​ທ່າ​ທີ່ຄວາມ​ຮູ້ ​ເຈດ​ຕະນາ​ດີ ​ແລະ ບັນດາ​ການ​ພົວພັນ​ຕົວ​ຈິງ​ທີ່​ໄດ້​ສ້າງ​ຂຶ້ນມາ​ເປັນ​ເວລາ​ຍາວ​ນານ ລະຫວ່າງ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ກັບລັດຖະບານ​ຫວຽດນາມ ​ແລະ ອຳນາດ​ການ​ປົດ​ຄອງ​ທ້ອງ​ຖິ່ນ​ຂັ້ນ​ຕ່າງໆ ​ໃນ​ການຊ່ວຍ​ໜູນ​ດ້ານ​ລະບຽບ​ກົດໝາຍ, ບົດຮຽນ​ປະສົບ​ການ, ການ​ເງິນ​ເພື່ອ​ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເປີດ​ກວ້າງປະຊາທິປະ​ໄຕຢູ່​ປະ​ເທດ​ເຮົາ (ສະເພາະ​ທະນາຄານ​ໂລກ ​ໃນ​ເວ​ລາ 20 ປີ​ທີ່​ຜ່ານ​ມາ​ໄດ້​ຊ່ວຍ​ໜູນ​ຫວຽດນາມ 17 ຕື້​ໂດ​ລາ​ສະຫະລັດ​ເພື່ອ​ປະຕິບັດ​ບັນດາ​ໂຄງການ​ພັດທະນາ​ເສດຖະກິດ ສັງຄົມ, ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ,...).

​ແຕ່​ກໍ່​ຍັງ​ມີ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ປະການ, ​ເຊັ່ນ ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ສິດທິ​ມະນຸດຂອງ​ບາງ​ອົງການ​ອຳນາດ​ການ​ປົກຄອງ ​ແຕ່​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ​ແລະ ຂອງປະຊາຊົນ ​ຍັງ​ບໍ່​ເທົ່າ​ທັນ​ກັບ​ຄວາມ​ກ້າວໜ້າ​ຂອງສິດທິ​ມະນຸດ; ລະດັບ​ການ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ຍັງ​ຖືກ​ຈຳກັດ; ຍັງ​ມີ​ຫຼາຍ​ຂໍ້​ມາດຕາ​ດ້ານ​ນິຕິ​ກຳ​ຕ້ອງ​ຄົ້ນຄວ້າ ​ແລະ ກຳນົດ​ໃຫ້​ຈະ​ແຈ້ງ​ກວ່າ​ອີກ; ລະດັບ​ການ​ຂະຫຍາຍຕົວ​ດ້ານ​ເສດຖະກິດ - ສັງຄົມ​ຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ, ​ໃນ​ນັ້ນ ມີ​ບາງ​ນະ​ໂຍບາຍ​ການ​ພັດທະນາ​ຍັງ​ບໍ່​ທັນ​ສົມ​ເຫດ​ສົມ​ຜົນ, ລະດັບ​ການ​ຄຸ້ມ​ຄອງ​ຍັງ​ອ່ອນ, ​ເປັນ​ຜົນ​ສະທ້ອນ​ເຖິງ​ຄວາມ​ໝັ້ນ​ທ່ຽງແລະການ​ເຕີບ​ໂຕ ຂອງ​ເສດຖະກິດ ​ແລະ ການ​ປົວ​ແປງສະຫວັດດີ​ການ​ສັງຄົມ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ຊົນນະບົດ ​ແລະ ຢູ່​ເຂດ​ພູຜາຍັງ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ… ສິ່ງທັງ​ໝົດ​ເຫຼົ່າ​ນີ້​ບໍ່​ອາດ​ຈະ​ແກ້​ໄຂ​ຜ່ານ​ຜ່າ​ໃນ​ເດືອນ​ໜຶ່ງ​ປີ​ດຽວ​ໄດ້ ຫາກ​ບາງ​ທີ​ຕ້ອງ​ໄດ້​ແກ້​ໄຂ​ໃນ​ເວລາ​ເປັນ​ທົດ​ສະ​ວັດ. ຫວຽດນາມ​ແມ່ນ​ປະ​ເທດ​ທີ່​ຫາ​ກໍ່​ກ້າວ​ເຂົ້າສູ່​ລະດັບ​ຂອງປະ​ເທດທີ່​ມີ​ລາຍ​ຮັບ​ປານ​ກາງ ​ແລະ ກໍ່​ເປັນ​ປະ​ເທດ​ທີ່​ມີ​ຄົນພິການຫຼາຍ​ພໍ​ຄວນ (ກວມ​ປະມານ 6% ຂອງ​ຈຳນວນ​ພົນລະ​ເມືອງ), ​ໃນ​ນັ້ນສ່ວນ​ຫຼາຍ​ແມ່ນ​ຍ້ອນ​ສົງຄາມ (ລູກ​ແຕກ, ໝາກ​ມີ່​ນ ​ແລະ ທາດ​ພິດ​ເຄມີ). ຍ້ອນ​ແນວ​ນັ້ນ, ​ເຖິງ​ວ່າ​ໄດ້​ປົວ​ແປງ​ຫຼາຍ​ກໍ່ຕາມ​ ແຕ່​ດັດຊະນີ​ການ​ພັດທະນາ​ມະ​ນຸດຂອງ​ຫວຽດນາມ​ກໍ່​ຍັງຢູ່​ໃນລະດັບ​ປານ​ກາງຂອງ​ໂລກ.

ຄວາມ​ຫຍຸ້ງຍາກ​ກໍ່​ຍັງ​ເລີ່​ມ​ຈາກ​ເຈດ​ຕະນາ​ຮ້າຍ​ຂອງ​ບາງ​ອິດ​ທິກຳລັງ. ​ແຕ່ລະ​ປີ, ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ ເຄີຍ​ປະກາດ​ລາຍ​ງານສິດທິ​ມະນຸດຢູ່​ບັນດາ​ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນມີຫວຽດນາມ, ດ້ວຍ​ເຈດ​ຕະນາ​ບໍ່​ດີ ​ແລະ ບິດ​ເບືອ​ນຄວາມ​ຈິງ. ປີ 2012, ກຳ​​ມາທິການຕ່າງປະ​ເທດ​ຂອງ​ສະພາ​ຕ່ຳ​ອາ​ເມ​ລິ​ກາ​ໄດ້​ຮັບຮອງ​ກົດໝາຍສະບັບທີ 1869 ວ່າ​ດ້ວຍສິດທິ​ມະນຸດຢູ່​ຫວຽດນາມ ​ເຊິ່ງ​ໃນ​ນັ້ນ​ມີ​ຂ່າວ ​ແລະ ການ​ສັງ​ເກດຕີ​ລາຄາ​ທີ່​ຜິດ​ເຂ​ວ, ຊ້ຳ​ບໍ່​ໜຳ​ຍັງ​ໄດ້​ບິດ​ເບືອນ​ຕໍ່​ຄະດີ ກໍລະນີ ຫຼືເຫດການ​ທີ່ເກີດ​ຂຶ້ນ, ຕົວຢ່າງ​ເຊັ່ນ ​ເວົ້າ​ໂພດ​ຜິດ​ຄວາມ​ຈິງ, ບິດ​ເບືອນ​ບັນດາ​ຄະດີ​ອາຍາ​ທຳ​ມະ​ດາ ວ່າ​ເປັນ​ການ​ປາບ​ປາມ​ສາສະໜາ, ປາບ​ປາມ​ເສລີພາບ​ດ້ານ​ສື່​ສິ່ງ​ພິມ ​ເສລີພາບ​ດ້ານ​ປາກ​ເວົ້າ... ສິ່ງ​ດັ່ງກ່າວ​ໄດ້​ກໍ່​ຄວາມ​ຫຍຸ້ງຍາກ​ໂດຍ​ທາງ​ອ້ອມ ​ໃຫ້​ແກ່​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ​ເປັນ​ຕົ້ນ​ແມ່ນ​ຢູ່​ເຂດ​ທີ່​ມີ​ຄົນຊົນ​ເຜົ່າ​ສ່ວນ​ນ້ອຍ​ດຳລົງ​ຊີວິດ, ​ແລະ ​ເປັນ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ຊີວິດຢູ່​ເຢັນ​ເປັນ​ສຸກ​ຂອງ​ປະຊາຊົນ​ຢູ່​ທ້ອງ​ຖິ່ນ​ນີ້, ​ເປັນ​ການປ້າຍ​ສີ​ຮູບ​ພາບ​ຂອງ​ຫວຽດນາມ​ໃນ​ສາຍຕາ​ຂອງ​ເພື່ອ​ນມິດສາ​ກົນ.

​ໃນ​ພາກ​ຕົວ​ຈິງ, ການລະ​ເມີດສິດທິ​ມະນຸດຍັງ​ເລິ່ມຈາກ​ກະ​ໂຕ​ບຸກຄົນ ​ເຊິ່ງບໍ່​ແມ່ນລັດ​ໃດ​ກໍ່​ອາດ​ຈະ​ກວດກາ ​ແລະ ປົກ​ປ້ອງ​ຢ່າງ​ທັນ​ການ​ໄດ້, ນັບ​ກະທັ້ງລັດຖະບານ​ຢູ່​ປະ​ເທດ​ທີ່​ຖື​ວ່າ​ຕົນ​ເອງ​ເປັນ​ແບບຢ່າງ​ໃນ​ການ​ປະຕິບັດສິດທິ​ມະນຸດ (ຕົງ​ຢ່າງ, ບັນດາ​ການ​ກໍ່​ການ​ຮ້າຍ​ຢູ່​ສະຖານີ​ລົດ​ໄຟ ຢູ່​ຊູ​ເປີ​ມາ​ເກັດ, ຫຼື​ການ​ຍິງປືນ​ຊະຊາຍ​ໃສ່​​ໂຮງຮຽນ ສະຖານ​ທີ່​ສາ​ທາ​ລະນະ​ຢູ່​ອັງກິດ, ອາ​ເມ​ລິ​ກາ​ໃນ​ຊຸມ​ປີ​ມໍ່ໆ​ນີ້ ​ເຮັດ​ໃຫ້​ຜູ້ເສຍຊີວິດ​ເປັນສິບ ​ເປັນຮ້ອຍຄົນ). ຢູ່​ປະເທດ​ເຮົາ ບໍ່​ແມ່ນ​ວ່າ​ບໍ່​ມີ​ພະນັກງານ ສະມາຊິກ​ພັກ ຂ້າ​ລັດຖະການທີ່​ຍັງ​ບໍ່​ທັນມີ​ຄວາມ​ຮັບ​ຮູ້​ຢ່າງ​ຖືກຕ້ອງ​ ກ່ຽວ​ກັບ​ບັນຫາສິດທິ​ມະນຸດ, ຍັງ​ບໍ່​ທັນ​ມີ​ຄວາມ​ຮັບ​ຮູ້​ທີ່​ຕ້ອງການ ​ກ່ຽວ​ກັບ​ພັນທະ​ປົກ​ປ້ອງ ​ແລະ ຊຸກຍູ້ສິດທິ​ມະນຸດ, ກ່ຽວ​ກັບ​ການ​ກໍ່ສ້າງ ປັບປຸງ​ບູລະນະ​ນະ​ໂຍບາຍ ກົດໝາຍ ​ແລະ ປະຕິບັດ​ນະ​ໂຍບາຍ ກົດໝາຍ​ຂອງ​ລັດ​ກ່ຽວ​ກັບບັນຫາສິດທິ​ມະນຸດ ສິດ​ພົນລະ​ເມືອງ. ນັ້ນ​ຍັງ​ແມ່ນ​ສະພາບ​ການ​ອາດຍາ​ສິດ ສໍ້​ລາດ​ບັງ​ຫຼວງ ລະ​ເມີດ​ສິດທິ​ປະຊາທິປະ​ໄຕ ​ແລະ ບັນດາ​ສິດທິ​ທີ່​ຊອບ​ທຳ​ອື່ນ​ຂອງ​ປະຊາຊົນ ອັນ​ເປັນ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ຮູບ​ພາບ ອິດ​ທິພົນ​ຂອງ​ພັກ - ລັດ​ເຮົາ. ນີ້​ແມ່ນ​ບັນດາ​ສາ​ເຫດ​ອັດຕະວິ​ໄສ​ ທີ່​ພາ​ໃຫ້​ມີ​ຂໍ້​ຂາດ​ຕົກ​ບົກພ່ອງ ຂໍ້ຈຳກັດ​ຕ່າງໆ​ທີ່ບໍ່​ຄວນ​ມີ.

​ແຕ່​ວ່າ, ​ໃນ​ການ​ແກ້​ໄຂ​ບັນຫາສິດທິ​ມະນຸດ, ຖ້າປຽບທຽບ​ລະຫວ່າງ​ຄວາມ​ຫຍຸ້ງຍາກ ​ແລະ ຄວາມ​ສະດວກ​ດີ, ລະຫວ່າງ​ໂອກາດ ​ແລະ ສິ່ງທ້າ​ທາຍ ກໍ່​ເຫັນ​ວ່າຄວາມ​ສະດວກ​ດີ ​ແລະ ​ໂອກາດ​ແມ່ນ​ເປັນ​ພື້ນຖານ. ສິ່ງຕັດສິນ​ຄວາມ​ກ້າວໜ້າ​ຕໍ່​ໄປ​ແມ່ນ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ ​ແລະຂອງ​ລັດ​ເຮົາ.

ທາງ​ດ້ານ​ທັດສະນະ, ພັກ-ລັດ​ເຮົາ​ໄດ້ກຳນົດ​ວ່າ ສູ້​ຊົນ​ເພື່ອ​ເອກະລາດ​​ແຫ່ງຊາດ, ​ເສລີພາບ ​ແລະ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ ​ແມ່ນ​ເປັນ​ຈຸດໝາຍ​ສູງ​ສຸດ​ຂອງ​ລະບອບ​ເຮົາ. ນັ້ນ​ກໍ່​ແມ່ນ​ເພື່ອ​ແນ​ໃສ່​ປະຕິບັດສິດທິ​ມະນຸດ. ​ໃນ​ເກືອບ 30 ປີ​ແຫ່ງ​ການ​ປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່, ​ເອກະສານ​ຫຼາຍ​ສະບັບ​ຂອງ​ພັກ ​ແລະ ລັດ​ເຮົາ (ຈະ​ແຈ້ງ​ທີ່​ສຸດ​ແມ່ນ​ໃນ​ລັດຖະທຳ​ມະນູນ​ປີ 1992 ​ແລະ ລັດຖະທຳ​ມະ​ນູນປີ 1992 ທີ່​ໄດ້​ປັດ​ປຸງ ​ເພີ່​ມ​ເຕີມ​ໃນ​ປີ 2013) ​ໄດ້​ຢັ້ງຢືນ: ຢູ່​ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽນາມ, ສິດທິ​ມະນຸດ, ສິທິພົນລະ​ເມືອງ​ໄດ້​ຮັບ​ການ​ເຄົາລົບ ​ແລະ ປົກ​ປ້ອງ.

ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ກ່ຽວ​ກັບ​ບັນຫາສິດທິ​ມະນຸດ​ໃຫ້​ຮູ້​ວ່າ, ມີ​ສາມ​ລະດັບ ​ເຊິ່ງລັດຖະບານ​ໜຶ່ງ​ຕ້ອງ​ປະຕິບັດ​ຕາມ​ ໃນ​ເມື່ອ​ແກ້​ໄຂ​ບັນຫາສິດທິ​ມະນຸດ. ດ້ວຍ​ທາດ​ແທ້​ສັງຄົມ​ນິຍົມ, ລັດ​ເຮົາ​ຍິ່ງ​ຕ້ອງ​ແກ້​ໄຂ​ບັນຫາສິດທິ​ມະນຸດ​ໃຫ້​ໄດ້​ດີ​ຕາມ​ສາມ​ລະດັບ​ດັ່ງ​ນີ້:

ໜຶ່ງ, ​ເຄົາລົບ​ ​ແລະ ປົກ​ປ້ອງສິດທິ​ມະນຸດ, ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາ​ສິດທິ​ພົນລະ​ເຮືອນ, ​ແມ່ນ​ພັນທະ​ຈຳ​ເປັນ​ຂອງ​ອຳນາດ​ການ​ປົກຄອງ. ນີ້​ແມ່ນ​ບັນດາສິດ​ທີ່​ມີ​ລັກສະນະ​ແຜ່​ຫຼາຍ​ເດັດ​ຖານ ຕ່ຳ​ທີ່​ສຸດ, ​ເຊິ່ງການ​ປະຕິບັດ​ບໍ່​ຂຶ້ນ​ກັບລະບອບ​ການ​ເມືອງ, ລະດັບ​ຂະຫຍາຍຕົວ​ດ້ານ​ເສດຖະກິດ, ຄວາມ​ແຕກ​ຕ່າງ​ດ້ານ​ວັດທະນະທຳ.

ສອງ, ບົນ​ພື້ນຖານ ​ແລະ ສອດຄ່ອງ​ກັບ​ບັນດາ​ເງື່ອນ​ໄຂ​ພາວະ​ວິ​ໄສ​ຂອງ​ປະ​ເທດ, ຮັບປະກັນ​ໃນ​ພາກ​ຕົວ​ຈິງ​ບັນດາສິດທິ​ມະນຸດ, ໝາຍ​ຄວາມ​ວ່າ​ ຮັບປະກັນ​ໃຫ້​ແຕ່ລະຄົນ​ລ້ວນ​ແຕ່​ມີ​ໂອກາດ​​ໄດ້​ຮັບ​ສະໜອງ​ບັນດາ​ສິດທິ​ມະນຸດ ຕາມ​ການ​ກຳນົດ​ຂອງ​ກົດໝາຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ ສັງຄົມ ວັດທະນະທຳ. ບາງ​ສິດ​ການ​ເມືອງ (​ເຊັ່ນ​ສິດ​ທິປະຊາທິປະ​ໄຕ, ສິດ​ເສລີພາບ​ໃນ​ການ​ປາກ​ເວົ້າ,...) ກໍ່​ນອນ​ຢູ່​ໃນ​ຫຍ່ອມ​ນີ້. ນີ້​ແມ່ນ​ບັນດາ​ສິດ​ແຜ່​ຫຼາຍ​ທົ່ວ​ໄປ​ທີ່​ມີ​ລັກສະນະ​ທຽບ​ຖານ, ຕ້ອງ​ມີ​ເງື່ອນ​ໄຂ​ເພື່ອ​ປະຕິບັດ ​ແລະ ຕອບ​ສະໜອງ​.

ສານ, ຊຸກຍູ້ສິດທິ​ມະນຸດຢ່າງ​ບໍ່​ຢຸດ​ຢັ້ງ, ໝາຍ​ຄວາມ​ວ່າ ຮັບ​ຮູ້ ​ແລະ ​ເຮັດ​ໃຫ້​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຊອບ​ທຳ​ຕ່າງໆ​ຂອງ​ມະນຸດ ​ໃນ​ສະພາບ​ໂລກາ​ພິວັດແລະການລະ​ເບີດ​ຂຶ້ນ​ຂອງ​ສື່ສານ ​ໃຫ້​ກາຍ​ເປັນສິດທິ​ຂອງມະນຸດ (ຕົວຢ່າງ, ສິດ​ໄດ້​ມີ​ຊີວິດ​ຢູ່​ໃນ​ສິ່ງ​ແວດ​ລ້ອມ​ສະອາດ​ບໍລິສຸດ, ສິດ​ໄດ້​ຮັບ​ສື່​ຂ່າວ ​ແລະ ​ໄດ້​ສື່​ຂ່າວ), ຕອບ​ສະໜອງ​ບັນດາສິດທິ​ມະນຸດ ​ດ້ານ​ເສດຖະກິດ ສັງຄົມ ວັດທະນະທຳ ​ແລະ ສິດ​ພົນລະ​ເຮືອນ ການ​ເມືອງດ້ວຍ​ຄຸນ​ນະພາ​ບນັບ​ມື້​ຍິ່ງສູງ.

ນັ້ນ​ກໍ່​ແມ່ນ​ທິດ​ນຳ​ການ​ເຄື່ອນ​ໄຫວ​ອັນ​ຈຳ​ເປັນ​ຂອງ​ລັດ​ເຮົາ​ ໃນ​ການ​ແກ້​ໄຂ​ບັນຫາສິດທິ​ມະນຸດ.

ຈາກ​ບັນດາ​ຜົນສຳ​ເລັດ ຂໍ້​ຈຳກັດ ​ແລະ ຄົ້ນຄວ້າທາ​ບທາມ​ບົດຮຽນ​ປະສົບ​ການ​ຂອງ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ, ອາດ​ຈະ​ວາງ​ທິດ​ທາງ ​ແລະ ວິທີ​ແກ້ ​ໃນ​ການ​ແກ້​ໄຂ​ບັນຫາສິດທິ​ມະນຸດ ​ໃນ​ເງື່ອນ​ໄຂ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ຢູ່​ປະ​ເທດ​​ເຮົາຄື​ດັ່ງລຸ່ມ​ນີ້:

1- ​ເປັນ​ເຈົ້າ​ການ ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ສາກົນ ​ແລະ ​ເວທີ​ປາ​ໄສ​ສາກົນ​ກ່ຽວ​ກັບສິດທິ​ມະນຸດ ​ໃນຂອບ​ເຂດ​ທົ່ວ​ໂລກ ​ແລະ ພາກ​ພື້ນ.

ນອກຈາກ​ສອງ​ສັນຍາ​ໃຫຍ່ ຄື​ສັນຍາ​ວ່າ​ດ້ວຍ​ບັນດາ​ສິດ​ເສດຖະກິດ ວັດທະນະທຳ ສັງຄົມ ​ແລະ ສັນຍາ​ວ່າ​ດ້ວຍສິດທິ​ພົນລະ​ເຮືອນ ການ​ເມືອງ, ​ໂລກ​ຖື​ວ່າ 7 ສັນຍາ​ລຸ່ມ​ນີ້​ໂຮມ​ເຂົ້າ​ເປັນ “​ແກ່ນສານ” ຂອງ​ສິດທິ​ມະນຸດ: ສັນຍາ​ເພີ່ມ​ເຕີມ​ວ່າ​ດ້ວຍ​ການ​ລົບ​ລ້າງ​ລະບອບ​ຂ້າ​ທາດ, ບັນດາ​ລະບຽບກຳນົດ ​ແລະ ຮີດຄອງ​ທີ່​ຄ້າຍຄື​ລະບອບ​ຂ້າ​ທາດ (ປີ 1956); ສັນຍາ​ວ່າ​ດ້ວຍ​ການ​ລົບ​ລ້າງ​ທຸກ​ຮູບ​ການຈຳ​ແນ​ກ​ເຊື້ອ​ຊາດ (ຮັບຮອງ​ປີ 1966, ມີຜົນ​ສັກສິດ​ປີ 1969); ສັນຍາ​ວ່າ​ດ້ວຍ​ການ​ລົບ​ລ້າງ​ທຸກ​ຮູບ​ການຈຳ​ແນ​ກຕໍ່​ກັບ​ແມ່ຍິງ (ຮັບຮອງ​ປີ 1979, ມີ​ຜົນ​ສັກສິດ​ປີ 1981); ສັນຍາ​ວ່າ​ດ້ວຍການ​ຕ້ານ​ການ​ທໍລະມານ (ຮັບຮອງ​ປີ 1984, ມີ​ຜົນ​ສັກສິດ​ປີ 1984); ສັນຍາ​ວ່າ​ດ້ວຍສິດ​ຂອງ​ເດັກນ້ອຍ (ຮັບຮອງ​ປີ 1989, ມີ​ຜົນ​ສັກສິດ​ປີ 1989); ສັນຍາ​ວ່າ​ດ້ວຍສິດ​ຂອງ​ຜູ້​ພິການ (ຮັບຮອງ​ປີ 2006, ມີ​ຜົນ​ສັກສິດ​ປີ 2008); ສັນຍາ​ວ່າ​ດ້ວຍການ​ປົກ​ປ້ອງ​ສິດ​ຂອງ​ແຮງ​ງານ​ອົບ​ພະຍົບ ​ແລະຄອບຄົວ​ຂອງ​ເຂົາ (ຮັບຮອງ​ປີ 1990, ມີ​ຜົນ​ສັກສິດ​ປີ 2003). ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ໃນ​ເກືອບ​ທັງ​ໝົດ​ສັນຍາ​ເຫຼົ່າ​ນີ້. ວັນ​ທີ 7 ພະຈິກ 2013, ປະ​ເທດ​ເຮົາ​​ໄດ້ເຂົ້າ​ເປັນ​ສະມາຊິກ​ເປັນ​ທາງ​ການ ​ຂອງສັນຍາ​ວ່າ​ດ້ວຍການ​ຕ້ານ​ການ​ທໍລະມານ.

​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ປະ​ເທດ​ເຮົາ​ມີ​ແຮງ​ງານ​ອົບ​ພະຍົບ​ເປັນ​ຈຳນວນ​ຫຼາຍ ​ແລະ ກົງຂ້າມ, ຈຳນວນ​ແຮງງານ​ເຂົ້າ​ໃນປະ​ເທດ​ກໍ່​ນັບ​ມື້​ນັບ​ຫຼາຍ, ດັ່ງ​ນັ້ນ, ​ໄດ້​ເຖິງ​​ເວລາ​ແລ້ວ ທີ່​ພວກ​ເຮົາ​ຕ້ອງ​ເຂົ້າ​ຮ່ວມສັນຍາ​ວ່າ​ດ້ວຍການ​ປົກ​ປ້ອງ​ສິດ​ຂອງ​ແຮງງານ​ອົບ​ພະຍົບ ​ແລະ​ຄອບຄົວ​ຂອງ​ເຂົາ. ​ແລະ​ກໍ່​ເຖິງ​ເວລາ​ແລ້ວ ​ທີ່​ຫວຽດນາມ​ຕ້ອງສ້າງ​ລາຍ​ງານ​ປະຈຳ​ປີ​ກ່ຽວ​ກັບ​ການ​ປະຕິບັດສິດທິ​ມະນຸດ ​ໃຫ້​ສະຫະ​ປະຊາ​ຊາດ, ຫຼື​ຢ່າງ​ໜ້ອຍ​ກໍ່​ແມ່ນ​ການ​ປະກາດ “ປຶ້ມ​ຂາວ” ປະຈຳ​ປີກ່ຽວ​ກັບ​ບັນຫາ​ນີ້ (ຈີນ​ໃນ​ມໍ່ໆ​ນີ້​ໄດ້​ໃຊ້​ຮູບ​ການ​ນີ້). ນີ້​ແມ່ນ​ຮູ​ບການລາຍ​ງານ​ບັນດາ​ຜົນສຳ​ເລັດ ​ກໍ່​ຄື​ບັນດາຂໍ້​ຈຳກັດ ພ້ອມ​ດ້ວຍ​ສາ​ເຫດ​ພາວະ​ວິ​ໄສແລະອັດຕະວິ​ໄສ ຢ່າງ​ເປີດ​ເຜີຍ ​ໂປ່ງໃສ​ ດ້ວຍ​ຈິດ​ໃຈຕັ້ງໜ້າ​ຕົວຈິງ​ໃນ​ການ​ແກ້​ໄຂ​ບັນຫາສິດທິ​ມະນຸດ.

2- ສືບ​ຕໍ່​ປັບປຸງບູລະນະ​ລະບຽບ​ກຳນົດ​ນິຕິ​ກຳ ຕາມ​ຈຸດໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຮງ ປະຊາທິປະ​ໄຕ ຍຸດຕິ​ທຳ ອາລະຍະ​ທຳ”.

​ໃນ​ການປັບປຸງບູລະນະ​ລະບຽບ​ກຳນົດ​ນິຕິ​ກຳຕາມ​ຈຸດໝາຍ​ນີ້, ຄວາມ​ຫຍຸ້ງຍາກ​ແມ່ນ ການ​ຫັນ​ເປັນ​ນິຕິ​ກຳ​ບັນດາ​ສາຍ​ພົວພັນ​ລະຫວ່າງ​ບຸກຄົນ​ ແລະ ໝູ່​ຄະນະ ຊຸມ​ຊົນ, ລະຫວ່າງ​ສິດ ​ແລະ ພັນທະ​ຂອງ​ບຸກຄົນ. ບັນດາ​ສາຍ​ພົວພັນ​ນີ້ຜູກ​ພັນ​ສະ​ນິດ​ແໜ້ນນຳ​ກັນ, ບໍ່​ເຄີຍ​ຂັດ​ແຍ່ງ​ກັນ. ​ແຕ່​ວ່າ, ​ໃນ​ສັງຄົມ​ປະ​ເທດ​ເຮົາ​​ປັດຈຸບັນ​ນີ້, ກ່ຽວກັບ​ສິດ​ຂອງ​ບຸກຄົນ ​ແລະ ໝູ່​ຄະນະ ຊຸມ​ຊົນ, ດ້ານ​ໜຶ່ງ​ແມ່ນ​ມີ​ປະກົດ​ການ​ບໍ່​ຮັບປະກັນ​ສິດ​ຂອງ​ບຸກຄົນ​ຢ່າງ​ພຽງພໍ ​ແລະ ມີ​ທັງ​ປະກົດ​ການ​ເສລີພາບ​ລວນ​ລາມ, ລະ​ເມີດຕໍ່​ສິດ​ຂອງ​ບຸກຄົນ​ອື່ນ ຂອງ​ໝູ່​ຄະນະ ຊຸມ​ຊົນ (ຕົວຢ່າງ, ສວຍ​​ໃຊ້​ອິນ​ເທີ​ແນັດ​ເພື່ອ​ໃສ່​ຮ້າຍ ປ້າຍ​ສີ​​ຜູ້​ອື່ນ); ດ້ານ​ອື່ນ, ​ໃນ​ສະຕິ​ຮູ້ສຶກ ​ໃນວັດທະນະທຳ, ​ເຖິງ​ວ່າ​ໝູ່​ຄະນະ ຊຸມ​ຊົນ​ໄດ້​ຮັບ​ການ​ເຊີດ​ຊູ ບຸລິມະສິດ​ກ່ອນ​ບຸກຄົນ, ​ແຕ່​ໃນ​ພາກ​ຕົວ​ຈິງ, ສິດ​ຂອງ​ໝູ່​ຄະນະ ຊຸມ​ຊົນ​ຢູ່​ຫຼາຍ​ບ່ອນພັດ​ບໍ່​ໄດ້​ຮັບ​ປະກັນ, ປະ​ໃຫ້​ບາງ​ບຸກຄົນ​ລ່ວງ​ເກີນ ສວຍ​ໃຊ້ (ຕົວ​ຢ່າ​ງ, ສວຍ​ໃຊ້​ກຳມະສິດ​ສ່ວນ​ລວມກ່ຽວ​ກັບ​ທີ່​ດິນ ຊັບພະຍາກອນ​ທຳ​ມະ​ຊາດ​​ແຫ່ງຊາດ ​ເພື່ອ​ບຽດ​ຍຶດ, ສໍ້​ລາດ​ບັງ​ຫຼວງ,...).

ຄວາມ​ຫຍຸ້ງຍາກ​ອື່ນ​ໃນ​ການ​ຫັນ​ເປັນ​ນິຕິ​ກຳ​ກ່ຽວ​ກັບ​ນະ​ໂຍບາຍ ​ແລະ ກົດໝາຍ​ນັ້ນ​ຄື ການ​ແກ້​ໄຂ​ສາຍ​ພົວພັນ​ລະຫວ່າງ ຫຼັກການ​ແຜ່​ຫຼາຍ​ທົ່ວ​ໄປ​ຂອງສິດທິ​ມະນຸດ ​ແລະ ​ເງື່ອນ​ໄຂ​ພາວະ​ວິ​ໄສດ້ານລະດັບ​ການ​ພັດທະນາ​ເສດຖະກິດ ສັງ​ຄົນ. ການ​ຕອບ​ສະໜອງສິດທິ​ມະນຸດ, ພິ​ເສດ​ແມ່ນ​ບັນດາ​ສິດ​ກ່ຽວ​ກັບ​ເສດຖະກິດ ວັດທະນະທຳ ສັງຄົມ, ບໍ່​ອາດ​ຈະ​ລື່ນ​ກາຍ​ເງື່ອນ​ໄຂ​ພາວະ​ວິ​ໄສ​ໄດ້. ພາຍຫຼັງ​ຄວາມ​ປະລາ​ໄຊ​ຂອງ​ກົນ​ໄກ​ບໍລິຫານ​ເກື້ອ​ກູນ, ພວກ​ເຮົາ​ໄດ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ ​ແລະ ປ່ຽນ​ແປງ​ທັດສະນະ ​ແບບ​ວິທີ, ຫັນປ່ຽນ​ຈາກ​ການ​ທີ່​ລັດ​ເປັນ​ຜູ້​ລຳລຽງສະໜອງ ຮັບປະກັນ​ໃຫ້​ທຸກ​ຄົນ​ໄດ້​ຊົມ​ໃຊ້​ວັດຖຸ​ສິ່ງ​ຂອງຕາມ​ຄວາມ​ຕ້ອງການ ມາ​ເປັນ​ການ​ທີ່​ລັດ​ເປັນ​ຜູ້​ຮັບປະກັນ​ໂອກາດ​ເພື່ອ​ໃຫ້​ແຕ່ລະຄົນ​ສາມາດ​ຊົມ​ໃຊ້​ເອົາ​ເອງ​ຕາມ​ຄວາມ​ຕ້ອງການ​ເຫຼົ່າ​ນັ້ນ. ຕົວຢ່າງ, ສິດ​ມີ​ເຮືອນ​ຢູ່, ສິດ​ມີ​ວຽກ​ເຮັດ​ງານ​ມຳ, ສິດ​ໄດ້​ຮ່ຳຮຽນ,... ບໍ່​ອາດ​ຈະ​ແກ້​ໄຂ​ໄດ້​ຕາມ​ແບບ​ວິທີ​ບໍລິຫານເກື້ອ​ກູນຄື​ກ່ອນ​ໜ້າ​ນີ້, ຫາກ​ຕ້ອງ​ບົນ​ພື້ນຖານ​ການ​ເຄື່ອນ​ໄຫວ​ຂອງ​ແຕ່ລະຄົນ​ໃນ​ກົນ​ໄກ​ຕະຫຼາດ ​ເຊິ່ງລັດ​ເປັນ​ຜູ້​ຮັບປະກັນ​ເງື່ອນ​ໄຂ​ນິຕິ​ກຳ​ໃຫ້​ແກ່ການປະຕິບັດ​ວຽກ​ງານ​ນັ້ນ.

​ເພື່ອ​ຮັບ​ໃຊ້ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຂອງ​ປະ​ເທດ​ຊາດ ພ້ອມ​ກັນ​ນັ້ນກໍ່​ຕອບ​ສະໜອງ​ ຄວາມ​ຮຽກຮ້ອງຕ້ອງການຂອງ​ລະບຽບ​ກົດໝາຍ​ສາກົນ, ການ​ປັບປຸງບູລະນະ​ລະບຽບ​ກົດໝາຍ​ພາຍໃນ​ປະ​ເທດ​ຂອງ​ຫວຽດນາມ ຕ້ອງ​ໄດ້​ຜັນ​ຂະຫຍາຍ​ຕາມ​ທິດ​ຕ່າງໆ​ດັ່ງ​ນີ້:

ກ່ຽວ​ກັບ​ບັນດາ​ສິດ​ພົນ​ລະ​ເຮືອນ - ການ​ເມືອງ: ຈຸດ​ໜັກ​ແມ່ນ​ປັບປຸງບູລະນະ​ລະບຽບ​ກົດໝາຍປະຊາທິປະ​ໄຕ, ​ແນ​ໃສ່​ຮັບປະກັນ​ສິດ​ຂອງ​ປະຊາຊົນ ​ໄດ້​ເຂົ້າ​ຮ່ວມ​ໂດຍ​ກົງ​ຫຼື​ໂດຍ​ທາງ​ອ້ອມ ​ໃນ​ການ​ກໍ່ສ້າງ ​ແລະ ກວດກາ​ລັດ, ສິດ​ໄດ້​ສະ​ແດງຄວາມ​ເຫັນ​ການ​ເມືອງ ​ໄດ້​ສ້າງ​ຕັ້ງ​ສະມາຄົມ, ສິດ​ເສລີພາບ​ທາງ​ດ້ານ​ສາສະໜາ, ສິດກຳມະສິດ​ສະຕິ​ປັນຍາ.

ເສລີພາບ​ທາງ​ດ້ານ​ສາສະໜາ​ແມ່ນ​ບັນຫາ​ໃຫຍ່​ຢູ່​ບັນດາ​ປະ​ເທດ. ຢູ່​ປະ​ເທດ​ເຮົາ, ນີ້​ແມ່​ບັນຫາ​ທີ່​ເຄີຍ​ຖືກ​ບັນດາ​ອິດ​ທິກຳລັງສັດຕູ​ສວຍ​ໃຊ້​ເພື່ອ​ຈຸດປະສົງ​ການ​ເມືອງ. ລັດຖະມະນູນ​ຂອງ​ປະ​ເທດ​ເຮົາ​ໄດ້​ຫັນ​ເປັນ​ລະອຽດ​ທັດສະນະ​ກ່ຽວ​ກັບເສລີພາບ​ທາງ​ດ້ານ​ສາສະໜາຂອງ​ພັກ ​ແລະ ລັດ​ເຮົາ. ດ້ານ​ໜຶ່ງ, ພວກ​ເຮົາ​ຢັ້ງຢືນຫຼັກການ​ທາງ​ໂລກ​ຂອງ​ລັດ, ໝາຍ​ຄວາມ​ວ່າ ບໍ່​ໃຫ້ສາສະໜາ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ຂອງ​ລັດ; ລັດ​ປະພຶດ​ຕໍ່​ຢ່າງ​ສະ​ເໝີ​ພາບ ຍຸດຕິ​ທຳ​ຕໍ່​ກັບ​ບັນດາ​ສາສະໜາ, ຕ້ານ​ທຸກໆ​ປະ​ກົດ​ການ​ສວຍ​ໃຊ້ສິດເສລີພາບ​ທາງ​ດ້ານ​ສາສະໜາ​ເພື່ອຕ້ານ​ຢັນທຳລາຍ​ລັດ, ທຳລາຍ​ລະບຽບ​ສັງຄົມ ​ແລະ ຄວາມ​ສະຫງົບ​ຂອງ​ຊາດ. ດ້ານ​ອື່ນ, ຮັບ​ຮູ້​ສິດ​ຂອງ​ບຸກຄົນ​ກ່ຽວ​ກັບ​ສາສະໜາ​ຕາມ​ຈິດ​ໃຈ “ທຸກ​ຄົນ​ມີ​ສິດ​ເສລີພາບ​ດ້ານ​ແນວ​ຄິດ, ມະ​ໂນ​ທຳ ​ແລະ ສາສະໜາ, ນັບ​ທັງ​ສິດ​ປ່ຽນ​ແປງ​ສາສະໜາ ຫຼື​ຄວາມ​ເຊື່ອ​ຖື, ສິດ​ໄດ້​ໂດຍ​ຕົນ​ເອງ ຫຼື​ພ້ອມ​ກັບ​ຜູ້​ອື່ນ​ຢູ່​ທີ່​ຊຸມ​ຊົນ ຫຼື​ເອກະ​ຊົນ ສະ​ແດງ​ສາສະໜາ ​ແລະ​ຄວາມ​ເຊື່ອ​ຖື​ຂອງ​ຕົນ, ​ໂຄ​ສະນາເຜີ​ຍ​ແຜ່, ປະຕິບັດ, ທຳ​ພິທີ​ບູຊາ ຫຼື​ສະ​ເຫຼີ​ມສະຫຼອງ” (ມາດຕາ 18 ສັນຍາ​ວ່າ​ດ້ວຍບັນດາ​ສິດ​ພົນລະ​ເຮືອນ ​ແລະ ການ​ເມືອງ).

​ໃນ​ຍຸກ​ສະ​ໄໝ​ແຫ່ງ​ການ​ສື່​ຂ່າວ ​ແລະ​ອີງ​ໃສ່​ການ​ຂະຫຍາຍຕົວ​ຂອງ​​ເຕັກ​ໂນ​ໂລຊີສື່​ຂ່າວຢູ່​ປະ​ເທດ​ເຮົາ​ໃນ​ປັດຈຸບັນ, ພວກ​ເຮົາ​ຕ້ອງ​ສ້າງ​ກອບ​ກົດໝາຍ​ນິຕິ​ກຳ ​ເພື່ອຮັບປະກັນສິດ​ໄດ້​ເຂົ້າ​ເຖິງ​ອິນ​ເທີ​ແນັດ​ຂອງຄົນ​ຜູ້​ນີ້ ​ໂດຍ​ບໍ່​ລ່ວງ​ລ້ຳ​ສິດ​ຂອງ​ຜູ້​ອື່ນ ​ແລະ ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ສັງຄົມ (ປະ​ເທດ​ຟີນ​ແລນ ​ແຕ່​ປີ 2009 ​ໄດ້​ຖື​ການ​ເຂົ້າ​ເຖິງ​ອີນ​ເທີ​ແນັດ​ແມ່ນສິດທິ​ມະນຸດໜຶ່ງ ​ແລະ ບັງຄັບບັນດາ​ບໍລິສັດ​ທີ່ສະໜອງ​ການ​ບໍລິການ​ນີ້ ຕ້ອງ​ຮັບປະກັນລາຄາ​ສົມ​ເຫດ​ສົມ​ຜົນ ​ແລະ ຄວາມ​ໄວ​ສົ່ງ​ຂ່າວ​ທີ່​ແນ່ນອນ. ຕາມ​ການ​ຢັ່ງ​ເບິ່ງ​ຄວາມ​ເຫັນ​ຢູ່​ອັງກິດ, 79% ຈຳນວນ​ຄົນ​ທີ່​ຖືກ​ຖາມ​ໄດ້​ເຫັນ​ດີ​ວ່າ​ນີ້​ແມ່ນສິດທິ​ມະນຸດໜຶ່ງ).

ກ່ຽວ​ກັບ​ບັນດາ​ສິດ​ເສດຖະກິດ: ຈຸດ​ໜັກ​ແມ່ນ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດ​ກຳນົດ​ທິດ​ສັງຄົມ​ນິຍົມ, ຮັບປະກັນ​ສິດ​ກຳມະສິດ ທຸລະ​ກິດ​ຂອງ​ປະຊາຊົນ​ຢ່າງ​ຍຸດຕິ​ທຳ, ບໍ່​ຈຳ​ແນ​ກການ​ປະພຶດ. ນັ້ນ​ແມ່ນ​ບັນດາ​ການ​ກຳນົດ​ນິຕິ​ກຳ​ທີ່​ກ່ຽວຂ້ອງ​ສະ​ເໝີ​ພາບ​ໃນ​ການ​ເຂົ້າ​ເຖິງ​ກັບ​ທຶນ, ທີ່​ດິນ, ຊັບພະຍາກອນ ​ແລະ ບັນ​ດາການ​ບໍລິການ​ສ່ວນ​ລວມອື່ນ.

ກ່ຽວ​ກັບ​ສິດ ​ແລະ ພັນ​ທະ​ເສດຖະກິດ​ຂອງບຸກຄົນ​ຕໍ່ກັບ​ສັງຄົມ ​ແລະ ລັດ, ອາດ​ຈະ​ເຫັນ​ວ່າ, ​ໄດ້​ເຖິງ​ເວລາ​ແລ້ວ​ທີ່​ລັດ​ຕ້ອງ​ກໍ່ສ້າງ ​ແລະ ປະຕິບັດ​ຕາມ​ຂໍ້​ກຳນົດ​ກ່ຽວ​ກັບ​ພັນທະ​ອະທິບາຍ​ຂອງ​ລັດ​ກ່ຽວ​ກັບ​ການນຳໃຊ້​ຊັບພະຍາກອນ ງົບປະມານ​ແຫ່ງ​ຊາດ, ຍ້ອນ​ວ່າ​ສິ່ງ​ເຫຼົ່າ​ນັ້ນ​ແມ່ນ​ການ​ປະກອບສ່ວນ​ຂອງ​ປະຊາຊົນ ​ແລະ​ປະຊາຊົນ​ມີ​ສິດ​ຕິດຕາມ​ກວດກາ​ການ​ນຳ​​ໃຊ້ສິ່ງ​ເຫຼົ່າ​ນັ້ນ.

ກ່ຽວ​ກັບ​ບັນດາ​ສິດສິດ​ວັດທະນະທຳ ສັງຄົມ: ຈຸດ​ໜັກ​ແມ່ນ​ປັບປຸງ​ບູລະນະ​ລະບອບ​ສະຫວັດດີ​ການ​ສັງຄົມ (ພິ​ເສດ​ແມ່ນ​ລະບອບ​ປະກັນ​ໄພ​ສັງຄົມ, ຊ່ວຍ​​ເຫຼືອ ​ແລະ ​ເບິ່ງ​ແຍງ​ດູ​ແລ​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ ​ແລະ​ຜູ້​ທີ່​ຕົກທຸກ​ໄດ້ຍາກ ຕົກ​ໃນ​ສະພາບ​ອັບ​ຈົນ); ປັບປຸງ​ບູລະນະ​ລະບອບ​ການ​ສຶກສາ, ລະ​ບົບ​ເບິ່ງດູ​ແລ​ສຸຂະພາບ ​ແລະ ປະກັນ​ໄພ​ສາທາລະນະ​ສຸກ​ໃຫ້​ປະຊາຊົນ.

ສິດ​ເກີດ​ລູກ, ສິດ​ອົບ​ພະຍົບ​ແມ່ນ​ບັນດາ​ບັນຫາ​ທີ່​ຄວນ​ໄດ້​ຫັນ​ເປັນ​ນິຕິ​ກຳ​​ ເພື່ອທັງຮັບປະກັນສິດ​ຂອງ​ບຸກຄົນ ທັງ​ຮັບປະກັນ​ຜົນ​ປະ​ໂຫຍ​ດລວມຂອງ​ສັງຄົມ, ບໍ່​ອາດ​ຈະ​ຮັບປະກັນ​ພຽງ​ດ້ານ​ນີ້ ​ແລ້ວ​ປ່ອຍປະ​ດ້ານ​ນັ້ນ. ຄວາມ​ເປັນ​ຈິງ​ໃນ​ເວລາ​ທີ່​ຜ່າ​ນມາ​ໃຫ້​ເຫັນ​ວ່າ, ພວກ​ເຮົາ​ແກ້​ໄຂ​ສາຍ​ພົວພັນ​ນີ້​ບໍ່​ດີ. ຕົວຢ່າງ, ​ໃນ​ເມື່ອ​ໄດ້​ຮັບ​ຮູ້​ສິດ​ເສລີພາບ​ໃນ​ການ​ຢູ່​ອາ​ໄສ​ແລ້ວ, ດັ່ງ​ນັ້ນ​ການ​ອະນຸຍາດ​ໃຫ້​ອົບ​ພະຍົບ​​ເສລີ​ເຂົ້າ​ໃນ​ບັນດາ​ນະຄອນ​ໃຫຍ່ ​ໂດຍ​ບໍ່​ຕິດ​ແໜ້ນ​ລະຫວ່າງ​ສິດ ​ແລະ ພັນທະ ຄວາມ​ຮັບຜິດຊອບ​ຂອງ​ຜູ້​ອາ​ໃສ ຈຶ່ງ​ເຮັດ​ໃຫ້​ຈຳນວນ​ຄົນ​ເຕົ້າ​ໂຮມ​ລວມສູນ​ຢູ່​ໃນ​ບັນດາ​ນະຄອນ​ໃຫຍ່​ຄື​ຮ່າ​ໂນ້ຍ ນະຄອນ​ໂຮ​ຈີ​ມິນ ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ໃນ​ເວລາ​ສັ້ນ ​ເຊິ່ງລື່ນ​ກາຍ​ຄວາມ​ສາມາດ​ຮັບປະກັນ​ຂອງ​ນະຄອນ​ເຫຼົ່າ​ນີ້ ​ແລະ ​ໄດ້​ເປັນ​ຜົນ​ສະທ້ອນ​ເຖິງ​ຄວາມ​ສະຫງົບ ປອດ​ໄພ​ຂອງ​ຕົວ​ເມືອງ.

3- ​ເພີ່ມ​ທະວີ​ນິຕິ​ກຳ​ໃນ​ການ​ປົກ​ປ້ອງສິດທິ​ມະນຸດ.

​ໃນ​ສະ​ພາບ​ເສດຖະກິດ​ຕະຫຼາດຂະຫຍາຍຕົວ​ຢູ່ໃນ​ລະດັບ​ຕ່ຳ ​ແລະ​ວັດທະນະທຳ​ກໍ່​ຍັງ​ຢູ່​ໃນ​ສະພາບ​ຊຸດ​ໂຊມ, ບັນດາ​ກໍລະນີ​ລະ​ເມີດສິດທິ​ມະນຸດຍ້ອນບຸກຄົນ ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ທາງ​ດ້ານ​ຈຳນວນ ​ແລະ ລະດັບ​ຮ້າ​ຍແຮງ. ປະກົດ​ການຕ່າງໆ ​ເຊິ່ງບັນດາ​ການຈັດ​ຕັ້ງ​​ເອກະ​ຊົນ ​ແລະ ບໍລິສັດ​ມະຫາຊົນ​ມີ​ການ​ກະທຳ​ລ່ວງ​ລະ​ເມີດ​ສິດທິ​ມະນຸດດ້ວຍ​ລະດັບ​ທີ່​ຕ່າງ​ກັນ, ​ເຊັ່ນ​ການສະປ່ອຍ ຖ່າຍ​ເທ​ນ້ຳ​ເສຍ​ທາດ​ພິດ​ອອກ​ສູ່​ສິ່ງ​ແວດ​ລ້ອມ; ຜະລິດ​ສິນຄ້າ​ບໍ່​ຮັບປະກັນ​ອະນາ​ໄມ ຄວາມ​ປອດ​ໄພ; ພະຍາດ​ອາດຍາ​ສິດ, ຂາດ​ຄວາມ​ຮັບຜິດຊອບ​ໃນ​ການ​ສະໜອງ​ການ​ບໍລິການສ່ວນ​ລວມ,... ມີ​ທ່າ​ອຽງ​ກາຍ​ເປັນ​ແຜ່​ຫຼາຍ. ​ເປັນອັນ​ຈະ​ແຈ້ງວ່າ, ຈຳ​ເປັນ​ຕ້ອງປັບປຸງ​ບູລະນະ​ບັນດາ​ເອກະສານ​ກົດໝາຍ​ທີ່​ກ່ຽວຂ້ອງ, ພ້ອມ​ກັນ​ນັ້ນ​ກໍ່​ຕ້ອງ​ກຳຈັດດັດແກ້​​ກໍລະນີ​ລ່ວງ​ລະ​ເມີດ​ເຫຼົ່າ​ນີ້​ຢ່າງ​​ເຂັ້ມ​ງວດ. ນັ້ນແມ່ນ​ການສະ​ແດງ​ອອກ​ຂອງ​ການ​ທີ່​ລັດ​ເຄົາລົບ​ນັບຖື ​ແລະ ປົກ​ປ້ອງສິດທິ​ມະນຸດ, ພ້ອມ​ກັນ​ນັ້ນກໍ່ຮັບປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ.

​ໃນ​ພື້ນຖານ​ເສດຖະກິດ​ຕະຫຼາດ​ທີ່​ຫາ​ກໍ່​ເກີດ​ໃໝ່​ຢູ່​ປະ​ເທດ​ເຮົາ, ສິດ​ກຳ​ມະສິ​ດສະຕິ​ປັນຍາ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປົກ​ປ້ອງ​ຢ່າງ​ຖືກຕ້ອງ​ເໝາະ​ສົມ, ດັ່ງ​ນັ້ນ​ຈຶ່ງ​ບໍ່​ພຽງ​ແຕ່​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ພົນ​ລະ​ເມືອງ​ຫວຽດນາມ​ເທົ່າ​ນັ້ນ ຫາກ​ຍັງສ້າງ​ຄວາມ​ສັບສົນ ​ຄວາມເສຍ​ຫາຍ​ທີ່​ບໍ່​ຄວນ​ມີ ທາງ​ດ້ານ​ກົດໝາຍ​ສາກົນ​ອີກ​ນຳ. ການປົກ​ປ້ອງ​ສິດ​ກຳມະສິດ​ນີ້ ມັນ​ຂຶ້ນ​ກັບ​ຄວາມ​ຮັບ​ຮູ້, ຄວາມ​ເຄົາລົບ​ນັບຖື ​ແລະ ຄວາມ​ເຂັ້ມ​ງວດ​ຂອງ​ກົດໝາຍ.

4- ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ, ກຽມ​ຄວາມພ້ອມ​​ເພື່ອ​ສົນທະນາ​ກ່ຽວ​ກັບສິດທິ​ມະນຸດ, ພ້ອມ​ກັນ​ນັ້ນ​ກໍ່ຕໍ່ສູ້​ກັບ​ບັນດາ​ຄວາມ​ຮຽກຮ້ອງ ​ແລະ ຖ້ອຍ​ທຳນອງ​ໄຮ້​ເຫດຜົນ​ຈາກ​ພາຍ​ນອກ.

ສະມາ​ຄົມ​ປະຊາ​ຊາດ​ແຫ່ງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ​ໄດ້​ມີ​ບາດກ້າວ​ກ້າວໜ້າສຳຄັນ, ນັ້ນແມ່ນການ​ປະກາດ​ໃຊ້ “ກົດ​ບັດ​ ອາ​ຊຽນ” (ປີ 2007) ​ແລະ “ຖະ​ແຫຼ​ງການສິດທິ​ມະນຸດ ອາ​ຊຽນ” (ປີ 2012) ທີ່​ສອດຄ່ອງ​ກັບ​ຈຸດ​ພິ​ເສດ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ​ໂດຍ​ເປັນ​ສະມາຊິກ​ຂ​ອງອາ​ຊຽນ ​ແລະ ສະຫະ​ປະຊາ​ຊາດ, ຫວຽດນາມ​ອາດ​ຈະ ​ແລະ ຄວນ​ພັດ​ປ່ຽນ​ຮັບ​ຈັດ​ຕັ້ງ​ບັນດາ​ເວທີ​ປາ​ໄສ​ ເພື່ອ​ແລກປ່ຽນ​ບົດຮຽນ ​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ບັນຫາສິດທິ​ມະນຸດ, ​ເປັນ​ຕົ້ນ​ແມ່ນ ​ໃນ​ບັນດາ​ຫົວ​ຂໍ້​ລະອຽດເຊັ່ນ ​ສະກັດ​ກັ້ນ​ການ​ຄ້າຂາຍ​ແມ່ຍິງ ​ເດັກນ້ອຍ; ສະກັດ​ກັ້ນ​ການ​ນຳ​​ໃຊ້​ແຮງ​ງານ​ເດັກນ້ອຍ; ສະກັດ​ກັ້ນ​ບັນດາ​ສາສະໜາ​ອະກຸສົນ ​ທີ່​ຝືນ​ຕໍ່ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງຊາດ;...

ບັນດາ​ເປົ້າ​ໝາຍ​ທີ່​ຄວນ​ເອົາ​ໃຈ​ໃສ່​ຕົ້ນຕໍ ​ແລະ ສົນທະນາ​ເປັນ​ປະຈຳ​ຕາມ​ລາຍ​ຄາບແມ່ນລັດຖະບານ ​ແລະ ລັດຖະສະພາ​ອາ​ເມ​ລິ​ກາ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ ​ເຊັ່ນ “ອົງກາ​ນນິລະ​ໂທດ​ກຳ​ສາກົນ”, “ອົງການ​ຕິດຕາມ​ສິດທິ​ມະນຸດ”, ສັນຕະສຳນັກ ວາ​ຕີ​ກັງ,...

5- ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ, ​ເອົາ​ກຳລັງ​ແຮງ​​ເສດຖະກິດ​ເປັນ​ພື້ນຖານ​ອັນ​ຍາວ​ນາມ​ໃຫ້​ແກ່​ການ​ປົວ​ແປງສິດທິ​ມະນຸດ, ພ້ອມ​ກັນ​ນັ້ນ​ກໍ່​ເປັນ​​ແຮງ​ດຶງ​ດູດ​ຕໍ່​ກັບ​ສາກົນ ​ແລະ ກີດ​ກັ້ນ​ບັນດາ​ອິດ​ທິກຳລັງ​ທີ່​ຢາກ​ສ​ວຍ​ໃຊ້​ບັນຫາສິດທິ​ມະນຸດ​ເພື່ອ​ແຊກ​ແຊງ​ເຂົ້າປະເທດ​ເຮົາ.

ພິຈາລະນາ​ຈົນ​ສຸດ​ແລ້ວ​ກໍ່​ເຫັນ​ວ່າ, ການ​ຮັບປະກັນ ​ແລະ ຊຸກຍູ້ສິດທິ​ມະນຸດ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ສິດກ່ຽວ​ກັບ​ເສດຖະກິດ ວັດທະນະທຳ ສັງຄົມ, ລ້ວນ​ແຕ່​ຂຶ້ນ​ກັບ​ລະດັບ​ການ​ພັດທະນາ​ເສດ​ປະກິດ​ຂອງ​ປະ​ເທດ​ຊາດ. ດັ່ງນັ້ນ ຕ້ອງ​ສູ້​ຊົນ​ເພື່ອ​ເພີ່ມ​ຄວາມ​ເຕີບ​ໂຕ​ເສດຖະກິດ ​ແລະ ​ໃຫ້​ມີ​ລາຍ​ຮັບ​ສະ​ເຫຼ່ຍຕໍ່​ຄົນ​ນັບ​ມື້​ຍິ່ງ​ເພີ່ມ​ຂຶ້ນ​ສູງ ບົນ​ພື້ນຖານ​ປະຕິບັດ​ຕົວ​ແບບ​ພັດທະນາ​​ເສດຖະກິດແບບ​ຍືນ​ຍົງ. ຄວາມ​ທຸດຍາກ​ຂອງ​ປະ​ເທດ​ຈະ​ມ້າງການ​ບຸລິມະສິດ​ຂອງ​ລັດ ​ແລະ ທຸກໆ​ຄຳ​ຂວັນທີ່​ມະນຸດສະທຳ, ດີງາມ​ທີ່​ສຸດ.

ດ້ານ​ອື່ນ, ​ໃນ​ເງື່ອນ​ໄຂ​ພັດທະນາ​ເສດຖະກິດ​ຕະຫຼາດ, ຜົນ​ປະ​ໂຫຍ​ດ​ເສດຖະກິດ​ເປັນ​ແຮງ​ດຶງ​ດູດ​ທີ່​ສຳຄັນ​ກວ່າ​ໝູ່ ພ້ອມ​ກັນ​ນັ້ນ​ກໍ່​ເປັນ​ການ​ກີດຂວາງ​ທີ່​ອະ​ຮູບ, ​ແຕ່ມີ​ຄວາມ​ສັກສິດ​ຕໍ່​ກັບ​ທຸກ​ການຕຳໜິຕິຕຽນ ​ໂຈມ​ຕີ​ຂ​ອງບັນດາ​ອິດ​ທິກຳລັງ​ທີ່​ມີ​ເຈດ​ຕະນາ​ຮ້າຍ​ຕໍ່​ປະ​ເທດ​ເຮົາ. ພາກ​ເຮົາ​ອາດ​ຈະ​ເປີດ​ກວ້າງ​ການ​ພົວພັນ​​ເສດຖະກິດ ດ້ານ​ການ​ຄ້າ ​ແລະ​ການ​ລົງທຶນ​ກັບ​ຕ່າງປະ​ເທດ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ບໍລິສັດ​ຕ່າ​ງປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ເສດຖະກິດ​ອັນ​ເໝາະ​ສົມ​ໃນ​ການ​ຄ້າຂາຍ ການ​ລົງທຶນ​ຢູ່​ຫວຽດນາມ. ບັນຫາ​ແມ່ນ​ຄັດ​ເລືອກ​ເອົາ​ບັນດາ​ຂົງ​ເຂດ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ສອງຝ່າຍ. ​ເລື່ອງ​ນີ້​ມັນ​ຂຶ້ນກັບ​ຍຸດ​ທະ​ສາດພັດທະນາ​ເສດຖະກິດ​ຂອງ​ປະ​ເທດ ​ແລະ ການ​ປັບປຸງ​ກົດໝາຍ​ກ່ຽວ​ກັບ​ການ​ລົງທຶນ ການ​ຄ້າ​ໃຫ້​ດີ​ຂຶ້ນ./.

ໂດຍ ຮສ.ດຣ ຫວູຫ່ວາ​ງ​ກົງ
ບັນ​ນາ​ທິການ​ໃຫຍ່​ວາລະສານ​ທິດ​ສະ​ດີກາ​ນ​ເມືອງ,
ສະ​ຖາ​ບັນ​ການ​ເມືອງ-ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ

(*) ບົດ​ທີ່​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 854 (​ເດືອນ​ທັນວາ 2013)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ