ວັນອາທິດ, 22/9/2019
ກໍ່ສ້າງສາຍພົວພັນຄູ່ຮ່ວມຍຸດທະສາດ ຄູ່ຮ່ວມຮອບດ້ານ - ແຫຼ່ງກຳລັງແຮງນຸ່ມນວນຂອງຫວຽດນາມ
14/5/2014 15:20' ສົ່ງ ພິມ
ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ (ພາບ: dangcongsan.vn)

ໂລກ​ສືບ​ຕໍ່​ຊອກ​ຫາ​ສິ່ງ​ຮັບປະກັນ​ອັນ​ໜັກ​ແໜ້ນ ​ໃຫ້​ແກ່​ສັນຕິພາບ ​ແລະ ການ​ພັດທະນາ

​ເມື່ອ​ສົງຄາມ​ເຢັນ​ຢຸດຕິ​ລົງ, ວົງ​ການ​ຄົ້ນຄວ້າແລະວາງກຳນົດ​ນະ​ໂຍບາຍ ​ໄດ້​ມີ​ຄວາມ​ດີ​ໃຈພໍ​ຄວນ ແລະມີຄວາມ​ຫວັງ​ຕໍ່​ສັນຕິພາບອັນ​ຍາວ​ນານ ​ແລະ​ຄວາມ​ໝັ້ນຄົງ​ໃນ​ໂລກ, ບັນດາ​ແຫຼ່ງພະລັງ​ຂອງ​ມະນຸດຊາດ​ຈະ​ໄດ້ສຸມ​ໃສ່​ການ​ພັດທະນາ ​ແລະ​ປັບປຸງ​​ສັນຕິພາບ​ອັນ​ຍາວ​ນານ. ​ແຕ່​ວ່າ, ໜ່ວຍ​ພິພົບ​ຍັງ​ບໍ່​ທັນ​ພົ້ນ​ອອກ​ຈາກ​ສາງ​ອາວຸດ​ອັນ​ໃຫຍ່​ໂຕ​ມະ​ໂຫຖານ, ​ໄພ​ອັນຕະລາຍ​ແຫ່ງ​ອາວຸດ​ປະລະມານູ​ຍັງບໍ່​ທັນຖືກລົບ​ລ້າງ​ເທື່ອ, ຄວາມ​ອາ​ຄາດ​ບາດໝາງ​ທາງ​ດ້ານ​ເຜົ່າ​ພັນ ສາສະໜາ​ຍັງ​ຄົງ​ຝັງ​ຮາກ​ຢູ່​ຫຼາຍ​ແຫ່ງ​ໃນ​ໂລກ. ພິ​ເສດ, ​ໃນ​ສະຕະວັດ​ທີ XXI ພັດ​ເກີດ​ມີ​ການ​ພິພາດ​ດ້ານ​ດິນ​ແດນ ອະທິປະ​ໄຕ ທີ່​ເປັນ​ໄພກີດ​ກັ້ນ​ການ​ຮ່ວມ​ມື ​ແລະ​ພັດທະນາ. ​ໃນ​ຂອບ​ເຂດພາກ​ພື້ນ ຫຼື​ໃນ​ການ​ພົວພັນ​ສອງ​ຝ່າຍ​ ລະຫວ່າງ​ບັນດາ​ຊາດ, ບັນດາ​ບັນຫາ​ຂອງ​ສົງຄາມ​ເຢັນ ຍັງ​ບໍ່​ທັນ​ໄດ້​ແກ້​ໄຂ​ຢ່າງ​ເຖິງ​ຖອງ. ​ເບິ່ງ​ຄືນ​ຫຼັງ​ໃນ​ເວລາ 23 ປີ​ທີ່​ຜ່ານ​ມາ (1990 - 2013), ຈຳນວນ​ການ​ສົງຄາມ ການ​ປະ​ທະ​ກັນ ສົງຄາມ​ກາງ​ເມືອງ ກໍ່​ເກືອບ​ເທົ່າ​ກັບ​ຈຳນວນ​ການ​ສົງ​ຄາມ ການ​ປະ​ທະ​ກັນ ​ແລະ​ສົງຄາມ​ກາງ​ເມືອງ​ໃນ​ເວລາ 44 ປີ​ກ່ອນ​ນັ້ນ (1945 - 1989)(1).

ສະພາບ​ການຍິ່ງ​ສັບສົນ​ກວ່າ​ເກົ່າ ​ເມື່ອ​ບັນດາ​ບັຫາ​ຄວາມ​ສະຫງົບ​ທີ່ບໍ່​ແມ່ນ​ແບບ​ດັ້ງ​​ເດີມນັບ​ມື້​ນັບ​ເຄັ່ງຮ້ອນ; ກົດໝາຍ​ສາກົນ, ບົດບາດ​ຂອງ​ບັນດາ​ກົນ​ໄກພະຫຸ​ພາຄີ ມີ​ສັນຍານ​ຖືກ​ນາບ​ຂູ່ ຍ້ອນ​ລັດທິ​ດ້ານ​ດຽວ​ຊີ້​ຂາດ, ອຳນາດ​ບາດ​ໃຫຍ່​ທີ່​ຍັງ​ຄົງ​ຕົວ​ຢູ່ ​ແລະ​ອາດ​ຈະ​ຖືກ​ສວຍ​ໃຊ້​ເກີນ​ຄວນ ​ໂດຍ​ບໍ່​ຫົວຊາ​ຕໍ່​ຫາງ​ສຽງ​ສາກົນ. ລັດທິ​ກໍ່​ການ​ຮ້າຍ​ກາຍ​ເປັນ​ໜຶ່ງ​​ໃນ​ບັນດາ​ໄພ​ອັນຕະລາຍ​ຕົວ​ຈິງ ທີ່​ກຳລັງ​ທ້າ​ທາຍ​ຕໍ່​ຄວາມ​ສະຫງົບ​ຂອງ​ໂລກ. ອາ​ຊະຍາ​ກຳຂ້າມ​ຊາດ ອາ​ຊະ​ຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ ນັບ​ມື້​ນັບ​ເລິກ​ແລບ​ແນບ​ນຽນ ​ແລະ​ແຜ່​ຫຼາຍ​ທົ່ວ​ໄປ. ການ​ຊ່ວງ​ຊິງກັນ​ດ້ານ​ການ​ຄ້າ ​ແຫຼ່ງຊັບພະຍາກອນ ​ແຫຼ່ງພະລັງ ​ແຫຼ່ງນ້ຳ ນັບ​ມື້​ນັບ​ສັບສົນ ​ແລະ ຍາກ​ທີ່​ຈະຫາ​ມາດ​ຕະການ​ແກ້​ໄຂ. ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ມົນ​ພິດ​ສິ່ງ​ແວ​ດລ້ອມ ຮຽກຮ້ອງ​ໃຫ້​ມີ​ຄວາມ​ມານະ​ພະຍາຍາມ​ລວມຂອງໝົດ​ທຸກ​ປະ​ເທດ​ໃນ​ໂລກ.

ອາລະຍະ​ທຳ​ໂລກ​ໄດ້​ຂະຫຍາຍຕົວ​ຢ່າງ​ເລິກ​ເຊິ່ງ ດ້ວຍ​ບັນດາ​ຄຸນຄ່າ​ທີ່​ມີ​ຮູບ​ແລະ​ຄຸນຄ່າ​ອະ​ຮູບ ທີ່​ມະ​ນຸດ​ຊາດ​ສະ​ສົມ​ໄດ້ຫຼວງຫຼາຍ ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ ​ໃນ​ປະຫວັດສາດ. ຄວາມ​ຕ້ອງການ​ກ່ຽວ​ກັບ​ສັນຕິພາບ ​ເພື່ອ​ປົກ​ປັກ​ຮັກສາ​ອາລະຍະ​ທຳ​ຂອງ​ມະນຸດຊາດ, ສ້າງ​ຄວາມໝັ້ນຄົງ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື ຮັບ​ໃຊ້​ການ​ພັດທະນາ​ ໄດ້​ກາຍເປັນຈຸດໝາຍ​ລວມ ຂອງ​ທຸກໆ​ປະ​ເທດ. ການ​ພົວພັນ​ສາກົນ​ພວມ​ມີ​ການ​ຜັນ​ປ່ຽນ​ຢ່າງ​ໃຫຍ່​ຫຼວງ​ ​ແລະ​ເລິກ​ເຊິ່ງ. ​ໂລກ​ກ້າວ​ຢ່າງ​ໄວ​ໄປ​ສູ່​ສະພາວະ​ຫຼາຍ​ຂົ້ວ, ຫັນ​ເປັນ​ປະຊາທິປະ​ໄຕ​ທັງ​ດ້ານ​ປະລິມານ ​ແລະ​ຄຸນ​ນະພາ​ບ, ບັນດາ​ປະ​ເທດ​ໃຫຍ່ ນ້ອຍ​ລ້ວນ​ແຕ່​ມີ​ສິດສະ​ເໝີ​ພາບກັນ; ສຽງປາກຄວາມ​ເຫັນຂອງ​ບັນດາປະ​ເທດ​ນ້ອຍ​ໄດ້​ຮັບ​ຟັງ​ຫຼາຍ​ກວ່າ​ເກົ່າ; ບັນດາ​ປະ​ເທດ​ໃຫຍ່​ກຳລັງ​ສ້າງ​ຮູບ​ພາບ​ຂອງ​ຕົນ ​ຢ່າງ​ມີ​ຄວາມ​ຮັບຜິດຊອບ​ຫຼາຍ​ກວ່າ ​ຕໍ່​ສັນຕິພາບ​ໃນ​ໂລກ. ທ່າ​ອຽງ​ໂລກາ​ພິວັດ, ຫັນ​ການ​ພົວພັນ​ສາກົນ​ເປັນ​ຫຼາຍ​ກ້ຳຫຼາຍ​ຝ່າຍ ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ໄດ້​ຂະຫຍາຍຕົວ​ຢ່າງ​ກວ້າງຂວາງ​ທົ່ວ​ເຖິງ. ​ໃນ​ສະພາບ​ການ​ດັ່ງກ່າວ​ນັ້ນ, ບັນດາ​ປະ​ເທດ​ໄດ້​ຍູ້​ແຮງ​ນະ​ໂຍບາຍ​ການ​ທູດ​ໄຫວ​ພິບ ມີ​ປະ​ໂຫຍ​ດ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດຊາດ. ຄວາມ​ຕ້ອງການ​ຫັນ​ການ​ພົວພັນ​ການ​ຕ່າງປະ​ເທດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ກໍ່ສ້າງ​ບັນດາ​ກອບ​ການ​ພົວພັນ​ແບບ​ໃໝ່ ​ເພື່ອ​ຮັບ​ມື​ຢ່າງ​ມີ​ປະສິດທິ​ຜົນ​ກັບ​ສະພາບ​ການ​ໃໝ່ ​ໄດ້​ກາຍ​ເປັນ​ທ່າ​ອຽງ​ພາວະ​ວິ​ໄສ ທີ່​ມີ​ລັກສະນະ​ຈຳ​ເປັນ​ ຂອງຂະ​ບວນວິວັດ​ການ​ພັດທະນາ.

ຄູ່​ຮ່ວມ​ຍຸດ​ທະ​ສາດ ຄູ່​ຮ່ວມ​ຮອບດ້ານ - ​ເຄື່ອງມື​ຮ່ວມ​ມື​ໃໝ່​ ລະຫວ່າງ​ບັນດາ​ປະ​ເທດ​​ ໃນ​ສະຕະວັດ​ທີ XXI

​ໃນ​ສົງຄາມ​ເຢັນ, ບັນດາ​ການ​ເຕົ້າ​ໂຮມ​ກຳລັງ​ໄດ້​ໝູນ​ອ້ອມຮອບ 3 ​ເພົາ​ໃຫຍ່: ບັນດາ​ປະ​ເທດສັງຄົມ​ນິຍົມ, ບັນດາ​ປະ​ເທດ​ທຶນ​ນິຍົມ ​ແລະ ບັນດາ​ປະ​ເທດ​ບໍ່​ຮ່ວມ​ກຸ່ມ​ທີ່​ກຳລັງ​ພັດທະນາ. ພາຍຫຼັງ​ທີ່​ສົງຄາມ​ເຢັນ​ຢຸດຕິ​ລົງ, ການ​ເຕົ້າ​ໂຮມ​ກຳລັງ​ຕາມ​ຝ່າຍ ຕາມ​ລະບົບ​ການ​ເມືອງ​ ຖືກ​ແຕກ​ທະລາ​ຍ. ບັນດາ​ປະ​ເທດ​​ໃຫຍ່ແລະ​ນ້ອຍ ຊອກ​ຫາ​ຕົວ​ແບບ​ສຳພັນທະ​ພາບ ຮ່ວມ​ມື​​ແບບໃໝ່.

ທາງ​ດ້ານ​ເສດຖະກິດ, ຕົວ​ແບບ​ສຳພັນ ຮ່ວມ​ມື​ແບ່ງ​ງານ​ສາກົນ​ເລິ່ມ​ເປັນ​ໜໍ່​ແໜງ​ແຕ່​ສົງຄາມ​ເຢັນ ສືບ​ຕໍ່​ຂະຫຍາຍ​ຂຶ້ນ​ສູ່​ບາດກ້າວ​ໃໝ່ ພາຍ​ໃຕ້​ຮູບ​ການ​ສຳພັນ​ເສດຖະກິດ​ເສລີ​ທະວິ​ພາຄີ ພາກ​ພື້ນ ສະຫະພາກ​ພື້ນ (BTA, FTA) ​ແລະ ອົງການ​ການ​ຄ້າ​ໂລກ (WTO) ​ເປັນ​ຜະລິດ​ຕະພັນ​ສູງ​ສຸດ​ ຂອງ​ການສຳພັນ​ເສດຖະກິດທົ່ວ​ໂລກ​ພາຍຫຼັງ​ສົງຄາມ​ເຢັນ.

​ໃນ​ການ​ພົວພັນ​ການ​ເມືອງ ຄວາມ​ສະຫງົບ, ການ​ເຕົ້າ​ໂຮມ​ກຳລັງ​ກໍ່​ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນຖານ​ທາງ​ດ້ານ​ຄຸນ​ນະພາ​ບ. ການ​ພົວພັນ​ແບບສຳພັນ​ທະ​ມິດຕ້ານສັດຕູ​ລວ​ມ ພວມ​ກາຍ​ເປັນອັນ​ຫຼ້າ​ສະ​ໄໝ ​ເມື່ອ​ຄຳ​ນິຍາມ​ເກົ່າ​ກ່ຽວ​ກັບ​ສັດຕູ ພວມ​ປ່ຽນ​ແປງ, ​ເມື່ອ​ສິ່ງ​ນາບ​ຂູ່​ທົ່ວ​ໂລກ ສັດຕູ​ລວ​ມຂອງ​ມະນຸດຊາດ ພວມ​ປະກົດ​ອອກ​ຢ່າງ​ຈະ​ແຈ້ງ​ກວ່າ​ອີກ ນັ້ນ​ຄື​ໄພ​ແຫ່ງ​ການ​ຖອຍຫຼັງ​ທາງ​ດ້ານ​ເສດຖະກິດ, ​ໄພ​ແຫ່ງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ​ໄພ​ແຫ່ງ​ຄວາມອຶດ​ຫີ​ວທຸກ​ຍາກ, ຄວາມໝັ້ນຄົງ​ດ້ານ​ສະບຽງ, ການ​ກໍ່​ການ​ຮ້າຍ, ຄວາມ​ປອດ​ໄພ​ດ້ານ​ປະລະມານູ... ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ​ທົ່ວ​ໂລກ ​ເຊັ່ນ​ສະຫະ​ປະຊາ​ຊາດ, ການ​ເຕົ້າ​ໂຮມ​ກຳລັງລົງ​ຄະ​ແນນ​ສຽງ​ຕາມ “ກຸ່ມ” ​ໄດ້​ຫັນ​ມາ​ເຕົ້າ​ໂຮມ​ກຳລັງ​ຕາມ​ຜົນ​ປະ​ໂຫຍ​ດ - ຕົ້ນ​ສ່ວນລວມ​​ໃຫຍ່​ສຸດ.    

ຄວາມ​ຄິດ​ກໍ່ສ້າງ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ​ຄູ່​ຮ່ວມ​ຮອບດ້ານ ​ໄດ້​ລິ​ເລີ່​ມ​ແຕ່​ຊຸມ​ປີ​ຕົ້ນ​ທົດ​ສະ​ວັດ​ທີ 9 ຂອງ​ສະຕະວັດ​ທີ XX ​ໃນ​ກາ​ນພົວພັນລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່ ​ເຊັ່ນ​ອາ​ເມ​ລິ​ກາ ລັດ​ເຊຍ ຈິນ ​ແລະ​ບັນດາ​ປະ​ເທດ​ອື່ນ. ສາຍ​ພົວພັນ​ນີ້​ມີ​ເນື້ອ​ໃນ​ກວ້າງ​ຂວາງ​ກວ່າ, ປົກ​ຄຸມ​ທຸກໆ​ດ້ານແງ່ມູມຊີວິດລະຫວ່າງ​ປະ​ເທດ, ​ເຊັ່ນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ ສັນຕິພາບ, ຮ່ວມ​ມື​ດ້ານ​ເສດຖະກິດ ວັດທະນະທຳ... ​ໃນ​ຂະ​ບວນວິວັດ​ການ​ຊອກ​ຫາ​ຕົວ​ແບບ​ຮ່ວມ​ມື​ໃໝ່ ພາຍຫຼັງ​ສົງຄາມ​ເຢັນ, ບັນດາ​ປະ​ເທດ​ລ້ວນ​ແຕ່​ຫຼີກ​ລ່ຽງການ​ກໍ່ສ້າງສາຍ​ພົວພັນ​ສຳພັນ​ທະ​ມິດ ທີ່​​ມີຮອຍ​ໝາຍ​ຂອງ​ສະ​ໄໝ​ສົງຄາມ​ເຢັນ ​ແລະ ​ເຕັມ​ໄປ​ດ້ວຍເນື້ອ​ໃນການ​ທະຫານ. ​ເຫດຜົນ​ສຳຄັນ​ອື່ນ​ອີກ​ແມ່ນ ບັນດາ​ປະ​ເທດ​ຢາກ​ມີ​ສິ່ງ​ແວດ​ລ້ອມ​ໃໝ່​ທີ່​ໄຫວ​ພິບ ແລະຫຼາຍ​ຝ່າຍ, ​ແນ​ໃສ່​ຮັບ​ໃຊ້​ໃຫ້​ສິ່ງ​ແວດ​ລ້ອມ​ທີ່​ໝັ້ນຄົງ ​ແລະ ການ​ພັດທະນາ. ​ໃນ​ຕະຫຼອດ​ໄລຍະ​ສົງຄາມ​ເຢັນ ບັນດາ​ປະ​ເທດ​ໄດ້​ເຕົ້າ​ໂຮມ​ກຳລັງ​ຫຼາຍ​ເກີນ​ຄວນ ​ໃຫ້​ແກ່​ການ​ແຂ່ງຂັນ​ກັນ​ປະກອບ​ອາວຸດ ​ໂດຍ​ລືມ​ຫຼື​ເບິ່ງ​ເບົາ​ຄວາມ​ຕ້ອງການ​ພັດທະນາ. ​ແຕ່​ວ່າ ຈົນ​ຮອດ​ທ້າຍ​ສະຕະວັດທີ XX, ຮູບ​ການ​ສຳພັນ​ໃໝ່​ນີ້​ຍັງ​ຢູ່​ໃນ​ໄລຍະ​ເປັນ​ພຽງ​ຄວາມ​ຄິດ ຍ້ອນ​ຜັນ​ຂະຫຍາຍເນື້ອ​ໃນ​ຈະ​ແຈ້ງຍັງ​ບໍ່​ທັນ​ໄດ້.

​ແຕ່ຕົ້ນ​ສະຕະວັດ​ທີ XXI, ບັນດາ​ປະ​ເທດ​ຍູ້​ແຮງ​ການ​ສ້າງ​ສອງ​ກອບ​ການ​ພົວພັນ ຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ​ຄູ່​ຮ່ວມ​ຮອບດ້ານ; ບັນດາ​ປະ​ເທດ​ໄດ້​ໝູນ​​ໃຊ້​ຮູບ​ການ​ນີ້​​ ເຂົ້າ​ໃນ​​ແຜນຍຸດ​ທະ​ສາດ​ການ​ຕ່າງປະ​ເທດ​ຂອງ​ຕົນ ຢ່າງ​ໄວ ​ໄຫວ​ພິບ​ທີ່​ສຸດ. ​ໃນ​ຂະ​ບວນວິວັດ​ດັ່ງ​ດ່າວ, ທີ່​ຕັ້ງ ​ແລະ ​ເນື້ອ​ໃນ​ ຂອງ​ສອງ​ກອບ​ການ​ພົວພັນ ຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ​ຄູ່​ຮ່ວມ​ຮອບດ້ານ ກໍ່​ຄ່ອຍໆ​ໄດ້​ກຳນົດ​ຈະ​ແຈ້ງ​ກວ່າ ​ໃນ​ລະບົບ​ບັນດາ​ຂອບ​ເຂດຂັ້ນ​ຕອນຂອງ​ການ​ພົວພັນ​ຕ່າງ​ປະ​ເທດ (2). ຕາມ​ນັ້ນ, ການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ໄດ້​ເຂົ້າ​ໃຈ​ວ່າ ​ເປັນ​ຮູບ​ແບບ​ການ​ພົວພັນ​ຕ່າງປະ​ເທດ ຊຶ່ງ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ຕ່າງ​ກໍ່ມີ​ຄວາມ​ຕ້ອງການ​ເພີ່ມ​ທະວີ​ການຮ່ວມ​ມື, ຖື​ເປັນ​ສຳຄັນ ​ແລະ​ເອົາ​ໃຈ​ໃສ່​ເຖິງ​ຜົນ​ປະ​ໂຫຍດຍຸດ​ທະ​ສາດ​ຂອງ​ກັນ​ແລະ​ກັນ, ມີ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງຂວາງ, ​ເຊື່ອມ​ຕິດ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດ ​ແລະ​ຫັນ​ສູ່​ຄວາມ​ໄວ້​ວາງ​ໃຈ​ຍຸດ​ທະ​ສາດ. ການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ​ ແຕກ​ຕ່າງ​ຢ່າງ​ສິ້ນ​ເຊີງ ​ກັບ​ການ​ພົວພັນ​ສຳພັນ​ທະ​ມິດຢູ່​ທີ່​ຈຸດໝາຍ​ຮ່ວມ​ມື, ​ໃນ​ນັ້ນ ສອງ​ປະ​ເທດ​ສຸມ​ໃສ່​ກໍ່ສ້າງ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ໃນ​ໝົດ​ທຸກ​ຂົງ​ເຂດ, ​ເຊັ່ນ​ຮ່ວມ​ມື​ການ​ເມືອງ ເສດຖະກິດ ວັດທະນະທຳ ການ​ປ້ອງ​ກັນ​ປະ​ເທດ ການ​ປ້ອງ​ກັນ​ຄວາມ​ສະຫງົບ. ການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ​ຄູ່​ຮ່ວມ​ຮອບດ້ານ ​ເຄີຍ​ວາງ​ຫຼັກການ ບໍ່​ຕ້ານ​ກັບປະ​ເທດ​ທີ່​ສາມ, ໝາຍ​ຄວາມ​ວ່າ ສອງ​ປະ​ເທດ​ບໍ່​ກຳນົດ​ຈຸດໝາຍສັດຕູ (ກຳນົດ ​ຫຼື ອຸປະມາ) ​ແລະ​ໄພ​ອັນ​ຕະລາຍ​ຖືກ​ບຸກ​ໂຈມ​ຕີ (ກຳນົດ ​ຫຼື ອຸປະມາ) ຈາກ​ນັ້ນ ກຳນົດ​ການ​ຮ່ວມ​ມື ສຳພັນ​ທະ​ພາບ​ເພື່ອ​ຕ້ານ​ກັບ​ສັດຕູ​ດັ່ງກ່າວ (ກຳນົດ ​ຫຼື ອຸປະມາ). ​ໃນ​ການ​ພົວພັນ​ສຳພັນ​ທະ​ມິດ, ບັນດາ​ຝ່າຍ​ຮ່ວມ​ສຳພັນ​ມີໜ້າ​ທີ່​ຮັບຜິດຊອບ​ກະທຳ ​ເມື່ອ​ຜົນ​ປະ​ໂຫຍ​ດຂອງ​ຝ່າຍໜຶ່ງ​ຖືກ​ນາບ​ຂູ່ ຫຼື​ຖືກ​ລ່ວງ​ລ້ຳ. ການ​ພົວພັນຄູ່​ຮ່ວມ​ຮອບດ້ານ ຢູ່​ໃນ​ລະດັບ​ຕ່ຳ​ກວ່າ​ການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ​ສູງ​ກວ່າ​ລະດັບການ​ຮ່ວມ​ມື​ມິດຕະພາບ​ທຳ​ມະ​ດາ. ບັນດາ​ອັດຕະພາກ​ຂອງການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ມີ​ບາງ​ດ້ານ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ ບັນລຸ​ລະດັບ​ຍຸດ​ທະ​ສາດ, ​ແຕ່​ວ່າຄວາມ​ຜູກ​ພັນ ​ແລະ​ການ​ຄຳນຶງ​ເຖິງ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ຂອງ​ກັນ ​ໃນ​ດ້າອື່ນໆ ຍັງ​ບໍ່​ທັນ​ສູງ. ກອບ​ການ​ພົວພັນ​ນີ້ ​ເນັ້ນ​ໜັກ​ເຖິງ​ການ​ພົວພັນ​ໃນ​ລວງ​ກວ້າງ ​ເພື່ອ​ສືບ​ຕໍ່​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ແລະ ພ້ອມ​ກັນ​ຫັນ​ສູ່​ອະນາຄົດ. ​ແຕ່​ວ່າ, ​ໃນພາກ​ຕົວ​ຈິງ ລະຫວ່າງ​ຊື່​ເອີ້ນ ​​ແລະ​ເນື້ອ​​ໃນ ​ເຄີຍ​ບໍ່​ໄປ​ຕາມ​ມາ​ຕະຖານ​ໜຶ່ງ​ທີ່​ແນ່ນອນ. ບາ​ງທີ ​ເນື້ອ​ໃນໃນການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ຂອງ​ສອງ​ປະ​ເທດ​ນີ້ ພັດ​ຕ່ຳ​ກວ່າ​ເນື້ອ​ໃນ​ໃນການ​ພົວພັນຄູ່​ຮ່ວມ​ຮອບດ້ານ ຂອງ​ສອງ​ປະ​ເທດ​ອື່ນ ຫຼື​ວ່າ ​ເລື່ອງ​ນີ້​ອາດ​ຈະ​ເກີດ​ຂຶ້ນ​ໃນ​ກະ​ໂຕ​ການ​ພົວພັນ​ຂອງ​ປະ​ເທດ​ໜຶ່ງ ກັບ​ບັນດາ​ປະ​ເທດ​ທີ່​ຕ່າງ​ກັນ.

ການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ​ເປັນ​ພື້ນຖານ​ສຳຄັນ​ໃຫ້​ແກ່​ການກໍ່ສ້າງ​ຫຼາຍ​ກົນ​ໄກ​ຮ່ວມ​ມື​ທະວິ​ພາຄີ​ທີ່​ແໜ້ນ​ແຟ້ນ, ​ເຊັ່ນ​ການ​ສົນທະນາ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ເມືອງ ຄວາມ​ສະຫງົບ ການ​ປ້ອງ​ກັນ​ປະ​ເທດ ​ເສດຖະກິດ. ບັນດາ​ກົນ​ໄກ​ນີ້​ແມ່ນ​ບັນດາ​ຊ່ອງ​ສາຍ​ທີ່​ສຳຄັນ ​ແລະ ມີ​ປະສິດທິ​ຜົນ​ທີ່​ສຸດ ​ເພື່ອ​ແບ່ງປັນ​ຂ່າວສານ ທັດສະນະ, ຕົກລົງ​ມາດ​ຕະການ​ຊຸກຍູ້​ດ້ານ​ສະດວກ​ດີ, ຫລຸດຜ່ອນ​ການ​ກະທົບ​ຫຍໍ້​ທໍ້ ຂອງ​ບັນດາ​ບັນຫາ​ແຕກ​ຕ່າງ​ກັນ, ຊ້ຳ​ບໍ່​ໜຳ​ຂັດ​ແຍ່ງ​ກັນ, ສ້າງ​ຄວາມ​​ເຊື່ອ​ຖື​ຊຶ່ງ​ກັນ​ແລະ​ກັນ...

ກອບການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ຍາມ​ໃດ​ກໍ່​ບັນຈຸ​ບັນດາ​ຈຸດ​ຜົນ​ປະ​ໂຫຍດລວມ, ​ແຕ່​ກໍ່ບໍ່​ຫຼີກ​ລ່ຽງຄວາມ​ແຕກ​ຕ່າງ ຖ້າ​ຫາກ​ມັນ​ຍັງ​ຄົງ​ຄ້າງ​ຢູ່. ດັ່ງ​ນັ້ນ, ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຂອງ​ສອງ​ກອບ​ການ​ພົວພັນ​ນີ້ ​ແມ່ນ​ແກ້​ໄຂ​ບັນຫາ​ຕ່າງໆ ຕາມ​ທິດ​ຊຸກຍູ້​ດ້ານ​ຮ່ວມ​ມື ​ແລະຈຳກັດ ຄອບ​ງຳ​ຜ່ອນ​ເບົາ​ດ້ານ​ແຕກ​ຕ່າງ. ​ໃນ​ຈຸດ​ເວລາ​ທີ່​ແນ່ນອນ ​ແລະ​ໃນ​ບັນດາ​ບັນຫາ​ອັນ​ລະ​ອຽດ, ບາງທີ​ດ້ານ​ແຕກ​ຕ່າງ​ບຽດ​ບັງ​ດ້ານ​ຄື​ກັນ, ​ແຕ່​ວ່າ ນີ້​ບໍ່​ແມ່ນ​ຍ້ອນ​ກອບການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ. ນັ້ນ​ແມ່ນ​ສິ່ງ​ທ້າ​ທາຍ ຄວາມ​ຫຍຸ້ງຍາກ ຊຶ່ງ​ບັນດາ​ຝ່າຍ​ທີ່​ກ່ຽວ​ຕ້ອງ​ໃຊ້​ພື້ນຖານ​ຕ່າງໆ ກ່ຽວ​ກັບຄວາມ​ໄວ້​ວາງ​ໃຈ​ກັນ ຄວາມ​ຕ້ອງການ​ຮ່ວມ​ມື​ຍຸດ​ທະ​ສາດ ຜົນ​ປະ​ໂຫຍ​ດ​ແຫ່ງ​ການ​ພັດທະນາ​ຂອງ​ກັນ, ຊ້ຳ​ບໍ່​ໜັມຍັງ​ຄິດ​ເຖິງ​ຜົນ​ປະ​ໂຫຍ​ດລວມຂອງ​ບັນດາ​ປະ​ເທດ ​ເພື່ອ​ພ້ອມ​ກັນ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ ທີ່​ມີ​ປະສິດທິ​ຜົນ ສອດຄ່ອງ, ພະຍາຍາມ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ກັນດ້ວຍການ​ສົນທະນາ ​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ ​ແບ່ງປັນ​ກັນ ປະຕິບັດ​ຕາມ​ກົດໝາຍ​ສາກົນ ​ແລະ ບັນດາ​ຂໍ້​ສັນຍາ​ທີ່​ກ່ຽວຂ້ອງ

ການຜັນ​ຂະຫຍາຍການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ຄູ່​ຮ່ວມຮອບດ້ານ ຂອງ​ຫວຽດາມ

ຈິນຕະນາການ​ກ່ຽວ​ກັບ​ຄູ່​ຮ່ວມ​ຂອງ​ການ​ທູດ​ຫວຽດນາມ​ໄດ້​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ນັບ​ແຕ່​ເມື່ອ​ກໍ່​ຕັ້ງ​ປະ​ເທດ​ສາທາລະນະ​ລັດ ປະຊາທິປະ​ໄຕ​ຫວຽດນາມ​ຂຶ້ນ, ທ່ານ​ປະທານ​ໂຮ່ຈີ​ມິນ ຜູ້​ທີ່​ມີ​ສາຍຕາ​ຍຸດ​ທະ​ສາດ ​ໄດ້​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ ​​ແກ່​ການ​ກໍ່ສ້າງ​ສາຍ​ພົວພັນ​ຄູ່​ຮ່ວມ/ຮ່ວມ​ມື ກັບ​ບັນດາ​ປະ​ເທດ​ໃນ​ໂລກ. ​ໃນ​ຄຳ​ຮຽກຮ້ອງ​ຝາກ​ເຖິງ​ສະຫະ​ປະຊາ​ຊາດ​ປີ 1946, ທ່ານ​ປະທານ​ໂຮ່ຈີ​ມິນ​ຢືນຢັນ: “ຕໍ່​ກັບ​ບັນດາ​ປະ​ເທດ​ປະຊາທິປະ​ໄຕ, ປະ​ເທດ​ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ປະຕິບັດ​ ນະ​ໂຍບາຍ​ເປີດ​ປະຕູ​ປະ​ເທດ ​ແລະຮ່ວມ​ມື​ໃນ​ທຸກໆ​ຂົງ​ເຂດ”(3). ພ້ອມ​ກັນ​ນັ້ນ ທ່ານ​ກໍ່​ຖະ​ແຫຼ​ງວ່າ “ຫວຽດນາມ​ຈະ​ຮ່ວມ​ມື​ກັບ​ທຸກໆ​ປະ​ເທດ​ທີ່​ຍິນ​ດີ​ຮ່ວມ​ມື​ຢ່າງ​ຈິງ​ໃຈ ​ແລະ ​ສະ​ເໝີ​ພາບ​ ກັບຫຽດນາມ”(4), “ຫວຽດນາມ... ​ເປັນ​ເພື່ອນ​ກັບ​ບັນດາ​ປະ​ເທດ​ປະຊາທິປະ​ໄຕ​ທັງ​ໝົດ ​ແລະ ບໍ່​ກໍ່​ຄວາມ​ອາ​ຄາດ​ບາດໝາງ​ກັບປະ​ເທດ​​ໃດ​ເລີຍ(5). ບັນດາ​ຫຼັກການ​ການ​ຕ່າງປະ​ເທດ​ສັນຕິພາບ​ ຂອງ​ທ່ານ​ປະທານ​ໂຮ່ຈີ​ມິນ ສອດ​ຮ້ອຍ​ຕະຫຼອດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ຂອງ​ລັດ​ສາທາລະນະ​ລັດ​ ປະຊາທິປະ​ໄຕ​ຫວຽດນາມ ​ແລະ ລັດ​ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ, ຜ່ານ​ບັນດາ​ສະ​ໄໝ​ກ່ອນ​ໜ້າ​ນີ້ ​ແລະ​ໃນ​ພາຍ​ໜ້າ.

​ໃນ​ຊຸມ​ປີ​ຕົ້ນ​ຂອງ​ສະ​ໄໝ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ບົນ​ຫຼັກການ​ກ່ຽວ​ກັບ​ຄວາມ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ຫວຽດນາມ​ຕັ້ງ​ໃຈ​ກໍ່ສ້າງ​ນະ​ໂຍບາຍ​ການ​ຕ່າງປະ​ເທດບົນ​ຈິດ​ໃຈ “​ເພີ່ມ​ເພື່ອນ​ມິດ, ຫລຸດຜ່ອນ​ສັດຕູ” ​ເພື່ອ​ແນ​ໃສ່​ພົ້ນ​ອອກ​ຈາກ​ການ​ປິດ​ລ້ອມ ການຫ້າມຂົນ​ສົ່ງ​ສິນຄ້າ​ເຂົ້າ​ອອກປະ​ເທດ ​ແລະ ​ເປີດ​ກວ້າງ​ການ​ພົວພັນ​ສາກົນ. ຈິດ​ໃຈ​ນີ້​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ ໃນ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VII ຂອງ​ພັກ “ຫວຽດນາມ​ຢາກ​ເປັນ​ເພື່ອນ​ມິດ​ກັບ​ບັນດາ​ປະ​ເທດ​ ໃນ​ວົງຄະນາ​ຍາດ​ສາກົນ, ສູ້​ຊົນ​ເພື່ອ​ສັນຕິພາບ ​ເອກະລາດ ​ແລະ ການ​ພັດທະນາ”(6) ​ແລະ​ໄດ້​ຢັ້ງຢືນ ຂະຫຍາຍ​ຕື່ມ​ອີກ ​ໃນ​ບັນດາ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII, IX, X ຂອງ​ພັກ. ຮອດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI, ​ແນວທາງ​ການ​ຕ່າງປະ​ເທດ​ໄດ້​ຮັບ​ການຂະຫຍາຍ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ນັ້ນ​ແມ່ນ: ປະຕິບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ ສັນຕິພາບ ການ​ຮ່ວມ​ມື ​ແລະ​ພັດທະນາ, ຫັນ​ການ​ພົວພັນ​ເປັນ​ຫຼາຍ​ກ້ຳ​ຫຼາຍ​ຝ່າຍ ຫຼາຍ​ຮູບ​ຫຼາຍ​ແບບ; ​ເປັນ​ເຈົ້າ​ການ ​ແລະ​ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ​ເປັນ​ເພື່ອນ​ມິດ ​ເປັນ​ຄູ່​ຮ່ວມ​ທີ່​ໄວ້​ວາງ​ໃຈ​ໄດ້ ​ແລະ ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ ໃນ​ວົງ​ຄະນາ​ຍາດ​ສາກົນ; ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຊາດ ​ເພື່ອ​ປະ​ເທດ​ຫວຽດນາມ​ສັງຄົມ​ນິຍົມທີ່​ຮັ່ງມີ​ເຂັ້ມ​ແຂງ. ການ​ສ້າງ​ຕັ້ງ​ກອບການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ຄູ່​ຮ່ວມຮອບດ້ານຂອງ​ຫວຽດນາມ ​ກັບ​ບັນດາ​ຄູ່​ຮ່ວມ​ໃນ​ປັດຈຸບັນ ກໍ່​ໄດ້​ປະຕິບັດ​ຕາມ​ບັນດາ​ຫຼັກການ​ການ​ຕ່າງປະ​ເທດ​ທີ່​ບໍ່​ຂະຫຍັບຂະຫຍາຍ​ນີ້ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ແຜນ​ນະ​ໂຍບາຍ​ຮ່ວມ​ມື​ເພື່ອ​ການ​ພັດທະນາ ​ເພື່ອ​ສັນຕິພາບ ຂອງ​ພັກ​ແລະ​ລັດ​ແຫ່ງ​ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ.

ດ້ວນ​ການ​ສ້າງການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ກັບ​ສະຫະພາບ​ລັດ​ເຊຍ​ປີ 2001, ຫວຽດນາມ​ແມ່ນ​ ໜຶ່ງໃນ 5 ປະ​ເທດ​ນຳ​ໜ້າ​ທຳ​ອິດ​ ທີ່​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ(7). ມາ​ເຖິງ​ປັດຈຸບັນ, ຫວຽດນາມ​ມີການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດກັບ 13 ປະ​ເທດ, ການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດຕາມ​ຂົງ​ເຂດກັບ 2 ປະ​ເທດ ​ແລະ ມີການ​ພົວພັນຄູ່​ຮ່ວມຮອບດ້ານກັບ 11 ປະ​ເທດ​ອື່ນ​ອີກ(8). ການ​ຜັນ​ຂະຫຍາຍການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ​ໄດ້​ຮັບ​ການ​ປະຕິບັດ​ຕາມ​ລຳດັບ​ດຳ​ເນີນ​ງານ​ຢ່າງ​ຕັ້ງໜ້າ ມີ​ຈຸດ​ໜັກ​ໃຈກາງ, ​ເລິ່ມຕົ້ນ​ແຕ່​ສະຫະພາບ​ລັກ​ເຊຍ ອີນ​ເດຍ ຜູ້​ເປັນ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃນ​ພາກ​ພື້ນ (ຈີນ, ຍີ່​ປູ່ນ, ສ.​ເກົາຫຼີ) ​ແລະ​ບັນດາ​ປະ​ເທດ​ໃຫຍ່​ຢູ່​ເອີຣົບ (ອັງກິດ, ​ເຢຍລະ​ມັນ, ຝຣັ່ງ)... ​ແລະ​ບັນດາ​ຄູ່​ຮ່ວມ​ສຳຄັນ​ອື່ນ. ປີ 2013, ຫວຽດນາມ​ໄດ້​ສຳ​ເລັດ​ການ​ສ້າງ​ຕັ້ງ ບັນດາ​ກອບການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ຄູ່​ຮ່ວມຮອບດ້ານ ກັບ​ທັງ 5 ປະ​ເທດ​ສະມາຊິກ​ປະຈຳ ຄະນະ​ມົນຕີ​ຄວາມ​ໝັ້ນຄົງ​ ແຫ່ງ​ສະຫະ​ປະຊາ​ຊາດ. ພ້ອມ​ກັນ​ກັບ​ບັນດາ​ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ ພິ​ເສດ​ກັບບັນດາ​ປະ​ເທດ​ເພື່ອ​ນບ້ານ​ໃກ້​ຄຽງ ລາວ ກຳປູ​ເຈຍ, ບັນດາ​ປະ​ເທດ​ໃນ​ປະຊາ​ຄົນ​ອາ​ຊຽນ, ບັນດາ​ກອບ​ການ​ພົວພັນ​ນີ້​ ໄດ້​ປະກອບສ່ວນ​ອັນ​ຕັ້ງໜ້າ​ ​ເຂົ້າ​ໃນ​ການ​ຜັນ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ດ້ານ ຂອງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ ຢ່າງ​ມີ​ປະສິດທິ​ຜົນ.

ຜົນສຳ​ເລັດ​ແຫ່ງ​ການ​ຜັນ​ຂະຫຍາຍ ການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ຄູ່​ຮ່ວມຮອບດ້ານ

1- ປະກອບສ່ວນ​ໃນ​ລະດັບ​ຍຸດ​ທະ​ສາດ

ຜ່ານ​ການ​ສ້າງ​ຕັ້ງ​ກອບການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ຄູ່​ຮ່ວມຮອບດ້ານ ກັບ​ບັນດາ​ຄູ່​ຮ່ວມ​ທີ່​ສຳຄັນ, ຫວຽດນາມ ​ໄດ້​ສຳ​ເລັດ​ໂດຍ​ພື້ນຖານ​ການ​ກຳນົດ​ທີ່​ຕັ້ງ ໃນນະ​ໂຍບາຍການ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ໃຫຍ່ ​ແລະ ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ, ສ້າງ​ພື້ນຖານ​ອັນ​ສຳຄັນ​​ ເພື່ອ​ໃຫ້ການ​ພົວພັນຂອງ​ຫວຽດນາມກັບບັນດາ​ຄູ່​ຮ່ວມ​ມື​ ມີ​ການຂະຫຍາຍຕົວ​ຢ່າງ​ໝັ້ນຄົງ ​ແທດ​ຈິງ ​ແລະ​ ມີ​ປະສິດທິ​ຜົນ ​ໃນ​ກຳ​ນົດ​ເວລາ​ປານ​ກາງ ​ແລະ ຍາວ​ນານ. ລະບົບ​ການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ​ເປັນ​ສິ່ງ​ຮັບປະກັນ​ອັນ​ໃຫຍ່​ຫຼວງ ​ໃຫ້​ແກ່​ການ​ສະໜັບສະໜູນ​ຂອງປະຊາ​ຄົມ​ໂລກ​ ຕໍ່​ກັບ​ແນວທາງ​ການ​ຕ່າງປະ​ເທດ​ສັນຕິພາບ ​ແລະ​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະ​ເທດ​ເຮົາ ຊຶ່ງ​ໄດ້​ກຳນົດ​ໄວ້​ໃນ​ເນື້ອ​ໃນ​ ຂອງ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຂອງ​ຫວຽດນາມ​ກັບ​ບັນດາ​ປະ​ເທດ. ຕົວຢ່າງ, ສະ​ເພາະ​ໃນການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ(9), ປະຊາຊົນ​ຫວຽດນາມ 90 ລ້ານ​ຄົນ ​ໄດ້​ມີ​ກອບ​ການ​ພົວພັນ​ໃນ​ລະດັບ​ສູງກັບ 3,5 ຕື້​ຄົນ ​ແລະ​ໃນ​ການ​ພົວພັນ​ສະໜິດ​ແໜ້ນ​ກັບ​ຕະຫຼາດ​ຂອງ 13 ປະ​ເທດຄູ່​ຮ່ວມ​ຍຸດ​ທະ​ສາດ ທີ່​ມີຈີ​ດີ​ພີ (GDP) ທັງ​ໝົດ 33.489 ຕື້​ໂດ​ລາ​ສະຫະລັດ (ທົບກວ່າ 200 ​ເທົ່າທຽບ​ກັບຈີ​ດີ​ພີ ຂອງ​ຫວຽດນາມ)(10). ການ​ສ້າງ​ຕັ້ງ​ຕານ່າງການ​ພົວພັນ​ສະໜິດ​ແໜ້ນ​ໃນ​ລະດັບ​ສູງ​ນີ້ ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ​ຄວາມ​ສະຫງົບ - ການ​ຕ່າງປະ​ເທດ​ທີ່​ໝັ້ນຄົງຂອງ​ຫວຽດນາມ ກໍ່​ຄື​ເພີ່ມ​ທະວີ​ຄວາມ​ໄວ້​ວາງ​ໃຈ​ກັບ​ບັນດາ​ຄູ່​ຮ່ວມ​ມື.

ຄຽງ​ຂ້າງ​ການ​ສ້າງ​ຕັ້ງ​ທີ່​ຕັ້ງ, ຫວຽດນາມ​ໄດ້​ຍົກ​ລະດັບ​ບົດບາດ​ຖານະ​ຂອງ​ຕົນ​ໃນ​ການ​ພົວພັນ​ສະ​ເໝີ​ພາບ​ກັບ​ບັນດາ​ຄູ່​ຮ່ວມ​ນີ້, ວົງ​ຄະນາ​ຍາດ​ສາກົນ​ໄດ້​ຍອມຮັບ​ວ່າ​ຫວຽດນາມ​ມີ​ບົດບາດ ​ແລະ​ອິດ​ທິພົນ​ທີ່​ແນ່ນອນ​ໃນ​ພາກ​ພື້ນ. ບົນ​ພື້ນຖານ​ບັນດາ​ຜົນສຳ​ເລັດ​ທີ່​ຕັ້ງໜ້າ​ທີ່​ສຸດ​ໃນ 12 ​ປີ​ແຫ່ງ​ການ​ຜັນ​ຂະຫຍາຍ ການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ, ສະຫະພາບ​ລັດ​ເຊຍ​ ໄດ້​ຍົກ​ລະດັບ​ການ​ພົວພັນ​ກັບ​ຫວຽດນາມ ​ຂຶ້ນ​ເປັນຄູ່​ຮ່ວມ​ຍຸດ​ທະ​ສາດຮອບດ້ານ (​ປີ 2012) ​ແລະ​ ຖື​​ຫວຽດນາມ​ເປັນ​ຄູ່​ຮ່ວມ​ທີ່​ມີ​ທີ່​ຕັ້ງສຳຄັນ​ ໃນຍຸດ​ທະ​ສາດ​ອາຊີ - ປາຊີ​ຟິກ ຂອງລັດ​ເຊຍ, ພຽງ​ແຕ່​ຢູ່​ຫຼັງ​ບາງ​ປະ​ເທດ​ເພື່ອນ​ບ້ານ​ຄຽງ​ຂ້າງ​ຂອງ​ລັດ​ເຊຍ(11). ​ໃນ​ກອບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ, ອີນເດຍ, ອາ​ເມ​ລິ​ກາ, ອັງກິດ, ​ເຢຍລະ​ມັນ, ຝຣັ່ງ, ຍີ່​ປູ່​ນ, ສ.​ເກົາຫຼີ, ​ໂອ​ສະ​ເຕີ​ເລຍ,... ຫວຽດນາມ​ຍາມ​ໃດ​ກໍ່​ໄດ້​ຕັ້ງ​ຢູ່​ໃນ​ທີ່​ຕັ້ງ​ສຳຄັນ ​ໃນ​ນະ​ໂຍບາຍ​ຂອງ​ບັນດາ​ປະ​ເທດ​ເຫຼົ່າ​ນັ້ນ ຢູ່​ອາຊີ - ປາຊີ​ຟິກ, ຢູ່​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ອົງການ​ສາກົນ ອົງກາ​ນຈັດ​ຕັ້ງລະຫວ່າງ​ລັດຖະບານ, ບົດບາດ ​ແລະ​ຖານະ​ທີ່​ຕັ້ງ​ຂອງ​ຫວຽດນາມ​ ໄດ້​ຮັບ​ການ​ຕີ​ລາຄາ​ສູງ ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ອາຊີ ​ແລະ ກວ້າງກວ່າ​ອີກ...

ການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ກັບ​ບັນດາ​ຄູ່​ຮ່ວມ​ທີ່​ສຳຄັນ ​ໄດ້​ເພີ່ມ​ທະວີ​ທ່າ​ອຽງ​ຮ່ວມ​ມື ​ແລະ ​​ຄຳ​ໝັ້ນ​ສັນຍາ​ການ​ເມືອງ​ໃນ​ຂັ້ນ​ສູງສຸດ ທີ່​​ໃຫ້​ຄວາມເຄົາລົບ​ນັບຖື​ການ​ເລືອກ​ເອົາລະບອບ​ລະບຽບ​ການ​ເມືອງຂອງ​ຫວຽດນາມ, ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ພັກ ປົກ​ປັກ​ຮັກສາ​ລະບອບ​ສັງຄົມ​ນິຍົມ. ​ໃນ​ປີ 2013, ສະຫາຍ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ໄດ້​ມີ​ການ​ຢ້ຽມ​ຢານອັນ​ເປັນ​ປະຫວັດສາດ​ທີ່ ລາຊະ​ອາ​ນະ​ຈັກ​ອັງກິດ, ລາຊະ​ອານາຈັກ​ໄທ, ປະ​ເທດ​ອີ​ຕາ​ລີ ​ແລະ ສັນຕະສຳນັກ​ວາ​ຕີ​ກັງ. ສະຫາຍ​ເລຂາທິການ​ໃຫຍ່ ​ໄດ້​ພ້ອມ​ກັບ​ປະມຸກ​ຂອງ​ອີ​ຕາ​ລີ ​ແລະ ​ໄທ ອອກ​ຖະ​​ແຫຼງການ​ຮ່ວ​ມ ກ່ຽວ​ກັບ​ການ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ ຫວຽດນາມ-ອີ​ຕາ​ລີ ​ແລະ ຫວຽດນາມ-​ໄທ. ທ່ານ​ປະທານ​ປະ​ເທດເຈືອງ​ເຕິ​ນຊາງ ພ້ອມ​ກັບ​ທ່ານ​ປະທານາທິບໍດີ​ອີ​ນໂດ​ເນ​ເຊຍ ອອກ​ຖະ​ແຫຼ​ງການຮ່ວມ ກ່ຽວ​ກັບ​ການ​ສ້າງການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ຫວຽດນາມ-ອີນ​ໂດ​ເນ​ເຊຍ, ​ແລະ ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸ໊ງ ​ໄດ້ພ້ອມກັບປະມຸກ​ຂອງ​ປະ​ເທດຝຣ່ັງ ສ້າງ​ຕັ້ງການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ຫວຽດນາມ-ຝຣັ່ງ. ​ໃນ​ທ່າ​ອຽງ​ນີ້, ສະຫະລັດ​ອາ​ເມ​ລິ​ກາ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ “​ເຄົາລົບ​ນັບຖື​ລະບອບ​ການ​ເມືອງ” ຂອງ​ຫວຽດນາມ ​ໃນ​ຖະ​ແຫຼ​ງການ​ຮ່ວມ​ ກ່ຽວ​ກັບການ​ພົວພັນຄູ່ຮ່ວມຮອບດ້ານ ​ເດືອນ​ກໍລະກົດ ປີ 2013.

​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານຂອງ​ກັນ​ແລະ​ກັນ, ຫວຽດນາມ​ກັບ​ບັນດາ​ປະ​ເທດ ມີໂອກາດດີ​ຫຼາຍຢ່າງ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື ຂະຫຍາຍ​ຄວາມ​ເຂົ້າ​ໃຈ ​ເພີ່ມ​ດ້ານ​ຮ່ວມ​ມື, ພ້ອມ​ກັນ​ນັ້ນ​ກໍ່​ຫລຸດຜ່ອນ ​ແລະ​ຈຳກັດ​ຮັດ​ແຄບ​ຄວາມ​ແຕກ​ຕ່າງ. ບັນດາ​ກອບ​ການ​ພົວພັນ​​ໃໝ່ທີ່​ຫາ​ກໍ່ສ້າງ​ຕັ້ງ​ຂຶ້ນ ​ໄດ້​ເຮັດ​ໃຫ້ທ່າອຽງສົນທະນາ​ເພີ່ມ​ຂຶ້ນ, ຊ່ວຍ​​ໃຫ້​ເຫັນ​ແຈ້ງ​ຄວາມ​ແຕກ​ຕ່າງ, ຜ່ານ​ສິ່ງ​ດັ່ງກ່າວ​ເພື່ອ​ຫລຸດຜ່ອນ​ມູນ​ເຫດ​ຂອງ​ຄວາມ​ເຂົ້າ​ໃຈ​ຜິດ​ຍຸດ​ທະ​ສາດ. ພ້ອມ​ກັນ​ນັ້ນ, ກອບ​ການ​ພົວພັນ​ຄູ່​ຮ່ວມ​ໃໝ່​ໄດ້​ເປີດ​ຊ່ອງ​ສາຍ​ໃໝ່ ​ເພື່ອ​ໃຫ້​ຫວຽດນາມ​ຕໍ່ສູ້​ໂດຍ​ກົງ​ກັບ​ບັນດາ​ກົນອຸບາຍ ລາຍລ່ຽມ​ເສກສັນ​ປັ້ນ​ແຕ່ງ, ສວຍ​ໃຊ້​ບັນຫາ​ຄວາມ​ແຕກ​ຕ່າງ​ ເພື່ອ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ ຂອງ​ຫວຽດນາມ. ຫວ່າງ​ແລ້ວ​ນີ້, ​ເກືອບ​ໝົດ​ທຸກ​ປະເທດຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ​ໄດ້​ລົງ​ຄະ​ແນນ​ສຽງ​ສະໜັບສະໜູນ​ຫວຽດນາມ ​ເຂົ້າ​​​ເປັນ​ກຳມະການ​ຄະນະ​ມົນຕີ​ສິດທິ​ມະນຸດ​ ແຫ່ງ​ສະຫະ​ປະຊາ​ຊາດ.

ຄວາມ​ໄວ້​ວາງ​ໃຈ​ຕໍ່​ບັນດາຄູ່​ຮ່ວມ​ຍຸດ​ທະ​ສາດ ​​ແລະ ທ່າ​ທີ່​ເຊື່ອ​ຖື​ຕໍ່​ບັນດາຄູ່​ຮ່ວມຮອບດ້ານ ​ໄດ້​ປັບປຸງ ​ແລະ​ຍົກ​ສູງ​ຂຶ້ນ. ​ໃນ​ກອບ​ການ​ພົວພັນ​ໃໝ່, ການ​ຍັບ​ເຂົ້າ​ໃກ້​ກັນ​ກວ່າ​ອີກ​ແມ່ນ​ປະຖົມ​ປັດ​ໃຈ​ໃຫ້​ແກ່​ການ​ເພີ່ມ​ທະວີການ​ພົບ​ປະ ​ແລກປ່ຽນ ​ແລະ ຕິດ​ຕໍ່​ຂັ້ນ​ສູງ. ​ໃນ​ປີ 2013 - ປີ​ທີ່​ການ​ຕ່າງປະ​ເທດ​ຫວຽດນາມ​ເຄື່ອນ​ໄຫວ​ຫຼາຍ​ທີ່​ສຸດ ​ແລະ​ມີ​ປະສິດທິ​ຜົນ​ຫຼາຍ, ຫວຽດນາມ​ໄດ້​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຕ່າງໆ ກັບ 13 ປະ​ເທດ​ຄູ່​ຮ່ວມ​ຍຸດ​ທະ​ສາດ, ​ໃນ​ນັ້ນ​ປະມຸກ​ຂອງ​ບາງ​ປະ​ເທດ​ ໄດ້​ເລືອ​ກຫວຽດນາມ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ ທີ່​ມາຢ້ຽມຢາມ​ຄັ້ງ​ທຳ​ອິດ​ພາຍຫຼັງຂຶ້ນ​ຮັ້ບຕຳ​ແໜ່​ງ(12). ການ​ພົວພັນ​ປະສານ​ສົມທົບ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ກໍ່​ຄື​ພາກ​ພື້ນ​ໄດ້​ຮັບ​ການ​ຊຸກຍູ້; ບັນດາ​ກົນ​ໄກ​ສົນທະນາ​ໄດ້​ຮັບ​ການ​ດພີ່​ມທະວີ ​ແລະ ສ້າງ​ໃໝ່(13); ການ​ຮ່ວມມື ​ແລະ​ການ​ສົນທະນາ​ກ່ຽວ​ກັບ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ ນັບ​ມື້​ນັບ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ປັບປຸງ ​ແລະ​ເພີ່ມ​ຄວາມ​​ເຊື່ອ​ຖື​ການ​ເມືອງ.

ການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ຄູ່​ຮ່ວມຮອບດ້ານກັບ​ບັນດາ​ປະ​ເທດ​​ໄດ້ສ້າງ​ໃຫ້​ປະ​ເທດ​ເຮົາ​ມີ​ລະບົບ​ບັນດາ​ຄູ່​ຮ່ວມ​ໃກ້ຊິດ ຕິດ​ແໜ້ນ, ຜົນ​ປະ​ໂຫຍດສານ​ໄຂວ່​ກັນ​ໃນ​ທຸກ​ຊັ້ນ​ຂັ້ນ ​ເພື່ອ​ນບ້ານ​ໃກ້​ຄຽງ, ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ອາຊີ ​ແລະ ກວ້າງ​ກວ່າອີກ ​ຄື​ໃນ​ລະດັບ​ທົ່ວ​ໂລກ ​ເມື່ອ​ຫວຽດນາມ​ມີ​ການ​ພົວພັນຢ່າງ​ເລິກ​ເຊິ່ງກັບ​ທັງ 5 ປະ​ເທດ​ກຳມະການ​ປະຈຳ ຄະນະ​ມົນຕີ​ຄວາມ​ໝັ້ນຄົງ ​ແຫ່ງ​ສະຫະ​ປະຊາ​ຊາດ. ​ໃນ​ເນື້ອ​ໃນ​ທັງ​ໝົດ​ຂອງການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​​ຄູ່​ຮ່ວມຮອບດ້ານ ຂອງຫວຽດນາມ, ຈຸດ​ໝາຍ​ແມ່ນ​ຮ່ວມ​ມື​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ ຄວາມ​ຈະ​ເລີນວັດທະນາ​ຖາວອນ​ຂອງ​ພາກ​ພື້ນ, ​ເພື່ອ​ການ​ພັດທະນາ​ຂອງ​ບັນດາ​ປະຊາ​ຊາດ​ໃນ​ໂລກ... ນັ້ນ​ແມ່ນຄຳ​ປະກາດກ່ຽວ​ກັບ​ບັນດາ​ຫຼັກການ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ແລະ ​ກໍ່​ຢືນຢັນ​ການ​ຮັບ​ຮູ້​ແລະສະໜັບສະໜູນ​ຢ່າງ​ໜັກ​ແໜ້ນ ຂ​ອງບັນດາ​ປະ​ເທດ​ ຕໍ່​ກັບ​ແນວທາງ​ການ​ຕ່າງປະ​ເທດ​ສັນຕິພາບ​ອັນ​ສູງ​ສົ່ງ ຂອງ​ປະ​ເທດ​ເຮົາ.

ບັນດາ​ປະ​ເທດຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ສະໜັບສະໜູນແລະ​ຕີ​ລາຄາ​ສູງ ຕໍ່​ຄຳເວົ້າ​ແລະ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ລວມ ຂອງ​ປະຊາ​ຄົມ​ສາກົນ. ​ໃນ​ບັນດາ​ເວທີ​ປາໄສພາກ​ພື້ນ​ແລະ​ສາກົນ, ຮອຍ​ປະ​ທັບ​ຂອງ​ຫວຽດນາມ ​ທີ່ຮັບຜິດຊອບ​ປະຕິບັດ​ຢ່າງ​ສຳ​ເລັດ​ຜົນ ໜ້າ​ທີ່ກຳມະການ​ບໍ່​ປະຈຳການ ຄະນະ​ມົນຕີ​ຄວາມ​ໝັ້ນຄົງ​ ແຫ່ງ​ສະຫະ​ປະຊາ​ຊາດ (2008 - 2009) ​ແມ່ນ​ເຄື່ອງ​ເດີນທາງ​ອັນ​ປະ​ເສີດ, ​ເປັນ​ຫຼັກ​ຖານ​ອັນ​ສຳຄັນ ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ກຳລັງ​ຄວາມ​ສາມາດ​ຂອງ​ຫວຽດນາມ ​ໃນ​ການ​ພ້ອມ​ກັນ​ກັບ​ ບັນດາ​ປະ​ເທດ​ໃນຄະນະ​ມົນຕີ​ຄວາມ​ໝັ້ນຄົງ​ ແຫ່ງ​ສະຫະ​ປະຊາ​ຊາດ ​ແກ້​ໄຂ​ບັນດາ​ບັນຫາ​ສາກົນ ​ເພື່ອ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ​ການ​ພັດທະນາ. ການ​ທີ່​ບັນດາ​ປະ​ເທດຄູ່​ຮ່ວມ​ຍຸດ​ທະ​ສາດ ​ຄູ່​ຮ່ວມຮອບດ້ານ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ໃຫຍ່ ສະໜັບສະໜູນ​ຫວຽນາມ ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນກຳມະການ​ຄະນະ​ມົນຕີ​ສິດທິ​ມະນຸດ ​ແຫ່ງ​ສະຫະ​ປະຊາ​ຊາດ ​ໄດ້​ສ້າງ​ທ່ວງທ່າ​ເພື່ອ​ໃຫ້​ບັນດາ​ຄູ່​ຮ່ວມ​ທີ່​ສະໜິດສະໜົມ​ ຂອງປະ​ເທດ​ເຫຼົ່າ​ນີ້​ ລົງ​ຄະ​ແນນ​ສຽງ​ສະໜັບສະໜູນ​ຫວຽດນາມ (184/193 ຄະ​ແນນ​ສຽງ). ຄຽງ​ຂ້າງ​ບັນດາ​ເວທີ​ປາ​ໄສ​ການ​ເມືອງ ຄວາມ​ສະຫງົບ ສິດທິ​ມະ​ນິດ, ບັນດາ​ປະ​ເທດຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ​ໄດ້​ມີ​ຄຳ​ເວົ້າ​ອັນ​ຕັ້ງໜ້າ​ສະໜັບສະໜູນ​ຫວຽດນາມ ຢູ່​​ບັນດາ​ອົງການ​ສາກົນ ​ແລະ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ກ່ຽວ​ກັບ​ວັດທະນະທຳ, ພິ​ເສດແມ່ນ ​ໃນ 37 ປີ​ແຫ່ງ​ການ​ເປັນ​ສະມາຊິກ​ຂອງ​ອົງ​ການ​ການ​ສຶກສາ ວິທະຍາສາດ ແລະ​ ວັດທະນະທຳ​ ແຫ່ງສະຫະ​ປະຊາ​ຊາດ (UNESCO) ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຫວຽດນາມ​ຖືກ​ເລືອກ​ຕັ້ງ​ເປັນ​ກຳມະການ ຂອງຄະນະ​ກຳມະການ​ມໍ​ລະ​ດົກ​ໂລກ​ແຫ່ງ​ຢູ​ເນັດ​ສະ​ໂກ (​ເດືອນ​ພະຈິກ ປີ 2013)(14) ກໍ່​ຄື​ການ​ຮັບຮອງ​ບັນດາ​ມໍລະດົກ​ໂລກ​ຂອງ​ຫວຽດນາມ(15).

ເປັນອັນວ່າ ການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຄູ່ຮ່ວມຮອບດ້ານ ​ແມ່ນ​ມາດຕະ​ການການ​ທູ​ດ​ທີ່​ແຫຼມ​ຄົມ ​ເປັນ​ເຈົ້າ​ການ ​ແລະ ​ໄຫວ​ພິບ ​ເພື່ອ​ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ພັກ ລັດ ​ໃນ​ການນຳ​ເອົາ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ເຂົ້າ​ສູ່​ລວງ​ເລິກ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ຫວຽດນາມ ​ແລະ​ບັນດາ​ຄູ່​ຮ່ວມ. ການ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື​ໃນ​ບັບດາກ​ອບການ​ພົວພັນນີ້ ​ໄດ້​ນຳ​ມາ​ຊຶ່ງ​ຜົນສຳ​ເລັດ​ຍຸດ​ທະ​ສາດ​ຫຼາຍ​ຢ່າງ ​ແລະ ​ເປັນ​ພື້ນຖານ​ອັນ​ສຳຄັນ​ທີ່​ມີ​ຄຸນ​ກະທົບ​ແຜ່​ລາມ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ບັນດາ​ຂົງ​ເຂດ​ອື່ນ. ການ​ສ້າງ​ຕັ້ງ ​ແລະ​ຜັນ​ຂະຫຍາຍການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ຄູ່​ຮ່ວມຮອບດ້ານ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຖິງ​ຖອງ​ ຖູ​ກຕ້ອງຕາ​ມ​ແຜນ​ນະ​ໂຍບາຍ​ຫັນ​ການ​ພົວພັນ​ເປັນ​ຫຼາຍ​ກ້ຳ​ຫຼາຍ​ຝ່າຍ ຫຼາຍ​ຮູບ​ຫຼາຍ​ແບບ; ຫວຽດນາມ​ຍາມ​ໃດ​ກໍ​ຢຶດໝັ້ນ​ແນ​ວທາງ​ການ​ຕ່າງປະ​ເທດທີ່​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ບໍ່​ສຳພັນ​ທະ​ພາບ ບໍ່​ໄປ​ກັບປະ​ເທດນີ້​ເພື່ອ​ຕ້ານ​ກັບປະ​ເທດ​ອື່ນ, ບໍ່​ສ້າງ​ຄວາມ​ລະ​ແວງ​ສົງ​ໄສ ຫຼື​ກໍ່​​ໃຫ້​ເກີດການ​ກະທົບ​ຕອບ​ຫຍໍ້​ທໍ້​ຈາກ​ບັນດາ​ປະ​ເທດ, ພ້ອມ​ກັນ​ນັ້ນກໍ່​ບໍ່​ໃຫ້​ຕົກ​ໃສ່​ທ່າ​ຖືກ​ຄາ​ໃນ​ບັນຫາ​ລະຫວ່າງ​ບັນດາ​ປະ​ເທດ​ນຳ​ກັນ, ​ເປັນ​ຕົ້ນ​ແມ່ນ​ການ​ແກ່ງ​ແຍ້​ງຍາດ​ຊິງ​ກັນລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່.

2- ປະກອບສ່ວນ​ຮັບ​ໃຊ້​ການ​ພັດທະນາ

ກອບການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ​ໄດ້​ສ້າງ​ໂອກາດ​ດີຫຼາຍ​ຢ່າງ​ເພື່ອ​ໃຫ້​ຫວຽດນາມ ​ແລະ​ບັນດາ​ປະ​ເທດ​ຄູ່​ຮ່ວມ ຍາດ​ແຍ່ງ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮັບ​ໃຊ້​ການ​ພັດທະນາ. ຫວຽດນາມ​ໄດ້​ຜັນ​ຂະຫຍາຍ​ການ​ພົວພັນ ກັບ​ບັນດາຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານຢ່າງ​ມີ​ປະສິດທິ​ຜົນ, ຍາດ​ແຍ່ງ​ໄດ້​ແຫຼ່ງລົງທຶນ ການ​ຊ່ວຍ​ເຫຼືອ​ເພື່ອ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ ສ້າງ​​ເປັນ​ບັນດາ​ຂະ​ແໜງ​ປາຍ​ແຫຼມ​ຂອງ​ຫວຽດນາມ. ລວມຍອດ​ມູນ​ຄ່າ​ການ​ຄ້າ​ຕ່າງປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ພໍ​ຄວນ, ປະກອບສ່ວນ​ເຮັດ​ໃຫ້ໂຄງ​ປະກອບ​ເສດຖະກິດຫັນປ່ຽນຢ່າງຕັ້ງໜ້າ ຕາມ​ທິດ​ເພີ່ມ​ອັດຕາ​ສ່ວນ​ອຸດສາຫະກຳ ການ​ບໍລິການ ​ແລະ​ຜະລິດ​ຕະພັນ​ທີ່​ມີ​ຄຸນຄ່າ​ເພີ່ມ​ ​ໃຫ້​ສູງ​ຂຶ້ນ.

ການ​ລົງທຶນ​ໂດຍ​ກົງ​ຈາກ​ບັນດາ​ປະ​ເທດຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ, ​ໃນ​ນັ້ນ​ມີ​ສະຫະລັດ​ອາ​ເມ​ລິ​ກາ, ພວມ​ເປັນ​ແຫຼ່ງກຳລັງ​ອັນ​ສຳຄັນ ທີ່​ປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໂຕ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ຫວຽດນາມ. ​ໃນ​ສະພາບ​ເສດຖະກິດ​ໂລກ​ມີ​ຄວາມຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່​ຄວາມ​ເຊື່ອ​ຖື​ທີ່​ແຊກ​ຄຸມ​ການ​ຄິດ​ໄລ່​ລົງທຶນ​ຂອງ​ບັນດາ​ຄູ່​ຮ່ວມ, ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ຂອງ​ບັນດາ​ປະ​ເທດຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ​ສະຫະລັດ​ອາ​ເມ​ລິ​ກາ ​ເຂົ້າ​ຫວຽດນາມ​ກໍ່ໄດ້​ເພີ່ມ​ຂຶ້ນ​ຢ່າງ​ລຽນຕິດ, ບັນລຸ​ມູນ​ຄ່າ 8,35 ຕື້​ໂດ​ລາ​ສະຫະລັດ ​ໃນ 9 ​ເດືອນ​ຕົ້ນ​ປີ 2013(16), ກວມ​ເອົາ 91% ຍອດ​ຈຳນວນ​ທຶນ FDI ​ເຂົ້າ​ຫວຽດນາມ. ​ເກືອບ​ທັງ​ໝົດທຸກ​ໂຄງການ​ຈຸດ​ໜັກ​ໃຈກາງ​ແຫ່ງ​ຊາດ ​ແມ່ນ​ໂຄງການ​ຮ່ວມ​ມື​ກັບ​ໜຶ່ງ​ໃນ​ບັນດາຄູ່​ຮ່ວມ​ຍຸດ​ທະ​ສາດ (​ໂຄງການ​ໂຮງງານ​ໄຟຟ້າ​ປະລະມານູ​ໝາຍ​ເລກ 1 ກັບ​ລັດ​ເຊຍ, ໝາຍ​ເລກ 2 ກັບ​ຍີ່​ປູ່​ນ; ສະຖາ​ບັນ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ - ສ.​ເກົາຫຼີ...)(17).

ຮ່ວມ​ມື​ດ້ານ​ນ້ຳມັນແລະກ໊າດທຳມະຊາດ​ກັບ​ສະຫະພາບ​ລັດ​ເຊຍ ​ໄດ້​ຖື​ວ່າ​ເປັນ​ສັນຍາ​ລັກ​ແຫ່ງ​ຜົນສຳ​ເລັດ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ​ໃນ​ໄລຍະ​ໃໝ່ ຊຶ່ງ​ມີ​ປະສິດທິ​ຜົນ​ສູງ ປະກອບສ່ວນອັນ​ຕັ້ງໜ້າ​ເຂົ້າ​ໃນ​ການພັດທະນາ​ຂອງ​ສອງ​ປະ​ເທດ. ​ແຕ່ລະ​ປີ, ສ່ວນ​ປະກອບ​ຂອງ​ບໍລິສັດ​ຮ່ວມ​ທຸລະ​ກິດ Vietsovpetro ​ໃຫ້​ແກ່​ງົບປະມານ​ແຫ່ງ​ລັດ​ຫວຽດນາມ ​ໄດ້​ກວມ​ອັດຕາ​ສ່ວນ​ຫຼາຍພໍ​ຄວນ. ມາ​ເຖິງ​ປັດຈຸບັນ, ຜົນ​ກຳ​ໄລ​ທີ່​ເກັບ​ມາ​ຈາກ​ບໍລິສັດ​ຮ່ວມ​ທຸລະ​ກິດ​ນີ້ ກໍ່​ໄດ້ສ້າງ​ເປັນ​ລາຍ​ຮັບ​ບໍ່​ໜ້ອຍ​​ໃຫ້​ແກ່ສະຫະພາບ​ລັດ​ເຊຍ. ບົນ​ພື້ນຖານ​ຜົນສຳ​ເລັດ​ທີ່​ຕັ້ງໜ້າ​ທີ່​ສຸດ​ນັ້ນ, ສອງ​ຝ່າຍ​ໄດ້​ສ້າງ​ໃໝ່​ຕື່ມ​ອີກ ​ບັນດາ​ບໍລິສັດຮ່ວມ​ວິ​ສາ​ຫະກິດ ລະຫວ່າງ Petrovietnam ​ແລະ Zarubeznhep, Gazprom ​ແລະ Roznhep ຜັນ​ຂະຫຍາຍ​​ໂຄງການ​ຂຸດ​ຄົ້ນນ້ຳມັນແລະກ໊າດທຳມະຊາດ ​ຢູ່​ລັດ​ເຊຍ ​ແລະ ​ທັງຢູ່ປະ​ເທດ​ທີ່​ສາມ​ອີກ ຊຶ່ງ​ໄດ້​ໄຂ​ແງ່ຫວັງ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ຍາວ​ນານ ​ແລະ​ບືນ​ຕົວ​ອອກ​ສູ່​ສາກົນ ​ຂອງ​ຂະ​ແໜງອຸດສາຫະກຳ​ນ້ຳ​ມັນແລະກ໊າດທຳມະຊາດ ​ຂອງ​ຫວຽດນາມ.

​ເປັນ​ປະ​ເທດ​ເພື່ອນ​ມິດ​​ໃຫຍ່ ​​ເພື່ອນ​ບ້ານໃກ້​ຄຽງ ມີ​ຊາຍ​ແດນ​ຕິດ​ຈອດ​ກັນ ​ແລະ​ຕ່າງ​ກໍ່​ສູ້​ຊົນ​ຕາມ​ຈຸດໝາຍ​ກໍ່ສ້າງ​ລັດທິ​ສັງຄົມ​ນິຍົມ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ, ປະ​ເທດ​ສາທາລະນະ​ລັດ ປະຊາຊົນ​ຈີນ ​ແລະ ປະ​ເທດ​ສາທາລະນະ​ລັດ ສັງຄົມ​ນິຍົມຫວຽດນາມ ພວມ​ຕັ້ງໜ້າ​ພະຍາຍາມ​ຮັດ​ແຄບ​ຄວາມ​ແຕກ​ຕ່າງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ກອບຄູ່​ຮ່ວມ​ຍຸດ​ທະ​ສາດຮອບດ້ານ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ ​ແລະ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສອງ​ປະ​ເທດ. ປັດຈຸບັນ, ຈີນ​ມີ 913 ​ໂຄງການ​ລົງທຶນ​ຢູ່​ຫວຽດນາມ ດ້ວຍ​ຈຳນວນ​ທຶນຂຶ້ນ​ທະບຽນ​ປະມານ 4,7 ຕື້​ໂດ​ລາ​ສະຫະລັດ. ຈີນ​ເປັນ​ຜູ້​ຮັບ​ປະມູນ​ກໍ່ສ້າງ​ກິດຈະການ​ໂຄງ​ສ້າງ​ພື້ນຖານ (ຕາມ​ຮູບ​ການ​ເຮັດ​ຕະຫຼອດ​ກິດຈະການ ​ແຕ່​ລົງທຶນ ອອກ​ແບບ ກໍ່ສ້າງ - EPC) ​ໃຫຍ່​ຂອງ​ຫວຽດນາມ, ກວມ​ເອົາ​ເຖິງ 24% ຈຳນວນກິດຈະການ ​ແລະ 48% ​ຄຸນຄ່າ (ປະມານ 5 ຕື້​ໂດ​ລາ​ສະຫະລັດ). ປັດຈຸບັນ, ສອງ​ປະ​ເທດ​ກຳລັງ​ຊຸກຍູ້​ ​ເພື່ອ​ຜັນ​ຂະຫຍາຍ​ປະຕິບັດ​ຕື່ມ​ອີກ 5 ກິດຈະການ​ໃຫຍ່ ທາງ​ດ້ານ​ໂຄງ​ສ້າງ​ພື້ນຖານ: ທາງ​ລົດ​ໄຟ​ຄວາມ​ໄວສູງ ຮ່າ​​ໂນ້ຍ - ຫາຍ​ຟອງ - ລ້າງ​ເຊີນ; ທາງ​ດ່ວນ ລ້າງ​ເຊີນ - ຮ່າ​​ໂນ້ຍ, ໝອງ​ກາຍ - ຮ້າ​ລອງ; ຂົວຕ່າ​ລຸ່ງ II, ຂົວ​ບັກ​ລວັນ(18).

ການ​ຊ່ວ​ຍເຫຼືອ​ພັດທະນາ​ເປັນ​ທາງ​ການ (ODA) ຂອງ​ບັນດາ​ປະ​ເທດຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ​ໃຫ້​ຫວຽດນາມ ປະກອບສ່ວນ​ອັນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ໂຄງ​ສ້າງ​ພື້ນຖານ ​ແລະ ບັນດາ​ຂະ​ແໜງ​ການ​ປາຍ​ແຫຼມຕາມ​ທິດ​ຍຸດ​ທະ​ສາດ​ຍາວ​ນານ. ​ແຕ່​ປີ 2010, ຫວຽດນາມ​ໄດ້​ຢູ່​ໃນ​ກຸ່ມ​ບັນດາ​ປະ​ເທດ​ມີ​ລາຍ​ຮັບ​ສະ​ເຫຼ່ຍປານ​ກາງ​ຕ່ຳ, ​ແຕ່​ບັນດາ​ປະ​ເທດ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ​ຄູ່​ຮ່ວມ​ຮອບດ້ານ ຍັງ​ຄົງໃຫ້ການ​ຊ່ວຍ​ເຫຼືອ ດ້ານ ODA, ບາງ​ປະ​ເທດ​ຍັງ​ໄດ້​ເພີ່ມ ODA ​ໃຫ້​ຫວຽດນາມ(19). ລວມຍອດ ODA ຕາມ​ຄຳ​ໝັ້ນ​ສັນຍາ​​ສະໜອງ​ໃຫ້​ຫວຽດນາມ​ໄລຍະ 1993 - 2013 ​ແມ່ນ 78 ຕື້​ໂດ​ລາ​ສະຫະລັດ, ​ໃນ​ນັ້ນ 63 ຕື້​ໂດ​ລາ​ສະຫະລັດ ​ໄດ້​ເຊັນ​ແລ້ວ ​ແລະ​ໄດ້​ຈ່າຍແລ້ວ 42 ຕື້​ໂດ​ລາ​ສະຫະລັດ. ​ໃນ​ຈຳນວນນັ້ນ, ທຶນ ODA ຈາກ​ຍີ່​ປູ່​ນກວມ​ເອົາ 30% ຂອງ​ລວ​ມຍ​ອດ ODA ​ເຂົ້າ​ຫວຽດນາມ. ສະ​ເພາະ​ປີ 2013, ODA ຕາມ​ຄຳໝັ້ນ​ສັນຍາ​ຂອງ​ຍີ່​ປູ່​ນ​ໃຫ້​ຫວຽດນາມ​ແມ່ນ 1,4 ຕື້​ໂດ​ລາ​ສະຫະລັດ. ຄຽງ​ຂ້າງ ODA ທີ່​ບຸລິມະສິດ​ໃຫ້​ຂົງ​ເຂດ​ພັດທະນາ​ໂຄງ​ສ້າງ​ພື້ນຖານ, ODA ​ໃຊ້​ໃຫ້​ແກ່​ຂົງ​ເຂດ​ຈຸດ​ໜັກ​ອື່ນ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ ການ​ພັດທະນາ​ຍາວ​ນານ​ຂອງ​ຫວຽດນາມ ຊຶ່ງ​ບັນດາ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ສະໜອງ​ໃຫ້​ກໍ່​ເພີ່ມ​ຂຶ້ນ. ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດຕາ​ມຂົງ​ເຂດ, ​ເດນ​ໝາກ​ໄດ້​ຊ່ວຍ​ເຫຼືອ​ໃຫ້​ຫວຽດນາມ 33 ລ້ານ​ໂດ​ລາ​ສະຫະລັດ(20) ​ໄລຍະ 2012 - 2014 ​ໃນ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ສິ່ງ​ແວດ​ລ້ອມ ພະລັງງານ ​ແລະ​ການ​ເຕີບ​ໂຕ​ສີຂຽວ.

ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຫວຽດນາມ ກັບ​ບັນດາຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ກວມ​ອັດຕາ​ສ່ວນ​ຫຼາຍ​ ໃນ​ລວມຍອດ​ການ​ຄ້າ​ຕ່າງປະ​ເທດ​ຂອງ​ຫວຽດນາມ ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ຢ່າງ​ສະ​ໝ່ຳສະ​ເໝີ. ລວມຍອດ​ມູນ​ຄ່າ​ການ​ຄ້າ​ຂອງ​ຫວຽດນາມ ກັບ 13 ປະ​ເທດ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ໃນ 9 ​ເດືອນ​ຕົ້ນ​ປີ 2013 ບັນລຸ 148 ຕື້​ໂດ​ລາ​ສະຫະລັດ, ກວມ​ເອົາ 76,7% ຂອງ​ລວ​ມຍ​ອດມູນ​ຄ່າ​ການ​ຄ້າ​ຂາ​ອອກ​ຂາ​ເຂົ້າຂອງ​ຫວຽດນາມ(21). ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ຄື ມູນ​ຄ່າ​ການ​ຄ້າ​ຂອງ​ຫວຽດນາມ​ກັບຄູ່​ຮ່ວມ​ຍຸດ​ທະ​ສາດ ລ້ວນ​ແຕ່​ເພີ່ມ​ຂຶ້ນຫຼາຍ​ກວ່າ​ ແຕ່ 1,3 ​ເທົ່າ ​ເຖິງ 6 ​ເທົ່າ ທຽບ​ກັບ​ເວລາ​ກ່ອນ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ(22). ສະ​ຫະລັດ​ອາ​ເມ​ລິ​ກາຖື​ວ່າ​ຫວຽດນາມ​ເປັນ​ໜຶ່ງ​ໃນ 11 ປະ​ເທດ​ທີ່​ບຸລິມະສິດ​ພັດທະນາ​ການ​ຄ້າ. ມູນ​ຄ່າ​ການ​ຄ້າ​ຫວຽດນາມ - ສະ​ຫະລັດ​ອາ​ເມ​ລິ​ກາ ປີ 2013 ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 50 ​ເທົ່າ​ທຽບ​ກັບ​ລະດັບ 451 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ປີ 1995 ​ເມື່ອ​ສອງ​ປະ​ເທດ​ໄດ້​ຫັນ​ການ​ພົວພັນ​ເປັນ​ປົກກະຕິ.

ການນຳ​ເອົາ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ທີ່​ສຳຄັນ​ເຂົ້າ​ສູ່​ລວງ​ເລິກ ​ໄດ້ສ້າງ​ເງື່ອນ​ໄຂ​ອັນ​ສະດວກໃຫ້​ຫວຽດນາມ​ກ້າວ​ເຂົ້າ​ສູ່​ການ​ເຈລະຈາ ​ສັນຍາ​ການ​ຄ້າ​ເສດ​ລີ​ສອງ​ຝ່າຍ ​ແລະ ພາກ​ພື້ນ ຈຳ ​ນວນ​ໜຶ່ງ ເຊັ່ນ​ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຍຸດ​ທະ​ສາດຂ້າມ​ປາຊີ​ຟິກ (TPP); ລົງ​ນາມ​ຫຍໍ້​ກັບ ອີ​ຢູ ​ໃນ​ກອບສັນຍາວ່າ​ດ້ວຍ​ຄູ່​ຮ່ວມ ​ແລະ ການ​ຮ່ວມ​ມື​ຮອບດ້ານ (PCA) ​ແລະ ​ເຈລະຈາ​ສັນຍາ​ກາ​ຄ້າ​ເສລີ (FTA) ກັບ​ອີ​ຢູ; ​ເຈລະຈາ​ໃນ​ຂອບ​ເຂດ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP); ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ກັບ ສະຫະພັນ​ພາສີສຸນ​ລະກາ​ກອນ​ລັດ​ເຊຍ - ​ເບ​ລາຣຸດ - ຄາ​ຢັກ​ສະຖານ, ​ແລະ​ກັບສ.​ເກົາຫຼີ. ພ້ອມ​ກັບ 8 ສັນຍາ​ກາ​ຄ້າ​ເສລີທີ່​ກຳລັງ​ມີ​ຄວາມ​ສັກສິດ, ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຫວຽດນາມ​ສ້າງ​ຕັ້ງ​ໄດ້​​ເຄືອ​ຂ່າຍ 56 ຄູ່​ຮ່ວມ​ສັນຍາ​ການ​ຄ້າ​ເສລີ ​ເພື່ອ​ສ້າງ​ຮາກ​ຖານ​ການ​ພົວພັນ​ກັບ​ທັງ​ໝົດ​ທຸກສູນ​ກາງ​ເສດຖະກິດ​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ​ໃນ​ກອບ​ຄູ່​ຮ່ວມ​ຍຸດ​ທະ​ສາດ, 8 ​ໃນ 13 ຄູ່​ຮ່ວມ​ຍຸດ​ທະ​ສາດ​ ໄດ້​ຮັບຮອງ​ລະບຽບ​ເສດຖະກິດ​ຕະຫຼາດ​ຄົບ​ຖ້ວນ​ ຂອງ​ຫວຽດນາມ(23). ນີ້​ແມ່ນ​ເງື່ອນ​ໄຂ​ອັນ​ສະດວກ ທີ່​ສ້າງ​ຄວາມ​ສະທ້ອນ ​ແລະ ການ​ກະທົບ​ແຜ່​ລາມ ຊ່ວຍ​ໃຫ້ການ​ຂົນຂວາຍ​ປະ​ເທດ​ອື່ນ​ຮັບຮອງ​ລະບຽບ​ເສດຖະກິດ​ຕະຫຼາດ​ຂອງ​ຫວຽດນາມ.

ຫວຽດນາມ​ກຳລັງ​ພ້ອມ​ກັນ​ກັບ​ບັນດາຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ຊຸກຍູ້ ການ​ສັງສັນ​ລະຫວ່າງ​ປະຊາຊົນ, ​ເຊື່ອມ​ໂຍງ​ວັດທະນາ​ທຳ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ແຮງ​ແງນ, ດຶງ​ດູດ​ເອົາ​ເງິນ​ຄຳ​ຂອງ​ຊາວ​ຫວຽດນາມ​ຝາກ​ມາ​ຈາກ​ຕ່າງປະ​ເທດ, ປົກ​ປັກ​ຮັກສາ​ສິດ ​ແລະ​ຜົນ​ປະ​ໂຫຍ​ດທີ່​ຖືກ​ກົດໝາຍຂອງພົນລະ​ເມືອງ ​ແລະ​ນິຕິບຸກຄົນ​ຫວຽດນາມ ກໍ່​ຄື​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ. ນັກ​ທ່ອງ​ທ່ຽວ​ຈາກ 13 ປະ​ເທດຄູ່​ຮ່ວມ​ຍຸດ​ທະ​ສາດ ມາ​ຫວຽດນາມ​ໃນ 11 ​ເດືອນ​ຕົ້ນ​ປີ 2013 ບັນລຸ 4,2 ລ້ານ​ຄົນ, ກວມ​ເຖິງ 61% ຍອດ​ຈຳນວນ​ນັກ​ທ່ອງ​ທ່ຽວ​ມາ​ຫວຽດນາມ. ບັນດາ​ຄູ່​ຮ່ວມ​ນີ້​ຍາມ​ໃດ​ກໍ່​ຕັ້ງໜ້າ​ປະ​ສາມ​ສົມທົບ​ກັບ​ຫວຽດນາມ ​ໃນ​ການຈັດ​ຕັ້ງ​ບັນດາ​ເຫດການ​ສັບປະດາ​ວັດທະນະທຳ ວັນວັດທະນະທຳ​ຫວຽດນາມ​ຢູ່​ຕ່າງປະ​ເທດ ກໍ່​ຄື​ຫຼາຍ​ເຫດການ​ວັດທະນະທຳ​ລະດັບ​ໂລກ(24) ຢູ່​ຫວຽດນາມ. ບາງ​ຄູ່​ຮ່ວມ​ຍຸດ​ທະ​ສາດ (​ເຊັ່ນ​ຍີ່​ປູ່​ນ, ສ.​ເກົາຫຼີ) ​ໄດ້​ເປີດ​ກວ້າງ​ການ​ຮັບ​ເອົາ​ແຮງ​ງານ​ຈາກ​ຫວຽດນາມ(25), ປະກາດ​ໃຊ້​ຫຼາຍ​ຂໍ້​ກຳນົດ ນະ​ໂຍບາຍ​ຊ່ວຍ​ຊາວ​ຫວຽດນາມ​ທີ່ຢູ່​ເປັນ​ປະຈຳ​ໃນ​ສ.​ເກົາຫຼີ ສາມາດ​ເຈືອ​ຈານ​ເຂົ້າ​ກັບ​ປະຊາ​ຄົມ​ໄດ້... ພ້ອມ​ກັນ​ກັບ​ບັນດາ​ຄູ່​ຮ່ວມ​ຢູ່​ເອີຣົບ, ​ເຊັ່ນຣັດ​ເຊຍ, ​ເຢຍລະ​ມັນ, ອັງກິດ... ຫວຽດນາມ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ກໍ່ສ້າງ​ ແລະ​ປັບປຸງ​ນິຕິ​ຖານະ​ ຂອງ​ຊາວ​ຫວຽດນາມທີ່ຢູ່​ປະຈຳ​ ໃນ​ປະ​ເທດ​ເຫຼົ່າ​ນີ້. ຜົນສຳ​ເລັດ​ຂອງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ມີ​ຄວາມ​ກະທົບ​​ຕັ້ງໜ້າ ​​ໄດ້​ເພີ່ມ​ທະວີ​ຄວາມ​ໃກ້ຊິດຕິດ​ແທດ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ກັບປະ​ເທດ​ຊາດ, ​ເຊັ່ນ​ການ​ເຄື່ອນ​ໄຫວ​ຫັນ​ໜ້າ​ສູ່​ທະ​ເລ​ໝູ່​ເກາະ, ຈຳນວນ​ເງິນ​ຄຳ​ທີ່ຊາວ​ຫວຽດນາມ​ຝາກ​ມາ​ຈາກ​ຕ່າງປະ​ເທດ ​ແຕ່ລະ​ປີ​ໄດ້​ເພີ່ມຂຶ້ນ​ໃນ​ລະດັບ​ສູງ(26).

ສິ່ງ​ທີ່​ຈະ​ແຈ້ງ​ແມ່ນ ບັນດາ​ຜົນ​ສຳ​ເລັດ​ແຫ່ງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ການ​ເມືອງ - ການ​ທູດ ​ໄດ້​ມີ​ການ​ກະທົຍ​ແຜ່​ລາມ​ ໄປ​ສູ່ບັນດາ​ຂົງເຂດ​ອື່ນ​ທັງ​ໝົດ, ພິ​ເສດ​ແມ່ນ​ເສດຖະກິດ ການ​ຄ້າ ​ແລະ​ການ​ລົງທຶນ. ລະບົບ​ເຄືອ​ຂ່າຍ 13 ຄູ່​ຮ່ວມ​ຍຸດ​ທະ​ສາດ 2 ຄູ່​ຮ່ວມ​ຍຸດ​ທະ​ສາດຕາມ​ຂົງ​ເຂດ ​ແລະ 11 ຄູ່​ຮ່ວມຮອບດ້ານ ພ້ອມ​ກັບ​ເຄືອ​ຂ່າຍ 56 ຄູ່​ຮ່ວມ​ໂດຍ​ຜ່ານ​ບັນດາ​ສັນຍາ​ການ​ຄ້າ​ເສລີ ​ໄດ້​ເປັນ​ພື້ນຖານ​ອັນ​ສຳຄັນ ​ເພື່ອ​ໃຫ້​ຫວຽດນາມ​ພ້ອມ​ກັນ​ກັບ​ບັນດາ​ປະ​ເທດ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພັດທະນາ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ວິ​ສາ​ຫະກິດ​ຂອງ​ບັນດາ​ຝ່າຍ​ມີ​ໂອກາດ​ດີ​ຫຼາຍ​ຢ່າງ​ ເພື່ອ​ເປີດ​ກວ້າງ​ຕະຫຼາດ ຍາດ​ແຍ່ງ​ເອົາ​ທຶນຮອນ ປົວ​ແປງ​ຄວາມ​ສາມາດ​ແກ່ງ​ແຍ້​ງ ຜ່ານນັ້ນຍົກສູງປະສິດທິຜົນການເຄື່ອນໄຫວ. ນີ້ທັງເປັນກຳລັງໝູນ ທັງເປັນການກຳນົດທິດທີ່ສຳຄັນ ເພື່ອໃຫ້ຫວຽດນາມຈັດວາງໂຄງປະກອບເສດຖະກິດຄືນໃໝ່, ​ເສີມຂະຫຍາຍບັນດາທ່າໄດ້ປຽບ ​ໃນ​ການ​ແກ່ງ​ແຍ້​ງ ຂອງ​ປະ​ເທດ.

ກໍ່ຮ່າງສ້າງຮຸບ​ມາດ​ຕະການ​ອັນ​ປົກກະຕິ​ຍາວ​ນາມ ​ເພື່ອ​ແກ້​ໄຂ​ການ​ພິພາດ​ດ້ານ​ອຳນາດ​ອະທິປະ​ໄຕ ​ແລະ​ປົກ​ປັກ​ຮັກສາ​ຜືນແຜ່ນດິນ​ອັນ​ຄົບ​ຖ້ວນ. ບັນຫາ​ອຳນາດ​ອະທິປະ​ໄຕ ຊາຍ​ແດນ ດິນ​ແດນ​ອານາ​ເຂດ ຍາມ​ໃດ​ກໍ່​ເປັນຄວາມ​ຈິງ​ພາວະ​ວິ​ໄສ ​ໃນ​ການ​ພົວພັນ​ລະຫວ່າງ​ຫຼາຍ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ, ຍາມ​ໃດ​ກໍ່​ເປັນ​ບັນຫາ​ສັບສົນ ​ແກ້​ໄຂ​ຍາກ​ລະຫວ່າງ​ບັນດາ​ຝ່າຍ​ທີ່​ພິພາດ​ກັນ, ​ແຕ່​ພັດ​ເປັນ​ຫົວ​ຂໍ້​ທີ່​ຈະ​ມີ​ຄວາມ​ເຫັນ​ກໍ່​ເປັນ​ການ​ຍາກ​ ສຳລັບ​ບັນດາ​ຝ່າຍ​ທີ່​ບໍ່​ກ່ຽວຂ້ອງ​ໂດຍ​ກົງ. ​ແຕ່​ວ່າ, ​ໃນ​ກອບຄູ່​ຮ່ວມ​ຍຸດ​ທະ​ສາດ ​ຄູ່​ຮ່ວມຮອບດ້ານ ຫວຽດນາມ​ໄດ້​ພ້ອມ​ກັນກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ໂດຍ​ກົງ ກໍ່ຄື​ກັບ​ບັນດາ​ປະ​ເທດ​ທີ່​ມີ​ຄວາມ​ສົນ​ໃຈ​ເຖິງ​ສັນຕິພາບ ສະຖຽນລະ​ພາບຢູ່​ໃນ​ພາກ​ພື້ນ ຊອກ​ຫາ​ບັນດາ​ມາຕະກາ​ນ​ແກ້​ໄຂ​ຢ່າງ​ເປັນ​ປົກກະຕິ​ຍາວ​ນານ ​ໃຫ້​ແກ່​ບາງ​ບັນຫາ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ຜິດຂ້ອງ​ກັນ ​ແຕກ​ຕ່າງ​ກັນ ເປັນ​ແຕ່​ລະ​ກ້າວ ​ບົນ​ພື້ນຖານ​ກົດໝາຍ​ສາກົນ.

​ໃນ​ກອບການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດຮອບດ້ານ ຫວຽດນາມ - ຈີນ, ສອງ​ຝ່າຍ​ໄດ້​ສຳ​ເລັດ​ການ​ເຈລະຈາ​ແບ່ງ​ເສັ້ນ​ຊາຍ​ແດນ​ປັກ​ຫຼັກ​ໝາຍ​ໃນ​ເສັ້ນ​ຊາຍ​ແດນ​ເທິງ​ໜ້າດິນ​ທັງ​ໝົດ​ລະຫວ່າງ ຫວຽດນາມ - ຈີນ (ປີ 2008), ລົງ​ບາ​ມ ​ແລະ​ຜັນ​ຂະຫຍາຍ 3 ​ເອກະສານ​ຄຸ້ມ​ຄອງ​ຊາຍ​ແດນ ​ແລະ ດ່ານ​ຊາຍ​ແດນ; ສຳ​ເລັດ​ເປັທາງ​ການການປັກ​ຫຼັກ​ໝາຍ​ເທິງ​ໜ້າດິນ (ປີ 2009). ພາຍຫຼັງ​ການ​ເຈລະຈາ​ເປັນ​ເວລາ 35 ປີ, ນີ້​ແມ່ນ​ໄຊຊະນະ​ລວມຂອງສອງ​ປະ​ເທດ ​ແລະ ​ເປັນ​ເຫດການ​ປະຫວັດສາດ​ອັນ​ສຳຄັນ ​ທີ່​ສອງ​ປະ​ເທດ​ມີ​ເສັ້ນ​ຊາຍ​ແດນອັນ​ຈະ​ແຈ້ງ. ພ້ອມ​ກັບ​ການ​ສຳ​​ເລັດ​ການ​​ແບ່ງ​ເຂດ​ອ່າວພາກ​ເໜືອ (ປີ 2000), ສອງ​ປະ​ເທດ​ໄດ້​ແກ້​ໄຂ​ສຳ​ເລັດ 2 ບັນຫາ​ໃນ 3 ບັນຫາ​ທີ່​ປະຫວັດສາດ​ປະ​ໄວ້. ​ໃນ​ເມື່ອ​ພ້ອມ​ກັນ​ຮັກສາ​ຄວາມໝັ້ນຄົງຄວາມສະຫງົບ ​ໃນ​ເຂດ​ຊາຍ​ແດນ​ເທິງ​ໜ້າດິນ ​ແລະ​ໃນ​ອ່າວ​ພາກ​ເໜືອ, ສອງ​ຝ່າຍ​ໄດ້​ແກ້​ໄຂ​ບັນດາ​ບັນຫາ​ທີ່​ເກີດ​ຂຶ້ນ ຢ່າງ​ຖືກຕ້ອງ​ກົມ​ກ່ອມ, ຊອກ​ຫາວິທີ​ແກ້​ ເພື່ອ​ໃຫ້​ຊາວ​ປະມົງ​ອຸ່ອຽນ​ໃຈ​ຂຸດ​ຄົ້ນຊັບ​ໃນ​ທະ​ເລ​ຂອງ​ຕົນ. ​ເສດຖະກິດ​ທະ​ເລ​ຂອງ​ສອງ​ປະ​ເທດ​​ໃນອ່າວ​ພາກ​ເໜືອ​ມີ “​ແຜນ​ກຳນົດ” ຢ່າງ​ຈະ​ແຈ້ງ ​ໃຫ້​ແກ່​ແຜນ​ຍຸດ​ທະ​ສາດ​ການ​ພັດທະນາ​ຍາວ​ນານ. ຄວາມ​ຄິດ​ຮ່ວມສຳພັນ ຮ່ວມ​ມືພ້ອມ​ກັນ​ພັດທະນາ​ໃນ​ອ່າວ​ພາກ​ເໜືອ ພວ​ມ​ເປັນຮູບ​ເປັນ​ຮ່າງ​ຂຶ້ນ​ຢ່າງ​ຈະ​ແຈ້ງ. ນີ້​ແມ່ນ​ຈຸດ​ເນັ້ນ​ໜັກ​ທີ່​ສຳຄັນ ຊ່ວຍ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ ໃນ​ກອບຄູ່​ຮ່ວມ​ຍຸດ​ທະ​ສາດ ​ລະຫວ່າງ​ສອງ​ປະ​ເທດ.

ທະ​ເລ​ຕາ​ເວັນ​ອອກ ຄື​ວ່າ​ສັບສົນ​ກວ່າ​ຕັ້ງ​ຫຼາຍ ຍ້ອນ​ມີ​ບັນຫາ​ກ່ຽວ​ພັນ​ເຖິງ​ສອງ​ປະ​ເທດ ​ແລະ​ມີ​ບັນຫາ​ກ່ຽວ​ພັນເຖິງ​ຫຼາຍ​ປະ​ເທດ​ອື່ນ​ອີກ, ​ແຕ່​ກອບການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດຮອບດ້ານ ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ ​ໃນການສ້າງ​ຄວາມ​ໄວ້​ວາງ​ໃຈ, ​ເປັນ​ພື້ນຖານ​ໃຫ້​ບັນດາ​ຝ່າຍ​ສົນທະນາ ​ແລກປ່ຽນ ​ເຈລະຈາ​ໂດຍ​ກົງ ​ເພື່ອ​ພ້ອມ​ກັນ​ຊອກ​ຫາ​ວິທີ​ແກ້​ ບົນ​ພື້ນຖານ​ກົດໝາ​ຍສາກົນ. ​ໃນ​ຂະ​ບວນວິວັດ​ການ​ກ້າວ​ໄປ​ເຖິງ​ວິທີ​ແກ້​ອັນ​ຍາວນານ​ໃຫ້​ແກ່​ບັນດາ​ບັນຫາ​ສອງ​ຝ່າຍ, ຫວຽດນາມ ​ແລະ​ ຈີ​ນ ພ້ອມ​ກັນ​ປະສານ​ສົມທົບ​ການ​ກວດກາ​ແກ້​ໄຂກໍລະນີ ​ເຫດການ​ທີ່​ເກີດ​ຂຶ້ນ, ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ, ກີດ​ກັ້ນ​ການ​ປະ​ທະ​ກັນ ​ໂດຍ​ຜ່ານ​ມາດ​ຕະການ​ອັນ​ສຳຄັນ​ຈຳນວນ​ໜຶ່ງ​ເຊັ່ນ: 1- ​ເຊັນ​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ອັນ​ພື້ນຖານ ທີ່​ຊີ້​ນຳ​ແກ້​ໄຂ​ບັນດາ​ບັນຫາ​ເທິງ​ທະ​ເລ; 2- ຈັດ​ຕັ້ງ​ຕື່ມ​ອີກ 3 ກົນ​ໄກ: ​ເຈລະຈາ​ກ່ຽວ​ກັບ​ເຂດ​ນອກ​ປາກ​ອ່າວ​ພາກ​ເໜືອ, ຮ່ວວມມື​ໃນ​ຂົງເຂດທີ່​ມີ​ການ​ກະທົບກະ​ເທືອ​ນໜ້ອຍ ​ແລະ ໜ່ວຍ​ນັກວິຊາການ​ປຶກສາ​ຫາລື​ກ່ຽວ​ກັບ​ການຮ່ວມ​ມື​ພ້ອມ​ກັນ​ພັດທະນາ (ຕັ້ງ​ຢູ່​ພາຍ​ໃຕ້​ກົນ​ໄກ​ເຈລະຈາ​ຂັ້ນ​ລັດຖະບານ); 3- ສ້າງ​ຕັ້ງ ນຳ​ເຂົ້າ​ຜັນ​ຂະຫຍາຍ 4 ກົນ​ໄກ “ສາຍ​ດ່ວນ” ກວດກາ​ການ​ວິ​ກິດ​ລະຫວ່າງ​ສອງ​ປະ​ເທດ(27).

​ໃນ​ຂອບ​ເຂດ​ກວ້າງຂວາງ​ກວ່າ, ທະ​ເລ​ຕາ​ເວັນ​ອອກ​ຍັງ​ມີ​ຄວາມ​ຜິດຂ້ອງ​ກັນ/​ແຕກ​ຕ່າງ​ກັນ​ທີ່​ກ່ຽວ​ພັນ​ເຖິງ​ຫຼາຍ​ປະ​ເທດ ຊ້ຳພັດ​ຍັງ​ເປັນ​ສາຍ​ທາງ​ເດີນ​ທະ​ເລສາກົນ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ. ການ​ປະກອບສ່ວນ​ອັນຕັ້ງໜ້າ​ຂອງ​ບັນດາ​ປະ​ເທດ ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ນີ້, ​ໃນ​ນັ້ນ​ມີ​ທະ​ເລ​ຕາ​ເວັນ​ອອກ, ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ພາວະ​ວິ​ໄສ. ທະ​ເລ​ຕາ​ເວັນ​ອອກ​ຍາ​ມ​ໃດ​ກໍ່​ເປັນຄວາມ​ເອົາ​ໃຈ​ໃສ່​ລວ​ມຂອງ​ຫຼາຍ​ປະ​ເທດ, ​ເປັນ​ຫົວຂໍ້ປະຈຳ​ໃນ​ຫຼາຍເວທີ​ປາ​ໄສ​ພາກ​ພື້ນ ​ແລະ​ສາກົນ. ບັນດາ​ປະ​ເທດ​ໄດ້​ສະ​ແດງ​ຫຼັກໝັ້ນຂອງ​ຕົນ​ໃນ​ລະດັບ​ທີ່​ຕ່າງ​ກັນ ​ແຕ່​ລ້ວນ​ແຕ່​ມີ​ຄວາມ​ປະສົງ​ໃຫ້​ບັນດາ​ຝ່າ​ຍທີ່​ກ່ຽວຈຳກັດ​ຕົວ​ເອງ ​ແລະ​ມີແຜນນະໂຍບາຍສະໜັບສະໜູນ​ການ​ແກ້​ໄຂ​ຄວາມ​ພິພາດ​ດ້ວຍ​ສັນຕິ​ວິທີ ​ໂດຍ​ຜ່ານ​ການ​ສົນ​ທາ​ນາ​ບົນ​ພື້ນຖານ​ກົດໝາຍ​ສາກົນ, ປະຕິບັດ​ຕາມ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ອະນຸ​ສັນຍາ​ສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ ປີ 1982, ພ້ອມ​ກັນ​ນັ້ນ​ກໍ່​ເຊີດ​ຊູ​ການ​ປະຕິບັດ​ຢ່າງ​ເຂັ້ມງວດ ຖະແຫຼງການກ່ຽວກັບວິທີການປະພຶດ ຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (DOC) ​​ແລະ​ ສະ​ແດງ​ເຈດຈຳນົງ​​ສ້າງ​ປະມວນຫຼັກການການປະພຶດ ຂອງບັນດາຝ່າຍ ຢູ່ທະເລຕາເວັນອອກ (COC) ໃຫ້​ສຳ​ເລັດ​ໂດຍ​ໄວ ​ແລະ ​ປະຕິບັດມັນ​ໃນ​ພາກ​ຕົວ​ຈິງ. ບາງ​ຄູ່​ຮ່ວມ​ທີ່​ສຳຄັນ​ໄດ້​ຮ່ວມ​ມື​ຢ່າງ​ຕັ້ງໜ້າກັບ​ຫວຽດນາມ ​ເພື່ອ​ສຳ​ຫຼວດ ​ແລະ​ ຂຸດ​ຂົ້ນນ້ຳມັນ​ແລະກ໊າດທຳມະຊາດ ຢູ່​ໃນ​ເຂດ​ເສດຖະກິດ​ພິ​ເສດ ​ແລະ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ພ້ອມ​ກັນ​ນັ້ນ, ບັນດາ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ຍັງ​ເປັນ​ຄູ່​ຮ່ວມ​ທີ່​ສຳຄັນ​ໃນ​ການ​ຮ່ວມ​ມືດ້ານ​ຄວາມ​ສະຫງົບ - ປ້ອງ​ກັນ​ປະ​ເທດ, ​ໃນ​ນັ້ນ​ມີ​ການ​ເພີ່ມ​ທະວີຄວາມ​ສາມາດ​ປົກ​ປັກ​ຮັກສາ ກວດກາ ​ແລະ ຄຸ້ມ​ຄອງ​ທະ​ເລ(28), ຊ່ວຍ​ຫວຽດນາມ​ກະກຽມ​ເຂົ້າ​ຮ່ວມ​ກຳລັງຮັກສາ​ສັນຕິພາບ​ຂອງ​ສະຫະປະຊາ​ຊາດ.

ບາ​ງບົດຮຽນ​ໃຫຍ່​ທີ່​ຖອດ​ຖອນ​ມາ​ຈາກ​ ຂະ​ບວນວິວັດ​ການພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ຂອງ​ຫວຽດນາມ

​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ ທີ່​ໄຫວ​ພິບ​ໄປ​ນຳ​ໜ້າ​ໃນ​ການ​ຜັນ​ຂະຫຍາຍ​ກໍ່ສ້າງ​ກອບການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ, ຫວຽດນາມ​ຖອດ​ຖອນ​ໄດ້​ຫຼາຍ​ບົດຮຽນ​ອັນ​ລ້ຳ​ຄ່າ ​ໃນ​ພຶດຕິ​ກຳ 12 ປີ​ທີ່​ຜ່ານ​ມາ ​ເພື່ອ​ຜັນ​ຂະຫຍາຍ​ໃຫ້​ດີກ​ວ່າ​ອີກ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ.

ທີໜຶ່ງ, ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ​ແມ່ນ​ເງື່ອນ​ໄຂຕັດສິນ​ເບື້ອງ​ຕົ້ນທີ່​ບໍ່​ຂະຫຍັບຂະຫຍາຍ; ​ເປັນ​ເຈົ້າ​ການ​ກຳ​ເອົາ​ໂອກາດ ທ່າ​ອຽງ​ເຄື່ອນ​ຍ້າຍ​ຂອງ​ໂລກ ​ເພື່ອ​ດັດ​ແປງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ໃຫ້​ໄຫວ​ພິບ ອ່ອນ​ໂຍນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປັດ​​ໄຈອັນ​ສຳຄັນ ​ທີ່​ຮັບປະກັນ​ໃຫ້​ແກ່​ການ​ສ້າງ​ຕັ້ງ ​ແລະ​ຜັນ​ຂະຫຍາຍການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ຢ່າງ​ມີ​ປະສິດທິ​ຜົນ.

ທີສອງ, ຮັບ​ຮູ້​ແຈ້ງວ່າ ​ໃນ​ທຸກ​ສາຍ​ພົວພັນລ້ວນ​ແຕ່​ມີ​ດ້ານ​ຮ່ວມ​ມື/ສະດວກ​ດີ ​ແລະ ດ້ານ​ແຕກ​ຕ່າງ. ສິ່ງ​ສຳຄັນ ​ແລະ​ມີ​ຄວາມ​ໝາຍທີ່​ສຸດ​ຂອງບັນດາ​ກອບ​ການ​ພົວພັນ​ນີ້​ແມ່ນ ​ເຈດ​ຈຳນົງ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຊຸກຍູ້​ດ້ານ​ຜົນ​ປະ​ໂຫຍ​ດ, ພ້ອມ​ກັນ​ນັ້ນ​ກໍ່​ຕັ້ງ​ໝັ້ນ ທຸ່ນ​ທ່ຽງ ກວດກາ ລົດຜ່ອນ​ຄວາມ​ແຕກ​ຕ່າງ ​ເພື່ອ​ຜົນ​ປະ​ໂຫຍ​ດລວມ. ການ​ຜັນ​ຂະຫຍາຍ​ຢ່າງ​ໄຫວ​ພິບ​ ເພື່ອທັງ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາດ ທັງ​ປະຕິບັດ​ໄດ້​ແຜນ​ນະ​ໂຍບາຍ​ ຂະຫຍາຍ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ ຢ່າງ​ມີ​ປະສິດທິ​ຜົນ ​ເພ່ືອ​ຜົນ​ປະ​ໂຫຍ​ດລວມ.

ທີ​ສາມ, ​ແຕ່​ລະບາດ​ກ້າວ​ສ້າງ​ຕັ້ງການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ຕ້ອງ​ມີ​ການ​ຄິດ​ໄລ່​ຢ່າງ​ລະອຽດ, ຊັ່ງຊາ​ໃນ​ລະດັບ​ກວມ​ລວມ ຍາວ​ນານ, ມີ​ຍຸດ​ທະ​ສາດ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ ​ເງື່ອນ​​ໄຂ​ຂອງ​ປະ​ເທດ, ຄັດ​ເລືອກ​ເປົ້າ​ໝາຍ ​ແລະຂົງ​ເຂດ​ຢ່າງ​ຖືກຕ້ອງ ​ເພື່ອ​ສ້າງ​ການ​ບຸກທະລຸ.

ທີ​ສີ່, ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ ສາຍ​ພົວພັນ​ລະຫວ່າງ​ການ​ເຊື່ອມ​ຕໍ່​ຜົນ​ປະ​ໂຫຍ​ດ​ເມື່ອ​ນຳ​ເອົາ​ການ​ພົວພັນ​ເຂົ້າ​ສູ່​ລວງ​ເລິກ ກັບ​ການ​ຫຼີກ​ລ່ຽງບໍ່​ໃຫ້​ຕົກ​ໃສ່​ການ​ຂຶ້ນກັບ​ຄູ່​ຮ່ວມ​​ໃດ​ໜຶ່ງ​ຫຼື​ບາງ​ຄູ່​ຮ່ວມ ຫຼື​ຖືກ​ຄາ​ຢູ່​ລະຫວ່າງ​ກາງ​ການ​ພົວພັນ​ຂອງ​ບັນດາ​ຄູ່​ຮ່ວມ.

ທີຫ້າ, ​ເປັນ​ເຈົ້າ​ການ ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື​ເນື້ອ​ແທ້; ຕ້ອງ​ຮອບ​ຄອບ​ຖີ່ຖ້ວນ​​ໃນການ​ໃຫ້​ຄຳ​ໝັ້ນ​ສັນຍາ, ຕັ້ງ​ໝັ້ນ​ໃນ​ການ​ປະຕິບັດ ​ເພື່ອ​ໃຫ້ການ​ເຄື່ອນ​ໄຫວ​ຮ່ວມ​ມື​ບັນລຸ​ບັນດາ​ໝາກຜົນ​ອັນ​ລະອຽດ.

ທີ​ຫົກ, ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ເຫຼົ່າ​ທັບ​ທັງ​ໝົດ​ໃນ​ລະບົບ​ການ​ເມືອງ, ຂອງທຸກ​ຊັ້ນ​ຄົນ​ໃນ​ສັງຄົມ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ ​ແລະ​ທ້ອງ​ຖິ່ນ​ພາຍ​ໃຕ້​ການ​​ຊີ້​ນຳ​ ນຳພາເປັນ​​ເອກະ​ພາບຂອງ​ພັກ-ລັດ ​ເປັນ​ພື້ນຖານ​ສຳຄັນ​ທີ່​ສຸດ ທີ່​ຮັບປະກັນ​ໃຫ້​ແກ່​ການ​ຍົກ​ສູງ​ປະສິດທິ​ຜົນ ການ​ຜັນ​ຂະຫຍາຍການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ​ຄູ່​ຮ່ວມຮອບດ້ານ ຂອງ​ຫວຽດນາມ.

​ເປັນ​ອັນວ່າ, ​ໃນ​ທ່າ​ອຽງ​ໂລກາ​ພິວັດ​ທີ່​ນັບ​ມື້​ຍິ່ງ​ແຂງ​ແຮງ, ຄຽງ​ຂ້າງ​ການ​ສືບ​ຕໍ່​ຮັດ​ແໜ້ນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ອ້າຍ​ນ້ອງ ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ຫວຽດນາມ​ໄດ້​ມີ​ຄວາມ​ໄຫວ​ພິບ​ທີ່​ສຸດ ​ໃນ​ການຊອກ​ຫາ ​ແລະ​ໝູນ​ໃຊ້​ບັນດາ​ມາດ​ຕະການ​ການ​ຕ່າງປະ​ເທດ​ຍຸດ​ທະ​ສາດ ທີ່​ສອດຄ່ອງ​ກັບ​ຍຸກ​ສະ​ໃໝ ຕາມ​ທິດຫັນ​ການ​ພົວພັນ​ເປັນ​ຫຼາຍ​ກ້ຳ​ຫຼາຍ​ຝ່າຍ ຫຼາຍ​ຮູບ​ຫຼາຍ​ແບບ, ນຳ​ເອົາ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ເຂົ້າ​ສູ່​ເນື້ອ​ແທ້ ມີ​ປະສິດທິ​ຜົນ. ລະບົບ​ເຄືອ​ຂ່າຍ​ການ​ພົວພັນ​ອັນ​ເລິກ​ເຊິ່ງ ຂອງ​ຫວຽດນາມກັບ​ບັນດາ​ປະ​ເທດ ​ໄດ້ ພວມ ​ແລະ ຈະ​ສືບ​ຕໍ່​ຖື​ບົດບາດ​ສຳຄັນ ​ໃນ​ການ​ຮັດ​ແໜ້ນ​ການ​ພົວພັນລະຫວ່າງຫວຽດນາມ ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານອ້າ​ຍນ້ອງ​ໃກ້​ຄຽງ, ກັບ​ບັນດາ​ຄູ່​ຮ່ວມ​ໃນ​ພາກ​ພື້ນ ​ແລະ​ໃນ​ໂລກ, ​ເພື່ອ​ຜົນ​ປະ​ໂຫຍ​ດລວມ. ນີ້​ແມ່ນ​ແຫຼ່ງພະລັງ​ທີ່​ສ້າງ​ເປັນ​ກຳລັງ​ແຮງນຸ່ມນວນ ​ຊ່ວຍ​ໃຫ້​ຫວຽດນາມ​ກໍ່ຕັ້ງ ​ແລະ​ຂະຫຍາຍ​ບົດບາດ​ທີ່​ຕັ້ງ​ສາກົນ, ຍາດ​​ແຍ່ງ​ເອົາ​ໂອກາດ ກໍ່​ຄື​ບັນດາ​ແຫຼ່ງພະລັງ​ທີ່​ຮັບ​ໃຊ້​ຢ່າງ​ແທດ​ຈິງ​ໃຫ້​ແກ່​ການ​ສ້າງສາ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ ສະຖຽນ​ລະ​ພາບ ​ແລະ​ການ​ພັດທະນາ​ ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ກໍ່​ຄື​ຂອງ​ມະນຸດຊາດ​ໃນ​ລະດັບ​ກວ້າງຂວາງ​ກວ່າ./.

ຂຽນ​ໂດຍ: ຟ້າ​ມບິ່ງ​ມິ​ງ
ກຳມະການ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ

(ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ ສະບັບ​ທີ 855, ​ເດືອນ​ມັງກອນ ປີ 2014)

(1) ​ໃນ​ເວລາ 44 ປີ (1945 - 1989), ມະນຸດຊາດ​ໄດ້​ເຫັນ​ກັບ​ຕາ ​ປະມານ 120 ການ​ສົງຄາມ/ປະ​ທະ​ກັນ ລພຫວ່າງ​ບັນດາ​ປະ​ເທດ ພາກ​ພື້ນ ​ແລະ ສົງຄາມ​ກາງ​ເມືອງ. ​ໃນ​ເວລາ 23 ປີ​ທີ່​ຜ່ານ​ມາ (1990 - 2013) ​ໃນ​ໂລກ​ມີ 101 ການ​ສົງຄາມ/ປະ​ທະ​ກັນ ຕົ້ນຕໍ​ແມ່ນ​ໃນ​ຂະໜາດ​ນ້ອຍ ​ແລະ​ ໃນ​ລະດັບທີ່​ກວດກາ​ໄດ້ ​ແລະ​ສົງຄາມ​ກາງ​ເມືອງ.

(2) ລະດັບ​ທີ 1: ບໍ່​ມີ​ການ​ພົວພັນ​ດ້ານ​ການ​ທູດ, ຊ້ຳ​ບໍ່​ໜຳ ​ເປັນ​ປໍ​ລະ​ປັກ​ກັນ​ໜ້າ​ຕໍ່ໜ້າ ຫຼື​ກຳລັງ​ມີ​ສົງຄາມ; ລະດັບ 2: ມີ​ການ​ພົວພັນ​ດ້ານ​ການ​ທູດ ​ເພື່ອ​ຮັບ​ຮູ້​ຊຶ່ງ​ກັນ​ໃນ​ການ​ພົວພັນ​ສາກົນ ​ແລະ​ບໍ່​ມີ​ການ​ພົວພັນ​ຮ່ວມ​ມື​ລະອຽດ; ລະດັບ​ທີ 3: ມີ​ການ​ພົວພັນ​ມິດຕະພາບ ​ແລະ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ກັນ - ນີ້​ແມ່​ລະດັບ​ແຜ່​ຫຼາຍ​ທົ່ວ​ໄປ​ທີ່​ສຸດ ​ໃນ​ການ​ພົວພັນ​ການ​ຕ່າງປະ​ເທດ. ​ເໜືອ​ລະດັບ​ນີ້, ບັນດາ​ປະ​ເທດ​ຄິດ​ໄລ່​ຢ່າງ​ລະອຽດ​ຖີ່​ຖ້ວນ​ກວ່າ​ອີກ​ໃນ​ການ​ສ້າງ​ຕັ້ງ​ກອບ​ການ​ພົວພັນ; ລະດັບ​ທີ 4: ການ​ພົວພັນ​ຄູ່​ຮ່ວມຮອບດ້ານ; ລະດັບ​ທີ 5: ການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ; ລະດັບ​ທີ 6: ການ​ພົວພັນ​ສຳພັນ​ທະ​ມິດ ​ແລະ ບັນດາ​ກອບ​ການ​ພົວພັນ​ພິ​ເສດ.

(3) ​ໂຮ່ຈີ​ມິນ: ນິພົນ​ຄົບ​ຊຸດ, ສຳນັກ​ພິມ​ຈຳໜ່າຍ ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2002, ​ເຫຼັ້ມ 4, ໜ້າ 470

(4), (5) ໂຮ່ຈີ​ມິນ: ປຶ້ມ​ທີ່​ໄດ້​ແນະນຳ, ​ເຫຼັ້ມ 5, ໜ້າ 676, 220

(6) ​ເອກະສານ​ຄົ້ນຄວ້າ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ, ສຳນັກ​ພິມ​ຈຳໜ່າຍ ການ​ເມືອງ​ແຫ່ງ​ຊາດ, ຮ່າ​ໂນ້ຍ, 2001, ໜ້າ 215

(7) ​ເວັ້ນ​ແຕ່​ບັນດາ​ການ​ພົວພັນ​ສຳພັນ​ທະ​ມິດ ຂອງ​ສະຫະລັດ​ອາ​ເມ​ລິ​ກາ​ແລະ​ບັນດາ​ປະ​ເທດ​ໃຫຍ່ ທີ່​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2 ​ແລະ​ໃນ​ສົງຄາມ​ເຢັນ, ຈີນ ລັດ​ເຊຍ ອີ​ຢິບ ຫວຽດນາມ ​ແລະ​ເວ​ເນ​ຊູ​ເອລາ ​ແມ່ນ 5 ປະ​ເທດ​ທີ່​ໄປ​ນຳ​ໜ້າ​ ໃນ​ການ​ສ້າງ​ຕັ້ງ​ສາຍ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ. ອີ​ຢິບ​ສ້າງ​ການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ຫັນ​ສູ່​ສະຕະວັດ​ທີ XXI ກັບ​ຈີນ ​ປີ 1999; ຫວຽດນາມ​ສ້າງການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ກັບ​ສະຫະພາບ​ລັດ​ເຊຍ ​ເດືອນ​ມີນາ ປີ 2001; ​ເວ​ເນ​ຊູ​ເອລາ​ສ້າງການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດ ກັບ​ຈີນ ​ເດືອນ​ພຶດສະພາ ປີ 2001.

(8) ຄູ່​ຮ່ວມ​ຍຸດ​ທະ​ສາດກັບ​ ລັດ​ເຊຍ, ຈີນ, ອີນ​ເດຍ, ຍີ່​ປູ່​ນ, ສ.​ເກົາຫຼີ, ອັງກິດ, ​ເຢຍລະ​ມັນ, ຝຣັ່ງ, ອິນ​ໂດ​ເນ​ເຊຍ, ສິງ​ຄະ​ໂປ, ​ໄທ, ​ແອັດ​ສະ​ປາຍ, ອີ​ຕາ​ລີ. ຄູ່​ຮ່ວມ​ຍຸດ​ທະ​ສາດຕາມ​ຂົງ​ເຂດ​ກັບ​ໂຮ​ນລັງ, ​ເດນ​ໝາກ. ​ຄູ່​ຮ່ວມຮອບດ້ານກັບ ສະຫະລັດ​ອາ​ເມ​ບິ​ກາ, ​ໂອ​ສະ​ເຕີ​ເລຍ, ມາ​ເລ​ເຊຍ, ​ເວ​ເນ​ຊູ​ເອລາ, ອູ​ກະ​ເຣນ, ບຣາຊີ​ນ, ຈີ​ເລ, ນິວ ຊີ​​ແລນ, ອັກ​ແຊນ​ຕີ​ນາ, ອັບ​ຟຣິກາ ​ໃຕ້, ​ເດນ​ໝາກ

(9) ປັນ​ຈຸ​ບັນ​ນີ້ ຫວຽດນາມ ​ແລະ 13 ປະ​ເທດຄູ່​ຮ່ວມ​ຍຸດ​ທະ​ສາດ ມີ​ສັນຍາ ຂໍ້​ຕົກລົງ ບົດ​ບັນທຶກ​ຊ່ວຍ​ຈຳນຳ​ກັນ​ທັງ​ໝົດ 954 ສະບັບ ທີ່​ກຳລັງ​ມີ​ຄວາມ​ສັກສິດຜັນ​ຂະຫຍາຍປະຕິບັດ, ກວມ​ເອົາ​ກວ່າ 30% ຂອງ​ຍອດ​ຈຳນວນ​ສັນຍາ​ຂໍ້​ຕົກລົງ​ທີ່​ມີ​ຄວາມ​ສັກສິດ​ຂອງ​ຫວຽດນາມ ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ.

(10) ສັງ​ລວ​ມບົນ​ພື້ນຖານ​ຂໍ້​ມູນ ​ໃນ​ລາຍ​ງານ​ຂອງ WTO, IMF (www.imf.org)

(11) ຕາມ​ດຳ​ລັດ ວ່າ​ດ້ວຍ​ການ​ຜັນ​ຂະຫຍາຍ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ໂດຍ​ປະທານາທິບໍດີ ວ.ປູ​ຕີນ ລົງ​ລາຍ​ເຊັນ​ປະກາດ​ໃຊ້ ວັນທີ 7 ພຶດສະພາ ປີ 2012. ພາຍຫຼັງ 11 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ປະຕິບັດການ​ພົວພັນ “ຄູ່​ຮ່ວມ​ຍຸດ​ທະ​ສາດ”, ຫວຽດນາມ ​ແລະ​ລັດ​ເຊຍ​ ໄດ້​ຍົກ​ລະດັບການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ເປັນ “ຄູ່​ຮ່ວມ​ຍຸດ​ທະສາດ​ຮອບດ້ານ”

(12) ທ່ານ​ນາຍົກລັດຖະມົນຕີຍີ່ປູ່ນ ຊີ​ນ​ໂຢ ອາ​ເບ ​ໄດ້​ເລືອກ​ຫວຽດນາມ​ເປັນ​ປະ​ເທດ​ທຳ​ອິດ​ເພື່ອ​ໄປ​ຢ້ຽມຢາມ ພາຍຫຼັງ​ເຂົ້າ​ຮັບ​ຕຳ​ແໜ່​ງ; ທ່ານປະທານາທິບໍດີ ສ.​ເກົາຫຼີ ພັກ ກືນ​ຮະ​ເຢ ​ໄດ້​ເລື​ອກຫວຽດນາມ​ເປັນ​ປະ​ເທດ​ທີ 3 ທີ່​ໄປ​ຢ້ຽມຢາມ ທັດ​ຈາກ​ອາ​ເມ​ລິ​ກາ ​ແລະ ຈີນ; ທ່ານປະທານາທິບໍດີລັດ​ເຊຍ ວ.ປູ​ຕີນ ​ໄດ້​ໄປ​ຢ້ຽມຢາມ​ຫວຽດນາມ 3 ຄັ້ງ​ໃນ 9 ປີ​ແຫ່ງ​ການ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ ​ແລະ ນາຍົກລັດຖະມົນຕີ; ທ່ານ​ນາຍົກລັດຖະມົນຕີຈີນ ຫຼີ ​ເຄີ້ສຽງ ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ. ສະຫາຍ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ປະ​ເທດ​ອີນ​ເດຍ, ອັງກິດ, ​​ເບນຢຽມ​, ອີ​ຢູ, ອີ​ຕາ​ລີ, ​ໄທ; ທ່ານ​ປະທານ​ປະ​ເທດ ​ໄດ້​ໄປ​ຢ້ຽມຢາມ​ປະ​ເທດ ຈີນ, ລາວ, ອີນ​ໂດ​ເນ​ເຊຍ, ສະຫະລັດ​ອາ​ເມ​ລິ​ກາ, ຮຸງ​ກາຣີ, ​ເດນ​ໝາກ; ທ່ານ​ນາຍົກລັດຖະມົນຕີ​ໄດ້​ໄປ​ຢ້ຽມຢາມ​ປະ​ເທດ ລັດ​ເຊຍ, ຝຣັ່ງ, ຍີ່​ປູ່​ນ; ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ໄປ​ຢ້ຽມຢາມ​ປະ​ເທດ ລັດ​ເຊຍ, ​ເຢຍລະ​ມັນ, ​ໂປ​ໂລ​ຍ, ສ.​ເກົາຫຼີ.

(13) ຫວຽດນາມ​ມີ​ກົນ​ໄກ​ສົນທະນາ​ຍຸດ​ທະ​ສາດ​ຂັ້ນ​ລັດ​ຖະ​ມົນຕີ​ຊ່ວຍວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ກັບ​ຈີນ, ອີນ​ເດຍ, ຍີ່​ປູ່​ນ, ຝຣັ່ງ, ອັງກິດ, ​ແລະ​ມີ 9 ກົນ​ໄກ​ສົນທະນາ​ຂັ້ນ​ລັດຖະມົນຕີ​ຊ່ວຍ​ວ່າການ​ຂຶ້ນ​ໄປ ກັບ​ສະຫະລັດ​ອາ​ເມ​ລິ​ກາ. ​ໃນ​ກອບການ​ພົວພັນຄູ່​ຮ່ວມ​ຍຸດ​ທະ​ສາດຮອບດ້ານ ຫວຽດນາມ - ຈີນ, ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ 4 “ສາຍ​ດ່ວນ” (ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ສອງ​ກະຊວງ​ການ​ຕ່າງປະ​ເທດ, ສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ອົງການ​ປະມົງ​ຂອງ​ສອງ​ປະ​ເທດ).

(14) ຄະນະ​ກຳມະການ​ທີ່ກວມ​ດ້ວຍ​ກຳມະການ​ພຽງ 21 ຄົນ ​ມີ​ສິດ​ຕັດສິນ​ຕົກລົງ​ຮັບຮອງ​ບັນດາ​ມໍລະດົກ​ໂລກ​ທີ່​ມີ​ຮູບ ​ແລະ ອະ​ຮູບ. ການ​ເລືອກ​ຕັ້ງ​ແຕ່​ລະ​ຄັ້ງ ​ເລືອກ​ຕັ້ງ​ຄືນ​ໃໝ່ 1/3 ຈຳນວນ​ກຳ​ລະກາ​ນທັງໝົດ ​ແລະ​ບໍ່​ແບ່ງ​ຕາມ​ເຂດ​ພູມ​ສາດ ຫາກ​ເລືອກ​ຕັ້ງ​ໂດຍ​ກົງ​ຈາກ 190 ປະ​ເທດ​ສະມາຊິກ​ຂອງ UNESCO. ຫວຽດນາມ​ໄດ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຫຼາຍ​ຄັ້ງ ​ແຕ່​ບໍ່​ສຳ​ເລັດ​ຜົນ ຍ້ອນ​ການ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະນະ​ກຳມະການ​ນີ້​ມີລັກສະນະ​ແກ່ງ​ແຍ້​ງສູງ.

(15) ຫວຽດນາມ​ມີ 7 ມໍລະດົກ​ທີ່​ມີ​ຮູບ, 7 ມໍລະດົກ​ອະ​ຮູບ, 8 ​ເຂດ​ສະ​ຫງວນຊີວະ​ມົນທົນ​ລະດັບ​ໂລກ, 1 ອຸດທະຍານ​ທໍລະນີ​ສາດ. ຍີ່​ປູ່​ນ, ຈີນ, ຝຣັ່ງ, ​ແອັດ​ສະ​ປາຍ, ອີ​ຕາ​ບີ, ອັງກິດ, ​ເຢຍລະ​ມັນ ມີ​ບົດບາດ ​ແລະ​ອິດ​ທິພົນ​ສຳຄັນ​ໃນອົງການ​ວິຊາ​ສະ​ເພາະ​ຂອງ UNESCO ​ໃນ​ການ​ຮັບຮອງ​ບັນດາ​ນາມມະຍົດ​ນີ້.

(16) ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ ທີ່​ໄດ້​ຮັບ​ໃບ​ອະນຸຍາດ​ ແຕ່​ວັນ​ທີ 1 ມັງກອນ ຮອດ​ວັນ​ທີ 20 ກັນຍາ ປີ 2013 ບັນລຸ 9,3 ຕື້​ໂດ​ລາ​ສະຫະ​ລັດ.

(17) ບໍລິສັດ SamSung ​ແລະ LG ຂອງ​ ສ.​ເກົາຫຼີ ​ໄດ້​ເລືອ​ກເອົາຫວຽດນາມ​ເປັນ “ທີ່​ໝັ້ນ”; ​ໂຮງງານ Sam Sung ຢູ່​ແຂວງ ຫວິ​ງຟຸກ ​ໄດ້​ໃຊ້​ກຳມະກອນ​ຫວຽດນາມ 40.000 ຄົນ; ​ໂຄງການ​ຂອງ Vespa (ອີ​ຕາ​ລີ) ຢູ່​ຫວຽດນາມບໍ່​ພຽງ​ແຕ່​ຜະລິດ ປະກອບ​ເຂົ້າ​ເຄື່ອງ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຍູ້​ແຮງ​ການຄົ້ນຄວ້າ​ປະດິດ​ເຄື່ອງ​ຈັກ​ອີກ​ນຳ.

(18) ພາຍຫຼັງ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫຼີ ​ເຄີ້ສຽງ ທີ່​ຫວຽດນາມ ​ເດືອນ​ຕຸລາ ປີ 2013

(19) ​ແອັດ​ສະ​ປາຍ ​ໃຫ້​ຄຳ​ໝັ້ນ​ສັນຍາ ຈະ​ສະໜອງ​ທຶນ​ຊ່ວຍ​ເຫຼືອ​ພັດທະນາ​ເປັນ​ທາງ​ການ (ODA) 265 ລ້ານ​ເອີ​ໂຣ ​ໃຫ້​ຫວຽດນາມ ​ໃນ​ໄລຍະ​ປີ 2008 - 2015; ອັງກິດ ​ແລະ ຫວຽດນາມ ​​ເຊັນ​ຂໍ້​ຕົກລົງກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ​ພັດທະນາ​ ໄລຍະ​ປີ 2011 - 2015 ​ດ້ວຍ​ມູນ​ຄ່າ 74 ລ້ານ​ປອນ​ສະ​ເຕີ​ລິງ.  ທຶນ​ຊ່ວຍ​ເຫຼືອ​ພັດທະນາ​ເປັນ​ທາງ​ການ ຂອງ ສ.​ເກົາຫຼີ ​ໃຫ້​ຫວຽດນາມ​ໄລຍະ​ປີ 2012 - 2015 ​ແມ່ນ 1,2 ຕື້​ໂດ​ລາ​ສະຫະ​ລັດ (ສະ​ເຫຼ່ຍ 250 ລ້ານ​ໂດ​ລາ​ສະຫະ​ລັດ/ປີ ທຽບ​ກັບ​ລະ​ດັບ 150 ລ້ານ​ໂດ​ລາ​ສະຫະ​ລັດ/ປີ ຂອງະ​ໄລຍະ​ກ່ອນ)

(20) ​ເດນໝາກສະໜັບສະໜູນ 165 ລ້ານ​ກົວຣອນ

(21) ຕາມ​ສະຖິຕິ​ຂອງ​ກະຊວງ​ອຸດສາຫະກຳ ການ​ຄ້າ, ລວ​ມຍ​ອດມູນ​ຄ່າ​ການ​ຄ້າ​ຂາ​ອອກ ຂາ​ເຂົ້າຂອງ​ຫວຽດນາມ​ໃນ 9 ​ເດືອນ​ຕົ້ນ​ປີ 2013 ບັນລຸ 193 ຕື້​ໂດ​ລາ​ສະຫະ​ລັດ.

(22) ມູນ​ຄ່າ​ການ​ຄ້າ ຫວຽດນາມ - ລັດ​ເຊຍ ​ເພີ່ມ​ຂຶ້ນ 6 ​ເທື່ອ​ໃນ​ໄລຍະ 2000 - 2013, ຫວຽດນາມ - ອີ​ນເດຍ ​ເພີ່ມ​ຂຶ້ນ 4 ​ເທື່ອ​ໃນ​ໄລຍະ 2006 - 2012, ຫວຽດນາມ - ຈີນ ​ເພີ່ມ​ຂຶ້ນ 3,5 ​ເທື່ອ​ໃນ​ໄລຍະ 2007 - 2012, ຫວຽດນາມ - ສ.​ເກົາຫຼີ ​ເພີ່ມ​ຂຶ້ນ 2,4 ​ເທື່ອ​ໃນ​​ໄລຍະ 2008 - 2013, ຫວຽດນາມ - ຍີ່​ປູ່​ນ ​ເພີ່ມ​ຂຶ້ນ 1,33 ​ເທື່ອ​ໃນ​ໄລຍະ 2008 - 2013, ຫວຽດນາມ - ອັງ​ກິດ ​ເພີ່ມ​ຂຶ້ນ 2,1 ​ເທື່ອ​ໃນ​ໄລຍະ 2010 - 2013, ຫວຽດນາມ - ​ເຢຍລະ​ມັນ ​ເພີ່ມ​ຂຶ້ນ 1,6 ​ເທື່ອ​ໃນ​ໄລ​ຍະ 2010 - 2013, ຫວຽດນາມ - ​ແອັດ​ສະ​ປາຍ ​ເພີ່ມ​ຂຶ້ນ 1,8 ​ເທື່ອ​ໃນ​ໄລຍະ 2008 - 2013

(23) ມາ​ຮອດ​ດຽວ​ນີ້ ມີ 43 ປະ​ເທດ​ໄດ້​ຮັບຮອງ​ລະບຽບ​ເສດຖະກິດ​ຕະຫຼາດ​ຂອງ​ຫວຽດນາມ. 8 ປະ​ເທດຄູ່​ຮ່ວມ​ຍຸດ​ທະ​ສາດ ໄດ້​ຮັບຮອງ​ລະບຽບ​ເສດຖະກິດ​ຕະຫຼາດ​ຂອງ​ຫວຽດນາມ ຄື ຈີນ (ປີ 2004), ລັດ​ເຊຍ (ປີ 2007), ສ.​ເກົາຫຼີ (ປີ 2009), ອີນ​ເດຍ (ປີ 2009), ຍີ່​ປູ່​ນ (​ປີ 2011), ສິງ​ຄະ​ໂປ, ອີນ​ໂດ​ເນເຊຍ ​ແລະ ​ໄທ (ປີ 2007, ​ໃນ​ກອບ​ອາ​ຊຽນ)

(24) ບັນດາ​ງານ​ມະ​ໂຫສົບ (Festival) ຮ້າ​ລອງ, ​ເຮວ້, ດ່າ​ນັ້ງ, ດ່າ​ຫຼາດ...

(25) ​ໃນ​ການ​ມາ​ຢ້ຽມຢານຂອງທ່ານ​ປະທານາທິບໍດີ ພັກ ກືນຮະ​ເຢ ທີ່​ຫວຽດນາມ, ສ.​ເກົາຫຼີ​​ໄດ້​ຕົກລົງ​ຮັບ​ແຮງານຫວຽດນາມ​ຄືນ​ໃໝ່ ປະມານ 10.000 ຄົນ ​ເຊິ່ງ​ເປັນ​ພວກ​ທີ່​ໄດ້​ສຳ​ເລັດ​ລະບຽບ​ການ​ຕ່າງໆ ​ແລະ ຮຽນ​ພາສາ​ເກົາຫຼີ​ແລ້ວ.

(26) ປີ 2010 ​ແມ່ນ 8 ຕື້​ໂດ​ລາ​ສະຫະ​ລັດ, ປີ 2011 ​ແມ່ນ 9 ຕື້​ໂດ​ລາ​ສະຫະ​ລັດ, ປີ 2012 ​ແມ່ນ 10 ຕື້​ໂດ​ລາ​ສະຫະ​ລັດ, ຄາດກະ​ວ່າ​ປີ 2013 ​ແມ່ນ 11 ຕື້​ໂດ​ລາ​ສະຫະ​ລັດ (ຫວຽດນາມ​ຢືນ​ໃນ​ອັນ​ດັບ​ທີ່ 9 ຂອງ​ໂລກ​ ທີ່​ໄດ້​ຮັບ​ເງິນຄຳ​​ໂດຍ​ປະຊາຊົນ​ຂອງ​ຕົນ​ຝາກ​ມາ​ຈາກ​ຕ່າງປ​ະເທດຫຼາຍ​ສຸດ)

(27) ລະຫວ່າງ​ການ​ນຳ​ຂັ້ນ​ສູງ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ອົງການ​ປະມົງ​ຂອງ​ສອງ​ປະ​ເທດ

(28) ພົ້ນ​ເດັ່ນ​ແມ່ນ ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ - ຄວາ​ງສະຫງົບ, ປະສານ​ສົມທົບ​ຫຼັກ​ໝັ້ນ​ກັບ​ລັດ​ເຊຍ, ຈີນ, ຍີ່​ປູ່​ນ, ສ.​ເກົາຫຼີ, ອີນ​ເດຍ, ອີນ​ໂດ​ເນ​ເຊຍ, ສິງ​ຄະ​ໂປ, ​​ໄທ... ລັດ​ເຊຍ​ຂາຍໃຫ້ຫວຽດນາມ ​ເຮືອ​ດຳ​ນ້ຳ​ລຸ້ນ​ໃໝ່ ກີ​ໂລ 6 ລຳ, ​ເຮືອບິນ ຊູ​ໂຄຍ ລຸ້ນ​ໃໝ່, ຝຶກ​ແອບ​ນາຍ​ທະຫານ​ບັນຊາ​ການ, ກໍ່ສ້າງ​ຖັນ​ແຖວ​ທະຫານ​ເຮືອ​ດຳ​ນ້ຳ... ສົມທົບ​ການ​ລາດຕະ​ເວນ​ກວດກາ, ສັງ​ສັນ​ກັບ​ຈີນ, ອີນ​ໂດ​ເນ​ເຊຍ, ​ໄທ...

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ