ວັນຈັນ, 18/11/2019
ສືບຕໍ່ກໍ່ສ້າງແລະປັບປຸງບູລະນະ ລັດແຫ່ງອຳນາດກົດໝາຍ ສັງຄົມນິຍົມ ຕາມຈິດໃຈ ແລະ ເນື້ອໃນ ຂອງລັດຖະທຳມະນູນ ສະບັບໃໝ່
22/6/2014 16:44' ສົ່ງ ພິມ
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ລົງນາມເປັນພະຍານໃນລັດຖະທຳມະນູນແຫ່ງ ສສ.ຫວຽດນາມ (ສະບັບປັບປຸງ). ພາບ: TTXVN

ບັນຫາ​ຈັດ​ຕັ້ງ​ອຳນາດ​ລັດ​ເປັນ​ເນື້ອ​ໃນໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ທີ່​ສຳຄັນ​ທີ່​ສຸດ ຊຶ່ງ​ໄດ້ຖືກລັດຖະທຳ​ມະນູນສະບັບ​ໃໝ່ ສະ​ແດງ​ອອກ​ຢ່າງ​ສອດ​ຮ້ອຍ​ຕະຫຼອດໃນ​ທຸກ​ໝວດ ທຸກມາດຕາ​ຂອງລັດຖະທຳ​ມະນູນ, ​ເປັນ​ການ​ຫັນບັນດາ​ທັດສະນະ​ຂອງ​ພັກ​ກ່ຽວ​ກັບ​ການ​ກໍ່ສ້າງລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອ​ປະຊາຊົນ ​ໃຫ້​ເປັນນິຕິ​ກຳ​ຢ່າງ​ເລິກ​ເຊິ່ງ ​ແລະຮອບດ້ານ. ກຳ​ແໜ້ນ​ຈິດ​ໃຈ ​ແລະ​ເນື້ອ​ໃນ​ທີ່​ລັກ​ຖະທຳ​ມະນູນ​ກຳນົດກ່ຽວ​ກັບ​ແນວ​ຄິດ ທັດສະນະ​​ເຫຼົ່ານີ້ມີ​ຄວາມ​ໝາຍ​ອັນ​ສຳຄັນ​ໃນ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້, ຊີ້​ນຳ​ການ​ເຄື່ອນ​ໄຫວ​ພຶດຕິ​ກຳ​ ເພື່ອ​ນຳ​ເອົາລັດຖະທຳ​ມະນູນ​ເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່, ​ໃນ​ນັ້ນ​ມີໜ້າ​ທີ່​​ແຖວ​ໜ້າ ​ແລະ​ສຳຄັນ​ທີ່​ສຸດຄື​​ສືບ​ຕໍ່​ກໍ່ສ້າງ ​ແລະປັບປຸງ​ບູລະນະລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມ.

ກ່ອນ​ອື່ນ​ໝົດ, ລັດຖະທຳ​ມະນູນ​ສະບັບ​ປັບປຸງຢືນຢັນ​ທາດ​ແທ້​ຂອງ​ລັດ​ເຮົາ​ແມ່ນ ລັດ​ແຫ່ງ​ອຳນາດກົດໝາຍ​ສັງຄົມ​ນິຍົມ ຂອງປະ​ຊາ​ຊົນ ​ໂດຍ​ປະຊາຊົນ ​ເພື່ອ​ປະ​ຊົນ. ອຳນາດ​ລັດ​ທັງ​ໝົດ​ຂຶ້ນ​ກັບ​ປະຊາຊົນ (ມາດຕາ 2). ນີ້​ແມ່ນ​ການ​ສືບຕໍ່ທັດສະນະ​ທີ່​ບໍ່ປ່ຽ​ນແປງ​ຂອງ​ພັກ​ແລະ​ລັດ​ກ່ຽວກັບ​ການ​ເຊີດ​ຊູ​ອຳນາດອະທິປະ​​ໄຕ​ຂອງ​ປະ​ຊາ​ຊົນ​ໃນ​ການກໍ່ສ້າງ ​ແລະ​ປັບປຸງບູລະນະກົງຈັກ​ແຫ່ງ​ລັດ. ກ່ຽວ​ກັບ​ບັນຫາ​ນີ້, ທຽບ​ກັບ​ບັນດາລັດຖະທຳ​ມະນູນສະບັບກ່ອນ​ໜ້າ​ນີ້, ລັດຖະທຳ​ມະນູນສະບັບປັບປຸງປີ 2013 ມີ​ບັນດາ​ເນື້ອ​​ໃນ​ໃໝ່, ສະ​ແດງ​ເຖິງ​ຄວາມ​ຮັບ​ຮູ້​ທີ່​ເລິກ​ເຊິ່ງ ຄົບ​ຖ້ວນ ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ​ສອດ​ຮ້ອຍ​ຕະຫຼອດ​ກວ່າ.

“ປະ​ເທດ​ສາທາລະນະ​ລັດ​ສັງຄົມ​ນິຍົມ​ຫວຽດນາມ​ໂດຍ​ປະຊາຊົນ​ເປັນ​ເຈົ້າ​ຂອງ; ອຳນາດ​ລັດ​ທັງ​ໝົດ​ຂຶ້ນ​ກັບ​ປະຊາຊົນ” (ມາ​ຕາ 2), ນີ້​ແມ່ນ​ຂໍ້​ກຳນົດ​ທີ່​ເປັນ​ຮາກ​ຖານ, ຊີ້​ໃຫ້​ເຫັນ​ແຈ້ງ​ເຖິງ​ບໍ່​ເກີດ ທາດ​ແທ້ ຈຸດປະສົງ ​ແລະ​ກຳລັງ​ແຮງ​ຂອງອຳນາດ​ລັດ​ຢູ່​ຫວຽດນາມ ​ແມ່ນ​ຢູ່​ກັບ​ປະຊາຊົນ. ມູນ​ຫຼັກ​ດັ່ງກ່າວນັ້ນ​ໄດ້​ກຳນົດ​ຢູ່​ໃນ​ທັງ​ໝົດ​ທຸກລັດຖະທຳ​ມະນູນກ່ອນ​ໜ້າ​ນີ້​ຂອງ​ລັດ​ເຮົາ. ​ແຕ່, ຈຸດ​ໃໝ່​ແມ່ນ​ຢູ່​ບ່ອນວ່າ, ລັດຖະທຳ​ມະນູນສະບັບປັບປຸງ​ໄດ້​ສະ​ແດງອອກ​ຢ່າງ​ຄົບ​ຖ້ວນກວ່າເກົ່າ​ກ່ຽວ​ກັບ​ແນວ​ຄິດ​ທີ່​ວ່າ ປະຊາຊົນ​ເປັນ​ເຈົ້າ​ຂອງ​ສູງ​ສຸດຂອງ​ອຳນາດ​ລັດ. ດ້ວຍລັດຖະທຳ​ມະນູນ, ກົດໝາຍ​ກົກ​ຂອງ​ຊາດ, ປະຊາຊົນ​ມອບ​ອຳນາດ, ໂອນສິດ​ອຳນາດ​ລັດ​ຂອງ​ຕົນ​ໃຫ້​ແກ່​ລັດ. ຕາມ​ນັ້ນ, ບໍ່​ພຽງ​ແຕ່​ມາດຕາ 2 ກຳນົດ​ທາດ​ແທ້​ປະຊາຊົນ​ຂອງ​ລັດ​ເຮົາ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຫຼາຍ​ມາດຕາ​ອື່ນ​ອີກ​ກໍ່​ໄດ້​ສະ​ແດງອອກ​ຢ່າ​ງເລິກ​ເຊິ່ງ ​ແລະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ເຖິງ​ແນວ​ຄິດ​ເຊີດ​ຊູອຳນາດ​ອະທິປະ​ໄຕ​ຂອງ​ປະຊາຊົນ. ໃນຄຳນຳຂອງລັດຖະທຳ​ມະນູນສະບັບປັບປຸງກໍ່ໄດ້ປະກາດຢ່າງສະຫງ່າຜ່າເຜີຍວ່າ: ປະຊາ​ຊົນຫວຽດນາມ​ເປັນຜູ້ “ກໍ່ສ້າງ, ປະຕິບັດ ແລະປົກປັກຮັກສາລັດຖະທຳມະນູນສະບັບນີ້”; ຕໍ່ຈາກນັ້ນ, ກໍ່​ໄດ້​ເພີ່ມ​ເຕີມ​ຢ່າງ​ຄົບ​ຖ້ວນ ບັນດາ​ຮູບ​ການທີ່ປະຊາຊົນນຳໃຊ້ອຳນາດລັດ ຊຶ່ງບໍ່ພຽງແຕ່ດ້ວຍປະຊາທິປະໄຕ​ແບບ​ຕົວ​ແທນ​ໂດຍ​ຜ່ານ​ສະພາ​ແຫ່ງ​ຊາດ ​ແລະ​ສະພາ​ປະຊາຊົນ ຄື​ການ​ກຳນົດ​ຂອງ​ບັນດາລັດຖະທຳ​ມະນູນກ່ອນ​ໜ້າ​ນີ້​ເທົ່າ​ນັ້ນ, ຫາກ​ຍັງ​ດ້ວຍ​ບັນດາ​ຮູບ​ການ​ປະຊາທິປະ​ໄຕ​ໂດຍ​ກົງ (ມາດຕາ 6), ດ້ວຍ​ການ​ລົງ​ຄະ​ແນນ​ສຽງ​ເມື່ອ​ລັດ​ຈັດ​ຕັ້ງ​ການ​​ເອົາປະຊາ​ມະຕິ, ​ໃນ​ນັ້ນ​ມີການ​ເອົາ​ປະຊາ​ມະຕິ​ກ່ຽວກັບລັດຖະທຳ​ມະນູນ (ມາ​ຕາ 29 ​ແລະ​ມາດຕາ 120). ພັກ​ກອມ​ມູນິດ​ຫວຽດນາມ​ບໍ່​ພຽງ​ແຕ່​ເປັນກຳລັງນຳພາ​ລັດ ​ແລະ​ສັງຄົມ​ເທົ່າ​ນັ້ນ, ຫາກ​ພັກ​ຍັງ “ພົວພັນ​ສະໜິດ​ແໜ້ນ​ກັບ​ປະຊາຊົນ, ຮັບ​ໃຊ້​ປະຊາຊົນ, ຍອມຮັບ​ການ​ຕິດຕາມ​ກວດກາ​ຂອງ​ປະຊາຊົນ, ຮັບຜິດຊອບ​ຕໍ່ໜ້າ​ປະຊາຊົນ​ກ່ຽວ​ກັບ​ຂໍ້​ຕັກ​ສິນ​ຕົກລົງ​ຕ່າງໆ​ຂອງ​ຕົນ”. ລັດຖະທຳ​ມະນູນສະບັບປັບປຸງຄັ້ງ​ນີ້​ບໍ່​ພຽງ​ແຕ່​ຮັບ​ຮູ້​ວ່າ ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຊຶ່ງກວມ​ດ້ວຍ​ບັນດາ​ອົງການຈັດ​ຕັ້ງ​ການ​ເມືອງ ອົງການຈັດ​ຕັ້ງ​ການ​ເມືອງ-ສັງຄົມ ອົງການຈັດ​ຕັ້ງ​ສັງຄົມ ​ແລະ​ບັນດາ​ບຸກຄົນ​ທີ່​ເປັນ​​ແບບຢ່າງຕົວ​ແທນ​ໃນ​ບັນດາ​ຊົນ​ຊັ້ນ ຊັ້ນ​ຄົມ​ສັງຄົມ ສາສະໜາ ​ແລະ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ, ​ເປັນ​ຮາກ​ຖານ​ການ​ເມືອງ​ຂອງ​ອຳນາດ​ການ​ປົກຄອງ​ປະຊາຊົນ, ​ເປັນ​ຜູ້ຕາງໜ້າ ປົກ​ປັກ​ຮັກສາ​ສິດ ​ແລະ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ຖືກ​ກົດໝາຍ​ຂອງ​ປະຊາຊົນ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເພີ່ມ​ເຕີມ​ບົດບາດຕິດຕາມ​ກວດກາ ​ແລະ​ຕິ​ຊົມ​ສັງຄົມ​ຂອງ​ແນວ​ໂຮມ ຕໍ່​ກັບ​ການຈັດ​ຕັ້ງ ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ອີກ​ນຳ (ມາ​ຕາ 9). ກຳມະ​ບານ​ຫວຽດນາມ​ແມ່ນ​ອົງການການ​ເມືອງ-ສັງຄົມ​ ຂອງຊົນ​ຊັ້ນ​ກຳມະກອນ ​ແລະ​ຊາວ​ຜູ້​ອອກ​ແຮງ​ງານ, ມີ​ບົດບາດ “​ເຂົ້າ​ຮ່ວມ​ການ​ກວດສອບ ກວດກາ​ນ ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ລັດ...” (ມາດຕາ 10). ຈິນຕະນາການ​ການ​ເມືອງ - ນິຕິ​ທຳ​​ໃໝ່​ເຫຼົ່ານີ້ ​ເລີ່​ມຈາກ​ຄວາມ​ຮັບ​ຮູ້​ອັນ​ເລິກ​ເຊິ່ງວ່າ, ປະຊາຊົນ​​ແມ່ນ​​ເຈົ້າ​ຂອງ​ສູງ​ສຸດ​ຂອງອຳນາດ​ລັດ; ຕັ້ງ​ແຕ່ບໍ່​​ເກີດ ທາດ​ແທ້ ຈົນ​ເຖິງ​ຈຸດປະສົງ​ແຫ່ງ​ການ​ຄົງ​ຕົວ​ ກໍ່​ຄືກຳລັງ​ແຮງ​ຂອງ​ລັດ ລ້ວນ​ແຕ່​ເລີ່​ມມາ​ຈາກ​ປະຊາຊົນ. ນີ້​​ແມ່ນ​ຮາກ​ຖານ​ລັດຖະທະ​ມະນູນ​ເພື່ອ​ຮັບປະກັນ​ໃຫ້ການ​ຈັດ​ຕັ້ງ ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຂຶ້ນ​ກັບ​ປະຊາ​ຊົນ, ​ເສີມ​ຂະຫຍາຍ​ຢ່າງ​ແຂງ​ແຮງກວ່າ​ອີກ​ອະທິປະ​ໄຕ​ຂອງ​ປະຊາຊົນ​ໃນ​ຊີວິດ​ລັດ. ພື້ນຖານ​ລັດຖະທຳ​ມະນູນນັ້ນ​ ແນ່ນອນ​ວ່າ​ຈະ​ໄດ້​ຫັນ​ເປັນ​ລະອຽດດ້ວຍ​ບັນດາ​ປະມວນ​ກົດໝາຍ ​ເຊັ່ນ​ກົດໝາຍວ່າ​ດ້ວຍ​ການ​​ເລືອກ​ຕັ້ງ, ກົດໝາຍ​ວ່າ​ດ້ວຍ​ການປົດຕຳ​ແໜ່ງ​ສະມາຊິກ​ສະພາ​ແຫ່ງຊາດ, ກົດໝາຍ​ວ່າ​ດ້ວຍ​ການ​ເອົາ​ປະຊາ​ມະຕິ, ກົດໝາຍ​ວ່າ​ດ້ວຍ​ການ​ຕິດຕາມ​ກວດກາ ​ແລະການ​ຕິ​ຊົມ​ວຽກ​ງານ​ລັດ​ຕ່າງໆ ຂອງ​ປະຊາຊົນ. ບັນດາກົດໝາຍ​ດັ່ງກ່າວ​ຈະ​ຖືກ​ສະພາ​ແຫ່ງ​ຊາດ​ພິຈາລະນາ​ ​ເອົາ​ເຂົ້າ​ໃນ​ໂຄງການ​ກໍ່ສ້າງ​ກົດໝາຍ ກົດ​ດຳລັດ​ຂອງ​ຕົນ ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ ​ເພື່ອ​ເສີມ​ຂະຫຍາຍ​ເປັນ​ແຕ່​ລະ​ກ້າວ ບົດບາດ​ຂອງ​ຜູ້​ເປັນ​ເຈົ້າ​ຂອງ​ອຳນາດ​ລັດ ດ້ວຍ​ບັນດາ​ຮູບ​ການ​ປະຊາທິປະ​ໄຕ​ໂດຍ​ກົງ, ສ້າງ​ກຳລັງ​ໝູນ​ໃໝ່​ໃຫ້​ແກ່​ພາລະກິດ​ການ​ພັດທະນາ​ປະ​ເທດ​ຊາດ.

ທີ​ສອງ, ​ເລີ່​ມຈາກ​ທາດ​ແທ້​ຂອງ​ລັດ​ເຮົາ “​ແມ່ນລັດ​ແຫ່ງ​ອຳນາດກົດໝາຍ​ສັງຄົມ​ນິຍົມຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອປະຊາຊົນ” (ຂໍ້ 1, ມາດຕາ 2), ລັດຖະທຳ​ມະນູນສະບັບປັບປຸງ ​ໄດ້​ເພີ່ມ​ເຕີມ​ບາງ​ຫຼັກການ​ໃໝ່ກ່ຽວ​ກັບ​ການຈັດ​ຕັ້ງ​ອຳນາດ​ລັດ​ຢູ່​ຫວຽດນາມ, ນັ້ນ​ແມ່ນ ​ອຳນາດ​ລັດ​​ແມ່ນ​ເປັນ​ເອກະ​ພາບ, ບໍ່​ພຽງ​ແຕ່​ໄດ້​ແບ່ງງານ ປະສົມ​ປະສານ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ການ​ກວດກາ​ໃນ​ການ​ປະຕິບັດ​ບັນດາ​ອຳນາດ​ນິຕິບັນຍັດ ບໍລິຫານ ​ແລະ​ຕຸລາການ (ຂໍ້ 3, ມາດຕາ 2). ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຫຼັກການພື້ນຖານ ກ່ຽວ​ກັບ​ການຈັດ​ຕັ້ງ​ອຳນາດ​ລັດ​ຢູ່​ຫວຽດນາມ. ​ຍ້ອນ​ປະຊາຊົນເປັນ​ເຈົ້າ​ຂອງ​ສູງ​ສຸດ​ຂອງ​ອຳນາດ​ລັດ ດັ່ງ​ນັ້ນ ການ​ທີ່​ປະຊາຊົນ​ກວດກາ​ອຳນາດ​ລັດຈຶ່ງ​ເປັນຄວາມ​ຈຳ​ເປັນ ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ອັນ​ຊອບ​ທຳ. ​ໂຄງການ​ກໍ່ສ້າງ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ແຫ່ງ​ການ​ຂ້າມ​ຜ່ານ​ຂຶ້ນສູ່​ສັງຄົມ​ນິຍົມ (ສະບັບປັບປຸງ​ເພີ່ມ​ເຕີມ ​ເປີດ​ກວ້າງ​ປີ 2011) ກໍ່​ເນັ້ນ​ໜັັກວ່າ ກວດກາ​ອຳນາດ​ລັດ​ແມ່ນ​ຫຼັກການ​ໜຶ່ງ​ໃນການຈັດ​ຕັ້ງ ​ແລະ​ເຄື່ອນ​ໄຫວ​ຂອງ​ກົງ​ຈັກ​ແຫ່ງ​ລັດ. ​ເພື່ອ​ກວດກາ​ອຳນາດ​ລັດ​ໄດ້​ແມ່ນ​ຕ້ອງ​ມີ​ກົນ​ໄກ ຊຶ່ງ​ກວມ​ດ້ວຍການ​ກວດກາ​ອຳນາດ​ລັດຢູ່​ພາຍ​ໃນ ກົງ​ຈັກ​ລັດ, ລະຫວ່າງ​ສາມອຳນາດ​ນິຕິ​ບັນຍັດ ບໍລິຫານ ຕຸລາການ ​ແລະ​ພາຍ​ໃນ​ແຕ່​ລະ​ສິດ​ອຳນາດນັ້ນ, ​ແລະ ກວດກາ​ອຳນາດ​ລັດ​ຈາກ​ພາຍ​ນອກ - ການ​ກວດກາ​ຂອງ​ປະຊາຊົນ​ໂດຍ​ຜ່ານ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ - ສັງຄົມ, ບັນດາ​ພາຫະນະ​ສື່​ມວນຊົນ ​ແລະ ບຸກຄົນ​ພົນລະ​ເມືອງ. ດ້ວຍ​ຄວາມ​ຮັບ​ຮູ້​ດັ່ງກ່າວ​ນັ້ນ, ການກວດກາ​ອຳ​ນາດ​ລັດ​ໄດ້​ສະ​ແດງ​ອອກ​ໃນ​ທຸກໆ ໝວດຂອງ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ. ນັ້ນ​ເປັນ​ພື້ນຖານ​ເພື່ອ​ກໍ່​ຮ່າງ​ສ້າງ​ຮູບ​ເປັນ​ກົນ​ໄກ​ປະຊາຊົນ​ຕິດຕາມ​ກວດກາ, ກວດກາ​ອຳນາດ​ລັດ ຊຶ່ງ​ຕົນ​ໄດ້​ມອບ​ໃຫ້​ແຕ່​ລະ​ອຳນາດ​ນັ້ນ. ນີ້​ກໍ່​ແມ່ນ​ພື້ນຖານ​​ໂດຍລັດຖະທຳ​ມະນູນ​ກຳນົດ ​ເພື່ອ​ດັດ​ແປງ ປັບປຸງ​ເພີ່ມ​ເຕີມ​ກົດໝາຍ​ຕ່າງໆ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ລັດ ​ເຊັ່ນ ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງສະພາ​ແຫ່ງ​ຊາດ, ກົດໝາຍວ່າ​ດ້ວຍ​ການຈັດ​ຕັ້ງ​ລັດຖະບານ, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສານ​ປະຊາຊົນ, ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​​ໄອ​ຍະ​ການ​ປະຊາຊົນ,… ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ການ​ກວດກາ​ອຳນາດ​ລັດ. ​ການ​ກວດກາ​ອຳນາດ​ລັດ​ແມ່ນ​ບັນຫາ​ຫຍຸ້ງຍາກ ​ແລະ​ສັບສົນ. ຍ້ອນວ່າ ​ການ​ກວດກາ​ອຳນາດ​ລັດ ດ້ານ​ໜຶ່ງ​ແມ່ນ​​ເພື່ອປ້ອງ​ກັນ ຕ້ານ​ການ​ເຊື່ອມ​ໂຊມ ​ແລະ​ສວຍ​ໃຊ້​ອຳນາດ​ລັດ​ເກີນ​ຂອບ​ເຂດ, ​ແຕ່​ດ້ານ​ອື່ນ, ​ເຮັດ​ຄື​ແນວ​ໃດ​ໃຫ້ການ​ກວດກາ​ອຳນາດ​ລັດ ​ບໍ່​ເປັນ​ຜົນ​ສະທ້ອນ​ເຖິງ​ລັກສະນະ​ຂະຫຍັນ​ຂັນ​ເຄື່ອນ ​​ອ່ອນ​ໂຍນໄຫວ​ພິບ ​ໃນ​ການ​ປະຕິບັດ​ພາລະ​ບົດບາດ​ຂອງ​ລັດ. ​ເພາະສະ​ນັ້ນ, ບັນຫາ​ອັນ​ພື້ນຖານ​ຂອງ​ການ​ກວດກາ​ອຳນາດ​ລັດ​ ແມ່ນ​ເຮັດ​ໃຫ້​ກົງຈັກ​ລັດທັງ​ມີ​ຄວາມ​ສາມາດກວດກາ​ສັງຄົມ​ໄດ້, ພັດ​ທັງ​ມີ​ຄວາມ​ສຳຄັນ​ບໍ່​ໜ້ອຍ​ຄື ບັງຄັບ​ໃຫ້​ລັດ​ຕ້ອງ​ກວດກາກະ​ໂຕ​ຕົນ​ເອງ​ໄດ້. ​ເພາະສະ​ນັ້ນ, ຫຼັງ​ຈາກລັດຖະທຳ​ມະນູນ, ອີງ​ບົນ​ພື້ນຖານລັດຖະທຳ​ມະນູນ, ລັດ​ຈະ​ປະກາດ​ໃຊ້​ກົດໝາຍ​ຕ່າງ​ໆ ​ເພື່ອ​ກໍ່ສ້າງ​ບັນດາ​ກົນ​ໄກ​ກວດກາ​ອຳ​ນາດ​ລັດຢ່າງ​ສອດຄ່ອງ​ເໝາະ​ສົມ. ນັ້ນ​ແມ່ນ​ກົນ​ໄກ​ກວດກາ​ອຳນາດ​ລັດ ທີ່​ໄດ້​ປະກອບ​ສ້າງ​ດ້ວຍ​ບັນດາ​ອັດຕະພາກ​ກວດກາ​ທີ່​ບໍ່​ແມ່ນ​ລັດ (​ເຊັ່ນ ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງ​ກາ​ນຈັດ​ຕັ້ງການ​ເມືອງ ສັງຄົມ ອາຊີບ, ບັນດາ​ພາຫະນະ​ສື່​ມວນ​ຊົນ ​ແລະ​ໂດຍ​ກົງ​ແມ່ນ​ປະຊາຊົນ) ​ແລະ​ກົນ​ໄກ​ໂດຍ​ບັນດາ​ອັດຕະພາກ​ຢູ່​ພາຍ​ໃນ​ລັດ​ກວດກາ​ຊຶ່ງ​ກັນ​ແລະ​ກັນ. ນີ້​ກໍ່​ແມ່ນ​ພື້ນຖານ​ໂດຍ​ລັດຖະທຳ​ມະນູນ​ກຳນົດ ​ເພື່ອ​ໃຫ້​ພວກ​ເຮົາ​ສືບ​ຕໍ່​ຕໍ່ສູ້​ປ້ອງ​ກັນ ​ແລະ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຫຍໍ້​ທໍ້​ ໃນ​ກົງຈັກ​ລັດ​ຢູ່​ຫວຽດນາມໃນ​ປັດຈຸບັນ ດ້ວຍ​ການ​ປັບປຸງ​ບູລະນະ​ບັນດາ​ຂໍ້​ກຳ​ນົດກົດ​ລະບຽບ​ ກ່ຽວ​ກັບ​ການຈັດ​ຕັ້ງ​ກົງ​ຈັກລັດ.

ທີ​ສາມ, ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ​ແຫ່ງ​ການ​ສ້າງລັດຖະທຳ​ມະນູນຫວຽດນາມ, ຄຳສັບ ສິດທິ​ມະນຸດ​ໄດ້​ນຳ​ໃຊ້​ໃນລັດຖະທຳ​ມະນູນປີ 1992. ນີ້​ແມ່ນ​ບາດກ້າວ​ຂະຫຍາຍຕົວ​ທາງ​ດ້ານ​ຄວາມ​ສຳນຶກ ​ແລະ ຄວາມ​ຮັບ​ຮູ້​ທິດ​ສະ​ດີ. ​ແຕ່, ວິທີ​ສະ​ແດງ​ບັນດາ​ສິດທິ​ມະນຸດ ​ແລະ​ສິດ​ພື້ນຖານ​ຂອງ​ພົນ​ລະ​ເມືອງ​ ຢູ່ໃນລັດຖະທຳ​ມະນູນປີ 1992 ກໍ່​ຍັງ​ບໍ່​ທັນ​ສະ​ແດງ​ອອກ​ຢ່າງ​ຄົບ​ຖ້ວນ ​ແລະ​ເລິກ​ເຊິ່ງ ​ເຖິງ​ຄວາມ​ສຳນຶກ​ກ່ຽວ​ກັບ​ທາດ​ແທ້​ປະຊາຊົນ​ຂອງ​ລັດ. ດ້ວຍຫຼັກ​ປັດ​ຊະ​ຍາ​ທີ່ວ່າ ປະຊາຊົນ​ແມ່ນ​ອັດຕະພາກ​ຂອງ​ອຳນາດ​ນິຕິບັນຍັດ, ດັ່ງ​ນັ້ນ​ບັນດາ​ສິດທິ​ມະນຸດ ​ແລະ​ສິດ​ພື້ນຖານ​ຂອງ​ພົນລະ​ເມືອງ​ຈຶ່ງ​ຖືກ​ປະກາດຢ່າງ​ຜ່າ​ເຜີຍ ຢູ່​ໃນ​ໝວດ​ຖັດຈາກ​ໝວດ​ທີ I (ລະບອບ​ການ​ເມືອງ) ຂອງລັດຖະທຳ​ມະນູນສະບັບປັບປຸງ. ພ້ອມ​ກັນ​ກັບສິ່ງ​ດັ່ງກ່າວ​ນັ້ນ, ລັດຖະທຳ​ມະນູນ​ກໍ່ໄດ້​ມີ​ຄວາມ​ຮັບ​ຮູ້​ໃໝ່ ກ່ຽວ​ກັບ​ການ​ເຊີດ​ຊູ​ປັດ​​ໄຈ​ມະນຸດ, ຖື​ວ່າ​ມະນຸດ​ເປັນ​ອັດຕະພາກ (​ເຈົ້າ​ຂອງ) ​ເປັນ​ແຫຼ່ງພະລັງ​ຕົ້ນຕໍ ​ແລະ​​ເປັນ​ຈຸດໝາຍ​ຂອງ​ການ​ພັດທະນາ. ​ເປັນຄັ້ງ​ທຳ​ອິດ​ໃນລັດຖະທຳ​ມະນູນ ຫວຽດນາມ​ຢືນຢັນ​ບັນດາ​ຫຼັກການ: “ຢູ່​ປະ​ເທດສາທາ​ລະນະ​ລັດສັງຄົມ​ນິຍົມຫວຽດນາມ, ບັນດາ​ສິດທິ​ມະນຸດ ສິດ​ພົນລະ​ເມືອງ​ກ່ຽວ​ກັບ​ການ​ເມືອງ ພົນລະ​ເຮືອນ ​ເສດຖະກິດ ວັດທະນະທຳ ສັງຄົມ ​ໄດ້​ຮັບ​ການ​ຮັບຮອງ ​ເຄົາລົບ​ນັບຖື ຮັບປະກັນ​ຕາມລັດຖະທຳ​ມະນູນ ​ແລະ​ກົດໝາຍ”. “ສິດທິ​ມະນຸດ ສິດ​ພົນລະ​ເມືອງ​ ພຽງ​ແຕ່​ອາດ​ຈະ​ຖືກ​ຈຳກັດຕາມ​ການ​ກຳນົດ​ຂອງ​ກົດໝາຍ ​ໃນ​ກໍລະນີ​ຈຳ​ເປັນ ​ຍ້ອນ​ເຫດຜົນ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ຄວາມ​ປອດ​ໄພສັງຄົມ, ຄຸນສົມບັດ​ສັງຄົມ, ສຸຂະພາບ​ຂອງ​ວົງ​ຄະນາ​ຍາດ” (ມາດຕາ 14). ນີ້​ແມ່ນ​ບັນດາ​ຫຼັກການ​ພື້ນຖານ ​ເພື່ອຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ລັດ​ໃນ​ສາຍ​ພົວພັນ​ກັບ​ສິດທິ​ມະນຸດ ສິດ​ພົນລະ​ເມືອງ, ຈຳກັດ​ການ​ຕັດ​ຮອນ​ແບບ​ຕາມ​ລຳພັງ​ໃຈ​​ໂດຍ​ລັດ; ພ້ອມ​ກັນ​ນັ້ນ ກໍ່​ເປັນ​ພື້ນ​ຖານ​​ໂດຍລັດຖະທຳ​ມະນູນກຳນົດ ​ເພື່ອ​ໃຫ້​ທຸກ​ຄົນແລະ​ພົນລະ​ເມືອງ ​ປົກ​ປັກ​ຮັກສາ​ແລະ​ປະຕິບັດ​ສິດທິ​ມະນຸດ, ສິດ​ແລະ​ພັນທະ​ອັນ​ພື້ນຖານ​ຂ​ອງ​ພົນລະ​ເມືອງ ​ໃນ​ການ​ພົວພັນ​ກັບ​ລັດ. ຖ້າ​ຫາກ​ບໍ່​ມີ​ຈິນຕະນາການ​ເຊີດ​ຊູ​ສິດທິ​ມະນຸດ ສິດ​ພົນລະ​ເມືອງ ກໍ່​ບໍ່​ອາດ​ມີ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ເຫຼົ່າ​ນັ້ນ ​ຂອງລັດຖະທຳ​ມະນູນສະບັບປັບປຸງ. ອີງ​ບົນ​ບັນດາ​ຫຼັກການ​ນີ້, ລັດຖະທຳ​ມະນູນສະບັບປັບປຸງ​ໄດ້​ກຳນົດ​ບັນດາ​ສິດທິ​ມະນຸດ, ສິດ​ແລະ​ພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ, ​ໃນ​ນັ້ນ​ມີ​ການ​ເພີ່ມ​ເຕີມ​ບາງ​ສິດ​ໃໝ່ ​ເຊັ່ນ “ທຸກ​ຄົນ​ມີ​ສິ​ດຊົມ​ໃຊ້ ​​ແລະ​ເຂົ້າ​ເຖິງ​ບັນດາ​ຄຸນຄ່າ​ວັດທະນະທຳ, ​ເຂົ້າ​ຮ່ວມ​ໃນ​ຊີວິດ​ວັດທະນະ​ມຳ, ນຳໃຊ້ບັນດາ​ພື້ນຖານ​ວັດທະນະທຳ” (ມາດຕາ 41); “ທຸກ​ຄົນ​ມີ​ສິດ​ກຳ​ລົງ​ຊີວິດ​ໃນ​ສິ່ງ​ແວດ​ລ້ອມ​ໃສ​ສະອາດ ​ແລະ​ມີ​ພັນທະ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ” (ມາດຕາ 43)… ນີ້​ແມ່ນຮາກ​ຖານ​ໂດຍ​ລັດຖະທຳ​ມະນູນ​ກຳນົດ ​ເພື່ອ​ໃຫ້​ພວກ​ເຮົາ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ລະບຽບ​ກົດໝາຍ, ​ເສີມ​ຂະຫຍາຍ​ປັດ​​ໄຈ​ມະນຸດ, ສ້າງ​ກຳລັງ​ໝູນ​ໃໝ່​ໃຫ້​ແກ່​ການ​ພັດທະນາ. ​ໃນ​ບໍ່​ຊ້າ, ບໍ່​ພຽງ​ແຕ່​ບັນດາ​ກົດໝາຍ​ກ່ຽວ​ກັບ​ສິດ​ເສລີພາບ​ດ້ານ​ການ​ເມືອງ ​ເສດຖະກິດ ພົນລະ​ເຮືອນ, ​ເຊັ່ນ​ກົດໝາຍ​ວ່າ​ດ້ວຍ​ສະມາຄົມ ກົດໝາຍ​ວ່າ​ດ້ວຍ​ການ​ເຂົ້າ​ເຖິງ​ກັບ​ຂ່າວສານ ກົດໝາຍ​ວ່າ​ດ້ວຍ​ການ​ເດີນ​ຂະ​ບວນມິດ​ຕິງ... ຈະ​ໄດ້​ຮັບ​ການ​ກໍ່ສ້າງ ​ແລະ​ປັບປຸງ​ບູລະນະ​ເປັນ​ແຕ່​ລະ​ກ້າວ​ເທົ່າ​ນັ້ນ, ຫາກ​ບັນດາ​ກົດໝາຍ​ກ່ຽວ​ກັບ​ລະບຽບ​ວິທີ​ປະຕິບັດ​ບັນດາ​ສິດ​ດັ່ງກ່າວ​ນີ້, ​ເຊັ່ນ ​ກົດໝາຍ​ວ່າ​ດ້ວຍ​ລະບຽບການ​ດຳ​ເນີນ​ຄະດີ​ອາຍາ ​ກົດໝາຍ​ວ່າ​ດ້ວຍ​ລະບຽບການ​ດຳ​ເນີນ​ຄະດີ​ແພ່ງ ​ກົດໝາຍ​ວ່າ​ດ້ວຍ​ລະບຽບການ​ດຳ​ເນີນ​ຄະດີການ​ບໍລິຫານ ກໍ່​ຈະ​ໄດ້​ຮັບ​ການ​ຄົ້ນຄວ້າ​ດັດ​ແປງ ປັບປຸງ​ເພີ່​ມ​ເຕີມ​ຕາມ​ຈິດ​ໃຈ ​ແລະ​ເນື້ອ​ໃນ​ຂອງລັດຖະທຳ​ມະນູນສະບັບໃໝ່.

ທີ​ສີ່, ​ເພື່ອ​ສ່ອງ​ແສງ​ເຖິງ​ໄລຍະ​ໃໝ່​ແຫ່ງ​ການ​ເຊີດ​ຊູ​ອະທິປະ​ໄຕ​ຂອງ​ປະຊາຊົນ, ຮາກ​ຖານ​ການ​ເມືອງ-ສັງຄົມ​ອັນ​ກວ້າງຂວາງ​ຂອງ​ລັດ​ເຮົາ, ລັດຖະທຳ​ມະນູນສະບັບປັບປຸງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເລິກ​ເຊິ່ງ ກົມກຽວ ​ເຖິງ​ຜົນ​ປະ​ໂຫຍ​ດ ​ແລະ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສັງຄົມ ​ແນ​ໃສ່​ສ້າງ​ກຳລັງ​ແຮງ​ເພື່ອ​ພັດທະນາ, ​ເປັນ​ຕົ້ນ​ແມ່ນ ​ໃນ​ສະພາບ​ທີ່ການ​ປະ​ທະ​ກັນ​ດ້ານ​ຊົນ​ເຜົ່າ ສາສະໜາ ການ​ເມືອງ ​ເສດຖະກິດ ພວມ​ມີ​ທ່າ​ອຽງ​ເພີ່ມ​ຄວາມ​ຮຸນ​ແຮງ​ຢູ່​ຫຼາຍ​ປະ​ເທດ ​ແລະ​ພາກ​ພື້ນ​ໃນ​ໂລກ. ຕາມ​ນັ້ນ, ລັດຖະທຳ​ມະນູນສະບັບປັບປຸງບໍ່​ພຽງ​ແຕ່​ມີ​ບັນດາ​ອັດຕະພາກ ຄື​ປະຊາຊົນ ຊົນ​​ເຜົ່າ ຊຶ່ງ​ຍາມ​​ໃດກໍ່​ເປັນ​ອັດຕະພາກ​ເລີ່​ມຕົ້ນ ​ແລະ​ສອດ​ຮ້ອຍ​ຕະຫຼອດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ບັນດາ​ອັດຕະພາກ​ທີ່​ລະອຽດ​ຄື ນັກວິທະຍາສາດ, ຜູ້​ເກັ່ງ​ກ້າ​ສາມາດ, ຄົນ​ພິການ, ຜູ້​ທຸກ​ຍາກ, ຄົນ​ອາຍຸ​ສູງ, ຜູ້​ມີ​ສະພາບ​ຫຍຸ້ງຍາກ, ນັກທຸລະກິດ, ວິ​ສາຫະກິດ, ຊາວ​ຫວຽດນາມ​ອາ​ໃສ​ຢູ່​ຕ່າງປະ​ເທດ,... ຄື​ແມນ​ນັ້ນ​ແມ່ນ, ລັດຖະທຳ​ມະນູນສະບັບປັບປຸງບໍ່​ພຽງ​ແຕ່​ຮັບ​ຮູ້​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ ຂອງ​ຊົນ​ເຜົ່າ​ເວົ້າ​ລວມ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ສະ​ແດງ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຊົນ​ຊັ້ນ, ບັນດາ​ຊັ້ນ​ຄົນ​ໃນ​ສັງຄົມ​ອີກ​ນຳ. ພ້ອມ​ກັບ​ສິ່ງ​ດັ່ງກ່າວ​ນັ້ນ, ລັດຖະທຳ​ມະນູນສະບັບປັບປຸງຍັງ​ຫັນ​ເປັນ​ລະບຽບ​ກົດໝາຍ ​ຕໍ່​ບັນດາ​ຄຸນຄ່າ​ສັງຄົມທີ່​ໄດ້​ຮັບ​ການ​ຮັບ​ຮູ້​ແລະ​ແບ່ງປັນ​ຂອງ​ປະຊາຊົນ ​ແລະ​ສັງຄົມ​ທັງ​ໝົດ, ​ເຊັ່ນ​ບັນດາ​ຄຸນຄ່າ​ເສລີພາບ ສະ​ເໝີ​ພາບ ຍຸຕິ​ທຳ ປະຊາທິປະ​ໄຕ ສິດທິ​ມະນຸດ ຄວາມ​ເປີດ​ເຜີຍ ຄວາມ​ໂປ່​ງ​​ໃສ,... ຊຶ່ງ​ໄດ້​ລະບຸ​ໄວ້​ໃນ​ຂໍ້ ມາດຕາ​ຕ່າງໆ ຂອງລັດຖະທຳ​ມະນູນສະບັບປັບປຸງ. ພ້ອມ​ກັນ​ນັ້ນ, ຜ່ານ​ປະຫວັດສາດ​ຫຼາຍ​ພັນ​ປີ​ແຫ່ງ​ການສ້າງ​ຕັ້ງ​ປະ​ເທດ ​ແລະ​ປົກ​ປັກ​ຮັກສາ​ປະ​ເທດ ​ໄດ້​ບຳລຸງ​ຫຼໍ່ລ້ຽງ​ມູນ​ເຊື້ອ​ອັນ​ດີງາມ​ຕ່າງໆ​ຂອງ​ຊາດ, ​ເຊັ່ນ​ມູນ​ເຊື້ອ​ສາມັກ​ຄີ​ປວງ​ຊົນ​ທັງ​ຊາດ, ມູນ​ເຊື້ອ​ຮັກ​ຊາດ​ຮັກ​​ແພງ​ເຊື້ອສາຍ, ຮັກ​ແພງ​ຊ່ວຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ,… ບັນດາ​ມູນ​ເຊື້ອ ​ແລະ ​ເປັນບັນດາ​ຄຸນຄ່າອັນ​ລ້ຳ​ຄ່າ​ນີ້​ ລ້ວນ​ແຕ່​ໄດ້​ສະ​ແດງ​ອອກ​ຢ່າງ​ເຂັ້ມ​ຄົ້ນ ​ໃນບັນດາໝວດທີ່​ກຳ​ນົກ​ກ່ຽວ​ກັບ​ເສດຖະກິດ-ສັງ​ຄົມ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ສິ່ງ​ແວດ​ລ້ອມ ​ແລະ ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ນີ້ກໍ່​ແມ່ນ​ບັນດາ​ການ​ກຳນົດ​ທິດ​ຂອງ​ບັນດາ​ນະ​ໂຍບາຍ​ອັນ​ພື້ນຖານ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ ສັງຄົມ ວັດທະນະທຳ ການ​ສຶກສາ ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ສິ່ງ​ແວດ​ລ້ອມ; ​ເປັນ​ພື້ນຖານ​ໂດຍ​ລັດຖະທຳ​ມະນູນ​ກຳນົດ ​ເພື່ອ​ໃຫ້​ລັດ​ສືບ​ຕໍ່​ປັບປຸງ​ບູລະນະ​ບັນດາ​ລະບຽບ​ກົດໝາຍ​ກ່ຽວ​ກັບ​ຂົງ​ເຂດ​ຕ່າງໆ​ເຫຼົ່າ​ນີ້ ​ໃນ​ເງື່ອນ​ໄຂ​ໃໝ່.

ທີ​ຫ້າ, ​ເພື່ອ​ສືບ​ຕໍ່​ກໍ່ສ້າງ ​ແລະ​ປັບປຸງ​ບູລະນະລັດ​ແຫ່ງອຳນາດ​ກົດໝາຍ​ສັງຄົມ​ນິຍົມຢູ່​ຫວຽດນາມ, ລັດຖະທຳ​ມະນູນສະບັບປັບປຸງຢັ້ງຢືນ​ວ່າ ລັດ​ຂອງ​ເຮົາ​ແມ່ນລັດ​ແຫ່ງ​ອຳນາດກົດໝາຍ​ສັງຄົມ​ນິຍົມ ຂອງ​ປະຊາຊົນ ​ໂດຍ​ປະຊາຊົນ ​ເພື່ອ​ປະຊາຊົນ ທີ່​ອີງ​ບົນ​ຫຼັກການ ອຳນາດ​ລັດ​ທັງ​ໝົດ​ຂຶ້ນ​ກັບ​ປະຊາຊົນ ຊຶ່ງ​ຮາກ​ຖານ​ຂອງ​ມັນ​ແມ່ນ​ສຳພັນ​ທະ​ພາບ​ລະຫວ່າງ​ຊົນ​ຊັ້ນ​ກຳມະກອນ ກັບ​ຊົນ​ຊັ້ນ​ຊາວນາ​ ​ແລະ​ຖັນ​ແຖວ​ປັນຍາ​ຊົນ; ພ້ອມ​ກັນ​ນັ້ນ​ກໍ່​ເພີ່ມ​ເຕີມ​ຫຼັກການ​ໃໝ່​ອີກ​ຫຼັກການໜຶ່ງ ຄື​ໄດ້​ເວົ້າ​ຢູ່​ຂ້າງ​ເທິງ ກ່ຽວ​ກັບ​ການ​ກວດກາ​ອຳນາດ​ລັດ. ບັນດາ​ຫຼັກການ​ເຫຼົ່າ​ນີ້​ແມ່ນ​ພື້ນຖານ​ໂດຍ​ລັດຖະທຳ​ມະນູນ​ກຳນົດ ​ເພື່ອ​ໃຫ້​ບັນດາ​ອົງການ​ລັດ​ທີ່​ເຮັດ​ການ​ນິຕິບັນຍັດ ການ​ບໍລິຫານ ​ແລະ​ຕຸລາການ ​ເສີມ​ຂະຫຍາຍ​ບົດບາດ ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຢ່າງ​ຄົບ​ຖ້ວນ ​ແລະ​ ປະຕິບັດ​ພາລະ​ບົດບາດ ໜ້າ​ທີ່ ສິດ​ຂອບ​ເຂດ​ທີ່​ປະຊາຊົນ​ມອບ​ໝາຍ​ໃຫ້​ແຕ່​ລະ​ອຳ​ນາດ​ນັ້ນ​ຢ່າງ​ມີ​ຄວາມ​ສັດ​ສິດ ມີ​ປະສິດທິ​ຜົນ; ຈຳກັດ ​ແລະ ສະກັດ​ກັ້ນ​ສະພາບ​ການ​ສວຍ​ໃຊ້​ອຳນາດ​ລັດ​ເກີນ​ຄວນ, ປ້ອງ​ກັນ​ແລະ​ຕ້ານ​ພະຍາດ​ອາດຍາ​ສິດ ການ​ສໍ້​ລາດ​ບັງ​ຫຼວງ ການ​ຟຸມ​ເຟືອຍ.

ອີງ​ບົນບັນດາ​ຫຼັກການ​ດັ່ງກ່າວ, ກົງຈັກ​ລັດ​ໃນລັດຖະທຳ​ມະນູນສະບັບປັບປຸງ ​ໄດ້​ມີ​ການ​ດັດສົມ​ເພື່ອ​ເຮັດ​ໃຫ້​ພາລະ​ບົດບາດ ໜ້າ​ທີ່ ສິດ​ຂອບ​ເຂດ​ຂອງ​ແຕ່​ລະ​ອົງການ​ມີ​ຄວາມ​ຈະ​ແຈ້ງ​ກວ່າ ​ໂປ່​ງ​ໃສ​ກວ່າ​ອີກ, ຮັບປະກັນ​ການ​ແບ່ງ​ງານ ປະສານ​ສົມທົບ ​ແລະ ກວດກາ​ໃນ​ການ​ປະຕິບັດ​ບັນດາອຳນາດ​ນິຕິບັນຍັດ ບໍລິຫານ ​ແລະ​ຕຸລາການຢ່າງ​ມີ​ຄວາມ​ສັດ​ສິດ ມີ​ປະສິດທິ​ຜົນ. ຕາມ​ນັ້ນ, ສະພາ​ແຫ່ງ​ຊາດ​ຖືກ​ກຳນົດ​ວ່າ​ ເປັນ​ອົງການ​ຜູ້​ແທນ​ສູງ​ສຸດ​ຂອງ​ປະຊາຊົນ, ອົງການ​ອຳນາດ​ລັດ​ສູງ​ສຸດ​ ຂອງ​ປະ​ເທດ​ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ປະຕິບັດ ສິດ​ສ້າງ​ລັດຖະທຳ​ມະນູນ ສ້າງ​ກົດໝາຍ, ຕັດສິນ​ຕົກລົງ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ ​ແລະ ຕິດຕາມ​ກວດກາ​ສູງ​ສຸດ​ຕໍ່​ກັບ​ການ​ເຄື່ອນ​ໄຫວ​ຂອງ​ລັດ. ປະທານ​ປະ​ເທດ​ເປັນ​ປະມຸກ​ຂອງ​ລັດ, ຕາງໜ້າ​ລັດ​ທາງ​ດ້ານ​ວຽກ​ງານ​ພາຍ​ໃນ ການ​ຕ່າງປະ​ເທດ, ກຳ​ອຳນາດ​ບັງຄັບ​ບັນຊາ​ບັນດາ​ກຳລັງ​ປະກອບ​ອາວຸດ, ກຳ​ຕຳ​ແໜ່​ງປະທານ​ສະພາ​ປ້ອງ​ກັນ​ປະ​ເທດ ​ແລະ​ປ້ອງ​ກັນ​ຄວາມ​ສະຫງົບ. ລັດຖະບານ​ຖືກ​ລັດຖະທຳ​ມະນູນ​ຢັ້ງຢືນ​ວ່າ ບໍ່​ພຽງ​ແຕ່​ເປັນ​ອົງການ​ບໍລິຫານ​ລັດ​ສູງ​ສຸດ ອົງການ​ປະຕິບັດ​ງານ​ຂອງ​ສະພາ​ແຫ່ງ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ອົງການ​ປະຕິບັດອຳນາດ​ການ​ບໍລິຫານ ອີກ​ນຳ. ການ​ເພີ່ມ​ເຕີມ​ທີ່​ຕັ້ງ​ແລະ​ບົດບາດ​ໃໝ່​ນີ້​ຂອງ​ລັດຖະບານ ​ໃນ​ການຈັດ​ຕັ້ງ​ກົງຈັກ​ລັດ ທັງ​ສະ​ແດງ​ເຖິງ​ຫຼັກການ​ແບ່ງ​ງານ ປະສານ​ສົມທົບ ​ແລະ ກວດກາ​ອຳນາດ​ລັດ, ທັງ​ຊີ້​ໃຫ້​ເຫັນ​ແຈ້ງວ່າ ລັດຖະບານ​ບໍ່​ພຽງ​ແຕ່​ເປັນ​ອົງການ​ປະຕິບັດ​ງານຂອງ​ສະພາ​ແຫ່ງ​ຊາດ ​ແນ​ໃສ່​ສ້າງ​ໃຫ້​ລັດຖະບານມີຢ່າງ​ພຽງພໍ ຖານະທີ່​ຕັ້ງ ​ແລະ​ສິດ​ອຳນາດ​ເອກະລາດ, ມີ​ຄວາມ​ຮັບຜິດຊອບ​ຕໍ່​ປະ​ເທດ​ຊາດ ​ແລະ ປະຊາຊົນ.

ສານ​ປະຊາຊົນ​ບໍ່​ພຽງ​ແຕ່​ຖືກ​ກຳນົດ​ວ່າ​ເປັນ​ອົງການ​ພິພາກສາ​ຂ​ອງປະ​ເທດ​ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ຄື​ກັນ​ກັບລັດຖະທຳ​ມະນູນປີ 1992 ​ເທົ່າ​ນັ້ນ ຫາກ​ຍັງ​ຖືກ​ຢືນຢັນ​ວ່າ​ເປັນ​ອົງການ “ປະຕິບັດ​ອຳນາດ​ຕຸລາການ” (ມາດຕາ 102) ນຳ​ອີກ. ການກຳນົດ​ໃໝ່ນີ້​ບໍ່​ພຽງ​ແຕ່​ເປັນ​ເອກະ​ພາບ​ກັບ​ຫຼັກການ​ຈັດ​ຕັ້ງ​ອຳນາດຂອງລັດ ທີ່​ໄດ້ລະບຸ​ໄວ້​ໃນ​ມາດຕາ 2 ຂອງລັດຖະທຳ​ມະນູນສະບັບປັບປຸງ, ສະ​ແດງ​ເຖິງ​ການ​ແບ່ງ​ງານ​ອຳນາດ​ລັດ​ຢ່າງ​ຊັດ​ເຈນ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ແນ​ໃສ່​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ຂອງ​ສານ​ໃນ​ການ​ປະຕິບັດ​ອຳນາດ​ຕຸລາການ​ອີກ​ນຳ. ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ, ຄວາມ​ຍຸດຕິ​ທຳ ​ແລະ​ຄວາມ​ສະ​ເໝີ​ພາບ​ຂອງ​ປະ​ເທດ​ຊາດ​ ໄດ້​ສະ​ແດງ​ອອກ​ຢ່າງ​ລວມສູນ​ທີ່​ສຸດ​ ດ້ວຍ​ການ​ພິພາກສາ​ຂອງ​ສານ; ສັງຄົມ ​ແລະ​ປະຊາຊົນ​ຈະ​ມີ​ໝາຍ​ທີ່ຢູ່​ລະອຽດ​ເພື່ອ​ປະ​ກອບ​ຄວາມ​ເຫັນກໍ່ສ້າງ ​ແລະ ຕິດຕາມ​ກວດກາ​ການ​ປະຕິບັດອຳນາດ​ຕຸລາການ ທີ່​ປະຊາຊົນ​ໄດ້​ມອບ​ໝາຍ ມອບ​ສິດ​ໃຫ້.

ບົດບາດແລະ​ໜ້າ​ທີ່​ຂອງ​ສານ​ປະຊາຊົນ ກໍ່​ຄື​ບົດບາດແລະ​ໜ້າ​ທີ່​ຂອງ​ໄອ​ຍະ​ການ​ປະຊາຊົນ ມີ​ການ​ດັດ​​ແປງ, ສະ​ແດງ​ເຖິງ​ຈິນຕະນາການ​ໃໝ່​ໃນລັດຖະທຳ​ມະນູນສະບັບປັບປຸງ. ຕໍ່​ກັບ​ສານ​ປະຊາຊົນ, ຂໍ້ 3 ມາດຕາ 102 ​ໄດ້​ຈັດ​ບົດບາດ​ແລະ​ໜ້າ​ທີ່ “ປົກ​ປັກ​ຮັກສາ​ຄວາມ​ຍຸດຕິທຳ, ປົກ​ປັກ​ຮັກສາ​ສິດທິ​ມະນຸດ ສິດ​ພົນລະ​ເມືອງ” ຂຶ້ນ​ໃນ​ແຖວ​ໜ້າ, ຕໍ່​ຈາກ​ນັ້ນ​ຈຶ່ງ​ກຳນົດ “ປົກ​ປັກ​ຮັກສາ​ລະບອບ​ສັງຄົມ​ນິຍົມ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍດຂອງ​ລັດ ສິດ​ແລະ​ຜົນ​ປະໂຫຍ​ດທີ່​ຖືກ​ກົດໝາຍ​ຂອງ​ອົງການ​ຈັດ​ຕັ້ງ ຂອງ​ບຸກຄົນ”. ຕໍ່​ກັບ​ໄອ​ຍະ​ການ​ປະຊາຊົນ, ​ເນັ້ນ​ໜັກ​ເຖິງ​ບົດບາດ​ແລະ​ໜ້າ​ທີ່​ອັນ​ດັບ​ໜຶ່ງຄື “ປົກ​ປັກ​ຮັກສາ​ກົດໝາຍ, ປົກ​ປັກ​ຮັກສາ​ສິດທິ​ມະນຸດ ສິດ​ພົນລະ​ເມືອງ”, ຕໍ່​ຈາກ​ນັ້ນ​ຈຶ່ງ​ກຳນົດ “ປົກ​ປັກ​ຮັກສາ​ລະບອບ​ສັງຄົມ​ນິຍົມ, ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍດຂອງ​ລັດ ສິດ​ແລະ​ຜົນ​ປະໂຫຍ​ດທີ່​ຖືກ​ກົດໝາຍ​ຂອງ​ອົງການ​ຈັດ​ຕັ້ງ ຂອງ​ບຸກຄົນ, ຮັບປະກັນ​ໃຫ້​ກົດໝາຍ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ແລະ​ເປັນ​ເອກະ​ພາບ” (ຂໍ້ 3, ມາດຕາ 107). ກ່ອນ​ໜ້າ​ນັ້ນ, ລັດຖະທຳ​ມະນູນປີ 1992 ບໍ່​ຈຳ​ແນ​ກຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ບົດບາດ ໜ້າ​ທີ່​ຂອງ​ສານ ​ແລະ​ຂອງ​ໄອ​ຍະ​ການ; ທັງ​ສອງລ້ວນ​ແຕ່​ມີໜ້າ​ທີ່​ໜຶ່ງ​ລວມກັນ: “ສານ​ປະຊາຊົນ ​ແລະ​ໄອ​ຍະ​ການ​ປະຊາຊົນ​ ແຫ່ງປະ​ເທດ​ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ​ໃນ​ຂອບ​ເຂດ​ແລະ​ພາລະ​ບົດບາດ​ຂອງ​ຕົນ, ມີໜ້າ​ທີ່ປົກ​ປັກ​ຮັກສາ​ກົດໝາຍ​ສັງຄົມ​ນິຍົມ, ປົກ​ປັກ​ຮັກສາລະບອບ​ສັງຄົມ​ນິຍົມ ​ແລະ​ສິດ​ເປັນ​ເຈົ້າ​ຂອງ​ພົນລະ​ເມືອງ, ປົກ​ປັກ​ຮັກສາ​ຊັບ​ສົມບັດ ສິດ​ເສລີ ກຽດ​ສັກ​ສີ ​ແລະ​ຄຸນສົມບັດ​ມະນຸດ ຂອງ​ພົນລະ​ເມືອງ” (ມາດຕາ 126). ສົມ​ທຽບ​ການ​ກຳນົດ​ຂອງ​ລັດຖະທຳ​ມະນູນສອງ​ສະບັບ, ອາດ​ຈະ​ເຫັນ​ວ່າ ລັດຖະທຳ​ມະນູນສະບັບປັບປຸງ​ໄດ້​ມີ​ຄວາມ​ຮັບ​ຮູ້​ໃໝ່​ກ່ຽວ​ກັບ​ບົດບາດ ​ແລະໜ້າ​ທີ່​ຂອງ​ສອງ​ສະ​ຖາ​ບັນ​ຄື ສານປະຊາຊົນ ​ແລະ​ໄອ​ຍະ​ການ​ປະຊາຊົນ. ຄວາມ​ຮັບ​ຮູ້​ໃໝ່​ນີ້​ສອດຄ່ອງ​ໂດຍ​ສົມບູນ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ພາລະກິດ​ການ​ກໍ່ສ້າງ ​ແລະ​ປັບປຸງ​ບູລະນະ​ພື້ນຖານ​ຕຸລາການ ​ຂອງ​ລັດ​ແຫ່ງ​ອຳນາດ​ກົດໝາຍສັງຄົມ​ນິຍົມ ຢູ່​ປະ​ເທດ​ເຮົາ, ​ໃນ​ນັ້ນ ສິດທິ​ມະນຸດ ສິດ​ພົນລະ​ເມືອງ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື, ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ ​ແລະ​ໄດ້​ຮັບປະກັນ​ຢ່າງ​ດີ​ທີ່​ສຸດ ດ້ວຍ​ການ​ປະຕິບັດ​ອຳນາດ​ຕຸລາການ.

ລັດຖະທຳ​ມະນູນສະບັບປັບປຸງ​ໄດ້​ກຳນົດ​ບັນດາ​ຫຼັກການ ຮາກ​ຖານ​ກ່ຽວ​ກັບ​ການຈັດ​ຕັ້ງ​ແລະ​ການ​ເຄື່ອນ​ໄຫວ​ປະຕິບັດ​ອຳ​ນາດ​ຕຸລາການ ​ຂອງ​ສານ​ປະຊາຊົນ. ບັນດາ​ຫຼັກການ​ເຫຼົ່າ​ນີ້​ໄດ້​ຮັບ​ການ​ກຳນົດ ດ້ວຍ​ການສະ​ແດງ​ອອກ​ຢ່າງ​ຊັດ​ເຈນ ລວບ​ລັດ​ຮັດກຸມ ​ແລະ​ບັນຈຸ​ຈິນຕະນາການ​ໃໝ່. “ຫຼັກການ​ໂຕ້​ວາທີ​ໃນ​ການ​ພິຈາລະ​ນາຄະ​ດີ​ໄດ້​ຮັບປະກັນ” ​ແມ່ນ​ຫຼັກການ​ໃໝ່ ​ທີ່​ຫາ​ກໍ່​ກຳ​ເນີ​ດຂຶ້ນ​ໃນລັດຖະທຳ​ມະນູນຂອງ​ປະ​ເທດ​ເຮົາ, ມັນ​ຫັນ​ທັດສະນະ​ຂອງ​ພັກ​ເຮົາ​ກ່ຽວ​ກັບການ​ປະຕິ​ຮູບ​ຕຸລາການ​ໃຫ້ເປັນນິຕິ​ກຳ: “​ເພີ່ມ​ທະວີ​ການ​ໂຕ້​ວາທີ​ໃນ​​ເມື່ອ​ສານ​ພິຈາລະນາ​ຄະດີ” ​ແນ​ໃສ່​ປ່ຽນ​ແປງ​ໃໝ່​ລະບຽບ​ການ​ດຳ​ເນີນ​ຄະດີ, ດັດ​ແກ້​ຈຸດ​ອ່ອນ​ຂອງລະບຽບ​ການ​ພິຈາລະນາ​ຄະດີ​ປັດຈຸບັນ. ລັດຖະທຳ​ມະນູນສະບັບປັບປຸງຍັງ​ກຳນົດ: ສະພາ​ແຫ່ງ​ຊາດ​ໃຫ້​ສັດຕະຍະ​ບັນ​ຂໍ້​ສະ​ເໜີ​ແຕ່ງ​ຕັ້ງຜູ້​ພິພາກສາ ຫຼື​ປົດ​ຕຳ​ແໜ່ງ​ຜູ້​ພິພາກສາ​ສານ​ປະຊາຊົນສູງສຸດ (ຂໍ້ 7, ມາດຕາ 70). ຂໍ້​ກຳນົດ​ໃໝ່​ນີ້​ເປັນ​ພື້ນຖານ​ໂດຍ​ລັດຖະທຳ​ມະ​ນູນກຳນົດ ​ເພື່ອດັດ​ແປງ​ໂດຍ​ພື້ນຖານ ​ແນ​ໃສ່​ຍົກ​ສູງ​ຖານະທີ່​ຕັ້ງ ຄວາມ​ຮັບຜິດຊອບ​ຂອງ​ສານ​ປະຊາຊົນ​ສູງ​ສຸດ​ເວົ້າ​ລວມ, ຂອງຜູ້ພິພາກສາ​ສານ​ປະຊາຊົນສູງສຸດ​ເວົ້າ​ສະ​ເພາະ ​ໃນ​ການ​ປະຕິບັດ​ອຳ​ນາ​ຕຸລາການ. ບັນດາ​ເນື້ອ​ໃນ​ໃໝ່​ທີ່​ກ່າວ​ມາ​ເທິງ​ນີ້ ຕ້ອງ​ໄດ້​ຫັນ​ເປັນ​ລະອຽດ​ຢູ່​ໃນ​ບັນດາກົດໝາຍກ່ຽວ​ກັບ​ການຈັດ​ຕັ້ງ​ສານ​ປະຊາຊົນ, ຈັດ​ຕັ້ງ​ໄອ​ຍະ​ການ​ປະຊາຊົນ ​ແລະ​ບັນດາ​ກົດໝາຍ​ກ່ຽວ​ກັບ​ການ​ຟ້ອງ​ຮ້ອງ​ດຳ​ເນີນ​ຄະດີຕຸລາການ.

​ເພື່ອປ່ຽນ​ແປງ​ໃໝ່ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ປະ​ເທດ​ໃນສະ​​ໄໝ​ໃໝ່, ລັດຖະທຳ​ມະນູນສະບັບປັບປຸງ​ໄດ້​ກຳນົດ​ຢ່າງ​ສັງ​ເຂ​ບ ກ່ຽວ​ກັບຕົວ​ແບບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ​ເອົາ​ເປັນ​ພື້ນຖານ​ໂດຍ​ລັດຖະທຳ​ມະນຸ​ນກຳນົດ ​ເພື່ອ​ໃຫ້​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໃນ​ຕໍ່​ມາ​ຫັນ​ເປັນ​ລະອຽດ. ຕາມ​ນັ້ນ, ລັດຖະທຳ​ມະນູນສະບັບປັບປຸງກຳນົດ: “ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ຈັດ​ຕັ້ງ​ຢູ່​ບັນດາ​ຫົວໜ່ວຍ​ການ​ບໍລິຫານ ​ຂອງ​ປະ​ເທດສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ. ​ແຕ່​ລະ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ປະກອບ​ມີ ສະພາ​ປະຊາຊົນ ​ແລະ ຄະນະ​ກຳມະການ​ປະຊາຊົນ ຊຶ່ງ​ໄດ້​ຈັດ​ຕັ້ງ​ສອດຄ່ອງ​ກັບ​ຈຸດ​ພິ​ເສດ​ຊົນນະບົດ, ຕົວ​ເມືອງ, ​ເກາະ​ທະ​ເລ, ຫົວໜ່ວຍ​ບໍລິຫານ-​ເສດຖະກິດ​ພິ​ເສດ​ໂດຍ​ກົດໝາຍ​ກຳນົດ” (ມາ​ຕາ 111). ລັດຖະທຳ​ມະນູນສະບັບປັບປຸງກຳນົດ​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ຫຼັກການ ກ່ຽວ​ກັບ​ການ​ແບ່ງ​ງານ, ​ແບ່ງ​ຂັ້ນ​ລະຫວ່າງ​ສູນ​ກາງ​ແລະ​ທ້ອງ​ຖິ່ນ, ລະຫວ່າງ​ບັນດາ​ຂັ້ນ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ຮັບປະກັນ​ການ​ຊີ້​ນຳ​ເປັນ​ເອກະ​ພາບ​ຂອງ​ສູນ​ກາງ, ພ້ອມ​ກັນ​ນັ້ນ​ກໍ່​ເສີມ​ຂະຫຍາຍ​ລັກສະນະ​ຂະຫຍັນ​ຂັນ​ເຄື່ອນ ປະດິດ​ສ້າງ ສິດ​ເປັນ​ເຈົ້າ​ຕົນ​ເອງ ຮັບຜິດຊອບ​ດ້ວຍ​ຕົນ​ເອງ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ.

​ເປັນ​ຄັ້ງ​ທຳ​ອີດ​ທີ່ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ແລະ ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ໄດ້​ກຳນົດ​ໃນ​ລັດຖະທຳ​ມະນູນ ດ້ວຍ​ຖານະ​ນາມ​ເປັນ​ບັນດາ​ສະ​ຖາ​ບັນທີ່​ເປັນ​ເອກະລາດ, ຊຶ່ງ​ໄດ້​ກຳນົດ​​​ເປັນ​ໝວດ​ໜຶ່ງຕ່າງຫາກ​ໃນລັດຖະທຳ​ມະນູນສະບັບປັບປຸງ. ການ​ກຳ​ເນີ​ດຂຶ້ນ​ຂອງ​ສອງ​ສະ​ຖາ​ບັນ​ໃໝ່​ນີ້​ຢູ່​ປະ​ເທດ​ເຮົາ ​ແມ່ນ​ເພື່ອ​ແນ​ໃສ່​ສືບ​ຕໍ່​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ປະ​ຕິ​ບັດ​ຫຼັກການ ອຳນາດ​ລັດ​ທັງ​ໝົດ​ຂຶ້ນ​ກັບ​ປະຊາຊົນ, ສ້າງ​ເງື່ອນ​ໄຂ ​ແລະ​ກົນ​ໄກ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ສິດ​ເປັນ​ເຈົ້າ​ຂອງ​ຕົນ​ຢ່າງ​ຄົບ​ຖ້ວນ ​ໃນ​ການ​ເລືອກ​ຕັ້ງ ​ແລະ ​ໃນ​ການ​ກວດກາ​ອຳນາດ​ລັດ. ຕາມ​ນັ້ນ, ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ມີໜ້າ​ທີ່​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ, ຊີ້​ນຳ​ແລະ​ແນະນຳ​ການ​ເລືອ​ຕັ້ງ​ຜູ້​ແທນ​ສະພາ​ປະຊາຊົນ​ຂັ້ນ​ຕ່າງໆ. ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດປະຕິບັດ​ການກວດ​ສອບ​ການ​ຄຸ້ມ​ຄອງ ​ແລະນຳ​ໃຊ້ການ​ເງິນ ຊັບ​ສົມບັດ​ສ່ວນລວມ.

​ເຖິງ​ວ່າ ລັດຖະທຳ​ມະນູນສະບັບປັບປຸງຍັງ​ບໍ່​ທັນ​ກຳນົດ​ສະ​ຖາ​ບັນ​ປ້ອງ​ກັນລັດຖະທຳ​ມະນູນສະ​ເພາະ​ກິດ ​ເພື່ອ​ກວດກາ​ຕໍ່​ການ​ກະທຳ​ຕ່າງໆ ​ທີ່​ລະ​ເມີດລັດຖະທຳ​ມະນູນ ​ໃນການ​ເຄື່ອນ​ໄຫວ​ນິຕິບັນຍັດ ການ​ບໍລິຫານ ​ແລະ​ຕຸລາການ, ຄື​ດັ່ງ​ທີ່​ເອກະສານ​ຂອງ​ພັກ​ໄດ້​ວາງ​ອອກ​ມາ ກໍ່ຕາມ, ​ແຕ່, ທົດ​ແທນ​ໃສ່​ນັ້ນ, ລັດຖະທຳ​ມະນູນ​ໄດ້​ເນັ້ນ​ໜັກ: “ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ, ລັດຖະບານ, ສານ​ປະຊາຊົນ, ​ໄອ​ຍະ​ການ​ປະຊາຊົນ, ບັນດາ​ອົງການ​ຂອງ​ລັດ ​ແລະ​ປວງ​ປະຊາຊົນ​ທັງ​ໝົດ ມີໜ້ທີ່​ປົກ​ປັກ​ຮັກສາ​ລັດຖະທຳ​ມະນູນ”. “ທຸກ​ການ​ກະທຳ​ລະ​ເມີດລັດຖະທຳ​ມະນູນລ້ວນ​ແຕ່​ຖືກ​ກຳຈັດ​ດັດ​ແກ້”. “ກົນ​ໄກ​ປ້ອງ​ກັນລັດຖະທຳ​ມະນູນ​ໂດຍ​ກົດໝາຍ​ກຳນົດ” (ມາດຕາ 119). ນີ້​ແມ່ນ​ກະ​ໂຕ​ພື້ນຖານ​ໂດຍ​ລັດຖະທຳ​ມະນູນ​ກຳນົດ ​ເພື່ອ​ກໍ່ສ້າງ​ກົນ​ໄກ​ປ້ອງ​ກັນລັດຖະທຳ​ມະນູນ ຢ່າງ​ມີ​ປະສິດທິ​ຜົນ​ກວ່າ ​ໂດຍ​ຜ່ານ​ການ​ດັດ​ແປງ ປັບປຸງ​ເພີ່ມ​ເຕີມ​ກົດໝາຍ​ຕ່າງໆ ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ ​ແລະ​ບັນດາ​ກົດໝາຍ​ກ່ຽວ​ກັບ​ການ​ກວດກາ​ນ, ຕິດຕາມ​ກວດກາ​ໃນ​ເວລາ​ທີ່​ຈະ​ມາ​ເຖິງ ​ແລະ​ເປັນ​ພື້ນຖານ​ເພື່ອ​ຄົ້ນຄວ້າ​ສ້າງ​ຕັ້ງ​ກົນ​ໄກ​ປ້ອງ​ກັນລັດຖະທຳ​ມະນູນສະ​ເພາະ​ກິດ ​ໂດຍ​ກົດໝາຍ​ກຳນົດ.

ລັດຖະທຳ​ມະນູນສະບັບປັບປຸງ ​ໄດ້​ມີ​ຄວາມ​ສັກສິດ​ໃນ​ການ​ປະຕິບັດ​ແຕ່​ວັນ​ທີ 1 ມັງກອນ 2014. ສະພາ​ແຫ່ງ​ຊາດ​ໄດ້​ປະກາດ​ໃຊ້​ມະຕິ​ຕົກລົງ​ ສະບັບທີ 64/2013/QH13, ລົງ​ວັນ​ທີ 28 ພະຈິກ 2013, ວ່າ​ດ້ວຍ​ການ​ປະຕິບັດລັດຖະທຳ​ມະນູນ, ​ໃນ​ນັ້ນ ກຳນົດ​ຢ່າງ​ຊັດ​ເຈນ​ວ່າ ສະພາ​​ແຫ່ງ​ຊາດ, ລັດຖະບານ, ຂັ້ນຕ່າງໆ, ຂະ​ແໜງ​ການ​ຕ່າງໆ, ບັນດາ​ສຳນັກງານອົງການ​ໃນ​ລະບົບ​ການ​ເມືອງ ມີ​ຄວາມ​ຮັບຜິດຊອບ​ຈັດ​ຕັ້ງ​ປະຕິບັດລັດຖະທຳ​ມະນູນ; ຜັນ​ຂະຫຍາຍ​ຢ່າງ​ທັນ​ການ​ບັນດາ​ມາດ​ຕະການ​ອັນ​ຈຳ​ເປັນ ​ແນ​ໃສ່​ຮັບປະກັນ​ການ​ປະຕິບັດລັດຖະທຳ​ມະນູນ. ບັນດາ​ສຳນັກງານ​ອົງການ​ລັດ​ຢູ່​ສູນ​ກາງ ​ແລະ​ທ້ອງ​ຖິ່ນ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ບັນດາ​ອົງການ​ຈັດ​ຕັ້ງ​ທີ່​ເປັນ​ສະມາຊິກ​ຂອງ​ແນວ​ໂຮມ ​ແລະ ບັນດາ​ສຳນັກງານ​ອົງການອື່ນ​ທີ່​ກ່ຽວຂ້ອງ ມີໜ້າ​ທີ່​ຮັບຜິດຊອບ​ຈັດ​ຕັ້ງການ​ໂຄສະນາ ​ເຜີຍ​ແຜ່​ຈິດ​ໃຈ​ແລະ​ເນື້ອ​ໃນ​ຂອງລັດຖະທຳ​ມະນູນຢ່າງ​ກ້ວາງ​ຂວາງ​ເລິກ​ເຊິ່ງ ​ເຖິງ​ບັນດາ​ຊັ້ນ​ວັນນະ​ປະຊາ​ຊົນ ພະນັກງານ ຂ້າ​ລັດຖະການ ກຳມະກອນ ນັກຮົບ​ກຳລັງ​ປະກອບ​ອາວຸດ ​ແລະ ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ​ແນ​ໃສ່​ຍົກ​ສູງ​ຄວາມ​​ເຊື່ອ​ໝັ້ນ​ແລະ​ສັນທາຄະຕິ​ຕໍ່​ລັດຖະທຳ​ມະນູນ ​ເພື່ອ​ສ້າງ​ສະຕິ​ຕື່ນ​ຕົວ​ໃນ​ການ​ປະຕິບັດ ​ເຄົາລົບ​ນັບຖື ​ແລະ ປົກ​ປັກ​ຮັກສາລັດຖະທຳ​ມະນູນ; ຮັບປະກັນ​ໃຫ້ລັດຖະທຳ​ມະນູນ​ໄດ້​ຮັບ​ການ​ປະຕິບັດ​ຕາມ ​ແລະ​ປະຕິບັດ​ຢ່າງ​ເຂັ້ມ​ງວດ ​ໃນ​ບັນດາ​ຂົງ​ເຂດ​ທັງ​ໝົດ​ຂອງ​ຊີວິດ​ສັງຄົມ.

ບັນດາ​ອົງການ​ລັດ ​ແຕ່​ສູນ​ກາງ​ລົງ​ຮອດ​ຂັ້ນ​ຕ່າງໆ, ບັນດາ​ຂະ​ແໜງ​ການ​ຢູ່​ທ້ອງ​ຖິ່ນ​ເຫັນ​ແຈ້ງ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນ ​ໃນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ປະຕິບັດລັດຖະທຳ​ມະນູນ. ຕາມ​ນັ້ນ, ຕ້ອງ​ຮີບ​ກວດຄືນ, ດັດສົມ​ໂຄງ​ປະ​ກອບ​ການຈັດ​ຕັ້ງ ພາລະ​ບົດບາດ ໜ້າ​ທີ່ ສິດ​ຂອບ​ເຂດ ​ຜ່ານ​ການ​ດັດ​ແປງ ປັບປຸງ​ເພີ່ມ​ເຕີມ​ບັນດາ​ກົດໝາຍກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ລັດ. ພ້ອມ​ກັນ​ນັ້ນ, ກວດຄືນ​ບັນດາ​ເອກະ​ສານ​ກຳນົດ​ກົດໝາຍ ​ເພື່ອ​ດັດ​ແປງ ​ເພີ່ມ​ເຕີມ  ຍົກ​ເລີກ ຫຼື​ປະກາດ​ໃຊ້​ໃໝ່​ໃຫ້​ມັນ​ສອດຄ່ອງ​ກັບ​ຈິດ​ໃຈ ​ແລະ​ເນື້ອ​ໃນ​ຂອງລັດຖະທຳ​ມະນູນ.

ຕາມ​ແຜນການ, ​ເພື່ອ​ປະຕິບັດຈິດ​ໃຈ ​ແລະ​ເນື້ອ​ໃນ​ໃໝ່​ຂອງລັດຖະທຳ​ມະນູນ ກ່ຽວກັບ​ການຈັດ​ຕັ້ງ​ກົງຈັກລັດ ​ແລະ​ບັນດາ​ສະ​ຖາ​ບັນ​ໃນ​ລະບົບ​ການ​ເມືອງ, ​ແຕ່​ນີ້​ຮອດ​ເດືອນ​ຕຸລາ 2015 (ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຊຸດ​ທີ XIII), ສະພາ​ແຫ່ງ​ຊາດ ​ແລະ​ຄະນະ​ກຳມະການ​ປະ​ຈຳ​ສະພາ​ແຫ່ງ​ຊາດ ຈະພິຈາລະນາ ຮັບຮອງ​ກົດໝາຍ ກົດ​ດຳລັດ 26 ສະບັບ. ​ໃນ​ຂົງ​ເຂດ​ສິດທິ​ມະນຸດ, ສິດແລະພັນທະ​ພື້ນຖານ​ຂອງ​ພົນລະ​ເມືອງ, ​ແຕ່​ນີ້​ຮອດ​ປີ 2016, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ ຮັບຮອງ​ກົດໝາຍ 15 ສະບັບ; ​ໃນ​ຂົງ​ເຂດ​ເສດຖະກິດ ສັງຄົມ ວັດທະນະທຳ ການ​ສຶກສາ ວິທະຍາສາ​ດ ​ເຕັກ​ໂນ​ໂລ​ຊີ ສິ່ງ​ແວດ​ລ້ອມ, ແຕ່​ນີ້​ຮອດ​ປີ 2016, ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາ ຮັບຮອງ​ກົດໝາຍ 38 ສະບັບ; ​ແລະ​ໃນ​ຂົງ​ເຂດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ແຕ່​ນີ້​ຮອດ​ປີ 2015, ສະພາ​ແຫ່ງ​ຊາດ ​ແລະ​ຄະນະ​ກຳມະການ​ປະຈຳ​ສະພາ​ແຫ່ງ​ຊາດ ​ຈະ​ພິຈາລະນາ ຮັບຮອງ​ກົດໝາຍ ກົດ​ດຳລັດ 10 ສະບັບ. ​ເປັນ​ອັນວ່າ, ດ້ວຍ​ຈຳນວນ​ກົດໝາຍ ກົດ​ດຳລັດ 89 ສະບັບ​ທີ່​ຄາດກະ​ວ່າ​ສະພາ​ແຫ່ງ​ຊາດ​ຈະ​ພິຈາລະນາຮັບຮອງ​ຜ່ານ​ຕາມ​ຈິດ​ໃຈ ​ແລະ​ເນື້ອ​ໃນ​ຂອງລັດຖະທຳ​ມະນູນສະບັບໃໝ່ ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ, ​ແນ່ນອນ​ວ່າ ລະບົບ​ກົດ​ຂໍ້​ບັງຄັບ​ຂອງ​ລັດ​ຈະ​ມີ​ບາດກ້າວ​ປ່ຽນ​ແປງ​ໃໝ່​ໂດຍ​ພື້ນຖານ ຮອບດ້ານ, ສ້າງ​ເປັນ​ກຳລັງ​ໝູນ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ປະ​ເທດ​ຊາດ​ໃນ​ສະ​ໄໝ​ໃໝ່ - ສະ​ໄໝ​ແຫ່ງ​ການ​ຍູ້​ແຮງ​ຮອບດ້ານ​ພາລະກິດ​ການ​ປ່ຽນ​ແປງ​ໃໝ່ ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ./.

ຂຽນ​ໂດຍ: ຫງວຽນຊິງຮຸ່ງ
ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ,
ປະທານສະພາແຫ່ງຊາດ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ