ວັນຈັນ, 18/11/2019
ປົກປັກຮັກສາອຳນາດອະທິປະໄຕຂອງປະເທດນ້ອຍ ໃນໂລກປັດຈຸບັນ
2/9/2014 18:14' ສົ່ງ ພິມ
ພາບປະກອບ (ພາບ: TTXVN)

ບັນດາ​ຮູບ​ການ​ລ່ວງ​ລະ​ເມີດອຳນາດອະທິປະ​ໄຕ​ແຫ່ງ​ຊາດ

​ໃນ​ພາກ​ຕົວ​ຈິງ, ນັບ​ແຕ່​ພາຍຫຼັງ​ປີ 2008 ທີ່ວິ​ກິດ​ການ​ເສດຖະກິດ - ການ​ເງິ​ນລະ​ເບີດ​ຂຶ້ນ​​ໃນ​ທົ່ວ​ໂລກ, ປະກົດ​ການ​ລະ​ເມີດອຳນາດອະທິປະ​ໄຕຂອງປະ​ເທດ​ນ້ອຍ ​ໄດ້​ເກີດ​ຂຶ້ນຢ່າງ​ລຽນຕິດ​ກວ່າ ​ແລະ​ຫຼາຍ​ຮູບ​ຫຼາຍ​ແບບ​ກວ່າ​ຕັ້ງ​ຫຼາຍ​ ທຽບ​ກັບ​ໄລຍະ​ກ່ອນ​ການ​ວິ​ກິດ. ການລ່ວງ​ລະ​ເມີດອຳນາດອະທິປະ​ໄຕດັ່ງກ່າວ​​ເກີດ​ຂຶ້ນພາຍ​ໄຕ້​ບາງ​ຮູບ​ການ​ຕົ້ນຕໍ​ລຸ່ມ​ນີ້:

ທີ​ໜຶ່ງ, ມາຈາກ​ການ​ຕັດ​ສິນ​ຕົກລົງທີ່​ມີ​ລັກສະນະ “ລວມໝູ່”.

​ເຖິງ​ວ່າ​ກ່ອມ​ເມື່ອ​ຕົກລົງ​ເຂົ້າ​ຮ່ວມ​ອົງການ​ຈັດ​ຕັ້ງ​ສາກົນ​ໃດໜຶ່ງ ຫຼືກົນ​ໄກ​ພະຫຸ​ພາຄີ​ໃດ​ໜຶ່ງ, ບັນດາ​ປະ​ເທດ​ນ້ອຍ​ ລ້ວນ​ແຕ່​ໄດ້​ພິຈາລະນາ​ຢ່າງ​ລະອຽດ​ຖີ່​ຖ້ວນທີ່​ສຸດກ່ຽວກັບ “ເກນ​ກຳນົດ​ການ​ຫຼິ້ນ​ລວມ” ທີ່​ເຂົາ​ຈະ​ຕ້ອງ​ປະຕິບັດ​ຕາມ. ​ແຕ່​ວ່າ, ​ໃນ​ຫຼາຍ​ກໍລະນີ, ບັນດາ​ການ​ຜັນ​ປ່ຽນ​ຂອງ​ຊີວິດ​ສາກົນ ຫຼື​ຂອງກະ​ໂຕປະ​ເທດ​ນ້ອຍ​ເຫຼົ່ານີ້ ​ໄດ້​ພາ​ໃຫ້ “ເກນ​ກຳນົດ​ການ​ຫຼິ້ນ​ລວມ” ຂອງ​ອົງການ​ຈັດ​ຕັ້ງ ກົນ​ໄກ​ສາກົນ ກາຍ​ເປັນ​ສິ່ງ “​ເກີນ​ຄວາມ​ສາມາດ” ສຳລັບ​ບັນດາ​ປະ​ເທດ​ສະມາຊິກ​ທີ່ນ້ອຍ, ພິ​ເສດ​ແມ່ນ​ບັນດາ​ຂໍ້​ກຳນົດໃໝ່. ສົມມຸດ​ເຊັ່ນ, ບັນດາ​ຂໍ້​ກຳນົດ​ຂອງ​ກອງ​ທຶນ​ເງິນຕາ​ລະຫວ່າງ​ປະ​ເທດ (IMF) ​ແລະ​ທະ​ຍາ​ຄານ​ເອີຣົບ (ECB) ກ່ຽວ​ກັບຮ່ວງ​ທຶນ​ຊ່ວຍ​ກູ້​ໃຫ້ ກະ​ແຣັກ ​ແນ​ໃສ່​ຊ່ວຍ​ໃຫ້​ປະ​ເທດ​ນີ້​ປະ​ເຊີນ​ໜ້າ​ກັບ​ການ​ວິ​ກິດ​ໜີ້​ສິນ​ຫຼວງ ​ເປັນ​ຕົວຢ່າງ​ທີ່​ໂດດ​ເດັ່ນ. ​ເພື່ອ​ອາດ​ຈະ​ຮັບ​ເອົາ​ຈຳນວນ​ເງິນ​ຊ່ວຍ​ເຫຼືອ​ນັ້ນ​ມາ​ໄດ້, ລັດຖະບານກະ​ແຣັກ ຂອງ​ທ່ານ​ນາຍົກລັດຖະມົນຕີ ​ເອ.ຊາ​ມາຣາດ ຈຳ​ເປັນ​ຕ້ອງປະຕິບັດບັນດາ​ນະ​ໂຍບາຍຈຳກັດ​ການ​ໃຊ້​ຈ່າຍ (ຫຼື​ຍັງ​ໄດ້​ເອີ້ນ​ວ່າ ນະ​ໂຍບາຍ “ຮັດສາຍ​ແອວ”). ນີ້​ແມ່ນ “ຢຸກຢາ​ທີ່​ຂົມ​ເກີນ​ຄວນ” ສຳລັບ​ກະ​ແຣັກ ​ເຊິ່ງຍັງ​ບໍ່​ທັນ​ຮູ້​ວ່າ​ມັນຈະ​ປິ່ນປົວ​ພະຍາດ​ໜີ້​ສິນ​ຫຼວງ​ໄດ້​ຫຼື​ບໍ່. ຍ້ອນ​ວ່າ ນັບ​ແຕ່​ເມື່ອ​ຕົກ​ໃສ່​ສະພາບ​ການ​ວິ​ກິດ​ໜີ້​ສິນ​ຫຼວງ​ປີ 2009, ນະ​ໂຍບາຍ​ປຸກ​ກະ​ຕູ້ນການເຕີບ​ໂຕ ຈຶ່ງ​ໄດ້​ຖື​ວ່າ​ສອດຄ່ອງ​ດີກ​ວ່າ ​ໃນ​ການ​ຊ່ວຍ​ໃຫ້​ລັດຖະບານ​ກະ​ແຣັກ ສາມາດ​ຮັບ​ມື​ກັບ​ສະພາບ​ການ​ວ່າງ​ງານ, ການ​ຢຸກສະຫງັກຊັກ​ຊ້າ​ຂອງ​ເສດຖະກິດ, ການ​ເດີນ​ຂະ​ບວນມິດ​ຕິງ ການຢຸດ​ງານ ຍ້ອນ​ເງິນ​ເດືອນ​ຂອງຜູ້​ອອກ​ແຮງ​ງານ​ຖືກ​ຕັດ​ຮອນ​ລົດ​ລົງ​ຢ່າງ​ລຽນຕິດ. ສິ່ງ​ທີ່​ຕ້ອງ​ເນັ້ນ​ຕື່ມ​ອີກ​ຄື ກ່ອນ​ເມື່ອ​ໄປ​ເຖິງ​ການ​ຕົກລົງ​ດັ່ງກ່າວ​ເທິງ​ນີ້, ພາຍ​ໃນ​ກຸ່ມບັນດາ​ປະ​ເທດ​ໃຊ້​ຕະກູນ​ເງິນ​ເອີ​ໂຣ (Eurozone) ກໍ່​ມີ​ການ​ຖົກ​ຖຽງ​ກັນ​ຢ່າງ​ເຄັ່ງ​ຕຶງ ລະຫວ່າງ​ພວກ​ຜູ້​ສະໜັບສະໜູນ​ນະ​ໂຍບາຍ “ຮັດ​ສາຍ​ແອວ” (ຕາງໜ້າ​​ໂດຍ ນາຍົກລັດຖະມົນຕີ​ເຢຍລະ​ມັນ ທ່ານ​ນາງ ອາ​ເຢລາ ​ແມັກ​ແກນ) ​ແລະ​ນະ​ໂຍບາຍ​ປຸກ​ກະ​ຕູ້ນການ​ເຕີບ​ໂຕ (ຕາງໜ້າ​ໂດຍ ປະທານາທິບໍດີ ຝຣັ່ງ ທ່ານ ຟ. ​ໂອ​ລັງ​). ຜົນ​ສຸດ​ທ້າ​ຍຄື​ ຝ່າຍ​ຂອງນາຍົກລັດຖະມົນຕີ​ ອາ​ເຢລາ ​ແມັກ​ແກນ ​ໄດ້​ຮັບໄຊຊະນະ ​ແລະ​ເປັນ​ທຳ​ມະ​ດາ​ວ່າ ລັດຖະບານ ກະ​ແຣັກ - ປະ​ເທດ​ສະມາຊິກ​ຂອງ Eurozone, ຈຳ​ເປັນ​ຕ້ອງ​ປະຕິບັດ​ຕາມ​ເງື່ອນ​ໄຂ​ຕ່າງໆ​ຂອງ​ນະ​ໂຍບາຍ “ຮັດ​ສາຍ​ແອວ”, ຍ້ອນ​ວ່າການ​ຕ້ານ​ຄືນ​ກໍ່​ໝາຍ​ຄວາມ​ວ່າ ​ເສດຖະກິດ​ຂອງກະ​ແຣັກ ຈະ​ຕ້ອງ​ຢືນ​ຢູ່​ປາກ​ເຫວ​ແຫ່ງ​ການ​ລົ້ມ​ລະລາຍ.

ຕົວຢ່າງ​ໜຶ່ງ​ອີກ​ຄື  ມະຕິ​ສະບັບ​ທີ 1973 ປີ 2012 ຂອງ​ຄະນະ​ມົນຕີ​ປ້ອງ​ກັນຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ ວ່າ​ດ້ວຍ “ການ​ກຳນົດ​ເຂດ​ຫ້າມ​ບິນ” ຕໍ່​ກັບລີ​ເບຍ. ກໍ່​ຄື​ກັນ​ກັບ​ການ​ຕັດ​ສິນ​ຕົກລົງ​ຂອງ Eurozone ກ່ຽວ​ກັບ​ການຮັດ​ແຄບ​ການ​ໃຊ້​ຈ່າຍ, ມະຕິ​ສະບັບ​ທີ 1973 ​ໄດ້​ຮັບ​ການ​ຮັບຮອງ​ພາຍຫຼັງ​ທີ່​ສະມາຊິກ​ຄະນະ​ມົນຕີ​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ 13 ປະ​ເທດ​ໄດ້​​ໃຫ້ການ​ສະໜັບສະໜູນ, ສ່ວນລັດ​ເຊ​ຍ ​ແລະ​ຈີນ​ປ່ອນ​ບັດ​ຂາວ. ຜົນ​ຕາມ​ມາ​ຂອງ​ການ​ຄັດຄ້ານ​ຕ້ານ​ຢັນ​ ຂອງ​​ລັດຖະບານລີ​ເບຍຂອງ​ທ່ານ ​ມ.ກາ​ດາ​ຟີ ຕໍ່​ກັບ​ມະຕິ​ຕົກລົງ​ສະບັບ​ນີ້ ​ໄດ້​ພາ​ໃຫ້ອຳນາດອະທິປະ​ໄຕຂອງ​ລີ​ເບຍ ​ເກືອບ​ຄື​ວ່າ​ຖືກ​ລົບລ້າງ​ຍ້ອນ​ການ​ຖິ້ມ​ລະ​ເບີດ​ຍິງ​ທຳລາຍ​ຂອງອົງການ​ສົນທິສັນຍາ​ອັດ​ລັງ​ຕິກ​ເໜືອ (NATO) ດ້ວຍ​ເຫດຜົນ​ອ້າງອີງ​ວ່າ ​ເພື່ອ​ປະຕິບັດມະຕິ​ສະບັບ​ທີ 1973.

ທີ່​ສອງ, ມາຈາກ​ການ​ແກ່ງ​ແຍ້​ງກັນ​ລະຫວ່າງ​ບັນດາ​ປະ​ເທດ.

ວິວັດ​ການ​ໂລກາ​ພິວັດ, ດ້ານ​ໜຶ່ງ, ຊ່ວຍ​ໃຫ້​ບັນດາ​ພື້ນຖານ​ເສດຖະກິດ​ນ້ອຍ​ອາດຈະ​ແຊກຊື​ມ​ເຂົ້າຕະຫຼາດ​ຂອງບັນ​ດາ​ປະ​ເທດຈະ​ເລີ​ນພັດທະນາ​ໄດ້; ດ້ານ​ອື່ນ, ມັນ​ພັດ​ສ້າງ​ໂອກາດດີຫຼາຍຢ່າງ​ໃຫ້​ແກ່​ການລະ​ເມີດ​ອຳນາດ​ອະທິປະ​ໄຕ. ​ເພື່ອ​ອາດ​ຈະ​ເຂົ້າ​ຮ່ວມ​ໃນ​ຕະຫຼາດຂອງ​ສະຫະພາບ​ເອີຣົບ (EU) ຫຼື​ອາ​ເມ​ລິ​ກາ​ໄດ້, ກ່ອນ​ອື່ນ​ໝົດ ​ສິນ​ຄ້າ​ຂອງ​ບັນດາ​ປະ​ເທດ​ກຳລັງ​ພັດທະນາ ຕ້ອງ​ບັນລຸ​ໄດ້ຂໍ້​ກຳນົດ​ມາດຕະຖານ​ຕ່າງໆ ຂອງ​ບັນດາ​ປະ​ເທດ​ເອີຣົບ, ຕາມ​ທຳ​ມະ​ດາ​ແມ່ນ​ເຄັ່ງ​ຄັດ​ທີ່​ສຸດ. ຜ່ານ​ການກວດ​ສອບ​ນັ້ນ​ໄດ້​ແລ້ວ ບັນດາ​ປະ​ເທດ​ກຳລັງ​ພັດທະນາ ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ຢ່າງ​ເປັນ​ປະຈຳ​ ກັບບັນດາ​ນະ​ໂຍບາຍ​ທີ່​ມີ​ລັກສະນະປ້ອງກັນ​ການ​ຄ້າອີກ. ​ເຄື່ອງໝາຍ “ຂາຍ​ແບບ​ທຳລາຍ​ລາຄາ” ຂອງ​ບັນດາ​ປະ​ເທດ​ເສດຖະກິດ​ພັດທະນາ ອາດ​ຈະ​ໄດ້​ຕິດ​ໃສ່​ບໍ່​ວ່າ​ປະ​ເພດ​ສິນຄ້າ​ໃດໆ​ທີ່​ມາ​ຈາກປະ​ເທດ​ດ້ອຍ​ພັດທະນາ​ກວ່າ ​ແລະ​ໃນ​ບໍ່​ວ່າ​ເວລາ​ໃດ ​ທີ່​ພວກ​ເຂົາ​ຮູ້ສຶກ​ວ່າ​ຖືກອັບປະ​ໂຫຍ​ດ​ໃນ​ການ​ແກ່ງ​ແຍ້​ງ. ການ​ວິ​ກິດ​ເສດຖະກິດ - ການ​ເງິນ​ທົ່ວ​ໂລກ ຍິ່ງ​ສ້າງ​ເງື່ອນ​ໄຂ​ໃຫ້​ນະ​ໂຍບາຍ​ປ້ອງ​ກັນ​ຕະຫຼາດມີ​ໂອກາດ​ຂະຫຍາຍຕົວກວ່າ​ອີກ. ຕົວຢ່າງໜຶ່ງ​ຄື ພາຍຫຼັງ​ປີ 2008, ບັນດາ​ປະ​ເພດ​ສິນຄ້າຄື ​​ເຄື່ອງ​ທະ​ເລ ສິນ​ໃນ​ນ້ຳ ​ເກີບ​ໜັງ ເຄື່ອງ​ຕັດຫຍິບ​ຂອງ​ຫວຽດນາມ ​ເຄີຍ​ຕ້ອງ​ປະ​ເຊີນ​ໜ້າ​ຢ່າງ​ເປັນ​ປະຈຳກັບການ​ກ່າວ​ຫາ​ວ່າ​ຂາຍ​ແບບ​ທຳລາຍ​ລາຄາ. ນອກຈາກ​ນັ້ນ, ຂໍ້​ກຳນົດ​ມາດຕະຖານ​ຕ່າງໆ​ຂອງ​ ອີ​ຢູ, ອາ​ເມ​ລິ​ກາ,… ຍັງ​ບັງຄັບ​ໃຫ້​ບັນດາ​ປະ​ເທດ​ນ້ອຍ​ຕ້ອງ​ປ່ຽນ​ແປງ​ກະທັ້ງນະ​ໂຍບາຍ​ຕໍ່​ພາຍ​ໃນຂອງ​ຕົນ, ນັບ​ແຕ່​ການ​ປະຕິ​ຮູບ​ລະບົບ​ພາສີ​ອາກອນ ​ຈົນເຖິງປ່ຽນແປງຫຼັກ​ດຳ​ເນີນ​ການ​ຜະລິດ ແລະ ນັບ​ທັງ​ຕົວ​ແບບ​ຄຸ້ມ​ຄອງ​ມະຫາ​ພາກ. ທຳ​ມະ​ດາ​ວ່າ, ຍ້ອນ​ລະດັບ​ພັດທະນາ​ເສດຖະກິດ, ກຳລັງ​ຄວາມ​ສາມາດ​ຍັງ​ຖືກ​ຈຳກັດ ດັ່ງ​ນັ້ນ​ໃນ​ການ​ແກ່ງ​ແຍ້​ງນີ້, ສິດ​ຕັດສິນ​ດ້ວຍ​ຕົນ​ເອງ​ຂອງ​ບັນດາ​ປະ​ເທດ​ນ້ອຍ ຍາມ​ໃດ​ກໍ່​ຖືກກະທົບກະເທືອນຍ້ອນ​ບັນດາ​ປະ​ເທດ​ທີ່​ມີເສດຖະກິດ​ແຂງ​ແຮງ​ກວ່າ. ຍິ່ງ​ກວ່າ​ນັ້ນ, ອຳນາດ​ອະທິປະ​ໄຕ​ຂອງ​ປະ​ເທດ​ນ້ອຍ ​ຍັງ​ຖືກ​ກະທົບ​ຕື່ມ​ອີກ​ຍ້ອນ​ການ​ແກ່ງ​ແຍ້​ງລະຫວ່າງ​ພວກ​ເຂົາ​ນຳ​ກັນ. ​ໃນ​ການ​ແກ່ງ​ແຍ້​ງ, ບາງ​ເທື່ອ​ບັນດາປະ​ເທດ​ເຫຼົ່າ​ນີ້​ຈຳ​ເປັນ​ຕ້ອງ​ດັດ​ແປງ​ນະ​ໂຍບາຍ, ​ແລະ​ຍ້ອນ​ແນວ​ນັ້ນ, ທາງ​ດ້ານ​ຮູບ​ການ, ​ໄດ້​ສ້າງ​ຄວາມ​ຮູ້ສຶກ​ວ່າ​ເປັນຄວາມ “​ສະໝັກ​ໃຈ” ຫາກ​ບໍ່​ແມ່ນການ​ລະ​ເມີດອຳນາດອະທິປະ​ໄຕ.

​ເມື່ອ​ບັນດາ​ປະ​ເທດ​ໃຫຍ່​ແກ່ງ​ແຍ້​ງກັນ​ເພື່ອ​ສ້າງ​ອິດ​ທິພົນ ຜົນ​ປະ​ໂຫຍ​ດ ກໍ່​ຈະ​ປັດ​ເຂ່ຍ​ສິດຜົນປະ​ໂຫຍ​ດຂອງ​ປະ​ເທດ​ນ້ອຍ​ອອກ​ຂ້າງ​ນອກ. ການ​ວີກິດ​ຢູ່ປະ​ເທດ ຢູ​ເຄຣນ ​ເປັນ​ຕົວຢ່າງ​ທີ່​ໂດດ​ເດັ່ນ. ​ແຕ່​ເດືອນ​ພະຈິກ 2013, ສະພາບ​ການ​ຢູ່​ຢູ​ເຄຣນ ​ເກີດ​ຄວາມ​ເຄັ່ງຮ້ອນ​ພາຍຫຼັງ​ທີ່​ທ່ານ​ປະທານາທິບໍດີ ວ.ຢາ​ນູ​ໂກ​ວິກ ຕົກລົງ​ປະຕິ​ເສດການ​ເຊັນ​ສັນຍາ​ເສດຖະກິດ​ກັບ ອີ​ຢູ, ສະພາບ​ການ​ນັບ​ມື້​ນັບ​ຂະຫຍາຍຕົວ ພົ້ນ​ອອກ​ຈາກ​ຄວາມ​ສາມາດ​ຄວບ​ຄຸມ​ຂອງ​ອຳນາດ​ການ​ປົກຄອງ. ການ​ແກ່ງ​ແຍ້​ງລະຫວ່າງ​ລັດ​ເຊຍ ກັບ​ຝ່າ​ຍຕາ​ເວັນ​ຕົກ​ເຮັດ​ໃຫ້ ຢູ​ເຄຣນ ຕົກ​ໃສ່ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ ໃນ​ການ​ເຮັດ​ໃຫ້​ສະພາບ​ສັງຄົມກັບ​ຄືນ​ສູ່​ຄວາມ​ສະຫງົບ​ ກໍ່​ຄື​ການຟື້ນ​ຟູ​ກໍ່ສ້າງເສດຖະກິດ ພາຍຫຼັງ​ທີ່​ທ່ານປະທານາທິບໍດີ ວ.ຢາ​ນູ​ໂກ​ວິກ ຖືກ​ໂຄ່ນ​ລົ້ມ (ວັນ​ທີ 22 ກຸມພາ 2014).

ທີ​ສາມ, ມາຈາກ​ຂະ​ບວນວິວັດ​ການ​ເຊື່ອມ​ໂຍງ​ສາກົນ.

ນະ​ໂຍບາຍ​ເປີດ​ປະ​ຕູ​ປະ​ເທດ​ໃນ​ເງື່ອນ​ໄຂ​ໂລກາ​ພິວັດ​ດ້ານ​ການ​ສື່​ຂ່າວ ກໍ່​ໄດ້​ສ້າງ​ສິ່ງ​ແວດ​ລ້ອມ​ທີ່​ສະດວກ​ດີ​ ໃຫ້​ແກ່​ການ​ແບ່ງ​ອຳນາດ​ພາຍ​ໃນ​ແຕ່ລະ​ປະ​ເທດ. ບັນດາ​ສາຍ​ພົວພັນ​ການ​ຄ້າ, ພິ​ເສດ​ແມ່ນ​ການ​​ເລັດ​ລອດ​ແຊກ​ຊືມຂອງ​ບັນດາ​ບໍລິສັດ​ຂ້າມ​ຊາດ, ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າ​ໃນ​ແຕ່ລະ​ທ້ອງ​ຖິ່ນ ​ໄດ້​ເຮັດ​ໃຫ້​ອຳນາດ​ຂອງ​ລັດ​ຖືກ​ຫລຸດຜ່ອນລົງ. ຈະ​ແຈ້ງວ່າ ​ສິ່ງ​ທ້າ​ທາຍ​ນີ້​ແມ່ນ​ບໍ່​ນ້ອຍ​ສຳລັບ​ບັນດາ​ປະ​ເທດ​ນ້ອຍ ​ເຊິ່ງ​ແມ່ນ​ບ່ອນ​ທີ່​ບໍ່​ມີ​ບົດຮຽນ​ຄຸ້ມ​ຄອງ​ມະຫາ​ພາກ. ຍ້ອນຜົນ​ກະທົບ​ຂອງ​ການ​ຜັນ​ແຍກ​ສັງຄົມ​ທີ່​ນັບ​ມື້​ນັບ​ເຄັ່ງຮ້ອນ, ຢູ່​ຫຼາຍ​ບ່ອນ, ອຳນາດ​ການ​ປົກຄອງ​ສູນ​ກາງ​ຄ່ອຍໆ​ເສຍ​ຄວາມ​ສາມາດ​ປະຕິບັດ “ສິດ​ຕັດສິນ​ນະ​ໂຍບາຍ​ຕໍ່​ພາຍ​ໃນ ​ແລະ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ດ້ວຍ​ຕົນ​ເອງ”. ສົງຄາມ​ກາ​ງ​ເມືອງ​ຢູ່​ປະ​ເທດຊີ​ເຣຍ ​ໃນ​ເວ​ລາກ​ວ່າ 3 ປີ​ທີ່​ຜ່ານ​ມາ​ແມ່ນ​ຕົວຢ່າງ​ທີ່​ໂດດ​ເດັ່ນ.

ຕື່ມ​ອີກ, ການ​ປັ່ນ​ປ່ວນ​ທາງ​ດ້ານ​ການ​ເມືອງ-ສັງຄົມ​ຢູ່​ບັນດາ​ປະ​ເທດ​ອາ​ຟຣິກາ​ເໜືອ - ຕາ​ເວັນ​ອອກ​ກາງ ​ໃຫ້​ເຫັນ​ແຈ້ງວ່າ​ ອຳນາດ​ຂອງ​ສູນ​ກາງ​ຍັງ​ຖືກ​ບັ່ນ​ທອນ​ຍ້ອນບັນດາ​ເວັບ​ໄຊເຄືອ​ຂ່າຍ​ສັງຄົມ. ດ້ວຍ​ແຫຼ່ງພະລັງ​ຖືກ​ຈຳກັດ, ລັດຖະບານ​ບັນດາ​ປະ​ເທດ​ນ້ອຍພົບ​ຄວາມ​ຫຍຸ້ງຍາກ ​ໃນ​ການ​ຄວບ​ຄຸມ​ບັນດາ​ກະ​ແສ​ຂ່າວທັງ​ດີ​ແລະ​ຊົ່ວ ທີ່​ໄຫຼ​ຫຼັ່ງທັ່ງ​ເທ​ເຂົ້າ​ໃນ​ປະ​ເທດ ​ໂດຍ​ຜ່ານບັນດາ​ເວັບ​ໄຊເຄືອ​ຂ່າຍ​ສັງຄົມ. ອັນ​ນີ້​ເປັນ​ອັນຕະລາຍ​ທີ່​ສຸດ​ຕໍ່​ກັບ​ບັນດາ​ປະ​ເທດ​ນ້ອຍ ​ໃນ​ເມື່ອສະພາບ​ການ​ພາຍ​ໃນ​ປະ​ເທດນັບ​ມື້​ນັບ​ເຄັ່ງຮ້ອນ ​ຍ້ອນຜົນ​ສະທ້ອນ​ຂອງ​ການ​ວິ​ກິດ​ເສດຖະກິດ - ການ​ເງິນ​ທົ່ວ​ໂລກ.

ທີ​ສີ່, ມາຈາກ​ຈິນຕະນາການ “ສິດ​ຂອງ​ບັນດາ​ປະ​ເທດ​ໃຫຍ່”.

​ໃນ​ສະພາບ​ວິ​ກິດ​ການ​ເສດຖະກິດ, ​ເຖິງ​ວ່າ​ໄດ້ພົບ​ຄວາມ​ຫຍຸ້ງຍາກ​ຄື​ກັນ ​ແຕ່​ດ້ວຍ​ຄວາມ​ສາມາດ​ລື່ນ​ເຫຼືອ​ຂອງ​ຕົນ, ປະ​ເທດ​ໃຫຍ່​ຫຼາຍ​ປະ​ເທດ​ພັດ​ຖື​ວ່າ ນີ້​ແມ່ນ​ໂອກາດ​ອຳນວຍ ໃຫ້​ເຂົາ​ອາດ​ຈະ​ບັງຄັບ​ໃຫ້​ບັນດາ​ປະ​ເທດ​ນ້ອຍ ​ຕ້ອງ​ປະຕິບັດ​ຕາມ​ເຈ​ດຈຳນົງ ຜົນ​ປະ​ໂຫຍ​ດຂອງ​ຕົນ. ບັນດາ​ກໍລະນີ​ລະ​ເມີດ​ອຳນາດ​ອະທິປະ​​ໄຕຍ້ອນ​ປະ​ເທດ​​ໃຫຍ່​ ເຄີຍ​ເກີດ​ຂຶ້ນ​ພາຍ​ໃຕ້​ຮູບ​ການ​ຕ່າງໆ​ເຊັ່ນ ​ເບິ່ງ​ເບົາ​ກົດໝາຍ​ສາກົນ, ຫຼື​ວ່າ ​ຖ້າ​ຫາກກ່າວ​ອ້າງ​ກົດໝາຍ​ສາກົນ ​​ເຂົາກໍ່ອະທິບາຍ​ຂໍ້​ມາດຕາຕ່າງໆ​ຕາມຄວາມ​ຄິດ​ອັດຕະວິ​ໄສ​ຂອງ​ຕົນ, ​ແລະ​ຮ້າຍ​ແຮງ​ເປັນພິ​ເສດ​ແມ່ນ​ ການ​ນາບ​ຂູ່​ໃຊ້​ກຳລັງ​ອາວຸດ.

ການ​ທີ່​ຈີນ​ບັງອາດ​ຕິດ​ຕັ້ງ​ຮ້ານ​ຂຸດ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ ​ເຂົ້າ​ເລິກ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ແຕ່​ວັນ​ທີ 1 ພຶດສະພາ 2014 ອາດ​ຈະ​ຖື​ວ່າ​ ແມ່ນ​ການ​ລວມສູນ​ຂອງ​ທຸກ​ຮູບ​ການລະ​ເມີດອຳນາດອະທິປະ​ໄຕທີ່​ກ່າວ​ມາ​ເທິງ​ນີ້. ການ​ກະທຳ​ນີ້​ໄດ້​ລະ​ເມີດ​ບັນດາ​ຫຼັກການ​ພື້ນຖານ​ ຂອງ​ກົດໝາຍ​ສາກົນ​ກ່ຽວ​ກັບອຳນາດອະທິປະ​ໄຕ​ແຫ່ງ​ຊາດ, ອະນຸສັນຍາສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982 (UNCLOS 1982), ຂໍ້​ຕົກລົງ​ລະຫວ່າງ​ສອງ​ຝ່າຍ (ຖະ​ແຫຼ​ງການ​ຂັ້ນ​ສຸດ​ຍອດ​ຫວຽດນາມ - ຈີນ ກ່ຽວ​ກັບ​ວິທີສັນຕິ ​​ແນ​ໃສ່​ແກ້​ໄຂ​ການ​ພິພາດ) ຫຼືຂໍ້​ຕົກລົງຫຼາຍ​ຝ່າຍ (ຖະແຫຼງການຮ່ວມກ່ຽວ​ກັບ​ວິທີ​ການ​ປະພຶດ ຂອງ​ບັນດາ​ຝ່າຍ ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ລະຫວ່າງ​ອາ​ຊຽນ ​ແລະ​ຈີນ). ​ເພື່ອ​ປົກ​ປ້ອງ​ການລະ​ເມີດ​ນີ້, ຈີນ​ໄດ້​ລະດົມສົ່ງກ່ຳ​ປັ່ນ​ທະຫານ ​ແລະ​ກ່ຳ​ປັ່ນ​ພົນ​ລະ​ເຮືອນ​ເປັນ​ຈຳນວນ​ຫຼາຍ ມາ​ເຂດ​ທະ​ເລ​ທີ່​ເຂົາ​ຕິດຕັ້ງຮ້ານ​ຂຸດ​ເຈາະ​ນ້ຳມັນ​ໄຮ​ຢາງ 981. ຈີນ​ອະທິບາຍ​ແກ້ຄວາມ​ໃຫ້​ແກ່​ການ​ກະທຳ​ຂອງ​ຕົນ​ດ້ວນ​ການ​ອ້າງກົດໝາຍ​ທະ​ເລ​ປີ 1982 ຕາມ “​ເຫດຜົນ” ຂອງ​ສ່ວນ​ຕົວເຂົາ​ເອງ.

​ເປັນອັນ​ຈະ​ແຈ້ງວ່າ ​ໃນ​ສະພາບ​ວິ​ກິດ​ການ​ເສດຖະກິດ - ການ​ເງິນ​ທົ່ວ​ໂລກ, ການ​ແກ່ງ​ແຍ້​ງ ຊ່ວງ​ຊິງ​ຜົນປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ໃຫຍ່​ນັ້ນ, ອຳນາດອະທິປະ​ໄຕຂອງ​ບັນດາ​ປະ​ເທດ​ນ້ອຍ​ພວມ​ຖືກ​ລະ​ເມີດ ຫຼື​ນາບ​ຂູ່​ລະ​ເມີດ​ຫຼາຍ​ກວ່າ​ອີກ, ສັບສົນ ​ແລະ​ເລິກ​ແລບ​ກວ່າ​ອີກ.

ສາ​ເຫດ​ຂອງ​ການ​ເພີ່ມ​ທະວີ​ການລະ​ເມີດອຳນາດອະທິປະ​ໄຕຂອງ​ບັນດາ​ປະເທດ​ນ້ອຍ

ພິຈາລະນາ​ຈົນ​ສຸດ​ກໍ່​ເຫັນ​ວ່າ, ອຳນາດອະທິປະ​ໄຕຂອງ​ບັນດາ​ປະ​ເທດ​ນ້ອຍ​ຖືກ​ລ່ວງ​ລະ​ເມີດ ລ້ວນ​ແຕ່​ເລີ່​ມ​ມາ​ຈາກ​ການ​ປະພຶດ​ຂອງ​ປະ​ເທດ​​ໃຫຍ່. ຍ້ອນ​ເຫດ​ນັ້ນ, ນັກ​ຊ່ຽວຊານ​ສ່ວນ​ຫຼາຍ​ລ້ວນ​ແຕ່​ໃຫ້​ທັດສະນະ​ວ່າ, ຈຳນວນ​ກໍລະນີ​ລະ​ເມີດອຳນາດອະທິປະ​ໄຕຂອງ​ບັນດາ​ປະ​ເທດ​ນ້ອຍ​ເພີ່ມ​ຂຶ້ນຫຼາຍ​ນັ້ນ ກໍ່​ຍ້ອນ​ສາ​ເຫດ​ຈຳນວນ​ໜຶ່ງ​ດັ່ງ​ນີ້:

ທີ່​ໜຶ່ງ, ຍ້ອນ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ປະ​ເທດ​ນ້ອຍ​ຫຼາຍ​ປະ​ເທດ ​ເຂົ້າ​ໃນ​ວຽກ​ງານ​ສາກົນ​ຕ່າງໆ ​ເຮັດ​ໃຫ້​ບັນດາ​ປະ​ເທດ​ໃຫຍ່​ຄິດ​ຢ້ານວ່າ​ຜົນ​ປະ​ໂຫຍ​ດຂອງ​ພວກ​ເຂົາ​ຈະ​ຖືກ​ຮັດ​ແຄບ​ເຂົ້າ. ​ເພື່ອ​ປັບ​ປຸງ​ອຳນາດ​ຂອງ​ຕົນ ປະ​ເທດ​ໃຫຍ່​​ໃດ​ໜຶ່ງຕ້ອງ​ລະ​ເມີດອຳນາດອະທິປະ​ໄຕຂອງ​ບັນດາ​ປະ​ເທດ​ນ້ອຍ, ນັ້ນ​ແມ່ນ​ເລື່ອງ​ທີ່​ຫຼີກ​ລ່ຽງ​ໄດ້​ຍາກ.

ທີ​ສອງ, ລະບົບ​ກົດໝາຍ​ສາກົນ​ຍາມ​ໃດ​ກໍ່​ມີ​ຊ່ອງ​ວ່າງ ​ແລະ​ຊ່ອງ​ວ່າງດັ່ງກ່າວນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເກົ່າ ​ເມື່ອ​ລະບົບນີ້​ນັບ​ມື້​ນັບຖື​ກຈຳກັດຕໍ່ໜ້າ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​ຂອງ​ຊີວິດ​ສາກົນ. ປັດຈຸບັນນີ້, ຂໍ້​ຈຳກັດ​ໜຶ່ງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ກົດໝາຍ​ສາກົນ ນັ້ນ​ແມ່ນ​ສະພາບການບໍ່​ມີ​ລະບົບ​ຕິດຕາມ​ກວດກາ​ການ​ປະຕິບັດ​ກົດໝາຍ. ສົມມຸດ​ວ່າ, ​ໃນ​ກໍລະນີ​ມະຕິ​ສະບັບ​ໜຶ່ງ ​ຂອງ​ຄະນະ​ມົນຕີ​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ ແຫ່ງ​ສະຫະ​ປະຊາ​ຊາດ ປະກົດ​ວ່າ​ບໍ່​ຊັດ​ເຈນ ຫຼື​ເກືອບ​ຄື​ວ່າ​ບໍ່​ມີຄຸນປະ​ໂຫຍ​ດ ​ສະຫະ​ປະຊາ​ຊາດຈະ​ມີ​ກົນ​ໄກອັນ​ໃດ​ເພື່ອ​ດັດສົມ​ມັນບໍ່? ບໍ່​ມີ ! ຂໍ້​ຈຳກັດ​ນີ້​ໄດ້​ພາ​ໄປ​ເຖິງຄວາມ​ເປັນ​ຈິງອັນ​ໜຶ່ງ​ຄື ​ໃນ​ປະຫວັດສາດ​ແຫ່ງ​ການ​ຄົງ​ຕົວ​ ຂອງຄະນະ​ມົນຕີ​ປ້ອງ​ກັນ​ຄວາມ​ໝັ້ນຄົງ ແຫ່ງ​ສະຫະ​ປະຊາ​ຊາດ, ການ​ຮັບຮອງ​ຜ່ານ​ມະຕິ​ຕົກລົງ​ສະບັບ​ໜຶ່ງ​ແມ່ນ​ຍາກ​ທີ່​ສຸດ (ຍ້ອນ​ຫຼັກການ​ເຫັນ​ດີ​ເປັນ​ເອກະ​ພາບ), ​ແຕ່​ການ​ພິຈາລະ​ນາມະຕິ​ນັ້ນ​ຄືນ​ໃໝ່ ຫຼືຍຸບ​ເລີກ​ມັນ​ ພັດຍິ່ງ​ຫຍຸ້ງຍາກ​ກວ່າ​ຕັ້ງ​ຫຼາຍ, ລະອຽດ​ແມ່ນ​ບໍ່​ເຄີຍ​ເກີດ​ຂຶ້ນ​ຈັກ​ເທື່ອ. ​ແທນ​ທີ​ທີ່​ຈະ​ຫາ​ວິທີ​ບູລະນະ, ​ແກ້​ໄຂ​ຜ່ານ​ຜ່າ​ຂໍ້​ຈຳກັດ​ທີ່​ມີ​ຢູ່​ນັ້ນ, ບັນດາ​ປະ​ເທດ​ໃຫຍ່​ພັດ​ໄດ້​ສວຍ​ໃຊ້​ຢ່າງ​ສຸດ​ຂີດ​ຊ່ອງ​ວ່າງ​ຕ່າງໆ ​ໃນ​ລະບົບ​ກົດໝາຍ​ສາກົນ​ນີ້ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ຕົນ.

ສາ​ເຫດ​ໜຶ່ງ​ທີ່​ບໍ່​ອາດ​ຈະ​ປະ​ຂ້າມ​ໄດ້ ຂອງ​ສະພາບ​ການອຳນາດອະທິປະ​ໄຕຂອງ​ບັນດາ​ປະ​ເທດ​ນ້ອຍຖືກ​ລ່ວງ​ລະ​ເມີດ​ໂດຍ​ງ່າຍ​ນັ້ນ​ແມ່ນ ສະພາບ​ການ “ມີ​ປະ​ເທດ​ອະພິ​ມະຫາ​ອຳນາດ​ໜຶ່ງ​ດຽວ​ແຕ່​ມີ​ຫຼາຍ​ປະ​ເທດ​ມະຫາ​ອຳນາດ” ​ໃນ​ປັດຈຸບັນ. ວິ​ກິດ​ການ​ເສດຖະກິດ​ໄດ້​ພາ​ໃຫ້ກຳລັງ​ແຮງ​ຂອງ​ບັນດາ​ໃຈກາງ​ອຳນາດ​ໃນ​ໂລກ ​ເຊັ່ນ ອາ​ເມ​ລິ​ກາ ອີ​ຢູ ຍິ່ປຸ່ນ ຖືກຊຸດ​ໂຊມ​ລົງ, ​ແລະ​ນັ້ນ​ພັດ​ແມ່ນ​ໂອກາດ​ດີ​ ໃຫ້​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃໝ່​ບືນ​ຕົວ​ຂຶ້ນ. ນັບ​ແຕ່​ພາຍຫຼັງ​ປີ 2008, ການ​ແກ່ງ​ແຍ້​ງກັນນັບ​ມື້ນັບ​​ຂຸ້ນຂ້ຽວ ລະຫວ່າງ​ອາ​ເມ​ລິ​ກາ - ປະ​ເທດ​ມະຫາ​ອຳນາດ​ທີ່​ກຳລັງຖື​ບົດບາດຊີ້ຂາ​ດ​ການ​ພົວພັນ​ສາກົນ ກັບ​ຈີນ - ປະ​ເທດ​ມະຫາ​ອຳນາດ​ທີ່​ຫາ​ກໍ່​ປະກົດ​ຕົວ​ຂຶ້ນ, ​ເປັນ​ການຢັ້ງຢືນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ. ອຳນາດອະທິປະ​ໄຕຂອງ​ບັນດາ​ປະ​ເທດ​ນ້ອຍ ຖືກ​ຕັ້ງ​ຢູ່​ໃນ​ການ​ຊ່ວງ​ຊີງ​ກັນ​ດ້ານ​ຜົນ​ປະ​ໂຫຍ​ດລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່ ດັ່ງ​ນັ້ນ ​ການ​ທີ່​ປະ​ເທດ​ໃຫຍ່ລະ​ເມີດ​ອຳນາດອະທິປະ​ໄຕຂອງ​ບັນດາ​ປະ​ເທດ​ນ້ອຍ​ເປັນ​​ເລື່ອງ​ທີ່​ຫາ​ບໍ່​ຍາກ.

​ໃນ​ການ​ວິ​ກິດ​ເສດຖະກິດ - ການ​ເງິນ​ທົ່ວ​ໂລກ, ອາດ​ຈະ​ແມ່ນ​ຍ້ອນ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ ສິ່ງ​ທ້າ​ທາຍ​ຫຼາຍ​ໂພດ, ພິ​ເສດ​ແມ່ນ​ດ້ານ​ເສດຖະກິດ, ບັນດາ​ປະ​ເທດ​ໃຫຍ່​ຈຶ່ງ​ບໍ່​ລັ່ງ​ເລ​ໃຈ​ໃນ​ການລະ​ເມີດ​ກົດໝາຍ​ສາກົນ ​ເຊິ່ງ​ແມ່ນ​ຂໍ້​ກຳນົດກົດ​ລະບຽບ​ຕ່າງໆ​ທີ່​ພວກເຂົາ​ເອງ​ໄດ້​ສ້າງ​ຂຶ້ນ​ມາ​ ເພື່ອ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຕົນ. ນອກຈາກ​ນັ້ນ, ບັນດາ​ປະ​ເທດ​ໃຫຍ່​ຍາມ​ໃດ​ກໍ່​ຫາວິທີ​ປັບປຸງ​ອຳນາດ​ຂອງ​ຕົນ ດ້ວຍ​ການ​ສວຍ​ໃຊ້​ສຸດ​ຂີດ​ເງື່ອນ​ໄຂ​ອັນ​ສະດວກ​ດີ​ຕ່າງໆ​ ທີ່​ເກີດ​ຂຶ້ນ​ມາ​ຈາກ​ການ​ວິ​ກິດ​ດັ່ງກ່າວ​ນັ້ນ.

ສາ​ເຫດ​ອັນ​ສຳຄັນ ​ແລະ​ສັງ​ລວມທີ່​ສຸດ​ອາດ​ຈະ​ແມ່ນ​ຈິນຕະນາການ “ຖື​ວ່າ​ຕົນ​ມີ​ສິດ​ລະ​ເມີດ​ກົດໝາຍ” ທີ່​ພວມ​ມີ​ຢູ່​ໃນ​ນະ​ໂຍບາຍ​ຂອງ​ບັນດາ​ປະ​ເທດ​ໃຫຍ່.

ວິທີປົກ​ປັກ​ຮັກສາອຳນາດອະທິປະ​ໄຕຂອງ​ບັນດາ​ປະ​ເທດ​ນ້ອຍ

ຍ້ອນອຳນາດອະທິປະ​ໄຕ​ແຫ່ງ​ຊາດ ​ແມ່ນ​ປັດໃຈສ່ອງ​ແສງ​ເຖິງ​ການ​ຄົງ​ຕົວ ​ແລະ​ຂະຫຍາຍ​ຕົວ​ຂອງ​ແຕ່ລະ​ປະ​ຊາ​ຊາດ, ດັ່ງ​ນັ້ນ ຈຶ່ງ​ເປັນ​ທຳ​ມະ​ດາ​ວ່າ ບັນດາ​ປະ​ເທດ​ນ້ອຍ​ຕ້ອງ​ຫາ​ວິທີ​ເພື່ອ​ປົກ​ປັກ​ຮັກສາອຳນາດອະທິປະ​ໄຕ. ​ໃນ​ເວລາ​ທີ່ຜ່ານ​ມາ, ບັນດາ​ປະ​ເທດ​ນ້ອຍ​ເຄີຍ​ອີງ​ໃສ່​ ສອງ​ວິທີ​ແກ້​ຕົ້ນຕໍ​ລຸ່ມ​ນີ້​ ເພື່ອ​ປົກ​ປັກ​ຮັກສາອຳນາດອະທິປະ​ໄຕຂອງ​ຕົນ. ນັ້ນ​ແມ່ນ:

1- ວິທີ​ສັນຕິ ​​ແລະ ​ຂໍ້​ຈຳກັດ​ຕ່າງໆ​ຂອງ​ມັນ

ດ້ວຍ​ກຳລັງ​ຄວາມ​ສາມາດ​ຈຳກັດ, ສ່ວນ​ຫຼາຍ​ບັນດາ​ປະ​ເທດ​ນ້ອຍ​ຢາກ​ໃຊ້​ດ້ວຍ​ສັນຕິ​ວິທີ​ເພື່ອ​ປົກ​ປັກ​ຮັກສາອຳນາດອະທິປະ​ໄຕ. ຈາ​ກການສົນທະນາ​ເຖິງເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຫຼາຍ​ປະ​ເທດ, ພ້ອມ​ກັນ​ນັ້ນ​ກໍ່​ຊອກ​ຫາ​ການ​ຊ່ວຍ​ເຫຼືອ​ຂອງ​ວົງ​ຄະນາ​ຍາດ​ສາກົນ ​ໂດຍ​ຜ່ານ​ບັນດາ​ກົນ​ໄກ​ພະຫຸ​ພາຄີ ​ແມ່ນ​ວິທີ​​ແຜ່​ຫຼາຍທີ່​ສຸດ​ທີ່ບັນດາປະ​ເທດ​ນ້ອຍ​ໄດ້​ເລືອກ​ເຮັດ.

​ເພື່ອ​ເພີ່ມ​ທະວີ​ກຳລັງ​ແຮງ​ຂອງ​ຊາດ ​ແນ​ໃສ່​ຈຳກັດ​ຄວາມ​ແຕກ​ໂຕນ​ກັນກັບ​ບັນດາ​ປະ​ເທດ​ໃຫຍ່, ບັນດາ​ປະ​ເທດ​ນ້ອຍ​ຈະ​ຫາ​ວິທີ​ສຳພັນ​ກັບ ​ບັນດາ​ປະ​ເທດ​ນ້ອຍ​ທີ່​ “ມີສະພາບ​” ຄື​ກັນ. ມາດ​ຕະການ​ນີ້​ປະຕິບັດ​ໄດ້​ງ່າຍ ຍ້ອນ​ວ່າ​ກຸ່ມ​ປະ​ເທດ​ນີ້ສາມາດ​ຊອກ​ເຫັນ​ຄຳ​ເວົ້າ​ສຽງ​ປາກ​ລວມຢ່າງ​ໄວ, ​ແຕ່ ​ເຖິງ​ວ່າ​ຈຳນວນ​ບັນດາ​ປະ​ເທດ​ນີ້​ຈະ​ຫຼາຍປານ​ໃດ​ກໍ່ຕາມ, ​ເຊັ່ນ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ຫຼື​ກຸ່ມ​ປະ​ເທດ G77, ​ແຕ່​ກຳລັງ​ແຮງ​ຂ​ອງການຮ່ວມ​ສຳພັນ​ນີ້ກໍ່​ຍັງ​ບໍ່​ທັນພໍ​ ເພື່ອ​ອາດ​ຈະຖ່ວງ​ດຸນ​ໄດ້​ກັບ ປະ​ເທດ​ໃຫຍ່​ປະ​ເທດ​ໜຶ່ງ ຍ້ອນ​ລັກສະນະ​ຫຼາກຫຼາຍທາງ​ດ້ານ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ນ້ອຍ ​ແລະ​ຍ້ອນ​ທັງ​ນະ​ໂຍບາຍ​ແບ່ງ​ແຍກ​ຂອງ​ປະ​ເທດ​ໃຫຍ່.

​ເພື່ອ​ຖ່ວງ​ດຸນ​ກັບ​ກຳລັງ​ໜີບ​ເຕັງຂອງ​ປະ​ເທດ​ໃຫຍ່, ປະ​ເທດ​ນ້ອຍ​ບາງ​ປະ​ເທດ​ພັດ​ໄປ​ຊອກ​ຫາ “ຄັນ​ຮົ່ມ​ອຸປະຖຳ” ດ້ວຍ​ວິທີ​ສຳພັນ​ທະ​ພາບ​ກັບປະ​ເທດ​ໃຫຍ່​ອື່ນອີກ​ປະ​ເທດ​ໜຶ່ງ. ວິທີ​ແກ້​ນີ້​ຊ່ວຍ​ໃຫ້​ກຳລັງ​ແຮງ​ຂອງ​ປະ​ເທດ​ນ້ອຍ​ເພີ່ມ​ຂຶ້ນ, ​ແຕ່​ກໍ່​ອາດ​ຈະ​ຕົກ​ໃສ່​ໂດຍ​ງ່າຍ​ເຂົ້າ​ໃນ​ສະພາບ​ຫັນ​ປ່ຽນຈາກການ​ຂຶ້ນ​ກັບ​ປະ​ເທດ​ໃຫຍ່​ນີ້ ​ໄປ​ຂຶ້ນ​ກັບປະ​ເທດ​ໃຫຍ່​ອື່ນ. ​ມາດ​ຕະການ​ນີ້​ອາດ​ຈະ​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ຊົ່ວຄາວ, ​ແຕ່​ໃນ​ເວລາ​ຍາວ​ນານ​ພັດ​ບໍ່​ມີ​ລັກສະນະ​ໝັ້ນ​ທ່ຽງ, ຍ້ອນ​ວ່າ​ໃນ​ຍຸກ​ປັດຈຸບັນ ບັນດາ​ປະ​ເທດ​ໃຫຍ່​ພົວພັນ​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນທີ່​ສຸດ​ທາງ​ດ້ານ​ຜົນ​ປະ​ໂຫຍ​ດ ດັ່ງ​ນັ້ນ ພວກ​ເຂົາ​ກໍ່ບໍ່​ຢາກ​ປະ​ທະ​ກັນ.

​ເພື່ອ​ຫຼີກ​ລ່ຽງສະພາບ​ຕ້ອງ​ຂຶ້ນ​ກັບນີ້, ປະ​ເທດ​ນ້ອຍ​ຫຼາຍ​ປະ​ເທດ​ຫາ​ວິທີ​ຮັກສາ “ດຸນລະຍາ​ການ​ພົວພັນ” (ຫຼື​ຍັງ​ເອີ້ນ​ວ່າ “ຮັກສາ​ການ​ພົວພັນ​ເທົ່າ​ທຽມ”) ກັບ​ບັນດາ​ປະ​ເທດ​ໃຫຍ່​ທັງ​ໝົດ. ຍ້ອນກະ​ໂຕ​ລັກ​ສະ​ນະ​ສົມ​ເຫດ​ສົມ​ຜົນ​ຂອງ​ວິທີ​ແກ້​ນີ້ ຈຶ່ງ​ພາ​ໃຫ້ການປະຕິບັດ​ມັນໃນ​ພາກ​ຕົວ​ຈິງພົບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​, ພິ​ເສດ​ແມ່ນ​ໃນ​ສະພາບ​ທີ່​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ, ​ແຕ່​ປະ​ເທດ​​ໃຫຍ່​ເຖິງ​ປະ​ເທດ​ນ້ອຍ, ​ໄດ້​ແຊກ​ຊ້ອນ​ໃສ່​ກັນ​ຢ່າງ​ສັບສົນ​ຄື​ໃນ​ປັດຈຸບັນ, ຈົນ​ເຖິງ​ຂັ້ນ​ອາດ​ຈະ​ພາ​ໃຫ້​ປະ​ເທດ​ນ້ອຍ​ຕ້ອງ​ລັ່ງ​ເລຢຸດ​ຢ່ອນ​ໃນ​ການ​ກະທຳ​ຂອງ​ຕົນ ​ແລະ​ຄ່ອຍໆ “​ເຮັດ​ເສຍ​ໂດຍ​ຕົນ​ເອງ” ອຳນາດອະທິປະ​ໄຕ.

ຈຸດ​ລວມຂອງ​ບັນດາ​ມາດ​ຕະການ​ສັນຕິນີ້​ແມ່ນ ບັນດາ​ປະ​ເທດ​ນ້ອຍ​ຍອມ​ອົດ​ກັ້ນ, ຖື​ການ​ສົນທະນາ​ເປັນ​ສຳຄັນ. ​ໃນ​ທົດ​ສະ​ວັດ​ທີ 9 ຂອງ​ສະຕະວັດ​ທີ XX, ​ເມື່ອ​ບັນດາ​ປະ​ເທດ, ກ່ອນ​ອື່ນ​ໝົດ​ແມ່ນ​ປະ​ເທດ​ໃຫຍ່, ລ້ວນ​ແຕ່​ມີ​ຄວາມ​ເຕີບ​ໂຕ​ດ້ານ​ເສດຖະກິດ, ​ວິທີສັນຕິ​ໄດ້​ຊ່ວຍ​ໃຫ້​ບັນດາ​ປະ​ເທດ​ນ້ອຍຮັກສາອຳນາດອະທິປະ​ໄຕ​ໄວ້​ໄດ້ ດ້ວຍ​ຄ່າ​ໃຊ້​ຈ່າຍ​ບໍ່​ຫຼາຍ. ​ແຕ່​ວ່າ, ​ໃນ​ໄລຍະ​ວິກິດ​ການ​ດ້ານ​ການ​ເງິນ ​ເສດຖະກິດ​ຊຸດ​ໂຊມ​ໃນ​ເວລາ​ທີ່​ຜ່ານ​ມາ, ປະກົດ​ວ່າ​ບັນດາ​ມາດ​ຕະການ​ສັນຕິບໍ່​ມີ​ປະສິດທິ​ຜົນ​ພໍ​ປານ​ໃດ, ຊ້ຳ​ບໍ່​ໜຳ ຍັງ​ມັກ​ຖືກ​ອັດຕະຄັດ​ໃນ​ກໍລະນີ​ປະ​ເທດ​ໃຫຍ່​ໄປ​ຕາມ​ນະ​ໂຍບາຍ “ຝ່າຍ​ດຽວ” ຈົນ​ເຖິງ​ທີ່​ສຸດ. ຍິ່ງ​ກວ່າ​ນັ້ນ​ອີກ, ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ວິທີ​ສັນຕິກໍ່​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ທີ່​ສຸດ ​ເຊິ່ງບໍ່​ແມ່ນ​ວ່າ​ປະ​ເທດ​ໃດ​ກໍ່​ມີ​ຄວາມ​ສາມາດ​ປະຕິບັດ.

​ເຖິງ​ວ່າ​ມີ​ຄວາມ​ຫຍຸ້ງຍາກ​ຄື​ແນວ​ນັ້ນ​ກໍ່ຕາມ ​ແຕ່​ໃນ​ສະພາບ​ປັດຈຸບັນ ວິທີ​ສັນຕິ​ຍັງຄົງ​ແມ່ນ​ການ​ເລືອກ​ໃຊ້​ທີ່​ສົມ​ເຫດ​ສົມ​ຜົນ​ທີ່​ສຸດ​ສຳ​ລັບບັນດາ​ປະ​ເທດ​ນ້ອຍ.

2- ວິທີ​ແຂ​ງກ້າ ​ແລະ​ການ​ພົວພັນ​ຜູກ​ມັດ​ຕ່າງໆຂອງ​ມັນ

ຄື​ດັ່ງ​ທີ່​ໄດ້​ໄຈ້​ແຍກ​ຢູ່​ຂ້າງ​ເທິງ, ບໍ່​ມີ​ປະ​ເທດ​ນ້ອຍ​ໃດ​ທີ່​ບໍ່​ຢາກ​ເລືອກ​ເອົາ​ວິທີ​ສັນຕິ​ເພື່ອ​ປົກ​ປັກ​ຮັກສາອຳນາດອະທິປະ​ໄຕ, ​ແຕ່​ໃນ​ກໍລະ​ນີຖືກຕົກ​ໃສ່​ສະພາບ​ “ນ້ຳ​ຖ້ວມທັ່ງ​ຄັນ​ຄູ​ແຕກ”, ບາງ​ປະ​ເທດ​ນ້ອຍ​ຈຳ​ເປັນ​ຕ້ອງ​ເລືອກ​ເອົາ​ເສັ້ນທາງປະ​ເຊີນ​ໜ້າ​ທາງ​ດ້ານການ​ທະຫານ ​ເຖິງ​ຮູ້​ວ່າຈະຕ້ອງ​ເສຍ​ຫາຍຫຼາຍ​ຢ່າງ​ທີ່​ຄາດ​ຄະ​ເນ​​ໄດ້ຍາກ.

ວິທີ​ແຂງ​ກ້າ​ອື່ນ​ອີກ​ທີ່​ບັນດາ​ປະ​ເທດ​ນ້ອຍ​ອາດ​ຈະ​ນຳ​​ໃຊ້, ນັ້ນ​ແມ່ນ​ປະຕິບັດ​ມາດ​ຕະການລົງ​ໂທດ​ເສດຖະກິດ. ປີ 1973, ບາງ​ປະ​ເທດ​ທີ່​ຂາ​ອອກ​ນ້ຳມັນ​ຢູ່​​ເຂດຕາ​ເວັນ​ອອກ​ກາງ ​ໄດ້​ປະຕິບັດ​ມາດ​ຕະການ​ນີ້, ພາ​ໃຫ້​ບັນດາ​ປະ​ເທດ​ອຸດສາຫະກຳ​ທຶນ​ນິຍົມ​ຕົກ​ໃສ່ “ວິ​ກິດ​ການ​ນ້ຳມັນ​ເຊື້ອ​ເພີງ”. ​ແຕ່​ວ່າ, ​ຜົນ​ສຸດ​ທ້າຍ​ພັດແມ່ນ ບັນດາ​ປະ​ເທດ​ກຳລັງ​ພັດທະນາ​ສ່ວນ​ຫຼາຍ​ຖືກ​ເສຍ​ຫາຍ​ຫຼາຍ​ກວ່າ ຍ້ອນ​ລາຄາ​ນ້ຳມັນ​ເພີ່ມ​ຂຶ້ນ​ສູງ. ​ໃນ​ສະພາບ​ການ​ຄື​ປັດຈຸບັນ, ​ເມື່ອ​ການ​ຂຶ້ນ​ກັບຊຶ່ງ​ກັນ​ແລະ​ກັນ ​ລະຫວ່າງ​ບັນດາ​ປະຊາ​ຊາດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຍ້ອນ​ການ​ຂຶ້ນ​ຕໍ່​ຫຼາຍ​ກວ່າ​ເຂົ້າ​ກັບ​ບັນດາ​ພື້ນຖານ​ເສດຖະກິດ​ໃຫຍ່, ດັ່ງ​ນັ້ນ​ມາດ​ຕະການ​ຕອບ​ໂຕ້ທາງ​ດ້ານ​ເສດຖະກິດ, ​ເຊັ່ນ​ການ​ຂວ້ຳ​ບາດ​ສິນຄ້າ ການ​ຫ້າມ​ບໍ່​ໃຫ້​ລົງທຶນ... ​ແມ່ນ​ມາດ​ຕະການ​ທີ່​ບັນດາ​ປະ​ເທດ​ນ້ອຍ​ມີ​ໂອກາດ​ປະຕິບັດ​ໜ້ອຍ​ທີ່​ສຸດ.

ຄວາມ​ເປັນ​ຈິງ​ທີ່​ປະຕິ​ເສດ​ໄດ້​ຍາກ​ຄື, ບັນດາ​ປະ​ເທດ​ໃຫຍ່​ນັບ​ມື້​ນັບ​ເຕີບ​ໃຫຍ່​ເຂັ້ມ​ແຂງ​ໃນ​ທຸກ​ດ້ານ ​ແລະ​ເຂົາ​ກຳລັງ​ກຳ​ເອົາ​ທີ່​ຕັ້ງ​ສຳຄັນ​ຕ່າງໆ​ໃນ​ຊີວິດ​ສາກົນ, ​ເຊັ່ນ​ສະມາຊິກ​ປະຈຳການ ຂ​ອງຄະນະ​ມົນຕີ​ປ້ອງ​ກັນ​ຄວາມ​ໝັ້ນຄົງ​ແຫ່ງ​ສະຫະ​ປະຊາ​ຊາດ, ດັ່ງ​ນັ້ນ ບໍ່​ວ່າ​ດ້ວຍ​ວິທີ​ໃດ, ຍ້ອນ​ຢູ່​ໃນ​ທ່າ​ອ່ອນ​ແອ​ກວ່າ​ໃນ​ການ​ຊັ່ງຊາ​ກຳລັງ, ອຳນາດອະທິປະ​ໄຕຂອງ​ປະ​ເທດ​ນ້ອຍ​ຫຼາຍ​ປະ​ເທດ ກໍ່​ພວມ​ຖືກ​ລະ​ເມີດ ​ແລະ​ໃນ​ຫຼາຍ​ກໍລະນີ ຍັງ​ຖືກ​ລ່ວງ​ລະ​ເມີດ​ຢ່າງ​ຮ້າຍ​ແຮງ. ຄວາມ​ເສຍ​ຫາຍ​ຕ່າງໆ​ທີ່ບັນດາ​ປະ​ເທດ​ນ້ອຍຕ້ອງ​ແບກ​ຫາບ​ນັ້ນ ​ແມ່ນ​ບໍ່​ອາດ​ຈະ​ຊັ່ງ​ຕວງ ວັດ​ຜອງ​ໄດ້.

​ເປັນ​ອັນວ່າ, ຖ້າ​ຫາກ​ບໍ່​ຢາກ​ໃຫ້​ສັນຕິພາບ ​ແລະ​ຄວາມວັດທະນາ​ຖາວອນ ​ເປັນ​ພຽງ​ຄວາມ​ປາ​ຖະໜາ​ໃນ​ຝັນ​ຕະຫຼອດ​ໄປ, ​ແລະ​ຖ້າ​ຫາກ​ທຸກໆ​ປະຊາ​ຊາດ​ລ້ວນ​ແຕ່ຫວັງ​ຢາກ​ກໍ່ສ້າງ “ອາ​ຄານ​ລວມ” ທີ່​ສີວິ​ໄລ ​ແລະ​ປະຊາທິປະ​ໄຕ, ​ແມ່ນອາດ​ຈະ​ເຖິງ​ເວລາ​ແລ້ວທີ່​ມະນຸດຊາດ​ຕ້ອງ​ປຶກສາ​ພິຈາລະນາ​ບັນດາ​ວິທີ​ແກ້​ຕົວ​ຈິງ ທີ່ມີ​ປະສິດທິ​ຜົນ​ກວ່າ./.

ສັງ​ເຂ​ບ: ​ໃນ​ການ​ພົວພັນ​ລະຫວ່າງ​ປະ​ທດປັດຈຸບັນ, ປະ​ເທດ​ໃຫຍ່​ເຄີຍ​ຕ້ອງມີ​ຄົບທຸກ​ປັດ​ໃຈ ກຳລັງ​ແຮງ, ​ເຈດ​ຈຳນົງ (ສະ​ແດງ​ອອກ​ໃນ​ນະ​ໂຍບາຍຕ່າງໆ, ກ່ອນ​ອື່ນ​ໝົດ​ແມ່ນ​ໃນ​ນະໂຍບາຍ​ການ​ຕ່າງປະ​ເທດ) ​ແລະ​ມີອິດ​ທິພົນ (ບົດບາດ​ໃນ​ບັນດາ​ບັນຫາ​ສາກົນ) ລື່ນ​ເຫຼືອ​ ທຽບ​ກັບ​ບັນດາ​ປະ​ເທດ​ນ້ອຍ (ພາກສ່ວນ​ທີ່​ຍັງ​ເຫຼືອ​ຂອງ​ໂລກ). ລວມຄວາມ​ແລ້ວ, ປະ​ເທດ​ໃຫຍ່​ຫຼື​ປະ​ເທດ​ນ້ອຍ​ຖືກ​ຈຳ​ແນ​ກ​ໂດຍ​ຜ່ານ​ດັດຊະນີ ກຳລັງ​ອຳນາດ ຊຶ່ງ​ເນື້ອ​ໃນ​ຂອງ​ມັນ​ບັນຈຸ​ບັນດາ​ປັດ​ໃຈ​ທັງ​ໝົດ​ເທິງ​ນີ້.

​ໃນ​ຂອບ​ເຂດ​ບົດ​ນີ້, ຍ້ອນອຳນາດອະທິປະ​ໄຕ​ແຫ່ງ​ຊາດ ​ໄດ້​ຕັ້ງ​ຢູ່​ໃນ​ລະບົບ​ກົດໝາຍ​ສາກົນ, ດັ່ງ​ນັ້ນ ​ເມື່ອ​ເວົ້າ​ເຖິງ​ບັນດາ​ປະ​ເທດ​ໃຫຍ່, ຜູ້​ຂຽນ​ພຽງ​ແຕ່​ເຕື້ອງ​ເຖິງ​ບັນດາ​ປະ​ເທດ​ທີ່​ມີ​ກຳລັງ​ອຳນາດ ລະດັບ​ໂລກ, ​ເຊັ່ນ​ກຸ່ມ​ປະ​ເທດ ປ.5 (5 ປະ​ເທດ​ສະມາຊິກ​ປະຈຳການ​ ຂ​ອງຄະນະ​ມົນຕີ​ປ້ອງ​ກັນ​ຄວາມ​ໝັ້ນຄົງ ​ແຫ່ງ​ສະຫະ​ປະຊາ​ຊາດ) ​ແລະ​ປະ​ເທດ​ມະຫະອຳນາດ​ອີກ​ຈຳນວນ​ໜຶ່ງ ​ເຊັ່ນ​ເຢຍລະ​ມັນ ຍີ່ປຸ່ນ ອິນ​ເດຍ (ບັນດາ​ປະ​ເທດ​ທີ່​ຫາ​ກໍ່​ມີ​ຄົບ​ບັນດາ​ປັດ​ໃຈ​ດັ່ງກ່າວ​ເທິງ​ນີ້​ພາຍຫຼັງ​ສົງຄາມ​ເຢັນ). ບັນດາ​ປະ​ເທດ​ມະຫາ​ອຳນາດ​ຢູ່​ພາກ​ພື້ນ ຫຼືຢູ່​ອະນຸ​ພາກ​ພື້ນ ​ແມ່ນບໍ່​ໄດ້​ຄິດ​ໄລ່​ເຖິງ​ໃນ​ການ​ວິ​ໄຈ​ໄຈ້​ແຍກ.

ໂດຍ ດຣ. ​ໂດ໊ະ​ເຊີນ​ຫາຍ

ສະ​ຖາ​ບັນ​ການ​ຕ່າງປະ​ເທດ

* ຕາມ​ວາລະສານ​ກອມ​ມູນິດ ສະບັບ​ທີ 861 (​ເດືອນ​ກໍລະກົດ 2014)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ