ວັນອັງຄານ, 22/10/2019
ການດັດແປງນະໂຍບາຍຂອງບັນດາປະເທດໃຫຍ່ຢູ່ພາກພື້ນອາຊີ - ປະຊີຟິກ *
31/10/2014 21:23' ສົ່ງ ພິມ
ບັນດາການນຳຢູ່ພາກພື້ນອາຊີ - ປາຊີຟິກ ພ້ອມກັນເຂົ້າຮ່ວມກອງປະຊຸມຂັ້ນຍຸດຍອດ ເວທີປາໄສການຮ່ວມມືເສດຖະກິດ ພາກພື້ນອາຊີ - ປາຊີຟິກ, ນະຄອນ ວະລາດີໂວສະຕົກ, ລັດເຊຍ, ວັນທີ 9 ກັນຍາ 2012 (ພາບ: hanoimoi.com.vn)

ແຕ່​ການ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ຂອງພາກ​ພື້ນອາຊີ - ປາ​ຊີ​ຟິກ...

​ໃນ​ສະພາບ​ທີ່​ບັນດາ​ພາກ​ພື້ນ​​ໃນ​ໂລກຕ້ອງ​ປະ​ເຊີນ​ໜ້າ​ກັບ​​ບັນຫາ​ທີ່​ສຳຄັນຕ່າງໆ​ເຊັ່ນ ການ​ເຕີບ​ໂຕ​ຈີ​ດີ​ພີ​ຂອງ​ທົ່ວ​ໂລກ​ຍັງ​ບໍ່​ທັນ​ໜັກແໜ້ນ ການ​ຄ້າ​ເສລີ​ຍັງ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ​ນັ້ນ ພາກພື້ນອາຊີ - ປາຊີ​ຟິກພັດສືບ​ຕໍ່​ໄດ້​ຮັບ​ການ​ປະ​ເມີນວ່າ ​ເປັນ​ພາກ​ພື້ນ​ທີ່​ນຳ​ໜ້າ​ໂລກ​ທາງ​ດ້ານ​ການ​​ເຕີບ​ໂຕ​ເສດຖະກິດ. ຕາມ​ການ​ຄາດ​ຄະ​ເນຂອງກອງ​ທຶນ​ການ​ເງິນ​ສາກົນ (IMF) ​ເດືອນ​ເມສາ 2014, ການ​ເຕີບ​ໂຕ​ຈີ​ດີ​ພີ​ຂອງ​ທົ່ວ​ໂລກ​ປີ 2014 ອາດ​ຈະ​ບັນລຸ​ລະດັບ 3,6% ​ແລະ​ປີ 2015 ຈະ​ໄດ້ 3,9%(1). ບັນດາ​ປະ​ເທດ​ກຳລັງ​ພັດທະນາສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ ຍ້ອນ​ການປ່ຽນ​ແປງ​​ໃນນະ​ໂຍບາຍ​ການ​ເງິນ​ຂອງ​ອາ​ເມ​ລິ​ກາ. ຕໍ່ກັບບັນດາປະເທດຈະເລີນພັດທະນາ, ລະດັບ​ເງິນ​ເຟີ້ (inflate) ຕ່ຳ​ໃນ​ໄລ​ຍະ​ຍາວ​ນານ (ພິເສດ​ແມ່ນ​ໃນ​ພາກ​ພື້ນ​ທີ່ໃຊ້​ເງິນ​ເອີ​ໂຣ) ອາດ​ຈະ​ນາບ​ຂູ່​ການ​ເຕີບ​ໂຕ, ຊ້ຳບໍ່​ໜຳ​ຍັງ​ຈະ​ພາ​ໃຫ້​ເກີດ​ການ​ຂາດ​ແຄນ​ເງິນຕາ (deflate). ​ໃນ​ເວລາ​ນັ້ນ, ການ​ເຕີບ​ໂຕ​ຈີ​ດີ​ພີ​ຂອງພາກພື້ນ​ອາຊີ - ປາຊີ​ພິກ ​ໃນ​ໄລຍະ​ປັດຈຸບັນ​ໄ​ດ້ປະມານ 7,5% - 8%, ປະກອບສ່ວນ 40% ຈີ​ດີ​ພີ​ທົ່ວ​ໂລກ, 50% ລວມຍອດ​ມູນ​ຄ່າ​ການ​ຄ້າ​ຕ່າງປະ​ເທດໃນ​ທົ່ວ​ໂລກ(2). ບໍ່​ພຽງ​ແຕ່​ເທົ່ານັ້ນ, ພາກພື້ນ​ນີ້​ພວມ​ພົ້ນ​ເດັ່ນ​ຂຶ້ນ​ຍ້ອນ​ຄວາມ​ຄິດລິເລິ່ມທີ່​ສຳຄັນສອງປະການກ່ຽວ​ກັບ​ການ​ຄ້າ​ເສລີ​ຄື ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຍຸດ​ທະ​ສາດ​ຂ້າມປາຊີ​ຟິກ (TPP) ​ແລະ​ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ (RCEP). ຄຽງ​ຂ້າງ​ການ​ພັດທະນາ​ຢ່າງຕັ້ງໜ້າ ຂະຫຍັນ​ຂັນ​ເຄື່ອນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ຂອງ​ບັນດາ​ລະບົບ​ເສດຖະກິດ​​ໃຫຍ່ ​ເຊັ່ນ​ຈີນ ອິນ​ເດຍ ລັດ​ເຊ​ນ,... ການ​ເພີ່ມ​ທະວີ​ການ​ລົງທຶນ ​ແລະ​ຕິດ​ຕໍ່​ແລກປ່ຽນ​ພາຍ​ໃນ​ພາກ​ພື້ນ​ກໍ່​ເປັນ​ຈຸດ​ທີ່​ສຳຄັນ​ໃນ​ວິວັດ​ການ​ພັດທະນາ​ເສດຖະກິດ - ການ​ຄ້າ​ຂອງ​ພາກ​ພື້ນ.

ດ້ວຍ​ການ​ເຄື່ອນ​ຍ້າຍບົດບາດ​ເສດຖະກິດ, ພາກພື້ນ​ອາຊີ - ປາຊີ​ຟິກຍັງ​ມີ​ບົດບາດ​ທີ່​ຕັ້ງ​ນັບ​ມື້​ນັບ​​ໃຫຍ່​ໂຕ​ຕໍ່​ກັບ​ບັນດາ​ບັນຫາ​ທົ່ວ​ໂລກ. ທ່ານ​ນາງ​ຮີ​ລາຣີ ກລິນ​ເຕີນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ເຄີຍ​ໄດ້​ຢັ້ງຢືນ​ວ່າ ສະຕະວັດ​ທີ XXI ​ແມ່ນ​ “ສະຕະວັດ​ແຫ່ງ​ປະ​ຊີ​ຟິກ”, ​ແລະພາກພື້ນ​ອາຊີ - ປາຊີ​ຟິກ​ ໄດ້ແລະ​ພວມ​ກາຍ​ເປັນກຳລັງ​ຂັບ​​ເຄື່ອນຫຼັກ​ແຫຼ່ງຂອງ​ລະບົບ​ການ​ເມືອງ​ທົ່ວ​ໂລກ(3). ​ເລື່ອງ​ນີ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ຢູ່​ທີ່ ບັນດາ​ປະ​ເທດ​ໃຫຍ່​ລ້ວນ​ແຕ່​​​ເອົາ​ໃຈ​ໃສ່ເຖິງ​ວິວັດ​ການ​ພັດທະນາ​ຂອງ​ພາກ​ພື້ນ, ​ເພີ່ມ​ທະວີ​ການພົວພັນ​ຫຼາຍ​ດ້ານ​ກັບ​ພາກ​ພື້ນ, ພິ​ເສດ​ແມ່ນ ປັບປຸງ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື ​ຢູ່​​ໃນ​ເວທີ​ປາ​ໄສ​ພາກ​ພື້ນ​ທີ່​ສຳຄັນ​ຕ່າງໆ  ຄື ​ເວທີ​ປະ​ໄສ​ການ​ຮ່ວມ​ມື​ເສດຖະກິດພາກພື້ນ​ອາຊີ - ປາຊີ​ຟິກ (APEC), ​ເວທີ​ປາ​ໄສ​ການ​ຮ່ວມ​ມື​ອາຊີ - ​ເອີຣົບ (ASEM), ສະມາຄົມ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັ​ນອອກສຽງ​ໃຕ້ (ASEAN) ​ແລະ​ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ; ສ້າງ​ຕັ້ງ​ບັນດາ​ລະບຽບ​ວາລະ​ການ​ຮ່ວມ​ມື​ຫຼາຍ​ຮູບ​ຫຼາຍ​ແບບ ​ໃນ​ຂົງ​ເຂດ​ຕ່າງໆ​ ຄືເສດຖະກິດ ການ​ເມືອງ, ທີ່​ເຕື້ອງ​ເຖິງ​ບັນດາ​ບັນຫາ​ທົ່ວ​ໂລກ,... ດ້ານ​ອື່ນ, ພາກພື້ນ​ອາຊີ - ປາຊີ​ຟິກກໍ່​ເປັນ​ບ່ອນ​ທີ່​​ເກີດມີ “ຈຸດ​ເຄັ່ງຮ້ອນ” ຫຼາຍ​ຈຸດ​ເຊັ່ນ ສະພາບ​ການ​ເຄັ່ງຮ້ອນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທະ​ເລ​ຈີນ​ຕາ​ເວັນ​ອອກ ​ແລະ ຢູ່​ແຫຼມ​ເກົາຫຼີ,... ນີ້​ແມ່ນ​ບັນດາ​ບັນຫາ​ທີ່​ເຊື່ອງ​ຊ້ອນ​ເຄາະ​ຮ້າຍ​ຫຼາຍ​ຢ່າງ​ຕໍ່​ກັບ​ຄວາມ​ສະຫງົບ​ຂອງ​ພາກ​ພື້ນ ​ແລະ​ຂອງ​​ໂລກ. ສະພາບ​ການ​ພາຍ​ໃນ​ຂອງ​ຫຼາຍ​ປະ​ເທດ​ກໍ່​ຜັນ​ປ່ຽນ​ຢ່າງ​ສັບສົນ ​ເຊິ່ງ​ໃນ​ນັ້ນ​ຄວນ​ເອົາ​ໃຈ​ໃສ່​​ເຖິງ​ລັດທິ​ຊາດ​ນິຍົມ​ຈັດ​ໂພດ. ນອກຈາກ​ນັ້ນ, ບັນດາ​ບັນຫາ​ຄວາມ​ສະຫງົບ​ທີ່​ບໍ່​ເປັນ​ແບບ​ດັ້ງ​ເດີມ ກໍ່​ເກີດ​ຄວາມ​ເຄັ່ງຮ້ອນ​ສັບສົນ, ມັນ​ຮຽກຮ້ອງ​ໃຫ້​ມີ​ການ​ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ປະ​ເທດ​ເພື່ອ​ແກ້​ໄຂ.

ການ​ກໍ່​ຮ່າງ​ສ້າງ​ຕົວ​ຂຶ້ນ​ຂອງ​ໂຄງ​ປະກອບພາກພື້ນ​ອາຊີ - ປາຊີ​ຟິກກໍ່​ແມ່ນ​ບັນຫາ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ບັນດາ​ປະ​ເທດ​ໃຫຍ່. ຍ້ອນ​ວ່າ, ທີ​ໜຶ່ງ, ​ເຂົ້າ​ໃຈ​ແບບ​ລວມທີ່​ສຸດ, ​ໂຄງ​ປະກອບພາກ​ພື້ນແມ່ນ​ເຄືອ​ຂ່າຍ​ໜຶ່ງ​ຊຶ່ງ​ປະກອບ​ດ້ວຍບັນດາ​ອົງການ ສະ​ຖາ​ບັນ ​ເວ​ທີ​ປາ​ໄສ ຂໍ້​ຕົກ​ລົງ​ສອງ​ຝ່າຍ​​ແລະ​ຫຼາຍ​ຝ່າຍ ພ້ອມ​ດ້ວຍ​ບັນດາ​ກົນ​ໄກ​ອື່ນ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ຄວາມ​ຈະ​ເລີ​ນຖາວອນ ສັນຕິພາບ ​ແລະ​ຄວາມ​ສະຫງົບ(4). ທີ​ສອງ, ຜູ້​ຊຳນານງານ​ພິ​ເສດ​ຫຼາຍ​ຄົນ​ໃຫ້​ທັດສະນະ​ວ່າ ​ໂຄງ​ປະກອບພາກພື້ນ​ອາຊີ - ປາຊີ​ຟິກ​ໄດ້​ອີງ​ໃສ່​ພື້ນຖານ​ການ​ສົມທົບ​ລະຫວ່າງ​ຫຼາຍ​ວິວັດທະນາ​ການ​ຮ່ວມ​ມື​ໃນ​ພາກພື້ນ, ຊຶ່ງ​ໃນ​ນັ້ນ ອາ​ຊຽນພວມ​ພົ້ນ​ເດັ່ນ​ຂຶ້ນ ​ເໝືອນ​ດັ່ງ​ໃຈກາງ​ແຫ່ງ​ການ​ເຊື່ອມ​ສຳພັນ​ບັນດາ​ວິວັດທະນາ​ການ​ດັ່ງກ່າວ​ໃນ​ລະດັບ​ຕ່າງໆ​ທີ່​ຕ່າງ​ກັນ. ​ເວົ້າ​ຢ່າງ​ອື່ນ, ລັກສະນະ​ພິ​ເສດ​ຂອງ​ໂຄງ​ປະກອບພາກພື້ນ​ອາຊີ - ປາຊີ​ຟິກປັດຈຸບັນ​ແມ່ນ​ການເຊື່ອມ​ສຳພັນຫຼາຍ​ຂັ້ນ​ຊັ້ນ ອັນ​ມີ​ຫຼາຍ​ເວທີ​ປາ​ໄສ​ທີ່​ສຳຄັນຄື ອາ​ຊຽນ, ອາ​ເປັກ, ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ຊາດ​ບັນດາ​ປະ​ເທດ​ອາ​ຊຽນເປີດ​ກວ້າງ (ADMM+), TPP, RCEP... ທີ​ສາມ, ບັນດາ​ກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ​ໃນ​ພາກພື້ນ​ຍັງ​ມີ​ລັກສະນະ​ຊ້ຳ​ຊ້ອນ​ກັນ, ຍັງ​ບໍ່​ທັນ​​ເປັນ​ໂຄງ​ປະກອບ​ທີ່​ໝັ້ນ​ທ່ຽງ ທີ່​ມີ​ຄວາມ​ສາມາດ​ແກ້​ໄຂ​ບັນດາ​ບັນຫາ​ໃຫຍ່​ໃນ​ພາກ​ພື້ນ​ຢ່າງ​ມີ​ປະສິດທິ​ຜົນ. ດັ່ງ​ນັ້ນ, ລາຍ​ງານ “ບັນດາ​ທ່າ​ອຽງ​ຂອງ​ໂລກ​ປີ 2030: ບັນດາ​ໂລກ​ອື່ນ” ຂອງຄະນະ​ມົນຕີ​ສືບລາຊະການລັບແຫ່ງ​ຊາດ​ອາ​ເມ​ລິ​ກາ​ເຄີຍ​ສັງ​ເກດ​ວ່າ “ທະວີບອາຊີ​ທີ່ນັບ​ມື້​ນັບ​ມີ​ຫຼາຍ​ຂົ້ວ ​ແຕ່​ຂາດ​ຂອບ​ຄວາມ​ສະຫງົບ​ພາກ​ພື້ນ ​ທີ່​ມີ​ຄວາມສາມາດ​​ແກ້​ໄຂຕັດສິນ​ແລະ​ລົດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ດັ່ງນັ້ນຈຶ່ງອາດ​ຈະກໍ່​ໃຫ້​ເກີດການ​ນາບ​ຂູ່​ໃຫຍ່​ທີ່​ສຸດ​ໃນ​ບັນດາ​ສິ່ງ​ນາບ​ຂູ່​​ໃນທົ່ວ​ໂລກ”(5).

... ​ເຖິງ​ການ​ດັດ​​ແປງ​ນະ​ໂຍບາຍ​ຂອງ​ບັນດາ​ປະ​ເທດ​ໃຫຍ່

ນັບ​ແຕ່​ປີ 2011, ອາ​ເມ​ລິ​ກາ ໄດ້ດັດ​ແປງ​ຢ່າງ​ແຂງ​ແຮງ​ການ​ພົວພັນ​ກັບພາກພື້ນ​ອາຊີ - ປາຊີ​ຟິກ ຕາມ​ທິດ​ເພິ່ມທະວິ​ການ​ເຂົ້າຮ່ວມ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ໃນ​ການ​ພົວພັນ​ກັບພາກ​ພື້ນ, ​ເປັນ​ຕົ້ນ​ແມ່ນ​ການ​ຢືນຢັນ​ນະ​ໂຍບາຍ​ໃນ​ບົດ​ຄວາມ “ສະຕະວັດ​ປາຊີ​ຟິກ” ຂອງ​ທ່ານ​ນາງ​ຮີ​ລາຣີ ກລິນ​ເຕີນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທີ່​ລົງ​ພິມ​ໃນ​ວາລະສານ ນະ​ໂຍບາຍ​ການ​ຕ່າງປະ​ເທດ ເດືອນ​ພະຈິກ 2011. ຕາມ​ນັ້ນ, ອາ​ເມ​ລິ​ກາ​ໃຫ້​ຄວາມ​ສຳຄັນ​ເປັນ​ພິ​ເສດ​ຕໍ່​ການ​ປັບປຸງ ​ແລະ​ເພີ່ມ​ທະວີ​ການ​ພົວພັນສອງ​ຝ່າຍ​ກັບ ປະ​ເທດ​ສຳພັນ​ທະ​ມິດ​ຂອງ​ຕົນ (ຍີ່​ປູ່​ນ ສ.​ເກົາຫຼີ ​ໂອ​ສະ​ເຕີ​​ເລຍ ​ໄທ ​ຟີລີ​ປີນ) ກໍ່​ຄື​ກັບ​ບັນດາ​ຄູ່​ຮ່ວມ (ຈີນ ອິນ​ເດຍ ອິນ​ໂດ​ເນ​ເຊຍ ສິງ​ຄະ​ໂປ ມົງ​ໂກ ຫວຽດນາມ...); ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ໃນ​ບັນດາ​ອົງການ​ຈັດ​ຕັ້ງ​ພາກພື້ນ​, ບັນດາ​ເວທີ​ປາ​ໄສພະ​ຫຸພາຄີ ກ່ຽວ​ກັບບັນຫາ​ຕ່າງໆ​ຫຼາຍບັນຫາ (ASEAN, APEC, ARF - ​ເວທີ​ປາ​ໄສ​ຄວາມ​ສະຫງົບ​ພາກ​ພື້ນ​ອາ​ຊຽນ, EAS - ການ​ປະຊຸມ​ສຸດ​ຍາດ​ອາຊີ​ຕາ​ເວັນ​ອອກ...); ຍູ້​ແຮງ​ການ​ພົວພັນ​ກັບພາກພື້ນ​ນີ້​ໃນຂົງ​ເຂດຕ່າງໆ ຄື​ເສດຖະກິດ-ການ​ຄ້າ, ຄວາມ​ສະ​ຫງົບ-ການ​ທະຫານ, ປະຊາທິປະ​ໄຕ ​ແລະ​ສິດທິ​ມະນຸ​ດ.

​ເພື່ອຜັນ​ຂະຫຍາຍ​ຍຸດ​ທະ​ສາດ “ຫັນ​ເພົາ/ສ້າງ​ຄວາມ​ສົມ​ດຸນ​ຄືນ​ໃໝ່” ຢູ່​ທະວີບອາຊີ, ອາ​ເມ​ລິ​ກາ​ໄດ້​ຢືນຢັນອີກ​ຄັ້ງ ​ແລະ​ຕັ້ງໜ້າ​ປັບປຸງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ສຳພັນ​ທະ​ມິດ​ທີ່​ເປັນ​ມູນ​ເຊື້ອ, ຊຸກຍູ້​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ໃໝ່ ທີ່​ອາ​ເມ​ລິ​ກາ​ຖື​ວ່າ​ຄູ່​ຮ່ວມນັ້ນ​ນັບ​ມື້​ມີ​ບົດບາດ​ທີ່​ຕັ້ງ​ສຳຄັນ​ໃນ​ພາກພື້ນ, ​ເຊັ່ນ​ຫວຽດນາມ ສິງ​ຄະ​ໂປ ມາ​ເລ​ເຊຍ,... ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ຄື ອາ​ເມ​ລິ​ກາ​ຕັ້ງໜ້າ​ເຂົ້າ​ຮ່ວມ​ໃນ​ການ​ກໍ່ສ້າງ​ໂຄງ​ປະກອບ​ພາກພື້ນ, ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ອາ​ຊຽນ, ​ເຂົ້າ​ຮ່ວ​ມ​ເປັນ​ທາງ​ການ​ໃນການ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ປີ 2011. ​ໃນ​ເມື່ອ​ເພີ່ມ​ທະວີ​ເປັນ​ແຕ່​ລະ​ກ້າວ ​ການ​ພົວພັນ​ຫຼາຍ​ດ້ານກັບພາກພື້ນ, ​ແຕ່​ປີ 2010, ອາ​ເມ​ລິ​ກາ​ກໍ່​ມີ​ການ​ເຄື່ອນ​ເໜັງ​ເພີ່ມ​ທະວີ​ການ​ສົມທົບ​ກັບພາກພື້ນ ​ໃນ​ບັນຫາ​ທີ່​ກ່ຽວ​ພັນ​ກັບ​ສະພາບ​ການ​ທະ​ເລ​ຕາ​ເວັນ​ອອກ ບົນ​ພື້ນຖານ​ເຄົາລົບ​ປະຕິບັດ​ຕາມ​ກົດໝາຍ​ສາກົນ, ຮຽກຮ້ອງ​ບັນດາ​ຝ່າຍ​ແກ້​ໄຂ​ການ​ແກ່ງ​ແຍ້​ງດ້ວຍ​ສັນຕິ​ວິທີ, ບໍ່​ໃຊ້​ກຳລັງ​ອາວຸດ ຫຼື​ນາບ​ຂູ່​ໃຊ້​ກຳລັງ​ອາວຸດ.

ການ​ດັດ​ແປງນະ​ໂຍບາຍ​ຂອງຈີນ ຕໍ່​ກັບພາກພື້ນ​ອາຊີ - ປາຊີ​ຟິກ ​ໄດ້​ສະ​ແດງ​ອອກ​ໃນ​ເອກະສານ​ອັນ​ສຳຄັນ​ຫຼາຍ​ສະບັບ ​ຂອງ​ພັກ​ກອມ​ມູນິດ​ຈີນ ກໍ່​ຄື​ໃນ​ການ​ຜັນ​ຂະຫຍາຍຕົວ​ຈິງ. ນະ​ໂຍບາຍ​ຂອງຈີນ​ຕໍ່​ກັບ​ພາກພື້ນມີ​ບາງ​ຈຸດ​ທີ່​ຄວນ​ເອົາ​ໃຈ​ໃສ່​ດັ່ງ​ນີ້: ທີ​ໜຶ່ງ, ຈີນ​ຢືນຢັນ​ສືບ​ຕໍ່​ປົວ​ແປງ ​ແລະ​ຂະຫຍາຍ​ການ​ພົວພັນ​ກັບ​ບັນດາ​ປະ​ເທດຈະ​ເລີ​ນພັດທະນາ ​ໂດຍ​ຜ່ານ​ການ​ເປີດ​ກວ້າງ​​ຂົງ​ເຂດ​ການ​ຮ່ວມ​ມື ​ແລະ​ສົນທະນາ​ກ່ຽວ​ກັບ​ຄວາມ​ແຕກ​ຕ່າງ​ຢ່າງ​ສອດຄ່ອງ​ເໝາະ​ສົມ, ພ້ອມ​ກັນ​ນັ້ນ​ກໍ່​ຕັ້ງໜ້າ​ພະຍາ​ຍານ​ສ້າງ​ການ​ພົວພັນ​ແບບ​ໃໝ່ ທີ່​ເປັນ​ປົກກະຕິ ຍາວ​ນາ ​ແລະ​ຂະຫຍາຍຕົວ​ດີ ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ; ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ບັນດາ​ປະ​ເທດ​ກຳລັງ​ພັດທະນາ. ທີ​ສອງ, ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ຝ່າຍ ​ແລະ​ພາກ​ພື້ນ, ກັບ​ບັນດາ​ການຈັດ​ຕັ້ງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ກຸ່ມ​ບັນດາ​ລະບົບ​ເສດຖະກິດ​ໃຫຍ່ (G20), ອົງການ​ຈັດ​ຕັ້ງ​ການ​ຮ່ວມ​ມື​ຊຽງ​ໄຮ້ (SCO), ກຸ່ມ​ປະ​ເທດ​ທີ່​ມີ​ການ​ພັດທະນາ​ທາງ​ເສດຖະກິດ​ຢ່າງ​ໄວວາ (BRICS),... ​ໃນ​ນັ້ນ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ສ້າງ​ໂຄງ​ປະກອບ​ພາກພື້ນ​ ທີ່​ມີ​ຜົນ​ດີ​ໃຫ້​ແກ່​ການ​ພັດທະນາ​ຂອງ​ຈີນ ​ໃນ​ສະພາບ​ການ​ໃໝ່. ທີ​ສາມ, ບຸລິມະສິດ​ນຳ​ໃຊ້ “ກຳລັງ​ແຮງ​ນຸ່ມ​ນວນ” ​ເຊັ່ນ​ການ​ທູດ​ມະຫາຊົນ, ການ​ທູດ​ປະຊາຊົນ, ​ແລກປ່ຽນ​ວັດທະນະທຳ,... ​ເພື່ອ​ເພີ່ມ​ທະວີ​ອິດ​ທິພົນ​ຂອງ​ຈີນ​ຢູ່​ໃນ​ພາກພື້ນ ​ແລະ​ໃນ​ໂລກ. ກໍ່​ຢູ່​ໃນ​ກະ​ແສ​ນີ້, ຈີນ​ເພີ່ມ​ທະວີ​ບັນດາ​ຊ່ອງສາຍ​ການ​ຮ່ວມ​ມືທາງ​ດ້ານ​ພັກ ​ເໝືອນ​ດັ່ງ​ເຄື່ອງມື​ອັນ​ສຳຄັນໜຶ່ງ​​ເພື່ອ​ເພີ່ມທະວີ​ການ​ພົວພັນ​ກັບບັນດາ​ຄູ່​ຮ່ວມ​ທີ່​ຕ່າງ​ກັນ.

ອີງ​ໃສ່​ບັນດາ​ເສົາ​ຄ້ຳ​ເທິງ​ນີ້, ຈີນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ກັບພາກພື້ນ​ອາຊີ - ປາຊີ​ຟິກຢ່າງ​ແຂງ​ແຮງ. ນັບ​ແຕ່​ເມື່ອ​ຂຶ້ນ​ກຳ​ອຳນາດ, ໜຶ່ງ​ໃນ​ບັນດາ​ບາດກ້າວ​ທີ່​ຄວນ​ເອົາ​ໃຈ​ໃສ່​ທີ່​ສຸດຂອງ​ທ່ານ​ປະທານ​ປະ​ເທດ​ຈີນ ສີ ຈິ້ນຜິງ ​ແມ່ນ​ຊຸກຍູ້ “ສາຍ​ພົວພັນ​ປະ​ເທດ​ໃຫຍ່​ແບບ​ໃໝ່” ກັບ​ອາ​ເມ​ລິ​ກາ ຊຶ່ງ​ສິ່ງ​ຂີດໝາຍສຳຄັນ​ຄື ຄວາມ​ເຫັນ​ດີ​ເປັນ​ເອກະສັນ​ພ້ອມ​ກັນ​ຊຸກຍູ້​ສາຍ​ພົວພັນນີ້ ກັບ​ທ່ານ​ປະທານາທິບໍດີອາ​ເມ​ລິ​ກາ ບາຣັກ ​ໂອບາມາ ​ໃນ​ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ​ຈີນ ທີ່​ອາ​ເມ​ລິ​ກາ ​ເມື່ອເດືອນມິຖຸນາ 2013. ຈີນ​ກໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ແກ່​ການ​ຊຸກຍູ້ສອງ​ເສົາຄ້ຳຄືຄວາມ​ສະຫງົບ ​ແລະ​ເສດຖະກິດ ຢູ່​ໃນ​ບັນດາ​ອົງການ​ຈັດ​ຕັ້ງ ​ແລະ​ເວທີ​ປາ​ໄສ​​ໃນພາກພື້ນ, ​ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ກັບ​ອາ​ຊຽນ ​ແລະ​ປະກອບສ່ວນເຂົ້າໃນຄວາມ​ຄິດລິເລິ່ມກ່ຽວກັບ ສັນຍາ​ຄູ່​ຮ່ວມ​ເສດຖະກິດ​ຮອບດ້ານ​​ໃນພາກ​ພື້ນ (RCEP). ກ່ຽວ​ກັບ​ກຳລັງ​ແຮງ “ນຸ່ມ​ນວນ”, ຈີນ​ຍູ້​ແຮງ​ວຽກ​ງານ​ໂຄສະ​ນາ, ການ​ສັງ​ສັນ​ປະຊາຊົນ, ກໍ່ສ້າງບັນດາ “ສະ​ຖາ​ບັນ​ຂົງຈື໋” ຢູ່​ໃນ ​ແລະ​ນອກ​ພາກພື້ນ. ​ໃນ​ການ​ຜັນ​ຂະຫຍາຍນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຈີນ ມີ​ຈຸດໜຶ່ງທີ່ບໍ່ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ຄື, ດ້ານ​ໜຶ່ງ, ​ເຊີດ​ຊູ​ນະ​ໂຍບາຍ “ການ​ທູດ​ແບບ​ເພື່ອນ​ບ້ານ​ໃກ້​ຄຽງ”; ດ້ານ​ອື່ນ, ຈີນ​ມີ​ການ​ກະທຳ​ກໍ່​ການ​ປະ​ທະ​ຢ່າງ​ລຽນຕິດ​ ກັບ​ບັນດາ​ປະ​ເທດ​ໃກ້​ຄຽງ ​ໃນ​ການ​ແກ່ງ​ແຍ້​ງອຳນາດ​ອະທິປະ​ໄຕ​ໃນ​ທະ​ເລ ໝູ່​ເກາະ.

​ໂດຍ​ເປັນ​ປະ​ເທດ​ໃຫຍ່ ​ແລະ​ມີ​ບົດບາດ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳຄັນ​ຢູ່ໃນ​ພາກພື້ນ, ຍີ່​ປູ່​ນ ໃນ​ເວລາ​ມໍ່ໆ​ມາ​ນີ້​ໄດ້​ດັດ​ແປງນະ​ໂຍບາຍການ​ຕ່າງປະ​ເທດ​ເວົ້າ​ລວມ ກໍ່​ຄື​ນະ​ໂຍບາຍ​ຕໍ່​ກັບ​ພາກພື້ນ​ເວົ້າ​ໂດຍ​ສະ​ເພາະ. ​ແຜນ​ຍຸດ​ທະ​ສາດ​ຄວາມ​ສະຫງົບ​ແຫ່ງ​ຊາດ​ ໄດ້​ຖືກ​ລັດຖະບານ​ຍີ່​ປູ່​ນດັດ​ແປງ​ຕາມ​ທິດ ອະນຸຍາດ​ໃຫ້​ໃຊ້​ສິດ​ຕໍ່ສູ້​ປ້ອງ​ກັນ​ຕົວ​ລວມໝູ່, ​ເພີ່ມ​ຄວາມ​ສາມາດ​ສູ້​ຮົບ​ຂອງ​ກອງທັບ​ຍີ່​ປູ່​ນ, ກຽມ​ຄວາມ​ພ້ອມ​​ເພື່ອຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ ​ດ້ານ​ຄວາມ​ສະຫງົບ. ຍີ່​ປູ່​ນກໍ່​ເພີ່ມ​ລາຍ​ຈ່າ​ຍ​ໃຫ້​ແກ່​ງົບ​ປະມານ​ການ​ປ້ອງ​ກັນຊາ​ດ, ​ເລີກລ້າງນະ​ໂຍບາຍ​​ເກືອດ​ຫ້າມການ​ຂາ​ອອກ​ອາວຸດ ​ແລະ​ເຕັກ​ໂນ​ໂລ​ຊີ​ການ​ທະຫານ ຊຶ່ງ​ເປັນນະໂຍບາຍ​ທີ່​ມີ​ຄວາມ​ສັກ​ສິດ​ແຕ່​ປີ 1967. ຄຽງ​ຂ້າງ​ນັ້ນ, ຍີ່​ປູ່​ນ​ເພີ່ມ​ທະວີ​ການ​ພົວພັນ​ຫຼາຍ​ດ້ານ​ກັບ​ອາ​ເມ​ລິ​ກາ, ປົວ​ແປງ​ການ​ພົວພັນ​ກັບ ສ.​ເກົາຫຼີ ​ແລະ​ຫຼາຍ​ປະ​ເທດຢູ່​ໃນ​ພາກພື້ນ; ສະ​ແດງຄຳເວົ້າ​ທີ່​ແຂງ​ແຮງ, ບົດບາດທີ່​ໃຫຍ່​ໂຕກ​ວ່າ​ເກົ່າ ​ໃນ​ບັນດາ​ບັນຫາ​ຄວາມ​ສະຫງົບ ​ແລະ​ການ​ພັດທະນາ, ​ເປັນ​ຕົ້ນ​ແມ່ນ ບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ອຳນາດ​ອະທິປະ​ໄຕ​​ໃນ​ທະ​ເລ ໝູ່​ເກາະ ​ໃນ​ການ​ສົນທະນາ​ສອງ​ຝ່າຍ ​ແລະ​​ໃນບັນດາ​ເວທີ​ປາ​ໄສຫຼາຍ​ຝ່າຍ; ​ເປັນ​ເຈົ້າ​ການ​ສະໜັບສະໜູນ​ບົດບາດ​ເປັນ​ໃຈກາງ​ຂອງ​ອາ​ຊຽນ ​ໃນ​ການເຊື່ອມ​ສຳພັນ​ຕ່າງໆ​ຢູ່ພາກພື້ນ​ອາຊີ - ປາຊີ​ຟິກ.

​ໃນ​ເວລາ​ນັ້ນ, ອິນ​ເດຍ ສືບ​ຕໍ່​ຊຸກຍູ້ນະ​ໂຍບາຍ ​“ຫັນ​​ໄປສູ່ທິດຕາ​ເວັນ​ອອກ” ຊຶ່ງ​ໄດ້​ວາງ​ອອກ​ມາ​ໃນ​ຊຸມ​ປີ​ຕົ້ນ​ທົດ​ສະ​ວັດ​ທີ 9 ຂອງ​ສະຕະວັດ​ທີ XX, ​ແຕ່​ຫາ​ກໍ່​ໄດ້​ຜັນ​ຂະຫຍາຍ​ຢ່າງ​ແຂງ​ແຮງ​ໃນ​ຊຸມ​ປີ​ມໍ່​ມາ​ນີ້ ຕາມ​ທິດ: ​​ໃຫ້​ຄວາມ​ສຳຄັນ​ແກ່ການ​ພັດທະນາການ​ພົວພັນ​ເສດຖະກິດ - ການ​ຄ້າ​ສອງ​ຝ່າຍ ​ແລະ​ຫຼາຍ​ຝ່າຍ; ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ຂອງ​ກອງທັບ​ເຮືອ​ຢູ່​ພາກພື້ນ ​ເພື່ອ​ຊ່ວຍ​ໜູນ​ໃຫ້​ແກ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຍຸດ​ທະ​ສາດ, ພ້ອມ​ກັນ​ນັ້ນ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການເຂົ້າ​ຮ່ວມ​ໃນ​ບັນດາ​ເວທີ​ປາໄສຄວາມ​ສະຫງົບ​ໃນ​ພາກພື້ນ, ​ເຊັ່ນ ARF, EAS... ກໍ່​ຢູ່​ໃນ​ຄວາມ​ມານະ​ພະຍາຍາມ​ນີ້, ອິນ​ເດຍ​ໄດ້​ເອົາ​ໃຈ​ໃສ່​ກວ່າ​ເກົ່າ​ເຖິງ​ການ​ຮ່ວມ​ມື​ທາງດ້ານ​ຄວາມ​ສະຫງົບ - ການ​ທະຫານ, ​ແບ່ງປັນ​ບົດຮຽນ​ການ​ທະຫານ​ກັບ​ຫຼາຍ​ປະ​ເທດ​ໃນ​ພາກພື້ນ; ​ເພີ່ມ​ທະວີ​ການ​ຊອກ​ຫາ ​ແລະ​ພັດທະນາ​ການ​ພົວພັນກັບ​ບັນດາ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຢູ່​ໃນ​ພາກພື້ນ, ກວມ​ທັງ​ອາ​ເມ​ລິ​ກາ, ​ແນ​ໃສ່​ເຮັດ​ໃຫ້ການ​ຊັ່ງຊາ​ກຳລັງ​ມີ​ຄວາມ​ສົມ​ດຸນ, ຖ່ວງ​ດຸນ​ກຳລັງ​ກັບ​ບັນດາ​ປະ​ເທດ​ໃຫຍ່​ອື່ນໆ, ສ້າງ​ສິ່ງ​ແວດ​ລ້ອມ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່ນະ​ໂຍບາຍ​ ​“ຫັນ​​ໄປສູ່ທິດຕາ​ເວັນ​ອອກ” ​ໃນ​ກຳນົດ​ເວລາ​ຍາວ​ນານ, ຮັບປະກັນ​ຖານະ​ທີ່​ຕັ້ງ​ປະ​ເທດ​ໃຫຍ່​ຂອງ​ອິນ​ເດຍ ​ໃນ​ການ​ເຊື່ອມ​ຕໍ່ມະຫາ​ສະມຸດ​ປາຊີ​ຟິກ ກັບ​ມະຫາ​ສະມຸດ​ອິນ​ເດຍ.

ຕໍ່​ກັບ​ລັດ​ເຊຍ, ພາກ​ພື້ນ​ອາຊີ - ປາຊີ​ຟິກ ຍາມ​ໃດ​ກໍ່​ໄດ້​ຮັບ​ບຸລິມະສິດ​ໃນນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ລັດ​ເຊຍ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ລັດ​ເຊຍ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບພາກພື້ນ​ອາຊີ - ປາຊີ​ຟິກ ​ໃນຫຼາຍ​ກົນ​ໄກ​ຮ່ວມ​ມື​ທີ່​ຕ່າງ​ກັນ​ຂອງ​ພາກ​ພື້ນ ກໍ່​ຄື​ອະນຸ​ພາກ​ພື້ນ ​ແນ​ໃສ່​ຍາດ​ແຍ່ງ​ເອົາ​ບັນດາ​ກຳລັງ​ຊ້ອນ​ແຝງ​ ເພື່ອ​ພັດທະນາ​ເສດຖະກິດ - ການ​ຄ້າ ກໍ່​ຄື​ຊຸກຍູ້ການ​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ, ຮັບປະກັນ​ຄວາມ​ສະຫງົບ. ລັດ​ເຊຍ​​ປະກອບສ່ວນ​ອັນຕັ້ງໜ້າ​ເຂົ້າ​ໃນ​ການ​ລົດ​ຜ່ອນ​ຂໍ້​ຈຳກັດ​ຕ່າງໆ ​ໃນ​ຄວາມ​ຄິດລິເລິ່ມກ່ຽວ​ກັບປະຊາ​ຄົມ​ອາຊີ - ປາຊີ​ຟິກ (APC) ​ແລະ ປະຊາ​ຄົມ​ອາຊີ​ຕາ​ເວັນ​ອອກ (EAC). ຄຽງ​ຂ້າງ​ນັ້ນ, ລັດ​ເຊຍ​ເອົາ​ໃຈ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ຫຼາຍ​ຂົງ​ເຂດ, ​ເຊັ່ນ​ພະລັງງານ, ​ເຊື້ອ​ເພີງ, ການບິນອາ​ວະ​ກາດ, ​ໄຟຟ້າປະລະມານູ, ​ເຕັກ​ໂນ​ໂລ​ຊີ​ສື່​ຂ່າວ,... ສິ່ງ​ທີ່​ຄວນ​ເອົາ​ໃຈ​ໃສ່​ແມ່ນ ຄວາມ​ມານະ​ພະຍາຍາມ​ຕ່າງໆ​ຂອງ​ລັດ​ເຊຍ​ໃນ​ການປົວ​ແປງ​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ ​ໃນ​ສະ​ໄໝ​ປະຈຳການ​ທຳ​ອິດ​ຂອງ​ທ່ານ​ປະທານາທິບໍດີບາຣັກ ​ໂອ​ບາ​ມາ (ກວມ​ທັງ​ຂໍ້​ຕົກລົງ​ສອງ​ຝ່າຍກ່ຽວ​ກັບ​ບັນຫາ​ລົດ​ຜ່ອນ​ອາວຸດ​ນິວ​ເກຼ​ຍຍຸດ​ທະ​ສາດ), ​ເຖິງ​ວ່າ​ລະຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ຄວາມ​ລະ​ແວງ​ສົງ​ໄສ​ກັນ ​ແລະຄວາມ​ເຫັນ​ແຕກ​ຕ່າງ​ກັນ ​ໃນ​ບາງ​ຂົງ​ເຂດ​; ​ໃນ​ການ​ປັບປຸງ​ ແລະ​ຂະຫຍາຍ​ການ​ພົວພັນກັບ​ບັນດາ​ປະ​ເທດ​ນຳ​ໜ້າ​ໃນພາກພື້ນ​ເຊັ່ນ ຈີນ ຍີ່​ປູ່​ນ ອິນ​ເດຍ. ນັບ​ແຕ່​ເມື່ອ​ແຫຼມ​ ກຣີ​ເມຍ ​ໄດ້​ໂຮມ​ເຂົ້າ​ໃນ​ສະຫະພັນ​ລັດ​ເຊຍ, ຕໍ່ໜ້າ​ແຮງ​ໜີບ​ທາງ​ດ້ານ​ການ​ເມືອງ - ການ​ທູດ - ​ເສດຖະກິດ​ຂອງ​ອາ​ເມ​ລິ​ກາ ​ແລະ​ຝ່າຍ​ຕາ​ເວັນ​ຕົກ, ປະ​ເທດ​ລັດ​ເຊຍ​ຍິ່ງ​ຫັນ​ໄປ​ສູ່​ການ​ຍູ້​ແຮງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃນພາກພື້ນ ​ແລະ​ເວທີ​ປາໄສພາກພື້ນ ຢູ່​ອາຊີ - ປາຊີ​ຟິກ ​ເພື່ອ​ແນ​ໃສ່​ມ້າງ​ສະພາບ​ການ​ຫຍຸ້ງຍາກ​ນີ້.

​ໂດຍ​ເປັນ​ອັດຕະພາບ​ພິ​ເສດ​ໃນ​ການ​ພົວພັນ​ກັບພາກພື້ນອາຊີ - ປາຊີ​ຟິກ, ສະຫະພາບ​ເອີຣົບ (EU) ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ ກໍ່​ຕັ້ງໜ້າ​ຜັນ​ຂະຫຍາຍນະ​ໂຍບາຍ​ເພີ່ມ​ທະວີ​ການ​ພົວພັນ​ກັບພາກພື້ນ​ອາຊີ - ປາຊີ​ຟິກ ​ເພື່ອ​ແກ່ງ​ແຍ້​ງທາງ​ດ້ານ​ບົດບາດ​ກັບ​ບັນດາ​ປະ​ເທດ​ໃຫຍ່​ຢູ່​ທີ່ນີ້. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ອອກ​ໃນ​ການ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ກັບພາກພື້ນ​ອາຊີ - ປາຊີ​ຟິກ ​ໂດຍ​ຜ່ານ​ການ​ຢ້ຽມຢາມ​ຕ່າງໆ ​ຂອງ​ປະມຸກບັນດາ​ປະ​ເທດ​ອີ​ຢູ ກໍ່​ຄື​ຂອງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ອີ​ຢູ ພ້ອມ​ກັນ​ກັບ​ການ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ. ອີ​ຢູຍູ້​ແຮງ​ການ​ຮ່ວມ​ມື​ກັບ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ, ​ເປັນ​ຕົ້ນແມ່ນ​ກັບ​ອາ​ຊຽນ; ​ເປີດ​ນຳ​ໃຊ້​ສຳນັກງານ​ຜູ້​ຕາງໜ້າ​ຢູ່​ມຽນມາ, ​ເຈລະຈາ​ຂໍ້​ຕົກລົງ​ຂອບ​ກັບ ​ໂອ​ສະ​ເຕີ​ເລຍ, ນິວ ຊີ​ເລິນ, ປະ​ກີສະຖານ ​ແລະ ອັບ​ຄາ​ນີສະຖານ, ​ແຕ່ງ​ຕັ້ງ​ຜູ້ຕາງໜ້າ​ປະຈຳການ​ທີ່​ເຄື່ອນ​ໄຫວ​ຄຽງ​ຂ້າງ​ອາ​ຊຽນ,... ອີ​ຢູມີ​ສຽງ​ເວົ້າ​ສຽງ​ປາກ​ບັນ​ມື້​ຍິ່ງ​ສຳຄັນ ​ແລະ​ຕິດຕາມ​ໃກ້ຊິດ​ການ​ຜັນ​ປ່ຽນ​ຕ່າງໆ​ດ້ານ​ຄວາມ​ສະຫງົບ - ການ​ເມືອງ​ຢູ່​ພາກ​ພື້ນ; ສະ​ແດງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍກ່ຽວ​ກັບ​ສະພາບ​ຄວາມ​ເຄັ່ງ​ຕຶງ​ທີ່​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະທະ​ເລຈີນຕາ​ເວັນ​ອອກ; ຕັ້ງໜ້າ​ຊຸກຍູ້​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມສຳຄັນ ທີ່​ກ່ຽວ​ພັນ​ເຖິງພາກ​ພື້ນ​ອາຊີ - ປາຊີ​ຟິກ (​ປີ 2012, ທ່ານ ກ.ອາສະ​ເຕີນ ຂ້າ​ຫຼວງ​ໃຫຍ່​ຮັບຜິດຊອບ​ບັນດາ​ບັນຫາ​ການ​ຕ່າງປະ​ເທດ ​ແລະ​ນະ​ໂຍບາຍ​ຮັກສາ​ຄວາມ​ສະຫງົບ​ຂອງ​ອີ​ຢູ ​ໄດ້​ພ້ອມ​ກັນ​ກັບລັດຖະມົນ​ຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ ທ່ານ​ນາງຮີ​ລາຣີ ກລິນ​ເຕີນ ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ວ່າ​ດ້ວຍ​ການ​ຊຸກຍູ້​ການ​ຮ່ວມ​ມື​ອີ​ຢູ - ອາ​ເມ​ລິ​ກາ​ຢູ່​ທະວີບອາຊີ).

ຜົນ​ກະທົບ​ຕ່າງໆ​ຕໍ່​ກັບພາກ​ພື້ນ​ອາຊີ - ປາຊີ​ຟິກ

ການ​ທີ່​ບັນດາ​ປະ​ເທດ​ໃຫຍ່​ດັດ​ແປງນະ​ໂຍບາຍຢ່າງ​ລຽນຕິດ​ ​ແລະເພີ່ມທະວີ​ການ​ພົວພັນ​ກັບ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ຍ້ອນ​ການ​ຂະຫຍາຍຕົວ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ພາກ​ພື້ນ​ນີ້ ​ເພື່ອ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ປະ​ເທດ​ເຫຼົ່າ​ນີ້ນັ້ນ ມັນ​​ໄດ້​ສົ່ງ​ຜົນ​ກະທົບ​ອັນ​ສຳຄັນ​ຕ່າງໆ​ເຖິງ​ພາກ​ພື້ນ, ​ເປັນ​ຕົ້ນ​ແມ່ນ​ຕໍ່​ການ​ກໍ່​ຮ່າງ​ສ້າງ​ຮູບ​ໂຄງ​ປະກອບ​ພາກ​ພື້ນ​ຕາມ​ທິດ​ຕ່າງໆ​ດັ່ງ​ນີ້:

ທີ​ໜຶ່ງ, ທ່າ​ອຽງເຊື່ອມ​ສຳພັນຫຼາຍ​ຂັ້ນ​ຊັ້ນຈະ​ສືບ​ຕໍ່​ເປັນ​ທ່າ​ອຽງ​ທີ່​ເປັນ​ເຈົ້າ​ນຳພາຂອງ​ໂຄງ​ປະກອບ​ພາກ​ພື້ນ ຍ້ອນ​ຍັງ​ບໍ່​ມີ​ຄວາມຄິດ​ລິເລິ່ມ​ໃໝ່​ອື່ນ​ໃດກ່ຽວ​ກັບ​ໂຄງ​ປະກອບ​ພາກ​ພື້ນ (ນັບ​ທັງ APC ຫຼື EAC), ​ແລະ​ໄດ້​ຮັບ​ການ​ສະໜັບສະໜູນ​ໂດຍ​ສົມບູນ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ (ພິ​ເສດ​ແມ່ນ​ອາ​ຊຽນ, ຈີນ ​ແລະ​ອາ​ເມ​ລິ​ກາ). ດ້ານອື່ນ, ບັນດາ​ເວທີ​ປາ​ໄສ​ທີ່​ເປັນ​ມູນ​ເຊື້ອ, ​ເຊັ່ນ ອາ​ຊຽນ, ອາ​ຊຽນ+3, EAS, APEC, ARF ສືບ​ຕໍ່​ມີ​ຈຸດ​ດີ ​ແລະ ຂໍ້​ຈຳກັດ​ສະ​ເພາະ​ຂອງ​ຕົນ, ມີ​ບົດບາດ​ທີ່​ສຳຄັນ​ທີ່​ສຸດ, ​ແຕ່​ກໍ່​ຍາກ​ທີ່ຈະ​ກາຍ​ເປັນ​ໂຄງ​ປະກອບທີ່​ຄອບ​ຄອງຊີ້​ຂາດການ​ຮ່ວມ​ມື​ໃນ​ພາກ​ພື້ນ.

ທີ​ສອງ, ​ເພີ່ນ​ປະ​ເມີນ​ວ່າ ການ​ເຊື່ອມ​ສຳພັນຈະ​ສືບ​ຕໍ່​ສະ​ແດງ​ອອກ​ຢ່າງ​ຟົດ​ເດືອດ​ກວ່າ​ໄລຍະ​ກ່ອນ​ໜ້ານີ້. ທາງ​ດ້ານ​ເສດຖະກິດ, ຖ້າ​ຫາກ​ມີ​ຄວາມ​ສະ​ດວດ​ດີ, ​ໃນ​ອະນາຄົດ​ຍາວ​ນານ, ສອງ​ວິວັດທະນາ​ການ TPP ​ແລະ RCEP ອາດ​ຈະ​ກາຍ​ເປັນ​ເສົາ​ຄ້ຳ​ໃຫ້​ແກ່​ວິວັດ​ການ​ຫັນ​ເປັນ​ການ​ຄ້າ​ເສລີ ​ແລະ​ພັດທະນາ​ເສດຖະກິດ​ໃນ​ທົ່ວພາກ​ພື້ນ​ອາຊີ - ປາຊີ​ຟິກ, ສ້າງ​ເປັນ​ການ​ເຊື່ອມ​ສຳພັນ​ບັນດາ​ລະ​ບົບ​ເສດຖະກິດທັງ​ໝົດ​ໃນ​ພາກ​ພື້ນ ຢ່າງ​ແໜ້ນ​ແຟ້ນຕາມ​ບາດກ້າວ​ບຸກທະລຸ​ໃໝ່​ໃນ​ການ​ພັດທະນາ ​ແລະ​ການ​ແລກປ່ຽນ​ການ​ຄ້າ. ທາງ​ດ້ານ​ຄວາມ​ສະຫງົບ - ການ​ທະຫານ, ຈະ​ຍັງ​ມີ​ການ​ຄົງ​ຕົວຢ່າງຂະໜານ​ກັນຂອງ​ສອງ​ລະບົບ ການ​ເຊື່ອມສຳພັນ​ການ​ທະຫານ​ແບບທະວິ​ພາຄີ (​ເປັນ​ຕົ້ນ​ແມ່ນ ລະຫວ່າງ​ອາ​ເມ​ລິ​ກາ​ກັບ​ບັນດາ​ປະ​ເທດ​ສຳພັນ​ທະ​ມິດ ​ແລະ​ຄູ່​ຮ່ວມ) ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທະຫານ​ແບບ​ພະຫຸ​ພາຄີ ທີ່​ກ່ຽວ​ພັນ​ເຖິງ​ບັນດາ​ເວ​ທີ​ປາ​ໄສ​ພາກ​ພື້ນ, ​ເຊັ່ນ ADMM+, ການ​ສົນທະນາ ຊັງກຣີລາ,... ກໍ່​ຄື​ທ່າ​ອຽງ​ເພີ່ມ​ຈຳນວນ​ການ​ຊ້ອມ​ຮົບ​ລວມ ​ເພື່ອ​ກຽມ​ຄວາມ​ພ້ອມ​ຮັບ​ມື​ກັບ​ບັນດາ​ບັນຫາ​ຄວາມ​ສະຫງົບ​ທີ່​ບໍ່​ເປັນ​ແບບ​ດັ້ງ​​ເດີມ.

ທີ​ສາມ, ການ​ດັດ​ແປງນະ​ໂຍບາຍ​ຂອງ​ບັນດາ​ປະ​ເທດ​ໃຫຍ່​ຕໍ່​ກັບ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ​ໄດ້​ເພີ່ມ​ທະວີ​ບົດບາດ ​ແລະ​ຜົນ​ສະທ້ອນ​ຂອງ​ບັນດາ​ການຈັດ​ຕັ້ງ, ​ເວທີ​ປາ​ໄສ​ຕໍ່​ກັບ​ການ​ແກ້​ໄຂ​ຄວາມ​ພິພາດ ​ແກ່ງ​ແຍ້​ງອຳນາດ​ອະທິປະ​ໄຕ​ດິນ​ແດນ​ໃນ​ພາກ​ພຶ້ນ. ​ເຖິງວ່າ​ບັນດາ​ຝ່າຍ​ທີ່​ກ່ຽວ​ໄດ້​ພະຍາຍາມ​ອົດທົນ​ອົດ​ກັ້ນຕໍ່ໜ້າ​ການ​ຜັນ​ແປ​ປ່ຽນ​ໃນ​ມໍ່ໆ​ມາ​ນີ້, ຫາ​ວິທີ​ຊຸກຍູ້​ການ​ສົນທະນາ​ກັນ ກໍ່​ຄື​ວິທີແກ້​ໄຂ​ລະຫວ່າງສອງ​ຝ່າຍ ​ແລະລະຫວ່າງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ໂດຍ​ກົງ, ​ແຕ່​ລັກສະນະ​ສັບສົນ​ຂອງ​ເຫດການຕ່າງໆ​ທີ່​ເກີດ​ຂຶ້ນ​ນັ້ນ ​ໄດ້​ໃຫ້​ເຫັນ​ວ່າ ການ​ກະທົບ​ຫຍໍ້​ທໍ້​ຂອງ​ມັນບໍ່​ພຽງ​ແຕ່​ມີ​ຕໍ່​ບັນຫາ​ອຳນາດ​ອະທິປະ​ໄຕ​ເທົ່າ​ນັ້ນ ຫາກຍັງ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ປອດ​ໄພ​​ໃນການ​ເດີນ​ທະ​ເລ, ສັນຕິພາບ ​ແລະ​ສະຖຽນ​ລະ​ພາບຢູ່​ໃນ​ພາກ​ພື້ນ​ອີກ​ນຳ. ດັ່ງ​ນັ້ນ, ບັນດາ​ວິທີ​ແກ້​ຕົວ​ຈິງ​ທີ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊຸກຍູ້ຈາກ​ບັນດາ​ຝ່າຍນັ້ນ ມັນ​ຮຽກຮ້ອງ​ໃຫ້​ມີ​ການ​ເຂົ້າ​ຮ່ວມ​ຫຼາຍ​ກວ່າ​ອີກ​ ຂອງ​ບັນດາ​ຝ່າຍ​ທີ່​ມີ​ຜົນ​ປະ​ໂຫຍ​ດກ່ຽວຂ້ອງ (​ໂດຍ​ກົງ ​ແລະ​ໂດຍ​ທາງ​ອ້ອມ) ກໍ່​ຄືຂອງ​ບັນດາ​ການຈັດ​ຕັ້ງ ​ແລະ​ເວທີ​ປາ​ໄສ​ພາກ​ພື້ນ.

ສຳລັບ​ຫວຽດນາມ, ​ເພື່ອ​ຍາດ​ແຍ່ງ​ເອົາ​ເງື່ອນ​ໄຂ​ສະ​ດວກດີຕ່າງໆ ຊຶ່ງພາກ​ພື້ນແລະການ​ດັດ​ແປງນະ​ໂຍບາຍຂອງ​ບັນດາ​ປະ​ເທດ​ໃຫຍ່​ນຳ​ມາ​ໃຫ້, ຫວຽດນາມ​ຕ້ອງ​ຢຶດໝັ້ນ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ໃນການ​ພົວພັນ​ກັບ​ທຸກໆ​ປະ​ເທດ (ກວມ​ດ້ວຍ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສຽງ​ໄຕ້​ ແລະບັນດາ​ປະ​ເທດ​ໃຫຍ່), ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ ​ເພື່ອ​ສ້າງ​ສິ່ງ​ແວດ​ລ້ອມ​ການ​ຕ່າງປະ​ເທດທີ່​ສະ​ດວກ​ດີ ​ເພື່ອ​ແກ້​ໄຂບັນດາ​ບົດ​ເລກ​ລະອຽດ​ຕົວ​ຈິງ​ໃນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ ​ແລະ ພາກ​ພື້ນ. ຕັ້ງໜ້າ​ເຂົ້າ​ຮ່ວມ​, ຍາດ​ແຍ່ງ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນ​ການ​ຊຸກຍູ້​ແກ້​ໄຂ​ບັນດາ​ຜົນ​ປະ​ໂຫຍ​ດ ນັບ​ທັງ​ດ້ານ​ເສດຖະກິດ (ຮ່ວມ​ມື​ໃນ​ເຂດ​ເສດຖະກິດ​ເສລີອາ​ຊຽນ (AFTA), ອົງການ​ການ​ຄ້າ​ໂລກ (WTO) ​ແລະ​ສຳ​ເລັດ​ການ​ເຈລະຈາ TPP) ​ແລະ​ຄວາມ​ສະຫງົບ (ສຸມ​ໃສ່​ແກ້​ໄຂ​ບັນຫາ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ​ຄວາມ​ສະຫງົບ​ດ້ານ​ແຫຼ່ງນ້ຳ - ກວມ​ດ້ວຍ​ການ​ຮ່ວມ​ມື​ທີ່​ພົວພັນ​ເຖິງຄວາມ​ຄິດລິເລິ່ມກ່ຽວກັບ ຕອນໃຕ້​ໂລ່ງ​ແມ່ນ້ຳຂ​ອງ). ​ເຕົ້າ​ໂຮມ​ກວ່າ​ອີກ​ເຂົ້າ​ໃນ​ການ​ຍາດ​ແຍ່ງ​ເອົາ​ບັນດາ​ແຫຼ່ງພະລັງ​ສາກົນ ​ແລະ​ພາກ​ພື້ນ ​ໃຫ້​ແກ່​ການ​ພັດທະນາ​ເສ​ຖະກິດ, ວິທະຍາສາດ - ​ເຕັກນິກ, ການ​ສຶກສາ​ໃນ​ປະ​ເທດ​ເພື່ອ​ສ້າງ​ຮາກ​ຖານ​ໃຫ້​ແກ່​ການ​ພັດທະນາ​ໃນ​ກຳນົດ​ເວລາ​ຍາວ​ນາ ຢ່າງ​ມີ​ເນື້ອ​ແທ້./.

ຂຽນ​ໂດຍ: ລ້າຍ​ຖາ​ຍບິ່ງ, ຮອງ​ຫົວໜ້າ​ກົມ​ທະວີບອາ​ເມ​ລິ​ກາ, ກະຊວງ​ການ​ຕ່າງປະ​ເທດ.
ປທ.​ເຈິ່ນກິມຈີ, ຫົວໜ້າ​ຫ້ອງ​ພະຫຸ​ພາຄີ, ກົມ​ການ​ຕ່າງປະ​ເທດ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ.

------------------------------

 * ບົດ​ທີ່​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ - ສະບັບ​ທີ 862 (​ເດືອນສິງຫາ 2014)

(1) ກອງ​ທຶນ​ການ​ເງິນ​ສາກົນ: ​ແງ່​ຫວັງ​ຂອງ​ເສດຖະກິດ​ໂລກ, ​ເດືອນ​ເມສາ 2014, ໜ້າ 17.

(2) ທະນາຄານ​ໂລກ: ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ - ປາຊີ​ຟິກທີ່​ໄດ້​ປັບປຸງ​ໃຫ້​ທັນ​ເວລາ, ​ເດືອນ​ເມສາ 2013.

(3) ຮີ​ລາຣີ ກລິນ​ເຕີນ: “ສະຕະວັດ​​ແຫ່ງ​ມະຫາ​ສະມຸດ​ປາຊີ​ຟິກ ຂອງ​ອາ​ເມ​ລິ​ກາ”, ວາລະສານ ນະ​ໂຍບາຍ​ການ​ຕ່າງປະ​ເທດ, ​ເດືອນ​ພະຈິກ 2011.

(4) ສະ​ຖາ​ບັນ ບຣູກິ​ງ: “ກໍ່ສ້າງ​ໂຄງ​ປະກອບພາກ​ພື້ນ​ອາຊີ - ປາຊີ​ຟິກ”, ​ເດືອນ​ກໍລະກົດ 2009, ໜ້າ 14.

(5) ຄະນະ​ມົນຕີ​ສືບ​ຂ່າວ​ແຫ່ງ​ຊາດ​ອາ​ເມ​ລິ​ກາ: “ບັນດາ​ທ່າ​ອຽງ​ຂອງ​ໂລກ​ປີ 2030: ບັນດາ​ໂລກ​ອື່ນ”, 2012, ໜ້າ 9.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ