ວັນອັງຄານ, 22/10/2019
ກຳນົດທິດແຜນນະໂຍບາຍ ແລະ ວິທີແກ້ໄຂ ເພື່ອສືບຕໍ່ບູລະນະລະບຽບກົດໝາຍ ເສດຖະກິດຕະຫຼາດ ກຳນົດທິດສັງຄົມນິຍົມ ຢູ່ຫວຽດນາມ*
30/1/2015 10:48' ສົ່ງ ພິມ
ກົມການເມືອງສູນການພັກປະຊຸມ ປະກອບຄວາມຄິດເຫັນ ກ່ຽວກັບການສະຫລຸບເບື້ອງຕົ້ນ 5 ປີ ແຫ່ງການປະຕິບັດ ມະຕິກອງປະຊຸມສູນກາງພັກ ຄັ້ງທີ 6 ສະໄໝທີ X ວ່າດ້ວຍການສືບຕໍ່ປັບປຸງບູລະນະ ລະບຽບກົດໝາຍເສດຖະກິດຕະຫຼາດ ກຳນົດທິດສັງຄົມນິຍົມ. (ພາບ: TTXVN)

ບັນດາ​ຜົນສຳ​ເລັດ ​ແລະ ຂໍ້​ຈຳກັດອັນ​ພື້ນຖານ ຫຼັງ​ຈາກ​ການປະກາດ​ໃຊ້​ມະຕິ​ສະບັບ​ເລກທີ 21-NQ/TW ຂອງ​ສູນ​ກາງພັກ

ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VI, ພັກ ​ແລະ ລັດ​ຫວຽດນາມ​ໄດ້​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ຄົ້ນຄວ້າ​ປ່ຽນ​ແປງ​ໃໝ່ ຄວາມ​ຮັບ​ຮູ້ ທິດ​ສະ​ດີ, ມີ​ຫຼາຍ​ແຜນ​ນະ​ໂຍບາຍ ນະ​ໂຍບາຍ ມາດ​ຕະການ​ເພື່ອກໍ່​ສ້າງ ​ແລະ ບູລະນະ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ, ຍາມ​ໃດ​ກໍ່​ຖື​ວ່າ ນີ້ແມ່ນ​ໜ້າ​ທີ່​ສຳຄັນ​ແຖວ​ໜ້າ ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່ ພັດທະນາ​ປະ​ເທດ​ຊາດ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​ໄດ້​ກຳນົດ​ວ່າ ການ​ສືບ​ຕໍ່​ບູລະນະ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ ​ແມ່ນ​ໜ້າ​ທີ່​ສຳຄັນ ​ແລະ ຮີບ​ດ່ວນ​ເພື່ອ: “​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ຊາດ, ຍູ້​ແຮງ​ການ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ພາຫວຽດນາມອອກ​ຈາກ​ສະພາບ​ການ​ດ້ອຍ​ພັດທະນາ​ໂດຍ​ໄວ”. ​ເພື່ອ​ຫັນ​ແຜນ​ນະ​ໂຍບາຍ​ນີ້​ເປັນ​ລະອຽດ, ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຄັ້ງ​ທີຫົກ ສະ​ໄໝ​ທີ X ​ໄດ້​ປະກາດ​ໃຊ້​ມະຕິສະບັບ​ເລກທີ 21-NQ/TW, ວັນ​ທີ 30 ມັງກອນ 2008, ວ່າ​ດ້ວຍ​ການ​ສືບ​ຕໍ່​ບູລະນະ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ. ມະຕິ​ນີ້​ມີ​ຄວາມ​ສຳຄັນ​ຍຸດ​ທະ​ສາດ ມີ​ລັກສະນະ​ບຸກທະລຸ, ​​ມັນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຢ່າງ​ຄົບ​ຊຸດ ​ເຂັ້ມ​ງວດ ກວ້າງຂວາງ​ເລິກ​ເຊິ່ງພໍ​ສົມຄວນ ຊຶ່ງທົ່ວທັງລະບົບ​ການ​ເມືອງ​ໄດ້​ເຂົ້າ​ຮ່ວມ​ການ​ປະຕິບັດ​ມະຕິ​ສະ​ບັດ​ນີ້ຢ່າງ​ຕັ້ງໜ້າ.

ພາຍຫຼັງ​ 5 ກວ່າປີ​ແຫ່ງ​ການ​ປະຕິບັດ​ມະຕິ, ຫວຽດນາມ​ໄດ້​ບັນລຸ​ຜົນສຳ​ເລັດ​ອັນ​ຈະ​ແຈ້ງ​ຫຼາຍ​ຢ່າງ. ​ໄດ້​ມີ​ຄວາມ​ຮັບ​ຮູ້​ຈະ​ແຈ້ງ​ກວ່າ ​ກ່ຽວ​ກັບຈຸດໝາຍ ລັກສະນະ​ພິ​ເສດສະ​ເພາະ ​ແລະ ກົນ​ໄກ​ເຄື່ອນ​ໄຫວ​ ຂອງລະບົບເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ. ລະບົບ​ກົດໝາຍ ກົນ​ໄກ​ນະ​ໂຍບາຍ​ກ່ຽວ​ກັບເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ ​ໄດ້​ຮັບ​ການ​ບູລະນະ​ໃຫ້​ສົມບູນ​ເທື່ອ​ລະ​ກ້າວ, ​ສ້າງ​ຂອບ​ກົດໝາຍ​ອັນ​ສຳຄັນໃນ​ຂັ້ນ​ຕົ້ນ ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງ​ລະບົບ​​ເສດຖະກິດ. ປະມວນກົດໝາຍ​ທີ່​ສຳ​ຄັນ​ຫຼາຍ​ສະບັບ​ໄດ້ ​ແລະ ພວມ​ໄດ້​ຮັບ​ການປັບປຸງ ​ເພີ່ມ​ເຕີມ ຫຼື​ປະກາດ​ໃຊ້​ໃໝ່, ​ເຊັ່ນ​ລັດຖະທຳ​ມະນູນ​ປີ 2013, ກົດໝາຍ​ທີ່​ດິນ (ສະບັບ​ປັບປຸງ), ກົດໝາຍ​ວ່າ​ດ້ວຍ​ການ​ລົງທຶນ​ພາກ​ລັດ, ກົດໝາຍ​ວິ​ສາ​ຫະກິດ (ສະບັບ​ປັບປຸງ), ກົດໝາຍວ່າ​ດ້ວຍ​ການ​ລົງທຶນ (ສະບັບ​ປັບປຸງ)... ​ເພື່ອ​ບູລະນະ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ ​ແລະ ຊຸກຍູ້​ການ​ຫັນປ່ຽນ​ຕົວ​ແບບ​ການ​ເຕີບ​​ໂຕ ​ແລະ ຈັດ​ວາງ​ໂຄງ​ປະກອບ​ລະບົບ​ເສດຖະກິດ​ຄືນ​ໃໝ່.

ການ​ປະຕິບັດ​ລະບົບ​ກົດໝາຍ ກົນ​ໄກ ນະ​ໂຍບາຍ ​ໄດ້​ຮັບ​ໝາກຜົນ​ອັນ​ສຳຄັນ​ຫຼາຍ​ຢ່າງ. ບົດບາດ, ປະສິດທິ​ຜົນ, ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ບັນດາ​ເຈົ້າພາບ, ບັນດາ​ປະ​ເພດ​ວິ​ສາ​ຫະກິດ​ໃນ​ພື້ນຖານ​ເສດຖະກິດ​ ໄດ້​ຮັບ​ການ​ຍົກ​ສູງ​. ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ທຸລະ​ກິດ​ມີ​ຄວາມສະ​ເໝີ​ພາບ ແລະ​ ​ເປີດໂປ່ງກວ່າ​ເກົ່າ ສຳລັບບັນດາ​ພາກສ່ວນ​ເສດຖະກິດ ບັນດາ​ປະ​ເພດ​ວິ​ສາ​ຫະກິດ, ປະກອບສ່ວນ​ຍົກ​ສູງ​ກຳລັງ​ການ​ຜະລິດ​ຂ​ອງສັງຄົມ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃໝ່​ໄດ້​​ເປັນ​ຈຳນວນຫຼາຍ, ຍົກ​ສູງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ຊາດ. ກົດໝາຍ​ກ່ຽວ​ກັບ​ລາຄາສືບ​ຕໍ່​ໄດ້​ຮັບ​ການປັບປຸງ​ບູລະນະ​ໃຫ້​ສົມບູນ, ລາຄາພື້ນຖານ​ເກືອບ​ໝົດ​ທຸກ​ປະ​ເພດ​ໄດ້​ເຄື່ອນ​ໄຫວ​ຕາມ​ຫຼັກການ​ຕະຫຼາດ. ປະຕິບັດ​ກົນ​ໄກ​ລາຄາ​ຕະຫຼາດ​ໂດຍ​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ ຕໍ່​ກັບ​ສິນຄ້າ ການ​ບໍລິການ​ອັນ​ຈຳ​ເປັນ​ບາງ​ປະ​ເພດ​ເຊັ່ນ ​ໄຟຟ້າ ນ້ຳມັນ​ເຊື້ອ​​ໄຟ ຖ່ານ​ຫີນ, ການ​ບໍລິການ​ສາທາລະນະ​ສຸກ ສຶກສາ... ຕິດ​ກັບ​ການ​ຊ່ວຍ​ໜູນ​ໃຫ້​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ ຄອບຄົວ​ທຸກ​ຍາກ, ຮັບປະກັນ​ສະຫວັດດີ​ການ​ສັງຄົມ.

ບັນດາ​ປັດ​ໄຈ​ຕະຫຼາດ ​ແລະ ບັນດາ​ປະ​ເພດ​ຕະຫຼາດ​ຄ່ອຍໆ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ຢ່າງ​ຄົບ​ຖ້ວນ ຄົບ​ຊຸດ ຊຶ່ງ​ໄດ້​ເຄື່ອນ​ໄຫວ​ລຸລ່ວງ​ໂດຍ​ພື້ນຖານ, ​ເຊື່ອມ​ຈອດ​ກັບ​ຕະຫຼາດ​ພາກ​ພື້ນ ​ແລະ ຕະຫຼາດ​ໂລກ. ຕະຫຼາດ​ສິນຄ້າ, ການ​ບໍລິການ ​ໄດ້​ມີ​ບາດກ້າວ​ຂະຫຍາຍຕົວ ​ແລະ ບໍລິບູນ​ທາງ​ດ້ານ​ຂະໜາດ, ​ໂຄງ​ປະກອບ​ສິນຄ້າ-ຕະຫຼາດ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ, ​ໂຄງ​ສ້າງ​ພື້ນຖານ​ການ​ຄ້າ ການ​ບໍລິການ, ກົນ​ໄກ​ຄຸ້ມ​ຄອງ, ລະດັບ​ການ​ແກ່ງ​ແຍ້​ງ. ຕະຫຼາດ​ການ​ເງິນ-ເງິນຕາ ​ໄດ້​ຂະຫຍາຍຕົວ​ຢ່າງ​ໄວ ​ແລະ ຟົດ​ຟື້ນ​ພໍ​ສົມຄວນ. ຕະຫຼາດ​ແຮງ​ງານ ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ ​ຊຶ່ງ​ມີ​ແຫຼ່ງສະໜອງ​ແຮງ​ງານຫຼວງ​ຫຼາຍ​ພໍ​ຄວນ, ຂະໜາດ​ຂອງ​ຕະຫຼາດ​ກໍ່​ຂະຫຍາຍຕົວ​ໄວ​ພໍ​ຄວນ. ຂະໜາດ​ຂອງ ຕະຫຼາດ​ອະສັງຫາລິມະ​ຊັບ ທັງ​ທາງ​ດ້ານ​ການ​ສະໜອງ ​ແລະ ຄວາມ​ຕ້ອງການ ກໍ່​ລ້ວນ​ແຕ່​ໄດ້​ຂະຫຍາຍຕົວ​ຢ່າງ​​ແຮງ ​ເຮັດ​ໃຫ້​ໂສ​ມໜ້າ​ຂອງ​ຕົວ​ເມືອງມີ​ການ​ປ່ຽນ​ແປງ, ​ເງື່ອນ​ໄຂ​ດຳລົງ​ຊີວິດ​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ, ປະກອບ​ສ່ວນ​ນັບ​ມື້​ນັບ​ຫຼາຍ​ໃຫ້​ງົບ​ປະມານ​ແຫ່ງ​ລັດ. ຕະຫຼາດ​ວິດ​ທະຍາ​ສາດ-​ເຕັດ​ໂນ​ໂລ​ຢີ ກຳລັງ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ ​ແລະ ຂະຫຍາຍຕົວ, ຈຳນວນ ​ແລະ ຄຸນຄ່າ​ການ​ແລກປ່ຽນ​ເຕັກ​ໂນ​ໂລ​ຢີມີ​ບາດກ້າວ​ຄືບ​ໜ້າ​ດີ​ພໍ​ຄວາມ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ​ນີ້. ຕະຫຼາດ​ການ​ບໍລິການ​ສາທາລະນະ​ອັນ​ພື້ນຖານ​ບາງ​ປະ​ເພດ, ​ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ສາທາລະນະ​ສຸກ ການ​ສຶກສາ ມີ​ບາດກ້າວ​ຂະຫຍາຍຕົວ​ໃໝ່, ລະດົມ​ໄດ້​ບັນດາ​ແຫຼ່ງພະລັງ​ນອກ​ງົບປະມານ​ແຫ່ງ​ລັດ​ໃຫ້​ເຂົ້າ​ຮ່ວມ​ການ​ບໍລິການ. ຕະຫຼາດ​ໃໝ່​ບາງ​ປະ​ເພດ​ໄດ້​ປະກົດ​ຕົວ​ຂຶ້ນ​ແລະ​ກຳລັງ​ຂະຫຍາຍຕົວ.

ລະບົບ​ສະຫວັດດີ​ການ​ສັງຄົມ ​ແລະ ສັງຄົມ​ສົງ​ເຄາະ​ໄດ້​ຂະຫຍາຍຕົວ​ຄົບ​ຊຸດ​ພໍ​ສົມຄວນ, ບັນລຸ​ໄດ້​ໝາກຜົນ​ອັນ​ສຳຄັນ​ຫຼາຍ​ຢ່າງ, ສົມທົບ​ຢ່າງ​ກົມກຽວ​ກວ່າ​ເກົ່າ​ລະຫວ່າງຄວາມ​ເຕີບ​ໂຕ​ເສດຖະກິດ ກັບ​ຄວາມ​ກ້າວໜ້າ ຄວາມສະ​ເໝີ​ພາບ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ.

ບົດບາດ​ຂອງ​ລັດ​ໃນ​ພື້ນຖານ​ເສດຖະກິດ​ໄດ້​ຮັບ​ການ​ດັດປັບ​ໃຫ້​ສອດຄ່ອງ​ກັບ​ກົນ​ໄກ​ຕະຫຼາດ, ລັດ​ດັດສົມ​ຕະຫຼາດ​ດ້ວຍ​ບັນດາ​ເຄື່ອງມື​ກົດໝາຍ ​ແລະ ​ເສດຖະກິດ​ເປັນ​ຕົ້ນ​ຕໍ່, ປະຊາທິປະ​ໄຕ​ໃນ​ຊີວິດ​ເສດຖະກິດ - ສັງຄົມນັບ​ມື້​ນັບ​ໄດ້​ຮັບ​ການເສີມ​ຂະຫຍາຍ, ບັນດາ​ແຫຼ່ງພະລັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ ຖືກ​ລະດົມ​ເປັນ​ຢ່າງ​ດີ​ໃຫ້ການ​ພັດທະນາ​ເສດຖະກິດ - ສັງຄົມ. ມີ​ຄວາມ​ກ້າວໜ້າ​ໃນ​ການ​ລະດົມ ​ແລະ ຈັດ​ແບ່ງ​ບັນດາ​ແຫຼ່ງພະລັງ ຕິດ​ແໜ້ນ​ກັບ​ແຜນ​ຍຸດ​ທະ​ສາດ ​ແຜນກຳ​ນົດການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ​ກົນ​ໄກ​ຕະຫຼາດ. ວຽກ​ງານ​ປະຕິ​ຮູບ​ການ​ບໍລິຫານ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຂ້ຽວຂາດ, ​ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດພາສີ, ສຸລະກາກອນ, ການ​ກໍ່ສ້າງ, ການ​ຄຸ້ມ​ຄອງ​ທີ່​ດິນ, ຊັບພະຍາກອນ​ສິ່ງ​ແວດ​ລ້ອ​ມ, ​ແລະ​ບັນລຸ​ໄດ້​ໝາກຜົນ​ອັນ​ຕັ້ງ​ໜ້າ. ລະບອບຂ້າ​ລັດຖະການ ​ແລະ ວຽກ​ງານ​ລັດຖະການ ​ໄດ້​ຮັບ​ການ​ປົວແປງ. ການ​ຂຳໃຊ້​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ເຂົ້າ​ໃນວຽກ​ງານ​ຄຸ້ມ​ຄອງ​ລັດ​ໄດ້​ຮັບ​ການ​ເພີ່ມ​ທະວີ​ເທື່ອ​ລະ​ກ້າວ.

​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ​ກວ່າ​ເກົ່າ ​ຕາມ​ຫຼັກການ ​ບັນທັດຖານ​ຂອງ​ຕະຫຼາດ​ໂລກ, ​ໃນ​ຫຼາຍ​ລະດັບ, ​ເປັນ​ຕົ້ນ​​ແມ່ນ​ໃນ​ການ​ກໍ່ສ້າງບັນດາ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ກ່ຽວ​ກັບ​ເສດຖະກິດ ​ເພື່ອ​ແນ​ໃສ່​ກໍ່ສ້າງລະບົບ​​ເສດຖະກິດ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ. ຕັ້ງໜ້າ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ ​ແລະ ປັບປຸງ​ບູລະນະຕະຫຼາດ​ອັນ​ຄົບ​ຖ້ວນ ຕາມ​ອົງການ​ການ​ຄ້າ​ໂລກ (WTO). ມາ​ຮອດ​ປັດຈຸບັນ, 50 ປະ​ເທດ​ໄດ້​ຮັບ​ຮູ້​ລະບົບ​ເສດຖະກິດ​ຫວຽດນາມ ​ແມ່ນ​ລະບົບ​ເສດຖະກິດ​ຕະຫຼາດ, ​ໃນ​ນັ້ນ​ມີ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ການ​ຄ້າ​ໃຫຍ່. ຕະຫຼາດ​ສົ່ງ​ນອກ​ຂອງ​ຫວຽດນາມໄດ້​ເປີດ​ກວ້າງ​ອອກ​ໄປ​ເຖິງ 230 ປະ​ເທດ​ແລະ​ອານາ​ເຂດ, ມູນ​ຄ່າ​ສິນຄ້າ​ສົ່ງ​ນອກ​ໄລຍະ 2011 - 2013 ​ເພີ່ມ​ຂຶ້ນ​ສະ​ເລ່ຍ 22,58% ຕໍ່​ປີ. ​ຫວຽດນາມໄດ້​ລົງ​ນາມ​ແລະ​ປະຕິບັດ​ສັນຍາ​ການ​ຄ້າ 8 ສະບັບ ​ແລະ ​ກຳລັງ​ເຈລະຈາສັນຍາ​ການ​ຄ້າ​ສອງ​ຝ່າຍ​​ແລ​ະຫຼາຍ​ຝ່າຍ​ຮຸ້ນ​ໃໝ່ 7 ສະບັບ.

​ແຕ່​ວ່າ, ພາຍຫຼັງ 5 ກວ່າປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສະບັບ​ເລກທີ 21-NQ/TW, ກໍ່​ໄດ້​ປະກົດ​ມີ​ຈຸດ​ອ່ອນ ຂໍ້​ຈຳກັດ​ຈຳນວນ​ໜຶ່ງດັ່ງ​ນີ້:

ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ລະບົບເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ ຍັງ​ມີ​ບາງ​ບັນຫາ​ບໍ່​ທັນ​ຈະ​ແຈ້ງ​ແທ້​ເທື່ອ, ​ເປັນ​ຕົ້ນ​ແມ່ນ​ກ່ຽວ​ກັບ​ເສດຖະກິດ​ແຫ່ງ​ລັດ, ວິ​ສາ​ຫະກິດ​ແຫ່ງ​ລັດ, ​ເສດຖະກິດ​ລວມໝູ່, ກົນ​ໄກ​ຈັດ​ແບ່ງ​ແຫຼ່ງພະລັງ. ຍັງ​ມີ​ສະພາບ​ການ​ເກື້ອກູນ​ໃນ​ການ​ກໍ່ສ້າງ ​ແລະ ປະຕິບັດ​ບາງ​ກົນ​ໄກ ນະ​ໂຍບາຍ​ເສດຖະກິດ.

ເບິ່ງ​ລວມ​ແລ້ວ ຄຸນ​ນະພາ​ບຂອງລະບຽບ​ກົດໝາຍ​ເສດຖະກິດ​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມຕ້ອງການ​ຂອງ​ການຫັນປ່ຽນ​ຢ່າງ​ແຂງ​ແຮງໄປ​ສູ່​ເສດຖະກິດ​ຕະຫຼາດ. ລະບົບ​ກົດໝາຍ ກົນ​ໄກ ນະໂຍບາຍ​ບໍ່​ທັນ​ບໍລິບູນ ຄົບ​ຊຸດ, ການ​ປະກາດ​ໃຊ້​ກໍ່ຊັກ​ຊ້າ; ບໍ່​ທັນ​ມີ​ການ​ບຸກທະລຸ​ໃຫຍ່​ໃນ​ການ​ລະດົມ ຈັດ​ແບ່ງ ​​ແລະ ນຳ​ໃຊ້​ແຫຼ່ງພະລັງ​ພັດທະນາ​ໃຫ້ມີ​ປະສິດທິ​ຜົນ; ​ບໍ່​ທັນ​ກາຍ​ເປັນ​ກຳລັງ​ໝູນ​ເພື່ອ​ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ, ຍົກ​ສູງກຳລັງ​ແກ່ງ​ແຍ້​ງຂອງ​ຊາດ ຂອງ​ຜະລິດ​ຕະພັນ ​ແລະ ວິ​ສາ​ຫະກິດ.

ຜົນ​ແຫ່ງ​ການ​ຜັນ​ຂະຫຍາຍ ປະຕິບັດ​ລະບຽບ​ກົດໝາຍ​ເສດຖະກິດ​ຕະຫຼາດ​ຍັງ​ມີ​ດ້ານ​ຄົງ​ຄ້າງ ຂໍ້​ຈຳກັດຫຼາຍ​ຢ່າງ​ເຊັ່ນ:

- ສິດ​ເສລີພາບ​ໃນ​ການ​ທຸລະ​ກິດບໍ່​ໄດ້​ຮັບ​ການ​ເຄົາລົບ​ຢ່າງ​ພຽງພໍ​ເທື່ອ, ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ທຸລະ​ກິດບໍ່​ທັນ​ຮັບປະກັນ​ການ​ແກ່ງ​ແຍ້​ງຢ່າງ​ສະ​ເໝີ​ພາບຍຸດຕິ​ທຳ ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ, ບັນດາ​ພາກສ່ວນ​ເສດຖະກິດ. ການ​ເຂົ້າ​ຮ່ວມ ​ເຄື່ອນ​ໄຫວ ​ແລະ ຖອນ​ຕົວ​ອອກ​ຈາກ​ຕະຫຼາດ​ຍັງຖືກ​ສິ່ງ​ກີດຂວາງ​ຫຼາຍ​ຢ່າງ, ​ການ​ເຂົ້າ​ຮ່ວມ​ຕະຫຼາດ​ຍັງ​ຕ້ອງ​ເສຍຄ່າ​ໃຊ້​ຈ່າຍ​ຫຼາຍ, ລະບຽບ​ການ​ໃຫ້​ວິ​ສາ​ຫະກິດ​ລົ້ມ​ລະລາຍ​ຍັງ​ຫຍຸ້ງຍາກ ຄ້າງ​ຄາ​ຫຼາຍ.

- ລາຄາ​ສິນຄ້າ ຄ່າບໍລິການ​ບາງ​ປະ​ເພດ​ຍັງ​ບໍ່ທັນປະຕິບັດ​ຕາມ ​ແລະ ​ເຄື່ອນ​ໄຫວ​ຕາມ​ຫຼັກການ​ແລະ​ກົດ​ເກນ​ເສດຖະກິດ​ຕະຫຼາດ; ການ​ຄິດ​ໄລ່​ບັນດາ​ມູນ​ພາກທີ່​ປະກອບ​ເປັນລາຄາ​ກໍ່​ບໍ່​​ໄດ້​ຄິດ​ໄລ່ຢ່າງ​ຖືກຕ້ອງ ພຽງພໍ​ເທື່ອ, ຍັງ​ເກື້ອກູນ ຊົດ​ເຊີຍ​​ຜ່ານ​ລາຄາ, ການ​ຄຸ້ມ​ຄອງ​ລາຄາ​ຍັງ​ສັບສົນ ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ.  

- ການ​ຂະຫຍາຍຕົວ ​ແລະ ປະສິດທິ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ເຈົ້າພາບ​ໃນ​ພື້ນຖານ​ເສດຖະກິດ​ຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ. ​ໃນ​ພາກ​ຕົວ​ຈິງ, ວິ​ສາ​ຫະກິດ​ແຫ່ງ​ລັດ​ຍັງ​ບໍ່​ທັນ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ພຽງພໍ​ເຖິງ​ບົດບາດ​ຂອງ​ຕົນ. ວິ​ສາ​ຫະກິດ​ເອກະ​ຊົນ​ສ່ວນ​ຫຼາຍ​ແມ່ນ​ມີ​ຂະ​ໜາດນ້ອຍ ​ແລະ ນ້ອຍ​ທີ່​ສຸດ, ຄວາມ​ສາມາດ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຕີບ​ໂຕ​ກໍ່​ບໍ່​ເປັນ​ປົກກະຕິ. ​ເສດຖະກິດ​ລວມໝູ່​ຍັງ​ອ່ອນ​ເພຍ​ໃນ​ເວລາ​ຍາວ​ນານ. ການ​ດຶງ​ດູດ​ເຕັກ​ໂນ​ໂລ​ຢີສູງ ​ເຕັກ​ໂນ​ໂລ​ຢີກົກເຄົ້າ ​ແລະ ການຖ່າຍ​ຖອດ​ເຕັກ​ໂນ​ໂລ​ຢີ ຍັງ​ບໍ່​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ວາງ​ອອກ​ມາ​, ການ​​ຄຸ້ມ​ຄອງ​ແລະ​ດຶງ​ດູດ​ວິ​ສາ​ຫະກິດ​ທີ່​ມີ​ທຶນ​ໂດຍ​ກົງ​ຈາດ​ຕ່າງປະ​ເທດ (FDI) ບໍ່ທັນ​ສອດຄ່ອງ​ກັບ​ແຜນ​ແມ່​ບົດ ​ແລະ ກໍ່​ບໍ່​ມີ​ການ​ເຊື່ອມ​ຕໍ່​ກັນ; ການ​ໂອນ​ລາຄາ, ໜີ​ພາສີ, ການ​ຄ້າ​ແບບ​ລັກ​ໂລກ​ສໍ້​ໄກ​ງ ກໍ່​ຍັງ​ເກີດ​ຂຶ້ນ​ຢ່າງ​ສັບສົນ. ການ​​ປະຕິ​ຮູບຂົງ​ເຂດ​ພາລະກິດ​ສາທາລະນະ, ການ​ຫັນ​ເປັນ​ສັງຄົມ​ຕໍ່​ການ​ບໍລິການ​ສາທາລະນະ ຍັງ​ຊັກ​ຊ້າ​ທຽບ​ກັບ​ຄວາມ​ຕ້ອງການ ​ແລະ ຄວາມ​ສາມ​າດບົ່ມຊ້ອນ.

- ການ​ຂະຫຍາຍຕົວ​ທາງດ້ານ​ຂະໜາດ ​ໂຄງ​ປະກອບ ​ແລະ ລະດັບ​ຂອງ​ຕະຫຼາດ​ປະ​ເພດ​ຕ່າງໆ ຍັງ​ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ ​ແລະ ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ. ຕະຫຼາດ​ສິນຄ້າ ​ແລະ​ການ​ບໍລິການ, ​ເຖິງ​ວ່າ​ໄດ້​ຂະຫຍາຍຕົວແຂງ​ແຮງ​ກວ່າ​ທຽບ​ກັບ​ຕະຫຼາດ​ອື່ນໆ​ກໍ່ຕາມ, ​ແຕ່​ຄຸນ​ນະພາ​ບສິນຄ້າ ​ແລະ ຄວາມ​ສາມາດ​ແກ່ງ​ແຍ້​ງຍັງ​ຕ່ຳ. ຕະຫຼາດ​ແຮງ​ງານ ຂະຫຍາຍຕົວ​ບໍ່ສະໜ່ຳສະ​ເໜີ, ຂະໜາດ​ຕະຫຼາດ​ຍັງ​ນ້ອຍ, ຄຸນ​ນະພາ​ບ​ແຮງ​ງານ​ຍັງ​ຈຳກັດ, ​ໂຄງ​ປະກອບ​ຍັງ​ບໍ່​ສົມ​ເຫດ​ສົມ​ຜົນ, ຂາດ​ແຮງ​ງານ​ລະດັບ​ສູງ, ບໍ່ຕອບ​ສະໜອງ​ໄດ້​ກັບ ການ​ສະໜອງ-ຄວາມ​ຕ້ອງການ ຂອງ​ຕະຫຼາດ​ແຮງ​ງານ, ການ​ຫັນປ່ຽນ​ໂຄງ​ປະກອບ​ແຮງ​ງານບໍ່​ທັນ​ສົມ​ຄູ່​ກັບ​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ, ຄວາມ​ຂັດ​ແຍ່ງກັນດ້ານ​ແຮງ​ງານ ການ​ຢຸດ​ງານ ງົດ​ງານ ຍັງ​ເກີດ​ຂຶ້ນ​ຢ່າງ​ສັບສົນ. ຕະຫຼາດ​ອະສັງຫາລິມະ​ຊັບ ບໍ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ລັດ, ຂາດ​ຄວາມ​ໂປ່​ງ​ໃສ, ພາກສ່ວນ​ໜຶ່ງ​ໄດ້​ຂະຫຍາຍຕົວ​ແບບ​ເກີດ​ເອງ, ສະພາບ​ການສວຍ​ໂອກາດ​ຫາ​ກຳ​ໄລ​ໄດ້​​ເຮັດ​​ໃຫ້​ການ​ພົວພັນ​ຕະຫຼາດຖືກບິດ​ບ້ຽວ​ໄປ. ຕະຫຼາດ​ການ​ເງິນ ​ບໍ່​ສົມສ່ວນ​​ລະ​ຫວ່າງ​ຕະຫຼາດ​ທຶນຫຼັກ​ຊັບ ​ແລະ ຕະຫຼາດ​ເງິນຕາ ກໍ່​ຄື​ໃນ​ແຕ່ລະ​ປະ​ເພດ​ຕະຫຼາດ​ດັ່ງກ່າວນີ້; ຂະໜາດ​ແລະ​ລະດັບ​ຂະຫຍາຍຕົວ​ຂອງ​ຕະຫຼາດ​ທຶນ​, ຕະຫຼາດຫຼັກ​ຊັບຍັງ​ຕ່ຳ. ຕະຫຼາດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ຍັງ​ປະຖົມ​ປະ​ຖານ, ຂະໜາດ​ນ້ອຍ, ການ​ເຊື່ອມ​ຕໍ່​ລະຫວ່າງ​ການ​ສະໜອງ-ຄວາມ​ຕ້ອງການ​ຍັງ​ມີ​ຂໍ້​ຈຳກັດ​ບາງ​ຢ່າງ.

- ບັນດາ​ນະ​ໂຍບາຍ​ສະຫວັດດີ​ການ​ສັງຄົມ​ຍັງ​ບໍ່​ມີ​ລັກສະນະ​ເປັນ​ລະບົບ, ບໍ່​ທັນ​ຄົບ​ຊຸດ, ຍັງຊ້ຳ​ຊ້ອນ​ກັນ​ທາງ​ດ້ານ​ເນື້ອ​​ໃນ ​ເປົ້າ​ໝາຍ ​ແລະ ​ການແບ່ງ​ງານ​ຈັດ​ຕັ້ງ​ການ​ປະຕິບັດ, ​ແຫຼ່ງພະລັງ​ຍັງ​ກະ​ແຈກ​ກະ​ຈ່າຍ, ປະສິດທິ​ຜົນ​ຕ່ຳ.

- ຄວາມ​ສັກສິດ ​ແລະ ປະສິດທິ​ຜົນ​ຂອງການ​ຄຸ້ມຄອງ​ຂອງ​ລັດ​ບໍ່​ທັນ​ສູງ; ລະບຽບ ວິ​ໄນ​ບໍ່​ເຂັ້ມງວດ. ລັດ​ຍັງ​ແຊກ​ແຊງ​ໂດຍ​ກົງຫຼາຍ​ເກີນ​ຄວນ​ເຂົ້າ​ໃນ​ເສດຖະກິດ ດ້ວຍ​ຖານະ​ນາມ​ເປັນ​ເຈົ້າ​ຂອງ​ລົງທຶນ​ຫຼວງ ​ແລະ ​ເຈົ້າ​ກຳມະສິດ​ຂອງ​ວິ​ສາ​ຫະກິດ. ການ​ແບ່ງ​ງານ, ​ແບ່ງ​ຂັ້ນ​, ປະສານ​ສົມທົບ​ລະຫວ່າງ​ບັນດາ​ກະຊວງ ພະ​ແນ​ກການ ທ້ອງ​ຖິ່ນ​ ​ບໍ່​ທັນ​ແທດ​ເໝາະ ​ແລະ ບໍ່​ແໜ້ນ​ແຟ້ນ. ຍັງ​ບໍ່​ມີ​ລະບຽບ​ກົດໝາຍ​ໃຫ້​ເສດຖະກິດພູມ​ພາກ ​ແລະ ​ໃຫ້ການ​ເຊື່ອມ​ຕໍ່ພູມ​ພາກ. ສະຕິ​ນັບຖື​ກົດໝາຍ ​ແລະ ປະຕິບັດ​ກົດໝາຍປັດຈຸບັນ​ຍັງ​ຕ່ຳຫຼາຍ. ການ​ປະຕິ​ຮູບທາງ​ດ້ານ​ການ​ບໍລິຫານ​​ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ. ລັກສະນະ​ເປີດ​ເຜີຍ ​ໂປ່​ງ​ໃສ, ຄວາມ​ຮັບຜິດຊອບ​ບັນຍາຍ​ອະທິບາຍຍັງ​ຕ່ຳ, ການ​ຄົ້ນ​ຄວ້າສ້າງ​ຕັ້ງ​ກົ​ນ​ໄກ​ຕີ​ລາຄາ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ ​ຂອງ​ບັນດາ​ອົງການ​ບໍລິຫານ​ແຫ່ງ​ລັດ ຕາມ​ຜົນງານ​​ໃນສົ້ນ​ອອກ ກໍ່​ຍັງ​ບໍ່​ສຳເລັດ​ເທື່ອ. 

- ການ​ເຂົ້າຮ່ວມ​ການ​ຕິດຕາມ​ກວດກາ​ຂອງ​ບັນດາ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ, ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ການ​ເມືອງ-ສັງຄົມ, ສັງຄົມ-ອາຊີ​ບ ​ແລະ ຂອງ​ປະຊາຊົນ ​ໃນ​ພື້ນຖານ​ເສດຖະກິດ ​ແລະ ຕໍ່​ການ​ເຄື່ອນ​ໄຫວ​ບໍລິຫານ​ຄຸ້ມ​ຄອງ​ລັດ ກໍ່​ຍັງ​ມີ​ຂໍ້​ຈຳກັດ​ຫຼາຍ​ຢ່າງ.

ສາ​ເຫດ​ຕົ້ນ​ຕໍ່​ຂອງ​ບັນດາຂໍ້​ຈຳກັດ ຈຸດ​ອ່ອນເທິງ​ນີ້​ແມ່ນ:

- ການ​ປັບ​ປຸງບູລະນະ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ​ ແມ່ນ​ບັນຫາ​ຫຍຸ້ງຍາກ ສັບສົນ​ທາງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ. ຍ້ອນ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບາງ​ບັນຫາບໍ່ທັນຈະ​ແຈ້ງ​ແທ້​ເທື່ອ ດັ່ງນັ້ນຈຶ່ງ​ຍັງບໍ່ເປັນ​ເອກະ​ພາບ​ໃນ​ການ​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ ກົນ​ໄກ​ນະ​ໂຍບາຍ ​ແລະ ການຈັດ​ຕັ້ງ​ປະຕິບັດ, ການ​ສ້າງ​ກຳລັງ​ບຸກທະລຸ​ຊຸກຍູ້​ການ​ພັດທະນາ​ກໍ່ບໍ່​ທັນ​ສຳ​ເລັດ​ເທື່ອ.

- ​ເວລາ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສະບັບ​ເລກທີ 21-NQ/TW ກໍ່​ແມ່ນ​ເວລາ​ທີ່​ປະ​ເທດ​ຫວຽດນາມ​ຖືກ​ຜົນ​ກະ​ທົດ​ທາງ​ລົບ ຈາກ​ການ​ວິ​ກິດ​ດ້ານ​ການ​ເງິນ ​ແລະ ການ​ຊຸດ​ໂຊມ​ລົງ​ຂອງ​ເສດຖະກິດ​ໂລກ, ​ໃນ​ເວລາ​ນັ້ນ ລະດັບ ຄວາມ​ສາມາດ​ພາຍ​ໃນ​ຂອງ​ລະບົບ​ເສດຖະກິດ ​ແລະ ຄວາມ​ສາມາດ​ກໍ່ສ້າງ ປະຕິບັດ​ລະບຽບ​ກົດໝາຍເສດຖະກິດກໍ່​ຖືກ​ຈຳກັດ ບໍ່​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຕ້ອງການ. ການ​ລົງທຶນ​ໃຫ້​ແກ່​ວຽກ​ງານ​ກໍ່ສ້າງ​ລະບຽບ​ກົດໝາຍ​ກໍ່​ບໍ່​ມີການ​ບຸກທະລຸ​ທີ່​ຈຳ​ປັນ.

- ຄວາມ​ສັກສິດ ປະສິດທິ​ຜົນ​ຂອງ​ການ​ຄຸ້ມ​ຄອງ​ບໍລິຫານ​ແຫ່ງ​ລັດ ​ແລະ ການຈັດ​ຕັ້ງ​ຫັນ​ເປັນ​ນິຕິ​ກຳ ປະຕິບັດ​ມະຕິ​ ຍັງຖືກຈຳກັດຫຼາຍ. ກົນ​ໄກ​ປະຕິບັດ ​ແລະ ປະສານ​ສົມທົບ​ລະຫວ່າງ​ບັນດາ​ກະຊວງ​ ຂະ​ແໜງ​ການ ທ້ອງ​ຖິ່ນ​ໃນ​ການຈັດ​ຕັ້ງ​​ເຊື່ອມ​ຊືມ, ປະຕິບັດແຜນ​ນະ​ໂຍບາຍ ​ແລະ​ ວິ​ທີ​ແກ້​ໄຂ​ຂອງ​ມະຕິມີ​ຄວາມ​ສັກສິດ​ໜ້ອຍ, ປະສິດທິ​ຜົນ​ຕ່ຳ.

- ກົ​ນໄກ​ກວດກາ ຕິດຕາມ​ກວດກາ ​ແກ້​ໄຂ​ຄວາມ​ລະ​ເມີດລະບຽບ​ກົດໝາຍ, ຖອດ​ຖອນ​ບົດຮຽນຍັງ​ຖືກ​ຈຳກັດ; ຄວາມ​ສາມາດ​ໄຈ້​ແຍກ ຄາດ​ຄະ​ເນ ​ແລະ ດັດປັບ​ນະ​ໂຍນາຍກໍ່ຍັງຕ່ຳ.

ຜ່ານ​ການ​ສະຫລຸບ​ເບື້ອງ​ຕົ້ນ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​​ໃຫ້​ເຫັນ​ວ່າ, ​ໂດຍ​ພື້ນຖານ, ບັນດາ​ຈຸດໝາຍ ທັດສະນະ ​ແຜນ​ນະ​ໂຍບາຍ ​ແລະ ວິທີແກ້​​ໄຂ ເພື່ອ​ສືບ​ຕໍ່​ບູລະນະ​ລະບຽບກົດໝາຍເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ ຂອງ​ມະຕິ​ສະບັບ​ເລກທີ 21-NQ/TW ນັ້ນ ຍັງ​ສອດຄ່ອງ​ ​ແລະ ຍັງ​ມີ​ຄຸນຄ່າ​ເໝືອນ​ເດີມ, ພ້ອມ​ກັນ​ນັ້ນ ​ກໍ່​ຄວນ​ກຳນົດ​ບັນດາ​ຈຸດໝາຍ ອັນລະ​ອຽດກ່ຽວ​ກັບ​ເວລາ (ມະຕິ​ສະບັບ​ເລກທີ 21-NQ/TW ພຽງ​ແຕ່ກຳນົດ​ຈຸດໝາຍ​ອັນ​ລະອຽດຮອດ​ປີ 2010), ລະດັບ​ຄາດໝາຍ ການ​ບູລະນະ​ລະບຽບ​ກົດໝາຍ ​ແລະ ​ເພີ່ມ​ເຕີມ, ຫັນ​ເປັນ​ລະອຽດ​ຕື່ມ​ອີກ​ ກ່ຽວ​ກັບ​ແຜນ​ນະ​ໂຍບາຍ ວິທີ​ແກ້​ໄຂ​ເພື່ອ​ສືບ​ຕໍ່​ເສີມ​ຂະຫຍາຍ​ຈຸດ​ດີ, ຜ່ານ​ຜ່າ​ຂໍ້​ຈຳກັດ ຂໍ້​ຂາດ​ຕົກ​ບົກພ່ອງ, ສືບ​ຕໍ່​ປັບປຸງ​ບູລະນະ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ.

- ກ່ຽວ​ກັບ​ຈຸດໝາຍ: ຍົກ​ສູງ​ຄຸນ​ນະພາບ ຄວາມ​ສັກສິດ ​ແລະ ປະສິດທິ​ຜົນ​ຂອງ​ລະບຽບ​ກົດໝາຍ​ເສດຖະກິດ, ຮອດ​ປີ 2020 ​ກໍ່​ຮ່າງ​ສ້າງ​ຮູບ​​ລະບົບລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມຂຶ້ນຢ່າງ​ຄົບ​ຊຸດ​ ແລະ ປະຕິບັດ​ການ​ຢ່າງທະລຸ​ລົ່ງ ມີ​ປະສິດທິ​ຜົນ, ສອດຄ່ອງ​ກັບ​ລັດຖະທຳ​ມະນູນ ​ແລະ ທາດ​ແທ້​ຂອງ​ຕົວ​ແບບເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນະ​ຍົມ ກໍ່​ຄື​ກັບ​ເງື່ອນ​ໄຂ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງຫວຽດນາມ. ລະບົບລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ ​ເປັນ​ກຳລັງ​ໝູນ​ອັນ​ໃຫຍ່​ຫຼວງ, ປະກອບສ່ວນ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ປະຕິບັດ 3 ການ​ບຸກທະລຸ​ຍຸດ​ທະ​ສາດ, ຮັບປະກັນ​ພື້ນຖານ​ອັນໜັກແໜ້ນ​ໃຫ້​ແກ່​ການ​ຫັນ​ເປັນ​ອຸດສາຫະກຳ ທັນ​ສະ​ໄໝ, ຊຸກຍູ້​ການ​ຫັນປ່ຽນ​ຕົວ​ແບບ​ເຕີບ​ໂຕ​ເສດຖະກິດ ຕິດ​ແໜ້ນ​ກັບ​ການຈັດ​ວາງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ກັບ​ການພັດທະນາຢ່າງ​ໄວວາ ​ແລະ ຍືນ​ຍົງ​ຂອງ​ປະ​ເທດ​ຊາດ.

- ກ່ຽວ​ກັບລະດັບ​ຄາດໝາຍ: 1- ຕອບ​ສະໜອງ​ໄດ້​ກັບ​ບັນດາ​ມາດຕະຖານ​ແຜ່​ຫຼາຍ​ທົ່ວ​ໄປ​ຂອງລະບົບເສດຖະກິດ​ຕະຫຼາດທີ່​ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ສາກົນ, ​ເສີມ​ຂະຫຍາຍຄວາມ​ເປັນ​ປະຊາທິປະ​ໄຕ ​ເປັນ​ເຈົ້າ​ຕົນ​ເອງ ຮັບຜິດຊອບ​ດ້ວຍ​ຕົນ​ເອງ ຂອງ​ບັນດາ​ເຈົ້າ​ພາບ​ເສດຖະກິດ ​ແລະ ບັນດາ​ພາກສ່ວນ​​ເສດຖະກິດ; ຮັບ​ປະ​ກັນ​ລັກສະນະ​ກຳນົດ​ທິດສັງຄົມ​ນະ​ຍົມ, ຮັບປະກັນ​ການ​ນຳພາ​ຂອງ​ພັກ ການ​ຄຸ້ມ​ຄອງ​ຂອງ​ລັດ ​ແລະ ບົດບາດ​ເປັນ​ເຈົ້າ​ຂອງ​ປະຊາຊົນ; 2- ຮັບປະກັນ​ລັກສະນະ​ຄົບ​ຊຸດລະຫວ່າງ​ບັນດາ​ພາກສ່ວນ​ທີ່​ປະກອບ​ເປັນລະບຽບ​ກົດໝາຍ​ເສດຖະກຫິດ, ລະຫວ່າງ​ບັນດາ​ປັດ​ໄຈ​ຕະຫຼາດ ​ແລະ ບັນດາ​ປະ​ເພດ​ຕະຫຼາດ, ລະຫວ່າງ​ລະບຽບ​ກົດໝາຍ​ເສດຖະກິດ ​ແລະ ລະບຽບ​ກົດໝາຍການ​ເມືອງ, ລະຫວ່າງ​ລັດ ​ແລະ ຕະຫຼາດ. ຕິດ​ແໜ້ນ​ລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ ພັດທະນາ​ວັດທະນະທຳ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ປະຕິບັດ​ຄວາມ​ກ້າວໜ້າ ຍຸຕິ​ທຳ​ສັງຄົມ ສະຫວັດດີ​ການ​ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພັດທະນາ​ສັງຄົມ​ຢ່າງ​ຍືນ​ຍົງ; 3- ສືບ​ທອດບັນດາ​ຜົນສຳ​ເລັດ​ແຫ່ງ​ການ​ພັດທະນາເສດຖະກິດ​ຕະຫຼາດຂອງ​ມະນຸດຊາດ​ຢ່າງ​ມີ​ການ​ເລືອກ​ເຟັ້ນ ​ແລະ ບົດຮຽນ​ຈາກ​ການ​ສະຫລຸບ​ສັງ​ລວມພຶດຕິ​ກຳ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຢູ່​ປະ​ເທດ​ເຮົາ; ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ສາກົນ, ​ໃນ​ນັ້ນ​ເຊື່ອມ​ໂຍງ​ເຂົ້າ​ກັບ​​ເສດຖະກິດ​ສາກົນ​ແມ່ນ​ຈຸດ​ໜັກ​ໃຈກາງ ຕິດ​ແໜ້ນ​ກັບ​ການ​ກໍ່ສ້າງ​ລະບົບ​​ເສດຖະກິດເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ; 4- ຮັບປະກັນ​ລັກສະນະ​ເປີດ​ເຜີຍ ​ໂປ່​ງ​ໃສ, ລັກສະນະ​ຄາດ​ຄະ​ເນ​ໄດ້​ໃນ​ການ​ກໍ່ສ້າງ ​ແລະ​ປະຕິບັດລະບຽບ​ກົດໝາຍ​ເສດຖະກິດ, ສ້າງ​ເງື່ອນ​ໄຂ​ອັນ​ໝັ້ນຄົງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ - ສັງຄົມ.

ບັນດາ​ວິທີ​ແກ້​ໄຂ​ອັນ​ພື້ນຖານ ​ແນ​ໃສ່​ເສີມ​ຂະຫຍາຍ​ຜົນງານ ຜ່ານ​ຜ່າ​ຂໍ້​ຈຳກັດ

​ເພື່ອ​ປະຕິບັດ​ຈຸດໝາຍ ລະດັບ​ຄາດໝາຍ​ທີ່​ກ່າວ​ມາ​ເທິງ​ນີ້, ຕ້ອງ​ປະຕິບັດ​ບັນດາ​ແຜນ​ນະ​ໂຍບາຍ, ວິທີ​ແກ້​ໄຂ​ອັນ​ພື້ນຖານ​ລຸ່ມ​ນີ້:

ທີ​ໜຶ່ງ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈິນຕະນາການ ​ແລະ ຄວາມ​ຮັບ​ຮູ້​ກ່ຽວ​ກັບລະບຽບ​ກົດໝາຍ ​ເສດຖະກິດ​ຕະຫຼາດ ​ແລະ​ພັດທະນາ​ລະບົບ ​ເສດຖະກິດ​ຕະຫຼາດ ກຳນົດ​ທິດ ສັງຄົມ​ນິຍົມ.

ຕ້ອງ​ສືບ​ຕໍ່​ຄົ້ນຄວ້າ​ເພື່ອ​ທຳ​ຄວາມ​ກະຈ່າງ​ແຈ້ງ​ເນື້ອ​ໃນ​ຂອງ​ຕົວ​ແບບ​ເສດຖະກິດ​ສັງ​ລວມ ກ່ຽວ​ກັບ​ການ​ພັດທະນາ​ລະບົບເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ. ສືບ​ທອດ​ໂຄງການ​ການ​ເມືອງ ​ແລະ ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ຂອງ​ພັກ, ບົນ​ພື້ນຖານ​ສະຫລຸບ​ສັງ​ລວມການ​ປ່ຽນ​ແປງ​ໃໝ່​ໃນ 30 ປີ​ທີ່​ຜ່ານ​ມາ, ​​ໄດ້​ເຈາະ​ຈິ້ມກ່ຽວ​ກັບເນື້ອ​ໃນ​ອັນ​ພື້ນຖານຈຳນວນ​ໜຶ່ງທີ່​ຕ້ອງ​ສືບ​ຕໍ່​ຄົ້ນ​ຄວ້າ ນັ້ນ​ຄື:     

- ລະບົບ​ເສດຖະກິດ​ຕະຫຼາດ ກຳນົດ​ທິດ​ສັງຄົມນິຍົມ​ຢູ່​ຫວຽດນາມ ​ແມ່ນ​ລະບົບ​ເສດຖະກິດ​ທີ່​ປະຕິບັດ​ຕາມ​ບັນດາ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ, ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ແຫ່ງ​ອຳນາດ​ກົດໝາຍ​ສັງຄົມ​ນິຍົມ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມມູນິດ​ຫວຽດນາມ ​ເພື່ອ​ຈຸດ​ໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້​ມ​ແຂງ ມີ​ປະຊາທິປະ​ໄຕ ຍຸດຕິ​ທຳ ສີວິ​ໄລ”. ນັ້ນ​ແມ່ນ​ລະບົບ​ເສດຖະກິດ​ຕະຫຼາດ​ທັນ​ສະ​ໄໝ, ​ເຊື່ອມ​ໂຍງ​ສາກົນ, ມີ​ລະບົບ​ບັນດາ​ປະ​ເພດ​ຕະຫຼາດ​ຢ່າງ​ຄົບ​ຖ້ວນ ຄົບ​ຊຸດ; ບັນດາ​ເຈົ້າພາບ​ໃນ​ຕະຫຼາດ​ໄດ້​​ແກ່ງ​ແຍ້​ງ​ແຂ່ງ​ຂັນ​ກັນ​ຢ່າງ​ເສລີ​ຕາມ​ກົດໝາຍ; ລາຄາ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ບົນ​ພື້ນຖານ​ ການ​ສະໜອງ - ຄວາມ​ຕ້ອງການ ​ແລະ ກົດ​ເກນ​ຄຸນຄ່າ; ຕະຫຼາດ​ນັບ​ມື້​ນັບຖື​ບົດບາດ​ຕົ້ນຕໍ​ໃນ​ການ​ລະດົມ ​ແລະ ຈັດ​ແບ່ງ​ບັນດາ​ແຫຼ່ງພະລັງ​ແຫ່ງ​ການ​ພັດທະນາ ​ແລະ ​ເປັນ​ພາກສ່ວນ​ປະກອບ​ຂອງ​ຕະຫຼາດ​ໂລກ. ລັດ​ຖື​ບົດບາດ​ຮັບ​ໃຊ້, ສ້າງ​ຂອບ​ກົດໝາຍນິຕິກຳ, ຊ່ວຍ​ໜູນ ​ແລະ ຄຸ້ມ​ຄອງ​ການ​ພັດ​ທະນະ​ເສດຖະກິດ, ​ເຄົາລົບ​ນັບຖື​ບັນດາ​ຫຼັກການ ​ແລະ ບັນດາ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ. ບັນດາ​ແຫຼ່ງພະລັງ​ຂອງ​ລັດ​ໄດ້​ຈັດ​ແບ່ງ​ຕາມ​ແຜນ​ຍຸດ​ທະ​ສາດ ​ແຜນການ ​ແຜນ​ກຳນົດ ​ແລະ ກົນ​ໄກ​ຕະຫຼາດ.

ເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ ຖື​ມະນຸດ​ເປັນ​ໃຈກາງ ​ເພື່ອ​ມະນຸດ ​ແລະ ​ໂດຍ​ມະນຸດ, ມະນຸດ​ທັງ​ເປັນ​ຈຸດໝາຍ ​ເປັນ​ກຳລັງ​ຂັບ​ເຄື່ອນ​ຂອງ​ການ​ພັດທະນາ; ມີ​ການ​ພົວພັນ​ການ​ຜະລິດ​ທີ່​ກ້າວໜ້າ ສອດຄ່ອງ​ກັບລະດັບຂະຫຍາຍຕົວຂອງ​ກຳລັງ​ການ​ຜະລິດ; ສົມທົບ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ການ​ເຕີບ​ໂຕ​ເສດຖະກິດ, ພັດທະນາ​ວັດທະນະທຳ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ປະຕິບັດ​ຄວາມ​ກ້າວໜ້າ ຍຸດຕິ​ທຳ​ທາງ​ສັງຄົມ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພັດທະນາ​ສັງຄົມ​ຢ່າງຍືນ​ຍົງ.

ພັດທະນາເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ ດ້ວຍຫຼາຍ​ຮູບ​ການ​ກຳມະສິດ ຫຼາຍ​ພາກສ່ວນ​ເສດຖະກິດ. ບັນດາ​ພາກສ່ວນ​​ເສດຖະກິດ​ລ້ວນ​ແຕ່​ເປັນ​ພາກສ່ວນ​ປະກອບ​ທີ່​ສຳຄັນ ຂອງ​ລະບົບ​ເສດຖະກິດ​ແຫ່ງ​ຊາດ. ບັນດາ​ເຈົ້າພາບ​ໃນ​ພາກສ່ວນ​​ເສດຖະກິດ​ຕ່າງໆ​ລ້ວນ​ແຕ່​ສະ​ເໝີ​ພາບ​ກັນ, ຮ່ວມ​ມື ​ແລະ ​ແກ່ງ​ແຍ້ງແຂ່ງຂັນ​ກັນ​ຕາມ​ກົດໝາຍ. ເສດ​ຖະກິດ​ລັດ​ຖື​ບົດບາດ​ເປັນ​ເຈົ້າພາ​ທາງ, ກຳນົດ​ທິດ, ພ້ອມ​ກັບ​ບັນດາ​ເຄື່ອງມື ​ແລະ ນະ​ໂຍບາຍ​ອື່ນ ​ເພື່ອ​ໃຫ້​ລັດ​ດັດສົມ​ເສດ​ຖະກິດ ຮັບປະກັນ​ໃຫ້​ເສດຖະກິດ​ຂະຫຍາຍຕົວ​ແບບ​ຍືນ​ຍົງ. ​ເສດຖະກິດ​ເອກະ​ຊົນ​ເປັນ​ກຳລັງ​ຊຸກ​ດັນ​ການ​ພັດທະນາ​ໜຶ່ງ​ທີ່​ສຳຄັນ.        

- ​ໃນ​ການ​ອອກ​ແບບ​ກໍ່ສ້າງ ​ແລະ ປະຕິບັດລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ, ຕ້ອງ​ສືບ​ຕໍ່​ປັບປຸງ​ບູລະນະ​ທັງ 3 ພາກສ່ວນ​ປະກອບ​ຂອງ​ລະບຽບ​ກົດໝາຍ​ທີ່​ມີ​ການ​ພົວພັນ​ກາ​ຍະ​ອິນ​ຊີ​ນຳ​ກັນ​​ ໃຫ້​ໄດ້ຢ່າງ​ຄົບ​ຊຸດ, ນັ້ນ​ແມ່ນ: 1- ລະບົບ​ກົດໝາຍ ກະຕິ​ກາ ມາດຕະຖານຂໍ້​ກຳນົດ​ສັງຄົມ ທີ່ດັບ​ປັບ​ການ​ກະທຳ ​ແລະ ການ​ຕິດ​ຕໍ່​ແລກປ່ຽນ​ເສດຖະກິດ; 2- ບັນດາ​ລະບອບ​ລະບຽບ​ກ່ຽວ​ກັບ​ເຈົ້າພາບ ​ແລະ ບັນດາ​ມູນ​ພາກ, ບັນດາ​ປະ​ເພດ​ຕະຫຼາດ​ໃນ​ພື້ນຖານ​ເສດຖະກິດ; 3- ກົນ​ໄກ​ປະຕິບັດ ກວດກາ ຕິດຕາມ​ກວດກາ ດັດສົມ ​ແລະ ​ແກ້​ໄຂ​ການລະ​ເມີດ​ລະບຽບ​ກົດໝາຍ​ໃນ​ພື້ນຖານ​ເສດຖະກິດ.

ທີ​ສອງ, ສືບ​ຕໍ່​ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ກ່ຽວ​ກັບ​ກຳມະສິດ, ຂະຫຍາຍ​ບັນດາ​ພາກສ່ວນ​​ເສດຖະກິດ, ບັນດາ​ປະ​ເພດ​ວິ​ສາ​ຫະກິດ.

- ລະບຽບ​ກົດໝາຍ​ກ່ຽວ​ກັບ​ກຳມະສິດ: ຫັນ​ເປັນ​ນິຕິ​ກຳ​ຕໍ່​ສິດ​ຊັບ​ສົມ​ຊັດ (ກວມ​ດ້ວຍ ສິດ​ກຳມະສິດ, ສິດ​ນຳ​ໃຊ້, ສິດ​ຕັດ​ສີນ ​ແລະ ສິດ​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຈາກ​ຊັບ​ສົມບັດ) ຂອງ​ລັດ ຂອງອົງການ​ຈັດ​ຕັ້ງ ​ແລະ ຂອງ​ບຸກຄົນ ທີ່​ໄດ້​ລະບຸ​ໄວ້​ໃນ​ລັດຖະທຳ​ມະນູນ​ປີ 2013. ຮັບປະກັນ​ຄວາມ​ໂປ່​ງ​ໃສ​ທາງ​ດ້ານພັນທະ ​ແລະ ໜ້າ​ທີ່​ຮັບຜິດຊອບ ​ໃນ​ລະບຽບ​ການ​ບໍລິຫານ​ແຫ່ງ​ລັດ ​ແລະ ​ໃນ​ການ​ບໍລິການ​ສາທາລະນະ ​ເພື່ອ​ໃຫ້ຊັບສົມບັດໄດ້​ຮັບ​ການ​ຕິດ​ຕໍ່​ແລກປ່ຽນຢ່າງ​ສະດວກລຸ​​ໂລ່ງ. ຮັບປະກັນສິດ​ຄຸ້ມ​ຄອງ ​ເກັບ​ເອົາ​ຜົນ​ປະ​ໂຫຍ​ດຂອງ​ລັດຕໍ່​ກັບ​ຊັບ​ສົມບັດ​ຫຼວງ ​ແລະ ສິດສະ​ເໝີ​ພາບ​ໃນ​ການ​ເຂົ້າ​ເຖິງ​ຊັບ​ສົມບັດ​ຫຼວງ ຂອງ​ທຸກໆ​ເຈົ້າພາບ​ໃນ​ພື້ນຖານ​ເສດຖະກິດ. ສືບຕໍ່ປັບປຸງ​ບູລະນະ​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ຊ່ວງ​ຊີງ​ກັນ ​ແລະ ຄວາມ​ສາມາດ​ຂອງບັນດາ​ກົນ​ໄກ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ພິພາດ​ດ້ານ​ພົນລະ​ເຮືອນ, ຄວາມ​ຂັດ​ແຍ່ງ​ຊ່ວງ​ຊີງ​ເສດຖະກິດ ​ໃນ​ການ​ປົກ​ປັກ​ຮັກສາ​ສິດ​ກຳມະສິດ.

- ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ລະບອບ​ການ​ແຈກ​ຢາຍ​ຕາມ​ຫຼັກການ​ຕະຫຼາດ ​ໂດຍ​ມີ​ການ​ດັດສົມ​ຂອງ​ລັດ: ປະຕິບັດ​ການຈັດ​ແບ່ງ ​ແລະ ນຳໃຊ້​ແຫຼ່ງພະລັງ​ຊັບພະຍາກອນ ການ​ເງິນຕາ​ມກົນ​ໄກ​ຕະຫຼາດ, ຮັບປະກັນ​ຫຼັກການ​ສະ​ເໝີ​ພາບ ​​ໂປ່ງໃສ​ໃນ​ການ​ເຂົ້າ​ເຖິງ​ແຫຼ່ງພະລັງ​ ລະຫວ່າງ​ບັນດາ​ພາກສ່ວນ​ເສດຖະກິດ. ລັດ​ຈັດ​ແບ່ງ​ບັນດາ​ແຫຼ່ງພະລັງ​ຕາມ​ແຜນການ ​ແຜນ​ກຳນົດ ​ແລະ ຕາມ​ກົດ​ໄດ​ຕະຫຼາດ. ປັບປຸງບູລະນະກົດໝາຍກ່ຽວ​ກັບ​ງົບປະ​ມານ​ແຫ່ງ​ລັດ, ກ່ຽວ​ກັບ​ການ​ລົງທຶນພາກ​ລັດ; ວາງ​ງົບປະມານ​ແຫ່ງ​ລັດ​ຕາມ​ແຜນການ​ການ​ເງິນ - ງົບປະມານ​ແຫ່ງ​ລັດກຳ​ນົດ​ເວລາ​ປານ​ກາງ, ​ແຜນການ​ລົງທຶນ​ກຳນົດ​ເວລາ​ປານ​ກາງ ​ແລະ ປະຕິບັດການ​ຄຸ້ມ​ຄອງ​ງົບປະມານ​ຕາມ​ຜົນງານ​ສົ້ນອອກ. ປັບ​ປຸງບູລະນະ​ກົດໝາຍ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ກອງ​ທຶນ​ການ​ເງິນ​ລວມສູນ​ຂອງ​ລັດ. ກວດຄືນ, ປັບ​ປຸງບູລະນະ​ກົນ​ໄກ ນະ​ໂຍບາຍ​ເກັບ​ລາຍ​ຮັບ​ງົບປະມານ ​ແບບຮັບປະກັນ​ສົ່ງ​ເສີມການ​ລົງທຶນ ການ​ຜະລິດ ​ແລະ ທຸລະ​ກິດ; ປົກ​ປັກ​ຮັກສາ​ຊັບພະຍາກອນ; ລະດົມ​​ແຫຼ່ງລາຍ​ຮັບ​ຢ່າງ​ເໝາະ​ສົມ ​ແລະ ສອດຄ່ອງ​ກັບ​ຄຳ​ໝັ້ນ​ສັນຍາ​ເຊື່ອມ​ໂຍງ​ສາກົນ. ປັບປຸງ​ບູລະນະ​ລະບຽບ​ກົດໝາຍ ​ເພື່ອ​ຍູ້​ແຮງການຈັດ​ວາງ​ໂຄງ​ປະກອບ​ການ​ລົງທຶນ​ຄືນ​ໃໝ່ ຊຶ່ງ​ຈຸດ​ໜັກ​ແມ່ນ​ການ​ລົງທຶນ​ພາກ​ລັດ ຕາມ​ທິດ​ຮັບປະກັນ​ບັນດາຄວາມ​ດຸນ​ດ່ຽງ​ໃຫຍ່ຂອງ​ພື້ນຖານ​ເສດຖະກິດ, ຮັບປະກັນ​ການ​ກຳນົດ​ທິດ​ບຸລິມະສິດ​ຂອງ​ການ​ລົງທຶນ​ພາກ​ລັດ ​ແລະ ການ​ລົງທຶນ​ສັງຄົມ.

- ສືບ​ຕໍ່​ປ່ຽນ​ແປງ​​ໃໝ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງບັນດາ​ເຈົ້າພາບ​ໃນ​ພື້ນຖານ​ເສດຖະກິດ: ກ່ຽວ​ກັບ​ສິດ​ເສລີ​ພາບໃນ​ການ​ທຸລະ​ກິດ ​ແລະ ສິດສະ​ເໝີ​ພາບ​ລະຫວ່າງ​ບັນດາ​ຜູ້​ທຳ​ການ​ທຸລະ​ກິດ, ບັນດາ​ວິ​ສາ​ຫະກິດ​ຂອງ​ທຸກພາກສ່ວນ​ເສດຖະກິດ ຊຶ່ງ​ຕ້ອງ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດ. ປັບ​ປຸງບູລະນະ​ກົດໝາຍ ກົນ​ໄກ ນະ​ໂຍບາຍ ທີ່​ຮັບປະກັນ​ສິດ​ເສລີພາບ​ໃນ​ການ​ທຸລະ​ກິດ​ຂອງ​ເຈົ້າພາບ​ຜູ້​ທຸລະ​ກິດ​ທຸກ​ຄົນ, ພິ​ເສດ​ແມ່ນ​ບັນດາ​ລະບຽບ​ການ​ເຂົ້າ​ຮ່ວມ​ຕະຫຼາດ, ຖອນ​ຕົວ​ອອກ​ຈາກ​ຕະຫຼາດ ​ແລະ ບັນດາ​ຂໍ້​ກຳນົດ​ການ​ເຄື່ອນ​ໄຫວ​ໃນ​ຕະຫຼາດ. ລຶບລ້າງ​ບັນດາ​ກົນ​ໄກ ນະ​ໂຍບາຍ​ທີ່​ສ້າງ​ຄວາມ​ບໍ່​ສະ​ເໝີ​ພາບ​ທາງ​ດ້ານ​ໂອກາດ​ທຸລະ​ກິດ, ການ​ເຂົ້າ​ເຖິງ​ບັນດາ​​ແຫຼ່ງພະລັງ ​ແລະ ​ໃນ​ການ​ປະຕິບັດ​ຂັ້ນ​ຕອນ ລະບຽບ​ການ​ບໍລິຫານ. ກໍ່ສ້າງ​ບັນດາ​ກົນ​ໄກ​ກວດກາ​ຕາມ​ຫຼັງຢ່າງຄົບ​ຊຸດ ​ແລະ ມີ​ປະສິດທິ​ຜົນ, ຮັບປະກັນ​ບັນດາ​ສິດ​ທຸລະ​ກິດ​ໂດຍ​ເສລີ ທີ່​ບໍ່​ລະ​ເມີດ​ຜົນ​ປະ​ໂຫຍ​ດສາທາລະນະ, ຜົນ​ປະ​ໂຫຍ​ດຊອບ​ດ້ວຍ​ກົດໝາຍຂອງ​ບັນດາ​ອົງການ​ຈັດ​ຕັ້ງ, ຂອງ​ຜູ້​ອື່ນ. ສືບ​ຕໍ່​ປັບປຸງ​ບູລະນະ​ກົດໝາຍ​ກ່ຽວ​ກັບ​ການ​ແກ່ງ​ແຍ້​ງ, ​ເພີ່ມ​ທະວີ​ລັກສະນະ​ໂປ່​ງ​ໃສ​ຕໍ່​ກັບ​ການ​ຜູກຂາດ​ຂອງ​ລັດ ​ແລະ ຜູກຂາດ​ຂອງ​ວິ​ສາ​ຫະກິດ, ກວດກາ​ການ​ຜູດຂາດ​ທຸລະ​ກິດ.

ກ່ຽວ​ກັບ​ວິ​ສາ​ຫະກິດ​ແຫ່ງ​ລັດ, ສືບ​ຕໍ່​ຍູ້​ແຮງ​ການຈັດ​ວາງ​ຄືນ​ໃໝ່​ເພື່ອ​ໃຫ້​ວິ​ສາ​ຫະກິດ​ແຫ່ງ​ລັດ​ຖື​ບົດບາດ​ເປັນ​ແກນ​ກາງ​ໃນເສດ​ຖະກິດ​ແຫ່ງ​ລັດ. ວິ​ສາ​ຫະກິດ​ແຫ່ງ​ລັດ ພຽງ​ແຕ່​ລວມສູນ​ໃນ​ຂົງ​ເຂດ​ຫຼັກ​ແຫຼ່ງ ຈຳ​ເປັນ, ​ເຂົ້າ​ໃນ​ບໍລິ​ເວນ​ສຳຄັນ ການ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ. ຍູ້​ແຮງ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ, ຂາຍ​ທຶນ​ທີ່​ລັດ​ບໍ່​ຕ້ອງການກຳ​ອີກ ຕາມ​ຫຼັກການ​ຕະຫຼາດ, ກວມ​ທັງ​ທຶນຢູ່ບັນດາ​ວິ​ສາ​ຫະກິດ​ແຫ່ງ​ລັດ​ທີ່​ພວມ​ທຸລະ​ກິດ​ມີ​ປະສິດທິ​ຜົນ; ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ກຳນົດ​ລາຄາ​ທີ່​ດິນ ຊັບ​ສິນ​ມີ​ຮູບ ​ແລະ ຊັບ​ສິນ​ອະ​ຮູບ. ຈຳ​ແນ​ກ​ແຍກ​ໜ້າ​ທີ່​ຜະລິດ ທຸລະ​ກິດ ​ແລະ ໜ້າ​ທີ່​ການ​ເມືອງ ສາທາລະນະ​ປະ​ໂຫຍ​ດ. ຈຳ​ແນກ​ແຍກ​ພາລະ​ບົດບາດເຈົ້າ​ຂອງ​ກຳມະສິດ​ຊັບ​ສິນ ທຶນ​ຂອງ​ລັດ ​ແລະ ພາລະບົດບາດຄຸ້ມ​ຄອງ​ທຸລະ​ກິດ​ຂອງວິ​ສາ​ຫະກິດ​ແຫ່ງ​ລັດ; ຈຳກັດ​ຮັດ​ແຄບ ​ແລະ ກ້າວ​ເຖິງ​ລົບ​ລ້າງພາລະ​ບົດບາດ​ຜູ້ຕາງ​ໜ່າ​ເຈົ້າ​ຂອງ​ກຳມະສິດ​ແຫ່ງ​ລັດ ຂອງ​ກະຊວງ, ຄະນະ​ກຳມະການ​ປະຊາຊົນ ຕໍ່​ກັບ​ຊັບ​ສິນ ທຶນ​ຂອງ​ລັດຢູ່​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ຊັບ​ສິນ ທຶນ​ຂອງ​ລັດ. ຄົ້ນຄວ້າ​ສ້າງ​ຕັ້ງ​ອົງການ​ຂັ້ນ​ກະຊວງ​ອົງການ​ໜຶ່ງ​ຂຶ້ນ​ໂດຍ​ໄວ ເພື່ອ​ເປັນ​ຜູ້ຕາງໜ້າ​ເຈົ້າ​ຂອງ​ກຳມະສິດ​ຂອງວິສາ​ຫະກິດ​ແຫ່ງ​ລັດ. ປັບປຸງ​ຖັນ​ແຖວ​ພະນັກງານ​ນຳພາ ​ຄຸ້ມ​ຄອງ ​ແລະ ຍົກ​ສູງ​ຄວາມ​ສາມາດ​ຄຸ້ມ​ຄອງ​ບໍລິຫານວິ​ສາ​ຫະກິດ​ແຫ່ງ​ລັດ. ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ ຕິດຕາມ​ກວດກາ ​ແລະ ກວດກາ​ຂອງ​ເຈົ້າ​ຂອງ​ກຳມະສິດ. ປະຕິບັດ​ລະບອບ​ກວດກາ ຕິດຕາມ​ກວດກາ​ຢ່າງ​ແໜ້ນ​ແຟ້ນ ​ເປີດ​ເຜີຍ ​ໂປ່​ງ​ໃສ ຕໍ່​ການ​ລົງທຶນ ການ​ເງິນ ​ແລະ ການ​ເຄື່ອນ​ໄຫວ ​ຂອງວິ​ສາ​ຫະກິດ​ແຫ່ງ​ລັດ.

ສຳລັບ​ອົງການ​ພາລະກິດ​ສາທາລະນະ, ປັບປຸງ​ບູລະນະ​ລະບຽບກົດໝາຍ​ເພື່ອ​ລະດົມ​ບັນດາ​ແຫຼ່ງພະລັງ​ລົງທຶນ ​ແລະ ປ່ຽນ​ແປງ​ໃໝ່​ກົນ​ໄກ​ຄຸ້ມ​ຄອງຂອງ​ລັດ ​ເພື່ອ​ໃຫ້​ບັນດາອົງການ​ພາລະກິດ​ສາທາລະນະຂະຫຍາຍຕົວ​ຢ່າງ​ແຂງ​ແຮງ ມີ​ປະສິດທິ​ຜົນ. ​ເປີດ​ກວ້າງ​ການ​ປະຕິບັດ​ລະບອບ​ເປັນ​ເຈົ້າ​ຕົນ​ເອງ ຮັບຜິດຊອບ​ດ້ວຍ​ຕົນ​ເອງ ​ຂອງ​ບັນດາອົງການ​ພາລະກິດ​ສາທາລະນະ ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ ການ​ບັນຈຸ​ກຳລັງຄົນ ພະນັກງານ ​ແລະ ການ​ເງິນ. ນຳ​ໃຊ້​ກົນ​ໄກ​ການ​ເງິນຕາ​ມ​ແບບ​ວິ​ສາ​ຫະກິດ​ ໃຫ້​ແກ່ບັນດາອົງການ​ພາລະກິດ​ສາທາລະນະ ທີ່​ມີ​ຄວາມ​ຕ້ອງການ ​ແລະ ມີ​ເງື່ອນ​ໄຂ.

ສຳ​ລັດ​ອົງການຈັດ​ຕັ້ງ​ເສດຖະກິດ​ລວມໝູ່, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ເສດຖະກິດຮ່ວມ​ມືແລະຂົງ​ເຂດ​ສະຫະກອນ​ ກ່ຽວ​ກັບ​ເນື້ອ​ໃນ ​ແລະ ​ແບບ​ວິທີ​ການ​ເຄື່ອນ​ໄຫວ, ຍູ້​ແຮງ​ການ​​ເຊື່ອມ​ສຳພັນ ຊ່ວຍ​ໜູນ ​ແລະ ຮ່ວມ​ມື ​ໂດຍອີງ​ໃສ່​ການ​ພົວພັນ​ຜົນ​ປະ​ໂຫຍ​ດ, ນຳ​ໃຊ້​ແບບ​ວິທີ​ການ​ຄຸ້ມ​ຄອງ​ທັນ​ສະ​ໄໝ. ລັດ​ມີ​ນະ​ໂຍບາຍ​ຊ່ວຍ​ໜູນ​ໃຫ້​ຂົງ​ເຂດ​ນີ້​ໃນ​ການ​ເຂົ້າ​ເຖິງ​ແຫຼ່ງທຶນ, ກໍ່ສ້າງ​ພະນັກງານ, ຖ່າຍ​ທ​ອດ​ເຕັກນິກ ​ເຕັກ​ໂນ​ໂລ​ຢີ, ຊ່ວຍ​ໜູນ​ໃນ​ການ​ພັດທະນາ​ຕະຫຼາດ. ຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ສະຫະກອນ​ໃຫ້​ດີ.

ສຳລັບ​ວິ​ສາ​ຫະກິດ​ເອກະ​ຊົນ, ປັບປຸງ​ບູລະນະ​ກົນ​ໄກ ນະ​ໂຍບາຍ ​ເພື່ອ​ຂະຫຍາຍ​ເສດຖະກິດ​ເອກະ​ຊົນ​ຢ່າງ​ແຂງ​ແຮງ ​ໃຫ້​ເປັນ​ກຳລັງ​ຂັບ​ເຄື່ອນໜຶ່ງທີ່​ສຳຄັນຂອງ​ພື້ນຖານ​ເສດຖະກິດ. ຂະຫຍາຍ​ບັນດາ​ປະ​ເພດ​ເສດຖະກິດ​ເອກະ​ຊົນ​ຢູ່​​ໃນທຸກຂະ​ແໜງ​ການ ທຸກ​ຂົງ​ເຂດ​ເສດຖະກິດ ຢ່າງ​ແຂງ​ແຮງ. ປັບປຸງ​ບູລະນະ​ນະ​ໂຍບາຍ​ຊ່ວຍໜູນ​ການ​ພັດທະນາ ໃຫ້​ແກ່ວິ​ສາ​ຫະກິດ​ຂະໜາດ​ນ້ອຍ​ແລະ​ຂະໜາດ​ກາງ, ວິ​ສາ​ຫະກິດ​ທີ່ຫາ​ກໍ່ສ້າງ​ໃໝ່. ສ້າງ​ເງື່ອນ​ໄຂ​ອຳນວຍ​ໃຫ້ການສ້າງ​ຕັ້ງບາງ​ກຸ່ມ​​ເສດຖະກິດ​ເອກະ​ຊົນ ​ແລະ ​ໃຫ້​ເອກະ​ຊົນ​ປະກອບ​ທຶນ​ເຂົ້າ​ໃນ​ກຸ່ມ​ເສດຖະກິດ​ແຫ່ງ​ລັດ.

ສຳລັບ​ວິ​ສາ​ຫະກິດ​ທີ່​ມີ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI), ​ເພີ່ມ​ທະວີ​ນະ​ໂຍບາຍ​ດຶງ​ດູດ​ບັນດາ​ແຫຼ່ງພະລັງ​ຈາກ​ພາຍ​ນອກ, ​ເປັນ​ເຈົ້າ​ການ​ຄັດ​ເລືອກ​ໂຄງການ​ລົງທຶນ ​ແລະ ​ໃຫ້ຄວາມ​ບຸລິມະສິດ​ຕໍ່​ກັບ​ບັນດາ​ໂຄງການ FDI ທີ່​ມີ​ລະດັບ​ການ​ຄຸ້ມ​ຄອງ ​ແລະ ​ເຕັກ​ໂນ​ໂລ​ຢີທັນ​ສະ​ໄໝ, ມີ​ທີ່​ຕັ້ງ​ທີ່​ມີ​ປະສິດທິ​ຜົນ​ໃນ​ພວງ​ພະນັງ​ຄຸ​ນຄ່າ​ທົ່ວ​ໂລກ, ​ເພີ່ມ​ທະວີ​ການ​ເຊື່ອມ​ສຳພັນ​ບັນດາ​ວິ​ສາ​ຫະກິດ FDI ນຳ​ກັນ ​ແລະ ​ເຊື່ອມ​ສຳພັນ​ວິ​ສາ​ຫະກິດ FDI ກັບ​ວິ​ສາ​ຫະກິດພາຍ​ໃນ​ປະ​ເທດ ​ໃນ​ການ​ພັດທະນາ​ອຸດສາຫະກຳ​ສະໜັບສະໜູນ, ​ເປັນ​ເຈົ້າ​ການ​ແຊກ​ຊືມ​ເທື່ອ​ລະ​ກ້າວ​ ເຂົ້າ​ໃນ​ບັນດາ​ພວງ​ພະນັງ​ຄຸນຄ່າ​ພາກ​ພື້ນ ​ແລະ ທົ່ວ​ໂລກ, ສວຍ​ໃຊ້​ທ່າ​ດີ​ທາງ​ດ້ານ​ເຕັກ​ໂນ​ໂລ​ຢີ ​ແລະ ປົວ​​ແປງ​ສະມັດ​ຕະ​ພາບ. ກໍ່ສ້າງ​ກົນ​ໄກ ​ເພີ່ມ​ທະວີ​ວຽກ​ງານ​ກວດ​ການ ກວດກາ, ຈຳກັດສະພາບ “​ໂອນ​ລາຄາ” ຂອງ​ວິ​ສາ​ຫະກິດ FDI.

ທີ​ສາມ, ພັດທະນາ​ລະບົບ​ຕະຫຼາດ​ຢ່າງ​ຄົບ​ຊຸດ, ທັນ​ສະ​ໄໝ.

- ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ກ່ຽວ​ກັບ​ລາຄາ ຄ່າ​ທຳນຽມ, ກ່ຽວ​ກັບ​ການ​ແກ່ງ​ແຍ້​ງ ​ແລະ ກວດກາ​ການ​ຜູກຂາດ​ໃນ​ການ​ທຸລະ​ກິດ: ປະຕິບັດ​​ກົນ​ໄກ​ລາຄາ​ຕະຫຼາດຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ; ຮັບປະກັນຄິດ​ໄລ່​ບັນດາ​ມູນ​ພາກ​ປະກອບ​ເປັນ​ລາຄາ​ສິນຄ້າ, ຄ່າ​ບໍລິການ​ສາທາລະນະ​ທີ່​ຈຳ​ເປັນ ຢ່າງຖືກຕ້ອງ ພຽງພໍ ​ແລະ ​ເປີດ​ເຜີຍ​ໂປ່​ງ​ໃສ; ພ້ອມ​ກັນ​ນັ້ນ​ກໍ່​ມີ​ນະ​ໂຍບາຍ​ຊ່ວຍ​ໜູນ​ທີ່​ເໝາະ​ສົມ​ໃຫ້​ຜູ້​ທຸກຍາກ ​ແລະ ​ເປົ້າ​ໝາຍ​ນະ​ໂຍບາຍ. ບໍ່​ສັບ​ຊ້ອນ​ບັນດາ​ນະ​ໂຍບາຍ​ສັງຄົມ​ເຂົ້າ​ໃນ​ລາຄາ. ປັບປຸງ​ບູລະນະ​ກົດໝາຍ​ວ່າ​ດ້ວຍຄ່າ​ທຳນຽມ ຄ່າ​ໃຊ້​ຈ່າຍ, ກວດຄືນ ຫັນປ່ຽນ​ນະ​ໂຍບາຍຄ່າ​ທຳນຽມ ຄ່າ​​ບໍລິການ​ສາທາລະນະ​ບາງ​ປະ​ເພດ ມາ​ນຳ​ໃຊ້​ລະບອບ​ລາຄາ​ຄ່າ​ບໍລິການ. ​ເປີດ​ກວ້າງ​ກົນ​ໄກ​ປະມູນການກໍ່ສ້າງ, ​ປະມູນ​ລາຄາ, ປະ​ເມີນລາຄາ. ຍູ້​ແຮງ​ການ​ບູລະນະ​ລະບຽບ​ກົດໝາຍ​ປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດຂອງ​ຜູ້​ບໍລິ​ໂພ​ກ, ​ເສີມ​ຂະຫຍາຍ​ຢ່າງ​ຖືກຕ້ອງ​ແລະ​ຄົບ​ຖ້ວນບົດບາດ​ເຈົ້າພາບ​ຂອງ​ຜູ້​ບໍລິ​ໂພ​ກ ​ແລະ ຂອງ​ບັນດາ​ສະມາຄົມ​ປົກ​ປ້ອງ​ຜູ້​ບໍລິ​ໂພ​ກ​ໃນພື້ນຖານ​ເສດຖະກິດ.

- ພັດທະນາ​ບັນດາ​ປະ​ເພດ​ຕະຫຼາດ​ຢ່າງ​ຄົບ​ຊຸດ: ຂະຫຍາຍ​ໃຫ້​ຕະຫຼາດ​ສິນຄ້າ ການ​ບໍລິການ ມີ​ຫຼາຍ​ຮູບ​ຫຼາຍ​ແບບ​ຕາມ​ທິດ​ທັນ​ສະ​ໄໝ, ​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​​ໃຫ້ມີຂອບ​ກົດໝາຍນິຕິ​ທຳ, ພັດທະນາ​ບັນດາ​ຕະຫຼາດ​ໃໝ່. ພັດທະນາ​ບັນດາ​​ແບບ​ວິທີ​ຕິດ​ຕໍ່​ແລກປ່ຽນ​ການ​ຕະຫຼາດ​ທັນ​ສະ​ໄໝ, ​ເປັນ​ຕົ້ນ​ແມ່ນ​ຕໍ່​ກັບ​ຜະລິດ​ຕະພັນ​ກະສິກຳ ​ແລະ ວັດຖຸ​ອຸປະກອນ​ການ​ກະ​ເສດ. ກໍ່ສ້າງ ​ແລະ ປະຕິບັດ​ບັນດາ​ມາດຕະຖານ​ຄຸນ​ນະພາ​ບສິນຄ້າ, ອະນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ ​ແລະ ສິ່ງ​ແວດ​ລ້ອມ. ຄົ້ນຄວ້າ​ກໍ່ສ້າງ ໝູນ​ໃຊ້​ບັນດາ​ມາດ​ຕະການ​ເຕັກ​ນິດ​ເພື່ອ​ຍູ້​ແຮງ​ການ​ສົ່ງ​ນອກ. ກໍ່ສ້າງ ​ແລະ ປະຕິບັດ​ບັນດາ​ມາດ​ຕະການ​ຄຸ້ມ​ຄອງ​ສິນຄ້າ​ນຳ​ເຂົ້າສອດຄ່ອງ​ກັບ​ຂໍ້​ກຳນົດ​ຂອງ​ສັນຍາ​ສາກົນ ​ເພື່ອ​ປົກ​ປັກ​ຮັກສາ​ຕະຫຼາດ​ພາຍ​ໃນ​ປະ​ເທດ. ມີ​ນະ​ໂຍບາຍ​ຊ່ວຍ​ໜູນ​ການ​ສ້າງ​ຕັ້ງ​ລະບົບ​ການ​ຄ້າຂາຍ​ຍົກ ຂາຍຍ່ອຍ​ແຫ່ງ​ຊາດ ​ເພື່ອ​ກວດກາ​ຕະຫຼາດຢ່າງ​ມີ​ປະສິດທິ​ຜົນ, ​ເປັນ​ສົ້ນອອກທີ່​ໝັ້ນ​ທ່ຽງ​ໃຫ້​ແກ່​ສິນຄ້າ​ໃນ​ປະ​ເທດ. ປັບປຸງ​ບູລະນະ​ນະ​ໂຍບາຍ​ຕ້ານ​ສິນຄ້າ​ເຖື່ອນ ສິນຄ້າ​ປອມ, ນະ​ໂຍບາຍ​ສະໜັບສະໜູນ​ສິນ​ຄ້າ​ຫວຽດນາມ.

ຈັດ​ວາງ​ໂຄງ​ປະກອບຕະຫຼາດການ​ເງິນ ຄືນ​ໃໝ່​ຕາມ​ທິດ​ຮັບປະກັນ​ຄວາມ​ສົມດູນກວ່າ​ອີກ​ລະຫວ່າງ​ຕະຫຼາດ​ທຶນ​ຫຼັກ​ຊັບ ​ແລະ ຕະຫຼາດ​ເງິນຕາ ກໍ່​ຄື​ຄວາມ​ສົມ​ດູ​ນ​ໃນ​ແຕ່​ລະ​ຕະຫຼາດ​ນີ້. ຂະຫຍາຍ​ຕະຫຼາດ​ຊື້​ຂາຍ​ໜີ້, ຕະຫຼາດ​ບັນດາ​ເຄື່ອງມື​ການ​ເງິນ​ເກີດ​ຕາມ​ຫຼັງ, ການ​ໃຫ້​ເຊົ່າ​ການ​ເງິນ. ຍູ້​ແຮງ​ການຈັດ​ວາງ​ໂຄງ​ປະກອບ​ທະນາຄານ​ການ​ຄ້າ​ຄືນ​ໃໝ່ ​ແລະ ​ແກ້​ໄຂ​ໜີ້ສິນ​ເຮິ​ຮ້າຍ ຕາມ​ທິດ​ຮວມກັນ​ເຂົ້າ​ເປັນ​ໜຶ່ງ, ການ​​ເຂົ້າຮ່ວມ​ກັນ, ລົດ​ຜ່ອນ​ຈຳນວນ, ຍົກ​ສູງ​ປະສິດທິ​ຜົນ ​ແລະ ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ບັນດາ​ທະນາຄານ​ການ​ຄ້າ. ຕ້ານ​ປະກົດ​ການ​​ໃຊ້​ໂດ​ລາ​ສະຫະລັດ ​ແລະ ​ໃຊ້​ຄຳ​ເປັນ​ເຄື່ອງມື​ຊຳລະ​ສະ​ສາງ​ໃນ​ພື້ນຖານ​ເສດຖະກິດ. ປັບປຸງ​ບູລະນະ, ຍູ້​ແຮງ​ການຈັດ​ວາງ​ໂຄງ​ປະກອບ​ຕະຫຼາດ​ຫຼັກ​ຊັບ​ຄືນ​ໃໝ່, ຮັບປະກັນ​ໃຫ້​ມັນ​ຂະຫຍາຍຕົວ​ຢ່າງ​ສົດ​ໃສ ມີ​ປະສິດທິ​ຜົນ, ກາຍ​ເປັນ​ຊ່ອງ​ສາຍ​ສຳຄັນ​ໃນ​ການ​ລະດົມ​ທຶນ​ກຳນົດ​ເວລາ​ປານ​ກາງ ​ແລະ ຍາວ​ນານ. ຂະ​ຫຍາ​ຍບັນດາ​ອົງການທີ່​ປຶກສາ, ບໍລິການສະໝຸ​ບັນຊີ, ກວດ​ບັນຊີ, ປະ​ເມີນ​ລາຄາ, ຕີ​ລາຄາ​ລະດັບ​ຄວາມ​ເຊື່ອ​ຖື​ແຫ່ງ​ຊາດ ​ແລະ ວິສາ​ຫະກິດ ​ເພື່ອ​ຊຸກຍູ້​ຕະຫຼາດ​ການ​ເງິນ. ຂະຫຍາຍ​ຮູບ​ແບບ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ​ການ​ປະກັນ​ໄພ, ຍູ້​ແຮງ​ການຈັດ​ວາງ​ໂຄງ​ປະກອບ​ວິ​ສາ​ຫະກິດ​ປະກັນ​ໄພ ​ແລະ ຕະຫຼາດ​ປະກັນ​ໄພ​ຄືນ​ໃໝ່.

​ເອົາ​ໃຈ​ໃສ່​ເປັນ​ສຳຄັນ​ເຖິງ​ການ​ພັດທະນາຕະຫຼາດ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ປະຕິບັດ​ກົນ​ໄກ​ຕະຫຼາດ ​ແລະ ມີ​ນະ​ໂຍບາຍ​ຊ່ວຍ​ໜູນ ​ເພື່ອ​ສົ່ງ​ເສີມ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ ບຸກຄົນ ​ແລະ ວິ​ສາ​ຫະກິດ ລົງທຶນ​ຄົ້ນຄວ້າ​ພັດທະນາ​ເຕັກ​ໂນ​ໂລ​ຢີ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ​ນຳໃຊ້ນະ​ວັດຕະ​ກຳ​ແຫ່ງ​ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ ​ເຂົ້າ​ໃນ​ການ​ຜະລິດ ທຸລະ​ກິດ. ຊ່ວຍ​ໜູນ​​ໃຫ້ວິ​ສາ​ຫະກິດວິທະຍາສາດ-​ເຕັກ​ໂນ​ໂລ​ຢີ ກໍ່​ຮ່າງ​ສ້າງຕົວ​ຂຶ້ນແລະ​ເຄື່ອນ​ໄຫວ, ​ເຂົ້າ​ຮ່ວມ​ຕະຫຼາດວິທະຍາສາດ-​ເຕັກ​ໂນ​ໂລ​ຢີ. ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ກົນ​ໄກ​ຄຸ້ມ​ຄອງ​ການ​ເງິນ, ການຈັດ​ຕັ້ງ​ແລະ​ເຄື່ອນ​ໄຫວວິທະຍາສາດ-​ເຕັກ​ໂນ​ໂລ​ຢີ ຢ່າງ​ແຂງ​ແຮງ ຄົບ​ຊຸດ, ​ເພີ່ມ​ທະວີ​ການ​ປົກ​ປ້ອງ​ສິດ​ກຳມະສິດ​ພູມ​ປັນຍາ, ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ກຳນົດ​ລາຄາຊັບ​ສິນ​ພູມ​ປັນຍາ, ​ແກ້​ໄຂ​ການລະ​ເມີດ​ກົດໝາຍ​ວ່າ​ດ້ວຍ​ກຳມະສິດ​ພູມ​ປັນຍາ​ຢ່າງ​ເຂັ້ມ​ງວດ.

ສືບ​ຕໍ່​ປັບປຸງ​ບູລະນະ​ລະບົບ​ກົດໝາຍ, ກົນ​ໄກ​ນະ​ໂຍບາຍ​ເພື່ອ​ໃຫ້​ຕະຫຼາດອະສັງຫາລິ​ມະ​ຊັບ ​ໄດ້​ເຄື່ອນ​ໄຫວ​ຢ່າງ​ທະລຸ​ລົ່ງ, ສອດຄ່ອງ​ລະຫວ່າງ​ການ​ສະໜອງ - ຄວາມ​ຕ້ອງການ. ກໍ່ສ້າງ​ບັນດາ​ລະບຽບ​ກົດໝາຍ​ດ້ວຍ​ບັນດາ​ຕົວ​ແບບ​ທີ່​ສອດຄ່ອງ ​ເພື່ອ​​ເຊື່ອມ​ຈອດ​ຂະ​ບວນວິວັດ​ການ​ຫັນ​ເປັນ​ອຸສາ​ຫະກຳ ກັບການ​ຫັນ​ເປັນ​ຕົວ​ເມືອງ ​ແລະ ກໍ່ສ້າງ​ຊົນນະບົດ​ໃໝ່. ກໍ່ສ້າງ​ລະບຽບ​ກົດໝາຍ​ວ່າ​ດ້ວຍ​ການ​ກໍ່​ຮ່າງ​ສ້າງຕົວ​ຕະຫຼາດປະຖົມມະ​ພູມ ຕະຫຼາດທຸຕິຍະ​ພູມ ກ່ຽວ​ກັບ​ສິດ​ນຳ​​ໃຊ້​ທີ່​ດິນ ນັບ​ທັງ​ດິນ​ກະສິກຳ, ຮັບປະກັນ​ໃຫ້ຕະຫຼາດ​ທີ່​ດິນ​ເຄື່ອນ​ໄຫວ​ຢ່າງ​ເປີດ​ເຜີຍ ​ໂປ່​ງ​ໃສ ​ແລະ ​ເປັນ​ລະບຽບ; ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ສະ​ສົມ​ດິນ​ນາ​ກະສິກຳ ປ່າ​ໄມ້​ຕາມ​ກົນ​ໄກ​ຕະຫຼາດ. ມີ​ນະ​ໂຍບາບ​ຂຸດ​ຄົ້ນ​ແຫຼ່ງພະລັງ​ການ​ເງິນ​ຈາກ​ທີ່​ດິນ ​ແລະ ຊັບ​ສົມບັດ​ໂຄງ​ສ້າງ​ພື້ນຖານ​ຢູ່​ເທິງ​ທີ່​ດິນ​ຢ່າງ​ມີ​ປະສິດທິ​ຜົນ.

ປັບປຸງ​ບູລະນະກົນ​ໄກ​ ນະ​ໂຍບາຍ​ເພື່ອ​ຂະຫຍາຍຕະຫຼາດ​ແຮງ​ງານ ຢ່າງ​ຄົບ​ຊຸດ ຕໍ່​ເນື່ອງລຸ​​ໂລ່ງ ທັງ​ທາງ​ດ້ານ​ຂະໜາດ ຄຸນ​ນະພາ​ບ​ແຮງ​ງານ ​ແລະ ​ໂຄງ​ປະກອບ​ຂະ​ແໜງ​ອາຊີບ; ຍູ້​​ແຮງ​ການ​ຍົກຍ້າຍ​ແຮງ​ງານ, ຍົກ​ສູງ​ອັດຕາ​ສ່ວນ​ແຮງ​ງານທີ່​ໄດ້​ຮັບ​ການ​ກໍ່ສ້າງ; ​ໃຫ້​ຄວາມ​ສຳຄັນ​ແກ່​ການ​ປະຕິ​ຮູບ​ນະ​ໂຍບາຍ​ເງິນ​ເດືອນ ​ເງິນ​ຄ່າ​ແຮງ; ​ເພີ່ມ​ທະວີ​ການ​​ເຄື່ອນ​ໄຫວ​ສົ່ງ​ນອກ​ແຮງ​ງານ. ກໍ່ສ້າງ​ການ​ພົວພັນ​ແຮງ​ງານ​ແບບ​ກົມກຽວ ໝັ້ນ​ທ່ຽງ ​ແລະ ກ້າວໜ້າ. ສື່​ຂ່າວ​ຕະຫຼາດ​ແຮງ​ງານ​ຢ່າງ​​ຈະ​ແຈ້ງໂປ່​ງ​ໃສ; ປ່ຽນ​ແປງ​ໃໝ່​ວຽກ​ງານ​ສະຖິຕິ​ແຮງ​ງານ ​ແລະ ວຽກ​ເຮັດ​ງານ​ທຳ.

ທີ​ສີ່, ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ເຊື່ອມ​ຈອດ​ການ​ເຕີບ​ໂຕ​ເສດຖະກິດ​ກັບ​ຄວາມ​ກ້າວໜ້າ​ ແລະ ຍຸດຕິ​ທຳ​ທາງ​ສັງຄົມ​ໃນ​ແຕ່ລະ​ໂຄງການ ແຜນ​ງານ; ​ໃນ​ແຕ່​ລະ​ກ້າວ​ເດີນ, ​ແຕ່​ລະນະ​ໂຍບາຍ​ການ​ພັດທະນາ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

​ເອົາ​ໃຈ​ໃສ່​ການ​ຄົ້ນຄວ້າ, ປະກາດ​ໃຊ້​ບັນດານະ​ໂຍບາຍອຸປະຖຳ​​ເປົ້າ​ໝາຍ​ສັງຄົມ​ສົງ​ເຄາະ. ຂະຫຍາຍ​ລະບົບ​ສະຫວັດດີ​ການ​ສັງຄົມ​ຫຼາຍ​ຮູບ​ຫຼາຍ​ແບບ ຫຼາຍ​ຂັ້ນ​ຊັ້ນ ​ແລະ ​ເປັນ​ເອກະ​ພາບ, ​ເພີ່ມ​ລັກສະນະ​ແບ່ງປັນ​ລະຫວ່າງ​ລັດ ສັງຄົມ ​ແລະ ປະຊາຊົນ. ຄົ້ນຄວ້າ​ປະກາດ​ໃຊ້​ຂອບ​ນະ​ໂຍບາຍ​ສະຫວັດດີ​ການ​ສັງຄົມຕໍ່​ກັບ​ແຕ່ລະ​ພູມ​ພາກ ​ໃນ​ແຕ່ລະ​ໄລຍະ.

ຮັບປະກັນ​ລະດັບ​ຄວາມ​ໝັ້ນຄົງ ​ແລະ ລັກສະນະ​ປະຕິບັດ​ໄດ້​ຂອງ​ລະບົບ​ການ​ເງິນ ກັບ​ນະ​ໂຍບາຍ​ສະຫວັດດີ​ການ​ສັງຄົມ ຕາມ​ທິດ​ກຳນົດ​ແຈ້ງ​ລຳດັບ​ຂັ້ນ​ຕອນ​ບຸລິມະສິດ, ຜ່ານ​ຜ່າ​ການ​ກະ​ແຈກ​ກະ​ຈ່າຍ, ສັບ​ໄຂ​ວ່ ຊ້ຳ​ຊ້ອນ​ກັນ​ໃນ​ການຈັດ​ແບ່ງ​ແຫຼ່ງພະລັງ ​ແລະ ການຈັດ​ຕັ້ງ​ປະຕິບັດ. ຂະຫຍາຍ​ຫຼາຍ​ຮູບ​ການ​ການ​ກຸສົນ, ຍູ້​ແຮງ​ຂະ​ບວນການ​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ການ​ຊ່ວຍ​ເຫຼືອ​ຜູ້​ທຸກ​ຍາກ ​ຜູ້ເສຍປຽບດ້ອຍ​ຄວາມ​ສາມາດ​ໃນ​ສັງຄົມ. ປະຕິບັດ​ສິດ​ຂອງ​ເດັດ​ນ້ອຍ​ຢ່າງຮອບດ້ານ, ປ່ຽນ​ແປງ​ໃໝ່​ວິທີ​ເຂົ້າ​ເຖິງ​ບັນຫາ​ຄວາມ​ກ້າວໜ້າ​ຂອງ​ຜູ້ຍິງ ​ແລະ ຍົກ​ສູງ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ອຳນາດ​ການ​ປົກຄອງ​ ຕໍ່​ກັບຄວາມ​ກ້າວໜ້າ​ຂອງ​ຜູ້ຍິງ ​ແລະ ຄວາມສະ​ເໝີ​ພາບ​ທາງ​ດ້ານ​ເພດ.

ປັບປຸງ​ບູລະນະ​ລະບຽບ​ກົດໝາຍ, ກົດໝາຍກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວ​ລ້ອມ, ມີ​ນະ​ໂຍບາຍ​ບຸລິມະສິດ​ການ​ລົງທຶນ​​ ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ. ພັດທະນາ​ເສດຖະກິດ​ສີຂຽວ, ຄົ້ນຄວ້າ​ປະຕິບັດ​ຕົວ​ແບບ​ເຕີບ​ໂຕ​ທີ່​ມີ​ທາດ​ຄາຣ໌ບ​ອນໜ້ອຍ. ພັດທະນາ​ອຸດສາຫະກຳ​ສິ່ງ​ແວດ​ລ້ອມ. ປົກ​ປັກ​ຮັກສາ ​ແລະ ພັດທະນາ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ ນິ​ເວດ​ວິທະຍາ. ປົກ​ປັກ​ຮັກສາ​ຄວາມ​ຫຼາກ​ຫຼາຍ​ດ້ານ​ຊີວະ​ວິທະຍາ, ຫລຸດຜ່ອນ​ຜົນກະທົບຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ປັບ​ໃຫ້​ຄ່ອງ​ຕົວ​ກັບ​ການ​ປ່ຽນ​ແປງ​ນັ້ນ.

ທີ​ຫ້າ, ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ເຂດ​ເສດຖະກິດ​ຈຸດ​ໜັກ, ​ເຊື່ອມ​ຕໍ່​ພູມພາກ, ວາງ​ແຜນ​ກຳນົດ ​ແລະ ​ແບ່ງ​ງານ ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ.

ກໍ່ສ້າງ​ແຜນ​ກຳນົດ​ການ​ພັດທະນາ​ເສດຖະກິດ​ພູມ​ພາກ ​ບົນ​ພື້ນຖານ​ທ່າ​ດີ​ປຽບທຽບຂອງ​ແຕ່ລະ​ທ້ອງ​ຖິ່ນ, ຜ່ານ​ຜ່າ​ສະພາບ​ການ​ເທສະ​ເສດຖະກິດ​ຖືກ​ຕັດ​ແບ່ງ​ຍ້ອນ​ເຂດ​ແດນ​ການ​ບໍລິຫານ. ສ້າງ​ລະບຽບ​ກົດໝາຍ​ເສດຖະກິດ​ບຸລິມະສິດ​ໃຫ້​ແກ່​ບັນດາ​ເຂດ​ເສດຖະກິດ​ຈຸດ​ໜັກ ກາຍ​ເປັນ “ຫົວ​ຈັກ​ຂັບ​ເຄື່ອນ” ກຳລັງ​ໝູນ​ອັນ​ແທ້​ຈິງ​ທີ່​ແຜ່​ກວ້າງ​ອອກ​ສູ່​ວົງ​ນອກ ​ແລະ ທົ່ວ​ປະ​ເທດ. ກໍ່ສ້າງ​ລະບຽບ​ກົດໝາຍ​ເສດຖະກິດ​ທັນ​ສະ​ໄໝ ທີ່​ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃນ​ພາກ​ພື້ນ​ແລະ​ໃນ​ໂລກ ​ໃຫ້​ບັນດາ​ພູມ​ພາກ​ເສດຖະກິດ, ​ເປັນ​ຕົ້ນ​ແມ່ນ​ເຂດ​ເສດຖະກິດ​ພິ​ເສດ ​ເພື່ອ​ສ້າງ​ໃຫ້​ມີ​ຂົ້ວ​ການ​ເຕີບ​ໂຕ ​ແລະ ພິສູດ​ລະບຽບ​ກົດໝາຍ​ໃໝ່.

ປັບປຸງ​ບູລະນະ​ລະບຽບ​ກົດໝາຍ​ແບ່ງ​ງານ ​ແບ່ງ​ຂັ້ນ​ລະຫວ່າງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ທັງ​ຮັບ​ປະກັນ​ລັກສະນະ​ລວມສູນ ​ເປັນ​ເອກະ​ພາບ​ຂອງ​ພື້ນຖານເສດຖະກິດ, ທັງ​ເສີມ​ຂະຫຍາຍ​ລັກສະນະ​ເປັນ​ເຈົ້າ​ການ ປະດິດ​ສ້າງ​ຂອງ​ທ້ອງ​ຖິ່ນ. ປ່ຽນ​ແປງ​ໃໝ່​ລະບົບ​ລະດັບ​ຄາດໝາຍ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຊາດ ​ແລະ ຂອງ​ທ້ອງ​ຖິ່ນ.

ທີ​ຫົກ, ກໍ່ສ້າງ ​ແລະ ປັບປຸງ​ບູລະນະ​ລະບຽບ​ກົດໝາຍເສດຖະກິດ​ຕະຫຼາດ ກຳນົດ​ທິດສັງຄົມ​ນິຍົມ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ສາກົນ​ຢ່າງ​ກວ້າງຂວາງ​ເລິກ​ເຊິ່ງ.

ສືບ​ຕໍ່​ຄົ້ນຄວ້າ, ​ເຈລະຈາ, ລົງ​ນາມ, ​ເຂົ້າ​ຮ່ວມ​ບັນດາ​ສົນທິສັນຍາ​ສາກົນ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ ການ​ຄ້າ ການ​ລົງທຶນ...; ສະ​ເໜີ​ແຕ່ງຕັ້ງ​ຜູ້ຕາງໜ້າ​ໄປ​ເຮັດ​ວຽກ​ຢູ່​ບັນດາ​ອົງການ​ການ​ຄ້າ, ການ​ລົງທຶນ, ​ແກ້​ໄຂ​ຂໍ້​ພິພາດ​ສາກົນ. ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ສາກົນ, ​ເຂົ້າ​ຮ່ວມ​ແລະ​ຂຸດ​ຄົ້ນ​ຜົນ​ປະ​ໂຫຍ​ດ​ເສດຖະກິດ ​ໃນ​ບັນດາ​ສັນຍາ​ເສດຖະກິດ​ເສລີ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ ຕິດ​ແໜ້ນ​ກັບ​ການ​ກໍ່ສ້າງ​ເສດຖະກິດ​ເປັນ​ເອກະລາດ ​ເປັນ​ເຈົ້າ​ຕົນ​ເອງ, ຫຼີກ​ຫຼ່ຽງບໍ່​ໃຫ້​ຖືກ​ຂຶ້ນ​ຕໍ່​ເກີນ​ຄວນ​ກັບ​ຕະຫຼາດ​ໜຶ່ງ, ຄູ່​ຮ່ວມ​ໜຶ່ງ​ທີ່​ລະອຽດ. ປັບປຸງ​ບູລະນະ​ລະບຽບ​ກົດໝາຍ (ກົ​ດເໝາຍ, ກົງ​ຈັກ, ກຳລັງ​ຄົນ) ກ່ຽວກັບການ​ປ້ອງ​ກັນ ​ແລະ ຫລຸດຜ່ອນ​ຄວາມ​ພິພາດ​ສາກົນ, ​ເປັນ​ຕົ້ນ​ແມ່ນຄວາມ​ພິພາດ​ດ້ານ​ການ​ຄ້າ ການ​ລົງທຶນ​ສາກົນ. ກະກຽມ​ເງື່ອນ​ໄຂ​ຢ່າງ​ພຽງພໍ​ເພື່ອ​ເຂົ້າ​ຮ່ວມ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໃນ​ປີ 2015. ປັບປຸງ​ບູລະນະ​ກົດໝາຍ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອຊຶ່ງ​ກັນ​ທາງ​ດ້າຕຸລາການ​ໃຫ້​ສອດຄ່ອງ​ກັບ​ກົດໝາຍ​ສາກົນ.

ທີ​ເຈັດ, ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ການ​ບໍລິຫານ, ​ເປັນ​ຕົ້ນ​ແມ່ນ​ລະບຽບ​ການ​ບໍລິຫານ; ຍົກ​ສູງ​ບົດບາດ ຄວາມ​ສັກສິດ ​ແລະ ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ຂອງ​ລັດ.

​ເພີ່ມ​ທະວີ​ລັກສະນະ​ໂປ່​ງ​ໃສ ​ເປີດ​ເຜີຍ​ໃນ​ການ​ເຄື່ອນ​ໄຫວຂອງ​ບັນດາ​ອົງການ​ລັດ. ປັບປຸງ​ບູລະນະ​ລະບຽບ​ກົດໝາຍກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກ​ແຫ່ງ​ລັດ​ ຕາມ​ຂໍ້ກຳນົດ​ຂອງ​ລັດຖະທຳ​ມະນູນປີ 2013. ລັດ​ຕ້ອງ​ກາຍ​ເປັນ​ລັດ​ຮັບ​ໃຊ້, ​ເຮັດ​ພາລະ​ບົດບາດ​ສ້າງສັນ​ພັດທະນາ ​ແລະ ຄຸ້ມ​ຄອງ​ການ​ພັດທະນາ​ເສດຖະກິດ​ໃຫ້​ດີ; ສຸມ​ໃສ່​ການ​ກໍ່ສ້າງ​ລະບຽບ​ກົດໝາຍ ກົດໝາຍ ​​ຍຸດ​ທະ​ສາດ ​ແຜນການ ​ແຜນ​ກຳນົດ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ລົງທຶນ​ກໍ່ສ້າງ​ໂຄງ​ສ້າງ​ພື້ນຖານ​ເສດຖະກິດ ສັງຄົມ, ພັດທະນາ​ແຫຼ່ງບຸກຄະລາ​ກອນ; ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ, ຄວາມ​ກ້າວໜ້າ ​ແລະ ຍຸດຕິ​ທຳທາງ​ສັງຄົມ. ​ເພີ່ມ​ທະວີ​ຄວາມ​ສາມາດ​ອອກ​ແບບ​ສັງ​ລວມ ​ແລະ ຕິດຕາມ​ກວດກາ​ຂະ​ບວນວິວັດ​ການ​ປະຕິ​ຮູບ​ລະບຽບ​ກົດໝາຍ​ເສດຖະກິດ. ​ເພີ່​ມທະວີ​ຄວາມ​ສາມາດ​ໃຫ້ພະ​ແນ​ກກົດໝາຍ​ຂອງ​ບັນດາ​ກະຊວງ ຂະ​ແໜງ​ການ. ປັບປຸງ​ບູລະນະປະມວນກົດໝາຍ​ອາຍາ ​ເພື່ອ​ຮັບປະກັນ​ເປັນ​ເຄື່ອງມື​ໜຶ່ງ​ໃນ​ບັນດາ​ເຄື່ອງມືຊຸກຍູ້​ໃຫ້​ເສດຖະກິດ​ຕະຫຼາດ​ຂະຫຍາຍຕົວ​ ຕາມ​ທິດລົບ​ລ້າງ​ການ​ກະທຳ​ປັບ​ໃໝ​ລົງ​ໂທດທີ່​ບໍ່​ສອດຄ່ອງ​ເໝາະ​ສົມ, ຊອກ​ຮູ້​ແລະ​ເພີ່ມ​ເຕີມ​ບັນດາ​ການ​ກະທຳ​ກີດຂວາງ​ການ​ຂະຫຍາຍຕົວ​ຂອງ​ພື້ນຖານ​ເສດຖະກິດ. ​ເພີ່ມ​ທະວີ​ການ​ກວດກາ ກວດກາ​ນ ຕິດຕາມ​ກວດກາ, ຍົກ​ສູງ​ຄວາມ​ສັກສິດ ​ແລະ ປະສິດທິ​ຜົນ​ຂອງ​ການ​ປະຕິບັດ​ນະ​ໂຍບາຍ ກົດໝາຍ.

ທີ​ແປດ, ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ການ​ນຳພາ​ຂອງ​ພັກ​ໃນ​ການ​ພັດທະນາ​​ເສດຖະກິດ - ສັງຄົມ.

ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຈິນຕະນາການ​ເສດຖະກິດ, ຍົກ​ສູງ​ຄວາມ​ສາມາດ​ນຳພາ​ເສດຖະກິດ​ຂອງບັນດາ​ອົງການ​ຈັດ​ຕັ້ງ​ພັກ, ​ເພີ່ມ​ທະວີ​ຄວາມ​ສາມາດ ​ແລະ ປະສິດທິ​ຜົນ​ວຽກ​ງານ​ເສນາ​ທິການ​ທາງ​ດ້ານ​ເສ​ດຖະກິດ - ສັງຄົມຂອງ​ສູນ​ກາງ ​ແລະ ຂອງບັນດາ​ຄະນະ​ພັກແຂວງ ກຳ​ແພງ​ນະຄອນ. ​ໃຫ້​ຄວາມ​ສຳຄັນ​ແກ່​ວຽກ​ງານ​ສະຫລຸບ​ເບື້ອງ​ຕົ້ນ, ສະຫລຸບ​ສັງ​ລວມການ​ປະຕິບັດ​ມະຕິ​ຂອງ​ພັກ, ຮັບປະກັນ​ຮັກສາ​ລະບຽບ​ວິ​ໄນ​ຢ່າງ​ເຂັ້ມ​ງວດ​ໃນ​ການ​ປະຕິບັດ​ມະຕິ​ຂອງ​ພັກ. ຮັບປະກັນ​ສິດ​ເສລີພາບ ປະຊາທິປະ​ໄຕ​ໃນ​ການ​ເຄື່ອນ​ໄຫວ​ເສດຖະກິດ​ຂອງ​ປະຊາຊົນ ຕາມຂໍ້​ກຳ​ນົດຂອງ​ລັດຖະທຳ​ມະນູນ, ກົດໝາຍ. ຮັບປະກັນ​ການ​ເຂົ້າ​ຮ່ວມ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ບັນດາ​ອົງການຈັດ​ຕັ້ງການ​ເມືອງ, ສັງຄົມ, ສັງຄົມ-ອາຊີບ ​ໃນ​ການ​ກໍ່ສ້າງລະບຽບ​ກົດໝາຍ​ເສດຖະກິດ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ./.

ຂຽນ​ໂດຍ: ສຈ. ດຣ. ​ເວື​ອງດິ່ງ​ເຫ້ວ,
ກຳ​ມະ​ການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ

* ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາລະສານ​ກອມ​ມູນິດ - ສະບັບ​ທີ 866 (​ເດືອນ​ທັນວາ 2014)

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ