ວັນອັງຄານ, 22/10/2019
ບັນດາການເຄື່ອນໄຫວທີ່ເປັນການທຳລາຍ ສະພາວະດັ້ງເດີມ ຂອງໂລກໃນປີ 2014
3/4/2015 12:2' ສົ່ງ ພິມ
ທ່ານແຊັກເກີຍ ລາວະຣົບ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ລັດເຊຍ (ຊ້າຍ) ປຶກສາເຈລະຈາກັບທ່ານ ຈອນ ເຄຣີ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ອາເມຣິກາ (ຂວາ) ກ່ຽວກັບສະພາບການ ອູແກຣນ ຢູ່ທີ່ນະຄອນປາຣີ (ພາບ: AFP/TTXVN)

ການ​ວິ​ກິດ​​​ຢູ່​ອູ​ແກຣນ

ອາດ​ຈະ​ເວົ້າ​ໄດ້​ວ່າ ການ​ທີ່​ທ່ານ​ປະທານາທິບໍດີ ວ.​ຢາ​ນູ​ໂກ​ວິກ ​ຕົກ​ລົງງົດ​ໄວ້​ຊົ່ວຄາວ​ການ​ເຊັນ​ສັນຍາ​ເຊື່ອມ​ໂຍງ​ເສດຖະກິດ​ກັບ​ສະຫະພາບ​ເອີຣົບ (ວັນ​ທີ 21 ພະຈິກ 2013) ​​ເປັນ​ຈຸດ​ເລີ່ມ​ຕົ້ນ ຂອງ​ການ​ວິ​ກິດຢູ່​ປະ​ເທດ ອູ​​ແກຣນ. ຫຼັງ​ຈາກ​ນັ້ນ, ພິ​ເສດ​ແມ່ນ​ພາຍຫຼັງ​ການ​ຈະລາ​ຈົ​ນ​ໂຄ່ນ​ລົ້ມ ປະທານາທິບໍດີ ວ.​ຢາ​ນູ​ໂກ​ວິກ (ວັນ​ທີ 22 ກຸມພາ 2014), ປະ​ເທດ ອູ​​ແກຣນ ກໍ່​ຄ່ອຍໆ​ຕົກ​ໃສ່​ສະພາບ​ການ​ສົງຄາມ​ກາງ​ເມືອງ ຍ້ອນ​ການ​ສູ້​ຮົບ​ກັນ​ລະຫວ່າງ​ອຳນາດ​ການ​ປົກຄອງ​ສູນ​ກາງກີ​ແອັບ ​ກັບບັນດາ​ກຳລັງ​ແຍກ​ຕົວ​ເປັນ​ອິດສະຫລະ ​ຢູ່​ພາກ​ຕາ​ເວັນ​ອອກ (ກວມ​ດ້ວຍ​ສອງ​ແຂວງ​ຢູ່​ເຂດ​ໂດນ​ບາດຄື ​ໂດ​ແຍ​ສະ​ເກີ ​ແລະ ລູການສະ​ເກີ). ສົງຄາມ​ຢູ່ອູ​​ແກຣນ ​ໄດ້​ພາ​ໃຫ້​ຜູ້​ເສຍ​ຊີວິດ 4.600 ຄົນ, ບາດ​ເຈັບ 10.000 ກວ່າ​ຄົນ ​ແລະ​ປະຊາຊົນ​ເຂດ​ໂດນ​ບາດ​ລ້ານ​ກວ່າ​ຄົນ​ຕ້ອງ​ອົບ​ພະຍົບລົບໄພ (ຄິດ​ໄລ່​ເຖິງ​ຕົ້ນ​ປີ 2015)(1). ການ​ປະ​ທະ​ກັນ​ຢູ່ອູ​​ແກຣນ ກໍ່​​ເຮັດ​ໃຫ້​ຄວາມ​ພົວ​ພັນ​ລະຫວ່າງ​ລັດ​ເຊຍ ​ກັບບັນດາ​ປະ​ເທດ​ຕາ​ເວັນ​ຕົກ (ຕົ້ນ​ຕໍ່​ແມ່ນ ສະ​ຫະພາບ​ເອີຣົບ ​ແລະ​ອາ​ເມຣິກາ) ​​ເກີດ​ຄວາມເຄັ່ງ​ຕຶງຢ່າງ​ຮ້າຍ​ແຮງ, ​ເຖິງ​ຂັ້ນ​ປຽບ​ສະ​ເໝືອນ​ການ​ສົງຄາມ​ເຢັນ​ຄັ້ງ​ໃໝ່. ການ​ປະຕິບັດ​ບັນດາ​ມາດ​ຕະການ​ລົງ​ໂທດ​ຄວ້ຳ​ບາດຊຶ່ງ​ກັນ​ແລະ​ກັນ ​ໄດ້​ພາ​ໃຫ້​ທັງ​ລັດ​ເຊຍ ​ແລະ​ສະຫະພາບ​ເອີຣົບ ລ້ວນ​ແຕ່​ຖືກ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ (​ເສດຖະກິດ​ຂອງ​ລັດ​ເຊຍ​ພວມ​ຕົກ​ໃສ່​ສະພາບ​ການ​ຊຸດ​ໂຊ​ມຢ່າງ​ໜັກໜ່ວງ, ​ເງິນຣຸ​ເບິນລັດ​ເຊຍ ຕົກ​ລາຄາ​​ກວ່າ 50%(2), ສ່ວນ​ສະຫະພາບ​ເອີຣົບ ກໍ່ຖືກ​ເສຍ​ຫາຍ​ປະມານ 50 ຕື້​ໂດ​ລາ​ສະຫະລັດ ຍ້ອນ​ຕະຫຼາດ​ລັດ​ເຊຍ)(3). ພິ​ເສດ​ແມ່ນ, ສະພາບ​ການ​ປະ​ທະ​ກັນ​ນີ້​ຖືກ​ຖື​ວ່າ​ເປັນສາ​ເຫດ​ໂດຍ​ກົງ ທີ່​ພາ​ໃຫ້​ເຮືອບິນ​ພົນລະ​ເຮືອນໝາຍ​ເລກ MH17 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ ຖືກ​ຍິງ​ຕົກ​ໃນ​ວັນ​ທີ 17 ກໍລະກົດ 2014, ​ເຮັດ​ໃຫ້​ຜູ້​ໂດຍສານ​ແລະ​ລູກ​ເຮືອ​​ເສຍ​ຊີວິດທັງ​ໝົດ 298 ຄົນ. ຍ້ອນ​ລະດັບ​ການ​ກະທົບ​ໃນ​ຂອບ​ເຂດ​ກວ້າງຂວາງ​ທີ່​ສຸດ ​ແລະ​ສົ່ງ​ຜົນ​ສະທ້ອນເຖິງ​ການ​ພົວພັນ​ສາກົນ​ອື່ນໆ ດັ່ງ​ນັ້ນ​ການ​ວິ​ກິດອູ​​ແກຣນ ຈຶ່ງ​ກາຍ​ເປັນ “ຈຸດ​ຮ້ອນ” ທີ່​ສຸດ​ໃນ​ປີ 2014.

​ແຕ່​ປີ 2004, ສະຫະລັດ​ອາ​ເມຣິກາ ​ແລະ ສະຫະພາບ​ເອີຣົບ ​ໄດ້​ດຳ​ເນີນ​ “ການທົດ​ລອງ” ​ເພື່ອ​ແນ​ໃສ່​ດຶງ​ດູດ ອູ​​ແກຣນ ອອກ​ຈາກ​ເຂດ​ອິດ​ທິພົນຂອງ​ລັດ​ເຊຍ ​ໂດຍ​ຜ່ານ​ການ​ສະໜັບສະໜູນບັນດາ​ກຳລັງທີ່​ສະໜິດ​ຕິດ​ພັນ​ກັບ​ຝ່າຍ​ຕາ​ເວັນ​ຕົກ​ຢູ່​ປະ​ເທດ​ນີ້ ​ໃຫ້​ດຳ​ເນີນ​ “ການປະຕິວັດ​ສີ​ສົ້ມ”. ​ແຕ່​ວ່າ, ຍ້ອນ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ ວ.ຢູ​ແຊນ​ໂກ ອ່ອນ​ຄວາມ​ສາມາດ ດັ່ງ​ນັ້ນ​ການ​ທົດ​ລອງ​ນີ້ຈຶ່ງ​ຖືກ​ປະລາ​​ໄຊ, ພ້ອມ​ກັນ​ນັ້ນ ກໍ່​ພາ​ໃຫ້ອູ​​ແກຣນ ກັບ​ຄືນ​ສູ່​ສະພາວະ​ໃກ້ຊິດ​ສະໜິດສະໜົມ​ກັບ​ລັດ​ເຊຍ ພາຍຫຼັງ​ໄຊຊະນະ​ຂອງ​ປະທານາທິບໍດີ ວ.ຢາ​ນູ​ໂກ​ວິກ ​ໃນ​ການ​ເລືອກ​ຕັ້ງ​ປີ 2010. ພາຍ​ຫຼັງ​ເວລາ​ເກືອບ 3 ປີ, ອຳນາດ​ການ​ປົກຄອງ​ຂອງປະທານາທິບໍດີ ວ.ຢາ​ນູ​ໂກ​ວິກ ກໍ່​ບໍ່​ສາມາດ​ປົວ​ແປງ​ສະພາບ​ການ​ຂອງ​ປະ​ເທດ​ໃຫ້​ດີ​ຂຶ້ນ​ໄດ້, ຊ້ຳ​ບໍ່​ໜຳ ​ເສດຖະກິດ​ຂອງອູ​​ແກຣນ ຍັງ​ຖືກ​ຊຸດ​ໂຊມ​ລົງ​ສູ່​ປາກ​ເຫວ​ແຫ່ງ​ຄວາມ​ລົ້​ມລະລາຍ. ນີ້​ແມ່ນ​ເງື່ອນ​ໄຂ​ອັນ​ສະດວກ​ເພື່ອ​ໃຫ້ ບັນດາ​ກຳລັງທີ່​ສະໜິດ​ຕິດ​ພັນ​ກັບ​ຝ່າຍ​ຕາ​ເວັນ​ຕົກ ດຳ​ເນີນ​ການ​ເຄື່ອນ​ໄຫວ​ເພື່ອ​ທຳລາຍ​ມ້າງ​ສະພາວະ​ດັ້ງ​ເດີມ​ຂອງອູ​​ແກຣນ ຄັ້ງທີ່​ສອງ. ຄວາມ​ຈິງ​ໃຫ້​ເຫັນ​ວ່າ ຂໍ້​ຕົກລົງ​ວັນ​ທີ 21 ພະຈິກ 2013, ກໍ່​ຄື​ບັນດາ​ມາດ​ຕະການ​ປາບ​ປາມ​ຜູ້​ເດີນ​ຂະ​ບວນມິດ​ຕິງ​ຢູ່​ສະໜາມ​ຫຼວງ ມາຍ​ດານ ​ເປັນ​ພຽງ​ການ​ກະທົບ​ຕອບ​ຂອງ​ທ່ານປະທານາທິບໍດີ ວ.ຢາ​ນູ​ໂກ​ວິກ ​ເພື່ອ​ແນ​ໃສ່​ປົກ​ປັກ​ຮັກສາ​ສະພາວະ​ດັ້ງ​ເດີມ​ຂອງ​ປະ​ເທດ​ຊາດ ທີ່​ພວມ​ຖືກບັນດາ​ກຳລັງທີ່​ສະໜິດ​ຕິດ​ພັນ​ກັບ​ຝ່າຍ​ຕາ​ເວັນ​ຕົກ ນາດ​ຂູ່​ທຳລາຍ. ​ໄຊຊະນະ​ຂອງ​ບັນດາ​ກຳ​ລັງ​ເຫຼົ່າ​ນີ້ພາຍຫຼັງ​ການ​ຈະລາຈົນ​ເດືອນ​ກຸມພາ 2014, ​ແລະ​ຍອດ​ສູງ​ແມ່ນ​ພາຍຫຼັງ​ໄຊຊະນະ​ຂອງ​ທ່ານ​ປະທານາທິບໍດີ ປ.​ໂຣ​ແຊນ​ໂກ ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ເມື່ອ​ວັນ​ທີ 25 ພຶດສະພາ 2014, ດ້ານ​ໜຶ່ງ ​ເຮັດ​ໃຫ້​ລັດອູ​​ແກຣນ ທີ່​ເປັນ​ເອກະ​ພາບ ຖືກ​ຕົກ​ໃສ່​ສະພາ​ວະ​ແບ່ງ​ແຍກ; ດ້ານອື່ນ ມັນ​ກໍ່​ຫັນປ່ຽນສາຍ​ພົວພັນ​ລະຫວ່າງອູ​​ແກຣນ ​ແລະ​ລັດ​ເຊຍ ຈາກ​ມິດຕະພາບ​ມາ​ເປັນ​ປະຕິປັກ​ກັນ.

ການ​ມ້າງ​ເພ​ສະພາວະ​ດັ້ງ​ເດີມ​ຂອງອູ​​ແກຣນ ​ໄດ້​ພາ​ໃຫ້​ເກີດ​ຜົນ​ຮ້າຍ​ອັນ​ໜັກໜ່ວງ​ເປັນ​ລວາດໆ.

ກ່ອນ​ອື່ນ​ໝົດ​ແມ່ນ​ຕໍ່ກັບ​ຝ່າຍ​ລັດ​ເຊຍ. ​ໃນ​ທັນທີ​ພາຍຫຼັງ​ການ​ຈະລາຈົນ​ໂຄ່ນ​ລົ້ມ​ທີ່​ເກີດ​ຂຶ້ນ​ຢູ່ອູ​​ແກຣນ ວັນ​ທີ 22 ກຸມພາ 2014, ລັດ​ເຊຍ ຖື​ວ່າ​ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີວ່າການ​ຊົ່ວຄາວ ອໍ.ຕູ​ເຣີຈີ​ນົບ ​ແລະ​ນາຍົກລັດຖະມົນຕີ ອາ.ຢາ​ເຊ​ນີອຸກ ​ແມ່ນອຳນາດ​ການ​ປົກຄອງຜິດ​ກົດໝາຍ, ຍ້ອນ​ນອກຈາກ​ລັກສະນະ​ຜິດ​ລັດຖະທຳ​ມະນູນຂອງການຕົກລົງ​ໂຄ່ນ​ລົ້ມປະທານາທິບໍດີ ວ.ຢາ​ນູ​ໂກ​ວິກ ​ແລ້ວ, ຍັງ​ແມ່ນ​ຍ້ອນ​ວ່າ​ອຳນາດ​ການ​ປົກຄອງ​ນີ້​ໄດ້​ດຳ​ເນີນ​ບາງ​ນະ​ໂຍບາຍ​ທີ່​ມີ​ລັກສະນະຕ້ານ​ລັກ​ເຊຍ (​ເຊັ່ນ ຫ້າມ​ຂາດ​ບໍ່​ໃຫ້​ສອນ​ພາສາ​ລັດ​ເຊຍ​ຢູ່ໃນໂຮງຮຽນ, ບໍ່​ໃຊ້​ພາສາ​ລັດ​ເຊຍ​ໃນ​ເອກະສານ​ການ​ບໍລິຫານ…). ​ເພາະສະ​ນັ້ນ, ການ​ຕົກລົງ​ໂຮມ​ເຂດ​ກຣືມ ​ເຂົ້າກັບ​ສະຫະພັນ​ລັດ​ເຊຍ (​ໂດຍສອງ​ສະພາ​ແຫ່ງ​ຊາດ​ລັດ​ເຊຍ ຮັບຮອງ​ຜ່ານ​​ໃນວັນ​ທີ 21 ມີນາ 2014) ບໍ່​ແມ່ນ​ຍ້ອນລັດ​ເຊຍ ​ເຈຕະນາ​ມ້າງ​ເພ​ສະພາວະ​ດັ້ງ​ເດີມ​ຂອງ​ເທສະ​ຫຼັງ​ໂຊ​ວຽດ, ຫາກ​ພຽງ​ແຕ່​ແມ່ນ​ການ​ຍາດ​ແຍ່ງ​ໂອກາດ​ເພື່ອທ້ອນ​ໂຮມ​ຄືນ​ເຂດ​​ແດນ​ທີ່​ມີ​ຄວາມ​ໝາຍ​ພູມິ - ຍຸດ​ທະ​ສາດ​ທີ່​ສຳຄັນ​ທີ່​ສຸດສຳລັບ​ຄວາມ​ໝັ້ນຄົງ​ຂອງ​ລັດ​ເຊຍ​ຢູ່​ເຂດ​ທະ​ເລດຳ. ​ແຕ່​ໃນ​ພາກ​ຕົວ​ຈິງ, ຫຼັງ​ຈາກ​ທີ່​ເຂດ​ກຣືມຖືກ​ໂຮມ​ເຂົ້າ​ກັບ​ລັດ​ເຊຍ, ອຳນາດ​ການ​ປົກຄອງ​ກີ​ແອັບກໍ່​ໄດ້​ປະກາດ​ຖອນ​ຕົວ​ອອກ​ຈາກ​ປະຊາ​ຄົມ​ບັນດາ​ປະ​ເທດ​ທີ່​ເປັນ​ເອກະລາດ (SNG); ພ້ອມ​ກັນ​ນັ້ນ, ການ​ພົວພັນ​ລະຫວ່າງ​ລັດ​ເຊຍ ກັບ​ໂມນ​ດາ​ວີ ​ແລະ​ຊອກ​ຊີ ກໍ່​ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ, ຍ້ອມ​ປະ​ເທດ​ເຫຼົ່າ​ນີ້​ກໍ່ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍລວມກ່ຽວ​ກັບ​ເຂດ​ແດນ​ຄື​ກັນກັບກຣືມ (ພິ​ເສດ​ແມ່ນ​ປະ​ເທດ​ຊອກ​ຊີ ພາຍຫຼັງ​ສົງຄາມ​ຢູ່​ເຂດ​ໂອ​ເຊ​ເຈຍ​ໃຕ້ ປີ 2008). ​ເຫດການ​ກຣືມ ຖືກ​ອາ​ເມ​ຣິ​ກາ ​ແລະສະຫະພາບ​ເອີຣົບ ສວຍ​ໃຊ້​ເພື່ອກ່າວ​ປະນາມ​ວ່າ​ລັດ​ເຊຍ ​ໄດ້​ມ້າງ​ເພ​ສະພາວະດຸນລະ​ຍາພາບ​ຢູ່​ທະວີບ​ເອີຣົບ, ​ແນ​ໃສ່​ລ້ອມ​ປ່ຽວ​ລັດ​ເຊຍ ຊຶ່ງ​ເນື້ອ​ແທ້​ແມ່ນ​​ເພື່ອ​ກົດ​ຄຸມ​ການ​ບືນ​ຕົວ​ຂຶ້ນ​ຂອງ​ລັດ​ເຊຍ. “ຂໍ້ອ້າງ” ທີ່ສະຫະພາບ​ເອີຣົບ ​ແລະ​ອາ​ເມຣິກາ ອ້າງ​ອີງ​ແມ່ນຄວາມ​ຕົກລົງຂອງ 35 ປະ​ເທດ​ຢູ່​ທີ່​ກອງ​ປະຊຸມ​​ເຮນ​ຊິງ​ກີ (ປະ​ເທດ​ແຟງ​ລັງ) ປີ 1975, ​ໃນ​ຂໍ້​ຕົກລົງ​ສຸດ​ທ້າຍ​ຂອງ​ກອງ​ປະຊຸມ (ລົງ​ນາມ​ໃນ​ວັນ​ທີ 1 ສິງຫາ 1975) ມີ​ຕອນ​ໜຶ່ງຂຽນວ່າ: “ສັນຕິພາບ​ຢູ່​ທະວີບ​ເອີຣົບ ຈະ​ໄດ້​ຮັບ​ປະ​ກັນ​ກໍ່​ຕໍ່​ເມື່ອ​ເສັ້ນ​ຊາຍ​ແດນ​ແຫ່ງ​ຊາດ​ຂອງ​ປະ​ເທດ​ຕ່າງໆ​ ໄດ້​ຮັກສາ​ໄວ້​ດັ້ງ​ເດີມ”. ​ແຕ່​, ​ເມື່ອ​ເວົ້າ​ເຖິງ​ການ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ນີ້, ​ເຂົາ​​ເຈົ້າ​ບໍ່​ອາດ​ບໍ່​ຄິດ​ເຖິງ​ເຫດການ​ເດືອນ​ມີນາ ປີ 1999, ​ເວລາ​ນັ້ນ ອົງການ​ສົນທິສັນຍາ​ແອດ​ແລນ​ຕິກ​ເໜືອ (NATO - ນາ​ໂຕ) ​ໄດ້​ດຳ​ເນີນ​ຍຸດທະ​ການ​ທະຫານ 78 ວັນ ​ໂດຍ​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຂອງ​ຄະນະ​ມົນ​ຕີ​ຄວາມ​ໝັ້ນຄົງ​​ແຫ່ງສະຫະ​ປະຊາ​ຊາດ, ​ເພື່ອ​​ໂຈມ​ຕີ​ຕ້ານ ຢູ​ໂກສະ​ລາ​ເວ​ຍ - ​ເປັນປະ​ເທດ​ເອກະລາດ ​ທີ່​ມີອຳນາດ​ອະທິປະ​ໂຕ​ເຕັນ​ສ່ວນ ​ແລະ​ບໍ່​ມີ​ການ​ກະທຳ​ນາບ​ຂູ່​ຕົວ​ຈິງ​ໃດໆ ຕໍ່​ກັບປະ​ເທດ​ສະມາຊິກ​ໃດ ​ໃນອົງການນາ​ໂຕ, ຊຶ່ງການ​ໂຈມ​ຕີ​​ໄດ້​ພາ​ໃຫ້​ປະຊາຊົນ​ສາມັນ​ເສຍ​ຊີວິດ​ເປັນ​ຈຳນວນ​ໝື່ນ ​ແລະ​ເຮັດ​ໃຫ້​ປະ​ເທດ​ຢູ​ໂກສະ​ລາ​ເວ​ຍ ບໍ່ສາມາດ​ຮັກສາ​ສະພາວະ​ດັ້ງ​ເດີມຂອງ​ຕົນ​ໄວ້​ໄດ້ ຫາກ​​ຖືກ​ແບ່ງ​ແຍກ​ອອກ​ເປັນ​ຫຼາຍ​ປະ​ເທດ.

ຄຳ​ສັ່ງ​ລົງ​ໂທດ ຄວ້ຳ​ບາດ ຂອງສະຫະພາບ​ເອີຣົບ ​ແລະ​ອາ​ເມຣິກາ ທີ່​ປະຕິບັດ​ຕໍ່​ລັດ​ເຊຍ​ນັ້ນ ​ເຖິງ​ວ່າ​ເປັນ​ການ​ກະທົບ​ຕອບ​ຕໍ່​ອັນ​ທີ່​ເອີ້ນ​ວ່າ “​ໄພ​ອັນຕະລາຍ​ແຫ່ງ​ສະພາວະດັ້ງ​ເດີມ​ຂອງ​ເອີຣົບຖືກ​ມ້າງ​ເພ”, ​ແຕ່​ໂດຍ​ບໍ່​ຄາດຄິດ​ວ່າ ການ​ລົງ​ໂທດ​ຄວ້ຳ​ບາດນີ້​ພັດ​ເຮັດ​ໃຫ້​ໂຄງ​ປະກອບ​ຄວາມ​ໝັ້ນຄົງ​ຂອງ​ທະວີບ​ນີ້​ ຕ້ອງ​ປະ​ເຊີນ​ໜ້າ​ຕໍ່​ຄວາມ​ພັງ​ທະລາ​ຍຢ່າງ​ສິ້ນ​ເຊີງ. ​ເບິ່ງ​ແລ້ວ ການວິກິດກຣືມ ​ເປັນ​ພຽງ​ຂໍ້​ອ້າງ​ອີງ​ເທົ່າ​ນັ້ນ, ຍ້ອນ​ກະ​ໂຕ​ການ​ປັດ​ເຂ່ຍ​ລັດ​​ເຊຍອອກ​ຈາກ​ກົນ​ໄກ G8 ກໍ່​ຄື​ການ​ຢຸດຕິການ​ສົນທະນາລະຫວ່າງ​ລັດ​ເຊຍ - ນາ​ໂຕນີ້​ເອງ ຊຶ່ງສະຫະພາບ​ເອີຣົບ​ແລະ​ອາ​ເມຣິກາ ​ໄດ້​​ເຮັດ​ໃຫ້ການ​ພົວພັນລະຫວ່າງລັດ​ເຊຍ - ຝ່າຍ​ຕາ​ເວັນ​ຕົກ ຕົກ​ໃສ່​ສະພາວະ​ປະຕິປັກ​ກັນ. ​ເຖິງ​ວ່າ ສະພາວະ​ດັ້ງ​ເດີມ​ຂອງ​ທະວີບ​ເອີຣົບ ພຽງ​ແຕ່​ຖືກ​ມ້າງ​ເພ​ສ່ວນ​ໜຶ່ງກໍ່ຕາມ, ​ແຕ່​ດ້ວຍ​ການ​ທີ່ ນາ​ໂຕ ຕົກລົງ​ສ້າງ​ຕັ້ງ​ກອງກຳລັງກະທົບ​ຕອບ​ໄວຂຶ້ນ​ກ່ອນ​ຄວາມ​ຄາດໝາຍ (ກອງ​ປະຊຸມ​ສຸດ​ຍອດ​ຂອງ​ນາ​ໂຕ ວັນ​ທີ 2 ທັນວາ 2014 ຕົກລົງ​ຈະ​ສ້າງ​ຕັ້ງ​ກຳລັງ​ນີ້ຂຶ້ນ​ໃນ​ປີ 2015 ກ່ອນ​ຄາດກະ​ຄື​ປີ 2016) ​ແລະ ຈະຜັນ​ຂະຫຍາຍ​ກຳ​ລັງ​ນີ້​ຢູ່​ບັນດາ​ປະ​ເທດ​ເອີຣົບຕາ​ເວັນ​ອອກ ຕິດ​ກັບ​ຊາຍ​ແດນ​ລັດ​ເຊຍ; ສ່ວນ​ທ່ານ​ປະທານາທິບໍດີ ວ.ປູ​ຕີນ ພັດ​ຖື​ວ່າ “ການ​ເປີດ​ກວ້າງ​ອອກ​ຂອງ​ນາ​ໂຕ ​ແມ່ນ​ການ​ນາບ​ຂູ່​ທີ່​ໃຫຍ່​ທີ່​ສຸດ​ຕໍ່​ກັບ​ຄວາມໝັ້ນຄົງ​ຂອງ​ລັດ​ເຊຍ” (ຄັດຈາກຫຼັກ​ທິດ​ສະ​ດີກາ​ນທະຫານຂອງ​ລັດ​ເຊຍ ​ທີ່ທ່ານ​ປະທານາທິບໍດີ ວ.ປູ​ຕີນ ​ປະກາດຖະ​ແຫຼ​ງ​ເມື່ອ​ວັນ​ທີ 26 ທັນວາ 2014),… ​ເປັນອັນ​ຈະ​ແຈ້ງວ່າ ຄວາມ​ໝັ້ນຄົງ​ຂອງ​​ເອີຣົບ ພວມຖືກ​ນາບ​ຂູ່​ຍ້ອນ​ສົງຄາມ​ເຢັນ​ຄັ້ງ​ໃໝ່.

​ເປັນ​ອັນວ່າ, ບັນດາ​ການ​ກະທຳ​ມ້າງ​ເພ​ສະພາວະ​ດັ້ງ​ເດີມ ກໍ່​ຄື​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຮັກສາ​ມັນ​ໄວ້ ​ໄດ້​ສ້າງ​ເປັນ​ວິວັດ​ການ​ວິ​ກິດ​ທີ່​ແກ່ຍາວ​ຢູ່ອູ​​ແກຣນ.

ການ​ສູ້​ຮົບ​ຕ້ານກັບ​ລັດ​ອິດສະ​ລາມ (IS) ທີ່​ປະກາດ​ຕົວ​ໂດຍ​ຕົນ​ເອງ

ມາ​ຈົນ​ເຖິງ​ຕົ້ນ​ປີ 2014, ຄື​ວ່າ ສະພາບ​ການ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງບໍ່​ມີ​ການຜັນ​ປ່ຽນ​ໃຫຍ່​ແຕ່​ຢ່າງ​ໃດ​ເລີຍ. ພາຍຫຼັງ​ຄວາມ​ຕົກລົງ​ທີ່​ຖືກ​ຕີ​ລາຄາ​ວ່າ​ມີ​ລັກສະນະ​ບຸກທະລຸ ກ່ຽວ​ກັບ​ການ​ປົດ​ເປື້ອງ​ສາງ​ອາວຸດ​ເຄມີ​ຂອງ​ຊີຣີ (ວັນ​ທີ 9 ຕຸລາ 2013), ​ສົງຄາມ​ກາງ​ເມືອງ​ຢູ່​ປະ​ເທດ​ນີ້​ກໍ່​ຍັງ​ສືບ​ຕໍ່ ລະຫວ່າງ​ກອງທັບ​ຂອງ​ລັດຖະບານຂ​ອງ​ປະທານາທິບໍດີ ບາ​ຊາ ອານ ອັດ​ຊາດ ກັບ​ຝ່າຍລຸກ​ຮື​ຂຶ້ນ ​ໂດຍ “​ບໍ່​ມີຜູ້ຊະນະ​ແລະ​ກໍ່​ບໍ່​ມີ​ຜູ້​ປະລາ​​ໄຊ”. ຂະບວນວິວັດ​ສັນຕິພາບ​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ ​ໄດ້​ຮັບ​ການ​ຂັບ​ເຄື່ອນໆ​ໄຫວ​ຄືນ​ໃໝ່ພາຍຫຼັງ​ສາມ​ປີ​​ແຫ່ງການ​ຢຸດ​ສະຫງັກ (ເລີ່​ມຕົ້ນດ້ວຍ​ການ​ເຈລະຈາ​ສັນຕິພາບ​ຢູ່ ວໍ​ຊິງ​ເຕິນ ວັນ​ທີ່ 29 ກໍລະກົດ 2013, ລະຫວ່າງທ່ານ ທ.ລິບນີ​ ລັດຖະມົນຕີ​ວ່າການ​ກະຊວງ​ຍຸດຕິ​ທຳ​ອິດສະຣາ​ແອນ ແລະ ນັກ​ເຈລະຈາ​ປາ​ແລັດສຕີນ ຊ.​ແອຣີກາດ). ປະ​ເທດ​ອີ​ຢິບ ກໍ່​ຄ່ອຍໆ​ເຂົ້າ​ສູ່ຄວາມ​ສະຫງົບ​ຄືນ​ໃໝ່ ພາຍຫຼັງ​ການ​ລັດຖະປະຫານ​ໂຄ່ນ​ລົ້ມ​ປະທານາທິບໍດີ ​ໂມ​ຮາ​ມັດ ​ເມີ​ຊີ (ວັນ​ທີ 3 ກໍລະກົດ 2013). ຄວາມ​ຕົກລົງ​​ໄລຍະ​ສັ້ນ​ກ່ຽວ​ກັບ​ບັນຫານິວ​ເກຼຍ ຂອງ​ອີຣານ ທີ່​ໄດ້​ລົງ​ນາມ​ກັນ​ເມື່ອ​ເດືອນ​ພະຈິກ 2013 ກໍ່​ພຽງ​ແຕ່​ຊ່ວຍ​ໃຫ້​ສືບ​ຕໍ່​ຮັກສາ​ການ​ເຈລະຈາ​ລະຫວ່າງ​ອີຣານ ກັບບັນດາ​ປະ​ເທດ P5+1 ​ໂດຍ​ບໍ່​ບັນລຸ​ເຖິງ​ການ​ຫັນປ່ຽນ​ອັນຕັ້ງໜ້າ​​ແຕ່​ຢ່າງໃດ​ເລີຍ.

​ໃນ​ສະພາບ​ການ​ດັ່ງກ່າວ​, ການ​ປະກົດ​ຕົວ​ຂອງ​ກຳລັງ​ກໍ່​ການ​ຮ້າຍ IS (​​ແຕ່ເດືອນ​ມີນາ 2014) ພ້ອມ​ດ້ວຍ​ບັນດາ​ໄຊຊະນະຢ່າງ​ລຽນຕິດ​ຂອງ​ມັນ ໃນ​ສະໜາມຮົບ​ອີຣັກ ​ໄດ້​ກາຍ​ເປັນ “ຈຸດ​​ໃຈກາງ” ທີ່​ແທ້​ຈິງ​ຢູ່​ຕາ​ເວັນ​ອອກ​ກາງ ​ໃນ​ປີ 2014. ການ​ເຄື່ອນ​ໄຫວ​ຂອງ IS ບໍ່​ພຽງ​​ແຕ່ນາບ​ຂູ່​ໂດຍ​ກົງຕໍ່​ຄວາມ​ເປັນຕາ​ຍຂອງ​ອຳນາດ​ການ​ປົກຄອງ​ຂອງ​ນາຍົກລັດຖະມົນຕີ ນູຣີ ອານ​ມາລີ​ກີ ​ແລະ ​ເປັນ​ສິ່ງ​ທ້າ​ທາຍ​ຕໍ່​ອຳນາດ​ການ​ປົກຄອງຂອງ​ປະທານາທິບໍດີ ບ.​ໂອ​ບາ​ມາ ຊຶ່ງ​ຕ້ອງກັບ​ຄືນ​ມາ​ຫາ​ປະ​ເທດອີຣັກ ທັນທີ​ທັນ​ໃດ ພາຍຫຼັງ​ທີ່​ຫາ​ກໍ່​ສຳ​ເລັດ​ການ​ຖອນ​ທະຫານ​ອາ​ເມຣິກາ​ອອກ​ຈາກ​ອີຣັກ ທ້າຍ​ປີ 2011, ຫາກ​ຍັງ​ບັງຄັບ​ໃຫ້​ເກືອບ​ໝົດ​ທຸກ​ປະ​ເທດ​ຕາ​ເວັນ​ອອກ​ກາງ, ກ່ອນ​ອື່ນ​ແມ່ນ ຊີຣີ, ອີຣານ ​ແລະ ຕວັກ​ກີ, ຕ້ອງ​ຊັ່ງຊາ​ຮູບ​ການ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຕ້ານ​ກຳລັງ​ກໍ່​ການ​ຮ້າຍ​ທີ່​ຮ້າຍ​ກາດ​ທີ່​ສຸດ​ນີ້. ຄວາມ​ເປັນ​ລະບຽບ​ຂອງ​ຕາ​ເວັນ​ອອກ​ກາງ​ພວນ​ຢືນ​ຕໍ່ໜ້າ​ໄພ​ອັນຕະລາຍ​ແຫ່ງ​ການ​ປັ່ນ​ປວນຢ່າງ​ຮ້າຍ​ແຮງ.

ກ່ອນ​ອື່ນ, ກະ​ໂຕ​ການ​ປະກົດ​ຕົວ​ຂອງ IS ​ໄດ້​ເປັນ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ​ໃນ​​ແບບ​ວິທີການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ກໍ່​ການ​ຮ້າຍ. ພາຍຫຼັງ​ທີ່​ໂຈນ​ກໍ່​ການ​ຮ້າຍ​ຫົວ​ໂປ່ ບິນ ລາ​ແດນ ຖືກ​ດັບ​ສູນ (ວັນ​ທີ 2 ພຶດສະພາ 2011), ອົງການຈັດ​ຕັ້ງ ອານ ​ເກ​ດາ ຈຳ​ເປັນ​ຕ້ອງ​ແຍກ​ກຳລັງອອກ​ເປັນ​ບັນດາ​ຈຸ​ຍ່ອມ​ນ້ອຍ​ ທີ່​ເຄື່ອນ​ໄຫວ​ເປັນ​ເອກະລາດ ​ແລະ​ມີ​ການ​ພົວພັນ​ນຳ​ກັນ​ໜ້ອຍ, ​ເພາະສະ​ນັ້ນ ກຳລັງ​ແຮງ​ຂອງ​ພວກມັນ​ກໍ່​ຖືກ​ອ່ອນ​ເພຍ​ລົງ. ​ແຕ່​ປີ 2010, ສາຂາ​ໜຶ່ງ​ຂ​ອງ ອານ ​ເກ​ດາ ຢູ່​ປະ​ເທດ​ອີຣັກ ​ໄດ້ກຳນົດ​ບັນທັດຖານ​ທີ່ໃໝ່ອ່ຽມ - ຄື​ສ້າງ​ຕັ້ງ​ລັດ​ອິດສະ​ລາມ ທີ່​ເປັນຕ່າງຫາກ (IS) ບົນ​ພື້ນຖານ​ປະຕິບັດຕາມ​ກົດ​ອິດສະ​ລາມ​ຊາຣີອາທີ່ຂ້ຽວ​ເຄັ່ງຂຶ້ນ ຢູ່​ເຂ​ດ​ແດນຕາມ​ຊາຍ​ແດນ​ລະຫວ່າງ​ຊີຣີ ​ແລະ ອີຣັກ (​​ໃນ​ເມື່ອ​ຫາ​ກໍ່ສ້າງ​ຕັ້ງ​ຂຶ້ນ​ໃໝ່ ລັດ​ນີ້​ປະກາດ​ຕົວ​ຕົນ​ເອງ​ວ່າ​ເປັນ ລັດອິດສະ​ລາມ​ອີຣັກ​ແລະ​ຕາ​ເວັນ​ອອກ​ໃກ້ - ISIL). ດ້ວຍບັນທັດຖານ​ນີ້, ຂັ້ນ​ຕົ້ນ IS ຖືກ​ຖື​ວ່າ​ເປັນ​ກຳລັງ​ທີ່​ພຽງ​ແຕ່​ນາດ​ຂູ່ອີຣັກ ຊີຣີ ​ແລະ ​ສ່ວນ​ໜຶ່ງ​ຕໍ່ໍອີຣານ ​ເທົ່າ​ນັ້ນ. ​ແຕ່​ວ່າ, ​ເມື່ອ​ມັນ​ເປີດ​ກ້ວາງ​ຂອບເຂ​ດເຄື່ອນ​ໄຫວ​ດ້ວຍ​ການປາບ​ປາມ ຂ້າຟັນລັນ​ແທງ​ຢ່າງ​ນອງ​ເລືອດ​ຕໍ່​ຜູ້​ທີ່​ຕ້ານ​ພວກ​ມັນ ກໍ່ຄືຕໍ່ຜູ້​ບໍ່ຍອມປ່ຽນ​ສາສະໜາ​ຕາມ​ພວກ​ມັນ, ຕົວຢ່າງ​ຄື ການ​ສັງຫານ​ຢ່າງ​ປ່າ​ເຖື່ອນ​ຕໍ່​ບັນດາ​ນັກ​ຂ່າວ​ອາ​ເມຣິກາ ຫຼືຕໍ່​ພະນັກງານ​ຂອງ​ອົງການ​ດ້ານ​ມະນຸດສະທຳ, ພິ​ເສດ​ແມ່ນ ​ເມື່ອ​ຕົວ​ເມືອງ ​ໂກ​ບາ​ນີ ຢູ່​ເຂ​ດຊາຍ​ແດນລະຫວ່າງ​ຊີຣີ ​ແລະ ຕວັກ​ກີ ຖືກກຳລັງ ​IS ​ປິດ​ລ້ອມໂຈມ​ຕີ, ຊຶ່ງ​​ໄດ້ພາ​ໃຫ້​ຄວາມ​ເປັນ​ລະບຽບ​ຂອງ​ຕາ​ເວັນ​ອອກ​ກາງ ຕ້ອງ​ຢືນ​ຢູ່​ຕໍ່ໜ້າ​ໄພ​ອັນຕະລາຍ​ແຫ່ງ​ຄວາມ​ພັງທະລາ​ຍຍ້ອນ​ກຳລັງ IS.

​ເພື່ອ​ຕ້ານ​ກັບ IS, ຊຶ່ງ​ເນື້ອແທ້​ແມ່ນ​ແນ​ໃສ່​ຮັກສາສະພາວະ​ດັ້ງ​ເດີມ​ຂອງ​ພູມີພາກ​ໄວ້, ສຳພັນ​ທະ​ພາບ​ສາກົນ​ຕ້ານ IS (ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະມານ 60 ປະ​ເທດ) ​ນຳ​ໜ້າໂດຍ​ອາ​ເມຣິກາ ​ໄດ້​​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ. ​ໃນສຳພັນ​ທະ​ພາບ​ສາກົນ​ຕ້ານ IS, ບໍ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊີຣີ ​ແລະ​ອີຣານ, ​ເຖິງ​ວ່າ​ສອງ​ປະ​ເທດ​ນີ້ປັດຈຸບັນເປັນບັນດາ​ກຳລັງ​ຕົ້ນຕໍ​ໃນ​ການ​ສູ້​ຮົບ​ຕ້ານ IS ກໍ່ຕາມ. ການ​ປະພຶດ​ຢ່າງ​ຮ້າຍ​ກາດ​ຕາມ​ລຳພັງ​ຂອງ IS ກໍ່​ຍັງ​ບໍ່​ສາມາດ​ພາ​ໃຫ້​ປະທານາທິບໍດີ ບ.​ໂອ​ບາ​ມາ ຕ້ອງ​ສົ່ງ​ທະຫານ​ບົກ​ຄືນ​ມາ​ປະ​ເທດ​ອີຣັກອີກ​ຄັ້ງ. ຊຶ່ງ​ຄື​ກັນ​ກັບ​ການ​ວິ​ກິດ​ຢູ່​ອູ​ແກຣນ, IS ພຽງ​ແຕ່​ທຳລາຍ​ສ່ວນ​ໜຶ່ງ​ສະພາວະ​ດັ້ງ​ເດີມ​ຢູ່​ຕາ​ເວັນ​ອອກ​ກາງ​ເທົ່າ​ນັ້ນ.

 ​ໃນ​ປີ 2014, ຕາ​ເວັນ​ອອກ​ກາງຍັງ​ໄດ້​ເຫັນ​ກັບ​ຕາຄວາມຂະຫຍັນ​ຂັນ​ເຄື່ອນຂອງ​ຝ່າຍ​ປາ​ແລັດ​ສະຕີ​ນ ທີ່ພະຍາຍາມ​ມ້າງ​ຄວາມ​ປຶກ​ຕັນ​​ຂັດຂວາງວິວັດທະນາ​ການສັນຕິພາບ​ຢູ່ຕາ​ເວັນ​ອອກ​ກາງ. ສືບ​ຕໍ່​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຕ່າງໆ ​ແນ​ໃສ່​ຫັນ​ການ​ສ້າງ​ຕັ້ງ​ລັດ​ປາແລັດ​ສະຕີ​ນ​ເປັນ​ເອກະລາດ​ໃຫ້​ຖືກຕ້ອງ​ຕາມ​ກົດ​ໝາຍ, ​ເຊັ່ນ ສົ່ງ​ໃບ​ຮ້ອງ​ຂໍ​ເຂົ້າ​ເປັນ​ສະມາຊິກ​ອົງການສະຫະ​ປະຊາ​ຊາດ​ ​ເມື່ອ​ທ້າຍ​ປີ 2012 ຫຼື​ເຂົ້າ​ເປັນສະມາຊິກ​ອົງການ​ສຶກສາ ວິທະຍາສາດ ​ແລະ​ວັດທະນະທຳ ​ແຫ່ງ​ສະຫະ​ປະຊາ​ຊາດ (UNESCO) ​ເມື່ອ​ປີ 2013 ​ແລະ ສານ​ອາຍາ​ສາກົນ ​ເມື່ອ​ເດືອນ​ເມສາ 2014, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ ມ.ອາບ​ບາດ ​ໄດ້​ດຳ​ເນີນ​ການ​ໄກ່​ເກ່ຍກັບ​ກຳລັງ​ອິດສະ​ລາມ​ປະກອບອາວຸດ ຮາ​ມາດ. ຕອບ​ຄືນ​ການ​ກະທຳ​ທີ່​ຝ່າຍ​ອິດສະຣາ​ແອນ​ຖື​ວ່າ​ເປັນ​ໄພ​ມ້າງ​ເພ​ວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ, ວັນ​ທີ 8 ກໍລະກົດ 2014, ກອງທັບອິດສະຣາ​ແອນ​ໄດ້​ດຳ​ເນີນ​ການ​ຮົບ​ເປັນ​ເວລາກວ່າ 7 ສັບປະດາຢູ່ສະ​ໜວນກາຊາ ​ແນ​ໃສ່​ກຳລັງຮາ​ມາດ. ສະພາວະ​ດັ້ງ​ເດີມ​ໄດ້ຮັບ​ການສ້າງ​ຄືນ​ໃໝ່ ​ແຕ່​ຕ້ອງ​ເສຍ​ຄ່າ​ແພງ​ຫຼາຍ ​ຍ້ອນ​ໄດ້​ທຳລາຍ​ຊີວິດຂອງປະຊາຊົນ​ເກືອ​ນ 1.000 ຄົນ, ​ໃນ​ນັ້ນ ຕົ້ນຕໍ​ແມ່ນ​ສາມັນ​ຊົນ​ແລະເດັກນ້ອຍ, ພ້ອມ​ດ້ວຍ​ຜູ້​ບາດ​ເຈັບ​ເປັນ​ຈຳນວນ​ຮ້ອຍ, ສະ​ໜວນກາຊາຖືກມ້າງທຳລາຍຈົນ​ຮາບ​ກ້ຽງ (ຕາມ​ການ​ຄິດ​ໄລ່​ຂອງອົງການ​ສະຫະ​ປະຊາ​ຊາດ, ​ເພື່ອ​ສ້າງສາສະ​ໜວນກາຊາຄືນ​ໃໝ່​ຈະ​ຕ້ອງ​ເສຍ​ເງິນປະມານ 50 ຕື້​ໂດ​ລາ​ສະຫະລັດ).

ການ​ພິພາດກັນ​ຢູ່​ເຂດ​ທະ​ເລ​ອາຊີ - ປາຊີ​ຟິກ

​ແຕ່​ທ້າ​ນປີ 2013, ຖະ​ແຫຼ​ງການ​ຂອງ​ລັດຖະບານ​ຈີນ​ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ເຂດສະ​ແດງ​ຕົວພາບ​ປ້ອງ​ກັນ​ອາກາດ (Air Defense Identification Zone - ADIZ) ທີ່​ປົກ​ຄຸມ​ທັງ​ໝູ່​ເກາະ​ຕຽວຢູ໋/​ເຊັງ​ກະ​ກຶ ທີ່​ພວມ​ມີ​ການພິພາດ​ກັນ​ກັບ​ຍີ່ປຸ່ນ ​ແລະເຂດ​ທະ​ເລ 2.300 ກມ2 ­ຂອງ​ ສ.​ເກົາຫລີ ​ຊຶ່ງ​ໄດ້​ບົ່ງບອກ​ໃຫ້ຮູ້​ກ່ອນກ່ຽວ​ກັບ​ຄວາມ​ປັ່ນ​ປ່ວນ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ປີ 2014 ຢູ່​ເຂດ​ອາຊີ - ປາຊີ​ຟິກ, ຊຶ່ງ​ເປັນ​ພູມີພາກ​ທີ່ມີ​ຄວາມ​ເຕີບ​ໂຕ​ເສດຖະກິດ​ສູງ​ທີ່​ສຸດ​ໃນ​ໂລກ ນັບ​ແຕ່​ພາຍຫຼັງ​​ວິ​ກິດການ​ດ້ານ​ການ​ເງິນ - ​ເສດຖະກິດ​ໂລກ​ປີ 2008. ​ແຕ່​ຕົ້ນ​ປີ 2014, ການ​ຕ້ອງ​ກັນ​ທີ່ “ເກືອບ​ເປັນ​ອັນຕະລາຍ” ລະຫວ່າງ​ກ່ຳ​ປັນ, ​ເຮືອບິນ​ຂອງ​ຈີນ ​ແລະ​ຍີ່ປຸ່ນ, ລະຫວ່າງ​ກ່ຳ​ປັນ​ຂອງ​ຈີນ ​ແລະ​ອາ​ເມຣິກາ ​ໄດ້​ເພີ່ມ​ຂຶ້ນ. ການ​ທີ່​ຈີນ​ນຳ​ເອົາ​ຮ້ານ​ຂຸດ​ເຈ​າະນ້ຳມັນ ​ໄຮ​ຢາງ 981 ​ມາຕິດ​ຕັ້ງຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ​ໄຫຼ່​ທະວີບ​ຂອງ​ຫວຽດນາມ (​ແຕ່​ວັນ​ທີ 1 ພຶດສະພາ 2014) ​ໄດ້​ເຮັດ​ໃຫ້​ສະພາບ​ການ​ຢູ່​ເຂດ​ທະ​ເລຕາ​ເວັນ​ອອກ ​ແລະ ​ເຂດ​ອາຊີ​ຕາ​ເວັນ​ອອກ​ທັງ​ໝົດ​ ​ເຄັ່ງ​ຕຶງ​ຂຶ້ນ​ຊັກ​ໄຊ້. ປະຊາ​ຄົມ​ສາກົນ​ຢູ່​ໃນ​ພາກ​ພື້ນ ​ແລະ ນອກ​ພາກ​ພື້ນ​ໄດ້​ສະ​ແດງ​ຄວາມ​ຄັດຄ້ານ​ຢ່າງ​ແຂງ​ແຮງ​ຕໍ່​ການ​ກະທຳ​ຂອງ​ຈີນ. ການ​ທີ່​ສະພາ​​ແຫ່ງຊາດ​ຍີ່ປຸ່ນ ຮັບຮອງ​ຜ່ານ ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ສົ່ງ​ນອກ​ອາວຸດ ​ແລະ ສິດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ “ປ້ອງ​ກັນ​ຕົວ​ລວມໝູ່” ນັ້ນ ແມ່ນບາດກ້າວ​ເຂົ້າ​ໃກ້​ກັບ​ຈຸດໝາຍ “ນຳ​ເອົາ​ປະ​ເທດ​ຍີ່ປຸ່ນ​ກັບ​ຄືນ​ສູ່​ສະພາວະ​ປົກກະຕິ” ຂອງ​ລັດຖະບານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຊິນ​ໂຢ ອາ​ເບະ. ກະ​ແສ​ຟອງ​ເພີ່ມ​ງົບປະມານ​ການ​ປ້ອງ​ກັນ​ປະ​ເທດ​ຢູ່​ອາຊີ​ຕາ​ເວັນ​ອອກ ​ໄດ້ປະກອບສ່ວນ​ເຮັດ​ໃຫ້​ອາຊີ - ປາຊີ​ຟິກກາຍ​ເປັນ “ຈຸດ​ຮ້ອນ” ຂອງ​ປີ 2014.

​ເພື່ອ​ປະຕິບັດ “ຄວາມ​ຝັນ​ຈີນ” ​ແລະ​ກາຍ​ເປັນ “ປະ​ເທດ​ມະຫາ​ອຳນາດ​ແຫ່ງ​ທ​ະ​ເລn”, ​ໃນ​ຕໍ່ໜ້າ ນະ​ໂຍບາຍ​ຂອງຈີນ​ກໍ່​ຈະ​ເຮັດ​ໃຫ້​ ສະພາບ​ການ​ຕົວ​ຈິງ​ຢູ່​ອາຊີ - ປາຊີ​ຟິກ ປ່ຽນ​ແປງ​ໄປບໍ່ຫຼາຍ​ກໍ່​ໜ້ອຍ. ​ແຕ່​ວ່າ, ​ໃນ​ເມື່ອ​ສະພາບ​ການຢູ່ເອີຣົບ ​ແລະ​ຕ​າ​ເວັນ​ອອກ​ກາງ ພວມເຄັ່ງ​ຕຶງ​ຢູ່​ນັ້ນ, ບັນດາ​ການ​ກະທຳ​ຝ່າຍ​ດຽວ ​ແລະ​ຜິດ​ກົດໝາຍ​ຂອງ​ຈີນ ບໍ່​ພຽງ​ແຕ່​ເປັນ​ຜົນ​ສະທ້ອນ​ເຖິງ​ສາຍ​ພົວພັນ​ມິດຕະພາບ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ຈີນ (​ໄປ​ກົງ​ຂ້າມ​ກັບ​ຈິດ​ໃຈ​ຂອງ​ຖະ​ແຫຼງການ 6 ປະການ​ທີ່​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ຫວຽດນາມ - ຈີນ​ ໄດ້ລົງ​ນາມ​ໃນ​ປີ 2011), ລະ​ເມີດ​ຖະ​ແຫຼ​ງການ​ລວມວ່າ​ດ້ວຍ​ວິທີການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ອະນຸສັນຍາສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ​ປີ 1982 ກໍ່​ຄື​ກົດ​ບັດ​ສະຫະ​ປະຊາ​ຊາດ (ຫຼັກການ​ແກ້​ໄຂ​ຂໍ້​ພີ​ພາດ​ດ້ວຍ​ສັນຕິ​ວິທີ) ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ການ​ນາບ​ຂູ່​ທຳລາຍ​ສະພາວະ​ດັ້ງ​ເດີມ ຂອງ​ເຂດ​ທະ​ເລ​ທັງ​ໝົດ​ໃນ​ອາຊີ - ປາຊີ​ຟິກອີກ​ນຳ.

​ແຕ່​ວ່າ, ​ເພື່ອ​ຮັກສາ​ສະພາວະ​ດັ້ງ​ເດີມ​ໄວ້​ຄື​​ເກົ່າ, ບັນດາ​ປະ​ເທດຢູ່​ອາຊີ - ປາຊີ​ຟິກ ມີ​ວິທີ​ການ​ປະພຶດທີ່​ແຕກ​ຕ່າງ​ຢ່າງ​ສິ້ນ​ເຊີງ​ທຽບ​ກັບ​ເອີຣົບ ​ແລະ​ຕາ​ເວັນ​ອອກ​ກາງ. ພາຍຫຼັງ​ເວລາ 75 ວັນ (​ແຕ່​ວັນ​ທີ 1 ພຶດສະພາ ຫາ​ວັນ​ທີ 16 ກໍລະກົດ 2014), ຕໍ່ໜ້າ​ການ​ຕໍ່ສູ້​ຢ່າງ​ເດັດດ່ຽວ​ດ້ວຍ​ສັນຕິ​ວິທີ​ຂອງ​ຫວຽດນາມ ​ແລະ​ການ​ຄັດຄ້ານ​ຂອງ​ຫາງ​ສຽງ​ສາກົນ, ຈີນ​ຕ້ອງ​ຖອນ​ຮ້ານ​ຂຸດ​ເຈາະ​ນ້ຳມັນ​ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ. ນອກຈາກ​ນັ້ນ, ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ກໍ່​ມີ​ຄວາມ​ພະຍາຍາມ​ຫຼາຍ​ຢ່າງ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ເຊື່ອມ​ໂຍງ​ກັນ​ເພື່ອ​ຈຳກັດຄວາມ​ສ່ຽງ ຫລຸດຜ່ອນຄວາມ​ຜິດຂ້ອງຕ້ອງຖຽງ​ກັນ ປະ​ທະ​ກັນ. ​ໃນ​ເວລາ​ພຽງ​ສອງ​ສັບປະດາຂອງ​ເດືອນ​ພະຈິກ 2014, ຢູ່​ພາກ​ພື້ນ​ນີ້​ໄດ້​ມີ​ກອງ​ປະຊຸມ​ສາກົນ​​ໃຫຍ່​ເຖິງ 4 ຄັ້ງ (ກອງ​ປະຊຸມ​ເວທີ​ປາໄສ​ການ​ຮ່ວມ​ມື​ເສດຖະກິດອາຊີ - ປາຊີ​ຟິກ (APEC 22) ຢູ່​ປັກ​ກິ່ງ ປະ​ເທດ​ຈີນ, ກອງ​ປະຊຸມ​ຂັ້ນ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 25, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ (EAS) ຢູ່​ເນ​ປີ​ດໍ ປະ​ເທດ​ມຽນມາ ​ແລະ ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ ຢູ່​ບຣີສບານ ປະ​ເທດອົ​ດສະ​ຕຣາລີ. ຜົນສຳ​ເລັດ​ຂອງ​ບັນດາ​ກອງ​ປະຊຸມ​ເຫຼົ່ານີ້ ​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ຕັດສິນ​ໃຈ​ຮັກສາຄວາມ​ສະຫງົບ​ຢູ່​ໃນ​ພາກ​ພື້ນ, ທັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຮູ້​ລວມຂອງ​ບັນດາ​ຜູ້ນຳ ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ຕັ້ງ​ການ​ປ່ຽນ​ແປງ​ທຸກ​ຢ່າງ​ຢູ່​ໃນ​ຂອບ​ເຂດ​ກົດໝາຍ​ສາກົນ ​ແລະ ​ໃນ​ການ​ແບ່ງປັນ​ຜົນ​ປະ​ໂຫຍ​ດ. ດ້ວຍ​ວິທີ​ແກ້​ໄຂ​ນີ້​ເອງ​ທີ່​ໄດ້​ຊ່ວຍ​ກີດ​ກັ້ນ​ຄວາມ​ຂັດ​ແຍ່ງ​ຕ່າງໆ ລະຫວ່າງ “ອັນ​ໃໝ່” ​ແລະ “ອັນ​ເກົ່າ” ຢູ່​ອາຊີ - ປາຊີ​ຟິກ ບໍ່​ໃຫ້​ມັນ​ລະ​ເບີດ​ຂຶ້ນ​ເປັນ​ການ​ສູ້​ຮົບ​ກັນ​ດ້ວຍ​ກຳລັງ​ອາ​ວຸດ.

​ເຫດການ​ຕ່າງໆ​ທີ່​​ເກີດ​ຂຶ້ນໃນ​ປີ 2014 ​ໃຫ້​ເຫັນ​ວ່າ, ຢູ່​ບ່ອນ​ໃດ​ທີ່​ເຂົາ​ເຈົ້າ​ຕັ້ງ​​ໃຈ​ໃຊ້ກຳລັງ​ຄວາມ​ຮຸນ​ແຮງ​ເພື່ອມ້າງ​ເພ​ສະພາວະ​ດັ້ງ​ເດີມ​​ໂດຍ​ໄວ, ຄື​ຢູ່​ອູ​ແກຣນ ຫຼື​ຕາ​ເວັນ​ອອກ​ກາງ, ​ແມ່ນ​ຢູ່​ບ່ອນ​ນັ້​ມັກ​ຈະ​ພາ​ໃຫ້​ເກີດ​ຜົນ​ຢ້ອນ​ຫຼັງ​ທີ່​ຄາດ​ຄະ​ເນ​ໄດ້​ຍາກ ​ແລະ​ມີຄວາມ​ເສຍ​ຫາຍບໍ່​ໜ້ອຍ, ຍ້ອມ​ມາດ​ຕະການ​ເຫຼົ່ານັ້ນພຽງ​ແຕ່​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ດຽວ​ຄື “ມ້າງ​ເພ” ​ເທົ່າ​ນັ້ນ. ຍິ່ງ​ກວ່າ​ນັ້ນ, ຄວາມ​ເປັນ​ຈິງ​ຂອງ​ການ​ວິ​ກິດ​ອູ​ແກຣນ ຫຼື​ການ​ສົງຄາມ​ນອງ​ເລືອດ​ຢູ່​ຕາເວັນ​ອອກ​ກາງ ຍັງ​ຊ່ວຍ​ໃຫ້​ພວກ​ເຮົາ​ຄາດ​ຄະ​ເນ​ໄດ້​ປະການ​ໜຶ່ງ​ຄື, ວິທີ​ປ່ຽນ​ແປງ​ສະພາວະ​ດັັັ້ງ​ເດີມ​ດ້ວຍ​ຄວາມ​ຮຸນ​ແຮງ​ມັກ​ຈະ​ພາ​​ໃຫ້​ເກີດ​ການ​ກະທົບ​ໂດມີ​ໂນ ຕາມ​ແບບ “ພັງ​ທະລາ​ຍຕໍ່​ເນື່ອງ​ກັນ”. ສຸດ​ທ້າ​ຍ, ວິທີ​ປ່ຽນ​ແປງ​ນີ້​ພຽງ​ແຕ່​ພາ​ໃຫ້ການ​ປະຕິບັດ​ໜ້າ​ທີ່ “ກໍ່ສ້າງ” ​ພົບ​ຄວາມ​ຫຍຸ້ງຍາກ​ຫຼາຍທີ່​ສຸດ, ນັບ​ທັງພາຍຫຼັງ​ທີ່​ໄດ້​ດຳ​ເດີນການ​ “ທຳລາຍ” ສຳ​ເລັດ​ແລ້ວ.

ກົງ​ຂ້າມ, ຖ້າ​ຫາກ​ການ​ປ່ຽນ​ແປງ​ໄດ້​ດຳ​ເນີນ​​ໄປຕາມ​ລຳດັບ​ທີ່​ບັນດາ​ຝ່າຍ​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ແບ່ງປັນ​ນຳ ກໍ່​ຈະ​ມີ​ຄວາມ​ໝັ້ນຄົງ​ກວ່າ, ຍ້ອນ​ວ່າ​ນັ້ນ​ແມ່ນ​ການ​ຄ່ອງ​ຕົວຕາມ “​ທຳ​ມະ​ຊາດວິ​ໄສ”. ມັນ​ເປັນ​ທຳ​ມະ​ດາ​ວ່າ, ການ​ປ່ຽນແປງ​ແບບ​ນີ້ ຫາ​ຍາກ​ທີ່​ສຸດ​ໃນ​ຊີວິດ​ສາກົນ. ​ເຫດການ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ປີ 2014 ຢູ່​ອາຊີ - ປາຊີ​ຟິກ ຊ່ວຍ​ໃຫ້​ຊອກ​ຫາ​ໄດ້​ວິທີ​ແກ້​ທີ່​ກົມກຽວ ​ແລະ ປະຕິບັດ​ເປັນ​ຈິງ​ໄດ້​ງ່າຍ​ກວ່າ. ການ​ປະ​ທະ​ກັນຕ່າງໆ​ທຸກ​ຢ່າງ ລະຫວ່າງ “ອັນ​ໃໝ່” ​ແລະ “ອັນ​ເກົ່າ” ຕ້ອງ​ໄດ້​ແກ້​ໄຂ​ດ້ວຍ​ກົນ​ໄກພະຫຸ​ພາ​ຄີ​ຕາມ​ພາກ​ພື້ນ ຫຼື​ສາກົນ. ວິທີ​ແກ້​ໄຂ​ນີ້ຈະ​ຫລຸດຜ່ອນ​ຄວາມ​ສ່ຽງ ​ຍ້ອນ​ກາ​ນຕ້ອງ​ກັນປະ​ທະ​ກັນ ລົງ​ເຖິງ​ຂັ້ນ​ຕ່ຳ​ສຸດ, ພ້ອມ​ກັນ​ນັ້ນ​ກໍ່​ຊ່ວຍ​ຄຸມ​ກັ້ນ​ພວກ “ຫົວຮຸນແຮງ” ທີ່​ຢາກ​ປ່ຽນ​ແປງ​ສະພາວະ​ດັ້ງ​ເດີມ​ດ້ວຍ​ກຳລັງຮຸນ​ແຮງ.

ຍ້ອນ​ເກືອບ​ທັງ​ໝົດ​ທຸກ​ການ​ເຄື່ອນ​ໄຫວ​ມ້າງ​ເພ​ສະພາວະ​ດັ້ງ​ເດີມ​ໃນ​ປີ 2014 ລ້ວນ​ແຕ່​ຢຸດ​ຢູ່​ເຄິ່ງໆ​ກາງໆ, ດັ່ງ​ນັ້ນ ສະພາວະ​ດັ້ງ​ເດີມ​ຢູ່​ບ່ອນ​ນີ້ ຫຼື​ຢູ່​ບ່ອນ​ອື່ນ ພຽງ​ແຕ່​ຖືກ​ປ່ຽນ​ແປງ​ສ່ວນ​ໜຶ່ງ​ເທົ່າ​ນັ້ນ ​ໂດຍ​ບໍ່​ແມ່ນ​ປ່ຽນ​ແປງ​ທັງ​ໝົດ. ສະພາບ “ບໍ່​ມີ​ຜູ້​ຊະນະ​ແລະ​ກໍ່​ບໍ່​ມີ​ຜູ້​ປະລາ​ໄຊ” ນີ້​ແມ່ນ​ຜົນ​ຕາມ​ມາ​ທີ່​ບັງຄັບ​ໃຫ້​ປະຊາ​ຊາດ​ຕ່າງໆ​ ຕ້ອງຮ່ວມ​ມື​ແກ້​ໄຂ, ​ເພາະສະ​ນັ້ນ ຄວາມ​ສະຫງົບແລະສັນຕິພາບ ທີ່​​ຈະປະກົດຂຶ້ນ​ຢູ່​ບັນດາ “ຈຸດ​ຮ້ອນ” ​ໃນ​ປີ 2015 ກໍ່​ເປັນ​ການ​ຍາກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ດ້ວຍ​ບັນດາ​ບົດຮຽນ​ປະສົບ​ການ​ທີ່​ຫາ​ກໍ່​ຜ່ານ​ມາ, ຫວັງ​ວ່າ​ປະຊາ​ຄົມ​ສາກົນ​ຈະ​ມີ​ຄວາມ​ສະຫຼາດ​ສ່ອງ​ໃສ​ກວ່າອີກ​ໃນ​ການ​ເລືອກ​ເອົາ​ການ​ປ່ຽນ​ແປງ​ໃດທີ່​ມີ​ຜົນ​ດີ./.

ຂຽນ​ໂດຍ ດຣ.​ໂດະ​ເຊີນ​ຫາຍ,
ຫົວໜ້າ​ພະ​ແນ​ກວິຊາ​ການ​ເມືອງ​ສາກົນ​ແລະ​ການ​ທູດ​ຫວຽດນາມ, ສະ​ຖາ​ບັນ​ວິທະຍາສາດ​ການ​ທູດ

 

(1) ລາຍ​ງານ​ຂອງ​ຫ້ອງການ​ຂ້າ​ຫຼວງ​ໃຫຍ່​ອົງ​ການ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ສິດທິ​ມະນຸດ http://vietnamese.ruvr.ru/news/2014_12_15/281309145/; ​ເບິ່ງ​ຕື່ມ: The U.N. Office of the High Commissioner for Human Rights reported, http://www.ibtimes.com/ukraine-crisis-death-toll-nears-4k-united-nations-1701034.

(2) http://www.bloomberg.com/news/2014-11-18/russian-accountant-loses-tooth-in-ruble-devaluation.html

(3) http://www.theweek.co.uk/world-news/flight-mh17/59710/how-much-will-sanctions-on-russia-cost-the-uk-and-eu

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ