ວັນອັງຄານ, 22/10/2019
ການພົວພັນຕ່າງປະເທດດ້ານວັດທະນະທຳ ຂອງຫວຽດນາ: ການເຊື່ອມໂຍງສາກົນ ແລະ ຜົນປະໂຫຍດແຫ່ງຊາດ
7/11/2015 16:6' ສົ່ງ ພິມ
ງານວາງສະແດງ ການເຊື່ອມຕໍ່ວັດທະນະທຳ ແລະ ປະຫວັດສາດ ລະຫວ່າງຫວຽດນາມ - ຝຣັ່ງ ທີ່ສູນວັດທະນະທຳຝຣັ່ງ. (ພາບ TTXVN)

ການ​ຜັນ​ຂະ­ຫຍາຍ​ນະ­ໂຍ­ບາຍ​ການ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ ຂອງ​ປະ­ເທດ​ຫວຽດ­ນາມ ໄດ້​ກຳ­ນົດ​ເປັນ​ໜຶ່ງ​ໃນ​ສາມ​ນະ­ໂຍ­ບາຍ​ການ​ຕ່າງ­ປະ­ເທດ​ອັນ​ຕົ້ນ​ຕໍ່​ ​ເຊິ່ງພ້ອມ​ກັບ​ການ​ຕ່າງ­ປະ­ເທດ​ດ້ານ​ການເມືອງ ແລະ ການ​ຕ່າງ­ປະ­ເທດ​ດ້ານ​ເສດ­ຖະ­ກິດ. ໃນ​ພາກຕົວ​ຈິງ, ຫວຽດ­ນາມ​ໄດ້​ນຳ​ໃຊ້​ການ​ຕ່າງປະເທດ​ດ້ານ​ວັດທະ­ນະ­ທຳ​ ໂດຍ​ຜ່ານ​ບັນ­ດາ​ເຄື່ອງ­ມື​ວັດ­ທະ­ນະ­ທຳ​ ເພື່ອ​ສ້າງ­ຕັ້ງ ຮັກ­ສາ ແລະ ຂະຫຍາຍ­ການ​ພົວ­ພັນ​ຕ່າງ­ປະ­ເທດ ແນໃສ່​ບັນ­ລຸ​ໃຫ້​ໄດ້​ບັນ­ດາ​ເປົ້າ​ໝາຍ​ຜົນ​ປະ­ໂຫຍດ​ອັນ​ພື້ນ­ຖານຂອງ​ປະເທດ​ ນັ້ນ​ຄື​ການ​ພັດທະນາ ຄວາມສະຫງົບ​ປອດ​ໄພ ແລະ ເປີດ​ກວ້າງ​ອິດ​ທິ​ພົນ​ສາ­ກົນ.

ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ ແລະ ຜົນ​ປະ­ໂຫຍດ​ແຫ່ງ​ຊາດ

ໃນ​ປະ­ຫວັດ­ສາດ​ແຫ່ງ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ຂອງ​ໂລກ ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດທະນະທຳ​ໄດ້​ມີມາ​ແຕ່​ດົນ​ນານ​ແລ້ວ​ ດ້ວຍບັນ­ດາ​ຮູບ​ການ­ສະ­ແດງ​ອອກ​ທີ່ຕ່າງ​ກັນ​ ຢູ່​ແຕ່​ລະ​ປະ­ເທດ. ​ເຖິງວ່າ​ໃນ​ປັດ­ຈຸ​ບັນ​ ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດທະນະທຳໄດ້​ມີ​ບົດ­ບາດ ແລະ ພາ­ລະ​ກຳ​ສະເພາະກໍ່ຕາມ ແຕ່​ບໍ່​ສາ­ມາດ​ປະຕິເສດຄວາມ​ຈິງຢ່າງ​ໜຶ່ງ​ຄື ລະ­ຫວ່າງ​ວັດ­ທະ­ນະ­ທຳ ແລະ ການທູດ​ໄດ້​ມີ​ການ​ພົວ­ພັນ​ຢ່າງ​ແໜ້ນ​ແຟ້ນ​ທີ່​ສຸດ. ນັກ­ຮຽນ​ຮູ້​ຫຼາຍ​ຄົນ ເປັນ­ຕົ້ນ​ແມ່ນ​ບັນ­ດາ​ນັກ​ວິ­ເຄາະ​ທິດ​ສະ​ດີ​ຕາ­ເວັນ­ຕົກ​ໄດ້​ໃຫ້ທັດສະນະວ່າ ນະ­ໂຍ­ບາຍ​ການ​ຕ່າງ­ປະ­ເທດ​ຕ້ອງ­ການ​ຫັນວັດ­ທະ­ນະ­ທຳ ​ເປັນ​ການ­ເມືອງ​​(1), ສ່ວນ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ ໄດ້​ຖື​ເປັນ​ການ­ເຄື່ອນ­ໄຫວ​ດ້ານ​ການ­ເມືອງ​ທີ່ຮັບ​ໃຊ້​ຜົນ​ປະໂຫຍດ​ແຫ່ງ​ຊາດ ​ພາຍ​ໃຕ້​ການ​ປົກ​ປ້ອງ​ຂອງ​ວັດທະນະທຳ(2), ພ້ອມກັນ​ນັ້ນ ​ວັດ­ທະ­ນະ­ທຳ​ກໍ່ຖືກຖືວ່າ​ເປັນ​ໜຶ່ງ ​ໃນສາມ​ເສົາ­ຄ້ຳ (ພ້ອມ​ກັບ​ຄວາມ​ສະ­ຫງົບ​ປອດ​ໄພ ແລະ ເສດ­ຖະ­ກິດ) ຂອງ​ນະ­ໂຍ­ບາຍ​ການ​ຕ່າງ­ປະ­ເທດ​ຂອງ​ປະ­ເທດ​ໜຶ່ງ(3). ບັນ­ດາ​ນັກ​ວາງ​ກຳ­ນົດ​ນະໂຍບາຍ​ຂອງ ສ.ອາ​ເມ​ຣີ​ກາ ​ໃນ​ສະ​ໄໝ​ສົງ­ຄາມ​ເຢັນ, ຍ້ອນ​ເຫັນ​ໄດ້​ຄວາມ​ພົວ­ພັນ​ລະ­ຫວ່າງ​ການ​ຕິດ​ພັນ​ແຕ່​ພາຍ​ນອກ ກັບການຜາບ​ແພ້​ສັດ­ຕູທາງ​ດ້ານ​ລັດທິ, ຈຶ່ງໄດ້​ເຊີດ​ຊູ​ບົດ­ບາດ​ອັນ​ສຳ­ຄັນ​ ຂອງ​ການ​ພົວ­ພັນ​ຕ່າງປະເທດ​ດ້ານ​ວັດ­ທະ­ນະ­ທຳ​ ຕໍ່​ຄວາມ​ສະ­ຫງົບ​ແຫ່ງ​ຊາດ(4). ອາດ​ຈະ​ເຫັນ​ໄດ້​ວ່າ ມູນ­ເຊື້ອ​ປະ­ຫວັດ­ສາດ ແລະ ວັດ­ທະ­ນະ­ທຳ​ຂອງຊາດ​​ໜຶ່ງ ແມ່ນ​ບ່ອນ​ອີງ ແລະ ທ່າ­ແຮງ​ແຫ່ງ​ການ​ພົວ­ພັນ​ຕ່າງ­ປະ­ເທດຂອງ​ປະ​ເທດ​ນັ້ນ. ພ້ອມ​ກັນ​ນັ້ນ ການ​ພົວ­ພັນ​ຕ່າງ­ປະ­ເທດ​ໃນ​ແງ່​ມຸນ​ໃດ​ໜຶ່ງ​ ແມ່ນ​ການ​ຂັດ​ຖູ ແລະ ແລກ­ປ່ຽນ​ບັນ­ດາ​ຄຸນ­ຄ່າ​ຂອງ​ວັດທະນະ­ທຳ ແລະ ຄວາມ​ຄິດ ດັ່ງ­ນັ້ນ​ການ​ທູດ​ກໍ່​ໄດ້​ຖື​ເປັນ​ເວ­ທີ​ປາ​ໄສ​ແຫ່ງ​ການ­ເຄື່ອນ­ໄຫວ​ວັດ­ທະ­ນະ­ທຳ​ ເພື່ອ​ຮັບ​ໃຊ້​ຜົນ​ປະ­ໂຫຍດ​ຂອງ​ຊາດ.

ແຕ່​ຫາ​ກວ່າ, ໃນ​ສະ­ພາບ​​ໂລ­ກາ​ພິ​ວັດປັດຈຸບັນ ວັດ­ທະ­ນະ­ທຳ​ຍິ່ງ​ມີ​ຄວາມ​ສຳ­ຄັນ​ ໃນ​ສາຍ​ພົວ­ພັນ​ກັບ​ຄວາມ​ໝາ­ຍວ່າ “ກຳ­ລັງ​ແຮງ​ນຸ່ມນວນ” ໃນ​ກຳ­ລັງ​ແຮງ​ສັງ​ລວມ​ແຫ່ງ​ຊາດ. ວັດ​ທ​ທະ­ນະ​ທຳ​ມີຄວາມ​ສາມາດ​ແຊກ​ຊຶມ​ຢ່າງ​ແຂງ­ແຮງ, ອາດ​ຈະ​ບັນ­ລຸ​ໄດ້​​ເປົ້າໝາຍ ເຊິ່ງ​ບັນ­ດາ​ມາດ​ຕະ­ການ​ການ­ເມືອງ ການ​ທະ­ຫານ​ບັນ­ລຸ​ໄດ້​ຍາກ. ເພາະ­ສະ­ນັ້ນ, ປະ­ເທດ​ຕ່າງໆ​ນັບ​ມື້​ນັບ​ເອົາ­ໃຈ­ໃສ່​ເຖິງ​ບັນດາຫົວ­ຂໍ້​ວັດ­ທະ­ນະ­ທຳ ຄື​ຄວາມ​ຫຼາກ​ຫຼາຍ​ຂອງ​ວັດທະນະ­ທຳ, ການ​ປຶກ­ສາ​ຫາ­ລື​ລະ­ຫວ່າງ​ບັນ­ດາ​ພື້ນ­ຖານ​ວັດ­ທະ­ນະ­ທຳ - ຄວາມ​ສີ­ວິ­ໄລ, ວັດທະນະທຳ​ສັນຕິພາບ. ວັດ­ທະ­ນະ­ທຳ​ເປັນ​ຊ່ອງ​ສາຍທີ່​ໄດ້​ນຳ​ໃຊ້​ຄື​ພາ­ຫະ­ນະທີ່​ມີ​ປະ​ສິດ­ທິ​ຜົນ ​ຊ່ວຍໜູນ​ໃຫ້ການ​ຊຸກ­ຍູ້​ການ​ພົວພັນ​ດ້ານ​ການ­ເມືອງ, ຄວາມ​ສະ­ຫງົບ, ເສດ­ຖະ­ກິດ... ໃນ​ຂອບ​ເຂດ​ທົ່ວ​ໂລກ, ອົງ​ການສຶກ​ສາ­ ​ວິ­ທະ­ຍາ­ສາດ ແລະ ວັດ­ທະ­ນະ­ທຳ​ແຫ່ງ​ສະ­ຫະ​ປະ­ຊາ​ຊາດ (UNESCO - ຢູ​ເນ​ດ​ໂກ) ເປັນ​ກໍລະ­ນີ​ທີ່​ເປັນ​ແບບ­ຢ່າງ​ ຂອງ​ການ​ໂຄ­ສະ­ນາ​ການ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ ​ເຊິ່ງມີ​ບົດ­ບາດ​ເປັນ​ສູນ​ກາງ​ປະ­ສານ​ງານ​ ​ການ­ເຄື່ອນ­ໄຫວ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ລວມ​ໝູ່, ໃນ​ນັ້ນ​ລວມ​ມີ 193 ປະເທດ​ສະ­ມາ­ຊິກ ມີ​ສຳ­ນັກ­ງານ​ໃຫຍ່​ຕັ້ງ​ຢູ່​ນະຄອນ­ຫຼວງ ປາ​ຣີ ປະ­ເທດຝຣັ່ງ, ມີສຳນັກງານ​ເປັນ​ຈຳ­ນວນ 50 ກວ່າ​ແຫ່ງ ແລະ ສະ​ຖາ​ບັນ ສູນ​ກາງ​ຈຳນວນ​ໜຶ່ງ​ ທີ່ຕັ້ງ​ຢູ່​ທົ່ວ​ທຸກ​ແຫ່ງໃນ​ໂລກ. ຢູ່​ຂອບ​ເຂດ​ພາກ​ພື້ນ ສະມາ​ຄົມ​ປະຊາ​ຊາດ​ແຫ່ງອາ­ຊີ​ຕາ­ເວັນ​ອອກ​ສຽງ​ໃຕ້ (ASEAN) ​ເຊິ່ງມີ​ເປົ້າ​ໝາຍ​ກໍ່­ສ້າງ​ປະ­ຊາ​ຄົມ​ວັດທະນະ­ທຳ - ສັງ­ຄົມ ຄຽງ​ຄູ່​ກັບ​ປະ­ຊາ​ຄົມ​ຄວາມ​ສະ­ຫງົບ - ການ­ເມືອງ ແລະ ປະ­ຊາ​ຄົມ​ເສດ­ຖະ­ກິດ​ ກໍ່​ເປັນ​ໜຶ່ງ​ໃນ​ບັນ­ດາ​ອົງ­ການ​ດັ່ງ­ກ່າວ. ດັ່ງ­ນັ້ນ ວັດ­ທະ­ນະ­ທຳ​ບໍ່​ພຽງ​ແຕ່​ຮັບ​ໃຊ້​ຜົນ​ປະ­ໂຫຍດ​ດ້ານ​ການ­ເມືອງ ​ຄື​ບັນ­ດາ​ນັກ­ຮຽນ​ຮູ້ດັ້ງ​ເດີມ​ເຄີຍ​ຮັບ​ຮູ້ມາ ຫາກ​ຍັງ​ຕິດ​ພັນ​ກັບ​ຜົນ​ປະ­ໂຫຍດ​ສົມ​ບຸນ​ແຫ່ງ​ຊາດ. ໃນພາກ​ຕົວ​ຈິງ​ແຫ່ງ​ການ​ເຊື່ອມ​​ໂຍງ​ສາ­ກົນ​ໃນຂະ­ໜາດ​ທົ່ວ​ໂລກ​ຄື​ປັດ­ຈຸ­ບັນ ​ໄດ້​ໃຫ້​ເຫັນ​ວ່າ ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ເປັນ​ຫຼັກ​ຖານ​​ທີ່​ພົ້ນ​ເດັ່ນ ກ່ຽວ​ກັບ​ສິດ​ອຳ­ນາດນຸ່​ມນ​ວນ, ຄວາມ​ສາ­ມາດ​ຊວນ​ເຊື່ອ​ຜ່ານ​ວັດທະນະ­ທຳ ­ຄ່ານິຍົມ ແລະ ຄວາມ​ຄິດ, ກົງ­ຂ້າມ​ກັບສິດ​ອຳ­ນາດ​ແຂງ​ ​ໂດຍຜ່ານ​ການພິຊິດຢຶດຄອງ ຫຼື ບັງ­ຄັບ​ດ້ວຍ​ກຳ­ລັງ​ແຮງ​ການ​ທະ­ຫານ(5).

​ໃນ​ຖາ­ນະ​ເປັນ​ຂົງ­ເຂດ​ພິ­ເສດ​ອັນ​ໜຶ່ງ​ຂອງ​ການ​ພົວພັນ​ຕ່າງ­ປະ­ເທດ, ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດທະ­ນະ­ທຳ​ ກ່ຽວພັນ​ເຖິງ​ການ​ນຳໃຊ້​ວັດ­ທະ­ນະ­ທຳ ຄື​ກັບເປົ້າ​ໝາຍ ແລະ ເຄື່ອງ­ມື​ ​ເພື່ອແນໃສ່​ບັນ­ລຸ​ບັນດາ​ເປົ້າ​ໝາຍ​ອັນ​ພື້ນ­ຖານ ​ຂອງ​ຂະ​ໂຍ​ບາຍ​ການ​ຕ່າງ­ປະ­ເທດ​ແຫ່ງ​ຊາດ, ສ້າງ​ຮູບ​ພາບ​ທີ່​ດີ​ຂອງ​ປະ­ເທດ, ເຜີຍ​ແຜ່​ວັດ­ທະ­ນະ­ທຳ ແລະ ພາ­ສາ​ແຫ່ງ​ຊາດ​ໃນ​ທົ່ວ​ໂລກ. ພ້ອມ​ກັນ​ນັ້ນ ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດທະ­ນະ­ທຳ​ ກໍ່​ຍັງ​ເປັນ​ຂົງ­ເຂດ​ທີ່​ພົວ­ພັນ​ເຖິງ​ການ​ສ້າງ­ຕັ້ງ ພັດ​ທະ­ນະ ແລະ ຮັກ­ສາ​ ສາຍ​ພົວ­ພັນ​ກັບ​ບັນ­ດາ​ປະ­ເທດ​ອື່ນ ​ດ້ວຍ​ສິລະ​ປະ ວັດ­ທະ­ນະ­ທຳ ແລະ ການ​ສຶກ​ສາ. ນີ້​ກໍ່​ແມ່ນ​ຂະ​ບວນ​ວິ­ວັດ​ແຫ່ງ​ການ­ເຄື່ອນ­ໄຫວ​ການ​ພົວ­ພັນ​ຕ່າງ­ປະເທດ​ທີ່​ເປັນ​ເຈົ້າ​ການ ແນ­ໃສ່​ເຜີຍ​ແຜ່​ບັນ­ດາຂະ​ນົບ​ທຳນຽມ ລັກ­ສະ­ນະ ລະບົບ­ຄ່ານິຍົມ ແລະ ສີ­ສັນ​ວັດທະນະ­ທຳ​ເອ­ກະ­ລັກ ​ຂອງ​ປະ­ເທດ ​ໄປ­ສູ່​ໂລກ​ໃນ​ລະ­ດັບ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ, ຜ່ານ​ນັ້ນ​ຍົກ​ສູງ “ກຳລັງ​ແຮງນຸ່​ມນ​ວນ”, ສ້າງ​ຖາ­ນະ​ບົດ­ບາດ​ໃຫ້​ແກ່​ປະ­ເທດ​ນັ້ນ.

ດັ່ງ­ນັ້ນ, ດ້ວຍ​ຖາ­ນະ​ເປັນ​ພື້ນ­ຖານ​ຂອງ​ການ​ພົວ­ພັນ​ຕ່າງ­ປະ­ເທດ, ເຖິງ​ວ່າຈະ​ເປັນ­ການ​ພົວ­ພັນ​ຕ່າງປະເທດ​ດ້ານ​ເສດ­ຖະ­ກິດ ຫຼື​ດ້ານ​ວັດ­ທະ­ນະ­ທຳກໍ່ຕາມ ​ປັດ­ໃຈ​ການ­ເມືອງ​ກໍ່​ເປັນ­ຕົ້ນ​ຕໍ່. ບໍ່​ວ່າປະ­ເທດ​ໃດ ເມື່ອ​ຢາກ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ເສດ­ຖະ­ກິດ, ເຜີຍ​ແຜ່​ວັດ­ທະ­ນະ­ທຳ ຫຼື​​ການ​ພົວ­ພັນ​ສາ­ກົນ​ອື່ນ, ການ​ພົວ­ພັນ​ຕ່າງ­ປະ­ເທດ​ລ້ວນ​ແຕ່​ເລີ່ມ​ຕົ້ນ​ແຕ່​ນະ­ໂຍ­ບາຍ​ການ​ຕ່າງ­ປະ­ເທດ, ຜົນ​ປະ­ໂຫຍດ​ແຫ່ງ​ຊາດ ແລະ ອີງ­ໃສ່​ສະ­ພາບ​ການ​ຂອງ​ໂລກ ພາກ​ພື້ນ. ກະ​ໂຕຜົນ​ປະ­ໂຫຍດ​ແຫ່ງ​ຊາດ​ນັ້ນ ກໍ່​ຕ້ອງ​ອີງ​​ໃສ່​ບັນດາ​ເງື່ອນ­ໄຂ​ດັ່ງກ່າວ. ດັ່ງ­ນັ້ນ, ອາດ​ຈະ​ເວົ້າ​ໄດ້​ວ່າ ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ ​ເປັນ​ຮູບ​ການ​ພົວ­ພັນ​ຕ່າງປະເທດ​ທີ່ຜ່ານ​​ເຄື່ອງ­ມື​ດ້ານ​ວັດ­ທະ­ນະ­ທຳ​ ເພື່ອ​ສ້າງ­ຕັ້ງ ຮັກ­ສາ ແລະ ຂະ­ຫຍາຍ­ການ​ພົວພັນ​ຕ່າງ­ປະ­ເທດ​ ແນໃສ່​ບັນ­ລຸ​​ເປົ້າ​ໝາຍຜົນ​ປະ­ໂຫຍດ​ແຫ່ງ​ຊາດ.

ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ໄດ້​ປະ­ຕິ­ບັດ​ໂດຍ​ຜ່ານ​ການສຳພັນ​ຫຼາຍ​ດ້ານ ​ລະ­ຫວ່າງ​ຫຼາຍ​ອັດ​ຕະ​ພາບ​ທີ່ຕ່າງ​ກັນ ລວມ​ມີ​ບັນ­ດາ​ອົງ­ການ​ລັດ­ຖະ­ບານ ອົງການລະ­ຫວ່າງ​ລັດ­ຖະ­ບານ ແລະ ອົງການ​ນອກ​ພາກລັດ. ຕາມ​ປົກ­ກະ­ຕິ​ແລ້ວ ລັດ­ຖະ­ບານ​ຈະ​ວາງ​ຂອບ​ເຂດ​ອັນ​ກວ້າງຂວາງ ກ່ຽວ​ກັບ​ນະໂຍບາຍ​ວັດທະນະ­ທຳ, ປຶກ­ສາເຈລະ­ຈາ​ຂໍ້​ຕົກ­ລົງ​ດ້ານ​ວັດ­ທະ­ນະ­ທຳ​ ກັບ​ບັນ­ດາ​ປະ­ເທດ​ອື່ນ, ສ້າງ​ອົງ​ການຈັດ­ຕັ້ງ​ຂອບ ​ເພື່ອ​ເຂົ້າ​ຮ່ວມ​ບັນດາ​ເຫດ­ການ ​ກໍ່​ຄື​ໂຄງ­ການ​ສາ­ກົນ ​ທີ່​ພົວ­ພັນ​ເຖິງ​ວັດ­ທະ­ນະ­ທຳ.

ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ຂອງ​ຫວຽດ­ນາມ ​ໃນ​ສະ­ພາບ​ການ​ເຊື່ອມ​ໂຍງ​ສາກົນ

ໂດຍ​ປະ­ຕິ­ບັດແນວ­ທາງ​ການ​ຕ່າງ­ປະ­ເທດ​ທີ່​ກອງ​ປະ­ຊຸມ​ໃຫຍ່ຄັ້ງທີ XI ຂອງ​ພັກວາງ​ອອກ​ມາ ​ເຊິ່ງມີຫຼັກ​ນຳ: “ເປັນ​ເອ­ກະ­ລາດ ເປັນ​ເຈົ້າ​ຕົນ​ເອງ ສັນ­ຕິ­ພາບ ຮ່ວມ​ມື ແລະ ພັດ­ທະ­ນາ; ຫັນ​ການ​ພົວພັນເປັນ​ຫຼາຍ​ທິດ ຫຼາຍ​ຮູບ​ແບບ​, ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າເຊື່ອມ​ໂຍງ​ສາ­ກົນ; ເປັນ​ເພື່ອນ ເປັນ​ຄູ່​ຮ່ວມ​ມື​ທີ່​ໜ້າ​ເຊື່ອ​ຖື ແລະ ເປັນ​ສະ​ມາ​ຊິດ​ຜູ້​ມີ​ຄວາມ​ຮັບ­ຜິດ­ຊອບ​ ຂອງປະຊາ​ຄົມ​ໂລກ; ເພື່ອ​ຜົນ​ປະ­ໂຫຍດ​ແຫ່ງ​ຊາດ, ຜົນ​ປະ​ໂຫຍ​ດຂອງປະ­ເທດ​ຊາດ, ເພື່ອ​ປະ­ເທດ​ຫວຽດ­ນາມ​ສັງ­ຄົມ​ນິ­ຍົມທີ່​ຮັ່ງ­ມີ​ເຂັ້ມ​ແຂງ”(6), ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ຫວຽດ­ນາມ ​ມູ່ງ​ໄປ​ສູ່​​ສອງ​ເປົ້າ​ໝາຍ ນັ້ນ​ຄື​ສ້າງ​ເງື່ອນ­ໄຂ​ອັນ​ສະດວກ​ ໃຫ້​ແກ່​ການ­ເຄື່ອນ­ໄຫວ​ພົວ­ພັນ​ຕ່າງ­ປະ­ເທດ ແລະ ພັດ­ທະ­ນາ​ວັດ­ທະ­ນະ­ທຳຂອງ​ຊາດ. ໃນ​ນັ້ນ, ເປົ້າ​ໝາຍ​ສ້າງ​ຄວາມ​ສະ­ດວກ ​ໃຫ້​ແກ່ການ​ພົວພັນ​ຕ່າງ­ປະ­ເທດ​ ແນ­ໃສ່ປະກອບສ່ວນຮັບ­ປະ­ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ຮັບ​ໃຊ້​ການ​ພັດ­ທະ­ນາ​ເສດ­ຖະ­ກິດ - ສັງ­ຄົມ ແລະ ຍົກ​ສູງ​ຖາ­ນະ​ບົດ­ບາດ​ຂອງ​ປະ­ເທດ​ໃນ​ເວ­ທີ​ສາ­ກົນ.

ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ຮັບ​ໃຊ້, ປະ­ຕິ­ບັດ​ບັນ­ດາ​ເປົ້າ​ໝາຍ ແລະ ​ແຜນຍຸດ​ທະ​ສາດ​ການ­ເມືອງ​ການ​ຕ່າງ­ປະ­ເທດ​ເວົ້າ​ລວມ​ຂອງ​ພັກ ແລະ ລັດ. ແຕ່​ວ່າ, ດ້ວຍ​ຈຸດ​ພິ​ເສດ​ສະເພາະ ແລະ ທ່າ­ແຮງ​ຂອງ​ຕົນ, ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ໄດ້​ສ້າງ​ບັນ­ດາ “ຊ່ອງສາຍ​ການ​ເຄື່ອນ​ໄຫວ” ສະ­ເພາະ ​ເພື່ອ​ບັນ­ລຸ​ບັນ­ດາ​ເປົ້າ​ໝາຍ​ດັ່ງ­ກ່າວ. ກ່ຽວ​ກັບ​ດ້ານ​ຄວາມ​ສະ­ຫງົບ, ບົນ​ພື້ນ­ຖານ​ເພີ່ມ​ທະ­ວີ​ຄວາມ​ເຂົ້າ­ໃຈ ແລະ ເຂົ້າ­ໃຈ​ຢ່າງ ”ຕັ້ງ­ໜ້າ” ເພື່ອ​ສ້າງ​ສະ­ພາບ​ແວດ​ລ້ອມ​ທີ່​ເປັນ​ມິດ ​ແລະ ສະ­ດວກ​ດີ ໃຫ້​ແກ່​ການ­ເຄື່ອນ­ໄຫວ​ພົວ­ພັນ​ຕ່າງ­ປະ­ເທດ, ຮັບ­ປະ­ກັນ​ໃຫ້​ແກ່​ສາຍ​ພົວ­ພັນ​ອັນ​ດີ­ງາມ. ກ່ຽວ​ກັບ​ເສດ­ຖະ­ກິດ - ສັງ­ຄົມ, ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ ​ໄດ້​ກາຍ­ເປັນ​ວິ­ທີ​ໜຶ່ງ​ເພື່ອ​ເຜີຍ​ແຜ່ຮູບ​ພາບ​ຂອງ​ປະ­ເທດ, ​ໂສມ​ໜ້າ​ຂອງ​ລະ­ບົບ​ເສດ­ຖະ­ກິດ, ພ້ອ​ມ​ກັນ​ນັ້ນ​ ກໍ່​ໂຄ­ສະ­ນາສິນຄ້າ​ໃຫ້​ແກ່​ຜະ­ລິດ​ຕະ​ພັນ​ຕ່າງໆ​ຂອງ​ລະ­ບົບ​ເສດ­ຖະ­ກິດ, ການບໍ­ລິ­ການ​ເສດ­ຖະ­ກິດ ​ແລະ ວັດ­ທະ­ນະ­ທຳ.

ສຳ­ລັບ​ເປົ້າ​ໝາຍ​ອັນ​ລະ­ອຽດ, ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ໄດ້​ປະ­ກອບ­ສ່ວນ​ຍົກ​ສູງ​ຄວາມ​ເຂົ້າ­ໃຈ​ຢ່າງ​ຖືກ­ຕ້ອງ ແລະ ເລິກ­ເຊິ່ງ​ກ່ຽວ​ກັບ​ປະ­ເທດ, ຜູ້​ຄົນ ແລະ ພື້ນ­ຖານ​ວັດ­ທະ­ນະ­ທຳ ຫວຽດນາມ. ພ້ອມ​ກັນ​ນັ້ນ, ບັນ­ດາ​ການ­ເຄື່ອນ­ໄຫວ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ກໍ່ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ຮັບ​ເອົາ​ຄວາມ​ຍອດ​ຍິ່ງ​​ແຫ່ງວັດ­ທະ­ນະ­ທຳ​ຂອງ​ມະ­ນຸດຊາດ, ເຮັດ​ໃຫ້​ຄຸນ­ຄ່າ​ວັດ­ທະ­ນະ­ທຳ​ອັນ​ເປັນ​ມູນ­ເຊື້ອ​ຂອງ​ປະ­ເທດ ມີ​ຄວາມ​ອຸ­ດົມ­ສົມ­ບູນ ແລະ ເລິກ­ເຊິ່ງຍິ່ງ​ຂຶ້ນ​. ໂດຍ​ຜ່ານ​ການ​ແລກ­ປ່ຽນ​ວັດ­ທະ­ນະ­ທຳ, ບັນ­ດາ​ຊ່ອງ​ສາຍ​ສື່ຂ່າວ​ວັດທະນະທຳ​ການ​ຕ່າງ­ປະ­ເທດ ຄື: ໜັງ­ສື­ພິມ ວິ­ທະ­ຍຸ​ກະ­ຈາຍ­ສຽງ ໂທລະ­ພາບ ກອງ​ປະ­ຊຸມ ສຳ​ມະ​ນາວິ​ທະ​ຍາ​ສາດ... ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້າ​ນວັດທະ­ນະ​ທຳ​ ຈະ​ປະ­ກອບ­ສ່ວນ​ສ້າງ​ຄວາມ​ເຊື່ອ​ຖືໃຫ້​ແກ່​ສາຍ​ພົວ­ພັນ​ຮ່ວມ​ມື ແລະ ​ມິດ­ຕະ­ພາບ​ອັນ​ຍາວ​ນານ ​ລະ­ຫວ່າງ​ຫວຽດ­ນາມ ກັບ​ບັນ­ດາ​ປະ­ເທດ​ໃນປະຊາ​ຄົມ​ໂລກ.

ອາດຈະ​ເຫັນ​ໄດ້​ວ່າ ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳຂອງຫວຽດ­ນາມ ​ໄດ້​ສະ­ແດງອອກ​ໃນ​ບັນ­ດາ​ເນື້ອ​ໃນ​ຕົ້ນ​ຕໍ່ດັ່ງ​ລຸ່ມ​ນີ້:

ທີ​ໜຶ່ງ, ຖື​ບົດ­ບາດ​​ເປັນ​ປັດ­​ໄຈ​ຊຸກ­ຍູ້​ການ​ພົວ­ພັນ​ຮ່ວມ​ມື​ສາ­ກົນ. ດຳ​ເນີນການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດທະ­ນະ­ທຳ​ ຈະອຳນວຍ​ຄວາມ​ສະ­ດວກດີ​ໃຫ້​ແກ່​ການ​ສ້າງ­​ຄວາມ​ເຫັນ​ອົກ​ເຫັນ­ໃຈ ຄວາມ​ເຊື່ອຖື, ຍົກ​ສູງ​ຄວາມ​ເຂົ້າ­ໃຈ ແລະ ຮັບ​ຮູ້​ເຊິ່ງ​ກັນແລະກັນ​ ແນ­ໃສ່​ສ້າງ​ສິ່ງ­ແວ­ດລ້ອມ​ສັນ­ຕິ­ພາບ ສະ​ຖຽມ​ລະ​ພາບ ແລະ ການຮ່ວມ​ມື​ພ້ອກກັນ​ພັດ­ທະ­ນາ. ເມື່ອ​ການ​ພົວ­ພັນ​ດ້ານ​ການ­ເມືອງ ແລະ ເສດ­ຖະ­ກິດ​ ​ພົບ​ຄວາມ​ຫຍຸ້ງຍາກ ສິ່ງກີດ­ຂວາງ, ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ ຈະປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂສິ່ງກີດຂວາງ​ນັ້ນ, ມັນກາຍ­ເປັນ​ຂົວ​ຕໍ່ ​ເປັນສິ່ງຊຸກ­ຍູ້​ການ​ພົວ­ພັນ​ດ້ານ​ການ­ເມືອງ ແລະ ເສດຖະກິດຂອງຫວຽດ­ນາມ ກັບ​ເພື່ອນ​ມິດ​ໃນ​ໂລກ.

ທີ​ສອງ, ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ແນະ­ນຳ​ແນວ­ທາງ, ນະ­ໂຍ­ບາຍ​ອັນ​ຖືກ­ຕ້ອງ​ຂອງ​ພັກ ແລະ ລັດ​ເຮົາ, ເຜີຍ​ແຜ່​ຮູບ​ພາບຂອງ​ປະ­ເທດ ແລະ ຄົມຫວຽດ­ນາມ​ຕໍ່​ໂລກ. ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດທະນະທຳ ຈະ​ມຸ່ງ​ໄປ​ເຖິງ​ການ​ຍົກ​ສູງ​ຄວາມ​ເຂົ້າ­ໃຈ​ຢ່າງ​ຖືກ­ຕ້ອງ, ດຶງ​ດູດ​ຄວາມ​ຮູ້­ສຶກ​ຊົມ​ຊອບ ແລະ ການ​ສະໜັບສະໜູນ​ຂອງ​ເພື່ອນ​ມິດ­ສາ​ກົນ, ຕ້ານ​ຄືນ​ກົນ­ອຸ­ບາຍ​ທຳ­ລາຍ​ຂອງ​ບັນ­ດາ​ອິດ​ທິ​ກຳ­ລັງ​ສັດ​ຕູ ເພື່ອ​ປົກ​ປັກຮັກສາ​ຄວາມ​ສະ­ຫງົບ​ແຫ່ງ​ຊາດ. ຄຽງ​ຄູ່​ກັນ​ນັ້ນ, ​ການ­ເຄື່ອນ­ໄຫວ​ໂຄສະນາ​ເຜີຍ​ແຜ່​ແນ­ໃສ່ປຸກລະດົມ ຂະ­ຫຍາຍ​ນ້ຳ­ໃຈ​ຮັກ​ຊາດ ຮັກ​ບ້ານ​ເກີດ​ເມືອງ​ນອນ ແລະ ຄວາມ​ເອກ­ອ້າງ​ທະ​ນົງ​ໃຈ​ຕໍ່​ປະ­ເທດ​ຊາດ​ ຂອງ​ປະ­ຊາ­ຊົນ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ; ​ຈາກ​ນັ້ນ, ສົ່ງ­ເສີມ​ການ​ຮັກ­ສາ ແລະ ເສີມ​ຂະ­ຫຍາຍ​ບັນ­ດາ​ຄຸນ­ຄ່າ​ວັດ­ທະ­ນະ­ທຳ ແລະ ມູນ­ເຊື້ອ​ຂອງຊາດ.

ທີ​ສາມ, ເປັນ​ເຄື່ອງ­ມືໃນ­ການ​ຂົນ­ຂວາຍ. ເມື່ອ​ວຽກ​ງານ​​ໂຄສະນາເຜີຍ​ແຜ່​ຮູບ​ພາບ​ຂອງ​ປະ­ເທດ​ພົບ​ຄວາມ​ຫຍຸ້ງ­ຍາກ, ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ຈະ​ໃຫ້​ຄວາມ​ຊ່ວຍ­ເຫຼືອ ແລະ ກ້າວ​ເດີນ​ນຳກັນ ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ­ຍາກ​ເຫຼົ່າ​ນັ້ນ. ໂດຍ​ຜ່ານ​ການ­ເຄື່ອນ­ໄຫວ​ທີ່​ນຳ​ໃຊ້​ວັດ­ທະ­ນະ­ທຳ​ດ້ວຍເປົ້າ​ໝາຍ​ແນະ­ນຳ, ການ​ພົວພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ຈະ​ຊ່ວຍ​ໃຫ້­ການ​ຍອມ­ຮັບ​ຮູບ​ພາບ ວັດ­ທະ­ນະ­ທຳ​ຂອງ​ປະ­ເທດ​ຢ່າງ​ຖືກ­ຕ້ອງ ຕັ້ງ­ໜ້າ​ກວ່າ​​ເກົ່າ​ອີກ.

ທີ​ສີ່, ​ຮັບ​ເອົາ​ໂດຍມີ​ການ​ຄັດ​ເລຶອກ. ມີ​ລັກ­ສະ­ນະ​ຄ້າຍໆ​ຄື​ວັດ­ທະ­ນະ­ທຳ​ການ​ຕ່າງ­ປະ­ເທດ, ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ ຍັງ​ມີ​ຄຸນ​ປະ­ໂຫຍດ​ຮັບ​​ເອົາ​ໂດຍ​ມີ​ການ​ຄັດ​ເລືອກ​ ​ຄວາມ​ຍອດ​ຍິ່ງ​ຂອງ​ວັດທະນະທຳ, ແນວ​ຄິດ​ມະ­ນຸດ­ສະ­ທຳ, ຄຸນ­ຄ່າ​ດ້ານ​ຈັນ​ຍາ​ບັນ, ປັນ​ຍາ​ຄວາມ​ຮູ້ ວິ­ທະ­ຍາ­ສາດ​ທັນ​ສະໄໝ​ໃນ​ໂລກ ​ເພື່ອ​ເຮັດ​ໃຫ້​ພື້ນ­ຖານ​ວັດ­ທະ­ນະ​ທຳ​​ຂອງ​ປະ­ເທດ​ຊາດ​ມີຄວາມ​ອຸ­ດົມ​ສົມ​ບຸນ ທັນ​ສະ­ໄໝ ແລະ ຮັ່ງ­ມີ​ສວຍ​ງາຍ​ຍິ່ງ​ຂຶ້ນ. ພ້ອມ​ກັນ​ນັ້ນ, ການ​ພົວ­ພັນ​ຕ່າງ­ປະ­ເທດດ້ານ​ວັດທະນະທຳ ​ກໍ່​ປະ­ກອບ­ສ່ວນ​ຮັກ­ສາ ແລະ ເສີມ​ຂະຫຍາຍ​ສີ​ສັນ​ວັດ­ທະ­ນະ­ທຳ​ແຫ່ງຊາດ, ກ້າວ​ເຖິງ​ກຳ­ນົດ​ທິດ​ໃຫ້​ແກ່ການ​ພັດ­ທະ­ນາຂອງ​ລະບົບ​ວັດ­ທະ­ນະ­ທຳ​.

​ເປັນ​ອັນວ່າ, ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ຂອງຫວຽດ­ນາມ ແມ່ນ​ຂົງ­ເຂດການ​ເຄື່ອນ​ໄຫວ​​ພົວ­ພັນ​ຕ່າງ­ປະ­ເທດຂົງ​ເຂດໜຶ່ງທີ່​ມີ​ຖາ­ນະບົດບາດ “​ເປັນ​ພື້ນ­ຖານ​ຈິດ­ໃຈ​ຂອງ​ການ­ເຄື່ອນ­ໄຫວ​ພົວ­ພັນ​ຕ່າງປະເທດ”(7), ໄດ້​ປະ­ຕິ­ບັດ​ດ້ວຍ​ການ​ນຳ​ໃຊ້​ບັນ­ດາ​ຮູບ​ການ​ວັດ­ທະ­ນະ­ທຳ​ສິລະ​ປະ ປະ­ຫວັດ­ສາດ ແນວ​ຄິດ ມູນ­ເຊື້ອ​ວັດ­ທະ­ນະ­ທຳ ຂໍ້​ມູນ​ຂ່າວ­ສານ,... ແນໃສ່​ບັນ­ລຸ​ບັນ­ດາ​ເປົ້າ​ໝາຍ​ອັນ​ພື້ນ­ຖານ​ຂອງ​ນະ­ໂຍ­ບາຍ​ການ​ຕ່າງ­ປະເທດ​ແຫ່ງ​ຊາດ, ສ້າງ​ຮູບ​ພາບ​ອັນ​ດີ­ງາມ​ຂອງ​ປະ­ເທດ, ເຜີຍ​ແຜ່ວັດ­ທະ­ນະ­ທຳ ແລະ ພາ­ສາ​ແຫ່ງ​ຊາດ​ ເພື່ອ​ສ້າງ​ອິດ​ທິ​ພົນ ຖາ­ນະ​ບົດ­ບາດ ແລະ ຜົນ​ສະ­ທ້ອນ​ ຂອງຫວຽດ­ນາມຕໍ່​ກັບ​ໂລກ​ໃນ​ສະພາບໂລ­ກາ​ພິ​ວັດ​ໃນ​ປັດ­ຈຸ​ບັນ​ນີ້.

ການ​ຜັນ​ຂະ­ຫຍາຍ​ນະ­ໂຍ­ບາຍ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ ພວມ​ກາຍ­ເປັນ​ໜຶ່ງ​ໃນ​ສາມ​ນະໂຍບາຍ​ການ​ຕ່າງ­ປະ­ເທດ​ອັນ​ຕົ້ນ​ຕໍ່, ພ້ອມ​ກັບ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ການ­ເມືອງ ແລະ ການ​ພົວພັນ​ຕ່າງ­ປະ­ເທດ​ດ້ານ​ເສດ­ຖະ­ກິດ, ຄື​ກອງ​ປະ­ຊຸມ​ໃຫຍ່ຄັ້ງທີ  XI ຂອງ​ພັກ​ ໄດ້​ຊີ້ແຈ້ງ­ວ່າ: “ປະ­ສານ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ​ການ​ຕ່າງ­ປະ­ເທດ​ຂອງ​ພັກ ກັບການ​ຕ່າງ­ປະ­ເທດ​ຂອງ​ລັດ ແລະ ການ​ພົວ­ພັນ​ຕ່າງປະ­ເທດ​ປະ­ຊາ­ຊົນ, ລະຫວ່າງ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ການ­ເມືອງ ກັບ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ເສດ​ຖະ​ກິດ ແລະ ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ”(8).

ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳຫວຽດ­ນາມ ຮັບ​ໃຊ້​ໃຫ້​ແກ່​ຜົນ​ປະ­ໂຫຍດ​ແຫ່ງ​ຊາດ

ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳຫວຽດ­ນາມ ໄດ້​ຂີດ​ໝາຍ​ບາດກ້າວ​ໜຶ່ງ​ແຫ່ງ​ການຂະຫຍາຍຕົວ​ໃໝ່​ ​ເຊິ່ງໄດ້​ສະ­ແດງອອກ​ດ້ວຍ​ບັນ­ດາ​ຜົນ­ງານ​ພິ­ເສດ ​ທີ່​ໄດ້​ປະກອບສ່ວນ​​ເຂົ້າ​ໃນຜົນ­ສຳເລັດ​ລວມ​ ຂອງ​ການ​ພົວ­ພັນ​ຕ່າງ­ປະ­ເທດຫວຽດ­ນາມ.

ກ່ອນ​ອື່ນ​ໝົດ, ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ ​ໃນ​ເບື້ອງ​ຕົ້ນ​ໄດ້​ຕິດ​ພັນ​ກັບ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ການ­ເມືອງ, ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ເຜີຍ​ແຜ່​ວັດ­ທະ­ນະ­ທຳ ແລະ ເພີ່ມ​ທະ­ວີ​ຄວາມ​ເຂົ້າໃຈ​ລະ­ຫວ່າງຫວຽດ­ນາມ ແລະ ເພື່ອນ​ມິດ​ຢູ່​ໃນ​ໂລກ, ສ້າງ​ຄວາມ​​ໄວ້​ວາງ​ໃຈ​ໃຫ້​ແກ່​ການ​ກໍ່­ສ້າງ​ສາຍ​ພົວພັນ​ມິ​ຕະ​ພາບ​ອັນ​ຍາວ​ນານ. ບັນ­ດາ​ເຫດ­ການ​ວັດ­ທະ­ນະ­ທຳ​ເຄີຍ​ຕິດ​ພັນ​ກັບ​ການ​ຢ້ຽມ­ຢາມ​ຂອງ​ການ​ນຳ​ຂັ້ນ​ສູງ. ພິ­ເສດ, ບັນ­ດາ​ຜົນ­ງານ​ຂອງ​ພາລະ​ກິດການ​ປ່ຽນ­ແປງ​ໃໝ່, ສະ­ພາບ​ແວດ​ລ້ອມ​ການ­ເມືອງ​ທີ່​ມີ​ສະ​ຖຽມ​ລະ​ພາບ ສັນຕິພາບ, ປະຊາ­ຊົນມີ​ມິດຕະຈິດ, ມີ​ທັດ­ສະ­ນີ​ຍະ​ພາບ ພູມ​ພາບ​ສວຍ​ງາມ​ທີ່​ໜ້າ​ຊົມ ແລະ ມໍ­ລະ­ດົກວັດທະນະທຳ​ແຫ່ງຊາດ​ຫຼາກຫຼາຍ, ບຸນ​ປະ­ເພ­ນີ​ທີ່​ເປັນ​ເອກະລັກ,... ແມ່ນ​ບັນ­ດາ​ຮູບ​ພາບ​ທີ່​ໄດ້​ຮັບ​ການ​ໂຄສະນາ​ສົ່ງ​ຂ່າວ ເຜີຍ​ແຜ່ຢ່າງ​ເປັນ​ປະຈຳ ດຶງ​ດູດ​ຄວາມ​ເອົາ­ໃຈ­ໃສ່​ຂອງ​ປະ­ເທດ​ຕ່າງໆ​ຢູ່​ໃນ​ພາກ​ພື້ນ ແລະ ໃນ​ໂລກ​. ອາດ​ຈະ​ນັບ​ເຖິງ​ຖາ­ນະ​ບົດ­ບາດ​​ເປັນ​ປະ­ທານ ອາ​ຊຽນ 2010 ຂອງ ຫວຽດ­ນາມ​ ທີ່​ໄດ້​ເສີມ​ຂະ­ຫຍາຍ​ໃນ​ການ­ຈັດ­ຕັ້ງ​ຫຼາຍ​ກິດ­ຈະ­ກຳ​ເຜີຍ​ແຜ່ ​ເຊິ່ງບໍ່​ພຽງ​ແຕ່​ເພີ່ມ​ທະ­ວີຄວາມ​ເຂົ້າ­ໃຈ​ເຊິ່ງ​ກັນ​ແລະ​ກັນ​ ລະຫວ່າງ​ບັນ­ດາ​ປະ­ເທດ​ສະ­ມາ­ຊິກ ອາ​ຊຽນ ຫາກ​ຍັງ​ໄດ້​ແນະ­ນຳ​ພາບ​ພົດ​ຂອງ​ປະ­ເທດຫວຽດ­ນາມ​ຕໍ່​ກັບ​ໂລກ. ​ໃນ​ຖາ­ນະ​ສະ­ມາ­ຊິກ ຄະ­ນະ​ປະ­ຕິ­ບັດງານ ຢູ​ເນດ​ໂກ (2009 – 2013), ຫວຽດ­ນາມໄດ້​ປະກອບສ່ວນ​ອັນ​ສຳ­ຄັນ​ ເຂົ້າ​ໃນ​ການ​​ເຊັນ​ສັນ­ຍາ​ຮ່ວມ​ມື​ຂອບ ລະ­ຫວ່າງ ອາ​ຊຽນ ແລະ ຢູ​ເນດ​ໂກ. ປີ 2013, ຫວຽດ­ນາມເປັນ​ໜຶ່ງ​ໃນ 22 ປະ­ເທດ​ທີ່​ໄດ້​ອອກ​ສະ­ໝັກຮັບ​ເລືອກ​ຕັ້ງ ແລະ ໄດ້​ຖືກ​ເລືອກ​ຕັ້ງ​ເຂົ້າ​ໃນ​ຄະ­ນະ​ກຳ­ມະ­ການ​ລະ­ຫວ່າງ​ລັດ­ຖະ­ບານ ສົມ​ທິ​ສັນ­ຍາ 1972 (ສະ­ໄໝ 2013 – 2017). ນອກ​ນັ້ນ, ການຈັດ​ງານອາ­ທິດ​ວັດ­ທະ­ນະ­ທຳ​ຫວຽດ­ນາມ, ວັນ​ວັດ­ທະ­ນະ­ທຳ​ຫວຽດ­ນາມ,... ໄດ້​ກາຍ­ເປັນ​ການເຄື່ອນ­ໄຫວ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ທີ່​ສຳ­ຄັນ​ຂອງຫວຽດ­ນາມ ຢູ່​ຫຼາຍ​ປະ­ເທດ.

ທີສອງ, ການ­ເຄື່ອນ­ໄຫວ​​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳຂອງຫວຽດ­ນາມ ໄດ້​ປະ­ກອບ­ສ່ວນ​ຢ່າງ​ຕັ້ງ­ໜ້າ​ເຂົ້າ​ໃນ​ການຂົນຂວາຍ ​ເພື່ອ​ໃຫ້ຫວຽດນາມ​ໄດ້​ຮັບ​ນາມ­ມະ­ຍົດ​ດ້ານ​ວັດ­ທະ­ນະ­ທຳ​ໂລກທີ່​ເປັນ​ກຽດ​ອັນ​ສະຫງ່າ​ຫຼາຍ​ຄັ້ງ. ຕົວຢ່າງ​ເຊັ່ນ, ໃນ​ຂອບ​ການ­ເຄື່ອນ­ໄຫວ​ສິ​ລະ​ປະ ວັດ­ທະ­ນະ­ທຳ ສະ­ເຫຼີມ­ສະ­ຫຼອງວັນ​ສ້າງ­ຕັ້ງ ທັງ​ລອງ - ຮ່າ​ໂນ້ຍ ຄົບ­ຮອບ 1000 ປີ, ຜູ້ອຳ​ນວຍ​ການ​ໃຫຍ່ ອົງ­ການ ຢູ​ເນດ​ໂກ ໄດ້​ມອບ​ໃບຢັ້ງ­ຢືນ ລາຊະ​ວັງທັງ​ລອງ ເປັນ​​ມໍ­ລະ­ດົກ​ວັດທະນະທຳ​ໂລກ, ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ແນະ­ນຳ​ຮູບ​ພາບ​ນະ­ຄອນ­ຫຼວງ​ທີ່​ມີ​ມູນເຊື້ອ​ວັດທະນະທຳ​ຕໍ່​ໂລກ. ຮ່າ​ໂນ້ຍ​ກໍ່​ກາຍ­ເປັນ​ນະ­ຄອນ​ທຳ​ອິດ​​ໃນ​ໂລກ​ທີ່ໄດ້​ຮັບ​ການ​ຮັບ​ຮູ້​ມໍ­ລະ­ດົກ​ສາມ​ແຫ່ງ​ ຈາກ​ອົງ­ການ ຢູ​ເນດ​ໂກ​ ໃນ​ປີ​ດຽວກັນ​ນັ້ນ. ​ໃນ​ປີ 2010 ນັ້ນ, ພູ​ພຽງ​ຫິນ ດົ່ງ​ວັນ ຢູ່ແຂວງ ຮ່າ​ຢາງ ກໍ່​ໄດ້ອົງການ ຢູ​ເນດ​ໂກ ​ຮັບ​ຮູ້​ວ່າເປັນ​ສະ­ມາ­ຊິກ​ເຄີ​ອ​ຂ່າຍ​ສວນ​ແຫ່ງ​ຊາດ​ລະ­ດັບ​ໂລກ GNN. ​ມາ​ເຖິງ​ປັດ​ຈຸ​ບັນ ຢູ່ຫວຽດ­ນາມ​​ມີ​ມໍ­ລະ­ດົກໂລກ 19 ແຫ່ງ, ໃນ​ນັ້ນ ​ມໍ­ລະ­ດົກ​ທຳ​ມະ​ຊາດ 2 ແຫ່ງ, ມໍ­ລະ­ດົກ​ວັດ­ທະ­ນະ­ທຳ 5 ແຫ່ງ, 8 ມໍ­ລະ­ດົກ​ວັດ­ທະ­ນະ­ທຳ​ທີ່​ບໍ່​ມີ​ຕົນ​ຕົວ, 3 ມໍ­ລະ­ດົກ​ເອກະສານ​ສຳ​ເນົາ, ມໍລະ­ດົກທໍລະນີສ​າ​ດລະ­ດັບ​ໂລກ​ໜຶ່ງ​ແຫ່ງ. ນີ້​ບໍ່​ພຽງ​ແຕ່​ເປັນ­ຄວາມ​ເອກ­ອ້າງ​ທະ​ນົງໃຈ​ຂອງ​ປະຊາຊົນຫວຽດນາມ​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​​ໂອ­ກາດ​ດີເພື່ອ​​ໃຫ້​ປະຊາ​ຄົມ​​ໂລກ​ແບ່ງ­ປັນ ແລະ ຢ້ຽມ​ຊົມ​ບັນ­ດາ​ຄຸນ­ຄ່າ​ດ້ານ​ວັດທະນະ­ທຳ - ຈິດ­ໃຈ​ ຂອງ​ປະ­ເທດຫວຽດ­ນາມ.

ທີ​ສາມ, ໂດຍ​ຜ່ານ​​ການ­ເຄື່ອນ­ໄຫວພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ, ­ຄ່ານິຍົມ ຄວາມ​ຍອດ​ຍິ່ງ​ວັດທະ­ນະ­ທຳ ແລະ ​ຄວາມ​ຮູ້​ຂອງ​ປະ­ເທດ​ຕ່າງໆ​ຢູ່​ໃນ​ໂລກກໍ່​ໄດ້​ຮັບ​​ເອົາໂດຍ​ມີ​ການ​ຄັດ​ເລືອກ ແນ­ໃສ່​ປະກອບສ່ວນ​ເຮັດ​ໃຫ້​ວັດ­ທະ­ນະ­ທຳ​ຫວຽດ­ນາມ ອຸ­ດົມ­ສົມ­ບູນຍິ່ງ​ຂຶ້ນ, ຍົກ​ສູງ​ຄຸນ​ນະ​ພາບ​ຊີ­ວິດ​ຈິດ­ໃຈ​ຂອງ​ປະຊາຊົນ, ພ້ອມ​ກັນ​ນັ້ນ ກໍ່​ໝູນ​ໃຊ້​ຄວາມ​ຄິດ ແລະ ໂຄງ­ການ​ໃຫຍ່​ຂອງອົງການ​ສະ­ຫະ​ປະ­ຊາ​ຊາດ ແລະ ຢູ​ເນດ​ໂກ ເຂົ້າ​ໃນ​ບັນ­ດາ​ແຜນ​ງານ​ແຫ່ງ​ຊາດ​ຄື: ກໍ່­ສ້າງ​ສັງ­ຄົມ​ຮ່ຳ­ຮຽນ, ສັງ­ຄົມສື່ສານ, ສຶກ​ສາ​ໃຫ້​ແກ່ປະຊາຊົນ​ທຸກ​ຄົນ,...

ແຕ່​ວ່າ, ສົມ​ທຽບ​ກັບ​ບັນ­ດາ​ປະ­ເທດ​ໃນ​ພາກ​ພື້ນ, ການ­ເຄື່ອນ­ໄຫວ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດທະນະ­ທຳ​ຂອງຫວຽດ­ນາມ ກໍ່​ຍັງ​ມີ​​ຂໍ້​ຈຳ­ກັດ​ທີ່​ແນ່­ນອນ ຄື​ການ​ລົງ­ທຶນ​ຍັງ​ບໍ່​ເໝາະ​ສົມ​ກັບ​ຄວາມ​ສາ­ມາດ​ບົ່ມ​ຊ້ອນ ແລະ ທ່າແຮງ​ ຂອງ​ປະ­ເທດທີ່​ມີ​ປະ­ຫວັດ­ສາດ​ດ້ານ​ວັດ­ທະ­ນະ­ທຳ​ອັນ​ຍາວ​ນານ​ເປັນ​ຫຼາຍ​ພັນ​ປີ. ເຖິງວ່າ ສົງ­ຄາມ​ໄດ້​ຢຸດຕິ​ດົນ​ແລ້ວ ສັນ­ຕິ­ພາບ​ໄດ້ກັບ​ຕ່າວ​ຄືນ​ມາ​ຫາ​ປະ­ຊາ­ຊົນຫວຽດ­ນາມ ​ໃນ​ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​ແລ້ວ, ແຕ່​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງໃນ​ໂລກ ກໍ່​ພຽງ​ແຕ່​ຮູ້​ເຖິງຫວຽດ­ນາມ ​ເປັນ​ປະ­ເທດ​ທີ່ “ອົງອາດກ້າຫານ​ໃນ​ການ​ຕໍ່­ສູ້” ທີ່​ຍັງ​ຢູ່​ໃນ​ຄວາມ​ທຸກ​ຍາດ ຫຼ້າ­ຫຼັງ, ​ເຂົາ​ຍັງ​ບໍ່ທັນ​ຮູ້​ເຖິງ​ຖາ­ນະ​ບົດ­ບາດ​ຂອງ​ປະ­ເທດ​ຫວຽດນາມ​ທີ່​ກຳ­ລັງ “ປ່ຽນ­ແປງ​ໃໝ່​ໃນ​ແຕ່​ລະ​ມື້”, ທີ່ມີ​ສະ­ຕິ​ກ້າວ​ຂຶ້ນ​ຢ່າງ​ແຂງ­ແຮງ ແລະ ເປັນຈຸດໝາຍ​ປາຍ­ທາງ​ທີ່​​ປອດ​ໄພ ໃກ້​ຊິກ​​ເປັນ​ມິດ ພ້ອມ​ດ້ວຍ​ນະ​ໂຍ​ບາຍ​ທີ່ເປີດ­ເຜີຍ ສະ­ດວກ​ສະ​ຍາຍ ​ສຳລັບ​ນັກ​ລົງ­ທຶນ. ໃນ​ເວລາ​ນັ້ນ, ຂອບ​ກົດ­ໝາຍ​ກ່ຽວ​ກັບການ​ອະ­ນຸ­ລັກ ແລະ ເສີມ​ຂະ­ຫຍາຍສີສັນ​ວັດທະນະ­ທຳ​ຂອງ​ຊາດ, ​ຂໍ້​ກຳ­ນົດຕ່າງໆ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາ­ກົນ​ໃນ​ຂົງ­ເຂດ​ວັດທະນະ­ທຳ ​ກໍ່​ຍັງ​ບໍ່​ໄດ້ປັບປຸງ​ບູລະນະ​ໃຫ້​ສົມບູນ​ແບບ ​ເຊິ່ງ​ສະ­ແດງ​ອອກລະອຽດຄື ກິດ­ຈະ­ກຳ​ວັດ­ທະ­ນະ­ທຳ​ຈຳ­ນວນ​ໜຶ່ງຖືກ​ຊຸດ​ໂຊມ​ເປ​ເພ ຫຼື ການ​​ແຊກ​ຊືມ​ແຜ່ລາມ​ຂອງ​ວັດ­ທະ­ນະ­ທຳ​ຕ່າງ­ປະ­ເທດ.

ວຽກ​ງານໂຄ­ສະ­ນາເຜີຍ​ແຜ່​ຮູບ​ພາບ​ຂອງ​ປະ­ເທດ​ຍັງ​ບໍ່​ໄດ້​ຜັນ​ຂະ­ຫຍາຍ​ຢ່າງ​ເປັນ​ປົກ­ກະ­ຕິ ແຂງແຮງ ເລິກ­ເຊິ່ງ, ​ການ “ສົ່ງ​ນອກ​ວັດ­ທະ­ນະ­ທຳຫວຽດ­ນາມ” ​ໄປ​ຍັງ​ຕ່າງ­ປະ­ເທດ​ ກໍ່​ຍັງ​ຈຳ­ກັດ. ດັ່ງ­ນັ້ນ, ລະ­ດັບ​ຜົນ​ສະທ້ອນ​ຂອງ​ຖາ­ນະ​ບົດ­ບາດ ແລະ ກຳ­ລັງ​ແຮງ​ແຫ່ງ​ຊາດຂອງຫວຽດ­ນາມ ຕໍ່ກັບ​ປະ­ເທດ​ຕ່າງໆ​ ກໍ່ຍັງ​ບໍ່​ໄດ້​ຕາມຄວາມ​ຄາດ​ຫວັງ.

ບົນ​ພື້ນ­ຖານ​ຮັບ​ຮູ້​ກ່​ຽວ​ກັບ​ບົດ­ບາດ​ອັນ​ສຳ­ຄັນ​ຂອງ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ, ຫວຽດນາມໄດ້​ມີ​ການ­ເຄື່ອນ­ໄຫວ​ທີ່​ລະ­ອຽດ​ຫຼາຍ​ຢ່າງ ​ເພື່ອ​ຊຸກ­ຍູ້​ຮູບ​ການ​ພົວ​ພັນ​ຕ່າງ­ປະ­ເທດ​ອັນ​ຕັ້ງໜ້າ ແລະ ມີ​ປະ​ສິດ­ທິ​ຜົນ​ນີ້. ໃນ​ປັດ­ຈຸ​ບັນ, ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ພວມ​ໄດ້​ນຳ​ເຂົ້າ​​ໃນຫຼັກສູດຂອງ​ມະຫາວິ­ທະ­ຍາ­ໄລຫຼາຍ​ແຫ່ງ. ບັນ­ດາ​ໂຄງ­ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດທະນະທຳ​ແນ​ໃສ່​ເພີ່ມ​ທະ­ວີ​ກາ­ລະ​ໂອກາດ​ການ​ຮ່ວມ​ມື​ວັດ­ທະ­ນະ­ທຳ​ທົ່ວ​ໂລກ ​ແ​ລະ ເປັນ​ຂົວ​ຕໍ່​ລະ­ຫວ່າງຫວຽດ­ນາມ ກັບ​ໂລກ ແລະ ກົງ​ຂ້າມ. ເຖິງ​ຢ່າງ​ນັ້ນ​ກໍ່​ຕາມ, ວຽກ​ງານ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ, ເຜີຍ​ແຜ່ຮູບ​ພາບ​ປະເທດຫວຽດ­ນາມ ​ຈະບັນລຸ​ຜົນ­ສຳ­ເລັດ​​ໄດ້ ກໍ່​ຕໍ່​ເມື່ອ​ລະດົມ​ໄດ້​ກຳ­ລັງ​ແຮງ​ສັງ​ລວມ​ເທົ່າ​ນັ້ນ. ໃນ​ອະ­ນາ­ຄົດ, ລັກ­ສະ­ນະ​ຂອງ​ບັນ­ດາ​ໂຄງ­ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ ​ຈະ​ມີ​ການ​ປ່ຽນ­ແປງ​ຕາມການ​ກະທົບ​ຂອງ​ໂທລະ​ຄົມມະນາຄົມ ແລະ ເປັນ­ຕົ້ນ​ແມ່ນ​ເຄືອ​ຂ່າຍ ອິນ​ເຕີ​ເນັດ, ການ​ຍູ້​ແຮງ​ການ​ພົວ​ພັນ​ຕ່າງ­ປະ­ເທດ​ລະ­ຫວ່າງ​ປະ­ຊາ­ຊົນ, ພ້ອມ​ກັບ​ທ່າ​ອຽງ​ໃໝ່​ຂອງ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ທີ່​ກວມ​ດ້ວຍ​ການ​ເພີ່ມຈຳ­ນວນ​ພາກ​ພື້ນ ປະ­ເທດ ແລະ ນະຄອນ​ ທີ່​ມີ​ໂຄງ­ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳທີ່​ຂະຫຍັນ​ຂັນ​​ເຄື່ອນ ​ແລະ ການ​ພົວພັນ​ຕ່າງປະ​ເທດ​ດ້ານ​ວັດທະນະທຳ​ຫຼາຍ​ຝ່າຍ​ ຈະ​ໄດ້​ຮັບ​ການ​ເພີ່ມ​ທະ­ວີ.

ບົນ​ພື້ນ­ຖານ​ເປົ້າ​ໝາຍ ຄວາມ​ຕ້ອງ­ການ​ແຫ່ງ​ການ​ພັດ­ທະ­ນາ​ຂອງ​ປະ­ເທດ ແລະ ບັນ­ດາ​ຄຳ​ໝັ້ນ​ສັນຍາ​ສາ­ກົນ, ຕ້ອງປັບປຸງ​ບູລະນະນະ­ໂຍ­ບາຍ​ພົວ­ພັນ​ຕ່າງ­ປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ໃຫ້​ຄົບ​ຊຸດ​ ໃນລະບົບການ​ພົວ­ພັນ​ຕ່າງ­ປະ­ເທດສັງ​ລວມຮອບດ້ານ​ຂອງຫວຽດ­ນາມ. ​ແຜນຍຸດ​ທະ​ສາດ​ການ​ພົວ­ພັນ​ຕ່າງປະ­ເທດ​ດ້ານ​ວັດ­ທະ­ນະ­ທຳ​ລະ­ດັບ​ຊາດ​ຂອງຫວຽດ­ນາມ ຈະ​ສ້າງ​ເງື່ອນ­ໄຂ​ເພື່ອ​ຊຸກ­ຍູ້​ການ​ພົວ­ພັນ​ຕ່າງປະ­ເທດ​​ໃນທົດ​ສະ​ວັດ​ຕໍ່​ໜ້າ​ນີ້ ເພື່ອ​ຍົກ​ລະ­ດັບ​ຄວາມ​ຮັບ​ຮູ້​ຂອງປະຊາ​ຄົມ​ໂລກ ກ່ຽວ​ກັບຫວຽດ­ນາມ, ພ້ອມ​ກັນ​ນັ້ນ ກໍ່​ປັບ­ປຸງ​ການ​ພົວ­ພັນ​ກັບ​ບັນ­ດາ​ປະເທດ​ອື່ນ, ຜ່ານ​ສິ່ງ​ດັ່ງກ່າວ​ນັ້ນ ​ປະ­ກອບ­ສ່ວນ​ພ້ອມ​ກັບ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ລວມ ​ເພື່ອ​­ສ້າງ​ຄວາມ​ເຊື່ອ​ຖືຍຸດ​ທະ​ສາດ​ລະ­ຫວ່າງຫວຽດ­ນາມ ແລະ ບັນດາ​ປະ​ເທດ​ໃນ​ໂລກ.

ດຣ. ຟ້າມ​ງອກ​ແອງ
ສະຖາ​ບັນປ້ອງ​ກັນ​ຄວາມ​ສະ­ຫງົບ​ປະ­ຊາ­ຊົນ

-----------------------

ບົດ​ນີ້​ໄດ້​ລົງ​ພິມ​ໃນ​ວາ­ລະ­ສານ​ກອມ​ມູ​ນິດ ສະ­ບັບ​ທີ 875 (ເດືອນ​ກັນ­ຍາ 2015).

(1) Mitchell, J.M. (1986): International Cultural Relations, London: Allen & Unwin.

(2) Taylor P.M. (2007): Global Communications, International Affairs and the Media since 1945, London and New York: Routledge, ໜ້າ 79.

(3) Morgenthau, H.J. (1978): Politics among Nations: The Struggle for Power and Peace (5th ed.), New York: Knopf, ໜ້າ 64 - 67, 77 – 91.

(4) Helena K. Finn: “The Case for Cultural Diplomacy: Engaging Foreign Audiences,” Foreign Affairs, Vol. 82, No. 6 (Nov - Dec, 2003), ໜ້າ 15 – 20.

(5) Nye J., (2002): The Paradox of American Power, Oxford: Oxford University Press, ໜ້າ 8.

(6) ​ເອ​ກະ​ສານ​ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ​ຄັ້ງ​ທີ XI, ສຳ­ນັກ​ພິມ​ຈຳ­ໜ່າຍ​ການ­ເມືອງ​ແຫ່ງ​ຊາດ, ຮ່າໂນ້ຍ, 2011, ໜ້າ 235 – 236.

(7) ​ແຜນຍຸດ​ທະ​ສາດ​ການ​ພົວ­ພັນ​ຕ່າງ­ປະ­ເທດ​ດ້າ​ນວັດ​ທະ­ນະ​ທຳ​ ​ຮອດ​ປີ 2020.

(8) ເອ­ກະ­ສານ​ກອງ​ປະ­ຊຸມ​ໃຫຍ່​ຄັ້ງ​ທີ XI ທີ່​ໄດ້​ແນະ­ນຳ, ໜ້າ 139.

Other Stories

ບົດທີ່ມີຜູ້ອ່ານຫລາຍສຸດ

ບົດໃໝ່ສຸດ